lo_ulb/24-JER.usfm

2668 lines
649 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JER
\ide UTF-8
\h ເຢເຣມີຢາ
\toc1 ເຢເຣມີຢາ
\toc2 ເຢເຣມີຢາ
\toc3 jer
\mt ເຢເຣມີຢາ
\s5
\c 1
\cl ບົດທີ 1
\p
\v 1 ຕໍ່ໄປນີ້ແມ່ນຄຳເວົ້າຂອງເຢເຣມີຢາ ລູກຊາຍຮິນກີຢາ, ຜູ້ເປັນປະໂລຫິດຄົນຫນຶ່ງ ທີ່ຢູ່ເມືອງອານາໂທດ ໃນແຜ່ນດິນຂອງເຜົ່າເບັນຢາມິນ.
\v 2 ພຣະຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ ໃນຣາຊະການໂຢສີຢາ ລູກຊາຍຂອງກະສັດອາໂມນ, ກະສັດແຫ່ງຢູດາໃນປີທີສິບສາມແຫ່ງການຄອງລາດຂອງພຣະອົງ.
\v 3 ຕໍ່ມາເມື່ອເຢໂຮຢາກີມ ລູກຊາຍຂອງໂຢສີຢາ, ກະສັດແຫ່ງຢູດາ, ຈົນເຖິງເດືອນທີຫ້າ ປີທີ່ສິບເອັດແຫ່ງລາຊະການ ເຊເດກີຢາ, ໂອລົດຂອງໂຢສີຢາແຫ່ງຢູດາ, ເມື່ອມີການກວາດຕ້ອນປະຊານະຄອນ ເຢຣູຊາເລັມໄປເປັນຊະເລີຍ.
\s5
\v 4 ພຣະຄຳຂອງພຣະຢາເວຊົງກ່າວຕໍ່ຂ້າພະເຈົ້າວ່າ,
\v 5 “ກ່ອນເຮົາໄດ້ເປັນຮ່າງຕົວຕົນຂອງເຈົ້າຂຶ້ນໃນທ້ອງແມ່, ເຮົາໄດ້ເລືອກເຈົ້າ; ກ່ອນເຈົ້າເກີດຈາກທ້ອງແມ່ ເຮົາກໍໄດ້ແຕ່ງຕັ້ງເຈົ້າໄວ້; ແລະເຮົາໄດ້ສະຖາປະນາໃຫ້ເຈົ້າເປັນຜູ້ປະກາດພຣະຄຳແກ່ບັນດາປະຊາຊາດ.”
\v 6 ແລ້ວຂ້າພະເຈົ້າໄດ້ທູນຕອບວ່າ, “ເບິ່ງເຖີດ, ຂ້າແດ່ພຣະຢາເວອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍບໍ່ຮູ້ວ່າຈະເວົ້າຢ່າງໃດ, ເພາະຂ້ານ້ອຍຍັງນ້ອຍເກີນໄປ.”
\s5
\v 7 ແຕ່ພຣະຢາເວຊົງບອກຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, 'ເຈົ້າຍັງນ້ອຍເກີນໄປ.' ເພາະເຈົ້າຈະຕ້ອງໄປຫາປະຊາຊົນທຸກແຫ່ງທີ່ເຮົາໃຊ້ເຈົ້າໄປ, ແລະເຈົ້າຈະຕ້ອງບອກທຸກສິ່ງທີ່ເຮົາສັ່ງເຈົ້າ!
\v 8 ຢ່າຢ້ານຄົນເຫລົ່ານັ້ນ, ເພາະເຮົາຈະຢູ່ກັບເຈົ້າເພື່ອຊ່ວຍກູ້ເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 9 ແລ້ວ ພຣະຢາເວໄດ້ຊົງເດ່ພຣະຫັດ, ມາໃສ່ປາກຂ້າພະເຈົ້າ, ແລະໄດ້ຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເບິ່ງແມ, ເຮົາໄດ້ເອົາຖ້ອຍຄຳເວົ້ຂອງເຮົາໃສ່ໃນປາກຂອງເຈົ້າ.
\v 10 ໃນມື້ນີ້ເຮົາໄດ້ແຕ່ງຕັ້ງເຈົ້າມີອຳນາດເຫນືອປະຊາຊົນ ແລະ ເຫນືອຣາຊະອານາຈັກທັງຫລາຍ, ເພື່ອໃຫ້ຖອນຮາກ ແລະຮື້ຖິ້ມເສຍ, ໃຫ້ທຳລາຍ ແລະໃຫ້ລົ້ມລົງ, ໃຫ້ສ້າງຂຶ້ນ ແລະໃຫ້ປູກ.”
\s5
\v 11 ພຣະຄຳຂອງພຣະຢາເວຊົງກ່າວຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າໄດ້ເຫັນຫຍັງ?” ຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້ານ້ອຍໄດ້ເຫັນງ່າຂອງຕົ້ນຫມາກບົກ.”
\v 12 ແລ້ວພຣະຢາເວຊົງບອກຂ້າພະເຈົ້າວ່າ, “ເຈົ້າເຫັນຖືກແລ້ວ, ເພາະເຮົາກຳລັງເຝົ້າເບິ່ງຖ້ອຍຄຳຂອງເຮົາເພື່ອໃຫ້ນຳໄປປະຕິບັດໃຫ້ສຳເລັດ.”
\s5
\v 13 ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້າພະເຈົ້າຄັ້ງທີສອງ, ຊົງກ່າວອີກວ່າ, “ເຈົ້າເຫັນຫຍັງ?” ຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້ານ້ອຍໄດ້ເຫັນຫມໍ້ຫນ່ວຍຫນຶ່ງ, ມັນກຳລັງຟົດເດືອດ, ປາກຫມໍ້ນັ້ນປິ່ນມາຈາກທາງທິດເຫນືອ.”
\v 14 ແລ້ວພຣະອົງຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເຫດຮ້າຍຈະປະທຸຂຶ້ນຈາກທາງທິດເຫນືອ ມາເຫນືອຄົນທັງປວງທີ່ອາໄສຢູ່ໃນແຜ່ນດິນນີ້.
\s5
\v 15 ເພາະເຮົາກຳລັງເອີ້ນທຸກຕະກູນແຫ່ງຣາຊະອານາຈັກທິດເຫນືອ, ພຣະຢາເວໄດ້ຊົງປະກາດດັ່ງນີ້ແຫລະ. ພວກເຂົາກໍຈະມາ, ແລະຕ່າງກໍຈະຕັ້ງກອງທັບບັນຊາການຂອງຕົນໄວ້ຕໍ່ຫນ້າປະຕູນະຄອນເຢຣູຊາເລັມ, ຕໍ່ສູ້ກັບກຳແພງທີ່ອ້ອມຮອບ, ແລະຕໍ່ສູ້ກັບເມືອງອື່ນໆຂອງຢູດາ.
\v 16 ເຮົາຈະກ່າວຄຳພິພາກສາຂອງເຮົາຕໍ່ຄົນທັງຫລາຍໃນເມືອງເຫລົ່ານັ້ນ ດ້ວຍວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍ ຄືໄດ້ປະຖິ້ມເຮົາ, ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ພະອື່ນ, ແລະໄດ້ນະມັດສະການສິ່ງທີ່ມືຂອງພວກເຂົາສ້າງຂຶ້ນເອງ.
\s5
\v 17 ຈົ່ງຕຽມຕົວເຈົ້າໃຫ້ພ້ອມ! ຈົ່ງລຸກຂຶ້ນໄປບອກແກ່ພວກເຂົາທຸກສິ່ງທີ່ເຮົາສັ່ງເຈົ້ານັ້ນ. ຢ່າຕົກໃຈຢ້ານພວກເຂົາ, ບໍ່ດັ່ງນັ້ນເຮົາຈະເຮັດໃຫ້ເຈົ້າຢ້ານກົວຕໍ່ຫນ້າພວກເຂົາ!
\v 18 ເບິ່ງເຖີດ! ມື້ນີ້ເຮົາເຮັດໃຫ້ເຈົ້າເປັນເມືອງມີປ້ອມເປັນເສົາເຫລັກ ແລະກຳແພງທັງຫລາຍເປັນທອງແດງ, ເພື່ອຈະຕໍ່ສູ້ແຜ່ນດິນທັງຫມົດແລະ—ສູ້ກັບກະສັດຂອງຊາວຢູດາ, ສູ້ກັບຂ້າລາຊະການ, ສູ້ກັບບັນດາປະໂລຫິດ, ແລະສູ້ກັບປະຊາຊົນໃນແຜ່ນດິນ.
\v 19 ພວກເຂົາຈະຕໍ່ສູ້ກັບເຈົ້າ, ແຕ່ຈະບໍ່ຊະນະເຈົ້າ, ເພາະເຮົາຈະຢູ່ກັບເຈົ້າ ເພື່ອຊ່ວຍກູ້ເຈົ້າໄວ້—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\c 2
\cl ບົດທີ 2
\p
\v 1 ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
\v 2 "ຈົ່ງໄປ ແລະປະກາດໃຫ້ນະຄອນເຢຣູຊາເລັມໄດ້ຍິນ. ດັ່ງນີ້ວ່າ, 'ພຣະຢາເວກ່າວດັ່ງນີ້ວ່າ: ເຮົາຍັງລະນຶກເຖິງຄວາມສັດຊື່ໃນພັນທະສັນຍາ ຄາວເມື່ອເຈົ້າຍັງຫນຸ່ມຂອງເຈົ້າໄດ້, ຄວາມຮັກທີ່ເຈົ້າມີຕໍ່ເຮົາຕອນເຈົ້າຫມັ້ນ, ເມື່ອເຈົ້າໄດ້ຕິດຕາມເຮົາໃນຖິ່ນແຫ້ງແລ້ງກັນດານ, ໃນແຜ່ນດິນທີ່ບໍ່ໄດ້ປູກຝັງ.
\v 3 ອິດສະຣາເອນນັ້ນບໍລິສຸດຕໍ່ພຣະຢາເວ, ຄືເປັນຫມາກຜົນຮຸ່ນທຳອິດຈາກການເກັບກ່ຽວຂອງພຣະອົງ! ທຸກຄົນທີ່ໄດ້ກິນຜົນນັ້ນກໍ່ມີຄວາມຜິດ; ຄວາມພິນາດຈິ່ງໄດ້ມາເຖິງພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ.'"
\s5
\v 4 ຈົ່ງຟັງຖ້ອຍຄຳຂອງພຣະຢາເວ, ເຊື້ອສາຍຂອງຢາໂຄບ ແລະ ທຸກຕະກູນໃນບັນດາເຊື້ອສາຍອິດສະຣາເອນ.
\v 5 ພຣະຢາເວຊົງກ່າວວ່າ, "ບັນພະບູລຸດຂອງພວກເຈົ້າ ເຫັນວ່າເຮົາໄດ້ເຮັດຜິດຫຍັງ, ພວກເຂົາຈຶ່ງໄດ້ພາກັນຫນີຈາກເຮົາ? ທີ່ພວກເຂົາໄດ້ນັບຖືຮູບເຄົາລົບອັນບໍ່ມີປະໂຫຍດ ແລະ ພວກເຂົາໄດ້ກາຍເປັນສິ່ງບໍ່ມີປະໂຫຍດເອງຊໍ້າ?
\v 6 ພວກເຂົາກໍບໍ່ໄດ້ກ່າວວ່າ, 'ພຣະຢາເວຊົງຢູ່ໃສ, ຜູ້ໄດ້ຊົງຊ່ວຍພວກເຂົາໃຫ້ອອກຈາກປະເທດເອຢິບ? ພຣະຢາເວຢູ່ໃສຜູ້ໄດ້ຊົງນຳພວກເຮົາຜ່ານຖິ່ນແຫ້ງແລ້ງກັນດານ, ເຂົ້າສູ່ດິນແດນອາຣາບາ ແລະ ຂຸມເຫວທັງຫລາຍ, ໃນດິນແດນແຫ້ງແລ້ວ ແລະ ມືດທຶບ, ໃນແຜ່ນດິນທີ່ບໍ່ມີຄົນຜ່ານໄປ ແລະບໍ່ມີມະນຸດອາໄສຢູ່ທີ່ນັ້ນ?'.
\s5
\v 7 ແຕ່ເຮົາໄດ້ນຳພວກເຂົາເຂົ້າມາໃນດິນແດນທີ່ອຸດົມສົມບູນ, ເພື່ອກິນຜົນລະປູກ ແລະ ບັນດາສິ່ງທີ່ດີ! ແຕ່ພວກເຈົ້າໄດ້ເຂົ້າ ພວກເຈົ້າໄດ້ເຮັດໃຫ້ແຜ່ນດິນຂອງເຮົາເປັນມົນທິນ, ແລະເຮັດໃຫ້ມໍຣະດົກຂອງເຮົາເປັນສິ່ງນ່າລັງກຽດ!
\v 8 ພວກປະໂລຫິດບໍ່ໄດ້ກ່າວວ່າ, 'ພຣະຢາເວຊົງຢູ່ທີ່ໃດ?' ແລະຄົນເຫລົ່ານັ້ນທີ່ຊ່ຽວຊານເລື່ອງທຳມະບັນຍັດກໍບໍ່ໄດ້ໃສ່ໃຈເຮົາ! ບັນດາຜູ້ປົກຄອງກໍເປັນກະບົດຕໍ່ສູ້ເຮົາ. ຜູ້ປະກາດພຣະທັມກໍປະກາດໃນນາມຂອງພະບາອານ ແລະ ຕິດຕາມສິ່ງທີ່ບໍ່ມີປະໂຫຍດ.
\s5
\v 9 ດ້ວຍເຫດນີ້ ເຮົາຈຶ່ງຍັງຄົງໂຕ້ແຍ້ງກັບເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະເຮົາຈະກ່າວໂທດບັນດາລູກຫລານຂອງເຈົ້າ.
\v 10 ດັ່ງນັ້ນ ຈົ່ງຂ້າມໄປຕາມລຽບຝັ່ງຂອງກິດຕີມແລະເບິ່ງ. ຫລືສົ່ງຄົນໄປທີ່ເມືອງເກດາ ແລະ ພິຈາລະນາເບິ່ງຖີ່ຖ້ວນ ແລະເບິ່ງວ່າເຄີຍມີເຫມືອນຢ່າງນີ້ແດ່ບໍ?
\v 11 ມີຊົນຊາດໃດແດ່ເຄີຍປ່ຽນພະທັງຫລາຍຂອງຕົນ, ເຖິງແມ່ນວ່າພະເຫລົ່ານັ້ນບໍ່ແມ່ນພະກໍດີ? ແຕ່ໄພ່ພົນຂອງເຮົາໄດ້ເອົາສັກສີຂອງເຮົາ ແລກກັບສິ່ງບໍ່ສາມາດຊ່ວຍເຫລືອພວກເຂົາ.
\s5
\v 12 ທ້ອງຟ້າທັງຫລາຍ, ຈົ່ງສັ່ນສະທ້ານ, ເພາະດ້ວຍສິ່ງນີ້! ຈົ່ງຕື່ນຕົກໃຈ ແລະຈົ່ງເປົ່າຮ້າງ—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 13 ເພາະວ່າໄພ່ພົນຂອງເຮົາໄດ້ເຮັດຄວາມຊົ່ວຮ້າຍສອງຢ່າງຄື: ພວກເຂົາໄດ້ປະຖິ້ມເຮົາຜູ້ເປັນບໍ່ນ້ຳທີ່ມີຊີວິດ, ແລະພວກເຂົາໄດ້ຂຸດນ້ຳສ້າງສຳລັບຕົນເອງ, ແຕ່ເປັນນໍ້າສ້າງທີ່ແຕກຂັງນໍ້າບໍ່ໄດ້.
\s5
\v 14 “ອິດສະຣາເອນບໍ່ໄດ້ເປັນຂ້າທາດຫລື? ເຂົາເປັນທາດທີ່ເກີດມາໃນເຮືອນຂອງນາຍຂອງເຂົາບໍ່ແມ່ນຫລື? ດັ່ງນັ້ນເປັນຫຍັງເຂົາຈຶ່ງເປັນຂອງປຸ້ນ?
\v 15 ບັນດາສິງຫນຸ່ມໄດ້ຮ້ອງແຜດສຽງໃສ່ເຂົາ. ພວກມັນໄດ້ແຜດສຽງດັງຫລາຍ ແລະພວກມັນໄດ້ເຮັດໃຫ້ແຜ່ນດິນຂອງເຂົາຮ້າງເປົ່າ. ເມືອງທັງຫລາຍຂອງພວກເຂົາກໍຖືກທຳລາຍບໍ່ມີຄົນອາໄສຢູ່.
\v 16 ຍິ່ງໄປກວ່ານັ້ນ, ຊາວເມືອງເມັມຟິດ ແລະເມືອງຕະປັນເຂດ ໄດ້ໂກນຫົວກະມ່ອມຂອງເຈົ້າແລ້ວ.
\v 17 ພວກເຈົ້າຫາເລື່ອງເຫລົ່ານີ້ມາໃສ່ຕົວເຈົ້າເອງບໍ່ແມ່ນຫລື ໂດຍການປະຖີ້ມພຣະຢາເວຂອງເຈົ້າ, ເມື່ອພຣະອົງນຳເຈົ້າໄປຕາມທາງ?
\s5
\v 18 ດັ່ງນັ້ນເຈົ້າໄດ້ອັນໃດຈາກການທີ່ລົງໄປປະເທດເອຢິບ ເພື່ອຈະດື່ມນ້ຳໃນແມ່ນ້ຳນິນບໍ? ຫລືເຈົ້າໄດ້ອັນໃດຈາກການລົງໄປທີ່ໄປປະເທດອັດຊີເຣຍ ແລະດື່ມນ້ຳໃນແມ່ນ້ຳເອຟຣາດບໍ?
\v 19 ຄວາມຊົ່ວຊ້າຂອງເຈົ້າຈະຕີສອນເຈົ້າເອງ, ແລະຄວາມບໍ່ສັດຊື່ຂອງເຈົ້າຈະຕຳຫນິເຈົ້າ. ເພາະສະນັ້ນເຈົ້າຈົ່ງຄິດເຖິງມັນ ແລະ ເຂົ້າໃຈເຖີດວ່າມັນເປັນຄວາມຊົ່ວ ແລະຄວາມຂົມຂື່ນ ເມື່ອເຈົ້າປະຖີ້ມພຣະຢາເວ ພຣະເຈົ້າຂອງພວກເຈົ້າ, ແລະບໍ່ຢ້ານກົວເຮົາອີກຕໍ່ໄປເລີຍ—ນີ້ແມ່ນພຣະຄຳຂອງພຣະເຢເວຜູ້ຊົງເປັນພຣະເຈົ້າຈອມໂຍທາ.
\s5
\v 20 ເພາະເຮົາໄດ້ຫັກແອກຂອງເຈົ້າທີ່ມີເຫິງນານແລ້ວນັ້ນ; ເຮົາໄດ້ທຳລາຍໂຊ້ທີ່ຖ່ວງດຶງເຈົ້າບໍ່. ເຈົ້າຍັງໄດ້ກ່າວວ່າ, 'ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ' ເພາະເຈົ້າໄດ້ກົ້ມຂາບໄຫວ້ເທິງເນີນພູສູງທຸກແຫ່ງ ແລະກ້ອງຕົ້ນໄມ້ບ່ອນສັກສິດ, ພວກເຈົ້າໄດ້ເຮັດປະຫມາດເຫມືອນຍິງໂສເພນີ.
\v 21 ເຮົາໄດ້ປູກເຈົ້າໄວ້ເຫມືອນກັບຕົ້ນອະງຸ່ນພັນດີ, ເຫມືອນແນວພືດຢ່າງດີທີ່ສຸດ. ແຕ່ແລ້ວເປັນຫຍັງເຈົ້າຈຶ່ງກາຍເປັນເຫມືອນອະງຸ່ນພັນຕ່ຳບໍ່ມີຄ່າ?
\v 22 ເຖິງແມ່ນເຈົ້າຈະລ້າງຕົວຂອງເຈົ້າດ້ວຍນ້ຳຢາ ແລະໃສ່ສະບູຫລາຍໆ, ແຕ່ຮອຍຄວາມເປິເປື້ອນຈາກຄວາມຜິດບາບຂອງເຈົ້າກໍຍັງປະກົດຢູ່ຕໍ່ຫນ້າເຮົາ—ນີ້ແມ່ນພຣະຄຳຂອງພຣະເຢເວຜູ້ຊົງເປັນພຣະເຈົ້າຈອມໂຍທາ.
\s5
\v 23 ເຈົ້າຈະເວົ້າໄດ້ຢ່າງໃດວ່າ, 'ຂ້ານ້ອຍບໍ່ໄດ້ເຮັດຜິດ! ເວົ້າວ່າບໍ່ເຄີຍຂາບໄຫວ້ພະບາອານ'? ຈົ່ງເບິ່ງທ່າທາງຂອງເຈົ້າໃນຮ່ອມພູເບິ່ງດຸ! ຈົ່ງສຳນຶກວ່າເຈົ້າໄດ້ເຮັດບາບຫຍັງແດ່—ເຈົ້າເປັນເຫມືອນອູດສາວທີ່ກຳລັງຄຶກຄະນອງຢູ່ບໍ່ເປັນສຸກ,
\v 24 ເຫມືອນລໍປ່າທີ່ຄຸ້ນເຄີຍກັບຖິ່ນແຫ້ງແລ້ງກັນດານ, ໄດ້ສູດລົມຫາຍໃຈດ້ວຍຄວາມຢາກຖືເຊີງຢ່າງຮຸນແຮງຂອງພວກມັນ! ໃຜຈະລະງັບຄວາມຕ້ອງການຂອງມັນໄດ້? ລໍເຖິກກໍບໍ່ຈຳເປັນຕ້ອງແຕ່ງຕົວງາມແລ້ວໄລ່ຕາມນາງ ໃນລະດູຕິດເຊີງ; ລໍແມ່ຈະປະກົດໃຫ້ເຫັນເລື້ອຍ.
\v 25 ເຈົ້າຈົ່ງຫ້າມຕີນຂອງເຈົ້າ ຢ່າແລ່ນຈົນເກີບເຮ່ຍ ແລະ ຄໍແຫ້ງ! ແຕ່ເຈົ້າໄດ້ເວົ້າວ່າ, ‘ບໍ່ເປັນຫຍັງດອກ! ເພາະຂ້າຮັກຄົນແປກຫນ້າ ແລະຂ້າພະເຈົ້າຈະຕິດຕາມໄປ!
\s5
\v 26 ເມື່ອຂີ້ລັກນັ້ນຖືກຈັບຍ່ອມລະອາຍສັນໃດ, ເຊື້ອສາຍຂອງອິດສະຣາເອນກໍຈະລະອາຍສັນນັ້ນ—ທັງຕົວເຂົາ, ກະສັດ, ເຈົ້ານາຍ, ປະໂລຫິດ, ແລະຜູ້ປະກາດພຣະທັມຂອງເຂົາ.
\v 27 ຄົນເຫລົ່ານີ້ ທີ່ເວົ້າກັບຕົ້ນໄມ້ວ່າ, ‘ທ່ານເປັນພໍ່ຂອງຂ້ານ້ອຍ, ແລະເວົ້າກັບກ້ອນຫີນວ່າ, ‘ທ່ານເປັນຜູ້ໃຫ້ກຳເນີດຂອງຂ້ານ້ອຍ. ຍ້ອນເຈົ້າປະຖິ້ມເຮົາ ແລະ ບໍ່ຕ່າວມາຫາເຮົາ. ແຕ່ເມື່ອເຈົ້າຕົກທຸກໄດ້ຍາກ ພວກເຈົ້າກ່າວ່າ, 'ຂໍຊົງລຸກຂຶ້ນຊ່ວຍພວກຂ້ານ້ອຍທັງຫລາຍໃຫ້ພົ້ນແດ່ທ້ອນ.
\v 28 ແລ້ວບັນດາພະຂອງເຈົ້ານັ້ນຢູ່ໃສ ຊຶ່ງເປັນພະທີ່ເຈົ້າສ້າງໄວ້ສຳລັບຕົວເອງ? ຖ້າມັນຊ່ວຍເຈົ້າໃຫ້ພົ້ນໄດ້ ກໍຈົ່ງໃຫ້ມັນຊ່ວຍຕີ້, ເມື່ອເຖີງເວລາຕົກທຸກໄດ້ຍາກຂອງເຈົ້າ, ຊາວຢູດາເອີຍ ພວກເຈົ້າເມືອງຕ່າງໆຫລາຍເທົ່າໃດ ເຈົ້າກໍມີພະຫລາຍທໍ່ນັ້ນ!
\s5
\v 29 ເຈົ້າທັງຫລາຍຈະມາໂຕ້ແຍ້ງເຮົາເຮັດຫຍັງ? ເຈົ້າໄດ້ກະບົດຕໍ່ສູ້ເຮົາຫມົດທຸກຄົນແລ້ວ—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 30 ເຮົາໄດ້ລົງໂທດຕີລູກຫລານຂອງພວກເຈົ້າ. ພວກເຂົາບໍ່ຍອມຮັບເອົາການດັດສ້າງນັ້ນ. ດາບຂອງເຈົ້າເອງໄດ້ຂ້າຜູ້ປະກາດພຣະທັມຂອງຕົນເຫມືອນສິງໂຕຮ້າຍກາດ!
\v 31 ຄົນຍຸກນີ້ເອີຍ, ພວກເຈົ້າທັງຫມົດຈົ່ງຕັ້ງໃຈພຣະຄຳຂອງພຣະຢາເວ! ເຮົາເປັນເຫມືອນຖິ່ນແຫ້ງແລ້ງກັນດານແກ່ອິດສະຣາເອນຫລື? ຫລືເຫມືອນແຜ່ນດິນທີ່ເປັນມືດທຶບບໍ? ເປັນຫຍັງໄພ່ພົນຂອງເຮົາຈຶ່ງກ່າວວ່າ, ‘ພວກຂ້ານ້ອຍທັງຫລາຍເປັນອິດສະຫລະ, ຂ້າພະອົງຈະບໍ່ມາຫາພຣະອົງອີກ'?
\s5
\v 32 ສາວປອດຈະລືມເຄື່ອງເອ້ຂອງຕົນໄດ້ບໍ, ເຈົ້າສາວຈະລືມເຄື່ອງແຕ່ງຕົວຂອງຕົນໄດ້ບໍ? ແຕ່ໄພ່ພົນຂອງເຮົາໄດ້ລືມເຮົາເປັນຈຳນວນວັນທີ່ນັບບໍ່ຖ້ວນ!
\v 33 ພວກເຈົ້າຮູ້ຈັກວິທີຍົວະເຍົ້າໃຫ້ຄົນມາຫລົງຮັກໄດ້ຢ່າງແນບນຽນ. ອີກທັງພວກເຈົ້າຍັງສອນວິທີຂອງພວກເຈົ້າໃຫ້ຍິງຊົ່ວ.
\v 34 ເສື້ອຂອງພວກເຈົ້າໄດ້ເປິເປື້ອນດ້ວຍເລືອດ ຂອງຄົນທຸກຍາກທີ່ບໍ່ມີຄວາມຜິດຕິດຢູ່, ພວກເຈົ້າໄດ້ຈັບຄົນທີ່ບໍ່ເຄີຍລັກ ຂອງໃນເຮືອນພວກເຈົ້າ.
\s5
\v 35 ແຕ່ເຖິງຈະມີເລື່ອງຕ່າງໆເຫລົ່ານີ້ ພວກເຈົ້າກໍຍັງເວົ້າວ່າ, ‘ຂ້າພະເຈົ້າບໍ່ມີຄວາມຜິດເລີຍ; ແລະເວົ້າວ່າ ພຣະອົງບໍ່ຄຽດຮ້າຍຂ້າພະເຈົ້າອີກແລ້ວ. ເບິ່ງແມ! ເຮົາພຣະຢາເວຈະນຳພວກເຈົ້າສູ່ການພິພາກສາ ຍ້ອນພວກເຈົ້າເວົ້າວ່າ, ‘ຂ້າພະເຈົ້າບໍ່ໄດ້ເຮັດບາບ.
\v 36 ດ້ວຍເຫດໃດພວກເຈົ້າຈຶ່ງຫັນເຫປ່ຽນເສັ້ນທາງຂອງພວກເຈົ່າ? ເອຢິບຈະເຮັດໃຫ້ເຈົ້າອັບອາຍ, ເຫມືອນດັ່ງອັດຊີເຣຍເຄີຍເຮັດໃຫ້ເຈົ້າອັບອາຍມາແລ້ວນັ້ນ.
\v 37 ເຊັ່ນດຽວກັນກັບພວກເຈົ້າຈະໄດ້ອອກໄປຈາກທີ່ນັ້ນ ໂດຍເອົາມາກຸມຫົວຂອງເຈົ້າໄວ້, ເພາະພຣະຢາເວຊົງປະຖິ້ມບັນດາຄົນເຫລົ່ານັ້ນ ທີ່ເຈົ້າໄວ້ວາງໃຈ, ພວກເຈົ້າຈະຈະເລີນຂຶ້ນຍ້ອນຄວາມຊ່ວຍເຫລືອຈາກພວກເຂົາ.”
\s5
\c 3
\cl ບົດທີ 3
\p
\v 1 “ຖ້າຜູ້ຊາຍຄົນໃດປະຮ້າງເມຍຂອງຕົນ ແລະນາງກໍໄປຈາກລາວເສຍ ແລະໄປເປັນເມຍຂອງຊາຍອີກຄົນຫນຶ່ງ, ລາວຈະກັບໄປຫານາງບໍ? ແຜ່ນດິນນັ້ນຈະບໍ່ເປິເປື້ອນຫລວງຫລາຍບໍ? ພວກເຈົ້າໄດ້ໃຊ້ຊີວິດເຫມືອນຍິງໂສເພນີທີ່ຫລິ້ນຊູ້ກັບຄົນຮັກຫລາຍຄົນແລ້ວ; ແລ້ວເຈົ້າຈະກັບມາຫາເຮົາອີກຫລື?”—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 2 ຈົ່ງແຫງນຫນ້າຂຶ້ນສູ່ບັນດາບ່ອນທີ່ສູງນັ້ນ ແລະເບິ່ງແມ! ມີບ່ອນໃດແດ່ທີ່ພວກເຈົ້າມີເພດສຳພັນນອກສົມຣົດ? ພວກເຈົ້າໄດ້ນັ່ງຄອຍຖ້າຄົນຮັກຂອງເຈົ້າຢູ່ທີ່ແຄມທາງ, ເຫມືອນຄົນອາຫລັບໃນຖິ່ນແຫ້ງແລ້ງກັນດານ. ພວກເຈົ້າໄດ້ເຮັດໃຫ້ແຜ່ນດິນເປິເປື້ອນ ດ້ວຍການເປັນໂສເພນີ ແລະຄວາມຊົ່ວຊ້າຂອງພວກເຈົ້າ.
\s5
\v 3 ເພາະສະນັ້ນ ຝົນຈຶ່ງໄດ້ຖືກລະງັບເສຍ ແລະຝົນປາຍລະດູຈຶ່ງຂາດໄປ. ແຕ່ພວກເຈົ້າມີຫນ້າທີ່ຍິ່ງຍະໂສ, ເຫມືອນກັບຜູ້ຍິງບໍ່ສັດຊື່. ພວກເຈົ້າປະຕິເສດທີ່ຈະຮູ້ສຶກລະອາຍ.
\v 4 ພວກເຈົ້າຫາກໍຈະຮ້ອງເຮົາບໍ່ແມ່ນຫລືວ່າ, ‘ພຣະບິດາຂອງຂ້ານ້ອຍ! ພຣະອົງຊົງເປັນສະຫາຍຕັ້ງແຕ່ຂ້າພະເຈົ້າຍັງຫນຸ່ມຂອງຂ້າພະເຈົ້າ!
\v 5 ພຣະອົງຈະຊົງມີຄວາມໂກດຮ້າຍຢູ່ເປັນນິດບໍ? ພຣະອົງຈະຊົງໂກດຮ້າຍຢູ່ຈົນເຖິງທີ່ສຸດປາຍບໍ? ເບິ່ງແມ! ພວກເຈົ້າອອກຄຳເວົ້າແລ້ວ, ແຕ່ພວກເຈົ້າກໍຍັງເຮັດຄວາມຊົ່ວຊ້າທຸກຢ່າງ ຊຶ່ງພວກເຈົ້າເຮັດໄດ້!”
\s5
\v 6 ແລ້ວພຣະຢາເວໄດ້ກ່າວກັບຂ້າພະເຈົ້າໃນລາຊະການຂອງກະສັດໂຢສີຢາວ່າ, “ເຈົ້າເຫັນອິດສະຣາເອນຜູ້ບໍ່ສັດຊື່ເຮັດຫຍັງ? ນາງຂຶ້ນໄປເທິງພູເຂົາສູງທຸກຫນ່ວຍ ແລະ ກ້ອງຕົ້ນໄມ້ຂຽວສົດທຸກຕົ້ນ, ແລ້ວບ່ອນນັ້ນນາງກໍປະພຶດເຫມືອນກັບຍິງໂສເພນີ.
\v 7 ເຮົາໄດ້ກ່າວວ່າ, ‘ຫລັງຈາກທີ່ນາງເຮັດທຸກສິ່ງເຫລົ່ານີ້ແລ້ວ, ນາງຈະກັບມາຫາເຮົາ, ແຕ່ນາງກໍບໍ່ກັບມາ. ແລ້ວຢູດານ້ອງສາວທີ່ທໍລະຍົດນັ້ນກໍໄດ້ເຫັນສິ່ງເຫລົ່ານີ້.
\s5
\v 8 ດັ່ງນັ້ນເຮົາເຫັນວ່າ, ໃນທຳນອງດຽວກັນທີ່ອິດສະຣາເອນຜູ້ບໍ່ສັດຊື່ ໄດ້ລ່ວງປະເວນີ ແລະເຮົາໄດ້ໄລ່ນາງໄປ ພ້ອມກັບໃຫ້ຫນັງສືຢ່າຮ້າງ, ຢູດານ້ອງສາວທີ່ທໍລະຍົດຂອງນາງກໍບໍ່ຢ້ານກົວເລີຍ; ນາງກໍກັບໄປເຮັດຕົວເອງເປັນໂສເພນີດ້ວຍເຊັ່ນດຽວກັນ.
\v 9 ເພາະເຫັນວ່າການໄດ້ໄປເປັນໂສເພນີຂອງນາງຍັງຖືເປັນເລື່ອງເລັກນ້ອຍ; ນາງກໍໄດ້ເຮັດໃຫ້ແຜ່ນດິນເປິເປື້ອນໄປ, ແລະນາງໄດ້ໄປລ່ວງປະເວນີກັບກ້ອນຫີນ ແລະຕົ້ນໄມ້.
\v 10 ແລ້ວພາຍຫລັງນາງເຮັດໄປທັງຫມົດເຊັ່ນນີ້ແລ້ວ, ຢູດານ້ອງສາວທີ່ທໍລະຍົດຂອງນາງກໍໄດ້ຫັນກັບມາຫາເຮົາ, ແຕ່ບໍ່ໄດ້ດ້ວຍສິ້ນສຸດໃຈ, ແຕ່ທຳທ່າເຮັດເປັນກັບມາ,”—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 11 ແລ້ວພຣະຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ອິດສະຣາເອນຜູ້ບໍ່ສັດຊື່ຍັງສະແດງຕົວວ່າຊອບທຳຍິ່ງກວ່າຢູດາທີ່ທໍລະຍົດ!
\v 12 ຈົ່ງໄປ ແລະປະກາດຖ້ອຍຄຳເຫລົ່ານີ້ ທາງທິດເຫນືອ. ກ່າວວ່າ, ‘ອິດສະຣາເອນຜູ້ບໍ່ສັດຊື່ເອີຍ, ຈົ່ງກັບມາເຖີດ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະບໍ່ໃຫ້ຄວາມຮ້າຍຂອງເຮົາຢູ່ເຫນືອພວກເຈົ້າ. ເພາະເຮົາມີຄວາມສັດຊື່—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະບໍ່ຮ້າຍເປັນນິດ.
\s5
\v 13 ພຽງແຕ່ຍອມຮັບຄວາມຜິດຂອງພວກເຈົ້າວ່າ, ພວກເຈົ້າໄດ້ລະເມີດຕໍ່ພຣະຢາເວ ພຣະເຈົ້າຂອງພວກເຈົ້າ; ພວກເຈົ້າໄດ້ແບ່ງໃຈກັບບັນດາຄົນແປກຫນ້າທີ່ກ້ອງຕົ້ນໄມ້ຂຽວສົດທຸກຕົ້ນ! ເພາະພວກເຈົ້າບໍ່ໄດ້ເຊື່ອຟັງສຽງຂອງເຮົາ!—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 14 ຈົ່ງກັບມາເຖີດ, ໄພ່ພົນທີ່ບໍ່ສັດຊື່ທັງຫລາຍເອີຍ!—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາເປັນສາມີຂອງພວກເຈົ້າ! ເຮົາຈະຮັບພວກເຈົ້າຈາກເມືອງລະຄົນ, ແລະຈາກຕະກູນລະສອງຄົນ, ແລະເຮົາຈະນຳພວກເຈົ້າມາເຖິງຊີໂອນ!
\v 15 ເຮົາຈະໃຫ້ຜູ້ລ້ຽງແກະຄົນທີ່ເຮົາພໍໃຈແກ່ພວກເຈົ້າ, ຜູ້ຊຶ່ງຈະລ້ຽງພວກເຈົ້າດ້ວຍຄວາມຮູ້ ແລະຄວາມເຂົ້າໃຈ.
\s5
\v 16 ແລ້ວສິ່ງນີ້ໄດ້ເກີດຂຶ້ນ ເມື່ອພວກເຈົ້າທະວີຂຶ້ນ ແລະເກີດຜົນໃນແຜ່ນດິນໃນເວລາເຫລົ່ານັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ. ພວກເຂົາທັງຫລາຍຈະບໍ່ກ່າວອີກຕໍ່ໄປວ່າ, “ຫີບພັນທະສັນຍາແຫ່ງພຣະຢາເວ!” ເລື່ອງນີ້ຈະບໍ່ມີຂຶ້ນໃນໃຈຫົວໃຈຂອງພວກເຂົາອີກຕໍ່ໄປ; ຫລືຈະບໍ່ມີໃຜລະນຶກໄດ້, ຈະບໍ່ເຮັດຜິດພາດອີກເລີຍ ແລະຈະບໍ່ມີການກະທຳເຊັ່ນນີ້ອີກເລີຍ.
\s5
\v 17 ໃນເທື່ອນັ້ນ ພວກເຂົາຈະເອີ້ນນະຄອນເຢຣູຊາເລັມວ່າ, ‘ນີ້ເປັນພຣະທີ່ນັ່ງຂອງພຣະຢາເວ, ແລະ ບັນດາປະຊາຊາດຈະຮວບຮວມກັນເຂົ້າມາຫາພຣະນາມຂອງພຣະຢາເວ ໃນນະຄອນເຢຣູຊາເລັມ. ພວກເຂົາຈະບໍ່ດຳເນີນໃນຄວາມແຂງກະດ້າງໃນຫົວໃຈຊົ່ວຮ້າຍຂອງພວກເຂົາອີກຕໍ່ໄປ.
\v 18 ໃນເວລານັ້ນ, ເຊື້ອສາຍຂອງຢູດາຈະຍ່າງມາກັບເຊື້ອສາຍຂອງອິດສະຣາເອນ. ພວກເຂົາຈະຮ່ວມກັນມາຈາກແຜ່ນດິນຝ່າຍເຫນືອ ມາຍັງແຜ່ນດິນຊຶ່ງເຮົາມອບໃຫ້ແກ່ບັນພະບູລຸດຂອງພວກເຈົ້າໃຫ້ເປັນມໍຣະດົກ.
\s5
\v 19 ແຕ່ສຳລັບເຮົາ, ເຮົາກ່າວວ່າ, ‘ເຮົາຈະຕັ້ງພວກເຈົ້າໄວ້ທ່າມກາງລູກຊາຍທັງຫລາຍຂອງເຮົາຢ່າງໃດດີຫນໍ, ແລະໃຫ້ແຜ່ນດິນທີ່ຫນ້າປາດຖະຫນາແກ່ພວກເຈົ້າເປັນມໍຣະດົກທີ່ສວຍງາມທີ່ສຸດກວ່າສິ່ງອື່ນໃດໃນບັນດາປະຊາຊາດ! ເຮົາກ່າວວ່າ, ‘ພວກເຈົ້າຈະເອີ້ນເຮົາວ່າ “ພຣະບິດາຂອງຂ້ານ້ອຍ”. ເຮົາຈະບໍ່ໄດ້ກ່າວວ່າ ພວກເຈົ້າຈະບໍ່ຫັນຫລັງກັບຈາກການຕິດຕາມເຮົາ.
\v 20 ເຊັ່ນດຽວກັບເມຍທໍລະຍົດຖິ້ມຜົວຂອງນາງສັນໃດ ພວກເຈົ້າກໍໄດ້ທໍລະຍົດຕໍ່ເຮົາສັນນັ້ນ, ເຊື້ອສາຍຂອງອິດສະຣາເອນເອີຍ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 21 ຈະໄດ້ຍິນສຽງມາຈາກບ່ອນໂລ່ງ, ເປັນສຽງຮ້ອງໄຫ້ ແລະສຽງອ້ອນວອນຂອງປະຊາຊົນຂອງອິດສະຣາເອນ! ເພາະພວກເຂົາໄດ້ຫັນທິດການດຳເນີນຊີວິດຂອງຕົນເສຍແລ້ວ; ພວກເຂົາໄດ້ລືມພຣະຢາເວພຣະຂອງພວກດຂົາ.
\v 22 “ຈົ່ງກັບມາເຖີດ, ປະຊາຊົນທີ່ບໍ່ສັດຊື່ເອີຍ! ເຮົາຈະຮັກສາຄວາມບໍ່ສັດຊື່ຂອງພວກເຈົ້າໃຫ້ຫາຍດີ!” “ເບິ່ງແມ! ຂ້ານ້ອຍທັງຫລາຍມາຫາພຣະອົງແລ້ວ, ເພາະພຣະອົງຊົງເປັນພຣະຢາເວພຣະຂອງພວກຂ້ານ້ອຍ!
\s5
\v 23 ແທ້ຈິງໂນນພູກໍເປັນແຕ່ສິ່ງຫລອກຫລວງ, ສຽງທີ່ສັບສົນຈາກພູເຂົາຫລາຍຫນ່ວຍກໍເຊັ່ນດຽວກັນ; ແທ້ຈິງຄວາມພົ້ນຂອງອິດສະຣາເອນນັ້ນຢູ່ໃນພຣະຢາເວພຣະຂອງພວກເຮົາ.
\v 24 ແຕ່ວ່າ ສິ່ງທີ່ຫນ້າອັບອາຍນັ້ນໄດ້ກັດກິນສິ່ງທັງປວງທີ່ບັນພະບູລຸດຂອງເຮົາທີ່ໄດ້ລົງແຮງເຮັດໄວ້ຕັ້ງແຕ່ເຮົາຍັງເປັນເດັກນ້ອຍຢູ່ຄື—ຝູງແກະ, ຝູງງົວ, ລູກຊາຍ, ແລະບຸດສາວທັງຫລາຍຂອງພວກເຂົາ!
\v 25 ໃຫ້ເຮົານອນລົງຈົມໃນຄວາມອັບອາຍຂອງເຮົາ. ແລະໃຫ້ຄວາມອັບປະຍົດຄຸມເຮົາໄວ້, ເພາະເຮົາໄດ້ເຮັດບາບຕໍ່ພຣະຢາເວພຣະພວກເຈົ້າຂອງເຮົາ! ທັງຕົວເຮົາ ແລະ ບັນພະບູລຸດຂອງເຮົາ, ຕັ້ງແຕ່ເຮົາເປັນຫນຸ່ມຢູ່ຈົນທຸກມື້ນີ້, ພວກເຮົາບໍ່ໄດ້ຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກເຮົາ!”
\s5
\c 4
\cl ບົດທີ 4
\p
\v 1 ຖ້າເຈົ້າຢາກຈະກັບມາ ອິດສະຣາເອນເອີຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຈົ້າກໍຈົ່ງກັບມາຫາເຮົາ. ຖ້າເຈົ້າຍອມເອົາສິ່ງທີ່ຫນ້າກຽດຊັງນັ້ນໄປໃຫ້ພົ້ນຈາກຫນ້າເຮົາເສຍ ແລະຢ່າຫນີຫ່າງຈາກເຮົາໄປ,
\v 2 ເຈົ້າຈະຕ້ອງຊື່ສັດ, ຍຸດຕິທຳ, ແລະຊອບທຳເມື່ອເຈົ້າສາບານວ່າ, ‘ພຣະຢາເວຊົງພຣະຊົນຢູ່ັສັນໃດ. ແລ້ວບັນດາປະຊາຊາດທັງປວງກໍຈະໃຫ້ພອນກັນໃນພຣະອົງ, ແລະໃນພຣະອົງພວກເຂົາທັງຫລາຍຈະໄດ້ຮຸ່ງເຮືອງ.”
\v 3 ເພາະພຣະຢາເວຊົງກ່າວກັບແຕ່ລະບຸຄົນໃນຢູດາ ແລະໃນນະຄອນເຢຣູຊາເລັມວ່າ: “ຈົ່ງໄຖດິນນາຂອງພວກເຈົ້າ, ແລະຢ່າຫວ່ານລົງກາງຟຸ່ມຫນາມ.
\s5
\v 4 ຈົ່ງເຂົ້າພິທີຕັດຕົວເຈົ້າເອງຖວາຍແດ່ພຣະຢາເວ, ແລະຈົ່ງຕັດຫນັງຫຸ້ມປາຍຫົວໃຈຂອງເຈົ້າສາ, ພວກຜູ້ຊາຍຢູດາທັງຫລາຍ ແລະຊາວນະຄອນເຢຣູຊາເລັມທັງຫລາຍເອີຍ, ຢ້ານວ່າຄວາມຄຽດຮ້າຍຂອງເຮົາຈະເຜົາໄຫມ້ເຫມືອນໄຟ, ແລະໄຟນັ້ນຈະເຜົາໄຫມ້ໂດຍບໍ່ມີໃຜມອດໄດ້ ເນື່ອງຈາກການປະພຶດຄວາມຊົ່ວຮ້າຍທັງຫລາຍຂອງພວກເຈົ້າ.
\v 5 ຈົ່ງປະກາດໃນຢູດາ ແລະຈົ່ງເຮັດໃຫ້ໄດ້ຍິນໃນນະຄອນເຢຣູຊາເລັມ. ຈົ່ງກ່າວວ່າ, “ຈົ່ງເປົ່າແກໃນແຜ່ນດິນ.” ຈົ່ງຮ້ອງປະກາດດັງໆວ່າ, “ຈົ່ງມາໂຮມກັນ. ໃຫ້ເຮົາເຂົ້າໄປບັນດາເມືອງທີ່ມີປ້ອມປ້ອງກັນ.”
\v 6 ຈົ່ງຍົກທຸງຂຶ້ນ ແລະມຸ່ງຫນ້າໄປຍັງຊີໂອນ, ແລະຈົ່ງຮີບແລ່ນໄປໃຫ້ປອດໄພ! ຈົ່ງຢ່າລໍຖ້າ, ເພາະເຮົາກຳລັງນຳຄວາມຈິບຫາຍມາຈາກທິດເຫນືອ ແລະເປັນການທຳລາຍອັນໃຫຍ່ຫລວງ.
\s5
\v 7 ສິງໂຕຫນຶ່ງກຳລັງອອກມາຈາກບ່ອນລີ້ຊ້ອນຂອງມັນແລ້ວ ແລະບາງຄົນທີ່ກຳລັງຈະທຳລາຍບັນດາປະຊາຊາດກໍກຳລັງຍົກອອກມາແລ້ວ. ເຂົາກຳລັງຈະອອກໄປຈາກສະຖານທີ່ຂອງເຂົາ ນຳເອົາຄວາມຫນ້າຢ້ານກົວໄປຫາແຜ່ນດິນຂອງເຈົ້າ, ເພື່ອທຳລາຍເມືອງຕ່າງໆໃຫ້ຫມົດສິ້ນໄປ ຂອງເຈົ້າຈະຖືກປະຮ້າງເປົ່າ, ບໍ່ມີໃຜອາໄສຢູ່ເລີຍ.
\v 8 ດ້ວຍເຫດນີ້ ຈົ່ງນຸ່ງຜ້າປ່ານເນື້ອຫຍາບໄຫວ້ທຸກ, ຈົ່ງຮ້ອງໄຫ້ຄວນຄາງ ແລະຮ້ອງວ່າ ເພາະຄວາມໂກດຮ້າຍອັນຮຸນແຮງຂອງພຣະຢາເວ ບໍ່ໄດ້ຫັນຫນີໄປຈາກເຮົາ.
\s5
\v 9 ແລ້ວສິ່ງນີ້ຈະເກີດຂຶ້ນໃນມື້ນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ໃນມື້ນັ້ນທັງກະສັດ ແລະ ພວກເຈົ້ານາຍຈະເສຍຊີວິດ. ບັນດາປະໂລຫິດຈະຕະລຶງຕົກໃຈ, ແລະຜູ້ປະກາດພຣະທັມທັງຫລາຍກໍຈະຢ້ານກົວ.”
\v 10 ແລ້ວຂ້ານ້ອຍຈຶ່ງທູນວ່າ, “ຂ້າແຕ່ພຣະຢາເວອົງພຣະຜູ້ເປັນເຈົ້າ ແນ່ນອນວ່າພຣະອົງຊົງຫລອກລວງຊົນຊາດນີ້ ແລະ ນະຄອນເຢຣູຊາເລັມວ່າ, ‘ພວກເຈົ້າທັງຫລາຍຈະຢູ່ເຢັນເປັນສຸກ. ແຕ່ທີ່ຈິງດາບໄດ້ມາເຖິງຊີວິດຂອງພວກເຂົາ.”
\s5
\v 11 ໃນເທື່ອນັ້ນ ຈະໄດ້ກ່າວແກ່ຊົນຊາດນີ້ ແລະ ແກ່ນະຄອນເຢຣູຊາເລັມໂດຍກ່າວວ່າ, “ລົມຮ້ອນຈາກບ່ອນສູງທັງຫລາຍຂອງທະເລຊາຍ ຈະພັດມາຕາມເສັ້ນທາງສູ່ລູກສາວຂອງປະຊາຊົນຂອງເຮົາ. ມັນຈະບໍ່ມາຝັດ ຫລືມາຊຳລະພວກເຂົາ.
\v 12 ກະແສລົມມາແຮງເກີນກວ່ານັ້ນອີກ ຈະມາໂດຍຄຳສັ່ງຂອງເຮົາ, ແລະ ເຮົາເອງຈະເປັນຜູ້ກ່າວຄຳຕັດສິນຕໍ່ພວກເຂົາ.
\s5
\v 13 ເບິ່ງແມ, ເຂົາກຳລັງຈູ່ໂຈມເຫມືອນບັນດາເມກ, ແລະພວກລົດມ້າຮົບເສິກຂອງເຂົາເຫມືອນລົມພາຍຸ. ມ້າທັງຫລາຍຂອງພວກເຂົາໄວຍິ່ງກວ່ານົກອິນຊີ. ວິບັດແກ່ພວກເຮົາ, ເພາະວ່າເຮົາຈະຕ້ອງຈິບຫາຍ!
\v 14 ຈົ່ງລ້າງຈິດໃຈຂອງພວກເຈົ້າໃຫ້ພົ້ນຈາກຄວາມຊົ່ວຮ້າຍ, ນະຄອນເຢຣູຊາເລັມເອີຍ, ເພື່ອພວກເຈົ້າຈະລອດພົ້ນໄດ້. ດົນປານໃດທີ່ຄວາມຄິດເລິກໆ ຂອງເຈົ້າຈະເຊົາຄິດແຕ່ເລື່ອງຄວາມຊົ່ວຮ້າຍ?
\v 15 ເພາະວ່າມີສຽງປະກາດມາຈາກເມືອງດານ, ແລະ ຄວາມຈິບຫາຍທີ່ກຳລັງຈະມາທີ່ໄດ້ຍິນຈາກພູເຂົາເອຟຣາອິມ.
\s5
\v 16 ຈົ່ງໃຫ້ບັນດາປະຊາຊາດຄິດເຖິງສິ່ງເຫລົ່ານີ້: ເບິ່ງແມ, ນີ້ນະ ຈົ່ງປະກາດແກ່ນະຄອນເຢຣູຊາເລັມວ່າ ບັນດາຜູ້ອ້ອມກຳລັງມາຈາກແຜ່ນດິນໄກ ໂຫ່ຮ້ອງໃນການໂຈມຕີເຂົ້າໃສ່ຫົວເມືອງຕ່າງໆຂອງ ຢູດາ.
\v 17 ພວກເຂົາທັງຫລາຍເຫມືອນພວກຜູ້ເບິ່ງແຍງທົ່ງນາ ທີ່ກຽມດິນໄວ້ເພາະປູກທີ່ອ້ອມນາງໄວ້ອ້ອມຮອບ, ເພາະວ່ານາງໄດ້ກະບົດຕໍ່ເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ ກ່າວດັ່ງນີ້ວ່າ—
\v 18 ແລະການດຳເນີນຊີວິດ ພ້ອມກັບການກະທຳທັງຫລາຍຂອງພວກເຈົ້າ ໄດ້ນຳສິ່ງເຫລົ່ານີ້ຕໍ່ເຈົ້າ. ນີ້ຈະເປັນການລົງໂທດຂອງເຈົ້າ. ມັນຈະຫນ້າຢ້ານຂະຫນາດໃດ! ມັນຈະເຮັດໃຫ້ພວກເຈົ້າສະເທືອນໃຈທີ່ສຸດ.”
\s5
\v 19 ດວງໃຈຂອງຂ້ານ້ອຍເອີຍ! ຈິດໃຈຂອງຂ້ານ້ອຍ! ຂ້ານ້ອຍແສນລະທົມ ແສນລະທົມໃນຈິດໃຈ. ຈິດໃຈຂອງຂ້ານ້ອຍກໍສັ່ນຢູ່ພາຍໃນ. ຂ້ານ້ອຍຈະຢູ່ມີດເສີຍບໍ່ໄດ້ ເພາະຂ້ານ້ອຍໄດ້ຍິນສຽງເຂົາສັດ, ແລະສຽງປຸກຂອງສົງຄາມ.
\v 20 ຄວາມຈິບຫາຍໄລ່ຕິດຕາມຄວາມຈິບຫາຍ; ເພາະແຜ່ນດິນທັງຫມົດກໍຖືກຖິ້ມຮ້າງ. ບັນດາເຕັ້ນຂອງຂ້ານ້ອຍຖືກທຳລາຍໄປໂດຍທັນໃດ, ແລະຊົ່ວຂະນະດຽວຜ້າມ່ານເຕັ້ນທັງຫລາຍຂອງຂ້ານ້ອຍຫມົດກ້ຽງໄປ.
\s5
\v 21 ຂ້ານ້ອຍຈະຕ້ອງເບິ່ງອີກດົນປານໃດ ຈຶ່ງຈະເຫັນທຸງໄຊ? ຂ້ານ້ອຍຈະໄດ້ຍິນສຽງເຂົາສັດຫລືບໍ?
\v 22 ເພາະຄວາມໂງ່ຈ້າຂອງປະຊາຊົນຂອງເຮົາ—ພວກເຂົາບໍ່ຮູ້ຈັກເຮົາ. ພວກເຂົາເປັນລູກຫລານທີ່ໂງ່ຈ້າ ແລະພວກເຂົາບໍ່ມີຄວາມເຂົ້າໃຈ. ພວກເຂົາຊຳນານໃນການເຮັດຊົ່ວ, ແຕ່ພວກເຂົາບໍ່ຮູ້ຈັກທີ່ຈະເຮັດດີ.
\s5
\v 23 ຂ້ານ້ອຍ ເບິ່ງແຜ່ນດິນໂລກ. ເບິ່ງແມ! ເປັນທີ່ຮ້າງ ແລະວ່າງເປົ່າ. ເພາະທ້ອງຟ້ານັ້ນກໍບໍ່ມີຄວາມສະຫວ່າງ.
\v 24 ຂ້ານ້ອຍໄດ້ເບິ່ງ ບັນດາໂນນພູ. ເບິ່ງແມ, ມັນກຳລັງສັ່ນສະເທືອນ, ແລະເນີນພູທັງຫມົດກໍແກວ່ງໄປແກວ່ງມາ.
\v 25 ຂ້ານ້ອຍໄດ້ເບິ່ງ. ເບິ່ງແມ, ບໍ່ມີມະນຸດເລີຍ ແລະນົກທັງປວງແຫ່ງທ້ອງຟ້າໄດ້ຫນີໄປແລ້ວ.
\v 26 ຂ້ານ້ອຍໄດ້ເບິ່ງ. ເບິ່ງແມ, ຮົ້ວສວນໄຮ່ນາກໍເປັນຖິ່ນແຫ້ງແລ້ງກັນດານ ແລະເມືອງທັງຫມົດກໍຫັກພັງໄປ ຕໍ່ພຣະພັກພຣະຢາເວ, ຕໍ່ຄວາມໂກດຮ້າຍອັນຮ້ອນແຮງຂອງພຣະອົງ.”
\s5
\v 27 ພຣະຢາເວກ່າວດັ່ງນີ້ວ່າ, “ແຜ່ນດິນທັງຫມົດຈະເປັນບ່ອນຮ້າງເປົ່າ. ແຕ່ເຮົາກໍຈະບໍ່ໄດ້ເຮັດໃຫ້ເຖິງອາວະສານເທື່ອ.
\v 28 ເພາະດ້ວຍເຫດຜົນນີ້, ແຜ່ນດິນໂລກຈະໄວ້ທຸກ ແລະທ້ອງຟ້າເບື້ອງເທິງຈະດຳມືດ. ເພາະເຮົາໄດ້ປະກາດຄວາມຕັ້ງໃຈໄວ້ແລ້ວ; ເຮົາຈະບໍ່ປ່ຽນໃຈ; ຫລືຖອຍຫລັງກັບ ຈົນກວ່າທຸກຢ່າງຈະສຳເລັດ.
\v 29 ທຸກເມືອງຈະຫນີຈາກສຽງທະຫານມ້າ ແລະບັນດານັກທະນູ ພ້ອມກັບທະນູ; ພວກເຂົາແລ່ນເຂົ້າໄປຢູ່ໃນປ່າທັງຫລາຍ. ຊາວເມືອງທຸກແຫ່ງປີນໄປຕາມສະຖານທີ່ເປັນພູເຂົາ, ເມືອງເຫລົ່ານັ້ນກໍຖືກປະຖິ້ມ ເພາະບໍ່ມີມະນຸດຜູ້ໃດອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ.
\s5
\v 30 ບັດນີ້ເຈົ້າກໍຖືກຖິ້ມຮ້າງ, ພວກເຈົ້າຈະເຮັດຫຍັງ? ເພາະເຖິງວ່າເຈົ້າປະດັບຕົວດ້ວຍເຄື່ອງສີແດງ, ແລະເອ້ຕົວດ້ວຍເຄື່ອງປະດັບ ທອງຄຳ, ແລະເຮັດໃຫ້ດວງຕາທັງສອງໃຫ້ກວ້າງດ້ວຍສີແຕ້ມ, ພວກຜູ້ຊາຍທີ່ເຄີຍປາດຖະຫນາໃນຕົວເຈົ້າ ບັດນີ້ກໍປະຕິເສດເຈົ້າ. ພວກເຂົາທັງຫລາຍຈະສະແຫວງຫາຊີວິດຂອງພວກເຈົ້າ.
\v 31 ເພາະເຮົາໄດ້ຍິນສຽງຮ້ອງດ້ວຍຄວາມເຈັບປວດ, ແສນທໍລະມານຄືກັບຍິງຈະເກີດລູກຫົວປີ, ສຽງຮ້ອງແຫ່ງລູກສາວຊີໂອນ. ນາງແທບຈະຂາດໃຈ. ນາງຢຽດມືຂອງນາງອອກຮ້ອງວ່າ, ‘ວິບັດແກ່ຂ້ານ້ອຍ! ຈິດໃຈຂ້ານ້ອຍກໍອ່ອນເພຍ ເພາະເຫດຂ້າຕະກອນນີ້.’”
\s5
\c 5
\cl ບົດທີ 5
\p
\v 1 “ຈົ່ງແລ່ນໄປແລ່ນຢູ່ໃນຖະຫນົນຂອງນະຄອນເຢຣູຊາເລັມ; ຈົ່ງຄົ້ນຕາມລານເມືອງ, ເຊັ່ນກັນ. ແລ້ວເບິ່ງ ແລະຄິດກ່ຽວກັບເລື່ອງນີ້: ຖ້າເຈົ້າຈະຫາຜູ້ຊາຍ ຫລືໃຜຜູ້ຫນຶ່ງ ຄົນທີ່ເຮັດການຍຸດຕິທຳ ແລະ ສະແຫວງຫາຄວາມຈິງ, ເພື່ອເຮົາຈະໄດ້ອະໄພໂທດໃຫ້ແກ່ເຢຣູຊາເລັມ.
\v 2 ເຖິງແມ່ນພວກເຂົາກ່າວວ່າ, ‘ຕາບໃດທີ່ພຣະຢາເວຊົງພຣະຊົນຢູ່, ພວກເຂົາກໍຍັງປະຕິຍານບໍ່ຈິງ.”
\v 3 ຂ້າແດ່ພຣະຢາເວ, ພຣະເນດຂອງພຣະອົງຊົງຫາຄວາມຈິງບໍ່ແມ່ນຫລື? ພຣະອົງຊົງຂ້ຽນຕີປະຊາຊົນ, ແຕ່ພວກເຂົາກໍບໍ່ຮູ້ສຶກເຈັບປວດ. ພຣະອົງຊົງລ້າງຜານພວກເຂົາຢ່າງສິ້ນເຊີງ, ແຕ່ພວກເຂົາກໍຍັງປະຕິເສດທີ່ຈະຮັບການແກ້ໄຂ. ພວກເຂົາໄດ້ເຮັດໃຫ້ຫນ້າຂອງຕົນແຂງກະດ້າງຍິ່ງກວ່າຫີນ, ເພາະພວກເຂົາບໍ່ຍອມກັບໃຈ.
\s5
\v 4 ແລ້ວຂ້ານ້ອຍເວົ້າວ່າ, “ແນ່ນອນ ຄົນເຫລົ່ານີ້ເປັນປະຊະຊົນທີ່ຍາກຈົນ. ພວກເຂົາໂງ່ຈ້າ, ເພາະບໍ່ຮູ້ຈັກເສັ້ນທາງຂອງພຣະຢາເວ, ບໍ່ຮູ້ຈັກພຣະບັນຍັດຂອງພຣະເຈົ້າຂອງພວກເຂົາ.
\v 5 ຂ້ານ້ອຍຈະໄປຫາພວກຜູ້ໃຫຍ່ທີ່ມີຄວາມສຳຄັນ ແລະຈະປະກາດຄຳສອນຂອງພຣະເຈົ້າກັບພວກເຂົາ, ເພາະຢ່າງຫນ້ອຍພວກເຂົາຮູ້ຈັກເສັ້ນທາງຂອງພຣະຢາເວ, ແລະຮູ້ຈັກພຣະບັນຍັດຂອງພຣະເຈົ້າຂອງພວກເຂົາ.” ແຕ່ພວກເຂົາທຸກຄົນໄດ້ຫັກແອກເສຍ; ພວກເຂົາໄດ້ທຳລາຍແອກຂອງພວກເຂົາເຊັ່ນກັນ; ພວກເຂົາໄດ້ຫັກໂສ້ທີ່ຜູກມັດພວກເຂົາກັບພຣະເຈົ້າ.
\v 6 ເພາະສະນັ້ນ ໂຕສິງຈາກປ່າຈະມາຈຸ່ໂຈມພວກເຂົາ. ຫມາປ່າຈາກ ອາຣາບາ ຈະທຳລາຍພວກເຂົາ. ເສືອດາວຈະມາຕໍ່ຕ້ານຫົວເມືອງທັງຫລາຍຂອງພວກເຂົາ. ໃຜກໍຕາມທີ່ອອກໄປຈາກເມືອງຂອງເຂົາ ຈະຖືກຈີກເປັນຕ່ອນໆ. ເພາະການລະເມີດຂອງເຂົາກໍເພີ່ມຫລາຍຂຶ້ນ. ການປະພຶດບໍ່ສັດຊື່ ຂອງພວກເຂົາກໍບໍ່ມີຂໍ້ຈຳກັດ.
\s5
\v 7 ເປັນຫຍັງເຮົາຄວນຈະໃຫ້ອະໄພປະຊາຊົນເຫລົ່ານີ້? ລູກຊາຍທັງຫລາຍຂອງເຈົ້າໄດ້ປະຖິ້ມເຮົາແລ້ວ ແລະ ໄດ້ສາບານໂດຍສິ່ງທີ່ບໍ່ແມ່ນພະເຈົ້າທັງຫລາຍ. ເຮົາໄດ້ລ້ຽງພວກເຂົາໃຫ້ອີ່ມ, ແຕ່ພວກເຂົາກໍໄດ້ລ່ວງປະເວນີ ແລະ ກໍຍົກຂະບວນກັນໄປທີ່ເຮືອນຂອງຍິງໂສເພນີ.
\v 8 ພວກເຂົາເຫມືອນກັບມ້າທີ່ຮ້ອນຮົນ. ພວກເຂົາໄດ້ທ່ອງທ່ຽວໄປເພື່ອຫາຄູ່ນອນ. ທຸກຄົນຕາງກໍຮ້ອງຫາເມຍຂອງເພື່ອນບ້ານຂອງຕົນ.”
\v 9 ດັ່ງນັ້ນເຮົາຈະບໍ່ຄວນລົງໂທດພວກເຂົາບໍ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະເຮົາບໍ່ຄວນທີ່ຈະແກ້ແຄ້ນເອງແກ່ປະຊາຊາດທີ່ເປັນແບບນີ້ຫລື?
\s5
\v 10 ຈົ່ງໄປເທີ້ນ ໄປຕາມແຖວຕົ້ນອະງຸ່ນຂອງນາງ ແລະ ທຳລາຍເສຍ. ແຕ່ຢ່າໃຫ້ເຖິງການທຳລາຍຢ່າງສິ້ນເຊີງ ແກ່ພວກໃນເທື່ອດຽວ. ຕັດເອົາກິ່ງກ້ານຂອງມັນອອກ, ເນື່ອງຈາກເຄືອນັ້ນບໍ່ໄດ້ມາຈາກພຣະຢາເວ.
\v 11 ເພາະເຊື້ອສາຍຂອງອິດສະຣາເອນ ແລະເຊື້ອສາຍຂອງຢູດາໄດ້ທໍລະຍົດຕໍ່ເຮົາແລ້ວ—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 12 ພວກເຂົາເວົ້າຂີ້ຕົວະໃນເລື່ອງພຣະຢາເວ ແລະພວກເຂົາໄດ້ເວົ້າວ່າ, “ພຣະອົງຈະບໍ່ໄດ້ຊົງກະທຳປະການໃດ; ບໍ່ມີການຮ້າຍອັນໃດຈະເກີດຂຶ້ນກັບເຮົາ, ແລະເຮົາຈະບໍ່ເຫັນດາບ ຫລື ການອຶດຫິວອາຫານ.
\v 13 ພວກຜູ້ປະກາດພຣະທັມກໍຈະກາຍເປັນພຽງລົມ, ພຣະທັມບໍ່ມີໃນຄົນເຫລົ່ານັ້ນ, ດັ່ງນັ້ນຈຶ່ງຂໍໃຫ້ສິ່ງທີ່ພວກເຂົາເວົ້າ ຈົ່ງເປັນຢ່າງນັ້ນແກ່ພວກເຂົາເຖີດ.”
\s5
\v 14 ເພາະສະນັ້ນ, ພຣະຢາເວພຣະເຈົ້າຈອມໂຍທາຈຶ່ງກ່າວດັ່ງນີ້ວ່າ, “ເພາະພວກເຈົ້າໄດ້ກ່າວຖ້ອຍຄຳເຫລົ່ານີ້, ເບິ່ງແມ, ເຮົາຈະວາງຖ້ອຍຄຳຂອງເຮົາໃນປາກຂອງພວກເຈົ້າ. ມັນຈະເປັນເຫມືອນໄຟ, ແລະປະຊາຊົນຊາດນີ້ເປັນເຫມືອນຟືນ! ໄຟນັ້ນຈະເຜົາຜານພວກເຂົາເສຍ.
\v 15 ເບິ່ງແມ! ເຊື້ອສາຍຂອງອິດສະຣາເອນເອີຍ, ເຮົາຈະນຳປະຊາຊາດຈາກແດນໄກມາສູ້ພວກເຈົ້າທັງຫລາຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເປັນປະຊາຊາດທີ່ຫມັ້ນຄົງ, ແລະເປັນຊົນຊາດດຶກດຳບັນ! ເປັນຊົນຊາດທີ່ພວກເຈົ້າບໍ່ຮູ້ພາສາຂອງເຂົາ, ພວກເຈົ້າກໍບໍ່ເຂົ້າໃຈວ່າພວກເຂົາຈະເວົ້າຫຍັງ.
\s5
\v 16 ແຫລ່ງທະນູຂອງເຂົາເຫມືອນຂຸມຝັງສົບເປີດອອກ. ພວກເຂົາເປັນນັກຮົບທຸກຄົນ.
\v 17 ພວກເຂົາຈະກິນສິ່ງທີ່ພວກເຈົ້າກ່ຽວໄດ້, ພວກເຂົາຈະກິນລູກຊາຍ ແລະລູກສາວຂອງພວກເຈົ້າດ້ວຍເຊັ່ນກັນ, ແລະກິນອາຫານຂອງເຈົ້າ. ພວກເຂົາຈະກິນຝູງແກະຝູງງົວຂອງພວກເຈົ້າ; ພວກເຂົາຈະກິນຜົນຈາກເຄືອອະງຸ່ນ ແລະຕົ້ນຫມາກເດື່ອເທດຂອງພວກເຈົ້າ. ພວກເຂົາຈະທຳລາຍຕົວເມືອງທີ່ມີປ້ອມຂອງພວກເຈົ້າ ຊຶ່ງພວກເຈົ້າວາງໃຈນັ້ນ.
\s5
\v 18 ແມ່ນແຕ່ໃນວັນເຫລົ່ານັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ ກ່າວດັ່ງນີ້—ເຮົາກໍຍັງບໍ່ທຳລາຍເຈົ້າໃຫ້ເຖິງອາວະສານ.
\v 19 ເມື່ອພວກເຈົ້າ, ອິດສະຣາເອນ ແລະຢູດາ, ກ່າວວ່າ, ‘ເປັນຫຍັງພຣະຢາເວພຣະເຈົ້າຂອງເຮົາທັງຫລາຍຈຶ່ງຊົງເຮັດສິ່ງເຫລົ່ານີ້ແກ່ເຮົາ? ແລ້ວເຈົ້າ, ເຢເຣມີຢາ, ຈະກ່າວແກ່ພວກເຂົາວ່າ, ‘ເພາະເຈົ້າໄດ້ປະຖິ້ມເຮົາ ໄປບົວລະບັດພະຕ່າງດ້າວໃນແຜ່ນດິນຂອງພວກເຈົ້າ, ດັ່ງນັ້ນເຈົ້າຈະຕ້ອງໄປບົວລະບັດຄົນຕ່າງຊາດໃນແຜ່ນດິນຊຶ່ງບໍ່ແມ່ນຂອງພວກເຈົ້າ.
\s5
\v 20 ຈົ່ງປະກາດຂໍ້ຄວາມຕໍ່ເຊື້ອສາຍຢາໂຄບ ແລະຈົ່ງປະກາດເລື່ອງນີ້ໃຫ້ໄດ້ຍິນໃນຢູດາ. ກ່າວວ່າ,
\v 21 'ຈົ່ງຟັງສິ່ງນີ້, ປະຊາຊົນທີ່ໂງ່ຈ້າ ແລະຂາດຄວາມເຂົ້າໃຈ; ຜູ້ມີດວງຕາແຕ່ເບິ່ງບໍ່ເຫັນ, ຜູ້ມີຫູແຕ່ຟັງບໍ່ໄດ້ຍິນ.
\v 22 ເຈົ້າບໍ່ຢຳເກງເຮົາຫລື—ນີ້ເປັນຄຳປະກາດຂອງພຣະຢາເວ—ຫລືເຈົ້າບໍ່ຕົວສັ່ນຢູ່ຕໍ່ຫນ້າເຮົາບໍ? ເຮົາຜູ້ວາງກອງດິນຊາຍໄວ້ເປັນເຂດອ້ອມທະເລ, ເປັນເຄື່ອງກີດຂວາງເປັນນິດບໍ່ໃຫ້ຜ່ານໄປໄດ້—ເຖິງວ່າຄື້ນຈະຊັດ, ກໍເອົາຊະນະບໍ່ໄດ້. ແມ່ນຄື້ນຈະຄະນອງ, ກໍຂ້າມໄປບໍ່ໄດ້.
\s5
\v 23 ແຕ່ປະຊາຊົນເຫລົ່ານີ້ມີໃຈດື້ດ້ານ. ເຂົາໄດ້ຫັນເຫໃນການກໍ່ກະບົດ ແລະຈາກໄປເສຍ.
\v 24 ເພາະພວກເຂົາບໍ່ໄດ້ຄິດໃນໃຈຂອງຕົນເອງວ່າ, “ໃຫ້ພວກເຮົາຢຳເກງພຣະຢາເວພຣະເຈົ້າຂອງພວກເຮົາ, ຜູ້ຊົງປະທານຝົນ—ຄືຝົນຕົ້ນລະດູ ແລະຝົນປາຍລະດູໃນເວລາ—ທີ່ຖືກຕ້ອງຕາມລະດູການ, ຊົງຮັກກົດເກນຂອງອາທິດແຫ່ງການເກັບກ່ຽວ ໄວ້ໃຫ້ແກ່ພວກເຮົາ.”
\v 25 ສິ່ງຊົ່ວຮ້າຍທັງຫລາຍຂອງເຈົ້າ ໄດ້ເຮັດໃຫ້ສິ່ງເຫລົ່ານີ້ຫັນເຫໄປເສຍ. ບາບທັງຫລາຍຂອງພວກເຈົ້າກໍກັນສິ່ງທີ່ດີໄວ້ເສຍຈາກພວກເຈົ້າ.
\s5
\v 26 ເພາະຄົນອະທຳຈະໄດ້ພົບທ່າມກາງປະຊາຊົນຂອງເຮົາ. ພວກເຂົາຄອຍຖ້າເຫມືອນຄົນດັກນົກລີ້ຢູ່; ພວກເຂົາວາງກັບດັກໄວ້ ແລະ ເຂົາດັກຈັບປະຊາຊົນ.
\v 27 ເຫມືອນກັບຕຸ້ມທີ່ມີນົກເຕັມ, ເຮືອນຂອງພວກເຂົາກໍເຕັມດ້ວຍຄວາມທໍລະຍົດ. ດັ່ງນັ້ນ ພວກເຂົາຈຶ່ງໃຫຍ່ໂຕ ແລະ ກາຍເປັນຄົນຮັ່ງມີ.
\v 28 ພວກເຂົາຈຶ່ງອ້ວນພີ; ເພາະພວກເຂົາສະແດງອອກວ່າກິນຢູ່ດີ. ພວກເຂົາລ້ຳຫນ້າໃນເລື່ອງການເຮັດຄວາມຊົ່ວ. ພວກເຂົາບໍ່ໄດ້ແກ້ຕາງໃນຄະດີຂອງປະຊາຊົນ, ຫລືໃນຄະດີຂອງລູກກຳພ້າ. ພວກເຂົາຈະເລີນກ້າວຫນ້າ ເຖິງວ່າພວກເຂົາບໍ່ໄດ້ໃຫ້ຄວາມຍຸດຕິທຳ ແກ່ຜູ້ທີ່ຂັດສົນ.
\v 29 ຄວນທີ່ເຮົາຈະບໍ່ລົງໂທດເຂົາ ເພາະສິ່ງເຫລົ່ານີ້ຫລື—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະບໍ່ຄວນທີ່ເຮົາຈະແກ້ແຄ້ນປະຊາຊາດທີ່ເປັນເຊັ່ນນີ້ຫລື?
\s5
\v 30 ສິ່ງທີ່ຫນ້າຕົກໃຈ ແລະຫນ້າຢ້ານກົວ ໄດ້ເກີດຂຶ້ນໃນແຜ່ນດິນ.
\v 31 ບັນດາຜູ້ປະກາດພຣະທັມ ໄດ້ປະກາດພຣະທັມບໍ່ຈິງ ແລະບັນດາປະໂລຫິດກໍປົກຄອງຕາມອຳນາດຂອງພວກເຂົາ. ປະຊາຊົນຂອງເຮົາກໍມັກແບບນີ້ ແຕ່ແມ່ນຫຍັງຈະເກີດຂຶ້ນໃນວາລະສຸດທ້າຍມາເຖິງ?’”
\s5
\c 6
\cl ບົດທີ 6
\p
\v 1 ຈົ່ງໄປຫາຄວາມປອດໄພ, ປະຊາຊົນເບັນຢາມິນເອີຍ, ໂດຍການຫນີໄປຈາກນະຄອນເຢຣູຊາເລັມ. ຈົ່ງເປົ່າແກໃນເມືອງເຕໂກອາ. ຈົ່ງຍົກສັນຍານໄຟຂຶ້ນໄວ້ເທິງເບັດຮັກເຄເຣັມ, ເພາະເຫດຮ້າຍກຳລັງປາກົດຂຶ້ນຈາກທາງທິດເຫນືອ; ຄືການທຳລາຍຢ່າງໃຫຍ່ຫລວງກຳລັງມາ.
\v 2 ລູກສາວແຫ່ງຊີໂອນ, ຍິງສາວທີ່ສວຍງາມ ແລະ ບອບບາງ, ກຳລັງຈະຖືກທຳລາຍ.
\v 3 ບັນດາຜູ້ລ້ຽງແກະພ້ອມກັບຝູງແກະຈະມາຫາພວກເຂົາ; ພວກເຂົາຈະຕັ້ງເຕັ້ນອ້ອມນາງໄວ້; ຜູ້ຊາຍແຕ່ລະຄົນກໍຈະດູແລພວກມັນດ້ວຍມືຂອງເຂົາເອງ.
\s5
\v 4 “ຈົ່ງອຸທິດຕົວຂອງພວກເຈົ້າກັບບັນດາເທບພະເຈົ້າທັງຫລາຍ ເພື່ອຕຽມເຮັດສົງຄາມ. ຈົ່ງລຸກຂຶ້ນ, ໃຫ້ເຮົາໂຈມຕີຕອນທ່ຽງວັນ. ຫນ້າເສຍດາຍ ເພາະວ່າກາງເວັນຄ້ອຍໄປເສຍແລ້ວ, ເງົາຂອງເວລາຄ່ຳກໍກຳລັງຈະຕົກ.
\v 5 “ແຕ່ໃຫ້ພວກເຮົາເຂົ້າໂຈມຕີຕອນກາງຄືນ ແລະໃຫ້ທຳລາຍບັນດາປ້ອມອັນເຂັ້ມແຂງຂອງນາງເສຍ.”
\s5
\v 6 ເພາະພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: “ຈົ່ງປ້ຳບັນດາຕົ້ນໄມ້ຂອງນາງລົງ ແລະກອງລ້ອມຍຶດນະຄອນເຢຣູຊາເລັມ. ນີ້ແຫລະນະຄອນທີ່ຕ້ອງຖືກໂຈມຕີ, ເພາະວ່າມັນເປັນເມືອງທີ່ມີແຕ່ການບີບບັງຄັບຂົ່ມເຫງ.
\v 7 ເຫມືອນບໍ່ນ້ຳທີ່ມີນໍ້າສະອາດໄຫລອອກມາ ສັນໃດ, ດັ່ງນັ້ນເມືອງນີ້ກໍເຮັດໃຫ້ເກີດຄວາມຊົ່ວຂຶ້ນເລື້ອຍໆ ສັນນັ້ນ. ຄວາມທາລຸນ ແລະ ການທຳລາຍກໍມີໃຫ້ໄດ້ຍິນສະເຫມີພາຍໃນນາງ; ຄວາມເຈັບປວດເສົ້າໂສກ ແລະ ຄວາມບາດເຈັບກໍປະກົດຕໍ່ເຮົາສະເຫມີ.
\v 8 ນະຄອນເຢຣູຊາເລັມເອີຍ, ຈົ່ງຮັບຄຳຕັກເຕືອນເຖີດ, ຢ້ານວ່າຈິດໃຈເຮົາຈະຫວິດຕົວໄປເສຍຈາກພວກເຈົ້າ, ຫລືເຮັດໃຫ້ພວກເຈົ້າເປັນບ່ອນຮ້າງເປົ່າ, ເປັນແຜ່ນດິນປາດສະຈາກຄົນອາໄສ.'"
\s5
\v 9 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ພວກເຂົາທັງຫລາຍຈະກວາດຕ້ອນຄົນເຫລົ່ານັ້ນ ທີ່ເຫລືອຢູ່ໃນອິດສະຣາເອນຢ່າງແນ່ນອນ ເຫມືອນກັບສວນອະງຸ່ນ. ຈົ່ງຍື່ນມືຂອງເຈົ້າອອກໄປ ເພື່ອເກັບຫມາກອະງຸ່ນຈາກກິ່ງທັງຫລາຍຂອງມັນອີກເທື່ອຫນຶ່ງ.”
\v 10 ຂ້ານ້ອຍຄວນຈະປະກາດ ແລະໃຫ້ຄຳຕັກເຕືອນແກ່ຜູ້ໃດ ເພື່ອພວກເຂົາຈະໄດ້ເຊື່ອຟັງ? ເບິ່ງແມ! ຫູທັງສອງຂ້າງຂອງເຂົາບໍ່ໄດ້ເຂົ້າພິທີຕັດ; ພວກເຂົາບໍ່ສາມາດຈະໃຫ້ຄວາມສົນໃຈໄດ້! ເບິ່ງແມ! ພຣະທັມຂອງພຣະຢາເວໄດ້ໄປຫາພວກເຂົາ ເພື່ອຕັກເຕືອນພວກເຂົາ, ແຕ່ພວກເຂົາບໍ່ຕ້ອງການຟັງ.”
\s5
\v 11 ແຕ່ຂ້ານ້ອຍມີຄວາມໂກດຮ້າຍຂອງພຣະຢາເວເຕັມໄປຫມົດ. ຂ້ານ້ອຍເມື່ອຍເກີນທີ່ຈະເກັບມັນໄວ້ອີກແລ້ວ. ພຣະອົງກ່າວກັບຂ້ານ້ອຍວ່າ, “ຈົ່ງຖອກອອກຫົດເດັກນ້ອຍຢູ່ຕາມຖະຫນົນ ແລະ ຫົດພວກຄົນຫນຸ່ມທີ່ຊຸມນຸມກັນຢູ່. ເພາະວ່າຜູ້ຊາຍທຸກຄົນຈະຕ້ອງເອົາໄປພ້ອມກັບເມຍຂອງພວກເຂົາ; ແລະທັງຄົນເຖົ້າທຸກຄົນກໍຈະຕ້ອງລຳບາກໃນປີຂອງພວກເຂົາ.
\v 12 ບ້ານເຮືອນທັງຫລາຍຂອງພວກເຂົາຈະຕ້ອງຍົກໃຫ້ເປັນຂອງຄົນອື່ນ, ທັງໄຮ່ນາ ແລະ ເມຍຂອງພວກເຂົາເຫມືອນກັນ. ເພາະເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ຜູ້ທີ່ອາໄສຢູ່ເຖິງແຜ່ນດິນນັ້ນ”—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 13 ພຣະຢາເວຊົງປະກາດວ່າ ຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ, ທຸກຄົນໂລບຢາກໄດ້ໂດຍສໍ້ໂກງ. ຕັ້ງແຕ່ຜູ້ປະກາດພຣະທັມຕະຫລອດເຖິງປະໂລຫິດ, ທຸກຄົນປະພຶດຫລອກຫລວງ.
\v 14 ພວກເຂົາໄດ້ຮັກສາບາດແຜ ຂອງປະຊາຊົນຂອງເຮົາແຕ່ພຽງເລັກນ້ອຍ, ກ່າວວ່າ, ‘ສັນຕິສຸກ, ສັນຕິສຸກ, ເມື່ອບໍ່ມີສັນຕິສຸກເລີຍ.
\v 15 ເມື່ອພວກເຂົາເຮັດການຫນ້າກຽດຫນ້າຊັງ ພວກເຂົາອັບອາຍບໍ? ພວກເຂົາບໍ່ອັບອາຍເລີຍ; ພວກເຂົາບໍ່ຮູ້ຈັກວ່າຢ່າງໃດຈຶ່ງຈະຂາຍຫນ້າ! ເພາະສະນັ້ນ ພວກເຂົາຈະລົ້ມລົງທ່າມກາງພວກທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຂົາ ພວກເຂົາກໍຈະລົ້ມ, ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 16 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງຢືນຢູ່ທີ່ທາງສີ່ແຍກແລະເບິ່ງໃຫ້ດີ; ຈົ່ງຖາມຫາທາງໂບຮານນັ້ນວ່າ, ‘ທາງດີຢູ່ໃສ? ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນ ແລະພວກເຈົ້າຈະພົບຄວາມສະຫງົບສຸກ. ແຕ່ພວກເຈົ້າໄດ້ເວົ້າວ່າ, ‘ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ.
\v 17 ເຮົາໄດ້ແຕ່ງຄົນເຝົ້າຍາມໄວ້ສຳລັບພວກເຈົ້າ ເພື່ອຟັງສຽງແກ. ແຕ່ພວກເຂົາທັງຫລາຍໄດ້ເວົ້າວ່າ, ‘ພວກເຮົາຈະບໍ່ຟັງ.
\v 18 ດ້ວຍເຫດນີ້, ຊາດຕ່າງໆເອີຍ, ຈົ່ງຟັງ! ຮັບຮູ້ເທີ້ນວ່າອັນໃດຈະເກີດຂຶ້ນແກ່ພວກເຂົາ.
\v 19 ຈົ່ງຟັງເທີ້ນ, ແຜ່ນດິນໂລກເອີຍ! ເບິ່ງແມ, ເຮົາກຳລັງຈະນຳເອົາໄພພິບັດມາຍັງປະຊາຊົນເຫລົ່ານີ້—ຜົນແຫ່ງຄວາມຄິດທັງຫລາຍຂອງພວກເຂົາ. ພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ ຫລືບັນຍັດຂອງເຮົາ, ແຕ່ພວກເຂົາພັດປະຕິເສດເສຍ.”
\s5
\v 20 “ກຳຍານທີ່ຂຶ້ນມາຈາກເມືອງເຊບາ ຈະເປັນປະໂຫຍດອັນໃດແກ່ເຮົາ? ຫລືກິ່ນຫອມທັງຫລາຍຈາກເມືອງໄກມາໃຫ້ເຮົາ ເພື່ອຫຍັງ? ເຄື່ອງເຜົາບູຊາທັງຫລາຍຂອງເຈົ້າ ຍັງບໍ່ເປັນທີ່ຍອມຮັບສຳລັບເຮົາເອງ, ຫລືສັດບູຊາຂອງເຈົ້າ ກໍບໍ່ເປັນທີ່ພໍໃຈເຮົາ.
\v 21 ດັ່ງນັ້ນ ພຣະຢາເວກກ່າວວ່າດັ່ງນີ້ວ່າ, ‘ເບິ່ງແມ, ເຮົາກຳລັງຈະວາງເຄື່ອງສະດຸດໄວ້, ໃຫ້ຄົນເຫລົ່ານີ້ຕຳສະດຸດ—ທັງພໍ່ ແລະ ລູກຊາຍທັງຫລາຍຂອງພວກເຂົາ. ທັງຜູ້ພັກອາໄສ ແລະ ເພື່ອນບ້ານກໍຈະຈິບຫາຍຄືກັນ.”
\v 22 ພຣະຢາເວຊົງກ່າວວ່າ, ‘ເບິ່ງແມ, ປະຊາຊົນກຳລັງມາຈາກປະເທດທາງທິດເຫນືອ. ເພາະວ່າປະຊາຊາດຍິ່ງໃຫຍ່ຊາດຫນຶ່ງຖືກບຸກລະດົມ ໃຫ້ມາຈາກສ່ວນໄກສຸດຂອງແຜ່ນດິນ.
\s5
\v 23 ພວກເຂົາທັງຫລາຍຖືຫນ້າທະນູ ແລະ ຫອກທັງຫລາຍ. ພວກເຂົາໂຫດຮ້າຍ ແລະຂາດຄວາມເມດຕາ. ສຽງມ້າຂອງພວກເຂົາເຫມືອນກັບສຽງຄື້ນທະເລ ແລະພວກເຂົາກຳລັງຂີ່ມ້າຕຽມພ້ອມເຫມືອນທະຫານຮົບເສິກ, ລູກສາວແຫ່ງຊີໂອນເອີຍ.’”
\v 24 ເຮົາໄດ້ຍິນຂ່າວກ່ຽວກັບພວກເຂົາເຫລົ່ານັ້ນ. ມືທັງຫລາຍຂອງເຮົາກໍອ່ອນເພຍລົງ. ຄວາມຢ້ານກົວໄດ້ມາຄອບງຳພວກເຮົາ ເຫມືອນຜູ້ຍິງຈະອອກລູກ.
\s5
\v 25 ຢ່າຍ່າງອອກໄປໃນທົ່ງນາເຫລົ່ານັ້ນ ຫລືຍ່າງໄປຕາມຖະຫນົນຕ່າງໆ ເພາະບັນດາດາບຂອງສັດຕູ ແລະ ຄວາມຢ້ານກົວກໍມີຢູ່ທຸກດ້ານ.”
\v 26 ລູກສາວຂອງໄພ່ພົນຂອງເຮົາເອີຍ, ຈົ່ງນຸ່ງເຄື່ອງໄວ້ທຸກ ແລະ ກິ້ງເກືອກຢູ່ໃນຂີ້ເທົ່າໄຟຂອງການເຜົາສົບລູກໂທນຂອງເຈົ້າ. ຈົ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນທີ່ສຸດສຳລັບເຈົ້າເອງ, ເພາະວ່າຜູ້ທຳລາຍຈະເຂົ້າໂຈມຕີໃນທັນທີທັນໃດ.
\s5
\v 27 “ເຮົາໄດ້ສ້າງເຈົ້າ, ເຢເຣມີຢາເອີຍ, ເປັນຜູ້ທົດລອງທ່າມກາງໄພ່ພົນຂອງເຮົາ ເຫມືອນກັບການທົດລອງໂລຫະ, ເພື່ອພວກເຈົ້າຈະໄດ້ກວດສອບ ແລະ ທົດລອງທາງທັງຫລາຍຂອງພວກເຂົາ.
\v 28 ພວກເຂົາທັງຫມົດເປັນປະຊາຊົນທີ່ດື້ດ້ານ, ຜູ້ທີທຽວໄປທົ່ວ ເພື່ອປັ່ນປ່ວນຄົນອື່ນ. ພວກເຂົາຫົວແຂງເຫມືອນທອງຄຳ ແລະເຫລັກກ້າ, ປະພຶດຊົ່ວຊ້າທັງນັ້ນ.
\v 29 ເຄື່ອງເປົ່າລົມຂອງພວກເຂົາ ເປົ່າຢ່າງດຸເດືອດດ້ວຍໄຟທີ່ເຜົາຜານພວກເຂົາ; ເຫລັກກໍຖືກຫລອມໃນແປວໄຟ. ແຕ່ກໍບໍ່ມີປະໂຫຍດ, ເພາະຄວາມຊົ່ວກໍຍັງບໍ່ໄດ້ສູນຫາຍໄປເລີຍ.
\v 30 ພວກເຂົາຈະຖືກເອີ້ນວ່າເງິນໃຊ້ບໍ່ໄດ້, ເພາະພຣະຢາເວໄດ້ຊົງປະຖິ້ມພວກເຂົາແລ້ວ.”
\s5
\c 7
\cl ບົດທີ 7
\p
\v 1 ພຣະທໍາຈາກພຣະຢາເວໄດ້ມາຮອດເຢເຣມີຢາວ່າ,
\v 2 “ຈົ່ງໄປຢືນຢູ່ທີ່ປະຕູພຣະວິຫານຂອງພຣະຢາເວ ແລ້ວຮ້ອງປະກາດຖ້ອຍຄຳຂອງພຣະຢາເວວ່າເຫລົ່ານີ້! ວ່າ, ‘ຈົ່ງຟັງພຣະທໍາຂອງພຣະຢາເວ, ບັນດາຊາວຢູດາທັງປວງ, ເຈົ້າທັງຫລາຍຜູ້ເຂົ້າປະຕູເຫລົ່ານີ້ມາ ເພື່ອຈະນະມັດສະການພຣະຢາເວ.
\s5
\v 3 ພຣະຢາເວຈອມໂຍທາ, ພຣະເຈົ້າຂອງຊາວອິດສະຣາເອນ, ຊົງກ່າວດັ່ງນີ້: ຈົ່ງປ່ຽນທາງທັງຫລາຍຂອງພວກເຈົ້າ ແລະ ກະທຳການດີ, ແລ້ວເຮົາຈະໃຫ້ພວກເຈົ້າອາໄສຢູ່ໃນທີ່ນີ້ຕໍ່ໄປ.
\v 4 ຢ່າໃຫ້ຕົວພວກເຈົ້າເຊື່ອຄຳຕົວະເຫລົ່ານີ້ທີ່ວ່າ, “ພຣະວິຫານຂອງພຣະຢາເວ! ພຣະວິຫານຂອງພຣະຢາເວ! ພຣະວິຫານຂອງພຣະຢາເວ.”
\s5
\v 5 ເພາະວ່າຖ້າພວກເຈົ້າປ່ຽນທາງທັງຫລາຍຂອງພວກເຈົ້າຢ່າງຈິງຈັງ ແລະເຮັດການດີ; ຖ້າເຈົ້າໃຫ້ຄວາມຍຸດຕິທຳລະຫວ່າງມະນຸດ ແລະເພື່ອບ້ານຂອງຕົນຢ່າງເຕັມທີ—
\v 6 ຖ້າເຈົ້າບໍ່ຂົ່ມເຫັງຄົນທີ່ອາໄສຢູ່ໃນແຜ່ນດິນ, ພ້ອມທັງລູກກຳພ້າ, ຫລືແມ່ຫມ້າຍ ແລະເຮັດໃຫ້ເລືອດຜູ້ບໍ່ມີຄວາມຜິດຕ້ອງລັ່ງອອກໃນສະຖານທີ່ສັກສິດນີ້, ແລະບໍ່ຕິດຕາມບັນດາພະອື່ນໆ ໄປໃຫ້ເປັນອັນຕະລາຍຕໍ່ພວກເຈົ້າເອງ—
\v 7 ແລ້ວເຮົາຈະໃຫ້ພວກເຈົ້າອາໄສຢູ່ໃນທີ່ນີ້ຕໍ່ໄປ, ໃນດິນແດນທີ່ເຮົາໄດ້ຍົກໃຫ້ບັນພະບູລຸດຂອງພວກເຈົ້າຕັ້ງແຕ່ໂບຮານ ແລະຕະຫລອດໄປເປັນນິດນັ້ນ.
\s5
\v 8 ເບິ່ງແມ! ພວກເຈົ້າກຳລັງໄວ້ໃຈໃນຄຳຕົວະທັງຫລາຍ ທີ່ບໍ່ໄດ້ຊ່ວຍເຈົ້າເລີຍ.
\v 9 ເຈົ້າຈະລັກສິ່ງຂອງ, ຂ້າຄົນ, ແລະລ່ວງປະເວນີຫລື? ເຈົ້າຈະສາບານດ້ວຍຄຳບໍ່ຈິງ ແລະຖວາຍບູຊາແກ່ພະບາອານ ແລະຂາບໄຫວ້ພະອື່ນໆ ທີ່ພວກເຈົ້າທັງຫລາຍບໍ່ຮູ້ຈັກຫລື?
\v 10 ແລ້ວເຈົ້າກໍມາຢືນຢູ່ຕໍ່ຫນ້າເຮົາໃນພຣະວິຫານຂອງເຮົາແຫ່ງນີ້ ຊຶ່ງເອີ້ນອອກນາມຊື່ຂອງເຮົາແລ້ວກໍເວົ້າວ່າ, “ພວກເຮົາທັງຫລາຍໄດ້ຮັບການຊ່ວຍກູ້ແລ້ວ.” ດັ່ງນັ້ນເຈົ້າສາມາດເຮັດສິ່ງ ທີ່ຫນ້າກຽດຫນ້າຊັງເຫລົ່ານັ້ນທັງຫມົດອີກຫລື?
\v 11 ໃນພຣະວິຫານ, ຊຶ່ງເອີ້ນອອກນາມຊື່ຂອງເຮົາ, ໄດ້ກາຍເປັນຖໍ້າຂອງພວກໂຈນ ໃນສາຍຕາຂອງພວກເຈົ້າໄປແລ້່ວຫລື? ແຕ່ນີ້ນະ, ຕົວເຮົາໄດ້ເຫັນເອງ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 12 ‘ດັ່ງນັ້ນຈົ່ງໄປຍັງສະຖານທີ່ຂອງເຮົາຊຶ່ງເຄີຍຢູ່ໃນເມືອງຊີໂລ, ບ່ອນທີ່ເຮົາໄດ້ອະນຸຍາດໃຫ້ຊື່ຂອງເຮົາຢູ່ທີ່ນັ້ນແຕ່ຕອນເລີ່ມຕົ້ນ, ແລະຈົ່ງເບິ່ງສິ່ງທີ່ເຮົາໄດ້ກະທຳຕໍ່ສະຖານທີ່ນັ້ນ ຍ້ອນຄວາມຊົ່ວຮ້າຍຂອງອິດສະຣາເອນໄພ່ພົນຂອງເຮົາ.
\v 13 ດັ່ງນັ້ນບັດນີ້, ການທີ່ພວກເຈົ້າທັງຫລາຍໄດ້ເຮັດສິ່ງປວງທັງສິ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາໄດ້ເວົ້າກັບພວກເຈົ້າຫລາຍເທື່ອຫລາຍທີແລ້ວກໍດີ, ແຕ່ພວກເຈົ້າກໍຍັງບໍ່ຍອມຟັງ. ເຮົາໄດ້ເອີ້ນພວກເຈົ້າ, ແຕ່ພວກເຈົ້າກໍບໍ່ຕອບ.
\v 14 ດ້ວຍເຫດນີ້, ສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລນັ້ນ, ເຮົາຈະເຮັດຕໍ່ພຣະວິຫານນີ້ບ່ອນທີ່ເຮົາໄດ້ເອີ້ນນາມຊື່ຂອງເຮົາ, ວິຫານຊຶ່ງພວກເຈົ້າໄດ້ວາງໃຈນັ້ນ, ສະຖານທີ່ຊຶ່ງເຮົາຍົກໃຫ້ບັນພະບູລຸດທັງຫລາຍ ຂອງພວກເຈົ້າ.
\v 15 ເພາະເຮົາຈະຂັບໄລ່ພວກເຈົ້າອອກໄປ ຈາກສາຍພຣະເນດຂອງເຮົາ ເຫມືອນຢ່າງທີ່ເຮົາໄດ້ໄລ່ບັນດາຍາດພີ່ນ້ອງຂອງພວກເຈົ້າໄປ, ຄືບັນດາເຊື້ອສາຍທັງຫມົດຂອງຊາວເອຟຣາອິມ.
\s5
\v 16 ສ່ວນເຈົ້າ, ເຢເຣມີຢາເອີຍ, ຢ່າອ້ອນວອນສຳລັບຊົນຊາດນີ້, ແລະຢ່າຮ້ອງໄຫ້ໂອຍຄາງໂສກເສົ້າ ຫລື ຢ່າອ້ອນວອນໃນນາມຂອງພວກເຂົາ, ແລະຢ່າຂໍຮ້ອງເຮົາເພື່ອຕົວເຈົ້າເອງ, ເພາະວ່າເຮົາຈະບໍ່ຟັງເຈົ້າ.
\v 17 ເຈົ້າບໍ່ເຫັນຫລືວ່າ ພວກເຂົາທັງຫລາຍກຳລັງເຮັດອັນໃດໃນເມືອງທັງຫລາຍຂອງຢູດາ ແລະຕາມຖະຫນົນໃນນະຄອນເຢຣູຊາເລັມ?
\v 18 ພວກເດັກນ້ອຍກໍກຳລັງເກັບຟືນ ແລະພວກພໍ່ທັງຫລາຍກໍກຳລັງດັງໄຟ! ແລະພວກຜູ້ຍິງກໍກໍາລັງນວດແປ້ງ ເພື່ອເຮັດເຂົ້າຫນົມຫວານຖວາຍແກ່ເຈົ້າຍິງແຫ່ງຟ້າ ແລະເທເຄື່ອງດື່ມຖວາຍແກ່ພະອື່ນໆ ດັ່ງນັ້ນພວກເຂົາຈະກວນໃຫ້ເຮົາໃຈຮ້າຍ.
\s5
\v 19 ພວກເຂົາກຳລັງກວນໂມໂຫເຮົາແທ້ໆ ຫລື? —ນີ້ເປັນຄຳປະກາດຂອງພຣະຢາເວ—ບໍ່ແມ່ນກວນໂມໂຫພວກເຂົາເອງ, ເພື່ອໃຫ້ພວກເຂົາໄດ້ຮັບຄວາມອັບອາຍຫລື?
\v 20 ດ້ວຍເຫດນັ້ນ ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, ‘ເບິ່ງແມ, ຄວາມຮ້າຍ ແລະຄວາມໂມໂຫອັນຮຸນແຮງຂອງເຮົາຈະເທລົງໃສ່ສະຖານທີ່ນີ້, ທັງຄົນ ແລະສັດ, ຕົ້ນໄມ້ຢູ່ຕາມທົ່ງ ແລະເຄື່ອງປູກເທິງແຜ່ນດິນ. ມັນຈະລຸກໄຫມ້ເຜົາຜານເສຍ ແລະຈະມອດບໍ່ໄດ້.
\s5
\v 21 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ, ‘ຈົ່ງເພີ່ມເຄື່ອງເຜົາບູຊາ ທັງຕົວເຂົ້າກັບເຄື່ອງບູຊາຂອງເຈົ້າ ແລະ ຊີ້ນຈາກພວກເຂົາ.
\v 22 ເພາະເມື່ອເຮົາໄດ້ນຳບັນພະບູລຸດຂອງພວກເຈົ້າອອກມາຈາກປະເທດເອຢິບນັ້ນ, ເຮົາບໍ່ໄດ້ຮຽກຮ້ອງອັນໃດຈາກພວກເຂົາ. ເຮົາບໍ່ໄດ້ໃຫ້ຄຳສັ່ງພວກເຂົາກ່ຽວກັບເຄື່ອງເຜົາບູຊາ ແລະເຄື່ອງບູຊາ.
\v 23 ເຮົາພຽງແຕ່ໃຫ້ຄຳສັ່ງນີ້ເທົ່ານັ້ນວ່າ, “ຈົ່ງຟັງສຽງຂອງເຮົາ, ແລະເຮົາຈະເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຈະໄດ້ເປັນໄພ່ພົນຂອງເຮົາ. ດັ່ງນັ້ນ ຈົ່ງດຳເນີນໃນທາງທັງຫລາຍທີ່ເຮົາກຳລັງບັນຊາເຈົ້າ, ເພື່ອເຈົ້າຈະໄດ້ຢູ່ເຢັນເປັນສຸກ."
\s5
\v 24 ແຕ່ພວກເຂົາບໍ່ເຊື່ອຟັງ ຫລືເອົາໃຈໃສ່ເລີຍ. ພວກເຂົາມີແຕ່ປະພຶດໄປຕາມແຜນການຄວາມດື້ດ້ານ ຂອງຈິດໃຈຊົ່ວຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງຍ່າງຖອຍຫລັງ, ບໍ່ຍ່າງໄປຫນ້າ.
\v 25 ຕັ້ງແຕ່ມື້ທີ່ບັນພະບູລຸດຂອງພວກເຈົ້າອອກຈາກແຜ່ນດິນເອຢິບຈົນເຖິງທຸກມື້ນີ້, ເຮົາໄດ້ໃຊ້ບັນດາພວກຜູ້ປະກາດພຣະທັມຂອງເຮົາ, ໄປຫາພວກເຈົ້າຢູ່ສະເຫມີ.
\v 26 ແຕ່ພວກເຈົ້າບໍ່ເຊື່ອຟັງ. ພວກເຂົາບໍ່ເອົາໃຈໃສ່ເລີຍ. ພວກເຂົາແຮງຍິ່ງເປັນຄົນດື້ດ້ານ. ພວກເຈົາໄດ້ປະພຶດຊົ່ວ ກວ່າບັນພະບູລຸດຂອງພວກເຈົ້າອີກ.
\s5
\v 27 ດ້ວຍເຫດນີ້ ຈົ່ງປະກາດຖ້ອຍຄຳເຫລົ່ານີ້ສູ່ພວກເຂົາ, ແຕ່ພວກເຂົາຈະບໍ່ຟັງ. ຈົ່ງປະກາດສິ່ງເຫລົ່ານີ້ແກ່ພວກເຂົາ, ແຕ່ພວກເຂົາຈະບໍ່ຍອມຕອບເຈົ້າ.
\v 28 ຈົ່ງເວົ້າແກ່ພວກເຂົາວ່າ ນີ້ເປັນຊົນຊາດທີ່ບໍ່ເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງເຂົາ ແລະ ບໍ່ຍອມຮັບເອົາການຕັກເຕືອນ. ຄວາມສັດຊື່ຈະສູນຫາຍ ແລະ ຖືກຕັດຂາດຈາກປາກພວກເຂົາແລ້ວ.
\s5
\v 29 ຈົ່ງຕັດຜົມຂອງເຈົ້າອອກ ແລະແຖຫົວຂອງເຈົ້າ, ແລະແກວ່ງຜົມຂອງເຈົ້າຖີ້ມໄປ. ຈົ່ງຮ້ອງໄຫ້ບົດເພັງອາໄລສົບເທິງທີ່ໂລ່ງ. ເພາະວ່າພຣະຢາເວໄດ້ຊົງປະຕິເສດ ແລະໄດ້ຊົງປະຖີ້ມຄົນຮຸ່ນນີ້ດ້ວຍຄວາມຮ້າຍຂອງພຣະອົງແລ້ວ.
\v 30 ເພາະເຊື້ອສາຍຂອງຢູດາໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ພວກເຂົາໄດ້ເອົາສິ່ງທີ່ເຮົາກຽດຊັງມາວາງໄວ້ໃນວິຫານ ຊຶ່ງເອີ້ນອອກນາມຊື່ຂອງເຮົາ, ເພື່ອເຮັດໃຫ້ມີມົນທິນ.
\s5
\v 31 ແລ້ວພວກເຂົາໄດ້ສ້າງສະຖານທີ່ສູງຂອງໂຕເຟັດ ໄວ້ໃນຮ່ອມພູເບັນຮິນໂນມ. ພວກເຮົາໄດ້ເຮັດສິ່ງນີ້ເພື່ອຈະໄດ້ເຜົາບູຊາລູກຊາຍ ແລະລູກຍິງທັງຫລາຍຂອງພວກເຂົາດ້ວຍໄຟ—ເປັນສິ່ງທີ່ເຮົາ ແລະບໍ່ເຄີຍສັ່ງ, ແລະບໍ່ເຄີຍນຶກໃຫ້ເຂົາກະທຳຢ່າງນີ້ເລີຍ.
\v 32 ດັ່ງນັ້ນ ເບິ່ງແມ, ເວລານັ້ນຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຂົາຈະບໍ່ໄດ້ເອີ້ນວ່າທີ່ນັ້ນອີກວ່າໂຕເຟັດ ຫລື ຮ່ອມພູເບັນຮິນໂນມ ອີກຕໍ່ໄປ. ມັນຈະເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ; ເພາະວ່າພວກເຂົາຈະໄດ້ຝັງສົບທັງຫລາຍໃນໂຕເຟັດ ຈົນກວ່າບໍ່ມີບ່ອນຝັງເຫລືອແລ້ວ.
\s5
\v 33 ບັນດາປະຊາຊົນນີ້ຈະກາຍເປັນອາຫານຂອງບັນດານົກໃນທ້ອງຟ້າ ແລະຂອງສັດປ່າເທິງແຜ່ນດິນໂລກ ຈະບໍ່ມີໃຜຂັບໄລ່ພວກມັນໄປເສຍໄດ້.
\v 34 ເຮົາຈະເຮັດໃຫ້ເປັນຈຸດຈົບຂອງເມືອງຕ່າງໆ ຂອງຢູດາ ແລະຖະຫນົນຕ່າງໆ ຂອງນະຄອນເຢຣູຊາເລັມ, ສຽງຂອງຄວາມມ່ວນຊື່ນຍິນດີ ແລະສຽງສຳລານຂອງພວກເຈົ້າບ່າວ ແລະພວກເຈົ້າສາວຈະບໍ່ມີ, ເພາະແຜ່ນດິນນັ້ນຈະກາຍເປັນທີ່ຮ້າງເປົ່າ.”
\s5
\c 8
\cl ບົດທີ 8
\p
\v 1 “ໃນເທື່ອນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ພວກເຂົາຈະນຳກະດູກຂອງບັນດາກະສັດຢູດາ ແລະກະດູກພວກເຈົ້ານາຍທັງຫລາຍຂອງຢູດາ, ກະດູກປະໂລຫິດ ແລະກະດູກຜູ້ປະກາດພຣະທັມ, ແລະກະດູກທັງຫລາຍຂອງຊາວເມືອງເຢຣູຊາເລັມມາຈາກອຸບໂມງຝັງສົບ.
\v 2 ແລ້ວພວກເຂົາຈະກະຈາຍກະດູກເຫລົ່ານັ້ນ ອອກຕໍ່ຫນ້າດວງຕາເວັນ ແລະດວງເດືອນ ແລະດວງດາວທັງຫມົດໃນທ້ອງຟ້າ; ສິ່ງຕ່າງໆໃນທ້ອງຟ້າເຫລົ່ານີ້ທີ່ພວກເຂົາຕິດຕາມ ແລະ ບົວລະບັດ, ຊຶ່ງພວກເຂົາໄດ້ຕິດຕາມ ແລະໄດ້ສະແຫວງຫາ, ແລະທີ່ພວກເຂົາໄດ້ນະມັດສະການ. ກະດູກເຫລົ່ານີ້ຈະບໍ່ມີໃຜຮວບຮວມ ຫລືຝັງອີກເທື່ອ. ພວກເຂົາຈະເປັນເຫມືອນຂີ້ສັດຢູ່ຕາມພື້ນດິນ.
\v 3 ຕາມສະຖານທີ່ທັງຫມົດທີ່ເຮົາໄດ້ຂັບໄລ່ພວກເຂົາໄປ, ພວກເຂົາຈະເລືອກເອົາຄວາມຕາຍ ແທນທີ່ຈະເລືອກເອົາມີຊີວິດສຳລັບພວກເຂົາ, ທຸກຄົນທີ່ເຫລືອຢູ່ຈາກຊົນຊາດຊົ່ວຮ້າຍນີ້—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ.
\s5
\v 4 ດັ່ງນັ້ນ ຈົ່ງເວົ້າກັບພວກເຂົາທັງຫລາຍວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເມື່ອໃຜກໍຕາມທີ່ລົ້ມລົງ ເຂົາຈະບໍ່ລຸກຂຶ້ນອີກບໍ? ຖ້າຜູ້ຫນຶ່ງຜູ້ໃດກໍຕາມຫລົງຫາຍໄປ, ເຂົາຈະບໍ່ຖອຍຫລັງກັບມາບໍ?
\v 5 ເປັນຫຍັງຊົນຊາດນີ້, ເຢຣູຊາເລັມ, ຈຶ່ງໄດ້ຫັນໄປໃນຄວາມບໍ່ຊື່ສັດຢູ່ເລື້ອຍໆ? ພວກເຂົາຍຶດການຫລອກລວງໄວ້ຫມັ້ນ ແລະປະຕິເສດບໍ່ຍອມຫັນກັບ.
\s5
\v 6 ເຮົາໄດ້ຕັ້ງໃຈ ແລະຄອຍຖ້າຟັງ, ແຕ່ພວກເຂົາກໍໄດ້ເວົ້າສິ່ງທີ່ຖືກຕ້ອງ; ບໍ່ມີຄົນໃດກັບໃຈຈາກຄວາມຊົ່ວຂອງຕົນ, ບໍ່ມີໃຜທີ່ກ່າວວ່າ, ‘ຂ້ານ້ອຍໄດ້ເຮັດຫຍັງໄປແລ້ວ? ທຸກຄົນຫັນໄປຕາມທາງທີ່ຕົນປາດຖະຫນາ, ເຫມືອນກັບມ້າແລ່ນເຂົ້າໄປໃນສົງຄາມ.
\v 7 ເຖິງວ່ານົກຍາງເທິງຟ້າຍັງຮູ້ຈັກເວລາກຳນົດຂອງມັນ; ແລະນົກເຂົາ, ນົກນາງແອ່ນ, ແລະນົກກຽນ ພວກມັນໄດ້ອົບພະຍົບຕາມເວລາຂອງມັນ, ແຕ່ປະຊາຊົນຂອງເຮົາ ບໍ່ຮູ້ຈັກກົດຫມາຍຂອງພຣະຢາເວ.
\s5
\v 8 ເຈົ້າຈະເວົ້າໄດ້ຢ່າງໃດວ່າ, ‘ເຮົາມີປັນຍາ ເພາະວ່າພຣະບັນຍັດຂອງພຣະຢາເວກໍຢູ່ກັບເຮົາ? ທີ່ຈິງແລ້ວ, ເບິ່ງແມ! ບິກຂຽນຂອງພວກອາລັກໄດ້ຫລອກຫລວງເຫລົ່າພວກອາລັກໄດ້ສ້າງຖ້ອຍຄຳຫລອກຫລວງ.
\v 9 ພວກຄົນມີປັນຍາຈະຕ້ອງອັບອາຍ. ພວກເຂົາຈະຕົກໃຈຢ້ານ ແລະຖືກຈັບຕົວໄປ. ເບິ່ງແມ! ພວກເຂົາໄດ້ປະຕິເສດ ພຣະທັມຂອງພຣະຢາເວ, ດັ່ງນັ້ນ ປັນຍາຂອງເຂົາພວກເຂົາກໍບໍ່ມີປະໂຫຍດ.
\v 10 ເພາະສະນັ້ນ ເຮົາຈະໃຫ້ເມຍຂອງພວກເຂົາຕົກໄປເປັນຂອງຄົນອື່ນ ແລະໃຫ້ໄຮ່ນາທັງຫລາຍຂອງພວກເຂົາຕົກແກ່ຄົນເຫລົ່ານັ້ນຜູ້ທີ່ຈະຍຶດເອົາ ເພາະວ່າຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດເຖິງຄົນທີ່ໃຫຍ່ໂຕທີ່ສຸດ, ທຸກຄົນໂລບຢາກໄດ້ກຳໄລ! ຕັ້ງແຕ່ຜູ້ປະກາດພຣະທັມ ເຖິງປະໂລຫິດ, ທຸກຄົນກໍເຮັດການສໍ້ໂກງ.
\s5
\v 11 ພວກເຂົາໄດ້ຮັກສາບາດແຜແຫ່ງປະຊາຊົນຂອງເຮົາແຕ່ພຽງເລັກນ້ອຍ, ກ່າວວ່າ ‘ສັນຕິສຸກ, ສັນຕິສຸກ, ໃນເມື່ອບໍ່ມີສັນຕິສຸກເລີຍ.
\v 12 ພວກເຂົາອັບອາຍຫລືບໍເມື່ອຍເຂົາເຮັດການຫນ້າກຽດຊັງ? ພວກເຂົາອັບອາຍເລີຍ; ພວກເຂົາບໍ່ຮູ້ຈັກອັບອາຍເລີຍ! ເພາະສະນັ້ນ ພວກເຂົາຈະລົ້ມລົງທ່າມກາງພວກທີ່ລົ້ມແລ້ວ, ພວກເຂົາຈະລົ້ມຄວໍ້າລົງເມື່ອເຮົາລົງໂທດເຂົາທັງຫລາຍ, ພຣະຢາເວກ່າວດັ່ງນີ້ແຫລະ.
\v 13 ເຮົາຈະເອົາພວກເຂົາອອກໄປຢ່າງສີ້ນເຊີງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຄືອອະງຸ່ນຈະບໍ່ມີຫມາກ ຫລື ຕົ້ນຫມາກເດື່ອເທດບໍ່ມີຜົນ. ໃບກໍຈະຫ່ຽວແຫ້ງໄປ, ແລະ ສິ່ງໃດທີ່ເຮົາໃຫ້ພວກເຂົາກໍຈະສູນຫາຍໄປຈາກພວກເຂົາ.”
\s5
\v 14 ເປັນຫຍັງເຮົາຈຶ່ງນັ່ງຢູ່ທີ່ນີ້? ຈົ່ງພາກັນມາ; ໃຫ້ພວກເຮົາ ເຂົ້າໄປໃນບັນດາຫົວເມືອງທີ່ມີປ້ອມ, ແລະ ເຮົາຈະຢູ່ມິດໆທີ່ນັ້ນໃນຄວາມຕາຍ. ເພາະພຣະຢາເວ ພຣະເຈົ້າຂອງເຮົາຈະຊົງໃຫ້ເຮົານັ່ງມິດ. ພຣະອົງຈະໃຫ້ເຮົາດື່ມຍາພິດ, ເພາະພວກເຮົາໄດ້ເຮັດບາບຕໍ່ພຣະອົງ.
\v 15 ພວກເຮົາຫວັງຫາສັນຕິສຸກ, ແຕ່ບໍ່ມີຄວາມດີຫຍັງມາເລີຍ. ພວກເຮົາຫວັງຫາເວລາຮັກສາໃຫ້ດີ, ແຕ່ເບິ່ງແມ, ມີແຕ່ຄວາມຄວາມຕື່ນຕົກໃຈ.
\s5
\v 16 ສຽງຄຶກຄະນອງແຫ່ງມ້າຂອງລາວກໍໄດ້ຍິນມາຈາກເມືອງດານ. ແຜ່ນດິນທັງຫມົດກໍຫວັ່ນໄຫວ ດ້ວຍສຽງຮ້ອງຂອງກອງທັບມ້າຂອງລາວ. ເພາະພວກມັນກັບມາ ແລະກິນແຜ່ນດິນ ແລະສິ່ງທັງປວງທີ່ຢູ່ໃນນັ້ນຈົນຫມົດທັງເມືອງ, ທັງເມືອງແລະຜູ້ທີ່ອາໄສຢູ່ໃນເມືອງ.
\v 17 ເພາະ ເບິ່ງແມ, ເຮົາກຳລັງສົ່ງງູເຂົ້າມາທ່າມກາງພວກເຈົ້າ, ຄືງູພິດທັບທາງ ຊຶ່ງຈະຜູກມັດດ້ວຍມົນບໍ່ໄດ້ ພວກມັນຈະກັດພວກເຈົ້າທັງຫລາຍ—ພຣະຢາເວປະກາດດັ່ງນີ້ແຫລະ.”
\s5
\v 18 ຄວາມທຸກເສົ້າໂສກຂອງຂ້ານ້ອຍບໍ່ມີທີ່ສິ້ນສຸດ, ແລະຈິດໃຈຂອງຂ້ານ້ອຍກໍປ່ວຍຢູ່.
\v 19 ເບິ່ງແມ! ມີສຽງກີດຮ້ອງຂອງລູກສາວແຫ່ງປະຊາຊົນຂອງເຮົາ ຈາກດິນແດນຫ່າງໄກ! ພຣະຢາເວບໍ່ໄດ້ສະຖິດໃນຊີໂອນແລ້ວບໍ? ກະສັດຂອງເມືອງນັ້ນບໍ່ຢູ່ໃນນັ້ນແລ້ວບໍ? ເປັນຫຍັງພວກເຂົາຈຶ່ງຍົວະໃຫ້ເຮົາໂກດຮ້າຍດ້ວຍຮູບເຄົາລົບຂອງພວກເຂົາ ແລະດ້ວຍພະຕ່າງດ້າວຂອງພວກເຂົາ?
\s5
\v 20 ລະດູກ່ຽວກໍຜ່ານໄປ, ລະດູແລ້ງກໍສິ້ນສຸດລົງແລ້ວ. ແຕ່ເຮົາທັງຫລາຍກໍບໍ່ລອດພົ້ນ.
\v 21 ເຮົາຮູ້ສຶກເຈັບປວດເພາະບາດແຜແຫ່ງລູກສາວປະຊາຊົນຂອງເຮົາ. ເຮົາຈຶ່ງເຈັບປວດ. ເຮົາເສົ້າຫມອງຫົວໃຈໃນສິ່ງຕ່າງໆທີ່ຫນ້າຢ້ານກົວ ທີ່ໄດ້ເກີດຂຶ້ນກັບນາງ; ເຮົາຢ້ານກົວ.
\v 22 ບໍ່ມີຫວ້ານຢາຮັກໃນກິເລອາດຫລື? ບໍ່ມີແພດຫມໍຮັກສາພະຍາດບ່ອນນັ້ນຫລື? ເປັນຫຍັງການຮັກສາລູກສາວແຫ່ງປະຊາຊົນຂອງເຮົາຈຶ່ງບໍ່ໄດ້ຜົນ?
\s5
\c 9
\cl ບົດທີ 9
\p
\v 1 ໂອ ຖ້າພຽງຫົວຂອງຂ້ານ້ອຍເປັນແຫລ່ງນ້ຳ, ແລະດວງຕາຂອງຂ້ານ້ອຍເປັນບໍ່ນ້ຳພຸແຫ່ງນໍ້າຕາກໍຈະດີ! ເພື່ອຂ້ານ້ອຍຈະໄດ້ຮ້ອງໄຫ້ທັງກາງເວັນ ແລະກາງຄືນ ເພາະລູກສາວຂອງປະຊາຊົນຂອງຂ້ານ້ອຍທີ່ຖືກຂ້າ.
\v 2 ໂອ ຖ້າຂ້ານ້ອຍມີບ່ອນພັກສຳລັບຄົນເດີນທາງ ຢູ່ໃນຖິ່ນແຫ້ງແລ້ງກັນດານກໍຈະດີ, ເພື່ອຂ້ານ້ອຍຈະໄດ້ໄປຈາກຊົນຊາດຂອງຂ້ານ້ອຍ ແລະໄປໃຫ້ພົ້ນຈາກພວກເຂົາເສຍ, ເພາະພວກເຂົາທັງຫມົດເປັນຄົນລ່ວງປະເວນີ, ແລະເປັນຫມູ່ຄົນທີ່ມັກທໍລະຍົດ!
\v 3 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ພວກເຂົາງໍລີ້ນຂອງຕົນເຫມືອນກັບຄັນທະນູ ເພື່ອກ່າວຄວາມບໍ່ຈິງ, ແຕ່ບໍ່ແມ່ນໂດຍສັດຈະຂອງພວກເຂົາທີ່ແຂງແຮງຂຶ້ນໃນແຜ່ນດິນ ເພາະພວກເຂົາອອກຈາກຄວາມຊົ່ວຢ່າງນີ້ໄປສູ່ຄວາມຊົ່ວເຊັ່ນນັ້ນ. ພວກເຂົາບໍ່ຮູ້ຈັກເຮົາ.”
\s5
\v 4 ຂໍໃຫ້ພວກເຈົ້າ, ແຕ່ລະຄົນລະວັງເພື່ອນບ້ານຂອງຕົນ ແລະຢ່າວາງໃຈໃນພີ່ນ້ອງຄົນໃດເລີຍ. ເພາະວ່າພີ່ນ້ອງທຸກຄົນຈະເປັນຄົນຫລອກລວງ, ແລະເພື່ອນບ້ານທຸກຄົນຈະທຽວໄປເປັນຄົນນິນທາໃສ່ຮ້າຍຜູ້ອື່ນ.
\v 5 ແຕ່ລະຄົນຈະຫລອກລວງເພື່ອນບ້ານຂອງຕົນ ແລະບໍ່ມີໃຜຈະເວົ້າຄວາມຈິງຈັກຄົນດຽວ. ບັນດາລີ້ນຂອງພວກເຂົາສອນໃຫ້ເວົ້າຂີ້ຕົວະ. ພວກເຂົາເມື່ອຍລ້າໃນການເຮັດຄວາມຊົ່ວຊ້າ.
\v 6 ພວກເຈົ້າອາໄສຢູ່ທ່າມກາງການຫລອກລວງ; ໃນທ່າມກາງການຫລອກລວງຂອງພວກເຂົາ ປະຕິເສດທີ່ຈະຮູ້ຈັກເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 7 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະຫລອມພວກເຂົາ ແລະທົດລອງພວກເຂົາ, ເຮົາຈະເຮັດຢ່າງອື່ນໄດ້ແນວໃດ, ເພາະວ່າພວກເຂົາເປັນໄພ່ພົນຂອງເຮົາ?
\v 8 ລີ້ນຂອງພວກເຂົາຄົມເຫມືອນລູກທະນູ; ພວກເຂົາເວົ້າໃນສິ່ງທີ່ບໍ່ສັດຊື່. ດ້ວຍປາກທັງຫລາຍຂອງພວກເຂົາ ພວກເຂົາກ່າວເລື່ອງສັນຕິກັບເພື່ອນບ້ານຂອງຕົນ, ແຕ່ໃນໃຈຂອງພວກເຂົາໄດ້ວາງແຜນການຄອຍຖ້າດັກຢູ່.
\v 9 ຄວນທີ່ເຮົາຈະບໍ່ລົງໂທດພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະບໍ່ຄວນ ຫລືທີ່ເຮົາຈະແກ້ແຄ້ນຊົນຊາດທີ່ເປັນຢ່າງນີ້?
\s5
\v 10 ຂ້ານ້ອຍຈະຮ້ອງເພງແຫ່ງການໂສກເສົ້າ ແລະຄວນຄາງສຳລັບພູເຂົາທັງຫລາຍ, ແລະເພງງານສົບຈະຖືກຮ້ອງເພາະທົ່ງຫຍ້າເຫລົ່ານັ້ນ ເພາະວ່າມັນຖືກເຜົາເສຍ. ບໍ່ມີຜູ້ໃດຜ່ານໄປມາ ບໍ່ໄດ້ຍິນສຽງສັດລ້ຽງຮ້ອງ. ທັງນົກໃນອາກາດ ແລະ ສັດໄດ້ຫນີໄປເສຍແລ້ວ.
\v 11 ດັ່ງນັ້ນ ເຮົາຈະເຮັດໃຫ້ເຢຣູຊາເລັມເປັນກອງສິ່ງຫັກພັງ, ເປັນບ່ອນຢູ່ຂອງຫມາປ່າ. ເຮົາຈະເຮັດໃຫ້ຫົວເມືອງຕ່າງໆຂອງຢູດາ ເປັນບ່ອນຮ້າງເປົ່າ ບໍ່ມີຄົນອາໄສ.”
\v 12 ໃຜເປັນຄົນມີປັນຍາພຽງພໍທີ່ຈະເຂົ້າໃຈຄວາມນີ້ໄດ້? ມີຜູ້ໃດທີ່ປາກຂອງພຣະຢາເວໄດ້ກ່າວແກ່ຕົນ, ແລະລາວຈຶ່ງປະກາດຄວາມນັ້ນໄດ້? ເຫດໃດແຜ່ນດິນຈຶ່ງພັງທະລາຍ ແລະຖືກເຜົາເສຍເຫມືອນຖິ່ນແຫ້ງແລ້ງກັນດານທີ່ບໍ່ມີໃຜຜ່ານໄປມາ?
\s5
\v 13 ພຣະຢາເວກ່າວວ່າ, “ເພາະພວກເຂົາທັງຫລາຍໄດ້ປະຖິ້ມບັນຍັດຂອງເຮົາ ຊຶ່ງເຮົາໄດ້ຕັ້ງໄວ້ຕໍ່ຫນ້າພວກເຂົາ, ເພາະພວກເຂົາບໍ່ໄດ້ເຊື່ອຟັງສຽງຂອງເຮົາ ຫລືດຳເນີນຕາມນັ້ນ.
\v 14 ເພາະພວກເຂົາໄດ້ດຳເນີນຕາມໃຈດື້ດ້ານຂອງຕົນເອງ ແລະໄດ້ຕິດຕາມພວກພະບາອານເຫມືອນຢ່າງທີ່ບັນພະບູລຸດໄດ້ສັ່ງສອນພວກເຂົາໃຫ້ເຮັດ.
\s5
\v 15 ສະນັ້ນ ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຈຶ່ງກ່າວວ່າ, ‘ເບິ່ງແມ, ເຮົາກຳລັງຈະໃຫ້ຊົນຊາດນີ້ກິນເຄືອເຂົາຮໍ ແລະໃຫ້ດື່ມນ້ຳທີ່ເປັນພິດ.
\v 16 ເຮົາຈະກະຈາຍພວກເຂົາໄປທ່າມກາງຊົນຊາດ ທີ່ຕົວເຂົາເອງ ຫລືບັນພະບູລຸດຂອງພວກເຂົາບໍ່ຮູ້ຈັກ. ເຮົາຈະສົ່ງດາບໃຫ້ໄລ່ຕາມພວກເຂົາທັງຫລາຍ ຈົນກວ່າເຮົາຈະໄດ້ເຜົາຜານພວກເຂົາຈົນຫມົດສິ້ນ.”
\s5
\v 17 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ຈົ່ງພິຈາລະນາເບິ່ງ ແລະ ເອີ້ນນາງຮ້ອງໄຫ້ມາ; ຈົ່ງໃຫ້ພວກນາງມາ. ໃຫ້ຄົນໄປນຳພວກຜູ້ຍິງມືອາຊີບໃນການສົ່ງສຽງຮ້ອງຄາງໃຫ້ພວກນາງມາ.
\v 18 ປ່ອຍໃຫ້ພວກນາງຮີບມາ ແລະ ຮ້ອງຄາງເພື່ອເຮົາທັງຫລາຍ, ເພື່ອດວງຕາຂອງພວກນາງຈະມີນ້ຳຕາໄຫລ ແລະ ຫນັງຕາຂອງເຮົາຈະມີນ້ຳຕາໄຫລອອກມາ.
\s5
\v 19 ເພາະໄດ້ຍິນສຽງຮ້ອງຄາງຈະໄດ້ຍິນໃນຊີໂອນ, ‘ພວກເຮົາຈິບຫາຍແລ້ວ. ພວກເຮົາສຸດແສນຈະອັບອາຍ, ເພາະພວກເຮົາຕ້ອງປະຖິ້ມແຜ່ນດິນ ເພາະພວກເຂົາໄດ້ທຳລາຍບ່ອນຢູ່ອາໄສທັງຫລາຍຂອງພວກເຮົາລົງ.
\v 20 ດັ່ງນັ້ນພວກຜູ້ຍິງເອີຍ, ຈົ່ງຟັງພຣະທັມຂອງພຣະຢາເວ ໃຫ້ໃຈຈົດຈໍ່ໃນພຣະທັມຈາກປາກຂອງພຣະອົງ. ແລ້ວຈົ່ງສອນບົດເພັງງານສົບແກ່ລູກສາວຂອງພວກເຈົ້າ, ແລະ ຈົ່ງສອນບົດເພງແຫ່ສົບແກ່ເພື່ອນບ້ານຜູ້ຍິງແຕ່ລະຄົນ.
\s5
\v 21 ເພາະຄວາມຕາຍໄດ້ເຂົ້າມາທາງປ່ອງຢ້ຽມທັງຫລາຍຂອງເຮົາ; ມັນເຂົ້າມາໃນວັງທັງຫລາຍຂອງເຮົາ. ມັນທຳລາຍພວກເດັກນ້ອຍ ຈາກຂ້າງນອກ, ແລະຕັດພວກຄົນຫນຸ່ມ ອອກເສຍຈາກລານເມືອງ.
\v 22 ຈົ່ງປະກາດວ່າ, ‘ນີ້ເປັນຄຳປະກາດຂອງພຣະຢາເວ—ບັນດາສົບຂອງຄົນຈະກອງລະເນລະນາດເຫມືອນຂີ້ສັດຕາມພື້ນທົ່ງນາ ແລະເຫມືອນຟ່ອນເຂົ້າທີ່ລົ້ມຕາມຫລັງຜູ້ກ່ຽວ, ແລະບໍ່ມີຜູ້ໃດຈະເກັບຮວບຮວມພວກມັນ.’”
\s5
\v 23 ພຣະຢາເວກ່າວດັ່ງນີ້ວ່າ, “ຢ່າໃຫ້ຜູ້ມີປັນຍາອວດໃນສະຕິປັນຍາຂອງລາວ, ຫລືຢ່າໃຫ້ຊາຍສະກັນອວດໃນຄວາມເຂັ້ມແຂງຂອງລາວ. ຢ່າໃຫ້ຄົນຮັ່ງມີອວດໃນຄວາມລ້ຳລວຍຂອງລາວ.
\v 24 ເພາະຖ້າຜູ້ໃດອວດໃນສິ່ງໃດ, ກໍໃຫ້ເປັນຢ່າງນີ້, ຄືການທີ່ຕົນເຂົ້າໃຈ ແລະ ຮູ້ຈັກເຮົາ ເພາະວ່າເຮົາຄືພຣະຢາເວ, ຜູ້ຊົງສະແດງພັນທະສັນຍາທີ່ສັດຊື່, ຄວາມຍຸດຕິທຳ ແລະຄວາມຊອບທຳໃນໂລກ. ເພາະສິ່ງເຫລົ່ານີ້ແຫລະທີ່ເຮົາພໍໃຈ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 25 “ເບິ່ງແມ, ວັນເຫລົ່ານັ້ນກຳລັງມາເຖິງແລ້ວ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະລົງໂທດບັນດາຜູ້ທີ່ຮັບພິທີຕັດພຽງເພາະເນື້ອຫນັງຂອງພວກເຂົາ.
\v 26 ເຮົາຈະລົງໂທດຄົນເອຢິບ ແລະຄົນຢູດາ, ຄົນເອໂດມ, ປະຊາຊົນຂອງອຳໂມນ, ຄົນໂມອາບ ແລະປະຊາຊົນທຸກຄົນທີ່ຕັດຜົມເທິງຫົວຂອງພວກເຂົາຈົນສັ້ນ. ເພາະປະຊາຊາດເຫລົ່ານີ້ທັງຫມົດບໍ່ໄດ້ຮັບພິທີຕັດ, ແລະ ບັນດາເຊື້ອສາຍຂອງອິດສະຣາເອນກໍບໍ່ໄດ້ຮັບພິທີຕັດທາງໃຈ.”
\s5
\c 10
\cl ບົດທີ 10
\p
\v 1 ຈົ່ງຟັງພຣະທັມຊຶ່ງພຣະຢາເວຊົງກ່າວກັບພວກເຈົ້າ, ໂອ ເຊື້ອສາຍຂອງອິດສະຣາເອນເອີຍ.
\v 2 ພຣະຢາເວຊົງກ່າວດັ່ງນີ້ວ່າ, ‘ຢ່າຮຽນຮູ້ການດຳເນີນຊີວິດຕາມຢ່າງບັນດາປະຊາຊາດ ຫລືຢ່າຢ້ານກົວເພາະຫມາຍສຳຄັນຂອງທ້ອງຟ້າ, ຕາມທີ່ບັນດາປະຊາຊາດຢ້ານກົວນັ້ນ.
\s5
\v 3 ເພາະທຳນຽມຂອງສາສະຫນາຂອງປະຊາຊົນເຫລົ່ານີ້ກໍບໍ່ມີປະໂຫຍດ. ພວກເຂົາຕັດຕົ້ນໄມ້ຕົ້ນຫນຶ່ງຈາກປ່າ, ແລະ ຊ່າງສີມືໄດ້ແກະສະລັກໄມ້.
\v 4 ພວກເຂົາທັງຫລາຍກໍເອົາເງິນ ແລະ ທອງຄຳມາປະດັບ. ພວກເຂົາຕອກໄວ້ແຫນ້ນດ້ວຍຄ້ອນ ແລະຕະປູ ດັ່ງນັ້ນມັນກໍບໍ່ລົ້ມລົງມາ.
\v 5 ສິ່ງທີ່ພວກເຂົາເຮັດດ້ວຍມືຂອງພວກເຂົາກໍເຫມືອນຫຸ່ນໄລ່ກາທັງຫລາຍທີ່ຢູ່ໃນສວນຫມາກແຕງ, ເພາະພວກມັນ, ຄືກັນ, ບໍ່ສາມາດເວົ້າໄດ້, ແລະພວກມັນຕ້ອງຖືກຍ້າຍໄປ, ເພາະມັນຍ່າງບໍ່ໄດ້. ຢ່າຢ້ານພວກມັນເລີຍ, ເພາະພວກມັນບໍ່ສາມາດເຮັດຮ້າຍໄດ້, ແລະພວກມັນກໍບໍ່ສາມາດເຮັດດີໄດ້ເຊັ່ນກັນ.”
\s5
\v 6 ບໍ່ມີຜູ້ໃດເຫມືອນພຣະອົງເລີຍ, ຂ້າແດ່ພຣະຢາເວ. ພຣະອົງຊົງຍິ່ງໃຫຍ່ ແລະພຣະນາມຂອງພຣະອົງມີຣິດອຳນາດຫລາຍ.
\v 7 ຂ້າແດ່ກະສັດແຫ່ງບັນດາປະຊາຊາດ, ຜູ້ໃດຈະບໍ່ຢຳເກງພຣະອົງ? ເພາະພຣະອົງສົມຄວນໄດ້ຮັບຄວາມຢຳເກງ, ເພາະບໍ່ມີຜູ້ໃດເຫມືອນພຣະອົງ ໃນທ່າມກາງບັນດານັກປາດຂອງປະຊາຊາດທັງຫລາຍ ຫລື ໃນບັນດາຣາຊະອານາຈັກທັງຫມົດຂອງພວກເຂົາ.
\s5
\v 8 ພວກເຂົາເປັນຄືກັນ, ພວກເຂົາເປັນເຫມືອນສັດເດຍລະສານ ແລະໂງ່ຈ້າ, ບັນດາສິດຂອງຮູບເຄົາລົບ ຊຶ່ງບໍ່ມີປະໂຫຍດອັນໃດ ເປັນພຽງໄມ້.
\v 9 ພວກເຂົານຳເອົາເຄື່ອງເງິນທຸບດ້ວຍຄ້ອນມາຈາກເມືອງຕາຊິດ, ແລະເອົາທອງຄຳມາຈາກເມືອງອຸຟາດ, ທີ່ເຮັດຂຶ້ນຈາກຜົນງານຂອງຊ່າງສີມື, ແລະເປັນຜົນນໍ້າມືຂອງຊ່າງຕີຄຳ. ເສື້ອຜ້າຂອງຮູບເຄົາລົບນັ້ນສີຄາມ ແລະສີມ່ວງ. ສິ່ງເຫລົ່ານີ້ທັງຫມົດເປັນຜົນງານຂອງຊ່າງຊຳນານ.
\v 10 ແຕ່ພຣະຢາເວຊົງເປັນພຣະເຈົ້າອົງທ່ຽງແທ້. ພຣະອົງຊົງເປັນພຣະເຈົ້າຜູ້ຊົງພຣະຊົນ ແລະເປັນພຣະມະຫາກະສັດເນື່ອງນິດ. ເມື່ອຊົງພຣະພິໂລດ ແຜ່ນດິນກໍຫວັ່ນໄຫວ, ແລະບັນດາປະຊາຊາດຈະບໍ່ສາມາດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ.
\s5
\v 11 ພວກເຈົ້າຈົ່ງເວົ້າກັບພວກເຂົາທັງປວງດັ່ງນີ້ວ່າ, “ບັນດາພະຜູ້ທີ່ບໍ່ໄດ້ຊົງສ້າງຟ້າສະຫວັນ ແລະແຜ່ນດິນໂລກຈະພິນາດໄປຈາກແຜ່ນດິນໂລກ ແລະຈາກພາຍໃຕ້ຟ້າສະຫວັນເຫລົ່ານີ້.”
\v 12 ແຕ່ພຣະອົງຊົງສ້າງໂລກດ້ວຍລິດເດດຂອງພຣະອົງ, ແລະຊົງສະຖາປະນາໂລກໄວ້ດ້ວຍພຣະສະຕິປັນຍາຂອງພຣະອົງ, ແລະດ້ວຍຄວາມເຂົ້າໃຈຂອງພຣະອົງຊົງຂຶງຟ້າສະຫວັນອອກ.
\v 13 ພຣະສຸລະສຽງຂອງພຣະອົງກໍຊົງເຮັດໃຫ້ເກີດສຽງນ້ຳຄະນອງໃນທ້ອງຟ້າ, ແລະພຣະອົງຊົງເຮັດໃຫ້ມີຫມອກລອຍຂຶ້ນຈາກທີ່ສຸດປາຍແຜ່ນດິນ. ພຣະອົງຊົງເຮັດໃຫ້ຟ້າແລບເພື່ອຝົນ ແລະຊົງນຳລົມມາຈາກພຣະຄັງຂອງພຣະອົງ.
\s5
\v 14 ມະນຸດທຸກຄົນໄດ້ກາຍເປັນຄົນໂງ່, ຂາດຄວາມຮູ້. ຊ່າງຕີເຫລັກທຸກຄົນຈະໄດ້ອັບອາຍ ເພາະຮູບເຄົາລົບຂອງເຂົາ. ເພາະຮູບເຄົາລົບຫລໍ່ຂອງເຂົາເປັນຂອງບໍ່ຈິງ; ແລະບໍ່ມີຊີວິດໃນພວກມັນ.
\v 15 ພວກມັນເປັນຂອງບໍ່ມີຄ່າ, ແລະເປັນຜົນງານຂອງພວກທີ່ມັກເຍາະເຍີ້ຍ; ພວກມັນຈະຕ້ອງພິນາດເມື່ອເຖິງເວລາການລົງໂທດ ຂອງພວກມັນ.
\v 16 ແຕ່ພຣະອົງ, ຜູ້ຊົງເປັນສ່ວນມໍຣະດົກຂອງຢາໂຄບ, ບໍ່ເຫມືອນສິ່ງເຫລົ່ານີ້, ເພາະພຣະອົງຊົງເປັນຜູ້ທີ່ກໍ່ຮ່າງທຸກສິ່ງຂຶ້ນ. ອິດສະຣາເອນເປັນເຜົ່າທີ່ເປັນມໍຣະດົກຂອງພຣະອົງ; ພຣະຢາເວຈອມໂຍທາ ຄືພຣະນາມຂອງພຣະອົງ.
\s5
\v 17 ຈົ່ງເກັບເຄື່ອງຂອງ ຂອງພວກເຈົ້າ ແລະອອກຈາກແຜ່ນດິນ, ພວກເຈົ້າປະຊາຊົນທັງຫລາຍທີ່ອາໄສຢູ່ພາຍໃຕ້ການຢຶດຄອງ.
\v 18 ເພາະພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະໂຍນພວກທີອາໄສໃນແຜ່ນດິນອອກໄປເສຍໃນເວລານີ້. ເຮົາຈະເຮັດໃຫ້ພວກເຂົາເກີດຄວາມທຸກໃຈ, ແລະພວກເຂົາຈະໄດ້ເຫັນວ່າມັນເປັນດັ່ງນັ້ນແທ້.”
\s5
\v 19 ວິບັດແກ່ຂ້ານ້ອຍ! ເພາະກະດູກຂອງຂອງຂ້ານ້ອຍແຕກ, ບາດແຜຂອງຂ້ານ້ອຍກໍຕິດເຊື້ອ. ດັ່ງນັ້ນຂ້ານ້ອຍໄດ້ກ່າວວ່າ, “ແທ້ຈິງ ນີ້ເປັນຄວາມທຸກໃຈ ແລະຂ້ານ້ອຍຈະຕ້ອງທົນເອົາ.”
\v 20 ເຕັ້ນຂອງຂ້ານ້ອຍກໍຖືກທຳລາຍ ແລະເຊືອກເຕັ້ນຂອງຂ້ານ້ອຍກໍຂາດເປັນສອງຕ່ອນ. ພວກເຂົາໄດ້ນຳເອົາລູກໆຂອງຂ້ານ້ອຍໄປຈາກຂ້ານ້ອຍຫມົດ, ແລະບໍ່ມີພວກເຂົາອີກແລ້ວ. ບໍ່ມີຜູ້ໃດທີ່ຈະກາງເຕັ້ນໃຫ້ຂ້ານ້ອຍອີກ ຫລື ແຂວນຜ້າກັ້ງຂອງຂ້ານ້ອຍໃຫ້.
\s5
\v 21 ເພາະວ່າພວກຜູ້ລ້ຽງແກະກໍໂງ່ຈ້າ ແລະພວກເຂົາບໍ່ໄດ້ຊອກຫາພຣະຢາເວ; ເພາະສະນັ້ນ ພວກເຂົາຈະບໍ່ໄດ້ຈະເລີນຂຶ້ນ, ແລະຝູງແກະທັງຫລາຍຂອງພວກເຂົາກໍຈະກະຈັດກະຈາຍໄປ.
\v 22 ລາຍງານຂ່າວຊ່າລືກໍໄດ້ມາເຖິງແລ້ວ, “ເບິ່ງແມ! ມັນກຳລັງມາ, ແຜ່ນດິນໄຫວຢ່າງຮຸນແຮງ ກໍກຳລັງມາຈາກແຜ່ນດິນທາງເຫນືອ ມາເຮັດໃຫ້ເມືອງຕ່າງໆຂອງຢູດາເປັນທີ່ຮ້າງເປົ່າ, ໃຫ້ເປັນບ່ອນຢູ່ຂອງຫມາປ່າ.”
\s5
\v 23 ຂ້າແດ່ພຣະຢາເວ, ຂ້ານ້ອຍຮູ້ແລ້ວວ່າ, ທາງຂອງມະນຸດບໍ່ໄດ້ຂຶ້ນຢູ່ກັບຕົວເຂົາ. ບໍ່ມີບຸກຄົນໃດຈະດຳເນີນໄປໄດ້ໂດຍບາດຍ່າງຂອງຕົນເອງ.
\v 24 ຂ້າແດ່ພຣະຢາເວ, ຂໍຊົງໂຜດຕີສອນຂ້ານ້ອຍດ້ວຍຄວາມຍຸດຕິທຳ, ບໍ່ແມ່ນດ້ວຍຄວາມໂກດຮ້າຍຂອງພຣະອົງ ຢ້ານວ່າພຣະອົງຈະຊົງທຳລາຍຂ້ານ້ອຍ.
\v 25 ຂໍພຣະອົງຊົງຖອກຄວາມໂກດຮ້າຍຂອງພຣະອົງເຫນືອເຫລົ່າປະຊາຊາດທີ່ບໍ່ຮູ້ຈັກພຣະອົງ ແລະເຫນືອບັນດາຄອບຄົວຜູ້ບໍ່ອອກພຣະນາມຂອງພຣະອົງ. ເພາະພວກເຂົາທັງຫລາຍໄດ້ເຜົາຜານຢາໂຄບ ແລະພວກເຂົາໄດ້ກິນເພິ່ນເສຍ ແລະໄດ້ທຳລາຍເຂົາເສຍ ແລະເຮັດໃຫ້ບ່ອນຢູ່ອາໄສຂອງເພິ່ນຖືກຖິ້ມຮ້າງ.
\s5
\c 11
\cl ບົດທີ 11
\p
\v 1 ພຣະທັມຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາວ່າ,
\v 2 “ຈົ່ງຟັງຖ້ອຍຄຳແຫ່ງພັນທະສັນຍານີ້ເຖີດ, ແລະຈົ່ງປະກາດແກ່ພວກເຂົາແຕ່ລະຄົນໃນຢູດາ ແລະບັນດາຜູ້ທີ່ອາໄສຢູ່ນະຄອນເຢຣູຊາເລັມ.
\s5
\v 3 ຈົ່ງກ່າວແກ່ພວກເຂົາວ່າ, ‘ພຣະຢາເວພຣະເຈົ້າຂອງຊາວອິດສະຣາເອນ ກ່າວດັ່ງນີ້ວ່າ: ໃຫ້ຄຳສາບແຊ່ງຕົກຢູ່ກັບຄົນທີ່ບໍ່ເຊື່ອຟັງຖ້ອຍຄຳໃນພັນທະສັນຍານີ້ເທີ້ນ.
\v 4 ນີ້ເປັນພັນທະສັນຍາທີ່ເຮົາໄດ້ບັນຊາແກ່ບັນພະບູລຸດຂອງພວກເຈົ້າໃຫ້ຮັກສາ ໃນມື້ທີ່ເຮົາໄດ້ນຳພວກເຂົາອອກມາຈາກແຜ່ນດິນເອຢິບ, ຈາກເຕົາໄຟສຳລັບຫລອມເຫລັກ. ເຮົາໄດ້ບອກແກ່ພວກເຂົາວ່າ, “ຈົ່ງຟັງສຽງຂອງເຮົາ ແລະຈົ່ງເຮັດທຸກຢ່າງທີ່ເຮົາໄດ້ສັ່ງພວກເຈົ້າໄວ້, ເພື່ອພວກເຈົ້າຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.”
\v 5 “ຈົ່ງເຊື່ອຟັງເຮົາ ເພື່ອເຮົາຈະຢືນຢັນຕາມຄຳປະຕິຍານ ຊຶ່ງເຮົາໄດ້ສາບານໄວ້ກັບເຫລົ່າບັນພະບຸລຸດຂອງພວກເຈົ້າ, ຄຳສາບານທີ່ວ່າເຮົາຈະໃຫ້ແຜ່ນດິນຊຶ່ງມີນ້ຳນົມ ແລະນໍ້າເຜີ້ງໄຫລບໍລິບູນແກ່ພວກເຂົາ, ຢ່າງທີ່ພວກເຈົ້າຢູ່ທຸກວັນນີ້.’” ແລ້ວຂ້ານ້ອຍ, ເຢເຣມີຢາ, ຈຶ່ງໄດ້ເວົ້າຕອບແລະໄດ້ກ່າວວ່າ, “ໂດຍຂ້າແດ່ພຣະເຢວາ, ຂ້ານ້ອຍຈະເວົ້າດັ່ງນັ້ນ!”
\s5
\v 6 ພຣະຢາເວໄດ້ກ່າວກັບຂ້ານ້ອຍວ່າ, “ຈົ່ງປ່າວປະກາດເຖີງສິ່ງທັງຫມົດເຫລົ່ານີ້ໃນເມືອງຕ່າງໆຂອງຢູດາ ແລະຕາມຫົນທາງຕ່າງໆໃນນະຄອນເຢຣູຊາເລັມ. ຈົ່ງປະກາດວ່າ, ‘ຈົ່ງຟັງບັນດາຖ້ອຍຄຳແຫ່ງພັນທະສັນຍານີ້ ແລະໃຫ້ປະພຶດຕາມ.
\v 7 ເພາະເຮົາໄດ້ກ່າວຕັກເຕືອນຢ່າງເດັດຂາດຕໍ່ບັນດາບັນພະບູລຸດຂອງພວກເຈົ້າ ຈາກມື້ນັ້ນທີ່ເຮົາໄດ້ນຳພວກເຂົາອອກຈາກເອຢິບ ຈົນມາເຖິງທຸກມື້ນີ້, ຕັກເຕືອນພວກເຂົາຊໍ້າແລ້ວຊໍ້າອີກ ແລະກ່າວວ່າ, “ຈົ່ງຟັງສຽງຂອງເຮົາ.’”
\v 8 ແຕ່ພວກເຂົາທຸກຄົນບໍ່ເຊື່ອຟັງ ຫລືງ່ຽງຫູຟັງ. ແຕ່ລະຄົນກໍ່ດຳເນີນຕາມຄວາມດື້ດ້ານແຫ່ງຈິດໃຈອັນຊົ່ວຮ້າຍຂອງພວກເຂົາ. ດັ່ງນັ້ນ ເຮົາຈຶ່ງນຳຄຳສາບແຊ່ງທຸກສິ່ງ ຕາມພັນທະສັນຍານີ້ທີ່ເຮົາໄດ້ບັນຊາ ມາຕົກເທີງພວກເຂົາ. ແຕ່ປະຊາຊົນກໍ່ບໍ່ໄດ້ເຊື່ອຟັງ.”
\s5
\v 9 ຕໍ່ມາ ພຣະຢາເວຊົງກ່າວກັບຂ້ານ້ອຍວ່າ, “ມີການສົມຄົບຄິດກະບົດທ່າມກາງເຫລົ່າຄົນຢູດາ ແລະບັນດາຜູ້ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ.
\v 10 ພວກເຂົາຫັນກັບຄືນໄປຫາຄວາມຜິດບາບຂອງບັນພະບູລຸດຮູ່ນທຳອິດຂອງພວກເຂົາ, ຜູ້ທີ່ບໍ່ຍອມເຮັດຕາມຖ້ອຍຄຳຂອງເຮົາ, ຜູ້ທີ່ໄດ້ຕິດຕາມຂາບໄຫວ້ພະອື່ນໆ ໄປເພື່ອບົວລະບັດພະເຫລົ່ານັ້ນ. ເຊື້ອສາຍຂອງອິດສະຣາເອນ ແລະເຊື້ອສາຍຂອງຢູດາໄດ້ຫັກພັນທະສັນຍາຂອງເຮົາ ທີ່ໄດ້ເຮັດກັບບັນພະບູລຸດຂອງພວກເຂົາ.
\s5
\v 11 ດັ່ງນັ້ນ ພຣະຢາເວຈຶ່ງຕັກເຕືອນດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະນຳໄພພິບັດ ຈາກບ່ອນທີ່ພວກເຂົາບໍ່ສາມາດຫນີພົ້ນໄດ້, ແລ້ວພວກເຂົາຈະຮ້ອງຂໍໃຫ້ເຮົາຊ່ວຍເຫລືອ, ແຕ່ເຮົາຈະບໍ່ຟັງພວກເຂົາ.
\v 12 ບັນດາເມືອງຕ່າງໆຂອງຢູດາ ແລະບັນດາຜູ້ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ກໍຈະໄປຮ້ອງໄຫ້ຂໍຄວາມຊ່ວຍເຫລືອຈາກພະອື່ນໆທັງຫລາຍ ທີ່ພວກເຂົາຖວາຍບູຊາ, ແຕ່ແນ່ນອນທີດຽວວ່າພະເຫລົ່ານັ້ນຈະຊ່ວຍພວກເຂົາໃນເວລາຍາກລຳບາກຂອງພວກເຂົາບໍ່ໄດ້ເລີຍ.
\v 13 ສຳລັບພວກເຈົ້າຢູດາເອີຍ, ບັນດາພະທັງຫລາຍຂອງເຈົ້າໄດ້ເພີ່ມຂຶ້ນຫລາຍເທົ່າກັບບັນດາເມືອງຂອງພວກເຈົ້າ. ພວກເຈົ້າໄດ້ກໍຕັ້ງແທ່ນບູຊາຖວາຍສິ່ງທີ່ຫນ້າອັບອາຍ, ຈຳນວນຫລວງຫລາຍໃນນະຄອນເຢຣູຊາເລັມ, ຄືແທ່ນສຳລັບເຜົາເຄື່ອງຫອມຖວາຍແກ່ພະບາອານ, ຫລາຍທໍ່ກັບ ຫົນທາງຕ່າງໆໃນເມືອງນັ້ນ.
\s5
\v 14 ດັ່ງນັ້ນ ຕົວເຈົ້າເອງ, ເຢເຣມີຢາເອີຍ, ຈະຕ້ອງບໍ່ອ້ອນວອນເພື່ອປະຊາຊົນເຫລົ່ານີ້. ເຈົ້າຢ່າໄດ້ວິງວອນ ຫລື ອະທິຖານເພື່ອພວກເຂົາ ເພາະເຮົາຈະບໍ່ຟັງ ໃນເວລາໄພພິບັດມາເຖິງພວກເຂົາ.
\v 15 ເປັນຫຍັງຜູ້ເປັນທີ່ຮັກຂອງເຮົາ, ຄົນທີ່ໄດ້ເຮັດຄວາມຊົ່ວຮ້າຍຫລວງຫລາຍ, ມາຢູ່ໃນວິຫານຂອງເຮົາ? ຊີ້ນສັດທີ່ບະບົນດ້ວຍການເຜົາບູຊາ ຂອງພວກເຈົ້າບໍ່ສາມາດຈະຊ່ວຍພວກເຈົ້າໄດ້. ພວກເຈົ້າຍິນດີເພາະການກະທຳທັງຫລາຍທີ່ຊົ່ວຮ້າຍຂອງພວກເຈົ້າ.
\v 16 ໃນອະດີດພຣະຢາເວໄດ້ຊົງເຄີຍເອີ້ນພວກເຈົ້າວ່າ ຕົ້ນກອກໃບຂຽວສົດ, ທີ່ງົດງາມດ້ວຍຫມາກຜົນທີ່ຫນ້າຮັກ, ແຕ່ພຣະອົງຈະຊົງກໍ່ໄຟເຜົາມັນທີ່ຈະມີສຽງດັງຢ່າງສະຫນັ່ນຂອງສຽງພາຍຸ; ແລະງ່າທັງຫລາຍຂອງມັນແຕກຫັກຫມົດ.
\s5
\v 17 ເພາະພຣະຢາເວຈອມໂຍທາ, ຜູ້ໄດ້ຊົງປູກເຈົ້າ, ໄດ້ຊົງປະກາດຄວາມພິນາດໃຫ້ແກ່ພວກເຈົ້າ ເພາະຄວາມຊົ່ວຊ້າຊຶ່ງເຊື້ອສາຍອິດສະຣາເອນ ແລະ ເຊື້ອສາຍຢູດາໄດ້ເຮັດ—ພວກເຂົາໄດ້ຍຸແຍ່ໃຫ້ເຮົາໃຈຮ້າຍ ດ້ວຍການເຜົາຖວາຍບູຊາແກ່ພະບາອານ.’”
\s5
\v 18 ພຣະຢາເວຊົງສະແດງແກ່ຂ້ານ້ອຍໃຫ້ກໍຮູ້ເຖິງສິ່ງເຫລົ່ານີ້ ດັ່ງນັ້ນຂ້ານ້ອຍຮູ້ຈັກພວກເຂົາ. ພຣະອົງຊົງ, ພຣະຢາເວໄດ້ຊົງສະແດງໃຫ້ຂ້ານ້ອຍໄດ້ເຫັນການກະທຳທັງຫລາຍຂອງພວກເຂົາ.
\v 19 ຂ້ານ້ອຍເປັນເຫມືອນລູກແກະຂຸ້ນໆໂຕຫນຶ່ງ ຊຶ່ງຖືກພາມາເຖິງບ່ອນຂ້າ. ຂ້ານ້ອຍບໍ່ໄດ້ຮູ້ເລີຍວ່າ ພວກເຂົາໄດ້ວາງແຜນການຕໍ່ສູ້ຂ້ານ້ອຍເອງ, ໂດຍກ່າວວ່າ, “ໃຫ້ເຮົາທຳລາຍຕົ້ນໄມ້ກັບຜົນຂອງມັນເສຍ! ໃຫ້ເຮົາຕັດລາວອອກເສຍຈາກແຜ່ນດິນຂອງຄົນເປັນ ເພື່ອຊື່ຂອງລາວຈະບໍ່ເປັນທີ່ລະນຶກເຖິງອີກເລີຍ.”
\v 20 ແຕ່ວ່າ ຂ້າແດ່ພຣະຢາເວຈອມໂຍທາ ຜູ້ຊົງພິພາກສາຢ່າງຊອບທຳ ຜູ້ຊົງທົດລອງເບິ່ງທັງຄວາມຄິດ ແລະຈິດໃຈ. ຂ້ານ້ອຍໄດ້ເປັນພະຍານການແກ້ແຄ້ນຂອງພຣະອົງ ແກ່ພວກເຂົາ, ເພາະຂ້ານ້ອຍໄດ້ມອບເລື່ອງຂອງຂ້ານ້ອຍໄວ້ກັບພຣະອົງແລ້ວ.
\s5
\v 21 ເພາະສະນັ້ນພຣະຢາເວຊົງກ່າວດັ່ງນີ້ ກ່ຽວກັບຄົນເມືອງ ອານາໂທດ ຜູ້ສະແຫວງຫາຊີວິດຂອງພວກເຈົ້າ, “ພວກເຂົາກ່າວວ່າ, ‘ຈົ່ງຢ່າປະກາດພຣະທັມໃນພຣະນາມຂອງພຣະຢາເວ, ຫລືບໍ່ດັ່ງນັ້ນເຈົ້າຈະຕ້ອງຕາຍດ້ວຍມືຂອງພວກເຮົາ.
\v 22 ເພາະສະນັ້ນ ພຣະຢາເວຈອມໂຍທາກ່າວວ່າ, ‘ເບິ່ງແມ, ເຮົາກຳລັງຈະລົງໂທດພວກເຂົາທັງປວງ. ພວກຄົນຫນຸ່ມຈະຕາຍດ້ວຍດາບ. ບັນດາລູກຊາຍ ແລະລູກສາວຂອງເຂົາຈະຕາຍດ້ວຍການອຶດຢາກອາຫານ.
\v 23 ຈະບໍ່ມີເຫລືອຈັກຄົນດຽວ, ເພາະເຮົາຈະນຳຄວາມຮ້າຍມາສູ່ຄົນອານາໂທດ, ຄືປີແຫ່ງການລົງໂທດພວກເຂົາ.'"
\s5
\c 12
\cl ບົດທີ 12
\p
\v 1 ຂ້າແຕ່ພຣະຢາເວ, ພຣະອົງກໍຊົງຊອບທຳ, ເມື່ອຂ້ານ້ອຍສູ້ຄະດີກັບພຣະອົງ. ຂ້ານ້ອຍຈະຕ້ອງຂໍສະເຫນີ ເຫດຜົນທີ່ຈະຮ້ອງທຸກຕໍ່ພຣະອົງຢ່າງແນ່ນອນ: ເຫດໃດທາງຂອງຄົນຊົ່ວຈຶ່ງຈະປະສົບຄວາມສຳເລັດ? ປະຊາຊົນທຸກຄົນທີ່ບໍ່ສັດຊື່ກໍປະສົບຜົນສຳເລັດ.
\v 2 ພຣະອົງໄດ້ຊົງປູກພວກເຂົາທັງຫລາຍ ແລະພວກເຂົາກໍຢັ່ງຮາກລົງ. ພວກເຂົາງອກງາມຂຶ້ນ ແລະເກີດຜົນ. ພຣະອົງຊົງຢູ່ໃກ້ປາກຂອງພວກເຂົາ, ແຕ່ໄກຈາກໃຈຂອງພວກເຂົາ.
\s5
\v 3 ຂ້າແດ່ພຣະຢາເວ, ແຕ່ພຣະອົງຊົງຮູ້ຈັກຂ້ານ້ອຍ. ພຣະອົງຊົງທອດພະເນດເຫັນຂ້ານ້ອຍ ແລະຊົງທົດລອງຄວາມຄິດຂອງຂ້ານ້ອຍທີ່ມີຕໍ່ພຣະອົງ. ຂໍຊົງຍົກພວກເຂົາອອກມາເຫມືອນແກະສຳລັບການຂ້າ, ແລະຕັ້ງພວກເຂົາໄວ້ຕ່າງຫາກເພື່ອມື້ຂ້າ.
\v 4 ແຜ່ນດິນນີ້ຈະແຫ້ງແລ້ງໄປດົນເທົ່າໃດ, ແລະຜັກຫຍ້າຕາມທົ່ງນາທຸກແຫ່ງຈະຫ່ຽວແຫ້ງໄປເພາະຄວາມຊົ່ວຮ້າຍຂອງຜູ້ອາໄສຢູ່ໃນນັ້ນອີກດົນເທົ່າໃດ? ບັນດາສັດປ່າ ແລະນົກກໍໄດ້ຖືກກວາດໄປຫມົດສິ້ນ. ຄວາມຈິງແລ້ວ, ປະຊາຊົນກ່າວວ່າ, “ພຣະເຈົ້າບໍ່ຮູ້ວ່າຈະມີອັນໃດເກີດຂຶ້ນກັບພວກເຮົາທັງຫລາຍ.”
\s5
\v 5 ພຣະຢາເວໄດ້ກ່າວວ່າ, “ທີ່ຈິງແລ້ວ, ເຢເຣມີຢາເອີຍ, ຖ້າເຈົ້າໄດ້ແລ່ນດ້ວຍຕີນຂອງບັນດາທະຫານ ແລະພວກເຂົາຍັງເຮັດໃຫ້ພວກເຈົ້າອິດເມື່ອຍຫມົດແຮງ, ແລ້ວເຈົ້າຈະແລ່ນແຂ່ງເອົາຊະນະກັບບັນດາມ້າທັງຫລາຍໄດ້ຢ່າງໃດ? ຖ້າເຈົ້າລົ້ມລົງໃນບ່ອນທີ່ປອດໄພເຂດຊົນນະບົດ, ເຈົ້າຈະເຮັດຢ່າງໃດໃນດົງຟຸ່ມໄມ້ທັງຫລາຍຕາມລຸ່ມແມ່ນ້ຳຢໍແດນ?
\v 6 ເພາະວ່າແມ້ແຕ່ບັນດາພີ່ນ້ອງຂອງພວກເຈົ້າ ແລະຄອບຄົວເຊື້ອສາຍຂອງເຈົ້າກໍໄດ້ເຮັດການທໍລະຍົດຕໍ່ເຈົ້າ ແລະ ໄດ້ໃສ່ຮ້າຍເຈົ້າດ້ວຍສຽງອັນດັງ. ຈົ່ງຢ່າວາງໃຈໃນພວກເຂົາ, ແມ້ແຕ່ທີ່ພວກເຂົາເວົ້າດ້ວຍຖ້ອຍຄຳດີໆ ກັບເຈົ້າ.
\s5
\v 7 ເຮົາໄດ້ປະຖິ້ມພຣະນິເວດຂອງເຮົາ; ເຮົາໄດ້ໂຍນຖິ້ມມໍຣະດົກຂອງເຮົາ. ເຮົາໄດ້ມອບປະຊາຊົນຜູ້ເປັນທີ່ຮັກໄວ້ໃນມືເຫລົ່າສັດຕູຂອງນາງ.
\v 8 ມໍຣະດົກຂອງເຮົາໄດ້ກາຍເປັນເຫມືອນໂຕສິງໃນຟຸ່ມໄມ້ສຳລັບເຮົາ; ນາງເປັ່ງສຽງຂອງນາງໃສ່ເຮົາ, ເພາະສະນັ້ນ ເຮົາຈຶ່ງກຽດຊັງນາງ.
\v 9 ຊັບສົມບັດທີ່ເປັນລາງວັນຂອງເຮົາ ໄດ້ກາຍເປັນນົກຕໍ່ ທີ່ນົກລ່າເຫຍື່ອທັງຫລາຍໄລ່ລ່າຢ່າງນັ້ນບໍ? ຈົ່ງໄປເຖາະ ແລະ ຮວບຮວມສັດປ່າໃນທົ່ງທັງຫມົດ ແລະພາພວກມັນມາກິນນາງເສຍ.
\s5
\v 10 ຜູ້ລ້ຽງແກະເປັນຈຳນວນຫລາຍໄດ້ທຳລາຍສວນອະງຸ່ນຂອງເຮົາ. ພວກເຂົາໄດ້ຢຽບຢ່ຳແຜ່ນດິນສວນຂອງເຮົາລົງ; ພວກເຂົາໄດ້ເຮັດໃຫ້ສວນທີ່ເຮົາພໍໃຈ ໃຫ້ກາຍເປັນຖິ່ນແຫ້ງແລ້ງກັນດານທີ່ຮົກຮ້າງ.
\v 11 ພວກເຂົາໄດ້ເຮັດສວນຂອງເຮົາໃຫ້ຮົກຮ້າງ. ເຮົາໂສກເສົ້າສຳລັບນາງ; ນາງໄດ້ຖືກປະໃຫ້ຮົກຮ້າງ. ແຜ່ນດິນທັງຫມົດກໍຖືກຖິ້ມໃຫ້ຮົກຮ້າງ, ເພາະທີ່ນັ້ນບໍ່ມີຜູ້ໃດເອົາໃຈໃສ່ເລື່ອງນັ້ນ.
\s5
\v 12 ພວກຜູ້ທຳລາຍໄດ້ມາຈາກບັນດາບ່ອນໂລ່ງໃນຖິ່ນແຫ້ງແລ້ງກັນດານ ເພາະວ່າແສງດາບຂອງພຣະຢາເວ ຈະທຳລາຍຈາກປາຍແຜ່ນດິນນີ້ໄປເຖິງປາຍອີກຂ້າງຫນຶ່ງ. ບໍ່ມີສັນຕິພາບໃນແຜ່ນດິນສຳລັບສິ່ງທີ່ມີຊີວິດໃດໆເລີຍ.
\v 13 ພວກເຂົາທັງຫລາຍໄດ້ຫວ່ານເຂົ້າສາລີ ແຕ່ຈະກ່ຽວຟຸ່ມຫນາມ. ພວກເຂົາໄດ້ເຮັດວຽກຈົນອິດເມື່ອຍ ແຕ່ຈະບໍ່ໄດ້ກຳໄລຫຍັງເລີຍ. ດັ່ງນັ້ນຈົ່ງອັບອາຍດ້ວຍຜົນການເກັບກ່ຽວຂອງເຈົ້າ ເພາະຄວາມໂກດຮ້າຍອັນຮ້ອນຮົນຂອງພຣະຢາເວ.”
\s5
\v 14 ພຣະຢາເວກ່າວດັ່ງນີ້ ຕໍ່ເພື່ອນບ້ານຂອງເຮົາ, ຄົນທີ່ຊົ່ວຮ້າຍໄດ້ແຕະຕ້ອງມໍຣະດົກຊຶ່ງເຮົາໄດ້ໃຫ້ອິດສະຣາເອນ ປະຊາຊົນຂອງເຮົາສືບມໍຣະດົກນັ້ນວ່າ, “ເບິ່ງແມ, ເຮົາເປັນຜູ້ທີ່ຈະຖອນພວກເຂົາທັງຫລາຍ ຂຶ້ນຈາກແຜ່ນດິນຂອງພວກເຂົາ, ແລະເຮົາຈະຖອນເຊື້ອສາຍຢູດາຈາກທ່າມກາງພວກເຂົາ.
\v 15 ແລ້ວຫລັງຈາກທີ່ເຮົາໄດ້ຖອນບັນດາປະຊາຊາດເຫລົ່ານັ້ນຂຶ້ນແລ້ວ, ສິ່ງນີ້ຈະເກີດຂຶ້ນທີ່ເຮົາຈະກັບມີຄວາມເມດຕາຕໍ່ພວກເຂົາອີກ; ເຮົາຈະນຳພວກເຂົາມາ—ແຕ່ລະຄົນມາຍັງມໍຣະດົກຂອງຕົນ ແລະ ແຜ່ນດິນຂອງຕົນ.
\s5
\v 16 ສິ່ງນີ້ຈະເກີດຂຶ້ນຖ້າປະຊາຊາດເຫລົ່ານັ້ນຈະຮຽນຮູ້ທາງແຫ່ງປະຊາຊົນຂອງເຮົາ, ຄືປະຕິຍານໃນນາມຂອງເຮົາວ່າ, ‘ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ’ ເຫມືອນທີ່ພວກເຂົາໄດ້ສອນປະຊາຊົນຂອງເຮົາໃຫ້ປະຕິຍານໂດຍພະບາອານ ແລ້ວພວກເຂົາຈະໄດ້ຮັບການສ້າງຂຶ້ນໄວ້ທ່າມກາງປະຊາຊົນຂອງເຮົາສັນນັ້ນ.
\v 17 ແຕ່ຖ້າພວກເຂົາບໍ່ເຊື່ອຟັງ, ແລ້ວເຮົາກໍຈະຖອນປະຊາຊາດນັ້ນອອກ. ມັນຈະຖືກຖອນອອກຢ່າງແນ່ນອນ ແລະຖືກທຳລາຍ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\c 13
\cl ບົດທີ 13
\p
\v 1 ພຣະຢາເວຊົງກ່າວແກ່ຂ້ານ້ອຍດ້ວຍວ່າ, “ຈົ່ງໄປແລະຊື້ຜ້າປ່ານຄາດແອວມາຜືນຫນຶ່ງ ແລະໃຫ້ຄາດແອວຂອງເຈົ້າໄວ້, ແຕ່ຢ່າຈຸ່ມນ້ຳກ່ອນ.”
\v 2 ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ຊື້ຜ້າຄາດແອວຜືນຫນຶ່ງຕາມພຣະທັມຂອງພຣະຢາເວ ແລະຄາດແອວຂອງຂ້ານ້ອຍໄວ້.
\v 3 ແລ້ວພຣະທັມຂອງພຣະຢາເວມາເຖິງຂ້ານ້ອຍເທື່ອທີສອງ, ກ່າວວ່າ,
\v 4 “ຈົ່ງເອົາຜ້າຄາດແອວຊຶ່ງເຈົ້າໄດ້ຊື້ມາ ຊຶ່ງໄດ້ຄາດຢູ່ທີ່ແອວຂອງເຈົ້າ, ຈົ່ງລຸກຂຶ້ນແລະເດີນທາງໄປຍັງແມ່ນ້ຳເອຟຣາດ. ແລ້ວເຊື່ອງຜ້ານັ້ນໄວ້ໃນຫລືບຫີນແຫ່ງຫນຶ່ງ.”
\s5
\v 5 ດັ່ງນັ້ນ ຂ້ານ້ອຍກໍໄດ້ໄປ ແລະໄດ້ເຊື່ອງຜ້ານັ້ນໄວ້ຂ້າງແມ່ນ້ຳເອຟຣາດ ດັ່ງທີ່ພຣະຢາເວຊົງບັນຊາຂ້ານ້ອຍ.
\v 6 ຕໍ່ມາອີກຫລາຍມື້, ພຣະຢາເວຊົງກ່າວກັບຂ້ານ້ອຍວ່າ, “ຈົ່ງລຸກຂຶ້ນໄປຍັງແມ່ນ້ຳເອຟຣາດ. ໃຫ້ເອົາຜ້າຄາດແອວ ຊຶ່ງເຮົາໄດ້ສັ່ງເຈົ້າໃຫ້ເຊື່ອງໄວ້.”
\v 7 ດັ່ງນັ້ນ ຂ້ານ້ອຍກໍກັບໄປທີ່ແມ່ນ້ຳເອຟຣາດ ແລະໄດ້ຂຸດເອົາຜ້າຄາດແອວມາຈາກບ່ອນທີ່ຂ້ານ້ອຍໄດ້ເຊື່ອງໄວ້. ແຕ່ເບິ່ງແມ! ຜ້າຄາດແອວນັ້ນໄດ້ຖືກທຳລາຍ; ຈະໃຊ້ການອັນໃດກໍ່ບໍ່ໄດ້.
\s5
\v 8 ແລ້ວພຣະທັມຂອງພຣະຢາເວກໍມາຍັງຂ້ານ້ອຍວ່າ,
\v 9 “ພຣະຢາເວຊົງກ່າວດັ່ງນີ້ວ່າ: ໃນແບບດຽວກັນ ເຮົາກໍຈະທຳລາຍຄວາມອວດອົ່ງໃຫຍ່ຫລວງຂອງຢູດາ ແລະ ຂອງນະຄອນເຢຣູຊາເລັມ.
\v 10 ປະຊາຊົນທີ່ຊົ່ວຮ້າຍນີ້ ຜູ້ປະຕິເສດບໍ່ຟັງຖ້ອຍຄຳຂອງເຮົາ, ຜູ້ທີ່ດຳເນີນຕາມຄວາມດື້ດ້ານແຫ່ງຈິດໃຈຂອງພວກເຂົາ, ຜູ້ໄດ້ຕິດຕາມພະອື່ນໆ ໄປເພື່ອນະມັດສະການພວກມັນ ແລະໄດ້ໂຄ້ງຄຳນັບພະເຫລົ່ານັ້ນ—ພວກເຂົາຈະເປັນເຫມືອນຜ້າຄາດແອວນີ້ ຊຶ່ງຈະໃຊ້ການໃດກໍບໍ່ໄດ້.
\v 11 ເພາະເຊັ່ນດຽວກັນກັບຜ້າຄາດແອວຕິດຢູ່ທີ່ແອວຂອງມະນຸດສັນໃດ ເຮົາກໍໄດ້ເຮັດໃຫ້ເຊື້ອສາຍທັງຫມົດຂອງອິດສະຣາເອນ ແລະເຊື້ອສາຍທັງຫມົດຂອງຢູດາຕິດຢູ່ກັບເຮົາສັນນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພື່ອພວກເຂົາທັງຫລາຍຈະເປັນປະຊາຊົນຂອງເຮົາ, ເພື່ອນຳສຽງຄຳສັນລະເສີນ, ແລະສະຫງ່າລາສີແກ່ເຮົາ. ແຕ່ພວກເຂົາກໍບໍ່ຟັງ.
\s5
\v 12 ສະນັ້ນ ເຈົ້າຈົ່ງກ່າວຖ້ອຍຄຳນີ້ແກ່ພວກເຂົາ, ‘ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ໄຫເຫລົ້າອະງຸ່ນທຸກຫນ່ວຍຈະເຕັມດ້ວຍເຫລົ້າອະງຸ່ນ. ພວກເຂົາທັງຫລາຍຈະເວົ້າກັບເຈົ້າວ່າ, ‘ພວກເຮົາບໍ່ຮູ້ບໍແທ້ໆ ຫລືວ່າໄຫທຸກຫນ່ວຍຈະຕ້ອງເຕັມດ້ວຍເຫລົ້າອະງູ່ນ?
\v 13 ດັ່ງນັ້ນຈົ່ງເວົ້າກັບພວກເຂົາວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະໃຫ້ຊາວແຜ່ນດິນນີ້ທັງຫມົດເຕັມໄປດ້ວຍຄວາມມືນເມົາ, ຄືກະສັດທັງຫລາຍຜູ້ປະທັບເທິງບັນລັງຂອງດາວິດ, ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະຊາວນະຄອນເຢຣູຊາເລັມທັງຫມົດ.
\v 14 ແລ້ວພຣະຢາເວຈະໂຍນພວກເຂົາໃຫ້ຕຳກັນ, ພວກພໍ່ຕຳກັບພວກລູກ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະບໍ່ສົງສານ, ຫລືມີຄວາມເມດຕາ ແລະຫລືເຮົາຈະບໍ່ສະຫງວນພວກເຂົາຈາກການທຳລາຍ.’”
\s5
\v 15 ຈົ່ງຟັງແລະຕັ້ງໃຈຟັງ. ຢ່າອວດດີໄປເລີຍ, ເພາະພຣະຢາເວຊົງໃຫ້ພຣະຄຳເວົ້າແລ້ວ.
\v 16 ຈົ່ງຖວາຍສະຫງ່າລາສີແກ່ພຣະຢາເວພຣະເຈົ້າຂອງພວກເຈົ້າທັງຫລາຍ ກ່ອນທີ່ພຣະອົງຈະຊົງນຳຄວາມມືດມາ, ກ່ອນທີ່ຕີນຂອງພວກເຈົ້າຈະສະດຸດ ເທິງພູເຂົາທີ່ມີແສງສະລົວ. ແລະຂະນະເມື່ອພວກເຈົ້າທັງຫລາຍຊອກຫາຄວາມສະຫວ່າງ ແຕ່ພຣະອົງຊົງກັບໃຫ້ເປັນຄວາມມືດມິດ, ເປັນເມກມືດທຶບ.
\v 17 ດັ່ງນັ້ນຖ້າພວກເຈົ້າບໍ່ຟັງ, ເຮົາຈະຮ້ອງໄຫ້ແຕ່ພຽງລຳພັງ ເພາະຄວາມອວດອົ່ງທະນົງຕົວຂອງພວກເຈົ້າ. ດວງຕາຂອງຂ້ານ້ອຍຈະຮ້ອງໄຫ້ຢ່າງຫນັກ ແລະມີນ້ຳຕາອາບຫນ້າ, ເພາະຝູງແກະຂອງພຣະຢາເວຖືກຕ້ອນເອົາໄປເປັນຊະເລີຍ.
\s5
\v 18 “ຈົ່ງກ່າວແກ່ກະສັດ ແລະພະລາຊີນີວ່າ, ‘ຂໍຊົງຖ່ອມໂຕພະອົງລົງ ແລະຂໍປະທັບລົງ, ເພາະວ່າມົງກຸດເທີງຫົວຂອງພະອົງ, ຄວາມພາກພູມ ແລະ ແຫ່ງສະຫງ່າລາສີຂອງພະອົງຈະຕົກລົງມາແລ້ວ.
\v 19 ເມືອງຕ່າງໆ ເນເກບຈະຖືກປິດ ໂດຍບໍ່ມີໃຜຈະເປີດໄດ້. ຢູດາຈະຕ້ອງຖືກກວາດໄປເປັນຊະເລີຍ, ຖືກກວາດໄປເປັນຊະເລີຍທັງຫມົດ.
\s5
\v 20 ຈົ່ງເງີຍຫນ້າຂອງພວກເຈົ້າຂຶ້ນ ແລະເບິ່ງເຂົາເຫລົ່ານັ້ນທີ່ມາຈາກທາງທິດເຫນືອ. ຝູງແກະທີ່ໄດ້ມອບໄວ້ໃຫ້ແກ່ພວກເຈົ້ານັ້ນຢູ່ທີ່ໃດ, ຄືຝູງແກະທີ່ງົດງາມຂອງພວກເຈົ້ານັ້ນ?
\v 21 ເຈົ້າຈະວ່າຢ່າງໃດເມື່ອພຣະເຈົ້າຕັ້ງຄົນເຫລົ່ານັ້ນຜູ້ຊຶ່ງຕົວເຈົ້າເອງໄດ້ສອນເຂົາໃຫ້ເປັນມິດກັບເຈົ້າ? ສິ່ງເຫລົ່ານີ້ບໍ່ໄດ້ເປັນຈຸດເລີ່ມຕົ້ນຂອງຄວາມເຈັບປວດຂອງຜູ້ຍິງທີ່ກຳລັງ ຈະເຂົ້າມາປົກຄຸມພວກເຈົ້າ ເຫມືອນຍິງທີ່ກຳລັງເກີດລູກບໍ?
\s5
\v 22 ແລ້ວຖ້າພວກເຈົ້າເວົ້າໃນໃຈຂອງພວກເຈົ້າວ່າ, ‘ເປັນຫຍັງສິ່ງເຫລົ່ານີ້ຈຶ່ງເກີດກັບຂ້ານ້ອຍ? ກໍເພາະຄວາມຊົ່ວຊ້າທີ່ຫລວງຫລາຍຂອງເຈົ້າ ທີ່ເສື້ອຄຸມຂອງພວກເຈົ້າຈຶ່ງຕ້ອງຖືກຮື້ຂຶ້ນ ແລະເຈົ້າຈຶ່ງຖືກລະເມີດ.
\v 23 ປະຊາຊົນຊາວຄູສ ປ່ຽນສີຜິວຂອງຕົນໄດ້ບໍ, ຫລືເສືອດາວປ່ຽນລາຍຂອງມັນໄດ້ບໍ? ຖ້າດັ່ງນັ້ນ, ພວກເຈົ້າຜູ້ທີ່ຄຸ້ນເຄີຍກັບການເຮັດຄວາມຊົ່ວ ຈະມາເຮັດຄວາມດີກໍໄດ້ຫລື?
\v 24 ສະນັ້ນ ເຮົາຈະກະຈາຍພວກເຂົາໄປເຫມືອນແກບ ທີ່ຖືກລົມພັດຈາກຖິ່ນແຫ້ງແລ້ງກັນດານ.
\s5
\v 25 ນີ້ເປັນສ່ວນທີ່ເຮົາໄດ້ຕວງອອກໃຫ້ແກ່ພວກເຈົ້າ, ສ່ວນທີ່ເຮົາໄດ້ມອບໃຫ້ແກ່ເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຈົ້າໄດ້ລືມເຮົາເສຍ ແລະໄວ້ວາງໃຈໃນການຂີ້ຕົວະ.
\v 26 ສະນັ້ນ ເຮົາເອງຈະແກ້ເສື້ອຄຸມຂອງພວກເຈົ້າມາປົກຫນ້າພວກເຈົ້າ, ແລະສ່ວນທີ່ສ່ວນຕົວຂອງເຈົ້າຈະຖືກເປີດເຜີຍ.
\v 27 ເຮົາໄດ້ເຫັນການລ່ວງປະເວນີ ແລະ ຄວາມກຳນັດ ແລະຄວາມຊົ່ວຮ້າຍຂອງການເປັນໂສເພນີຂອງພວກເຈົ້າ, ເທິງໂນນພູທັງຫລາຍ ແລະໃນທົ່ງນາ ແລະເຮົາໄດ້ເຫັນທີ່ຫນ້າກຽດຊັງເຫລົ່ານີ້! ວິບັດແກ່ເຈົ້າ, ນະຄອນເຢຣູຊາເລັມເອີຍ! ອີກດົນຈັກເທົ່າໃດກ່ອນທີ່ເຈົ້າຈະຍອມເຮັດໃຫ້ພວກເຈົ້າສະອາດໄດ້ອີກ?”
\s5
\c 14
\cl ບົດທີ 14
\p
\v 1 ນີ້ຄືພຣະທັມຂອງພຣະຢາເວທີ່ມາເຖິງເຢເຣມີຢາ ກ່ຽວດ້ວຍຄວາມແຫ້ງແລ້ງວ່າ,
\v 2 “ໃຫ້ຢູດາໄວ້ທຸກ; ໃຫ້ປະຕູເມືອງທັງຫລາຍຂອງນາງພັງທະລາຍລົງ. ພວກເຂົາກຳລັງຄວນຄາງສຳລັບແຜ່ນດິນ; ແລະສຽງຮ້ອງຂອງນະຄອນເຢຣູຊາເລັມກໍກຳລັງດັງຂຶ້ນໄປ.
\v 3 ຂ້າລາຊະການຂອງນາງສົ່ງລູກນ້ອຍຂອງຕົນໃຫ້ໄປຕັກນ້ຳ. ເມື່ອພວກເຂົາໄປຍັງບ່ອນເກັບນ້ຳ, ພວກເຂົາບໍ່ສາມາດຫານ້ຳໄດ້. ພວກເຂົາກໍກັບໄປດ້ວຍພາຊະນະເປົ່າ; ພວກເຂົາຈຶ່ງຄຸມຫົວຂອງຕົນເສຍດ້ວຍຄວາມອັບອາຍ ແລະຂາຍຫນ້າ.
\s5
\v 4 ເພາະເລື່ອງນີ້ແຜ່ນດິນກໍແຕກແຫງ ເນື່ອງຈາກບໍ່ມີຝົນຕົກເທິງແຜ່ນດິນ. ຊາວນາທັງຫລາຍກໍອັບອາຍ ແລະຄຸມຫົວຂອງຕົນເສຍ.
\v 5 ເພາະແມ່ນແຕ່ກວາງໂຕແມ່ກໍຈາກລູກທີ່ເກີດໃຫມ່ໃນທ້ອງທົ່ງ ແລະປະຖິ້ມພວກມັນເສຍ, ເພາະວ່າບໍ່ມີຫຍ້າ.
\v 6 ພວກລໍປ່າຢືນຢູ່ເທິງບ່ອນສູງ ໂລ່ງ ແລະພວກມັນຫັນໃຈໃນສາຍລົມເຫມືອນກັບພວກຫມາປ່າ. ຕາຂອງມັນກໍມືດມົວ, ເພາະວ່າບໍ່ມີພືດຜັກ.”
\s5
\v 7 “ແມ່ນວ່າຄວາມຜິດບາບຂອງພວກຂ້ານ້ອຍທັງຫລາຍກໍເປັນພະຍານຟ້ອງພວກຂ້ານ້ອຍ, ຂ້າແດ່ພຣະຢາເວ, ຂໍພຣະອົງຊົງໂຜດເຖີດ; ເພື່ອເຫັນແກ່ພຣະນາມຂອງພຣະອົງ. ດ້ວຍວ່າບັນດາການຊົ່ວຮ້າຍຂອງພວກຂ້ານ້ອຍທັງຫລາຍກໍເພີ່ມຫລາຍຂຶ້ນ; ພວກຂ້ານ້ອຍທັງຫລາຍເຮັດບາບຕໍ່ພຣະອົງ.
\v 8 ຂ້າແດ່ພຣະອົງຜູ້ຊົງເປັນຄວາມຫວັງແຫ່ງອິດສະຣາເອນ, ເປັນພຣະຜູ້ຊ່ວຍຂອງພວກເຂົາໃນຍາມລຳບາກ, ເຫດໃດພຣະອົງຈະຊົງເປັນເຫມືອນແຂກເມືອງໃນແຜ່ນດິນ, ຫລືເຫມືອນຄົນເດີນທາງ ແວ່ອາໄສຄ້າງພຽງຄືນດຽວ?
\v 9 ເຫດໃດພຣະອົງຈຶ່ງຊົງເປັນເຫມືອນຊາຍທີ່ງົງງັນ ຫລືເຫມືອນນັກຮົບຜູ້ທີ່ບໍ່ສາມາດຊ່ວຍໃຜໄດ້? ຂ້າແດ່ພຣະຢາເວ! ເຖິງປານນັ້ນກໍດີ, ພຣະອົງຊົງສະຖິດທ່າມກາງພວກຂ້ານ້ອຍທັງຫລາຍ. ພຣະນາມຂອງພຣະອົງໄດ້ຮັບການປະກາດເຫນືອພວກຂ້ານ້ອຍ. ຂໍຢ່າຊົງປະຂ້ານ້ອຍທັງຫລາຍໄວ້.”
\s5
\v 10 ພຣະຢາເວກ່າວແກ່ຊົນຊາດນີ້ວ່າ: “ດັວຍວ່າ ພວກເຂົາທັງຫລາຍຮັກທີ່ຈະພະເນຈອນໄປເຊັ່ນນີ້, ພວກເຂົາບໍ່ຫ້າມຕີນຂອງພວກເຂົາໄວ້ຈາກການເຮັດເຊັ່ນນັ້ນ. “ພຣະຢາເວຈຶ່ງບໍ່ຊົງຊື່ນຊົມພວກເຂົາ. ບັດນີ້ ພຣະອົງຈະຊົງລະນຶກເຖິງຄວາມຊົ່ວຊ້າຂອງພວກເຂົາ ແລະລົງໂທດການຜິດບາບຂອງພວກເຂົາ.
\v 11 ພຣະຢາເວຊົງບອກຂ້ານ້ອຍວ່າ, “ຢ່າອະທິຖານເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນເຫລົ່ານີ້ເລີຍ.
\v 12 ຖ້າພວກເຂົາຫາກຖືສິນອົດອາຫານ, ເຮົາກໍຈະບໍ່ຟັງສຽງຮ້ອງໄຫ້ຂໍຄວາມຊ່ວຍເຫລືອຂອງພວກເຂົາ, ຖ້າຫາກເຜົາສັດແລະຖວາຍອາຫານແກ່ເຮົາ, ເຮົາກໍຈະບໍ່ຍິນດີຮັບເອົາໃນສິ່ງເຫລົ່ານັ້ນ. ເພາະເຮົາຜານພວກເຂົາເສຍດ້ວຍດາບ, ດ້ວຍການອຶດຢາກ, ແລະດ້ວຍພະຍາດລະບາດ.”
\s5
\v 13 ແລ້ວຂ້ານ້ອຍໄດ້ກ່າວວ່າ, “ໂອ, ຂ້າແດ່ພຣະຢາເວອົງພຣະຜູ້ເປັນເຈົ້າ! ເບິ່ງດຸ, ພວກຜູ້ປະກາດພຣະຄຳກຳລັງກ່າວກັບປະຊາຊົນວ່າ, ‘ພວກເຈົ້າຈະບໍ່ເຫັນດາບ ຫລື ການອຶດຢາກດອກ, ເພາະເຮົາຈະໃຫ້ຄວາມຫມັ້ນຄົງແກ່ພວກເຈົ້າໃນສະຖານທີ່ນີ້.’”
\v 14 ພຣະຢາເວໄດ້ຊົງຕອບວ່າ, “ພວກຜູ້ປະກາດພຣະທັມຈະໃຊ້ນາມຂອງເຮົາເວົ້າຄຳຕົວະ. ເຮົາບໍ່ໄດ້ໃຊ້ໃຫ້ພວກເຂົາໄປ, ເຮົາບໍ່ໄດ້ບັນຊາໃຫ້ພວກເຂົາ ຫລືເວົ້າກັບພວກເຂົາ. ແຕ່ການເຜີຍນິມິດບໍ່ຈິງ ແລະບໍ່ມີປະໂຫຍດ, ການທຳນາຍທີ່ຫລອກຫລວງມາຈາກຈິດໃຈຂອງພວກເຂົາເອງ ທີ່ພວກເຂົາກຳລັງທຳນາຍໃຫ້ແກ່ພວກເຈົ້າ.”
\s5
\v 15 ສະນັ້ນ ພຣະຢາເວຈຶ່ງກ່າວດັ່ງນີ້, “ກ່ຽວກັບພວກທີ່ປະກາດພຣະທັມ ທີ່ປະກາດພຣະທັມໃນນາມຂອງເຮົາ ແມ່ນວ່າບໍ່ໄດ້ໃຊ້ພວກເຂົາ—ຄົນເຫລົ່ານີ້ທີ່ກ່າວວ່າຈະບໍ່ມີດາບຫລືການອຶດຢາກອາຫານໃນແຜ່ນດິນນີ້: ພວກຜູ້ປະກາດພຣະທັມເຫລົ່ານີ້ຈະຕາຍເສຍ ດ້ວຍດາບ ແລະ ການອຶດຢາກອາຫານ.
\v 16 ແລ້ວປະຊາຊົນຜູ້ທີ່ໄດ້ຍິນພວກຜູ້ປະກາດພຣະທັມນັ້ນ ຈະຖືກໂຍນຖິ້ມໄວ້ຕາມຖະຫນົນທັງຫລາຍຂອງນະຄອນເຢຣູຊາເລັມ ເພາະການອຶດຢາກອາຫານ ແລະດາບ, ເພາະຈະບໍ່ມີຜູ້ໃດຝັງສົບຂອງພວກເຂົາ—ຄືທັງພວກເຂົາເອງ, ເມຍຂອງພວກເຂົາ ແລະລູກຊາຍ, ຫລືລູກຍິງຂອງພວກເຂົາ—ເພາະເຮົາຈະເທຄວາມຊົ່ວຮ້າຍຂອງພວກເຂົາອອກມາເທີງພວກເຂົາ.
\s5
\v 17 ຈົ່ງກ່າວຖ້ອຍຄຳນີ້ແກ່ພວກເຂົາວ່າ: ‘ຂໍໃຫ້ດວງຕາຂອງເຮົາມີນ້ຳຕາໄຫລທັງກາງເວັນ ແລະກາງຄືນ. ຢ່າໃຫ້ຢຸດເຊົາ, ເພາະຈະມີການລົ້ມສະລາຍທີ່ຍິ່ງໃຫຍ່ຂອງລູກສາວປອດແຫ່ງປະຊາຊົນຂອງເຮົາ—ດ້ວຍບາດແພບາດເລິກ ແລະບໍ່ສາມາດຮັກສາໄດ້.
\v 18 ຖ້າເຮົາອອກໄປຕາມທົ່ງນາ, ກໍພົບເຫັນຊາກສົບຄົນຕາຍຍ້ອນຖືກຂ້າດ້ວຍດາບ! ຖ້າເຮົາເຂົ້າໄປໃນເມືອງ, ກໍພົບເຫັນຄົນເຈັບປ່ວຍຍ້ອນການອຶດຢາກອາຫານ. ທັງພວກຜູ້ປະກາດພຣະທັມ ແລະ ປະໂລຫິດ ຕາງກໍອອກເດີນທາງໄປຍັງດິນແດນອື່ນ, ແລະພວກເຂົາບໍ່ຮູ້ຈັກ.’”
\s5
\v 19 ພຣະອົງຊົງປະຕິເສດຢູດາຢ່າງສິ້ນເຊີງແລ້ວບໍ? ພຣະອົງຊົງກຽດຊັງຊີໂອນ ແລ້ວຫລື? ເປັນຫຍັງຈຶ່ງຊົງທຳຮ້າຍພວກຂ້ານ້ອຍຢ່າງຫນັກ ຈົນບໍ່ສາມາດຮັກສາສຳລັບພວກຂ້ານ້ອຍໃຫ້ດີໄດ້? ພວກຂ້ານ້ອຍທັງຫລາຍໄດ້ຫວັງຄວາມສະຫງົບສຸກ ແຕ່ບໍ່ພົບສິ່ງດີໃດໆເລີຍ—ແລະຫວັງເຖິງເວລາໃນການຮັກສາ, ແຕ່ເບິ່ງແມ, ມີແຕ່ຄວາມຫນ້າຢ້ານຫນ້າກົວເທົ່ານັ້ນ.
\v 20 ຂ້າແດ່ພຣະຢາເວ, ພວກຂ້ານ້ອຍຍອມຮັບຜິດໃນຄວາມອະທຳ, ແລະຄວາມຜິດບາບຂອງບັນພະບູລຸດຂອງພວກຂ້ານ້ອຍ, ເພາະພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງແທ້.
\s5
\v 21 ຂໍຢ່າຊົງປະຕິເສດພວກຂ້ານ້ອຍ! ເພາະເຫັນແກ່ພຣະນາມຂອງພຣະອົງ, ຂໍຢ່າຊົງໃຫ້ບັນລັງທີ່ນັ່ງຮຸ່ງເຮືອງຂອງພຣະອົງຕ້ອງເສື່ອມເສຍ. ຂໍຊົງລະນຶກເຖິງ ແລະຂໍຢ່າຊົງຫັກພັນທະສັນຍາຂອງພຣະອົງ ຊຶ່ງມີໄວ້ກັບພວກຂ້ານ້ອຍ.
\v 22 ໃນບັນດາຮູບເຄົາລົບທັງຫລາຍຂອງຊົນຊາດທັງຫລາຍ ມີພະອົງໃດທີ່ເຮັດໃຫ້ທ້ອງຟ້າເກີດຝົນໄດ້? ບໍ່ແມ່ນພຣະອົງດອກຫລື, ຂ້າແດ່ພຣະຢາເວ ພຣະອົງເປັນພຣະເຈົ້າທີ່ຊົງເຮັດຢ່າງນັ້ນໄດ້ບໍ່ແມ່ນຫລື? ພວກຂ້ານ້ອຍຫວັງໃຈໃນພຣະອົງ ເພາະພຣະອົງຊົງກະເຮັດສິ່ງເຫລົ່ານີ້ທັງສິ້ນ.
\s5
\c 15
\cl ບົດທີ 15
\p
\v 1 ຕໍ່ມາ ພຣະຢາເວຊົງກ່າວຕໍ່ຂ້ານ້ອຍວ່າ, “ເຖິງແມ່ນວ່າໂມເຊ ຫລືຊາມູເອນກຳລັງຢືນອ້ອນວອນຢູ່ຕໍ່ຫນ້າເຮົາ, ເຮົາກໍຈະບໍ່ມີໃຈເມດຕາປະຊາຊາດເຫລົ່ານີ້ເລີຍ. ຈົ່ງໃຫ້ພວກເຂົາຫນີໄປໃຫ້ພົ້ນສາຍຕາຂອງເຮົາ, ໃຫ້ພວກເຂົາໄປ.
\v 2 ສິ່ງນີ້ຈະເກີດຂຶ້ນວ່າ ພວກເຂົາຈະເວົ້າກັບເຈົ້າວ່າ, ‘ພວກເຮົາຈະໄປໃສ? ແລ້ວເຈົ້າຈົ່ງບອກພວກເຂົາດັ່ງນີ້ວ່າ: ‘ພຣະຢາເວກ່າວດັ່ງນີ້ວ່າ: ຄົນເຫລົ່ານັ້ນທີ່ຖືກກຳນົດໃຫ້ຕາຍກໍຈະຕ້ອງຕາຍ; ຄົນເຫລົ່ານັ້ນທີ່ຖືກກຳນົດໃຫ້ຕາຍດ້ວຍດາບ ກໍຈະພົບພໍ້ດາບ. ຄົນເຫລົ່ານັ້ນທີ່ຖືກກຳນົດໃຫ້ອຶດຢາກອາຫານ ກໍຈະພົບການອຶດຢາກອາຫານ; ແລະຄົນທີ່ຖືກກຳນົດໃຫ້ຖືກຈັບໄປເປັນຊະເລີຍ ກໍຈະເປັນຊະເລີຍ.
\s5
\v 3 ເພາະເຮົາຈະກຳນົດພວກເຂົາເປັນສີ່ກຸ່ມ—ນີ້ເປັນຄຳປະກາດຂອງພຣະຢາເວ—ຄືດາບເພື່ອສັງຫານບາງຄົນ, ຖືກຫມາດຶງແກ່ໄປ, ຖືກຝູງນົກໃນອາກາດສັບຕອດກິນ ແລະສັດປ່າເທີງແຜ່ນດິນໂລກກັດກິນ ແລະທຳລາຍໄປແດ່.
\v 4 ເຮົາຈະເຮັດໃຫ້ພວກເຂົາເປັນສິ່ງທີ່ຫນ້າຢ້ານກົວ ແກ່ຣາຊະອານາຈັກທັງປວງແຫ່ງແຜ່ນດິນໂລກ, ເພາະສິ່ງທີ່ ມານາເຊລູກຊາຍຂອງ ເຮເຊກີຢາ, ກະສັດແຫ່ງຢູດາ, ໄດ້ຊົງເຮັດໃນນະຄອນເຢຣູຊາເລັມ.”
\s5
\v 5 ເພາະວ່າໃຜຈະສົງສານພວກເຈົ້າ, ເຢຣູຊາເລັມເອີຍ? ຫລືໃຜຈະເສຍໃຈກັບພວກເຈົ້າ? ໃຜຈະແວ່ມາຖາມທຸກສຸກຂອງພວກເຈົ້າ?
\v 6 ເຈົ້າໄດ້ປະຕິເສດເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຈົ້າໄດ້ຖອຍຫລັງໄປຈາກເຮົາ. ດັ່ງນັ້ນເຮົາຈະຕໍ່ສູ້ພວກເຈົ້າດ້ວຍມືຂອງເຮົາ ແລະທຳລາຍພວກເຈົ້າ. ເຮົາເບື່ອຫນ່າຍທີ່ຈະມີເມດຕາຕໍ່ເຈົ້າແລ້ວ.
\v 7 ດັ່ງນັ້ນເຮົາຈະຝັດເຂົາດ້ວຍຫວີຝັດເຂົ້າ ທີ່ປະຕູທັງຫລາຍຂອງແຜ່ນດິນ. ເຮົາຈະເຮັດໃຫ້ພວກເຂົາພາກຈາກກັນ. ເຮົາຈະທຳລາຍປະຊາຊົນຂອງເຮົາ ເພາະພວກເຂົາທັງຫລາຍບໍ່ໄດ້ຖອຍຫລັງກັບຈາກພຶດຕິການຂອງຕົນ.
\s5
\v 8 ເຮົາຈະເຮັດໃຫ້ຈຳນວນຂອງແມ່ຫມ້າຍຂອງພວກເຂົາມີຫລາຍ ຍິ່ງກວ່າເມັດຊາຍໃນທະເລ. ໃນຕອນທ່ຽງເຮົາຈະສົ່ງຜູ້ທຳລາຍມາສູ່ບັນດາແມ່ຂອງຄົນຫນຸ່ມທັງຫລາຍ. ເຮົາຈະເຮັດໃຫ້ຄວາມຢ້ານຕົກໃຈ ແລະຄວາມຫນ້າຢ້ານກົວຕົກລົງເຫນືອພວກເຂົາໂດຍທັນທີ.
\v 9 ແມ່ທີ່ເກີດລູກເຈັດຄົນກໍອ່ອນກຳລັງ. ນາງຈະສະລົບໄປ. ດວງອາທິດຂອງນາງຈະຕົກເມື່ອຍັງເວັນຢູ່. ນາງຈະຕ້ອງອັບອາຍ ແລະຂາຍຫນ້າ, ເພາະເຮົາຈະມອບຜູ້ທີ່ເຫລືອຢູ່ໃຫ້ແກ່ດາບຕໍ່ຫນ້າສັດຕູຂອງເຂົາ —ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 10 ວິບັດແກ່ຂ້ານ້ອຍ, ແມ່ຂອງຂ້ານ້ອຍ! ເພາະແມ່ໄດ້ໃຫ້ກໍາເນີດຂ້ານ້ອຍມາ, ຂ້ານ້ອຍເປັນຄົນທີ່ເຮັດໃຫ້ເກີດການໂຕ້ຖຽງ ແລະຂັດແຍ້ງກັນທົ່ວທັງແຜ່ນດິນ. ຂ້ານ້ອຍກໍບໍ່ໄດ້ໃຫ້ເຂົາກູ້ຢືມ, ຫລືມີໃຜໃຫ້ຂ້ານ້ອຍຢືມ, ແຕ່ພວກເຂົາທຸກຄົນສາບແຊ່ງຂ້ານ້ອຍ.
\v 11 ພຣະຢາເວກ່າວວ່າ: “ເຮົາບໍ່ໄດ້ຊ່ວຍເຈົ້າໃຫ້ໄດ້ຮັບສິ່ງດີຫລື? ເຮົາບໍ່ໄດ້ໃຫ້ພວກສັດຕູເຮັດດີຕໍ່ພວກເຈົ້າໃນເວລາລຳບາກ ແລະໃນເວລາທຸກໃຈຢ່າງແນ່ນອນ.
\v 12 ມີໃຜສາມາດຫັກເຫລັກໄດ້ຫລື? ໂດຍສະເພາະແມ່ນເຫລັກຈາກທາງທິດເຫນືອທີ່ປະສົມທອງແດງໄດ້ຫລື?
\s5
\v 13 ເຮົາຈະມອບຄວາມຮັ່ງມີ ແລະບັນດາຊັບສົມບັດຂອງພວກເຈົ້າ ເປັນເຄື່ອງປຸ້ນໃຫ້ແກ່ພວກສັດຕູຂອງພວກເຈົ້າ. ເຮົາຈະເຮັດເຊັ່ນນີ້ເພາະບາບທຸກຢ່າງຂອງພວກເຈົ້າ ຕະຫລອດທົ່ວດິນແດນຂອງພວກເຈົ້າ.
\v 14 ແລ້ວເຮົາຈະເຮັດໃຫ້ພວກເຈົ້າ ຕ້ອງຮັບໃຊ້ສັດຕູຂອງພວກເຈົ້າ ໃນແຜ່ນດິນຊຶ່ງພວກເຈົ້າບໍ່ຮູ້ຈັກ, ເພາະໄຟຈະຖືກຈູດຂຶ້ນໃນຄວາມຮ້າຍຂອງເຮົາຕໍ່ພວກເຈົ້າ.”
\s5
\v 15 ຂ້າແດ່ພຣະຢາເວ, ພຣະອົງຊົງຮູ້! ຂໍຊົງລະນຶກເຖິງຂ້ານ້ອຍ ແລະຊົງຊ່ວຍຂ້ານ້ອຍ. ຂໍຊົງນຳການແກ້ແຄ້ນແກ່ຄົນເຫລົ່ານັ້ນ ທີ່ຂົ່ມເຫັງພວກຂ້ານ້ອຍ. ພຣະອົງຊົງອົດກັ້ນພຣະໄທຂອງພຣະອົງນັ້ນ, ແຕ່ຂໍຢ່າອະນຸຍາດໃຫ້ພວກເຂົານຳຂ້ານ້ອຍໄປເສຍ; ຂໍຊົງລະນຶກວ່າຂ້ານ້ອຍທົນການຕິຕຽນດ້ວຍເຫັນແກ່ພຣະອົງ.
\v 16 ເມື່ອໄດ້ພົບພຣະທັມຂອງພຣະອົງແລ້ວ, ຂ້ານ້ອຍກໍກິນເສຍ. ພຣະທັມຂອງພຣະອົງເປັນຄວາມຊື່ນບານແກ່ຂ້ານ້ອຍ ແລະເປັນຄວາມປິຕິຍິນດີແຫ່ງຈິດໃຈຂອງຂ້ານ້ອຍ, ຂ້າແດ່ພຣະຢາເວ, ພຣະເຈົ້າຈອມໂຍທາ.
\s5
\v 17 ຂ້ານ້ອຍບໍ່ໄດ້ນັ່ງຢູ່ໃນຫມູ່ບັນດາຄົນເຫລົ່ານັ້ນທີ່ສະຫລອງ ຫລືປິຕິຍິນດີ. ຂ້ານ້ອຍນັ່ງຢູ່ຄົນດຽວ ເພາະເຫດພຣະຫັດອັນຊົງຣິດຂອງພຣະອົງ, ເພາະພຣະອົງຊົງໃຫ້ຂ້ານ້ອຍເຕັມໄປດ້ວຍຄວາມຂັດເຄືອງໃຈ.
\v 18 ເຫດໃດຄວາມເຈັບຂອງຂ້າພະອົງຈຶ່ງບໍ່ໄດ້ຍັບຍັ້ງ ແລະບາດແຜຂອງຂ້ານ້ອຍ, ມັນໄດ້ປະຕິເສດມທີ່ຈະຮັບການຮັກສາຫລື? ພຣະອົງຈະຊົງເປັນເຫມືອນຫ້ວຍທີ່ເພີ່ງບໍ່ໄດ້ແກ່ຂ້ານ້ອຍບໍ ຫລືຊົງເປັນເຫມືອນນ້ຳທີ່ເຫືອດແຫ້ງບໍ?
\s5
\v 19 ເພາະສະນັ້ນ ພຣະຢາເວຈຶ່ງກ່າວວ່າ, “ເຢເຣມີຢາເອີຍ, ຖ້າພວກເຈົ້າກັບໃຈມາ, ແລ້ວເຮົາຈະໃຫ້ເຈົ້າກັບມາສູ່ສະພາບດີ, ແລະເຈົ້າຈະຢືນຢູ່ຕໍ່ຫນ້າເຮົາ ແລະຮັບໃຊ້ເຮົາ. ເພາະຖ້າເຈົ້າແຍກສິ່ງໂງ່ຈ້າຕ່າງໆອອກໄປຈາກສິ່ງປະເສີດ, ເຈົ້າຈະເປັນເຫມືອນປາກຂອງເຮົາ. ປະຊາຊົນທັງຫລາຍຈະຫັນກັບມາຫາເຈົ້າ, ແຕ່ຕົວເຈົ້າເອງ ຕ້ອງບໍ່ຫັນກັບໄປຫາພວກເຂົາ.
\v 20 ເຮົາຈະເຮັດໃຫ້ພວກເຈົ້າເປັນກຳແພງປ້ອມທອງແດງຊຶ່ງຜ່ານເຂົ້າໄປບໍ່ໄດ້ ແລະພວກເຂົາທັງຫລາຍຈະຕໍ່ສູ້ກັບເຈົ້າ. ແຕ່ພວກເຂົາຈະບໍ່ຊະນະເຈົ້າ, ເພາະເຮົາຢູ່ກັບພວກເຈົ້າ ເພື່ອຊ່ວຍເຈົ້າໃຫ້ລອດ ແລະຊ່ວຍກູ້ເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 21 “ເພາະເຮົາຈະຊ່ວຍກູ້ເຈົ້າໃຫ້ພົ້ນຈາກມືຂອງຄົນຊົ່ວ ແລະໄຖ່ພວກເຈົ້າຈາກເງື້ອມມືຂອງຄົນອຳມະຫິດ.”
\s5
\c 16
\cl ບົດທີ 16
\p
\v 1 ພຣະທັມຂອງພຣະຢາເວໄດ້ມາເຖິງຂ້ານ້ອຍ, ກ່າວດັ່ງນີ້ວ່າ,
\v 2 “ເຈົ້າຢ່າມີເມຍ ແລະເຈົ້າຢ່າມີລູກຊາຍ ຫລືລູກສາວໃນສະຖານທີ່ນີ້.
\v 3 ເພາະພຣະຢາເວກ່າວດັ່ງນີ້ແກ່ລູກຊາຍ ແລະລູກສາວທີ່ເກີດໃນສະຖານທີ່ນີ້, ແກ່ພວກແມ່ທີ່ເກີດລູກເຫລົ່ານັ້ນ, ແລະແກ່ພວກພໍ່ທີ່ໄດ້ໃຫ້ບັງເກີດຄົນເຫລົ່ານັ້ນໃນແຜ່ນດິນນີ້ວ່າ,
\v 4 ‘ເຂົາທັງຫລາຍຈະຕາຍດ້ວຍພະຍາດຮ້າຍ. ພວກເຂົາຈະບໍ່ມີການຄໍ່າຄວນອາໄລພວກເຂົາ ຫລືຈະບໍ່ມີໃຜຈັດການຝັງເຂົາ. ພວກເຂົາຈະເປັນເຫມືອນຂີ້ສັດທີ່ຢູ່ເທິງພື້ນແຜ່ນດິນ. ເພາະພວກເຂົາຈະພິນາດດ້ວຍດາບ ແລະການອຶດຢາກອາຫານ, ແລະສົບທັງຫລາຍຂອງພວກເຂົາຈະເປັນອາຫານຂອງນົກໃນອາກາດທັງຫລາຍ ແລະບັນດາສັດປ່າເທີງແຜ່ນດິນໂລກ.
\s5
\v 5 ເພາະຖ້ອຍຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍ, ກ່າວດັ່ງນີ້ວ່າ, ‘ຢ່າເຂົ້າໄປໃນເຮືອນທີ່ກຳລັງມີການໄຫວ້ທຸກ. ຢ່າໄປຄໍ່າຄວນ ຫລືໄປສະແດງຄວາມເຫັນອົກເຫັນໃຈສຳລັບພວກເຂົາ, ເພາະເຮົາໄດ້ເອົາສັນຕິສຸກຂອງເຮົາ ໄປຈາກຊົນຊາດນີ້ແລ້ວ, ທັງຄວາມຮັກຫມັ້ນຄົງ ແລະຄວາມເມດຕາຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 6 ທັງຜູ້ໃຫຍ່ ແລະຜູ້ນ້ອຍຈະຕາຍໃນແຜ່ນດິນນີ້. ຈະບໍ່ມີໃຜຈັດການຝັງສົບໃຫ້, ແລະຈະບໍ່ມີໃຜມາຄໍ່າຄວນອາໄລພວກເຂົາ ຫລືມາປາດຕົວ ຫລືມາແຖຫົວທັງຫລາຍເພື່ອພວກເຂົາ.
\s5
\v 7 ຈະຕ້ອງບໍ່ມີຜູ້ໃດແບ່ງປັນອາຫານໃຫ້ແກ່ຄົນໄຫວ້ທຸກ ເພື່ອຈະເລົ້າໂລມພວກເຂົາເຫດຄົນທີ່ຕາຍທັງຫລາຍນັ້ນ, ແລະຈະຕ້ອງບໍ່ມີໃຜມອບຈອກແຫ່ງຄວາມເລົ້າໂລມໃຈໃຫ້ພໍ່ ຫລືແມ່ຂອງພວກເຂົາໄດ້ດື່ມ ເພື່ອທີ່ຈະປອບໃຈພວກເຂົາ.
\v 8 ເຈົ້າຕ້ອງບໍ່ເຂົາໃນເຮືອນທີ່ມີການລ້ຽງເພື່ອນັ່ງກິນ ແລະດື່ມກັບພວກເຂົາ.
\v 9 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ເບິ່ງແມ, ຕໍ່ຫນ້າຕໍ່ຕາຂອງພວກເຈົ້າ, ໃນວັນທັງຫລາຍຂອງເຈົ້າ ແລະໃນສະຖານທີ່ແຫ່ງນີ້, ເຮົາກຳລັງຈະເຮັດໃຫ້ສຽງບັນເທີງ ແລະສຽງມ່ວນຊື່ນລື່ເລີງ, ສຽງເຈົ້າບ່າວ ແລະສຽງເຈົ້າສາວ ຂາດໄປຈາກສະຖານທີ່ນີ້.
\s5
\v 10 ແລ້ວສິ່ງນີ້ຈະໄດ້ເກີດຂຶ້ນ ເມື່ອເຈົ້າບອກບັນດາຖ້ອຍຄຳເຫລົ່ານີ້ແກ່ຊົນຊາດນີ້, ແລະພວກເຂົາທັງຫລາຍຈະເວົ້າກັບພວກເຈົ້າວ່າ, ‘ເປັນຫຍັງພຣະຢາເວຈຶ່ງຊົງປະກາດໂທດໃຫຍ່ຫລວງທັງຫມົດນີ້ໃຫ້ຕົກແກ່ເຮົາ? ຄວາມຊົ່ວຊ້າ ແລະຄວາມຜິດບາບຫຍັງແດ່ທີ່ເຮົາໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງເຮົາ?
\v 11 ດັ່ງນັ້ນຈົ່ງກ່າວແກ່ພວກເຂົາທັງຫລາຍວ່າ, ‘ເພາະບັນພະບູລຸດຂອງພວກເຈົ້າໄດ້ປະຖິ້ມເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະພວກເຂົາໄດ້ໄປຕິດຕາມພະອື່ນໆ ແລະໄດ້ບົວລະບັດ ແລະນະມັດສະການພະເຫລົ່ານັ້ນ. ພວກເຂົາໄດ້ປະຖິ້ມເຮົາ ແລະບໍ່ໄດ້ຮັກສາພຣະບັນຍັດຂອງເຮົາ.
\s5
\v 12 ແຕ່ພວກເຈົ້າທັງຫລາຍໄດ້ເຮັດຊົ່ວຮ້າຍຍິ່ງກວ່າບັນພະບູລຸດຂອງພວກເຈົ້າ, ເພາະເບິ່ງແມ, ພວກເຈົ້າແຕ່ລະຄົນກຳລັງດຳເນີນຕາມຈິດໃຈຊົ່ວຮ້າຍດື້ດ້ານຂອງຕົນເອງ; ທຸກຄົນປະຕິເສດບໍ່ຍອມຟັງເຮົາ.
\v 13 ເພາະສະນັ້ນ ເຮົາຈະໂຍນພວກເຈົ້າອອກເສຍຈາກແຜ່ນດິນນີ້ ເຂົ້າໄປໃນແຜ່ນດິນຊຶ່ງພວກເຈົ້າ, ຫລືບັນພະບູລຸດຂອງພວກເຈົ້າບໍ່ຮູ້ຈັກ, ແລະບ່ອນນັ້ນພວກເຈົ້າຈະບົວລະບັດພະອື່ນໆ ທັງກາງເວັນ ແລະກາງຄືນ, ເພາະເຮົາຈະບໍ່ສະແດງພຣະກະລຸນາແກ່ພວກເຈົ້າເລີຍ.
\s5
\v 14 ເພາະສະນັ້ນ, ເບິ່ງແມ, ວັນເຫລົ່ານັ້ນຈະມາເຖິງ—ນີ້ຄືຄຳປະກາດຂອງພຣະຢາເວ—ເມື່ອບໍ່ມີໃຜກ່າວຕໍ່ໄປອີກວ່າ, ‘ພຣະຢາເວຜູ້ຊົງພຣະຊົນຢູ່ແນ່ສັນໃດ, ພຣະອົງຜູ້ທີ່ໄດ້ຊົງນຳປະຊາຊົນອິດສະຣາເອນອອກມາຈາກແຜ່ນດິນເອຢິບ.
\v 15 ແຕ່ຈະເວົ້າວ່າ, ‘ພຣະຢາເວຊົງພຣະຊົນຢູ່ສັນໃດ, ພຣະອົງຜູ້ທີ່ໄດ້ຊົງນຳປະຊາຊົນອິດສະຣາເອນອອກມາຈາກແດນທາງທິດເຫນືອ ແລະມາຈາກບັນດາປະເທດ ຊຶ່ງພຣະອົງໄດ້ຊົງຂັບໄລ່ພວກເຂົາໃຫ້ໄປຢູ່ນັ້ນ. ເພາະເຮົາຈະນຳພວກເຂົາກັບມາສູ່ແຜ່ນດິນຂອງພວກເຂົາເອງ ຊຶ່ງເຮົາໄດ້ຍົກໃຫ້ບັນພະບູລຸດຂອງພວກເຂົາແລ້ວນັ້ນ.
\s5
\v 16 ເບິ່ງແມ! ເຮົາຈະສົ່ງຊາວປະມົງມາເປັນຈຳນວນຫລາຍ-- ນີ້ເປັນຄຳປະກາດຂອງພຣະຢາເວ--ດັ່ງນັ້ນພວກເຂົາຈະຈັບປະຊາຊົນອອກມາ. ພາຍຫລັງຈາກນີ້ ເຮົາຈະສົ່ງນາຍພານຈຳນວນຫລວງຫລາຍມາ ດັ່ງນັ້ນນາຍພານຈະລ່າພວກເຂົາທັງຫລາຍຕາມພູເຂົາທຸກແຫ່ງ, ແລະຕາມໂນນພູທຸກຫນ່ວຍ ແລະຕາມລືບໂງ່ນຫີນ.
\v 17 ເພາະວ່າ ຕາເຮົາເບິ່ງພຶດຕິກໍາທັງຫມົດຂອງພວກເຂົາ; ພວກເຂົາບໍ່ສາມາດຈະປິດບັງໄວ້ຈາກຫນ້າເຮົາໄດ້. ຄວາມຊົ່ວຊ້າຂອງພວກເຂົາບໍ່ສາມາດຈະເຊື່ອງຈາກດວງຕາຂອງເຮົາໄດ້.
\v 18 ຂັ້ນທຳອິດເຮົາຈະຈ່າຍຄືນເປັນສອງເທົ່າ ສຳລັບຄວາມຊົ່ວຊ້າ ແລະຄວາມຜິດບາບ ທີ່ພວກເຂົາໄດ້ເຮັດໃຫ້ແຜ່ນດິນເຮົາເປັນມົນທິນໄປດ້ວຍຊາກຂອງຮູບເຄົາລົບທີ່ຫນ້າຂີ້ດຽດ, ແລະເຮັດໃຫ້ມໍຣະດົກຂອງເຮົາເຕັມໄປດ້ວຍບັນດາຮູບເຄົາລົບ ທີ່ຫນ້າກຽດຊັງຂອງພວກເຂົາ.”
\s5
\v 19 ຂ້າແດ່ພຣະຢາເວ, ພຣະອົງຊົງເປັນພຣະກຳລັງ ແລະເປັນທີ່ລີ້ໄພຂອງຂ້ານ້ອຍ. ເປັນທີ່ກຳບັງອັນເຂັ້ມແຂງຂອງຂ້ານ້ອຍໃນມື້ຍາກລຳບາກ. ບັນດາປະຊາຊາດຈະມາເຝົ້າພຣະອົງຈາກທີ່ສຸດປາຍໂລກ ແລະເວົ້າວ່າ, ‘ແນ່ແທ້ບັນພະບູລຸດຂອງພວກເຮົາໄດ້ຮັບມໍຣະດົກທີ່ຫລອກລວງ. ພວກມັນເປົ່າວ່າງ; ບໍ່ມີປະໂຫຍດອັນໃດໃນພວກນັ້ນ.
\v 20 ມະນຸດຈະສ້າງພະໄວ້ສຳລັບຕົນເອງໄດ້ບໍ? ແຕ່ພວກສິ່ງເຫລົ່ານັ້ນບໍ່ແມ່ນພະ.
\v 21 ເພາະສະນັ້ນ ເບິ່ງແມ! ເຮົາຈະເຮັດໃຫ້ເຂົາຮູ້ຈັກໃນເວລານີ້, ເຮົາຈະເຮັດໃຫ້ເຂົາຮູ້ຈັກມືຂອງເຮົາ ແລະລິດທານຸພາບຂອງເຮົາ, ເພື່ອເຂົາທັງຫລາຍຈະຮູ້ວ່າພຣະນາມຂອງເຮົາຄືພຣະຢາເວ.
\s5
\c 17
\cl ບົດທີ 17
\p
\v 1 “ບາບຂອງຢູດານັ້ນບັນທຶກໄວ້ດ້ວຍປາກກາເຫລັກ ທີ່ມີປາຍເພັດ. ໄດ້ຈາລຶກໄວ້ເທິງແຜ່ນແຫ່ງຈິດໃຈຂອງພວກເຂົາ ແລະທີ່ແຈແທ່ນບູຊາຂອງພວກເຂົາທັງຫລາຍ.
\v 2 ແມ້ແຕ່ລູກຫລານຂອງພວກເຂົາກໍລະນຶກເຖິງແທ່ນບູຊາ ແລະເສົາອາເຊຣາທັງຫລາຍຂ້າງພວກພວກຕົ້ນໄມ້ຂຽວສົດ ແລະເທິງໂນນພູສູງທັງຫລາຍ.
\s5
\v 3 ເສົາອາເຊຣາທັງຫລາຍໄດ້ຕັ້ງຢູ່ເທິງພູເຂົາ ຂອງເຮົາທີ່ແຖວຊົນນະບົດທີ່ຢູ່ກາງທົ່ງກວ້າງ. ບັນດາສິ່ງຂອງ ແລະຊັບສົມບັດທຸກຢ່າງຂອງພວກເຈົ້າ ເຮົາຈະແຈກຈ່າຍໄປເປັນເຄື່ອງປຸ້ນ, ພ້ອມດ້ວຍ ປູຊະນີຍະສະຖານສູງທັງຫລາຍຂອງພວກເຈົ້າ, ເພາະເຫດແຫ່ງຄວາມບາບທີ່ພວກເຈົ້າໄດ້ເຮັດ ຕະຫລອດທົ່ວແຜ່ນດິນຂອງພວກເຈົ້າ.
\v 4 ເຈົ້າຈະຕ້ອງປ່ອຍສູນເສຍມໍຣະດົກຊຶ່ງເຮົາໄດ້ຍົກໃຫ້ແກ່ພວກເຈົ້າ. ເຮົາຈະເຮັດໃຫ້ພວກເຈົ້າບົວລະບັດສັດຕູຂອງພວກເຈົ້າໃນແຜ່ນດິນຊຶ່ງພວກເຈົ້າບໍ່ຮູ້ຈັກ, ພວກເຈົ້າກໍ່ໄຟແຫ່ງຄວາມຮ້າຍຂຶ້ນຊຶ່ງຈະໄຫມ້ຢູ່ເປັນນິດ.”
\s5
\v 5 ພຣະຢາເວກ່າວດັ່ງນີ້ວ່າ, “ບຸກຄົນທີ່ວາງໃຈໃນມະນຸດກໍເປັນທີ່ສາບແຊ່ງ; ເຂົາເຮັດໃຫ້ເນື້ອຫນັງເປັນກຳລັງຂອງເຂົາ ແຕ່ຫັນໃຈຂອງເຂົາອອກຈາກພຣະຢາເວ.
\v 6 ເພາະລາວຈະເປັນເຫມືອນພຸ່ມໄມ້ນ້ອຍໆ ທີ່ຢູ່ໃນອາຣາບາ ແລະຈະບໍ່ເຫັນຄວາມສິ່ງດີທີ່ກຳລັງມາເຖິງ ເຂົາຈະອາໄສຢູ່ໃນແຜ່ນດິນທີ່ແຕກລະແຫງໃນຖິ່ນກັນດານ, ໃນແຜ່ນດິນແຫ້ງແລ້ງທີ່ບໍ່ມີຄົນອາໄສ.
\s5
\v 7 ຄົນທີ່ວາງໃຈໃນພຣະຢາເວຍ່ອມຈະໄດ້ຮັບພຣະພອນ, ເພາະພຣະຢາເວ ເປັນເຫດແຫ່ງຄວາມວາງໃຈຂອງເຂົາ.
\v 8 ເພາະລາວຈະເປັນເຫມືອນຕົ້ນໄມ້ທີ່ປູກໄວ້ແຄມນ້ຳ, ຊຶ່ງຢັ່ງຮາກຂອງມັນອອກໄປຂ້າງແມ່ນ້ຳ. ມັນບໍ່ຢ້ານຄວາມຮ້ອນເມື່ອແດດສ່ອງມາ. ເພາະໃບຂອງມັນຂຽວຢູ່ສະເຫມີ, ແລະຈະບໍ່ກະວົນກະວາຍໃນປີທີ່ແຫ້ງແລ້ງ, ແລະມັນບໍ່ຢຸດທີ່ຈະອອກຜົນ.
\s5
\v 9 ຈິດໃຈກໍເປັນໂຕຫລອກລວງຫລາຍກວ່າສິ່ງໃດທັງຫມົດ ມັນເສື່ອມຊາມ; ຜູ້ໃດຈະຮູ້ຈັກໃຈນັ້ນໄດ້?
\v 10 ເຮົາຄືພຣະຢາເວ, ຜູ້ກວດຄົ້ນເບິ່ງຈິດໃຈ ແລະທົດລອງເບິ່ງໃຈທັງຫລາຍ, ເຮົາໃຫ້ແຕ່ລະຄົນຕາມການປະພຶດຂອງເຂົາ, ຕາມຜົນແຫ່ງການກະທຳຂອງພວກເຂົາ.
\v 11 ນົກກະທາທີ່ຟັກໄຂ່ ຊຶ່ງມັນບໍ່ໃຫ້ອອກເອງ. ບາງຄົນທີ່ໄດ້ຄວາມຮັ່ງມີມາຢ່າງບໍ່ເປັນທຳກໍເຊັ່ນກັນ, ເມື່ອເຖິງກາງໄວ ຄວາມຮັ່ງມີກໍຫວິດຈາກຄົນນັ້ນໄປ, ແລະໃນຕອນປາຍຂອງລາວ, ລາວຈະເປັນຄົນໂງ່ຈ້າ.”
\s5
\v 12 ສະຖານທີ່ຕັ້ງນະມັດສະການຂອງເຮົາທັງຫລາຍ ເປັນພຣະທີ່ນັ່ງອັນຮຸ່ງເຮືອງ, ຊຶ່ງຕັ້ງຢູ່ສູງຕັ້ງແຕ່ເດີມນັ້ນ.
\v 13 ພຣະຢາເວ ຊົງເປັນຄວາມຫວັງແຫ່ງອິດສະຣາເອນ. ບັນດາຄົນເຫລົ່ານັ້ນທັງຫມົດທີ່ປະຖິ້ມພຣະອົງຈະຕ້ອງຮັບຄວາມອັບອາຍ. ບັນດາຄົນທັງປວງທີ່ຫັນໄປຈາກເຮົາຈະຕ້ອງຖືກຈາລຶກໄວ້ໃນຂີ່ຝຸ່ນ. ເພາະພວກເຂົາໄດ້ປະຖິ້ມພຣະຢາເວ ຜູ້ເປັນນ້ຳພຸແຫ່ງຊີວິດ.
\v 14 ຂໍຊົງຮັກສາຂ້ານ້ອຍ, ຂ້າແດ່ພຣະຢາເວ, ແລ້ວຂ້ານ້ອຍຈະໄດ້ຮັບການຮັກສາ! ຂໍຊົງຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ແລ້ວຂ້ານ້ອຍຈຶ່ງຈະລອດພົ້ນ. ເພາະພຣະອົງເປັນທີ່ສັນລະເສີນຂອງຂ້ານ້ອຍ.
\s5
\v 15 ເບິ່ງແມ, ເຂົາທັງຫລາຍໄດ້ເວົ້າກັບຂ້າພະອົງວ່າ, ‘ພຣະທັມຂອງພຣະຢາເວຢູ່ທີ່ໃດ? ໃຫ້ມາເຖີດ!
\v 16 ສຳລັບຂ້ານ້ອຍແລ້ວ, ຂ້າພຣະອົງບໍ່ໄດ້ຫນີຈາກໄປການເປັນຜູ້ລ້ຽງແກະທີ່ຕາມພຣະອົງໄປ. ຂ້ານ້ອຍກໍບໍ່ປະສົງວັນແຫ່ງຄວາມຈິບຫາຍ. ພຣະອົງຊົງຮູ້ເຖິງການປະກາດທັງຫລາຍຊຶ່ງອອກມາຈາກຮີມປາກຂອງຂ້ານ້ອຍ. ມັນກໍຖືກຕ້ອງຕໍ່ພຣະພັກຂອງພຣະອົງ.
\s5
\v 17 ຂໍຢ່າຊົງເປັນເຫດໃຫ້ຂ້ານ້ອຍຢ້ານກົວ. ພຣະອົງຊົງເປັນທີ່ລີ້ໄພຂອງຂ້ານ້ອຍໃນມື້ທີ່ບໍ່ດີ.
\v 18 ຂໍໃຫ້ພວກທີ່ຂົ່ມເຫັງຂ້ານ້ອຍໃຫ້ເຂົາໄດ້ຮັບຄວາມອັບອາຍ, ແຕ່ຂໍຢ່າໃຫ້ຂ້າພຣະອົງໄດ້ຮັບຄວາມອັບອາຍ. ຂໍໃຫ້ພວກເຂົາໂກດຮ້າຍ, ແຕ່ຢ່າໃຫ້ຂ້ານ້ອຍໂກດຮ້າຍ. ຂໍຊົງນຳມື້ຮ້າຍມາຕົກເຫນືອພວກເຂົາ, ຂໍຊົງທຳລາຍພວກເຂົາດ້ວຍການທຳລາຍຊໍ້າແລ້ວຊໍ້າອີກ.”
\s5
\v 19 ພຣະຢາເວຊົງກ່າວແກ່ຂ້ານ້ອຍດັ່ງນີ້ວ່າ, “ຈົ່ງໄປຢືນໃນປະຕູແຫ່ງປະຊາຊົນ ຊຶ່ງບັນດາກະສັດແຫ່ງຢູດາສະເດັດເຂົ້າ ແລະຊຶ່ງພະອົງສະເດັດອອກ, ແລ້ວໃນປະຕູທັງຫລາຍຂອງເຢຣູຊາເລັມ.
\v 20 ຈົ່ງກ່າວແກ່ພວກເຂົາວ່າ, ‘ຈົ່ງຟັງພຣະທັມຂອງພຣະຢາເວ, ທ່ານທັງຫລາຍຜູ້ເປັນກະສັດຂອງຢູດາ, ແລະບັນດາຄົນຢູດາ ແລະຊາວເຢຣູຊາເລັມທັງຫມົດ ຜູ້ຊຶ່ງເຂົ້າທາງປະຕູເຫລົ່ານີ້.
\s5
\v 21 ພຣະຢາເວຊົງກ່າວດັ່ງນີ້ວ່າ: “ຈົ່ງລະວັງເພື່ອເຫັນແກ່ຊີວິດຂອງພວກເຈົ້າທັງຫລາຍ ແລະຢ່າໄດ້ຫາບຫາມຫຍັງໃນວັນສະບາໂຕ ເພື່ອນຳຂອງນັ້ນເຂົ້າທາງບັນດາປະຕູນະຄອນເຢຣູຊາເລັມ.
\v 22 ຢ່າຫາບຫາມເຄື່ອງຂອງພວກເຈົ້າອອກຈາກເຮືອນໃນວັນສະບາໂຕ. ຢ່າເຮັດວຽກໃດໆ, ແຕ່ຈົ່ງຮັກສາວັນສະບາໂຕໄວ້ໃຫ້ບໍລິສຸດ, ດັ່ງທີ່ເຮົາໄດ້ບັນຊາບັນພະບູລຸດຂອງພວກເຈົ້າໄວ້.’”
\v 23 ພວກເຂົາກໍບໍ່ເຊື່ອຟັງ ຫລືຫງ່ຽງຫູຟັງ, ແຕ່ເຮັດດື້ດ້ານ ເພື່ອຈະບໍ່ໄດ້ຍິນ ແລະ ບໍ່ຮັບຄຳຕັກເຕືອນ.
\s5
\v 24 ສິ່ງນີ້ຈະເກີດຂຶ້ນຖ້າພວກເຈົ້າເຊື່ອຟັງເຮົາແທ້ໆ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະບໍ່ນຳວຽກໃດໆ ເຂົ້າມາທາງປະຕູເມືອງນີ້ໃນວັນສະບາໂຕ ແຕ່ຮັກສາວັນສະບາໂຕໃຫ້ບໍລິສຸດ ແລະບໍ່ເຮັດວຽກໃນມື້ນັ້ນ.
\v 25 ແລ້ວຈະມີບັນດາກະສັດ, ເຈົ້ານາຍທັງຫລາຍ, ແລະຄົນເຫລົ່ານັ້ນຜູ້ປະທັບເທິງບັນລັງແຫ່ງດາວິດ ຈະສະເດັດເຂົ້າທາງປະຕູທັງຫລາຍຂອງເມືອງນີ້ ໂດຍບັນດາລົດມ້າເສິກ ແລະມ້າທັງຫລາຍ, ພວກເຂົາ ແລະພວກຜູ້ນຳທັງຫລາຍ, ທັງຄົນຢູດາ ແລະຊາວເຢຣູຊາເລັມ, ແລະເມືອງນີ້ຈະດຳລົງຢູ່ເປັນນິດ.
\s5
\v 26 ພວກເຂົາຈະມາຈາກເມືອງຕ່າງໆ ຂອງຢູດາ ແລະຈາກທີ່ຊຶ່ງຢູ່ຮອບນະຄອນເຢຣູຊາເລັມ, ຈາກແຜ່ນດິນເບັນຢາມິນ ແລະຈາກເຂດທົ່ງພຽງ, ຈາກພູເຂົາທັງຫລາຍ, ແລະຈາກເນເກບ, ນຳເອົາເຄື່ອງເຜົາບູຊາ, ເຄື່ອງສັດບູຊາ ແລະກຳຍານ, ແລະເຄື່ອງບູຊາແຫ່ງການສັນລະເສີນ ມາທີ່ວິຫານຂອງພຣະຢາເວ.
\v 27 ແຕ່ຖ້າພວກເຈົ້າທັງຫລາຍບໍ່ຟັງເຮົາ—ທີ່ຈະຖືຮັກສາວັນສະບາໂຕໃຫ້ບໍລິສຸດ ແລະທີ່ຈະບໍ່ແບກພາລະເຂົ້າທາງປະຕູທັງຫລາຍຂອງນະຄອນເຢຣູຊາເລັມໃນວັນສະບາໂຕ—ແລ້ວເຮົາຈະກໍ່ໄຟໄວ້ໃນປະຕູເມືອງເຫລົ່ານັ້ນ ແລະ ໄຟນັ້ນຈະເຜົາຜານລາຊະວັງທັງຫລາຍຂອງນະຄອນເຢຣູຊາເລັມ ແລະຈະບໍ່ມີໃຜສາມາດຈະດັບໄດ້.”
\s5
\c 18
\cl ບົດທີ 18
\p
\v 1 ພຣະທັມຂອງພຣະຢາເວມາເຖິງເຢເຮມີຢາ ຊົງກ່າວວ່າ,
\v 2 “ຈົ່ງລຸກຂຶ້ນ ແລະລົງໄປຍັງເຮືອນຂອງຊ່າງປັ້ນຫມໍ້, ເພາະເຮົາຈະເວົ້າໃຫ້ເຈົ້າໄດ້ຍິນຖ້ອຍຄໍາຂອງເຮົາທີ່ນັ້ນ.”
\v 3 ດ້ວຍເຫດນີ້, ຂ້ານ້ອຍຈຶ່ງລົງໄປທີ່ເຮືອນຂອງຊ່າງປັ້ນຫມໍ້ ແລະເບິ່ງແມ! ເຫັນຊ່າງປັ້ນຫມໍ້ກຳລັງຊ່ຽນຫມໍ້ຂອງລາວຢູ່ທີ່ແປ້ນຊ່າງຫມໍ້.
\v 4 ແຕ່ຫມໍ້ດິນກຳລັງເຮັດນັ້ນໄດ້ແຕກຢູ່ທີ່ມືຂອງຊ່າງປັ້ນຫມໍ້, ດັ່ງນັ້ນ, ລາວຈຶ່ງໄດ້ປ່ຽນໃຈ ແລະ ປັ້ນປັນພາະຊະນະອັນໃຫມ່ຕາມທີ່ລາວເຫັນວ່າດີ ແລະ ຄວນເຮັດໃນສາຍຕາຂອງລາວ.
\s5
\v 5 ແລ້ວພຣະທັມຂອງພຣະຢາເວຢາເວໄດ້ມາເຖິງຂ້າຂ້ານ້ອຍ, ຊົງກ່າວວ່າ,
\v 6 “ເຮົາຈະເຮັດກັບເຈົ້າເຫມືອນຊ່າງປັ້ນຫມໍ້ເຮັດບໍ່ໄດ້ບໍ ເຊື້ອສາຍອິດສະຣາເອນເອີຍ? —ນີ້ເປັັນຄຳປະກາດຂອງພຣະເຈົ້າຢາເວ. ເບິ່ງແມ! ເຫມືອນດິນຫນຽວຢູ່ໃນມືຂອງຊ່າງປັ້ນຫມໍ້ສັນໃດ— ພວກເຈົ້າກໍຢູ່ໃນມືຂອງເຮົາສັນນັ້ນ, ເຊື້ອສາຍອິດສະຣາເອນເອີຍ.
\v 7 ໃນເວລາດຽວກັນ, ເຮົາຈະປະກາດກ່ຽວກັບປະຊາຊາດຫນຶ່ງ ຫລືຣາຊະອານາຈັກຫນຶ່ງວ່າ, ຫລືເຮົາຈະຖອນ ຫລືພັງ ຫລືທຳລາຍເສຍກໍໄດ້.
\v 8 ແຕ່ຖ້າປະຊາຊາດນັ້ນ ຊຶ່ງເຮົາໄດ້ປະກາດໄວ້ແລ້ວ ຫັນຫນີຈາກການເຮັດຊົ່ວ, ແລ້ວເຮົາກໍຈະຜ່ອນໄພພິບັດທີ່ເຮົາກຳລັງວາງແຜນຈະເຮັດນັ້ນເສຍ.
\s5
\v 9 ອີກຢ່າງຫນຶ່ງ, ເຮົາໄດ້ປະກາດກ່ຽວກັບປະຊາຊາດຫນຶ່ງ ຫລືຣາຊະອານາຈັກຫນຶ່ງວ່າ, ເຮົາຈະສ້າງຂຶ້ນ ຫລືປູກຝັງໄວ້.
\v 10 ແຕ່ຖ້າປະຊາຊາດນັ້ນເຮັດຊົ່ວໃນສາຍຕາເຮົາ, ໂດຍບໍ່ເຊື່ອຟັງສຽງຂອງເຮົາ, ແລ້ວເຮົາກໍຈະຢຸດສີ່ງທີ່ດີ ຊຶ່ງເຮົາກ່າວໄວ້ວ່າເຮົາຈະເຮັດກັບພວກເຂົານັ້ນເສຍ.
\s5
\v 11 ດັ່ງນັ້ນບັດນີ້, ຈົ່ງກ່າວແກ່ຄົນຢູດາ ແລະຜູ້ອາໄສຢູ່ໃນນະຄອນເຢຣູຊາເລັມ ແລະກ່າວວ່າ, ‘ພຣະຢາເວຊົງກ່າວດັ່ງນີ້ວ່າ: ເບິ່ງແມ່, ເຮົາກຳລັງກໍໄພພິບັດຕໍ່ພວກເຈົ້າ. ແລະຄິດວາງແຜນການຢ່າງຫນຶ່ງຕໍ່ສູ້ັກັບພວກເຈົ້າ. ພວກເຈົ້າແຕ່ລະຄົນຈົ່ງກັບໃຈຈາກການເຮັດຊົ່ວຂອງພວກເຈົ້າ, ແລະການກະທຳຂອງພວກເຈົ້າ ເພື່ອທາງທັງຫລາຍຂອງພວກເຈົ້າ, ແລະການກະທຳຂອງພວກເຈົ້າຈະນຳຄວາມດີມາສູ່ພວກເຈົ້າ.
\v 12 ແຕ່ພວກເຂົາຈະຕອບວ່າ, ‘ນີ້ບໍ່ມີປະໂຫຍດຫຍັງດອກ. ພວກເຮົາຈະດຳເນີນຕາມແຜນງານທັງຫລາຍຂອງພວກເຮົາ. ແຕ່ລະຄົນຈະທຳໃນສິ່ງຊົ່ວຮ້າຍ, ຄືຄວາມປາດຖາຫນາຂອງຈິດໃຈທິ່ດື້ດ້ານ.'
\s5
\v 13 ເພາະສະນັ້ນ ພຣະຢາເວຈຶ່ງຊົງກ່າວດັ່ງນີ້ວ່າ, ຈົ່ງຖາມບັນດາປະຊາຊາດ, ໃຜເຄີຍໄດ້ຍິນສິ່ງນີ້ແດ່? ອິດສະຣາເອນພົມມາຈາລີໄດ້ເຮັດສິ່ງຫນຶ່ງອັນຫນ້າຢ້ານຫລາຍ.
\v 14 ຫິມະໃນເລບານອນເຄີຍໄປຈາກເນີນເຜົາຫີນທັງຫລາຍເທິງດ້ານຂອງມັນບໍ? ບັນດານ້ຳຈາກພູເຂົາທີ່ໄຫລມາຈາກທີ່ໄກ, ສາຍນໍ້າເຢັນເຫລົ່ານັ້ນ ເຄີຍຖືກທຳລາຍໄປຫລື?
\s5
\v 15 ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາເສຍ. ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ພວກຮູບເຄົາລົບທີ່ບໍ່ມີປະໂຫຍດ ແລະໄດ້ລົ້ມລົງເທິງເດີນຕາມທາງຂອງພວກເຂົາ; ພວກເຂົາ ໄດ້ຈາກທາງໂບຮານທັງຫລາຍ ເພື່ອເຂົ້າາໄປທີ່ທາງຊອຍທັງຫລາຍ.
\v 16 ແຜ່ນດິນຂອງພວກເຂົາຈະກາຍເປັນທີ່ຫນ້າຕື່ນຕົກໃຈ, ຈະກາຍເປັນສິ່ງຢ້ານກົວ, ແລະເປັນສິ່ງທີ່ຖືກເຍາະເຍີຍຢູ່ເປັນນິດ. ຄົນທັງປວງທີ່ຜ່ານໄປຈະຕົວສັ່ນ, ແລະແກວ່ງຫົວຂອງເຂົາ.
\v 17 ເຮົາຈະກະຈາຍພວກເຂົາຕໍ່ຫນ້າສັດຕູຂອງພວກເຮົາ ເຫມືອນລົມຕາເວັນອອກ. ເຮົາຈະຫັນຫລັງໃສ່ພວກເຂົາ, ແລະຈະບໍ່ຫັນຫນ້າໃສ່ໃຫ້ໃນວັນແຫ່ງໄພພິບັດມາເຖິງຂອງພວກເຂົານັ້ນ.'"
\s5
\v 18 ດັ່ງນັ້ນພວກປະຊາຊົນໄດ້ກ່າວວ່າ, “ມາເຖີດ, ໃຫ້ເຮົາຄິດແຜນປອງຮ້າຍເຢເຣມີຢາ, ເນື່ອງດ້ວຍວ່າທຳມະບັນຍັດບໍ່ຄວນຈະສູນຫາຍໄປຈາກພວກປະໂລຫິດ, ຫລືຈາກຄຳປຶກສາຈາກພວກນັກປາດ, ຫລືຈາກບັນດາຖ້ອຍຄຳເຫລົ່ານັ້ນຂອງຜູ້ປະກາດພຣະທໍາ. ມາເຖີດ, ເຮົາໂຈມຕີເຂົາດ້ວຍບັນດາຖ້ອຍຄຳຂອງພວກເຮົາ ແລະຢ່າໄປສົນໃຈຕໍ່ສິ່ງທີ່ເຂົາໄດ້ປະກາດເລີຍ.”
\v 19 ຂ້າແດ່ພຣະຢາເວ, ຂໍພຣະອົງຊົງຟັງຂ້ານ້ອຍ, ແລະຂໍຈົງຟັງສຽງພວກສັດຕູຂອງຂ້ານ້ອຍແດ່ທ້ອນ.
\v 20 ຄວາມພິນາດຈາກພວກເຂົາຈະເປັນລາງວັນຂອງຂ້ານ້ອຍ ສຳລັບການເຮັດດີຕໍ່ພວກເຂົາຫລື? ເພາະພວກເຂົາໄດ້ຂຸດຂຸມໃວ້ສຳລັບຂ້ານ້ອຍ. ຂໍຊົງລະນຶກວ່າ, ຂ້ານ້ອຍຢືນເຝົ້າພຣະອົງຢ່າງໃດ ເພື່ອທູນຂໍສະຫວັດດີພາບແກ່ພວກເຂົາ, ເພືອຈະຫັນຄວາມໂກດຮ້າຍຂອງພຣະອົງໄປເສຍຈາກພວກເຂົາ.
\s5
\v 21 ດັ່ງນັ້ນ ຂໍຊົງມອບລູກຫລານຂອງເຂົາໃຫ້ແກ່ຄວາມອຶດຢາກອາຫານ, ແລະຂໍຊົງມອບພວກເຂົາໃຫ້ແກ່ຄົນເຫລົ່ານັ້ນທີ່ໃຊ້ດາບ. ດັງນັ້ນ ຂໍໃຫ້ເມຍຂອງພວກເຂົາໄດ້ກາຍເປັນຜູ້ສູນເສຍ, ແລະເປັນແມ່ຫມ້າຍ, ແລະພວກລູກຊາຍຂອງພວກເຂົາຂ້າຕາຍດ້ວຍດາບໃນສົງຄາມ.
\v 22 ຂໍໃຫ້ໄດ້ຍິນສຽງຄວາມທຸກຮ້ອງມາຈາກເຮືອນຂອງພວກເຂົາ, ເມື່ອພຣະອົງຊົງນຳຜູ້ບຸກລຸກມາປຸ້ນເຂົາຢ່າງບໍ່ຮູ້ຕົວ. ເພາະພວກເຂົາໄດ້ຂຸດຂຸມໄວ້ດັກຂ້ານ້ອຍ ແລະໄດ້ເຮັດແຮ້ວດັກສຳລັບຈັບຂ້ານ້ອຍ.
\v 23 ແຕ່ພຣະອົງເອງ, ຂ້າແດ່ພຣະຢາເວ, ພຣະອົງຊົງຮູ້ຈັກແຜນການສັງຫານທັງຫລາຍຂອງເຂົາທີ່ຈະຂ້າ ຂ້ານ້ອຍແລ້ວ. ຂໍຢ່າຊົງອະໄພຄວາມຊົ່ວ ແລະຄວາມຜິດບາບທັງຫລາຍຂອງພວເຂົາໄປເສຍຈາກພຣະອົງ. ແຕ່ຂໍໃຫ້ພວກເຂົາຖືກລົ້ມລົງຕໍ່ພຣະພັກພຣະອົງ. ຂໍຊົງຈັດການເຂົາທັງຫລາຍໃນເວລາແຫ່ງຄວາມໂກດຮ້າຍຂອງພຣະອົງທ້ອນ.
\s5
\c 19
\cl ບົດທີ 19
\p
\v 1 ພຣະຢາເວຊົງກ່າວວ່າ, "ຈົງໄປ ແລະຊື້ ຫມໍ້ດິນຂອງຊ່າງປັ້ນຫມໍ້ມາຫນຶ່ງຫນ່ວຍ ຂະນະທີ່ເຈົ້າຢູ່ກັບພວກຫົວຫນ້າຂອງປະຊາຊົນ ແລະພວກປະໂລຫິດ.
\v 2 ແລ້ວຈົ່ງໄປທີ່ຮ່ອມພູເບັນຮິນໂນມ ອອກໄປທາງປະຕູກອງເສດຫມໍ້ດິນແຕກ, ແລະທີ່ນັ້ນຈົງປ່າວຮ້ອງບັນດາຖ້ອຍຄຳທີ່ເຮົາໄດ້ບອກເຈົ້າ.
\v 3 ຈົ່ງກ່າວວ່າ, ‘ຂໍຈົ່ງຟັງພຣະທັມຂອງພຣະຢາເວ, ຂ້າແດ່ບັນດາກະສັດຂອງແຫ່ງຢູດາ ແລະຊາວນະຄອນເຢຣູຊາເລັມ! ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, "ເບິ່ງແມ, ແລະເຮົາຈະນຳໄພພິບັດມາເຖິງສະຖານທີ່ແຫ່ງນີ້, ແລະບັນດາຫູຂອງທຸກຄົນທີ່ໄດ້ຍິນເຖິງສິ່ງນີ້ຈະອື້ໄປ.
\s5
\v 4 ເຮົາຈະເຮັດສິ່ງນີ້ ເພາະພວກເຈົ້າໄດ້ລະປະຖິ້ມເຮົາ ແລະໄດ້ເຮັດໃຫ້ສະຖານທີ່ນີ້ເສື່ອມເສຍ. ໃນສະຖານທີ່ນີ້ພວກເຂົາໄດ້ເຜົາຖວາຍບູຊາແກ່ເທບພະເຈົ້າອື່ນໆ ທີ່ພວກເຂົາບໍ່ຮູ້ຈັກ. ພວກເຂົາເອງ ຫລືບັນພະບູລຸດຂອງພວກເຂົາ ຫລືພວກກະສັດຢູດາເຮັດໃຫ້ສະຖານທີ່ນັ້ນເຕັມໄປດ້ວຍບໍ່ເລືອດຂອງຜູ້ບໍ່ໄດ້ມີຄວາມຜິດ.
\v 5 ພວກເຂົາໄດ້ສ້າງສະຖານທີ່ສູງສຳລັບພະບາອານ ເພື່ອຈະເຜົາບັນດາລູກຊາຍຂອງເຂົາໃນໄຟ ເປັນເຄື່ອງບູຊາເຜົາທັງເປັນແກ່ພະບາອານ—ສິ່ງນີ້ເຮົາບໍ່ໄດ້ສັ່ງບູຊາ ຫລືກ່າວໄວ້, ຫລືໄດ້ນຶກໃນໃຈຂອງເຮົາເລີຍ.
\s5
\v 6 ສະນັ້ນ, ເບິ່ງແມ, ວັນທັງຫລາຍກຳລັງຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອສະຖານທີ່ນີ້ຈະບໍ່ໄດ້ເອີ້ນວ່າໂຕເຟັດ, ຫລືຮ່ອມພູເບັນຮິນໂນມອີກ, ແຕ່ຈະຖືກເອີ້ນວ່າຮ່ອມພູແຫ່ງການຂ້າຟັນ.
\v 7 ໃນສະຖານທີ່ນີ້ ເຮົາຈະທຳລາຍແຜນການທັງປວງຂອງຢູດາ ແລະນະຄອນເຢຣູຊາເລັມທີ່ບໍ່ເປັນປະໂຫຍດ. ເຮົາຈະເຮັດໃຫ້ພວກເຂົາລົ້ມລົງດ້ວຍດາບຕໍ່ຫນ້າບັນດາສັດຕູຂອງພວກເຂົາ ແລະດ້ວຍມືຂອງບັນດາຜູ້ສະແຫວງຫາຊີວິດຂອງພວກເຂົາ. ແລ້ວເຮົາຈະໃຫ້ຊາກສົບຂອງພວກເຂົາເປັນອາຫານຂອງພວກນົກໃນອາກາດ ແລະບັນດາສັດປ່າເທິງແຜ່ນດິນໂລກ.
\v 8 ແລ້ວເຮົາຈະເຮັດໃຫ້ເມືອງນີ້ຖືກທຳລາຍ ແລະເປັນສິ່ງທີ່ຖຶກເຍາະເຍີຍ ເພາະທຸກຄົນທີ່ຜ່ານໄປຈະຢ້ານກົວ ແລະຈະເຍາະເຍີ້ຍໃນໄພພິບັດທັງສີ້ນຂອງພວກເຂົາ.
\v 9 ເຮົາຈະເຮັດພວກເຂົາກິນຊີ້ນຂອງລູກຊາຍ ແລະລູກສາວຊອງພວກເຂົາ; ແຕ່ລະຄົນຈະກິນຊີ້ນຂອງເພື່ອນບ້ານຂອງພວກເຂົາ. ໃນການທີ່ຖືກລ້ອມ ແລະເຈັບປວດໃຈທີ່ສັດຕູຂອງເຂົາ ໄດ້ນຳມາ ແລະຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ."'
\s5
\v 10 ແລ້ວເຈົ້າຈະເຮັດເຫຍືອກໃຫ້ແຕກຕໍ່ຫນ້າຕໍ່ຕາຄົນທັງຫລາຍທີ່ມານຳກັນກັບເຈົ້ານັ້ນ.
\v 11 ເຈົ້າຈະກ່າວແກ່ພວກເຂົາວ່າ, 'ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ເຮົາຈະເຮັດສິ່ງທີ່ເຫມືອນກັນນີ້ໃຫ້ຊົນຊາດນີ້ ແລະເມືອງນີ້—ນີ້ເປັນຄຳປະກາດຂອງພຣະຢາເວ—ເຊັ່ນດຽວກັບທີ່ເຢເອມີຢາເຮັດໃຫ້ພາຊະນະຂອງຊ່າງປັ້ນຫມໍ້ແຕກ ດັ່ງນັ້ນມັນບໍ່ສາມາດສ້ອມແປງໄດ້ອີກ. ປະຊາຊົນຈະຝັງຄົນຕາຍໄວ້ໃນໂຕເຟັດ ຈົນບໍ່ມີທີ່ສຳລັບໃຫ້ຝັງຄົນຕາຍອີກ.
\s5
\v 12 ນີ້ຄືສິ່ງເຮົາຈະເຮັດຕໍ່ສະຖານທີ່ ແລະຄົນຜູ້ຢູ່ໃນເມືອງນີ້ ເມື່ອເຮົາເຮັດໃຫ້ເປັນເຫມືອນໂຕເຟັດ—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 13 ດັ່ງນັ້ນ ບັນດາເຮືອນໃນນະຄອນເຢຣູຊາເລັມ ແລະກະສັດທັງຫລາຍແຫ່ງຢູດາຈະເຫມືອຍໂຕເຟັດ—ຄືບັນດາບ້ານທີ່ເທິງຫລັງຄາເຮືອນເຫລົ່ານີ້ ພວກປະຊາຊົນທີ່ບໍ່ສະອາດນະມັດສະການດາວທຸກດວງໃນທ້ອງຟ້າ ແລະ ເທເຄື່ອງບູຊາຖວາຍແກ່ພະອື່ນໆ.'"
\s5
\v 14 ແລ້ວຢາເຣມີຢາໄດ້ໄປຈາກໂຕເຟັດທີ່ ຊຶ່ງພຣະຢາເວຊົງໃຊ້ໃຫ້ເຂົາໄປປະກາດພຣະທໍາຢູ່ທີ່ນັ້ນ. ເຂົາກໍຢືນຢູ່ໃນພະລານຫີນພຣະວິຫານຂອງພຣະຢາເວ ແລະ ເຂົາກ່າວແກ່ປະຊາຊົນທັງປວງວ່າ,
\v 15 “ພຣະຢາເວຈອມໂຍທາ ພຣະເຈົ້າແຫ່ງອິດສະຣາເອນຊົງກ່າວ ດັ່ງນີ້ວ່າ, “ ນີ້ແຫລະ, ເຮົາຈະນຳໄພພິບັດທັງຫລາຍ ຊຶ່ງເຮົາໄດ້ບອກ່າວມາໃຫ້ເມືອງນີ້, ແລະບັນດາຫົວເມືອງທັງຫລາຍ ດັ່ງທີ່ເຮົາໄດ້ປະກາດໄວ້ແລ້ວ, ເພາະພວກເຂົາໄດ້ດື້ດ້ານ ແລະປະຕິເສດບໍ່ເຊື່ອຟັງບັນດາຖ້ອຍຄຳຂອງເຮົາ.’”
\s5
\c 20
\cl ບົດທີ 20
\p
\v 1 ເມື່ອປັດຊູ ລູກຊາຍຂອງອິມເມ—ຜູ້ເປັນປະໂລຫິດ ແລະ ເປັນຫົວຫນ້າໃຫຍ່ພວກຜູ້ຮັບໃຊ້ໃນພຣະວິຫານ—ໄດ້ຍິນເຢເຣມີຢາຜູ້ປະກາດພຣະທໍາເວົ້າດັ່ງນີ້.
\v 2 ເພິ່ນກໍຕີເຢເຣມີຢາຜູ້ປະກາດພຣະທັມ ແລະຈັບໃສ່ກັບຕີນໄວ້ໃນປະຕູສູງ ເບັນຢາມິນທີ່ວິຫານຂອງພຣະຢາເວນັ້ນ.
\s5
\v 3 ພໍເຖິງເຊົ້າມື້ໃຫມ່ມາ ເມື່ອປັດຊູ ໄດ້ນຳເອົາເຢເຣມີຢາອອກຈາກກັບຕີນ. ໃນຂະນະນັ້ນ ເຢເຣມີຢາເວົ້າຕໍ່ປັດຊູວ່າ, “ພຣະຢາເວບໍ່ໄດ້ເອີ້ນພວກເຈົ້າວ່າປັດຊູ ແຕ່ຈະເອີ້ນພວກເຈົ້າວ່າ ມາໂກຣມິດສາບິບ.
\v 4 ເພາະພຣະຢາເວຊົງກ່າວດັ່ງນີ້ວ່າ: ‘ເບິ່ງແມ, ເຮົາຈະເຮັດໃຫ້ພວກເຈົ້າເປັນສິ່ງທີ່ຫນ້າຢ້ານກົວວຸ້ນວາຍ, ເຈົ້າແລະມິດສະຫາຍຂອງພວກເຈົ້າຢ້ານກົວ, ເພາະພວກເຂົາຈະລົ້ມຕາຍດ້ວຍດາບຂອງສັດຕູ ແລະດວງຕາຂອງພວກເຈົ້າຈະເບິ່ງຢູ່. ເຮົາຈະມອບຊາວຢູດາທັງປວງຢູ່ໃຕ້ອຳນາດຂອງກະສັດບາບີໂລນ. ເຂົາຈະກວາດຈັບເອົາພວກເຂົາໄປເປັນຊະເລີຍທີ່ເມືອງບາບີໂລນ ຫລືໂຈມຕີພວກເຂົາດ້ວຍດາບ.
\s5
\v 5 ເຮົາຈະຍົກຊັບສົມບັດ ຄວາມຮັ່ງມີ ແລະສິ່ງຂອງມີຄ່າທັງປວງໃນເມືອງນີ້, ແລະລາຊະສົມບັດອັນມີຄ່າທັງປວງຂອງບັນດາກະສັດຢູດາ. ເຮົາຈະມອບທຸກ ສິ່ງເຫລົ່ານີ້ໄວ້ໃນມືຂອງສັດຕູຂອງພວກເຂົາທັງຫລາຍ, ແລະພວກເຂົາຈະຢຶດມັນໄວ້. ພວກເຂົາຢຶດເອົາ ແລະ ນຳໄປຍັງເມືອງບາບີໂລນ.
\v 6 ແຕ່ສຳລັບເຈົ້າ, ປັດຊູ ແລະ ຄອບຄົວຂອງເຈົ້າຈະຕ້ອງໄປເປັນຊະເລີຍ ເຈົ້າຈະຖືກຈັບໄປຍັງບາບີໂລນ ແລະຈະຕາຍຢູ່ທີ່ນັ້ນ. ທຸກຄົນທີ່ເຈົ້າຮັກຜູ້ຊຶ່ງເຈົ້າໄດ້ກ່າວພຣະທໍາບໍ່ຈິງຈະຖືກຝັງທີ່ນັ້ນ.’”
\s5
\v 7 “ຂ້າແດ່ພຣະຢາເວ, ພຣະອົງຊົງໄດ້ຫລອກລວງຂ້ານ້ອຍ ແລະຂ້ານ້ອຍກໍຖືກຫລອກລວງ. ພຣະອົງຊົງມີກຳລັງຫລາຍກວ່າຂ້ານ້ອຍ ແລະພຣະອົງກໍຊະນະ. ຂ້ານ້ອຍໄດ້ກາຍເປັນທີ່ໃຫ້ເຂົາຫົວຂວັນ; ທຸກຄົນເຍາະເຍີ້ຍຂ້ານ້ອຍ.
\v 8 ເພາະວ່າເມື່ອໃດທີ່ຂ້ານ້ອຍໄດ້ເວົ້າ, ຂ້ານ້ອຍຮ້ອງໃຫ້ຊ່ວຍ ຂ້ານ້ອຍກ່າວວ່າ, ‘ຄວາມທາລຸນ ແລະການທຳລາຍ. ແລ້ວພຣະທັມຂອງພຣະຢາເວໄດ້ເປັນເຫດໃຫ້ຂ້ານ້ອຍເປັນທີ່ຕຳຫນິ ແລະເຍາະເຍີ້ຍທຸກມື້.
\v 9 ແລ້ວຂ້ານ້ອຍກ່າວວ່າ, ‘ຂ້ານ້ອຍຈະບໍ່ອ້າງເຖິງພຣະຢາເວອີກຕໍ່ໄປ. ຂ້ານ້ອຍຈະບໍ່ກ່າວໃນພຣະນາມຂອງພຣະອົງອີກ. ແຕ່ກໍມີສິ່ງເຫມືອນໄຟໄຫມ້ຢູ່ໃນໃຈຂອງຂ້ານ້ອຍ, ອັດຢູ່ໃນກະດູກຂອງຂ້ານ້ອຍ. ດັ່ງນັ້ນຂ້ານ້ອຍກໍຕໍ່ສູ້ເພື່ອອັດມັນໄວ້, ແຕ່ຂ້ານ້ອຍກໍບໍ່ສາມາດອັດໄວ້ໄດ້.
\s5
\v 10 ຂ້ານ້ອຍໄດ້ຍິນສຽງຊຸບຊິບຂ່າວລືຄວາມຕົກໃຈຢ້ານຈາກປະຊາຊົນ ເປັນຈຳນວນຫລາຍຢູ່ຮອບທຸກດ້ານ. ‘ໃສ່ຄວາມລາວ! ໃຫ້ເຮົາໃສ່ຄວາມລາວ!” ຄົນເຫລົ່ານັ້ນທີ່ຄຸ້ນເຄີຍທັງຫມົດຂອງຂ້ານ້ອຍ ເຝົ້າເບິ່ງຄວາມຫລົ້ມຈົມຂອງຂ້ານ້ອຍ. ກ່າວວ່າ, “ບາງທີລາວອາດຈະຖືກຫລອກລວງ. ຖ້າເປັນດັ່ງນັ້ນ, ພວກເຮົາສາມາດທີ່ຈະຊະນະລາວໄດ້ ແລະຈະແກ້ແຄ້ນລາວ.”
\v 11 ແຕ່ພຣະຢາເວຊົງຢູ່ຂ້າງຂ້ານ້ອຍ ດັ່ງນັກຮົບທີ່ຫນ້າຢ້ານກົວ, ເພາະສະນັ້ນຜູ້ຂົ່ມເຫັງຂ້ານ້ອຍຈະສະດຸດ, ເພາະພວກເຂົາຈະບໍ່ຊະນະຂ້ານ້ອຍ. ພວກເຂົາຈະອັບອາຍຂາຍຫນ້າ, ເພາະພວກເຂົາຈະບໍ່ຈະເລີນຂຶ້ນ. ພວກເຂົາຄວາມອັບອາຍໄຮ້ກຽດເປັນນິດ, ມັນຈະບໍ່ມີວັນລືມ.
\s5
\v 12 ແຕ່ພຣະອົງ, ຂ້າແດ່ພຣະຢາເວຈອມໂຍທາ, ຜູ້ຊົງທົດລອງຄົນຊອບທຳ ແລະຜູ້ທອດພຣະເນດທັງຈິດ ແລະໃຈ. ຂໍໃຫ້ຂ້ານ້ອຍໄດ້ເຫັນການແກ້ແຄ້ນຂອງພຣະອົງເຫນືອພວກເຂົາທັງຫລາຍ. ເພາະຂ້ານ້ອຍໄດ້ເວົ້າສະເຫນີຄະດີຂອງຂ້ານ້ອຍຕໍ່ພຣະອົງແລ້ວ.
\v 13 ຈົ່ງຮ້ອງເພັງຖວາຍແດ່ພຣະຢາເວ! ຈົ່ງສັນລະເສີນພຣະຢາເວ! ເພາະວ່າພຣະອົງຊົງຊ່ວຍຊີວິດຂອງຜູ້ທີ່ຖືກກົດຂີ່ຂົ່ມເຫງໃຫ້ພົ້ນຈາກມືຂອງຜູ້ເຮັດຄວາມຊົ່ວຮ້າຍທັງຫລາຍ.
\s5
\v 14 ຂໍໃຫ້ມື້ທີ່ຂ້ານ້ອຍເກີດມານັ້ນຖືກສາບແຊ່ງ. ຢ່າໃຫ້ມື້ທີ່ແມ່ຂອງຂ້ານ້ອຍເກີດຂ້ານ້ອຍໄດ້ຮັບພອນ.
\v 15 ຂໍໃຫ້ຊາຍຄົນນັ້ນຖືກສາບແຊ່ງ, ຄືຄົນທີ່ນຳຂ່າວໄປບອກພໍ່ຂ້ານ້ອຍວ່າ, ‘ລູກຊາຍຄົນຫນຶ່ງເກີດມາແກ່ທ່ານແລ້ວ, ອັນຈະເຮັດໃຫ້ພໍ່ມີຄວາມຍິນດີຫລາຍ.
\s5
\v 16 ຂໍໃຫ້ຊາຍຄົນນັ້ນເຫມືອນກັບບັນດາເມືອງ ຊຶ່ງພຣະຢາເວຊົງລົ້ມເສຍ ແລະພຣະອົງບໍ່ໄດ້ຊົງມີຄວາມເມດຕາກັບພວກເຂົາ. ຂໍໃຫ້ພຣະອົງໄດ້ຍິນສຽງຮ້ອງໃຫ້ຊ່ວຍໃນຕອນເຊົ້າ, ແລະໃຫ້ໄດ້ຍິນສຽງໂວຍວາຍໃນຕອນທ່ຽງ,
\v 17 ເພາະພວກເຂົາບໍ່ໄດ້ຂ້າຂ້ານ້ອຍເສຍຕັ້ງແຕ່ໃນມົດລູກ, ຂໍໃຫ້ແມ່ຂອງຂ້ານ້ອຍເປັນຂຸມຝັງສົບຂອງຂ້ານ້ອຍ, ແລະມົດລູກນັ້ນຈະໄດ້ຕັ້ງຄັນຢູ່ເປັນນິດ.
\v 18 ເປັນຫຍັງຂ້ານ້ອຍຈຶ່ງອອກມາຈາກມົດລູກ ມາເຫັນຄວາມລຳບາກ ແລະຄວາມທຸກ, ດັ່ງນັ້ນວັນຄືນທັງຫລາຍຂອງຂ້ານ້ອຍ ກໍເຕັມໄປດ້ວຍຄວາມອັບອາຍ?”
\s5
\c 21
\cl ບົດທີ 21
\p
\v 1 ພຣະທັມຈາກພຣະຢາເວໄດ້ມາເຖິງເຢເຣມີຢາ ເມື່ອກະສັດເຊເດກີຢາໄດ້ຊົງໃຊ້ໃຫ້ປັດຊູ ລູກຊາຍມັນກີຢາ ແລະເຊຟານີຢາລູກຊາຍມາອາເສຢາໄປຫາເຢເຣມີຢາ ພວກເຂົາກ່າວກັບເພີ່ນວ່າ,
\v 2 “ຂໍຈົ່ງສະແຫວງຖາມຄຳແນະນຳຈາກພຣະຢາເວໃນນາມຂອງພວກເຮົາ, ເພາະເນບູກາດເນັດຊາ ກະສັດບາບີໂລນກຳລັງເຮັດສົງຄາມກັບເຮົາ. ບາງທີພຣະຢາເວຈະຊົງກະທຳບັນດາລາຊະກິດອັນມະຫັດສະຈັນຕ່າງໆ ເພື່ອພວກເຮົາ, ເຊັ່ນດຽວກັບໃນເວລາອະດີດທັງຫລາຍ, ແລະຈະຊົງເຮັດໃຫ້ເນບູກາດເນັດຊາຖອຍທັບໄປຈາກເຮົາ.”
\s5
\v 3 ດັ່ງນັ້ນເຢເຣມີຢາບອກພວກເຂົາທັງສອງວ່າ, “ນີ້ເປັນສິ່ງທີ່ເຈົ້າຈະຕ້ອງເວົ້າແກ່ເຊເດກີຢາ ຄື,
\v 4 ‘ພຣະຢາເວ ພຣະເຈົ້າແຫ່ງອິດສະຣາເອນຊົງກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະຫັນອາວຸດທັງຫລາຍທີ່ຢູ່ໃນມືຂອງພວກເຈົ້າກັບມາ, ຊຶ່ງພວກເຈົ້າໃຊ້ສູ້ຮົບກັບກະສັດແຫ່ງບາບີໂລນ ແລະຄົນບາບີໂລນ ແລະຄົນເດນເຄຍ ຊຶ່ງກຳລັງປິດລ້ອມພວກເຈົ້າຢູ່ນອກກຳແພງ! ເພາະເຮົາຈະຮວບຮວມພວກມັນມາໄວ້ໃນໃຈກາງເມືອງນີ້.
\v 5 ເຮົາເອງຈະຕໍ່ສູ້ກັບພວກເຈົ້າດ້ວຍມືທີ່ຍົກຊູຂຶ້ນ ແລະດ້ວຍແຂນທີ່ແຂງແຮງ, ແລະດ້ວຍຄວາມຮ້າຍ, ດ້ວຍຄວາມຮ້ອນຮົນ, ແລະຄວາມໂກດຮ້າຍຢ່າງຮຸນແຮງ.
\s5
\v 6 ເພາະເຮົາຈະໂຈມຕີບັນດາຜູ້ອາໄສຢູ່ໃນເມືອງນີ້, ທັງຄົນ ແລະສັດ ແລ້ວພວກເຂົາຈະຕາຍລົງດ້ວຍພະຍາດລະບາດຢ່າງຫນັກ.
\v 7 ຫລັງຈາກນີ້—ນີ້ເປັນຄຳປະກາດຂອງພຣະຢາເວກ່າວ—ເຮົາຈະມອບເຊເດກີຢາກະສັດຂອງຢູດາ ແລະບັນດາຂ້າລາຊະການຂອງລາວ ແລະປະຊາຊົນເມືອງນີ້ຊຶ່ງລອດຕາຍຈາກພະຍາດລະບາດ, ຈາກດາບ, ແລະການອຶດຫິວອາຫານ ໄວ້ໃນມືຂອງເນບູກາດເນັດຊາກະສັດແຫ່ງບາບີໂລນ, ແລະມອບໄວ້ໃນມືຂອງສັດຕູຂອງພວກເຂົາທັງຫລາຍ, ໃນມືຂອງຄົນເຫລົ່ານັ້ນທີ່ສະແຫວງຫາຊີວິດຂອງພວກເຂົາ. ພຣະອົງຈະຟັນພວກເຂົາເສຍດ້ວຍຄົມດາບ, ພຣະອົງຈະບໍ່ສົງສານພວກເຂົາ, ຫລືໄວ້ຊີວິດເຂົາ, ຫລືມີຄວາມເມດຕາຕໍ່ພວກເຂົາ.
\s5
\v 8 ແລ້ວເຈົ້າຈົ່ງເວົ້າກັບຊົນຊາດນີ້ວ່າ, ‘ພຣະຢາເວຊົງກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາກຳລັງຕັ້ງການດຳເນີນຊີວິດ ແລະ ທາງແຫ່ງຄວາມຕາຍໄວ້ຕໍ່ຫນ້າພວກເຈົ້າ.
\v 9 ຄົນໃດກໍຕາມທີ່ຢູ່ໃນເມືອງນີ້ຈະຕາຍເສຍດ້ວຍດາບ, ດ້ວຍການອຶດຫິວອາຫານ, ແລະດ້ວຍພະຍາດລະບາດ; ແຕ່ຜູ້ໃດກໍຕາມທີ່ອອກໄປ ແລະທຸກຫົວເຂົ່າຈະລົ້ມລົງຕໍ່ຫນ້າຄົນເດນເຄຍ ຜູ້ປິດລ້ອມຢູ່ນັ້ນເຂົາກໍຈະມີຊີວິດຢູ່ໄດ້. ເຂົາຈະລົບຫນີໄປດ້ວຍຊີວິດຂອງຕົນ.
\v 10 ເພາະເຮົາໄດ້ມຸ້ງຫນ້າຕໍ່ສູ້ເມືອງນີ້ ດ້ວຍຄວາມຮ້າຍ ແລະບໍ່ແມ່ນດ້ວຍຄວາມດີ—ນີ້ເປັນຄຳປະກາດຂອງພຣະຢາເວ. ຄືເມືອງນີ້ຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບີໂລນ ແລະເພິ່ນຈະເຜົາມັນເສຍດ້ວຍໄຟ.
\s5
\v 11 ຈົ່ງກ່າວຕໍ່ເຊື້ອສາຍຂອງກະສັດຢູດາວ່າ, ຈົ່ງຟັງພຣະທັມຂອງພຣະຢາເວ.
\v 12 ເຊື້ອສາຍດາວິດເອີຍ, ພຣະຢາເວຊົງກ່າວດັ່ງນີ້ວ່າ, ‘ຈົ່ງໃຫ້ຄວາມຍຸດຕິທຳໃນຕອນເຊົ້າ. ຈົ່ງຊ່ວຍຜູ້ທີ່ຖືກປຸ້ນໃຫ້ພົ້ນຈາກມືຜູ້ທີ່ກົດຂີ່ຂົ່ມເຫງ, ຢ້ານວ່າຄວາມພິໂລດຂອງເຮົາຈະອອກໄປເຫມືອນໄຟ, ແລະເຜົາໄຫມ້ຢ່າງທີ່ບໍ່ມີໃຜດັບໄດ້, ເພາະການກະທຳອັນຊົ່ວຮ້າຍຂອງພວກເຈົ້າທັງຫລາຍ.
\s5
\v 13 ເບິ່ງແມ, ພວກທີ່ອາໄສຢູ່ຫຸບເຂົາເອີຍ! ເຮົາຕໍ່ສູ້ພວກເຈົ້າ, ສີລາແຫ່ງທົ່ງພຽງເອີຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາກຳລັງຕໍ່ສູ້ກັບໃຜກໍຕາມທີ່ກຳລັງກ່າວວ່າ, “ໃຜຈະລົງມາຕໍ່ສູ້ກັບເຮົາ?” ຫລື “ໃຜຈະເຂົ້າມາໃນບ່ອນຢູ່ອາໄສຂອງເຮົາ?”
\v 14 ເຮົາຈະລົງໂທດຕາມຜົນແຫ່ງການກະທຳຂອງພວກເຈົ້າໃຫ້ມາຕໍ່ສູ້ພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະກໍ່ໄຟໄວ້ໃນປ່າຕ່າງໆ ແລະໄຟນັ້ນຈະເຜົາຜານສິ່ງຕ່າງທີ່ຢູ່ຮອບເມືອງນັ້ນ.’”
\s5
\c 22
\cl ບົດທີ 22
\p
\v 1 ນີ້ຄືສິ່ງທີ່ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງລົງໄປຍັງລາຊະສຳນັກຂອງກະສັດຢູດາ ແລະກ່າວຖ້ອຍຄຳເຫລົ່ານີ້ບ່ອນນັ້ນ.
\v 2 ວ່າ, ‘ຂ້າແດ່ກະສັດແຫ່ງຢູດາ ຜູ້ປະທັບເທິງພະທີ່ນັ່ງຂອງດາວິດ ຈົ່ງຟັງພຣະທັມຂອງພຣະຢາເວ ທັງຕົວທ່ານ, ຂ້າລາຊະການຂອງທ່ານ, ແລະປະຊາຊົນຂອງທ່ານຜູ້ເຂົ້າມາໃນປະຕູເມືອງນີ້.
\v 3 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງເຮັດຄວາມຍຸດຕິທຳ ແລະຄວາມຊອບທຳ, ແລະຈົ່ງຊ່ວຍຜູ້ທີ່ຖືກປຸ້ນໃຫ້ພົ້ນມືຂອງຜູ້ທີ່ກົດຂີ່ຂົ່ມເຫງ, ຢ່າໄດ້ເຮັດຄວາມຜິດ ຫລືຄວາມທາລຸນແກ່ຊົນຕ່າງດ້າວ, ລູກກຳພ້າພໍ່, ແລະແມ່ຫມ້າຍ ຫລືຫລັ່ງເລືອດທີ່ຂາດຄວາມຜິດໃນສະຖານທີ່ນີ້.
\s5
\v 4 ເພາະວ່າຖ້າທ່ານເຊື່ອຟັງຖ້ອຍຄຳເຫລົ່ານີ້ຢ່າງແທ້ຈິງ, ແລ້ວຈະມີກະສັດຜູ້ປະທັບເທິງພະທີ່ນັ່ງຂອງດາວິດເຂົ້າມາທາງປະຕູຂອງພະລາຊະວັງນີ້ ສະເດັດມາໂດຍລົດຮົບ ແລະມ້າທັງຫລາຍ ທັງຕົວກະສັດ, ບັນດາຂ້າລາຊະການ, ແລະປະຊາຊົນຂອງທ່ານນັ້ນ!
\v 5 ແຕ່ຖ້າທ່ານບໍ່ຟັງຖ້ອຍຄຳເຫລົ່ານີ້ຈາກເຮົາ ທີ່ໄດ້ປະກາດແລ້ວ—ນີ້ເປັນຄຳປະກາດຂອງພຣະຢາເວ ເຮົາປະຕິຍານໃນນາມຂອງເຮົາເອງວ່າ—ລາຊະສຳນັກນີ້ຈະເປັນທີ່ຮົກຮ້າງເສຍ.”
\s5
\v 6 ເພາະພຣະຢາເວກ່າວດັ່ງນີ້ແກ່ລາຊະສຳນັກແຫ່ງກະສັດຂອງຢູດາວ່າ, “ພວກເຈົ້າເປັນເຫມືອນກິເລອາດແກ່ເຮົາ, ຫລືເປັນດັ່ງຍອດພູເຂົາເລບານອນ. ເຖິງປານນັ້ນ ເຮົາຈະເຮັດພວກເຈົ້າໃຫ້ເປັນຖິ່ນແຫ້ງແລ້ງກັນດານແນ່ນອນ, ເປັນເມືອງທີ່ບໍ່ມີຄົນອາໄສຢູ່ໄດ້.
\v 7 ເພາະເຮົາຈະຕຽມຜູ້ທຳລາຍໄວ້ຕໍ່ສູ້ພວກເຈົ້າ! ພວກເຂົາຕ່າງກໍມີອາວຸດຂອງຕົນ ຈະຕັດຕົ້ນແປກຢ່າງດີຂອງພວກເຈົ້າລົງ ແລະໂຍນເຂົ້າໃນໄຟ.
\s5
\v 8 ແລ້ວປະຊາຊາດເປັນຈຳນວນຫລາຍຈະຜ່ານເມືອງນີ້ໄປ. ແຕ່ລະຄົນຈະເວົ້າກັບເພື່ອນບ້ານຂອງຕົນວ່າ, “ເປັນຫຍັງພຣະຢາເວຈຶ່ງຊົງກະທຳເຊັ່ນນີ້ແກ່ເມືອງໃຫຍ່ນີ້?”
\v 9 ແລ້ວພວກເຂົາທັງຫລາຍຈະຕອບວ່າ, “ເພາະເຂົາໄດ້ປະຖິ້ມຄຳຫມັ້ນສັນຍາຂອງພຣະຢາເວພຣະເຈົ້າຂອງເຂົາ ແລະນະມັດສະການຂາບໄຫວ້ພະອື່ນ ແລະ ໄດ້ບົວລະບັດບັນດາພະເຫລົ່ານັ້ນ.”
\s5
\v 10 ຢ່າຮ້ອງໄຫ້ອາໄລແກ່ຜູ້ທີ່ຕາຍໄປ ຫລືຢ່າເສົ້າໂສກໃຈຍ້ອນພວກເຂົາເລີຍ; ແຕ່ຈົ່ງຮ້ອງໄຫ້ຮ່ຳໄຮອາໄລເພື່ອຜູ້ທີ່ກຳລັງຈະຈາກໄປ, ເພາະພວກເຂົາຈະບໍ່ໄດ້ກັບມາເຫັນບ້ານເກີດເມືອງນອນຂອງຕົນອີກ.
\s5
\v 11 ເພາະພຣະຢາເວກ່າວດັ່ງນີ້ແຫລະກ່ຽວກັບຊານລູມ ລູກຊາຍໂຢສີຢາ ກະສັດແຫ່ງຢູດາ, ຜູ້ຊຶ່ງຄອງລາດແທນໂຢສີຢາບິດາຂອງພຣະອົງ, 'ເພີ່ນຈາກສະຖານທີ່ນີ້ ແລະຈະບໍ່ໄດ້ກັບມາບ່ອນນີ້ອີກ.
\v 12 ເພິ່ນຈະສິ້ນຊີວິດໃນບ່ອນທີ່ເຂົາພວກເຈົ້າຈັບເພິ່ນໄປເປັນຊະເລີຍ, ແລະເພິ່ນຈະບໍ່ເຫັນແຜ່ນດິນນີ້ອີກເລີຍ.'
\s5
\v 13 ວິບັດແກ່ຜູ້ສ້າງວັງຂອງຕົນດ້ວຍຄວາມອະທຳ, ສ້າງຫ້ອງຊັ້ນເທິງໄວ້ດ້ວຍຄວາມອະຍຸດຕິທຳ, ຜູ້ທີ່ເຮັດໃຫ້ເພື່ອນບ້ານຂອງຕົນບົວລະບັດຕົນ ໂດຍບໍ່ໄດ້ຫຍັງເລີຍ, ແລະບໍ່ໄດ້ຈ່າຍຄ່າຈ້າງໃຫ້ແກ່ເຂົາ.
\v 14 ຜູ້ກ່າວວ່າ, ‘ເຮົາຈະສ້າງວັງໃຫຍ່ຢູ່ເອງ ພ້ອມດ້ວຍບັນດາຫ້ອງຊັ້ນເທິງກວ້າງຂວາງ. ແລະເຈາະປ່ອງຢ້ຽມບານໃຫຍ່ທັງຫລາຍໃຫ້ຫ້ອງນັ້ນ, ແລະແອ້ມຝາດ້ວຍໄມ້ແປກ, ແລະທາດ້ວຍສີແດງເຂັ້ມ.
\s5
\v 15 ນີ້ເປັນສິ່ງທີ່ເຮັດໃຫ້ເຈົ້າເປັນກະສັດທີ່ດີ ທີ່ເຈົ້າໄດ້ຕ້ອງການຜະນັງເປັນໄມ້ແປກກັນບໍ? ພໍ່ຂອງເຈົ້າບໍ່ໄດ້ກິນ ແລະດື່ມດ້ວຍ ແຕ່ຍັງເຮັດຄວາມຍຸດຕິທຳ ແລະຄວາມທ່ຽງທຳບໍ່ແມ່ນຫລື? ແລ້ວຄວາມຢູ່ເຢັນເປັນສຸກກໍເກີດຂຶ້ນກັບຊີວິດຂອງພວກເຂົາ.
\v 16 ເພິ່ນພິພາກສາຄະດີເຂົ້າຂ້າງຄົນຈົນ ແລະ ຄົນຂັດສົນ. ເປັນການດີ ທີ່ເຮັດຢ່າງນີ້ກໍເປັນການຮູ້ຈັກເຮົາບໍ່ແມ່ນຫລື?—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 17 ແຕ່ບໍ່ຫຍັງໃນດວງຕາທັງສອງຂອງເຈົ້າ ແລະ ໃຈເລີຍ ນອກຈາກຄວາມກັງວົນກຳໄລຈາກການໂລບຂອງເຈົ້າ ແລະສຳລັບການຫລັ່ງເລືອດທີ່ຂາດຄວາມຜິດໃຫ້ເຖິງຕາຍ, ເພື່ອປະຕິບັດການບີບບັງຄັບ ແລະຄວາມທາລຸນແກ່ຄົນອື່ນໆ.”
\v 18 ເພາະສະນັ້ນ ພຣະຢາເວຈຶ່ງກ່າວດັ່ງນີ້ກ່ຽວກັບເຢໂຮຢາກີມ ລູກຂອງໂຢສີຢາ ກະສັດແຫ່ງຢູດາ ວ່າ, “ພວກເຂົາທັງຫລາຍຈະບໍ່ໂອດຄວນອາໄລວ່າ ‘ອະນິດຈັງອ້າຍເອີຍ! ຫລື ‘ອະນິດຈັງເອື້ອຍເອີຍ! ພວກເຂົາຈະບໍ່ຄວນຄາງອາໄລວ່າ ‘ອະນິດຈັງນາຍເອີຍ! ຫລື ‘ອະນິດຈັງກະສັດເອີຍ!
\v 19 ເພິ່ນຈະຖືກຝັງໄວ້ເຫມືອນຝັງລໍ, ຄືຖືກລາກໄປໂຍນຖິ້ມໄວ້ຂ້າງນອກປະຕູເມືອງເຢຣູຊາເລັມ.
\s5
\v 20 ຈົ່ງຂຶ້ນໄປທີ່ພູເຂົາທັງຫລາຍເລບານອນ ແລະຮ້ອງວ່າຈົ່ງເປັ່ງສຽງຂອງພວກເຈົ້າໃນເມືອງບາຊານ. ຈົ່ງຮ້ອງຈາກພູເຂົາທັງຫລາຍຂອງ ບາຣິມ, ເພາະວ່າຄົນຮັກທັງຫມົດຂອງພວກເຈົ້າ ຖືກທຳລາຍເສຍແລ້ວ.
\v 21 ເຮົາໄດ້ເວົ້າກັບພວກເຈົ້າເມື່ອພວກເຈົ້າຢູ່ຢ່າງປອດໄພ, ແຕ່ພວກເຈົ້າກ່າວວ່າ, ‘ເຮົາຈະບໍ່ຟັງ. ນີ້ເປັນວິທີການຂອງພວກເຈົ້າຕັ້ງແຕ່ຍັງຫນຸ່ມ, ຄືພວກເຈົ້າບໍ່ເຊື່ອຟັງສຽງຂອງເຮົາເລີຍ.
\s5
\v 22 ລົມຈະທຳລາຍຜູ້ລ້ຽງແກະທັງຫມົດຂອງພວກເຈົ້າ, ແລະບັນດາຄົນຮັກຂອງພວກເຈົ້າຈະໄປເປັນຊະເລີຍ. ແລ້ວພວກເຈົ້າຈະອັບອາຍຂາຍຫນ້າຢ່າງແນ່ນອນ ເນື່ອງດ້ວຍຄວາມຊົ່ວທັງຫມົດຂອງພວກເຈົ້າ.
\v 23 ຊາວເມືອງ ‘ເລບານອນເອີຍ’ ຜູ້ໄດ້ສ້າງຮັງຢູ່ທ່າມກາງໄມ້ແປກ, ພວກເຈົ້າຈະໄດ້ຮັບຄວາມກະລຸນາຈັກເທົ່າໃດ, ເມື່ອຄວາມເຈັບປວດມາເຫນືອພວກເຈົ້າເຫມືອນຄວາມເຈັບປວດຂອງຍິງທີ່ເກີດລູກ!”
\s5
\v 24 “ເຮົາມີຊີວິດຢູ່ສັນໃດ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຖິງວ່າເຢໂຮຢາຊິນ ລູກຂອງເຢໂຮຢາກີມ, ກະສັດແຫ່ງຢູດາ, ໄດ້ເປັນແຫວນປະທັບຢູ່ທີ່ມືຂວາຂອງເຮົາ, ເຮົາຈະຖອດເຈົ້າອອກເສຍ.
\v 25 ເພາະເຮົາໄດ້ມອບພວກເຈົ້າໄວ້ໃນມືຂອງຄົນເຫລົ່ານັ້ນ ທີ່ສະແຫວງຫາຊີວິດຂອງພວກເຈົ້າ ແລະໃນມືຂອງຄົນເຫລົ່ານັ້ນ ຊຶ່ງພວກເຈົ້າຢ້ານ ຄືໃນຫນ້າຂອງເນບູກາດເນັດຊາ ກະສັດແຫ່ງບາບີໂລນ ແລະ ໃນມືຂອງຄົນເດນເຄຍ.
\v 26 ເຮົາຈະໂຍນພວກເຈົ້າ ແລະແມ່ຜູ້ເກີດພວກເຈົ້າໄປຍັງອີກປະເທດຫນຶ່ງ, ຊຶ່ງພວກເຈົ້າບໍ່ໄດ້ເກີດບ່ອນນັ້ນ, ແຕ່ພວກເຈົ້າຈະຕາຍບ່ອນນັ້ນ.
\s5
\v 27 ກ່ຽວກັບແຜ່ນດິນແຫ່ງນີ້ ທີ່ເຂົາຕ້ອງຢາກຈະກັບນັ້ນ, ພວກເຂົາຈະບໍ່ໄດ້ກັບມາທີ່ນີ້.
\v 28 ນີ້ເປັນພາຊະນະທີ່ຖືກຫມິ່ນປະຫມາດ ແລະແຕກ ຫລືເປັນພາຊະນະທີ່ບໍ່ມີໃຜມັກບໍ? ເປັນຫຍັງຕົວລາວ ແລະເຊື້ອສາຍຂອງລາວຈຶ່ງຖືກໂຍນອອກມາ, ແລະຖືກໂຍນເຂົ້າໃນແຜ່ນດິນ ຊຶ່ງພວກເຂົາທັງຫລາຍບໍ່ຮູ້ຈັກ?
\s5
\v 29 ໂອແຜ່ນດິນ, ແຜ່ນດິນ, ແຜ່ນດິນເອີຍ! ຈົ່ງຟັງພຣະທັມຂອງພຣະຢາເວ.
\v 30 ພຣະຢາເວຊົງກ່າວດັ່ງນີ້ວ່າ, ‘ຈົ່ງຂຽນລົງກ່ຽວກັບຊາຍຄົນນີ້ ເຢໂຮຢາກີມວ່າ: ເພີ່ນຈະບໍ່ມີລູກ. ເປັນຊາຍຊຶ່ງບໍ່ຈະເລີນໃນຊົ່ວຊີວິດຂອງລາວ, ຫລືບໍ່ມີຄົນແຫ່ງເຊື້ອສາຍຂອງລາວຈັກຄົນຫນຶ່ງ ທີ່ຈະປະສົບຜົນສຳເລັດ ຫລືໄດ້ປະທັບເທິງພະທີ່ນັ່ງຂອງດາວິດ ແລະປົກຄອງໃນຢູດາອີກ.’”
\s5
\c 23
\cl ບົດທີ 23
\p
\v 1 “ວິບັດແກ່ບັນດາຜູ້ລ້ຽງແກະ ຜູ້ທຳລາຍ ແລະເຮັດໃຫ້ແກະແຫ່ງທົ່ງຫຍ້າຂອງເຮົາແຕກກະຈັດກະຈາຍໄປ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\v 2 ເພາະສະນັ້ນພຣະຢາເວ, ພຣະເຈົ້າຂອງຊາດອິດສະຣາເອນ, ຊົງກ່າວເຖິງພວກຜູ້ປົກຄອງ ຄືຜູ້ລ້ຽງດູໄພ່ພົນຂອງພຣະອົງວ່າ, “ພວກເຈົ້າທັງຫລາຍໄດ້ເຮັດໃຫ້ໄພ່ພົນຂອງເຮົາແຕກກະຈັດກະຈາຍໄປ ແລະ ໄດ້ຂັບໄລ່ໃຫ້ພວກເຂົາຫນີໄປເສຍ. ພວກເຈົ້າບໍ່ໄດ້ລ້ຽງດູເອົາໃຈໃສ່ພວກເຂົາ. ດັ່ງນັ້ນເຮົາຈະລົງໂທດພວກເຈົ້າ ຍ້ອນການຊົ່ວທີ່ເຈົ້າໄດ້ກະທຳ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 3 ເຮົາຈະເຕົ້າໂຮມເອົາຝູງແກະຂອງເຮົາທີ່ຍັງເຫລືອຢູ່ອອກມາຈາກດິນແດນທັງປວງທີ່ເຮົາໄດ້ຂັບໄລ່ພວກເຂົາໄປ, ແລະເຮົາຈະນຳພວກເຂົາກັບຄືນມາທົ່ງຫຍ້າ, ທີ່ພວກເຂົາຈະມີລູກຫລານເພີ່ມທະວີຂຶ້ນຢ່າງຫລວງຫລາຍ.
\v 4 ແລ້ວເຮົາຈະໃຫ້ມີຜູ້ປົກຄອງ ຜູ້ຊຶ່ງຈະເບິ່ງແຍງພວກເຂົາ ດັ່ງນັ້ນພວກເຂົາຈະບໍ່ຢ້ານ ຫລືຕື່ນວຸ້ນວາຍອີກຕໍ່ໄປ. ຈະບໍ່ມີໃຜຈັກຄົນສູນຫາຍໄປຈາກເຮົາເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 5 ເບິ່ງແມ, ວັນເວລາເຫລົ່ານັ້ນກຳລັງມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະເລືອກເອົາຄົນຫນຶ່ງຈາກເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ເພີ່ນຜູ້ນີ້ຈະປົກຄອງຢ່າງກະສັດ; ສະຫລາດຫລັກແຫລມ ແລະຈະເຮັດແຕ່ສິ່ງທີ່ຊອບທຳ ແລະຍຸດຕິທຳຕໍ່ປະຊາຊົນທົ່ວແຜ່ນດິນ.
\v 6 ໃນລະຫວ່າງກະສັດອົງນີ້ປົກຄອງຢູ່ນັ້ນ ຢູດາຈະໄດ້ຮັບການຊ່ວຍກູ້, ແລະ ອິດສະຣາເອນຈະອາໄສຢູ່ຢ່າງປອດໄພ. ແລ້ວພວກເຂົາຈະເອີ້ນຊື່ກະສັດອົງນີ້ວ່າ: ພຣະຢາເວຊົງເປັນຄວາມຊອບທຳຂອງເຮົາ.
\s5
\v 7 ເພາະສະນັ້ນ, ເບິ່ງແມ, ວັນເຫລົ່ານັ້ນກຳລັງມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອນັ້ນຄົນທັງຫລາຍຈະບໍ່ກ່າວອີກຕໍ່ໄປວ່າ, ‘ພຣະຢາເວຊົງມີຊີວິດຢູ່ສັນໃດ ຜູ້ຊົງນຳພາປະຊາຊົນອິດສະຣາເອນອອກຈາກປະເທດເອຢິບ.
\v 8 ແຕ່ພວກເຂົາຈະກ່າວວ່າ, ‘ພຣະຢາເວຊົງມີຊີວິດຢູ່ສັນໃດ ຜູ້ຊົງນຳ ແລະພາເຊື້ອສາຍອິດສະຣາເອນອອກຈາກປະເທດຝ່າຍເຫນືອ ແລະອອກຈາກປະເທດທັງປວງ ທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປຢູ່ນັ້ນ. ແລ້ວພວກເຂົາຈະຢູ່ໃນປະເທດຂອງຕົນເອງ.”
\s5
\v 9 ກ່ຽວກັບເລື່ອງບັນດາຜູ້ປະກາດພຣະທັມມີຄື, ໃຈຂອງຂ້ານ້ອຍເປັນທຸກຢູ່ພາຍໃນຂ້ານ້ອຍ, ແລະກະດູກທັງຫມົດຂອງຂ້ານ້ອຍກໍສັ່ນ, ຂ້ານ້ອຍເປັນເຫມືອນຄົນເມົາ, ຂ້ານ້ອຍເປັນເຫມືອນຄົນເມົາດ້ວຍເຫລົ້າອະງຸ່ນ, ເນື່ອງດ້ວຍພຣະຢາເວ ແລະ ເນື່ອງດ້ວຍພຣະທັມແຫ່ງຄວາມບໍລິສຸດຂອງພຣະອົງ.
\v 10 ເພາະວ່າແຜ່ນດິນນັ້ນເຕັມໄປດ້ວຍຄົນລ່ວງປະເວນີ ດ້ວຍເຫດວ່າແຜ່ນດິນນີ້ແຫ້ງແລ້ງ. ເດີ່ນຫຍ້າໃນຖິ່ນແຫ້ງແລ້ງກັນດານກໍແຫ້ງໄປ. ການດຳເນີນຊີວິດຂອງພວກເຂົາທັງຫລາຍກໍຊົ່ວຊ້າ ແລະອຳນາດຂອງພວກເຂົາກໍບໍ່ເປັນທຳ.
\s5
\v 11 “ເພາະທັງຜູ້ປະກາດພຣະທັມ ແລະພວກປະໂລຫິດກໍອະທຳ. ເຮົາກໍໄດ້ເຫັນຄວາມຊົ່ວຂອງພວກເຂົາ ແມ່ນແຕ່ໃນພຣະວິຫານຂອງເຮົາ!—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 12 ເພາະສະນັ້ນ ຫົນທາງຂອງພວກເຂົາ ຈະເປັນເຫມືອນທາງມື່ນໃນຄວາມມືດແກ່ເຂົາ, ເຂົາທັງຫລາຍຈະຖືກຂັບໄລ່ລົງໄປ. ພວກເຂົາຈະລົ້ມລົງໃນນັ້ນ. ເພາະເຮົາຈະນຳເຫດຮ້າຍມາເຫນືອພວກເຂົາໃນປີແຫ່ງການລົງໂທດຂອງພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 13 ເພາະເຮົາໄດ້ເຫັນຄວາມໂງ່ຈ້າ ໃນບັນດາຜູ້ປະກາດພຣະທັມໃນຊາມາເຣຍ: ພວກເຂົາໄດ້ປະກາດພຣະທັມໃນນາມຂອງພະບາອານ ແລະ ໄດ້ນຳໃຫ້ອິດສະຣາເອນ ປະຊາຊົນຂອງເຮົາຫລົງໄປ.
\v 14 ໃນທ່າມກາງບັນດາຜູ້ປະກາດພຣະທັມໃນນະຄອນເຢຣູຊາເລັມ ເຮົາໄດ້ເຫັນສິ່ງອັນຫນ້າຕື່ນຕົກໃຈ: ພວກເຂົາລ່ວງປະເວນີ ແລະດຳເນີນຢູ່ໃນຄວາມຂີ້ຕົວະ. ພວກເຂົາໃຫ້ກຳລັງແກ່ຜູ້ເຮັດຄວາມຊົ່ວ; ບໍ່ມີຜູ້ຫນຶ່ງຜູ້ໃດຫັນຈາກຄວາມຊົ່ວຂອງຕົນ. ພວກເຂົາທຸກຄົນກາຍເປັນເຫມືອນເມືອງໂຊໂດມແກ່ເຮົາ ແລະ ຊາວເມືອງນັ້ນກໍເຫມືອນເມືອງໂກໂມຣາ!”
\v 15 ເພາະສະນັ້ນພຣະຢາເວຈອມໂຍທາຈຶ່ງກ່າວກ່ຽວກັບເລື່ອງຜູ້ປະກາດພຣະທັມເຫລົ່ານັ້ນວ່າ, “ເບິ່ງແມ, ເຮົາຈະລ້ຽງພວກເຂົາດ້ວຍເຄືອເຂົາຮໍ ແລະໃຫ້ດື່ມນ້ຳມີຜິດ, ເພາະວ່າຄວາມອະທຳໄດ້ແຜ່ອອກໄປທົ່ວແຜ່ນດິນນີ້ ຈາກບັນດາຜູ້ປະກາດພຣະທັມແຫ່ງນະຄອນເຢຣູຊາເລັມ.”
\s5
\v 16 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ຢ່າຟັງບັນດາຖ້ອຍຄຳຂອງຜູ້ປະກາດພຣະທັມ ພວກເຂົາເຮັດໃຫ້ທ່ານບໍ່ມີສາລະ. ພວກເຂົາກ່າວເຖິງນິມິດແຫ່ງໃຈຂອງຕົນເອງ ບໍ່ແມ່ນຈາກປາກຂອງພຣະຢາເວ.
\v 17 ພວກເຂົາຍັງເວົ້າກັບຄົນທີ່ຫມິ່ນປະຫມາດເຮົາໂດຍທັນທີວ່າ, ‘ພຣະຢາເວຊົງປະກາດວ່າ ຈະສັນຕິສຸກສຳລັບເຈົ້າ’ ເພາະທຸກຄົນທີ່ດຳເນີນຕາມຄວາມດື້ດ້ານແຫ່ງຈິດໃຈຂອງຕົນເອງ ກ່າວວ່າ, ‘ຈະບໍ່ມີເຫດຮ້າຍມາເຫນືອພວກເຈົ້າ.
\v 18 ເພາະວ່າຜູ້ໃດບໍທີ່ໄດ້ຢືນຢູ່ໃນຄຳຕັກເຕືອນຂອງພຣະຢາເວ? ຜູ້ໃດຈະພິຈາລະນາເຫັນ ແລະໄດ້ຍິນພຣະທັມຂອງພຣະອົງ? ຫລືຜູ້ໃດທີ່ໃສ່ໃຈ ແລະ ເຊື່ອຟັງພຣະທັມຂອງພຣະອົງ?
\s5
\v 19 ເບິ່ງແມ, ຈະມີລົມບ້າຫມູກຳລັງມາຈາກພຣະຢາເວ! ດ້ວຍວ່າຄວາມໂກດຮ້າຍຂອງພຣະອົງກຳລັງອອກໄປແລ້ວ, ແລະພະຍຸກຳລັງຫມູນຢູ່. ມັນຈະຫມຸນວົນເທິງຫົວທັງຫລາຍຂອງຄົນອະທຳ.
\v 20 ຄວາມໂກດຮ້າຍຂອງພຣະຢາເວຈະບໍ່ຖອຍຫລັງກັບ ຈົນກວ່າມັນຈະສຳເລັດ ແລະໄດ້ຊົງກະທຳຕາມພຣະເຈດຕະນາແຫ່ງພຣະໄທຂອງພຣະອົງ. ໃນວັນສຸດທ້າຍ, ພວກເຈົ້າທັງຫລາຍຈະເຂົ້າໃຈເລື່ອງນີ້.
\s5
\v 21 ເຮົາບໍ່ໄດ້ໃຊ້ຜູ້ປະກາດພຣະທັມເຫລົ່ານີ້ໄປ. ພວກເຂົາໄດ້ອອກມາເອງ. ເຮົາບໍ່ໄດ້ເວົ້າກັບພວກເຂົາ ແຕ່ພວກເຂົາຍັງເປັນຜູ້ປະກາດພຣະທັມ.
\v 22 ເພາະຖ້າພວກເຂົາໄດ້ຢືນຢູ່ໃນຄຳຕັກເຕືອນຂອງເຮົາ, ພວກເຂົາຈະໄດ້ເວົ້າເຖິງຖ້ອຍຄຳຂອງເຮົາຕໍ່ປະຊາຊົນຂອງເຮົາ; ພວກເຂົາຄົງຈະໄດ້ໃຫ້ປະຊາຊົນຖອຍຫລັງກັບຈາກທາງຊົ່ວຂອງພວກເຂົາ ແລະຖອຍຫລັງກັບຈາກການກະຄວາມທຳຊົ່ວຮ້າຍຂອງພວກເຂົາແລ້ວ.
\s5
\v 23 ເຮົາເປັນພຽງພຣະເຈົ້າຜູ້ສະຖິດຢູ່ໃກ້—ນີ້ເປັນຄຳປະກາດຂອງພຣະຢາເວ —ແລະບໍ່ແມ່ນພຣະເຈົ້າທີ່ຢູ່ໄກດ້ວຍບໍ?”
\v 24 ຄົນໃດຈະເຊື່ອງຕົນຢູ່ໃນທີ່ລີ້ລັບເພື່ອເຮົາຈະບໍ່ໄດ້ເຫັນລາວໄດ້ບໍ? —ນີ້ເປັນຄຳປະກາດຂອງພຣະຢາເວ—ແລະເຮົາບໍ່ໄດ້ຢູ່ເຕັມທ້ອງຟ້າ ແລະໂລກນີ້ບໍ? —ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 25 ເຮົາໄດ້ຍິນຜູ້ປະກາດພຣະທັມໄດ້ກ່າວແລ້ວ, ຄົນເຫລົ່ານັ້ນຜູ້ຊຶ່ງປະກາດພຣະທັມເລື່ອງບໍ່ຈິງໃນນາມຂອງເຮົາ. ພວກເຂົາໄດ້ກ່າວ, ‘ຂ້ານ້ອຍໄດ້ມີຄວາມຝັນ! ຂ້ານ້ອຍໄດ້ມີຄວາມຝັນ!
\v 26 ຈະເປັນແບບນີ້ອີກດົນເທົ່າໃດ, ທີ່ຜູ້ປະກາດພຣະທັມຊຶ່ງປະກາດພຣະທັມ ເລື່ອງບໍ່ຈິງຂອງພວກເຂົາ ແລະປະກາດພຣະທັມຕາມການຫລອກລວງແຫ່ງຈິດໃຈຂອງພວກເຂົາ?
\v 27 ພວກເຂົາກຳລັງວາງແຜນທີ່ຈະເຮັດໃຫ້ປະຊາຊົນຂອງເຮົາລືມຊື່ຂອງເຮົາ ໂດຍຄວາມຝັນຂອງພວກເຂົາ ຊຶ່ງບອກສູ່ກັນ, ແຕ່ລະຄົນກັບເພື່ອບ້ານຂອງເຂົາ, ເຫມືອນກັບເຫລົ່າບັນພະບູລຸດຂອງພວກເຂົາທີ່ລືມຊື່ຂອງເຮົາ ໄປຊຶ່ນຊົມຊື່ພະບາອານ.
\s5
\v 28 ຜູ້ປະກາດພຣະທັມທີ່ໄດ້ຝັນໃຫ້ເຂົາເລົ່າຄວາມຝັນ. ແຕ່ໃຫ້ຄົນທີ່ມີຖ້ອຍຄຳຂອງເຮົາໄດ້ປະກາດບາງຢ່າງ, ໃຫ້ເຂົາປະກາດຖ້ອຍຂອງເຮົາ ຢ່າງສັດຊື່. ເພາະເຟືອງເຂົ້າມີຫຍັງແດ່ທີ່ເຫມືອນຮວງເຂົ້າ?—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 29 ຖ້ອຍຄຳຂອງເຮົາບໍ່ເຫມືອນໄຟບໍ?—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະເຫມືອນຄ້ອນທີ່ຕີຫີນໃຫ້ແຕກເປັນຝຸ່ນບໍ່ແມ່ນຫລື?
\v 30 ເພາະສະນັ້ນ ເບິ່ງແມ, ເຮົາຕໍ່ສູ້ກັບບັນດາຜູ້ປະກາດພຣະທັມ—ນີ້ເປັນຄຳປະກາດຂອງພຣະຢາເວ—ຜູ້ລັກຖ້ອຍຄຳຂອງເຮົາຈາກຄົນອື່ນ ແລະກ່າວວ່າຖ້ອຍຄຳເຫລົ່ານີ້ມາຈາກເຮົາ.
\s5
\v 31 ເບິ່ງແມ, ເຮົາຕໍ່ສູ້ກັບບັນດາຜູ້ປະກາດພຣະທັມ—ນີ້ເປັນຄຳປະກາດຂອງພຣະຢາເວ— ຜູ້ໃຊ້ລິ້ນຂອງຕົນປະກາດພຣະທັມທັງຫລາຍ.
\v 32 ເບິ່ງແມ, ເຮົາຕໍ່ສູ້ຄົນເຫລົ່ານັ້ນທີ່ປະກາດພຣະທັມອັນເປັນຄວາມຝັນບໍ່ຈິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະຜູ້ຊຶ່ງບອກແລະນຳປະຊາຊົນຂອງເຮົາໃຫ້ຫລົງໄປໂດຍຄຳຂີ້ຕົວະ ແລະ ຄຳໂອ້ອວດຂອງຕົນ. ເຮົາຕໍ່ສູ້ພວກເຂົາ, ເພາະເຮົາບໍ່ໄດ້ໃຊ້ເຂົາຫລືສັ່ງເຂົາໄປ ຫລື ບໍ່ໄດ້ສັ່ງພວກເຂົາ. ດັ່ງນັ້ນພງກເຂົາຈຶ່ງບໍ່ເປັນປະໂຫຍດແກ່ຊົນຊາດນີ້ຢ່າງໃດເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 33 ເມື່ອປະຊາຊົນເຫລົ່ານີ້, ຫລືຜູ້ປະກາດພຣະທັມຄົນໃດ, ຫລືປະໂລຫິດຄົນໃດ ຖາມພວກເຈົ້າວ່າ, ‘ແມ່ນຫຍັງຄືພາລະຂອງພຣະຢາເວ? ເຈົ້າຈົ່ງຕອບລາວວ່າ, ‘ພວກເຈົ້ານັ້ນແຫລະເປັນພາລະຂອງເຮົາ ແລະເຮົາຈະໂຍນພວກເຈົ້າໄປເສຍ’—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 34 ສ່ວນຜູ້ປະກາດພຣະທັມ, ກັບພວກປະໂລຫິດ, ຫລືປະຊາຊົນຜູ້ຫນຶ່ງຜູ້ໃດຊຶ່ງເວົ້າວ່າ, ‘ນີ້ຄືພາລະຂອງພຣະຢາເວ’ ເຮົາຈະລົງໂທດຜູ້ນັ້ນ ແລະຄອບຄົວຂອງລາວ.
\s5
\v 35 ພວກເຈົ້າຈົ່ງເວົ້າດັ່ງນີ້ ແຕ່ລະຄົນເວົ້າກັບເພື່ອນບ້ານຂອງຕົນ, ‘ພຣະຢາເວຕອບວ່າອັນໃດ? ແລະ ‘ພຣະຢາເວຊົງປະກາດວ່າອັນໃດ?
\v 36 ແຕ່ພວກເຈົ້າຢ່າກ່າວວ່າ, ‘ພາລະຂອງພຣະຢາເວ’ ເພາະວ່າພາລະນັ້ນເປັນຄຳຂອງທຸກຄົນ ແລະພວກເຈົ້າໄດ້ບິດເບືອນພຣະທັມຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ຄືພຣະຢາເວຈອມໂຍທາ, ພຣະເຈົ້າຂອງພວກເຮົາ.
\s5
\v 37 ນີ້ຄືສິ່ງທີ່ເຈົ້າຈະກ່າວກັບຜູ້ປະກາດພຣະທັມດັ່ງນີ້ວ່າ, ‘ພຣະຢາເວຊົງຕອບທ່ານວ່າແນວໃດ? ຫລື ‘ພຣະຢາເວໄດ້ຊົງກ່າວອັນໃດ?
\v 38 ແຕ່ຖ້າພວກເຈົ້າເວົ້າວ່າ, ‘ພາລະຂອງພຣະຢາເວ, ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ: ‘ເພາະພວກເຈົ້າທັງຫລາຍໄດ້ກ່າວຄຳເຫລົ່ານີ້ວ່າ, ‘ພາລະຂອງພຣະຢາເວ, ເມື່ອເຮົາໃຊ້ໄປຫາເຈົ້າວ່າ, ເຈົ້າຢ່າເວົ້າວ່າ, ‘ພາລະຂອງພຣະຢາເວ.’”
\v 39 ເພາະສະນັ້ນ ເບິ່ງແມ, ເຮົາຈະຍົກພວກເຈົ້າທັງຫລາຍຂຶ້ນ ແລະໂຍນພວກເຈົ້າໄປຈາກຫນ້າເຮົາ, ທັງພວກເຈົ້າ ພ້ອມກັບເມືອງຊຶ່ງເຮົາໄດ້ໃຫ້ແກ່ພວກເຈົ້າ ແລະແກ່ບັນພະບູລຸດຂອງພວກເຈົ້າ.
\v 40 ແລ້ວເຮົາຈະນຳຄວາມຄວາມອັບອາຍ ແລະການຖືກຕຳຫນິເປັນນິດ ມາເຫນືອພວກເຈົ້າທັງຫລາຍ ຊຶ່ງຈະລືມບໍ່ໄດ້ເລີຍ.’”
\s5
\c 24
\cl ບົດທີ 24
\p
\v 1 ພຣະຢາເວກໍຊົງສະແດງນິມິດແກ່ຂ້ານ້ອຍດັ່ງນີ້. ເບິ່ງແມ, ມີກະຕ່າສອງຫນ່ວຍໃສ່ຫມາກເດື່ອເທດ ວາງໄວ້ຫນ້າພຣະວິຫານຂອງພຣະຢາເວ (ນິມິດນີ້ໄດ້ສະແດງແກ່ຂ້ານ້ອຍ ຫລັງຈາກເນບູກາດເນັດຊາກະສັດແຫ່ງບາບີໂລນ ໄດ້ຈັບເຢໂຮຢາກິນ ລູກຂອງເຢໂຮຢາກີມ, ກະສັດແຫ່ງຢູດາໄປເປັນຊະເລີຍ, ພ້ອມກັບພວກເຈົ້ານາຍແຫ່ງຢູດາ, ທັງພວກຊ່າງໄມ້ ແລະຊ່າງເຫລັກ ຈາກນະຄອນເຢຣູຊາເລັມ ແລະນຳພວກເຂົາມາຍັງນະຄອນ ບາບີໂລນ.)
\v 2 ກະຕ່າຫນ່ວຍຫນຶ່ງມີຫມາກເດື່ອເທດຢ່າງດີເຫມືອນກັບຫມາກເດື່ອເທດທີ່ສຸກຕົ້ນລະດູ ແຕ່ກະຕ່າອີກຫນ່ວຍຫນຶ່ງນັ້ນມີຫມາກເດື່ອເທດທີ່ຂີ້ຮ້າຍ ເຫນົ່າຈົນພວກເຂົາກິນບໍ່ໄດ້.
\v 3 ພຣະຢາເວຊົງກ່າວແກ່ຂ້ານ້ອຍວ່າ “ເຢເຣມີຢາເອີຍ, ເຈົ້າເຫັນຫຍັງ?” ຂ້ານ້ອຍຕອບວ່າ “ເຫັນຫມາກເດື່ອເທດທີ່ດີຫລາຍ ແລະ ທີ່ບໍ່ດີກໍຫລາຍເຫນົ່າຈົນພວກເຂົາກິນບໍ່ໄດ້.”
\s5
\v 4 ແລ້ວພຣະທັມຂອງພຣະຢາເວກໍມາເຖິງຂ້ານ້ອຍ, ກ່າວວ່າ,
\v 5 “ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເຮົາຈະຖືວ່າພວກເຫລົ່ານັ້ນທີ່ຖືກກວາດໄປຊະເລີຍຂອງຢູດາເປັນຜົນປະໂຫຍດຂອງພວກເຂົາຢູ່, ເຫມືອນກັບຫມາກເດື່ອເທດທີ່ດີເຫລົ່ານີ້ແຫລະ, ຄືຜູ້ທີ່ເຮົາໄດ້ສົ່ງໄປຈາກສະຖານທີ່ນີ້ໄປສູ່ແຜ່ນດິນຂອງຊາວເດນເດຍ.
\v 6 ເຮົາຈະຕັ້ງຕາຂອງເຮົາເບິ່ງພວກເຂົາ ເພື່ອຈະເຮັດຄວາມດີ ແລະເຮົາຈະພາພວກເຂົາທັງຫລາຍກັບມາຍັງແຜ່ນດິນນີ້ອີກ. ເຮົາຈະສ້າງພວກເຂົາຂຶ້ນ, ແລະຈະບໍ່ຮື້ພວກເຂົາລົງ. ເຮົາຈະປູກຝັງພວກເຂົາ ແລະບໍ່ຖອນພວກເຂົາເສຍ.
\v 7 ແລ້ວເຮົາຈະໃຫ້ຈິດໃຈແກ່ຜູ້ທີ່ຈະຮູ້ຈັກເຮົາວ່າ, ເຮົາຄືພຣະຢາເວ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ, ເພາະພວກເຂົາຈະກັບມາຫາເຮົາດ້ວຍຄວາມເຕັມໃຈ.
\s5
\v 8 ແຕ່ເຫມືອນດັ່ງຫມາກເດື່ອເທດທີ່ຂີ້ຮ້າຍ ທີ່ເຫນົ່າຫລາຍຈົນກິນບໍ່ໄດ້ນັ້ນ—ນີ້ຄືສິ່ງທີ່ພຣະຢາເວກ່າວ—ເຮົາຈະເຮັດຕໍ່ ເຊເດກີຢາກະສັດແຫ່ງຢູດາ, ທັງພວກເຈົ້ານາຍຂອງເພິ່ນ, ແລະຊາວເຢຣູຊາເລັມທີ່ເຫລືອຢູ່ ຜູ້ຊຶ່ງຍັງຄ້າງຢູ່ໃນແຜ່ນດິນນີ້ ຫລືທີ່ຍັງອາໄສຢູ່ໃນປະເທດເອຢິບ.
\v 9 ເຮົາຈະເຮັດໃຫ້ພວກເຂົາກາຍເປັນສິ່ງທີ່ຫນ້າຢ້ານກົວ, ເປັນໄພພິບັດ, ໃນສາຍຕາຣາຊະອານາຈັກທັງຫມົດໃນໂລກ, ແລະເພື່ອຄວາມທຸກຍາກ ໃຫ້ເປັນທີ່ຖືກຕຳຫນິ, ເປັນຂີ້ປາກ, ເປັນຄຳເຍາະເຍີ້ຍ, ແລະເປັນຄຳສາບແຊ່ງ ທົ່ວໄປທຸກແຫ່ງຊຶ່ງເຮົາຂັບໄລ່ພວກເຂົາໃຫ້ໄປຢູ່ນັ້ນ.
\v 10 ເຮົາຈະສົ່ງດາບອອກໄປ, ແລະການອຶດຢາກອາຫານ, ແລະ ພະຍາດລະບາດມາທ່າມກາງພວກເຂົາ, ຈົນພວກເຂົາຈະຖືກທຳລາຍຢ່າງສິ້ນເຊີງຈາກແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ, ແລະແກ່ບັນພະບູລຸດຂອງພວກເຂົາ.”
\s5
\c 25
\cl ບົດທີ 25
\p
\v 1 ນີ້ຄືພຣະທັມຊຶ່ງມາເຖິງເຢເຣມີຢາກ່ຽວກັບເລື່ອງຊົນຊາດຢູດາທັງຫມົດ. ເມື່ອເຖິງປີທີ່ສີ່ແຫ່ງລາຊະການເຢໂຮຢາກີມ, ລູກຊາຍຂອງໂຢສີຢາ, ກະສັດແຫ່ງຢູດາ. ປີນັ້ນເປັນຕົ້ນປີລາຊະການຂອງ ເນບູກາດເນັດຊາ, ກະສັດຂອງກຸງບາບີໂລນ.
\v 2 ເຢເຣມີຢາຜູ້ປະກາດພຣະທັມໄດ້ກ່າວແກ່ປະຊາຊົນຢູດາ ແລະແກ່ຊາວເຢຣູຊາເລັມທັງຫມົດ.
\s5
\v 3 ເພີ່ນໄດ້ກ່າວວ່າ, “ເປັນເວລາຊາວສາມປີ, ຕັ້ງແຕ່ປີທີ່ສິບສາມຂອງໂຢສີຢາ, ລູກຊາຍຂອງອາໂມນ, ກະສັດແຫ່ງຢູດາ, ຈົນເຖິງວັນນີ້ ພຣະທັມຂອງພຣະຢາເວມາຍັງຂ້ານ້ອຍ ແລະຂ້ານ້ອຍກໍໄດ້ບອກແກ່ທ່ານທັງຫລາຍຢ່າງບໍ່ຢຸດຢັ້ງ, ແຕ່ທ່ານກໍບໍ່ໄດ້ຍອມຟັງ.
\v 4 ພຣະຢາເວຊົງສົ່ງບັນດາຜູ້ປະກາດພຣະທັມ ຜູ້ຮັບໃຊ້ຂອງພຣະອົງມາຢ່າງບໍ່ຂາດສາຍກໍຕາມ, ແຕ່ພວກທ່ານບໍ່ຟັງ ຫລື ໃຫ້ຄວາມສົນໃຈເລີຍ.
\s5
\v 5 ພວກຜູ້ປະກາດພຣະທັມເຫລົ່ານີ້ໄດ້ກ່າວວ່າ, ‘ຈົ່ງໃຫ້ແຕ່ລະຄົນຖອຍຫລັງກັບຈາກທາງຊົ່ວຂອງຕົນ ແລະຈາກການເຮັດຜິດຂອງຕົນ ແລະກັບໄປອາໄສຢູ່ໃນແຜ່ນດິນຊຶ່ງພຣະຢາເວຊົງປະທານແກ່ພວກເຈົ້າ ແລະບັນພະບູລຸດ, ຕັ້ງແຕ່ບູຮານເປັນຂອງຂວັນເປັນນິດ.
\v 6 ດັ່ງນັ້ນຢ່າໄປຕິດຕາມພະອື່ນໆ ເພື່ອຈະບົວລະບັດ, ແລະນະມັດສະການພະເຫລົ່ານັ້ນ ຫລືຍົວະເຍົ້າພຣະອົງໃຫ້ຮ້າຍ ດ້ວຍຜົນງານແຫ່ງມືຂອງພວກເຈົ້າ ແລ້ວພຣະອົງຈະບໍ່ເຮັດອັນຕະລາຍແກ່ພວກເຈົ້າ.
\s5
\v 7 ເຖິງຢ່າງນັ້ນພວກເຈົ້າທັງຫລາຍກໍບໍ່ຟັງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ດັ່ງນັ້ນພວກເຈົ້າຈະໄດ້ຍົວະເຍົ້າເຮົາໃຫ້ໂກດຮ້າຍດ້ວຍຜົນງານແຫ່ງມືຂອງພວກເຈົ້າ ຊຶ່ງເປັນຜົນຮ້າຍແກ່ພວກເຈົ້າເອງ.
\v 8 ເພາະສະນັ້ນ ພຣະຢາເວຈອມໂຍທາຈຶ່ງຊົງກ່າວດັ່ງນີ້ວ່າ, ‘ເພາະພວກເຈົ້າບໍ່ຟັງຖ້ອຍຄຳຂອງເຮົາ,
\v 9 ເບິ່ງແມ, ເຮົາຈະເອີ້ນຄອບຄົວທັງຫມົດຂອງທາງທິດເຫນືອ—ນີ້ເປັນຄຳປະກາດຂອງພຣະຢາເວ—ພ້ອມດ້ວຍເນບູກາດເນັດຊາ, ກະສັດບາບີໂລນ, ຜູ້ຮັບໃຊ້ຂອງເຮົາ ແລະເຮົາຈະນຳພວກເຂົາມາຕໍ່ສູ້ແຜ່ນດິນນີ້ ຊາວເມືອງນີ້, ແລະບັນດາປະຊາຊາດທີ່ຢູ່ອ້ອມຮອບພວກເຈົ້າ. ເພາະເຮົາຈະທຳລາຍພວກເຂົາໃຫ້ຫມົດສິ້ນ. ເຮົາຈະເຮັດໃຫ້ພວກເຂົາເປັນທີ່ຫນ້າຢ້ານກົວ, ແລະ ເປັນທີ່ເຍາະເຍີ້ຍ ແລະເປັນທີ່ຮົກຮ້າງເປັນນິດ.
\s5
\v 10 ເຮົາຈະກຳຈັດສຽງແຫ່ງຄວາມຊື່ນຊົມ ແລະສຽງແຫ່ງຄວາມຍິນດີ, ສຽງພວກເຈົ້າບ່າວ ແລະສຽງພວກເຈົ້າສາວ, ສຽງຫີນໂມ້ ແລະແສງຕະກຽງຈາກພວກເຈົ້າ.
\v 11 ແຜ່ນດິນທັງຫມົດນີ້ຈະເປັນທີ່ຮ້າງເປົ່າ ແລະ ທີ່ຫນ້າປະຫລາດໃຈ, ແລະບັນດາປະຊາຊາດເຫລົ່ານີ້ຈະບົວລະບັດແຫ່ງກະສັດກຸງບາບີໂລນຢູ່ເຈັດສິບປີ.
\s5
\v 12 ແລ້ວສິ່ງນີ້ຈະເກີດຂຶ້ນເມື່ອຄົບເຈັດສິບປີແລ້ວ, ເຮົາຈະລົງໂທດກະສັດບາບີໂລນ ແລະປະຊາຊົນຊາດນັ້ນ, ຄືແຜ່ນດິນຂອງຊາວເດນເດຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະຄວາມຊົ່ວຊ້າຂອງພວກເຂົາ ເຮັດໃຫ້ແຜ່ນດິນນັ້ນຖິ້ມຮ້າງຢູ່ເປັນນິດ.
\v 13 ແລ້ວເຮົາຈະຕໍ່ສູ້ແຜ່ນດິນນັ້ນທີ່ຖືກຖ້ອຍຄຳທັງຫມົດທີ່ເຮົາໄດ້ກ່າວ, ແລະທຸກສິ່ງທີ່ຂຽນໄວ້ໃນຫນັງສືນີ້ ຊຶ່ງເຢເຣມີຢາໄດ້ທຳນາຍແກ່ບັນດາປະຊາຊາດ ແລະບັນດາກະສັດທັງຫມົດໃຫ້ສຳເລັດທີ່ແຜ່ນດິນນັ້ນ.
\v 14 ເພາະວ່າຈະມີຫລາຍປະຊາຊາດ ແລະບັນດາມະຫາກະສັດເຮັດໃຫ້ພວກເຂົາເຫລົ່ານັ້ນເປັນຂ້າທາດເຫມືອນກັນ. ເຮົາຈະຕອບແທນພວກເຂົາທັງຫລາຍຕາມການກະທຳ ແລະຜົນງານແຫ່ງມືຂອງພວກເຂົາ.’”
\s5
\v 15 ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ ໄດ້ກ່າວກັບຂ້ານ້ອຍດັ່ງນີ້ວ່າ, “ຈົ່ງເອົາຈອກເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍນີ້ໄປຈາກມືເຮົາ ແລະບັງຄັບບັນດາປະຊາຊາດ ຊຶ່ງເຮົາກຳລັງສົ່ງພວກເຈົ້າໄປນັ້ນໃຫ້ດື່ມຈາກຈອກນັ້ນ.
\v 16 ເພາະພວກເຂົາຈະດື່ມ ແລະຍ່າງໂຊເຊ ທັງບ້າຄັ່ງໄປເນື່ອງດ້ວຍດາບຊຶ່ງເຮົາຈະສົ່ງໄປທ່າມກາງພວກເຂົາ.”
\s5
\v 17 ດັ່ງນັ້ນ ຂ້ານ້ອຍຈຶ່ງຮັບຈອກມາຈາກພຣະຫັດຂອງພຣະຢາເວ, ແລະບັງຄັບປະຊາຊາດທັງຫມົດ ຊຶ່ງພຣະຢາເວຊົງໃຊ້ໃຫ້ຂ້ານ້ອຍໄປຫານັ້ນດື່ມ.
\v 18 ນະຄອນເຢຣູຊາເລັມ ແລະຫົວເມືອງຕ່າງໆຂອງຢູດາ ທັງບັນດາກະສັດ ແລະພວກເຈົ້ານາຍຂອງເມືອງນັ້ນ ເຮັດໃຫ້ເປັນທີ່ຮົກຮ້າງ ແລະທີ່ຫນ້າຕົກໃຈຢ້ານ ແລະເປັນທີ່ເຍາະເຍີ້ຍ ແລະເປັນທີ່ສາບແຊ່ງທີ່ພວກເຂົາເປັນທຸກມື້ນີ້.
\s5
\v 19 ຊົນຊາດອື່ນໆກໍຕ້ອງດື່ມມັນເຫມືອນກັນ: ຟາຣາໂອກະສັດແຫ່ງເອຢິບກັບ ແລະບັນດາຂ້າລາຊະການພວກເຈົ້ານາຍ; ແລະປະຊາຊົນທັງຫມົດຂອງເພຣະອົງນັ້ນ;
\v 20 ແລະບັນດາຊົນຕ່າງດ້າວທີ່ມີວັດທະນະທຳປະສົມປະສານ; ກັບບັນດາກະສັດແຫ່ງແຜ່ນດິນອູເຊ ແລະ ບັນດາກະສັດແຫ່ງແຜ່ນດິນຟີລິດສະຕີນ—ຄືເມືອງອາຊະກາໂລນ, ຄາຊາ, ເອັກໂຣນ, ແລະສ່ວນຊາວເມືອງທີ່ເຫລືອຢູ່ ອາຊະໂດດ;
\v 21 ເອໂດມ ແລະໂມອາບ ແລະຄົນອຳໂມນ.
\s5
\v 22 ບັນດາກະສັດແຫ່ງເມືອງຕີເຣ, ບັນດາກະສັດເມືອງຊີໂດນ, ແລະບັນດາກະສັດແຫ່ງເກາະຕ່າງຟາກທະເລເບື້ອງນັ້ນ,
\v 23 ເມືອງເດດານ, ເຕມາ, ບູເຊ ພ້ອມດ້ວຍບັນດາຄົນທີ່ໂກນຫົວຈອນຫູ ພວກເຂົາຕ້ອງດື່ມເຫມືອນກັນ.
\s5
\v 24 ປະຊາຊົນເຫລົ່ານີ້ກໍຕ້ອງດື່ມເຫມືອນກັນຄື: ບັນດາກະສັດແຫ່ງອາຫລັບ ແລະ ບັນດາກະສັດແຫ່ງປະຊາຊົນທີ່ປະປົນກັນຢູ່ໃນຖິ່ນແຫ້ງແລ້ງກັນດານ;
\v 25 ບັນດາກະສັດແຫ່ງຊິມຣີ, ແລະບັນດາກະສັດແຫ່ງເອລາມ, ແລະບັນດາກະສັດຂອງເມເດຍ;
\v 26 ບັນດາກະສັດແຫ່ງເມືອງທາງທິດເຫນືອ, ພວກທີ່ຢູ່ໃກ້ແລະພວກທີ່ຢູ່ໄກ—ທຸກໆຄົນ ພ້ອມກັບພີ່ນ້ອງ ແລະບັນດາຣາຊະອານາຈັກແຫ່ງໂລກຊຶ່ງຢູ່ເທິງພື້ນໂລກ. ແລະທ້າຍທີ່ສຸດກະສັດແຫ່ງບາບິໂລນ ຈະດື່ມພາຍຫລັງກະສັດເຫລົ່ານີ້.
\s5
\v 27 ພຣະຢາເວໄດ້ກ່າວກັບຂ້ານ້ອຍວ່າ, “ບັດນີ້ ເຈົ້າຈົ່ງເວົ້າກັບພວກເຂົາທັງຫລາຍວ່າ, 'ພຣະຢາເວຈອມໂຍທາ ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ຈົ່ງດື່ມ ແລະໃຫ້ເມົາແລ້ວຮາກອອກ, ຈົ່ງລົ້ມລົງ, ແລະຢ່າລຸກຂຶ້ນອີກເລີຍ ເນື່ອງດ້ວຍດາບຊຶ່ງເຮົາຈະສົ່ງມາທ່າມກາງພວກເຈົ້າທັງຫລາຍ.
\v 28 ແລ້ວສິ່ງນີ້ຈະເກີດຂຶ້ນ ຖ້າພວກເຂົາປະຕິເສດບໍ່ຮັບຈອກຈາກມືຂອງເຈົ້າດື່ມ, ເຈົ້າຈົ່ງເວົ້າກັບພວກເຂົາວ່າ, ‘ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ພວກເຈົ້າຈະຕ້ອງດື່ມ.
\v 29 ເພາະເບິ່ງແມ, ເຮົາໄດ້ເລີ່ມລົງໂທດເມືອງຊຶ່ງເອີ້ນຕາມນາມຂອງເຮົາແລ້ວ ແລະພວກເຈົ້າຈະຫລົບຫນີໄປໄດ້ໂດຍບໍ່ຖືກໂທດບໍ? ພວກເຈົ້າຈະລອຍນວນໄປບໍ່ໄດ້ ເພາະເຮົາຈະເອີ້ນດາບເຫລັ້ມຫນຶ່ງມາເຫນືອບັນດາຜູ້ອາໄສຢູ່ໃນແຜ່ນດິນໂລກທັງຫມົດ!—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ.
\s5
\v 30 ເຈົ້າຈົ່ງປະກາດພຣະຄຳເຫລົ່ານີ້ທັງຫມົດສູ້ພວກເຂົາ ແລະກ່າວແກ່ເຂົາວ່າ, ‘ພຣະຢາເວຈະຊົງເປັ່ງສຽງແຜດຮ້ອງຈາກທີ່ສູງ ແລະຈາກທີ່ປະທັບອັນບໍລິສຸດຂອງພຣະອົງ, ແລະພຣະອົງຈະເປັ່ງພຣະສຸລະສຽງແຜດຮ້ອງຕໍ່ຄອກແກະຂອງພຣະອົງ ແລະຊົງໂຫ່ຮ້ອງເຫມືອນກັບຄົນທີ່ຢຽບອະງຸ່ນໂຫ່ຮ້ອງຕໍ່ຊາວໂລກທັງຫມົດ.
\v 31 ສຽງແຫ່ງການຕໍ່ສູ້ ຈະກ້ອງກັງວານໄປຈົນເຖິງທີ່ສຸດປາຍແຜ່ນດິນໂລກ, ເພາະພຣະຢາເວຊົງມີຄະດີກັບບັນດາປະຊາຊາດທັງຫລາຍ, ພຣະອົງຈະຊົງເຂົ້າພິພາກສາເນື້ອຫນັງທັງຫມົດສ່ວນຄົນຊົ່ວນັ້ນ. ພຣະອົງຈະຊົງຟັນເສຍດ້ວຍດາບ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 32 ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ, ‘ເບິ່ງແມ, ຄວາມຮ້າຍກຳລັງຈະອອກໄປຈາກປະຊາຊາດນີ້ເຖິງປະຊາຊາດນັ້ນ ແລະລົມພາຍຸໃຫຍ່ຈະປັ່ນປ່ວນຂຶ້ນມາ ຈາກສ່ວນໂລກທີ່ໄກທີ່ສຸດ.
\v 33 ແລ້ວບັນດາຜູ້ທີ່ພຣະຢາເວໄດ້ຊົງປະຫານໃນມື້ນັ້ນຈະມາຈາກປາຍໂລກເບື້ອງນີ້ເຖິງປາຍໂລກເບື້ອງນັ້ນ; ພວກເຂົາເຫລົ່ານັ້ນຈະບໍ່ມີໃຜຄວນຄາງໃຫ້, ຫລືຮວບຮວມ, ຫລືຝັງໄວ້. ພວກເຂົາຈະເປັນເຫມືອນຂີ້ສັດຢູ່ເທິງພື້ນດິນ.
\s5
\v 34 ຜູ້ລ້ຽງແກະທັງຫລາຍເອີຍ, ຈົ່ງຮ້ອງຄາງ ແລະ ຮ້ອງຂໍຄວາມຊ່ວຍເຫລືອເຖີດ! ພວກເຈົ້າຂອງຝູງແກະເອີຍ, ຈົ່ງກິ້ງເກືອກໃນຂີ້ເຖົ່າ, ເພາະວັນເວລາຂອງການສັງຫານພວກເຈົ້າ ແລະທີ່ພວກເຈົ້າຕ້ອງກະຈັດກະຈາຍມາເຖິງແລ້ວ; ພວກເຈົ້າທັງຫລາຍຈະລົ້ມລົງເຫມືອນຢ່າງເຄື່ອງປັ້ນທີ່ລໍ້າຄ່າ.
\v 35 ຈະບໍ່ມີບ່ອນລີ້ໄພໃຫ້ຜູ້ລ້ຽງແກະ, ຈະບໍ່ມີທາງຫນີລອດສຳລັບພວກຜູ້ນຳຝູງແກະ.
\v 36 ຈົ່ງຟັງບັນດາສຽງຮ້ອງຂອງຜູ້ລ້ຽງແກະ ແລະສຽງຮ້ອງຄາງຂອງພວກເຈົ້າຂອງພວກຜູ້ນຳຝູງແກະທັງຫລາຍ, ເພາະວ່າພຣະຢາເວຊົງທຳລາຍເດີ່ນຫຍ້າຂອງພວກເຂົາເສຍແລ້ວ.
\s5
\v 37 ດັ່ງນັ້ນທົ່ງຫຍ້າທີ່ສະຫງົບສຸກກໍຖືກເຮັດໃຫ້ລົ້ມລົງເສຍແລ້ວ ເນື່ອງດ້ວຍຄວາມໂກດຮ້າຍອັນແຮງກ້າຂອງພຣະຢາເວ.
\v 38 ເຫມືອນໂຕສິງຫນຸ່ມ ທີ່ອອກຈາກບ່ອນຊຸ້ມຂອງມັນ, ເພາະວ່າແຜ່ນດິນຂອງພວກເຂົາທັງຫລາຍເປັນທີ່ຫນ້າຕົກໃຈ ຢ້ານກົວ ເນື່ອງດ້ວຍຄວາມໂກດຮ້າຍຂອງຜູ້ບີບບັງຄັບ, ເນື່ອງດ້ວຍຄວາມໂກດຮ້າຍອັນແຮງກ້າຂອງພຣະອົງ.’”
\s5
\c 26
\cl ບົດທີ 26
\p
\v 1 ໃນຕົ້ນລາຊະການຂອງເຢໂຮຢາກີມພະລາຊະໂອລົດຂອງໂຢສີຢາ ໄດ້ເປັນກະສັດຢູດາ, ໄດ້ມີພຣະທັມຂອງພຣະຢາເວ, ກ່່າວວ່າ,
\v 2 “ພຣະຢາເວໄດ້ຊົງກ່າວດັ່ງນີ້ວ່າ: ຈົ່ງຢືນຂຶ້ນໃນເດີ່ນພຣະວິຫານຂອງເຮົາ ແລະຈົົ່ງປະກາດກ່ຽວກັບເມືອງທັງຫມົດແຫ່ງຢູດາ ຜູ້ຊ່ຶງນະມັດສະການໃນພຣະວິຫານຂອງເຮົາ. ຈົ່ງປະກາດທຸກຖ້ອຍຄຳທີ່ເຮົາໄດ້ສັ່ງເຈົ້າໄວ້ໃຫ້ເວົ້າກັບພວກເຂົາ, ຢ່າໄດ້ເວັ້ນຈັກຄຳດຽວ!
\v 3 ບາງທີ່ພວກເຂົາອາດຈະເຊື່ອຟັງ, ທີ່ແຕ່ລະຄົນຈະຫັນກັບເສຍຈາກທາງຊົ່ວຂອງຕົນກໍໄດ້, ດັ່ງນັ້ນ ເຮົາກໍຈະປ່ຽນຄວາມຕັ້ງໃຈບໍ່ນຳໄພພິບັດມາເຫນືອພວກເຂົາ ຍ້ອນການຊົ່ວທີ່ພວກເຂົາໄດ້ເຮັດ.”
\s5
\v 4 ດັ່ງນັ້ນ ເຈົ້າຈົ່ງເວົ້າຕໍ່ປະຊາຊົນວ່າ, ‘ພຣະຢາເວໄດ້ຊົງກ່າວວ່າ: ຖ້າພວກເຈົ້າບໍ່ເຊື່ອຟັງເຮົາ ໂດຍເຮັດຕາມພຣະທັມຄຳສອນທີ່ເຮົາໄດ້ວາງໄວ້ຕໍ່ຫນ້າພວກເຈົ້າ—
\v 5 ຖ້າພວກເຈົ້າບໍ່ເອົາໃຈໃສ່ເຮັດຕາມຖ້ອຍຄຳຂອງຜູ້ຮັບໃຊ້ເຮົາ ຄືພວກຜູ້ປະກາດພຣະທັມ ຊຶ່ງເຮົາໃຊ້ມາຫາພວກເຈົ້ານັ້ນ ພວກເຈົ້າຢ່າງບໍ່ເຄີຍຂາດ— ແຕ່ພວກເຈົ້າບໍ່ເຄີຍຟັງຄວາມພວກເຂົາເລີຍນັ້ນ! —
\v 6 ແລ້ວເຮົາຈະເຮັດໃຫ້ພຣະວິຫານນີ້ເປັນເຫມືອນເມືອງຊີໂລ; ເຮົາຈະເຮັດເມືອງນີ້ເປັນຄຳສາບແຊ່ງໃນສາຍຕາຊົນຊາດທັງປວງທົ່ວແຜ່ນດິນໂລກ.’”
\s5
\v 7 ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະປະຊາຊົນທັງປວງໄດ້ຍິນເຢເຣມີຢາປະກາດຖ້ອຍຄຳເຫລົ່ານີ້ໃນພຣະວິຫານຂອງພຣະຢາເວ.
\v 8 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂຶ້ນ ເມື່ອເຢເຣມີຢາົດ້ຈົບຄຳປະກາດທັງສີ້ນ ຊຶ່ງພຣະຢາເວຊົງບັນຊາທ້ານໃຫ້ເວົ້າແກ່ ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະປະຊາຊົນທັງຫມົດ ກໍໄດ້ຈັບກຸມເອົາເຢເຣມີຢາ ພ້ອມທັງຮ້ອງໃສ່ວ່າ, “ເຈົ້າຈະຕ້ອງຕາຍຢ່າງແນະນອນ.
\v 9 ເປັນຫຍັງເຈົ້າຈຶ່ງປະກາດພຣະຄຳໃນພຣະນາມຂອງພຣະຢາເວວ່າ ແລະກໍໄດ້ກ່າວວ່າ ພຣະວິຫານນີ້ຈະເປັນເຫມືອນເມືອງຊີໂລ ແລະ ວ່າເມືອງນີ້ຈະຖືກທຳລາຍ, ຈະບໍ່ມີຄົນອາໄສຢູ່?” ເພາະປະຊາຊົນທັງຫມົດກໍໄດ້ຈັດກຸ່ມປະທ້ວງຕໍ່ ເຢເຣມີຢາໃນພຣະວິຫານຂອງພຣະຢາເວ.
\s5
\v 10 ແລ້ວພວກເຈົ້ານາຍຂອງຊາວຢູດາໄດ້ຍິນຖ້ອຍຄຳເຫລົ່ານີ້ ແລະ ກໍໄດ້ກັບຂຶ້ນມາຈາກພະລາຊະສຳນັກ ໄປເຖິງພຣະວິຫານຂອງພຣະຢາເວ. ພວກເຂົາໄດ້ມານັ່ງຢູ່ໃນທາງເຂົ້າປະຕູໃຫມ່ ຂອງພຣະວິຫານຂອງພຣະຢາເວນັ້ນ.
\v 11 ພວກປະໂລຫິດ ແລະພວກຜູ້ປະກາດພຣະທັມໄດ້ເວົ້າຕໍ່ພວກເຈົ້ານາຍ ແລະປະຊາຊົນທັງຫມົດ. ພວກເຂົາກ່າວວ່າ, “ເປັນການສົມຄວນແລ້ວ ທີ່ຜູ້ຊາຍຄົນນີ້ຈະໄດ້ຮັບໂທດເຖິງຕາຍ, ເພາະວ່າລາວໄດ້ເວົ້າໃສ່ຮ້າຍເມືອງນີ້, ດັ່ງທີ່ພວກທ່ານໄດ້ຍິນກັບຫູຕົນເອງແລ້ວ!”
\v 12 ດັ່ງນັ້ນ ເຢເຣມີຢາໄດ້ເວົ້າກັບພວກເຈົ້ານາຍ ແລະປະຊາຊົນທັງຫມົດວ່າ, “ພຣະຢາເວຊົງໃຊ້ຂ້ານ້ອຍມາກ່າວຄຳທຳນວຍຕໍ່ສູ້ພຣະວິຫານ ແລະເມືອງນີ້, ຄືກ່າວບັນດາຖ້ອຍຄຳທີ່ພວກທ່ານໄດ້ຍິນແລ້ວນັ້ນ.
\s5
\v 13 ເພາະສະນັ້ນບັດນີ້, ຈົ່ງແກ້ໄຂວິທີທາງ ແລະການປະພຶດທັງຫລາຍຂອງພວກທ່ານ, ແລະຈົ່ງເຊື່ອຟັງຖ້ອຍຄຳແຫ່ງພຣະຢາເວຂອງທ່ານ ເພື່ອພຣະອົງຈະຊົງປ່ຽນພຣະໄທບໍ່ນຳເອົາໄພພິບັດທີ່ພຣະອົງຊົງກ່າວນັ້ນມາໃສ່ພວກທ່ານ.
\v 14 ສຳລັບຂ້ານ້ອຍ— ຈົ່ງເບິ່ງຂ້ານ້ອຍ! — ຢູ່ໃນເງື້ອມມືຂອງພວກທ່ານແລ້ວ. ຈົ່ງເຮັດກັບຂ້ານ້ອຍຕາມທີ່ເຫັນດີໃນສາຍຕາຂອງພວກທ່ານເຖີດ.
\v 15 ຂໍແຕ່ພຽງໃຫ້ທ່ານຮູ້ແນ່ວ່າ ຖ້າວ່າທ່ານຈະຂ້າ ຂ້ານ້ອຍ, ແລ້ວທ່ານກຳລັງຈະນຳເລືອກທີ່ບໍ່ມີຄວາມຜິດມາຕົກເຫນືອຕົວພວກທ່ານເອງ ແລະແກ່ເມືອງນີ້ ແລະພວກຜູ້ທີ່ອາໄສຢູ່ໃນເມືອງນີ້, ເພາະວ່າແມ່ນພຣະຢາເວໄດ້ຊົງໃຊ້ຂ້ານ້ອຍມາບອກຖ້ອຍຄຳທັງຫມົດນີ້ ໃຫ້ເຂົ້າຫູຂອງພວກທ່ານ.”
\s5
\v 16 ແລ້ວພວກເຈົ້ານາຍ ແລະປະຊາຊົນທັງຫມົດໄດ້ເວົ້າຕໍ່ພວກປະໂລຫິດ ແລະ ພວກຜູ້ປະກາດພຣະທັມວ່າ, “ເປັນການບໍ່ສົມຄວນຈະລົງໂທດຊາຍຜູ້ນີ້ເຖິງຕາຍ, ເພາະວ່າລາວປະກາດເລື່ອງທັງຫລາຍກັບພວກເຮົາໃນພຣະນາມຂອງພຣະຢາເວພຣະເຈົ້າຂອງພວກເຮົາ.”
\v 17 ຈາກນັ້ນ ມີຜູ້ອາວຸໂສບາງຄົນໄດ້ຢືນຂຶ້ນ ແລະເວົ້າກັບປະຊາຊົນທີ່ຊຸມນຸມກັນ.
\s5
\v 18 ພວກເຂົາໄດ້ເວົ້າວ່າ, “ມີກາ ຜູ້ປະກາດພຣະທັມຊາວໂມເຣເຊັດ ໄດ້ກຳລັງປະກາດພຣະທັມໃນສະໄຫມເຮເຊກີຢາ ເປັນກະສັດຢູດານັ້ນ. ເພີ່ນໄດ້ກ່າວແກ່ປະຊາຊົນທັງສິ້ນຂອງຢູດາ ແລະກ່າວວ່າ, ‘ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ: ເມືອງຊີໂອນຈະຖືກໄຖເຫມືອນດັ່ງໄຖນາ, ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຫັກພັງ, ແລະເທິງພູທີ່ຕັ້ງພຣະວິຫານຈະກາຍເປັນປ່າຮົກໄປດ້ວຍຟຸ່ມໄມ້.
\v 19 ເຮເຊກີຢາ ກະສັດຢູດາ ແລະຊາວຢູດາທັງຫມົດກໍໄດ້ຂ້າມີກາເສຍແລ້ວຫລື? ພວກເຂົາບໍ່ໄດ້ຢຳເກງພຣະຢາເວ ແລະບໍ່ໄດ້ອ້ອນວອນຂໍພຣະຢາເວ ແລ້ວພຣະຢາເວໄດ້ຊົງປ່ຽນພຣະໄທບໍ່ນຳໄພພິບັດມາສູ່ພວກເຂົາຫລື? ດັ່ງນັ້ນພວກເຮົາກຳລັງຈະນຳໄພພິບັດອັນຫນ້າຢ້ານມາສູ່ຊີວິດຂອງພວກເຮົາເອງຫລື?”
\s5
\v 20 ຂະນະດຽວກັນມີຊາຍອີກຄົນຫນຶ່ງ ຜູ້ໄດ້ປະກາດພຣະທັມໃນພຣະນາມຂອງພຣະຢາເວ, ຊື່ວ່າ— ອູຣີຢາ ເປັນລູກຊາຍຂອງເຊມາຢາຊາວເມືອງກີຣິຢາດເຢອາຣີມ— ລາວໄດ້ປະກາດພຣະຄຳກ່າວໂທດຕໍ່ສູ້ເມືອງນີ້, ແລະແຜ່ນດິນນີ້ເຫມືອນກັບຖ້ອຍຄຳຂອງເຢເຣມີຢາ.
\v 21 ແຕ່ເມື່ອກະສັດເຢໂຮຢາກີມ ກັບພວກນາຍທະຫານຂອງພຣະອົງ ແລະພວກເຈົ້ານາຍໄດ້ຍິນອູຣີຢາເວົ້າແລ້ວ, ກະສັດກໍຊອກຫາຊ່ອງທາງຈະຂ້າອູຣີຢາເສຍ, ແຕ່ເມື່ອອູຣີຢາໄດ້ຮູ້ເລື່ອງນີ້ ແລະລາວກໍຢ້ານ, ຈຶ່ງປົບຫນີໄປຍັງປະເທດເອຢິບ.
\s5
\v 22 ແລ້ວກະສັດເຢໂຮຢາກີມຈຶ່ງສົ່ງເອນນາທານລູກຊາຍຂອງອັກໂບ ກັບຄົນອື່ນອີກບາງຄົນໄປຈັບເອົາອູຣີຢາມາຈາກເອຢິບ.
\v 23 ພວກເຂົາໄດ້ນຳອູຣີຢາມາໃຫ້ກະສັດເຢໂຮຢາກີມ ແລ້ວພຣະອົງໄດ້ຂ້າອູຣີຢາດ້ວຍດາບ ແລະໄດ້ໂຍນສົບຂອງລາວເຂົ້າໄປໃນບ່ອນຝັງສົບຂອງປະຊາຊົນທົ່ວໄປ.”
\v 24 ແຕ່ຍ້ອນມືຂອງອາຮີກາມ ລູກຊາຍຊາຟານໄດ້ຊ່ວຍເຫລືອໄວ້ເຢເຣມີຢາ, ດັ່ງນັ້ນລາວຈຶ່ງບໍ່ໄດ້ຖືກມອບໃຫ້ປະຊາຊົນທີ່ຈະປະຫານຊີວິດເພີ່ນ.
\s5
\c 27
\cl ບົດທີ 27
\p
\v 1 ໃນຕົ້ນລາຊະການເຢໂຮຢາກີມ ລາຊະໂອລົດຂອງໂຢສີຢາ ກະສັດແຫ່ງຢູດາ, ພຣະທັມນີ້ມາຈາກພຣະຢາເວເຖິງເຢເຣມີຢາ.
\v 2 ພຣະຢາເວໄດ້ຊົງກ່າວກັບຂ້ານ້ອຍດັ່ງນີ້ວ່າ, “ຈົ່ງເຮັດສາຍຮັດ ແລະແອກສຳລັບຕົວເຈົ້າ. ຈົ່ງສວມພວກມັນທີ່ຄໍຂອງພວກເຈົ້າ.
\v 3 ແລ້ວສົ່ງພວກມັນໄປຍັງກະສັດແຫ່ງເອໂດມ, ກະສັດແຫ່ງໂມອາບ, ແລະກະສັດແຫ່ງຄົນອຳໂມນ, ກະສັດແຫ່ງຕີເຣ ແລະ ກະສັດແຫ່ງຊີໂດນ. ດ້ວຍມືຂອງຜູ້ສົ່ງຂ່າວທີ່ມາເຂົ້າເຝົ້າເຊເດກີຢາກະສັດແຫ່ງຢູດາ ທີ່ນະຄອນເຢຣູຊາເລັມ.
\v 4 ຈົ່ງຝາກຄຳເຫລົ່ານີ້ແກ່ບັນດານາຍຂອງພວກເຂົາ ແລະກ່າວວ່າ, ‘ພຣະຢາເວຈອມໂຍທາ ພຣະເຈົ້າແຫ່ງອິດສະຣາເອນ ຊົງກ່າວດັ່ງນີ້ວ່າ, ນີ້ຄືສິ່ງທີ່ພວກເຈົ້າຈະຕ້ອງກ່າວໃຫ້ບັນດານາຍຂອງພວກເຈົ້າຟັງວ່າ,
\s5
\v 5 “ນີ້ຄືເຮົາເອງ ຜູ້ໄດ້ສ້າງໂລກດ້ວຍລິດທານຸພາບອັນຍິ່ງໃຫຍ່ ແລະດ້ວຍແຂນທີ່ຢຽດອອກຂອງເຮົາ. ເຮົາໄດ້ສ້າງມະນຸດ ແລະສັດທັງຫລາຍ ຊຶ່ງຢູ່ເທິງພື້ນດິນເຊັ່ນກັນ, ແລະ ເຮົາຈະໃຫ້ແກ່ຜູ້ໃດກໍໄດ້ສຸດແຕ່ເຮົາເຫັນດີ.
\v 6 ດັ່ງນັ້ນບັດນີ້, ເຮົາກຳລັງຈະໃຫ້ແຜ່ນດິນເຫລົ່ານີ້ທັງຫມົດໄວ້ໃນມືຂອງ ເນບູກາດເນັດຊາ, ກະສັດແຫ່ງບາບີໂລນ, ຜູ້ຮັບໃຊ້ຂອງເຮົາ. ພ້ອມທັງ, ເຮົາກຳລັງຈະໃຫ້ສິ່ງມີຊີວິດທັງຫລາຍໃນທົ່ງແກ່ລາວເພື່ອຈະບົວລະບັດລາວ.
\v 7 ເພາະປະຊາຊາດທັງຫມົດຈະຕ້ອງບົວລະບັດຕົວລາວ, ລູກຊາຍທັງຫລາຍ, ແລະຫລານຊາຍທັງຫລາຍຂອງລາວ ຈົນກວ່າເວລາກຳນົດແຫ່ງແຜ່ນດິນຂອງລາວເອງຈະມາເຖິງ. ແລ້ວຫລາຍປະຊາຊາດ ແລະ ບັນດາມະຫາກະສັດຈະເຮັດໃຫ້ລາວເປັນຂ້າທາດຂອງພວກເຂົາ.
\s5
\v 8 ດັ່ງນັ້ນປະຊາຊາດໃດ ແລະຣາຊະອານາຈັກໃດ ທີ່ບໍ່ບົວລະບັດເນບູກາດເນັດຊາ, ກະສັດແຫ່ງບາບີໂລນ, ແລະ ບໍ່ຍອມວາງຄໍໄວ້ໃຕ້ແອກຂອງກະສັດບາບີໂລນ—ເຮົາຈະລົງໂທດປະຊາຊາດນັ້ນດ້ວຍດາບ, ດ້ວຍການອຶດຢາກອາຫານ, ແລະດ້ວຍພະຍາດລະບາດ—ນີ້ເປັນຄຳປະກາດຂອງພຣະຢາເວ—ຈົນກວ່າເຮົາຈະລ້າງຜານເສຍດ້ວຍມືຂອງລາວ.
\s5
\v 9 ເພາະສະນັ້ນ ຢ່າບັນດາຟັງຜູ້ປະກາດພຣະທັມ, ຫລືພວກຫມໍດູຂອງເຈົ້າ, ພວກຜູ້ທຳນວຍຂອງເຈົ້າ, ຫລືຄົນຊ່າງຝັນຂອງພວກເຈົ້າ, ຫລືນັກເວດມົນຄາຖາຂອງພວກເຈົ້າ, ຜູ້ຊຶ່ງກ່າວແກ່ພວກເຈົ້າວ່າ, ‘ຢ່າບົວລະບັດກະສັດແຫ່ງນະຄອນບາບີໂລນ.
\v 10 ເພາະພວກເຂົາປະກາດພຣະທັມແກ່ເຈົ້າເປັນຄວາມບໍ່ຈິງ ທີ່ເຮັດໃຫ້ເຈົ້າຕ້ອງໂຍກຍ້າຍໄກໄປຈາກແຜ່ນດິນຂອງເຈົ້າ, ເພາະເຮົາຈະຂັບໄລ່ເຈົ້າອອກໄປ, ແລະເຈົ້າຈະຕາຍ.
\v 11 ແຕ່ປະຊາຊາດໃດຊຶ່ງເອົາຄໍຂອງຕົນວາງໄວ້ໃຕ້ແອກຂອງກະສັດແຫ່ງບາບີໂລນ ແລະບົວລະບັດເພິ່ນ, ເຮົາຈະປະຜູ້ນັ້ນໄວ້ເທິງແຜ່ນດິນຂອງລາວ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະພວກເຂົາຈະເຮັດໄຮ່ໄຖນາ ແລະປຸກເຮືອນທັງຫລາຍໃນແຜ່ນດິນນັ້ນ.’””
\s5
\v 12 ດັ່ງນັ້ນ ຂ້ານ້ອຍໄດ້ທູນເຊເດກີຢາກະສັດແຫ່ງຢູດາ ແລະໄດ້ບອກຕາມບັນດາຖ້ອຍຄຳເຫລົ່ານີ້ຕໍ່ພຣະອົງວ່າ, “ຈົ່ງເອົາຄໍຂອງທ່ານໄວ້ໃຕ້ແອກຂອງກະສັດແຫ່ງບາບີໂລນ ແລະບົວລະບັດລາວ ແລະປະຊາຊົນຂອງລາວ, ແລະທ່ານຈະມີຊີວິດຢູ່.
\v 13 ເປັນຫຍັງທ່ານຈະຕາຍ—ທ່ານກັບຊົນຊາດຂອງທ່ານ—ດ້ວຍດາບ, ດ້ວຍການອຶດຫິວອາຫານ, ແລະດ້ວຍພະຍາດລະບາດ, ດັ່ງທີ່ພຣະຢາເວຊົງປະກາດກ່ຽວກັບປະຊາຊາດ ທີ່ປະຕິເສດ ບໍ່ບົວລະບັດກະສັດແຫ່ງບາບີໂລນ?
\s5
\v 14 ຢ່າຟັງຖ້ອຍຄຳຂອງຜູ້ປະກາດພຣະທັມຜູ້ກ່າວແກ່ພວກເຈົ້າວ່າ, ‘ຈົ່ງຢ່າບົວລະບັດກະສັດແຫ່ງບາບີໂລນ, ເພາະພວກເຂົາທັງຫລາຍກຳລັງທຳນວາຍແກ່ທ່ານນັ້ນ ກໍເປັນການຂີ້ຕົວະ.
\v 15 ‘ເພາະເຮົາບໍ່ໄດ້ໃຊ້ພວກເຂົາອອກໄປ—ນີ້ເປັນຄຳປະກາດຂອງພຣະຢາເວ— ເພາະພວກເຂົາທຳນວຍຄວາມບໍ່ຈິງໃນນາມຂອງເຮົາ ດັ່ງນັ້ນເຮົາຈະຂັບໄລ່ພວກເຈົ້າອອກໄປ ແລະ ພວກເຈົ້າຈະຕ້ອງຈິບຫາຍ, ທັງຕົວພວກເຈົ້າ ແລະ ຜູ້ປະກາດພຣະທັມທັງຫລາຍຊຶ່ງກ່າວທຳນວຍໃຫ້ແກ່ພວກເຈົ້າ.’”
\s5
\v 16 ຂ້ານ້ອຍກໍໄດ້ເວົ້າກັບປະໂລຫິດ ແລະປະຊາຊົນທັງຫມົດວ່າ, “ພຣະຢາເວກ່າວດັ່ງນີ້ວ່າ: ຢ່າເຊື່ອຟັງຖ້ອຍຄຳຂອງຜູ້ປະກາດພຣະທັມຂອງພວກເຈົ້າ ຊຶ່ງທຳນວຍໃຫ້ແກ່ພວກເຈົ້າ ແລະກ່າວວ່າ, ‘ເບິ່ງແມ! ເຄື່ອງໃຊ້ຕ່າງໆຂອງພຣະວິຫານແຫ່ງພຣະຢາເວຖືກນຳກັບມາຈາກນະຄອນບາບີໂລນ ບັດນີ້! ພວກເຂົາກຳລັງກ່າວທຳນວຍເປັນຄວາມບໍ່ຈິງແກ່ທ່ານ.
\v 17 ຢ່າເຊື່ອຟັງພວກເຂົາເລີຍ. ເຈົ້າຈົ່ງບົວລະບັດກະສັດແຫ່ງບາບີໂລນ ແລະມີຊີວິດຢູ່. ເປັນຫຍັງເມືອງນີ້ຈະຮົກຮ້າງເສຍ?
\v 18 ຖ້າພວກເຂົາເຫລົ່ານັ້ນເປັນຜູ້ປະກາດພຣະທັມ, ແລະຖ້າພຣະທັມຂອງພຣະຢາເວມາຈາກພວກເຂົາແທ້, ກໍຂໍໃຫ້ພວກເຂົາອ້ອນວອນຕໍ່ພຣະຢາເວຈອມໂຍທາວ່າ ບໍ່ໃຫ້ເຄື່ອງໃຊ້ຊຶ່ງຢູ່ໃນພຣະວິຫານຂອງພຣະຢາເວ, ແລະໃນພະລາຊະວັງຂອງກະສັດແຫ່ງຢູດາ, ແລະໃນນະຄອນເຢຣູຊາເລັມຖືກນຳໄປຍັງບາບີໂລນ.
\s5
\v 19 ພຣະຢາເວຈອມໂຍທາກ່າວດັ່ງນີ້ກ່ຽວກັບບັນດາເສົາ, ຂັນທອງສຳເລັດ, ແລະຂາຕັ້ງ, ແລະເຄື່ອງໃຊ້ອື່ນໆ ທີ່ເຫລືອຢູ່ໃນເມືອງນີ້—
\v 20 ບັນດາເຄື່ອງໃຊ້ທີ່ເນບູກາດເນັດຊາ ກະສັດແຫ່ງບາບີໂລນບໍ່ໄດ້ປຸ້ນເອົາໄປ ເມື່ອທ່ານໄດ້ຈັບເອົາເຢໂຮຢາກິນ ລາຊະໂອລົດຂອງເຢໂຮຢາກີມ, ກະສັດຂອງຢູດາ, ແລະນະຄອນເຢຣູຊາເລັມຖືກກວາດຕ້ອນໄປເປັນຊະເລີຍຍັງນະຄອນບາບີໂລນ ພ້ອມກັບບັນດາຂ້າລາຊະການຂອງນະຄອນເຢຣູຊາເລັມ.
\s5
\v 21 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ກ່ຽວກັບເລື່ອງເຄື່ອງໃຊ້ຊຶ່ງຍັງເຫລືອຢູ່ໃນພຣະວິຫານຂອງພຣະຢາເວ, ໃນພະລາຊະວັງຂອງກະສັດແຫ່ງຢູດາ, ແລະໃນນະຄອນເຢຣູຊາເລັມ,
\v 22 ‘ເຄື່ອງໃຊ້ເຫລົ່ານີ້ຈະຖືກຂົນໄປຍັງບາບີໂລນ, ແລະຈະຄ້າງຢູ່ບ່ອນນັ້ນຈົນເຖິງມື້ທີ່ເຮົາກັບມາຫາພວກມັນ—ນີ້ເປັນຄຳປະກາດຂອງພຣະຢາເວ— ແລ້ວເຮົາຈຶ່ງຈະນຳມັນກັບຂຶ້ນມາ ແລະໃຫ້ກັບສູ່ສະຖານທີ່ນີ້.’”
\s5
\c 28
\cl ບົດທີ 28
\p
\v 1 ມັນໄດ້ເກີດຂຶ້ນໃນປີນັ້ນ, ໃນຕົ້ນລາຊະການເຊເດກີຢາ ກະສັດແຫ່ງຢູດາ, ໃນເດືອນທີ່ຫ້າປີທີ່ສີ່ ແລະເດືອນທີຫ້າ, ຮານານີຢາ ລູກຊາຍຂອງອັດຊູເຣ, ຜູ້ປະກາດພຣະທັມຈາກກິເບໂອນ, ໄດ້ເວົ້າກັບຂ້ານ້ອຍໃນພຣະວິຫານຂອງພຣະຢາເວ ຕໍ່ຫນ້າບັນດາປະໂລຫິດ ແລະປະຊາຊົນທັງຫລາຍ. ລາວກ່າວວ່າ,
\v 2 “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເຮົາໄດ້ຫັກແອກຂອງກະສັດແຫ່ງບາບີໂລນແລ້ວ.
\s5
\v 3 ພາຍໃນສອງປີ ເຮົາຈະນຳເຄື່ອງໃຊ້ທັງຫມົດຂອງພຣະວິຫານແຫ່ງພຣະຢາເວກັບມາຍັງທີ່ນີ້ ຊຶ່ງເປັນພາຊະນະທີ່ເນບູກາດເນັດຊາກະສັດແຫ່ງບາບີໂລນປຸ້ນໄປຈາກທີ່ນີ້ ແລະຂົນໄປຍັງບາບີໂລນ.
\v 4 ເຮົາຈະນຳເຢໂຮຢາກິນ ລາຊະໂອລົດຂອງເຢໂຮຢາກີມ, ກະສັດແຫ່ງຢູດາ, ແລະບັນດາຜູ້ທີ່ຖືກກວາດຈາກຢູດາ ໄປຍັງບາບີໂລນກັບມາຍັງທີ່ນີ້—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຮົາຈະຫັກແອກຂອງກະສັດແຫ່ງບາບີໂລນ.”
\s5
\v 5 ດັ່ງນັ້ນ ເຢເຣມີຢາຜູ້ປະກາດພຣະທັມກໍເວົ້າກັບຮານານີຢາຜູ້ປະກາດພຣະທັມຕໍ່ຫນ້າບັນດາປະໂລຫິດ ແລະຕໍ່ຫນ້າປະຊາຊົນທັງປວງຜູ້ຢືນຢູ່ໃນພຣະວິຫານຂອງພຣະຢາເວ.
\v 6 ເຢເຣມີຢາຜູ້ປະກາດພຣະທັມກ່າວວ່າ, “ຂໍພຣະຢາເວຊົງເຮັດສິ່ງນີ້ເຖີດ! ຂໍພຣະຢາເວຊົງຢືນຢັນຖ້ອຍຄຳທັງຫລາຍທີ່ທ່ານໄດ້ປະກາດນັ້ນເປັນຈິງ ແລະຊົງນຳເຄື່ອງໃຊ້ແຫ່ງພຣະວິຫານຂອງພຣະຢາເວແລະບັນດາຜູ້ຖືກກວາດໄປເປັນຊະເລີຍທັງຫມົດກັບມາຈາກບາບີໂລນມາທີ່ນີ້.
\v 7 ຢ່າງໃດກໍຕາມ, ຂໍຟັງຖ້ອຍຄຳທີ່ຂ້ານ້ອຍກຳລັງຈະເວົ້າໃຫ້ທ່ານ ແລະໃຫ້ປະຊາຊົນທັງຫລາຍນີ້ໄດ້ຍິນ.
\s5
\v 8 ບັນດາຜູ້ປະກາດພຣະທັມຊຶ່ງຢູ່ກ່ອນຂ້ານ້ອຍ ແລະທ່ານ ຕັ້ງແຕ່ບູຮານໄດ້ປະກາດພຣະທັມເຖິງປະເທດຕ່າງໆ ແລະຕາມດ້ວຍອານາຈັກທັງຫລາຍ, ກ່ຽວກັບເສິກສົງຄາມ, ການອຶດຢາກອາຫານ, ແລະພະຍາດລະບາດ.
\v 9 ສ່ວນຜູ້ປະກາດພຣະທັມທີ່ທຳນວຍວ່າຈະມີສັນຕິສຸກ—ຖ້າຖ້ອຍຄຳຂອງເຂົາເປັນຈິງ, ແລ້ວຈຶ່ງຮູ້ວ່າພຣະຢາເວຊົງໃຊ້ຜູ້ປະກາດພຣະທັມນັ້ນແທ້.”
\s5
\v 10 ແຕ່ຮານານີຢາຜູ້ປະກາດພຣະທັມກໍປົດແອກອອກຈາກຄໍຂອງເຢເຣມີຢາ ຜູ້ປະກາດພຣະທັມ ແລະໄດ້ຫັກມັນເສຍ.
\v 11 ແລ້ວຮານານີຢາໄດ້ກ່າວຕໍ່ຫນ້າປະຊາຊົນທັງຫມົດວ່າ, “ພຣະຢາເວຊົງກ່າວດັ່ງນີ້ວ່າ: ຢ່າງນັ້ນແຫລະ ພາຍໃນສອງປີ ເຮົາຈະຫັກແອກຈາກຄໍຂອງບັນດາປະຊາຊາດທັງຫມົດ ທີ່ເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ບັງຄັບໄວ້.” ແລ້ວເຢເຣມີຢາຜູ້ປະກາດພຣະທັມກໍໄດ້ອອກໄປຕາມທາງຂອງເພີ່ນ.
\s5
\v 12 ຫລັງຈາກທີ່ຮານານີຢາຜູ້ປະກາດພຣະທັມຫັກແອກຈາກຄໍຂອງເຢເຣມີຢາຜູ້ປະກາດພຣະທັມ, ພຣະທັມຂອງພຣະຢາເວກໍມາຍັງເຢເຣມີຢາ, ກ່າວວ່າ,
\v 13 “ຈົ່ງໄປ ແລະບອກຮານານີຢາ, ແລະກ່າວວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ພວກເຈົ້າໄດ້ຫັກແອກໄມ້, ແຕ່ເຮົາຈະເຮັດແອກເຫລັກມາແທນທີ່.
\v 14 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ: ເຮົາໄດ້ວາງແອກເຫລັກໄວ້ເທິງຄໍບັນດາປະຊາຊາດເຫລົ່ານີ້ທັງຫມົດໃຫ້ເຂົາບົວລະບັດເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະພວກເຂົາຈະບົວລະບັດລາວ ເພາະເຮົາໄດ້ຍົກສັດປ່າໃນທົ່ງທັງຫມົດ ໃຫ້ລາວປົກຄອງ.”
\s5
\v 15 ຕໍ່ມາ ເຢເຣມີຢາຜູ້ປະກາດພຣະທັມໄດ້ເວົ້າກັບຮານານີຢາຜູ້ປະກາດພຣະທັມວ່າ, “ຂໍທ່ານຟັງຮານານີຢາ! ພຣະຢາເວບໍ່ໄດ້ຊົງໃຊ້ທ່ານ, ແຕ່ທ່ານໄດ້ເຮັດໃຫ້ຊົນຊາດນີ້ວາງໃຈໃນຄວາມບໍ່ຈິງ.
\v 16 ເພາະສະນັ້ນ ພຣະຢາເວກ່າວວ່າ: ເບິ່ງແມ, ເຮົາຈະຍ້າຍເຈົ້າໄປຈາກພື້ນໂລກ. ເຈົ້າຈະຕ້ອງຕາຍໃນປີນີ້, ເພາະພວກເຈົ້າໄດ້ປະກາດເປັນການກະບົດຕໍ່ພຣະຢາເວ.”
\v 17 ໃນເດືອນທີ່ເຈັດຂອງປີດຽວກັນນັ້ນ, ຮານານີຢາຜູ້ປະກາດພຣະທັມກໍຕາຍ.
\s5
\c 29
\cl ບົດທີ 29
\p
\v 1 ຕໍ່ໄປນີ້ເປັນຖ້ອຍຄຳໃນຈົດຫມາຍ ຊຶ່ງເຢເຣມີຢາຜູ້ປະກາດພຣະທັມ ຝາກໄປຈາກນະຄອນເຢຣູຊາເລັມເຖິງພວກຜູ້ໃຫຍ່ທີ່ເຫລືອຢູ່ຈາກພວກທີ່ເປັນຊະເລີຍ ແລະເຖິງບັນດາປະໂລຫິດ, ບັນດາຜູ້ປະກາດພຣະທັມ, ແລະປະຊາຊົນທັງຫມົດ ຜູ້ຊຶ່ງເນບູກາດເນັດຊາໄດ້ໃຫ້ກວາດໄປຈາກນະຄອນເຢຣູຊາເລັມເຖິງບາບີໂລນ.
\v 2 ນີ້ເປັນເລື່ອງຫລັງຈາກກະສັດເຢໂຮຢາກິນ, ແລະພະລາຊີນີ, ບັນດາພວກເຈົ້ານາຍ, ບັນດາຜູ້ນຳຂອງຢູດາ ແລະນະຄອນເຢຣູຊາເລັມ, ແລະບັນດາຊ່າງທີ່ໄດ້ຖືກສົ່ງອອກໄປຈາກນະຄອນເຢຣູຊາເລັມ.
\v 3 ເພີ່ນໄດ້ສົ່ງຈົດຫມາຍນັ້ນໄປດ້ວຍມືຂອງເອລາສາ, ລູກຊາຍຂອງຊາຟານ, ແລະເກມາຣີຢາ, ລູກຊາຍຮິນກີຢາ ໄປຍັງເນບູກາດເນັດຊາ ກະສັດແຫ່ງບາບີໂລນ.
\s5
\v 4 ຈົດຫມາຍນັ້ນກ່າວວ່າ, “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ແກ່ບັນດາຜູ້ເປັນຊະເລີຍ ຜູ້ຊຶ່ງເຮົາໄດ້ເນລະເທດໄປຈາກນະຄອນເຢຣູຊາເລັມ ເຖິງບາບີໂລນນັ້ນວ່າ,
\v 5 ‘ຈົ່ງສ້າງເຮືອນທັງຫລາຍຂອງພວກເຈົ້າ ແລະອາໄສຢູ່ໃນເຮືອນນັ້ນ. ຈົ່ງປູກສວນທັງຫລາຍ ແລະກິນພືດຜົນຂອງພວກມັນ.
\s5
\v 6 ຈົ່ງມີເຫລົ່າເມຍ ແລະໃຫ້ກຳເນີດບັນດາລູກຊາຍແລະບັນດາລູກສາວ. ຈົ່ງຫາເມຍໃຫ້ລູກຊາຍທັງຫລາຍຂອງພວກເຈົ້າ, ແລະຍົກລູກສາວທັງຫລາຍຂອງພວກເຈົ້າໃຫ້ແຕ່ງງານເສຍ. ໃຫ້ພວກເຂົາຈະໃຫ້ກຳເນີດລູກຊາຍທັງຫລາຍ ແລະ ລູກສາວທັງຫລາຍຈະທະວີເພີ່ມຫລາຍຂຶ້ນໃນບ່ອນນັ້ນ ເພື່ອພວກເຈົ້າບໍ່ເຫລືອຫນ້ອຍເກີນໄປ.
\v 7 ຈົ່ງສະແຫວງຫາສັນຕິສຸກຂອງເມືອງຊຶ່ງເຮົາໄດ້ເປັນເຫດໃຫ້ພວກເຈົ້າໃຫ້ໄປເປັນຊະເລີຍຢູ່ນັ້ນ, ແລະຈົ່ງປານີປານອມໃນນາມຂອງເຮົາ ເພື່ອຈະພົບສັນຕິສຸກສຳລັບພວກເຈົ້າຖ້າມັນສະຫງົບ.
\s5
\v 8 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຢ່າຍອມໃຫ້ຜູ້ປະກາດພຣະທັມຂອງພວກເຈົ້າທັງຫລາຍ ແລະພວກຜູ້ທຳນວຍຂອງພວກເຈົ້າ ຜູ້ຢູ່ທ່າມກາງພວກເຈົ້າຫລອກລວງພວກເຈົ້າ, ແລະຢ່າເຊື່ອຄວາມຝັນຊຶ່ງພວກເຂົາທັງຫລາຍໄດ້ຝັນເຫັນ.
\v 9 ເພາະທີ່ພວກເຂົາກຳລັງປະກາດພຣະທັມຢ່າງຫລອກຫລວງແກ່ເຈົ້າໃນນາມຂອງເຮົາ. ເຮົາບໍ່ໄດ້ໃຊ້ພວກເຂົາໄປ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 10 ເພາະພຣະຢາເວຊົງກ່າວດັ່ງນີ້ວ່າ, ‘ເມື່ອບາບີໂລນໄດ້ປົກຄອງພວກເຈົ້າຄົບເຈັດສິບປີແລ້ວ, ເຮົາຈະຊ່ວຍເຫລືອພວກເຈົ້າ ແລະຈະໃຫ້ຖ້ອຍຄຳອັນດີຂອງເຮົາສຳເລັດ ເພື່ອນຳພວກເຈົ້າກັບມາສູ່ສະຖານທີ່ນີ້.
\v 11 ເພາະເຮົາຮູ້ແຜນການທັງຫລາຍທີ່ເຮົາມີໄວ້ສຳລັບພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ເປັນແຜນການທັງຫລາຍເພື່ອສັນຕິສຸກ ບໍ່ແມ່ນເພື່ອໄພພິບັດ ເພື່ອຈະໃຫ້ອະນາຄົດ, ເພື່ອໃຫ້ຄວາມຫວັງແກ່ພວກເຈົ້າ.
\s5
\v 12 ແລ້ວພວກເຈົ້າຈະຮ້ອງທູນຕໍ່ເຮົາ, ແລະໄປອະທິຖານຕໍ່ເຮົາ, ແລະເຮົາຈະຟັງພວກເຈົ້າ.
\v 13 ເພາະພວກເຈົ້າຈະສະແຫວງຫາເຮົາ ແລະພົບເຮົາ, ເມື່ອພວກເຈົ້າສະແຫວງຫາເຮົາດ້ວຍສິ້ນສຸດໃຈຂອງພວກເຈົ້າ.
\v 14 ແລ້ວເຮົາຈະໃຫ້ພວກເຈົ້າພົບເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ— ແລະ ເຮົາຈະໃຫ້ພວກເຈົ້າກັບສູ່ສະພາບດີ; ເຮົາຈະຮວບຮວມພວກເຈົ້າມາຈາກບັນດາປະຊາຊາດ ແລະ ຈາກທຸກບ່ອນ ທີ່ເຮົາຂັບໄລ່ພວກເຈົ້າໄດ້ກະຈັດກະຈາຍຢູ່ນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຮົາຈະນຳພວກເຈົ້າກັບມາຍັງບ່ອນທີ່ເຮົາເນລະເທດນັ້ນ.
\s5
\v 15 ເພາະພວກເຈົ້າທັງຫລາຍໄດ້ກ່າວວ່າ ພຣະຢາເວໄດ້ຊົງໃຫ້ມີຜູ້ປະກາດພຣະທັມສຳລັບພວກເຮົາທັງຫລາຍໃນບາບີໂລນ,
\v 16 ພຣະຢາເວຊົງກ່າວດັ່ງນີ້ແກ່ກະສັດ ຜູ້ປະທັບເທິງພະທີ່ນັ່ງຂອງດາວິດ ແລະແກ່ປະຊາຊົນທັງຫມົດຜູ້ອາໄສຢູ່ໃນເມືອງນີ້, ຄືບັນດາຍາດພີ່ນ້ອງຂອງພວກເຈົ້າ ຜູ້ບໍ່ໄດ້ຖືກເນລະເທດໄປກັບພວກເຈົ້າວ່າ—
\v 17 ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາກຳລັງຈະສົ່ງດາບການອຶດຫິວອາຫານ ແລະພະຍາດລະບາດມາເຫນືອພວກເຂົາທັງຫລາຍ. ເພາະເຮົາຈະເຮັດໃຫ້ພວກເຂົາເປັນເຫມືອນກັບຫມາກເດື່ອເທດ ທີ່ບໍ່ດີ ຊຶ່ງເຫນົ່າຫລາຍຈົນບໍ່ສາມາດກິນໄດ້.
\s5
\v 18 ແລ້ວເຮົາຈະຂົ່ມເຫັງພວກເຂົາດ້ວຍດາບ, ການອຶດຫິວອາຫານ, ແລະພະຍາດລະບາດ ແລະຈະເຮັດໃຫ້ພວກເຂົາເປັນທີ່ຢ້ານກົວໃນສາຍຕາຂອງຣາຊະອານາຈັກທັງຫມົດແຫ່ງແຜ່ນດິນໂລກ-- ໃຫ້ເປັນຄວາມສັ່ນໄຫວ, ໃຫ້ເປັນທີ່ສາບແຊ່ງ ແລະໃຫ້ເປັນທີ່ຫນ້າກຽດຊັງ ແລະໃຫ້ເປັນທີ່ຫນ້າອັບອາຍ ທ່າມກາງບັນດາປະຊາຊາດຊຶ່ງເຮົາໄດ້ຂັບໄລ່ໃຫ້ເຂົາໄປຢູ່ນັ້ນ.
\v 19 ນີ້ເປັນເພາະວ່າພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ທີ່ເຮົາໄດ້ສົ່ງມາຍັງພວກເຂົາຢ່າງບໍ່ຂາດສາຍ, ແຕ່ພວກເຈົ້າທັງຫລາຍບໍ່ຍອມຟັງ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 20 ດັ່ງນັ້ນ ພວກເຈົ້າທັງຫລາຍຈົ່ງຟັງພຣະທັມຂອງພຣະຢາເວ, ພວກເຈົ້າທັງປວງຜູ້ຊຶ່ງເຮົາສົ່ງໄປຈາກນະຄອນເຢຣູຊາເລັມເຖິງບາບີໂລນ,
\v 21 ‘ພຣະຢາເວຈອມໂຍທາ, ພຣະເຈົ້າຂອງອິດສະຣາເອນ, ກ່າວດັ່ງນີ້ກ່ຽວກັບອາຮາບ ລູກຊາຍຂອງໂກລາຢາ ແລະເຊເດກີຢາ ລູກຊາຍມາອາເສຢາ, ຜູ້ຊຶ່ງໄດ້ປະກາດພຣທຳບໍ່ຈິງແກ່ພວກເຈົ້າໃນນາມຂອງເຮົາ: ເບິ່ງແມ, ເຮົາກຳລັງຈະມອບເຂົາທັງສອງໄວ້ໃນມືຂອງເນບູກາດເນັດຊາ ກະສັດແຫ່ງບາບີໂລນ ແລະເພິ່ນຈະຂ້າເຂົາທັງສອງເສຍຕໍ່ຫນ້າຕໍ່ຕາພວກເຈົ້າ.
\s5
\v 22 ແລ້ວຄຳສາບແຊ່ງຖືກກ່າວກ່ຽວກັບຄົນເຫລົ່ານີ້ ໂດຍບັນດາຜູ້ທີ່ຖືກເນລະເທດຂອງຢູດາໃນບາບີໂລນ ຄຳສາບແຊ່ງຈະກ່າວວ່າ: ຂໍພຣະຢາເວຊົງເຮັດກັບພວກເຈົ້າເຫມືອນເຊເດກີຢາ ແລະອາຮາບ ຜູ້ທີ່ກະສັດບາບີໂລນ ເຜົາເສຍດ້ວຍໄຟ.
\v 23 ສິ່ງນີ້ຈະເກີດຂຶ້ນ ເພາະສິ່ງທີ່ຫນ້າອັບອາຍທີ່ພວກເຂົາໄດ້ເຮັດໃນອິດສະຣາເອນ ເມື່ອພວກເຂົາໄດ້ລ່ວງປະເວນີກັບເມຍຂອງເພື່ອນບ້ານ ແລະໄດ້ເວົ້າຖ້ອຍຄຳບໍ່ຈິງໃນນາມຂອງເຮົາ, ສິ່ງເຫລົ່ານີ້ຊຶ່ງເຮົາບໍ່ໄດ້ບັນຊາພວກເຂົາໃຫ້ກ່າວ. ເພາະເຮົາເປັນຜູ້ທີ່ຮູ້; ເຮົາເປັນພະຍານ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 24 “ກ່ຽວກັບເຊມາຢາ ຊາວເນເຮລາມ, ຈົ່ງກ່າວວ່າ:
\v 25 ‘ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ: ເພາະພວກເຈົ້າໄດ້ສົ່ງຈົດຫມາຍໃນນາມຂອງພວກເຈົ້າໄປຍັງປະຊາຊົນທັງປວງຜູ້ຢູ່ໃນນະຄອນເຢຣູຊາເລັມ, ໄປຍັງເຊຟານີຢາ ລູກຊາຍປະໂລຫິດມາອາເສຢາ, ແລະໄປຍັງປະໂລຫິດທັງປວງ ແລະໄດ້ກ່າວວ່າ,
\v 26 “ພຣະຢາເວໄດ້ຊົງເຮັດໃຫ້ພວກເຈົ້າເປັນປະໂລຫິດແທນປະໂລຫິດເຢໂຮຢາດາ ເພື່ອໃຫ້ເປັນຜູ້ດູແລພຣະວິຫານຂອງພຣະຢາເວ. ເຈົ້າໄດ້ຢູ່ໃນການຄວບຄຸມຄົນຂອງປະຊາຊົນທັງປວງ ຜູ້ຊຶ່ງບ້າ ແລະເຮັດໃຫ້ຕົວພວກເຂົາເອງເປັນຜູ້ປະກາດພຣະທັມ. ເຈົ້າຄວນຈັບພວກເຂົາໃສ່ຄຸກໄວ້ ແລະໃສ່ໂສ້ເສຍ.
\s5
\v 27 ດັ່ງນັ້ນບັດນີ້, ເປັນຫຍັງພວກເຈົ້າຈຶ່ງບໍ່ໄດ້ຕຳຫນິເຢເຣມີຢາ ຊາວອານາໂທດ, ຜູ້ຊຶ່ງຕັ້ງຕົວເອງເປັນຜູ້ປະກາດພຣະທັມແກ່ເຈົ້າ?
\v 28 ເພາະລາວໄດ້ສົ່ງຈົດຫມາຍມາຍັງເຮົາໃນບາບີໂລນ ແລະໄດ້ກ່າວວ່າ, ‘ຈະເປັນເວລາທີ່ດົນນານ. ຈົ່ງສ້າງເຮືອນທັງຫລາຍ ແລະອາໄສຢູ່ໃນເຮືອນນັ້ນ, ແລະຈົ່ງເຮັດສວນ ແລະກິນຜົນທີ່ໄດ້ນັ້ນ.’”
\v 29 ປະໂລຫິດເຊຟານີຢາອ່ານຈົດຫມາຍນີ້ໃຫ້ຜູ້ປະກາດພຣະທັມເຢເຣມີຢາຜູ້ປະກາດພຣະທັມຟັງ.
\s5
\v 30 ແລ້ວພຣະທັມຂອງພຣະຢາເວກໍມາຍັງເຢເຣມີຢາ ກ່າວວ່າ,
\v 31 “ຈົ່ງສົ່ງຖ້ຍອຄຳໄປເຖິງບັນດາຜູ້ເປັນຊະເລີຍທັງຫມົດວ່າ, ‘ພຣະຢາເວກ່າວກ່ຽວກັບເຊມາຢາຊາວເນເຮລາມວ່າ, ເພາະວ່າເຊມາຢາໄດ້ທຳນວຍແກ່ພວກເຈົ້າ ໃນຂະນະທີ່ເຮົາບໍ່ໄດ້ໃຊ້ລາວ ແລະລາວໄດ້ເຮັດໃຫ້ພວກເຈົ້າວາງໃຈໃນຄຳບໍ່ຈິງ,
\v 32 ເພາະສະນັ້ນພຣະຢາເວຊົງກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະລົງໂທດເຊມາຢາຊາວເນເຮລາມ ແລະເຊື້ອສາຍຂອງລາວ ຈະບໍ່ມີຈັກຄົນຫນຶ່ງທີ່ຈະອາໄສຢູ່ໃນທ່າມກາງຊົນຊາດນີ້. ລາວຈະບໍ່ໄດ້ເຫັນການດີທີ່ເຮົາຈະເຮັດແກ່ປະຊາຊົນຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວກ່າວ—ເພາະລາວໄດ້ສອນການກະບົດຕໍ່ພຣະຢາເວ.’”
\s5
\c 30
\cl ບົດທີ 30
\p
\v 1 ພຣະຄຳຂອງພຣະຢາເວຊົງກ່າວຕໍ່ເຢເຣມີຢາ, ກ່າວວ່າ,
\v 2 “ນີ້ແມ່ນຖ້ອຍຄຳທີ່ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຈົ່ງຂຽນໄວ້ເພື່ອຕົວເຈົ້າເອງໃນປຶ້ມມ້ວນຫົວຫນຶ່ງ.
\v 3 ເພາະເບິ່ງແມ, ວັນທັງຫລາຍກຳລັງຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະນຳຄວາມຮຸ່ງເຮືອງທັງຫລາຍແກ່ໄພ່ພົນຂອງເຮົາ, ຄືໃຫ້ອິດສະຣາເອນ ແລະຢູດາກັບຄືນສູ່ສະພາບເດີມ. ເຮົາເອງ, ພຣະຢາເວ, ໄດ້ຊົງກ່າວແລ້ວ. ເພາະເຮົາຈະນຳພວກເຂົາມາຍັງແຜ່ນດິນທີ່ເຮົາໄດ້ມອບໃຫ້ບັນພະບູລຸດຂອງພວກເຂົາທັງຫລາຍ, ແລະພວກເຂົາຈະໄດ້ເປັນເຈົ້າຂອງແຜ່ນດິນນັ້ນ.”
\s5
\v 4 ຕໍ່ໄປນີ້ເປັນບັນດາພຣະທັມຊຶ່ງພຣະຢາເວຊົງກ່າວເຖິງ ອິດສະຣາເອນ ແລະຢູດາ ດັ່ງນີ້,
\v 5 “ເພາະພຣະຢາເວຊົງກ່າວດັ່ງນີ້ວ່າ ‘ພວກເຮົາໄດ້ຍິນສຽງຮ້ອງໄຫ້ ຍ້ອນຕື່ນຕົກໃຈເປັນສຽງຢ້ານ ແລະບໍ່ແມ່ນສຽງແຫ່ງສັນຕິສຸກ.
\s5
\v 6 ຈົ່ງຖາມເຖີດ ແລະເບິ່ງວ່າ ຖ້າຜູ້ຊາຍຈະອອກລູກໄດ້ບໍ. ເປັນຫຍັງພວກເຈົ້າຈຶ່ງເຫັນຜູ້ຊາຍຫນຸ່ມທຸກຄົນ ເອົາມືອູ້ມທ້ອງຂອງພວກເຂົາເຫມືອນຍິງຈະອອກລູກ? ເປັນຫຍັງຫນ້າຕາຂອງທຸກຄົນຈຶ່ງຂາວຊີດໄປ?
\v 7 ອານິຈັງ! ເພາະວັນນັ້ນຈະຍິ່ງຫໃ່ຍເຫລືອເກີນ ບໍ່ມີວັນໃດເຫມືອນ. ມັນຈະເປັນເວລາກະວົນກະວາຍທຸກໃຈຂອງເຊື້ອສາຍຢາໂຄບ, ແຕ່ພວກເຂົາກໍຍັງຈະໄດ້ຮັບການຊ່ວຍເຫລືອຈາກວັນນັ້ນໄປໄດ້.
\s5
\v 8 ເພາະມັນຈະເປັນໃນວັນນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ—ທີ່ເຮົາຈະປົດແອກອອກຈາກຄໍ, ແລະ ແກ້ໂສ້ອອກຈາກພວກເຈົ້າເສຍ, ດັ່ງນັ້ນພວກຄົນຕ່າງຊາດຈະບໍ່ເຮັດໃຫ້ພວກເຈົ້າເປັນທາດຮັບໃຊ້ອີກຕໍ່ໄປ.
\v 9 ແຕ່ພວກເຈົ້າຈະນະມັດສະການພຣະຢາເວພຣະເຈົ້າຂອງພວກເຂົາ ແລະຮັບໃຊ້ດາວິດກະສັດຂອງພວກເຂົາ, ຜູ້ທີ່ເຮົາຈະໃຫ້ເປັນກະສັດຂອງພວກເຂົາ.
\s5
\v 10 ດັ່ງນັ້ນເຈົ້ງເອງ, ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ, ຢ່າສູ່ຢ້ານເລີຍ— ນີ້ເປັນຄຳປະກາດຂອງພຣະຢາເວ— ແລະຢ່າຕື່ນຕົກໃຈ, ຊາວອິດສະຣາເອນເອີຍ. ເພາະເບິ່ງແມ, ເຮົາຈະຊ່ວຍໃຫ້ໄດ້ກັບຄືນມາຈາກປະເທດອັນໄກ ແລະບັນດາລູກຫລານຂອງພວກເຈົ້າຈາກແຜ່ນດິນທີ່ຕົກເປັນນັກໂທດ. ເຊື້ອສາຍຂອງຢາໂຄບຈະກັບມາມີຊີວິດຢູ່ຢ່າງສະຫງົບສຸກ; ພວກເຂົາຈະປອດໄພ, ແລະ ຈະບໍ່ມີໃຜເຮັດໃຫ້ພວກເຂົາຢ້ານກົວອີກຕໍ່ໄປ.
\v 11 ເພາະເຮົາຈະຢູ່ກັບພວກເຈົ້າ— ນີ້ເປັນຄຳປະກາດຂອງພຣະຢາເວ— ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໄພ. ແລ້ວເຮົາຈະທຳລາຍບັນດາປະເທດທີ່ເຮົາໃຫ້ພວກເຈົ້າກະຈັດກະຈາຍໄປຢູ່ນັ້ນ. ແຕ່ເຮົາຈະບໍ່ທຳລາຍພວກເຈົ້າຈົນຫມົດສິ້ນ, ເຖິງວ່າເຮົາຈະລົງໂທດພວກເຈົ້າຢ່າງເປັນທຳ ແລະ ຈະບໍ່ປ່ອຍພວກເຈົ້າໄປໂດຍບໍ່ລົງໂທດຢ່າງແນ່ນອນ.
\s5
\v 12 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ການບາດເຈັບຂອງພວກເຈົ້າບໍ່ສາມາດປິ່ນປົວໃຫ້ດີໄດ້; ບາດແຜຂອງພວກເຈົ້າກໍໄດ້ຕິດເຊື້ອ.
\v 13 ຈະບໍ່ມີໃຜບົວລະບັດຮັກສາພວກເຈົ້າ; ບໍ່ມີຢາຮັກສາບາດແຜຂອງພວກເຈົ້າທີ່ປິ່ນປົວໃຫ້ພວກເຈົ້າ.
\s5
\v 14 ພວກຄົນຮັກແພງທັງຫມົດຂອງພວກເຈົ້າໄດ້ລືມພວກເຈົ້າ. ພວກເຂົາຈະບໍ່ສົນໃຈພວກເຈົ້າອີກ, ເພາະເຮົາໄດ້ເຮັດໃຫ້ພວກເຈົ້າບາດເຈັບໂດຍສັດຕູ ແລະເປັນການລົງໂທດເຫມືອນຢ່າງນາຍທີ່ໂຫດຮ້າຍ ເພາະວ່າຄວາມຊົ່ວທັງຫລາຍ ແລະບາບຫລວງຫລາຍຂອງພວກເຈົ້າ.
\v 15 ເປັນຫຍັງພວກເຈົ້າຮ້ອງໄຫ້ ຂໍຄວາມຊ່ວຍເຫລືອ ເພາະຄວາມເຈັບປວດຂອງພວກເຈົ້າ? ຄວາມເຈັບປວດຂອງພວກເຈົ້ານັ້ນປິ່ນປົວໃຫ້ດີບໍ່ໄດ້ດອກ, ເພາະວ່າຄວາມຜິດຢ່າງຍິ່ງຂອງພວກເຈົ້າ, ຄວາມບາບຫລວງຫລາຍຂອງພວກເຈົ້າ, ດັ່ງນີ້ເຮົາໄດ້ເຮັດສິ່ງເຫລົ່ານີ້ແກ່ພວກເຈົ້າ.
\s5
\v 16 ດັ່ງນັ້ນ ທຸກຄົນໃດທຳຮ້າຍພວກເຈົ້າ ແລະສັດຕູຂອງພວກເຈົ້າທັງຫມົດຈະຕົກເປັນຊະເລີຍ. ເພາະຄົນເຫລົ່ານັ້ນທີ່ໄດ້ປຸ້ນພວກເຈົ້າກໍຈະຖືກປຸ້ນ, ແລະເຮົາຈະເຮັດໃຫ້ທຸກຄົນທີ່ເອົາພວກເຈົ້າເປັນເຫຍື່ອ ເຮົາຈະໃຫ້ພວກເຂົາຕົກເປັນເຫຍື່ອເຊັ່ນກັນ.
\v 17 ເພາະເຮົາຈະນຳການຮັກສາແກ່ພວກເຈົ້າ; ເຮົາຈະປິ່ນປົວບາດແຜໃຫ້ດີ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະເຮັດສິ່ງນີ້ເພາະພວກເຂົາທັງຫລາຍໄດ້ເອີ້ນພວກເຈົ້າວ່າ: ພວກນອກຄອກ. ບໍ່ມີໃຜສົນໃຈເມືອງຊີໂອນ.’”
\s5
\v 18 ພຣະຢາເວຊົງກ່າວວ່າ, “ເບິ່ງເຖີດ, ເຮົາກຳລັງຈະນຳຄວາມຮຸ່ງເຮືອງທັງຫລາຍຂອງເຕັ້ນແຫ່ງຢາໂຄບກັບຄືນສູ່ສະພາບເດີມ ແລະ ຄວາມເມດຕາໃນເລື່ອງທີ່ອາໄສຂອງພວກເຂົາ. ແລ້ວເມືອງຈະໄດ້ຖືກສ້າງຂຶ້ນໃຫມ່ ເທີງກອງຊາກຫັກພັງທັງຫລາຍ, ແລະປ້ອມປາການຈະຕັ້ງຂຶ້ນອີກຄັ້ງໃນທີ່ຊຶ່ງມັນເຄີຍຢູ່.
\v 19 ແລ້ວບົດເພງຮ້ອງແຫ່ງການສັນລະເສີນ ແລະສຽງຮ້ອງໂຮມ່ວນຊື່ນຈະອອກມາຈາກພວກເຂົາ, ເພາະເຮົາຈະເຮັດໃຫ້ພວກເຂົາເພີ່ມທະວີຫລາຍຂຶ້ນ; ຈະນຳກຽດມາໃຫ້ພວກເຂົາ ດັ່ງນັ້ນພວກເຂົາຈະບໍ່ເປັນພຽງຜູ້ເລັກນ້ອຍ.
\s5
\v 20 ແລ້ວປະຊາຊົນຂອງພວກເຂົາກຈະເປັນເຫມືອນສະໄຫມກ່ອນ, ແລະການຊຸມນຸມຂອງພວກເຂົາຈະໄດ້ຮັບການສະຖາປະນາໄວ້ຕໍ່ຫນ້າເຮົາ ເມື່ອເຮົາລົງໂທດຄົນທັງປວງທີ່ກົດຂີ່ຂົ່ມເຫັງພວກເຂົາ.
\v 21 ຜູ້ປົກຄອງຈະມາຈາກຊົນຊາດຂອງພວກເຂົາເອງ. ລາວຈະອອກມາຈາກທ່າມກາງພວກເຂົາເອງ ເມື່ອເຮົາດຶງເຂົາເຂົ້າມາໃກ້ ແລະເມື່ອລາວເຂົ້າມາເຖິງເຮົາແລ້ວ ຖ້າເຮົາບໍ່ເຮັດສິ່ງນີ້, ໃຜແດ່ຈະກ້າເຂົ້າມາໃກ້ເຮົາ? —ເຮົາພຣະຢາເວໄດ້ກ່າວດັ່ງນີ້ແຫລະ.
\v 22 ແລ້ວພວກເຈົ້າຈະເປັນໄພ່ພົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.”
\s5
\v 23 ເບິ່ງເຖີດ, ຄວາມຄຽດຮ້າຍຂອງພຣະຢາເວ, ເປັນດັ່ງລົມພະຍຸ, ລົມໂຫດຮ້າຍນີ້ຈະພັດອອກ. ມັນເປັນລົມພາຍຸຕໍ່ເນື່ອງ. ມັນວົນວຽນຢູ່ເທິງຫົວຂອງຄົນຊົ່ວຊ້າ.
\v 24 ຄວາມຄຽດຮ້າຍຂອງພຣະຢາເວ ຈະບໍ່ຫມຸນກັບ ຈົນກວ່າມັນຈະໄດ້ຊົງກະທຳໃຫ້ພຣະປະສົງໃນພຣະອົງ. ໃນວາລະສຸດທ້າຍ, ພວກເຈົ້າຈະເຂົ້າໃຈເລື່ອງນີ້.”
\s5
\c 31
\cl ບົດທີ 31
\p
\v 1 “ເມື່ອເວລານັ້ນມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະເປັນພຣະເຈົ້າແຫ່ງຕະກູນທັງປວງຂອງອິດສະຣາເອນ, ແລະພວກເຂົາທັງຫລາຍຈະເປັນໄພ່ພົນຂອງເຮົາ.”
\v 2 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ປະຊາຊົນອິດສະຣາເອນທີ່ເຫລືອຕາຍມາຈາກດາບໄດ້ຮັບຄວາມເມດຕາ ໃນຖິ່ນແຫ້ງແລ້ງກັນດານ; ເຮົາຈະອອກໄປມອບການຢຸດພັກຜ່ອນໃຫ້ຊາວອິດສະຣາເອນເອີຍ.”
\v 3 ພຣະຢາເວໄດ້ຊົງປາກົດແກ່ຂ້ານ້ອຍໃນອະດີດ ແລະໄດ້ຊົງກ່າວວ່າ, “ອິດສະຣາເອນເອີຍ, ເຮົາໄດ້ຮັກແພງພວກເຈົ້າດ້ວຍຄວາມຮັກນິລັນດອນ. ດັ່ງນັ້ນ ເຮົາຈະຮັກແພງພວກເຈົ້າດ້ວຍຄວາມຊື່ສັດແຫ່ງພຣະສັນຍາ.
\s5
\v 4 ເຮົາຈະສ້າງພວກເຈົ້າຂຶ້ນອີກຄັ້ງ ດັ່ງນັ້ນພວກເຈົ້າຖືກສ້າງຂຶ້ນໃຫມ່, ໂອອິດສະຣາເອນສາວປອດເອີຍ ພວກເຈົ້າຈະມີກອງໂທນ ແລະໄດ້ຟ້ອນລຳດ້ວຍຄວາມມ່ວນຊື່ນ.
\v 5 ເຈົ້າຈະໄດ້ປູກຕົ້ນອະງຸ່ນທັງຫລາຍອີກຄັ້ງເທິງພູຊາມາເຣຍ; ຄົນສວນທັງຫລາຍກໍຈະປູກ ແລະຈະໄດ້ກິນຫມາກຂອງມັນໄດ້ດີ.
\v 6 ເພາະວ່າວັນນັ້ນມາເຖິງ ພວກຄົນເຝົ້າຍາມເຂດເທິງພູເອຟຣາອິມທັງຫລາຍຈະປະກາດວ່າ, ‘ມາເທາະ, ໃຫ້ພວກເຮົາຂຶ້ນໄປເທິງພູຊີໂອນເທາະ, ໄປເຝົ້າພຣະຢາເວພຣະເຈົ້າຂອງພວກເຮົາ.'
\s5
\v 7 ພຣະຢາເວຊົງກ່າວວ່າ, “ຈົ່ງຮ້ອງເພງສັນລະເສີນດ້ວຍຄວາມມ່ວນຊື່ນສຳລັບອິດສະຣາເອນ ທີ່ເປັນຊົນຊາດໃຫຍ່! ພຣະຢາເວຊົງຊ່ວຍໄພ່ພົນຂອງພຣະອົງໃຫ້ພົ້ນໄພ, ຊົງຊ່ວຍຄົນທັງປວງທີ່ເຫລືອຢູ່ຂອງອິດສະຣາເອນ.'
\s5
\v 8 ເບິ່ງເຖີດ, ເຮົາກຳລັງຈະໂຮມເອົາພວກເຂົາມາຈາກທາງເຫນືອທັງຫລາຍ. ເຮົາຈະໂຮມພວກເຂົາຈາກຫລາຍສ່ວນທີ່ໄກທີ່ສຸດຂອງແຜ່ນດິນໂລກ. ພ້ອມທັງຄົນຕາບອດ ແລະຄົນເສຍຂາຈະຢູ່ທ່າມກາງພວກເຂົາ; ຜູ້ຍິງຖືພາທີ່ກຳລັງຈະອອກລູກກໍຈະມາ ຊົນຊາດໃຫຍ່ຈະກັບຄືນມາທີ່ນີ້.
\v 9 ໄພ່ພົນຂອງເຮົາຈະກັບມາດ້ວຍການຮ້ອງໄຫ້; ເຮົາຈະເລົ້າໂລມຕາມທີ່ພວກເຂົາໄດ້ຮ້ອງຂໍ. ເຮົາຈະນຳພວກເຂົາມາຮອດກະແສນ້ຳໄຫລໃຫ້ຍ່າງໄປຕາມທາງຮາບພຽງ. ພວກເຂົາຈະບໍ່ສະດຸດ, ເພາະເຮົາເປັນພໍ່ຂອງອິດສະຣາເອນ, ແລະເອຟຣາອິມເປັນລູກກົກຂອງເຮົາ.”
\s5
\v 10 “ຈົ່ງຟັງພຣະທັມຂອງພຣະຢາເວ, ບັນດາຊົນຊາດທັງຫລາຍເອີຍ ແລະຈົ່ງປະກາດຖ້ອຍຄຳຂອງເຮົາໃນແຜ່ນດິນແຄມທະເລທີ່ຢູ່ຫ່າງໄກ. ເຈົ້າທັງຫລາຍ ບັນດາປະຊາຊາດຈົ່ງກ່າວ, ‘ພຣະອົງຜູ້ເຮັດໃຫ້ອິດສະຣາເອນກະຈັດກະຈາຍໄປ ຈະເຕົ້າໂຮມອີກຄັ້ງ ແລະເບິ່ງແຍງພວກເຂົາເຫມືອນຄົນລ້ຽງແກະເບິ່ງແຍງແກະຂອງຕົນ.
\v 11 ເພາະພຣະຢາເວໄດ້ຊົງໄຖ່ຢາໂຄບໄວ້ແລ້ວ ແລະໄດ້ໄຖ່ເຂົາຈາກເງື້ອມມືທີ່ແຂງແຮງເກີນກວ່າເຂົາ.
\s5
\v 12 ແລ້ວພວກເຂົາທັງຫລາຍຈະມາ ແລະຮ້ອງເພງດ້ວຍຄວາມມ່ວນຊື່ນຢູ່ເທິງພູຊີໂອນ. ໃບຫນ້າຂອງພວກເຂົາຈະຊົມຊື່ນຍິນດີໃນສິ່ງຂອງທີ່ເຮົາໃຫ້, ຄືກັບເມັດເຂົ້າ ແລະເຫລົ້າອະງຸ່ນໃຫມ່, ຄືກັບນ້ຳມັນ ແລະລູກຂອງບັນດາສັດລ້ຽງ ແລະຝູງສັດລ້ຽງທັງຫລາຍ. ເພາະຊີວິດທັງຫລາຍຂອງພວກເຂົາຈະເປັນເຫມືອນສວນທີ່ມີນ້ຳຫົດ, ແລະພວກເຂົາຈະບໍ່ມີຄວາມໂສກເສົ້າເສຍໃຈອີກຕໍ່ໄປ.
\s5
\v 13 ແລ້ວພວກຍິງສາວປອດ ຈະປິຕິຍິນດີດ້ວຍການຟ້ອນລຳ ແລະພວກຄົນຫນຸ່ມ ແລະຄົນເຖົ້າຈະຢູ່ຮ່ວມກັນ ເພາະເຮົາຈະປ່ຽນຄວາມໂສກເສົ້າ ເປັນຄວາມມ່ວນຊື່ນ. ເຮົາຈະນຳຄວາມກາຣຸນາຕໍ່ພວກເຂົາ ແລະເຮັດໃຫ້ຄວາມເສຍໃຈຈະກາຍເປັນຄວາມຍິນດີ.
\v 14 ແລ້ວເຮົາຈະໃຫ້ຊີວິດຂອງພວກປະໂລຫິດມີອາຫານກິນອີ່ມ ຢ່າງອຸດົມສົມບູນ. ປະຊາຊົນຂອງເຮົາຈະເຕັມອີ່ມດ້ວຍສິ່ງດີທຸກຢ່າງຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 15 ພຣະຢາເວຊົງກ່າວວ່າ, “ສຽງທີ່ໄດ້ຍິນຢູ່ໃນເມືອງຣາມານັ້ນ ເປັນສຽງໂອຍຄາງ ແລະຮ້ອງໄຫ້ດ້ວຍຄວາມຂົມຂື່ນ. ນາງຣາເຊນຮ້ອງໄຫ້ຍ້ອນບັນດາລູກຂອງຕົນ. ນາງບໍ່ຍອມຟັງສຽງເລົ້າໂລມ, ຍ້ອນວ່າພວກເຂົາທັງຫລາຍນັ້ນໄດ້ຕາຍແລ້ວ."
\s5
\v 16 ພຣະຢາເວໄດ້ຊົງກ່າວດັ່ງນີ້ແຫລະ, “ຈົ່ງລະງັບສຽງຮ້ອງໄຫ້ຄ່ຳຄວນໄວ້ເຖີດ ແລະກັ້ນນໍ້າຕາຈາກດວງຕາຂອງພວກເຈົ້າເສຍ; ເພາະວ່າຈະມີບຳເຫນັດສຳລັບການທົນທຸກຍາກຂອງພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ລູກຫລານຂອງພວກເຈົ້າທັງຫລາຍຈະໄດ້ກັບມາຈາກແຜ່ນດິນຂອງສັດຕູ.
\v 17 ຈະມີຄວາມຫວັງສຳລັບອະນາຄົດຂອງພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ບັນດາເຊື້ອສາຍຂອງພວກເຈົ້າຈະໄດ້ກັບມາຂ້າງເຂດແດນທັງຫລາຍຂອງພວກເຂົາເອງ."
\s5
\v 18 “ເຮົາໄດ້ຍິນເອຟຣາອິມເວົ້າດ້ວຍຄວາມທຸກໃຈວ່າ, ‘ພຣະອົງຊົງໃສ່ໂທດຂ້ານ້ອຍ, ແລະຂ້ານ້ອຍກໍຖືກລົງໂທດເປັນເຫມືອນລູກງົວທີ່ບໍ່ໄດ້ຮັບການຝຶກ. ຂໍຊົງໂຜດໃຫ້ພວກຂ້ານ້ອຍກັບຄືນທ້ອນ ແລະຂ້ານ້ອຍຈະຖືກນຳກັບ, ເພາະພຣະອົງຊົງເປັນພຣະຢາເວຂອງຂ້ານ້ອຍ.
\v 19 ເພາະຫລັງຈາກທີ່ຂ້ານ້ອຍໄດ້ຫລີກຫນີຈາກພຣະອົງ, ຂ້ານ້ອຍກໍຕີຕົນເອງດ້ວຍຄວາມເສຍໃຈ; ຫລັງຈາກທີ່ຂ້ານ້ອຍໄດ້ຮັບຄຳສັ່ງສອນແລ້ວ, ຂ້ານ້ອຍກໍໄດ້ຕີຕົ້ນຂາຂອງຕົນເອງ. ຂ້ານ້ອຍຮູ້ສຶກລະອາຍ ແລະໄດ້ອັບອາຍຂາຍຫນ້າ, ເພາະຂ້ານ້ອຍຕ້ອງທົນຮັບຄວາມເຊື່ອມເສຍ ເມື່ອຄາວຍັງຫນຸ່ມຢູ່ນັ້ນ.
\v 20 ຊາວເອຟຣາອິມເອີຍ, ລູກຊາຍທີ່ຮັກຍິ່ງຂອງເຮົາບໍ່ແມ່ນຫລື? ເປັນທີ່ຮັກຂອງເຮົາ, ເປັນລູກຊາຍທີ່ເຮົາຊື່ນຊົມບໍ່ແມ່ນຫລື? ເມື່ອໃດກໍຕາມທີ່ເຮົາກ່າວໂທດພວກເຈົ້າ ເຮົາກໍຍັງເອີ້ນເຈົ້າວ່າດວງໃຈທີ່ຮັກຂອງເຮົາຢ່າງແນ່ນອນ. ເພາະຢ່າງນີ້ຈິດໃຈຂອງເຮົາຈິ່ງຫວນຄືນຫາພວກ. ເຮົາຈະເມດຕາສົງສານຕໍ່ພວກເຂົາແນ່ນອນ—ນີ້ເປັນຄຳປະກາດຂອງພຣະຢາເວ."
\s5
\v 21 ຈົ່ງຫມາຍທາງທີ່ພວກເຈົ້າຈາກໄປນັ້ນ. ຈົ່ງເຮັດປ້າຍຊີ້ທາງໄວ້ສຳລັບພວກເຈົ້າເອງ. ຈົ່ງພິຈາລະນາໃຫ້ດີເຖິງທາງທີ່ຖືກຕ້ອງ, ທາງຊຶ່ງພວກເຈົ້າຄວນຍ່າງໄປນັ້ນ. ອິດສະຣາເອນສາວປອດເອີຍ, ຈົ່ງກັບຄືນມາເຖີດ! ຈົ່ງກັບມາຍັງບ້ານເມືອງເຫລົ່ານີ້ຂອງພວກເຈົ້າ.
\v 22 ເຈົ້າຈະຍັງລັງເລໃຈຢູ່ອີກເຫິງປານໃດ, ລູກສາວ ຜູ້ທີ່ບໍ່ສັດຊື່ເອີຍ? ເພາະພຣະຢາເວໄດ້ຊົງສ້າງສິ່ງໃຫມ່ຂຶ້ນມາເທິງແຜ່ນດິນໂລກແລ້ວ—ຄືຜູ້ຍິງຈະລ້ອມຜູ້ຊາຍ.”
\s5
\v 23 ພຣະຢາເວຈອມໂຍທາ, ພຣະເຈົ້າຂອງອິດສະຣາເອນ, ຊົງກ່າວວ່າ, “ເມື່ອເຮົາເຮັດໃຫ້ປະຊາຊົນກັບຄືນສູ່ແຜ່ນດິນຂອງພວກເຂົາແລ້ວ ເຈົ້າຈະເວົ້າສິ່ງນີ້ໃນປະເທດຢູດາ ແລະໃນຫົວເມືອງທັງຫລາຍ ອີກເທື່ອຫນຶ່ງວ່າ, ‘ຂໍພຣະຢາເວຊົງອວຍພຣະພອນ ພວກເຈົ້າຜູ້ເປັນສະຖານທີ່ແຫ່ງຄວາມຊອບທຳທີ່ພຣະອົງສະຖິດຢູ່ ພວກເຈົ້າເປັນພູເຂົາສັກສິດບໍລິສຸດ.
\v 24 ເພາະປະເທດຢູດາ ແລະຫົວເມືອງຕ່າງນັ້ນຈະອາໄສຢູ່ດ້ວຍກັນທີ່ນັ້ນ ທັງບັນດາຊາວນາທັງຫລາຍ ແລະບັນດາຄົນລ້ຽງແກະ ພ້ອມກັບສັດທັງຫມົດຂອງພວກເຂົາ.
\v 25 ເພາະເຮົາຈະໃຫ້ນໍ້າດື່ມແກ່ຜູ້ຈິດໃຈທີ່ອ່ອນແຮງ ແລະເຮົາຈະເຕີມເຕັມທຸກຄົນທີ່ກຳລັງທົນທຸກຈາກຄວາມກະຫາຍ.”
\v 26 ຫລັງຈາກນີ້ ຂ້ານ້ອຍກໍໄດ້ຕື່ນ ແລະຈຳໄດ້ວ່າການຫລັບນອນຂອງຂ້ານ້ອຍ ກໍສົດຊື່ນຂຶ້ນ.
\s5
\v 27 “ເບິ່ງເຖີດ, ວັນເຫລົ່ານັ້ນມາເຖິງ—ນີ້ເປັນການປະກາດຂອງພຣະຢາເວ—ເມື່ອເຮົາຈະເຮັດໃຫ້ເຊື້ອສາຍຂອງອິດສະຣາເອນ ແລະຢູດາເຕັມໄປດ້ວຍເຜົ່າພັນມະນຸດ ແລະສັດປ່າ.
\v 28 ແຕ່ກ່ອນ, ເຮົາໄດ້ເຝົ້າເບິ່ງພວກເຂົາເພື່ອຖອນພວກເຂົາອອກ ແລະພັງພວກເຂົາລົງທຳລາຍເສຍ ແລະນຳເຫດຮ້າຍມາໃຫ້ພວກເຂົາ ແຕ່ໃນວັນທັງຫລາຍທີ່ກຳລັງມາ, ເຮົາຈຶ່ງຈະເຝົ້າເບິ່ງພວກເຂົາ, ເພື່ອຈະສ້າງພວກເຂົາຂຶ້ນ ແລະປູກພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 29 ເມື່ອວັນທັງຫລາຍມາເຖິງ ຈະບໍ່ມີໃຜກ່າວຕໍ່ໄປອີກວ່າ, ‘ພວກພໍ່ໄດ້ກິນຫມາກອະງຸ່ນສົ້ມ, ແຕ່ລູກຊ້ຳພັດເຂັດແຂ້ວ.
\v 30 ເພາະແຕ່ລະຄົນຈະຕ້ອງຕາຍໃນຄວາມຜິດບາບຂອງຕົນເອງ; ທຸກຄົນທີ່ກິນຫມາກອະງຸ່ນສົ້ມ ກໍຈະຕ້ອງເຂັດແຂ້ວ.”
\s5
\v 31 ເບິ່ງແມ, ເມື່ອວັນທັງຫລາຍກຳລັງຈະມາ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະໃຫ້ຄຳຫມັ້ນສັນຍາໃຫມ່ແກ່ປະຊາຊົນອິດສະຣາເອນ ແລະຢູດາ.
\v 32 ມັນຈະບໍ່ຄືຄຳຫມັ້ນສັນຍານີ້ຈະບໍ່ເຫມືອນທີ່ເຮົາໄດ້ໃຫ້ບັນພະບູລຸດຂອງພວກເຂົາທັງຫລາຍ ຕອນເຮົາໄດ້ຈູງມືເຂົາອອກຈາກເອຢິບນັ້ນ. ວັນເຫລົ່ານັ້ນໄດ້ເປັນວັນທັງຫລາຍທີ່ພວກເຂົາບໍ່ສັດຊື່ຕໍ່ຄຳຫມັ້ນສັນຍາຂອງເຮົາ ເຖິງວ່າເຮົາໄດ້ເປັນສາມີຂອງພວກເຂົາ —ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 33 ແຕ່ນີ້ຈະເປັນຄຳຫມັ້ນສັນຍາຊຶ່ງເຮົາຈະເຮັດແກ່ເຊື້ອສາຍອິດສະຣາເອນ ພາຍຫລັງວັນທັງຫລາຍເຫລົ່ານີ້—ນີ້ເປັນຄຳປະກາດຂອງພຣະຢາເວກ່າວດັງນີ້ວ່າ: ເຮົາຈະບັນຈຸພຣະທັມຂອງເຮົາໄວ້ໃນຈິດໃຈຂອງພວກເຂົາທັງຫລາຍ ແລະເຮົາຈະຈາລຶກມັນໄວ້ເທີງດວງໃຈຂອງພວກເຂົາ, ເພາະເຮົາຈະເປັນພຣະເຈົ້າຂອງເຂົາ, ແລະພວກເຂົາຈະເປັນໄພ່ພົນຂອງເຮົາ.
\v 34 ຕໍ່ໄປຈະບໍ່ມີໃຜໃນພວກເຂົາສອນເພື່ອນບ້ານຂອງຕົນຕໍ່ໄປ ຫລືຜູ້ຊາຍຄົນຫນຶ່ງຈະບໍສອນນ້ອງຊາຍຂອງເຂົາ ແລະກ່າວວ່າ, ‘ຈົ່ງຮູ້ຈັກພຣະຢາເວ! ເພາະວ່າພວກເຂົາທັງຫມົດ, ຕັ້ງແຕ່ຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດ, ຈະຮູ້ຈັກເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ— ເພາະເຮົາຈະໃຫ້ອະໄພບາບແກ່ພວກເຂົາ ແລະຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”
\s5
\v 35 ພຣະຢາເວຊົງກ່າວດັ່ງນີ້ວ່າ-- ພຣະຢາເວຜູ້ຊົງໃຫ້ດວງອາທິດສ່ອງແສງໃນກາງເວັນ ແລະຊົງໃຫ້ເດືອນດາວ ແລະບັນດາດວງດາວເປັນແສງສະຫວ່າງໃນຕອນກາງຄືນ. ພຣະອົງຄືຜູ້ຊົງກວນໃຫ້ທະເລມີຄື້ນດັງສະເທືອນ ເພື່ອໃຫ້ມັນສົ່ງສຽງ ພຣະນາມຂອງພຣະອົງຄື ພຣະຢາເວຈອມໂຍທາ. ພຣະອົງຊົງກ່າວດັ່ງນີ້ວ່າ,
\v 36 "ພຽງແຕ່ຖ້າຫາກສິ່ງຂອງຖາວອນເຫລົ່ານີ້ຈະຫາຍໄປຈາກສາຍຕາຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ຕາບນັ້ນເຊື້ອສານຂອງອິດສະຣາເອນກໍຈະບໍ່ສິ້ນສຸດ ຈາກການເປັນຊົນຊາດຫນຶ່ງຕໍ່ຫນ້າເຮົາເປັນນິດ.”
\s5
\v 37 ພຣະຢາເວຊົງກ່າວວ່າ, “ພຽງແຕ່ຖ້າທ້ອງຟ້າສູງສຸດທັງຫລາຍເປັນທີ່ວັດແທກໄດ້ ແລະພຽງແຕ່ຖ້າຮາກຖານຂອງແຜ່ນດິນໂລກເບື້ອງລຸ່ມເປັນທີ່ໃຫ້ສຳລຫວດໄດ້, ເຮົາຈຶ່ງຈະປະຖິ້ມເຊື້ອສາຍທັງປວງຂອງອິດສະຣາເອນເສຍ ຍ້ອນທຸກສິ່ງທີ່ພວກເຂົາໄດ້ກະທຳນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 38 “ເບິ່ງແມ, ເມື່ອທັງຫລາຍກຳລັງມາເຖິງ —ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເມືອງນີ້ຖືກສ້າງຂຶ້ນໃຫມ່ເພື່ອເຮົາ, ຕັ້ງແຕ່ຫໍຄອຍຮານາເນນ ເຖິງປະຕູແຈ.
\v 39 ແລ້ວເສັ້ນເຂດແດນຈະຍາວໄປເຖິງພູ ກາເຣບ ແລ້ວຈະລຽງໄປເຖິງໂກອາ.
\v 40 ທົ່ວທັງຮ່ອມພູບ່ອນຝັງຊາກສົບທັງຫລາຍ ແລະກັບຂີ້ເທົ່າໄຟ ແລະທົ່ງນາທັງຫມົດຕາມລຳນ້ຳກິດໂຣນ ຈົນເຖິງປະຕູມ້າໄປທາງຕາເວັນອອກ ຈະເປັນບ່ອນສັກສິດສຳລັບພຣະຢາເວ ເມືອງນີ້ຈະບໍ່ຖືກຖອນຮາກ ຫລື ທຳລາຍອີກຕໍ່ໄປເປັນນິດ.”
\s5
\c 32
\cl ບົດທີ 32
\p
\v 1 ພຣະທໍາຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາໃນປີທີ່ສິບແຫ່ງເຊເດກີຢາກະສັດຂອງຢູດາ, ຊຶ່ງເປັນປີທີ່ສິບແປດຂອງເນບູກາດເນັດຊາ.
\v 2 ຄັ້ງນັ້ນ ກອງທັບຂອງກະສັດແຫ່ງບາບີໂລນກຳລັງອ້ອມນະຄອນເຢຣູຊາເລັມຢູ່ ແລະເຢເຣມີຢາຜູ້ປະກາດພຣະທັມຖືກຂັງຢູ່ໃນບໍລິເວນທະຫານຮັກສາພະອົງ ຊຶ່ງຢູ່ໃນພະລາຊະວັງຂອງກະສັດແຫ່ງຢູດາ.
\s5
\v 3 ເຊເດກີຢາກະສັດແຫ່ງຢູດາໄດ້ຂັງເພິ່ນໄວ້ ແລະໄດ້ກ່າວວ່າ, “ເປັນຫຍັງທ່ານຈຶ່ງປະກາດພຣະທັມ ແລະກ່າວວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະມອບເມືອງນີ້ໄວ້ໃນມືຂອງກະສັດແຫ່ງບາບີໂລນ, ແລະລາວຈະຍຶດເມືອງນີ້.
\v 4 ເຊເດກີຢາກະສັດແຫ່ງຢູດາຈະຫນີໄປບໍ່ພົ້ນຈາກມືຂອງຄົນເຄນເດຍ, ເພາະລາວຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບີໂລນ. ປາກຂອງລາວຈະໄດ້ເວົ້າກັນຕໍ່ປາກຂອງກະສັດ ແລະດວງຕາທັງຫລາຍຂອງລາວຈະແນມເຫັນພຣະເນດທັງຫລາຍຂອງກະສັດ.
\v 5 ລາວຈະນຳເຊເດກີຢາໄປຍັງບາບີໂລນ, ແລະລາວຈະຢູ່ບ່ອນນັ້ນຈົນກວ່າເຮົາຈະໄປຢ້ຽມລາວ—ນີ້ເປັນຄຳປະກາດຂອງພຣະຢາເວ. ເຖິງແມ່ນພວກເຈົ້າຈະຕໍ່ສູ້ກັບຊາວເຄນເດຍ ພວກເຈົ້າກໍຈະບໍ່ສຳເລັດ.’”
\s5
\v 6 ເຢເຣມີຢາເວົ້າວ່າ, “ພຣະທັມຂອງພຣະຢາເວມາຍັງຂ້ານ້ອຍ, ກ່າວວ່າ,
\v 7 ‘ເບິ່ງແມ, ຮານາເມນລູກຊາຍຊານລູມ ລຸງຂອງພວກເຈົ້າຈະມາຫາພວກເຈົ້າ ແລະກ່າວວ່າ, “ຈົ່ງຊື້ນາຂອງຂ້ານ້ອຍຊຶ່ງຢູ່ທີ່ອານາໂທດສຳລັບຕົວທ່ານເອງ, ເພາະວ່າສິດທິຂອງການຊື້ນັ້ນເປັນຂອງທ່ານ.’’”
\s5
\v 8 ແລ້ວ, ດັ່ງທີ່ພຣະຢາເວໄດ້ປະກາດແລ້ວວ່າ, ຮານາເມນ, ລູກຊາຍຂອງຊານລູມອາ, ລຸງຂອງຂ້ານ້ອຍ, ໄດ້ມາຫາຂ້ານ້ອຍທີ່ບໍລິເວນຂອງທະຫານຮັກສາພະອົງ, ແລະເວົ້າກັບຂ້ານ້ອຍວ່າ, ‘ຈົ່ງຊື້ນາຂອງຂ້ານ້ອຍ ຊຶ່ງຢູ່ທີ່ອານາໂທດໃນແຜ່ນດິນເບັນຢາມິນ, ເພາະສິດທິຂອງການຖືກຳມະສິດເປັນຂອງທ່ານ. ຈົ່ງຊື້ໄວ້ສຳລັບຕົວທ່ານເອງ. ແລ້ວຂ້ານ້ອຍຈຶ່ງຮູ້ວ່ານີ້ເປັນພຣະທັມຂອງພຣະຢາເວ.
\v 9 ດັ່ງນັ້ນ ຂ້ານ້ອຍກໍຊື້ນາທີ່ອານາໂທດຈາກຮານາເມນ, ລູກຂອງລຸງຂອງຂ້ານ້ອຍ, ແລະ ໄດ້ຊັ່ງເງິນໃຫ້ແກ່ລາວ ຄືເງິນສິບເຈັດເຊເຂ.
\s5
\v 10 ແລ້ວຂ້ານ້ອຍກໍລົງນາມໃນຫນັງສືປະທັບຕາໄວ້, ໄດ້ພະຍານ ແລະເອົາຕາຊິງຊັ່ງເງິນ.
\v 11 ຕໍ່ຈາກນັ້ນ ຂ້ານ້ອຍກໍຮັບໃບຕາດິນຂອງການຊື້ທັງສະບັບທີ່ປະທັບຕາແລ້ວຕາມກົດຫມາຍ ແລະທຳນຽມ, ພ້ອມກັບສະບັບທີ່ເປີດຢູ່.
\v 12 ແລະຂ້ານ້ອຍກໍມອບເອກະສານຂອງການຊື້ໃຫ້ແກ່ບາຣຸກລູກຊາຍເນຣີຢາ ຜູ້ເປັນລູກຊາຍຂອງມາເຊຢາ ຕໍ່ຫນ້າຮານາເມນ, ລູກຂອງລຸງຂອງຂ້ານ້ອຍ, ໃນສາຍຕາຂອງພະຍານຜູ້ທີ່ລົງນາມໃນເອກະສານການຊື້ ແລະຕໍ່ຫນ້າບັນດາຊາວຢູດາ ຜູ້ຊຶ່ງນັ່ງຢູ່ໃນບໍລິເວນທະຫານຮັກສາພະອົງ.
\s5
\v 13 ດັ່ງນັ້ນຂ້ານ້ອຍກໍກ່າວເນັ້ນບາຣຸກຕໍ່ຫນ້າພວກເຂົາທັງຫລາຍ, ຂ້ານ້ອຍກ່າວວ່າ,
\v 14 ‘ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ: ຈົ່ງເອົາເອກະສານເຫລົ່ານີ້ໄປເສຍ, ທັງເອກະສານຂອງການຊື້ທີ່ປະທັບຕາ ກັບສະບັບທີ່ເປີດນີ້ ແລະບັນຈຸໄວ້ໃນພາຊະນະດິນ ເພື່ອຈະທົນຢູ່ໄດ້ດົນນານ.
\v 15 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ: ບ້ານເຮືອນທັງຫລາຍ, ແລະໄຮ່ນາທັງຫລາຍ, ແລະສວນອະງຸ່ນທັງຫລາຍ ຈະມີການຖືກຳມະສິດກັນອີກໃນແຜ່ນດິນນີ້.”
\s5
\v 16 ຫລັງຈາກທີ່ຂ້ານ້ອຍມອບເອກະສານການຊື້ໃຫ້ແກ່ບາຣຸກ ລູກຊາຍເນຣີຢາແລ້ວ, ຂ້ານ້ອຍໄດ້ອະທິຖານຕໍ່ພຣະຢາເວວ່າ,
\v 17 ‘ອະນິຈັງ, ຂ້າແດ່ພຣະຢາເວພຣະຜູ້ເປັນເຈົ້າ! ເບິ່ງແມ! ແມ່ນພຣະອົງເອງ ຜູ້ໄດ້ຊົງສ້າງຟ້າສະຫວັນ ແລະແຜ່ນດິນໂລກ ດ້ວຍລິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ແລະດ້ວຍພຣະຫັດຊຶ່ງຢຽດອອກຂອງພຣະອົງ ສຳລັບພຣະອົງບໍ່ມີສິ່ງໃດທີ່ຍາກເກີນສຳລັບພຣະອົງທີ່ຈະຊົງກະທຳ.
\v 18 ພຣະອົງຊົງສະແດງຄວາມເມດຕາທີ່ຊື່ສັດຕໍ່ຄົນເປັນພັນໆ ແລະຊົງເທຄວາມຊົ່ວຊ້າຂອງຄົນເຫລ່ົ່ານັ້ນໃຫ້ຕົກເຖິງລູກຫລານຂອງພວກເຂົາທີ່ສືບຕໍ່ຈາກພວກເຂົາມາ. ພຣະອົງຊົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະຊົງຣິດທານຸພາບ; ພຣະນາມຂອງພຣະອົງຄືພຣະຢາເວຈອມໂຍທາ.
\s5
\v 19 ພຣະອົງຊົງມີປັນຍາທີ່ແຫລມຄົມ ແລະຊົງຣິດທານຸພາບໃນພະລາຊະກິດທັງປວງ, ເພາະພຣະເນດຂອງພຣະອົງຊົງເຫັນທຸກການດຳເນີນຊີວິດຂອງມະນຸດ ຊົງປະທານແຕ່ລະຄົນໃນສິ່ງທິ່ພວກເຂົາປະພຶດ ແລະຕາມການກະທຳທັງຫລາຍຕາມທີ່ພວກເຂົາຄວນໄດ້ຮັບ.
\v 20 ພຣະອົງໄດ້ຊົງເປັນຜູ້ສະແດງຫມາຍສຳຄັນ ແລະການອັດສະຈັນໃນແຜ່ນດິນເອຢິບ. ແລະຈົນເຖິງສະໄຫມນີ້ ກໍຊົງສະແດງໃນອິດສະຣາເອນ ແລະທ່າມກາງມະນຸດຊາດ, ພຣະອົງໄດ້ຊົງເຮັດໃຫ້ພຣະນາມຊ່າລືໄປ.
\v 21 ພຣະອົງໄດ້ຊົງນຳອິດສະຣາເອນປະຊາຊົນຂອງພຣະອົງອອກຈາກແຜ່ນດິນເອຢິບ ດ້ວຍຫມາຍສຳຄັນ ແລະການອັດສະຈັນ, ດ້ວຍພຣະຫັດເຂັ້ມແຂງ, ແລະພຣະຫັດທີ່ຢຽດອອກດ້ວຍຫນ້າຢ້ານກົວຢ່າງຍິ່ງ.
\s5
\v 22 ແລ້ວພຣະອົງຊົງປະທານແຜ່ນດິນນີ້ແກ່ພວກເຂົາ—ຊຶ່ງພຣະອົງຊົງປະຕິຍານແກ່ບັນພະບູລຸດຂອງເຂົາທັງຫລາຍວ່າຈະປະທານແກ່ພວກເຂົາ—ຄືແຜ່ນດິນ ຊຶ່ງມີນ້ຳນົມ ແລະນ້ຳເຜິ້ງໄຫລບໍລິບູນ.
\v 23 ດັ່ງນັ້ນພວກເຂົາກໍໄດ້ເຂົ້າໄປ ແລະຖືກຳມະສິດແຜ່ນດິນນັ້ນ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງພຣະສຸລະສຽງຂອງພຣະອົງ ຫລືດຳເນີນຊີິວິດຕາມພຣະບັນຍັດຂອງພຣະອົງ. ພວກເຂົາບໍ່ໄດ້ເຮັດສິ່ງທັງປວງຊຶ່ງພຣະອົງຊົງບັນຊາພວກເຂົາ ໃຫ້ເຮັດເລີຍ ເພາະສະນັ້ນພຣະອົງຈຶ່ງຊົງເຮັດໃຫ້ເຫດຮ້າຍທັງຫມົດນີ້ມາເຖິງພວກເຂົາ.
\s5
\v 24 ເບິ່ງແມ! ກອງດິນທີ່ອ້ອມຢູ່ໄດ້ມາໄດ້ມາເຖິງເມືອງ ເພື່ອຈະຍຶດເອົາແລ້ວ. ເພາະເຫດດ້ວຍດາບ, ການອຶດຫິວອາຫານ, ແລະ ພະຍາດລະບາດ, ເມືອງນີ້ກໍໄດ້ຖືກມອບໄວ້ໃນມືຂອງຄົນເຄນເດຍຜູ້ກຳລັງຕໍ່ສູ້ຢູ່ນັ້ນ ເພາະສິ່ງພຣະອົງກ່າວກໍກຳລັງເປັນໄປຢ່າງນັ້ນແລ້ວ, ແລະເບິ່ງແມ, ພຣະອົງຊົງກຳລັງທອດພຣະເນດຢູ່.
\v 25 ແລ້ວພຣະອົງເອງຍັງໄດ້ຊົງກ່າວແກ່ຂ້ານ້ອຍວ່າ, “ຈົ່ງເອົາເງິນຊື້ນາສຳລັບຕົວເຈົ້າເອງ ແລະຫາພວກພະຍານເສຍ ເຖິງແມ່ນວ່າເມືອງນັ້ນຈະຖືກມອບໄວ້ໃນມືຂອງຄົນເຄນເດຍ.’”
\s5
\v 26 ພຣະທັມຂອງພຣະຢາເວມາຍັງເຢເຣມີຢາ, ກ່າວວ່າ,
\v 27 “ເບິ່ງແມ! ເຮົາຄືພຣະຢາເວພຣະເຈົ້າຂອງບັນດາມະນຸດຊາດທັງຫມົດ. ສຳລັບເຮົາມີສິ່ງໃດທີ່ຍາກເກີນໄປບໍ?
\v 28 ເພາະສະນັ້ນພຣະຢາເວກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະມອບເມືອງນີ້ໄວ້ໃນມືຂອງຊາວເຄນເດຍ ແລະໃນມືຂອງເນບູກາດເນັດຊາ, ກະສັດແຫ່ງບາບີໂລນ. ລາວຈະຍຶດເອົາມັນແນ່ນອນ.
\s5
\v 29 ຊາວເຄນເດຍຜູ້ຕໍ່ສູ້ກັບເມືອງນີ້ຈະມາ ແລະຈູດໄຟເຜົາເມືອງນີ້ເສຍດ້ວຍໄຟໃຫ້ໄຫມ້ຫມົດ, ທັງບັນດາເຮືອນທີ່ພວກເຂົາເຜົາເຄື່ອງຖວາຍພະບາອານຢູ່ເທິງຫລັງຄາທັງຫລາຍ ແລະເຄື່ອງດື່ມບູຊາຖວາຍແກ່ພະອື່ນໆ ເພື່ອຍົວະເຍົ້າເຮົາໃຫ້ໂກດຮ້າຍ.
\v 30 ເພາະເຊື້ອສາຍຂອງອິດສະຣາເອນ ແລະເຊື້ອສາຍຂອງຢູດາໄດ້ເປັນປະຊາຊົນທີ່ເຮັດຄວາມຊົ່ວໃນສາຍຕາຂອງເຮົາຕັ້ງແຕ່ຫນຸ່ມສາວ. ປະຊາຊົນອິດສະຣາເອນໄດ້ຍົວະເຍົ້າເຮົາໃຫ້ໂກດຮ້າຍດ້ວຍການກະທຳທັງຫລາຍດ້ວຍມືຂອງຕົນ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 31 ພຣະຢາເວຊົງປະກາດວ່າ ເມືອງນີ້ໄດ້ຍົວະເຍົ້າຄວາມໂກດຮ້າຍ ແລະຄວາມພິໂລດຂອງເຮົາ. ຕັ້ງແຕ່ມື້ທີ່ໄດ້ສ້າງມັນຂຶ້ນມາຈົນເຖິງມື້ນີ້. ເພາະສະນັ້ນເຮົາຈະຖອນອອກໄປເສຍຈາກຫນ້າຂອງເຮົາ.
\v 32 ເພາະວ່າຄວາມຊົ່ວທັງຫມົດຂອງປະຊາຊົນອິດສະຣາເອນ ແລະຢູດາ, ຊຶ່ງພວກເຂົາໄດ້ເຮັດໃຫ້ເຮົາຢາກຮ້າຍ—ຄືທັງຕົວພວກເຂົາ, ບັນດາກະສັດ, ພວກເຈົ້ານາຍ, ບັນດາປະໂລຫິດ, ແລະຜູ້ປະກາດພຣະທັມທຸກຄົນໃນຢູດາ ແລະຊາວນະຄອນເຢຣູຊາເລັມ.
\s5
\v 33 ພວກເຂົາທັງຫລາຍໄດ້ຫັນຫລັງໃຫ້ເຮົາ ແທນທີ່ຈະຫັນຫນ້າຂອງພວກເຂົາ, ເຖິງວ່າເຮົາໄດ້ສອນພວກເຂົາຢູ່ຢ່າງບໍ່ຢຸດຢັ້ງ. ແຕ່ກໍບໍ່ມີຈັກຄົນດຽວໄດ້ຟັງທີ່ຈະຮັບຄຳສັ່ງສອນຂອງເຮົາ.
\v 34 ພວກເຂົາໄດ້ຕັ້ງບັນດາຮູບເຄົມລົບທີ່ຫນ້າກຽດຊັງຂອງຕົນໄວ້ໃນພຣະວິຫານ ຊຶ່ງເອີ້ນຕາມນາມຂອງເຮົາ ອັນເຮັດໃຫ້ມີມົນທິນ.
\v 35 ພວກເຂົາໄດ້ສ້າງແທ່ນບູຊາອັນສູງສຳລັບພະບາອານໃນພູເຂົາແຫ່ງຮິນໂນມ ເພື່ອຖວາຍລູກຊາຍ ແລະລູກສາວຂອງຕົນຍ່າງລຸຍໄຟ ແດ່ພະໂມເລັກ. ເຮົາບໍ່ໄດ້ບັນຊາພວກເຂົາ ຫລືມີຢູ່ໃນຈິດໃຈຂອງເຮົາວ່າ. ພວກເຂົາຄວນຈະເຮັດສິ່ງຫນ້າກຽດຊັງນີ້ ແລະດັ່ງນັ້ນເຮັດໃຫ້ຢູດາຜິດບາບ.
\s5
\v 36 ເພາະສະນັ້ນ, ເຮົາເອງ, ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວກ່ຽວກັບເມືອງນີ້ແກ່ພວກເຈົ້າທັງຫລາຍວ່າ, ‘ເມືອງນີ້ຈະຖືກຍົກໄວ້ໃນມືຂອງກະສັດແຫ່ງບາບີໂລນ ດ້ວຍດາບ, ດ້ວຍການອຶດຫິວອາຫານ, ແລະດ້ວຍພະຍາດລະບາດ.
\v 37 ເບິ່ງແມ, ເຮົາຈະຮວບຮວມພວກເຂົາມາຈາກປະເທດທັງປວງ ຊຶ່ງເຮົາໄດ້ຂັບໄລ່ເຂົາໃຫ້ໄປຢູ່, ດ້ວຍຄວາມພິໂລດ, ແລະຄວາມໂກດຮ້າຍຢ່າງຮຸນແຮງຂອງເຮົາ. ເຮົາກຳລັງຈະນຳພວກເຂົາກັບມາຍັງທີ່ນີ້ ແລະຈະໃຫ້ພວກເຂົາອາໄສຢູ່ຢ່າງປອດໄພ.
\s5
\v 38 ແລ້ວພວກເຂົາຈະເປັນປະຊາຊົນຂອງເຮົາ, ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.
\v 39 ເຮົາຈະໃຫ້ໃຈດຽວ ແລະທາງດຽວແກ່ພວກເຂົາ ເພື່ອພວກເຂົາຈະຢຳເກງເຮົາຢູ່ທຸກວັນ ເພື່ອເປັນປະໂຫຍດແກ່ເຂົາ ແລະແກ່ລູກຫລານຂອງພວກເຂົາທີ່ຕາມມາ.
\v 40 ແລ້ວເຮົາຈະເຮັດຄຳຫມັ້ນສັນຍານິລັນດອນກັບພວກເຂົາວ່າເຮົາຈະບໍ່ຫັນຈາກການເຮັດດີແກ່ເຂົາທັງຫລາຍ. ເຮົາຈະບັນຈຸຄວາມຢຳເກງເຮົາໄວ້ໃນໃຈຂອງພວກເຂົາ ເພື່ອວ່າເຂົາຈະບໍ່ໄດ້ຫັນໄປຈາກເຮົາ.
\s5
\v 41 ແລ້ວເຮົາຈະປິຕິຍິນດີໃນການເຮັດດີແກ່ເຂົາ ແລະເຮົາຈະປູກເຂົາໄວ້ໃນແຜ່ນດິນນີ້ດ້ວຍຄວາມຫມັ່ນພຽນ ດ້ວຍສຸດໃຈຂອງເຮົາ ແລະສຸດຈິດຂອງເຮົາ.
\v 42 ເພາະພຣະຢາເວກ່າວດັ່ງນີ້ວ່າ, 'ດັ່ງທີ່ເຮົາໄດ້ນຳເອົາຄວາມຮ້າຍອັນຍິ່ງໃຫຍ່ທັງຫມົດມາເຫນືອຊົນຊາດນີ້ສັນໃດ, ດັ່ງນັ້ນເຮົາກໍຈະນຳຄວາມດີທັງຫມົດຊຶ່ງເຮົາໄດ້ສັນຍາໄວ້ມາເຫນືອພວກເຂົາສັນນັ້ນ.
\s5
\v 43 ແລ້ວພວກເຂົາຈະຊື້ຂາຍນາກັນໃນແຜ່ນດິນ ຊຶ່ງພວກເຈົ້າກ່າວເຖິງວ່າ. “ນີ້ເປັນແຜ່ນດິນທີ່ຮົກຮ້າງເສຍ ຊຶ່ງບໍ່ມີມະນຸດ ຫລື ສັດ. ມັນໄດ້ຖືກມອບໄວ້ໃນມືຂອງຄົນເຄນເດຍ.
\v 44 ພວກເຂົາຈະຊື້ນາເຫລົ່ານັ້ນດ້ວຍເງິນ ແລະຈະຂຽນເອກະສານກໃນຫນັງສືມ້ວນທັງຫລາຍທີ່ໄດ້ປະທັບຕາ. ພວກເຂົາຈະປະຊຸມພະຍານທັງຫລາຍໃນແຜ່ນດິນຂອງເບັນຢາມິນ, ໃນທີ່ຕ່າງແຖບນະຄອນເຢຣູຊາເລັມ ແລະໃນຫົວເມືອງທັງຫລາຍຂອງຢູດາ, ໃນຫົວເມືອງແຖບແດນເມືອງພູເຂົາໃນຫົວເມືອງແຖບພູເຂົາ, ແລະໃນຫົວເມືອງທັງຫລາຍຂອງເນເກບ. ເພາະເຮົາຈະໃຫ້ການເປັນຊະເລີຍຂອງພວກເຂົາທັງຫລາຍກັບສູ່ສະພາບເດີມ—ນີ້ເປັນຄຳປະກາດຂອງພຣະຢາເວ.’”
\s5
\c 33
\cl ບົດທີ 33
\p
\v 1 ແລ້ວພຣະທັມຂອງພຣະຢາເວມາໄດ້ມາຍັງເຢເຣມີຢາເທື່ອທີ່ສອງ, ເມື່ອເພິ່ນຍັງຖືກກັກຕົວຢູ່ໃນບໍລິເວນຂອງທະຫານຮັກສາພະອົງ, ກ່າວວ່າ,
\v 2 “ພຣະຢາເວຜູ້ຊົງສ້າງ, ຊົງກ່າວດັ່ງນີ້—ພຣະຢາເວ, ຜູ້ຊົງປັ້ນເພື່ອສະຖາປະນາໄວ້—ພຣະຢາເວຄືພຣະນາມຂອງພຣະອົງ,
\v 3 ‘ຈົ່ງເວົ້າຕໍ່ເຮົາ ແລະເຮົາຈະຕອບພວກເຈົ້າ ແລະຈະສະແດງສິ່ງທີ່ຍິ່ງໃຫຍ່ ແລະສະແດງສິ່ງຍິ່ງໃຫຍ່ທັງຫລາຍ ຂໍ້ລຶກລັບທັງປວງຊຶ່ງພວກເຈົ້າບໍ່ເຂົ້າໃຈ.
\s5
\v 4 ເພາະວ່າພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ໄດ້ຊົງກ່າວດັ່ງນີ້ກ່ຽວກັບເລື່ອງເຮືອນຊານທັງຫລາຍໃນນະຄອນນີ້ ແລະກ່ຽວພະລາຊະວັງທັງຫລາຍຂອງບັນດາກະສັດແຫ່ງຢູດາ ຊຶ່ງຖືກຮື້ລົງເພື່ອເຮັດກອງດິນຕໍ່ຕ້ານ ແລະດາບ.
\v 5 ‘ພວກຄົນເຄນເດຍກຳລັງຈະມາເພື່ອສູ້ຮົບ ແລະຖະລົ່ມບ້ານເຮືອນທັງຫລາຍເຕັມໄປດ້ວຍສົບຄົນທີ່ເຮົາສັງຫານດ້ວຍຄວາມໂກດຮ້າຍ ແລະຄວາມພິໂລດຂອງເຮົາ, ເມື່ອເຮົາໄດ້ເຊື່ອງຫນ້າຂອງເຮົາຈາກນະຄອນນີ້ ເນື່ອງດ້ວຍຄວາມຊົ່ວຂອງພວກເຂົາ.
\s5
\v 6 ເບິ່ງແມ, ເຮົາກຳລັງຈະນຳການປິ່ນປົວ ແລະການຮັກສາມາໃຫ້, ເພາະເຮົາຈະຮັກສາເຂົາທັງຫລາຍໃຫ້ຫາຍ ແລະຈະນຳຄວາມອຸດົມສົມບູນ, ສັນຕິສຸກ ແລະຄວາມຫນ້າເຊື່ອຖືມາໃຫ້ພວກເຂົາ.
\v 7 ເພາະເຮົາຈະນຳຄວາມຮຸ່ງເຮືອງທັງຫລາຍມາໃຫ້ຢູດາ ແລະອິດສະຣາເອນກັບສູ່ສະພາບເດີມ; ເຮົາຈະສ້າງພວກເຂົາເສຍໃຫມ່ເຫມືອນກັບທີ່ພວກເຂົາເປັນມາແຕ່ເດີມນັ້ນ.
\v 8 ແລ້ວເຮົາຈະຊຳລະພວກເຂົາຈາກບັນດາຄວາມຜິດບາບທັງສິ້ນ ຊຶ່ງພວກເຂົາໄດ້ເຮັດຕໍ່ເຮົາ. ເຮົາຈະໃຫ້ອະໄພບັນດາຄວາມຊົ່ວຊ້າຊຶ່ງເຂົາໄດ້ເຮັດ, ແລະໃນທຸກວິທີທາງທີ່ພວກເຂົາກະບົດຕໍ່ເຮົາ.
\v 9 ເພາະນະຄອນນີ້ຈະກາຍເປັນສິ່ງທີ່ຊື່ນບານສຳລັບເຮົາ, ເປັນທີ່ສັນເສີນ ແລະ ເປັນກຽດຕໍ່ຫນ້າບັນດາປະຊາຊາດທັງຫມົດແຫ່ງແຜ່ນດິນໂລກ ຊຶ່ງຈະໄດ້ຍິນເຖິງຄວາມດີທັງຫມົດ ຊຶ່ງເຮົາກຳລັງຈະເຮັດເພື່ອພວກເຂົາ. ແລ້ວພວກເຂົາຈະຢ້ານກົວຕົວສັ່ນ ເພາະຄວາມດີ ແລະຄວາມຈະເລີນທຸກຢ່າງ ຊຶ່ງເຮົາໄດ້ຈັດຫາໃຫ້ແກ່ພວກເຂົາ.
\s5
\v 10 ພຣະຢາເວກ່າວດັ່ງນີ້ວ່າ, ‘ໃນສະຖານທີ່ນີ້ຊຶ່ງພວກເຈົ້າກ່າວວ່າ, “ມັນຈະເປັນທີ່ຖິ້ມຮ້າງ, ສະຖານທີ່ໆ ບໍ່ມີມະນຸດ ຫລືສັດ ໃນຫົວເມືອງແຫ່ງຢູດາ, ແລະຕາມຖະຫນົນນະຄອນເຢຣູຊາເລັມ ຊຶ່ງຮົກຮ້າງເສຍບໍ່ມີມະນຸດ ຫລືສັດ, ທີ່ນັ້ນຈະໄດ້ຍິນ,
\v 11 ສຽງບັນເທີງ ແລະສຽງມ່ວນຊື່ນ ສຽງພວກເຈົ້າບ່າວ ແລະສຽງພວກເຈົ້າສາວ, ສຽງບັນດາຄົນເຫລົ່ານັ້ນທີ່ຮ້ອງເພງອີກ ໃນຂະນະທີ່ພວກເຂົານຳເຄື່ອງບູຊາແຫ່ງການສັນເສີນມາຍັງພຣະວິຫານຂອງພຣະຢາເວ ວ່າ, “ຈົ່ງສັນເສີນພຣະຢາເວຈອມໂຍທາ, ເພາະພຣະຢາເວຊົງປະເສີດ, ແລະຄວາມເມດຕາຂອງພຣະອົງດຳລົງຢູ່ເປັນນິດ!” ເພາະເຮົາຈະນຳຄວາມຮຸ່ງເຮືອງທັງຫລາຍຂອງແຜ່ນດິນນັ້ນກັບສູ່ສະພາບເດີມ ທີ່ພວກເຂົາເຄີຍມີມາກ່ອນຫນ້ານັ້ນ, ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 12 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ‘ໃນສະຖານທີ່ນີ້ຊຶ່ງເປັນທີ່ຮົກຮ້າງ, ບໍ່ມີມະນຸດ ຫລືສັດ—ໃນຫົວເມືອງທັງຫມົດນີ້ ຈະມີທົ່ງຫຍ້າຂຽວອ່ອນອີກຄັ້ງ ທີ່ພວກຜູ້ລ້ຽງແກະຈະໄດ້ພັກອາໄສ ແລະລ້ຽງແກະຂອງຕົນ.
\v 13 ໃນຫົວເມືອງແຖບພູເຂົາ ໃນຫົວເມືອງແຖບພາກໃຕ້ ໃນແຜ່ນດິນເນເກບ ໃນແຜ່ນດິນແຫ່ງເບັນຢາມິນ ແລະຕາມສະຖານທີ່ຮອບນະຄອນເຢຣູຊາເລັມ ແລະໃນຫົວເມືອງຕ່າງໆ ຂອງຢູດາ, ຝູງແກະທັງຫລາຍຈະຜ່ານກ້ອງມືຂອງຜູ້ທີ່ນັບພວກມັນອີກຄັ້ງ, ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 14 ‘ເບິ່ງແມ! ວັນເຫລົ່ານັ້ນຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະໃຫ້ສິ່ງດີທີ່ເຮົາສັນຍາໄວ້ຕໍ່ເຊື້ອສາຍອິດສະຣາເອນ ແລະເຊື້ອສາຍຢູດາ.
\v 15 ໃນວັນເຫລົ່ານັ້ນ ແລະໃນເວລານັ້ນ ເຮົາຈະໃຫ້ກະສັດຜູ້ຊອບທຳເກີດມາເພື່ອດາວິດ, ແລະເພິ່ນຈະໃຫ້ຄວາມຍຸດຕິທຳ ແລະຄວາມຊອບທຳໃຫ້ແກ່ແຜ່ນດິນນັ້ນ.
\v 16 ໃນຄາວນັ້ນ ຢູດາຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະນະຄອນເຢຣູຊາເລັມຈະອາໄສຢູ່ຢ່າງປອດໄພຫມັ້້ນຄົງ, ເພາະນີ້ເປັນຊື່ຊຶ່ງພວກເຂົາຈະເອີ້ນເມືອງນັ້ນຄື, “ພຣະຢາເວຊົງເປັນຄວາມຊອບທຳຂອງເຮົາ.’”
\s5
\v 17 ເພາະພຣະຢາເວກ່າວດັ່ງນີ້ວ່າ: ‘ເຊື້ອສາຍຂອງດາວິດຈະບໍ່ເຄີຍຂັດສົນຜູ້ທີ່ຈະປະທັບເທິງພະທີ່ນັ່ງແຫ່ງເຊື້ອສາຍອິດສະຣາເອນ,
\v 18 ຫລືພວກປະໂລຫິດຄົນເລວີຈະບໍ່ຂັດສົນຜູ້ທີ່ຢູ່ຕໍ່ຫນ້າເຮົາ ເພື່ອຖວາຍເຄື່ອງເຜົາບູຊາ, ແລະເຜົາເຄື່ອງບູຊາພືດຜົນເປັນເມັດ, ແລະເຮັດການບູຊາຕ່າງເປັນນິດ.’”
\s5
\v 19 ພຣະທັມຂອງພຣະຢາເວມາຍັງເຢເຣມີຢາ, ກ່າວວ່າ,
\v 20 “ພຣະຢາເວກ່າວດັ່ງນີ້ວ່າ: ‘ຖ້າພວກເຈົ້າຫັກພັນທະສັນຍາຂອງເຮົາດ້ວຍວັນ ແລະຄືນໄດ້ ເພື່ອວ່າ ຈະບໍ່ມີວັນ ຫລືຄືນມາຕາມເວລາກຳນົດທັງຫລາຍຂອງພວກມັນອີກຕໍ່ໄປ,
\v 21 ແລ້ວເຈົ້າຈຶ່ງຈະສາມາດຫັກຄຳຫມັ້ນສັນຍາຂອງເຮົາຊຶ່ງມີຕໍ່ດາວິດ ຜູ້ຮັບໃຊ້ຂອງເຮົາໄດ້, ເພື່ອວ່າ ເຈົ້າຈະບໍ່ມີລູກຊາຍ ທີ່ຈະສະເຫວີຍລາດເທິງພະທີ່ນັ່ງຂອງເພິ່ນ, ແລະຫັກຄຳຫມັ້ນສັນຍາຂອງເຮົາ ຊຶ່ງມີຕໍ່ປະໂລຫິດ ເຜົ່າເລວີ, ຜູ້ບົວລະບັດຂອງເຮົາໄດ້.
\v 22 ດັ່ງທີ່ບໍລິວານຂອງທ້ອງຟ້າບໍ່ສາມາດຈະນັບໄດ້, ແລະເມັດດິນຊາຍທີ່ທະເລກໍຕວງບໍ່ໄດ້ສັນໃດ, ດັ່ງນັ້ນເຮົາກໍຈະໃຫ້ເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງເຮົາ ແລະຄົນເລວີຜູ້ບົວລະບັດເຮົາ ທະວີຫລາຍຂຶ້ນສັນນັ້ນ.'"
\s5
\v 23 ພຣະທັມຂອງພຣະຢາເວມາເຖິງເຢເຣມີຢາ, ກ່າວວ່າ,
\v 24 “ພວກເຈົ້າບໍ່ໄດ້ພິຈາລະນາບໍວ່າ ຊົນຊາດເຫລົ່ານີ້ເວົ້າກັນຢ່າງໃດ ເມື່ອພວກເຂົາໄດ້ເວົ້າກັນວ່າ, ‘ສອງຕະກູນທີ່ພຣະຢາເວໄດ້ຊົງເລືອກໄວ້ນັ້ນ ບັດນີ້ພຣະອົງໄດ້ຊົງປະຖິ້ມພວກເຂົາເສຍແລ້ວ? ດັ່ງນີ້ແຫລະ ພວກເຂົາໄດ້ຫມິ່ນປະຫມາດປະຊາຊົນຂອງເຮົາ, ກ່າວ່າ ພວກເຂົາຈຶ່ງບໍ່ເປັນປະຊາຊາດໃນສາຍຕາເຂົາທັງຫລາຍອີກຕໍ່ໄປ.
\s5
\v 25 ເຮົາເອງ, ພຣະຢາເວ, ຊົງກ່າວດັ່ງນີ້ວ່າ, ‘ຖ້າເຮົາບໍ່ໄດ້ສະຖາປະນາຄຳຫມັ້ນສັນຍາຂອງເຮົາກັບວັນແລະຄືນ ແລະຖ້າເຮົາບໍ່ໄດ້ກຳນົດກົດເກນຕ່າງໆຂອງທ້ອງຟ້າ ແລະແຜ່ນດິນໂລກ,
\v 26 ແລ້ວເຮົາຈຶ່ງຈະປະຖິ້ມເຊື້ອສາຍຂອງຢາໂຄບ ແລະດາວິດ ຜູ້ຮັບໃຊ້ຂອງເຮົາ ແລະຈະບໍ່ເລືອກຜູ້ຫນຶ່ງຈາກເຊື້ອສາຍຂອງເຂົາໃຫ້ຄອບຄອງເຫນືອເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະຢາໂຄບ. ເພາະເຮົາຈະໃຫ້ພວກເຂົາກັບສູ່ຄວາມຮຸ່ງເຮືອງຕາມສະພາບເດີມ ແລະຈະສະແດງຄວາມເມດຕາເອັນດູຕໍ່ພວກເຂົາ.’”
\s5
\c 34
\cl ບົດທີ 34
\p
\v 1 ພຣະທັມຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາ, ເມື່ອເນບູກາດເນັດຊາ ກະສັດແຫ່ງເມືອງບາບີໂລນ ແລະກອງທັບທັງຫມົດຂອງພະອົງ, ພ້ອມດ້ວຍບັນດາຣາຊະອານາຈັກໃນແຜ່ນດິນໂລກ, ຊຶ່ງຢູ່ໃຕ້ການຄອບຄອງຂອງພະອົງ, ແລະ ຊົນຊາດທັງຫລາຍທີ່ຕໍ່ສູ້ກັບນະຄອນເຢຣູຊາເລັມ ແລະ ຫົວເມືອງທັງປວງຂອງນະຄອນນັ້ນ, ກ່າວວ່າ,
\v 2 ‘ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ຈົ່ງໄປ ແລະເວົ້າກັບເຊເດກີຢາ ກະສັດແຫ່ງຢູດາ ແລະກ່າວແກ່ເພິ່ນວ່າ, “ເບິ່ງແມ, ເຮົາກຳລັງຈະມອບນະຄອນນີ້ໄວ້ໃນມືກະສັດບາບີໂລນ. ພະອົງຈະເຜົາເສຍດ້ວຍໄຟ.
\v 3 ເຈົ້າຈະບໍ່ລອດພົ້ນໄປຈາກມືຂອງເພີ່ນ ເພາະເຈົ້າຈະຖືກຈັບ ແລະ ຖືກມອບໄວ້ໃນມືຂອງເພີ່ນ. ຕາຂອງເຈົ້າຈະໄດ້ເຫັນພຣະເນດຂອງກະສັດແຫ່ງບາບີໂລນ; ພຣະອົງຈະລົມໂດຍກົງກັບເຈົ້າ ຂະນະທີ່ເຈົ້າຈະຕ້ອງໄປຍັງບາບີໂລນ.
\s5
\v 4 ຂໍຊົງຮັບຟັງພຣະທັມຂອງພຣະຢາເວ, ຂ້າແດ່ເຊເດກີຢາກະສັດແຫ່ງຢູດາ! ພຣະຢາເວກ່າວກ່ຽວກັບພະອົງດັ່ງນີ້ວ່າ, ‘ເຈົ້າຈະບໍ່ຕາຍດ້ວຍດາບ.
\v 5 ເຈົ້າຈະຕາຍດ້ວຍຄວາມສະຫງົບ. ຕາມທີ່ເຂົາຈະເຜົາເຄື່ອງຫອມເພື່ອສົບບັນພະບູລຸດຂອງເຈົ້າ, ຄືບັນດາກະສັດທັງຫລາຍຊຶ່ງໄດ້ຢູ່ກ່ອນພວກເຈົ້າສັນໃດ, ເຂົາກໍຈະເຜົາເຄື່ອງຫອມເພື່ອພວກເຈົ້າຢ່າງນັ້ນ. ພວກເຂົາຈະຮ້ອງຄາງເພື່ອພວກເຈົ້າວ່າ, “ອະນິດຈັງ, ເຈົ້ານາຍຂ້ານ້ອຍ!” ພວກເຂົາຈະຮ້ອງໄຫ້ຄວນຄາງເພື່ອເຈົ້າ. ບັດນີ້ ເຮົາໄດ້ລັ່ນຄຳເວົ້າໄວ້ແລ້ວ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 6 ດັ່ງນັ້ນເຢເຣມີຢາຜູ້ປະກາດພຣະທັມໄດ້ເວົ້າບັນດາພຣະທັມເຫລົ່ານີ້ຕໍ່ເຊເດກີຢາກະສັດແຫ່ງຢູດາໃນນະຄອນເຢຣູຊາເລັມ.
\v 7 ກອງທັບຂອງກະສັດແຫ່ງບາບີໂລນກຳລັງສູ້ຮົບນະຄອນເຢຣູຊາເລັມ ແລະຫົວເມືອງຕ່າງໆ ຂອງຢູດາທີ່ຍັງເຫລືອຢູ່ຄື: ເມືອງລາກິດ ແລະ ເມືອງອາເຊກາ. ເມືອງທັງສອງນີ້ທີ່ຍັງເຫລືອຢູ່ເນື່ອງຈາກເປັນເມືອງທີ່ມີກຳແພງປ້ອມ.
\s5
\v 8 ພຣະທັມມາຈາກພຣະຢາເວຍັງເຢເຣມີຢາ ຫລັງຈາກທີ່ກະສັດເຊເດກີຢາໄດ້ຊົງເຮັດຄຳຫມັ້ນສັນຍາກັບບັນດາປະຊາຊົນ ໃນນະຄອນເຢຣູຊາເລັມວ່າ, ຈະປະກາດອິດສະຫລະພາບແກ່ພວກເຂົາທັງຫລາຍວ່າ
\v 9 ໃຫ້ທຸກຄົນປ່ອຍຂ້າທາດເຮັບເຣີຂອງຕົນໃຫ້ເປັນອິດສະຫລະ, ທັງຜູ້ຊາຍ ແລະຜູ້ຍິງເສຍ, ເພື່ອວ່າຈະບໍ່ມີຜູ້ໃດເຮັດໃຫ້ຊາວຢິວເປັນຂ້າທາດ, ຜູ້ຊຶ່ງເປັນພີ່ນ້ອງຂອງຕົນ.
\s5
\v 10 ດັ່ງນັ້ນບັນດາຜູ້ນຳ ແລະບັນດາປະຊາຊົນຜູ້ເຂົ້າຮ່ວມເຮັດຄຳຫມັ້ນສັນຍາໄດ້ຍິນວ່າ ແຕ່ລະຄົນຈະປ່ອຍຂ້າທາດຂອງຕົນທັງຜູ້ຊາຍ ແລະຜູ້ຍິງ ເພື່ອວ່າພວກເຂົາທັງຫລາຍຈະບໍ່ຖືກເຮັດໃຫ້ເປັນຂ້າທາດອີກໄປ. ພວກເຂົາກໍໄດ້ເຊື່ອຟັງ ແລະປ່ອຍຂ້າທາດໃຫ້ເປັນອິດສະຫລະ.
\v 11 ແຕ່ພາຍຫລັງຈາກນັ້ນ ພວກເຂົາໄດ້ປ່ຽນໃຈຂອງພວກເຂົາ. ພວກເຂົາໄດ້ຈັບຂ້າທາດ ຊຶ່ງໄດ້ປ່ອຍໃຫ້ເປັນອິດສະຫລະນັ້ນມາ ໃດ້ບັງຄັບທາດຜູ້ຊາຍ ແລະຜູ້ຍິງໃຫ້ເປັນທາດອີກ.
\s5
\v 12 ດັ່ງນັ້ນພຣະທັມແຫ່ງພຣະຢາເວຈຶ່ງມາຍັງເຢເຣມີຢາ, ກ່າວວ່າ,
\v 13 “ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ, ‘ເຮົາໄດ້ເຮັດຄຳຫມັ້ນສັນຍາກັບບັນພະບູລຸດຂອງພວກເຈົ້າ ໃນມື້ທີ່ເຮົານຳພວກເຂົາອອກມາຈາກແຜ່ນດິນເອຢິບ, ອອກຈາກເຮືອນຂ້າທາດ. ນັ້ນແຫລະທີ່ເຮົາໄດ້ກ່າວວ່າ,
\v 14 “ເມື່ອສິ້ນສຸດເຈັດປີແລ້ວ, ແຕ່ລະຄົນຈະຕ້ອງປ່ອຍພີ່ນ້ອງຊາວເຮັບເຣີ, ຜູ້ທີ່ໄດ້ຖືກຂາຍໄວ້ກັບພວກເຈົ້າ ແລະໄດ້ຮັບໃຊ້ພວກເຈົ້າມາຫົກປີ ຈົ່ງປ່ອຍເຂົາໃຫ້ເປັນອິດສະຫລະ.” ແຕ່ບັນພະບູລຸດຂອງພວກເຈົ້າບໍ່ຟັງເຮົາ ແລະ ບໍ່ຫງ່ຽງຫູຂອງພວກເຂົາຕໍ່ຮົາ.
\s5
\v 15 ບັດນີ້ເຈົ້າເອງໄດ້ກັບໃຈ ແລະໄດ້ເລີ່ມຕົ້ນເຮັດສິ່ງຊຶ່ງຖືກຕ້ອງໃນສາຍຕາຂອງເຮົາ. ເຈົ້າໄດ້ປະກາດອິດສະຫລະພາບ ຂອງແຕ່ລະຄົນແກ່ເພື່ອນບ້ານຂອງຕົນ, ແລະເຈົ້າໄດ້ເຮັດຄຳຫມັ້ນສັນຍາຕໍ່ຫນ້າເຮົາໃນພຣະວິຫານ ຊຶ່ງເອີ້ນຕາມນາມຊື່ຂອງເຮົາ.
\v 16 ແຕ່ແລ້ວພວກເຈົ້າກໍຫວນກັບ ແລະໄດ້ເຮັດໃຫ້ນາມຂອງເຮົາເປັນມົນທິນ; ເຈົ້າແຕ່ລະຄົນເຮັດໃຫ້ຈັບຂ້າທາດຜູ້ຊາຍ ແລະຜູ້ຍິງຂອງພວກເຈົ້າ, ພວກທີ່ເຈົ້າໄດ້ປ່ອຍໃຫ້ເປັນອິດສະຫລະໄປຕາມຄວາມປາດຖະຫນາ. ເຈົ້າໄດ້ບັງຄັບພວກເຂົາກັບມາໃຫ້ເປັນທາດອີກຄັ້ງ.
\s5
\v 17 ເພາະສະນັ້ນ ພຣະຢາເວຈຶ່ງກ່າວດັ່ງນີ້ວ່າ, ‘ພວກເຈົ້າທັງຫລາຍບໍ່ໄດ້ເຊື່ອຟັງເຮົາ. ເຈົ້າຄວນປະກາດອິດສະຫລະພາບ, ພວກເຈົ້າແຕ່ລະຄົນ, ແກ່ບັນດາພີ່ນ້ອງ ແລະບັນດາເພື່ອນບ້ານອິດສະຣາເອນ. ດັ່ງນັ້ນ ເບິ່ງແມ! ເຮົາກຳລັງປະກາດອິດສະຫລະແກ່ພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ອິດສະຫລະຕໍ່ດາບ, ຕໍ່ພະຍາດລະບາດ, ແລະຕໍ່ການອຶດຫິວອາຫານ, ເພາະເຮົາກຳລັງຈະເຮັດໃຫ້ພວກເຈົ້າເປັນສິ່ງທີ່ຫນ້າຢ້ານກົວໃນສາຍຕາ ຂອງບັນດາຣາຊະອານາຈັກຂອງແຜ່ນດິນໂລກ.
\v 18 ແລ້ວເຮົາຈະເຮັດໃຫ້ປະຊາຊົນທີ່ໄດ້ລະເມີດຕໍ່ຄຳຫມັ້ນສັນຍາຂອງເຮົາ, ຜູ້ບໍ່ໄດ້ເຮັດຕາມຂໍ້ຕົກລົງໃນຄຳຫມັ້ນສັນຍາ ຊຶ່ງພວກເຂົາໄດ້ເຮັດຕໍ່ຫນ້າເຮົານັ້ນ ເປັນດັ່ງລູກງົວທີ່ເຂົາຕັດອອກເປັນສອງທ່ອນ ແລະຍ່າງຜ່ານກາງທ່ອນທັງສອງນັ້ນ,
\v 19 ແລະພວກເຈົ້ານາຍແຫ່ງຢູດາ ແລະນະຄອນເຢຣູຊາເລັມ, ພວກຊາຍຕອນ ແລະ ພວກປະໂລຫິດ, ແລະບັນດາປະຊາຊົນແຫ່ງແຜ່ນດິນນັ້ນ ຜູ້ທີ່ໄດ້ຍ່າງຜ່ານລະຫວ່າງທ່ອນລູກງົວຜູ້ນັ້ນ.
\s5
\v 20 ເຮົາຈະມອບພວກເຂົາໄວ້ໃນມືສັດຕູຂອງພວກເຂົາ ແລະໃນມືຂອງບັນດາຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ. ສົບຂອງພວກເຂົາຈະເປັນອາຫານຂອງນົກໃນອາກາດ ແລະຂອງສັດໃນແຜ່ນດິນໂລກ.
\v 21 ດັ່ງນັ້ນເຮົາຈະມອບເຊເດກີຢາກະສັດແຫ່ງຢູດາ ແລະພວກເຈົ້ານາຍທັງຫລາຍຂອງເຂົານັ້ນໄວ້ໃນມືຂອງບັນດາສັດຕູຂອງພວກເຂົາ ແລະມອບໄວ້ໃນມືຂອງບັນດາຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ, ແລະມອບໄວ້ໃນມືຂອງກອງທັບແຫ່ງກະສັດບາບີໂລນຊຶ່ງໄດ້ລຸກຂຶ້ນຕໍ່ສູ້ກັບເຈົ້າ.
\v 22 ເບິ່ງແມ, ເຮົາກຳລັງຈະໃຫ້ຄຳບັນຊາ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະຈະນຳເຂົາກັບມາຍັງນະຄອນນີ້, ພວກເຂົາຈະສູ້ຮົບກັບເມືອງນັ້ນຍຶດເອົາຈົນໄດ້ ແລະເຜົາເສຍດ້ວຍໄຟ. ເພາະເຮົາຈະເຮັດໃຫ້ຫົວເມືອງຕ່າງໆຂອງຢູດາເປັນທີ່ຮົກຮ້າງເສຍ ບໍ່ມີຄົນອາໄສ.’”
\s5
\c 35
\cl ບົດທີ 35
\p
\v 1 ພຣະທັມຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາ ໃນລາຊະການເຢໂຮຢາກີມລູກຊາຍຂອງໂຢສີຢາກະສັດແຫ່ງຢູດາ, ກ່າວວ່າ,
\v 2 “ຈົ່ງໄປຫາເຊື້ອສາຍເຣກາບ ແລະເວົ້າກັບພວກເຂົາ ແລ້ວນຳພວກເຂົາມາທີ່ພຣະວິຫານຂອງພຣະຢາເວ ເຂົ້າມາໃນຫ້ອງລະບຽງຫ້ອງຫນຶ່ງ, ແລະເຊີນໃຫ້ພວກເຂົາດື່ມເຫລົ້າອະງຸ່ນ.”
\s5
\v 3 ດັ່ງນັ້ນ ຂ້ານ້ອຍຈຶ່ງນຳຢາອາຊານີຢາລູກຊາຍເຢເຣມີຢາ ຜູ້ເປັນລູກຊາຍຮາບາຊີນີຢາ ແລະພີ່ນ້ອງຂອງລາວ, ແລະລູກຊາຍຂອງລາວທັງຫມົດ, ແລະເຊື້ອສາຍເຣກາບທັງຫມົດ.
\v 4 ຂ້ານ້ອຍນຳພວກເຂົາມາຍັງພຣະວິຫານຂອງພຣະຢາເວ, ມາໃນຫ້ອງລະບຽງຂອງລູກຊາຍຂອງຮານັນ ຜູ້ເປັນລູກຊາຍອິກດາລີຢາ, ຄົນຂອງພຣະເຈົ້າ. ຊຶ່ງຢູ່ໃກ້ກັບຫ້ອງຂອງພວກຜູ້ນຳ, ຊຶ່ງຢູ່ເຫນືອຫ້ອງຂອງມາອາເສຢາລູກຊາຍຊານລູມ, ຜູ້ເບິ່ງແຍງປະຕູ.
\s5
\v 5 ແລ້ວຂ້ານ້ອຍກໍວາງໂຖເຫລົ້າອະງຸ່ນກັບຈອກຫລາຍຫນ່ວຍໄວ້ຕໍ່ຫນ້າບັນດາລູກຊາຍແຫ່ງເຊື້ອສາຍເຣກາບ ແລະໄດ້ເວົ້າກັບພວກເຂົາທັງຫລາຍວ່າ, “ເຊີນດື່ມເຫລົ້າອະງຸ່ນ.”
\v 6 ແຕ່ພວກເຂົາໄດ້ຕອບວ່າ, “ພວກເຮົາຈະບໍ່ດື່ມເຫລົ້າອະງຸ່ນ, ເພາະໂຢນາດາບ, ລູກຊາຍເຣກາບ, ຜູ້ເປັນບັນພະບູລຸດຂອງພວກເຮົາບັນຊາພວກເຮົາວ່າ, ‘ຢ່າດື່ມເຫລົ້າອະງຸ່ນ, ທັງຕົວພວກເຈົ້າ ແລະລູກຫລານຂອງພວກເຈົ້າ, ເປັນນິດ.
\v 7 ຢ່າສ້າງເຮືອນໃດໆເລີຍ, ຢ່າຫວ່ານເມັດພືດ, ຫລືຢ່າປູກສວນອະງຸ່ນໃດໆເລີຍເຊັ່ນກັນ; ນີ້ບໍ່ແມ່ນສຳລັບພວກເຈົ້າ. ແຕ່ພວກເຈົ້າຈົ່ງຢູ່ອາໄສໃນເຕັ້ນຕະຫລອດຊີວິດຂອງພວກເຈົ້າ, ເພື່ອພວກເຈົ້າຈະມີຊີວິດຍືນຍາວໃນແຜ່ນດິນຊຶ່ງພວກເຈົ້າກຳລັງອາໄສຢູ່ໃນຖານະຄົນຕ່າງດ້າວທັງຫລາຍ.
\s5
\v 8 ພວກເຮົາທັງຫລາຍໄດ້ເຊື່ອຟັງສຽງຂອງໂຢນາດາບລູກຊາຍເຣກາບ, ຜູ້ເປັນບັນພະບູລຸດຂອງພວກເຮົາ, ໃນສິ່ງທັງປວງຊຶ່ງເພິ່ນໄດ້ບັນຊາພວກເຮົາ, ຄືບໍ່ດື່ມເຫລົ້າອະງຸ່ນຕະຫລອດຊີວິດຂອງເຮົາ, ທັງຕົວເຮົາ, ເມຍ, ລູກຊາຍ, ແລະລູກສາວຂອງເຮົາ.
\v 9 ພວກເຮົາຈະບໍ່ສ້າງເຮືອນທັງຫລາຍເພື່ອຈະອາໄສຢູ່, ແລະຈະມີສວນອະງຸ່ນ, ຫລືທົ່ງນາ, ຫລືເມັດພືດໃນຄອບຄອງຂອງພວກເຮົາ.
\v 10 ພວກເຮົາໄດ້ອາໄສຢູ່ໃນເຕັ້ນທັງຫລາຍ ແລະໄດ້ເຊື່ອຟັງ ແລະເຮັດທຸກສິ່ງຊຶ່ງໂຢນາດາບບັນພະບູລຸດຂອງພວກເຮົາໄດ້ບັນຊາເຮົາໄວ້.
\v 11 ແຕ່ເມື່ອເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຍົກມາຕໍ່ສູ້ກັບແຜ່ນດິນນີ້, ເຮົາເວົ້າວ່າ, ‘ມາແມ, ໃຫ້ເຮົາໄປຍັງນະຄອນເຢຣູຊາເລັມ ເພື່ອຫລົບຫນີຈາກກອງທັບຄົນເຄນເດຍ ແລະກອງທັບຄົນອາຣາມຽນ. ດັ່ງນັ້ນເຮົາຈຶ່ງຢູ່ໃນນະຄອນເຢຣູຊາເລັມ.”
\s5
\v 12 ແລ້ວພຣະທັມແຫ່ງພຣະຢາເວຈຶ່ງມາເຖິງເຢເຣມີຢາວ່າ,
\v 13 “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ຈົ່ງໄປແລະບອກບັນດາຜູ້ຊາຍຂອງຢູດາ ແລະບອກຊາວນະຄອນເຢຣູຊາເລັມວ່າ ພຣະຢາເວກ່າວວ່າ, “ພວກເຈົ້າຈະບໍ່ຮັບຄຳສັ່ງສອນ ແລະ ເຊື່ອຟັງຖ້ອຍຄຳຂອງເຮົາບໍ? —ນີ້ເປັນການປະກາດຂອງພຣະຢາເວ.
\v 14 ຄຳບັນຊາທັງຫລາຍຊຶ່ງໂຢນາດາບລູກຊາຍເຣກາບໃຫ້ໄວ້ແກ່ລູກຊາຍທັງຫລາຍຂອງຕົນ ເພີ່ນສັ່ງວ່າບໍ່ໃຫ້ດື່ມເຫລົ້າອະງຸ່ນນັ້ນ. ພວກເຂົາກໍໄດ້ຮັກສາໄວ້ຈົນຮອດທຸກມື້ນີ້. ພວກເຂົາທັງຫລາຍໄດ້ເຊື່ອຟັງຄຳບັນຊາແຫ່ງບັນພະບູລຸດຂອງພວກເຂົາ. ແຕ່ສຳລັບເຮົາ, ເຮົາເອງໄດ້ເວົ້າກັບພວກເຈົ້າຢ່າງບໍ່ຢຸດຢັ້ງ, ແຕ່ພວກເຈົ້າທັງຫລາຍກໍບໍ່ໄດ້ຟັງເຮົາ.
\s5
\v 15 ເຮົາໄດ້ສົ່ງບັນດາຜູ້ຮັບໃຊ້ຂອງເຮົາ, ຄືຜູ້ປະກາດພຣະທັມມາຫາພວກເຈົ້າ. ເຮົາສົ່ງພວກເຂົາມາຢ່າງບໍ່ຂາດສາຍ ກ່າວວ່າ, ‘ໃຫ້ພວກເຈົ້າທຸກຄົນຈົ່ງຖອຍຫລັງກັບຈາກທາງຊົ່ວຂອງຕົນ ແລະເຮັດສິ່ງດີທັງຫລາຍ; ຢ່າໃຫ້ຜູ້ໃດໄປຕິດສອຍຫ້ອຍຕາມພະອື່ນໆ ແລະນະມັດສະການພະເຫລົ່ານັ້ນ. ແຕ່, ໃຫ້ກັບມາຢູ່ໃນແຜ່ນດິນ ຊຶ່ງເຮົາໄດ້ປະທານແກ່ພວກເຈົ້າ ແລະ ບັນພະບູລຸດທັງຫລາຍຂອງພວກເຈົ້າ. ແຕ່ພວກເຈົ້າບໍ່ໄດ້ຫງ່ຽງຫູຟັງ ຫລືສົນໃຈເຮົາເລີຍ.
\v 16 ເພາະເຊື້ອສາຍທັງຫລາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຮັດຕາມຄຳບັນຊາ ຊຶ່ງບັນພະບູລຸດຂອງເຂົາໄດ້ສັ່ງໄວ້, ແຕ່ຊົນຊາດນີ້ບໍ່ໄດ້ເຊື່ອຟັງເຮົາ.’”
\s5
\v 17 ເຫດສະນັ້ນ ພຣະຢາເວ, ພຣະເຈົ້າຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະນຳຄວາມຮ້າຍທັງຫມົດຊຶ່ງເຮົາປະກາດໄວ້ມາເຫນືອຢູດາ ແລະບັນດາຊາວນະຄອນເຢຣູຊາເລັມ, ໄພພິບັດທັງຫມົດທີ່ເຮົາໄດ້ເວົ້າກັບພວກເຂົາທັງຫລາຍ ແຕ່ພວກເຈົ້າກໍບໍ່ຟັງ; ເຮົາໄດ້ເອີ້ນພວກເຂົາ, ແຕ່ເຂົາບໍ່ຂານຕອບ.’”
\s5
\v 18 ເຢເຣມີຢາໄດ້ເວົ້າກັບເຊື້ອສາຍເຣກາບວ່າ, “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ພວກເຈົ້າໄດ້ເຊື່ອຟັງຄຳບັນຊາຂອງໂຢນາດາບ ບັນພະບູລຸດຂອງພວກເຈົ້າ ແລະຖືຮັກສາຂໍ້ບັງຄັບຂອງເພິ່ນທັງຫມົດເຫລົ່ານັ້ນ—ພວກເຈົ້າໄດ້ເຮັດທຸກຢ່າງທີ່ເພິ່ນບັນຊາພວກເຈົ້າ—
\v 19 ເພາະສະນັ້ນ ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຈະມີບາງຄົນສືບເຊື້ອສາຍຈາກໂຢນາດາບລູກຊາຍເຣກາບ ທີ່ຈະບົວລະບັດເຮົາຢູ່ເປັນນິດ.’”
\s5
\c 36
\cl ບົດທີ 36
\p
\v 1 ມັນໄດ້ເກີດຂຶ້ນໃນປີທີສີ່ແຫ່ງລາຊະການເຢໂຮຢາກີມ ລາຊະໂອລົດຂອງໂຢສີຢາ ກະສັດຢູດາ, ທີ່ພຣະຢາເວຊົງກ່າວຕໍ່ເຢເຣມີຢາວ່າ,
\v 2 “ຈົ່ງນຳເອົາເຈ້ຍມ້ວນຫນຶ່ງມາສຳລັບຕົວເຈົ້າເອງ ແລະໃຫ້ຂຽນຖ້ອຍຄຳທັງຫມົດທີ່ກ່ຽວກັບອິດສະຣາເອນ ແລະຢູດາ, ແລະຊົນຊາດທັງປວງ. ຈົ່ງເຮັດທຸກສິ່ງທີ່ເຮົາໄດ້ບອກພວກເຈົ້າຕັ້ງແຕ່ຄາວໂຢສີຢາ ເປັນກະສັດຈົນເຖິງທຸກມື້ນີ້.
\v 3 ບາງທີເມື່ອປະຊາຊົນຢູດາໄດ້ຍິນເລື່ອງການທຳລາຍທີ່ເຮົາຕັ້ງໃຈຈະນຳມາຍັງພວກເຂົານັ້ນ. ພວກເຂົາທຸກຄົນອາດຫລີກຫນີຈາກທາງຊົ່ວຮ້າຍເສຍ, ແລ້ວເຮົາກໍຈະໃຫ້ອະໄພບາບ ແລະ ຄວາມຊົ່ວຮ້າຍແກ່ພວກເຂົາ.”
\s5
\v 4 ແລ້ວເຢເຣມີຢາຈຶ່ງໄດ້ເອີ້ນບາຣຸກລູກຊາຍເນຣີຢາ ແລະບາຣຸກຂຽນທຸກສິ່ງທີ່ພຣະຢາເວຊົງບອກຜ່ານເຢເຣມີຢາລົງໃນເຈ້ຍນັ້ນ.
\v 5 ຕໍ່ຈາກນັ້ນເຢເຣມີຢາໄດ້ບອກບາຣຸກວ່າ, “ຂ້ານ້ອຍຢູ່ໃນຄຸກ ແລະ ບໍ່ສາມາດເຂົ້າໄປໃນພຣະວິຫານຂອງພຣະຢາເວ.
\v 6 ສະນັ້ນ ເຈົ້າຕ້ອງເຂົ້າໄປ ແລະຈົ່ງອ່ານຫນັງສືມ້ວນ ທີ່ທ່ານໄດ້ຂຽນຕາມຄຳບອກຂອງຂ້ານ້ອຍ. ໃນວັນຂອງການຖືສິນອົດອາຫານ, ເຈົ້າຈົ່ງອ່ານພຣະທັມຂອງພຣະຢາເວໃຫ້ປະຊາຊົນທັງຫມົດຟັງ, ແລະພ້ອມທັງເມືອງຕ່າງໆຂອງພວກຢູດາ ຜູ້ທີ່ໄດ້ມາຈາກເມືອງຕ່າງໆ ເພື່ອໃຫ້ພວກເຂົາໄດ້ຍິນທຸກສິ່ງ ທີ່ພຣະຢາເວໄດ້ຊົງບອກຂ້ານ້ອຍ. ຈົ່ງປະກາດພຣະທັມເຫລົ່ານີ້ໃຫ້ພວກເຂົາຟັງ.
\s5
\v 7 ບາງເທື່ອພວກເຂົາອາດຈະອ້ອນວອນຕໍ່ພຣະຢາເວ. ບາງເທື່ອແຕ່ລະຄົນຈະຫັນຫນີຈາກທາງຊົ່ວຮ້າຍຂອງພວກເຂົາ, ເນື່ອງດ້ວຍຄວາມໂມໂຫຮ້າຍ ແລະພຣະພິໂລດຊຶ່ງພຣະຢາເວໄດ້ຊົງຂົ່ມຂູ່ປະຊາຊົນນີ້ຮຸນແຮງຫລາຍ.”
\v 8 ດັ່ງນັ້ນ ບາຣຸກລູກຊາຍເນຣີຢາ ຈຶ່ງເຮັດຕາມເຢເຣມີຢາບອກ. ຄືລາວໄດ້ອ່ານພຣະຄຳຂອງພຣະຢາເວດ້ວຍສຽງດັງໃນພຣະວິຫານຂອງພຣະຢາເວ.
\s5
\v 9 ສິ່ງນີ້ກໍໄດ້ເກີດຂຶ້ນໃນເດືອນທີເກົ້າຂອງປີທີຫ້າ ແຫ່ງລາຊະການເຢໂຮຢາກີມລາຊະໂອລົດຂອງໂຢສີຢາ, ກະສັດຂອງຢູດາ, ຊຶ່ງປະຊາຊົນທັງປວງໄດ້ຢູ່ໃນນະຄອນເຢຣູຊາເລັມ ແລະທີ່ມາຈາກຫົວເມືອງຕ່າງ ຂອງຢູດາ ໄດ້ຈັດພິທີຖືສິນອົດອາຫານຂຶ້ນເພື່ອຖວາຍພຣະກຽດແດ່ພຣະຢາເວ.
\v 10 ບາຣຸກໄດ້ອ່ານຖ້ອຍຄຳຂອງເຢເຣມີຢາໃນຫນັງສືມ້ວນ ດ້ວຍສຽງດັງ ທີ່ພຣະວິຫານຂອງພຣະຢາເວ, ໃນຫ້ອງຂອງເກມາຣີຢາລູກຊາຍຂອງຊາຟານ ຜູ້ເປັນລາຊະເລຂາ ຢູ່ທີ່ພະລາຊະສຳນັກຊັ້ນເທິງ, ທາງເຂົ້າປະຕູໃຫຍ່ຂອງພຣະວິຫານ. ລາວໄດ້ເຮັດສິ່ງນີ້ເພື່ອໃຫ້ປະຊາຊົນທັງປວງໄດ້ຍິນ.
\s5
\v 11 ບັດນີ້ເມື່ອມີກາຢາລູກຊາຍຂອງເກມາຣີຢາ ຜູ້ເປັນລູກຊາຍຂອງຊາຟານ ໄດ້ຍິນຖ້ອຍຄຳທັງຫມົດຂອງພຣະຢາເວໃນຫນັງສືມ້ວນແລ້ວ.
\v 12 ລາວກໍໄປຍັງພະລາຊະວັງທີ່ຫ້ອງຂອງລາຊະເລຂາ. ເບິ່ງແມ, ພວກເຈົ້ານາຍຫລາຍຫມົດນັ່ງປະຊຸມຢູ່ທີ່ນັ້ນຄື: ເອລີຊາມາ ຜູ້ເປັນລາຊະເລຂາ, ເດລາຢາ ລູກຊາຍຂອງເຊມາຢາ, ເອນນາທານ ລູກຊາຍຂອງອັກໂບ, ເກມາຣີຢາຊາຟານ, ເຊເດກີຢາ ລູກຊາຍຂອງຮານານີຢາ, ແລະພວກເຈົ້ານາຍທັງຫມົດ.
\s5
\v 13 ແລ້ວມີກາຢາກໍໄດ້ລາຍງານຖ້ອຍຄຳທັງຫມົດທີ່ຕົນໄດ້ຍິນໃຫ້ພວກເຂົາຟັງ. ເມື່ອພວກເຂົາໄດ້ຍິນທີ່ບາຣຸກໄດ້ອ່ານດ້ວຍສຽງດັງເພື່ອໃຫ້ປະຊາຊົນໄດ້ຍິນ.
\v 14 ດັ້ງນັ້ນພວກເຈົ້ານາຍໄດ້ໃຊ້ເຢຮູດີລູກຊາຍຂອງເນທານີອາ ລູກຂອງເຊເລມີຢາ ລູກຊາຍກູຊີ, ໄປບອກໃຫ້ບາຣຸກ, “ຈົ່ງນຳເອົາຫນັງສືມ້ວນໃນມືຂອງເຈົ້າ, ທີ່ເຈົ້າໄດ້ອ່ານໃຫ້ປະຊາຊົນຟັງນັ້ນມາ.” ດັ່ງນັ້ນບາຣຸກລູກຊາຍເນຣີຢາ ຈຶ່ງໄດ້ຖືຫນັງສືມ້ວນໃນມືຂອງລາວ ແລະໄປຫາພວກເຈົ້ານາຍທັງຫມົດ.
\v 15 ແລ້ວພວກເຈົ້ານາຍໄດ້ເວົ້າກັບບາຣຸກ ວ່າ, “ເຊີນນັ່ງລົງ ແລະ ອ່ານຫນັງສືມ້ວນນັ້ນໃຫ້ພວກເຮົາຟັງເບິ່ງດຸ.” ດັ່ງນັ້ນບາຣຸກຈຶ່ງອ່ານໃຫ້ພວກເຂົາຟັງ.
\s5
\v 16 ສິ່ງນີ້ໄດ້ເກີດຂຶ້ນເມື່ອພວກເຂົາໄດ້ຍິນຖ້ອຍຄຳທັງຫມົດນັ້ນ, ແຕ່ລະຄົນກໍຫລຽວເບິ່ງຫນ້າກັນດ້ວຍຄວາມຢ້ານ ແລະເວົ້າຕໍ່ບາຣຸກວ່າ, “ພວກເຮົາຕ້ອງລາຍງານເລື່ອງນີ້ໃຫ້ກະສັດຊົງຊາບຢ່າງແນ່ນອນ.”
\v 17 ຕໍ່ມາພວກເຈົ້ານາຍໄດ້ຖາມບາຣຸກວ່າ, “ຈົ່ງບອກພວກເຮົາວ່າ ເຈົ້າຂຽນຖ້ອຍຄຳທັງຫມົດນີ້ໂດຍຂຽນຕາມຄຳບອກຂອງເຢເຣມີຢາບໍ?”
\v 18 ບາຣຸກໄດ້ຕອບວ່າ, “ເຢເຣມີຢາໄດ້ບອກຖ້ອຍຄຳເຫລົ່ານີ້ແກ່ຂ້ານ້ອຍ ຂ້ານ້ອຍຈຶ່ງບັນທຶກໄວ້ໃນເຈ້ຍມ້ວນດ້ວຍນ້ຳມຶກ.”
\v 19 ແລ້ວພວກເຈົ້ານາຍໄດ້ບອກບາຣຸກວ່າ, “ເຈົ້າກັບເຢເຣມີຢາຕ້ອງໄປລີ້ຢູ່ສາກ່ອນ ຢ່າໃຫ້ໃຜຮູ້ວ່າພວກເຈົ້າລີ້ຢູ່ທີ່ໃດ”
\s5
\v 20 ດັ່ງນັ້ນພວກເຈົ້ານາຍໄດ້ມ້ຽນຫນັງສືມ້ວນນັ້ນໄວ້ໃນຫ້ອງຂອງເອລີຊາມາຜູ້ເປັນລາຊະເລຂາ ແລ້ວພວກເຂົາໄດ້ເຂົ້າໄປໃນພະລາຊະສຳນັກ ແລະພວກເຂົາກໍໄດ້ກາບທູນຖ້ອຍຄຳທັງຫມົດນັ້ນຕໍ່ກະສັດ.
\v 21 ແລ້ວກະສັດໄດ້ຊົງສັ່ງໃຫ້ເຢຮູດີໄປເອົາຫນັງສືມ້ວນນັ້ນມາ ລາວຈຶ່ງໄປເອົາມາຈາກຫ້ອງຂອງເອລີຊາມາ ແລ້ວໄດ້ອ່ານຖວາຍກະສັດ ກັບພວກເຈົ້ານາຍທັງຫມົດທີ່ຢືນຢູ່ຂ້າງ.
\v 22 ເວລານັ້ນກະສັດກຳລັງປະທັບຢູ່ໃນພະລາຊະວັງ ເປັນລະດູຫນາວໃນເດືອນທີເກົ້າ, ແລະຊົງນັ່ງຝີງໄຟຈາກເຕົາທີ່ລຸກຢູ່ຕໍ່ຫນ້າພະອົງ.
\s5
\v 23 ສິ່ງນີ້ກໍໄດ້ເກີດຂຶ້ນເມື່ອເຢຮູດີໄດ້ອ່ານສຸດສາມສີ່ຕອນ, ກະສັດກໍຊົງເອົາມີດນ້ອຍຕັດອອກ ແລ້ວໂຍນຖິ້ມໃສ່ໄຟ ຊົງເຮັດດັ່ງນີ້ຈົນຫນັງສືມ້ວນນັ້ນ ຖືກເຜົາໄຟຫມົດ.
\v 24 ເຖິງປານນັ້ນກະສັດ ກັບຂ້າລາຊະການຜູ້ໄດ້ຍິນຖ້ອຍຄຳເຫລົ່ານີ້ ກໍບໍ່ໄດ້ຢ້ານກົວ, ຫລືສະແດງອາການເສຍໃຈຢ່າງໃດເລີຍ.
\s5
\v 25 ເອນນາທານ, ເດລາຢາ, ແລະເກມາຣີຢາໄດ້ທູນຂໍກະສັດບໍ່ໃຫ້ກະສັດເຜົາຫນັງສືມ້ວນ, ແຕ່ພະອົງກໍບໍ່ຊົງຟັງພວກເຂົາ.
\v 26 ແລ້ວກະສັດຊົງສັ່ງໃຫ້ພວກເຈົ້າຊາຍເຢຣາເມເອນ, ພ້ອມດ້ວຍເສຣາຢາລູກຊາຍອັດຊະຣີເອນ, ແລະເຊເລມີຢາລູກຊາຍອັບເດເອນ ໄປຈັບເຢເຣມີຢາຜູ້ປະກາດພຣະທັມ ກັບບາຣຸກສະຫມຽນຂອງເພິ່ນ, ແຕ່ພຣະຢາເວໄດ້ຊົງເຊື່ອງຄົນທັງສອງນີ້ໄວ້.
\s5
\v 27 ແລ້ວຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ ຫລັງຈາກທີ່ກະສັດຊົງເຜົາຫນັງສືມ້ວນ ແລະ ຖ້ອຍຄຳທັງຫມົດທີ່ບາຣຸກໄດ້ຂຽນຕາມຄຳບອກຂອງເຢເຣມີຢາແລ້ວ, ກ່າວວ່າ,
\v 28 "ຈົ່ງກັບໄປ, ເອົາຫນັງສືມ້ວນອີກມ້ວນຫນຶ່ງມາສຳລັບຕົວເຈົ້າເອງ, ແລະຈົ່ງຂຽນຖ້ອຍຄຳທັງຫມົດທີ່ມີຢູ່ໃນຫນັງສືມ້ວນສະບັບກ່ອນນັ້ນໄວ້ອີກ, ທີ່ກະສັດເຢໂຮຢາກີມໄດ້ຊົງເຜົາໄຟເສຍນັ້ນ.
\v 29 ແລ້ວເຈົ້າຕ້ອງກ່າວສິ່ງນີ້ກັບ ກະສັດເຢໂຮຢາກີມວ່າ, “ພະອົງໄດ້ເຜົາຫນັງສືມ້ວນ ແລະໄດ້ຖາມຂ້ານ້ອຍວ່າ “ເປັນຫຍັງຈຶ່ງຂຽນຄຳວ່າ, ‘ກະສັດບາບີໂລນຈະມາທຳລາຍປະເທດນີ້ຢ່າງແນ່ນອນ, ເພາະພຣະອົງຈະຂ້າມະນຸດແລະສັດໃນແຜ່ນດິນນັ້ນເສຍ?’””
\s5
\v 30 ເພາະສະນັ້ນແຫລະ ພຣະຢາເວຈຶ່ງກ່າວກ່ຽວກັບເຢໂຮຢາກິມກະສັດແຫ່ງຢູດາວ່າ: “ຈະບໍ່ໄດ້ເປັນກະສັດຂອງພະອົງທີ່ຈະປະທັບເທີງບັນລັງຂອງດາວິດ. ສຳລັບພະອົງເອງ, ສົບຂອງພະອົງຕາກແດດໄວ້ໃນກາງເວັນ ແລະ ຕາກນ້ຳຫມອກໃນຕອນກາງຄືນ.
\v 31 ເພາະພຣະຢາເວຈະລົງໂທດພະອົງ, ແລະເຊື້ອສາຍຂອງພະອົງ, ແລະພວກຂ້າລາຊະການຂອງພະອົງ, ຊາວເຢຣູຊາເລັມ, ແລະຊາວຢູດາທັງຫມົດ ພຣະຢາເວຈະນຳໄພພິບັດທັງຫລາຍ ທີ່ເຮົາໄດ້ເຕືອນພວກເຈົ້າ, ແຕ່ເປັນສິ່ງທີ່ພວກເຈົ້າບໍ່ໄດ້ໃຫ້ຄວາມໃສ່ໃຈ.”
\s5
\v 32 ດັ່ງນັ້ນເຢເຣມີຢາໄດ້ເອົາເຈ້ຍອີກມ້ວນຫນຶ່ງມອບໃຫ້ບາຣຸກລູກຊາຍຂອງເກມາຣີຢາ ສະຫມຽນຂອງຕົນ. ບາຣຸກຈຶ່ງໄດ້ຂຽນຕາມຄຳບອກຂອງເຢເຣມີຢາລົງໃສ່ເຈ້ຍມ້ວນນັ້ນ ຄືຖ້ອຍຄຳທີ່ມີຢູ່ໃນຫນັງສືມ້ວນສະບັບທີ່ກະສັດເຢໂຮຢາກີມເຜົາໄຟນັ້ນທັງຫມົດ. ຍິ່ງໄປກວ່ານັ້ນ, ເຢເຣມີຢາໄດ້ເພີ່ມຕື່ມຫລາຍຄຳທີ່ຄືກັນລົງດ້ວຍ.
\s5
\c 37
\cl ບົດທີ 37
\p
\v 1 ບັດນີ້ ເຊເດກີຢາພະລາຊະໂອລົດຂອງໂຢສີຢາ ເປັນກະສັດແທນເຢໂຮຢາກິນພະລາຊະໂອລົດຂອງເຢໂຮຢາກີມ. ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຊົງແຕ່ງຕັ້ງເຊເດກີຢາເປັນກະສັດຂອງຢູດາ.
\v 2 ແຕ່ເຊເດກີຢາເອງ ພ້ອມທັງຂ້າລາຊະການຂອງເພິ່ນ ແລະ ປະຊາຊົນທັງຫລາຍ ບໍ່ໄດ້ເຊື່ອຟັງພຣະຄຳທີ່ພຣະຢາເວຊົງປະກາດຜ່ານທາງເຢເຣມີຢາຜູ້ປະກາດພຣະທັມ.
\s5
\v 3 ດັ່ງນັ້ນກະສັດເຊເດກີຢາ, ຊົງໃຊ້ເຢຮູການລູກຊາຍເຊເລມີຢາ, ແລະ ເຊຟານີຢາລູກຊາຍຂອງມາອາເສຢາປະໂລຫິດ ສົ່ງຂ່າວສານໄປຫາເຢເຣມີຢາຜູ້ປະກາດພຣະທັມ. ພວກເຂົາໄດ້ເວົ້າຕໍ່ເຢເຣມີຢາວ່າ, “ຂໍໃຫ້ອ້ອນວອນໃນນາມຂອງພວກເຮົາ ຕໍ່ພຣະຢາເວພຣະເຈົ້າຂອງພວກເຮົາແດ່”
\v 4 ຕອນນີ້ເພິ່ນຍັງໄປຫາມາສູ່ກັບປະຊາຊົນໄດ້ຢ່າງເສລີ, ເພາະຍັງບໍ່ທັນຖືກຄຸມຂັງຄຸກ.
\v 5 ກອງທັບຂອງກະສັດຟາຣາໂອໄດ້ເຄື່ອນອອກຈາກເອຢິບ, ເມື່ອຊາວເຄຍເດນຜູ້ຊຶ່ງກຳລັງໂຈມຕີນະຄອນເຢຣູຊາເລັມຢູ່ໄດ້ຮູ້ຂ່າວກ່ຽວກັບພວກເຂົາທັງຫລາຍນັ້ນ ແລະກໍໄດ້ຖອຍທັບໄປຈາກນະຄອນເຢຣູຊາເລັມ.
\s5
\v 6 ແລ້ວພຣະທັມຂອງຢາເວໄດ້ຊົງກ່າວຕໍ່ເຢເຣມີຢາຜູ້ປະກາດພຣະທັມ, ກ່າວວ່າ,
\v 7 “ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອັນ, ກ່າວວ່າ: ນີ້ຄືສິ່ງທີ່ເຈົ້າຈະບອກກັບກະສັດຢູດາ, ຜູ້ຊຶ່ງໃຊ້ພວກເຈົ້າມາປຶກສາກັບເຮົານັ້ນວ່າ, ‘ເບິ່ງແມ, ກອງທັບຂອງກະສັດຟາຣາໂອ, ທີ່ເຄື່ອນອອກມາຊ່ວຍພວກເຈົ້ານັ້ນ. ກຳລັງຈະກັບຄືນເອຢິບ, ບ້ານເມືອງຂອງພວກເຂົາ.
\v 8 ແລ້ວເຄຍເດນຈະກັບມາ. ພວກເຂົາຈະໂຈມຕີເມືອງນີ້, ແລ້ວຈະຍຶດເອົາເມືອງໄດ້, ແລະ ເຜົາຖິ້ມເສຍ.
\s5
\v 9 ເຮົາພຣະຢາເວເຕືອນພວກເຈົ້າວ່າ: ຢ່າຫລອກລວງຕົນເອງ ໂດຍຄິດວ່າ, ‘ແນ່ທີດຽວ ເຄຍເດນຈະຖອຍຫນີອອກໄປຈາກພວກເຮົາ’ ເພາະພວກເຂົາທັງ¬ຫລາຍຈະບໍ່ຖອຍອອກໄປ.
\v 10 ເຖິງແມ່ນພວກເຈົ້າຈະເຮັດໃຫ້ກອງທັບທັງຫມົດຂອງຊາວເຄຍເດນທີ່ກຳລັງຕໍ່ສູ້ກັບພວກເຈົ້າພ່າຍແພ້ໄປ ຈົນຍັງເຫລືອແຕ່ຄົນທີ່ບາດເຈັບນອນຢູ່ໃນຕູບຜ້າເຕັ້ນເທົ່ານັ້ນ ຄົນເຫລົ່ານີ້ກໍຈະລຸກຂຶ້ນ ແລະເຜົາເມືອງນີ້ຖິ້ມເສຍ.”
\s5
\v 11 ດັ່ງນັ້ນເມື່ອກອງທັບບາເຄຍເດນໄດ້ຖອຍອອກຈາກນະຄອນເຢຣູຊາເລັມໄປ ເພາະວ່າກອງທັບຂອງກະສັດຟາຣາໂອກຳລັງເຂົ້າມາໃກ້,
\v 12 ແລ້ວເຢເຣມີຢາພວມອອກຈາກນະຄອນເຢຣູຊາເລັມມຸ່ງຫນ້າໄປຍັງດິນແດນເບັນຢາມິນ. ເພື່ອຮັບເອົາສ່ວນແບ່ງຂອງຕົນຕໍ່ຫນ້າປະຊາຊົນຂອງເພີ່ນ.
\v 13 ຂະນະທີ່ເພິ່ນມາເຖິງປະຕູເບັນຢາມິນ. ກໍມີທະຫານຄົນຫນຶ່ງຊື່ອີຣີຢາ ລູກຊາຍເຊເລມີຢາ ຜູ້ເປັນລູກຊາຍຂອງຮານານີຢາ ໄດ້ຈັບເຢເຣມີຢາຜູ້ປະກາດພຣະທັມ ແລະໄດ້ເວົ້າຂູ່ວ່າ, “ເຈົ້າກຳລັງຫນີໄປຫາຊາວເຄນເດນແມ່ນບໍ?”
\s5
\v 14 ເຢເຣມີຢາໄດ້ຕອບວ່າ, “ບໍ່ແມ່ນ. ຂ້ານ້ອຍບໍ່ໄດ້ຫນີໄປຫາຊາວເຄຍເດນ.” ແຕ່ອີຣີຢາບໍ່ເຊື່ອລາວ. ເພີ່ນຈຶ່ງຈັບເຢເຣມີຢາ ແລະ ໄດ້ນຳເຂົາໄປຫາພວກເຈົ້ານາຍ.
\v 15 ພວກເຈົ້ານາຍກໍຄຽດແຄ້ນເຢເຣມີຢາ. ພວກເຂົາໄດ້ຂ້ຽນຕີເຢເຣມີຢາ ແລະ ຂັງເຂົາໄວ້ໃນເຮືອນຂອງໂຢນາທານ ຜູ້ເປັນລາຊະເລຂາ ຊຶ່ງພວກເຂົາໄດ້ປ່ຽນໃຫ້ເປັນຄຸກ.
\s5
\v 16 ດັ່ງນັ້ນເຢເຣມີຢາຖືກເຂົາຂັງໄວ້ໃນຫ້ອງໃຕ້ດິນ, ເພິ່ນໄດ້ຢູ່ທີ່ນັ້ນເປັນເວລາຫລາຍວັນ.
\v 17 ກະສັດເຊເດກີຢາໄດ້ໃຊ້ໃຫ້ຄົນໄປນຳເອົາຕົວມາທີ່ພຣະຣາດຊະວັງ. ໃນວັງຂອງພະອົງເອງ, ກະສັດໄດ້ຊົງສອບຖາມເຢເຣມີຢາເປັນການສ່ວນຕົວວ່າ, “ມີຖ້ອຍຄຳຫຍັງແດ່ທີ່ພຣະຢາເວຊົງບອກ?” ເຢເຣມີຢາໄດ້ເວົ້າຕອບວ່າ: “ມີຢູ່ ຂ້ານ້ອຍ” ພະອົງຈະຖືກມອບໄວ້ໃນກຳມືຂອງກະສັດບາບີໂລນ.”
\s5
\v 18 ແລ້ວເຢເຣມີຢາໄດ້ທູນກະສັດເຊເດກີຢາອີກວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ຕໍ່ສູ້ພະອົງ, ຕໍ່ສູ້ຂ້າລາຊະການຂອງພະອົງ, ຫລືຕໍ່ສູ້ປະຊາຊົນນີ້ບໍ ພະອົງຈຶ່ງໄດ້ຈັບຂ້ານ້ອຍຂັງໄວ້ໃນຄຸກ?
\v 19 ພວກປະກາດພຣະທັມທີ່ໄດ້ບອກພະອົງວ່າ, ຜູ້ທີ່ບອກວ່າກະສັດບາບີໂລນຈະບໍ່ມາໂຈມຕີພະອົງ ຫລືໂຈມຕີປະເທດນີ້ນັ້ນຢູ່ໃສ?
\v 20 ແຕ່ບັດນີ້ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ຂໍພະອົງຊົງຟັງ! ແລະເຮັດຕາມຂ້ານ້ອຍເວົ້ານີ້ທ້ອນ. ຄືຢ່າສົ່ງຂ້ານ້ອຍຄືນໄປເຮືອນຂອງໂຢນາທານ ຜູ້ເປັນລາຊະເລຂາຂອງພະອົງ, ຢ້ານວ່າຂ້ານ້ອຍຈະຕ້ອງຕາຍຢູ່ທີ່ນັ້ນ.”
\s5
\v 21 ດ້ວຍເຫດນີ້ ກະສັດເຊເດກີຢາ ຈຶ່ງມີຄຳສັ່ງໃຫ້ກັກຂັງເຢເຣມີຢາໄວ້ໃນກາງເດີ່ນພະລາຊະວັງບໍລິເວນທະຫານຮັກສາພະອົງ. ຢູ່ທີ່ນັ້ນ ເພິ່ນໄດ້ຮັບເຂົ້າຈີ່ມື້ລະກ້ອນຈາກຜູ້ເຮັດເຂົ້າຈີ່, ໄດ້ຮັບທຸກມື້ຈົນວ່າເຂົ້າຈີ່ໃນເມືອງນັ້ນຫມົດໄປ. ດັ່ງນັ້ນເຢເຣມີຢາໄດ້ຄ້າງຢູ່ໃນບໍລິເວນທະຫານຮັກສາພະອົງ.
\s5
\c 38
\cl ບົດທີ 38
\p
\v 1 ເຊຟາຕີຢາລູກຊາຍມັດຕານ ເກດາລີຢາລູກຊາຍປັດຊູ ຢູການລູກຊາຍເຊເລມີຢາ ແລະປັດຊູລູກຊາຍມັນກີຢາ ໄດ້ຍິນຖ້ອຍຄຳທີ່ເຢເຣມີຢາບອກປະຊາຊົນຄື. ເຢເຣມີຢາໄດ້ບອກວ່າ,
\v 2 “ພຣະຢາເວຊົງກ່າວວ່າ: ຜູ້ໃດຢູ່ໃນເມືອງຈະຕ້ອງຕາຍຍ້ອນເສິກສົງຄາມ, ຫລືຍ້ອນການອຶດຢາກ, ແລະໂລກໄພໄຂ້ເຈັບ, ແຕ່ຖ້າຜູ້ໃດອອກໄປຍອມຈຳນົນຕໍ່ຊາວເຄນເດຍຈະມີຊີວິດ, ລາວຈະພົ້ນໄພມີຊີວິດຢູ່ໄດ້.”
\v 3 ເຢເຣມີຢາໄດ້ບອກພວກເຂົາດ້ວຍວ່າ, “ພຣະຢາເວຊົງກ່າວວ່າ: ເມືອງນີ້ຈະຖືກມອບໄວ້ໃນມືຂອງກອງທັບຂອງກະສັດບາບີໂລນ ແລະພະອົງຈະຊົງຍຶດໄວ້.”
\s5
\v 4 ດັ່ງນັ້ນ ພວກເຈົ້ານາຍໄດ້ເວົ້າກະສັດວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ, ເພາະວ່າລາວໄດ້ເຮັດໃຫ້ທະຫານໃນເມືອງນີ້ເສຍກຳລັງໃຈລົງ, ທັງມືຂອງປະຊາຊົນທັງຫມົດເຫມືອນກັນ. ລາວໄດ້ປະກາດຖ້ອຍຄຳເຫລົ່ານີ້, ເພາະວ່າຄົນຜູ້ນີ້ບໍ່ໄດ້ຄິດຫາຫວັດດີພາບແກ່ຊົນຊາດນີ້, ແຕ່ຫາຄວາມທຸກຍາກລຳບາກມາໃສ່ພວກເຂົາ.”
\v 5 ແລ້ວກະສັດເຊເດກີຢາຊົງກ່າວວ່າ, “ເບິ່ງແມ, ຜູ້ຊາຍຄົນນີ້ຢູ່ໃນມືຂອງພວກເຈົ້າແລ້ວ ເພາະບໍ່ມີກະສັດໃດສາມາດຕໍ່ຕ້ານພວກທ່ານໄດ້ດອກ.”
\s5
\v 6 ແລ້ວພວກເຈົ້ານາຍຈຶ່ງຈັບເຢເຣມີຢາ ແລະຜູກເຊືອກຢ່ອນລົງສ້າງຂີ້ຕົມ ມັນກີຢາ, ຂອງພວກເຈົ້າຊາຍ. ທີ່ເດີ່ນພະລາຊະວັງເຂດຂອງພວກທະຫານຮັກສາພຣະອົງ. ພວກເຂົາໄດ້ຫຍ່ອນເຢເຣມີຢາລົງໄປດ້ວຍເຊືອກ. ໃນທີ່ຂັງນໍ້ານັ້ນບໍ່ມີນ້ຳ ມີແຕ່ຂີ້ຕົມ, ແລະເຢເຣມີຢາກໍໄດ້ຫລົ່ມລົງໄປໃນຕົມນັ້ນ.
\s5
\v 7 ບັດນີ້ເອເບັດເມເລັກຊາວເອທີໂອເປຍ ທີ່ເຮັດວຽກຢູ່ໃນພະລາຊະວັງ. ເພີ່ນໄດ້ຍິນຂ່າວວ່າພວກເຂົາຈັບເຢເຣມີຢາຢ່ອນລົງໃນສ້າງ. ລາວກໍອອກຈາກພະລາຊະວັງໄປເວົ້າກະສັດທີ່ກຳລັງປະທັບຢູ່ທີ່ປະຕູເບັນຢາມິນ.
\v 8 ດັ່ງນັ້ນເອເບັດເມເລັກກໍໄດ້ອອກໄປຈາກວັງຂອງກະສັດ ແລະ ໄດ້ທູນກະສັດ. ເຂົາໄດ້ທູນວ່າ,
\v 9 “ຂ້າແດ່ກະສັດເຈົ້ານາຍຂອງຂ້ານ້ອຍ ຄົນພວກນີ້ໄດ້ເຮັດຊົ່ວຮ້າຍທຸກຢ່າງຕໍ່ເຢເຣມີຢາ ຄືພວກເຂົາໄດ້ຈັບເພິ່ນຂັງໄວ້ໃນສ້າງ ເພື່ອໃຫ້ເພິ່ນອຶດຕາຍຢູ່ທີ່ນັ້ນ, ເພາະວ່າໃນເມືອງນີ້ບໍ່ມີອາຫານເຫລືອຢູ່ອີກເລີຍ.”
\s5
\v 10 ແລ້ວເມື່ອກະສັດຊົງຊາບດັ່ງນັ້ນ ກໍຊົງສັ່ງໃຫ້ເອເບັດເມເລັກຊາວ ຄູດ. ພະອົງກ່າວວ່າ, “ຈົ່ງນຳເອົາຄົນສາມສິບຄົນຈາກທີ່ນັ້ນ ແລະ ໄປດຶງເຢເຣມີຢາຂຶ້ນມາຈາກສ້າງກ່ອນທີ່ເພິ່ນຈະຕາຍ.”
\v 11 ດັ່ງນັ້ນ ເອເບັດເມເລັກຈຶ່ງໄດ້ພາຄົນເຫລົ່ານັ້ນໄປຍັງວັງຂອງກະສັດ, ໄປທີ່ຫ້ອງເກັບເຄື່ອງທີ່ຊັ້່ນລຸ່ມຂອງພະລາຊະວັງ. ຈາກນັ້ນເພີ່ນໄດ້ເອົາເສື້ອຜ້າທີ່ຂາດ ແລະເກົ່າ ແລ້ວຢ່ອນລົງ ດ້ວຍເຊືອກຫລາຍເສັ້ນໃຫ້ເຢເຣມີຢາໃນທີ່ຂັງນ້ຳ.
\s5
\v 12 ເອເບັດເມເລັກບອກເຢເຣມີຢາວ່າ, “ທ່ານຈົ່ງເອົາຜ້າຂາດນີ້ຮອງຂີ້ແຮ້ຂອງທ່ານ ເພື່ອບໍ່ໃຫ້ເຊືອກຂາດ” ດັ່ງນັ້ນ ເຢເຣມີຢາກໍໄດ້ເຮັດຕາມ.
\v 13 ແລ້ວພວກເຂົາກໍໄດ້ດຶງເຊືອກເອົາເພິ່ນຂຶ້ນມາຈາກສ້າງ ແລະໃຫ້ຢູ່ໃນເດີ່ນພະລາຊະວັງນັ້ນຕໍ່ໄປ. ດັ່ງນັ້ນເຢເຣມີຢາກໍໄດ້ຄ້າງຢູ່ໃນເດີ່ນທະຫານຮັກສາພະອົງ.
\s5
\v 14 ແລ້ວກະສັດເຊເດກີຢາໄດ້ຊົງຮັບສັ່ງໃຫ້ເອົາເຢເຣມີຢາຜູ້ປະກາດພຣະທັມເຂົ້າເຝົ້າພະອົງ, ຢູ່ທີ່ທາງເຂົ້າວິຫານປ່ອງທີສາມ. ກະສັດໄດ້ເວົ້າກັບເຢເຣມີຢາວ່າ, “ເຮົາຈະຖາມພວກເຈົ້າຈັກຂໍ້ຫນຶ່ງ ຂໍຢ່າປິດບັງສິ່ງໃດໄວ້ຈາກເຮົາເລີຍ.”
\v 15 ເຢເຣມີຢາໄດ້ເວົ້າວ່າ, “ຖ້າຂ້ານ້ອຍເວົ້າຄວາມຈິງ, ພະອົງກໍຈະລົງໂທດຂ້ານ້ອຍເຖິງຕາຍ? ແຕ່ຖ້າຖວາຍຄຳປຶກສາ, ພະອົງກໍຈະບໍ່ຮັບຟັງຂ້ານ້ອຍ.”
\v 16 ແຕ່ກະສັດເຊເດກີຢາຈຶ່ງຊົງສາບານຕໍ່ເຢເຣມີຢາເປັນການລັບວ່າ, “ພຣະຢາເວຜູ້ຊົງປະທານຊີວິດໃຫ້ເຮົາຊົງພຣະຊົນຢູ່ສັນໃດ, ເຮົາຈະບໍ່ລົງໂທດພວກເຈົ້າເຖິງຕາຍ ຫລືມອບພວກເຈົ້າໄວ້ໃນກຳມືຂອງຄົນທີ່ຢາກຈະຂ້າເຈົ້າສັນນັ້ນ.”
\s5
\v 17 ດັ່ງນັ້ນເຢເຣມີຢາໄດ້ທູນເຊເດກີຢາວ່າ, “ພຣະຢາເວຜູ້ມີອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນ, ຊົງກ່າວດັ່ງນີ້: ຖ້າພະອົງຊົງຍອມອອກໄປຫາພວກເຈົ້ານາຍຂອງກະສັດບາບີໂລນແລ້ວ ຊີວິດຂອງພະອົງຈະຊົງປອດໄພ ແລະເມືອງນີ້ກໍຈະບໍ່ຖືກເຜົາພິນາດ ພະອົງກັບພະລາຊະວົງຂອງພະອົງຈະມີຊີວິດຢູ່ໄດ້.
\v 18 ແຕ່ຖ້າບໍ່ຊົງຍອມມອບຕົວແກ່ພວກຂ້າຣາຊະການຂອງກະສັດແຫ່ງບາບີໂລນ ແລ້ວເມືອງນີ້ຈະຕ້ອງຖືກຍຶດເອົາໄວ້ໃນມືຂອງຄົນເຄນເດຍ. ພວກເຂົາຈະເຜົາມັນໃຫ້ພິນາດ ສ່ວນພະອົງກໍຈະບໍ່ສາມາດຫນີຈາກເງື້ອມມືຂອງພວກເຂົາ.”
\s5
\v 19 ແຕ່ກະສັດເຊເດກີຢາຊົງຕອບວ່າ, “ແຕ່ເຮົາຢ້ານຊາວຢູດາພວກທີ່ລັກຫນີໄປຫາຊາວເຄນເດຍ, ເພາະວ່າເຮົາອາດຈະຖືກມອບເຮົາໃຫ້ແກ່ຄົນເຫລົ່ານັ້ນ, ເພາະພວກເຂົາກໍຈະທໍລະມານເຮົາ.”
\s5
\v 20 ເຢເຣມີຢາໄດ້ເວົ້າວ່າ, “ພວກເຂົາຈະບໍ່ມອບພະອົງໄວ້ດອກ. ຂໍໃຫ້ພະອົງຊົງເຊື່ອຟັງພຣະດຳລັດຂອງພຣະຢາເວ, ຕາມທີ່ຂ້ານ້ອຍກຳລັງທູນພະອົງນັ້ນ, ແລ້ວທຸກ ສິ່ງກໍຈະເປັນໄປດ້ວຍດີສຳລັບພະອົງ, ທັງຊີວິດຂອງພະອົງກໍຈະປອດໄພ.
\v 21 ແຕ່ຖ້າບໍ່ຍອມມອບຕົວ, ພະອົງຈະປະສົບຄວາມລຳບາກ ຕາມນິມິດທີ່ພຣະຢາເວຊົງສະແດງຕໍ່ຂ້ານ້ອຍແລ້ວ.
\s5
\v 22 ເບິ່ງເທາະ! ຜູ້ຍິງທຸກຄົນທີ່ເຫລືອຢູ່ໃນພະລາຊະວັງ, ຂອງກະສັດຢູດາ, ຈະຖືກນຳອອກໄປມອບໃຫ້ພວກເຈົ້ານາຍຂອງກະສັດບາບີໂລນ. ພວກຜູ້ຍິງເຫລົ່ານີ້ຈະກ່າວໃນຂະນະທີ່ໄປວ່າ, ‘ພະອົງໄດ້ຊົງຖືກຫລອກຫລວງໂດຍສະຫາຍຜູ້ສະຫນິດຂອງພະອົງ; ພວກເຂົາໄດ້ທຳລາຍພະອົງແລ້ວ. ພະບາດທັງສອງຂອງພະອົງກໍຈົມລົງຂີ້ຕົມ, ແລະບັນດາພະສະຫາຍກໍຫລີກຫນີຈາກພະອົງໄປ.
\v 23 ເພາະບັນດາມະເຫສີ ແລະລູກທັງຫລາຍຂອງພະອົງຈະຖືກນຳໄປມອບໃຫ້ຊາວເຄນເດຍ, ແລະພະອົງເອງກໍຈະບໍ່ລອດພົ້ນໄປຈາກມືຂອງພວກເຂົາ. ພະອົງຈະຖືກກະສັດບາບີໂລນຈັບໄດ້, ແລະເມືອງນີ້ກໍຈະຖືກເຜົາພິນາດ.”
\s5
\v 24 ແລ້ວເຊເດກີຢາຊົງຕອບເຢເຣມີຢາວ່າ, “ຢ່າໃຫ້ຜູ້ໃດຮູ້ຈັກເລື່ອງທີ່ເຈົ້າເວົ້າມານີ້, ແລ້ວເຈົ້າຈະມີຊີວິດ.
\v 25 ຖ້າພວກເຈົ້ານາຍຮູ້ວ່າ ເຮົາໄດ້ພົບກັບເຈົ້າ, ແລະຖ້າພວກເຂົາຈະມາຫາເຈົ້າກ່າວວ່າ, ‘ຈົ່ງບອກເຮົາມາວ່າເຈົ້າໄດ້ເວົ້າອັນໃດກັບກະສັດ ແລະຢ່າປິດບັງພວກເຮົາເລີຍ, ບໍ່ດັ່ງນັ້ນພວກເຮົາຈະຂ້າເຈົ້າ.
\v 26 ແລ້ວຈົ່ງບອກວ່າ, ‘ຂ້ານ້ອຍໄດ້ຂໍຮ້ອງຕໍ່ກະສັດບໍ່ໃຫ້ສົ່ງເຮົາກັບໄປທີ່ເຮືອນຂອງໂຢນາທານ ເພື່ອໃຫ້ຕາຍເສຍທີ່ນັ້ນ.”
\s5
\v 27 ຕໍ່ມາ ມີພວກເຈົ້ານາຍໄດ້ມາຫາເຢເຣມີຢາ ແລະຖາມເພິ່ນ, ດັ່ງນັ້ນເພິ່ນກໍບອກພວກເຂົາຕາມທີ່ກະສັດຊົງສັ່ງ. ແລ້ວພວກເຂົາກໍບໍ່ຊັກຖາມຫຍັງອີກຕໍ່ໄປ, ເພາະພວກເຂົາບໍ່ມີໃຜໄດ້ຍິນການສົນທະນາກັນລະຫວ່າງເຢເຣມີຢາ ແລະກະສັດ.
\v 28 ດັ່ງນັ້ນເຢເຣມີຢາຈຶ່ງຄ້າງຢູ່ໃນເດີ່ນພະລາຊະວັງ ຈົນຮອດມື້ທີ່ນະຄອນເຢຣູຊາເລັມແຕກ.
\s5
\c 39
\cl ບົດທີ 39
\p
\v 1 ໃນປີທີເກົ້າ ແລະ ເດືອນທີສິບແຫ່ງລາຊະການເຊເດກີຢາ ກະສັດຢູດາ, ເນບູກາດເນັດຊາ ກະສັດບາບີໂລໄດ້ຍົກທັບມາຕີນະຄອນເຢຣູຊາເລັມ ແລະ ໄດ້ລ້ອມໄວ້.
\v 2 ຕໍ່ມາໃນປີທີສິບເອັດ ແລະເດືອນສີ່ ແຫ່ງລາຊະການເຊເດກີຢາ, ໃນວັນທີເກົ້າຂອງເດືອນ, ນະຄອນເຢຣູຊາເລັມກໍແຕກ.
\v 3 ແລ້ວເມື່ອບັນດາພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງກະສັດບາບີໂລນທັງຫມົດໄດ້ມາ ແລະ ນັ່ງທີ່ປະຕູກາງເມືອງຄື: ເນການຊາເຣັດເຊ, ສຳກາເນໂບ, ແລະສາເສກີມ, ແລະພວກຂ້າຣາຊະການຊັ້ນສູງຄົນອື່ນ. ເນການຊາເຣັດເຊຜູ້ເປັນຜູ້ນຳຂອງພວກເຈົ້ານາຍທັງຫລາຍ ແລະທີ່ເຫລືອທັງຫມົດເປັນພວກຂ້າຣາຊະການຂອງກກະສັດແຫ່ງບາບີໂລນ.
\s5
\v 4 ສິ່ງເຫລົ່ານີ້ເກີດຂຶ້ນເມື່ອເຊເດກີຢາ, ກະສັດຂອງຢູດາ, ແລະທະຫານທັງຫມົດຂອງພະອົງໄດ້ເຫັນເຫດການດັ່ງນີ້, ກໍພາກັນຫນີອອກ. ພວກເຂົາໄດ້ອອກຈາກເມືອງໃນເວລາກາງຄືນທາງພະລາຊະອຸທະຍານ, ອອກຜ່ານໄປທາງປະຕູລະຫວ່າງກຳແພງທັງສອງ. ກະສັດໄດ້ມຸ່ງຫນ້າໄປຍັງ ອາຣາບາ.
\v 5 ແຕ່ກອງທັບຂອງຄົນເຄນເດຍໄດ້ໄລ່ຕິດຕາມທັນ ແລະໄດ້ຈັບເຊເດກີຢາຢູ່ໃນທົ່ງພຽງຂອງແມ່ນໍ້າຈໍແດນໃກ້ເມືອງເຢຣິໂກ. ແລ້ວພວກເຂົາໄດ້ຈັບພະອົງໄວ້ ແລະນຳເອົາໄປມອບໃຫ້ກະສັດເນບູກາດເນັດຊາ, ທີ່ເມືອງຣິບລາໃນດິນແດນຮຳມາດ, ຢູ່ທີ່ນັ້ນກະສັດເນບູກາດເນັດຊາໄດ້ລົງໂທດພະອົງ.
\s5
\v 6 ກະສັດແຫ່ງບາບີໂລນໄດ້ຕັດສິນປະຫານຊີວິດພວກລູກຊາຍຂອງເຊເດກີຢາ ຕໍ່ຫນ້າຕໍ່ຕາເຊເດກີຢາເອງຢູ່ທີ່ເມືອງຣິບລາ. ພະອົງໄດ້ຕັດສິນປະຫານຊີວິດພວກເຈົ້ານາຍຂອງຢູດາດ້ວຍ.
\v 7 ແລ້ວພະອົງຊົງຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະເອົາໂສ້ທອງແດງຜູກເພິ່ນໄວ້ ເພື່ອຈະນຳໄປນະຄອນບາບີໂລນ.
\s5
\v 8 ແລ້ວທະຫານຊາວເຄນເດຍໄດ້ເຜົາພະລາຊະວັງ ແລະ ບ້ານເຮືອນຂອງປະຊາຊົນ ພວກເຂົາໄດ້ທຳລາຍກຳແພງນະຄອນເຢຣູຊາເລັມຖິ້ມ.
\v 9 ແລ້ວເນບູຊາຣາດານ ຜູ້ບັນຊາການທະຫານຮັກສາພະອົງ ໄດ້ຈັບປະຊາຊົນທີ່ເຫລືອຢູ່ໃນເມືອງເປັນຊະເລີຍ ນີ້ຮ່ວມທັງຄົນທີ່ຫນີເຂົ້າມາມອບຕົວຕໍ່ຄົນເຄນເດຍ ແລະ ປະຊາຊົນທີ່ເຫລືອຢູ່ທີ່ຄົງຄ້າງຢູ່ໃນເມືອງ.
\v 10 ແຕ່ເນບູຊາຣາດານບັນຊາການທະຫານຮັກສາພະອົງ ໄດ້ປະແຕ່ຄົນທຸກຍາກທີ່ສຸດ ທີ່ບໍ່ມີໄຮ່ນາໄວ້ໃນປະເທດຢູດາ. ເພີ່ນໄດ້ມອບສວນອະງຸ່ນແລະໄຮ່ນາໃຫ້ພວກເຂົາໃນວັນດຽວກັນນັ້ນ.
\s5
\v 11 ເນບູກາດເນັດຊາກະສັດແຫ່ງບາບີໂລນ ໄດ້ຊົງບັນຊາກ່ຽວກັບເຢເຣມີຢາ ໃຫ້ເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ. ໄດ້ກ່າວວ່າ,
\v 12 “ຈົ່ງແຕ່ງຄົນໄປຮັບເອົາຕົວລາວມາ ແລະ ເບິ່ງແຍງລາວໃຫ້ດີ. ຢ່າທຳຮ້າຍລາວ. ແຕ່ຈົ່ງຊົດຊ່ວຍລາວຕາມທີ່ລາວຕ້ອງການ.”
\v 13 ດັ່ງນັ້ນ ເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ, ພ້ອມດ້ວຍພວກເຈົ້ານາຍຊັ້ນຜູ້ໃຫຍ່ສອງຄົນ, ຄືເນບູຊັດບານ ແລະ ເນການຊາເຣັດເຊ ແລະພວກເຈົ້ານາຍທີ່ສຳຄັນທີ່ສຸດຂອງບາບີໂລນ ໄດ້ສົ່ງພວກເຂົາອອກໄປ.
\v 14 ພວກເຂົາຈຶ່ງໃຊ້ຄົນໄປຮັບເອົາເຢເຣມີຢາມາຈາກເດີ່ນພະລາຊະວັງເຂດທະຫານຮັກສາພະອົງ ພວກເຈົ້ານາຍໄດ້ມອບເຢເຣມີຢາໄວ້ໃຕ້ການເບິ່ງແຍງຂອງເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຂອງຊາຟານ, ໃຫ້ນຳເຂົາໄປບ້ານ, ດ້ວຍເຫດນີ້ ເຢເຣມີຢາຈຶ່ງໄດ້ຢູ່ນຳປະຊາຊົນ.
\s5
\v 15 ບັດນີ້ພຣະທັມຂອງພຣະຢາເວມາຍັງເຢເຣມີຢາ ຂະນະທີ່ເພິ່ນຖືກຂັງຢູ່ໃນບໍລິເວນທະຫານຮັກສາພະອົງ, ກ່າວວ່າ,
\v 16 “ຈົ່ງໄປບອກເອເບັດເມເລັກຄົນເອທີໂອເປຍວ່າ, ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະໃຫ້ຖ້ອຍຄຳຂອງເຮົາທີ່ມີຢູ່ຕໍ່ນະຄອນນີ້ສຳເລັດໃນທາງຮ້າຍ ບໍ່ແມ່ນທາງດີ ແລະ ຈະສຳເລັດຕໍ່ຫນ້າພວກເຈົ້າໃນມື້ນັ້ນ.
\s5
\v 17 ແຕ່ເຮົາຈະຊ່ວຍກູ້ພວກເຈົ້າໃຫ້ພົ້ນໃນມື້ນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະເຂົາຈະບໍ່ມອບພວກເຈົ້າໄວ້ໃນມືຂອງຄົນທີ່ພວກເຈົ້າຢ້ານກົວ.
\v 18 ເພາະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນແນ່ນອນ. ພວກເຈົ້າຈະບໍ່ລົ້ມລົງດ້ວຍດາບ, ເຈົ້າຈະມີຊີວິດລອດ ເພາະເຈົ້າໄດ້ໄວ້ວາງໃຈໃນເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.’”
\s5
\c 40
\cl ບົດທີ 40
\p
\v 1 ພຣະທັມຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາ ຫລັງຈາກທີ່ເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງໄດ້ປ່ອຍເພິ່ນທີ່ຣາມາ. ເມື່ອລາວຈັບເພິ່ນໃສ່ໂສ້ມາພ້ອມກັບບັນດາຊະເລີຍຈາກນະຄອນເຢຣູຊາເລັມ ແລະ ຢູດາ ຜູ້ທີ່ຖືກກວາດໄປເປັນຊະເລີຍຍັງບາບີໂລນ.
\v 2 ຜູ້ບັນຊາການທະຫານຮັກສາພະອົງ ໄດ້ນຳເຢເຣມີຢາມາ ແລະເວົ້າກັບເພິ່ນວ່າ, “ພຣະຢາເວພຣະເຈົ້າຂອງທ່ານຊົງປະກາດຄວາມຮ້າຍນີ້ຕໍ່ສະຖານທີ່ນີ້.
\s5
\v 3 ດັ່ງນັ້ນພຣະຢາເວຊົງເຮັດໃຫ້ເປັນໄປ. ພຣະອົງຊົງກະທຳຕາມທີ່ພຣະອົງກ່າວໄວ້ແລ້ວ, ເນື່ອງຈາກພວກທ່ານທັງຫລາຍໄດ້ເຮັດບາບຕໍ່ພຣະຢາເວ ແລະບໍ່ເຊື່ອຟັງພຣະສຸລະສຽງຂອງພຣະອົງ ສິ່ງນີ້ຈຶ່ງໄດ້ເປັນມາເຫນືອພວກທ່ານ.
\v 4 ເບິ່ງແມ, ມື້ນີ້ຂ້ານ້ອຍປ່ອຍທ່ານຈາກໂສ້ທີ່ມືຂອງທ່ານ. ແຕ່ຖ້າທ່ານຍິນດີທີ່ຈະມາຍັງນະຄອນບາບີໂລນກັບຂ້ານ້ອຍ, ກໍຈົ່ງມາເຖີດ, ຂ້ານ້ອຍຈະເບິ່ງແຍງທ່ານໃຫ້ດີ. ແຕ່ຖ້າທ່ານບໍ່ເຫັນພ້ອມທີ່ຈະມາຍັງນະຄອນບາບີໂລນກັບຂ້ານ້ອຍ, ກໍຢ່າມາ. ເບິ່ງແມ, ແຜ່ນດິນທັງຫມົດນີ້ຢູ່ຕໍ່ຫນ້າທ່ານ, ທ່ານຈະໄປທີ່ໃດກໍໄດ້ຕາມແຕ່ທ່ານເຫັນດີເຫັນງາມທີ່ຈະໄປ.”
\s5
\v 5 ຂະນະເມື່ອເຢເຣມີຢາຍັງບໍ່ໄປເທື່ອ, ເນບູຊາຣາດານໄດ້ກ່າວວ່າ, “ຈົ່ງກັບໄປຫາເກດາລີຢາລູກຊາຍອາຮີກາມ, ຜູ້ເປັນລູກຊາຍຊາຟານ ຜູ້ຊຶ່ງກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ຮັບຜິດຊອບບັນດາຫົວເມືອງຕ່າງໆ ຂອງຢູດາ. ຈົ່ງຢູ່ກັບລາວທ່າມກາງປະຊາຊົນ ຫລື ຈະໄປບ່ອນໃດທີ່ທ່ານເຫັນດີຈະໄປກໍໄດ້.” ຜູ້ບັນຊາການທະຫານຮັກສາພະອົງຈຶ່ງສັ່ງອະນຸມັດສະບຽງ, ແລະໃຫ້ຂອງຂວັນແກ່ເຢເຣມີຢາ ແລ້ວກໍປ່ອຍເພິ່ນໄປ.
\v 6 ດັ່ງນັ້ນເຢເຣມີຢາກໍໄປຫາເກດາລີຢາ ລູກຊາຍອາຮີກາມ, ທີ່ມິດຊະປາ. ເພີ່ນໄດ້ອາໄສຢູ່ກັບລາວທ່າມກາງປະຊາຊົນ ຊຶ່ງເຫລືອຢູ່ໃນແຜ່ນດິນນັ້ນ.
\s5
\v 7 ເມື່ອບັນດາຫົວຫນ້າຂອງກອງທະຫານໃນທົ່ງນາຄື—ພວກເຂົາ ແລະຄົນຂອງພວກເຂົາ—ໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາລູກຊາຍອາຮີກາມໃຫ້ເປັນຜູ້ວ່າລາຊະການໃນແຜ່ນດິນນັ້ນ. ພວກເຂົາໄດ້ມອບຊາຍ, ຍິງ, ແລະພວກເດັກນ້ອຍໆ ຜູ້ທີ່ເປັນຄົນຈົນທີ່ສຸດໃນແຜ່ນດິນ, ຊຶ່ງບໍ່ໄດ້ຖືກກວາດໄປເປັນຊະເລີຍຍັງບາບີໂລນ.
\v 8 ດັ່ງນັ້ນພວກເຂົາກໍໄປຫາເກດາລີຢາ ທີ່ມິດຊະປາ. ຄົນເຫລົ່ານີ້ໄດ້ແກ່ ອິດຊະມາເອນ ລູກຊາຍເນທານີອາ; ໂຢຮານານ ແລະໂຢນາທານ, ລູກຊາຍກາເຣອາ; ເສຣາຢາ, ລູກຊາຍຕັນຮູເມັດ ບັນດາລູກຊາຍຂອງເອຟາຍຊາວເນໂຕຟາ ເຢຊານີຢາລູກຊາຍຊາວມາອາກາ—ທັງພວກເຂົາ ແລະ ຄົນຂອງເຂົາ.
\s5
\v 9 ເກດາລີຢາລູກຊາຍຂອງອາຮີກາມ ລູກຊາຍຂອງຊາຟານ ກໍໄດ້ປະຕິຍານໃຫ້ແກ່ພວກເຂົາ ແລະ ຄົນຂອງເຂົາ, ກ່າວວ່າ, “ຢ່າຢ້ານກົວທີ່ຈະບົວລະບັດຄົນບາບີໂລນ. ຈົ່ງອາໄສຢູ່ໃນແຜ່ນດິນ ແລະບົວລະບັດກະສັດແຫ່ງບາບີໂລນ, ແລ້ວທ່ານທັງຫລາຍກໍຈະຢູ່ເຢັນເປັນສຸກ.
\v 10 ເບິ່ງແມ, ຂ້ານ້ອຍກຳລັງອາໄສຢູ່ທີ່ມິດຊະປາ ເພື່ອຈະບົວລະບັດຄົນເຄນເດຍ ຜູ້ຊຶ່ງຈະມາຫາພວກເຮົາ. ດັ່ງນັ້ນຈົ່ງເກັບນ້ຳອະງຸ່ນ, ຫມາກໄມ້ລະດູຮ້ອນ, ແລະນ້ຳມັນ ແລະເກັບໄວ້ໃນພາຊະນະຕ່າງໆ. ຈົ່ງຢູ່ໃນເມືອງທັງຫລາຍຊຶ່ງທ່ານໄດ້ຍຶດຄອງຢູ່ນັ້ນ.”
\s5
\v 11 ແລ້ວຄົນຢູດາທັງຫມົດ ຊຶ່ງຢູ່ທີ່ໂມອາບ, ທ່າມກາງຄົນອຳໂມນ, ແລະ ໃນເອໂດມ, ແລະໃນແຜ່ນດິນອື່ນທັງຫມົດໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ຖິ້ມຄົນໃຫ້ເຫລືອໄວ້ສ່ວນຫນຶ່ງໃນຢູດາ, ແລະໄດ້ແຕ່ງຕັ້ງໃຫ້ເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຊາຟານໃຫ້ເປັນຜູ້ວ່າລາຊະການເຫນືອພວກເຂົາ.
\v 12 ແລ້ວພວກຊາວຢິວທັງປວງກໍໄດ້ກັບມາຈາກທຸກທີ່ຊຶ່ງພວກເຂົາຖືກຂັບໄລ່ໃຫ້ໄປຢູ່ນັ້ນ. ພວກເຂົາໄດ້ກັບມາຍັງແຜ່ນດິນຢູດາ, ມາຫາເກດາລີຢາ ທີ່ມິດຊະປາ. ພວກເຂົາທັງຫລາຍໄດ້ເກັບນ້ຳອະງຸ່ນ ແລະຫມາກໄມ້ໃນລະດູຮ້ອນໄດ້ເປັນຈຳນວນຫລາຍ.
\s5
\v 13 ຝ່າຍໂຢຮານານລູກຊາຍຂອງກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານໃນທົ່ງນາໄດ້ມາຫາເກດາລີຢາທີ່ມິດຊະປາ
\v 14 ພວກເຂົາໄດ້ກ່າວແກ່ລາວວ່າ, “ທ່ານຮູ້ຫລືບໍ່ວ່າ ບາອາລິດ ກະສັດຂອງຄົນອຳໂມນໄດ້ສົ່ງໃຫ້ອິດຊະມາເອນລູກຊາຍເນທານີອາມາເອົາຊີວິດຂອງທ່ານ?” ແຕ່ເກດາລີຢາລູກຊາຍອາຮີກາມບໍ່ເຊື່ອພວກເຂົາ.
\s5
\v 15 ດັ່ງນັ້ນໂຢຮານານລູກຊາຍກາເຣອາໄດ້ເວົ້າກັບເກດາລີຢາເປັນການລັບ ທີ່ມິດຊະປາວ່າ, “ຈົ່ງໃຫ້ຂ້ານ້ອຍໄປຂ້າອິດຊະມາເອນລູກຊາຍເນທານີອາເສຍ. ຈະບໍ່ມີໃຜສົງໃສຂ້ານ້ອຍ. ເປັນຫຍັງຈະໃຫ້ລາວເອົາຊີວິດຂອງທ່ານ? ເປັນຫຍັງຈຶ່ງອະນຸຍາດຄົນຢູດາທັງຫມົດທີ່ໄດ້ມາຮ່ວມກັນຢູ່ກັບທ່ານແລ້ວຈະກະຈັດກະຈາຍກັນໄປ ແລະທີ່ເຫລືອຢູ່ນີ້ກໍຈະພິນາດ?”
\v 16 ແຕ່ເກດາລີຢາລູກຊາຍອາຮີກາມເວົ້າກັບໂຢຮານານລູກຊາຍກາເຣອາວ່າ, “ຢ່າເຮັດສິ່ງນີ້ເລີຍ, ເພາະທີ່ທ່ານເວົ້າເຖິງອິດຊະມາເອນນັ້ນເປັນຄວາມບໍ່ຈິງ.”
\s5
\c 41
\cl ບົດທີ 41
\p
\v 1 ແຕ່ມີເຫດການທີ່ໄດ້ເກີດຂຶ້ນໃນເດືອນທີ່ເຈັດ ອິດຊະມາເອນລູກຊາຍເນທານີອາ, ຜູ້ເປັນລູກຊາຍເອລີຊາມາເຊື້ອພະວົງ, ແລະພວກເຈົ້ານາຍສິບຄົນຂອງກະສັດ ໄດ້ມາຫາເກດາລີຢາລູກຊາຍອາຮີກາມ ທີ່ມິດຊະປາ. ພວກເຂົາຮັບປະທານອາຫານຢູ່ນຳກັນ ທີ່ມິດຊະປາ.
\v 2 ແຕ່ອິດຊະມາເອນລູກຊາຍເນທານີອາ ກັບຄົນທັງສິບທີ່ຢູ່ກັບລາວກໍໄດ້ລຸກຂຶ້ນຂ້າເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຊາຟານ, ດ້ວຍດາບ. ອິດຊະມາເອນໄດ້ຂ້າເກດາລີຢາຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ວ່າລາຊະການທີ່ແຜ່ນດິນ.
\v 3 ອິດຊະມາເອນໄດ້ຂ້າຊາວຢິວທັງຫລາຍທີ່ຢູ່ກັບເກດາລີຢາ ທີ່ມິດຊະປາ ແລະພວກທະຫານຊາວເຄນເດຍຊຶ່ງໄດ້ພົບຢູ່ບ່ອນນັ້ນ.
\s5
\v 4 ຕໍ່ມາອີກສອງມື້ຫລັງຈາກມື້ທີ່ເກດາລີຢາຖືກຂ້າ, ແຕ່ບໍ່ມີໃຜຮູ້ເລື່ອງ.
\v 5 ມີບາງຄົນທີ່ໄດ້ມາຈາກເມືອງເຊເຄັມ, ຈາກເມືອງຊີໂລ, ແລະ ເມືອງຊາມາເຣຍ—ມີຊາຍປະມານແປດສິບຄົນທີ່ໄດ້ໂກນຫນວດເຄົາ, ໄດ້ຈີກເສື້ອຜ້າຂອງພວກເຂົາຂາດ, ແລະປາດຕົວເອງ—ພ້ອມກັບນຳເຄື່ອງບູຊາພືດຜົນເປັນເມັດ ແລະ ກຳຍານໃນມືຂອງພວກເຂົາ ເພື່ອມາຖວາຍທີ່ພຣະວິຫານຂອງພຣະຢາເວ.
\s5
\v 6 ດັ່ງນັ້ນ ອິດຊະມາເອນລູກຊາຍເນທນີອາມາຈາກມິດຊະປາ ໄດ້ພົບພວກເຂົາ ຂະນະທີ່ຄົນເຫລົ່ານັ້ນໄປ, ຍ່າງມາທັງຮ້ອງໄຫ້ ແລ້ວເຫດການເຫລົ່ານີ້ກໍເກີດຂຶ້ນເມື່ອເຂົາໄດ້ພົບກັບຄົນເຫລົ່ານັ້ນ ພວກເຂົາທັງກ່າວວ່າ, “ເຊີນເຂົ້າມາຫາເກດາລີຢາລູກຊາຍອາຮີກາມເຖີດ.”
\v 7 ຕໍ່ມາເມື່ອພວກເຂົາເຂົ້າມາໃນເມືອງນັ້ນ, ອິດຊະມາເອນລູກຊາຍເນທານີອາ ທັງຄົນທີ່ຢູ່ກັບລາວກໍໄດ້ຂ້າພວກເຂົາ, ແລະໂຍນລົງໄປໃນບ່ອນຂັງນໍ້າ.
\s5
\v 8 ແຕ່ໃນພວກນັ້ນມີຢູ່ສິບຄົນນຳກັນທີ່ເວົ້າກັບອິດຊະມາເອນວ່າ, “ຂໍຢ່າຂ້າເຮົາເລີຍ ເພາະເຮົາມີເຄື່ອງມີຄ່າຄື: ເຂົ້າວີດ ແລະ ເຂົ້າບາເລ, ນ້ຳມັນ ແລະນ້ຳເຜິ້ງ ເຊື່ອງໄວ້ໃນທົ່ງນາ.” ດັ່ງນັ້ນ ລາວຈຶ່ງງົດບໍ່ຂ້າພວກເຂົາກັບພີ່ນ້ອງຂອງພວກເຂົາ.
\v 9 ບ່ອນຂັງນ້ຳຊຶ່ງອິດຊະມາເອນໂຍນສົບທັງຫລາຍຂອງຜູ້ທີ່ລາວຂ້າຕາຍລົງໄປນັ້ນ, ເປັນຂຸມຂະຫນາດໃຫຍ່ຫລາຍ ຊຶ່ງເປັນບ່ອນທີ່ກະສັດອາຊາ ໄດ້ສ້າງໄວ້ເພື່ອປ້ອງກັນບາອາຊາກະສັດແຫ່ງອິດສະຣາເອນ. ອິດຊະມາເອນລູກຊາຍເນທານີອາກໍໃສ່ຄົນທີ່ຖືກຂ້າໄວ້ຈົນເຕັມ.
\s5
\v 10 ຕໍ່ມາ ອິດຊະມາເອນກໍໄດ້ຈັບປະຊາຊົນທັງຫມົດທີ່ເຫລືອຢູ່ໃນມິດຊະປາໄປເປັນຊະເລີຍ ຄືພວກລາຊະທິດາຂອງກະສັດ ແລະປະຊາຊົນທັງປວງທີ່ເຫລືອຢູ່ໃນມິດຊະປາ, ຜູ້ທີ່ເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ ໄດ້ມອບຫມາຍໃຫ້ແກ່ເກດາລີຢາລູກຊາຍອາຮີກາມ. ດັ່ງນັ້ນ ອິດຊະມາເອນລູກຊາຍເນທານີອາໄດ້ຈັບພວກເຂົາເປັນຊະເລີຍ ແລະຂ້າມຟາກໄປຫາຄົນອຳໂມນ.
\s5
\v 11 ແຕ່ເມື່ອໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານຊຶ່ງຢູ່ກັບລາວ ໄດ້ຍິນເລື່ອງຄວາມຊົ່ວຮ້າຍທັງຫລາຍ ຊຶ່ງອິດຊະມາເອນລູກຊາຍເນທານີອາໄດ້ເຮັດນັ້ນ.
\v 12 ພວກເຂົາກໍຈັດເອົາຄົນທັງຫມົດຂອງຕົນໄປ ແລະ ໄດ້ຕໍ່ສູ້ກັບອິດຊະມາເອນລູກຊາຍເນທານີອາ. ພວກເຂົາປະທະລາວທີ່ສະໃຫຍ່ຊຶ່ງຢູ່ເມືອງກິເບໂອນ.
\s5
\v 13 ແລ້ວເຫດການທີ່ເກີດຂຶ້ນເມື່ອປະຊາຊົນທັງປວງຜູ້ຊຶ່ງຢູ່ກັບອິດຊະມາເອນເຫັນໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າກອງທະຫານທີ່ຢູ່ກັບລາວ, ພວກເຂົາກໍປິຕິຍິນດີ.
\v 14 ດັ່ງນັ້ນປະຊາຊົນທັງປວງຊຶ່ງອິດຊະມາເອນຈັບເປັນຊະເລີຍຈາກມິດຊະປາ ຈຶ່ງຫັນຫລັງ ແລະກັບໄປ ພວກເຂົາໄປຫາໂຢຮານານລູກຊາຍກາເຣອາ.
\s5
\v 15 ແຕ່ອິດຊະມາເອນລູກຊາຍເນທານີອາໄດ້ຫນີລອດພົ້ນຈາກໂຢຮານານ ພ້ອມກັບຊາຍແປດຄົນ. ເຂົາໄດ້ໄປຫາຄົນອຳໂມນ.
\v 16 ແລ້ວໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານຊຶ່ງຢູ່ກັບລາວ ໄດ້ນຳປະຊາຊົນທີ່ເຫລືອຢູ່ທັງຫມົດຈາກມິດຊະປາ ພວກຄົນທີ່ໄດ້ຊ່ວຍໃຫ້ພົ້ນຈາກອິດຊະມາເອນລູກຊາຍເນທານີອາ. ນີ້ເປັນເຫດການຫລັງຈາກທີ່ອິດຊະມາເອນ ໄດ້ຂ້າເກດາລີຢາລູກຊາຍອາຮີກາມແລ້ວນັ້ນຄື ທະຫານ, ຜູ້ຍິງ, ເດັກນ້ອຍ, ແລະຊາຍຕອນ ທີ່ຊ່ວຍເຫລືອທີ່ກິເບໂອນ.
\s5
\v 17 ຈາກນັ້ນພວກເຂົາໄດ້ໄປ ແລະພັກຢູ່ຊົ່ວຄາວໃນກິມຮາມ, ທີ່ຢູ່ໃກ້ເບັດເລເຮັມ. ພວກເຂົາຕັ້ງໃຈຈະໄປຍັງເອຢິບ.
\v 18 ເນື່ອງດ້ວຍຄົນເຄນເດຍ ພວກເຂົາຢ້ານຄົນເຫລົ່ານັ້ນຕັ້ງແຕ່ອິດຊະມາເອນລູກຊາຍເນທານີອາໄດ້ຂ້າເກດາລີຢາລູກຊາຍອາຮີກາມ, ຜູ້ຊຶ່ງກະສັດແຫ່ງບາບີໂລນໄດ້ຕັ້ງໃຫ້ເປັນຜູ້ດູແລປົກຄອງແຜ່ນດິນນັ້ນ.
\s5
\c 42
\cl ບົດທີ 42
\p
\v 1 ຈາກນັ້ນ ບັນດາຫົວຫນ້າຂອງກອງທະຫານ ແລະໂຢຮານານລູກຊາຍກາເຣອາ ແລະເຢຊານີຢາລູກຊາຍໂຮຊາຢາ ແລະປະຊາຊົນທັງປວງຈາກຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດໄດ້ເຂົ້າມາຫາເຢເຣມີຢາຜູ້ປະກາດພຣະທັມ.
\v 2 ພວກເຂົາເວົ້າກັບເພີ່ນວ່າ, “ຂໍໃຫ້ຄຳອ້ອນວອນຂອງພວກຂ້ານ້ອຍທັງຫລາຍເປັນທີ່ຍອມຮັບຕໍ່ຫນ້າທ່ານເຖີດ. ຂໍມໃຫ້ທ່ານອະທິຖານ ເພື່ອເຮົາທັງຫລາຍຕໍ່ພຣະຢາເວພຣະເຈົ້າຂອງທ່ານ ເພື່ອຄົນທີ່ເຫລືອຢູ່ທັງຫມົດ ເພາະພວກເຮົາມີຈຳນວນຫນ້ອຍຄົນຢ່າງທີ່ທ່ານເຫັນ.
\v 3 ຂໍທູນຖາມພຣະຢາເວພຣະເຈົ້າຂອງທ່ານສະແດງຫົນທາງແກ່ເຮົາວ່າ ເຮົາຄວນຈະໄປທາງໃດ ແລະຂໍສະແດງສິ່ງທີ່ເຮົາຄວນຈະເຮັດ.”
\s5
\v 4 ດັ່ງນັ້ນ ເຢເຣມີຢາຜູ້ປະກາດພຣະທັມ ກ່າວແກ່ເຂົາທັງຫລາຍວ່າ, “ຂ້ານ້ອຍໄດ້ຍິນທ່ານແລ້ວ. ເບິ່ງແມ, ຂ້ານ້ອຍຈະອະທິຖານຕໍ່ພຣະຢາເວພຣະເຈົ້າຂອງທ່ານຕາມຄຳຂໍຮ້ອງຂອງທ່ານທັງຫລາຍ. ພຣະຢາເວຈະຊົງຕອບທ່ານປະການໃດ, ຂ້ານ້ອຍຈະບອກແກ່ທ່ານ. ຂ້ານ້ອຍຈະບໍ່ປິດບັງສິ່ງໃດໄວ້ຈາກທ່ານເລີຍ.”
\v 5 ແລ້ວພວກເຂົາເວົ້າກັບເຢເຣມີຢາວ່າ, “ຂໍພຣະຢາເວຈົ່ງເປັນພະຍານທີ່ສັດຈິງ ແລະສັດຊື່ໃນລະຫວ່າງພວກຂ້ານ້ອຍທັງຫລາຍ, ຖ້າພວກຂ້ານ້ອຍບໍ່ໄດ້ເຮັດຕາມຖ້ອຍຄຳຂອງພຣະຢາເວພຣະເຈົ້າຂອງທ່ານ ຜູ້ຊົງໃຊ້ທ່ານໃຫ້ບອກພວກຂ້ານ້ອຍ.
\v 6 ບໍ່ວ່າຈະດີຫລືຮ້າຍ, ຂ້ານ້ອຍທັງຫລາຍຈະເຊື່ອຟັງພຣະສຸລະສຽງຂອງພຣະຢາເວພຣະເຈົ້າຂອງເຮົາ, ຜູ້ຊຶ່ງຂ້ານ້ອຍທັງຫລາຍສົ່ງທ່ານໃຫ້ໄປຫານັ້ນ, ເພື່ອເຮົາຈະຢູ່ເຢັນເປັນສຸກ ເມື່ອເຮົາເຊື່ອຟັງພຣະສຸລະສຽງແຫ່ງພຣະຢາເວພຣະເຈົ້າຂອງເຮົາ.”
\s5
\v 7 ເມື່ອຄົບສິບວັນແລ້ວ, ພຣະທັມຂອງພຣະຢາເວກໍມາຍັງເຢເຣມີຢາ.
\v 8 ດັ່ງນັ້ນ ເຢເຣມີຢາຈຶ່ງໃຫ້ໄປຕາມຕົວໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານຜູ້ຢູ່ກັບທ່ານ, ແລະປະຊາຊົນທັງປວງຕັ້ງແຕ່ຄົນນ້ອຍທີ່ສຸດເຖິງຄົນໃຫຍ່ທີ່ສຸດ.
\v 9 ແລ້ວເພີ່ນໄດ້ກ່າວກັບພວກເຂົາທັງຫລາຍວ່າ, “ນີ້ເປັນຖ້ອຍຄຳຂອງພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ—ຜູ້ຊຶ່ງທ່ານໄດ້ໃຊ້ໃຫ້ຂ້ານ້ອຍນຳເອົາຄຳອ້ອນວອນຂອງທ່ານໄປສະເຫນີຕໍ່ພຣະພັກພຣະອົງ—ໄດ້ກ່າວດັ່ງນີ້ວ່າ,
\v 10 ‘ຖ້າພວກເຈົ້າທັງຫລາຍກັບໄປ ແລະອາໄສຢູ່ໃນແຜ່ນດິນນີ້, ແລ້ວເຮົາຈະສ້າງພວກເຈົ້າທັງຫລາຍຂຶ້ນ ແລະບໍ່ທຳລາຍລົງ; ເຮົາຈະປູກພວກເຈົ້າ ແລະ ບໍ່ຖອນພວກເຈົ້າເສຍ, ເພາະເຮົາໄດ້ກັບໃຈຈາກເຫດຮ້າຍຊຶ່ງເຮົາໄດ້ສົ່ງມາເຫນືອພວກເຈົ້າຫັນກັບໄປ.
\s5
\v 11 ຢ່າຢ້ານກະສັດແຫ່ງບາບີໂລນ, ຜູ້ຊຶ່ງພວກເຈົ້າກຳລັງຢ້ານກົວຢູ່ນັ້ນ. ຢ່າຢ້ານລາວເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຮົາຢູ່ກັບພວກເຈົ້າທັງຫລາຍ ເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ ແລະຊ່ວຍພວກເຈົ້າໃຫ້ພົ້ນຈາກມືຂອງລາວ.
\v 12 ເພາະເຮົາຈະມີຄວາມເມດຕາຕໍ່ພວກເຈົ້າ. ເຮົາຈະໃຫ້ຄວາມກະລຸນາແກ່ພວກເຈົ້າ, ແລະເຮົາຈະນຳພວກເຈົ້າກັບໄປຢູ່ໃນແຜ່ນດິນຂອງພວກເຈົ້າ.
\s5
\v 13 ແຕ່ຖ້າພວກເຈົ້າທັງຫລາຍເວົ້າວ່າ, “ພວກເຮົາຈະບໍ່ຢູ່ໃນແຜ່ນດິນນີ້” —ຖ້າພວກເຈົ້າບໍ່ຍອມເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກເຈົ້າ.
\v 14 ຖ້າພວກເຈົ້າກ່າວວ່າ, ‘ບໍ່ເອົາ, ພວກເຮົາຈະເຂົ້າໄປໃນແຜ່ນດິນເອຢິບ, ບ່ອນທີ່ເຮົາຈະບໍ່ເຫັນສົງຄາມ ຈະບໍ່ໄດ້ຍິນສຽງເຂົາສັດ ຈະບໍ່ຫິວເຂົ້າຫນົມປັງ ແລະເຮົາທັງຫລາຍຈະອາໄສຢູ່ບ່ອນນັ້ນ.”
\s5
\v 15 ບັດນີ້ ພວກເຈົ້າຄົນຢູດາທີ່ເຫລືອຢູ່, ຂໍຟັງພຣະທັມຂອງພຣະຢາເວ. ພຣະຢາເວຈອມໂຍທາ, ພຣະເຈົ້າຂອງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຖ້າພວກເຈົ້າອອກເດີນທາງມຸ່ງຫນ້າໄປເອຢິບແທ້ໆ, ແລະໄປອາໄສໃນບ່ອນນັ້ນ.
\v 16 ແລ້ວດາບຊຶ່ງພວກເຈົ້າຢ້ານກົວຢູ່ນັ້ນຈະຕາມທັນພວກເຈົ້າບ່ອນນັ້ນໃນແຜ່ນດິນເອຢິບ. ການກັນດານອາຫານຊຶ່ງພວກເຈົ້າຢ້ານກົວຢູ່ນັ້ນຈະຕິດຕາມພວກເຈົ້າໄປເຖິງເອຢິບ, ແລະພວກເຈົ້າຈະຕາຍໃນບ່ອນນັ້ນ.
\v 17 ເພາະສະນັ້ນ ສິ່ງທີ່ຈະເກີດຂຶ້ນກັບທຸກຄົນຊຶ່ງມຸ້ງຫນ້າໄປຍັງເອຢິບ ເພື່ອຈະຢູ່ບ່ອນນັ້ນຈະຕາຍເສຍດ້ວຍດາບ, ດ້ວຍການອຶດຫິວອາຫານ, ຫລືດ້ວຍພະຍາດລະບາດ. ຈະບໍ່ມີຄົນທີ່ເຫລືອຢູ່ ຫລືທີ່ລອດຊີວິດຈາກໄພພິບັດຮ້າຍ ຊຶ່ງເຮົາຈະນຳມາເຫນືອພວກເຂົາ.
\s5
\v 18 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເຮົາຖອກຄວາມໂກດຮ້າຍຂອງເຮົາແລະຄວາມໂກດຮ້າຍຂອງເຮົາລົງເຫນືອຊາວເຢຣູຊາເລັມຢ່າງໃດ, ເຮົາຈະຖອກຄວາມໂກດຮ້າຍຂອງເຮົາເຫນືອພວກເຈົ້າທັງຫລາຍຢ່າງນັ້ນ ຖ້າພວກເຈົ້າໄປຍັງເອຢິບ. ພວກເຈົ້າຈະເປັນຄຳສາບແຊ່ງ ເປັນທີ່ຫນ້າປະຫລາດໃຈ, ເປັນຄຳສາບແຊ່ງ, ແລະເປັນທີ່ນິນທາ, ແລະພວກເຈົ້າຈະບໍ່ເຫັນບ່ອນນີ້ອີກ.’”
\v 19 ແລ້ວເຢເຣມີຢາໄດ້ກ່າວ່າ, “ພວກຄົນຢູດາທີ່ຍັງເຫລືອຢູ່ເອີຍ—ພຣະຢາເວໄດ້ກ່າວເລື່ອງທ່ານແລ້ວວ່າ, ຢ່າໄປຍັງເອຢິບ! ພວກທ່ານຮູ້ຄັກແລ້ວວ່າ ມື້ນີ້ຂ້ານ້ອຍໄດ້ຕັກເຕືອນພວກທ່ານແລ້ວ.
\s5
\v 20 ເພາະພວກທ່ານທັງຫລາຍໄດ້ຫລອກລວງຕົນເອງຢ່າງຮ້າຍແຮງ ເມື່ອພວກທ່ານໄດ້ໃຊ້ຂ້ານ້ອຍໄປຫາພຣະຢາເວພຣະເຈົ້າຂອງທ່ານ ແລະກ່າວວ່າ, ‘ຂໍອະທິຖານເພື່ອເຮົາຕໍ່ພຣະຢາເວພຣະເຈົ້າຂອງເຮົາໃຫ້ກັບພວກເຮົາ. ພຣະຢາເວພຣະເຈົ້າຂອງເຮົາຈະກ່າວປະການໃດ, ຂໍບອກແກ່ເຮົາ, ແລະເຮົາຈະເຮັດຕາມ.
\v 21 ຂ້ານ້ອຍໄດ້ປະກາດພຣະທັມນັ້ນແກ່ທ່ານທັງຫລາຍໃນມື້ນີ້ແລ້ວ, ແຕ່ທ່ານບໍ່ໄດ້ເຊື່ອຟັງພຣະສຸລະສຽງຂອງພຣະຢາເວພຣະເຈົ້າຂອງທ່ານ ຫລືສິ່ງໃດທີ່ພຣະອົງຊົງໃຊ້ຂ້ານ້ອຍມາບອກທ່ານ.
\v 22 ເພາະສະນັ້ນ ບັດນີ້ ພວກທ່ານຈົ່ງຮູ້ສາວ່າ ທ່ານທັງຫລາຍຈະຕາຍດ້ວຍດາບ, ດ້ວຍການອຶດຫິວອາຫານ, ແລະດ້ວຍພະຍາດລະບາດ ໃນສະຖານທີ່ຊຶ່ງທ່ານທັງຫລາຍປາດຖະຫນາຈະໄປອາໄສຢູ່.”
\s5
\c 43
\cl ບົດທີ 43
\p
\v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອເຢເຣມີຢາໄດ້ສຳເລັດການປະກາດຖ້ອຍຄຳທັງປວງຂອງພຣະຢາເວພຣະເຈົ້າຂອງພວກເຂົາທັງຫລາຍ ເຖິງປະຊາຊົນ ຊຶ່ງພຣະຢາເວພຣະເຈົ້າຂອງເຂົາໄດ້ຊົງໃຊ້ທ່ານໃຫ້ໄປເວົ້າພຣະທັມທັງຫມົດນີ້ກັບພວກເຂົາ.
\v 2 ອາຊາຣີຢາລູກຊາຍໂຮຊາຢາ ແລະໂຢຮານານລູກຊາຍກາເຣອາ ແລະບັນດາຜູ້ຊາຍທີ່ຈອງຫອງໄດ້ເວົ້າກັບເຢເຣມີຢາວ່າ, “ທ່ານເວົ້າຂີ້ຕົວະ. ພຣະຢາເວພຣະເຈົ້າຂອງເຮົາບໍ່ໄດ້ໃຊ້ທ່ານໃຫ້ມາເວົ້າວ່າ, ‘ຢ່າໄປເອຢິບເພື່ອຈະອາໄສຢູ່ບ່ອນນັ້ນ.
\v 3 ເພາະບາຣຸກລູກຊາຍເນຣີຢາໄດ້ຍົວະເຍົ້າທ່ານໃຫ້ຂັດຂວາງພວກເຮົາ ເພື່ອຈະມອບເຮົາໄວ້ໃນມືຂອງຄົນເຄນເດຍ, ເພາະທ່ານເປັນເຫດໃຫ້ພວກເຮົາຕາຍ ແລະເຮັດໃຫ້ເຮົາໄປເປັນຊະເລີຍໃນບາບີໂລນ.”
\s5
\v 4 ດັ່ງນັ້ນ ໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານ, ແລະປະຊາຊົນທັງຫມົດບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວເລື່ອງທີ່ຈະອາໄສຢູ່ໃນແຜ່ນດິນຢູດາ.
\v 5 ແຕ່ໂຢຮານານລູກຊາຍກາເຣອາ ແລະບັນດາຜູ້ຫົວຫນ້າຂອງກອງທະຫານກໍໄດ້ພາຄົນຢູດາທຸກຄົນທີ່ເຫລືອຢູ່ທັງຫມົດ ຄືຜູ້ທີ່ໄດ້ກັບມາຈາກບັນດາປະຊາຊາດທີ່ພວກເຂົາຖືກຂັບໄລ່ໃຫ້ໄປຢູ່ນັ້ນ ໄດ້ກັບມາຢູ່ໃນແຜ່ນດິນຢູດາ.
\v 6 ພວກຜູ້ຊາຍ, ຜູ້ຍິງ ເດັກນ້ອຍ, ບັນດາລູກສາວ, ແລະທຸກຄົນຊຶ່ງເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ, ໄດ້ເຫລືອໄວ້ໃຫ້ແກ່ເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຊາຟານ. ພວກເຂົາໄດ້ນຳເຢເຣມີຢາຜູ້ປະກາດພຣະທັມ ແລະບາຣຸກລູກຊາຍເນຣີຢາໄປນຳ.
\v 7 ພວກເຂົາໄດ້ມາຍັງແຜ່ນດິນເອຢິບ, ມາເຖິງນະຄອນຕະປັນເຂດ, ເພາະພວກເຂົາບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ.
\s5
\v 8 ດັ່ງນັ້ນ ພຣະທັມຂອງພຣະຢາເວມາຍັງເຢເຣມີຢາໃນນະຄອນຕະປັນເຂດ, ກ່າວວ່າ,
\v 9 “ຈົ່ງຖືກ້ອນຫີນໃຫຍ່ ໄວ້ໃນມືຂອງເຈົ້າ, ແລະເຊື່ອງໄວ້ໃນດິນຫນຽວໃນເຕົາເຜົາດິນຈີ່, ຊຶ່ງຢູ່ທີ່ທາງເຂົ້າໄປສູ່ພະລາຊະວັງຂອງຟາຣາໂອໃນນະຄອນຕະປັນເຂດທ່າມກາງສາຍຕາຂອງຄົນຢູດາ.”
\v 10 ແລ້ວຈົ່ງກ່າວແກ່ພວກເຂົາວ່າ, “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະໃຊ້ແລະນຳເນບູກາດເນັດຊາກະສັດແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາ. ເຢເຣມີຢາເອີຍ ເຮົາຈະຕັ້ງພະທີ່ນັ່ງຂອງຕົນເຫນືອຫີນເຫລົ່ານີ້, ຊຶ່ງເຈົ້າໄດ້ເຊື່ອງໄວ້. ເນບູກາດເນັດຊາຈະກາງເຕັ້ນຂອງຕົນເຫນືອຫີນເຫລົ່ານີ້.
\s5
\v 11 ເມື່ອທ່ານມາເຖິງ ແລະທ່ານຈະໂຈມຕີແຜ່ນດິນເອຢິບ. ຜູ້ໃດທີ່ຖຶກກຳນົດໃຫ້ເຖິງຄວາມຕາຍຈະຖືກມອບໃຫ້ແກ່ຄວາມຕາຍ. ຜູ້ໃດຖືກກຳນົດໃຫ້ເປັນຊະເລີຍກໍຈະຖືກມອບໃຫ້ເປັນຊະເລີຍ. ແລະຜູ້ໃດທີ່ຖືກກຳນົດໃຫ້ຖືກດາບກໍຈະຖືກມອບໃຫ້ແກ່ດາບ.
\v 12 ແລ້ວເຮົາຈະກໍ່ໄຟໃນວິຫານຂອງພະເອຢິບ. ເນບູກາດເນັດຊາຈະເຜົາເສຍພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍ. ລາວຈະປົກຄຸມຕົວເອງດ້ວຍແຜ່ນດິນເອຢິບເຫມືອນກັບຜູ້ລ້ຽງແກະປົກຄຸມຕົວເອງດ້ວຍເສື້ອຄຸມ. ແລະລາວຈະໄປຈາກບ່ອນນັ້ນດ້ວຍໄຊຊະນະ.
\v 13 ລາວຈະຫັກເສົາສັກສິດແຫ່ງເມືອງເບັດເຊເມັດ ຊຶ່ງຢູ່ໃນແຜ່ນດິນເອຢິບ ແລະຈະເອົາໄຟເຜົາວິຫານຂອງເທບພະເຈົ້າທັງຫລາຍແຫ່ງເອຢິບເສຍ.’”
\s5
\c 44
\cl ບົດທີ 44
\p
\v 1 ພຣະທັມທີ່ມາຍັງເຢເຣມີຢາກ່ຽວກັບບັນດາຊາວຢິວທີ່ອາໄສຢູ່ໃນແຜ່ນດິນເອຢິບທີ່ມິກໂດນ, ທີ່ຕະປັນເຂດ, ທີ່ເມັມຟິດ, ແລະໃນແຜ່ນດິນປັດໂຣດ ວ່າ,
\v 2 “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ພວກເຈົ້າທັງຫລາຍໄດ້ເຫັນບັນດາເຫດຮ້າຍທີ່ເຮົານຳມາເຫນືອນະຄອນເຢຣູຊາເລັມ ແລະເຫນືອຫົວເມືອງຢູດາທັງຫມົດ. ເບິ່ງແມ, ທຸກມື້ນີ້ເມືອງເຫລົ່ານັ້ນກໍເປັນບ່ອນຮົກຮ້າງ. ບໍ່ມີຜູ້ໃດອາໄສຢູ່ໃນນັ້ນເລີຍ.
\v 3 ນີ້ເປັນເພາະຄວາມຊົ່ວຊຶ່ງພວກເຂົາໄດ້ເຮັດ ໄດ້ຍົວະເຍົ້າເຮົາໃຫ້ມີຄວາມຮ້າຍ ດ້ວຍການທີ່ພວກເຂົາໄປເຜົາເຄື່ອງຫອມ ແລະບົວລະບັດພະອື່ນ ຊຶ່ງບໍ່ຮູ້ຈັກ ບໍ່ວ່າເຂົາເອງ ຫລື ພວກເຈົ້າທັງຫລາຍ ຫລືບັນພະບູລຸດຂອງພວກເຈົ້າກໍບໍ່ຮູ້ໄດ້ຮູ້ຈັກ.
\s5
\v 4 ດັ່ງນັ້ນ ເຮົາຈຶ່ງໄດ້ໃຊ້ບັນດາຜູ້ຮັບໃຊ້ຂອງເຮົາທຸກຄົນ ຄືບັນດາຜູ້ປະກາດພຣະທັມມາຍັງພວກເຈົ້າຢ່າງບໍ່ຂາດສາຍ. ກ່າວວ່າ, ‘ຈົ່ງຢ່າເຮັດສິ່ງອັນຫນ້າກຽດຊັງນີ້ ຊຶ່ງເຮົາກຽດຊັງ.
\v 5 ແຕ່ພວກເຂົາບໍ່ຟັງ ຫລືຫງ່ຽງຫູຟັງ ຫລືຖອຍຫລັງກັບຈາກຄວາມຊົ່ວຮ້າຍຂອງຕົນ ໃນການເຜົາເຄື່ອງຫອມແກ່ພະອື່ນໆ.
\v 6 ເພາະສະນັ້ນເຮົາຈຶ່ງໄດ້ຖອກຄວາມພິໂລດ ແລະ ຄວາມໂກດຮ້າຍຂອງເຮົາອອກ ໃຫ້ພຸ່ງຂຶ້ນເປັນໄຟໃນຫົວເມືອງຢູດາ ແລະໃນຖະຫນົນຫົນທາງຂອງນະຄອນເຢຣູຊາເລັມ. ດັ່ງນັ້ນເມືອງເຫລົ່ານັ້ນຈຶ່ງໄດ້ກາຍເປັນຊາກຫັກພັງ ແລະ ຮົກຮ້າງຢ່າງທຸກມື້ນີ້.”
\s5
\v 7 ດັ່ງນັ້ນ ບັດນີ້ ພຣະຢາເວພຣະເຈົ້າຈອມໂຍທາ ແລະ ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, “ເປັນຫຍັງພວກເຈົ້າທັງຫລາຍຈຶ່ງເຮັດຄວາມຊົ່ວຮ້າຍຍິ່ງໃຫຍ່ນີ້ແກ່ຈິດໃຈພວກເຈົ້າເອງ? ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ຕົວເອງຖືກຕັດອອກໄປຈາກທ່າມກາງຢູດາ—ທັງພວກຜູ້ຊາຍ, ຜູ້ຍິງທັງເດັກ, ແລະເດັກແດງ? ຈົນບໍ່ມີຄົນທີ່ເຫລືອຢູ່ໄວ້ແກ່ພວກເຈົ້າເລີຍ.
\v 8 ພວກເຈົ້າທັງຫລາຍໄດ້ຍົວະເຍົ້າເຮົາໃຫ້ຮ້າຍ ດ້ວຍມືຂອງພວກເຈົ້າ ດ້ວຍການເຜົາເຄື່ອງຫອມໃຫ້ແກ່ພະອື່ນໃນແຜ່ນດິນເອຢິບ ບ່ອນທີ່ພວກເຈົ້າມາຢູ່ນັ້ນ ພວກເຈົ້າໄດ້ໄປທີ່ນັ້ນເພື່ອພວກເຈົ້າຈະຕ້ອງຖືກທຳລາຍ, ແລະເປັນທີ່ສາບແຊ່ງ ເປັນທີ່ນິນທາທ່າມກາງບັນດາປະຊາຊາດແຫ່ງແຜ່ນດິນໂລກ.
\s5
\v 9 ພວກເຈົ້າໄດ້ລືມຄວາມຊົ່ວຂອງບັນພະບູລຸດຂອງພວກເຈົ້າ ແລະການກະທຳຄວາມຊົ່ວຂອງບັນດາກະສັດແຫ່ງຢູດາ ແລະ ບັນດາຄວາມຊົ່ວຂອງນາງສະຫນົມ ແລະມະເຫສີຂອງພວກເຂົາແລ້ວບໍ? ພວກເຈົ້າໄດ້ລືມຄວາມຊົ່ວຂອງພວກເຈົ້າເອງ ແລະຄວາມຊົ່ວຂອງເມຍຂອງພວກເຈົ້າ ຊຶ່ງພວກນາງໄດ້ເຮັດໃນແຜ່ນດິນຢູດາ ແລະຕາມຖະຫນົນຫົນທາງຂອງນະຄອນເຢຣູຊາເລັມແລ້ວບໍ?
\v 10 ແມ່ນແຕ່ມື້ນີ້, ພວກເຂົາກໍຍັງບໍ່ໄດ້ຖ່ອມຕົວລົງ ຫລືຢຳເກງພຣະບັນຍັດ ຫລືຕາມກົດເກນຂອງເຮົາ ຊຶ່ງເຮົາໃຫ້ມີໄວ້ຕໍ່ຫນ້າພວກເຈົ້າທັງຫລາຍ ແລະຕໍ່ຫນ້າບັນພະບູລຸດຂອງພວກເຈົ້າ, ຫລືດຳເນີນຕາມພຣະບັນຍັດເຫລົ່ານັ້ນ.”
\s5
\v 11 ເພາະສະນັ້ນ ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຈຶ່ງກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະມຸ່ງຫນ້າຂອງເຮົາຕໍ່ສູ້ພວກເຈົ້າໃຫ້ເກີດການຮ້າຍ ແລະຈະຕັດຢູດາອອກເສຍໃຫ້ຫມົດສິ້ນ.
\v 12 ເພາະເຮົາຈະນຳເອົາປະຊາຊົນຢູດາທີ່ເຫລືອຢູ່ ຜູ້ທີ່ໄດ້ອອກເດີນທາງມຸ່ງຫນ້າໄປແຜ່ນດິນເອຢິບເພື່ອຈະອາໄສຢູ່ນັ້ນ. ພວກເຂົາທັງຫລາຍຈະຖືກຜານດ້ວຍດາບ ແລະ ດ້ວຍການອຶດຫິວອາຫານ ຕັ້ງແຕ່ຄົນເລັກນ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ ພວກເຂົາຈະຕາຍດ້ວຍດາບ ແລະດ້ວຍການອຶດຫິວອາຫານ. ພວກເຂົາຈະກາຍເປັນຄຳສາບ, ເປັນທີ່ຫນ້າປະຫລາດໃຈ, ເປັນຄຳສາບແຊ່ງ, ແລະເປັນທີ່ນິນທາ, ແລະ ສິ່ງທີ່ຫນ້າຢ້ານກົວ.
\s5
\v 13 ເພາະເຮົາຈະຕ້ອງລົງໂທດຄົນເຫລົ່ານັ້ນ ຜູ້ອາໄສຢູ່ໃນແຜ່ນດິນເອຢິບ ດັ່ງທີ່ເຮົາລົງໂທດນະຄອນເຢຣູຊາເລັມດ້ວຍດາບ, ດ້ວຍການອຶດຫິວອາຫານ, ແລະດ້ວຍພະຍາດລະບາດ.
\v 14 ຈົນບໍ່ມີຜູ້ລີ້ໄພ ຫລືຜູ້ລອດຊີວິດຂອງຄົນຢູດາທີ່ເຫລືອຢູ່ ຜູ້ຊຶ່ງມາອາໄສໃນແຜ່ນດິນເອຢິບນັ້ນ ຈະກັບໄປຍັງແຜ່ນດິນຢູດາ, ເຖິງແມ່ນວ່າພວກເຂົາປາດຖະຫນາຈະກັບໄປອາໄສຢູ່ທີ່ນັ້ນ. ບໍ່ມີໃຜຈັກຄົນໃນພວກເຂົາຈະໄດ້ກັບໄປ, ນອກຈາກບາງຄົນຜູ້ທີ່ຈະລົບຫນີພົ້ນໄປຈາກທີ່ນີ້.”
\s5
\v 15 ແລ້ວພວກຜູ້ຊາຍທຸກຄົນ ຜູ້ທີ່ໄດ້ຮູ້ວ່າເມຍຂອງຕົນໄດ້ຖວາຍເຄື່ອງຫອມແກ່ພະອື່ນໆ ແລະບັນດາຜູ້ຍິງທີ່ຢືນຢູ່ໃກ້ທີ່ຊຸມນຸມໃຫຍ່ ຄືບັນດາປະຊາຊົນຜູ້ອາໄສໃນປັດໂຣດ ໃນແຜ່ນດິນເອຢິບ ໄດ້ຕອບເຢເຣມີຢາ.
\v 16 ພວກເຂົາເວົ້າວ່າ, “ສຳລັບຖ້ອຍຄຳຊຶ່ງທ່ານໄດ້ບອກແກ່ເຮົາໃນພຣະນາມຂອງພຣະຢາເວນັ້ນ—ພວກເຮົາຈະບໍ່ຟັງທ່ານ.
\v 17 ເພາະເຮົາຈະເຮັດທຸກສິ່ງທີ່ເຮົາໄດ້ເວົ້າໄວ້—ຄືເຜົາເຄື່ອງຫອມຖວາຍພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງພວກເຈົ້າ ດັ່ງທີ່ເຮົາໄດ້ເຮັດ, ບັນພະບູລຸດຂອງເຮົາ, ບັນດາກະສັດ, ແລະພວກເຈົ້ານາຍຂອງເຮົາໄດ້ເຮັດ ໃນຫົວເມືອງຢູດາ ແລະຕາມຖະຫນົນຫົນທາງນະຄອນເຢຣູຊາເລັມ. ແລ້ວພວກເຮົາຈຶ່ງມີອາຫານບໍລິບູນຢູ່ເຢັນເປັນສຸກ, ປາດສະຈາກການພົບເຫັນເຫດຮ້າຍໃດໆ.
\s5
\v 18 ເມື່ອເຮົາງົດການເຜົາເຄື່ອງຫອມແຫ່ງພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງພວກເຈົ້າ ເຮົາກໍຂັດສົນທຸກຢ່າງ ທັງຖືກຜານດ້ວຍດາບ ແລະດ້ວຍການອຶດຫິວອາຫານ.”
\v 19 ພວກຜູ້ຍິງເຫລົ່ານັ້ນກ່າວວ່າ, “ເມື່ອເຮົາເຜົາເຄື່ອງຫອມຖວາຍພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງ ເຮົາເຮັດນອກເຫນືອຄວາມເຫັນຊອບຂອງຜົວຂອງເຮົາບໍ ທີ່ເຮົາໄດ້ເຮັດເຂົ້າຫນົມຖວາຍເພື່ອນະມັດສະການພະນາງພວກເຈົ້າ ແລະທີ່ໄດ້ຖອກເຄື່ອງດື່ມຖວາຍແກ່ພະນາງ?”
\s5
\v 20 ແລ້ວເຢເຣມີຢາໄດ້ຕອບບັນດາປະຊາຊົນ—ທັງພວກຜູ້ຊາຍ ແລະ ຜູ້ຍິງ ແລະປະຊາຊົນທັງປວງຜູ້ໃຫ້ຄຳຕອບແກ່ທ່ານ—ທ່ານໄດ້ປະກາດ ແລະໄດ້ກ່າວວ່າ,
\v 21 “ພຣະຢາເວບໍ່ໄດ້ຊົງຈົດຈຳໄວ້ບເຄື່ອງຫອມທີ່ທ່ານໄດ້ເຜົາຖວາຍໃນຫົວເມືອງຢູດາ ແລະຕາມຖະຫນົນຫົນທາງນະຄອນເຢຣູຊາເລັມບໍ—ທັງຕົວທ່ານ ແລະບັນພະບູລຸດຂອງທ່ານ, ບັນດາກະສັດ ແລະພວກເຈົ້ານາຍຂອງທ່ານ, ແລະປະຊາຊົນແຫ່ງແຜ່ນດິນນັ້ນ? ເພາະພຣະຢາເວໄດ້ຊົງລະນຶກເຖິງເລື່ອງນີ້; ຊຶ່ງມັນເຂົ້າມາໃນຄວາມຄິດຂອງພຣະອົງ.
\s5
\v 22 ແລ້ວພຣະຢາເວຈະຊົງທົນຕໍ່ການກະທຳອັນຊົ່ວຮ້າຍຂອງທ່ານ ແລະການອັນ ຫນ້າກຽດຊັງຊຶ່ງທ່ານໄດ້ເຮັດນັ້ນຕໍ່ໄປອີກບໍ່ໄຫວແລ້ວ, ເພາະສະນັ້ນແຜ່ນດິນຂອງທ່ານຈຶ່ງໄດ້ກາຍເປັນທີ່ຮົກຮ້າງ; ແລະທີ່ຫນ້າປະຫລາດໃຈ ແລະເປັນທີ່ສາບແຊ່ງ, ປາດສະຈາກຄົນອາໄສ ດັ່ງທຸກມື້ນີ້;
\v 23 ເພາະວ່າທ່ານໄດ້ເຜົາເຄື່ອງຫອມ ແລະເພາະວ່າທ່ານໄດ້ເຮັດບາບຕໍ່ພຣະຢາເວ. ແລະບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ. ຫລືດຳເນີນຕາມພຣະບັນຍັດຂອງພຣະອົງ, ຕາມກົດເກນຂອງພຣະອົງ ແລະຕາມພຣະໂອວາດຂອງພຣະອົງ, ຄວາມຮ້າຍນີ້ຈຶ່ງໄດ້ຕົກແກ່ທ່ານ ດັ່ງທຸກມື້ນີ້.”
\s5
\v 24 ແລ້ວເຢເຣມີຢາໄດ້ກ່າວແກ່ປະຊາຊົນທັງຫມົດ ແລະ ພວກຜູ້ຍິງທັງຫມົດທຸກຄົນວ່າ, “ຄົນຢູດາທຸກຄົນຜູ້ຢູ່ໃນແຜ່ນດິນເອຢິບເອີຍ, ຈົ່ງຟັງພຣະທັມຂອງພຣະຢາເວ.
\v 25 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຕົວພວກເຈົ້າ ແລະ ເມຍຂອງພວກເຈົ້າໄດ້ຢືນຢັນດ້ວຍປາກຂອງພວກເຈົ້າທັງຫລາຍເອງ ແລະໄດ້ເຮັດດ້ວຍມືຂອງພວກເຈົ້າຕາມທີ່ພວກເຈົ້າໄດ້ເວົ້າວ່າ, “ພວກເຮົາຈະເຮັດຕາມການປະຕິຍານຂອງເຮົາ ຊຶ່ງເຮົາໄດ້ປະຕິຍານໄວ້ແນ່ນອນ ຄືເຜົາເຄື່ອງຫອມຖວາຍພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງພວກເຈົ້າ.” ບັດນີ້ກໍສຳເລັດຕາມຄຳປະຕິຍານຂອງພວກເຈົ້າແລ້ວ; ໄດ້ເຮັດຕາມການປະຕິຍານນັ້ນແລ້ວ.
\s5
\v 26 ເພາະສະນັ້ນ, ຄົນຢູດາທັງຫມົດທີ່ຢູ່ໃນແຜ່ນດິນເອຢິບເອີຍ, ຈົ່ງຟັງພຣະທັມຂອງພຣະຢາເວ, ກ່າວວ່າ, ‘ເບິ່ງແມ, ເຮົາໄດ້ປະຕິຍານໂດຍນາມອັນຍິ່ງໃຫຍ່ຂອງເຮົາ—ພຣະຢາເວກ່າວວ່າ, ຈະບໍ່ມີປາກຂອງຄົນໃດໃນຢູດາຕະຫລອດທົ່ວແຜ່ນດິນເອຢິບ, ຈະບໍ່ອອກນາມຂອງເຮົາໂດຍກ່າວວ່າ, ‘ອົງພຣະຢາເວພຣະເຈົ້າອົງຊົງພຣະຊົນຢູ່ສັນໃດ.
\v 27 ເບິ່ງແມ, ເຮົາຄອຍຖ້າເບິ່ງຢູ່ເພື່ອໃຫ້ເກີດຄວາມຮ້າຍ ແລະບໍ່ແມ່ນຄວາມດີ. ຄົນຢູດາທັງຫມົດຜູ້ຢູ່ໃນແຜ່ນດິນເອຢິບຈະຖືກຜານເສຍດ້ວຍດາບ ແລະດ້ວຍການອຶດຫິວອາຫານ ຈົນກວ່າຈະເຖິງທີ່ສຸດຂອງພວກເຂົາ.
\v 28 ແລ້ວບັນດາຜູ້ທີ່ຫນີພົ້ນດາບຈະກັບຈາກແຜ່ນດິນເອຢິບໄປຍັງແຜ່ນດິນຢູດາ ຈະມີຈຳນວນຫນ້ອຍ. ດັ່ງນັ້ນຄົນຢູດາທີ່ເຫລືອຢູ່ທັງຫມົດຊຶ່ງມາອາໄສຢູ່ໃນແຜ່ນດິນເອຢິບ ຈະຮູ້ວ່າຄຳຂອງໃຜຈະການເປັນຈິງ: ຖ້ອຍຄຳຂອງເຮົາ ຫລືຖ້ອຍຄຳຂອງພວກເຂົາ.
\s5
\v 29 ນີ້ຈະເປັນຫມາຍສຳຄັນແກ່ພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ—ທີ່ເຮົາຈະລົງໂທດພວກເຈົ້າໃນທີ່ນີ້, ເພື່ອພວກເຈົ້າຈະໄດ້ຮູ້ວ່າ ຄຳຂອງເຮົາຈະຕັ້ງຫມັ້ນຄົງຢູ່ຕໍ່ພວກເຈົ້າ ໃຫ້ເກີດຄວາມຮ້າຍຢ່າງແນ່ນອນ.
\v 30 ພຣະຢາເວກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະມອບຟາຣາໂອໂຮຟະຣາກະສັດແຫ່ງເອຢິບໄວ້ໃນມືສັດຕູຂອງລາວ ແລະໃນມືຂອງຄົນເຫລົ່ານັ້ນທີ່ສະແຫວງຫາຊີວິດຂອງລາວ. ຊຶ່ງເປັນຢ່າງດຽວກັນດັ່ງທີ່ເຮົາໄດ້ມອບເຊເດກີຢາກະສັດແຫ່ງຢູດາ ໄວ້ໃນມືຂອງເນບູກາດເນັດຊາກະສັດແຫ່ງບາບີໂລນ, ຜູ້ຊຶ່ງເປັນສັດຕູຂອງລາວ ແລະຊອກຫາເອົາຊີວິດຂອງລາວ.”
\s5
\c 45
\cl ບົດທີ 45
\p
\v 1 ນີ້ເປັນຖ້ອຍຄຳຊຶ່ງເຢເຣມີຢາຜູ້ປະກາດພຣະທັມບອກແກ່ບາຣຸກລູກຊາຍເນຣີຢາ. ສິ່ງນີ້ໄດ້ເກີດຂຶ້ນເມື່ອທ່ານໄດ້ຂຽນຖ້ອຍຄຳເຫລົ່ານີ້ລົງໃນຫນັງສືມ້ວນຕາມຄຳບອກຂອງເຢເຣມີຢາ—ນີ້ເປັນປີທີ່ສີ່ແຫ່ງລາຊະການເຢໂຮຢາກີມ ລາຊະໂອລົດລູກຂອງໂຢສີຢາ, ກະສັດແຫ່ງຢູດາວ່າ,
\v 2 “ບາຣຸກເອີຍ, ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວແກ່ທ່ານດັ່ງນີ້ວ່າ:
\v 3 ພວກເຈົ້າເວົ້າວ່າ, ‘ບັດນີ້ ວິບັດແກ່ຂ້ານ້ອຍ, ເພາະພຣະຢາເວຊົງເພີ່ມຄວາມທຸກເຂົ້າໃສ່ຄວາມເສົ້າໂສກຂອງຂ້ານ້ອຍ. ຂ້ານ້ອຍກໍຫນັກຫນ່ວງດ້ວຍການຮ້ອງຄາງຂອງຕົນເອງ; ຂ້ານ້ອຍບໍ່ປະສົບຄວາມສະຫງົບເລີຍ.
\s5
\v 4 ‘ພຣະຢາເວກ່າວດັ່ງນີ້ວ່າ ນີ້ເປັນສິ່ງທີ່ເຈົ້າຈົ່ງບອກລາວກ່າວວ່າ: ເບິ່ງແມ, ສິ່ງໃດທີ່ເຮົາກໍ່ສ້າງຂຶ້ນ, ເຮົາຈະທຳລາຍລົງ. ສິ່ງໃດທີ່ເຮົາໄດ້ປູກ, ເຮົາກຳລັງຈະຖອນຂຶ້ນ—ຄືແຜ່ນດິນນີ້ທັງຫມົດ.
\v 5 ແລະພວກເຈົ້າຈະຫາສິ່ງໃຫຍ່ໂຕເພື່ອຕົວເອງບໍ? ຢ່າຫວັງສິ່ງນັ້ນເລີຍ. ເພາະເບິ່ງແມ, ໄພພິບັດກຳລັງມາເຫນືອມະນຸດທັງຫມົດ—ນີ້ເປັນຄຳປະກາດຂອງພຣະຢາເວ—ແຕ່ເຮົາຈະໃຫ້ຊີວິດແກ່ເຈົ້າເຫມືອນເປັນຂອງທີ່ຮິບມາໄດ້ຂອງເຈົ້າ ໃນທຸກສະຖານທີ່ທີ່ພວກເຈົ້າຈະໄປ.”
\s5
\c 46
\cl ບົດທີ 46
\p
\v 1 ນີ້ເປັນພຣະທັມຂອງພຣະຢາເວຊຶ່ງມາຍັງເຢເຣມີຢາຜູ້ປະກາດພຣະທັມກ່ຽວກັບເລື່ອງບັນດາປະຊາຊາດ.
\v 2 ເລື່ອງເອຢິບວ່າ: “ກ່ຽວດ້ວຍກອງທັບຂອງຟາຣາໂອເນໂກັ, ກະສັດແຫ່ງເອຢິບ ຊຶ່ງຢູ່ທີ່ແຄມແມ່ນ້ຳເອຟຣາດ. ທີ່ເມືອງກາເກມິດ ແລະຊຶ່ງເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ໂຈມຕີແຕກໃນປີທີ່ສີ່ແຫ່ງລາຊະການເຢໂຮຢາກີມ ລາຊະລູກຂອງໂຢສີຢາ, ກະສັດແຫ່ງຢູດາວ່າ:
\v 3 “ຈົ່ງຕຽມດັ້ງ ໂລ່ ແລະເຂົ້າສູ່ສົງຄາມ.
\v 4 ຈົ່ງຜູກອານມ້າ; ພົນມ້າເອີຍ ຈົ່ງຂຶ້ນຂີ່ມ້າເຖີດ, ຈົ່ງສວມຫມວກເຫລັກຂອງພວກເຈົ້າ; ຈົ່ງຂຶ້ນຂີ່ມ້າເຫລົ່ານັ້ນ ແລະຈົ່ງເຂົ້າປະຈຳທີ່ ຈົ່ງຮັດຫນ້າເອິກຂອງພວກເຈົ້າ ຈົ່ງສວມເສື້ອເກາະຂອງເຈົ້າ.
\s5
\v 5 ເຮົາກຳລັງເຫັນຫຍັງຢູ່ທີ່ນີ້? ພວກເຂົາເຕັມດ້ວຍຄວາມຢ້ານກົວ ແລະກຳລັງຫັນຫລັງກັບ, ເພາະພວກນັກຮົບຂອງພວກເຂົາຖືກຕີລົ້ມລົງ ແລະໄດ້ປົບຫນີໄປຍັງທີ່ປອດໄພ ແລະພວກເຂົາບໍ່ຫລຽວກັບຫລັງ. ຄວາມຢ້ານກົວຢູ່ທຸກດ້ານ—ພຣະຢາເວກ່າວດັ່ງນີ້ແຫລະ—
\v 6 ຄົນໄວກໍຫນີໄປບໍ່ໄດ້ ແລະນັກຮົບກໍຫນີໄປບໍ່ລອດພົ້ນ. ພວກເຂົາຈະສະດຸດ ແລະລົ້ມລົງໃນແດນເຫນືອຂ້າງແມ່ນ້ຳເອຟຣາດ.
\s5
\v 7 ແມ່ນໃຜນໍໂຜ່ຂຶ້ນມາເຫມືອນແມ່ນໍ້ານາຍ, ດັ່ງນ້ຳຂອງມັນຊັດຂຶ້ນ ແລະລົງເຫມືອນແມ່ນ້ຳເຫລົ່ານັ້ນ?
\v 8 ເອຢິບໂຜ່ຂຶ້ນມາເຫມືອນນ້ຳນາຍ ເຫມືອນແມ່ນ້ຳທັງຫລາຍທີ່ຂຶ້ນ ແລະ ລົງ. ເອຢິບກ່າວວ່າ, ‘ຂ້ານ້ອຍຈະຂຶ້ນໄປ ແລະຂ້ານ້ອຍຈະປົກຄອງໂລກ. ຂ້ານ້ອຍຈະທຳລາຍຫົວເມືອງ ແລະຊາວເມືອງນັ້ນເສຍ.
\v 9 ມ້າທັງຫລາຍເອີຍ, ບຸກຫນ້າໄປເຖີດ. ລົດຮົບທັງຫລາຍເອີຍບຸກເຂົ້າເຖີດ, ຈົ່ງໃຫ້ນັກຮົບອອກໄປ ຄືຄົນກູເຊ ແລະ ຄົນພູດ, ຜູ້ຖືໂລ່ ຄົນລູດີ, ນັກຖື ແລະ ໂກ່ງຄັນທະນູທັງຫລາຍ.
\s5
\v 10 ມື້ນີ້ເປັນວັນແຫ່ງອົງພຣະຢາເວພຣະເຈົ້າຈອມໂຍທາ, ແລະພຣະອົງຈະຊົງແກ້ແຄ້ນບັນດາສັດຕູຂອງພຣະອົງເອງ. ດາບເຫລົ່ານັ້ນຈະກິນຈົນອິ່ມ. ມັນຈະດື່ມເລືອດຂອງພວກເຂົາຈົນເຕັມຄາບ. ເພາະຈະມີເຄື່ອງບູຊາແດ່ພຣະຢາເວ ພຣະເຈົ້າຈອມໂຍທາເຮັດການບູຊາໃນແດນເຫນືອຂ້າງແມ່ນ້ຳເອຟຣາດ.
\s5
\v 11 ທິດາພົມມະຈາລີແຫ່ງເອຢິບເອີຍ, ຈົ່ງຂຶ້ນໄປທີ່ກິເລອາດ ແລະໄປເອົາຫວ້ານຢາ. ພວກເຈົ້າໄດ້ໃຊ້ຢາເປັນຈຳນວນຫລາຍແລ້ວ. ມັນບໍ່ມີປະໂຫຍດທີ່ເຈົ້າຈະເອົາຢາມາໃສ່ໃຫ້ກັບຕົວເຈົ້າ. ບໍ່ມີການຮັກສາໃດໆສຳລັບພວກເຈົ້າ.
\v 12 ບັນດາປະຊາຊາດໄດ້ຍິນເຖິງຄວາມອັບອາຍຂອງພວກເຈົ້າ ແລະແຜ່ນດິນກໍເຕັມດ້ວຍສຽງຮ້ອງຂອງພວກເຈົ້າ, ເພາະວ່ານັກຮົບສະດຸດລົ້ມ; ພວກເຂົາໄດ້ລົ້ມລົງນຳກັນ.”
\s5
\v 13 ນີ້ເປັນພຣະທັມຊຶ່ງພຣະຢາເວກ່າວກັບເຢເຣມີຢາຜູ້ປະກາດພຣະທັມ ເມື່ອເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ມາ ແລະໂຈມຕີແຜ່ນດິນເອຢິບວ່າ:
\v 14 “ຈົ່ງປະກາດໃນເອຢິບ ແລະ ປ່າວປະກາດໃນມິກໂດນ, ຈົ່ງປະກາດໃນເມັມຟິດ, ແລະຕະປັນ-ເຂດ. ຈົ່ງເຂົ້າປະຈຳທີ່ ແລະຕຽມຕົວເຈົ້າເອງໃຫພ້ອມໄວ້ ແລະຕຽມຕົວພ້ອມ, ເພາະວ່າດາບຈະກິນຢູ່ຮອບຕົວພວກເຈົ້າ.
\s5
\v 15 ເປັນຫຍັງຊາຍທີ່ກ້າຫານຂອງພວກເຈົ້າຈຶ່ງຊົບຫນ້າລົງພື້ນດິນ? ພວກເຂົາບໍ່ຢືນຫມັ້ນຢູ່, ເພາະວ່າພຣະຢາເວເອງ, ໄດ້ຊົງຍູ້ໃຫ້ລົ້ມລົງ.
\v 16 ພຣະອົງຊົງເຮັດໃຫ້ຄົນເປັນຈຳນວນຫລາຍສະດຸດ. ພວກເຂົາລົ້ມລົງ ແລະເວົ້າວ່າ, ‘ລຸກຂຶ້ນເຖີດ. ໃຫ້ເຮົາກັບໄປຍັງຊົນຊາດຂອງເຮົາ, ໄປຍັງແຜ່ນດິນທີ່ເຮົາຖືກຳເນີດ. ເພາະເລື່ອງດາບຂອງຜູ້ບີບບັງຄັບ.
\v 17 ພວກເຂົາໄດ້ເອີ້ນ, ‘ຟາຣາໂອ ກະສັດແຫ່ງເອຢິບໄດ້ແຕ່ຮ້ອງສຽງອຶກກະທຶກ ຜູ້ປ່ອຍໃຫ້ໂອກາດຜ່ານໄປ.
\s5
\v 18 ເຮົາມີຊີວິດຢູ່ສັນໃດ ຈະມີຜູ້ຫນຶ່ງມາຢ່າງພູເຂົາຕາໂບ ແລະພູເຂົາກາເມນຢູ່ຂ້າງທະເລສັນນັ້ນ.
\v 19 ພວກເຈົ້າຜູ້ອາໄສໃນເອຢິບເອີຍ, ຈົ່ງຕຽມເຄື່ອງຂອງສຳລັບຕົວພວກເຈົ້າເພື່ອການຖືກກວາດໄປເປັນຊະເລີຍ. ເພາະວ່າເມືອງເມັມຟິດຈະກາຍເປັນທີ່ຖິ້ມຮ້າງ ເປັນທີ່ເພພັງ, ປາດສະຈາກຜູ້ອາໄສ.
\s5
\v 20 ເອຢິບເປັນເຫມືອນງົວສາວໂຕງາມ, ແຕ່ແມງທີ່ຕອດກຳລັງມາຈາກທິດເຫນືອ. ມັນກຳລັງມາເຖິງ.
\v 21 ພວກທະຫານຮັບຈ້າງທີ່ຢູ່ທ່າມກາງນາງ ກໍເຫມືອນລູກງົວທີ່ໄດ້ຜູກໄວ້, ແຕ່ພວກເຂົາຖອຍຫລັງກັບ ແລະຫນີໄປນຳກັນ. ພວກເຂົາຈະບໍ່ຕໍ່ຕ້ານເພາະວັນແຫ່ງໄພພິບັດໄດ້ມາເຫນືອພວກເຂົາ, ເປັນເວລາແຫ່ງການລົງໂທດພວກເຂົາ.
\v 22 ເອຢິບເຮັດສຽງເຫມືອນງູທີ່ກຳລັງເລືອອອກໄປ, ເພາະສັດຕູຂອງນາງຈະຍ່າງຂະບວນເຂົ້າມາດ້ວຍກຳລັງທັບ ແລະມາສູ້ກັບນາງ. ພວກເຂົາກຳລັງມຸ່ງຫນ້າໄປຫານາງ ເຫມືອນຢ່າງຄົນເຫລົ່ານັ້ນທີ່ປ້ຳຕົ້ນໄມ້ລົງດ້ວຍຂວານ.
\s5
\v 23 ພວກເຂົາຈະຕັດປ່າຂອງນາງລົງ—ນີ້ເປັນຄຳປະກາດຂອງພຣະຢາເວ —ເຖິງວ່າຈະຫນາທຶບຫລາຍກໍຕາມ. ເພາະພວກສັດຕູຈະມີຈຳນວນຫລາຍກວ່າຝູງຕັກແຕນຈົນນັບບໍ່ຖ້ວນ.
\v 24 ທິດາຂອງເອຢິບຈະຖືກເຮັດໃຫ້ອັບອາຍ ນາງຈະຖືກມອບໄວ້ໃນມືຂອງຊົນຊາດຫນຶ່ງຈາກທິດເຫນືອ.”
\s5
\v 25 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວວ່າ, “ເບິ່ງແມ, ເຮົາຈະນຳການລົງໂທດມາເຫນືອເຫລົ່າຝູງຊົນຂອງອາໂມນແຫ່ງເມືອງເທເບດ, ຟາຣາໂອ, ເອຢິບ ແລະບັນດາພະທັງຫລາຍ, ບັນດາຟາຣາໂອກະສັດທັງປວງຂອງນາງ ແລະຄົນທັງຫລາຍທີ່ວາງໃຈໃນລາວ.
\v 26 ເຮົາຈະມອບພວກເຂົາໄວ້ໃນມືຂອງບັນດາຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ ໃນມືຂອງເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະພວກຂ້າລາຊະການຂອງເພິ່ນ. ແລ້ວພາຍຫລັງເອຢິບຈຶ່ງຈະມີຄົນອາໄສຢູ່ເຫມືອນສະໄຫມກ່ອນ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 27 ແຕ່ເຈົ້າ, ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ, ຢ່າຢ້ານເລີຍ. ຢ່າຕົກໃຈເລີຍ, ເພາະເບິ່ງແມ, ເຮົາຈະຊ່ວຍພວກເຈົ້າໃຫ້ລອດພົ້ນໄດ້ຈາກທີ່ໄກ, ແລະ ຊ່ວຍເຊື້ອສາຍຂອງເຈົ້າຈາກແຜ່ນດິນທີ່ພວກເຂົາຕົກເປັນຊະເລີຍ. ຢາໂຄບຈະກັບມາ, ແລະມີຄວາມສະຫງົບຄວາມສະບາຍ, ແລະບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ.
\v 28 ໂອ ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ, ຢ່າຢ້ານເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຮົາຢູ່ກັບພວກເຈົ້າ, ເພື່ອທີ່ເຮົາຈະເຮັດໃຫ້ບັນດາປະຊາຊາດທັງຫມົດມາເຖິງທີ່ອະວະສານ ຄືປະຊາຊາດທີ່ເຮົາໄດ້ບັນດານພວກເຈົ້າໃຫ້ໄປຢູ່ນັ້ນ. ແຕ່ສ່ວນພວກເຈົ້າເຮົາຈະບໍ່ທຳລາຍຈົນຫມົດສິ້ນ. ແຕ່ເຮົາຈະຕີສອນພວກເຈົ້າຢ່າງເປັນທຳ ແລະ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າບໍ່ຖືກລົງໂທດເປັນອັນຂາດ.”
\s5
\c 47
\cl ບົດທີ 47
\p
\v 1 ນີ້ເປັນພຣະທັມຂອງພຣະຢາເວ ຊຶ່ງມາຍັງເຢເຣມີຢາຜູ້ປະກາດພຣະທັມ ກ່ຽວກັບເລື່ອງຟີລິດສະຕີນ. ພຣະທັມນີ້ໄດ້ມາຍັງທ່ານກ່ອນທີ່ຟາຣາໂອຈະໂຈມຕີເມືອງຄາຊາ.
\v 2 “ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ນ້ຳທັງຫລາຍກຳລັງຂຶ້ນມາຈາກທິດເຫນືອ. ນໍ້າເຫລົ່ານັ້ນຈະກາຍເປັນກະແສນ້ຳຖ້ວມ ແລ້ວມັນຈະຖ້ວມແຜ່ນດິນ ແລະສາລະພັດຊຶ່ງຢູ່ໃນແຜ່ນດິນນັ້ນ, ທັງເມືອງທັງຫລາຍ ແລະຜູ້ທີ່ອາໄສຢູ່ໃນເມືອງເຫລົ່ານັ້ນ! ດ້ວຍເຫດນີ້ ທຸກຄົນຈະຮ້ອງໄຫ້ຂໍຄວາມຊ່ວຍເຫລືອ, ແລະຊາວແຜ່ນດິນທຸກຄົນຈະຮ້ອງຄາງ.
\s5
\v 3 ເມື່ອໄດ້ຍິນສຽງກີບມ້າໂຕແຂງແຮງຂອງລາວໂດດແລ່ນ, ເມື່ອໄດ້ສຽງລົດຮົບຂອງລາວແລ່ນເຂົ້າມາ ແລະສຽງລໍ້ລົດດັ່ງກຶກກ້ອງ, ພວກພໍ່ກໍຈະບໍ່ໄດ້ຖອຍຫລັງກັບມາເບິ່ງລູກທັງຫລາຍຂອງຕົນ ເພາະມືຂອງເຂົາອ່ອນເພຍເຕັມທີແລ້ວ;
\v 4 ເພາະມື້ທີ່ຈະມາເຖິງ ຊຶ່ງຈະທຳລາຍຟີລິດສະຕີນທັງຫມົດ ຈະຕັດອອກຈາກເມືອງຕີເຣ ແລະເມືອງຊີໂດນ ເພາະພຣະຢາເວຈະຊົງທຳລາຍຄົນຟີລິດສະຕີນ ຄືພວກຄົນທີ່ຍັງເຫລືອຢູ່ຈາກເກາະຄະຟະໂຊ.
\s5
\v 5 ຄວາມລາບຄາບເມືອງຄາຊາກໍ. ສ່ວນເມືອງອາຊະກາໂລນ, ຖືກຕັດອອກພ້ອມດ້ວຍຄົນທີ່ເຫລືອຢູ່ໃນພູເຂົາຂອງພວກເຂົາ ຈະຖືກເຮັດໃຫ້ງຽບສະຫງົບ. ເຈົ້າຈະປາດເນື້ອເຖືອຫນັງຂອງພວກເຈົ້າອີກດົນເທົ່າໃດ?
\v 6 ໂອ, ດາບແຫ່ງພຣະຢາເວ! ອີກດົນປານໃດຈຶ່ງຈະສະຫງົບລົງ? ຈົ່ງສອດເຂົ້າໄວ້ໃນຝັກສາຂອງເຈົ້າເຖີດ! ຈົ່ງຢຸດພັກ ແລະ ຢູ່ຢ່າງສະຫງົບສາ.
\v 7 ມັນຈະສະຫງົບໄດ້ຢ່າງໃດບໍ, ເພາະພຣະຢາເວຊົງໄດ້ບັນຊາເຈົ້າ. ພຣະອົງຊົງໄດ້ເອີ້ນເຈົາໃຫ້ໂຈມຕີເມືອງອາຊະກາໂລນ ແລະ ໂຈມຕີແຜ່ນດິນແຄມທະເລ.”
\s5
\c 48
\cl ບົດທີ 48
\p
\v 1 ກ່ຽວກັບເລື່ອງໂມອາບ, ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, “ວິບັດແກ່ເນໂບ, ເພາະເປັນບ່ອນຖືກຖິ້ມຮ້າງ. ກີຣິອາດທາຢິມໄດ້ຖືກຍຶດເປັນຊະເລີຍ ແລະອັບອາຍ. ປ້ອມປາການຂອງເມືອງນັ້ນໄດ້ຖືກທຳລາຍ ແລະໄດ້ຮັບຄວາມອັບອາຍຂາຍຫນ້າ.
\v 2 ບໍ່ມີການສັນເສີນໂມອາບອີກຕໍ່ໄປ. ສັດຕູຂອງພວກເຂົາໄດ້ເຂົ້າໃນເມືອງເຮັດຊະໂບນ. ພວກເຂົາໄດ້ຄິດວາງແຜນປອງຮ້າຍຕໍ່ສູ້ເມືອງນັ້ນ ພວກເຂົາໄດ້ກ່າວວ່າ, ‘ມາແມ, ແລະໃຫ້ພວກເຮົາຕັດມັນອອກເສຍ ຢ່າໃຫ້ເປັນປະຊາຊາດຫນຶ່ງ. ເມືອງມັດເມັນ ກໍຈະຖືກຕັດລົງຄືກັນ—ດາບຈະໄລ່ຕິດຕາມພວກເຈົ້າໄປ.
\s5
\v 3 ຟັງແມ! ຈະມີສຽງຮ້ອງມາແຕ່ໂຮໂຣນາຢິມ, ບ່ອນທີ່ມີຊາກຫັກພັງ ແລະການທຳລາຍຢ່າງໃຫຍ່ຫລວງ.
\v 4 ເມືອງໂມອາບຖືກທຳລາຍເສຍແລ້ວ ໄດ້ຍິນສຽງຮ້ອງໄຫ້ຈາກພວກເດັກນ້ອຍຂອງນາງ.
\v 5 ພວກເຂົາຈະຂຶ້ນໄປຮ້ອງໄຫ້ຢູ່ທາງຂຶ້ນເມືອງລູຮິດ, ເພາະໄດ້ຍິນສຽງຮ້ອງໄຫ້ມາຕາມທາງລົງໄປເມືອງໂຮໂຣນາຢິມ, ຍ້ອນການທຳລາຍນັ້ນ.
\s5
\v 6 ຈົ່ງຫນີເອົາຕົວລອດສາ! ຈົ່ງຮັກສາຊີວິດຂອງພວກເຈົ້າໃຫ້ລອດ ແລະເປັນເຫມືອນພຸ່ມໄມ້ທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ.
\v 7 ເພາະວ່າພວກເຈົ້າໄດ້ວາງໃຈໃນຜົນງານ ແລະ ໃນຊັບສົມບັດຂອງພວກເຈົ້າ, ພວກເຈົ້າຈະຕ້ອງຖືກຈັບໄປເປັນຊະເລີຍ. ແລ້ວພະເຄມົດກໍຈະຕ້ອງຖືກກວາດໄປເປັນຊະເລີຍເຫມືອນກັນ, ພ້ອມກັບປະໂລຫິດ ແລະພວກເຈົ້ານາຍຂອງພວກເຂົາ.
\s5
\v 8 ຜູ້ທຳລາຍຈະມາເຫນືອເມືອງທຸກເມືອງ; ບໍ່ມີເມືອງໃດຈະລອດພົ້ນໄປໄດ້. ພູພຽງຈະຕ້ອງພິນາດ ແລະທົ່ງພຽງຈະຕ້ອງຖືກທຳລາຍ, ດັ່ງທີ່ພຣະຢາເວຊົງກ່າວພຣະຄຳເວົ້າໄວ້.
\v 9 ຈົ່ງໃຫ້ປີກແກ່ໂມອາບ, ເພາະວ່າມັນຈະບິນໄປຢ່າງແນ່ນອນ. ຫົວເມືອງຂອງມັນຈະກາຍເປັນທີ່ຮົກຮ້າງ, ບໍ່ມີຄົນອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ.
\v 10 ຂໍໃຫ້ຄົນກຽດຄ້ານໃນການເຮັດວຽກຂອງພຣະຢາເວຢ່າງຖືກສາບແຊ່ງ! ຂໍໃຫ້ຜູ້ທີ່ກັນບໍ່ໃຫ້ດາບຂອງຕົນເຮັດໃຫ້ຄົນເລືອດຕົກຖືກສາບແຊ່ງ!
\s5
\v 11 ໂມອາບສະບາຍຕັ້ງແຕ່ຫນຸ່ມ. ລາວເປັນເຫມືອນກັບເຫລົ້າອະງຸ່ນທີ່ບໍ່ເຄີຍຖ່າຍເທອອກຈາກພາຊະນະ ນີ້ໄປພາຊະນະນັ້ນ. ລາວບໍ່ເຄີຍຖືກກວາດໄປເປັນຊະເລີຍ ດັ່ງນັ້ນ ລົດຊາດຈຶ່ງຍັງຢູ່ໃນນັ້ນ ແລະກິ່ນກໍບໍ່ປ່ຽນແປງ.
\v 12 ເພາະສະນັ້ນເບິ່ງແມ, ວັນເວລາຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະສົ່ງນັກຖ່າຍເທມາໃຫ້ລາວເພື່ອເຮັດໃຫ້ລາວຖ່າຍເທ ແລະຖອກພາຊະນະຂອງລາວໃຫ້ກ້ຽງ ແລະຕີໄຫຂອງລາວໃຫ້ແຕກເປັນປ່ຽງ.
\s5
\v 13 ແລ້ວໂມອາບກໍຈະໄດ້ອັບອາຍເພາະພະເຄມົດ ເຫມືອນທີ່ເຊື້ອສາຍອິດສະຣາເອນໄດ້ອັບອາຍເພາະເບັດເອນ, ອັນເປັນທີ່ວາງໃຈຂອງພວກເຂົາ.
\v 14 ພວກເຈົ້າຈະວ່າຢ່າງໃດໄດ້ວ່າ, ‘ເຮົາເປັນພວກວີລະຊົນ, ທະຫານສຳລັບສົງຄາມ?
\s5
\v 15 ເມືອງໂມອາບຖືກທຳລາຍໃຫ້ເປັນທີ່ຮົກຮ້າງ ແລະຫົວເມືອງຕ່າງໆຈະຖືກໂຈມຕີ. ເພາະພວກຄົນຫນຸ່ມທີ່ຄັດເລືອກແລ້ວກໍລົງໄປສູ່ການຖືກຂ້າ. ນີ້ເປັນຄຳປະກາດຂອງພຣະມະຫາກະສັດ! ພຣະຢາເວຈອມໂຍທາ ຄືພຣະນາມຂອງພຣະອົງ.
\v 16 ໄພພິບັດຂອງໂມອາບຢູ່ໃກ້ແລ້ວ; ຄວາມທຸກໃຈຂອງລາວກໍຫລັ່ງເຂົ້າມາ.
\v 17 ບັນດາຜູ້ທີ່ຢູ່ຮອບລາວ, ຈົ່ງເສຍໃຈນຳເຂົາສາ; ແລະບັນດາຜູ້ທີ່ຮູ້ຈັກຊື່ລາວດ້ວຍ, ຈົ່ງກ່າວວ່າ, ‘ວິບັດ, ແກ່ໄມ້ຄ້ອນເທົ້າຊົງລິດ, ຄືຄະທາອຳນາດອັນຮຸ່ງເຮືອງນັ້ນ, ໄດ້ຫັກເສຍແລ້ວ.
\s5
\v 18 ທິດາຜູ້ອາໄສໃນເມືອງດີໂບນເອີຍ, ຈົ່ງລົງມາຈາກສະຫງ່າລາສີຂອງພວກເຈົ້າ, ແລະນັ່ງດ້ວຍຄວາມກະຫາຍ. ເພາະຜູ້ທຳລາຍໂມອາບຈະມາສູ້ກັບພວກເຈົ້າ, ເຂົາຈະທຳລາຍທີ່ກຳບັງເຂັ້ມແຂງຂອງພວກເຈົ້າ.
\v 19 ຈົ່ງຢືນເຝົ້າຢູ່ຂ້າງທາງ, ຊາວເມືອງອາໂຣເອເອີຍ. ຈົ່ງຖາມຊາຍທີ່ຫນີມາ ແລະຜູ້ຍິງທີ່ລອດພົ້ນມາວ່າ, ‘ເກີດເລື່ອງຫຍັງຂຶ້ນ?
\v 20 ໂມອາບຖືກເຮັດໃຫ້ອັບອາຍ, ເພາະມັນແຕກເສຍແລ້ວ. ຮ້ອງຄາງ ແລະ ຮ້ອງໄຫ້ຮ່ຳໄຮຢູ່; ຮ້ອງຂໍຄວາມຊ່ວຍເຫລືອ. ຈົ່ງບອກຄົນແຖວແມ່ນ້ຳອາໂນນວ່າ ໂມອາບຖືກທຳລາຍເສຍແລ້ວ.
\s5
\v 21 ບັດນີ້ ການລົງໂທດໄດ້ຕົກເຫນືອເຂດພູພຽງ, ເຫນືອໂຮໂລນ, ຢາຊາ ແລະເມຟະອາດ,
\v 22 ແລະດີໂບນ, ເນໂບ, ແລະເບັດ ດິບລາທາຢິມ,
\v 23 ແລະກີຣິອາດທາຢິມ, ເບັດກາມູນ, ແລະເບັດເມໂອນ.
\v 24 ແລະເກຣີໂຢດ ໂບຊະຣາ, ແລະຫົວເມືອງທັງຫມົດຂອງແຜ່ນດິນໂມອາບ—ທັງໄກ ແລະໃກ້.
\v 25 ເຂົາຂອງໂມອາບຖືກຕັດອອກແລ້ວ ແລະແຂນຂອງມັນກໍຫັກ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 26 ຈົ່ງເຮັດໃຫ້ລາວມຶນເມົາ, ຍ້ອນລາວໄດ້ພອງຕົວຂຶ້ນຕໍ່ພຣະຢາເວ. ຈົ່ງປ່ອຍໃຫ້ໂມອາບກິ້ງເກືອກຢູ່ໃນຮາກຂອງຕົນ, ແລະໃຫ້ລາວຖືກເຍາະເຍີ້ຍເປັນທີ່ດູຖູກ.
\v 27 ເພາະອິດສະຣາເອນໄດ້ກາຍເປັນທີ່ເຍາະເຍີ້ຍແກ່ພວກເຈົ້າບໍແມ່ນຫລື? ເຈົ້າໄດ້ພົບລາວຢູ່ທ່າມກາງໂຈນບໍ? ເພື່ອໃຫ້ເຈົ້າໄດ້ແກວ່ງຫົວໃສ່ລາວ ຫລາຍຄັ້ງເທົ່າກັບທີ່ເຈົ້າໄດ້ເວົ້າເຖີງລາວ?
\s5
\v 28 ຊາວເມືອງໂມອາບເອີຍ ຈົ່ງອອກເສຍຈາກຫົວເມືອງ ແລະ ໄປອາໄສຢູ່ໃນຫີນຜາ, ຈົ່ງເປັນເຫມືອນນົກເຂົາຊຶ່ງເຮັດຮັງຢູ່ຂ້າງປາກຖ້ຳໃນລືບຫີນ.
\v 29 ເຮົາໄດ້ຍິນເຖິງຄວາມອວດຕົວຂອງໂມອາບ—ຄວາມອວດຕົວ, ຄວາມອວດດີ, ຄວາມຈອງຫອງໃນກຽດສັກສີຂອງລາວ, ແລະຄວາມຖືຕົວຍົກຕົນໃນໃຈຂອງລາວ.
\s5
\v 30 ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ—ເຮົາຮູ້ຄຳເວົ້າຫມິ່ນປະຫມາດຂອງລາວ, ທີ່ບໍ່ມີຄ່າອັນໃດເລີຍ ເຊັ່ນດຽວກັບການກະທຳທັງຫລາຍຂອງເຂົາ.
\v 31 ເພາະສະນັ້ນ ເຮົາຈະຮ້ອງຄາງເພື່ອໂມອາບ, ແລະເຮົາຈະຮ້ອງໄຫ້ຮ່ຳໄຮເພື່ອໂມອາບທັງຫລາຍ. ເຮົາຈະຄ່ຳຄວນເພື່ອຄົນຂອງກີເຣຮາເຣເສັດ.
\v 32 ເຄືອອະງຸ່ນແຫ່ງສິບມາເອີຍ, ເຮົາຈະຮ້ອງໄຫ້ເພື່ອພວກເຈົ້າຫລາຍກວ່າເພື່ອຢາເຊ! ກິ່ງທັງຫລາຍຂອງພວກເຈົ້າຍື່ນຂ້າມທະເລຈົນເຖິງທະເລຂອງຢາເຊ. ຜູ້ທຳລາຍໄດ້ໂຈມຕີຫມາກໄມ້ລະດູຮ້ອນ ແລະການເກັບອະງຸ່ນຂອງພວກເຈົ້າ.
\s5
\v 33 ດັ່ງນັ້ນ ຄວາມຍິນດີ ແລະ ຄວາມຊື່ນບານໄດ້ຖືກກວາດອອກໄປເສຍຈາກສວນໄຮ່ນາ ແລະແຜ່ນດິນຂອງໂມອາບ. ເຮົາໄດ້ເຮັດໃຫ້ເຫລົ້າອະງຸ່ນຢຸດໄຫລຈາກໄຫອະງຸ່ນ ບໍ່ມີຄົນຢຽບອະງຸ່ນຂອງພວກເຂົາ. ພວກເຂົາຈະບໍ່ຢຽບອະງຸ່ນດ້ວຍສຽງໂຫ່ຮ້ອງ. ສຽງໂຫ່ຮ້ອງນັ້ນບໍ່ແມ່ນສຽງໂຫ່ຮ້ອງດ້ວຍຄວາມຍິນດີເລີຍ.
\s5
\v 34 ຈາກສຽງຮ້ອງທີ່ເມືອງເຮັດຊະໂບນໄປໄກເຖີງເມືອງເອເລອາເລ, ສຽງຂອງພວກເຂົາໄດ້ຍິນໄປໄກເຖິງເມືອງຢາຮາດ, ຈາກເມືອງໂຊອາໄປໄກເຖິງເມືອງໂຮໂຣນາຢິມ, ເນື່ອງຈາກນ້ຳທັງຫລາຍແຫ່ງນິມຣີມກໍຈະບົກແຫ້ງ ດ້ວຍ.
\v 35 ເພາະເຮົາຈະນຳອະວະສານມາສູ່ຜູ້ທີ່ຢູ່ໃນໂມອາບ ຜູ້ທີ່ຖວາຍເຄື່ອງບູຊາໃນແທ່ນບູຊາສູງ ແລະເຜົາເຄື່ອງຫອມຖວາຍພະຂອງລາວ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 36 ເພາະສະນັ້ນ ໃຈຂອງເຮົາຈະຄ່ຳຄວນເພື່ອໂມອາບເຫມືອນຂຸ່ຍ. ໃຈຂອງເຮົາຈະຄ່ຳຄວນເຫມືອນຂຸ່ຍເພື່ອຄົນເມືອງກີເຣຮາເຣເສັດ. ຊັບສົມບັດທີ່ລາວໄດ້ມາກໍໄດ້ພິນາດ.
\v 37 ເພາະທຸກຫົວຈະຖືກແຖ ແລະ ທຸກເຄົາຈະຖືກໂກນອອກ. ມີຮອຍປາດແຜຢູ່ເທິງມື, ແລະຈະມີຜ້າກະສອບຢູ່ບັ້ນແອວ.
\s5
\v 38 ເທິງຫລັງຄາເຮືອນທັງຫມົດຂອງໂມອາບ ແລະຕາມຖະຫນົນຫົນທາງແຫ່ງເມືອງນັ້ນຈະມີແຕ່ສຽງຄ່ຳຄວນທົ່ວໄປ ເພາະເຮົາຕີໂມອາບເຫມືອນກັບເຮົາຕີພາຊະນະທີ່ເຮົາບໍ່ພໍໃຈບໍ່ຕ້ອງການ—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 39 ມັນຖືກທຸບໃຫ້ແຕກຢ່າງຮາບຄາບ! ພວກເຂົາຈະຮ້ອງຄາງວ່າ, ‘ໂມອາບແຕກແລ້ວນໍ! ໂມອາບຫັນຫລັງກັບດ້ວຍຄວາມອັບອາຍແລ້ວນໍ! ດັ່ງນັ້ນແຫລະ ໂມອາບໄດ້ກາຍເປັນທີ່ເຍາະເຍີ້ຍ ແລະເປັນທີ່ປະຫລາດໃຈແກ່ບັນດາຜູ້ທີ່ຢູ່ອ້ອມຮອບລາວ.”
\s5
\v 40 ເພາະພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ສັດຕູຈະບິນເຈີດລົງມາເຫມືອນນົກອິນຊີັ້, ກາງປີກອອກສູ້ໂມອາບ.
\v 41 ເມືອງເກຣີໂຢດໄດ້ຖືກຈັບໄປເປັນຊະເລີຍ, ແລະທີ່ກຳບັງອັນເຂັ້ມແຂງໄດ້ຖືກຍຶດລ້ອມໄວ້. ເພາະໃນໃນມື້ນັ້ນ ຈິດໃຈຂອງບັນດານັກຮົບແຫ່ງໂມອາບກໍຈະເປັນເຫມືອນກັບຈິດໃຈຂອງຜູ້ຍິງຊຶ່ງກຳລັງເຈັບທ້ອງເກີດລູກ.
\s5
\v 42 ເພາະໂມອາບຈະຖືກທຳລາຍ ແລະບໍ່ເປັນຊົນຊາດຫນຶ່ງອີກຕໍ່ໄປ, ເພາະວ່າລາວພອງຕົວເອງໃຫ້ຍິ່ງໃຫຍ່ຂຶ້ນຕໍ່ສູ້ກັບພຣະຢາເວ.
\v 43 ຊາວເມືອງໂມອາບເອີຍ, ຄວາມຢ້ານ ແລະຂຸມກັບດັກ ແລະແຮ້ວກຳລັງມາຫາພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ.
\v 44 ຜູ້ໃດທີ່ຫນີຈາກຄວາມຢ້ານກົວຈະຕົກຂຸມ, ແລະຜູ້ທີ່ປີນອອກມາຈາກຂຸມກໍຈະຕິດກັບ, ເພາະເຮົາຈະນຳສິ່ງເຫລົ່ານີ້ມາເຫນືອໂມອາບ ໃນປີແຫ່ງການລົງໂທດເຂົາ —ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 45 ຜູ້ລີ້ໄພໄດ້ໄປຢືນຢູ່ຢ່າງຫມົດແຮງໃນເງົາເມືອງເຮັດຊະໂບນ ເພາະວ່າໄຟຈະອອກມາຈາກເຮັດຊະໂບນ ແປວໄຟຈະອອກມາຈາກທ່າມກາງສີໂຮນ ມັນຈະທຳລາຍດິນແດນຂອງໂມອາບ ແລະຂະຫມ່ອມຂອງບັນດາຄົນແຫ່ງຄວາມວຸ້ນວາຍ.
\s5
\v 46 ໂມອາບເອີຍ! ວິບັດແກ່ພວກເຈົ້າ ຊົນຊາດແຫ່ງພະເຄມົດກຳລັງວອດວາຍຢູ່ແລ້ວ, ເພາະບັນດາລູກຊາຍຂອງພວກເຈົ້າຖືກຈັບໄປເປັນຊະເລີຍ ແລະ ລູກສາວຂອງພວກເຈົ້າກໍເຂົ້າເປັນຊະເລີຍ.
\v 47 ແຕ່ເຮົາຍັງຈະໃຫ້ໂມອາບກັບສູ່ສະພາບເດີມໃນຕໍ່ໄປ—ນີ້ເປັນຄຳປະກາດພຣະຢາເວກ່າວດັ່ງນີ້ແຫລະ.” ການພິພາກສາໂມອາບກໍຈົບລົງເທົ່ານີ້.
\s5
\c 49
\cl ບົດທີ 49
\p
\v 1 ກ່ຽວກັບເລື່ອງຄົນອຳໂມນ, ພຣະຢາເວກ່າວວ່າ, “ອິດສະຣາເອນບໍ່ມີລູກຊາຍບໍ? ບໍ່ມີໃຜຈະຮັບສິ່ງທີ່ເປັນມໍຣະດົກໃນອິດສະຣາເອັນເລີຍບໍ? ເປັນຫຍັງກະສັດຂອງພວກເຂົາຈຶ່ງຍຶດຄອງລາດ ແລະປະຊາຊົນຂອງເຂົາໄດ້ອາໄສຢູ່ໃນເມືອງທັງຫລາຍຂອງຄາດເປັນມໍຣະດົກ?
\v 2 ເພາະສະນັ້ນເບິ່ງແມວັນເວລາຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະເຮັດໃຫ້ໄດ້ຍິນສຽງສັນຍານສົງຄາມ ສູ້ກັບນະຄອນຣັບບາຂອງຄົນອຳໂມນ ມັນຈະກາຍເປັນກອງຊາກເມືອງທີ່ຮົກຮ້າງ ແລະຊົນນະບົດຂອງເມືອງນັ້ນຈະຖືກເຜົາເສຍດ້ວຍໄຟ ເພາະອິດສະຣາເອນຈະເຂົ້າຍຶດຄອງພວກທີ່ເຄີຍຍຶດຄອງເຂົາ.” ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 3 “ເຮັດຊະໂບນເອີຍ, ຈົ່ງຮ້ອງຄາງ, ເພາະເມືອງໄອຖືກທຳລາຍໃຫ້ຮົກຮ້າງ! ລູກສາວແຫ່ງນະຄອນຣັບບາເອີຍ, ຈົ່ງຮ້ອງໄຫ້ຮ່ຳໄຮ! ຈົ່ງເອົາຜ້າກະສອບຄາດແອວໄວ້. ຈົ່ງຄ່ຳຄວນແລ່ນໄປແລ່ນມາຢູ່ທ່າມກາງຮົ້ວ, ເພາະໂມເລກຈະຕ້ອງຖືກກວາດໄປເປັນຊະເລີຍ ພ້ອມກັບປະໂລຫິດ ແລະພວກເຈົ້ານາຍຂອງມັນ.
\v 4 ລູກສາວຜູ້ຫລອກລວງເອີຍ, ເປັນຫຍັງພວກເຈົ້າໂອ້ອວດບັນດາພູເຂົາ, ພູເຂົາຂອງພວກເຈົ້າມີນ້ຳໄຫລ? ຜູ້ວາງໃຈໃນສົມບັດຂອງຕົນ ແລະ ກ່າວວ່າ, ‘ໃຜຈະມາສູ້ຂ້ານ້ອຍນະ?
\s5
\v 5 ເບິ່ງແມ, ເຮົາກຳລັງຈະນຳຄວາມຢ້ານກົວມາເຫນືອພວກເຈົ້າ — ອົງພຣະຢາເວພຣະເຈົ້າຈອມໂຍທາກ່າວວ່າ—ຄວາມຫນ້າຢ້ານກົວຈະມາຈາກທຸກຄົນທີ່ຢູ່ຮອບຕົວພວກເຈົ້າ. ເຈົ້າແຕ່ລະຄົນຈະຖືກຂັບໄລ່ອອກໄປໃຫ້ກະຈັດກະຈາຍໄປ. ຈະບໍ່ມີໃຜຮວບຮວມຄົນເຫລົ່ານັ້ນທີ່ກຳລັງແລ່ນຫນີໄປ.
\v 6 ແຕ່ພາຍຫລັງເຮົາຈະໃຫ້ຄົນອຳໂມນກັບສູ່ສະພາບເດີມ—ພຣະຢາເວກ່າວດັ່ງນີ້ແຫລະ.”
\s5
\v 7 ກ່ຽວກັບເມືອງເອໂດມ, ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ບໍ່ມີສະຕິປັນຍາໃດທີ່ພົບໄດ້ໃນເຕມານອີກແລ້ວບໍ? ຄຳປຶກສາທີ່ດີໄດ້ພິນາດໄປຈາກຜູ້ສະຫລຽວສະຫລາດແລ້ວບໍ? ສະຕິປັນຍາຂອງເຂົາຫາຍສູນໄປແລ້ວບໍ?
\v 8 ຊາວເມືອງເດດານເອີຍ, ຈົ່ງຫນີ?! ຈົ່ງຖອຍຫລັງກັບ! ຈົ່ງອາໄສໃນຖໍ້າເລິກໃນພື້ນດິນ. ເພາະວ່າເຮົາກຳລັງຈະນຳໄພພິບັດຂອງເອຊາວມາເຫນືອພວກເຂົາ ເວລາເຮົາຈະລົງໂທດເຂົາ.
\s5
\v 9 ຖ້າຄົນເກັບອະງຸ່ນມາຫາພວກເຈົ້າ ພວກເຂົາຈະບໍ່ຖິ້ມອະງຸ່ນຕົກຄ້າງໄວ້ນຳບໍ? ຖ້າຂີ້ລັກມາຕອນກາງຄືນ ລາວຈະບໍ່ທຳລາຍພຽງພໍແກ່ຕົວລາວເທົ່ານັ້ນບໍ?
\v 10 ແຕ່ເຮົາໄດ້ເຮັດໃຫ້ເອຊາວເປືອຍຕົວ. ເຮົາໄດ້ເປີດບ່ອນຮັບຂອງລາວ. ດ້ວຍເຫດນີ້ ລາວບໍ່ສາມາດເຊື່ອງຕົວໄດ້ ເຊື້ອສາຍຂອງລາວຖືກທຳລາຍ ພີ່ນ້ອງຂອງລາວ ແລະເພື່ອນບ້ານຂອງລາວ ບໍ່ມີລາວອີກແລ້ວ ແລະລາວເອງກໍຈາກໄປແລ້ວ.
\v 11 ຈົ່ງຖິ້ມເດັກກຳພ້າພໍ່ຂອງພວກເຈົ້າໄວ້ທາງຫລັງເຖີດ. ເຮົາຈະໃຫ້ເຂົາມີຊີວິດຢູ່, ແລະແມ່ຫມ້າຍຂອງພວກເຈົ້າວາງໃຈໃນເຮົາສາ.”
\s5
\v 12 ເພາະພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ຖ້າຄົນທີ່ຍັງບໍ່ສົມຄວນຈະດື່ມຈາກຈອກນັ້ນຍັງຕ້ອງດື່ມ. ພວກເຈົ້າຈະພົ້ນໂທດໄປໄດ້ບໍ ພວກເຈົ້າຈະພົ້ນໂທດໄປໄດບໍ? ພວກເຈົ້າຈະບໍ່ເປັນເຊັ່ນນັ້ນ ເພາະພວກເຈົ້າຈະຕ້ອງດື່ມຢ່າງແນ່ນອນ.
\v 13 ເພາະເຮົາໄດ້ປະຕິຍານໂດຍນາມຂອງເຮົາ— ນີ້ເປັນຄຳປະກາດຂອງພຣະຢາເວ— ແລ້ວວ່າ ໂບຊະຣາຈະຕ້ອງກາຍເປັນບ່ອນວ່າງເປົ່າເສຍ, ເປັນທີ່ນິນທາ, ເປັນບ່ອນຖິ້ມຮ້າງ, ແລະເປັນຄຳສາບແຊ່ງ. ຫົວເມືອງທັງຫມົດຂອງລາວຈະເປັນບ່ອນຖິ້ມຮ້າງເປັນນິດ.”
\s5
\v 14 ຂ້ານ້ອຍໄດ້ຍິນຂ່າວຈາກພຣະຢາເວ ແລະຜູ້ສົ່ງຂ່າວຄົນຫນຶ່ງຖືກສົ່ງໄປທ່າມກາງບັນດາປະຊາຊາດວ່າ, ‘ຈົ່ງຮວບຮວມພວກເຈົ້າທັງຫລາຍເຂົ້າມາຕໍ່ສູ້ເມືອງນັ້ນ. ຈົ່ງຕຽມພ້ອມລຸກຂຶ້ນເຮັດສົງຄາມ.
\v 15 ເພາະວ່າ ເບິ່ງແມ, ເຮົາຈະເຮັດໃຫ້ພວກເຈົ້ານ້ອຍທ່າມກາງບັນດາປະຊາຊາດອື່ນໆ, ໃຫ້ເປັນທີ່ຫມິ່ນປະຫມາດທ່າມກາງມະນຸດ.
\s5
\v 16 ເພາະຄວາມຢ້ານກົວຂອງພວກເຈົ້າໄດ້ຫລອກລວງພວກເຈົ້າ, ທັງຄວາມອວດຕົວແຫ່ງໃຈຂອງພວກເຈົ້າ, ພວກເຈົ້າຜູ້ຊຶ່ງອາໄສຢູ່ໃນຖ້ຳຫີນ, ເຈົ້າຜູ້ຍຶດຍອດພູເຂົາໄວ້ເອີຍ ແມ່ນພວກເຈົ້າເຮັດຮັງຂອງພວກເຈົ້າສູງເຫມືອນຢ່າງຮັງນົກອິນຊີ. ເຮົາຈະຍົກພວກເຈົ້າລົງມາຈາກບ່ອນນັ້ນ—ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 17 ເອໂດມຈະກາຍເປັນຄວາມຢ້ານກົວຕໍ່ທຸກຄົນທີ່ຜ່ານໄປ. ຄົນພວກນັ້ນຈະເຍາະເຍີ້ຍເພາະໄພພິບັດທັງຫມົດຂອງມັນ.
\v 18 ເຫມືອນດັ່ງການທຳລາຍລ້າງເມືອງໂຊໂດມ ແລະເມືອງໂກໂມຣາ ແລະຫົວເມືອງໃກ້ຄຽງຂອງເຫລົ່ານັ້ນ,” ພຣະຢາເວກ່າວວ່າ, “ບໍ່ມີໃຜຈະພັກຢູ່ບ່ອນນັ້ນ; ບໍ່ມີມະນຸດຄົນໃດຈະອາໄສໃນເມືອງນັ້ນ.
\s5
\v 19 ເບິ່ງແມ, ລາວຈະຂຶ້ນມາເຫມືອນໂຕສິງຈາກດົງລຸ່ມແມ່ນ້ຳຢໍແດນໂດດເຂົ້າໄປໃນທົ່ງຫຍ້າຂຽວສົດ ເພາະເຮົາຈະຮີບເຮັດໃຫ້ເອໂດມຫນີໄປຈາກເມືອງນັ້ນ ແລະເຮົາຈະແຕ່ງຕັ້ງບາງຄົນຜູ້ທີ່ເລືອກສັນໄວ້ໃຫ້ເບິ່ງແຍງເມືອງນັ້ນ, ເພາະມີໃຜເປັນຢ່າງເຮົາ ແລະໃຜຈະທົນຢືນຢູ່ຕໍ່ຫນ້າເຮົາໄດ້? ຜູ້ລ້ຽງແກ້ຄົນໃດທີ່ສາມາດຕໍ່ຕ້ານເຮົາໄດ້?
\s5
\v 20 “ເພາະສະນັ້ນ ຈົ່ງຟັງແຜນການຊຶ່ງພຣະຢາເວຊົງເຮັດໄວ້ຕໍ່ສູ້ເມືອງເອໂດມ, ບັນດາພຣະປະສົງຊຶ່ງພຣະອົງໄດ້ດຳລິຂຶ້ນຕໍ່ສູ້ຊາວເມືອງເຕມານ, ຄືເຖິງໂຕນ້ອຍທີ່ສຸດທີ່ຢູ່ໃນຝູງກໍຈະຕ້ອງຖືກລາກເອົາໄປ. ທົ່ງຫຍ້າຂຽວສົດທັງຫລາຍຂອງພວກເຂົາ ຈະຖືກປ່ຽນເປັນສະຖານທີ່ເພພັງ.
\s5
\v 21 ເມື່ອໄດ້ຍິນສຽງພວກເຂົາລົ້ມລົງທີ່ແຜ່ນດິນໂລກສັ່ນສະເທືອນ. ສຽງຮ້ອງຄາງຂອງມັນໄດ້ຍິນເຖິງທະເລແດງ.
\v 22 ເບິ່ງແມ, ຜູ້ຫນຶ່ງຈະເຫາະຂຶ້ນ ແລະ ເຈີດລົງເຫມືອນນົກອິນຊີ, ແລະກາງປີກຂອງມັນອອກສູ້ໂບຊະຣາ. ແລ້ວໃນມື້ນັ້ນ ຈິດໃຈຂອງນັກຮົບແຫ່ງເອໂດມກໍຈະກາຍເປັນເຫມືອນຈິດໃຈຂອງຍິງເຈັບທ້ອງເກີດລູກ.”
\s5
\v 23 ກ່ຽວກັບເມືອງດາມາເຊ: “ເມືອງຮຳມາດ ແລະ ເມືອງອາປາດໄດ້ຮັບຄວາມຂາຍຫນ້າ, ເພາະພວກເຂົາໄດ້ຍິນຂ່າວຮ້າຍ. ພວກເຂົາກໍຢ້ານກົວຕົວສັ່ນອ່ອນແຮງໄປ! ພວກເຂົາວຸ້ນວາຍເຫມືອນທະເລ, ທີ່ສະຫງົບລົງບໍ່ໄດ້.
\v 24 ເມືອງດາມາເຊກໍອ່ອນເພຍ. ນາງຈະຫັນກັບ ແລະຫນີໄປ; ເພາະຄວາມກົວໄດ້ຈັບຫຸ່ມນາງໄວ້ໃນເມືອງນັ້ນ. ຄວາມທຸກທໍລະມານໃຈ ແລະຄວາມເສົ້າຍຶດນາງໄວ້ເຫມືອນກັບຜູ້ຍິງກຳລັງເກີດລູກ.
\v 25 ເມືອງແຫ່ງການສັນລະເສີນ, ເມືອງທີ່ເຕັມດ້ວຍຄວາມຊື່ນບານໄດ້ຖືກປະຖິ້ມແລ້ວນໍ?
\s5
\v 26 ເພາະສະນັ້ນຄົນຫນຸ່ມຂອງເມືອງນັ້ນຈະລົ້ມລົງໃນກາງເມືອງນັ້ນ, ແລະບັນດາທະຫານຂອງເມືອງນັ້ນຈະຖືກຕັດອອກໃນມື້ນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ.”
\v 27 “ເພາະເຮົາຈະກໍ່ໄຟຂຶ້ນໃນກຳແພງເມືອງດາມາເຊ, ແລະໄຟນັ້ນຈະເຜົາຜານບັນດາທີ່ກຳບັງອັນເຂັ້ມແຂງຂອງເບັນຮາດັດເສຍ.”
\s5
\v 28 ກ່ຽວກັບເລື່ອງຄົນເກດາ ແລະຣາຊະອານາຈັກຮາໂຊ, ພຣະຢາເວກ່າວ ກັບເນບູກາດເນັດຊາດັ່ງນີ້ (ຕອນນີ້ ເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ກຳລັງໂຈມຕີ ສະຖານທີ່ເຫລົ່ານີ້) ວ່າ: “ຈົ່ງລຸກຂຶ້ນ ແລະຮີບເຂົ້າໄປສູ້ຄົນເກດາ ແລະທຳລາຍປະຊາຊົນແຫ່ງຕາເວັນອອກເຫລົ່ານັ້ນເສຍ.
\v 29 ເຕັ້ນທັງຫລາຍ ແລະ ຝູງແບ້ແກະຂອງພວກເຂົາຈະຖືກເອົາໄປ, ທັງຜ້າກັ້ງ ແລະພາຊະນະທັງຫມົດຂອງພວກເຂົາ; ອູດຂອງພວກເຂົາຈະຖືກນຳເອົາໄປຈາກພວກເຂົາ, ແລະຄົນຈະຮ້ອງແກ່ເຂົາວ່າ, “ຄວາມຕົກໃຈຢ້ານມີຢູ່ທຸກດ້ານ!”
\s5
\v 30 ຊາວເມືອງຮາໂຊເອີຍ, ຫນີເຖີດ! ຈົ່ງຫນີໄປໄກ ໄປອາໄສໃນບ່ອນເລິກ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ດຳລິແຜນການຕໍ່ສູ້ພວກເຈົ້າ ຈົ່ງຫນີໄປຈົ່ງຫັນກັບເສຍ.
\v 31 ຈົ່ງລຸກຂຶ້ນ! ມຸ່ງຫນ້າໄປສູ້ປະຊາຊາດຫນຶ່ງທີ່ຮັ່ງມີ, ຜູ້ຊຶ່ງອາໄສຢູ່ຢ່າງຫມັ້ນຄົງປອດໄພ,” ພຣະຢາເວກ່າວດັ່ງນີ້ແຫລະ. “ພວກເຂົາບໍ່ມີປະຕູເມືອງ ແລະບໍ່ມີດານປະຕູໃດໆໃນເມືອງເຫລົ່ານັ້ນ, ແລະປະຊາຊົນຂອງເມືອງນັ້ນກໍອາໄສຢູ່ຢ່າງໂດດດ່ຽວ.
\s5
\v 32 ອູດຂອງພວກເຂົາຈະກາຍເປັນເຄື່ອງທີ່ປຸ້ນມາໄດ້ ແລະຊັບສົມບັດ ອັນຫລວງຫລາຍຂອງພວກເຂົາຈະເປັນເຄື່ອງທີ່ປຸ້ນມາຈາກສົງຄາມ. ແລ້ວເຮົາຈະກະຈາຍພວກເຂົາໄປທຸກທິດລົມ ຄືຄົນທີ່ໂກນຜົມຈອນຫູຂອງພວກເຂົາ, ແລະເຮົາຈະນຳໄພພິບັດມາຈາກທຸກດ້ານຂອງພວກເຂົາ —ນີ້ເປັນຄຳປະກາດຂອງພຣະຢາເວ.
\v 33 ເມືອງຮາໂຊຈະເປັນບ່ອນອາໄສຂອງຫມາປ່າ, ເປັນບ່ອນຖິ້ມຮ້າງຢູ່ເປັນນິດ. ບໍ່ມີໃຜຈະພັກອາໄສຢູ່ບ່ອນນັ້ນ; ບໍ່ມີມະນຸດຄົນໃດຈະອາໄສໃນນັ້ນ.”
\s5
\v 34 ນີ້ເປັນພຣະທັມຂອງພຣະຢາເວ ຊຶ່ງມາຍັງເຢເຣມີຢາຜູ້ປະກາດພຣະທັມກ່ຽວກັບເມືອງເອລາມ. ໃນຕອນຕົ້ນລາຊະການເຊເດກີຢາກະສັດແຫ່ງຢູດາ, ແລະກ່າວວ່າ,
\v 35 “ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະຫັກຄັນທະນູຂອງເອລາມ, ຊຶ່ງເປັນຫົວໃຈແຫ່ງກຳລັງຂອງພວກເຂົາ.
\v 36 ເພາະເຮົາຈະນຳລົມທັງສີ່ທິດຈາກທັງສີ່ສ່ວນຂອງທ້ອງຟ້າ, ແລະເຮົາຈະເຮັດໃຫ້ຄົນເອລາມກະຈາຍພວກເຂົາໄປຕາມລົມເຫລົ່ານັ້ນທັງຫມົດ. ຈະບໍ່ມີປະຊາຊາດທີ່ຜູ້ຖືກຂັບໄລ່ອອກໄປຈາກເອລາມຈະມາບໍ່ເຖິງ.
\s5
\v 37 ດ້ວຍວ່າເຮົາຈະເຮັດໃຫ້ເອລາມຢ້ານກົວຕໍ່ຫນ້າສັດຕູຂອງພວກເຂົາ ແລະຕໍ່ຫນ້າຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ. ເພາະເຮົາຈະນຳເຫດຮ້າຍມາເຖິງພວກເຂົາ, ຄືຄວາມພິໂລດອັນແຮງກ້າ— ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ— ແລະເຮົາຈະໃຊ້ໃຫ້ດາບໄລ່ຕາມພວກເຂົາທັງຫລາຍຢ່າງຫນັກ ຈົນກວ່າເຮົາຈະໄດ້ເຜົາຜານພວກເຂົາຈົນຫມົດສິ້ນ.
\v 38 ແລ້ວເຮົາຈະຕັ້ງພຣະທີ່ນັ່ງຂອງເຮົາໃນເອລາມ ແລະ ຈະທຳລາຍກະສັດ ແລະ ບັນດາພວກເຈົ້ານາຍຂອງເມືອງນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 39 ແລະສິ່ງທີ່ຈະເກີດຂຶ້ນໃນພາຍຫລັງ ທີ່ເຮົາຈະໃຫ້ເອລາມກັບສູ່ສະພາບເດີມ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\c 50
\cl ບົດທີ 50
\p
\v 1 ນີ້ເປັນພຣະທັມຊຶ່ງພຣະຢາເວຊົງກ່າວກັບບາບີໂລນ, ກ່ຽວກັບແຜ່ນດິນຂອງຊາວເຄນເດຍ, ໂດຍເຢເຣມີຢາຜູ້ປະກາດພຣະທັມ ວ່າ,
\v 2 “ຈົ່ງປະກາດທ່າມກາງບັນດາປະຊາຊາດ ແລະໃຫ້ພວກເຂົາໄດ້ຍິນ. ຈົ່ງຕັ້ງທຸງຂຶ້ນ ປ່າວປະກາດ, ແລະຢ່າປິດບັງໄວ້ເລີຍ. ຈົ່ງກ່າວວ່າ, ‘ບາບີໂລນຖືກຍຶດແລ້ວ. ພະເບນກໍໄດ້ອັບອາຍ. ພະເມໂຣດັກກໍຖືກທຸບແຫລກເປັນປ່ຽງ. ຮູບເຄົາລົບທັງຫລາຍຂອງເມືອງນັ້ນຖືກເຮັດໃຫ້ອັບອາຍ; ຮູບປັ້ນທັງຫລາຍກໍຖືກແຫລກເປັນປ່ຽງ.
\s5
\v 3 ປະຊາຊາດຫນຶ່ງອອກຈາກທິດເຫນືອໄດ້ມາຕໍ່ສູ້ເມືອງນັ້ນ ຊຶ່ງຈະເຮັດໃຫ້ແຜ່ນດິນຂອງນາງເປັນທີ່ຮົກຮ້າງ. ຈະບໍ່ມີຈັກຄົນຫນຶ່ງອາໄສໃນນັ້ນ, ທັງມະນຸດແລະສັດຈະຫນີໄປຫມົດ.
\v 4 ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ, ໃນວັນເຫລົ່ານັ້ນ ແລະໃນເວລານັ້ນ ປະຊາຊົນອິດສະຣາເອນ ແລະປະຊາຊົນຢູດາຈະມາລວມກັນເພື່ອໄປດ້ວຍກັນຮ້ອງໄຫ້ຮ່ຳໄຮ ແລະສະແຫວງຫາພຣະຢາເວພຣະເຈົ້າຂອງພວກເຂົາ.
\v 5 ພວກເຂົາຈະຖາມຫາທາງໄປຊີໂອນໂດຍຫັນຫນ້າຊື່ໄປເມືອງນັ້ນ, ກ່າວວ່າ, ພວກເຮົາຈະໄປ ແລະຕິດສະນິດກັບພຣະຢາເວໂດຍເຮັດຄຳຫມັ້ນສັນຍາຕະຫລອດໄປເປັນນິດ ຊຶ່ງຈະບໍ່ລືມເລີຍ.”
\s5
\v 6 ປະຊາຊົນຂອງເຮົາເປັນຝູງແກະທີ່ຫລົງຫາຍ. ບັນດາຜູ້ລ້ຽງຂອງພວກເຂົາໄດ້ພາເຂົາຫລົງໄປ ພວກເຂົາໄປເທິງພູເຂົາຫນ່ວຍນີ້ໄປຫາພູເຂົາອີກຫນ່ວຍຫນຶ່ງ; ພວກເຂົາໄປແລ້ວ, ພວກເຂົາໄດ້ລືມຄອກເກົ່າ, ຊຶ່ງພວກເຂົາເຄີຍໄດ້ອາໄສເສຍແລ້ວ.
\v 7 ບັນດາຜູ້ທີ່ໄດ້ພົບພວກເຂົາ ກໍໄດ້ລ້າງຜານພວກເຂົາ. ພວກສັດຕູຂອງພວກເຂົາໄດ້ກ່າວວ່າ, ‘ພວກເຮົາບໍ່ມີຄວາມຜິດ, ເພາະພວກເຂົາທັງຫລາຍໄດ້ເຮັດບາບຕໍ່ພຣະຢາເວ ຜູ້ເປັນທີ່ຢູ່ອັນທ່ຽງທຳຂອງພວກເຂົາ—ຜູ້ຊົງເປັນຄວາມຫວັງຂອງບັນພະບູລຸດຂອງພວກເຂົາ.
\s5
\v 8 ຈົ່ງຫນີຈາກທ່າມກາງບາບີໂລນ; ຈົ່ງອອກໄປເສຍຈາກແຜ່ນດິນຂອງຊາວເຄນເດຍ; ເປັນເຫມືອນແບ້ໂຕຜູ້ນຳຫນ້າຝູງທີ່ຍັງເຫລືອຢູ່.
\v 9 ເພາະ ເບິ່ງແມ, ເຮົາຈະປັ່ນປ່ວນ ແລະ ນຳບັນດາປະຊາຊາດໃຫຍ່ຫມູ່ຫນຶ່ງຈາກປະເທດເຫນືອ ມາຕໍ່ສູ້ກັບບາບີໂລນ. ພວກເຂົາຈະລຳລຽງກັນມາຕໍ່ສູ້ກັບນາງ. ບາບີໂລນຈະຖືກຈັບໄປເປັນຊະເລີຍຈາກທີ່ນັ້ນ. ລູກທະນູຂອງພວກເຂົາທັງຫລາຍກໍເຫມືອນນັກຮົບທີ່ຊຳນານ ບໍ່ມີຄົນໃດຈະກັບໄປມືເປົ່າ.
\v 10 ເດນເຄຍຈະກາຍເປັນຂອງທີ່ຖືກປຸ້ນມາໄດ້. ບັນດາຜູ້ທີ່ປຸ້ນນາງຈະອີ່ມຫນໍາສຳລານ—ນີ້ເປັນຄຳປະກາດຂອງພຣະຢາເວ ວ່າ,
\s5
\v 11 ເຈົ້າປິຕິຍິນດີ, ພວກເຈົ້າສະຫລອງສິ່ງຂອງທີ່ປຸ້ນມາໄດ້ຈາກມໍຣະດົກຂອງເຮົາ; ເຈົ້າຈະກະໂດດໄປຮອບໆ ເຫມືອນດັ່ງລູກງົວໂດດເຕັ້ນຢູ່ທີ່ທົ່ງຫຍ້າ. ເຈົ້າຮ້ອງເຫມືອນມ້າທີ່ເຕັ້ນລຳດ້ວຍກຳລັງ.
\v 12 ເພາະແມ່ຂອງພວກເຈົ້າຈະອັບອາຍຢ່າງທີ່ສຸດ. ນາງທີ່ເກີດພວກເຈົ້າຈະຂາຍຫນ້າ. ເບິ່ງແມ, ເຈົ້າຈະເປັນຜູ້ມີຄວາມສຳຄັນຫນ້ອຍທີ່ສຸດໃນບັນດາປະຊາຊາດ ຈະເປັນຖິ່ນແຫ້ງແລ້ງກັນດານ ບ່ອນແຫ້ງແລ້ງ ແລະທະເລຊາຍ.
\v 13 ເພາະຄວາມໂກດຮ້າຍຂອງພຣະຢາເວ ບາບີໂລນຈະບໍ່ເປັນທີ່ຄົນຢູ່ອາໄສ, ແຕ່ຈະຖືກເປັນຮົກຮ້າງຢ່າງຫມົດສິ້ນ. ທຸກຄົນທີ່ຜ່ານເມືອງບາບີໂລນໄປກໍຈະປະຫລາດໃຈ ແລະຈະເຍາະເຍີ້ຍເພາະໄພພິບັດທັງຫມົດຂອງເມືອງນັ້ນ.
\s5
\v 14 ຈົ່ງຕຽມຕົວຂອງພວກເຈົ້າທັງຫລາຍເຂົ້າມາສູ້ບາບີໂລນໃຫ້ຮອບດ້ານ. ທຸກຄົນທີ່ໂກ່ງຄັນທະນູຈົ່ງຍິງນາງ. ຢ່າເສຍດາຍລູກທະນູທັງຫລາຍ, ເພາະນາງໄດ້ເຮັດບາບຕໍ່ພຣະຢາເວ.
\v 15 ຈົ່ງເປັ່ງສຽງໂຫ່ຮ້ອງສູ້ນາງໃຫ້ຮອບດ້ານ! ນາງຍອມພ່າຍແພ້ແລ້ວ; ຮາກຖານຂອງນາງລົ້ມລົງແລ້ວ; ກຳແພງຂອງນາງຖືກເພພັງແລ້ວ, ເພາະນີ້ເປັນການແກ້ແຄ້ນຂອງພຣະຢາເວ. ຈົ່ງເຮັດການແກ້ແຄ້ນນາງ! ເຮັດກັບນາງເຫມືອນທີ່ນາງໄດ້ເຮັດມາແລ້ວ!
\s5
\v 16 ຈົ່ງຕັດຜູ້ຫວ່ານອອກຈາກບາບີໂລນ ແລະຕັດຜູ້ທີ່ຖືກ່ຽວໃນລະດູກ່ຽວ ເຫດເພາະດາບຂອງຜູ້ບີບບັງຄັບທຸກຄົນຈຶ່ງຫັນເຂົ້າຫາຊົນຊາດຂອງຕົນ. ໃຫ້ແຕ່ລະຄົນຈະຫນີໄປຍັງແຜ່ນດິນຂອງຕົນ.
\s5
\v 17 ອິດສະຣາເອນເປັນເຫມືອນແກະທີ່ຖືກກະຈັດກະຈາຍໄປ ແລ້ວພວກໂຕສິງໄດ້ລ່າພວກເຂົາໄປ. ທຳອິດກະສັດອັດຊີເຣຍໄດ້ລ້າງຜານລາວ, ແລ້ວຕໍ່ມາຄັ້ງນີ້ ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຫັກກະດູກຂອງລາວ.
\v 18 ເພາະສະນັ້ນ ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະລົງໂທດກະສັດແຫ່ງບາບີໂລນ ແລະແຜ່ນດິນຂອງລາວ, ດັ່ງທີ່ເຮົາໄດ້ລົງໂທດກະສັດແຫ່ງອັດຊີເຣຍ.
\s5
\v 19 ເຮົາຈະໃຫ້ອິດສະຣາເອນກັບສູ່ເດີ່ນຫຍ້າຂອງຕົນ. ພວກເຂົາຈະກິນຢູ່ເທິງກາເມນ ແລະ ໃນບາຊານ ແລ້ວຈະອີ່ມໃຈເທິງໂນນພູເອຟຣາອິມ ແລະ ໃນກິເລອາດ.
\v 20 ພຣະຢາເວກ່າວວ່າ ໃນວັນເຫລົ່ານັ້ນ ແລະໃນເວລານັ້ນ, ພຣະຢາເວກ່າວວ່າ, ຈະຫາຄວາມຊົ່ວຊ້າໃນອິດສະຣາເອນ, ແຕ່ຈະຫາບໍ່ໄດ້ເລີຍ. ເຮົາຈະຫາບາບໃນຢູດາກໍຫາບໍ່ໄດ້, ເພາະເຮົາຈະໃຫ້ອະໄພແກ່ຊົນເຫລົ່ານັ້ນຜູ້ທີ່ເຮົາຍັງເຫລືອຢູ່ທີ່ເຮົາຍັງໄວ້ຊີວິດ.”
\s5
\v 21 “ຈົ່ງຂຶ້ນໄປສູ້ແຜ່ນດິນເມຣາທາຢິມ, ຈົ່ງຕໍ່ສູ້ຊາວເມືອງເປໂກດ ແລະພວກຄົນທີ່ອາໄສຢູ່ໃນເປໂຂດ. ຈົ່ງຂ້າພວກເຂົາດ້ວຍດາບ ແລະ ແຍກພວກເຂົາໄວ້—ນີ້ເປັນການປະກາດຂອງພຣະຢາເວ—ສຳລັບການທຳລາຍທຸກຢ່າງຕາມທີ່ເຮົາໄດ້ບັນຊາພວກເຈົ້າ.
\v 22 ສຽງສົງຄາມຢູ່ໃນແຜ່ນດິນ ແລະ ສຽງການທຳລາຍຢ່າງໃຫຍ່ຫລວງກໍຢູ່ໃນແຜ່ນດິນນັ້ນ.
\s5
\v 23 ຄ້ອນແຫ່ງແຜ່ນດິນໂລກທັງຫມົດໄດ້ຖືກຕັດລົງ ແລະ ຖືກຫັກເສຍແລ້ວນໍ. ບາບີໂລນໄດ້ກາຍເປັນບ່ອນວ່າງເປົ່າທ່າມກາງບັນດາປະຊາຊາດແລ້ວນໍ.
\v 24 ບາບີໂລນເອີຍ, ເຮົາວາງບ້ວງແຮ້ວດັກພວກເຈົ້າ, ແລະພວກເຈົ້າກໍຕິດບ້ວງແຮ້ວນັ້ນ ແລະພວກເຈົ້າບໍ່ຮູ້ເລື່ອງ! ພວກເຂົາໄດ້ມາພົບພວກເຈົ້າ ແລະ ໄດ້ຈັບພວກເຈົ້າໄປເປັນຊະເລີຍ, ເພາະພວກເຈົ້າໄດ້ຕໍ່ສູ້ກັບພຣະຢາເວ.
\s5
\v 25 ພຣະຢາເວໄດ້ຊົງເປີດຄັງອາວຸດຂອງພຣະອົງ ແລະຊົງນຳອາວຸດອອກມາເພື່ອໃຫ້ເຮັດຕາມຄວາມໂກດຮ້າຍຂອງພຣະອົງ. ເພາະນີ້ແຫລະເປັນພຣະລາຊະກິດແຫ່ງອົງພຣະຢາເວພຣະເຈົ້າຈອມໂຍທາໃນແຜ່ນດິນແຫ່ງຊາວເຄນເດຍ.
\v 26 ຈົ່ງມາໂຈມຕີກັບນາງຈາກແດນໄກ. ຈົ່ງເປີດບັນດາສາງຂອງນາງ. ຈົ່ງກອງນາງໄວ້ເຫມືອນຢ່າງກອງເຂົ້າ ແລະຈົ່ງແຍກນາງເພື່ອການທຳລາຍເສຍຈົນຫມົດສິ້ນ ຢ່າໃຫ້ມີຄົນເຫລືອຢູ່.
\s5
\v 27 ຈົ່ງຂ້າບັນດາງົວເຖິກຂອງນາງໃຫ້ຫມົດໃຫ້ມັນທັງຫລາຍ. ຈົ່ງສົ່ງພວກມັນລົງໄປຍັງສະຖານທີ່ແຫ່ງການປະຫານ. ວິບັດແກ່ມັນທັງຫລາຍ, ເພາະວັນເວລາຂອງມັນມາເຖິງແລ້ວ— ຄືເວລາແຫ່ງການລົງໂທດ.
\v 28 ມີສຽງຂອງພວກເຂົາທີ່ໄດ້ຫນີໄປ, ສຽງຂອງບັນຄົນທີ່ລອດຊີວິດ, ຈາກແຜ່ນດິນບາບີໂລນ. ຄົນເຫລົ່ານັ້ນຈະໄປປະກາດການແກ້ແຄ້ນຂອງພຣະຢາເວພຣະເຈົ້າຂອງເຮົາໃນຊີໂອນ, ແລະການແກ້ແຄ້ນໃຫ້ກັບພຣະວິຫານຂອງພຣະອົງ.”
\s5
\v 29 “ຈົ່ງເອີ້ນນັກທະນູມາຕໍ່ສູ້ກັບບາບີໂລນ—ຄືບັນດາຄົນທີ່ໂກ່ງທະນູ. ຈົ່ງຕັ້ງຄ້າຍໄວ້ຮອບມັນ, ແລະຢ່າໃຫ້ຜູ້ໃດຫນີລອດພົ້ນໄປໄດ້. ຈົ່ງເຮັດກັບນາງຕາມການກະທຳຂອງນາງ. ຈົ່ງເຮັດແກ່ນາງເຫມືອນທີ່ນາງໄດ້ເຮັດແລ້ວ ຈົ່ງເຮັດກັບນາງດ້ວຍເຄື່ອງພອງທີ່ນາງເຄີຍໃຊ້. ເພາະນາງຈອງຫອງລອງດີກັບພຣະຢາເວ, ພຣະອົງຜູ້ບໍລິສຸດແຫ່ງອິດສະຣາເອນ.
\v 30 ເພາະສະນັ້ນຄົນຫນຸ່ມຂອງນາງຈະລົ້ມລົງຕາມຖະຫນົນ ແລະ ທະຫານຂອງນາງທັງຫມົດຈະຖືກຕັດອອກໃນມື້ນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ.”
\s5
\v 31 “ເບິ່ງແມ, ເຮົາຕໍ່ສູ້ກັບພວກເຈົ້າ, ຜູ້ຈອງຫອງເອີຍ—ອົງພຣະຢາເວພຣະເຈົ້າຈອມໂຍທາກ່າວວ່າ—ເພາະວ່າວັນເວລາຂອງພວກເຈົ້າມາເຖິງແລ້ວ ຄືເວລາທີ່ເຮົາຈະລົງໂທດພວກເຈົ້າ.
\v 32 ຜູ້ຈອງຫອງຈະສະດຸດ ແລະລົ້ມລົງ. ຈະບໍ່ມີຜູ້ໃດຍົກລາວຂຶ້ນໄດ້ ແລະເຮົາຈະກໍ່ໄຟໃນບັນດາຫົວເມືອງຂອງລາວ ແລະໄຟຈະເຜົາຜານທຸກສິ່ງທີ່ຢູ່ອ້ອມຮອບເມືອງນັ້ນ.
\s5
\v 33 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ປະຊາຊົນອິດສະຣາເອນຖືກບີບບັງຄັບ, ພ້ອມກັນບັນດາປະຊາຊົນຢູດາ. ຜູ້ທີ່ຈັບພວກເຂົາໄປເປັນຊະເລີຍພວກເຂົາໄດ້ຍຶດໄວ້ຫມັ້ນ; ທັງປະຕິເສດບໍ່ຍອມໃຫ້ພວກເຂົາໄປ.
\v 34 ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງ. ພຣະນາມຂອງພຣະອົງຄືພຣະຢາເວຈອມໂຍທາ. ພຣະອົງຈະຊົງແກ້ຄະດີ, ເພື່ອພຣະອົງຈະປະທານຄວາມສະຫງົບແກ່ແຜ່ນດິນ, ແຕ່ຈະປະທານຄວາມບໍ່ສະຫງົບແກ່ຊາວເມືອງບາບີໂລນ.
\s5
\v 35 ໃຫ້ດາບຢູ່ເຫນືອຊາວເຄນເດຍ — ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ—ແລະເຫນືອຊາວເມືອງບາບີໂລນ, ເຫນືອພວກເຈົ້ານາຍ, ກັບນັກປາດຂອງນາງ.
\v 36 ໃຫ້ດາບຈະມາຕໍ່ສູ້ເພື່ອພວກເຂົາກ່າວຄຳທຳນວຍ, ເພື່ອທີ່ພວກເຂົາຈະກາຍເປັນຄົນໂງ່. ໃຫ້ດາບຢູ່ເຫນືອບັນດານັກຮົບຂອງນາງ, ເພື່ອພວກເຂົາຈະເຕັມໄປດ້ວຍຄວາມຢ້ານກົວ.
\v 37 ໃຫ້ດາບຢູ່ເຫນືອມ້າທັງຫລາຍຂອງພວກເຂົາ, ບັນດາລົດຮົບຂອງພວກເຂົາ ແລະໃຫ້ຢູ່ເຫນືອຄົນຕ່າງດ້າວທ່າມກາງພວກເຂົາ, ເພື່ອພວກເຂົາຈະກາຍເປັນຜູ້ຍິງໄປ. ໃຫ້ດາບຢູ່ເຫນືອຊັບສົມບັດທັງຫມົດຂອງພວກເຂົາ, ເພື່ອວ່າຊັບສົມບັດນັ້ນຈະຖືກປຸ້ນເສຍ.
\s5
\v 38 ຄວາມແຫ້ງແລ້ງຢູ່ເຫນືອນ້ຳທັງຫລາຍຂອງນາງ ເພື່ອນ້ຳທັງຫລາຍນັ້ນຈະໄດ້ແຫ້ງໄປ. ເພາະເປັນແຜ່ນດິນແຫ່ງຮູບເຄົາລົບ, ແລະພວກເຂົາທັງຫລາຍກໍບ້າຮູບນັ້ນ.
\v 39 ເພາະສະນັ້ນ ບັນດາສັດປ່າທັງຫລາຍ ພ້ອມກັບບັນດາຫມາຈິ້ງຈອກຈະອາໄສຢູ່ໃນທີ່ນັ້ນ ແລະພວກນົກກະຈອກເທດຫນຸ່ມຈະອາໄສຢູ່ໃນທີ່ນັ້ນ. ເພາະເມືອງນັ້ນຈະບໍ່ມີປະຊາຊົນຢູ່ອີກຕໍ່ໄປເປັນນິດ ຄືບໍ່ມີຊາວເມືອງອາໄສຢູ່ຕະຫລອດຊົ່ວນິລັນດອນ.
\v 40 ເຊັ່ນດຽວກັບທີ່ພຣະເຈົ້າໄດ້ຊົງລົ້ມສະລາຍເມືອງໂຊໂດມ ແລະເມືອງໂກໂມຣາ ແລະຫົວເມືອງໃກ້ຄຽງເຫລົ່ານັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ດັ່ງນັ້ນຈະບໍ່ມີຄົນພັກອາໄສຢູ່ບ່ອນນັ້ນ ແລະບໍ່ມີມະນຸດຄົນໃດອາໄສຢູ່ໃນເມືອງນັ້ນ.”
\s5
\v 41 “ເບິ່ງແມ, ຊົນຊາດຫນຶ່ງຈະມາຈາກທິດເຫນືອ ປະຊາຊາດອັນເຂັ້ມແຂງຊາດຫນຶ່ງ ແລະກະສັດຫລາຍອົງຈະຖືກນຳໃຫ້ມາຈາກດິນແດນໄກທີ່ສຸດຂອງແຜ່ນດິນໂລກ.
\v 42 ພວກເຂົາຈະຈັບຄັນທະນູ ແລະຫອກ ພວກເຂົາໂຫດຮ້າຍ ແລະຈະບໍ່ມີຄວາມກະລຸນາ ສຽງຂອງພວກເຂົາຈະເຫມືອນສຽງທະເລຄະນອງ ພວກເຂົາຈະຂີ່ມ້າ ລຳລຽງກັນເຂົ້າສູ້ສົງຄາມກັບພວກເຈົ້າລູກສາວແຫ່ງບາບີໂລນເອີຍ.
\v 43 ກະສັດແຫ່ງບາບີໂລນໄດ້ຍິນຂ່າວເລື່ອງນັ້ນ ແລະພຣະຫັດຂອງພຣະອົງກໍອ່ອນລົງ ຄວາມທຸກໃຈຈັບຫົວໃຈລາວ ເຈັບປວດເຫມືອນຜູ້ຍິງກຳລັງເກີດລູກ.
\s5
\v 44 ບິ່ງແມ, ສັດຕູຈະຂຶ້ນມາເຫມືອນໂຕສິງຈາກທີ່ສູງຂອງແມ່ນ້ຳຢໍແດນ ໄປຍັງທົ່ງລ້ຽງສັດທີ່ຄົງຢູ່ຕະລອດໄປ ເພາະຮົາຈະເຮັດໃຫ້ພວກເຂົາຫນີໄປຈາກນາງໂດຍໄວ ແລະເຮົາຈະຕັ້ງບາງຄົນເປັນຜູ້ທີ່ເລືອກສັນໄວ້ໃຫ້ເປັນຜູ້ດູແລເມືອງນັ້ນເພາະໃຜເປັນເຫມືອນເຮົາບໍ ແລະໃຜຈະຮ້ອງຟ້ອງເຮົາ? ຜູ້ລ້ຽງແກະຄົນໃດຈະທົນຢືນຢູ່ຕໍ່ຫນ້າເຮົາໄດ້?
\s5
\v 45 ເພາະສະນັ້ນຈົ່ງຟັງແຜນການຊຶ່ງພຣະຢາເວຊົງວາງໄວ້ຕໍ່ສູ້ບາບີໂລນ ແລະບັນດາແຜນງານເຫລົ່ານັ້ນ ທີ່ພຣະປະສົງໄດ້ຊົງວາງແຜນໄວ້ຕໍ່ສູ້ກັບແຜ່ນດິນຂອງຊາວເຄນເດຍ. ພວກເຂົາຈະຕ້ອງຖືກລາກໄປຢ່າງແນ່ນອນ ເຖິງແມ່ນວ່າຈະເປັນຝູງເລັກນ້ອຍທີ່ສຸດກໍຕາມ ທົ່ງຫຍ້າຂອງພວກເຂົາຈະກາຍເປັນສາກຫັກພັງ.
\v 46 ແຜ່ນດິນໂລກສັ່ນສະເທືອນ ເພາະສຽງໄດ້ຍິນສຽງແຫ່ງໄຊຊະນະຕໍ່ບາບີໂລນ ແລະສຽງຮ້ອງຄາງດ້ວຍຄວາມທຸກຂອງພວກເຂົາດັງໄປທ່າມກາງບັນດາປະຊາຊາດ.”
\s5
\c 51
\cl ບົດທີ 51
\p
\v 1 “ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະປຸກກະແສລົມແຫ່ງການທຳລາຍ ຕໍ່ສູ້ກັບບາບີໂລນ ແລະຕໍ່ສູ້ກັບບັນດາຄົນທີ່ອາໄສຢູ່ໃນເລັບຄາມາຍ.
\v 2 ເຮົາຈະສົ່ງຄົນຕ່າງຊາດໄປຍັງບາບີໂລນ ພວກເຂົາຈະເຮັດໃຫ້ແຜ່ນດິນນັ້ນກະຈັດກະຈາຍໄປ ແລະ ວ່າງເປົ່າເສຍ ເມື່ອພວກເຂົາມາຕໍ່ສູ້ອ້ອມນາງໄວ້ທຸກດ້ານ ໃນວັນແຫ່ງຄວາມຍາກລຳບາກ.
\s5
\v 3 ຢ່າໃຫ້ນັກທະນູໂກ່ງຄັນທະນູຂອງພວກເຂົາ; ຢ່າໃຫ້ເຂົາສວມເສື້ອເກາະ. ຢ່າໄວ້ຊີວິດຄົນຫນຸ່ມຂອງເມືອງນັ້ນ ຈົ່ງແຍກກອງທັບທັງຫມົດຂອງເມືອງນັ້ນໄວ້ແກ່ການທຳລາຍ.
\v 4 ເພາະຄົນທີ່ບາດເຈັບຈະຖືກຂ້າລົ້ມລົງໃນແຜ່ນດິນຂອງຊາວເຄນເດຍ; ຄົນເຫລົ່ານັ້ນທີ່ຖືກຂ້າຈະລົ້ມລົງຕາມຖະຫນົນຂອງເມືອງນັ້ນ.
\s5
\v 5 ເພາະວ່າອິດສະຣາເອນ ແລະຢູດາບໍ່ໄດ້ຖືກປະຖິ້ມໂດຍພຣະເຈົ້າຂອງພວກເຂົາ ພຣະຢາເວຈອມໂຍທາ, ເຖິງແມ່ນແຜ່ນດິນຂອງພວກເຂົາເຕັມດ້ວຍຄວາມຜິດບາບຕໍ່ອົງບໍລິສຸດແຫ່ງອິດສະຣາເອນ.
\v 6 ຈົ່ງຫນີເສຍຈາກທ່າມກາງບາບີໂລນ; ໃຫ້ທຸກຄົນເອົາຊີວິດລອດສາ. ຢ່າພິນາດໄປໃນການລົງໂທດຄວາມຊົ່ວຊ້າຂອງເມືອງນັ້ນ. ເພາະນີ້ເປັນເວລາແຫ່ງການແກ້ແຄ້ນແຫ່ງພຣະຢາເວ. ພຣະອົງຈະຊົງຕອບແທນທຸກຢ່າງຕໍ່ເມືອງນັ້ນ.
\s5
\v 7 ບາບີໂລນໄດ້ເຄີຍເປັນຈອກທອງຄຳໃນພຣະຫັດຂອງພຣະຢາເວ ທີ່ໄດ້ເຮັດໃຫ້ແຜ່ນດິນໂລກທັງຫມົດມຶນເມົາ; ບັນດາປະຊາຊາດໄດ້ດື່ມເຫລົ້າອະງຸ່ນຂອງເມືອງນັ້ນ ແລະກາຍເປັນບ້າໄປ.
\v 8 ບາບີໂລນໄດ້ລົ້ມລົງ ແລະແຕກໄປຢ່າງໄວວາ. ຈົ່ງຮ້ອງຄາງເພື່ອນາງສາ! ຈົ່ງເອົາຫວ້ານຢາມາໃຫ້ນາງ ເພື່ອຊ່ວຍບັນເທົາຄວາມເຈັບປວດຂອງນາງ; ບາງທີນາງອາດຈະໄດ້ຮັບການຮັກສາໃຫ້ຫາຍກໍໄດ້.
\s5
\v 9 ‘ພວກເຮົາທັງຫລາຍຢາກຈະຮັກສາບາບີໂລນໃຫ້ຫາຍ, ແຕ່ນາງບໍ່ເຊົາ. ໃຫ້ພວກເຮົາປະຖີ້ມນາງໄວ້, ແລະໄປຍັງປະເທດຂອງຕົນ. ເພາະວ່າຄວາມຜິດຂອງນາງພູນຂຶ້ນໄປເຖີງທ້ອງຟ້າ; ມັນກອງຂຶ້ນສູງໄປເຖີງເມກ.
\v 10 ພຣະຢາເວຊົງນຳຄວາມຊອບທຳອອກມາໃຫ້ເຮົາ. ມາແມ, ໃຫ້ເຮົາປະກາດພຣະລາຊະກິດຂອງພຣະຢາເວພຣະເຈົ້າຂອງເຮົາໃນຊີໂອນ.
\s5
\v 11 ຈົ່ງຝົນລູກທະນູເຫລົ່ານັ້ນ ແລະ ຈົ່ງຈັບເອົາໂລ່ຂຶ້ນມາ. ພຣະຢາເວຊົງເລົ້າໂລມໃຈບັນດາກະສັດຄົນເມເດຍໃນແຜນການທຳລາຍບາບີໂລນ ນີ້ເປັນການແກ້ແຄ້ນຂອງພຣະຢາເວ, ຄືການແກ້ແຄ້ນໃຫ້ກັບການທຳລາຍພຣະວິຫານຂອງພຣະອົງ.
\v 12 ຈົ່ງປັກທຸງຕິດບັນດາກຳແພງຂອງບາບີໂລນ ຈົ່ງເຮັດຄົນເຝົ້າໃຫ້ເຂັ້ມແຂງ; ຈົ່ງຕັ້ງຄົນຍາມຂຶ້ນ; ຈົ່ງຕຽມກອງດັກຊຸ່ມໄວ້; ເພາະອົງພຣະຜູ້ເປັນເຈົ້າຈະຊົງເຮັດຕາມສິ່ງທີ່ພຣະອົງຊົງລັ່ນພຣະຄຳກ່ຽວກັບຊາວເມືອງບາບີໂລນ.
\s5
\v 13 ພວກເຈົ້າຜູ້ອາໄສຕາມນ້ຳຍືດຍາວ, ຜູ້ມີສົມບັດຫລວງຫລາຍເອີຍ ອະວະສານຂອງພວກເຈົ້າ, ບັດນີ້ໄດ້ມາເຖິງແລ້ວ. ເສັ້ນຄວາມໂລບຂອງພວກເຈົ້າໄດ້ຖືກຕັດຂາດເສຍແລ້ວ.
\v 14 ພຣະຢາເວຈອມໂຍທາໄດ້ຊົງປະຕິຍານພຣະອົງເອງວ່າ,‘ເຮົາຈະໃຫ້ພວກສັດຕູຂອງພວກເຈົ້າຢູ່ເຕັມເມືອງຂອງເຈົ້າ, ເຫມືອນກັບໄພພິບັດຈາກຕັກແຕນ; ພວກເຂົາທັງຫລາຍຈະເປັ່ງສຽງໂຫ່ຮ້ອງມີໄຊເຫນືອພວກເຈົ້າ.
\s5
\v 15 ພຣະອົງຊົງສ້າງແຜ່ນດິນໂລກດ້ວຍລິດເດດຂອງພຣະອົງ; ພຣະອົງຊົງສະຖາປະນາພິພົບໄວ້ດ້ວຍພຣະສະຕິປັນຍາຂອງພຣະອົງ. ດ້ວຍຄວາມເຂົ້າໃຈຂອງພຣະອົງຊົງແຜ່ທ້ອງຟ້າອອກ.
\v 16 ເມື່ອພຣະອົງຊົງເປັ່ງພຣະສຸລະສຽງກໍມີສຽງນ້ຳຄະນອງໃນທ້ອງຟ້າ, ເພາະພຣະອົງໄດ້ຊົງເຮັດໃຫ້ຫມອກຟູຂຶ້ນຈາກປາຍໂລກ. ພຣະອົງຊົງເຮັດຟ້າແລບເພື່ອຝົນ ແລະຊົງນຳລົມມາຈາກພຣະຄັງຂອງພຣະອົງ.
\s5
\v 17 ມະນຸດທຸກຄົນໂຫດຮ້າຍໃນທາງຄວາມຮູ້ຂອງຕົນ, ຊ່າງທອງທຸກຄົນຈະໄດ້ອັບອາຍເພາະຮູບເຄົາລົບຂອງຕົນ ເພາະຮູບເຄົາລົບໂລຫະຫລໍ່ຂອງຕົນເປັນຂອງບໍ່ຈິງ ແລະບໍ່ມີລົມຫາຍໃຈໃນຮູບເຄົາລົບນັ້ນ.
\v 18 ມັນເປັນຂອງບໍ່ມີຄ່າ ແລະເປັນຜົນງານຂອງຄົນມັກເຍາະເຍີ້ຍພວກມັນຈະຕ້ອງຈິບຫາຍເມື່ອເຖິງເວລາແຫ່ງການລົງໂທດພວກມັນ.
\v 19 ແຕ່ພຣະເຈົ້າສ່ວນຂອງຢາໂຄບ, ບໍ່ເຫມືອນສິ່ງເຫລົ່ານີ້, ເພາະພຣະອົງຊົງເປັນຜູ້ທີ່ກໍ່ຮ່າງທຸກສິ່ງຂຶ້ນ. ອິດສະຣາເອນເປັນຕະກູນທີ່ເປັນມໍຣະດົກຂອງພຣະອົງ; ພຣະຢາເວຈອມໂຍທາເປັນພຣະນາມຂອງພຣະອົງ.
\s5
\v 20 ເຈົ້າເປັນຄ້ອນແຫ່ງສົງຄາມ ເປັນຍຸດໂທອຸປະກອນຂອງເຮົາ. ເຮົາຈະໃຊ້ເຈົ້າຕີບັນດາປະຊາຊາດໃຫ້ມຸ່ນເປັນຊິ້ນດ້ວຍພວກເຈົ້າ ເຮົາຈະທຳລາຍຣາຊະອານາຈັກທັງຫລາຍດ້ວຍພວກມັນ.
\v 21 ເຮົາຈະໃຊ້ເຈົ້າທຸບມ້າທັງຫລາຍ ແລະບັນດາຄົນຂີ່ໃຫ້ແຕກເປັນປ່ຽງໆ; ເຮົາຈະໃຊ້ເຈົ້າຕີບັນດາລົດຮົບ ແລະບັນດາຄົນໃຫ້ເປັນມຸ່ນທະລາຍໄປເປັນປ່ຽງໆ.
\s5
\v 22 ເຮົາຈະຕີຜູ້ຊາຍ ແລະຜູ້ຍິງທຸກຄົນໃຫ້ແຕກເປັນປ່ຽງໆ; ເຮົາຈະໃຊ້ເຈົ້າຕີຄົນເຖົ້າ ແລະຄົນຫນຸ່ມໃຫ້ແຕກເປັນປ່ຽງໆ. ເຮົາຈະໃຊ້ເຈົ້າຕີຄົນຫນຸ່ມ ແລະຍິງພົມມະຈາລີໃຫ້ແຕກເປັນປ່ຽງໆ.
\v 23 ເຮົາຈະໃຊ້ເຈົ້າຕີຜູ້ລ້ຽງແກະ ແລະຝູງແກະໃຫ້ແຕກເປັນປ່ຽງໆ; ເຮົາຈະໃຊ້ເຈົ້າຕີຊາວນາ ແລະງົວຄູ່ແອກຂອງພວກເຂົາໃຫ້ແຕກເປັນປ່ຽງໆ. ເຮົາຈະໃຊ້ເຈົ້າຕີພວກເຈົ້າເມືອງ ແລະຕັດໃຫ້ແຕກເປັນປ່ຽງໆ.
\s5
\v 24 ຕໍ່ຫນ້າຕໍ່ຕາເຈົ້າເຮົາຈະຕອບແທນບາບີໂລນ ແລະບັນດາຊາວເຄນເດຍທຸກຄົນ ເພາະຄວາມຊົ່ວຮ້າຍທັງສິ້ນທີ່ພວກເຂົາໄດ້ເຮັດໃນຊີໂອນ—ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ.
\s5
\v 25 ພູເຂົາຊຶ່ງທຳລາຍເອີຍ, ເບິ່ງແມ, ເຮົາຕໍ່ສູ້ພວກເຈົ້າ— ນີ້ເປັນຄຳປະກາດຂອງພຣະຢາເວ—ພວກເຈົ້າຜູ້ທຳລາຍແຜ່ນດິນໂລກທັງຫມົດ. ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ພວກເຈົ້າ ແລະກິ້ງພວກເຈົ້າລົງມາຈາກຫນ້າຜາເຫລົ່ານັ້ນ, ແລະຈະເຮັດໃຫ້ພວກເຈົ້າເປັນພູເຂົາທີ່ຖືກໄຫມ້ລຸກຢູ່.
\v 26 ດ້ວຍເຫດນີ້ ພວກເຂົາຈະບໍ່ເອົາຫີນຈາກພວກເຈົ້າໄປເຮັດສີລາຫົວມຸມຮາກຖານຂອງຕຶກ; ເພາະພວກເຈົ້າຈະເປັນຂອງຖິ້ມຮ້າງເປັນນິດ—ພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 27 ຈົ່ງຕັ້ງທຸງໄວ້ເທິງແຜ່ນດິນ. ຈົ່ງເປົ່າເຂົາສັດທ່າມກາງປະຊາຊາດທັງຫລາຍ. ຈົ່ງເອີ້ນຣາຊະອານາຈັກຕໍ່ໄປນີ້ມາສູ້ກັບນາງ: ອາຣາຣັດ, ມິນນີ, ແລະອັດຊະເກນາດ. ຈົ່ງຕັ້ງຈອມທັບໄວ້ຕໍ່ສູ້ນາງ; ຈົ່ງນຳຝູງມ້າຂຶ້ນມາໃຫ້ຫລາຍເຫມືອນດັ່ງຝູງຕັກແຕນ.
\v 28 ຈົ່ງຕຽມບັນດາປະຊາຊາດມາເຮັດສົງຄາມກັບນາງ: ຄືຕຽມບັນດາກະສັດແຫ່ງເມເດຍ, ພ້ອມທັງພວກເຈົ້າເມືອງ ແລະຜູ້ປົກຄອງທັງຫລາຍ ແລະທົ່ວທຸກແຜ່ນດິນພາຍໃຕ້ການປົກຄອງຂອງລາວ.
\s5
\v 29 ແຜ່ນດິນນັ້ນຈະສະທ້ານສະເທືອນ ແລະໂສກເສົ້າ, ເພາະບັນດາພຣະປະສົງຂອງພຣະຢາເວຕໍ່ບາບີໂລນຈະຕັ້ງຫມັ້ນຢູ່, ເພື່ອຈະເຮັດໃຫ້ແຜ່ນດິນບາບີໂລນເປັນທີ່ຮົກຮ້າງເສຍປາດສະຈາກຄົນອາໄສ.
\s5
\v 30 ນັກຮົບແຫ່ງບາບີໂລນຢຸດການສູ້ຮົບແລ້ວ ພວກເຂົາຄ້າງຢູ່ໃນທີ່ກຳບັງອັນເຂັ້ມແຂງຂອງຕົນ. ກຳລັງຂອງພວກເຂົາທົດຖອຍເສຍແລ້ວ; ພວກເຂົາກາຍເປັນເຫມືອນຜູ້ຍິງ—ບ້ານເຮືອນທັງຫລາຍຂອງນາງກໍຖືກໄຟໄຫມ້ແລ້ວ, ປະຕູຂອງນາງກໍຫັກ.
\v 31 ຜູ້ສົ່ງຂ່າວຄົນຫນຶ່ງແລ່ນໄປພົບຜູ້ສົ່ງຂ່າວອີກຄົນຫນຶ່ງ, ນັກແລ່ນຄົນຫນຶ່ງແລ່ນໄປພົບນັກແລ່ນອີກຄົນຫນຶ່ງ ເພື່ອເວົ້າກະສັດແຫ່ງບາບີໂລນວ່າ ເມືອງຂອງພະອົງຖືກຍຶດໄວ້ທຸກດ້ານແລ້ວ.
\v 32 ເພາະສະນັ້ນ ທ່າຂ້າມແມ່ນໍ້າກໍຖືກຍຶດແລ້ວ; ບ່ອນເປັນບຶງເປັນຫນອງກໍຖືກໄຟໄຫມ້, ແລະບັນດາທະຫານຂອງບາບີໂລນກໍຕົກໃຈຢ້ານ.
\s5
\v 33 ເພາະພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ລູກສາວແຫ່ງບາບີໂລນກໍເຫມືອນລານນວດເຂົ້າ. ເວລາທີ່ນາງຖືກຢຽບຢ່ຳ. ອີກຈັກຫນ້ອຍ ເວລາກ່ຽວກໍຈະມາເຖິງແລ້ວ.
\s5
\v 34 ‘ເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ກິນຂ້ານ້ອຍເສຍແລ້ວ; ພະອົງໄດ້ບັງຂ້ານ້ອຍໃຫ້ສັບສົນ. ແລະໄດ້ເຮັດໃຫ້ຂ້ານ້ອຍເປັນພາຊະນະວ່າງເປົ່າ; ເພາະພຣະອົງໄດ້ຊົງກືນຂ້ານ້ອຍເຫມືອນສັດຮ້າຍ; ພະອົງຊົງເຮັດໃຫ້ທ້ອງຂອງພະອົງອີ່ມດ້ວຍອາຫານແຊບ; ພະອົງໄດ້ໄລ່ຂ້ານ້ອຍອອກໄປ.
\v 35 ເຢຣູຊາເລັມກ່າວວ່າ,‘ຂໍໃຫ້ຄວາມຮັບຜິດຊອບສຳລັບເລືອດຕົກຂອງເຮົາຢູ່ແກ່ຊາວປະເທດບາບີໂລນ.’ນະຄອນເຢຣູສາເລັມຈະກ່າວວ່າ, ‘ຂໍໃຫ້ໂລຫິດຂອງຂ້ານ້ອຍຕົກຢູ່ເຫນືອຊາວເຄນເດຍ.
\s5
\v 36 ເພາະສະນັ້ນພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະແກ້ຄະດີຂອງພວກເຈົ້າ ແລະເຮັດການແກ້ແຄ້ນເພື່ອພວກເຈົ້າ. ເພາະເຮົາຈະເຮັດໃຫ້ທະເລຂອງນາງແຫ້ງ ແລະເຮັດໃຫ້ແຫລ່ງນ້ຳຂອງນາງເຫືອດຫາຍ.
\v 37 ແລະບາບີໂລນຈະກາຍເປັນສິ່ງຫັກພັງ, ເປັນບ່ອນຫມາປ່າຢູ່, ເປັນຄວາມປະຫລາດໃຈ, ແລະເປັນທີ່ເຍາະເຍີ້ຍ, ປາດສະຈາກຜູ້ຄົນອາໄສ.
\s5
\v 38 ຊາວເມືອງບາບີໂລນຈະແຜດສຽງຮ້ອງໃສ່ກັນເຫມືອນໂຕສິງຫນຸ່ມ. ພວກເຂົາຈະແຜດສຽງຮ້ອງເຫມືອນລູກໂຕສິງ.
\v 39 ຂະນະທີ່ພວກເຂົາທັງຫລາຍເຜັດຮ້ອນ, ເຮົາຈະຕຽມງານລ້ຽງໃຫ້; ແລະເຮັດໃຫ້ພວກເຂົາມຶນເມົາ ເພື່ອພວກເຂົາຈະຍິນດີ, ແລະຈົນນອນຫລັບຢູ່ເປັນນິດ ແລະ ບໍ່ຕື່ນເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 40 ເຮົາຈະນຳພວກເຂົາທັງຫລາຍລົງມາດັ່ງລູກແກະໄປຍັງການຂ້າ, ເຫມືອນແກະຜູ້ ລວມທັງພວກແບ້ຜູ້.
\s5
\v 41 ເມືອງບາບີໂລນຖືກຍຶດໄດ້ຢ່າງໃດນໍ! ເມືອງຊຶ່ງເປັນທີ່ສັນລະເສີນຂອງທົ່ວແຜ່ນດິນໂລກຖືກຍຶດແລ້ວ. ບາບີໂລນໄດ້ກາຍເປັນສາກຫັກພັງທ່າມກາງບັນດາປະຊາຊາດໄດ້ຢ່າງໃດກັນ.
\v 42 ທະເລຂຶ້ນມາເຫນືອບາບີໂລນ! ຄື້ນຢ່າງຫລວງຫລາຍຄຸມນາງໄວ້.
\s5
\v 43 ຫົວເມືອງຂອງນາງກາຍເປັນບ່ອນວ່າງເປົ່າ, ເປັນແຜ່ນດິນທີ່ແຫ້ງແລ້ງ, ແລະເປັນຖິ່ນແຫ້ງແລ້ງກັນດານ, ເປັນແຜ່ນດິນທີ່ບໍ່ມີຜູ້ໃດອາໄສຢູ່, ແລະບໍ່ມີມະນຸດຄົນໃດຜ່ານຂ້າມໄປ.
\v 44 ເພາະເຮົາຈະລົງໂທດພະເບນໃນບາບີໂລນ; ເຮົາຈະເອົາສິ່ງທີ່ມັນກືນເຂົ້າໄປອອກຈາກປາກຂອງເຂົາ, ແລະບັນດາປະຊາຊາດຈະບໍ່ໄຫລໄປຫາມັນອີກ. ກຳແພງແຫ່ງບາບີໂລນຈະລົ້ມລົງມາ.
\s5
\v 45 ປະຊາຊົນຂອງເຮົາເອີຍ, ຈົ່ງອອກໄປເສຍຈາກທ່າມກາງນາງ. ໃຫ້ທຸກຄົນເອົາຊີວິດຂອງຕົນລອດພົ້ນຈາກຄວາມພິໂລດອັນຮ້ອນແຮງຂອງເຮົາ.
\v 46 ຢ່າໃຫ້ໃຈຂອງພວກເຈົ້າອ່ອນແອໄປ ແລະຢ່າໃຫ້ຢ້ານຕໍ່ຂ່າວຊຶ່ງໄດ້ຍິນໃນແຜ່ນດິນນັ້ນ, ແລະຈະມີຂ່າວມາໃນປີຫນຶ່ງ, ຕໍ່ມາອີກປີຫນຶ່ງກໍຈະມີຂ່າວມາ, ແລະຄວາມທາລຸນກໍມີຢູ່ໃນແຜ່ນດິນນັ້ນ. ຜູ້ຄອບຄອງກໍຕໍ່ສູ້ກັບຜູ້ຄອບຄອງ.
\s5
\v 47 ເພາະສະນັ້ນ, ເບິ່ງແມ, ວັນເວລາຈະມາເຖິງ ເມື່ອເຮົາຈະລົງໂທດຮູບເຄົາລົບແຫ່ງບາບີໂລນ. ແຜ່ນດິນທັງຫມົດຂອງນາງຈະຕ້ອງໄດ້ອັບອາຍ ແລະບັນດາຊາວເມືອງນັ້ນຊຶ່ງຖືກຂ້າຈະລົ້ມລົງຢູ່ໃນເມືອງນັ້ນ.
\v 48 ແລ້ວຟ້າສະຫວັນ, ແຜ່ນດິນໂລກ ແລະສັບພະສິ່ງທີ່ມີຢູ່ໃນນັ້ນ ຈະຮ້ອງເພງເຫນືອບາບີໂລນ. ເພາະວ່າຜູ້ທຳລາຍຈະມາຈາກທິດເຫນືອຕໍ່ສູ້ກັບນາງ—ພຣະຢາເວກ່າວດັ່ງນີ້ແຫລະ.
\v 49 “ບາບີໂລນໄດ້ເຮັດໃຫ້ຄົນອິດສະຣາເອນທີ່ຖືກຂ້າລົ້ມລົງສັນໃດ ຄົນທີ່ຖືກຂ້າແຫ່ງແຜ່ນດິນໂລກທັງປວງຈະຕ້ອງລົ້ມລົງທີ່ບາບີໂລນສັນນັ້ນ.
\s5
\v 50 ພວກເຈົ້າທັງຫລາຍຜູ້ທີ່ລອດພົ້ນໄປຈາກດາບ, ຈົ່ງໄປສາ! ຢ່າຢືນຢູ່ລ້າ. ຈົ່ງລະນຶກເຖິງພຣະຢາເວຈາກທີ່ໄກ; ໃຫ້ນະຄອນເຢຣູຊາເລັມເຂົ້າມາໃນຈິດໃຈຂອງພວກເຈົ້າ.
\v 51 ພວກເຮົາໄດ້ອັບອາຍ, ເພາະເຮົາໄດ້ຍິນຄຳເຍາະເຍີ້ຍ; ຄວາມອັບປະຍົດໄດ້ປົກຄຸມຫນ້າເຮົາໄວ້, ເພາະຄົນຕ່າງຊາດໄດ້ເຂົ້າໃນສະຖານທີ່ບໍລິສຸດແຫ່ງພຣະນິເວດຂອງພຣະຢາເວ.
\s5
\v 52 ເພາະສະນັ້ນເບິ່ງແມ, ວັນເວລາຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະລົງໂທດຮູບເຄົາລົບຂອງນາງ, ແລະຄົນທີ່ບາດເຈັບຈະຮ້ອງຄາງຢູ່ທົ່ວແຜ່ນດິນທັງຫມົດຂອງນາງ.
\v 53 ເພາະເຖິງແມ່ນບາບີໂລນຈະຂຶ້ນໄປເທິງສະຫວັນ ຫລືໄດ້ສ້າງປ້ອມປ້ອງກັນທີ່ສູງອັນເຂັ້ມແຂງຂອງນາງໄວ້, ບັນດາຜູ້ທຳລາຍກໍຈະຍັງມາຈາກເຮົາເຫນືອນາງ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 54 ມີສຽງຮ້ອງແຫ່ງຄວາມທຸກທໍລະມານມາຈາກບາບີໂລນ, ສຽງການທຳລາຍຢ່າງໃຫຍ່ຫລວງຈາກແຜ່ນດິນຂອງຄົນເຄນເດຍ.
\v 55 ເພາະພຣະຢາເວໄດ້ຊົງເຮັດໃຫ້ບາບີໂລນເປັນທີ່ຖິ້ມຮ້າງ. ພຣະອົງກຳລັງຊົງເຮັດໃຫ້ສຽງທີ່ໃຫຍ່ໂຕຂອງນາງງຽບໄປ. ເມື່ອສັດຕູຜູ້ທຳລາຍໄດ້ສົ່ງສຽງດັງຂອງຄະນອງເຫມືອນສຽງຄື່ນນໍ້າຫລວງຫລາຍ ສຽງດັງຂອງນໍ້າເຫລົ່ານັ້ນກໍດັງແຮງຫລາຍ.
\v 56 ເພາະບັນດານັກຮົບໄດ້ມາຕໍ່ສູ້ກັບເມືອງນັ້ນ—ຕໍ່ສູ້ກັບບາບີໂລນ! —ແລະພວກນັກຮົບຂອງເມືອງນັ້ນກໍຖືກຈັບໄປແລ້ວ. ເພາະພຣະຢາເວຊົງເປັນພຣະເຈົ້າແຫ່ງການຕອບແທນ. ຄັນທະນູຂອງພວກເຂົາຖືກຫັກເປັນທ່ອນ, ພຣະອົງຈະຊົງແກ້ແຄ້ນ; ພຣະອົງຈະຕອບສະຫນອງແນ່ນອນ.
\s5
\v 57 ເພາະເຮົາຈະເຮັດໃຫ້ພວກເຈົ້ານາຍຂອງນາງ, ແລະນັກປາດຂອງນາງ, ພວກເຈົ້າເມືອງຂອງນາງ, ຜູ້ບັງຄັບບັນຊາຂອງນາງ ແລະນັກຮົບຂອງນາງມຶນເມົາ ພວກເຂົາຈະນອນຫລັບຢູ່ເປັນນິດ ບໍ່ຕື່ນອີກເລີຍ ນີ້ເປັນຄຳປະກາດຂອງພຣະມະຫາກະສັດ: ຜູ້ຊົງພຣະນາມພຣະຢາເວຈອມໂຍທາ.
\v 58 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: ກຳແພງອັນກວ້າງຂວາງຂອງບາບີໂລນຈະຖືກປາບລົງໃຫ້ລຽບສະເຫມີພື້ນດິນ ແລະປະຕູເມືອງສູງຂອງນາງຈະຖືກເຜົາດ້ວຍໄຟ. ແລ້ວບັນດາປະຊາຊົນຈະເຮັດວຽກຢ່າງບໍ່ມີຜົນ ແລະຊົນຊາດທັງຫລາຍຈະອິດເມື່ອຍ ໂດຍບໍ່ມີປະໂຍດ ທຸກສິ່ງທີ່ບັນດາປະຊາຊາດພະຍາຍາມຈະເຮັດເພື່ອເມືອງນັນຈະຖືກເຜົາໄຟເສຍຈົນຫມົດສິ້ນ.”
\s5
\v 59 ນີ້ເປັນຖ້ອຍຄຳຊຶ່ງເຢເຣມີຢາຜູ້ປະກາດພຣະທັມໄດ້ບັນຊາແກ່ເສຣາຢາລູກຊາຍເນຣີຢາ ຜູ້ເປັນລູກຊາຍມາເຊຢາ ເມື່ອລາວໄປຍັງບາບີໂລນກັບເຊເດກີຢາກະສັດແຫ່ງຢູດາ. ໃນປີທີ່ສີ່ແຫ່ງລາຊະການຂອງເພິ່ນນັ້ນ ເສຣາຢາເປັນຫົວຫນ້າຈັດທີ່ພັກ.
\v 60 ເພາະເຢເຣມີຢາໄດ້ຂຽນໃນຫນັງສືມ້ວນກ່ຽວກັບຄວາມຮ້າຍທັງຫມົດຊຶ່ງຈະມາເຖິງບາບີໂລ—ຖ້ອຍຄຳເຫລົ່ານີ້ເປັນຄຳທີ່ຂຽນໄວ້ກ່ຽວກັບບາບີໂລນ.
\s5
\v 61 ເຢເຣມີຢາເວົ້າກັບເສຣາຢາວ່າ, “ເມື່ອທ່ານໄປເຖິງບາບີໂລນແລ້ວ, ທ່ານຈະເຫັນ ແລະທ່ານຈະອ່ານຖ້ອຍຄຳເຫລົ່ານີ້ທັງຫມົດດ້ວຍສຽງດັງ.”
\v 62 ແລະຈົ່ງກ່າວວ່າ, ‘ຂ້າແດ່ພຣະຢາເວ, ພຣະອົງໄດ້ກ່າວກັບສະຖານທີ່ນີ້ວ່າ, ພຣະອົງເອງຈະຊົງທຳລາຍມັນເສຍ ແລະຈະບໍ່ມີຫຍັງອາໄສຢູ່ໃນນັ້ນ, ບໍ່ວ່າມະນຸດ ຫລືສັດໃດໆ, ແລະຈະເປັນທີ່ຮົກຮ້າງເປັນນິດ.
\s5
\v 63 ຕໍ່ມາເມື່ອທ່ານອ່ານຫນັງສືນີ້ຈົບແລ້ວ, ຈົ່ງເອົາຫີນກ້ອນຫນຶ່ງມັດຕິດມັນໄວ້ ແລະໂຍນມັນຖິ້ມໄປໃນກາງແມ່ນ້ຳເອຟຣາດ.
\v 64 ຈົ່ງກ່າວວ່າ, ‘ບາບີໂລນຈະຈົມລົງຢ່າງນີ້ແຫລະ ເມືອງນີ້ຈະບໍ່ຟູຂຶ້ນອີກເລີຍເນື່ອງດ້ວຍຄວາມຮ້າຍຊຶ່ງເຮົາຈະນຳມາຕໍ່ສູ້ເມືອງນັ້ນ ແລະພວກເຂົາຈະອິດລົ້ມລົງ.’” ຖ້ອຍຄຳຂອງເຢເຣມີຢາມີພຽງເທົ່ານີ້.
\s5
\c 52
\cl ບົດທີ 52
\p
\v 1 ເຊເດກີຢາໄດ້ເປັນກະສັດເມື່ອອາຍຸຊາວເອັດພັນສາ; ຊົງປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດພັນສາ. ພະມານດາຂອງພະອົງຊື່ ຮາມຸຕານ; ຊຶ່ງເປັນລູກສາວຂອງເຢເຣມີຢາຊາວເມືອງລິບນາ.
\v 2 ໃນສາຍພຣະເນດຂອງພຣະຢາເວນັ້ນຊົງເຫັນວ່າກະສັດເຊເດກີຢາໄດ້ຊົງເຮັດຊົ່ວຮ້າຍຫລາຍ; ເຊັ່ນດຽວກັນກັບກະສັດເຢໂຮຢາກີມໄດ້ເຮັດ.
\v 3 ສະນັ້ນ ຄວາມໂກດຮ້າຍຂອງພຣະຢາເວ, ເຫດການທັງຫມົດນີ້ຈຶ່ງເກີດຂຶ້ນໃນນະຄອນເຢຣູຊາເລັມ ແລະໃນຢູດາ, ຈົນກະທັ້ງພຣະອົງໄດ້ຊົງຂັບໄລ່ພວກເຂົາໃຫ້ພົ້ນຈາກສາຍພຣະເນດຂອງພຣະອົງ. ແລ້ວເຊເດກີຢາໄດ້ກະບົດຕໍ່ສູ້ກະສັດບາບີໂລນ.
\s5
\v 4 ເຫດການທີ່ໄດ້ເກີດຂຶ້ນໃນວັນທີສິບເດືອນສິບຂອງປີທີເກົ້າ ແຫ່ງລາຊະການເຊເດກີຢາກະສັດຢູດາ, ເນບູກາດເນັດຊາ, ກະສັດແຫ່ງບາບີໂລນໄດ້ຍົກທັບມາອ້ອມນະຄອນເຢຣູຊາເລັມ. ພວກເຂົາໄດ້ຕັ້ງຄ້າຍໄວ້ນອກເມືອງ, ແລະພວກເຂົາໄດ້ສ້າງກຳແພງອ້ອມເມືອງ.
\v 5 ດັ່ງນັ້ນ ນະຄອນເຢຣູຊາເລັມຈຶ່ງຖືກປິດລ້ອມຈົນເຖິງປີທີສິບເອັດແຫ່ງລາຊະການເຊເດກີຢາ.
\s5
\v 6 ໃນວັນທີເກົ້າເດືອນສິບປີດຽວກັນນັ້ນ, ໄດ້ເກີດການອຶດຢາກຂຶ້ນຢ່າງຮ້າຍແຮງຈົນປະຊາຊົນບໍ່ມີຫຍັງຈະກິນ.
\v 7 ແລ້ວພວກສັດຕູໄດ້ມ້າງເພກຳແພງເມືອງບ່ອນຫນຶ່ງອອກ, ແລະທະຫານທັງຫມົດທີ່ຢູ່ໃນເມືອງຈຶ່ງພາກັນຫນີ ແລະອອກໄປຈາກນະຄອນນັ້ນໃນຕອນກາງຄືນ ໄປຕາມທາງປະຕູເມືອງລະຫວ່າງກຳແພງທັງສອງ, ພວກເຂົາໄດ້ປົບຫນີອອກໄປທາງສວນອຸດທະຍານ, ເຖິງຈະມີຄົນເຄນເດຍໄດ້ລ້ອມຮອບຢູ່ໃນເມືອງນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ອອກໄປໃນທາງທີ່ມຸ້ງຫນ້າໄປຍັງອາບາ.
\v 8 ແຕ່ກອງທັບຂອງຄົນເຄນເດຍໄດ້ໄລ່ຈັບເຊເດກີຢາໄດ້ທີ່ທົ່ງພຽງໃກ້ເມືອງເຢຣິໂກ. ທະຫານທັງຫມົດຂອງພະອົງໄດ້ຫນີກະຈັດກະຈາຍໄປຈາກພະອົງ.
\s5
\v 9 ພວກເຂົາໄດ້ຈັບເຊເດກີຢາ ແລະ ໄດ້ນຳພະອົງມາມອບໃຫ້ກະສັດເນບູກາດເນັດຊາ ຢູ່ເມືອງຣິບລາໃນດິນແດນຮຳມາດ, ບ່ອນທີ່ກະສັດອົງນັ້ນຊົງຕັດສິນລົງໂທດກະສັດເຊເດກີຢາ.
\v 10 ກະສັດບາບີໂລນໄດ້ຕັດສິນປະຫານຊີວິດພວກລູກຊາຍຂອງເຊເດກີຢາ ຢູ່ທີ່ເມືອງຣິບລາຕໍ່ຫນ້າຕໍ່ຕາເຊເດກີຢາເອງ ແລະໄດ້ຕັດສິນປະຫານຊີວິດພວກເຈົ້ານາຍຂອງຢູດາດ້ວຍ.
\v 11 ຕໍ່ມາ ພຣະອົງໄດ້ຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະໄດ້ຜູກໂສ້ນຳໄປຍັງບາບີໂລນ ແລ້ວຂັງໄວ້ໃນຄຸກຈົນຮອດມື້ຕາຍ.
\s5
\v 12 ຕໍ່ມາໃນວັນທີສິບເດືອນຫ້າ ຊຶ່ງເປັນປີທີສິບເກົ້າແຫ່ງລາຊະການເນບູກາດເນັດຊາ, ກະສັດບາບີໂລນ, ເນບູຊາຣາດານໄດ້ມາຍັງນະຄອນເຢຣູຊາເລັມ. ເພີ່ນເປັນລາຊະເລຂາ ແລະ ເປັນຜູ້ບັນຊາການທະຫານຮັກສາພະອົງ ແລະເປັນຂ້າຣາຊະການຂອງກະສັດແຫ່ງບາບິໂລນ.
\v 13 ເພີ່ນໄດ້ເຂົ້າໄປນະຄອນເຢຣູຊາເລັມ ແລ້ວໄດ້ເຜົາພຣະວິຫານ ເຜົາພະລາຊະວັງ ແລະບ້ານເຮືອນຂອງບຸກຄົນສຳຄັນທຸກແຫ່ງໃນເມືອງນັ້ນນຳ.
\v 14 ສ່ວນກຳແພງເມືອງທີ່ອ້ອມເຢຣູຊາເລັມ, ກອງທັບທັງຫມົດຂອງບາບີໂລນຜູ້ທີ່ໄດ້ຢູ່ກັບຜູ້ບັນຊາການກອງທະຫານຮັກສາພະອົງໄດ້ທຳລາຍກຳແພງເຫລົ່ານັ້ນ.
\s5
\v 15 ສ່ວນປະຊາຊົນທີ່ຍາກຈົນທີ່ສຸດ, ປະຊາຊົນທີ່ເຫລືອຢູ່ໃນເມືອງ ລວມທັງຄົນທີ່ຫນີເຂົ້າມາມອບຕົວຕໍ່ກະສັດບາບິໂລນ ແລະກັບພວກນາຍຊ່າງທີ່ເຫລືອຢູ່ເນບູຊາຣາດານໄດ້ນຳບາງຄົນໄປເປັນຊະເລີຍ.
\v 16 ແຕ່ເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ ໄດ້ປະຄົນທຸກຍາກທີ່ສຸດຂອງແຜ່ນດິນບາງຄົນໄວ້ ເພື່ອໃຫ້ພວກເຂົາເຮັດວຽກໃນສວນອະງຸ່ນ ແລະເຮັດໄຮ່ໄຖນາ.
\s5
\v 17 ສ່ວນບັນດາເສົາກັບຕີນເສົາ ແລະຂັນທອງສຳລິດໃນພຣະວິຫານຂອງພຣະຢາເວ ແລະແທ່ນທັງຫລາຍ ແລະອ່າງທອງແດງ ທີ່ຢູ່ໃນພຣະວິຫານຂອງພຣະຢາເວ ຄົນເຄນເດຍໄດ້ຫັກເປັນທ່ອນ ແລ້ວຂົນເອົາທອງສຳລິດທັງຫມົດໄປຍັງບາບີໂລນ.
\v 18 ພວກເຂົາຍັງໄດ້ຂົນເອົາເຄື່ອງໃຊ້ເຫລົ່ານີ້ໄປ ຄືບັນດາຫມໍ້, ສຽມ, ຊວ້ານ, ຖາດແລະມີດຕັດໄສ້ຕະກຽງ ໂອໃສ່ເລືອດເວລາຂ້າສັດຖວາຍບູຊາ ຫມໍ້ສຳລັບເຄື່ອງຫອມບູຊາ ແລະເຄື່ອງທອງສຳລິດທັງຫມົດທີ່ປະໂລຫິດໃຊ້ໃນພິທີການຂອງພຣະວິຫານ—ຜູ້ບັນຊາການທະຫານຮັກສາພະອົງໄດ້ກວາດເອົາໄປ.
\v 19 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍຄຳ ຫລືເງິນໄປ ຄື ຫມໍ້ນ້ອຍ ອ່າງໃສ່ຖ່ານຫີນ ໂອໃສ່ເລືອດ ຄຸໃສ່ຂີ້ເທົ່າໄຟ ຕີນຕະກຽງ ຖາດເຄື່ອງຫອມບູຊາ ຈອກເຄື່ອງດື່ມບູຊາ ເຄື່ອງທອງສຳລິດທີ່ກະສັດໂຊໂລໂມນເຮັດໄວ້ໃນພຣະວິຫານ—ຜູ້ບັນຊາການທະຫານຮັກສາພະອົງໄດ້ກວາດເອົາໄປ.
\s5
\v 20 ເສົາສອງເສົາ ຕີນເສົາ ອ່າງໃຫຍ່ໃສ່ນ້ຳ ແລະ ຮູບງົວສິບສອງໂຕທີ່ຮອງຮັບອ່າງໃຫຍ່ນັ້ນ ສິ່ງຕ່າງໆທີ່ຊາໂລໂມນໄດ້ຊົງສ້າງສຳລັບພຣະວິຫານຂອງພຣະຢາເວ ເຄື່ອງເຫລົ່ານີ້ ຫນັກຫລາຍຈົນຊັ່ງບໍ່ໄດ້.
\v 21 ເສົາສອງເສົານັ້ນ ແຕ່ລະເສົາແທກໄດ້ດັ່ງນີ້: ລວງສູງສິບແປດສອກ ລວງອ້ອມສິບສອງສອກ ຂ້າງໃນເປັນໂກນ ຄວາມຫນາຂອງເສົາສີ່ນິ້ວ.
\s5
\v 22 ຢູ່ເທິງຫົວເສົາມີບົວທອງສຳລິດ ບົວແຕ່ລະດອກສູງຫ້າສອກ ມີຮູບພວງມາໄລແລະຮູບຫມາກພິລາລ້ອມຮອບບົວນັ້ນ ສິ່ງທັງຫມົດນີ້ເຮັດດ້ວຍທອງສຳລິດ.
\v 23 ເທິງພວງມາໄລໂດຍຮອບມີຮູບຫມາກພີລາຮ້ອຍຫນ່ວຍ ແຕ່ຫລຽວຂຶ້ນໄປຈາກເບື້ອງລຸ່ມເຫັນມີເກົ້າສິບຫົກຫນ່ວຍ.
\s5
\v 24 ຜູ້ບັນຊາການທະຫານ ຍັງໄດ້ຈັບເສຣາຢາມະຫາປະໂລຫິດ, ເຊຟານີຢາ ຜູ້ຮອງມະຫາປະໂລຫິດ, ແລະຄົນສຳຄັນອື່ນ ອີກທີ່ຮັບໃຊ້ຢູ່ໃນວິຫານ ສາມຄົນໄປເປັນຊະເລີຍ.
\v 25 ເພິ່ນໄດ້ຈັບເອົາຜູ້ບັນຊາການທະຫານຄົນຫນຶ່ງ, ທີ່ປຶກສາມະຫາກະສັດເຈັດຄົນທີ່ປຶກສາຜູ້ບັນຊາການທະຫານຊຶ່ງຮັບຫນ້າທີ່ເກນທະຫານ, ແລະຄົນສຳຄັນອື່ນ ພ້ອມກັບພວກຄົນທີ່ສຳຄັນອີກຫົກສິບຄົນໄປຈາກເມືອງນັ້ນ.
\s5
\v 26 ແລ້ວເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ ໄດ້ຈັບຄົນເຫລົ່ານີ້ນຳໄປ ແລະ ມອບໃຫ້ກະສັດບາບີໂລນທີ່ເມືອງຣິບລາ.
\v 27 ກະສັດບາບີໂລນໄດ້ຊົງລົງໂທດປະຫານພວກເຂົາຢູ່ເມືອງຣິບລາດິນແດນຮຳມາດ. ດັ່ງນັ້ນແຫລະ ຢູດາຈຶ່ງໄດ້ໄປຈາກແຜ່ນດິນຂອງຕົນໄປເປັນຊະເລຍ.
\s5
\v 28 ຕໍ່ໄປນີ້ ແມ່ນຈຳນວນປະຊາຊົນທີ່ຖືກກະສັດເນບູກາດເນັດຊາກວາດຕ້ອນອອກຈາກປະເທດໄປເປັນຊະເລີຍ: ໃນລາຊະການປີທີເຈັດ, ຄົນຢູດາ 3,023 ຄົນ.
\v 29 ໃນປີທີສິບແປດເນບູກາດເນັດຊາກວາດຕ້ອນໄປຈາກນະຄອນເຢຣູຊາເລັມ832 ຄົນ.
\v 30 ໃນປີທີຊາວສາມ ເນບູຊາຣາດານກວາດຕ້ອນໄປເປັນຊະເລີຍ, ຄົນຢູດາ745 ຄົນ. ລວມປະຊາຊົນທີ່ຖືກຈັບໄປເປັນຊະເລີມທັງຫມົດມີ 4.600 ຄົນ.
\s5
\v 31 ເຫດການນີ້ໄດ້ເກີດຂຶ້ນຫລັງຈາກນັ້ນ ໃນປີທີ່ສາມສິບເຈັດຂອງການເປັນຊະເລີຍ ພະອົງໄດ້ຊົງມີເມດຕາຕໍ່ເຢໂຮຢາກິນ, ກະສັດຢູດາ, ຄື ໄດ້ຊົງໂຜດເອົາພະອົງອອກຈາກຄຸກ ຊຶ່ງໄດ້ຢູ່ໃນຄຸກເປັນເວລາສາມສິບຫົກປີສິບເອັດເດືອນກັບຊາວຫ້າມື້ເອວິນເມໂຣດັກເປັນກະສັດແຫ່ງບາບີໂລນ.
\s5
\v 32 ກະສັດເອວິນເມໂຣດັກໄດ້ຊົງເຮັດກັບກະສັດເຢໂຮຢາກິນດ້ວຍຄວາມເມດຕາຊົງໃຫ້ກຽດແກ່ພະອົງຫລາຍກວ່າໃຫ້ແກ່ກະສັດອົງອື່ນ ທີ່ຖືກຈັບມານະຄອນບາບີໂລນ.
\v 33 ດັ່ງນັ້ນ ເອວິນເມໂຣດັກຈຶ່ງໄດ້ຖ່າຍເຄື່ອງນຸ່ງນັກໂທດອອກຈາກກາຍ ແລະໄດ້ຮັບປະທານອາຫານທີ່ໂຕະສະເຫວີຍຂອງກະສັດທຸກມື້ຕະຫລອດຊີວິດທີ່ຍັງເຫລືອຂອງທ່ານ,
\v 34 ແລະໄດ້ຊົງຮັບຂອງພະລາຊະທານຈາກກະສັດຕາມຄວາມຕ້ອງການຢູ່ສະເຫມີ ຈົນເຖິງວັນສີ້ນພະຊົນ.