lo_gen_text_ulb/03/17.txt

1 line
1.4 KiB
Plaintext

\v 17 ແລ້ວ ພຣະອົງ ກໍໄດ້ ກ່າວ ກັບ ຊາຍ ນັ້ນ ວ່າ, “ເພາະ ເຈົ້າ ໄດ້ຍິນ ຍອມ ຟັງ ຄວາມ ເມຍ; ເຈົ້າ ຈຶ່ງ ກິນ ໝາກໄມ້ ທີ່ ເຮົາ ຫ້າມ ບໍ່ ໃຫ້ ກິນ ນັ້ນ . ແຜ່ນດິນ ຈະ ຖືກ ສາບແຊ່ງ ເພາະ ສິ່ງ ທີ່ ເຈົ້າ ໄດ້ ເຮັດ ມາ; ຊົ່ວ ຊີວິດ ເຈົ້າ ຈະ ເຮັດ ວຽກ ໜັກ ເພື່ອ ຫາ ລ້ຽງ ທ້ອງ. \v 18 ແຜ່ນດິນ ຈະ ເກີດ ຫຍ້າ ແລະ ມີ ໜາມ ເຕັມ ທົ່ວ ໄປ; ແລະ ຕົວ ເຈົ້າ ຈະ ໄດ້ ກິນ ພືດ ໃນ ປ່າ ເປັນ ອາຫານ. \v 19 ເຈົ້າ ຈະ ເຮັດ ວຽກ ໜັກ ຈົນ ເຫື່ອ ໄຫລ ໄຄ ຍ້ອຍ ອອກ ມາ; ເພື່ອ ຈະ ເຮັດ ໃຫ້ ດິນ ເກີດ ຜົນ ພຽງພໍ ລ້ຽງ ຊີວິດ ເຈົ້າ . ຈົນກວ່າ ເຈົ້າ ຄືນ ໄປ ສູ່ ດິນ ທີ່ ເຈົ້າ ຖືກ ສ້າງ ຂຶ້ນ ມາ; ເຈົ້າ ຖືກ ສ້າງ ມາ ແຕ່ ດິນ ເຈົ້າ ຈະ ຄືນ ໄປ ເປັນ ດິນ ອີກ.”