lo_gen_text_ulb/16/01.txt

1 line
1.6 KiB
Plaintext

\c 16 \v 1 ນາງ ຊາຣາຍ ເມຍ ຂອງ ອັບຣາມ ບໍ່ ມີ ລູກ ໃຫ້ ເພິ່ນ ຈັກ ຄົນ . ແຕ່ ນາງ ມີ ສາວ ໃຊ້ ຊາວ ເອຢິບ ຜູ້ໜຶ່ງ ຊື່ ວ່າ ຮາກາ. \v 2 ແລ້ວ ຊາຣາຍ ກໍ ເວົ້າ ຕໍ່ ອັບຣາມ ວ່າ, “ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ຍອມ ໃຫ້ ຂ້ອຍ ມີ ລູກ ແກ່ ເຈົ້າ. ເປັນ ຫຍັງ ຈຶ່ງ ບໍ່ ໄປ ນອນ ນຳ ສາວ ໃຊ້ ຂອງຂ້ອຍ? ບາງທີ ນາງ ຈະ ເກີດ ລູກ ໃຫ້ ຂ້ອຍ ກໍໄດ້. ” (ທ) ອັບຣາມ ກໍ ເຮັດ ຕາມ ຄໍາແນະນຳ ຂອງ ຊາຣາຍ. \v 3 ດັ່ງ ນັ້ນ ນາງ ຈຶ່ງ ມອບ ນາງ ຮາກາ ສາວ ໃຊ້ ຊາວ ເອຢິບ ໃຫ້ ຜົວ ຂອງຕົນ ເອົາ ເປັນ ເມຍນ້ອຍ. (ເຫດການ ນີ້ ເກີດ ຂຶ້ນ ຫລັງ ຈາກ ອັບຣາມ ໄດ້ ຢູ່ ໃນ ການາອານ ເປັນ ເວລາ ສິບ ປີ.) \v 4 ອັບຣາມ ນອນ ນໍາ ນາງ ຮາກາ ແລະ ນາງ ກໍ ຕັ້ງ ທ້ອງ. ເມື່ອ ນາງ ຮາກາ ຮູ້ ວ່າ ຕົນ ຕັ້ງ ທ້ອງ ແລ້ວ ກໍ ເກີດ ຈອງຫອງ ພອງຕົວ ແລະ ໝິ່ນ ປະໝາດ ນາງ ຊາຣາຍ.