forked from WA-Catalog/lo_bible
2875 lines
534 KiB
Plaintext
2875 lines
534 KiB
Plaintext
\id GEN
|
||
\ide UTF-8
|
||
\h ປະຖົມມະການ
|
||
\toc1 ປະຖົມມະການ
|
||
\toc2 ປະຖົມມະການ
|
||
\toc3 gen
|
||
\mt ປະຖົມມະການ
|
||
|
||
\s5
|
||
\c 1
|
||
\p
|
||
\v 1 ເມື່ອ ພຣະເຈົ້າ ຕັ້ງຕົ້ນ ນິຣະມິດ ສ້າງ ຈັກ ກະວານ ນັ້ນ (ກ)
|
||
\v 2 ໂລກ ບໍ່ທັນ ມີ ຮູບຮ່າງ ແລະ ຍັງ ວ່າງ ເປົ່າຢູ່. ຄວາມມືດ ໄດ້ ຫຸ້ມ ຫໍ່ ມະຫາສະໝຸດ ອັນ ກວ້າງໃຫຍ່ ໄພສານ ແລະ ພຣະວິນຍານ ຂອງ ພຣະເຈົ້າ (ຂ) ໄດ້ ປົກ ຄຸມ ຢູ່ ເທິງ ໜ້າ ນ້ຳ.
|
||
|
||
\s5
|
||
\v 3 ພຣະເຈົ້າ ໄດ້ ສັ່ງ ວ່າ, “ໃຫ້ ເກີດ ມີ ແສງ ແຈ້ງ ສ່ອງ ຂຶ້ນ” ແລະ ກໍ ເປັນ ດັ່ງນັ້ນ.
|
||
\v 4 ພຣະອົງ ຊົມ ແຈ້ງ ນັ້ນ ແລ້ວ ເຫັນ ວ່າ ດີ. ພຣະອົງ ແຍກ ແຈ້ງ ອອກ ຈາກ ມືດ
|
||
\v 5 ແລະ ເອີ້ນ ແຈ້ງ ນັນ ວ່າ, “ກາງ ເວັນ ” ແລະ ເອີ້ນ ມືດ ນັ້ນ ວ່າ, “ກາງ ຄືນ. ” ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນແມ່ນ ມື້ ທີໜຶ່ງ.
|
||
|
||
\s5
|
||
\v 6 ແລ້ວ ພຣະເຈົ້າ ກໍ ສັ່ງ ວ່າ, “ໃຫ້ ມີ ວົງ ໂຄ້ງ ແຍກ ນ້ຳ ອອກ ຈາກ ກັນ ເປັນ ສອງ ສ່ວນ ຄື: ນາໍ້ ທີ່ ຢູ່ ເທິງ ວົງ ໂຄ້ງ ແລະ ນາໍ້ ຢູ່ ລຸ່ມ ວົງ ໂຄ້ງ. ”
|
||
\v 7 ແລະ ກໍ ເປັນ ດັ່ງ ນັ້ນ.
|
||
\v 8 ພຣະອົງ ເອີ້ນ ວົງໂຄ້ງ ນັ້ນ ວ່າ, “ຟ້າ ”. ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນແມ່ນ ມື້ ທີ ສອງ.
|
||
|
||
\s5
|
||
\v 9 ແລ້ວ ພຣະເຈົ້າ ກໍສັ່ງ ວ່າ, “ໃຫ້ ນໍ້າ ທີ່ ຢູ່ ລຸ່ມທ້ອງຟ້າ ມາ ໂຮມກັນ ຢູ່ ບ່ອນດຽວ ເພື່ອ ພື້ນ ດິນ ຈະໄດ້ ປາກົດ ຂຶ້ນ ” ແລະກໍ ເປັນ ດັ່ງ ນັ້ນ.
|
||
\v 10 ພຣະອົງ ເອີ້ນ ບ່ອນແຫ້ງນັ້ນ ວ່າ, “ແຜ່ນດິນໂລກ” ແລະບ່ອນທີ່ ນ້ຳມາໂຮມກັນນັ້ນ ວ່າ, “ມະຫາສະໝຸດ. ” ພຣະອົງ ຊົມ ສິ່ງ ທີ່ໄດ້ ນິຣະມິດສ້າງ ຂຶ້ນ ມາແລ້ວ ກໍເຫັນວ່າດີ.
|
||
|
||
\s5
|
||
\v 11 ແລ້ວພຣະອົງສັ່ງວ່າ, “ໃຫ້ ແຜ່ນດິນ ເກີດ ພືດ ທຸກ ຊະນິດ ທັງ ແນວ ເປັນເມັດ ແລະ ແນວ ເປັນ ໝາກ ຕາມ ຊະນິດ ຂອງ ມັນ” ແລະ ກໍ ເປັນ ດັ່ງ ນັ້ນ.
|
||
\v 12 ສະນັ້ນ ພືດ ທຸກຊະນິດ ຈຶ່ງ ເກີດ ຂຶ້ນ ຕາມ ຊະນິດ ຂອງມັນ ຕາມທີ່ພຣະອົງ ໄດ້ ສັ່ງ. ພຣະເຈົ້າ ຊົມ ສຶ່ງ ທີ່ ໄດ້ ນິຣະມິດ ສ້າງຂຶ້ນ ມາແລ້ວ ກໍ ເຫັນ ວ່າດີ.
|
||
\v 13 ມີ ເວລາຄ່ຳ ແລະເວລາເຊົ້າ ນັ້ນ ແມ່ນມື້ ທີ ສາມ.
|
||
|
||
\s5
|
||
\v 14 ແລ້ວ ພຣະເຈົ້າ ກໍ ສັ່ງ ວ່າ, “ໃຫ້ ມີ ດວງແຈ້ງ ໃນ ທ້ອງຟ້າ ແຍກ ກາງເວັນ ຈາກ ກາງຄືນ ແລະ ໃຫ້ ກຳ ນົດ ເວລາ ຂອງ ມື້, ປີ ແລະ ລະດູການ; (ຄ)
|
||
\v 15 ໃຫ້ ດວງແຈ້ງ ນັ້ນ ສ່ອງ ແສງ ລົງ ມາ ເທິງ ແຜ່ນດິນ ໂລກ” ແລະ ກໍ ເປັນ ດັ່ງ ນັ້ນ.
|
||
|
||
\s5
|
||
\v 16 ສະນັ້ນ ພຣະເຈົ້າ ຈຶ່ງ ສ້າງ ດວງແຈ້ງ ໃຫຍ່ ສອງ ດວງ ຄື: ດວງ ຕາ ເວັນ ເພື່ອ ຄອບຄອງ ກາງເວັນ ແລະ ດວງຈັນ ເພື່ອ ຄອບຄອງ ກາງຄືນ; ພຣະອົງ ຍັງ ສ້າງ ດວງດາວ ອື່ນ ໆ ອີກ. (ງ)
|
||
\v 17 ພຣະເຈົ້າ ໄດ້ ວາງ ດວງແຈ້ງ ທັງ ຫລາຍ ໄວ້ ໃນ ທ້ອງຟັາ ໃຫ້ ສ່ອງແສງ ລົງ ມາ ສູ່ ໂລກ
|
||
\v 18 ເພື່ອ ຄອບຄອງ ກາງເວັນ ກັບ ກາງຄືນ ແລະ ໃຫ້ ແຍກ ແຈ້ງ ຈາກ ມືດ. ພຣະອົງ ຊົມ ສິ່ງ ທີ່ ໄດ້ ນິຣະມິດ ສ້າງ ຂຶ້ນ ມາ ແລ້ວ ກໍ ເຫັນ ວ່າ ດີ.
|
||
\v 19 ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນ ແມ່ນ ມື້ ທີ ສີ່.
|
||
|
||
\s5
|
||
\v 20 ແລ້ວ ພຣະເຈົ້າ ກໍ ຊົງ ສັ່ງ ວ່າ, “ໃຫ້ ສັດ ຫລາຍ ຈໍາພວກ ເກີດຂຶ້ນ ຢູ່ ໃນ ນໍ້າ ແລະ ໃຫ້ ມີ ນົກ ບິນ ໄປມາ ໃນ ທ້ອງຟັາ ອາກາດ. ”
|
||
\v 21 ສະນັ້ນ ພຣະເຈົ້າ ຈຶ່ງ ໄດ້ ນິຣະມິດ ສ້າງ ສັດ ທະເລ ຂະໜາດ ໃຫຍ່ ພ້ອມ ກັບ ສັດ ນ້ຳ ທຸກ ຊະນິດ ລວມ ທັງ ນົກ ທຸກ ຊະນິດ ແລະ ສິ່ງ ທີ່ ມີ ຊີວິດ ທຸກ ແນວ ໃນ ທ້ອງຟ້າ ອາກາດ. ພຣະເຈົ້າ ຊົມ ສິ່ງ ທີ່ ໄດ້ ນິຣະມິດ ສ້າງ ຂຶ້ນ ມາ ແລ້ວ ກໍ ເຫັນ ວ່າ ດີ.
|
||
|
||
\s5
|
||
\v 22 ພຣະເຈົ້າ ໄດ້ ອວຍພອນ ສັດ ເຫລົ່າ ນັ້ນ ໃຫ້ ພາກັນ ອອກແມ່ ແຜ່ ລູກ ຫລາຍ ຢູ່ ເຕັມ ມະຫາສະໝຸດ ແລະ ທັງ ໃຫ້ ມີ ຝູງ ນົກ ແຜ່ ຜາຍ ຂະຫຍາຍ ພັນ ທະວີຄູນ ຫລາຍ ຂຶ້ນ.
|
||
\v 23 ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນ ແມ່ນ ມື້ ທີ ຫ້າ.
|
||
|
||
\s5
|
||
\v 24 ແລ້ວ ພຣະເຈົ້າ ກໍ ສັ່ງ ວ່າ, “ໃຫ້ ມີ ສັດ ຈຳພວກ ຕ່າງໆ ຄື: ສັດ ບ້ານ, ສັດ ປ່າ ແລະ ສັດ ຍ່າງຍ້າຍ ເລືອ ຄານ ເກີດ ຂຶ້ນ ທົ່ວ ແຜ່ນດິນ ໂລກ” ແລະ ກໍ ເປັນ ດັ່ງ ນັ້ນ.
|
||
\v 25 ສະນັ້ນ ພຣະເຈົ້າ ຈຶ່ງ ນິຣະມິດ ສ້າງ ສັດ ທັງ ໝົດ ພຣະອົງ ຊົມ ສິ່ງ ທີ່ ໄດ້ ນິຣະມິດ ສ້າງ ຂຶ້ນ ມາ ແລ້ວ ກໍ ເຫັນ ວ່າ ດີ.
|
||
|
||
\s5
|
||
\v 26 ແລ້ວ ພຣະເຈົ້າ ກໍ ກ່າວວ່າ, “ບັດ ນີ້ ເຮົາ ຈະສ້າງ ມະນຸດໃຫ້ ມີ ຮູບລັກສະນະ ຄື ເຮົາ; ເຂົາ ຈະມີ ອຳນາດ ເໜືອ ປາ, ນົກ, ສັດ ທັງ ໝົດ; ບໍ່ ວ່າ ສັດ ລ້ຽງ ຫລື ສັດ ປ່າ, (ຈ) ສັດ ໃຫຍ່ ຫລື ສັດ ນ້ອຍ ກໍ ດີ. ”
|
||
\v 27 ດັ່ງ ນັ້ນ ພຣະເຈົ້າ ຈຶ່ງ ສ້າງມະນຸດໃຫ້ ຄື ພຣະອົງ. ພຣະອົງ ສ້າງເຂົາ ໃຫ້ ເປັນ ຊາຍ ແລະ ຍິງ
|
||
|
||
\s5
|
||
\v 28 ແລ້ວ ກໍ ອວຍພອນພວກເຂົາ ວ່າ, “ຈົ່ງ ມີ ລູກເຕົ້າ ໃຫ້ ແຜ່ ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອ ສາຍຂອງເຈົ້າ ຈະມີ ຢູ່ ທົ່ວ ທຸກແຫ່ງຫົນ ແລະ ປົກຄອງ ທຸກສິ່ງ ເທິງ ແຜ່ນດິນ ໂລກ ນີ້. ເຮົາ ໃຫ້ ເຈົ້າ ມີອໍານາດເໜືອ ປາ, ນົກ ແລະສັດປ່າທຸກຊະນິດ.
|
||
\v 29 ເຮົາ ໃຫ້ ພືດ ເປັນ ເມັດ ແລະໝາກໄມ້ ທຸກຊະນິດ ແກ່ ເຈົ້າ ເປັນ ອາຫານ,
|
||
|
||
\s5
|
||
\v 30 ແຕ່ ສຳລັບ ສັດ ປ່າ ແລະ ນົກ ທຸກຊະນິດ ນັ້ນ ເຮົາ ໃຫ້ ຫຍ້າ ກັບ ພືດ ໃບ ຂຽວ ທັງ ໝົດ ເປັນ ອາຫານ. ” ແລະກໍ ເປັນ ດັ່ງ ນັ້ນ.
|
||
\v 31 ພຣະເຈົ້າ ຊົມ ທຸກໆສິ່ງ ທີ່ ໄດ້ ນິຣະມິດ ສ້າງຂຶ້ນ ມາ ແລ້ວ ກໍ ເຫັນ ວ່າດີ ຫລາຍ ມີ ເວລາ ຄ່ຳ ແລະເວລາເຊົ້າ ນັ້ນ ແມ່ນມື້ ທີ ຫົກ.
|
||
|
||
\s5
|
||
\c 2
|
||
\p
|
||
\v 1 ດັ່ງນັ້ນ ຈັກກະວານ ທັງ ໝົດ ຈຶ່ງ ຖືກ ສ້າງ ໃຫ້ ສໍາເລັດ ເສັດ ສິ້ນ.
|
||
\v 2 ມື້ ທີ ເຈັດ ສິ່ງ ທີ່ ພຣະເຈົ້າ ໄດ້ ສ້າງ ກໍ ສໍາເລັດ ແລະ ພຣະອົງ ໄດ້ ຢຸດພັກ ກິດຈະການ.
|
||
\v 3 ພຣະເຈົ້າ ອວຍພອນ ມື້ ທີ ເຈັດ ແລະ ຕັ້ງ ໄວ້ ໃຫ້ ເປັນ ມື້ ສັກສິດ ບໍຣິສຸດ ເພາະ ຮອດ ມື້ນີ້ ພຣະອົງ ສໍາເລັດ ການ ນິຣະມິດ ສ້າງ (ສ) ແລະ ຢຸດ ກິດຈະການ ທັງ ສິ້ນ.
|
||
|
||
\s5
|
||
\v 4 ຈັກກະວານ ໄດ້ ຖືກ ນິຣະມິດ ສ້າງ ຂຶ້ນ ມາ ກໍ ເປັນ ດັ່ງ ນີ້ແຫລະ. ເມື່ອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ ສ້າງ ແຜ່ນດິນ ໂລກ ກັບ ທຸກໆ ສິ່ງ ໃນ ທ້ອງຟ້ານັ້ນ;
|
||
\v 5 ຕົ້ນໄມ້ ກັບ ກໍ ຫຍ້າ ບໍ່ ທັນ ມີ ເທິງ ແຜ່ນດິນ ໂລກ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຍັງ ບໍ່ ໃຫ້ ຝົນ ຕົກ ລົງ ມາ ແລະ ຍັງ ບໍ່ ທັນ ມີ ຈັກ ຄົນ ທີ່ ທຳ ມາ ຫາກິນ ຢູ່ ເທິງ ແຜ່ນດິນ ໂລກ,
|
||
\v 6 ແຕ່ ຍັງ ມີ ນໍ້າ ຂຶ້ນ ມາ ເທິງ ໜ້າດິນ ແລະ ເຮັດ ໃຫ້ ພື້ນດິນ ຊຸ່ມຊື່ນ ທົ່ວ ໄປ.
|
||
|
||
\s5
|
||
\v 7 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ ເອົາ ຂີ້ດິນ ແຕ່ ພື້ນດິນ (ຊ) ມາ ປັ້ນ ເປັນ ຊາຍ (ຊ) ແລະ ເປົ່າ ລົມ ຫາຍໃຈ ໃສ່ ຮູ ດັງ ຂອງ ຊາຍ ທີ່ ຖືກ ປັ້ນ ຂຶ້ນ ມາ ນັ້ນ ໃຫ້ ມີ ຊີວິດ ແລະ ຊາຍ ທີ່ ຖືກ ປັ້ນ ນັ້ນ ກໍໄດ້ ເລີ່ມ ມີ ຊີວິດ.
|
||
\v 8 ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍສ້າງ ສວນ ແຫ່ງ ໜຶ່ງ ໃນ ເອເດນ ຢູ່ ທາງທິດ ຕາເວັນ ອອກ ແລະ ເອົາ ຊາຍ ຜູ້ ທີ່ ພຣະອົງ ໄດ້ ປັ້ນ ຂຶ້ນ ນັ້ນ ມາ ຢູ່.
|
||
|
||
\s5
|
||
\v 9 ໃນ ສວນ ແຫ່ງ ນີ້ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ບັນ ດານ ໃຫ້ ມີ ຕົ້ນໄມ້ ທຸກ ຊະນິດ ໃບ ຂຽວ ງາມ ດີ ແລະ ໝາກໄມ້ ກໍ ເປັນ ໜ້າຢາກກິນ. ໃນ ກາງ ສວນ ນັ້ນ ພຣະອົງ ບັນດານ ໃຫ້ ມີ ຕົ້ນໄມ້ ທີ່ ໃຫ້ ຊີວິດ, ໃຫ້ ຮູ້ຈ້ກດີ ແລະ ຮູ້ຈັກຊົ່ວ. (ຍ)
|
||
\v 10 ນອກ ນີ້ ກໍ ຍັງ ມີ ແມ່ ນ້ຳ ສາຍ ໜຶ່ງ ທີ່ ໄຫລ ອອກ ຈາກ ເອເດນ ມາ ລໍໍ່ ລ້ຽງ ສວນ ນີ້; ແມ່ ນໍ້າ ນີ້ ແບ່ງ ອອກ ເປັນ ສີ່ ສາຍ ດັ່ງ ນີ້:
|
||
|
||
\s5
|
||
\v 11 ສາຍ ທີ ໜຶ່ງ ຊື່ ວ່າ ປີໂຊນ ຊຶ່ງ ໄຫລ ອ້ອມ ດິນ ແດນ ຮາວີລາ.
|
||
\v 12 (ໃນ ດິນ ແດນ ນີ້ ມີ ບໍ່ ຄຳ ຊັ້ນ ດີ ແກ້ວ ປະເສີດ ໂກຣາ ແລະ ຕົ້ນ ຢາງ ຫອມ ທີ່ ມີ ຄ່າ ສູງ)
|
||
|
||
\s5
|
||
\v 13 ສາຍ ທີ ສອງ ຊື່ ວ່າ ກີໂຮນ ຊຶ່ງ ໄຫລ ອ້ອມ ດິນ ແດນ ກູເຊ. (ດ)
|
||
\v 14 ສາຍ ທີ ສາມ ຊື່ ວ່າ ຕິກ ຣິດ ຊຶ່ງ ໄຫລ ຜ່ານ ດິນ ແດນ ປະເທດ ອັດຊີເຣຍ ແລະ ສາຍ ທີ ສີ່ ຊື່ ວ່າ ເອຟີຣັດ.
|
||
|
||
\s5
|
||
\v 15 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ ເອົາ ຊາຍ ຜູ້ ທີ່ ພຣະອົງ ໄດ້ ສ້າງ ມາ ນັ້ນ ໄປ ເຝົ້າ ຮັກ ສາ ແລະ ເບິ່ງ ແຍງ ສວນ.
|
||
\v 16 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ສັ່ງ ລາວ ວ່າ, “ໝາກໄມ້ ທຸກ ຕົ້ນ ໃນ ສວນ ນີ້ ເຈົ້າ ກິນ ໄດ້
|
||
\v 17 ເວັ້ນໄວ້ ແຕ່ ຕົ້ນ ທີ່ ໃຫ້ ຮູ້ຈັກ ຄວາມດີ ແລະ ຮູ້ຈັກ ຄວາມຊົ່ວ. (ຕ) ເຈົ້າ ຢ່າ ກິນ ໝາກໄມ້ ໃນ ຕົ້ນ ນັ້ນ; ຖ້າ ເຈົ້າ ຂືນ ກິນ ເມື່ອໃດ ເຈົ້າ ຈະ ຕາຍ ເມື່ອ ນັ້ນ.”
|
||
|
||
\s5
|
||
\v 18 ແລ້ວ ອົງ ພຣະຜູ້ ເປັນ ເຈົ້າ ພຣະເຈົ້າ ກໍ ກ່າວ ອີກ ວ່າ, “ບໍ່ ເປັນ ການ ສົມ ຄວນ ທີ່ ຜູ້ ູຊາຍ ຕ້ອງ ຢູ່ ໂດດດ່ຽວ ຢ່າງ ນີ້. ເຮົາ ຈະ ສ້າງ ຜູ້ ຊ່ວຍ ທີ່ ເໝາະສົມ ໃຫ້ ລາວ. ”
|
||
\v 19 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ຈຶ່ງ ເອົາ ຂີ້ດິນ ຈາກ ພື້ນ ດິນ ມາ ປັ້ນ ເປັນ ຮູບ ສັດ ຕ່າງໆ ທີ່ ຢູ່ ໃນ ທົ່ງ ແລະ ນົກ ທັງ ຫລາຍ ທີ່ ຢູ່ ໃນ ອາກາດ ແລະ ໄດ້ ນຳ ສັດ ເຫຼົ່າຼ ນັ້ນ ມາ ໃຫ້ ຊາຍ ນັ້ນ ເບິ່ງ ວ່າ ລາວ ຈະ ໃສ່ ຊື່ ໃຫ້ ຢ່າງໃດ ແລະ ຊື່ ໃດ ທີ່ ລາວ ຕັ້ງ ໃຫ້ ສັດ ທັງ ຫລາຍ ທີ່ ມີ ຊີວິດ ຈຶ່ງ ເປັນ ຊື່ ຕໍ່ ໆ ມາ.
|
||
\v 20 ສະນັ້ນ ຊາຍ ຜູ້ ນີ້ ຈຶ່ງ ຕັ້ງ ຊື່ ໃຫ້ ສັດ ລ້ຽງ ທັງ ຫລາຍ ແລະ ຝູງ ນົກ ໃນ ອາກາດ ແລະ ໃຫ້ ສັດ ປ່າ ທັງ ໝົດ; ແຕ່ ບໍ່ ມີ ສັດ ໂຕ ໃດ ເລີຍ ເປັນ ຜູ້ ຊ່ວຍ ທີ່ ເໝາະສົມ ແກ່ ລາວ.
|
||
|
||
\s5
|
||
\v 21 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ຈຶ່ງ ເຮັດ ໃຫ້ ຜູ້ຊາຍ ນັ້ນ ນອນ ຫລັບ ສະໜິດ ແລະ ໃນ ຂະນະທີ່ ລາວ ນອນ ຢູ່ ນັ້ນ ພຣະອົງ ກໍ ເອົາ ກະດູກ ຂ້າງ ຊີກ ໜຶ່ງ ຂອງ ລາວ ອອກ ມາ ແລະ ເຮັດ ໃຫ້ ເນື້ອໜັງ ຈອດ ຕິດ ກັນ ດັ່ງ ເດີມ.
|
||
\v 22 ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ເອົາ ກະດູກ ຂ້າງ ມາ ສ້າງ ເປັນ ຜູ້ຍິງ ແລະ ນຳ ນາງ ມາ ມອບ ໃຫ້ ລາວ.
|
||
\v 23 ແລ້ວ ຊາຍ ຜູ້ນັ້ນ ກໍ ເວົ້າ ວ່າ, “ ນີ້ ເດ ແມ່ນ ຜູ້ ທີ່ ມີ ຮູບຮ່າງ ຄື ເຮົາ; ກະດູກ ຂອງ ນາງ ມາ ຈາກ ກະດູກ ຂອງເຮົາ ເນື້ອ ໜັງ ຂອງ ນາງ ມາ ຈາກ ເນື້ອ ໜັງ ຂອງເຮົາ; ຜູ້ຍິງ (ຖ) ແມ່ນ ຊື່ ຂອງ ນາງ ເພາະ ນາງ ມາ ຈາກ ຜູ້ຊາຍ.”
|
||
|
||
\s5
|
||
\v 24 ດ້ວຍເຫດນີ້ ຜູ້ຊາຍ ຈຶ່ງ ຈາກ ພໍ່ ແມ່ ຂອງຕົນ ແລະ ໄປ ຕິດ ພັນ ຢູ່ ກັບ ເມຍ ຂອງຕົນ ແລະ ເຂົາ ທັງ ສອງ ກໍ ກາຍເປັນ ຄົນ ດຽວກັນ.
|
||
\v 25 ຊາຍ ແລະ ຍິງ ໄດ້ ເປືອຍກາຍ ຢູ່ ແຕ່ ພວກເຂົາ ບໍ່ ຮູ້ສຶກ ລະອາຍ ກັນ ເລີຍ.
|
||
|
||
\s5
|
||
\c 3
|
||
\p
|
||
\v 1 ງູ ເປັນ ສັດ ທີ່ ມີ ເລ້ຫລ່ຽມ ກວ່າ ສັດ ທັງ ປວງ ທີ່ ອົງ ພຣະຜູ້ ເປັນເຈົ້ າ ພຣະເຈົ້າ ໄດ້ ສ້າງ ຂຶ້ນ ມາ. ມັນ ຖາມ ຜູ້ຍິງ ວ່າ, “ແມ່ນ ແທ້ ບໍ ທີ່ ພຣະເຈົ້າ ຫ້າມ ເຈົ້າ ບໍ່ ໃຫ້ ກິນ ໝາກໄມ້ ໃດໆ ໃນ ສວນ ນີ້? ”
|
||
\v 2 ຜູ້ຍິງ ຈຶ່ງ ຕອບ ງູ ວ່າ, “ໝາກໄມ້ ທຸກ ຕົ້ນ ຢູ່ ໃນ ສວນ ນີ້ ພວກເຮົາ ກິນ ໄດ້ ໝົດ ເວັ້ນໄວ້ ແຕ່ ໝາກໄມ້ ໃນ ຕົ້ນ ທີ່ ຢູ່ ກາງ ສວນ.
|
||
\v 3 ພຣະເຈົ້າ ບອກ ພວກເຮົາ ບໍ່ ໃຫ້ ກິນ ຫລື ແມ່ນແຕ່ ແຕະຕ້ອງ ມັນ ເປັນ ເດັດ ຂາດ. ຖ້າ ພວກເຮົາ ຂືນ ກິນ ເມື່ອ ໃດ ພວກເຮົາ ຈະ ຕາຍ ເມື່ອ ນັ້ນ.”
|
||
|
||
\s5
|
||
\v 4 ແຕ່ ງູ ໄດ້ ກ່າວ ຕໍ່ ຜູ້ຍິງ ວ່າ, “ບໍ່ ເປັນ ຄວາມຈິງ ດອກ ເຈົ້າ ຈະ ບໍ່ ຕາຍ.
|
||
\v 5 ພຣະເຈົ້າ ກ່າວ ເຊັ່ນ ນັ້ນ ເພາະ ພຣະອົງ ຮູ້ ວ່າ ຖ້າ ເຈົ້າ ກິນ ໝາກໄມ້ ນັ້ນ ເມື່ອ ໃດ ເຈົ້າ ກໍ ຈະ ເປັນ ເໝືອນ ພຣະເຈົ້າ (ທ) ເມື່ອນັ້ນ, ແລ້ວ ເຈົ້າ ກໍ ຈະ ຮູ້ຈັກ ຄວາມດີ ແລະ ຮູ້ຈັກ ຄວາມຊົ່ວ. (ນ)
|
||
\v 6 ຜູ້ຍິງ ເຫັນ ວ່າ ຕົ້ນໄມ້ ນັ້ນ ຊ່າງ ງາມ ແທ້ ແລະ ໝາກໄມ້ ກໍ ເປັນ ຕາ ຢາກ ກິນ ອີຫລີ ທັງ ຄິດ ວ່າ ຖ້າ ຕົນ ສະຫລາດ ຂຶ້ນ ອີກ ກໍ ຄົງ ດີ ຫລາຍ. ດັ່ງນັ້ນ ນາງ ຈຶ່ງ ປິດ ເອົາ ໝາກໄມ້ ມາ ກິນ ແລ້ວ ກໍ ຍື່ນ ໃຫ້ ຜົວ ຂອງຕົນ ກິນ ນຳ ດ້ວຍ ລາວ ກໍໄດ້ ກິນ.
|
||
|
||
\s5
|
||
\v 7 ຫລັງ ຈາກ ກິນ ໝາກໄມ້ ແລ້ວ ພວກເຂົາ ກໍ ມີ ຄວາມ ເຂົ້າໃຈ ໃນທັນ ໃດ ແລະ ທັງ ຮູ້ ວ່າ ພວກ ຕົນ ປະເປືອຍ ຢູ່. ດັ່ງ ນັ້ນ ພວກເຂົາ ຈຶ່ງ ພາກັນ ເອົາ ໃບໄມ້ ມາ ຫຍິບ ເຂົ້າ ກັນ ເພື່ອ ປົກ ປິດ ຮ່າງກາຍ ຕົນ ເອງ ໄວ.
|
||
\v 8 ໃນແລງວັນ ນັ້ນ ພວກເຂົາ ໄດ້ຍິນ ສຽງຍ່າງຂອງ ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຢູ່ ໃນສວນ ແລະຊາຍ ຄົນ ນັ້ນ ກັບ ເມຍຂອງຕົນ ໄດ້ ພາກັນ ໄປຫລົບ ລີ້ ຊ່ອນຕົວ ໃຫ້ ພົ້ນ ຈາກ ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຢູ່ໃນທ່າມກາງ ຕົ້ນໄມ້ ທັງ ຫລາຍ.
|
||
|
||
\s5
|
||
\v 9 ແຕ່ ອົງ ພຣະຜູ້ ເປັນ ເຈົ້າ ພຣະເຈົ້າ ໄດ້ ເອີ້ນ ຫາຊາຍຜູ້ນັ້ນ ວ່າ, “ເຈົ້າ ຢູ່ໃສ? ”
|
||
\v 10 ລາວ ຕອບ ວ່າ, “ຂ້ານ້ອຍ ໄດ້ຍິນສຽງ ຂອງ ພຣະອົງ ຢູ່ ໃນ ສວນ; ຂ້າ ນ້ອຍ ຢ້ານ ຫລາຍ ຈຶ່ງ ຫລົບ ລີ້ ຊ່ອນຕົວ ຢູ່ ເພາະ ຂ້າ ນ້ອຍ ປະເປືອຍ ຢູ່. ”
|
||
\v 11 ພຣະອົງ ຖາມ ວ່າ, “ໃຜ ບອກ ວ່າ ເຈົ້າ ປະເປືອຍ ຢູ່? ບໍ່ ແມ່ນ ເຈົ້າ ກິນ ໝາກໄມ້ ທີ່ ເຮົາ ໄດ້ ຫ້າມ ເຈົ້າ ບໍ່ ໃຫ້ ກິນ ນັ້ນ ບໍ? ”
|
||
|
||
\s5
|
||
\v 12 ຜູ້ຊາຍ ຕອບ ວ່າ, “ຜູ້ຍິງ ທີ່ ພຣະອົງ ມອບ ໃຫ້ ຂ້ານ້ອຍ ນັ້ນ ຍື່ນ ໝາກໄມ້ ໃຫ້ ຂ້າ ນ້ອຍ ກິນ ແລະ ຂ້າ ນ້ອຍ ກໍໄດ້ ກິນ. ”
|
||
\v 13 ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ຖາມ ຍິງ ນັ້ນ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ແນວ ນັ້ນ? ” ນາງ ຕອບ ວ່າ, “ງູ ໄດ້ ລໍ້ລວງ ຂ້າ ນ້ອຍ ໃຫ້ ກິນ.”
|
||
|
||
\s5
|
||
\v 14 ແລ້ວອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍໄດ້ກ່າວຕໍ່ງູນັ້ນ ວ່າ, “ດ້ວຍເຫດໃດ ມຶງ ຈຶ່ງ ເຮັດ ສິ່ງນີ້ ມຶງຈຶ່ງຖືກສາບແຊ່ງ. ໃນຈຳນວນສັດແຫ່ງໂລກນີ້ທັງໝົດ ແຕ່ນີ້ຕໍ່ໄປມຶງຈະເລືອດ້ວຍທ້ອງຂອງມຶງ ແລະຈະໄດ້ກິນຂີ້ຝຸ່ນດິນເປັນອາຫານໄປເລື້ອຍໆ.
|
||
\v 15 ກູ ຈະ ໃຫ້ ມຶງ ກັບ ຍິງ ນັ້ນ ກຽດຊັງ ກັນ, ເຊື້ອສາຍ ຂອງ ຍິງ ແລະ ມຶງ ຈະ ເປັນ ສັດ ຕູ ຄູ່ ອາຄາດ. ເຊື້ອສາຍ ຂອງ ຍິງ ນັ້ນ ຈະ ຢຽບ ຫົວ ມຶງ ໃຫ້ ໝຸ່ນ; ແລະ ເຊື້ອສາຍ ມຶງ ກໍ ຈະ ກັດ ສົ້ນໜ່ອງ ເຂົາ (ບ) ໃຫ້ ບວບຊໍ້າ.”
|
||
|
||
\s5
|
||
\v 16 ແລ້ວ ພຣະອົງ ກໍ ໄດ້ ກ່າວ ກັບ ຍິງ ນັ້ນ ວ່າ, “ເຮົາ ຈະ ເພີ່ມ ຄວາມ ລໍາບາກ ເມື່ອ ເຈົ້າ ຖືພາ, ເຈົ້າ ຈະ ຕ້ອງ ເບັ່ງ ລູກ ອອກ ມາ ຢ່າງ ເຈັບ ປວດ ເຫລືອ ລົ້ນ. ເຖິງ ປານ ນັ້ນ ເຈົ້າ ກໍ ບໍ່ ພົ້ນ ທີ່ ຢາກ ໄດ້ ຜົວ, ແລ້ວ ຜົວ ເຈົ້າ ນັ້ນ ຈະ ເປັນ ນາຍ ເໜືອ ເຈົ້າ.”
|
||
|
||
\s5
|
||
\v 17 ແລ້ວ ພຣະອົງ ກໍໄດ້ ກ່າວ ກັບ ຊາຍ ນັ້ນ ວ່າ, “ເພາະ ເຈົ້າ ໄດ້ຍິນ ຍອມ ຟັງ ຄວາມ ເມຍ; ເຈົ້າ ຈຶ່ງ ກິນ ໝາກໄມ້ ທີ່ ເຮົາ ຫ້າມ ບໍ່ ໃຫ້ ກິນ ນັ້ນ. ແຜ່ນດິນ ຈະ ຖືກ ສາບແຊ່ງ ເພາະ ສິ່ງ ທີ່ ເຈົ້າ ໄດ້ ເຮັດ ມາ; ຊົ່ວ ຊີວິດ ເຈົ້າ ຈະ ເຮັດ ວຽກ ໜັກ ເພື່ອ ຫາ ລ້ຽງ ທ້ອງ.
|
||
\v 18 ແຜ່ນດິນ ຈະ ເກີດ ຫຍ້າ ແລະ ມີ ໜາມ ເຕັມ ທົ່ວ ໄປ; ແລະ ຕົວ ເຈົ້າ ຈະ ໄດ້ ກິນ ພືດ ໃນ ປ່າ ເປັນ ອາຫານ.
|
||
\v 19 ເຈົ້າ ຈະ ເຮັດ ວຽກ ໜັກ ຈົນ ເຫື່ອ ໄຫລ ໄຄ ຍ້ອຍ ອອກ ມາ; ເພື່ອ ຈະ ເຮັດ ໃຫ້ ດິນ ເກີດ ຜົນ ພຽງພໍ ລ້ຽງ ຊີວິດ ເຈົ້າ. ຈົນກວ່າ ເຈົ້າ ຄືນ ໄປ ສູ່ ດິນ ທີ່ ເຈົ້າ ຖືກ ສ້າງ ຂຶ້ນ ມາ; ເຈົ້າ ຖືກ ສ້າງ ມາ ແຕ່ ດິນ ເຈົ້າ ຈະ ຄືນ ໄປ ເປັນ ດິນ ອີກ.”
|
||
|
||
\s5
|
||
\v 20 ອາດາມ (ປ) ໃສ່ ຊື່ໃຫ້ ເມຍ ຂອງຕົນ ວ່າ ເອວາ (ຜ) ເພາະ ນາງ ເປັນ ແມ່ ຂອງ ມະນຸດ ທັງ ປວງ.
|
||
\v 21 ຕໍ່ມາ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ໄດ້ ໃຫ້ ເສື້ອ ທີ່ ເຮັດ ດ້ວຍ ໜັງ ສັດ ແກ່ ອາດາມ ແລະ ເມຍ ຂອງ ລາວ ນຸ່ງ.
|
||
|
||
\s5
|
||
\v 22 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ ກ່າວ ວ່າ, “ບັດ ນີ້ ມະນຸດ ໄດ້ ກາຍເປັນ ເໝືອນ ຜູ້ໜຶ່ງ ຢູ່ ໃນ ພວກເຮົາ ແລະ ທັງ ຮູ້ຈັກ ຄວາມດີ ແລະ ຮູ້ຈັກ ຄວາມຊົ່ວ. (ຝ) ເຮົາ ຈະ ບໍ່ ອະນຸຍາດ ໃຫ້ ພວກເຂົາ ຢື້ ມື ໄປ ປິດ ເອົາ ໝາກໄມ້ ຈາກ ຕົ້ນ ທີ່ ໃຫ້ ຊີວິດ ມາ ກິນ ແລະ ມີ ຊີວິດ ນິຣັນດອນ. ”
|
||
\v 23 ສະນັ້ນ ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຈຶ່ງ ຂັບ ໄລ່ ພວກເຂົາ ໃຫ້ ອອກ ໄປ ຈາກ ສວນ ເອເດນ ແລະ ໃຫ້ ຂຸດ ດິນ ຟັນ ໄມ້ ໃນ ບ່ອນ ທີ່ ພວກເຂົາ ໄດ້ ຖືກ ສ້າງ ຂຶ້ນ ມາ.
|
||
\v 24 ເມື່ອ ພຣະເຈົ້າ ຂັບ ໄລ່ ມະນຸດ ອອກ ຈາກ ສວນ ແລ້ວ ພຣະອົງ ກໍ ເອົາ ເທວະດາ ເຄຣຸບ (ພ) ມາ ເຝົ້າ ສວນ ຢູ່ ທາງທິດ ຕາເວັນອອກ; ແລະ ມີ ດາບ ທີ່ ລຸກ ເປັນ ແສງ ໄຟ ແກວ່ງ ໄປມາ ທົ່ວ ທຸກ ທິດ ເພື່ອ ປ້ອງກັນ ບໍ່ ໃຫ້ ເຂົ້າ ໄປ ໃກ້ ຕົ້ນໄມ້ ແຫ່ງ ຊີວິດ ນັ້ນ.
|
||
|
||
\s5
|
||
\c 4
|
||
\p
|
||
\v 1 ຕໍ່ ມາ ອາດາມ ໄດ້ ສົມ ສູ່ ກັບ ເມຍ ຂອງຕົນ ແລະ ນາງ ກໍ ຖື ພາ ນາງ ເກີດ ລູກຊາຍ ຜູ້ໜຶ່ງ ແລະ ເວົ້າ ວ່າ, “ເພາະ ພຣະເຈົ້າ ຊ່ວຍ ຊູ ຂ້ອຍ, ຂ້ອຍ ຈຶ່ງ ໄດ້ ລູກຊາຍ. ” ສະນັ້ນ ນາງ ຈຶ່ງ ຕັ້ງ ຊື່ ໃຫ້ ເດັກ ນ້ອຍ ຜູ້ ນີ້ ວ່າ, “ກາອິນ. ” (ຟ)
|
||
\v 2 ຕໍ່ ມາ ນາງ ກໍ ໄດ້ ລູກຊາຍ ອີກ ຜູໜຶ່ງ; ລູກຊາຍ ຜູ້ ນີ້ ມີ ຊື່ ວ່າ, “ອາເບັນ. ” ລາວ ເປັນ ຄົນ ລ້ຽງ ສັດ ສ່ວນ ກາອິນ ນັ້ນ ເປັນ ພໍ່ ນາ.
|
||
|
||
\s5
|
||
\v 3 ຕໍ່ ມາ ມື້ໜຶ່ງ ກາອິນ ໄດ້ ເອົາ ຜົນລະປູກ ມາ ຖວາຍ ແກ່ ອົງພຣະຜູ້ເປັນເຈົ້າ.
|
||
\v 4 ສ່ວນ ອາເບັນ ນັ້ນ ລາວ ເອົາ ລູກແກະເຖິກ ຫົວ ປີ ໂຕໜຶ່ງ ໃນ ຝູງ ມາ ຂ້າ ແລະ ເອົາ ສ່ວນ ທີ່ ດີ ທີ່ສຸດ ມາ ຖວາຍ ແກ່ ອົງ ພຣະຜູ້ ເປັນເຈົ້າ. ພຣະອົງ ພໍໃຈ ໃນ ການຖວາຍ ຂອງ ອາເບັນ,
|
||
\v 5 ແຕ່ ບໍ່ ພໍ ໃຈ ໃນ ການຖວາຍ ຂອງ ກາອິນ. ກາອິນ ຈຶ່ງ ຄຽດແຄ້ນ ແລະ ໜ້າ ບູດບຶ້ງ.
|
||
|
||
\s5
|
||
\v 6 ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຖາມ ລາວ ວ່າ, “ກາອິນ ເອີຍ ເປັນຫຍັງ ເຈົ້າ ຈຶ່ງ ຄຽດແຄ້ນ ແລະ ໜ້າ ຕາບູດບຶ້ງ?
|
||
\v 7 ຖ້າ ເຈົ້າ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ ເຈົ້າ ກໍ ຄວນ ຍິ້ມແຍ້ມແຈ່ມໃສ; (ມ) ແຕ່ ດ້ວຍວ່າ ເຈົ້າ ເຮັດ ຊົ່ວ ຄື ບາບ ທີ່ ກຳ ລັງ ລໍ ຢູ່ ທີ່ ປະຕູ ເຮືອນ ຄອຍຖ້າ ຄຸບ ກິນ ເຈົ້າ. ມັນ ຢາກ ປົກຄອງ ເຈົ້າ ແຕ່ ເຈົ້າ ຕ້ອງ ເອົາ ຊະນະ ມັນ ໃຫ້ ໄດ້. ”
|
||
|
||
\s5
|
||
\v 8 ຕໍ່ ມາ ກາອິນ ໄດ້ ເວົ້າ ກັບ ອາເບັນ ນ້ອງຊາຍ ຂອງຕົນ ວ່າ, “ເຮົາ ພາກັນ ໄປ ຍ່າງ ຫລິ້ນ ທີ່ ທົ່ງ ນາ ເທາະ. ” (ຢ) ເມື່ອ ສອງ ອ້າຍ ນ້ອງ ໄປ ທີ່ ທົ່ງ ນາ ກາອິນ ກໍ ໂດດ ໃສ່ ນ້ອງຊາຍ ຂອງຕົນ ແລະ ຂ້າ ລາວ ເສຍ.
|
||
\v 9 ອົງ ພຣະ ຜູ້ ເປັນ ເຈົ້າ ຖາມ ກາອິນ ວ່າ, “ອາເບັນ ນ້ອງຊາຍ ຂອງ ເຈົ້າ ຢູ່ ໃສ? ” ລາວ ຈຶ່ງ ຕອບ ວ່າ, “ບໍ່ ຮູ້ ຂ້ານ້ອຍ ເປັນ ຄົນ ດູແລ ຮັກ ສາ ນ້ອງຊາຍ ຊັ້ນ ບໍ? ”
|
||
|
||
\s5
|
||
\v 10 ແລ້ວ ພຣະອົງ ກໍ ຖາມ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ເລື່ອງ ອັນ ໂຫດຮ້າຍ ເຊັ່ນ ນີ້? ເລືອດ ນ້ອງຊາຍ ຂອງ ເຈົ້າ ຟ້ອງຮ້ອງ ຂຶ້ນ ມາ ຫາ ເຮົາ ດັ່ງ ສຽງ ຂໍຮ້ອງ ແກ້ແຄ້ນ.
|
||
\v 11 ເຈົ້າ ຈະ ຖືກ ສາບແຊ່ງ ແລະ ຖືກ ຂັບ ໄລ່ ໃຫ້ ອອກ ຈາກ ທົ່ງ ນາ ແຫ່ງ ນີ້. ມັນ ຊຸ່ມ ໄປ ດ້ວຍ ເລືອດ ນ້ອງຊາຍ ຂອງ ເຈົ້າ ເໝືອນ ກັບ ວ່າ ພື້ນ ດິນ ນັ້ນ ອ້າ ປາກ ຮັບ ເລືອດ ຈາກ ມື ຂອງ ເຈົ້າ ເມື່ອ ຂ້າ ນ້ອງຊາຍ ນັ້ນ.
|
||
\v 12 ຖ້າ ເຈົ້າ ເຮັດ ໄຮ່ ໄຖ ນາ ທີ່ ດິນ ກໍ ຈະ ບໍ່ ເກີດຜົນ ຫຍັງ; ເຈົ້າ ຈະ ບໍ່ ມີ ທີ່ ຢູ່ ແລະ ຈະ ພະເນຈອນ ໄປ ເທິງ ແຜ່ນດິນ ໂລກ.”
|
||
|
||
\s5
|
||
\v 13 ກາອິນ ຈຶ່ງ ຂໍ ຕໍ່ ອົງພຣະ ຜູ້ ເປັນເຈົ້າ ວ່າ, “ໂທດ ນີ້ ໜັກ ເກີນ ກວ່າ ທີ່ ຂ້າ ນ້ອຍ ຈະ ຮັບ ໄດ້.
|
||
\v 14 ພຣະອົງ ໄລ່ ຂ້າ ນ້ອຍ ໃຫ້ ໜີ ຈາກ ບ່ອນ ທີ່ ທຳມາ ຫາກິນ ແລະ ໃຫ້ ຫ່າງໄກ ຈາກ ພຣະອົງ. ຂ້າ ນ້ອຍ ຈະ ເປັນ ຄົນ ຂາດ ທີ່ ເພິ່ງ ແລະ ພະເນຈອນ ໄປ ເທິງ ແຜ່ນດິນ ໂລກ ແລະ ຜູ້ໃດ ຜູ້ໜຶ່ງ ທີ່ ພົບ ຂ້າ ນ້ອຍ ກໍ ຈະ ສັງ ຫານ ຂ້າ ນ້ອຍ ເສຍ. ”
|
||
\v 15 ແຕ່ ອົງພຣະ ຜູ້ ເປັນເຈົ້າ ຕອບ ກາອິນ ວ່າ, “ບໍ່ ເປັນ ດັ່ງ ນັ້ນ ດອກ ຖ້າ ຜູ້ໃດ ຂ້າ ກາອິນ ຈະ ໄດ້ ຮັບ ໂທດ ເຈັດ ເທົ່າ ເພື່ອ ເປັນ ການ ແກ້ແຄ້ນ. ” ດັ່ງ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ເຮັດ ເຄື່ອງໝາຍ ໄວ້ ໃນ ຕົວ ກາອິນ ເພື່ອ ວ່າ ເມື່ອ ຜູ້ໃດ ຜູ້ໜຶ່ງ ທີ່ ພົບ ລາວ ຈະ ບໍ່ ໄດ້ ຂ້າ ລາວ.
|
||
|
||
\s5
|
||
\v 16 ກາອິນ ຈຶ່ງ ໜີ ໄກ ຈາກ ອົງພຣະ ຜູ້ ເປັນເຈົ້າ ໄປ ອາໄສ ຢູ່ ໃນ ດິນ ແດນ ແຫ່ງ ໜຶ່ງ ຊື່ ວ່າ, ແດນ ພະເນຈອນ. (ຣ)
|
||
\v 17 ກາອິນ ແລະ ເມຍ ຂອງ ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອນົກ. ແລ້ວ ກາອິນ ກໍ ໄດ້ ສ້າງ ເມືອງ ໜຶ່ງ ຂຶ້ນ ແລະ ເອົາ ຊື່ ລູກຊາຍ ຂອງຕົນ ເປັນ ຊື່ ເມືອງ ນັ້ນ.
|
||
|
||
\s5
|
||
\v 18 ເອນົກ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ອີຣາດ ຜູ້ ທີ່ ເປັນ ພໍ່ ຂອງ ເມຮູຢາເອນ ແລະ ເມຮູຢາເອນ ເປັນ ພໍ່ ຂອງ ເມທູຊາເອນ ແລະ ເມທູຊາເອນ ກໍ ມີ ລູກຊາຍ ຊື່ ວ່າ ລາເມັກ.
|
||
\v 19 ລາເມັກ ມີ ເມຍ ສອງ ຄົນ ດັ່ງ ນີ້: ອາດາ ແລະ ຊິນລາ.
|
||
|
||
\s5
|
||
\v 20 ອາດາ ໃຫ້ ກຳ ເນີດ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ຢາບານ ຜູ້ ທີ່ ເປັນ ບັນ ພະບຸລຸດ ຂອງ ຄົນ ລ້ຽງ ສັດ ທີ່ ອາໄສ ຢູ່ ໃນ ຜ້າ ເຕັນ.
|
||
\v 21 ຢູບານ ນ້ອງຊາຍ ຂອງ ຢາບານ ເປັນ ບັນ ພະບຸລຸດ ຂອງ ພວກ ນັກ ດົນ ຕຼີ ທັງ ໝົດ ຄື: ນັກ ດີດ ພິນ ແລະ ນັກ ເປົ່າ ຂຸ່ຍ.
|
||
\v 22 ຕໍ່ ມາ ຊິນ ລາ ກໍ ເກີດ ລູກຊາຍ ຜູ້ໜຶ່ງ ອີກ ຊື່ ວ່າ ຕູບາກາອິນ. ລາວ ເປັນ ຊ່າງ ຕີ ເຄື່ອງມື ເປັນ ທອງສໍາຣິດ ແລະ ເຫລັກ. (ລ) ຕູບາກາອິນ ມີ ນ້ອງສາວ ຜູ້ໜຶ່ງ ຊື່ ວ່າ ນາອາມາ.
|
||
|
||
\s5
|
||
\v 23 ສ່ວນ ລາເມັກ ນັ້ນ ລາວ ມັກ ເວົ້າ ອວດ ເມຍ ທັງ ສອງ ຂອງຕົນ ຢູ່ ສະເໝີ ວ່າ, “ອາດາ ແລະ ຊິນລາ ຈົ່ງ ຟັງ ໃຫ້ ດີ ໃນ ສິ່ງ ທີ່ ອ້າຍ ເລົ່າ ອ້າຍ ໄດ້ ຕີ ຊາຍໜຸ່ມ ຜູ້ໜຶ່ງ ໃຫ້ ຕາຍ ເພາະ ລາວ ໄດ້ ຕີ ອ້າຍ ໃຫ້ ຊໍ້າບວມ.
|
||
\v 24 ຜູ້ໃດ ທີ່ ທໍາລາຍ ກາອິນ ນັ້ນ ຈະ ຖືກ ໂທດ ເຈັດ ເທົ່າ ແຕ່ ຖ້າ ຜູ້ໃດ ທຳ ລາຍ ອ້າຍ ຈະ ໄດ້ ຮັບ ໂທດ ເຈັດ ສິບ ເຈັດ ເທົ່າ.”
|
||
|
||
\s5
|
||
\v 25 ອາດາມ ແລະ ເມຍ ໄດ້ ລູກຊາຍ ຜູ້ໜຶ່ງ ອີກ. ເອວາ ຈຶ່ງ ເວົ້າ ວ່າ, “ພຣະເຈົ້າ ໂຜດ ໃຫ້ ຂ້ອຍ ມີ ລູກຊາຍ ອີກ ຜູ້ໜຶ່ງ ເພື່ອ ທົດ ແທນ ອາເບັນ ຜູ້ ທີ່ ກາອິນ ໄດ້ ຂ້າ. ” ດັ່ງ ນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ລູກຊາຍ ຜູ້ ນີ້ ວ່າ ເຊດ. (ວ)
|
||
\v 26 ເຊດ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອໂນດ. ຕັ້ງ ແຕ່ ນັ້ນ ມາ ມະນຸດ ກໍ ເລີ່ມ ຕົ້ນ ຮ້ອງທູນ ໂດຍ ອອກ ພຣະນາມຊື່ ບໍຣິສຸດ ຂອງ ອົງພຣະ ຜູ້ ເປັນເຈົ້າ.
|
||
|
||
\s5
|
||
\c 5
|
||
\p
|
||
\v 1 ຕໍ່ ໄປນີ້ ແມ່ນ ລາຍຊື່ ປະຫວັດ ເຊື້ອສາຍ ຂອງ ອາດາມ. (ເມື່ອ ພຣະເຈົ້າ ໄດ້ ສ້າງ ມະນຸດ ນັ້ນ ພຣະອົງ ໄດ້ ສ້າງ ເຂົາ ໃຫ້ ມີ ຮູບ ລັກ ສະນະ ຄື ພຣະອົງ.
|
||
\v 2 ພຣະອົງ ໄດ້ ສ້າງ ພວກເຂົາ ໃຫ້ ເປັນ ເພດ ຊາຍ ແລະ ເພດຍິງ ອວຍພອນ ພວກເຂົາ ແລະ ຕັ້ງ ຊື່ ໃຫ້ ພວກເຂົາ ວ່າ, “ມະນຸດ”)
|
||
|
||
\s5
|
||
\v 3 ເມື່ອ ອາດາມ ອາຍຸ ໄດ້ 130 ປີ, ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເຊດ ຜູ້ ທີ່ ຄ້າຍ ຄື ກັບ ລາວ ເອງ.
|
||
\v 4 ຫລັງ ຈາກ ນັ້ນ ອາດາມ ຍັງ ມີ ອາຍຸ ຍືນ ຍາວ ມາ ອີກ 800 ປີ. ລາວ ມີ ລູກ ຊາຍ ຍິງ ອີກ ຫລາຍ ຄົນ
|
||
\v 5 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 930 ປີ.
|
||
|
||
\s5
|
||
\v 6 ເມື່ອ ເຊດ ອາຍຸ ໄດ້ 105 ປີ ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອໂນດ
|
||
\v 7 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 807 ປີ. ເຊດ ມີ ລູກ ຊາຍ ຍິງ ຫລາຍ ຄົນ
|
||
\v 8 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 912 ປີ.
|
||
|
||
\s5
|
||
\v 9 ເມື່ອ ເອໂນດ ອາຍຸ ໄດ້ 90 ປີ ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເກນານ
|
||
\v 10 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 815 ປີ. ເອໂນດ ມີ ລູກ ຊາຍ ຍິງ ຫລາຍ ຄົນ
|
||
\v 11 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 905 ປີ.
|
||
|
||
\s5
|
||
\v 12 ເມື່ອ ເກນານ ອາຍຸ ໄດ້ 70 ປີ. ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ມະຫາລາເລນ
|
||
\v 13 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 840 ປີ. ເກນານ ມີ ລູກ ຊາຍ ຍິງ ຫລາຍ ຄົນ
|
||
\v 14 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 910 ປີ.
|
||
|
||
\s5
|
||
\v 15 ເມື່ອ ມະຫາລາເລນ ອາຍຸ ໄດ້ 65 ປີ, ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ຢາເຣັດ
|
||
\v 16 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 830 ປີ. ມະຫາລາເລນ ມີ ລູກ ຊາຍ ຍິງ ຫລາຍ ຄົນ
|
||
\v 17 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 895 ປີ.
|
||
|
||
\s5
|
||
\v 18 ເມື່ອ ຢາເຣັດ ອາຍຸ ໄດ້ 162 ປີ ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອນົກ
|
||
\v 19 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 800 ປີ. ຢາເຣັດ ມີ ລູກ ຊາຍ ຍິງ ຫລາຍ ຄົນ
|
||
\v 20 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 962 ປີ.
|
||
|
||
\s5
|
||
\v 21 ເມື່ອ ເອນົກ ອາຍຸ ໄດ້ 65 ປີ. ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເມທູເສລາ.
|
||
\v 22 ຫລັງ ຈາກ ນັ້ນ ເອນົກ ກໍ ໄດ້ ຕິດຕາມ ພຣະເຈົ້າ ໄປ ຕື່ມ ອີກ 300 ປີ ແລະ ມີ ລູກ ຊາຍ ຍິງ ຫລາຍ ຄົນ.
|
||
\v 23 ເອນົກ ມີ ອາຍຸ ທັງ ໝົດ 365 ປີ.
|
||
\v 24 ລາວ ໄດ້ ດຳເນີນ ຊີວິດ ໃນ ຄວາມ ສາມັກຄີທໍາ ຕິດສະໜິດ ກັບ ພຣະເຈົ້າ ແລະ ລາວ ກໍ ໄດ້ ຫາຍຕົວ ໄປ ເພາະ ພຣະເຈົ້າ ໄດ້ ຮັບ ເອົາ ລາວ ໄປ.
|
||
|
||
\s5
|
||
\v 25 ເມື່ອ ເມທູເສລາ ອາຍຸ ໄດ້ 187 ປີ ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ລາເມັກ
|
||
\v 26 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 782 ປີ. ເມທູເສລາ ມີ ລູກ ຊາຍ ຍິງ ຫລາຍ ຄົນ
|
||
\v 27 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 969 ປີ.
|
||
|
||
\s5
|
||
\v 28 ເມື່ອ ລາເມັກ ອາຍຸ ໄດ້ 182 ປີ ລາວ ມີ ລູກຊາຍ ຜູ້ໜຶ່ງ
|
||
\v 29 ແລະ ລາວ ເວົ້າ ວ່າ, “ເດັກ ນ້ອຍ ຜູ້ ນີ້ ຈະ ເລົ້າໂລມ ພວກເຮົາ ໃຫ້ ຫາຍ ຄວາມ ອິດເມື່ອຍ ຈາກ ວຽກງານ ໜັກ ເນື່ອງ ຈາກ ອົງພຣະ ຜູ້ ເປັນເຈົ້າ ໄດ້ ສາບແຊ່ງ ດິນ. ” ສະນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ເດັກ ນັອຍ ນີ້ ວ່າ ໂນອາ. (ຫ)
|
||
|
||
\s5
|
||
\v 30 ລາເມັກ ມີ ອາຍຸ ຍືນ ຍາວ ມາ ອີກ 595 ປີ ແລະ ມີ ລູກ ຊາຍ ຍິງ ຫລາຍ ຄົນ.
|
||
\v 31 ລາວ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 777 ປີ.
|
||
|
||
\s5
|
||
\v 32 ເມື່ອ ໂນອາ ອາຍຸ ໄດ້ 500 ປີ ໂນອາ ມີ ລູກຊາຍ ສາມ ຄົນ ຄື: ເຊມ, ຮາມ ແລະ ຢາເຟດ.
|
||
|
||
\s5
|
||
\c 6
|
||
\p
|
||
\v 1 ເມື່ອ ມະນຸດ ໄດ້ ເພີ່ມ ທະວີ ຫລາຍ ຂຶ້ນ ຢູ່ ໃນ ທົ່ວ ແຜ່ນດິນ ໂລກ ແລະ ພວກ ລູກ ຍິງ ກໍໄດ້ ເກີດ ມາ,
|
||
\v 2 ລູກຊາຍ ທັງຫລາຍ ຂອງ ພຣະເຈົ້າ (ອ) ທີ່ ເຫັນ ວ່າ ຍິງ ສາວ ເຫລົ່ານີ້ ງາມ ຫລາຍ. ສະນັ້ນ ຈຶ່ງ ພາກັນ ຫາ ເລືອກ ເອົາ ເປັນ ເມຍ ຕາມ ໃຈ ມັກ.
|
||
\v 3 ເມື່ອ ອົງພຣະ ຜູ້ ເປັນເຈົ້າ ເຫັນ ດັ່ງນັ້ນ ຈຶ່ງ ກ່າວ ວ່າ, “ເຮົາ ຈະ ບໍ່ ອະນຸຍາດ ໃຫ້ ມະນຸດ ມີ ຊີ ວິດ ຢູ່ ຕະຫລອດໄປ ເພາະ ພວກເຂົາ ເປັນ ມະນຸດ ທີ່ ຕ້ອງ ຕາຍ, ແຕ່ ບັດ ນີ້ ໄປ ພວກເຂົາ ຈະ ມີ ອາຍຸ ບໍ່ ກາຍ 120 ປີ. ”
|
||
|
||
\s5
|
||
\v 4 ໃນ ສະໄໝ ນັ້ນ ແລະ ທັງ ສະໄໝ ຕໍ່ມາ ມີ ຄົນ ຮູບຮ່າງ ໃຫຍ່ ທີ່ ເທິງ ແຜ່ນດິນ ໂລກ. ຄົນ ພວກ ນີ້ ເກີດ ຈາກ ຜູ້ຍິງ ກັບ ລູກຊາຍ ທັງ ຫລາຍ ຂອງ ພຣະເຈົ້າ. ພວກເຂົາ ເປັນ ຄົນ ເກັ່ງ ກ້າ ສາມາດ ຫລາຍ ແລະ ເປັນ ຄົນ ທີ່ ມີ ຊື່ ສຽງ ດີ ໃນ ສະໄໝ ບູຮານ.
|
||
|
||
\s5
|
||
\v 5 ເມື່ອ ອົງພຣະ ຜູ້ ເປັນເຈົ້າ ເຫັນ ວ່າ ມະນຸດ ຊົ່ວ ຮ້າຍ ຫລາຍ ຂຶ້ນ ແລະ ຄວາມ ຄິດ ຊົ່ວ ກໍ ບັງ ຄັບ ຈິດ ໃຈ ພວກເຂົາ ຢູ່ ທຸກ ເວລາ,
|
||
\v 6 ອົງພຣະ ຜູ້ ເປັນເຈົ້າ ຈຶ່ງ ເສຍ ໃຈ ຫລາຍ ທີ່ ໄດ້ ສ້າງ ພວກເຂົາ ແລະ ໃຫ້ ພວກເຂົາ ຢູ່ ເທິງ ແຜ່ນດິນ ໂລກ ພຣະອົງ ກິນແໜງ ໃຈ ຫລາຍ
|
||
|
||
\s5
|
||
\v 7 ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ກ່າວ ວ່າ, “ເຮົາ ຈະທຳ ລາຍ ມະນຸດ ເຫລົ່າ ນີ້ ທີ່ ເຮົາ ໄດ້ ສ້າງ ມາ ພ້ອມ ກັບ ສັດ ທັງ ຫລາຍ ແລະ ນົກ ຕ່າງໆ ເພາະ ເຮົາ ເສຍໃຈ ທີ່ ໄດ້ ສ້າງ ພວກເຂົາ. ”
|
||
\v 8 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ພໍໃຈ ນຳ ໂນອາ.
|
||
|
||
\s5
|
||
\v 9-10 ປະຫວັດ ຂອງ ໂນອາ ເປັນ ມາ ດັ່ງ ນີ້: ເພິ່ນ ມີ ລູກຊາຍ ຢູ່ ສາມ ຄົນ ຄື: ເຊມ, ຮາມ ແລະ ຢາເຟດ. ໂນອາ ເປັນ ຄົນ ດີ ແລະ ແມ່ນ ເພິ່ນ ຜູ້ ດຽວ ເທົ່າ ນັ້ນ ທີ່ ພຣະເຈົ້າ ພໍໃຈ ນຳ ເພາະ ເພິ່ນ ໄດ້ ດຳເນີນ ຊີວິດ ໃນ ຄວາມ ສາມັກຄີທຳ ຕິດ ສະໜິດ ກັບ ພຣະເຈົ້າ;
|
||
|
||
\s5
|
||
\v 11 ແຕ່ ພວກ ອື່ນ ໆ ທຸກຄົນ ໄດ້ ເຮັດ ຊົ່ວ ໃນ ສາຍ ຕາ ຂອງ ພຣະເຈົ້າ ແລະ ການ ຂ້າ ຟັນ ລັນ ແທງ ກັນ ກໍ ແຜ່ ລາມ ໄປ ທົ່ວ ທຸກ ທີ່ ທຸກບ່ອນ.
|
||
\v 12 ພຣະເຈົ້າ ເບິ່ງ ໂລກນີ້ ແລະ ເຫັນ ວ່າ ເຕັມ ໄປ ດ້ວຍ ຄວາມ ຊົ່ວ ຮ້າຍ ຍ້ອນ ມະນຸດ ທັງ ປວງ ເຮັດ ແຕ່ ຄວາມ ຊົ່ວ ຊ້າ ທັງ ສິ້ນ.
|
||
|
||
\s5
|
||
\v 13 ພຣະເຈົ້າ ໄດ້ ບອກ ໂນອາ ວ່າ, “ເຮົາ ໄດ້ ຕັດ ສິນ ໃຈ ທີ່ ຈະ ດັບ ສູນ ມະນຸດ ຊາດ ທັງ ໝົດ ແລ້ວ. ເຮົາ ຈະ ທໍາລາຍ ພວກເຂົາ ຢ່າງ ໝົດສິ້ນ ເພາະ ໂລກນີ້ ເຕັມ ໄປ ດ້ວຍ ການ ກະທຳ ອັນ ຊົ່ວ ຊ້າ ຂອງ ພວກເຂົາ. ຈົ່ງ ສ້າງ ເຮືອ ລໍາ ໜຶ່ງ ດ້ວຍ ໄມ້ ແກ່ນ ທີ່ ໜາແໜ້ນ ສໍາລັບ ເຈົ້າ ເອງ;
|
||
\v 14 ຈົ່ງ ສ້າງ ໃຫ້ ເປັນ ຫລາຍ ຫ້ອງ ແລະ ເອົາ ຂີ້ຊີ ອັດ ຢາ ທາງໃນ ກັບ ທາງນອກ ໃຫ້ ດີ.
|
||
\v 15 ເຮືອ ລໍາ ນີ້ ທາງ ຍາວ ໃຫ້ ໄດ້ 133 ແມັດ, ທາງ ກວ້າງ 22 ແມັດ ແລະ ທາງ ສູງ 13 ແມັດ.
|
||
|
||
\s5
|
||
\v 16 ຈົ່ງ ເຮັດ ປ່ອງຢ້ຽມ (ຮ) ຈຸ ຫລັງ ຄາ ສູງ ເຄິ່ງ ແມັດ ແລະ ຍາວ ຕາມ ຝາ ເຮືອ. ສ່ວນ ທາງໃນ ເຮືອ ນັ້ນ ໃຫ້ ເຮັດ ເປັນ ສາມ ຊັ້ນ ແລະ ເຮັດ ປະຕູ ໄວ້ ຂ້າງ ໜຶ່ງ.
|
||
\v 17 ເຮົາ ຈະ ເຮັດ ໃຫ້ ມີ ນ້ຳ ຖ້ວມ ເທິງ ແຜ່ນດິນ ໂລກ ເພື່ອ ທຳ ລາຍ ທຸກສິ່ງ ທີ່ ມີ ຊີວິດ ຢູ່. ທຸກໆ ສິ່ງ ເທິງ ແຜ່ນດິນ ໂລກ ຈະ ດັບ ສູນ ໄປ
|
||
|
||
\s5
|
||
\v 18 ແຕ່ ເຮົາ ຈະ ຕັ້ງ ພັນ ທະສັນ ຍາ ໄວ້ ກັບ ເຈົ້າ. ຈົ່ງ ເອົາ ເມຍ, ລູກຊາຍ ແລະ ພວກ ລູກໃພ້ ຂອງ ເຈົ້າ ເຂົ້າ ໄປ ໃນ ເຮືອ.
|
||
\v 19-20 ຈົ່ງ ເອົາ ສັດ ທຸກໆ ຊະນິດ ແນວ ລະ ຄູ່, ນົກ ທຸກໆ ຊະນິດ ແນວ ລະ ຄູ່ ເພື່ອ ໃຫ້ ສັດ ເຫລົ່າ ນີ້ ມີ ຊີ ວິດ ຢູ່.
|
||
\v 21 ຢ່າ ລືມ ຕຽມ ເອົາ ອາຫານ ຫລາຍໆ ຊະນິດ ໄວ້ ສຳລັບ ຄອບຄົວ ຂອງ ເຈົ້າ ແລະ ສໍາລັບ ສັດ ເຫລົ່າ ນັ້ນ. ”
|
||
\v 22 ໂນອາ ໄດ້ ເຮັດ ຕາມ ທີ່ ພຣະເຈົ້າ ໄດ້ ສັ່ງ ໄວ້ ທຸກປະການ.
|
||
|
||
\s5
|
||
\c 7
|
||
\p
|
||
\v 1 ອົງພຣະ ຜູ້ ເປັນເຈົ້າ ໄດ້ ບອກ ໂນອາ ວ່າ, “ຈົ່ງ ເຂົ້າ ໄປ ໃນ ເຮືອ ກັບ ຄອບຄົວ ທັງ ໝົດ ຂອງ ເຈົ້າ; ເຮົາ ເຫັນ ແລ້ວ ວ່າ ແມ່ນ ເຈົ້າ ຜູ້ ດຽວ ເທົ່າ ນັ້ນ ໃນ ໝົດ ທັງ ໂລກນີ້ ທີ່ ເຮັດ ສິ່ງ ຊອບທຳ.
|
||
\v 2 ຈົ່ງ ເອົາ ສັດ ທີ່ ບໍ່ ເປັນ ມົນ ທິນ (ກ) ແນວ ລະ ເຈັດ ຄູ່, ແຕ່ ສັດ ທີ່ ເປັນ ມົນ ທິນ ນັ້ນ ໃຫ້ ເອົາ ແນວ ລະ ຄູ່.
|
||
\v 3 ໃຫ້ ເອົາ ນົກ ຊະນິດ ລະ ເຈັດ ຄູ່ ເຊັ່ນ ດຽວ ກັນ. ເຮົາ ຢາກ ໃຫ້ ສັດ ເຫລົ່າ ນີ້ ມີ ຊີວິດ ຢູ່ ແລະ ອອກ ແມ່ ແຜ່ ລູກ ຕໍ່ ໄປ ເທິງ ແຜ່ນດິນ ໂລກ.
|
||
|
||
\s5
|
||
\v 4 ໃນ ເຈັດ ວັນ ຂ້າງ ໜ້າ ນີ້ ເຮົາ ຈະ ໃຫ້ ຝົນ ຕົກ ລົງ ມາ ຊຶ່ງ ຈະ ຕົກ ເປັນ ເວລາ ສີ່ ສິບ ວັນ ສີ່ ສິບ ຄືນ ເພື່ອ ທຳ ລາຍ ທຸກສິ່ງ ທີ່ ມີ ຊີວິດ ຊຶ່ງ ເຮົາ ໄດ້ ສ້າງ ຂຶ້ນ ມາ ນັ້ນ ໃຫ້ ຈິບ ຫາຍ ໄປ ໝົດ. ”
|
||
\v 5 ຝ່າຍ ໂນອາ ກໍໄດ້ ເຮັດ ຕາມ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສັ່ງ ໄວ້ ທຸກປະການ.
|
||
|
||
\s5
|
||
\v 6 ເມື່ອ ນ້ຳ ຖ້ວມ ໂລກ ນັ້ນ ໂນອາ ມີ ອາຍຸ ໄດ້ 600 ປີ.
|
||
\v 7 ໂນອາ ພ້ອມ ດ້ວຍ ເມຍ ລູກຊາຍ ພ້ອມ ລູກໃພ້ ທັງໝົດ ກໍ ພາກັນ ເຂົ້າ ໄປ ໃນ ເຮືອ ເພື່ອ ໜີ ນໍ້າ ຖ້ວມ.
|
||
|
||
\s5
|
||
\v 8 ສັດ ແລະ ນົກ ໂຕ ຜູ້ ແລະ ໂຕ ແມ່ ແຕ່ ລະ ຊະນິດ ທັງ ໂຕ ທີ່ ເປັນ ມົນ ທິນ ແລະ ບໍ່ ເປັນ ມົນ ທິນ
|
||
\v 9 ກໍ ຖືກ ຕ້ອນ ເຂົ້າ ໄປ ໃນ ເຮືອ ພ້ອມ ກັບ ໂນອາ ຕາມ ພຣະເຈົ້າ ໄດ້ ສັ່ງ.
|
||
\v 10 ເຈັດ ວັນ ຕໍ່ ມາ ນ້ຳ ກໍໄດ້ ຖ້ວມ ແຜ່ນດິນ ໂລກ.
|
||
|
||
\s5
|
||
\v 11 ເມື່ອ ໂນອາ ອາຍຸ ໄດ້ 600 ປີ, ຄື ໃນ ມື້ ທີ ສິບ ເຈັດ ຂອງ ເດືອນ ທີ ສອງ ທ້ອງຟ້າ ໄດ້ ຖອກ ເທ ຫ່າຝົນ ລົງ ມາ ສູ່ ໂລກ; ນ້ຳ ໃນ ບໍ່ ໃນ ເຫວ ແລະ ໃນ ຫ້ວຍຮ່ອງ ກໍໄດ້ ພຸ່ງ ຂຶ້ນ;
|
||
\v 12 ຝົນ ໄດ້ ຕົກ ລົງ ມາ ສູ່ ໂລກ ບໍ່ ຂາດ ສາຍ ເປັນ ເວລາ ສີ່ ສິບ ວັນ ສີ່ ສິບ ຄືນ.
|
||
|
||
\s5
|
||
\v 13 ໃນ ມື້ ດຽວກັນ ນັ້ນ ໂນອາ ພ້ອມ ດ້ວຍ ເມຍ ແລະ ລູກຊາຍ ທັງ ສາມ ຄົນ ຄື: ເຊມ, ຮາມ ແລະ ຢາເຟດ ພ້ອມ ທັງ ເມຍ ຂອງ ພວກເຂົາ ກໍ ພາກັນ ເຂົ້າ ຢູ່ ໃນ ເຮືອ.
|
||
\v 14 ສັດ ທຸກໆ ຊະນິດ ກໍ ຖືກ ຕ້ອນ ເຂົ້າ ໄປ ໃນ ເຮືອ ເຊັ່ນ: ສັດ ປ່າ, ສັດ ບ້ານ, ສັດ ໃຫຍ່ ແລະ ສັດ ນ້ອຍ ຕະຫລອດ ທັງ ນົກ ພ້ອມ ສັດ ທີ່ ມີ ປີກ ທຸກ ຊະນິດ.
|
||
|
||
\s5
|
||
\v 15 ສັດ ໂຕຜູ້ ແລະ ໂຕ ແມ່ ຕາມ ແຕ່ ລະ ຊະນິດ ຂອງ ມັນ ໄດ້ ເຂົ້າ ໄປ ຢູ່ ໃນ ເຮືອ ກັບ ໂນອາ
|
||
\v 16 ຫລັງ ຈາກ ຈັດ ສັດ ທຸກ ຊະນິດ ແລະ ທຸກສິ່ງ ທີ່ ມີ ຊິວິດ ພ້ອມ ກັບ ໂນອາ ເຂົ້າ ໃນ ເຮືອ ຕາມ ທີ່ ພຣະເຈົ້າ ໄດ້ ສັ່ງ ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍໄດ້ ອັດ ປະຕູ ເຮືອ.
|
||
|
||
\s5
|
||
\v 17 ນ້ຳ ໄດ້ ຖ້ວມ ສືບ ຕໍ່ ກັນ ຕະຫລອດ ສີ່ ສິບ ວັນ ສີ່ ສິບ ຄືນ. ນໍ້າ ມາກ ຂຶ້ນ ເລື້ອຍໆ ຈົນ ເຮືອ ຂອງ ໂນອາ ຟູ ຢູ່ ເໜືອ ໜ້າ ດິນ.
|
||
\v 18 ນ້ຳ ມາກ ຂຶ້ນ ເລື້ອຍໆ ຈົນ ເຮືອ ຂອງ ໂນອາ ໄຫລ ໄປມາ ເທິງ ກະແສ ນ້ຳ.
|
||
|
||
\s5
|
||
\v 19 ລະດັບ ນ້ຳ ໄດ້ ສູງ ຂຶ້ນ ເລື້ອຍໆ ຈົນ ຖ້ວມ ພູຜາ ໜ່ວຍ ສູງສຸດ.
|
||
\v 20 ໃນ ທີ່ ສຸດ ນໍ້າ ໄດ້ ຖ້ວມ ພູເຂົາ ໜ່ວຍ ສູງ ທີ່ ສຸດ ຂຶ້ນ ໄປ ອີກ ເຈັດ ແມັດ.
|
||
|
||
\s5
|
||
\v 21 ທຸກໆ ສິ່ງ ທີ ມີ ຊີ ວິດ ຢູ່ ໃນ ໂລກ ໄດ້ ຕາຍ ໝົດ ຄື: ນົກ ທຸກໆ ຊະນິດ, ສັດ ທຸກໆ ຊະນິດ ແລະ ຄົນ ທຸກໆ ຄົນ.
|
||
\v 22 ທຸກໆ ສິ່ງ ທີ່ ຫາຍ ໃຈ ໄດ້ ເທິງ ແຜ່ນດິນ ໂລກ ໄດ້ ຕາຍໄປ ໝົດ.
|
||
|
||
\s5
|
||
\v 23 ພຣະອົງ ໄດ້ ທຳ ລາຍ ທຸກໆ ສິ່ງ ທີ່ ມີ ຊີ ວິດ ຢູ່ ເທິງ ແຜ່ນດິນ ໂລກ ເຊັ່ນ: ມະນຸດ, ສັດ ແລະ ນົກ. ມີ ແຕ່ ຄອບຄົວ ຂອງ ໂນອາ ແລະ ສັດ ໃນ ເຮືອ ເທົ່ານັ້ນ ທີ່ ຍັງ ເຫລືອ ຢູ່.
|
||
\v 24 ລະດັບ ນໍ້າ ຖ້ວມ ຍັງ ສູງ ຢູ່ ເປັນ ເວລາ 150 ວັນ.
|
||
|
||
\s5
|
||
\c 8
|
||
\p
|
||
\v 1 ພຣະເຈົ້າ ບໍ່ ໄດ້ ລືມ ໂນອາ ພ້ອມ ທັງ ສັດ ຊະນິດ ຕ່າງໆ ທີ່ ຢູ່ ໃນ ເຮືອ; ພຣະອົງ ໄດ້ ເຮັດ ໃຫ້ ມີ ລົມ ພັດ ມາ ແລະ ນ້ຳ ກໍ ບົກ ລົງ.
|
||
\v 2 ຮູ ນ້ຳ ໃຕ້ ພື້ນ ດິນ ແລະ ປ່ອງ ນ້ຳ ເທິງ ທ້ອງຟ້າ ຖືກ ອັດ ໝົດ ຝົນ ເຊົາ ຕົກ
|
||
\v 3 ແລະ ນ້ຳ ກໍ ຄ່ອຍ ໆ ບົກ ລົງ ຕາມ ລໍາດັບ ເປັນ ເວລາ ໜຶ່ງ ຮ້ອຍ ຫ້າ ສິບ ວັນ.
|
||
|
||
\s5
|
||
\v 4 ໃນ ວັນ ທີ ສິບ ເຈັດ ຂອງ ເດືອນ ທີ ເຈັດ ເຮືອ ຂອງ ໂນອາ ໄດ້ ຄ້າງ ຄາ ຢູ່ ທີ່ ເທິງ ພູເຂົາ ອາຣາຣັດ.
|
||
\v 5 ນໍ້າ ໄດ້ ບົກ ລົງ ເລື້ອຍ ໆ ຈົນ ຮອດ ວັນ ທີ ໜຶ່ງ ຂອງ ເດືອນ ທີ ສິບ ແລ້ວ ຈອມ ພູ ທັງ ຫລາຍ ກໍໄດ້ ປາກົດ ຂຶ້ນ.
|
||
|
||
\s5
|
||
\v 6 ຕໍ່ມາ ອີກ ສີ່ ສິບ ວັນ ໂນອາ ໄດ້ ໄຂ ປ່ອງຢ້ຽມ ເຮືອ ອອກ
|
||
\v 7 ແລະ ປ່ອຍ ກາ ໂຕໜຶ່ງ ອອກ ໄປ ກາ ໂຕ ນີ້ ບໍ່ ໄດ້ ບິນ ຄືນ ມາ ແຕ່ ມັນ ໄດ້ ບິນ ເວີ່ນ ຢູ່ ຈົນ ນໍ້າ ໄດ້ ແຫ້ງ ລົງ.
|
||
|
||
\s5
|
||
\v 8 ໃນ ເວລາ ດຽວກັນ ນັ້ນ ໂນອາ ໄດ້ ປ່ອຍ ນົກເຂົາ ໂຕໜຶ່ງ ອອກ ໄປ ອີກ ເພື່ອ ຈະ ໄດ້ ຮູ້ ວ່າ ນໍ້າ ບົກ ແລ້ວ ຫລື ຍັງ
|
||
\v 9 ແຕ່ ນົກ ເຂົາ ໂຕ ນັ້ນ ບໍ່ ມີ ບ່ອນ ຈັບ ຈຶ່ງ ໄດ້ ກັບ ຄືນ ມາ ເພາະ ນ້ຳ ຍັງ ຖ້ວມ ພື້ນ ດິນ ຢູ່; ພໍ ເຫັນ ນົກ ກັບ ມາ ໂນອາ ກໍ ຟ້າວ ເດ່ ມື ອອກ ໄປ ຈັບ ເອົາ ນົກ ໂຕ ນັ້ນ ມາ ໄວ້ ໃນ ເຮືອ ນຳ ໝູ່.
|
||
|
||
\s5
|
||
\v 10 ເຈັດ ວັນ ຕໍ່ ມາ ເພິ່ນ ໄດ້ ປ່ອຍ ນົກ ເຂົາ ອອກ ໄປ ອີກ.
|
||
\v 11 ນົກ ເຂົາ ໂຕ ນັ້ນ ໄດ້ ບິນ ກັບ ມາ ໃນ ຕອນແລງ ພ້ອມ ທັງ ຄາບ ເອົາ ໃບ ໝາກກອກເທດ. ສະນັ້ນ ເພິ່ນ ຈຶ່ງ ຮູ້ຈັກ ຄັກ ແນ່ ວ່າ ນ້ຳ ໄດ້ ບົກ ລົງ ແລ້ວ.
|
||
\v 12 ເຈັດ ວັນ ຕໍ່ ມາ ເພິ່ນ ໄດ້ ປ່ອຍ ນົກ ເຂົາ ອອກ ໄປ ອີກ, ແຕ່ ໃນ ເທື່ອ ນີ້ ມັນ ບໍ່ ໄດ້ ກັບ ຄືນ ມາ.
|
||
|
||
\s5
|
||
\v 13 ເມື່ອ ໂນອາ ອາຍຸ ໄດ້ 601 ປີ ຄື ໃນ ວັນ ທີ ໜຶ່ງ ຂອງ ເດືອນ ທີ ໜຶ່ງ ຂອງ ປີ ນັ້ນ ນ້ຳ ກໍໄດ້ ບົກ ແລະ ແຫ້ງ ລົງ ໝົດ ເພິ່ນ ເປີດ ຫລັງ ຄາ ເຮືອ ອອກ ເບິ່ງ ໄປ ລອບ ໆ ຈຶ່ງ ເຫັນ ວ່າ ໜ້າ ດິນ ແຫ້ງ ແລ້ວ.
|
||
\v 14 ໃນ ວັນ ທີ ຊາວເຈັດ ຂອງ ເດືອນ ທີ ສອງ ພື້ນ ດິນ ຈຶ່ງ ໄດ້ ແຫ້ງ ໝົດ.
|
||
|
||
\s5
|
||
\v 15 ແລ້ວ ພຣະເຈົ້າ ກໍ ກ່າວ ແກ່ ໂນອາ ວ່າ,
|
||
\v 16 “ເຈົ້າ ແລະ ເມຍ ພ້ອມ ດ້ວຍ ພວກ ລູກຊາຍ ກັບ ພວກ ລູກໃພ້ ຂອງ ເຈົ້າ ຈົ່ງ ພາກັນ ອອກ ໄປ ຈາກ ເຮືອ.
|
||
\v 17 ຈົ່ງ ປ່ອຍ ນົກ ແລະ ສັດ ທັງ ຫລາຍ ທີ່ ຢູ່ ໃນ ເຮືອ ອອກ ໄປ ໝົດ ເພື່ອ ໃຫ້ ອອກ ແມ່ ແຜ່ ລູກ ຫລາຍ ຂຶ້ນ ຢູ່ ເທິງ ແຜ່ນດິນ ໂລກ.”
|
||
|
||
\s5
|
||
\v 18 ດັ່ງ ນັ້ນ ໂນອາ ແລະ ເມຍ ພ້ອມ ທັງ ພວກ ລູກຊາຍ ແລະ ພວກ ລູກໃພ້ ຂອງຕົນ ຈຶ່ງ ພາກັນ ອອກ ໄປ ຈາກ ເຮືອ.
|
||
\v 19 ສັດ ແລະ ນົກ ທຸກ ຊະນິດ ຕ່າງ ກໍ ອອກ ມາ ຈາກ ເຮືອ ເປັນ ໝູ່ ໆ ຕາມ ຊະນິດ ຂອງ ມັນ.
|
||
|
||
\s5
|
||
\v 20 ແລ້ວ ໂນອາ ກໍໄດ້ ສ້າງ ແທ່ນບູຊາ ແທ່ນ ໜຶ່ງ ຖວາຍ ແກ່ ອົງພຣະ ຜູ້ ເປັນເຈົ້າ; ເພິ່ນ ເອົາ ສັດ ແລະ ນົກ ແນວ ລະ ໂຕ ທີ່ ບໍ່ ເປັນ ມົນ ທິນ ຂ້າ ເຜົາ ທັງ ໂຕ ເທິງ ແທ່ນບູຊາ.
|
||
\v 21 ກິ່ນ ຫອມຫວນ ຂອງ ເຄື່ອງ ຖວາຍ ນີ້ ເປັນ ທີ່ ພໍໃຈ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຊົງ ກ່າວ ວ່າ, “ເຮົາ ຈະ ບໍ່ ໃຫ້ ແຜ່ນດິນ ໂລກ ຕົກ ຢູ່ ໃຕ້ ຄຳ ສາບແຊ່ງ ອີກ ຈັກ ເທື່ອ ຍ້ອນ ສິ່ງ ທີ່ ມະນຸດ ກະທຳ; ເຮົາ ຮູ້ ວ່າ ແຕ່ ເວລາ ມະນຸດ ຍັງ ນ້ອຍ ຄວາມຄິດ ຂອງ ເຂົາ ກໍ ຊົ່ວ ຢູ່ ແລ້ວ. ເຮົາ ຈະ ບໍ່ ທໍາ ລາຍ ສິ່ງ ທີ່ ມີ ຊີ ວິດ ເໝືອນ ດັ່ງ ທີ່ ເຮົາ ໄດ້ ທຳ ລາຍ ໃນ ຄັ້ງ ນີ້ ອີກ ຈັກ ເທື່ອ.
|
||
\v 22 ຕາບໃດ ທີ່ ໂລກ ຍັງ ຄົງ ດໍາລົງ ຢູ່ ລະດູ ຫວ່ານ ກັບ ລະດູ ເກັບ ກ່ຽວ ກໍ ຍັງ ມີ ຢູ່ ຕໍ່ ໄປ ຈະ ມີ ໜາວ ມີ ຮ້ອນ ຮ່ວມ ກັນ ຢູ່ ສະເໝີ ໄປ ຍາມຮ້ອນ ແລະ ຍາມ ໜາວ ກາງເວັນ ແລະ ກາງຄືນ ດ້ວຍ.”
|
||
|
||
\s5
|
||
\c 9
|
||
\p
|
||
\v 1 ພຣະເຈົ້າ ໄດ້ ອວຍພອນ ແກ່ ໂນອາ ແລະ ພວກ ລູກຊາຍ ທັງ ສາມ ຄົນ ຂອງ ລາວ ວ່າ, “ຈົ່ງ ມີ ລູກເຕົ້າ ໃຫ້ ມາກ ຫລາຍ ເພື່ອ ວ່າ ເຊື້ອສາຍ ຂອງ ເຈົ້າ ຈະ ມີ ຊີວິດ ຢູ່ ທົ່ວ ເທິງ ແຜ່ນດິນ ໂລກ ນີ້.
|
||
\v 2 ສັດ ທຸກ ຊະນິດ, ນົກ ທຸກ ໂຕ, ສັດ ເລືອຄານ ແລະ ປາ ທຸກ ຊະນິດ ຈະ ມີ ຊີວິດ ຢູ່ ໂດຍ ຢ້ານກົວ ພວກເຈົ້າ.
|
||
|
||
\s5
|
||
\v 3 ບັດ ນີ້ ເຈົ້າ ກິນ ສັດ ນັ້ນ ແລະ ພືດ ໃບ ຂຽວ ໄດ້ ເພາະ ເຮົາ ໄດ້ ໃຫ້ ສິ່ງ ເຫລົ່າ ນີ້ ແກ່ ພວກເຈົ້າ ເປັນ ອາຫານ.
|
||
\v 4 ແຕ່ ມີ ສິ່ງ ໜຶ່ງ ທີ່ ເຈົ້າ ບໍ່ ຕ້ອງ ກິນ ຄື: ຊີ້ນ ທີ່ ມີ ເລືອດ; ເພາະ ເລືອດ ແມ່ນ ຫລັກ ສໍາຄັນ ແຫ່ງ ຊີວິດ.
|
||
|
||
\s5
|
||
\v 5 ຖ້າ ຜູ້ໃດ ທໍາລາຍ ຊີວິດ ມະນຸດ ຜູ້ ນັ້ນ ຈະ ຖືກ ລົງໂທດ. ສັດ ທຸກ ໂຕ ທີ່ ທຳ ລາຍ ຊີວິດ ມະນຸດ ຈະ ຖືກ ລົງ ໂທດ ເຖິງ ແກ່ ຄວາມ ຕາຍ.
|
||
\v 6 ມະນຸດ ໄດ້ ຖືກ ສ້າງ ໃຫ້ ມີ ຮູບລັກສະນະ ຂອງ ພຣະເຈົ້າ; ສະນັ້ນ ຜູ້ໃດ ກໍຕາມ ທີ່ ຂ້າ ເພື່ອນ ມະນຸດ ກໍ ຈະ ຖືກ ເພື່ອນ ມະນຸດ ຄົນ ອື່ນ ຂ້າ ເໝືອນກັນ.
|
||
\v 7 ຈົ່ງ ມີ ລູກເຕົ້າ ໃຫ້ ມາກ ຫລາຍ ເພ່ື່ອ ວ່າ ເຊື້ອ ສາຍ ຂອງ ເຈົ້າ ຈະ ມີ ຊີ ວິດ ຢູ່ ທົ່ວ ໄປ ເທິງ ແຜ່ນດິນ ໂລກ.”
|
||
|
||
\s5
|
||
\v 8 ພຣະເຈົ້າ ໄດ້ ກ່າວແກ່ ໂນອາ ແລະພວກລູກຊາຍ ຂອງ ລາວ ວ່າ,
|
||
\v 9 “ບັດ ນີ້ ເຮົາ ເຮັດ ພັນທະສັນຍາ ຕໍ່ ພວກເຈົ້າ ພ້ອມກັບເຊື້ອສາຍຂອງພວກເຈົ້າ
|
||
\v 10 ແລະ ທຸກສິ່ງ ທີ່ມີ ຊີວິດ ເຊັ່ນ: ນົກ ທຸກຊະນິດ ແລະສັດ ທຸກ ຊະນິດ ຄື ທຸກ ໆ ສິ່ງ ທີ່ ອອກ ມາ ຈາກ ເຮືອ ນໍາ ເຈົ້າ ນັ້ນ.
|
||
|
||
\s5
|
||
\v 11 ດ້ວຍຖ້ອຍຄໍາ ດັ່ງ ຕໍ່ໄປນີ້ ເຮົາ ຈຶ່ງ ຕັ້ງ ພັນທະສັນຍາ ກັບ ເຈົ້າ ຄື: ເຮົາ ສັນຍາວ່າ ຈະບໍ່ທຳ ລາຍທຸກສິ່ງ ທີ່ ມີ ຊີວິດ ດ້ວຍນ້ຳຖ້ວມອີກ; ນ້ຳຖ້ວມແຜ່ນດິນ ໂລກແບບນີ້ ຈະ ບໍ່ ມີ ອີກ ຈັກ ເທື່ອ. ”
|
||
\v 12 ພຣະເຈົ້າ ຊົງ ກ່າວວ່າ, “ນີ້ ແມ່ນ ເຄື່ອງໝາຍຂອງ ພັນທະສັນຍາ ຊຶ່ງ ເຮົາ ກຳລັງ ເຮັດ ຢູ່ ລະຫວ່າງເຮົາ ກັບ ເຈົ້າ ແລະທຸກ ໆ ສິ່ງ ທີ່ ມີ ຊີວິດ ທີ່ ຢູ່ ກັບ ເຈົ້າ ເພື່ອ ຄົນ ລຸ້ນ ຫລັງ ທັງ ໝົດ ໃນອະນາຄົດ,
|
||
\v 13 ເຮົາ ຕັ້ງ ຮຸ້ງກິນນໍ້າ ໄວ້ ໃນ ທ້ອງຟ້າ. ຮຸ້ງ ກິນ ນໍ້າ ຈະເປັນ ເຄື່ອງໝາຍ ແຫ່ງພັນທະສັນຍາ ທີ່ ເຮົາ ໄດ້ ຕັ້ງ ໄວ້ ກັບ ແຜ່ນດິນ ໂລກ.
|
||
|
||
\s5
|
||
\v 14 ເມື່ອ ໃດ ເຮົາ ເຮັດ ໃຫ້ ເມກ ປົກ ຄຸມທົ່ວ ທ້ອງຟ້າ ແລະ ໃຫ້ ຮຸ້ງ ປາກົດ ຂຶ້ນ
|
||
\v 15 ເມື່ອນັ້ນ ເຮົາ ກໍ ຈະ ນຶກ ເຖິງ ພັນທະສັນຍາ ທີ່ເຮົາ ໃຫ້ ແກ່ ເຈົ້າ ແລະສັດ ທັງ ປວງ ວ່າ ເຮົາ ຈະບໍ່ທຳລາຍທຸກສິ່ງທີ່ ມີ ຊີວິດ ດ້ວຍນ້ຳ ອີກ ຈັກ ເທື່ອ.
|
||
|
||
\s5
|
||
\v 16 ເມື່ອ ຮຸ້ງ ປາກົດ ຂຶ້ນ ໃນເມກ ເຮົາ ຈະເຫັນ ແລະ ເຮົາ ກໍຈະ ລະນຶກເຖິງ ພັນທະສັນຍາ ອັນ ຕະຫລອດໄປ ລະຫວ່າງ ເຮົາ ກັບ ທຸກສິ່ງ ທີ່ ມີ ຊີວິດ ຢູ່ ໃນ ແຜ່ນດິນ ໂລກ. ”
|
||
\v 17 ພຣະເຈົ້າ ຊົງ ກ່າວກັບ ໂນອາ ວ່າ, “ອັນນີ້ແຫລະ ແມ່ນເຄື່ອງໝາຍຂອງພັນທະສັນຍາ ຊຶ່ງ ເຮົາ ເຮັດ ໄວ້ ກັບ ທຸກສິ່ງ ທີ່ ມີ ຊີວິດ ຢູ່ ເທິງ ແຜ່ນດິນ ໂລກ.”
|
||
|
||
\s5
|
||
\v 18 ລູກຊາຍ ຂອງ ໂນອາ ທີ່ ອອກ ມາ ຈາກ ເຮືອ ໃຫຍ່ ມີ ດັ່ງ ນີ້: ເຊມ, ຮາມ ແລະ ຢາເຟດ. (ຮາມ ເປັນ ພໍ່ ຂອງ ຊົນ ເຜົ່າ ການາອານ.)
|
||
\v 19 ລູກຊາຍ ທັງ ສາມ ຂອງ ໂນອາ ນີ້ ເປັນ ບັນ ພະບຸລຸດ ຂອງ ປະຊາຊາດ ທັງ ໝົດ ທີ່ ເທິງ ແຜ່ນດິນ ໂລກ.
|
||
|
||
\s5
|
||
\v 20 ໂນອາ ຜູ້ ທີ່ ເປັນ ພໍ່ ນາ ເປັນ ຄົນ ທຳ ອິດ ທີ່ ປູກ ຕົ້ນ ອະງຸ່ນ.
|
||
\v 21 ຫລັງ ຈາກ ດື່ມນ້ຳອະງຸ່ນ ຫລາຍ ຈົນ ມືນ ເມົາ ເພິ່ນ ຈຶ່ງ ຫລົງ ແກ້ ເຄື່ອງນຸ່ງຫົ່ມ ຂອງຕົນ ອອກ ແລ້ວ ນອນ ເປືອຍກາຍ ຢູ່ ໃນ ຜ້າ ເຕັນ.
|
||
|
||
\s5
|
||
\v 22 ເມື່ອ ຮາມ ພໍ່ ຂອງ ການາອານ ເຫັນ ພໍ່ ຂອງຕົນ ກຳ ລັງ ນອນ ເປືອຍກາຍ ຢ່າງ ມືນ ເມົາ ຢູ່່ ເຊັ່ນ ນັ້ນ ລາວ ຈຶ່ງ ຟ້າວ ໄປ ບອກ ອ້າຍ ທັງ ສອງ.
|
||
\v 23 ແລ້ວ ເຊມ ກັບ ຢາເຟດ ກໍ ຖື ເອົາ ເສື້ອ ຄຸມ ຜືນ ໜຶ່ງ ພາດ ໃສ່ ບ່າ ຂອງ ພວກເຂົາ ມາ. ພວກເຂົາ ຍ່າງ ຖອຍ ຫລັງ ເຂົ້າ ມາ ຫາ ພໍ່ ແລ້ວ ປົດ ເສື້ອ ທີ່ ພາດ ຢູ່ ເທິງ ບ່າ ນັ້ນ ປົກ ຕົວ ພໍ່ ໄວ້ ໂດຍ ປິ່ນ ໜ້າ ໜີ ເພາະ ບໍ່ ຢາກ ເຫັນ ພໍ່ ຂອງ ພວກ ຕົນ ຢູ່ ໃນ ສະພາບ ເປືອຍກາຍ ເຊັ່ນ ນີ້.
|
||
|
||
\s5
|
||
\v 24 ເມື່ອ ໂນອາ ຕື່ນ ຂຶ້ນ ມາ ແລະ ຊວ່າງ ເມົາ ເພິ່ນ ກໍ ຮູ້ ສິ່ງ ທີ່ ລູກຊາຍ ຫລ້າ ໄດ້ ເຮັດ ກັບ ຕົນ
|
||
\v 25 ຈຶ່ງຮ້ອງຂືຶ້ນວ່າ, "ກູຂໍສາບແຊ່ງການາອານ ມັນຈະເປັນຂ້ອຍຂ້າຮັບໃຊ້ພວກອ້າຍຂອງມັນ
|
||
|
||
\s5
|
||
\v 26 ຂໍສັນລະເສີນອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຊມ ຊາວການາອານຈະເປັນຂ້ອຍຂ້າຮັບໃຊ້ຂອງເຊມແນ່ແທ້.
|
||
\v 27 ຂໍ ພຣະເຈົ້າ ຊ່ວຍ ຢາເຟດ ຂໍ ໃຫ້ ຮັ່ງ ມີເປັນດີ; ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ເຫລືອ ນັບ. ຂໍ ໃຫ້ ເຊື້ອສາຍ ຢາເຟດ ຢູ່ ຮ່ວມ ກັບ ເຊື້ອສາຍ ເຊມ; ຊາວ ການາອານ ຈະ ເປັນ ທາດຮັບ ໃຊ້ ຂອງ ຢາເຟດ.”
|
||
|
||
\s5
|
||
\v 28 ຫລັງຈາກນ້ຳຖ້ວມແຜ່ນດິນໂລກແລ້ວ ໂນອາ ກໍມີອາຍຸຕໍ່ມາອີກ 350 ປີ
|
||
\v 29 ເພິ່ນ ໄດ້ ຕາຍໄປ ເມື່ອ ເພິ່ນ ອາຍຸ ໄດ້ 950 ປີ.
|
||
|
||
\s5
|
||
\c 10
|
||
\p
|
||
\v 1 ຕໍ່ ໄປນີ້ ແມ່ນ ເຊື້ອສາຍ ຂອງ ພວກ ລູກຊາຍ ໂນອາ ມີ ດັ່ງ ນີ້: ເຊມ, ຮາມ ແລະ ຢາເຟດ. ສາມ ຄົນ ນີ້ ຫລັງ ຈາກ ນ້ຳ ໄດ້ ຖ້ວມ ແຜ່ນດິນ ໂລກ ພວກເຂົາ ກໍໄດ້ ລູກຊາຍ ຫລາຍ ຄົນ.
|
||
|
||
\s5
|
||
\v 2 ລູກຊາຍ ຂອງ ຢາເຟດ ມີ ດັ່ງ ນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ ຜູ້ ທີ່ ເປັນ ປູ່ ຍ່າຕາຍາຍ ຂອງ ຊົນ ຊາດ ຊຶ່ງ ໃສ່ ຊື່ ດັ່ງ ກ່າວ ນັ້ນ ຕໍ່ ໆ ມາ.
|
||
\v 3 ເຊື້ອ ສາຍ ຂອງ ໂກເມ ແມ່ນ ຊາວ ອັດສະເກນາດ, ຣິຟາດ ແລະ ໂຕກາມາ.
|
||
\v 4 ເຊື້ອ ສາຍ ຂອງ ຢາວານ ແມ່ນ ຊາວ ເອລິຊາ, ສະເປນ, ໄຊປຣັດ ແລະ ໂຣເດັດ; ພວກເຂົາ ເປັນ ປູ່ຍ່າຕາຍາຍ ຂອງ ປະຊາຊົນ ທີ່ ອາໄສ ຢູ່ ຕາມ ຝັ່ງ ທະເລ ແລະ ເກາະ ດອນ ຕ່າງໆ.
|
||
\v 5 ພວກ ເຫລົ່າ ນີ້ ເປັນ ເຊື້ອ ສາຍ ຂອງ ຢາເຟດ ທີ່ ອາໄສ ຢູ່ ໃນ ເຜົ່າ ແລະ ໃນ ປະເທດ ທີ່ ແຕກຕ່າງ ກັນ ຊຶ່ງ ແຕ່ ລະ ໝວດ ໝູ່ ປາກ ເວົ້າ ພາສາ ຂອງ ຕົນເອງ.
|
||
|
||
\s5
|
||
\v 6 ລູກຊາຍ ຂອງ ຮາມ ມີ ດັ່ງ ນີ້: ກູເຊ, ເອຢິບ, ລີເບຍ ແລະ ການາອານ, ຜູ້ ທີ່ ເປັນ ບັນ ພະບຸລຸດ ຂອງ ຊົນ ຊາດ ທີ່ ໃສ່ ຊື່ ດັ່ງ ກ່າວ ນັ້ນ ຕໍ່ ໆ ມາ.
|
||
\v 7 ເຊື້ອສາຍ ຂອງ ກູເຊ ແມ່ນ ຊາວ ເຊບາ, ຮາວິລາ, ຊັບຕາ, ຣາອາມາ ແລະ ຊັບເຕກາ. ເຊື້ອ ສາຍ ຂອງ ຣາອາມາ ແມ່ນ ຊາວ ເຊບາ ແລະ ຊາວ ເດດານ.
|
||
|
||
\s5
|
||
\v 8 ກູເຊ ໄດ້ ມີລູກຊາຍ ຢູ່ ອີກ ຜູ້ໜຶ່ງ ຊື່ ວ່າ, ນິມໂຣດ ເປັນ ຜູ້ ມີອຳນາດ ທີ່ ຍິ່ງ ໃຫຍ່ ຄົນ ທຳ ອິດ ຢູ່ ໃນ ໂລກ.
|
||
\v 9 ດ້ວຍ ກຳລັງ ຄວາມ ກ້າຫານ ທີ່ ມາ ຈາກ ອົງພຣະ ຜູ້ ເປັນເຈົ້າ ລາວ ຈຶ່ງ ເປັນ ນາຍພານ ຜູ້ ຍິ່ງ ໃຫຍ່. ສະນັ້ນ ແຫລະ ຄົນ ຈຶ່ງ ມັກ ອວຍພອນ ກັນ ແລະກັນ ວ່າ, “ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ບັນ ດານ ໃຫ້ ເຈົ້າ ເປັນ ນາຍພານ ຜູ້ ຍິ່ງ ໃຫຍ່ ເໝືອນ ດັ່ງ ນິມໂຣດ. ”
|
||
\v 10 ອານາຈັກ ທຳ ອິດ ທີ່ ນິມ ໂຣດ ໄດ້ ປົກ ຄອງ ມີ: ບາບີໂລນ, ເອເຣັກ ແລະ ອັກກາດ. ເມືອງ ທັງ ສາມ ນີ້ ຢູ່ ໃນ ບາບີໂລນ.
|
||
|
||
\s5
|
||
\v 11 ເມື່ອ ນິມໂຣດ ໜີ ຈາກ ດິນ ແດນ ນີ້ ໄປ ເພິ່ນ ຈຶ່ງ ໄປ ຍັງ ປະເທດ ອັດ ຊີເຣຍ ແລະ ສ້າງ ເມືອງ ຕ່າງໆ ຂຶ້ນ ອີກ ດັ່ງ ນີ້: ນີເນເວ, ເຣໂຮໂບດ ອີເຣ, ກາລາ,
|
||
\v 12 ແລະ ເຣເຊັນ ຊຶ່ງ ຢູ່ ລະຫວ່າງ ນີເນເວ ແລະ ເມືອງ ໃຫຍ່ ກາລາ.
|
||
\v 13 ເຊື້ອ ສາຍ ຂອງ ເອຢິບ ແມ່ນ ປະຊາຊົນ ຊາວ ລີເດຍ, ອານາມ, ເລຮາບ, ນັບຕູ,
|
||
\v 14 ປາທະຣູ, ກັດສະລູ ແລະ ກະເຣເຕ ຊຶ່ງ ພວກ ນີ້ ໄດ້ ສືບ ເຊື້ອ ສາຍ ໃຫ້ ຊາວ ຟີລິດສະຕິນ. (ຄ)
|
||
|
||
\s5
|
||
\v 15 ລູກຊາຍກົກ ຂອງ ການາອານ ຊື່ວ່າ ຊີໂດນ ແລະຜູ້ ຕໍ່ມາຊື່ວ່າ ເຫັດ. ສອງຄົນນີ້ ເປັນ ປູ່ຍ່າຕາຍາຍຂອງ ຊົນຊາດ ທີ່ ໃສ່ ຊື່ ດັ່ງ ກ່າວນີ້ ຕໍ່ ໆ ມາ.
|
||
\v 16 ການາອານ ຍັງ ເປັນ ບັນພະບຸລຸດ ຂອງ ຊາວ ເຢບຸດ, ອາໂມ, ກີກາຊີ,
|
||
\v 17 ຮີວີ, ອາກກີ, ຊີນີ,
|
||
\v 18 ອາກວາດີ, ເສມາຣີ ແລະ ຮາມັດ. ພາຍລຸນມາ ເຜົ່າ ຕ່າງໆຂອງເຊື້ອສາຍ ການາອານ ກໍ ແຜ່ຜາຍ ອອກ ໄປ
|
||
|
||
\s5
|
||
\v 19 ຈົນ ເຂດແດນ ຂອງ ພວກເຂົາ ແຕ່ ຊີໂດນທາງພາກໃຕ້ ໄປເຖິງ ເມືອງເກຣາ, ກາສາ; ແລະ ໃນ ພາກ ຕາເວັນອອກ ໄປ ຈົນເຖິງ ເມືອງ ໂຊໂດມ, ໂກໂມຣາ, ອັດມາ ແລະເມືອງເສບົວອິມ ທີ່ຢູ່ໃກ້ ກັບ ເມືອງຣາຊາ.
|
||
\v 20 ຄົນ ເຫລົ່ານີ້ ແມ່ນເຊື້ອ ສາຍຂອງຮາມ ທີ່ ອາໄສຢູ່ຕາມເຜົ່າ ແລະໃນປະເທດທີ່ ແຕກຕ່າງກັນ ຊຶ່ງ ແຕ່ ລະໝວດໝູ່ ເວົ້າ ພາສາຂອງຕົນເອງ.
|
||
|
||
\s5
|
||
\v 21 ເຊມ ຜູ້ ທີ່ ເປັນ ອ້າຍ ກົກ ຂອງ ຢາເຟດ ແມ່ນ ປູ່ຍ່າຕາຍາຍ ຂອງ ຊາວເຮັບເຣີ.
|
||
\v 22 ລູກຊາຍ ຂອງ ເຊມ ມີ ດັ່ງ ນີ້: ເອລາມ, ອັດ ຊູເຣ, ອາກປັກສາດ, ລູດ ແລະ ອາຣາມ; ພວກ ນີ້ ເປັນ ປູ່ຍ່າຕາຍາຍ ຂອງ ຊົນຊາດ ທີ່ໃສ່ ຊື່ດັ່ງ ກ່າວ ນີ້ ຕໍ່ ໆ ມາ.
|
||
\v 23 ເຊື້ອ ສາຍ ຂອງ ອາຣາມ ແມ່ນ ຊາວ ອູເສ, ຮຸນ, ເກເທ ແລະ ເມເຊັກ.
|
||
|
||
\s5
|
||
\v 24 ອາກປັກສາດ ນັ້ນ ເປັນ ພໍ່ ຂອງ ເຊຣາ ແລະ ເຊຣາ ເປັນ ພໍ່ ຂອງ ເອເບ.
|
||
\v 25 ເອເບ ມີ ລູກຊາຍ ສອງ ຄົນ ຄື: ຜູ້ ອ້າຍ ຊື່ ວ່າ, “ເປເຫລັກ ” (ງ) ເພາະ ໃນ ສະໄໝ ຂອງ ເພິ່ນນັ້ນ ຄົນ ໃນ ໂລກ ໄດ້ ແບ່ງ ແຍກ ກັນ; ນ້ອງຊາຍ ຂອງ ລາວ ຊື່ ວ່າ, “ໂຢກທານ”.
|
||
|
||
\s5
|
||
\v 26 ເຊື້ອສາຍ ຂອງ ໂຢກທານ ແມ່ນ ຊາວ ອານໂມດາດ, ເຊເລັບ, ຮາສາມາເວດ, ເຢຣາ,
|
||
\v 27 ຮາໂດຣາມ, ອູສັນ, ດີກະລາ,
|
||
\v 28 ໂອບານ, ອາບີມາເອນ, ເຊບາ,
|
||
\v 29 ໂອຟີ, ຮາວີລາ ແລະ ໂຢບັບ. ພວກເຂົາ ທັງໝົດ ແມ່ນ ເຊື້ອສາຍ ຂອງ ໂຢກທານ.
|
||
|
||
\s5
|
||
\v 30 ດິນແດນ ທີ່ ເຂົາ ອາໄສ ມີ ຕັ້ງແຕ່ ເມືອງ ເມຊາ ຈົນ ຮອດ ເມືອງ ເຊຟາ ທີ່ ພູດອຍ ທາງທິດຕາເວັນອອກ.
|
||
\v 31 ຄົນເຫລົ່ານີ້ ແມ່ນ ເຊື້ອສາຍ ຂອງ ເຊມ ທີ່ ອາໄສ ຢູ່ ໃນ ເຜົ່າ ແລະ ໃນ ປະເທດ ທີ່ ແຕກຕ່າງ ກັນ ຊຶ່ງ ແຕ່ ລະ ໝວດ ໝູ່ ເວົ້າ ພາສາ ຂອງ ຕົນ ເອງ.
|
||
|
||
\s5
|
||
\v 32 ຄົນ ເຫລົ່າ ນີ້ ແມ່ນ ເຊື້ອ ສາຍ ຂອງ ໂນອາ ທີ່ ແຍກ ອອກ ເປັນ ຊົນ ຊາດ ທີ່ ແຕກຕ່າງ ກັນໃນ ໂລກ. ຫລັງ ຈາກ ນ້ຳຖ້ວມ ໂລກ ແລ້ວ ຊົນ ຊາດ ທັງ ໝົດ ທີ່ ຢູ່ ເທິງ ແຜ່ນດິນ ໂລກ ແມ່ນ ສືບ ເຊື້ອສາຍ ມາ ຈາກ ໂນອາ ແລະ ລູກຊາຍ.
|
||
|
||
\s5
|
||
\c 11
|
||
\p
|
||
\v 1 ແຕ່ ທຳ ອິດ ນັ້ນ ມະນຸດ ທົ່ວ ທັງ ແຜ່ນດິນ ໂລກ ປາກ ເວົ້າ ພາສາ ດຽວກັນ ແລະ ໃຊ້ ຖ້ອຍຄໍາ ແບບ ດຽວກັນ.
|
||
\v 2 ເມື່ອ ພວກເຂົາ ທ່ອງທ່ຽວ ໄປ ທາງທິດ ຕາເວັນ ອອກ ຈຶ່ງ ພົບ ທົ່ງ ຮາບພຽງ ແຫ່ງ ໜຶ່ງ ທີ່ ບາບີໂລນ ແລະ ພາກັນ ຕັ້ງ ຖິ່ນ ຖານ ຫລັກ ແຫລ່ງ ຢູ່ ທີ່ ນັ້ນ.
|
||
|
||
\s5
|
||
\v 3 ພວກເຂົາ ເວົ້າ ກັນ ວ່າ, “ມາ ເທາະ ຈົ່ງ ພາກັນ ປັ້ນ ດິນ ຈີ່ ແລະ ເຜົາ ມັນ ໃຫ້ ແຂງ. ” ດັ່ງ ນັ້ນ ພວກເຂົາ ຈຶ່ງ ມີ ດິນ ຈີ່ ເພື່ອ ກໍ່ ສ້າງ ແລະ ມີ ຢາງ ໃຊ້ ຕາງ ປະທາຍ ເພື່ອ ຕິດ ດິນຈີ່ ເຂົ້າ ກັນ.
|
||
\v 4 ພວກເຂົາ ເວົ້າວ່າ, “ບັດ ນີ້ ຈົ່ງ ພາກັນ ສ້າງ ເມືອງ ກັບ ທັງ ໃຫ້ ມີ ຫໍຄອຍ ທີ່ ມີ ຍອດ ສູງ ຈຸ ຟ້າ ເພື່ອ ພວກເຮົາ ຈະ ໄດ້ ສ້າງ ຊື່ ສຽງ ໄວ້ ແລະ ຈະ ບໍ່ ຖືກ ພັດ ພາກ ຈາກ ກັນ ໄປ ທົ່ວ ເທິງ ແຜ່ນດິນ ໂລກນີ້. ”
|
||
|
||
\s5
|
||
\v 5 ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍໄດ້ ລົງ ມາ ເພື່ອ ເບິ່ງ ຕົວເມືອງ ກັບ ຫໍຄອຍ ທີ່ ມະນຸດ ໄດ້ ສ້າງ ຂຶ້ນ
|
||
\v 6 ແລະ ພຣະອົງ ຊົງ ກ່າວ ວ່າ, “ບັດ ນີ້ ມະນຸດ ທ້ອນໂຮມ ກັນ ເປັນ ພວກ ດຽວ ແລະ ຕ່າງ ກໍ ປາກ ເວົ້າ ພາສາ ດຽວກັນ; ສິ່ງ ນີ້ ເປັນ ພຽງ ຂັ້ນ ເລີ່ມຕົ້ນ ຂອງ ສິ່ງ ທີ່ ພວກເຂົາ ກຳ ລັງ ຈະ ກະທຳ. ບໍ່ ດົນ ນານ ພວກເຂົາ ກໍ ຈະ ສາມາດ ເຮັດ ທຸກສິ່ງ ຕາມ ທີ່ ພວກເຂົາ ຕ້ອງການ
|
||
\v 7 ສະນັ້ນ ພວກເຮົາ ຕ້ອງ ລົງ ໄປ ເຮັດ ໃຫ້ ພາສາ ຂອງ ເຂົາ ສັບ ສົນ ແຕກຕ່າງ ກັນ ແລະ ພວກເຂົາ ຈະ ເວົ້າ ບໍ່ ເຂົ້າໃຈ ກັນ.”
|
||
|
||
\s5
|
||
\v 8 ດັ່ງ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ເຮັດ ໃຫ້ ພວກເຂົາ ພັດ ພາກ ຈາກ ກັນ ໄປ ຢູ່ ທົ່ວ ທຸກຫົນ ທຸກແຫ່ງ ເທິງ ແຜ່ນດິນ ໂລກ ແລະ ພວກເຂົາ ກໍໄດ້ ຢຸດ ສ້າງ ເມືອງ.
|
||
\v 9 ດັ່ງ ນັ້ນ ເຂົາ ໄດ້ ໃສ່ ຊື່ ສະຖານທີ່ນັ້ນ ວ່າ, “ບາເບນ” (ຈ) ເພາະ ໃນທີ່ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ເຮັດ ໃຫ້ ພາສາ ຂອງ ບັນ ດາ ປະຊາຊາດ ແຕກຕ່າງ ກັນ ແລະ ຈາກ ທີ່ ນັ້ນ ພຣະອົງ ໄດ້ ເຮັດ ໃຫ້ ພວກເຂົາ ພັດ ພາກ ຈາກ ກັນ ໄປ ທົ່ວ ເທິງ ແຜ່ນດິນ ໂລກ.
|
||
|
||
\s5
|
||
\v 10 ເຊື້ອສາຍ ຂອງ ເຊມ ມີ ຄວາມ ເປັນ ມາ ດັ່ງ ນີ້: ສອງ ປີ ຫລັງ ຈາກ ນ້ຳຖ້ວມ ເມື່ອ ເຊມ ອາຍຸ ໄດ້ 100 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ, ອາກປັກສາດ.
|
||
\v 11 ຫລັງ ຈາກ ນັ້ນ ຕໍ່ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 500 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 12 ເມື່ອ ອາກປັກສາດ ອາຍຸ ໄດ້ 35 ປີ ເພິ່ນມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເສລາ;
|
||
\v 13 ຫລັງ ຈາກ ນັ້ນ ຕໍ່ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕໍ່ ມາ ອີກ 403 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 14 ເມື່ອ ເສລາ ອາຍຸ ໄດ້ 30 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອເບ;
|
||
\v 15 ຫລັງ ຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 403 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 16 ເມື່ອ ເອເບ ອາຍຸ ໄດ້ 34 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເປເຫລັກ;
|
||
\v 17 ຫລັງຈາກ ນັ້ນ ຕໍ່ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 430 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 18 ເມື່ອ ເປເຫລັກ ອາຍຸ ໄດ້ 30 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເຣອູ;
|
||
\v 19 ຫລັງຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 209 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 20 ເມື່ອ ເຣອູ ອາຍຸ ໄດ້ 32 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ວ່າ ເສຣຸກ;
|
||
\v 21 ຫລັງຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 207 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 22 ເມື່ອ ເສຣຸກ ອາຍຸ ໄດ້ 30 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ວ່າ ນາໂຮ;
|
||
\v 23 ຫລັງຈາກ ນັ້ນ ຕໍ່ ມາ ອີກ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 200 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
|
||
\s5
|
||
\v 24 ເມື່ອ ນາໂຮ ອາຍຸ ໄດ້ 29 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ວ່າ, ເຕຣາ;
|
||
\v 25 ຫລັງຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 119 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ.
|
||
\v 26 ເມື່ອ ເຕຣາ ອາຍຸ ໄດ້ 70 ປີ ເພິ່ນ ມີ ລູກຊາຍ ສາມ ຄົນ ດັ່ງ ນີ້: ອັບຣາມ, ນາໂຮ ແລະ ຮາຣານ.
|
||
|
||
\s5
|
||
\v 27 ຕໍ່ ໄປນີ້ ແມ່ນ ເຊື້ອ ສາຍ ຂອງ ເຕຣາ ຜູ້ ເປັນ ພໍ່ ຂອງ ອັບ ຣາມ, ນາໂຮ ແລະ ຮາຣານ. ຮາຣານ ເປັນ ພໍ່ ຂອງ ໂລດ
|
||
\v 28 ແລະ ຮາຣານ ໄດ້ ຕາຍໄປ ທີ່ ບ້ານ ເກີດ ຂອງ ຕົນ ເອງ ທີ່ ອູເຣ ໃນ ບາບີໂລນ (ສ) ໃນ ຂະນະທີ່ ພໍ່ຂອງຕົນຍັງ ມີ ຊີວິດ ຢູ່.
|
||
|
||
\s5
|
||
\v 29 ອັບຣາມ ແຕ່ງງານ ກັບ ນາງ ຊາຣາຍ ແລະ ນາໂຮ ແຕ່ງງານ ກັບ ນາງ ມີລະກາ ລູກສາວ ຂອງ ຮາຣານ ຜູ້ ທີ່ ເປັນ ພໍ່ ຂອງ ອິດສະຄາ.
|
||
\v 30 ຊາຣາຍ ບໍ່ ສາມາດ ມີ ລູກ ເພາະ ນາງ ເປັນ ໝັນ.
|
||
|
||
\s5
|
||
\v 31 ເຕຣາ ພາ ອັບຣາມ ລູກຊາຍ ຂອງຕົນ ແລະ ໂລດ ລູກຊາຍ ຂອງ ຮາຣານ ຫລານ ຂອງຕົນ ໜີໄປ ຈາກ ເມືອງ ອູເຣ ໃນ ບາບີໂລນ. ເພິ່ນ ຍັງ ພາ ຊາຣາຍ ລູກໃພ້ ຂອງຕົນ ໜີໄປ ພ້ອມ ເພື່ອ ຈະ ເຂົ້າ ໄປ ອາໄສ ຢູ່ ໃນ ການາອານ. ພວກເຂົາ ໄດ້ ເດີນ ທາງ ມາ ຮອດ ເມືອງ ຮາຣານ (ຊ) ແລະ ຕັ້ງ ຖິ່ນຖານ ຢູ່ ທີ່ ນັ້ນ.
|
||
\v 32 ເຕຣາ ຕາຍ ຢູ່ ທີ່ ເມືອງ ຮາຣານ ນີ້ ເມື່ອ ເພິ່ນ ອາຍຸ ໄດ້ 205 ປີ.
|
||
|
||
\s5
|
||
\c 12
|
||
\p
|
||
\v 1 ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ບອກ ອັບຣາມ ວ່າ, “ຈົ່ງ ອອກ ໜີ ຈາກ ປະເທດ, ຍາດຕິພີ່ນ້ອງ ແລະ ບ້ານເກີດ ເມືອງນອນ ຂອງ ເຈົ້າ ແລະ ໄປຍັງດິນແດນ ທີ່ເຮົາຈະຊີ້ແຈງໃຫ້ເຈົ້າເຫັນ.
|
||
\v 2 ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍ ແລະພວກເຂົາຈະກາຍເປັນຊົນຊາດໃຫຍ່. ເຮົາຈະອວຍພອນເຈົ້າແລະໃຫ້ເຈົ້າມີຊື່ສຽງ ແລະເຈົ້າຈະໄດ້ກາຍເປັນທໍ່ພຣະພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ.
|
||
\v 3 ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ. ແຕ່ເຮົາຈະສາບແຊ່ງຜູ້ທີ່ສາບແຊ່ງເຈົ້າ ແລະ ໂດຍ ຜ່ານ ທາງ ເຈົ້າ ເຮົາ ຈະ ອວຍພອນ ຊົນ ຊາດ ທັງ ປວງ. ” (ຍ)
|
||
|
||
\s5
|
||
\v 4 ເມື່ອ ອັບຣາມ ອາຍຸ ໄດ້ 75 ປີ ເພິ່ນ ກໍ ອອກ ໜີ ຈາກ ເມືອງ ຮາຣານ ຕາມ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ບອກ ແລະ ໂລດ ກໍໄດ້ ໄປ ນຳ ດ້ວຍ.
|
||
\v 5 ອັບຣາມ ພາ ນາງ ຊາຣາຍ ເມຍ ຂອງຕົນ ກັບ ໂລດ ຫລານຊາຍ ພ້ອມ ທັງ ຊັບ ສິ່ງ ຂອງ ແລະ ພວກ ຂ້ອຍໃຊ້ ທີ່ ໄດ້ ໃນ ຮາຣານ ນັ້ນ ໄປ ນຳ ແລະ ພວກເຂົາ ໄດ້ ພາກັນ ອອກ ເດີນ ທາງ ມຸ່ງໜ້າ ໄປ ຍັງ ດິນ ແດນ ການາອານ. ເມື່ອ ມາ ເຖິງ ການາອານ
|
||
|
||
\s5
|
||
\v 6 ອັບຣາມ ໄດ້ ເດີນ ທາງ ຜ່ານ ປະເທດ ໄປ ຕໍ່ ຈົນ ຮອດ ຕົ້ນໄມ້ ສັກ ສິດ ທີ່ ໂມເຣ ຊຶ່ງ ເປັນ ບ່ອນ ສັກ ສິດ ຂອງ ເມືອງ ຊີເຄມ. (ໃນ ຄາວ ນັ້ນ ຊາວ ການາອານ ຍັງ ອາໄສ ຢູ່ ໃນ ດິນ ແດນ ນີ້.)
|
||
\v 7 ອົງພຣະ ຜູ້ ເປັນ ເຈົ້າ ໄດ້ ປາກົດ ແກ່ ອັບຣາມ ແລະ ບອກ ເພິ່ນ ວ່າ, “ນີ້ ແມ່ນ ດິນ ແດນ ທີ່ ເຮົາ ຈະ ມອບ ໃຫ້ ແກ່ ເຊື້ອ ສາຍ ຂອງ ເຈົ້າ. ” ແລ້ວ ຢູ່ ໃນ ບ່ອນ ນີ້ ອັບຣາມ ໄດ້ ກໍ່ ສ້າງ ແທ່ນບູຊາ ແທ່ນ ໜຶ່ງ ຖວາຍ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ທີ່ ໄດ້ ປາກົດ ແກ່ ຕົນ.
|
||
|
||
\s5
|
||
\v 8 ຫລັງ ຈາກ ນັ້ນ ເພິ່ນ ກໍໄດ້ ຍົກ ຍ້າຍ ໄປ ທາງ ທິດ ໃຕ້ ສູ່ ພູດອຍ ທາງທິດ ຕາເວັນ ອອກ ຂອງ ເມືອງ ເບັດເອນ ແລະ ເພິ່ນ ໄດ້ ຕັ້ງ ຄ້າຍພັກພາ ອາໄສ ຢູ່ ລະຫວ່າງ ເມືອງ ເບັດເອນ ທາງ ທິດ ຕາເວັນຕົກ ແລະ ເມືອງ ອາອີ ທາງທິດ ຕາເວັນ ອອກ. ຢູ່ ທີ່ ນີ້ ອັບຣາມ ໄດ້ ກໍ່ສ້າງ ແທ່ນບູຊາ ອີກ ໜຶ່ງແທ່ນ ຖວາຍ ແກ່ ອົງພຣະ ຜູ້ ເປັນເຈົ້າ ແລະ ໄດ້ ຮ້ອງທູນ ອອກ ນາມຊື່ ອົງພຣະ ຜູ້ເປັນເຈົ້າ.
|
||
\v 9 ແລ້ວ ເພິ່ນ ກໍ ຍົກ ຍ້າຍ ໄປ ເປັນ ໄລຍະ ຢູ່ ເລື້ອຍ ສູ່ ທາງ ພາກ ໃຕ້ ຂອງ ການາອານ.
|
||
|
||
\s5
|
||
\v 10 ໃນ ເວລາ ນັ້ນ ໄດ້ ເກີດ ມີ ການ ອຶດ ຢາກ ຢ່າງ ຮ້າຍແຮງ ໃນ ການາອານ ອັນ ເປັນ ເຫດ ໃຫ້ ອັບຣາມ ຕ້ອງ ໄປ ອາໄສ ຢູ່ ໃນ ປະເທດ ເອຢິບ ຊົ່ວ ໄລຍະ ໜຶ່ງ.
|
||
\v 11 ເມື່ອ ໃກ້ ຈະ ຮອດ ດ່ານ ເຂົ້າ ປະເທດ ເພິ່ນ ຈຶ່ງ ເວົ້າ ກັບ ເມຍ ຂອງຕົນ ວ່າ, “ຊາຣາຍ ນ້ອງ ເປັນ ຍິງ ທີ່ ສວຍງາມ.
|
||
\v 12 ເມື່ອ ຊາວ ເອຢິບ ເຫັນ ນ້ອງ ພວກເຂົາ ຄົງ ຈະ ເວົ້າ ວ່າ ນ້ອງ ເປັນ ເມຍ ຂອງ ອ້າຍ; ແລ້ວ ພວກເຂົາ ກໍ ຈະ ຂ້າອ້າຍ ເສຍ ແລະ ປ່ອຍ ໃຫ້ ນ້ອງ ມີ ຊີວິດ ຢູ່.
|
||
\v 13 ດັ່ງ ນັ້ນ ຈົ່ງ ບອກ ພວກເຂົາ ວ່າ ນ້ອງ ເປັນ ນ້ອງສາວ ຂອງ ອ້າຍ ແລະ ຍ້ອນ ນ້ອງ ພວກເຂົາ ຈຶ່ງ ຈະ ບໍ່ ຂ້າ ອ້າຍ ແລະ ທັງ ຈະ ປະຕິບັດ ຕໍ່ ອ້າຍ ເປັນ ຢ່າງດີ. ”
|
||
|
||
\s5
|
||
\v 14 ເມື່ອ ອັບຣາມ ຂ້າມ ເຂດແດນ ເຂົ້າ ໄປ ໃນ ປະເທດ ເອຢິບ. ຊາວ ເອຢິບ ເຫັນ ວ່າ ເມຍ ຂອງ ເພິ່ນ ງາມ ຫລາຍ.
|
||
\v 15 ຂ້າຣາຊການ ຊາວ ເອຢິບ ບາງຄົນ ຈຶ່ງ ຍົກ ຍ້ອງ ຄວາມງາມ ຂອງ ນາງ ຕໍ່ ກະສັດ ຂອງ ພວກເຂົາ; ສະນັ້ນ ນາງ ຈຶ່ງ ຖືກ ພາ ຕົວ ໄປ ຍັງ ຣາຊວັງ.
|
||
\v 16 ຍ້ອນ ຊາຣາຍ ກະສັດ ເອຢິບ ຈຶ່ງ ປະຕິບັດ ຕໍ່ ອັບຣາມ ເປັນ ຢ່າງດີ ແລະ ຍັງ ມອບ ຝູງແກະ, ຝູງແບ້, ຝູງ ງົວ, ຝູງ ອູດ ແລະ ຄົນ ຮັບ ໃຊ້ ຊາຍຍິງ ໃຫ້ ດ້ວຍ.
|
||
|
||
\s5
|
||
\v 17 ແຕ່ ຍ້ອນ ກະສັດ ໄດ້ ເອົາ ຊາຣາຍ ມາຢູ່ ໃນ ຣາຊວັງ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງເຮັດ ໃຫ້ ກະສັດ ເອງ ແລະ ຄົນ ໃນ ຣາຊວັງ ເປັນ ພະຍາດ ຢ່າງ ຮ້າຍແຮງ.
|
||
\v 18 ແລ້ວ ກະສັດ ເອຢິບ ກໍ ເອີ້ນ ອັບຣາມ ມາ ແລະ ສອບຖາມ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ແບບ ນີ້? ເປັນ ຫຍັງ ຈຶ່ງ ບໍ່ ບອກ ເຮົາ ວ່າ ນາງ ເປັນ ເມຍ ຂອງ ເຈົ້າ?
|
||
\v 19 ເປັນຫຍັງ ຈຶ່ງ ເວົ້າ ວ່າ ນາງ ເປັນ ນ້ອງສາວ ຂອງ ເຈົ້າ? ແລະ ປ່ອຍ ໃຫ້ ເຮົາ ເອົາ ນາງ ມາ ເປັນ ເມຍ. ນີ້ ເມຍ ຂອງ ເຈົ້າ ຈົ່ງ ເອົາ ນາງ ຄືນ ໄປ ແລະ ໜີໄປ ສາ. ”
|
||
\v 20 ແລ້ວ ກະສັດ ເອຢິບ ກໍ ສັ່ງ ຂ້າຣາຊການ ໃຫ້ ພາ ອັບຣາມ ກັບ ເມຍ ຂອງ ລາວ ແລະ ເອົາ ສິ່ງ ຂອງ ທີ່ ລາວ ມີ ຢູ່ ແລະ ໃຫ້ ອອກ ໜີໄປ ຈາກ ປະເທດ ເອຢິບ.
|
||
|
||
\s5
|
||
\c 13
|
||
\p
|
||
\v 1 ອັບຣາມ ພາ ເມຍ ຂອງຕົນ ພ້ອມ ກັບ ສິ່ງ ຂອງ ທີ່ ຕົນ ມີ ຢູ່ ອອກ ຈາກ ພາກເໜືອ ຂອງ ປະເທດ ເອຢິບ ມຸ່ງໜ້າ ໄປ ສູ່ ເຂດ ໃຕ້ ຂອງ ການາອານ. ໂລດ ກໍ ຕິດ ຕາມ ເພິ່ນ ໄປ ດ້ວຍ.
|
||
\v 2 ອັບຣາມ ເປັນ ຄົນ ຮັ່ງ ມີ; ເພິ່ນ ມີ ຝູງແກະ, ຝູງແບ້ ແລະ ຝູງງົວ ພ້ອມ ທັງ ເງິນ ຄໍາ ຢ່າງ ຫລວງຫລາຍ.
|
||
|
||
\s5
|
||
\v 3 ແລ້ວ ເພິ່ນ ກໍ ຍົກ ຍ້າຍ ຈາກ ທີ່ ນັ້ນ ເດີນ ທາງ ຕໍ່ ໄປ ເລື້ອຍໆ ສູ່ ເມືອງ ເບັດເອນ ແລະ ເພິ່ນ ກໍ ໄປ ເຖິງ ບ່ອນ ທີ່ ຕົນ ເຄີຍ ຕັ້ງ ຄ້າຍພັກ ພາ ອາໄສ ມາ ກ່ອນ ຢູ່ ລະຫວ່າງ ເມືອງ ເບັດ ເອນ ກັບ ເມືອງ ອາອີ
|
||
\v 4 ບ່ອນ ທີ່ ເພິ່ນ ເຄີຍ ໄດ້ ສ້າງ ແທ່ນບູຊາ ໄວ້ ແຕ່ ກ່ອນ ນັ້ນ. ແລ້ວ ຢູ່ ທີ່ ນີ້ ເພິ່ນ ກໍໄດ້ ຮ້ອງ ທູນ ອອກ ນາມຊື່ ອົງ ພຣະ ຜູ້ ເປັນ ເຈົ້າ.
|
||
|
||
\s5
|
||
\v 5 ໂລດ ຜູ້ ທີ່ ຮ່ວມ ເດີນທາງ ໄປ ກັບ ອັບຣາມ ນັ້ນ ກໍ ມີ ຝູງແກະ, ຝູງແບ້, ຝູງ ງົວ ຕະຫລອດ ທັງ ຄົນ ໃນ ຄອບຄົວ ແລະ ຄົນ ຮ້ບ ໃຊ້ ຈຳ ນວນ ຫລວງຫລາຍ ຄື ກັນ.
|
||
\v 6 ສະນັ້ນ ຈຶ່ງ ບໍ່ ມີ ທົ່ງ ຫຍ້າ ພຽງພໍ ສຳລັບ ລ້ຽງ ສັດ ເພື່ອ ໃຫ້ ພວກເຂົາ ຢູ່ ຮ່ວມ ກັນ ໄດ້ ເພາະ ຕ່າງ ຝ່າຍ ຕ່າງ ກໍ ມີ ສັດ ຫລາຍ.
|
||
\v 7 ເມື່ອ ເປັນ ເຊັ່ນ ນັ້ນ ຄົນ ລ້ຽງ ສັດ ຂອງ ອັບຣາມ ແລະ ໂລດ ຈຶ່ງ ຜິດ ຖຽງ ກັນ. (ຊາວ ການາອານ ແລະ ຊາວ ເປຣີຊີ ກໍ ຍັງ ຢູ່ ໃນ ດິນ ແດນ ນັ້ນ.)
|
||
|
||
\s5
|
||
\v 8 ແລ້ວ ອັບຣາມ ກໍ ເວົ້າ ກັບ ໂລດ ວ່າ, “ເຮົາ ທັງ ສອງ ເປັນ ພີ່ ນ້ອງ ກັນ ຂໍ ຢ່າ ໃຫ້ ຄົນ ຂອງ ເຈົ້າ ແລະ ຄົນ ຂອງຂ້ອຍ ຕ້ອງ ຜິດ ຖຽງ ກັນ ເລີຍ.
|
||
\v 9 ສະນັ້ນ ໃຫ້ ພວກເຮົາ ແຍກທາງ ກັນ ເສຍ. ຈົ່ງ ເລືອກ ເອົາ ທີ່ ດິນ ທີ່ ເຈົ້າ ຕ້ອງການ. ຖ້າ ເຈົ້າ ໄປ ທາງ ຊ້າຍ ຂ້ອຍ ກໍ ຈະ ໄປ ທາງ ຂວາ ຖ້າ ເຈົ້າ ໄປ ທາງ ຂວາ ຂ້ອຍ ກໍ ຈະ ໄປ ທາງ ຊ້າຍ.”
|
||
|
||
\s5
|
||
\v 10 ໂລດ ຫລຽວ ໄປ ຮອບໆ ຈຶ່ງ ເຫັນ ວ່າ ທົ່ງ ຮາບພຽງ ຂອງ ແມ່ ນ້ຳ ຈໍແດນ ທັງ ໝົດ ຈົນ ເຖິງ ເມືອງ ໂຊອາ ມີ ນໍ້າ ຫລາຍ ເໝືອນ ດັ່ງ ສວນ ຂອງ ອົງພຣະ ຜູ້ ເປັນເຈົ້າ (ດ) ຫລື ດິນ ແດນ ຂອງ ປະເທດ ເອຢິບ. (ກ່ອນ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ທຳ ລາຍ ເມືອງ ໂຊໂດມ ກັບ ເມືອງ ໂກໂມຣາ ທົ່ງ ຮາບ ພຽງ ນີ້ ອຸດົມ ສົມ ບູນ ຫລາຍ.)
|
||
\v 11 ດັ່ງ ນັ້ນ ໂລດ ຈຶ່ງ ໄດ້ ຕັດ ສິນ ໃຈ ເລືອກ ເອົາ ທົ່ງ ຮາບພຽງ ຂອງ ແມ່ ນ້ຳ ຈໍແດນ ທັງ ໝົດ ເປັນ ບ່ອນ ຢູ່ ອາໄສ ຂອງຕົນ ແລະ ເພິ່ນ ໄດ້ ເຄື່ອນ ຂະບວນ ມຸ່ງໜ້າ ໄປ ທາງທິດ ຕາເວັນ ອອກ. ໂລດ ແລະ ອັບຣາມ ກໍໄດ້ ແຍກທາງ ກັນ ໄປ.
|
||
|
||
\s5
|
||
\v 12 ອັບ ຣາມ ອາໄສ ຢູ່ ໃນ ດິນ ແດນ ການາອານ ສ່ວນ ໂລດ ນັ້ນ ຕັ້ງ ຖິ່ນ ຖານ ຢູ່ ທ່າມກາງ ເມືອງ ຕ່າງໆ ໃນ ທົ່ງ ຮາບພຽງ ໃກ້ ກັບ ເມືອງ ໂຊໂດມ
|
||
\v 13 ຊຶ່ງ ປະຊາຊົນ ໃນ ເມືອງ ນີ້ ຊົ່ວ ຊ້າ ແລະ ເຮັດ ຜິດບາບ ຕໍ່ສູ້ ອົງພຣະ ຜູ້ ເປັນເຈົ້າ.
|
||
|
||
\s5
|
||
\v 14 ຫລັງ ຈາກ ໂລດ ໄດ້ ໜີ ໄປ ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ບອກ ອັບຣາມ ວ່າ, “ຕັ້ງແຕ່ ບ່ອນ ທີ່ ເຈົ້າ ຢືນ ຢູ່ ນີ້ ຈົ່ງ ແນມ ໄປ ທົ່ວ ທຸກ ທິດ ໃຫ້ ດີ.
|
||
\v 15 ດິນ ທຸກ ບ່ອນ ທີ່ ເຈົ້າ ແນມ ເຫັນ ເຮົາ ຈະ ໃຫ້ ເຈົ້າ ແລະ ເຊື້ອສາຍ ຂອງ ເຈົ້າ ແລະ ມັນ ຈະ ເປັນ ຂອງ ພວກເຈົ້າ ຕະຫລອດໄປ ເປັນນິດ.
|
||
|
||
\s5
|
||
\v 16 ເຮົາ ຈະ ໃຫ້ ເຈົ້າ ມີ ເຊື້ອສາຍ ຫລວງຫລາຍ ເໝືອນ ດັ່ງ ຂີ້ຝຸ່ນ ດິນ ຈົນ ນັບ ບໍ່ ຖ້ວນ
|
||
\v 17 ບັດ ນີ້ ຈົ່ງ ອອກ ເດີນ ທາງ ໄປ ທົ່ວ ດິນ ແດນ ນັ້ນ ເພາະ ເຮົາ ຈະ ມອບ ດິນ ທັງ ໝົດ ໃຫ້ ເຈົ້າ. ”
|
||
\v 18 ດັ່ງ ນັ້ນ ອັບຣາມ ຈຶ່ງ ຍົກຍ້າຍ ຂະບວນ ທີ່ ພັກ ໄປ ຕັ້ງ ຢູ່ ໃກ້ ຕົ້ນໄມ້ ສັກ ສິດ ຂອງ ມຳເຣ ທີ່ ເຮັບໂຣນ ແລະ ໃນທີ່ ນັ້ນ ເພິ່ນ ໄດ້ ສ້າງ ແທ່ນບູຊາ ຖວາຍ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ.
|
||
|
||
\s5
|
||
\c 14
|
||
\p
|
||
\v 1 ມີ ກະສັດ ສີ່ ຄົນ ດັ່ງນີ້: ເຈົ້າ ອໍາຣາເຟນ ແຫ່ງ ນະຄອນ ບາບີໂລນ, ເຈົ້າ ອາຣິໂອກ ແຫ່ງ ນະຄອນ ເອນລາຊາ, ເຈົ້າ ເຄໂດລາໂອເມ ແຫ່ງ ນະຄອນ ເອລາມ ແລະ ເຈົ້າ ຕີດານ ແຫ່ ງ ນະຄອນ ກົວອິມ;
|
||
\v 2 ກະສັດ ເຫລົ່າ ນີ້ ໄດ້ ເຮັດ ເສິກ ກັບ ກະສັດ ຫ້າ ຄົນ ດັ່ງ ນີ້: ເຈົ້າ ເບຣາ ແຫ່ງ ນະຄອນ ໂຊໂດມ, ເຈົ້າ ບີຊາ ແຫ່ງ ນະຄອນ ໂກໂມຣາ, ເຈົ້າ ຊິນັບ ແຫ່ງ ນະຄອນ ອັດມາ, ເຈົ້າ ເຊເມເບ ແຫ່ງ ນະຄອນ ເສບົວອິມ ແລະ ເຈົ້າ ແຫ່ງ ນະຄອນ ເບລາ (ຫລື ໂຊອາ).
|
||
|
||
\s5
|
||
\v 3 ກະສັດ ທັງ ຫ້າ ຄົນ ນີ້ ຮ່ວມ ກັນ ເຂົ້າ ເປັນ ພັນທະມິດ ແລະ ໂຮມ ກຳ ລັງ ກັນ ຢູ່ ໃນ ທົ່ງ ຮາບພຽງ ຊິດດິມ ຊຶ່ງ ໃນ ປັດຈຸບັນ ນີ້ ແມ່ນ ທະເລຕາຍ.
|
||
\v 4 ກະສັດ ທັງ ຫ້າ ນັ້ນ ຢູ່ ໃຕ້ ອຳນາດ ຂອງ ກະສັດ ເຄໂດລາໂອເມ ເປັນ ເວລາ ສິບສອງ ປີ; ແຕ່ ໃນ ປີ ທີ ສິບ ສາມ ບັນ ດາ ກະສັດ ທັງ ຫ້າ ກໍ ພາກັນ ກະບົດ ຂຶ້ນ.
|
||
\v 5 ໃນ ປີ ທີ ສິບສີ່ ເຄໂດລາໂອເມ ພ້ອມ ທັງ ພັນທະມິດ ໄດ້ ຍົກ ທັບ ມາ ປາບ ພວກ ເຣຟາອີມ ແຫ່ງ ນະຄອນ ອັດຊະທາໂຣດ ການອີມ, ພວກ ສູສິມ ແຫ່ງ ນະຄອນ ຮາມ, ພວກ ເອມິນ ທີ່ ທົ່ງ ນາ ຂອງ ນະຄອນ ກີຣິອາດທາອິມ,
|
||
\v 6 ແລະ ພວກ ໂຮຣີ ທີ່ ເທິງ ພູ ຂອງ ດິນແດນ ເອໂດມ; ໂດຍ ໄລ່ ຕິດຕາມ ພວກເຂົາ ໄປ ຈົນ ຮອດ ເມືອງ ເອນປາຣານ ໃກ້ ທະເລ ຊາຍ.
|
||
|
||
\s5
|
||
\v 7 ແລ້ວ ພວກເຂົາ ກໍໄດ້ ເຄື່ອນທັບ ມາ ເຖິງ ເມືອງ ກາເດັດ. (ເມືອງ ນີ້ ມີ ຊື່ ອີກ ວ່າ ເອນ ມິດສະປັດ.) ພວກເຂົາ ໄດ້ ເອົາ ຊະນະ ທຸກ ຫົວເມືອງ ຂອງ ຊາວ ອາມາເຫລັກ ຕະຫລອດ ທັງ ຊາວ ອາໂມ ທີ່ ອາໄສ ຢູ່ ໃນ ເມືອງ ຮາຊາໂຊນຕາມາ.
|
||
\v 8 ຕໍ່ມາ ບັນ ດາ ກະສັດ ແຫ່ງ ນະຄອນ ໂຊໂດມ, ໂກໂມຣາ, ອັດມາ, ເສບົວ ອິມ ແລະ ເບລາ ໄດ້ ທ້ອນໂຮມ ກຳ ລັງ ກັນ ທີ່ ທົ່ງ ຮາບພຽງ ຊິດ ດິມ
|
||
\v 9 ເພື່ອ ສູ້ຮົບ ກັບ ເຈົ້າ ເຄໂດລາໂອເມ ແຫ່ງ ນະຄອນ ເອຣາມ, ເຈົ້າ ຕີດານ ແຫ່ງ ນະຄອນ ກົວອິມ, ເຈົ້າ ອໍາຣາເຟນ ແຫ່ງ ນະຄອນ ບາບີໂລນ ແລະ ເຈົ້າ ອາຣີໂອກ ແຫ່ງ ນະຄອນ ເອັນ ຣາຊາ ຄື: ກະສັດ ຫ້າ ຄົນ ຕໍ່ ສູ້ ກະສັດ ສີ່ ຄົນ.
|
||
|
||
\s5
|
||
\v 10 ທີ່ ທົ່ງ ຮາບພຽງ ຂອງ ຊິດດິມ ເຕັມ ໄປ ດ້ວຍ ບໍ່ ນ້ຳມັນ ດິບ ເວລາ ກະສັດ ແຫ່ງ ໂຊໂດມ ແລະ ໂກໂມຣາ ພະຍາຍາມ ເອົາ ຕົວ ຫລົບ ໜີ ຈາກ ການ ສູ້ຮົບ ທັງ ສອງ ຈຶ່ງ ຕົກລົງ ໃນ ບໍ່ ນັ້ນ; ສ່ວນ ກະສັດ ຄົນ ອື່ນ ຕ່າງ ກໍ ຫລົບ ລີ້ ເອົາ ຕົວ ລອດ ໄປ ທາງ ເທິງ ພູເຂົາ.
|
||
\v 11 ກະສັດ ທັງ ສີ່ ຢຶດ ເອົາ ສິ່ງ ຂອງ ທັງ ໝົດ ພ້ອມ ສະບຽງ ອາຫານ ໃນ ເມືອງ ໂຊໂດມ ແລະ ໂກໂມຣາ ແລ້ວ ໜີໄປ ຈາກ ເມືອງ.
|
||
\v 12 ໂລດ ຜູ້ ເປັນ ຫລານຊາຍ ຂອງ ອັບ ຣາມ ທີ່ ອາໄສ ຢູ່ ໃນ ເມືອງ ໂຊໂດມ ໃນ ເວລາ ນັ້ນ ກໍ ຖືກ ຈັບ ໄປ ດ້ວຍ ແລະ ຊັບ ສິນ ເງິນ ຄໍາ ທັງ ໝົດ ກໍ ຖືກ ຢຶດ ເອົາ ໄປ ເຊັ່ນ ກັນ.
|
||
|
||
\s5
|
||
\v 13 ແຕ່ ມີ ຊາຍ ຄົນ ໜຶ່ງ ປົບ ໜີ ມາ ໄດ້ ຈຶ່ງ ບອກ ເລື່ອງ ໃຫ້ ອັບຣາມ ຄົນ ເຮັບເຣີ ຮູ້ ຊຶ່ງ ໃນ ເວລາ ນັ້ນ ເພິ່ນ ອາໄສ ຢູ່ ໃກ້ ຕົ້ນໄມ້ ສັກສິດ ຂອງ ມຳເຣ ຊາວອາໂມ. ລາວ ເປັນອ້າຍ ຂອງ ເອັດຊະໂຄນ ແລະ ອາເນ. ສ່ວນ ຄົນ ພວກນີ້ ເປັນ ພັນທະມິດຂອງ ອັບຣາມ.
|
||
\v 14 ເມື່ອ ອັບຣາມ ໄດ້ຍິນ ວ່າ ຫລານຊາຍ ຂອງຕົນ ຖືກຈັບ ໄປ; ເພິ່ນ ຈຶ່ງ ລະດົມ ເອົາ ນັກ ຮົບ ຈຳ ນວນ 318 ຄົນ ໃນ ຄ້າຍພັກ ຂອງຕົນ ແລະ ໄລ່ ຕິດ ຕາມ ກະສັດ ທັງ ສີ່ ໄປ ຈົນ ເຖິງ ເມືອງ ດານ.
|
||
|
||
\s5
|
||
\v 15 ຢູ່ ໃນທີ່ ນັ້ນ ອັບຣາມ ໄດ້ ແຍກ ກຳ ລັງ ອອກ ເປັນ ສອງ ໝວດ; ແລ້ວ ເພິ່ນ ກໍ ບຸກໂຈມຕີ ສັດຕູ ໃນ ເວລາ ກາງຄືນ ແລະ ເອົາ ຊະນະ ພວກເຂົາ. ຄົນ ຂອງ ອັບຣາມ ຍັງ ໄດ້ ໄລ່ ຕິດ ຕາມ ພວກເຂົາ ໄປ ຈົນ ເຖິງ ເມືອງ ໂຮບາ ທາງ ທິດ ເໜືອ ຂອງ ເມືອງ ດາມັສກັດ,
|
||
\v 16 ແລະ ຢຶດ ເອົາ ຊັບ ສົມ ບັດ ເງິນ ຄໍາ ກັບ ເຂົ້າ ຂອງ ທັງ ໝົດ ຄືນ ມາ ໄດ້. ເພິ່ນ ຍັງ ນຳ ເອົາ ໂລດ ຫລານຊາຍ ຂອງຕົນ ແລະ ຊັບ ສົມ ບັດ ຂອງ ລາວ ພ້ອມ ທັງ ພວກ ແມ່ ຍິງ ແລະ ຄົນ ອື່ນ ໆ ກັບ ຄືນ ມາ ດ້ວຍ.
|
||
|
||
\s5
|
||
\v 17 ເມື່ອ ອັບຣາມ ກັບ ຄືນ ມາ ແຕ່ ສູ້ຮົບ ແລະ ຊະນະ ເຈົ້າ ເຄໂດລາໂອເມ ແລະ ພັນທະມິດ; ກະສັດ ແຫ່ງ ນະຄອນ ໂຊໂດມ ກໍ ອອກ ມາ ຕ້ອນຮັບ ເພິ່ນ ຢູ່ ທີ່ ຮ່ອມພູ ຊາເວ (ມີ ຊື່ ອີກ ວ່າ ຮ່ອມພູ ຂອງ ກະສັດ).
|
||
\v 18 ແລ້ວ ເຈົ້າ ເມຄີເຊເດັກ ຜູ້ ທີ່ ເປັນ ກະສັດ ແຫ່ງ ນະຄອນ ຊາເລັມ ທັງ ເປັນ ປະໂຣຫິດ ຂອງ ພຣະເຈົ້າ ອົງ ສູງສຸດ ກໍ ເອົາ ເຂົ້າ ຈີ່ ກັບ ເຫລົ້າ ອະງຸ່ນ ໃຫ້ ອັບຣາມ ແລະ ອວຍພອນ ເພິ່ນ
|
||
|
||
\s5
|
||
\v 19 ໂດຍ ກ່າວ ວ່າ, “ຂໍ ໃຫ້ ພຣະເຈົ້າ ອົງ ຍິ່ງ ໃຫຍ່ ແລະ ສູງສຸດ ຜູ້ ສ້າງ ຟ້າສະຫວັນ ແລະ ແຜ່ນດິນ ໂລກ;
|
||
\v 20 ຈົ່ງ ຫັນ ມາ ອວຍພອນ ໃຫ້ ອັບຣາມ ເຖີດ ສາທຸການ ແດ່ ພຣະເຈົ້າ ຜູ້ ໃຫ້ ຊະນະ ເຫລົ່າ ສັດຕູ. ” ແລ້ວ ອັບຣາມ ກໍໄດ້ ຖວາຍ ໜຶ່ງ ສ່ວນສິບ ໃນ ສິ່ງ ຂອງ ທັງ ໝົດ ຊຶ່ງ ເພິ່ນ ໄດ້ ມາ ຈາກ ການ ສູ້ຮົບ ນັ້ນ ໃຫ້ ແກ່ ເມຄີເຊເດັກ.
|
||
|
||
\s5
|
||
\v 21 ກະສັດ ແຫ່ງ ນະຄອນ ໂຊໂດມ ກ່າວ ແກ່ ອັບຣາມ ວ່າ, “ເຈົ້າ ຈົ່ງ ເອົາ ສິ່ງ ຂອງ ເຫລົ່າ ນັ້ນ ໄປ ເຖີດ ຂໍ ສົ່ງ ຄົນ ຂອງເຮົາ ທັງ ໝົດ ຄືນ ກໍ ພໍ ແລ້ວ. ”
|
||
\v 22 ແຕ່ ອັບຣາມ ຕອບວ່າ, “ຂ້ານ້ອຍ ສາບານ ໄວ້ ຢ່າງ ເຄັ່ງ ຄັດ ຢູ່ ຊ້ອງໜ້າ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຜູ້ ສູງສຸດ ພຣະ ຜູ້ ສ້າງ ສະຫວັນ ກັບ ແຜ່ນດິນ ໂລກ ແລ້ວ ວ່າ,
|
||
\v 23 ຂ້າ ນ້ອຍ ຈະ ບໍ່ ເອົາ ສິ່ງ ໃດ ສິ່ງ ໜຶ່ງ ທີ່ ເປັນ ຂອງທ່ານ ແມ່ນແຕ່ ດ້າຍ ຫຍິບ ຫລື ສາຍ ຮັດ ເກີບ ເສັ້ນ ໜຶ່ງ ເພື່ອ ທ່ານ ຈະ ບໍ່ ກ່າວ ວ່າ, ‘ແມ່ນ ເຮົາ ທີ່ ເຮັດ ໃຫ້ ອັບ ຣາມ ເປັນ ຄົນ ຮັ່ງ ມີ. ’
|
||
\v 24 ຂ້າ ນ້ອຍ ຈະ ບໍ່ ຮັບ ສິ່ງໃດ ເລີຍ ເວັ້ນໄວ້ ແຕ່ ສິ່ງ ທີ່ ຄົນ ຂອງ ຂ້າ ນ້ອຍ ໄດ້ ໃຊ້ ໄປ ແລ້ວ ແລະ ສ່ວນ ທີ່ ເຫລືອ ນັ້ນ ຈົ່ງ ໃຫ້ ພັນທະມິດ ຂອງ ຂ້າ ນ້ອຍ ແບ່ງປັນ ກັນ ສາ ຄື: ອາເນ, ເອັດຊະໂຄນ ແລະ ມໍາເຣ.”
|
||
|
||
\s5
|
||
\c 15
|
||
\p
|
||
\v 1 ຫລັງ ຈາກ ນັ້ນ ອັບຣາມ ກໍ ໄດ້ ຍິນ ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ແກ່ ຕົນ ທາງ ນິມິດ ວ່າ, “ອັບຣາມ ເອີຍ ເຈົ້າ ຢ່າ ຢ້ານ ແຕ່ ຢ່າງໃດ ເລີຍ ເຮົາ ແມ່ນ ໂລ້ ຕ້ານທານ ທີ່ ຄອຍ ຊ່ວຍ ຊູ ຮັກສາ ເຈົ້າ ຈາກ ເຫລົ່າ ໂພຍໄພ ຮ້າຍ ອັນຕະລາຍ ຕ່າງໆ ເຮົາ ຈະ ໃຫ້ ບຳເໜັດ ເຈົ້າ ຢ່າງ ຫລວງຫລາຍ. ”
|
||
\v 2 ແຕ່ ອັບຣາມ ໄດ້ ຕອບ ວ່າ, “ພຣະເຈົ້າ ຢາເວ (ຕ) ພຣະເຈົ້າ ເອີຍ ພຣະອົງ ຢາກ ໃຫ້ ບຳ ເໜັດ ແກ່ ຂ້າ ນ້ອຍ ເຮັດ ຫຍັງ ໃນ ເມື່ອ ຂ້ານ້ອຍ ບໍ່ ມີ ລູກ? ຜູ້ ທີ່ ຈະ ສືບ ມໍຣະດົກ ແທນ ຂ້າ ນ້ອຍ ກໍ ແມ່ນ ເອລີເອເສ ຊາວ ດາມັສກັດ. (ຖ)
|
||
\v 3 ພຣະອົງ ບໍ່ ໃຫ້ ຂ້າ ນ້ອຍ ມີ ລູກ ແລະ ຄົນ ຮັບ ໃຊ້ ຄົນ ໜຶ່ງ ຂອງ ຂ້າ ນ້ອຍ ຈະ ເປັນ ຜູ້ ໄດ້ ຮັບ ມໍຣະດົກ.”
|
||
|
||
\s5
|
||
\v 4 ແລ້ວ ອັບຣາມ ກໍ ໄດ້ ຍິນ ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ແກ່ ເພິ່ນ ອີກ ວ່າ, “ຄົນ ຮັບ ໃຊ້ ຜູ້ ນີ້ ຈະ ບໍ່ ໄດ້ ຮັບ ມໍຣະດົກ ຂອງ ເຈົ້າ ດອກ, ແຕ່ ແມ່ນ ລູກຊາຍ ຂອງເຈົ້າ ເອງ ທີ່ ຈະ ເປັນ ຜູ້ ສືບ ມໍຣະດົກ ແທນ ເຈົ້າ. ”
|
||
\v 5 ພຣະອົງ ພາ ເພິ່ນ ຍ່າງ ອອກ ໄປ ຂ້າງ ນອກ ແລະ ບອກ ວ່າ, “ຈົ່ງ ນັບ ດວງດາວ ໃນ ທ້ອງຟ້າ ທີ່ ເຈົ້າ ເຫັນ ເບິ່ງດູ ເຈົ້າ ຈະ ມີ ເຊື້ອສາຍ ຫລວງຫລາຍ ເໝືອນ ດັ່ງ ດວງດາວ ເຫລົ່າ ນັ້ນ.”
|
||
|
||
\s5
|
||
\v 6 ອັບຣາມ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ດ້ວຍເຫດນັ້ນ ພຣະອົງ ຈຶ່ງ ພໍໃຈ ແລະ ຮັບ ວ່າ ເພິ່ນ ເປັນ ຄົນ ຊອບທໍາ.
|
||
\v 7 ຕໍ່ ມາ ພຣະອົງ ກ່າວ ແກ່ ອັບຣາມ ວ່າ, “ເຮົາ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ນຳ ພາ ເຈົ້າ ອອກ ມາ ຈາກ ເມືອງ ອູເຣ ໃນ ບາບີໂລນ ເພື່ອ ຈະ ມອບ ດິນ ແດນ ນີ້ ໃຫ້ ເປັນ ກຳມະສິດ ຂອງ ເຈົ້າ. ”
|
||
\v 8 ແຕ່ ອັບຣາມ ຖາມ ວ່າ, “ພຣະເຈົ້າ ຢາເວ ພຣະເຈົ້າ ເອີຍ ຂ້າ ນ້ອຍ ຈະ ຮູ້ ວ່າ ດິນ ແດນ ນີ້ ເປັນ ຂອງ ຂ້ານ້ອຍ ໄດ້ ຢ່າງໃດ?”
|
||
|
||
\s5
|
||
\v 9 ພຣະອົງ ຕອບ ວ່າ, “ເຈົ້າ ຈົ່ງ ເອົາ ງົວ ແມ່ ໂຕໜຶ່ງ ແບ້ ແມ່ ໂຕໜຶ່ງ ແກະເຖິກ ໂຕໜຶ່ງ ຊຶ່ງ ທັງ ໝົດ ນັ້ນ ໃຫ້ ມີ ອາຍຸ ສາມ ປີ ແລະ ນົກ ເຂົາ ກັບ ນົກ ກາງແກ ໂຕໜຶ່ງ ມາ ຖວາຍ ແກ່ ເຮົາ. ”
|
||
\v 10 ອັບຣາມ ເອົາ ສັດ ກັບ ນົກ ເຫລົ່າ ນີ້ ມາ ຖວາຍ ແກ່ ພຣະເຈົ້າ. ເພິ່ນ ເອົາ ສັດ ເຫລົ່າ ນີ້ ມາ ຜ່າ ເຄິ່ງ ແລະ ລຽນ ເປັນ ຖັນ ແຖວ ສ່ວນ ນົກ ນັ້ນ ເພິ່ນ ບໍ່ ໄດ້ ຜ່າ ເຄິ່ງ.
|
||
\v 11 ຝູງ ແຮ້ງ ໄດ້ ມາ ຈັບ ຊາກ ສັດ ແຕ່ ເພິ່ນ ໄລ່ ພວກ ມັນ ໃຫ້ ໜີ ໄປ.
|
||
|
||
\s5
|
||
\v 12 ພໍ ເມື່ອ ຕາເວັນ ລັບ ຂອບຟ້າ ແລ້ວ ອັບຣາມ ກໍ ນອນ ຫລັບ ສະໜິດ ແລະ ຄວາມ ຢ້ານກົວ ອັນ ໃຫຍ່ ກໍ ຄອບງຳ ເພິ່ນ.
|
||
\v 13 ພຣະອົງ ຈຶ່ງ ກ່າວ ແກ່ ເພິ່ນ ວ່າ, “ເຊື້ອສາຍ ຂອງ ເຈົ້າ ຈະ ເປັນ ຄົນ ຕ່າງດ້າວ ຢູ່ ໃນ ຕ່າງ ດິນແດນໜຶ່ງ ພວກເຂົາ ຈະ ຕົກ ເປັນ ທາດຮັບ ໃຊ້ ຢູ່ ໃນທີ່ ນັ້ນ ແລະ ຈະ ຖືກ ກົດ ຂີ່ ຢ່າງ ທາລຸນ ເປັນ ເວລາ ສີ່ ຮ້ອຍ ປີ.
|
||
|
||
\s5
|
||
\v 14 ແຕ່ ເຮົາ ຈະ ລົງ ໂທດ ປະເທດ ທີ່ ປະພຶດ ເຊັ່ນ ນັ້ນ ຕໍ່ ພວກເຂົາ. ເມື່ອ ອອກ ໜີ ຈາກ ປະເທດ ນັ້ນ ແລ້ວ ພວກເຂົາ ຈະ ໄດ້ ຊັບ ສົມ ບັດ ຢ່າງ ຫລວງຫລາຍ ໄປ ນໍາ.
|
||
\v 15 ເຈົ້າ ຈະ ມີ ຊີວິດ ຢູ່ ຢ່າງ ຍືນ ຍາວ ແລະ ຕາຍ ຢ່າງ ສະຫງົບ ສຸກ ແລະ ສົບ ຂອງ ເຈົ້າ ຈະ ຖືກ ຝັງ ໄວ.
|
||
\v 16 ມັນ ຈະ ເປັນ ເວລາ ເຖິງ ສີ່ ເຊັ່ນ ຄົນ ກ່ອນ ເຊື້ອ ສາຍ ຂອງ ເຈົ້າ ຈະ ກັບ ຄືນ ມາ ທີ່ ນີ້ ເພາະ ເຮົາ ຈະ ບໍ່ ຂັບ ໄລ່ ຊາວ ອາໂມ ອອກ ໜີໄປ ຈົນ ກວ່າ ພວກເຂົາ ເຮັດ ຊົ່ວ ຮ້າຍ ໜັກ ສົມ ກັບ ຕ້ອງ ໄດ້ ຮັບ ໂທດ.”
|
||
|
||
\s5
|
||
\v 17 ເມື່ອ ຕາເວັນ ຕົກ ດິນ ແລ້ວ ໃນທັນ ໃດ ກໍ ມີ ເຕົາ ໄຟ ອັນ ຮ້ອນ ທີ່ ມີ ຄວັນ ພຸ່ງ ຂຶ້ນ ແລະ ມີ ໂຄມໄຟ ທີ່ ມີ ແສງ ຮຸ່ງ ເຮືອງ ປາກົດ ຂຶ້ນ ໃຫ້ ເຫັນ ຜ່ານ ກາງ ຊາກ ຂອງ ສັດ ເຫລົ່າ ນັ້ນ ໄປ.
|
||
\v 18 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ກໍໄດ້ ຕັ້ງ ພັນທະສັນຍາ ກັບ ອັບຣາມ ໂດຍ ກ່າວ ວ່າ, “ເຮົາ ສັນຍາ ວ່າ ຈະ ມອບ ດິນ ແດນ ທັງ ໝົດ ນີ້ ໃຫ້ ແກ່ ເຊື້ອສາຍ ຂອງ ເຈົ້າ ຄື ດິນແດນ ຕັ້ງ ແຕ່ ເຂດແດນ ຂອງ ເອຢິບ ຈົນ ໄປ ເຖິງ ແມ່ນໍ້າ ໃຫຍ່ ເອີຟຣັດ
|
||
\v 19 ລວມທັງ ດິນແດນ ຂອງ ພວກ ເກນິດ, ເກນິດຊີ, ກັດໂມ,
|
||
\v 20 ຮິດຕີ, ເປຣີຊີ, ເຣຟາອີມ,
|
||
\v 21 ອາໂມ, ການາອານ, ກີກາຊີ ແລະ ເຢບຸດ.”
|
||
|
||
\s5
|
||
\c 16
|
||
\p
|
||
\v 1 ນາງ ຊາຣາຍ ເມຍ ຂອງ ອັບຣາມ ບໍ່ ມີ ລູກ ໃຫ້ ເພິ່ນ ຈັກ ຄົນ. ແຕ່ ນາງ ມີ ສາວ ໃຊ້ ຊາວ ເອຢິບ ຜູ້ໜຶ່ງ ຊື່ ວ່າ ຮາກາ.
|
||
\v 2 ແລ້ວ ຊາຣາຍ ກໍ ເວົ້າ ຕໍ່ ອັບຣາມ ວ່າ, “ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ຍອມ ໃຫ້ ຂ້ອຍ ມີ ລູກ ແກ່ ເຈົ້າ. ເປັນ ຫຍັງ ຈຶ່ງ ບໍ່ ໄປ ນອນ ນຳ ສາວ ໃຊ້ ຂອງຂ້ອຍ? ບາງທີ ນາງ ຈະ ເກີດ ລູກ ໃຫ້ ຂ້ອຍ ກໍໄດ້. ” (ທ) ອັບຣາມ ກໍ ເຮັດ ຕາມ ຄໍາແນະນຳ ຂອງ ຊາຣາຍ.
|
||
\v 3 ດັ່ງ ນັ້ນ ນາງ ຈຶ່ງ ມອບ ນາງ ຮາກາ ສາວ ໃຊ້ ຊາວ ເອຢິບ ໃຫ້ ຜົວ ຂອງຕົນ ເອົາ ເປັນ ເມຍນ້ອຍ. (ເຫດການ ນີ້ ເກີດ ຂຶ້ນ ຫລັງ ຈາກ ອັບຣາມ ໄດ້ ຢູ່ ໃນ ການາອານ ເປັນ ເວລາ ສິບ ປີ.)
|
||
\v 4 ອັບຣາມ ນອນ ນໍາ ນາງ ຮາກາ ແລະ ນາງ ກໍ ຕັ້ງ ທ້ອງ. ເມື່ອ ນາງ ຮາກາ ຮູ້ ວ່າ ຕົນ ຕັ້ງ ທ້ອງ ແລ້ວ ກໍ ເກີດ ຈອງຫອງ ພອງຕົວ ແລະ ໝິ່ນ ປະໝາດ ນາງ ຊາຣາຍ.
|
||
|
||
\s5
|
||
\v 5 ແລ້ວ ຊາຣາຍ ກໍ ເວົ້າ ຕໍ່ ອັບຣາມ ວ່າ, “ເປັນ ຄວາມຜິດ ຂອງ ເຈົ້າ ທີ່ ຮາກາ ໝິ່ນ ປະໝາດ ຂ້ອຍ. (ນ) ຂ້ອຍ ເອົາ ນາງ ໃຫ້ ເປັນ ເມຍ ຂອງ ເຈົ້າ, ແຕ່ ເມື່ອ ນາງ ມີ ທ້ອງ ແລ້ວ ກໍ ໝິ່ນ ປະໝາດ ຂ້ອຍ. ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຕັດ ສິນ ເອົາ ເອງ ເຖີດ ວ່າ ໃນ ລະຫວ່າງ ຂ້ອຍ ກັບ ເຈົ້າ ແມ່ນ ໃຜ ຖືກ ເຈົ້າ ຫລື ຂ້ອຍ? ”
|
||
\v 6 ອັບຣາມ ຕອບ ວ່າ, “ດີ ແລ້ວ ຮາກາ ຍັງ ເປັນ ສາວ ໃຊ້ ຂອງ ເຈົ້າ ຢູ່ ແລະ ນາງ ກໍ ຍັງ ຢູ່ ໃຕ້ ຄວາມ ຄຸ້ມ ຄອງ ຂອງ ເຈົ້າ. ຈົ່ງ ເຮັດ ຕໍ່ ນາງ ຕາມ ທີ່ ເຈົ້າ ເຫັນ ສົມ ຄວນ ເຖີດ. ” ດັ່ງນັ້ນ ນາງ ຊາຣາຍ ຈຶ່ງ ຂົ່ມ ເຫັງ ຮາກາ ຢ່າງ ໜັກ ຈົນ ນາງ ຕ້ອງ ປົບ ໜີໄປ.
|
||
|
||
\s5
|
||
\v 7 ເທວະດາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ພົບ ຮາກາ ໃກ້ ບໍ່ ນ້ຳ ແຫ່ງ ໜຶ່ງ ຢູ່ ໃນ ທະເລຊາຍ ທາງ ໄປ ເມືອງ ຊູເຣ
|
||
\v 8 ຈຶ່ງ ຖາມ ວ່າ, “ຮາກາ ສາວ ໃຊ້ ຂອງ ຊາຣາຍ ເຈົ້າ ມາ ແຕ່ ໃສ? ແລະ ເຈົ້າ ຈະ ໄປ ໃສ? ” ນາງ ຕອບ ວ່າ, “ຂ້າ ນ້ອຍ ກຳ ລັງ ຈະ ໜີໄປ ຈາກ ຊາຣາຍ.”
|
||
|
||
\s5
|
||
\v 9 ເທວະດາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ບອກ ວ່າ, “ຈົ່ງ ກັບ ຄືນ ເມືອ ຫາ ນາຍ ຜູ້ຍິງ ຂອງ ເຈົ້າ ແລະ ຖ່ອມຕົວ ຢູ່ ໃຕ້ ອຳນາດ ຂອງ ນາງ ສາ. ”
|
||
\v 10 ແລ້ວ ເທວະດາ ຕົນ ນັ້ນ ກໍ ກ່າວ ຕໍ່ ໄປ ອີກ ວ່າ, “ເຮົາ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ມາກມາຍ; ມີ ຫລວງຫລາຍ ຈົນ ບໍ່ ມີ ໃຜ ສາມາດ ນັບ ໄດ້.
|
||
|
||
\s5
|
||
\v 11 ເຈົ້າ ກຳ ລັງ ຈະ ໄດ້ ລູກຊາຍ ໂທນ ຜູ້ໜຶ່ງ ຜູ້ ທີ່ ເຈົ້າ ຈະ ໃສ່ ຊື່ ໃຫ້ ວ່າ ອິດຊະມາເອນ. (ບ) ຄວາມ ທຸກ ລໍາບາກ ນັ້ນ ຄອງ ຈິດ ໃຈ ເຈົ້າ ກໍ ຈິງ ຢູ່ ແຕ່ ອົງພຣະ ຜູ້ ເປັນເຈົ້າ ກໍ ຮູ້ ເລື່ອງ ນັ້ນ ທຸກປະການ.
|
||
\v 12 ແຕ່ ລູກຊາຍ ເຈົ້າ ນັ້ນ ຈະ ເປັນ ດັ່ງ ລໍ ປ່າ; ລາວ ຈະ ສູ້ ໜ້າ ກັບ ທຸກຄົນ ແທ້ ບໍ່ ຖອຍ. ແລະ ທຸກຄົນ ກໍ ຈະ ສູ້ ກັບ ລາວ ຢ່າງ ບໍ່ ຢຸດຢ່ອນ; ຈົນ ຫ່າງ ຈາກ ພີ່ ນ້ອງ ໜີ ໄປ ລີ້ຊ່ອນ ຢູ່ ຕາມລໍາພັງ.”
|
||
|
||
\s5
|
||
\v 13 ນາງ ຮາກາ ຈຶ່ງ ຖາມ ຕົນ ເອງ ວ່າ, “ຂ້ອຍ ໄດ້ ເຫັນ ພຣະເຈົ້າ ແລະ ມີ ຊີວິດ ຢູ່ ເພື່ອ ເວົ້າ ເຖິງ ເລື່ອງ ນີ້ ແທ້ ບໍ? ” (ປ) ດັ່ງ ນັ້ນ ນາງ ຈ່ຶ່ງ ເອີ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ໄດ້ ກ່າວ ແກ່ ນາງ ວ່າ, “ພຣະເຈົ້າ ຜູ້ ເຫັນ ໄດ້. ”
|
||
\v 14 ດ້ວຍເຫດນີ້ ນ້ຳສ້າງ ທີ່ ຢູ່ ລະຫວ່າງ ເມືອງ ກາເດັດ ແລະ ເບເລັດ ຈຶ່ງ ມີ ຊື່ ວ່າ, “ນໍ້າສ້າງ ຂອງ ພຣະເຈົ້າ ຜູ້ ເຫັນ ຂ້ອຍ.”
|
||
|
||
\s5
|
||
\v 15 ນາງ ຮາກາ ໄດ້ ເກີດ ລູກຊາຍ ໃຫ້ ອັບຣາມ ແລະ ເພິ່ນ ໄດ້ ຕັ້ງ ຊື່ ໃຫ້ ເດັກ ນັ້ນ ວ່າ ອິດຊະມາເອນ.
|
||
\v 16 ໃນ ເວລາ ນັ້ນ ອັບຣາມ ມີ ອາຍຸ ແປດສິບຫົກ ປີ.
|
||
|
||
\s5
|
||
\c 17
|
||
\p
|
||
\v 1 ເມື່ອ ອັບຣາມ ອາຍຸ ໄດ້ 99 ປີ; ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ປາກົດ ແກ່ ເພິ່ນ ແລະ ກ່າວ ວ່າ, “ເຮົາ ເປັນ ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່. ຈົ່ງ ເຊື່ອ ຟັງ ເຮົາ ແລະ ປະພຶດ ແຕ່ ສິ່ງ ທີ່ ຊອບທຳ.
|
||
\v 2 ເຮົາ ຈະ ເຮັດ ພັນທະສັນຍາ ກັບ ເຈົ້າ ແລະ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ.”
|
||
|
||
\s5
|
||
\v 3 ອັບຣາມ ກົ້ມ ຂາບລົງ ທີ່ ພື້ນ ດິນ ແລະ ພຣະເຈົ້າ ກ່າວ ວ່າ,
|
||
\v 4 “ນີ້ ແມ່ນ ພັນທະສັນຍາ ທີ່ ເຮົາ ເຮັດ ກັບ ເຈົ້າ ຄື: ເຮົາ ສັນ ຍາ ວ່າ ເຈົ້າ ຈະ ເປັນ ບັນພະບຸລຸດ ຂອງ ຊົນຊາດ ທັງ ຫລາຍ.
|
||
\v 5 ຊື່ ເຈົ້າ ຈະ ບໍ່ ແມ່ນ ອັບຣາມ ອີກ ຕໍ່ໄປ, ແຕ່ ເຈົ້າ ຈະ ມີ ຊື່ໃໝ່ ວ່າ ອັບຣາຮາມ (ຜ) ເພາະ ເຮົາ ກຳລັງ ໃຫ້ ເຈົ້າ ເປັນ ບັນພະບຸລຸດ ຂອງ ຫລາຍໆ ຊົນຊາດ.
|
||
\v 6 ເຮົາຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ແລະ ບາງຄົນ ໃນ ເຊື້ອສາຍ ນັ້ນ ຈະ ເປັນ ເຖິງກະສັດ. ເຈົ້າ ຈະ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ຈົນ ກາຍເປັນ ປະຊາຊາດ ຕ່າງໆ.
|
||
|
||
\s5
|
||
\v 7 ເຮົາ ຈະ ຕັ້ງ ພັນທະສັນຍາ ລະຫວ່າງ ເຮົາ ກັບ ເຈົ້າ ແລະ ເຊື້ອສາຍ ຂອງ ເຈົ້າ ໃຫ້ ເປັນ ພັນທະສັນຍາ ສືບ ໄປ ສໍາລັບ ຄົນ ເຊັ່ນ ຕໍ່ໆໄປ. ເຮົາ ຈະ ເປັນ ພຣະເຈົ້າ ຂອງ ເຈົ້າ ແລະ ພຣະເຈົ້າ ຂອງ ເຊື້ອ ສາຍ ຂອງ ເຈົ້າ.
|
||
\v 8 ເຮົາ ຈະ ມອບ ດິນ ແດນ ທີ່ ເຈົ້າ ອາໄສ ຢູ່ ປັດຈຸບັນ ໃນ ຖານະ ເປັນ ຄົນ ຕ່າງດ້າວ ນີ້ ໃຫ້ ແກ່ ເຈົ້າ ແລະ ເຊື້ອສາຍ ຂອງ ພວກເຈົ້າ. ດິນ ແດນ ການາອານ ທັງ ໝົດ ຈະ ເປັນ ຂອງ ພວກເຈົ້າ ຕະຫລອດໄປ ແລະ ເຮົາ ຈະ ເປັນພຣະເຈົ້າ ຂອງ ພວກເຂົາ.”
|
||
|
||
\s5
|
||
\v 9 ພຣະເຈົ້າ ໄດ້ ກ່າວ ແກ່ ອັບຣາຮາມ ວ່າ, “ເຈົ້າ ເອງ ແລະ ເຊຶື້ອ ສາຍ ຂອງ ເຈົ້າ ເຊັ່ນ ຕໍ່ ໄປ ກໍດີ ຈົ່ງ ຮັກສາ ພັນທະສັນຍາ ທີ່ ເຈົ້າ ມີ ໄວ້ ກັບ ເຮົາ.
|
||
\v 10 ນີ້ ຄື ພັນທະສັນຍາ ຂອງເຮົາ ທີ່ ມີ ຕໍ່ ເຈົ້າ ກັບ ເຊື້ອ ສາຍ ຂອງ ເຈົ້າ ຕ້ອງ ຮັກສາ ຄື ໃຫ້ ຜູ້ ຊາຍ ທຸກຄົນ ຈະ ຕ້ອງ ເຮັດ ພິທີຕັດ. (ຝ)
|
||
\v 11 ຕັ້ງ ແຕ່ ນີ້ ຕໍ່ ໄປ ເຈົ້າ ຈົ່ງ ເຮັດ ພິທີ ຕັດ ເປັນ ໝາຍສໍາຄັນ ລະຫວ່າງ ເຮົາ ກັບ ເຈົ້າ
|
||
|
||
\s5
|
||
\v 12 ຜູ້ຊາຍ ທຸກຄົນ ເມື່ອ ເຂົາ ອາຍຸ ໄດ້ ແປດ ວັນ ໃຫ້ ເຮັດ ພິທີຕັດ ລວມ ທັງ ຄົນ ຮັບ ໃຊ້ ຜູ້ ທີ່ ເກີດ ໃນ ຄອບຄົວ ຂອງ ເຈົ້າ ແລະ ຜູ້ ທີ່ ຖືກ ຊື້ ມາ ຈາກ ຊາວ ຕ່າງດ້າວ. ການ ກະທຳ ເຊັ່ນ ນີ້ ຈະ ສະແດງ ເຖິງ ພັນທະສັນຍາ ລະຫວ່າງ ເຈົ້າ ກັບ ເຮົາ.
|
||
\v 13 ແຕ່ ລະຄົນ ຕ້ອງ ເຮັດ ພິທີຕັດ ແລະ ຈະ ຕ້ອງ ໝາຍ ໄວ້ ໃນ ຮ່າງກາຍ ເພື່ອ ສະແດງ ວ່າ ພັນທະສັນຍາ ຂອງເຮົາ ນັ້ນ ດໍາລົງ ຢູ່ ສືບ ໄປ.
|
||
\v 14 ຊາຍ ຄົນ ໃດ ທີ່ ບໍ່ ຍອມ ເຮັດ ພິທີຕັດ ຊາຍ ຄົນ ນັ້ນ ກໍ ຈະ ຖືກ ຕັດ ອອກ ຈາກ ພີ່ ນ້ອງ ຂອງຕົນ ເພາະ ລາວ ບໍ່ ຮັກສາ ພັນທະສັນຍາ ທີ່ ໄດ້ ມີ ໄວ້ ກັບ ເຮົາ.”
|
||
|
||
\s5
|
||
\v 15 ພຣະເຈົ້າ ຍັງ ບອກ ອັບຣາຮາມ ຕື່ມ ວ່າ, “ສ່ວນ ນາງ ຊາຣາຍ ເມຍ ຂອງ ເຈົ້າ ນັ້ນ ເຈົ້າ ຢ່າ ເອີ້ນ ນາງ ຊາຣາຍ ອີກ ຕໍ່ ໄປ ເພາະ ຊື່ ຂອງ ນາງ ແມ່ນ ຊາຣາ. (ພ)
|
||
\v 16 ເຮົາ ຈະ ອວຍພອນ ນາງ ໃຫ້ ມີ ລູກຊາຍ ຜູ້ໜຶ່ງ ແລະ ຈະ ອວຍພອນ ນາງ ໃຫ້ ເປັນ ແມ່ ຂອງ ຊົນ ຊາດ ທັງ ຫລາຍ ຈົນ ກະສັດ ຫລາຍ ຄົນ ຈະ ມາ ຈາກ ເຊື້ອ ສາຍ ຂອງ ນາງ.”
|
||
|
||
\s5
|
||
\v 17 ອັບຣາຮາມ ກົ້ມ ຂາບ ລົງ ຍິ້ມ ຢູ່ ໃນ ໃຈ ແລະ ເວົ້າ ວ່າ, “ຄົນ ອາຍຸ ໜຶ່ງ ຮ້ອຍ ປີ ແລ້ວ ຈະ ມີ ລູກ ໄດ້ ຈັ່ງ ໃດ? ແລະ ຊາຣາ ກໍ ອາຍຸ ເກົ້າ ສິບ ປີ ແລ້ວ ນາງ ຍັງ ຈະ ມີ ລູກ ໄດ້ ຢູ່ ບໍ? ”
|
||
\v 18 ອັບຣາຮາມ ຖາມ ພຣະເຈົ້າ ວ່າ, “ຂ້າແດ່ ພຣະເຈົ້າ ເປັນຫຍັງ ບໍ່ ໃຫ້ ອິດຊະມາເອນ ເປັນ ຜູ້ ສືບແທນ ມໍຣະດົກ ຂອງ ຂ້ານ້ອຍ?”
|
||
|
||
\s5
|
||
\v 19 ແຕ່ ພຣະເຈົ້າ ຕອບ ເພິ່ນ ວ່າ, “ບໍ່, ແມ່ນ ຊາຣາ ເມຍ ຂອງ ເຈົ້າ ເອງ ທີ່ ຈະ ເກີດ ລູກຊາຍ ໃຫ້ ເຈົ້າ ແລະ ຈົ່ງ ໃສ່ ຊື່ ເດັກ ນັ້ນ ວ່າ ອີຊາກ. (ຟ) ເຮົາ ຈະ ຮັກສາ ພັນທະສັນຍາ ຂອງເຮົາ ໄວ້ ກັບ ລາວ ແລະ ກັບ ເຊື້ອ ສາຍ ຂອງ ລາວ ຕະຫລອດໄປ. ມັນເປັນ ພັນທະສັນຍາ ອັນ ຕະຫລອດໄປ.
|
||
\v 20 ເຮົາ ໄດ້ຍິນ ເຈົ້າ ຂໍຮ້ອງ ກ່ຽວກັບ ອິດຊະມາເອນ; ເຮົາ ຈະອວຍພອນ ລາວ ແລະ ໃຫ້ ລາວ ມີ ລູກ ຫລາຍ ຄົນ ແລະ ທັງ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ. ລາວ ຈະ ເປັນ ພໍ່ ຂອງ ເຈົ້າ ຊາຍ ສິບ ສອງ ຄົນ ແລະ ເຊື້ອ ສາຍ ຂອງ ລາວ ກໍ ຈະ ກາຍເປັນ ປະເທດ ທີ່ ຍິ່ງ ໃຫຍ່.
|
||
\v 21 ແຕ່ ເຮົາ ຈະ ຮັກສາ ພັນທະສັນຍາ ຂອງເຮົາ ກັບ ອີຊາກ ລູກຊາຍ ຂອງ ເຈົ້າ ຜູ້ ທີ່ ຈະ ເກີດ ຈາກ ຊາຣາ ໃນ ທ້າຍ ປີ ໜ້າ ລະຫວ່າງ ລະດູ ນີ້.”
|
||
|
||
\s5
|
||
\v 22 ເມື່ອ ພຣະເຈົ້າ ກ່າວ ແກ່ ອັບຣາຮາມແລ້ວ ໆ ພຣະອົງ ກໍ ຈາກ ເພິ່ນ ໄປ.
|
||
\v 23 ເພື່ອ ເຮັດ ຕາມທີ່ ພຣະເຈົ້າ ໄດ້ ສັ່ງ ໄວ້ ໃນ ມື້ ດຽວກັນ ນັ້ນ; ອັບຣາຮາມ ກໍ ເຮັດ ພິທີຕັດ ໃຫ້ ແກ່ ອິດຊະມາເອນ ພ້ອມທັງຄົນຮັບໃຊ້ ທຸກ ໆ ຄົນ ກັບ ຜູ້ ທີ່ ເກີດ ໃນເຮືອນ ແລະຜູ້ທີ່ ໄດ້ ຖືກ ຊື້ ມາ.
|
||
|
||
\s5
|
||
\v 24 ອັບຣາຮາມ ເຮັດ ພິທີຕັດ ເມື່ອ ເພິ່ນ ມີ ອາຍຸ ເກົ້າ ສິບ ເກົ້າ ປີ
|
||
\v 25 ແລະ ອິດຊະມາເອນ ກໍ ເຮັດ ພິທີຕັດ ເມື່ອ ລາວອາຍຸ ສິບສາມປີ.
|
||
\v 26 ພວກເຂົາ ທັງສອງ ເຮັດ ພິທີຕັດ ໃນມື້ ດຽວກັນ
|
||
\v 27 ຮ່ວມ ກັບ ພວກ ຄົນ ຮັບ ໃຊ້ ທຸກຄົນ ຂອງ ອັບຣາຮາມ.
|
||
|
||
\s5
|
||
\c 18
|
||
\p
|
||
\v 1 ອົງພຣະ ຜູ້ ເປັນເຈົ້າ ໄດ້ ປາກົດ ແກ່ ອັບຣາຮາມ ທີ່ ຕົ້ນໄມ້ ສັກສິດ ຂອງ ມຳເຣ ໃນ ຂະນະທີ່ ເພິ່ນ ກຳ ລັງ ນັ່ງ ຢູ່ ທີ່ ປະຕູ ເຕັນ ເວລາ ແດດ ກ້າ
|
||
\v 2 ເມື່ອ ອັບຣາຮາມ ເງີຍ ໜ້າ ຂຶ້ນ ກໍ ເຫັນ ຊາຍ ສາມ ຄົນ ຢືນ ຢູ່ ຕໍ່ ໜ້າ ເພິ່ນ. ໃນທັນ ໃດ ທີ່ ເຫັນ ພວກເພິ່ນ ເພິ່ນ ຈຶ່ງ ຟ້າວ ລຸກ ຂຶ້ນ ແລ່ນ ອອກ ໄປ ຕ້ອນຮັບ.
|
||
|
||
\s5
|
||
\v 3 ເພິ່ນ ກົ້ມ ຂາບລົງ ແລະ ກ່າວ ວ່າ, “ທ່ານເອີຍ ກ່ອນ ຈະ ໄປ ທີ່ ອື່ນ ເຊີນ ແວ່ ບ້ານ ຂອງ ຂ້ານ້ອຍ ເທາະ ຂ້ານ້ອຍ ຍິນ ດີ ຈະ ຮັບໃຊ້ ພວກທ່ານ.
|
||
\v 4 ຂ້ານ້ອຍ ຈະ ເອົາ ນໍ້າ ມາ ໃຫ້ ທ່ານ ລ້າງ ຕີນ ແລ້ວ ຈົ່ງ ພັກຜ່ອນ ຢູ່ ໃຕ້ ຕົ້ນໄມ້ ນີ້ ກ່ອນ ກໍໄດ້.
|
||
\v 5 ຂ້ານ້ອຍ ຈະ ເອົາ ອາຫານ ບາງເລັກນ້ອຍ ມາ ໃຫ້ ທ່ານ ກິນ ເພື່ອ ວ່າ ທ່ານ ຈະ ມີ ແຮງ ເດີນ ທາງ ຕໍ່ ໄປ. ທ່ານ ໄດ້ ໃຫ້ກຽດ ມາ ຮອດ ບ້ານ ຂອງ ຂ້ານ້ອຍ ແລ້ວ. ສະນັ້ນກະລຸນາ ໃຫ້ ຂ້ານ້ອຍ ໄດ້ ຮັບໃຊ້ ທ່ານ ເທີ້ນ. ” ແລ້ວ ຊາຍ ທັງ ສາມ ກໍ ຕອບ ວ່າ, “ຂອບໃຈ ພວກເຮົາ ຕົກ ລົງ.”
|
||
|
||
\s5
|
||
\v 6 ອັບຣາຮາມ ຈຶ່ງ ຟ້າວ ແລ່ນ ເຂົ້າ ໄປ ໃນ ຜ້າ ເຕັນ ແລະ ບອກ ຊາຣາ ວ່າ “ໄວໆ ຮີບ ໄປ ເອົາ ແປ້ງ ຢ່າງດີ ຖົງ ໜຶ່ງ ມາ ນວດ ແລະ ເຮັດ ເຂົ້າ ຈີ່. ”
|
||
\v 7 ສ່ວນ ເພິ່ນ ເອງ ນັ້ນ ຟ້າວ ແລ່ນ ໄປ ຫາ ຝູງສັດ ແລະ ເລືອກ ເອົາ ງົວ ນ້ອຍ ໂຕໜຶ່ງ ທີ່ ຕູ້ຍ ພີ ດີ ມາ ໃຫ້ ຄົນ ຮັບ ໃຊ້ ຂ້າ ແລະ ຈັດ ແຈ່ງ ເປັນ ອາຫານ.
|
||
\v 8 ແລ້ວ ເພິ່ນ ກໍ ເອົາ ເນີຍ, ນ້ຳ ນົມ ສົດ ແລະ ຊີ້ນ ທີ່ ຈັດແຈ່ງ ແລ້ວ ນັ້ນ ມາ ວາງ ໄວ້ ຕໍ່ ໜ້າ ຊາຍ ທັງ ສາມ. ເມື່ອ ຊາຍ ທັງ ສາມ ຮັບ ກິນ ຢູ່ ໃຕ້ ຕົ້ນໄມ້ ນັ້ນ ອັບຣາຮາມ ກໍ ຢືນ ຮັບ ໃຊ້ ດ້ວຍ ຕົນ ເອງ.
|
||
|
||
\s5
|
||
\v 9 ແລ້ວ ແຂກ ທັງ ສາມ ກໍ ຖາມ ເພິ່ນ ວ່າ, “ຊາຣາ ເມຍ ຂອງ ເຈົ້າ ຢູ່ ໃສ? ” ເພິ່ນ ຕອບ ວ່າ, “ນາງ ຢູ່ ໃນ ຜ້າ ເຕັນ. ”
|
||
\v 10 ຜູ້ ໜຶ່ງ ໃນ ສາມ ຄົນ ເວົ້າ ວ່າ, “ອີກ ເກົ້າ ເດືອນ (ມ) ເຮົາ ຈະ ກັບ ມາ ແລະ ຊາຣາ ຈະ ມີ ລູກຊາຍ ຄົນ ໜຶ່ງ. ” ນາງ ຊາຣາ ຢືນ ຟັງ ຢູ່ ໃກ້ ປະຕູ ເຂົ້າ ເຕັນ ຂ້າງ ຫລັງ ຜົວ ຂອງຕົນ.
|
||
|
||
\s5
|
||
\v 11 ອັບຣາຮາມ ກັບ ຊາຣາ ຕ່າງ ກໍ ເຖົ້າແກ່ ແລ້ວ ແລະ ຊາຣາ ເອງ ກໍ ເຊົາ ເປັນ ປະຈຳ ເດືອນ ແລ້ວ.
|
||
\v 12 ດັ່ງ ນັ້ນ ນາງ ຈຶ່ງ ຫົວ ຂວັນ ໃນ ໃຈ ແລະ ເວົ້າ ວ່າ, “ດຽວນີ້ ຂ້ອຍ ແກ່ ເກີນ ທີ່ ຈະ ມີ ລູກ ແລ້ວ; ຂ້ອຍ ຍັງ ຈະ ມີ ຄວາມ ຕ້ອງການ ທາງ ເພດ ຢູ່ ອີກ ບໍ? ແລະ ນອກ ນີ້ ອີກ ຜົວ ຂອງຂ້ອຍ ກໍ ແກ່ ຕົວ ແລ້ວ ດ້ວຍ.”
|
||
|
||
\s5
|
||
\v 13 ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຖາມ ອັບຣາຮາມ ວ່າ, “ເປັນ ຫຍັງ ຊາຣາ ຈຶ່ງ ຫົວຂວັນ ແລະ ກ່າວ ວ່າ ‘ເຮົາ ຈະ ມີ ລູກ ແທ້ ບໍ ໃນ ເມື່ອ ເຮົາ ແກ່ ຕົວ ຫລາຍ ແລ້ວ? ’
|
||
\v 14 ມີ ຫຍັງ ແດ່ ຍາກ ສໍາລັບ ອົງພຣະ ຜູ້ ເປັນເຈົ້າ ບໍ? ຕາມ ທ່ີ່ ເຮົາ ບອກ ເຈົ້າ ແລ້ວ ໃນ ລະຫວ່າງ ເກົ້າ ເດືອນ ເຮົາ ຈະ ກັບ ມາ ອີກ ແລະ ຊາຣາ ຈະ ມີ ລູກຊາຍ ຜູ້ໜຶ່ງ. ”
|
||
\v 15 ເພາະ ນາງ ຊາຣາ ຢ້ານ ຈຶ່ງ ປະຕິເສດ ວ່າ, “ຂ້ານ້ອຍ ບໍ່ ໄດ້ ຫົວຂວັນ. ” ພຣະອົງ ໂຕ້ຕອບ ວ່າ, “ເຈົ້າ ຫົວຂວັນ.”
|
||
|
||
\s5
|
||
\v 16 ຫລັງ ຈາກ ນັ້ນ ຊາຍ ທັງ ສາມ ກໍ ຈາກ ໄປ ສູ່ ບ່ອນ ທີ່ ພວກ ຕົນ ຈະ ເຫັນ ເມືອງ ໂຊໂດມ ໄດ້ ແລະ ອັບຣາຮາມ ກໍຕາມ ໄປ ສົ່ງ ດ້ວຍ.
|
||
\v 17 ອົງ ພຣະ ຜູ້ ເປັນ ເຈົ້າ ຄິດ ໃນ ໃຈ ວ່າ, “ເຮົາ ຈະ ບໍ່ ປິດ ບັງ ອັບຣາຮາມ ສິ່ງ ທີ່ ເຮົາ ກຳ ລັງ ຈະ ເຮັດ (ນ).
|
||
\v 18 ບັນ ດາ ເຊື້ອ ສາຍ ຂອງ ລາວ ຈະ ກາຍເປັນ ຊົນ ຊາດ ທີ່ ຍິ່ງ ໃຫຍ່ ທັງ ມີ ອຳນາດ ແລະ ໂດຍ ຜ່ານ ທາງ ລາວ ເຮົາ ຈະ ອວຍພອນ ຊົນ ຊາດ ທັງ ປວງ. (ຢ)
|
||
\v 19 ເຮົາ ໄດ້ ເລືອກ ເອົາ ລາວ ເພື່ອ ວ່າ ລາວ ຈະ ບອກສອນ ລູກໆ ກັບ ເຊື້ອ ສາຍ ຂອງ ລາວ ໃຫ້ ເຊື່ອ ຟັງ ເຮົາ ທັງ ປະພຶດ ສິ່ງ ທີ່ ຖືກ ຕ້ອງ ແລະ ຊອບທຳ. ຖ້າ ລາວ ຍອມ ເຮົາ ກໍ ຈະ ເຮັດ ທຸກສິ່ງ ຕາມ ທີ່ ເຮົາ ໄດ້ ສັນ ຍາ ໄວ້ ກັບ ລາວ ນັ້ນ ທຸກ ປະການ.”
|
||
|
||
\s5
|
||
\v 20 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ກໍ ບອກ ອັບຣາຮາມ ວ່າ, “ມີ ສຽງ ກ່າວ ຟ້ອງ ຕໍ່ ສູ້ ເມືອງ ໂຊໂດມ ແລະ ເມືອງ ໂກໂມຣາ ຢ່າງ ໜັກ ໜ່ວງ ແລະ ການບາບ ຂອງ ຊາວ ເມືອງ ກໍ ໜັກ ໜາ ຫລາຍ.
|
||
\v 21 ເຮົາ ຈະ ຕ້ອງ ລົງ ໄປ ສໍາຫລວດ ເບິ່ງ ວ່າ ການ ກ່າວຫາ ທີ່ ເຮົາ ໄດ້ຍິນ ນັ້ນ ເປັນ ຄວາມຈິງ ຫລື ບໍ່? ໍ”
|
||
|
||
\s5
|
||
\v 22 ແລ້ວ ຊາຍສອງຄົນ ກໍ ຈາກໄປ ໂດຍມຸ່ງໜ້າ ສູ່ ເມືອງ ໂຊໂດມ, ແຕ່ ອົງ ພຣະຜູ້ ເປັນ ເຈົ້າ ຍັງ ຢູ່ ກັບ ອັບຣາຮາມ.
|
||
\v 23 ອັບຣາຮາມຈຶ່ງ ຫຍັບ ເຂົ້າ ໃກ້ ພຣະອົງ ແລະຖາມວ່າ, “ພຣະອົງ ຈະ ທໍາລາຍ ຄົນ ຊອບທໍາ ກັບ ຄົນ ອະທໍາ ໄປ ພ້ອມກັນ ແທ້ ບໍ?
|
||
|
||
\s5
|
||
\v 24 ຖ້າ ວ່າມີ ຄົນ ຊອບທຳ ຢູ່ ໃນເມືອງ 50 ຄົນ ພຣະອົງ ກໍ ຈະທຳ ລາຍໝົດ ເມືອງບໍ? ພຣະອົງ ຈະ ບໍ່ຈົ່ງ ເມືອງ ນີ້ ໄວ້ ເພື່ອ ຊ່ວຍ ຫ້າສິບ ຄົນ ນັ້ນ ບໍ?
|
||
\v 25 ແນ່ ນອນທີ່ສຸດ ພຣະອົງ ຈະບໍ່ຂ້າ ຄົນຊອບທຳ ພ້ອມກັບ ຄົນອະທຳ ເປັນ ໄປບໍ່ໄດ້ ພຣະອົງ ຈະບໍ່ເຮັດ ເຊັ່ນ ນັ້ນ. ຖ້າ ພຣະອົງເຮັດ ຄົນຊອບທຳ ກໍ ຈະຖືກ ລົງ ໂທດ ເຊັ່ນດຽວກັນ ກັບ ຄົນ ອະທຳ ເປັນໄປບໍ່ໄດ້. ຜູ້ ພິພາກສາໂລກຕ້ອງເຮັດ ທຸກສິ່ງ ຢ່າງຍຸດຕິທຳ. ”
|
||
\v 26 ອົງ ພຣະ ຜູ້ ເປັນ ເຈົ້າ ຕອບ ວ່າ, “ຖ້າ ເຮົາ ພົບ ຄົນ ຊອບທຳ ຢູ່ ໃນ ເມືອງ 50 ຄົນ ທີ່ ເມືອງ ໂຊໂດມ; ເຮົາ ກໍ ຈະ ໄວ້ ຊີວິດ ຄົນ ທັງ ເມືອງ ເພາະ ເຫັນ ແກ່ ຄົນ ຊອບທໍາ ຫ້າສິບ ຄົນ ນັ້ນ.
|
||
|
||
\s5
|
||
\v 27 ອັບຣາຮາມ ຕອບ ແລະ ກ່າວ ຕື່ມ ວ່າ, “ຂ້າ ແດ່ ພຣະເຈົ້າ ຢາເວ ຂໍໂໍຜດ ຍົກ ໂທດ ໃຫ້ ແກ່ ຂ້ານ້ອຍ ທີ່ ກ້າ ກ່າວ ແກ່ ພຣະອົງ ອີກ. ຂ້ານ້ອຍ ເປັນ ພຽງແຕ່ ມະນຸດ ເທົ່າ ນັ້ນ ແລະ ບໍ່ ມີ ສິດ ທີ່ ຈະ ກ່າວ ຫຍັງ.
|
||
\v 28 ແຕ່ ບາງທີ ຢູ່ ໃນທີ່ ນັ້ນ ມີ ຄົນ ຊອບທຳ 45 ຄົນ ແທນ ທີ່ ຈະ ມີ 50 ຄົນ; ພຣະອົງ ກໍ ຈະ ທຳ ລາຍ ໝົດ ເມືອງ ເພາະ ຂາດ 5 ຄົນ ບໍ? ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ພົບ ຄົນ ຊອບທຳ ສີ່ ສິບ ຫ້າ ຄົນ.”
|
||
|
||
\s5
|
||
\v 29 ອັບຣາຮາມ ໄດ້ ກ່າວ ອີກ ວ່າ, “ບາງທີ ອາດ ມີ ພຽງ 40 ຄົນ ເທົ່າ ນັ້ນ ເດ. ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ເຮົາ ພົບ 40 ຄົນ. ”
|
||
\v 30 ອັບຣາຮາມ ເວົ້າ ວ່າ, “ຂ້າແດ່ ພຣະເຈົ້າຢາເວ ຢ່າ ຟ້າວ ໂກດຮ້າຍ ເລີຍ; ຂ້ານ້ອຍ ຂໍ ຖາມ ອີກ ວ່າ ຖ້າ ມີ ພຽງ 30 ຄົນ ເດ? ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ເຮົາ ພົບ 30 ຄົນ. ”
|
||
\v 31 ອັບຣາຮາມ ທູນ ຖາມ ວ່າ, “ຂ້າແດ່ ພຣະເຈົ້າ ຢາເວ ຂໍ ພຣະອົງ ໂຜດ ຍົກ ໂທດ ໃຫ້ ຂ້ານ້ອຍ ທີ່ ຍັງ ກ້າ ສືບ ຕໍ່ ກ່າວ ແກ່ ພຣະອົງ. ຖ້າ ວ່າ ມີ ພຽງ 20 ຄົນ ເທົ່າ ນັ້ນ ເດ? ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ເຮົາ ພົບ 20 ຄົນ.”
|
||
|
||
\s5
|
||
\v 32 ອັບຣາຮາມ ຮຽນ ຖາມ ອີກ ວ່າ, “ຂ້າ ແດ່ ພຣະເຈົ້າ ຢາເວ ຂໍ ຢ່າ ຟ້າວ ໂກດຮ້າຍ ເລີຍ ຂ້ານັອຍ ຂໍ ຖາມ ພຣະອົງ ອີກ ຄັ້ງ ໜຶ່ງ ເທົ່າ ນັ້ນ. ພຣະອົງ ຈະ ເຮັດ ແນວໃດ ຖ້າ ມີ ພຽງແຕ່ 10 ຄົນ? ” ພຣະອົງ ຕອບ ວ່າ, “ເຮົາ ກໍ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ເຊັ່ນ ກັນ ຖ້າ ມີ ພຽງແຕ່ 10 ຄົນ. ”
|
||
\v 33 ຫລັງຈາກ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສົນທະນາ ກັບ ອັບຣາຮາມ ສິ້ນ ສຸດ ລົງ ແລ້ວ ພຣະອົງ ກໍ ຈາກ ໄປ ແລະ ອັບຣາຮາມ ກໍ ກັບ ຄືນ ເມືອ ສູ່ ທີ່ ພັກ ຂອງຕົນ.
|
||
|
||
\s5
|
||
\c 19
|
||
\p
|
||
\v 1 ເມື່ອ ເທວະດາ ສອງ ຕົນ ໄດ້ ເຂົ້າ ໄປ ຮອດ ເມືອງ ໂຊໂດມ ໃນ ຕອນ ຄ່ຳ ຂອງ ມື້ ນັ້ນ ແລະ ໂລດ ກໍ ກຳລັງ ນັ່ງ ຢູ່ ທີ່ ປະຕູ ເມືອງ. ໃນທັນ ໃດ ທີ່ ເຫັນ ເທວະດາ ນັ້ນ ເພິ່ນ ກໍ ຟ້າວ ລຸກ ຂຶ້ນ ອອກ ໄປ ຕ້ອນຮັບ ທັນທີ
|
||
\v 2 ແລະ ເວົ້າວ່າ, “ທ່ານເອີຍ ຂ້ານ້ອຍ ຜູ້ຮັບໃຊ້ ຂອງທ່ານ. ຂໍກະລຸນາ ແວ່ ເຂົ້າ ໄປ ໃນ ເຮືອນ ຂອງ ຂ້ານ້ອຍ ກ່ອນ ແດ່ ທ້ອນ. ທ່ານ ຈະ ລ້າງ ຕີນ ແລະ ພັກແຮມຄືນ ກໍໄດ້. ພໍ ຮຸ່ງ ເຊົ້າ ຂຶ້ນ ມາ ທ່ານ ຈຶ່ງ ຄ່ອຍ ເດີນ ທາງ ໄປ ຕໍ່. ” ແຕ່ ພວກເພິ່ນ ຕອບ ວ່າ, “ບໍ່, ເຮົາ ຈະ ຄ້າງຄືນ ທີ່ ສີ່ ແຍກ ຂອງ ເມືອງ ນີ້. ”
|
||
\v 3 ແຕ່ ໂລດ ສືບ ຕໍ່ ຂໍຮ້ອງ ແລະ ໃນທີ່ ສຸດ ຊາຍ ທັງ ສອງ ກໍ ຕົກ ລົງ ໄປ ທີ່ ເຮືອນ ຂອງ ໂລດ. ເພິ່ນ ສັ່ງ ຄົນ ຮັບ ໃຊ້ ຂອງຕົນ ໃຫ້ ຈັດ ແຈ່ງ ເຂົ້າ ປາອາຫານ ຢ່າງດີ ມາຕ້ອນຮັບແຂກ. ເມື່ອ ຕຽມ ມາ ຮຽບຮ້ອຍ ແລ້ວ ເທວະດາ ທັງສອງ ຈຶ່ງ ພາກັນ ຮັບກິນ.
|
||
|
||
\s5
|
||
\v 4 ກ່ອນ ແຂກ ທັງ ສອງ ຈະ ເຂົ້າ ໄປ ນອນ ຜູ້ຊາຍ ຊາວ ເມືອງ ໂຊໂດມ ກໍ ມາ ອ້ອມ ເຮືອນ ຂອງ ໂລດ. ຜູ້ຊາຍ ຊາວ ເມືອງ ທຸກຄົນ ທັງ ໜຸ່ມ ແລະ ແກ່ ໄດ້ ມາ ທີ່ນັ້ນ.
|
||
\v 5 ພວກເຂົາ ຮ້ອງ ໂລດ ອອກ ມາ ແລະ ຖາມ ວ່າ, “ຜູ້ຊາຍ ທີ່ ມາ ພັກ ບ້ານໂຕ ຄືນນີ້ ຢູ່ໃສ? ເອົາ ພວກເຂົາ ອອກ ມາ ໃຫ້ ພວກເຮົາສາ” ພວກຜູ້ຊາຍ ຊາວ ເມືອງ ໂຊໂດມ ຕ້ອງການ ສົມສູ່ ທາງເພດ ກັບ ແຂກ ສອງ ຄົນນີ້.
|
||
|
||
\s5
|
||
\v 6 ໂລດ ຈຶ່ງ ອອກ ມາ ຂ້າງ ນອກ ແລະ ອັດປະຕູ ໄວ້.
|
||
\v 7 ໂລດ ເວົ້າຕໍ່ ພວກເຂົາວ່າ, “ເພື່ອນ ເອີຍ ເຮົາ ຂໍນຳ ຢ່າ ເຮັດ ເລື່ອງ ຊົ່ວ ຊ້າ ຢ່າງ ນີ້ ເລີຍ
|
||
\v 8 ເອົາ ຢ່າງນີ້ສາ ເຮົາ ມີ ລູກສາວ ສອງ ຄົນ ທີ່ ຍັງ ບໍ່ເຄີຍ ຜ່ານ ຜູ້ຊາຍ ຈັກເທື່ອ. ເຮົາ ຈະນຳ ເຂົາ ອອກ ມາ ໃຫ້ ພວກທ່ານ ເພື່ອໃຫ້ ເຮັດຕາມໃຈຊອບ. ແຕ່ ຢ່າ ເຮັດ ສິ່ງໃດ ກັບ ຊາຍ ສອງ ຄົນ ນີ້; ພວກເພິ່ນ ເປັນ ແຂກ ຂອງເຮົາ ແລະ ເຮົາ ຈຳ ເປັນ ຕ້ອງ ຄຸ້ມ ຄອງ ພວກເພິ່ນ.”
|
||
|
||
\s5
|
||
\v 9 ແຕ່ ພວກເຂົາ ຕອບ ໂລດ ວ່າ, “ຖອຍ ອອກ ໄປ ບັກ ຕ່າງຊາດ ໂຕ ແມ່ນ ໃຜ ທີ່ ບັງ ອາດ ມາ ສອນ ພວກເຮົາ? ຫລີກ ອອກ ໄປ ຫລື ຈະ ໃຫ້ ພວກເຮົາ ເຮັດ ກັບ ໂຕ ໜັກ ກວ່າ ເຮັດ ກັບ ພວກເຂົາ. ” ຊາວ ເມືອງ ຊຸກ ໂລດ ໃຫ້ ຖອຍໄປ ແລະ ພາກັນ ກ່າວ ເຂົ້າ ມາ ເພື່ອ ຈະ ທຸບ ປະຕູ ບຸກ ເຂົ້າ ໄປ.
|
||
|
||
\s5
|
||
\v 10 ແຕ່ ຊາຍ ທັງ ສອງ ທີ່ ຢູ່ ໃນ ເຮືອນ ໄຂ ປະຕູ ອອກ ມາ ດຶງ ເອົາ ໂລດ ເຂົ້າ ໄປ ໃນ ເຮືອນ ແລະ ອັດປະຕູ ໄວ້.
|
||
\v 11 ແລ້ວຊາຍທັງ ສອງ ກໍ ບັນດານ ໃຫ້ ພວກອັນທະພານ ທີ່ ຢູ່ຂ້າງ ນອກນັ້ນ ຕາບອດ ມືດມົວໄປ. ດັ່ງນັ້ນ ພວກເຂົາ ຈຶ່ງ ບໍ່ເຫັນປະຕູ ເຮືອນ.
|
||
|
||
\s5
|
||
\v 12 ຊາຍ ທັງສອງ ໄດ້ ບອກ ໂລດ ວ່າ, “ຖ້າ ເຈົ້າ ມີ ພີ່ນ້ອງ ຄົນອື່ນ ອີກ ຢູ່ໃນເມືອງ ນີ້ ເຊັ່ນ: ລູກຊາຍ, ລູກສາວ, ລູກເຂີຍ ແລະ ພີ່ ນ້ອງ ຄົນ ອື່ນ ໆ; ຈົ່ງ ພາກັນ ອອກ ໜີໄປ ຈາກ ເມືອງ ນີ້ ໄວໆ
|
||
\v 13 ເພາະ ພວກເຮົາ ກໍາລັງ ຈະ ທຳ ລາຍ ເມືອງ ນີ້. ອົງພຣະຜູູ້ ເປັນເຈົ້າ ໄດ້ຍິນ ສຽງ ຟ້ອງ ຮ້ອງ ຢ່າງ ໜັກ ໜ່ວງ ຕໍ່ສູ້ ປະຊາຊົນ ເຫລົ່ານີ້. ສະນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ໃຊ້ ພວກເຮົາ ມາ ເພື່ອ ທຳ ລາຍ ເມືອງ ໂຊໂດມ ນີ້.”
|
||
|
||
\s5
|
||
\v 14 ແລ້ວ ໂລດ ກໍ ໄປ ເວົ້າ ກັບ ຄູ່ ໝັ້ນ ຂອງ ລູກສາວ ຕົນ ວ່າ, “ຈົ່ງ ໜີ ອອກ ຈາກ ເມືອງ ນີ້ ໄວໆ ເພາະ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ທຳ ລາຍ ເມືອງ ນີ້. ” ແຕ່ ພວກເຂົາ ຄິດ ວ່າ ໂລດ ເວົ້າ ຫລິ້ນ.
|
||
\v 15 ເມື່ອ ເວລາ ຮຸ່ງ ເຊົ້າ ມາ ເທວະດາ ສອງ ຕົນ ນັ້ນ ກໍພະຍາຍາມ ເລັ່ງ ໂລດ ວ່າ, “ໄວໆ! ຈົ່ງ ເອົາ ເມຍ ກັບ ລູກສາວ ສອງ ຄົນ ຂອງ ເຈົ້າ ອອກ ໜີໄປ ເພື່ອ ວ່າ ພວກເຈົ້າ ຈະ ບໍ່ ຕາຍ ເມື່ອ ເມືອງ ນີ້ ຖືກ ທຳ ລາຍ.”
|
||
|
||
\s5
|
||
\v 16 ແຕ່ ໂລດ ຍັງ ສົງ ໄສ ຢູ່ ເຖິງ ຢ່າງ ໃດ ກໍດີ ອົງ ພຣະ ຜູ້ ເປັນ ເຈົ້າ ຍັງ ເມດຕາ ໂລດ. ດັ່ງນັ້ນ ເທວະດາ ທັງ ສອງ ຈຶ່ງ ດຶງມື ລາວ ພ້ອມ ທັງ ເມຍ ແລະ ລູກສາວ ອອກ ໄປ ຈາກ ເມືອງ ໂດຍ ໄວ.
|
||
\v 17 ເມື່ອ ພວກເຂົາ ຖືກ ນຳ ອອກ ມາ ຈາກ ເມືອງ ແລ້ວ ເທວະດາ ຕົນ ໜຶ່ງ ກໍ ເວົ້າ ວ່າ, “ຈົ່ງ ຟ້າວ ໜີ ເອົາ ຕົວ ລອດ! ຢ່າ ຫລຽວ ຄືນ ຫລັງ ແລະ ຢ່າ ຢຸດ ຢູ່ ທີ່ ຮ່ອມພູ. ຈົ່ງ ພາກັນ ແລ່ນ ຂຶ້ນ ໄປ ເທິງ ເນີນ ພູ ເພື່ອເອົາ ຊີວິດລອດ.”
|
||
|
||
\s5
|
||
\v 18 ແຕ່ ໂລດ ຕອບ ວ່າ, “ທ່ານເອີຍ ຂ້ານ້ອຍ ຂໍນຳ ຢ່າ ໃຫ້ ພວກ ຂ້ານ້ອຍ ໄປ ຍັງ ທີ່ ນັ້ນເທາະ.
|
||
\v 19 ການ ທີ່ທ່ານ ຊ່ວຍ ຊີວິດ ພວກ ຂ້ານ້ອຍ ໄວ້ ກໍ ເປັນ ຄວາມ ເມດຕາ ອັນ ໃຫຍ່ ຫລວງ ຢູ່ ແລ້ວ. ແຕ່ ເນີນພູ ນັ້ນ ຢູ່ ໄກ ຫລາຍ. ໄພພິບັດ ອາດ ຕາມ ມາ ທັນ ຂ້ານ້ອຍ ກໍໄດ້ ແລະ ຂ້ານ້ອຍ ຈະ ຕາຍ ກ່ອນ ຈະ ໄປ ເຖິງ ທີ່ນັ້ນ.
|
||
\v 20 ທ່ານ ເຫັນ ເມືອງ ນ້ອຍໆ ນັ້ນ ບໍ? ເມືອງ ນັ້ນ ຢູ່ ໃກ້ ພໍ ທີ່ ຈະ ໄປ ເຖິງ ໄດ້. ໂຜດ ໃຫ້ ຂ້ານ້ອຍ ໄປ ທີ່ ນັ້ນ ສາ. ທ່ານເບິ່ງເຫັນ ວ່າ ມັນ ເປັນບ່ອນນ້ອຍໆ ແລະ ພວກ ຂ້ານ້ອຍ ຈະ ປອດໄພ.”
|
||
|
||
\s5
|
||
\v 21 ເທວະດາ ນັ້ນ ຕອບ ວ່າ, “ຕົກ ລົງ ເຮົາ ຈະ ບໍ່ ທຳລາຍ ເມືອງ ນັ້ນ.
|
||
\v 22 ຮີບ ແລ່ນ ໄປ ໄວໆ! ເຮົາ ຈະ ບໍ່ ເຮັດ ສິ່ງ ໃດ ສິ່ງ ໜຶ່ງ ຈົນ ກວ່າ ເຈົ້າຈະ ໄປ ເຖິງ ທີ່ນັ້ນ. ” ສະນັ້ນ ເມືອງ ນີ້ ຈຶ່ງ ມີ ຊື່ ວ່າ ໂຊອາ. (ຣ)
|
||
|
||
\s5
|
||
\v 23 ເມື່ອ ໂລດ ໄປ ເຖິງ ເມືອງ ໂຊອາ ຕາເວັນ ກໍ ກຳລັງ ຂຶ້ນ.
|
||
\v 24 ໃນທັນໃດ ອົງພຣະຜູູ້ເປັນເຈົ້າ ກໍ ບັນດານໃຫ້ ໄຟ ແລະ ມາດ ດັ່ງ ຫ່າຝົນ ຕົກ ລົງ ມາ ໃສ່ ເມືອງ ໂຊໂດມ ແລະ ໂກໂມຣາ
|
||
\v 25 ແລະ ທໍາລາຍ ສອງ ຕົວເມືອງ, ຮ່ອມພູ ທັງໝົດ, ຊາວ ເມືອງ ທຸກຄົນ ພ້ອມ ກັບ ພືດພັນ ຕ່າງໆ ທີ່ ເກີດຂຶ້ນ ຈາກ ພື້ນດິນນັ້ນ ຈົນ ກ້ຽງ.
|
||
|
||
\s5
|
||
\v 26 ແຕ່ ເມຍ ຂອງ ໂລດ ຫລຽວ ຄືນ ຫລັງ. ສະນັ້ນ ນາງ ຈຶ່ງ ກາຍເປັນ ເສົາ ເກືອ.
|
||
\v 27 ມື້ ຕໍ່ມາ ຕັ້ງ ແຕ່ ເຊົ້າ ໆ ອັບຣາຮາມ ຟ້າວ ໄປ ຍັງບ່ອນ ທີ່ເພິ່ນ ໄດ້ ພົບ ອົງພຣະຜູ້ ເປັນເຈົ້າ ນັ້ນ.
|
||
\v 28 ເພິ່ນຫລຽວ ລົງເບິ່ງ ເມືອງ ໂຊໂດມ ກັບ ເມືອງ ໂກໂມຣາ ແລະ ຮ່ອມພູ ທັງໝົດ ຈຶ່ງ ເຫັນ ຄວັນ ໄຟ ພຸ່ງ ຂຶ້ນ ມາຈາກ ພື້ນດິນ ດັ່ງ ຄວັນໄຟ ທີ່ ພຸ່ງ ຂຶ້ນ ມາ ຈາກ ເຕົາ ຫລອມ ໃຫຍ່.
|
||
|
||
\s5
|
||
\v 29 ແຕ່ ເມື່ອ ພຣະເຈົ້າ ທຳ ລາຍ ເມືອງ ຕ່າງໆ ໃນ ຮ່ອມພູ ບ່ອນ ທີ່ ໂລດ ອາໄສ ຢູ່ນັ້ນ; ພຣະອົງ ຍັງ ຈື່ ຈຳ ຄໍາ ຂໍຮ້ອງ ຂອງ ອັບຣາຮາມ ແລະ ຊ່ວຍ ໂລດ ໃຫ້ ພົ້ນຈາກ ອັນຕະລາຍ.
|
||
|
||
\s5
|
||
\v 30 ເພາະ ໂລດ ຢ້ານກົວ ຈຶ່ງ ບໍ່ຢາກ ຢູ່ ໃນ ເມືອງ ໂຊອາ ອີກ ຕໍ່ໄປ. ສະນັ້ນ ເພິ່ນ ຈຶ່ງ ພາ ລູກສາວ ທັງ ສອງ ຍ້າຍ ຂຶ້ນ ໄປ ຍັງ ເນີນພູ ແລະ ອາໄສ ຢູ່ໃນຖໍ້າ.
|
||
|
||
\s5
|
||
\v 31 ຕໍ່ມາ ຜູ້ ເອື້ອຍ ໄດ້ ເວົ້າ ກັບ ຜູ້ນ້ອງ ວ່າ, “ພໍ່ ຂອງ ພວກເຮົາ ກໍ ເຖົ້າແກ່ ແລ້ວ ແລະ ບໍ່ ມີ ຊາຍ ຄົນ ໃດ ໃນ ດິນແດນ (ລ) ເຫລືອ ຢູ່ ພໍ ທີ່ຈະ ແຕ່ງງານ ກັບພວກເຮົາ ເພື່ອຈະ ໄດ້ ມີ ລູກ ສືບ ແທນ ຂອງ ພວກເຮົາ.
|
||
\v 32 ມາເທາະ ຈົ່ງ ເອົາ ເຫລົ້າ ໃຫ້ ພໍ່ ດື່ມ ຈົນ ເມົາ ເພື່ອ ພວກເຮົາ ຈະ ໄດ້ ນອນ ນຳ ເພິ່ນ ແລະ ໂດຍ ວິທີ ນີ້ ພວກເຮົາ ຈະໄດ້ມີ ລູກ. ”
|
||
\v 33 ໃນຄືນນັ້ນ ພວກເຂົາ ໄດ້ ເອົາ ເຫລົ້າອະງຸ່ນ ໃຫ້ ພໍ່ຂອງຕົນ ດື່ມ ຈົນ ເມົາ ແລະ ຜູ້ ເອື້ອຍ ກໍ ໄປ ນອນນຳ ພໍ່ຂອງຕົນ, ແຕ່ ຍ້ອນ ຄວາມມຶນເມົາ ເພິ່ນຈຶ່ງບໍ່ຮູ້ເລື່ອງ ນີ້.
|
||
|
||
\s5
|
||
\v 34 ມື້ ຕໍ່ມາ ຜູ້ເອື້ອຍ ຈຶ່ງ ເວົ້າ ກັບ ຜູ້ນ້ອງ ວ່າ, “ຂ້ອຍ ນອນນໍາ ພໍ່ ແລ້ວ ຄືນວານນີ້; ຄືນມື້ນີ້ ເຮົາເຮັດ ໃຫ້ເພິ່ນ ເມົາອີກ ແລະ ແມ່ນ ທີ ຂອງເຈົ້າ ທີ່ ຈະ ນອນນຳ ເພ່ິ່ນ. ແລ້ວ ພວກເຮົາ ກໍ ຈະ ໄດ້ ລູກ ນຳພໍ່. ”
|
||
\v 35 ດັ່ງນັ້ນ ພວກເຂົາ ຈຶ່ງ ເອົາ ເຫລົ້າ ໃຫ້ ພໍ່ ດື່ມໃນຄືນນັ້ນ ແລ້ວ ຜູ້ນ້ອງ ກໍ ນອນນຳ ພໍ່ຂອງຕົນ, ແຕ່ ຍ້ອນ ຄວາມມຶນເມົາ ເພິ່ນຈຶ່ງບໍ່ຮູ້ເລື່ອງ ນີ້.
|
||
|
||
\s5
|
||
\v 36 ດ້ວຍ ວິທີນີ້ ລູກສາວ ທັງສອງ ຂອງ ໂລດ ຈຶ່ງ ພາກັນ ຕັ້ງ ທ້ອງ ກັບ ພໍ່ ຂອງ ຕົນເອງ.
|
||
\v 37 ຜູ້ເອື້ອຍ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ໂມອາບ. (ວ) ລາວ ເປັນບັນພະບຸລຸດ ຂອງຊາວ ໂມອາບ ມາຈົນເຖິງ ປັດຈຸບັນ ນີ້.
|
||
\v 38 ສ່ວນ ຜູ້ນ້ອງ ໄດ້ ລູກຊາຍ ຜູ້ໜຶ່ງ ຄື ກັນ ຊື່ວ່າ ເບນຳມີ. (ຫ) ລາວ ເປັນບັນພະບຸລຸດ ຂອງຊາວ ອໍາໂມນ ມາຈົນ ເຖິງປັດຈຸບັນ ນີ້.
|
||
|
||
\s5
|
||
\c 20
|
||
\p
|
||
\v 1 ອັບຣາຮາມ ໄດ້ ຍ້າຍ ຈາກ ເມືອງ ມຳເຣ ໄປ ຍັງ ເຂດ ພາກໃຕ້ ຂອງ ການາອານ ແລະ ເພິ່ນ ໄດ້ ຕັ້ງ ຖິ່ນ ຖານ ຢູ່ ລະຫວ່າງ ເມືອງ ກາເດັດ ແລະ ເມືອງ ຊູເຣ. ຕໍ່ມາ ເມື່ອ ອັບຣາຮາມ ພັກ ຢູ່ ທີ່ ເມືອງ ເກຣາ ນັ້ນ
|
||
\v 2 ເພິ່ນ ເວົ້າ ວ່າ ນາງ ຊາຣາ ເມຍ ຂອງຕົນ ເປັນ ນ້ອງສາວ. ດັ່ງ ນັ້ນ ເຈົ້າ ອາບີເມເຫລັກ ກະສັດ ແຫ່ງ ເກຣາ ຈຶ່ງ ເອົາ ນາງ ຊາຣາ ໄປ.
|
||
\v 3 ໃນ ຄືນ ໜຶ່ງ ພຣະເຈົ້າ ໄດ້ ປາກົດ ແກ່ ກະສັດ ໃນ ຄວາມຝັນ ວ່າ “ເຈົ້າ ຈະ ຕາຍ ເພາະ ເຈົ້າ ເອົາ ຍິງ ຜູ້ ນີ້ ມາ. ນາງ ມີ ຜົວ ແລ້ວ.”
|
||
|
||
\s5
|
||
\v 4 ແຕ່ ເຈົ້າ ອາບີເມເຫລັກ ຜູ້ທີ່ ບໍ່ໄດ້ ແຕະຕ້ອງ ນາງ ແຕ່ ຢ່າງ ໃດ ຖາມ ວ່າ, “ຂ້າ ແດ່ ພຣະເຈົ້າ ຢາເວ ຂ້ານ້ອຍ ບໍ່ ໄດ້ ເຮັດ ຜິດ ຫຍັງ ພຣະອົງ ຈະ ທຳ ລາຍ ຂ້າ ນ້ອຍ ແລະ ປະຊາຊົນ ຂອງ ຂ້າ ນ້ອຍ ດ້ວຍ ກັນ ບໍ?
|
||
\v 5 ອັບຣາຮາມ ເອງ ບອກ ວ່າ ນາງ ເປັນ ນ້ອງສາວ ຂອງ ລາວ ແລະ ນາງ ຊາຣາ ເອງ ກໍ ເວົ້າ ຄືກັນ. ຂ້າ ນ້ອຍ ເຮັດ ໄປ ດ້ວຍ ຄວາມ ບໍຣິສຸດ ໃຈ ແລະ ບໍ່ ໄດ້ ເຮັດ ຜິດ ຫຍັງ ເລີຍ.”
|
||
|
||
\s5
|
||
\v 6 ພຣະເຈົ້າ ຕອບ ເພິ່ນ ທາງ ຄວາມຝັນ ວ່າ, “ຖືກ ຕ້ອງ ເຮົາ ຮູ້ ດີ ວ່າ ເຈົ້າ ໄດ້ ເຮັດ ໄປ ດ້ວຍ ຄວາມ ບໍຣິສຸດໃຈ. ສະນັ້ນ ແຫລະ ເຮົາ ຈຶ່ງ ປ້ອງກັນ ເຈົ້າ ໄວ້ ບໍ່ ໃຫ້ ເຮັດ ຜິດ ຕໍ່ ເຮົາ ແລະ ບໍ່ໃຫ້ ເຈົ້າ ໄດ້ ແຕະຕ້ອງ ນາງ.
|
||
\v 7 ແຕ່ ບັດ ນີ້ ຈົ່ງ ເອົາ ຍິງ ຜູ້ ນີ້ ໄປສົ່ງ ໃຫ້ ຜົວຂອງນາງ. ຜົວ ຂອງ ນາງ ເປັນ ຜູ້ທຳນວາຍ ແລະ ລາວ ຈະ ພາວັນນາ ອະທິຖານ ສໍາລັບ ເຈົ້າ ເພື່ອ ເຈົ້າ ຈະ ບໍ່ ຕາຍ, ແຕ່ ເຮົາ ຂໍ ເຕືອນ ເຈົ້າ ວ່າ ຖ້າ ເຈົ້າ ບໍ່ ສົ່ງ ນາງ ຄືນ ໄປ ເຈົ້າ ແລະ ປະຊາຊົນ ທັງໝົດ ຂອງ ເຈົ້າ ຈະ ຕ້ອງ ຕາຍ.”
|
||
|
||
\s5
|
||
\v 8 ມື້ ໃໝ່ ມາ ແຕ່ ເຊົ້າ ໆ ເຈົ້າ ອາບີເມເຫລັກ ໄດ້ ເອີ້ນ ຄົນ ຮັບ ໃຊ້ ທຸກຄົນ ຂອງຕົນມາ ແລະ ເລົ່າ ເຫດການ ນັ້ນ ສູ່ ພວກເຂົາ ຟັງ ແລະ ພວກເຂົາ ກໍ ຢ້ານ ທີ່ ສຸດ.
|
||
\v 9 ແລ້ວ ເຈົ້າ ອາບີເມເຫລັກ ກໍ ເອີ້ນ ອັບຣາຮາມ ມາ ແລະ ຖາມ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ເຊັ່ນນີ້ ກັບເຮົາ? ເຮົາ ເຮັດ ຜິດ ຫຍັງ ຕໍ່ ເຈົ້າ ເຈົ້າ ຈຶ່ງ ຈະ ນຳ ຄວາມ ຈິບ ຫາຍ ແບບ ນີ້ ມາ ສູ່ ເຮົາ ແລະ ອານາຈັກ ຂອງເຮົາ? ບໍ່ ມີ ຜູ້ໃດ ເຄີຍເຮັດສິ່ງ ທີ່ ເຈົ້າ ໄດ້ ເຮັດ ນີ້ ກັບ ເຮົາ ຈັກ ເທື່ອ.
|
||
|
||
\s5
|
||
\v 10 ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ເຊັ່ນນີ້? ”
|
||
\v 11 ອັບຣາຮາມ ຈຶ່ງ ຕອບວ່າ, “ຂ້າ ນ້ອຍ ຄິດວ່າໃນທີ່ນີ້ ຈະບໍ່ມີ ໃຜຢຳເກງພຣະເຈົ້າ ແລະພວກເຂົາ ອາດສັງຫານ ຂ້ານ້ອຍເສຍ ເພື່ອ ເອົາ ເມຍຂອງຂ້ານ້ອຍໄ ປ.
|
||
\v 12 ຕາມ ຄວາມເປັນຈິງ ແລ້ວ ນາງເປັນ ນ້ອງສາວຂອງຂ້ານ້ອຍ ແທ້. ນາງເປັນ ລູກຕ່າງແມ່ ແລະຂ້ານ້ອຍໄດ້ນາງ ມາເປັນ ເມຍ.
|
||
|
||
\s5
|
||
\v 13 ດັ່ງ ນັ້ນ ເມື່ອ ພຣະເຈົ້າ ໃຫ້ ຂ້າ ນ້ອຍ ອອກໜີ ຈາກເຮືອນຂອງພໍ່ ່ໄປສູ່ ດິນແດນທີ່ ຕ່າງປະເທດ; ຂ້ານ້ອຍ ຈຶ່ງ ເວົ້າ ກັບ ນາງ ວ່າ, “ເຈົ້າ ຕ້ອງສັດ ຊື່ ຕໍ່ ຂ້ອຍ ໂດຍ ໃຫ້ ເວົ້າ ກັບ ທຸກຄົນ ວ່າ ຂ້ອຍເປັນ ອ້າຍຂອງເຈົ້າ. ”
|
||
\v 14 ແລ້ວ ເຈົ້າ ອາບີເມເຫລັກ ກໍ ສົ່ງ ນາງ ຊາຣາ ຄືນ ໃຫ້ ອັບຣາຮາມ ແລະ ເພິ່ນ ກໍ ເອົາ ຝູງແກະ, ຝູງງົວ, ແລະ ຄົນຮັບໃຊ້ ຊາຍຍິງ ຫລາຍ ຄົນ ໃຫ້ ອັບຣາຮາມ ອີກ ດ້ວຍ.
|
||
|
||
\s5
|
||
\v 15 ເຈົ້າ ອາບີເມເຫລັກ ເວົ້າກັບ ອັບຣາຮາມ ວ່າ, “ທີ່ນີ້ ເປັນ ດິນແດນ ຂອງເຮົາທັງໝົດ; ເຈົ້າຢູ່ບ່ອນໃດ ກໍໄດ້ ຕາມທີ່ ເຈົ້າ ຕ້ອງການ. ”
|
||
\v 16 ແລ້ວ ເພິ່ນກໍກ່າວແກ່ ນາງ ຊາຣາ ວ່າ, “ເຮົາ ເອົາ ເງິນ ໜຶ່ງ ພັນ ຫລຽນ ໃຫ້ ອ້າຍ ຂອງ ເຈົ້າ ເພື່ອ ເປັນ ຂໍ້ ພິສູດ ໃຫ້ ທຸກຄົນ ທີ່ ຢູ່ ນຳ ເຈົ້າ ເຫັນ ວ່າ ເຈົ້າ ເປັນ ຄົນ ສັດຊື່; ທຸກຄົນ ຈະ ຮູ້ ເຫັນ ວ່າ ເຈົ້າ ບໍ່ ໄດ້ ເຮັດ ຜິດ ຫຍັງ ເລີຍ. ” (ອ)
|
||
|
||
\s5
|
||
\v 17-18 ຍ້ອນ ເລື່ອງ ເກີດຂຶ້ນ ກັບ ຊາຣາ ເມຍ ຂອງ ອັບຣາຮາມ ອົງພຣະຜູ້ເປັນເຈົ້າ ຈ່ຶ່ງ ເຮັດ ໃຫ້ ຜູ້ຍິງ ທຸກຄົນ ໃນວັງຂອງເຈົ້າ ອາບີເມເຫລັກ ບໍ່ມີລູກ. ສະນັ້ນ ອັບຣາຮາມ ຈຶ່ງພາວັນນາ ອະທິຖານເພື່ອເພິ່ນ ແລະ ພຣະເຈົ້າ ກໍ ໂຜດ ຮັກສາ ເພິ່ນ ໃຫ້ ຫາຍດີ. ພຣະອົງ ຍັງ ໄດ້ ໂຜດ ໃຫ້ ເມຍ ຂອງ ເພິ່ນ ແລະ ບັນດາ ຍິງ ທັງໝົດ ຫາຍດີ ເໝືອນກັນ ເພື່ອ ວ່າ ພວກເຂົາ ຈະ ມີ ລູກ ໄດ້.
|
||
|
||
\s5
|
||
\c 21
|
||
\p
|
||
\v 1 ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ຊ່ວຍ ນາງ ຊາຣາ ຕາມ ທີ່ພຣະອົງ ໄດ້ ສັນຍາ ໄວ້;
|
||
\v 2 ນາງ ໄດ້ ຕັ້ງ ທ້ອງ ແລະ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ແກ່ ອັບຣາຮາມ ເມື່ອ ເພິ່ນ ເຖົ້າ ແກ່ ແລ້ວ. ເດັກ ຊາຍ ນັ້ນ ເກີດ ມາ ຕາມ ເວລາ ທີ່ ພຣະເຈົ້າ ໄດ້ ກຳ ນົດ ໄວ້
|
||
\v 3 ອັບຣາຮາມ ໃສ່ ຊື່ ລູກຊາຍ ວ່າ ອີຊາກ
|
||
\v 4 ແລະ ເມື່ອ ອີຊາກ ໄດ້ ແປດວັນ ອັບຣາຮາມ ກໍ ເຮັດ ພິທີຕັດ ໃຫ້ ຕາມ ທີ່ພຣະເຈົ້າ ໄດ້ ສັ່ງ ເພິ່ນ.
|
||
|
||
\s5
|
||
\v 5 ເມື່ອ ອີຊາກ ເກີດມາ ອັບຣາຮາມ ອາຍຸ ໄດ້ 100 ປີ
|
||
\v 6 ແລະ ຊາຣາ ເວົ້າວ່າ, “ພຣະເຈົ້າ ໃຫ້ ຂ້ອຍ ຊົມຊື່ນ ຍິນດີ ແລະ ຫົວເລາະ. (ຮ) ທຸກຄົນ ທີ່ ໄດ້ຍິນ ເລື່ອງນີ້ ກໍຈະຫົວເລາະ ນຳຂ້ອຍ. ”
|
||
\v 7 ນາງ ເວົ້າອີກວ່າ, “ໃຜ ໜໍ ຈະກ້າເວົ້າກັບ ອັບຣາຮາມ ວ່າ ຊາຣາ ຍັງ ມີລູກດູດນົມ? ແຕ່ ຂ້ອຍ ກໍໄດ້ ລູກຊາຍ ຜູ້ໜຶ່ງ ໃຫ້ ລາວ ເມື່ອ ເຖົ້າ ແກ່ ແລ້ວ.”
|
||
|
||
\s5
|
||
\v 8 ເດັກນ້ອຍ ນັ້ນ ໄດ້ ຈະເລີນ ເຕີບໂຕ ຂຶ້ນ ແລະ ໃນ ມື້ ທີ່ ອີຊາກ ເຊົານົມ ອັບຣາຮາມ ໄດ້ ຈັດງານກິນລ້ຽງ ຢ່າງ ຍິ່ງໃຫຍ່.
|
||
\v 9 ມື້ໜຶ່ງ ອິດຊະມາເອນ ລູກຊາຍ ຂອງ ອັບຣາຮາມ ຜູ້ທີ່ເກີດ ຈາກ ນາງ ຮາກາ ຊາວເອຢິບ ກໍາລັງ ເຢາະເຢີ້ຍ (ກ) ອີຊາກ ລູກຊາຍ ຂອງນາງ ຊາຣາ. (ຂ)
|
||
|
||
\s5
|
||
\v 10 ເມື່ອ ນາງ ຊາຣາ ເຫັນ ເຊັ່ນນີ້ ຈຶ່ງເວົ້າກັບ ອັບຣາຮາມ ວ່າ, “ຈົ່ງ ສົ່ງ ຄົນ ຮັບໃຊ້ ຍິງຜູ້ນີ້ ແລະ ລູກຊາຍ ຂອງນາງ ໜີໄປສາ. ລູກຊາຍ ຂອງ ນາງ ບໍ່ ຄວນ ໄດ້ ຮັບ ມໍຣະດົກ ສ່ວນ ໃດໆ ຂອງ ເຈົ້າ ຊຶ່ງ ອີຊາກ ລູກຊາຍ ຂອງຂ້ອຍ ແຕ່ຜູ້ດຽວ ເທົ່ານັ້ນ ຈະ ເປັນ ຜູ້ ໄດ້ ຮັບ. ”
|
||
\v 11 ເລື່ອງນີ້ ສ້າງ ຄວາມ ໜັກໃຈ ໃຫ້ ແກ່ ອັບຣາຮາມ ເພາະ ອິດຊະມາເອນ ກໍເປັນລູກ ຂອງເພິ່ນ ຄື ກັນ.
|
||
|
||
\s5
|
||
\v 12 ແຕ່ ພຣະເຈົ້າ ກ່າວ ແກ່ ອັບຣາຮາມ ວ່າ, “ຢ່າ ອຸກໃຈ ໃນ ເລື່ອງ ເດັກນ້ອຍ ກັບ ຄົນຮັບໃຊ້ຍິງ ຮາກາ ເລີຍ. ຈົ່ງ ເຮັດ ຕາມ ທີ່ ຊາຣາ ບອກເຈົ້າ ເພາະ ແມ່ນ ທາງ ອີຊາກ ທີ່ ເຈົ້າ ຈະ ມີ ເຊື້ອ ສາຍ ຫລວງຫລາຍ ຕາມ ທີ່ ເຮົາ ໄດ້ ສັນ ຍາ ໄວ້.
|
||
\v 13 ເຮົາ ຈະ ໃຫ້ ເດັກ ນ້ອຍ ເກີດ ມາ ຢ່າງ ຫລວງຫລາຍ ແກ່ ລູກຊາຍ ຂອງ ຄົນ ຮັບ ໃຊ້ ຍິງ ຜູ້ ນີ້ ເໝືອນກັນ ເພື່ອວ່າ ພວກເຂົາ ຈະ ໄດ້ ກາຍເປັນ ປະເທດ ໜຶ່ງ. ລາວ ກໍ ເປັນ ລູກຊາຍ ຂອງ ເຈົ້າ ເໝືອນກັນ.”
|
||
|
||
\s5
|
||
\v 14 ມື້ ຕໍ່ມາ ຕັ້ງແຕ່ ເຊົ້າ ໆ ອັບຣາຮາມ ໄດ້ ເອົາອາຫານ ແລະ ນ້ຳ ໃສ່ ຖົງ ໜັງ ໃຫ້ ນາງ ຮາກາ. ເພິ່ນ ເອົາ ເດັກ ນ້ອຍ ເຈ່ຍ ໃສ່ ຫລັງ ໃຫ້ ນາງ ແລະ ສົ່ງ ນາງ ໜີໄປ. ນາງພະເນຈອນໄປ ໃນ ຖິ່ນ ແຫ້ງແລ້ງ ກັນດານ ເບເອນເຊບາ.
|
||
\v 15-16 ເມື່ອ ນ້ຳ ໃນ ຖົງ ໜັງ ໝົດ ນາງ ຈຶ່ງ ປະ ລູກ ໄວ້ ຢູ່ ໃຕ້ ພຸ່ມໄມ້ ແຫ່ງ ໜຶ່ງ ແລະ ໜີໄປ ນັ່ງ ຢູ່ ຫ່າງ ຈາກ ເດັກ ນັ້ນ ປະມານ ລູກ ໜ້າທະນູ ຕົກ. ນາງ ເວົ້າ ຢູ່ຜູ້ດຽວ ວ່າ, “ຂ້ອຍ ບໍ່ກ້າ ເບິ່ງ ລູກ ສິ້ນ ໃຈ ຕາຍ ຕໍ່ ໜ້າ ຕໍ່ ຕາ. ” ແລ້ວ ນາງ (ຄ) ກໍ ເລີ່ມ ຮ້ອງໄຫ້ ຂຶ້ນ.
|
||
|
||
\s5
|
||
\v 17 ພຣະເຈົ້າ ໄດ້ຍິນ ສຽງຂອງເດັກນ້ອຍຮ້ອງໄຫ້ ແລະ ເທວະດາ ຂອງ ພຣະເຈົ້າ ກໍໄດ້ ເອີ້ນນາງ ຮາກາ ມາຈາກສະຫວັນ ວ່າ, “ຮາກາ ເຈົ້າມີ ຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວ ເລີຍ. ພຣະເຈົ້າ ໄດ້ຍິນສຽງເດັກນ້ອຍ ຮ້ອງໄຫ້ ແລ້ວ.
|
||
\v 18 ຈົ່ງລຸກຂຶ້ນ ໄປອູ້ມ ແລະອອຍລາວ ເຖີດ. ເຮົາຈະໃຫ້ ບັນດາເຊື້ອສາຍຂອງລາວເກີດເປັນຊົນຊາດ ໃຫຍ່.”
|
||
|
||
\s5
|
||
\v 19 ແລ້ວ ພຣະເຈົ້າ ກໍ ໄດ້ ບັນດານໃຫ້ ນາງເຫັນ ນ້ຳສ້າງໜ່ວຍໜຶ່ງ. ນາງຈຶ່ງ ຟ້າວໄປຕັກ ເອົາ ນ້ຳ ຈົນ ເຕັມ ຖົງ ແລະ ເອົາ ມາ ໃຫ້ ລູກຊາຍ ດື່ມ.
|
||
\v 20 ພຣະເຈົ້າ ຢູ່ ນຳ ເດັກຊາຍຜູ້ ນີ້ ຈົນລາວຈະເລີນເຕີບໂຕໃຫຍ່ ຂຶ້ນ; ລາວອາໄສຢູ່ທີ່ ຖິ່ນແຫ້ງແລ້ງ ກັນດານ ປາຣານ ແລະກາຍເປັນນາຍພານຜູ້ສະຫລາດແລະຊຳນິ ຊຳນານ.
|
||
\v 21 ຜູ້ເປັນແມ່ ໄດ້ ໄປຫາເມຍຈາກປະເທດເອຢິບ ມາໃຫ້ລາວ.
|
||
|
||
\s5
|
||
\v 22 ໃນ ຄາວນັ້ນເຈົ້າ ອາບີເມເຫລັກ ແລະ ຟີໂກນ ແມ່ທັບ ຂອງ ເພິ່ນໄດ້ ມາຫາ ອັບຣາຮາມ ແລະ ເວົ້າວ່າ, “ພຣະເຈົ້າ ສະຖິດ ຢູ່ ກັບເຈົ້າ ບໍ່ວ່າ ເຈົ້າຈະເຮັດຫຍັງ ກໍຕາມ.
|
||
\v 23 ສະນັ້ນ ຈົ່ງ ປະຕິຍານ ໃນທີ່ນີ້ ຊ້ອງໜ້າພຣະເຈົ້າ ວ່າ ເຈົ້າຈະບໍ່ຫລອກລວງ ເຮົາ, ລູກຫລານ ຫລື ເຊື້ອສາຍ ຂອງເຮົາ. ເຮົາສັດຊື່ຕໍ່ເຈົ້າ. ດັ່ງ ນັ້ນ ຈົ່ງສັນຍາ ກັບເຮົາວ່າ ເຈົ້າຈະ ສັດຊື່ຕໍ່ເຮົາເໝືອນກັນ ແລະ ຕໍ່ດິນແດນ ທີ່ ເຈົ້າຢູ່ນີ້. ”
|
||
\v 24 ອັບຣາຮາມ ຕອບ ວ່າ, “ຂ້ານ້ອຍ ຂໍ ປະຕິຍານ.”
|
||
|
||
\s5
|
||
\v 25 ອັບຣາຮາມ ຮ້ອງ ຂໍ ຕໍ່ ເຈົ້າອາບີເມເຫລັກ ເຖີງ ເລື່ອງ ນໍ້າ ສ້າງ ທີ່ ຂ້າຣາຊການ ຂອງ ເພິ່ນ ໄດ້ ຢຶດ ເອົາ ໄປ ນັ້ນ.
|
||
\v 26 ເພິ່ນ ຕອບ ວ່າ, “ ບໍ່ຮູ້ຈັກ ເຈົ້າບໍ່ເຄີຍບອກເຮົາ ເຖິງ ເລື່ອງ ນີ້ ເລີຍ ແລະ ແມ່ນ ເທື່ອ ທຳ ອິດ ທີ່ ເຮົາ ໄດ້ຍິນ ກ່ຽວກັບ ເລື່ອງ ນີ້. ”
|
||
\v 27 ແລ້ວ ອັບຣາຮາມ ກໍໄດ້ ເອົາ ແກະ ແລະ ງົວ ບາງ ໂຕ ມອບ ໃຫ້ ເຈົ້າອາບີເມເຫລັກ ແລະ ທັງ ສອງ ໄດ້ ເຮັດ ຂໍ້ ຕົກ ລົງ ກັນ.
|
||
|
||
\s5
|
||
\v 28 ອັບຣາຮາມ ໄດ້ ແຍກ ເອົາ ລູກແກະ ເຈັດ ໂຕ ອອກ ມາ ຈາກ ຝູງ
|
||
\v 29 ແລະ ເຈົ້າອາບີເມເຫລັກ ໄດ້ ຖາມ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ເຊັ່ນ ນັ້ນ? ”
|
||
\v 30 ແລ້ວ ອັບຣາຮາມ ກໍ ຕອບ ວ່າ, “ທ່ານ ຈົ່ງ ຮັບ ເອົາ ລູກແກະ ເຈັດ ໂຕ ນີ້ ໄປ ເຖີດ. ໂດຍ ກະທຳ ເຊັ່ນນີ້ ທ່ານ ຮັບ ຮູ້ວ່າ ຂ້ານ້ອຍ ເປັນ ຜູ້ຂຸດ ນໍ້າສ້າງ ນີ້. ”
|
||
|
||
\s5
|
||
\v 31 ດັ່ງນັ້ນ ບ່ອນ ນັ້ນ ຈຶ່ງ ເອີ້ນ ວ່າ ເບເອນເຊບາ (ງ) ເພາະ ເປັນ ບ່ອນ ທີ່ ທັງ ສອງ ຝ່າຍ ໄດ້ ປະຕິຍານ ຕໍ່ ກັນແລະກັນ.
|
||
\v 32 ຫລັງ ຈາກທີ່ ທັງສອງ ໄດ້ ເຮັດ ຂໍ້ ຕົກ ລົງ ກັນ ທີ່ ເບເອນເຊບາ ແລ້ວ; ເຈົ້າອາບີເມເຫລັກ ແລະ ຟີໂກນ ຜູ້ ທີ່ ເປັນ ແມ່ ທັບ ຂອງ ເພິ່ນ ກໍ ພາກັນ ກັບ ຄືນ ສູ່ ດິນແດນ ຊາວ ຟິລິດສະຕິນ.
|
||
|
||
\s5
|
||
\v 33 ແລ້ວ ອັບຣາຮາມ ກໍ ປູກ ກົກ ໄມ້ ຕົ້ນ ໜຶ່ງ ຊື່ວ່າ, “ຕາມາຣີ” ໃສ່ ທີ່ ເບເອນເຊບາ ແລະ ຮ້ອງທູນ ອອກ ນາມຊື່ ອົງ ພຣະ ຜູ້ ເປັນ ເຈົ້າ ຄື ພຣະເຈົ້າ ຜູ້ ດຳລົງ ຢູ່ ຕະຫລອດໄປ ເປັນນິດ.
|
||
\v 34 ອັບຣາຮາມ ໄດ້ ຢູ່ ທີ່ ດິນແດນ ຟີລິດສະຕິນ ເປັນ ເວລາ ນານ.
|
||
|
||
\s5
|
||
\c 22
|
||
\p
|
||
\v 1 ຕໍ່ມາ ພຣະເຈົ້າ ໄດ້ ລອງໃຈ ອັບຣາຮາມ; ພຣະອົງ ເອີ້ນ ເພິ່ນວ່າ, “ອັບຣາຮາມ ເອີຍ” ແລະ ອັບຣາຮາມ ກໍ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳລັງຟັງຢູ່. ”
|
||
\v 2 ພຣະເຈົ້າ ສັ່ງວ່າ, “ເອົາ ອີຊາກ ລູກຊາຍ ຂອງ ເຈົ້າ ຄື ລູກຊາຍ ຄົນດຽວ ທີ່ ເຈົ້າ ຮັກ ຫລາຍ ນັ້ນ ໄປ ທີ່ ແຄວ້ນ ໂມຣິຢາ. (ຈ) ໃຫ້ ເຈົ້າ ເຜົາ ລາວ ຖວາຍ ເປັນ ເຄື່ອງ ບູຊາ ແກ່ ເຮົາ ຢູ່ ເທິງ ພູເຂົາ ແຫ່ງ ໜຶ່ງ ຊຶ່ງ ເຮົາ ຈະ ບອກ ເຈົ້າ ທີ່ ນັ້ນ. ”
|
||
\v 3 ອັບຣາຮາມ ຈຶ່ງ ລຸກ ຂຶ້ນ ແຕ່ ເຊົ້າ ມືດ ຈັດ ຕຽມ ເອົາ ຟືນ ເພື່ອ ເຜົາ ເຄື່ອງ ບູຊາ, ເອົາ ເຄື່ອງ ຂອງ ບັນທຸກ ໃສ່ ເທິງ ຫລັງ ລໍ ແລະ ເອົາ ອີຊາກ ກັບ ຄົນ ຮັບ ໃຊ້ ສອງ ຄົນ ໄປ ນຳ ຕົນ. ພວກເຂົາ ອອກ ເດີນ ທາງ ມຸ່ງໜ້າ ໄປ ສູ່ ບ່ອນ ທີ່ ພຣະເຈົ້າ ໄດ້ ບອກ.
|
||
|
||
\s5
|
||
\v 4 ເມື່ອ ເດີນ ທາງ ມາ ໄດ້ ສາມ ວັນ ແລ້ວ ອັບຣາຮາມ ກໍ ຫລຽວເຫັນ ບ່ອນ ນັ້ນ ແຕ່ ໄກ.
|
||
\v 5 ແລ້ວ ເພິ່ນ ກໍ ກ່າວ ແກ່ ຄົນ ຮັບ ໃຊ້ວ່າ, “ພວກເຈົ້າ ກັບ ລໍ ຈົ່ງ ຖ້າ ຂ້ອຍ ຢູ່ ທີ່ ນີ້. ຂ້ອຍ ກັບ ລູກ ຈະ ຂຶ້ນ ໄປ ນະມັດສະການ ພຣະເຈົ້າ ຢູ່ ເທິງພຸ້ນ ແລະ ຈະ ກັບ ມາຫາ ພວກເຈົ້າ. ”
|
||
\v 6 ອັບຣາຮາມ ເອົາ ຟືນ ສໍາລັບ ເຜົາ ເຄື່ອງ ບູຊາ ໃຫ້ ອີຊາກ ແບກ ຂຶ້ນ ໄປ ສ່ວນ ເພິ່ນ ເອງ ຖື ມີດ ກັບ ຖ່ານໄຟ ທີ່ ກຳ ລັງ ລຸກ ຢູ່. ເມ່ື່ອ ເດີນທາງ ໄປນັ້ນ
|
||
|
||
\s5
|
||
\v 7 ອີຊາກ ເວົ້າ ກັບ ອັບຣາຮາມ ວ່າ, “ພໍ່ ເອີຍ” ພໍ່ ຈຶ່ງ ຕອບ ວ່າ, “ແມ່ນ ຫຍັງ ລູກ? ” ອີຊາກ ຖາມ ວ່າ, “ຟືນ ກັບ ໄຟ ກໍ ມີ ແລ້ວ, ແຕ່ ລູກແກະ ທີ່ ຈະ ເຜົາບູຊາ ນັ້ນ ຢູ່ໃສ? ”
|
||
\v 8 ອັບຣາຮາມ ຕອບ ວ່າ, “ພຣະເຈົ້າ ຈະຈັດຫາ ໃຫ້ ເອງ. ” ແລ້ວ ສອງ ພໍ່ ລູກ ກໍ ຍ່າງ ຕໍ່ ໄປ.
|
||
|
||
\s5
|
||
\v 9 ເມື່ອ ເດີນທາງ ມາ ຮອດ ບ່ອນ ທີ່ ພຣະເຈົ້າ ໄດ້ ບອກ ໄວ້ ແລ້ວ ອັບຣາຮາມ ໄດ້ ສ້າງ ແທ່ນບູຊາ ຂຶ້ນ ແລະ ຈັດ ເອົາ ຟືນ ວາງ ໄວ້ ເທິງ ແທ່ນ ນັ້ນ. ເພິ່ນ ມັດ ລູກຊາຍ ຂອງຕົນ ວາງ ໄວ້ ທີ່ ກອງຟືນ ເທິງ ແທ່ນບູຊາ.
|
||
\v 10 ແລ້ວ ເພິ່ນ ກໍ ຈັບ ເອົາ ມີດ ຕຽມ ຈະ ລົງ ມື ຂ້າ
|
||
|
||
\s5
|
||
\v 11 ແຕ່ ໃນ ທັນໃດນັ້ນ ເທວະດາ ຂອງ ອົງ ພຣະຜູ້ ເປັນເຈົ້າ ໄດ້ ເອີ້ນ ມາ ແຕ່ ສະຫວັນ ວ່າ, “ອັບຣາຮາມ ອັບຣາຮາມ ເອີຍ! ” ເພິ່ນຈຶ່ງ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳລັງ ຟັງ ຢູ່. ”
|
||
\v 12 ເທວະດາ ຂອງ ພຣະເຈົ້າ ກ່າວ ຕໍ່ ໄປ ວ່າ, “ຢ່າ ທຳ ຮ້າຍ ຫລື ເຮັດ ຫຍັງ ແກ່ ເດັກ ຊາຍ ນີ້ ເລີຍ. ບັດນີ້ ເຮົາ ຮູ້ ແລ້ວ ວ່າ ເຈົ້າ ເຊື່ອ ຟັງ ແລະ ຢໍາເກງ ພຣະເຈົ້າ ຢູ່ ສະເໝີ; ດ້ວຍວ່າ ເຈົ້າ ບໍ່ ໄດ້ ຫວງ ລູກຊາຍ ຄົນ ດຽວ ຂອງ ເຈົ້າ ໄວ້ ຈາກ ພຣະອົງ.”
|
||
|
||
\s5
|
||
\v 13 ອັບຣາຮາມ ແນມ ໄປ ຮອບໆ ຕົວ ແລະ ເຫັນ ແກະເຖິກ ໂຕໜຶ່ງ ຊຶ່ງ ເຂົາ ຂອງ ມັນ ຄາ ພຸ່ມໄມ້ ຢູ່. ເພິ່ນ ຈຶ່ງ ໄປ ອຸ້ມ ເອົາ ມັນ ມາ ຂ້າ ຖວາຍ ແທນ ລູກຊາຍ ຂອງຕົນ.
|
||
\v 14 ອັບຣາຮາມ ໃສ່ ຊື່ ບ່ອນ ນັ້ນ ວ່າ, “ອົງ ພຣະຜູ້ ເປັນເຈົ້າ ຈັດຕຽມ ໃຫ້ ” (ສ) ແລະ ຈົນເຖິງ ທຸກ ມື້ນີ້ ຊາວ ເມືອງ ກໍ ຍັງ ເວົ້າ ຕໍ່ ໆ ກັນ ມາ ວ່າ, “ເທິງ ພູ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ຈັດ ຫາ ໃຫ້. ” (ຊ)
|
||
|
||
\s5
|
||
\v 15 ເທວະດາ ຂອງ ອົງພຣະ ຜູ້ ເປັນເຈົ້າ ກໍໄດ້ ເອີ້ນ ອັບຣາຮາມ ເປັນ ເທື່ອ ທີ ສອງ ມາ ແຕ່ ສະຫວັນ ວ່າ,
|
||
\v 16 “ເຮົາ ຂໍ ສາບານ ໃນ ນາມ ຂອງເຮົາ ຄື ອົງພຣະ ຜູ້ ເປັນ ເຈົ້າ ຜູ້ ກຳ ລັງ ກ່າວ ຢູ່ ນີ້ ວ່າ, ເຮົາ ຈະ ອວຍພອນ ເຈົ້າ ຢ່າງ ຫລວງຫລາຍ. ເພາະ ເຈົ້າ ໄດ້ ເຮັດ ຕາມ ສິ່ງ ທີ່ ເຮົາ ບອກ ແລະ ບໍ່ ໄດ້ ຫວງ ລູກຊາຍ ຄົນ ດຽວ ຂອງ ເຈົ້າ ໄວ້;
|
||
\v 17 ເຮົາ ຂໍ ສັນ ຍາ ວ່າ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ດັ່ງ ດວງດາວ ໃນ ທ້ອງຟ້າ ຫລື ເມັດ ດິນຊາຍ ທີ່ ແຄມ ທະເລ. ເຊື້ອ ສາຍ ຂອງ ເຈົ້າ ຈະ ຕີ ຊະນະ ສັດ ຕູ ທັງ ປວງ.
|
||
|
||
\s5
|
||
\v 18 ຊົນຊາດ ທັງ ປວງ ໃນ ໂລກ ຈະ ຂໍຮ້ອງ ເຮົາ ໃຫ້ ອວຍພອນ ພວກເຂົາ ດັ່ງ ທີ່ ເຮົາ ໄດ້ ອວຍພອນ ເຊື້ອ ສາຍ ຂອງ ເຈົ້າ. ເຮົາ ຈະ ເຮັດ ສິ່ງ ທັງ ໝົດ ນີ້ ເພາະ ເຈົ້າ ເຊື່ອ ຟັງ ຄໍາສັ່ງ ຂອງເຮົາ. ”
|
||
\v 19 ອັບຣາຮາມ ກັບຄືນ ມາ ຫາ ຄົນ ຮັບ ໃຊ້ ທັງ ສອງ ຂອງຕົນ ແລະ ພາກັນ ກັບ ເມືອ ເມືອງ ເບເອນເຊບາ ບ່ອນ ທີ່ ຕົນ ອາໄສ ຢູ່.
|
||
|
||
\s5
|
||
\v 20 ຕໍ່ມາ ອັບຣາຮາມ ກໍຮູ້ ວ່າ ມີລະກາ ເມຍ ຂອງ ນາໂຮ ນ້ອງຊາຍ ຂອງຕົນ ນັ້ນ ມີ ລູກ ແປດ ຄົນ ດັ່ງ ນີ້:
|
||
\v 21 ອູເສ ອ້າຍ ກົກ, ບູເສ ນ້ອງຊາຍ, ເກມູເອນ ພໍ່ ຂອງ ອາຣາມ,
|
||
\v 22 ເກເຊັດ, ຮາໂຊ, ປິນດາດ, ຢິດລັບ ແລະ ເບທູເອນ
|
||
|
||
\s5
|
||
\v 23 ຜູ້ ທີ່ ເປັນ ພໍ່ຂອງ ນາງ ເຣເບກາ. ມີລະກາ ໄດ້ ເກີດ ລູກຊາຍ ແປດ ຄົນ ນີ້ ໃຫ້ ນາໂຮ ນ້ອງຊາຍ ຂອງ ອັບຣາຮາມ.
|
||
\v 24 ນາງ ຣູມາ ເມຍ ຜູ້ ທີສອງ ຂອງ ນາໂຮ ໄດ້ ເກີດ ລູກ ສີ່ ຄົນ ດັ່ງນີ້: ເຕບາ, ກາຮາມ, ຕາຮາດ ແລະ ມາອາກາ.
|
||
|
||
\s5
|
||
\c 23
|
||
\p
|
||
\v 1 ນາງ ຊາຣາ ໄດ້ ຕາຍໄປ ເມື່ອນາງ ອາຍຸ ໄດ້ 127 ປີ
|
||
\v 2 ນາງ ໄດ້ເສຍ ຊີວິດ ທີ່ ເຮັບໂຣນ ໃນ ແຜ່ນດິນ ການາອານ ແລະ ອັບຣາຮາມ ໄດ້ ໄວ້ທຸກ ໃຫ້ ນາງ.
|
||
|
||
\s5
|
||
\v 3 ອັບຣາຮາມ ປະສົບ ເມຍ ຂອງຕົນ ໄວ້ ແລະ ໄປ ເວົ້າ ກັບ ຊາວ ຮິດຕີ ວ່າ,
|
||
\v 4 “ຂ້ານ້ອຍ ເປັນ ຄົນຕ່າງດ້າວ ທ່ີ່ ອາໄສ ຢູ່ ທ່າມກາງ ພວກທ່ານ; ສະນັ້ນ ຂໍ ຂາຍ ທີ່ ດິນ ບາງ ຕອນ ໃຫ້ ຂ້ານ້ອຍ ເພື່ອຈະ ໄດ້ ຝັງ ສົບ ເມຍ ຂອງ ຂ້ານ້ອຍ ແດ່ ທ້ອນ.”
|
||
|
||
\s5
|
||
\v 5 ຊາວ ຮິດຕີ ຕອບ ອັບຣາຮາມ ວ່າ,
|
||
\v 6 “ກະລຸນາ ຟັງ ພວກເຮົາ ກ່ອນ. ພວກເຮົາ ນັບຖື ທ່ານ ເປັນ ຜູ້ນຳ ທີ່ ມີ ອໍານາດ ຍິ່ງໃຫຍ່ ຄົນ ໜຶ່ງ; ຈົ່ງ ຝັງສົບ ເມຍ ຂອງທ່ານ ໃນ ຂຸມຝັງສົບ ທີ່ ດີ ທີ່ສຸດ ຂອງ ພວກເຮົາ ເທີ້ນ. ໃຜໆ ໃນ ພວກເຮົາ ຕ່າງ ກໍ ຍິນ ດີ ທີ່ ຈະ ໃຫ້ ທ່ານ ຝັງສົບ ເມຍ ຂອງທ່ານ ໃສ່ ໃນ ອຸບມຸງ ທີ່ ພວກເຮົາ ມີ ຢູ່.”
|
||
|
||
\s5
|
||
\v 7 ແລ້ວ ອັບຣາຮາມ ກໍ ກົ້ມ ຄໍານັບ ພວກເຂົາ ແລະ ເວົ້າ ວ່າ,
|
||
\v 8 “ຖ້າ ພວກທ່ານ ຍິນດີ ໃຫ້ ຂ້ານ້ອຍ ຝັງສົບ ເມຍ ຂອງ ຂ້ານ້ອຍ ໃນ ທີ່ນີ້; ຈົ່ງ ກະລຸນາ ໄປ ຂໍ ນຳ ເອຟະໂຣນ ລູກຊາຍ ຂອງ ໂສຮາ
|
||
\v 9 ໃຫ້ ຂາຍຖ້ຳ ມັກເປລາ ທີ່ ແຄມນາ ຂອງ ລາວ ໃຫ້ ຂ້ານ້ອຍ ຕາມ ລາຄາ ທີ່ ກຳນົດ ໄວ້ ຢູ່ ຊ້ອງໜ້າ ພວກທ່ານ ໃນທີ່ນີ້ ເພື່ອ ວ່າ ຂ້ານ້ອຍ ຈະ ໄດ້ມີ ຖ້ຳ ຂອງ ຕົນ ເອງ ໄວ້ ເປັນ ບ່ອນ ຝັງສົບ.”
|
||
|
||
\s5
|
||
\v 10 ສ່ວນ ເອຟະໂຣນ ເອງກໍນັ່ງຮ່ວມປະຊຸມກັບຊາວ ຮິດຕິຄົນອື່ນໆ ທີ່ທາງປະຕູເຂົ້າເມືອງ; ລາວຕອບໃຫ້ທຸກຄົນໃນທີ່ນັ້ນ ໄດ້ຍິນວ່າ, ”
|
||
\v 11 “ບໍ່ ແມ່ນ, ທ່ານເອີຍ ຈົ່ງ ຟັງ ຂ້ານ້ອຍ ກ່ອນ; ຂ້ານ້ອຍ ຈະມອບ ທີ່ດິນ ຢູ່ ໃນ ນາ ທັງໝົດ ພ້ອມ ທັງ ຖໍ້າ ໃຫ້ ແກ່ ທ່ານ ຊ້ອງໜ້າ ປະຊາຊົນຂອງຂ້ານ້ອຍ ນີ້ແຫລະ; ຂ້ານ້ອຍ ຈະ ມອບ ຖ້ຳ ນັ້ນ ໃຫ້ ແກ່ ທ່ານ ເພື່ອ ວ່າ ທ່ານ ຈະ ໄດ້ ຝັງ ສົບ ເມຍ ທ່ານ ໃສ່ ທີ່ ນັ້ນ.”
|
||
|
||
\s5
|
||
\v 12 ແຕ່ ອັບຣາຮາມ ກົ້ມຂາບ ຊາວ ເມືອງ ນັ້ນ
|
||
\v 13 ແລະ ກ່າວ ຕໍ່ ເອຟະໂຣນ ດ້ວຍ ສຽງ ອັນດັງ ເພື່ອ ຊາວ ເມືອງ ຈະ ໄດ້ຍິນນຳ ວ່າ, “ກະລຸນາ ຟັງ ກ່ອນ ຂ້ານ້ອຍ ຂໍ ເວົ້າ ອີກ ແດ່. ຂ້ານ້ອຍ ຈະ ຊື້ນາ ນັ້ນ ທັງໝົດ. ຈົ່ງຮັບ ເງິນ ຄ່າ ຊື້ນາ ໄປ ແລະ ຂ້ານ້ອຍ ກໍ ຈະ ຝັງ ສົບ ເມຍ ຂອງ ຂ້ານ້ອຍ ໃສ່ ໃນທີ່ນັ້ນ.”
|
||
|
||
\s5
|
||
\v 14 ເອຟະໂຣນ ຕອບ ວ່າ,
|
||
\v 15 “ທ່ານເອີຍ ນາ ທົ່ງ ນັ້ນ ມີ ລາຄາ ພຽງ 400 ຫລຽນ ເທົ່ານັ້ນ ມັນ ຈະ ມີ ຫຍັງ ລະຫວ່າງ ທ່ານ ກັບ ຂ້າ ນ້ອຍ? ຈົ່ງ ຝັງ ສົບ ເມຍ ຂອງທ່ານ ໃສ່ ໃນ ນາ ນັ້ນ ສາ. ”
|
||
\v 16 ອັບຣາຮາມ ໄດ້ ຕົກລົງ ຊື້ ທີ່ດິນ ນັ້ນ ນຳ ເອຟະໂຣນ ໂດຍ ຈ່າຍ ເງິນ ຈຳນວນ 400 ຫລຽນ ຊ້ອງໜ້າ ຊາວ ຮິດຕີ ຕາມອັດຕາເງິນ ທີ່ ໃຊ້ ກັນ ໃນ ທ້ອງຕະຫລາດ.
|
||
|
||
\s5
|
||
\v 17 ທີ່ ດີນ ຂອງ ເອຟະໂຣນ ທາງທິດ ຕາເວັນອອກ ຂອງ ມຳເຣ ທີ່ມັກເປລາ ຕົກເປັນຂອງ ອັບຣາຮາມ ດ້ວຍວິທີ ນີ້ແຫລະ. ມີ ທົ່ງນາ ກັບ ຖໍ້າ ຊຶ່ງ ຢູ່ໃນນັ້ນ ຕົ້ນໄມ້ ທັງສິ້ນ ທີ່ ຢູ່ໃນ ທົ່ງນາ ຕະຫລອດ ທົ່ວ ບໍລິເວນນັ້ນ ເອຟະໂຣນ ກໍ ໂອນໃຫ້
|
||
\v 18 ຕົກ ເປັນ ສົມບັດ ຂອງ ອັບຣາຮາມ ໂດຍ ການ ຮັບຮອງ ຂອງ ຊາວ ຮິດຕີ ທັງໝົດ.
|
||
|
||
\s5
|
||
\v 19 ແລ້ວ ອັບຣາຮາມ ກໍ ຝັງສົບ ນາງ ຊາຣາ ເມຍ ຂອງຕົນ ໄວ້ ໃນ ຖໍ້າ ທີ່ ມັກເປລາ ໃນ ດິນແດນ ການາອານ.
|
||
\v 20 ສະນັ້ນ ນາ ແລະ ຖ້ຳ ຢູ່ໃນນັ້ນ ຊຶ່ງເຄີຍ ເປັນ ຂອງ ຊາວ ຮິດຕີ ຈຶ່ງ ຕົກ ເປັນ ສົມ ບັດ ຂອງ ອັບຣາຮາມ ເພື່ອ ໃຊ້ ໃຫ້ ເປັນ ບ່ອນ ຝັງສົບ.
|
||
|
||
\s5
|
||
\c 24
|
||
\p
|
||
\v 1 ມາບັດນີ້ ອັບຣາຮາມ ກໍ ເຖົ້າແກ່ ແລະ ມີອາຍຸ ສູງ ຫລາຍ ແລ້ວ; ແລະ ອົງ ພຣະຜູ້ເປັນເຈົ້າ ໄດ້ ອວຍພອນ ວຽກງານ ທຸກຢ່າງ ທີ່ ເພ່ິ່ນ ໄດ້ເຮັດ.
|
||
\v 2 ເພິ່ນເວົ້າ ກັບ ຄົນຮັບໃຊ້ ຜູ້ອາວຸໂສ ທີ່ຮັບຜົດຊອບ ຊັບ ສົມບັດ ທັງໝົດຂອງຕົນ ວ່າ, “ຈົ່ງ ວາງ ມື ໃສ່ ວ່າງຂາ ຂອງຂ້ອຍ (ຍ) ແລະ ສາບານ ສາ.
|
||
\v 3 ຂ້ອຍ ຢາກ ໃຫ້ ເຈົ້າ ສາບານ ໃນ ນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ແຫ່ງ ສະຫວັນ ແລະ ແຜ່ນດິນ ໂລກ ວ່າ, ເຈົ້າ ຈະບໍ່ຫາ ເມຍ ທີ່ ການາອານ ນີ້ໃຫ້ ລູກຊາຍ ຂອງຂ້ອຍ.
|
||
\v 4 ແຕ່ ໃຫ້ ເຈົ້າ ກັບ ເມືອ ຍັງ ບ້ານເກີດ ເມືອງນອນ ຂອງຂ້ອຍ ແລະ ຊອກຫາ ເມຍ ໃຫ້ ອີຊາກ ໃນ ທ່າມກາງ ພວກ ຍາດຕີພີ່ນ້ອງ ຂອງຂ້ອຍ.”
|
||
|
||
\s5
|
||
\v 5 ແຕ່ ຄົນຮັບໃຊ້ ຖາມ ວ່າ, “ຈະ ເຮັດ ແນວ ໃດ ເມື່ອ ຜູ້ຍິງ ບໍ່ ຍອມ ຈາກ ບ້ານ ມາ ຢູ່ນຳ ເຮົາ ທີ່ ດິນແດນ ນີ້? ຈະ ໃຫ້ ຂ້ານ້ອຍ ສົ່ງ ລູກຊາຍ ຂອງທ່ານ ໄປ ຢູ່ ພຸ້ນບໍ? ”
|
||
\v 6 ອັບຣາຮາມ ຕອບ ວ່າ, “ບໍ່, ຢ່າ ສົ່ງ ລູກຊາຍ ຂອງຂ້ອຍ ກັບ ເມືອ ຍັງ ທີ່ ນັ້ນ ເດັດ ຂາດ
|
||
\v 7 ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ແຫ່ງ ສະຫວັນ ໄດ້ ນຳ ພາ ຂ້ອຍ ໜີ ຈາກ ເຮືອນ ພໍ່ ແລະ ບ້ານເກີດເມືອງນອນ ຕະຫລອດ ທັງຍາດຕິພີ່ນ້ອງ ຂອງຂ້ອຍ ມາຢູ່ໃນ ດິນຕອນ ນີ້ ຊຶ່ງ ພຣະອົງ ໄດ້ ສັນຍາ ຢ່າງ ໜັກແໜ້ນວ່າ ຈະ ມອບ ໃຫ້ ແກ່ ເຊື້ອສາຍ ຂອງຂ້ອຍ. ພຣະອົງ ຈະ ໃຊ້ ເທວະດາ ຂອງ ພຣະອົງ ນໍາໜ້າໄປ ເພື່ອ ເຈົ້າ ຈະ ຫາ ເມຍ ທີ່ນັ້ນ ໃຫ້ ລູກຊາຍ ຂອງຂ້ອຍ ໄດ້.
|
||
|
||
\s5
|
||
\v 8 ຖ້າ ຍິງ ນັ້ນ ບໍ່ ຍອມມາ ກັບເຈົ້າ ເຈົ້າ ກໍ ຫວິດ ຈາກ ຄໍາ ສາບານ. ແຕ່ ເຈົ້າ ຢ່າ ພາ ລູກຊາຍ ຂອງຂ້ອຍ ກັບ ໄປ ຍັງ ທີ່ນັ້ນ ເດັດຂາດ. ”
|
||
\v 9 ສະນັ້ນ ຄົນ ຮັບໃຊ້ ຈຶ່ງ ວາງ ມື ໃສ່ ຫວ່າງ ຂາ ອັບຣາຮາມ ຜູ້ ເປັນ ນາຍ ຂອງ ຕົນ ແລະ ສາບານ ວ່າ ຕົນ ຈະ ເຮັດ ທຸກສິ່ງ ຕາມ ທີ່ ເພິ່ນ ໄດ້ ຂໍຮ້ອງ.
|
||
|
||
\s5
|
||
\v 10 ຄົນ ຮັບ ໃຊ້ ຜູ້ ທີ່ຮັບຜິດຊອບ ຊັບສົມບັດ ທັງໝົດ ຂອງ ອັບຣາຮາມ ໄດ້ ເອົາ ອູດ ຂອງ ນາຍ ສິບ ໂຕ ອອກ ເດີນ ທາງ ພ້ອມ ທັງ ຂອງຂວັນ ທີ່ ມີ ຄ່າ ຫລາຍ ຢ່າງ; ລາວ ມຸ່ງໜ້າ ໄປ ສູ່ ເມືອງ ທີ່ ນາໂຮ ອາໄສ ຢູ່ ທາງ ທິດ ເໜືອ ຂອງ ເມໂຊໂປຕາເມຍ.
|
||
\v 11 ລາວ ມາ ຮອດ ເມືອງ ນີ້ ພໍ ດີ ເປັນ ເວລາ ແລງ. ລາວ ຈຶ່ງ ໃຫ້ ໂຕ ອູດ ຄຸເຂົ່າ ລົງ ທີ່ ບໍລິເວນ ນ້ຳ ສ້າງ ນອກ ເມືອງ ຊຶ່ງ ພວກຜູ້ຍິງ ເຄີຍ ອອກ ມາ ຕັກ ນ້ຳ.
|
||
|
||
\s5
|
||
\v 12 ລາວ ພາວັນນາ ອະທິຖານ ພຣະເຈົ້າ ວ່າ, “ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ນາຍຂ້ານ້ອຍ; ຂໍໂຜດ ໃຫ້ ຂ້ານ້ອຍ ເຮັດ ສໍາເລັດ ໜ້າທີ່ ໃນ ມື້ນີ້ດ້ວຍ ແລະ ຂໍໂຜດ ຮັກສາ ພັນທະສັນຍາ ຂອງ ພຣະອົງ ທີ່ ມີ ຕໍ່ ນາຍ ຂອງ ຂ້ານ້ອຍ ດ້ວຍເທີ້ນ.
|
||
\v 13 ຂ້ານ້ອຍ ກໍາລັງ ຢູ່ ແຄມ ນໍ້າສ້າງ ນີ້ ຄື ບ່ອນ ທີ່ ບັນດາ ຍິງ ສາວ ຊາວ ເມືອງ ກຳລັງ ອອກ ມາ ຕັກນ້ຳ.
|
||
\v 14 ຂ້ານ້ອຍ ຈະ ເວົ້າ ກັບ ຍິງ ຜູ້ໜຶ່ງ ວ່າ, ‘ກະລຸນາ ປົງ ໄຫ ຂອງ ເຈົ້າ ລົງ ແລະ ໃຫ້ ຂ້ອຍ ດື່ມ ນໍ້າ ຈາກ ໄຫ ຂອງ ເຈົ້າ ແດ່. ’ ຖ້າ ນາງ ຕອບ ວ່າ, ‘ເຊີນ ດື່ມ ແມ ແລະ ຫລານ ຈະ ເອົາ ໃຫ້ ຝູງ ອູດ ຂອງ ລຸງ ກິນນຳດ້ວຍ’ ຂໍ ໃຫ້ ຍິງ ສາວ ຜູ້ນັ້ນ ເປັນ ຜູ້ ທີ່ພຣະອົງ ຊົງ ເລືອກ ໄວ້ ໃຫ້ ເປັນ ເມຍ ອີຊາກ ຜູ້ຮັບໃຊ້ຂອງ ພຣະອົງທ້ອນ. ຖ້າ ເປັນ ເຊັ່ນນີ້ ຂ້ານ້ອຍ ຈະ ຮູ້ ໄດ້ ວ່າ ພຣະອົງ ຮັກສາ ພັນທະສັນຍາ ທີ່ ພຣະອົງ ມີ ຕໍ່ ນາຍ ຂອງ ຂ້ານ້ອຍ.”
|
||
|
||
\s5
|
||
\v 15 ກ່ອນ ຄໍາ ພາວັນນາ ອະທິຖານ ຂອງ ລາວ ຈົບ ລົງ ນາງ ເຣເບກາ ກໍ ແບກ ໄຫ ນ້ຳ ຍ່າງ ມາ ທີ່ ນ້ຳ ສ້າງ. ນາງ ເປັນ ລູກສາວ ຂອງ ເບທູເອນ. ເບທູເອນ ເປັນ ລູກຊາຍ ຂອງ ນາງ ມີລະກາ ເມຍ ຂອງ ນາໂຮ ຜູ້ ທີ່ ເປັນ ນ້ອງຊາຍ ຂອງ ອັບຣາຮາມ.
|
||
\v 16 ນາງ ເປັນ ສາວ ບໍຣິສຸດ ແລະ ຮູບຮ່າງ ໜ້າ ຕາ ງາມ ຫລາຍ. ນາງ ລົງ ມາ ທີ່ ນ້ຳ ສ້າງ ຕັກ ນ້ຳ ຈົນ ເຕັມ ໄຫ ແລະ ກຳ ລັງ ຈະ ກັບ ຄືນ ເມືອ.
|
||
|
||
\s5
|
||
\v 17 ແຕ່ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ຟ້າວ ແລ່ນ ໄປ ຫາ ນາງ ແລະ ເວົ້າ ວ່າ, “ຂ້ອຍ ຂໍ ດື່ມ ນໍ້າ ຈາກ ໄຫ ຂອງ ເຈົ້າແດ່. ”
|
||
\v 18 ນາງ ຕອບ ວ່າ “ເຊີນໂລດ ລຸງ” ນາງ ປົງ ໄຫ ນ້ຳ ລົງ ຈາກ ບ່າ ແລະ ເອົາ ນ້ຳ ໃຫ້ ລາວ ດື່ມ.
|
||
|
||
\s5
|
||
\v 19 ຫລັງຈາກ ລາວ ອີ່ມ ແລ້ວ ນາງ ຈຶ່ງ ເວົ້າ ວ່າ “ຫລານ ຈະ ຕັກ ນໍ້າ ໃຫ້ ໂຕ ອູດ ຂອງ ລຸງ ກິນ ຄື ກັນ ແລະ ໃຫ້ ກິນ ອີ່ມ ໝົດ ທຸກ ໂຕ. ”
|
||
\v 20 ນາງ ຖອກ ນ້ຳ ໃນ ໄຫ ໃສ່ ຮາງ ແລະ ຟ້າວ ແລ່ນ ໄປ ຕັກ ມາ ຖອກ ໃສ່ ອີກ ຈົນ ອູດ ທຸກ ໂຕ ກິນ ອີ່ມ.
|
||
|
||
\s5
|
||
\v 21 ຊາຍ ຄົນ ນັ້ນ ຢືນ ເບິ່ງ ນາງ ຢ່າງ ງຽບໆ ເພື່ອ ຢາກ ຈະ ຮູ້ ວ່າ ອົງພຣະ ຜູ້ ເປັນເຈົ້າ ໄດ້ ໃຫ້ ຄວາມ ສໍາເລັດ ແກ່ ຕົນ ຫລື ບໍ່.
|
||
\v 22 ເມື່ອ ນາງ ເອົາ ນໍ້າ ໃຫ້ ອູດ ກິນ ອີ່ມ ໝົດ ທຸກ ໂຕ ແລ້ວ ຄົນ ຮັບ ໃຊ້ຂອງ ອັບຣາຮາມ ກໍ ເອົາແຫວນຄໍາ ລາຄາ ແພງ ປະດັບ ທີ່ ດັງ ຂອງ ນາງ ແລະ ເອົາ ປອກ ແຂນ ຄໍາ ຄູ່ ໜຶ່ງ ໃສ່ ໃຫ້ ນາງ.
|
||
\v 23 ລາວ ເວົ້າ ວ່າ, “ບອກ ຂ້ອຍ ແດ່ ໄດ້ ບໍ ວ່າ ພໍ່ ຂອງ ເຈົ້າ ແມ່ນ ໃຜ? ໃນ ເຮືອນ ຂອງ ພໍ່ ເຈົ້າ ມີ ບ່ອນ ນອນ ພັກ ສໍາລັບ ຄົນຂອງຂ້ອຍ ແລະ ຂ້ອຍ ເອງ ແດ່ ບໍ?”
|
||
|
||
\s5
|
||
\v 24 ນາງ ຕອບ ວ່າ, “ຫລານ ເປັນ ລູກສາວ ຂອງ ເບທູເອນ. ພໍ່ ຂອງ ຫລານ ເປັນ ລູກຊາຍ ຂອງ ນາໂຮ ແລະ ມີລະກາ.
|
||
\v 25 ຢູ່ ບ້ານ ຂອງ ພວກເຮົາ ມີ ເຟືອງ ແລະ ຫຍ້າ ຢ່າງ ຫລວງຫລາຍ ສໍາລັບ ສັດ ແລະ ມີ ບ່ອນ ນອນ ພັກ ສໍາລັບ ລຸງ ດ້ວຍ.”
|
||
|
||
\s5
|
||
\v 26 ເມື່ອ ໄດ້ຍິນ ນາງ ເວົ້າ ຢ່າງ ນັ້ນ ຄົນຮັບໃຊ້ ຂອງ ອັບຣາຮາມ ຈຶ່ງ ຂາບລົງ ນະມັດສະການ ອົງພຣະ ຜູ້ເປັນເຈົ້າ.
|
||
\v 27 ລາວ ເວົ້າ ວ່າ, “ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ນາຍ ຂອງ ຂ້ານ້ອຍ; ພຣະອົງ ຮັກສາ ຄໍາສັນຍາ ທີ່ ມີ ຕໍ່ ນາຍ ຂອງ ຂ້າ ນ້ອຍ ຢ່າງ ສັດຊື່ ໂດຍ ໄດ້ ນຳ ພາ ຂ້ານ້ອຍ ມາ ເຖິງ ບ້ານ ຍາດຕິພີ່ນ້ອງ ຂອງ ເພິ່ນ.”
|
||
|
||
\s5
|
||
\v 28 ຍິງສາວ ຈຶ່ງ ຟ້າວ ແລ່ນ ເມືອຫາ ແມ່ ຢູ່ ເຮືອນ ແລະ ເລົ່າ ເລື່ອງ ທັງໝົດ ສູ່ ຟັງ.
|
||
\v 29 ເມື່ອ ລາບານ ອ້າຍ ຂອງ ເຣເບກາ ເຫັນ ແຫວນ ຄໍາ ປະດັບ ດັງ; ແລະ ສາຍ ແຂນ ຄໍາ ທີ່ ແຂນ ຂອງ ນ້ອງສາວ ຂອງຕົນ ທັງ ໄດ້ຍິນ ເລື່ອງ ທີ່ ນ້ອງສາວ ເວົ້າ ເຖິງ ຊາຍ ຄົນ ນັ້ນ ສູ່ ແມ່ ຟັງ;
|
||
\v 30 ລາວ ຈຶ່ງ ຟ້າວ ແລ່ນ ອອກ ໄປ ພົບ ຄົນຮັບໃຊ້ ຂອງ ອັບຣາຮາມ ທີ່ ຢືນ ລໍ ຖ້າຢູ່ກັບ ຝູງ ອູດ ໃກ້ ນ້ຳ ສ້າງ
|
||
|
||
\s5
|
||
\v 31 ແລະ ເວົ້າວ່າ “ທ່ານ ຜູ້ ມີພຣະພອນ ເອີຍ ເຊີນ ໄປ ທີ່ ເຮືອນ ຂອງ ຂ້ານ້ອຍ ເທີ້ນ. ເປັນ ຫຍັງ ຈຶ່ງ ຢືນ ຢູ່ ທີ່ ນີ້? ຢູ່ ທີ່ ເຮືອນ ຂອງ ຂ້ານ້ອຍ ມີ ບ່ອນ ສໍາລັບ ທ່ານ ແລະ ມີ ທີ່ພັກ ສໍາລັບ ໂຕ ອູດ ຂອງທ່ານ ດ້ວຍ. ”
|
||
\v 32 ສະນັ້ນ ຄົນ ຮັບໃຊ້ ຂອງ ອັບຣາຮາມ ຈຶ່ງ ໄປ ຍັງ ເຮືອນ ແລະ ລາບານ ໄດ້ ຂົນ ເຄື່ອງ ລົງ ຈາກ ຫລັງ ອູດ, ເອົາ ເຟືອງ ກັບ ຫຍ້າ ໃຫ້ ອູດ ກິນ, ແລ້ວ ລາວ ກໍ ເອົາ ນ້ຳ ໃຫ້ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ແລະ ຄົນ ທີ່ ມາ ນຳ ລາວ ລ້າງ ຕີນ.
|
||
|
||
\s5
|
||
\v 33 ເມື່ອ ຄົນ ຍໍ ພາເຂົ້າ ມາ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ຈຶ່ງ ເວົ້າ ວ່າ, “ຂ້ອຍ ຈະ ບໍ່ ລົງ ມື ກິນ ຈົນ ກວ່າ ຈະ ໄດ້ ເວົ້າ ເລື່ອງ ທີ່ ຂ້ອຍ ຢາກ ເວົ້າ ສາ ກ່ອນ. ” ລາບານ ເວົ້າ ວ່າ “ເຊີນ ທ່ານ ເວົ້າ ມາ ເຖີດ. ”
|
||
\v 34 ລາວ ຈຶ່ງ ເລີ່ມ ເວົ້າ ວ່າ “ຂ້ອຍ ເປັນ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ.
|
||
\v 35 ອົງພຣະ ຜູ້ ເປັນເຈົ້າ ໄດ້ ອວຍພອນ ນາຍ ຂອງຂ້ອຍ ຢ່າງ ຫລວງຫລາຍ. ສະນັ້ນ ເພິ່ນ ຈຶ່ງ ກາຍເປັນ ຄົນ ຮັ່ງ ມີ. ພຣະອົງ ໂຜດ ໃຫ້ ເພິ່ນ ມີ ຝູງແກະ, ຝູງແບ້, ຝູງງົວ, ຝູງລໍ ແລະ ຝູງອູດ ທັງ ມີ ເງິນ ຄໍາ ແລະ ຄົນ ຮັບ ໃຊ້ ຊາຍ ຍິງ ຕັ້ງ ຫລາຍ ຄົນ.
|
||
|
||
\s5
|
||
\v 36 ນາງ ຊາຣາ ເມຍ ຂອງ ນາຍ ຂ້ອຍ ມີ ລູກຊາຍ ຢູ່ ຜູ້ໜຶ່ງ ເມື່ອ ເວລາ ເພິ່ນ ເຖົ້າແກ່ແລ້ວ ແລະ ນາຍ ຂອງຂ້ອຍ ໄດ້ ມອບ ຊັບສົມ ບັດ ທັງ ໝົດ ໃຫ້ ລາວ.
|
||
\v 37 ເພິ່ນ ໃຫ້ ຂ້ອຍ ເຮັດ ຕາມ ຄໍາສັ່ງ ຂອງ ເພິ່ນ ໂດຍ ເພິ່ນ ເວົ້າ ວ່າ, ‘ເຈົ້າ ຢ່າ ເອົາ ຍິງ ສາວ ຊາວ ການາອານ ມາ ເປັນ ເມຍ ລູກຊາຍ ຂອງຂ້ອຍ.
|
||
\v 38 ແຕ່ ໃຫ້ ໄປ ຫາ ຄົນ ຈາກ ຄອບຄົວ ຂອງ ພໍ່ ຂ້ອຍ ແລະ ຍາດຕິພີ່ນ້ອງ ຂອງຂ້ອຍ ໃຫ້ ມາ ເປັນ ເມຍ ລູກຊາຍ ຂອງຂ້ອຍ.’
|
||
|
||
\s5
|
||
\v 39 ຂ້ອຍ ເວົ້າ ກັບ ເພິ່ນ ວ່າ, ‘ຈະ ເຮັດ ແນວ ໃດ ຖ້າ ຍິງ ສາວ ຄົນ ນັ້ນ ບໍ່ ມາ ນຳ. ’
|
||
\v 40 ເພິ່ນ ຕອບ ຂ້ອຍ ວ່າ, ‘ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ທີ່ ຂ້ອຍ ເຊື່ອຟັງ ຕະຫລອດ ມາ ນັ້ນ ຈະ ສົ່ງ ເທວະດາ ຂອງ ພຣະອົງ ໄປ ກັບ ເຈົ້າ ແລະ ພຣະອົງ ຈະ ໃຫ້ ເຈົ້າ ເຮັດ ສໍາເລັດ ໜ້າ ທີ່. ເຈົ້າ ຈະ ໄດ້ ຍິງ ສາວ ຜູ້ໜຶ່ງ ຈາກ ຄອບຄົວ ຍາດຕິພີ່ນ້ອງ ຂອງ ພໍ່ ຂ້ອຍ ມາ ໃຫ້ ອີຊາກ.
|
||
\v 41 ມີ ວີທີດຽວ ເທົ່ານັ້ນ ທີ່ເຈົ້າຈະຫວິດ ຈາກ ຄໍາ ສາບານ ຄື: ຖ້າເຈົ້າ ໄປ ຫາ ຍາດຕິພີ່ນ້ອງ ໃນ ຄອບຄົວ ຂອງຂ້ອຍ ແລ້ວ ແລະ ພວກເຂົາ ປະຕິເສດ ເຈົ້າ ກໍ ຫວິດ ຈາກ ຄໍາ ສາບານ ນີ້. ’
|
||
|
||
\s5
|
||
\v 42 “ເມື່ອ ເດີນທາງ ມາ ຮອດ ນໍ້າສ້າງ ໃນ ມື້ນີ້ ຂ້ອຍ ຈຶ່ງ ພາວັນນາ ອະທິຖານ ວ່າ, ‘ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ອັບຣາຮາມ ນາຍ ຂອງ ຂ້ານ້ອຍ ໂຜດ ໃຫ້ ຂ້ານ້ອຍ ເຮັດ ສໍາເລັດ ໜ້າທີ່ດ້ວຍ.
|
||
\v 43 ເວລານີ້ ຂ້ານ້ອຍ ກຳລັງຢືນ ຢູ່ໃກ້ ນ້ຳສ້າງ. ເມື່ອ ຍິງສາວ ຄົນໜຶ່ງ ມາ ຕັກນ້ຳ ຂ້ານ້ອຍ ຈະ ເວົ້າ ກັບ ນາງ ວ່າ ຂ້ານ້ອຍ ຂໍ ດື່ມ ນ້ຳ ຈາກ ໄຫ ຂອງ ນາງ.
|
||
\v 44 ຖ້າ ນາງ ຕອບ ວ່າ ເຊີນ ດື່ມ ແມ ແລະ ນາງ ເອົາ ນ້ຳ ໃຫ້ ຝູງອູດຂອງຂ້ານ້ອຍ ກິນ ດ້ວຍ ກໍ ຂໍ ໃຫ້ ຍິງ ສາວ ຄົນ ນັ້ນ ເປັນ ຜູ້ ທີ່ ພຣະອົງ ໄດ້ ຊົງ ເລືອກ ໄວ້ ໃຫ້ ເປັນ ເມຍ ລູກຊາຍ ຂອງ ນາຍ ຂ້ານ້ອຍ.’
|
||
|
||
\s5
|
||
\v 45 ກ່ອນ ຂ້ອຍ ພາວັນນາ ອະທິຖານ ຢ່າງ ງຽບໆ ຈົບ ລົງ ຂ້ອຍ ກໍ ເຫັນ ນາງ ເຣເບກາ ແບກ ໄຫ ລົງ ມາ ຕັກ ນ້ຳ. ຂ້ອຍ ເວົ້າ ກັບ ນາງ ວ່າ, ‘ຂ້ອຍ ຂໍ ດື່ມ ນ້ຳ ແດ່. ’
|
||
\v 46 ນາງ ຈຶ່ງ ຟ້າວ ປົງ ໄຫ ລົງ ຈາກ ບ່າ ແລະ ເວົ້າ ວ່າ, ‘ເຊີນ ດື່ມ ແມ ແລະ ຫລານ ຈະ ເອົາ ໃຫ້ ຝູງ ອູດ ຂອງ ລຸງ ກິນ ນຳ ດ້ວຍ. ’ ດັ່ງ ນັ້ນ ຂ້ອຍ ຈຶ່ງ ດື່ມ ນ້ຳ ແລະ ນາງ ໄດ້ ຕັກ ນ້ຳ ໃຫ້ ຝູງ ອູດ ກິນດ້ວຍ.
|
||
|
||
\s5
|
||
\v 47 ຂ້ອຍ ຖາມ ນາງ ວ່າ, ‘ພໍ່ ຂອງ ຫລານ ແມ່ນ ໃຜ? ’ ແລະ ນາງ ຕອບ ວ່າ, ‘ພໍ່ ຂອງ ຫລານ ແມ່ນ ເບທູເອນ ລູກຊາຍ ຂອງ ນາໂຮ ແລະ ມີລະກາ. ’ ດັ່ງ ນັ້ນ ຂ້ອຍ ຈຶ່ງ ເອົາ ແຫວນ ຄໍາ ປະດັບ ທີ່ ດັງ ຂອງ ນາງ ແລະ ເອົາ ສາຍ ແຂນ ໃສ່ ໃຫ້ ນາງ.
|
||
\v 48 ແລ້ວ ຂ້ອຍ ກໍ ຂາບລົງ ນະມັດສະການ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ອັບຣາຮາມ ນາຍ ຂອງຂ້ອຍ ທີ່ ພຣະອົງ ໄດ້ ນຳ ຂ້ອຍ ມາ ສູ່ ຍາດຕິພີ່ນ້ອງ ຂອງ ນາຍ ຂ້ອຍ ຄື ບ່ອນ ທີ່ ຂ້ອຍ ໄດ ພົບ ລູກສາວ ຂອງ ເພິ່ນ ສໍາລັບ ລູກຊາຍ ຂອງ ຜູ້ ເປັນ ນາຍ ຂ້ອຍ.
|
||
|
||
\s5
|
||
\v 49 ມາບັດນີ້ ຖ້າພວກເຈົ້າ ຈະ ສະແດງ ຄວາມ ເມດຕາ ແລະ ຄວາມ ສັດຊື່ ຕໍ່ ນາຍ ຂອງຂ້ອຍ ແລະ ຈິງໃຈ ຕໍ່ ເພິ່ນ ຈົ່ງ ບອກ ໃຫ້ ຂ້ອຍຮູ້ ຫລື ຖ້າເປັນໄປ ບໍ່ໄດ້ ກໍ ໃຫ້ ບອກມາ ແລະ ຂ້ອຍ ຈະ ຕັດສິນ ໃຈ ໄດ້ວ່າ ຄວນ ຈະ ເຮັດ ແນວ ໃດ ໃນ ຂັ້ນ ຕໍ່ໄປ.”
|
||
|
||
\s5
|
||
\v 50 ເບທູເອນ ແ ລະ ລາບານ ຈຶ່ງຕອບວ່າ “ເມື່ອ ເລື່ອງນີ້ ເປັນ ຄວາມປະສົງ ຂອງອົງພຣະຜູ້ເປັນເຈົ້າ ແລ້ວ ບໍ່ແມ່ນ ພວກເຮົາ ທີ່ ຈະຕັດສິນໃຈ ແນວໃດແນວໜຶ່ງໄດ້.
|
||
\v 51 ນາງ ເຣເບກາ ກໍຢູ່ໃນທີ່ນີ້ ຈົ່ງ ເອົານາງໄປເປັນ ເມຍລູກຊາຍ ຂອງນາຍເຈົ້າ ຕາມທີ່ ພຣະອົງ ກ່າວໄວ້ ສາ.”
|
||
|
||
\s5
|
||
\v 52 ເມື່ອ ຄົນຮັບໃຊ້ ຂອງ ອັບຣາຮາມ ໄດ້ຍິນ ເຊັ່ນນັ້ນ ລາວຈຶ່ງ ຂາບລົງນະມັດສະການ ອົງພຣະຜູ້ເປັນເຈົ້າ.
|
||
\v 53 ແລ້ວ ລາວກໍ ເອົາ ເສື້ອຜ້າ ກັບ ເຄື່ອງເອ້ ເປັນ ເງິນ ເປັນ ຄຳ ອອກມາ ແລະມອບໃຫ້ ນາງເຣເບກາ. ລາວຍັງ ເອົາ ຂອງຂວັນ ລາຄາແພງໃຫ້ ແມ່ ແລະອ້າຍຂອງນາງເຣເບກາ ດ້ວຍ.
|
||
|
||
\s5
|
||
\v 54 ແລ້ວ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ແລະ ຄົນ ທີ່ ມາ ກັບ ລາວ ກໍ ພາກັນ ຮັບປະທານ ອາຫານ ແລະ ພັກ ແຮມ ຢູ່ ທີ່ ນັ້ນ. ເມື່ອ ພວກເຂົາ ຕື່ນ ຂຶ້ນ ມາ ໃນ ຕອນເຊົ້າ ຄົນຮັບໃຊ້ ຂອງ ອັບຣາຮາມ ຈຶ່ງ ເວົ້າວ່າ, “ຈົ່ງ ໃຫ້ ຂ້ອຍ ກັບ ເມືອ ຫາ ນາຍ ຂອງຂ້ອຍ ເທີ້ນ. ”
|
||
\v 55 ແຕ່ ແມ່ ແລະ ອ້າຍ ຂອງ ເຣເບກາ ໄດ້ ເວົ້າ ວ່າ, “ຂໍ ໃຫ້ ນາງ ຢູ່ ກັບ ພວກເຮົາ ຈັກ ອາທິດ ໜຶ່ງ ຫລື ສິບ ມື້ ກ່ອນ ຈຶ່ງ ຄ່ອຍ ໄປ ບໍ່ໄດ້ບໍ?”
|
||
|
||
\s5
|
||
\v 56 ແຕ່ ລາວ ຕອບ ວ່າ, “ຢ່າ ໜ່ວງໜ່ຽວ ຂ້ອຍ ໄວ້ ເທາະ ອົງພຣະ ຜູ້ ເປັນເຈົ້າ ໄດ້ ໃຫ້ ຂ້ອຍ ເຮັດ ສໍາເລັດ ໜ້າ ທີ່ ແລ້ວ ຈົ່ງ ໃຫ້ ຂ້ອຍ ກັບ ເມືອ ຫາ ນາຍ ສາ. ”
|
||
\v 57 ພວກເຂົາ ຕອບ ວ່າ “ຖ້າດັ່ງນັ້ນ ໃຫ້ ເອີ້ນ ນາງ ເຣເບກາ ມາ ຖາມ ເບິ່ງ ແລະ ນາງ ຈະ ວ່າ ຢ່າງໃດ? ”
|
||
\v 58 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອີ້ນ ນາງ ເຣເບກາ ມາ ແລະ ຖາມ ວ່າ “ເຈົ້າ ຈະ ໄປ ກັບ ເພິ່ນ ບໍ? ” ນາງ ຕອບ ວ່າ, “ໂດຍ ລູກ ຈະ ໄປ.”
|
||
|
||
\s5
|
||
\v 59 ດ້ວຍເຫດນີ້ ພວກເຂົາ ຈຶ່ງ ມອບ ນາງ ເຣເບກາ ພ້ອມ ດ້ວຍ ເອື້ອຍ ລ້ຽງ ໃຫ້ ໄປ ກັບ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ແລະ ຄົນ ຂອງ ລາວ.
|
||
\v 60 ກ່ອນ ຈະ ຈາກ ໄປ ພວກເຂົາ ໄດ້ ອວຍພອນ ນາງ ເຣເບກາ ດ້ວຍ ຖ້ອຍຄໍາ ດັ່ງ ນີ້: “ນ້ອງເອີຍ ຂໍ ໃຫ້ ເຈົ້າ ເປັນ ແມ່ ຂອງ ຄົນ ຫລາຍ ແສນ; ຂໍ ໃຫ້ ແມ່ນ ເຊື້ອ ສາຍ ຂອງ ເຈົ້າ ທີ່ ຊະນະ ສັດ ຕູ ຕາມ ເມືອງ ຕ່າງໆ.”
|
||
|
||
\s5
|
||
\v 61 ແລ້ວ ເຣເບກາ ແລະ ເອື້ອຍ ລ້ຽງ ຈຶ່ງ ຂີ່ ອູດ ອອກ ເດີນ ທາງ ໄປ ກັບ ຄົນ ຮັບໃຊ້ ຂອງ ອັບຣາຮາມ.
|
||
\v 62 ອີຊາກ ໄດ້ ມາ ຈາກ ນໍ້າສ້າງ ລາໄຮຣອຍ (ດ) ເພາະ ເພິ່ນ ເປັນ ຄົນ ທີ່ ອາໄສ ຢູ່ ທາງ ພາກ ໃຕ້.
|
||
|
||
\s5
|
||
\v 63 ໃນ ຕອນແລງ ຂອງ ມື້ ນັ້ນ ເພິ່ນ ອອກ ໄປ ຍ່າງ ຫລິ້ນ ໃນ ທົ່ງ ນາ ແລະ ເຫັນ ຂະບວນ ອູດ ກຳ ລັງ ມາ.
|
||
\v 64 ເມື່ອ ເຣເບກາ ເຫັນ ອີຊາກ ນາງ ກໍ ລົງ ຈາກ ຫລັງ ອູດ
|
||
\v 65 ແລະ ຖາມ ຄົນ ຮັບໃຊ້ ຂອງ ອັບຣາຮາມ ວ່າ, “ຜູ້ ທີ່ ກຳ ລັງ ຍ່າງ ຜ່ານ ທົ່ງ ນາ ມາ ຫາ ພວກເຮົາ ນັ້ນ ແມ່ນ ໃຜ? ” ລາວ ຈຶ່ງ ຕອບ ນາງ ວ່າ, “ແມ່ນ ນາຍ ຂອງຂ້ອຍ. ” ດັ່ງ ນັ້ນ ນາງ ຈຶ່ງ ເອົາ ຜ້າ ອັດ ໜ້າ ໄວ້.
|
||
|
||
\s5
|
||
\v 66 ຄົນ ຮັບໃຊ້ ຈຶ່ງ ເລົ່າ ສູ່ ອີຊາກ ຟັງ ທຸກໆ ສິ່ງ ທີ່ ຕົນ ໄດ້ ເຮັດ ມາ.
|
||
\v 67 ແລ້ວ ອີຊາກ ກໍ ພາ ນາງ ເຣເບກາ ເຂົ້າ ໄປ ໃນ ເຕັນ ບ່ອນ ທີ່ ຊາຣາ ແມ່ ຂອງຕົນ ເຄີຍ ຢູ່ ແລະ ເອົານາງເປັນເມຍ ອີຊາກ ຮັກ ນາງ ເຣເບກາ ດັ່ງນັ້ນ ນາງ ຈຶ່ງ ເປັນ ຜູ້ເລົ້າໂລມໃຈ ຂອງ ອີຊາກ ຫລັງຈາກ ລາວ ໄດ້ ສູນເສຍ ແມ່ ຜູ້ ເປັນ ທີ່ ຮັກ ຂອງຕົນ.
|
||
|
||
\s5
|
||
\c 25
|
||
\p
|
||
\v 1 ອັບຣາຮາມ ໄດ້ ແຕ່ງງານ ກັບ ຍິງ ອີກ ຜູ້ໜຶ່ງ ຊື່ ວ່າ ເກຕູຣາ.
|
||
\v 2 ນາງ ເກີດ ລູກຊາຍ ຫລາຍ ຄົນ ໃຫ້ ເພິ່ນ ດັ່ງນີ້: ສິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ.
|
||
\v 3 ໂຢກຊານ ເປັນ ພໍ່ ຂອງ ເຊບາ ແລະ ເດດານ; ເຊື້ອສາຍ ຂອງ ເດດານ ມີ ດັ່ງນີ້: ອັດຊູຣີມ, ເຕລູຊີມ ແລະ ເລອຸມມີມ.
|
||
\v 4 ລູກຊາຍ ຂອງ ມີດີອານ ມີ ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອັນດາອາ. ພວກເຂົາ ທັງ ໝົດ ເປັນ ລູກຫລານ ຂອງ ນາງ ເກຕູຣາ.
|
||
|
||
\s5
|
||
\v 5 ອັບຣາຮາມ ມອບ ມໍຣະດົກ ທຸກຢ່າງ ໃຫ້ ອີຊາກ;
|
||
\v 6 ກ່ອນ ຕາຍໄປ ເພິ່ນ ໄດ້ ແບ່ງ ຊັບສິ່ງຂອງ ບາງສ່ວນ ໃຫ້ ລູກຊາຍ ທຸກໆ ຄົນ ທີ່ໄດ້ ຈາກ ເມຍ ຜູ້ ອື່ນ ໆ. ແລ້ວ ກໍ ໃຫ້ ພວກເຂົາ ໜີ ຈາກ ອີຊາກ ລູກຊາຍ ຂອງຕົນ ໄປ ຢູ່ ດິນແດນ ທາງທິດຕາເວັນອອກ.
|
||
|
||
\s5
|
||
\v 7 ອັບຣາຮາມ ມີອາຍຸທັງໝົດ 175 ປີ.
|
||
\v 8 ຈາກ ນັ້ນ ອັບຣາຮາມ ກໍ ໄດ້ ສິ້ນ ລົມຫາຍໃຈ ແລະ ໄດ້ ຕາຍ ໄປ ໃນ ຂະນະ ທີ່ມີ ອາຍຸ ສູງ ເປັນ ຜູ້ ເຖົ້າ ທີ່ ມີ ອາຍຸ ໝັ້ນຍືນ ແລະ ໄດ້ ຖືກ ຮວບຮວມ ໄວ້ ກັບ ຄົນ ທັງຫລາຍ ຂອງ ຕົນ.
|
||
|
||
\s5
|
||
\v 9 ອີຊາກ ແລະ ອິດຊະມາເອນ ລູກຊາຍ ຂອງ ເພິ່ນ ໄດ້ ຝັງສົບ ເພິ່ນ ໄວ້ ທີ່ ຖໍ້າ ມັກເປລາ ໃນ ນາ ທາງທິດຕາເວັນອອກ ຂອງ ເມືອງ ມຳເຣ ຊຶ່ງ ເປັນ ຂອງ ເອຟະໂຣນ ລູກຊາຍ ຂອງ ໂສຮາ ຊາວ ຮິດຕີ.
|
||
\v 10 ນາ ບ່ອນ ນີ້ ອັບຣາຮາມ ໄດ້ ຊື້ຈາກ ຊາວ ຮິດຕິ ອັບຣາຮາມ ກັບ ເມຍຂອງເພິ່ນ ທັງສອງກໍຖືກຝັງ ໄວ້ ໃນທີ່ນັ້ນ.
|
||
\v 11 ຫລັງ ຈາກ ອັບຣາຮາມ ໄດ້ຕາຍໄປ ແລ້ວ ພຣະເຈົ້າ ໄດ້ ອວຍພອນ ອີຊາກ ລູກຊາຍ ຂອງ ເພິ່ນ ຜູ້ ທີ່ ອາໄສ ຢູ່ ໃກ້ “ນໍ້າສ້າງ ຂອງ ພຣະເຈົ້າ ຜູ້ ເຫັນ ຂ້ອຍ.”
|
||
|
||
\s5
|
||
\v 12 ອິດຊະມາເອນ ຜູ້ ທີ່ ນາງ ຮາກາ ສາວໃຊ້ ຊາວເອຢິບ ຂອງ ນາງ ຊາຣາ ເກີດໃຫ້ ອັບຣາຮາມ ນັ້ນ
|
||
|
||
\s5
|
||
\v 13 ມີ ລູກຊາຍ ຕາມ ລະດັບ ການ ເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບຊາມ,
|
||
\v 14 ມີຊະມາ, ດູມາ, ມັດສາ,
|
||
\v 15 ຮາດັດ, ເຕມາ, ເຢຕູເຣ, ນາຟິດ ແລະ ເກເດມາ.
|
||
\v 16 ພວກເຂົາ ເປັນ ບັນພະບຸລຸດ ຂອງ ສິບສອງ ເຜົ່າ ແລະ ຊື່ ຂອງ ພວກເຂົາ ກາຍເປັນ ຊື່ ຂອງ ບ້ານ ກັບ ທີ່ ພັກ ອາໄສ ຕ່າງໆ.
|
||
|
||
\s5
|
||
\v 17 ອິດຊະມາເອນ ໄດ້ ຕາຍໄປ ເມື່ອ ອາຍຸ ໄດ້ 137 ປີ.
|
||
\v 18 ເຊື້ອ ສາຍ ຂອງ ອິດຊະມາເອນ ອາໄສ ຢູ່ ໃນ ດິນແດນ ລະຫວ່າງ ເມືອງ ຮາວີລາ ແລະ ຊູເຣ ທີ່ ຢູ່ ທາງທິດຕາເວັນອອກ ຂອງ ປະເທດ ເອຢິບ ຕາມ ທາງ ໄປ ສູ່ ປະເທດ ອັດຊີເຣຍ. ພວກເຂົາ ອາໄສ ຢູ່ ຕ່າງຫາກ ຈາກ ເຊື້ອສາຍ ຂອງ ອັບຣາຮາມ.
|
||
|
||
\s5
|
||
\v 19 ຕໍ່ໄປນີ້ ແມ່ນ ເລື່ອງ ຂອງ ອີຊາກ ລູກຊາຍ ຂອງ ອັບຣາຮາມ.
|
||
\v 20 ອີຊາກ ມີ ອາຍຸ ໄດ້ 40 ປີ ເມື່ອແຕ່ງງານ ກັບ ເຣເບກາ ລູກສາວ ຂອງ ເບທູເອນ (ຊາວ ປາດານ-ອາຣາມ ຈາກ ເມໂຊໂປຕາເມຍ) ແລະ ເປັນ ນ້ອງສາວ ຂອງ ລາບານ.
|
||
|
||
\s5
|
||
\v 21 ຍ້ອນ ນາງ ເຣເບກາ ບໍ່ ມີລູກ ອີຊາກ ຈຶ່ງພາວັນນາ ອະທິຖານ ຕໍ່ ອົງ ພຣະ ຜູ້ ເປັນ ເຈົ້າ ເພື່ອ ນາງ. ພຣະອົງ ຕອບ ຄໍາ ພາວັນ ນາ ອະທິຖານ ຂອງ ລາວ ແລະ ນາງ ເຣເບກາ ຈຶ່ງ ຕັ້ງ ທ້ອງ.
|
||
\v 22 ເມື່ອ ນາງ ຖືພາ ຢູ່ ນັ້ນ ລູກ ຝາແຝດ ກໍ ບຽດກັນ ຢູ່ ໃນ ທ້ອງ. ນາງ ເລີຍ ເວົ້າ ວ່າ “ຖ້າ ເປັນ ເຊັ່ນ ນີ້ ເປັນ ຫຍັງ ຂ້ອຍ ຈຶ່ງ ຢາກ ມີ ລູກ? ” ດັ່ງນັ້ນ ນາງ ຈຶ່ງ ພາວັນນາ ອະທິຖານ ຖາມ ອົງ ພຣະ ຜູ້ ເປັນ ເຈົ້າ ກ່ຽວກັບ ເລື່ອງ ນີ້.
|
||
|
||
\s5
|
||
\v 23 ອົງ ພຣະ ຜູ້ ເປັນ ເຈົ້າ ຕອບ ນາງ ວ່າ, “ມີ ສອງ ຊົນຊາດ ທີ່ ຢູ່ ພາຍ ໃນ ເຈົ້າ; ເປັນ ສອງ ຊົນ ເຜົ່າ ທີ່ ຈະ ເກີດ ມາ ຕໍ່ສູ້ ກັນ. ສ່ວນ ຜູ້ໜຶ່ງ ນັ້ນ ຈະ ແຂງແຮງ ລື່ນ ກວ່າ; ຜູ້ ອ້າຍ ຈະ ຮັບ ໃຊ້ ຜູ້ ເປັນ ນ້ອງ ຂອງຕົນ.”
|
||
|
||
\s5
|
||
\v 24 ເມື່ອ ເຖິງ ກຳ ນົດ ຄອດ ນາງ ໄດ້ ເກີດ ລູກຊາຍ ເປັນ ຝາແຝດ.
|
||
\v 25 ຜູ້ ທີ່ ອອກ ມາ ກ່ອນ ແດງ ແລະ ມີ ຂົນ ເຕັມ ຕົວ ເໝືອນເສື້ອ ທີ່ ເຮັດ ດ້ວຍ ຂົນ ສັດ. ດັ່ງນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ລາວ ວ່າ ເອຊາວ. (ຕ)
|
||
\v 26 ຜູ້ ທີສອງ ອອກ ມາ ມື ຈັບ ສົ້ນ ໜ່ອງ ຂອງ ເອຊາວ ໄວ້. ສະນັ້ນ ລາວ ຈຶ່ງ ມີ ຊື່ ວ່າ ຢາໂຄບ. (ຖ) ເມື່ອ ລູກຊາຍ ຝາແຝດ ເກີດມາ ອີຊາກ ອາຍຸ ໄດ້ 60 ປີ.
|
||
|
||
\s5
|
||
\v 27 ເດັກນ້ອຍ ທັງສອງ ເຕີບ ໃຫຍ່ ຂຶ້ນ ມາ ແລະ ເອຊາວ ກາຍເປັນ ນາຍພານ ທ່ີ່ເກັ່ງກ້າ ທັງ ຊໍານິ ຊຳນານ ແລະ ມັກ ໃຊ້ ຊີວິດ ຢູ່ນອກບ້ານ. ສ່ວນ ຢາໂຄບ ນັ້ນ ເປັນຄົນ ສຸກຂຸມ ແລະ ມັກ ຢູ່ ແຕ່ ໃນເຮືອນ.
|
||
\v 28 ອີຊາກ ຮັກ ເອຊາວ ເພາະ ເພິ່ນ ໄດ້ ກິນ ສັດ ທີ່ ລາວ ຫາ ມາ ໄດ້. ສ່ວນ ເຣເບກາ ນັ້ນ ນາງຮັກ ຢາໂຄບ.
|
||
|
||
\s5
|
||
\v 29 ມື້ ໜຶ່ງ ເມື່ອ ຢາໂຄບ ກຳ ລັງ ເຮັດ ແກງ ໝາກຖົ່ວ ຢູ່ ກໍ ພໍ ດີ ເອຊາວ ກັບມາ ແຕ່ ລ່າເນື້ອ. ລາວ ຫິວຫລາຍ
|
||
\v 30 ຈຶ່ງ ເວົ້າ ກັບ ຢາໂຄບ ວ່າ, “ຂ້ອຍ ຂໍ ກິນແກງ ໝາກຖົ່ວແດງ ຂອງ ເຈົ້າ ຈັກຄໍາ ແດ່ ເພາະ ຂ້ອຍ ຫິວຫລາຍ ແທ້ ໆ. ” (ດ້ວຍ ເຫດຜົນ ດັ່ງ ກ່າວ ນີ້ ເພິ່ນ ຈຶ່ງ ເອີ້ນ ເອຊາວ ວ່າ ເອໂດມ) ( ທ)
|
||
|
||
\s5
|
||
\v 31 ຢາໂຄບ ຕອບ ວ່າ, “ຂ້ອຍ ຈະ ໃຫ້ ກິນ ຖ້າ ເຈົ້າ ຂາຍ ສິດ ອ້າຍກົກ ໃຫ້ ຂ້ອຍ. ”
|
||
\v 32 ເອຊາວ ຕອບ ວ່າ, “ເອົາລະ ຂ້ອຍ ຫິວ ໃກ້ ຈະ ຕາຍ ຢູ່ແລ້ວ ສິດອ້າຍກົກ ຈະ ມີ ປະໂຫຍດ ຫຍັງ ແກ່ ຂ້ອຍ. ”
|
||
\v 33 ຢາໂຄບ ຈຶ່ງ ຕອບ ວ່າ, “ສາບານ ກ່ອນ ແມ ວ່າ ເຈົ້າ ຈະ ມອບ ສິດອ້າຍກົກ ໃຫ້ ຂ້ອຍ. ” ເອຊາວ ຈຶ່ງສາບານ ແລະ ຂາຍ ສິດອ້າຍກົກ ຂອງຕົນ ໃຫ້ ຢາໂຄບ.
|
||
\v 34 ແລ້ວ ຢາໂຄບ ກໍ ເອົາ ເຂົ້າ ຈີ່ ແລະ ແກງ ໝາກຖົ່ວ ໃຫ້ ເອຊາວ, ລາວ ກິນ ແລະ ດື່ມ ຈົນ ອີ່ມ ແລ້ວ ກໍ ໜີ ໄປ. ເອຊາວ ໄດ້ ໝິ່ນປະໝາດ ສິດ ຂອງ ອ້າຍກົກ.
|
||
|
||
\s5
|
||
\c 26
|
||
\p
|
||
\v 1 ຢູ່ ຕໍ່ ມາ ມີ ການ ອຶດຢາກ ເກີດຂຶ້ນ ໃນ ປະເທດ ຊຶ່ງ ການ ອຶດ ຢາກ ເຊັ່ນ ນີ້ ເຄີຍ ມີ ມາ ແລ້ວ ໃນ ສະໄໝ ຂອງ ອັບຣາຮາມ. ອີຊາກ ຈຶ່ງ ໄປ ຫາ ເຈົ້າອາບີເມເຫລັກ ຜູ້ ທີ່ ເປັນ ກະສັດ ຂອງ ຊາວ ຟີລິດສະຕິນ ທີ່ ເມືອງ ເກຣາ.
|
||
|
||
\s5
|
||
\v 2 ອົງພຣະຜູ້ເປັນເຈົ້າ ໄດ້ ປາກົດ ແກ່ ອີຊາກ ແລະ ບອກ ເພິ່ນ ວ່າ, “ຢ່າ ໄປ ປະເທດ ເອຢິບ; ຈົ່ງ ຢູ່ ໃນ ດິນແດນ ນີ້ ຊຶ່ງ ເປັນ ບ່ອນ ທີ່ ເຮົາ ບອກ ເຈົ້າ ຢູ່.
|
||
\v 3 ໃນ ທີ່ນີ້ ເຮົາ ຈະ ຢູ່ ນຳ ເຈົ້າ ແລະ ອວຍພອນ ເຈົ້າ. ເຮົາຈະມອບ ດິນແດນ ທັງ ໝົດ ນີ້ ໃຫ້ ແກ່ ເຈົ້າ ກັບ ເຊື້ອສາຍ ຂອງ ເຈົ້າ. ເຮົາ ຈະ ເຮັດ ໃຫ້ ຄຳ ສາບານ ຊຶ່ງ ເຮົາ ໄດ້ ປະຕິຍານ ໄວ້ ກັບ ອັບຣາຮາມ ພໍ່ ຂອງ ເຈົ້າ ສໍາເລັດ.
|
||
|
||
\s5
|
||
\v 4 ເຮົາ ຈະ ໃຫ້ ເຈົ້າ ມີ ເຊື້ອສາຍ ຫລວງຫລາຍ ດັ່ງດວງດາວ ໃນ ທ້ອງຟ້າ ແລະ ເຮົາ ຈະມອບ ດິນແດນ ທັງໝົດນີ້ ໃຫ້ ເຊື້ອສາຍ ຂອງ ເຈົ້າ. ຊົນຊາດ ທັງປວງ ຈະ ໄດ້ ຮັບ ພຣະພອນ ຜ່ານ ທາງ ເຊື້ອ ສາຍ ຂອງ ເຈົ້າ.
|
||
\v 5 ເຮົາ ຈະ ອວຍພອນ ເຈົ້າ ເພາະ ອັບຣາຮາມ ເຊື່ອຟັງເຮົາ ໂດຍ ໄດ້ ປະຕິບັດ ຕາມ ຂໍ້ຄໍາສັ່ງ ຂອງເຮົາ.”
|
||
|
||
\s5
|
||
\v 6 ດັ່ງນັ້ນ ອີຊາກ ຈຶ່ງ ອາໄສ ຢູ່ ທີ່ ເມືອງ ເກຣາ.
|
||
\v 7 ເມື່ອ ຜູ້ຊາຍ ຊາວ ເມືອງ ຖາມ ກ່ຽວກັບ ເມຍຂອງເພິ່ນ ເພິ່ນກໍຕອບ ພວກເຂົາ ວ່າ ນາງ ເປັນນ້ອງສາວ. ເພິ່ນ ບໍ່ ກ້າ ເວົ້າ ວ່າ ນາງ ເປັນ ເມຍ ຂອງຕົນ ເພາະ ຢ້ານ ພວກຜູ້ຊາຍ ຊາວເມືອງນີ້ ຂ້າ ເພິ່ນ ແລະ ເອົານາງ ເຣເບກາ ຜູ້ ເປັນ ຍິງ ສວຍງາມ ນີ້ ໄປ.
|
||
\v 8 ເມື່ອ ອີຊາກ ອາໄສ ຢູ່ ໃນ ເມືອງ ນີ້ ຊົ່ວ ໄລຍະ ໜຶ່ງ ແລ້ວ ເຈົ້າອາບີເມເຫລັກ ກະສັດຂອງຊາວ ຟີລິດສະຕິນ ໄດ້ ຫລຽວ ລົງ ມາ ຈາກ ປ່ອງຢ້ຽມ ແລະ ເຫັນ ອີຊາກ ກຳ ລັງ ກອດ ນາງ ເຣເບກາ ເມຍ ຂອງຕົນ ຢູ່.
|
||
|
||
\s5
|
||
\v 9 ເຈົ້າອາບີເມເຫລັກ ຈຶ່ງ ເອີ້ນ ອີຊາກ ມາ ແລະ ເວົ້າວ່າ, “ເບິ່ງດູ ນາງ ເປັນ ເມຍ ຂອງ ເຈົ້າ ແທ້ ແຕ່ ເປັນຫຍັງ ເຈົ້າ ຈຶ່ງ ເວົ້າ ວ່າ ນາງ ເປັນ ນ້ອງສາວ? ” ອີຊາກ ຈຶ່ງ ຕອບ ວ່າ, “ເພາະ ຂ້ານ້ອຍ ຢ້ານ ຖືກ ຂ້າ ຖ້າເວົ້າວ່າ ນາງ ເປັນ ເມຍ. ”
|
||
\v 10 ເຈົ້າອາບີເມເຫລັກ ເວົ້າວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ດັ່ງ ນີ້? ຄົນ ຂອງເຮົາ ບາງຄົນ ອາດ ນອນ ນຳ ເມຍ ຂອງ ເຈົ້າ ກໍໄດ້ ແລະ ເຈົ້າ ຕ້ອງ ຮັບ ຜິດ ຊອບ ໃນ ຄວາມຜິດ ຂອງ ພວກເຮົາ. ”
|
||
\v 11 ດັ່ງນັ້ນ ເຈົ້າອາບີເມເຫລັກ ຈຶ່ງ ອອກ ຄໍາສັ່ງ ເຕືອນ ປະຊາຊົນ ໃນ ເມືອງ ນັ້ນ ວ່າ, “ຖ້າ ຜູ້ໃດ ຜູ້ໜຶ່ງ ຂົ່ມ ເຫັງ ຊາຍ ຜູ້ ນີ້ ແລະ ເມຍ ຂອງ ລາວ ຈະ ໄດ້ ຮັບ ໂທດ ເຖິງ ຕາຍ.”
|
||
|
||
\s5
|
||
\v 12 ອີຊາກ ເຮັດ ນາ ໃນ ປະເທດ ນີ້ ແລະ ໃນ ປີ ນັ້ນ ເອງ ເພິ່ນ ເກັບກ່ຽວ ເຂົ້າ ໄດ້ ຮ້ອຍ ເທົ່າ ໃນ ຈຳ ນວນ ເຂົ້າ ທີ່ເພາະປູກ ເພາະ ອົງພຣະຜູ້ ເປັນເຈົ້າ ອວຍພອນ ເພິ່ນ.
|
||
\v 13 ອີຊາກ ຈະເລີນ ຮຸ່ງເຮືອງ ຂຶ້ນ ແລະ ກາຍເປັນ ຄົນ ຮັ່ງ ມີ.
|
||
\v 14 ຍ້ອນ ເພິ່ນ ມີ ຝູງແກະ, ຝູງງົວ ແລະ ມີ ຄົນຮັບໃຊ້ ຫລາຍ ຄົນ ຊາວ ຟີລິດສະຕິນ ຈຶ່ງ ອິດສາ ເພິ່ນ.
|
||
|
||
\s5
|
||
\v 15 ສະນັ້ນ ພວກເຂົາ ຈຶ່ງ ເອົາຂີ້ດິນ ຖົມ ນໍ້າ ສ້າງ ທຸກ ໜ່ວຍ ຊຶ່ງ ຄົນຮັບໃຊ້ ຂອງ ພໍ່ ເພິ່ນ ໄດ້ ຂຸດ ໃນ ສະໄໝ ທີ່ພໍ່ ຂອງ ເພິ່ນ ຍັງມີ ຊີວິດ ຢູ່.
|
||
\v 16 ຕໍ່ມາ ເຈົ້າອາບີເມເຫລັກ ໄດ້ ບອກ ອີຊາກ ວ່າ, “ຈົ່ງ ໜີ ໄປ ຈາກ ດິນແດນ ຂອງເຮົາ. ເຈົ້າ ມີ ກຳລັງ ອໍານາດ ຫລາຍກວ່າ ເຮົາ ແລ້ວ. ”
|
||
\v 17 ດັ່ງນັ້ນ ອີຊາກ ຈຶ່ງ ໜີໄປ ຕັ້ງ ຄ້າຍພັກ ຢູ່ ຮ່ອມພູ ຂອງ ເມືອງ ເກຣາ ແລະ ຕັ້ງ ຫລັກ ແຫລ່ງ ຢູ່ ໃນທີ່ ນັ້ນ ຊົ່ວ ໄລຍະ ໜຶ່ງ.
|
||
|
||
\s5
|
||
\v 18 ເພິ່ນ ຂຸດ ນ້ຳສ້າງ ເກົ່າ ທີ່ ອັບຣາຮາມ ພໍ່ ຂອງຕົນ ໄດ້ ຂຸດ ໄວ້ ໃນ ສະໄໝ ກ່ອນ ແລະ ພວກ ຟີລິດສະຕິນ ໄດ້ ຖົມ ນໍ້າສ້າງ ເຫລົ່ານັ້ນ ຫລັງ ຈາກ ອັບຣາຮາມ ໄດ້ ຕາຍໄປ ແລ້ວ. ອີຊາກ ເອີ້ນ ຊື່ ນ້ຳສ້າງ ທີ່ ຂຸດ ໃໝ່ ນີ້ ເໝືອນ ຊື່ ເດີມ ທີ່ ພໍ່ ຂອງຕົນ ໄດ້ ເອີ້ນມາ ແລ້ວ.
|
||
|
||
\s5
|
||
\v 19 ຄົນຮັບໃຊ້ ຂອງ ອີຊາກ ໄດ້ ຂຸດ ນ້ຳ ສ້າງ ທີ່ ຮ່ອມພູ ແລະ ພວກເຂົາ ໄດ້ ພົບນ້ຳອອກບໍ່.
|
||
\v 20 ຄົນລ້ຽງສັດ ຂອງ ຊາວ ເມືອງ ເກຣາ ຈຶ່ງ ມາ ຖົກ ຖຽງ ກັນ ກັບ ຄົນ ລ້ຽງສັດ ຂອງ ອີຊາກ ວ່າ, “ບໍ່ນ້ຳ ນີ້ ເປັນ ຂອງ ພວກເຮົາ. ” ດັ່ງ ນັ້ນ ອີຊາກ ຈຶ່ງ ໃສ່ ຊື່ ບໍໍ່ນ້ຳ ນີ້ວ່າ, “ທະເລາະ ວິວາດ.”
|
||
|
||
\s5
|
||
\v 21 ຄົນ ຮັບໃຊ້ ຂອງ ອີຊາກ ໄດ້ ຂຸດ ນໍ້າ ສ້າງ ອີກ ໜ່ວຍ ໜຶ່ງ ໃນ ບ່ອນ ນີ້ ກໍ ມີການ ຖົກ ຖຽງ ກັນ ຕື່ມອີກ; ດັ່ງນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ນ້ຳ ສ້າງ ນີ້ ວ່າ, “ສັດຕູ. ”
|
||
\v 22 ເພິ່ນ ຈຶ່ງ ໜີຈາກ ທີ່ ນັ້ນ ແລະ ໄປ ຂຸດ ນໍ້າສ້າງ ທີ່ອື່ນ ອີກ. ໃນ ທີ່ ນີ້ ບໍ່ ມິ ການ ຖົກຖຽງ ກັນ ເກີດຂຶ້ນ. ດັ່ງ ນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ນໍ້າສ້າງ ນີ້ ວ່າ, “ອິດສະລະພາບ. ” ເພິ່ນ ເວົ້າ ວ່າ, “ບັດນີ້ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ໃຫ້ ອິດ ສະລະພາບ ແກ່ ພວກເຮົາ ໃນ ດິນແດນ ນີ້ ພວກເຮົາ ຈະ ຈະເລີນ ຮຸ່ງເຮືອງ ຂຶ້ນ ໃນ ທີ່ ນີ້. ”
|
||
|
||
\s5
|
||
\v 23 ແລ້ວ ອີຊາກ ກໍ ຈາກ ບ່ອນ ນີ້ ໄປ ຍັງ ເບເອນເຊບາ.
|
||
\v 24 ໃນ ຄືນ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ປາກົດ ແກ່ ເພິ່ນ ແລະ ກ່າວ ວ່າ, “ເຮົາ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ພໍ່ ຂອງ ເຈົ້າ; ຢ່າສູ່ ຢ້ານ ເລີຍ ເພາະ ເຮົາ ຢູ່ ກັບ ເຈົ້າ. ແລະ ອວຍພອນ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຫລວງຫລາຍ; ເຮົາ ໄດ້ ສັນ ຍາ ໄວ້ ກັບ ອັບຣາຮາມ ຜູ້ຮັບໃຊ້ ຂອງເຮົາ. ”
|
||
\v 25 ໃນທີ່ນັ້ນ ອີຊາກ ໄດ້ ສ້າງ ແທ່ນບູຊາ ຮ້ອງທູນ ອອກ ນາມຊື່ ອົງ ພຣະ ຜູ້ ເປັນ ເຈົ້າ. ແລ້ວ ເພິ່ນ ກໍ ຕັ້ງ ຄ້າຍພັກ ຢູ່ ທີ່ນັ້ນ ແລະ ຄົນ ຂອງ ເພິ່ນ ກໍ ຂຸດ ນ້ຳສ້າງ ຕື່ມ ອີກ.
|
||
|
||
\s5
|
||
\v 26 ເຈົ້າ ອາບີເມເຫລັກ ມາ ແຕ່ ເມືອງ ເກຣາ ພ້ອມ ກັບ ອາຮູສາດ ທີ່ ປຶກສາ ແລະ ຟີໂກນ ແມ່ ທັບ ຂອງຕົນ ເພື່ອ ຢ້ຽມຢາມ ອີຊາກ.
|
||
\v 27 ອີຊາກ ຖາມ ວ່າ, “ທ່ານເອີຍ ດ້ວຍເຫດໃດ ຈຶ່ງ ມາ ຫາ ຂ້ານ້ອຍ? ໃນ ເມື່ອທ່ານ ກຽດຊັງ ຂ້ານ້ອຍ ແລະ ຂັບໄລ່ ຂ້ານ້ອຍ ອອກ ມາ ຈາກ ດິນແດນ ຂອງທ່ານ.”
|
||
|
||
\s5
|
||
\v 28 ເຈົ້າ ອາບີເມເຫລັກ ຕອບ ວ່າ, “ບັດນີ້ ພວກເຮົາ ຮູ້ ແລ້ວ ວ່າ ອົງ ພຣະຜູ້ ເປັນ ເຈົ້າ ສະຖິດ ຢູ່ ກັບ ເຈົ້າ ແລະ ພວກເຮົາ ຄິດ ວ່າ ເຈົ້າ ແລະ ເຮົາ ຄວນ ມີ ການ ຕົກ ລົງ ກັນ ຢ່າງ ຈິງໃຈ.
|
||
\v 29 ພວກເຮົາ ປະສົງ ຢາກ ໃຫ້ ເຈົ້າ ສັນຍາ ວ່າ ຈະ ບໍ່ ທຳ ຮ້າຍ ພວກເຮົາ ດັ່ງ ທີ່ ພວກເຮົາ ບໍ່ ໄດ້ ທໍາຮ້າຍ ເຈົ້າ. ພວກເຮົາ ເມດຕາ ເຈົ້າ ໂດຍ ໃຫ້ ເດີນ ທາງ ອອກ ໜີ ມາ ຢ່າງ ສະຫງົບ ສຸກ. ມາບັດນີ້ ເປັນ ການ ຈະແຈ້ງ ແລ້ວວ່າ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ທີ່ ອວຍພອນ ເຈົ້າ.”
|
||
|
||
\s5
|
||
\v 30 ອີຊາກ ໄດ້ ຈັດງານກິນ ລ້ຽງ ຂຶ້ນ ເພື່ອ ຕ້ອນຮັບ ພວກເພິ່ນ ພວກເພິ່ນ ພາກັນ ກິນ ແລະ ດື່ມ ຢ່າງ ມ່ວນຊື່ນ.
|
||
\v 31 ໃນ ຕອນເຊົ້າ ມືດ ທັງ ສອງ ຝ່າຍ ຕ່າງ ກໍ ສາບານ ຕໍ່ ກັນ ແລະກັນ. ອີຊາກ ໄດ້ ສັ່ງ ລາ ພວກເພິ່ນ ແລະ ພວກເພິ່ນ ໄດ້ ອຳລາ ກັບ ເມືອ ຢ່າງ ສັນມິດ ທີ່ ດີ.
|
||
|
||
\s5
|
||
\v 32 ໃນ ມື້ ນັ້ນ ເອງ ຄົນ ຮັບ ໃຊ້ ຂອງ ອີຊາກ ໄດ້ ມາ ບອກ ເຖິງ ການ ຂຸດ ນໍ້າສ້າງ ວ່າ, “ເຮົາ ໄດ້ ພົບ ນໍ້າ. ”
|
||
\v 33 ດັ່ງ ນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ນ້ຳສ້າງ ນີ້ ວ່າ, “ສາບານ” ຊຶ່ງ ຕໍ່ມາ ໄດ້ ກາຍເປັນ ຊື່ ຂອງ ເມືອງ ເບເອນເຊບາ. (ນ)
|
||
|
||
\s5
|
||
\v 34 ເມື່ອ ເອຊາວ ອາຍຸ ໄດ້ 40 ປີ; ເພິ່ນ ແຕ່ງງານ ກັບ ລູກສາວ ຂອງ ຊາວ ຮິດຕີ ສອງ ຄົນ ຄື: ນາງ ຢູດິດ ລູກສາວ ຂອງ ເບເອຣີ ແລະ ນາງ ບາຊາມາດ ລູກສາວ ຂອງ ເອໂລນ.
|
||
\v 35 ລູກໃພ້ ສອງ ຄົນ ນີ້ ເຮັດ ໃຫ້ ອີຊາກ ແລະ ນາງ ເຣເບກາ ບໍ່ ມີ ຄວາມ ສຸກໃຈ ເລີຍ.
|
||
|
||
\s5
|
||
\c 27
|
||
\p
|
||
\v 1 ອີຊາກ ເຖົ້າ ແກ່ ຫລາຍ ແລະ ສາຍ ຕາ ກໍ ມືດ ມົວ ລົງ. ເພິ່ນ ເອີ້ນ ເອຊາວ ລູກຊາຍກົກ ມາ ແລະ ເວົ້າວ່າ, “ລູກເອີຍ” ລາວ ຕອບ ວ່າ, “ໂດຍ ລູກ ກຳ ລັງ ຟັງ ຢູ່. ”
|
||
\v 2 ອີຊາກ ກ່າວ ວ່າ, “ລູກ ກໍ ເຫັນ ວ່າ ພໍ່ ນີ້ ເຖົ້າ ແກ່ ຫລາຍ ແລ້ວ ອາດ ຈະ ຕາຍ ໃນ ໄວໆ ນີ້ ກໍ ໄດ້.
|
||
|
||
\s5
|
||
\v 3 ບັດ ນີ້ ຈົ່ງ ເອົາ ໜ້າ ທະນູ ກັບ ລູກສອນ ແລະ ອອກ ໄປ ລ່າສດັ ໃນ ປ່າ ມາ ໃຫ້ ພໍ່.
|
||
\v 4 ຈົ່ງ ເຮັດ ອາຫານ ແຊບໆ ທີ່ ພໍ່ ມັກ ກິນ ມາ ໃຫ້ ພໍ່. ເມື່ອ ກິນ ອີ່ມ ແລ້ວ ພໍ່ ຈະ ອວຍພອນ ເຈົ້າ ເປັນ ຄັ້ງ ສຸດທ້າຍ ກ່ອນ ພໍ່ ຈະ ຕາຍ.”
|
||
|
||
\s5
|
||
\v 5 ເມື່ອ ອີຊາກ ເວົ້າ ກັບ ເອຊາວ ນາງ ເຣເບກາ ກໍ ຢູ່ ທີ່ ນັ້ນ. ສະນັ້ນ ພໍ ເອຊາວ ອອກ ຈາກ ເມືອງ ໄປ ລ່າສັດ
|
||
\v 6 ນາງ ຈຶ່ງ ເວົ້າ ກັບ ຢາໂຄບ ວ່າ, “ແມ່ ຫາ ກໍ ໄດ້ ຍິນ ພໍ່ ຂອງ ເຈົ້າ ເວົ້າ ກັບ ເອຊາວ ວ່າ,
|
||
\v 7 ‘ໄປ ລ່າສັດ ມາ ເຮັດ ອາຫານ ອັນ ແຊບໆ ໃຫ້ ພໍ່. ເມື່ອ ກິນ ອີ່ມ ແລ້ວ ພໍ່ ຈະ ອວຍພອນ ເຈົ້າ ຊ້ອງໜ້າ ອົງພຣະ ຜູ້ ເປັນເຈົ້າ ກ່ອນ ພໍ່ ຈະ ຕາຍ.’
|
||
|
||
\s5
|
||
\v 8 ບັດ ນີ້ ລູກ ເອີຍ ຈົ່ງ ຟັງ ໃຫ້ ດີ ແລະ ເຮັດ ຕາມ ສິ່ງ ທີ່ ແມ່ ບອກ.
|
||
\v 9 ຈົ່ງ ໄປ ທີ່ ຝູງສັດ ແລະ ເລືອກ ເອົາ ລູກ ແບ້ ໂຕ ຕຸ້ຍ ພີ ດີ ງາມ ມາ ເພື່ອ ແມ່ ຈະ ເຮັດ ອາຫານ ຢ່າງ ແຊບໆ ທີ່ ພໍ່ ເຈົ້າ ມັກ.
|
||
\v 10 ແລ້ວ ຈົ່ງ ເອົາ ອາຫານ ໄປ ໃຫ້ ພໍ່ ເຈົ້າ ກິນ ເພື່ອ ວ່າ ພໍ່ ຈະ ອວຍພອນ ເຈົ້າ ກ່ອນ ເພິ່ນ ຈະ ຕາຍ.”
|
||
|
||
\s5
|
||
\v 11 ແຕ່ ຢາໂຄບ ເວົ້າ ກັບ ແມ່ ວ່າ, “ແມ່ ກໍ ຮູ້ ວ່າ ເອຊາວ ເປັນ ຄົນ ມີ ຂົນ ສ່ວນ ເຮົາ ນັ້ນ ຕົນ ຕົວ ກ້ຽງ.
|
||
\v 12 ພໍ່ ອາດ ລູບ ເບິ່ງ ເຮົາ ແລະ ເມື່ອ ຮູ້ ວ່າ ເຮົາ ກຳ ລັງ ຫລອກລວງ ເພິ່ນ ແທນ ທີ່ ເຮົາ ຈະ ໄດ້ ຮັບ ພອນ ເລີຍ ຈະ ຖືກ ສາບແຊ່ງ ຊໍ້າ.”
|
||
|
||
\s5
|
||
\v 13 ແມ່ ຕອບ ລາວ ວ່າ, “ລູກ ເອີຍ ຂໍ ໃຫ້ ຄຳສາບແຊ່ງ ຕົກ ຖືກ ແມ່ ເທາະ; ຈົ່ງ ເຮັດ ຕາມ ທີ່ ແມ່ ບອກ ເຖີດ ຈົ່ງ ໄປ ເອົາ ແບ້ ມາ. ”
|
||
\v 14 ດັ່ງນັ້ນ ລາວ ຈຶ່ງ ໄປ ເອົາ ແບ້ ມາ ໃຫ້ ແມ່ ເຮັດ ອາຫານ ອັນ ແຊບໆ ທີ່ ອີຊາກ ມັກ.
|
||
|
||
\s5
|
||
\v 15 ແລ້ວ ນາງ ເຣເບກາ ກໍ ເອົາ ເສື້ອ ໂຕ ດີທີ່ສຸດ ຂອງ ເອຊາວ ທື່ ມີ ໃນ ເຮືອນ ມາ ໃຫ້ ຢາໂຄບ ໃສ່.
|
||
\v 16 ນາງ ເອົາ ໜັງ ແກະ ມາ ປົກ ແຂນ ແລະ ຄໍ ອັນ ກ້ຽງ ຂອງ ລາວ.
|
||
\v 17 ນາງ ເອົາ ອາຫານ ອັນ ຫອມຫວນ ແລະ ເຂົ້າ ຈີ່ ທີ່ ຕົນ ເຮັດ ນັ້ນ ໃຫ້ ຢາໂຄບ ຖື ໄປ.
|
||
|
||
\s5
|
||
\v 18 ແລ້ວ ຢາໂຄບ ກໍ ໄປ ຫາ ພໍ່ ແລະ ເວົ້າ ວ່າ, “ພໍ່ ເອີຍ ” ຜູ້ ເປັນ ພໍ່ ຈຶ່ງ ຕອບ ວ່າ, “ແມ່ນຫຍັງລູກ ເຈົ້າເປັນ ລູກ ຄົນ ໃດ ຂອງ ພໍ່? ໍ”
|
||
\v 19 ຢາໂຄບ ຕອບ ວ່າ, “ລູກ ແມ່ນ ເອຊາວ ລູກຊາຍ ຄົນ ກົກ ຂອງ ພໍ່. ໍ ລູກ ເຮັດ ສິ່ງ ທີ່ ພໍ່ ໄດ້ ບອກ ນັ້ນ ແລ້ວ. ຈົ່ງ ລຸກ ຂຶ້ນ ກິນ ອາຫານ ນີ້ ເຖີດ ເພື່ອ ວ່າ ພໍ່ ຈະ ອວຍພອນ ລູກ.”
|
||
|
||
\s5
|
||
\v 20 ອີຊາກ ຖາມ ວ່າ, “ລູກ ໄດ້ ມາ ແຕ່ ໃສ ໄວ ແທ້? ” ຢາໂຄບ ຕອບ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພໍ່ ຊ່ວຍ ຫາ ໃຫ້ ລູກ. ”
|
||
\v 21 ອີຊາກ ເວົ້າ ກັບ ຢາໂຄບ ວ່າ, “ຈົ່ງ ຫຍັບ ເຂົ້າ ມາ ໃກ້ໆ ພໍ່ ພີ້ ເພື່ອ ພໍ່ ຈະ ລູບ ເບິ່ງ ວ່າ ເຈົ້າ ແມ່ນ ເອຊາວ ແທ້ ຫລື ບໍ່? ໍ”
|
||
|
||
\s5
|
||
\v 22 ຢາໂຄບ ຈ່ຶ່ງ ຫຍັບ ເຂົ້າ ໃກ້ ພໍ່ ເພິ່ນ ລູບ ຄໍາ ລາວ ແລະ ເວົ້າ ວ່າ, “ສຽງ ປາກ ຂອງ ເຈົ້າ ຄື ກັບ ສຽງ ປາກ ຂອງ ຢາໂຄບ ແຕ່ ແຂນ ຂອງ ເຈົ້າ ຄື ກັບ ແຂນ ຂອງ ເອຊາວ. ”
|
||
\v 23 ເພິ່ນ ບໍ່ ຮູ້ ວ່າ ແມ່ນ ຢາໂຄບ ເພາະ ແຂນ ຂອງ ລາວ ມີ ຂົນ ຄື ກັບ ແຂນ ຂອງ ເອຊາວ. ເພິ່ນ ເກືອບ ຈະ ເລີ່ມ ອວຍພອນ ລາວ,
|
||
|
||
\s5
|
||
\v 24 ແຕ່ ເພິ່ນ ຍັງ ຖາມ ຊໍ້າ ອີກ ວ່າ, “ເຈົ້າ ແມ່ນ ເອຊາວ ແທ້ ບໍ? ” ລາວ ຕອບ ວ່າ, “ແມ່ນແທ້. ”
|
||
\v 25 ອີຊາກ ຈຶ່ງ ກ່າວ ວ່າ, “ຈົ່ງ ເອົາ ອາຫານ ມາ ໃຫ້ ພໍ່ ກິນ ເມື່ອ ກິນ ແລ້ວ ພໍ່ຈະອວຍພອນ ເຈົ້າ. ” ຢາໂຄບ ຈຶ່ງເອົາ ອາຫານ ມາ ໃຫ້ ພໍ່ ຂອງຕົນ ກິນ ແລະ ເອົາ ເຫລົ້າ ອະງຸ່ນ ໃຫ້ ເພິ່ນ ດື່ມ.
|
||
|
||
\s5
|
||
\v 26 ແລ້ວ ເພິ່ນ ກໍ ເວົ້າ ວ່າ, “ລູກເອີຍ ຈົ່ງ ຫຍັບ ເຂົ້າ ມາ ໃກ້ໆ ແລະ ຈູບ ພໍ່ ສາ. ”
|
||
\v 27 ພໍ ລາວ ຫຍັບ ເຂົ້າ ໄປ ຈູບ ພໍ່ ຂອງຕົນ ອີຊາກ ກໍໄດ້ ກິ່ນ ເຄື່ອງນຸ່ງ ຂອງ ເອຊາວ. ດັ່ງ ນັ້ນ ເພິ່ນ ຈຶ່ງ ອວຍພອນ ລາວ ວ່າ, “ກິ່ນ ຫອມ ລູກຊາຍ ຂອງຂ້ອຍ ນີ້ ຄື ກິ່ນ ທີ່ ມາ ຈາກ ທົ່ງ ນາ ທີ່ ອົງພຣະ ຜູ້ ເປັນເຈົ້າ ຈອມ ໂລກາ ສົ່ງ ພອນ ລົງ ມາ ໃຫ້.
|
||
|
||
\s5
|
||
\v 28 ໂຜດ ໃຫ້ ຄວາມ ຊຸ່ມຊື່ນ ຈາກ ສະຫວັນ ລົງ ມາ ແຜ່ ລ້ຽງ ທົ່ງນາ ແລະ ຕົ້ນ ເຂົ້າ ທັງ ເຫລົ້າ ອະງຸ່ນ ໃຫ້ ມີ ຫລາຍ.
|
||
|
||
\s5
|
||
\v 29 ແລ້ວ ຫລາຍໆ ຊົນ ຊາດ ຈະ ຄໍານັບ ຮັບ ຄໍາ ບັນຊາ; ພ້ອມ ພາກັນ ຕັ້ງ ໜ້າ ມາ ຂາບລົງ ຮັບ ໃຊ້ ເຈົ້າ. ຈົ່ງ ປົກ ຄອງ ພວກເຂົາ ໃຫ້ ໄດ້ ດັ່ງ ປົກ ຄອງ ນ້ອງພີ່ ເຊັ່ນ ພີ່ນ້ອງ ແມ່ ເຈົ້າ ຈຸ້ມ ເຈື້ອ ເຫລົ່າ ລູກຫລານ ພວກເຂົາ ຈະ ພາກັນ ມາ ກົ້ມ ຂາບ ກົ້ມ ຄານ ຢ້ານກົວ ຍິ່ງ ຈິງໃຈ ຄໍານັບ ເຈົ້າ ສະເໝີ ດ້າມ ເຈົ້າ ພະຍາ ແທ້ ໃດ ບັດນີ້ ພວກ ເຜົ່າ ໃດ ປ້ອຍດ່າ ເຈົ້າ ພວກເຂົາ ຈະ ຖືກ ປ້ອຍດ່າ ກັບຄືນ ພວກ ເຜົ່າໃດ ອວຍພອນ ເຈົ້າ ພວກເຂົາ ກໍ ຈະ ໄດ້ ຮັບ ພຣະພອນ ນັ້ນ ເໝືອນກັນ.”
|
||
|
||
\s5
|
||
\v 30 ພໍ ຢາໂຄບ ໄດ້ ຮັບ ພອນ ຈາກ ອີຊາກ ແລ້ວ ລາວ ກໍ ອໍາລາ ຈາກ ໄປ. ຫລັງຈາກ ນັ້ນ ໜ້ອຍ ໜຶ່ງ ເອຊາວ ອ້າຍ ຂອງ ລາວ ກໍ ກັບ ມາ ແຕ່ ລ່າສັດ.
|
||
\v 31 ລາວ ຄົວ ອາຫານ ອັນ ແຊບໆ ແລະ ຖືໄປ ໃຫ້ພໍ່. ລາວ ເວົ້າ ວ່າ, “ພໍ່ ເອີຍ ຈົ່ງ ລຸກ ຂຶ້ນ ກິນ ອາຫານ ຂອງ ລູກ ເຖີດ ເພື່ອ ພໍ່ ຈະ ອວຍພອນ ລູກ.”
|
||
|
||
\s5
|
||
\v 32 ອີຊາກ ຖາມ ວ່າ, “ເຈົ້າ ແມ່ນ ໃຜ? ”. ລາວ ຕອບ ວ່າ, “ເຮົາ ແມ່ນ ເອຊາວ ລູກຊາຍກົກ ຂອງ ພໍ່”.
|
||
\v 33 ພໍ ໄດ້ຍິນ ດັ່ງ ນັ້ນ ອີຊາກຈຶ່ງ ຕົກໃຈທັງ ສັ່ນ ໝົດ ຕົວ ແລະຖາມວ່າ, “ຖ້າດັ່ງ ນັ້ນ ແມ່ນໃຜ ທີ່ ຂ້າສັດ ແລະ ຈັດ ແຈ່ງອາຫານເອົາ ມາໃຫ້ ພໍ່ກິນ? ພໍ່ ໄດ້ ກິນ ແລະ ອວຍພອນ ທຸກຢ່າງ ແກ່ ລາວ ແລ້ວ ກ່ອນ ເຈົ້າ ມາ ຮອດ ແລະພອນນັ້ນ ກໍ ຈະເປັນ ຂອງລາວຕະຫລອດໄປ.”
|
||
|
||
\s5
|
||
\v 34 ເມື່ອ ເອຊາວ ໄດ້ຍິນ ຢ່າງ ນັ້ນ ລາວ ຈຶ່ງ ຮ້ອງໄຫ້ ຂຶ້ນ ຢ່າງ ຂົມ ຂື່ນ ແລະ ເວົ້າ ວ່າ, “ພໍ່ ເອີຍ ຈົ່ງ ອວຍພອນ ລູກ ເໝືອນກັນ ແດ່ ທ້ອນ. ”
|
||
\v 35 ອີຊາກ ຕອບ ວ່າ, “ນ້ອງ ຂອງ ເຈົ້າ ຫລອກລວງ ພໍ່. ລາວ ເອົາ ພອນ ທີ່ ເຈົ້າ ຄວນ ຈະ ໄດ້ ຮັບ ນັ້ນ ໄປ ແລ້ວ.”
|
||
|
||
\s5
|
||
\v 36 ເອຊາວ ເວົ້າ ວ່າ, “ນີ້ ແມ່ນ ເທື່ອ ທີ ສອງ ທີ່ ລາວ ໄດ້ ໂກງ ລູກ ກໍ ບໍ່ ແມ່ນ ຍ້ອນ ລາວ ຊື່ ຢາໂຄບ (ບ) ນັ້ນ ບໍ? ລາວ ໄດ້ ເອົາ ສິດ ທິ ອ້າຍກົກ ຂອງ ລູກ ໄປ ແລະ ບັດ ນີ້ ລາວ ຊໍ້າ ເອົາ ພອນ ຂອງ ລູກ ໄປ ອີກ. ພໍ່ ບໍ່ ມີ ພອນ ຈັກ ຢ່າງ ເຫລືອ ໄວ້ ໃຫ້ ລູກ ອີກ ແດ່ ບໍ? ”
|
||
\v 37 ອີຊາກ ຕອບ ວ່າ, “ພໍ່ ໄດ້ ອວຍພອນ ລາວ ເປັນ ນາຍ ຂອງ ເຈົ້າ ແລະ ໃຫ້ ພວກ ຍາດຕິພີ່ນ້ອງ ເປັນ ຄົນ ຮັບໃຊ້ ລາວ. ພໍ່ໄດ້ ອວຍພອນ ລາວ ໃຫ້ ມີ ເຂົ້າ ແລະ ມີ ເຫລົ້າ ອະງຸ່ນ ຢ່າງ ອຸດົມ ສົມ ບູນ. ບັດນີ້ ພໍ່ ບໍ່ ມີ ຫຍັງ ເຫລືອ ພໍ ທີ່ ຈະ ອວຍພອນ ເຈົ້າ ໄດ້ ດອກ ລູກ ເອີຍ.”
|
||
|
||
\s5
|
||
\v 38 ເອຊາວ ສືບ ຕໍ່ ວອນຂໍ ພໍ່ ຂອງຕົນ ວ່າ, “ພໍ່ ເອີຍ ພອນ ຂອງ ພໍ່ ມີ ເທົ່າ ນີ້ ບໍ? ຂໍ ອວຍພອນ ລູກ ແດ່ ທ້ອນ. ” ລາວ ເວົ້າ ພ້ອມ ທັງ ຮ້ອງໄຫ້.
|
||
|
||
\s5
|
||
\v 39 ແລ້ວ ອີຊາກ ກໍ ເວົ້າ ວ່າ, “ເຈົ້າ ຈະ ພາກ ຈາກ ຖິ່ນ ທີ່ ສົມ ບູນ ແລະ ຮັ່ງ ມີ; ເຈົ້າ ຈະ ຂາດ ຄວາມ ຊຸ່ມເຢັນ ທີ່ ສະຫວັນ ໂຜດ ໃຫ້.
|
||
\v 40 ຊີວິດ ຂອງ ເຈົ້າ ນັ້ນ ຈະ ໃຊ້ ດາບ ຮັບໃຊ້ ນ້ອງຊາຍ ຕົນ; ແຕ່ ໃນ ທີ່ສຸດ ເຈົ້າ ຈະປົດປ່ອຍ ຕົນເອງ ເປັນ ອິດສະຫລະ ຈາກ ເຂົາ ໄດ້. ”
|
||
|
||
\s5
|
||
\v 41 ເອຊາວ ກຽດຊັງ ຢາໂຄບ ຍ້ອນ ວ່າ ພໍ່ ໄດ້ ອວຍພອນ ລາວ. ລາວ ຄິດ ວ່າ, “ມື້ ໄວ້ທຸກ ໃຫ້ ພໍ່ ກໍ ໃກ້ ເຂົ້າ ມາ ແລ້ວ; ເມື່ອ ມື້ ນັ້ນ ສິ້ນສຸດ ລົງ ຍາມໃດ ເຮົາ ກໍ ຈະ ຂ້າ ຢາໂຄບ ເສຍ ຍາມນັ້ນ. ”
|
||
\v 42 ແຕ່ ນາງ ເຣເບກາ ຮູ້ ແຜນການ ຂອງ ເອຊາວ ກ່ອນ ຈຶ່ງ ໃຊ້ ຄົນ ໄປ ເອີ້ນ ຢາໂຄບ ມາ ແລະ ບອກ ວ່າ, “ລູກ ຈົ່ງ ຟັງ ໃຫ້ ດີ ເອຊາວ ອັາຍ ຂອງ ເຈົ້າ ກຳ ລັງ ວາງແຜນ ຈະ ຂ້າ ເຈົ້າ ເພື່ອ ແກ້ແຄ້ນ.
|
||
|
||
\s5
|
||
\v 43 ສະນັ້ນ ຈົ່ງ ເຮັດ ຕາມ ສິ່ງ ທີ່ ແມ່ ບອກ ເຈົ້າ ເດີ ລູກ ເອີຍ.
|
||
\v 44 ຈົ່ງ ໜີໄປ ຢູ່ ນຳ ລາບານ ລູງ ຂອງ ເຈົ້າ ທີ່ ເມືອງ ຮາຣານ ຊົ່ວ ໄລຍະ ໜຶ່ງ ກ່ອນ ຈົນ ກວ່າ ອ້າຍ ຂອງ ເຈົ້າ ເຊົາ ຄຽດແຄ້ນ
|
||
\v 45 ແລະ ລືມ ສິ່ງ ທີ່ ເຈົ້າ ໄດ້ ເຮັດ ຕໍ່ ລາວ ມາ ນັ້ນ. ແລ້ວ ແມ່ ກໍ ຈະ ໃຊ້ ຄົນ ໄປ ເອົາ ເຈົ້າ ກັບ ຄືນ ມາ. ເປັນ ຫຍັງ ໜໍ ຂ້ອຍ ຈະ ຕ້ອງ ສູນເສຍ ລູກ ທັງ ສອງ ໃນ ມື້ ດຽວ?”
|
||
|
||
\s5
|
||
\v 46 ນາງ ເຣເບກາ ເວົ້າ ຕໍ່ ອີຊາກ ວ່າ, “ຂ້ອຍ ເບື່ອ ໜ່າຍ ທີ່ ເອຊາວ ເອົາ ເມຍ ຄົນ ຕ່າງຊາດ. ຖ້າ ຢາໂຄບ ເອົາ ສາວຊາວ ຮິດຕີ ມາ ເປັນ ເມຍ ອີກ ກໍ ໃຫ້ ຂ້ອຍ ຕາຍ ເສຍ ດີກວ່າ.”
|
||
|
||
\s5
|
||
\c 28
|
||
\p
|
||
\v 1 ອີຊາກ ໄດ້ ເອີ້ນ ຢາໂຄບ ມາເພື່ອອວຍພອນ ແລະ ສັ່ງ ວ່າ, “ລູກ ຢ່າ ເອົາ ຍິງ ສາວ ຊາວ ການາອານ ມາ ເປັນ ເມຍ ເດີ
|
||
\v 2 ແຕ່ ຈົ່ງ ໄປ ຫາ ເບທູເອນ ພໍ່ ຂອງ ແມ່ ເຈົ້າ ທີ່ ເມໂຊໂປຕາເມຍ ແລະ ຫາ ເອົາ ຍິງ ສາວ ຜູ້ໜຶ່ງ ໃນ ພວກ ຜູ້ ສາວ ຢູ່ທີ່ນັ້ນ ມາ ເປັນ ເມຍ ຄື: ລູກສາວ ຄົນ ໜຶ່ງ ໃນ ພວກ ລູກສາວ ຂອງ ລາບານ ລູງ ຂອງ ເຈົ້າ.
|
||
|
||
\s5
|
||
\v 3 ຂໍ ໃຫ້ ພຣະເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ໂຜດ ອວຍພອນ ການ ແຕ່ງງານ ຂອງ ເຈົ້າ ແລະ ໃຫ້ ເຈົ້າ ມີ ລູກ ຢ່າງ ຫລວງຫລາຍ ເພື່ອ ເຈົ້າ ຈະ ໄດ້ ເປັນ ບັນພະບຸລຸດ ຂອງ ຫລາຍ ຊົນຊາດ
|
||
\v 4 ຂໍ ພຣະອົງ ໂຜດ ອວຍພອນ ເຈົ້າ ແລະ ເຊື້ອ ສາຍ ຂອງ ເຈົ້າ ເໝືອນ ດັ່ງ ພຣະອົງ ໄດ້ ອວຍພອນ ອັບຣາຮາມ ຂໍ ໃຫ້ ເຈົ້າ ໄດ້ ເປັນ ກໍາມະສິດ ດິນແດນ ທີ່ ເຈົ້າ ກຳ ລັງ ຢູ່ ນີ້ ຊຶ່ງ ພຣະເຈົ້າ ໄດ້ ມອບ ໃຫ້ ອັບຣາຮາມ.”
|
||
|
||
\s5
|
||
\v 5 ອີຊາກ ສົ່ງ ຢາໂຄບ ໄປ ຫາ ລາບານ ທີ່ ເມໂຊໂປຕາເມຍ. ລາບານ ເປັນ ລູກຊາຍ ຂອງ ເບທູເອນ ຊາວ ອາຣາມ ແລະ ເປັນ ອ້າຍ ຂອງ ນາງ ເຣເບກາ ຜູ້ ທີ່ ເປັນ ແມ່ ຂອງ ຢາໂຄບ ແລະ ເອຊາວ.
|
||
|
||
\s5
|
||
\v 6 ເອຊາວ ຮູ້ ວ່າ ອີຊາກ ໄດ້ ອວຍພອນ ຢາໂຄບ ແລະ ສົ່ງ ລາວ ໜີໄປ ຫາ ເມຍ ທີ່ ເມໂຊໂປຕາເມຍ. ລາວ ຮູ້ຈັກ ຄື ກັນ ວ່າ ເມື່ອ ອີຊາກ ອວຍພອນ ຢາໂຄບ ນັ້ນ ເພິ່ນ ໄດ້ ບອກ ລາວ ວ່າ ບໍ່ ໃຫ້ ເອົາ ຍິງ ສາວ ຊາວ ການາອານ ມາ ເປັນ ເມຍ.
|
||
\v 7 ເອຊາວ ຮູ້ ວ່າ ຢາໂຄບ ຟັງ ຄວາມ ຂອງ ພໍ່ ແມ່ ແລະ ໄດ້ ໄປ ທີ່ ເມໂຊໂປຕາເມຍ ແລ້ວ.
|
||
|
||
\s5
|
||
\v 8 ລາວ ເຂົ້າໃຈ ວ່າ ອີຊາກ ພໍ່ ຂອງຕົນ ບໍ່ ມັກ ຍິງ ສາວ ຊາວ ການາອານ.
|
||
\v 9 ດັ່ງ ນັ້ນ ລາວ ຈຶ່ງ ໄປ ຫາ ອິດຊະມາເອນ ລູກຊາຍ ຂອງ ອັບຣາຮາມ ແລະ ເອົາ ນາງ ມາຮາລາດ ລູກສາວ ຂອງ ເພິ່ນ ມາ ເປັນ ເມຍ ຄື: ນ້ອງສາວ ຂອງ ເນບາໂຢດ.
|
||
|
||
\s5
|
||
\v 10 ຢາໂຄບ ອອກ ຈາກ ເບເອນເຊບາ ແລະ ມຸ່ງໜ້າ ໄປ ຍັງ ເມືອງ ຮາຣານ.
|
||
\v 11 ລາວ ມາ ຮອດ ບ່ອນ ໜຶ່ງ (ປ) ພໍດີ ຄ່ຳ ຈຶ່ງ ພັກ ແຮມຄືນ ຢູ່ ທີ່ນັ້ນ. ລາວ ລົ້ມ ລົງ ນອນ ໂດຍ ໃຊ້ ກ້ອນຫິນ ໝູນ ຕາງ ໝອນ.
|
||
|
||
\s5
|
||
\v 12 ເມື່ອ ຫລັບ ໄປ ລາວ ໄດ້ ຝັນ ເຫັນ ຂັ້ນໄດ ແຕ່ ດິນ ຈົນ ຈຸ ຟ້າ ແລະ ມີ ບັນດາ ເທວະດາ ຂອງ ພຣະເຈົ້າ ກຳລັງ ຍ່າງ ຂຶ້ນ ຍ່າງ ລົງ ຕາມ ຂັ້ນໄດ ນັ້ນ.
|
||
\v 13 ແລະ ຢູ່ ທີ່ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ກຳ ລັງ ຢືນ ຢູ່ ຂ້າງ ລາວ. (ຜ) ພຣະອົງ ກ່າວ ວ່າ, “ເຮົາ ແມ່ນ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ອົງ ທີ່ ອັບຣາຮາມ ແລະ ອີຊາກ; ເຮົາ ຈະມອບ ດິນ ແດນ ທີ່ ເຈົ້າ ກຳ ລັງ ນອນ ຢູ່ ນີ້ ໃຫ້ ເຈົ້າ ແລະ ເຊື້ອ ສາຍ ຂອງ ເຈົ້າ.
|
||
|
||
\s5
|
||
\v 14 ເຊື້ອ ສາຍ ຂອງ ເຈົ້າ ນັ້ນ ຈະ ມີ ຫລວງຫລາຍ ດັ່ງ ຂີ້ຝຸ່ນ ດິນ. ພວກເຂົາ ຈະ ແຜ່ ຜາຍ ຂະຫຍາຍ ເຂດ ໄປ ທົ່ວ ທຸກ ທິດ ແລະ ໂດຍ ຜ່ານ ທາງ ເຈົ້າ ແລະ ເຊື້ອ ສາຍ ຂອງ ເຈົ້າ ເຮົາ ຈະ ອວຍພອນ ບັນ ດາ ຊົນ ຊາດ ທັງ ປວງ. (ຝ)
|
||
\v 15 ຈົ່ງ ຈົດ ຈຳ ຢູ່ ສະເໝີ ວ່າ ເຮົາ ຈະ ຢູ່ ນໍາ ເຈົ້າ ແລະ ປົກປັກ ຮັກສາ ເຈົ້າ ທຸກທີ່ ທຸກບ່ອນ ທີ່ ເຈົ້າ ໄປ ແລະ ເຮົາ ຈະ ໃຫ້ ເຈົ້າ ກັບ ມາ ຢູ່ ໃນ ດິນແດນ ນີ້. ເຮົາ ຈະ ບໍ່ ໜີ ໄປ ຈາກ ເຈົ້າ ຈົນ ກວ່າ ເຮົາ ຈະ ເຮັດ ສິ່ງ ທີ່ ເຮົາ ໄດ້ ສັນຍາ ໄວ້ ກັບ ເຈົ້າ.”
|
||
|
||
\s5
|
||
\v 16 ເມື່ອ ຢາໂຄບ ຕື່ນ ຂຶ້ນ ຈຶ່ງ ເວົ້າ ວ່າ, “ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ ບ່ອນ ນີ້ ແທ້ໆ ແຕ່ ເຮົາ ບໍ່ ຮູ້ ຈັກ. ”
|
||
\v 17 ລາວ ຢ້ານ ແລະ ເວົ້າ ວ່າ, “ບ່ອນ ນີ້ ໜ້າ ຂົນ ຫົວ ລຸກ ແທ້ໆ! ຄົງ ເປັນ ເຮືອນ ຂອງ ພຣະເຈົ້າ ແລະ ຄົງ ເປັນ ປະຕູ ທີ່ ໄຂ ໄປ ສູ່ ສະຫວັນ.”
|
||
|
||
\s5
|
||
\v 18 ຢາໂຄບ ລຸກຂຶ້ນແຕ່ເຊົ້າໆ ແລະເອົາກ້ອນຫິນທີ່ໝູນຫົວນັ້ນຕັ້ງຂຶ້ນເປັນເສົາອະນຸສອນ. ແລ້ວລາວກໍເອົານ້ຳມັນຫອມຖອກເທໃສ່ເພື່ອອຸທິດຖວາຍໃຫ້ແກ່ພຣະເຈົ້າ.
|
||
\v 19 ລາວ ເອີ້ນບ່ອນນີ້ວ່າ ເບັດເອນ (ພ) (ແຕ່ກ່ອນເມືອງນີ້ຊື່ວ່າ ລູເຊ)
|
||
|
||
\s5
|
||
\v 20 ແລ້ວ ຢາໂຄບ ກໍ ໄດ້ ສາບານ ວ່າ, “ຖ້າ ພຣະເຈົ້າ ສະຖິດ ຢູ່ ກັບ ຂ້ານ້ອຍ ແລະ ປົກປັກ ຮັກສາ ຂ້ານ້ອຍ ໃນ ການ ເດີນ ທາງ ແລະ ໃຫ້ ອາຫານ ແລະ ເຄື່ອງນຸ່ງຫົ່ມ
|
||
\v 21 ແລະ ຖ້າ ຂ້ານ້ອຍ ກັບ ມາ ເຖິງ ບ້ານ ພໍ່ ຂອງ ຂ້ານ້ອຍ ຢ່າງ ປອດໄພ ແລ້ວ ພຣະອົງ ກໍ ຈະ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ.
|
||
\v 22 ກ້ອນຫິນ ທີ່ ຂ້ານ້ອຍ ຕັ້ງ ຂຶ້ນ ເປັນ ເສົາ ອະນຸສອນ ນີ້ ຈະ ເປັນ ເສົາ ວິຫານ ຂອງ ພຣະເຈົ້າ ແລະ ຂ້າ ນ້ອຍ ຈະ ຖວາຍ ໜຶ່ງ ສ່ວນສິບ ໃນ ທຸກໆ ສິ່ງ ທີ່ ພຣະອົງ ໄດ້ ອວຍພອນ ຂ້າ ນ້ອຍ.”
|
||
|
||
\s5
|
||
\c 29
|
||
\p
|
||
\v 1 ຢາໂຄບ ໄດ້ ເດີນ ທາງ ຕໍ່ ໄປ ຈົນ ເຖິງ ດິນແດນ ຂອງ ຊາວ ຕາເວັນອອກ.
|
||
\v 2 ໃນ ທັນໃດນັ້ນ ລາວ ກໍ ມາ ຮອດ ນ້ຳ ສ້າງ ທີ່ ທົ່ງ ນາ ຊຶ່ງ ມີ ແກະ ສາມ ຝູງ ກຳ ລັງ ນອນ ພັກ ຜ່ອນ ຢູ່ ໃກ້ໆ ນັ້ນ. ແກະ ເຫລົ່ານັ້ນ ກິນ ນໍ້າ ຈາກ ສ້າງ ແຫ່ງ ນີ້ ຊຶ່ງ ມີ ຫິນ ກ້ອນ ໃຫຍ່ ອັດ ປາກ ສ້າງ ຢູ່.
|
||
\v 3 ຕາມ ປົກ ກະຕິ ເມື່ອ ແກະ ທຸກ ຝູງ ມາ ໂຮມ ກັນ ທີ່ ນັ້ນ ໝົດ ແລ້ວ ພວກ ລ້ຽງແກະ ຈຶ່ງ ພາກັນ ກິ້ງ ກ້ອນຫິນ ອອກ ແລະ ຕັກ ນໍ້າ ໃຫ້ ແກະ ກິນ. ແລ້ວ ພວກເຂົາ ກໍ ກິ້ງ ກ້ອນຫິນ ນັ້ນ ອັດ ປາກ ນ້ຳ ສ້າງ ໄວ້ ຄື ເກົ່າ.
|
||
|
||
\s5
|
||
\v 4 ຢາໂຄບ ຖາມ ພວກ ລ້ຽງແກະ ວ່າ, “ສະຫາຍ ເອີຍ ພວກເຈົ້າ ມາ ແຕ່ ໃສ? ” ພວກເຂົາ ຕອບ ວ່າ, “ມາ ແຕ່ ເມືອງ ຮາຣານ”.
|
||
\v 5 ລາວ ຖາມ ອີກ ວ່າ, “ພວກເຈົ້າ ຮູ້ຈັກ ລາບານ ຫລານຊາຍ ນາໂຮ ບໍ? ” ພວກເຂົາ ຕອບ ວ່າ, “ຮູ້ ພວກເຮົາ ຮູ້ຈັກ ເພິ່ນ”.
|
||
\v 6 ລາວ ຖາມ ວ່າ, “ເພິ່ນ ສະບາຍດີ ບໍ? ” ພວກເຂົາ ຕອບ ວ່າ, “ເພິ່ນ ສະບາຍດີ ຫັ້ນ ເດ ຣາເຊັນ ລູກສາວ ຂອງ ເພິ່ນ ກຳ ລັງ ຕ້ອນ ຝູງແກະ ມາ.”
|
||
|
||
\s5
|
||
\v 7 ຢາໂຄບ ເວົ້າ ວ່າ, “ເວລາ ນີ້ ກໍ ຍັງ ເວັນ ຢູ່ ແລະ ບໍ່ ທັນ ແມ່ນ ຍາມ ນຳ ຝູງສັດ ກັບ ຄືນ ມາ ເທື່ອ; ເປັນ ຫຍັງ ພວກເຈົ້າ ຈຶ່ງ ບໍ່ ເອົາ ຝູງສັດ ກິນ ນ້ຳ ແລ້ວນຳ ເອົາ ໄປ ລ້ຽງ ອີກ? ”
|
||
\v 8 ພວກເຂົາ ຕອບ ວ່າ, “ບໍ່ ໄດ້ ພວກເຮົາ ຕ້ອງ ລໍ ຖ້າ ຈົນ ແກະ ທຸກໆ ຝູງ ມາ ຮອດ ສາ ກ່ອນ ແລ້ວ ຈຶ່ງ ພາກັນ ກິ້ງ ກ້ອນຫິນ ອອກ ແລະ ເອົາ ນໍ້າ ໃຫ້ ສັດ ກິນ.”
|
||
|
||
\s5
|
||
\v 9 ໃນ ເວລາ ທີ່ ຢາໂຄບ ກຳ ລັງ ຢືນ ລົມ ກັບ ພວກ ລ້ຽງແກະ ຢູ່ ນັ້ນ ນາງ ຣາເຊັນ ກໍ ກໍາ ລັງ ນຳ ຝູງແກະ ມາ ຮອດ ທີ່ ນ້ຳ ສ້າງ.
|
||
\v 10 ພໍ ຢາໂຄບ ເຫັນ ຣາເຊັນ ພ້ອມ ກັບ ຝູງແກະ ຂອງ ລູງ ຕົນ ມາ ເຖິງ ລາວ ຈຶ່ງ ໄປ ທີ່ ນ້ຳ ສ້າງ ເພື່ອ ຊ່ວຍ ກິ້ງ ກ້ອນຫິນ ອອກ ແລະ ຕັກ ນໍ້າ ໃຫ້ ສັດ ກິນ.
|
||
|
||
\s5
|
||
\v 11 ແລ້ວ ລາວ ກໍ ຈູບ ນາງ ພ້ອມ ທັງ ຮ້ອງໄຫ້ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ.
|
||
\v 12 ລາວ ບອກ ນາງ ວ່າ, “ຂ້ອຍ ແມ່ນລູກຂອງນາງ ເຣເບກາ ພີ່ນ້ອງຂອງ ພໍ່ ເຈົ້າ. ” ນາງ ຈຶ່ງ ຟ້າວ ແລ່ນ ໄປ ບອກ ພໍ່ ຂອງຕົນ;
|
||
|
||
\s5
|
||
\v 13 ເມື່ອ ລາບານ ໄດ້ຍິນ ຂ່າວ ວ່າ ຢາໂຄບ ຫລານຊາຍ ຂອງຕົນ ມາ ເພິ່ນ ກໍ ຟ້າວ ອອກ ມາ ພົບ ທັງ ກອດ ຈູບ ແລະ ພາ ລາວ ເມືອ ເຮືອນ. ເມື່ອ ຢາໂຄບ ເລົ່າ ເລື່ອງ ທັງ ໝົດ ທີ່ ເກີດ ຂຶ້ນ ສູ່ ຟັງ ແລ້ວ
|
||
\v 14 ລາບານ ກໍ ເວົ້າ ວ່າ, “ເຈົ້າ ແມ່ນ ເລືອດເນື້ອເຊື້ອໄຂ ຂອງຂ້ອຍ ແທ້. ” ຢາໂຄບ ອາໄສ ຢູ່ນຳ ລາບານ ໜຶ່ງ ເດືອນ.
|
||
|
||
\s5
|
||
\v 15 ຕໍ່ ມາ ລາບານ ໄດ້ ເວົ້າ ຕໍ່ ຢາໂຄບ ວ່າ, “ພວກເຮົາ ເປັນ ພີ່ນ້ອງ ກັນ ກໍ ຈິງ ແຕ່ ການ ເຮັດ ວຽກ ນັ້ນ ຕ້ອງ ມີ ຄ່າຈ້າງ. ເຈົ້າ ບໍ່ ຕ້ອງ ເຮັດ ວຽກ ໃຫ້ ຂ້ອຍ ລ້າ ໆ ດອກ. ເຈົ້າ ຕ້ອງການ ຄ່າຈ້າງ ເທົ່າ ໃດ? ”
|
||
\v 16 ລາບານ ມີ ລູກສາວ ສອງ ຄົນ; ຜູ້ ກົກ ຊື່ ວ່າ ເລອາ; ສ່ວນ ຜູ້ ນ້ອງ ນັ້ນ ຊື່ ວ່າ ຣາເຊັນ.
|
||
\v 17 ນາງ ເລອາ ເປັນ ຄົນ ມີ ແວວ ຕາ ສັ້ນ (ຟ) ສ່ວນ ນາງ ຣາເຊັນ ນັ້ນ ເປັນ ຄົນ ໄດ້ ຊັດ ສ່ວນ ງາມດີ.
|
||
\v 18 ຢາໂຄບ ຮັກ ນາງ ຣາເຊັນ ດັ່ງນັ້ນ ລາວ ຈຶ່ງ ເວົ້າ ວ່າ, “ຫລານ ຈະ ເຮັດ ວຽກ ໃຫ້ ລູງ ເຈັດ ປີ ຖ້າລູງ ຍອມ ໃຫ້ ຫລານ ແຕ່ງງານ ກັບ ຣາເຊັນ.”
|
||
|
||
\s5
|
||
\v 19 ລາບານ ເວົ້າ ວ່າ, “ລູງ ຍິນ ດີ ມອບ ນາງ ໃຫ້ ເຈົ້າ ດີ ກວ່າ ຈະ ມອບ ໃຫ້ ຄົນ ອື່ນ. ຈ່ົ່ງ ຢູ່ ນໍາ ລູງ ນີ້ ແຫລະ. ”
|
||
\v 20 ສະນັ້ນ ຢາໂຄບ ຈຶ່ງ ຕ້ອງ ເຮັດ ວຽກ ເຈັດ ປີ ເພື່ອ ຈະ ໄດ້ ນາງ ຣາເຊັນ ແລະ ເວລາ ໄດ້ ຜ່ານ ໄປ ເໝືອນ ສອງ ສາມ ມື້ ຍ້ອນ ວ່າ ລາວ ຮັກ ນາງ ຣາເຊັນ.
|
||
|
||
\s5
|
||
\v 21 ແລ້ວ ຢາໂຄບ ກໍ ເວົ້າ ຕໍ່ ລາບານ ວ່າ, “ເວລາ ທີ່ ກຳ ນົດ ໄວ້ ນັ້ນ ກໍ ຄົບ ແລ້ວ ຈົ່ງ ໃຫ້ ຫລານ ແຕ່ງງານ ກັບ ຣາເຊັນ ສາ. ”
|
||
\v 22 ດັ່ງ ນັ້ນ ລາບານ ຈຶ່ງ ຈັດ ການ ແຕ່ງງານ ຂຶ້ນ ແລະ ເຊື້ອ ເຊີນ ເພື່ອນບ້ານ ກັບ ມິດສະຫາຍ ຢ່າງ ຫລວງຫລາຍ ມາ ຮ່ວມ.
|
||
|
||
\s5
|
||
\v 23 ແຕ່ ໃນ ຄືນ ນັ້ນ ລາບານ ພັດ ເອົາ ນາງ ເລອາ ໄປ ໃຫ້ ຢາໂຄບ ແທນທີ່ ຈະ ແມ່ນ ນາງ ຣາເຊັນ ແລະ ຢາໂຄບ ໄດ້ ສົມ ສູ່ ກັບ ນາງ. (
|
||
\v 24 ລາບານ ມອບ ນາງ ສີລະປາ ຄົນຮັບໃຊ້ ຂອງຕົນ ໃຫ້ ເປັນ ເອື້ອຍ ລ້ຽງ ຂອງ ນາງ ເລອາ.)
|
||
\v 25 ແຕ່ ບໍ່ ທັນ ຮອດ ຕອນເຊົ້າ ຊໍ້າ ຢາໂຄບ ໄດ້ ຮູ້ວ່າ ຜູ້ ທີ່ ຕົນ ແຕ່ງງານ ນໍາ ນັ້ນ ແມ່ນ ເລອາ. ລາວ ຈຶ່ງ ເວົ້າ ຕໍ່ ລາບານ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ຂ້ອຍ ແບບ ນີ້? ຂ້ອຍ ເຮັດ ວຽກ ໃຫ້ ເຈົ້າ ຈົນ ເຈັດປີ ເພື່ອຈະ ໄດ້ ນາງ ຣາເຊັນ ມາ ເປັນ ເມຍ, ແຕ່ ເປັນ ຫຍັງ ເຈົ້າ ຈຶ່ງ ສໍ້ໂກງ ຂ້ອຍ?”
|
||
|
||
\s5
|
||
\v 26 ລາບານ ຕອບ ວ່າ, “ກໍ ຍ້ອນ ວ່າ ບ່ ແມ່ນ ທໍາ ນຽມ ຂອງ ເມືອງ ນີ້ ທີ່ຈະ ໃຫ້ ນ້ອງສາວ ເອົາ ຜົວ ກ່ອນ ເອື້ອຍ.
|
||
\v 27 ຈົ່ງ ລໍ ຖ້າ ໃຫ້ ງານ ນີ້ ອາທິດ ໜຶ່ງ ຜ່ານ ພົ້ນ ກ່ອນ ລູງ ຈຶ່ງ ຈະ ມອບ ນາງ ຣາເຊັນ ໃຫ້ ເຈົ້າ ຖ້າເຈົ້າ ຈະ ຕົກ ລົງ ເຮັດ ວຽກ ໃຫ້ ລູງ ຕື່ມ ອີກ ເຈັດ ປີ.”
|
||
|
||
\s5
|
||
\v 28 ຢາໂຄບ ຕົກລົງ ແລະ ເມື່ອງານ ແຕ່ງງານ ອາທິດ ໜຶ່ງ ໄດ້ ຜ່ານ ພົ້ນ ໄປ ແລ້ວ ລາບານ ກໍ ມອບ ນາງ ຣາເຊັນ ໃຫ້ ເປັນ ເມຍ ຂອງ ຢາໂຄບ. (
|
||
\v 29 ລາບານ ໄດ້ ມອບ ນາງ ບິນຮາ ຄົນຮັບໃຊ້ ຂອງຕົນ ໃຫ້ ເປັນ ເອື້ອຍ ລ້ຽງ ຂອງ ນາງ ຣາເຊັນ.)
|
||
\v 30 ຢາໂຄບ ໄດ້ ສົມ ສູ່ ກັບ ນາງ ຣາເຊັນ ຄືກັນ ແລະ ລາວ ຮັກ ນາງ ຫລາຍກວ່າ ຮັກ ເລອາ. ແລ້ວ ລາວ ກໍ ຕ້ອງ ເຮັດ ວຽກ ໃຫ້ ລາບານ ຕື່ມ ອີກ ເຈັດ ປີ.
|
||
|
||
\s5
|
||
\v 31 ເມື່ອ ອົງ ພຣະ ຜູ້ ເປັນ ເຈົ້າ ເຫັນ ວ່າ ຢາໂຄບ ຮັກ ນາງ ເລອາ ໜ້ອຍ ກວ່າ ຮັກ ຣາເຊັນ ພຣະອົງ ຈ່ຶ່ງ ເຮັດ ໃຫ້ ນາງ ເລອາ ມີ ລູກ ສ່ວນ ນາງ ຣາເຊັນ ນັ້ນ ບໍ່ ມີ ລູກ.
|
||
\v 32 ນາງ ເລອາ ໄດ້ ຕັ້ງ ທ້ອງ ແລະ ເກີດ ລູກຊາຍ ຜູ້ໜຶ່ງ. ນາງ ເວົ້າ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ໄດ້ ເຫັນ ຄວາມ ທຸກ ລໍາບາກ ໃຈ ຂອງຂ້ອຍ ແລະ ບັດ ນີ້ ຜົວ ຄົງ ຈະ ຮັກ ຂ້ອຍ ແຫລະ” ດັ່ງ ນັ້ນ ນາງ ຈຶ່ງ ຕັ້ງ ຊື່ ໃຫ້ ເດັກ ນັ້ນ ວ່າ ຣູເບັນ. (ມ)
|
||
|
||
\s5
|
||
\v 33 ນາງ ຕັ້ງ ທ້ອງ ອີກ ແລະ ເກີດ ລູກຊາຍ ຜູ້ ທີສອງ. ນາງ ເວົ້າ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ໃຫ້ ລູກຊາຍ ຜູ້ ນີ້ ແກ່ ຂ້ອຍ ເພາະ ພຣະອົງ ໄດ້ຍິນ ວ່າ ຜົວ ບໍ່ ຮັກ ຂ້ອຍ. ” ດັ່ງ ນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນັ້ນ ວ່າ ຊີເມໂອນ. (ຢ)
|
||
\v 34 ຢູ່ ມາ ນາງ ກໍ ຖື ພາ ອີກ ແລະ ອອກ ລູກຊາຍ ຜູ້ ໃໝ່ ຕື່ມ. ນາງ ເວົ້າ ວ່າ, “ບັດ ນີ້ ຜົວ ຕ້ອງ ຕິດ ພັນ ຢູ່ ກັບ ຂ້ອຍ ເພາະ ຂ້ອຍ ໄດ້ ລູກຊາຍ ໃຫ້ ລາວ ຕັ້ງ ສາມ ຄົນ ແລ້ວ. ” ດັ່ງນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນັ້ນ ວ່າ ເລວີ. (ຣ)
|
||
|
||
\s5
|
||
\v 35 ຕໍ່ມາ ນາງ ກໍ ຖື ພາ ອີກ ແລະ ໄດ້ ລູກຊາຍ ຜູ້ ທີ ສີ່. ນາງ ຈຶ່ງ ເວົ້າ ວ່າ, “ເທື່ອ ນີ້ ຂ້ອຍ ຈະ ສັນລະເສີນ ພຣະເຈົ້າ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ໃຫ້ ເດັກ ນ້ອຍ ນີ້ ວ່າ ຢູດາ. (ລ) ແລ້ວ ນາງ ກໍ ເຊົາ ມີ ລູກ.
|
||
|
||
\s5
|
||
\c 30
|
||
\p
|
||
\v 1 ສ່ວນ ນາງ ຣາເຊັນ ບໍ່ ມີ ລູກ ໃຫ້ ຢາໂຄບ ຈັກ ຄົນ. ດັ່ງ ນັ້ນ ນາງ ຈຶ່ງ ອິດ ສາ ເອື້ອຍ ຂອງຕົນ ແລະ ເວົ້າ ຕໍ່ ຢາໂຄບ ວ່າ, “ເຈົ້າ ຈະ ໃຫ້ ຂ້ອຍ ມີ ລູກ ຫລື ຈະ ໃຫ້ ຂ້ອຍ ຕາຍ. ”
|
||
\v 2 ຢາໂຄບ ຮ້າຍ ນາງ ຣາເຊັນ ວ່າ, “ຂ້ອຍ ບໍ່ ແມ່ນ ພຣະເຈົ້ າ. ແມ່ນ ພຣະອົງ ທີ່ ເປັນ ຜູ້ ບໍ່ ໃຫ້ ເຈົ້າ ມີ ລູກ.”
|
||
|
||
\s5
|
||
\v 3 ນາງ ຣາເຊັນ ເວົ້າວ່າ, “ນາງ ບິນຮາ ເອື້ອຍລ້ຽງ ຂອງຂ້ອຍ ກໍ ຢູ່ ທີ່ ນີ້; ໃຫ້ ເຈົ້າ ໄປ ນອນ ກັບ ນາງ ສາ ເພື່ອ ວ່າ ຂ້ອຍ ຈະ ໄດ້ ເປັນ ແມ່ ຂອງ ເດັກ ນ້ອຍ ທີ່ ເກີດ ຈາກ ນາງ. ”
|
||
\v 4 ດັ່ງນັ້ນ ຣາເຊັນ ຈຶ່ງ ເອົາ ນາງ ບິນຮາ ເອື້ອຍ ລ້ຽງ ຂອງຕົນ ໃຫ້ ຜົວ ແລະ ຜົວ ກໍ ນອນ ນໍາ ນາງ.
|
||
|
||
\s5
|
||
\v 5 ນາງ ບິນຮາ ໄດ້ ຖື ພາ ແລະ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ຢາໂຄບ.
|
||
\v 6 ເມື່ອ ເປັນ ເຊັ່ນ ນີ້ ຣາເຊັນ ຈ່ຶ່ງ ເວົ້າ ວ່າ, “ພຣະເຈົ້າ ໄດ້ ຕັດສິນ ເຂົ້າ ຂ້າງ ຂ້ອຍ ສາ ແລ້ວ. ພຣະອົງ ໄດ້ຍິນ ຄໍາ ພາວັນ ນາ ອະທິຖານ ຂອງຂ້ອຍ ຈຶ່ງໃຫ້ ຂ້ອຍ ມີ ລູກຊາຍ. ” ນາງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນີ້ ວ່າ ດານ. (ວ)
|
||
|
||
\s5
|
||
\v 7 ນາງ ບິນຮາ ຖືພາ ອີກ ແລະ ເກີດ ລູກຊາຍ ຜູ້ ທີ ສອງ ໃຫ້ ແກ່ ຢາໂຄບ.
|
||
\v 8 ນາງ ຣາເຊັນ ເວົ້າ ວ່າ, “ຂ້ອຍ ພະຍາຍາມ ເອົາ ຊະນະ ເອື້ອຍ ຂອງຂ້ອຍ ດ້ວຍ ການ ຕໍ່ ສູ້ ອັນ ແສນ ລໍາບາກ ແຕ່ ຂ້ອຍ ໄດ້ ຊະນະ ແລ້ວ. ” ດັ່ງ ນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນີ້ ວ່າ ເນັບທາລີ. (ຫ)
|
||
|
||
\s5
|
||
\v 9 ເມື່ອ ນາງ ເລອາ ເຫັນ ວ່າ ຕົນ ບໍ່ ມີ ລູກ ອີກ ຈຶ່ງ ເອົາ ນາງ ສີລະປາ ສາວໃຊ້ ຂອງຕົນ ໃຫ້ ເປັນ ເມຍ ຂອງ ຢາໂຄບ.
|
||
\v 10 ແລ້ວ ນາງ ສີລະປາ ກໍ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ຢາໂຄບ.
|
||
\v 11 ເລອາ ຈຶ່ງ ເວົ້າວ່າ, "ຂ້ອຍຊ່າງຍິນດີແທ້ ໆ." ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ກາດ. (ອ)
|
||
|
||
\s5
|
||
\v 12 ນາງ ສີລະປາ ໄດ້ ລູກຊາຍ ຜູ້ໜຶ່ງ ອີກໃຫ້ ຢາໂຄບ
|
||
\v 13 ນາງ ເລອາ ຈຶ່ງ ເວົ້າ ວ່າ, “ຂ້ອຍ ຊ່າງ ຍິນ ດີ ແທ້ ໆ ບັດນີ້ ພວກຜູ້ຍິງ ຈະ ເອີ້ນ ຂ້ອຍ ວ່າ, “ຜູ້ ມີ ຄວາມ ຍິນ ດີ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ໃຫ້ ເດັກ ນ້ອຍ ນີ້ ວ່າ ອາເຊ. (ຮ)
|
||
|
||
\s5
|
||
\v 14 ພໍ ເຖິງ ລະດູ ກ່ຽວ ເຂົ້າ ຣູເບັນ ໄດ້ ໄປ ທ່ຽວ ຫລິ້ນ ຕາມ ທົ່ງ ນາ. ລາວ ໄດ້ ພົບ ໝາກເຂືອ ຊະນິດ ໜຶ່ງ (ກ) ຣູເບັນ ໄດ້ ເອົາ ໝາກເຂືອ ນັ້ນ ມາ ໃຫ້ ເລອາ ແມ່ ຂອງຕົນ. ນາງ ຣາເຊັນ ເວົ້າ ກັບ ເລອາ ວ່າ, “ຂ້ອຍ ຂໍ ໝາກເຂືອ ຂອງ ລູກຊາຍ ເຈົ້າ ຈັກ ໜ່ວຍ ແດ່. ”
|
||
\v 15 ນາງ ເລອາ ຈຶ່ງ ຕອບ ວ່າ, “ເຈົ້າ ເອົາ ຜົວ ຂອງຂ້ອຍ ໄປ ແລ້ວ ຍັງ ບໍ່ ພຽງພໍ ບໍ? ບັດນີ້ ເຈົ້າຍັງ ຈະ ພະຍາຍາມ ເອົາ ໝາກເຂືອ ລູກຊາຍ ຂອງຂ້ອຍ ໄປ ອີກ. ” ຣາເຊັນ ເວົ້າວ່າ, “ຖ້າ ເຈົ້າ ເອົາ ໝາກເຂືອ ໃຫ້ ຂ້ອຍ ຄືນນີ້ ຂ້ອຍ ຈະ ໃຫ້ ຢາໂຄບ ໄປ ນອນ ນໍາ ເຈົ້າ.”
|
||
|
||
\s5
|
||
\v 16 ຕອນແລງ ເມື່ອ ຢາໂຄບ ກັບ ມາ ແຕ່ ທົ່ງ ນາ ນາງ ເລອາ ກໍ ຟ້າວ ແລ່ນ ອອກ ໄປ ຫາ ແລະ ເວົ້າ ວ່າ, “ຄືນນີ້ ເຈົ້າ ຕ້ອງ ມາ ນອນ ນໍາ ຂ້ອຍ ເພາະ ຂ້ອຍ ຊື້ ເຈົ້າ ມາ ດ້ວຍ ໝາກເຂືອ ລູກຊາຍ ຂອງຂ້ອຍ. ” ດັ່ງ ນັ້ນ ລາວ ຈຶ່ງ ສົມ ສູ່ ກັບ ນາງ ໃນ ຄືນ ມື້ ນັ້ນ.
|
||
\v 17 ພຣະເຈົ້າ ຕອບ ຄໍາ ພາວັນ ນາ ອະທິຖານ ຂອງ ເລອາ ນາງ ຈຶ່ງ ຖືພາ ແລະ ເກີດ ລູກຊາຍ ຜູ້ ທີ ຫ້າ.
|
||
\v 18 ນາງ ເວົ້າ ວ່າ, “ພຣະເຈົ້າ ໃຫ້ ບຳ ເໜັດ ແກ່ ຂ້ອຍ ຍ້ອນ ຂ້ອຍ ໄດ້ ເອົາ ສາວ ໃຊ້ ໃຫ້ ຜົວ ເອົາ ເປັນ ເມຍ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນີ້ ວ່າ ອິດຊາຄາ. (ຂ)
|
||
|
||
\s5
|
||
\v 19 ຕໍ່ ມາ ນາງ ເລອາ ກໍ ຖື ພາ ອີກ ແລະ ເກີດ ລູກຊາຍ ຜູ້ ທີ ຫົກ ໃຫ້ ຢາໂຄບ.
|
||
\v 20 ນາງ ເວົ້າ ວ່າ, “ພຣະເຈົ້າ ໄດ້ ໃຫ້ ຂອງຂວັນ ຢ່າງດີ ແກ່ ຂ້ອຍ. ບັດນີ້ ຜົວ ຄົງ ຈະ ຮັກ ຂ້ອຍ ເພາະ ຂ້ອຍ ໄດ້ ລູກ ໃຫ້ ລາວ ຕັ້ງ ຫົກ ຄົນ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນີ້ ວ່າ ເຊບູໂລນ. (ຄ)
|
||
\v 21 ຕໍ່ມາ ນາງ ໄດ້ ລູກສາວ ຜູ້ໜຶ່ງ ຊື່ວ່າ ດີນາ.
|
||
|
||
\s5
|
||
\v 22 ແລ້ວ ພຣະເຈົ້າ ກໍ ຄິດເຖິງ ນາງ ຣາເຊັນ; ພຣະອົງ ຕອບ ຄໍາ ພາວັນ ນາ ອະທິຖານ ຂອງ ນາງ ແລະ ໃຫ້ ນາງ ມີ ລູກ.
|
||
\v 23 ນາງ ຈຶ່ງ ຖືພາ ແລະ ເກີດລູກຊາຍ ຜູ້ໜຶ່ງ. ນາງ ເວົ້າວ່າ, “ພຣະເຈົ້າ ອະໄພ ໂທດ ໃຫ້ຂ້ອຍ ແລ້ວ ໂດຍ ໂຜດ ໃຫ້ ຂ້ອຍ ມີ ລູກ.
|
||
\v 24 ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ໃຫ້ ຂ້ອຍ ມີ ລູກຊາຍ ຜູ້ ໃໝ່ ອີກ ແດ່ ທ້ອນ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນັ້ນ ວ່າ ໂຢເຊັບ. (ງ)
|
||
|
||
\s5
|
||
\v 25 ຫລັງ ຈາກ ໂຢເຊັບ ເກີດ ແລ້ວ ຢາໂຄບ ໄດ້ ເວົ້າ ຕໍ່ ລາບານ ວ່າ, “ຈົ່ງ ອະນຸຍາດ ໃຫ້ ຫລານ ກັບ ເມືອ ບ້ານ ເດີມ ສາ.
|
||
\v 26 ຂໍ ມອບ ເມຍ ກັບ ລູກ ທີ່ ຫລານ ໄດ້ ມາ ດ້ວຍ ການ ເຮັດ ວຽກ ສໍາລັບ ລູງ ນັ້ນ ໃຫ້ ຫລານ ແລະ ຫລານ ກໍ ຈະ ອໍາລາ ລູງ ກັບ ເມືອ. ລູງ ກໍ ຮູ້ ດີ ແລ້ວ ວ່າ ຫລານ ໄດ້ ເຮັດ ວຽກ ໃຫ້ ລູງ ດີ ພຽງໃດ.”
|
||
|
||
\s5
|
||
\v 27 ແຕ່ ລາບານ ຕອບ ວ່າ, “ລູງ ຂໍ ເວົ້າ ຢ່າງ ນີ້ ຄື: ລູງ ໄດ້ ຮຽນຮູ້ ຈາກ ການເດົາ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ອວຍພອນລຸງ ກໍ ຍ້ອນ ຫລານ.
|
||
\v 28 ຈົ່ງ ບອກ ຄ່າຈ້າງ ທີ່ ຫລານ ຕ້ອງການ ມາ ແລະ ລູງ ຈະ ຈ່າຍ ໃຫ້.”
|
||
|
||
\s5
|
||
\v 29 ຢາໂຄບ ຕອບ ລາບານ ວ່າ, “ລູງ ກໍ ຮູ້ດີ ວ່າ ຫລານ ໄດ້ ເຮັດ ວຽກ ໃຫ້ ລູງ ຢ່າງໃດ ແລະ ຝູງສັດ ຂອງ ລູງ ໄດ້ ອອກ ແມ່ ແຜ່ ລູກ ຫລາຍ ສ່ຳ ໃດ.
|
||
\v 30 ກ່ອນ ຫລານ ມາ ລູງ ມີ ສັດ ແຕ່ ໜ້ອຍດຽວ. ແຕ່ ມາບັດ ນີ້ ລູງ ມີ ຝູງສັດ ຈຳ ນວນ ຫລວງຫລາຍ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ອວຍພອນ ລູງ ກໍ ເພາະ ຫລານ. (ຈ) ບັດ ນີ້ ເຖິງ ເວລາ ແລ້ວ ທີ່ ຫລານ ຈະ ມີ ຝູງສັດ ເປັນ ຂອງ ຕົນເອງ.”
|
||
|
||
\s5
|
||
\v 31 ລາບານ ຖາມ ວ່າ, “ຖ້າ ດັ່ງ ນັ້ນ ຈະ ໃຫ້ ລູງ ຈ້າງ ຫລານ ເທົ່າ ໃດ? ” ຢາໂຄບ ຕອບ ວ່າ, “ຫລານ ບໍ່ ຕ້ອງການ ຄ່າຈ້າງ ຫຍັງ ໝົດ. ຫລານ ຈະ ສືບ ຕໍ່ ລ້ຽງ ສັດ ໃຫ້ ລູງ ອີກ ຖ້າ ລູງ ຕົກ ລົງ ຕາມ ຄໍາ ສະເໜີ ຂອງ ຫລານ ຄື:
|
||
\v 32 ມື້ນີ້ ຫລານ ຈະ ໄປ ກວດເບິ່ງ ຝູງສັດ ທັງ ໝົດ ແລະ ແຍກ ລູກແກະ ສີດໍາ (ສ) ແບ້ ສີກ່ານ ແລະ ມີ ຈຸດ ດ່າງ ດາວ ທຸກໆ ໂຕ ອອກ ຈາກ ຝູງ. ສັດເຫລົ່ານີ້ແຫລະ ຈະ ເປັນ ຄ່າຈ້າງ ຂອງ ຫລານ.
|
||
|
||
\s5
|
||
\v 33 ໃນ ພາຍ ຄັ້ງ ໜ້າ ເມື່ອ ລູງ ມາ ຢ້ຽມຢາມ ແລະ ກວດເບິ່ງ ສັດ ທີ່ ເປັນ ຄ່າຈ້າງ ຂອງຫລານ ລູງກໍຈະ ເຫັນ ຢ່າງ ງ່າຍດາຍ ວ່າ ຫລານ ສັດ ຊື່ ຫລື ບໍ່. ຖ້າຫລານ ມີ ແບ້ ທີ່ ບໍ່ ມີ ສີກ່ານ ຫລື ຈຸດດ່າງດາວ ຫລື ສີດໍາ ລູງ ກໍ ຈະ ຮູ້ ໄດ້ ວ່າ ສັດ ເຫລົ່າ ນັ້ນ ຖືກ ລັກ ມາ. ”
|
||
\v 34 ລາບານ ຕອບ ວ່າ, “ຕົກລົງ. ພວກເຮົາ ຈະ ເຮັດ ດັ່ງ ທີ່ ຫລານ ເວົ້າ ມາ.”
|
||
|
||
\s5
|
||
\v 35 ແຕ່ ໃນ ມື້ ນັ້ນ ລາບານ ໄດ້ ຄັດເລືອກ ເອົາ ແບ້ ເຖິກ ທຸກ ໂຕ ທີ່ ມີ ສີລາຍ ແລະ ມີ ຈຸດດ່າງ, ແບ້ ແມ່ ທຸກ ໂຕ ທີ່ ມີ ສີກ່ານ ກັບ ສີ ດ່າງດາວ; ເພິ່ນຍັງ ເລືອກ ເອົາ ແກະ ທຸກ ໂຕ ທີ່ ມີ ສີດຳ ອອກ ໄວ້. ແລ້ວ ເພິ່ນ ໄດ້ ມອບ ສັດ ເຫລົ່າ ນີ້ ໃຫ້ ພວກ ລູກຊາຍ ຂອງຕົນ ລ້ຽງ
|
||
\v 36 ແລະ ພວກເຂົາ ໄດ້ ນຳຝູງສັດ ໜີໄປ ໄກ ຈາກ ຢາໂຄບ ເປັນ ໄລຍະ ທາງ ເດີນ ເຖິງ ສາມ ມື້. ຝ່າຍ ຢາໂຄບ ລ້ຽງດູ ຝູງສັດ ຂອງ ລາບານ ສ່ວນ ທີ່ ເຫລືອ.
|
||
|
||
\s5
|
||
\v 37 ຢາໂຄບ ໄດ້ ເອົາ ງ່າ ໄມ້ ຈາກ ຕົ້ນ ຈັນ ປ່າ, ຕົ້ນ ໝາກບົກ ແລະ ຕົ້ນ ຫູ ກວາງ ມາ ປອກ ເປືອກ ບາງ ບ່ອນ ເຮັດ ໃຫ້ ເປັນ ລາຍ.
|
||
\v 38 ລາວ ເອົາ ງ່າ ໄມ້ ນັ້ນ ວາງ ໄວ້ ຕໍ່ ໜ້າ ອ່າງ ບ່ອນ ທີ່ ສັດ ໄປ ກິນ ນ້ຳ ເພາະ ສັດ ມັກ ປະສົມ ພັນ ກັນ ເມື່ອ ຕອນ ມັນ ມາ ກິນ ນ້ຳ.
|
||
|
||
\s5
|
||
\v 39 ສະນັ້ນ ເມື່ອ ແບ້ ມາ ປະສົມ ພັນ ກັນ ຕໍ່ໜ້າ ງ່າໄມ້ ນີ້ ກໍ ຈະ ອອກລູກ ເປັນ ສີກ່ານ, ດ່າງດາວ ແລະ ເປັນ ຈຸດໆ.
|
||
\v 40 ຢາໂຄບ ແຍກ ໂຕ ແກະ ໄວ້ ອອກ ຕ່າງຫາກ ຈາກ ໂຕ ແບ້ ແລະ ເຮັດ ໃຫ້ ມ້ນ ແນມ ໄປ ທາງ ຝູງສັດ ຂອງ ລາບານ ທີ່ ມີ ສີດ່າງດາວ ແລະ ສີດຳ. ໂດຍ ວິທີ ນີ້ ລາວ ຈຶ່ງ ຜະລິດ ແກະ ເປັນ ຂອງ ຕົນ ເອງ ໄດ້ ແລະ ເອົາ ໄປ ໄວ້ ຕ່າງຫາກ ຈາກ ຝູງສັດ ຂອງ ລາບານ.
|
||
|
||
\s5
|
||
\v 41 ເມື່ອ ສັດ ໂຕ ທີ່ ມີ ແຮງ ປະສົມ ພັນ ກັນ ຢາໂຄບ ກໍ ເອົາ ງ່າໄມ້ ທີ່ ເປັນ ລາຍ ມາ ວາງ ໄວ້ ຕໍ່ ໜ້າ ອ່າງ ບ່ອນ ທີ່ ສັດ ກິນ ນ້ຳ ເພື່ອ ວ່າ ສັດ ຈະ ຖືເຊີງກັນ ຢູ່ ຕໍ່ ໜ້າງ່າໄມ້.
|
||
\v 42 ສ່ວນ ສັດ ທີ່ ຈ່ອຍຜອມ ນັ້ນ ຢາໂຄບ ບໍ່ ໄດ້ ເອົາ ງ່າ ໄມ້ ໃສ່ ໄວ້. ໃນ ບໍ່ນານ ລາບານ ກໍໄດ້ ສັດ ໂຕທີ່ບໍ່ແຂງແຮງ ແລະ ຢາໂຄບ ໄດ້ ສັດ ໂຕ ທີ່ແຂງແຮງ.
|
||
|
||
\s5
|
||
\v 43 ຢາໂຄບ ກາຍເປັນ ຄົນ ຮັ່ງ ມີ ໄດ້ ໂດຍ ວິທີ ນີ້. ລາວ ມີ ແກະ ຫລາຍ ຝູງ, ມີ ອູດ, ມີ ລໍ, ຕະຫລອດ ທັງ ຄົນ ຮັບ ໃຊ້ ຊາຍ ຍິງ ຫລາຍ ຄົນ.
|
||
|
||
\s5
|
||
\c 31
|
||
\p
|
||
\v 1 ຢາໂຄບ ໄດ້ຍິນ ພວກລູກຊາຍຂອງລາບານ ເວົ້າວ່າ, “ຢາໂຄບໄດ້ ເອົາ ຊັບ ສົມ ບັດ ທຸກສິ່ງ ທີ່ ເປັນ ຂອງພໍ່ ພວກເຮົາ ໄປ. ຊັບສົມບັດ ທັງ ໝົດ ທີ່ ລາວມີ ນັ້ນ ເປັນ ຂອງພໍ່ ພວກເຮົາ. ”
|
||
\v 2 ຢາໂຄບ ເຫັນໄດ້ອີກວ່າ ທ່າທີຂອງລາບານທີ່ມີຕໍ່ຕົນນັ້ນບໍ່ດີຄືແຕ່ກ່ອນ.
|
||
\v 3 ແລ້ວອົງ ພຣະຜູ້ ເປັນ ເຈົ້າ ກໍ ບອກລາວວ່າ, “ຈົ່ງ ກັບ ຄືນ ເມືອ ສູ່ດິນ ແດນຂອງບັນ ພະບຸລຸດ ແລະຍາດຕິພີ່ນ້ອງ ຂອງເຈົ້າ ສາ ເຮົາ ຈະຢູ່ ກັບ ເຈົ້າ.”
|
||
|
||
\s5
|
||
\v 4 ສະນັ້ນ ຢາໂຄບ ຈຶ່ງ ສັ່ງ ຄວາມ ໄປ ຫາ ນາງ ຣາເຊັນ ແລະ ນາງ ເລອາ ໃຫ້ ມາ ພົບ ຕົນ ທີ່ ທົ່ງ ລ້ຽງ ສັດ.
|
||
\v 5 ລາວ ເວົ້າ ກັບ ເມຍ ທັງ ສອງ ວ່າ, “ອ້າຍ ສັງ ເກດ ເຫັນ ວ່າ ພໍ່ ຂອງ ພວກ ນ້ອງ ນັ້ນ ບໍ່ ມີ ທ່າທີ ດີ ຕໍ່ອ້າຍ ເໝືອນ ດັ່ງ ແຕ່ ກ່ອນ, ແຕ່ ພຣະເຈົ້າ ຂອງ ພໍ່ ອ້າຍ ສະຖິດ ຢູ່ ນໍາ ອ້າຍ.
|
||
\v 6 ພວກ ນ້ອງ ທັງ ສອງ ກໍ ຮູ້ ແລ້ວ ວ່າ ອ້າຍ ໄດ້ ເຮັດ ວຽກ ໃຫ້ ເພິ່ນ ເຕັມ ກໍາ ລັງ.
|
||
|
||
\s5
|
||
\v 7 ນອກ ນີ້ ເພິ່ນ ຍັງ ໂກງ ອ້າຍ ແລະ ປ່ຽນ ຄ່າຈ້າງ ຂອງ ອ້າຍ ເຖິງ ສິບ ເທື່ອ. ແຕ່ ພຣະເຈົ້າ ບໍ່ອະນຸຍາດ ໃຫ້ ເພິ່ນ ທໍາ ຮ້າຍ ອ້າຍ ແຕ່ຢ່າງໃດ.
|
||
\v 8 ເມື່ອ ໃດ ທີ່ ພໍ່ ຂອງ ນ້ອງ ເວົ້າ ວ່າ, ‘ແບ້ ທີ່ມີ ຂົນ ກ່ານ ຈະ ເປັນ ຄ່າຈ້າງ ຂອງ ອ້າຍ’ ແລະ ແບ້ ທຸກ ໂຕ ໄດ້ ອອກລູກ ມາ ເປັນ ສີກ່ານ. ເມື່ອ ໃດ ທີ່ ເພິ່ນ ເວົ້າ ວ່າ ‘ແບ້ ທີ່ ມີ ຂົນ ດ່າງ ດາວ ຈະ ເປັນ ຄ່າຈ້າງ ຂອງ ອ້າຍ’ ແບ້ ທຸກ ໂຕ ໄດ້ ອອກລູກ ມາ ເປັນ ສີ ດ່າງດາວ.
|
||
\v 9 ພຣະເຈົ້າ ໄດ້ ເອົາ ຝູງສັດ ຂອງ ພໍ່ ພວກ ນ້ອງ ມາ ໃຫ້ ອ້າຍ.
|
||
|
||
\s5
|
||
\v 10 ໃນ ລະດູ ປະສົມ ພັນ ຂອງ ສັດ ນັ້ນ ອ້າຍ ໄດ້ ຝັນ ເຫັນ ແບ້ ປະສົມ ພັນ ກັນ ມີ ຂົນ ເປັນ ສີ ກ່ານ, ເປັນ ຈຸດ ແລະ ດ່າງ ດາວ.
|
||
\v 11 ເທວະດາ ຂອງ ພຣະເຈົ້າ ໄດ້ ກ່າວ ແກ່ ອ້າຍ ທາງ ຄວາມຝັນ ວ່າ, ‘ຢາໂຄບ ເອີຍ’ ອ້າຍ ຕອບ ວ່າ, ‘ຂ້ານ້ອຍ ຢູ່ ທີ່ ນີ້.’
|
||
|
||
\s5
|
||
\v 12 ແລະ ເພິ່ນ ກ່າວ ຕໍ່ໄປ ວ່າ, ‘ຈົ່ງ ເບິ່ງ ພຸ້ນດູ ແບ້ເຖິກ ທີ່ ປະສົມ ພັນ ຢູ່ນັ້ນ ເປັນ ຈຸດດ່າງດາວ ແລະ ກ່ານ. ເຮົາ ບັນດານ ໃຫ້ ເປັນ ເຊັ່ນ ນີ້ ເພາະ ເຮົາ ຮູ້ ຈັກ ທຸກໆ ສິ່ງ ທີ່ລາບານ ກໍາລັງ ເຮັດ ກັບ ເຈົ້າ.
|
||
\v 13 ເຮົາ ແມ່ນ ພຣະເຈົ້າ ຜູ້ ທີ່ ປາກົດ ໃຫ້ ເຈົ້າ ເຫັນ ທີ່ ເບັດເອນ ບ່ອນ ທີ່ ເຈົ້າ ໄດ້ ຖວາຍ ເສົາ ອະນຸສອນ ໂດຍ ຖອກ ນ້ຳ ມັນ ຫອມ ຖວາຍ ແລະ ສາບານ ໄວ້ ກັບ ເຮົາ ນັ້ນ. ບັດ ນີ້ ຈົ່ງ ຕຽມຕົວ ອອກ ໜີ ຈາກ ດິນແດນ ນີ້ ແລະ ກັບ ຄືນ ສູ່ ບ້ານເກີດ ເມືອງນອນ ຂອງ ເຈົ້າ. ’”
|
||
|
||
\s5
|
||
\v 14 ນາງ ຣາເຊັນ ແລະ ນາງ ເລອາ ຈຶ່ງ ຕອບ ເພິ່ນ ວ່າ, “ພໍ່ ຂອງ ພວກເຮົາ ບໍ່ ມີ ມໍຣະດົກ ຫຍັງ ເຫລືອ ໄວ້ ໃຫ້ ພວກເຮົາ ແລ້ວ.
|
||
\v 15 ເພິ່ນ ຖື ພວກເຮົາ ຄື ຄົນ ອື່ນ ເພິ່ນ ຂາຍ ພວກເຮົາ ແລະ ດຽວ ນີ້ ເພິ່ນ ກໍ ຈ່າຍ ຄືນ ສິ່ງ ທີ່ ເພິ່ນ ໄດ້ ມາ ຈາກ ການ ຂາຍ ພວກເຮົາ ນັ້ນ.
|
||
\v 16 ຊັບສົມບັດ ທຸກຢ່າງ ທີ່ ພຣະເຈົ້າ ໄດ້ ເອົາ ມາ ຈາກ ພໍ່ ຂອງ ພວກ ນ້ອງ ເປັນ ຂອງ ພວກເຮົາ ແລະ ລູກໆ. ຈົ່ງ ເຮັດ ຕາມ ທີ່ ພຣະເຈົ້າ ໄດ້ ບອກ ອ້າຍ ເຖີດ.”
|
||
|
||
\s5
|
||
\v 17 ດັ່ງ ນັ້ນ ຢາໂຄບ ຈຶ່ງ ຕຽມຕົວ ກັບ ຄືນ ເມືອ ຫາ ພໍ່ ຂອງຕົນ ທີ່ ການາອານ. ລາວ ຕຽມ ເອົາ ລູກ ກັບ ເມຍ ຂຶ້ນ ຂີ່ ຫລັງ ອູດ ແລະ ມ້ຽນ ມັດ ເອົາ ສິ່ງ ຂອງ ທຸກຢ່າງ ຊຶ່ງ ຕົນ ໄດ້ ທີ່ ເມໂຊໂປຕາເມຍ
|
||
\v 18 ແລະ ປ້ອງ ຝູງສັດ ນໍາ ໜ້າ ອອກ ເດີນ ທາງ ກັບ ຄືນ ເມືອ ຫາ ເມືອງ ພໍ່ ຂອງຕົນ.
|
||
|
||
\s5
|
||
\v 19 ລາບານ ອອກ ໄປ ຕັດ ຂົນ ແກະ ແລະ ໃນ ຂະນະທີ່ ເພິ່ນ ບໍ່ ຢູ່ ນັ້ນ ນາງ ຣາເຊັນ ໄດ້ ເຂົ້າ ໄປ ລັກ ເອົາ ຮູບເຄົາຣົບ ປະຈໍາ ຄອບຄົວ ຂອງ ພໍ່ ຕົນ ໄປ ນໍາ.
|
||
\v 20 ຢາໂຄບ ໄດ້ ຫລອກລວງ ລາບານ ຊາວ ອາຣາມ ດ້ວຍ ການ ໜີໄປ ໂດຍ ບໍ່ ຄອບ.
|
||
\v 21 ລາວ ໄດ້ ເອົາ ຊັບ ສົມ ບັດ ທັງ ໝົດ ໜີ ຂ້າມ ແມ່ ນ້ຳ ເອຟີຣັດ ແລະ ມຸ່ງໜ້າ ໄປ ສູ່ ເຂດ ພູດອຍ ກີເລອາດ.
|
||
|
||
\s5
|
||
\v 22 ສາມ ມື້ ຕໍ່ມາ ລາບານ ຈຶ່ງ ຮູ້ ວ່າ ຢາໂຄບ ໄດ້ ໜີ ໄປ ແລ້ວ.
|
||
\v 23 ສະນັ້ນ ເພິ່ນ ຈຶ່ງ ພາ ຄົນ ໄລ່ ຕິດ ຕາມ ຢາໂຄບ ໄປ ເປັນ ເວລາ ເຈັດ ມື້ ແລະ ທັນ ລາວ ທີ່ ເຂດ ພູດອຍ ກີເລອາດ.
|
||
|
||
\s5
|
||
\v 24 ໃນ ຄືນ ນັ້ນ ພຣະເຈົ້າ ໄດ້ ປາກົດ ໃນ ຄວາມຝັນ ຂອງ ລາບານ ຊາວ ອາຣາມ ແລະ ກ່າວ ຕໍ່ ລາວ ວ່າ, “ຈົ່ງ ລະວັງ ເຈົ້າ ຢ່າ ໄດ້ ຂູ່ເຂັນ ຢາໂຄບ ແຕ່ ຢ່າງ ໃດ ເລີຍ. ”
|
||
\v 25 ຢາໂຄບ ຕັ້ງ ຄ້າຍພັກ ຂອງຕົນ ຢູ່ ເທິງ ພູເຂົາ; ສ່ວນ ລາບານ ແລະ ພວກ ທີ່ ຕິດ ຕາມ ຕົນ ມາ ນັ້ນ ຕັ້ງ ຄ້າຍພັກ ຢູ່ ທີ່ເນີນພູ ກີເລອາດ.
|
||
|
||
\s5
|
||
\v 26 ລາບານ ເວົ້າ ຕໍ່ ຢາໂຄບ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ຫຼອກລວງ ຂ້ອຍ ແລະ ພາ ລູກສາວ ຂ້ອຍ ໜີໄປ ເໝືອນ ດັ່ງ ຍິງ ຊະເລີຍ ເສິກ?
|
||
\v 27 ເປັນ ຫຍັງ ເຈົ້າ ຈຶ່ງ ປົບ ໜີ ຂ້ອຍ ມາ ຢ່າງ ລັບ ໆ ແລະ ໜີ ມາ ໂດຍ ບໍ່ ຄອບ ຂ້ອຍ? ຖ້າ ເຈົ້າ ບອກ ຂ້ອຍ ກໍ ຈະ ໄປ ສົ່ງ ເຖິງ ທາງ ດ້ວຍ ຄວາມ ຍິນ ດີ ໂດຍ ມີ ຂະບວນ ແຫ່ ທັງ ສຽງ ຄ້ອງ ສຽງ ກອງ ສຽງ ພິນ ແລະ ສຽງ ຮ້ອງລໍາ ທຳ ເພງ.
|
||
\v 28 ເຈົ້າ ບໍ່ ໃຫ້ ຂ້ອຍ ຈູບ ສ່ັ່ງ ລາ ແມ່ນແຕ່ ລູກສາວ ແລະ ຫລານໆ ຂອງຂ້ອຍ ເລີຍ. ເຈົ້າ ຄື ມາ ເຮັດ ແບບ ໂງ່ໆ ເຊັ່ນ ນີ້
|
||
|
||
\s5
|
||
\v 29 ຂ້ອຍ ມີ ສິດ ທີ່ ຈະ ທໍາ ຮ້າຍ ເຈົ້າ ແຕ່ ຄືນ ນີ້ ພຣະເຈົ້າ ຂອງ ພໍ່ ເຈົ້າ ໄດ້ ບອກ ຂ້ອຍ ບໍ່ ໃຫ້ ຂູ່ ເຂັນ ເຈົ້າ ແຕ່ ປະການ ໃດ.
|
||
\v 30 ຂ້ອຍ ຮູ້ ວ່າ ເຈົ້າ ປົບ ໜີ ເພາະ ຢາກ ກັບ ເມືອ ບ້ານ ແຮງ, ແຕ່ ເປັນ ຫຍັງ ເຈົ້າ ຈຶ່ງ ເອົາ ຮູບເຄົາຣົບ ປະຈໍາ ຄອບຄົວ ຂອງຂັອຍ ມາ ນໍາ.”
|
||
|
||
\s5
|
||
\v 31 ຢາໂຄບ ຕອບ ວ່າ, “ຂ້ອຍ ຄິດ ຢ້ານ ເຈົ້າ ແລະ ຢ້ານ ວ່າ ເຈົ້າ ຈະ ເອົາ ລູກສາວ ຂອງ ເຈົ້າ ຄືນ.
|
||
\v 32 ແຕ່ ຖ້າ ເຈົ້າ ພົບ ຮູບເຄົາ ຣົບ ນຳ ຜູ້ໃດ ຜູ້ໜຶ່ງ ໃນ ທີ່ ນີ້ ໃຫ້ ຂ້າ ຜູ້ນັ້ນ ຖິ້ມ ໂລດ. ຄົນ ຂອງເຮົາ ກໍ ຢູ່ ທີ່ ນີ້ ເພື່ອ ເປັນ ພະຍານ. ຈົ່ງ ຫາ ຄົ້ນ ເອົາ ທຸກສິ່ງ ທີ່ ເປັນ ຂອງ ເຈົ້າ ຄືນ ໄປ. ” ຢາໂຄບ ບໍ່ ຮູ້ ວ່າ ຣາເຊັນ ໄດ້ ລັກ ເອົາ ຮູບເຄົາ ຣົບ ມາ ນໍາ.
|
||
|
||
\s5
|
||
\v 33 ລາບານ ເຂົ້າ ໄປ ຄົ້ນ ໃນ ຜ້າ ເຕັນ ຂອງ ຢາໂຄບ. ແລັວ ເຂົ້າ ໄປ ໃນ ຜ້າ ເຕັນ ຂອງ ເລອາ ແລະ ຜ້າ ເຕັນ ຂອງ ຄົນ ຮັບ ໃຊ້ ຍິງ ສອງ ຄົນ ແຕ່ ບໍ່ ພົບ ຮູບ ພະ ນັ້ນ ເລີຍ. ແລ້ວ ເພິ່ນ ກໍ ໄດ້ ເຂົ້າ ໄປ ໃນ ຜ້າເຕັນ ຂອງ ນາງ ຣາເຊັນ.
|
||
|
||
\s5
|
||
\v 34 ນາງ ຣາເຊັນ ເອົາ ຮູບ ພະ ປະຈໍາ ຄອບຄົວ ເຫລົ່ານັ້ນ ເຊື່ອງ ໄວ້ ໃນ ຖົງ ອານ ໃສ່ ຫລັງອູດ ແລະ ນັ່ງ ເທິງ ອານ ນັ້ນ. ລາບານ ຊອກ ເບິ່ງ ໝົດ ໃນ ຜ້າ ເຕັນ ແຕ່ ບໍ່ພົບ.
|
||
\v 35 ນາງ ຣາເຊັນ ເວົ້າ ຕໍ່ ພໍ່ ຂອງຕົນ ວ່າ, “ພໍ່ ຢ່າ ຮ້າຍ ລູກ ເດີ ທີ່ ລູກ ບໍ່ ອາດ ລຸກ ຢືນ ຂຶ້ນ ໄດ້ ເມື່ອ ພໍ່ ເຂົ້າ ມາ ຍ້ອນ ວ່າ ລູກ ເປັນ ປະຈໍາ ເດືອນ. ” ລາບານ ຊອກ ຄົ້ນ ເບິ່ງ ໝົດ ທຸກ ບ່ອນ ແຕ່ ເພິ່ນ ບໍ່ ພົບ ຮູບ ພະ ນັ້ນ.
|
||
|
||
\s5
|
||
\v 36 ແລ້ວ ຢາໂຄບ ກໍ ຮ້າຍ ຂຶ້ນ ຈຶ່ງ ຖາມ ວ່າ, “ຂ້ອຍ ໄດ້ ເຮັດ ຫຍັງ ຜິດ? ຂ້ອຍ ໄດ້ ສ້າງ ອາດຊະຍາກໍາ ຫຍັງ ຈຶ່ງ ເຮັດ ໃຫ້ ເຈົ້າ ຕ້ອງ ຕາມ ຂ້ອຍ ມາ?
|
||
\v 37 ບັດນີ້ ເຈົ້າ ໄດ້ ຄົ້ນ ເບິ່ງ ສິ່ງ ຂອງ ຂອງຂ້ອຍ ທັງ ໝົດ ແລ້ວ ມີ ສິ່ງ ໃດ ແດ່ ທີ່ ເຈົ້າ ເຫັນ ວ່າ ມັນ ເປັນ ຂອງ ເຈົ້າ? ເອົາ ອອກ ມາ ໃຫ້ ຄົນ ຂອງ ເຈົ້າ ແລະ ຄົນ ຂອງຂ້ອຍ ເບິ່ງ ດູ ແລະ ໃຫ້ ພວກເຂົາ ຕັດ ສິນ ວ່າ ລະຫວ່າງ ເຈົ້າ ກັບ ຂ້ອຍ ແມ່ນ ຜູ້ໃດ ຜິດ ຜູ້ໃດ ຖືກ.
|
||
|
||
\s5
|
||
\v 38 ເບິ່ງ ດູ ຂ້ອຍ ໄດ້ ອາໄສ ຢູ່ ກັບ ເຈົ້າ ເປັນ ເວລາ ຊາວ ປີ ແລະ ແກະ ກັບ ແບ້ ຂອງ ເຈົ້າ ໄດ້ ອອກ ແມ່ ແຜ່ ລູກ ຢູ່ ບໍ່ຂາດ, ແຕ່ ຂ້ອຍ ບໍ່ໄດ້ ກິນ ແກະເຖິກ ຢູ່ ໃນ ຝູງ ຂອງ ເຈົ້າ ແມ່ນແຕ່ ໂຕ ດຽວ.
|
||
\v 39 ເທື່ອ ໃດ ທີ່ແກະ ຂອງ ເຈົ້າ ຖືກ ສັດ ປ່າ ກັດ ຕາຍ ຂ້ອຍ ກໍ ຈ່າຍ ຄ່າ ເສຍຫາຍ ເອງ ເທື່ອນັ້ນ. ຂ້ອຍ ບໍ່ ໄດ້ ເອົາ ມາ ໃຫ້ ເຈົ້າ ເບິ່ງ ແລະ ບອກ ວ່າ ມັນ ບໍ່ແມ່ນ ຄວາມຜິດ ຂອງຂ້ອຍ. ເຈົ້າ ໄດ້ ທວງ ຄືນ ສິ່ງ ທີ່ ຖືກ ລັກ ໄປ ຍາມ ກາງເວັນ ແລະ ຍາມ ກາງຄືນ.
|
||
\v 40 ມີ ຫລາຍ ເທື່ອ ທີ່ ຂ້ອຍ ຕ້ອງ ທົນ ຕໍ່ ແສງ ແດດ ເຜົາ ຜານ ໃນ ເວລາ ກາງເວັນ ແລະ ທົນ ຕໍ່ ຄວາມ ໜາວ ໃນ ເວລາ ກາງຄືນ ຈົນ ຂ້ອຍ ບໍ່ ອາດ ຈະ ນອນ ຕາ ຫລັບ ໄດ້.
|
||
|
||
\s5
|
||
\v 41 ແມ່ ນ ແບບ ນີ້ ແຫລະ ທີ່ ຂ້ອຍ ໄດ້ ອາໄສ ຢູ່ ນຳ ເຈົ້າ ເປັນ ເວລາ ສິບສີ່ ປີ ເພື່ອ ຈະ ໄດ້ ລູກສາວ ຂອງ ເຈົ້າ ສອງ ຄົນ ມາ ເປັນ ເມຍ ແລະ ອີກ ຫົກ ປີ ເພື່ອ ມີ ຝູງສັດ ເປັນ ຂອງ ຕົນ ເອງ, ແຕ່ ເຖິງ ປານ ນັ້ນ ເຈົ້າ ຍັງ ປ່ຽນ ຄ່າຈ້າງ ຂອງຂ້ອຍ ເຖິງ ສິບ ເທື່ອ.
|
||
\v 42 ຖ້າ ພຣະເຈົ້າ ແຫ່ງ ບັນພະບຸລຸດ ຂອງຂ້ອຍ ຄື ພຣະເຈົ້າ ຂອງ ອັບຣາຮາມ ແລະ ອີຊາກ ບໍ່ ໄດ້ ສະຖິດ ຢູ່ ນໍາ ຂ້ອຍ; ປານນີ້ ເຈົ້າ ຄົງ ໄລ່ ຂ້ອຍ ໜີໄປ ມື ເປົ່າ ແລ້ວ. ແຕ່ ພຣະເຈົ້າ ເຫັນ ຄວາມ ທຸກ ລໍາບາກ ຂອງຂ້ອຍ ທັງ ຮູ້ຈັກ ວຽກງານ ທີ່ ຂ້ອຍ ໄດ້ ເຮັດ ແລະ ໃນ ຄືນ ວານ ນີ້ ພຣະອົງ ຈຶ່ງ ຕັດ ສິນ ຄວາມ ໃຫ້.”
|
||
|
||
\s5
|
||
\v 43 ລາບານ ຕອບ ຢາໂຄບ ວ່າ, “ຍິງ ພວກ ນີ້ ເປັນ ຂອງຂ້ອຍ ແລະ ລູກ ຂອງ ພວກເຂົາ ກໍ ເປັນ ຂອງຂ້ອຍ ຕະຫລອດ ທັງ ຝູງສັດ ກໍ ເປັນ ຂອງຂ້ອຍ ດ້ວຍ. ທີ່ ຈິງ ແລ້ວ ທຸກສິ່ງ ທີ່ ເຈົ້າ ເຫັນ ຢູ່ ນີ້ ເປັນ ຂອງຂ້ອຍ ໝົດ, ແຕ່ ໃນ ເມື່ອ ຂ້ອຍ ບໍ່ສາມາດ ກີດກັ້ນ ລູກສາວ ກັບ ພວກ ຫລານໆ ຂອງຂ້ອຍ ບໍ່ ໃຫ້ ໄປ ກັບ ເຈົ້າ ໄດ້
|
||
\v 44 ຂ້ອຍ ພ້ອມ ແລ້ວ ທີ່ຈະ ເຮັດ ຂໍ້ ຕົກ ລົງ ກັບ ເຈົ້າ. ພວກເຮົາ ຈົ່ງ ພາກັນ ຂົນ ຫິນ ມາ ກອງ ໄວ້ ເພື່ອ ໃຫ້ ເປັນ ສິ່ງ ເຕືອນໃຈ ພວກເຮົາ ໃນ ເລື່ອງ ນີ້.”
|
||
|
||
\s5
|
||
\v 45 ສະນັ້ນ ຢາໂຄບ ຈຶ່ງ ຕັ້ງ ເສົາ ຫິນ ເສົາ ໜຶ່ງ ຂຶ້ນ ເປັນ ທີ່ ລະນຶກ.
|
||
\v 46 ລາວ ບອກ ຄົນ ຂອງຕົນ ຂົນ ຫິນ ມາ ກອງ ໄວ້ ແລະ ພວກເຂົາ ໄດ້ ກິນ ລ້ຽງ ໃກ້ ກອງ ຫິນ ນັ້ນ.
|
||
\v 47 ລາບານ ໃສ່ ຊື່ ກອງ ຫິນ ນັ້ນ ວ່າ ເຢກາ ຊາຮາດູທາ; (ຊ) ໃນຂະນະ ດຽວກັນ ນັ້ນ ຢາໂຄບ ໃສ່ ຊື່ ກອງ ຫິນ ນັ້ນ ວ່າ ຄາລີເອັດ. (ຍ)
|
||
|
||
\s5
|
||
\v 48 ລາບານ ເວົ້າ ວ່າ, “ກອງ ຫິນ ນີ້ ຈະ ເປັນ ສິ່ງ ເຕືອນໃຈ ລະຫວ່າງ ພວກເຮົາ ທັງ ສອງ. ” ດ້ວຍເຫດນີ້ ບ່ອນ ນັ້ນ ຈຶ່ງ ມີ ຊື່ ວ່າ ຄາລີເອັດ.
|
||
\v 49 ລາບານ ອວຍພອນ ອີກ ວ່າ, “ຂໍ ອົງພຣະ ຜູ້ ເປັນເຈົ້າ ເຝົ້າ ຄອຍ ເບິ່ງ ພວກເຮົາ ເວລາ ຫ່າງ ຈາກ ກັນ ໄປ. ” ດັ່ງ ນັ້ນ ບ່ອນ ນີ້ ຈຶ່ງ ມີ ຊື່ ອີກ ວ່າ, “ມີຊະປາ. ” (ດ)
|
||
\v 50 ລາບານ ເວົ້າ ຕໍ່ ໄປ ວ່າ, “ຖ້າ ເຈົ້າ ຂົ່ມ ເຫັງ ລູກສາວ ຂອງຂ້ອຍ ຫລື ແຕ່ງງານ ກັບ ຍິງ ອື່ນ ອີກ; ເຖິງ ແມ່ນ ຂ້ອຍ ບໍ່ ຮູ້ ກໍ ຕາມ ຈົ່ງ ຈົດ ຈໍາ ໄວ້ ວ່າ ພຣະເຈົ້າ ຄອຍ ເຝົ້າ ເບິ່ງ ພວກເຮົາ ສະເໝີ. ” ລາບານ ເວົ້າ ຕໍ່ ຢາໂຄບ ວ່າ,
|
||
|
||
\s5
|
||
\v 51 “ອັນ ນີ້ ແມ່ນ ກອງ ຫິນ ທີ່ ຂ້ອຍ ກອງ ຂຶ້ນ ກັ້ນ ເຂດແດນ ລະຫວ່າງ ພວກເຮົາ ທັງ ສອງ ເພື່ອ ໃຫ້ ເປັນ ທີ່ ຄິດ ຮອດ ຄິດເຖິງ.
|
||
\v 52 ເສົາ ຫິນ ທັງ ສອງ ນີ້ ຈະ ເປັນ ສິ່ງ ເຕືອນໃຈ ວ່າ ຂ້ອຍ ຈະ ບໍ່ ຂ້າມ ເຂດແດນ ໄປ ໂຈມຕີ ເຈົ້າ ແລະ ເຈົ້າ ກໍ ຈະ ບໍ່ ຂ້າມ ເຂດແດນ ມາ ໂຈມຕີ ຂ້ອຍ.
|
||
\v 53 ພຣະເຈົ້າ ຂອງ ອັບຣາຮາມ ແລະ ພຣະເຈົ້າ ຂອງ ນາໂຮ ຈະ ເປັນ ຜູ້ຕັດ ສິນ ລະຫວ່າງ ພວກເຮົາ ທັງ ສອງ. ” ແລ້ວ ຢາໂຄບ ກໍ ສາບານ ໃນ ນາມ ຂອງ ພຣະເຈົ້າ ອົງ ທີ່ ອີຊາກ ພໍ່ ຂອງຕົນ ນະມັດສະການ.
|
||
|
||
\s5
|
||
\v 54 ຢາໂຄບ ຂ້າ ສັດ ຖວາຍບູຊາ ທີ່ ເທິງ ພູ ແລະ ເຊື້ອເຊີນ ພີ່ ນ້ອງ ຂອງຕົນ ມາ ຮ່ວມ ກິນ ລ້ຽງ ນໍາ. ຫລັງ ຈາກ ກິນ ລ້ຽງ ແລ້ວ ພວກເຂົາ ໄດ້ ນອນ ຄ້າງຄືນ ຢູ່ ທີ່ ນັ້ນ.
|
||
\v 55 ມື້ ຕໍ່ ມາ ແຕ່ ເຊົ້າ ໆ ລາບານ ໄດ້ ຈູບ ສັ່ງ ລາ ລູກສາວ ກັບ ພວກ ຫລານໆ ຂອງຕົນ ແລ້ວ ເພິ່ນ ກໍ ກັບ ຄືນ ເມືອ ບ້ານ ເມືອງ ຂອງຕົນ.
|
||
|
||
\s5
|
||
\c 32
|
||
\p
|
||
\v 1 ເມື່ອ ຢາໂຄບ ເດີນ ທາງ ໄປ ຕໍ່ ເທວະດາ ຂອງ ພຣະເຈົ້າ ໄດ້ ມາ ພົບ ເພິ່ນ.
|
||
\v 2 ພໍ ເຫັນ ເທວະດາ ຕົນ ນັ້ນ ເພິ່ນ ຈຶ່ງ ເວົ້າ ວ່າ, “ນີ້ ແມ່ນ ຄ້າຍ ຂອງ ພຣະເຈົ້າ. ” ສະນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ບ່ອນ ນັ້ນ ວ່າ ມະຫານາອິມ. (ຕ)
|
||
|
||
\s5
|
||
\v 3 ຢາໂຄບ ໄດ້ ໃຊ້ ຄົນ ນໍາ ຂ່າວ ໄປ ບອກ ເອຊາວ ອ້າຍ ຂອງຕົນ ທີ່ ເມືອງ ເຊອີ ໃນ ດິນແດນ ເອໂດມ.
|
||
\v 4 ເພິ່ນ ສັ່ງ ຄົນ ນໍາ ຂ່າວ ໃຫ້ ໄປ ບອກ ເອຊາວ ດັ່ງ ນີ້: “ຂ້ານ້ອຍ ຢາໂຄບ ຄົນ ຮັບ ໃຊ້ ຜູ້ ເຊື່ອ ຟັງ ຂອງທ່ານ ທີ່ ໄດ້ ໄປ ອາໄສ ຢູ່ ນໍາ ລາບານ ນັ້ນ ແລະ ດຽວ ນີ້ ຫາ ກໍ ກັບ ມາ ຂໍ ລາຍງານ ຕໍ່ ທ່ານ ເອຊາວ ວ່າ
|
||
\v 5 ຂ້ານ້ອຍ ມີ ຝູງງົວ, ຝູງ ລໍ, ຝູງແບ້ ແລະ ຝູງແກະ ພ້ອມ ທັງ ຄົນ ຮັບ ໃຊ້ ຊາຍ ຍິງ ຕັ້ງ ຫລວງຫລາຍ. ດັ່ງ ນັ້ນ ຈຶ່ງ ໄດ້ ໃຊ້ ຄົນ ມາ ຄໍານັບ ທ່ານ ໂດຍ ຫວັງ ວ່າ ທ່ານ ຈະ ໃຫ້ ຄວາມ ເຫັນ ອົກ ເຫັນ ໃຈ.”
|
||
|
||
\s5
|
||
\v 6 ເມື່ອ ຄົນ ນໍາ ຂ່າວ ກັບ ຄືນ ມາ ພວກເຂົາ ຈຶ່ງ ເລົ່າ ໃຫ້ ຢາໂຄບ ຟັງ ວ່າ, “ພວກເຮົາ ໄດ້ ໄປ ຫາ ເອຊາວ ອ້າຍ ຂອງທ່ານ ແລ້ວ ແລະ ເພິ່ນ ກໍາ ລັງ ອອກ ເດີນທາງ ມາ ພົບ ທ່ານ ພ້ອມ ທັງ ມີ ຄົນ ມາ ນໍາ ສີ່ ຮ້ອຍ ຄົນ. ”
|
||
\v 7 ຢາໂຄບ ຢ້ານ ແລະ ອຸກໃຈ ຫລາຍ. ສະນັ້ນ ເພິ່ນ ຈຶ່ງ ແບ່ງ ຄົນ ຕະຫລອດ ທັງ ຝູງແກະ, ຝູງແບ້, ຝູງງົວ ແລະ ຝູງ ອູດ ອອກ ເປັນ ສອງ ພວກ;
|
||
\v 8 ເພາະ ເພິ່ນ ຄິດ ວ່າ, ຖ້າ ເອຊາວ ມາ ບຸກໂຈມຕີ ພວກ ທີ ໜຶ່ງ, ພວກ ທີ ສອງ ກໍ ຈະ ສາມາດ ຫລົບ ໜີໄປ ໄດ້.
|
||
|
||
\s5
|
||
\v 9 ແລ້ວ ຢາໂຄບ ກໍ ພາວັນ ນາ ອະທິຖານ ວ່າ, “ໂອ ພຣະເຈົ້າ ຂອງ ອັບຣາຮາມ ຜູ້ ເປັນ ປູ່ ແລະ ພຣະເຈົ້າ ຂອງ ອີຊາກ ຜູ້ ເປັນ ພໍ່ ຂອງ ຂ້ານ້ອຍ ໂຜດ ຟັງ ຂ້ານ້ອຍ ແດ່ ທ້ອນ ພຣະອົງ ບອກ ໃຫ້ ຂ້ານ້ອຍ ກັບ ຄືນ ເມືອ ສູ່ ດິນແດນ ຫາ ຍາດຕິພີ່ ນ້ອງ ແລະ ພຣະອົງ ຈະ ໃຫ້ ທຸກສິ່ງ ຜ່ານ ພົ້ນ ໄປ ໂດຍ ດີ ສໍາລັບ ຂ້ານ້ອຍ.
|
||
\v 10 ຂ້ານ້ອຍ ບໍ່ ສົມ ຄວນ ກັບ ພຣະກະລຸນາ ແລະ ຄວາມສັດຊື່ ທີ່ພຣະອົງ ໄດ້ ສຳແດງ ຕໍ່ ຂ້ານ້ອຍ ຜູ້ຮັບໃຊ້ ຂອງ ພຣະອົງ ເລີຍ. ຂ້ານ້ອຍ ໄດ້ ຂ້າມ ແມ່ ນ້ຳ ຈໍແດນ ມີ ພຽງ ໄມ້ເທົ້າ ເທົ່າ ນັ້ນ; ແຕ່ ບັດນີ້ ຂ້ານ້ອຍ ກັບມາ ພ້ອມ ດ້ວຍ ຈຳ ນວນ ຄົນ ແລະ ຝູງສັດ ສອງ ໝວດ ນີ້.
|
||
|
||
\s5
|
||
\v 11 ຂ້ານ້ອຍ ພາວັນ ນາ ອະທິຖານ ຂໍ ພຣະອົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ເງື້ອມມື ຂອງ ອ້າຍ ເອຊາວ ແດ່ ທ້ອນ. ຂ້ານ້ອຍ ຢ້ານ ວ່າ ລາວ ຈະ ເຂົ້າ ມາ ບຸກໂຈມຕີ ແລະ ທໍາ ຮ້າຍ ພວກ ຂ້ານ້ອຍ ທັງ ໝົດ ຄື: ພວກຜູ້ຍິງ ແລະ ເດັກ ນ້ອຍ.
|
||
\v 12 ໂຜດ ຈົດ ຈໍາ ຄໍາສັນ ຍາ ທີ່ ວ່າ ພຣະອົງ ຈະ ເຮັດ ທຸກສິ່ງ ໃຫ້ ຜ່ານ ພົ້ນ ໄປ ໂດຍ ດີ ແລະ ໃຫ້ ຂ້ານ້ອຍ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ດັ່ງ ເມັດ ຊາຍ ທີ່ ແຄມ ທະເລ ຊຶ່ງ ບໍ່ ອາດ ນັບ ໄດ້.”
|
||
|
||
\s5
|
||
\v 13-15 ຫລັງຈາກຢາໂຄບ ໄດ້ນອນຄ້າງຄືນທີ່ມະຫານາອີມແລ້ວ ເພິ່ນກໍເລືອກເອົາເຄື່ອງຂອງທີ່ເພິ່ນມີ ເພື່ອເປັນເຄື່ອງຕ້ອນໃຫ້ແກ່ເອຊາວ ອ້າຍຂອງຕົນ ດັ່ງນີ້: ແບ້ແມ່ 200 ໂຕ ແລະແບ້ເຖິກ 20 ໂຕ, ແກະແມ່ 200 ໂຕ ແລະ ແກະເຖິກ 20 ໂຕ, ອູດແມ່ແລະລູກທີ່ຍັງກິນນົມຢູ່ 30 ໂຕ, ງົວແມ່ 40 ໂຕ, ງົວເຖິກ 10 ໂຕ, ລໍແມ່ 20 ໂຕ, ລໍເຖິກ 10 ໂຕ.
|
||
\v 16 ເພິ່ນ ມອບ ຝູງສັດ ແຕ່ ລະ ຝູງ ໃຫ້ ຄົນ ຮັບ ໃຊ້ ແຕ່ ລະຄົນ ເບິ່ງ ແຍງ ຮັກ ສາ. ເພິ່ນ ສັ່ງ ພວກເຂົາ ວ່າ, “ຈົ່ງ ເດີນ ທາງ ໄປ ກ່ອນຂ້ອຍ ທັງ ປ່ອຍ ໄລຍະ ໃຫ້ ຫ່າງ ກັນ ພໍສົມຄວນ.”
|
||
|
||
\s5
|
||
\v 17 ເພິ່ນ ສັ່ງ ຄົນ ຮັບ ໃຊ້ ຜູ້ ທີ ໜຶ່ງ ວ່າ, “ເວລາ ເອຊາວ ພົບ ເຈົ້າ ແລະ ຖາມ ວ່າ, ‘ເຈົ້າ ຈະ ໄປ ໃສ? ໃຜ ເປັນ ນາຍ ຂອງ ເຈົ້າ? ສັດ ທີ່ ຍ່າງ ໄປ ກ່ອນ ນັ້ນ ເປັນ ຂອງ ໃຜ? ’
|
||
\v 18 ເຈົ້າ ຕ້ອງ ຕອບ ເພິ່ນ ວ່າ, ‘ສັດ ເຫລົ່າ ນັ້ນ ເປັນ ຂອງ ຢາໂຄບ ຄົນ ຮັບ ໃຊ້ ຂອງທ່ານ. ເພິ່ນ ສັ່ງ ໃຫ້ ນໍາ ສັດ ເຫລົ່າ ນີ້ ມາ ເປັນ ຂອງຕ້ອນ ແກ່ ເອຊາວ ນາຍ ຂອງ ເພິ່ນ. ສ່ວນ ເພິ່ນເອງ ນັ້ນ ກໍາລັງ ເດີນທາງ ມາ ຕາມຫລັງ. ’”
|
||
|
||
\s5
|
||
\v 19 ຢາໂຄບ ສັ່ງ ຜູ້ ທີສອງ, ຜູ້ ທີ ສາມ ແລະ ທຸກຄົນ ທີ່ ຮັບ ຜິດ ຊອບ ເບິ່ງ ຝູງສັດ ວ່າ, “ເມື່ອ ພວກເຈົ້າ ພົບ ເອຊາວ ໃຫ້ ພາກັນ ເວົ້າ ດັ່ງ ນີ້:
|
||
\v 20 ‘ທ່ານເອີຍ ຢາໂຄບ ຄົນ ຮັບ ໃຊ້ ຂອງທ່ານ ກຳ ລັງ ເດີນ ທາງ ມາ ຕາມຫລັງ. ’” ຢາໂຄບ ຄິດ ວ່າ, “ດ້ວຍ ຂອງຕ້ອນ ທີ່ ຂ້ອຍ ສົ່ງ ໄປ ໃຫ້ ນັ້ນ ລາວ ຄົງ ຈະ ເຫັນ ໃຈ ຂ້ອຍ ແລະ ເມື່ອ ຂ້ອຍ ພົບ ລາວ ບາງທີ ລາວ ອາດ ຈະ ຍົກ ໂທດ ໃຫ້ ຂ້ອຍ ກໍໄດ້. ”
|
||
\v 21 ຢາໂຄບ ໄດ້ ສົ່ງ ຂອງຕ້ອນ ໄປ ກ່ອນ ສ່ວນ ເພິ່ນ ເອງ ນັ້ນ ຍັງ ນອນ ຄ້າງຄືນ ຢູ່ ທີ່ ຄ້າຍພັກ.
|
||
|
||
\s5
|
||
\v 22 ໃນ ຄືນ ດຽວກັນ ນັ້ນ ຢາໂຄບ ຕື່ນ ຂຶ້ນ ພາ ເມຍ ທັງ ສອງ, ຄົນ ຮັບ ໃຊ້ ຍິງ ສອງ ຄົນ ແລະ ລູກ ສິບ ເອັດ ຄົນ ຂອງຕົນ ຂ້າມ ແມ່ ນ້ຳ ຢັບໂບກ. (ຖ)
|
||
\v 23 ຫລັງ ຈາກ ສົ່ງ ພວກເຂົາ ຂ້າມ ແມ່ ນໍ້າ ໄປ ໝົດ ແລ້ວ ເພິ່ນ ກໍ ຈັດ ເອົາ ສິ່ງ ຂອງ ຂ້າມ ກັບ ໄປ ອີກ,
|
||
|
||
\s5
|
||
\v 24 ສ່ວນ ເພິ່ນ ເອງ ຍັງ ນອນ ຄ້າງຄືນ ຢູ່ ຟາກ ແມ່ ນ້ຳ ພຸ້ນ ແຕ່ ຜູ້ ດຽວ. ແລ້ວ ມີ ຊາຍ ຄົນ ໜຶ່ງ ມາ ກຸມ ປໍ້າ ສູ້ ກັບ ເພິ່ນ ຈົນ ເຖິງ ຮຸ່ງ ເຊົ້າ.
|
||
\v 25 ເມື່ອ ຊາຍ ຄົນ ນີ້ ເຫັນ ວ່າ ຕົນ ຈະ ບໍ່ ຊະນະ ຈຶ່ງ ຕີ ແອວ ຂອງ ຢາໂຄບ ຈົນ ພິກ ໂບກ.
|
||
\v 26 ຊາຍ ຜູ້ນັ້ນ ເວົ້າ ວ່າ, “ປ່ອຍ ຂ້ອຍ ແມ ເພາະ ຕາເວັນ ຈວນ ຈະ ຂຶ້ນ ແລ້ວ. ” ແຕ່ ຢາໂຄບ ຕອບ ວ່າ, “ຂ້ອຍ ຈະ ບໍ່ ປ່ອຍ ເຈົ້າ ໄປ ຈົນ ກວ່າ ເຈົ້າ ຈະ ອວຍພອນ ຂ້ອຍ.”
|
||
|
||
\s5
|
||
\v 27 ຊາຍ ຄົນ ນັ້ນ ຖາມ ວ່າ, “ເຈົ້າ ຊື່ ຫຍັງ? ” ລາວ ຕອບ ວ່າ, “ຢາໂຄບ".
|
||
\v 28 ຊາຍ ນັ້ນ ເວົ້າ ວ່າ, “ຊື່ ຂອງ ເຈົ້າ ຈະ ບໍ່ ແມ່ນ ຢາໂຄບ ອີກ ຕໍ່ ໄປ. ເຈົ້າ ໄດ້ ຕໍ່ ສູ້ ກັບ ພຣະເຈົ້າ ແລະ ມະນຸດ ແລະ ເຈົ້າຊະນະ; ສະນັ້ນ ຊື່ ຂອງ ເຈົ້າ ຈະ ແມ່ນ ອິດສະຣາເອນ. ” (ທ)
|
||
|
||
\s5
|
||
\v 29 ຢາໂຄບ ຂໍຮ້ອງ ວ່າ, “ບັດນີ້ ຈົ່ງ ບອກ ຊື່ ຂອງ ເຈົ້າ ໃຫ້ ຂ້ອຍ ຮູ້ ແດ່. ” ແຕ່ ຊາຍ ຄົນ ນັ້ນ ຕອບ ວ່າ, “ເຈົ້າ ຢາກ ຮູ້ ຊື່ ຂອງຂ້ອຍ ເຮັດ ຫຍັງ? ” ແລ້ວ ເພິ່ນ ກໍໄດ້ ອວຍພອນ ຢາໂຄບ.
|
||
\v 30 ຢາໂຄບ ເວົ້າ ວ່າ, “ຂ້ອຍ ໄດ້ ເຫັນ ພຣະເຈົ້າ ຕໍ່ໜ້າຕໍ່ຕາ ແລະ ຂ້ອຍ ຍັງ ບໍ່ ຕາຍ. ” ສະນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ບ່ອນ ນັ້ນ ວ່າ “ເປນີເອນ. ” (ນ)
|
||
|
||
\s5
|
||
\v 31 ເມື່ອ ຢາໂຄບ ອອກ ໄປ ຈາກ ເປນີເອນ ຕາເວັນ ກໍ ກໍາລັງ ຂຶ້ນ; ເພິ່ນ ຍ່າງ ຂາ ເຢັກ ໄປ ເພາະ ເຈັບ ແອວ.
|
||
\v 32 ດ້ວຍເຫດນີ້ ແຫລະ ຊາວ ອິດສະຣາເອນ ຈຶ່ງ ບໍ່ ກິນ ຊີ້ນ ເອັນ ທີ່ ຕໍ່ ກັບ ແອວ ເພາະ ແມ່ນ ບ່ອນ ທີ່ ພຣະເຈົ້າ ໄດ້ ຕີ.
|
||
|
||
\s5
|
||
\c 33
|
||
\p
|
||
\v 1 ຢາໂຄບ ເຫັນ ເອຊາວ ພ້ອມ ລູກ ນ້ອງ 400 ຄົນ ກໍາ ລັງ ເດີນ ທາງ ມາ. ດັ່ງ ນັ້ນ ເພິ່ນ ຈຶ່ງ ແບ່ງ ເດັກ ນ້ອຍ ໃຫ້ ເລອາ, ຣາເຊັນ ແລະ ໃຫ້ ສາວໃຊ້ ທັງສອງ.
|
||
\v 2 ເພິ່ນ ໃຫ້ ສາວ ໃຊ້ ສອງ ຄົນ ກັບ ລູກ ຂອງ ພວກເຂົາ ອອກ ໜ້າ ກ່ອນ ຕໍ່ມາ ແມ່ນ ເລອາ ແລະ ລູກຢູ່ກາງ ແລະ ຣາເຊັນ ກັບ ໂຢເຊັບ ຢູ່ ທາງຫລັງ.
|
||
\v 3 ສ່ວນ ຢາໂຄບ ເອງ ໄດ້ ອອກ ໜ້າ ພາ ພວກເຂົາ ໄປ ແລະ ຂາບລົງ ເຈັດ ເທື່ອ ຈົນ ເຂົ້າ ໄປ ຮອດ ອ້າຍ.
|
||
|
||
\s5
|
||
\v 4 ຝ່າຍ ເອຊາວ ກໍ ຟ້າວ ແລ່ນ ໄປ ພົບ ຢາໂຄບ ທັງ ກອດ ແລະ ຈູບ ລາວ. ພວກເຂົາ ພາກັນ ຮ້ອງໄຫ້.
|
||
\v 5 ເມື່ອ ເອຊາວ ມືນ ຕາ ຂຶ້ນ ເຫັນ ພວກ ແມ່ ຍິງ ແລະ ເດັກ ນ້ອຍ ລາວ ຈຶ່ງ ຖາມ ວ່າ, “ຄົນ ທີ່ ມາ ນໍາ ເຈົ້າ ນີ້ ແມ່ນ ໃຜ? ” ຢາໂຄບ ຕອບ ວ່າ, “ທ່ານເອີຍ ພວກ ເຫລົ່າ ນີ້ ແມ່ນ ລູກ ຂອງ ນ້ອງ ເອງ ທີ່ ພຣະເຈົ້າ ໂຜດ ປະທານ ໃຫ້.”
|
||
|
||
\s5
|
||
\v 6 ແລ້ວ ພວກເຂົາ ກໍ ຫຍັບ ເຂົ້າ ມາ ກົ້ມ ຂາບ ເອຊາວ ເປັນ ລໍາດັບ ໄປ ດັ່ງ ນີ້: ສາວໃຊ້ ທັງ ສອງ ພ້ອມ ດ້ວຍ ລູກ
|
||
\v 7 ຕໍ່ ມາ ເລອາ ພ້ອມ ດ້ວຍ ລູກ ແລະ ທ້າຍສຸດ ແມ່ນ ຣາເຊັນ ພ້ອມ ດ້ວຍ ໂຢເຊັບ.
|
||
\v 8 ເອຊາວ ຈຶ່ງ ຖາມ ວ່າ, “ຖ້າດັ່ງນັ້ນ ໝວດ ທີ່ ອ້າຍ ພົບ ມາ ກ່ອນ ຫັ້ນ ເດ ແມ່ນ ພວກ ໃດ? ” ຢາໂຄບ ຕອບ ວ່າ, “ພວກ ນັ້ນ ແມ່ນ ນ້ອງ ໄດ້ ສົ່ງ ໄປ ຂໍ ຄວາມ ກະລຸນາ ຈາກ ອ້າຍ.”
|
||
|
||
\s5
|
||
\v 9 ແຕ່ ເອຊາວ ຕອບ ວ່າ, “ນ້ອງ ເອີຍ ອ້າຍ ມີ ພໍ ແລ້ວ ເອົາ ໄວ້ ເພື່ອ ເຈົ້າ ເອງ ສາ. ”
|
||
\v 10 ຢາໂຄບ ເວົ້າ ວ່າ, “ບໍ່ ແມ່ນ ຢ່າງ ນັ້ນ ຖ້າ ອ້າຍ ກະລຸນາ ນ້ອງ ແລ້ວ ຈົ່ງ ຮັບ ເອົາ ຂອງຕ້ອນ ນີ້ ເຖີດ. ເຫັນ ໜ້າ ອ້າຍ ກໍ ເທົ່າ ກັບ ໄດ້ ເຫັນ ໜ້າ ພຣະເຈົ້າ ດຽວ ນີ້ ອ້າຍ ດີ ຕໍ່ ນ້ອງ ແທ້ໆ.
|
||
\v 11 ຈົ່ງ ຮັບ ເອົາ ຂອງຕ້ອນ ທີ່ ນ້ອງ ນໍາ ມາ ມອບ ໃຫ້ ອ້າຍ ນີ້ ສາ ພຣະເຈົ້າ ໄດ້ ໂຜດ ກະລຸນາ ນ້ອງ ໂດຍ ໃຫ້ ທຸກສິ່ງ ທີ່ ນ້ອງ ຕ້ອງການ. ” ຢາໂຄບ ວິງ ວອນ ຂໍ ຢ່າງ ອ່ອນນ້ອມ ຈົນ ອ້າຍ ຍອມ ຮັບ ເອົາ.
|
||
|
||
\s5
|
||
\v 12 ເອຊາວ ເວົ້າ ວ່າ, “ເຮົາ ພາກັນ ອອກ ເດີນ ທາງ ເທາະ ອ້າຍ ຈະ ນໍາ ໜ້າ ນ້ອງ ໄປ. ”
|
||
\v 13 ຢາໂຄບ ຕອບ ວ່າ, “ອ້າຍ ເອີຍ ອ້າຍ ກໍ ເຫັນ ແລ້ວວ່າ ພວກ ເດັກ ນ້ອຍ ຍັງ ອ່ອນແຮງ ຫລາຍ ແລະ ນ້ອງ ຍັງ ເປັນ ຫ່ວງ ນໍາ ຝູງສັດ ແລະ ລູກ ນ້ອຍ ຂອງ ມັນ ທີ່ ຍັງ ກິນ ນົມ ຢູ່. ຖ້າ ພວກເຮົາ ຮີບ ເຮັ່ງ ໄລ່ ມັນ ໄປ ໃນ ມື້ ດຽວ ໂລດ ສັດ ເຫລົ່າ ນີ້ ກໍ ຈະ ຕາຍ ໝົດ.
|
||
\v 14 ອ້າຍ ຈົ່ງ ໄປ ກ່ອນ ສາ ເຖີດ ນ້ອງ ກັບ ເດັກ ນ້ອຍ ພ້ອມ ດ້ວຍ ຝູງສັດ ຈະ ຕິດ ຕາມ ໄປ ນໍາ ຫລັງ ຊ້າ ໆ, ແຕ່ ກໍ ຈະ ພະຍາຍາມ ໄປ ໄວ ເທົ່າ ທີ່ ຈະ ໄວ ໄດ້ ຈົນ ຮອດ ເມືອງ ເອໂດມ.”
|
||
|
||
\s5
|
||
\v 15 ເອຊາວ ເວົ້າ ວ່າ, “ຖ້າ ດັ່ງ ນັ້ນ ອ້າຍ ຈະ ປະ ຄົນ ຂອງ ອ້າຍ ບາງຄົນ ໄວ້ ກັບ ນ້ອງ. ” ແຕ່ ຢາໂຄບ ຕອບ ວ່າ, “ນ້ອງ ເຫັນ ວ່າ ບໍ່ ມີ ຄວາມ ຈໍາເປັນ ດອກ ເພາະ ນ້ອງ ຕ້ອງການ ຄວາມກະລຸນາ ຈາກ ອ້າຍ ຫລາຍກວ່າ. ” (ບ)
|
||
\v 16 ສະນັ້ນ ເອຊາວ ຈຶ່ງ ກັບຄືນ ເມືອ ດິນແດນ ເອໂດມ ໃນ ວັນ ນັ້ນ ເອງ.
|
||
\v 17 ສ່ວນ ຢາໂຄບ ນັ້ນ ໄດ້ ເດີນ ທາງ ໄປ ເຖິງ ເມືອງ ຊຸກໂກດ ແລະ ສ້າງ ເຮືອນ ຫລັງ ໜຶ່ງ ສໍາລັບ ຄອບຄົວ ຂອງຕົນ ແລະ ສ້າງ ຄອກ ສໍາລັບ ຝູງສັດ. ດ້ວຍເຫດນີ້ ບ່ອນ ນັ້ນ ຈຶ່ງມີ ຊື່ ວ່າ ຊຸກໂກດ. (ປ)
|
||
|
||
\s5
|
||
\v 18 ເມື່ອ ຄາວ ກັບ ມາ ແຕ່ ເມໂຊໂປຕາເມຍ ນັ້ນ ຢາໂຄບ ໄດ້ ເດີນ ທາງ ໄປ ຢ່າງ ປອດໄພ ຈົນ ຮອດ ເມືອງ ຊີເຄມ ຢູ່ ໃນ ການາອານ ແລະ ຕັ້ງ ຄ້າຍພັກ ຢູ່ໃກ້ ນາ ທົ່ງ ໜຶ່ງ ຂອງ ເມືອງ ນັ້ນ.
|
||
\v 19 ເພິ່ນ ໄດ້ ຊື້ ນາ ທົ່ງ ນັ້ນ ລາຄາ ໜຶ່ງ ຮ້ອຍ ຫລຽນ ຈາກ ເຊື້ອ ສາຍ ຂອງ ຮາໂມ ພໍ່ ຂອງ ຊີເຄມ.
|
||
\v 20 ເພິ່ນ ໄດ້ ສ້າງ ແທ່ນບູຊາ ຂຶ້ນ ທີ່ ນັ້ນ ແລະ ໃສ່ ຊື່ ແທ່ນ ນັ້ນ ວ່າ ເອນ, ພຣະເຈົ້າ ຂອງ ຊາດ ອິດສະຣາເອນ.
|
||
|
||
\s5
|
||
\c 34
|
||
\p
|
||
\v 1 ມື້ ໜຶ່ງ ນາງ ດີນາ ລູກສາວ ຂອງ ຢາໂຄບ ແລະ ນາງ ເລອາ ໄດ້ ໄປ ຢ້ຽມຢາມ ຍິງ ຊາວ ການາອານ ບາງຄົນ.
|
||
\v 2 ເມື່ອ ຊີເຄມ ລູກຊາຍ ຂອງ ຮາໂມ ຊາວ ຮີວີ ທີ່ ເປັນ ຜູ້ປົກ ຄອງ ໃນ ຂົງ ເຂດ ນີ້ ເຫັນ ດີນາ; ລາວ ຈຶ່ງ ຈັບ ເອົາ ນາງ ໄປ ຂົ່ມ ຂືນ.
|
||
\v 3 ແຕ່ ເມື່ອ ເຫັນ ນາງ ງາມ ດືງ ດູດ ໃຈ ຫລາຍ ລາວ ຈຶ່ງ ຫລົງ ຮັກ ນາງ ແລະ ພະຍາຍາມ ໃຫ້ ນາງ ຮັກ ຕົນ ຄືນ. (ຜ)
|
||
|
||
\s5
|
||
\v 4 ຊາຍ ຄົນ ນີ້ ຈຶ່ງ ເວົ້າ ກັບ ພໍ່ ຂອງຕົນ ວ່າ, “ຈົ່ງ ໄປ ຂໍ ຍິງ ຜູ້ ນີ້ ໃຫ້ ລູກ ເອົາ ເປັນ ເມຍ ແດ່. ”
|
||
\v 5 ຢາໂຄບ ຮູ້ ວ່າ, ລູກ ຂອງຕົນ ໄດ້ ຮັບ ຄວາມ ອັບ ອາຍ ຂາຍໜ້າ, ແຕ່ ເພິ່ນ ບໍ່ ກ້າ ເຮັດ ຫຍັງ ລົງ ໄປ ເທື່ອ ຈົນ ກວ່າ ພວກ ລູກຊາຍ ຂອງ ເພິ່ນ ທີ່ ໄດ້ ອອກ ໄປ ລ້ຽງ ສັດ ທີ່ ທົ່ງ ນາ ນັ້ນ ກັບ ມາ ທຸກຄົນ ກ່ອນ.
|
||
|
||
\s5
|
||
\v 6 ຮາໂມ ພໍ່ ຂອງ ຊີເຄມ ໄດ້ ມາ ປຶກ ສາ ຫາລື ກັບ ຢາໂຄບ
|
||
\v 7 ແລະ ເປັນ ເວລາ ພໍດີ ກັບ ທີ່ ພວກ ລູກຊາຍ ຂອງ ຢາໂຄບ ພາກັນ ກັບ ມາ ແຕ່ ທົ່ງ ນາ. ເມື່ອ ຮູ້ ວ່າ ນາງ ດີນາ ຖືກ ຂົ່ມ ຂືນ. ພວກເຂົາ ຈຶ່ງ ຄຽດແຄ້ນ ແລະ ທຸກໃຈ ຫລາຍ ທີ່ ຊີ ເຄມ ໄດ້ ເຮັດ ເຊັ່ນ ນັ້ນ ອັນ ເປັນ ການ ໝິ່ນ ປະໝາດ ຄົນ ອິດສະຣາເອນ ໂດຍ ໄດ້ ຂົ່ມ ຂືນ ລູກສາວ ຂອງ ຢາໂຄບ.
|
||
|
||
\s5
|
||
\v 8 ຮາໂມ ເວົ້າ ຕໍ່ ພວກເຂົາ ວ່າ, “ຊີເຄມ ລູກຊາຍ ຂອງຂ້ອຍ ຫລົງ ຮັກ ລູກສາວ ຂອງ ເຈົ້າ ຂໍ ໃຫ້ ພວກເຂົາ ໄດ້ ແຕ່ງງານ ກັນສາ
|
||
\v 9 ໃຫ້ ພວກເຮົາ ມາ ຕົກ ລົງ ກັນ ວ່າ ຄົນ ຂອງຂ້ອຍ ແລະ ຄົນ ຂອງ ເຈົ້າ ແຕ່ງງານ ກັນ ໄດ້.
|
||
\v 10 ແລ້ວ ພວກເຈົ້າ ກໍ ສາມາດ ຢູ່ ໃນ ດິນ ແດນ ຂອງ ພວກເຮົາ ນີ້ ນໍາ ກັນ; ພວກເຈົ້າ ຈະ ຢູ່ ບ່ອນ ໃດ ກໍໄດ້ ຈະ ຄ້າ ຂາຍ ແລະ ມີ ທີ່ ດິນ ເປັນ ຂອງ ຕົນ ເອງ ໄດ້ ຕາມໃຈມັກ.”
|
||
|
||
\s5
|
||
\v 11 ແລ້ວ ຊີເຄມ ກໍ ເວົ້າ ກັບ ພໍ່ ແລະ ອ້າຍ ຂອງ ດີນາ ວ່າ, “ກະລຸນາ ຍົກ ນາງ ໃຫ້ ຂ້ອຍ ສາ ແລະ ຂ້ອຍ ຈະ ໃຫ້ ທຸກສິ່ງ ຕາມ ທີ່ ພວກເຈົ້າ ຕ້ອງການ.
|
||
\v 12 ພວກເຈົ້າ ຕ້ອງການ ສ່ິ່ງ ໃດ ໃຫ້ ບອກ ມາ ຈະ ຄິດ ຄ່າ ດອງ ສູງ ເທົ່າ ໃດ ຕາມ ທີ່ ພວກເຈົ້າ ຕ້ອງການ ກໍໄດ້; ຂ້ອຍ ຈະ ໃຫ້ ທຸກສິ່ງ ທີ່ ພວກເຈົ້າ ຂໍມາ. ຂໍພຽງແຕ່ ໃຫ້ ຂ້ອຍ ໄດ້ ນາງ ມາ ເປັນ ເມຍ ກໍ ພໍ. ”
|
||
\v 13 ພວກ ລູກຊາຍ ຂອງ ຢາໂຄບ ຈຶ່ງ ຕອບ ຊີເຄມ ແລະ ຮາໂມ ໃນ ທໍານອງ ຫລອກລວງ ເພາະ ຊີເຄມ ໄດ້ ເຮັດ ໃຫ້ ນ້ອງສາວ ຂອງ ພວກເຂົາ ຖືກ ອັບອາຍ.
|
||
|
||
\s5
|
||
\v 14 ພວກເຂົາ ເວົ້າວ່າ, “ພວກເຮົາ ບໍ່ ຍອມ ໃຫ້ ນາງ ດີນາ ແຕ່ງງານ ກັບ ຜູ້ຊາຍ ທີ່ ບໍ່ໄດ້ ຮັບ ພິທີ ຕັດ ເພາະ ເປັນ ການ ເສຍ ກຽດ ສັກສີ ສໍາລັບ ພວກເຮົາ.
|
||
\v 15 ມີ ເງື່ອນໄຂ ດຽວ ເທົ່ານັ້ນ ທີ່ ພວກເຮົາ ຈະ ລົງ ລອຍ ກັນ ໄດ້ ຄື: ພວກເຈົ້າ ຕ້ອງ ເປັນ ຄື ພວກເຮົາ. ຜູ້ຊາຍ ຂອງ ພວກເຈົ້າ ທຸກຄົນ ຕ້ອງ ຮັບ ພິທີຕັດ.
|
||
\v 16 ແລ້ວ ພວກເຮົາ ກໍ ຈະ ຍອມ ໃຫ້ ແຕ່ງງານ ກັນ ໄດ້. ພວກເຮົາ ຈະ ຢູ່ ຮ່ວມກັນ ແລະ ເປັນ ປະຊາຊົນ ຊາດ ດຽວກັນ.
|
||
\v 17 ແຕ່ ຖ້າ ພວກເຈົ້າ ບໍ່ ຍິນ ຍອມ ຮັບ ເອົາ ຂໍ້ ສະເໜີ ຂອງ ພວກເຮົາ ແລ້ວ ພວກເຮົາ ກໍ ຈະ ໄປ ເອົາ ນາງ ດີນາ ກັບ ຄືນ ມາ ແລະ ພາກັນ ອອກ ໜີ ຈາກ ດິນແດນ ນີ້ ໄປ.”
|
||
|
||
\s5
|
||
\v 18 ຮາໂມ ແລະ ລູກຊາຍ ເຫັນ ວ່າ ເງື່ອນໄຂ ນັ້ນ ເປັນ ທີ່ ພໍໃຈ ແລ້ວ
|
||
\v 19 ດັ່ງ ນັ້ນ ຊີເຄມ ຈ່ຶ່ງ ຮັບ ເອົາ ໂລດ ໂດຍ ບໍ່ ໃຫ ເສຍ ເວລາ ຍັອນ ວ່າ ລາວ ຮັກ ດີນາ ລູກສາວ ຂອງ ຢາໂຄບ ຫລາຍ. ຊີເຄມ ເປັນ ຄົນ ສໍາຄັນ ທີ່ ສຸດ ໃນ ຄອບຄົວ.
|
||
|
||
\s5
|
||
\v 20 ແລ້ວ ຮາໂມ ກັບ ລູກຊາຍ ຂອງຕົນ ກໍ ໄປ ຍັງ ບ່ອນ ປະຊຸມ ທີ່ ປະຕູ ເມືອງ ແລະ ເວົ້າ ກັບ ຊາວ ເມືອງ ວ່າ,
|
||
\v 21 “ຄົນ ພວກ ນີ້ ເປັນ ມິດ ກັບ ພວກເຮົາ; ຈົ່ງ ໃຫ້ ພວກເຂົາ ອາໄສ ຢູ່ ໃນ ດິນແດນ ນີ້ ແລະ ສາມາດ ໄປມາຕາມໃຈມັກ ເທີ້ນ. ດິນແດນ ກໍ ຍັງ ມີ ກວ້າງ ຂວາງ ຢູ່ ສໍາລັບ ພວກເຂົາ. ຈົ່ງ ໃຫ້ ລູກສາວ ຂອງ ພວກເຂົາ ແຕ່ງງານ ກັບ ລູກຊາຍ ຂອງ ພວກເຮົາ ແລະ ໃຫ້ ລູກສາວ ຂອງ ພວກເຮົາ ແຕ່ງງານ ກັບ ລູກຊາຍ ຂອງ ພວກເຂົາ.
|
||
|
||
\s5
|
||
\v 22 ແຕ່ ພວກເຂົາ ຈະ ຍິນຍອມ ຢູ່ ນໍາ ພວກເຮົາ ແລະ ເປັນ ປະຊາຊົນ ດຽວ ກັບ ພວກເຮົາ ໄດ້ ນັ້ນ ກໍ ມີ ຢູ່ ເງື່ອນໄຂ ດຽວ ເທົ່າ ນັ້ນ ທີ່ ພວກເຮົາ ຕ້ອງ ເຮັດ ດັ່ງ ນີ້: ໃຫ້ ຜູ້ຊາຍ ຂອງ ພວກເຮົາ ທຸກຄົນ ຮັບ ພິທີຕັດ ຄື ພວກເຂົາ.
|
||
\v 23 ຝູງສັດ ທັງ ຫລາຍ ພ້ອມ ດ້ວຍ ສິ່ງ ຂອງ ທັງ ໝົດ ຂອງ ພວກເຂົາ ຈະ ເປັນ ຂອງ ພວກເຮົາ ບໍ່ ແມ່ນ ບໍ? ດັ່ງ ນັ້ນ ຈົ່ງ ຍອມ ຮັບ ເອົາ ເງື່ອນໄຂ ຂອງ ພວກເຂົາ ແລະ ໃຫ້ ພວກເຂົາ ຢູ່ ນໍາ ກັນ ກັບ ພວກເຮົາ ເຖີດ.”
|
||
|
||
\s5
|
||
\v 24 ປະຊາຊົນ ທຸກຄົນ ຕ່າງ ກໍ ເຫັນ ດີ ເຫັນ ພ້ອມ ນໍາ ສິ່ງ ທີ່ ຮາໂມ ກັບ ຊີເຄມ ໄດ້ ສະເໜີ ມາ ນັ້ນ; ສະນັ້ນ ຜູ້ຊາຍ ທຸກຄົນ ໃນ ເມືອງ ນີ້ ຈຶ່ງ ພາກັນ ຮັບພິທີຕັດ.
|
||
\v 25 ສາມ ມື້ ຕໍ່ມາ ໃນ ຂະນະທີ່ ພວກ ຜູ້ຊາຍ ຊາວ ເມືອງ ຍັງ ເຈັບ ປວດ ຢູ່ ເພາະ ຮັບ ພິທີຕັດ ນັ້ນ; ລູກຊາຍ ສອງ ຄົນ ຂອງ ຢາໂຄບ ຄື ຊີເມໂອນ ແລະ ເລວີ ຜູ້ ເປັນ ອ້າຍ ຂອງ ນາງ ດີນາ ໄດ້ ຖື ດາບ ເຂົ້າ ໄປ ໃນ ເມືອງ ຢ່າງ ບໍ່ ມີ ໃຜ ຄິດ ສົງ ໄສ ແລະ ສັງຫານ ພວກ ຜູ້ຊາຍ ທັງ ໝົດ ໃນ ເມືອງ ຖິ້ມ
|
||
\v 26 ລວມ ທັງ ຮາໂມ ແລະ ຊີເຄມ ລູກຊາຍ ຂອງ ລາວ ດ້ວຍ. ແລ້ວພວກເຂົາ ກໍໄດ້ ພາ ນາງ ດີນາ ໜີ ອອກ ຈາກ ເຮືອນ ຂອງ ຊີເຄມ.
|
||
|
||
\s5
|
||
\v 27 ຫລັງຈາກ ສັງ ຫານ ພວກ ຜູ້ຊາຍ ຢູ່ ໃນ ເມືອງ ແລ້ວ ລູກຊາຍ ຄົນ ອື່ນ ໆ ຂອງ ຢາໂຄບ ກໍ ປຸ້ນ ສະດົມ ເມືອງ ເພື່ອ ແກ້ແຄ້ນ ໃຫ້ ນາງ ດີນາ ນ້ອງສາວ ຂອງ ພວກ ຕົນ ເພາະ ຖືກ ໝິ່ນ ປະໝາດ.
|
||
\v 28 ພວກເຂົາ ຢຶດ ເອົາ ແກະ, ງົວ, ລໍ ແລະ ສິ່ງ ຂອງ ໃນ ເມືອງ ແລະ ໃນ ທົ່ງ ນາ ໄປ ໝົດ.
|
||
\v 29 ພວກເຂົາ ຍັງ ຢຶດ ເອົາ ຂອງ ມີຄ່າ ທັງ ຈັບ ເອົາ ຜູ້ຍິງ ແລະ ເດັກ ນ້ອຍ ແລ້ວ ຂົນ ເອົາ ທຸກສິ່ງ ໃນ ເຮືອນ ໄປ ຈົນ ກ້ຽງ.
|
||
|
||
\s5
|
||
\v 30 ຢາໂຄບ ຈຶ່ງ ເວົ້າ ກັບ ຊີເມໂອນ ແລະ ເລວີ ວ່າ, “ພວກເຈົ້າ ກໍ່ເລື່ອງ ເດືອດຮ້ອນ ມາ ໃຫ້ ຂ້ອຍ ແລ້ວ; ບັດ ນີ້ ຊາວ ການາອານ, ຊາວ ເປຣີຊີ ແລະ ປະຊາຊົນ ທຸກຄົນ ໃນ ດິນແດນ ນີ້ ຈະ ຊັງ ຂ້ອຍ. ຖ້າ ປະຊາຊົນ ເຫລົ່າ ນີ້ ພ້ອມໃຈ ກັນ ມາ ໂຈມຕີ ຄອບຄົວ ພວກເຮົາ ກໍ ຈະ ຖືກ ທໍາ ລາຍ ຖິ້ມ ໝົດ ເພາະ ຄົນ ຂອງ ພວກເຮົາ ມີ ບໍ່ ຫລາຍ. ”
|
||
\v 31 ແຕ່ ພວກເຂົາ ຕອບ ວ່າ, “ພວກເຮົາ ບໍ່ ອາດ ຍອມ ໃຫ້ ພວກເຂົາ ເຮັດ ຕໍ່ນ້ອງສາວ ຂອງ ພວກເຮົາ ເໝືອນດັ່ງ ຍິງໂສເພນີ ດອກ.”
|
||
|
||
\s5
|
||
\c 35
|
||
\p
|
||
\v 1 ພຣະເຈົ້າ ໄດ້ ບອກ ຢາໂຄບ ວ່າ, “ຈົ່ງ ຮີບ ຕຽມຕົວ ໄປ ຍັງ ເບັດ ເອນ ດຽວ ນີ້ ແລະ ອາໄສ ຢູ່ ທີ່ ນັ້ນ. ໃນທີ່ ນັ້ນ ຈົ່ງ ສ້າງ ແທ່ນບູຊາ ຖວາຍ ແກ່ ພຣະເຈົ້າ ອົງ ທີ່ ໄດ້ ປາກົດ ແກ່ ເຈົ້າ ຄາວ ທີ່ ເຈົ້າ ກໍາ ລັງ ໄດ້ ປົບ ໜີ ຈາກ ເອຊາວ ອ້າຍ ຂອງ ເຈົ້າ. ”
|
||
\v 2 ດັ່ງ ນັ້ນ ຢາໂຄບ ຈຶ່ງ ບອກ ຄົນ ຢູ່ ໃນ ຄອບຄົວ ແລະ ທຸກຄົນ ທີ່ ອາໄສ ຢູ່ ນໍາ ຕົນ ວ່າ, “ຈົ່ງ ຖິ້ມ ຮູບ ພະ ຂອງ ຄົນຕ່າງຊາດ ທີ່ ພວກເຈົ້າ ມີ ຢູ່ ນັ້ນ; ຈົ່ງ ຊໍາລະ ຕົວ ໃຫ້ ໝົດ ມົນ ທິນ ແລະ ນຸ່ງ ຫົ່ມ ເຄື່ອງ ທີ່ສະອາດ.
|
||
\v 3 ພວກເຮົາ ຈະ ໜີ ຈາກ ທີ່ ນີ້ ໄປ ຢູ່ ເບັດເອນ; ໃນທີ່ ນັ້ນ ຂ້ອຍ ຈະ ສ້າງ ແທ່ນບູຊາ ຖວາຍ ແກ່ ພຣະເຈົ້າ ອົງ ທີ່ ໄດ້ ຊ່ວຍເຫລືອ ຂ້ອຍ ຍາມ ເດືອດຮ້ອນ ແລະ ອົງ ທີ່ ສະຖິດ ຢູ່ ນໍາ ຂ້ອຍ ໃນ ທຸກບ່ອນ ທີ່ ຂ້ອຍ ໄປ.”
|
||
|
||
\s5
|
||
\v 4 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອົາ ຮູບ ພະ ທັງ ໝົດ ຂອງ ຄົນ ຕ່າງຊາດ ຊຶ່ງ ພວກເຂົາ ມີ ຢູ່ ກັບ ຕຸ້ມ ຫູ ທີ່ ພວກເຂົາ ໃສ່ ຢູ່ ມອບ ໃຫ້ ຢາໂຄບ. ເພິ່ນ ໄດ້ ເອົາ ເຄື່ອງ ເຫລົ່າ ນີ້ ໄປ ຝັງ ໄວ້ ໃຕ້ ຕົ້ນ ໝາກກໍ່ ໃກ້ ກັບ ເມືອງ ຊີເຄມ.
|
||
\v 5 ເມື່ອ ຢາໂຄບ ພ້ອມ ກັບ ລູກຊາຍ ກໍາ ລັງ ອອກ ເດີນທາງ ໄປ ນັ້ນ ຊາວ ເມືອງ ໃກ້ຄຽງ ກໍ ເກີດ ຄວາມ ຢ້ານກົວ ຫຼາຍ ແລະ ບໍ່ ກ້າ ໄລ່ ຕິດ ຕາມ ພວກເຂົາ ໄປ.
|
||
|
||
\s5
|
||
\v 6 ຢາໂຄບ ແລະ ຄົນ ຂອງຕົນ ທຸກຄົນ ໄດ້ ມາ ຮອດ ເມືອງ ລູເຊ ໃນ ການາອານ ຊຶ່ງ ເອີ້ນ ກັນ ໃນ ເວລາ ນັ້ນ ວ່າ ເບັດເອນ.
|
||
\v 7 ໃນທີ່ ນັ້ນ ເພິ່ນ ໄດ້ ສ້າງ ແທ່ນບູຊາ ແລະ ໃສ່ ຊື່ ບ່ອນ ນີ້ ວ່າ ພຣະເຈົ້າຂອງ ເບັດເອນ ເພາະ ພຣະເຈົ້າ ປາກົດ ແກ່ ເພິ່ນ ຄາວ ທີ່ ເພິ່ນ ໄດ້ ປົບ ໜີ ຈາກ ອ້າຍ ຂອງຕົນ ນັ້ນ.
|
||
\v 8 ນາງ ເດໂບຣາ ເອື້ອຍ ລ້ຽງ ຂອງ ນາງ ເຣເບກາ ໄດ້ ເສຍ ຊີວິດ ແລະ ຖືກ ຝັງ ໄວ ໃຕ້ ຕົ້ນ ໝາກກໍ່ ທີ່ ຢູ່ ທາງ ທິດ ໃຕ້ ຂອງ ເມືອງ ເບັດເອນ. ສະນັ້ນ ພວກເຂົາ ຈຶ່ງ ໃສ່ ຊື່ ຕົ້ນໄມ້ ນັ້ນ ວ່າ, “ຕົ້ນ ໝາກກໍ່ ແຫ່ງ ນໍ້າຕາ.”
|
||
|
||
\s5
|
||
\v 9 ເມື່ອ ຢາໂຄບ ກັບ ຈາກ ເມໂຊໂປຕາເມຍ ນັ້ນ ພຣະເຈົ້າ ໄດ້ ປາກົດ ແກ່ ເພິ່ນ ອີກ ແລະ ທັງ ອວຍພອນ ເພິ່ນ ວ່າ,
|
||
\v 10 “ເຈົ້າ ຊື່ ຢາໂຄບ ແຕ່ ບັດນີ້ ໄປ ຊື່ ຂອງ ເຈົ້າ ຈະ ແມ່ນ ອິດສະຣາເອນ. ” ສະນັ້ນ ພຣະເຈົ້າ ຈຶ່ງ ເອີ້ນ ເພິ່ນ ວ່າ ອິດສະຣາເອນ.
|
||
|
||
\s5
|
||
\v 11 ແລ້ວ ພຣະອົງ ກໍ ກ່າວ ອີກ ວ່າ, “ເຮົາ ແມ່ນ ພຣະເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງໃຫຍ່. ຈົ່ງ ມີ ລູກຫລານ ໃຫ້ ຫລວງຫລາຍ ເພື່ອ ວ່າ ເຊື້ອສາຍ ຂອງ ເຈົ້າ ຈະ ກາຍເປັນ ຫລາຍ ຊົນຊາດ ແລະ ສືບ ເຊື້ອສາຍ ໃຫ້ ກະສັດ ຫລາຍ ຄົນ.
|
||
\v 12 ເຮົາ ຈະ ມອບ ດິນແດນ ທີ່ ເຮົາ ໄດ້ ມອບ ໃຫ້ ອັບຣາຮາມ ແລະ ອີຊາກ ນັ້ນ ໃຫ້ ແກ່ ເຈົ້າ ແລະ ເຊື້ອສາຍ ຂອງ ເຈົ້າ ສືບ ຕໍ່ ກັນ ໄປ. ”
|
||
\v 13 ແລ້ວ ພຣະເຈົ້າ ກໍ ຈາກ ເພິ່ນ ໄປ.
|
||
|
||
\s5
|
||
\v 14 ໃນ ບ່ອນ ທີ່ ພຣະເຈົ້າ ກ່າວ ແກ່ ຢາໂຄບ ນັ້ນ ເພິ່ນ ໄດ້ ຕັ້ງ ເສົາ ຫິນ ໄວ້ ເປັນ ທີ່ ລະນຶກ ແລະ ຖວາຍ ໃຫ້ ພຣະເຈົ້າ ໂດຍ ຖອກ ເຫລົ້າ ອະງຸ່ນ ກັບ ນ້ຳ ມັນ ໝາກກອກເທດ ໃສ່ ເທິງ ນັ້ນ.
|
||
\v 15 ຢາໂຄບ ໃສ່ ຊື່ ບ່ອນ ນັ້ນ ວ່າ ເບັດເອນ.
|
||
|
||
\s5
|
||
\v 16 ຢາໂຄບ ແລະ ຄອບຄົວ ຂອງຕົນ ໄດ້ ອອກ ຈາກ ເບັດເອນ ໄປ ແລະ ເມື່ອ ເດີນ ທາງ ມາ ໃກ້ ຈະ ຮອດ ເອຟຣາທາ ນາງ ຣາເຊັນ ກໍ ເຈັບ ທ້ອງ ຈະ ອອກລູກ. ເທື່ອ ນີ້ ນາງ ຄອດ ລູກ ລໍາບາກ ຫລາຍ.
|
||
\v 17 ເມື່ອ ນາງ ເບັ່ງ ລູກ ອອກ ເທື່ອ ໃດ ນາງ ຜະດຸງຄັນ ກໍ ເວົ້າ ກັບ ນາງ ວ່າ “ບໍ່ ຕ້ອງ ຢ້ານ ຣາເຊັນ ເອີຍ ເຈົ້າ ຈະ ໄດ້ ລູກ ຜູ້ຊາຍ ອີກ. ”
|
||
\v 18 ແຕ່ ນາງ ສິ້ນໃຈ ຕາຍ ຫລັງ ຈາກ ຄອດ ລູກ ແລ້ວ. ກ່ອນ ສິ້ນໃຈ ຕາຍ ນາງ ໄດ້ ໃສ່ ຊື່ ໃຫ້ ລູກຊາຍ ຂອງຕົນ ວ່າ ເບັນໂອນີ (ຝ) ແຕ່ ຢາໂຄບ ຜູ້ ເປັນ ພໍ່ ໃສ່ ຊື່ ໃຫ້ ໃໝ່ ວ່າ ເບັນຢາມິນ. (ພ)
|
||
\v 19 ຣາເຊັນ ໄດ້ ຕາຍໄປ ແລະ ຢາໂຄບ ໄດ້ ຝັງ ສົບ ຂອງ ນາງ ໄວ້ ໃກ້ ແຄມ ທາງ ໄປ ເມືອງ ເອຟຣາທາ ປັດຈຸບັນ ນີ້ ແມ່ນ ເມືອງ ເບັດເລເຮັມ.
|
||
\v 20 ຢາໂຄບ ຝັງເສົາ ຫິນ ໄວ້ ທີ່ນັ້ນ ເປັນ ທີ່ ລະນຶກ ແລະ ເສົາ ຫິນ ນັ້ນ ໝາຍ ຊື່ ຂອງ ນາງ ຣາເຊັນ ໄວ້ ຈົນ ເຖິງ ເທົ່າ ທຸກ ວັນ ນີ້.
|
||
|
||
\s5
|
||
\v 21 ຢາໂຄບ ໄດ້ ຍົກຍ້າຍ ໄປ ຕໍ່ ແລະ ຕັ້ງ ຄ້າຍພັກ ອາໄສ ຢູ່ ທາງ ດ້ານ ໜຶ່ງ ອີກ ຂອງ ຫໍຄອຍ ເອເດ.
|
||
\v 22 ເມື່ອ ຢາໂຄບ ໄດ້ ອາໄສ ຢູ່ ໃນ ດິນແດນ ນັ້ນ ຣູເບັນ ໄດັ ລັກ ນອນ ນຳ ນາງ ບິນຮາ ເມຍນ້ອຍ ຄົນ ໜຶ່ງ ຂອງ ພໍ່ ຕົນ; ເມື່ອ ຢາໂຄບ ຮູ້ ເລື່ອງ ນີ້ ເພິ່ນ ກໍ ຮ້າຍ ຫຼາຍ. (ຟ) ຢາໂຄບ ມີ ລູກຊາຍ ຢູ່ ສິບ ສອງ ຄົນ.
|
||
|
||
\s5
|
||
\v 23 ລູກຊາຍ ທີ່ ເກີດ ຈາກ ນາງ ເລອາ ມີ ດັ່ງ ນີ້: ຣູເບັນ ຜູ້ ເປັນ ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ ເຊບູໂລນ.
|
||
\v 24 ລູກຊາຍ ທີ່ ເກີດ ຈາກ ນາງ ຣາເຊັນ ມີ ດັ່ງ ນີ້: ໂຢເຊັບ ແລະ ເບັນ ຢາມິນ.
|
||
\v 25 ລູກຊາຍ ທີ່ ເກີດ ຈາກ ນາງ ບິນຮາ ເອື້ອຍ ລ້ຽງ ຂອງ ຣາເຊັນ ມີ ດັ່ງ ນີ້: ດານ ແລະ ເນັບທາລີ.
|
||
|
||
\s5
|
||
\v 26 ລູກຊາຍ ທີ່ ເກີດ ຈາກ ນາງ ສີລະປາ ເອື້ອຍ ລ້ຽງ ຂອງ ນາງ ເລອາ ມີ ດັ່ງ ນີ້: ກາດ ແລະ ອາເຊ. ພວກລູກຊາຍ ເຫລົ່າ ນີ້ ໄດ້ ເກີດ ທີ່ ເມໂຊໂປຕາເມຍ.
|
||
\v 27 ຢາໂຄບ ໄດ້ ກັບ ຄືນ ມາຫາ ອີຊາກ ພໍ່ຂອງຕົນ ທີ່ ມຳເຣ ໃກ້ ກັບ ເຮັບໂຣນ ບ່ອນ ທີ່ ອັບຣາຮາມ ແລະ ອີຊາກ ເຄີຍອາໄສ ຢູ່.
|
||
|
||
\s5
|
||
\v 28 ອີຊາກ ໄດ້ ດຳລົງ ຊີວິດ ອີກ ຕໍ່ໄປ ຈົນ ເຖິງ 180 ປີ;
|
||
\v 29 ເພິ່ນ ໄດ້ ຕາຍໄປ ເມື່ອ ອາຍຸ ສູງ ຫລາຍ; ຢາໂຄບ ແລະ ເອຊາວ ລູກຊາຍ ຂອງ ເພິ່ນ ເອງ ເປັນ ຜູ້ ຝັງ ສົບ ເພິ່ນ ໄວ້.
|
||
|
||
\s5
|
||
\c 36
|
||
\p
|
||
\v 1 ເຊື້ອສາຍ ຂອງ ເອຊາວ ຫລື ມີ ຊື່ ໜຶ່ງ ອີກ ວ່າ ເອໂດມ ມີ ດັ່ງ ນີ້:
|
||
\v 2 ເອຊາວ ມີ ເມຍ ຊາວ ການາອານ ສາມ ຄົນ ຄື: ນາງ ອາດາ ລູກສາວ ຂອງ ເອໂລນ ຊາວ ຮິດຕີ, ນາງ ໂອໂຮຣີບາມາ ລູກສາວ ຂອງ ອານາ, (ມ) ຫລານຊາຍ ຂອງ ຊີເບໂອນ ຊາວ ຮີວີ;
|
||
\v 3 ແລະ ນາງ ບາເຊມາດ ລູກສາວ ຂອງ ອິດຊະມາເອນ ແລະ ຜູ້ ເປັນ ນ້ອງສາວ ຂອງ ເນບາໂຢດ.
|
||
|
||
\s5
|
||
\v 4 ອາດາ ມີລູກຊາຍ ກັບ ເອຊາວ ຜູ້ໜຶ່ງ ຊື່ ວ່າ ເອລີຟັດ. ບາເຊມາດ ມີລູກຊາຍ ກັບ ເອຊາວ ຜູ້ໜຶ່ງ ຊື່ ວ່າ ເຣອູເອນ
|
||
\v 5 ແລະ ໂອໂຮຣີບາມາ ມີລູກຊາຍ ດັ່ງ ນີ້: ເຢອຸດ, ຢາລາມ ແລະ ໂກຣາ. ທັງ ໝົດ ເປັນ ລູກຊາຍ ຂອງ ເອຊາວ ທີ່ ເກີດ ໃນ ເວລາ ເພິ່ນ ໄດ້ ອາໄສ ຢູ່ ໃນ ການາອານ.
|
||
|
||
\s5
|
||
\v 6 ແລ້ວ ເອຊາວ ກໍ ພາ ບັນດາ ເມຍ ຂອງຕົນ, ບັນດາ ລູກຊາຍ ຍິງ ແລະ ພວກ ຄົນຮັບ ໃຊ້ ທຸກຄົນ ໃນ ເຮືອນ, ຕະຫລອດ ທັງ ເອົາ ສັດ ແລະ ສິ່ງ ຂອງ ທີ່ ຕົນ ມີ ຢູ່ ໃນ ການາອານ ນັ້ນ ອອກ ໜີ ຈາກ ຢາໂຄບ ນ້ອງຊາຍ ຂອງຕົນ ໄປ ຍັງ ປະເທດ ອື່ນ.
|
||
\v 7 ເພິ່ນ ໜີໄປ ເພາະວ່າ ດິນ ບ່ອນ ທີ່ ເພິ່ນ ແລະ ຢາໂຄບ ຢູ່ ນັ້ນ ບໍ່ ອຸດົມ ສົມບູນ ພຽງພໍ ສໍາລັບ ພວກເຂົາ; ພວກເຂົາ ມີ ຝູງສັດ ຫລວງຫລາຍ ແລະ ບໍ່ ສາມາດ ຢູ່ ຮ່ວມ ກັນ ຕໍ່ ໄປ ໄດ້.
|
||
\v 8 ສະນັ້ນ ເອຊາວ ຈິ່ງ ໄປ ອາໄສ ຢູ່ ໃນ ເຂດ ພູດອຍ ຂອງ ດິນແດນ ເອໂດມ.
|
||
|
||
\s5
|
||
\v 9 ຕໍ່ ໄປນີ້ ແມ່ນ ເຊື້ອສາຍ ຂອງ ເອຊາວ ຜູ້ ທີ່ ສືບ ເຊື້ອ ສາຍ ໃຫ້ ຊາວ ເອໂດມ.
|
||
\v 10-13 ນາງ ອາດາ ເມຍ ຂອງ ເອຊາວ ມີລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອລີຟັດ; ແລະ ເອລີຟັດ ມີລູກຊາຍ ຢູ່ ຫ້າ ຄົນ ດັ່ງ ນີ້: ເຕມານ, ໂອມາກ, ເສໂຟ, ຄາຕາມ ແລະ ເກນາດ. ຕີມນາ ເມຍ ຜູໜຶ່ງ ອີກ ຂອງ ເອລີຟັດ ມີລູກຊາຍ ຜູ້ໜຶ່ງ ຊື່ ວ່າ ອາມາເຫລັກ. ນາງ ບາເຊມາດ ເມຍ ຂອງ ເອຊາວ ມີລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເຣອູເອນ; ແລະ ເຣອູເອນ ມີລູກຊາຍ ສີ່ ຄົນ ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ ມິດສາ.
|
||
\v 14 ນາງ ໂອໂຮຣີບາມາ ລູກສາວ ຂອງ ອານາ ແລະ ຫລານຊາຍ ຂອງ ຊີເບໂອນ ຜູ້ ທີ່ເປັນ ເມຍ ຂອງ ເອຊາວ ມີລູກຊາຍ ສາມ ຄົນ ດັ່ງ ນີ້: ເຢອຸດ, ຢາລາມ ແລະ ໂກຣາ.
|
||
|
||
\s5
|
||
\v 15 ເຜົ່າ ເຫລົ່າ ນີ້ ໄດ້ ສືບ ເຊື້ອສາຍ ມາຈາກ ເອຊາວ. ເອລີຟັດ ລູກຊາຍກົກ ຂອງ ເອຊາວ ເປັນ ບັນພະບຸລຸດ ຂອງ ເຜົ່າຕ່າງໆ ດັ່ງ ຕໍ່ໄປນີ້: ເຕມານ, ໂອມາກ, ເສໂຟ, ເກນາດ,
|
||
\v 16 ໂກຣາ, ຄາຕາມ ແລະ ອາມາເຫລັກ. ເຜົ່າ ທັງ ໝົດ ນີ້ ສືບ ເຊື້ອສາຍທາງ ອາດາ ເມຍ ຂອງ ເອຊາວ.
|
||
|
||
\s5
|
||
\v 17 ເຣອູເອນ ລູກຊາຍ ຂອງ ເອຊາວ ເປັນ ບັນພະບຸລຸດ ຂອງ ເຜົ່າ ຕ່າງໆ ດັ່ງ ຕໍ່ ໄປນີ້: ນາຮາດ, ເສຣາ, ຊາມມາ ແລະ ມິດສາ. ເຜົ່າທັງ ໝົດນີ້ ສືບ ເຊື້ອ ສາຍ ທາງ ບາເຊມາດ ເມຍ ຂອງ ເອຊາວ.
|
||
\v 18 ເຜົ່າ ຕ່າງໆ ທີ່ສືບ ເຊື້ອສາຍ ທາງ ນາງ ໂອໂຮຣີບາມາ ເມຍ ຂອງ ເອຊາວ ມີດັ່ງ ຕໍ່ໄປນີ້: ເຢອຸດ, ຢາລາມ ແລະ ໂກຣາ.
|
||
\v 19 ເຜົ່າ ເຫລົ່າ ນີ້ ທັງໝົດ ສືບ ເຊື້ອ ສາຍ ມາ ຈາກ ເອຊາວ.
|
||
|
||
\s5
|
||
\v 20 ຊາວ ພື້ນເມືອງ ໃນ ດິນແດນ ເອໂດມ ແບ່ງ ອອກ ເປັນ ຫລາຍ ເຜົ່າ; ບັນພະບຸລຸດ ຂອງ ພວກເຂົາ ທີ່ ໄດ້ ສືບ ເຊື້ອ ສາຍ ມາ ແຕ່ ເຊອີ ມີ ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ,
|
||
\v 21 ດີໂຊນ, ເອເສ ແລະ ດີຊານ.
|
||
\v 22 ໂລຕັນ ແມ່ນ ບັນພະບຸລຸດ ຂອງ ຕະກຸນ ໂຮຣີ ແລະ ເຮມານ. (ໂລຕັນ ມີ ນ້ອງສາວ ຜູ້ໜຶ່ງ ຊື່ ວ່າ ຕີມນາ.)
|
||
|
||
\s5
|
||
\v 23 ໂຊບານ ເປັນ ບັນພະບຸລຸດ ຂອງ ຕະກຸນ ດັ່ງ ຕໍ່ ໄປນີ້: ອັນວານ, ມານາຮາດ, ເອບານ ແລະ ໂອນາມ.
|
||
\v 24 ຊີເບໂອນ ມີລູກຊາຍ ສອງ ຄົນ ດັ່ງນີ້: ອາອີຢາ ແລະ ອານາ. (ອານາ ແມ່ນ ຜູ້ ພົບ ບໍ່ນໍ້າ ຮ້ອນ ຢູ່ ໃນ ຖິ່ນ ແຫ້ງແລ້ງ ກັນດານ ເມື່ອ ເວລາ ກໍາ ລັງ ລ້ຽງ ຝູງ ລໍ ພໍ່ ຂອງຕົນ ຢູ່.)
|
||
|
||
\s5
|
||
\v 25-26 ອານາ ເປັນ ພໍ່ ຂອງ ດີໂຊນ ຜູ້ ທີ່ເປັນ ບັນພະບຸລຸດ ຂອງ ເຜົ່າ ເຮັມດານ, ເອັດຊະບານ, ອີທະຣານ ແລະ ເກຣານ. ອານາ ມີ ລູກສາວ ຜູ້ໜຶ່ງ ຊື່ວ່າ ໂອໂຮຣີບາມາ.
|
||
\v 27 ເອເສ ເປັນ ບັນພະບຸລຸດ ຂອງ ບິນຮານ, ສາອາວານ ແລະ ອາການ.
|
||
\v 28 ດີຊານ ເປັນ ບັນພະບຸລຸດ ຂອງ ອູສະ ແລະ ອາຣານ.
|
||
|
||
\s5
|
||
\v 29 ເຜົ່າ ຕ່າງໆ ທີ່ ສືບ ເຊື້ອສາຍ ມາຈາກ ໂຮຣີ ແລະ ອາໄສ ຢູ່ ໃນ ດິນແດນ ຂອງ ເອໂດມ ມີ ດັ່ງ ນີ້: ໂລຕານ, ໂຊບານ, ຊີເບໂອນ, ອານາ,
|
||
\v 30 ດີໂຊນ, ເອເສ ແລະ ດີຊານ.
|
||
|
||
\s5
|
||
\v 31-39 ແຕ່ ກ່ອນ ບໍ່ມີ ກະສັດ ຢູ່ ໃນ ອິດສະຣາເອນ ກະສັດ ທີ່ໄດ້ ປົກ ຄອງ ສືບ ຕໍ່ ກັນ ມາ ໃນ ດິນແດນ ເອໂດມ ມີ ດັ່ງ ນີ້: ເຈົ້າເບລາ, ລູກຊາຍ ຂອງ ເບໂອ, ຈາກ ເມືອງ ດີຮາບາ ໂຢບັບ, ລູກຊາຍ ຂອງ ເສຣາ, ຈາກ ເມືອງ ໂບສະຣາ ຮູຊາມ, ມາຈາກ ເມືອງ ເຕມານ ຮາດັດ, ລູກຊາຍ ຂອງ ເບດັດ, ມາຈາກ ເມືອງ ອາອິດ (ຜູ້ ທີ່ ພີຊິດ ຊາວ ມາດີອານ ໃນບັ້ນຮົບ ຂອງ ດິນແດນ ໂມອາບ) ຊາມລາ, ມາ ຈາກ ເມືອງ ມາຊະເຣກາ ໂຊນ, ຊາວ ເມືອງ ເຣໂຮໂບດ ທີ່ຢູ່ແຄມ ແມ່ ນ້ຳ ບາອານຮານານ, ລູກຊາຍ ຂອງ ອັກໂບ ຮາດັດ, ມາຈາກ ເມືອງ ປາອູ. (ເມຍ ຂອງ ເພິ່ນ ມີ ຊື່ ວ່າ ເມເຫັດ ຕາເບັນ, ລູກສາວ ຂອງ ມັດເຫດ ແລະ ຫລານ ສາວ ຂອງ ເມສາຮາບ.)
|
||
|
||
\s5
|
||
\v 40-43 ເອຊາວ ໄດ້ ສືບ ເຊື້ອສາຍ ໃຫ້ ຊາວ ເອໂດມ ແລະ ເຜົ່າ ຕ່າງໆ ດັ່ງ ນີ້: ຕີມນາ, ອານວາ, ເຢເຫັດ, ໂອໂຮລີບາມາ, ເອລາ, ປີໂນນ, ເກນັດ, ເຕມານ, ມິບສາຣະ, ມັກດີເອນ ແລະ ອີຣາມ. ທ້ອງຖິ່ນ ຕ່າງໆ ທີ່ ພວກເຂົາ ໄດ້ ອາໄສ ຢູ່ ນັ້ນ ກໍ ໃສ່ ຊື່ ຕາມ ແຕ່ ລະເຜົ່າຂອງ ພວກເຂົາ.
|
||
|
||
\s5
|
||
\c 37
|
||
\p
|
||
\v 1 ຢາໂຄບ ໄດ້ ສືບ ຕໍ່ ອາໄສ ຢູ່ ໃນ ການາອານ ບ່ອນ ທີ່ ພໍ່ຂອງຕົນ ເຄີຍ ອາໄສ ຢູ່ ມາ ແຕ່ກ່ອນ.
|
||
\v 2 ປະຫວັດ ຄອບຄົວ ຂອງ ຢາໂຄບ ມີ ດັ່ງນີ້: ໂຢເຊັບ ຊາຍໜຸ່ມ ອາຍຸ 17 ປີ ເຄີຍໄປ ລ້ຽງ ແກະ ແລະ ແບ້ ນຳພວກ ອ້າຍ ຂອງຕົນ ເຊັ່ນ: ພວກລູກຊາຍ ຂອງ ນາງ ບິນຮາ ແລະ ນາງ ສີລະປາ ຜູ້ ເປັນ ເມຍນ້ອຍ ຂອງ ພໍ່ ຕົນ. ໂຢເຊັບ ຟ້ອງການ ຊົ່ວຊ້າ ທີ່ ພວກ ອ້າຍ ຂອງຕົນ ໄດ້ ເຮັດ ສູ່ ພໍ່ ຟັງຢູ່ສະເໝີ.
|
||
|
||
\s5
|
||
\v 3 ຢາໂຄບ ຮັກ ໂຢເຊັບ ຫລາຍກວ່າ ລູກຊາຍ ຄົນ ອື່ນ ໆ ເພາະ ເພິ່ນ ໄດ້ ລາວ ເມື່ອ ເພິ່ນ ແກ່ ຕົວ ແລ້ວ. ເພິ່ນ ໄດ້ ຕັດ ເສື້ອ ລ່າມ (ຢ) ມີແຂນ ຜືນ ໜຶ່ງ ໃຫ້ ລາວ.
|
||
\v 4 ເມື່ອ ພວກອ້າຍ ເຫັນວ່າ ພໍ່ ຂອງຕົນ ຮັກ ໂຢເຊັບ ຫລາຍກວ່າ ຮັກ ພວກຕົນ; ພວກເຂົາ ກໍ ອິດສາ ທັງກຽດຊັງ ໂຢເຊັບ ຫລາຍທີ່ສຸດ ຈົນ ບໍ່ເວົ້າດີນຳ.
|
||
|
||
\s5
|
||
\v 5 ຄືນ ໜຶ່ງ ໂຢເຊັບ ຝັນ ເມື່ອລາວ ເລົ່າ ຄວາມຝັນ ສູ່ ພວກອ້າຍ ຟັງ ພວກເຂົາ ແຮ່ງ ກຽດຊັງ ລາວ ຫລາຍ ຂຶ້ນ.
|
||
\v 6 ລາວ ເວົ້າວ່າ, “ຟັງ ຄວາມຝັນ ທີ່ ຂ້ອຍ ຈະ ເລົ່າ ສູ່ ຟັງ ນີ້ ແມ
|
||
|
||
\s5
|
||
\v 7 ພວກເຮົາ ກໍາລັງ ພາກັນ ມັດ ເຂົ້າ ຢູ່ ທີ່ ທົ່ງ ນາ ເມື່ອ ມັດ ແລ້ວ ຟ່ອນ ເຂົ້າ ຂອງຂ້ອຍ ກໍ ຕັ້ງ ຂຶ້ນຊື່. ສ່ວນ ຟ່ອນ ເຂົ້າ ຂອງ ພວກເຈົ້າ ໄດ້ ຕີວົງ ລ້ອມ ຟ່ອນ ເຂົ້າ ຂອງຂ້ອຍ ແລະ ຂາບລົງ ຕໍ່ໜ້າ ຟ່ອນ ເຂົ້າ ຂອງຂ້ອຍ. ”
|
||
\v 8 ພວກ ອ້າຍ ຈຶ່ງ ຖາມ ລາວ ວ່າ, “ເຈົ້າ ຄິດ ວ່າ ເຈົ້າ ຈະ ໄດ້ ເປັນ ກະສັດ ປົກ ຄອງ ພວກເຮົາ ຊັ້ນ ບໍ? ” ດັ່ງ ນັ້ນ ພວກ ອ້າຍ ຈຶ່ງ ພາກັນ ກຽດຊັງ ລາວ ຫລາຍ ຍິ່ງ ຂຶ້ນ ເພາະ ຄວາມຝັນ ທີ່ ລາວ ໄດ້ ເລົ່າ ມາ ນັ້ນ.
|
||
|
||
\s5
|
||
\v 9 ແລ້ວ ໂຢເຊັບ ກໍ ຝັນ ອີກ ແລະ ເລົ່າ ຄວາມຝັນ ສູ່ ພວກ ອ້າຍ ຟັງ ຕື່ມ ວ່າ, “ຂ້ອຍ ຝັນ ອີກ. ຂ້ອຍ ຝັນ ເຫັນ ຕາເວັນ, ເດືອນ ແລະ ດວງດາວ ສິບເອັດ ດວງ ກົ້ມຂາບ ຂ້ອຍ. ”
|
||
\v 10 ເມື່ອ ລາວ ເລົ່າ ຄວາມຝັນ ສູ່ ພໍ່ ແລະ ພວກ ອ້າຍ ຟັງ ພໍ່ ຈຶ່ງ ທ້ວງ ລາວ ວ່າ, “ເຈົ້າ ມາ ຊ່າງ ຝັນແທ້ ເຈົ້າຄິດວ່າ ແມ່, ພວກ ອ້າຍ ນ້ອງ ຂອງ ເຈົ້າ ແລະ ພໍ່ ຈະ ພາກັນ ໄປກົ້ມຂາບ ເຈົ້າ ຊັ້ນບໍ? ”
|
||
\v 11 ພວກ ອ້າຍ ຈຶ່ງອິດສາ ໂຢເຊັບ ຫລາຍ ຂຶ້ນ ສ່ວນ ຜູ້ ເປັນ ພໍ່ ກໍໄດ້ ແຕ່ ຄຸ່ນ ຄິດ ເຖິງ ເລື່ອງ ນັ້ນ.
|
||
|
||
\s5
|
||
\v 12 ມື້ ໜຶ່ງ ພວກ ອ້າຍ ຂອງ ໂຢເຊັບ ໄປ ລ້ຽງ ສັດ ໃຫ້ ຢາໂຄບ ພໍ່ ຂອງຕົນ ທີ່ ຊີເຄມ;
|
||
\v 13 ຢາໂຄບ (ຣ) ຈຶ່ງ ເວົ້າ ກັບ ໂຢເຊັບ ວ່າ, “ພໍ່ ຢາກ ໃຫ້ ເຈົ້າ ໄປ ຫາ ພວກ ອ້າຍ ຂອງ ເຈົ້າ ທີ່ ກຳລັງ ລ້ຽງ ສັດ ຢູ່ ທີ່ ຊີເຄມ. ” ໂຢເຊັບ ຕອບວ່າ, “ລູກ ພ້ອມທີ່ຈະໄປ. ”
|
||
\v 14 ພໍ່ ເວົ້າ ຕື່ມ ອີກ ວ່າ, “ໃຫ້ ເຈົ້າ ໄປ ເບິ່ງ ວ່າ ພວກ ອ້າຍ ຂອງ ເຈົ້າ ກຳ ລັງ ຢູ່ ກັນ ຢ່າງ ໃດ ແລະ ໄປ ເບິ່ງ ຝູງສັດ ຂອງເຮົາ ອີກ ວ່າ ຍັງ ຢູ່ ດີ ບໍ? ແລ້ວ ໃຫ້ ລູກ ກັບ ມາ ບອກ ພໍ່. ” ສະນັ້ນ ພໍ່ ຈຶ່ງ ໄດ້ ສົ່ງ ໂຢເຊັບ ອອກ ເດີນ ທາງ ຈາກ ຮ່ອມພູ ເຮັບໂຣນ ລາວ ໄດ້ ມາ ຮອດ ຊີເຄມ
|
||
|
||
\s5
|
||
\v 15 ແລະ ຂະນະທີ່ ລາວ ຍ່າງ ໄປມາ ໃນ ເຂດ ນັ້ນ ມີ ຊາຍ ຄົນ ໜຶ່ງ ມາ ພົບ ລາວ ແລະ ຖາມ ວ່າ, “ເຈົ້າ ຊອກ ຫາ ໃຜ? ”
|
||
\v 16 ໂຢເຊັບ ຕອບ ວ່າ, “ຂ້ອຍ ຊອກ ຫາ ພວກ ອ້າຍ ຂອງຂ້ອຍ ທີ່ ກຳລັງ ລ້ຽງ ສັດ ຢູ່ ໃນ ທີ່ ນີ້ ກະລຸນາ ບອກ ຂ້ອຍ ແດ່ ໄດ້ ບໍ ວ່າ ພວກເຂົາ ຢູ່ ໃສ? ”
|
||
\v 17 ຊາຍ ຄົນ ນັ້ນ ຕອບ ວ່າ, “ພວກເຂົາ ໜີໄປ ຈາກ ທີ່ ນີ້ ແລ້ວ. ຂ້ອຍ ໄດ້ຍິນ ວ່າ ພວກເຂົາ ຈະ ໄປ ໂດທານ. ” ດັ່ງ ນັ້ນ ໂຢເຊັບ ຈຶ່ງ ນໍາ ໄປ ແລະ ພົບ ພວກເຂົາ ຢູ່ ທີ່ ນັ້ນ.
|
||
|
||
\s5
|
||
\v 18 ພວກອ້າຍ ຫລຽວເຫັນ ໂ ຢເຊັບ ແຕ່ ໄກໆ ແລະ ກ່ອນລາວຈະມາຮອດ ພວກເຂົາ ຈຶ່ງ ພາກັນ ວາງແຜນ ເພື່ອ ຈະຂ້າ ລາວເສຍ.
|
||
\v 19 ພວກເຂົາ ເວົ້າ ກັນວ່າ, “ຄົນຊ່າງຝັນ ມາທີ່ນີ້ແລ້ວ.
|
||
\v 20 ມາເທາະ ໃຫ້ ພວກເຮົາ ຂ້າລາວ ແລະ ໂຍນ ສົບ ຂອງ ລາວ ຖິ້ມລົງ ໃນນ້ຳສ້າງທີ່ ບໍ່ມີນ້ຳ. ພວກເຮົາ ເວົ້າ ວ່າສັດ ຮ້າຍກັດກິນ ລາວກໍ ໄດ້. ແລ້ວພວກເຮົາ ກໍ ຈະໄດ້ ເຫັນ ວ່າ ຄວາມຝັນ ຂອງລາວນັ້ນ ຈະ ເປັນ ຢ່າງໃດກັນ ແທ້?”
|
||
|
||
\s5
|
||
\v 21 ເມື່ອ ຣູເບັນ ໄດ້ຍິນ ພວກເຂົາ ເວົ້າ ດັ່ງ ນັ້ນ ກໍ ຊອກ ຫາ ວິທີ ຊ່ວຍ ໂຢເຊັບ; ລາວ ເວົ້າ ວ່າ, “ຢ່າ ຂ້າລາວ ເທາະ
|
||
\v 22 ພຽງແຕ່ ໂຍນ ລາວ ຖິ້ມ ລົງ ໃນ ນ້ຳ ສ້າງ ທີ່ ຖິ່ນ ແຫ້ງແລ້ງ ກັນດານ ນີ້ ກໍພໍແລ້ວ. ” ລາວ ເວົ້າ ເຊັ່ນ ນີ້ ເພື່ອ ຊ່ວຍ ໂຢເຊັບ ໃຫ້ ພົ້ນ ຈາກ ເງື້ອມມື ຂອງ ພວກເຂົາ ແລະ ຈະ ສົ່ງ ລາວ ເມືອ ຫາ ພໍ່.
|
||
|
||
\s5
|
||
\v 23 ພໍ ໂຢເຊັບ ມາ ຮອດ ບ່ອນ ພວກເຂົາຢູ່ ພວກເຂົາ ກໍ ກຸມ ແກ້ ເສື້ອ ລ່າມ (ລ) ທີ່ ລາວ ນຸ່ງ ນັ້ນ ອອກ.
|
||
\v 24 ແລ້ວ ພວກເຂົາ ກໍ ຈັບ ລາວ ໂຍນ ຖິ້ມ ລົງ ໃນ ສ້າງ ທີ່ ບໍ່ມີນ້ຳ.
|
||
|
||
\s5
|
||
\v 25 ໃນຂະນະທີ່ ຮັບປະທານອາຫານ ຢູ່ນັ້ນ ໃນທັນ ໃດ ພວກເຂົາ ກໍ ເຫັນ ພວກອິດຊະມາເອນ; ພວກນີ້ ກຳລັງ ເດີນ ທາງມາຈາກເມືອງກີ ເລອາດ ເພື່ອຈະໄປປະເທດ ເອຢິບ. ໂຕອູດຂອງພວກເຂົາ ຕ່າງຢາງໄມ້ຫອມ ແລະ ເຄື່ອງເທດໄປຂາຍ.
|
||
\v 26 ຢູດາ ເວົ້າຕໍ່ພວກອ້າຍນ້ອງ ຂອງຕົນ ວ່າ, “ຖ້າ ພວກເຮົາ ຂ້າລາວ ແລະອຳຄວາມຜິດໄວ້ ພວກເຮົາ ຈະໄດ້ ຫຍັງ?
|
||
|
||
\s5
|
||
\v 27 ຂາຍລາວໃຫ້ ພວກ ອິດຊະມາເອນ ສາ. ແລ້ວພວກເຮົາ ກໍ ບໍ່ ຕ້ອງທໍາຮ້າຍລາວ ເພາະ ເຖິງ ຢ່າງ ໃດ ລາວ ກໍ ແມ່ນ ເລືອດເນື້ອເຊື້ອໄຂ ອັນດຽວກັນ. ” ສະນັ້ນ ພວກອ້າຍນ້ອງ ທຸກຄົນ ຈຶ່ງ ເຫັນ ພ້ອມພຽງກັນ
|
||
\v 28 ແລະເມື່ອ ພໍ່ຄ້າ ຊາວມີດີອານ ບາງຄົນ ກາຍ ມາ ພວກເຂົາ (ວ) ກໍ ດືງ ເອົາ ໂຢເຊັບ ຂຶ້ນມາ ແຕ່ ນ້ຳສ້າງ ແລະຂາຍລາວໃຫ້ ພໍ່ ຄ້າ ຊາວອິດຊະມາເອນ ເປັນ ເງິນ 20 ຫລຽນ. ແລ້ວ ພວກພໍ່ຄ້າ ເຫລົ່າ ນີ້ ກໍພາ ໂຢເຊັບ ໄປຍັງ ປະເທດ ເອຢິບ.
|
||
|
||
\s5
|
||
\v 29 ເມື່ອ ຣູເບັນ ກັບ ໄປ ເບິ່ງ ທີ່ ນໍ້າ ສ້າງ ແລະ ບໍ່ ພົບ ໂຢເຊັບ ຢູ່ ທີ່ນັ້ນ ລາວ ຈຶ່ງ ຈີກ ເຄື່ອງນຸ່ງຫົ່ມ ຂອງຕົນ ດ້ວຍ ຄວາມທຸກໃຈ ຢ່າງ ໜັກ.
|
||
\v 30 ລາວ ກັບ ມາ ຫາ ພວກອ້າຍ ຂອງ ໂຢເຊັບ ແລະ ເວົ້າ ວ່າ, “ໂຢເຊັບ ບໍ່ ຢູ່ ໃນ ນໍ້າສ້າງ! ຂ້ອຍ ຈະ ເຮັດ ແນວ ໃດ ດີ?”
|
||
|
||
\s5
|
||
\v 31 ຕໍ່ມາ ພວກເຂົາ ກໍ ຂ້າ ແບ້ ແລະ ເອົາ ເສື້ອລ່າມ ຂອງ ໂຢເຊັບ ຈຸ່ມ ໃສ່ ເລືອດ ນັ້ນ
|
||
\v 32 ແລ້ວພວກເຂົາ ກໍ ພາກັນ ຖື ເສື້ອ ນັ້ນ ໄປ ຫາ ພໍ່ ແລະ ເວົ້າ ວ່າ, “ພວກ ລູກ ໄດ້ ພົບ ເສື້ອ ຜືນ ນີ້. ເບິ່ງດູ, ມັນ ແມ່ນ ເສື້ອ ລູກຊາຍ ຂອງ ພໍ່ ຫລື ບໍ່? ”
|
||
\v 33 ເພິ່ນ ຈື່ ເສື້ອ ນັ້ນ ໄດ້ ແລະ ເວົ້າ ວ່າ, “ແມ່ນແລ້ວ ນີ້ແມ່ນ ເສື້ອ ຂອງ ລູກຊາຍ ເຮົາ ສັດຮ້າຍ ໄດ້ ກັດ ກິນລາວ ແລ້ວ. ໂທ່ ໂຢເຊັບ! ລູກຊາຍ ຂອງ ພໍ່ ເຈົ້າຖືກ ສັດ ຮ້າຍ ຈີກກິນ ເປັນ ຊິ້ນໆ ເສຍ ແລ້ວ.”
|
||
|
||
\s5
|
||
\v 34 ຢາໂຄບ ຈີກ ເສື້ອ ຕົນເອງ ໄວ້ທຸກ ແລະ ນຸ່ງ ເສື້ອ ທີ່ ເຮັດ ດ້ວຍ ຜ້າກະສອບ ເຂົ້າ. ເພິ່ນ ໄວ້ທຸກ ໃຫ້ ລູກຊາຍ ຂອງຕົນ ເປັນ ເວລາ ນານ.
|
||
\v 35 ລູກຊາຍ ແລະ ລູກສາວ ຕ່າງ ກໍ ເລົ້າໂລມ ເພິ່ນ, ແຕ່ ເພິ່ນ ບໍ່ ຟັງ ໃຜ ໝົດ ແລະ ເວົ້າ ວ່າ, “ຂ້ອຍ ຈະ ໄວ້ທຸກ ໃຫ້ ລູກຊາຍ ຂອງຂ້ອຍ ຈົນ ກວ່າ ຈະ ຕາຍ ຕາມ ລາວ ໄປ. ” ສະນັ້ນ ເພິ່ນ ຈຶ່ງ ສືບ ຕໍ່ ໄວ້ທຸກ ໃຫ້ ແກ່ ໂຢເຊັບ ລູກຊາຍ ຂອງຕົນ.
|
||
\v 36 ໃນ ເວລາ ດຽວກັນ ນັ້ນ ໃນປະເທດ ເອຢິບ ຊາວມາດີອານ ໄດ້ ຂາຍ ໂຢເຊັບ ໃຫ້ ໂປຕີຟາ ນາຍທະຫານ ຄົນໜຶ່ງ ທີ່ ເປັນ ຫົວໜ້າຮັກສາ ວັງ ຂອງ ກະສັດ.
|
||
|
||
\s5
|
||
\c 38
|
||
\p
|
||
\v 1 ໃນ ເວລາ ນັ້ນ ຢູດາ ໄດ ໜີ ຈາກ ພວກ ອ້າຍ ນ້ອງ ຂອງຕົນ ແລະ ໄປ ອາໄສ ຢູ່ນໍາ ຊາຍ ຄົນ ໜຶ່ງ ຊື່ ວ່າ ຮີຣາ. ຮີຣາ ເປັນ ຄົນ ມາ ຈາກ ເມືອງ ອາດຸນລໍາ.
|
||
\v 2 ຢູ່ ໃນທີ່ ນັ້ນ ຢູດາ ໄດ້ ພົບ ກັບ ລູກສາວ ຂອງ ຊູອາ ຊາວ ການາອານ. ລາວ ຈຶ່ງ ແຕ່ງງານ ກັບ ນາງ
|
||
|
||
\s5
|
||
\v 3 ແລະ ນາງ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ລາວ ຊື່ ວ່າ ເອຣະ.
|
||
\v 4 ນາງ ຖືພາ ອີກ ແລະ ເກີດ ລູກຊາຍ ອີກຜູ້ໜຶ່ງ ໃຫ້ ລາວ ຊື່ ວ່າ ໂອນານ.
|
||
\v 5 ນາງ ໄດ້ ລູກຊາຍ ອີກ ເປັນ ຄົນ ທີ ສາມ ແລະ ໃສ່ ຊື່ ໃຫ້ ວ່າ ເສລາ. ເວລາ ລູກຊາຍ ຜູ້ ນີ້ ເກີດ ມາ ຢູດາ ອາໄສ ຢູ່ທີ່ເມືອງ ອັກ ກະຊິບ. (ຫ)
|
||
|
||
\s5
|
||
\v 6 ເມື່ອ ເອຣະ ໃຫຍ່ ແລ້ວ ພໍ່ ໄດ້ ແຕ່ງ ເມຍ ໃຫ້ ລາວ ຊື່ ວ່າ ຕາມາ.
|
||
\v 7 ເອຣະ ປະພຶດ ຊົ່ວ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ພໍ ໃຈ ນໍາ ລາວ. ດັ່ງ ນັ້ນ ພຣະອົງ ຈຶ່ງ ເຮັດ ໃຫ້ ລາວ ຕາຍ.
|
||
|
||
\s5
|
||
\v 8 ເມື່ອ ເປັນ ເຊັ່ນ ນີ້ ຢູດາ ກໍ ເວົ້າ ຕໍ່ ໂອນານ ວ່າ, “ຈົ່ງ ເອົາ ເມຍ ຂອງ ອ້າຍ ເຈົ້າ ສາ ເພື່ອ ສືບ ທອດ ຕະກຸນ ໄວ້, ແຕ່ ໃຫ້ ຖືນາງ ເປັນ ເອື້ອຍໃພ້ ຢູ່. ”
|
||
\v 9 ແຕ່ ໂອນານ ຮູ້ ວ່າ ເດັກ ນ້ອຍ ທີ່ ຈະ ເກີດ ມາ ນັ້ນ ບໍ່ ແມ່ນ ລູກ ຂອງຕົນ. ດັ່ງ ນັ້ນ ເມື່ອ ລາວ ນອນ ກັບ ເມຍ ຂອງ ອ້າຍ ເທື່ອ ໃດ ລາວ ກໍ ເຮັດ ໃຫ້ ນ້ຳກາມ ຕົກ ເຮ່ຍ ເທື່ອ ນັ້ນ ເພື່ອ ວ່າ ລາວ ຈະ ບໍ່ ໄດ້ ມີລູກ ສືບ ເຊື້ອ ສາຍ ໃຫ້ ອ້າຍ ຂອງຕົນ.
|
||
\v 10 ສິ່ງ ທີ່ ລາວ ກະທໍາ ນັ້ນ ບໍ່ ເປັນ ທີ່ ພໍ ໃຈ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ພຣະອົງ ເຮັດ ໃຫ້ ລາວ ຕາຍ ຄືກັນ.
|
||
|
||
\s5
|
||
\v 11 ແລ້ວ ຢູດາ ກໍ ເວົ້າ ຕໍ່ ຕາມາ ລູກໃພ້ ຂອງຕົນ ວ່າ, “ຈົ່ງ ກັບ ຄືນ ເມືອ ຍັງ ບ້ານ ພໍ່ ຂອງ ເຈົ້າ ສາ ແລະ ຢູ່ ເປັນ ຍິງ ໝ້າຍ ຄອຍ ຖ້າ ໃຫ້ ເສລາ ລູກຊາຍ ຂອງຂ້ອຍ ໃຫຍ່. ” ເພິ່ນ ເວົ້າ ເຊັ່ນ ນີ້ ຍ້ອນ ເພິ່ນ ຢ້ານ ວ່າ ເສລາ ອາດ ຈະ ຖືກ ຂ້າ ຄື ກັນ ກັບ ອ້າຍ ຂອງ ລາວ. ສະນັ້ນ ຕາມາ ຈຶ່ງ ກັບ ຄືນ ເມືອ ຢູ່ ບ້ານ ນຳ ພໍ່ ຂອງຕົນ.
|
||
|
||
\s5
|
||
\v 12 ຢູ່ມາ ອີກ ດົນນານ ເມຍຂອງ ຢູດາ ກໍ ຕາຍໄປ. ເມື່ອ ຢູດາ ໝົດ ກຳນົດ ໄວ້ທຸກ ແລ້ວ ເພິ່ນ ກັບ ຮີຣາ ຊາວ ອາດຸນລໍາ ໝູ່ຂອງ ເພິ່ນ ກໍ ໄປ ຕັດ ຂົນ ແກະ ຂອງຕົນ ທີ່ ເມືອງ ຕີມນາ.
|
||
\v 13 ມີ ຄົນ ມາ ບອກ ຕາມາ ວ່າ, “ພໍ່ ປູ່ ຂອງ ເຈົ້າ ກຳລັງ ໄປ ຕັດ ຂົນ ແກະ ທີ່ ເມືອງ ຕີມນາ. ”
|
||
\v 14 ສະນັ້ນ ນາງ ຈຶ່ງ ປ່ຽນ ເຄື່ອງ ໄວ້ທຸກ ແລະ ເອົາ ຜ້າອັດໜ້າໄວ້ ແລ້ວໄປ ນັ່ງຢູ່ ທາງ ເຂົ້າຂອງ ບ້ານ ເອນາອີມ ທີ່ ຈະ ໄປ ເມືອງ ຕີມນາ ຍ້ອນ ນາງ ຮູ້ວ່າ ເສລາ ກໍ ໃຫຍ່ ແລ້ວ, ແຕ່ ນາງ ບໍ່ ທັນ ໄດ້ ແຕ່ງງານ ກັບ ລາວ ເທື່ອ.
|
||
|
||
\s5
|
||
\v 15 ເມື່ອ ຢູດາ ເຫັນ ນາງ ເພິ່ນ ກໍ ຄິດ ວ່າ ນາງ ເປັນ ໂສເພນີ ຍ້ອນ ວ່າ ນາງ ໄດ້ ເອົາ ຜ້າ ອັດ ໜ້າ ໄວ້.
|
||
\v 16 ເພິ່ນ ຈຶ່ງ ເຂົ້າ ໄປ ຫາ ນາງ ທີ່ ແຄມທາງ ແລະ ຖາມ ວ່າ, “ນ້ອງສາວ ໄປ ນອນ ກັບ ອ້າຍ ບໍ່? ໍ” (ເພິ່ນ ບໍ່ ຮູ້ ວ່າ ນາງ ເປັນ ລູກໃພ້ ຂອງ ຕົນ ເອງ.) ນາງ ຖາມ ຄືນ ວ່າ, “ອ້າຍຈະ ເອົາ ຫຍັງ ໃຫ້ ນ້ອງ?”
|
||
|
||
\s5
|
||
\v 17 ເພິ່ນຕອບ ວ່າ, “ອ້າຍ ຈະ ເອົາ ລູກ ແບ້ ຈາກ ຝູງ ໂຕໜຶ່ງ ສົ່ງ ມາ ໃຫ້ ນ້ອງ. ” ນາງ ຕອບວ່າ, “ຕົກລົງ ແຕ່ ອ້າຍ ຈະ ຕ້ອງ ມອບ ຂອງ ມັດຈຳ ໃຫ້ ນ້ອງ ຈົນ ກວ່າ ອ້າຍ ຈະ ສົ່ງ ລູກ ແບ້ ມາ ໃຫ້. ”
|
||
\v 18 ເພິ່ນຖາມ ນາງ ວ່າ, “ອ້າຍ ຈະ ເອົາຫຍັງ ໃຫ້ ນ້ອງ ເປັນ ຂອງ ມັດ ຈຳ? ” ນາງ ຕອບວ່າ, “ກາ ທີ່ມີ ເຊືອກ ຫ້ອຍ ແລະ ໄມ້ຄ້ອນເທົ້າ ທີ່ ອ້າຍ ກຳ ລັງ ຖື ຢູ່ ນັ້ນ ເດ. ” ເພິ່ນ ເອົາ ຂອງ ເຫລົ່າ ນັ້ນ ໃຫ້ ນາງ. ແລ້ວ ທັງ ສອງ ກໍ ໄປ ນອນ ນຳ ກັນ ແລະ ນາງ ກໍ ຕັ້ງ ທ້ອງ.
|
||
|
||
\s5
|
||
\v 19 ຕາມາ ລຸກ ຂຶ້ນ ໜີເມືອ ເຮືອນ ຂອງຕົນ; ນາງ ເອົາ ຜ້າອັດ ໜ້າອອກ ແລະ ນຸ່ງ ເຄື່ອງ ໄວ້ທຸກ ຕາມ ເຄີຍ.
|
||
\v 20 ຕໍ່ມາ ຢູດາ ໄດ້ ສົ່ງ ຮີຣາ ເພື່ອນ ຂອງຕົນ ນຳ ລູກ ແບ້ ໄປ ໃຫ້ ຍິງ ນັ້ນ ເພື່ອ ປ່ຽນ ເອົາ ຂອງ ທີ່ ຕົນ ໄດ້ ມັດ ຈຳ ໄວ້ ແຕ່ ລາວ ໄປ ຫາ ນາງ ບໍ່ ພົບ.
|
||
|
||
\s5
|
||
\v 21 ລາວ ໄດ້ ຖາມ ຊາວ ເອນາອີມ ບາງຄົນ ຢູ່ ໃນທີ່ນັ້ນ ວ່າ, “ໂສເພນີ ຜູ້ທີ່ນັ່ງ ຢູ່ແຄມ ທາງ ນີ້ ໄປ ຢູ່ໃສ ແລ້ວ? ” ພວກເຂົາ ຕອບ ວ່າ, “ຢູ່ ທີ່ນີ້ ບໍ່ ເຄີຍ ມີ ໂສເພນີ. ”
|
||
\v 22 ສະນັ້ນ ລາວ ຈຶ່ງ ກັບ ຄືນ ເມືອຫາ ຢູດາ ແລະ ເວົ້າ ຕໍ່ລາວ ວ່າ, “ຂ້ອຍ ບໍ່ພົບນາງ. ຄົນໃນເຂດ ນັ້ນເວົ້າ ວ່າ ໃນທີ່ນັ້ນ ບໍ່ເຄີຍມີ ໂສເພນີ. ”
|
||
\v 23 ຢູດາ ເວົ້າວ່າ, “ຊ່າງເທາະ ປະ ຂອງ ເຫລົ່ານັ້ນ ໄວ້ໃຫ້ ນາງ ສາ. ພວກເຮົາ ບໍ່ຢາກ ໃຫ້ ຄົນ ຫົວ ເລາະ ເຍາະເຍີ້ຍ. ຂ້ອຍ ພະຍາຍາມ ເອົາຂອງ ໄປ ໃຫ້ ນາງ ແຕ່ ເຈົ້າ ກໍ ບໍ່ພົບນາງ.”
|
||
|
||
\s5
|
||
\v 24 ຢູ່ຕໍ່ມາ ປະມານ ສາມ ເດືອນ ມີ ຄົນ ມາ ບອກ ຢູດາ ວ່າ, “ດຽວ ນີ້ ຕາມາ ລູກໃພ້ ຂອງ ເຈົ້າ ຖືກ ເຂົາ ຫລິ້ນມານ ສາ ແລ້ວ. ” ຢູດາ ຈຶ່ງ ສັ່ງ ວ່າ, “ເອົານາງ ອອກ ມາ ແລະ ເຜົາໃຫ້ ຕາຍ ທັງເປັນ. ”
|
||
\v 25 ເມື່ອ ເຂົາ ເອົານາງ ອອກ ມາ ຂ້າງນອກ ນາງ ຈຶ່ງ ສົ່ງ ຄົນ ໄປ ບອກ ກັບ ພໍ່ ປູ່ ວ່າ, “ຂ້ອຍ ຖືພາ ນຳ ຄົນ ທີ່ ມີ ຂອງ ເຫລົ່າ ນີ້. ຈົ່ງ ເບິ່ງ ກາ ທີ່ ມີ ເຊືອກ ຫ້ອຍ ກັບ ໄມ້ເທົ້າ ນີ້ດູ ວ່າ ເປັນ ຂອງ ໃຜ? ”
|
||
\v 26 ຢູດາ ຈື່ຂອງເຫລົ່ານັ້ນໄດ້ ແລະ ເວົ້າວ່າ, “ນາງ ເຮັດ ຖືກ ຕ້ອງ ແລ້ວ. ຂ້ອຍ ບໍ່ ໄດ້ ເຮັດ ຕາມ ຄໍາ ຕົກ ລົງ ທີ່ ມີ ຕໍ່ ນາງ. ຂ້ອຍ ຄວນ ຈະ ໃຫ້ ນາງ ແຕ່ງງານ ກັບ ເສລາ ລູກຊາຍ ຂອງຂ້ອຍ. ” ແຕ່ ນັ້ນມາ ຢູດາ ກໍ ບໍ່ ໄດ້ ນອນ ນໍາ ນາງ ອີກ ຈັກ ເທື່ອ.
|
||
|
||
\s5
|
||
\v 27 ຢູ່ມາ ເມື່ອ ເຖິງ ກຳນົດ ຄອດ ລູກ ກໍ ຮູ້ວ່າ ລູກ ໃນ ທ້ອງ ນັ້ນ ເປັນ ຝາແຝດ.
|
||
\v 28 ເມື່ອ ນາງ ຕາມາ ເບັ່ງ ລູກ ອອກ ລູກ ຜູ້ໜຶ່ງ ເອົາ ມື ອອກ ມາ; ນາງ ຜະດຸງຄັນ ຈຶ່ງ ຈັບ ມື ໄວ້ ແລະ ເອົາ ດ້າຍ ສີແດງ ມັດ ມື ແລະ ເວົ້າວ່າ, “ຜູ້ ນີ້ ອອກ ກ່ອນ.”
|
||
|
||
\s5
|
||
\v 29 ແຕ່ ເດັກນ້ອຍ ຫົດ ມື ເຂົ້າ ຄືນ ແລະ ນ້ອງ ຂອງ ລາວ ຈຶ່ງ ເກີດກ່ອນ. ແລ້ວນາງ ຜະດຸງຄັນ ກໍ ເວົ້າວ່າ, “ອ້າວ! ຊ່າງ ແຫກ ອອກ ມາ ໄດ້. ” ສະນັ້ນ ເດັກນ້ອຍ ຜູ້ ນີ້ ຈຶ່ງ ມີ ຊື່ວ່າ ເປເຣັດ. (ອ)
|
||
\v 30 ແລ້ວອ້າຍ ຂອງ ລາວ ກໍ ອອກ ມາ ໂດຍ ມີ ດ້າຍ ສີແດງ ມັດ ທີ່ ມື ຂອງ ລາວ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ລາວ ວ່າ ເຊຣາ. (ຮ)
|
||
|
||
\s5
|
||
\c 39
|
||
\p
|
||
\v 1 ພວກ ອິດຊະມາເອນ ໄດ້ ພາ ໂຢເຊັບ ມາ ຍັງ ປະເທດ ເອຢິບ ແລະ ຂາຍ ຕໍ່ໃຫ້ ໂປຕິຟາ ນາຍ ທະຫານ ຄົນ ໜຶ່ງ ຂອງ ກະສັດ; ເພິ່ນ ເປັນ ຫົວໜ້າ ຮັບ ຜິດ ຊອບ ຮັກສາ ຣາຊວັງ.
|
||
\v 2 ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ ກັບ ໂຢເຊັບ ແລະ ບັນດານ ໃຫ້ ທຸກສິ່ງ ທີ່ ລາວ ເຮັດ ເກີດ ຜົນ ດີ. ລາວ ໄດ້ ອາໄສ ຢູ່ໃນ ເຮືອນ ຂອງ ຄົນ ເອຢິບ ນາຍ ຂອງຕົນ
|
||
|
||
\s5
|
||
\v 3 ນາຍ ກໍ ເຫັນ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ບັນດານ ໃຫ້ ທຸກໆ ສິ່ງ ທີ່ໂຢເຊັບ ກະທໍາ ເກີດຜົນດີ.
|
||
\v 4 ໂປຕີຟາ ພໍໃຈ ກັບ ວຽກງານ ທີ່ ໂຢເຊັບ ໄດ້ ເຮັດ ແລະ ແຕ່ງຕັ້ງ ລາວ ໃຫ້ ເປັນ ຄົນ ຮັບໃຊ້ ປະຈໍາ ຕົນ; ສະນັ້ນ ເພິ່ນ ຈຶ່ງ ມອບ ທຸກໆ ສິ່ງ ທີ່ ເພິ່ນ ມີ ໃຫ້ ໂຢເຊັບ ເປັນ ຜູ້ ເບິ່ງ ແຍງ ແລະ ຮັບຜິດຊອບ ແທນ ຕົນ.
|
||
|
||
\s5
|
||
\v 5 ຕັ້ງແຕ່ ໂປຕີຟາ ໄດ້ ແຕ່ງຕັ້ງ ໂຢເຊັບ ມາ ອົງພຣະ ຜູ້ ເປັນ ເຈົ້າ ຈຶ່ງ ອວຍພອນ ຄອບຄົວ ຂອງ ຄົນ ເອຢິບ ຜູ້ ນີ້ ພ້ອມ ທັງ ທຸກສິ່ງ ທີ່ ໂປຕີຟາ ມີ ໃນ ເຮືອນ ແລະ ໃນ ທົ່ງນາ.
|
||
\v 6 ໂປຕີຟາ ໄດ້ ມອບ ຊັບ ສິ່ງ ຂອງ ທຸກຢ່າງ ໃຫ້ ໂຢເຊັບ ເປັນ ຜູ້ ເບິ່ງ ແຍງ ຮັກ ສາ ແທນ ແລະ ບໍ່ ກັງ ວົນ ສົນ ໃຈ ນໍາ ສິ່ງ ໃດ ເລີຍ ນອກຈາກ ອາຫານ ທີ່ ຕົນ ກິນ ເທົ່າ ນັ້ນ. ໂຢເຊັບ ເປັນ ຊາຍໜຸ່ມ ທີ່ ມີ ຮູບຮ່າງ ໄດ້ ຊັດສ່ວນ ດີ ແລະ ໜ້າຕາ ງາມ.
|
||
|
||
\s5
|
||
\v 7 ແຕ່ ແລ້ວ ບໍ່ ເຫິງ ເທົ່າ ໃດ ເມຍ ຂອງ ນາຍ ກໍ ຫລົງ ມັກ ໂຢເຊັບ ແລະ ຊວນ ລາວ ເຂົ້າ ໄປ ນອນ ນໍາ.
|
||
\v 8 ໂຢເຊັບ ປະຕິເສດ ແລະ ຕອບ ນາງ ວ່າ, “ເບິ່ງດູ ນາຍ ຂອງຂ້ອຍ ບໍ່ ກັງ ວົນ ສົນ ໃຈ ນໍາ ສິ່ງ ໃດ ເລີຍ ຢູ່ ໃນ ເຮືອນ ນີ້ ຍ້ອນ ເພິ່ນ ໄວ້ເນື້ອ ເຊື່ອ ໃຈ ຂ້ອຍ. ເພິ່ນ ໃຫ້ ຂ້ອຍ ຮັບ ຜິດ ຊອບ ທຸກໆ ສິ່ງ ທີ່ ເພິ່ນ ມີ.
|
||
\v 9 ຂ້ອຍ ມີ ອໍານາດ ໃນ ເຮືອນ ຫລັງ ນີ້ ເທົ່າ ໆ ກັນ ກັບ ເພິ່ນ ແລະ ເພິ່ນ ບໍ່ເຄີຍ ຫວງຫ້າມ ຂ້ອຍ ໃນ ສິ່ງ ໃດໆ ເລີຍ ເວັ້ນໄວ້ ແຕ່ ຍານາງ ເອງ ທີ່ ເປັນ ເມຍ ຂອງ ເພິ່ນ. ຂ້ອຍ ຈະ ກ້າລ່ວງປະເວນີ ແລະ ເຮັດ ຜິດບາບ ຕໍ່ ສູ້ ພຣະເຈົ້າ ໄດ້ຢ່າງໃດ?”
|
||
|
||
\s5
|
||
\v 10 ເຖິງ ແມ່ນ ວ່າ ນາງ ຂໍຮ້ອງ ໂຢເຊັບ ທຸກມື້ ທຸກວັນ, ແຕ່ ໂຢເຊັບ ກໍ ບໍ່ ຍອມ ໄປ ນອນ ນໍາ ນາງ.
|
||
\v 11 ແຕ່ ຕໍ່ ມາມື້ ໜຶ່ງ ເມື່ອໂຢເຊັບ ເຂົ້າ ໄປເຮັດ ວຽກຢູ່ໃນ ເຮືອນ ຊຶ່ງ ໃນມື້ ນັ້ນ ບໍ່ ມີ ຄົນຮັບໃຊ້ ຈັກຄົນ ຢູ່ໃນເຮືອນ.
|
||
\v 12 ເມຍ ຂອງ ນາຍ ຈຶ່ງ ສວຍ ໂອກາດ ນັ້ນ ຈ່ອງ ເສື້ອລາວໄວ້ ແລະເວົ້າວ່າ, “ໄປນອນນໍາ ຂ້ອຍສາ. ” ແຕ່ ໂຢເຊັບ ຫລົບ ໜີ ແລ່ນ ອອກໄປຂ້າງນອກໄດ້ ໂດຍປະເສື້ອ ຄາໄວ້ ໃນມື ຂອງ ນາງ.
|
||
|
||
\s5
|
||
\v 13 ເມື່ອ ນາງເຫັນ ໂຢເຊັບ ປະເສື້ອ ໄວ້ ແລະ ແລ່ນ ອອກ ໄປ ຈາກ ເຮືອນ
|
||
\v 14 ນາງຈຶ່ງ ຮ້ອງໃສ່ ຄົນຮັບໃຊ້ ໃນເຮືອນວ່າ, “ເບິ່ງນີ້ ແມ! ຄົນ ເຮັບເຣີ ຜູ້ທີ່ຜົວ ຂ້ອຍເອົາ ມາຢູ່ ໃນເຮືອນ ໄດ້ ລ່ວງເກີນ ພວກເຮົາ. ລາວເຂົ້າ ມາໃນ ຫ້ອງນອນຂອງຂ້ອຍ ແລະພະຍາຍາມຂົ່ມຂືນ ຂ້ອຍ ແຕ່ ຂ້ອຍຮ້ອງຈົນ ສຸດສຽງ.
|
||
\v 15 ເມື່ອ ລາວໄດ້ຍິນ ສຽງ ຂ້ອຍຮ້ອງ ລາວຈຶ່ງ ປະເສື້ອ ໄວ້ ແລະຟ້າວແລ່ນໜີ ໄປ.”
|
||
|
||
\s5
|
||
\v 16 ນາງ ຮັກສາ ເສຶື້ອນອກ ຂອງ ໂຢເຊັບ ໄວ້ ຈົນຜູ້ເປັນນາຍ ຂອງ ໂຢເຊັບ ກັບ ມາ ເຮືອນ.
|
||
\v 17 ແລ້ວນາງ ກໍ ເລົ່າ ເລື່ອງແບບດຽວກັນນັ້ນ ວ່າ, “ຄົນ ເຮັບເຣີ ຜູ້ທີ່ເຈົ້າ ເອົາມາ ຢູ່ ນໍາ ນັ້ນ ລາວ ໄດ້ ເຂົ້າ ມາ ຂົ່ມຂືນ ຂ້ອຍ ຢູ່ໃນຫ້ອງນອນ.
|
||
\v 18 ແຕ່ ເມື່ອ ຂ້ອຍ ຮ້ອງ ຂຶ້ນ ລາວ ຈຶ່ງ ປະເສື້ອ ໄວ້ ທີ່ນີ້ ແລະ ແລ່ນ ໜີໄປ.”
|
||
|
||
\s5
|
||
\v 19 ເມື່ອນາຍ ຂອງ ໂຢເຊັບ ໄດ້ຍິນ ເລື່ອງ ທີ່ ເມຍ ຂອງຕົນ ເລົ່າ ສູ່ ຟັງ ກໍ ໃຈຮ້າຍ ຫຼາຍ
|
||
\v 20 ແລະ ສັ່ງຂັງ ໂຢເຊັບ ໄວ້ ໃນ ຄຸກ ບ່ອນ ທີ່ ກະສັດ ຂັງ ນັກໂທດ.
|
||
|
||
\s5
|
||
\v 21 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ ນໍາ ໂຢເຊັບ ແລະ ເມດຕາ ລາວ. ດັ່ງ ນັ້ນ ຫົວ ໜ້າ ຜູ້ຄຸມຄຸກ ຈຶ່ງ ພໍອົກ ພໍໃຈ ນໍາ ໂຢເຊັບ.
|
||
\v 22 ລາວ ໃຫ້ ໂຢເຊັບ ເປັນ ຜູ້ ຕາງໜ້າ ເບິ່ງ ແຍງ ນັກ ໂທດ ທັງຫລາຍ ແລະ ໃຫ້ ລາວ ຮັບຜິດຊອບ ວຽກງານ ທຸກໆ ຢ່າງ ຢູ່ ໃນ ຄຸກ.
|
||
\v 23 ຫົວ ໜ້າ ຜູ້ຄຸມຄຸກ ບໍ່ ໄດ້ ກວດກາ ສິ່ງ ໃດໆ ທີ່ ໂຢເຊັບ ຮັບຜິດຊອບ ຍ້ອນ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ນໍາ ລາວ ແລະ ໂຜດ ໃຫ້ ທຸກສິ່ງ ທີ່ ລາວ ເຮັດ ນັ້ນ ຈະເລີນ ຮຸ່ງເຮືອງ.
|
||
|
||
\s5
|
||
\c 40
|
||
\p
|
||
\v 1 ຫລັງ ຈາກ ນັ້ນ ມາ ອີກ ບໍ່ ເຫິງ ເທົ່າ ໃດ ຫົວ ໜ້າ ພະນັກ ງານ ເຮັດ ເຫລົ້າອະງຸ່ນ ກັບ ຫົວ ໜ້າ ພະນັກ ງານ ເຮັດ ເຂົ້າ ຈີ່ ຂອງ ກະສັດ ເອຢິບ ໄດ້ ເຮັດ ໃຫ້ ກະສັດ ເຄືອງໃຈ.
|
||
\v 2 ສະນັ້ນ ເພິ່ນ ຈຶ່ງ ໃຈຮ້າຍ ຂ້າຣາຊການ ສອງ ຄົນນີ້
|
||
\v 3 ແລະ ສັ່ງ ຂັງ ພວກເຂົາ ໃນ ຄຸກ ທີ່ ເຮືອນ ຂອງ ນາຍ ທະຫານ ຮັກສາ ຣາຊວັງ ຊຶ່ງ ເປັນ ບ່ອນ ດຽວກັນ ກັບ ທີ່ ໂຢເຊັບ ຖືກ ຂັງ ຢູ່.
|
||
|
||
\s5
|
||
\v 4 ພວກເຂົາ ຢູ່ ນໍາ ກັນ ໃນ ຄຸກ ເປັນ ເວລາ ນານ ແລະ ເຈົ້າ ໜ້າ ທີ່ຮັກສາ ໄດ້ ເອົາ ໂຢເຊັບ ມາ ເປັນ ຜູ້ຮັບ ໃຊ້ ຂ້າຣາຊການ ສອງ ຄົນ ນີ້.
|
||
\v 5 ຄືນ ໜຶ່ງ ໃນ ຫ້ອງ ຂັງ ນັ້ນ ຂ້າຣາຊການ ສອງ ຄົນ ຕ່າງ ກໍ ຝັນ; ຄວາມຝັນ ຂອງ ແຕ່ ລະຄົນ ມີ ຄວາມໝາຍ ແຕກຕ່າງ ກັນ.
|
||
|
||
\s5
|
||
\v 6 ຕອນເຊົ້າ ມາ ເມື່ອ ໂຢເຊັບ ເຂົ້າ ໄປ ໃນ ຫ້ອງ ຂອງ ພວກເຂົາ ລາວ ກໍ ສັງ ເກດ ເຫັນ ວ່າ ເຂົາ ທັງ ສອງ ກະວົນ ກະວາຍໃຈ.
|
||
\v 7 ລາວ ຈຶ່ງ ຖາມ ວ່າ, “ມື້ນີ້ ພວກທ່ານ ມີ ຄວາມ ທຸກໃຈ ເລື່ອງ ຫຍັງ ນໍ? ”
|
||
\v 8 ພວກເຂົາ ຕອບ ວ່າ, “ພວກຂ້ອຍ ຝັນ ແລະ ບໍ່ ມີ ຜູ້ໃດ ໃນ ທີ່ ນີ້ ສາມາດ ແກ້ ຄວາມຝັນ ໄດ້. ” ໂຢເຊັບ ເວົ້າ ຂຶ້ນ ວ່າ, “ແມ່ນ ພຣະເຈົ້າ ເທົ່ານັ້ນ ທີ່ ຈະ ແກ້ ໄດ້ ພວກທ່ານ ລອງ ເລົ່າ ຄວາມຝັນ ສູ່ ຂ້ານ້ອຍ ຟັງ ເບິ່ງດູ.”
|
||
|
||
\s5
|
||
\v 9 ເມື່ອ ໄດ້ຍິນ ດັ່ງນັ້ນ ຫົວໜ້າ ພະນັກງານ ເຮັດ ເຫລົ້າອະງຸ່ນ ຈຶ່ງ ເລົ່າຄວາມຝັນ ຂອງຕົນ ສູ່ ໂຢເຊັບ ຟັງວ່າ, “ຂ້ອຍ ໄດ້ ຝັນ ເຫັນ ເຄືອ ອະງຸ່ນ ເຄືອໜຶ່ງ ຢູ່ ຕໍ່ໜ້າຂ້ອຍ
|
||
\v 10 ແລະ ມີ ສາມ ງ່າ. ໃນທັນ ໃດ ງ່າ ເຫລົ່າ ນັ້ນ ກໍ ປົ່ງ ໃບ, ດອກ ກໍ ບານ ແລະ ມີ ພົ້ວ ໝາກອະ ງຸ່ນ ສຸກ ຢູ່ ເຕັມ ງ່າ.
|
||
\v 11 ຂ້ອຍ ຍົກ ຈອກ ຂອງ ກະສັດ ຂຶ້ນ ແລະ ປິດ ໝາກອະ ງຸ່ນ ບີບ ລົງ ໃສ່ ຈອກ ນັ້ນ ແລະ ຍື່ນ ໃຫ້ ເພິ່ນ.”
|
||
|
||
\s5
|
||
\v 12 ໂຢເຊັບ ເວົ້າວ່າ, “ຄວາມຝັນ ຂອງທ່ານ ມີຄວາມໝາຍ ດັ່ງ ນີ້: ສາມ ງ່າ ນັ້ນ ໝາຍເຖິງສາມ ວັນ.
|
||
\v 13 ພາຍ ໃນ ສາມ ວັນ ກະສັດ ຈະ ປົດປ່ອຍ ທ່ານ ອອກ ຈາກ ຄຸກ ທັງ ຍົກ ໂທດ ໃຫ້ ແລະ ມອບ ຕໍາແໜ່ງ ເດີມ ໃຫ້. ທ່ານ ຈະ ຍໍ ຈອກ ເຫລົ້າ ອະງຸ່ນ ໃຫ້ ເພິ່ນ ດັ່ງ ທີ່ ເຄີຍ ໄດ້ ເຮັດມາ.
|
||
|
||
\s5
|
||
\v 14 ແຕ່ ຢ່າ ລືມ ຂ້ານ້ອຍ ເດີ ເມື່ອ ທຸກສິ່ງ ຮຽບຮ້ອຍ ໄປ ດ້ວຍດີ ແລ້ວ. ຂໍ ທ່ານ ກະລຸນາ ບອກ ເລື່ອງ ຂອງ ຂ້ານ້ອຍ ໃຫ້ ກະສັດ ຮັບ ຮູ້ ນຳ ແດ່ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ອອກ ຈາກ ຄຸກ ນີ້ ດ້ວຍ.
|
||
\v 15 ຕາມ ທີ່ ຈິງ ແລ້ວ ຂ້ານ້ອຍ ຖືກ ຂາຍ ມາ ແຕ່ ດິນແດນ ຂອງ ຊາວ ເຮັບເຣີ; ແມ່ນແຕ່ ທີ່ ປະເທດ ເອຢິບ ນີ້ ຂ້ານ້ອຍ ກໍບໍ່ໄດ້ ເຮັດຜິດ ຫຍັງ ເລີຍ ພໍ ທີ່ຈະ ຖືກ ຄຸກ ຍ້ອນ.”
|
||
|
||
\s5
|
||
\v 16 ເມື່ອ ຫົວ ໜ້າ ພະນັກ ງານ ເຮັດ ເຂົ້າ ຈີ່ ເຫັນ ວ່າ ຄວາມຝັນ ຂອງ ພະນັກ ງານ ເຫລົ້າ ອະງຸ່ນ ເປັນ ເລື່ອງ ດີ; ລາວ ຈຶ່ງ ເວົ້າ ກັບ ໂຢເຊັບ ວ່າ, “ຂ້ອຍ ກໍ ຝັນ ຄື ກັນ ຂ້ອຍ ຝັນ ວ່າ ໄດ້ ຖືຖາດ ເຂົ້າ ຈີ່ ສາມ ຖາດ ເທິງ ຫົວ ຂ້ອຍ.
|
||
\v 17 ໃນ ຖາດ ໜ່ວຍ ເທິງ ມີ ເຂົ້າ ຈີ່ ທຸກ ຊະນິດ ສໍາລັບ ກະສັດ ແຕ່ ນົກ ໄດ້ ມາ ກິນ ເຂົ້າຈີ່ ນັ້ນ.”
|
||
|
||
\s5
|
||
\v 18 ໂຢເຊັບ ຕອບ ວ່າ, “ຄວາມຝັນ ນັ້ນ ມີ ຄວາມໝາຍ ດັ່ງນີ້: ຖາດ ສາມ ໃບ ນັ້ນ ໝາຍເຖິງ ສາມ ວັນ.
|
||
\v 19 ພາຍ ໃນ ສາມ ວັນ ກະສັດ ຟາໂຣ ຈະ ເອົາ ທ່ານ ອອກ ມາ ຈາກ ຄຸກ ແລະ ສັ່ງ ຕັດ ຄໍ ທ່ານ ເສຍ! ແລ້ວ ເຂົາ ກໍ ຈະ ເອົາ ສົບ ຂອງທ່ານ ໄປ ແຂວນ ໄວ້ ທີ່ ຕົ້ນໄມ້ ແລະ ຝູງນົກ ຈະມາ ເຈາະ ກິນເນື້ອ ຂອງທ່ານ.”
|
||
|
||
\s5
|
||
\v 20 ຫລັງ ຈາກ ນັ້ນ ສາມ ວັນ ກໍ ເປັນ ວັນ ເກີດ ຂອງ ກະສັດ ເພິ່ນ ໄດ້ ຈັດ ງານກິນ ລ້ຽງ ຂຶ້ນ ສໍາລັບ ຂ້າຣາຊການ ທັງ ຫລາຍ ຂອງ ເພິ່ນ; ກະສັດ ໄດ້ ປ່ອຍ ພະນັກ ງານ ເຮັດ ເຫລົ້າ ອະງຸ່ນ ແລະ ພະນັກ ງານ ເຮັດ ເຂົ້າຈີ່ ອອກ ຈາກ ຄຸກ ແລະ ໃຫ້ ພວກເຂົາ ມາ ຢືນ ຢູ່ ຕໍ່ ໜ້າ ຂ້າຣາຊການ ທັງຫລາຍ.
|
||
\v 21 ເພິ່ນ ມອບ ຕໍາແໜ່ງ ເດີມຄືນ ໃຫ້ ພະນັກງານ ເຮັດ ເຫລົ້າອະງຸ່ນ
|
||
\v 22 ແຕ່ ສັ່ງ ປະຫານ ຫົວ ໜ້າ ພະນັກງານ ເຮັດ ເຂົ້າຈີ່. ທຸກສິ່ງ ເປັນ ໄປ ຕາມ ທີ່ ໂຢເຊັບ ໄດ້ ກ່າວ ໄວ້.
|
||
\v 23 ແຕ່ ຫົວໜ້າພະນັກງານ ເຮັດ ເຫລົ້າ ອະງຸ່ນ ບໍ່ ໄດ້ ລະນຶກ ເຖິງ ໂຢເຊັບ ເລີຍ ລາວ ລືມ ໄລ ໂຢເຊັບ ໄປ ຢ່າງ ໝົດ ສິ້ນ.
|
||
|
||
\s5
|
||
\c 41
|
||
\p
|
||
\v 1 ຫລັງຈາກ ນັ້ນ ມາ ສອງ ປີ ກະສັດ ເອຢິບ ກໍໄດ້ ຝັນ ວ່າ ຕົນ ກໍາ ລັງ ຢືນ ຢູ່ ທີ່ ແຄມ ແມ່ ນ້ຳ ນິນ.
|
||
\v 2 ໃນ ຂະນະ ນັ້ນ ມີ ງົວແມ່ ທີ່ ຕຸ້ຍພີ ເຈັດ ໂຕ ຂຶ້ນ ມາ ຈາກ ແມ່ ນ້ຳ ແລະ ກິນ ຫຍັາ ທີ່ ເທິງ ຝັ່ງ.
|
||
\v 3 ແລ້ວ ຕໍ່ມາ ກໍ ມີ ງົວແມ່ ອີກ ເຈັດ ໂຕ ຂຶ້ນ ມາ ຈາກ ແມ່ ນ້ຳ; ມັນ ເປັນ ງົວ ແມ່ ທີ່ ຈ່ອຍຜອມ ແລະ ເຫັນ ແຕ່ ກະດູກ. ງົວ ເຫລົ່ານີ້ ຂຶ້ນ ມາ ຢືນ ຢູ່ກັບ ງົວ ແມ່ ໂຕ ທີ່ ຕຸ້ຍ ພີ
|
||
|
||
\s5
|
||
\v 4 ແລະ ງົວ ແມ່ ໂຕ ທີ່ ຈ່ອຍຜອມ ໄດ້ ກືນ ກິນ ງົວ ແມ່ ໂຕ ທີ່ ຕຸ້ຍ ພີ ທັງ ເຈັດ ໂຕ ນັ້ນ ເສຍ. ແລ້ວ ກະສັດ ກໍ ຕື່ນ ຂຶ້ນ ທັນ ທີ.
|
||
\v 5 ເມື່ອ ເພິ່ນ ຫລັບ ໄປ ອີກ ກໍ ຝັນ ເທື່ອ ທີ ສອງ ຄື: ມີ ຮວງເຂົ້າ ທີ່ ມີ ເມັດ ຕຶ່ງ ດີ ເຈັດ ຮວງ ເກີດ ຈາກ ຕົ້ນ ດຽວກັນ.
|
||
\v 6 ແລ້ວ ມີ ຮວງເຂົ້າ ເຈັດ ຮວງ ງອກ ອອກ ມາ ເປັນ ເມັດ ລີບ ແລະ ຫ່ຽວແຫ້ງ ເພາະ ຖືກ ລົມ ທະເລຊາຍ ພັດ
|
||
|
||
\s5
|
||
\v 7 ແລະ ຮວງເຂົ້າ ລີບ ເຈັດ ຮວງ ກໍ ກືນ ກິນ ຮວງເຂົ້າ ເມັດ ຕື່ງ ເຈັດ ຮວງ ນັ້ນ. ກະສັດ ຕື່ນ ຂຶ້ນ ແລ້ວ ກໍ ເຫັນ ວ່າ ຕົນ ກໍາລັງ ຝັນ ໄປ.
|
||
\v 8 ໃນ ຕອນເຊົ້າ ຂອງ ມື້ ນັ້ນ ເພິ່ນ ວຸ້ນວາຍໃຈ ຫລາຍ. ສະນັ້ນ ເພິ່ນ ຈຶ່ງ ສັ່ງ ຄົນ ໃຫ້ ໄປ ເຊີນ ໝໍ ດູ ໝໍ ມໍ ແລະ ນັກປາດ ໃນ ປະເທດ ເອຢິບ ມາ. ກະສັດ ໄດ້ ເລົ່າ ຄວາມຝັນ ໃຫ້ ຄົນ ເຫລົ່າ ນັ້ນຟັງ ແຕ່ ບໍ່ມີ ຜູ້ໃດ ສາມາດ ແກ້ ຄວາມຝັນ ໃຫ້ ເພິ່ນ ໄດ້.
|
||
|
||
\s5
|
||
\v 9 ແລ້ວ ຫົວໜ້າ ພະນັກງານ ເຮັດ ເຫລົ້າ ອະງຸ່ນ ກໍ ກ່າວ ຕໍ່ ກະສັດ ວ່າ, “ຂ້ານ້ອຍ ຂໍ ຮັບສາລະພາບ ກັບ ທ່ານ ວ່າ ໄດ້ ເຮັດ ຜິດ ໄປ ແລ້ວ.
|
||
\v 10 ຄາວ ເມື່ອ ທ່ານ ໃຈຮ້າຍ ໃຫ້ ຫົວໜ້າ ພະນັກງານ ເຮັດ ເຂົ້າຈີ່ ກັບ ຂ້ານ້ອຍ ນັ້ນ ທ່ານ ໄດ້ ສັ່ງ ຂັງ ພວກ ຂ້ານ້ອຍ ຢູ່ ໃນ ຄຸກ ຂອງ ນາຍ ທະຫານ ຮັກສາ ຣາຊວັງ.
|
||
\v 11 ໃນ ຄືນ ໜຶ່ງ ພວກ ຂ້ານ້ອຍ ທັງ ສອງ ຕ່າງ ກໍ ຝັນ ແລະ ຄວາມຝັນ ນັ້ນ ມີ ຄວາມໝາຍ ແຕກຕ່າງ ກັນ.
|
||
|
||
\s5
|
||
\v 12 ມີ ຊາຍໜຸ່ມ ຊາວ ເຮັບເຣີ ຜູ້ໜຶ່ງ ທີ່ ຖືກຂັງ ຢູ່ ນຳ ພວກ ຂ້າ ນ້ອຍ. ລາວ ເປັນ ຄົນ ຮັບໃຊ້ ຂອງ ນາຍ ທະຫານ ຮັກສາ ຣາຊວັງ. ພວກ ຂ້ານ້ອຍ ໄດ້ ເລົ່າ ຄວາມຝັນ ສູ່ລາວ ຟັງ ແລະ ລາວ ສາມາດ ແກ້ ຄວາມຝັນ ໃຫ້ ພວກ ຂ້ານ້ອຍ ໄດ້.
|
||
\v 13 ທຸກສິ່ງ ເປັນ ຈິງ ຕາມ ທີ່ ລາວ ໄດ້ ເວົ້າ ຄື: ທ່ານ ໃຫ້ ຂ້ານ້ອຍ ມາ ຮັບໃຊ້ ໃນ ຕໍາແໜ່ງ ເດີມ ແລະ ຫົວ ໜ້າ ພະນັກງານ ເຮັດ ເຂົ້າ ຈີ່ ຖືກປະຫານ ຊີວິດ.”
|
||
|
||
\s5
|
||
\v 14 ກະສັດ ຈຶ່ງ ສັ່ງ ໃຫ້ ຄົນ ໄປ ນໍາ ເອົາ ໂຢເຊັບ ມາ ແລະ ເຂົາ ໄດ້ ນໍາ ລາວ ອອກ ຈາກ ຄຸກ ທັນ ທີ. ຫລັງ ຈາກ ແຖ ໜວດ ແລະ ປ່ຽນ ເຄື່ອງນຸ່ງ ແລ້ວ ເຂົາ ໄດ້ ນໍາ ໂຢເຊັບ ມາ ຢືນ ຢູ່ ຕໍ່ໜ້າ ກະສັດ ຟາໂຣ.
|
||
\v 15 ກະສັດ ກ່າວ ແກ່ ໂຢເຊັບ ວ່າ, “ເຮົາ ຝັນ ແລະ ບໍ່ ມີ ໃຜ ແກ້ ຄວາມຝັນ ນັ້ນ ໄດ້. ເຮົາຮູ້ ວ່າ ເຈົ້າ ສາມາດ ແກ້ ຄວາມຝັນ ໄດ້."
|
||
\v 16 ໂຢເຊັບ ຕອບ ວ່າ, “ຂ້ານ້ອຍ ແກ້ ຄວາມຝັນ ບໍ່ໄດ້ ດອກ ແຕ່ ແມ່ນ ພຣະເຈົ້າ ຕ່າງຫາກ ທີ່ ຈະ ແກ້ ຄວາມຝັນ ຢ່າງດີ ໃຫ້ ທ່ານໄດ້.”
|
||
|
||
\s5
|
||
\v 17 ກະສັດ ກ່າວ ວ່າ, “ເຮົາ ໄດ້ ຝັນ ດັ່ງ ນີ້: ເຮົາ ກໍາລັງ ຢືນ ຢູ່ ທີ່ ແຄມ ແມ່ ນ້ຳນິນ.
|
||
\v 18 ໃນ ເວລາ ນັ້ນ ມີ ງົວ ແມ່ ທີ່ ຕຸ້ຍພີ ເຈັດ ໂຕ ຂຶ້ນ ມາ ຈາກ ແມ່ ນໍ້ານິນ ກິນຫຍ້າ ທີ່ ເທິງ ຝັ່ງ.
|
||
|
||
\s5
|
||
\v 19 ຕໍ່ມາ ກໍ ມີ ງົວ ແມ່ ຈ່ອຍຜອມ, ໜ້າ ຂີ້ດຽດ ແລະ ໜ້າຢ້ານ ອີກ ເຈັດ ໂຕ ຊຶ່ງ ເປັນ ງົວ ແມ່ ທີ່ໜ້າສັງເວດ ທີ່ ສຸດ ທີ່ເຮົາ ບໍ່ ເຄີຍ ເຫັນ ມາ ກ່ອນ ໃນ ປະເທດ ເອຢິບ.
|
||
\v 20 ງົວ ຈ່ອຍຜອມ ເຫລົ່ານີ້ ໄດ້ ກືນ ກິນ ງົວ ແມ່ ໂຕ ທີ່ ຕຸ້ຍ ພີ,
|
||
\v 21 ແຕ່ ມັນ ກິນ ເວລາ ໃດ ບໍ່ ມີ ໃຜ ຮູ້ ເຫັນ ເພາະ ງົວ ເຫລົ່າ ນັ້ນ ເບິ່ງ ແລ້ວ ແຮ່ງ ຈ່ອຍຜອມ ກວ່າເກົ່າ. ແລ້ວ ເຮົາ ກໍ ຕື່ນ ຂຶ້ນ.
|
||
|
||
\s5
|
||
\v 22 ເຮົາ ຍັງ ຝັນ ເຫັນ ຮວງເຂົ້າ ເມັດ ຕື່ງ ເຈັດ ຮວງ ຢູ່ ໃນ ຕົ້ນ ດຽວກັນ.
|
||
\v 23 ແລ້ວ ກໍ ມີ ຮວງເຂົ້າ ເຈັດ ຮວງ ງອກ ອອກ ມາ ເປັນ ເມັດ ເຂົ້າ ລີບ ແລະ ຫ່ຽວແຫ້ງ ເພາະ ຖືກ ລົມ ທະເລຊາຍ ພັດ.
|
||
\v 24 ຮວງເຂົ້າ ເມັດ ລີບ ໄດ້ ກືນ ກິນ ຮວງເຂົ້າ ເມັດ ຕື່ງ. ເຮົາ ໄດ້ ເລົ່າ ຄວາມຝັນ ນີ້ ໃຫ້ ພວກ ໝໍ ມໍ ຟັງ ແຕ່ ບໍ່ ມີ ຜູ້ໃດ ສາມາດ ແກ້ ຄວາມຝັນ ໃຫ້ ເຮົາ ໄດ້.”
|
||
|
||
\s5
|
||
\v 25 ໂຢເຊັບ ຕອບ ກະສັດ ວ່າ, “ຄວາມຝັນ ສອງ ຢ່າງ ນັ້ນ ມີ ຄວາມໝາຍ ຢ່າງ ດຽວກັນ; ພຣະເຈົ້າ ໄດ້ ບອກ ທ່ານ ໃຫ້ ຮູ້ ເຖິງ ສິ່ງ ທີ່ ພຣະອົງ ຈະ ໃຫ້ ບັງເກີດ ຂຶ້ນ.
|
||
\v 26 ງົວ ແມ່ ທີ່ ຕຸ້ຍ ພີ ເຈັດ ໂຕ ນັ້ນ ໝາຍເຖິງ ເຈັດປີ ແລະ ຮວງເຂົ້າ ເມັດ ຕື່ງ ເຈັດ ຮວງ ນັ້ນ ກໍ ໝາຍເຖິງ ເຈັດປີ ເຊັ່ນ ກັນ; ທັງ ສອງ ຢ່າງ ມີ ຄວາມໝາຍ ແບບ ດຽວກັນ.
|
||
|
||
\s5
|
||
\v 27 ງົວ ແມ່ ທີ່ ຈ່ອຍຜອມ ແລະ ເຫັນ ແຕ່ ກະດູກ ທີ່ ຂຶ້ນ ມາ ຈາກ ແມ່ ນ້ຳ ທີ ຫລັງ ແລະ ຮວງເຂົ້າ ເມັດ ລີບ ເຈັດ ຮວງ ທີ່ ຫ່ຽວແຫ້ງ ຍ້ອນ ລົມ ທະເລຊາຍ ພັດ ນັ້ນ ແມ່ນ ເວລາ ເຈັດ ປີ ທີ່ ຈະ ປະສົບ ພົບ ພໍ້ ກັບ ຄວາມ ອຶດຢາກ.
|
||
\v 28 ຄວາມຝັນ ຂອງທ່ານ ແມ່ນ ຕາມ ທີ່ ຂ້ານ້ອຍ ເວົ້າ ມາ ນີ້ ແຫລະ. ພຣະເຈົ້າສໍາແດງ ໃຫ້ ທ່ານ ຮູ້ເຖິງ ສິ່ງ ທີ່ພຣະອົງ ຈະ ໃຫ້ ບັງເກີດ ຂຶ້ນ.
|
||
\v 29 ຢູ່ ໃນ ທົ່ວ ດິນແດນ ຂອງ ປະເທດ ເອຢິບ ຈະ ມີຄວາມ ອຸດົມສົມບູນ ເປັນ ເວລາ ເຈັດປີ.
|
||
|
||
\s5
|
||
\v 30 ຫລັງຈາກ ນັ້ນ ຈະ ມີ ການອຶດຢາກ ເກີດຂຶ້ນ ເປັນ ເວລາ ເຈັດ ປີ ອີກ ແລະ ປີ ແຫ່ງ ຄວາມ ອຸດົມ ສົມບູນ ໃນ ປະເທດ ເອຢບິ ຈະ ຖືກ ລຶບ ໄປ ຍ້ອນ ວ່າ ຄວາມ ອຶດ ຢາກ ຈະ ທໍາລາຍ ປະເທດ.
|
||
\v 31 ປີ ແຫ່ງ ຄວາມ ອຸດົມ ສົມບູນ ຈະ ຖືກ ລຶບ ໄປ ຢ່າງ ໝົດສິ້ນ ເພາະ ຄວາມ ອຶດຢາກ ທີ່ ຈະ ຕາມ ມາ ນັ້ນ ຮ້າຍແຮງ ທີ່ ສຸດ.
|
||
\v 32 ສາເຫດ ທີ່ ທ່ານ ຝັນ ສອງ ເທື່ອນັ້ນ ໝາຍຄວາມວ່າ ພຣະເຈົ້າ ໄດ້ ກຳນົດ ການ ນີ້ ໄວ້ ແລ້ວ ແລະ ພຣະອົງ ຈະ ໃຫ້ ສິ່ງ ນັ້ນ ເກີດຂຶ້ນ ໃນ ອະນາຄົດ ອັນ ໃກ້ໆ ນີ້.
|
||
|
||
\s5
|
||
\v 33 ບັດນີ້ ທ່ານ ຄວນ ຊອກ ຫາ ຄົນ ໜຶ່ງ ທີ່ ສະຫລຽວ ສະຫລາດ ແລະ ມີ ປັນຍາ ແລະ ແຕ່ງຕັ້ງ ລາວ ໃຫ້ ເປັນ ຜູ້ປົກຄອງ ປະເທດ.
|
||
\v 34 ທ່ານ ຕ້ອງ ແຕ່ງຕັ້ງ ຂ້າຣາຊການ ປົກ ຄອງ ເຂດ ຕ່າງໆ ເໝືອນກັນ ເພື່ອ ໃຫ້ ເກັບ ເອົາ ຜົນ ລະປູກ ໜຶ່ງ ສ່ວນ ຫັາ ໃນ ລະຫວ່າງ ເຈັດ ປີ ທີ່ ອຸດົມ ສົມ ບູນ ນັ້ນ ໄວ້.
|
||
|
||
\s5
|
||
\v 35 ໃຫ້ ພວກເຂົາ ຮິບໂຮມ ອາຫານ ທຸກ ຊະນິດ ໃນ ປີ ອຸດົມ ສົມ ບູນ ທີ່ ຈະ ມາ ເຖິງໄວ້ ທັງ ໃຫ້ ອຳານາດ ແກ່ ພວກເຂົາ ຮິບໂຮມ ເຂົ້າ ໄວ້ ໃນ ຫົວ ເມືອງ ຕ່າງໆ ແລະ ເກັບຮັກສາ ໄວ້.
|
||
\v 36 ອາຫານ ທີ່ ເກັບ ໄວ້ ນີ້ ຈະ ເປັນ ເຄື່ອງ ບັນ ເທົາ ທຸກ ເວລາ ອຶດ ຢາກ ໃນ ໄລຍະ ເຈັດ ປີ ຈະ ມາ ເຖິງ. ໂດຍ ວິທີ ນີ້ ແຫລະ ປະຊາຊົນ ຊາວ ເອຢິບ ຈະ ບໍ່ ອຶດ ຕາຍ.”
|
||
|
||
\s5
|
||
\v 37 ກະສັດ ກັບ ຂ້າຣາຊການ ຂອງ ເພິ່ນ ເຫັນ ພ້ອມ ໃນ ແຜນການ ນີ້
|
||
\v 38 ແລະ ກະສັດ ກ່າວ ຕໍ່ ບັນດາ ຂ້າຣາຊການ ວ່າ, “ພວກເຮົາ ຈະ ບໍ່ ພົບ ຄົນ ດີກວ່າ ໂຢເຊັບ ເລີຍ ຄື ຄົນ ທີ່ ມີ ພຣະວິນ ຍານ ຂອງ ພຣະເຈົ້າ ສະຖິດ ຢູ່ນໍາ.”
|
||
|
||
\s5
|
||
\v 39 ກະສັດ ກ່າວ ຕໍ່ ໂຢເຊັບ ວ່າ, “ດ້ວຍວ່າ ພຣະເຈົ້າ ໄດ້ ສໍາແດງ ທຸກສິ່ງ ນັ້ນ ແກ່ ເຈົ້າ; ສະນັ້ນ ຈຶ່ງ ເປັນ ການ ຈະແຈ້ງ ແລ້ວ ວ່າ ບໍ່ ມີ ຜູ້ ໃດ ທີ່ ເຂົ້າໃຈ ແລະ ມີ ສະຕິປັນຍາ ເທົ່າ ກັບ ເຈົ້າ.
|
||
\v 40 ເຮົາ ຈະ ແຕ່ງຕັ້ງ ເຈົ້າ ໃຫ້ ເປັນ ຜູ້ປົກ ຄອງ ປະເທດ ແລະ ປະຊາຊົນ ທຸກໆ ຄົນ ຂອງເຮົາ ຈະ ຕ້ອງ ເຮັດ ຕາມ ຄໍາສັ່ງ ຂອງ ເຈົ້າ. ເວັ້ນ ແຕ່ ຝ່າຍ ພຣະທີ່ນັ່ງ ເທົ່ານັ້ນ ທີ່ ເຮົາ ຈະ ເປັນ ໃຫຍ່ ກວ່າ ເຈົ້າ ເພາະ ເຮົາ ເປັນ ກະສັດ.
|
||
\v 41 ບັດນີ້ ເຮົາ ຂໍ ແຕ່ງຕັ້ງ ເຈົ້າ ໃຫ້ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ.”
|
||
|
||
\s5
|
||
\v 42 ແລ້ວ ກະສັດ ກໍ ຖອດ ແຫວນ ແຫ່ງ ອໍານາດ ອອກ ຈາກ ນິ້ວມື ຂອງຕົນ ແລະ ສຸບ ໃສ່ ນິ້ວ ມື ຂອງ ໂຢເຊັບ. ເພິ່ນ ເອົາ ເສື້ອ ໂຕ ງາມ ທີ່ ສຸດ ໃຫ້ ໂຢເຊັບ ນຸ່ງ ແລະ ເອົາ ສາຍສ້ອຍ ຄໍາ ຄ້ອງ ຄໍ ໃຫ້.
|
||
\v 43 ກະສັດ ໃຫ້ ລາວ ຂີ່ ລົດ ປະຈໍາ ຕໍາແໜ່ງ ຄັນ ຮອງ ມາ ຈາກ ເພິ່ນ ແລະ ທະຫານ ປ້ອງກັນ ຕົວ ກໍ ຮ້ອງ ປະກາດ ວ່າ, “ຫລີກ ທາງ! ຫລີກ ທາງ! ” ນີ້ ຄື ໂຢເຊັບ ຜູ້ ໄດ້ ຮັບ ການ ແຕ່ງຕັ້ງ ໃຫ້ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ກໍ ເປັນ ດັ່ງ ນີ້ແຫລະ.
|
||
|
||
\s5
|
||
\v 44 ກະສັດ ກ່າວ ຕໍ່ ໂຢເຊັບ ວ່າ, “ເຮົາ ເປັນ ກະສັດ ກໍ ຈິງ ຢູ່, ແຕ່ ໃນ ປະເທດ ເອຢິບ ນີ້ ຖ້າຜູ້ໃດ ຜູ້ໜຶ່ງ ບໍ່ ໄດ້ ຮັບ ອະນຸຍາດ ຈາກ ເຈົ້າ ຈະ ເຮັດ ຫຍັງ ບໍ່ ໄດ້ ເດັດ ຂາດ. ”
|
||
\v 45-46 ເພິ່ນ ໃສ່ ຊື່ ເອຢິບ ໃຫ້ ໂຢເຊັບ ວ່າ, “ຊາເຟນາດ ປາເນອາ” ແລະ ມອບ ນາງ ອາເສນາດ ລູກສາວ ປະໂຣຫິດແຫ່ງ ເຮລີໂອໂປລີ ໃຫ້ ເປັນ ເມຍ ຂອງ ໂຢເຊັບ. ເມື່ອ ເຂົ້າ ຮັບໃຊ້ ກະສັດ ແຫ່ງ ເອຢິບ ນັ້ນ ໂຢເຊັບ ມີ ອາຍຸ 30 ປີ. ເພິ່ນ ໄດ້ ຮັບ ອໍານາດ ໃນ ການ ປົກ ຄອງ ທົ່ວ ປະເທດ ເອຢິບ.
|
||
\v 47 ໃນ ໄລຍະ ເຈັດ ປີ ທີ່ ອຸດົມ ສົມ ບູນ ນັ້ນ ທີ່ ດິນ ກໍ ຜະລິດ ຜົນ ລະປູກ ໄດ້ ຢ່າງ ຫລວງຫລາຍ
|
||
|
||
\s5
|
||
\v 48 ໂຢເຊັບ ເກັບ ແລະ ຮິບໂຮມ ອາຫານ ທຸກໆ ຊະນິດ ໄວ້ ຕາມ ຫົວ ເມືອງ ຕ່າງໆ. ໃນ ແຕ່ ລະ ຫົວເມືອງ ນັ້ນ ເພິ່ນ ຮິບ ໂຮມ ເອົາ ເຂົ້າ ທີ່ ເກັບ ກ່ຽວ ໄດ້ ຈາກ ນາ ຢູ່ ອ້ອມແອ້ມ.
|
||
\v 49 ເພິ່ນ ໄດ້ ຮິບ ໂຮມ ເຂົ້າ ໄວ້ ຢ່າງ ຫລວງຫລາຍ ປານ ເມັດ ດິນຊາຍ ທີ່ ແຄມ ທະເລ ຈົນ ບໍ່ ມີ ໃຜ ສາມາດ ຈະ ຊັ່ງ ຕວງ ໄດ້.
|
||
|
||
\s5
|
||
\v 50 ກ່ອນປີ ແຫ່ງການອຶດຢາກຈະມາເຖິງ ໂຢເຊັບ ມີ ລູກຊາຍ ສອງ ຄົນ ກັບ ນາງ ອາເສນາດ.
|
||
\v 51 ເພິ່ນ ເວົ້າວ່າ, “ພຣະເຈົ້າ ໄດ້ ເຮັດ ໃຫ້ ຂ້ອຍ ລືມ ຄວາມ ເຈັບຊໍ້າ ນາໆ ປະການ ແລະລືມ ຄ ອບຄົວ ພໍ່ ຂ້ອຍທັງໝົດ. ” ດັ່ງນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ລູກຊາຍກົກ ວ່າ, “ມານາເຊ. ” (ກ)
|
||
\v 52 ເພິ່ນ ເວົ້າ ອີກ ວ່າ, “ພຣະເຈົ້າ ໄດ້ ໃຫ້ ຂ້ອຍມີ ລູກຊາຍຢູ່ໃນປະເທດ ທີ່ ຂ້ອຍມີ ຄວາມເດືອດຮ້ອນ. ” ດັ່ງນັ້ນ ເພິ່ນຈຶ່ງ ໃສ່ ຊື່ ໃຫ້ ລູກຊາຍຜູ້ ທີ ສອງວ່າ, “ເອຟຣາອິມ. ” (ຂ)
|
||
|
||
\s5
|
||
\v 53 ເວລາ ເຈັດ ປີ ແຫ່ງ ຄວາມ ອຸດົມ ສົມ ບູນ ທີ່ ປະເທດ ເອຢິບ ໄດ້ ຮັບ ນັ້ນ ກໍ ສິ້ນສຸດ ລົງ
|
||
\v 54 ແລະ ຄວາມ ອຶດຢາກ ເປັນ ເວລາ ເຈັດ ປີ ກໍ ເກີດ ຂຶ້ນ ມາ ແທນ ຕາມ ທີ່ ໂຢເຊັບ ໄດ້ ກ່າວ ໄວ້ ລ່ວງໜ້າ. ຢູ່ ໃນ ປະເທດ ອື່ນ ບໍ່ ມີ ເຂົ້າກິນແລ້ວ ແຕ່ ຢູ່ ໃນ ປະເທດ ເອຢິບ ຍັງ ມີ ເຂົ້າ ກິນ ທົ່ວ ປະເທດ.
|
||
|
||
\s5
|
||
\v 55 ເມື່ອ ປະເທດ ເອຢິບ ເລີ່ມຕົ້ນ ອຶດຢາກ ປະຊາຊົນ ກໍ ແຫ່ ກັນ ມາ ຂໍ ອາຫານ ນໍາ ກະສັດ. ສະນັ້ນ ກະສັດ ຈຶ່ງ ສັ່ງ ພວກເຂົາ ໃຫ້ ໄປ ຫາ ໂຢເຊັບ ແລະ ເຮັດ ຕາມ ທີ່ ໂຢເຊັບ ບອກ ໃຫ້ ເຮັດ.
|
||
\v 56 ເມື່ອ ຄວາມ ອຶດ ຢາກ ຮ້າຍແຮງ ຂຶ້ນ ແລະ ເລີ່ມແຜ່ ຂະຫຍາຍ ໄປ ທົ່ວ ປະເທດ ໂຢເຊັບ ກໍ ໄຂ ສາງ ເຂົ້າ ທຸກ ສາງ ແລະ ຂາຍ ໃຫ້ ແກ່ ປະຊາຊົນ ເອຢິບ.
|
||
\v 57 ປະຊາຊົນ ຈາກ ຫລາຍ ບ່ອນ ໃນ ໂລກ ໄດ້ ພາກັນ ມາ ປະເທດ ເອຢິບ ເພື່ອ ຂໍ ຊື້ ເຂົ້າ ນໍາ ໂຢເຊັບ ເພາະ ເກີດ ການ ອຶດຢາກ ຢ່າງ ຮ້າຍແຮງ ຢູ່ ທຸກທີ່ ທຸກບ່ອນ.
|
||
|
||
\s5
|
||
\c 42
|
||
\p
|
||
\v 1 ເມື່ອຢາໂຄບ ຮູ້ ວ່າ ຢູ່ ທີ່ ປະເທດ ເອຢິບ ຍັງ ມີ ເຂົ້າ ຂາຍ ເພິ່ນ ກໍ ເວົ້າ ຕໍ່ ພວກລູກຊາຍ ວ່າ, “ພວກເຈົ້າ ພາກັນຢູ່ ລ້າ ໆ ເຮັດ ຫຍັງ?
|
||
\v 2 ຂ້ອຍ ໄດ້ຍິນ ວ່າ ທີ່ ປະເທດ ເອຢິບ ມີ ເຂົ້າ ຂາຍ. ຈົ່ງ ໄປ ຊື້ ເຂົ້າ ທີ່ ນັ້ນແມ ບໍ່ດັ່ງນນັ້ ພວກເຮົາ ຈະອຶດຕາຍ ໃດ. ”
|
||
\v 3 ດັ່ງນັ້ນ ພວກ ອ້າຍ ຕ່າງແມ່ ຂອງ ໂຢເຊັບ ສິບຄົນ ຈຶ່ງພາກັນ ໄປ ຍັງ ປະເທດ ເອຢິບ ເພື່ອຊື້ ເຂົ້າ;
|
||
\v 4 ແຕ່ ຢາໂຄບ ບໍ່ໃຫ້ ເບັນຢາມິນ ນ້ອງຊາຍ ຄີງ ໆ ຂອງ ໂຢເຊັບ ໄປນໍາພວກເຂົາ ເພາະຢ້ານ ມີ ອັນຕະລາຍ ເກີດ ຂຶ້ນ ກັບລາວ.
|
||
|
||
\s5
|
||
\v 5 ພວກ ລູກຊາຍ ຂອງ ຢາໂຄບ ໄດ້ ມາ ຫາ ຊື້ ເຂົ້າ ພ້ອມ ກັບ ຄົນ ພວກ ອື່ນ ໆ ເພາະ ໃນ ການາອານ ເກີດ ການ ອຶດຢາກ.
|
||
\v 6 ໂຢເຊັບ ໃນ ຖານະ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ເພິ່ນ ໄດ້ ຂາຍ ເຂົ້າ ໃຫ້ ແກ່ ປະຊາຊົນ ຈາກ ທຸກຊາດ ທົ່ວໂລກ. ດັ່ງນັ້ນ ພວກ ອ້າຍ ຂອງ ໂຢເຊັບ ຈຶ່ງ ເຂົ້າມາຫາ ແລະ ຂາບລົງ ຕໍ່ໜ້າ ເພິ່ນ.
|
||
|
||
\s5
|
||
\v 7 ເມື່ອ ໂຢເຊັບ ເຫັນ ພວກ ອ້າຍ ເພິ່ນ ກໍ ຈື່ ພວກເຂົາ ໄດ້, ແຕ່ ເພິ່ນ ເຮັດ ຄື ບໍ່ຮູ້ຈັກ ພວກເຂົາ. ເພິ່ນ ເວົ້າຢ່າງ ມີ ອຳນາດ ຕໍ່ ພວກເຂົາ ວ່າ, “ພວກເຈົ້າ ມາ ແຕ່ ໃສ? ” ພວກເຂົາ ຕອບວ່າ, “ພວກຂ້າ ນ້ອຍ ມາແຕ່ ການາອານ ເພື່ອ ຂໍ ຊື້ ອາຫານ. ”
|
||
\v 8 ໂຢເຊັບ ຈື່ ພວກ ອ້າຍ ຂອງຕົນ ໄດ້ ແຕ່ ພວກເຂົາ ຈື່ ໂຢເຊັບ ບໍ່ໄດ້.
|
||
|
||
\s5
|
||
\v 9 ເພິ່ນ ລະນຶກ ເຖິງ ຄວາມຝັນ ທີ່ ເພິ່ນ ໄດ້ ມີ ກ່ຽວກັບ ພວກເຂົາ ແລະ ເວົ້າວ່າ, “ພວກເຈົ້າ ເປັນ ນັກ ສືບ ພວກເຈົ້າ ມາ ສືບ ເບິ່ງ ຈຸດ ອ່ອນ ໃນ ປະເທດ ຂອງເຮົາ. ”
|
||
\v 10 ພວກເຂົາ ຕອບວ່າ, “ບ່ ແມ່ນ ທ່ານເອີຍ ພວກຂ້ານ້ອຍ ມາ ຢ່າງ ຄົນ ຮັບໃຊ້ ຂອງທ່ານ ເພື່ອ ຂໍ ຊື້ ອາຫານ.
|
||
\v 11 ພວກ ຂ້ານ້ອຍ ທັງໝົດ ເປັນ ອ້າຍ ນ້ອງ ກັນ. ທ່ານເອີຍ ພວກ ຂ້ານ້ອຍ ບໍ່ ແມ່ນ ນັກ ສືບ ດອກ ແຕ່ ເປັນ ຄົນ ສັດ ຊື່.”
|
||
|
||
\s5
|
||
\v 12 ແຕ່ ໂຢເຊັບ ເວົ້າ ຢ້ຳຢ່າງ ໜັກ ແໜ້ນວ່າ, “ບໍ່ ແມ່ນ ດອກ ພວກເຈົ້າ ມາ ສືບ ເອົາ ຈຸດອ່ອນ ໃນ ປະເທດ ຂອງເຮົາ. ”
|
||
\v 13 ພວກເຂົາ ເວົ້າ ວ່າ, “ທ່ານເອີຍ ພວກຂ້ານ້ອຍ ມີ ອ້າຍນ້ອງ ນໍາ ກັນ ສິບ ສອງ ຄົນ ທີ່ເກີດ ຈາກ ພໍ່ດຽວກັນ ທີ່ ການາອານ. ນ້ອງຊາຍ ຜູ້ໜຶ່ງ ໄດ້ ຕາຍໄປແລ້ວ ແລະ ນ້ອງຊາຍ ຫລ້າຍັງ ຢູ່ ນຳ ພໍ່.”
|
||
|
||
\s5
|
||
\v 14 ໂຢເຊັບ ຕອບ ວ່າ, “ແມ່ນ ຄື ຂ້ອຍ ເວົ້າ ແທ້ ໆພວກເຈົ້າ ເປັນ ນັກ ສືບ ອີ່ຫລີ.
|
||
\v 15 ສິ່ງນີ້ ຈະ ເປັນ ເຄື່ອງ ພິສູດ ພວກເຈົ້າ ຄື: ເຮົາ ສັນຍາ ໃນນາມ ຂອງ ພະຣາຊາ ວ່າ ພວກເຈົ້າ ຈະໄປ ຈາກ ທີ່ນີ້ ບໍ່ໄດ້ ຈົນ ກວ່າ ນ້ອງຊາຍ ຫລ້າ ຂອງ ພວກເຈົ້າ ຈະມາ ທີ່ນີ້.
|
||
\v 16 ໃຫ້ ສົ່ງ ຜູ້ໜຶ່ງ ໃນ ພວກເຈົ້າ ໄປ ເອົາ ລາວ ມາ. ພວກ ທີ່ ເຫລືອ ຢູ່ ນັ້ນ ຈະ ຕ້ອງ ຖືກ ກັກ ຂັງ ໄວ້ ທີ່ ນີ້ ຈົນ ກວ່າ ສິ່ງ ທີ່ ພວກເຈົ້າ ໄດ້ເວົ້າ ມານັ້ນ ຈະ ພິສູດ ໃຫ້ ເຫັນ ວ່າ ເປັນ ຄວາມຈິງ. ຖ້າບໍ່ດັ່ງ ນັ້ນ ຕາບໃດ ທີ່ ກະສັດ ຍັງມີ ຊີວິດຢູ່ ຕາບນັ້ນ ພວກເຈົ້າ ກໍ ຍັງ ເປັນ ນັກ ສືບ ຢູ່ ຢ່າງ ນັ້ນແຫລະ. ”
|
||
\v 17 ສະນັ້ນ ໂຢເຊັບ ຈຶ່ງສັ່ງ ຂັງ ພວກເຂົາ ໄວ້ ສາມ ວັນ.
|
||
|
||
\s5
|
||
\v 18 ໃນ ວັນ ທີ ສາມ ໂຢເຊັບ ຈຶ່ງ ເວົ້າ ຕໍ່ ພວກເຂົາ ວ່າ, “ຂ້ອຍ ເປັນ ຄົນ ຢໍາເກງພຣະເຈົ້າ ພວກເຈົ້າຈະລອດຊີວິດໄດ້ ຖ້າພວກເຈົ້າ ເຮັດດັ່ງນີ້:
|
||
\v 19 ເພື່ອ ພິສູດ ວ່າ ພວກເຈົ້າ ເປັນຄົນ ສັດຊື່ ແທ້ ນັ້ນ ໃຫ້ ຄົນ ໜຶ່ງ ໃນ ພວກເຈົ້າ ຍັງ ຢູ່ໃນຄຸກນີ້. ສ່ວນ ທີ່ເຫຼືອ ໃຫ້ ເອົາ ເຂົ້າ ທີ່ ໄດ້ ຊື້ນີ້ ເມືອໃຫ້ ຄອບຄົວ ຂອງ ພວກເຈົ້າ ທີ່ ກຳລັງ ອຶດ ຫິວ.
|
||
\v 20 ແລ້ວພວກເຈົ້າ ຕ້ອງ ເອົາ ນ້ອງຊາຍ ຫລ້າ ຂອງ ພວກເຈົ້າ ມາຫາ ເຮົາ. ອັນນີ້ ຈະ ພິສູດ ວ່າ ພວກເຈົ້າ ໄດ້ ເວົ້າ ຄວາມຈິງ ແລະ ພວກເຈົ້າ ກໍ ຈະ ບໍ່ ຖືກ ປະຫານ ຊີວິດ. ” ພວກເຂົາ ຕົກລົງ ຕາມ ຂໍ້ ສະເໜີ ມາ ນັ້ນ
|
||
|
||
\s5
|
||
\v 21 ແລະ ຈຶ່ງ ເວົ້າຕໍ່ກັນ ແລະກັນ ວ່າ, “ແມ່ນ ແລ້ວ ພວກເຮົາ ໄດ້ ຮັບ ທຸກ ໃນ ເວລາ ນີ້ ກໍຍ້ອນ ໂທດກຳ ທີ່ ພວກເຮົາ ໄດ້ ເຮັດ ຕໍ່ ນ້ອງຊາຍ ຂອງ ພວກເຮົາ; ພວກເຮົາ ເຫັນ ວ່າ ລາວ ເປັນ ທຸກ ພຽງໃດ ເມື່ອລາວ ໄດ້ ວິງວອນ ຂໍ ຄວາມ ເມດຕາ, ແຕ່ ພວກເຮົາ ບໍ່ ຍອມ ຟັງ ສຽງ ຂອງ ລາວ ເລີຍ. ຈັ່ງ ຊັ້ນ ແຫລະ ບັດ ນີ້ ກຳ ຈຶ່ງ ນໍາ ມາ ສະໜອງ. ”
|
||
\v 22 ຣູເບັນ ເວົ້າ ວ່າ, “ຂ້ອຍ ບອກ ພວກເຈົ້າ ແລ້ວ ວ່າ ຢ່າ ຕີ ລາວ ແຕ່ ພວກເຈົ້າ ບໍ່ ຍອມ ຟັງ ຂ້ອຍ ເລີຍ. ເຫັນບໍ ບັດນີ້ ບາບໄລ່ ເວນທັນ ສາ ແລ້ວ.”
|
||
|
||
\s5
|
||
\v 23 ໂຢເຊັບ ເຂົ້າໃຈ ເລື່ອງ ທັງໝົດ ທີ່ພວກເຂົາ ເວົ້າ ກັນ, ແຕ່ ພວກເຂົາ ບໍ່ ຮູ້ ວ່າ ເພິ່ນ ເຂົ້າໃຈ ໄດ້ ເພາະ ໂຢເຊັບ ໃຊ້ ນາຍ ພາສາ ເວົ້າ ກັບ ພວກເຂົາ.
|
||
\v 24 ໂຢເຊັບ ຫລົບ ໜີ ຈາກ ພວກເຂົາ ແລະ ໄປ ລີ້ ຮ້ອງໄຫ້ ຢູ່ ຜູ້ ດຽວ. ເມື່ອ ເພິ່ນ ຕັ້ງ ສະຕິ ໄດ້ ແລ້ວ ຈຶ່ງ ກັບ ເຂົ້າ ມາ ອີກ ແລະ ສັ່ງ ໃຫ້ ເອົາ ຊີເມໂອນ ອອກ ມາ ຜູກ ໄວ້ ຕໍ່ໜ້າ ຕໍ່ຕາ ຂອງ ພວກເຂົາ ຢູ່ໃນທີ່ ນັ້ນ.
|
||
\v 25 ໂຢເຊັບ ສັ່ງ ໃຫ້ ຄົນ ເອົາ ເຂົ້າ ໃສ່ ຖົງ ພວກເຂົາ ຈົນ ເຕັມ ແລະ ເອົາ ເງິນ ຂອງ ແຕ່ ລະຄົນ ໃສ່ ໄວ້ ເທິງ ເຂົ້າ ໃນ ຖົງ ນັ້ນ ຄືນ ແລະ ເອົາ ອາຫານ ໃຫ້ ພວກເຂົາ ໄປ ກິນ ຕາມ ທາງ ດ້ວຍ. ຄົນ ຂອງ ເພິ່ນ ກໍ ເຮັດ ຕາມ ຄໍາສັ່ງ ນັ້ນ ທຸກປະການ.
|
||
|
||
\s5
|
||
\v 26 ພວກ ອ້າຍ ຂອງ ໂຢເຊັບ ໄດ້ ພາກັນ ເອົາ ເຂົ້າ ທີ່ ຊື້ ນັ້ນ ບັນ ທຸກ ໃສ່ ຫລັງ ລໍ ແລ້ວ ກໍ ອອກ ເດີນທາງ ໄປ.
|
||
\v 27 ໃນ ບ່ອນ ທີ່ ພັກ ເຊົາ ແຮມ ຄືນ ແຫ່ງ ໜຶ່ງ ມີ ຄົນ ໜຶ່ງ ໃນ ພວກເຂົາ ໄດ້ ໄຂ ຖົງ ເພື່ອ ເອົາ ເຟືອງ ໃຫ້ ລໍ ກິນ ລາວ ເລີຍ ພົບ ເງິນ ຢູ່ໃນ ປາກ ຂອງ ຖົງ ເຂົ້າ.
|
||
\v 28 ລາວ ຈຶ່ງ ຮ້ອງ ໃສ່ ພວກ ອ້າຍ ນ້ອງ ຂອງຕົນ ວ່າ, “ຂ້ອຍ ໄດ້ ເງິນ ຄືນ ມາ ມັນ ຢູ່ ໃນ ຖົງ ເຂົ້າ ນີ້ ເດ! ” ພວກເຂົາ ຕ່າງ ກໍ ຕົກ ໃຈ ຢ້ານກົວ ຈົນ ຕົວ ສັ່ນ ແລະ ຖາມ ກັນ ວ່າ, “ເປັນ ຫຍັງ ພຣະເຈົ້າ ຈຶ່ງ ເຮັດ ກັບ ພວກເຮົາ ເຊັ່ນ ນີ້? ”
|
||
|
||
\s5
|
||
\v 29 ເມື່ອ ພວກເຂົາ ກັບ ມາ ຫາ ຢາໂຄບ ຜູ້ ເປັນ ພໍ່ ໃນ ການາອານ ແລ້ວ ພວກເຂົາ ກໍ ເລົ່າ ເລື່ອງ ຕ່າງໆ ທີ່ ເກີດ ຂຶ້ນ ກັບ ພວກ ຕົນ ສູ່່ ພໍ່ ຟັງ ວ່າ,
|
||
\v 30 “ຜູ້ປົກຄອງ ປະເທດ ໄດ້ ເວົ້າ ຢ່າງ ຮຸນແຮງ ຕໍ່ ພວກເຮົາ ທັງ ຫາ ເລື່ອງ ໃສ່ ພວກເຮົາ ວ່າ ພວກເຮົາ ເປັນ ນັກ ສືບ ເຂົ້າ ໄປ ສອດແນມ ປະເທດ ຂອງ ເພິ່ນ. ພວກເຮົາ ຈຶ່ງ ເວົ້າກັບ ເພິ່ນວ່າ,
|
||
\v 31 ‘ພວກເຮົາ ເປັນ ຄົນສັດຊື່ ແລະ ບໍ່ ແມ່ນ ນັກສືບ.
|
||
\v 32 ພວກເຮົາ ມີ ອ້າຍ ນ້ອງ ນໍາ ກັນ ສິບ ສອງ ຄົນ ທີ່ ເກີດ ຈາກ ພໍ່ ດຽວກັນ. ຜູ້ໜຶ່ງ ນັ້ນ ໄດ້ ຕາຍໄປ ແລ້ວ ແລະ ນ້ອງຊາຍ ຫລ້າຍັງ ຢູ່ກັບພໍ່ ທີ່ ການາອານ.’
|
||
|
||
\s5
|
||
\v 33 ເພິ່ນ ຕອບ ວ່າ, ‘ໂດຍ ວິທີນີ້ ເຮົາຈຶ່ງ ຈະ ຮູ້ ວ່າ ພວກເຈົ້າ ເປັນ ຄົນສັດຊື່ ຄື: ຄົນ ໜຶ່ງ ໃນ ພວກເຈົ້າ ຈະ ຕ້ອງ ຢູ່ ກັບ ເຮົາ. ນອກ ນັ້ນ ໃຫ້ ເອົາ ເຂົ້າ ກັບ ເມືອ ສູ່ ຄອບຄົວ ຂອງ ພວກເຈົ້າ ທີ່ ກຳ ລັງ ອຶດ ຫິວ ຢູ່.
|
||
\v 34 ແຕ່ ໃຫ້ ພວກເຈົ້າ ນໍາ ນ້ອງຊາຍ ຫລ້າ ມາ ຫາ ເຮົາ ແລ້ວເຮົາກໍ ຈະ ເຊື່ອ ວ່າ ພວກເຈົ້າ ບໍ່ ແມ່ນ ນັກ ສືບ ແຕ່ ເປັນ ຄົນ ສັດຊື່. ເຮົາ ຈະ ສົ່ງ ຄົນ ທີ່ເຮົາ ໄດ້ ກັກ ໄວ້ ນັ້ນ ຄືນ ແລະ ພວກເຈົ້າ ຈະ ໄປມາ ຄ້າ ຂາຍ ຢູ່ ໃນ ປະເທດ ນີ້ ໄດ້.”
|
||
|
||
\s5
|
||
\v 35 ແລ້ວ ເມື່ອ ພວກເຂົາໄຂ ຖົງ ເຂົ້າ ອອກ ແຕ່ ລະຄົນ ຕ່າງ ກໍ ພົບ ຫໍ່ ເງິນ ຂອງຕົນ ໃນ ຖົງ ນັ້ນ. ເມື່ອ ເຫັນ ເງິນ ພວກເຂົາ ເອງ ພ້ອມ ກັບ ຜູ້ ເປັນ ພໍ່ ກໍ ພາກັນ ຢ້ານກົວ ຫຼາຍ.
|
||
\v 36 ຢາໂຄບ ຜູ້ ເປັນ ພໍ່ ຈຶ່ງ ເວົ້າ ວ່າ, “ພວກເຈົ້າ ຈະ ບໍ່ ໃຫ້ ຂ້ອຍ ມີ ລູກຊາຍ ເຫລືອ ຢູ່ ຈັກ ຄົນ ບໍ? ໂຢເຊັບ ກໍໄດ້ ຕາຍໄປ ແລ້ວ ຊີເມໂອນ ກໍ ຖືກ ຈັບ. ບັດ ນີ້ ພວກເຈົ້າຈະ ເອົາ ເບັນຢາມິນ ໜີໄປ ຈາກ ຂ້ອຍ ອີກ. ຂ້ອຍ ມາ ຊ່າງ ເປັນ ຄົນ ທຸກລະທົມ ໃຈ ຫລາຍ ແທ້ໆ ນໍ. ”
|
||
|
||
\s5
|
||
\v 37 ຣູເບັນ ຈຶ່ງ ເວົ້າ ກັບ ພໍ່ ວ່າ, “ຖ້າ ລູກ ບໍ່ ນໍາ ເບັນຢາມິນ ຄືນ ມາ ກໍ ໃຫ້ ພໍ່ ຂ້າລູກຊາຍ ສອງຄົນ ຂອງລູກ ຖິ້ມສາ. ລູກ ຈະເປັນ ຜູ້ຮັກສາ ລາວ ເອງ ແລະ ຈະ ເປັນ ຜູ້ ເອົາ ລາວ ກັບຄືນມາ. ”
|
||
\v 38 ແຕ່ ຢາໂຄບເວົ້າ ວ່າ, “ຂ້ອຍຈະບໍ່ ຍອມໃຫ້ ລູກຊາຍ ຂ້ອຍໄປນຳ ພວກເຈົ້າ. ອ້າຍຂອງລາວໄດ້ ຕາຍໄປແລ້ວ ແລະຍັງ ເຫລືອ ແຕ່ ລາວຜູ້ ດຽວເທົ່າ ນັ້ນ. ບາງທີ ອາດມີສິ່ງໃດສິ່ງໜຶ່ງ ເກີດ ຂຶ້ນ ກັບ ລາວຕາມທາງກໍ ໄດ້. ຂ້ອຍກໍເຖົ້າ ແກ່ຫລາຍແລ້ວ ແລະຄວາມທຸກໃຈທີ່ ພວກເຈົ້າ ກໍ່ ຂຶ້ນນີ້ ອາດ ຈະ ເຮັດ ໃຫ້ ຂ້ອຍ ຊໍ້າໃຈຕາຍກໍ ໄດ້.”
|
||
|
||
\s5
|
||
\c 43
|
||
\p
|
||
\v 1 ຄວາມ ອຶດ ຢາກ ໃນ ການາອານ ຮ້າຍແຮງ ໜັກ ຂຶ້ນ
|
||
\v 2 ແລະ ເມື່ອ ຄອບຄົວ ຂອງ ຢາໂຄບ ກິນ ເຂົ້າ ທີ່ ໄດ້ ຊື້ ມາ ແຕ່ ປະເທດ ເອຢິບ ໝົດ ແລ້ວ ຢາໂຄບ ຈຶ່ງ ເວົ້າ ກັບ ພວກ ລູກຊາຍ ວ່າ, “ຈົ່ງ ກັບ ຄືນ ໄປ ຊື້ ອາຫານ ຕື່ມ ອີກ ເລັກ ນ້ອຍ ສໍາລັບ ພວກເຮົາ ແມ.”
|
||
|
||
\s5
|
||
\v 3 ຢູດາ ຕອບ ວ່າ, “ຜູ້ປົກ ຄອງ ເອຢິບ ໄດ້ ເວົ້າ ກັບ ພວກເຮົາ ຢ່າງ ເດັດ ຂາດ ແລ້ວ ວ່າ ຢ່າ ໄປ ໃຫ້ ເພິ່ນ ເຫັນ ໜ້າ ຈົນ ກວ່າ ພວກເຮົາ ຈະ ນໍາ ນ້ອງຊາຍ ຫລ້າ ໄປ ດ້ວຍ.
|
||
\v 4 ຖ້າ ພໍ່ ຍອມ ໃຫ້ ນ້ອງຊາຍ ຫລ້າ ໄປ ກັບ ພວກເຮົາ ພວກເຮົາ ກໍ ຈະ ໄປ ຊື້ ເຂົ້າ ໃຫ້ ພໍ່.
|
||
\v 5 ຖ້າ ພໍ່ ບໍ່ ຍອມ ພວກເຮົາ ກໍ ຈະ ບໍ່ ໄປ ເພາະ ເພິ່ນ ເວົ້າ ກັບ ພວກເຮົາ ວ່າ ຢ່າ ມາ ໃຫ້ ເຫັນ ໜ້າ ຈົນ ກວ່າ ພວກເຮົາ ຈະ ພາ ນ້ອງຊາຍ ຂອງ ພວກເຮົາ ໄປ ດ້ວຍ.”
|
||
|
||
\s5
|
||
\v 6 ຢາໂຄບ ເວົ້າ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ເຮັດ ເລື່ອງ ຫຍຸ້ງ ຍາກ ໃຫ້ ຂ້ອຍ ຫລາຍ ແທ້ ເປັນ ຫຍັງ ຈຶ່ງ ບອກ ເພິ່ນ ວ່າ ພວກເຈົ້າ ມີ ນ້ອງຊາຍ ຢູ່ ອີກ ຜູ້ໜຶ່ງ. ”
|
||
\v 7 ພວກເຂົາ ຕອບ ວ່າ, “ຊາຍ ຄົນ ນັ້ນ ຖາມ ພວກເຮົາ ແລະ ຖາມ ເຖິງ ຄອບຄົວ ຂອງ ພວກເຮົາ ວ່າ, ‘ພໍ່ ຂອງ ພວກເຈົ້າ ຍັງ ມີ ຊີວິດ ຢູ່ ບໍ? ພວກເຈົ້າ ມີ ນ້ອງຊາຍ ບໍ? ’ ພວກເຮົາ ກ້ ຕ້ອງ ຕອບ ຄໍາຖາມ ຂອງ ເພິ່ນ ຕາມ ຊື່. ພວກເຮົາ ຈະ ຮູ້ ໄດ້ ແນວ ໃດ ວ່າ ເພິ່ນ ຈະ ບອກ ໃຫ້ ພາ ນ້ອງຊາຍ ໄປ ຫາ ເພິ່ນ.”
|
||
|
||
\s5
|
||
\v 8 ຢູດາ ເວົ້າ ກັບ ພໍ່ ຂອງຕົນ ວ່າ, “ໃຫ້ ນ້ອງຊາຍ ໄປ ກັບ ເຮົາ ສາ ແລະ ພວກເຮົາ ຈະ ຮີບ ອອກເດີນ ທາງ. ແລ້ວ ພວກເຮົາ ກໍ ຈະ ບໍ່ ໄດ້ ອຶດ ຕາຍ.
|
||
\v 9 ລູກ ຈະ ຍອມ ອຸທິດ ຊີວິດ ເພື່ອ ລາວ ເອງ ໃຫ້ ພໍ່ ມອບ ຄວາມ ຮັບ ຜິດ ຊອບ ໃຫ້ ລູກ ໂລດ. ຖ້າລູກ ບໍ່ ນໍາ ລາວ ກັບ ຄືນ ມາ ໄດ້ ຢ່າງ ປອດໄພ ລູກ ຈະ ຍອມ ເປັນ ຜູ້ຮັບ ຜິດ ຊອບ ຕໍ່ ພໍ່ ຕະຫລອດ ຊີວິດ.
|
||
\v 10 ຖ້າ ພວກເຮົາ ບໍ່ ຊັກ ຊ້າ ຢູ່ ຢ່າງ ນີ້ ປານນີ້ ພວກເຮົາ ຄົງ ຈະ ໄປ ແລະ ກັບ ມາ ເປັນ ຖ້ຽວ ທີ ສອງ ແລ້ວ.”
|
||
|
||
\s5
|
||
\v 11 ພໍ່ ຂອງ ພວກເຂົາ ຈຶ່ງ ເວົ້າ ວ່າ, “ຖ້າດັ່ງນັ້ນ ໃຫ້ ເຮັດ ຢ່າງ ນີ້: ໃຫ້ ເອົາ ໝາກໄມ້ ຢ່າງດີ ທີ່ ສຸດ ທີ່ ມີ ໃນ ດິນແດນ ຂອງເຮົາ ໃສ່ ຖົງເຂົ້າ ໄປ ຕ້ອນ ຜູ້ປົກ ຄອງ ຄົນ ນັ້ນ ເຊັ່ນ: ກໍາຍານ, ນໍ້າເຜິ້ງ, ໝາກກໍ່, ເຄື່ອງເທດ ແລະ ໝາກບົກ.
|
||
\v 12 ຈົ່ງ ຖື ເງິນ ໄປ ນໍາ ສອງ ເທົ່າ ເພາະ ພວກເຈົ້າ ຈະ ຕ້ອງ ເອົາ ເງິນ ທີ່ ໄດ້ ພົບ ໃນ ຖົງ ເຂົ້າ ນັ້ນ ສົ່ງ ຄືນ. ບາງທີ ອາດ ເປັນ ການ ຫລົງ ລືມ ກໍໄດ້.
|
||
|
||
\s5
|
||
\v 13 ພາ ນ້ອງຊາຍ ຂອງ ເຈົ້າ ອອກ ເດີນ ທາງ ໄປ ສາ.
|
||
\v 14 ຂໍ ໃຫ້ ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ດົນ ບັນ ດານ ໃຫ້ ຊາຍ ຜູ້ນັ້ນ ມີ ຄວາມ ເມດຕາ ຕໍ່ ພວກເຈົ້າ ເພື່ອ ວ່າ ເພິ່ນ ຈະ ປ່ອຍ ຊີເມໂອນ ແລະ ເບັນຢາມິນ ໃຫ້ ກັບ ຄືນ ມາ. ສໍາລັບ ພໍ່ ແລ້ວ ຖ້າ ວ່າ ຈະ ສູນເສຍ ລູກ ທັງ ສອງ ກໍ ຕ້ອງ ຈໍາເປັນ. ”
|
||
\v 15 ດັ່ງນັ້ນ ພວກລູກຊາຍຂອງຢາໂຄບ ຈຶ່ງນຳຂອງຕ້ອນແລະເງິນສອງເທົ່າ ພ້ອມກັບ ເບັນຢາມິນ ອອກເດີນທາງໄປຍັງປະເທດ ເອຢິບ. ເມື່ອໄປຮອດ ພວກເຂົາກໍເຂົ້າໄປຫາ ໂຢເຊັບ.
|
||
|
||
\s5
|
||
\v 16 ພໍ ເມື່ອ ໂຢເຊັບ ເຫັນ ເບັນຢາມິນ ມາ ກັບ ພວກເຂົາ ເພິ່ນ ຈຶ່ງ ສັ່ງ ຄົນ ຮັບ ໃຊ້ ຜູ້ ຮັບ ຜິດ ຊອບ ໃນ ເຮືອນ ຂອງຕົນ ວ່າ, “ຈົ່ງ ພາ ຄົນ ເຫລົ່າ ນີ້ ໄປ ໃນ ເຮືອນ ຂອງຂ້ອຍ ເພາະ ໃນ ຕອນທ່ຽງ ຄົນ ເຫລົ່າ ນີ້ ຈະ ກິນ ເຂົ້າ ນໍາ ຂ້ອຍ. ສະນັ້ນ ຈົ່ງ ໄປ ຂ້າສັດ ແລະ ຈັດ ແຈງ ອາຫານ ໄວ້ ເດີ. ”
|
||
\v 17 ຄົນ ຮັບໃຊ້ ກໍ ເຮັດ ຕາມ ທີ່ ໂຢເຊັບ ໄດ້ ສັ່ງ ນັ້ນ ແລະ ລາວ ໄດ້ ພາ ພວກເຂົາ ໄປ ທີ່ ເຮືອນ ຂອງ ເພິ່ນ.
|
||
|
||
\s5
|
||
\v 18 ເມື່ອ ຄົນ ຮັບ ໃຊ້ ນຳ ພວກເຂົາ ມາ ຮອດ ເຮືອນ ຂອງ ໂຢເຊັບ ພວກເຂົາ ກໍ ຢ້ານ ຫລາຍ ແລະ ຄິດ ວ່າ, “ລາວ ພາ ພວກເຮົາ ມາ ທີ່ ນີ້ ເພາະ ເງິນ ທີ່ ພວກເຮົາ ໄດ້ ພົບ ຢູ່ ໃນ ຖົງເຂົ້າ ຄາວ ທີ່ ມາ ຖ້ຽວ ທໍາອິດ ນັ້ນ ແຫລະ. ເຂົາ ຈະ ຕ້ອງ ຂ້ຽນ ພວກເຮົາ, ຢຶດ ເອົາ ລໍ ທັງ ໝົດ ຂອງ ພວກເຮົາ ແລະ ເອົາ ພວກເຮົາ ໄປ ເປັນ ທາດ. ”
|
||
\v 19 ດັ່ງ ນັ້ນ ເມື່ອ ມາ ຮອດ ປະຕູ ເຮືອນ ຂອງ ໂຢເຊັບ ພວກເຂົາ ຈຶ່ງ ເວົ້າ ກັບ ຄົນ ຮັບ ໃຊ້ ຜູ້ຮັບ ຜິດ ຊອບ ນັ້ນ ວ່າ,
|
||
\v 20 “ທ່ານເອີຍ ຂໍ ໄດ້ ໂຜດ ກະລຸນາ ເທີ້ນ ເມື່ອ ຄາວ ທີ່ ພວກ ຂ້ານ້ອຍ ໄດ້ ມາ ຊື້ ສະບຽງ ອາຫານ ຖ້ຽວ ກ່ອນ ນັ້ນ.
|
||
|
||
\s5
|
||
\v 21 ເມື່ອເດີນ ທາງ ກັບ ຄືນ ພໍ ຫາ ທີ່ ພັກ ໄດ້ ພວກ ຂ້ານ້ອຍ ຈຶ່ງ ໄຂ ຖົງ ເຂົ້າ ແລະ ແຕ່ ລະຄົນ ກໍ ພົບ ເງິນ ທີ່ໄດ້ ຈ່າຍ ຄ່າ ຊື້ ເຂົ້າ ຄົບ ຕາມ ຈໍາ ນວນ ເດີມ; ພວກ ຂ້ານ້ອຍ ຈຶ່ງ ເອົາ ມາ ສົ່ງ ຄືນ ໃຫ້ ທ່ານ. ພວກ ຂ້ານ້ອຍ ບໍ່ ຮູ້ ວ່າ ແມ່ນ ຜູ້ໃດ ເອົາ ເງິນ ນັ້ນ ມາ ໃສ່ ໄວ້ ໃນ ຖົງ ເຂົ້າ.
|
||
\v 22 ເທື່ອ ນີ້ ພວກ ຂ້ານ້ອຍ ຖື ເງິນ ມາ ນໍາ ຫລາຍ ສົມຄວນ ເພື່ອ ຂໍ ຊື້ ເຂົ້າ ອີກ. ”
|
||
\v 23 ຄົນ ຮັບໃຊ້ ຈຶ່ງ ເວົ້າ ວ່າ, “ຢ່າ ອຸກໃຈ ແລະ ຢ້ານກົວ ເລຍີ. ພຣະເຈົ້າ ຂອງ ພວກເຈົ້າ ອົງ ທີ່ ເປັນ ພຣະເຈົ້າ ຂອງ ພໍ່ ພວກເຈົ້າ ໄດ້ ເອົາ ເງິນ ນີ້ ໃສ່ ໃນ ຖົງ ເຂົ້າ ໃຫ້ ພວກເຈົ້າ. ເງິນ ທີ່ ພວກເຈົ້າ ໄດ້ ຈ່າຍ ນັ້ນ ຂ້ອຍ ໄດ້ ຮັບ ຮຽບຮ້ອຍ ແລ້ວ. ” ແລ້ວຄົນ ຮັບໃຊ້ ກໍນໍາ ຊີເມໂອນ ອອກ ມາ ຫາ ພວກເຂົາ.
|
||
|
||
\s5
|
||
\v 24 ຄົນ ຮັບໃຊ້ ພາ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ເຂົ້າ ໄປ ໃນ ເຮືອນ. ລາວ ເອົາ ນ້ຳ ໃຫ້ ພວກເຂົາ ລ້າງ ຕີນ ແລະ ເອົາ ເຟືອງ ໃຫ້ ລໍ ໍ ຂອງ ພວກເຂົາ ກິນ.
|
||
\v 25 ສ່ວນ ພວກເຂົາ ກໍ ຕຽມ ເອົາ ຂອງຕ້ອນ ໄວ້ ເພື່ອ ມອບ ໃຫ້ ແກ່ ໂຢເຊັບ ໃນ ຕອນທ່ຽງ ເພາະ ພວກເຂົາ ຮູ້ ວ່າ ເພິ່ນ ຈະ ມາ ກິນ ເຂົ້າ ຮ່ວມ ກັບ ພວກ ຕົນ ທີ່ ບ້ານ.
|
||
|
||
\s5
|
||
\v 26 ເມື່ອ ໂຢເຊັບ ກັບ ມາ ເຮືອນ ພວກເຂົາ ກໍ ເອົາ ຂອງຕ້ອນ ເຂົ້າ ໄປ ມອບ ໃຫ້ ໂຢເຊັບ ແລະ ຂາບລົງ ຕໍ່ໜ້າ ເພິ່ນ.
|
||
\v 27 ໂຢເຊັບ ໄດ້ ຖາມ ເຖິງ ຄວາມສຸກທຸກ ຂອງ ພວກເຂົາ ແລະ ຖາມ ວ່າ, “ພວກເຈົ້າ ໄດ້ ເວົ້າ ສູ່ ຂ້ອຍ ຟັງ ເລື່ອງ ພໍ່ ຂອງ ພວກເຈົ້າ ທີ່ ເຖົ້າ ແກ່ ແລ້ວ ນັ້ນ, ດຽວ ນີ້ ເພິ່ນ ເປັນ ຢ່າງ ໃດ? ເພິ່ນ ຍັງ ມີ ຊີວິດ ຢູ່ ແລະ ສະບາຍດີບໍ? ໍ”
|
||
|
||
\s5
|
||
\v 28 ພວກເຂົາ ຕອບ ວ່າ, “ພໍ່ ຂອງ ພວກ ຂ້ານ້ອຍ ຜູ້ຮັບ ໃຊ້ ທີ່ ສັດ ຊື່ ຕໍ່ທ່ານ ຍັງ ມີ ຊີວິດ ຢູ່ ແລະ ຍັງ ສະບາຍດີ. ” ແລ້ວ ພວກເຂົາ ກໍ ຂາບລົງ ດິນ ຕໍ່ ໜ້າ ໂຢເຊັບ.
|
||
\v 29 ເມື່ອ ໂຢເຊັບ ເຫັນ ເບັນຢາມິນ ນ້ອງຊາຍ ຄີງ ໆ ຂອງຕົນ ເພິ່ນ ກໍ ເວົ້າ ວ່າ, “ຊາຍ ຄົນ ນີ້ ຄົງ ເປັນ ນ້ອງຊາຍ ຫລ້າ ຂອງ ພວກເຈົ້າ ທີ່ ພວກເຈົ້າ ໄດ້ ເວົ້າ ສູ່ ຂ້ອຍ ຟັງ ເມື່ອ ມາ ຄັ້ງ ກ່ອນ ແມ່ນ ບໍ? ນ້ອງເອີຍ ຂໍ ພຣະເຈົ້າ ຈົ່ງ ອວຍພອນ ເຈົ້າ ເດີ.”
|
||
|
||
\s5
|
||
\v 30 ແລ້ວ ໂຢເຊັບ ກໍ ຟ້າວ ຍ່າງ ອອກ ໄປ ທັນທີ ເພາະ ເພິ່ນ ຕື້ນຕັນ ໃຈ ຍ້ອນ ວ່າ ຮັກ ນ້ອງຊາຍ ຄີງ ໆ ຂອງຕົນ. ເພິ່ນ ເກືອບ ຮ້ອງໄຫ້ ຕໍ່ ໜ້າ ພວກເຂົາ. ສະນັ້ນ ເພິ່ນ ຈຶ່ງ ເຂົ້າ ໄປ ລີ້ ຮ້ອງໄຫ້ ຢູ່ ໃນ ຫ້ອງ ສ່ວນຕົວ.
|
||
\v 31 ຫລັງ ຈາກ ລ້າງໜ້າ ແລ້ວ ເພິ່ນ ຈຶ່ງ ອອກ ມາ ຂ້າງ ນອກ ລະງັບ ຈິດ ໃຈ ໄວ້ ແລະ ສັ່ງ ຄົນ ໃຫ້ ຈັດ ແຈ່ ງ ອາຫານ ມາ.
|
||
|
||
\s5
|
||
\v 32 ເຂົາ ໄດ້ ຈັດ ແຈ່ງ ໂຕະ ໃຫ້ ໂຢເຊັບ ກິນ ຜູ້ ດຽວ ຕ່າງຫາກ ແລະ ຈັດ ແຈ່ງ ໃຫ້ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ກິນ ໂຕະ ໜຶ່ງ ຕ່າງຫາກ. ຊາວ ເອຢິບ ຜູ້ ທີ່ ມາ ຮ່ວມ ນໍາ ນັ້ນ ເຂົາ ໄດ້ ຈັດ ໃຫ້ ກິນ ໂຕະ ໜຶ່ງ ອີກ ຕ່າງຫາກ ເພາະ ເຂົາ ຖືວ່າ ມັນ ເປັນ ການ ອັບ ອາຍ ຂາຍໜ້າ ທີ່ຈະ ກິນ ເຂົ້າ ຮ່ວມ ໂຕະ ກັບ ຊາວ ເຮັບເຣີ.
|
||
\v 33 ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ນັ່ງ ລຽນ ກັນ ປິ່ນ ໜ້າ ໃສ່ ໂຢເຊັບ ໂດຍ ລຽນ ຕາມ ລໍາດັບ ອາຍຸ ຄື: ອ້າຍກົກ ຫາ ນ້ອງຫລ້າ. ເມື່ອ ນັ່ງ ຮຽບຮ້ອຍ ແລ້ວ ເຂົາ ກໍ ແນມ ເບິ່ງ ໜ້າ ກັນແລະກັນ ຢ່າງ ປະຫລາດ ໃຈ.
|
||
\v 34 ຄົນ ຮັບ ໃຊ້ ເລີ່ມ ຢາຍ ອາຫານ ຕັ້ງ ແຕ່ ໂຕະ ຂອງ ໂຢເຊັບ ໄປ ແລະ ເບັນຢາມິນ ໄດ້ ຮັບ ອາຫານ ຫລາຍກວ່າ ຜູ້ ອື່ນ ຫ້າ ເທົ່າ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ກິນ ແລະ ດື່ມ ກັບ ໂຢເຊັບ ຢ່າງ ມ່ວນຊື່ນ ເບີກ ບານ.
|
||
|
||
\s5
|
||
\c 44
|
||
\p
|
||
\v 1 ໂຢເຊັບ ໄດ້ ສັ່ງ ຄົນ ຮັບ ໃຊ້ ຜູ້ ທີ່ ຮັບ ຜິດ ຊອບ ໃນ ເຮືອນ ຂອງຕົນ ວ່າ, “ຈົ່ງ ເອົາ ສະບຽງ ອາຫານ ໃສ່ ຖົງ ຂອງ ຄົນ ເຫລົ່າ ນີ້ ໃຫ້ ຫລາຍ ເທົ່າ ທີ່ ພວກເຂົາ ສາມາດ ເອົາ ເມືອ ໄດ້ ແລະ ໃຫ້ ເອົາ ເງິນ ຂອງ ແຕ່ ລະຄົນ ໃສ່ ເທິງ ເຂົ້າ ໃນ ຖົງ ຂອງ ແຕ່ ລະ ຖົງ.
|
||
\v 2 ໃຫ້ ເອົາ ເງິນ ຄ່າ ເຂົ້າ ກັບ ຈອກ ເງິນ ຂອງເຮົາ ໃສ່ ໃນ ຖົງ ເຂົ້າ ຂອງ ນ້ອງຊາຍ ຫລ້າ ຂອງ ພວກເຂົາ. ” ຄົນ ຮັບ ໃຊ້ ກໍປະຕິບັດ ຕາມ ທີ່ ໂຢເຊັບ ໄດ້ ສັ່ງ ນັ້ນ.
|
||
|
||
\s5
|
||
\v 3 ເມື່ອ ຮຸ່ງ ເຊົ້າ ຂຶ້ນ ມາ ພວກເຂົາ ຈຶ່ງ ອອກ ເດີນ ທາງ ກັບ ເມືອ ພ້ອມ ດ້ວຍ ລໍ ຂອງ ພວກເຂົາ.
|
||
\v 4 ເມື່ອ ພວກເຂົາ ໄປ ບໍ່ ໄກ ຈາກ ຕົວ ເມືອງ ພໍເທົ່າ ໃດ ໂຢເຊັບ ກໍ ກ່າວ ແກ່ ຄົນ ຮັບໃຊ້ ຜູ້ ຮັບ ຜິດ ຊອບ ປະຈໍາ ເຮືອນ ຂອງຕົນ ວ່າ, “ຈົ່ງ ຮີບ ອອກ ໄປ ຕິດ ຕາມ ຄົນ ເຫລົ່າ ນັ້ນ. ເມື່ອ ເຈົ້າ ທັນ ພວກເຂົາ ແລ້ວ ໃຫ້ ເຈົ້າ ຖາມ ພວກເຂົາ ວ່າ, ‘ເປັນຫຍັງ ພວກເຈົ້າ ຈຶ່ງ ປະພຶດ ການຊົ່ວ ຕອບ ແທນ ການດີ?
|
||
\v 5 ເປັນຫຍັງ ຈຶ່ງ ລັກ ເອົາ ຈອກ ເງິນ ນາຍ ຂອງຂ້ອຍ ຄື ທີ່ເພິ່ນ ໃຊ້ ດື່ມ ແລະ ໃຊ້ ທຳນວາຍ ເບິ່ງ ເຫດການ? ພວກເຈົ້າ ເຮັດ ຜິດ ຢ່າງ ຮ້າຍແຮງ ຮູ້ ບໍ?”
|
||
|
||
\s5
|
||
\v 6 ເມື່ອ ຄົນ ຮັບ ໃຊ້ ຕາມ ພວກເຂົາ ໄປ ທັນ ແລ້ວ ລາວ ກໍ ເວົ້າ ດັ່ງ ທີ່ ນາຍ ໄດ້ ສັ່ງ.
|
||
\v 7 ພວກເຂົາ ຈຶ່ງ ຕອບ ວ່າ, “ທ່ານ ເວົ້າ ເຊັ່ນ ນີ້ ໝາຍຄວາມວ່າ ຢ່າງ ໃດ? ພວກເຮົາ ສາບານ ໄດ້ ວ່າ ບໍ່ ເຄີຍ ກະທໍາ ສິ່ງ ຢ່າງ ນັ້ນ ຈັກ ເທື່ອ.
|
||
|
||
\s5
|
||
\v 8 ທ່ານ ໄດ້ ເຫັນ ແລ້ວ ວ່າ ພວກເຮົາ ນໍາ ເອົາ ເງິນ ທີ່ ພົບ ຢູ່ ໃນ ຖົງ ເຂົ້າ ທີ່ ການາອານ ນັ້ນ ມາ ສົ່ງ ຄືນ. ພວກເຮົາ ຈະ ມາ ລັກ ເອົາ ເງິນ ຫລື ຄຳ ຂອງ ນາຍ ຂອງທ່ານ ເຮັດ ຫຍັງ?
|
||
\v 9 ເອົາ ເທາະ ໃນ ຈໍາ ນວນ ພວກເຮົາ ນີ້ ຖ້າ ຈອກ ເງິນ ຕົກ ຢູ່ ນໍາ ຜູ້ໃດ ໃຫ້ ທ່ານ ຂ້າ ຜູ້ນັ້ນ ຖິ້ມ ໂລດ ແລະ ພວກເຮົາ ທຸກຄົນ ກໍ ຈະ ຍອມ ເປັນ ຄົນ ຮັບ ໃຊ້ ຂອງທ່ານ. ”
|
||
\v 10 ຄົນ ຮັບ ໃຊ້ ເວົ້າ ວ່າ, “ຕົກ ລົງ ແຕ່ ຖ້າ ຂ້ອຍພົບ ຈອກ ນັ້ນ ຢູ່ ນຳ ຜູ້ໃດ ຜູ້ນັ້ນ ຈະຕ້ອງເປັນ ຄົນ ຮັບ ໃຊ້ຂອງຂ້ອຍ ນອກນັ້ນ ໃຫ້ ກັບ ໄປຢ່າງອິດສະຫລະ.”
|
||
|
||
\s5
|
||
\v 11 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຟ້າວເອົາ ຖົງ ສະບຽງອາຫານລົງ ຈາກຫລັງ ລໍ ແລ້ວແຕ່ ລະຄົນ ກໍ ໄຂຖົງ ຂອງຕົນ ອອກ.
|
||
\v 12 ຄົນ ຮັບ ໃຊ້ ຂອງໂຢເຊບັ ໄດ້ ຄົ້ນ ເບິ່ງ ຢ່າງຄັກ ແນ່ ແຕ່ ອ້າຍກົກ ຈົນ ຮອດນ້ອງຫລ້າ ແລະໃນທີ່ ສຸດກໍ ພົບ ຈອກນັ້ນ ຢູ່ ໃນຖົງ ເຂົ້າ ຂອງເບັນ ຢາມິນ.
|
||
\v 13 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຈີກ ເສື້ອ ຂອງຕົນ ດ້ວຍ ຄວາມ ເສຍໃຈ. ພວກເຂົາ ເອົາ ຖົງ ຂຶ້ນ ຫລັງ ລໍ ຄືນ ແລະກັບ ເຂົ້າ ມາໃນເມືອງອີກ.
|
||
|
||
\s5
|
||
\v 14 ເມື່ອ ຢູດາ ແລະ ອ້າຍ ນ້ອງ ຂອງ ລາວ ກັບ ມາ ຮອດ ເຮືອນ ຂອງ ໂຢເຊັບ ພໍດີ ໃນ ຂະນະນັ້ນ ເພິ່ນ ເອງ ກໍ ຍັງ ຢູ່ ເຮືອນ. ພວກເຂົາ ພາກັນ ກົ້ມ ຂາບລົງ ຕໍ່ໜ້າ ເພິ່ນ
|
||
\v 15 ແລະ ໂຢເຊັບ ຈຶ່ງ ເວົ້າ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ເຮັດ ເຊັ່ນນີ້? ພວກເຈົ້າ ບໍ່ຮູ້ ບໍວ່າ ຄົນ ຄື ຂ້ອຍ ນີ້ ມີ ຕາທິບ?”
|
||
|
||
\s5
|
||
\v 16 ຢູດາ ເວົ້າ ວ່າ, “ບໍ່ຮູ້ຈະ ເວົ້າ ກັບ ທ່ານ ຢ່າງ ໃດ ແລ້ວ ທ່ານເອີຍ? ບໍ່ ມີ ທາງ ໂຕ້ຖຽງ ໄດ້ ແລ້ວ? ແລະ ບໍ່ ຮູ້ ວ່າ ຈະ ພິສູດ ຄວາມ ບໍຣິສຸດ ໄດ້ ຢ່າງ ໃດ? ພຣະເຈົ້າ ໄດ້ ປະຈານ ຂາຍໜ້າ ຄວາມຜິດ ຂອງ ພວກເຮົາ ແລ້ວ. ບັດນີ້ ພວກເຮົາ ທຸກຄົນ ຕົກ ເປັນ ຄົນ ຮັບ ໃຊ້ ຂອງທ່ານ ແລະ ບໍ່ແມ່ນແຕ່ ຜູ້ ດຽວ ທີ່ ທ່ານ ໄດ້ ພົບ ຈອກ ນໍາ. ”
|
||
\v 17 ໂຢເຊັບ ເວົ້າ ວ່າ, “ໂອ ບໍ່! ຂ້ອຍ ຈະ ເຮັດ ເຊັ່ນ ນັ້ນ ບໍ່ ໄດ້ ດອກ ຂ້ອຍ ພົບ ຈອກ ນໍາຜູ້ໃດ ແມ່ນ ຜູ້ນັ້ນ ແຫລະ ທີ່ ຈະ ຕົກ ເປັນ ຄົນ ຮັບ ໃຊ້ ຂອງຂ້ອຍ. ນອກ ນັ້ນ ຈົ່ງ ກັບ ເມືອ ຫາ ພໍ່ ຂອງ ພວກເຈົ້າ ຢ່າງ ປອດໄພ ສາເຖີດ.”
|
||
|
||
\s5
|
||
\v 18 ຢູດາ ໄດ້ ເຂົ້າ ໄປ ຫາ ໂຢເຊັບ ແລະ ຂໍຮ້ອງ ວ່າ, “ທ່ານເອີຍ ກະລຸນາ ໃຫ້ ຂ້ານ້ອຍ ໄດ້ ເວົ້າ ກັບ ທ່ານ ຢ່າງ ກົງ ໄປ ກົງ ມາ ແດ່ ທ້ອນ. ຢ່າ ຟ້າວ ຮ້າຍ ໃຫ້ ຂ້ານ້ອຍ ເລີຍ; ທ່ານເອງ ກໍ ເປັນ ດັ່ງ ກະສັດ.
|
||
\v 19 ທ່ານ ໄດ້ ຖາມ ຂ້ານ້ອຍ ວ່າ, ‘ເຈົ້າ ມີ ພໍ່ ແລະ ນ້ອງ ອີກ ບ່?’
|
||
|
||
\s5
|
||
\v 20 ພວກ ຂ້ານ້ອຍ ກໍ ຕອບ ວ່າ, ‘ພວກເຮົາ ມີ ພໍ່ ທີ່ ເຖົ້າ ແກ່ ຫລາຍ ແລະ ຍັງ ມີ ນ້ອງຊາຍ ຜູ້ໜຶ່ງ ທີ່ ເກີດ ມາ ເມື່ອ ເພິ່ນ ເຖົ້າ ແກ່ ແລ້ວ. ອ້າຍ ຂອງ ເດັກ ຜູ້ ນີ້ ໄດ້ ຕາຍໄປ ແລ້ວ ແລະ ລາວ ຜູ້ ດຽວ ເທົ່ານັ້ນ ທີ່ ເກີດ ຮ່ວມ ທ້ອງ ແມ່ ດຽວກັນ ທີ່ ຍັງ ມີ ຊີວິດ ຢູ່; ສະນັ້ນ ພໍ່ ຈຶ່ງ ຮັກ ລາວ ຫລາຍ. ’
|
||
\v 21 ທ່ານເອີຍ ທ່ານ ໄດ້ ບອກ ໃຫ້ ພວກ ຂ້ານ້ອຍ ເອົາ ລາວ ມາ ທີ່ ນີ້ ເພື່ອ ທ່ານ ຈະ ໄດ້ ເຫັນ ລາວ
|
||
\v 22 ແລະ ພວກ ຂ້ານ້ອຍ ກໍໄດ້ ຕອບ ທ່ານ ວ່າ ເດັກ ຜູ້ ນີ້ ຈາກ ພໍ່ ຂອງ ລາວ ມາ ບໍ່ ໄດ້. ຖ້າລາວ ຈາກ ມາ ເມື່ອໃດ ພໍ່ ຂອງ ລາວ ຕ້ອງ ຕາຍ ເມື່ອນັ້ນ.
|
||
|
||
\s5
|
||
\v 23 ແລ້ວ ທ່ານ ກໍ ເວົ້າ ວ່າ, ‘ພວກເຈົ້າ ຢ່າ ມາ ໃຫ້ ຂ້ອຍ ເຫັນ ໜ້າ ອີກ ຖ້າ ບໍ່ ມີ ນ້ອງຊາຍ ຂອງ ພວກເຈົ້າ ມາ ນໍາ. ’
|
||
\v 24 “ເມື່ອ ພວກ ຂ້ານ້ອຍ ກັບ ຄືນ ເມືອ ຫາ ພໍ່ ພວກ ຂ້າ ນ້ອຍ ກໍໄດ້ ເລົ່າ ເລື່ອງ ທີ່ ທ່ານ ໄດ້ ເວົ້າ ນັ້ນ ສູ່ ເພິ່ນ ຟັງ.
|
||
\v 25 ແລ້ວ ເພິ່ນ ກໍ ບອກ ໃຫ້ ພວກ ຂ້ານ້ອຍ ກັບ ມາ ຊື້ ອາຫານ ອີກເລັກນ້ອຍ.
|
||
\v 26 ພວກ ຂ້ານ້ອຍ ຈຶ່ງ ຕອບ ເພິ່ນ ວ່າ, ‘ພວກເຮົາ ກັບ ໄປ ບໍ່ ໄດ້; ເພິ່ນ ຈະ ບໍ່ ຮັບ ຖ້າ ບໍ່ ມີ ນ້ອງຊາຍ ຂອງ ພວກເຮົາ ມາ ນໍາ. ພວກເຮົາຈະໄປຖ້າມີ ນ້ອງຊາຍ ຫລ້າ ໄປ ນໍາ.’
|
||
|
||
\s5
|
||
\v 27 ພໍ່ຂອງ ພວກ ຂ້າ ນ້ອຍ ຈຶ່ງ ຕອບ ວ່າ, ‘ພວກເຈົ້າ ກໍ ຮູ້ ແລ້ວ ວ່າ ຣາເຊັນ ເມຍ ຂອງຂ້ອຍ ໄດ້ ເກີດ ລູກຊາຍ ສອງ ຄົນ ເທົ່ານັ້ນ ໃຫ້ ຂ້ອຍ.
|
||
\v 28 ຜູ້ ທີໜຶ່ງ ໄດ້ ຈາກ ຂ້ອຍ ໄປ ແລ້ວ. ຂ້ອຍ ຄາດ ວ່າ ລາວ ຄົງ ຖືກ ສັດ ຮ້າຍ ກັດ ກິນ ຕາຍ ເພາະ ຂ້ອຍ ບໍ່ ໄດ້ ເຫັນ ລາວ ນັບ ຕັ້ງ ແຕ່ ມື້ ລາວ ຈາກ ໄປ.
|
||
\v 29 ຖ້າ ພວກເຈົ້າ ເອົາ ຜູ້ຫລ້າ ໄປ ຈາກ ຂ້ອຍ ແລະ ຖືກ ຂ້າອີກ ກໍເທົ່າ ກັບ ພວກເຈົ້າ ເຮັດ ໃຫ້ ພໍ່ອຸກໃຈ ຕາຍ ໃນ ຍາມ ເຖົ້າແກ່ ແລ້ວ ເຊັ່ນນີ້! ’”
|
||
|
||
\s5
|
||
\v 30-31 ຢູດາ ເວົ້າ ຕໍ່ ໄປ ວ່າ, “ທ່ານ ຜູ້ ຍິ່ງ ໃຫຍ່ ເອີຍ ຖ້າຂ້ານ້ອຍ ກັບ ເມືອ ຫາ ພໍ່ ໂດຍ ບໍ່ ມີ ນ້ອງ ຄົນ ນີ້ ກັບ ເມືອ ນໍາ ແລ້ວ ພໍ ພໍ່ ເຫັນ ວ່າ ບໍ່ ມີ ລາວ ມາ ນໍາ ເພິ່ນ ກໍ ຈະ ລະທົມ ໃຈ ຕາຍ. ຊີວິດ ຂອງ ເພິ່ນ ແມ່ນ ຂຶ້ນ ຢູ່ ກັບ ຊີວິດ ຂອງ ເດັກ ຄົນ ນີ້ ແລະ ເພິ່ນ ກໍ ເຖົ້າແກ່ ຫລາຍແທ້ ທີ່ ຈະລະທົມໃຈ ຕາຍ ຍ້ອນ ສິ່ງ ທີ່ພວກຂ້ານ້ອຍ ໄດ້ ສ້າງ ຂຶ້ນ.
|
||
\v 32 ຂ້ານ້ອຍ ໄດ້ ເອົາ ຊີວິດ ຂອງ ຂ້ານ້ອຍ ເອງ ປະກັນ ແທນ ເດັກ ຄົນ ນີ້. ຂ້ານ້ອຍ ບອກ ເພິ່ນ ວ່າ, ‘ຖ້າຂ້ານ້ອຍ ບໍ່ນໍາ ລາວ ກັບ ຄືນ ເມືອ ຫາ ເພິ່ນ ແລ້ວ ຂ້ານ້ອຍ ກໍ ຈະ ເປັນ ຜູ້ ຮັບ ຜິດ ຊອບ ທຸກຢ່າງ ຈາກ ເພິ່ນ ຊົ່ວ ຊີວິດ.’
|
||
|
||
\s5
|
||
\v 33 ບັດ ນີ້ ທ່ານເອີຍ ຂ້ານ້ອຍ ຈະ ຢູ່ ທີ່ ນີ້ ເປັນ ຄົນ ຮັບໃຊ້ ຂອງທ່ານ ແທນ ເດັກນ້ອຍ ຜູ້ ນີ້; ກະລຸນາ ໃຫ້ ລາວ ກັບ ຄືນ ເມືອ ພ້ອມ ກັບ ພວກອ້າຍ ຂອງ ລາວ ສາ.
|
||
\v 34 ຂ້ານ້ອຍ ຈະ ກັບ ຄືນ ເມືອ ຫາ ພໍ່ ໄດ້ ຢ່າງ ໃດ ໃນ ເມື່ອ ບໍ່ ມີ ເດັກ ຄົນ ນີ້ ເມືອ ນໍາ? ຂ້ານ້ອຍ ທົນ ເບິ່ງ ເພິ່ນ ລະທົມໃຈ ຕາຍ ບໍ່ ໄດ້ດອກ.”
|
||
|
||
\s5
|
||
\c 45
|
||
\p
|
||
\v 1 ໂຢເຊັບ ບໍ່ ສາມາດ ອົດ ກັ້ນ ນ້ຳ ຕາ ໄວ້ ໄດ້ ຕໍ່ ໜ້າ ຄົນ ຮັບໃຊ້ ຂອງຕົນ. ສະນັ້ນ ເພິ່ນ ຈຶ່ງ ສັ່ງ ໃຫ້ ພວກເຂົາ ທັງ ໝົດ ອອກ ໄປ ຈາກ ຫ້ອງ. ເມື່ອ ໂຢເຊັບ ບອກ ພວກ ອ້າຍ ນ້ອງ ຂອງຕົນ ວ່າ ເພິ່ນ ແມ່ນ ໃຜ ນັ້ນ; ບໍ່ ມີ ຄົນ ອື່ນ ຢູ່ ໃນທີ່ ນັ້ນ ເລີຍ.
|
||
\v 2 ເພິ່ນ ໄຫ້ ສະອື້ນ ສຽງດັງ ຈົນ ຊາວ ເອຢິບ ໄດ້ຍິນ ແລະ ຂ່າວ ຈຶ່ງ ແຜ່ ໄປ ເຖິງ ຣາຊວັງ.
|
||
\v 3 ໂຢເຊັບ ກ່າວ ແກ່ ພວກ ອ້າຍ ນ້ອງ ຂອງຕົນ ວ່າ, “ຂ້ອຍ ແມ່ນ ໂຢເຊັບ. ພໍ່ ຂອງຂ້ອຍ ຍັງ ມີ ຊີວິດ ຢູ່ ບໍ? ” ແຕ່ ພໍ ເມື່ອ ໄດ້ຍິນ ເຊັ່ນ ນັ້ນ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ກໍ ຢ້ານ ຫລາຍ ຈົນ ບໍ່ ສາມາດ ຕອບ ເພິ່ນ ໄດ້.
|
||
|
||
\s5
|
||
\v 4 ແລ້ວ ໂຢເຊັບ ກໍ ເວົ້າ ຕໍ່ ໄປ ວ່າ, “ຈົ່ງ ຫຍັບ ເຂົ້າ ມາ ໃກ້ ໆ ຂ້ອຍ ພີ້. ” ພວກເຂົາ ຈຶ່ງ ຫຍັບ ເຂົ້າ ມາ ແລະ ເພິ່ນ ເວົ້າ ຕໍ່ ໄປ ວ່າ, “ຂ້ອຍ ແມ່ນ ໂຢເຊັບ ນ້ອງຊາຍ ຂອງ ພວກເຈົ້າ ຜູ້ ທີ່ ພວກເຈົ້າ ໄດ້ ຂາຍ ມາ ຍັງ ປະເທດ ເອຢິບ.
|
||
\v 5 ບັດ ນີ້ ຢ່າ ເປັນ ທຸກໃຈ ຫລື ກ່າວໂທດ ຕົນ ເອງ ທີ່ ໄດ້ ຂາຍ ຂ້ອຍ ມາ ທີ່ ນີ້. ແມ່ນ ພຣະເຈົ້າ ທີ່ ໄດ້ ສົ່ງ ຂ້ອຍ ມາ ນີ້ ກ່ອນ ເພື່ອ ຊ່ວຍ ຊີວິດ ມະນຸດ.
|
||
\v 6 ດຽວນີ້ ເປັນ ພຽງ ປີ ທີ ສອງ ຂອງ ການ ອຶດ ຢາກ ທີ່ ດິນແດນ ນີ້ ເທົ່ານັ້ນ, ແຕ່ ຍັງ ຈະ ມີ ອີກ ຫ້າ ປີ ທີ່ ບໍ່ ມີ ການ ປູກຝັງ ແລະ ການ ເກັບກ່ຽວ.
|
||
|
||
\s5
|
||
\v 7 ພຣະເຈົ້າ ໄດ້ ສົ່ງ ຂ້ອຍ ມາ ກ່ອນ ເພື່ອ ຊ່ວຍ ຊີວິດ ຂອງ ພວກເຈົ້າ ໄວ້ ແບບ ອັດສະຈັນ ກໍ ເພື່ອ ໃຫ້ ແນ່ ໃຈ ວ່າ ພວກເຈົ້າ ແລະ ເຊື້ອສາຍ ຈະ ມີ ຊີວິດຢູ່.
|
||
\v 8 ດັ່ງນັ້ນ ຈຶ່ງ ບໍ່ ແມ່ນ ພວກເຈົ້າ ທີ່ ໄດ້ ສົ່ງ ຂ້ອຍ ມາ ທີ່ ນີ້ ແຕ່ ແມ່ນ ພຣະເຈົ້າ ຕ່າງຫາກ ທີ່ ໄດ້ ສົ່ງ ຂ້ອຍ ມາ. ພຣະອົງ ບັນດານ ໃຫ້ ຂ້ອຍ ເປັນ ຂຸນນາງ ຜູ້ ສໍາຄັນ ຂອງ ກະສັດ. ຂ້ອຍ ເປັນ ຜູ້ ຮັບ ຜິດ ຊອບ ປະເທດ ທັງ ໝົດ ຂອງ ເພິ່ນ. ຂ້ອຍ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ທັງ ໝົດ.”
|
||
|
||
\s5
|
||
\v 9 “ບັດ ນີ້ ຈົ່ງ ພາກັນ ກັບ ເມືອ ຫາ ພໍ່ ຂອງຂ້ອຍ ແລະ ບອກ ເພິ່ນ ວ່າ ນີ້ ແມ່ນ ຄໍາເວົ້າ ຂອງ ໂຢເຊັບ ລູກຊາຍ ຂອງ ເພິ່ນ ວ່າ, ‘ພຣະເຈົ້າ ໄດ້ ບັນດານ ໃຫ້ ລູກ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ທັງ ໝົດ ໃຫ້ ພໍ່ ມາ ຫາ ລູກ ໄວ ທີ່ ສຸດ.
|
||
\v 10 ໃຫ້ ພໍ່ ມາ ທີ່ ເຂດ ໂກເຊັນ ບ່ອນ ທີ່ ຢູ່ ໃກ້ ກັບ ລູກ ພ້ອມ ລູກຫລານ ຕະຫລອດ ທັງ ຝູງແກະ, ຝູງແບ້, ຝູງງົວ ແລະ ທຸກໆ ສິ່ງ ທີ່ ພໍ່ ມີ ຢູ່.
|
||
\v 11 ຖ້າ ພໍ່ ມາ ຢູ່ ເຂດ ໂກເຊັນ ລູກ ກໍ ສາມາດ ເບິ່ງແຍງ ພໍ່ ໄດ້ ດີ. ຄວາມ ອຶດ ຢາກ ຍັງ ຈະ ມີ ອີກ ຫ້າປີ, ແລະ ລູກ ບໍ່ ຢາກ ໃຫ້ ຄອບຄົວ ຂອງ ພໍ່ ກັບ ຝູງສັດ ຕ້ອງ ອຶດ ຕາຍ. ’”
|
||
|
||
\s5
|
||
\v 12 ໂຢເຊັບ ເວົ້າ ກັບ ພວກ ອ້າຍ ນ້ອງ ຕໍ່ໄປ ວ່າ, “ດຽວ ນີ້ ພວກເຈົ້າ ທຸກຄົນ ແລະ ເບັນຢາມິນ ນ້ອງຊາຍ ຂອງຂ້ອຍ ກໍໄດ້ ເຫັນ ແລ້ວ ວ່າ ຂ້ອຍ ແມ່ນ ໂຢເຊັບແທ້ໆ.
|
||
\v 13 ຈົ່ງ ເລົ່າ ສູ່ ພໍ່ຂອງຂ້ອຍ ຟັງ ວ່າ ຂ້ອຍ ມີ ອໍານາດ ໃນ ປະເທດ ເອຢິບ ນີ້ ພຽງໃດ ແລະ ຈົ່ງ ເລົ່າ ທຸກໆ ສິ່ງ ທີ່ ພວກເຈົ້າ ໄດ້ ເຫັນ ນີ້ ສູ່ ເພິ່ນ ຟັງ. ແລ້ວ ຈົ່ງ ຮີບ ພາ ເພິ່ນ ມາ ຍັງ ປະເທດ ເອຢິບ ພີ້ ໄວໆ.”
|
||
|
||
\s5
|
||
\v 14 ໂຢເຊັບ ກອດ ເບັນຢາມິນ ນ້ອງຊາຍ ຂອງຕົນ ໄວ້ ຢູ່ ໃນ ອ້ອມ ແຂນ ພ້ອມ ທັງ ຮ້ອງໄຫ້. ເບັນຢາມິນ ກໍ ຮ້ອງໄຫ້ ໃນ ອ້ອມກອດ ຂອງ ອ້າຍ ເໝືອນກັນ.
|
||
\v 15 ແລ້ວ ທັງໆ ທີ່ ຍັງ ຮ້ອງໄຫ້ ຢູ່ ນັ້ນ ເພິ່ນ ກອດ ແລະ ຈູບ ພວກອ້າຍ ທຸກໆ ຄົນ. ຫລັງ ຈາກ ນັ້ນ ອ້າຍ ແລະ ນ້ອງ ກໍ ໂໍອ້ ລົມ ກັນ ກັບ ໂຢເຊັບ.
|
||
|
||
\s5
|
||
\v 16 ເມື່ອ ຂ່າວ ໄດ້ ແຜ່ ໄປ ເຖິງ ຣາຊວັງ ວ່າ ບັນດາ ອ້າຍ ແລະ ນ້ອງ ຂອງ ໂຢເຊັບ ໄດ້ ມາ ຫາ ເພິ່ນ ກະສັດ ພ້ອມ ດ້ວຍ ບັນດາ ຂ້າຣາຊການ ກໍ ມີຄວາມ ຍິນ ດີ ນໍາ.
|
||
\v 17 ກະສັດ ກ່າວຕໍ່ ໂຢເຊັບ ວ່າ, “ຈົ່ງ ບອກ ໃຫ້ ພວກ ອ້າຍ ນ້ອງ ຂອງ ເຈົ້າ ບັນທຸກ ເອົາ ສິ່ງ ຂອງ ກັບ ຄືນ ເມືອ ການາອານ.
|
||
\v 18 ໃຫ້ ພວກເຂົາ ເມືອ ເອົາ ພໍ່ ແລະ ຄອບຄົວ ຂອງ ພວກເຂົາ ກັບ ມາ ທີ່ ນີ້. ເຮົາຈະ ມອບ ທີ່ ດິນ ບ່ອນ ອຸດົມ ສົມ ບູນ ທີ່ ສຸດ ໃນ ປະເທດ ເອຢິບ ໃຫ້ ພວກເຂົາ ແລະ ພວກເຂົາ ຈະ ມີຢູ່ ມີກິນ ຈົນ ເຫລືອເຟືອ.
|
||
|
||
\s5
|
||
\v 19 ຈົ່ງ ບອກ ພວກເຂົາ ໃຫ້ ເອົາ ກວຽນ ເມືອ ນໍາ ເພື່ອ ຂົນ ເອົາ ພໍ່ ພ້ອມ ທັງ ເມຍ ແລະ ລູກໆ ຂອງ ພວກເຂົາ ມາ ຢູ່ ທີ່ ປະເທດ ເອຢິບ ພີ້.
|
||
\v 20 ຢ່າ ພາກັນ ຫ່ວງ ຊັບ ສິ່ງ ຂອງ ທີ່ ພວກເຂົາ ຕ້ອງ ປະ ມາ ນັ້ນ ເພາະ ສິ່ງ ດີທີ່ ສຸດ ຢູ່ ໃນ ປະເທດ ເອຢິບ ທັງ ໝົດ ຈະ ເປັນ ຂອງ ພວກເຂົາ.”
|
||
|
||
\s5
|
||
\v 21 ພວກ ລູກຊາຍ ຂອງ ຢາໂຄບ ກໍ ປະຕິບັດ ຕາມ ຄໍາສັ່ງ ນັ້ນ. ໂຢເຊັບ ໄດ້ ເອົາ ກວຽນ ຫລາຍ ລໍາ ໃຫ້ ພວກເຂົາ ຕາມ ຄໍາສັ່ງ ຂອງ ກະສັດ ແລະ ເອົາ ອາຫານ ໃຫ້ ໄປ ກິນ ຕາມ ທາງ ອີກ ດ້ວຍ.
|
||
\v 22 ເພິ່ນ ຍັງ ເອົາ ເຄື່ອງນຸ່ງ ໃໝ່ ໃຫ້ ພວກເຂົາ ນຸ່ງ ຜູ້ ລະ ຊຸດ ຕື່ມ ອີກ; ສ່ວນ ເບັນຢາມິນ ນັ້ນ ເພິ່ນ ໄດ້ ເອົາ ເງິນ ສາມຮ້ອຍ ຫລຽນ ແລະ ເຄື່ອງນຸ່ງ ຫ້າຊຸດ ໃຫ້ ລາວ ເປັນ ພິເສດ.
|
||
\v 23 ເພິ່ນ ຍັງ ສົ່ງ ລໍ ສິບ ໂຕ ຕ່າງ ຜະລິດຕະພັນ ຢ່າງດີ ທີ່ສຸດ ຂອງ ປະເທດ ເອຢິບ ໄປ ໃຫ້ ພໍ່ ຂອງຕົນ ແລະ ມີ ລໍ ອີກ ສິບ ໂຕ ຕ່າງ ເຂົ້າສານ, ເຂົ້າຈີ່, ກັບສະບຽງ ອາຫານ ອື່ນ ໆ ສໍາລັບ ພໍ່ ຂອງຕົນ ເພື່ອ ໃຫ້ ເດີນທາງ ມາ ຍັງ ປະເທດ ເອຢິບ.
|
||
|
||
\s5
|
||
\v 24 ເພິ່ນ ໄປ ສົ່ງ ພວກ ອ້າຍ ນ້ອງ ອອກ ເດີນທາງ ກັບ ເມືອ ແລະ ສັ່ງ ພວກເຂົາ ວ່າ, “ຢ່າ ຜິດ ຖຽງ ກັນ ເດີ ເມື່ອ ເວລາ ເດີນ ທາງ ກັບ ໄປ. ”
|
||
\v 25 ພວກເຂົາ ໄດ້ ອອກ ເດີນ ທາງ ກັບ ເມືອ ຫາ ຢາໂຄບ ພໍ່ ຂອງ ພວກເຂົາ ໃນ ການາອານ.
|
||
\v 26 ເມື່ອ ກັບ ມາ ຮອດ ແລ້ວ ພວກເຂົາ ຈຶ່ງ ຟ້າວ ບອກ ພໍ່ ຂອງ ພວກຕົນ ວ່າ “ໂຢເຊັບ ຍັງ ມີ ຊີວິດ ຢູ່! ເພິ່ນ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ທັງ ໝົດ” ພໍ ໄດ້ຍິນ ເຊັ່ນ ນັ້ນ ຢາໂຄບ ກໍ ຕົກຕະລຶງ ແລະ ຍັງ ບໍ່ ເຊື່ອ ຄໍາເວົ້າ ຂອງ ພວກເຂົາ ເທື່ອ.
|
||
|
||
\s5
|
||
\v 27 ແຕ່ ເມື່ອ ພວກເຂົາ ໄດ້ ເລົ່າ ຄໍາ ເວົ້າ ຂອງ ໂຢເຊັບ ທຸກໆ ຄໍາ ສູ່ ເພິ່ນ ຟັງ ພ້ອມ ທັງ ເຫັນ ກວຽນ ທີ່ ໂຢເຊັບ ໄດ້ ສົ່ງ ມາ ຮັບ ໄປ ປະເທດ ເອຢິບ ເພິ່ນ ກໍ ຕື່ນເຕັ້ນ ດີໃຈ ຫລາຍ.
|
||
\v 28 ເພິ່ນ ເວົ້າ ວ່າ, “ພໍ ແລ້ວ ບັດ ນີ້! ໂຢເຊັບ ລູກຊາຍ ຂອງຂ້ອຍ ຍັງ ມີ ຊີວິດ ຢູ່ ຂ້ອຍ ຕ້ອງ ໄປ ພົບ ລາວ ກ່ອນ ທີ່ ຂ້ອຍ ຈະ ຕາຍ.”
|
||
|
||
\s5
|
||
\c 46
|
||
\p
|
||
\v 1 ຢາໂຄບ ໄດ້ ມ້ຽນ ມັດ ເອົາ ສິ່ງ ຂອງ ທັງ ໝົດ ທີ່ ຕົນ ມີ ຢູ່ ແລະ ໄປ ເມືອງ ເບເອນເຊບາ ບ່ອນ ທີ່ ເພິ່ນ ໄດ້ ຖວາຍບູຊາ ແກ່ ພຣະເຈົ້າ ຂອງ ອີຊາກ ພໍ່ ຂອງຕົນ.
|
||
\v 2 ໃນ ຄືນ ນັ້ນ ພຣະເຈົ້າ ໄດ້ ກ່າວ ກັບ ຢາໂຄບ ທາງ ຄວາມຝັນ ວ່າ, “ຢາໂຄບ ຢາໂຄບ ເອີຍ. ” ເພິ່ນ ຂານ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳ ລັງ ຟັງ ຢູ່. ”
|
||
\v 3 ພຣະອົງ ກ່າວ ວ່າ, “ເຮົາ ຄື ພຣະເຈົ້າ ພຣະເຈົ້າ ຂອງ ພໍ່ ເຈົ້າ, ບໍ່ ຕ້ອງ ຢ້ານ ທີ່ຈະ ໄປ ປະເທດ ເອຢິບ. ເຮົາ ຈະ ເຮັດ ໃຫ້ ເຊື້ອ ສາຍ ຂອງ ເຈົ້າ ທະວີ ຂຶ້ນ ເປັນ ຊົນ ຊາດ ໃຫຍ່ ຢູ່ ໃນທີ່ ນັ້ນ.
|
||
\v 4 ເຮົາ ຈະ ໄປ ປະເທດ ເອຢິບ ກັບ ເຈົ້າ ແລະ ເຮົາ ຈະ ນໍາ ເອົາ ເຊື້ອສາຍ ຂອງ ເຈົ້າ ກັບຄືນ ມາ ຍັງ ດິນແດນ ນີ້ ອີກ. ໂຢເຊັບ ຈະ ຢູ່ ນໍາ ເຈົ້າ ເມື່ອ ເວລາ ເຈົ້າ ຕາຍ.”
|
||
|
||
\s5
|
||
\v 5 ແລ້ວ ຢາໂຄບ ກໍ ອອກ ໄປ ຈາກ ເມືອງ ເບເອນເຊບາ. ພວກ ລູກຊາຍ ໄດ້ ເອົາ ພໍ່ຂອງ ພວກ ຕົນ, ພວກ ເດັກ ນ້ອຍ ແລະ ເມຍ ຂອງ ພວກເຂົາ ຂຶ້ນຂີ່ ກວຽນ ທີ່ ກະສັດ ເອຢິບ ໄດ້ ສົ່ງ ມາ ຮັບ.
|
||
\v 6 ພວກເຂົາ ເອົາ ຝູງສັດ ກັບ ຊັບ ສົມ ບັດ ທັງ ໝົດ ທີ່ ມີ ໃນ ການາອານ ອອກ ເດີນທາງ ໄປ ຍັງ ປະເທດ ເອຢິບ.
|
||
\v 7 ຢາໂຄບ ໄດ້ ນໍາ ເອົາ ເຊື້ອ ສາຍ ທັງ ໝົດ ຂອງຕົນ ໄປ ນໍາ ດັ່ງ ນີ້: ບັນ ດາ ລູກຊາຍ ຂອງ ເພິ່ນ, ບັນດາ ຫລານຊາຍ ຂອງ ເພິ່ນ, ບັນດາ ລູກສາວ ຂອງ ເພິ່ນ ແລະ ບັນ ດາ ຫລານສາວ ຂອງ ເພິ່ນ.
|
||
|
||
\s5
|
||
\v 8 ເຊຶ້ອ ສາຍ ວົງ ວານ ຂອງ ຢາໂຄບ ທີ່ ໄປ ປະເທດ ເອຢິບ ກັບ ເພິ່ນ ມີ ຣູເບັນ ລູກຊາຍ ກົກ ຂອງ ເພິ່ນ
|
||
\v 9 ແລະ ພວກ ລູກຊາຍ ຂອງ ຣູເບັນ ດັ່ງ ນີ້: ຮານົກ, ປານລູ, ເຮສະໂຣນ ແລະ ການໝີ.
|
||
\v 10 ຊີເມໂອນ ແລະ ພວກ ລູກຊາຍ ຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂສຮາ ແລະ ລູກ ທີ່ເກີດ ຈາກ ເມັຍນ້ອຍ ຊາວ ການາອານ ຊື່ ວ່າ ໂຊນ.
|
||
\v 11 ເລວີ ແລະ ລູກຊາຍ ຂອງຕົນ: ເກໂຊນ, ໂກຮາດ ແລະ ເມຣາຣີ.
|
||
|
||
\s5
|
||
\v 12 ຢູດາ ແລະ ພວກ ລູກຊາຍ ຂອງຕົນ: ເຊຣາ, ເປເຣັດ ແລະ ເສຣາ. (ສ່ວນ ເອຣະ ກັບ ໂອນານ ລູກຊາຍ ສອງ ຄົນ ຂອງ ຢູດາ ນັ້ນ ຕາຍ ທີ່ ການາອານ) ພ້ອມ ດ້ວຍ ລູກຊາຍ ຂອງ ເປເຣັດ ຊື່ ວ່າ ເຮສະໂຣນ ແລະ ຮາມູນ.
|
||
\v 13 ອິດຊາຄາ ກັບ ພວກ ລູກຊາຍ ຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະ ຊີມໂຣນ.
|
||
\v 14 ເຊບູໂລນ ກັບ ພວກ ລູກຊາຍ ຂອງຕົນ: ເຊເຣັດ, ເອໂລນ ແລະ ຢາເລເອນ.
|
||
\v 15 ຄົນ ເຫລົ່າ ນັ້ນ ແມ່ນ ລູກຊາຍ ຂອງ ນາງ ເລອາ ທີ່ ໄດ້ ເກີດ ໃຫ້ ຢາໂຄບ ໃນ ເມໂຊໂປຕາເມຍ ລວມທັງ ນາງ ດີນາ ລູກສາວ ຂອງຕົນ ດ້ວຍ. ເມື່ອ ນັບ ລວມ ທັງໝົດ ແລ້ວ ເຊື້ອສາຍ ທີ່ ສືບ ມາ ຈາກ ນາງ ເລອາ ມີ ຢູ່ 33 ຄົນ.
|
||
|
||
\s5
|
||
\v 16 ກາດ ແລະ ບັນດາ ລູກຊາຍ ຂອງຕົນ: ສັບໂຟນ, ຮັກກີ, ຊູນີ, ເອັດສະໂບນ, ເອຣີ, ອາໂຣດ ແລະ ອາເຣລີ.
|
||
\v 17 ອາເຊ ແລະ ພວກ ລູກຊາຍ ຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິອາ, ແລະ ນາງ ເຊຣາ ລູກສາວ ຂອງ ລາວ ພ້ອມ ທັງ ລູກຊາຍ ຂອງ ເບຣິອາ: ເຮເບ ແລະ ມັນກີເອນ.
|
||
\v 18 ພວກ 16 ຄົນນີ້ ແມ່ນ ເຊື້ອສາຍ ຂອງ ຢາໂຄບ ທີ່ ສືບ ມາ ຈາກ ນາງ ສີລະປາ ເອື້ອຍ ລ້ຽງ ທີ່ ລາບານ ໄດ້ ມອບ ໃຫ້ ນາງ ເລອາ ລູກສາວ ຂອງຕົນ.
|
||
|
||
\s5
|
||
\v 19 ສ່ວນ ຣາເຊັນ ເມຍ ຂອງ ຢາໂຄບ ມີ ລູກຊາຍ ສອງ ຄົນ: ໂຢເຊັບ ແລະ ເບັນຢາມິນ.
|
||
\v 20 ຢູ່ ໃນ ປະເທດ ເອຢິບ ໂຢເຊັບ ມີ ລູກຊາຍ ສອງ ຄົນ ຊື່ ວ່າ ມານາເຊ ແລະ ເອຟຣາອິມ ທີ່ ໄດ້ ນຳ ນາງ ອາເສນາດ ລູກສາວ ຂອງ ໂປຕີເຟຣາ ປະໂຣຫິດ ແຫ່ງ ເມືອງ ເຮລີໂອໂປລີ.
|
||
\v 21 ລູກຊາຍ ຂອງ ເບັນຢາມິນ ມີ ດັ່ງນີ້: ເບລາ, ເບເກ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະ ອາກເດ.
|
||
\v 22 ພວກ ສິບ ສີ່ ຄົນ ນີ້ ເປັນ ເຊື້ອສາຍ ຂອງ ຢາໂຄບ ທີ່ ສືບ ມາ ຈາກ ນາງ ຣາເຊັນ.
|
||
|
||
\s5
|
||
\v 23 ດານ ແລະ ລູກຊາຍ ຂອງຕົນ ຊື່ ວ່າ ຮູຊິມ.
|
||
\v 24 ເນັບທາລີ ແລະ ລູກຊາຍ ຂອງຕົນ ມີ ດັ່ງນີ້: ຢາເສເອນ, ກູນີ, ເຢເສ ແລະ ຊິນເລັມ.
|
||
\v 25 ພວກ ເຈັດ ຄົນ ນີ້ ເປັນ ເຊື້ອສາຍ ຂອງ ຢາໂຄບ ທີ່ ສືບ ມາ ຈາກ ນາງ ບິນຮາ ເອື້ອຍ ລ້ຽງ ທີ່ ລາບານ ໄດ້ ມອບ ໃຫ້ ນາງ ຣາເຊັນ ລູກສາວ ຂອງຕົນ.
|
||
|
||
\s5
|
||
\v 26 ຈໍານວນ ເຊື້ອສາຍ ແທ້ ໆ ທັງ ໝົດ ຂອງ ຢາໂຄບ ທີ່ໄປ ຢູ່ ໃນ ປະເທດ ເອຢິບ ມີ 66 ຄົນ; ໂດຍ ບໍ່ ນັບ ເມຍ ຂອງ ພວກ ລູກຊາຍ ຂອງ ເພິ່ນ.
|
||
\v 27 ໂຢເຊັບ ມີ ລູກຊາຍ ທີ່ ເກີດ ຢູ່ ໃນ ປະເທດ ເອຢິບ ສອງ ຄົນ. ເມື່ອ ຮວບຮວມ ຄອບຄົວ ຂອງ ຢາໂຄບ ທັງ ໝົດ ທີ່ ໄປ ຢູ່ ໃນ ປະເທດ ເອຢິບ ແລ້ວ ມີ 70 ຄົນ.
|
||
|
||
\s5
|
||
\v 28 ຢາໂຄບ ໄດ້ ສົ່ງ ຢູດາ ໄປ ບອກ ໂຢເຊັບ ລ່ວງໜ້າ ເພື່ອ ໃຫ້ ມາ ພົບ ພໍ່ ຂອງຕົນ ທີ່ ເຂດ ໂກເຊັນ. ເມື່ອ ພວກເຂົາ ມາ ຮອດ
|
||
\v 29 ໂຢເຊັບ ຈຶ່ງ ຂີ່ ລົດ ມ້າ ອອກ ໄປ ພົບ ພໍ່ ຂອງຕົນ ທີ່ ເຂດ ໂກເຊັນ ທັນ ທີ. ເມື່ອທັງສອງພົບກັນ ໂຢເຊັບ ຈຶ່ງຟ້າວກອດຄໍ ພໍ່ ຂອງຕົນ ໄຫ້ ສະອື້ນ ເປັນ ເວລາ ນານ.
|
||
\v 30 ຢາໂຄບ ເວົ້າ ກັບ ໂຢເຊັບ ວ່າ, “ບັດ ນີ້ ພໍ່ ພ້ອມ ແລ້ວທີ່ ຈະ ຕາຍ ເມື່ອ ໄດ້ ເຫັນ ໜ້າ ລູກ ແລະ ຮູ້ ວ່ າ ລູກ ຍັງ ມີ ຊີວິດ ຢູ່.”
|
||
|
||
\s5
|
||
\v 31 ແລ້ວ ໂຢເຊັບ ກໍ ກ່າວ ແກ່ ພວກ ອ້າຍ ຕະຫລອດ ທັງ ຄອບຄົວ ທັງ ໝົດ ຂອງ ພໍ່ ຕົນ ວ່າ, “ຂ້ອຍ ຕ້ອງ ໄປ ບອກ ໃຫ້ ກະສັດ ຮູ້ ວ່າ ພວກ ອ້າຍ ນ້ອງ ກັບ ຄອບຄົວ ທັງ ໝົດ ຂອງ ພໍ່ ຂ້ອຍ ທີ່ ໄດ້ ອາໄສ ຢູ່ ໃນ ການາອານ ນັ້ນ ມາຮອດ ແລ້ວ.
|
||
\v 32 ຂ້ອຍ ຈະ ບອກ ເພິ່ນ ວ່າ ພວກເຈົ້າ ເປັນ ຄົນລ້ຽງແກະ ແລະ ລ້ຽງ ງົວ ແລະ ພວກເຈົ້າ ໄດ້ ເອົາ ຝູງແກະ ກັບ ຝູງງົວ ພ້ອມ ທຸກສິ່ງ ທີ່ ມີ ນັ້ນ ມາ ນໍາ.
|
||
|
||
\s5
|
||
\v 33 ເມື່ອ ກະສັດ ເອີ້ນ ພວກເຈົ້າ ໄປ ຖາມ ເຖິງ ວິຊາ ອາຊີບ ຂອງ ພວກເຈົ້າ
|
||
\v 34 ໃຫ້ ພວກເຈົ້າ ຕອບ ວ່າ, ພວກເຈົ້າ ລ້ຽງ ສັດ ເປັນ ອາຊີບ ເໝືອນ ດັ່ງ ບັນ ພະບຸລຸດ ຂອງ ພວກເຮົາ. ໂດຍ ວິທີນີ້ ກະສັດ ກໍ ຈະ ອະນຸຍາດ ໃຫ້ ພວກເຈົ້າ ອາໄສ ຢູ່ ໃນ ເຂດ ໂກເຊັນ ໄດ້. ” ໂຢເຊັບ ແນະນໍາ ເຊັ່ນ ນີ້ ເພາະ ຊາວ ເອຢິບ ບໍ່ ມັກ ພວກ ລ້ຽງແກະ.
|
||
|
||
\s5
|
||
\c 47
|
||
\p
|
||
\v 1 ດັ່ງ ນັ້ນ ໂຢເຊັບ ຈຶ່ງ ພາ ອ້າຍ ຫ້າ ຄົນ ຂອງຕົນ ໄປ ພົບ ກະສັດ. ເພິ່ນ ບອກ ກະສັດ ວ່າ, “ພໍ່ ແລະ ພວກ ອ້າຍນ້ອງ ຂອງ ຂ້ານ້ອຍ ໄດ້ ມາ ແຕ່ ການາອານ ແລ້ວ ພ້ອມ ກັບ ຝູງແກະ ແລະ ຝູງງົວ ຕະຫລອດ ທັງ ທຸກສິ່ງ ທີ່ ພວກເຂົາ ມີ ຢູ່ດຽວ ນີ້ ພວກ ເຂົາ ເຈົ້າ ອາໄສ ຢູ່ ເຂດ ໂກເຊັນ. ”
|
||
\v 2 ແລ້ວ ໂຢເຊັບ ກໍ ແນະນໍາ ພວກ ອ້າຍ ຂອງຕົນ ແກ່ ກະສັດ.
|
||
|
||
\s5
|
||
\v 3 ກະສັດ ຖາມ ວ່າ, “ພວກເຈົ້າ ມີ ອາຊີບ ຫຍັງ? ” ພວກເຂົາ ຕອບ ວ່າ, “ທ່ານເອີຍ ພວກ ຂ້ານ້ອຍ ມີ ອາຊີບ ເປັນ ຜູ້ ລ້ຽງສັດ ຄືກັບ ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ.
|
||
\v 4 ພວກ ຂ້ານ້ອຍ ມາ ຂໍ ອາໄສ ຢູ່ປະເທດ ນີ້ ເພາະ ໃນ ການາອານ ເກີດ ການ ອຶດ ຢາກ ຢ່າງ ຮ້າຍແຮງ ຈົນ ບໍ່ ມີ ທົ່ງ ຫຍ້າ ສໍາລັບ ລ້ຽງ ຝູງສັດ. ກະລຸນາ ໂຜດ ໃຫ້ ພວກ ຂ້ານ້ອຍ ໄດ້ ອາໄສ ຢູ່ ໃນ ເຂດ ໂກເຊັນ ນັ້ນ ເຖີດ.”
|
||
|
||
\s5
|
||
\v 5 ກະສັດ ກ່າວ ແກ່ ໂຢເຊັບ ວ່າ, “ບັດນີ້ ພໍ່ ແລະ ພວກ ອ້າຍ ນ້ອງ ຂອງ ເຈົ້າ ໄດ້ ມາຮອດ ແລ້ວ
|
||
\v 6 ດິນແດນ ຂອງ ປະເທດ ເອຢິບ ກໍ ເປັນ ຂອງ ພວກເຂົາ ຄືກັນ. ພວກເຂົາ ຕັ້ງ ຫລັກ ແຫລ່ງ ຢູ່ ໃນ ເຂດ ໂກເຊັນ ໄດ້ ບ່ອນທີ່ ມີດິນດີທີ່ສຸດ ໃນ ປະເທດ ນີ້. ນອກຈາກນີ້ ຖ້າ ເຈົ້າ ຮູ້ ວ່າ ໃນ ພວກເຂົາ ຜູ້ໜຶ່ງ ຜູ້ໃດ ມີ ຄວາມ ສາມາດ ກໍ ໃຫ້ ຮັບ ລ້ຽງ ຝູງສັດ ຂອງເຮົາ ດ້ວຍ.”
|
||
|
||
\s5
|
||
\v 7 ແລ້ວ ໂຢເຊັບ ກໍໄດ້ ພາ ຢາໂຄບ ພໍ່ ຂອງຕົນ ເຂົ້າ ໄປ ພົບ ກະສັດ. ຢາໂຄບ ອວຍພອນ ກະສັດ
|
||
\v 8 ແລະ ກະສັດ ໄດ້ ຖາມ ຢາໂຄບ ວ່າ, “ເຈົ້າ ອາຍຸ ໄດ້ ຈັກ ປີ ແລ້ວ? ”
|
||
\v 9 ຢາໂຄບ ຕອບ ວ່າ, “ຊີວິດ ທີ່ ທ່ອງທ່ຽວ ໄປມາ ຂອງ ຂ້ານ້ອຍ ມີ ຢູ່ 130 ປີ. ເປັນ ເວລາສັ້ນ ແລະ ລໍາບາກ ບໍ່ ຄື ຊີວິດ ທີ່ ທ່ອງທ່ຽວ ໄປມາ ຂອງ ບັນພະບຸລຸດ ຂອງ ຂ້ານ້ອຍ. ”
|
||
\v 10 ຢາໂຄບ ອວຍພອນ ກະສັດ ແລະ ອໍາລາ ກັບ ໄປ.
|
||
|
||
\s5
|
||
\v 11 ໂຢເຊັບ ໄດ້ ຈັດ ທີ່ ດິນ ໃຫ້ ພໍ່ກັບ ພວກ ອ້າຍ ຂອງຕົນ ຢູ່ ໃນ ປະເທດ ເອຢິບ ໂດຍ ເລືອກ ເອົາ ດິນ ຕອນ ດີທີ່ ສຸດ ຢູ່ ໃກ້ ກັບ ເມືອງ ຣາມາເຊັດ ໃຫ້ ເປັນ ສົມ ບັດ ຂອງ ພວກເຂົາ ຕາມ ທີ່ ກະສັດ ໄດ້ ສັ່ງ.
|
||
\v 12 ໂຢເຊັບ ໄດ້ ຈັດ ຫາ ສະບຽງ ອາຫານ ໃຫ້ ພໍ່, ບັນດາ ອ້າຍ ນ້ອງ ແລະ ຄອບຄົວ ຂອງ ພວກເຂົາ ທຸກໆ ຄົນ ຕະຫລອດ ທັງ ພວກ ເດັກ ນ້ອຍ ທີ່ ໄດ້ ຕິດ ຕາມ ມາ ນໍາ ນັ້ນ.
|
||
|
||
\s5
|
||
\v 13 ການ ອຶດ ຢາກ ຄັ້ງ ນີ້ ຮ້າຍແຮງ ທີ່ ສຸດ ຈົນ ວ່າ ຢູ່ ໃນ ປະເທດ ອື່ນ ໆ ບໍ່ ມີ ອາຫານ ກິນ ແລະ ປະຊາຊົນ ເອຢິບ ກັບ ຊາວ ການາອານ ກໍ ອ່ອນເພຍ ຍ້ອນ ການ ອຶດ ຢາກ.
|
||
\v 14 ໂຢເຊັບ ທ້ອນໂຮມ ເອົາ ເງິນ ທັງ ໝົດ ທີ່ ໄດ້ ມາ ຈາກ ການ ຂາຍ ເຂົ້າ ນໍາ ໄປ ຖອກ ທີ່ ຄັງ ຂອງ ຣາຊວັງ.
|
||
|
||
\s5
|
||
\v 15 ເມື່ອ ຊາວ ເອຢິບ ແລະ ຊາວ ການາອານ ຈ່າຍ ເງິນ ໝົດ ແລ້ວ ຊາວ ເອຢິບ ຈຶ່ງ ຫຸ້ມ ກັນ ມາ ຫາ ໂຢເຊັບ ແລະ ເວົ້າ ວ່າ, “ຂໍ ອາຫານ ໃຫ້ ພວກ ຂ້ານ້ອຍ ກິນ ແດ່ ທ້ອນ ຢ່າ ປະ ໃຫ້ ພວກ ຂ້ານ້ອຍ ຕ້ອງ ຫິວ ຕາຍ ເລີຍ. ກະລຸນາ ຫາ ທາງ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ ເພາະ ເງິນ ຂອງ ພວກ ຂ້ານ້ອຍ ກໍໄດ້ ຈ່າຍ ໄປ ຈົນ ໝົດ ແລ້ວ. ”
|
||
\v 16 ໂຢເຊັບ ຈຶ່ງ ຕອບ ວ່າ, “ຖ້າ ພວກເຈົ້າ ໝົດ ເງິນ ແທ້ ໃຫ້ ນໍາ ສັດ ມາ ແລກ ປ່ຽນ ເອົາ ເຂົ້າ. ”
|
||
\v 17 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອົາ ສັດ ຂອງຕົນ ມາ ໃຫ້ ໂຢເຊັບ ແລະ ເພິ່ນ ກໍ ເອົາ ອາຫານ ແລກ ປ່ຽນ ເອົາ ສັດ ເປັນ ຕົ້ນ: ມ້າ, ແກະ, ແບ້, ງົວ ແລະ ລໍ. ໃນ ປີ ນັ້ນ ເພິ່ນ ໄດ້ ຈ່າຍ ອາຫານ ໃຫ້ ແກ່ ປະຊາຊົນ ໂດຍ ວິທີ ແລກ ປ່ຽນ ກັບ ສັດ ຕ່າງໆ ຂອງ ພວກເຂົາ.
|
||
|
||
\s5
|
||
\v 18 ປີ ຕໍ່ ມາ ພວກເຂົາ ກໍ ພາກັນ ມາ ຫາ ໂຢເຊັບ ອີກ ແລະ ເວົ້າ ວ່າ, “ທ່ານເອີຍ ພວກຂ້ານ້ອຍ ຂໍ ເວົ້າ ຄວາມຈິງ ສູ່ ທ່ານ ຟັງ ໂດຍ ບໍ່ ໄ ດ້ ປິດ ບັງ ຫຍັງ ເລີຍ ຄື: ເງິນ ຂອງ ພວກ ຂ້ານ້ອຍ ກໍ ໝົດ ແລ້ວ ແລະ ສັດ ຂອງ ພວກ ຂ້ານ້ອຍ ກໍ ເປັນ ຂອງທ່ານ ແລ້ວ. ດຽວນີ້ ພວກ ຂ້ານ້ອຍ ບໍ່ ເຫລືອ ຫຍັງ ພໍ ເອົາ ມາ ໃຫ້ ທ່ານ ແລກ ປ່ຽນ ນອກຈາກ ພວກ ຂ້ານ້ອຍ ເອງ ກັບ ທີ່ ດິນ ເທົ່າ ນັ້ນ.
|
||
\v 19 ຢ່າ ປ່ອຍ ໃຫ້ ພວກ ຂ້ານ້ອຍ ຕ້ອງ ອຶດ ຕາຍ ເທາະ. ກະລຸນາ ຫາ ທາງ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ ຢ່າ ປ່ອຍ ໃຫ້ ທີ່ ດິນ ຂອງ ພວກ ຂ້ານ້ອຍ ຫວ່າງເປົ່າ ລ້າ ໆ ເລີຍ. ຂໍ ທ່ານ ຈົ່ງ ຊື້ ທີ່ ດິນ ຂອງ ພວກ ຂ້ານ້ອຍ ເພື່ອ ແລກ ເອົາອາຫານ. ພວກ ຂ້ານ້ອຍ ຍິນ ດີ ຍອມ ເປັນ ຄົນ ຮັບ ໃຊ້ ຂອງ ກະສັດ ແລະ ທີ່ ດິນ ຂອງ ພວກ ຂ້ານ້ອຍ ກໍ ໃຫ້ ເປັນ ຂອງ ເພິ່ນ ດ້ວຍ. ຈົ່ງ ເອົາ ເຂົ້າ ໃຫ້ ພວກ ຂ້ານ້ອຍ ເພື່ອ ພວກ ຂ້ານ້ອຍ ຈະ ບໍ່ ອຶດຕາຍ ແລະ ເອົາ ເຂົ້າປູກ ໃຫ້ ພວກ ຂ້ານ້ອຍ ເພື່ອ ທີ່ ດິນ ຈະ ບໍ່ ຖືກ ປະປ່ອຍ ໃຫ້ ວ່າງເປົ່າ ລ້າ ໆ.”
|
||
|
||
\s5
|
||
\v 20 ໂຢເຊັບ ໄດ້ ຊື້ເອົາ ທີ່ ດິນ ທັງ ໝົດ ໃນ ປະເທດ ເອຢິບ ໃຫ້ ກະສັດ. ຊາວ ເອຢິບ ທຸກຄົນ ຈໍາ ເປັນ ຕ້ອງ ຂາຍ ທີ່ ດິນ ຂອງຕົນ ຍ້ອນ ວ່າ ການ ອຶດ ຢາກ ເທື່ອ ນີ້ ຮ້າຍແຮງ ທີ່ ສຸດ ແລະ ທີ່ ດິນ ທັງ ໝົດ ໃນ ປະເທດ ເອຢິບ ກໍ ກາຍເປັນ ຂອງ ກະສັດ.
|
||
\v 21 ໂຢເຊັບ ໄດ້ ນໍາ ພາ ຊາວ ເອຢິບ ມາ ເປັນ ຄົນ ຮັບ ໃຊ້ ແລະ ເຂດແດນ ຈາກ ສົ້ນ ສຸດ ຂອງ ປະເທດ ເບື້ອງ ນີ້ ຈຸ ເບື້ອງ ອື່ນ.
|
||
\v 22 ຍັງ ແຕ່ ທີ່ ດິນ ຂອງ ພວກ ປະໂຣຫິດ ເທົ່າ ນັ້ນ ທີ່ ເພິ່ນ ບໍ່ ໄດ້ ຊື້ເອົາ. ພວກ ປະໂຣຫິດ ບໍ່ ໄດ້ ຂາຍ ທີ່ ດິນ ຂອງ ພວກ ຕົນ ເພາະ ກະສັດ ໃຫ້ ເງິນ ອຸດໜູນ ແກ່ ພວກເຂົາ.
|
||
|
||
\s5
|
||
\v 23 ໂຢເຊັບ ກ່າວ ແກ່ ປະຊາຊົນ ວ່າ, “ພວກເຈົ້າ ເຫັນ ແລ້ວ ວ່າ ມື້ນີ້ຂ້ອຍ ໄດ້ ຊື້ ເອົາ ພວກເຈົ້າ ພ້ອມ ທີ່ ດິນ ຂອງ ພວກເຈົ້າ ມາ ເປັນ ຂອງ ກະສັດ. ອັນນີ້ ແມ່ນ ເຂົ້າ ປູກ ເພື່ອ ໃຫ້ ພວກເຈົ້າ ເອົາ ໄປ ຫວ່ານ ໃນ ນາ.
|
||
\v 24 ເມື່ອ ຮອດ ລະດູ ເກັບ ກ່ຽວ ພວກເຈົ້າ ຕ້ອງ ເອົາ ຜົນ ລະປູກ ໜຶ່ງ ສ່ວນ ຫ້າ ໃຫ້ ກະສັດ. ສ່ວນ ທີ່ ເຫລືອ ນັ້ນ ໃຫ້ ເປັນ ຂອງ ພວກເຈົ້າ ເພື່ອ ເປັນ ເຂົ້າ ປູກ ແລະ ສໍາລັບ ກິນ ໃນ ຄອບຄົວ.”
|
||
|
||
\s5
|
||
\v 25 ພວກເຂົາ ຕອບ ວ່າ, “ທ່ານ ໄດ້ ເຮັດ ດີ ຕໍ່ ພວກ ຂ້ານ້ອຍ ໂດຍ ຊ່ວຍ ເອົາ ຊີວິດ ຂອງ ພວກ ຂ້ານ້ອຍ ໄວ້. ພວກ ຂ້ານ້ອຍ ຍິນດີ ເປັນ ຄົນ ຮັບ ໃຊ້ ຂອງ ກະສັດ. ”
|
||
\v 26 ດັ່ງນັ້ນ ໂຢເຊັບ ຈຶ່ງ ໄດ້ ແຕ່ງ ກົດ ໝາຍ ປົກ ຄອງ ທີ່ ດິນ ໄວ້ ໃນ ປະເທດ ເອຢິບ ຄື: ຜົນລະປູກ ໜຶ່ງ ສ່ວນ ຫ້າ ເປັນ ຂອງ ກະສັດ. ກົດ ໝາຍ ນີ້ ຍັງ ໃຊ້ ກັນ ຈົນ ເຖິງ ທຸກ ວັນ ນີ້. ມີ ແຕ່ ທີ່ ດິນ ຂອງ ພວກ ປະໂຣຫິດ ເທົ່າ ນັ້ນ ທີ່ ບໍ່ ເປັນ ຂອງ ກະສັດ.
|
||
|
||
\s5
|
||
\v 27 ຊາວ ອິດສະຣາເອນ ທີ່ ອາໄສ ໃນ ປະເທດ ເອຢິບ ຢູ່ ໃນ ເຂດ ໂກເຊັນ ໄດ້ ຮັ່ງມີ ເປັນ ດີ ຂຶ້ນ ພ້ອມ ທັງ ມີ ລູກຫລານ ຢ່າງ ຫລວງຫລາຍ.
|
||
\v 28 ຢາໂຄບ ອາໄສ ຢູ່ ໃນ ປະເທດ ເອຢິບ ສິບ ເຈັດ ປີ ຈົນົ ເພິ່ນ ມີ ອາຍຸ ໜຶ່ງ ຮ້ອຍ ສີ່ ສິບ ເຈັດ ປີ.
|
||
|
||
\s5
|
||
\v 29 ເມື່ອ ຢາໂຄບ ຮູ້ສຶກ ວ່າ ຕົນ ເອງ ໃກ້ ຈະ ຕາຍ ແລ້ວ ເພິ່ນ ຈຶ່ງ ເອີ້ນ ເອົາ ໂຢເຊັບ ລູກຊາຍ ຂອງຕົນ ມາ ແລະ ເວົ້າ ວ່າ, “ຈົ່ງ ວາງ ມືໃສ່ ວ່າງ ຂາ ຂອງ ພໍ່ (ງ) ແລະ ສາບານ ຢ່າງ ໜັກແໜ້ນ ວ່າ ເຈົ້າ ຈະ ບໍ່ ຝັງ ພໍ່ ໄວ້ ໃນ ປະເທດ ເອຢິບ ນີ້.
|
||
\v 30 ພໍ່ ຕ້ອງການ ໃຫ້ ລູກ ຝັງ ສົບ ຂອງ ພໍ່ ໄວ້ ຢູ່ ໃນ ບ່ອນ ຝັງ ສົບ ຂອງ ປູ່ຍ່າຕາຍາຍ ຂອງພວກເຮົາ; ຈົ່ງ ເອົາ ສົບ ຂອງ ພໍ່ ອອກ ໜີ ຈາກ ປະເທດ ເອຢິບ ແລະ ຝັງ ໄວ້ ຢູ່ ໃນ ຖໍ້າ ຂອງ ບັນພະບຸລຸດ ຂອງ ພວກເຮົາ. ” ໂຢເຊັບ ຕອບ ວ່າ, “ລູກ ຈະ ເຮັດ ຕາມ ທີ່ ພໍ່ ຕ້ອງການ. ”
|
||
\v 31 ຢາໂຄບ ເວົ້າ ວ່າ, “ຈົ່ງ ສາບານ ຕໍ່ ພໍ່ ວ່າ ລູກ ຈະ ເຮັດ ດັ່ງ ນັ້ນ. ” ໂຢເຊັບ ໄດ້ ສາບານ. ແລ້ວ ຢາໂຄບ ກໍ ໂມທະນາ ຂອບພຣະຄຸນ ໂດຍ ກົ້ມ ຂາບລົງ ເທິງ ທີ່ ຫົວ ຕຽງນອນ ຂອງຕົນ.
|
||
|
||
\s5
|
||
\c 48
|
||
\p
|
||
\v 1 ຫລັງ ຈາກ ນັ້ນ ມາ ບໍ່ ດົນ ນານ ກໍ ມີ ຄົນ ມາ ບອກ ໂຢເຊັບ ວ່າ ພໍ່ຂອງ ເພິ່ນ ເຈັບ ໜັກ. ສະນັ້ນ ໂຢເຊັບ ຈຶ່ງ ພາ ລູກຊາຍ ທັງ ສອງ ຂອງຕົນ ຄື ມານາເຊ ແລະ ເອຟຣາອິມ ໄປ ຫາ ພໍ່ ຂອງຕົນ.
|
||
\v 2 ເມື່ອ ຢາໂຄບ ຮູ້ ວ່າ ໂຢເຊັບ ລູກຊາຍ ຂອງຕົນ ມາ ຢາມ ເພິ່ນ ຈຶ່ງ ຮວບຮວມ ເຫື່ອ ແຮງ ທັງ ໝົດ ທີ່ ຕົນ ມີ ຢູ່ ລຸກ ຂຶ້ນ ນັ່ງ ເທິງ ຕຽງ.
|
||
|
||
\s5
|
||
\v 3 ຢາໂຄບ ກ່າວ ແກ່ ໂຢເຊັບ ວ່າ, “ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ໄດ້ ປາກົດ ແກ່ ພໍ່ ທີ່ ເມືອງ ລູເຊ ໃນ ການາອານ ແລະ ອວຍພອນ ພໍ່.
|
||
\v 4 ພຣະອົງ ໄດ້ ກ່າວ ວ່າ, ‘ເຮົາ ຈະ ໃຫ້ ເຈົ້າ ມີ ລູກຫລານ ຢ່າງ ຫລວງຫລາຍ ເພື່ອ ວ່າ ເຊື້ອ ສາຍ ຂອງ ເຈົ້າ ຈະ ກາຍເປັນ ຫລາຍໆ ຊົນ ຊາດ; ເຮົາ ຈະ ເອົາ ດິນ ແດນ ນີ້ ໃຫ້ ເປັນ ສົມ ບັດ ແກ່ ເຊື້ອ ສາຍ ຂອງ ເຈົ້າ ຕະຫລອດໄປ. ’”
|
||
|
||
\s5
|
||
\v 5 ຢາໂຄບ ກ່າວ ຕໍ່ ໄປ ວ່າ, “ໂຢເຊັບ ເອີຍ ລູກຊາຍ ຂອງ ເຈົ້າ ສອງ ຄົນ ທີ່ ໄດ້ ເກີດ ຢູ່ ໃນ ປະເທດ ເອຢິບ ກ່ອນ ພໍ່ ມາ ຢູ່ ນີ້ ເປັນ ລູກ ຂອງ ພໍ່. ເອຟຣາອິມ ແລະ ມານາເຊ ກໍ ເທົ່າ ໆ ກັບ ຣູເບັນ ແລະ ຊີເມໂອນ.
|
||
\v 6 ຖ້າ ເຈົ້າ ມີ ລູກຊາຍ ອີກ ພໍ່ ຈະ ບໍ່ ຖື ວ່າ ເປັນ ລູກ ຂອງ ພໍ່. ພວກເຂົາ ຈະ ໄດ້ ຮັບ ມໍຣະດົກ ໂດຍ ທາງ ເອຟຣາອິມ ແລະ ມານາເຊ.
|
||
\v 7 ພໍ່ ເຮັດ ດັ່ງ ນີ້ ເພາະ ເຫັນ ແກ່ ຣາເຊັນ ແມ່ ຂອງ ເຈົ້າ. ພໍ່ ໂສກເສົ້າ ຫລາຍ ເມື່ອ ແມ່ ຂອງ ເຈົ້າ ຈາກ ພໍ່ ໄປ ໃນ ການາອານ ຊຶ່ງ ບໍ່ ຢູ່ ໄກ ເທົ່າ ໃດ ຈາກ ເອຟຣາທາ. ພໍ່ ໄດ້ ຝັງ ສົບ ແມ່ ຂອງ ເຈົ້າ ໄວ້ ທີ່ ແຄມ ທາງ ໄປ ຍັງ ເອຟຣາທາ. ” (ເອຟຣາທາ ແມ່ນ ເມືອງ ເບັດ ເລເຮັມ ໃນ ປັດຈຸບັນ ນີ້.)
|
||
|
||
\s5
|
||
\v 8 ເມື່ອ ຢາໂຄບ ເຫັນ ລູກຊາຍ ຂອງ ໂຢເຊັບ ເພິ່ນ ຈຶ່ງ ຖາມ ວ່າ, “ເດັກ ນ້ອຍ ພວກ ນີ້ ແມ່ນ ຜູ້ໃດ? ”
|
||
\v 9 ໂຢເຊັບ ຕອບ ວ່າ, “ເຂົາ ແມ່ນ ລູກ ຂອງ ຂ້າ ນ້ອຍ ທີ່ ພຣະເຈົ້າ ໄດ້ ໂຜດ ໃຫ້ ທີ່ ປະເທດ ເອຢິບ ນີ້. ” ຢາໂຄບ ເວົ້າ ວ່າ, “ຈົ່ງ ເອົາ ພວກເຂົາ ມາ ຫາ ພໍ່ ດູ ເພື່ອ ພໍ່ ຈະ ໄດ້ ອວຍພອນ ພວກເຂົາ. ”
|
||
\v 10 ສາຍຕາ ຂອງ ຢາໂຄບ ອ່ອນ ລົງ ຫລາຍ ຍ້ອນ ຄວາມ ຊະລາ ແລະ ບໍ່ ເຫັນ ຮູ່ງ ຄັກ. ເມື່ອ ໂຢເຊັບ ນໍາ ພວກເຂົາ ເຂົ້າ ມາ ເພິ່ນ ຈຶ່ງ ກອດ ແລະ ຈູບ ພວກເຂົາ.
|
||
|
||
\s5
|
||
\v 11 ຢາໂຄບ ກ່າວ ແກ່ ໂຢເຊັບ ວ່າ, “ພໍ່ ບໍ່ ເຄີຍ ຄິດ ເລີຍ ວ່າ ຈະ ໄດ້ເຫັນ ເຈົ້າ ອີກ, ແຕ່ ບັດ ນີ້ ພຣະເຈົ້າ ໃຫ້ ພໍ່ ໄດ້ ເຫັນ ຮອດ ລູກ ຂອງ ເຈົ້າ. ”
|
||
\v 12 ແລ້ວ ໂຢເຊັບ ກໍ ເອົາ ເຂົາ ທັງ ສອງ ອອກ ຈາກ ຕັກ ຂອງ ຢາໂຄບ ແລະ ພາ ພວກເຂົາ ກົ້ມ ຂາບລົງ ຕໍ່ ໜ້າ ເພິ່ນ.
|
||
\v 13 ໂຢເຊັບ ເອົາ ເອຟຣາອິມ ມາ ທາງ ຊ້າຍ ມືຂອງ ຢາໂຄບ ແລະ ມານາເຊ ຢູ່ ທາງ ຂວາ ມື.
|
||
|
||
\s5
|
||
\v 14 ແຕ່ ຢາໂຄບ ໄຂ່ວ ແຂນ ຂອງຕົນ ແລະ ເອົາ ມື ຂວາ ວາງ ເທິງ ຫົວ ຂອງ ເອຟຣາອິມ ຜູ້ ເປັນ ນ້ອງ ແລະ ມື ຊ້າຍ ວາງ ເທິງ ຫົວ ຂອງ ມານາເຊ ຜູ້ ເປັນ ອ້າຍ.
|
||
\v 15 ແລ້ວ ເພິ່ນ ກໍ ອວຍພອນ ແກ່ ໂຢເຊັບ (ຈ) ວ່າ: “ຂໍ ພຣະເຈົ້າ ອົງ ທີ່ ພໍ່ ຂອງ ຂ້ານ້ອຍ ຄື ອີຊາກ ແລະ ອັບຣາຮາມ ຜູ້ ທີ່ ບາກບັ່ນ ຮັບ ໃຊ້ ພຣະອົງ ອວຍພອນ ເດັກ ນ້ອຍ ເຫລົ່າ ນີ້ ຂໍ ພຣະເຈົ້າ ອົງ ທີ່ ນໍາພາ ຂ້ານ້ອຍ ທຸກ ມື້ນີ້ ແລະ ທຸກ ເວລາ; ຈົ່ງ ອວຍພອນ ເຂົາ ເຫລົ່າ ນີ້ ເທີ້ນ
|
||
\v 16 ຂໍ ໃຫ້ ເທວະດາ ຕົນ ທີ່ ໄດ້ ຊ່ວຍ ກູ້ ເອົາ ຂ້ານ້ອຍ; ຈົ່ງ ອວຍພອນ ເຂົາ ເຫລົ່າ ນີ້ ດ້ວຍ ຂໍ ໃຫ້ ຊື່ ຂອງ ຂ້ານ້ອຍ ທັງ ອີຊາກ ແລະ ອັບຣາຮາມ ດໍາລົງ ຄົງ ຢູ່ ນໍາ ເດັກ ນ້ອຍ ເຫລົ່າ ນີ້ ຂໍ ໃຫ້ ພວກເຂົາ ຈົ່ງ ມີ ລູກຫລານ ຢ່າງ ຫຼວງຫລາຍ ທັງ ມີ ເຊື້ອ ສາຍ ມາກມາຍ ຫລາຍ ລົ້ນ ແດ່ ທ້ອນ.”
|
||
|
||
\s5
|
||
\v 17 ໂຢເຊັບ ບໍ່ ສະບາຍ ໃຈ ເມື່ອ ເຫັນ ພໍ່ ຂອງຕົນ ເອົາ ມື ຂວາ ວາງ ເທິງ ຫົວ ຂອງ ເອຟຣາອິມ. ສະນັ້ນ ເພິ່ນ ຈຶ່ງ ປ່ຽນ ມື ຂອງ ພໍ່ ທີ່ ວາງ ເທິງ ຫົວ ຂອງ ເອຟຣາອິມ ມາ ວາງ ໃສ່ ເທິງ ຫົວ ຂອງ ມານາເຊ.
|
||
\v 18 ເພິ່ນ ເວົ້າ ກັບ ພໍ່ ວ່າ, “ບໍ່ ແມ່ນ ທາງ ນີ້ ພີ້ ່ ໍ ທາງ ນີ້ ແມ່ນ ອ້າຍ, ເອົາ ມື ຂວາ ວາງ ເທິງ ຫົວ ລາວ ສາ.”
|
||
|
||
\s5
|
||
\v 19 ຢາໂຄບ ປະຕິເສດ ແລະ ເວົ້າ ວ່າ, “ພໍ່ ຮູ້ ແລ້ວ ລູກ ເອີຍ ພໍ່ ຮູ້ ດີ. ເຊື້ອ ສາຍ ຂອງ ມານາເຊ ກໍ ຈະ ກາຍເປັນ ຊົນຊາດ ໃຫຍ່ ເໝືອນກັນ. ແຕ່ ຜູ້ນ້ອງ ນັ້ນ ຈະ ຍິ່ງ ໃຫຍ່ ກວ່າ ຜູ້ອ້າຍ ແລະ ເຊື້ອ ສາຍ ຂອງ ລາວ ຈະ ກາຍເປັນ ຊົນ ຊາດ ທີ່ ຍິ່ງໃຫຍ່. ”
|
||
\v 20 ສະນັ້ນ ເພິ່ນ ຈຶ່ງ ອວຍພອນພວກເຂົາ ໃນມື້ ນັ້ນ ວ່າ, “ຊາວ ອິດສະຣາເອນ ຈະ ເອີ່ຍ ຊື່ ເຈົ້າ ເມື່ອ ອວຍພອນ ກັນ; ເຂົາ ຈະ ເວົ້າ ກັນ ດ້ວຍ ຖ້ອຍຄໍາ ດັ່ງ ນີ້: ‘ຂໍ ພຣະເຈົ້າ ບັນດານ ໃຫ້ ຂ້ານ້ອຍ ກາຍເປັນ ເໝືອນ ເອຟຣາອິມ ແລະ ມານາເຊ ດ້ວຍ. ’”
|
||
|
||
\s5
|
||
\v 21 ແລ້ວ ຢາໂຄບ ກໍ ເວົ້າ ກັບ ໂຢເຊັບ ວ່າ, “ລູກ ເຫັນ ແລ້ວ ວ່າ ພໍ່ ໃກ້ ຈະ ສິ້ນໃຈ ຕາຍ, ແຕ່ ພຣະເຈົ້າ ຈະ ຢູ່ ກັບ ເຈົ້າ ແລະ ນໍາ ເຈົ້າ ຄືນ ໄປ ຍັງ ດິນ ແດນ ຂອງ ປູ່ຍ່າຕາຍາຍ ຂອງເຈົ້າ.
|
||
\v 22 ພໍ່ ມອບ ຊີເຄມ ເຂດ ອຸດົມ ສົມ ບູນ ແລະ ຮັ່ງ ມີ ໃຫ້ ແກ່ ເຈົ້າ ແລະ ບໍ່ ແມ່ນ ໃຫ້ ພວກອ້າຍ ຂອງເຈົ້າ ເພາະ ພໍ່ ໄດ້ ຊີເຄມ ມາ ຈາກ ພວກອາໂມ ດ້ວຍ ຄົມດາບ ແລະ ທະນູ.”
|
||
|
||
\s5
|
||
\c 49
|
||
\p
|
||
\v 1 ຢາໂຄບ ໄດ້ ເອີ້ນ ພວກ ລູກຊາຍ ທຸກຄົນ ຂອງຕົນ ມາ ແລະ ເວົ້າ ວ່າ, “ຈົ່ງ ມາ ໂຮມກັນ ໃກ້ ພໍ່ ພີ້ ແລະ ພໍ່ ຈະ ບອກ ເຖິງ ສິ່ງ ທີ່ ຈະ ເກີດຂຶ້ນ ກັບ ພວກເຈົ້າ ໃນ ພາຍ ຄັ້ງໜ້າ ດັ່ງ ນີ້:
|
||
\v 2 “ພວກ ລູກຊາຍ ຂອງ ຢາໂຄບ ຈົ່ງ ພ້ອມໜ້າ ມາ ຮັບຟັງ ຟັງ ວາຈາ ຂອງ ອິດສະຣາເອນ ບິດາ ຂອງ ພວກເຈົ້າ.
|
||
|
||
\s5
|
||
\v 3-4 ຣູເບັນ ຜູ້ ເປັນ ລູກກົກ ຂອງ ເຮົາ ຜູ້ ຊຶ່ງ ເປັນ ກຳ ລັງ ແລະ ຜົນ ແຮກ ແຫ່ງ ເຫື່ອ ແຮງ ຂອງ ເຮົາ ທັງ ຂະຫຍັນ ແລະ ອົງ ອາດ ໃນ ບັນ ດາ ລູກ ຂອງ ພໍ່; ແຮງ ເທົ່າ ທຽມ ດັ່ງ ກະແສ ນໍ້າ ຊັດ ຊົນ ໄປ, ແຕ່ ເຈົ້າ ນັ້ນ ຈະ ບໍ່ ແມ່ນ ບູລຸດ ຄົນ ສໍາຄັນ ເພາະ ເຈົ້າ ລັກ ນອນ ນໍາ ເມຍນ້ອຍ ຂອງຂ້ອຍ. ເຈົ້າ ຈຶ່ງ ເຮັດ ໃຫ້ ຂ້ອຍ ເສື່ອມເສຍ ກຽດ ສັກສີ ໃຫ້ ຕຽງ ຂ້ອຍ ມີ ຣາຄີ ເປັນ ມົນ ທິນ ໄປ ຕະຫລອດ.
|
||
|
||
\s5
|
||
\v 5 ສ່ວນ ຊີເມໂອນ ແລະ ເລວີ ນັ້ນ ເປັນ ພີ່ ນ້ອງ ດຽວກັນ; ເມົາ ແຕ່ ໃຊ້ ອາວຸດ ຍຸດທະພັນ ຮ່ວມ ກັນ ເຂັ່ນ ຂ້າ.
|
||
\v 6 ຂ້ອຍ ຈະ ບໍ່ ມີ ໜ້າ ໃນ ການ ສົນ ທະນາ ລັບ ກັບ ພວກເຂົາ ທັງ ຈະບໍ່ ເຂົ້າ ໄປປະຊຸມບ່ອນໃດ ໆ ນຳ ເດັດ ຂາດ ເພາະ ພວກເຂົາ ຂ້າ ຄົນ ຕັ້ງ ຫລວງຫລາຍ ລົ້ມ ຕາຍ ກັນ ມາກມາຍ ກໍ ເພາະ ຄວາມ ໂກດຮ້າຍ. ພວກເຂົາ ໄດ້ ໃຊ້ ມີດ ຕັດ ເອນ ຂະນ່ອງ ງົວ ເຖິກ ສະໜຸກ ດຸດດັ່ງ ກິລາ ຈົນ ງົວ ຂາ ພິການ ຍ້ອນ;
|
||
|
||
\s5
|
||
\v 7 ຂ້ອຍ ຂໍ ສາບແຊ່ງ ໄວ້ ຄວາມ ໂຫດຫ້ຽມ ຂອງ ພວກເຂົາ. ຍ້ອນ ເມົາ ມົວ ໂມໂຫ ຈຶ່ງ ລືມ ຕົວ ເຮັດ ຊົ່ວ ໄວ້. ຂ້ອຍ ຈະ ໃຫ້ ພວກເຂົາ ແຕກ ກະຈັດ ກະຈາຍ ໄປ ທົ່ວ ອິດສະຣາເອນ; ຂ້ອຍ ຈະ ໃຫ້ ພວກເຂົາ ແຕກ ກັນ ໃນ ພວກ ເຂົາ ເຈົ້າ.
|
||
|
||
\s5
|
||
\v 8 ຢູດາ ເອີຍ ພວກ ພີ່ ນ້ອງ ຈະ ຮ້ອງ ຄໍາ ສັນລະເສີນ ເພາະ ເຈົ້າ ເຄີຍ ຈັບ ຄໍ ສັດ ຕູ ຍໍ ຂຶ້ນ ແລະ ລົງ ໄດ້. ອ້າຍ ນ້ອງ ນົບ ນ້ອມ ໄຫວ້ ເປັນ ໃຈ ນໍາ ທຸກ ທ່າ; ພາກັນ ມາ ຊ້ອງໜ້າ ຢູດາ ທ້າວ ແທ້ ໃດ
|
||
|
||
\s5
|
||
\v 9 ຢູດາ ນີ້ ຍັງ ເກັ່ງ ກ້າ ຮ້າຍກາດ ເໝືອນ ໂຕສິງ; ຂ້າ ເຫຍື່ອ ຍາດ ຊີງ ມາ ແລະ ຟ້າວ ໄປ ຫາ ໝົ້ງ ນອນ ລີ້. ຢຽດຕົວ ລົງ ນອນ ເນີ້ງ ເຮັດ ຕາ ຫລັບ ສີ ພັບ ໆ ໃຜ ບໍ່ ກ້າ ຫຍັບ ເຂົ້າ ໃກ້ ຍາມ ລາວ ໄດ້ ນອນ ຫລັບ ສະບາຍ.
|
||
|
||
\s5
|
||
\v 10 ຢູດາ ຈະ ຖື ຕາ ຕັ້ງ ອໍານາດ ແຫ່ງ ຣາຊາ ສືບ ຮອດ ຍາດ ວົງ ໃຫ້ ເຊື້ອ ສາຍ ຄອງ ອໍານາດ ຈົນ ມີ ຫລາຍ ຊົນ ຊາດ ອາສາ ຫາ ຂອງຂວັນ ມາ ຖວາຍ ແດ່ ແລະ ກົ້ມ ຂາບລົງ ໄຫວ້ ເຈົ້າ ຝູງ ຄົນ ເຝົ້າ ເຊື່ອ ຟັງ.
|
||
|
||
\s5
|
||
\v 11 ລາວ ມັດ ລໍ ລ່າມ ໄວ້ ໃຕ້ ເຫລົ່າ ຕົ້ນ ອະງຸ່ນ ງາມ ອຸ່ມຊຸ່ມ ເຕັມ ກົກ ພົ້ວ ດົກ ໝາກອະງຸ່ນ ແທ້ ໃຊ້ ເຫລົ້າ ອະງຸ່ນ ແດງ ແຫລ້ ໆ ຈຸ່ມ ແຊ່ ຊັກ ເຄື່ອງ ເສື້ອຄຸມ ຈຶ່ງ ຖືກ ຍ້ອມ ດ້ວຍ ນໍ້າ ເຫລົ້າ ອະງຸ່ນ.
|
||
\v 12 ດວງຕາ ເບິ່ງ ໄສ ແຈ້ງ ຍ້ອນ ແຮງ ລິດ ເຫລົ້າ ອະງຸ່ນ; ແຂ້ວ ຂາວ ເປັນ ເງົາ ຍ້ອນ ລາວ ດື່ມ ນໍ້າ ນົມ ຕາງ ນ້ຳ. (ສ)
|
||
|
||
\s5
|
||
\v 13 ເຊບູໂລນ ຈະ ຢູ່ ຕາມ ແຄມ ຝັ່ງ ທະເລ ບັນດາ ເຮືອ ຈະ ຈອດ ຊຸມກັນ ຢູ່ ທີ່ ນັ້ນ ເພາະ ໃນ ແຄມ ຝັ່ງ ຫັ້ນ ມີ ທ່າ ເຮືອ ຫລາຍ ບ່ອນ ເຂດ ຍາວ ຢ້ອນ ກາຍ ພົ້ນ ຈົນ ຮອດ ເມືອງ ຊີໂດນ.
|
||
|
||
\s5
|
||
\v 14 ອິດຊະຄາ ນັ້ນ ບໍ່ ດີ ກວ່າ ໂຕ ລໍ ພໍ ເທົ່າໃດ ຢຽດກາຍ ລົງ ກາງ ຖົງ ໜັງ ນອນ ສະບາຍ ຫາຍ ຮ້ອນ.
|
||
\v 15 ນອນ ຢູ່ ຫັ້ນ ເພາະ ເຫັນ ດິນດອນ ວ່າ ງາມ ຍິ່ງ; ດິນແດນ ຈ່ຶ່ງ ຊື່ນ ຊ້ອຍ ຍິນ ດີ ດ້ວຍ ຕື່ມ ເຕັມ ສະນັ້ນ ລາວ ຈຶ່ງ ຢຽດ ຕົວ ກົ້ມ ກົ່ງ ຫລັງ ລົງ ເພື່ອ ລໍ ຮັບ; ຍອມ ຮັບ ແບກ ເຄື່ອງໃຊ້ ບັນ ທຸກ ໄວ້ ແຕ່ ສິ່ງ ຂອງ. ລາວ ຖືກ ບັງ ຄັບ ໃຫ້ເຮັດ ວຽກ ໜັກ ໜ່ວງ ແທ້ ໃດ ຈົນ ທົນ ຮັບ ໃຊ້ ເຂົາ ເໝືອນ ເປັນ ທາດຮັບໃຊ້.
|
||
|
||
\s5
|
||
\v 16 ດານ ຈະ ປົກ ປ້ອງ ຄຸ້ມ ຄອງ ຄົນ ຂອງຕົນ ດັ່ງ ຊົນ ເຜົ່າ ຝູງ ຊາວ ອິດສະຣາເອນ ອື່ນ ໄດ້.
|
||
\v 17 ດານ ຈະ ເປັນ ງູພິດ ຮ້າຍ ນອນ ຂວາງ ທາງຍ່າງ ເລືອ ລ້ຽວ ໄປ ຢ່າງ ນັ້ນ ຊອກ ຫາ ເລື່ອງ ຕາມ ແຄມ ທາງ. ທີ່ນັ້ນ ມັນ ດັກ ກັດ ຂະນ່ອງ ມ້າ ທີ່ ກຳລັງ ແລ່ນ ຫອບ ໄປ ຈົນ ຄົນ ຂີ່ ຫງາຍ ຫລັງ ລົງ ຈາກ ຫລັງ ມ້າ.
|
||
\v 18 ໂອ ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ອົງ ທີ່ ຂ້ານ້ອຍ ເຝົ້າ ຄອງຫາ ເຊີນ ມາ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນໄພ ດ້ວຍ.
|
||
|
||
\s5
|
||
\v 19 ກາດ ຈະ ຖືກ ຄົນ ເຂົາ ປຸ້ນ ໂອລະຫົນ ວຸ້ນ ວາຍ, ແຕ່ ລາວ ຈະ ໄລ່ ຕາມ ຕິດ ຄິດ ບັນ ຊີ ນຳ ເຂົາ ໃຫ້ ໄດ້.
|
||
\v 20 ອາເຊ ຈະ ມີ ທີ່ ດິນ ກວ້າງ ປູກຝັງ ໄດ້ ຫລາຍ ຢ່າງ ຈະ ຫາ ອາຫານ ຢ່າງດີ ໃຫ້ ຣາຊາ ເຈົ້າ ເຫລົ່າ ກະສັດ.
|
||
\v 21 ເນັບທາລີ ເປັນ ດັ່ງ ກວາງນ້ອຍ ຮອຍ ງາມ ຍ່າງ ສະຫງ່າ ແລ່ນ ລ່າເລີງ ເລາະ ຫລິ້ນ ເສລີ ແທ້ ຕາມ ພົງ ໄພ; ດັ່ງ ພັນ ໄມ້ ດີ ມີເຊື້ອ ງາມ ງ່າ ງາມ ຕາ ຊູ ເກີດ ລູກ ມາ ຊ່າງ ໜ້າ ຊົມ ຊື່ນ ອາຣົມ ສົມ ໃຈ ແທ້.
|
||
|
||
\s5
|
||
\v 22 ສ່ວນ ໂຢເຊັບ ນັ້ນ ດັ່ງ ລໍປ່າ ຕາມ ແຄມ ນໍ້າພຸ ໄສ ປຽບ ຄື ລູກ ມ້າ ເຖິກ ໂຕ ງາມ ຕາມ ເນີນ ພູ ພຸ້ນ. (ຍ)
|
||
\v 23 ສັດ ຕູ ບຸກໂຈມຕີ ຮອບດ້ານ ຢ່າງ ໃຈ ອໍາມະຫິດ ແລະ ເລັ່ງ ໄລ່ ຕິດ ຕາມ ຖື ທະນູ ແລະ ໜ້າ ພ້ອມ.
|
||
|
||
\s5
|
||
\v 24 ແຕ່ ໂຢເຊັບ ຖື ໜ້າ ທະນູ ໄວ້ ໃນ ກຳ ມື ຢ່າງ ໝັ້ນ ແກ່ນ ແລະ ແຂນ ລາວ ຈຶ່ງ ໄດ້ ຮັບ ຊ່ວຍ ຊູ ຂຶ້ນ ໃຫ້ ແຂງແຮງ; (ດ) ເປັນ ເພາະ ຣິດອໍານາດ ຂອງ ພຣະອົງ ຄື ພຣະເຈົ້າ ອົງ ຊົງ ນຳ ພາ ຢາໂຄບ ມາ ຕະຫລອດ. ພຣະອົງ ເປັນ ທັງ ຜູ້ ປົກ ປ້ອງ ຄຸ້ມ ຄອງ ຕະຫລອດ ມາ ທັງ ເປັນ ພຣະຜູ້ ລ້ຽງ ຊົນ ເຜົ່າ ຊາດ ອິດສະຣາເອນ ດ້ວຍ.
|
||
|
||
\s5
|
||
\v 25 ຍ້ອນ ຄວາມ ຊ່ວຍຊູ ຂອງ ພຣະເຈົ້າ ແຫ່ງ ພຣະບິດາ ອົງ ຍິ່ງ ໃຫຍ່ ເຫລືອຫລາຍ ຖອກເທພອນ ລົງ ມາ ເໝືອນ ດັ່ງ ຫ່າຝົນ ເທລົງ ມາ ສູ່ ພິພົບ ປັດຖະພີ ບໍ່ ຫລົບ ຫລີກ ໄດ້ ເລີຍ ໄປ ສູ່ ພື້ນ ທ້ອງ ທາລາ. ໂດຍ ອວຍພອນ ໃຫ້ ມີລົ້ນ ທັງ ຝູງງົວ ແລະ ລູກຫລານ ຕື່ມ ໃຫ້ ເປັນ ກໍ ເປັນ ເຫງົ້າ ຢ່າງ ຫລວງຫລາຍ.
|
||
|
||
\s5
|
||
\v 26 ຄື ອວຍພອນ ໃຫ້ ມີ ເຂົ້າ ແລະ ມາລາ ງາມ ສະຫງ່າ (ຕ) ພອນ ຈາກ ພູຜາ ແຕ່ ກ່ອນກີ້ (ຖ) ທັງ ພູນ້ອຍ ທັງ ຫຼາຍ ສືບ ໄປ ຂໍ ໃຫ້ ໂຢເຊັບ ໄດ້ ເປັນ ຜູ້ ຮັບ ພອນ ນີ້ ໃຫ້ ພອນ ນັ້ນ ປະດັບ ທີ່ ເທິງ ຫົວ ຂອງ ລາວ ໄວ້. ທີ່ ໜ້າຜາກ ຂອງ ຜູ້ ທີ່ ຖືກ ຕັ້ງ ໄວ້ ສະເພາະ ຈາກ ບັນ ດາ ຍາດຕິພີ່ ນ້ອງ ຂອງຕົນ ນັ້ນ.
|
||
|
||
\s5
|
||
\v 27 ສ່ວນ ເບັນ ຢາມິນ (ທ) ນັ້ນ ຄື ໝາໄນ ໂຕ ຫ້ຽມໂຫດ ຕອນເຊົ້າ ລ່າເນື້ອ ໄດ້ ແລະ ແບ່ງກັນ ໃນ ຕອນແລງ.”
|
||
|
||
\s5
|
||
\v 28 ຄົນ ເຫລົ່າ ນີ້ ທີ່ ໄດ້ ເວົ້າ ມາ ນັ້ນ ແມ່ນ ສິບ ສອງ ເຜົ່າ ຂອງ ຊາດ ອິດສະຣາເອນ; ແລະ ທຸກສິ່ງ ທີ່ ພໍ່ ຂອງ ພວກເຂົາ ໄດ້ ເວົ້າ ເຖິງ ແມ່ນ ຄໍາອວຍພອນ ອໍາລາ ທີ່ ເໝາະສົມ ສໍາລັບ ແຕ່ລະຄົນ.
|
||
\v 29 ຢາໂຄບ ໄດ້ ສັ່ງ ພວກເຂົາ ວ່າ, “ບັດນີ້ ພໍ່ ໃກ້ ຈະ ສິ້ນໃຈ ຕາຍໄປ ຢູ່ ກັບ ບັນພະບຸລຸດ ຂອງເຮົາ ທີ່ ຕາຍໄປ ກ່ອນ ແລ້ວ; ຈົ່ງ ຝັງ ພໍ່ໄວ້ ກັບ ປູ່ຍ່າຕາຍາຍ ຂອງ ພວກເຮົາ ຢູ່ ໃນ ຂຸມຝັງ ສົບ ທີ່ ນາ ຂອງ ເອຟະໂຣນ ຊາວ ຮິດຕີ
|
||
\v 30 ທີ່ ມັກເປລາ ທາງທິດ ຕາເວັນ ອອກ ຂອງ ມຳເຣ ໃນ ການາອານ. ອັບຣາຮາມ ໄດ້ ຊື້ຖ້ຳໃນ ທົ່ງນາ ຂອງ ເອຟະໂຣນ ຊາວ ຮິດຕີ ໄວ້ ກໍ ເພື່ອ ເຮັດ ເປັນ ບ່ອນ ຝັງສົບ.
|
||
|
||
\s5
|
||
\v 31 ແມ່ນ ໃນ ບ່ອນ ນັ້ນ ເອງ ທີ່ ພວກເຂົາ ໄດ້ ຝັງ ອັບຣາຮາມ ກັບ ນາງ ຊາຣາ ເມຍ ຂອງ ເພິ່ນ; ອີຊາກ ກັບ ນາງ ເຣເບກາ ເມຍ ຂອງ ເພິ່ນ; ແລະ ຂ້ອຍ ໄດ້ ຝັງ ນາງ ເລອາ ເມຍ ຂອງຂ້ອຍ ໄວ້ ຢູ່ ໃນທີ່ ນັ້ນ ເໝືອນກັນ.
|
||
\v 32 ທົ່ງ ນາ ກັບ ຖໍ້າ ນັ້ນ ໄດ້ ຊື້ ມາ ຈາກ ຊາວ ຮິດຕີ. ຈົ່ງ ຝັງ ຂ້ອຍ ໄວ້ ຢູ່ ໃນທີ່ ນັ້ນ. ”
|
||
\v 33 ເມື່ອ ຢາໂຄບ ສັ່ງ ລາ ພວກ ລູກຊາຍ ຂອງຕົນ ແລ້ວ ເພິ່ນ ກໍ ເອ່ນ ຕົວ ລົງ ເທິງ ຕຽງ ແລ້ວ ສິ້ນ ລົມ ຫາຍໃຈ ແລະ ຖືກ ຮວບຮວມ ໄປ ຢູ່ ກັບ ບັນພະບຸລຸດ ຂອງ ເພິ່ນ.
|
||
|
||
\s5
|
||
\c 50
|
||
\p
|
||
\v 1 ໂຢເຊັບ ຟ້າວ ເຂົ້າ ໄປ ຫາ ພໍ່ ຂອງຕົນ ທັງ ຮ້ອງໄຫ້ ແລະ ຈູບ ທີ່ ໜ້າ ຜາກ ຂອງ ເພິ່ນ.
|
||
\v 2 ແລ້ວ ໂຢເຊັບ ກໍ ສັ່ງ ໃຫ້ ແພດ ທີ່ ຢູ່ ໃຕ້ ການປົກ ຄອງ ຂອງຕົນ ອາບນໍ້າ ຢາ ຮັກສາ ສົບ ຂອງ ຢາໂຄບ.
|
||
\v 3 ພວກເຂົາ ໃຊ້ ເວລາ ສີ່ ສິບ ວັນ ເພື່ອ ດອງ ສົບ ນັ້ນ. ແລ້ວ ຊາວ ເອຢິບ ກໍ ໄວ້ທຸກ ໃຫ້ ເພິ່ນ ເປັນ ເວລາ ເຈັດ ສິບ ວັນ.
|
||
|
||
\s5
|
||
\v 4 ເມື່ອ ເວລາ ກຳ ນົດ ໄວ້ທຸກ ສິ້ນ ສຸດ ລົງ ແລ້ວ ໂຢເຊັບ ຈຶ່ງ ກ່າວ ແກ່ ຂຸນນາງ ຂອງ ກະສັດ ວ່າ, “ກະລຸນາ ໄປ ບອກ ກະສັດ ໃຫ້ ຂ້ອຍ ແດ່ ວ່າ,
|
||
\v 5 ‘ເມື່ອ ພໍ່ ຂອງ ຂ້ານ້ອຍ ໃກ້ ຈະ ສິ້ນໃຈ ຕາຍ ນັ້ນ ເພິ່ນ ໄດ້ ໃຫ້ ຂ້ານ້ອຍ ສັນຍາ ຕໍ່ ເພິ່ນ ວ່າ ໃຫ້ ນຳ ເອົາ ສົບ ຂອງ ເພິ່ນ ໄປ ຝັງ ໄວ້ ຢູ່ ໃນ ຖໍ້າ ທີ່ ເພິ່ນ ໄດ້ ຕຽມ ໄວ້ ເອງ ໃນ ການາອານ. ສະນັ້ນ ຂໍ ທ່ານ ຈົ່ງ ອະນຸຍາດ ໃຫ້ ຂ້ານ້ອຍ ໄປ ຝັງ ສົບ ພໍ່ ຂອງ ຂ້ານ້ອຍ ແດ່ ທ້ອນ ເມື່ອ ຝັງ ແລ້ວ ໆ ຂ້ານ້ອຍ ຈະ ກັບ ຄືນ ມາ ທີ່ ນີ້. ’”
|
||
\v 6 ກະສັດ ຝາກ ຕອບ ໂຢເຊັບ ມາ ວ່າ, “ຈົ່ງ ໄປ ຝັງ ສົບ ຂອງ ພໍ່ ເຈົ້າ ຕາມ ທີ່ ເຈົ້າ ໄດ້ ສັນຍາ ໄວ້ ກັບເພິ່ນ ສາ.”
|
||
|
||
\s5
|
||
\v 7 ດັ່ງ ນັ້ນ ໂຢເຊັບ ຈຶ່ງ ໄປ ຝັງ ສົບ ພໍ່ ຂອງຕົນ. ບັນດາ ຂຸນນາງ ໃນ ວັງ ຂອງ ກະສັດ ທຸກຄົນ, ຣາຊມົນຕີ ໃນ ຣາຊວັງ ແລະ ບັນດາ ຜູ້ນໍາ ຂອງ ຊາວ ເອຢິບ ກໍ ໄປ ນໍາ ໂຢເຊັບ ດ້ວຍ.
|
||
\v 8 ຄອບຄົວ ຂອງ ໂຢເຊັບ, ພວກອ້າຍ ນ້ອງ ຂອງ ເພິ່ນ ແລະ ຄອບຄົວ ຂອງ ພໍ່ ທັງ ໝົດ ກໍ ໄປ ນໍາ ເໝືອນກັນ. ເວັ້ນໄວ້ ແຕ່ ພວກ ເດັກ ນ້ອຍ, ຝູງແກະ, ຝູງແບ້ ແລະ ຝູງງົວ ທີ່ ປະ ໄວ້ ຢູ່ ໃນ ເຂດ ໂກເຊັນ.
|
||
\v 9 ນອກຈາກນີ້ ຍັງ ມີ ລົດ ມ້າ ກັບ ທະຫານ ມ້າ ຕິດ ຕາມ ເພິ່ນ ໄປ ເປັນ ຂະບວນ ແຫ່ ຢ່າງ ຍືດ ຍາວ.
|
||
|
||
\s5
|
||
\v 10 ເມື່ອ ຂະບວນ ແຫ່ ໄດ້ ມາ ເຖິງ ລານເຂົ້າ ຂອງ ອາຕາດ ຢູ່ທາງທິດຕາເວັນອອກ ຂອງແມ່ ນໍ້າ ຈໍ ແດນ; ພວກເຂົາ ໄດ້ ຈັດ ພິທີ ປົງສົບ ຢ່າງຍິ່ງ ໃຫຍ່ ຂຶ້ນ ແລະໂຢເຊັບ ກໍ ຈັດ ພິທີ ໄວ້ທຸກເປັນ ເວລາເຈັດ ວັນ.
|
||
\v 11 ເມື່ອຊາວ ການາອານ ເຫັນ ການໄວ້ທຸກທີ່ ອາຕາດ ພວກເຂົາ ຈຶ່ງ ເວົ້າ ວ່າ, “ແມ່ນ ພິທີ ໄວ້ ທຸກຢ່າງ ພິລຶກ ຂອງ ຊາວ ເອຢິບ” ສະນັ້ນ ພວກເຂົາ ຈຶ່ງ ໄດ້ ໃສ່ ຊື່ ບ່ອນນັ້ນ ວ່າ ອາເບັນມີຊະຣາອິມ (ນ) ຊຶ່ງ ຢູ່ທາງທິດຕາເວັນອອກ ຂອງແມ່ນ້ຳຈໍແດນ.
|
||
|
||
\s5
|
||
\v 12 ດັ່ງ ນັ້ນ ພວກ ລູກຫລານ ຂອງ ຢາໂຄບ ຈຶ່ງ ເຮັດ ຕາມ ສິ່ງ ທີ່ ພໍ່ ໄດ້ ສັ່ງ ພວກເຂົາ ທຸກປະການ;
|
||
\v 13 ພວກເຂົາ ໄດ້ ຫາມ ສົບ ຂອງ ພໍ່ ໄປ ຍັງ ການາອານ ແລະ ຝັງ ໄວ້ ຢູ່ ໃນ ຖໍ້າ ຝັງ ສົບ ທີ່ ມັກເປລາ; ທາງ ທິດຕາເວັນ ອອກ ຂອງ ມໍາເຣ ໃນນາ ຊຶ່ງ ອັບຣາຮາມ ໄດ້ ຊື້ຈາກ ເອຟະໂຣນ ຊາວ ຮິດຕີ ເພື່ອ ເອົາ ໄວ້ ເປັນ ບ່ອນ ຝັງສົບ.
|
||
\v 14 ຫລັງຈາກ ໂຢເຊັບ ໄດ້ ຝັງ ສົບ ພໍ່ ຂອງຕົນ ແລ້ວ ເພິ່ນ ກໍ ກັບ ຄືນ ເມືອ ປະເທດ ເອຢິບ ພ້ອມ ກັບ ພວກ ອ້າຍ ນ້ອງ ຂອງຕົນ ແລະ ຜູ້ ຕິດ ຕາມ ເພິ່ນ ມາ ນັ້ນ ທຸກຄົນ.
|
||
|
||
\s5
|
||
\v 15 ຫລັງ ຈາກ ພໍ່ ຂອງ ພວກເຂົາ ໄດ້ ຕາຍໄປ ແລ້ວ ພວກ ອ້າຍ ຂອງ ໂຢເຊັບ ຈຶ່ງ ປຶກ ສາ ກັນ ວ່າ, “ພວກເຮົາ ຈະ ເຮັດ ແນວ ໃດ ດີ? ໂຢເຊັບ ອາດ ຈະ ຍັງ ກຽດຊັງ ພວກເຮົາ ຢູ່ ກໍໄດ້ ແລະ ອາດ ວາງແຜນ ແກ້ແຄ້ນ ການ ຊົ່ວ ຊ້າ ທຸກຢ່າງ ທີ່ ພວກເຮົາ ໄດ້ ເຮັດ ຕໍ່ ລາວ ນັ້ນ ກໍໄດ້. ”
|
||
\v 16 ດັ່ງນັ້ນ ພວກເຂົາ ຈຶ່ງ ສັ່ງ ຄວາມ ໄປ ຫາ ໂຢເຊັບ ວ່າ,
|
||
\v 17 “ກ່ອນ ພໍ່ ຕາຍ ເພິ່ນ ໄດ້ ສັ່ງ ໄວ້ ກັບ ພວກເຮົາ ໃຫ້ ມາ ບອກ ເຈົ້າ ວ່າ, ‘ລູກ ຈົ່ງ ກະລຸນາ ຍົກ ຄວາມຜິດ ທີ່ ພວກ ອ້າຍ ຂອງ ເຈົ້າ ໄດ້ ເຮັດ ຕໍ່ ເຈົ້າ ເດີ. ’ ບັດນີ້ ກະລຸນາ ຍົກ ຄວາມຜິດ ທີ່ ພວກເຮົາ ຜູ້ຮັບໃຊ້ ພຣະເຈົ້າ ຂອງ ພໍ່ ເຈົ້າ ໄດ້ ເຮັດ ມາ ນັ້ນ ເຖີດ. ” ເມື່ອ ໂຢເຊັບ ໄດ້ຍິນ ເລື່ອງ ນີ້ ແລ້ວ ເພິ່ນ ກໍ ຮ້ອງໄຫ້.
|
||
|
||
\s5
|
||
\v 18 ແລ້ວ ພວກ ອ້າຍ ຂອງ ໂຢເຊັບ ກໍ ພາກັນ ມາຫາ ໂຢເຊັບ ໂດຍ ຕົນ ເອງ ແລະ ຂາບລົງ ຕໍ່ ໜ້າ ເພິ່ນ. ພວກເຂົາ ເວົ້າ ວ່າ, “ພວກເຮົາ ຢູ່ ທີ່ ນີ້ ເໝືອນ ຜູ້ຮັບໃຊ້ ຂອງທ່ານ. ”
|
||
\v 19 ແຕ່ ໂຢເຊັບ ກ່າວ ແກ່ ພວກເຂົາ ວ່າ, “ຢ່າ ຢ້ານ ເລີຍ ຂ້ອຍ ບໍ່ ສາມາດ ຍົກ ຕົວ ເອງ ຂຶ້ນ ໄປ ແທນ ພຣະເຈົ້າ ໄດ້ດອກ.
|
||
\v 20 ພວກເຈົ້າ ໄດ້ ເຮັດ ເລື່ອງ ຊົ່ວ ຊ້າ ຕໍ່ ຂ້ອຍ, ແຕ່ ພຣະເຈົ້າ ໄດ້ ຫັນ ປ່ຽນ ໃຫ້ ເປັນ ເລື່ອງ ດີ ເພື່ອ ຊ່ວຍ ຊີວິດ ຂອງ ຫລາຍໆ ຄົນ ໃຫ້ ຍັງ ມີ ຊີວິດ ຢູ່ ໄດ້ ຈົນ ທຸກ ວັນ ນີ້ ຍ້ອນ ເຫດການ ທີ່ ໄດ້ ເກີດຂຶ້ນ ນັ້ນ.
|
||
\v 21 ບັດນີ້ ຢ່າ ຢ້ານ ເລີຍ ຂ້ອຍ ຈະ ປົກ ປັກ ຮັກ ສາ ພວກເຈົ້າ ພ້ອມ ທັງ ລູກຫລານ ຂອງ ພວກເຈົ້າ ທຸກຄົນ. ” ເພິ່ນ ເວົ້າ ອອຍໃຈ ຂອງ ພວກເຂົາ ດ້ວຍ ຖ້ອຍຄໍາ ທີ່ ສຸພາບ ອ່ອນໂຍນ.
|
||
|
||
\s5
|
||
\v 22 ໂຢເຊັບ ສືບ ຕໍ່ ອາໄສ ຢູ່ ໃນ ປະເທດ ເອຢິບ ກັບ ຄອບຄົວ ຂອງ ພໍ່ ຕົນ; ເພິ່ນິ ຕາຍໄປ ເມື່ອ ອາຍຸ ໄດ້ 110 ປີ.
|
||
\v 23 ເພິ່ນ ມີ ຊີວິດ ຢູ່ ຈົນ ເຫັນ ລູກ ແລະ ຫລານ ຂອງ ເອຟຣາອິມ. ເພິ່ນ ມີ ຊີວິດ ຢູ່ ຈົນ ໄດ້ ຮັບ ເອົາ ລູກ ຂອງ ມາກີ ລູກຊາຍ ຂອງ ມານາເຊ ເຂົ້າ ໃນ ຄອບຄົວ ຄືກັນ.
|
||
|
||
\s5
|
||
\v 24 ໂຢເຊັບ ກ່າວ ແກ່ ພວກ ອ້າຍ ນ້ອງ ວ່າ, “ຂ້ອຍ ໃກ້ ຈະ ສິ້ນໃຈ ຕາຍ ແລ້ວ, ແຕ່ ພຣະເຈົ້າ ຈະ ຮັກ ສາ ພວກເຈົ້າ ຢ່າງ ແນ່ ນອນ ແລະ ພຣະອົງ ຈະ ນໍາ ພວກເຈົ້າ ອອກ ໄປ ຈາກ ປະເທດ ນີ້ ຄືນ ສູ່ ດິນແດນ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ຢ່າງ ໜັກ ແໜ້ນ ກັບ ອັບຣາຮາມ, ອີຊາກ ແລະ ຢາໂຄບ. ”
|
||
\v 25 ແລ້ວ ໂຢເຊັບ ກໍ ໃຫ້ ປະຊາຊົນ ຂອງຕົນ ສາບານ ຕໍ່ ຕົນ ວ່າ, “ຈົ່ງ ສາບານ ຕໍ່ ຂ້ອຍ ວ່າ ເມື່ອ ພຣະເຈົ້າ ໄດ້ນໍາ ພາ ພວກເຈົ້າ ອອກ ໄປ ສູ່ ດິນແດນ ນັ້ນ ແລ້ວ ພວກເຈົ້າ ຈະ ຕ້ອງ ເອົາ ສົບ ຂອງຂ້ອຍ ອອກ ໄປ ນໍາ. ”
|
||
\v 26 ສະນັ້ນ ໂຢເຊັບ ຈຶ່ງ ໄດ້ ຕາຍໄປ ທີ່ ປະເທດ ເອຢິບ ເມື່ອ ເພິ່ນ ອາຍຸ ໄດ້ ໜຶ່ງ ຮ້ອຍ ສິບ ປີ. ພວກເຂົາ ໄດ້ ອາບນໍ້າ ຢາ ຮັກ ສາ ສົບ ຂອງ ເພິ່ນ ແລະ ບັນຈຸ ໃສ່ ໂລງສົບ ເພື່ອ ເກັບ ຮັກສາ ໄວ້.
|