lo_gen_text_ulb/14/13.txt

1 line
1019 B
Plaintext

\v 13 ແຕ່ ມີ ຊາຍ ຄົນ ໜຶ່ງ ປົບ ໜີ ມາ ໄດ້ ຈຶ່ງ ບອກ ເລື່ອງ ໃຫ້ ອັບຣາມ ຄົນ ເຮັບເຣີ ຮູ້ ຊຶ່ງ ໃນ ເວລາ ນັ້ນ ເພິ່ນ ອາໄສ ຢູ່ ໃກ້ ຕົ້ນໄມ້ ສັກສິດ ຂອງ ມຳເຣ ຊາວອາໂມ. ລາວ ເປັນອ້າຍ ຂອງ ເອັດຊະໂຄນ ແລະ ອາເນ. ສ່ວນ ຄົນ ພວກນີ້ ເປັນ ພັນທະມິດຂອງ ອັບຣາມ. \v 14 ເມື່ອ ອັບຣາມ ໄດ້ຍິນ ວ່າ ຫລານຊາຍ ຂອງຕົນ ຖືກຈັບ ໄປ; ເພິ່ນ ຈຶ່ງ ລະດົມ ເອົາ ນັກ ຮົບ ຈຳ ນວນ 318 ຄົນ ໃນ ຄ້າຍພັກ ຂອງຕົນ ແລະ ໄລ່ ຕິດ ຕາມ ກະສັດ ທັງ ສີ່ ໄປ ຈົນ ເຖິງ ເມືອງ ດານ.