lo_bible/28-HOS.usfm

435 lines
87 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id HOS
\ide UTF-8
\h ພ​ຣະ​ທຳ ໂຮ​ເສ​ອາ
\toc1 ພ​ຣະ​ທຳ ໂຮ​ເສ​ອາ
\toc2 ພ​ຣະ​ທຳ ໂຮ​ເສ​ອາ
\toc3 hos
\mt ພ​ຣະ​ທຳ ໂຮ​ເສ​ອາ
\s5
\c 1
\p
\v 1 ນີ້ແມ່ນ ຖ້ອຍຄໍາ ທີ່ອົງພຣະຜູ້ເປັນເຈົ້າ ໄດ້ໃຫ້ແກ່ ໂຮເສອາ ລູກຊາຍຂອງ ເບເອຣີ ເວລາທີ່ ອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາ ເປັນກະສັດແຫ່ງຢູດາຍ; ແລະ ເວລາທີ່ ເຢໂຣໂບອາມ ລູກຊາຍຂອງ ເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ.
\v 2 ເມື່ອອົງພຣະຜູ້ເປັນເຈົ້າ ກ່າວຕໍ່ຊາດອິດສະຣາເອນ ຄັ້ງທາໍອິດຜ່ານທາງ ໂຮເສອາ ນັ້ນ ພຣະອົງໄດ້ກ່າວແກ່ເພິ່ນວ່າ, “ຈົ່ງໄປແຕ່ງງານ ແຕ່ເມຍຂອງເຈົ້າ ຈະບໍ່ສັດຊື່ ແລະ ລູກໆ ຂອງເຈົ້າ ກໍຈະເປັນດັ່ງແມ່. [ກ] ລັກສະນະ ດຽວກັນນີ້ແຫລະ ປະຊາຊົນຂອງເຮົາໄດ້ໜີປະເຮົາ ແລະ ບໍ່ສັດຊື່ຕໍ່ເຮົາ.”
\s5
\v 3 ສະນັ້ນ ໂຮເສອາ ຈຶ່ງໄດ້ແຕ່ງງານ ກັບຍິງຄົນໜຶ່ງຊື່ວ່າ ໂກເມ ລູກສາວຂອງ ດິບລາອິມ. ເມື່ອນາງໄດ້ລູກຊາຍ ຄົນທໍາອິດ
\v 4 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວແກ່ ໂຮເສອາ ວ່າ, “ຈົ່ງຕັ້ງຊື່ໃຫ້ລາວ ວ່າ, ‘ຢິດສະເຣນ’ ເພາະຍັງອີກບໍ່ດົນເຮົາຈະລົງໂທດ ກະສັດແຫ່ງອິດສະຣາເອນ ເນື່ອງຈາກວ່າ ເຢຮູ ບັນພະບຸລຸດຂອງລາວ ໄດ້ຂ້າຫລາຍຄົນທີ່ ຢິດສະເຣນ. [ຂ] ເຮົາຈະເຮັດໃຫ້ເຊື້ອວົງຂອງ ເຢຮູ [ຄ] ສິ້ນສຸດລົງ.
\v 5 ໃນເວລານັ້ນ ເຮົາ ຈະທາໍລາຍອໍານາດ ທາງທະຫານ ຂອງຊາດອິດສະຣາເອນ ທີ່ຮ່ອມພູ ຢິດສະເຣນ.”
\s5
\v 6 ຕໍ່ມານາງ ໂກເມ ໄດ້ຖືພາອີກ; ຄາວນີ້ ນາງໄດ້ລູກເປັນແມ່ຍິງ. ອົງພຣະຜູ້ເປັນເຈົ້າ ຈຶ່ງໄດ້ກ່າວແກ່ ໂຮເສອາ ວ່າ, “ຈົ່ງຕັ້ງຊື່ໃຫ້ນາງ ວ່າ, ‘ຂາດຮັກ ເພາະເຮົາຈະບໍ່ສະແດງ ຄວາມຮັກ ຫລື ອະໄພໃຫ້ປະຊາຊົນອິດສະຣາເອນ ອີກຕໍ່ໄປ.
\v 7 ແຕ່ເຮົາຈະ ສະແດງຄວາມຮັກ ຕໍ່ປະຊາຊົນຢູດາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ເຮົາຈະຊ່ວຍພວກເຂົາໃຫ້ພົ້ນ; ແຕ່ບໍ່ແມ່ນດ້ວຍ ເສິກສົງຄາມ ຄື ດ້ວຍດາບ ຫລື ໜ້າທະນູ ແລະລູກສອນ ຫລື ດ້ວຍມ້າ ແລະ ເຫລົ່າທະຫານມ້າ.”
\s5
\v 8 ຫລັງຈາກນາງໂກເມ ໃຫ້ລູກສາວຢ່ານົມ ແລ້ວ ນາງກໍຖືພາອີກ ແລະ ໄດ້ລູກຊາຍຕື່ມ ຜູ້ໜຶ່ງ.
\v 9 ອົງພຣະຜູ້ເປັນເຈົ້າ ຈຶ່ງກ່າວແກ່ ໂຮເສອາ ວ່າ, “ຈົ່ງຕັ້ງຊື່ໃຫ້ລາວ ວ່າ, ‘ບໍ່ແມ່ນ ປະຊາຊົນຂອງເຮົາ’ ເພາະປະຊາຊົນອິດສະຣາເອນ ບໍ່ແມ່ນປະຊາຊົນຂອງເຮົາ ແລະ ເຮົາບໍ່ແມ່ນພຣະເຈົ້າຂອງພວກເຂົາ.”
\s5
\v 10 ປະຊາຊົນອິດສະຣາເອນ ຈະມີຫລາຍ ດັ່ງເມັດຊາຍ ໃນແຄມທະເລ ຊຶ່ງເກີນທີ່ຈະນັບ ຫລື ຕັກຕວງໄດ້. ບັດນີ້ ພຣະເຈົ້າກ່າວແກ່ ພວກເຂົາວ່າ, “ພວກເຈົ້າ ບໍ່ແມ່ນປະຊາຊົນ ຂອງເຮົາ” ແຕ່ໃນມື້ໜຶ່ງ ພຣະອົງຈະກ່າວແກ່ ພວກເຂົາວ່າ, “ພວກເຈົ້າເປັນລູກຂອງພຣະເຈົ້າ ອົງຊົງຊີວິດຢູ່. ”
\v 11 ປະຊາຊົນ ຢູດາ ແລະ ອິດສະຣາເອນ ຈະຮ່ວມເຂົ້າກັນ ອີກ. ພວກເຂົາຈະເລືອກເອົາ ຜູ້ນາໍຄົນດຽວ ສໍາລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸ ດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ມື້ຂອງ ຢິດສະເຣນ [ງ] ຈະເປັນມື້ຍິ່ງໃຫຍ່!
\s5
\c 2
\p
\v 1 ສະນັ້ນ ຈົ່ງເອີ້ນໝູ່ເພື່ອນຂອງເຈົ້າ ວ່າ, “ປະຊາຊົນຂອງພຣະເຈົ້າ ” ແລະ “ຜູ້ໄດ້ຮັບ ຄວາມຮັກຈາກອົງພຣະຜູ້ເປັນເຈົ້າ.”
\s5
\v 2 ລູກເອີຍ ຈົ່ງຮ້ອງຂໍ ຕໍ່ແມ່ຂອງເຈົ້າ ເຖິງແມ່ນວ່ານາງ ບໍ່ແມ່ນເມຍຂອງເຮົາ ອີກຕໍ່ໄປ ກໍຕາມ ແລະ ເຮົາກໍບໍ່ແມ່ນຜົວຂອງນາງອີກ ກໍດີ. ຈົ່ງຮ້ອງຂໍໃຫ້ນາງ ເຊົາຫລີ້ນຊູ້ ແລະ ເຊົາເປັນໂສເພນີ.
\v 3 ຖ້ານາງບໍ່ເຊົາ ເຮົາຈະເປືອຍກາຍນາງ ໃຫ້ເປັນດັ່ງມື້ທີ່ນາງໄດ້ເກີດມາ. ເຮົາຈະເຮັດໃຫ້ນາງ ເປັນດັ່ງດິນທີ່ແຫ້ງແລ້ງ ແລະ ທຸລະກັນດານ ນາງຈະຕາຍ ເພາະຫິວນາໍ້.
\s5
\v 4 ເຮົາຈະບໍ່ສົງສານລູກຂອງນາງ; ເພາະ ພວກເຂົາເປັນລູກຂອງໂສເພນີ. [ຈ]
\v 5 ນາງເອງໄດ້ເວົ້າ ວ່າ, “ຂ້ອຍຈະໄປຫາຄົນຮັກ ຂອງຂ້ອຍ ເພາະພວກເຂົາໄດ້ນາໍເອົາສິ່ງເຫລົ່ານີ້ມາໃຫ້ຂ້ອຍ ເຊັ່ນ: ອາຫານ ແລະ ນາໍ້, ເຄື່ອງຂົນແກະ, ຜ້າເນື້ອລະອຽດ, ນາໍ້ມັນ ໝາກກອກເທດ ແລະ ເຫລົ້າອະງຸ່ນ.”
\s5
\v 6 ສະນັ້ນ ເຮົາຈຶ່ງຈະກີດກັ້ນນາງ ດ້ວຍພຸ່ມໜາມ ແລະ ຈະສ້າງກາໍແພງ ຕັນທາງຂອງນາງໄວ້.
\v 7 ນາງຈະແລ່ນຕິດຕາມ ຄົນຮັກໄປ ແຕ່ກໍຈະບໍ່ທັນພວກເຂົາ; ນາງຈະຊອກ ຫາພວກເຂົາ ແຕ່ຈະບໍ່ພົບ. ແລ້ວນາງ ກໍຈະ ເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວເກົ່າຂອງຂ້ອຍ ເພາະແຕ່ກ່ອນ ຂ້ອຍເຄີຍສະໜຸກ ສະບາຍ ກວ່າດຽວນີ້.”
\s5
\v 8 ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ເອົາເຂົ້າສາລີ, ເຫລົ້າອະງຸ່ນ, ນາໍ້ມັນໝາກກອກເທດ ແລະ ເງິນຄໍາທັງໝົດ ຊຶ່ງນາງໃຊ້ຂາບໄຫວ້ ພະບາອານ ນັ້ນໃຫ້ແກ່ນາງ.
\v 9 ດັ່ງນັ້ນ ໃນເວລາເກັບກ່ຽວ ເຮົາຈຶ່ງຈະເອົາເຂົ້າສາລີ ແລະ ເຫລົ້າອະງຸ່ນ ທີ່ເຮົາໃຫ້ແກ່ນາງນັ້ນ ຄືນມາ ທັງຈະເອົາຂົນແກະ ແລະ ຜ້າເນື້ອລະອຽດ ທີ່ເຮົາໃຫ້ນາງນຸ່ງ ນັ້ນຄືນມາດ້ວຍ.
\s5
\v 10 ແລ້ວເຮົາ ກໍຈະແກ້ເຄື່ອງນຸ່ງ ຂອງນາງອອກ ຕໍ່ໜ້າຄົນຮັກຂອງນາງ ແລະ ຈະບໍ່ມີຜູ້ໃດຊ່ວຍນາງໃຫ້ພົ້ນຈາກອໍານາດຂອງເຮົາ ໄດ້.
\v 11 ເຮົາຈະເຮັດໃຫ້ຄວາມມ່ວນຊື່ນ ທັງໝົດ ສິ້ນສຸດລົງເຊັ່ນ: ບຸນປະຈາໍເດືອນ, ປະຈາໍອາທິດ ແລະ ການຊຸມນຸມໃນເທດສະການ ຕ່າງໆ.
\s5
\v 12 ເຮົາຈະທໍາລາຍ ເຄືອອະງຸ່ນ ແລະ ກົກ ໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນ ໝາກອະງຸ່ນ ແລະ ສວນໝາກໄມ້ທັງຫລາຍ ຂອງນາງ ເປັນຖິ່ນແຫ້ງແລ້ງ ກັນດານ; ຝູງສັດປ່າ ຈະທາໍລາຍສິ່ງເຫລົ່ານັ້ນຖິ້ມ.
\v 13 ເຮົາຈະລົງໂທດນາງ ສໍາລັບເວລາ ທີ່ນາງໄດ້ລືມໄລເຮົາ ຄືເມື່ອນາງເຜົາເຄື່ອງຫອມບູຊາ ໃຫ້ແກ່ພະບາອານ ແລະ ໃສ່ເຄື່ອງເພັດ ພອຍ ໜີຕາມຄົນຮັກໄປ. ອົງພຣະຜູ້ເປັນເຈົ້າ ໄດ້ກ່າວ ດັ່ງນີ້ແຫລະ.
\s5
\v 14 ດ້ວຍເຫດນີ້ ເຮົາຈະພານາງໄປ ຍັງຖິ່ນແຫ້ງແລ້ງ ກັນດານອີກ ແລະ ໃນທີ່ນັ້ນ ເຮົາຈະເວົ້າ ເກ່ຍກ່ອມນາງຄືນ ດ້ວຍຖ້ອຍຄໍາແຫ່ງຄວາມຮັກ.
\v 15 ເຮົາຈະຄືນສວນອະງຸ່ນ ໃຫ້ແກ່ນາງ ແລະ ຈະເຮັດໃຫ້ຮ່ອມພູ ລໍາບາກ ເປັນປະຕູແຫ່ງຄວາມຫວັງ. ນາງຈະ ຕອບສະໜອງເຮົາ ຢູ່ທີ່ນັ້ນ ດັ່ງນາງໄດ້ເຄີຍ ເຮັດມາໃນຄາວຍັງໜຸ່ມ ຄືເມື່ອຄາວໜີອອກ ມາຈາກປະເທດ ເອຢິບ ນັ້ນ.
\s5
\v 16 ແລ້ວນາງ ກໍຈະເອີ້ນເຮົາ ອີກຄັ້ງໜຶ່ງວ່າ ເປັນຜົວຂອງນາງ ນາງຈະບໍ່ເອີ້ນເຮົາຕໍ່ໄປວ່າ ພະບາອານ ຂອງນາງ. [ສ]
\v 17 ເຮົາຈະບໍ່ໃຫ້ນາງເອີ່ຍເຖິງຊື່ ພະບາອານ ອີກຈັກເທື່ອ.
\s5
\v 18 ໃນເວລານັ້ນ ເຮົາຈະເຮັດພັນທະສັນຍາ ກັບສັດປ່າ ແລະ ຝູງນົກທັງປວງ ເພື່ອ ວ່າພວກມັນຈະບໍ່ທາໍຮ້າຍປະຊາຊົນຂອງເຮົາ. ເຮົາຈະເອົາອາວຸດ ແຫ່ງການຮົບເສິກ ໜີໄປ ຈາກດິນແດນ ຄື ດາບ ແລະ ລູກທະນ ູ ແລະ ຈະໃຫ້ປະຊາຊົນຂອງເຮົາ ມີຊີວິດຢູ່ຢ່າງສຸກ ສະບາຍ ແລະ ປອດໄພ.
\s5
\v 19 ຊາດອິດສະຣາເອນ ເອີຍ ເຮົາຈະໃຫ້ ເຈົ້າເປັນເມຍຂອງເຮົາ ເຮົາຈະຈິງໃຈ ແລະ ສັດຊື່ຕໍ່ເຈົ້າ; ເຮົາຈະໃຫ້ຄວາມຮັກໝັ້ນຄົງແກ່ ເຈົ້າ ແລະ ຄວາມເມດຕາແກ່ເຈົ້າສະເໝີ ແລະ ຈະໃຫ້ເຈົ້າເປັນຂອງເຮົາ ຕະຫລອດໄປເປັນນິດ.
\v 20 ເຮົາຈະຮັກສາຄໍາສັນຍາວ່າ ເຈົ້າ ເປັນຂອງເຮົາ ແລ້ວເຈົ້າກໍຈະຮັບຮູ້ອົງພຣະຜູ້ ເປັນເຈົ້າ.
\s5
\v 21 ໃນເວລານັ້ນ ເຮົາຈະຕອບຄໍາພາວັນ ນາ ອະທິຖານ ທີ່ອິດສະຣາເອນ [ຊ] ປະຊາຊົນຂອງເຮົາທູນຂໍນັ້ນ.
\v 22 ເຮົາຈະ ເທຝົນແກ່ ແຜ່ນດິນໂລກ ແລະ ໃຫ້ເກີດມີ ເຂົ້າສາລີ ໝາກອະງຸ່ນ ໝາກກອກເທດ.
\s5
\v 23 ເຮົາຈະໃຫ້ປະຊາຊົນຂອງເຮົາ ຕັ້ງຫລັກແຫລ່ງ ຢູ່ໃນດິນແດນ ແລະ ໃຫ້ອຸດົມສົມບູນ ຍິ່ງໆ ຂຶ້ນ. ເຮົາຈະໃຫ້ຄວາມຮັກ ຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະ ຜູ້ທີ່ຖືກເອີ້ນ ວ່າ, “ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ. ເຮົາ ຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ. ” ພວກເຂົາຈະຕອບວ່າ, “ພຣະອົງຊົງ ເປັນພຣະເຈົ້າຂອງພວກຂ້ານ້ອຍ.”
\s5
\c 3
\p
\v 1 ອົງພຣະຜູ້ເປັນເຈົ້າ ໄດ້ກ່າວຕໍ່ຂ້າພະເຈົ້າ ວ່າ, “ຈົ່ງໄປ [ຍ] ແລະ ສະແດງຄວາມຮັກກັບ ຍິງຄົນໜຶ່ງອີກ ທີ່ມີຄົນຮັກແລ້ວ ແຕ່ໄປຫລີ້ນຊູ້. ໃຫ້ເຈົ້າຮັກນາງ ດັ່ງເຮົາຍັງຮັກປະຊາຊົນ ອິດສະຣາເອນ ເຖິງແມ່ນວ່າ ພວກເຂົາຫັນໄປ ຫາພະອື່ນ ແລະ ນິຍົມກັນຖວາຍໝາກອະງຸ່ນ ແຫ້ງແກ່ຮູບເຄົາຣົບ ທັງຫລາຍກໍຕາມ. ” [ດ]
\v 2 ສະນັ້ນຂ້າພະເຈົ້າ ຈຶ່ງຈ່າຍເງິນ ສິບຫ້າ ຫລຽນ ກັບເຂົ້າເດືອຍ 150 ກິໂລກຼາມ ເພື່ອຊື້ ເອົານາງຄືນມາ.
\v 3 ຂ້າພະເຈົ້າບອກນາງ ວ່າ ນາງຕ້ອງຄອຍຖ້າຂ້າພະເຈົ້າ ເປັນເວລາ ນານ ໂດຍບໍ່ຕ້ອງເປັນໂສເພນີ ຫລື ຫລີ້ນຊູ້ ແລະ ໃນລະຫວ່າງນີ້ ຂ້າພະເຈົ້າຈະຄອຍຖ້ານາງ.
\s5
\v 4 ໃນລັກສະນະ ດຽວນີ້ແຫລະ ປະຊາຊົນ ອິດສະຣາເອນ ຈະຢູ່ຢ່າງບໍ່ມີກະສັດ ຫລື ຜູ້ນາໍເປັນເວລານານ ແລະ ຈະບໍ່ມີເຄື່ອງເຜົາບູຊາ ຫລື ຫິນສັກສິດ ບໍ່ມີຮູບເຄົາຣົບ ຫລື ເທວະຮູບ ເພື່ອບອກເຖິງເລື່ອງອະນາຄົດ.
\v 5 ແຕ່ຫລັງຈາກນັ້ນ ປະຊາຊົນອິດສະຣາເອນ ຈະກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ອີກເທື່ອໜຶ່ງ ແລະ ຈະກັບຄືນໄປຫາເຊື້ອສາຍ ຂອງ ດາວິດ ກະສັດຂອງພວກເຂົາ. ໃນເວລານັ້ນແຫລະ ພວກເຂົາຈະຢໍາເກງ ອົງພຣະຜູ້ເປັນເຈົ້າ ແລະ ຈະໄດ້ຮັບສິ່ງດີ ທີ່ພຣະອົງຈະໂຜດໃຫ້.
\s5
\c 4
\p
\v 1 ອົງພຣະຜູ້ເປັນເຈົ້າ ມີຄະດີກ່າວຟ້ອງ ຕໍ່ ສູ້ປະ​ຊ​າ​ຊົນ ທີ່​ອາ​ໄສ​ຢູ່​ໃນ​ດິນ​ແດນນີ້ ຊາວ​ອິດ​ສະ​ລ​າ​ເອນ​ເອີຍ ຈົ່ງ​ຟັງ​ຖ້ອຍ​ຄຳ​ທີ່​ພ​ຣະ​ອົງ​ກ່າວ: "ຄວາມ​ສັດ​ຊື່ ຫລື ຄວາມ​ຮັກ​ບໍ່​ມີ​ຢູ່​ໃນ​ດິນ​ແດນນີ້ ແລະ ບໍ່ມີຄວາມຮັບຮູ້ພຣະເຈົ້າ.
\v 2 ພວກເຂົາເຮັດຄໍາສັນຍາ ແລະ ລະເມີດ ຄໍາສັນຍານັ້ນ. ພວກເຂົາຂີ້ຕົວະ, ເປັນ ຄາດຕະກອນ, ຂີ້ລັກ ແລະ ຫລີ້ນຊູ້ສູ່ຜົວເມຍ ຄົນອື່ນ. ອາຊະຍາກໍາ ມີເພີ່ມຂຶ້ນ ແລະ ການ ຂ້າຟັນກັນ ກໍມີຢູ່ທຸກມື້ທຸກວັນ.
\s5
\v 3 ສະນັ້ນດິນແດນ ຈະແຫ້ງແລ້ງ ທຸກສິ່ງທີ່ ມີຊີວິດ ຢູ່ໃນນັ້ນຈະຕາຍໄປໝົດ. ສັດແລະ ນົກທັງປວງ ແມ່ນແຕ່ປາ ກໍຈະຕາຍດ້ວຍ.”
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຢ່າໃຫ້ຜູ້ໃດກ່າວໂທດ ຫລື ຕິຕຽນປະຊາຊົນ ເພາະຄໍາຈົ່ມຂອງເຮົາ ແມ່ນຕໍ່ສູ້ພວກເຈົ້າ ຜູ້ເປັນປະໂຣຫິດ. [ຕ]
\v 5 ພວກເຈົ້າເຮັດຜິດ ທັງກາງເວັນ ແລະ ກາງຄືນ ພວກຜູ້ທໍານວາຍ ກໍບໍ່ດີລື່ນໄປ ກວ່າພວກເຈົ້າ. ເຮົາກໍາລັງຈະທາໍລາຍແມ່ ຂອງພວກເຈົ້າ.
\s5
\v 6 ປະຊາຊົນຂອງເຮົາ ໄດ້ຖືກທາໍລາຍ ເພາະພວກເຂົາ ຂາດຄວາມຮັບຮູ້. ພວກເຈົ້າ ຜູ້ເປັນປະໂຣຫິດ ບໍ່ຍອມຮັບຮູ້ເຮົາ ແລະ ໄດ້ ປະຖິ້ມຄໍາສັ່ງສອນຂອງເຮົາ; ດັ່ງນັ້ນແຫລະ ເຮົາຈຶ່ງບໍ່ຍອມຮັບຮູ້ພວກເຈົ້າ ແລະ ບໍ່ຍອມ ຮັບຮູ້ລູກຊາຍຂອງພວກເຈົ້າ ວ່າເປັນປະໂຣຫິດຂອງເຮົາ.
\v 7 ພວກເຈົ້າຜູ້ເປັນປະໂຣຫິດ ມີຈາໍນວນຫລາຍຂຶ້ນເທົ່າໃດ ພວກເຈົ້າກໍຍິ່ງ ເຮັດບາບ ຕໍ່ສູ້ເຮົາຫລາຍຂຶ້ນເທົ່ານັ້ນ ເຮົາຈະ ໃຫ້ກຽດຕິຍົດ ຂອງພວກເຈົ້າົກາຍເປັນຄວາມ ອັບອາຍ.
\s5
\v 8 ພວກເຈົ້າ ຮັ່ງມີຂຶ້ນຍ້ອນປະຊາຊົນຂອງເຮົາເຮັດບາບ; ດັ່ງນັ້ນແຫລະ ພວກເຈົ້າຈຶ່ງຢາກໃຫ້ປະຊາຊົນຂອງເຮົາເຮັດບາບຫລາຍ ຂຶ້ນຕື່ມ.
\v 9 ພວກເຈົ້າຈະໄດ້ຮັບໂທດຢ່າງ ທໍລະມານ ເໝືອນກັນກັບປະຊາຊົນ. ເຮົາຈະ ລົງໂທດພວກເຈົ້າ ແລະ ເຮັດໃຫ້ໃຊ້ໜີ້ກໍາ ແຫ່ງການຊົ່ວທີ່ພວກເຈົ້າ ໄດ້ເຮັດນັ້ນ.
\s5
\v 10 ພວກເຈົ້າຈະກິນສ່ວນແບ່ງ ເຄື່ອງບູຊາ ທີ່ເປັນຂອງພວກເຈົ້າ; ແຕ່ກໍຍັງຈະຫິວຢູ່. ພວກເຈົ້າຈະຂາບໄຫວ້ ບັນດາພະ ທີ່ໃຫ້ເກີດ ຄວາມອຸດົມສົມບູນ; ແຕ່ກໍຍັງບໍ່ມີລູກ ເພາະ ພວກເຈົ້າໜີຈາກເຮົາໄປ ບົວລະບັດຮັບໃຊ້ພະອື່ນ.”
\s5
\v 11 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ເຫລົ້າອະງຸ່ນທັງເກົ່າ ແລະ ໃໝ່ ກາໍລັງເຮັດໃຫ້ປຊາຊົນຂອງເຮົາເສຍຄົນ.
\v 12 ພວກເຂົາຂໍຮ້ອງ ໃຫ້ສິ່ງທີ່ເຮັດດ້ວຍໄມ້ເປີດເຜີຍ ເລື່ອງຕ່າງໆ ໃຫ້ພວກຕົນຮູ້ທ່ອນໄມ້ບອກພວກເຂົາ ຕາມທີ່ ພວກເຂົາຢາກຮູ້ ພວກເຂົາໄດ້ປະຖິ້ມເຮົາ. ດັ່ງ ຍິງຜູ້ໜຶ່ງທີ່ກາຍເປັນໂສເພນີ ພວກເຂົາຖວາຍ ຕົນເອງແກ່ ພະອື່ນ.
\s5
\v 13 ພວກເຂົາຖວາຍ ເຄື່ອງເຜົາບູຊາ ທີ່ສະຖານສັກສິດ ຢູ່ເທິງຈອມພູ ແລະ ເຜົາເຄື່ອງຫອມບູຊາ ຢູ່ເທິງເນີນພູ ແລະ ຢູ່ໃຕ້ ຕົ້ນໄມ້ສູງ ຄື ຕົ້ນໄມ້ ທີ່ແຜ່ງ່າອອກ ເພາະມັນມີຮົ່ມເຢັນດີ. ຜົນທີ່ຕາມມາກໍຄືວ່າ ພວກລູກສາວຂອງພວກເຈົ້າ ພາກັນເປັນໂສເພນີ ແລະພວກລູກໃພ້ຂອງພວກເຈົ້າ ກໍພາກັນຫລີ້ນຊູ້.
\v 14 ແຕ່ເຖິງຢ່າງໃດກໍຕາມ ເຮົາຈະບໍ່ລົງໂທດພວກເຂົາເພາະເຮັດດັ່ງນັ້ນ ຍ້ອນພວກເຈົ້າເອງ ກໍໄປກັບໂສເພນີປະຈາໍ ວິຫານ [ຖ] ແລະເຜົາເຄື່ອງບູຊາຖວາຍແກ່ ພະຕ່າງຊາດຮ່ວມກັບພວກເຂົາ. ດັ່ງສຸພາສິດ ກ່າວວ່າ ຄົນທີ່ຂາດປັນຍາຈະເຖິງແກ່ ຄວາມພິນາດ.”
\s5
\v 15 ເຖິງແມ່ນວ່າ ປະຊາຊົນອິດສະຣາເອນ ຂອງເຮົາ ບໍ່ສັດຊື່ຕໍ່ເຮົາ ກໍຕາມ ກໍຢ່າໃຫ້ປະຊາຊົນຢູດາ ເຮັດຜິດໃນລັກສະນະ ດຽວກັນ. ຢ່າໄປຂາບໄຫວ້ໃນເມືອງ ກິນການ ຫລື ເບັດເອນ [ທ] ຫລື ສັນຍາຢູ່ທີ່ນັ້ນວ່າ ‘ອົງ ພຣະຜູ້ເປັນເຈົ້າ ອົງຊົງຊີວິດຢູ່.
\v 16 ປະຊາຊົນອິດສະຣາເອນ ນັ້ນດື້ດຶງດັ່ງລໍ. ເຮົາ ຈະລ້ຽງພວກເຂົາ ດັ່ງແກະ ທີ່ຢູ່ໃນທົ່ງຫຍ້າ ໄດ້ຢ່າງໃດ?
\s5
\v 17 ປະຊາຊົນອິດສະຣາເອນ ຢູ່ໃຕ້ອໍານາດ ຂອງຮູບເຄົາຣົບທັງຫລາຍ. ຈົ່ງປ່ອຍໃຫ້ພວກເຂົາໄປຕາມທາງຂອງພວກເຂົາເອງ.
\v 18 ຫລັງຈາກ ດື່ມເຫລົ້າອະງຸ່ນຢ່າງໜັກແລ້ວ ພວກເຂົາກໍຍິນດີ ໄປກັບພວກໂສເພນີ ແລະ ມັກເຮັດໃຫ້ເສຍ ຊື່ສຽງຫລາຍກວ່າ ໄດ້ຊື່ສຽງ.
\v 19 ພວກເຂົາຈະຖືກກວາດໄປດັ່ງລົມ ພະຍຸພັດ ແລະ ພວກເຂົາກໍຈະອັບອາຍ ໃນ ການຖວາຍບູຊາຕ່າງໆ ແກ່ພະຕ່າງຊາດ. [ນ]
\s5
\c 5
\p
\v 1 “ພວກເຈົ້າ ຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດ ລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງ ຂອງ ກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນ ຢ່າງຍຸດຕິທາໍ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນ ດັ່ງແຮ້ວທີ່ເມືອງ ມີຊະປາ ເປັນດັ່ງຕະຂ່າຍ ທີ່ ກາງຢູ່ເທິງພູ ຕາໂບ
\v 2 ແລະ ເປັນດັ່ງຂຸມ ເລິກທີ່ເມືອງ ອາກາຊີອາ [ບ] ແລະ ເຮົາຈະ ລົງໂທດພວກເຈົ້າທັງໝົດ.
\s5
\v 3 ເຮົາຮູ້ວ່າ ອິດສະຣາເອນ ເປັນຢ່າງໃດ ນາງຈະຫລົບລີ້ ຈາກເຮົາບໍ່ໄດ້. ນາງບໍ່ສັດຊື່ຕໍ່ເຮົາ ແລະ ປະຊາຊົນຂອງນາງ ກໍບໍ່ຄູ່ຄວນທີ່ຈະນະມັດສະການເຮົາ. ”
\v 4 ຄວາມຊົ່ວທີ່ປະຊາຊົນປະພຶດນັ້ນ ໄດ້ກີດກັ້ນພວກເຂົາ ບໍ່ໃຫ້ກັບຄືນມາຫາພຣະເຈົ້າຂອງຕົນ. ການຂາບໄຫວ້ ຮູບເຄົາຣົບມີອໍານາດ ຈ່ອງດຶງພວກເຂົາໄວ້ ແລະ ພວກເຂົາກໍບໍ່ຍອມຮັບຮູ້ອົງພຣະຜູ້ເປັນເຈົ້າ.
\s5
\v 5 ຄວາມຈອງຫອງ ຂອງປະຊາຊົນ ອິດສະຣາເອນ ກໍຮ້ອງຟ້ອງ ຕໍ່ສູ້ພວກເຂົາ. ພວກເຂົາຕໍາສະດຸດລົ້ມ ຍ້ອນການບາບຂອງ ພວກເຂົາເອງ ແລະ ຝ່າຍປະຊາຊົນຢູດາ ກໍລົ້ມລົງຄືກັນ.
\v 6 ພວກເຂົານໍາເອົາຝູງແກະ ແລະ ຝູງງົວໄປເຜົາບູຊາ ແກ່ອົງພຣະຜູ້ເປັນ ເຈົ້າ; ແຕ່ບໍ່ໄດ້ປະໂຫຍດ ຫຍັງເລີຍ. ພວກເຂົາພົບພຣະອົງບໍ່ໄດ້ ເພາະພຣະອົງໄດ້ໜີຈາກພວກເຂົາໄປ ສາແລ້ວ.
\v 7 ພວກເຂົາບໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າ; ລູກຂອງພວກເຂົາກໍບໍ່ເປັນຂອງພຣະອົງ. ດັ່ງນັ້ນແຫລະ ພວກເຂົາພ້ອມທັງດິນແດນ ຈຶ່ງຈະຖືກທາໍ ລາຍໃນໄວໆ ນີ້.
\s5
\v 8 ຊາວເບັນຢາມິນ ເອີຍ ຈົ່ງອອກສູ່ສະໜາມຮົບເທີ້ນ ຈົ່ງເປົ່າແກເຕືອນ ເພື່ອເຮັດເສິກທີ່ເມືອງ ກີເບອາ ຈົ່ງສົ່ງສຽງສັນຍານໄພ ທີ່ເມືອງ ຣາມາ ຈົ່ງສົ່ງສຽງໂຮຮ້ອງສູ້ຮົບທີ່ ເບັດເອນ. ຊາວເບັນຢາມິນ ເອີຍຈົ່ງເຂົ້າສູ່ ສະໜາມຮົບເຖີດ
\v 9 ມື້ແຫ່ງການພິພາກສາ ພວມມາເຖິງ ແລະ ຊາດອິດສະຣາເອນ ກໍຈະ ຖືກທໍາລາຍ; ປະຊາຊົນອິດສະຣາເອນ ເອີຍ ເຫດການນີ້ ຈະເກີດຂຶ້ນຢ່າງແນ່ນອນ.
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເຮົາໂກດຮ້າຍ ເພາະພວກຜູ້ນາໍຊາວຢູດາ ໄດ້ບຸກຮຸກອິດສະຣາເອນ ແລະ ລັກເອົາດິນແດນໄປ ຈາກນາງ. ສະນັ້ນັເຮົາຈຶ່ງຈະລົງໂທດ ພວກເຂົາເໝືອນ ນາໍ້ທີ່ໄຫລຖ້ວມ.
\v 11 ອິດສະຣາເອນ ພວມຖືກກົດຂີ່ ນາງຈຶ່ງເສຍ ດິນແດນ ທີ່ເປັນສິດທິຂອງຕົນ ເພາະນາງດື້ດັນ ໄປຂໍຄວາມຊ່ວຍເຫລືອນາໍ ຜູ້ອື່ນທີ່ບໍ່ມີຫຍັງຊ່ວຍເຫລືອນາງໄດ້. [ປ]
\s5
\v 12 ດັ່ງນັ້ນແຫລະ ເຮົາຈຶ່ງຈະນາໍເອົາການ ທາໍລາຍມາສູ່ອິດສະຣາເອນ ແລະ ໄພພິບັດ ມາສູ່ຢູດາ.
\v 13 ເມື່ອໃດ ອິດສະຣາເອນ ເຫັນວ່າ ຕົນເຈັບໄຂ້ ແລະ ຢູດາ ເຫັນວ່າຕົນ ມີບາດແຜ ເມື່ອນັ້ນອິດສະຣາເອນ ກໍໄປຍັງ ອັດຊີເຣຍ ເພື່ອຂໍໃຫ້ກະສັດຜູ້ຍິ່ງໃຫຍ່ ຊ່ວຍເຫລືອ, ແຕ່ລາວບໍ່ສາມາດຮັກສາ ພວກເຂົາ ຫລື ປິ່ນປົວບາດແຜ ຂອງ ພວກເຂົາໃຫ້ ດີໄດ້.
\s5
\v 14 ເຮົາຈະໂດດໃສ່ປະຊາຊົນອິດສະຣາເອນ ແລະ ຢູດາ ເໝືອນສິງຄຸບກິນ ພວກເຂົາ. ເຮົາຈະຈີກພວກເຂົາ ອອກເປັນຕ່ອນໆ ແລະ ປະຖິ້ມໄວ້. ເມື່ອເຮົາລາກພວກເຂົາໄປ ແລ້ວຈະບໍ່ມີຜູ້ໃດສາມາດ ຊ່ວຍເຫລືອພວກເຂົາໄດ້.
\v 15 ເຮົາຈະ ປະຖິ້ມປະຊາຊົນຂອງເຮາົ ຍ້ອນການບາບ ຂອງພວກເຂົາ ຈົນກວ່າພວກເຂົາໄດ້ທົນທຸກ ທໍລະມານພຽງພໍ ແລະ ມາຊອກສະແຫວງຫາ ເຮົາ. ແລ້ວບາງທີ ຍ້ອນຄວາມທຸກທໍລະມານ ນັ້ນ ພວກເຂົາຈະພະຍາຍາມຊອກຫາເຮົາ ກໍໄດ້.”
\s5
\c 6
\p
\v 1 ປະຊາຊົນ ເວົ້າວ່າ, “ໃຫ້ພວກເຮົາກັບ ຄືນໄປຫາອົງພຣະຜູ້ເປັນເຈົ້າເທາະ ພຣະອົງ ໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງ ຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາ ມີບາດແຜ ແຕ່ ພຣະອົງຈະພັນບາດແຜໃຫ້.
\v 2 ພາຍໃນ ສອງ ຫາ ສາມມື້ ພຣະອົງຈະໃຫ້ພວກເຮົາຄ່ອຍໆ ດີຂຶ້ນ ແລ້ວພວກເຮົາກໍຈະມີຊີວິດຢູ່ ຊ້ອງໜ້າພຣະອົງ.
\v 3 ຈົ່ງໃຫ້ພວກເຮົາ ພະຍາຍາມ ຮູ້ຈັກອົງພຣະຜູ້ເປັນເຈົ້າ. ພຣະອົງຈະມາຫາພວກເຮົາ ຢ່າງແນ່ນອນຕອນຮຸ່ງເຊົ້າ ແລະ ແນ່ແທ້ດັ່ງຝົນລະດູ ໃບໄມ້ ປົ່ງທີ່ຕົກລົງໃສ່ຜືນແຜ່ນດິນໂລກ.”
\s5
\v 4 ແຕ່ອົງພຣະຜູ້ເປັນເຈົ້າ ກ່າວ ວ່າ, “ອິດສະຣາເອນ ແລະ ຢູດາ ເອີຍ ເຮົາຈະ ເຮັດແນວໃດ ກັບພວກເຈົ້າ? ຄວາມຮັກທີ່ ພວກເຈົ້າມີຕໍ່ເຮົານັ້ນ ກໍຈືດຈາງເຫືອດຫາຍ ໄປຢ່າງໄວ ເໝືອນນໍ້າໝອກໃນຕອນເຊົ້າ.
\v 5 ດັ່ງນັ້ນແຫລະ ເຮົາຈຶ່ງໃຊ້ຜູ້ທາໍນວາຍຂອງເຮົານາໍເອົາການພິພາກສາ ແລະ ການທາໍ ລາຍມາສູ່ພວກເຈົ້າ. ສິ່ງທີ່ເຮົາຕ້ອງການ ຈາກພວກເຈົ້ານັ້ນ ກໍເຂົ້າໃຈ ແລະ ເຫັນໄດ້ງ່າຍ ຄື:
\s5
\v 6 ເຮົາຕ້ອງການ ໃຫ້ພວກເຈົ້າຮັກເຮົາຢ່າງ ຈິງໃຈ ບໍ່ແມ່ນນາໍສັດມາຖວາຍບູຊາ. ເຮົາຢາກໃຫ້ປະຊາຊົນຂອງເຮົາ ຮູ້ຈັກເຮົາຫລາຍກວ່າ ທີ່ຈະເຜົາສັດຖວາຍແກ່ເຮົາ.
\v 7 ແຕ່ພໍ ເມື່ອພວກເຂົາ ໄດ້ເຂົ້າໄປໃນດິນແດນ ທີ່ອາດາມ [ຜ] ພວກເຂົາກໍໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ມີໄວ້ກັບພວກເຂົານັ້ນ.
\s5
\v 8 ກີເລອາດ ເປັນເມືອງທີ່ເຕັມໄປດ້ວຍ ຄົນຊົ່ວ ແລະ ອາຊະຍາກອນ.
\v 9 ພວກປະໂຣຫິດ ເປັນດັ່ງກຸ່ມໂຈນ ທີ່ຄອຍດັກທາໍຮ້າຍຄົນ. ແມ່ນແຕ່ ຕາມຖະໜົນຫົນທາງໄປຫາ ສະຖານທີ່ສັກສິດ ທີ່ຊີເຄມ ກໍມີການຂ້າຟັນ ລັນແທງກັນ. ພວກເຂົາໄດ້ເຮັດຊົ່ວໂດຍ ເຈດຕະນາ ແທ້ໆ
\s5
\v 10 ເຮົາ​ໄດ້​ເຫັນ​ສິ່ງ​ໜ້າ​ຢ້ານ​ຫລາຍ ໃນ​ຊາດ​ອິດ​ສະ​ລ​າ​ເອນ ຄື ປະ​ຊາ​ຊົນ​ຂອງ​ເຮົາ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນ​ທິນ ໂດຍ​ການ​ຂາບ​ໄຫວ້​ຮູບ​ເຄົ​າ​ຣົບ.
\v 11 ສຳ​ລັບ​ພວກ​ເຈົ້າ​ທີ່​ເປັນ​ຊາວ​ຢູ​ດານັ້ນ ເຮົາ​ໄດ້​ກຳ​ນົດ​ເວ​ລາ ເພື່ອ​ລົງ​ໂທດ​ພວກ​ເຈົ້າ​ໄວ້​ແລ້ວ​ຄື​ກັນ ສຳ​ລັບ​ສິ່ງ​ທີ່​ພວກ​ເຈົ້າ​ກຳ​ລັງ​ເຮັດ​ຢູ່ນັ້ນ."
\s5
\c 7
\p
\v 1 “ເມື່ອໃດ ເຮົາຢາກປິ່ນປົວຊາວ ອິດສະຣາເອນ ປະຊາຊົນຂອງເຮົາໃຫ້ດີ ແລະ ເຮັດໃຫ້ພວກເຂົາ ມັ່ງຄັ່ງສົມບູນອີກ; ເມື່ອນັ້ນ ເຮົາກໍເຫັນແຕ່ການໂຫດຮ້າຍ ແລະ ກິດຈະການຊົ່ວຂອງພວກເຂົາ. ພວກເຂົາສໍ້ໂກງ ກັນແລະກັນ; ງັດແງະເຂົ້າໄປໃນເຮືອນ ລັກເອົາສິ່ງຂອງ ແລະ ປຸ້ນຈີ້ຄົນຕາມຖະໜົນ ຫົນທາງ.
\v 2 ພວກເຂົາບໍ່ເຄີຍຄິດວ່າ ເຮົາຈະຈົດຈາໍ ກິດຈະການຊົ່ວທັງໝົດຂອງພວກເຂົາ; ແຕ່ການບາບຂອງພວກເຂົາ ໄດ້ອ້ອມ ພວກເຂົາໄວ້ ແລະ ເຮົາຈະບໍ່ລະເວັ້ນເບິ່ງ ການບາບນັ້ນ.”
\s5
\v 3 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ຫລອກລວງກະສັດ ແລະ ຂ້າຣາຊການຂອງ ເພິ່ນ ໂດຍອຸບາຍຊົ່ວຂອງພວກເຂົາ.
\v 4 ພວກເຂົາທັງໝົດ ເປັນຄົນທໍລະຍົດ ແລະ ບໍ່ສັດຊື່. ຄວາມກຽດຊັງຂອງພວກເຂົາຄ່ອຍລຸກ ໄໝ້ ດັ່ງໄຟຢູ່ໃນເຕົາອົບຊຶ່ງຄົນເຮັດເຂົ້າຈີ່ ບໍ່ຕ້ອງຈຸໄຟຕື່ມ ຈົນແປ້ງນວດ ພ້ອມແລ້ວທີ່ຈະຖືກນາໍໄປອົບ.
\v 5 ໃນງານສະຫລອງສໍາລັບກະສັດນັ້ນ ພວກເຂົາໄດ້ເອົາເຫລົ້າອະງຸ່ນ ໃຫ້ກະສັດ ກັບພວກຂ້າຣາຊການຂອງເພິ່ນດື່ມ ຈົນມືນເມົາແລະເສຍສະຕິໄປ.
\s5
\v 6 ແມ່ນແລ້ວ ພວກເຂົາຮ້ອນແຮງ [ຝ] ດ້ວຍອຸບາຍຂອງພວກເຂົາ ດັ່ງເຕົາອົບຮ້ອນ. ຄວາມຮ້າຍ ໄດ້ລຸກໄໝ້ຢູ່ໃນໃຈຂອງພວກເຂົາຕະຫລອດຄືນ ແລະ ໃນຕອນເຊົ້າກໍລຸກວາບຂຶ້ນ ເປັນແປວໄຟ.
\v 7 ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນ ດ້ວຍຄວາມຮ້ອນຈັດແຫ່ງ ການໂກດຮ້າຍ. ບັນດາກະສັດຂອງ ພວກເຂົາ ຖືກລອບສັງຫານ ຕໍ່ເນື່ອງກັນ; ແຕ່ ບໍ່ມີຜູ້ໃດ ພາວັນນາອະທິຖານ ຂໍໃຫ້ເຮົາຊ່ວຍເຫລືອ.”
\s5
\v 8 “ປະຊາຊົນອິດສະຣາເອນ ເປັນດັ່ງເຂົ້າຈີ່ທີ່ບໍ່ສຸກ. ພວກເຂົາເພິ່ງຊົນຊາດອື່ນ ໆ ທີ່ຢູ່ອ້ອມຮອບ ພວກຕົນນັ້ນ
\v 9 ແລະ ບໍ່ຄິດວ່າ ການເພິ່ງຊາວຕ່າງຊາດນັ້ນ ໄດ້ປຸ້ນເອົາເຫື່ອ ແຮງ ຂອງພວກຕົນໄປ. ມື້ຂອງພວກເຂົາ ກໍຖືກນັບໄວ້ແລ້ວ ແຕ່ພວກເຂົາບໍ່ຮູ້ຈັກ.
\s5
\v 10 ຄວາມຈອງຫອງ ຂອງປະຊາຊົນອິດສະຣາເອນ ຟ້ອງຮ້ອງພວກເຂົາ. ເຖິງແມ່ນວ່າ ມີເຫດຫລາຍປະການ ໄດ້ເກີດຂຶ້ນກໍຕາມ ພວກເຂົາກໍບໍ່ໄດ້ກັບຄືນມາຫາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.
\v 11 ຊາດອິດສະຣາເອນ ວົນວຽນໄປມາ ດັ່ງນົກກາງແກ ທີ່ໂງ່ງ່າວ; ປະຊາຊົນຂອງຕົນ ຮ້ອງຂໍ ຄວາມຊ່ວຍເຫລືອຈາກປະເທດ ເອຢິບ ກ່ອນແລ້ວກໍແລ່ນໄປຫາ ອັດຊີເຣຍ
\s5
\v 12 ແຕ່ເຮົາຈະກາງຕາໜ່າງອອກ ເພື່ອຄຸບເອົາພວກເຂົາ ດັ່ງຄຸບເອົານົກທີ່ບິນຜ່ານໄປ. ເຮົາຈະລົງໂທດພວກເຂົາ ຍ້ອນການຊົ່ວຮ້າຍ ທີ່ພວກເຂົາໄດ້ເຮັດນັ້ນ. [ພ]
\v 13 ເຄາະກາໍ ມາເຖິງພວກເຂົາແລ້ວ ພວກເຂົາໄດ້ປະຖິ້ມ ເຮົາໄປ ແລະ ກະບົດຕໍ່ສູ້ເຮົາ. ພວກເຂົາຈະ ຖືກທໍາລາຍ. ເຮົາຢາກຊ່ວຍພວກເຂົາໃຫ້ພົ້ນ ແຕ່ພວກເຂົາພັດນະມັດສະການເຮົາ ຢ່າງບໍ່ ຖືກຕ້ອງ.
\s5
\v 14 ພວກເຂົາບໍ່ໄດ້ພາວັນນາ ອະທິຖານ ຫາເຮົາດ້ວຍຄວາມຈິງໃຈ; ແຕ່ໄດ້ນອນລົງ ແລະ ຮ້ອງໄຫ້ຄໍ່າຄວນ ດັ່ງຄົນບໍ່ນັບຖື ພຣະເຈົ້າ. ເມື່ອພາວັນນາ ອະທິຖານ ຂໍເຂົ້າສາລີ ແລະ ເຫລົ້າອະງຸ່ນນັ້ນ ພວກເຂົາກໍປາດເນື້ອເຖືອໜັງຕົນເອງ ຄື ກັບຄົນບໍ່ນັບຖື. ພວກເຂົາເປັນກະບົດ ແທ້ໆ
\v 15 ເຖິງແມ່ນວ່າ ເຮົາເອງ ເປັນຜູ້ລ້ຽງພວກເຂົາຂຶ້ນມາ ໃຫ້ແຂງແຮງ ກໍຕາມແຕ່ພວກເຂົາ ກໍຍັງວາງແຜນ ກະບົດຕໍ່ສູ້ເຮົາຢູ່.
\s5
\v 16 ພວກເຂົາສືບຕໍ່ຫັນໜີ ຈາກເຮົາໄປຫາ ພະອື່ນທີ່ບໍ່ມີຣິດອໍານາດ. [ຟ] ພວກເຂົາເປັນ ຜູ້ທີ່ວາງໃຈບໍ່ໄດ້ເລີຍ ເໝືອນໜ້າທະນູຄົດ. ເພາະພວກຜູ້ນາໍຂອງພວກເຂົາ ເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະ ຊາວເອຢິບ ກໍຈະຫົວຂວັນພວກເຂົາ.”
\s5
\c 8
\p
\v 1 “ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູກາໍລັງໂດດເຂົ້າຄຸບເອົາດິນແດນຂອງເຮົາ ເໝືອນນົກອິນຊີ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ຄໍາສັ່ງສອນຂອງເຮົາ.
\v 2 ເຖິງແມ່ນພວກເຂົາເອີ້ນເຮົາ ວ່າເປັນພຣະເຈົ້າຂອງພວກເຂົາ ແລະອ້າງວ່າພວກເຂົາເປັນປະຊາຊົນຂອງເຮົາ ແລະຮູ້ຈັກ ເຮົາກໍຕາມ
\v 3 ພວກເຂົາກໍໄດ້ປະຖິ້ມ ສິ່ງດີງາມ. ດ້ວຍເຫດນີ້ແຫລະ ສັດຕູຈຶ່ງຈະໄລ່ ຕິດຕາມພວກເຂົາ.
\s5
\v 4 ປະຊາຊົນຂອງເຮົາ ໄດ້ເລືອກເອົາກະສັດ ແຕ່ພວກເຂົາເຮັດໄປໂດຍຕົນເອງ. ພວກເຂົາແຕ່ງຕັ້ງເອົາພວກຜູ້ນໍາໂດຍທີ່ເຮົາ ບໍ່ເຫັນດີນາໍ. ພວກເຂົາເອົາເງິນແລະຄໍາຂອງພວກເຂົາ ສ້າງຮູບເຄົາຣົບທີ່ຈະເປັນເຫດໃຫ້ ພວກເຂົາຖືກທາໍລາຍ.
\v 5 ເຮົາກຽດຊັງຮູບງົວຄໍາ ທີ່ຊາວເມືອງຊາມາເຣຍ ຂາບໄຫວ້. ເຮົາຄຽດແຄ້ນພວກເຂົາ. ຍັງເຫິງປານໃດນໍ ພວກເຂົາຈຶ່ງຈະປະຖິ້ມການຂາບໄຫວ້ຮູບເຄົາຣົບນີ້?
\s5
\v 6 ນາຍຊ່າງຊາວອິດສະຣາເອນໄດ້ສ້າງຮູບເຄົາຣົບ ຮູບນັ້ນບໍ່ແມ່ນພຣະເຈົ້າ ງົວຄໍາທີ່ຊາວຊາມາເຣຍ ຂາບໄຫວ້ຈະຖືກທາໍລາຍໃຫ້ໝົ່ນທະລາຍໄປ.
\v 7 ເມື່ອພວກເຂົາຫວ່ານລົມ ພວກເຂົາກໍຈະໄດ້ເກັບກ່ຽວລົມພະຍຸ ກົກເຂົ້າ ທີ່ບໍ່ເກີດຮວງ ໃຫ້ແປ້ງ ຫລື ເຂົ້າຈີ່ກໍບໍ່ຫ່ອນເປັນ, ແຕ່ຖ້າວ່າມັນສຸກ ຊາວຕ່າງປະເທດກໍຈະກິນໝົດເສຍ.
\s5
\v 8 ຊາວອິດສະຣາເອນ ເປັນດັ່ງຊົນຊາດອື່ນ ໆ ແລະ ບໍ່ມີປະໂຫຍດດັ່ງໄຫແຕກ.
\v 9 ດື້ດ້ານດັ່ງລໍປ່າ ປະຊາຊົນອິດສະຣາເອນ ປະພຶດຕາມທາງຂອງຕົນເອງ. ພວກເຂົາ ໄປຂໍຄວາມຊ່ວຍເຫລືອ ຈາກອັດຊີເຣຍ ແລະຈ້າງໃຫ້ຊາດອື່ນມາຄຸ້ມຄອງພວກຕົນ.
\v 10 ບັດນີ້ເຮົາຈະລວບລວມເອົາພວກເຂົາມາ ລົງໂທດ. ອີກບໍ່ດົນພວກເຂົາຈະຊັກດີ້ນດ້ວຍຄວາມເຈັບປວດ ເມື່ອຖືກກະສັດແຫ່ງອັດຊີເຣຍ ກົດຂີ່.
\s5
\v 11 ຊາວອິດສະຣາເອນ ມີແທ່ນບູຊາ ສໍາລັບຊໍາລະລ້າງບາບ ຕື່ມຂຶ້ນເທົ່າໃດ ສະຖານທີ່ເຮັດບາບ ຈະມີຕື່ມຂຶ້ນຫລາຍເທົ່າ ນັ້ນ.
\v 12 ເຮົາໄດ້ຂຽນຄໍາສັ່ງສອນຫລາຍຂໍ້ ໄວ້ຈົນນັບບໍ່ຖ້ວນ ສໍາລັບປະຊາຊົນ; ແຕ່ ພວກເຂົາບໍ່ຍອມຮັບໂດຍ ຖືວ່າຄໍາສັ່ງສອນ ນັ້ນເປັນຂອງແປກ ແລະ ຂອງຕ່າງຊາດ.
\s5
\v 13 ພວກເຂົາເຜົາຖວາຍບູຊາ ແກ່ເຮົາ ແລະ ກິນຊີ້ນທີ່ໄດ້ບູຊານັ້ນ. [ມ] ແຕ່ອົງພຣະ ຜູ້ເປັນເຈົ້າ ບໍ່ພໍໃຈກັບພວກເຂົາ; ມາບັດນີ້ ເຮົາຈະຈົດຈາໍການບາບຂອງພວກເຂົາ ແລະ ລົງໂທດພວກເຂົາຍ້ອນການບາບນັ້ນ; ເຮົາຈະສົ່ງພວກເຂົາກັບຄືນໄປຍັງປະເທດ ເອຢິບ.
\v 14 ປະຊາຊົນອິດສະຣາເອນ ໄດ້ສ້າງວັງໄວ້ຫລາຍແຫ່ງ, ແຕ່ພວກເຂົາລືມຜູ້ທີ່ສ້າງພວກເຂົາ. ປະຊາຊົນຢູດາ ສ້າງເມືອງທີ່ມີປ້ອມປ້ອງກັນໄວ້ ຫລາຍແຫ່ງ; ແຕ່ເຮົາກໍຈະ ສົ່ງໄຟມາ ເຜົາຜານເມືອງ ແລະ ທາໍລາຍວັງ ຂອງພວກເຂົາຖິ້ມ.”
\s5
\c 9
\p
\v 1 ປະຊາຊົນອິດສະຣາເອນ ເອີຍ ຈົ່ງເຊົາ ສະເຫລີມສະຫລອງ ເທດສະການຕ່າງໆ ດັ່ງຄົນຕ່າງຊາດນັ້ນສາ. ພວກເຈົ້າໄດ້ໜີຈາກ ພຣະເຈົ້າຂອງຕົນ ແລະ ບໍ່ສັດຊື່ຕໍ່ພຣະອົງ. ທົ່ວທັງປະເທດ ພວກເຈົ້າໄດ້ຂາຍຕົວເອງໃຫ້ ພະບາອານ ເໝືອນຍິງໂສເພນີ ແລະ ພວກເຈົ້າກໍມັກເຂົ້າສາລີ ທີ່ພະບາອານ ຈ່າຍໃຫ້ເປັນຄ່າຈ້າງ.
\v 2 ແຕ່ອີກບໍ່ດົນພວກເຈົ້າຈະ ບໍ່ມີເຂົ້າສາລີ ກັບ ນໍ້າມັນໝາກກອກເທດ ກິນ ພຽງພໍແລະຈະບໍ່ມີເຫລົ້າອະງຸ່ນດື່ມ.
\s5
\v 3 ປະຊາຊົນອິດສະຣາເອນ ຈະບໍ່ໄດ້ຢູ່ໃນ ດິນແດນຂອງອົງພຣະຜູ້ເປັນເຈົ້າ ອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປຍັງປະເທດ ເອຢິບ ແລະ ກິນອາຫານທີ່ຫວງຫ້າມໃນ ອັດຊີເຣຍ. [ຢ]
\v 4 ຢູ່ໃນດິນແດນຕ່າງ ປະເທດເຫລົ່ານັ້ນ ພວກເຂົາຈະບໍ່ສາມາດ ເຮັດເຫລົ້າອະງຸ່ນຖວາຍ ແກ່ອົງພຣະຜູ້ເປັນ ເຈົ້າ ຫລື ນາໍເຄື່ອງເຜົາບູຊາ ໄປຖວາຍແກ່ ພຣະອົງໄດ້. ອາຫານຂອງພວກເຂົາ ຈະເຮັດ ໃຫ້ທຸກຄົນ ທີ່ກິນເປັນມົນທິນ ຄື ອາຫານທີ່ກິນໃນພິທີສົບ. ອາຫານນີ້ຈະກິນແກ້ຄວາມຫິວຂອງພວກເຂົາ ເທົ່ານັ້ນ; ແລະ ຈະຖືກນາໍໄປຖວາຍ ເປັນເຄື່ອງບູຊາໃດໆ ແກ່ອົງພຣະ ຜູ້ເປັນເຈົ້າ ໃນພຣະວິຫານບໍ່ໄດ້.
\s5
\v 5 ເມື່ອມື້ເທດສະການ ກິນລ້ຽງຖວາຍກຽດ ແດ່ອົງພຣະຜູ້ເປັນເຈົ້າມາເຖິງ ພວກເຂົາຈະ ເຮັດແນວໃດ?
\v 6 ເມື່ອໄພພິບັດມາເຖິງ ແລະ ປະຊາຊົນຖືກກະຈັດກະຈາຍໄປ ຊາວເອຢິບ ຈະທ້ອນໂຮມເອົາພວກເຂົາ ຄື ໂຮມ ເອົາໄປຝັງໄວ້ຢູ່ໃນເມືອງ ເມັມຟິດ ຊັບສົມບັດທີ່ເປັນເຄື່ອງເງິນ ແລະ ບ່ອນທີ່ຕັ້ງບ້ານເຮືອນ ຂອງພວກເຂົາ ກໍຈະມີຫຍ້າ ແລະ ພຸ່ມໜາມ ເກີດຂຶ້ນ.
\s5
\v 7 ເວລາແຫ່ງການລົງໂທດ ໄດ້ມາເຖິງ ແລ້ວ ຄື ເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນ ຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທາໍນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າ ດົນໃຈກໍເປັນຄົນບໍ່ເຕັມ. ” ພວກເຈົ້າກຽດຊັງ ເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າ ໜາຫລາຍ.
\s5
\v 8 ພຣະເຈົ້າໄດ້ສົ່ງຂ້າພະເຈົ້າມາ ໃນຖານະ ເປັນຜູ້ທາໍນວາຍ ເພື່ອເຕືອນຊາວອິດສະຣາເອນ ປະຊາຊົນຂອງພຣະອົງ. ແຕ່ ບ່ອນໃດກໍດີ ທີ່ຂ້າພະເຈົ້າໄປ ພວກເຈົ້າຊອກຫາດັກຈັບຂ້າພະເຈົ້າ ດັ່ງດັກຈັບນົກ. ແມ່ນແຕ່ຢູ່ໃນດິນແດນຂອງພຣະເຈົ້າເອງ ປະຊາຊົນກໍເປັນສັດຕູ ກັບຜູ້ທາໍນວາຍ.
\v 9 ພວກເຂົາເຮັດຊົ່ວຮ້າຍຫລາຍ ຈົນບໍ່ມີທາງຊ່ວຍ ດັ່ງທີ່ພວກເຂົາໄດ້ເຮັດທີ່ ກີເບອາ. [ຣ] ພຣະເຈົ້າຈະຈົດຈໍາບາບ ຂອງພວກເຂົາ ແລະ ລົງໂທດພວກເຂົາ ໃຫ້ສົມໃຈ. ແລະ ຜົນກໍາ ນໍາສະໜອງ
\s5
\v 10 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ເມື່ອເຮົາ ພົບເຫັນຊາດອິດສະຣາເອນ ເທື່ອທາໍອິດກໍເໝືອນ ໄດ້ພົບໝາກອະງຸ່ນ ທີ່ກາໍລັງເກີດຂຶ້ນ ໃນຖິ່ນແຫ້ງແລ້ງ ກັນດານ. ເມື່ອເຮົາໄດ້ເຫັນ ບັນພະບຸລຸດ ຂອງພວກເຈົ້າ ເທື່ອທາໍອິດກໍເໝືອນໄດ້ເຫັນໝາກເດື່ອເທດສຸກ ໃນຕົ້ນລະດູການ. ແຕ່ເມື່ອພວກເຂົາມາເຖິງພູ ເປອໍ ແລ້ວພວກເຂົາກໍໄດ້ເລີ່ມຂາບໄຫວ້ ພະບາອານ ແລະ ບໍ່ດົນພວກເຂົາ ກໍເປັນໜ້າ ກຽດຊັງ ດັ່ງບັນດາຮູບພະ ທີ່ພວກເຂົາຮັກນັ້ນ.
\s5
\v 11 ຄວາມຍິ່ງໃຫຍ່ ຂອງຊາດອິດສະຣາເອນ ຈະບິນໜີ ເໝືອນນົກ ແລະ ຈະບໍ່ມີເດັກນ້ອຍເກີດມາ ໃຫ້ພວກເຂົາອີກ ຈະບໍ່ມີຜູ້ຍິງຖືພາ ແລະ ຈະບໍ່ມີຜູ້ຍິງຕັ້ງທ້ອງ.
\v 12 ແຕ່ຖ້າວ່າ ພວກເຂົາລ້ຽງດູລູກໄວ້ ເຮົາ ຈະເອົາລູກນັ້ນ ໜີໄປເສຍ ແລະ ຈະບໍ່ປ່ອຍ ໃຫ້ຜູ້ໃດ ມີຊີວິດຢູ່. ເມື່ອເຮົາປະຖິ້ມ ປະຊາຊົນເຫລົ່ານີ້ ສິ່ງທີ່ໜ້າຢ້ານກົວຈະເກີດ ຂຶ້ນກັບພວກເຂົາ.”
\s5
\v 13 ຂ້າແດ່ ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ ເຫັນພວກເດັກນ້ອຍ ຖືກຕາມລ່າ [ລ] ແລະ ຖືກຂ້າຖິ້ມ.
\v 14 ຂ້ານ້ອຍຈະຮ້ອງຂໍ ໃຫ້ພຣະອົງ ເຮັດຢ່າງໃດກັບປະຊາຊົນພວກນີ້? ຂໍພຣະອົງເຮັດໃຫ້ພວກຜູ້ຍິງ ເປັນໝັນສາ ຂໍເຮັດໃຫ້ແອນ້ອຍຂອງພວກເຂົາກິນນົມ ຂອງ ພວກເຂົາບໍ່ໄດ້
\s5
\v 15 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄວາມ ຊົ່ວຊ້າ ທຸກຢ່າງຂອງພວກເຂົາ ເລີ່ມຕົ້ນທີ່ເມືອງ ກິນການ. ແມ່ນບ່ອນນັ້ນແຫລະ ທີ່ເຮົາ ເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບ ທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາ ໃຫ້ອອກໄປ ຈາກດິນແດນຂອງເຮົາ. ເຮົາຈະ ບໍ່ຮັກພວກເຂົາອີກ ຕໍ່ໄປ; ຜູ້ນາໍທັງໝົດຂອງ ພວກເຂົາ ໄດ້ກະບົດຕໍ່ສູ້ເຮົາ.
\s5
\v 16 ປະຊາຊົນອິດສະຣາເອນ ເປັນດັ່ງຮາກ ຂອງພືດທີ່ຕາຍ ແລະ ບໍ່ເກີດໝາກ. ພວກເຂົາ ຈະບໍ່ມີລູກ, ແຕ່ຖ້າມີ ເຮົາກໍຈະຂ້າລູກ ທີ່ພວກເຂົາຮັກນັ້ນເສຍ. ”
\v 17 ພຣະເຈົ້າອົງທີ່ຂ້າພະເຈົ້າ ຮັບໃຊ້ຈະປະຖິ້ມປະຊາຊົນ ຂອງ ພຣະອົງ ເພາະພວກເຂົາບໍ່ເຊື່ອຟັງພຣະອົງ.
\s5
\c 10
\p
\v 1 ປະຊາຊົນອິດສະຣາເອນ ເປັນດັ່ງເຄືອ ອະງຸ່ນ ທີ່ມີໝາກດົກ. ພວກເຂົາຮັ່ງມີຫລາຍ ຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງແທ່ນບູຊາ ຫລາຍຂຶ້ນເທົ່ານັ້ນ. ດິນແດນຂອງພວກເຂົາ ຜະລິດຜົນດີ ຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງ ເສົາສັກສິດ ສໍາລັບຂາບໄຫວ້ ໃຫ້ງາມຂຶ້ນເທົ່າ ນັ້ນ.
\v 2 ບັດນີ້ຄົນທີ່ມີຈິດໃຈ ລໍລ້ວງກໍຕ້ອງ ທົນທຸກຍ້ອນບາບຂອງຕົນ. ພຣະເຈົ້າຈະມ້າງ ແທ່ນບູຊາ ແລະ ທໍາລາຍເສົາສັກສິດຂອງ ພວກເຂົາຖິ້ມ.
\s5
\v 3 ອີກບໍ່ເຫິງປະຊາຊົນເຫລົ່ານີ້ ຈະເວົ້າວ່າ, “ພວກເຮົາບໍ່ມີກະສັດ ເພາະພວກເຮົາບໍ່ຢ້ານຢໍາອົງພຣະຜູ້ເປັນເຈົ້າ. ແຕ່ກະສັດເຮັດຫຍັງ ຊ່ວຍພວກເຮົາໄດ້ແດ່? ”
\v 4 ພວກເຂົາ ອອກສຽງເປັນຄໍາເປົ່າລ້າ ທັງໃຫ້ຄໍາສັນຍາ ບໍ່ຈິງ ແລະ ເຮັດຂໍ້ຕົກລົງອັນບໍ່ມີປະໂຫຍດ. ຄວາມຍຸດຕິທາໍ ກາຍເປັນຄວາມອະຍຸດຕິທໍາ ຊຶ່ງງອກຂຶ້ນມາເໝືອນຫຍ້າພິດ ຢູ່ໃນທົ່ງນາ ທີ່ໄຖແລ້ວ.
\s5
\v 5 ປະຊາຊົນທີ່ອາໄສຢູ່ໃນນະຄອນ ຊາມາເຣຍ ຈະຢ້ານກົວ ແລະ ເປັນທຸກຍ້ອນ ສູນເສຍ ຮູບງົວເຖິກຄໍາ [ວ] ທີ່ເມືອງ ເບັດເອນ. ພວກເຂົາກັບປະໂຣຫິດ ຄື ຜູ້ຮັບໃຊ້ຮູບເຄົາຣົບນັ້ນ ຈະຮ້ອງໄຫ້ໄວ້ທຸກນາໍຮູບເຄົາຣົບນີ້. ພວກເຂົາຈະຄວນຄາງ ຍ້ອນມີຜູ້ລອກເອົາຄໍາ ອັນສວຍງາມ ທີ່ໂອບຮູບນັ້ນໄປ.
\v 6 ຮູບນັ້ນຈະຖືກນາໍໄປຍັງ ອັດຊີເຣຍ ເພື່ອ ເປັນເຄື່ອງ ບັນນາການ ແກ່ຈັກກະພັດຜູ້ຍິ່ງໃຫຍ່. ເອຟຣາອິມ ກໍຖືກອັບອາຍ; ຊາດອິດສະຣາເອນ ຈະໄດ້ຮັບຄວາມເສື່ອມເສຍ ແລະ ອັບອາຍຂາຍໜ້າ ຍ້ອນຮູບເຄົາຣົບນັ້ນ.
\s5
\v 7 ກະສັດຂອງພວກເຂົາຈະຖືກນາໍຕົວໄປ ເໝືອນເສດໄມ້ທີ່ໄຫລນາໍ້.
\v 8 ຮ້ານເທວະຮູບຢູ່ເທິງພູ ອາເວນ [ຫ] ບ່ອນທີ່ພວກອິດສະຣາເອນ ຂາບໄຫວ້ຮູບເຄົາຣົບ ຈະຖືກ ທໍາລາຍຖິ້ມ. ກໍໜາມ ແລະ ຕົ້ນຫຍ້າ ຈະປົ່ງ ຂຶ້ນປົກຫຸ້ມແທ່ນບູຊາ ຂອງ ພວກເຂົາ. ປະຊາຊົນຈະຮ້ອງໃສ່ພູເຂົາທັງຫລາຍ ວ່າ, “ຈົ່ງບັງພວກເຮົາໄວ້ແດ່ ” ແລະ ເວົ້າຕໍ່ພູນ້ອຍ ວ່າ, “ຈົ່ງກວມພວກເຮົາໄວ້ສາ.”
\s5
\v 9 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ອິດສະຣາເອນ ບໍ່ໄດ້ຢຸດເຮັດບາບ ຕໍ່ສູ້ເຮົາ ຕັ້ງແຕ່ຄາວ ທີ່ພວກເຂົາໄດ້ເຮັດບາບ ທີ່ເມືອງ ກີເບອາ. [ອ] ດັ່ງນັ້ນສົງຄາມ ຈຶ່ງຕາມທັນພວກເຂົາທີ່ ກີເບອາ.
\s5
\v 10 ເຮົາຈະໂຈມຕີ [ຮ] ແລະລົງໂທດຄົນບາບເຫລົ່ານີ້. ຊົນຊາດທັງຫລາຍຈະຮວມກັນ ຕໍ່ສູ້ພວກເຂົາ ແລະ ພວກເຂົາກໍຈະຖືກລົງ ໂທດຍ້ອນການບາບຂອງພວກເຂົາ.
\v 11 ຄັ້ງໜຶ່ງຊາດອິດສະຣາເອນ ເປັນດັ່ງງົວນ້ອຍທີ່ ່ໄດ້ ຮັບການຝຶກແອບດີແລ້ວ ພ້ອມທີ່ຈະຢຽບເຂົ້າ ດ້ວຍຄວາມເຕັມໃຈ. ແຕ່ເຮົາໄດ້ຕັດສິນ ໃຈໃສ່ແອກ [ກ] ທີ່ຄໍອັນສວຍງາມຂອງມັນ ເພື່ອໃຫ້ມັນເຮັດວຽກໜັກໜ່ວງກວ່າເກົ່າ. ເຮົາ ເຮັດໃຫ້ຢູດາ ແກ່ໄຖ ແລະ ເຮັດໃຫ້ອິດສະຣາເອນ ແກ່ຄາດ.
\s5
\v 12 ເຮົາກ່າວວ່າ, ‘ຈົ່ງໄຖດິນຕອນໃໝ່ ສໍາລັບເຈົ້າເອງ ຈົ່ງຫວ່ານຄວາມຊອບທາໍ ແລະເກັບກ່ຽວເອົາພອນຈາກການອຸທິດຕົວ ຂອງເຈົ້າທີ່ມີຕໍ່ເຮົາ. ເຖິງເວລາແລ້ວ ທີ່ເຈົ້າຈະຄືນມາຫາອົງພຣະຜູ້ເປັນເຈົ້າແລ້ວ ເຮົາກໍຈະມາ ແລະຖອກເທ ພອນເທິງເຈົ້າ.
\v 13 ແຕ່ ແທນທີ່ຈະເປັນດັ່ງນັ້ນ ພວກເຈົ້າພັດໄດ້ປູກຄວາມຊົ່ວ ແລະເກັບກ່ຽວຜົນກາໍຊົ່ວ. ພວກເຈົ້າໄດ້ກິນຜົນແຫ່ງການຕົວະຂອງພວກເຈົ້າ. ເພາະພວກເຈົ້າ ໄດ້ໄວ້ວາງໃຈໃນລົດຮົບ [ຂ] ແລະໃນທະຫານຈາໍນວນຫລວງຫລາຍຂອງ ພວກເຈົ້ານັ້ນ
\s5
\v 14 ສົງຄາມຈຶ່ງຈະເກີດຂຶ້ນ ກັບປະຊາຊົນ ຂອງພວກເຈົ້າ ແລະປ້ອມທັງໝົດຂອງພວກເຈົ້າ ກໍຈະຖືກທາໍລາຍລົງ. ມັນຈະເປັນດັ່ງມື້ ທີ່ ກະສັດ ຊັນມານ ໄດ້ທາໍລາຍເມືອງ ເບັດອາກ​ເບັນ ໃນສະໜາມຮົບ ຈົນບັນດາຜູ້ເປັນແມ່ ແລະລູກໆຖືກ ຢຽບຕາຍໝົດກ້ຽງ.
\v 15 ຊາວເບັດເອນ ເອີຍ ສິ່ງນີ້ແຫລະ ຈະເກີດຂຶ້ນ ກັບພວກເຈົ້າ ກໍຍ້ອນການຊົ່ວຮ້າຍແຮງທີ່ພວກເຈົ້າໄດ້ເຮັດ. ພໍສົງຄາມ ເລີ່ມຂຶ້ນກະສັດ ແຫ່ງອິດສະຣາເອນ ກໍຈະຕາຍໄປ.”
\s5
\c 11
\p
\v 1 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ຄາວທີ່ຊາດອິດສະຣາເອນ ຍັງເປັນເດັກນ້ອຍຢູ່ນັ້ນ ເຮົາຮັກລາວ ແລະ ເອີ້ນລາວໃຫ້ອອກມາ ຈາກປະເທດ ເອຢິບ ໃນຖານະເປັນລູກຊາຍ. [ຄ]
\v 2 ແຕ່ເຮົາໄດ້ເອີ້ນເອົາລາວ ຫລາຍເທົ່າໃດ ລາວກໍຍິ່ງຫັນໜີຈາກເຮົາ [ງ] ໄປ ຫລາຍເທົ່ານັ້ນ. ປະຊາຊົນຂອງເຮົາ ໄດ້ຖວາຍສັດບູຊາ ແກ່ພະບາອານ ແລະ ໄດ້ເຜົາ ເຄື່ອງຫອມບູຊາ ຖວາຍແກ່ຮູບເຄົາຣົບ.
\s5
\v 3 ແຕ່ແມ່ນ ເຮົານີ້ແຫລະ ທີ່ເປັນຜູ້ໄດ້ສັ່ງ ສອນໃຫ້ຊາດອິດສະຣາເອນ ຍ່າງໄປມາໄດ້. ເຮົາໄດ້ອູ້ມປະຊາຊົນຂອງເຮົາໄວ້ ໃນອ້ອມ ແຂນ [ຈ] ແຕ່ພວກເຂົາບໍ່ຮັບຮູ້ເຮົາວ່າ ເປັນ ຜູ້ດູແລພວກເຂົາເຈົ້າ.
\v 4 ເຮົາໄດ້ໃຊ້ທັງຄວາມຮັກ ແລະ ຄວາມອ່ອນຫວານ ເປັນເຄື່ອງຊັກຈູງໃຈ ໃຫ້ພວກເຂົາກັບມາຫາເຮົາ ອີກ. ເຮົາໄດ້ໂຊມພວກເຂົາລຸກຂຶ້ນ ທັງແນບໃສ່ແກ້ມເຮົາ ແລະ ກົ້ມລົງລ້ຽງດູແລພວກເຂົາໄວ້. [ສ]
\s5
\v 5 ແຕ່ພວກເຂົາ ບໍ່ຍອມກັບຄືນມາຫາເຮົາ; ສະນັ້ນແຫລະ ພວກເຂົາຈຶ່ງຕ້ອງຄືນໄປຍັງ ປະເທດເອຢິບ ແລະ ກະສັດແຫ່ງ ອັດຊີເຣຍ ຈະປົກຄອງພວກເຂົາ.
\v 6 ສົງຄາມຈະທາໍລາຍເມືອງຂອງພວກເຂົາ ແລະ ທາໍລາຍປະຕູເມືອງ ໃຫ້ເພພັງໄປ. ມັນຈະທໍາລາຍປະຊາຊົນຂອງເຮົາ ເພາະພວກເຂົາເຮັດຕາມ ທີ່ພວກເຂົາເຫັນຊອບ.
\v 7 ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກ ແອກ ແລະ ຈະບໍ່ມີຜູ້ໃດປົດແອກອອກ ໃຫ້ພວກເຂົາໄດ້. [ຊ]
\s5
\v 8 ເຮົາຈະເຊົາກ່ຽວຂ້ອງ ກັບເຈົ້າ ໄດ້ຢ່າງໃດ? ຊາດອິດສະຣາເອນ ເອີຍ ເຮົາຈະຖິ້ມເຈົ້າໄປຢ່າງໃດໄດ້? ເຮົາຈະທໍາລາຍເຈົ້າ ດັ່ງທາໍລາຍ ອັດມາ ກໍບໍ່ໄດ້ ຫລື ເຮັດຕໍ່ເຈົ້າ ດັ່ງທີ່ເຮັດຕໍ່ ເສບົວອິມ ນັ້ນ? ຈິດໃຈເຮົາ ບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາ ມີກໍແຮງທີ່ສຸດ ສໍາລັບເຈົ້າ.
\v 9 ເຮົາຈະບໍ່ລົງໂທດເຈົ້າ ຢ່າງຄຽດແຄ້ນໜັກດອກ ເຮົາຈະບໍ່ທາໍລາຍ ອິດສະຣາເອນ ຕໍ່ໄປອີກ. ເພາະເຮົາເປັນພຣະເຈົ້າ ແລະ ບໍ່ແມ່ນມະນຸດເຮົາຜູ້ ບໍຣິສຸດ ຢູ່ນໍາເຈົ້າຈະມາຫາ ແລະ ອີດູເຈົ້າ.
\s5
\v 10 ປະຊາຊົນຂອງເຮົາ ຈະຕິດຕາມເຮົາໄປ ເມື່ອເຮົາຮ້ອງຄໍາຣາມ ເໝືອນສິງໃສ່ ສັດຕູຂອງພວກເຂົາ. ພວກເຂົາຈະຟ້າວມາຫາເຮົາ ຈາກທິດຕາເວັນຕົກ.
\v 11 ພວກເຂົາຈະມາຈາກປະເທດ ເອຢິບ ຢ່າງວ່ອງໄວ ເໝືອນນົກ ແລະ ມາຈາກອັດຊີເຣຍ ເໝືອນ ນົກເຂົາ. ເຮົາຈະນາໍພວກເຂົາມາຍັງບ້ານເຮືອນ ຂອງພວກເຂົາອີກ. ” ອົງພຣະຜູ້ເປັນເຈົ້າ ໄດ້ກ່າວດັ່ງນີ້ແຫລະ.
\s5
\v 12 ປະຊາຊົນອິດສະຣາເອນ ອ້ອມຮອບເຮົາໄວ້ ດ້ວຍການຕົວະ ແລະ ການ ຫລອກລວງ ແລະ ປະຊາຊົນຢູດາ ກໍຍັງເປັນ ກະບົດຕໍ່ສູ້ເຮົາຢູ່ ຄື ຕໍ່ສູ້ພຣະເຈົ້າ ອົງທ່ຽງທໍາ ແລະ ບໍຣິສຸດ.
\s5
\c 12
\p
\v 1 ທຸກສິ່ງທີ່ປະຊາຊົນ ອິດສະຣາເອນ ໄດ້ ປະພຶດ ຕັ້ງແຕ່ເຊົ້າ ຈົນຄໍ່ານັ້ນ ລ້ວນແຕ່ບໍ່ມີ ປະໂຫຍດ ແລະ ສູນເສຍ ໄປທັງນັ້ນ. ການຫັກຫລັງ ແລະ ການກະທາໍອັນຮຸນແຮງ ມີເພີ່ມຂຶ້ນ ໃນທ່າມກາງພວກເຂົາ. ພວກເຂົາ ເຮັດຂໍ້ຕົກລົງກັບ ອັດຊີເຣຍ ແລະ ເຮັດທຸລະກິດກັບປະເທດ ເອຢິບ.
\v 2 ອົງພຣະຜູ້ເປັນເຈົ້າ ມີຄໍາກ່າວຟ້ອງປະຊາຊົນ ຢູດາ; ພຣະອົງຍັງຈະລົງໂທດ ຊາດອິດສະຣາເອນ ຍ້ອນວິທີປະພຶດຂອງປະຊາຊົນ. ພຣະອົງຈະ ໃຫ້ຜົນກາໍ ນາໍສະໜອງພວກເຂົາ.
\s5
\v 3 ຢາໂຄບ ບັນພະບຸລຸດຂອງພວກເຂົາໄດ້ ຕໍ່ສູ້ກັບ ເອຊາວ ອ້າຍ ແຝດຂອງຕົນໃນ ຂະນະທີ່ທັງສອງ ຍັງຢູ່ໃນທ້ອງແມ່; ເມື່ອຢາໂຄບ ໃຫຍ່ຂຶ້ນມາ ລາວໄດ້ຕໍ່ສູ້ພຣະເຈົ້າ
\v 4 ຄື ລາວໄດ້ຕໍ່ສູ້ກັບເທວະດາ ຈົນຊະນະ. ລາວໄດ້ຮ້ອງໄຫ້ ແລະ ຂໍພອນ. ທີ່ເບັດເອນ ພຣະເຈົ້າໄດ້ລົງມາຫາ ຢາໂຄບ ຜູ້ເປັນບັນພະບຸລຸດ ຂອງ ພວກເຮົາ ແລະ ຢູ່ທີ່ນັ້ນ ພຣະອົງໄດ້ກ່າວແກ່ລາວ. [ຍ]
\s5
\v 5 ນີ້ແມ່ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອໍານາດ ຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າ ແມ່ນນາມ ຂອງ ພຣະອົງ ອົງທີ່ມະນຸດຄວນ ນ້ອມນະມັດສະການ.
\v 6 ດ້ວຍເຫດນີ້ແຫລະ ເຊື້ອສາຍຂອງ ຢາໂຄບ ເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າ ຂອງ ພວກເຈົ້າ ແລະ ກັບຄືນໄປຫາພຣະອົງເທີ້ນ. ຈົ່ງສັດຊື່ ແລະ ທ່ຽງທາໍ ແລະ ຈົ່ງຄອຍຖ້າພຣະເຈົ້າ ຂອງ ພວກເຈົ້າ ດໍາເນີນການ ດ້ວຍຄວາມອົດທົນ.
\s5
\v 7 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ປະຊາຊົນ ອິດສະຣາເອນ ບໍ່ສັດຊື່ ດັ່ງຊາວການາອານ; ພວກເຂົາມັກໃຊ້ຕາຊັ່ງຕາຊິງສໍ້ໂກງລູກຄ້າຂອງຕົນ.
\v 8 ພວກເຂົາ ເວົ້າວ່າ, ‘ພວກເຮົາ ຮັ່ງມີ ພວກເຮົາມີຊັບສົມບັດຫລາຍ. ບໍ່ມີຜູ້ໃດຟ້ອງຮ້ອງພວກເຮົາ ວ່າ ຮັ່ງມີຍ້ອນຄວາມບໍ່ສັດຊື່ໄດ້ດອກ.
\s5
\v 9 ແຕ່ເຮົາ ຄື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ພຣະອົງໄດ້ນາໍພວກເຈົ້າ ອອກ ມາຈາກປະເທດເອຢິບ ເຮົາຈະເຮັດໃຫ້ພວກເຈົ້າ ອາໄສຢູ່ໃນຜ້າເຕັນອີກ ດັ່ງພວກເຈົ້າເຄີຍ ອາໄສຢູ່ຄາວທີ່ເຮົາມາຫາພວກເຈົ້າ ໃນຖິ່ນແຫ້ງແລ້ງກັນດານນັ້ນ.
\v 10 ເຮົາໄດ້ກ່າວແກ່ພວກຜູ້ທາໍນວາຍ ແລະ ໃຫ້ພວກເຂົາ ເຫັນນິມິດ ຫລາຍຢ່າງ ແລະ ເຮົາໄດ້ເຕືອນ ປະຊາຊົນຂອງເຮົາ ຜ່ານທາງຜູ້ທາໍນວາຍ ເຫລົ່ານັ້ນ.
\s5
\v 11 ແຕ່ການຂາບໄຫວ້ ຮູບເຄົາຣົບໃນ ກີເລອາດ ຍັງມີຢູ່ ແລະ ພວກທີ່ຂາບໄຫວ້ຮູບເຄົາຣົບ ເຫລົ່ານັ້ນ ກໍຈະຕາຍ. ການເຜົາບູຊາ ງົວເຖິກ ໃນກິນການຍັງມີຢູ່ ແລະ ແທ່ນບູຊາ ທັງຫລາຍ ຢູ່ໃນທີ່ນັ້ນກໍຈະກາຍເປັນກອງຫິນ ຢູ່ກາງທົ່ງນາ. ”
\v 12 ຢາໂຄບ ບັນພະບຸລຸດ ຂອງພວກເຮົາ ຕ້ອງໜີໄປຍັງ ເມໂຊໂປຕາເມຍ ບ່ອນທີ່ລາວໄດ້ເຮັດວຽກ ໃຫ້ຊາຍຄົນໜຶ່ງ ຄື ລ້ຽງແກະ ໃຫ້ເຂົາເພື່ອຈະໄດ້ເມຍ.
\s5
\v 13 ອົງພຣະຜູ້ເປັນເຈົ້າໄດ້ໃຊ້ ຜູ້ທາໍນວາຍ ຄົນໜຶ່ງມາຊ່ວຍກູ້ເອົາຊາວອິດສະຣາເອນ ອອກຈາກການເປັນທາດຮັບໃຊ້ ໃນປະເທດ ເອຢິບ ແລະ ເພື່ອດູແລພວກເຂົາ.
\v 14 ປະຊາຊົນອິດສະຣາເອນ ໄດ້ເຮັດໃຫ້ ອົງພຣະຜູ້ເປັນເຈົ້າໂກດຮ້າຍ ຢ່າງຂົມຂື່ນ; ພວກເຂົາສົມຄວນຕາຍ ຍ້ອນການປະພຶດຊົ່ວນັ້ນ. ພຣະເຈົ້າ ຢາເວ ຈະລົງໂທດພວກເຂົາ ທີ່ໄດ້ເຮັດໃຫ້ພຣະອົງ ຕ້ອງອັບອາຍຂາຍໜ້າ.
\s5
\c 13
\p
\v 1 ໃນອະດີດເມື່ອເຜົ່າ ເອຟຣາອິມ ເວົ້າວ່າ ເຜົ່າອື່ນໆ ກໍຢ້ານຢໍາ; ພວກເຂົາໃຫ້ຄວາມເຄົາຣົບນັບຖືແກ່ ເອຟຣາອິມ. ແຕ່ປະຊາຊົນ ໄດ້ເຮັດບາບຍ້ອນຂາບໄຫວ້ ພະບາອານ ແລະຍ້ອນການປະພຶດເຊັ່ນນີ້ແຫລະ ພວກເຂົາຈະຕາຍ.
\v 2 ພວກເຂົາຍັງສືບຕໍ່ເຮັດບາບ ໂດຍຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້ ຄື ຫລໍ່ຮູບເຄົາຣົບເປັນເງິນ ອອກແບບຕາມຄວາມຄິດຂອງມະນຸດ ແລະເຮັດຂຶ້ນດ້ວຍສີມື ຂອງມະນຸດ. ແລ້ວພວກເຂົາ ກໍເວົ້າວ່າ, “ຈົ່ງ ຖວາຍເຄື່ອງເຜົາບູຊາແກ່ຮູບເຫລົ່ານີ້. ” ຄົນຈະຈູບຮູບນັ້ນ ໄດ້ບໍ? ເພາະມັນເປັນຮູບງົວເຖິກ. [ດ]
\s5
\v 3 ດັ່ງນັ້ນແຫລະ ປະຊາຊົນເຫລົ່ານີ້ ຈຶ່ງຈະ ດັບສູນໄປ ດັ່ງນໍ້າໝອກແລະນາໍ້ຄ້າງໃນຕອນເຊົ້າ ພວກເຂົາຈະເປັນດັ່ງແກບ ທີ່ລົມ ພັດຈາກລານຟາດເຂົ້າ ແລະດັ່ງຄວັນໄຟຈາກທໍ່ເຕົາໄຟ.
\s5
\v 4 ອົງພຣະຜູ້ເປັນເຈົ້າ ກ່າວວ່າ, “ແຕ່ເຮົາເປັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຂອງພວກເຈົ້າ ຜູ້ໄດ້ນໍາພວກເຈົ້າອອກມາຈາກປະເທດ ເອຢິບ. ພວກເຈົ້າບໍ່ມີພຣະເຈົ້າ ອົງອື່ນນອກຈາກເຮົາ. ເຮົາເປັນພຣະຜູ້ຊ່ວຍໃຫ້ພົ້ນ ອົງດຽວຂອງພວກເຈົ້າ.
\v 5 ເຮົາໄດ້ລ້ຽງ ພວກເຈົ້າ ໃນບ່ອນແຫ້ງແລ້ງ ແລະ ໃນຖິ່ນ ແຫ້ງແລ້ງກັນດານ.
\v 6 ແຕ່ເມື່ອພວກເຈົ້າ ໄດ້ເຂົ້າໄປຢູ່ໃນດິນແດນ ອັນອຸດົມສົມບູນ ແລະ ຮັ່ງມີ ພວກເຈົ້າໄດ້ກິນອີ່ມໜາໍສໍາລານ ແລ້ວພວກເຈົ້າກໍຈອງຫອງ ແລະ ລືມໄລເຮົາ.
\s5
\v 7 ສະນັ້ນເຮົາຈຶ່ງຈະໂດດກັດພວກເຈົ້າ ເໝືອນສິງ. ເຮົາຈະເປັນດັ່ງເສືອດາວ ທີ່ນອນຄອຍຢູ່ຕາມທາງຂອງພວກເຈົ້າ.
\v 8 ເຮົາຈະຄຸບກັດພວກເຈົ້າ ເໝືອນໝີ ທີ່ສູນເສຍລູກ ຂອງມັນ; ເຮົາຈະຈີກພວກເຈົ້າອອກ. ເຮົາຈະ ເປັນດັ່ງສິງ ທີ່ຈີກພວກເຈົ້າກິນຄາບ່ອນ ແລະ ຈະເປັນດັ່ງສັດປ່າ ທີ່ຈີກພວກເຈົ້າອອກເປັນ ຕ່ອນໆ.
\s5
\v 9 ປະຊາຊົນອິດສະຣາເອນ ເອີຍ ເຮົາຈະ ທໍາລາຍພວກເຈົ້າ. ແລ້ວຜູ້ໃດແດ່ຈະຊ່ວຍ ພວກເຈົ້າໄດ້? [ຕ]
\v 10 ພວກເຈົ້າໄດ້ຮ້ອງຂໍ ເອົາກະສັດ ແລະ ບັນດາຜູ້ນໍາ; ແຕ່ພວກເຂົາ ຈະຊ່ວຍປະເທດໃຫ້ພົ້ນໄພ ໄດ້ຢ່າງໃດ? [ຖ]
\v 11 ດ້ວຍຄວາມໂກດຮ້າຍ ເຮົາໄດ້ໃຫ້ ພວກເຈົ້າ ມີກະສັດ ແລະ ດ້ວຍຄວາມກິ້ວໂກດ ເຮົາໄດ້ເອົາພວກເຂົາໜີໄປ.
\s5
\v 12 ຄວາມບາບ ແລະ ຄວາມຜິດຂອງ ຊາດອິດສະຣາເອນ ໄດ້ບັນທຶກໄວ້ແລ້ວ ແລະ ບັນທຶກນີ້ ກໍໄດ້ເກັບໄວ້ຢ່າງປອດໄພດີ.
\v 13 ຊາວອິດສະຣາເອນ ມີໂອກາດທີ່ຈະມີຊີວິດຢູ່, ແຕ່ພວກເຂົາ ປະໂອກາດນັ້ນໄປ ເພາະຄວາມ ໂງ່ຈ້າ ດັ່ງເດັກນ້ອຍທີ່ກາໍລັງຈະເກີດ ແຕ່ບໍ່ຍອມອອກມາ ຈາກທ້ອງແມ່.
\s5
\v 14 ເຮົາຈະບໍ່ຊ່ວຍປະຊາຊົນນີ້ ໃຫ້ພົ້ນ ຈາກພິພົບຄົນຕາຍ ຫລື ຊ່ວຍກູ້ເອົາພວກເຂົາ ໃຫ້ພົ້ນຈາກອໍານາດ ຂອງຄວາມຕາຍ. ໂອ ຄວາມຕາຍ ເອີຍ ຈົ່ງມາພ້ອມ [ທ] ກັບໄພພິບັດຂອງເຈົ້າ. ເຮົາຈະບໍ່ສົງສານປະຊາຊົນນີ້ ຕໍ່ໄປອີກແລ້ວ.
\s5
\v 15 ເຖິງແມ່ນຊາດອິດສະຣາເອນ ອອກດອກຮຸ່ງເຮືອງຂຶ້ນ ດັ່ງຕົ້ນຫຍ້າ [ນ] ເຮົາກໍຈະ ສົ່ງລົມຮ້ອນ ຈາກທິດຕາເວັນອອກ ພັດມາ ຈາກຖິ່ນແຫ້ງແລ້ງ ກັນດານ; ລົມນີ້ຈະເຮັດ ໃຫ້ນາໍ້ພຸ ແລະ ນາໍ້ສ້າງຂອງພວກເຂົາແຫ້ງລົງ. ມັນຈະພັດເອົາທຸກສິ່ງທີ່ມີຄ່າໄປ.
\s5
\v 16 ຊາມາເຣຍ ຕ້ອງຮັບໂທດຍ້ອນເປັນ ກະບົດຕໍ່ສູ້ເຮົາ. ຊາວຊາມາເຣຍ ຈະຕາຍໃນ ສົງຄາມ; ພວກແອນ້ອຍ ຈະຖືກໂຍນລົງດິນ ແລະ ພວກແມ່ມານ ກໍຈະຖືກຂ້າດ້ວຍການ ແຫກທ້ອງ.”
\s5
\c 14
\p
\v 1 ປະຊາຊົນອິດສະຣາເອນ ເອີຍ ຈົ່ງກັບ ຄືນມາຫາ ອົງພຣະຜູ້ເປັນເຈົ້າຂອງພວກເຈົ້າສາ. ບາບຂອງພວກເຈົ້າ ໄດ້ເຮັດໃຫ້ພວກເຈົ້າ ຊູນສະດຸດ ແລະ ລົ້ມລົງ.
\v 2 ຈົ່ງກັບຄືນມາ ຫາອົງພຣະຜູ້ເປັນເຈົ້າສາ ແລະ ພາວັນນາ ອະທິຖານ ຫາພຣະອົງດັ່ງນີ້: “ຂໍໂຜດອະໄພ ການບາບທຸກຢ່າງຂອງພວກຂ້ານ້ອຍ ແລະ ຮັບເອົາຄໍາພາວັນນາ ອະທິຖານ ຂອງພວກຂ້ານ້ອຍດ້ວຍ ແລ້ວພວກຂ້ານ້ອຍກໍຈະສັນ ລະເສີນພຣະອົງ ຕາມທີ່ໄດ້ສັນຍາໄວ້.
\s5
\v 3 ອັດຊີເຣຍ ບໍ່ເຄີຍຊ່ວຍພວກຂ້ານ້ອຍ ໃຫ້ພົ້ນມ້າເສິກ ໃຫ້ຄວາມຄຸ້ມຄອງ ແກ່ພວກຂ້ານ້ອຍ ກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນ ເປັນພຣະເຈົ້າຂອງພວກຂ້ານ້ອຍ. ໂອ ພຣະເຈົ້າຂອງພວກຂ້ານ້ອຍ ເອີຍ ຂໍໂຜດສໍາແດງຄວາມເມດຕາ ຕໍ່ພວກຂ້ານ້ອຍ ທີ່ຂາດ ຜູ້ເພິ່ງພາອາໄສ ດ້ວຍເຖີດ.”
\s5
\v 4 ອົງພຣະຜູ້ເປັນເຈົ້າກ່າວ ວ່າ, “ເຮົາຈະ ນາໍປະຊາຊົນຂອງເຮົາຄືນມາ ເຮົາຈະຮັກພວກເຂົາດ້ວຍສຸດໃຈ ແລະ ເຊົາໂກດຮ້າຍ.
\v 5 ເຮົາຈະເຮັດຕໍ່ຊາດອິດສະຣາເອນ ດັ່ງສາຍຝົນທີ່ຕົກລິນມາ ໃນດິນແດນທີ່ແຫ້ງແລ້ງ. ພວກເຂົາຈະເບີກບານເໝືອນ ໝູ່ມວນມາລີ ຢັ່ງຮາກໝັ້ນຄົງ ດັັ່ງຕົ້ນໄມ້ທີ່ ເລບານອນ ນັ້ນ.
\v 6 ພວກເຂົາຈະມີຊີວິດ ຈະເລີນແບບໃໝ່ຂຶ້ນມາ ຈະສວຍງາມ ດັ່ງກົກ ໝາກກອກເທດ. ພວກເຂົາຈະມີກິ່ນຫອມຫວນຊວນໃຈ ດັ່ງຕົ້ນສົນສີດາ ໃນເລບານອນ ພຸ້ນ.
\s5
\v 7 ໃນອີກເທື່ອໜຶ່ງ ພວກເຂົາຈະມີຊີວິດຢູ່ໃດ ຄືມີຊີວິດຢູ່ໃຕ້ການຄຸ້ມຄອງຂອງເຮົານັ້ນ. ພວກເຂົາຈະປູກເຂົ້າ ແລະ ຮັບຜົນຫລາຍ ດັ່ງສວນອະງຸ່ນ ພວກເຂົາຈະມີຊື່ສຽງ ດັ່ງເຫລົ້າ ອະງຸ່ນທີ່ ເລບານອນ ນັ້ນ.
\v 8 ປະຊາຊົນ ອິດສະຣາເອນ [ບ] ຈະບໍ່ກ່ຽວກັບຮູບເຄົາຣົບຕໍ່ໄປ ເຮົາຈະຕອບຄໍາພາວັນນາ ອະທິຖານ ແລະ ດູແລພວກເຂົາເຈົ້າ; ເຮົາຈະເປັນທີ່ເພິ່ງ ໃຫ້ພວກເຂົາ ດັ່ງຕົ້ນໄມ້ໃບຂຽວສົດ ເຮົາເປັນ ບໍ່ເກີດ ແຫ່ງພຣະພອນ ຂອງພວກເຂົາທັງສິ້ນ.”
\s5
\v 9 ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາ ສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈາໍໃສ່ໃຈໄວ້. ທາງຂອງອົງພຣະຜູ້ເປັນເຈົ້າຖືກຕ້ອງ ແລະ ບັນດາຜູ້ຊອບທາໍ ຍ່ອມດໍາເນີນຕາມທາງນີ້, ແຕ່ບັນດາຄົນບາບ ຈະຕໍາສະດຸດ ແລະ ລົ້ມລົງ ເພາະລະເລີຍທາງນີ້.