lo_gen_text_ulb/12/01.txt

1 line
1.4 KiB
Plaintext

\c 12 \v 1 ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ບອກ ອັບຣາມ ວ່າ, “ຈົ່ງ ອອກ ໜີ ຈາກ ປະເທດ, ຍາດຕິພີ່ນ້ອງ ແລະ ບ້ານເກີດ ເມືອງນອນ ຂອງ ເຈົ້າ ແລະ ໄປ​ຍັງ​ດິນ​ແດນ ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ. \v 2 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຫລາຍ ແລະ​ພວກ​ເຂົາ​ຈະ​ກາຍ​ເປັນ​ຊົນ​ຊາດ​ໃຫ​ຍ່. ເຮົາ​ຈະ​ອວຍ​ພອນ​ເຈົ້າ​ແລະ​ໃຫ້​ເຈົ້າ​ມີ​ຊື່​ສຽງ ແລະ​ເຈົ້າ​ຈະ​ໄດ້​ກາຍ​ເປັນ​ທໍ່​ພ​ຣະ​ພອນ​ໃຫ້​ແກ່​ຊົນ​ຊາດ​ອື່ນໆ​ເທິງ​ແຜ່ນ​ດິນ​ໂລກ. \v 3 ເຮົາ​ຈະ​ອວຍ​ພອນ​ຜູ້​ທີ່ອວຍ​ພອນ​ເຈົ້າ. ແຕ່​ເຮົາ​ຈະ​ສາບ​ແຊ່ງ​ຜູ້​ທີ່​ສາບ​ແຊ່ງ​ເຈົ້າ ແລະ ໂດຍ ຜ່ານ ທາງ ເຈົ້າ ເຮົາ ຈະ ອວຍພອນ ຊົນ ຊາດ ທັງ ປວງ.” (ຍ)