lo_gen_text_ulb/14/07.txt

1 line
1.3 KiB
Plaintext

\v 7 ແລ້ວ ພວກເຂົາ ກໍໄດ້ ເຄື່ອນທັບ ມາ ເຖິງ ເມືອງ ກາເດັດ. (ເມືອງ ນີ້ ມີ ຊື່ ອີກ ວ່າ ເອນ ມິດສະປັດ .) ພວກເຂົາ ໄດ້ ເອົາ ຊະນະ ທຸກ ຫົວເມືອງ ຂອງ ຊາວ ອາມາເຫລັກ ຕະຫລອດ ທັງ ຊາວ ອາໂມ ທີ່ ອາໄສ ຢູ່ ໃນ ເມືອງ ຮາຊາໂຊນຕາມາ. \v 8 ຕໍ່ມາ ບັນ ດາ ກະສັດ ແຫ່ງ ນະຄອນ ໂຊໂດມ, ໂກໂມຣາ, ອັດມາ, ເສບົວ ອິມ ແລະ ເບລາ ໄດ້ ທ້ອນໂຮມ ກຳ ລັງ ກັນ ທີ່ ທົ່ງ ຮາບພຽງ ຊິດ ດິມ \v 9 ເພື່ອ ສູ້ຮົບ ກັບ ເຈົ້າ ເຄໂດລາໂອເມ ແຫ່ງ ນະຄອນ ເອຣາມ, ເຈົ້າ ຕີດານ ແຫ່ງ ນະຄອນ ກົວອິມ , ເຈົ້າ ອໍາຣາເຟນ ແຫ່ງ ນະຄອນ ບາບີໂລນ ແລະ ເຈົ້າ ອາຣີໂອກ ແຫ່ງ ນະຄອນ ເອັນ ຣາຊາ ຄື: ກະສັດ ຫ້າ ຄົນ ຕໍ່ ສູ້ ກະສັດ ສີ່ ຄົນ.