lo_bible/16-NEH.usfm

746 lines
159 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id NEH
\ide UTF-8
\h ພ​ຣະ​ທຳ ເນ​ເຫ​ມີ​ຢາ
\toc1 ພ​ຣະ​ທຳ ເນ​ເຫ​ມີ​ຢາ
\toc2 ພ​ຣະ​ທຳ ເນ​ເຫ​ມີ​ຢາ
\toc3 neh
\mt ພ​ຣະ​ທຳ ເນ​ເຫ​ມີ​ຢາ
\s5
\c 1
\p
\v 1 ຕໍ່ໄປນີ້ ແມ່ນວຽກງານຂອງ ເນເຫມີຢາ ລູກຊາຍຂອງຮາກາລີຢາ ໄດ້ເຮັດສໍາເລັດ. ໃນ​ເດືອນ ກິດ​ຊະ​ເຫລັບ ຂອງ​ປີ​ທີ​ຊາວ ທີ່​ກະ​ສັດ ອາກ​ຕາ​ເຊເຊັດ ໄດ້​ເປັນຈັກະ​ພັດ​ແຫ່ງ​ເປີ​ເຊຍ ນັ້ນ, ຂ້າ​ພ​ະ​ເຈົ້າ ເນ​ເຫມີ​ຢາ ໄດ້​ຢູ່​ໃນ​ເມືອງ​ຫລວງ​ຊູ​ຊາ
\v 2 ຮານານີ ພີ່ນ້ອງຄົນໜຶ່ງຂອງຂ້າພະເຈົ້າ ໄດ້ເດີນທາງມາຈາກແຂວງຢູດາຍ ພ້ອມກັບຄົນໝວດໜຶ່ງ ແລະ ຂ້າພະເຈົ້າກໍໄດ້ຖາມເຂົາ ເຖິງນະຄອນເຢຣູຊາເລັມ ແລະ ພວກພີ່ນ້ອງຊາວຢິວ ຜູ້ທີ່ໄດ້ກັບຄືນເມືອ ຈາກການເປັນຊະເລີຍໃນຕ່າງຖິ່ນ [ກ] ໃນ ບາບີໂລນ.
\s5
\v 3 ພວກເຂົາໄດ້ບອກຂ້າພະເຈົ້າ ວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ [ຂ] ໄດ້ຮັບຄວາມລໍາບາກຫລາຍ ແລະ ຄົນຕ່າງຊາດທີ່ຢູ່ໃກ້ຄຽງ ກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກ ວ່າ, “ກໍາແພງຂອງນະຄອນເຢຣູຊາເລັມ ກໍຍັງພັງທະລາຍຢູ່ ແລະ ປະຕູຂອງກາໍແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝ ຖືກຈູດພຸ້ນ.”
\s5
\v 4 ເມື່ອຂ້າພະເຈົ້າໄດ້ຍິນສິ່ງທັງໝົດນັ້ນ ແລ້ວຂ້າພະເຈົ້າກໍນັ່ງລົງ ແລະ ຮ້ອງໄຫ້ຄໍ່າຄວນ. ຂ້າພະເຈົ້າໄວ້ທຸກ ແລະ ບໍ່ຮັບປະທານ ອາຫານເປັນເວລາຫລາຍວັນ. ຂ້າພະເຈົ້າ ພາວັນນາອະທິຖານຫາພຣະເຈົ້າ ວ່າ,
\v 5 “ໂອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຟ້າສະຫວັນ ເອີຍ ພຣະອົງຊົງຍິ່ງໃຫຍ່ ແລະ ເປັນອົງທີ່ພວກຂ້ານ້ອຍ ໃຫ້ຄວາມເຄົາຣົບ ຢໍາເກງ. ພຣະອົງຮັກສາພັນທະສັນຍາຂອງ ພຣະອົງ ຢ່າງສັດຊື່ຕໍ່ຜູ້ທີ່ຮັກພຣະອົງ ແລະ ຜູ້ ທີ່ປະຕິບັດຕາມຄໍາສັ່ງຂອງພຣະອົງ.
\s5
\v 6 ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະ ຟັງຄໍາພາວັນນາ ອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາ ອະທິຖານທັງເວັນ ທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄື ປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບ ວ່າ, ພວກຂ້ານ້ອຍ ຄື ປະຊາຊົນອິດສະຣາເອນ ໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະ ຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ.
\v 7 ພວກຂ້ານ້ອຍໄດ້ປະພຶດຕົນຢ່າງຊົ່ວຊ້າ ເພື່ອຕໍ່ສູ້ພຣະອົງ ແລະ ບໍ່ໄດ້ປະຕິບັດຕາມສິ່ງທີ່ພຣະອົງໄດ້ສັ່ງໄວ້. ພວກຂ້ານ້ອຍບໍ່ໄດ້ຖືຮັກສາກົດບັນຍັດຕ່າງ ໆ ທີ່ພຣະອົງໄດ້ມອບໃຫ້ພວກຂ້ານ້ອຍ ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 8 ບັດນີ້ ຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ບອກ ໂມເຊ ວ່າ: ‘ຖ້າປະຊາຊົນອິດສະຣາເອນບໍ່ສັດຊື່ຕໍ່ເຮົາ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປ ໃນທ່າມກາງຊົນຊາດອື່ນ ໆ.
\v 9 ແຕ່ຖ້າພວກເຈົ້າກັບຄືນມາຫາເຮົາອີກ ແລະ ປະຕິບັດຕາມສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ ເຮົາຈະນາໍພວກເຈົ້າກັບມາ ຍັງບ່ອນທີ່ເຮົາໄດ້ເລືອກໄວ້ ໃຫ້ນະມັດສະການເຮົາ; ເຖິງແມ່ນວ່າພວກເຈົ້າ ຈະກະຈັດກະຈາຍກັນໄປຢູ່ທົ່ວທຸກມູມໂລກ ກໍຕາມ.
\s5
\v 10 ຄົນເຫລົ່ານີ້ ເປັນຜູ້ຮັບໃຊ້ ແລະ ເປັນປະຊາຊົນຂອງພຣະອົງ. ພຣະອົງໄດ້ຊ່ວຍກູ້ເອົາພວກເຂົາ ດ້ວຍຣິດເດດອັນຍິ່ງໃຫຍ່ ແລະ ດ້ວຍກາໍລັງຂອງພຣະອົງ.
\v 11 ຂ້າແດ່ ພຣະເຈົ້າຢາເວ ເອີຍ ບັດນີ້ຂໍພຣະອົງຮັບຟັງຄໍາພາວັນນາ ອະທິຖານຂອງຂ້ານ້ອຍ ແລະ ຄໍາພາວັນນາ ອະທິຖານຂອງບັນດາຜູ້ຮັບໃຊ້ ຄົນອື່ນ ໆ ຂອງພຣະອົງ ຜູ້ທີ່ຢໍາເກງໃຫ້ກຽດນາມຊື່ຂອງພຣະອົງ ແດ່ທ້ອນ. ໃນວັນນີ້ ຂໍພຣະອົງໂຜດປະທານໄຊຊະນະ ໃຫ້ແກ່ຂ້ານ້ອຍໂດຍບັນດານໃຫ້ຈັກກະພັດເມດຕາຂ້ານ້ອຍ ດ້ວຍເຖີດ. ” ໃນຄາວນັ້ນ ຂ້າພະເຈົ້າໄດ້ ເປັນຜູ້ຢາຍເຫລົ້າອະງຸ່ນປະຈໍາໂຕະຂອງ ຈັກກະພັດ.
\s5
\c 2
\p
\v 1 ຕໍ່ມາ ໃນເດືອນ ນີຊານ ໃນປີທີຊາວຂອງກະສັດ ອາກຕາເຊເຊັດ ຂ້າພະເຈົ້າພວມຢາຍ ເຫລົ້າໃຫ້ເພິ່ນ ທີ່ກາໍລັງຮັບປະທານອາຫານແລງຢູ່. ແຕ່ກ່ອນ ເພິ່ນບໍ່ເຄີຍເຫັນຂ້າພະເຈົ້າໂສກເສົ້າ ເຊັ່ນນີ້ເລີຍ
\v 2 ດັ່ງນັ້ນ ເພິ່ນຈຶ່ງຖາມວ່າ, “ເປັນຫຍັງ ເຈົ້າຈຶ່ງໂສກເສົ້າແທ້? ເຈົ້າກໍ່ບໍ່ໄດ້ເຈັບໄຂ້ຫຍັງ ສະນັ້ນເຈົ້າຄົງມີເລື່ອງທຸກໃຈເປັນແນ່. ” ຂ້າພະເຈົ້າຕົກໃຈຫລາຍ
\s5
\v 3 ແລະ ຕອບເພິ່ນວ່າ, “ຂໍພະຣາຊາ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຈະໃຫ້ຂ້ານ້ອຍບໍ່ໂສກເສົ້າໄດ້ຢ່າງໃດ ໃນເມື່ອເມືອງທີ່ບັນພະບຸລຸດຂອງຂ້ານ້ອຍ ໄດ້ຖືກຝັງໄວ້ໃນບ່ອນຮົກຮ້າງເພພັງ ແລະ ປະຕູເມືອງກໍຖືກໄຟໄໝ້ຈົນໝົດສິ້ນ?”
\s5
\v 4 ຈັກກະພັດຖາມວ່າ, “ເຈົ້າຕ້ອງການຫຍັງ? ” ຂ້າພະເຈົ້າພາວັນນາ ອະທິຖານຫາ ພຣະເຈົ້າຂອງຟ້າສະຫວັນ
\v 5 ແລ້ວກໍເວົ້າກັບຈັກກະພັດວ່າ, “ຖ້າທ່ານພໍໃຈນາໍຂ້ານ້ອຍ ແລະ ຈະອະນຸຍາດໃຫ້ຕາມຄໍາຂໍຮ້ອງຂອງຂ້ານ້ອຍແລ້ວ ຂໍໃຫ້ຂ້ານ້ອຍໄປຍັງແຂວງຢູດາ ຄືໄປຍັງເມືອງທີ່ບັນພະບຸລຸດຂອງຂ້ານ້ອຍໄດ້ຖືກຝັງໄວ້ນັ້ນ ເພື່ອວ່າຂ້ານ້ອຍຈະໄດ້ສ້າງສາ ບ້ານເມືອງຂຶ້ນໃໝ່. ”
\v 6 ຈັກກະພັດຜູ້ທີ່ມີມະເຫສີນັ່ງຢູ່ຄຽງຂ້າງ ຕົກລົງຕາມຄໍາຂໍຮ້ອງນັ້ນ. ເພິ່ນຖາມຂ້າພະເຈົ້າ ວ່າ, “ຈະໄປດົນນານປານໃດ ແລະ ເຫິງປານໃດຈຶ່ງຈະກັບມາ? ” ແລະ ຂ້າພະເຈົ້າກໍບອກກາໍນົດແກ່ເພິ່ນ.
\s5
\v 7 ແລ້ວຂ້າພະເຈົ້າກໍໄດ້ຂໍຮ້ອງເພິ່ນ ໃຫ້ຂຽນໄປຍັງບັນດາຜູ້ປົກຄອງແຂວງ ທາງພາກຕາເວັນຕົກຂອງແມ່ນໍ້າ ເອີຟຣັດ [ຄ] ແລະ ແນະນໍາເຂົາອະນຸຍາດໃຫ້ຂ້າພະເຈົ້າເດີນທາງໄປຍັງແຂວງຢູດາຍ.
\v 8 ຂ້າພະເຈົ້າຍັງຂໍຮ້ອງເພິ່ນໃຫ້ຂຽນຈົດໝາຍໄປຫາ ອາຊັບ ຜູ້ຮັກສາປ່າໄມ້ຂອງພະຣາຊາ ໂດຍແນະນາໍເພິ່ນໃຫ້ຈັດຫາໄມ້ສໍາລັບສ້າງປະຕູປ້ອມທີ່ຮັກສາພຣະວິຫານ, ສໍາລັບສ້າງກາໍແພງເມືອງ ແລະ ສໍາລັບສ້າງເຮືອນທີ່ຂ້າພະເຈົ້າຈະຢູ່ດ້ວຍ. ຈັກກະພັດກໍໄດ້ອະນຸຍາດ ໃຫ້ທຸກສິ່ງຕາມທີ່ຂ້າພະເຈົ້າຂໍຮ້ອງ ເພາະພຣະເຈົ້າສະຖິດຢູ່ນາໍຂ້າພະເຈົ້າ.
\s5
\v 9 ຈັກກະພັດຍັງໄດ້ສົ່ງນາຍທະຫານບາງຄົນ ແລະ ທະຫານມ້າໝວດໜຶ່ງໄປກັບຂ້າພະເຈົ້າດ້ວຍ; ແລະ ຂ້າພະເຈົ້າກໍໄດ້ເດີນທາງໄປສູ່ພາກຕາເວັນຕົກຂອງແມ່ນໍ້າ ເອີຟຣັດ. ເມື່ອໄປເຖິງທີ່ນັ້ນ ຂ້າພະເຈົ້າກໍໄດ້ມອບຈົດໝາຍໃຫ້ແກ່ບັນດາຜູ້ປົກຄອງ.
\v 10 ແຕ່ ຊານບັນລັດ ຊາວເບັດໂຮໂຣນ ແລະ ໂຕບີຢາ ຂ້າຣາຊການຄົນໜຶ່ງຂອງແຂວງອໍາໂມນ ໄດ້ຍິນຂ່າວວ່າ, ມີບາງຄົນມາເຮັດວຽກ ເພື່ອຫາຄວາມສຸກສະບາຍໃຫ້ຊາວອິດສະຣາເອນ; ສະນັ້ນພວກເຂົາຈຶ່ງບໍ່ພໍໃຈຢ່າງຍິ່ງ.
\s5
\v 11 ຂ້າພະເຈົ້າໄດ້ໄປຍັງນະຄອນເຢຣູຊາເລັມ ແລະ ພັກຢູ່ທີ່ນັ້ນສາມມື້
\v 12 ໂດຍບໍ່ໄດ້ບອກໃຫ້ຜູ້ໃດຮູ້ກ່ຽວກັບສິ່ງທີ່ ພຣະເຈົ້າບັນດານໃຈຂ້າພະເຈົ້າໃຫ້ເຮັດ ສໍາລັບນະຄອນເຢຣູຊາເລັມ. ແລ້ວໃນຕອນກາງຄືນນັ້ນ ຂ້າພະເຈົ້າກໍໄດ້ອອກເດີນທາງໂດຍ ມີເພື່ອນບາງຄົນຕິດຕາມໄປດ້ວຍ. ພວກເຮົາ ມີລໍພຽງໂຕດຽວ ທີ່ເປັນພາຫານະຂີ່ໄປ.
\s5
\v 13 ໃນເວລາທີ່ພວກເຮົາອອກຈາກເມືອງ ໂດຍຜ່ານປະຕູຮ່ອມພູ ທາງທິດຕາເວັນຕົກໄປນັ້ນ ກໍຍັງເປັນເວລາມືດຢູ່; ພວກເຮົາໄດ້ກາຍດ້ານໃຕ້ຂອງນາໍ້ພຸ ໂຕມັງກອນ ໄປຈົນເຖິງຮ່ອມພູປະຕູຂີ້ສັດ. ເມື່ອກາໍລັງເດີນທາງ ໄປນັ້ນ ຂ້າພະເຈົ້າໄດ້ສໍາຫລວດເບິ່ງກາໍແພງ ເມືອງທີ່ເພພັງ ແລະ ປະຕູເມືອງທີ່ຖືກໄຟໄໝ້.
\v 14 ແລ້ວຈາກດ້ານທິດຕາເວັນອອກຂອງເມືອງ ຂ້າພະເຈົ້າໄດ້ໄປທາງດ້ານເໜືອສູ່ປະຕູນໍ້າພຸ ແລະ ສູ່ສະອາບນໍ້າຂອງກະສັດ. ທາງເສັ້ນນີ້ບໍ່ມີບ່ອນພໍໃຫ້ລໍຂອງຂ້າພະເຈົ້າຜ່ານໄປໄດ້ເລີຍ;
\s5
\v 15 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂີ່ລໍລົງໄປທາງຮ່ອມພູ ກິດໂຣນ ແລະ ເລາະລຽບເບິ່ງກາໍແພງເມືອງໄປ. ແລ້ວຂ້າພະເຈົ້າກໍກັບມາທາງ ເກົ່າ ແລະ ຄືນເມືອໃນເມືອງໂດຍຜ່ານປະຕູຮ່ອມພູ.
\v 16 ບໍ່ມີຂ້າຣາຊການທ້ອງຖິ່ນຄົນໃດຮູ້ເລີຍວ່າຂ້າພະເຈົ້າໄປໃສ ຫລື ຂ້າພະເຈົ້າົກາໍລັງເຮັດຫຍັງ. ຈົນເຖິງດຽວນີ້ ຂ້າພະເຈົ້າກໍຍັງບໍ່ໄດ້ບອກໃຫ້ພວກພີ່ນ້ອງຊາວຢິວິ ຮູ້ນາໍເລີຍເຊັ່ນ: ບັນດາປະໂຣຫິດ, ບັນດາຜູ້ນາໍ, ບັນດາຂ້າຣາຊການ ຫລື ຄົນໃດ ຄົນໜຶ່ງທີ່ໄດ້ມີສ່ວນໃນວຽກງານນີ້.
\s5
\v 17 ແຕ່ມາບັດນີ້ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ, “ພວກທ່ານເຫັນບໍວ່າ ພວກເຮົາໄດ້ຮັບຄວາມເດືອດຮ້ອນຫລາຍສໍ່າໃດ ຍ້ອນນະຄອນເຢຣູຊາເລັມ ຖືກເພພັງ ແລະ ປະຕູເມືອງກໍຖືກໄຟໄໝ້ ໃຫ້ພວກເຮົາຊ່ວຍກັນສ້າງ ກາໍແພງເມືອງຂຶ້ນໃໝ່ ແລະ ລຶບຄວາມອັບອາຍຂາຍໜ້າຂອງພວກເຮົາໃຫ້ສິ້ນສຸດໄປເສຍເທາະ. ”
\v 18 ແລ້ວຂ້າພະເຈົ້າກໍໄດ້ ບອກພວກເຂົາວ່າ ພຣະເຈົ້າສະຖິດຢູ່ນາໍຂ້າພະເຈົ້າ ແລະ ຊ່ວຍຊູຂ້າພະເຈົ້າຢ່າງໃດ ແລະ ຈັກກະພັດໄດ້ເວົ້າກັບຂ້າພະເຈົ້າຢ່າງໃດ ອີກດ້ວຍ. ພວກເຂົາຕອບວ່າ, “ໃຫ້ພວກເຮົາລົງມືສ້າງເມືອງຂຶ້ນໃໝ່ສາ” ແລ້ວພວກເຂົາກໍຕຽມພ້ອມທີ່ຈະລົງມືເຮັດວຽກ.
\s5
\v 19 ເມື່ອ ຊານບັນລັດ, ໂຕບີຢາ ແລະ ເກເຊມ ຊາວອາຣັບໄດ້ຍິນສິ່ງທີ່ພວກເຮົາກາໍ ລັງວາງແຜນຈະກະທາໍນັ້ນ ພວກເຂົາຕ່າງກໍຫົວເຍາະເຍີ້ຍພວກເຮົາ ແລະ ເວົ້າວ່າ, “ພວກເຈົ້າກໍາລັງຄິດຈະເຮັດຫຍັງກັນ? ພວກເຈົ້າພວມຈະກະບົດຕໍ່ຈັກກະພັດຊັ້ນບໍ? ”
\v 20 ຂ້າພະເຈົ້າຕອບວ່າ, “ພຣະເຈົ້າຂອງຟ້າສະຫວັນຈະໃຫ້ພວກເຮົາດໍາເນີນວຽກງານນີ້ສໍາເລັດ. ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ແລະ ກາໍລັງຈະສ້າງເມືອງຂຶ້ນໃໝ່. ແຕ່ພວກທ່ານບໍ່ມີສິດໃນສົມບັດສ່ວນໃດ ໆ ທີ່ນະຄອນ ເຢຣູຊາເລັມ ນີ້ ແລະທັງບໍ່ມີສ່ວນແບ່ງໃດ ໆ ໃນເລື່ອງນີ້ດ້ວຍ.”
\s5
\c 3
\p
\v 1 ຕໍ່ໄປນີ້ ແມ່ນເລື່ອງການສ້າງກາໍແພງເມືອງຂຶ້ນໃໝ່. [ງ] ມະຫາປະໂຣຫິດ ເອລີຢາຊິບ ກັບເພື່ອນປະໂຣຫິດຄົນອື່ນ ໆ ໄດ້ສ້າງປະຕູຄອກແກະຂຶ້ນໃໝ່ ເພື່ອອຸທິດຖວາຍ ແລະ ຕັ້ງປະຕູໃນບ່ອນຂອງມັນ. ພວກເຂົາໄດ້ອຸທິດຖວາຍກາໍແພງເມືອງ ຊຶ່ງຍາວອອກໄປຈົນຮອດຫໍຄອຍໜຶ່ງຮ້ອຍ ແລະ ຫໍຄອຍຂອງຮານາເນນ.
\v 2 ຜູ້ຊາຍຊາວເມືອງ ເຢຣິໂກ ໄດ້ສ້າງສ່ວນຕໍ່ໄປ. ສັກກູເຣ ລູກຊາຍຂອງອິມຣີ ໄດ້ສ້າງສ່ວນຂອງປະຕູປາ.
\s5
\v 3 ຕະກຸນຂອງຮັດເຊນາຢາ ໄດ້ສ້າງສ່ວນຂອງປະຕູປາ. ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະ ໃຊ້ເຫລັກແທ່ງເປັນໄລຄັດ.
\v 4 ເມເຣໂມດ ລູກຊາຍຂອງອູຣິຢາ ແລະ ຫລານຊາຍຂອງຮັກກົກ ໄດ້ສ້າງສ່ວນຕໍ່ໄປ. ເມຊຸນລໍາ ລູກຊາຍຂອງເບເຣກີຢາ ແລະ ຫລານຊາຍຂອງເມເສຊາເບນ ໄດ້ສ້າງສ່ວນຕໍ່ໄປ. ຊາດົກ ລູກຊາຍຂອງບາອານາ ໄດ້ສ້າງສ່ວນຕໍ່ໄປ.
\v 5 ພວກ ຜູ້ຊາຍຊາວເມືອງເຕກົວ ໄດ້ສ້າງສ່ວນຕໍ່ໄປ; ແຕ່ຊາວເມືອງທີ່ເປັນຊົນຊັ້ນຜູ້ນາໍ ບໍ່ຍອມເຮັດວຽກໜັກ ຊື່ງພວກຄວບຄຸມວຽກໄດ້ມອບໝາຍໃຫ້ພວກຕົນ.
\s5
\v 6 ໂຢອີອາດາ ລູກຊາຍຂອງປາເຊຢາ ແລະ ເມຊຸນລໍາ ລູກຊາຍຂອງເບໂຊເດຢາ ໄດ້ສ້າງປະຕູຂອງເຢຊານາ. [ຈ] ຂຶ້ນໃໝ່ ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະ ໃຊ້ເຫລັກແທ່ງເປັນໄລຄັດ.
\v 7 ເມລາຕີຢາ ຊາວ ກີເບໂອນ, ຢາໂດນ ຊາວເມໂຣໂນດ ແລະ ພວກຜູ້ຊາຍໃນເມືອງກີເບໂອນ ແລະ ໃນເມືອງມີຊະປາ ໄດ້ສ້າງສ່ວນຕໍ່ໄປ; ແລະ ເລີຍໄປໄກຈົນຮອດສໍານັກຂອງ ຜູ້ປົກຄອງແຂວງທາງພາກຕາເວັນຕົກຂອງແມ່ນໍ້າ ເອີຟຣັດ.
\s5
\v 8 ອຸດຊີເອນ ລູກຊາຍຂອງຮາກຮາອີຢາ ຊ່າງຕີຄໍາ ໄດ້ສ້າງສ່ວນຕໍ່ໄປ. ຮານາອີຢາ ຊ່າງປຸງນາໍ້ຫອມໄດ້ສ້າງສ່ວນຕໍ່ໄປ ແລະ ເລີຍໄປໄກຈົນຮອດກາໍແພງກວ້າງ.
\v 9 ເຣຟາອີຢາ ລູກຊາຍຂອງຮູຣະ ຜູ້ປົກຄອງເຄິ່ງໜຶ່ງຂອງເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ.
\v 10 ເຢດາອີຢາ ລູກຊາຍຂອງຮາຣູມາບ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ໃກ້ທີ່ພັກຂອງເພິ່ນເອງ. ຮັດຕຸຊະ ລູກຊາຍຂອງຮາຊັບເນອີຢາ ໄດ້ສ້າງສ່ວນຕໍ່ໄປ.
\s5
\v 11 ມັນກີຢາ ລູກຊາຍຂອງຮາຣິມ ແລະ ຮາຊຸບ ລູກຊາຍຂອງປາຮາດ ໂມອາບ ໄດ້ສ້າງສ່ວນຕໍ່ໄປ ແລະ ທັງຫໍຄອຍເຕົາອົບ.
\v 12 ຊັນລູມ ລູກຊາຍຂອງຮັນໂລເຮັດ ຜູ້ປົກຄອງອີກເຄິ່ງໜຶ່ງຂອງນະຄອນເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. (ພວກລູກສາວຂອງລາວ ໄດ້ຊ່ວຍໃນວຽກງານນີ້.)
\s5
\v 13 ຮານນູ ແລະ ປະຊາຊົນໃນເມືອງສາໂນອາ ໄດ້ສ້າງປະຕູໃນຮ່ອມພູ ຂຶ້ນໃໝ່. ພວກເຂົາໄດ້ຕັ້ງປະຕູໃນບ່ອນຂອງມັນ, ຕິດບານປະຕູໃສ່, ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ ແລະ ໄດ້ສ້ອມແປງກາໍແພງຊຶ່ງຍາວ ປະມານ 440 ແມັດ ເລີຍໄປໄກຈົນຮອດປະຕູບ່ອນ ຖອກຂີ້ເຫຍື້ອ.
\s5
\v 14 ມັນກີຢາ ລູກຊາຍຂອງເຣກາບ ຜູ້ປົກຄອງເຂດ ເບັດຮັກເກເຣັມ ໄດ້ສ້າງປະຕູບ່ອນຖອກຂີ້ເຫຍື້ອຂຶ້ນໃໝ່. ເພິ່ນຕັ້ງປະຕູຂຶ້ນ ຢູ່ໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກແທ່ງ ເປັນໄລຄັດ.
\v 15 ຊັນລູມ ລູກຊາຍຂອງໂກນໂຮເຊ ຜູ້ປົກຄອງເມືອງມີຊະປາ ໄດ້ສ້າງປະຕູນໍ້າພຸ. ເພິ່ນໄດ້ມຸ້ງທາງຍ່າງ ແລະ ໃສ່ປະຕູໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກ ແທ່ງເປັນໄລຄັດ. ຢູ່ໃນບ່ອນອາບນາໍ້ຂອງເຊລາ ເພິ່ນໄດ້ສ້າງກາໍແພງ ໄປຕໍ່ໃສ່ກັບສວນຂອງກະສັດ ຈົນເຖິງຂັ້ນໄດລົງໄປເຖິງເມືອງຂອງດາວິດ.
\s5
\v 16 ເນເຫມີຢາ ລູກຊາຍຂອງອາຊະບຸກ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເບັດຊູຣະ ໄດ້ສ້າງສ່ວນຕໍ່ໄປ ຈົນຮອດອຸບມຸງຂອງກະສັດດາວິດ, ສະອາບນາໍ້ ແລະ ທີ່ພັກຂອງທະຫານ.
\v 17 ຊາວເລວີ ທີ່ໄດ້ສືບຕໍ່ສ້າງກາໍ ແພງເມືອງຫລາຍຕອນຂຶ້ນໃໝ່ ມີດັ່ງນີ້: ເຣຮຸມ ລູກຊາຍຂອງບານີ ໄດ້ສ້າງສ່ວນຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງ ເກອີລາ ໄດ້ສ້າງສ່ວນຕໍ່ໄປໃນນາມຂອງເມືອງ;
\s5
\v 18 ບາໄວ ລູກຊາຍຂອງເຮນາດາດ ຜູ້ປົກຄອງເຄິ່ງໜຶ່ງອີກຂອງເມືອງເກອີລາ ໄດ້ສ້າງສ່ວນຕໍ່ໄປ;
\v 19 ເອເຊ ລູກຊາຍຂອງເຢຊູອາ ຜູ້ປົກຄອງເມືອງມີຊະປາ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງກົງກັນຂ້າມກັບສາງໄວ້ອາວຸດ ຈົນເລີຍໄປຮອດບ່ອນທີ່ມີກາໍແພງໂຄ້ງ;
\s5
\v 20 ບາຣຸກ ລູກຊາຍຂອງຊັບບາຍ ໄດ້ສ້າງ ສ່ວນຕໍ່ໄປຈົນເລີຍໄປຮອດທາງປະຕູເຂົ້າສໍານັກຂອງມະຫາປະໂຣຫິດ ເອລີອາຊິບ;
\v 21 ເມເຣໂມດ ລູກຊາຍຂອງອູຣິຢາ ແລະ ຫລານຊາຍຂອງຮັກກົກ ໄດ້ສ້າງສ່ວນຕໍ່ໄປຈົນເລີຍໄປສຸດທີ່ສົ້ນສໍານັກຂອງເອລີອາຊິບ.
\s5
\v 22 ບັນດາປະໂຣຫິດເຫລົ່ານີ້ ທີ່ໄດ້ສ້າງກາໍ ແພງເມືອງຕໍ່ໄປຫລາຍສ່ວນຂຶ້ນໃໝ່ ມີດັ່ງນີ້: ບັນດາປະໂຣຫິດຈາກອ້ອມແອ້ມບໍລິເວນນະຄອນເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ;
\v 23 ເບັນຢາມິນ ແລະ ຮັດຊຸບ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງພວກເຂົາເອງ; ອາຊາຣິຢາ ລູກຊາຍຂອງມາອາເຊອີຢາ ແລະ ຫລານຊາຍຂອງອານານີຢາ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ;
\v 24 ບິນນູອີ ລູກຊາຍຂອງເຮນາດາດ ໄດ້ສ້າງສ່ວນຕໍ່ໄປ ຕັ້ງແຕ່ເຮືອນຂອງອາຊາຣີຢາ ຈົນໄປຮອດແຈຂອງກາໍແພງເມືອງ;
\s5
\v 25-26 ປາລັນ ລູກຊາຍຂອງອູໄຊ ໄດ້ສ້າງສ່ວນຕໍ່ໄປ ໂດຍເລີ່ມທີ່ແຈຂອງກາໍແພງ ແລະ ຫໍຄອຍຊັ້ນເທິງຂອງວັງ ແລະ ໃກ້ກັບເດີ່ນຫຍ້າ; ເປດາອີຢາ ລູກຊາຍຂອງປາລົດ ໄດ້ສ້າງສ່ວນຕໍ່ໄປຈົນຮອດຈຸດໜຶ່ງຢູ່ທາງດ້ານຕາເວັນອອກ ຊຶ່ງຢູ່ໃກ້ກັບປະຕູນາໍ້ ແລະ ຫໍຄອຍເຝົ້າຍາມຂອງພຣະວິຫານ. (ບ່ອນນີ້ຢູ່ໃກ້ກັບສ່ວນໜຶ່ງໃນເມືອງທີ່ເອີ້ນວ່າ ໂອເຟນ ບ່ອນທີ່ພວກກາໍມະກອນ ເຮັດວຽກໃນພຣະວິຫານ ອາໄສຢູ່.)
\v 27 ພວກຜູ້ຊາຍຊາວເມືອງເຕກົວ ໄດ້ສ້າງສ່ວນຕໍ່ໄປເປັນຕອນທີສອງຂອງພວກເຂົາ ຄື ຕັ້ງແຕ່ຈຸດໜຶ່ງທີ່ກົງກັນຂ້າມກັບຫໍຄອຍໃຫຍ່ ຊຶ່ງໃຊ້ເຝົ້າຍາມພຣະວິຫານ ຈົນໄປຮອດກໍາແພງຂອງໂອເຟນ.
\s5
\v 28 ປະໂຣຫິດໝວດໜຶ່ງອີກ ໄດ້ສ້າງສ່ວນຕໍ່ໄປ ໂດຍສ້າງທາງດ້ານເໜືອ ຕັ້ງແຕ່ປະຕູມ້າ ຊຶ່ງແຕ່ລະຄົນສ້າງຢູ່ຕໍ່ໜ້າເຮືອນຂອງຕົນເອງ.
\v 29 ຊາດົກ ລູກຊາຍຂອງອິມເມ ໄດ້ສ້າງສ່ວນຕໍ່ໄປຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ. ເຊມາອີຢາ ລູກຊາຍຂອງເຊການີຢາ ຜູ້ຮັກສາປະຕູທາງດ້ານທິດຕາເວັນອອກ ໄດ້ສ້າງສ່ວນຕໍ່ໄປ.
\v 30 ຮານານີຢາ ລູກຊາຍຂອງເຊເລມີຢາ ແລະ ຮານູນ ລູກຊາຍຜູ້ທີຫົກຂອງຊາລັບ ໄດ້ສ້າງສ່ວນຕໍ່ໄປ ຄື ສ່ວນທີສອງຂອງພວກເຂົາ. ເມຊຸນລໍາ ລູກຊາຍຂອງເບເຣກີຢາ ໄດ້ສ້າງສ່ວນຕໍ່ໄປຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ.
\s5
\v 31 ມັນກີຢາ ຊ່າງຕີຄໍາໄດ້ສ້າງສ່ວນຕໍ່ໄປ ຈົນຮອດຕຶກຂອງພວກກໍາມະກອນໃນພຣະວິຫານ ແລະ ພວກພໍ່ຄ້າຊຶ່ງຢູ່ໃກ້ກັບປະຕູຂອງມີຟະກາດ [ສ] ແລະ ໃກ້ກັບຫ້ອງເທິງແຈ ດ້ານຕາເວັນອອກສ່ຽງເໜືອຂອງກາໍແພງເມືອງ.
\v 32 ພວກຊ່າງຕີຄໍາ ແລະ ພວກພໍ່ຄ້າໄດ້ສ້າງສ່ວນສຸດທ້າຍ ຄື ຕັ້ງແຕ່ຫ້ອງທີ່ຢູ່ ແຈກາໍແພງເມືອງ ຈົນໄປຮອດປະຕູແກະ.
\s5
\c 4
\p
\v 1 ເມື່ອ ຊານບັນລັດ ໄດ້ຍິນວ່າພວກເຮົາຊາວຢິວ ໄດ້ຕັ້ງຕົ້ນສ້າງກາໍແພງເມືອງຂຶ້ນໃໝ່ ລາວກໍໂມໂຫ ແລະ ເວົ້າເຍາະເຍີ້ຍພວກເຮົາ.
\v 2 ລາວເວົ້າຕໍ່ໜ້າໝູ່ເພື່ອນ ແລະ ທະຫານ ຊາວຊາມາເຣຍ ວ່າ, “ຊາວຢິວທີ່ໜ້າສົມເພດ ເວດທະນາ ພວກນີ້ຄິດຢ່າງໃດຈຶ່ງເຮັດເຊັ່ນນີ້? ພວກເຂົາຕັ້ງໃຈຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ? ພວກເຂົາຄິດວ່າ ການນາໍເຄື່ອງມາເຜົາບູຊານັ້ນ ຈະພາໃຫ້ພວກເຂົາເຮັດວຽກແລ້ວ ໃນມື້ດຽວຊັ້ນບໍ? ພວກເຂົາຈະເອົາເສດຫິນ ກາໍແພງແຕກກໍ່ສ້າງຂຶ້ນໃໝ່ ໄດ້ຊັ້ນບໍ? ”
\v 3 ໂຕບີຢາ ຜູ້ທີ່ຢືນຢູ່ໃກ້ກັບລາວໃນທີ່ນັ້ນ ເວົ້າຂຶ້ນວ່າ, “ພວກເຂົາສ້າງກາໍແພງຂຶ້ນແບບໃດກັນ? ແມ່ນແຕ່ໝາແລ່ນຕໍາກໍຍັງຊິລົ້ມ.”
\s5
\v 4 ຂ້າພະເຈົ້າພາວັນນາ ອະທິຖານ ວ່າ, “ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ໂຜດຟັງຖ້ອຍຄໍາທີ່ພວກເຂົາເວົ້າດູໝິ່ນຂ້ານ້ອຍ ແດ່ທ້ອນ. ຂໍໃຫ້ຄໍາເຍາະເຍີ້ຍນັ້ນ ຕົກຖືກພວກເຂົາເອງ. ຂໍໃຫ້ທຸກ ໆ ສິ່ງທີ່ພວກເຂົາມີ ຢູ່ຖືກປຸ້ນໄປຈົນໝົດສິ້ນ ແລະ ໃຫ້ພວກເຂົາຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນດ້ວຍ.
\v 5 ຂໍຢ່າໄດ້ຍົກໂທດຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ແລະ ຂໍຢ່າລືມການບາບຂອງພວກເຂົາ; ເພາະພວກເຂົາໄດ້ໝິ່ນປະໝາດພວກຂ້ານ້ອຍ ຜູ້ທີ່ກາໍລັງສ້າງເມືອງນີ້ຂຶ້ນໃໝ່. ”
\v 6 ສະນັ້ນ ພວກເຮົາຈຶ່ງສ້າງກາໍແພງເມືອງຕໍ່ໄປ ແລະ ບໍ່ທັນເທົ່າໃດກາໍແພງເມືອງກໍສູງຂຶ້ນໄດ້ຕັ້ງເຄິ່ງໜຶ່ງ ຍ້ອນວ່າປະຊາຊົນພາກັນຮ້ອນຮົນເຮັດວຽກ.
\s5
\v 7 ຊານບັນລັດ, ໂຕບີຢາ ແລະ ປະຊາຊົນ ຊາວອາຣາເບຍ, ຊາວອໍາໂມນ ແລະ ຊາວອັດຊະໂດດ ເມື່ອໄດ້ຍິນວ່າພວກເຮົາສ້າງກາໍ ແພງນະຄອນເຢຣູຊາເລັມ ຄືບໜ້າ ແລະ ທັງ ຮູ້ວ່າປ່ອງທີ່ແຕກນັ້ນ ກໍໄດ້ອັດໝົດແລ້ວ ພວກເຂົາກໍເກີດຄຽດແຄ້ນຫລາຍທີ່ສຸດ.
\v 8 ສະນັ້ນ ພວກເຂົາຈຶ່ງຮ່ວມກັນວາງແຜນເພື່ອຈະມາໂຈມຕີນະຄອນເຢຣູຊາເລັມ ແລະ ທັງສ້າງຄວາມປັ່ນປ່ວນຂຶ້ນ;
\v 9 ແຕ່ພວກເຮົາ ພາກັນພາວັນນາ ອະທິຖານຫາພຣະເຈົ້າຂອງພວກເຮົາ ແລະ ທັງຈັດຄົນເຝົ້າຍາມ ຕະຫລອດທັງກາງເວັນ ແລະ ກາງຄືນ.
\s5
\v 10 ຊາວຢູດາ ມັກຮ້ອງເພງບົດໜຶ່ງ ຊຶ່ງມີຖ້ອຍຄໍາດັ່ງນີ້: “ເຫື່ອແຮງພວກເຮົາເກືອບຈະໝົດສິ້ນໄປ ຍ້ອນພາລະໜັກທີ່ພວກເຮົາ ພວມແບກຫິນແຕກ ຫາມໄປຖິ້ມມີຫລາຍເຫລືອລົ້ນ ວັນນີ້ພວກເຮົາຈະສ້າງກາໍແພງເມືອງໄດ້ຢ່າງໃດ? ”
\v 11 ສັດຕູຂອງພວກເຮົາຄິດວ່າ ພວກເຮົາບໍ່ອາດເຫັນພວກເຂົາ ໄດ້ ຫລື ບໍ່ຮູ້ວ່າສິ່ງໃດທີ່ພວມເກີດຂຶ້ນຈົນກວ່າ ພວກເຂົາເຂົ້າມາຫາ ເພື່ອຈະຂ້າພວກເຮົາ ແລະ ເຮັດໃຫ້ວຽກງານຂອງພວກເຮົາຢຸດສະງັກ.
\s5
\v 12 ແຕ່ຊາວຢິວ ທີ່ຢູ່ນາໍພວກສັດຕູ ກໍມາເຕືອນພວກເຮົາທຸກໄລຍະ ເຖິງແຜນການທີ່ພວກເຂົາກາໍລັງວາງຕໍ່ສູ້ພວກເຮົາ. [ຊ]
\v 13 ສະນັ້ນ ຂ້າພະເຈົ້າຈຶ່ງເອົາຫອກ, ດາບ ແລະ ໜ້າທະນູ ໃຫ້ປະຊາຊົນ ພ້ອມທັງໃຫ້ພວກເຂົາເຂົ້າປະຈາໍໜ້າທີ່ຢູ່ທາງເບື້ອງຫລັງຂອງ ກາໍແພງເມືອງ ເປັນຕະກຸນໃນທຸກບ່ອນທີ່ຍັງສ້າງບໍ່ທັນແລ້ວ.
\v 14 ຂ້າພະເຈົ້າເຫັນວ່າປະຊາຊົນວຸ້ນວາຍໃຈ; ສະນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພວກເຂົາ ພ້ອມທັງພວກຜູ້ນາໍ ແລະ ພວກຂ້າຣາຊການ ວ່າ, “ບໍ່ຕ້ອງຢ້ານພວກ ສັດຕູດອກ. ຈົ່ງຈົດຈໍາໄວ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາຍິ່ງໃຫຍ່ ແລະ ເປັນທີ່ເກງກົວຫລາຍສໍ່າໃດ ແລະ ຈົ່ງສູ້ຮົບເພື່ອເພື່ອນຮ່ວມຊາດ, ລູກ, ເມຍ ແລະ ເຮືອນຂອງພວກທ່ານ.”
\s5
\v 15 ເມື່ອສັດຕູຊາບວ່າ ພວກເຮົາຮູ້ຈັກແຜນການຂອງພວກເຂົາແລ້ວ ພວກເຂົາຈຶ່ງຮັບຮູ້ວ່າ ພຣະເຈົ້າໄດ້ເຮັດໃຫ້ແຜນການຂອງ ພວກເຂົາຫລົ້ມເຫລວ. ແລ້ວພວກເຮົາທັງໝົດ ກໍກັບຄືນມາສ້າງກາໍແພງຂຶ້ນໃໝ່ຕໍ່.
\v 16 ຕັ້ງແຕ່ນັ້ນມາ ປະຊາຊົນຂອງຂ້າພະເຈົ້າເຄິ່ງໜຶ່ງກໍພາກັນເຮັດວຽກ ແລະ ອີກເຄິ່ງໜຶ່ງພາກັນຢືນຍາມ ໂດຍໃສ່ເຄື່ອງນຸ່ງຫຸ້ມເກາະ ແລະ ມີອາວຸດຄົບມືດ້ວຍ ເຊັ່ນ: ຫອກ, ໂລ້ ແລະ ໜ້າທະນູ;
\s5
\v 17 ແລະ ພວກ້ຜູ້ນາໍກໍສະໜັບສະໜູນ ປະຊາຊົນທີ່ສ້າງກາໍແພງເມືອງຂຶ້ນໃໝ່ນັ້ນ ຢ່າງເຕັມກາໍລັງ. ແມ່ນແຕ່ຜູ້ທີ່ຫາມວັດຖຸກໍ່ສ້າງ ກໍໃຊ້ມືໜຶ່ງເຮັດວຽກ ແລະ ອີກມືໜຶ່ງຖືອາວຸດ
\v 18 ແລະ ແຕ່ລະຄົນທີ່ກາໍລັງເຮັດກໍ່ສ້າງ ຕ່າງກໍພາຍດາບຂອງຕົນໄວ້ທຸກຄົນ ໃນເວລາເຮັດວຽກ. ສ່ວນຄົນທີ່ເປົ່າແກສັນຍານ ບອກເຫດການກໍຢູ່ກັບຂ້າພະເຈົ້າສະເໝີ.
\s5
\v 19 ຂ້າພະເຈົ້າບອກປະຊາຊົນ ບັນດາຂ້າຣາຊການ ແລະ ພວກຜູ້ນາໍອີກ ວ່າ, “ວຽກງານຂອງພວກເຮົາຄືບໜ້າອອກໄປໄກເຕັມທີ ຊຶ່ງເຮັດໃຫ້ພວກເຮົາຕ້ອງຢາຍຫ່າງກັນຢູ່ເທິງກາໍແພງ.
\v 20 ຖ້າພວກເຈົ້າໄດ້ຍິນສຽງສັນຍານບອກເຫດການ ຈົ່ງຮີບພາກັນມາເຕົ້າໂຮມອ້ອມຮອບຂ້າພະເຈົ້າ. ພຣະເຈົ້າຂອງພວກເຮົາ ຈະຕໍ່ສູ້ເພື່ອພວກເຮົາ.”
\s5
\v 21 ສະນັ້ນ ທຸກມື້ຕັ້ງແຕ່ເຊົ້າມືດ ຈົນເຖິງດາວ ອອກໃນເວລາກາງຄືນ ເຄິ່ງໜຶ່ງໃນພວກເຮົາເຮັດວຽກເທິງກາໍແພງ ແລະ ໃນຂະນະດຽວກັນ ອີກເຄິ່ງໜຶ່ງກໍຖືຫອກຢືນຍາມ.
\v 22 ໃນເວລານັ້ນ ຂ້າພະເຈົ້າໄດ້ບອກຜູ້ຮັບຜິດຊອບວຽກງານ ວ່າ, “ພວກເຂົາກັບຜູ້ຊ່ວຍວຽກທຸກຄົນ ຕ້ອງຢູ່ໃນນະຄອນເຢຣູຊາເລັມ ຕອນກາງຄືນ ເພື່ອວ່າພວກເຮົາຈະໄດ້ເຝົ້າຍາມເມືອງທັງກາງຄືນ ແລະ ທັງກາງເວັນ ໃນຍາມເຮັດວຽກດ້ວຍ. ”
\v 23 ຂ້າພະເຈົ້າບໍ່ໄດ້ຖອດເຄື່ອງນຸ່ງອອກ ແມ່ນແຕ່ຍາມກາງຄືນ ບໍ່ວ່າແຕ່ໝູ່ເພື່ອນ, ຄົນຮັບໃຊ້ ແລະ ຜູ້ປ້ອງກັນຕົວຂອງຂ້າພະເຈົ້າ. ພວກເຮົາທຸກຄົນຖືອາວຸດ ຢູ່ໃນມືສະເໝີ. [ຍ]
\s5
\c 5
\p
\v 1 ແລ້ວມີຫລາຍຄົນ ທັງຊາຍ ແລະ ຍິງ ໄດ້ເລີ່ມຈົ່ມຮ້າຍຕໍ່ພີ່ນ້ອງຊາວຢິວດ້ວຍກັນ.
\v 2 ບາງຄົນເວົ້າວ່າ, “ພວກເຮົາມີຄອບຄົວໃຫຍ່ ຈຶ່ງຕ້ອງການເຂົ້າກິນ ເພື່ອໃຫ້ມີຊີວິດຢູ່ຕໍ່ໄປ. ”
\v 3 ຄົນອື່ນອີກເວົ້າວ່າ, “ພວກເຮົາຕ້ອງເອົາໄຮ່ນາ ພ້ອມທັງສວນໝາກອະງຸ່ນ ແລະ ເຮືອນຂອງພວກເຮົາໄປຈໍານໍາ ເພື່ອຈະມີເຂົ້າ ກິນພໍບໍ່ໃຫ້ອຶດຕາຍ.”
\s5
\v 4 ຍັງມີຄົນອື່ນອີກ ເວົ້າວ່າ, “ພວກເຮົາຈາໍເປັນຕ້ອງໄປຢືມເງິນ ເພື່ອມາເສຍພາສີໄຮ່ນາ ແລະ ສວນອະງຸ່ນໃຫ້ແກ່ກະສັດ.
\v 5 ພວກເຮົາກໍເປັນພີ່ນ້ອງຊາວຢິວ ເຊື້ອຊາດດຽວກັນ. ລູກຫລານຂອງພວກເຮົາ ກໍດີສໍ່າ ໆ ກັບລູກຫລານຂອງພວກເຂົາ ບໍ່ແມ່ນບໍ? ແຕ່ພວກເຮົາຕ້ອງໃຫ້ລູກຫລານເປັນທາດຮັບໃຊ້. ມີລູກສາວຂອງພວກເຮົາບາງຄົນ ໄດ້ຖືກຂາຍໄປເປັນທາດຮັບໃຊ້ແລ້ວ. ພວກເຮົາຈຶ່ງໝົດຫວັງ ເພາະໄຮ່ນາ ແລະ ສວນອະງຸ່ນຂອງພວກເຮົາໄດ້ຖືກຢຶດໄປຈົນໝົດ.”
\s5
\v 6 ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ຈົ່ມ​ທຸກ​ຂອງ​ພວກ​ເຂົາ ຂ້າ​ພະ​ເຈົ້າ​ກໍ​ຄຽດ​ແຄ້ນ​ຢ່າງ​ຮ້າຍ​ແຮງ
\v 7 ແລະ ໄດ້ຕັດສິນໃຈເຮັດຢ່າງໃດຢ່າງໜຶ່ງລົງໄປ. ຂ້າພະເຈົ້າໄດ້ປະນາມພວກຜູ້ນາໍ ແລະ ບັນດາເຈົ້າໜ້າທີ່ຂອງປະຊາຊົນ ແລະ ບອກພວກເຂົາ ວ່າ, “ພວກທ່ານພວມຂົ່ມເຫັງພີ່ນ້ອງຂອງພວກທ່ານເອງ. ” ຂ້າພະເຈົ້າໄດ້ເອີ້ນປະຊຸມ ເພື່ອແກ້ໄຂບັນຫານີ້
\v 8 ແລະ ກ່າວວ່າ, “ຕາບໃດ ທີ່ພວກເຮົາ ຍັງເຮັດໄດ້ ພວກເຮົາຕ້ອງຊື້ພີ່ນ້ອງຊາວຢິວຂອງພວກເຮົາ ທີ່ໄດ້ຖືກຂາຍໃຫ້ແກ່ຊາວຕ່າງຊາດນັ້ນກັບຄືນມາ. ບັດນີ້ ພວກທ່ານພວມຂາຍພີ່ນ້ອງຂອງພວກທ່ານເອງ ພຽງແຕ່ເພື່ອພວກເຂົາຈະໄດ້ຖືກຂາຍກັບຄືນມາໃຫ້ແກ່ ພວກເຮົາ. ” ພວກຜູ້ນາໍພາກັນມິດຢູ່ ແລະ ບໍ່ຮູ້ວ່າ ຈະຕອບແນວໃດ.
\s5
\v 9 ແລ້ວຂ້າພະເຈົ້າກໍເວົ້າວ່າ, “ສິ່ງທີ່ພວກທ່ານເຮັດໄປນັ້ນບໍ່ຖືກຕ້ອງ ພວກທ່ານຕ້ອງຢໍາເກງພຣະເຈົ້າຂອງພວກເຮົາ ແລະ ເຮັດໃນ ສິ່ງທີ່ຖືກຕ້ອງ. ແລ້ວຄົນຕ່າງຊາດທີ່ເປັນສັດຕູຂອງພວກເຮົາກໍຈະບໍ່ໄດ້ຫົວເຍາະເຍີ້ຍພວກເຮົາ.
\v 10 ຂ້າພະເຈົ້າໃຫ້ປະຊາຊົນກູ້ຢືມເງິນ ແລະ ເຂົ້າຈາກຂ້າພະເຈົ້າໄດ້. ເໝືອນກັນກັບເພື່ອນຝູງຂອງຂ້າພະເຈົ້າ ແລະ ຄົນທີ່ເຮັດວຽກໃຫ້ຂ້າພະເຈົ້າ. ບັດນີ້ ຈົ່ງເລີກໜີ້ທັງໝົດຂອງພວກເຮົານັ້ນເສຍ.
\v 11 ຈົ່ງຍົກໜີ້ທັງໝົດ [ດ] ທີ່ພວກເຂົາກູ້ຢືມພວກທ່ານນັ້ນເສຍ ເຊັ່ນ: ເປັນເງິນ ຫລື ເຂົ້າ ຫລື ເຫລົ້າອະງຸ່ນ ຫລື ນາໍ້ມັນໝາກກອກເທດ ແລະ ຈົ່ງສົ່ງໄຮ່ນາ, ສວນອະງຸ່ນ, ສວນໝາກກອກເທດ ແລະ ເຮືອນຂອງພວກເຂົາດຽວນີ້ສາ.”
\s5
\v 12 ພວກຜູ້ນາໍ ຈຶ່ງຕອບວ່າ, “ພວກເຮົາຈະເຮັດຕາມສິ່ງທີ່ທ່ານໄດ້ເວົ້າມາ. ພວກເຮົາຈະ ສົ່ງຊັບສິນຄືນໃຫ້ພວກເຂົາ ທັງຈະບໍ່ພະຍາຍາມຖາມເອົາໜີ້ສິນ ອີກດ້ວຍ. ” ຂ້າພະເຈົ້າໄດ້ເອີ້ນພວກເຂົາໃຫ້ເຂົ້າໄປຫາປະໂຣຫິດ ແລະ ໃຫ້ພວກຜູ້ນາໍສາບານຕໍ່ໜ້າປະໂຣຫິດ ວ່າພວກເຂົາຈະປະຕິບັດຕາມ ຄໍາສັນຍາທີ່ພວກຕົນໄດ້ເຮັດນັ້ນ.
\v 13 ແລ້ວ ຂ້າພະເຈົ້າກໍແກ້ຜ້າຄຽນແອວ [ຕ] ອອກສັ່ນໄປມາ. ຂ້າພະເຈົ້າໄດ້ເວົ້າວ່າ, “ພຣະເຈົ້າຈະ ສັ່ນພວກທ່ານ ຜູ້ທີ່ບໍ່ຮັກສາຄໍາສັນຍາຂອງຕົນດັ່ງນີ້ແຫລະ. ພຣະອົງຈະເອົາເຮືອນກັບທຸກ ໆ ສິ່ງທີ່ພວກທ່ານມີນັ້ນໜີໄປໝົດ ໂດຍບໍ່ໃຫ້ ເຫລືອຫຍັງໄວ້ເລີຍ. ” ທຸກຄົນທີ່ມີໜ້າຢູ່ໃນທີ່ນັ້ນ ຕ່າງກໍເວົ້າວ່າ, “ອາແມນ” ແລະ ພວກເຂົາໄດ້ພາກັນສັນລະເສີນອົງພຣະຜູ້ເປັນເຈົ້າ. ແລ້ວພວກຜູ້ນາໍກໍໄດ້ຮັກສາຄໍາສັນຍາທີ່ພວກຕົນໄດ້ເຮັດໄວ້ນັ້ນ.
\s5
\v 14 ໃນລະຫວ່າງ ສິບສອງປີ ທີ່ຂ້າພະເຈົ້າໄດ້ເປັນຜູ້ປົກຄອງແຂວງຢູດາຍ ນັ້ນ ຄື ຕັ້ງແຕ່ຣາຊການທີຊາວ ຈົນເຖິງຣາຊການທີສາມສິບສອງຂອງຈັກກະພັດ ອາກຕາເຊເຊັດ; ຍາດຕິພີ່ນ້ອງຂອງຂ້າພະເຈົ້າ ແລະ ແມ່ນແຕ່ຂ້າພະເຈົ້າເອງ ບໍ່ມີຜູ້ໃດໄດ້ກິນອັດຕາອາຫານ ທີ່ຖືກມອບໃຫ້ຂ້າພະເຈົ້າໃນຖານະທີ່ເປັນຜູ້ປົກຄອງ.
\v 15 ຜູ້ປົກຄອງທຸກຄົນ ທີ່ມາຮັບໜ້າທີ່ ກ່ອນຂ້າພະເຈົ້ານັ້ນລ້ວນແຕ່ວາງພາລະໜັກໃຫ້ແກ່ປະຊາຊົນ ໂດຍຮຽກຮ້ອງເອົາເງິນສີ່ສິບຫລຽນຕໍ່ມື້ ຖືເປັນຄ່າອາຫານ ແລະ ຄ່າເຫລົ້າອະງຸ່ນ. ແມ່ນແຕ່ຄົນຮັບໃຊ້ຂອງພວກເຂົາ ກໍໄດ້ບີບບີ້ປະຊາຊົນ. ແຕ່ຂ້າພະເຈົ້າປະຕິບັດແຕກຕ່າງນັ້ນ ເພາະ ຂ້າພະເຈົ້າຢໍາເກງໃຫ້ກຽດພຣະເຈົ້າ.
\s5
\v 16 ຂ້າພະເຈົ້າໄດ້ທຸ້ມເທເຫື່ອແຮງທັງໝົດຂອງຂ້າພະເຈົ້າ ໃສ່ໃນການສ້າງກາໍແພງເມືອງຂຶ້ນໃໝ່ ແລະ ບໍ່ຢາກໄດ້ຊັບສິນໃດ ໆ ເລີຍ. ທຸກຄົນທີ່ເຮັດວຽກໃຫ້ຂ້າພະເຈົ້າ ກໍຮ່ວມໃນການສ້າງກໍາແພງເມືອງຂຶ້ນໃໝ່ທັງນັ້ນ.
\v 17 ຂ້າພະເຈົ້າໄດ້ໃຫ້ຊາວຢິວ ໜຶ່ງຮ້ອຍຫ້າສິບຄົນ ແລະ ບັນດາຜູ້ນາໍຂອງພວກເຂົາກິນລ້ຽງຮ່ວມໂຕະກັບຂ້າພະເຈົ້າສະເໝີ; ນອກນີ້ກໍຍັງມີຊົນຊາດທີ່ຢູ່ອ້ອມແອ້ມນັ້ນມາຫາຂ້າພະເຈົ້າດ້ວຍ.
\s5
\v 18 ທຸກ ໆ ມື້ໃດ ຂ້າພະເຈົ້າໃຊ້ງົວໜຶ່ງໂຕ, ແກະທີ່ຕຸ້ຍພີຫົກໂຕ ແລະ ໄກ່ຈາໍນວນຫລວງຫລາຍແຕ່ງອາຫານ ແລະ ທຸກ ໆ ສິບມື້ໃດ ຂ້າພະເຈົ້າໄດ້ຈັດຫາເຫລົ້າອະງຸ່ນສົດມາໃຫ້. ແຕ່ຂ້າພະເຈົ້າຮູ້ພາລະໜັກທີ່ປະຊາຊົນແບກຫາບ; ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ຮຽກຮ້ອງ ເອົາສ່ວນທີ່ຜູ້ປົກຄອງຄວນຈະໄດ້ຮັບນັ້ນ.
\v 19 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍພາວັນນາ ອະທິຖານຂໍໃຫ້ພຣະອົງຈົດຈາໍທຸກ ໆ ສິ່ງທີ່ຂ້ານ້ອຍໄດ້ເຮັດເພື່ອປະຊາຊົນເຫລົ່ານີ້ດ້ວຍເຖີດ.
\s5
\c 6
\p
\v 1 ຊານບັນລັດ, ໂຕບີຢາ, ເກເຊມ ແລະ ເຫລົ່າສັດຕູອື່ນ ໆ ຮູ້ຂ່າວວ່າ ພວກເຮົາໄດ້ສ້າງກາໍແພງເມືອງສໍາເລັດແລ້ວ ແລະ ບໍ່ມີປ່ອງ ບໍ່ມີຮູເຫລືອຢູ່ເລີຍ; ເຖິງແມ່ນວ່າ ພວກເຮົາຍັງບໍ່ທັນໄດ້ຕັ້ງປະຕູຂຶ້ນຕາມວົງຂອງມັນກໍຕາມ.
\v 2 ດັ່ງນັ້ນ ຊານບັນລັດ ແລະ ເກເຊມ ຈຶ່ງສົ່ງຈົດໝາຍສະບັບໜຶ່ງມາຫາຂ້າພະເຈົ້າ ໂດຍຊັກຊວນໃຫ້ຂ້າພະເຈົ້າລົງໄປພົບພວກເຂົາ ໃນທົ່ງພຽງແຫ່ງໜຶ່ງຂອງໝູ່ບ້ານທີ່ເມືອງໂອໂນ. ອັນນີ້ເປັນກົນອຸບາຍ ຂອງພວກເຂົາ ເພື່ອທາໍຮ້າຍຂ້າພະເຈົ້າ.
\s5
\v 3 ຂ້າພະເຈົ້າຈຶ່ງສົ່ງຜູ້ນາໍຂ່າວໄປບອກພວກເຂົາ ວ່າ, “ຂ້າພະເຈົ້າກາໍລັງເຮັດວຽກທີ່ສໍາຄັນ ແລະ ຂ້າພະເຈົ້າໄປທີ່ນັ້ນບໍ່ໄດ້. ຂ້າພະເຈົ້າຈະບໍ່ຍອມຢຸດວຽກ ພຽງແຕ່ເພື່ອໄປຫາພວກທ່ານໄດ້ດອກ. ”
\v 4 ພວກເຂົາຍັງສົ່ງຈົດໝາຍແບບດຽວກັນນັ້ນມາຫາຂ້າພະເຈົ້າ ເຖິງສີ່ເທື່ອ ແລະ ທຸກເທື່ອຂ້າພະເຈົ້າກໍໄດ້ຕອບພວກເຂົາໄປແບບເກົ່າ.
\s5
\v 5 ແລ້ວ ຊານບັນລັດ ກໍສົ່ງຜູ້ຮັບໃຊ້ຂອງຕົນຜູ້ໜຶ່ງມາຫາຂ້າພະເຈົ້າອີກ ພ້ອມຈົດໝາຍ ສະບັບທີຫ້າ ຈົດໝາຍສະບັບນີ້ເປັນລັກສະນະຈົດໝາຍເປີດຊອງ [ທ]
\v 6 ໂດຍ ມີຖ້ອຍຄໍາ ດັ່ງນີ້: “ເກເຊມ ບອກຂ້າພະເຈົ້າເຖິງຂ່າວທີ່ພວມຊ່າລືກັນທົ່ວໄປ ຢູ່ໃນທ່າມກາງປະຊາຊົນທີ່ໃກ້ຄຽງວ່າ ທ່ານແລະປະຊາຊົນຊາວຢິວ ມີຄວາມຕັ້ງໃຈທີ່ຈະກໍ່ການກະບົດຂຶ້ນ; ດ້ວຍເຫດນີ້ ທ່ານຈຶ່ງສ້າງ ກາໍແພງເມືອງຂຶ້ນໃໝ່. ລາວຍັງໄດ້ບອກຂ້າພະເຈົ້າອີກ ວ່າທ່ານເອງຈະຕັ້ງຕົວຂຶ້ນ ເປັນກະສັດ.
\s5
\v 7 ເຂົາເວົ້າວ່າ, ‘ທ່ານໄດ້ຈັດໃຫ້ມີຜູ້ທາໍນວາຍບາງຄົນ ປະກາດຢູ່ທີ່ນະຄອນເຢຣູຊາເລັມ ວ່າທ່ານແມ່ນກະສັດແຫ່ງຢູດາຍ. ພະຣາຊາຈະຕ້ອງຮູ້ຈັກເລື່ອງນີ້ແນ່ນອນ; ສະນັ້ນ ຂ້າພະເຈົ້າຈຶ່ງຂໍແນະນໍາໃຫ້ທ່ານ ແລະ ຂ້າພະເຈົ້າມາພົບກັນເພື່ອປຶກສາຫາລື ເຖິງສະຖານະການນີ້.”
\s5
\v 8 ແລ້ວຂ້າພະເຈົ້າກໍຕອບລາວໄປວ່າ, “ສິ່ງທີ່ທ່ານໄດ້ເວົ້າມານັ້ນ ບໍ່ເປັນຄວາມຈິງແຕ່ປະການໃດເລີຍ. ທ່ານເອງເປັນຜູ້ປັ້ນແຕ່ງເລື່ອງທັງໝົດຂຶ້ນມາຕ່າງຫາກ. ”
\v 9 ພວກເຂົາພະຍາຍາມຂົ່ມຂູ່ພວກເຮົາໃຫ້ຢ້ານກົວ ແລະ ເຮັດໃຫ້ວຽກງານຢຸດສະງັກ. ຂ້າພະເຈົ້າພາວັນນາ ອະທິຖານວ່າ, “ຂ້າແດ່ພຣະເຈົ້າ ບັດນີ້ ໂຜດເຮັດໃຫ້ຂ້ານ້ອຍເຂັ້ມແຂງ ດ້ວຍເຖີດ.”
\s5
\v 10 ໃນເວລານັ້ນເອງ ຂ້າພະເຈົ້າໄດ້ໄປຢ້ຽມຢາມ ເຊມາອີຢາ ລູກຊາຍຂອງເດລາອີຢາ ແລະ ຫລານຊາຍຂອງເມເຮຕາເບນ ຜູ້ທີ່ປະເຮືອນໄປໃສບໍ່ໄດ້. ລາວເວົ້າກັບຂ້າພະເຈົ້າ ວ່າ, “ທ່ານແລະຂ້າພະເຈົ້າຕ້ອງໄປລີ້ຢູ່ບ່ອນບໍຣິສຸດໃນພຣະວິຫານ ແລະ ອັດປະຕູລົງໄລໄວ້ ເພາະພວກເຂົາຈະມາຂ້າທ່ານ. ບັດນີ້ ພວກເຂົາອາດຈະຂ້າທ່ານໃນຄືນໃດ ຫລື ໃນຄືນໜຶ່ງກໍໄດ້. ”
\v 11 ຂ້າພະເຈົ້າຕອບ ວ່າ, “ຂ້ອຍບໍ່ແມ່ນຄົນຊະນິດ ທີ່ຈະແລ່ນໜີ ແລະໄປລີ້ຕົວຢູ່. ເຈົ້າຄິດວ່າ ຂ້ອຍຈະເອົາຊີວິດລອດ ໂດຍໄປລີ້ຢູ່ໃນພຣະວິຫານຊັ້ນບໍ? ຂ້ອຍຈະບໍ່ເຮັດເຊັ່ນນັ້ນດອກ.”
\s5
\v 12 ເວລາຂ້າພະເຈົ້າ ມາຮິ່ນຕອງເບິ່ງແລ້ວ ຂ້າພະເຈົ້າຈຶ່ງຮູ້ວ່າ ພຣະເຈົ້າບໍ່ໄດ້ກ່າວຜ່ານທາງເຊມາອີຢາ; ແຕ່ໂຕບີຢາ ກັບ ຊານບັນ ລັດ ໃຫ້ສິນຈ້າງລາງວັນແກ່ເຊມາອີຢາ ເພື່ອໃຫ້ຕັກເຕືອນຂ້າພະເຈົ້າເຊັ່ນນີ້.
\v 13 ພວກເຂົາໄດ້ຈ້າງລາວຂົ່ມຂູ່ຂ້າພະເຈົ້າໃຫ້ຢ້ານ ແລະ ເຮັດບາບເພື່ອວ່າພວກເຂົາຈະໄດ້ທາໍລາຍຊື່ສຽງຂອງຂ້າພະເຈົ້າ ແລະ ເຮັດໃຫ້ຂ້າພະເຈົ້າອັບອາຍ.
\v 14 ຂ້າພະເຈົ້າ ພາວັນນາ ອະທິຖານວ່າ, “ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຈົດຈາໍສິ່ງທີ່ໂຕບີຢາ ແລະ ຊານບັນລັດ ເຮັດນັ້ນ ແລະ ໂຜດລົງໂທດ ພວກເຂົາດ້ວຍ. ໂຜດຈົດຈາໍຍິງຜູ້ທີ່ຊື່ວ່າ ໂນອາດີຢາ ກັບຜູ້ທາໍນວາຍຄົນອື່ນ ໆ ທີ່ພະຍາຍາມຂົ່ມຂູ່ຂ້ານ້ອຍໃຫ້ຢ້ານ.”
\s5
\v 15 ຫລັງຈາກເຮັດວຽກໄປໄດ້ຫ້າສິບສອງວັນແລ້ວ ການສ້າງກາໍແພງທັງໝົດກໍສໍາເລັດລົງ ໃນວັນທີຊາວຫ້າຂອງເດືອນເອລູນ.
\v 16 ເມື່ອພວກສັດຕູໃນຊົນຊາດອ້ອມແອ້ມໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາຈຶ່ງຮັບຮູ້ວ່າພວກຕົນເສຍໜ້າ ເພາະໃນເມື່ອທຸກຄົນຕ່າງກໍຮູ້ວ່າ ວຽກງານນີ້ໄດ້ສໍາເລັດລົງ ໂດຍມີພຣະເຈົ້າເປັນຜູ້ຊ່ວຍເຫຼືອ.
\s5
\v 17 ໃນລະຫວ່າງສະໄໝນີ້ ພວກຜູ້ນາໍຊາວຢິວ ໄດ້ຂຽນໜັງສືຕິດຕໍ່ກັບໂຕບີຢາ.
\v 18 ປະຊາຊົນຫລາຍຄົນຢູ່ໃນແຂວງຢູດາຍ ເຂົ້າຂ້າງລາວ ຍ້ອນລາວມີພໍ່ເຖົ້າເປັນຊາດຢິວ ຄື: ເຊການີຢາ ລູກຊາຍຂອງອາຣາ. ນອກຈາກນີ້ ເຢໂຮຮານານ ລູກຊາຍຂອງລາວກໍໄດ້ແຕ່ງງານກັບລູກສາວຂອງເມຊູນລໍາ ລູກຊາຍຂອງເບເຣກີຢາ.
\v 19 ປະຊາຊົນເວົ້າຕໍ່ໜ້າຂ້າພະເຈົ້າ ເຖິງການດີທີ່ໂຕບີຢາໄດ້ເຮັດ ແລະ ເຂົາກໍໄປບອກລາວທຸກ ໆ ສິ່ງທີ່ຂ້າພະເຈົ້າໄດ້ເວົ້າ. ສ່ວນໂຕບີຢາ ນັ້ນກໍສືບຕໍ່ສົ່ງຈົດໝາຍມາຂົ່ມຂູ່ຂ້າພະເຈົ້າໃຫ້ຢ້ານສະເໝີ.
\s5
\c 7
\p
\v 1 ມາບັດນີ້ ກາໍແພງທີ່ໄດ້ຖືກສ້າງຂຶ້ນໃໝ່ ກໍສໍາເລັດແລ້ວ ປະຕູທັງໝົດໄດ້ຖືກຕັ້ງຂຶ້ນ ຕາມບ່ອນຂອງມັນ ແລະ ຜູ້ເຝົ້າຍາມພຣະວິຫານ, ສະມາຊິກຂອງກຸ່ມຮ້ອງເພງສັນລະເສີນ ແລະ ຊາວເລວີ ອື່ນ ໆ ກໍໄດ້ຮັບມອບໝາຍໜ້າວຽກຂອງພວກຕົນ.
\v 2 ຂ້າພະເຈົ້າໄດ້ມອບໝາຍໃຫ້ສອງຄົນເປັນຜູ້ຮັບຜິດຊອບໃນການປົກຄອງນະຄອນ ເຢຣູຊາເລັມ ຄື: ຮານານີ ນ້ອງຊາຍຂອງຂ້າພະເຈົ້າ ແລະ ຮານານີຢາ ຜູ້ບັນຊາການ ປ້ອມຂອງເມືອງ. ຮານານີຢາ ເປັນຄົນທີ່ໄວ້ວາງໃຈໄດ້ ແລະ ຢໍາເກງພຣະເຈົ້າຢ່າງບໍ່ມີຜູ້ໃດທໍ່.
\s5
\v 3 ຂ້າພະເຈົ້າບອກພວກເຂົາບໍ່ໃຫ້ໄຂປະຕູ ຂອງນະຄອນເຢຣູຊາເລັມ ໃນຕອນເຊົ້າຈົນກວ່າຕາເວັນຂຶ້ນແລ້ວ ແລະ ອັດປະຕູໃສ່ໄລໄວກ່ອນຄົນເຝົ້າຍາມຫວິດໜ້າທີ່ໃນຍາມ ຕາເວັນຕົກດິນ. ຂ້າພະເຈົ້າໄດ້ບອກພວກເຂົາ ໃຫ້ແຕ່ງຕັ້ງຜູ້ເຝົ້າຍາມຈາກປະຊາຊົນທີ່ຢູ່ໃນ ນະຄອນເຢຣູຊາເລັມ ແລະ ມອບໝາຍໜ້າທີ່ໂດຍສະເພາະໃຫ້ພວກເຂົາບາງຄົນ; ແລະສ່ວນຄົນອື່ນ ໆ ໃຫ້ຢູ່ຍາມຕາມບໍລິເວນບ້ານເຮືອນຂອງຕົນ.
\v 4 ນະຄອນເຢຣູຊາເລັມ ເປັນເມືອງໃຫຍ່ເມືອງໜຶ່ງ ແຕ່ບໍ່ມີຫລາຍຄົນຢູ່ອາໄສ ແລະ ເຮືອນທີ່ປຸກຂຶ້ນໃໝ່ກໍບໍ່ມີຫລາຍຫລັງເທື່ອ.
\s5
\v 5 ພຣະເຈົ້າໄດ້ບັນດານໃຈຂ້າພະເຈົ້າ ໃຫ້ເອີ້ນປະຊຸມປະຊາຊົນ ແລະ ພວກຜູ້ນາໍຂອງ ພວກເຂົາພ້ອມທັງເຈົ້າໜ້າທີ່ຕ່າງ ໆ ເພື່ອກວດເບິ່ງບັນຊີລາຍຊື່ຂອງປະຊາຊົນ. ຂ້າພະເຈົ້າໄດ້ພົບບັນຊີລາຍຊື່ຂອງພວກທີ່ກັບຄືນມາຈາກການເປັນຊະເລີຍ ໃນຕ່າງຖິ່ນໝວດທາໍອິດຊຶ່ງລາຍລະອຽດ ມີດັ່ງນີ້:
\s5
\v 6 ມີຊະເລີຍຫລາຍຄົນໄດ້ອອກຈາກແຂວງ ຂອງນະຄອນບາບີໂລນ ແລະ ກັບຄືນມາຍັງນະຄອນເຢຣູຊາເລັມ ແລະ ແຂວງຢູດາຍ; ແຕ່ລະຄົນກັບຄືນໄປສູ່ບ້ານເກີດເມືອງນອນ ຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ອາໄສຢູ່ຕ່າງຖິ່ນ ທີ່ນະຄອນບາບີໂລນ ຕັ້ງແຕ່ ສະໄໝຂອງກະສັດ ເນບູກາດເນັດຊາ ໄດ້ຈັບພວກເຂົາໄປເປັນຊະເລີຍ.
\v 7 ບັນດາຜູ້ນາໍ ຂອງພວກເຂົາ ມີດັ່ງນີ້: ເສຣຸບບາເບັນ, ໂຢຊວຍ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະ ບາອານາ.
\s5
\v 8 ຕໍ່ໄປນີ້ແມ່ນລາຍຊື່ຂອງຕະກຸນຕ່າງ ໆ ຂອງຊາດອິດສະຣາເອນ ພ້ອມທັງຈາໍນວນ ຄົນຂອງແຕ່ລະຕະກຸນ ທີ່ໄດ້ກັບຄືນມາຈາກ ການເປັນຊະເລີຍໃນຕ່າງຖິ່ນ: ປາຣົດ - 2. 172 ຄົນ
\v 9 ເຊຟາຕີຢາ - 372ຄົນ
\v 10 ອາຣາ - 652 ຄົນ
\s5
\v 11 ປາຮາດ ໂມອາບ (ເຊື້ອສາຍຂອງເຢຊູອາ ແລະ ໂຢອາບ) - 2. 818 ຄົນ
\v 12 ເອລາມ - 1. 254 ຄົນ
\v 13 ຊັດຕຸ - 845 ຄົນ
\v 14 ຊັກກາຍ - 760 ຄົນ
\s5
\v 15 ບິນນູອີ - 648 ຄົນ
\v 16 ເບບາຍ - 628 ຄົນ
\v 17 ອາຊະກາດ - 2. 322 ຄົນ
\v 18 ອາໂດນີກໍາ - 667 ຄົນ
\s5
\v 19 ບິກໄຫວ - 2. 067 ຄົນ
\v 20 ອາດິນ - 655 ຄົນ
\v 21 ອາເຕ (ມີຊື່ອີກ ວ່າ ເຮເຊກີຢາ) - 98 ຄົນ
\v 22 ຮາຊຸມ - 328 ຄົນ
\s5
\v 23 ເບຊາຍ - 324 ຄົນ
\v 24 ຮາຣິບ - 112 ຄົນ
\v 25 ກີເບໂອນ - 95 ຄົນ
\v 26 ຄົນທີ່ບັນພະບຸລຸດໄດ້ອາໄສຢູ່ຕາມເມືອງ ດັ່ງຕໍ່ໄປນີ້ ກໍໄດ້ກັບຄືນມາຄືກັນ: ເບັດເລເຮັມ ແລະ ເນໂຕຟາ - 188 ຄົນ
\s5
\v 27 ອານາທົດ - 128 ຄົນ
\v 28 ເບັດ ອາຊະມາເວດ - 42 ຄົນ
\v 29 ກີລີອາດ ເຢອາຣິມ, ເກຟີຣາ ແລະ ເບເອໂຣດ - 743 ຄົນ
\v 30 ຣາມາ ແລະ ເກບາ - 621 ຄົນ
\s5
\v 31 ມິກມາດ - 122 ຄົນ
\v 32 ເບັດເອນ ແລະ ອາອີ - 123 ຄົນ
\v 33 ເນໂບ ອີກແຫ່ງ ອື່ນ - 52 ຄົນ
\v 34 ເອລາມ ອີກແຫ່ງອື່ນ - 1. 254 ຄົນ
\s5
\v 35 ຮາຣິມ - 320 ຄົນ
\v 36 ເຢຣິໂກ - 345 ຄົນ
\v 37 ໂລດ, ຮາດິດ ແລະ ໂອໂນ - 721 ຄົນ
\v 38 ເຊນາຢາ - 3. 930 ຄົນ
\s5
\v 39 ຕໍ່ໄປນີ້ ແມ່ນບັນຊີລາຍຊື່ຂອງຕະກຸນ ຂອງປະໂຣຫິດ ທີ່ໄດ້ກັບຄືນມາຈາກການ ເປັນຊະເລີຍ ໃນຕ່າງຖິ່ນມີດັ່ງນີ້: ເຢດາອີອາ (ເຊື້ອສາຍຂອງເຢຊູອາ) - 973 ຄົນ
\v 40 ອີມເມ - 1. 052 ຄົນ
\v 41 ອີມເມ - 1. 052 ຄົນ
\v 42 ຮາຣິມ - 1. 017 ຄົນ
\s5
\v 43 ຕະກຸນ ຕ່າງ ໆ ຂອງຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນມີດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ ຂອງໂຮດາວີຢາ) - 74 ຄົນ
\v 44 ນັກດົນຕຼີປະຈາໍພຣະວິຫານ (ເຊື້ອສາຍຂອງອາຊັບ) - 148 ຄົນ
\v 45 ຄົນເຝົ້າຍາມປະຈໍາພຣະວິຫານ (ເຊື້ອສາຍຂອງຊັນລູມ, ອາເຕ, ຕັນໂມນ, ອັກກຸບ, ຮາຕີຕາ ແລະ ໂຊບາຍ) - 138 ຄົນ
\s5
\v 46 ຕະກຸນຕ່າງ ໆ ຂອງຄົນເຮັດວຽກປະຈໍາ ພຣະວິຫານ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນມີ ດັ່ງນີ້: ຊີຫາ, ຮາຊຸຟາ, ຕັບບາອົດ,
\v 47 ເກໂຣ, ສີອາ, ປາໂດນ,
\v 48 ເລບານາ, ຮາກາບາ, ຊັນໝາຍ,
\v 49 ຮານານ, ກິດເດນ, ກາຮາ,
\s5
\v 50 ເຣອາອີຢາ, ເຣສິນ, ເນໂກດາ,
\v 51 ກັດຊໍາ, ອຸດຊາ, ປາເສອາ,
\v 52 ເບຊາຍ, ເມອູນິມ, ເນຟຸເສສິມ,
\s5
\v 53 ບັກບຸກ, ຮາກູຟາ, ຮັກຮູຣະ,
\v 54 ບາຊະລິດ, ເມຮີດາ, ຮັກຊາ,
\v 55 ບາກໂກ, ຊີເຊຣາ, ເຕມາ,
\v 56 ເນຊີຢາ ແລະ ຮາຕີຟາ.
\s5
\v 57 ຕະກຸນຕ່າງ ໆ ຂອງຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກການ ເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ໂຊໄຕ, ໂຊເຟເຣດ, ເປຣິດາ,
\v 58 ຢາອາລາ, ດາກໂກນ, ກິດເດນ,
\v 59 ເຊຟາຕີຢາ, ຮັດຕິນ, ໂປເກເຣດ ຮັດເຊບາອິມ ແລະ ອາໂມນ.
\v 60 ຈາໍນວນທັງໝົດຂອງເຊື້ອສາຍຂອງຄົນເຮັດວຽກໃນພຣະວິຫານ ແລະ ຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກ ການເປັນຊະເລີຍໃນຕ່າງຖິ່ນມີທັງໝົດ 392 ຄົນ.
\s5
\v 61-62 ໃນຕະກຸນຂອງເດລາອີຢາ, ໂຕບີຢາ ແລະ ເນໂກດາ ທີ່ໄດ້ກັບຄືນມາຈາກ ເມືອງເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະ ອິມເມ, ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ ມີ 642 ຄົນ.
\s5
\v 63-64 ຕະກຸນຕ່າງ ໆ ຕໍ່ໄປນີ້ແມ່ນປະໂຣຫິດ ທີ່ບໍ່ມີເອກະສານ ເພື່ອພິສູດເຖິງບັນພະບຸລຸດຂອງຕົນ ມີດັ່ງນີ້: ໂຮບາອີອາ, ຮັກກົດ ແລະ ບັກຊິນໄລ. (ບັນພະບຸລຸດຂອງຕະກຸນ ບັກຊິນໄລ ທີ່ເປັນປະໂຣຫິດໄດ້ແຕ່ງງານກັບຍິງຜູ້ໜຶ່ງຈາກຕະກຸນບັກຊິນິໄລ ແຫ່ງກີເລອາດ ແລະ ໄດ້ໃສ່ຊື່ຕາມຕະກຸນຂອງພໍ່ເຖົ້າຂອງຕົນ.) ເນື່ອງຈາກຄົນເຫລົ່ານີ້ພິສູດບໍ່ໄດ້ວ່າ ແມ່ນຜູ້ໃດທີ່ເປັນບັນພະບຸລຸດຂອງຕົນ. ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ຮັບໃຊ້ເປັນປະໂຣຫິດ.
\v 65 ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອູຣິມ ແລະທູມມິມ. [ນ]
\s5
\v 66 ພວກທີ່ເປັນຊະເລີຍໃນຕ່າງຖິ່ນທີ່ກັບຄືນມາສູ່ປະເທດທັງໝົດມີ - 42. 360 ຄົນ.
\v 67 ຜູ້ຮັບໃຊ້ຊາຍຍິງຂອງພວກເຂົາມີ - 7. 337 ຄົນ; ນັກດົນຕຼີຊາຍຍິງມີ - 245 ຄົນ.
\s5
\v 68 ພວກເຂົາມີມ້າ - 736 ໂຕ; ມີໂຕລໍ - 245 ໂຕ
\v 69 ມີໂຕອູດ - 435 ໂຕ; ແລະ ມີໂຕລາ - 6. 720 ໂຕ
\s5
\v 70 ປະຊາຊົນຫລາຍຄົນໄດ້ຊ່ວຍຈ່າຍຄ່າ ສ້ອມແປງພຣະວິຫານ ມີດັ່ງນີ້: ຜູ້ປົກຄອງ: ຄໍາ - 8 ກິໂລກາຼມ, ຊາມ ສໍາລັບພິທີການ - 50 ໃບ, ເສື້ອຄຸມປະໂຣຫິດ - 530 ຜືນ
\v 71 ພວກຫົວໜ້າຕະກຸນຕ່າງ ໆ: ຄໍາ - 168 ກິໂລກາຼມ, ເງິນ - 1. 250 ກິໂລກາຼມ
\v 72 ຄົນອື່ນ ໆ: ຄໍາ - 168 ກິໂລກາຼມ, ເງິນ - 140 ກິໂລກາຼມ, ເສື້ອຄຸມສໍາລັບປະໂຣຫິດ - 67 ຜືນ
\s5
\v 73 ບັນດາປະໂຣຫິດຊາວເລວີ, ຄົນເຝົ້າຍາມພຣະວິຫານ, ນັກດົນຕຼີ ແລະ ຄົນທາໍມະດາຫລາຍຄົນ ຄື ປະຊາຊົນອິດສະຣາເອນ ທັງໝົດໄດ້ມາຕັ້ງຖິ່ນຖານຢູ່ຕາມບ້ານ ແລະ ເມືອງຕ່າງ ໆ ຂອງຢູດາຍ.
\s5
\c 8
\p
\v 1 ເມື່ອເຖິງເດືອນທີເຈັດ ປະຊາຊົນອິດສະຣາເອນ ກໍໄດ້ຕັ້ງຖິ່ນຖານຢູ່ຕາມບ້ານເກີດເມືອງນອນຂອງຕົນ ທຸກທົ່ວໜ້າກັນໝົດ. ໃນມື້ທີໜຶ່ງຂອງເດືອນນັ້ນ ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ ຄື ທີ່ສີ່ແຍກກາງເມືອງ ຢູ່ຕໍ່ໜ້າປະຕູນໍ້າ. ພວກເຂົາຂໍຮ້ອງ ເອຊະຣາ ຜູ້ທີ່ເປັນປະໂຣຫິດ ແລະ ເປັນນັກຮຽນຮູ້ດ້ານກົດບັນຍັດ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ ຜ່ານທາງໂມເຊ ນາໍໜັງສືກົດບັນຍັດອອກມາ.
\v 2 ດັ່ງນັ້ນ ເອຊະຣາ ຈຶ່ງນາໍເອົາໜັງສືນັ້ນອອກມາຍັງບ່ອນທີ່ປະຊາຊົນໄດ້ເຕົ້າໂຮມກັນ ຄື ມີຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍທີ່ໃຫຍ່ພໍຈະເຂົ້າໃຈໄດ້.
\v 3 ໃນສີ່ແຍກທີ່ປະຕູນັ້ນ ເພິ່ນໄດ້ອ່ານກົດບັນຍັດສູ່ພວກເຂົາຟັງ ແຕ່ເຊົ້າມືດຈົນເຖິງທ່ຽງ ແລະ ພວກເຂົາທຸກຄົນກໍຟັງຢ່າງຕັ້ງອົກຕັ້ງໃຈ.
\s5
\v 4 ເອຊະຣາ ຢືນຢູ່ເທິງເວທີ ທີ່ເຮັດດ້ວຍໄມ້ ຊຶ່ງພວກເຂົາສ້າງຂຶ້ນສໍາລັບໂອກາດນີ້ໂດຍສະເພາະ. ພວກທີ່ຢືນຢູ່ຂ້າງຂວາຂອງເພິ່ນມີດັ່ງນີ້: ມາຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ ມາອາເຊອີຢາ ແລະ ພວກທີ່ຢືນຢູ່ຂ້າງຊ້າຍຂອງເພິ່ນມີດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດສະບັດດານາ, ເຊກາຣີຢາ ແລະ ເມຊຸນລໍາ.
\v 5 ໃນຂະນະທີ່ ເອຊະຣາ ຢືນຢູ່ເທິງເວທີ ຕໍ່ໜ້າປະຊາຊົນນັ້ນ ພວກເຂົາທັງໝົດຕ່າງກໍແນມ ໄປເບິ່ງເພິ່ນ. ພໍເພິ່ນເປີດໜັງສືອອກພວກເຂົາ ທັງໝົດກໍຢືນຂຶ້ນ.
\s5
\v 6 ເອຊະຣາ ກ່າວວ່າ, “ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຍິ່ງໃຫຍ່”. ປະຊາຊົນ ທຸກຄົນຕ່າງ ກໍຍົກແຂນຂຶ້ນ ແລະ ພ້ອມກັນຕອບວ່າ, “ອາແມນ ອາແມນ” ແລ້ວພວກເຂົາ ກໍຄຸເຂົ່າລົງ ແລະ ກົ້ມຂາບນ້ອມນະມັດສະການອົງພຣະຜູ້ເປັນເຈົ້າ.
\v 7 ແລ້ວພວກເຂົາກໍພ້ອມກັນລຸກຢືນຂຶ້ນກັບທີ່ ແລະ ຊາວເລວີ ກໍອະທິບາຍກົດບັນຍັດສູ່ພວກເຂົາຟັງ ຄົນເລວີນັ້ນມີດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເຊອີຢາ, ເກລີຕາ, ອາຊາຣິຢາ, ໂຢຊາບັດ, ຮານານ ແລະ ເປລາອີຢາ.
\v 8 ແລ້ວພວກເຂົາກໍໃຫ້ມີການແປ [ບ] ແບບປາກເປົ່າກົດບັນຍັດຂອງພຣະເຈົ້າ ແລະ ອະທິບາຍ [ປ] ກົດບັນຍັດນັ້ນ ເພື່ອວ່າປະຊາຊົນຈະເຂົ້າໃຈໄດ້.
\s5
\v 9 ເມື່ອພວກເຂົາໄດ້ຍິນຂໍ້ຄວາມທີ່ກົດບັນຍັດນັ້ນຮຽກຮ້ອງໃຫ້ເຮັດ ຕ່າງກໍຮູ້ສຶກຕື້ນຕັນໃຈ ແລະ ຮ້ອງໄຫ້ຂຶ້ນ. ສະນັ້ນ ເນເຫມີຢາ ຜູ້ທີ່ເປັນຜູ້ປົກຄອງ ແລະ ເອຊະຣາ ຜູ້ທີ່ເປັນທັງປະໂຣຫິດ ແລະ ເປັນນັກຮຽນຮູ້ດ້ານກົດບັນຍັດຕະຫລອດທັງຄົນເລວີ ທີ່ເປັນຜູ້ອະທິບາຍກົດບັນຍັດຈຶ່ງບອກປະຊາຊົນທັງໝົດວ່າ, “ວັນນີ້ ເປັນວັນສັກສິດສໍາລັບອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານ; ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະໄວ້ທຸກ ຫລື ຮ້ອງໄຫ້.
\v 10 ບັດນີ້ ຈົ່ງກັບເມືອເຮືອນ ແລະ ລ້ຽງສະຫລອງກັນສາ. ຈົ່ງແບ່ງປັນອາຫານ ແລະ ເຫລົ້າອະງຸ່ນໃຫ້ແກ່ຜູ້ທີ່ບໍ່ມີພຽງພໍ. ວັນນີ້ແມ່ນວັນສັກສິດ ທີ່ຖວາຍແກ່ພຣະເຈົ້າຢາເວຂອງພວກເຮົາ; ສະນັ້ນ ຢ່າສູ່ ໂສກເສົ້າ. ຄວາມຊົມຊື່ນຍິນດີທີ່ອົງພຣະຜູ້ເປັນເຈົ້າໂຜດໃຫ້ແກ່ພວກທ່ານນັ້ນ ຈະເຊີດຊູໃຈຂອງພວກທ່ານໃຫ້ເຂັ້ມແຂງຂຶ້ນໃໝ່.”
\s5
\v 11 ສ່ວນພວກເລວີ ກໍຍ່າງໄປມາເລົ້າໂລມ ປະຊາຊົນໃຫ້ມິດ ທັງບອກພວກເຂົາບໍ່ໃຫ້ຮ້ອງໄຫ້ໃນວັນສັກສິດເຊັ່ນນີ້.
\v 12 ດັ່ງນັ້ນ ປະຊາຊົນທຸກຄົນຈຶ່ງກັບຄືນເມືອບ້ານເຮືອນ ຂອງໃຜລາວ; ພວກເຂົາກິນ ແລະດື່ມດ້ວຍ ຄວາມຊົມຊື່ນຍິນດີ ພ້ອມທັງແບ່ງປັນສິ່ງທີ່ພວກຕົນມີຢູ່ນັ້ນັ ໃຫ້ແກ່ຜູ້ອື່ນດ້ວຍ; ເພາະ ພວກເຂົາເຂົ້າໃຈສິ່ງທີ່ພວກຜູ້ນ​ໍາໄດ້ອ່ານສູ່ຟັງນັ້ນ.
\s5
\v 13 ມື້ຕໍ່ມາ ບັນດາຫົວໜ້າຕະກຸນຕ່າງ ໆ ພ້ອມກັບພວກປະໂຣຫິດ ແລະ ຊາວເລວີ ໄດ້ໄປສຶກສາຄໍາສັ່ງສອນຂອງກົດບັນຍັດນາໍ ເອຊະຣາ.
\v 14 ພວກເຂົາຄົ້ນພົບວ່າ ກົດບັນຍັດຊຶ່ງອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ນັ້ນສັ່ງໃຫ້ປະຊາຊົນອິດສະຣາເອນ ອາໄສຢູ່ໃນຕູບຊົ່ວຄາວ ເວລາເທດສະການປຸກຕູບຢູ່.
\v 15 ດັ່ງນັ້ນ ພວກເຂົາຈຶ່ງໃຫ້ຄໍາແນະນໍາຕໍ່ໄປນີ້ ແລະ ສົ່ງຄໍາແນະນໍານັ້ນ [ຜ] ໄປທົ່ວນະຄອນເຢຣູຊາເລັມ ທົ່ວເມືອງໃຫຍ່ ແລະ ເມືອງນ້ອຍທັງຫລາຍ ດັ່ງນີ້: “ຈົ່ງອອກໄປທີ່ເນີນພູ ແລະ ຊອກເອົາງ່າຕົ້ນໝາກກອກເທດ, ງ່າຕົ້ນສົນ, ງ່າຕົ້ນໄມ້ຫອມ, ງ່າຕົ້ນຕານ ແລະ ງ່າຂອງຕົ້ນໄມ້ຕ່າງ ໆ ມາເຮັດຕູບຕາມຄໍາແນະນາໍ ທີ່ໄດ້ມີຂຽນໄວ້ໃນກົດບັນຍັດ.”
\s5
\v 16 ດັ່ງນັ້ນ ປະຊາຊົນຈຶ່ງອອກໄປເອົາງ່າ ໄມ້ມາເຮັດຕູບຢູ່ຕາມຫລັງຄາພຽງເທິງເຮືອນ ຂອງພວກເຂົາ, ຕາມເດີ່ນຫຍ້າ, ຕາມເດີ່ນຫຍ້າຂອງພຣະວິຫານຂອງພຣະເຈົ້າ ແລະ ຕາມສີ່ແຍກໃນກາງເມືອງໃກ້ປະຕູນາໍ້ ແລະ ໃກ້ປະຕູຂອງເອຟຣາອິມ.
\v 17 ປະຊາຊົນ ທຸກຄົນທີ່ໄດ້ກັບຄືນມາຈາກການເປັນຊະເລີຍ ໃນຕ່າງຖິ່ນ ຕ່າງກໍປຸກຕູບຂຶ້ນ ແລະ ອາໄສຢູ່ໃນຕູບນັ້ນ. ນີ້ແມ່ນເທື່ອທາໍອິດທີ່ໄດ້ຖືກຈັດໃຫ້ມີຂຶ້ນນັບຕັ້ງແຕ່ສະໄໝຂອງໂຢຊວຍ ລູກຊາຍຂອງນູນ ແລະ ທຸກຄົນຕ່າງກໍຕື່ນເຕັ້ນ ປິຕິຍິນດີ.
\s5
\v 18 ທຸກ ໆ ມື້ ຕັ້ງແຕ່ມື້ທາໍອິດຈົນຮອດມື້ສຸດທ້າຍຂອງເທດສະການ ພວກເຂົາໄດ້ອ່ານ ຈາກຂອງກົດບັນຍັດຂອງພຣະເຈົ້າ. ງານສະຫລອງມີຢູ່ເຈັດມື້ ແລະ ໃນມື້ທີແປດແມ່ນ ມື້ເຮັດພິທີປິດ ຕາມທີ່ກົດບັນຍັດໄດ້ບົ່ງໄວ້.
\s5
\c 9
\p
\v 1-2 ໃນມື້ທີຊາວສີ່ຂອງເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ເຕົ້າໂຮມກັນຖືສິນອົດອາຫານ ເພື່ອສະແດງຄວາມໂສກເສົ້າເສຍໃຈ ສໍາລັບການບາບຂອງພວກເຂົາ. ພວກເຂົາແຍກຕົວເອງອອກຈາກຄົນຕ່າງຊາດທຸກຄົນ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ພ້ອມທັງໂຮຍຂີ້ຝຸ່ນດິນໃສ່ເທິງຫົວອັນສະແດງເຖິງຄວາມໂສກເສົ້າ. ແລ້ວພວກເຂົາກໍຢືນຂຶ້ນສາລະພາບ ການຜິດບາບຂອງພວກເຂົາເອງ ແລະ ຜິດບາບຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ເຮັດ.
\s5
\v 3 ເປັນເວລາເກືອບສາມຊົ່ວໂມງ ທີ່ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາໄດ້ມີການອ່ານສູ່ພວກເຂົາຟັງ ແລະ ໃນສາມຊົ່ວໂມງຕໍ່ໄປ ພວກເຂົາໄດ້ສາລະພາບການບາບຂອງພວກເຂົາ ແລະ ນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.
\v 4 ມີເວທີຖືກຈັດໄວ້ໂດຍສະເພາະ ຊຶ່ງທີ່ເທິງນັ້ນມີຊາວເລວີ ຢືນຢູ່ດັ່ງນີ້: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບອນນີ, ເຊເຣບີຢາ, ບານີ ແລະ ເກນານີ. ພວກເຂົາຕ່າງກໍພາວັນນາ ອະທິຖານດ້ວຍ ສຽງດັງຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຂົາ.
\s5
\v 5 ແລ້ວກໍມີການຮຽກຮ້ອງປະຊາຊົນໃຫ້ນະມັດສະການພຣະເຈົ້າ ໂດຍຊາວເລວີມີດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບ ເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ ເປທາຮີຢາ. ພວກເຂົາໄດ້ເວົ້າວ່າ, “ຈົ່ງລຸກຢືນຂຶ້ນ ແລະ ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ; ຈົ່ງສັນລະເສີນ ພຣະອົງສືບໄປຊົ່ວນິຣັນດອນ ຈົ່ງໃຫ້ທຸກຄົນ ຍົກຍໍພຣະນາມອັນຮຸ່ງເຮືອງຍິ່ງໃຫຍ່ ເຖິງແມ່ນວ່າ ມະນຸດນັ້ນໃຫ້ຄໍາຍົກຍໍບໍ່ຍິ່ງໃຫຍ່ພໍສໍາລັບພຣະອົງກໍຕາມ. ”
\v 6 ແລ້ວປະຊາຊົນ ອິດສະຣາເອນ ກໍໄດ້ພາວັນນາ ອະທິຖານ ດ້ວຍຖ້ອຍຄໍາ ດັ່ງນີ້: “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງເທົ່ານັ້ນ ພຣະອົງເທົ່ານັ້ນ; ພຣະອົງໄດ້ສ້າງຟ້າສະຫວັນ ທັງດວງດາວໃນເວຫາ ແຜ່ນດິນກັບທະເລ ແລະທຸກ ໆ ສິ່ງໃນນັ້ນ; ພຣະອົງໂຜດປະທານຊີວິດໃຫ້ສິ່ງເຫລົ່ານັ້ນທັງໝົດ ທຸກສິ່ງໃນສະຫວັນກໍນະມັດສະການພຣະອົງ.
\s5
\v 7 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງເລືອກເອົາ ອັບຣາມ ນາໍອອກມາແຕ່ ອູເຣ ໃນບາບີໂລນພຸ້ນ; ພຣະອົງປ່ຽນຊື່ໃຫ້ອັບຣາມ ເສຍໃໝ່ກາຍມາເປັນ ອັບຣາຮາມ.
\v 8 ພຣະອົງຮູ້ວ່າ ເພິ່ນສັດຊື່ຕໍ່ພຣະອົງ ແລະ ໄດ້ຕັ້ງພັນທະສັນຍາໄວ້ກັບເພິ່ນ. ຄື ຈະມອບດິນແດນຂອງຊາວການາອານ ຂອງຊາວຮິດຕິ ແລະ ຊາວອາໂມດ້ວຍ ຂອງຊາວເປຣີຊີ ພ້ອມຊາວເຢບຸດແດ່ ແລະຂອງເກດີກາຊີ ໃຫ້ເປັນຂອງພວກເພິ່ນ; ຄື ດິນແດນທີ່ເຊື້ອສາຍຂອງ ເພິ່ນຢູ່ອາໄສ ພຣະອົງຮັກສາຄໍາສັນຍາ ເພາະ ຊົງສັດຊື່.
\s5
\v 9 ໃນປະເທດເອຢິບ ພຣະອົງເຫັນພວກເພິ່ນທົນທຸກສໍ່າໃດ ຄື ບັນພະບຸລຸດຮ້ອງໃຫ້ຊ່ວຍຊູທີ່ທະເລແດງນັ້ນ,
\v 10 ພຣະອົງເຮັດການອັດສະຈັນໃຫຍ່ຕໍ່ສູ້ກະສັດ ຕໍ່ສູ້ຂ້າຣາຊການ ແລະ ປະຊາຊົນດ້ວຍ; ເພາະຮູ້ວ່າ ປະຊາຊົນພຣະອົງຖືກກົດຂີ່ຢ່າງໃດແລ້ວ ຊື່ສຽງພຣະອົງ ກໍຍັງໂດ່ງດັງເຖິງດຽວນີ້.
\s5
\v 11 ເພື່ອຜ່ານທະເລພຣະອົງໄດ້ໃຫ້ທາງແກ່ພວກເພິ່ນ ແລະ ນາໍພາຍ່າງຜ່ານເທິງພື້ນດິນແຫ້ງ. ພວກທີ່ໄລ່ຕາມມານັ້ນກໍພາກັນຈົມ ລົງໄປ ດັ່ງກ້ອນຫິນຈົມລົງໃນທະເລປ່ວງບ້າ.
\s5
\v 12 ໂດຍເສົາເມກ ຊົງນາໍພາພວກເພິ່ນໃນກາງເວັນ ໂດຍເສົາໄຟຊົງນາໍພາພວກເພິ່ນໃນກາງຄືນດ້ວຍ.
\v 13 ທີ່ພູເຂົາຊີນາຍ ພຣະອົງໄດ້ລົງມາຈາກສະຫວັນ; ພຣະອົງໄດ້ກ່າວແກ່ ປະຊາຊົນໃນທີ່ນັ້ນ ແລະ ໄດ້ມອບກົດບັນຍັດທີ່ດີແກ່ພວກເພິ່ນ ທັງຄໍາສັ່ງສອນທີ່ມີຫລັກ ແກ່ພວກເພິ່ນດ້ວຍ.
\s5
\v 14 ພຣະອົງສັ່ງສອນໃຫ້ຢຶດຖືວັນຊະບາໂຕ ໃຫ້ເປັນວັນບໍຣິສຸດ ຊົງໃຫ້ກົດບັນຍັດຜ່ານທາງໂມເຊ ຜູ້ຮັບໃຊ້.
\v 15 ເມື່ອຫິວເຂົ້າຊົງໃຫ້ເຂົ້າຕົກຈາກສະຫວັນ ເມື່ອຫິວນາໍ້ກໍມີນາໍ້ໄຫລຈາກໂງ່ນຫິນໄດ້ດື່ມ. ພຣະອົງບອກພວກເພິ່ນໃຫ້ເຂົ້າຢຶດດິນແດນ ບ່ອນທີ່ພຣະອົງໄດ້ສັນຍາມອບໃຫ້ພວກເພິ່ນ.
\s5
\v 16 ແຕ່ບັນພະບຸລຸດຂອງພວກຂ້ານ້ອຍ ພັດດື້ດ້ານຈອງຫອງ ໂດຍບໍ່ຍອມເຊື່ອຟັງຄໍາສັ່ງຂອງພຣະອົງ.
\v 17 ເມື່ອບໍ່ເຊື່ອຟັງແລ້ວ ພວກເພິ່ນກໍລືມໄລທຸກສິ່ງ ຄື ການອັດສະຈັນຕ່າງ ໆ ທີ່ພຣະອົງໄດ້ກະທໍາ; ດ້ວຍຄວາມຈອງຫອງພວກເພິ່ນໄດ້ເລືອກເອົາຜູ້ນາໍພາພວກເພິ່ນກັບຄືນສູ່ປະເທດເອຢິບ ໄປເປັນທາດ. ແຕ່ພຣະອົງເປັນພຣະເຈົ້າທີ່ໃຫ້ອະໄພ ຊົງເມດຕາເອນດູ ແລະ ມີຄວາມຮັກ; ພຣະອົງໂກດຮ້າຍຊ້າ ເພາະເມດຕາພວກເພິ່ນ ພຣະອົງຈຶ່ງບໍ່ໄດ້ປະຖິ້ມພວກເພິ່ນ.
\s5
\v 18 ພວກເພິ່ນເຮັດຮູບງົວນ້ອຍ ຂາບໄຫວ້ບູຊາ ແລະ ເວົ້າວ່າ, ພະນີ້ແຫລະ ທີ່ນາໍພາ ພວກເພິ່ນ; ຄື ນາໍພາພວກເພິ່ນທັງໝົດອອກ ມາຈາກປະເທດເອຢິບ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພວກເພິ່ນດູຖູກພຣະອົງແທ້ ໆ
\v 19 ແຕ່ພຣະອົງບໍ່ໄດ້ປະຖິ້ມພວກເພິ່ນ ໃນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມເມດຕາຂອງ ພຣະອົງຍິ່ງໃຫຍ່. ພຣະອົງບໍ່ໄດ້ເອົາເສົາເມກ ກັບເສົາໄຟ ທີ່ເຍືອງທາງທັງເວັນ ແລະ ຄືນໜີໄປຈາກພວກເພິ່ນ.
\s5
\v 20 ດ້ວຍຄຸນງາມຄວາມດີຂອງພຣະອົງນັ້ນ ພຣະອົງຈຶ່ງບອກສິ່ງທີ່ພວກເພິ່ນຄວນກະທໍາ; ພຣະອົງໄດ້ລ້ຽງດູພວກເພິ່ນ ດ້ວຍມານາ ແລະ ໃຫ້ພວກເພິ່ນໄດ້ມີນໍ້າດື່ມ.
\v 21 ຕະຫລອດສີ່ສິບປີ ໃນຖິ່ນແຫ້ງແລ້ງກັນດານ ພຣະອົງໄດ້ຈັດຫາສິ່ງຈາໍເປັນໃຫ້ແກ່ພວກເພິ່ນ; ຕົນຕົວເຄື່ອງນຸ່ງບໍ່ໄດ້ຂາດສ້ອຍຈັກເທື່ອ ແລະ ຕີນກໍບໍ່ໄດ້ບວມຊໍ້າແຕ່ປະການໃດ.
\s5
\v 22 ພຣະອົງໃຫ້ພວກເພິ່ນຊະນະເໜືອຊົນຊາດກັບອານາຈັກ ຄື ດິນແດນທີ່ເປັນຊາຍແດນຂອງພວກເພິ່ນ. ພວກເພິ່ນຕີຊະນະ ເຮັດຊະໂບນ ຂອງເຈົ້າສີໂຫນ ແລະ ບາຊານ ທີ່ເຈົ້າໂອກ ຄອງອໍານາດ.
\s5
\v 23 ພຣະອົງໃຫ້ພວກເພິ່ນມີລູກເຕົ້າຢ່າງຫລວງຫລາຍ ດັ່ງໝູ່ດວງດາວຢູ່ໃນທ້ອງຟ້າ ໃຫ້ຕີເອົາດິນແດນໄດ້ ຄືບ່ອນພວກເພິ່ນອາໄສຢູ່ທີ່ຊົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງ ພວກເພິ່ນ.
\v 24 ພວກເພິ່ນຕີເອົາໄດ້ດິນແດນການາອານ ພຣະອົງໄດ້ໄຊຊະນະ ປະຊາຊົນທີ່ຢູ່ທີ່ນັ້ນ. ພຣະອົງໃຫ້ພວກເພິ່ນມີອໍານາດເຮັດຕາມຊອບໃຈ ຈັດການກັບປະຊາຊົນ ແລະ ກະສັດການາອານ ໄດ້ຕາມໃຈຊອບ.
\s5
\v 25 ພວກເພິ່ນຢຶດເມືອງຕ່າງ ໆ ທີ່ມີປ້ອມ ປ້ອງກັນທັງດິນແດນທີ່ອຸດົມຮັ່ງມີ ເຮືອນກັບຊັບສິນດ້ວຍ ມີອ່າງນາໍ້ຂຸດໄວ້ ແລະ ຕົ້ນໝາກກອກເທດກໍມີຄືກັນ ຕົ້ນໝາກໄມ້ນາ ໆ ຊະນິດ ແລະ ສວນອະງຸ່ນພ້ອມ. ພວກເພິ່ນກິນທຸກສິ່ງຕາມຄວາມຕ້ອງການ ແລະ ເຮັດໃຫ້ພວກເພິ່ນຕຸ້ຍພີດີ; ແລະ ພວກເພິ່ນພໍໃຈ ກັບທຸກສິ່ງທີ່ຊົງຈັດຫາໃຫ້ພວກເພິ່ນ.
\s5
\v 26 ແຕ່ພວກເພິ່ນພັດຄິດຄົດ ແລະ ບໍ່ເຊື່ອຟັງກົດບັນຍັດ ແລະ ໄດ້ຫັນຫລັງໃຫ້ພຣະເຈົ້າ. ພວກເພິ່ນຂ້າຜູ້ທາໍນວາຍທີ່ໄດ້ກ່າວຕັກເຕືອນໃຫ້ພວກເພິ່ນຕ່າວຄືນມາຫາ ພຣະອົງ. ແຕ່ພວກເພິ່ນຊໍ້າປະໝາດດູຖູກພຣະອົງ ຫລາຍຄັ້ງຫລາຍຄາວ ສືບມາເລື້ອຍ ໆ.
\v 27 ສະນັ້ນ ພຣະອົງຈຶ່ງປ່ອຍໃຫ້ເຫລົ່າສັດຕູເອົາຊະນະພວກເພິ່ນ ແລະ ປົກຄອງເໜືອພວກເພິ່ນ. ເມື່ອຖືກເດືອດຮ້ອນ ຈຶ່ງຮ້ອງຫາພຣະອົງໃຫ້ຊ່ວຍເຫລືອ ທີ່ສະຫວັນຊົງຕອບຄໍາພາວັນນາ ອະທິຖານຂອງພວກເພິ່ນ. ເພາະຊົງເມດຕາພວກເພິ່ນແທ້ ໆ ຈຶ່ງສົ່ງຜູ້ນາໍມາເພື່ອຊ່ວຍກູ້ເອົາພວກເພິ່ນຈາກເຫລົ່າສັດຕູນັ້ນ.
\s5
\v 28 ເມື່ອມີສັນຕິສຸກ ພັດກັບເຮັດບາບຄືນອີກ ພຣະອົງຈຶ່ງໃຫ້ເຫລົ່າສັດຕູເອົາຊະນະພວກເພິ່ນ. ແຕ່ເມື່ອພວກເພິ່ນກັບໃຈໃໝ່ແລ້ວ ແລະ ຂໍພຣະອົງໃຫ້ຄວາມຊ່ວຍເຫລືອ ທີ່ຟ້າສະຫວັນ ພຣະອົງໄດ້ຮັບຟັງຄໍາຂໍຮ້ອງຂອງພວກເພິ່ນອີກ. ພຣະອົງໄດ້ຊ່ວຍເຫລືອ ຫລາຍຄັ້ງຫລາຍຄາວ ໂດຍຊ່ວຍກູ້ເອົາພວກເພິ່ນດ້ວຍຄວາມເມດຕາຍິ່ງໃຫຍ່.
\v 29 ພຣະອົງເຕືອນພວກເພິ່ນໃຫ້ເຊື່ອຟັງຄໍາສັ່ງສອນ ແຕ່ເພາະພວກເພິ່ນຈອງຫອງ ຈຶ່ງບໍ່ຍອມເຮັດຕາມນັ້ນ ເຖິງແມ່ນວ່າການຢຶດຖືກົດບັນຍັດໄດ້ຊີວິດກໍດີ ຍ້ອນພວກເພິ່ນດື້ດຶງຈຶ່ງບໍ່ເຊື່ອຟັງພຣະອົງ.
\s5
\v 30 ເປັນເວລາຫລາຍປີແລ້ວ ທີ່ພຣະອົງໄດ້ຕັກເຕືອນພວກເພິ່ນ ໂດຍບັນດານໃຈຜູ້ທາໍນວາຍໃຫ້ກ່າວຕັກເຕືອນພວກເພິ່ນ; ແຕ່ປະຊາຊົນຂອງພຣະອົງ ຫູໜວກ ແລະ ຫູຕຶງ ສະນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເພິ່ນຖືກພ່າຍແພ້.
\v 31 ແຕ່ຍ້ອນພຣະເມດຕາຊົງຍິ່ງໃຫຍ່ຫລາຍ ຈຶ່ງບໍ່ໄດ້ປະຖິ້ມພວກເພິ່ນ ແລະ ທາໍລາຍພວກເພິ່ນ. ພຣະອົງເປັນພຣະເຈົ້າທີ່ຊົງຄຸນງາມຄວາມດີ ທັງຊົງເມດຕາ ແລະ ເອັນດູດ້ວຍ.
\s5
\v 32 ໂອ ພຣະເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ຊົງກະທາໍໃຫ້ຢ້ານກົວ ແລະ ຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ຄາວກະສັດອັດຊີເຣຍ ໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະ ຜູ້ນາໍຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະ ທັງພວກຜູ້ທາໍນວາຍກັບບັນພະບຸລຸດ ແລະ ປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງ ພວກຂ້ານ້ອຍແດ່ທ້ອນ
\v 33 ຖືກຕ້ອງແລ້ວທີ່ຊົງລົງໂທດພວກຂ້ານ້ອຍ ເພາະພຣະອົງສັດຊື່ໃນຂະນະທີ່ພວກຂ້ານ້ອຍເຮັດບາບ.
\v 34 ພວກກະສັດ, ພວກຜູ້ນາໍ, ພວກປະໂຣຫິດ ແລະ ພວກປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ຕ່າງກໍບໍ່ຖືຮັກສາກົດບັນຍັດຂອງພຣະອົງທັງນັ້ນ. ພວກເພິ່ນບໍ່ຍອມຟັງຂໍ້ຄໍາສັ່ງຂອງພຣະອົງ ຕະຫລອດທັງຄໍາເຕືອນຂອງພຣະອົງດ້ວຍ.
\s5
\v 35 ດ້ວຍພຣະພອນ ກະສັດໄດ້ປົກຄອງ ປະຊາຊົນ ເມື່ອພວກເພິ່ນອາໄສຢູ່ໃນດິນແດນອັນໃຫຍ່ກວ້າງ ຄື ເປັນດິນແດນທີ່ອຸດົມແລະ ຮັ່ງມີ ຊຶ່ງພຣະອົງໄດ້ມອບໝາຍໃຫ້ແກ່ ພວກເພິ່ນ. ແຕ່ພວກເພິ່ນບໍ່ຍອມເລີກ ແລະ ເຮັບບາບຕໍ່ໄປ ແລະ ບໍ່ໄດ້ຫັນມາບົວລະບັດຮັບໃຊ້ພຣະເຈົ້າ.
\s5
\v 36 ບັດນີ້ ພວກຂ້ານ້ອຍເປັນທາດຮັບໃຊ້ໃນດິນແດນ ເປັນບ່ອນທີ່ພຣະອົງໄດ້ມອບໝາຍໃຫ້ຢູ່ນັ້ນ. ດິນແດນແຫ່ງນີ້ ເປັນທີ່ອຸດົມ ແລະ ຮັ່ງມີໃຫ້ອາຫານແກ່ພວກຂ້ານ້ອຍໄດ້ຮັບ.
\v 37 ສິ່ງທີ່ພື້ນດິນຜະລິດ ກໍຖືກນາໍໄປໃຫ້ກະສັດຜູ້ທີ່ຢູ່ເໜືອ ເພາະພວກຂ້ານ້ອຍໄດ້ເຮັດບາບ ເພິ່ນເຮັດຕາມໃຈຕໍ່ພວກຂ້ານ້ອຍແລະຝູງສັດ ພວກຂ້ານ້ອຍຈຶ່ງເປັນທຸກໜັກຫລາຍແທ້ ໆ.”
\s5
\v 38 ຍ້ອນສິ່ງທັງໝົດ ທີ່ໄດ້ເກີດຂຶ້ນນັ້ນ; ພວກເຮົາຜູ້ເປັນປະຊາຊົນອິດສະຣາເອນ ຈຶ່ງ ໄດ້ເຊັນຂໍ້ຕົກລົງຢ່າງແທ້ຈິງໄວ້ໃນທີ່ນີ້ ແລະ ບັນດາຜູ້ນາໍ, ຊາວເລວີ ແລະ ບັນດາປະໂຣຫິດຂອງພວກເຮົາ ກໍໄດ້ປະທັບຕາໄວ້ດ້ວຍ.
\s5
\c 10
\p
\v 1 ຜູ້ທາໍອິດ ທີ່ເຊັນຂໍ້ຕົກລົງນີ້ແມ່ນຜູ້ປົກຄອງ ເນເຫມີຢາ ລູກຊາຍຂອງຮາກາລີຢາ ແລະ ຕໍ່ມາແມ່ນ ເຊເດກີຢາ. ບຸກຄົນດັ່ງຕໍ່ໄປນີ້ ກໍໄດ້ເຊັນຄືກັນ:
\v 2 ປະໂຣຫິດ: ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,
\v 3 ປັດຊູ, ອາມາຣີຢາ, ມັນກີຢາ,
\s5
\v 4 ຮັດຕຸຊະ, ເຊບານີຢາ, ມັນລຸກ,
\v 5 ຮາຣິມ, ເມເຣໂມດ, ໂອບາດີຢາ,
\v 6 ດານີເອນ, ຄີນເນໂທນ, ບາຣຸກ,
\v 7 ເມຊຸນລໍາ, ອາບີຢາ, ມີຢາມິນ,
\v 8 ມາອາຊີຢາ, ບິນກາອີ ແລະ ເຊມາອີຢາ.
\s5
\v 9 ຊາວເລວີ: ເຢຊູອາ ລູກຊາຍຂອງອາຊານີຢາ, ບິນນູອີ ຄົນໃນຕະກຸນຂອງເຮນາດາດ, ກາດມີເອນ,
\v 10 ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,
\v 11 ມີກາ, ເຣໂຮບ, ຮາຊະບີຢາ,
\v 12 ສັກກູເຣ, ເຊເຣບີຢາ, ເຊບານີຢາ,
\v 13 ໂຮດີຢາ, ບານີ ແລະ ເບນີນູ.
\v 14 ຜູ້ນາໍປະຊາຊົນ: ປາຣົດ, ປາຮາດ ໂມອາບ, ເອລາມ, ຊັດຕຸ, ບານີ,
\s5
\v 15 ບອນນີ, ອາຊະກາດ, ເບບາຍ,
\v 16 ອາໂດນີຢາ, ບິກໄຫວ, ອາດິນ,
\v 17 ອາເຕ, ເຮເຊກີຢາ, ອັດຊູເຣ,
\v 18 ໂຮດີຢາ, ຮາຊຸມ, ເບໃຊ,
\v 19 ຮາຣິບ, ອານາທົດ, ເນບາຍ,
\v 20 ມາກປີອັດຊະ, ເມຊຸນລໍາ, ເຮຊີຣະ,
\v 21 ເມເສຊາເບນ, ຊາດົກ, ຢັດດູອາ,
\s5
\v 22 ເປລາຕີຢາ, ຮານານ, ອານາອີຢາ,
\v 23 ໂຮເຊຢາ, ຮານານີຢາ, ຮັດຊຸບ,
\v 24 ຮັນໂລເຮັດ, ປິນຮາ, ໂຊເບັກ,
\v 25 ເຣຮຸມ, ຮາຊັບນາ, ມາອາເຊອີຢາ,
\v 26 ອາຮີຢາ, ຮານານ, ອານານ,
\v 27 ມັນລຸກ, ຮາຣິມ ແລະ ບາອານາ.
\s5
\v 28 “ພວກຂ້ານ້ອຍ ປະຊາຊົນອິດສະຣາເອນ ຄື ພວກປະໂຣຫິດ ຊາວເລວີ ແລະພວກເຝົ້າຍາມພຣະວິຫານ, ບັນດານັກດົນຕຼີ ປະຈາໍພຣະວິຫານ, ພະນັກງານປະຈາໍ ພຣະວິຫານ ແລະ ທຸກຄົນທີ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ ໄດ້ແຍກຕົນເອງອອກ ຈາກຊາວຕ່າງຊາດ ທີ່ອາໄສຢູ່ໃນດິນແດນ ຂອງພວກຂ້ານ້ອຍ. ພວກຂ້ານ້ອຍພ້ອມດ້ວຍ ລູກເມຍຂອງພວກຂ້ານ້ອຍ ທຸກຄົນເຕີບໃຫຍ່ພໍທີ່ຈະເຂົ້າໃຈໄດ້
\v 29 ຂໍຮ່ວມກັບບັນດາຜູ້ນາໍຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄໍາສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດໍາເນີນຊີວິດຕາມກົດບັນຍັດ ຊຶ່ງ ພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າ ພວກຂ້ານ້ອຍຈະກະທາໍຕາມສິ່ງທັງໝົດ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຂອງພວກຂ້ານ້ອຍໄດ້ສັ່ງ; ແລະ ວ່າພວກຂ້ານ້ອຍ ຈະຢຶດຖືກົດບັນຍັດ ແລະ ຂໍ້ກາໍນົດຕ່າງ ໆ ຂອງພຣະອົງ.
\s5
\v 30 ພວກຂ້ານ້ອຍຈະບໍ່ແຕ່ງງານ ກັບຊາວຕ່າງຊາດ ທີ່ອາໄສຢູ່ໃນດິນແດນຂອງພວກ ຂ້ານ້ອຍນີ້.
\v 31 ຖ້າຄົນຕ່າງຊາດນາໍເຂົ້າ ຫລື ສິ່ງຂອງໃດ ໆ ມາຂາຍໃຫ້ພວກຂ້ານ້ອຍ ໃນວັນຊະບາໂຕ ຫລື ໃນວັນສັກສິດອື່ນ ໆ ພວກຂ້ານ້ອຍກໍຈະບໍ່ຊື້ນາໍພວກເຂົາ. ທຸກ ໆ ເຈັດປີໃດ ພວກຂ້ານ້ອຍຈະບໍ່ເຮັດໄຮ່ໄຖນາ ແລະ ຈະຍົກໜີ້ທັງໝົດໃຫ້ແກ່ຜູ້ທີ່ກູ້ຢືມ.
\s5
\v 32 ທຸກ ໆ ປີໃດ ພວກຂ້ານ້ອຍຈະບໍລິຈາກ ເງິນຈາໍນວນຫ້າກາຼມ ເພື່ອຊ່ວຍການໃຊ້ຈ່າຍ ໃນພຣະວິຫານ.
\v 33 ພວກຂ້ານ້ອຍຈະຈັດຫາໄວ້ສໍາລັບການນະມັດສະການໃນພຣະວິຫານ ດັ່ງນີ້: ເຂົ້າຈີ່ສັກສິດ, ພືດຜົນເປັນ ເມັດທີ່ຖວາຍປະຈາໍວັນ, ສັດຫລາຍໂຕທີ່ຕ້ອງ ເຜົາບູຊາແຕ່ລະມື້, ເຄື່ອງຖວາຍບູຊາສັກສິດ ສໍາລັບວັນຊະບາໂຕ, ສໍາລັບວັນເດືອນຂຶ້ນໃໝ່ ແລະ ສໍາລັບວັນອື່ນ ໆ, ເຄື່ອງຖວາຍບູຊາສັກສິດອື່ນ ໆ, ເຄື່ອງຖວາຍບູຊາເພື່ອລຶບລ້າງບາບຂອງຊາດອິດສະຣາເອນ ແລະ ສິ່ງອື່ນ ໆ ອີກທີ່ຈາໍເປັນສໍາລັບພຣະວິຫານ.
\s5
\v 34 ພວກຂ້ານ້ອຍ, ປະຊາຊົນ, ບັນດາປະໂຣຫິດ ແລະ ຊາວເລວີ ຈະໃຊ້ສະຫລາກແຕ່ລະປີ ເພື່ອຕັດສິນຊີ້ຂາດຢ່າງຄັກແນ່ວ່າ ຕະກຸນໃດຈະເປັນຜູ້ຈັດຫາຟືນມາທີ່ພຣະວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ເພື່ອເຜົາບູຊາຖວາຍແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ຕາມທີ່ກົດບັນຍັດຂອງພຣະອົງໄດ້ບົ່ງໄວ້.
\v 35 ແຕ່ ລະປີໃດ ພວກຂ້ານ້ອຍຈະນາໍພືດຜົນເປັນເມັດ ທີ່ໄດ້ເກັບກ່ຽວເທື່ອທາໍອິດ ແລະ ຜົນລະໄມ້ທີ່ສຸກເທື່ອທາໍອິດຈາກຕົ້ນ ມາຍັງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
\v 36 ລູກຊາຍກົກແຕ່ລະຄົນຂອງພວກຂ້ານ້ອຍ ຈະຕ້ອງຖືກນາໍໄປຫາປະໂຣຫິດ ທີ່ພຣະວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ແລະ ຖວາຍລາວແກ່ພຣະເຈົ້າຢູ່ໃນທີ່ນັ້ນ ຕາມທີ່ກົດບັນຍັດໄດ້ບົ່ງໄວ້. ພວກຂ້ານ້ອຍຍັງຈະ ຖວາຍລູກກົກຂອງງົວເຖິກ, ຂອງງົວແມ່ແຕ່ລະໂຕ ແລະ ລູກກົກຂອງແກະເຖິກ ຫລື ລູກແກະ ຫລື ລູກແບ້ແຕ່ລະໂຕດ້ວຍ.
\s5
\v 37 ທຸກ ໆ ປີໃດ ພວກຂ້ານ້ອຍຈະນາໍເຂົ້າໜົມທີ່ບໍ່ໄດ້ຈີ່ ຊຶ່ງເຮັດຈາກພືດຜົນເປັນເມັດ ທີ່ເກັບກ່ຽວແຕ່ຕົ້ນປີ ພ້ອມທັງເຫລົ້າ ອະງຸ່ນ, ນໍ້າມັນໝາກກອກເທດ ແລະ ໝາກໄມ້ຊະນິດຕ່າງ ໆ ມາໃຫ້ປະໂຣຫິດຖວາຍໃນ ພຣະວິຫານ. ພວກຂ້ານ້ອຍຈະນາໍໜຶ່ງສ່ວນສິບຂອງພືດຜົນຈາກໄຮ່ນາ ແລະ ໜຶ່ງສ່ວນສິບຂອງພືດຜົນຈາກດິນແດນຂອງພວກຂ້ານ້ອຍມາໃຫ້ຊາວເລວີ.
\v 38 ພວກປະໂຣຫິດ ທີ່ສືບເຊື້ອສາຍມາຈາກອາໂຣນ ຈະໄປກັບຊາວເລວີ ເມື່ອເກັບເອົາໜຶ່ງສ່ວນສິບນັ້ນ; ແລະ ເພື່ອຮັບໃຊ້ໃນພຣະວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ໃຫ້ຊາວເລວີຖວາຍໜຶ່ງສ່ວນສິບຈາກສິ່ງຂອງ ຂອງພວກຕົນຊຶ່ງໄດ້ມາຈາກໜຶ່ງສ່ວນສິບທັງໝົດນີ້ ໃຫ້ ແກ່ຄັງຂອງພຣະວິຫານຂອງພຣະເຈົ້າ ຂອງ ພວກຂ້ານ້ອຍເໝືອນກັນ.
\s5
\v 39 ປະຊາຊົນຊາວອິດສະຣາເອນ ແລະ ຊາວເລວີ ຈະຕ້ອງບໍລິຈາກພືດຜົນເປັນເມັດ, ເຫລົ້າອະງຸ່ນ ແລະນາໍ້ມັນໝາກກອກເທດໄວ້ ໃນຄັງບ່ອນມ້ຽນເຄື່ອງໃຊ້ປະຈາໍພຣະວິຫານ ໃນບ່ອນທີ່ບັນດາປະໂຣຫິດປະຈາໍການ, ໃນບ່ອນພວກຄົນເຝົ້າຍາມພຣະວິຫານ ແລະ ໃນບ່ອນທີ່ສະມາຊິກ ກຸ່ມນັກຮ້ອງປະຈາໍພຣະວິຫານອາໄສຢູ່. ພວກຂ້ານ້ອຍຈະບໍ່ລະເລີຍ ຕໍ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ.”
\s5
\c 11
\p
\v 1 ພວກຜູ້ນາໍໄດ້ຕັ້ງຖິ່ນຖານຢູ່ໃນນະຄອນ ເຢຣູຊາເລັມ ສ່ວນປະຊາຊົນທີ່ເຫລືອນັ້ນ ພາກັນໃຊ້ສະຫລາກ ເພື່ອເລືອກເອົາຄອບຄົວໜຶ່ງໃນແຕ່ລະສິບຄອບຄົວ ໄປຢູ່ໃນນະຄອນ ເຢຣູຊາເລັມ ເມືອງສັກສິດ; ສ່ວນເກົ້າຄອບຄົວນັ້ນ ຕ້ອງໄປອາໄສຢູ່ໃນເມືອງໃຫຍ່ ແລະ ເມືອງນ້ອຍອືນ ໆ.
\v 2 ປະຊາຊົນໄດ້ ຍ້ອງຍໍຜູ້ທີ່ອາສາສະໝັກ ເຂົ້າໄປຢູ່ໃນນະຄອນເຢຣູຊາເລັມ.
\s5
\v 3 ທັງໝົດນີ້ ແມ່ນບັນດາຜູ້ນາໍຂອງປະຊາຊົນທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ສ່ວນຄົນອື່ນ ໆ ໄດ້ໄປອາໄສ ຕາມເມືອງນ້ອຍ ເມືອງໃຫຍ່ ຊຶ່ງມີລາຍຊື່ຕໍ່ໄປນີ້: ບັນດາປະໂຣຫິດ ຊາວເລວີ, ຜູ້ຮັບໃຊ້ໃນ ພຣະວິຫານ ແລະ ເຊື້ອສາຍຂອງຜູ້ຮັບໃຊ້ຂອງກະສັດໂຊໂລໂມນ ກໍໄດ້ອາໄສຢູ່ໃນເມືອງທີ່ເປັນສົມບັດຂອງພວກເຂົາ. ບັນຊີລາຍຊື່ຂອງປະຊາຊົນຊັ້ນຜູ້ນາໍຂອງຢູດາ ທີ່ໄດ້ມາຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້:
\v 4 ບັນດາສະມາຊິກຂອງເຜົ່າຢູດາ: ອາທາອີຢາ ລູກຊາຍຂອງອາຊາຣິຢາ ແລະ ຫລານຊາຍຂອງເຊກາຣີຢາ. ບັນພະບຸລຸດຄົນອື່ນ ຂອງລາວມີດັ່ງນີ້: ອາມາຣີຢາ, ເຊຟາຕີຢາ ແລະ ມະຫາລາເລນ ເຊື້ອສາຍຂອງເປເຣັດ ຜູ້ທີ່ເປັນລູກຊາຍຂອງຢູດາ.
\s5
\v 5 ມາອາເຊອີຢາ ລູກຊາຍ ຂອງ ບາຣຸກ ແລະ ຫລານຊາຍຂອງກົນໂຮເຊ. ບັນພະບຸລຸດຄົນອື່ນ ໆ ຂອງລາວມີດັ່ງນີ້: ຮາຊາອີຢາ, ອາດາອີຢາ, ໂຢອີອາຣິບ ແລະ ເຊກາຣີຢາ ເຊື້ອສາຍຂອງເຊຣາ ຜູ້ທີ່ເປັນລູກຊາຍຂອງຢູດາ.
\v 6 ຈາກເຊື້ອສາຍຂອງເປເຣັດ ມີຜູ້ຊາຍທີ່ເກັ່ງກ້າ 468 ຄົນທີ່ອາໄສ ຢູ່ໃນນະຄອນເຢຣູຊາເລັມ.
\s5
\v 7 ບັນດາສະມາຊິກຈາກເຜົ່າຂອງເບັນຢາມິນ: ຊັນລູ ລູກຊາຍຂອງເມຊຸນລໍາ ແລະ ຫລານຊາຍຂອງໂຢເອັດ. ບັນພະບຸລຸດຄົນອື່ນ ໆ ຂອງລາວມີດັ່ງນີ້: ເປດາອີຢາ, ໂກລາອີຢາ, ມາອາເຊອີຢາ, ອີທິເອນ ແລະເຢຊາອີຢາ.
\v 8 ກັບບາຍ ແລະ ຊັນລາຍ ເປັນພີ່ນ້ອງຜູ້ໃກ້ຊິດ [ຝ] ຂອງຊັນລູ. ມີຜູ້ຊາຍຊາວເບັນຢາມິນ ທັງໝົດ 928 ຄົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ.
\v 9 ໂຢເອນ ລູກຊາຍຂອງຊີກະຣີ ເປັນຜູ້ນາໍຂອງພວກເຂົາ ແລະ ຢູດາ ລູກຊາຍຂອງຮັດເຊນູອາ ເປັນຮອງຜູ້ປົກຄອງເມືອງ.
\s5
\v 10 ບັນດາປະໂຣຫິດ: ເຢດາອີຢາ ລູກຊາຍຂອງໂຢອີອາຣິບ ແລະ ຢາກິນ.
\v 11 ເສຣາອີຢາ ລູກຊາຍຂອງຮິນກີຢາ ແລະ ຫລານຊາຍຂອງເມຊຸນລໍາ. ບັນພະບຸລຸດຂອງລາວ ມີດັ່ງນີ້: ຊາດົກ, ເມຣາອີຢົດ ແລະ ອາຮີຕຸບ ຜູ້ທີ່ເປັນມະຫາປະໂຣຫິດ.
\v 12 ສະມາຊິກທັງໝົດໃນຕະກຸນນີ້ ຜູ້ຮັບໃຊ້ຢູ່ໃນພຣະວິຫານ ມີ 822 ຄົນ. ອາດາອີຢາ ລູກຊາຍຂອງເຢໂຣຮໍາ ແລະ ຫລານຊາຍຂອງເປລາລີຢາ. ບັນພະບຸລຸດຂອງລາວ ມີດັ່ງນີ້: ອາມຊີ, ເຊກາຣີຢາ, ປັດຊູ ແລະ ມັນກີຢາ.
\s5
\v 13 ສະມາຊິກທັງໝົດໃນຕະກຸນນີ້ ຜູ້ທີ່ເປັນຫົວໜ້າຄອບຄົວ ມີ 242 ຄົນ. ອາມັດໄຊ ລູກຊາຍຂອງອາຊາເຣນ ແລະ ຫລານຊາຍຂອງອາຮະໄຊ. ບັນພະບຸລຸດຂອງລາວ ມີດັ່ງນີ້: ເມຊີນເລໂມດ ແລະ ອິມເມ.
\v 14 ສະມາຊິກທັງໝົດໃນຕະກຸນນີ້ ທີ່ເປັນທະຫານເກັ່ງກ້າ ມີ 128 ຄົນ. ຜູ້ນາໍຂອງພວກເຂົາແມ່ນ ຊັບດີເອນ ສະມາຊິກຂອງຄອບຄົວໜຶ່ງທີ່ສໍາຄັນທີ່ສຸດ. [ພ]
\s5
\v 15 ຊາວເລວີ: ເຊມາອີຢາ ລູກຊາຍຂອງຮັດຊຸບ ແລະ ຫລານຊາຍຂອງອາຊະຣິກາໍ. ບັນພະບຸລຸດຂອງລາວ ມີດັ່ງນີ້: ຮາສາບີຢາ ແລະ ບອນນີ.
\v 16 ສັບເບທາຍ ແລະ ໂຢຊາບັດ ຄົນເລວີຜູ້ດີເດັ່ນ ພວກເຂົາໄດ້ຮັບຜິດຊອບວຽກງານນອກພຣະວິຫານ.
\s5
\v 17 ມັດຕານີຢາ ລູກຊາຍຂອງມີກາ ແລະ ຫລານຊາຍຂອງຊັບດີ ແມ່ນເຊື້ອສາຍຄົນໜຶ່ງຂອງອາສັບ. ລາວເປັນຜູ້ນາໍກຸ່ມຮ້ອງເພງໃນ ພຣະວິຫານ ໂດຍຮ້ອງເພງພາວັນນາ ອະທິຖານ ໂມທະນາ ຂອບພຣະຄຸນ. ບັກບຸກີຢາ ເປັນຜູ້ຊ່ວຍຂອງມັດຕານີຢາ. ອັບດາ ລູກຊາຍຂອງຊາມມູອາ ແລະ ຫລານຊາຍຂອງກາລັນ ແມ່ນເຊື້ອສາຍຂອງເຢດູທູນ.
\v 18 ຊາວເລວີ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ເມືອງສັກສິດທັງໝົດມີ 284 ຄົນ.
\s5
\v 19 ພວກເຝົ້າຍາມພຣະວິຫານ: ອັກກຸບ, ຕັນໂມນ ແລະ ພີ່ນ້ອງທັງໝົດຂອງພວກເຂົາ ມີ 172 ຄົນ.
\v 20 ສ່ວນປະຊາຊົນອິດສະຣາເອນ ທີ່ຍັງເຫລືອ ແລະ ບັນດາປະໂຣຫິດ ທີ່ຍັງຢູ່ ແລະ ຊາວເລວີ ຕ່າງກໍອາໄສຢູ່ ໃນທີ່ດິນຂອງຕົນ ໃນເມືອງໃຫຍ່ ແລະ ເມືອງນ້ອຍອື່ນ ໆ ຂອງຢູດາຍ.
\v 21 ຜູ້ຮັບໃຊ້ໃນ ພຣະວິຫານ ໄດ້ອາໄສຢູ່ໃນສ່ວນໜຶ່ງຂອງນະຄອນເຢຣູຊາເລັມ ຊຶ່ງເອີ້ນວ່າ ໂອເຟນ ແລະ ເຮັດໜ້າທີ່ຂອງພວກເຂົາ ພາຍໃຕ້ການດູແລຂອງຊີຫາ ແລະ ກີຊະປາ.
\s5
\v 22 ຜູ້ດູແລຂອງຊາວເລວີ ທີ່ໄດ້ອາໄສຢູ່ໃນ ນະຄອນເຢຣູຊາເລັມ ແມ່ນ ອຸດຊີ. ລາວເປັນລູກຊາຍຂອງບານີ ແລະ ຫລານຊາຍຂອງຮາຊະບີຢາ. ບັນພະບຸລຸດຂອງລາວ ມີດັ່ງນີ້: ມັດຕານີຢາ ແລະ ມີກາ ຄົນໃນຕະກຸນຂອງອາສັບ ທີ່ຮັບຜິດຊອບຝ່າຍດົນຕຼີ ສໍາລັບພິທີນະມັດສະການຕ່າງ ໆ ໃນພຣະວິຫານ.
\v 23 ມີຄໍາສັ່ງຂອງກະສັດຂໍ້ໜຶ່ງ ໄດ້ບົ່ງໄວ້ວ່າ, ຕະກຸນຕ່າງ ໆ ຈະຕ້ອງສັບປ່ຽນກັນຮ້ອງເພງ ແຕ່ລະມື້ໃນພຣະວິຫານ.
\v 24 ເປທາຮີຢາ ລູກຊາຍຂອງເມເສຊາເບນ ແຫ່ງຕະກຸນ ເຊຣາ ແລະ ຢູ່ໃນເຜົ່າຢູດາ ໄດ້ຕາງໜ້າໃຫ້ ປະຊາຊົນອິດສະຣາເອນ ປະຈາໍຢູ່ທີ່ສໍານັກຂອງຈັກກະພັດແຫ່ງເປີເຊຍ.
\s5
\v 25 ປະຊາຊົນສ່ວນຫລາຍ ແມ່ນໄດ້ອາໄສຢູ່ໃນເມືອງນ້ອຍ ໃກ້ກັບໄຮ່ນາຂອງພວກເຂົາ. ພວກທີ່ເປັນຄົນໃນເຜົ່າຂອງຢູດາ ໄດ້ອາໄສຢູ່ໃນເມືອງກີຣີອາດ ອາກບາ, ດີໂບນ ແລະ ເຢກັບເຊເອນ ແລະ ໃນໝູ່ບ້ານຕ່າງ ໆ ທີ່ໃກ້ຄຽງກັບເມືອງເຫລົ່ານັ້ນ.
\v 26 ພວກເຂົາໄດ້ອາໄສຢູ່ໃນເມືອງຕ່າງ ໆ ຂອງເຢຊູອາ, ໂມລາດາ, ເບັດເປເຫລັດ
\v 27 ແລະ ຮາຊາຊູອານ ແລະໃນ ເບເອນເຊບາ ແລະໃນ ໜູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ.
\s5
\v 28 ພວກເຂົາອາໄສຢູ່ທີ່ເມືອງຊິກລັກ, ເມືອງເມໂກນາ ແລະ ໝູ່ບ້ານຂອງເມືອງນັ້ນ,
\v 29 ເມືອງເອນຣິມໂມນ, ໂຊຣາ, ຢາຣະມຸດ,
\v 30 ຊາໂນອາ, ອາດຸນລໍາ ແລະ ໝູ່ບ້ານຕ່າງ ໆ ທີ່ຢູ່ໃກ້ຄຽງກັບເມືອງເຫລົ່ານັ້ນ. ພວກເຂົາໄດ້ອາໄສຢູ່ໃນເມືອງລາກິດ ແລະ ໃນໄຮ່ນາຕ່າງ ໆ ທີ່ຢູ່ໃກ້ຄຽງ ແລະ ໃນເມືອງອາເຊກາ ແລະ ໃນໝູ່ບ້ານຕ່າງ ໆ ຂອງເມືອງນັ້ນ. ສະນັ້ນ ຈຶ່ງເວົ້າໄດ້ວ່າປະຊາຊົນຢູດາ ນັ້ນໄດ້ອາໄສຢູ່ໃນເຂດແດນ ລະຫວ່າງ ເບເອນເຊບາ ທາງພາກໃຕ້ ແລະ ຮ່ອມພູ ຮິນໂນມ ທາງພາກເໜືອ.
\v 31 ປະຊາຊົນຂອງເຜົ່າເບັນຢາມິນ ໄດ້ອາໄສຢູ່ຕັ້ງແຕ່ເມືອງ ເກບາ ທາງພາກເໜືອຈົນຮອດ ມິກມາດ, ອາອີຢາ, ເບັດເອນ ແລະ ໝູ່ບ້ານຕ່າງ ໆ ທີ່ຢູ່ໃກ້ຄຽງນັ້ນ;
\v 32 ອານາທົດ, ໂນບ, ອານານີຢາ,
\v 33 ຮາໂຊ, ຣາມາ, ກິດຕາອິມ,
\v 34 ຮາດິດ, ເສບົວອິມ, ເນບັນລັດ,
\v 35 ໂລດ ແລະ ໂອໂນ ແລະໃນຮ່ອມພູຂອງພວກຊ່າງສີມື.
\v 36 ຊາວເລວີ ບາງໝວດໄດ້ອາໄສຢູ່ໃນເຂດແດນຂອງຢູດາຍ ແລະ ໄດ້ຮັບມອບໝາຍໃຫ້ຢູ່ກັບປະຊາຊົນຂອງເຜົ່າ ເບັນຢາມິນ.
\s5
\c 12
\p
\v 1 ຕໍ່ໄປນີ້ແມ່ນບັນຊີ ລາຍຊື່ຂອງພວກປະໂຣຫິດ ແລະ ຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນນາໍ ເຊຣຸບບາເບນ ລູກຊາຍຂອງເຊອານຕີເອນ ແລະ ນາໍມະຫາປະໂຣຫິດ ໂຢຊູອາ ມີດັ່ງນີ້:
\v 2-7 ພວກປະໂຣຫິດ: ເສຣາອີຢາ, ເຢເຣມີຢາ, ເອຊະຣາ, ອາມາຣີຢາ, ມັນລຸກ, ຮັດຕຸຊະ, ເຊການີຢາ, ເຣຮຸມ, ເມເຣໂມດ, ອິດໂດ, ກິນເນໂທອີ, ອາບີຢາ, ມີຢາມິນ, ມາອາດີຢາ, ບີລະກາ, ເຊມາອີຢາ, ໂຢອີອາຣິບ, ເຢດາອີຢາ, ຊັນລູ, ອາມົກ, ຮິນກີຢາ ແລະ ເຢດາອີຢາ. ຄົນເຫລົ່ານີ້ແມ່ນພວກຜູ້ນາໍ ໃນທ່າມກາງພີ່ນ້ອງປະໂຣຫິດຂອງພວກເຂົາທັງໝົດ ຢູ່ໃນສະໄໝຂອງມະຫາປະໂຣຫິດ ໂຢຊູອາ.
\s5
\v 8 ຊາວເລວີ: ພວກທີ່ຮັບຜິດຊອບຮ້ອງເພງ ໂມທະນາ ຂອບພຣະຄຸນ ມີດັ່ງນີ້: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະ ມັດຕານີຢາ.
\v 9 ພວກທີ່ຕັ້ງກຸ່ມຮ້ອງເພງສະຫລັບກັນ ມີດັ່ງນີ້: ບັກບຸກີຢາ, ອັນໂນ ແລະ ພີ່ນ້ອງຊາວເລວີ ຄົນອື່ນ ໆ ຂອງພວກເຂົາ.
\s5
\v 10 ໂຢຊູອາ ເປັນພໍ່ຂອງໂຢອີອາກິມ; ໂຢອີອາກິມ ເປັນພໍ່ຂອງເອລີຢາຊິບ; ເອລີຢາຊິບເປັນພໍ່ຂອງໂຢອີອາດາ;
\v 11 ໂຢອີອາດາ ເປັນພໍ່ຂອງໂຢນາທານ; ໂຢນາທານ ເປັນພໍ່ຂອງຢັດດູອາ.
\s5
\v 12-21 ເມື່ອໂຢອີອາກິມ ໄດ້ເປັນມະຫາປະໂຣຫິດ ບັນດາປະໂຣຫິດທີ່ມີຊື່ ດັ່ງຕໍ່ໄປນີ້ ແມ່ນເປັຫົວຫນ້າຂອງຕະກຸນຕ່າງ ໆ ດັ່ງນີ້: \tr \th1 ປະໂຣຫິດ \th2 ຕະກຸນ \tr \tc1 ເມຣາອີຢາ \tc2 ເສຣາອີຢາ; \tr \tc1 ຮານານີຢາ \tc2 ເຢເຣມີຢາ; \tr \tc1 ເມຊຸນລໍາ \tc2 ເອຊະຣາ; \tr \tc1 ເຢໂຮຮານານ \tc2 ອາມາຣີຢາ; \tr \tc1 ໂຢນາທານ \tc2 ມັນລູກີ; \tr \tc1 ໂຢເຊັບ \tc2 ເຊບານີຢາ; \tr \tc1 ອາດະນາ \tc2 ຮາຣີມ; \tr \tc1 ເຮນກາອີ \tc2 ເມຣາອີໂຢດ; \tr \tc1 ເຊກາຣີຢາ \tc2 ອິດໂດ; \tr \tc1 ເມຊຸນລໍາ \tc2 ກິນເນໂທນ; \tr \tc1 ຊີກະຣີ \tc2 ອາບີຢາ; ຟ \tr \tc1 ມີນີອາມິນ ປລະໄຕ \tc2 ໂມອາດີຢາ; \tr \tc1 ຊາມມູອາ \tc2 ບີລະກາ; \tr \tc1 ເຢໂຮນາທານ \tc2 ເຊມາອີຢາ; \tr \tc1 ມັດເຕໄນ \tc2 ໂຢອີອາຣິບ; \tr \tc1 ອຸດຊີ \tc2 ເຢດາອີຢາ; \tr \tc1 ກັນໄລ \tc2 ຊັນໄລ; \tr \tc1 ເອເບ ອາມົກ; \tc2 \tr \tc1 ຮາຊາບີຢາ \tc2 ຮິນກີຢາ; \tr \tcr1 ເນທາເນນ \tcr2 ເຢດາອີຢາ;
\s5
\v 22 ໄດ້ມີບັນທຶກສະບັບໜຶ່ງຂອງຫົວໜ້າຄອບຄົວຊາວເລວີ ແລະຂອງພວກປະໂຣຫິດ ໄດ້ຖືກຮັກສາໄວ້ນາໍມະຫາປະໂຣຫິດ ໃນສະໄໝທີ່ພວກເຂົາຄອງຕໍາແໜ່ງ ມີດັ່ງນີ້: ເອລີອາຊິບ, ໂຢອີອາດາ, ໂຢນາທານ ແລະ ຢັດດູອາ. ບົດບັນທຶກນີ້ເຮັດສໍາເລັດ ເມື່ອກະສັດດາຣິອຸດ ຂຶ້ນເປັນຈັກກະພັດແຫ່ງເປີເຊຍ.
\v 23 ເຖິງຢ່າງໃດກໍຕາມບັນດາຫົວໜ້າຂອງຄອບຄົວຊາວເລວີ ໄດ້ຖືກບັນທຶກໄວ້ເປັນທາງການພຽງແຕ່ໃນສະໄໝຂອງໂຢນາທານ ຫລານຊາຍຂອງເອລີອາຊິບ ເທົ່ານັ້ນ.
\s5
\v 24 ພາຍໃຕ້ການຊີ້ນໍາຂອງຮາຊາບີຢາ, ເຊເຣບີຢາ, ເຢຊູອາ, ບິນນີອູ, [ມ] ແລະ ກາດມີເອນ, ຊາວເລວີໄດ້ຖືກຈັດຕັ້ງກັນເປັນຫລາຍໝວດ. ສອງໝວດຈະຕົກຜຽນກັນ ເພື່ອຮ້ອງເພງສໍາລັບການສັນລະເສີນ ແລະ ການໂມທະນາ ຂອບພຣະຄຸນ ຕາມຄໍາແນະນາໍທີ່ກະສັດດາວິດ ຄົນຂອງພຣະເຈົ້າໄດ້ມອບໝາຍໃຫ້.
\v 25 ພວກຄົນເຝົ້າຍາມທີ່ມີໜ້າທີ່ຮັບຜິດຊອບ ບ່ອນມ້ຽນເຄື່ອງທາງປະຕູເຂົ້າພຣະວິຫານ ມີດັ່ງນີ້: ມັດຕານີຢາ, ບັກບຸກີຢາ, ໂອບາດີຢາ, ເມຊຸນລໍາ, ຕັນໂມນ ແລະ ອັກກຸບ.
\v 26 ປະຊາຊົນເຫລົ່ານີ້ໄດ້ມີຊີວິດຢູ່ໃນສະໄໝຂອງໂຢອີອາກິມ ລູກຊາຍ ຂອງໂຢຊູອາ ຫລານຊາຍຂອງໂຢຊາດັກ ແລະ ໃນສະໄໝຂອງຜູ້ປົກຄອງເນເຫມີຢາ ແລະ ສະໄໝຂອງເອຊະຣາ ຜູ້ທີ່ເປັນປະໂຣຫິດ ທັງເປັນນັກຮຽນຮູ້ດ້ານກົດບັນຍັດ.
\s5
\v 27 ເວລາອຸທິດຖວາຍກໍາແພງຂອງນະຄອນເຢຣູຊາເລັມ ນັ້ນຊາວເລວີແມ່ນໄດ້ຖືກນາໍມາຈາກທົ່ວທຸກບ່ອນທີ່ພວກເຂົາອາໄສຢູ່ ເພື່ອພວກເຂົາຈະສາມາດຮ່ວມໃນພິທີສະຫລອງຂອງການອຸທິດຖວາຍໃນຄັ້ງນີ້ ໂດຍຮ້ອງເພງໂມທະນາ ຂອບພຣະຄຸນ ພ້ອມດ້ວຍສຽງແສ່ງ ແລະ ສຽງພິນ.
\v 28 ຄອບຄົວຂອງພວກນັກຮ້ອງຊາວເລວີ ໄດ້ຖືກນໍາມາເຕົ້າໂຮມກັນ ຈາກບ່ອນທີ່ພວກເຂົາໄດ້ ຕັ້ງຖິ່ນຖານຢູ່ອ້ອມແອ້ມນະຄອນເຢຣູຊາເລັມ ແລະ ຈາກເມືອງເລັກເມືອງນ້ອຍຕ່າງ ໆ ອ້ອມແອ້ມເມືອງເນໂຕຟາ,
\s5
\v 29 ແລະຈາກ ເບັດກິນການ, ເກບາ ແລະ ອາຊະມາເວດ.
\v 30 ພວກປະໂຣຫິດ ແລະ ຊາວເລວີ ໄດ້ປະກອບພິທີຊໍາລະສໍາລັບຕົນເອງ, ປະຊາຊົນ, ປະຕູຕ່າງ ໆ ຂອງກາໍແພງເມືອງ ແລະ ກາໍແພງນະຄອນເຢຣູຊາເລັມ.
\s5
\v 31 ຂ້າພະເຈົ້າໄດ້ເຕົ້າໂຮມພວກຜູ້ນາໍຂອງແຂວງຢູດາຍ ທີ່ເທິງກາໍແພງເມືອງ ແລະ ມອບໝາຍໃຫ້ພວກເຂົາຄວບຄຸມສອງໝວດໃຫຍ່ ເດີນເປັນຂະບວນອ້ອມຮອບຕົວເມືອງ ເພື່ອໂມທະນາຂອບພຣະຄຸນພຣະເຈົ້າ. ໝວດທີໜຶ່ງໃຫ້ຍ່າງເທິງກາໍແພງເບຶ້ອງຂວາ ໄປຍັງປະຕູກອງຂີ້ເຫຍື້ອ. [ຢ]
\s5
\v 32 ໂຮຊາອີຢາ ຍ່າງທາງຫລັງຂອງນັກຮ້ອງ ຕິດຕາມດ້ວຍບັນດາຜູ້ນາໍຂອງຊາວຢູດາເຄິ່ງໜຶ່ງ.
\v 33 ປະໂຣຫິດ ຜູ້ທີ່ຍ່າງຕາມແລະເຮັດໜ້າທີ່ເປົ່າແກ ມີດັ່ງນີ້: ອາຊາຣີຢາ, ເອຊະຣາ, ເມຊຸນລໍາ,
\v 34 ຢູດາ, ເບັນຢາມິນ, ເຊມາອີຢາ ແລະເຢເຣມີຢາ.
\v 35 ຕໍ່ມາແມ່ນ ເຊກາຣີຢາ ລູກຊາຍຂອງໂຢນາທານ ແລະ ຫລານຊາຍຂອງເຊມາອີຢາ. (ບັນພະບຸລຸດຂອງເພິ່ນ ມີດັ່ງນີ້: ມັດຕານີຢາ, ມີກາອີຢາ ແລະສັກກູເຣ, ຈາກຕະກຸນ ອາສັບ.)
\s5
\v 36 ຕິດຕາມເພິ່ນມາ ແມ່ນສະມາຊິກຄົນອື່ນ ໆ ໃນຕະກຸນ ມີດັ່ງນີ້: ເຊມາອີຢາ, ອາຊາເຣນ, ມີລາໄລ, ກີລາໄລ, ມາໄອ, ເນທາເນນ, ຢູດາ ແລະ ຮານານີ; ທັງໝົດລ້ວນແຕ່ຖືເຄື່ອງດົນຕຼີຊະນິດ ທີ່ຖືກກາໍນົດໃຫ້ຫລີ້ນໂດຍກະສັດດາວິດ ຄົນຂອງພຣະເຈົ້າ. ເອຊະຣາ ນັກຮຽນຮູ້ດ້ານກົດບັນຍັດ ເປັນຜູ້ນາໍຂະບວນ.
\v 37 ເມື່ອມາຮອດປະຕູນໍ້າພຸ ພວກເຂົາຂຶ້ນ ຂັ້ນໄດທີ່ນາໍໄປສູ່ເມືອງຂອງດາວິດ ຜ່ານວັງຂອງກະສັດດາວິດ ແລະກໍກັບມາທາງກາໍແພງຂອງປະຕູນາໍ້ ທາງດ້ານທິດຕາເວັນອອກຂອງຕົວເມືອງ.
\s5
\v 38 ສ່ວນອີກໝວດໜຶ່ງ ກໍໃຫ້ໂມທະນາຂອບພຣະຄຸນ ເດີນເປັນຂະບວນໄປທາງຊ້າຍ ລຽບຕາມກາໍແພງໂດຍມີຂ້າພະເຈົ້າເອງ ແລະ ປະຊາຊົນອີກເຄິ່ງໜຶ່ງຕິດຕາມໄປ. ພວກເຮົາເດີນເປັນຂະບວນຜ່ານຫໍຄອຍເຕົາອົບ ໄປສູ່ກາໍແພງກວ້າງ
\v 39 ແລະ ຈາກທີ່ນັ້ນພວກເຮົາຜ່ານໄປທາງປະຕູເອຟຣາອິມ, ປະຕູເຢຊານາ, [ຣ] ປະຕູປາ, ຫໍຄອຍຂອງຮານາເນນ, ກັບຫໍຄອຍຂອງຄົນໜຶ່ງຮ້ອຍ, ສູ່ປະຕູແກະ. ພວກເຮົາຕ່າງກໍເດີນເປັນຂະບວນ ແລະ ມາຢຸດຢູ່ໃກ້ກັບປະຕູເຂົ້າຂອງພຣະວິຫານ.
\s5
\v 40 ດັ່ງນັ້ນ ທັງສອງໝວດຊຶ່ງໂມທະນາ ຂອບພຣະຄຸນພຣະເຈົ້າ ຈຶ່ງໄດ້ມາຮອດບໍລິເວນຂອງພຣະວິຫານຂອງພຣະເຈົ້າ. ນອກຈາກບັນດາຜູ້ນາໍທີ່ມາກັບຂ້າພະເຈົ້າແລ້ວ
\v 41 ໝວດຂອງຂ້າພະເຈົ້າຍັງປະກອບດ້ວຍປະໂຣຫິດ ທີ່ເຮັດໜ້າທີ່ເປົ່າແກ ມີດັ່ງນີ້: ເອລີອາກິມ, ມາອາເຊອີຢາ, ມີນີອາມິນ, ມີກາອີຢາ, ເອລີໂອນາຍ, ເຊກາຣີຢາ ແລະ ຮານານີຢາ;
\v 42 ແລະຜູ້ຕິດຕາມພວກເຂົາ ມີດັ່ງນີ້: ມາອາເຊອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ ແລະ ເອເຊ. ນັກຮ້ອງຕ່າງ ໆ ທີ່ນາໍໂດຍເຢຊະຣາຮີຢາ ກໍຮ້ອງເພງຈົນສຸດ ສຽງຂອງພວກເຂົາ.
\s5
\v 43 ໃນມື້ນັ້ນ ພວກເຮົາໄດ້ຖວາຍເຄື່ອງບູຊາຫລາຍຢ່າງ ແລະ ປະຊາຊົນຕ່າງກໍຊົມຊື່ນຍິນດີທີ່ສຸດ; ເພາະພຣະເຈົ້າເຮັດໃຫ້ພວກເຮົາສຸກສະບາຍໃນຈິດໃຈ. ຜູ້ຍິງ ແລະ ເດັກນ້ອຍກໍຮ່ວມໃນການສະຫລອງຄັ້ງນີ້ດ້ວຍ ແລະ ສຽງຂອງພວກເຂົາໄດ້ຍິນໄປໄກຫລາຍກິໂລແມັດ.
\s5
\v 44 ໃນເວລານັ້ນ ພວກເຂົາໄດ້ຊອກຫາຜູ້ຮັບຜິດຊອບບ່ອນມ້ຽນເຄື່ອງຂອງທີ່ຄົນນາໍມາບໍລິຈາກ ສໍາລັບພຣະວິຫານ ຊຶ່ງປະກອບດ້ວຍໜຶ່ງສ່ວນສິບ, ຜົນລະປູກເທື່ອທາໍອິດຂອງພືດຜົນເປັນເມັດ ແລະ ໝາກໄມ້ສຸກເທື່ອທໍາອິດໃນຕົ້ນປີ. ຄົນເຫລົ່ານີ້ແມ່ນຮັບຜິດຊອບຮວບຮວມເຄື່ອງປູກຂອງຝັງ ຈາກໄຮ່ ນາໃກ້ຄຽງໃນເມືອງຕ່າງ ໆ ທີ່ນາໍມາບໍລິຈາກ ສໍາລັບພວກປະໂຣຫິດ ແລະ ຊາວເລວີ ຕາມທີ່ກົດບັນຍັດໄດ້ບົ່ງໄວ້. ປະຊາຊົນຊາວຢູດາ ທັງໝົດຕ່າງກໍພໍໃຈນາໍພວກປະໂຣຫິດ ແລະ ຊາວເລວີ
\v 45 ເພາະວ່າ ພວກເຂົາໄດ້ປະກອບພິທີຊໍາລະຕ່າງ ໆ ແລະ ພິທີອື່ນ ໆ ອີກ ທີ່ພຣະເຈົ້າໄດ້ສັ່ງ. ນັກດົນຕຼີປະຈາໍພຣະວິຫານ ກັບພວກຄົນເຝົ້າຍາມພຣະວິຫານ ກໍເຮັດໜ້າທີ່ຂອງພວກເຂົາ ເຊັ່ນດຽວກັນຕາມ ກົດລະບຽບທີ່ກະສັດດາວິດ ແລະ ກະສັດໂຊໂລໂມນ ລູກຊາຍຂອງກະສັດດາວິດ ໄດ້ວາງໄວ້.
\s5
\v 46 ເປັນເວລາດົນນານມາແລ້ວ ນັບຕັ້ງແຕ່ ສະໄໝຂອງກະສັດດາວິດ ແລະ ນັກດົນຕຼີ ອາສັບ ທີ່ພວກນັກດົນຕຼີໄດ້ຮ້ອງເພງສັນລະເສີນ ແລະ ໂມທະນາຂອບພຣະຄຸນ ພຣະເຈົ້າ.
\v 47 ໃນສະໄໝຂອງເຊຣຸບບາເບນ ແລະ ໃນສະໄໝຂອງເນເຫມີຢາ ເຊັ່ນກັນ ປະຊາຊົນອິດສະຣາເອນທຸກຄົນກໍໄດ້ບໍລິຈາກຂອງຂວັນປະຈາໍວັນ ເພື່ອສະໜັບສະໜູນພວກນັກດົນຕຼີ ປະຈາໍພຣະວິຫານ ແລະ ພວກເຝົ້າຍາມພຣະວິຫານ. ປະຊາຊົນໄດ້ມອບຂອງຖວາຍອັນສັກສິດນີ້ໃຫ້ແກ່ຊາວເລວີ ແລະ ຊາວເລວີ ໄດ້ມອບສ່ວນທີ່ຕ້ອງການ ຕາມທີ່ໄດ້ບົ່ງໄວ້ນັ້ນໃຫ້ພວກປະໂຣຫິດ.
\s5
\c 13
\p
\v 1 ເມື່ອກາໍລັງອ່ານກົດບັນຍັດຂອງໂມເຊ ດ້ວຍສຽງອັນດັງໃຫ້ປະຊາຊົນຟັງຢູ່ນັ້ນ ພວກເຂົາກໍອ່ານມາຮອດຕອນທີ່ໄດ້ກ່າວວ່າ ບໍ່ມີຊາວອໍາໂມນ ຫລື ຊາວໂມອາບ ໃດ ໆ ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມກັບປະຊາຊົນຂອງ ພຣະເຈົ້າ.
\v 2 ເລື່ອງນີ້ໄດ້ສືບເນື່ອງມາຈາກ ຊາວອໍາໂມນ ແລະ ຊາວໂມອາບ ບໍ່ຍອມໃຫ້ອາຫານ ແລະ ນາໍ້ແກ່ຊາວອິດສະຣາເອນ ໃນຄາວທີ່ພວກເຂົາໄດ້ໜີອອກມາຈາກປະເທດເອຢິບ. ແຕ່ພວກເຂົາຊໍ້າພັດໃຊ້ເງິນໄປຈ້າງບາລາອາມ ເພື່ອມາສາບແຊ່ງຊາດອິດສະຣາເອນ; ແຕ່ພຣະເຈົ້າຂອງພວກເຮົາ ໄດ້ປ່ຽນຄໍາສາບແຊ່ງມາເປັນຄໍາອວຍພອນ.
\v 3 ເມື່ອປະຊາຊົນອິດສະຣາເອນໄດ້ຍິນກົດບັນຍັດທີ່ໄດ້ອ່ານນີ້ ພວກເຂົາຈຶ່ງໄລ່ຄົນຕ່າງຊາດທັງໝົດອອກໄປຈາກທີ່ຊຸມນຸມຂອງປະຊາຊົນ.
\s5
\v 4 ປະໂຣຫິດ ເອລີອາຊິບ ຜູ້ທີ່ຮັບຜິດຊອບຄັງມ້ຽນເຄື່ອງຂອງພຣະວິຫານໄດ້ມີຄວາມ ສໍາພັນທີ່ດີກັບໂຕບີຢາ ເປັນເວລາດົນນານ.
\v 5 ເພິ່ນ​ໄດ້​ອະ​ນ​ຸ​ຍາດ​ໃຫ້​ໂຕ​ບີ​ຢາ ໃຊ້​ຫ້ອງ​ໃຫຍ່​ຫ້ອ​ງ​ໜຶ່ງ ຊຶ່ງ​ແຕ່​ກ່ອນ​ໄດ້​ໃຊ້​ມ້ຽນ​ເຄື່ອງ​ຖວາຍ​ໂດຍ​ສະ​ເພ​າະ ເຊັ່ນ: ພືດ​ຜົນ​ເປັນ​ເມັດ​ກ​ັບ​ເຄື່ອງ​ຫອມ, ເຄື່ອງ​ໃຊ້​ປະ​ຈຳ​ພ​ຣະ​ວິ​ຫານ, ເຄື່ອງ​ຖວາຍ​ຕ່າງ ໆ ສຳ​ລັບ​ບັນ​ດາ​ປະ​ໂຣ​ຫິດ ແລະ​ໜຶ່ງ​ສ່ວນ​ສິບ​ຂອງ​ພືດ​ຜົນ​ເປັນ​ເມັດ, ເຫລົ້າ​ອະ​ງຸ່ນ ແລະ ນ້ຳ​ມັນ​ໝາກກອກ​ເທດ ທີ່​ໄດ້​ຖວາຍ​ໃຫ້​ຊາວ​ເລ​ວີ, ໃຫ້​ພວກ​ນັກ​ດົນ​ຕຼີ​ປະ​ຈຳ​ພ​ຣະ​ວິ​ຫານ.
\s5
\v 6 ໃນຂະນະທີ່ເກີດເລື່ອງເຊັ່ນນີ້ ຂ້າພະເຈົ້າບໍ່ໄດ້ຢູ່ໃນນະຄອນເຢຣູຊາເລັມ ເພາະວ່າໃນຣາຊການປີທີສາມສິບສອງ ຂອງເຈົ້າອາກຕາເຊເຊັດ [ລ] ໄດ້ເປັນກະສັດຂອງນະຄອນບາບີໂລນ ນັ້ນ ຂ້າພະເຈົ້າໄດ້ກັບຄືນໄປລາຍງານຕໍ່ເພິ່ນ.
\v 7 ຕໍ່ມາບໍ່ດົນ ຂ້າພະເຈົ້າກໍໄດ້ຮັບອະນຸຍາດຈາກເພິ່ນໃຫ້ກັບຄືນມາຍັງນະຄອນເຢຣູຊາເລັມ. ຢູ່ທີ່ນະຄອນເຢຣູຊາເລັມ ນີ້ ຂ້າພະເຈົ້າຕົກຕະລຶງເມື່ອເຫັນວ່າ ເອລີອາຊິບ ໄດ້ອະນຸຍາດໃຫ້ໂຕບີຢາ ໃຊ້ຫ້ອງໃນພຣະວິຫານ.
\s5
\v 8 ຂ້າພະເຈົ້າໂກດຮ້າຍຫລາຍ ແລະ ໂຍນສິ່ງທັງໝົດທີ່ເປັນຂອງໂຕບີຢາ ນັ້ນອອກໄປ.
\v 9 ຂ້າພະເຈົ້າສັ່ງໃຫ້ເຮັດພິທີຊໍາລະຫ້ອງນີ້ ຈາກມົນທິນ ແລະ ໃຫ້ນາໍເຄື່ອງໃຊ້ປະຈາໍ ພຣະວິຫານ, ເຄື່ອງຖວາຍພືດຜົນເປັນເມັດແລະ ເຄື່ອງຫອມຄືນມາໄວ້ບ່ອນເກົ່າ.
\s5
\v 10 ຂ້າພະເຈົ້າຮູ້ເຊັ່ນກັນວ່າ ພວກນັກດົນຕຼີ ປະຈາໍພຣະວິຫານ ແລະ ຊາວເລວີ ຄົນອື່ນ ໆ ໄດ້ໜີຈາກນະຄອນເຢຣູຊາເລັມ ແລະ ກັບຄືນ ໄປຍັງໄຮ່ນາຂອງພວກເຂົາ ເພາະປະຊາຊົນບໍ່ໄດ້ບໍລິຈາກເຄື່ອງຂອງໃຫ້ພວກເຂົາພຽງພໍ ເພື່ອດໍາລົງຊີວິດຢູ່.
\v 11 ຂ້າພະເຈົ້າຈຶ່ງຕິຕຽນບັນດາຂ້າຣາຊການ ທີ່ໄດ້ລະເລີຍຕໍ່ພຣະວິຫານ. ແລ້ວຂ້າພະເຈົ້າກໍນໍາເອົາຊາວເລວີ ແລະ ພວກນັກດົນຕຼີ ໃຫ້ກັບຄືນມາປະຈາໍໜ້າທີ່ໃນພຣະວິຫານອີກ ແລະ ໃຫ້ພວກເຂົາປະຕິບັດໜ້າທີ່ຄືນໃໝ່.
\s5
\v 12 ຕໍ່ມາ ປະຊາຊົນອິດສະຣາເອນທຸກຄົນ ຈຶ່ງເລີ່ມຕົ້ນນາໍໜຶ່ງສ່ວນສິບ ມາຍັງຄັງຂອງພຣະວິຫານ ເຊັ່ນ: ພືດຜົນເປັນເມັດ, ເຫລົ້າອະງຸ່ນ ແລະ ນາໍ້ມັນໝາກກອກເທດ.
\v 13 ຂ້າພະເຈົ້າໄດ້ແຕ່ງຕັ້ງບຸກຄົນ ດັ່ງຕໍ່ໄປນີ້ໃຫ້ຮັບຜິດຊອບຄັງຂອງພຣະວິຫານ: ປະໂຣຫິດ ເຊເລມີຢາ; ຊາດົກ ນັກຮຽນຮູ້ດ້ານກົດບັນຍັດ ແລະ ເປດາອີຢາ ຄົນເລວີ. ຮານານ ລູກຊາຍຂອງສັກກູເຣ ແລະ ຫລານຊາຍຂອງມັດຕານີຢາ ເປັນຜູ້ຊ່ວຍຂອງພວກເຂົາ. ຂ້າພະເຈົ້າຮູ້ວ່າ ຄົນເຫລົ່ານີ້ເປັນທີ່ໄວ້ວາງໃຈໄດ້ ແລະ ເປັນຄົນສັດຊື່ໃນການແຈກຢາຍເຄື່ອງຂອງໃຫ້ແກ່ພີ່ນ້ອງທີ່ເຮັດວຽກດ້ວຍກັນ.
\v 14 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຊົງໂຜດຈົດຈາໍ ສິ່ງທັງໝົດເຫລົ່ານີ້ ທີ່ຂ້ານ້ອຍໄດ້ເຮັດສໍາລັບພຣະວິຫານຂອງພຣະອົງ ແລະ ສໍາລັບພິທີນະມັດສະການຕ່າງ ໆ ໃນທີ່ນັ້ນ ດ້ວຍເຖີດ.
\s5
\v 15 ໃນເວລານັ້ນ ຂ້າພະເຈົ້າໄດ້ເຫັນປະຊາຊົນທີ່ແຂວງຢູດາຍ ບີບໝາກອະງຸ່ນໃນວັນຊະບາໂຕ. ພວກອື່ນອີກພວມຂົນເອົາພືດຜົນເປັນເມັດ, ເຫລົ້າອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ ສິ່ງຂອງອື່ນ ໆ ໃສ່ເທິງຫລັງລໍຂອງພວກເຂົາ ນາໍມາທີ່ນະຄອນເຢຣູຊາເລັມ; ຂ້າພະເຈົ້າໄດ້ເຕືອນພວກເຂົາ ບໍ່ໃຫ້ຂາຍສິ່ງໃດ ໆ ໃນວັນຊະບາໂຕ.
\s5
\v 16 ມີຊາວເມືອງຕີເຣ ບາງຄົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ໄດ້ນາໍປາ ແລະ ສິນຄ້ານາ ໆ ຊະນິດ ທີ່ມີໃນເມືອງ ມາຂາຍໃຫ້ປະຊາຊົນຂອງພວກເຮົາ ໃນວັນຊະບາໂຕ.
\v 17 ຂ້າພະເຈົ້າໄດ້ກ່າວປະນາມ ບັນດາຜູ້ນາໍຊາວຢິວ ໂດຍບອກພວກເຂົາວ່າ, “ເບິ່ງຄວາມຊົ່ວຊ້າທີ່ພວກເຈົ້າພວມເຮັດດູ ພວກເຈົ້າກາໍລັງເຮັດໃຫ້ວັນຊະບາໂຕ ຂາດຄວາມສັກສິດ.
\v 18 ສະນັ້ນແຫລະ ພຣະເຈົ້າຈຶ່ງລົງໂທດບັນພະບຸລຸດຂອງພວກເຈົ້າ ເມື່ອພຣະອົງໄດ້ນາໍຄວາມຈິບຫາຍມາສູ່ ເມືອງນີ້ ແລະດຽວນີ້ພວກເຈົ້າຍັງຂືນເຮັດໃຫ້ ພຣະອົງໂກດຮ້າຍຊາດອິດສະຣາເອນຢູ່ ໂດຍເຮັດໃຫ້ວັນຊະບາໂຕ ຂາດຄວາມສັກສິດ.”
\s5
\v 19 ສະນັ້ນ ທຸກ ໆ ເທື່ອກ່ອນຈະເຖິງວັນຊະບາໂຕ ຂ້າພະເຈົ້າຈຶ່ງສັ່ງໃຫ້ອັດປະຕູເມືອງກ່ອນຄໍ່າ [ວ] ແລະບໍ່ໃຫ້ໄຂອີກ ຈົນກວ່າວັນຊະບາໂຕ ຜ່ານພົ້ນໄປ. ຂ້າພະເຈົ້າໃຫ້ຄົນຂອງຂ້າພະເຈົ້າ ບາງຄົນປະຈາໍຢູ່ທີ່ປະຕູ ເພື່ອໃຫ້ແນ່ໃຈວ່າ ບໍ່ມີສິ່ງໃດຖືກນໍາເຂົ້າມາໃນເມືອງ ໃນວັນຊະບາໂຕ.
\v 20 ມີເທື່ອໜຶ່ງ ຫລື ສອງເທື່ອ ທີ່ພວກພໍ່ຄ້າໄດ້ນອນຄ້າງຄືນພ້ອມດ້ວຍສິນຄ້າຕ່າງ ໆ ຂອງພວກເຂົາໃນ ວັນສຸກ ທາງນອກປະຕູເມືອງ.
\s5
\v 21 ຂ້າພະເຈົ້າໄດ້ເຕືອນພວກເຂົາວ່າ, “ບໍ່ມີປະໂຫຍດຫຍັງ ທີ່ຄອຍຢູ່ທີ່ນີ້ຈົນເຖິງຕອນເຊົ້າ. ຖ້າພວກເຈົ້າຂືນເຮັດອີກ ຂ້ອຍຈະໃຊ້ກາໍລັງ. ” ຕັ້ງແຕ່ນັ້ນມາ ພວກເຂົາກໍບໍ່ກ້າກັບມາອີກ ໃນວັນຊະບາໂຕ.
\v 22 ຂ້າພະເຈົ້າສັ່ງໃຫ້ຊາວເລວີ ຊໍາລະຕົວ ແລະ ໄປເຝົ້າຍາມປະຕູ ເພື່ອໃຫ້ແນ່ໃຈວ່າ ວັນຊະບາໂຕ ໄດ້ຖືກຮັກສາໄວ້ໃຫ້ບໍຣິສຸດ. ໂອ ພຣະເຈົ້າຂອງຂ້ານ້ອຍ ເອີຍ ໂຜດລະນຶກເຖິງຂ້ານ້ອຍ ໃນເລື່ອງນີ້ເຊັ່ນດຽວກັນແດ່ທ້ອນ ແລະ ຂໍຊົງໂຜດເອັນດູຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ.
\s5
\v 23 ໃນເວລານັ້ນ ຂ້າພະເຈົ້າກໍຄົ້ນພົບເຊັ່ນດຽວກັນວ່າ ມີຜູ້ຊາຍຢິວຫລາຍຄົນໄດ້ແຕ່ງງານກັບຜູ້ຍິງຊາວເມືອງອາສະໂດດ, ອໍາໂມນ ແລະ ໂມອາບ.
\v 24 ລູກຂອງພວກເຂົາ ຕັ້ງເຄິ່ງໜຶ່ງເວົ້າພາສາຂອງຊາວເມືອງອາສະໂດດ ຫລື ພາສາອື່ນ ໆ ແລະ ບໍ່ຮູ້ຈັກເວົ້າພາສາຂອງພວກເຮົາເລີຍ.
\s5
\v 25 ຂ້າພະເຈົ້າໄດ້ກ່າວປະນາມພວກຜູ້ຊາຍເຫລົ່ານັ້ນ ໂດຍໄດ້ສາບແຊ່ງ, ຕົບຕີ ແລະ ດືງຜົມຂອງພວກເຂົາ. ແລ້ວຂ້າພະເຈົ້າກໍໃຫ້ພວກເຂົາສາບານໃນນາມຂອງພຣະເຈົ້າ ວ່າ ພວກເຂົາ ຫລື ລູກຫລານຂອງພວກເຂົາ ຈະແຕ່ງງານ ກັບຄົນຕ່າງຊາດອີກບໍ່ໄດ້ຈັກເທື່ອ.
\v 26 ຂ້າພະເຈົ້າບອກພວກເຂົາວ່າ, “ແມ່ນພວກຜູ້ຍິງຕ່າງຊາດ ທີ່ໄດ້ເຮັດໃຫ້ກະສັດໂຊໂລໂມນ ເຮັດບາບ. ເພິ່ນເປັນກະສັດຜູ້ຍິ່ງໃຫຍ່ ລື່ນບັນດາກະສັດຂອງຊົນຊາດອື່ນ ໆ. ພຣະເຈົ້າຮັກເພິ່ນ ແລະ ໃຫ້ເພິ່ນຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນ ທັງໝົດ ແລະ ໃນຂະນະດຽວກັນນັ້ນ ເພິ່ນໄດ້ຫລົງເຮັດບາບນີ້.
\v 27 ຖ້າດັ່ງນັ້ນ ຈະໃຫ້ພວກເຮົາເຫັນດີດ້ວຍກັນກັບພວກເຈົ້າ ແລະ ບໍ່​ເຊື່ອຟັງພຣະເຈົ້າຂອງພວກເຮົາ ໂດຍໄປແຕ່ງງານ ກັບຍິງຕ່າງຊາດໄດ້ບໍ?”
\s5
\v 28 ໂຢອີອາດາ ເປັນລູກຊາຍຂອງມະຫາ ປະໂຣຫິດ ເອລີອາຊິບ, ແຕ່ລູກຊາຍຜູ້ໜຶ່ງຂອງໂຢອີອາດາ ໄດ້ແຕ່ງງານກັບລູກສາວ ຂອງຊານບັນລັດ ຈາກເມືອງເບັດໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງໃຫ້ໂຢອີອາດາ ອອກໄປຈາກນະຄອນເຢຣູຊາເລັມ.
\v 29 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ເອີຍ ໂຜດຈົດຈາໍສິ່ງທີ່ຄົນເຫລົ່ານັ້ນ ໄດ້ດູໝິ່ນປະໝາດຕໍາແໜ່ງປະໂຣຫິດ ແລະ ພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກປະໂຣຫິດ ແລະ ຊາວເລວີ ດ້ວຍເຖີດ.
\s5
\v 30 ຂ້າພະເຈົ້າໄດ້ຊໍາລະປະຊາຊົນ ຈາກມົນທິນຂອງທຸກສິ່ງທີ່ເປັນຂອງຊາວຕ່າງຊາດ; ຂ້າພະເຈົ້າຈັດຕຽມກົດລະບຽບ ສໍາລັບ ບັນດາປະໂຣຫິດ ແລະ ຊາວເລວີ ເພື່ອວ່າແຕ່ ລະຄົນຈະໄດ້ຮູ້ຈັກໜ້າທີ່ຂອງຕົນ;
\v 31 ຂ້າພະເຈົ້າຈັດແຈງ ໃຫ້ພວກເຂົາຫາຟືນເພື່ອເຜົາເຄື່ອງບູຊາ ໃຫ້ໄດ້ຕາມກາໍນົດ ແລະ ໃຫ້ປະຊາຊົນນາໍພືດຜົນ ແລະ ໝາກໄມ້ສຸກເທື່ອທາໍອິດມາຖວາຍ. ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ເອີຍ ຂໍໂຜດນັບສິ່ງທັງໝົດນີ້ວ່າ ເປັນກິດຈະການອັນດີຂອງຂ້ານ້ອຍດ້ວຍ.