lo_bible/46-ROM.usfm

866 lines
175 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id ROM
\ide UTF-8
\h ພ​ຣະ​ທັມ​ໂຣມ
\toc1 ພ​ຣະ​ທັມ​ໂຣມ
\toc2 ພ​ຣະ​ທັມ​ໂຣມ
\toc3 rom
\mt ພ​ຣະ​ທັມ​ໂຣມ
\s5
\c 1
\p
\v 1 ເຮົາຄືໂປໂລ ຜູ້ຮັບໃຊ້ ຄົນໜຶ່ງຂອງພຣະເຢຊູຄຣິດເຈົ້າທີ່ພຣະອົງ ຊົງເອີ້ນໃຫ້ເປັນ ອັກຄະສາວົກ ແລະ ໄດ້ຊົງຄັດອອກຕັ້ງໄວ້ໃຫ້ ປະກາດ ຂ່າວປະເສີດຂອງພຣະເຈົ້າ.
\v 2 ຄື ຂ່າວປະເສີດ ທີ່ພຣະອົງໄດ້ຊົງສັນ ຍາໄວ້ລ່ວງໜ້າໂດຍທາງຜູ້ທຳນວາຍຂອງພຣະອົງ ໃນພຣະຄໍາພີ ອັນ ສັກສິດ.
\v 3 ເປັນຂ່າວປະເສີດເລື່ອງພຣະບຸດ ຂອງພຣະອົງ ຄື ພຣະເຢຊູຄຣິດເຈົ້າ ຂອງພວກເຮົາທັງຫລາຍ ຜູ້ຊົງບັງເກີດໃນເຊື້ອວົງ ຂອງດາວິດຝ່າຍເນື້ອກາຍ
\s5
\v 4 ແຕ່ ຝ່າຍພຣະວິນຍານ ແຫ່ງຄວາມບໍຣິສຸດນັ້ນ ຊົງບົ່ງໄວ້ດ້ວຍ ຣິດທານຸພາບ ຄື ໂດຍການທີ່ພຣະເຈົ້າໄດ້ ຊົງບັນດານໃຫ້ເປັນຄືນຂຶ້ນ ມາຈາກຕາຍ ວ່າເປັນພຣະບຸດຂອງພຣະເຈົ້າ.
\v 5 ໂດຍທາງພຣະອົງ ນີ້ແຫລະ ເຮົາໄດ້ຮັບພຣະຄຸນ ແລະ ໜ້າທີ່ເປັນອັກຄະສາວົກ ເພື່ອ ເຫັນແກ່ພຣະນາມຂອງພຣະອົງ ໃຫ້ໄປປະກາດ ທ່າມກາງຊົນຊາດ ຕ່າງໆ ໃຫ້ເຂົາເຊື່ອຟັງ
\v 6 ລວມທັງພວກເຈົ້າ ທີ່ພຣະເຈົ້າຊົງເອີ້ນ ໃຫ້ເປັນໄພ່ພົນຂອງ ພຣະເຢຊູຄຣິດເຈົ້າເໝືອນກັນ.
\s5
\v 7 ເຖິງ ບັນດາຄົນທັງຫລາຍ ໃນນະຄອນ ໂຣມ ທີ່ພຣະເຈົ້າຊົງຮັກ ແລະ ຊົງເອີ້ນໃຫ້ ເປັນໄພ່ພົນບໍຣິສຸດຂອງພຣະອົງ ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ແລະ ອົງພຣະເຢຊູຄຣິດເຈົ້າໂຜດປະທານພຣະຄຸນ ແລະ ສັນຕິສຸກໃຫ້ມີຢູ່ກັບເຈົ້າທັງຫລາຍເທີ້ນ.
\s5
\v 8 ກ່ອນອື່ນ ເຮົາໂມທະນາ ຂອບພຣະຄຸນ ພຣະເຈົ້າ ໂດຍທາງພຣະເຢຊູເຈົ້າ ເພື່ອພວກເຈົ້າທຸກຄົນ ດ້ວຍວ່າ ຄວາມເຊື່ອຂອງພວກເຈົ້າ ກໍາລັງຊ່າລືໄປ ທົ່ວໂລກ
\v 9 ເພາະວ່າ ພຣະເຈັ້າຜູ້ທີ່ເຮົາຮັບໃຊ້ດ້ວຍຊີວິດ ຈິດໃຈໃນການປະກາດຂ່າວປະເສີດ ເລື່ອງພຣະບຸດຂອງ ພຣະອົງນັ້ນ ພຣະອົງຊົງເປັນພະຍານຝ່າຍເຮົາ ວ່າ ເມື່ອເຮົາ ພາວັນນາ ອະທິຖານນັ້ນ ເຮົາກໍລະນຶກເຖິງພວກເຈົ້າສະເໝີ ບໍ່ໄດ້ຂາດ.
\v 10 ທຸກຄັ້ງທີ່ເຮົາ ພາວັນນາ ອະທິຖານ ເຮົາຂໍກັບພຣະເຈົ້າວ່າ ຖ້າເປັນຕາມນ້ຳພຣະໄທຂອງພຣະອົງແລ້ວ ໃນໂອກາດສຸດທ້າຍນີ້ໃຫ້ ເຮົາໄດ້ມາຢ້ຽມຢາມ ພວກເຈົ້າດ້ວຍວິທີໃດວິທີໜຶ່ງ.
\s5
\v 11 ດ້ວຍວ່າ, ເຮົາປາຖະໜາ ຢາກເຫັນ ພວກເຈົ້າ ຫລາຍ ເພື່ອຈະໄດ້ນຳເອົາຂອງປະທານຝ່າຍຈິດວິນຍານ ບາງຢ່າງມາໃຫ້ພວກເຈົ້າ ເພື່ອເສີມກຳລັງໃຈພວກເຈົ້າ.
\v 12 ຄືວ່າ ດ້ວຍຄວາມເຊື່ອຂອງ ພວກເຮົາທັງສອງຝ່າຍນັ້ນຈະ ໄດ້ໜູນໃຈ ຊຶ່ງກັນແລະກັນ.
\s5
\v 13 ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າ ຮູ້ວ່າ ເຮົາໄດ້ ຕັ້ງໃຈ ຫລາຍເທື່ອແລ້ວ ວ່າຈະມາຢາມພວກເຈົ້າ ເພື່ອຈະໄດ້ຮັບຜົນ ບາງຢ່າງ ໃນທ່າມກາງພວກເຈົ້າເໝືອນດັ່ງໄດ້ຮັບຜົນ ໃນທ່າມກາງ ຊາວຕ່າງປະເທດແລ້ວ ແຕ່ຈົນເຖິງບັດນີ້ ກໍຍັງມີເຫດຂັດຂວາງຢູ່.
\v 14 ເຮົາເປັນໜີ້ ທັງຄົນສີວິໄລ ແລະ ຄົນຕ່ຳຊ້າ, ເປັນໜີ້ທັງພວກນັກປາດ ແລະ ພວກຄົນໂງ່ດ້ວຍ.
\v 15 ດ້ວຍເຫດນັ້ນ ເຮົາຈຶ່ງຮີບຮ້ອນ ປະກາດຂ່າວປະເສີດແກ່ພວກເຈົ້າທີ່ຢູ່ໃນນະຄອນ ໂຣມ ນີ້ເໝືອນກັນ.
\s5
\v 16 ເພາະວ່າ ເຮົາບໍ່ມີຄວາມລະອາຍ ໃນຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດນັ້ນ ເປັນຣິດເດດອໍານາດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນ ທີ່ເຊື່ອ ໄດ້ຮັບຄວາມພົ້ນ ພວກຢິວກ່ອນ ແລະ ຄົນຕ່າງຊາດດ້ວຍ.
\v 17 ເພາະໃນຂ່າວປະເສີດນັ້ນ ມີຄວາມຊອບທໍາຂອງພຣະເຈົ້າ ໂດຍເລີ່ມຕົ້ນດ້ວຍ ຄວາມເຊື່ອ ແລະ ສຸດທ້າຍ ກໍດ້ວຍຄວາມເຊື່ອຢ່າງດຽວ ດັ່ງທີ່ມີ ຄຳຂຽນໄວ້ ໃນພຣະຄໍາພີວ່າ, “ຜູ້ທີ່ຊົງຖືວ່າ ເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫລະ ຈະໄດ້ຊີວິດ. ” (ກ)
\s5
\v 18 ດ້ວຍວ່າ, ຄວາມໂກດຮ້າຍຂອງພຣະເຈົ້າ ກໍຊົງປາກົດໃຫ້ ເຫັນ ຈາກຟ້າສະຫວັນ ຕໍ່ສູ້ການບໍ່ນັບຖື ພຣະເຈົ້າ ແລະຄວາມຄິດຮ້າຍທຸກຢ່າງຂອງມະນຸດ ຄື ຄົນເຫລົ່ານັ້ນ ທີ່ເອົາຄວາມຊົ່ວຮ້າຍ ມາຂັດຂວາງ ຄວາມຈິງ.
\v 19 ເຫດວ່າ ທີ່ຈະຮູ້ຈັກພຣະເຈົ້າໄດ້ ເທົ່າໃດນັ້ນ ກໍໄດ້ປາກົດແຈ້ງໃນໃຈຂອງພວກເຂົາ ດ້ວຍວ່າພຣະເຈົ້າໂຜດສໍາແດງໃຫ້ພວກເຂົາຮູ້ແລ້ວ.
\s5
\v 20 ຕັ້ງແຕ່ ເລີ່ມສ້າງໂລກມາ ສະພາບທີ່ບໍ່ປາກົດ ຂອງພຣະເຈົ້າ ຄື ຣິດທານຸພາບ ອັນຖາວອນ ແລະ ຄວາມເປັນພຣະເຈົ້າຂອງພຣະອົງ ກໍໄດ້ປາກົດແຈ້ງໃນສັບພະສິ່ງ ທີ່ພຣະອົງຊົງສ້າງ. ສະນັ້ນ ພວກເຂົາຈຶ່ງ ບໍ່ມີຂໍ້ແກ້ຕົວໄດ້,
\v 21 ເພາະ ພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ແຕ່ ພວກເຂົາບໍ່ໄດ້ຖວາຍກຽດ ແກ່ ພຣະອົງສົມກັບການຊົງເປັນພຣະເຈົ້າ ທັງບໍ່ໄດ້ ໂມທະນາ ພຣະຄຸນ ຂອງພຣະອົງ ກົງກັນຂ້າມຄວາມຄິດຂອງ ພວກເຂົາຊ້ຳກາຍເປັນສິ່ງໄຮ້ປະໂຫຍດ ແລະ ໃຈໂງ່ ຂອງພວກເຂົາກໍມືດມົວໄປ.
\s5
\v 22 ພວກເຂົາອ້າງຕົນວ່າ ເປັນຄົນສະຫລາດ ພວກເຂົາຈຶ່ງກາຍເປັນຄົນໂງ່ໄປ,
\v 23 ພວກເຂົາໄດ້ ເອົາຮູບມະນຸດ ທີ່ຕາຍເປັນ ຫລື ຮູບນົກ ຮູບສັດສີ່ຕີນ ແລະ ຮູບສັດເລືອຄານ ມາປ່ຽນແທນ ສະຫງ່າຣາສີ ຂອງພຣະເຈົ້າອົງຕາຍບໍ່ເປັນ.
\s5
\v 24 ດ້ວຍເຫດນັ້ນ ພຣະເຈົ້າ ຈຶ່ງປ່ອຍມະນຸດ ໃຫ້ເຮັດການຊົ່ວຊ້າ ຕາມຣາຄະຕັນຫາ ໃນໃຈ ຂອງພວກເຂົາ ແລະ ພວກເຂົາຈຶ່ງເຮັດໃນສິ່ງທີ່ໜ້າອັບອາຍ ທາງຮ່າງກາຍຕໍ່ກັນ.
\v 25 ເພາະ ພວກເຂົາ ເອົາຄວາມຈິງ ເລື່ອງພຣະເຈົ້າມາປ່ຽນເປັນຄວາມ ບໍ່ຈິງ, ພວກເຂົາຂາບໄຫວ້ແລະຮັບໃຊ້ ສິ່ງທີ່ພຣະເຈົ້າໄດ້ສ້າງມາ ແທນພຣະອົງຜູ້ຊົງສ້າງ ຄື ຜູ້ທີ່ສົມຄວນ ຈະໄດ້ຮັບຄໍາຍ້ອງຍໍສັນລະເສີນເປັນນິດ ອາແມນ.
\s5
\v 26 ເພາະ ດ້ວຍເຫດນັ້ນ ພຣະເຈົ້າ ຈຶ່ງໄດ້ປ່ອຍ ພວກເຂົາໃຫ້ຢູ່ໃຕ້ ກິເລດຕັນຫາ ຢ່າງໜ້າອັບອາຍ ແມ່ຍິງ ປ່ຽນ ຄວາມສໍາພັນທາງເພດ ຕາມທໍາມະຊາດ ໃຫ້ຜິດທຳມະຊາດໄປ.
\v 27 ແລະ ໃນທໍານອງ ດຽວກັນ ພວກຜູ້ຊາຍ ກໍ ເລີກຄວາມສໍາພັນທາງເພດ ຕາມທຳມະຊາດ ກັບແມ່ຍິງ ແລະ ເຕັມດ້ວຍໄຟ ແຫ່ງ ກິເລດຕັນຫາຕໍ່ກັນ ແລະກັນ ພວກຜູ້ຊາຍ ເຮັດສິ່ງໜ້າອັບອາຍ ຕໍ່ກັນແລະກັນ ສິ່ງທ່ີ່ຕາມ ມາ ຄື ພວກເຂົາໄດ້ຮັບຜົນກຳຊົ່ວ ສັມກັບການກະທຳຂອງຕົນ.
\s5
\v 28 ຍ້ອນ ຄົນເຫລົ່ານີ້ ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນ ຄວາມຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນ ເຮັດ.
\s5
\v 29 ພວກເຂົາເຕັມໄປ ດ້ວຍຄວາມຊົ່ວຊ້າທຸກປະການ, ຄວາມຮ້າຍກາດ, ຄວາມໂລບມາກ ແລະ ການປອງຮ້າຍ, ພວກເຂົາເຕັມໄປດ້ວຍ ຄວາມອິດສາ, ການຂ້າຟັນ, ການສູ້ຮົບ ຕົບຕີ, ການຫລອກລວງ, ການຜູກພະຍາບາດ, ພວກເຂົາ ເວົ້າຂວັນນິນທາກັນ
\v 30 ແລະ ເວົ້າໃສ່ຮ້າຍປ້າຍສີກັນ, ການກຽດຊັງພຣະເຈົ້າ, ຂີ້ອົ່ງໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດຄິດແຕ່ງການຊົ່ວຊ້າຂຶ້ນ, ບໍ່ຟັງຄວາມພໍ່ແມ່,
\v 31 ໃຈບໍ່ສັງເກດການດີ ແລະ ຊົ່ວ, ບໍ່ຖືຄໍາໝັ້ນສັນຍາ ແລະ ຂາດຄວາມຮັກຕໍ່ກັນ ບໍ່ມີຄວາມເມດຕາ ເອັນດູ ແກ່ຜູ້ອື່ນ.
\s5
\v 32 ເຖິງ ແມ່ນພວກເຂົາຮູ້ຈັກກົດບັນຍັດ ຂອງພຣະເຈົ້າທີ່ກ່າວ ວ່າ ຄົນທີ່ກະທຳຢ່າງນັ້ນ ກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາ ກໍ ຍັງເຮັດຢູ່ ແລະ ທັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນ ອີກດ້ວຍ.
\s5
\c 2
\p
\v 1 ເຫດສະນັ້ນ ມະນຸດ ເອີຍ ບໍ່ວ່າເຈົ້າຈະເປັນຜູ້ໃດກໍຕາມ ເມື່ອເຈົ້າ ກ່າວໂທດໃສ່ຜູ້ອື່ນ, ເຈົ້າບໍ່ມີຂໍ້ທີ່ຈະແກ້ຕົວໄດ້. ດ້ວຍວ່າ, ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ ແລະ ຍັງເຮັດຢ່າງດຽວກັບພວກເຂົາ ເຈົ້າກໍກ່າວໂທດໃສ່ຕົນເອງ.
\v 2 ພວກເຮົາຮູ້ ຢູ່ວ່າການທີ່ພຣະເຈົ້າຊົງພິພາກສາລົງໂທດ ຄົນທັງຫລາຍ ທີ່ກະທຳຢ່າງນັ້ນກໍຖືກຕ້ອງຢູ່ແລ້ວ.
\s5
\v 3 ແຕ່ ມະນຸດເອີຍ ໃນເມື່ອເຈົ້າ ຍັງເຮັດສິ່ງນັ້ນ ຢູ່ແລະກ່າວໂທດ ໃສ່ຜູ້ອື່ນ ເຈົ້າຄິດວ່າ ເຈົ້າຈະໜີພົ້ນ ຈາກການ ພິພາກສາ ຂອງ ພຣະເຈົ້າໄດ້ ຊັ້ນບໍ?
\v 4 ຫລືວ່າ ເຈົ້າໝິ່ນປະໝາດ ພຣະກະລຸນາຄຸນ ອັນບໍຣິບູນ ແລະ ຄວາມອົດກັ້ນພຣະໄທ ກັບຄວາມ ອົດທົນຂອງພຣະອົງ, ເຈົ້າບໍ່ຮູ້ຫລື ວ່າ ພຣະກະລຸນາຄຸນ ຂອງພຣະເຈົ້ານັ້ນ ກໍເພື່ອ ນໍາເຈົ້າ ໃຫ້ກັບໃຈເສຍໃໝ່.
\s5
\v 5 ແຕ່ ດ້ວຍໃຈ ຂອງເຈົ້າແຂງກະດ້າງ ແລະ ບໍ່ຍອມທີ່ຈະກັບຕົວ ເຈົ້າຈຶ່ງກຳລັງ ສະສົມຄວາມໂກດຮ້າຍໄວ້ ໃຫ້ ຕົນເອງ ໃນວັນຂອງ ຄວາມຮ້າຍກາດນັ້ນ, ຄື ວັນທີ່ພຣະເຈົ້າຈະຊົງພິພາກສາ ລົງໂທດ ຢ່າງ ຍຸດຕິທຳ ໃຫ້ ປາກົດແຈ້ງນັ້ນ.
\v 6 ເພາະ ພຣະອົງຈະຊົງ ໂຜດຕອບ ແທນ ຕາມການກະທໍາ ຂອງພວກເຂົາ ທຸກຄົນ.
\v 7 ສໍາລັບຄົນທີ່ມີ ຄວາມພຽນ ພະຍາຍາມ ກະທໍາດີ, ສະແຫວງຫາສະຫງ່າຣາສີ ກຽດຕິຍົດ ແລະ ຊີວິດທີ່ຕາຍ ບໍ່ເປັນນັ້ນ ພຣະອົງຈະຊົງປະທານ ຊີວິດ ນີຣັນດອນ ໃຫ້ແກ່ພວກເຂົາ.
\s5
\v 8 ແຕ່ ພຣະອົງຈະ ຊົງສໍາແດງ ຄວາມໂກດຮ້າຍ ອັນເຜັດຮ້ອນ ແກ່ ຄົນທັງຫລາຍ ທີ່ຄິດໃຫຍ່ ໃຝ່ສູງ ແລະ ແກ່ຜູ້ທີ່ບໍ່ເຊື່ອວາງໃຈ ໃນ ຄວາມຈິງ ແຕ່ ຍອມເຮັດຕາມຄວາມຊົ່ວ.
\v 9 ຄວາມທຸກ ເວດທະນາ ແລະ ຄວາມເຈັບປວດ ຈະເກີດມີແກ່ມະນຸດ ທຸກຄົນທີ່ເຮັດການຊົ່ວ ຄື ແກ່ຄົນຢິວ ກ່ອນ ແລະ ແກ່ ຄົນຕ່າງຊາດດ້ວຍ.
\s5
\v 10 ແຕ່ ສະຫງ່າຣາສີ ແລະ ກຽດຕິຍົດ ກັບ ສັນຕິສຸກ ຈະ ເກີດມີແກ່ທຸກຄົນທີ່ເຮັດຄວາມດີ ຄື ແກ່ຄົນຢິວກ່ອນ ແລະ ແກ່ຄົນຕ່າງຊາດດ້ວຍ.
\v 11 ເພາະວ່າ ພຣະເຈົ້າບໍ່ໄດ້ເຫັນແກ່ ໜ້າຜູ້ໃດເລີຍ.
\v 12 ຄົນບາບ ທັງຫລາຍ ທີ່ບໍ່ມີ ກົດບັນຍັດ ແລະ ເຮັດຜິດບາບ ຈະຕ້ອງຈິບຫາຍໄປ ໂດຍ ບໍ່ອ້າງກົດບັນຍັດ, ແຕ່ຄົນບາບທັງຫລາຍ ທີ່ມີ ກົດບັນຍັດ ແລະ ເຮັດຜິດບາບ ກໍຈະຖືກໂທດຕາມກົດບັນຍັດນັ້ນ.
\s5
\v 13 ດ້ວຍວ່າ, ບໍ່ແມ່ນພວກຄົນທີ່ຟັງກົດບັນຍັດ ຈະເປັນຜູ້ຊອບທຳ ຕໍ່ພຣະພັກພຣະເຈົ້າ, ແຕ່ ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດ ເທົ່ານັ້ນ ທີ່ຈະໄດ້ ຊົງຖືວ່າ ເປັນຄົນຊອບທໍາ.
\v 14 ຄົນຕ່າງຊາດ ທີ່ບໍ່ມີກົດ ບັນຍັດ, ແຕ່ ເມື່ອພວກເຂົາປະຕິບັດ ຕາມກົດບັນຍັດ ໂດຍນິໄສ ປົກ ກະຕິແລ້ວ ເຖິງແມ່ນ ພວກເຂົາບໍ່ມີກົດບັນຍັດ ນັ້ນກໍຕາມ, ແຕ່ ກໍຍັງເປັນກົດບັນຍັດໃນຕົວພວກເຂົາເອງ.
\s5
\v 15 ການປະພຶດຂອງ ພວກເຂົາໄດ້ ຊີ້ໃຫ້ເຫັນ ວ່າ ສິ່ງທີ່ກົດບັນຍັດ ສັ່ງນັ້ນ ກໍ ຈໍາລຶກໄວ້ ໃນຫົວໃຈ ຂອງພວກເຂົາແລ້ວ, ຈິດສໍານຶກຜິດແລະຊອບຂອງພວກເຂົາ ກໍເປັນພະຍານ ເໝືອນກັນ ແມ່ນ ຄວາມຄິດ ຂອງພວກເຂົານັ້ນແຫລະ ທີ່ກ່າວໂທດ ພວກເຂົາເອງ ຫລື ອາດ ຈະແກ້ຕົວໃຫ້ພວກເຂົາ.
\v 16 ໃນວັນທີ່ພຣະເຈົ້າ ຈະຊົງໃຫ້ ພຣະເຢຊູຄຣິດເຈົ້າພິພາກສາ ຄວາມເລິກລັບໃນໃຈ ຂອງມະນຸດ ທັງຫລາຍ ຕາມ ຂ່າວປະເສີດທີ່ເຮົາໄດ້ ປະກາດແລ້ວນັ້ນ.
\s5
\v 17 ແຕ່ ຖ້າເຈົ້າໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາ​ໄສ​ກົດ​ບັນ​ຍັດ ແລະ​ອວດ​ວ່າ​ມີ​ພ​ຣະ​ເຈົ້າ,
\v 18 ແລະ​ເຈົ້າ​ຮູ້​ຈັກ​ນ້ຳ​ພ​ຣະ​ໄທ​ຂອງ​ພ​ຣະ​ອົງ, ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະ​ເສີດ ເພາະ​ເຈົ້າ​ໄດ້​ຮຽນ​ຮູ້ໃນ​ກົດ​ບັນ​ຍັດ,
\v 19 ແລະ ຖ້າເຈົ້າ ໝັ້ນໃຈ ວ່າ ເຈົ້າເປັນຜູ້ນຳທາງຄົນຕາບອດ, ເປັນ ຄວາມສະຫວ່າງ ໃຫ້ ແກ່ຄົນເຫລົ່ານັ້ນ ທີ່ຢູ່ໃນຄວາມມືດ,
\v 20 ເປັນ ຜູ້ສຶກສາ ອົບຮົມ ແກ່ຄົນໂງ່ຈ້າ ແລະ ເປັ​ນ ຄູສອນ ເດັກນ້ອຍ ເປັນຜູ້ມີແບບແຜນ ອັນສົມບູນ ຂອງຄວາມຮູ້ ແລະ ຄວາມຈິງໃນກົດບັນຍັດ.
\s5
\v 21 ເມື່ອ ເຈົ້າສອນຄົນອື່ນ ເປັນຫຍັງ ເຈົ້າຈຶ່ງບໍ່ສອນຕົນເອງ ກ່ອນ? ເຈົ້າເທດສະໜາ ວ່າ, “ຢ່າລັກ ” ແຕ່ ເຈົ້າຍັງລັກຢູ່ ຊັ້ນບໍ?
\v 22 ເຈົ້າບອກວ່າ, “ຢ່າຫລິ້ນຊູ້" ແຕ່ ເຈົ້າຍັງຫລິ້ນຊູ້ ຢູ່ ຫລືບໍ່? ເຈົ້າ ກຽດຊັງຮູບເຄົາຣົບ ແຕ່ ເຈົ້າຍັງປຸ້ນວິຫານ ຢູ່ ຫລື ບໍ່?
\s5
\v 23 ເຈົ້າ ກ່າວອ້າງ ເຖິງກົດບັນຍັດ ຂອງພຣະເຈົ້າ ແຕ່ ເຈົ້າເຮັດໃຫ້ ພຣະເຈົ້າ ເສຍກຽດ ໂດຍ ຝ່າຝືນ ກົດບັນຍັດ ຂອງ ພຣະອົງ ຢູ່ ຊນັ້ ບໍ?
\v 24 ເພາະມີຄຳຂຽນ ໄວ້ ໃນພຣະຄໍາພີ ວ່າ, “ພຣະນາມ ຂອງ ພຣະເຈົ້າ ຖືກໝິ່ນປະໝາດ ໃນທ່າມກາງ ຄົນຕ່າງຊາດ ກໍ ເພາະເຈົ້າ ທັງຫລາຍ.”
\s5
\v 25 ຖ້າເຈົ້າ ເຮັດຕາມກົດບັນຍັດ ພິທີຕັດນັ້ນ ກໍເປັນປະໂຫຍດ ແທ້, ແຕ່ຖ້າເຈົ້າລ່ວງ ລະເມີດກົດບັນຍັດ ການທີ່ເຈົ້າຮັບພິທີຕັດນັ້ນ ກໍ ບໍ່ມີປະໂຫຍດຫຍັງເລີຍ.
\v 26 ດັ່ງນັ້ນ ຖ້າຜູ້ທີ່ບໍ່ໄດ້ຮັບພິທີຕັດ ແຕ່ໄດ້ ປະຕິບັດຕາມ ກົດບັນຍັດ ແລະ ການທີ່ພວກເຂົາບໍ່ໄດ້ ຮັບພິທີຕັດນັ້ນ ຈະຖືເໝືອນ ວ່າ ຜູ້ນັ້ນ ໄດ້ ຮັບພິທີຕັດແລ້ວ ບໍ່ແມ່ນບໍ?
\v 27 ເຖິງ ແມ່ນວ່າ ເຈົ້າທັງຫລາຍ ມີກົດບັນຍັດ ທີ່ຈາລຶກໄວ້ ແລະ ໄດ້ຮັບພິທີຕັດແລ້ວ ກໍຍັງລ່ວງ ລະເມີດ ຕໍ່ກົດບັນຍັດນັ້ນ ຝ່າຍຄົນທຳມະດາສາມັນທີ່ບໍ່ໄດ້ຮັບພິທີຕັດ, ພວກເຂົາ ກໍຍັງຖື ຮັກສາກົດບັນຍັດຢູ່ ພວກເຂົານັ້ນແຫລະ ຈະກ່າວໂທດໃສ່ເຈົ້າ.
\s5
\v 28 ເພາະວ່າ ຄົນຢິວແທ້ ບໍ່ແມ່ນ ເປັນຢິວ ແຕ່ພາຍນອກ ບໍ່ແມ່ນ ຮັບພິທີຕັດພຽງພາຍນອກ ແລະ ຝ່າຍເນື້ອກາຍເທົ່ານັ້ນ.
\v 29 ຄົນ ຢິວແທ້ ຄື ເປັນຢິວພາຍໃນ ແລະ ການຮັບພິທີຕັດ ແທ້ນັ້ນ ຄື ການ ຮັບ ທາງຈິດໃຈ ຊຶ່ງເປັນຜົນແຫ່ງພຣະວິນຍານ ຂອງພຣະເຈົ້າ ບໍ່ແມ່ນ ເປັນໄປຕາມ ຕົວອັກສອນ ໃນກົດບັນຍັດ, ຄົນຢ່າງນັ້ນໄດ້ຮັບຄໍາສັນລະເສີນ ຈາກພຣະເຈົ້າ ບໍ່ແມ່ນຈາກມະນຸດ.
\s5
\c 3
\p
\v 1 ຖ້າ ຢ່າງນັ້ນ ຄົນຢິວຈະໄດ້ ປຽບກວ່າ ຄົນຕ່າງຊາດ ຢ່າງໃດ? ຫລື ການຮັບພິທີຕັດ ມີປະໂຫຍດ ອັນໃດ?
\v 2 ກໍມີປະໂຫຍດຫລາຍ ໃນ ທຸກສິ່ງ ເປັນຕົ້ນ ວ່າ ພຣະເຈົ້າໄດ້ມອບ ພຣະຄໍາ ໂອວາດ ຂອງ ພຣະອົງ ໃຫ້ ຊາວຢິວ ຖືຮັກສາ.
\s5
\v 3 ເຖິງ ແມ່ນ ມີບາງຄົນ ບໍ່ສັດຊື່ ຄວາມບໍ່ສັດຊື່ຂອງພວກເຂົານັ້ນ ຈະເຮັດໃຫ້ ຄວາມສັດຊື່ຂອງພຣະເຈົ້າ ເສຍປະໂຫຍດ ຫລື?
\v 4 ບໍ່ ເປັນຢ່າງນັ້ນດອກ ພຣະເຈົ້າກ່າວແຕ່ຄວາມຈິງ ເຖິງແມ່ນວ່າ ມະນຸດ ທຸກຄົນເວົ້າຕົວະ ກໍຕາມ, ດັ່ງທີ່ມີ ຄຳຂຽນໄວ້ ໃນພຣະຄໍາພີວ່າ, “ເພື່ອ ພຣະອົງ ຈະ ໄດ້ ປາກົດ ວ່າ ຊົງ ເປັນ ຜູ້ ທ່ຽງທໍາ ໃນ ຖ້ອຍຄໍາ ທັງຫລາຍ ຂອງ ພຣະອົງແລະ ຊົງ ມີ ໄຊ ເມື່ອ ພວກເຂົາ ກ່າວໂທດ ໃສ່ ພຣະອົງ.”
\s5
\v 5 ແຕ່ ຖ້າວ່າ ຄວາມຊົ່ວຂອງພວກເຮົາເປັນເຫດ ຊີ້ ໃຫ້ເຫັນ ຄວາມຍຸດຕິທຳ ຂອງພຣະເຈົ້າແລ້ວ ພວກເຮົາຈະ ວ່າຢ່າງໃດ? ຈະ ວ່າ ພຣະເຈົ້າລົງໂທດ ບໍ່ຍຸດຕິທຳ ຢ່າງນັ້ນບໍ? (ເຮົາ ເວົ້າ ຢ່າງ ມະນຸດ).
\v 6 ບໍ່ແມ່ນ ຢ່າງນັ້ນດອກ, ຖ້າເປັນເຊັ່ນນັ້ນ ແລ້ວ ພຣະເຈົ້າຈະຊົງພິພາກສາໂລກ ໄດ້ຢ່າງໃດ?
\s5
\v 7 ແຕ່ ຖ້າວ່າ ຄວາມຕົວະ ຂອງເຮົາເປັນເຫດ ໃຫ້ ເຫັນຄວາມທ່ຽງທຳ ຂອງພຣະເຈັ້າ ໄດ້ປາກົດແຈ້ງຄັກ ແລະ ເປັນທີ່ໃຫ້ ເກີດກຽດຕິຍົດ ແກ່ພຣະອົງ ເປັນຫຍັງ ເຮົາຈຶ່ງຖືກຊົງລົງໂທດ ເໝືອນ ຄົນ ຜິດບາບ ຜູ້ໜຶ່ງ?
\v 8 ຖ້າດັ່ງນັ້ນ ເປັນຫຍັງ ເຮົາຈຶ່ງບໍ່ເຮັດຊົ່ວ ເພື່ອຄວາມດີ ຈະເກີດຂຶ້ນ ຈາກຄວາມຊົ່ວນັ້ນ ຕາມ ທີ່ມີບາງຄົນໄດ້ ໝິ່ນ ປະໝາດ ແລະ ກ່າວຫາວ່າ ເຮົາໃນທຳນອງນີ້ແລ້ວ ການລົງໂທດຄົນຢ່າງນັ້ນ ກໍຍຸດຕິທຳແລ້ວ.
\s5
\v 9 ຖ້າເປັນດັ່ງນັ້ນແລ້ວ ພວກເຮົາຄົນຢິວ ໄດ້ປຽບກວ່າ ຄົນຕ່າງຊາດຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ (ຂ) ເພາະເຮົາກໍໄດ້ ຊີ້ໃຫ້ ເຫັນແລ້ວ ວ່າ ມະນຸດທຸກຄົນ ທົງຄົນຢິວ ແລະ ຄົນຕ່າງຊາດ ກໍຢູ່ໃຕ້ອຳນາດ ຂອງ ຄວາມຜິດບາບ ເໝືອນກັນທຸກຄົນ.
\v 10 ຕາມ ທີ່ມີ ຄຳຂຽນໄວ້ ໃນ ພຣະຄໍາພີ ວ່າ, “ບໍ່ມີ ຄົນ ຊອບທໍາ ຈັກ ຄົນ ໜຶ່ງ ຄົນ ດຽວ.
\s5
\v 11 ບໍ່ມີ ຄົນ ທີ່ ເຂົ້າໃຈ ບໍ່ມີ ຄົນ ທີ່ ສະແຫວງ ຫາ ພຣະເຈົ້າ.
\v 12 ແຕ່ ທຸກຄົນ ໄດ້ ຫັນ ໜີ ຈາກ ພຣະເຈົ້າ ພາກັນ ເປັນ ຄົນຊົ່ວ ໄປ ໝົດ ຜູ້ ເຮັດ ການດີ ບໍ່ມີ ຈັກ ຄົນ ດຽວ”
\s5
\v 13 “ລໍາ ຄໍ ຂອງ ພວກເຂົາ ນັ້ນ ເປັນ ດັ່ງ ຂຸມຝັງສົບ ທີ່ ໄຂ ຢູ່ ພວກເຂົາ ໃຊ້ ລີ້ນ ຂອງ ພວກເຂົາ ໃນ ການ ລໍ້ລວງ” “ມີ ພິດ ງູ ຮ້າຍ ຢູ່ ໃຕ້ ຮີມ ປາກ ຂອງ ພວກເຂົາ”
\v 14 “ປາກ ຂອງ ພວກເຂົາ ເຕັມໄປດ້ວຍ ຄໍາ ປ້ອຍດ່າ ແລະ ຄໍາ ຂົມຂື່ນ”
\s5
\v 15 “ຕີນ ຂອງ ພວກເຂົາ ວ່ອງ ໄວ ໃນ ການ ເຮັດ ໃຫ້ ນອງ ເລືອດ,
\v 16 ໃນ ທາງ ທີ່ ພວກເຂົາ ເດີນ ໄປ ມີ ແຕ່ ຄວາມ ຈິບຫາຍ ແລະ ຄວາມ ທຸກໂສກ.
\v 17 ແລະ ພວກເຂົາ ບໍ່ ຮູ້ຈັກ ທາງ ແຫ່ງ ສັນຕິສຸກ ນັ້ນ”
\v 18 “ພວກເຂົາ ບໍ່ເຄີຍ ຄິດ ທີ່ ຈະ ຢໍາເກງ ພຣະເຈົ້າ.”
\s5
\v 19 ແຕ່ ເຮົາທັງຫລາຍ ຮູ້ຢູ່ວ່າ ກົດບັນຍັດທຸກຂໍ້ ທີ່ໄດ້ກ່າວນັ້ນ ກໍ ກ່າວ ແກ່ຄົນເຫລົ່ານັ້ນ ທີ່ຢູ່ໃຕ້ ກົດບັນຍັດ ເພື່ອອັດປາກ ທຸກຄົນ ແລະ ເພື່ອໃຫ້ ມະນຸດ ທຸກຄົນ ໃນໂລກ ຢູ່ໃຕ້ ການພິພາກສາ ຂອງ ພຣະເຈົ້າ.
\v 20 ເພາະວ່າ ໃນສາຍຕາ ຂອງພຣະເຈົ້າ ແລ້ວບໍ່ມີ ມະນຸດ ຄົນໃດ ຈະຊົງຖືວ່າ ເປັນຄົນຊອບທຳ ດ້ວຍການເຮັດຕາມ ກົດ ບັນຍັດ, ເພາະວ່າ ກົດບັນຍັດ ໄດ້ເຮັດໃຫ້ ສັງເກດ ຮູ້ຈັກຄວາມບາບ.
\s5
\v 21 ແຕ່ ບັດນີ້ ພຣະເຈົ້າ ໄດ້ ຊົງຊີ້ ໃຫ້ ເຫັນວ່ າ ມະນຸດ ເປັນຄົນ ຊອບທຳຕໍ່ໜ້າພຣະອົງ ໄດ້ ໂດຍ ບໍ່ອີງໃສ່ ກົດບັນຍັດ, ກົດບັນຍັດ ແລະ ຜູ້ທຳນວາຍ ກໍ ເປັນພະຍານ ເຖິງເລື່ອງນີ້.
\v 22 ຄື ຄວາຊອບທຳ ທີ່ມາຈາກພຣະເຈົ້າ ຊຶ່ງຊົງປະທານ ແກ່ ຜູ້ ທີ່ ເຊື່ອທຸກຄົນ ດ້ວຍ ອາໄສ ຄວາມເຊື່ອ ໃນພຣະເຢຊູຄຣິດເຈົ້າ ເພາະວ່າ ຄົນທັງຫລາຍ ສະເໝີກັນທຸກຄົນ.
\s5
\v 23 ດ້ວຍວ່າ, ທຸກຄົນໄດ້ ເຮັດຜິດບາບ ແລະ ຂາດຈາກພຣະຣັດສະໝີ ຂອງພຣະເຈັ້າ;
\v 24 ແຕ່ ດ້ວຍພຣະຄຸນ ອັນບໍ່ຄິດຄ່າ ຂອງພຣະເຈົ້າ ພວກເຂົາຈຶ່ງເປັນຄົນຊອບທຳ ຕໍ່ໜ້າພຣະອົງ ໂດຍທາງ ພຣະເຢຊູຄຣິດເຈົ້າ ຜູ້ທີ່ປົດປ່ອຍ ພວກເຂົາໃຫ້ ເປັນອິດສະຫລະ.
\s5
\v 25 ທີ່ພຣະເຈົ້າໄດ້ ຊົງໃຫ້ ປາກົດນັ້ນ ເພື່ອໃຫ້ ເປັນຜູ້ ໄຖ່ ໂທດ ແທນບາບກຳ ໂດຍຄວາມເຊື່ອໃນພຣະໂລຫິດ ຂອງພຣະອົງ ອັນນີ້ ກໍເພື່ອສະແດງ ໃຫ້ເຫັນ ຄວາມຍຸດຕິທຳ ຂອງພຣະເຈົ້າ ໃນການທີ່ພຣະອົງ ໄດ້ ຊົງອົດກັ້ນ ພຣະໄທ ໄວ້ ແລະ ບໍ່ໄດ້ ຊົງລົງໂທດ ມະນຸດ ທີ່ ໄດ້ ເຮັດ ຜິດ ໄປ ແລ້ວ ນັ້ນ
\v 26 ແລະ ເພື່ອຈະຊົງສໍາແດງ ໃນປະຈຸບັນ ວ່າ ພຣະອົງ ຊົງເປັນຜູ້ ຍຸດຕິທຳ ແລະ ຊົງໂຜດຜູ້ ທີ່ເຊື່ອ ໃນ ພຣະເຢຊູເຈົ້າ ເປັນຜູ້ຊອບທຳດ້ວຍ.
\s5
\v 27 ເມື່ອເປັນຢ່າງນັ້ນ ແລ້ວເຮົາຈະເອົາອັນໃດ ມາອວດ ກໍໝົດ ຫົນທາງ ຈະອ້າງຫລັກອັນໃດ ວ່າ ໝົດຫົນທາງ ຈະອ້າງຫລັກການ ປະຕິບັດ ຕາມກົດບັນຍັດ ຫລື? ບໍ່ ແມ່ນດອກ ແຕ່ ຕ້ອງອ້າງເອົາຫລັກຂອງຄວາມເຊື່ອ.
\v 28 ໂດຍ ພວກເຮົາເຫັນວ່າ ຄົນໜຶ່ງ ຄົນໃດ ຈະຖືວ່າ ຊອບທຳ ໄດ້ ກໍຕ້ອງອາໄສ ຄວາມເຊື່ອ ນອກຈາກການ ປະຕິບັດຕາມກົດບັນຍັດ
\s5
\v 29 ຫລື ວ່າ ພຣະເຈົ້ານັ້ນ ເປັນພຣະເຈົ້າຂອງຄົນຢິວ ເທົ່ານັ້ນບໍ? ພຣະອົງ ບໍ່ໄດ້ ເປັນພຣະເຈົ້າຂອງຄົນຕ່າງຊາດ ດ້ວຍບໍ? ແມ່ນແລ້ວ ພຣະອົງເປັນພຣະເຈົ້າຂອງ ຄົນຕ່າງຊາດດ້ວຍ.
\v 30 ດ້ວຍວ່າ, ມີພຣະເຈົ້າພຽງແຕ່ອົງດຽວ ພຣະອົງຈະໃຫ້ ຄົນຢິວ ເປັນຄົນຊອບທຳ ໂດຍ ຄວາມເຊື່ອຂອງ ພວກເຂົາ ແລະ ໃຫ້ ຄົນຕ່າງຊາດ ເປັນຄົນ ຊອບທຳໂດຍຄວາມເຊື່ອຂອງ ພວກເຂົາເໝືອນກັນ
\s5
\v 31 ຖ້າຢ່າງນັ້ນ ພວກເຮົາຈະລຶບລ້າງ ກົດບັນຍັດ ດ້ວຍຄວາມເຊື່ອ ຫລື? ບໍ່ແມ່ນ ຢ່າງນັ້ນດອກ ແຕ່ ພວກເຮົາຍັງເປັນຜູ້ ສະໜັບ ສະໜູນ ກົດບັນຍັດອີກ.
\s5
\c 4
\p
\v 1 ຖ້າ ຢ່າງນັ້ນ ພວກເຮົາ ຈະວ່າ ຢ່າງ ໃດ ເຖິງ ເລື່ອງ ອັບຣາຮາມ ບັນພະບຸລຸດ ຂອງ ພວກເຮົາຕາມສາຍເລືອດ?
\v 2 ຖ້າພຣະເຈົ້າ ຊົງ ໃຫ້ ເພິ່ນ ເປັນຄົນຊອບທຳ ຕໍ່ ໜ້າພຣະອົງ ຍ້ອນສິ່ງທີ່ເພິ່ນເຮັດ ເພິ່ນ ກໍຄົງມີ ສິ່ງ ທີ່ອວດອ້າງໄດ້, ແຕ່ ຕໍ່ໜ້າພຣະເຈົ້າແລ້ວ ອັບຣາຮາມ ບໍ່ ສາມາດອວດອ້າງໄດ້.
\v 3 ຕາມ ທີ່ມີຄຳຂຽນໄວ້ ໃນພຣະຄໍາພີ ວ່າ, “ອັບຣາຮາມ ໄດ້ ເຊື່ອ ພຣະເຈົ້າ ແລະ ຍ້ອນ ຄວາມເຊື່ອ ນັ້ນ ພຣະເຈົ້າ ຈຶ່ງ ຖື ວ່າ ເພິ່ນ ເປັນ ຄົນ ຊອບທໍາ.”
\s5
\v 4 ສ່ວນ ຄົນທີ່ເຮັດການ ກໍ ບໍ່ຖືວ່າ ຄ່າຈ້າງ ທີ່ ຕົນໄດ້ ຮັບນັ້ນ ເປັນ ບຳເໜັດ ແຕ່ຖືວ່າ ເປັນຄ່າແຮງງານ ທີ່ຕົນໄດ້ເຮັດ
\v 5 ສ່ວນຄົນ ທີ່ ບໍ່ໄດ້ ອາໄສ ການປະຕິບັດ ແຕ່ໄດ້ ໄວ້ວາງໃຈ ໃນພຣະອົງ ຜູ້ຊົງໂຜດ ຄົນບາບ ໃຫ້ ເປັນຄົນຊອບທຳ ຄວາມເຊື່ອຂອງຄົນນັ້ນ ກໍຖືໄດ້ວ່າ ເປັນຄົນຊອບທໍາ.
\s5
\v 6 ກະສັດ ດາວິດ ໄດ້ ເວົ້າ ເຖິງ ຄວາມສຸກ ຂອງ ຜູ້ທີ່ພຣະເຈັ້າຮັບວ່າ ເປັນຄົນຊອບທຳ ໂດຍບໍ່ໄດ້ ອາໄສ ການປະຕິບັດ ວ່າ,
\v 7 “ຜູ້ ຊຶ່ງ ໄດ້ ຮັບ ການອະໄພ ແກ່ ການ ລ່ວງ ລະເມີດ ຂອງຕົນ ແລະ ການ ຜິດບາບ ຂອງຕົນ ໄດ້ ຊົງ ໂຜດ ປົກບັງ ໄວ້ ແລ້ວ ຜູ້ນັ້ນ ແຫລະ ກໍ ເປັນສຸກ
\v 8 ບຸກຄົນ ທີ່ ອົງພຣະ ຜູ້ ເປັນເຈົ້າ ບໍ່ໄດ້ ຊົງ ຖື ໂທດ ກໍ ເປັນ ສຸກ.”
\s5
\v 9 ຖ້າເປັນດັ່ງນັ້ນ, ຄວາມສຸກ ມີແກ່ ຄົນທີ່ໄດ້ຮັບພິທີຕັດ ແຕ່ ພວກດຽວຫລື ຫລືວ່າ ມີ ແກ່ຄົນທີ່ບໍ່ໄດ້ ຮັບພິທີຕັດດ້ວຍ ເພາະເຮົາ ກ່າວວ່າ, “ອັບຣາຮາມ ໄດ້ ເຊື່ອ​ພ​ຣະ​ເຈົ້າ ເພາະ​ຄວາ​ມ​ເຊື່ອ​ນັ້ນ ພ​ຣະ​ເຈົ້າ​ຈຶ່ງ​ຊົງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບ​ທຳ."
\v 10 ເລື່ອງນີ້ ເກີດຂຶ້ນ ໃນ ເວລາໃດ? ກ່ອນ ຫລື ຫລັງທີ່ ອັບຣາຮາມ ໄດ້ ຮັບພິທີຕັດ? ເກີດຂຶ້ນກ່ອນ ບໍ່ແມ່ນຫລັງຈາກ ທີ່ເພິ່ນໄດ້ຮັບພິທີຕັດ.
\s5
\v 11 ແລະ ເພິ່ນໄດ້ຮັບພິທີຕັດນັ້ນເປັນເຄື່ອງໝາຍ ສໍາຄັນ ຄືເປັນ ກາປະທັບຂອງ ຄວາມຊອບທຳ ຊຶ່ງເກີດດ້ວຍຄວາມເຊື່ອ ທີ່ເພິ່ນໄດ້ມີ ຢູ່ເມື່ອ ເພິ່ນຍັງ ບໍ່ທັນ ໄດ້ຮັບພິທີຕັດ ເທື່ອນັ້ນ ເພື່ອເພິ່ນຈະໄດ້ເປັນ ບິດາ ຂອງຄົນທັງປວງທີ່ເຊື່ອ ຊຶ່ງພຣະເຈົ້າຊົງຖືວ່າ ເປັນຄົນຊອບທຳ ເຖິງແມ່ນວ່າ ຍັງບໍ່ໄດ້ ຮັບພິທີຕັດ ກໍຕາມ.
\v 12 ແລະ ເພື່ອເພິ່ນຈະ ເປັນບິດາ ຂອງຄົນທັງປວງ ທີ່ຮັບພິທີຕັດ ແລະ ບໍ່ພຽງແຕ່ ຮັບພິທີຕັດ ເທົ່ານັ້ນ ແຕ່ ມີ ຄວາມເຊື່ອ ຕາມແບບຂອງ ອັບຣາຮາມ ບິດາ ຂອງ ເຮົາທັງຫລາຍ ຊຶ່ງເພິ່ນ ມີ ຄວາມເຊື່ອ ເມື່ອຍັງ ບໍ່ທັນໄດ້ຮັບພິທີຕັດນັ້ນ.
\s5
\v 13 ພຣະເຈົ້າໄດ້ ສັນຍາ ກັບ ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນ ວ່າ ໂລກນີ້ ຈະເປັນຂອງເພິ່ນ ພຣະເຈົ້າໃຫ້ ຄຳສັນຍານີ້ ບໍ່ແມ່ນຍ້ອນ ອັບຣາຮາມ ຖືຮັກສາ ກົດບັນຍັດ ແຕ່ຍ້ອນ ເພິ່ນໄດ້ ເຊື່ອ ແລະ ພຣະເຈົ້າ ຖືວ່າ ເພິ່ນເປັນຄົນຊອບທຳ.
\v 14 ຖ້າວ່າ ຄົນທີ່ຖື ຕາມ ກົດບັນຍັດນັ້ນ ຈະເປັນເຈົ້າຂອງ ມໍຣະດົກແລ້ວ ຄວາມເຊື່ອ ກໍ ບໍ່ມີປະໂຫຍດ ຫຍັງໝົດ ແລະ ພຣະສັນຍາ ກໍ ບໍ່ມີຄຸນຄ່າເລີຍ.
\v 15 ກົດບັນຍັດ ເປັນ ເຫດ ໃຫ້ ພຣະເຈົ້າໂກດຮ້າຍ, ແຕ່ ບ່ອນໃດ ທີ່ ບໍ່ມີ ກົດບັນຍັດ ບ່ອນນັ້ນ ກໍ ບໍ່ມີການລ່ວງ ລະເມີດກົດບັນຍັດ.
\s5
\v 16 ດ້ວຍເຫດນີ້ ເອງ, ການ ທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນ ຢູ່ ກັບ ຄວາມເຊື່ອ ເພື່ອຈະ ໄດ້ ເປັນຕາມ ພຣະຄຸນ ເພື່ອພຣະສັນຍານັ້ນຈະ ເປັນທີ່ວາງໃຈ ແກ່ຜູ້ ສືບເຊື້ອສາຍ ຂອງ ເພິ່ນທຸກຄົນ ແລະ ບໍ່ແມ່ນ ຜູ້ ສືບເຊື້ອສາຍ ທີ່ຖືກົດບັນຍັດພວກດຽວ, ແຕ່ ແກ່ບັນດາຄົນທີ່ມີ ຄວາມເຊື່ອ ຢ່າງດຽວກັນກັບ ອັບຣາຮາມ ຜູ້ເປັນບິດາ ຂອງ ພວກເຮົາ ທັງໝົດ.
\v 17 ຕາມ ທີ່ມີຄຳຂຽນ ໄວ້ ໃນພຣະຄໍາພີແລ້ວ ວ່າ, “ເຮົາ ໄດ້ ຕັ້ງເຈົ້າໃຫ້ ເປັນບິດາ ຂອງຫລາຍ ຊົນຊາດ” ຕັ້ງໄວ້ ຈຳເພາະ ພຣະພັກພຣະເຈົ້າ ທີ່ເພິ່ນໄດ້ ເຊື່ອນັ້ນ ຄື ພຣະເຈົ້າ ຜູ້ຊົງບັນດານ ໃຫ້ ຄົນທີ່ຕາຍແລ້ວ ມີຊີວິດ ຄືນມາ ແລະ ຊົງເອີ້ນ ສິ່ງຂອງທີ່ບໍ່ມີໃຫ້ ເກີດ ມີຂຶ້ນມາ.
\s5
\v 18 ຝ່າຍ ອັບຣາຮາມ ນັ້ນເມື່ອບໍ່ມີຄວາມຫວັງ ທີ່ໜ້າໄວ້ວາງໃຈ ແລ້ວ ກໍຍັງເຊື່ອ ໄວ້ວາງໃຈ ມີ ຄວາມຫວັງວ່າ ຈະເປັນ “ບິດາ ຂອງ ມວນປະຊາຊາດ” ຕາມ ທີ່ມີ ຄຳຂຽນ ໄວ້ ໃນພຣະຄໍາພີວ່າ, “ເຊື້ອສາຍຂອງເຈົ້າ ຈະມີຢ່າງຫລວງຫລາຍ ດັ່ງດວງດາວ ໃນທ້ອງຟ້າ. ”
\v 19 ເຖິງ ແມ່ນວ່າ ອັບຣາຮາມ ມີອາຍຸສັງຂານປະມານ ຮ້ອຍປີແລ້ວ, ແຕ່ ຄວາມເຊື່ອຂອງເພິ່ນບໍ່ໄດ້ ລົດນ້ອຍ ຖອຍລົງເລີຍ ເມື່ອຄິດເຖິງຮ່າງກາຍຂອງຕົນ ທີ່ປຽບເໝືອນ ຄື ຕາຍແລ້ວ ແລະຄິດເຖິງ ຊາຣາ ເມຍຂອງເພິ່ນທີ່ເປັນໝັນ.
\s5
\v 20 ເພິ່ນບໍ່ໄດ້ ເສຍຄວາມເຊື່ອ ແລະ ບໍ່ໄດ້ສົງໄສ ໃນຄໍາສັນຍາ ຂອງ ພຣະເຈົ້າ, ແຕ່ ຄວາມເຊື່ອຂອງ ເພິ່ນເຂັ້ມແຂງຂຶ້ນ, ເພິ່ນຈຶ່ງໄດ້ ຖວາຍກຽດຕິຍົດແກ່ພຣະເຈົ້າ.
\v 21 ເພິ່ນເຊື່ອໝັ້ນວ່າ ພຣະເຈົ້າ ຊົງຣິດອໍານາດ ຈະເຮັດໃຫ້ ສຳເລັດຕາມພຣະສັນຍາ ທີ່ມີໄວ້ ກັບຕົນ.
\v 22 ດ້ວຍເຫດນີ້ແຫລະ ໂດຍ ຄວາມເຊື່ອຂອງ ອັບຣາຮາມ ພຣະເຈົ້າຈຶ່ງ “ຊົງຖືວ່າ ເພິ່ນເປັນຄົນຊອບທໍາ.”
\s5
\v 23 ແຕ່ ຄໍາວ່າ, “ຊົງຖືວ່າ ເປັນຄົນ ຊອບທຳ” ບໍ່ໄດ້ ຂຽນໄວ້ ສຳລັບ ເພິ່ນຜູ້ດຽວ.
\v 24 ຄໍາເຫລົ່ານີ້ ໄດ້ ຂຽນໄວ້ ສຳລັບ ເຮົາທັງຫລາຍ ອີກ ດ້ວຍ ຊຶ່ງເປັນພວກທີ່ພຣະເຈົ້າ ຊົງຖືວ່າ ເປັນຄົນຊອບທຳ ຄື ພວກເຮົາທີ່ເຊື່ອໃນພຣະອົງ ອົງທີ່ບັນດານໃຫ້ ພຣະເຢຊູເຈົ້າ ອົງພຣະຜູ້ເປັນ ເຈົ້າຂອງພວກເຮົາ ເປັນຄືນມາຈາກຕາຍ
\v 25 ພຣະອົງຜູ້ ຊົງຖືກ ມອບໄວ້ໃຫ້ ເຖິງແກ່ ຄວາມຕາຍແລ້ວ ເພາະບາບກຳຂອງພວກເຮົາແລະ ພຣະເຈົ້າໄດ້ ຊົງບັນດານ ໃຫ້ ພຣະອົງເປັນຄືນຂຶ້ນ ມາຈາກ ຄວາມຕາຍ ເພື່ອໃຫ້ ພວກເຮົາ ໄດ້ ຊົງຖື ວ່າ ເປັນຄົນຊອບທຳ ຕໍ່ໜ້າພຣະອົງ.
\s5
\c 5
\p
\v 1 ດ້ວຍເຫດນີ້ ເມື່ອພວກເຮົາໄດ້ ຊົງຖືວ່າ ເປັນຄົນຊອບທຳ ເພາະດ້ວຍ ຄວາມເຊື່ອແລ້ວ ພວກເຮົາຈຶ່ງມີ (ຄ) ສັນຕິສຸກ ກັບພຣະເຈົ້າ ໂດຍທາງ ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
\v 2 ໂດຍທາງພຣະອົງ ເຮົາຈຶ່ງໄດ້ເຂົ້າໄປໃນຮົ່ມພຣະຄຸນ ຊຶ່ງບັດນີ້ ພວກເຮົາຕັ້ງໝັ້ນຢູ່ດ້ວຍຄວາມເຊື່ອ ແລະ ພວກເຮົາຊື່ນຊົມຍິນດີ (ງ) ໃນຄວາມຫວັງວ່າ ຈະໄດ້ມີສ່ວນໃນສະຫງ່າຣາສີຂອງ ພຣະເຈົ້າ
\s5
\v 3 ຫລາຍກວ່ານັ້ນອີກ ພວກເຮົາກໍມີ ຄວາມຊົມຊື່ນຍິນດີ ໃນ ຄວາມຍາກລໍາບາກດ້ວຍ ເພາະຮູ້ແລ້ວວ່າ ຄວາມຍາກລໍາບາກ ນັ້ນເຮັດໃຫ້ເກີດມີຄວາມອົດທົນ
\v 4 ແລະ ຄວາມອົດທົນນັ້ນ ເຮັດໃຫ້ເຮົາເປັນຄົນ ທີ່ ພຣະເຈົ້າຊົງເຫັນຊອບ ແລະ ການທີ່ຊົງ ເຫັນຊອບນັ້ນເຮັດໃຫ້ ມີຄວາມໄວ້ວາງໃຈ.
\v 5 ແລະ ຄວາມ ໄວ້ວາງໃຈ ບໍ່ຫ່ອນເຮັດໃຫ້ມີຄວາມເສຍໃຈ ເພາະຜິດຫວັງ ເພາະ ເຫັນວ່າ ພຣະເຈົ້າຊົງເປັ່ງຄວາມຮັກ ຂອງພຣະອົງເຂົ້າໃນໃຈຂອງ ພວກເຮົາ ໂດຍທາງ ພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະອົງໄດ້ ຊົງປະທານໃຫ້ແກ່ ເຮົາທັງຫລາຍແລ້ວ.
\s5
\v 6 ຂະນະທີ່ພວກເຮົາຍັງຂາດກຳລັງຢູ່ນັ້ນ ພຣະຄຣິດໄດ້ຕາຍ ເພື່ອຊ່ວຍຄົນບາບ ຕາມເວລາ ທີ່ເໝາະສົມ.
\v 7 ດ້ວຍວ່າ, ບໍ່ຄ່ອຍຈະມີ ຜູ້ໃດ ຍອມຕາຍແທນຄົນຊອບທຳ, ແຕ່ບາງທີ ອາດມີ ຄົນກ້າຕາຍແທນຄົນດີ ກໍໄດ້.
\s5
\v 8 ແຕ່ ພຣະເຈົ້າໄດ້ຊົງສໍາແດງ ໃຫ້ພວກເຮົາເຫັນວ່າ ພຣະອົງ ຊົງຮັກພວກເຮົາຫລາຍເທົ່າໃດ ຄື ຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນພຣະຄຣິດໄດ້ ຊົງຍອມຕາຍແທນເຮົາທັງຫລາຍ.
\v 9 ດ້ວຍເຫດນັ້ນ ເມື່ອພວກເຮົາໄດ້ ຊົງຖືວ່າ ເປັນຄົນຊອບທຳແລ້ວ ດ້ວຍເລືອດຂອງພຣະອົງ ຫລາົຍກວ່ານັ້ນອີກ ພວກເຮົາຈະໄດ້ພົ້ນ ຈາກຄວາມໂກດຮ້າຍ ຂອງພຣະເຈົ້າໂດຍພຣະອົງ.
\s5
\v 10 ພວກເຮົາ ເຄີຍເປັນສັດຕູຂອງພຣະເຈົ້າ ແຕ່ພຣະເຈົ້າ ໄດ້ ເຮັດໃຫ້ ພວກເຮົາຄືນດີ ກັບພຣະອົງ ຜ່ານທາງຄວາມຕາຍ ແຫ່ງ ພຣະບຸດຂອງພຣະອົງ ເມື່ອເຮົາທັງຫລາຍ ໄດ້ ຄືນດີກັບພຣະເຈົ້າ ແລ້ວ ຫລາຍກວ່ານັ້ນອີກ ພຣະອົງຈະຊົງໂຜດໃຫ້ ພວກເຮົາໄດ້ ພົ້ນ ໂດຍການຄືນພຣະຊົນຂອງພຣະອົງ
\v 11 ບໍ່ພຽງແຕ່ເທົ່າ ນັ້ນພວກເຮົາຍັງຊື່ນຊົມຍິນດີ ໃນພຣະເຈົ້າ ໂດຍທາງອົງພຣະເຢຊູ ຄຣິດເຈົ້າຂອງພວກເຮົາ ຜູ້ຊົງເປັນເຫດໃຫ້ ເຮົາທັງຫລາຍໄດ້ ຄືນ ດີກັບພຣະເຈົ້າ.
\s5
\v 12 ດ້ວຍເຫດນັ້ນ ຄວາມບາບໄດ້ ເຂົ້າມາໃນໂລກ ເພາະດ້ວຍມະນຸດຄົນດຽວ ແລະຄວາມຕາຍກໍໄດ້ເກີດມາ ຍ້ອນຄວາມຜິດ ບາບນັ້ນ. ຢ່າງນັ້ນແຫລະ ຄວາມຕາຍຈຶ່ງໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ ເຮັດບາບແລ້ວ.
\v 13 ແທ້ຈິງແລ້ວຄວາມຜິດບາບມີຢູ່ໃນໂລກນີ້ ກ່ອນມີກົດບັນຍັດ, ແຕ່ວ່າ ເມື່ອບໍ່ມີກົດບັນຍັດ ກໍບໍ່ຖືວ່າມີຜິດ.
\s5
\v 14 ເຖິງ ຢ່າງໃດ ກໍຕາມ ຄວາມຕາຍໄດ້ ຄອບງຳ ຕະຫລອດມາຕັ້ງແຕ່ ອາດາມ ຈົນເຖິງໂມເຊ ແມ່ນວ່າຄົນທີ່ບໍ່ໄດ້ ເຮັດບາບຢ່າງດຽວ ກັບການລະເມີດຂອງອາດາມ ຜູ້ຊຶ່ງເປັນແບບ ໝາຍເຖິງພຣະຜູ້ທີ່ຈະມາພາຍຫລັງນັ້ນ.
\v 15 ແຕ່ວ່າ ຂອງປະທານທີ່ ມາດ້ວຍພຣະຄຸນນັ້ນ ບໍ່ເໝືອນກັບການລະເມີດ ເພາະຖ້າຄົນຈຳ ນວນຫລວງຫລາຍຕ້ອງຕາຍ ເພາະການລະເມີດ ຂອງມະນຸດຄົນ ດຽວ ຫລາຍກວ່ານັ້ນອີກ ພຣະຄຸນຂອງພຣະເຈົ້າ ແລະຂອງປະທານທີ່ມາດ້ວຍພຣະຄຸນຂອງພຣະອົງຜູ້ດຽວ ຄື ພຣະເຢຊູຄຣິດ ເຈົ້າ ກໍມີບໍຣິບູນແກ່ຄົນຈຳນວນຫລາຍດ້ວຍ.
\s5
\v 16 ແລະ ຂອງປະທານນັ້ນ ກໍບໍ່ເໝືອນກັບ ຜົນທີ່ເກີດຈາກບາບກຳຂອງມະນຸດຜູ້ດຽວ ເພາະວ່າການຊົງພິພາກສາ ທີ່ຈະເກີດ ຂຶ້ນເນື່ອງຈາກການລະເມີດ ພຽງເທື່ອດຽວ ໄດ້ນຳໄປສູ່ການລົງ ໂທດ ແຕ່ຂອງປະທານຈາກພຣະເຈົ້າ ພາຍຫລັງການລະເມີດ ຫລາຍຄັ້ງນັ້ນ ກໍນຳໄປສູ່ຄວາມຊອບທໍາ
\v 17 ຖ້າຫາກວ່າໂດຍການລະເມີດ ຂອງມະນຸດຄົນດຽວ ເປັນເຫດໃຫ້ ຄວາມຕາຍໄດ້ຄອບງຳ ເພາະຄົນຜູ້ດຽວນັ້ນ ຫລາຍກວ່ານັ້ນອີກ ຄົນຈຳນວນຫລາຍທີ່ຮັບພຣະຄຸນ ອັນບໍລິບູນ ແລະ ຮັບຂອງປະທານ ຄື ຄວາມຊອບທໍາ ກໍຈະດໍາລົງຊີວິດ ແລະ ຄອບຄອງໂດຍພຣະອົງ ຜູ້ດຽວ ຄື ພຣະເຢຊູຄຣິດເຈົ້າ.
\s5
\v 18 ເພາະສະນັ້ນ ການພິພາກສາລົງໂທດ ໄດ້ມາເຖິງຄົນທັງ ປວງ ເພາະການລະເມີດ ພຽງເທື່ອດຽວສັນໃດ ການກະທຳອັນຊອບທຳ ເທື່ອດຽວ ກໍນຳຄວາມຊອບທໍາ ທີ່ໃຫ້ມີຊີວິດ ມາເຖິງ ທຸກຄົນສັນນັ້ນ.
\v 19 ດ້ວຍວ່າ, ມະນຸດທຸກຄົນຕົກເປັນຄົນ ມີບາບກຳ ເພາະມະນຸດຄົນດຽວ ທີ່ບໍ່ເຊື່ອຟັງສັນໃດ, ຄົນຈຳນວນຫລາຍ ກໍຈະໄດ້ ຊົງຖືວ່າເປັນຄົນຊອບທຳ ເພາະພຣະອົງຜູ້ດຽວ ທີ່ໄດ້ຊົງເຊື່ອຟັງສັນນັ້ນ.
\s5
\v 20 ກົດບັນຍັດ ຖືກນຳເຂົ້າ ມາສູ່ໂລກ ກໍ ເພື່ອໃຫ້ການເຮັດ ຜິດຈະປາກົດ ຫລາຍຂຶ້ນ, ແຕ່ ບ່ອນໃດມີບາບຫລາຍຂຶ້ນ ບ່ອນນັ້ນ ກໍມີພຣະຄຸນຂອງພຣະເຈົ້າ ຫລາຍເພີ່ມຂຶ້ນ.
\v 21 ເພື່ອວ່າ ບາບກຳໄດ້ຄອບງຳໃຫ້ເຖິງຊຶ່ງຄວາມຕາຍສັນໃດ ພຣະຄຸນຂອງພຣະເຈົ້າ ກໍຄອບງຳໃຫ້ເຖິງຊຶ່ງຄວາມຊອບທຳ ທັງນຳພວກເຮົາໄປ ສູ່ຊີວິດນີຣັນດອນ ໂດຍທາງ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາສັນນັ້ນ.
\s5
\c 6
\p
\v 1 ຖ້າ ເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ພວກເຮົາ ຄວນສືບຕໍ່ເຮັດບາບ ເພື່ອໃຫ້ພຣະຄຸນຂອງພຣະເຈົ້າມີຫລາຍຂຶ້ນ ຕື່ມຊັ້ນບໍ?
\v 2 ບໍ່ເປັນຢ່າງນັ້ນດອກ ພວກເຮົາຜູ້ຕາຍ ຕໍ່ບາບກໍານັ້ນແລ້ວ ຈະສືບຕໍ່ດໍາເນີນຊີວິດແບບນັ້ນໄດ້ ຢ່າງໃດ?
\v 3 ພວກເຈົ້າບໍ່ຮູ້ ບໍວ່າ ເມື່ອພວກເຮົາທຸກຄົນໄດ້ ຮັບບັບຕິສະມາຮ່ວມເຂົ້າ ໃນພຣະເຢຊູຄຣິດເຈົ້ານັ້ນ ພວກເຮົາກໍໄດ້ ຮັບບັບຕິສະມາ ຮ່ວມເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ.
\s5
\v 4 ເຫດສະນັ້ນ ພວກເຮົາຈຶ່ງໄດ້ ຖືກຝັງໄວ້ກັບພຣະອົງ ດ້ວຍການ ຮັບບັບຕິສະມາແລ້ວ ເພື່ອໃຫ້ເຮົາເຂົ້າໃນຄວາມຕາຍຂອງພຣະອົງ ເໝືອນດັ່ງພຣະຄຣິດ ໄດ້ຖືກຊົງບັນດານ ໃຫ້ຟື້ນຄືນມາຈາກຕາຍ ໂດຍສະຫງ່າຣາສີ ຂອງພຣະບິດາເຈົ້າແລ້ວສັນໃດ ພວກເຮົາກໍຈະໄດ້ ດຳເນີນຕາມຊີວິດໃໝ່ ເໝືອນກັນສັນນັ້ນ.
\v 5 ເພາະວ່າ ຖ້າພວກເຮົາເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງແລ້ວ ໃນຄວາມຕາຍຢ່າງພຣະອົງສັນໃດ ພວກເຮົາກໍຈະເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງ ໃນການຟື້ນຄືນ ມາຈາກຕາຍຢ່າງພຣະອົງສັນນັ້ນ.
\s5
\v 6 ພວກເຮົາຮູ້ ສິ່ງນີ້ແລ້ວວ່າ ຊີວິດເກົ່າຂອງພວກເຮົານັ້ນ ໄດ້ຖືກ ຄຶງໄວ້ ກັບພຣະອົງແລ້ວ ແລະຊີວິດເກົ່າຊຶ່ງເປັນທີ່ຢູ່ຂອງບາບກຳນັ້ນ ຈະຖືກທຳລາຍເສຍ ແລະ ພວກເຮົາກໍຈະບໍ່ໄດ້ ເປັນທາດຂອງຄວາມບາບອີກຕໍ່ໄປ.
\v 7 ດ້ວຍວ່າ, ຜູ້ທີ່ຕາຍໄປແລ້ວ ກໍພົ້ນຈາກອຳນາດຂອງຄວາມບາບ.
\s5
\v 8 ແຕ່ ຖ້າຜູ້ໃດ ໄດ້ຕາຍກັບພຣະຄຣິດແລ້ວ ພວກເຮົາກໍເຊື່ອວ່າ ຜູ້ ນັ້ນຈະມີຊີວິດຢູ່ດ້ວຍກັນກັບພຣະອົງ.
\v 9 ເພາະພວກເຮົາຮູ້ວ່າ ພຣະຄຣິດຜູ້ທີ່ຖືກຊົງບັນດານໃຫ້ ເປັນຄືນມາຈາກຕາຍນັ້ນ ຈະບໍ່ຕາຍອີກຈັກເທື່ອ ຄື ຄວາມຕາຍບໍ່ມີອຳນາດເໜືອພຣະອົງອີກຕໍ່ໄປ.
\s5
\v 10 ໃນຄວາມຕາຍນັ້ນ ພຣະອົງໄດ້ຕາຍຕໍ່ບາບກຳຄັ້ງດຽວ ເປັນການສິ້ນສຸດ, ແຕ່ໃນການທີ່ພຣະອົງມີຊີວິດຢູ່ໃນເວລານີ້ ນັ້ນພຣະອົງ ກໍມີຊີວິດຢູ່ເພື່ອພຣະເຈົ້າ.
\v 11 ຢ່າງດຽວກັນນັ້ນແຫລະ ພວກເຈົ້າ ຈົ່ງຖືວ່າພວກເຈົ້າໄດ້ຕາຍຕໍ່ຄວາມບາບແລ້ວ ແຕ່ມີຊີວິດຢູ່ ເພື່ອພຣະເຈົ້າໃນພຣະເຢຊູຄຣິດເຈົ້າ.
\s5
\v 12 ເຫດສະນັ້ນ ຢ່າໃຫ້ຄວາມຜິດບາບໄດ້ ປົກຄອງຮ່າງກາຍທີ່ຕ້ອງ ຕາຍ ຂອງພວກເຈົ້າອີກຕໍ່ໄປ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕາມຕັນຫາ ຂອງກາຍນັ້ນ.
\v 13 ຢ່າມອບອະໄວຍະວະ ຂອງພວກເຈົ້າ ໃຫ້ແກ່ ການບາບອີກຕໍ່ໄປ ເພື່ອໃຫ້ເປັນເຄື່ອງມືຮັບໃຊ້ ໃນການຊົ່ວຮ້າຍ, ແຕ່ ຈົ່ງມອບຕົວ ຂອງພວກເຈົ້າ ຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເໝືອນກັບບຸກຄົນທີ່ຖືກບັນດານ ໃຫ້ເປັນຄືນມາຈາກຕາຍແລ້ວ ແລະ ຈົ່ງມອບອະໄວຍະວະ ທຸກພາກສ່ວນຂອງພວກເຈົ້າ ຖວາຍແກ່ ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ ໃນການຊອບທຳຕໍ່ໄປ.
\v 14 ດ້ວຍວ່າ, ການບາບຈະບໍ່ຄອບງຳພວກເຈົ້າອີກຕໍ່ໄປ ເພາະວ່າ ພວກເຈົ້າບໍ່ໄດ້ຢູ່ໃຕ້ ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນຂອງພຣະເຈົ້າ.
\s5
\v 15 ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ພວກເຮົາຈະ ເຮັດບາບ ເພາະບໍ່ໄດ້ຢູ່ໃຕ້ກົດບັນຍັດ ແຕ່ຢູ່ໃຕ້ພຣະຄຸນຂອງພຣະເຈົ້າ ຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ
\v 16 ແນ່ນອນ ພວກເຈົ້າກໍຮູ້ດີວ່າ ເມື່ອ ພວກເຈົ້າ ຍອມເປັນທາດເຊື່ອຟັງຜູ້ ໃດ ພວກເຈົ້າກໍເປັນທາດຂອງນາຍທີ່ພວກເຈົ້າເຊື່ອຟັງນັ້ນ ຄື ເປັນທາດຂອງບາບກຳ ທີ່ນຳໄປສູ່ ຄວາມຕາຍ ຫລື ເປັນທາດຂອງຄວາມເຊື່ອຟັງຊຶ່ງນຳໄປສູ່ການເປັນ ຄົນຊອບທໍາ.
\s5
\v 17 ແຕ່ ຈົ່ງໂມທະນາ ຂອບພຣະຄຸນ ພຣະເຈົ້າ ເພາະເມື່ອກ່ອນ ພວກເຈົ້າໄດ້ເປັນທາດຂອງຄວາມບາບ, ແຕ່ບັດນີ້ ພວກເຈົ້າໄດ້ເຊື່ອຟັງຫລັກຄໍາສອນນັ້ນ ຊຶ່ງຊົງໃຫ້ຄອບຄອງພວກເຈົ້າ.
\v 18 ເມື່ອ ພວກເຈົ້າໄດ້ຖືກຊົງໂຜດໃຫ້ພົ້ນຈາກຄວາມບາບແລ້ວ ພວກເຈົ້າໄດ້ກາຍມາເປັນຂ້າທາດຂອງຄວາມຊອບທໍາ.
\s5
\v 19 ເຮົາຍົກເອົາຕົວຢ່າງຂອງມະນຸດ ມາກ່າວເພາະເຫດຄວາມຈໍາກັດຢ່າງມະນຸດທໍາມະດາຂອງເຈົ້າ. ເມື່ອກ່ອນພວກເຈົ້າໄດ້ ເຄີຍມອບ ອະໄວຍະວະ ຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວ ມົວໝອງ ແລະ ຄວາມອະທຳ ເພື່ອເຮັດການອະທຳ ອັນຊົ່ວຮ້າຍສັນໃດ. ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະ ໃຫ້ເປັນທາດຂອງ ຄວາມຊອບທຳ ເປັນການສິ້ນສຸດ ເພື່ອໃຫ້ເຖິງການຊໍາລະໃຫ້ບໍຣິສຸດ ສັນນັ້ນ.
\v 20 ເມື່ອພວກເຈົ້າເປັນທາດຂອງຄວາມບາບຢູ່ນັ້ນ ຄວາມຊອບທຳກໍບໍ່ໄດ້ ຄຸ້ມຄອງພວກເຈົ້າ.
\v 21 ດັ່ງນັ້ນພວກເຈົ້າໄດ້ ຮັບປະໂຫຍດຫຍັງຈາກການກະທຳອັນອັບອາຍ ທີ່ພວກເຈົ້າເຮັດຢູ່ໃນ ເວລານີ້? ເພາະຜົນຂອງການເຮັດຢ່າງນັ້ນ ກໍຄື ຄວາມຕາຍ.
\s5
\v 22 ແຕ່ ບັດນີ້ພວກເຈົ້າ ເປັນອິດສະຫລະຈາກຄວາມບາບແລ້ວ ແລະ ໄດ້ກັບມາເປັນທາດຂອງພຣະເຈົ້າແລ້ວ ຜົນຕອບແທນຂອງ ພວກເຈົ້າ ຄື ການຖືກຊໍາລະໃຫ້ບໍຣິສຸດ ແລະ ຜົນສຸດທ້າຍ ກໍຄື ຊີວິດນິຣັນດອນ.
\v 23 ດ້ວຍວ່າ, ຄ່າຈ້າງຂອງຄວາມຜິດບາບ ກໍຄື ຄວາມຕາຍ ແຕ່ຂອງພຣະຣາຊທານອັນໂຜດມາແຕ່ພຣະເຈົ້າ ກໍຄື ຊີວິດນິຣັນດອນ ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\c 7
\p
\v 1 ພວກພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ຮູ້ຫລື (ເຮົາກຳລັງ ເວົ້າກັບຄົນທີ່ຮູ້ຈັກກົດລະບຽບແລ້ວ) ວ່າ ກົດໝາຍອັນໃດ ມີອຳນາດ ເໜືອມະນຸດ ກໍໃນຂະນະທີ່ເຂົາຍັງມີຊີວິດຢູ່ເທົ່ານັ້ນ.
\s5
\v 2 ຍົກຕົວຢ່າງ ຍິງທີ່ແຕ່ງງານແລ້ວ ຕາບໃດທີ່ຜົວຂອງນາງ ຍງມີຊີວິດຢູ່ ນາງຕ້ອງຜູກພັນຢູ່ກັບຜົວຕາມກົດໝາຍ, ແຕ່ຖ້າຜົວຂອງ ນາງຕາຍໄປ ນາງກໍພົ້ນຈາກກົດໝາຍນັ້ນ.
\v 3 ສະນັ້ນ ຖ້ານາງຢູ່ກິນ ກັບຊາຍອື່ນ ເມື່ອຜົວຍັງມີຊີວິດຢູ່ ນາງກໍຈະໄດ້ຊື່ວ່າ ເປັນຍິງຫລິ້ນຊູ້, ແຕ່ຖ້າຜົວຂອງນາງຕາຍໄປ ນາງກໍເປັນອິດສະຫລະຕາມກົດໝາຍ, ຖ້ານາງແຕ່ງງານກັບຊາຍອື່ນ ນາງບໍ່ຜິດໃນຖານຫລິ້ນຊູ້.
\s5
\v 4 ດັ່ງນັ້ນແຫລະ ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຕາຍ ຈາກກົດບັນຍັດ ໂດຍພຣະກາຍຂອງພຣະຄຣິດ, ເພື່ອພວກເຈົ້າຈະ ຕົກເປັນຂອງຜູ້ອື່ນ ຄື ຂອງພຣະອົງຜູ້ຊົງຟື້ນຄືນມາຈາກຕາຍແລ້ວ ເພື່ອພວກເຮົາຈະເກີດຜົນຖວາຍ ແດ່ພຣະເຈົ້າ.
\v 5 ດ້ວຍວ່າ, ເມື່ອ ພວກເຮົາດໍາເນີນຊີວິດ ຕາມເນື້ອໜັງ ຊຶ່ງກົດບັນຍັດ ຍົວະເຍົ້າ ໃຫ້ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ອະໄວຍະວະຂອງເຮົາເກີດຜົນ ຊຶ່ງນຳໄປສູ່ ຄວາມຕາຍ.
\s5
\v 6 ແຕ່ບັດນີ້ ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ ເພາະພວກເຮົາໄດ້ຕາຍ ຕໍ່ ສິ່ງທີ່ເຄີຍຜູກມັດ ໃຫ້ເປັນຊະເລີຍໃນເມື່ອກ່ອນນັ້ນ, ເພື່ອພວກເຮົາຈະບໍ່ໄດ້ບົວລະບັດຮັບໃຊ້ ໃນທາງເກົ່າ ຄື ຕາມຕົວອັກ ສອນ ທີ່ບັນຍັດ ມີຂຽນໄວ້ ແຕ່ໄດ້ບົວລະບັດຮັບໃຊ້ ໃນທາງໃໝ່ ຄື ຕາມລັກສະນະຂອງພຣະວິນຍານ.
\s5
\v 7 ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດ ຄື ບາບຊັ້ນບໍ? ບໍ່ແມ່ນຢ່າງນັ້ນດອກ ແຕ່ແມ່ນກົດບັນຍັດ ທີ່ໄດ້ເຮັດໃຫ້ເຮົາຮູ້ວ່າອັນໃດ ຄື ບາບ, ຖ້າກົດບັນຍັດບໍ່ໄດ້ຫ້າມວ່າ, “ຢ່າໂລບ” ເຮົາກໍ ບໍ່ຮູ້ວ່າ ຄວາມໂລບນັ້ນ ຄື ອັນໃດ
\v 8 ແຕ່ວ່າ ຄວາມຜິດບາບ ໄດ້ຖືເອົາຂໍ້ກົດບັນຍັດ ເປັນຊ່ອງທາງຍົວະເຍົ້າຕັນຫາຊົ່ວທຸກຢ່າງ ໃຫ້ເກີດຂຶ້ນໃນຕົວເຮົາ ແຕ່ຖ້າບໍ່ມີກົດບັນຍັດ ຄວາມບາບນັ້ນ ກໍຕາຍ ເສຍແລ້ວ.
\s5
\v 9 ຄັ້ງໜຶ່ງເຮົາເອງ ເຄີຍມີຊີວິດຢູ່ໂດຍບໍ່ມີກົດບັນຍັດ, ແຕ່ ເມື່ອມີ ກົດບັນຍັດແລ້ວ ຄວາມບາບກໍເກີດຂຶ້ນມາ ແລະ ເຮົາກໍຕາຍ
\v 10 ຝ່າຍກົດບັນຍັດ ຊຶ່ງມີຂຶ້ນເພື່ອໃຫ້ ມີຊີວິດນັ້ນ ກໍປາກົດວ່າ ເປັນເຫດ ໃຫ້ເຮົາຕ້ອງຕາຍ.
\s5
\v 11 ເພາະວ່າ ຄວາມບາບໄດ້ຖືເອົາກົດບັນຍັດເພື່ອເປັນຊ່ອງທາງ ຫລອກລວງເຮົາ ແລະ ໄດ້ຂ້າເຮົາໃຫ້ຕາຍ ດ້ວຍກົດບັນຍັດນັ້ນ.
\v 12 ດ້ວຍເຫດນັ້ນ ກົດບັນຍັດ ຈຶ່ງເປັນສິ່ງສັກສິດໃນຕົວ ແລະ ຂໍ້ບັນຍັດກໍສັກສິດ, ຍຸດຕິທຳແລະດີງາມ.
\s5
\v 13 ແຕ່ ເລື່ອງນີ້ ໝາຍຄວາມວ່າ ສິ່ງທີ່ດີ ນຳຄວາມຕາຍມາສູ່ເຮົາ ຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແມ່ນຄວາມຜິດບາບນັ້ນແຫລະ ຄື ບາບ ທີ່ອາໄສສິ່ງດີ ນຳຄວາມຕາຍມາສູ່ເຮົາ ເພື່ອໃຫ້ສັນດານແທ້ ຂອງ ຄວາມບາບຖືກເປີດເຜີຍ. ສະນັ້ນແຫລະ ໂດຍທາງກົດບັນຍັດ ຄວາມ ຜິດບາບ ຈຶ່ງຖືກສະແດງໃຫ້ເຫັນວ່າ ມັນຊົ່ວຮ້າຍຫລາຍທີ່ສຸດ.
\v 14 ພວກເຮົາຮູ້ແລ້ວວ່າ ກົດບັນຍັດເປັນມາໂດຍຝ່າຍພຣະວິນຍານ, ແຕ່ ສ່ວນເຮົາເປັນຝ່າຍມະນຸດທໍາມະດາ ທີ່ ຕາຍເປັນຊຶ່ງໄດ້ຖືກຂາຍໃຫ້ເປັນທາດຂອງຄວາມບາບ.
\s5
\v 15 ເຮົາ ບໍ່ເຂົ້າໃຈສິ່ງທີ່ເຮົາເຮັດຢູ່ ເພາະເຮົາບໍ່ໄດ້ເຮັດສິ່ງທີ່ເຮົາຕ້ອງການ, ແຕ່ເຮົາກັບໄປເຮັດສິ່ງທີ່ເຮົາກຽດຊັງ.
\v 16 ໃນເມື່ອສິ່ງ ທີ່ເຮົາເຮັດນັ້ນ ແມ່ນສິ່ງທີ່ເຮົາບໍ່ຢາກເຮັດ ກໍສະແດງວ່າເຮົາເຫັນພ້ອມວ່າ ກົດບັນຍັດນັ້ນຖືກຕ້ອງ.
\s5
\v 17 ສະນັ້ນ ຈຶ່ງບໍ່ແມ່ນເຮົາເອງທີ່ເປັນຜູ້ເຮັດສິ່ງນັ້ນ, ແຕ່ແມ່ນຄວາມບາບທີ່ອາໄສຢູ່ໃນຕົວເຮົາເປັນຜູ້ເຮັດ.
\v 18 ເພາະເຮົາຮູ້ວ່າໃນຕົວເຮົາ ຄື ໃນສັນດານມະນຸດນັ້ນ ບໍ່ມີການດີຈັກຢ່າງຢູ່ນຳ. ເຖິງແມ່ນວ່າ ການຢາກເຮັດດີມີຢູ່ໃນຕົວເຮົາ, ແຕ່ເຮົາກໍບໍ່ສາມາດເຮັດດີ ໄດ້
\s5
\v 19 ເຮົາບໍ່ໄດ້ ເຮັດການດີທີ່ເຮົາຢາກເຮັດ, ແຕ່ເຮົາຊ້ຳພັດເຮັດການຊົ່ວທີ່ເຮົາບໍ່ຢາກເຮັດ.
\v 20 ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດ ກໍບໍ່ແມ່ນຕົວເຮົາເອງເປັນຜູ້ເຮັດ, ແຕ່ແມ່ນຄວາມບາບທີ່ຢູ່ໃນຕົວເຮົາເປັນຜູ້ເຮັດ.
\v 21 ດັ່ງນັ້ນ ເຮົາຈຶ່ງຄົ້ນພົບກົດຢ່າງໜຶ່ງ ຄື ເມື່ອເຮົາຢາກເຮັດໃນສິ່ງທີ່ດີ ສິ່ງທີ່ຊົ່ວກໍມາຕັນເຮົາໄວ້
\s5
\v 22 ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈ ປິຕິຍິນດີກັບກົດບັນຍັດຂອງພຣະເຈົ້າ.
\v 23 ແຕ່ ເຮົາເຫັນກົດອີກຢ່າງໜຶ່ງຢູ່ໃນ ຮ່າງກາຍຂອງເຮົາ ຊຶ່ງຕໍ່ສູ້ກັບກົດແຫ່ງຈິດໃຈຂອງເຮົາ ຊຶ່ງເຮັດໃຫ້ເຮົາ ຕົກເປັນຊະເລີຍ ຕໍ່ກົດຂອງຄວາມບາບ ທີ່ມີຢູ່ໃນອະໄວຍະວະຂອງເຮົາ.
\s5
\v 24 ເຮົາຊ່າງເປັນຄົນທຸກເຂັນໃຈແທ້ໜໍ ຜູ້ໃດເດຈະຊ່ວຍເຮົາໃຫ້ພົ້ນຈາກຮ່າງກາຍ ທີ່ຕາຍເປັນນີ້ໄດ້
\v 25 ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງ​ທີ່​ດຳເນີນການນີ້ ໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເຫດສະນັ້ນທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນທາດກົດບັນຍັດຂອງພຣະເຈົ້າ ແຕ່ດ້ານຮ່າງກາຍ ເຮົາກໍເປັນທາດຂອງກົດແຫ່ງຄວາມຜິດບາບ.
\s5
\c 8
\p
\v 1 ບັດນີ້ ການລົງໂທດຈ່ຶ່ງບໍ່ມີແກ່ຄົນທັງຫລາຍ ທີ່ຢູ່ໃນພຣະເຢຊູ ຄຣິດເຈົ້າ.
\v 2 ເພາະວ່າກົດຂອງພຣະວິນຍານ ທີ່ນຳພວກເຮົາໃຫ້ມີຊີ ວິດ ໃນພຣະເຢຊູຄຣິດເຈົ້ານັ້ນ ໄດ້ເຮັດໃຫ້ເຮົາ (ຈ) ເປັນອິດສະຫລະ ຈາກກົດຂອງຄວາມບາບ ແລະ ຄວາມຕາຍ.
\s5
\v 3 ດ້ວຍວ່າ, ສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເພາະເນື້ອກາຍ (ສ. 1) ເຮັດ ໃຫ້ອ່ອນກຳລັງເສຍ ພຣະເຈົ້າກໍໄດ້ຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດ ຂອງພຣະອົງມາໃນສະພາບເໝືອນເນື້ອກາຍ (ສ. 2) ທີ່ຜິດບາບ ແລະ ເພື່ອຊົງໄຖ່ຄວາມຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດ ຄວາມບາບໃນ ເນື້ອກາຍ (ສ. 3) ນັ້ນ.
\v 4 ພຣະເຈົ້າໄດ້ເຮັດຢ່າງນີ້ ເພື່ອໃຫ້ຂໍ້ຄໍາສັ່ງ ອັນຍຸດຕິທຳ ຂອງກົດບັນຍັດນັ້ນສໍາເລັດຢ່າງບໍຣິບູນ ໃນພວກເຮົາຜູ້ ທີ່ບໍ່ດຳເນີນຕາມເນື້ອໜັງ (ສ. 4) ແຕ່ ຕາມພຣະວິນຍານ.
\v 5 ຄົນ ທີ່ດຳເນີນຊີວິດຝ່າຍເນື້ອໜັງ (ສ. 5) ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍເນື້ອ ໜັງ (ສ. 6) ຄົນທີ່ດຳເນີນຊີວິດຕາມພຣະວິນຍານ ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍພຣະວິນຍານ.
\s5
\v 6 ດ້ວຍວ່າ, ການເອົາໃຈໃສ່ຢູ່ກັບຝ່າຍເນື້ອໜັງ (ສ. 7) ກໍ ຄືຄວາມຕາຍ ແລະ ການໃສ່ໃຈກັບຝ່າຍວິນຍານນັ້ນ ກໍ ຄືຊີວິດ ແລະ ສັນຕິສຸກ.
\v 7 ເຫດວ່າ, ການທີ່ເອົາໃຈໃສ່ ຝ່າຍເນື້ອໜັງ (ສ. 8) ນັ້ນ ກໍເປັນສັດຕູ ຕໍ່ພຣະເຈົ້າ ເພາະບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ, ແທ້ຈິງແລ້ວຈະຢູ່ໃຕ້ ກົດບັນຍັດຂອງພຣະເຈົ້ານັ້ນ ກໍບໍ່ໄດ້
\v 8 ແລະ ຄົນທັງຫລາຍ ທີ່ຢູ່ຝ່າຍເນື້ອໜັງ (ສ. 9) ຈະເປັນທີ່ພໍພຣະໄທຂອງ ພຣະເຈົ້າ ກໍບໍ່ໄດ້
\s5
\v 9 ແຕ່ ຖ້າແມ່ນພຣະວິນຍານ ຂອງພຣະເຈົ້າຊົງສະຖິດຢູ່ໃນເຈົ້ າ ທັງຫລາຍ ຢ່າງແທ້ຈິງແລ້ວ ພວກເຈົ້າກໍບໍ່ຢູ່ຝ່າຍເນື້ອໜັງ (ສ. 10) ແຕ່ຢູ່ຝ່າຍພຣະວິນຍານ ແລະ ຖ້າຜູ້ໃດບໍ່ມີພຣະວິນຍານ ຂອງພຣະຄຣິດແລ້ວ ຜູ້ນັ້ນກໍບໍ່ເປັນຂອງພຣະອົງ.
\v 10 ແຕ່ຖ້າພຣະຄຣິດຊົງຢູ່ໃນເຈົ້າທັງຫລາຍແລ້ວ, ເຖິງແມ່ນວ່າ ເນື້ອຕົວຂອງພວກເຈົ້າຕາຍແລ້ວ ເພາະຄວາມຜິດບາບ ແຕ່ວິນຍານຈິດຂອງພວກເຈົ້າ ກໍມີຊີວິດຢູ່ ເພາະຄວາມຊອບທໍາ.
\s5
\v 11 ຖ້າພຣະວິນຍານຂອງພຣະອົງ ຜູ້ຊົງບັນດານໃຫ້ ພຣະເຢຊູເຈົ້າ ຊົງຄືນພຣະຊົນນັ້ນ ຊົງສະຖິດຢູ່ໃນພວກເຈົ້າ ພຣະອົງຜູ້ຊົງບັນດານ ໃຫ້ພຣະຄຣິດ ຊົງຄືນພຣະຊົນແລ້ວນັ້ນ ກໍຈະຊົງບັນດານ ໃຫ້ກາຍທີ່ ຕ້ອງຕາຍຂອງພວກເຈົ້າ ຄືນມີຊີວິດໃໝ່ ດ້ວຍ ຣິດແຫ່ງພຣະວິນຍານຂອງພຣະອົງ ທີ່ຊົງສະຖິດຢູ່ໃນພວກເຈົ້າ.
\s5
\v 12 ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຮົາໄດ້ເປັນໜີ້, ແຕ່ບໍ່ແມ່ນເປັນໜີ້ ໃນທາງເນື້ອກາຍ ຊຶ່ງຈະດໍາເນີນຊີວິດ ຕາມຢ່າງເນື້ອໜັງນັ້ນ.
\v 13 ເພາະຖ້າເຈົ້າທັງຫລາຍດໍາເນີນຊີວິດ ຕາມຢ່າງເນື້ອໜັງແລ້ວ ພວກເຈົ້າກໍຄົງຈະຕາຍ, ແຕ່ຖ້າໂດຍຝ່າຍ ພຣະວິນຍານ ພວກເຈົ້າໄດ້ ທຳລາຍການຂອງຝ່າຍເນື້ອໜັງນັ້ນເສຍ ເຈົ້າກໍຄົງຈະມີຊີວິດຢູ່.
\s5
\v 14 ເພາະ ພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດ ຜູັ້ນັ້ນແຫລະ ເປັນບຸດຂອງພຣະເຈົ້າ.
\v 15 ດ້ວຍວ່າ, ພຣະວິນຍານທີ່ພຣະເຈົ້າໄດ້ ໂຜດໃຫ້ພວກເຈົ້ານັ້ນ ຈະບໍ່ເຮັດໃຫ້ພວກເຈົ້າເປັນທາດ ຊຶ່ງກໍ່ໃຫ້ເກີດ ຄວາມຢ້ານກົວ, ແຕ່ພຣະວິນຍານເຮັດໃຫ້ ພວກເຈົ້າເປັນລູກຂອງ ພຣະເຈົ້າໂດຍຣິດອໍານາດແຫ່ງພຣະວິນຍານບໍຣິສຸດເຈົ້າ ນັ້ນພວກເຮົາ ຈຶ່ງເອີ້ນພຣະເຈົ້າວ່າ, 'ອັບບາ’ (ຊ) ຄື ພຣະບິດາເຈົ້າ.
\s5
\v 16 ພຣະວິນຍານຂອງພຣະເຈົ້າຮ່ວມເປັນພະຍານ ກັບວິນຍານ ຂອງພວກເຮົາ ປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ.
\v 17 ແລະ ຖ້າເຮົາທັງຫລາຍ ເປັນບຸດແລ້ວ ເຮົາກໍເປັນຜູ້ຮັບມໍຣະດົກດ້ວຍ ຄື ເປັນຜູ້ຮັບມໍຣະດົກ ຈາກພຣະເຈົ້າ ແລະ ເປັນຜູ້ຮ່ວມຮັບມໍຣະດົກ ກັບພຣະຄຣິດ ຖ້າແມ່ນເຮົາທັງຫລາຍ ໄດ້ທົນທຸກທໍລະມານ ດ້ວຍກັນກັບພຣະອົງນັ້ນ ພວກເຮົາກໍຈະໄດ້ຮັບສະຫງ່າຣາສີ ກັບພຣະອົງ ເໝືອນກັນ.
\s5
\v 18 ເຮົາເຫັນວ່າ ຄວາມທຸກລໍາບາກຂອງພວກເຮົາໃນເວລາປະຈຸບັນນີ້ ບໍ່ອາດທຽບໃສ່ກັບສະຫງ່າຣາສີ ທີ່ຈະຖືກເປີດເຜີຍແກ່ ພວກເຮົາໃນພາຍໜ້າໄດ້
\v 19 ດ້ວຍວ່າ, ສັບພະສິ່ງທີ່ຊົງສ້າງແລ້ວ ມີຄວາມພຽນຄອຍຖ້າປາຖະໜາໃຫ້ ບຸດທັງຫລາຍຂອງພຣະເຈົ້າ ປາກົດ.
\s5
\v 20 ເພາະວ່າ ສັບພະສິ່ງເຫລົ່ານັ້ນໄດ້ຕົກຢູ່ໃຕ້ອຳນາດຂອງອະນິຈັງ ບໍ່ແມ່ນຕາມໃຈມັກຂອງມັນເອງ, ແຕ່ແມ່ນຕາມ ທີ່ພຣະເຈົ້າໃຫ້ມັນ ຕົກຢູ່ນັ້ນ, ໂດຍມີຄວາມຫວັງໃຈວ່າ
\v 21 ໃນມື້ໜຶ່ງສັບພະສິ່ງທີ່ຊົງ ສ້າງນັ້ນຈະຖືກປົດປ່ອຍໃຫ້ ເປັນອິດສະຫລະ ຈາກອໍານາດຂອງຄວາມ ເສື່ອມສູນ ແລະ ຈະໄດ້ມີສ່ວນໃນອິດສະຫລະພາບອັນຮຸ່ງເຮືອງ ແຫ່ງ ບັນດາລູກຂອງພຣະເຈົ້າ.
\v 22 ເພາະພວກເຮົາຮູ້ຢູ່ວ່າ ທຸກສິ່ງທີ່ ພຣະອົງ ໄດ້ ເນຣະມິດສ້າງນັ້ນ ກໍໂອ່ຍຄາງດ້ວຍຄວາມເຈັບປວດ ຈົນ ເທົ່າທຸກວັນນີ້
\s5
\v 23 ແລະ ບໍ່ພຽງແຕ່ສັບພະສິ່ງທີ່ເນຣະມິດສ້າງເທົ່ານັ້ນ ທີ່ໂອ່ຍຄາງ, ແຕ່ ພວກເຮົາຜູ້ທີ່ໄດ້ຮັບພຣະວິນຍານເປັນຜົນທຳອິດ ຕົວເຮົາເອງກໍ ເໝືອນກັນຍັງໂອ່ຍຄາງຄອງຄອຍຖ້າ ໃນການທີ່ພຣະເຈົ້າ ຊົງຮັບ ເປັນບຸດ ຄື ທື່ຈະຊົງໃຫ້ເນື້ອກາຍຂອງພວກເຮົາພົ້ນຈາກຕາຍ.
\v 24 ເຫດວ່າ ເຮົາທັງຫລາຍ ໄດ້ພົ້ນນັ້ນ ກໍເພາະດ້ວຍຄວາມຫວັງນີ້, ແຕ່ ຄວາມຫວັງໃນສິ່ງທີ່ຕາເຫັນຢູ່ ສິ່ງນັ້ນກໍບໍ່ເປັນຄວາມຫວັງອັນແທ້ຈິງ. ດ້ວຍວ່າ, ຜູ້ໃດແດ່ ຍັງຈະຫວັງໃນສິ່ງທີ່ຕົນເຫັນຢູ່ແລ້ວ.
\v 25 ແຕ່ ຖ້າພວກເຮົາຫວັງໃນສິ່ງທີ່ພວກເຮົາບໍ່ເຫັນ ພວກເຮົາກໍຄອງຄອຍຖ້າ ສິ່ງນັ້ນ ດ້ວຍໃຈອົດທົນ.
\s5
\v 26 ທໍານອງດຽວກັນນັ້ນແຫລະ ພຣະວິນຍານກໍຊ່ວຍຊູ ເມື່ອພວກເຮົາອ່ອນກຳລັງ, ເພາະພວກເຮົາບໍ່ຮູ້ວ່າ ພວກເຮົາຄວນຈະ ພາວັນນາ ອະທິຖານຂໍຢ່າງໃດ, ແຕ່ອົງພຣະວິນຍານນັ້ນເອງ ວິງວອນຂໍກັບພຣະເຈົ້າແທນພວກເຮົາ ດ້ວຍຄໍາໂອ່ຍຄາງ​ທີ່ຫາຄໍາອະທິບາຍບໍ່ໄດ້.
\v 27 ຝ່າຍພຣະເຈົ້າ ຜູ້ທີ່ສອດສ່ອງຮູ້ເຫັນຈິດໃຈຂອງພວກເຮົາ ກໍຮູ້ຄວາມນຶກຄິດຂອງພຣະວິນຍານ, ເພາະພຣະວິນຍານຊົງວິງວອນຂໍ ກັບພຣະເຈົ້າສໍາລັບໄພ່ພົນບໍຣິສຸດຂອງພຣະອົງ ຕາມນໍ້າພຣະໄທພຣະອົງ.
\s5
\v 28 ພວກເຮົາຮູ້ແລ້ວວ່າ ພຣະເຈົ້າຊົງຮ່ວມກັບຄົນທັງຫລາຍ ທີ່ຮັກ ພຣະອົງ ເພື່ອໃຫ້ເກີດຜົນດີ ໃນທຸກສິ່ງ ຄືຄົນທັງປວງ ທີ່ພຣະອົງໄດ້ ຊົງເອີ້ນໄວ້ ຕາມພຣະປະສົງຂອງພຣະອົງ
\v 29 ດ້ວຍວ່າ, ຄົນທັງຫລາຍທີ່ພຣະອົງໄດ້ຊົງສັງເກດຮູ້ ລ່ວງໜ້າແລ້ວນັ້ນ ພຣະອົງກໍໄດ້ ຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນຕາມແບບລັກສະນະແຫ່ ງພຣະບຸດຂອງພຣະອົງ ເພື່ອພຣະບຸດນັ້ນ ຈະໄດ້ ເປັນບຸດກົກໃນທ່າມກາງພວກ ນ້ອງຫລາຍຄົນ.
\v 30 ແລະ ບັນດາຜູ້ທີ່ພຣະອົງໄດ້ຊົງກຳນົດລ່ວງໜ້າໄວ້ແລ້ວນັ້ນ ພຣະອົງກໍຊົງເອີ້ນມາດ້ວຍ ແລະ ພວກທີ່ພຣະອົງຊົງເອີ້ນມານັ້ນ ພຣະອົງກໍຊົງຖືວ່າ ເປັນຄົນຊອບທຳ ແລະ ພວກທີ່ພຣະອົງຊົງຖືວ່າ ເປັນຄົນຊອບທຳ ພຣະອົງກໍຊົງໂຜດໃຫ້ພວກເຂົາໄດ້ຮັບສະຫງ່າຣາສີ ຮ່ວມກັບພຣະອົງ.
\s5
\v 31 ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?
\v 32 ພຣະອົງຜູ້ບໍ່ໄດ້ຊົງ ຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງປະທານພຣະບຸດນັ້ນໄວ້ ເພື່ອປະໂຫຍດ ແກ່ເຮົາທັງຫລາຍ ຖ້າເປັນດັ່ງນັ້ນ ພຣະອົງຈະບໍ່ຊົງ ໂຜດປະທານ ສິ່ງສາລະພັດໃຫ້ ພວກເຮົາດັວຍກັນກັບພຣະບຸດນັ້ນຫລື?
\s5
\v 33 ຜູ້ໃດຈະຟ້ອງຄົນທັງຫລາຍ ທີ່ພຣະເຈົ້າໄດ້ເລືອກໄວ້ແລ້ວ? ພຣະເຈົ້າເອງໄດ້ປະກາດວ່າ ພວກເຂົາບໍ່ມີຄວາມຜິດ
\v 34 ຜູ້ໃດຈະ ເປັນຜູ້ລົງໂທດພວກເຂົາອີກ? ເພາະພຣະເຢຊູຄຣິດເຈົ້າແມ່ນຜູ້ທີ່ໄດ້ ຕາຍ ແລະ ຍິ່ງກວ່ານັ້ນອີກ ພຣະອົງໄດ້ເປັນຄືນມາຈາກຕາຍແລ້ວ ແລະນັ່ງຢູ່ກໍ້າຂວາພຣະຫັດຂອງພຣະເຈົ້າ, ພຣະອົງນັ້ນແຫລະ ອະທິຖານວິງວອນຂໍ ເພື່ອພວກເຮົາ
\s5
\v 35 ຜູ້ໃດຈະແຍກພວກເຮົາ ຈາກຄວາມຮັກຂອງພຣະຄຣິດໄດ້? ຄວາມທຸກລໍາບາກ ຫລື ຄວາມທໍລະມານຈິດໃຈ ຫລື ການຂົ່ມເຫັງ ຫລື ການອຶດຢາກ ຫລື ການເປືອຍກາຍ ຫລື ການອັນຕະລາຍ ຫລື ການຖືກຄົມດາບ
\v 36 ຕາມທີ່ມີຂຽນໄວ້ໃນພຣະຄໍາພີວ່າ, ‘ເພາະເຫັນ ແກ່ພຣະອົງ ພວກຂ້ານ້ອຍ ຈຶ່ງ ຖືກຂ້າໝົດມື້ ຈົນ ຄໍ່າ ແລະ ຖືວ່າ ເປັນດັ່ງ ໂຕແກະສໍາລັບ ເອົາ ໄວ້ຂ້າ.
\s5
\v 37 ແຕ່ໃນເຫດການທັງປວງເຫລົ່ານີ້ ພວກເຮົາກໍມີໄຊຊະນະຢ່າງ ເຫລືອລົ້ນ ໂດຍທາງພຣະອົງ ຜູ້ຊົງຮັກພວກເຮົາທັງຫລາຍນັ້ນ.
\v 38 ເພາະເຮົາເຊື່ອແນ່ວ່າ ບໍ່ມີສິ່ງໃດແຍກພວກເຮົາຈາກຄວາມຮັກຂອງ ພຣະອົງໄດ້ ຄວາມຕາຍ ຫລື ຊີວິດ ກໍດີ, ເທວະດາ ຫລື ຜູ້ປົກຄອງ ກໍດີ ຫລື ບັນດາອໍານາດຢູ່ເທິງສະຫວັນຊັ້ນຟ້າ ກໍດີ ສິ່ງທີ່ມີຢູ່ໃນປະຈຸບັນ ຫລື ສິ່ງທີ່ຈະມີມາໃນອະນາຄົດ ກໍດີ ຫລື ຣິດເດດທັງຫລາຍ,
\v 39 ຄວາມສູງ ຫລື ຄວາມເລິກ ກໍດີ ຫລື ສິ່ງອື່ນໃດຊົງສ້າງແລ້ວນັ້ນ ກໍດີ ຈະບໍ່ສາມາດແຍກພວກເຮົາ ອອກຈາກຄວາມຮັກຂອງພຣະເຈົ້າຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\c 9
\p
\v 1 ເຮົາຢູ່ໃນພຣະຄຣິດ ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າຕົວະ ໃຈສຳ ນຶກຜິດແລະຊອບຂອງເຮົາກໍເປັນພະຍານຝ່າຍເຮົາ ດ້ວຍພຣະວິນຍານບໍຣິສຸດເຈົ້າ
\v 2 ວ່າ, ຈິດໃຈຂອງເຮົາ ເຕັມໄປດ້ວຍ ຄວາມເສົ້າໂສກໜັກ ແລະ ມີຄວາມເຈັບປວດໃນຫົວໃຈຢ່າງບໍ່ສິ້ນສຸດ
\s5
\v 3 ຖ້າເປັນປະໂຫຍດ ເຮົາປາຖະໜາຢາກໃຫ້ ເຮົາເອງຖືກສາບແຊ່ງ ແລະຖືກຕັດຂາດຈາກພຣະຄຣິດ ເພາະເຫັນແກ່ພີ່ນ້ອງຂອງເຮົາ ຄື ຍາດຕິພີ່ນ້ອງຂອງເຮົາຕາມເຊື້ອສາຍ.
\v 4 ພວກເຂົາເປັນຊົນຊາດອິດສະຣາເອນ ໄດ້ຮັບການຊົງໃຫ້ເປັນລູກຂອງພຣະເຈົ້າ ໃຫ້ພວກເຂົາ ຮັບພຣະສະຫງ່າຣາສີ ຮັບບັນດາພັນທະສັນຍາ (ຍ) ກັບພວກເຂົາ ແລະມອບກົດບັນຍັດ, ພິທີນະມັດສະການ ແລະບັນດາຄຳສັນຍາໃຫ້ແກ່ພວກເຂົາ.
\v 5 ພວກເຂົາໄດ້ສືບເຊື້ອສາຍມາຈາກພວກ ບັນພະບຸລຸດ ຄົນສໍາຄັນແລະພຣະຄຣິດ ກໍໄດ້ເກີດເປັນມະນຸດ ໃນເຊື້ອຊາດຂອງພວກເຂົາ ຂໍໃຫ້ພຣະເຈົ້າ ຜູ້ປົກຄອງເໜືອສິ່ງສາລະພັດ ຈົ່ງ ໄດ້ຮັບຄໍາຍ້ອງຍໍ ສັນລະເສີນເປັນນິດເທີ້ນ ອາແມນ (ດ)
\s5
\v 6 ແຕ່ ບໍ່ແມ່ນພຣະຄໍາຂອງພຣະເຈົ້າ ໄດ້ຫລົ້ມເຫລວໄປ ເພາະວ່າ ເຂົາທັງຫລາຍ ທີ່ເກີດມາຈາກອິດສະຣາເອນ ນັ້ນກໍບໍ່ແມ່ນວ່າ ເປັນອິດສະຣາເອນ ແທ້ທຸກຄົນ.
\v 7 ແລະ ບໍ່ແມ່ນທຸກຄົນທີ່ເກີດຈາກ ເຊື້ອສາຍຂອງ ອັບຣາຮາມ ເປັນເຊື້ອສາຍແທ້ຂອງພຣະເຈົ້າ, ແຕ່ ພຣະເຈົ້າ ໄດ້ກ່າວແກ່ ອັບຣາຮາມ ວ່າ, “ແມ່ນໂດຍທາງ ອີຊາກ ທີ່ເຈົ້າ ຈະມີເຊື້ອສາຍຕາມທີ່ເຮົາໄດ້ສັນຍາ.”
\s5
\v 8 ນີ້ໝາຍຄວາມວ່າ ລູກທີ່ເກີດຕາມທຳມະຊາດ (ຕ) ບໍ່ເປັນລູກຂອງພຣະເຈົ້າ, ແຕ່ແມ່ນລູກທີ່ເກີດຕາມພຣະສັນຍາຂອງພຣະເຈົ້າ ຈຶ່ງຖືວ່າ ເປັນເຊື້ອສາຍແທ້
\v 9 ເພາະພຣະເຈົ້າຊົງສັນຍາໄວ້ ດັ່ງນີ້ວ່າ, “ເມື່ອເຖິງເວລາກຳ​ນົດ (ຖ) ເຮົາຈະກັບຄືນມາ ແລະນາງຊາຣາ ກໍຈະມີລູກຊາຍ.”
\s5
\v 10 ບໍ່ແມ່ນແຕ່ເທົ່ານັ້ນ, ດ້ວຍວ່າລູກຊາຍສອງຄົນໃນທ້ອງຂອງ ນາງເຣເບກາ ກໍມີພໍ່ຄົນດຽວກັນ ຄື ອີຊາກ ບັນພະບຸລຸດຂອງພວກເຮົາ
\v 11-12 ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນ ຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລື ຊົ່ວ, ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປ ຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ.
\v 13 ຕາມ ທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ເຮົາໄດ້ຮັກຢາໂຄບ ແຕ່ເຮົາກຽດຊັງ ເອຊາວ.”
\s5
\v 14 ແລ້ວພວກເຮົາເດ ຈະວ່າພຣະເຈົ້າບໍ່ຍຸດຕິທຳຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ
\v 15 ເພາະພຣະອົງກ່າວແກ່ໂມເຊ ວ່າເຮົາຢາກຈະ ກະລຸນາຜູ້ໃດ ເຮົາກໍກະລຸນາຜູ້ນັ້ນ ເຮົາຢາກຈະເມດຕາຜູ້ໃດ ເຮົາກໍເມດຕາຜູ້ນັ້ນ.
\v 16 ເຫດສະນັ້ນ ຈ່ຶ່ງຈະບໍ່ຂຶ້ນຢູ່ກັບຄວາມຕັ້ງໃຈ ຂອງຄົນເຮົາ ຫລື ການກະທໍາ, ແຕ່ຂຶ້ນຢູ່ກັບພຣະເມດຕາກະລຸນາ ຂອງພຣະເຈົ້າເທົ່ານັ້ນ.
\s5
\v 17 ເພາະພຣະຄໍາພີກ່າວແກ່ ກະສັດແຫ່ງເອຢິບ ວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າເປັນກະສັດ ເພື່ອໃຊ້ເຈົ້າໃຫ້ສະແດງຣິດອໍານາດຂອງເຮົາ ແລະ ເພື່ອນາມຂອງເຮົາຈະປະກາດແຜ່ອອກໄປທົ່ວໂລກ. ”
\v 18 ດ້ວຍເຫດນັ້ນ ຖ້າພຣະເຈົ້າຊົງກະລຸນາຜູ້ໃດ ກໍຈະຊົງກະລຸນາແກ່ຜູ້ນັ້ນ ແລະ ພຣະອົງຢາກໃຫ້ຜູ້ໃດ ມີໃຈແຂງກະດ້າງ ກໍຈະຊົງໃຫ້ຜູ້ນັ້ນມີໃຈ ແຂງກະດ້າງ.
\s5
\v 19 ແລ້ວເຈົ້າຈະກ່າວ ຕໍ່ເຮົາວ່າ, “ຖ້າເປັນດັ່ງນັ້ນ ເປັນຫຍັງພຣະເຈົ້າຈຶ່ງຍັງຊົງຕິຕຽນຢູ່? ຜູ້ໃດຈະຂັດຂືນນໍ້າພຣະໄທຂອງພຣະເຈົ້າໄດ້? ”
\v 20 ແຕ່ມະນຸດເອີຍ, ເຈົ້າເປັນຜູ້ໃດ ຈຶ່ງກ້າກ່າວໂຕ້ຕອບພຣະເຈົ້າໄດ້? ສິ່ງທີ່ຖືກປັ້ນ ຈະກ່າວແກ່ຜູ້ປັ້ນວ່າ, “ເປັນຫຍັງເຈົ້າ ຈຶ່ງປັ້ນຂ້ອຍມາແບບນີ້? ”
\v 21 ຕາມທີ່ຈິງແລ້ວຊ່າງປັ້ນໝໍ້ ມີສິດໃຊ້ດິນໜຽວ ຈາກກ້ອນດຽວກັນມາປັ້ນເປັນເຄື່ອງໃຊ້ ອັນໜຶ່ງສໍາລັບໃຊ້ ໃນງານພິເສດ ແລະ ອີກອັນໜຶ່ງສໍາລັບໃຊ້ ໃນງານທຳມະດາ.
\s5
\v 22 ດັ່ງນັ້ນ ພຣະອົງຢາກສໍາແດງຄວາມໂກດຮ້າຍຂອງພຣະອົງ ແລະ ເຮັດໃຫ້ຣິດເດດອໍານາດ ຂອງພຣະອົງເປັນທີ່ປາກົດ, ພຣະອົງຈຶ່ງ ຊົງອົດກັ້ນໄວ້ດົນນານ ຕໍ່ພວກເຫລົ່ານັ້ນທີ່ເປັນພາຊະນະອັນສົມຄວນ ແກ່ຄວາມໂກດຮ້າຍ ຄື ຜູ້ທີ່ຈັດຕຽມໄວ້ ສໍາລັບຄວາມຈິບຫາຍ.
\v 23 ແລະ ເພື່ອສໍາແດງສະຫງ່າຣາສີ ອັນອຸດົມສົມບູນ ຂອງພຣະອົງແກ່ ບັນດາ ຜູ້ທີ່ເປັນພາຊະນະແຫ່ງຄວາມເມດຕາ ຄື ຄົນເຫລົ່ານັ້ນ ທີ່ພຣະອົງໄດ້ຈັດຕຽມໄວ້ກ່ອນ ເພື່ອຮັບສະຫງ່າຣາສີນັ້ນ.
\v 24 ລວມທັງພວກເຮົາທີ່ເປັນໄພ່ພົນທີ່ພຣະອົງຊົງເອີ້ນເອົານັ້ນ ບໍ່ແມ່ນຈາກຄົນ ຢິວ ເທົ່ານັ້ນແຕ່ຈາກຄົນຕ່າງຊາດດ້ວຍ.
\s5
\v 25 ດັ່ງທີ່ພຣະອົງໄດ້ກ່າວໄວ້ ໃນພຣະທຳ ໂຮເສອາ ວ່າ, “ເຮົາຈະ ເອີ້ນເຂົາເຫລົ່ານັ້ນວ່າ ‘ເປັນພົນລະເມືອງຂອງເຮົາ. ຊຶ່ງເມື່ອກ່ອນບໍ່ໄດ້ ເປັນພົນລະເມືອງຂອງເຮົາ ແລະ ເຮົາຈະເອີ້ນວ່າ, ‘ພວກທີ່ຮັກຂອງເຮົາ’ ຊຶ່ງເມື່ອກ່ອນ ບໍ່ໄດ້ເປັນທີ່ຮັກ. ”
\v 26 ແລະ “ໃນບ່ອນທີ່ຊົງກ່າວ ວ່າ ‘ເຈົ້າທັງຫລາຍບໍ່ແມ່ນພົນລະເມືອງຂອງເຮົາ’ ແລະ ໃນບ່ອນນັ້ນ ແຫລະ ພວກເຂົາຈະໄດ້ຊື່ວ່າ, ‘ເປັນລູກຂອງພຣະເຈົ້າອົງຊົງຊີວິດຢູ່.
\s5
\v 27 ເອຊາຢາ ປະກາດກ່ຽວກັບ ຊາດອິດສະຣາເອນ ວ່າ, “ເຖິງ ແມ່ນ ລູກຂອງຊາວອິດສະຣາເອນ ຈະມີຫລາຍດັ່ງເມັດຊາຍ ທີ່ແຄມທະເລ ແຕ່ມີໜ້ອຍຄົນຈະໄດ້ພົ້ນ,
\v 28 ດ້ວຍວ່າ, ອົງພຣະຜູ້ເປັນເຈົ້າຈະຊົງ ດໍາເນີນການເທິງແຜ່ນດິນໂລກນີ້ ຕາມການຕັດສິນຂອງພຣະອົງ ໂດຍໄວ ແລະ ຢ່າງຄົບຖ້ວນ.
\v 29 ຕາມທີ່ເອຊາຢາ ໄດ້ທຳນວາຍໄວ້ລ່ວງໜ້າວ່າ, “ຖ້າອົງພຣະຜູ້ເປັນເຈົ້າ ອົງຊົງເປັນຈອມພົນບໍ່ໄດ້ຊົງໂຜດໃຫ້ພວກເຮົາມີເຊື້ອສາຍເຫລືອຢູ່ ພວກເຮົາກໍຕ້ອງໄດ້ກາຍເປັນ ດັ່ງເມືອງ ໂຊໂດມ ແລະ ໂກໂມຣາ.”
\s5
\v 30 ຖ້າເປັນດັ່ງນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ຈະວ່າຄົນຕ່າງຊາດຜູ້ທີ່ບໍ່ດິ້ນລົນຫາຄວາມຊອບທໍາ ໃຫ້ຕົນເອງກໍຍັງເປັນຄົນຊອບທຳ ຕໍ່ໜ້າພຣະເຈົ້າ ຄື ຄວາມຊອບທຳ ໂດຍທາງຄວາມເຊື່ອ,
\v 31 ແຕ່ພວກອິດສະຣາເອນ ທີ່ໄດ້ດິ້ນລົນຫາຄວາມຊອບທຳຕາມກົດບັນຍັດ ກໍບໍ່ໄດ້ບັນລຸເປົ້າໝາຍຂອງຕົນຕາມກົດບັນຍັດນັ້ນ.
\s5
\v 32 ເປັນເພາະເຫດໃດ? ເພາະຍ້ອນວ່າພວກເຂົາບໍ່ໄດ້ດິ້ນລົນດ້ວຍຄວາມເຊື່ອ, ແຕ່ໄດ້ຊອກຫາດ້ວຍການປະຕິບັດ. ດັ່ງນັ້ນແຫລະ ພວກເຂົາຈຶ່ງໄດ້ຕຳສະດຸດກ້ອນຫິນ ທີ່ໃຫ້ສະດຸດນັ້ນ
\v 33 ຕາມທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ນີ້ແຫລະ ເຮົາໄດ້ວາງຫິນກ້ອນໜຶ່ງໄວ້ ໃນເມືອງຊີໂອນ ເປັນຫິນກ້ອນທີ່ໃຫ້ຄົນຕໍາສະດຸດ ຄື ກ້ອນຫິນທີ່ໃຫ້ຄົນ ລົ້ມລົງ ແຕ່ຜູ້ທີ່ເຊື່ອໃນພຣະອົງ ຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ.”
\s5
\c 10
\p
\v 1 ພີ່ນ້ອງທັງຫລາຍຂອງເຮົາເອີຍ ຄວາມປາຖະໜາໃນຈິດໃຈຂອງເຮົາ ແລະ ຄໍາພາວັນນາ ອະທິຖານ ຕໍ່ພຣະເຈົ້າສໍາລັບຊາວອິດສະຣາເອນ ແມ່ນຂໍໃຫ້ພວກເຂົາໄດ້ພົ້ນ.
\v 2 ເຮົາເປັນພະຍານໄດ້ວ່າ ພວກເຂົາມີໃຈຮ້ອນຮົນ ປະຕິບັດພຣະເຈົ້າ, ແຕ່ບໍ່ໄດ້ເປັນໄປຕາມ ຄວາມຮູ້ແລະສະຕິປັນຍາ.
\v 3 ເພາະພວກເຂົາບໍ່ໄດ້ຮູ້ຈັກຄວາມຊອບທຳຊຶ່ງພຣະເຈົ້າປະທານໃຫ້ ແຕ່ພວກເຂົາໄດ້ພະຍາຍາມຕັ້ງຄວາມຊອບທໍາ ຂອງພວກເຂົາເອງແທນ, ພວກເຂົາຈຶ່ງບໍ່ຍອມຢູ່ໃຕ້ຄວາມຊອບທຳທີ່ມາຈາກພຣະເຈົ້າ.
\s5
\v 4 ດ້ວຍວ່າ, ພຣະຄຣິດໄດ້ເຮັດໃຫ້ ກົດບັນຍັດຖືກຍົກເລີກ ເພື່ອວ່າ ຜູ້ທີ່ວາງໃຈເຊື່ອທຸກຄົນຈະໄດ້ເປັນຄົນຊອບທຳ.
\v 5 ໂມເຊ ໄດ້ຂຽນ ເຖິງຄວາມຊອບທຳ ຕາມຫລັກກົດບັນຍັດວ່າ, “ຜູ້ໃດທີ່ປະຕິບັດຕາມ ຫລັກກົດບັນຍັດ ກໍຈະໄດ້ຊີວິດຕາມນັ້ນ.”
\s5
\v 6 ແຕ່ຄວາມຊອບທຳ ຊຶ່ງມີຄວາມເຊື່ອເປັນຫລັກ ກໍກ່າວໄວ້ດັ່ງນີ້ວ່າ, “ຢ່າຄິດໃນໃຈວ່າ, ‘ຜູ້ໃດຈະຂຶ້ນໄປເທິງສະຫວັນ? ” (ຄື ນໍາເອົາ ພຣະຄຣິດ ລົງມາ).
\v 7 “ຫລື ‘ຜູ້ໃດຈະລົງໄປໃນເຫວເລິກ? ” (ຄື ນຳເອົາພຣະຄຣິດ ໃຫ້ເປັນຄືນມາຈາກຕາຍ).
\s5
\v 8 ແຕ່ ຄວາມຊອບທຳ ນັ້ນໄດ້ກ່າວໄວ້ຢ່າງໃດ ໄດ້ກ່າວວ່າ, “ຖ້ອຍຄໍາ ຂອງພຣະເຈົ້າຢູ່ໃກ້ເຈົ້າ ຢູ່ທີ່ສົບປາກ ແລະ ຢູ່ໃນໃຈຂອງເຈົ້າ” (ໝາຍເຖິງຖ້ອຍຄໍາ ແຫ່ງຄວາມເຊື່ອທີ່ພວກເຮົາປະກາດຢູ່ນັ້ນ).
\v 9 ຖ້າເຈົ້າຮັບດ້ວຍປາກວ່າ, “ພຣະເຢຊູເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າ” ແລະ ເຊ່ື່ອໃນໃຈວ່າ, “ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາ ຈາກຕາຍແລ້ວ” ເຈົ້າກໍຈະໄດ້ພົ້ນ.
\v 10 ດ້ວຍວ່າ, ມະນຸດເຊື່ອ ກໍເຊື່ອ ໃນໃຈຂອງຕົນເອງ ຈຶ່ງໄດ້ຊົງຖືວ່າ ເປັນຄົນຊອບທຳ ແລະ ທີ່ຍອມຮັບ ກໍຍອມຮັບດ້ວຍປາກ ຈຶ່ງຊົງຖືກໂຜດໃຫ້ພົ້ນ.
\s5
\v 11 ຕາມທີ່ມີຂຽນໄວ້ ໃນພຣະຄໍາພີວ່າ, “ບຸກຄົນໃດ ທີ່ວາງໃຈເຊື່ອໃນພຣະອົງ ຈະບໍ່ໄດ້ຮັບຄວາມອັບອາຍ. ”
\v 12 ເພາະພຣະເຈົ້າບໍ່ໄດ້ຖືວ່າ ແຕກຕ່າງກັນລະຫວ່າງ ຄົນຢິວ ແລະ ຄົນຕ່າງຊາດ, ອົງພຣະຜູ້ເປັນເຈົ້າ ເປັນອົງພຣະຜູ້ເປັນເຈົ້າອົງດຽວຂອງຄົນທັງປວງ ແລະ ອວຍພອນຢ່າງບໍຣິບູນ ແກ່ທຸກຄົນທີ່ຮ້ອງຫາພຣະອົງ.
\v 13 ເພາະວ່າ, “ທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຈະໄດ້ພົ້ນ.”
\s5
\v 14 ແຕ່ ຜູ້ທີ່ຍັງບໍ່ທັນໄດ້ເຊື່ອໃນພຣະອົງນັ້ນ ພວກເຂົາຈະທູນຂໍຕໍ່ພຣະອົງໄດ້ຢ່າງໃດ? ແລະ ຜູ້ທີ່ຍັງບໍ່ໄດ້ຍິນເຖິງເລື່ອງພຣະອົງນັ້ນຈະເຊື່ອໃນພຣະອົງໄດ້ຢ່າງໃດ? ແລະ ເມື່ອບໍ່ມີຜູ້ໃດປະກາດໃຫ້ ພວກເຂົາຟັງ ພວກເຂົາຈະໄດ້ຍິນເຖິງເລື່ອງພຣະອົງໄດ້ຢ່າງໃດ?
\v 15 ແລະ ຖ້າບໍ່ມີຜູ້ໃດໃຊ້ພວກເຂົາໄປ ພວກເຂົາຈະໄປປະກາດໄດ້ຢ່າງໃດ? ດັ່ງມີຄຳ ຂຽນໄວ້ໃນພຣະຄໍາພີ ວ່າ, “ຕີນຂອງຜູ້ທີ່ນຳຂ່າວປະເສີດມາ ກໍງົດງາມ ປານໃດໜໍ”
\s5
\v 16 ແຕ່ ບໍ່ແມ່ນທຸກຄົນທີ່ຍອມຟັງຂ່າວປະເສີດນັ້ນ ເພາະ ເອຊາຢາ ໄດ້ກ່າວໄວ້ວ່າ, “ພຣະອົງເຈົ້າເອີຍ, ມີຜູ້ໃດແດ່ ທີ່ໄດ້ເຊື່ອຟັງໃນຖ້ອຍຄໍາຕາມ ທີ່ພວກເຂົາໄດ້ຍິນຈາກພວກຂ້ານ້ອຍນັ້ນ? ”
\v 17 ດັ່ງນັ້ນແຫລະ ຄວາມເຊື່ອເກີດຂຶ້ນໄດ້ ກໍເພາະການໄດ້ຍິນ ແລະ ການ ໄດ້ຍິນເກີດຂຶ້ນໄດ້ ກໍເພາະການປະກາດເລື່ອງພຣະຄຣິດ.
\s5
\v 18 ແຕ່ ເຮົາຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ? ” ແນ່ນອນ ແທ້ຈິງ ພວກເຂົາໄດ້ຍິນແລ້ວ ຕາມທີ່ມຄຳຂຽນໄວ້ໃນພຣະຄໍາພີວ່າ, “ສຽງຂອງ ພວກເຂົາດັງກ້ອງແຜ່ໄປທົ່ວແຜ່ນດິນໂລກ ແລະ ຖ້ອຍຄໍາຂອງພວກເຂົາກໍເຖິງທີ່ສຸດແຜ່ນດິນໂລກ.”
\s5
\v 19 ເຮົາຖາມອີກວ່າ, “ພວກອິດສະຣາເອນ ບໍ່ຮູ້ຈັກບໍ? ” ໂມເຊ ເອງເປັນຄົນທຳອິດທີ່ຕອບວ່າ, “ເຮົາຈະເຮັດໃຫ້ເຈົ້າເກີດຄວາມອິດສາຊົນຊາດທີ່ຍັງບໍ່ເປັນປະເທດ, ເຮົາຈະຍົວະໃຫ້ເຈົ້າທັງຫລາຍເຄືອງແຄ້ນປະເທດທີ່ເປັນຊົນຊາດທີ່ໂງ່.”
\s5
\v 20 ຝ່າຍ ເອຊາຢາ ກ້າກ່າວວ່າ, “ຄົນເຫລົ່ານັ້ນ ບໍ່ໄດ້ສະແຫວງຫາເຮົາ ກໍພົບເຮົາ ແລະ ເຮົາກໍໄດ້ປາກົດແກ່ຜູ້ທີ່ບໍ່ໄດ້ຖາມຫາເຮົາ. ”
\v 21 ແຕ່ເພິ່ນກ່າວເຖິງພວກອິດສະຣາເອນນັ້ນວ່າ, “ເຮົາໄດ້ຍື່ນມືຂອງເຮົາອອກຕະຫລອດວັນ ເພື່ອຄອຍຮັບໄພ່ພົນຈໍາພວກໜຶ່ງທີ່ດື້ດ້ານ ແລະ ບໍ່ເຊື່ອຟັງ.”
\s5
\c 11
\p
\v 1 ເມື່ອເປັນດັ່ງນັ້ນ ເຮົາຈຶ່ງຖາມວ່າ, “ພຣະເຈົ້າໄດ້ປະຖິ້ມໄພ່ພົນ ຂອງພຣະອົງແລ້ວບໍ? ” ບໍ່ແມ່ນ ຢ່າງນນັ້ດອກ ເພາະເຮົາເອງກໍເປັນຄົນອິດສະຣາເອນ, ເປັນເຊື້ອສາຍຂອງອັບຣາຮາມ ແລະ ເປັນຄົນໃນເຜົ່າເບັນຢາມິນ.
\v 2 ພຣະເຈົ້າບໍ່ໄດ້ປະຖິ້ມໄພ່ພົນຂອງພຣະອົງ ທີ່ພຣະອົງໄດ້ຊົງຮັບຮູ້ເລືອກໄວ້ຕັ້ງແຕ່ກ່ອນແລ້ວ ເຈົ້າທັງຫຼາຍ ບໍ່ຮູ້ຈັກເລື່ອງທີ່ມີຄຳຂຽນໄວ້ໃນ ພຣະຄໍາພີທີ່ກ່າວເຖິງເອລີຢາ ນັ້ນບໍ? ເມື່ອເພິ່ນໄດ້ກາບທູນກ່າວຟ້ອງພວກອິດສະຣາເອນ ຕໍ່ພຣະເຈົ້າວ່າ,
\v 3 ພຣະອົງເຈົ້າເອີຍ, ພວກເຂົາໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ ແລະ ທັງໄດ້ທຸບທຳລາຍແທ່ນບູຊາຂອງພຣະອົງດ້ວຍ, ມີແຕ່ຂ້ານ້ອຍ ຜູ້ດຽວທີ່ເຫລືອຢູ່ ແລະ ພວກເຂົາກໍກຳລັງຊອກຊ່ອງທາງສັງຫານຂ້ານ້ອຍເໝືອນກັນ.”
\s5
\v 4 ແລ້ວ ພຣະເຈົ້າໄດ້ຕອບເພິ່ນວ່າຢ່າງໃດ? ກໍຕອບວ່າຢ່າງນີ້, “ເຮົາຍັງມີຄົນເຫລືອຢູ່ສໍາລັບເຮົາເຈັດພັນຄົນ ຜູ້ທີ່ບໍ່ໄດ້ຄຸເຂົ່າລົງຂາບໄຫວ້ຮູບບາອານ. ”
\v 5 ດ້ວຍເຫດນັ້ນແຫລະ, ໃນປະຈຸບັນນີ້ ກໍເຊັ່ນດຽວ ກັນຍັງມີພວກທີ່ເຫລືອຢູ່ ຕາມທີ່ພຣະເຈົ້າຊົງເລືອກໄວ້ດ້ວຍພຣະຄຸນ ຂອງພຣະອົງ.
\s5
\v 6 ແຕ່ຖ້າເປັນທາງພຣະຄຸນ ກໍບໍ່ແມ່ນທາງການປະຕິບັດ ຫລື ຖ້າເປັນທາງການປະຕິບັດແລ້ວ ພຣະຄຸນນັ້ນກໍບໍ່ແມ່ນພຣະຄຸນອີກຕໍ່ໄປ.
\v 7 ຖ້າດັ່ງນັ້ນແລ້ວ ຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນ ບໍ່ໄດ້ ພົບສິ່ງທີ່ພວກເຂົາຊອກຫານັ້ນ, ແຕ່ແມ່ນຄົນທີ່ພຣະເຈົ້າໄດ້ເລືອກໄວ້ ເທົ່ານັ້ນ ທີ່ເປັນຄົນໄດ້ພົບ, ສ່ວນຄົນອື່ນນັ້ນແມ່ນຄົນທີ່ຊົງໃຫ້ເກີດມີໃຈແຂງກະດ້າງໄປ,
\v 8 ຕາມທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ພຣະເຈົ້າ ໄດ້ເຮັດໃຫ້ຄວາມຄິດ ແລະ ຈິດໃຈຂອງພວກເຂົາປຶກຕັນ ແລະ ຈົນເຖິງທຸກວັນນີ້ ຕາຂອງພວກເຂົາກໍເບິ່ງບໍ່ເຫັນ ແລະ ຫູກໍບໍ່ໄດ້ຍິນ.”
\s5
\v 9 ຝ່າຍກະສັດດາວິດ ກໍກ່າວໄວ້ວ່າ, “ຂໍຊົງໃຫ້ໂຕະອາຫານຂອງ ພວກເຂົາເກີດເປັນບ້ວງແຮ້ວ ແລະ ເປັນຕາໜ່າງຈັບພວກເຂົາເອງ, ເປັນສິ່ງທີ່ເຮັດໃຫ້ພວກເຂົາສະດຸດໃຈ ແລະ ເປັນສິ່ງທີ່ນໍາຈ່ອງເວນ ແກ່ພວກເຂົາ
\v 10 ຂໍຊົງໃຫ້ຕາຂອງພວກເຂົາມືດມົວໄປ ເພື່ອຈະ ເບິ່ງບໍ່ເຫັນ ແລະ ໃຫ້ຫລັງຂອງພວກເຂົາກ່ອມລົງຢູ່ຕະຫລອດໄປ.”
\s5
\v 11 ດັ່ງນັ້ນແຫລະ ເຮົາຈຶ່ງຖາມວ່າ, ເມື່ອພວກອິດສະຣາເອນ ຕໍາສະດຸດນັ້ນ ພວກເຂົາໄດ້ລົ້ມລົງສູນເສຍໄປຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແຕ່ຍ້ອນພວກເຂົາໄດ້ສະດຸດລົ້ມລົງ ແລ້ວຄວາມພົ້ນຈຶ່ງມາເຖິງຄົນຕ່າງຊາດ, ເພື່ອຈະເຮັດໃຫ້ພວກເຂົາເກີດມີໃຈຫຶງຫວງຂຶ້ນ.
\v 12 ແຕ່ຖ້າການສະດຸດລົ້ມລົງຂອງຄົນອິດສະຣາເອນ ໄດ້ນຳເອົາພຣະພອນ ອັນໃຫຍ່ມາສູ່ຊາວໂລກ ແລະ ຖ້າຄວາມພ່າຍແພ້ຂອງພວກເຂົາເປັນ ເຫດໃຫ້ເກີດຄວາມສົມບູນຂຶ້ນ ຫາກໄດ້ພວກເຂົາເຂົ້າມາເພີ່ມດ້ວຍ ກໍຈະມີພຣະພອນດີກວ່ານັ້ນຈັກພຽງໃດໜໍ.
\s5
\v 13 ບັດນີ້ ເຮົາຂໍກ່າວແກ່ຄົນຕ່າງຊາດວ່າ, ຕາບໃດທີ່ເຮົາຍັງເປັນອັກຄະສາວົກ ໄປຫາຄົນຕ່າງຊາດ ເຮົາກໍພາກພູມໃຈໃຫ້ກຽດພັນທະກິດຂອງເຮົາ.
\v 14 ເພື່ອເຮົາຈະໄດ້ຊັກຊວນ ເພື່ອນຮ່ວມຊາດຂອງເຮົາໃຫ້ເກີດມີໃຈຫຶງຫວງ ເພື່ອຈະຊ່ວຍພວກເຂົາບາງຄົນໃຫ້ພົ້ນ.
\s5
\v 15 ດ້ວຍວ່າ, ຖ້າຊົນຊາດພວກເຮົາຖືກປະຖິ້ມອັນເປັນເຫດໃຫ້ມະນຸດທັງໂລກກັບຄືນມາເປັນມິດກັບພຣະເຈົ້າ ການທີ່ພຣະເຈົ້າຮັບ ເອົາພວກຢິວ ກັບຄືນມາຫາພຣະອົງນັ້ນ ກໍເໝືອນກັບວ່າ ພວກເຂົາໄດ້ຕາຍໄປແລ້ວກັບຄືນມາໃໝ່.
\v 16 ຖ້າເຂົ້າຈີ່ກ້ອນທຳອິດ ຖືກຖວາຍເປັນຜົນແລກ ແກ່ພຣະເຈົ້ານັ້ນເປັນຂອງສັກສິດ ແປ້ງທີ່ນວດ ແລ້ວທັງອ່າງ ກໍເປັນຂອງສັກສິດແລ້ວເໝືອນກັນ ຖ້າຮາກຕົ້ນໄມ້ ຖືກຖວາຍນັ້ນເປັນບໍຣິສຸດ ແລ້ວກິ່ງກ້ານ ທັງໝົດ ກໍເປັນອັນບໍຣິສຸດ ຂອງພຣະອົງດ້ວຍເໝືອນກັນ.
\s5
\v 17 ແຕ່ ຖ້າພຣະເຈົ້າຊົງຫັກກິ່ງກ້ານບາງສ່ວນຂອງຕົ້ນໝາກກອກເທດບ້ານ ອອກເສຍ ແລ້ວໄດ້ຊົງໂຜດນໍາເຈົ້າ ຜູ້ເປັນກິ່ຕົ້ນໝາກກອກເທດປ່າ ມາແທນກິ່ງເຫລົ່ານັ້ນ ແລະ ໃຫ້ເຂົ້າຮ່ວມຮັບ​ນ້ຳຫລໍ່ລ້ຽງອັນບໍຣິບູນ ຈາກຮາກຕົ້ນກອກເທດນັ້ນ
\v 18 ສະນັ້ນແຫລະ ເຈົ້າກໍຢ່າໂອ້ອວດ ໃສ່ກິ່ງກ້ານທີ່ຖືກຫັກອອກນັ້ນ, ເຈົ້້າຈະພູມໃຈໄດ້ຢ່າງໃດ? ຖ້າເຈົ້າໂອ້ອວດ ໃສ່ກ້ານເຫລົ່ານັ້ນ ຈົ່ງຈື່ຈຳໄວ້ວ່າ ບໍ່ແມ່ນ ເຈົ້າທີ່ໄດ້ລ້ຽງຮາກ, ແຕ່ ແມ່ນຮາກທີ່ລ້ຽງເຈົ້າ.
\s5
\v 19 ແຕ່ເຈົ້າຈະເວົ້າ​ວ່າ ຖືກ​ແລ້ວ ກິ່ງ​ກ້ານ​ເຫລົ່າ​ນັ້​ນ​ຖືກ​ຫັກ​ອອກ ກໍ​ເພື່ອ​ຈະ​ເອົາ​ຂ້ອຍ​ຕໍ່​ໃສ່
\v 20 ຖືກ​ຕ້ອງ​ແລ້ວ ຍ້ອນ​ວ່າ​ພວກ​ເຂົາ​ບໍ່ເຊື່ອຈຶ່ງ ຖືກຫັກອອກ, ແຕ່ທີ່ເຈົ້າຢູ່ໄດ້ນັ້ນກໍຍ້ອນຄວາມເຊື່ອຂອງເຈົ້າ ເທົ່ານັ້ນ. ດັ່ງນັ້ນ ເຈົ້າຢ່າສູ່ເປັນຜູ້ຈອງຫອງ, ແຕ່ຈົ່ງເປັນຜູ້ທີ່ຢຳເກງ.
\v 21 ເພາະວ່າ ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນຄົນຢິວ ຜູ້ທີ່ເປັນດັ່ງກິ່ງກ້ານ ເດີມນັ້ນ, ບາງທີພຣະອົງກໍຈະບໍ່ຍົກເວັ້ນເຈົ້າເໝືອນກັນ.
\s5
\v 22 ຈົ່ງພິຈາລະນາເບິ່ງພຣະເມດຕາ ແລະ ຄວາມເຄັ່ງຄັດຂອງ ພຣະເຈົ້າ ຄື ພຣະອົງສໍາແດງຄວາມເຄັ່ງຄັດຕໍ່ພວກທີ່ຫລົງຜິດໄປ ແຕ່ ພຣະອົງເມດຕາເຈົ້າ ຖ້າເຈົ້າຕັ້ງໝັ້ນຢູ່ໃນພຣະເມດຕານັ້ນຕໍ່ໄປ, ຖ້າບໍ່ ດັ່ງນັ້ນ ເຈົ້າກໍຈະຖືກຫັກອອກເໝືອນກັນ.
\s5
\v 23 ແລະ ຖ້າຄົນຢິວ ບໍ່ສືບຕໍ່ດື້ດ້ານຢູ່ໃນຄວາມບໍ່ເຊື່ອຟັງຂອງ ພວກເຂົາ, ພວກເຂົາກໍຈະຖືກຕໍ່ເຂົ້າຄືນໃສ່ໃນບ່ອນທີ່ພວກເຂົາເຄີຍ ເປັນຢູ່ນັ້ນ ເພາະພຣະເຈົ້າຜູ້ມີຣິດເດດ ສາມາດເຮັດເຊັ່ນນີ້ໄດ້
\v 24 ດ້ວຍວ່າ, ຖ້າພຣະເຈົ້າຊົງຕັດເຈົ້າອອກຈາກຕົ້ນກອກປ່າ ທີ່ເປັນໄມ້ປ່າ ຕາມທຳມະຊາດ ແລະ ຊົງນຳມາຕໍ່ເຂົ້າກັບຕົ້ນກອກພັນດີ ຊຶ່ງຜິດທໍາມະຊາດຂອງມັນແລ້ວ ການທີ່ຈະເອົາກິ່ງເຫລົ່ານັ້ນ ທີ່ເປັນກິ່ງເດີມ ມາ ຕໍ່ເຂົ້າກັບຕົ້ນມັນເອງ ກໍຈະງ່າຍກວ່ານັ້ນຫລາຍເທົ່າໃດໜໍ.
\s5
\v 25 ພີ່ນ້ອງທັງຫລາຍເອີຍ ນີ້ຄືຄວາມຈິງອັນລັບເລິກ ຊຶ່ງເຮົາຢາກ ໃຫ້ພວກເຈົ້າຮູ້ ເພື່ອບໍໍ່ໃຫ້ພວກເຈົ້າ ຄິດຖືຕົນວ່າ ເປັນຄົນສະຫລາດ, ຄື ວ່າຄວາມດື້ດຶງຂອງຊົນຊາດ ອິດສະຣາເອນ ນັ້ນມີພຽງຊົ່ວຄາວ, ຈົນ ກວ່າຄົນຕ່າງຊາດ ຈະມາຄົບຈໍານວນໃນການກັບຄືນມາຫາພຣະເຈົ້າ.
\s5
\v 26 ແລ້ວພວກອິດສະຣາເອນ ທັງໝົດກໍຈະຖືກຊ່ວຍໃຫ້ພົ້ນ ຕາມ ທີ່ມີຄຳຂຽນໄວ້ໃນ ພຣະຄໍາພີວ່າ, “ພຣະຜູ້ໂຜດຊ່ວຍ ໃຫ້ພົ້ນຈະມາ ຈາກ ພູເຂົາຊີໂອນ ແລະ ກໍາຈັດຄວາມຊົ່ວຊ້າອະທໍາ ອອກຈາກ ເຊື້ອສາຍຂອງຢາໂຄບ. ”
\v 27 ແລະ ເຮົາຈະເຮັດຄໍາໝັ້ນສັນຍານີ້ ກັບ ພວກເຂົາ ເມື່ອເຮົາອະໄພບາບກໍາຂອງພວກເຂົາແລ້ວ.”
\s5
\v 28 ຍ້ອນພວກຢິວບໍ່ຍອມຮັບເອົາຂ່າວປະເສີດ ພວກເຂົາຈຶ່ງເປັນ ສັດຕູຕໍ່ພຣະເຈົ້າ ເພື່ອປະໂຫຍດຂອງພວກເຈົ້າ (ຄົນຕ່າງຊາດ) ແຕ່ ຍ້ອນການຊົງເລືອກຂອງພຣະເຈົ້າ ພວກເຂົາຈຶ່ງເປັນຜູ້ທີ່ພຣະເຈົ້າ ຊົງຮັກເພາະເຫັນແກ່ບັນພະບຸລຸດ ຂອງພວກເຂົາ.
\v 29 ເພາະພຣະເຈົ້າ ບໍ່ປ່ຽນໃຈ ກ່ຽວກັບການຊົງເລືອກ ແລະ ການໃຫ້ຂອງປະທານ.
\s5
\v 30 ເຈົ້າທັງຫລາຍ ກໍເໝືອນກັນ ເມື່ອກ່ອນບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ມາບັດນີ້ ພວກເຈົ້າໄດ້ຮັບພຣະເມດຕາ ຍ້ອນພວກຢິວບໍ່ເຊື່ອຟັງ ພຣະອົງສັນໃດ.
\v 31 ບັດນີ້ ເຂົາເຫລົ່ານັ້ນ ກໍບໍ່ໄດ້ເຊື່ອຟັງ ເພື່ອວ່າ ພວກເຂົາຈະໄດ້ຮັບພຣະກະລຸນາດ້ວຍພຣະຄຸນ ທີ່ໄດ້ຊົງໂຜດແກ່ເຈົ້າ ທັງຫລາຍສັນນັ້ນ.
\v 32 ດ້ວຍວ່າ, ພຣະເຈົ້າໄດ້ຊົງເຮັດໃຫ້ມະນຸດທຸກຄົນເປັນຊະເລີຍ ແຫ່ງຄວາມບໍ່ເຊື່ອຟັງ ເພື່ອວ່າພຣະເມດຕາຈະໄດ້ເປັນທີ່ສຳແດງແກ່ເຂົາທຸກຄົນ.
\s5
\v 33 ຄວາມຮ່ັ່ງມີ ຂອງພຣະເຈົ້າ ກໍມີຢ່າງລົ້ນເຫລືອ ແລະ ພຣະ ສະຕິປັນຍາທັງຄວາມຮອບຮູ້ຂອງພຣະອົງ ກໍແສນເລີດລ້ຳ ການຕັດສິນຂອງພຣະອົງ ກໍເຫລືອທີ່ຈະເຂົ້າໃຈໄດ້ ແລະວິທີທາງຂອງພຣະອົງກໍ ເຫລືອວິໄສ ທີ່ຈະຄົ້ນຄວ້າໄດ້.
\v 34 ຕາມ ທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ຜູ້ໃດໜໍ ທີ່ຮູ້ ຄວາມນຶກຄິດຂອງພຣະເຈົ້າໄດ້? ຜູ້ໃດໜໍ ທີ່ສາມາດ ເປັນທີ່ປຶກສາຂອງພຣະອົງໄດ້”
\s5
\v 35 “ຫລື ຜູ້ໃດໜໍ ທີ່ ໄດ້ຖວາຍສິ່ງໃດສິ່ງໜຶ່ງ ແກ່ພຣະອົງກ່ອນ ເພື່ອວ່າ ພຣະອົງຈະ ໄດ້ໃຫ້ບາງສິ່ງຕອບແທນແກ່ຕົນ”
\v 36 ດ້ວຍວ່າ, ສິ່ງສາລະພັດເປັນມາຈາກພຣະອົງ ມີມາດ້ວຍພຣະອົງ ແລະເພື່ອພຣະອົງ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເປັນຂອງພຣະອົງຕະຫລອດໄປ ເປັນນິດເທີ້ນ ອາແມນ.
\s5
\c 12
\p
\v 1 ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາ ກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າ ໃຫ້ຖວາຍຕົວແກ່ ພຣະເຈົ້າເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.
\v 2 ຢ່າດໍາເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວອຸປະນິໄສຂອງພວກເຈົ້າ ຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນ້ຳພຣະໄທຂອງພຣະເຈົ້າ ຄື ຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ.
\s5
\v 3 ເນື່ອງຈາກ ວ່າພຣະເຈົ້າໄດ້ໂຜດໃຫ້ພຣະຄຸນແກ່ເຮົາ, ເຮົາຈຶ່ງຂໍ ບອກພວກເຈົ້າທຸກຄົນວ່າ ຢ່າຄິດຖືຕົວເກີນທີ່ຕົນເປັນຢູ່ ແຕ່ໃຫ້ຄິດ ສົມເຫດສົມຜົນ ໃຫ້ຄິດສົມກັບຂະໜາດແຫ່ງຄວາມເຊື່ອ ທີ່ພຣະເຈົ້າໄດ້ໂຜດໃຫ້ແຕ່ລະຄົນນັ້ນ.
\s5
\v 4 ເພາະວ່າ ພວກເຮົາມີອະໄວຍະວະ ຫລາຍຢ່າງຢູ່ໃນຮ່າງກາຍອັນດຽວ ແລະ ແຕ່ລະອະໄວຍະວະ ກໍມີໜ້າທີ່ແຕກຕ່າງກັນສັນໃດ,
\v 5 ພວກເຮົາທີ່ມີຫລາຍຄົນ ກໍຮ່ວມເຂົ້າເປັນຮ່າງກາຍດຽວກັນ ໃນພຣະຄຣິດ ແລະ ພວກເຮົາກໍເປັນອະໄວຍະວະແກ່ກັນແລະກັນສັນນັ້ນ.
\s5
\v 6 ແລະ ພວກເຮົາໄດ້ຮັບຂອງປະທານຕ່າງກັນຕາມພຣະຄຸນ ທີ່ພຣະເຈົ້າໄດ້ ຊົງໂຜດໃຫ້ແກ່ພວກເຮົານັ້ນ ຄື ຖ້າເປັນການປະກາດ ພຣະທຳ ກໍຈົ່ງປະກາດຕາມຂະໜາດຂອງຄວາມເຊື່ອທີ່ຕົນມີຢູ່.
\v 7 ຖ້າເປັນການຮັບໃຊ້ ກໍໃຫ້ຮັບໃຊ້ ຖ້າເປັນການສັ່ງສອນກໍຈົ່ງສັ່ງສອນ
\v 8 ຖ້າເປັນການໜູນໃຈ ກໍຈົ່ງໜູນໃຈ ຖ້າເປັນການບໍລິຈາກກໍຈົ່ງເຮັດດ້ວຍໃຈສັດທາເພື່ອແຜ່ ຜູ້ມີສິດອໍານາດກໍຈົ່ງເຮັດດ້ວຍຄວາມ ເອົາໃຈໃສ່ ຜູ້ສະແດງຄວາມເມດຕາຕໍ່ຄົນອື່ນກໍຈົ່ງເຮັດດ້ວຍໃຈຍິນດີ.
\s5
\v 9 ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງ ທີ່ດີ
\v 10 ຈົ່ງຮັກຊຶ່ງກັນແລະກັນເໝືອນສັນພີ່ນ້ອງ ສ່ວນການໃຫ້ກຽດຊຶ່ງກັນແລະກັນນັ້ນ ຈົ່ງຖືວ່າຜູ້ອື່ນດີກວ່າຕົນ
\s5
\v 11 ຈົ່ງເຮັດວຽກຢ່າງເຕັມກຳລັງ ແລະຢ່າກຽດຄ້ານ ຈົ່ງຮັບໃຊ້ອົງພຣະຜູ້ເປັນເຈົ້າ ຈົ່ງມີຈິດໃຈຮ້ອນຮົນດ້ວຍພຣະວິນຍານ.
\v 12 ຈົ່ງ ຊົມຊື່ນຍິນດີໃນຄວາມຫວັງ ຈົ່ງອົດທົນໃນຄວາມຍາກລຳບາກ ຈົ່ງພາວັນນາອະທິຖານຢູ່ບໍ່ຂາດ.
\v 13 ຈົ່ງຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ ເມື່ອພວກເຂົາຂັດສົນ ຈົ່ງຍິນດີຕ້ອນຮັບແຂກດ້ວຍໃຈເຫຼື້ອມໃສ.
\s5
\v 14 ຈົ່ງອວຍພອນ ແກ່ຄົນທີ່ຂົ່ມເຫັງເຈົ້າ ຈົ່ງອວຍພອນ ຢ່າປ້ອດ່າ.
\v 15 ຈົ່ງຊົມຊື່ນຍິນດີ ກັບຜູ້ທີ່ຊົມຊື່ນຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້.
\v 16 ຈົ່ງເປັນນ້ຳໜຶ່ງໃຈດຽວກັນ ຢ່າຄິດອວດໃຫຍ່ໃຝ່ສູງ ຈ່ົ່ງຮັບຮູ້ຄົນສາມັນຕ່ຳຕ້ອຍ. (ທ) ແລະ ຢ່າຖືວ່າຕົນເປັນຄົນສະຫລາດ.
\s5
\v 17 ຢ່າເຮັດຊົ່ວຕອບແທນການຊົ່ວ ແກ່ຜູ້ໃດຜູ້ໜຶ່ງ ຈົ່ງພະຍາຍາມເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າດີ.
\v 18 ຖ້າເປັນໄປໄດ້ ໃນເລື່ອງທີ່ ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ຢ່າງສະຫງົບສຸກກັບທຸກໆຄົນ.
\s5
\v 19 ພວກທີ່ຮັກຂອງເຮົາເອີຍ ຢ່າແກ້ແຄ້ນເລີຍ, ແຕ່ຈົ່ງມອບການນັ້ນໃຫ້ພຣະເຈົ້າເປັນຜູ້ພິພາກສາລົງໂທດແທນ, ເພາະມີຄຳຂຽນໄວ້ໃນພຣະຄໍາພີຂອງອົງພຣະຜູ້ເປັນເຈົ້າວ່າ, “ການແກ້ແຄ້ນ ເປັນທຸລະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ”
\v 20 ແຕ່ “ຖ້າສັດຕູຂອງເຈົ້າຢາກເຂົ້າຈົ່ງເອົາໃຫ້ເຂົາກິນ ຖ້າເຂົາຫິວນ້ຳຈົ່ງເອົາໃຫ້ ເຂົາດື່ມ ເພາະການທີ່ເຈົ້າເຮັດຢ່າງນັ້ນ ເປັນການກອງຖ່ານໄຟແດງໃສ່ໄວ້ເທິງຫົວຂອງເຂົາ. ” (ນ)
\v 21 ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.
\s5
\c 13
\p
\v 1 ທຸກຄົນຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ເພາະວ່າບໍ່ມີອຳນາດໃດທີ່ບໍ່ໄດ້ມາຈາກພຣະເຈົ້າ ແລະ ຜູ້ທີ່ມີອໍານາດນັ້ນກໍແມ່ນ ພຣະເຈົ້າເທົ່ານັ້ນ ທີ່ຊົງແຕ່ງຕັ້ງຂຶ້ນ.
\v 2 ເຫດສະນັ້ນ ຜູ້ໃດທີ່ຕໍ່ຕ້ານ ອໍານາດການປົກຄອງ ກໍຕໍ່ຕ້ານຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງຂຶ້ນ ແລະ ຜູ້ໃດທີ່ກະທຳເຊັ່ນນັ້ນຈະຖືກພິພາກສາລົງໂທດ.
\s5
\v 3 ດ້ວຍວ່າ, ພວກຜູ້ປົກຄອງນັ້ນ ບໍ່ເປັນໜ້າຢ້ານສໍາລັບຄົນທີ່ເຮັດການດີ, ແຕ່ເປັນໜ້າຢ້ານສໍາລັບຄົນທີ່ເຮັດການຊົ່ວ, ເຈົ້າບໍ່ຢາກຢ້ານ ຜູ້ມີສິດອໍານາດ ບໍ? ຖ້າດັ່ງນັ້ນ ໃຫ້ເຈົ້າເຮັດແຕ່ການດີ ແລະ ເຈົ້າກໍຈະໄດ້ຮັບຄໍາຊົມເຊີຍຈາກເພິ່ນ.
\v 4 ເພາະຜູ້ປົກຄອງນັ້ນ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດສໍາລັບເຈົ້າ, ແຕ່ຖ້າເຈົ້າເຮັດ ການຊົ່ວ ເຈົ້າຈົ່ງຢ້ານເພິ່ນ ເພາະຜູ້ປົກຄອງນັ້ນບໍ່ໄດ້ຖືດາບໄວ້ລ້າ ໆ, ແຕ່ເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອດໍາເນີນການຕັດສິນລົງໂທດ ແກ່ທຸກຄົນທີ່ເຮັດການຊົ່ວ.
\v 5 ດ້ວຍເຫດນີ້ ເຈົ້າຕ້ອງ ຍອມຢູ່ໃຕ້ອຳນາດການປົກຄອງ ບໍ່ພຽງແຕ່ເພາະເຫັນແກ່ຄວາມ ຢ້ານການຕັດສິນລົງໂທດຂອງພຣະເຈົ້າ ແຕ່ສິ່ງດຽວ ແຕ່ເພາະເຫັນແກ່ດ້ວຍໃຈສໍານຶກຜິດແລະຊອບດ້ວຍ.
\s5
\v 6 ຍ້ອນເຫດຜົນຢ່າງດຽວກັນນີ້ແຫລະ ພວກເຈົ້າຈົ່ງເສຍພາສີ ເພາະຜູ້ມີອຳນາດນັ້ນ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພິ່ນກຳລັງເຮັດ ໜ້າທີ່ນີ້ຢູ່
\v 7 ຈົ່ງໃຫ້ແກ່ທຸກຄົນຕາມທີ່ພວກເຂົາຄວນໄດ້ຮັບ ສ່ວຍສາອາກອນຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ພາສີຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ຄວາມຢໍາເກງຄວນມີແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ກຽດຕິຍົດຄວນໃຫ້ແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ.
\s5
\v 8 ຢ່າເປັນໜີ້ຜູ້ໃດ ເວັ້ນໄວ້ແຕ່ຄວາມຮັກທີ່ມີຕໍ່ກັນແລະກັນ, ເພາະ ຜູ້ທີ່ຮັກຄົນອື່ນ ກໍປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
\v 9 ຂໍ້ກົດບັນຍັດທີ່ວ່າ, “ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ, ” ທັງຂໍ້ ກົດບັນຍັດອື່ນ ໆ ກໍຮວມຢູ່ໃນຂໍ້ດຽວກັນນີ້ ຄື “ຈົ່ງຮັກເພື່ອນບ້ານ ເໝືອນຮັກຕົນເອງ. ”
\v 10 ຄວາມຮັກບໍ່ເຮັດອັນຕະລາຍ ຕໍ່ເພື່ອນບ້ານ. ສະນັ້ນຄວາມຮັກ ຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນ.
\s5
\v 11 ນອກນີ້ ພວກເຈົ້າຮູ້ວ່າ, ບັດນີ້ເຖິງເວລາແລ້ວ ທີ່ພວກເຈົ້າຄວນຈະຕື່ນຈາກຫລັບ. ດ້ວຍວ່າ, ເວລາທີ່ພວກເຮົາຈະພົ້ນນັ້ນ ກໍໃກ້ກວ່າເວລາທີ່ພວກເຮົາໄດ້ເຊື່ອ ໃນຕອນທຳອິດນັ້ນ.
\v 12 ກາງຄືນກໍ ລ່ວງໄປຫລາຍແລ້ວ ແລະ ກາງເວັນ ກໍໃກ້ເຂົ້າມາແລ້ວ, ໃຫ້ພວກເຮົາ ເລີກເຮັດການຝ່າຍຄວາມມືດ ແລະ ຈົ່ງປະກອບຕົວດ້ວຍອາວຸດແຫ່ງ ຄວາມສະຫວ່າງ.
\s5
\v 13 ຈົ່ງໃຫ້ພວກເຮົາປະຕິບັດຕົວ ສົມກັບຄົນທີ່ດຳເນີນຊີວິດຢູ່ໃນຄວາມສະຫວ່າງ ບໍ່ແມ່ນໃນການກິນລ້ຽງຢ່າງເຖິງໃຈ ຫລື ການດື່ມ ເຫລົ້າເມົາຢາ ບໍ່ແມ່ນໃນການຜິດສິນທຳທາງເພດ ຫລື ເຮັດເສື່ອມເສຍສິນທຳ ບໍ່ແມ່ນໃນການວິວາດຜິດຖຽງກັນ ຫລື ອິດສາກັນ.
\v 14 ແຕ່ ຈົ່ງປະດັບຕົວດ້ວຍອົງພຣະເຢຊູຄຣິດເຈົ້າ ແລະຢ່າຈັດຫາອັນໃດ ເພື່ອສະໜອງຕັນຫາຂອງເນື້ອກາຍ.
\s5
\c 14
\p
\v 1 ສ່ວນຜູ້ທີ່ອ່ອນໃນຄວາມເຊື່ອນັ້ນ ຈົ່ງຮັບລາວໄວ້ ຢ່າຖົກຖຽງກັບ ລາວໃນເລື່ອງຄວາມເຊື່ອທີ່ແຕກຕ່າງກັນ.
\v 2 ຄົນໜຶ່ງເຊື່ອວ່າ ກິນຫຍັງກໍໄດ້ໝົດ ແຕ່ຄົນທີ່ມີຄວາມເຊື່ອອ່ອນ ກໍກິນແຕ່ບາງຢ່າງເທົ່ານັ້ນ.
\s5
\v 3 ຢ່າໃຫ້ຄົນທີ່ກິນໝິ່ນປະໝາດຄົນທີ່ບໍ່ກິນ ແລະ ຢ່າໃຫ້ຜູ້ທີ່ກິນ ແຕ່ບາງຢ່າງກ່າວໂທດຜູ້ທີ່ກິນໄດ້ທຸກຢ່າງ ເພາະພຣະເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຜູ້ນັ້ນແລ້ວ.
\v 4 ເຈົ້າແມ່ນຜູ້ໃດຈຶ່ງຕັດສິນຄົນຮັບໃຊ້ຂອງຜູ້ອື່ນ? ຄົນຮັບໃຊ້ນັ້ນຈະສໍາເລັດ ຫລື ຫລົ້ມເຫລວ ກໍຂຶ້ນຢູ່ກັບນາຍຂອງລາວ, ລາວຈະຕັ້ງໝັ້ນຢູ່ໄດ້ ເພາະອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ ລາວຕັ້ງໝັ້ນຢູ່ໄດ້ແນ່ນອນ.
\s5
\v 5 ຄົນໜຶ່ງຄິດວ່າ ວັນໜຶ່ງດີກວ່າ ວັນໜຶ່ງອີກ ແຕ່ອີກຄົນໜຶ່ງຄິດ ວ່າທຸກວັນດີເໝືອນກັນໝົດ ຄວນໃຫ້ທຸກຄົນມີຄວາມແນ່ໃຈໃນ ຄວາມຄິດຂອງຕົນເອງ.
\v 6 ຜູ້ທີ່ຖືວັນ ກໍຖືເພື່ອຖວາຍກຽດແດ່ອົງ ພຣະຜູ້ເປັນເຈົ້າເໝືອນກັນ ຜູ້ທີ່ກິນກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ. ດ້ວຍວ່າ, ເພິ່ນໄດ້ ໂມທະນາຂອບພຣະຄຸນພຣະເຈົ້າສໍາລັບ ອາຫານນັ້ນ ສ່ວນຜູ້ທີ່ບໍ່ຍອມກິນບາງຢ່າງ ກໍບໍ່ຍອມກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ ແລະ ເພິ່ນກໍຍັງໂມທະນາຂອບພຣະຄຸນ ພຣະເຈົ້າ.
\s5
\v 7 ບໍ່ມີຜູ້ໃດ ໃນພວກເຮົາທີ່ມີຊີວິດຢູ່ ເພື່ອຕົນເອງ ຫລື ຕາຍເພື່ອຕົນເອງ.
\v 8 ແຕ່ຖ້າພວກເຮົາມີຊີວິດຢູ່ກໍມີຊີວິດຢູ່ເພື່ອອົງພຣະຜູ້ເປັນເຈົ້າ ແລະ ຖ້າພວກເຮົາຕາຍ ກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ. ສະນັ້ນ ຖ້າພວກເຮົາມີຊີວິດຢູ່ ຫລື ຕາຍກໍດີ ພວກເຮົາກໍເປັນຂອງ ອົງພຣະຜູ້ເປັນເຈົ້າ.
\v 9 ເພາະເຫດນີ້ແຫລະ ພຣະຄຣິດໄດ້ຕາຍ ແລະ ໄດ້ເປັນຄືນມາຈາກຕາຍ ກໍເພື່ອຈະໄດ້ຊົງເປັນອົງພຣະຜູ້ເປັນເຈົ້າ ຂອງຄົນເປັນ ແລະ ຄົນຕາຍ.
\s5
\v 10 ແລ້ວເປັນຫຍັງເຈົ້າຈຶ່ງກ່າວໂທດໃສ່ ພີ່ນ້ອງຂອງຕົນ? ເປັນຫຍັງເຈົ້າຈຶ່ງໝິ່ນປະໝາດພີ່ນ້ອງຂອງຕົນ? ເພາະວ່າ ພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະເຈົ້າ.
\v 11 ຕາມ ທີ່ມີຄຳຂຽນໄວ້ໃນພຣະຄໍາພີແລ້ວວ່າ, “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ທຸກຄົນຈະຄຸເຂົ່າລົງຂາບໄຫວ້ເຮົາ ສັນນັ້ນແລະ ທຸກສິ່ງກໍຈະຍ້ອງຍໍສັນລະເສີນພຣະເຈົ້າ.
\s5
\v 12 ດັ່ງນັ້ນ ພວກເຮົາແຕ່ລະຄົນຈຶ່ງຈະຕ້ອງລາຍງານ ເລື່ອງລາວຂອງຕົນເອງ ຕໍ່ພຣະເຈົ້າ.
\v 13 ເຫດສະນັ້ນ ພວກເຮົາຢ່າກ່າວໂທດໃສ່ກັນແລະກັນອີກຕໍ່ໄປ, ແຕ່ ຈົ່ງຕັດສິນໃຈເຮັດດັ່ງນີ້ ກໍດີກວ່າ ຄື ຢ່າ ເອົາສິ່ງໃດ ສິ່ງໜຶ່ງທີ່ເຮັດໃຫ້ພີ່ນ້ອງຊູນສະດຸດ ຫລື ລົ້ມລົງໃນບາບມາຂວາງທາງພີ່ນ້ອງ.
\s5
\v 14 ໝັ້ນໃຈໃນອົງພຣະເຢຊູເຈົ້າ ວ່າ ບໍ່ມີອັນໃດທີ່ເປັນຂອງຕ້ອງ ຫ້າມໃນຕົວມັນເອງ; ແຕ່ຖ້າຄົນໃດຄິດວ່າ ມັນເປັນຂອງຕ້ອງຫ້າມ ສິ່ງນັ້ນກໍເປັນຂອງຕ້ອງຫ້າມສໍາລັບລາວ.
\v 15 ຖ້າພີ່ນ້ອງຂອງເຈົ້າ ເປັນທຸກໃຈ ເພາະອາຫານ ທີ່ເຈົ້າກິນ, ເຈົ້າກໍບໍ່ໄດ້ເຮັດດ້ວຍຄວາມຮັກ ເສຍແລ້ວ ຢ່າໃຫ້ອາຫານທີ່ເຈົ້າກິນນັ້ນ ເປັນເຫດເຮັດໃຫ້ຄົນທີ່ພຣະຄຣິດໄດ້ສິ້ນພຣະຊົນແທນແລ້ວຕ້ອງຈິບຫາຍໄປ.
\s5
\v 16 ດັ່ງນັ້ນຢ່າເຮັດໃຫ້ສິ່ງທີ່ເຈົ້າຖືວ່າດີນັ້ນ ເປັນສິ່ງທີ່ຄົນອື່ນຕໍາໜິ ໄດ້.
\v 17 ດ້ວຍວ່າ, ອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງການກິນ ແລະ ການດື່ມ, ແຕ່ແມ່ນເລື່ອງຄວາມຊອບທຳ, ສັນຕິສຸກແລະຄວາມ ຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ.
\s5
\v 18 ເມື່ຜູ້ໃດ ບົວລະບັດຮັບໃຊ້ພຣະຄຣິດໃນທຳນອງນີ້ ກໍເຮັດໃຫ້ພຣະເຈົ້າຊົງພໍພຣະໄທ ແລະ ເຮັດໃຫ້ມະນຸດເຫັນດີດ້ວຍ.
\v 19 ເຫດສະນັ້ນ ພວກເຮົາຈົ່ງສະແຫວງຫາສິ່ງທັງຫລາຍທີ່ເຮັດໃຫ້ເກີດຄວາມ ສະຫງົບສຸກ ແລະ ເຮັດໃຫ້ເກີດຄວາມຈະເລີນແກ່ກັນແລະກັນ.
\s5
\v 20 ຢ່າທຳລາຍກິດຈະການຂອງພຣະເຈົ້າ ຍ້ອນເລື່ອງອາຫານການ ກິນ ອາຫານທຸກຢ່າງບໍ່ເປັນຂອງຕ້ອງຫ້າມກໍຈິງ, ແຕ່ວ່າ ຄົນໃດທີ່ກິນ ອາຫານຊຶ່ງເປັນເຫດໃຫ້ຄົນອື່ນຊູນສະດຸດໃຈ ກໍມີຄວາມຜິດ.
\v 21 ການທີ່ຈະບໍ່ກິນຊີ້ນ ຫລື ດື່ມເຫລົ້າ ຫລື ເຮັດສິ່ງໃດໆ ຊຶ່ງເປັນເຫດໃຫ້ພີ່ນ້ອງຊູນສະດຸດໃຈ ກໍເປັນການຖືກຕ້ອງຢູ່ແລ້ວ.
\s5
\v 22 ຈົ່ງຍຶດຖືໄວ້ໃຫ້ໝັ້ນ ໃນຄວາມເຊື່ອທີ່ເຈົ້າມີຢູ່ນັ້ນ ລະຫວ່າງເຈົ້າ ເອງກັບພຣະເຈົ້າ ຜູ້ໃດບໍ່ມີເຫດຜົນທີ່ຈະຕໍາໜິຕົນເອງໃນສິ່ງທີ່ຕົນເອງເຫັນວ່າດີ ແລ້ວກໍເປັນສຸກ
\v 23 ແຕ່ຜູ້ທີ່ສົງໄສໃນສິ່ງທີ່ຕົນເອງກິນ ຖ້າຍັງຂືນກິນກໍຖືວ່າຜິດ ເພາະລາວບໍ່ໄດ້ກິນຕາມທີ່ຕົນເຊື່ອ ເພາະວ່າສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອໝັ້ນ ກໍເປັນບາບທັງສິ້ນ.
\s5
\c 15
\p
\v 1 ດ້ວຍເຫດນີ້, ພວກເຮົາຜູ້ທີ່ມີຄວາມເຊື່ອເຂັ້ມແຂງແລ້ວ ຄວນອົດທົນຕໍ່ຜູ້ທີ່ຍັງອ່ອນໃນຄວາມເຊື່ອ ເພື່ອແບກພາລະຂອງພວກເຂົາ, ພວກເຮົາບໍ່ຄວນເຮັດຕາມຄວາມພໍໃຈຂອງຕົນເອງ.
\v 2 ແຕ່ ພວກເຮົາທຸກຄົນຄວນເຮັດໃຫ້ເປັນທີ່ພໍໃຈຂອງບັນດາພີ່ນ້ອງ ເພື່ອນຳປະໂຫຍດມາສູ່ພວກເຂົາ ແລະ ເພື່ອເສີມສ້າງພວກເຂົາຂຶ້ນໃນຄວາມເຊື່ອ.
\s5
\v 3 ດ້ວຍວ່າ, ພຣະຄຣິດບໍ່ໄດ້ເຮັດໃຫ້ເປັນທີ່ພໍໃຈພຣະອົງເອງ ຕາມ ທີ່ມີຄຳຂຽນໄວ້ໃນພຣະຄໍາພີ ວ່າ, “ຄໍາໝິ່ນປະໝາດນິນທາ ພຣະອົງ ນັ້ນກໍໄດ້ ຕົກໃສ່ຂ້ານ້ອຍ. ”
\v 4 ທຸກສິ່ງທີ່ມີຄຳຂຽນໄວ້ ໃນພຣະຄໍາພີ ກໍມີໄວ້ ເພື່ອສັ່ງສອນພວກເຮົາ ເພື່ອວ່າພວກເຮົາຈະມີຄວາມຫວັງ ດ້ວຍຄວາມອົດທົນ ແລະ ມີຄວາມຊູໃຈດ້ວຍພຣະຄໍາພີ ທີ່ໄດ້ກ່າວໄວ້ນັ້ນ.
\s5
\v 5 ຂໍພຣະເຈົ້າແຫ່ງຄວາມອົດທົນ ແລະ ຄວາມຊູໃຈໂຜດເຮັດໃຫ້ພວກເຈົ້າ ເປັນນ້ຳໜຶ່ງໃຈດຽວກັນຕາມຢ່າງພຣະເຢຊູຄຣິດເຈົ້າ,
\v 6 ເພື່ອວ່າພວກເຈົ້າທຸກຄົນ ຈະພ້ອມໃຈກັນສັນລະເສີນພຣະເຈົ້າ ຜູ້ຊົງ ເປັນພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
\v 7 ເຫດສະນັ້ນ ຈົ່ງຕ້ອນຮັບຊຶ່ງກັນແລະກັນເໝືອນດັ່ງທີ່ພຣະຄຣິດໄດ້ ຕ້ອນຮັບພວກເຈົ້າ ເພື່ອເປັນການຖວາຍກຽດຕິຍົດແກ່ພຣະເຈົ້າ.
\s5
\v 8 ດ້ວຍວ່າ, ເຮົາຂໍບອກພວກເຈົ້າວ່າ ພຣະຄຣິດໄດ້ເກີດເປັນຜູ້ຮັບໃຊ້ຊາວຢິວ ເພື່ອເຮັດໃຫ້ພຣະສັນຍາທີ່ມີໄວ້ກັບບັນພະບຸລຸດນັ້ນ ກາຍເປັນຈິງ ເພື່ອສະແດງຄວາມສັດຊື່ຂອງພຣະເຈົ້າ
\v 9 ແລະ ເພື່ອໃຫ້ຄົນຕ່າງຊາດ ໄດ້ສັນລະເສີນພຣະເຈົ້າ ເພາະຄວາມເມດຕາຂອງພຣະອົງ ຕາມທີ່ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ເພາະດ້ວຍເຫດນີ້ ຂ້ານ້ອຍຈຶ່ງຈະສັນລະເສີນພຣະອົງ ໃນ ທ່າມກາງຄົນຕ່າງຊາດທັງຫລາຍ. ຂ້ານ້ອຍຈະຂັບຮ້ອງບົດເພງ ຍ້ອງຍໍສັນລະເສີນຖວາຍແກ່ພຣະນາມ ຂອງພຣະອົງ.”
\s5
\v 10 ແລະ ຕາມທີ່ມີຄຳຂຽນໄວ້ໃນພຣະຄໍາພີອີກ ວ່າ, “ປະຊາຊາດ ທັງປວງເອີຍ ຈົ່ງຊົມຊື່ນຍິນດີ ດ້ວຍກັນກັບໄພ່ພົນຂອງພຣະອົງ. ”
\v 11 ແລະ ຍັງມີຄຳຂຽນໄວ້ອີກ ວ່າ, “ປະຊາຊາດທັງປວງເອີຍ ຈົ່ງຍ້ອງຍໍ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ຄົນທຸກຊາດທຸກພາສາເອີຍ ຈົ່ງເຂົ້າ ມາ ແລະ ນະມັດສະການພຣະອົງເທີ້ນ.”
\s5
\v 12 ແລະ ເອຊາຢາ ກໍກ່າວອີກ ວ່າ, “ຈະມີໜໍ່ແນວອອກມາຈາກ ເຢຊີ ຄື ຜູ້ຈະຊົງບັງເກີດມາ ຄຸ້ມຄອງປະຊາຊາດທັງຫລາຍ ປະຊາຊາດ ທັງຫລາຍຈະໄວ້ວາງໃຈໃນພຣະອົງ.”
\s5
\v 13 ຂໍພຣະເຈົ້າແຫ່ງຄວາມຫວັງ ໂຜດໃຫ້ພວກເຈົ້າເຕັມໄປດ້ວຍ ຄວາມຊົມຊື່ນຍິນດີ ແລະ ສັນຕິສຸກທຸກປະການ ໂດຍທາງຄວາມເຊື່ອ ວາງໃຈໃນພຣະອົງ ເພື່ອວ່າຄວາມຫວັງຂອງພວກເຈົ້າ ຈະໄດ້ຈະເລີນ ຂຶ້ນໂດຍຣິດອໍານາດ ຂອງພຣະວິນຍານບໍຣິສຸດເຈົ້າ.
\s5
\v 14 ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາເອງແນ່ໃຈວ່າ, ພວກເຈົ້າ ເຕັມບໍຣິບູນໄປດ້ວຍຄຸນງາມຄວາມດີ ແລະ ມີຄວາມຮູ້ທຸກຢ່າງ ແລະ ທັງສາມາດຈະເຕືອນສະຕິ ຊຶ່ງກັນແລະກັນໄດ້.
\s5
\v 15 ແຕ່ ການທີ່ເຮົາກ້າຂຽນຈົດໝາຍມາຫາພວກເຈົ້ານີ້ ກໍເພື່ອ ຢາກເຕືອນຄວາມຈື່ຈຳຂອງພວກເຈົ້າ ດ້ວຍເຫດພຣະຄຸນທີ່ພຣະເຈົ້າ ໄດ້ມອບໃຫ້ແກ່ເຮົາ
\v 16 ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ໄປຍັງຄົນຕ່າງຊາດ ແລະ ເຮັດໜ້າທີ່ປະໂຣຫິດ ປະກາດຂ່າວປະເສີດເລື່ອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະເປັນເຄື່ອງບູຊາ ທີ່ພຣະເຈົ້າພໍພຣະໄທ ຄື ຊຳລະໄວ້ແລ້ວດ້ວຍພຣະວິນຍານ ບໍຣິສຸດເຈົ້າ.
\s5
\v 17 ເຫດສະນັ້ນ ໃນພຣະເຢຊູຄຣິດເຈົ້າ ເຮົາຈຶ່ງອວດອ້າງໄດ້ ເຖິງສິ່ງ ທີ່ເຮົາເຮັດໃນການຮັບໃຊ້ພຣະເຈົ້າ.
\v 18 ດ້ວຍວ່າ, ເຮົາບໍ່ອາດຈະອ້າງສິ່ງໃດ ນອກຈາກສິ່ງຊຶ່ງພຣະຄຣິດໄດ້ ຊົງກະທຳໂດຍຊົງໃຊ້ເຮົາທາງ ຄໍາສອນ ແລະ ກິດຈະການ ເພື່ອຈະໃຫ້ຄົນຕ່າງຊາດເຊື່ອ (ຟ)
\v 19 ຄື ດ້ວຍຣິດອໍານາດແຫ່ງການອັດສະຈັນ ແລະ ໝາຍສໍາຄັນຕ່າງໆ ແລະ ຣິດອໍານາດຂອງພຣະວິນຍານຂອງພຣະເຈົ້າ ຈົນເຮົາໄດ້ປະກາດ ຂ່າວປະເສີດເລື່ອງພຣະຄຣິດ ຢ່າງຄົບຖ້ວນ ຕັ້ງແຕ່ນະຄອນ ເຢຣູຊາເລັມ ອ້ອມໄປຮອດແຂວງ ອີລີຣິກົນ.
\s5
\v 20 ເຮົາຕັ້ງເປົ້າໝາຍໄວ້ວ່າ ເຮົາຈະປະກາດຂ່າວປະເສີດນີ້ເລື້ອຍໄປ ໃນບ່ອນທີ່ບໍ່ມີຜູ້ໃດ ເຄີຍອອກນາມຊື່ຂອງພຣະຄຣິດ ເພື່ອວ່າເຮົາຈະ ບໍ່ໄດ້ກໍ່ຂຶ້ນເທິງຮາກຖານ ທີ່ຄົນອື່ນວາງໄວ້ກ່ອນແລ້ວ.
\v 21 ຕາມທີ່ ມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ຄົນທີ່ບໍ່ເຄີຍໄດ້ຮັບຄໍາບອກກ່າວ ເຖິງ ເລື່ອງຂອງພຣະອົງ ກໍຈະໄດ້ເຫັນ ແລະ ຄົນທີ່ບໍ່ເຄີຍໄດ້ຍິນນັ້ນ ກໍຈະໄດ້ ເຂົ້າໃຈ.”
\s5
\v 22 ນີ້ແມ່ນເຫດທີ່ໄດ້ຂັດຂວາງເຮົາ ຕັ້ງຫລາຍເທື່ອ ເພື່ອບໍ່ໃຫ້ເຮົາມາຫາພວກເຈົ້າ.
\v 23 ແຕ່ດຽວນີ້ ເຮົາໄດ້ສໍາເລັດພາລະກິດ ຂອງເຮົາໃນເຂດເຫລົ່ານີ້ແລ້ວ ແລະ ເຮົາປາຖະໜາຫລາຍປີແລ້ວທີ່ຈະມາຫາພວກເຈົ້າ
\s5
\v 24 ເຮົາຈຶ່ງຫວັງທີ່ຈະໄດ້ມາຢ້ຽມຢາມພວກເຈົ້າ ໃນຂະນະທີ່ເຮົາ ເດີນທາງໄປຍັງປະເທດ ສະເປນ ນັ້ນ ຫລັງຈາກຢູ່ຢ້ຽມຢາມຖາມຂ່າວ ພວກເຈົ້າ ຢ່າງສົດຊື່ນເບີກບານໃຈຊົ່ວຄາວແລ້ວ ຢາກໃຫ້ພວກເຈົ້າຊ່ວຍສົ່ງເຮົາໃນການເດີນທາງຕໍ່ໄປ.
\v 25 ແຕ່ໃນຂະນະນີ້ ເຮົາກຳລັງ ໄປຍັງນະຄອນເ ຢຣູຊາເລັມ ເພື່ອຊ່ວຍສົງເຄາະພວກໄພ່ພົນຂອງພຣະເຈົ້າຢູ່ທີ່ນັ້ນ.
\s5
\v 26 ດ້ວຍວ່າ, ພວກພີ່ນ້ອງໃນຄຣິສຕະຈັກແຂວງມາເກໂດເນຍ ແລະ ແຂວງອະຂາຢາ ນັ້ນໄດ້ຕັ້ງໃຈຖວາຍຊັບ ຈັດຝາກໄປຊ່ວຍເຫລືອ ໄພ່ພົນຂອງພຣະເຈົ້າທີ່ທຸກຍາກໃນນະຄອນ ເຢຣູຊາເລັມ.
\v 27 ພວກສິດເຫລົ່ານັ້ນ ກໍພໍໃຈທີ່ຈະເຮັດຢ່າງນັ້ນ ແລະທີ່ຈິງພວກເຂົາ ກໍເປັນໜີ້ພວກໄພ່ພົນເຫລົ່ານັ້ນດ້ວຍ ເພາະວ່າຖ້າພວກເຂົາໄດ້ຮັບຄົນ ຕ່າງຊາດເຂົ້າສ່ວນໃນການຝ່າຍວິນຍານຈິດ ກໍເປັນການສົມຄວນທີ່ ພວກຕ່າງຊາດນັ້ນ ຈະໄດ້ຊ່ວຍອຸປະຖໍາສິດເຫລົ່ານັ້ນ ດ້ວຍສິ່ງຂອງຝ່າຍເນື້ອກາຍ
\s5
\v 28 ເຫດສະນັ້ນ ເມື່ອເຮົາສຳເລັດການມອບຜົນທານນີ້ ໃຫ້ແກ່ພວກເຂົາແລ້ວ ເຮົາກໍຈະໄປປະເທດສະເປນ ໂດຍຜ່ານເຂດທີ່ພວກເຈົ້າຢູ່ນັ້ນ.
\v 29 ເຮົາຮູ້ແນ່ວ່າ ເມື່ອເຮົາມາຫາພວກເຈົ້ານັ້ນ ເຮົາຈະ ມາພ້ອມດ້ວຍພຣະພອນອັນບໍຣິບູນຂອງພຣະຄຣິດ.
\s5
\v 30 ພີ່ນ້ອງທັງຫລາຍຂອງເຮົາເອີຍ ໂດຍເຫັນແກ່ອົງພຣະເຢຊູ ຄຣິດເຈົ້າຂອງພວກເຮົາ ແລະ ໂດຍເຫັນແກ່ຄວາມຮັກຊຶ່ງພຣະວິນຍານປະທານໃຫ້ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຮ່ວມກັບເຮົາ ພາວັນນາ ອະທິຖານ ຕໍ່ພຣະເຈົ້າດ້ວຍໃຈຮ້ອນຮົນ ເພື່ອເຮົາດ້ວຍ.
\v 31 ຈົ່ງພາວັນນາ ອະທິຖານ ເພື່ອໃຫ້ເຮົາພົ້ນຈາກຄົນທໍ່ບໍ່ເຊື່ອ ໃນ ແຂວງຢູດາຍ ແລະ ເພື່ອການບົວລະບັດຮັບໃຊ້ຂອງເຮົາຢູ່ໃນນະຄອນ ເຢຣູຊາເລັມ ຈະເປັນທີ່ພໍໃຈໄພ່ພົນຂອງພຣະເຈົ້າໃນທີ່ນັ້ນ.
\v 32 ເພື່ອເຮົາຈະໄດ້ມາຫາພວກເຈົ້າຕາມນ້ຳພຣະໄທຂອງພຣະເຈົ້າ ດ້ວຍຄວາມຊົມຊື່ນຍິນດີຢ່າງເຕັມລົ້ນ ແລະດ້ວຍຄວາມສົດຊື່ນເບີກບານ ໃຈ ເມື່ອໄດ້ພົບພວກເຈົ້າ.
\s5
\v 33 ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ ເທີ້ນ ອາແມນ.
\s5
\c 16
\p
\v 1 ເຮົາຂໍຝາກນ້ອງສາວຂອງເຮົາ ຄື ນາງຟອຍເບ ໄວ້ກັບພວກເຈົ້າ ນາງເປັນຜູ້ບົວລະບັດຮັບໃຊ້ໃນຄຣິສຕະຈັກ ທີ່ເມືອງເກັນເຂໄອ.
\v 2 ກະລຸນາຮັບນາງໄວ້ ໃນນາມຂອງອົງພຣະຜູ້ເປັນເຈົ້າເໝືອນດັ່ງທີ່ຄົນ ຂອງພຣະເຈົ້າ ຄວນປະຕິບັດແກ່ກັນແລະກັນ ແລະ ຊ່ວຍເຫລືອນາງ ໃນທຸກສິ່ງທີ່ນາງຕ້ອງການ ເພາະວ່ານາງເອງໄດ້ຊ່ວຍສົງເຄາະ ຫລາຍ ຄົນລວມທັງເຮົາເອງດ້ວຍ.
\s5
\v 3 ເຮົາຂໍຝາກຄວາມຄິດເຖິງມາຍັງນາງ ປີຊະກີລາ ແລະ ທ່ານອາກີລາ ເພື່ອນຮ່ວມງານກັບເຮົາໃນພາລະກິດຂອງພຣະເຢຊູຄຣິດ ເຈົ້າ,
\v 4 ຊຶ່ງໄດ້ສ່ຽງຊີວິດຂອງພວກເພິ່ນປ້ອງກັນຊີວິດຂອງເຮົາ, ບໍ່ ແມ່ນແຕ່ເຮົາພຽງຄົນດຽວທີ່ສະແດງຄວາມຂອບໃຈຕໍ່ທ່ານທັງສອງນີ້ ແຕ່ລວມທັງຄຣິສຕະຈັກ ທຸກແຫ່ງຂອງຄົນຕ່າງຊາດດ້ວຍ.
\v 5 ຂໍຝາກຄວາມຄິດເຖິງມາຍັງຄຣິສຕະຈັກ ທີ່ນະມັດສະການຢູ່ໃນເຮືອນຂອງພວກເພິ່ນເໝືອນກັນ. ເຮົາຂໍຝາກຄວາມຄິດເຖິງມາຍັງທ່ານ ເອປາຍເນດ ເພື່ອນທີ່ຮັກຂອງເຮົາ ເພິ່ນເປັນຄົນທຳອິດໃນແຂວງ ເອເຊຍ ທີ່ເຊື່ອໃນພຣະຄຣິດ.
\s5
\v 6 ຂໍຝາກຄວາມຄິດເຖິງ ມາຍັງນາງ ມາຣີ ຜູ້ທີ່ໄດ້ເຮັດວຽກງານຢ່າງໜັກໜ່ວງສໍາລັບພວກທ່ານ.
\v 7 ຂໍຝາກຄວາມຄິດເຖິງມາຍັງ ທ່ານ ອັນດາໂລນໂກ ກັບນາງ ຢູເນຍ (ບ) ພີ່ນ້ອງຮ່ວມຊາດທີ່ໄດ້ ຖືກຂັງຄຸກນຳກັນກັບເຮົາ ທ່ານທັງສອງເປັນຄົນທີ່ມີຊື່ສຽງດີໃນທ່າມກາງ ພວກອັກຄະສາວົກ ທັງໄດ້ຢູ່ໃນພຣະຄຣິດກ່ອນເຮົາດ້ວຍ.
\v 8 ເຮົາຂໍ ຝາກຄວາມຄິດເຖິງ ມາຍັງທ່ານ ອໍາເປຍ ເພື່ອນທີ່ຮັກຂອງເຮົາ ໃນ ອົງພຣະຜູ້ເປັນເຈົ້າ.
\s5
\v 9 ຂໍຝາກຄວາມຄິດເຖິງມາຍັງທ່ານ ອູຣະບານ ຜູ້ຮ່ວມງານໃນ ພາລະກິດຂອງພຣະຄຣິດກັບພວກເຮົາ ແລະ ພ້ອມທັງທ່ານ ຊະຕາຂີ ເພື່ອນທີ່ຮັກຂອງເຮົາ.
\v 10 ຂໍຝາກຄວາມຄິດເຖິງມາຍັງທ່ານ ອະເປເລ ຜູ້ທີ່ຈົງຮັກພັກດີຕໍ່ພຣະຄຣິດ ຂໍຝາກຄວາມຄິດເຖິງມາຍັງ ທຸກຄົນຢູ່ໃນຄອບຄົວຂອງທ່ານ ອາຣິສະໂຕບູໂລ ດ້ວຍ.
\v 11 ຂໍ ຝາກຄວາມຄິດເຖິງ ມາຍັງທ່ານ ເຮໂຣດໂອນ ເພື່ອນຮ່ວມຊາດຂອງເຮົາ ແລະ ພີ່ນ້ອງທີ່ຢູ່ໃນອົງພຣະຜູ້ເປັນເຈົ້າ ຜູ້ທີ່ຢູ່ໃນຄອບຄົວຂອງທ່ານ ນາຣະກິດ.
\s5
\v 12 ເຮົາຂໍຝາກຄວາມຄິດເຖິງມາຍັງນາງ ຕີຝາຍນາ ແລະ ນາງທີໂຟຊາ ທີ່ເຮັດວຽກງານໜັກໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ແລະ ຂໍຝາກຄວາມຄິດເຖິງມາຍັງນາງ ເປຊີດາ ເພື່ອນທີ່ຮັກຂອງເຮົາ ຜູ້ໄດ້ເຮັດພາລະກິດ ອັນໜັກໜ່ວງຫລາຍ ໃນອົງພຣະຜູ້ເປັນເຈົ້າ.
\v 13 ເຮົາຂໍຝາກຄວາມຄິດເຖິງມາຍັງ ຣູໂຟ ຜູ້ທີ່ເຮັດພາລະກິດຂອງອົງ ພຣະຜູູ້ເປັນເຈົ້າຢ່າງດີເລີດ ພ້ອມທັງແມ່ຂອງເພິ່ນ ຜູ້ເປັນເໝືອນ ແມ່ຂອງເຮົາເອງດ້ວຍ.
\v 14 ເຮົາຂໍຝາກຄວາມຄິດເຖິງ ມາຍັງທ່ານ ອາຊິນກຣິດ ຟະເລໂກນ ເຮຣະມີ ປະໂຕບາ ເຮຣະມາ ພ້ອມທັງພີ່ນ້ອງ ທີ່ເຊື່ອທຸກຄົນທີ່ຢູ່ກັບພວກເພິ່ນ.
\s5
\v 15 ຂໍຝາກຄວາມຄິດເຖິງ ມາຍັງທ່ານ ຟີໂລໂລກ ແລະ ນາງ ຢູລີອາ ເນເຣ ແລະ ນ້ອງສາວຂອງເພິ່ນ ພ້ອມທັງທ່ານ ໂອລິມປາ ແລະ ໄພ່ ພົນບໍຣິສຸດທຸກຄົນທີ່ຢູ່ນຳພວກເພິ່ນ.
\v 16 ຈົ່ງຄໍານັບກັນແລະກັນ ດ້ວຍທຳນຽມຈູບອັນບໍຣິສຸດ. (ປ) ບັນດາຄຣິສຕະຈັກຂອງພຣະຄຣິດ ກໍຝາກຄວາມຄິດເຖິງມາຍັງເຈົ້າທັງຫລາຍດ້ວຍ.
\s5
\v 17 ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຄອຍລະວັງສັງເກດເບິ່ງພວກທີ່ສ້າງຄວາມແຕກແຍກ ແລະ ເຮັດໃຫ້ຄົນອື່ນຫລົງໄປ ຈາກຄໍາສອນທີ່ພວກເຈົ້າໄດ້ຮຽນມາແລ້ວ.
\v 18 ດ້ວຍວ່າ, ຄົນທີ່ເຮັດດັ່ງນັ້ນ ພວກເຂົາບໍ່ໄດ້ບົວລະບັດຮັບໃຊ້ອົງ ພຣະຄຣິດເຈົ້າ ຂອງພວກເຮົາ, ແຕ່ພວກເຂົາເຫັນແກ່ປາກ ແກ່ທ້ອງ ຂອງຕົນເອງ, ພວກເຂົາໄດ້ລໍ້ລວງຄົນຊື່ໃຫ້ຫລົງ ດ້ວຍຄໍາເວົ້າອັນ ອ່ອນຫວານ ແລະ ຄໍາຫລອກລວງ
\s5
\v 19 ເຫດວ່າ ການເຊື່ອຟັງຂອງພວກເຈົ້າໄດ້ຊ່າລືໄປ ໃນທົ່ວຄົນທັງ ປວງແລ້ວ ເຮົາຈຶ່ງມີຄວາມຊົມຊື່ນຍິນດີນຳພວກເຈົ້າ ເຮົາຢາກໃຫ້ ພວກເຈົ້າສະຫລາດໃນການດີ ແລະ ໃຫ້ເປັນຄົນໂງ່ ໃນການຊົ່ວ.
\v 20 ແລະ ຍັງອີກບໍ່ດົນພຣະເຈົ້າົແຫ່ງສັນຕິສຸກ ຂອງພວກເຮົາຈະປາບ ມານຊາຕານໃຫ້ໝຸ່ນທະລາຍ ຢູ່ໃຕ້ພື້ນຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ. (ຜ)
\s5
\v 21 ຕິໂມທຽວ ເພື່ອນຮ່ວມງານຂອງເຮົາ ພ້ອມທັງທ່ານ ລູກີໂອຢາໂຊນ ແລະ ໂຊຊີປາໂທ ເພື່ອນຮ່ວມຊາດຂອງເຮົາກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າດ້ວຍ.
\v 22 ເຮົາ ຄື ເຕຣະຕຽວ ຜູ້ຂຽນຈົດໝາຍສະບັບນີ້ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າໃນອົງພຣະຜູ້ເປັນເຈົ້າ.
\s5
\v 23 ທ່ານ ໄຄໂຢ ເຈົ້າຂອງເຮືອນ ບ່ອນທີ່ຮັບລ້ຽງເຮົາ ແລະ ເປັນຜູ້ບຳລຸງຄຣິສຕະຈັກໜ່ວຍນີ້ ກໍຂໍຝາກຄວາມຄິດເຖິງ ມາຍັງພວກເຈົ້າທຸກຄົນ ທ່ານເອຣາຊະໂຕ ນາຍຄັງປະຈຳເມືອງ ພ້ອມທັງກູອາໂຕ ພີ່ນ້ອງຂອງພວກເຮົາ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.
\v 24 [ຂໍ ໃຫ້ພຣະຄຸນແຫ່ງອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ] (ຝ)
\s5
\v 25 ຈົ່ງຖວາຍພຣະກຽດແກ່ພຣະເຈົ້າ ຜູ້ຊົງຣິດເດດ ທີ່ເຮັດໃຫ້ເຈົ້າ ທັງຫລາຍຕັ້ງໝັ້ນຄົງຢູ່ຕາມຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າ ທີ່ເຮົາປະກາດນັ້ນ ແລະ ຕາມການເປີດເຜີຍໃຫ້ເຫັນເຖິງຄວາມຈິງ ອັນ ເລິກລັບ ຊຶ່ງໄດ້ຖືກປົກບັງໄວ້ມາຕັ້ງແຕ່ບູຮານນະການພຸ້ນ.
\v 26 ແຕ່ດຽວນີ້ ກໍໄດ້ເປີດເຜີຍໃຫ້ເຫັນແລ້ວ ຕາມທີ່ຜູ້ທຳນວາຍໄດ້ຂຽນ ໄວ້ ແລະໂດຍຄໍາສັ່ງຂອງພຣະເຈົ້າ ອົງດໍາລົງຢູ່ຖາວອນກໍໄດ້ເປີດເຜີຍ ໃຫ້ປະຊາຊາດທັງປວງເຫັນແຈ້ງ ເພື່ອວ່າເຂົາທຸກຄົນຈະໄດ້ເຊື່ອຟັງ ແລະ ປະຕິບັດຕາມ.
\s5
\v 27 ໂດຍພຣະເຢຊູຄຣິດເຈົ້າ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະເຈົ້າ ຜູ້ຊົງພຣະປັນຍາ ແຕ່ອົງດຽວຕະຫລອດໄປເປັນນິດເທີ້ນ ອາແມນ.