lo_ulb/06-JOS.usfm

1354 lines
260 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JOS
\ide UTF-8
\h ໂຢຊວຍ
\toc1 ໂຢຊວຍ
\toc2 ໂຢຊວຍ
\toc3 jos
\mt ໂຢຊວຍ
\s5
\c 1
\cl ບົດທີ 1
\p
\v 1 ບັດນີ້ ສິ່ງນີ້ໄດ້ເກີດຂຶ້ນ ຫລັງຈາກການເສຍຊີວິດຂອງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ທີ່ພຣະຢາເວໄດ້ສັ່ງກັບໂຢຊວຍລູກຂອງນູນ, ຜູ້ຊ່ວຍລະດັບຫົວຫນ້າຂອງໂມເຊວ່າ,
\v 2 " ໂມເຊ, ຜູ້ຮັບໃຊ້ຂອງເຮົາ, ໄດ້ເສຍຊີວິດແລ້ວ. ດັ່ງນັ້ນ, ຈົ່ງລຸກຂຶ້ນຂ້ວາມແມ່ນ້ຳຈໍແດນນີ້, ເຈົ້າ ແລະ ປະຊາຊົນທັງຫມົດໄປຍັງແຜ່ນດິນທີ່ເຮົາຈະຍົກໃຫ້ພວກເຂົາ - ປະຊາຊົນຂອງອິສະຣາເອນ.
\v 3 ເຮົາໄດ້ຍົກໃຫ້ເຈົ້າທຸກແຫ່ງ ທີ່ຕີນຂອງພວກເຈົ້າຈະຢຽບລົງໄປ. ເຮົາໄດ້ຍົກໃຫ້ແກ່ເຈົ້າແລ້ວດັ່ງທີ່ເຮົາໄດ້ສັນຍາໄວ້ກັບໂມເຊ.
\s5
\v 4 ຕັ້ງແຕ່ຖິ່ນທຸຣະກັນດານ ແລະ ພູເຂົາເລບານອນ, ໄປຈົນສຸດແມ່ນ້ຳໃຫຍ່ ຄືແມ່ນ້ຳເອີຟຣັດ, ແຜ່ນດິນທັງຫມົດຂອງຊາວຮິດຕີ, ແລະ ເຖິງທະເລໃຫຍ່, ທາງທິດຕາເວັນຕົກ ຈະເປັນແຜ່ນດິນຂອງພວກເຈົ້າ.
\v 5 ບໍ່ມີໃຜອາດຢືນຢັດຕໍ່ເຈົ້າໄດ້ຕະຫລອດຊີວິດຂອງເຈົ້າ. ເຮົາຈະຢູ່ກັບເຈົ້າເຊັ່ນທີ່ເຮົາຢູ່ກັບໂມເຊມາແລ້ວ. ເຮົາຈະບໍ່ປະຖິ້ມຫລືຈາກເຈົ້າໄປ.
\s5
\v 6 ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ. ເຈົ້າຈະເຮັດໃຫ້ປະຊາຊົນເຫລົ່ານີ້ໄດ້ຮັບແຜ່ນດິນເປັນມໍຣະດົກຊື່ງເຮົາໄດ້ສັນຍາກັບບັນພະບຸຣຸດຂອງພວກເຂົາວ່າຈະຍົກໃຫ້ພວກເຂົາ.
\v 7 ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດຈົ່ງລະມັດຣະວັງທີ່ຈະເຊື່ອບັນຍັດທັງຫມົດທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ບັນຊາເຈົ້າ. ຈົ່ງຢ່າໄດ້ຫັນຂວາ ຫລື ຫັນຊ້າຍ, ເພື່ອທີ່ເຈົ້າຈະພົບກັບຄວາມສຳເລັດບໍ່ວ່າເຈົ້າຈະໄປທາງໃດກໍຕາມ.
\s5
\v 8 ເຈົ້າຈະເຂົ້າເຝົ້າພາວັນນາທັງກາງເວັນ ແລະກາງຄືນເພື່ອທີ່ຈະສາມາດເຊື່ອຟັງທຸກສິ່ງທີ່ໄດ້ບັນທຶກໃນຫນັງສືນັ້ນ. ແລ້ວເຈົ້າຈະເຣີນຮຸ່ງເຮືອງ ແລະ ປະສົບຄວາມສຳເລັດ.
\v 9 ເຮົາສັ່ງເຈົ້າແລ້ວບໍ່ແມ່ນບໍ? ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ! ຢ່າຢ້ານ, ຢ່າທໍ້ຖອຍ, ພຣະຢາເວພຣະເຈົ້າຂອງເຈົ້າສະຖິດກັບເຈົ້າທຸກບ່ອນທີ່ເຈົ້າໄປ."
\s5
\v 10 ແລ້ວໂຢຊວຍກໍບັນຊາຜູ້ນຳທັງຫລາຍຂອງປະຊາຊົນ,
\v 11 "ຈົ່ງໄປໃນຄ້າຍ ແລະ ສັ່ງປະຊາຊົນວ່າ, "ຈົ່ງຕຽມສະບຽງສຳລັບພວກທ່ານທັງຫລາຍ. ໃນສາມວັນພວກທ່ານຈະຂ້ວາມແມ່ນ້ຳຈໍແດນນີ້ ແລະ ເຂົ້າໄປ ແລະ ຢຶດແຜ່ນດິນທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງປຣະທານໃຫ້ພວກທ່ານຢຶດຄອງ."
\s5
\v 12 ຕໍ່ຊາວຣູເບັນ, ຊາວກາດ ແລະ ເຄິ່ງເຜົ່າຂອງຊາວມານາເຊ, ໂຢຊວຍເວົ້າວ່າ,
\v 13 "ຈົ່ງຈື່ຄຳຂອງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ບັນຊາພວກທ່ານໄດ້ສັ່ງວ່າ, "ພຣະຢາເວພຣະເຈົ້າຂອງທ່ານຈະປຣະທານທີ່ພັກສຳລັບທ່ານ ແລະພຣະອົງຈະຊົງປຣະທານແຜ່ນດິນນີ້ໃຫ້ທ່ານ."
\s5
\v 14 ເມຍຂອງທ່ານ, ລູກນ້ອຍຂອງທ່ານ, ແລະຝູງສັດລ້ຽງຂອງພວກທ່ານຈະຢູ່ໃນແຜ່ນດິນຊຶ່ງໂມເຊຍົກໃຫ້ທ່ານທີ່ຟາກພຸ້ນຂອງແມ່ນ້ຳຈໍແດນ. ແຕ່ພວກນັກຮົບຂອງທ່ານຈະຂ້ວາມໄປກັບພວກພີ່ນ້ອງຂອງທ່ານ ແລະ ຊ່ວຍພວກເຂົາ.
\v 15 ຈົນກວ່າພຣະຢາເວໄດ້ປຣະທານທີ່ພັກ ແກ່ພີ່ນ້ອງຂອງທ່ານດັ່ງເຊັ່ນທີ່ພຣະອົງຊົງປຣະທານໃຫ້ແກ່ທ່ານ. ແລ້ວພວກເຂົາຈະໄດ້ຄອບຄອງແຜ່ນດິນທີ່ພຣະຢາເວພຣະເຈົ້າຂອງທ່ານ ຊົງປຣະທານໃຫ້ພວກເຂົາ ແລ້ວທ່ານຈະກັບມາທີ່ແຜ່ນດິນຂອງທ່ານເອງ ແລະ ຄອບຄອງແຜ່ນດິນ, ທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ມອບໃຫ້ແກ່ທ່ານທີ່ຟາກແມ່ນ້ຳຈໍແດນ, ໃນທີ່ທິດຕາເວັນອອກ."
\s5
\v 16 ແລ້ວພວກເຂົາໄດ້ຕອບໂຢຊວຍວ່າ, "ທັງຫມົດທີ່ທ່ານໄດ້ບັນຊາພວກເຮົາ, ພວກເຮົາຈະເຮັດຕາມ ແລະ ບໍ່ວ່າທີ່ໃດທ່ານສົ່ງພວກເຮົາໄປ ພວກເຮົາຈະໄປ.
\v 17 ເຮົາຈະເຊື່ອຟັງທ່ານເຊັ່ນດຽວກັບທີ່ເຮົາເຊື່ອຟັງໂມເຊພຽງແຕ່ຂໍໃຫ້ພຣະຢາເວພຣະເຈົ້າຂອງທ່ານຊົງສະຖິດຢູ່ກັບທ່ານ, ເຊັ່ນດຽວກັບທີ່ພຣະອົງຊົງສະຖິດຢູ່ກັບໂມເຊ.
\v 18 ໃຜກໍຕາມທີ່ຂັດຂືນຄຳບັນຊາຂອງທ່ານ ແລະ ບໍ່ເຊື່ອຟັງຖ້ອຍຄຳຂອງທ່ານ. ຄົນນັ້ນຈະຕ້ອງເຖິງຕາຍ. ຂໍພຽງແຕ່ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ."
\s5
\c 2
\cl ບົດທີ 2
\p
\v 1 ຕໍ່ມາໂຢຊວຍລູກຂອງນູນສົ່ງຊາຍສອງຄົນຈາກເມື່ອງຊິດຕິມເປັນການລັບໄປສອດແນມ. ເຂົາກ່າວວ່າ, "ຈົ່ງໄປ, ກວດກາເບິ່ງໃຫ້ທົ່ວແຜ່ນດິນ, ສະເພາະຢ່າງຍິ່ງເມືອງເຢຣີໂກ." ພວກເຂົາກໍໄປ ແລະ ໄດ້ມາຮອດໃນບ້ານຂອງໂສເພນີຄົນຫນຶ່ງຊື່ຣາຮາບ, ແລະ ພວກເຂົາພັກຢູ່ທີ່ນັ້ນ.
\v 2 ມີລາຍງານໄປເຖິງກະສັດຂອງເມືອງເຢຣີໂກ ວ່າ, "ຈົ່ງເບິ່ງເຖີດ, ຊາຍຊາວອິສະຣາເອນສອງຄົນໄດ້ມາທີ່ນີ້ເພື່ອສອດແນມເບີ່ງແຜ່ນດິນ."
\v 3 ກະສັດຂອງເມືອງເຢຣີໂກ ໄດ້ຊົງມີຄຳສັ່ງໄປຍັງຣາຮາບ ແລະ ບອກວ່າ, "ຈົ່ງນຳຕົວຊາຍຜູ້ທີ່ມາຫາເຈົ້າ ເຂົ້າຢູ່ໃນບ້ານຂອງເຈົ້າ, ພວກເຂົາມາເພື່ອສອດແນມທົ່ວແຜ່ນດິນນີ້."
\s5
\v 4 ແຕ່ຜູ້ຍິງໄດ້ພາຊາຍສອງຄົນໄປ ແລະ ເຊື່ອງພວກເຂົາໄວ້. ນາງຕອບວ່າ, "ແມ່ນແລ້ວ, ພວກຜູ້ຊາຍມາຫາຂ້ອຍ, ແຕ່ຂ້ອຍບໍ່ຮູ້ວ່າພວກເຂົາມາຈາກທີ່ແຫ່ງໃດ.
\v 5 ພວກເຂົາກໍຈາກໄປເມື່ອເວລາຄ່ຳ, ເມື່ອເປັນເວລາທີ່ປະຕູປິດ. ຂ້ອຍບໍ່ຮູ້ວ່າພວກເຂົາໄປທີ່ແຫ່ງໃດ. ທ່ານອາດຈະຈັບພວກເຂົາຖ້າທ່ານຮີບຕາມພວກເຂົາໄປ."
\s5
\v 6 ແຕ່ຍິງນັ້ນໄດ້ພາເຂົາທັງສອງຄົນຂຶ້ນໄປເທິງດາດຟ້າ ແລະ ກໍໄດ້ເຊື່ອງຕົວພວກເຂົາໄວ້ທີ່ຕົ້ນປ່ານທີ່ນາງ ໄດ້ລຽງໄວ້ເທິງຫລັງຄາ.
\v 7 ດັ່ງນັ້ນພວກຜູ້ຊາຍກໍໄລ່ຕາມຄົນທັງສອງ ໄປຈົນຮອດທ່າຂ້ວາມແມ່ນ້ຳຈໍແດນ. ປະຕູກໍຖືກປິດທັນທີທີ່ພວກຄົນໄລ່ຕາມນັ້ນອອກໄປແລ້ວ.
\s5
\v 8 ຊາຍທັງສອງຄົນຍັງບໍ່ນອນໃນຄືນນັ້ນ, ເມື່ອຜູ້ຍິງໄດ້ຂຶ້ນໄປຫາພວກເຂົາທີ່ເທີງດາດຟ້າ.
\v 9 ນາງກ່າວວ່າ, "ຂ້ອຍບໍ່ຮູ້ວ່າພຣະຢາເວໄດ້ຊົງມອບແຜ່ນດິນໃຫ້ແກ່ທ່ານ ແລະ ຄວາມຢ້ານພວກຂອງທ່ານມາເຫນືອພວກເຮົາ. ບັນດາຄົນເຫລົ່ານັ້ນທີ່ອາໄສຢູ່ເທິ່ງແຜ່ນດິນ ເກືອບຈະຫລອມລະລາຍຕໍ່ຫນ້າທ່ານ.
\s5
\v 10 ພວກເຂົາໄດ້ຍິນເລື່ອງທີ່ພຣະຢາເວໄດ້ເຮັດໃຫ້ນ້ຳຂອງທະເລແດງເຫືອດແຫ້ງໄປເພື່ອພວກທ່ານ ເມື່ອພວກທ່ານອອກມາຈາກເອຢິບ. ພວກເຮົາໄດ້ຍິນເລື່ອງພວກທ່ານໄດ້ເຮັດໃຫ້ກະສັດສອງພະອົງຂອງຄົນອາໂມລິດອີກຝັ່ງຂອງແມ່ນ້ຳຈໍແດນ - ຄືສີໂຫນ ແລະ ໂອກ - ຜູ້ຊື່ງຖືກຂ້າລົງຢ່າງສິ້ນເຊີງ.
\v 11 ທັນທີທີ່ພວກເຮົາໄດ້ຍິນ ຫົວໃຈຂອງພວກເຮົາກໍເສຍຂວັນ, ແລະ ບໍ່ມີຄວາມກ້າຫານເຫລືອໃນຄົນໃດເລີຍເພາະວ່າພຣະຢາເວພຣະເຈົ້າຂອງພວກທ່ານ - ພຣະອົງຊົງເປັນພຣະເຈົ້າ, ໃນສະຫວັນເບື້ອງເທິງ ແລະ ເທິງແຜ່ນດິນໂລກເບື້ອງລຸ່ມ.
\s5
\v 12 ບັດນີ້ແລ້ວ, ຂໍສາບານຕໍ່ຂ້ານ້ອຍໃນນາມຂອງພຣະຢາເວວ່າ, ໃນເມື່ອຂ້ອຍໄດ້ສະແດງຄວາມເມດຕາຕໍ່ທ່ານແລ້ວ, ທ່ານຈະສະແດງຄວາມເມດຕາຕໍ່ຄອບຄົວພໍ່ຂອງຂ້ອຍດ້ວຍ. ຈົ່ງໃຫ້ຂ້ອຍມີຫມາຍສຳຄັນທີ່ແນ່ນອນ.
\v 13 ວ່າທ່ານຈະໄວ້ຊີວິດພໍ່ຂອງຂ້ານ້ອຍ, ແມ່, ອ້າຍ, ນ້ອງຊາຍ, ເອື້ອຍນ້ອງຍິງ, ແລະ ທຸກຄົນໃນຄອບຄົວຂອງພວກເຂົາ ແລະ ທ່ານຈະໄວ້ຊີວິດຂອງພວກເຮົາ."
\s5
\v 14 ພວກຜູ້ຊາຍນັ້ນຈຶ່ງຕອບນາງວ່າ, "ຊີວິດຂອງເຮົາເພື່ອຊີວິດຂອງພວກເຈົ້າ, ແມ່ນແຕ່ເຖິງຕາຍ! ຖ້າພວກເຈົ້າ ບໍ່ເປີດເຜີຍພາຣະກິດນີ້ຂອງເຮົາກັບໃຜ, ເມື່ອພຣະຢາເວປຣະທານແຜ່ນດິນນີ້ແກ່ເຮົາ ພວກເຮົາຈະມີຄວາມເມດຕາ ແລະ ສັດຊື່ຕໍ່ພວກເຈົ້າ."
\s5
\v 15 ດັ່ງນັ້ນນາງຈື່ງຢ່ອນພວກເຂົາລົງທາງປ່ອງຢ້ຽມໂດຍໃຊ້ເຊືອກ. ບ້ານທີ່ນາງອາໄສຢູ່ໄດ້ສ້າງໃນກຳແພງຂອງເມືອງ.
\v 16 ນາງໄດ້ກ່າວກັບພວກເຂົາວ່າ, "ຈົ່ງໄປທີ່ເນີນພູ ແລະ ລີ້ຢູ່ທີ່ນັ້ນເພຶ່ອພວກຜູ້ໄລ່ນຳຈະບໍ່ເຫັນພວກທ່ານ. ຈົ່ງລີ້ຢູ່ທີ່ນັ້ນສາມມື້ ຈົນກວ່າພວກທີ່ໄລ່ນຳທ່ານຈະກັບ. ແລ້ວທ່ານກໍເດີນທາງຕໍ່ໄປ."
\v 17 ພວກຜູ້ຊາຍເວົ້າກັບນາງວ່າ, "ເຮົາຈະບໍ່ຜູກມັດຕາມຄຳສັນຍາທີ່ເຮົາສາບານ, ຖ້າເຈົ້າບໍ່ເຮັດສິ່ງນີ້.
\s5
\v 18 ເມື່ອພວກເຮົາໄດ້ເຂົ້າມາໃນແຜ່ນດິນນີ້, ເຈົ້າຈົ່ງເອົາເຊືອກສີແດງນີ້ຜູກໄວ້ທີ່ປ້ອງຢ້ຽມທີ່ເຈົ້າໄດ້ຢ່ອນພວກເຮົາລົງໄປນັ້ນ, ແລະ ເຈົ້າຈົ່ງຮວບຮວມພໍ່ແມ່ພີ່ນ້ອງ ແລະ ທຸກຄົນໃນຄອບຄົວຂອງພໍ່ມາໄວ້ໃນບ້ານ.
\v 19 ໃຜກໍຕາມທີ່ອອກນອກປະຕູບ້ານຂອງເຈົ້າໄປທີ່ຫົນທາງ, ເລືອດຂອງພວກເຂົາຈະຢູ່ເທິງຫົວຂອງພວກເຂົາ ແລະ ເຮົາຈະບໍ່ມີຄວາມຜິດ ແຕ່ຖ້າມື້ໃດມາແຕະຕ້ອງໃຜກໍຕາມທີ່ຢູ່ໃນບ້ານ, ເລືອດຂອງເຂົາຈະຢູ່ເທິງຫົວຂອງເຮົາ.
\s5
\v 20 ແຕ່ຖ້າເຈົ້າເວົ້າກ່ຽວກັບພາຣະກິດຂອງເຮົາ, ເຮົາກໍຈະພົ້ນຈາກຄຳສາບານທີ່ພວກເຈົ້າໃຫ້ເຮົາສາບານໄວ້ນັ້ນ."
\v 21 ຣາຮາບໄດ້ຕອບວ່າ, "ຂໍໃຫ້ເປັນໄປຕາມທ່ານໄດ້ເວົ້ານັ້ນ." ນາງກໍສົ່ງພວກເຂົາໄປ ແລ້ວນາງໄດ້ມັດເຊືອກສີແດງທີ່ປ່ອງຢ້ຽມນັ້ນ.
\s5
\v 22 ພວກເຂົາໄດ້ຈາກໄປ ແລະ ໄດ້ຂຶ້ນໄປຍັງເນີນພູ ແລະ ພວກເຂົາໄດ້ຢູ່ທີ່ນັ້ນສາມມື້ຈົນກະທັ້ງພວກຄົນທີ່ໄລ່ນຳພວກເຂົາໄດ້ກັບໄປ. ພວກຄົນທີ່ຕິດຕາມໄດ້ຫາຕະຫລອດທາງ ແຕ່ບໍ່ເຫັນຫຍັງເລີຍ.
\s5
\v 23 ຊາຍສອງຄົນກໍກັບໄປ ແລະ ຂ້ວາມກັບໄປຫາໂຢຊວຍລູກຂອງນູນ, ແລະ ພວກເຂົາໄດ້ບອກເຂົາທຸກສິ່ງທີ່ໄດ້ເກີດກັບພວກເຂົາ.
\v 24 ພວກເຂົາກ່າວແກ່ໂຢຊວຍວ່າ, "ແທ້ຈິງແລ້ວ ພຣະຢາເວໄດ້ມອບແຜ່ນດິນທັງຫມົດໄວ້ໃນມືເຮົາແລ້ວ. ຊາວເມືອງທຸກຄົນໃນແຜ່ນດິນກໍຢ້ານວ່າເພາະພວກເຮົາ."
\s5
\c 3
\cl ບົດທີ 3
\p
\v 1 ໂຢຊວຍຕື່ນແຕ່ເຊົ້າ, ແລະ ພວກເຂົາອອກຈາກຊິດຕີມ. ພວກເຂົາ ແລະ ປະຊາຊົນອິສະຣາເອນທັງຫມົດມາເຖິງແມ່ນ້ຳຈໍແດນ, ແລະ ພວກເຂົາຕັ້ງຄ້າຍພັກບ່ອນນັ້ນກ່ອນຈະຂ້ວາມໄປ.
\s5
\v 2 ຕໍ່ມາອີກສາມມື້, ພວກເຈົ້າຫນ້າທີ່ກໍໄປທົ່ວຄ້າຍ;
\v 3 ພວກເຂົາໄດ້ສັ່ງປະຊາຊົນວ່າ, "ເມື່ອພວກທ່ານເຫັນຫີບພັນທະສັນຍາແຫ່ງພຣະຢາເວພຣະເຈົ້າຂອງທ່ານ, ແລະ ເຫັນພວກປະໂລຫິດຊຶ່ງມາຈາກຊົນເຜົ່າເລວີຫາມໄປພວກທ່ານຈະຕ້ອງອອກຈາກສະຖານທີ່ແຫ່ງນີ້ແລະນຳໄປ.
\v 4 ຈະຕ້ອງມີໄລຍະຫ່າງລະຫ່ວາງພວກທ່ານ ແລະ ຫີບປະມານຫນຶ່ງກິໂລແມັດ. ຈົ່ງຢ່າເຂົ້າໄປໃກ້ຫີບນັ້ນ ເພຶ່ອພວກທ່ານຈະໄດ້ຮູ້ຈັກທາງທີ່ຈະໄປ, ເພາະພວກທ່ານຍັງບໍ່ເຄີຍໄປທາງນີ້ມາກ່ອນ."
\s5
\v 5 ໂຢຊວຍກ່າວກັບປະຊາຊົນວ່າ, "ຈົ່ງຊຳຣະຕົວຂອງພວກທ່ານໃຫ້ບໍຣິສຸດໃນມື້ອື່ນນີ້ ເພາະພຣະຢາເວຈະຊົງເຮັດການອັສະຈັນທ່າມກາງພວກທ່ານ."
\v 6 ແລ້ວໂຢຊວຍໄດ້ສັ່ງພວກປະໂລຫິດວ່າ, "ຈົ່ງຫາມຫີບພັນທະສັນຍາ, ແລະຜ່ານໄປທາງຫນ້າປະຊາຊົນ." ດັ່ງນັ້ນພວກເຂົາກໍຫາມຫີບພັນທະສັນຍາ ແລະ ຍ່າງໄປທາງຫນ້າປະຊາຊົນ.
\s5
\v 7 ພຣະຢາເວໄດ້ບອກກັບໂຢຊວຍວ່າ, "ໃນມື້ນີ້ເຮົາຈະໃຫ້ເຈົ້າເປັນຊາຍທີ່ຍິ່ງໃຫຍ່ ໃນສາຍຕາຂອງຊາວອິສະຣາເອນທັງມວນ. ພວກເຂົາຈະໄດ້ຮູ້ວ່າ ເຮົາຢູ່ກັບໂມເຊມາແລ້ວຢ່າງໃດ, ເຮົາກໍຈະຢູ່ກັບພວກເຈົ້າຢ່າງນັ້ນ.
\v 8 ເຈົ້າຈະສັ່ງປະໂລຫິດຜູ້ຫາມຫີບພັນທະສັນຍາວ່າ, "ເມື່ອພວກທ່ານມາຮອດແຄມແມ່ນ້ຳຈໍແດນ, ພວກທ່ານຈະຢຸດຢືນຢູ່ໃນແມ່ນ້ຳຈໍແດນ."
\s5
\v 9 ແລ້ວໂຢຊວຍກໍໄດ້ກ່າວແກ່ປະຊາຊົນອິສະຣາເອນວ່າ, "ຈົ່ງມາບ່ອນນີ້, ແລະ ຟັງຖ້ອຍຄຳທີ່ພຣະຢາເວພຣະເຈົ້າຂອງທ່ານ.
\v 10 ໂດຍເຫດນີ້ພວກທ່ານທັງຫລາຍຈະໄດ້ຮູ້ວ່າ ພຣະເຈົ້າ, ຜູ້ຊົງພຣະຊົນຢູ່ສະຖິດຢູ່ທ່າມກາງທ່ານທັງຫລາຍ ແລະ ຈະຊົງຂັບໄລ່ ຄົນການາອານ, ຄົນຮິດຕີ, ຄົນຮີວີ, ຄົນເປຣິຊີ, ຄົນກີກາຊີ, ຄົນອາໂມລິດ, ແລະຄົນເຢບຸດໃຫ້ພົ້ນຫນ້າທ່ານທັງຫລາຍ.
\v 11 ຈົ່ງເບິ່ງນັ້ນ! ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ, ແຫ່ງໂລກທັງມວນຈະຂ້ວາມໄປທາງຫນ້າທ່ານລົງໄປໃນແມ່ນ້ຳຈໍແດນ.
\s5
\v 12 ບັດນີ້ຈົ່ງເລືອກຄົນສິບສອງຄົນອອກຈາກເຜົ່າຂອງອິສະຣາເອນ, ເຜົ່າລະຫນຶ່ງຄົນ.
\v 13 ເມື່ອຕີນຂອງພວກປະໂລຫິດຜູ້ຫາມຫີບຂອງພຣະຢາເວ, ອົງພຣະຜູ້ເປັນເຈົ້າ, ເເຫ່ງໂລກທັງມວນ ເເຕະເເມ່ນ້ຳຈໍເເດນຈະເເຍກອອກ, ເເລະ ເເມ່ນເເຕ່ນ້ຳທີິ່ໄຫລມາຈາກທາງເທິງຈະຢຸດໄຫລ ເເລະ ຈະຕັ້ງຂຶ້ນເປັນກອງດຽວ."
\s5
\v 14 ດັ່ງນັ້ນ ເມື່ອປະຊາຊົນໄດ້ອອກເດີນທາງເພຶ່ອຈະຂ້ວາມເເມ່ນ້ຳຈໍເເດນ, ພວກປະໂລຫິດທີ່ຫາມຫີບພັນທະສັນຍາໄປທາງຫນ້າປະຊາຊົນ.
\v 15 ທັນທີທີ່ຄົນເຫລົ່ານັ້ນທີ່ແບກຫີບພັນທະສັນຍາມາຮອດແມ່ນ້ຳຈໍແດນ, ແລະ ຕີນຂອງຄົນເຫລົ່ານັ້ນທີ່ຫາມຫີບຈຸ່ມລົງທີ່ແມ່ນ້ຳແລ້ວ (ຂະນະນັ້ນແມ່ນ້ຳຈໍແດນໄຫລຖ້ວມຝັ່ງຕະຫລອດຣະດູເກັບກ່ຽວ),
\v 16 ນ້ຳທີ່ໄຫລມາຈາກທາງເທິງກໍຢຸດເປັນກອງດຽວ.​ນ້ຳຢຸດໄຫລຈາກໄລຍະໄກ. ນ້ຳຢຸດໄຫລຈາກເມືອງອາດາມ, ຊິ່ງເປັນເມຶອງຂ້າງໆເມືອງຊາເຣທານ, ແລະ ນ້ຳທີ່ໄຫລລົງເນເກບ, ທະເລເກືອ. ປະຊາຊົນກໍຂ້ວາມໄປໃກ້ເມືອງເຢຣີໂກ.
\s5
\v 17 ພວກປະໂລຫິດທີ່ຫາມຫີບພັນທະສັນຍາຂອງພຣະຢາເວຢືນເທິງພື້ນດິນແຫ້ງກາງແມ່ນ້ຳຈໍແດນ ຈົນກວ່າປະຊາຊົນອິສະຣາເອນທັງຫມົດຍ່າງຂ້ວາມໄປເທິງພື້ນດິນແຫ້ງ.
\s5
\c 4
\cl ບົດທີ 4
\p
\v 1 ເມຶ່ອປະຊາຊົນອິສະຣາເອນທັງຫມົດໄດ້ຂ້ວາມແມ່ນ້ຳຈໍແດນແລ້ວ, ພຣະຢາເວໄດ້ກ່າວສັ່ງໂຢຊວຍວ່າ.
\v 2 "ຈົ່ງເລືອກຄົນສິບສອງຄົນໃນຫມູ່ປະຊາຊົນ, ເຜົ່າລະຄົນ.
\v 3 ໃຫ້ສັ່ງພວກເຂົາວ່າ: 'ຈົົ່ງເອົາກ້ອນຫີນສິບສອງກ້ອນຈາກກາງແມ່ນ້ຳຈໍເເດນ ບ່ອນທີ່ພວກປະໂລຫິດໄດ້ຢືນເທິງພື້ນທີ່ແຫ້ງ, ເເລະ ໃຫ້ຂົນກ້ອນຫີນມາກັບທ່ານແລະ ໃຫ້ວາງລົງເທິງໃນບ່ອນທີ່ພວກທ່ານຈະນອນໃນຄືນນີ້."'
\s5
\v 4 ເເລ້ວໂຢຊວຍໄດ້ເອີ້ນຄົນສິບສອງຄົນທີ່ທ່ານໄດ້ຄັດເລືອກມາຈາກເຜົ່າຕ່າງໆ ຂອງອິສະຣາເອນ, ເຜົ່າລະຄົນ.
\v 5 ໂຢຊວຍໄດ້ກ່າວກັບພວກເຂົາວ່າ, "ຈົ່ງໄປທາງຫນ້າຫີບຂອງພຣະຢາເວພຣະເຈົ້າຂອງພວກທ່ານ ໄປຍັງກາງເເມ່ນ້ຳຈໍເເດນ. ໃຫ້ພວກທ່ານເເຕ່ລະຄົນຍົກກ້ອນຫີນຄົນລະກ້ອນແບກຂຶ້ນບ່າຕາມຈຳນວນຂອງເຜົ່າຕ່າງໆ ຂອງປະຊາຊົນອິສະຣາເອນ.
\s5
\v 6 ນີ້ຈະເປັນສັນຍາລັກໃນທ່າມກາງພວກທ່ານເມື່ອບັນດາລູກຫລານພວກທ່ານຈະຖາມໃນວັນຂ້າງຫນ້າວ່າ, "ກ້ອນຫີນເຫລົ່ານີ້ມີຄວາມຫມາຍຫຍັງສຳລັບທ່ານ?
\v 7 ເເລ້ວທ່ານຈົ່ງຕອບພວກເຂົາວ່າ, "ນ້ຳຂອງເເມ່ນ້ຳຈໍເເດນເເຍກຈາກກັນ ຕໍ່ຫນ້າຫີບພັນທະສັນຍາເເຫ່ງພຣະຢາເວ, ເມຶ່ອຫີບໄດ້ຂ້ວາມເເມ່ນ້ຳຈໍເເດນກໍເເຍກຈາກກັນ, ດັ່ງນັ້ນ ກ້ອນຫີນເຫລົ່ານີ້ ຈະເປັນສິ່ງເຕືອນຄວາມຊົງຈຳຂອງປະຊາຊົນຂອງອິສະຣາເອນຕະຫລອດໄປ.'"
\s5
\v 8 ປະຊາຊົນຊາວອິດສ​ະ​ຣາເອນ ໄດ້ເຮັດຕາມໂຢຊວຍໄດ້ສັ່ງນັ້ນ, ເເລະ ພວກເຂົາຂົນກ້ອນຫີນສິບສອງກ້ອນມາຈາກກາງເເມ່ນ້ຳຈໍເເດນ, ຕາມທີ່ພຣະຢາເວໄດ້ເວົ້າກັບໂຢຊວຍ. ພວກເຂົາໄດ້ກໍ່ກ້ອນຫີນຂຶ້ນຕາມຈຳນວນເຜົ່າຂອງປະຊາຊົນອິສະຣາເອນ. ພວກເຂົາເເບກກ້ອນຫີນມາຍັງສະຖານທີ່, ທີ່ພວກເຂົາຕັ້ງຄ້າຍພັກຢູ່ ເເລະ ໄດ້ກໍ່ພວກມັນຂຶ້ນໃນທີ່ນັ້ນ.
\v 9 ເເລ້ວໂຢຊວຍໄດ້ກໍ່ກ້ອນຫີນສິບສອງກ້ອນທີ່ກາງເເມ່ນ້ຳຈໍເເດນ, ໃນບ່ອນທີ່ຕີນຂອງພວກປະໂລຫິດທີ່ໄດ້ຫາມຫີບພຣະບັນຍັດຂອງພັນທະສັນຍາຢືນຢູ່. ສິ່ງເຕືອນຄວາມຊົງຈຳຍັງຢູ່ທີ່ນັ້ນຈົນຮອດມື້ນີ້.
\s5
\v 10 ພວກປະໂລຫິດທີ່ຫາມຫີບຄຳສັນຍາຢືນຢູ່ກາງເເມ່ນ້ຳຈໍເເດນຈົນກວ່າທຸກສິ່ງທີ່ພຣະຢາເວ, ໄດ້ສັ່ງໂຢຊວຍໃຫ້ບອກປະຊາຊົນໄດ້ສຳເລັດ, ຕາມທີ່ໂມເຊໄດ້ບັນຊາໂຢຊວຍທຸກປະການ. ປະຊາຊົນຈຶ່ງຟ້າວຂ້ວາມແມ່ນ້ຳໄປ.
\v 11 ເມື່ອປະຊາຊົນຂ້ວາມໄປຫມົດເເລ້ວ, ຫີບຂອງພຣະຢາເວ, ເເລະ ພວກປະໂລຫິດກໍ່ຂ້ວາມໄປຕໍ່ຫນ້າປະຊາຊົນ.
\s5
\v 12 ຄົນເຜົ່າຄົນຣູເບັນ, ຄົນເຜົ່າກາດ, ເເລະ ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ ໄດ້ຂ້ວາມໄປ ຕໍ່ຫນ້າປະຊາຊົນອິສະລາເອນ ໄດ້ຈັດຕັ້ງເປັນກອງທັບ, ຕາມທີ່ໂມເຊໄດ້ສັ່ງໄວ້ກັບພວກເຂົາ.
\v 13 ມີຄົນຖືອາວຸດຄົບມືພ້ອມທີ່ຈະເຂົ້າເຮັດເສິກປະມານສີ່ສິບພັນຄົນ, ໄດ້ຂ້ວາມໄປຢູ່ຊ້ອງຫນ້າພຣະຢາເວ, ເພື່ອໄປສູ່ທົ່ງຮາບພຽງຂອງເມືອງເຢຣີໂກ.
\v 14 ໃນມື້ນັ້ນພະຢາເວ, ໄດ້ຊົງເຮັດໃຫ້ໂຢຊວຍຍິ່ງໃຫຍ່ໃນສາຍຕາຂອງອິສະຣາເອນທັງຫມົດ. ເຂົາທັງຫລາຍກໍ່ຍົກຍ້ອງທ່ານ ດັ່ງທີ່ພວກເຂົາເຄີຍຍົກຍ້ອງໂມເຊ ມາຕະຫລອດຊີວິດຂອງທ່ານ.
\s5
\v 15 ແລ້ວພຣະຢາເວໄດ້ກ່າວກັບໂຢຊວຍວ່າ,
\v 16 "ຈົ່ງສັ່ງພວກປະໂລຫິດຜູ້ທີ່ຫາມຫີບແຫ່ງສັກຂີພະຍານໃຫ້ຂຶ້ນມາຈາກເເມ່ນ້ຳຈໍເເດນ."
\s5
\v 17 ດັ່ງນັ້ນ, ໂຢຊວຍໄດ້ສັ່ງພວກປະໂລຫິດ, "ຈົ່ງຂຶ້ນມາຈາກເເມ່ນ້ຳຈໍເເດນ."
\v 18 ເມຶ່ອພວກປະໂຫິດຜູ້ຫາມຫີບຄຳສັນຍາເເຫ່ງພຣະຢາເວຂຶ້ນມາຈາກກາງເເມ່ນ້ຳຈໍເເດນ, ເເລະ ຕີນຂອງພວກເຂົາຍົກຂຶ້ນຢຽບເເຜ່ນດິນເເຫ້ງເເລ້ວ, ແລ້ວນ້ຳໃນເເມ່ນ້ຳຈໍເເດນກໍ່ໄຫລກັບມາຍັງບ່ອນເກົ່າ, ເເລະ ຖ້ວມສອງຝັ່ງເຫມືອນເດີມຢ່າງເມຶ່ອສີ່ວັນກ່ອນ.
\s5
\v 19 ປະຊາຊົນໄດ້ຂຶ້ນຈາກເເມ່ນ້ຳຈໍເເດນໃນວັນທີ່ສິບເດືອນທີຫນຶ່ງ. ພວກເຂົາພັກທີ່ກິນການ, ດ້ານທິດຕາເວັນອອກຂອງເມືອງເຢຣິໂກ.
\v 20 ກ້ອນຫິນສິບສອງກ້ອນທີ່ພວກເຂົານຳມາຈາກເເມ່ນ້ຳຈໍເເດນ, ໂຢຊວຍກໍໄດ້ຕັ້ງໄວ້ໃນກິນການ.
\v 21 ເຂົາໄດ້ກ່າວກັບປະຊາຊົນອິສະຣາເອນວ່າ, "ເມື່ອລູກຫລານຂອງທ່ານຖາມພໍ່ຂອງພວກເຂົາວ່າໃນເວລາຂ້າງຫນ້າວ່າ, "ກ້ອນຫີນເຫລົ່ານີ້ເເມ່ນຫຍັງ?'
\s5
\v 22 ຈົ່ງບອກລູກຫລານຂອງທ່ານວ່າ, 'ນີ້ເປັນສະຖານທີ່, ທີ່ຊົນຊາດອິສະຣາເອນຂ້ວາມເເມ່ນ້ຳຈໍເເດນເທິງເເຜ່ນດິນເເຫ້ງ.'
\v 23 ພຣະຢາເວພຣະເຈົ້າຂອງພວກທ່ານຊົງເຮັດໃຫ້ນ້ຳໃນເເມ່ນ້ຳຈໍເເດນເເຫ້ງເພື່ອພວກທ່ານ, ຈົນພວກທ່ານໄດ້ຂ້ວາມໄປ ດັ່ງທີ່ພຣະຢາເວພຣະເຈົ້າ, ຂອງພວກທ່ານໄດ້ເຮັດເເກ່ທະເລເເດງ, ຊຶ່ງພຣະອົງເຮັດໃຫ້ເເຫ້ງເພື່ອພວກເຮົາຈົນກວ່າພວກເຮົາຂ້ວາມໄປໄດ້ຫມົດ.
\v 24 ດັ່ງນັ້ນ ປະຊາຊົນທັງຫມົດເທິງເເຜ່ນດິນຈະໄດ້ຮູ້ວ່າພຣະຫັດຂອງພຣະຢາເວຊົງອານຸພາບ, ເເລະ ເພື່ອພວກທ່ານຈະສັນຣະເສີນພຣະຢາເວພຣະເຈົ້າຂອງທ່ານນິດນິຣັນດອນ.
\s5
\c 5
\cl ບົດທີ 5
\p
\v 1 ທັນທີທີ່ກະສັດທັງຫມົດຂອງຄົນອາໂມຣິດຊຶ່ງຢູ່ຟາກຕາເວັນຕົກຂອງເເມ່ນ້ຳຈໍເເດນ, ເເລະ ກະສັດທັງຫມົດຂອງຄົນການາອານ, ຊຶ່ງຢູ່ແຄມຝັ່ງທະເລໃຫຍ່, ໄດ້ຍິນວ່າພຣະຢາເວໄດ້ຊົງໃຫ້ນ້ຳໃນເເມ່ນ້ຳຈໍເເດນເຫືອດເເຫ້ງໄປຈົນກວ່າປະຊາຊົນອິສະຣາເອນໄດຂ້ວາມຟາກໄປໄດ້, ຫົວໃຈຂອງພວກເຂົາກໍ່ຫົດຫູ່ ເເລະ ບໍ່ມີກຳລັງໃຈເພາະພວກປະຊາຊົນອິສະຣາເອນ.
\s5
\v 2 ໃນເວລານັ້ນພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເຮັດມີດດ້ວຍຫີນ ເເລະ ຈົ່ງໃຫ້ຜູ້ຊາຍອິສະຣາເອນທັງຫມົດເຂົ້າພິທີຕັດອີກຄັ້ງ."
\v 3 ເເລ້ວໂຢຊວຍໄດ້ເຮັດມີດຫີນ ເເລະ ເຮັດພິທີຕັດໃຫ້ຜູ້ຊາຍທັງຫມົດຂອງອິສະຣາເອນທີ່ກິເບອັນ ຮາອາຣາໂລດ.
\s5
\v 4 ນີ້ເເມ່ນສາເຫດທີ່ໂຢຊວຍເຮັດພິທີຕັດພວກເຂົາຄື: ຜູ້ຊາຍທຸກຄົນທີ່ອອກມາຈາກເອຢິບລວມທັງທະຫານທັງຫມົດທີ່ໄດ້ເສຍຊີວິດຕາມທາງໃນຖິ່ນທຸຣະກັນດານ, ຫລັງຈາກທີ່ພວກເຂົາໄດ້ອອກມາຈາກເອຢິບ.
\v 5 ເຖິງແມ່ນວ່າຜູ້ຊາຍທຸກຄົນທີ່ອອກມາຈາກເອຢິບ ຈະໄດ້ເຂົ້າພິທີຕັດຫມົດເເລ້ວ, ເເຕ່ບໍ່ມີເດັກຊາຍຄົນໃດທີ່ເກີດໃນຖິ່ນທຸຣະກັນດານ ຫລັງຈາກອອກມາຈາກເອຢິບນັ້ນໄດ້ເຂົ້າພິທີຕັດເລີຍ.
\s5
\v 6 ສຳລັບປະຊາຊົນຂອງອິສະຣາເອນທີ່ເດີນທາງສີ່ສິບປີ ໃນຖິ່ນທຸຣະກັນດານຈົນກວ່າປະຊາຊົນທຸກຄົນກ່າວຄື, ປະຊາຊົນທຸກຄົນທີ່ເປັນນັກຮົບທີ່ໄດ້ອອກມາຈາກເອຢິບ, ໄດ້ເສຍຊີວິດ, ເພາະວ່າພວກເຂົາບໍ່ໄດ້ເຊື່ອຟັງສຽງຂອງພຣະຢາເວ. ພຣະຢາເວໄດ້ຊົງສັນຍາກັບພວກເຂົາໄວ້ວ່າ ພຣະອົງຈະບໍ່ອະນຸຍາດໃຫ້ພວກເຂົາ ໄດ້ເຫັນແຜ່ນດິນທີ່ພຣະອົງ, ຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຂົາວ່າ ພຣະອົງຈະປຣະທານ, ແຜ່ນດິນທີ່ມີນ້ຳນົມ ແລະ ນຳ້ເຜິ້ງເຕັມລົ້ນໃຫ້ເຮົາ.
\v 7 ມີແຕ່ລູກຫລານຂອງພວກເຂົາທີ່ພຣະຢາເວ, ໄດ້ຊົງໃຫ້ມາແທນພວກເຂົານັ້ນທີ່ໂຢຊວຍໄດ້ເຮັດພິທີຕັດ, ເພາະວ່າພວກເຂົາບໍ່ໄດ້ເຂົ້າພິທີຕັດໃນລະຫວ່າງທາງ.
\s5
\v 8 ເມື່ອພວກເຂົາທັງຫມົດເຂົ້າພິທີຕັດແລ້ວ ພວກເຂົາກໍພັກໃນບ່ອນທີ່ພວກເຂົາຕັ້ງຄ້າຍ ຈົນພວກເຂົາດີເປັນປົກກະຕິ.
\v 9 ແລ້ວພຣະຢາເວ, ກ່າວກັບໂຢຊວຍວ່າ, "ວັນນີ້ເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມອັບອາຍຂອງເອຢິບໄປຈາກພວກເຈົ້າແລ້ວ." ດັ່ງນັ້ນ, ສະຖານທີ່ນັ້ນໄດ້ຖືກເອີ້ນວ່າກິນການຈົນເຖິງທຸກວັນນີ້.
\s5
\v 10 ປະຊາຊົນຂອງອິສະຣາເອນທີ່ຢູ່ໃນກິນການ. ໃນຕອນຄ່ຳຂອງວັນທີສິບສີ່ຂອງເດືອນ, ພວກເຂົາໄດ້ຖືເທສະການປັສະຄາຕາມທົ່ງຮາບພຽງຂອງເຢຣີໂກ.
\v 11 ພວກເຂົາໄດ້ກິນຜົນບາງຢ່າງ ຂອງແຜ່ນດິນນັ້ນ ໃນວັນຫລັງຈາກເທສະການປັສະຄາ: ຄືເຂົ້າຂົ້ວ ແລະ ເຂົ້າຈີ່ບໍ່ມີເຊື້ອແປ້ງ.
\s5
\v 12 ມານາກໍຂາດຫາຍໄປ ຫລັງຈາກທີ່ພວກເຂົາໄດ້ກິນຜົນຈາກແຜ່ນດິນ. ບໍ່ມີມານາສຳລັບປະຊາຊົນອິສະຣາເອນອີກຕໍ່ໄປ, ແຕ່ພວກເຂົາກິນຜົນຂອງແຜ່ນດິນການາອານໃນປີນັ້ນ.
\s5
\v 13 ເມື່ອໂຢຊວຍເຂົ້າໃກ້ເມືອງເຢຣີໂກ, ເຂົາໄດ້ເງີຍຫນ້າຂຶ້ນເບິ່ງ, ແລະ ນີ້ເດ, ຊາຍຄົນຫນຶ່ງກຳລັງຢືນຢູ່ຕໍ່ຫນ້າເຂົາ; ເຂົາໄດ້ຊັກດາບຂອງເຂົາແລະ ຖືຢູ່ໃນມືຂອງເຂົາ. ໂຢຊວຍໄດ້ເຂົ້າໄປຫາເຂົາ ແລະ ກ່າວວ່າ, "ທ່ານຢູ່ຝ່າຍເຮົາ ຫລື ຝ່າຍສັດຕຣູຂອງເຮົາ?"
\s5
\v 14 "ບໍ່ແມ່ນທັງສອງຢ່າງເຮົາເປັນຜູ້ບັນຊາການທັບຂອງພຣະຢາເວ. ບັດນີ້ເຮົາໄດ້ມາແລ້ວ. "ແລ້ວໂຢຊວຍກໍກາບລົງເຖິງພື້ນດິນເພື່ອນະມັສະການແລ້ວຖາມເຂົາວ່າ, "ເຈົ້ານາຍຂອງຂ້ານ້ອຍຈະກ່າວສິ່ງໃດກັບຜູ້ຮັບໃຊ້ຂອງທ່ານ?"
\v 15 ຜູ້ບັນຊາການທັບຂອງພຣະຢາເວໄດ້ເວົ້າກັບໂຢຊວຍວ່າ, "ຈົ່ງຖອດເກີບຂອງເຈົ້າອອກຈາກຕີນຂອງເຈົ້າເສຍ, ເພາະວ່າບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນສັກສິດ." ໂຢຊວຍກໍເຮັດຕາມ.
\s5
\c 6
\cl ບົດທີ 6
\p
\v 1 ບັດນີ້ທາງເຂົ້າເມືອງເຢຣີໂກ, ທັງຫມົດກໍຖືກປິດເພາະເຫດແຫ່ງກອງທັບຂອງອິສະຣາເອນ. ບໍ່ມີຜູ້ໃດອອກ ແລະ ບໍ່ມີຜູ້ໃດເຂົ້າ.
\v 2 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເບິ່ງເຖີດເຮົາໄດ້ມອບເມືອງເຢຣີໂກທັງກະສັດຂອງເມືອງ, ແລະ ເຫລົ່າທະຫານທີ່ຝຶກຝົນຂອງເມືອງໄວ້ໃນມືພວກເຈົ້າແລ້ວ.
\s5
\v 3 ພວກເຈົ້າຈະຕ້ອງຍ່າງອ້ອມເມືອງນີ້, ພວກທະຫານຍ່າງຮອບເມືອງຫນຶ່ງຄັ້ງ. ພວກເຈົ້າຈະຕ້ອງເຮັດເຊັ່ນນີ້ເປັນເວລາຫົກວັນ.
\v 4 ພວກປະໂລຫິດເຈັດຄົນຈະຕ້ອງຖືແກເຂົາແກະເຈັດອັນນຳຫນ້າຫີບ. ໃນວັນທີເຈັດ, ພວກເຈົ້າຈົ່ງຍ່າງອ້ອມເມືອງເຈັດຮອບ, ແລະ ໃຫ້ພວກປະໂລຫິດເປົ່າແກ.
\s5
\v 5 ແລ້ວພວກເຂົາຈະຕ້ອງເປົ່າເຂົາແກະເປັນສຽງຍາວໆ, ແລະ ເມື່ອພວກເຈົ້າໄດ້ຍິນສຽງແກນັ້ນ ປະຊາຊົນທຸກຄົນຈະຕ້ອງໂຫ່ຮ້ອງຂຶ້ນສຽງດັງໆ, ແລະ ກຳແພງເມືອງກໍຈະເຈື່ອນລົງ. ເຫລົ່າທະຫານຈະຕ້ອງໂຈມຕີ, ແຕ່ລະຄົນມຸ່ງໄປຂ້າງຫນ້າ."
\s5
\v 6 ໂຢຊວຍລູກຂອງນູນຈຶ່ງເອີ້ນພວກປະໂລຫິດແລະ ເວົ້າກັບພວກເພິ່ນວ່າ, "ຈົ່ງຍົກຫີບແຫ່ງພັນທະສັນຍາຂຶ້ນຫາມ, ແລະ ໃຫ້ປະໂລຫິດເຈັດຄົນຖືແກເຂົາແກະເຈັດອັນ, ຍ່າງນຳຫນ້າຫີບແຫ່ງພຣະຢາເວ,"
\v 7 ເຂົາໄດ້ກ່າວກັບປະຊາຊົນວ່າ " ຈົ່ງໄປ ແລະ ຍ່າງອ້ອມຮອບເມືອງ, ແລະ ໃຫ້ທະຫານອາວຸດຄົບມືຈະເດີນຂ້າງຫນ້າຫີບແຫ່ງພຣະຢາເວ."
\s5
\v 8 ເມື່ອໂຢຊວຍໄດ້ເວົ້າກັບປະຊາຊົນແລ້ວໆ, ພວກປະໂລຫິດເຈັດຄົນໄດ້ຖືແກເຂົາແກະເຈັດອັນຕໍ່ຫນ້າພຣະຢາເວ. ຂະນະທີ່ຍ່າງໄປຂ້າງຫນ້າ ພວກເຂົາກໍໄດ້ເປົ່າແກ. ຫີບແຫ່ງພັນທະສັນຍາຂອງພຣະຢາເວ, ກໍໄດ້ຕາມຫລັງພວກເຂົາ.
\v 9 ເຫລົ່າທະຫານພ້ອມຖືອາວຸດໄດ້ເດີນນຳຫນ້າພວກປະໂລຫິດ, ແລະ ພວກເຂົາໄດເປົ່າແກຂອງພວກເຂົາ, ແຕ່ກອງຣະວັງຫລັງກໍໄດ້ເດີນຕາມຫີບ ແລະພວກປະໂລຫິດກໍໄດ້ເປົ່າແກຂອງພວກເພິ່ນຢ່າງຕໍ່ເນື່ອງ.
\s5
\v 10 ແຕ່ໂຢຊວຍໄດ້ສັ່ງປະຊາຊົນກ່າວວ່າ, "ຈົ່ງຢ່າຮ້ອງໂຮ, ຈົ່ງຢ່າໃຫ້ມີສຽງອອກຈາກປາກພວກທ່ານຈົນກວ່າຈະເຖິງວັນທີ່ເຮົາຈະບອກ ໃຫ້ພວກທ່ານຮ້ອງໂຮ ເມື່ອເຖິງຕອນນັ້ນແລ້ວພວກທ່ານຈຶ່ງຈະຮ້ອງໂຮໄດ້."
\v 11 ດັ່ງນັ້ນເຂົາໄດ້ເຮັດໃຫ້ຫີບແຫ່ງພຣະຢາເວ, ຍ່າງອ້ອມເມືອງຫນຶ່ງຮອບ, ໃນມື້ນັ້ນແລ້ວພວກເຂົາກໍພັກຄ້າງຄືນຢູ່ໃນຄ້າຍ.
\s5
\v 12 ແລ້ວໂຢຊວຍກໍໄດ້ຕື່ນຂຶ້ນແຕ່ເຊົ້າມືດ, ແລະ ພວກປະໂລຫິດໄດ້ຍົກຫີບແຫ່ງພຣະຢາເວຂຶ້ນ.
\v 13 ພວກປະໂລຫິດເຈັດຄົນ, ຜູ້ທີ່ຖືແກເຂົາແກະ ເຈັດອັນຢຸ່ຫນ້າຫີບແຫ່ງພຣະຢາເວ, ໄດ້ຍ່າງໄປຂ້າງຫນ້າຢ່າງມຸ້ງຫມັ້ນ ແລະ ເປົ່າແກ ເຫລົ່າທະຫານຖືອາວຸດກໍຍ່າງຢູ່ຂ້າງຫນ້າພວກເຂົາ. ແຕ່ເມື່ອກອງຣະວັງຫລັງໄດ້ຍ່າງຢູ່ຂ້າງຫລັງຫີບແຫ່ງພຣະຢາເວ, ແລ້ວແກທັງຫລາຍກໍໄດ້ຖືກເປົ່າຢ່າງຕໍ່ເນື່ອງ.
\v 14 ພວກເຂົາຍ່າງເປັນແຖວອ້ອມເມືອງຫນຶ່ງຮອບໃນມື້ທີສອງ ແລະ ໄດ້ກັບເຂົ້າຄ້າຍພວກເຂົາເຮັດເຊັ່ນນີ້ຢູ່ຫົກມື້.
\s5
\v 15 ໃນມື້ທີເຈັດ ພວກເຂົາໄດ້ຕື່ນຂຶ້ນແຕ່ເດິກໆ, ແລະ ພວກເຂົາຍ່າງອອ້ມຮອບເມືອງຕາມແບບຂອງພວກເຂົາ ເຊັ່ນເຄີຍໃນເທື່ອນີ້ເປັນເທື່ອທີ ເຈັດ.
\v 16 ໃນມື້ນີ້ແຫລະທີ່ພວກເຂົາຍ່າງອ້ອມຮອບເມືອງເປັນມື້ທີເຈັດ, ເມື່ອພວກປະໂລຫິດເປົ່າແກ, ແລ້ວໂຢຊວຍໄດ້ສັ່ງພວກປະຊາຊົນວ່າ, "ຈົ່ງໂຫ່ຮ້ອງ! ເພາະພຣະຢາເວຊົງມອບເມືອງໃຫ້ພວກທ່ານແລ້ວ.
\s5
\v 17 ເມືອງ ແລະ ທຸກສິ່ງໃນເມືອງຈະຕ້ອງຖືກທຳລາຍລົງເພື່ອຖວາຍແດ່ພຣະຢາເວ, ມີພຽງຣາຮາບຍິງໂສເພນີເທົ່ານັ້ນທີ່ຈະລອດຊີວິດ - ຄື ນາງ ແລະ ທຸກຄົນທີ່ຢູ່ໃນບ້ານຂອງນາງເພາະວ່ານາງໄດ້ເຊື່ອງຜູ້ຊາຍທີ່ພວກເຮົາໄດ້ໃຊ້ໄປ.
\v 18 ແຕ່ສຳລັບພວກທ່ານ, ຈົ່ງເຝົ້າຣະວັງກ່ຽວກັບການນຳສິ່ງຂອງຕ່າງໆທີ່ຈະຖືກທຳລາຍນັ້ນ, ພວກທ່ານຢ່າໄດ້ນຳສິ່ງໃດອອກມາ. ຖ້າພວກທ່ານເຮັດແບບນັ້ນ, ພວກທ່ານຈະເຮັດໃຫ້ຄ້າຍຂອງພວກອິສະຣາເອນຈະຕ້ອງຖືກທຳລາຍ ແລະ ພວກທ່ານຈະນຳບັນຫາມາ.
\v 19 ເຄື່ອງໃຊ້ທັງຫມົດທີ່ເປັນເງິນ, ທອງຄຳ, ແລະ ສິ່ງຂອງທີ່ເຮັດດ້ວຍທອງສຳລິດ ແລະ ເຫລັກເປັນຂອງຖວາຍແດ່ພຣະຢາເວ. ຂອງພວກນັ້ນຈະຕ້ອງນຳໄປທີ່ຄັງຂອງພຣະຢາເວ."
\s5
\v 20 ເມື່ອພວກເຂົາເປົ່າແກ, ພວກປະຊາຊົນກໍຮ້ອງຂຶ້ນກຶກກ້ອງ ແລະ ກຳແພງເມືອງກໍເຈື່ອນລົງ ທຸກຄົນກໍບຸກ ແລະ ຢຶດເມືອງ.
\v 21 ພວກເຂົາໄດ້ທຳລາຍເມືອງລົງຈົນຫມົດກ້ຽງ ທຸກຢ່າງທີ່ຢູ່ໃນເມືອງ ດ້ວຍຄົມດາບຂອງພວກເຂົາ - ຜູ້ຊາຍແລະ ຜູ້ຍິງ, ຄົນຫນຸ່ມ ແລະ ຄົນເຖົ້າ, ງົວ, ແກະແລະ ລໍທັງຫລາຍ.
\s5
\v 22 ແລ້ວໂຢຊວຍໄດ້ກ່າວກັບຜູ້ຊາຍສອງຄົນ ທີ່ໄດ້ເຂົ້າໄປສອດແນມໃນເມືອງວ່າ, "ຈົ່ງໄປຍັງບ້ານໂສເພນີ. ນຳພວກຜູ້ຍິງ ແລະ ທຸກຄົນທີ່ຢູ່ກັບນາງມາ, ຕາມທີ່ພວກທ່ານໄດ້ສັນຍາໄວ້ກັບນາງ."
\s5
\v 23 ດັ່ງນັ້ນຊາຍຫນຸ່ມສອງຄົນທີ່ໄດ້ໄປສອດແນມກໍໄດ້ເຂົ້າໄປ ແລະ ນຳຣາຮາບອອກມາ. ພວກເຂົາໄດ້ນຳເອົາພໍ່, ແມ່, ອ້າຍ, ເອື້ອຍນ້ອງ ແລະ ຍາດພີ່ນ້ອງທຸກໆຄົນໃນຄອບຄົວຂອງນາງອອກມາ. ພວກເຂົາໄດ້ນຳຄົນເຫລົ່ານັ້ນໄປຍັງສະຖານທີ່ນອກຄ້າຍຢູ່ຂອງພວກອິສະຣະເອນ.
\v 24 ພວກເຂົາເຜົາເມືອງ ແລະ ທຸກສິ່ງໃນນັ້ນ ພຽງແຕ່ເງິນ, ຄຳ, ແລະ ເຄື່ອງໃຊ້ທີ່ເປັນທອງເຫລືອງ ແລະ ເປັນເຫລັກ ເທົ່ານັ້ນໄດ້ຖືກນຳໄປໄວ້ທີ່ຄັງໃນພຣະວິຫານຂອງພຣະຢາເວ.
\s5
\v 25 ແຕ່ໂຢຊວຍໄດ້ປ່ອຍໃຫ້ຣາຮາບຍິງໂສເພນີ, ແລະ ຄອບຄົວພໍ່ຂອງນາງ, ແລະ ທຸກສິ່ງທີ່ເປັນຂອງນາງໄດ້ລອດຊີວິດ. ນາງໄດ້ໃຊ້ຊີວິດຢູ່ໃນອິສະຣະເອນຈົນເຖິງທຸກວັນນີ້ ເພາະວ່ານາງໄດ້ເຊື່ອງຜູ້ຊາຍທີ່ໂຢຊວຍໄດ້ສົ່ງໄປສອດແນມເຢຣີໂກ.
\s5
\v 26 ແລ້ວໂຢຊວຍໄດ້ສັ່ງພວກເຂົາໃນເວລານັ້ນດ້ວຍຄຳສາບານ, ແລະ ເຂົາໄດ້ກ່າວວ່າ, "ຂໍໃຫ້ຊາຍໃດກໍຕາມທີ່ໄດ້ສ້າງເມືອງນີ້ຄື, ເຢຣີໂກຂຶ້ນມາໃຫມ່. ຈະຖືກສາບແຊ່ງຕໍ່ຫນ້າພຣະຢາເວ, ຄົນທີ່ຈະວາງຮາກຖານກໍຂໍໃຫ້ເສຍລູກຊາຍກົກຂອງຕົນ, ແລະ ຄົນທີ່ຈະສ້າງປະຕູກໍຂໍໃຫ້ເສຍລູກຊາຍຫລ້າຂອງຕົນ."
\v 27 ດັ່ງນັ້ນພຣະຢາເວກໍໄດ້ສະຖິດກັບໂຢຊວຍ, ແລະ ຊື່ສຽງຂອງເຂົາກໍຊ່າລືໄປທົ່ວແຜ່ນດິນ.
\s5
\c 7
\cl ບົດທີ 7
\p
\v 1 ແຕ່ປະຊາຊົນອິສະຣະເອນໄດ້ກະທຳການ ຢ່າງບໍ່ສັດຊື່ກ່ຽວກັບສິ່ງທີ່ຕ້ອງແຍກອອກມາເພື່ອທຳລາຍນັ້ນ. ອາການລູກຂອງການຫມີ ຜູ້ເປັນລູກຂອງຊັບດີ, ຜູ້ເປັນລູກຂອງເຊຣາ, ຈາກເຜົ່າຢູດາ, ໄດ້ເອົາສິ່ງທີ່ຕ້ອງແຍກອອກມາເພື່ອທຳລາຍບາງສ່ວນໄປ, ແລະ ຄວາມໂກດຮ້າຍຂອງພຣະຢາເວ, ຈຶ່ງແຜດເຜົາປະຊາຊົນຂອງຊາວອິສະຣາເອນ.
\s5
\v 2 ໂຢຊວຍໄດ້ສົ່ງຜູ້ຊາຍຈາກເຢຣີໂກໄປເມືອງອາອີ, ຊຶ່ງຢູ່ໃກ້ກັບເບັດອາເວນ, ທາງທິດຕາເວັນອອກຂອງເບັດເອນ. ເພິ່ນໄດ້ກ່າວກັບເຂົາເຫລົ່ານັ້ນວ່າ, "ຈົ່ງຂຶ້ນໄປ ແລະ ຈົ່ງສອດແນມແຜ່ນດິນ "ດັ່ງນັ້ນພວກເຂົາຈຶ່ງຂຶ້ນໄປ ແລະ ສອດແນມເມືອງອາອີ.
\v 3 ເມື່ອພວກເຂົາກັບມາຫາໂຢຊວຍ, ພວກເຂົາໄດ້ກ່າວວ່າ. "ຢ່າສົ່ງປະຊາຊົນທັງຫມົດຂຶ້ນໄປເມືອງອາອີ. ໃຫ້ສົ່ງສອງ ຫລື ສາມພັນຄົນຂຶ້ນໄປ ໂຈມຕີເມືອງອາອີ. ຢ່າໃຫ້ປະຊາຊົນທັງຫມົດລຳບາກໃນການສູ້ຮົບ, ເພາະວ່າພວກນັ້ນມີຈຳນວນນ້ອຍ."
\s5
\v 4 ດັ່ງນັ້ນຈຶ່ງມີປະຊາຊົນປະມານສາມພັນຄົນ ເທົ່ານັ້ນທີ່ຂຶ້ນໄປຈາກກອງທັບ, ແຕ່ຄົນພວກນີ້ກໍຕ້ອງແຕກຖອຍຫນີຈາກຄົນຂອງເມືອງອາອີ.
\v 5 ຄົນເມືອງອາອີໄດ້ຂ້າພວກເຂົາຕາຍໄປປະມານ ສາມສິບຫົກຄົນ ໃນຂະນະທີ່ພວກເຂົາໄດ້ຕິດຕາມຊາວອິສະຣະເອນຈາກປະຕູເມືອງໄປຈົນເຖິງເມືອງເຊບາຣິມ, ແລະ ກໍໄດ້ຂ້າພວກເຂົາໃນຂະນະທີ່ພວກເຂົາ ກຳລັງລົງຕາມເນີນພູເຂົາ. ປະຊາຊົນຈຶ່ງເສຍຂວັນ ແລະ ຢ້ານກົວ.
\s5
\v 6 ແລ້ວໂຢຊວຍກໍຈີກເສື້ອຜ້າຂອງຕົນ. ເຂົາ ແລະ ພວກຜູ້ນຳຂອງອິສະຣາເອນກໍເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຂອງພວກເຂົາ ແລະ ຫມູບຫນ້າລົງພື້ນດິນທີ່ຫນ້າຫີບຂອງພຣະຢາເວ, ພວກເຂົາຢູ່ແຫ່ງນັ້ນແຕ່ເຊົ້າຈົນຄ່ຳ.
\v 7 ຈາກນັ້ນໂຢຊວຍກ່າວວ່າ, "ຂ້າແດ່, ພຣະຢາເວພຣະຜູ້ເປັນເຈົ້າ, ເຫດໃດປະຊາຊົນເຫລົ່ານີ້ຂ້ວາມແມ່ນ້ຳຈໍແດນມາ ທີ່ນີ້? ພຣະອົງຊົງນຳປະຊາຊົນເຫລົ່ານີ້ຂ້ວາມແມ່ນ້ຳຈໍແດນມາ ເພື່ອມອບພວກຂ້ານ້ອຍໄວ້ໃນມືຂອງພວກອາໂມຣິດ ເພື່ອທຳລາຍພວກຂ້ານ້ອຍເສຍຢ່າງນັ້ນບໍ? ຖ້າພຽງແຕ່ພວກຂ້ານ້ອຍຕັດສິນໃຈທີ່ແຕກຕ່າງໄປ, ແລະ ພວກຂ້ານ້ອຍຄົງຍັງຢູ່ອີກຝັ່ງຫນຶ່ງຂອງແມ່ນ້ຳຈໍແດນ!
\s5
\v 8 ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍກ່າວຫຍັງໄດ້ແດ່ ຫລັງຈາກທີ່ອິສະຣະເອນ ໄດ້ຫັນຫລັງໃຫ້ບັນດາສັດຕຣູຂອງພວກເຂົາ?
\v 9 ເພາະວ່າພວກການາອານ ແລະ ບັນດາຄົນທີ່ຢູ່ໃນແຜ່ນດິນນັ້ນຈະໄດ້ຍິນເລື່ອງນີ້ ພວກເຂົາຈະລ້ອມພວກຂ້ານ້ອຍ ແລະ ກະທຳໃຫ້ປະຊາຊົນຂອງແຜ່ນດິນໂລກລືມຊື່ພວກຂ້ານ້ອຍ. ພຣະອົງຈະກະທຳຢ່າງໃດເພື່ອພຣະນາມອັນຍິ່ງໃຫຍ່ຂອງພຣະອົງ?"
\s5
\v 10 ພຣະຢາເວ, ໄດ້ກ່າວກັບໂຢຊວຍວ່າ, "ຈົ່ງລຸກຂຶ້ນເຖີດ! ເປັນຫຍັງເຈົ້າຈຶ່ງຫມູບຫນ້າລົງກັບພື້ນຢ່າງນີ້?
\v 11 ອິສະຣະເອນໄດ້ເຮັດບາບ. ພວກເຂົາໄດ້ລະເມີດພັນທະສັນຍາຂອງເຮົາ ຊຶ່ງເຮົາໄດ້ສັ່ງພວກເຂົາໄວ້. ພວກເຂົາໄດ້ລັກບາງສິ່ງທີ່ແຍກໄວ້ ພວກເຂົາໄດ້ລັກເອົາມາ ແລະ ປິດອຳໄວ້ ໂດຍໄດ້ວາງສິ່ງທີ່ໄດ້ລັກເອົາມາກັບຊັບສິນສ່ວນຕົວຂອງພວກເຂົາ.
\v 12 ຜົນຈາກເລື່ອງນີ້, ປະຊາຊົນອິສະຣາເອນຈຶ່ງບໍ່ສາມາດຕໍ່ສູ້ເຫລົ່າສັດຕຣູຂອງພວກເຂົາໄດ້, ພວກເຂົາຫັນຫລັງໃຫ້ພວກສັດຕຣູ ຂອງພວກເຂົາເພາະວ່າພວກເຂົາເອງໄດ້ກາຍເປັນສິ່ງຖືກແຍກ ເພື່ອການທຳລາຍເສຍເອງ. ເຮົາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປນອກຈາກພວກເຈົ້າຈະທຳລາຍສິ່ງຕ່າງໆ ທີ່ຄວນຕ້ອງທຳລາຍແຕ່ຍັງຢູ່ກັບພວກເຈົ້າ.
\s5
\v 13 ຈົ່ງລຸກຂຶ້ນ! ຊຳຣະປະຊາຊົນໃຫ້ບໍຣິສຸດ, ແລະ ກ່າວກັບພວກເຂົາວ່າ, 'ຈົ່ງຊຳຣະຕົວພວກເຈົ້າເສຍສຳລັບມື້ອື່ນ. ເພາະພຣະຢາເວພຣະເຈົ້າ, ຂອງອິສະຣາເອນກ່າວໄວ້ວ່າ, "ໂອອິສະຣາເອນເອີຍ, "ມີສິ່ງທີ່ຕ້ອງແຍກອອກເພື່ອທຳລາຍທີ່ຍັງຢູ່ທ່າມກາງພວກເຈົ້າ, ເຈົ້າຈຶ່ງສຸ້ຮົບເຫລົ່າສັດຕຣູບໍ່ໄດ້ ຈົນກວ່າພວກເຈົ້າຈະນຳສິ່ງຂອງທີ່ແຍກອອກເພື່ອທຳລາຍນັ້ນ ອອກເສຍຈາກຫມູ່ພວກເຈົ້າ."
\s5
\v 14 ໃນຕອນເຊົ້າ,​ເຈົ້າຕ້ອງນຳສະເຫນີຕົວເຈົ້າເອງໂດຍເຜົ່າຂອງເຈົ້າ. ເຜົ່າໃດທີ່ພຣະຢາເວຊົງເລືອກໄວ້ ກໍຈະຕ້ອງເຂົ້າມາເທື່ອລະຕະກູນ. ຕະກູນໃດທີ່ພຣະຢາເວ, ຊົງເລືອກໄວ້ກໍໃຫ້ເຂົ້າມາເທື່ອລະຄົວເຮືອນ. ຄົວເຮືອນໃດທີ່ພຣະຢາເວຊົງຄັດໄວ້ກໍໃຫ້ເຂົ້າມາເທື່ອລະຄົນ.
\v 15 ສິ່ງນີ້ຈະເກີດຂຶ້ນ ຄົນທີ່ຖືກຈັບຄັດເລືອກໄວ້ ແລະ ຜູ້ທີ່ມີສິ່ງທີ່ຖືກແຍກເພື່ອການທຳລາຍເຫລົ່ານັ້ນ, ເຂົາຈະຖືກເຜົາໄຟ, ລວມທັງທຸກສິ່ງທີ່ເຂົາມີເພາະວ່າເຂົາໄດ້ລະເມີດພັນທະສັນຍາຂອງພຣະຢາເວ, ແລະເພາະວ່າເຂົາໄດ້ເຮັດໃນສິ່ງທີ່ຫນ້າອັບອາຍໃນອິສະຣາເອນ."'
\s5
\v 16 ດັ່ງນັ້ນ, ໂຢຊວຍໄດ້ຕື່ນແຕ່ເດິກໆ ແລະ ໄດ້ນຳອິສະຣາເອນເຂົ້າມາໃກ້ເທື່ອລະເຜົ່າ, ແລະເຜົ່າຢູດາໄດ້ຖືກລືອກໄວ້.
\v 17 ໂຢຊວຍໄດ້ນຳເຜົ່າຢູດາມາໃກ້, ແລະ ຕະກູນເຊຣາກໍໄດ້ຖືກເລືອກ. ເຂົານຳຕະກູນເຊຣາ ມາເທື່ອລະຄົນ, ແລະ ຊັບດີໄດ້ຖືກເລືອກ.
\v 18 ເຂົາໄດ້ນຳຄົວເຮືອນຊັບດີເຂົ້າມາເທື່ອລະຄົນ, ແລະ ອາການລູກຊາຍຂອງການຫມີຜູ້ເປັນລູກຂອງຊັບດີ, ຜູ້ເປັນລູກຂອງ ເຊຣາຈາກເຜົ່າຢູດາກໍໄດ້ຖືກເລືອກໄວ້.
\s5
\v 19 ໂຢຊວຍຈຶ່ງກ່າວແກ່ ອາການວ່າ, "ລູກຂອງເຮົາເອີຍ, ຈົ່ງບອກຄວາມຈິງຕໍ່ຫນ້າພຣະຢາເວພຣະເຈົ້າ, ຂອງອິສະຣາເອນ, ແລະ ສາຣະພາບຜິດບາບຕໍ່ພຣະອົງ. ຈົ່ງບອກເຮົາວ່າທ່ານໄດ້ເຮັດຫຍັງລົງໄປ ຈົ່ງຢ່າປິດບັງເຮົາເລີຍ."
\v 20 ອາການໄດ້ຕອບໂຢຊວຍວ່າ, "ເປັນຄວາມຈິງ, ຂ້ານ້ອຍໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າ, ຂອງອິສະຣາເອນ. ນີ້ຄືສິ່ງທີ່ຂ້ານ້ອຍໄດ້ເຮັດ:
\v 21 ຄືເມື່ອຂ້ານ້ອຍໄດ້ເຫັນເສື້ອຄຸມງາມຈາກບາບີໂລນ, ເງິນຫນັກປະມານສອງຮ້ອຍເຊເຂ, ແລະ ຄຳແທ່ງຫນຶ່ງຫນັກ ຫ້າສິບເຊເຂ, ຂ້ານ້ອຍປຣາຖນາຢາກໄດ້ສິ່ງຂອງເຫລົ່ານັ້ນ ແລະ ເອົາມັນມາ. ຂອງພວກນັ້ນໄດ້ເຊື່ອງຢູ່ໃນດິນກາງເຕັນຂອງຂ້ານ້ອຍ, ແລະ ເງິນກໍຢູ່ພາຍໃຕ້ມັນນັ້ນ."
\s5
\v 22 ໂຢຊວຍຈຶ່ງສົ່ງຜູ້ສື່ສານໄປ, ຜູ້ທີ່ໄດ້ແລ່ນໄປທີ່ເຕັນ ແລະ ມີຂອງຕ່າງໆຢູ່ທີ່ນັ້ນ. ເມື່ອພວກເຂົາໄດ້ຫລຽວເຫັນ, ພວກເຂົາກໍພົບວ່າຂອງທີ່ເຊື່ອງໄວ້ໃນເຕັນຂອງເຂົາ, ແລະ ເງິນໄດ້ເຊື່ອງຢູ່ກ້ອງນັ້ນ.
\v 23 ພວກເຂົາໄດ້ນຳຂອງພວກນັ້ນອອກມາຈາກກາງເຕັນ ແລະ ນຳມາມອບໃຫ້ໂຢຊວຍ ແລະ ແກ່ປະຊາຊົນອິສະຣາເອນທັງຫມົດ. ແລ້ວເຂົາກໍວາງຂອງເຫລົ່ານັ້ນລົງຕໍ່ຫນ້າພຣະຢາເວ.
\s5
\v 24 ແລ້ວໂຢຊວຍ, ແລະ ຄົນອິສະຣາເອນທີ່ຢູ່ກັບເຂົາທັງຫມົດໄດ້ນຳອາການລູກເຊຣາ, ແລະເງິນ, ເສື້ອຄຸມ, ຄຳແທ່ງ, ບັນດາລູກຊາຍ ແລະ ລູກສາວຂອງເຂົາ, ຝູງງົວ, ລໍ, ແກະ, ຜ້າເຕັນຂອງເຂົາ, ແລະ ທຸກສິ່ງທີ່ເຂົາມີ, ແລະ ເຂົາທັງຫລາຍໄດ້ນຳສິ່ງຂອງເຫລົ່ານັ້ນໄປຍັງພູເຂົາອາໂຄ.
\s5
\v 25 ແລ້ວໂຢຊວຍກ່າວວ່າ, "ເປັນຫຍັງທ່ານຈຶ່ງນຳຄວາມທຸກຍາກມາໃຫ້ພວກເຮົາ? ພຣະຢາເວຈະຊົງນຳຄວາມທຸກຍາກມາເຖິງທ່ານໃນວັນນີ້." ພວກອິສະຣາເອນທັງຫມົດກໍເອົາກ້ອນຫີນແກ່ວງໃສ່ເຂົາ ແລ້ວພວກເຂົາເອົາກ້ອນຫີນແກ່ວງໃສ່ພວກທີ່ເຫລືອ ແລະ ຈູດພວກເຂົາດ້ວຍໄຟ.
\v 26 ພວກເຂົາເອົາກ້ອນຫີນຖົມທັບເຂົາໄວ້ເປັນກອງໃຫຍ່ທີ່ຍັງຢູ່ທີ່ນີ້ຈົນທຸກວັນນີ້. ພຣະຢາເວກໍຊົງຫັນຈາກຄວາມໂກດຮ້າຍຂອງພຣະອົງ, ດັ່ງນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືກເອີ້ນວ່າຮ່ອມພູອາໂຄມາຈົນເຖິງທຸກວັນນີ້.
\s5
\c 8
\cl ບົດທີ 8
\p
\v 1 ໄດ້ກ່າວກັບໂຢຊວຍວ່າ, "ຢ່າຢ້ານ; ຢ່າທໍ້ຖອຍໃຈເລີຍ. ຈົ່ງນຳທະຫານທັງຫມົດໄປກັບເຈົ້າ ລຸກຂຶ້ນໄປຍັງ ເມືອງອາອີ. ເບິ່ງແມ, ເຮົາໄດ້ມອບກະສັດຂອງເມືອງອາອີ, ໄວ້ໃນມືຂອງເຈົ້າແລ້ວ, ທັງປະຊາຊົນຂອງເຂົາ, ເມືອງຂອງເຂົາ, ແລະແຜ່ນດິນຂອງເຂົາ.
\v 2 ເຈົ້າຈົ່ງເຮັດກັບເມືອງອາອີ ແລະ ກະສັດຂອງເມືອງນັ້ນເຊັ່ນດຽວກັບທີ່ເຈົ້າໄດ້ເຮັດກັບເມືອງເຢຣີໂກ ແລະ ກະສັດຂອງເມືອງນັ້ນ, ຍົກເວັ້ນເຈົ້າຈະເອົາເຂົ້າຂອງ ແລະສັດລ້ຽງເປັນຂອງເຈົ້າໄດ້ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ."
\s5
\v 3 ດັ່ງນັ້ນໂຢຊວຍຈຶ່ງໄດ້ລຸກຂຶ້ນພ້ອມກັບທະຫານ ຂຶ້ນໄປຍັງເມືອງອາອີ. ແລ້ວໂຢຊວຍໄດ້ຄັດເລືອກຜູ້ຊາຍສາມຫມື່ນຄົນ - ເປັນຄົນທີ່ແຂງແຮງ, ຄົນທີ່ກ້າຫານ - ແລະ ໄດ້ສົ່ງພວກເຂົາອອກໄປໃນເວລາກາງຄືນ.
\v 4 ເຂົາໄດ້ສັ່ງພວກເຂົາວ່າ, "ພວກທ່ານຈົ່ງລີ້ຢູ່ດ້ານຫລັງຂອງເມືອງນັ້ນ, ຢ່າໄປໄກຈາກເມືອງ, ແຕ່ໃຫ້ທຸກຄົນຕຽມພ້ອມໄວ້.
\s5
\v 5 ສ່ວນຂ້ອຍ ແລະ ພວກຜູ້ຊາຍທັງຫມົດທີ່ຢູ່ກັບຂອ້ຍຈະບຸກເຂົ້າເມືອງ, ແລະ ເມື່ອພວກເຂົາອອກມາຕໍ່ສູ້ກັບພວກເຮົາ, ເຮົາກໍຈະແລ່ນຖອຍຫນີຈາກພວກເຂົາເຫມືອນກ່ອນຫນ້ານັ້ນ.
\v 6 ພວກເຂົາຈະຕາມພວກເຮົາອອກມາຈົນກວ່າເຮົາຈະດຶງພວກເຂົາອອກມາຫ່າງຈາກເມືອງ. ພວກເຂົາຈະເວົ້າວ່າ, 'ພວກເຂົາກຳລັງແລ່ນຫນີພວກເຮົາ ຢ່າງທີ່ພວກເຂົາເຮັດເທື່ອກ່ອນນັ້ນ. 'ດັ່ງນັ້ນພວກເຮົາກໍຈະຫນີຈາກພວກເຂົາ.
\v 7 ແລ້ວໃຫ້ພວກທ່ານຂຶ້ນມາຈາກທີ່ລີ້ ແລະ ທ່ານຈະເຂົ້າຢຶດເມືອງ, ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງມອບເມືອງນັ້ນໄວ້ໃນມືຂອງພວກທ່ານ.
\s5
\v 8 ເມື່ອພວກທ່ານເຂົ້າຢຶດເມືອງໄດ້ແລ້ວ, ທ່ານຈະຈູດໄຟເຜົາເມືອງ. ທ່ານຈະຕ້ອງເຮັດຢ່າງນີ້ເມື່ອທ່ານເຊື່ອຟັງຄຳສັ່ງຕາມທີ່ພຣະຢາເວ, ໄດ້ສັ່ງໄວ້, ນີ້ແຫລະທີ່ຂອ້ຍໄດ້ບອກທ່ານແລ້ວ."
\v 9 ໂຢຊວຍກໍໄດ້ສົ່ງພວກເຂົາໄປ, ແລະ ພວກເຂົາກໍອອກໄປຍັງທີ່ບ່ອນລີ້ໂຈມຕີ, ແລະ ພວກເຂົາລີ້ຢູ່ລະຫວ່າງເບັດເອນ ກັບເມືອງອາອີທາງທິດຕາເວັນຕົກຂອງເມືອງອາອີ. ແຕ່ໂຢຊວຍໄດ້ນອນຄ້າງຄືນຢູ່ທ່າມກາງປະຊາຊົນ.
\s5
\v 10 ໂຢຊວຍໄດ້ຕື່ນຂຶ້ນຕອນເຊົ້າແຕ່ເດິກໆ ແລະ ໃຫ້ທະຫານຂອງເຂົາຕຽມພ້ອມ, ໂຢຊວຍແລະ ພວກຜູ້ນຳຂອງອິສະຣາເອນ, ແລະ ພວກເຂົາໄດ້ເຂົ້າໂຈມຕີປະຊາຊົນຂອງເມືອງອາອີ.
\v 11 ທະຫານທັງຫມົດທີ່ຢູ່ກັບເພິ່ນ ໄດ້ມຸ້ງຫນ້າໄປຍັງເມືອງ. ພວກເຂົາໄດ້ເຂົ້າໃກ້ເມືອງ ແລະ ຕັ້ງຄ້າຍຢູ່ດ້ານທິດເຫນືອຂອງເມືອງອາອີ. ມີຮ່ອມພູຂັ້ນລະຫວ່າງພວກເຂົາກັບເມືອງອາອີ.
\v 12 ເພິ່ນໄດ້ນຳຜູ້ຊາຍປະມານຫ້າພັນຄົນ ແລະ ໃຫ້ພວກເຂົາລີ້ຢູ່ທາງທິດຕາເວັນຕົກຂອງເມືອງ ລະຫວ່າງເບັດເອນ ແລະ ເມືອງອາອີ.
\s5
\v 13 ພວກເຂົາກໍໄດ້ຈັດກອງກຳລັງທະຫານທັງຫມົດ, ໃຫ້ກອງທັບຫລັກຢູ່ດ້ານເຫນືອຂອງເມືອງ, ແລະ ພວກທັບຫລັງໃຫ້ຢູ່ດ້ານຕາເວັນອອກຂອງເມືອງ. ໂຢຊວຍໄດ້ຄ້າງຄືນຢູ່ໃນຮ່ອມພູ.
\v 14 ຕໍ່ມາເມື່ອກະສັດແຫ່ງເມືອງອາອີເຫັນດັ່ງນັ້ນ, ເພິ່ນ ແລະ ກອງທັບຂອງເພິ່ນກໍຕື່ນແຕ່ເຊົ້າ ແລະ ຟ້າວອອກໄປໂຈມຕີອິສະຣາເອນທີ່ສະຖານທີ່ນັ້ນ ຫັນໄປທາງຮ່ອມພູແຫ່ງແມ່ນ້ຳຈໍແດນ. ເພິ່ນບໍ່ຮູ້ວ່າຈະຖືກຫລອນໂຈມຕີທາງດ້ານຫລັງຂອງເມືອງ.
\s5
\v 15 ໂຢຊວຍ ແລະ ພວກອິສະຣາເອນທັງຫມົດກໍປ່ອຍໃຫ້ພວກເຂົາເອງຕີຖອຍຄືນຕໍ່ຫນ້າພວກເຂົາ, ແລະ ປົບຫນີໄປຍັງຖິ່ນແຫ້ງແລ້ງກັນດານ.
\v 16 ທຸກຄົນທີ່ຢູ່ໃນເມືອງກໍຖືກລໍ້ເພື່ອໃຫ້ໄລ່ຕາມພວກເຂົາໄປ, ແລະ ເມື່ອພວກເຂົາໄລ່ຕາມໂຢຊວຍໄປ ແລະ ພວກເຂົາກໍຖອນອອກໄປຈາກເມືອງ.
\v 17 ບໍ່ມີຜູ້ຊາຍຈັກຄົນເຫລືອຢູ່ໃນເມືອງອາອີ ແລະ ເບັດເອນ, ຜູ້ທີ່ບໍ່ໄດ້ອອກໄປໄລ່ຕາມອິສະຣາເອນ ພວກເຂົາປະເມືອງແລະ ປ່ອຍໃຫ້ເມືອງເປີດຢູ່ຂະນະໄລ່ຕາມອິສະຣາເອນໄປ.
\s5
\v 18 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເອົາຫອກຂອງເຈົ້າຊີ້ໄປທາງເມືອງອາອີ, ເພາະເຮົາຈະມອບເມືອງອາອີໄວ້ໃນມືຂອງເຈົ້າ." ໂຢຊວຍກໍໄດ້ຊີ້ຫອກທີ່ຢູ່ໃນມືໄປທາງເມືອງນັ້ນ.
\v 19 ພວກທະຫານທີ່ລີ້ຢູ່ເພື່ອໂຈມຕີກໍອອກໄປຢ່າງວ່ອງໄວຈາກທີ່ຂອງພວກເຂົາ ເມື່ອໂຢຊວຍໄດ້ເດ່ມືອອກໄປ. ພວກເຂົາໄດ້ແລ່ນ ແລະ ເຂົ້າໄປໃນເມືອງ ແລະ ໄດ້ຢຶດເມືອງໄວ້. ພວກເຂົາໄດ້ຈູດໄຟເຜົາເມືອງທັນທີ.
\s5
\v 20 ພວກຜູ້ຊາຍຊາວເມືອງອາອີ ຫລຽວຄືນຫລັງ. ພວກເຂົາເຫັນຄວັນໄຟຈາກເມືອງພຸ່ງຂຶ້ນສູ່ທ້ອງຟ້າ, ແລະ ພວກເຂົາບໍ່ສາມາດຫລົບຫນີໄປທາງນັ້ນຫລືທາງນີ້ໄດ້. ເພາະພວກທະຫານອິສະຣາເອນ ຜູ້ທີ່ໄດ້ຫລົບຫນີໄປຍັງຖິ່ນແຫ້ງແລ້ງກັນດານບັດນີ້ໄດ້ຫັນຫນ້າກັບມາ ພວກເຂົາເຫລົ່ານັ້ນທີ່ໄດ້ໄລ່ຕິດຕາມພວກເຂົາ.
\v 21 ເມື່ອໂຢຊວຍກັບຄົນອິສະຣາເອນທັງຫມົດ ເຫັນວ່າກອງຊູ້ມໂຈມຕີຢຶດເມືອງໄດ້ແລ້ວ ແລະ ຄວັນໄຟທີ່ໄຫມ້ເມືອງໄດ້ພຸ່ງຂຶ້ນ. ພວກເຂົາກໍຫັນກັບມາຂ້າຊາວເມືອງອາອີ.
\s5
\v 22 ທະຫານຄົນອື່ນໆຂອງອິສະຣາເອນ, ພວກຄົນທີ່ໄດ້ເຂົ້າໄປໃນເມືອງກໍໄດ້ອອກມາໂຈມຕີພວກເຂົາ. ດັ່ງນັ້ນພວກຜູ້ຊາຍຂອງເມືອງອາອີ ຈຶ່ງຢູ່ລະຫວ່າງກາງກອງທັບຂອງອິສະຣາເອນ, ຢູ່ຂ້າງນີ້ ແລະ ຢູ່ຂ້າງນັ້ນ. ອິສະຣາເອນໄດ້ໂຈມຕີຊາວເມືອງອາອີ; ຈົນບໍ່ມີຈັກຄົນລອດຊີວິດຫລືຫນີໄປໄດ້.
\v 23 ພວກເຂົາໄດ້ຈັບກະສັດແຫ່ງເມືອງອາອີ, ຜູ້ທີ່ຖືກຈັບເປັນ, ແລະ ພວກເຂົາໄດ້ຄຸມຕົວເຂົາມາຫາໂຢຊວຍ.
\s5
\v 24 ເມື່ອອິສະຣາເອນ ໄດ້ຂ້າສັດຕຣູໃນເມືອງອາອີທຸກຄົນໃນຖິ່ນແຫ້ງແລ້ງກັນດານທີ່ພວກເຂົາໄລ່ຕາມໄປນັ້ນ, ແລະ ເມື່ອຄົນເຫລົ່ານັ້ນທັງຫມົດຈົນເຖິງຄົນສຸດທ້າຍ, ໄດ້ລົ້ມຕາຍດ້ວຍຄົມດາບ. ພວກອິສະຣະເອນກໍໄດ້ກັບມາ ທີ່ເມືອງອາອີ. ແລະ ຂ້າທຸກຄົນຖິ້ມ.
\v 25 ພວກຄົນເຫລົ່ານັ້ນທີ່ຖືກຂ້າໃນວັນນັ້ນ, ທັງຜູ້ຊາຍ ແລະ ຜູ້ຍິງມີຈຳນວນທັງຫມົດສິບສອງພັນຄົນ, ຄືຊາວເມືອງອາອີ.
\v 26 ໂຢຊວຍຍັງສືບຕໍ່ຊີ້ຫອກຂອງຕົນໄປສູ່ເມືອງອາອີ ຈົນກວ່າເຂົາຈະໄດ້ທຳລາຍປະຊາຊົນຂອງເມືອງອາອີໃຫ້ພິນາດຫມົດ.
\s5
\v 27 ພວກອິສະຣາເອນພຽງແຕ່ເອົາຝູງສັດລ້ຽງ ແລະ ເຂົ້າຂອງຂອງເມືອງນັ້ນໄປເປັນຂອງພວກເຂົາ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂຢຊວຍໄວ້ນັ້ນ.
\v 28 ໂຢຊວຍຈຶ່ງເຜົາເມືອງອາອີ ແລະ ເຮັດໃຫ້ເປັນຊາກເພພັງຢູ່ເປັນນິດ. ມັນໄດ້ເປັນສະຖານທີ່ຫວ່າງເປົ່າມາຈົນເຖິງທຸກວັນນີ້.
\s5
\v 29 ເຂົາໄດ້ແຂວນກະສັດແຫ່ງອາອີທີ່ເທິງຕົ້ນໄມ້ໄວ້ຈົນຮອດຄ່ຳ. ເມື່ອຕາເວັນກຳລັງຈະຕົກ ໂຢຊວຍໄດ້ອອກຄຳສັ່ງໃຫ້ນຳເອົາສົບຂອງກະສັດລົງມາຈາກຕົ້ນໄມ້ ແລະ ໂຍນເຂົ້າໄປທີ່ຫນ້າປະຕູເມືອງ. ທີ່ນັ້ນພວກເຂົາໄດ້ເອົາຫີນຈຳນວນຫລາຍທັບຖົມໄວ້ເປັນກອງໃຫຍ່ ກອງຫີນນັ້ນຍັງຄົງຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
\s5
\v 30 ແລ້ວໂຢຊວຍໄດ້ສ້າງແທ່ນບູຊາທີ່ພູເຂົາ ເອບານ, ຖວາຍແດ່ພຣະຢາເວພຣະເຈົ້າ, ຂອງອິສະຣາເອນ.
\v 31 ດັ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ຊົງສັ່ງປະຊາຊົນອິສະຣາເອນ, ຕາມທີ່ໄດ້ຈາຣຶກໄວ້ໃນຫນັງສືກົດບັນຍັດຂອງໂມເຊວ່າ: "ແທ່ນບູຊາຈາກຫີນທີ່ບໍ່ຕັດແຕ່ງ, ທີ່ບໍ່ມີຜູ້ໃດໄດ້ໃຊ້ເຄື່ອງມືເຫລັກຕົກແຕ່ງເລີຍ." ເຂົາໄດ້ຖວາຍເຄື່ອງເຜົາບູຊາແດ່ພຣະຢາເວ, ແລະ ພວກເຂົາໄດ້ຖວາຍເພື່ອຄວາມສາມັກຄີທັມ.
\v 32 ໃນທີ່ນັ້ນຕໍ່ຫນ້າປະຊາຊົນຂອງອິສະຣາເອນ, ເຂົາໄດ້ຈາຣຶກສຳເນົາຂອງກົດບັນຍັດຂອງໂມເຊໄວ້ເທິງສີລານັ້ນ.
\s5
\v 33 ອິສະຣາເອນທັງຫມົດ, ພວກຜູ້ນຳ, ພວກເຈົ້າຫນ້າທີ່, ພວກຜູ້ຕັດສິນຂອງພວກເຂົາຢືນສອງຂ້າງຂອງຫີບ ກ່ອນປະໂລຫິດ ແລະ ຄົນເລວີຜູ້ທີ່ຫາມຫີບພັນທະສັນຍາຂອງພຣະຢາເວ -ພວກຄົນຕ່າງດ້າວເຊັ່ນດຽວກັບພວກທ້ອງຖິ່ນ - ເຄິ່ງຫນຶ່ງຂອງພວກເຂົາໄດ້ຢືນປິ່ນຫລັງໃສ່ພູເຂົາເກຣີຊິມ ແລະ ອີກເຄິ່ງຫນຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເອບານ. ພວກເຂົາໄດ້ອວຍພອນປະຊາຊົນອິສະຣາເອນ, ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ຊົງສັ່ງໄວ້ແຕ່ຕົ້ນ.
\s5
\v 34 ຫລັງຈາກນັ້ນໂຢຊວຍໄດ້ອ່ານທຸກຖ້ອຍຄຳໃນກົດບັນຍັດ, ເປັນຄຳອວຍພອນແລະ ຄຳສາບແຊ່ງ, ຕາມທີ່ຖ້ອຍຄຳເຫລົ່ານັ້ນໄດ້ຈາຣຶກໄວ້ໃນຫນັງສືກົດບັນຍັດ.
\v 35 ບໍ່ມີຈັກຄຳດຽວຈາກທີ່ໂມເຊໄດ້ສັ່ງໄວ້ແລ້ວ ທີ່ໂຢຊວຍບໍ່ໄດ້ອ່ານຕໍ່ຫນ້າການຊຸມນຸມຂອງອິສະຣາເອນ, ລວມທັງຜູ້ຍິງ, ເດັກນ້ອຍ, ແລະ ຄົນຕ່າງດ້າວທີ່ຢູ່ໃນຫມູ່ພວກເຂົາ.
\s5
\c 9
\cl ບົດທີ 9
\p
\v 1 ຫລັງຈາກນັ້ນບັນດາກະສັດ ທີ່ຢູ່ຫ່າງອອກໄປຈາກແມ່ນ້ຳຈໍແດນ, ແລະ ໃນດິນແດນແຖບເນີນພູ ແລະ ຕາມຕີນພູ ຕາມແຄມຝັ່ງທະເລໃຫຍ່ຈົນເຖິງເລບານອນ - ຄືຄົນຮິດຕີ, ຄົນອາໂມຣິດ, ຄົນການາອານ, ຄົນເປຣີຊີ, ຄົນຮີວີ, ແລະ ຄົນເຢບຸດ -
\v 2 ພວກເຂົາເຫລົ່ານີ້ໄດ້ຮ່ວມກັນພາຍໃຕ້ຄຳສັ່ງດຽວທີ່ຈະເຮັດສົງຄາມຕໍ່ສູ້ກັບໂຢຊວຍ ແລະ ອິສະຣາເອນ.
\s5
\v 3 ເມື່ອພວກທີ່ຢູ່ໃນເມືອງກີເບໂອນ ໄດ້ຍິນເຖິງສິ່ງທີ່ໂຢຊວຍໄດ້ກະທຳຕໍ່ເຢຣີໂກ ແລະ ເມືອງອາອີ.
\v 4 ພວກເຂົາຈຶ່ງໄດ້ໃຊ້ກົນອຸບາຍຫນຶ່ງ. ພວກເຂົາໄດ້ໄປດັ່ງພວກສື່ສານ. ພວກເຂົານຳເອົາຖົງທີ່ຂາດ ແລະ ພາດໃສ່ຫລັງລໍ. ພວກເຂົາໄດ້ເອົາຖົງຫນັງເຫລົ້າອະງຸ່ນເກົ່າທີ່ຈີກ, ຂາດ, ແລະໄດ້ຕາບຄືນ.
\v 5 ພວກເຂົາໃສ່ເກີບແຕະທີ່ເກົ່າ ແລະ ຂາດ ແລະ ນຸ່ງເສື້ອຜ້າເກົ່າ, ແລະ ຂາດ. ເຂົ້າຈີ່ທີ່ຖືໄປນຳກໍແຫ້ງ ແລະ ຕົກໂຫມະ.
\s5
\v 6 ພວກເຂົາໄດ້ເດີນທາງມາຫາໂຢຊວຍໃນຄ້າຍທີ່ກິນການ ແລະ ໄດ້ກ່າວກັບເພິ່ນ ແລະຜູ້ຊາຍທັງຂອງອິສະຣາເອນວ່າ, "ພວກເຮົາໄດ້ເດີນທາງມາຈາກດິນແດນທີ່ຢູ່ໄກຫລາຍ, ດັ່ງນັ້ນບັດນີ້ຂໍເຮັດຂໍ້ຕົກລົງກັບເຮົາເຖີດ."
\v 7 ບັນດາຜູ້ຊາຍຂອງອິສະຣາເອນ ໄດ້ກ່າວກັບຄົນຮິດຕີເຫລົ່ານັ້ນວ່າ, "ບາງທີພວກທ່ານອາດຈະອາໄສຢູ່ໃກ້ພວກເຮົານີ້ແຫລະ ເຮົາຈະເຮັດຂໍ້ຕົກລົງກັບພວກທ່ານໄດ້ຢ່າງໃດ?"
\v 8 ພວກເຂົາກ່າວກັບໂຢຊວຍວ່າ, "ເຮົາເປັນຄົນຮັບໃຊ້ຂອງທ່ານ" ໂຢຊວຍຖາມພວກເຂົາວ່າ, "ພວກທ່ານເປັນໃຜ?" ພວກທ່າມາຈາກໃສ?"
\s5
\v 9 ພວກເຂົາໄດ້ກ່າວກັບເພິ່ນວ່າ, "ຜູ້ຮັບໃຊ້ທັງຫລາຍຂອງພວກທ່ານໄດ້ມາຈາກແຜ່ນດິນທີ່ໄກຫລາຍ, ເພາະພຣະນາມພຣະຢາເວ, ພຣະເຈົ້າຂອງທ່ານ. ພວກເຮົາໄດ້ຍິນເຖິງເລື່ອງລາວຂອງພຣະອົງ, ແລະ ທຸກເລື່ອງລາວທີ່ພຣະອົງໄດ້ຊົງກະທຳໃນເອຢິບ -
\v 10 ແລະ ທຸກສິ່ງທີ່ພຣະອົງໄດ້ກະທຳກັບກະສັດສອງຄົນຂອງຊາວອາໂມຣິດ ທີ່ອີກຟາກຫນຶ່ງຂອງຈໍແດນ - ຄືເຈົ້າສີໂຫນກະສັດຂອງເຮັດສະໂບນ, ແລະ ໂອກກະສັດຂອງບາຊານຜູ້ຢູ່ທີ່ເມືອງອັສະຕາໂຣດ.
\s5
\v 11 ພວກຜູ້ນຳຂອງພວກເຮົາ ແລະ ປະຊາຊົນທັງຫມົດໃນແຜ່ນດິນຂອງພວກເຮົາໄດ້ກ່າວແກ່ເຮົາວ່າ, 'ຈົ່ງເອົາອາຫານສຳລັບເດີນທາງ. ຈົ່ງໄປຫາພວກເພິ່ນ ແລະ ກ່າວແກ່ພວກເພິ່ນວ່າ, "ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ. ຂໍເຮັດຂໍ້ຕົກລົງກັບພວກເຮົາເຖີດ."
\v 12 ນີ້ຄືເຂົ້າຈີ່ຂອງພວກເຮົາ, ມັນຍັງອຸ່ນໆຢູ່ເມື່ອພວກເຮົານຳອອກມາຈາກບ້ານຂອງພວກເຮົາ ໃນມື້ທີ່ພວກເຮົາອອກເດີນທາງມາຫາພວກທ່ານ. ແຕ່ບັດນີ້, ເບິ່ງເຖີດ, ມັນແຫ້ງແລະ ຕົກໂຫມະແລ້ວ.
\v 13 ຖົງເຫລົ້າອະງຸ່ນນີ້ຍັງໃຫມ່ເມື່ອເຮົາເຕີມເຫລົ້າອະງຸ່ນ, ແລະ ນຳມາດ້ວຍ, ແລະ ເບິ່ງເຖີດ, ບັດນີ້ມັນກຳລັງຮົ່ວ ເສື້ອຜ້າ ແລະ ເກີບແຕະຂອງພວກເຮົາກໍຂາດເນື່ອງຈາກການເດີນທາງທີ່ໄກຫລາຍ."'
\s5
\v 14 ດັ່ງນັ້ນພວກອິສະຣາເອນກໍຮັບອາຫານຂອງພວກເຂົາມາ, ແຕ່ພວກເຂົາບໍ່ໄດ້ຂໍຄຳແນະນຳຈາກພຣະຢາເວເພື່ອການຊົງນຳ.
\v 15 ໂຢຊວຍກໍໄດ້ສ້າງມິດຕະພາບກັບພວກເຂົາ ແລະ ເຮັດຄຳສັນຍາກັບພວກເຂົາ, ໃຫ້ໄວ້ຊີວິດພວກເຂົາ. ພວກຜູ້ນຳຂອງປະຊາຊົນໄດ້ເຮັດຄຳສາບານກັບພວກເຂົາດ້ວຍ.
\s5
\v 16 ນັບເປັນເວລາສາມວັນຫລັງຈາກທີ່ພວກອິສະຣາເອນໄດ້ເຮັດຂໍ້ຕົກລົງກັບພວກເຂົາ, ພວກເຂົາທັງຫລາຍກໍໄດ້ຮູ້ວ່າພວກເຂົາເຫລົ່ານັ້ນເປັນເພື່ອນບ້ານຂອງພວກເຂົາ ແລະ ພວກເຂົາອາໄສຢູ່ໃກ້ໆນີ້ເອງ.
\v 17 ແລ້ວພວກອິສະຣາເອນໄດ້ອອກເດີນທາງໄປເມືອງຕ່າງໆຂອງພວກເຂົາໃນວັນທີສາມ. ເມືອງຂອງພວກເຂົາເຫລົ່ານັ້ນຄືເມືອງກີເບໂອນ, ເກຟີລາ, ເບເອໂຣດແລະ ກີເລອາດ ເຢອາຣິມ.
\s5
\v 18 ພວກປະຊາຊົນຂອງອິສະຣາເອນ ບໍ່ໄດ້ໂຈມຕີພວກເຂົາເພາະວ່າພວກຜູ້ນຳຂອງເຂົາ ໄດ້ເຮັດສາບານຢ່າງຫນັກແຫນ້ນກັບພວກເຂົາ ຕໍ່ພຣະຢາເວ, ພຣະເຈົ້າຂອງອິສະຣາເອນແລ້ວ. ພວກອິສະຣາເອນທັງຫມົດກໍຕໍ່ວ່າພວກຜູ້ນຳຂອງເຂົາ.
\v 19 ແຕ່ພວກຜູ້ນຳທັງຫລາຍໄດ້ກ່າວແກ່ປະຊາຊົນທັງປວງວ່າ, "ເຮົາໄດ້ສາບານກັບພວກເຂົາຕໍ່ຫນ້າພຣະຢາເວ, ພຣະເຈົ້າຂອງອິສະຣາເອນແລ້ວ, ແລະ ບັດນີ້ເຮົາບໍ່ສາມາດທຳຮ້າຍພວກເຂົາໄດ້.
\s5
\v 20 ນີ້ຄືສິ່ງທີ່ພວກເຮົາຈະກະທຳກັບພວກເຂົາ: ເພື່ອບໍ່ໃຫ້ຄວາມໂກດຮ້າຍໃດໆ ລົງມາເຫນືອເຮົາ ເພາະຄຳສາບານຊຶ່ງເຮົາໄດ້ສາບານຕໍ່ພວກເຂົານັ້ນ, ເຮົາຈະໄວ້ຊີວິດພວກເຂົາ."
\v 21 ພວກຜູ້ນຳຈຶ່ງໄດ້ກ່າວກັບປະຊາຊົນຂອງພວກເຂົາວ່າ, "ໃຫ້ພວກເຂົາມີຊີວິດຕໍ່ໄປເທາະ" ດັ່ງນັ້ນພວກກີເບໂອນຈຶ່ງໄດ້ເປັນຄົນຕັດຟືນ ແລະ ຄົນຕັກນ້ຳສຳລັບພວກອິສະຣາເອນທັງຫມົດ, ຕາມທີ່ພວກຜູ້ນຳໄດ້ກ່າວໄວ້ກ່ຽວກັບພວກເຂົາ.
\s5
\v 22 ໂຢຊວຍຈຶ່ງເອີ້ນພວກເຂົາມາ ແລະ ກ່າວວ່າ, "ເປັນຫຍັງພວກເຈົ້າຈຶ່ງຫລອກລວງພວກເຮົາ ເມື່ອພວກເຈົ້າກ່າວວ່າ, 'ພວກເຮົາຢູ່ຫ່າງໄກຫລາຍຈາກພວກທ່ານ', ໃນເມື່ອພວກເຈົ້າກໍຢູ່ທີ່ນີ້ທ່າມກາງພວກເຮົາ?
\v 23 ບັດນີ້, ເພາະເຫດນີ້ພວກເຈົ້າຈຶ່ງຖືກສາບແຊ່ງ ແລະ ບາງຄົນໃນພວກເຈົ້າຈະຕົກເປັນທາດໄປຕະຫລອດ, ຄົນເຫລົ່ານັ້ນທີ່ຕັດຟືນ ແລະ ຕັກນ້ຳສຳລັບພຣະວິຫານຂອງພຣະເຈົ້າຂອງເຮົາ."
\s5
\v 24 ພວກເຂົາໄດ້ຕອບໂຢຊວຍ ແລະ ກ່າວວ່າ, "ເພາະເຫດວ່າ ເຮົາຜູ້ຮັບໃຊ້ຂອງພວກທ່ານ ໄດ້ຮັບການບອກເລົ່າວ່າພຣະຢາເວ ພຣະເຈົ້າຂອງພວກທ່ານໄດ້ຊົງສັ່ງໃຫ້ຜູ້ຮັບໃຊ້ຂອງພຣະອົງຄື ໂມເຊມອບແຜ່ນດິນທັງຫມົດນີ້ແກ່ທ່ານ, ແລະໃຫ້ທຳລາຍຜູ້ທີ່ອາໄສຢູ່ທັງຫມົດເທິງແຜ່ນດິນຕໍ່ຫນ້າທ່ານ - ດັ່ງນັ້ນພວກເຮົາຈຶ່ງຢ້ານຫລາຍກ່ຽວກັບຊີວິດຂອງພວກເຮົາ.
\v 25 ບັດນີ້, ຈົ່ງເບິ່ງ, ພວກທ່ານໄດ້ຄວບຄຸມພວກເຮົາໃຫ້ຢູ່ໃນອຳນາດຂອງທ່ານແລ້ວ. ຂໍທ່ານເຮັດຕາມທີ່ທ່ານເຫັນວ່າດີແລະ ຖືກຕ້ອງສຳລັບທ່ານທີ່ຈະເຮັດກັບພວກເຮົາ, ຈົ່ງກະທຳເຖີດ."
\s5
\v 26 ດັ່ງນັ້ນໂຢຊວຍຈຶ່ງເຮັດເຊັ່ນນີ້ຕໍ່ພວກເຂົາ: ເພິ່ນໄດ້ຍ້າຍພວກເຂົາອອກຈາກການຄວບຄຸມຂອງປະຊາຊົນອິສະຣາເອນ, ແລະ ພວກອິສະຣາເອນບໍ່ໄດ້ຂ້າພວກເຂົາ.
\v 27 ໃນວັນນັ້ນໂຢຊວຍ ໄດ້ເຮັດໃຫ້ຄົນກີເບໂອນໃຫ້ເປັນຄົນຕັດຟືນ ແລະ ຄົນຕັກນ້ຳສຳລັບຊຸມຊົນ, ແລະ ສຳລັບແທ່ນບູຊາຂອງພຣະຢາເວ, ຈົນເຖິງທຸກວັນນີ້, ໃນສະຖານທີ່ຊຶ່ງພຣະຢາເວຊົງເລືອກ.
\s5
\c 10
\cl ບົດທີ 10
\p
\v 1 ບັດນີ້ເມື່ອອາໂດນີເຊເດັກ, ກະສັດແຫ່ງເຢຣູຊາເລັມ, ຊົງໄດ້ຍິນວ່າໂຢຊວຍໄດ້ຢຶດເມືອງອາອີ ແລະ ໄດ້ທຳລາຍເມືອງຈົນກ້ຽງແລ້ວ (ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບເຢຣີໂກ ແລະ ກະສັດຂອງເມືອງນັ້ນ), ເຂົາໄດ້ຍິນດ້ວຍວ່າປະຊາຊົນຂອງກີເບໂອນໄດ້ເຮັດສັນຍາສັນຕິພາບກັບອິສະຣາເອນ ແລະ ໄດ້ຢູ່ທ່າມກາງພວກເຂົາ.
\v 2 ປະຊາຊົນຂອງເຢຣູຊາເລັມກໍຮູ້ສຶກຢ້ານກົວຫລາຍ ເພາະວ່າກີເບໂອນເປັນເມືອງໃຫຍ່, ເຫມືອນກັບເມືອງຫລວງທັງຫລາຍ. ເປັນເມືອງໃຫຍ່ກວ່າເມືອງອາອີ, ແລະ ພວກຜູ້ຊາຍຂອງເມືອງທຸກຄົນກໍເປັນນັກຮົບທີ່ເກັ່ງກ້າດ້ວຍ.
\s5
\v 3 ດັ່ງນັ້ນ ອາໂດນີເຊເດັກ, ກະສັດແຫ່ງເຢຣູຊາເລັມຈຶ່ງໄດ້ສົ່ງສານໄປຫາໂຮຮາມ, ກະສັດແຫ່ງເຮັບໂຣນ, ເຈົ້າປີຣາມກະສັດແຫ່ງຢາຣະມຸດ, ແລະ ເຈົ້າຢາເຟຍກະສັດແຫ່ງລາກິດ, ແລະ ເຈົ້າເດບີກະສັດແຫ່ງເອກໂລນວ່າ:
\v 4 "ຂໍເຊີນພວກທ່ານມາຫາຂ້າພະເຈົ້າ ແລະ ຊ່ວຍຂ້າພະເຈົ້າໂຈມຕີ ກີເບໂອນເຖີດ ເພາະວ່າພວກເຂົາໄດ້ເຮັດສັນຍາສັນຕິພາບກັບໂຢຊວຍ ແລະ ກັບປະຊາຊົນອິສະຣາເອນ."
\s5
\v 5 ກະສັດອາໂມຣິດທັງຫ້າຄົນນັ້ນຄືກະສັດແຫ່ງເຢຣູຊາເລັມ, ກະສັດແຫ່ງເຮັບໂຣນ, ກະສັດແຫ່ງຢາຣະມຸດ, ກະສັດແຫ່ງລາກິດ, ກະສັດແຫ່ງເອກໂລນກໍໄດ້ຂຶ້ນມາ, ພວກເຂົາ ແລະ ກອງທັບທັງຫມົດຂອງພວກເຂົາທັງຫມົດ. ພວກເຂົາກໍໄດ້ຈັດວາງກຳລັງຂອງຕົນເພື່ອຕໍ່ສູ້ກັບກີເບໂອນ, ແລະພວກເຂົາກໍໄດ້ບຸກໂຈມຕີ.
\s5
\v 6 ຜູ້ຄົນກີເບໂອນໄດ້ສົ່ງສານໄປຫາໂຢຊວຍ ແລະ ກອງທັບທີ່ກິນການ. ພວກເຂົາໄດ້ກ່າວວ່າ, "ໄວເຂົ້າເຖີດ! ຂໍຢ່າປະມືຂອງພວກທ່ານຜູ້ຮັບໃຊ້ຂອງທ່ານ. ຈົ່ງຂຶ້ນມາຫາພວກເຮົາໂດຍໄວ ແລະຊ່ວຍພວກເຮົາໃຫ້ລອດດ້ວຍເຖີດ, ຈົ່ງຊ່ວຍພວກເຮົາເພາະກະສັດແຫ່ງອາໂມຣິດໄດ້ຢູ່ໃນດິນແດນເທິງພູເຂົາໄດ້ໂຈມຕີພວກເຮົາ."
\v 7 ໂຢຊວຍໄດ້ຂຶ້ນໄປຈາກກິນການ, ຄືເຂົາ ແລະ ທະຫານທັງຫມົດ ແລະ ນັກຕໍ່ສູ້ທຸກຄົນໄດ້ໄປກັບເພິ່ນ.
\s5
\v 8 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຢ່າຢ້ານພວກເຂົາເລີຍ. ເຮົາໄດ້ມອບພວກເຂົາໄວ້ໃນມືເຈົ້າແລ້ວ. ຈະບໍ່ມີໃຜໃນພວກເຂົາຈະສາມາດຕໍ່ສູ້ເຈົ້າໄດ້."
\s5
\v 9 ໂຢຊວຍໄດ້ເຂົ້າໂຈມຕີພວກນັ້ນທັນທີ, ໄດ້ຍົກທັບເດີນທາງຕະຫລອດທັງຄືນຈາກກິນການ.
\v 10 ພຣະຢາເວໄດ້ຊົງເຮັດໃຫ້ພວກສັດຕຣູສັບສົນຕໍ່ຫນ້າອິສະຣາເອນ, ແລະ ອິສະຣາເອນໄດ້ຂ້າພວກເຂົາຕາຍຢ່າງຫລວງຫລາຍທີ່ກິນການ ແລະ ໄດ້ໄລ່ຕິດຕາມຫົນທາງຂຶ້ນໄປທີ່ ເບັດໂຮໂຣນ, ແລະ ພວກເຂົາໄດ້ຂ້າພວກນັ້ນເທິງຫົນທາງທີ່ໄປອາເຊກາ ແລະ ມັກເກດາ.
\s5
\v 11 ຂະນະທີ່ພວກເຂົາແລ່ນຖອຍຫນີຈາກພວກອິສະຣາເອນ, ໄປຕາມທາງເບັດໂຮໂຣນນັ້ນ ພຣະຢາເວຊົງໂຍນກ້ອນຫີນກ້ອນໃຫຍ່ໆລົງມາຈາກຟ້າເຫນືອພວກເຂົາ ຕະຫລອດເຖິງເມືອງອາເຊກາ, ແລະ ເຂົາທັງຫລາຍກໍຕາຍ. ຜູ້ທີ່ຕາຍດ້ວຍລູກເຫັບຫີນນັ້ນ ກໍຫລາຍກວ່າຜູ້ທີ່ຕາຍດ້ວຍດາບຂອງຜູ້ຊາຍອິສະຣາເອນ.
\s5
\v 12 ແລ້ວໂຢຊວຍກໍກ່າວຕໍ່ພຣະຢາເວ, ໃນມື້ທີ່ພຣະຢາເວໄດ້ຊົງມອບຊັຍຊະນະໃຫ້ອິສະຣາເອນ ເຫນືອຊາວອາໂມຣິດ. ນີ້ຄືສິ່ງທີ່ໂຢຊວຍໄດ້ກ່າວຕໍ່ພຣະຢາເວ, ຕໍ່ຫນ້າພວກອິສະຣາເອນວ່າ, "ດວງອາທິດ, ຈົ່ງຢຸດຢູ່ທີ່ເມືອງກີເບໂອນສາ, ແລະ ດວງເດືອນ, ຈົ່ງຢຸດຢູ່ເທິງຮ່ອມພູໄອຢາໂຣນ."
\s5
\v 13 ດວງອາທິດໄດ້ຢຸດຢູ່, ແລະ ດວງເດືອນກໍບໍ່ໄດ້ເຄື່ອນຍ້າຍໄປໃສ ຈົນກວ່າຊົນຊາດຈະໄດ້ແກ້ແຄ້ນສັດຕຣູຂອງພວກເຂົາ. ສິ່ງນີ້ໄດ້ຖືກບັນທຶກໄວ້ໃນຫນັງສືຢາຊາບໍ່ແມ່ນບໍ? ດວງອາທິດຍັງຢຸດຢູ່ກາງທ້ອງຟ້າ; ມັນບໍ່ໄດ້ຕົກໄປປະມານຫນຶ່ງວັນ.
\v 14 ຈະບໍ່ມີວັນໃດເຫມືອນເຊັ່ນນີ້ ກ່ອນຫລືຫລັງນີ້ອີກແລ້ວທີ່ພຣະຢາເວໄດ້ຊົງຟັງສຽງຂອງມະນຸດ. ເພາະພຣະຢາເວໄດ້ຕໍ່ສູ້ເພື່ອພວກຂອງອິສະຣາເອນ.
\s5
\v 15 ໂຢຊວຍກັບພວກອິສະຣາເອນທັງຫມົດ ທີ່ຢູ່ກັບເພິ່ນກໍໄດ້ກັບໄປທີ່ຄ້າຍທີ່ກິນການ.
\v 16 ບັດນີ້ກະສັດທັງຫ້າຄົນນັ້ນໄດ້ຫນີໄປຫລົບລີ້ຢູ່ໃນຖ້ຳມັກເກດາ.
\v 17 ໄດ້ມີລາຍງານໄປເຖິງໂຢຊວຍວ່າ, "ພວກເຂົາໄດ້ພົບກະສັດທັງຫ້າຄົນ! ພວກເຂົາໄດ້ຫລົບລີ້ຢູ່ໃນຖ້ຳມັກເກດາ!"
\s5
\v 18 ໂຢຊວຍໄດ້ກ່າວວ່າ, "ຈົ່ງກື່ງກ້ອນຫີນປິດປາກຖ້ຳແລະ ໃຫ້ທະຫານເຝົ້າພວກເຂົາໄວ້.
\v 19 ຈົ່ງຢ່າຖ້າຢູ່. ໃຫ້ຕິດຕາມພວກສັດຕຣູຂອງພວກເຈົ້າ ແລະ ໂຈມຕີພວກເຂົາຈາກດ້ານຫລັງ. ຈົ່ງຢ່າໃຫ້ພວກເຂົາໄດ້ເຂົ້າມາໃນເມືອງຂອງພວກເຂົາ, ເພາະວ່າພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຊົງມອບພວກເຂົາໄວ້ໃນມືຂອງພວກເຈົ້າແລ້ວ."
\s5
\v 20 ໂຢຊວຍ ແລະ ລູກແຫ່ງອິດສະຣາເອນ ໄດ້ເສັດສິ້ນຈາກການຂ້າພວກເຂົາຫລົ່ານັ້ນເປັນຈຳນວນຫລາຍ, ຈົນພວກເຂົາເກືອບຖືກທຳລາຍຈົນຫມົດກ້ຽງແລ້ວ; ມີແຕ່ພຽງຜູ້ລອດຊີວິດສອງ ສາມຄົນເທົ່ານັ້ນທີ່ໄດ້ຫລົບຫນີໄປຢູ່ໃນເມືອງທີ່ມີກຳແພງລ້ອມ.
\v 21 ແລ້ວກອງທັບທັງຫມົດກໍກັບມາຫາໂຢຊວຍທີ່ຄ້າຍພັກມັກເກດາ. ບໍ່ມີໃຜກ້າກ່າວຮ້າຍປະຊາຊົນອິສະຣາເອນອີກຕໍ່ໄປ.
\s5
\v 22 ໂຢຊວຍຈຶ່ງກ່າວວ່າ, "ຈົ່ງເປີດປາກຖ້ຳແລະ ນຳກະສັດທັງຫ້າພະອົງອອກມາຫາເຮົາ."
\v 23 ພວກເຂົາກໍເຮັດຕາມທີ່ເພິ່ນໄດ້ບອກ. ພວກເຂົານຳກະສັດທັງຫ້າພະອົງອອກມາຈາກຖ້ຳພາມາຫາທ່ານ - ມີກະສັດແຫ່ງເຢຣູຊາເລັມ, ກະສັດແຫ່ງເຮັບໂຣນ, ກະສັດແຫ່ງຢາຣະມຸດ, ກະສັດແຫ່ງລາກິດ, ແລະ ກະສັດແຫ່ງເອກໂລນ.
\s5
\v 24 ເມື່ອພວກເຂົານຳກະສັດເຫລົ່ານັ້ນມາຫາໂຢຊວຍ, ເຂົາຈຶ່ງເອີ້ນໃຫ້ຄົນອິສະຣາເອນທັງຫມົດມາ. ເຂົາໄດ້ກ່າວກັບຜູ້ບັງຄັບການຂອງທະຫານທີ່ອອກໄປຮ່ວມຣົບກັບທ່ານວ່າ, "ຈົ່ງເອົາຕີນຂອງພວກທ່ານຢຽບທີ່ຄໍຂອງພວກເຂົາ." ດັ່ງນັ້ນເຂົາກໍຂຶ້ນມາ ແລະ ເອົາຕີນຢຽບຄໍຂອງພວກເຂົາ.
\v 25 ແລ້ວເພິ່ນເວົ້າກັບພວກເຂົາວ່າ "ຢ່າຢ້ານຫລືຕົກໃຈເລີຍ. ຈົ່ງເຂັ້ມແຂງ ແລະກ້າຫານເຖີດ. ນີ້ຄືສິ່ງທີ່ພຣະຢາເວຈະເຮັດກັບພວກສັດຕຣູຂອງພວກເຈົ້າທຸກຄົນທີ່ພວກເຈົ້າກຳລັງຈະຕໍ່ສູ້ດ້ວຍ."
\s5
\v 26 ແລ້ວໂຢຊວຍໄດ້ລົງມື ແລະ ໄດ້ຂ້າພວກກະສັດ. ເພິ່ນໄດ້ແຂວນພວກເຂົາໄວ້ເທິງຕົ້ນໄມ້ຫ້າຕົ້ນຈົນຮອດຄ່ຳ.
\v 27 ເມື່ອຕາເວັນຕົກດິນ, ໂຢຊວຍໄດ້ມີຄຳສັ່ງ ແລະ ພວກເຂົາໄດ້ນຳເອົາສົບກະສັດເຫລົ່ານັ້ນລົງມາຈາກຕົ້ນໄມ້, ແລະ ກໍໄດ້ໂຍນເຂົ້າໄປໃນຖ້ຳທີ່ພວກເຂົາເຄີຍຫລົບລີ້ຢູ່ກ່ອນນັ້ນແລ້ວປາກຖ້ຳກໍຖືກປິດດວ້ຍຫີນກ້ອນໃຫຍ່ ກ້ອນຫີນເຫລົ່ານັ້ນຍັງຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
\s5
\v 28 ໂດຍວິທີນີ້, ໂຢຊວຍກໍຢຶດເມືອງມັກເກດາໄດ້ວັນນັ້ນ ແລະ ໄດ້ຂ້າທຸກຄົນທີ່ນັ້ນດ້ວຍດາບ, ລວມທັງກະສັດຂອງເມືອງນັ້ນ. ເພິ່ນໄດ້ທຳລາຍພວກເຂົາ ແລະ ສິ່ງມີຊີວິດທຸກຢ່າງທີ່ນັ້ນຈົນຫມົດກ້ຽງ. ເຂົາບໍ່ໃຫ້ເຫລືອຜູ້ລອດຊີວິດ. ເຂົາໄດ້ກະທຳຕໍ່ກະສັດແຫ່ງມັກເກດາເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບກະສັດເຢຣີໂກ.
\s5
\v 29 ໂຢຊວຍ ແລະ ອິສະຣາເອນທັງຫມົດກໍໄດ້ອອກຈາກມັກເກດາມາເຖິງເມືອງລິບນາ. ເຂົາໄດ້ໄປສູ້ຮົບກັບລິບນາ.
\v 30 ພຣະຢາເວຍັງໄດ້ມອບເມືອງນີ້ໄວ້ໃນມືຂອງອິສະຣາເອນ - ເຊັ່ນດຽວກັບກະສັດຂອງພວກເຂົາ. ໂຢຊວຍໄດ້ລົງມືໂຈມຕີທຸກສິ່ງທີ່ມີຊີວິດດ້ວຍດາບ. ເພິ່ນບໍ່ໄດ້ປ່ອຍໃຫ້ໃຜລອດຊີວິດ. ເພິ່ນໄດ້ເຮັດກັບກະສັດຂອງເມືອງນີ້ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບກະສັດແຫ່ງເຢຣີໂກ.
\s5
\v 31 ແລ້ວໂຢຊວຍ ແລະ ພວກອິສະຣາເອນທັງຫມົດກໍອອກຈາກເມືອງລິບນາມາເຖິງເມືອງລາກິດ. ເຂົາຕັ້ງຄ້າຍໃກ້ເມືອງ ແລະ ກໍເຂົ້າໂຈມຕີ.
\v 32 ພຣະຢາເວໄດ້ປຣະທານລາກິດໃຫ້ຢູ່ໃນມືຂອງອິສະຣາເອນ. ໂຢຊວຍກໍໄດ້ຢຶດເມືອງໃນວັນທີສອງ. ເພິ່ນໄດ້ລົງມືກັບທຸກສິ່ງໃນເມືອງນັ້ນດ້ວຍດາບ, ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບລິບນາ.
\s5
\v 33 ແລ້ວໂຮຣາມ, ກະສັດແຫ່ງເກເຊ, ໄດ້ຂຶ້ນມາຊ່ວຍເມືອງລາກິດ. ໂຢຊວຍກໍໄດ້ໂຈມຕີເຂົາ ແລະ ກອງທັບຂອງເຂົາຈົນວ່າບໍ່ເຫລືອຜູ້ລອດຊີວິດເລີຍ.
\s5
\v 34 ແລ້ວໂຢຊວຍພ້ອມກັບພວກອິສະຣາເອນທັງຫມົດກໍອອກຈາກເມືອງລາກິດມາເຖິງເມືອງເອກໂລນ. ພວກເຂົາໄດ້ຕັ້ງຄ້າຍໃກ້ເມືອງແລະ ເຂົ້າໂຈມຕີເມືອງນັ້ນ,
\v 35 ແລະ ໄດ້ຢຶດເມືອງໃນວັນດຽວກັນ. ພວກເຂົາໄດ້ແທງດ້ວຍດາບ ແລະ ພວກເຂົາໄດ້ທຳລາຍທຸກຄົນທີ່ຢູ່ໃນເມືອງນັ້ນ, ຢ່າງດຽວທີ່ໂຢຊວຍໄດ້ເຮັດຕໍ່ເມືອງລາກິດ.
\s5
\v 36 ແລ້ວໂຢຊວຍພ້ອມກັບພວກອິສະຣາເອນທັງຫມົດກໍຂຶ້ນໄປຈາກເມືອງເອກໂລນມາເຖິງເມືອງເຮັບໂຣນ. ພວກເຂົາກໍໄດ້ເຂົ້າລ້ອມ ແລະ ເຂົ້າໂຈມຕີເມືອງນັ້ນ.
\v 37 ພວກເຂົາກໍຢຶດເມືອງນັ້ນແລ້ວ ກໍໄດ້ຂ້າກະສັດ ແລະ ຫມູ່ບ້ານໂດຍຮອບ. ພວກເຂົາທຳລາຍທຸກສິ່ງທຸກຢ່າງທີ່ມີຊີວິດໃນເມືອງນັ້ນຢ່າງຮາບຄາບ, ບໍ່ໃຫ້ເຫລືອຜູ້ໃດລອດຊີວິດ, ເຊັ່ນດຽວກັບທີ່ໂຢຊວຍໄດ້ເຮັດກັບເມືອງເອກໂລນ. ເພິ່ນໄດ້ທຳລາຍເມືອງນັ້ນແລະ ສິ່ງທີ່ມີຊີວິດທຸກຢ່າງໃນເມືອງນັ້ນ.
\s5
\v 38 ແລ້ວໂຢຊວຍກໍໄດ້ກັບ, ແລະ ກອງທັບອິສະຣາເອນທັງຫມົດທີ່ຢູ່ກັບເພິ່ນ, ແລະ ພວກເຂົາກໍກັບມາຍັງເມືອງເດບີ ແລະ ເຂົ້າໂຈມຕີເມືອງນັ້ນ.
\v 39 ທ່ານກໍໄດ້ຢຶດເມືອງລວມທັງກະສັດ, ແລະ ຫມູ່ບ້ານໂດຍຮອບທັງຫມົດ. ພວກເຂົາກໍໄດ້ລົງມືຂ້າພວກເຂົາດ້ວຍດາບ ແລະ ກໍໄດ້ທຳລາຍທຸກສິ່ງທີ່ຢູ່ໃນເມືອງນັ້ນຢ່າງລາບຄາບ. ໂຢຊວຍບໍ່ໄດ້ໃຫ້ຜູ້ໃດລອດຊີວິດ, ທ່ານໄດ້ເຮັດຕໍ່ເມືອງເຮັບໂຣນ ແລະ ກະສັດຂອງເມືອງນັ້ນຢ່າງໃດທ່ານກໍເຮັດກັບເມືອງລິບນາ ແລະ ກະສັດຂອງເມືອງນັ້ນຢ່າງນັ້ນ.
\s5
\v 40 ໂຢຊວຍໄດ້ຊັຍຊະນະທຸກເມືອງເທິງດິນແດນ, ຮ່ອມພູເນເກບ, ຕາມຕີນພູ, ແລະ ຕາມເນີນພູ. ກະສັດທັງຫມົດຂອງເມືອງເຫລົ່ານັ້ນບໍ່ມີຜູ້ໃດລອດຊີວິດ. ເພິ່ນໄດ້ທຳລາຍທຸກສິ່ງທີ່ມີຊີວິດດັ່ງທີ່ພຣະຢາເວພຣະເຈົ້າ, ຂອງອິສະຣາເອນ ໄດ້ຊົງສັ່ງໄວ້.
\v 41 ໂຢຊວຍໄດ້ໂຈມຕີພວກເຂົາດ້ວຍດາບຕັ້ງແຕ່ຄາເດັດບາເນຍເຖິງກາຊາ, ແລະທັງແຜ່ນດິນໂກເຊນຈົນເຖິງເມືອງກີເບໂອນ.
\s5
\v 42 ໂຢຊວຍໄດ້ຈັບພວກກະສັດເຫລົ່ານີ້ ແລະເມືອງຂອງພວກເຂົາໄດ້ໃນບັ້ນຮົບດຽວເພາະພຣະຢາເວ, ພຣະເຈົ້າຂອງອິສະຣາເອນໄດ້ຊົງສູ້ຮົບເພື່ອອິສະຣາເອນ.
\v 43 ແລ້ວໂຢຊວຍ, ພ້ອມກັບຊາວອິສະຣາເອນທັງຫມົດກໍໄດ້ກັບໄປຍັງຄ້າຍທີ່ກິນການ.
\s5
\c 11
\cl ບົດທີ 11
\p
\v 1 ເມື່ອຢາບິນ, ກະສັດແຫ່ງຮາໂຊ, ໄດ້ຍິນຂ່າວນີ້ເຂົາຈຶ່ງໄດ້ສົ່ງສານໄປຫາໂຢບັບ, ກະສັດແຫ່ງມາໂດນ, ໄປຫາກະສັດແຫ່ງຊິມໂລນ, ແລະໄປຫາກະສັດແຫ່ງອັກຊັບ.
\v 2 ເຂົາໄດ້ສົ່ງສານໃຫ້ບັນດາກະສັດຊຶ່ງຢູ່ໃນດິນແດນເນີນພູຕອນເຫນືອ, ໃນຮ່ອມພູແມ່ນ້ຳຈໍແດນທາງຕອນໃຕ້ຂອງຄາລີເລ, ແລະ ໃນດິນແດນພູເຂົາໂດເຣທາງທິດຕາເວັນຕົກ.
\v 3 ເຂົາໄດ້ສົ່ງສານໄປຫາພວກການາອານທາງທິດຕາເວັນອອກ ແລະ ທິດຕາເວັນຕົກດ້ວຍ, ພວກອາໂມຣິດພວກຮິດຕີ, ພວກເປຣີຊີ, ແລະ ພວກເຢບຸດໃນດິນແດນເນີນພູ, ແລະ ພວກຮີວີທາງຕີນພູເຮີໂມນໃນແຜ່ນດິນມິຊະປາ.
\s5
\v 4 ດ້ວຍຈຳນວນທະຫານທີ່ຫລວງຫລາຍດັ່ງເມັດຊາຍຕາມແຄມຝັ່ງທະເລ, ພວກເຂົາມີມ້າ ແລະ ຣົດຮົບຈຳນວນຫລວງຫລາຍ.
\v 5 ກະສັດທັງຫມົດນີ້ກໍໄດ້ພົບກັນໃນເວລາທີ່ໄດ້ນັດຫມາຍໄວ້, ແລະ ກໍໄດ້ມາຕັ້ງຄ້າຍຢູ່ໂຮມກັນທີ່ຫ້ວຍນ້ຳເມໂຣມເພື່ອຕໍ່ສູ້ກັບອິສະຣາເອນ.
\s5
\v 6 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງຢ່າຢ້ານພວກເຂົາ, ເພາະວ່າມື້ອື່ນໃນເວລາດຽວກັນນີ້ ເຮົາຈະມອບພວກເຂົາທັງຫມົດແກ່ອິສະຣາເອນຢ່າງຄົນຕາຍແລ້ວ. ໃຫ້ເຈົ້າຕັດເອັນຄະນ່ອງມ້າຂອງພວກເຂົາ, ແລະ ເຜົາລົດມ້າຂອງພວກເຂົາເສຍ."
\v 7 ໂຢຊວຍ ແລະ ທະຫານຂອງເຂົາທັງຫມົດ. ພວກເຂົາກໍມາເຖິງທີ່ຫ້ວຍນ້ຳເມໂຣມທັນທີ, ແລະ ກໍໄດ້ເຂົ້າໂຈມຕີພວກສັດຕຣູ.
\s5
\v 8 ພຣະຢາເວໄດ້ໃຫ້ພວກສັດຕຣູຕົກຢູ່ໃນມືຂອງອິສະຣາເອນ, ແລະ ພວກເຂົາແທງພວກສັດຕຣູດ້ວຍດາບ ແລະ ໄດ້ໄລ່ຕິດຕາມພວກເຂົາໄປເຖິງຊີໂດນ, ເຖິງເມືອງມີສະເຣໂຟດມາອິມ, ແລະ ເຖິງຮ່ອມພູມິຊະປາດ້ານຕາເວັນອອກ. ພວກເຂົາໄດ້ຂ້າພວກສັດຕຣູຈົນກວ່າບໍ່ເຫລືອໄວ້ແມ່ນແຕ່ຄົນດຽວ.
\v 9 ໂຢຊວຍໄດ້ເຮັດຕໍ່ພວກເຂົາຕາມທີ່ພຣະຢາເວໄດ້ສັ່ງເຂົາ. ເຂົາໄດ້ຕັດເອັນຄະນ່ອງມ້າ ແລະ ເຜົາຣົດຮົບທັງຫມົດ.
\s5
\v 10 ໂຢຊວຍກໍໄດ້ກັບມາໃນເວລານັ້ນ ແລະໄດ້ຢຶດເມືອງຮາໂຊ. ພວກເຂົາກໍໄດ້ຂ້າກະສັດຂອງເມືອງນັ້ນດ້ວຍດາບ. (ຮາໂຊໄດ້ເຄີຍເປັນຫົວຫນ້າຂອງອານາຈັກເຫລົ່ານີ້ທັງຫມົດ.)
\v 11 ພວກເຂົາໄດ້ໃຊ້ດາບຂ້າສິ່ງທີ່ມີຊີວິດທຸກຢ່າງທີ່ຢູ່ທີ່ນັ້ນ, ແລະ ເພິ່ນກໍໄດ້ແຍກພວກເຂົາອອກມາເພື່ອທຳລາຍເສຍ, ດັ່ງນັ້ນຈຶ່ງບໍ່ມີສິ່ງມີຊີວິດລອດເຫລືອແລ້ວ ເພິ່ນກໍເຜົາເມືອງຮາໂຊ.
\s5
\v 12 ໂຢຊວຍໄດ້ຢຶດທຸກເມືອງຂອງກະສັດເຫລົ່ານີ້. ເພິ່ນໄດ້ຈັບກະສັດທັງຫມົດຂອງພວກເຂົາ ແລະ ຂ້າພວກເຂົາດ້ວຍດາບ. ເພິ່ນໄດ້ທຳລາຍພວກເຂົາທຸກໆຄົນດັ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ສັ່ງໄວ້.
\v 13 ອິສະຣາເອນບໍ່ໄດ້ເຜົາເມືອງໃດໆທີ່ໄດ້ສ້າງຕາມໂຄກເນີນ, ຍົກເວັ້ນຮາໂຊເມືອງນີ້ເທົ່ານັ້ນທີ່ໂຢຊວຍໄດ້ເຜົາ.
\s5
\v 14 ກອງທັບຂອງອິສະຣາເອນໄດ້ນຳຊັບສິນທັງຫມົດຈາກເມືອງເຫລົ່ານີ້ພ້ອມທັງຝູງສັດລ້ຽງມາເປັນຂອງພວກເຂົາເອງ. ພວກເຂົາໄດ້ຂ້າທຸກຄົນດ້ວຍດາບ ພວກເຂົາບໍ່ໃຫ້ເຫລືອສິ່ງມີຊີວິດໄວ້ເລີຍ.
\v 15 ເຊັ່ນດຽວກັນກັບພຣະຢາເວໄດ້ຊົງສັ່ງໂມເຊ, ຜູ້ຮັບໃຊຂອງພຣະອົງໄວ້ຢ່າງໃດ, ໂມເຊກໍໄດ້ສັ່ງໂຢຊວຍໄວ້ຢ່າງນັ້ນ ແລະ ໂຢຊວຍກໍໄດ້ເຮັດຕາມ ເພິ່ນໄດ້ເຮັດທຸກສິ່ງທີ່ພຣະຢາເວໄດ້ສັ່ງໄວ້ກັບໂມເຊ.
\s5
\v 16 ຄືດິນແດນເນີນພູ, ເນເກບທັງຫມົດ ແຜ່ນດິນແຫ່ງໂກເຊນທັງຫມົດ, ທີ່ບັນດາຕີນພູ, ຮ່ອມພູແຫ່ງແມ່ນ້ຳຈໍແດນ, ດິນແດນເນີນພູຂອງອິສະຣາເອນ, ແລະ ດິນແດນທີ່ຮາບພຽງ.
\v 17 ຈາກພູເຂົາຮາລັກໃກ້ກັບເອໂດມ, ແລະ ໄປທາງເຫນືອເຖິງບາອານກາດ ໃນຮ່ອມພູເລບານອນ ຕີນພູເຂົາເຮີໂມນ, ເພິ່ນໄດ້ຈັບກະສັດທັງຫມົດຂອງພວກເຂົາ ແລະ ຂ້າເສຍ.
\s5
\v 18 ໂຢຊວຍໄດ້ເຮັດສົງຄາມຢູ່ເປັນເວລານານ ກັບກະສັດທັງຫມົດນີ້.
\v 19 ບໍ່ມີຈັກເມືອງທີ່ໄດ້ເຮັດສັນຍາສັນຕິພາບກັບກອງທັບອິສະຣາເອນ ນອກຈາກຄົນຮີວີຊຶ່ງໄດ້ອາໄສທີ່ ກີເບໂອນ. ອິສະຣາເອນໄດ້ຢຶດເມືອງທີ່ເຫລືອທັງຫມົດດ້ວຍການສູ້ຮົບ.
\v 20 ເພາະວ່າພຣະຢາເວ, ຜູ້ຊົງເຮັດໃຫ້ຈິດໃຈຂອງພວກເຂົາມີໃຈແຂງ ດັ່ງນັ້ນພວກເຂົາຕ້ອງເຮັດສົງຄາມກັບພວກອິສະຣາເອນ, ເພື່ອວ່າພວກເຂົາຈະໄດ້ຖືກທຳລາຍຢ່າງຫມົດກ້ຽງໂດຍປາສະຈາກຄວາມເມດຕາ, ດັ່ງທີ່ພຣະອົງ, ໄດ້ຊົງສັ່ງໂມເຊໄວ້.
\s5
\v 21 ແລ້ວໂຢຊວຍກໍໄດ້ມາໃນເວລານັ້ນ ແລະເພິ່ນໄດ້ທຳລາຍຄົນອານາກິມ. ເພິ່ນໄດ້ເຮັດສິ່ງນີ້ໃນດິນແດນເນີນພູທີ່ເຮັບໂຣນ, ເດບີອານາບ, ແລະ ໃນດິນແດນເນີນພູທຸກແຫ່ງຂອງຢູດາ, ແລະເນີນພູຂອງອິສະຣາເອນ. ໂຢຊວຍໄດ້ທຳລາຍພວກເຂົາ ແລະ ເມືອງຂອງພວກເຂົາຈົນກ້ຽງ.
\v 22 ບໍ່ມີຄົນອານາກິມເຫລືອໃນແຜ່ນດິນອິສະຣາເອນຍົກເວັ້ນທີ່ກາຊາ, ກາດ, ແລະ ອາສະໂດດ.
\s5
\v 23 ດັ່ງນັ້ນໂຢຊວຍໄດ້ຢຶດຄອງດິນແດນທັງຫມົດ, ຕາມທີ່ພຣະຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. ໂຢຊວຍກໍໄດ້ມອບໄວ້ໃຫ້ເປັນມໍຣະດົກ ແກ່ອິສະຣາເອນຕາມທີ່ໄດ້ແບ່ງໃຫ້ແຕ່ລະເຜົ່າ ແລ້ວແຜ່ນດິນກໍສະຫງົບຈາກສົງຄາມ.
\s5
\c 12
\cl ບົດທີ 12
\p
\v 1 ຕໍ່ໄປນີ້ຄືບັນດາກະສັດຂອງດິນແດນ, ຊຶ່ງຜູ້ຊາຍອິສະຣາເອນໄດ້ຢຶດຄອງແຜ່ນດິນ. ພາກຕາເວັນອອກຂອງແມ່ນ້ຳຈໍແດນ ແລະ ເລີຍໄປທາງພາກເຫນືອ. ຈາກຮ່ອມພູລຸ່ມແມ່ນອາກໂນນເຖິງພູເຂົາເຮີໂມນ ແລະ ທັງຫມົດຂອງອາຣາບານເຖິງພາກຕາເວັນອອກ.
\v 2 ເຈົ້າສີໂຫນ, ກະສັດຂອງຄົນອາໂມຣິດ, ຢູ່ທີ່ເຮັດຊະໂບນ. ເຂົາໄດ້ປົກຄອງນັບຈາກອາໂຣອີ, ຊຶ່ງຢູ່ຕາມແຄມຮ່ອມພູອາກໂນນ, ຈາກກາງຮ່ອມພູ ແລະ ເຄິ່ງຫນຶ່ງຂອງກີເລອາດລົງໄປເຖິງແມ່ນ້ຳຢັບໂບກຕິດຊາຍແດນຂອງຄົນອຳໂມນ.
\s5
\v 3 ເຈົ້າສີໂຫນໄດ້ປົກຄອງອາຣາບາໄປຈົນເຖິງທະເລກິນເນເຣ, ເຖິງທິດຕາເວັນອອກ, ເຖິງທະເລຂອງອາຣາບາ (ທະເລເກືອ) ເຖິງທິດຕາເວັນອອກ, ມາຈົນເຖິງເບັດເຢຊີໂມດ ແລະ ໄປເຖິງຕອນໃຕ້, ໄປຈົນເຖິງຕີນພູຂອງພູເຂົາປີສະກາ.
\v 4 ເຈົ້າໂອກ, ກະສັດແຫ່ງບາຊານ, ຊຶ່ງເປັນຄົນເຜົ່າເຣຟາອິມທີ່ເຫລືອຢູ່. ຜູ້ຢູ່ທີ່ອັດຊະຕາໂຣດ ແລະເອັດເຣອີ.
\v 5 ເຂົາໄດ້ປົກຄອງເຫນືອພູເຂົາເຮີໂມນ, ສາເລກາ, ແລະ ບາຊານທັງຫມົດ, ເຖິງຊາຍແດນຂອງປະຊາຊົນເກຊູ ແລະ ຄົນມາອາກາ, ແລະ ເຄິ່ງຫນຶ່ງຂອງກີເລອາດ, ເຖິງເຂດແດນຂອງເຈົ້າສີໂຫນ, ກະສັດແຫ່ງເຮັດຊະໂບນ.
\s5
\v 6 ໂມເຊຜູ້ຮັບໃຊ້ຜູ້ຮັບໃຊ້ຂອງພຣະຢາເວ, ແລະ ປະຊາຊົນຂອງອິສະຣາເອນໄດ້ເຮັດໃຫ້ພວກເຂົາພ່າຍແພ້ ແລະ ໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ມອບແຜ່ນດິນໃຫ້ເປັນກຳມະສິດຂອງຄົນຣູເບັນ, ຄົນກາດ, ແລະ ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ.
\s5
\v 7 ເຫລົ່ານີ້ຄືບັນດາກະສັດຂອງດິນແດນຊຶ່ງໂຢຊວຍກັບປະຊາຊົນອິສະຣາເອນໄດ້ຕີເອົາຊະນະທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນ, ຕັ້ງແຕ່ບາອັນກາດໃນຮ່ອມພູໃກ້ກັບເລບານອນ ເຖິງພູເຂົາຮາລັກໃກ້ກັບເອໂດມ. ໂຢຊວຍໄດ້ມອບແຜ່ນດິນໃຫ້ເປັນກຳມະສິດ ແກ່ຄົນເຜົ່າຕ່າງໆຂອງອິສະຣາເອນ.
\v 8 ເພິ່ນໄດ້ມອບແດນເນີນພູທີ່ໃຕ້ອາຣາບາຂ້າງໆບັນດາເນີນພູໃນຖິ່ນແຫ້ງແລ້ງກັນດານ ແລະ ທີ່ເນເກບແຜ່ນດິນຂອງຄົນຮິດຕີ, ຄົນອາໂມຣິດ, ຄົນການາອານ, ຄົນເປຣີຊີ, ຄົນຮີວີ, ແລະ ຄົນເຢບຸດ.
\s5
\v 9 ເຫລົ່າກະສັດທັງຫລາຍຊຶ່ງລວມທັງກະສັດຂອງເຢຣີໂກ ກະສັດຂອງອາອີຊຶ່ງຢູ່ໃກ້ໆເບັດເອັນ.
\v 10 ກະສັດຂອງເຢຣູຊາເລັມ, ກະສັດຂອງເອນາຢິມ.
\v 11 ກະສັດຂອງຢາຣະມຸດ, ກະສັດຂອງລາກິດ.
\v 12 ກະສັດຂອງເອກໂຣນ, ກະສັດຂອງເກເຊ.
\s5
\v 13 ກະສັດຂອງເດບີ, ກະສັດຂອງເກເດ,
\v 14 ກະສັດຂອງໂຮມາ, ກະສັດຂອງອາຣາດ,
\v 15 ກະສັດຂອງລິບນາ, ກະສັດຂອງອາດຸນລຳ,
\v 16 ກະສັດຂອງມັກເກດາ, ກະສັດຂອງເບັດເອນ,
\s5
\v 17 ກະສັດຂອງຕັບປູອາ, ກະສັດຂອງເຮເຟ,
\v 18 ກະສັດຂອງອາເຟັກ, ກະສັດຂອງລາຊາໂຣນ,
\v 19 ກະສັດຂອງມາໂດນ, ກະສັດຂອງຮາໂຊ,
\v 20 ກະສັດຂອງຊິມໂຣນເມໂຣນ, ກະສັດຂອງອັກຊັບ,
\s5
\v 21 ກະສັດຂອງຕາອານັກ, ກະສັດຂອງເມກິດໂດ,
\v 22 ກະສັດຂອງເກເດັດ, ກະສັດຂອງໂຢກເນອາມໃນກາເມນ,
\v 23 ກະສັດຂອງໂດເຣ, ໃນນາຟາດໂດເຣ, ກະສັດຂອງໂກຍິມໃນກິນການ.
\v 24 ກະສັດຂອງຕີຣະຊາ. ລວມຈຳນວນກະສັດທັງຫມົດຄືສາມສິບເອັດພະອົງ.
\s5
\c 13
\cl ບົດທີ 13
\p
\v 1 ບັດນີ້ໂຢຊວຍໄດ້ເຖົ້າແກ່ຫລາຍແລ້ວ ເມື່ອພຣະຢາເວໄດ້ກ່າວກັບເພິ່ນວ່າ, "ເຈົ້າກໍເຖົ້າແກ່ຫລາຍແລ້ວ, ແຕ່ຍັງມີແຜ່ນດິນອີກຫລາຍແຫ່ງທີ່ຕ້ອງຢຶດຄອງ.
\s5
\v 2 ນີ້ເປັນແຜ່ນດິນທີ່ຍັງຄົງເຫລືອຢູ່: ຄືທ້ອງຖິ່ນທັງຫມົດຂອງຟິລິສະຕິນ, ແລະ ທ້ອງຖິ່ນທັງຫມົດຂອງຄົນເກຊູ,
\v 3 (ນັບຈາກຊີໂຫນຊຶ່ງຢູ່ທິດຕາເວັນອອກຂອງເອຢິບ ແລະ ເຫນືອຂຶ້ນໄປເຖິງຊາຍແດນຂອງເອັກໂຣນ, ຊຶ່ງເປັນຊັບສິນຂອງຄົນການາອານ; ຜູ້ປົກຄອງຂອງຟິລິສະຕິນມີຫ້າຄົນຄື: ຊາວກາຊາ, ຊາວອາສະໂດດ, ຊາວອາສະເກໂລນ, ຊາວກາດ ແລະ ຊາວເອກໂຣນ - ເຂດແດນຂອງອາວິມ).
\s5
\v 4 ທາງຕອນໃຕ້, ຍັງມີແຜ່ນດິນທັງຫມົດຂອງຄົນການາອານ, ແລະ ເມອາຣາຊຶ່ງເປັນຂອງຊາວຊີໂດນ, ເຖິງເຂດເມືອງອາເຟັກເຖິງເຂດແດນຂອງຄົນອາໂມຣິດ;
\v 5 ແຜ່ນດິນຂອງຊາວເກບາ, ແລະ ເລບານອນທັງຫມົດໄປທາງທິດຕາເວັນອອກ, ຈາກບາອານກາດທີ່ຢູ່ຕີນພູເຂົາເຮີໂມນເຖິງເລໂບ ຮາມັດ.
\s5
\v 6 ເຊັ່ນດຽວກັນ ຜູ້ທີ່ອາໄສເທິງເນີນພູຈາກເລບານອນທັງຫມົດຈົນເຖິງມີສະເຣໂຟດມາອິມ, ລວມທັງປະຊາຊົນທັງຫມົດຂອງຊີໂດນ. ເຮົາຈະຂັບໄລ່ພວກເຂົາອອກໄປຕໍ່ຫນ້າກອງທັບຂອງອິສະຣາເອນ. ຈົ່ງແນ່ໃຈວ່າໄດ້ມອບດິນແດນໃຫ້ອິສະຣາເອນເປັນມໍຣະດົກ, ຕາມທີ່ເຮົາໄດ້ສັ່ງເຈົ້າແລ້ວ.
\v 7 ຈົ່ງແບ່ງດິນແດນນີ້ເປັນມໍຣະດົກໃຫ້ແກ່ເຜົ່າຕ່າງໆເກົ້າເຜົ່າ ແລະ ເຄິ່ງຫນຶ່ງຂອງເຜົ່າມານາເຊ."
\s5
\v 8 ສ່ວນອີກເຄິ່ງຫນຶ່ງຂອງເຜົ່າມານາເຊ, ເຜົ່າຣູເບັນ ແລະ ເຜົ່າກາດໄດ້ຮັບມໍຣະດົກຂອງພວກເຂົາທີ່ໂມເຊໄດ້ໃຫ້ພວກເຂົາທິດຕາເວັນອອກຂອງແມ່ນ້ຳຈໍແດນ,
\v 9 ຈາກອາໂລເອຊຶ່ງຢູ່ແຄມຮ່ອມພູອາກໂນນ (ລວມທັງເມືອງທີ່ຢູ່ທ່າມກາງຮ່ອມພູ), ເຖິງພູພຽງທັງຫມົດຂອງເມືອງເບເດບາໄປຈົນເຖິງດີໂບນ;
\s5
\v 10 ເມືອງທັງຫມົດນີ້ຂອງເຈົ້າສີໂຫນກະສັດຂອງຄົນອາໂມຣິດ, ຜູ້ຊຶ່ງຄອບຄອງຢູ່ໃນເຮັດຊະໂບນ, ໄກອອກໄປຈົນເຖິງເຂດແດນຄົນອຳໂມນ.
\v 11 ກີເລອາດ ແລະ ທ້ອງຖິ່ນຂອງ ຄົນເກຊູ ແລະ ຄົນມາອາກາ, ທັງຫມົດຂອງພູເຂົາເຮີໂມນ, ບາຊານທັງຫມົດເຖິງສາເລກາ;
\v 12 ອານາຈັກທັງຫມົດຂອງເຈົ້າໂອກໃນບາຊານ, ຜູ້ຊຶ່ງຄອບຄອງໃນອັດຊະຕາໂລດ ແລະ ເອັດເຣອີ -ເຫລົ່ານີ້ຄືສິ່ງທີ່ຖືກຖິ້ມໄວ້ໃຫ້ເປັນສິ່ງທີ່ເຫລືອຢູ່ຈາກພວກເຣຟາອິມ - ໂມເຊຮົບຊະນະພວກເຂົາແລະ ໄດ້ໄລ່ພວກເຂົາອອກໄປ.
\s5
\v 13 ແຕ່ປະຊາຊົນອິສະຣາເອນ ບໍ່ໄດ້ຂັບໄລ່ຄົນ ເກຊູ ຫລືຄົນມາອາກາອອກໄປ. ດ້ວຍເຫດນີ້, ຊາວເກຊູກັບຊາວມາອາກາຈຶ່ງຍັງອາໄສຢູ່ທ່າມກາງອິສະຣາເອນ ຈົນເຖິງທຸກວັນນີ້.
\s5
\v 14 ສຳລັບເຜົ່າເລວີພຽງເຜົ່າດຽວເທົ່ານັ້ນ ທີ່ໂມເຊບໍ່ໄດ້ມອບສ່ວນມໍຣະດົກ. ໃຫ້ເຄື່ອງຖວາຍແດ່ພຣະຢາເວ, ພຣະເຈົ້າຂອງອິສະຣາເອນທີ່ເຮັດດວ້ຍໄຟນັ້ນເປັນມໍຣະດົກຂອງພວກເຂົາ, ຕາມທີ່ພຣະເຈົ້າໄດ້ສັ່ງໄວ້ກັບໂມເຊ.
\s5
\v 15 ໂມເຊໄດ້ມອບມໍຣະດົກໃຫ້ເຜົ່າຣູເບັນ, ຕະກູນຕໍ່ຕະກູນ.
\v 16 ເຂດແດນຂອງພວກເຂົານັບຈາກອາໂຣເອ, ເທິງຝັ່ງຂອງແຄມແມ່ນ້ຳອາກໂນນ ແລະ ເມືອງທີ່ຢູ່ທ່າມກາງຮ່ອມພູ ແລະ ເຂດພູພຽງທັງຫມົດທີ່ຢູ່ອ້ອມແອ້ມເມືອງເມເດບາ.
\s5
\v 17 ເຜົ່າລູເບັນເຊັ່ນກັນກໍໄດ້ຮັບເຮັດຊະໂບນແລະ ເມືອງທຸກເມືອງທີ່ຢູ່ໃນເຂດພູພຽງນີ້ຄື: ດີໂບນ, ແລະ ບາມົດບາອານ, ແລະ ເບັດບາອານເບໂອນ,
\v 18 ແລະ ຢາຮາດ, ແລະ ເກເດໂມດ, ແລະ ເມຟາອາດ,
\v 19 ແລະ ກີຣິອາດທາອິມ, ແລະ ສິບມາ, ແລະ ເຊເຣັດຊາຮາ​, ທີ່ຢຸ່ເທິງພູນ້ອຍຕາມຮ່ອມພູນັ້ນ.
\s5
\v 20 ຣູເບັນກໍເຊັ່ນກັນໄດ້ຮັບເບັດເປອໍ, ເນີນພູຂອງປີສະກາ, ແລະ ເບັດເຢຊີໂມດ,
\v 21 ເມືອງທັງຫມົດຊຶ່ງຢູ່ຕາມພູພຽງ, ແລະ ອານາຈັກທັງຫມົດຂອງເຈົ້າສີໂຫນ ກະສັດຂອງຄົນອາໂມຣິດ, ຜູ້ຊົງຄອບຄອງຢຸ່ໃນເຮັດຊະໂບນ, ຜູ້ຊຶ່ງໂມເຊໄດ້ເຮັດໃຫ້ພ່າຍແພ້ພ້ອມກັບພວກຜູ້ນຳຂອງຊາວມີດີອານ, ເອວີ, ເຣເກມ, ຊູເຣ, ຮູເຣ, ແລະເຣບາເປັນພວກເຈົ້າຊາຍຂອງສີໂຫນ, ຜູ້ຊຶ່ງອາໄສຢູ່ໃນແຜ່ນດິນນັ້ນ.
\s5
\v 22 ປະຊາຊົນອິສະຣາເອນໄດ້ຂ້າ ບາລາອາມລູກຂອງເບອໍ, ຜູ້ເປັນຄົນດູໂຊກຊາຕາເສຍດ້ວຍດາບ, ທ່າມກາງພວກທີ່ເຫລືອເຫລົ່ານັ້ນທີ່ພວກເຂົາກໍໄດ້ຂ້າເສຍ.
\v 23 ອານາເຂດຂອງເຜົ່າຣູເບັນທີ່ຢູ່ມີແມ່ນ້ຳເປັນເຂດແດນ; ນີ້ເປັນມໍຣະດົກຂອງຄົນຣູເບັນ, ຕາມຕະກູນຂອງພວກເຂົາ, ລວມທັງເມືອງຕ່າງໆກັບຫມູ່ບ້ານຕ່າງໆ.
\s5
\v 24 ນີ້ຄືສິ່ງທີ່ໂມເຊໄດ້ກ່າວໄວ້ກັບພວກກາດ, ຕາມຕະກູນຕໍ່ຕະກູນ:
\v 25 ອານາເຂດຂອງເຂົາຄືຢາເຊ, ແລະ ເມືອງທັງຫມົດຂອງກີເລອາດ, ແລະ ເຄິ່ງຫນຶ່ງຂອງແຜ່ນດິນຄົນອຳໂມນ, ເຖິງອາໂຣເອ, ຊຶ່ງຢູ່ທາງຕາເວັນອອກຂອງເມືອງຮັບບາ,
\v 26 ຕັ້ງແຕ່ເມືອງເຮັດຊະໂບນ ເຖິງຣາມັດມີສະເປ ແລະ ເບໂຕນິມ ແລະ ຕັ້ງແຕ່ມະຫານາອິມຈົນເຖິງເຂດແດນຂອງເດບີ.
\s5
\v 27 ໃນຮ່ອມພູ, ໂມເຊໄດ້ມອບເບັດຮາຣາມ, ເບັດນິມຣາ, ສຸໂຄດ ແລະ ຊາໂຟນ, ອານາຈັກສ່ວນທີ່ເຫລືອຂອງເຈົ້າສີໂຫນກະສັດແຫ່ງເຮັດຊະໂບນ, ມີແມ່ນ້ຳຈໍແດນເປັນເຂດແດນ, ຈົນລົງມາເຖິງທະເລກິນເນເຣ, ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ.
\v 28 ນີ້ເປັນມໍຣະດົກຂອງຄົນເຜົ່າກາດ, ຕາມຕະກູນຂອງເຂົາລວມທັງເມືອງຕ່າງໆກັບຫມູ່ບ້ານໂດຍຮອບຂອງເມືອງນັ້ນດ້ວຍ.
\s5
\v 29 ໂມເຊໄດ້ມອບມໍຣະດົກໃຫ້ກັບເຜົ່າມານາເຊເຄິ່ງເຜົ່າ. ເປັນສ່ວນທີ່ໄດ້ມອບໃຫ້ແກ່ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ, ຕາມຕະກູນຂອງພວກເຂົາ.
\v 30 ອານາເຂດຂອງເຂົາທັງຫລາຍເລີ້ມຈາກມະຫານາອິມ, ບາຊານທັງຫມົດ ອານາຈັກຂອງເຈົ້າໂອກກະສັດຂອງບາຊານ, ແລະເມືອງທຸກເມືອງຂອງຢາອີຊຶ່ງຢູ່ໃນບາຊານຫົກສິບເມືອງ.
\v 31 ກີເລອາດເຄິ່ງຫນຶ່ງ ແລະ ອັດຊະທາໂຣດ ແລະ ເອເດອີ (ເມືອງຕ່າງໆຂອງເຈົ້າໂອກໃນບາຊານ). ເມືອງເຫລົ່ານີ້ໄດ້ຖືກມອບໃຫ້ຕະກູນມາກີລູກຊາຍຂອງມານາເຊ - ຄືເຄິ່ງຫນຶ່ງຂອງຊາວມາກີ, ໄດ້ມອບໃຫ້ແກ່ແຕ່ລະຄອບຄົວຂອງພວກເຂົາ.
\s5
\v 32 ນີ້ຄືມໍຣະດົກຊຶ່ງໂມເຊໄດ້ຈັດສັນໃຫ້ແກ່ພວກເຂົາ ຢູ່ໃນທົ່ງພຽງໂມອາບ, ຟາກແມ່ນ້ຳຈໍແດນທາງທິດຕາເວັນອອກຂອງເມືອງເຢຣີໂກ.
\v 33 ໂມເຊບໍ່ໄດ້ມອອບມໍຣະດົກໃຫ້ແກ່ຄົນເຜົ່າເລວີ. ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ຊົງເປັນມໍຣະດົກຂອງພວກເຂົາດັ່ງທີ່ພຣະອົງ, ໄດ້ສັ່ງໄວ້ກັບພວກເຂົາ.
\s5
\c 14
\cl ບົດທີ 14
\p
\v 1 ຕໍ່ໄປນີ້ເປັນພື້ນທີ່ຂອງແຜ່ນດິນທີ່ປະຊາຊົນອິສະຣາເອນໄດ້ຮັບມອບເປັນມໍຣະດົກຂອງພວກເຂົາ, ໃນແຜ່ນດິນການາອານ, ຊຶ່ງເອເລອາຊາປະໂລຫິດ, ແລະ ໂຢຊວຍລູກຊາຍຂອງນູນ, ແລະບັນດາຜູ້ນຳເຜົ່າຂອງຄອບຄົວ ບັນພະບຸຣຸດຂອງເຂົາໃນປະຊາຊົນອິສະຣາເອນໄດ້ຈັດສັນໃຫ້ແກ່ພວກເຂົາ.
\s5
\v 2 ມໍຣະດົກຂອງພວກເຂົາໄດ້ຈັບສະຫລາກແບ່ງກັນ ໃນລະຫວ່າງຄົນເກົ້າເຜົ່າເຄິ່ງ, ຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ໂດຍມືຂອງໂມເຊ.
\v 3 ເພາະໂມເຊໄດ້ໃຫ້ມໍຣະດົກແກ່ສອງເຜົ່າເຄິ່ງທາງຟາກນັ້ນຂອງຈໍແດນແລ້ວ, ແຕ່ເຂົາບໍ່ໄດ້ໃຫ້ມໍຣະດົກແກ່ພວກເລວີ.
\v 4 ເຜົ່າພັນຂອງໂຢເຊັບແທ້ຈິງແລ້ວມີຢູ່ສອງເຜົ່າ, ມານາເຊ ແລະ ເອຟຣາອິມ. ພວກເລວີບໍ່ໄດ້ຮັບສ່ວນຂອງມໍຣະດົກໃນແຜ່ນດິນ, ໄດ້ແຕ່ພຽງບາງເມືອງເພື່ອຢູ່ອາໄສເທົ່ານັ້ນ, ກັບແຜ່ນດິນທົ່ງຫຍ້າສຳລັບສັດລ້ຽງ ແລະ ສຳລັບເປັນແຫລ່ງຊັບພະຍາກອນຂອງພວກເຂົາ.
\v 5 ປະຊາຊົນອິສະຣາເອນໄດ້ເຮັດຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ, ດັ່ງນັ້ນພວກເຂົາຈຶ່ງໄດ້ແຜ່ນດິນ.
\s5
\v 6 ແລ້ວຄົນເຜົ່າຢູດາໄດ້ມາຫາໂຢຊວຍ ທີ່ກິນການ. ກາເລັບລູກຊາຍຂອງເຢຟຸນເນຊາວ ເກນິດ, ໄດ້ກ່າວແກ່ເພິ່ນວ່າ, "ທ່ານໄດ້ຮູ້ເລື່ອງຊຶ່ງພຣະຢາເວໄດ້ກ່າວກັບໂມເຊຄົນຂອງພຣະເຈົ້າ, ກ່ຽວກັບທ່ານ ແລະ ຂ້ານ້ອຍແລ້ວທີ່ຄາເດັດບາເນຍ.
\v 7 ຂ້ານ້ອຍມີອາຍຸສີ່ສິບປີໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ, ໄດ້ໃຫ້ຂ້ານ້ອຍຈາກຄາເດັດບາເນຍ ເພື່ອສອດແນມເບິ່ງແຜ່ນດິນ. ຂ້ານ້ອຍໄດ້ນຳມາລາຍງານໃຫ້ແກ່ເຂົາຕາມຄວາມຄິດເຫັນຂອງຂ້ານ້ອຍ.
\s5
\v 8 ແຕ່ສ່ວນພີ່ນ້ອງຊຶ່ງຂຶ້ນໄປພ້ອມກັບຂ້າພະເຈົ້າໄດ້ເຮັດໃຫ້ປະຊາຊົນຢ້ານກົວ. ແຕ່ຂ້າພະເຈົ້າເອງໄດ້ຕິດຕາມພຣະຢາເວພຣະເຈົ້າ ຂອງຂ້າພະເຈົ້າຢ່າງສຸດໃຈ.
\v 9 ໂມເຊໄດ້ສັນຍາໃນວັນນັ້ນ, ກ່າວວ່າ, 'ແນ່ນອນແຜ່ນດິນຊຶ່ງຕີນຂອງທ່ານໄດ້ຍ່າງຢຽບໄປນັ້ນຈະຕົກເປັນມໍຣະດົກຂອງທ່ານ ແລະ ຂອງລູກຫລານຂອງທ່ານສືບໄປເປັນນິດ, ເພາະວ່າທ່ານໄດ້ຕິດຕາມພຣະຢາເວພຣະເຈົ້າຂອງຂ້າພະເຈົ້າຢ່າງສຸດໃຈ.'
\s5
\v 10 ບັດນີ້, ເບິ່ງເຖີດ! ພຣະຢາເວໄດ້ຊົງເຮັດໃຫ້ຂ້າພະເຈົ້າຍັງມີຊີວິດຢູ່ຕະຫລອດສີ່ສິບຫ້າປີ, ດັ່ງນັ້ນພຣະຢາເວໄດ້ກ່າວເຊັ່ນນີ້ແກ່ໂມເຊ, ໃນຂະນະທີ່ຄົນອິສະຣາເອນໄດ້ເດີນທາງໃນຖິ່ນແຫ້ງແລ້ງກັນດານ. ບັດນີ້, ເບິ່ງເຖີດ! ວັນນີ້ຂ້າພະເຈົ້າມີອາຍຸແປດສິບຫ້າປີແລ້ວ.
\v 11 ຂ້າພະເຈົ້າຍັງແຂງແຮງໃນວັນນີ້ດັ່ງທີ່ຂ້າພະເຈົ້າໄດ້ເຄີຍເປັນໃນວັນທີ່ໂມເຊໄດ້ສົ່ງຂ້າພະເຈົ້າອອກໄປ. ກຳລັງຂອງຂ້າພະເຈົ້າໃນເວລານີ້ເປັນເຫມືອນກຳລັງຂອງຂ້າພະເຈົ້າທີ່ເຄີຍເປັນ, ບໍ່ວ່າເພື່ອສົງຄາມ ເພື່ອອອກໄປຫລືເພື່ອເຂົ້າມາ.
\s5
\v 12 ດັ່ງນັ້ນຂໍມອບດິນແດນເນີນພູນີ້, ຊຶ່ງພຣະຢາເວໄດ້ຊົງສັນຍາກັບຂ້າພະເຈົ້າໃນວັນນັ້ນ. ເພາະວ່າທ່ານໄດ້ຍິນໃນວັນນັ້ນ ທີ່ເຫລົ່າຄົນອານາກິມຢູ່ທີ່ນັ້ນ ພ້ອມດ້ວຍເມືອງໃຫຍ່ມີກຳແພງລ້ອມຢ່າງຫມັ້ນຄົງ. ບາງທີພຣະຢາເວຈະສະຖິດກັບຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຂັບໄລ່ພວກເຂົາອອກໄປໄດ້ ດັ່ງທີ່ພຣະຢາເວໄດ້ກ່າວໄວ້ແລ້ວ."
\s5
\v 13 ແລ້ວໂຢຊວຍກໍອວຍພອນເຂົາ ແລະ ຍົກເມືອງເຮັບໂຣນໃຫ້ກາເລັບລູກຊາຍເຢຟຸນເນເປັນມໍຣະດົກ.
\v 14 ດັ່ງນັ້ນເຮັບໂຣນໄດ້ກາຍເປັນມໍລະດົກແກ່ກາເລັບລູກຊາຍເຢຟຸນເນຕະກູນເກນິດຈົນເຖິງທຸກວັນນີ້, ເຂົາໄດ້ຕິດຕາມພຣະຢາເວພຣະເຈົ້າຂອງອິສະຣາເອນຢ່າງສຸດໃຈ.
\v 15 ບັດນີ້ຊື່ຂອງເຮັບໂຣນແຕ່ເດີມມີຊື່ວ່າຊອງອາກບາ. (ອາກບາເປັນເມືອງໃຫຍ່ທີ່ສຸດຂອງຊາວອານາກິມ.) ແລ້ວແຜ່ນດິນຈຶ່ງໄດ້ສະຫງົບຈາກການເສິກສົງຄາມ.
\s5
\c 15
\cl ບົດທີ 15
\p
\v 1 ການຈັດສັນທີ່ດິນສຳລັບປະຊາຊົນເຜົ່າຢູດາ, ໄດ້ຈັດໃຫ້ຕາມຕະກູນພວກເຂົາ, ທາງດ້ານໃຕ້ຂະຫຍາຍໄປເຖິງຊາຍແດນແຫ່ງເອໂດມ, ເຖິງຖິ່ນແຫ້ງແລ້ງກັນດານແຫ່ງຊິນ ເປັນທີ່ສຸດປາຍດ້ານໃຕ້.
\v 2 ເຂດແດນຂອງພວກເຂົາທາງທິດໃຕ້ນັ້ນຕັ້ງຕົ້ນຈາກປາຍທະເລເກືອ, ຄືຕັ້ງແຕ່ອ່າວຊຶ່ງຫັນໄປທາງທິດໃຕ້.
\s5
\v 3 ອານາເຂດຂອງພວກເຂົາໄດ້ເຍີ້ນໄປທາງທິດໃຕ້ຂອງເນີນພູອັກລັບບິມ ແລະ ຜ່ານຕໍ່ໄປເຖິງຊິນ, ແລະ ຂຶ້ນໄປທາງທິດໃຕ້ຂອງຄາເດັດບາເນຍ, ຕາມທາງເຮັບໂຣນ, ແລະ ຂຶ້ນໄປເຖິງອັດດາ, ທີ່ລ້ຽວໄປເຖິງກາກກາ.
\v 4 ຜ່ານຕໍ່ໄປເຖິງອຳຊະໂມນ, ໄປຕາມລຳນ້ຳຂອງເອຢິບ, ແລະ ມາສິ້ນສຸດທີ່ທະເລ. ນີ້ເປັນເຂດແດນທາງທິດໃຕ້ຂອງພວກເຂົາ.
\s5
\v 5 ເຂດແດນທາງທິດຕາເວັນອອກຄືທະເລເກືອ, ໄປເຖິງປາກແມ່ນ້ຳຈໍແດນ. ເຂດແດນທາງທິດເຫນືອຕັ້ງແຕ່ອ່າວທີ່ທະເລປາກແມ່ນ້ຳຈໍແດນ.
\v 6 ຂຶ້ນໄປເຖິງເບັດໂຮກະລາ ແລະ ຜ່ານຕໍ່ໄປເຖິງເບັດອາຣາບາ. ແລ້ວຂຶ້ນໄປເຖິງໂງ່ນຫີນຂອງໂບຮານ ລູກຊາຍຂອງຣູເບັນ.
\s5
\v 7 ແລ້ວເຂດແດນກໍຂຶ້ນໄປເຖິງເດບີຈາກຮ່ອມພູອາໂຄ, ແລະ ຂຶ້ນໄປທາງເຫນືອລ້ຽວໄປທາງກິນການຊຶ່ງຢູ່ກົງກັນຂ້ວາມເນີນພູອາດູມມິມ, ຊຶ່ງຢູ່ທາງໃຕ້ຂອງຮ່ອມພູ ແລ້ວເຂດແດນກໍໄດ້ຜ່ານໄປເຖິງນ້ຳພຸເອນເຊເມດ ແລະ ໄປເຖິງເອນໂຣເກນ.
\v 8 ແລ້ວເຂດແດນໄດ້ຂຶ້ນໄປທາງຮ່ອມພູ ເບນຮິນໂນມ ເຖິງທາງທິດໃຕ້ເມືອງຂອງຄົນເຢບຸດ (ນັ້ນຄືເຢຣູຊາເລັມ,). ແລ້ວຂຶ້ນໄປເຖິງຍອດພູ ທີ່ເທິງຍອດຢູ່ຫນ້າຮ່ອມພູຮິນໂມນ, ທາງທິດຕາເວັນຕົກ, ຊຶ່ງຢູ່ທາງເຫນືອສຸດຂອງຮ່ອມພູເຣຟາອິມ.
\s5
\v 9 ແລ້ວຊາຍແດນເລີຍໄປຈາກຍອດພູເຖິງນ້ຳພຸແຫ່ງລຳນ້ຳເນັບໂທອາ, ແລະ ຈາກທີ່ນັ້ນກໍມາເຖິງເມືອງຕ່າງໆຂອງພູເຂົາເອຟະໂຣນ. ແລ້ວຊາຍແດນກໍລ້ຽວໄປທາງບາອາລາ (ເຫມືອນກັນກັບກີຣີອາດເຢອາຣິມ).
\v 10 ແລ້ວຊາຍແດນກໍລ້ຽວໄປບາອາລາ, ໄປທາງທິດຕາເວັນຕົກເຖິງພູເຂົາເສອີ, ແລະ ຜ່ານໄປຕາມໄຫລ່ພູເຢອາຣິມທາງເຫນືອ (ເມືອງດຽວກັບເກສາໂລນ), ລົງໄປເຖິງເມືອງເບັດເຊເມດ, ແລະ ຜ່ານເມືອງຕິມນາ.
\s5
\v 11 ຊາຍແດນໄດ້ຍາວອອກໄປຂ້າງເນີນພູດ້ານເຫນືອຂອງເມືອງເອກໂຣນ, ແລ້ວກໍລ້ຽວໄປຫາເມືອງຊິກເກໂຣນ ແລະ ຜ່ານໄປເຖິງພູເຂົາບາອາລາ, ຈາກທີ່ນັ້ນກໍໄປເຖິງ ຢັບເນເອວ. ຊາຍແດນກໍມາສິ້ນສຸດທີ່ທະເລ.
\v 12 ຊາຍແດນທາງທິດຕາເວັນຕົກ ຄືທະເລໃຫຍ່ ແລະ ຝັ່ງທະເລ. ນີ້ຄືຊາຍແດນລ້ອມຮອບເຜົ່າຄົນຢູດາຕາມຕະກູນຕໍ່ຕະກູນ.
\s5
\v 13 ໃນການປະຕິບັດຕາມຄຳສັ່ງຂອງພຣະຢາເວທີ່ໄດ້ກ່າວກັບໂຢຊວຍ, ໂຢຊວຍໄດ້ມອບທີ່ດິນສ່ວນຫນຶ່ງໃນເຂດຂອງຄົນຢູດາ ໃຫ້ແກ່ກາເລັບລູກຊາຍຂອງເຢຟຸນເນການມອບແຜ່ນດິນທ່າມກາງເຜົ່າຢູດາ, ຄືກີຣີອາດ, ອາກບາ, ນັ້ນຄືເມືອງເຮັບໂຣນ (ອາກບາເປັນພໍ່ຂອງອານາກ).
\v 14 ກາເລັບໄດ້ຂັບໄລ່ລູກສາມຄົນຂອງອານາກອອກຈາກທີ່ນັ້ນຄື: ເຊຊາຍ, ອາຮີມານ, ແລະ ຕານໄມວົງວານຂອງອານາກ.
\v 15 ເຂົາໄດ້ຂຶ້ນໄປຈາກທີ່ນັ້ນຜະເຊີນຫນ້າກັບຜູ້ທີ່ຢູ່ອາໄສຂອງເດບີ (ເດບີເຄີຍໄດ້ຊື່ວ່າກີຣີອາດເຊເຟ).
\s5
\v 16 ກາເລັບໄດ້ກ່າວວ່າ, "ຊາຍໃດທີ່ໂຈມຕີເມືອງກີຣີອາດເຊເຟ ແລະ ຢຶດໄດ້ເຮົາຈະຍົກອັກສາລູກສາວຂອງເຮົາໃຫ້ເປັນເມຍ."
\v 17 ເມື່ອໂອດນີເອນລູກຊາຍເກນາດ, ນ້ອງຊາຍຂອງກາເລັບຢຶດເມືອງນັ້ນໄດ້, ກາເລັບຈຶ່ງຍົກອັກສາລູກສາວຂອງເຂົາໃຫ້ແຕ່ງງານກັບລາວ.
\s5
\v 18 ຢູ່ມາຫລັງຈາກນັ້ນ, ອັກສາໄດ້ມາຫາໂອດນີເອນ ແລະ ນາງໄດ້ຊັກຊວນເຂົາໃຫ້ຂໍທົ່ງນາຫນຶ່ງຕອນຈາກພໍ່ຂອງນາງ. ເມື່ອນາງລົງຈາກຫລັງລໍຂອງນາງ, ກາເລັບໄດ້ຖາມວ່າ, "ເຈົ້າຕ້ອງການຫຍັງ?"
\s5
\v 19 ອັກສາໄດ້ຕອບວ່າ, "ຂໍຄວາມກະຣຸນາເປັນພິເສດຢ່າງຫນຶ່ງເຖີດ, ເພາະທ່ານໄດ້ໃຫ້ແຜ່ນດິນຂອງເນເກບແກ່ຂ້ານ້ອຍ: ຈຶ່ງຂໍທ່ານໄດ້ໃຫ້ນ້ຳພຸແກ່ຂ້ານ້ອຍດ້ວຍ." ແລ້ວກາເລັບກໍໄດ້ມອບນ້ຳພຸເທິງ ແລະ ນ້ຳພຸລຸ່ມໃຫ້ແກ່ນາງ.
\s5
\v 20 ຕໍ່ໄປນີ້ເປັນມໍຣະດົກຂອງເຜົ່າຄົນຢູດາ, ທີ່ມອບໃຫ້ຕາມຕະກູນຂອງພວກເຂົາ.
\s5
\v 21 ເມືອງຕ່າງໆທີ່ເປັນຂອງເຜົ່າຄົນຢູດາຊຶ່ງຢູ່ທາງທິດໃຕ້ສຸດ, ທາງຊາຍແດນເອໂດມ, ຄືເມືອງຂັບເຊເອນ, ເອເດ, ແລະຢາກູເຣ.
\v 22 ກີນາ, ດີໂມນາ, ອາດາດາ,
\v 23 ເຄເດັດ, ຮາໂຊ, ອິດນັນ,
\v 24 ຊີເຟ, ເທເລັມ, ເບອາໂລດ.
\s5
\v 25 ຮາໂຊຮາດັດຕາ, ເກຣີໂອດ ເຮຊະໂຣນ (ເມືອງນີ້ກໍຍັງເປັນທີ່ຮູ້ຈັກກັນວ່າເປັນເມືອງຮາໂຊດ້ວຍ),
\v 26 ອາມາມ, ເຊມາ, ໂມລາດາ.
\v 27 ຮາຊາກັດດາ, ເຮຊະໂມນ, ເບັດເປເລັດ,
\v 28 ຮາຊາຊູອານ, ເບເອນເຊບາ, ບີຊີໂອທິຢາ.
\s5
\v 29 ບາອາລາ, ອີອິມ, ເອເຊມ,
\v 30 ເອນໂຕລັດ, ເກສິນ, ໂຮມາ.
\v 31 ຊິກລັກ, ມາດມານນາ, ສັນສັນນາ,
\v 32 ເລບາໂອດ, ຊິນຮີມ, ອາອິນ ແລະ ຮິມໂມນ.
\s5
\v 33 ໃນທີ່ເນີນພູຕ່ຳລົງໄປທາງທິດຕາເວັນຕົກ, ທີ່ມີເມືອງເອຊະຕາໂອນ, ໂຊຣາ, ອາຊະນາ.
\v 34 ຊາໂນອາ, ເອັນກັນນິມ, ທັບປູອາ, ເອນາມ.
\v 35 ຢາຣະມຸດ, ອາດຸນລຳ, ໂສໂກ, ອາເຊກາ.
\v 36 ຊາອາຣາອິມ, ອາດີທາອິມ, ເກເດຣາ ແລະເກເດໂຣທາອິມ, ເຫລົ່ານີ້ຄືເມືອງ ສິບສີ່ເມືອງລວມທັງຫມູ່ບ້ານຂອງພວກເຂົາ.
\s5
\v 37 ເຊນານ, ຮາດາຊາ, ມິກດັນກາດ,
\v 38 ດີເລອານ, ມີຊະປາ, ໂຢກເທເອນ,
\v 39 ລາກິດ, ໂບຊະກາດ, ເອກໂລນ.
\s5
\v 40 ກັບໂບນ, ລາມາມ, ກິດລິດ.
\v 41 ເກເດໂຣດ, ເບັດດາໂກນ, ນາອາມາ ແລະມັກເກດາ, ລວມເປັນສິບຫົກເມືອງລວມທັງຫມູ່ບ້ານຕ່າງໆ.
\s5
\v 42 ລິບນາ, ເອເທ, ອາຊານ,
\v 43 ອີຟະຕາ, ອາຊະນາ, ເນຊິບ,
\v 44 ເກອີລາ, ອັກຊິບ, ມາເຣຊາ ລວມເປັນເກົ້າເມືອງລວມທັງຫມູ່ບ້ານຕ່າງໆ.
\s5
\v 45 ເອັກໂຣນ, ກັບເມືອງຕ່າງໆ ແລະ ຫມູ່ບ້ານໂດຮອບເມືອງນັ້ນ;
\v 46 ຈາກເອັກໂຣນເຖິງທະເລໃຫຍ່, ທຸກເມືອງທີ່ຢູ່ໃກ້ເມືອງອາຊະໂດດ, ກັບຫມູ່ບ້ານໂດຍຮອບເມືອງນັ້ນ.
\v 47 ອາຊະໂດດ, ກັບເມືອງຕ່າງໆ ແລະ ຫມູ່ບ້ານໂດຍຮອບເມືອງນັ້ນ ຈົນເຖິງລຳນ້ຳຂອງເອຢິບ, ແລະ ທະເລໃຫຍ່ພ້ອມກັບທາງຝັ່ງທະເລ.
\s5
\v 48 ໃນດິນແດນແຖບເນີນພູຄື ຊາເມຍ, ຢັດຕີ, ໂສໂກ,
\v 49 ດານນາ, ກີລີອາດສັນນາ, (ຄືເມືອງເດບີ),
\v 50 ອານາບ, ເອຊະເຕມົວ, ອານິມ,
\v 51 ໂກເຊັນ, ໂຮໂລນ, ກິໂລນ. ລວມເປັນສິບເອັດເມືອງ, ກັບຫມູ່ບ້ານໂດຍຮອບ.
\s5
\v 52 ອາຣັບ, ດູມາ, ເອຊານ,
\v 53 ຢານິມ, ເບັດຕັບປູອາ, ອາເຟກາ,
\v 54 ຮຸມຕາ, ກີຣີອາດອາກບາ,(ຊຶ່ງແມ່ນເມືອງເຮັບໂຣນ) ແລະເມືອງຊີໂອເຣ. ລວມເປັນເກົ້າເມືອງກັບຫມູ່ບ້ານໂດຍຮອບ.
\s5
\v 55 ມາໂອນ, ກາເມນ, ຊີເຟ, ຢຸດຕາ,
\v 56 ຢິດຊະເຣນ, ໂຢກເດອາມ, ຊາໂນອາ,
\v 57 ກາອິນ, ກີເບອາ, ແລະ ຕິມນາ. ລວມເປັນສິບເມືອງກັບຫມູ່ບ້ານໂດບຮອບ.
\s5
\v 58 ຮັນຮູນ, ເບັດຊູເຣ, ເກໂດເຣ,
\v 59 ມາອາຣາດ, ເບັດອາໂນດ, ແລະ ເມືອງເອນເຕໂກນລວມເປັນຫົກເມືອງກັບຫມູ່ບ້ານໂດຍຮອບ.
\s5
\v 60 ກີຣີອາດບາອານ, (ຄືເມືອງກີຣີອາດເຢອາຣິມ), ແລະຣັບບາ, ລວມເປັນສອງເມືອງກັບຫມູ່ບ້ານໂດຍຮອບ.
\v 61 ໃນຖິ່ນທຸຣະກັນດານຄື ເບັດອາຣາບາ, ມິດດິນ, ເສກະກາ.
\v 62 ນິບຊານ, ເມືອງບໍ່ເກືອ ແລະ ເອນເກດີ. ເຫລົ່ານີ້ລວມເປັນຫົກເມືອງກັບຫມູ່ບ້ານໂດບຮອບ.
\s5
\v 63 ແຕ່ຄົນເຢບຸດ, ຊຶ່ງເປັນຊາວເມືອງ ເຢຣູຊາເລັມນັ້ນ, ຄົນຢູດາບໍ່ສາມາດຂັບໄລ່ພວກເຂົາອອກໄປໄດ້, ດັ່ງນັ້ນຄົນເຢບຸດຈຶ່ງອາໄສຢູ່ກັບຄົນຢູດາຈົນເຖິງທຸກວັນນີ້.
\s5
\c 16
\cl ບົດທີ 16
\p
\v 1 ການຈັດສັນທີ່ດິນຂອງເຜົ່າຂອງໂຢເຊັບ ນັ້ນໄດ້ຂະຫຍາຍຈາກແມ່ນ້ຳຈໍແດນ ທີ່ເມືອງເຢຣີໂກ, ຄືທາງທິດຕາເວັນອອກຂອງນ້ຳພຸຂອງເຢຣີໂກ, ເຂົ້າໄປໃນຖິ່ນທຸຣະກັນດານ, ຂຶ້ນໄປຈາກເຢຣີໂກເຂົ້າໄປໃນແດນເນີນພູເມືອງເບັດເອນ.
\v 2 ແລ້ວຈາກນັ້ນກໍຈາກເມືອງເບັດເອນໄປຍັງເມືອງລູເຊ ແລະ ຜ່ານເລີຍໄປເຖິງເມືອງອາທາໂຣດ, ໃນເຂດຂອງຄົນອັດດາ.
\s5
\v 3 ແລ້ວລົງໄປທາງທິດຕາເວັນຕົກ ເຖິງເຂດຂອງຄົນຢາຟະເຣດ, ທີ່ໄກອອກໄປຈົນເຖິງເຂດເມືອງເບັດໂຣໂຣນລຸ່ມ, ແລະ ໄປເຖິງເມືອງເກເຊ; ໄປສີ້ນສຸດທີ່ທະເລ.
\v 4 ໂດຍວິທີນີ້ເຜົ່າຂອງໂຢເຊັບຄືມານາເຊ, ແລະ ເອຟຣາອິມໄດ້ຮັບມໍຣະດົກຂອງພວກເຂົາ.
\s5
\v 5 ເຂດຂອງເຜົ່າເອຟຣາອິມ ທີ່ໄດ້ຈັດສັນຕາມຕະກູນຂອງພວກເຂົາ ເປັນດັ່ງນີ້ຄື: ຊາຍແດນຕາມມໍຣະດົກຂອງພວກເຂົາທາງທິດຕາເວັນອອກເລີ້ມຕັ້ງແຕ່ເມືອງອາທາໂຣດ, ອັດດາ, ໄກໄປຈົນເຖິງເບັດໂຮໂຣນ.
\v 6 ຈາກທີ່ນັ້ນກໍຕໍ່ໄປຈົນເຖິງທະເລ ຈາກເມືອງມິກເມທັດ, ທາງທິດເຫນືອ ແລະ ລ້ຽວມາທາງທິດຕາເວັນອອກເຖິງເມືອງ ຕາອານາດ ຊີໂລ ແລ້ວຜ່ານພົ້ນເມືອງນີ້ໄປທາງທິດຕາເວັນອອກເຖິງເມືອງຢາໂນອາ.
\v 7 ແລ້ວລົງໄປຈາກເມືອງຢາໂນອາ ໄປຈົນເຖິງເມືອງເຢຣີໂກ, ສິ້ນສຸດລົງທີ່ແມ່ນ້ຳຈໍແດນ.
\s5
\v 8 ຈາກທັບປູອາ ຊາຍແດນດ້ານຕາເວັນຕົກເຖິງລຳນ້ຳການາ ແລະ ໄປສິ້ນສຸດທີ່ທະເລ. ນີ້ຄືມໍຣະດົກຂອງເຜົ່າເອຟຣາອິມ, ທີ່ໄດ້ມອບໃຫ້ຄົນຕາມຕະກູນຂອງພວກເຂົາ,
\v 9 ພ້ອມດ້ວຍເມືອງຕ່າງໆ. ທີ່ໄດ້ຮັບການເລືອກສຳລັບເຜົ່າເອຟຣາອິມຕາມມໍຣະດົກຕາມເຜົ່າ ມານາເຊ - ເມືອງຕ່າງໆທັງຫມົດ, ກັບຫມູ່ບ້ານຕ່າງໆທັງຫມົດ.
\s5
\v 10 ພວກເຂົາບໍ່ໄດ້ຂັບໄລ່ພວກຄົນການາອານ ຊຶ່ງອາໄສຢູ່ໃນເມືອງເກເຊອອກໄປ, ດັ່ງນັ້ນຄົນການາອານຈຶ່ງອາໄສຢູ່ທ່າມກາງຄົນເອຟຣາອິມຈົນເຖິງທຸກວັນນີ້, ແຕ່ປະຊາຊົນເຫລົ່ານີ້ກໍຖືກບັງຄັບໃຫ້ເຮັດວຽກດັ່ງທາດຮັບໃຊ້.
\s5
\c 17
\cl ບົດທີ 17
\p
\v 1 ການຈັດສັນທີ່ດິນໃຫ້ແກ່ເຜົ່າມານາເຊ (ຜູ້ຊຶ່ງເປັນລູກຊາຍກົກຂອງໂຢເຊັບ) -ນັ້ນຄືສຳລັບມາກີລູກຊາຍກົກຂອງມານາເຊ, ແລະເປັນພໍ່ຂອງກີເລອາດ, ລູກຫລານຂອງມາກີໄດ້ຮັບຈັດສັນທີ່ດິນຂອງກີເລອາດ, ແລະ ບາຊານເປັນສ່ວນແບ່ງເພາະມາກີເຄີຍເປັນທະຫານ.
\v 2 ທີ່ດິນໄດ້ຖືກຈັດສັນໃຫ້ແກ່ຄົນທີ່ເຫລືອຢູ່ ຂອງຄົນເຜົ່າມານາເຊ, ໃຫ້ແກ່ຕະກູນຂອງພວກເຂົາຄື: ອາບີເອເຊ, ເຮເລັກ, ອາສະກີເອນ, ເຊເຄມ, ເຮເຟ, ແລະ ເຊມີດາ, ຄົນເຫລົ່ານີ້ເປັນລູກຫລານຜູ້ຊາຍຂອງຄົນມານາເຊ, ລູກຊາຍຂອງໂຢເຊັບ ໃຫ້ຕາມຕະກູນຂອງເຂົາ.
\s5
\v 3 ບັດນີ້ເຊໂລເຟຮັດ, ລູກຊາຍຂອງເຮເຟ, ລູກຊາຍຂອງກີເລອາດ, ລູກຊາຍຂອງມາກີ, ລູກຊາຍຂອງມານາເຊ, ເຊໂລເຟຮັດບໍ່ມີລູກຊາຍມີແຕ່ລູກສາວ ຊື່ລູກຂອງເຂົາຄື: ມາຮະລາ, ໂນອາ, ໂຮກະລາ, ມີລະກາ, ແລະ ຕີຣະຊາ.
\v 4 ພວກເຂົາໄດ້ເຂົ້າມາຫາ ເອເລອາຊາ, ປະໂລຫິດໂຢຊວຍລູກຊາຍຂອງນູນ ແລະ ພວກຜູ້ນຳ ພວກເຂົາໄດ້ກ່າວວ່າ "ພຣະຢາເວ, ໄດ້ສັ່ງໂມເຊໃຫ້ຍົກມໍຣະດົກໃຫ້ກັບເຮົາເຊັ່ນດຽວກັບພີ່ນ້ອງຂອງເຮົາ". ດັ່ງນັ້ນເພື່ອປະຕິບັດຕາມຄຳສັ່ງຂອງພຣະຢາເວ, ເຂົາໄດ້ໃຫ້ມໍຣະດົກແກ່ພວກຜູ້ຍິງເຫລົ່ານັ້ນທ່າມກາງພວກພີ່ນ້ອງຂອງພໍ່ຂອງພວກເຂົາ.
\s5
\v 5 ທີ່ດິນສິບສ່ວນຈຶ່ງຖືກມອບໃຫ້ແກ່ຄົນມານາເຊໃນກີເລອາດ ແລະ ບາຊານ, ຊຶ່ງຢູ່ອີກຝັ່ງຫນຶ່ງຂອງແມ່ນ້ຳຈໍແດນ.
\v 6 ເພາະວ່າລູກສາວຂອງມານາເຊກໍໄດ້ຮັບມໍຣະດົກທ່າມກາງລູກຊາຍຂອງທ່ານ. ແຜ່ນດິນກີເລອາດນັ້ນໄດ້ຈັດສັນໃຫ້ກັບເຜົ່າມານາເຊທີ່ເຫລືອຢູ່.
\s5
\v 7 ເຂດແດນຂອງມານາເຊ ຕັ້ງຕົ້ນຈາກອາເຊໄປຈົນເຖິງມິກເມທັດ, ຊຶ່ງຢູ່ທາງທິດຕາເວັນອອກຂອງເມືອງຊີເຄມ, ແລ້ວເຂດແດນໄດ້ອອກໄປທາງທິດໃຕ້ເຖິງຄົນເຫລົ່ານັ້ນທີ່ອາໄສຢູ່ໃກ້ກັບນ້ຳພຸທັບປູອາ.
\v 8 (ແຜ່ນດິນທັບປູອາ ເປັນຂອງພວກມານາເຊ, ແຕ່ເມືອງທັບປູອາເທິງ ຊາຍແດນຂອງພວກມານາເຊເປັນຂອງເຜົ່າເອຟຣາອິມ.)
\s5
\v 9 ຊາຍແດນກໍລົງໄປເຖິງລຳນ້ຳການາ. ເມືອງເຫລົ່ານີ້ຊຶ່ງຢູ່ທາງຕອນໃຕ້ຂອງລຳນ້ຳທ່າມກາງເມືອງຕ່າງໆ ຂອງມານາເຊທີ່ເປັນຂອງເອຟຣາອິມ. ເຂດແດນຂອງມານາເຊກໍຂຶ້ນໄປທາງເຫນືອຂອງລຳນ້ຳ ແລະ ໄປສິ້ນສຸດທີ່ທະເລ.
\v 10 ແຜ່ນດິນທາງທິດໃຕ້ເປັນຂອງເອຟຣາອິມ, ແລະ ແຜ່ນດິນທາງທິດເຫນືອເປັນຂອງມານາເຊ; ມີທະເລເປັນຊາຍແດນ. ທາງເຫນືອຕິດດິນແດນອາເຊ ແລະທາງທິດຕາເວັນອອກ, ຕິດອິດຊາຄາ.
\s5
\v 11 ໃນເຂດອິດຊາຄາ ແລະ ໃນອາເຊນັ້ນ, ມານາເຊໄດ້ຢຶດຄອງເມືອງເບັດເຊອານ ແລະ ຫມູ່ບ້ານຮອບໆນັ້ນ, ອິບເລອາມກັບຫມູ່ບ້ານຮອບໆ ເມືອງນັ້ນ, ແລະ ຊາວເມືອງໂດເຣກັບຫມູ່ບ້ານ ຊາວເມືອງເອນໂດເຣກັບຫມູ່ບ້ານຮອບໆ, ນັ້ນແລະ ຊາວເມືອງ ຕາອານັກກັບຫມູ່ບ້ານຮອບໆນັ້ນ, ແລະຊາວເມືອງເມກິດໂດກັບຫມູ່ບ້ານຮອບໆນັ້ນ, (ແລະ ເປັນເມືອງທີສາມຄືນາເຟ).
\v 12 ແຕ່ເຜົ່າມານາເຊກໍຍັງບໍ່ສາມາດຢຶດຄອງເມືອງເຫລົ່ານັ້ນໄດ້, ແລະ ຄົນການາອານຍັງຄົງຢູ່ອາໄສໃນແຜ່ນດິນນັ້ນຢ່າງຕໍ່ເນື່ອງ.
\s5
\v 13 ເມື່ອປະຊາຊົນອິສະຣາເອນເຂັ້ມແຂງຂຶ້ນແລ້ວ, ພວກເຂົາກໍໄດ້ບັງຄັບຄົນການາອານໃຫ້ເຮັດວຽກຫນັກ, ແຕ່ບໍ່ໄດ້ຂັບໄລ່ພວກເຂົາອອກໄປຢ່າງສິ້ນເຊີງ.
\s5
\v 14 ດັ່ງນັ້ນລູກຫລານຂອງຄົນເຜົ່າໂຢເຊັບ ໄດ້ເວົ້າກັບໂຢຊວຍ, ກ່າວວ່າ, "ເປັນຫຍັງທ່ານຈຶ່ງຈັດສັນທີ່ດິນໃຫ້ເຮົາໄດ້ພຽງສ່ວນດຽວເປັນມໍຣະດົກ, ໃນເມື່ອເຮົາມີຄົນຫລວງຫລາຍ ແລະ ພຣະຢາເວ, ກໍໄດ້ຊົງອວຍພອນພວກເຮົາມາຕະຫລອດ?"
\v 15 ໂຢຊວຍໄດ້ຕອບພວກເຂົາວ່າ, "ຖ້າທ່ານມີຄົນຫລວງຫລາຍ, ຈົ່ງເຂົ້າໄປຖາງເອົາປ່າ ທີ່ດິນສຳລັບພວກທ່ານເອງໃນແຜ່ນດິນຂອງຄົນເປຣີຊີ, ແລະ ຄົນເຣຟາອິມ. ຈົ່ງເຮັດຢ່າງນີ້ໄດ້ເລີຍ, ເນື່ອງຈາກດິນແດນເນີນພູຂອງເອຟຣາອິມນັ້ນນ້ອຍເກີນໄປສຳລັບພວກເຈົ້າ."
\s5
\v 16 ພວກເຊື້ອສາຍຂອງໂຢເຊັບໄດ້ກ່າວວ່າ, "ແດນເນີນພູເຫລົ່ານີ້ກໍບໍ່ພຽງພໍສຳລັບພວກເຮົາ. ແຕ່ຄົນການາອານຜູ້ທີ່ຢູ່ຕາມທົ່ງພຽງມີຣົດຮົບເຫລັກ ແລະ ທັງພວກທີ່ຢູ່ໃນເບັດເຊອານ ແລະຫມູ່ບ້ານລອບໆ ແລະ ພວກທີ່ຢູ່ໃນຮ່ອມພູຢິດຊະເຣນ".
\v 17 ແລ້ວໂຢຊວຍຈຶ່ງໄດ້ກ່າວແກ່ເຊື້ອສາຍຂອງໂຢເຊັບຄື - ເອຟຣາອິມ ແລະມານາເຊວ່າ, "ພວກທ່ານທີ່ມີປະຊາຊົນຈຳນວນຫລາຍ, ແລະ ພວກທ່ານມີກຳລັງເຂັ້ມແຂງ. ພວກທ່ານຈະຕ້ອງບໍ່ໄດ້ມີສ່ວນແບ່ງພຽງສ່ວດຽວຄືດິແດນທີ່ໄດ້ຈັດສັນໃຫ້ພວກທ່ານແລ້ວ.
\v 18 ດິນແດນເນີນພູກໍຈະເປັນຂອງທ່ານ ເຖິງແມ່ນວ່າເປັນປ່າ ໃຫ້ທ່ານຈົ່ງຖາງໃຫ້ແປນ ແລະຢຶດຄອງໄປສຸດເຂດແດນ. ທ່ານຈະຂັບໄລ່ພວກການາອານໃຫ້ອອກໄປ, ແມ່ນວ່າພວກເຂົາຈະມີຣົດມ້າເຫລັກ, ແລະ ເຖິງແມ່ນວ່າພວກເຂົາຈະແຂງແຮງກໍຕາມ".
\s5
\c 18
\cl ບົດທີ 18
\p
\v 1 ແລ້ວຊຸມຊົນຂອງປະຊາຊົນອິສະຣາເອນທັງຫມົດ ກໍໄດ້ມາປະຊຸມກັນທີ່ເມືອງຊີໂລ. ພວກເຂົາໄດ້ຕັ້ງເຕັນນັດພົບຂຶ້ນທີ່ນັ້ນ.
\v 2 ແລະ ພວກເຂົາໄດ້ຢຶດຄອງແຜ່ນດິນທີ່ຢູ່ຕໍ່ຫນ້າພວກເຂົາ ຍັງມີອີກເຈັດເຜົ່າໃນທ່າມກາງປະຊາຊົນອິສະຣາເອນທີ່ຍັງບໍ່ໄດ້ຮັບມອບມໍຣະດົກຂອງເຂົາ.
\s5
\v 3 ໂຢຊວຍຈຶ່ງໄດ້ກ່າວແກ່ປະຊາຊົນອິສະຣາເອນວ່າ, "ພວກເຈົ້າຈະລໍຖ້າອີກນານປານໃດ? ທີ່ຈະເຂົ້າໄປໃນແຜ່ນດິນທີ່ພຣະຢາເວພຣະເຈົ້າຂອງບັນພະບູລຸດຂອງພວກເຈົ້າປຣະທານໃຫ້ແກ່ພວກເຈົ້າ,
\v 4 ຈົ່ງແຕ່ງຕັ້ງຜູ້ຊາຍສາມຄົນຈາກແຕ່ລະເຜົ່າ ແລະ ຂ້າພະເຈົ້າຈະສົ່ງພວກເຂົາອອກໄປ ພວກເຂົາຈະອອກໄປ ແລະ ສຳຫລວດແຜ່ນດິນໂດຍລະອຽດ. ພວກເຂົາຈະຂຽນຄຳອະທິບາຍເຖິງແນວເຂດທີ່ດິນມໍຣະດົກຂອງພວກເຂົາ ແລະ ພວກເຂົາຈະກັບມາຫາຂ້າພະເຈົ້າ.
\s5
\v 5 ພວກເຂົາຈະແບ່ງທີ່ດິນອອກເປັນເຈັດສ່ວນ. ຄົນຢູດາຈະຍັງຄົງຢູ່ໃນດິນແດນຂອງເຂົາທາງທິດໃຕ້, ແລະ ຕະກູນຂອງໂຢເຊັບຈະຍັງໃຫ້ຢູ່ໃນດິນແດນຂອງພວກເຂົາທາງທິດເຫນືອ.
\v 6 ພວກເຈົ້າຂຽນແນວເຂດທີ່ດິນເປັນເຈັດສ່ວນ ແລະນຳມາໃຫ້ຂ້າພະເຈົ້າທີ່ນີ້, ຂ້າພະເຈົ້າຈະຈັບສະຫລາກສຳລັບພວກເຈົ້າທີ່ນີ້ຕໍ່ຫນ້າພຣະຢາເວພຣະເຈົ້າຂອງພວກເຮົາ.
\s5
\v 7 ຄົນເລວີບໍ່ມີສ່ວນແບ່ງໃນທ່າມກາງພວກເຈົ້າ, ເພາະຕຳແຫນ່ງປະໂລຫິດຂອງພຣະຢາເວ, ເປັນມໍຣະດົກຂອງພວກເຂົາ ເຜົ່າກາດ, ເຜົ່າຣູເບັນ, ແລະ ເຄິ່ງເຜົ່າຂອງມານາເຊກໍໄດ້ຮັບມໍຣະດົກຂອງເຂົາທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ, ນີ້ເປັນມໍຣະດົກຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ມອບໃຫ້ພວກເຂົາແລ້ວ."
\s5
\v 8 ດັ່ງນັ້ນຜູ້ຊາຍເຫລົ່ານັ້ນຈຶ່ງໄດ້ລຸກຂຶ້ນອອກເດີນທາງໄປ ໂຢຊວຍໄດ້ສັ່ງຄົນເຫລົ່ານັ້ນທີ່ເດີນທາງໄປໃຫ້ຂຽນແນວເຂດເມືອງ ແລະ ໄດ້ກ່າວວ່າ, "ຈົ່ງເດີນທາງໄປໃຫ້ທົ່ວແຜ່ນດິນ ແລະໃຫ້ຂຽນແນວເຂດທີ່ດິນແລ້ວນຳກັບມາໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຈະຈັບສະຫລາກໃຫ້ພວກເຈົ້າຕໍ່ຫນ້າພຣະຢາເວ, ທີ່ຊີໂລ."
\v 9 ຜູ້ຊາຍເຫລົ່ານັ້ນໄດ້ຈາກໄປ ແລະ ໄດ້ເດີນສຳຫລວດຢ່າງລະອຽດ. ແລະ ໄດ້ຂຽນຄຳອະທິບາຍລົງໃນມ້ວນຫນັງສືຊື່ເມືອງຕ່າງໆ ໃນເຈັດສ່ວນໃສ່ລາຍຊື່ເມືອງຕ່າງໆໃນແຕ່ລະສ່ວນ, ແລ້ວພວກເຂົາກໍກັບມາຫາໂຢຊວຍໃນຄ້າຍທີ່ຊີໂຣ.
\s5
\v 10 ແລ້ວໂຢຊວຍກໍຈັບສະຫລາກໃຫ້ພວກເຂົາຕໍ່ຫນ້າພຣະຢາເວ. ທີ່ຊີໂຣໃນບ່ອນນັ້ນເອງທີ່ໂຢຊວຍໄດ້ຈັດແບ່ງທີ່ດິນໃຫ້ແກ່ປະຊາຊົນອິສະຣາເອນ, ແລະ ແຕ່ລະເຜົ່າກໍໄດ້ຮັບຕາມສ່ວນແບ່ງຂອງແຜ່ນດິນ.
\s5
\v 11 ການຈັດສັນທີ່ດິນສຳລັບເຜົ່າເບັນຢາມິນ ກໍໄດ້ຈັດແບ່ງໃຫ້ຕາມຕະກູນຂອງພວກເຂົາ. ຂອບເຂດດິນແດນທີ່ເປັນສ່ວນຂອງພວກເຂົາຕັ້ງຢູ່ລະຫວ່າງລູກຫລານຂອງຢູດາ ແລະ ລູກຫລານຂອງໂຢເຊັບ.
\v 12 ທາງທິດເຫນືອຊາຍແດນຂອງພວກເຂົາເລີ້ມຈາກແມ່ນ້ຳຈໍແດນ ແລະຊາຍແດນກໍຂຶ້ນໄປເຖິງເນີນພູທາງທິດເຫນືອຂອງເຢຣີໂກ, ແລ້ວຂຶ້ນໄປດິນແດນເນີນພູທາງທິດຕາເວັນຕົກ. ແລ້ວໄປຈົນເຖິງຖິ່ນທຸຣະກັນດານເບັດອາເວນ.
\s5
\v 13 ຈາກທີ່ນັ້ນຊາຍແດນໄດ້ຜ່ານໄປທາງໃຕ້ໃນທິດທາງໄປຍັງລູເຊ (ສະຖານທີ່ດຽວກັບເບັດເອນ). ແລ້ວເຂດແດນກໍລົງໄປທາງໃຕ້ເຖິງອາທາໂຣດອັດດາ, ທາງພູເຂົາທີ່ຍາວໄປທາງໃຕ້ເມືອງເບັດໂຮໂຣນ.
\v 14 ແລ້ວຊາຍແດນນີ້ກໍອອກໄປທິດທາງຫນຶ່ງ: ໄປທາງດ້ານຕາເວັນຕົກ ໂຄ້ງໄປທາງທິດໃຕ້ມຸ້ງໄປທາງພູເຂົາກົງກັນຂ້ວາມກັບເບັດໂຮໂຣນ, ເຂດແດນນີ້ໄປສິ້ນສຸດລົງທີ່ກີຣີອາດບາອານ (ນັ້ນຄືກີຣີອາດເຢອາຣິມ), ເມືອງທີ່ເປັນຂອງເຜົ່າຢູດາ ນີ້ເປັນການແບ່ງເຂດແດນທາງດ້ານຕາເວັນຕົກ.
\s5
\v 15 ສ່ວນທາງດ້ານໃຕ້ນັ້ນເລີ້ມຕົ້ນຂ້າງນອກເມືອງ ກີຣີອາດເຢອາຣິມ. ຊາຍແດນກໍເລີ່ມຈາກເອຟໂຣນໄປທາງຕາເວັນຕົກເຖິງນ້ຳພຸຂອງລຳນ້ຳແຫ່ງເນັບໂທອາ.
\v 16 ແລ້ວຊາຍແດນກໍລົງໄປເຖິງເຂດພູເຂົາຊຶ່ງຢູ່ກົງກັນຂ້ວາມກັບຮ່ອມພູ ເບັນຮິນໂນມຊຶ່ງຢູ່ທາງເຫນືອສຸດຂອງຮ່ອມພູເຣຟາອິມ, ແລ້ວກໍລົງໄປທີ່ຮ່ອມພູຮິນໂນມ, ທາງໃຕ້ສັນພູຂອງຄົນເຢບຸດ ແລະ ຕໍ່ໄປເຖິງເອນໂຣເກນ.
\s5
\v 17 ແລ້ວກໍໂຄ້ງໄປທາງທິດເຫນືອຈົນໄປເຖິງເອນເຊເມດ, ຈາກທີ່ນັ້ນກໍໄປຍັງເກລີໂລດຊຶ່ງຢູ່ກົງກັນຂ້ວາມກັບທາງຂຶ້ນເຂົາຊື່ອາດຸມມິມ, ແລ້ວລົງໄປຍັງໂງ່ນຫີນຂອງໂບຮານລູກຊາຍຂອງຣູເບັນ.
\v 18 ແລ້ວຜ່ານໄປທາງເຫນືອໄປເຖິງສັນພູຂອງເບັດອາຣາບາ ແລະ ລົງໄປເຖິງອາຣາບາ.
\s5
\v 19 ແລ້ວຊາຍແດນກໍຜ່ານໄປທາງເຫນືອສັນພູເບັດໂຮລະກາ ຊາຍແດນໄປສຸດລົງທີ່ອ່າວດ້ານເຫນືອຂອງທະເລເກືອທີ່ປາຍດ້ານໃຕ້ຂອງແມ່ນ້ຳຈໍແດນ. ນີ້ເປັນຊາຍແດນດ້ານໃຕ້.
\v 20 ແມ່ນ້ຳຈໍແດນເປັນຊາຍແດນທາງທິດຕາເວັນອອກ. ນີ້ເປັນມໍຣະດົກຂອງລູກຫລານເຜົ່າເປັນຢາມິນທີ່ໄດ້ມອບໃຫ້ຕາມຕະກູນຂອງພວກເຂົາ, ມີຊາຍແດນຕໍ່ຊາຍແດນລ້ອມຮອບກັນທັງຫມົດ.
\s5
\v 21 ບັດນີ້ເມືອງຕ່າງໆຂອງເຜົ່າເບັນຢາມິນຕາມຕະກູນຂອງພວກເຂົາຄື: ເຢຣີໂກ, ເບັດໂຮກະລາ, ເອເມັກເກຊິດ,
\v 22 ເບັດອາລະບາ, ເຊມາຣາອິມ, ເບັດເອນ,
\v 23 ອັບວິມ, ປາຣາ, ໂອຟະຣາ,
\v 24 ເກຟາອຳໂມນີ, ໂອຟະນີ, ແລະເກບາມີສິບສອງເມືອງລວມທັງຫມູ່ບ້ານຮອບໆ.
\s5
\v 25 ຍັງມີອີກຫລາຍເມືອງຂອງກີເບໂອນ, ຣາມາ, ເບເອໂຣດ,
\v 26 ມິຊະປາ, ເຄຟີຣາ, ໂມຊາ,
\v 27 ເຣເຄມ, ອີຣະເປເອນ, ທາຣະລາ,
\v 28 ເສລາ, ຮາເອເລັບ, ເຢບູ, (ເມືອງດຽວກັບເຢຣູຊາເລັມ), ກີເບອາ ແລະ ກີຣີອາດ, ເຢອາຣິມ. ລວມທັງຫມົດມີ 14 ເມືອງລວມທັງຫມູ່ບ້ານຕ່າງໆຂອງພວກເຂົາ. ນີ້ເປັນມໍຣະດົກຂອງເບັນຢາມິນຕາມຕະກູນຂອງພວກເຂົາ.
\s5
\c 19
\cl ບົດທີ 19
\p
\v 1 ສະຫລາກທີສອງໄດ້ຕົກເປັນຂອງເຜົ່າຊີເມໂອນ ແລະ ໄດ້ຖືກຈັດສັນໃຫ້ແຕ່ລະຕະກູນຂອງພວກເຂົາ. ມໍຣະດົກຂອງພວກເຂົາຢຸ່ກາງມໍຣະດົກທີ່ເປັນຂອງເຜົ່າຢູດາ.
\s5
\v 2 ພວກເຂົາມີເມືອງເຫລົ່ານີ້ເປັນມໍຣະດົກຄື ເບຍເອເຊບາ, ເຊບາ, ໂມລາດາ,
\v 3 ຮາຊາຊູອານ, ບາລາ, ເອເຊມ,
\v 4 ເອນໂທລັດ, ເບອູນ, ໂຮມາ.
\s5
\v 5 ຊີເມໂອນ, ແລະ ມີສິກລາກດ້ວຍ, ເບັດມັກກາໂບດ, ຮາຊາສຸສາ,
\v 6 ເບັດເລບາໂອດແລະຊາຣູເຮນ. ເຫລົ່ານີ້ເປັນສິບສາມເມືອງ ລວມທັງຫມູ່ບ້ານທັງຫລາຍຂອງເມືອງເຫລົ່ານັ້ນດ້ວຍ.
\v 7 ຊີເມໂອນ ເມືອງ ອາອິນ, ຣິມໂມນ, ເອເທ, ອາຊານ, ລວມເປັນສີ່ເມືອງລວມທັງຫມູ່ບ້ານທັງຫລາຍຂອງເມືອງເຫລົ່ານັ້ນດ້ວຍ.
\s5
\v 8 ເຫລົ່ານີ້ຄືຫມູ່ບ້ານຕ່າງໆລອບເມືອງທີ່ໄກອອກໄປເຖິງບາອາລາດເບເອ (ທີ່ດຽວກັບລາມາໃນເນເກບ). ນີ້ເປັນມໍຣະດົກຂອງເຜົ່າຊີເມໂອນ, ທີ່ໄດ້ມອບໃຫ້ຕາມຕະກູນຂອງພວກເຂົາ.
\v 9 ມໍຣະດົກຂອງເຜົ່າຊີເມໂອນມີສ່ວນຫນຶ່ງຢູ່ໃນເຜົ່າຂອງຢູດາ. ເພາະວ່າແຜ່ນດິນທີ່ໄດ້ຈັດສັນໃຫ້ເຜົ່າຢູດານັ້ນໃຫຍ່ຫລາຍເກີນໄປສຳລັບພວກເຂົາ, ເຜົ່າຂອງຊີເມໂອນຈຶ່ງໄດ້ຮັບມໍຣະດົກຢູ່ສ່ວນເຄິ່ງຫນຶ່ງຂອງພວກເຂົາ.
\s5
\v 10 ສະຫລາກທີສາມໄດ້ຕົກເປັນຂອງເຜົ່າເຊບູໂລນ, ແລະ ໄດ້ມອບໃຫ້ແກ່ຕະກູນຂອງພວກເຂົາ. ດິນແດນທີ່ເປັນມໍຣະດົກຂອງເຂົາເລີ້ມທີ່ສາຣິດ.
\v 11 ຊາຍແດນຂອງພວກເຂົາໄດ້ຂຶ້ນໄປທາງຕາເວັນຕົກໄປສູ່ເມືອງມາຣາລາ ແລະ ໄດ້ໄປເຖິງເດບເບດເຊດ; ແລ້ວກໍຂະຫຍາຍໄປເຖິງຫ້ວຍນ້ຳທີ່ຢູ່ກົງກັນຂ້ວາມກັບໂຢກເນອາມ.
\s5
\v 12 ຈາກສາຣິດຊາຍແດນລ້ຽວໄປທາງຕາເວັນອອກແລະໄປເຖິງເຂດແດນກີສະໂລດຕາໂບເຣ. ຈາກທີ່ນັ້ນກໍຜ່ານໄປທາງທິດຕາເວັນອອກເຖິງດາເບຣັດແລະກໍຂຶ້ນໄປເຖິງຢາເຟຍ.
\v 13 ຈາກທີ່ນັ້ນກໍໄປທາງທິດຕາເວັນອອກໄປເຖິງກັດເຮເຟ, ແລະ ກໍເຖິງເອັດຄາຊິນ, ຕໍ່ໄປເຖິງຣິມໂມນ ແລະ ລ້ຽວກັບມາຫາເນອາ.
\s5
\v 14 ເຂດແດນກໍໄດ້ລ້ຽວໄປທາງເຫນືອເຖິງຮັນນາໂທນ, ແລະ ສິ້ນສຸດທີ່ຮ່ອມພູອິບທາເອນ,
\v 15 ພື້ນທີ່ນີ້ລວມທັງເມືອງຕ່າງໆຂອງຂັບຕາດ, ນາຫະລານ, ຊິມໂຣນ, ອິດາລາ, ແລະເບັດເລເຮັມ. ມີເມືອງຕ່າງໆລວມສິບສອງເມືອງເຫລົ່ານັ້ນ.
\v 16 ນີ້ເປັນມໍຣະດົກຂອງເຜົ່າເສບູໂລນ, ທີ່ໄດ້ມອບໃຫ້ຕະກູນຂອງພວກເຂົາ, ເມືອງຕ່າງໆລວມທັງຫມູ່ບ້ານທັງຫລາຍຂອງເມືອງເຫລົ່ານັ້ນ.
\s5
\v 17 ສະຫລາກທີສີ່ໄດ້ຕົກເປັນຂອງ ເຜົ່າອິດຊາຄາ, ແລະ ກໍໄດ້ມອບໃຫ້ຕະກູນຂອງພວກເຂົາ.
\v 18 ດິນແດນຂອງພວກເຂົາລວມ. ຢິດເຣເອນ, ເຄສູນໂລດ, ຊູເນມ,
\v 19 ຮາຟາຣາອິມ, ຊີໂອນ, ແລະ ອານາຮາຣັດ.
\s5
\v 20 ລວມທັງຮັບບິດ, ກີຊີໂອນ, ເອເບດ,
\v 21 ເຣເມັດ, ເອນກັນນິມ, ເອນຫັດດາ, ແລະ ເບັດປັດເຊດອີກດ້ວຍ.
\v 22 ດິນແດນຂອງພວກເຂົາຍັງຕິດເຂດແດນທາໂບ, ຊາຫະຊູມາ ແລະ ເບັດເຊເມດ ແລະ ສິ້ນສຸດທີ່ແມ່ນ້ຳຈໍແດນ ລວມເປັນ ສິບຫົກເມືອງ. ລວມທັງຫມູ່ບ້ານຕ່າງໆຂອງເມືອງນັ້ນ.
\s5
\v 23 ນີ້ເປັນມໍຣະດົກຂອງເຜົ່າ ຄົນອິດຊາຄາ, ທີ່ໄດ້ມອບໃຫ້ລູກຫລານຂອງພວກເຂົາ ຄືເມືອງຕ່າງໆ - ແລະ ຫມູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນດ້ວຍ.
\s5
\v 24 ສະຫລາກທີຫ້າໄດ້ຕົກເປັນຂອງເຜົ່າຄົນອາເຊທີ່ໄດ້ມອບໃຫ້ລູກຫລານຂອງພວກເຂົາ.
\v 25 ດິນແດນຂອງພວກເຂົາລວມເມືອງເຮນກາດ, ຮາລີ, ເບເຕນ, ອັກຊັບ,
\v 26 ອັນລຳເມເຫລັກ, ອາມາດ, ແລະ ມິດຊັນ. ທາງທິດຕາເວັນຕົກຂອງເຂດແດນຂະຫຍາຍອອກໄປເຖິງຄາເມນ ແລະ ຊີໂຫລິບນາດ.
\s5
\v 27 ແລ້ວລ້ຽວໄປທາງທິດຕາເວັນອອກເຖິງເບດດາໂກນແລະໄປເຖິງເສບູໂລນ, ແລະ ໄປເຖິງຮ່ອມພູອິບທາເອນ, ໄປທາງເຫນືອເຖິງເບດເອເມກ ແລະ ເນອີເອນ. ແລ້ວໄປເຖິງຄາບູນທາງເຫນືອ.
\v 28 ແລ້ວໄປເຖິງເອໂບນ, ເຣໂຫບ, ຮຳໂມນ, ແລະ ການາ, ໄປເຖິງຊີໂດນເມືອງໃຫຍ່ກວ່າ.
\s5
\v 29 ເຂດແດນລ້ຽວກັບມາເຖິງຣາມາ, ແລະ ໄປເຖິງເມືອງທີ່ມີປ້ອມປ້ອງກັນ. ແລະ ເຂດແດນກໍອ້ອມເຖິງໂຮສະ ແລະ ສິ້ນສຸດລົງທີ່ທະເລ ໃນບໍຣິເວນອັກຊິບ.
\v 30 ອູມມາ, ອາເຟກ ແລະເຣໂຮບ. ນີ້ຄືຊາວສອງເມືອງລວມທັງຫມູ່ບ້ານຂອງເມືອງເຫລົ່ານັ້ນ.
\s5
\v 31 ນີ້ເປັນມໍຣະດົກຂອງເຜົ່າອາເຊ, ທີ່ໄດ້ມອບໃຫ້ລູກຫລານຂອງພວກເຂົາ ເມືອງຕ່າງໆລວມທັງຫມູ່ບ້ານທັງຫລາຍຂອງເມືອງເຫລົ່ານັ້ນນັ້ນດ້ວຍ.
\s5
\v 32 ສະຫລາກທີຫົກຕົກເປັນຂອງເຜົ່ານັບທາລີ, ແລະ ໄດ້ມອບໃຫ້ລູກຫລານຂອງພວກເຂົາ.
\v 33 ເຂດແດນຂອງພວກເຂົາເລີ່ມຈາກເຮເລັບຈາກຕົ້ນໂອກທີ່ສານັນນິມ, ທີ່ອາດາມິເນເຂບ, ແລະ ຢັບເນເອນ, ໄກອອກໄປເຖິງລັດຄຸມ. ແລະສິ້ນສຸດທີ່ແມ່ນ້ຳຈໍແດນ.
\v 34 ເຂດແດນກໍອ້ອມໄປທາງຕາເວັນຕົກເຖິງອັດຊະໂນດທາໂບ, ແລະ ໄປເຖິງຮຸກໂກກ; ໄປຈຸກັບເຊບູໂລນ, ທາງທິດໃຕ້ ແລະ ໄປເຖິງອາເຊທາງທິດຕາເວັນຕົກ ແລະ ຢູດາທາງທິດຕາເວັນອອກທີ່ແມ່ນ້ຳຈໍແດນ.
\s5
\v 35 ເມືອງຕ່າງໆທີ່ມີກຳແພງລ້ອມຮອບຄື ຊິດດິມ, ເຊເຣ, ຮາມມັດ, ຮັກກັດ, ກິນເນເຣດ,
\v 36 ອາດາມາ, ຣາມາ, ຮາໂຊ,
\v 37 ເກເດັດ, ເອັດເຣອີ, ເອນຮາໂຊ.
\s5
\v 38 ຍັງມີເມືອງຢີໂລນ, ມິກດາເລນ, ໂຮເຣັມ, ເບັດທານາດ, ແລະ ເບັດເຊເມດ, ແລະ ມີເມືອງຕ່າງໆລວມສິບເກົ້າເມືອງ ລວມທັງຫມູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນໂດຍຮອບ.
\v 39 ນີ້ເປັນມໍຣະດົກຂອງເຜົ່ານັບທາລີ, ທີ່ໄດ້ມອບໃຫ້ລູກຫລານຂອງພວກເຂົາເມືອງຕ່າງໆລວມທັງຫມູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນດ້ວຍ.
\s5
\v 40 ສະຫລາກທີເຈັດໄດ້ຕົກເປັນຂອງເຜົ່າດານ, ແລະ ໄດ້ມອບໃຫ້ລູກຫລານຂອງພວກເຂົາ.
\v 41 ດິນແດນທີ່ເປັນມໍຣະດົກຂອງພວກເຂົາ ຄື ໂຊຣາ, ເອັດທາໂອນ, ອີຣະເຊເມດ.
\v 42 ຊາອາລັບບິນ, ໄອຢາໂລນ, ອິດລາ,
\s5
\v 43 ລວມທັງເອໂລນ, ທິມນາ, ເອັກໂຣນ,
\v 44 ເອນເຕເກ, ກິບເບໂລນ, ບາອາລາດ,
\v 45 ເຢຮຸດ, ເບເນເບຣາດ, ກາດຣິມໂມນ,
\v 46 ເມຢາຣະໂກນ, ແລະ ຣັກໂກນຍາວໄປກັບດິນແດນທີ່ຂ້ວາມໄປຈາກຢັບຟາ.
\s5
\v 47 ເມື່ອດິນແດນຂອງຊົນເຜົ່າດານໄດ້ຖືກສູນເສຍໃຫ້ແກ່ພວກເຂົາ, ດານໄດ້ໂຈມຕີເມືອງເລເຊມ, ສູ້ກັບພວກເຂົາ, ແລະ ຢຶດເມືອງ. ພວກເຂົາໄດ້ຂ້າທຸກຄົນດ້ວຍດາບຢຶດຊັບສິນ ແລະ ໄດ້ປະກາດເປັນເມືອງຂອງຕົນທີ່ນັ້ນ. ພວກເຂົາໄດ້ຕັ້ງຊື່ເລເຊມໃຫມ່ວ່າ ດານຕາມບັນພະບຸຣຸດຂອງພວກເຂົາ.
\v 48 ນີ້ເປັນມໍຣະດົກຂອງເຜົ່າດານທີ່ໄດ້ມອບໃຫ້ລູກຫລານຂອງພວກເຂົາ, ເມືອງຕ່າງໆລວມທັງຫມູ່ບ້ານທັງຫລາຍຂອງເມືອງເຫລົ່ານັ້ນ.
\s5
\v 49 ເມື່ອພວກເຂົາໄດ້ແບ່ງດິນແດນສ່ວນຕ່າງໆ ຂອງແຜ່ນດິນນັ້ນເປັນມໍຣະດົກເສັດສີ້ນແລ້ວ, ປະຊາຊົນອິສະຣາເອນກໍໄດ້ມອບສ່ວນມໍຣະດົກໃນຫມູ່ຂອງພວກເຂົາໃຫ້ແກ່ໂຢຊວຍລູກຊາຍຂອງນູນ.
\v 50 ຕາມຄຳສັ່ງຂອງພຣະຢາເວ, ພວກເຂົາກໍໄດ້ມອບເມືອງທີ່ເຂົາຂໍໄວ້ໃຫ້ແກ່ເຂົາຄື ເມືອງທິມນາດເສຣາ, ໃນດິນແດນເນີນພູຂອງເອຟຣາອິມ, ເຂົາໄດ້ສ້າງເມືອງຂຶ້ນອີກຄັ້ງໃຫມ່ແລະອາໄສຢູ່ທີ່ນັ້ນ.
\s5
\v 51 ນີ້ເປັນມໍຣະດົກທີ່ເອເລອາຊາປະໂຣຫິດ, ໂຢຊວຍລູກຊາຍຂອງນູນ ແລະ ຜູ້ນຳເຜົ່າຕ່າງໆຂອງຄອບຄົວທັງຫລາຍ ຂອງບັນພະບຸຣຸດຂອງພວກເຂົາໃນປະຊາຊົນອິສະຣາເອນ, ໄດ້ຈັດສັນກັນໂດຍການຈັບສະຫລາກທີ່ຊີໂລ, ຕໍ່ຫນ້າພຣະຢາເວ, ທີ່ທາງເຂົ້າຂອງເຕັນນັດພົບ. ດັ່ງນັ້ນພວກເຂົາຈຶ່ງເສັດສິ້ນການຈັດສັນທີ່ດິນ.
\s5
\c 20
\cl ບົດທີ 20
\p
\v 1 ແລ້ວພຣະຢາເວ, ໄດ້ກ່າວກັບໂຢຊວຍວ່າ.
\v 2 "ຈົ່ງກ່າວແກປະຊາຊົນອິສະຣາເອນວ່າ 'ຈົ່ງກຳນົດເມືອງລີ້ພັຍໄວ້ຊຶ່ງເຮົາໄດ້ເວົ້າກັບພວກເຈົ້າທາງໂມເຊແລ້ວນັ້ນ.
\v 3 ຈົ່ງເຮັດຢ່າງນີ້ເພື່ອໃຫ້ຄົນໃດໆ ທີ່ໄດ້ຂ້າຄົນໂດຍບໍ່ເຈດຕະນາ ສາມາດໄປທີ່ນັ້ນໄດ້. ເມືອງເຫລົ່ານີ້ຈະໄດ້ເປັນທີ່ລີ້ພັຍຈາກໃຜກໍຕາມ ທີ່ຫາທາງແກ້ແຄ້ນແທນເລືອດຂອງບຸກຄົນນັ້ນທີ່ໄດ້ຖືກຂ້າ.
\s5
\v 4 ເຂົາຈະຫນີໄປຍັງເມືອງເຫລົ່ານັ້ນ ເມືອງໃດເມືອງຫນຶ່ງ ແລະ ຈະຢືນຢູ່ທີ່ທາງເຂົ້າປະຕູເມືອງແລະ ອະທິບາຍເລື່ອງຂອງຕົນໃຫ້ພວກຜູ້ໃຫຍ່ຂອງເມືອງນັ້ນ. ແລ້ວພວກເຂົາຈະນຳເຂົາເຂົ້າໄປໃນເມືອງ ແລະ ໃຫ້ສະຖານທີ່ສຳລັບເຂົາອາໄສທ່າມກາງພວກເຂົາ.
\s5
\v 5 ຖ້າຫນຶ່ງຄົນໃນພວກເຂົາຈະພະຍາຍາມແກ້ແຄ້ນແທນເລືອດ ຂອງບຸກຄົນຜູ້ໄດ້ຖືກຂ້າ, ແລ້ວປະຊາຊົນຂອງເມືອງຈະຕ້ອງບໍ່ມອບຄົນນັ້ນທີ່ໄດ້ຂ້າເຂົາແກ່ເຈົ້າຫນ້າທີ່ເຫລົ່ານັ້ນ, ພວກເຂົາຈະຕ້ອງບໍ່ເຮັດຢ່າງນີ້ເພາະວ່າເຂົາໄດ້ຂ້າເພື່ອນບ້ານຂອງເຂົາໂດຍບໍ່ໄດ້ເຈຕະນາ. ແລະ ບໍ່ແມ່ນຍ້ອນຄວາມຄຽດແຄ້ນແຕ່ຢ່າງໃດ.
\v 6 ເຂົາຈະຕ້ອງອາໄສຢູ່ໃນເມືອງນັ້ນຈົນກວ່າເຂົາຈະໄດ້ຢືນຕໍ່ຫນ້າການປະຊຸມເພື່ອການພິພາກສາ ຈົນກວ່າຜູ້ທີ່ເຮັດຫນ້າທີ່ມະຫາປະໂລຫິດໃນເວລານັ້ນຈະເຖິງແກ່ຄວາມຕາຍ. ແລ້ວຄົນນັ້ນທີ່ໄດ້ຂ້າບຸກຄົນໂດຍອຸປະຕິເຫດ ອາດຈະໄດ້ກັບໄປຍັງເມືອງຂອງຕົນ ແລະ ໄປບ້ານຂອງຕົນ, ໄປຍັງເມືອງທີ່ເຂົາຈາກມານັ້ນໄດ້.'"
\s5
\v 7 ດັ່ງນັ້ນພວກອິສະຣາເອນຈຶ່ງໄດ້ເລືອກເມືອງເກເດັດໃນຄາລີເລໃນດິນແດນເນີນພູຂອງເຜົ່າເນັບທາລີ, ແລະ ຊີເຄມໃນດິນແດນຮ່ອມພູເອຟຣາອິມແລະກີເລອາດອາກບາ (ເມືອງດຽວກັບເຮັບໂລນ).
\v 8 ໃນດິນແດນຮ່ອມພູຂອງຢູດາ. ທາງຟາກແມ່ນ້ຳຈໍແດນທິດຕາເວັນອອກຂອງເຢຣີໂກ ພວກເຂົາໄດ້ເລືອກເມືອງເບເຊໃນຖິ່ນແຫ້ງແລ້ງກັນດານເທິງພູພຽງ ຈາກເຜົ່າຣູເບັນ; ຄື ເມືອງຣາໂມດໃນກີເລອາດ, ຈາກເຜົ່າກາດ; ແລະເມືອງໂກລານແຫ່ງບາຊານ, ຈາກເຜົ່າມານາເຊ.
\s5
\v 9 ເມືອງເຫລົ່ານີ້ເປັນເມືອງທີ່ໄດ້ຄັດເລືອກໄວ້ສຳລັບປະຊາຊົນອິສະຣາເອນທັງຫມົດ ແລະສຳລັບຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຂົາ ດັ່ງນັ້ນຖ້າໃຜທີ່ໄດ້ຂ້າຄົນໂດຍບໍ່ເຈຕະນາ ສາມາດຫນີໄປທີ່ນັ້ນເພື່ອຄວາມປອດພັຍໄດ້ ບຸກຄົນນີ້ຈະບໍ່ຕ້ອງຕາຍດ້ວຍມືຂອງຄົນນັ້ນທີ່ຕ້ອງການແກ້ແຄ້ນແທນເລືອດທີ່ຕົກ, ຈົນກວ່າຄົນທີ່ຖືກກ່າວຫາຈະໄດ້ຢືນຕໍ່ຫນ້າທີ່ປະຊຸມເສຍກ່ອນ.
\s5
\c 21
\cl ບົດທີ 21
\p
\v 1 ຂະນະນັ້ນພວກຫົວຫນ້າຕະກູນຕ່າງໆ ຂອງຄົນເລວີໄດ້ມາຫາເອເລອາຊາປະໂລຫິດ, ໂຢຊວຍລູກຊາຍຂອງນູນ, ແລະບັນດາຫົວຫນ້າຂອງຄອບຄົວຂອງບັນພະບຸຣຸດຂອງປະຊາຊົນອິສະຣາເອນ.
\v 2 ພວກເຂົາໄດ້ກ່າວແກ່ຄົນເຫລົ່ານັ້ນທີ່ເມືອງຊີໂລໃນແຜ່ນດິນຂອງການາອານ,"ພຣະຢາເວ, ໄດ້ຊົງສັ່ງທ່ານທັງຫລາຍໂດຍຜ່ານທາງໂມເຊວ່າ ໃຫ້ມອບເມືອງຕ່າງໆແກ່ພວກເຮົາເພື່ອຈະໄດ້ອາໄສຢູ່, ພ້ອມທັງທົ່ງຫຍ້າສຳລັບຝູງສັດລ້ຽງຂອງພວກເຮົາດ້ວຍ."
\s5
\v 3 ດັ່ງນັ້ນຕາມຄຳສັ່ງຂອງພຣະຢາເວ, ປະຊາຊົນອິສະຣາເອນຈຶ່ງໄດ້ມອບເມືອງ, ທົ່ງຫຍ້າຈາກມໍຣະດົກຂອງພວກເຂົາ, ໃຫ້ແກ່ຄົນເລວີ ດັ່ງຕໍ່ໄປນີ້.
\s5
\v 4 ການຈັບສະຫລາກສຳລັບຕະກູນໂກຮາດໄດ້ຜົນອອກມາເປັນດັ່ງນີ້: ບັນດາປະໂລຫິດ-ຊຶ່ງເປັນລູກຫລານຂອງອາໂຣນຜູ້ທີ່ມາຈາກຄົນເລວີ -ໄດ້ຮັບເມືອງຕ່າງໆ ສິບສາມເມືອງທີ່ໄດ້ມາຈາກເຜົ່າຢູດາ, ໄດ້ມາຈາກເຜົ່າຊີເມໂອນ, ແລະໄດ້ມາຈາກເຜົ່າເບັນຢາມິນ.
\v 5 ລູກຫລານທີ່ເຫລືອຢູ່ຂອງຄົນໂກຮາດໄດ້ຮັບເມືອງສິບເມືອງໂດຍການຈັບສະຫລາກຈາກຕະກູນຕ່າງໆ ຂອງເຜົ່າເອຟຣາອິມ, ຈາກເຜົ່າດານ, ແລະຈາກເຄິ່ງເຜົ່າຂອງມານາເຊ.
\s5
\v 6 ແລ້ວປະຊາຊົນທີ່ສືບເຊື້ອສາຍມາຈາກເກໂຊນ, ໂດຍການຈັບສະຫລາກກໍໄດ້ຮັບ, ຣາລີສິບສາມເມືອງຈາກຕະກູນຕ່າງໆຂອງເຜົ່າອິດຊາຄາ, ເຜົ່າອາເຊ, ເຜົ່າເນັບທາລີ, ແລະຈາກເຄິ່ງເຜົ່າຂອງມານາເຊໃນບາຊານ.
\v 7 ປະຊາຊົນຜູ້ທີ່ເປັນລູກຫລານຂອງເມຣາລີໄດ້ຮັບ ສິບສອງເມືອງ ຈາກເຜົ່າຣູເບັນ, ເຜົ່າກາກ, ແລະເຜົ່າເຊບູໂລນ.
\s5
\v 8 ດັ່ງນັ້ນປະຊາຊົນອິສະຣາເອນໄດ້ມອບເມືອງຕ່າງໆ, ເຫລົ່ານີ້ໂດຍການຈັບສະຫລາກ (ລວມທັງທົ່ງຫຍ້າຂອງພວກເຂົາ) ໃຫ້ແກ່ຄົນເລວີ, ຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ໂດຍຜ່ານທາງໂມເຊ.
\v 9 ຈາກເຜົ່າຢູດາແລະເຜົ່າຊີເມໂອນ, ພວກເຂົາໄດ້ຈັດສັນແຜ່ນດິນຕາມຊື່ເມືອງຕ່າງໆ ນີ້ຄືລາຍຊື່ເມືອງ.
\v 10 ເມືອງເຫລົ່ານີ້ໄດ້ມອບໃຫ້ແກ່ລູກຫລານຂອງອາໂຣນ, ຜູ້ຢູ່ທ່າມກາງຕະກູນຂອງໂກຮາດ, ຕະກູນຫນຶ່ງຊຶ່ງເປັນຄົນເລວີເພາະສະຫລາກທຳອິດໄດ້ຕົກເປັນຂອງພວກເຂົາກ່ອນ.
\s5
\v 11 ພວກອິສະຣາເອນ ໃຫ້ເມືອງກີເລອາດ ອາກບາແກ່ພວກເຂົາ (ອາກບາເປັນພໍ່ຂອງອານາກ), ຄືບ່ອນດຽວກັບເມືອງເຮັບໂລນຢູ່ໃນເຂດພູດອຍຂອງຢູດາ, ລວມທັງທົ່ງຫຍ້າລອບເມືອງນັ້ນດ້ວຍ.
\v 12 ແຕ່ທົ່ງນາຂອງເມືອງແລະຫມູ່ບ້ານຕ່າງໆ ໂດຍຮອບເມືອງນີ້ໄດ້ຍົກໃຫ້ແກ່ກາເລັບລູກຊາຍຂອງເຢຟູນເນ, ເປັນກຳມະສິດແລ້ວ.
\s5
\v 13 ພວກເຂົາໄດ້ໃຫ້ເມືອງເຮັບໂລນພ້ອມດ້ວຍທົ່ງຫຍ້າແກ່ລູກຫລານຂອງອາໂລນປະໂລຫິດ-ຊຶ່ງເປັນເມືອງລີ້ພັຍສຳລັບຜູໃດກໍຕາມທີ່ໄດ້ຂ້າຜູ້ອື່ນໂດຍບໍ່ເຈດຕະນາ-ແລະເມືອງລິບນາພ້ອມທົ່ງຫຍ້າ.
\v 14 ເມືອງຢັດທີພ້ອມທົ່ງຫຍ້າ, ແລະເມືອງເອຊະເທມົວພ້ອມທົ່ງຫຍ້າ.
\v 15 ພວກເຂົາໄດ້ໃຫ້ເມືອງໂຮໂລນພ້ອມດ້ວຍທົ່ງຫຍ້າ, ເມືອງເດບີພ້ອມດ້ວຍທົ່ງຫຍ້າ,
\v 16 ເມືອງອາອິນພ້ອມທົ່ງຫຍ້າ, ເມືອງຢຸດຕາພ້ອມທົ່ງຫຍ້າ, ເມືອງເບັດເຊເມດພ້ອມທົ່ງຫຍ້າ, ລວມເປັນເກົ້າເມືອງທີ່ໄດ້ມອບໃຫ້ຈາກສອງເຜົ່ານີ້.
\s5
\v 17 ຈາກເຜົ່າເບັນຢາມິນໄດ້ມອບເມືອງກີເບໂອນພ້ອມທົ່ງຫຍ້າ, ເມືອງເກບາພ້ອມທົ່ງຫຍ້າ,
\v 18 ເມືອງອານາທົດພ້ອມທົ່ງຫຍ້າ, ເມືອງອານໂມນພ້ອມນອກເມືອງ-ລວມສີ່ເມືອງ.
\v 19 ເມືອງຕ່າງໆທີ່ໄດ້ມອບໃຫ້ແກ່ບັນດາປະໂລຫິດ, ທີ່ເປັນລູກຫລານຂອງອາໂຣນ, ລວມທັງຫມົດສິບສາມເມືອງ, ພ້ອມກັບທົ່ງຫຍ້າ.
\s5
\v 20 ສ່ວນທີ່ເຫລືອຂອງຄອບຄົວຂອງຄົນໂກອາດ-ຄົນເລວີເຫລົ່ານັ້ນທີ່ເປັນຕະກູນຂອງໂກອາດ- ພວກເຂົາມີມີເມືອງຕ່າງໆທີ່ພວກເຂົາໄດ້ຮັບມາຈາກເຜົ່າເອຟຣາອິມໂດຍການຈັບສະຫລາກ.
\v 21 ເມືອງທີ່ພວກເຂົາໄດ້ຮັບຄືເມືອງຊີເຄມພ້ອມກັບທົ່ງຫຍ້າໃນແຖບເນີນພູຂອງເອຟຣາອິມ- ເມືອງຂອງຜູ້ລີ້ພັຍສຳລັບຄົນທີ່ຂ້າບຸກຄົນໂດຍບໍ່ເຈຕະນາ- ເມືອງເກເຊພ້ອມທົ່ງຫຍ້າ,
\v 22 ເມືອງກິບຊາອິມພ້ອມທົ່ງຫຍ້າ, ເມືອງເບັດໂຮໂຣນພ້ອມທົ່ງຫຍ້າ-ລວມທັງຫມົດເປັນສີ່ເມືອງ.
\s5
\v 23 ຈາກ​ການ​ເຜົ່າ​ດານ, ຈາກ​ການ​ເຮັດ​ຄວາມ​ສະ​ອາດ​ຂອງ​ໂກ​ອາດມອບ​ເມືອງເອນເທເກພ້ອມທົ່ງຫຍ້າ, ເມືອງກິບເບໂທນພ້ອມທົ່ງຫຍ້າ,
\v 24 ໄອຢາໂລນພ້ອມທົ່ງຫຍ້າ, ແລະກາດຣິມໂມນພ້ອມທົ່ງຫຍ້າ-ລວມສີ່ເມືອງດ້ວຍກັນ.
\s5
\v 25 ຈາກ​ເຄິ່ງ​ເຜົ່າ​ຂອງ​ມາ​ນັດ​ເຊ, ຕະກູນຂອງໂກຮາດໄດ້ຮັບເມືອງທາອານັກພ້ອມທົ່ງຫຍ້າ ແລະກາດຣິມໂມນພ້ອມທົ່ງຫຍ້າ-ລວມເປັນສອງເມືອງ.
\v 26 ມີເມືອງສິບເມືອງໃນທັງຫມົດສຳລັບຄົນໃນຕະກູນໂກຮາດທີ່ເຫລືອຢູ່, ພ້ອມທົ່ງຫຍ້າຂອງເມືອງເຫລົ່ານັ້ນ.
\s5
\v 27 ຈາກເຄິ່ງເຜົ່າຂອງຄົນມານັດເຊ ແກ່ຄົນເກໂຊນ ຄົນເຫລົ່ານີ້ເປັນຕະກູນຫນຶ່ງຂອງຄົນເລວີ, ແລະພວກເຂົາໄດ້ໃຫ້ໂກລານໃນບາຊານພ້ອມທົ່ງຫຍ້າ, ເມືອງຜູ້ລີ້ພັຍສຳລັບຜູ້ທີ່ຂ້າຜູ້ອື່ນໂດຍບໍ່ເຈຕະນາ ແລະມີເມືອງເບເອັດຊະເຕຣາພ້ອມທົ່ງຫຍ້າ ລວມທັງຫມົດສອງເມືອງ.
\s5
\v 28 ແກ່ຕະກູນເກໂຊນພວກເຂົາໄດ້ມອບ ກີຊີໂອນຈາກເຜົ່າອິດຊາຄາ, ພ້ອມທົ່ງຫຍ້າ, ດາເບລັດພ້ອມທັງທົ່ງຫຍ້າ,
\v 29 ຢາຣະມຸດພ້ອມທົ່ງຫຍ້າ, ແລະເອັນກັນນິມພ້ອມທົ່ງຫຍ້າ-ລວມສີ່ເມືອງ.
\v 30 ຈາກເຜົ່າອາເຊ, ພວກເຂົາໄດ້ໃຫ້ ເມືອງມີຊັນພ້ອມທົ່ງຫຍ້າ, ອັບໂດນພ້ອມທົ່ງຫຍ້າ,
\v 31 ເມືອງເຮນກາດພ້ອມທົ່ງຫຍ້າ, ເມືອງເຣໂຮບພ້ອມທົ່ງຫຍ້າ, ແລະເມືອງ​ລີ​ໂຮບ​ພ້ອມ​ທົ່ງ​ຫຍ້າ-ລວມສີ່ເມືອງທັງ​ຫມົດ.
\s5
\v 32 ຈາກເຜົ່າເນັບທາລີ, ພວກເຂົາໄດ້ໃຫ້ຕະກູນເກໂຊນ ເມືອງເກເດັດໃນກາລີເລພ້ອມທົ່ງຫຍ້າ-ເປັນເມືອງລີ້ພັຍສຳລັບຜູ້ທີ່ໄດ້ຂ້າຜູ້ອື່ນໂດຍບໍ່ເຈຕະນາ; ເມືອງຮາມໂມດໂດເຣພ້ອມທົ່ງຫຍ້າ, ແລະເມືອງກາກຕານພ້ອມທົ່ງຫຍ້າ-ລວມທັງຫມົດສາມເມືອງ.
\v 33 ມີເມືອງຕ່າງໆສິບສາມເມືອງທີ່ເປັນຄົນເກໂຊນ, ລວມທັງທົ່ງຫຍ້າຂອງພວກເຂົາ.
\s5
\v 34 ແກ່ພວກເຜົ່າເລວີທີ່ເຫລືອ - ຕະກູນເມຣາຣີ - ໄດ້ຮັບມອບຂອງເຜົ່າເຊບູໂລນ: ມີເມືອງໂຢກເນອາມພ້ອມທົ່ງຫຍ້າ, ເມືອງກາກຕາພ້ອມທົ່ງຫຍ້າ,
\v 35 ເມືອງດິມນາພ້ອມທົ່ງຫຍ້າ, ແລະເມືອງນາຮາລາດພ້ອມທົ່ງຫຍ້າ - ລວມທັງຫມົດສີ່ເມືອງ.
\s5
\v 36 ແກ່ຕະກູນເມຣາຣີໄດ້ຮັບຈາກເຜົ່າຣູເບັນຄື: ເມືອງເບເຊພ້ອມທົ່ງຫຍ້າ, ເມືອງຢາຫັບພ້ອມທົ່ງຫຍ້າ,
\v 37 ເມືອງເກເດໂມດພ້ອມທົ່ງຫຍ້າ, ແລະເມືອງເມຟາອາດພ້ອມທົ່ງຫຍ້າ - ລວມສີ່ເມືອງ.
\v 38 ຈາກເຜົ່າກາດມີເມືອງຣາໂມດໃນກີເລອາດພ້ອມທົ່ງຫຍ້າ - ເມືອງລີ້ພັຍສຳລັບໃຜກໍຕາມທີ່ຂ້າຜູ້ອື່ນໂດຍບໍ່ເຈຕະນາ - ແລະເມືອງມະຫານາອິມພ້ອມທົ່ງຫຍ້າ.
\s5
\v 39 ຕະກູນຂອງຄົນເມຣາຣີໄດ້ຮັບເມືອງເຮັດຊະໂບນພ້ອມທົ່ງຫຍ້າ, ແລະເມືອງຢາເຊພ້ອມທົ່ງຫຍ້າ, ລວມທັງຫມົດສີ່ເມືອງ.
\v 40 ທັງຫມົດນີ້ ເມືອງຕ່າງໆທີ່ເປັນຂອງຫລາຍຕະກູນຂອງຄົນເມຣາຣີ, ຊຶ່ງມາຈາກຕະກູນຂອງເຜົ່າຄົນເລວີ - ມີສິບສອງເມືອງທີ່ໄດ້ມອບໃຫ້ພວກເຂົາໂດຍການຈັບສະຫລາກ.
\s5
\v 41 ເມືອງຕ່າງໆຂອງຄົນເລວີ ຊຶ່ງຢູ່ທ່າມກາງກຳມະສິດຂອງປະຊາຊົນອິສະຣາເອນນັ້ນລວມທັງຫມົດມີ ສີ່ສິບແປດເມືອງ, ພ້ອມທົ່ງຫຍ້າທຸກເມືອງ.
\v 42 ເມືອງເຫລົ່ານີ້ແຕ່ລະເມືອງມີທົ່ງຫຍ້າລ້ອມຮອບທຸກເມືອງ. ໂດຍວິທີນີ້ເຮັດກັບເມືອງເຫລົ່ານີ້ທຸກເມືອງ.
\s5
\v 43 ດັ່ງນັ້ນພຣະຢາເວໄດ້ປຣະທານແຜ່ນດິນໃຫ້ອິສະຣາເອນຕາມທີ່ພຣະອົງໄດ້ຊົງສັນຍາວ່າຈະໃຫ້ແກ່ບັນພະບຸຣຸດຂອງພວກເຂົາ. ພວກອິສະຣາເອນໄດ້ຢຶດແລ້ວກໍເຂົ້າໄປຕັ້ງຖິ່ນຖານຢູ່ທີ່ນັ້ນ.
\v 44 ແລ້ວພຣະຢາເວໄດ້ປຣະທານໃຫ້ພວກເຂົາມີຄວາມສະຫງົບຢູ່ທຸກດ້ານ, ດັ່ງທີ່ພຣະອົງຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຂົາ. ບໍ່ມີສັດຕຣູຂອງພວກເຂົາຈັກຄົນດຽວທີ່ຕໍ່ສູ້ພວກເຂົາໄດ້. ພຣະຢາເວໄດ້ຊົງມອບສັດຕຣູຂອງພວກເຂົາໃຫ້ຢູ່ໃນກຳມືຂອງເຂົາທັງຫມົດ.
\v 45 ບໍ່ມີຈັກສິ່ງທ່າມກາງພຣະສັນຍາອັນປະເສີດທຸກຢ່າງຊຶ່ງພຣະຢາເວຊົງສັນຍາຕໍ່ປະຊາຊົນອິສະຣາເອນຈະຫລົ້ມເຫລວຈາກເປັນຈິງ. ທຸກສິ່ງເປັນຄວາມຈິງທັງສິ້ນ.
\s5
\c 22
\cl ບົດທີ 22
\p
\v 1 ໃນເວລານັ້ນໂຢຊວຍໄດ້ເອີ້ນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າມາ.
\v 2 ເພິ່ນໄດ້ກ່າວກັບພວກເຂົາວ່າ, "ເຈົ້າທັງຫລາຍໄດ້ເຮັດທຸກຢ່າງຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວໃດ້ສັ່ງໃຫ້ເຮັດ. ພວກເຈົ້າໄດ້ເຊື່ອຟັງສຽງຂອງຂ້າພະເຈົ້າທີ່ໄດ້ອອກຄຳສັ່ງພວກເຈົ້າ.
\v 3 ພວກເຈົ້າບໍ່ໄດ້ປະຖິ້ມພີ່ນ້ອງຂອງເຈົ້າເປັນເວລານານມາແລ້ວ, ຈົນເຖິງເວລານີ້, ແລະເຈົ້າເຮັດຫນ້າທີ່ສຳເລັດຕາມທີ່ກຳນົດໄວ້ໂດຍພຣະບັນຍັດຂອງພຣະຢາເວພຣະເຈົ້າຂອງເຈົ້າ,
\s5
\v 4 ​ດຽວ​ນີ້ພຣະຢາເວພ​ຣະເຈົ້າຂອງເຈົ້າໄດ້ໂຜດໃຫ້ພີ່ນ້ອງຂອງເຈົ້າຢຸດພັກແລ້ວ, ດັ່ງທີ່ພຣະອົງຊົງສັນຍາໄວ້ກັບພວກເຂົາ. ດັ່ງນັ້ນພວກເຈົ້າຈົ່ງກັບບ້ານຂອງເຈົ້າເຖີດໃນ​ແຜ່ນ​ດິນ​ຂອງ​ເຈົ້າ, ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ມອບໃຫ້ພວກເຈົ້າທີ່ອີກຝັ່ງຫນຶ່ງຂອງແມ່ນ້ຳຈໍແດນນັ້ນ.
\v 5 ພຽງແຕ່ຈົ່ງຣະວັງໃຫ້ດີທີ່ຈະປະຕິບັດກົດບັນຍັດແລະກົດຫມາຍທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ສັ່ງເຈົ້າໄວ້ແລ້ວ, ໃຫ້ຮັກພຣະຢາເວພຣະເຈົ້າຂອງເຈົ້າ, ໃຫ້ເດີນໃນທຸກທາງຂອງພຣະອົງ, ແລະໃຫ້ບົວຣະບັດຮັບໃຊ້ພຣະອົງ, ຕິດສະນິດກັບພຣະອົງແລະນະມັດສະການພຣະອົງດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຈົ້າ,
\v 6 ດັ່ງນັ້ນໂຢຊວຍໄດ້ອວຍພອນພວກເຂົາ ແລະໄດ້ສົ່ງພວກເຂົາກັບໄປ, ແລະພວກເຂົາກໍໄດ້ກັບໄປທີ່ເຕັນຂອງພວກເຂົາ.
\s5
\v 7 ດຽວ​ນີ້​ຫນື່ງ​ເຄິ່ງ​ຂອງ​ເຜົ່າ​ມາ​ນັດ​ເຊ ໂມເຊໄດ້ມອບກຳມະສິດໃຫ້ເຂົາໃນບາຊານ, ແຕ່ອີກເຄິ່ງເຜົ່ານັ້ນ ໂຢຊວຍໄດ້ມອບກຳມະສິດໃຫ້ພວກເຂົາທີ່ໃກ້ຄຽງກັບພີ່ນ້ອງຂອງພວກເຂົາ ໃນແຜ່ນດິນພາກຕາເວັນຕົກຂອງແມ່ນ້ຳຈໍແດນ. ໂຢຊວຍໄດ້ສົ່ງພວກເຂົາກັບໄປທີ່ເຕັນຂອງພວກເຂົາ; ເພິ່ນໄດ້ອວຍພອນພວກເຂົາ
\v 8 ແລະໄດ້ກ່າວຕໍ່​ພວກ​ເຂົາ​ວ່າ, "ຈົ່ງກັບໄປເຕັນຂອງພວກເຈົ້າພ້ອມກັບເງິນຈຳນວນຫລາຍ, ແລະຝູງສັດຈຳ​ນວນ​ຫລາຍ, ພ້ອມດ້ວຍເງິນແລະຄຳ, ທອງ, ເຫລັກ, ແລະເສື້ອຜ້າອີກຫລາຍຢ່າງ, ຈົ່ງແບ່ງປັນສິ່ງທີ່ຢຶດມາ. ໄດ້ຈາກເຫລົ່າສັດຕຣູຂອງເຈົ້າໃຫ້ພີ່ນ້ອງຂອງເຈົ້າ".
\s5
\v 9 ດັ່ງນັ້ນລູກຫລານຂອງຄົນຣູເບັນ, ລູກຫລານຂອງຄົນກາດ, ແລະເຄິ່ງເຜົ່າຂອງຄົນມານາເຊຈຶ່ງໄດ້ກັບບ້ານ, ໄດ້ຈາກປະຊາຊົນອິສະຣາເອນທີ່ຊີໂລ, ຊຶ່ງຢູ່ໃນແຜ່ນດິນການາອານ. ພວກເຂົາໄດ້ຈາກໄປຍັງແຜ່ນດິນກີເລອາດໄປຍັງແຜ່ນດິນຂອງພວກເຂົາເອງ, ຊຶ່ງພວກເຂົາໄດ້ເປັນກຳມະສິດ, ໃນການເຊື່ອຟັງຕາມຄຳສັ່ງຂອງພຣະຢາເວ, ຜ່ານທາງມື​ຂອງໂມເຊ.
\s5
\v 10 ເມື່ອພວກເຂົາມາເຖິງແມ່ນ້ຳຈໍແດນໃນແຜ່ນດິນການາອານ, ຄົນຣູເບັນແລະຄົນກາດແລະ ຄົນມານາເຊເຄິ່ງເຜົ່າໄດ້ສ້າງແທ່ນບູຊາໃກ້ແມ່ນ້ຳຈໍແດນ, ເປັນແທ່ນຂະຫນາດໃຫຍ່ທີ່ເບິ່ງເດັ່ນ.
\v 11 ປະ​ຊາ​ຊົນ​ອິ​ສາ​ຣາ​ເອນ​ໄດ້​ຍິ​ນ​ແລະ​ເວົ້າ​ວ່າ, "ຈົ່ງເບິ່ງແມ! ພວກປະຊາຊົນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າ ໄດ້ສ້າງແທ່ນບູຊາທີ່ຫນ້າແຜ່ນດິນຂອງການາອານ, ທີ່ເກລີໂລດ, ໃນດິນແດນໃກ້ແມ່ນ້ຳຈໍແດນ, ເທິງຝັ່ງທີ່ເປັນຂອງປະຊາຊົນອິສະຣາເອນ."
\s5
\v 12 ເມື່ອປະຊາຊົນອິສະຣາເອນໄດ້ຍິນເຊັ່ນນັ້ນ, ຊຸມນຸມຊົນອິສະຣາເອນທັງຫມົດ ກໍໄປລວມກັນທີ່ເມືອງຊີໂລ ເພື່ອຈະຂຶ້ນໄປເຮັດເສິກກັບພວກເຂົາ.
\s5
\v 13 ແລ້ວປະຊາຊົນອິສະຣາເອນໄດ້ສົ່ງພວກຜູ້ສື່ຂ່າວໄປຫາ ຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າ, ໃນແຜ່ນດິນກີເລອາດ. ພວກເຂົາໄດ້ສົ່ງຟີເນຮາລູກຊາຍຂອງເອເລອາຊາ, ທີ່​ເປັນປະໂລຫິດ.
\v 14 ແລະພ້ອມດ້ວຍຜູ້ນຳສິບຄົນ, ຫນຶ່ງຄົນຈາກແຕ່ລະຄອບຄົວດັ້ງເດີມຂອງອິສະຣາເອນ, ແລະທຸກຄົນໃນພວກເຂົາເປັນຫົວຫນ້າຕະກູນໃນປະຊາຊົນອິສະຣາເອນ.
\s5
\v 15 ພວກເຂົາໄດ້ມາຫາປະຊາຊົນ ຄົນຣູເບັນ, ຄົນກາດ, ແລະເຄິ່ງຫນຶ່ງຂອງເຜົ່າມານາເຊ, ໃນແຜ່ນດິນຂອງກີເລອາດແລະໄດ້ເວົ້າກັບພວກເຂົາ:
\v 16 "ຊຸມນຸມຊົນທັງຫມົດຂອງພຣະຢາເວກ່າວດັ່ງນີ້ວ່າ, ' ພວກເຈົ້າໄດ້ເຮັດການທໍຣະຍົດຕໍ່ພຣະເຈົ້າຂອງອິສະຣາເອນ, ເຊັ່ນນີ້ໄດ້ຢ່າງໃດ ໃນການທີ່ພວກເຈົ້າໄດ້ຫັນກັບຈາການຕິດຕາມພຣະຢາເວ, ໂດຍໄດ້ສ້າງແທ່ນບູຊາສຳລັບພວກທ່ານໃນວັນນີ້. ໃນການທໍຣະຍົດຕໍ່ພຣະຢາເວ?
\s5
\v 17 ບາບຊຶ່ງເຮົາໄດ້ເຮັດທີ່ເມືອງເປອໍນັ້ນຍັງບໍ່ພໍບໍ? ຈົນເຖິງທຸກວັນນີ້ເຮົາຍັງບໍ່ອາດຊຳຣະຕົວຂອງເຮົາໃຫ້ສະອາດໄດ້. ເພາະບາບນັ້ນໄດ້ເຮັດໃຫ້ເກີດພັຍພິບັດແກ່ຊຸມນຸມຊົນຂອງພຣະຢາເວ.
\v 18 ພວກເຈົ້າຈະຫັນໄປເສຍຈາກການຕິດຕາມພຣະຢາເວໃນວັນນີ້ອີກບໍ? ຖ້າພວກເຈົ້າທໍຣະຍົດຕໍ່ພຣະຢາເວວັນນີ້, ມື້​ອື່ນພຣະອົງກໍຈະໂກດຮ້າຍຕໍ່ຊຸມນຸມຊົນຂອງອິສະຣາເອນທັງຫມົດ.
\s5
\v 19 ຖ້າແຜ່ນດິນໃນກຳມະສິດຂອງເຈົ້າເປັນມົນທິນ, ແລ້ວເຈົ້າຄວນຂ້ວາມໄປຍັງແຜ່ນດິນທີ່ຫໍເຕັນສັກສິດຂອງພຣະຢາເວໄດ້ຕັ້ງຢູ່ ແລະຖືກຳມະສິດສຳລັບພວກເຈົ້າທ່າມກາງພວກເຮົາເຖີດ. ຂໍພຽງແຕ່ຢ່າກະບົດຕໍ່ພຣະຢາເວ, ຫລືກະບົດຕໍ່ເຮົາໂດຍການສ້າງແທ່ນບູຊາສຳລັບຕົວເຈົ້າ ນອກຈາກແທ່ນບູຊາຂອງພຣະຢາເວພຣະເຈົ້າຂອງພວກເຮົາ.
\v 20 ອາການລູກຊາຍຂອງເຊຣາ ໄດ້ທຳລາຍຄວາມເຊື່ອໃນເລື່ອງຂອງສິ່ງເຫລົ່ານັ້ນທີ່ຕ້ອງສະຫງວນໄວ້ສຳລັບພຣະເຈົ້າບໍ່ແມ່ນບໍ? ຄວາມໂກດຮ້າຍບໍ່ໄດ້ຕົກຕົກຢູ່ກັບປະຊາຊົນອິສະຣາເອນທັງຫມົດບໍ? ຊາຍຄົນນັ້ນບໍ່ໄດ້ຕາຍຄົນດຽວໃນການເຮັດຜິດຂອງເຂົາ.'"
\s5
\v 21 ຂະນະນັ້ນຄົນຣູເບັນ, ຄົນກາດ, ແລະຄົນມານາເຊເຄິ່ງເຜົ່າໄດ້ຕອບຜູ້ນຳຂອງຕະກູນອິສະຣາເອນວ່າ:
\v 22 "ພຣະຢາເວພຣະເຈົ້າຜູ້ຊົງຣິດ, ພຣະຢາເວ! ພຣະເຈົ້າຜູ້ຊົງຣິດ - ພຣະອົງຊົງຮູ້, ແລະຊົງໃຫ້ອິສະຣາເອນຮູ້ດ້ວຍເຖີດ! ຖ້ານີ້ເປັນການກະບົດ ຫລືທໍຣະຍົດຄວາມ​ເຊື່ອຕໍ່ພຣະຢາເວ,​ຂໍ​ຢ່າ​ຊົງ​​ໄວ້​ຊີ​ວິດ​ພວກ​ເຮົາ​ໃນ​ວັນ​ນີ້
\v 23 ສຳລັບການທີ່ໄດ້ສ້າງແທ່ນບູຊາເພື່ອທີ່ພວກເຮົາຈະໄດ້ຫັນໄປຈາກການຕິດຕາມພຣະຢາເວ, ຖ້າພວກເຮົາສ້າງແທ່ນບູຊານັ້ນເພື່ອຖວາຍເຄື່ອງເຜົາບູຊາ, ຫລືເພື່ອຖວາຍບູຊາພືດຜົນຫລືຖວາຍເພື່ອຄວາມສາມັກຄີທັມ ດັ່ງນັ້ນຂໍໃຫ້ພຣະຢາເວ, ໃຫ້ພວກເຮົາຮັບຜິດເຖີດ.
\s5
\v 24 ແຕ່ບໍ່ເລີຍ ພວກເຮົາໄດ້ສ້າງໄວ້ເພາະຢ້ານວ່າໃນເວລາຕໍ່ໄປພາຍຫນ້າລູກຫລານຂອງທ່ານອາດຈະກ່າວຕໍ່ລູກຫລານຂອງພວກເຮົາວ່າ, 'ພວກເຈົ້າມີສ່ວນກ່ຽວຂ້ອງອັນໃດກັບພຣະຢາເວພຣະເຈົ້າຂອງອິສະຣາເອນ?
\s5
\v 25 ເພາະວ່າພຣະຢາເວ ຊົງກຳນົດໃຫ້ແມ່ນ້ຳຈໍແດນເປັນຊາຍແດນລະຫວ່າງພວກເຮົາກັບພວກເຈົ້າ. ພວກເຈົ້າປະຊາຊົນຣູເບັນ, ແລະປະຊາຊົນກາດ, ພວກເຈົ້າບໍ່ມີສ່ວນໃນພຣະຢາເວ.'ດັ່ງ​ນັ້ນ​ເດັກ​ນ້ອຍ​ຂອງ​ເຈົ້າ ເຮັດ​ໃຫ້​ເດັກ​ນ້ອຍ​ຈຳ​ຕ້ອງ​ນະ​ມັ​ສະ​ການ​ພ​ຣະ​ຢາ​ເວ.
\s5
\v 26 ດັ່ງນັ້ນເຮົາຈຶ່ງກ່າວວ່າ, 'ໃຫ້ເຮົາສ້າງແທ່ນບູຊາຕອນນີ້ເຖີດ, ບໍ່ແມ່ນເພື່ອເຄື່ອງເຜົາບູຊາ ບໍ່ແມ່ນສຳລັບການຖວາຍເຄື່ອງບູຊາໃດໆ.
\v 27 ແຕ່ເພື່ອເປັນພະຍານລະຫວ່າງພວກເຮົາກັບພວກເຈົ້າ, ແລະລະຫວ່າງຄົນຊົ່ວອາຍຸຕໍ່ຈາກພວກເຮົາ, ວ່າເຮົາຈະເຮັດການບົວຣະບັດພຣະຢາເວຕໍ່ຫນ້າຂອງພຣະອົງ, ດ້ວຍເຄື່ອງເຜົາບູຊາແລະດ້ວຍການຖວາຍສາມັກຄີທັມ, ເພື່ອລູກຫລານຂອງພວກທ່ານຈະບໍ່ກ່າວແກ່ລູກຫລານຂອງພວກເຮົາໃນເວລາຂ້າງຫນ້າວ່າ, "ພວກເຈົ້າບໍ່ມີສ່ວນໃນພຣະຢາເວ."'
\s5
\v 28 ດັ່ງນັ້ນ ເຮົາໄດ້ກ່າວວ່າ, 'ຖ້າມີການເວົ້າເຊັ່ນນີ້ກັບເຮົາ ຫລືກັບລູກຫລານຂອງເຮົາໃນວັນຂ້າງຫນ້າ ເຮົາກໍຈະກ່າວວ່າ, "ເບິ່ງແມ! ນັ້ນເປັນແທ່ນບູຊາຄ້າຍຄືກັບແທ່ນບູຊາແຫ່ງພຣະຢາເວ, ຊຶ່ງບັນພະບຸຣຸດຂອງເຮົາເຮັດໄວ້, ບໍ່ແມ່ນເພື່ອຖວາຍເຄື່ອງເຜົາບູຊາ, ຫລືບໍ່ແມ່ນເພື່ອຖວາຍບູຊາໃດໆ, ແຕ່ເພື່ອເປັນພະຍານລະຫວ່າງເຮົາກັບພວກເຈົ້າ.
\v 29 ຂໍໃຫ້ເລື່ອງນີ້ຫ່າງຈາກເຮົາເຖີດທີ່ເຮົາຈະທໍຣະຍົດຕໍ່ພຣະຢາເວ, ແລະວັນນີ້ຫັນຈາກການຕິດຕາມພຣະຢາເວ, ໂດຍການສ້າງແທ່ນບູຊາອື່ນສຳລັບເຄື່ອງເຜົາບູຊາ ຖວາຍບູຊາພືດຜົນ ຫລືຖວາຍເພື່ອຄວາມສາມັກຄືທັມ ນອກຈາກແທ່ນບູຊາຂອງພຣະຢາເວພຣະເຈົ້າ, ຂອງເຮົາຊຶ່ງຕັ້ງຢູ່ທີ່ຫນ້າຫໍເຕັນສັກສິດຂອງພຣະອົງ.'"
\s5
\v 30 ເມື່ອຟີເນຮາປະໂລຫິດ ແລະພວກຜູ້ນຳຂອງປະຊາຊົນ, ນັ້ນ​ແມ່ນ, ອິສະຣາເອນ ຄືບັນດາຫົວຫນ້າຕະກູນຕ່າງໆ ຂອງອິສະຣາເອນທີ່ຢູ່ດ້ວຍກັນກັບເຂົານັ້ນ, ໄດ້ຍິນຖ້ອຍຄຳທີ່ປະຊາຊົນເຜົ່າຣູເບັນ, ປະຊາຊົນເຜົ່າກາດ, ແລະປະຊາຊົນເຜົ່າມານາເຊກ່າວກໍເຫັນດີໃນສາຍຕາຂອງພວກເຂົາ.
\v 31 ຟີເນຮາ ລູກຊາຍຂອງເອເລອາຊາປະໂລຫິດຈຶ່ງໄດ້ກ່າວຕໍ່ປະຊາຊົນເຜົ່າຣູເບັນ, ເຜົ່າກາດ, ແລະເຜົ່າມານາເຊວ່າ, "ໃນວັນນີ້ເຮົາຮູ້ແລ້ວວ່າພຣະຢາເວສະຖິດທ່າມກາງພວກເຮົາ, ເພາະວ່າພວກເຈົ້າບໍ່ໄດ້ເຮັດການທໍຣະຍົດຕໍ່ພຣະອົງ, ບັດນີ້ພວກເຈົ້າໄດ້ຊວ່ຍກູ້ປະຊາຊົນອິສະຣາເອນພົ້ນຈາກການລົງໂທດຂອງພຣະຢາເວ."
\s5
\v 32 ແລ້ວຟີເນຮາລູກຊາຍຂອງເອເລອາຊາປະໂລຫິດ, ແລະພວກຜູ້ນຳກໍກັບຈາກຄົນຣູເບັນ, ແລະຄົນກາດ, ຈາກແຜ່ນດິນກີເລອາດ ໄປຍັງແຜ່ນດິນການາອານ, ໄປຫາປະຊາຊົນອິສະຣາເອນ, ແລະນຳ​ເອົາຄຳ​ເວົ້າໄປຫາເຂົາ.
\v 33 ລາຍງານຂອງພວກເຂົາດີໃນສາຍຕາຂອງປະຊາຊົນອິສະຣາເອນກໍສັນຣະເສີນພຣະເຈົ້າ, ແລະບໍ່ເວົ້າເຖິງເລື່ອງທີ່ຈະເຮັດສົງຄາມກັບຄົນຣູເບັນ, ແລະຄົນກາດ, ເພື່ອທຳລາຍແຜ່ນດິນຊຶ່ງພວກເຂົາໄດ້ອາໄສຢູ່ນັ້ນ.
\s5
\v 34 ຄົນຣູເບັນ ແລະຄົນກາດເອີ້ນແທ່ນນັ້ນວ່າ "ພະຍານ"ເພາະພວກເຂົາໄດ້ກ່າວວ່າ, "ແທ່ນນັ້ນເປັນພະຍານລະຫວ່າງເຮົາວ່າພຣະຢາເວຊົງເປັນພຣະເຈົ້າ."
\s5
\c 23
\cl ບົດທີ 23
\p
\v 1 ພາຍຫລັງອີກຫລາຍປີ, ເມື່ອພຣະຢາເວ, ໄດ້ປຣະທານຄວາມສະຫງົບແກ່ອິສະຣາເອນຈາກພວກສັດຕຣູທັງຫມົດຂອງພວກເຂົາທີ່ລ້ອມຮອບພວກເຂົາ, ແລະໂຢຊວຍກໍເຖົ້າແລະມີອາຍຸຫລາຍ.
\v 2 ໂຢຊວຍກໍໄດ້ເອີ້ນປະຊາຊົນອິສະຣາເອນທັງຫມົດ - ທັງພວກຜູ້ໃຫຍ່, ແລະພວກຜູ້ນຳ, ພວກຜູ້ພິພາກສາ, ແລະບັນດາເຈົ້າຫນ້າທີ່ - ແລະເພິ່ນໄດ້ກ່າວແກ່ພວກເຂົາວ່າ, "ຂ້າພະເຈົ້າເຖົ້າແກ່ຫລາຍແລ້ວ.
\v 3 ພວກເຈົ້າໄດ້ເຫັນທຸກສິ່ງຊຶ່ງພຣະຢາເວພຣະເຈົ້າ, ຂອງພວກເຈົ້າໄດ້ຊົງກະທຳຕໍ່ປະຊາຊາດເຫລົ່ານີ້ທັງຫມົດເພື່ອເຫັນແກ່ພວກເຈົ້າ ເພາະພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຊົງສູ້ຮົບເພື່ອພວກເຈົ້າ.
\s5
\v 4 ຈົ່ງເບິ່ງເຖີດ! ຂ້າພະເຈົ້າໄດ້ມອບປະຊາຊາດຕ່າງໆ ທີ່ເຫລືອຢູ່ເພື່ອໄດ້ຢຶດຄອງໃຫ້ເປັນມໍຣະດົກແກ່ເຜົ່າຕ່າງໆຂອງພວກເຈົ້າ, ລວມທັງປະຊາຊາດທັງຫລາຍຊຶ່ງຂ້າພະເຈົ້າໄດ້ທຳລາຍເສຍ, ຕັ້ງແຕ່ແມ່ນ້ຳຈໍແດນຈົນເຖິງທະເລໃຫຍ່ທາງທິດຕາເວັນຕົກ.
\v 5 ພຣະຢາເວພຣະເຈົ້າຂອງເຈົ້າ ພຣະອົງຈະຊົງຝັກດັນພວກເຂົາອອກໄປໃຫ້ພົ້ນສາຍຕາຂອງພວກເຈົ້າ. ພຣະອົງຈະຊົງຢຶດແຜ່ນດິນຂອງພວກເຂົາ ແລະພວກເຈົ້າຈະໄດ້ຢຶດຄອງແຜ່ນດິນຂອງພວກເຂົາ, ດັ່ງທີ່ພຣະຢາເວພຣະເຈົ້າຂອງເຈົ້າໄດ້ຊົງສັນຍາໄວ້ຕໍ່ພວກເຈົ້າ.
\s5
\v 6 ດັ່ງນັ້ນຈົ່ງເຂັ້ມແຂງໄວ້ໃຫ້ຫລາຍ, ເພື່ອທີ່ພວກເຈົ້າຈະຮັກສາແລະເຮັດຕາມທຸກສິ່ງຊຶ່ງຂຽນໄວ້ໃນຫນັງສືກົດບັນຍັດຂອງໂມເຊ, ຢ່າຫັນເຫໄປ ບໍ່ວ່າທາງຂວາຫລືທາງຊ້າຍກໍຕາມ.
\v 7 ເພື່ອພວກເຈົ້າຈະບໍ່ເຂົ້າສ່ວນກັບປະຊາຊາດເຫລົ່ານີ້ທີ່ຍັງຄົງເຫລືອຢູ່ທ່າມກາງພວກເຈົ້າ ຫລືຮ້ອງອອກຊື່ພະຕ່າງໆຂອງພວກເຂົາ, ຫລືສາບານໃນນາມພະເຫລົ່ານັ້ນ, ຫລືນະມັດສະການຂາບໄຫວ້ມັນດ້ວຍ.
\v 8 ແຕ່ພວກເຈົ້າຈົ່ງຢຶດຫມັ້ນຢູ່ກັບພຣະຢາເວພຣະເຈົ້າ, ຂອງພວກເຈົ້າດັ່ງທີ່ໄດ້ເຮັດຢູ່ຈົນເຖິງທຸກວັນນີ້.
\s5
\v 9 ເພາະພຣະຢາເວໄດ້ຊົງຂັບໄລ່ປະຊາຊາດທີ່ໄຫຍ່ໂຕ, ເຂັ້ມແຂງອອກໄປຕໍ່ຫນ້າພວກເຈົ້າ, ສ່ວນພວກເຈົ້າເອງກໍຍັງບໍ່ມີໃຜທີ່ຈະສາມາດຕໍ່ສູ້ພວກເຈົ້າໄດ້ຈົນເຖິງວັນນີ້.
\v 10 ພຽງຄົນດຽວໃນພວກເຈົ້າກໍຈະຂັບໄລ່ພັນຄົນໃຫ້ຫນີໄປໄດ້. ເພາະວ່າພຣະຢາເວພຣະເຈົ້າ, ຂອງພວກເຈົ້າ ຄືຜູ້ນັ້ນທີ່ຊົງສູ້ຮົບເພື່ອພວກເຈົ້າ, ດັ່ງທີ່ພຣະອົງໄດ້ຊົງສັນຍາໄວ້ແລ້ວ.
\v 11 ຈົ່ງໃຫ້ຄວາມສົນໃຈເປັນພິເສດ, ເພື່ອທີ່ພວກເຈົ້າຈະຮັກພຣະຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 12 ແຕ່ຖ້າພວກເຈົ້າຫັນກັບແລະຜູກພັນກັບຄົນທີ່ມີຊີວິດລອດຂອງປະຊາຊາດເຫລົ່ານີ້ທີ່ເຫລືອຢູ່ ທ່າມກາງພວກເຈົ້າຫລືຖ້າພວກເຈົ້າ ຫລືຖ້າພວກເຈົ້າມາກັບພວກເຂົາແລະພວກເຂົາມາກັບເຈົ້າ,
\v 13 ແລ້ວໃຫ້ພວກເຈົ້າຮູ້ແນ່ວ່າ ພຣະຢາເວພຣະເຈົ້າ, ຂອງພວກເຈົ້າຈະບໍ່ຊົງຂັບໄລ່ຊົນຊາດເຫລົ່ານີ້ອອກໄປໃຫ້ພົ້ນຈາກພວກເຈົ້າອີກ ແຕ່ພວກເຂົາຈະເປັນບ້ວງແລະເປັນກັບດັກສຳລັບພວກເຈົ້າ. ເປັນແສ້ຕີຫລັງພວກເຈົ້າ, ເປັນຫນ້າ ແທງຕາຂອງພວກເຈົ້າ ຈົນກວ່າພວກເຈົ້າຈະພິນາດໄປຈາກແຜ່ນດິນທີ່ດີນີ້, ຊຶ່ງພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ປຣະທານໃຫ້ແກ່ພວກເຈົ້າ.
\s5
\v 14 ບັດນີ້ ຂ້າພະເຈົ້າກຳລັງໄປ​ຕາມ​ທາງ​ຂອງ​ໂລກ​ນີ້, ແລະພວກເຈົ້າໄດ້ຮູ້ແກ່ໃຈແລ້ວວ່າ ບໍ່ມີຄຳເວົ້າແມ່ນແຕ່ຄຳດຽວທີ່ໄດ້ຫລົ້ມເຫລວຈາກຄວາມເປັນຈິງ ໃນສິ່ງດີທຸກສິ່ງຊຶ່ງພຣະຢາເວພຣະເຈົ້າຂອງເຈົ້າໄດ້ຊົງສັນຍາກ່ຽວກັບພວກເຈົ້າ. ສິ່ງເຫລົ່ານີ້ທັງຫມົດໄດ້ສຳເລັດສຳລັບພວກເຈົ້າ. ບໍ່ມີຈັກສິ່ງດຽວທີ່ຫລົ້ມເຫລວ.
\v 15 ແຕ່ສິ່ງດີຊຶ່ງພຣະຢາເວພຣະເຈົ້າ, ຂອງພວກເຈົ້າທີ່ໄດ້ສັນຍາກັບພວກເຈົ້າໄດ້ສຳເລັດທຸກຢ່າງ, ດັ່ງນັ້ນພຣະຢາເວ, ກໍຈະຊົງນຳສິ່ງຮ້າຍທຸກຢ່າງມາເຖິງເຈົ້າຈົນກວ່າພຣະອົງຈະໄດ້ຊົງທຳລາຍພວກເຈົ້າຈາກແຜ່ນດິນອັນດີນີ້ ຊຶ່ງພຣະຢາເວພຣະເຈົ້າ, ຂອງພວກເຈົ້າໄດ້ປຣະທານແກ່ພວກເຈົ້າ.
\s5
\v 16 ຖ້າພວກເຈົ້າບໍ່ຮັກສາພັນທະສັນຍາແຫ່ງພຣະຢາເວພຣະເຈົ້າ, ຂອງພວກເຈົ້າທີ່ພຣະອົງໄດ້ສັ່ງພວກເຈົ້າໄວ້. ຖ້າພວກເຈົ້າໄປຮັບໃຊ້ແລະຂາບລົງນະມັສະການພະອື່ນເຫລົ່ານັ້ນແລ້ວ, ຄວາມໂກດຮ້າຍຂອງພຣະຢາເວຈະພຸ່ງຂຶ້ນຕໍ່ພວກເຈົ້າ, ແລະພວກເຈົ້າຈະພິນາດໄປຢ່າງວ່ອງໄວ ຈາກແຜ່ນດິນທີ່ດີຊຶ່ງພຣະອົງໄດ້ປຣະທານແກ່ພວກເຈົ້າ."
\s5
\c 24
\cl ບົດທີ 24
\p
\v 1 ແລ້ວໂຢຊວຍກໍໄດ້ຮວບຮວມບັນດາເຜົ່າຕ່າງໆ ຂອງອິສະຣາເອນມາທີ່ເມືອງຊີເຄມ ແລະໄດ້ເອີ້ນພວກຜູ້ໃຫຍ່ຂອງອິສະຣາເອນ, ພວກຜູ້ນຳຂອງພວກເຂົາ, ພວກຜູ້ພິພາກສາຂອງພວກເຂົາ, ແລະເຈົ້າຫນ້າທີ່ຂອງພວກເຂົາ, ແລະພວກເຂົາກໍມາສະແດງຕົວຕໍ່ຫນ້າພຣະເຈົ້າ.
\v 2 ໂຢຊວຍໄດ້ກ່າວກັບປະຊາຊົນທັງຫມົດວ່າ, "ນີ້ຄືສິ່ງທີ່ພຣະຢາເວພຣະເຈົ້າຂອງອິສະຣາເອນ, ໄດ້ກ່າວວ່າ, ' ບັນພະບຸຣຸດຂອງພວກເຈົ້າ ນານມາແລ້ວໄດ້ໃຊ້ຊີວິດຢູ່ຟາກນັ້ນຂອງແມ່ນ້ຳເອີຟຣັດ, ຄື ເຕຣາ ພໍ່ຂອງອັບຣາຮາມແລະພໍ່ຂອງນາໂຮ - ແລະພວກເຂົານະມັສະການພະອື່ນໆ.
\s5
\v 3 ແຕ່ເຮົາໄດ້ນຳພໍ່ຂອງພວກເຈົ້າມາຈາກຟາກນັ້ນຂອງຢູເຟຕິດແລະໄດ້ນຳເຂົາມາຍັງແຜ່ນດິນການາອານແລະໄດ້ໃຫ້ເຂົາມີລູກຫລານຫລວງຫລາຍ ໂດຍທາງລູກຊາຍຂອງເຂົາຄືອີຊາກ.
\v 4 ແລ້ວເຮົາໄດ້ໃຫ້ຢາໂຄບແລະເອຊາວແກ່ອີຊາກ. ເຮົາໄດ້ໃຫ້ແດນເນີນພູເຊອີ ແກ່ເອຊາວເປັນກຳມະສິດ, ແຕ່ຢາໂຄບແລະລູກຫລານຂອງເຂົາໄດ້ລົງໄປເອຢິບ.
\s5
\v 5 ເຮົາໄດ້ສົ່ງໂມເຊແລະອາໂຣນ, ແລະເຮົາໄດ້ທໍຣະມານຊາວເອຢິບດ້ວຍພັຍພິບັດ. ຫລັງຈາກນັ້ນ, ເຮົາໄດ້ນຳພວກເຈົ້າອອກມາ.
\v 6 ເຮົາໄດ້ນຳບັນພະບຸຣຸດຂອງພວກເຈົ້າອອກມາຈາກເອຢິບ. ແລະພວກເຈົ້າກໍໄດ້ມາເຖິງທະເລພວກເອຢິບໄດ້ຕິດຕາມພວກເຂົາດ້ວຍ ເຫລົ່າຣົດເສິກແລະຄົນມ້າຈົນມາເຖິງທະເລຕົ້ນກົກ.
\s5
\v 7 ເມື່ອບັນພະບຸຣຸດຂອງພວກເຈົ້າຮ້ອງຫາພຣະຢາເວ, ພຣະອົງກໍຊົງບັນດານໃຫ້ຄວາມມືດເກີດຂຶ້ນລະຫວ່າງພວກເຈົ້າກັບຊາວເອຢິບ. ພຣະອົງຊົງເຮັດໃຫ້ທະເລມາເຫນືອພວກເຂົາແລະຖ້ວມພວກເຂົາ. ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ເຮັດໃນເອຢິບ. ແລ້ວພວກເຈົ້າກໍໄດ້ຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລານານ.
\s5
\v 8 ເຮົາໄດ້ນຳພວກເຈົ້າມາເຖິງແຜ່ນດິນຂອງຄົນອາໂມຣິດ, ຜູ້ທີ່ໄດ້ອາໄສຢູ່ອີກຟາກຫນຶ່ງຂອງແມ່ນ້ຳຈໍແດນ. ພວກເຂົາສູ້ຮົບກັບພວກເຈົ້າ, ແລະເຮົາໄດ້ມອບພວກເຂົາໄວ້ໃນມືຂອງພວກເຈົ້າ. ພວກເຈົ້າກໍຢຶດຄອງແຜ່ນດິນຂອງພວກເຂົາ, ແລະເຮົາກໍໄດ້ທຳລາຍພວກເຂົາຕໍ່ຫນ້າພວກເຈົ້າ.
\s5
\v 9 ແລ້ວບາຫລາກລູກຊາຍຂອງຊິບໂປ, ກະສັດຂອງໂມອາບໄດ້ລຸກຂຶ້ນໂຈມຕີອິສະຣາເອນ. ເຂົາໃຊ້ໃຫ້ໄປເອີ້ນບາລາອາມລູກຊາຍຂອງເບອໍ, ໃຫ້ມາແຊ່ງພວກເຈົ້າ.
\v 10 ແຕ່ເຮົາບໍ່ໄດ້ຟັງບາລາອາມ. ແທ້ຈິງແລ້ວ, ເຂົາໄດ້ອວຍພອນພວກເຈົ້າ. ດັ່ງນັ້ນເຮົາໄດ້ຊ່ວຍພວກເຈົ້າໃຫ້ພົ້ນມືຂອງເຂົາ.
\s5
\v 11 ພວກເຈົ້າໄດ້ຂ້ວາມແມ່ນ້ຳຈໍແດນມາທີ່ເມືອງເຢຣີໂກ. ພວກຜູ້ນຳຂອງເຢຣີໂກໄດ້ຕໍ່ສູ້ກັບພວກເຈົ້າ, ລວມທັງຄົນອາໂມຣິດ, ຄົນເປຣີຊີ, ຄົນການາອານ, ຄົນຮິດຕີ, ຄົນກີກາຊີ, ຄົນຮີວີແລະຄົນເຢບຸດ. ເຮົາໄດ້ມອບຊັຍຊະນະເຫນືອພວກເຂົາໃຫ້ພວກເຈົ້າ ແລະໃຫ້ພວກເຂົາຢູ່ພາຍໃຕ້ການຄວບຄຸມຂອງພວກເຈົ້າ.
\v 12 ເຮົາໄດ້ສົ່ງຝູງຕໍ່ໄປຂ້າງຫນ້າພວກເຈົ້າ, ຊຶ່ງໄດ້ໄລ່ພວກເຂົາແລະກະສັດສອງຄົນ ຂອງຊາວອາໂມຣິດອອກໄປຕໍ່ຫນ້າພວກເຈົ້າ. ມັນບໍ່ໄດ້ເກີດຂຶ້ນເພາະດ້ວຍດາບຫລືໂດຍລູກທະນູຂອງພວກເຈົ້າເລີຍ.
\s5
\v 13 ເຮົ​າໄດ້ມອບແຜ່ນດິນຊຶ່ງພວກເຈົ້າບໍ່ໄດ້ຖາກຖາງ ແລະເມືອງຕ່າງໆທີ່ພວກເຈົ້າບໍ່ໄດ້ສ້າງ, ແລະບັດນີ້ພວກເຈົ້າໄດ້ເຂົ້າອາໄສຢູ່ໃນເມືອງເຫລົ່ານັ້ນ. ພວກເຈົ້າໄດ້ກິນຫມາກໄມ້ຈາກສວນຫມາກອະງຸ່ນແລະສວນຫມາກກອກເທດທີ່ພວກເຈົ້າບໍ່ໄດ້ປູກ,'
\s5
\v 14 ດຽວ​ນີ້​ຈົ່ງ​ຢຳ​ເກງ​ພ​ຣະ​ຢາ​ເວ ແລະ​ນະ​ມັ​ສະ​ການ​ພ​ຣະ​ອົງດ້ວຍ​ສຸດ​ກຳ​ລັງ​ແລະ​ດ້ວຍ​ຄວາມ​ສັ​ດ​ຊື່; ຈົ່ງປະຖິ້ມບັນດາພະເຫລົ່ານັ້ນທີ່ບັນພະບຸຣຸດຂອງພວກເຈົ້າໄດ້ນະມັສະການທີ່ອີກຟາກຫນຶ່ງຂອງແມ່ນ້ຳເອີຟຣັດແລະເອຢິບນັ້ນສາ, ແລະຈົ່ງນະມັດສະການແຕ່ພຣະຢາເວເທົ່ານັ້ນ.
\v 15 ແລະຖ້າພວກເຈົ້າເຫັນວ່າຜິດໃນສາຍຕາຂອງພວກເຈົ້າໃນການທີ່ພວກເຈົ້ານະມັສະການພຣະຢາເວ, ເຈົ້າກໍຈົ່ງເລືອກເອົາໃນວັນນີ້ວ່າ ພວກເຈົ້າຈະບົວຣະບັດໃຜ, ບັນດາພະຕ່າງໆຊຶ່ງບັນພະບຸຣຸດຂອງເຈົ້າໄດ້ບົວຣະບັດຢູ່ຟາກແມ່ນ້ຳເອີຟຣັດ, ຫລືບັນດາພະຂອງຊາວາອໂມຣິດ, ໃນແຜ່ນດິນຊຶ່ງເຈົ້າອາໄສຢູ່. ແຕ່ສ່ວນຂ້າພະເຈົ້າແລະຄອບຄົວຂອງຂ້າພະເຈົ້າ ເຮົາຈະນະມັສະການພຣະຢາເວ."
\s5
\v 16 ພວກປະຊາຊົນໄດ້ຕອບແລະກ່າວວ່າ, "ພວກເຮົາຈະບໍ່ປະຖິ້ມພຣະຢາເວໄປບົວຣະບັດພະອື່ນໆ,
\v 17 ເພາະວ່າພຣະຢາເວພຣະເຈົ້າຂອງພວກເຮົາຜູ້ທີ່ໄດ້ນຳເຮົາແລະບັນພະບຸຣຸດຂອງພວກເຮົາຂຶ້ນມາຈາກແຜ່ນດິນເອຢິບ, ອອກມາຈາກເຮືອນທາດ, ແລະຜູ້ຊົງໄດ້ເຮັດການອັສະຈັນຍິ່ງໃຫຍ່ໃນສາຍຕາຂອງພວກເຮົາ, ແລະຜູ້ຊົງຄຸ້ມຄອງເຮົາຕະຫລອດທາງທີ່ເຮົາໄດ້ເດີນໄປ, ແລະທ່າມກາງຊົນຊາດທັງຫລາຍຊຶ່ງເຮົາໄດ້ຜ່ານໄປ.
\v 18 ແລ້ວພຣະຢາເວໄດ້ຊົງຂັບໄລ່ປະຊາຊົນທັງຫມົດນັ້ນອອກໄປຕໍ່ຫນ້າພວກເຮົາ, ລວມທັງຄົນອາໂມຣິດຊຶ່ງໄດ້ອາໄສຢູ່ໃນແຜ່ນດິນນັ້ນ. ດັ່ງນັ້ນພວກເຮົາຈະນະມັສະການພຣະຢາເວ, ເພາະວ່າພຣະອົງຊົງເປັນພຣະເຈົ້າຂອງພວກເຮົາ."
\s5
\v 19 ແຕ່ໂຢຊວຍໄດ້ກ່າວແກ່ປະຊາຊົນວ່າ, "ພວກເຈົ້າບໍ່ສາມາດບົວຣະບັດພຣະຢາເວໄດ້ດອກ, ເພາະວ່າພຣະອົງຊົງເປັນພຣະເຈົ້າຜູ້ບໍຣິສຸດ, ພຣະອົງຊົງເປັນພຣະເຈົ້າຜູ້ຊົງຫວງແຫນ; ພຣະອົງຈະບໍ່ອະພັຍການລະເມີດຫລືການບາບຂອງພວກເຈົ້າ.
\v 20 ຖ້າພວກເຈົ້າປະຖິ້ມພຣະຢາເວແລະໄປນະມັສະການພະຂອງຄົນຕ່າງຊາດ, ແລ້ວພຣະອົງຈະຊົງຫັນກັບແລະທຳລາຍພວກເຈົ້າ. ພຣະອົງຈະເຜົາຜານພວກເຈົ້າຫລັງຈາກທີ່ພຣະອົງ, ໄດ້ຊົງເຮັດດີຕໍ່ພວກເຈົ້າມາແລ້ວ."
\s5
\v 21 ແຕ່ປະຊາຊົນໄດ້ກ່າວກັບໂຢຊວຍວ່າ, "ບໍ່, ພວກເຮົາຈະນະມັສະການພຣະຢາເວ."
\v 22 ແລ້ວໂຢຊວຍໄດ້ກ່າວກັບປະຊາຊົນວ່າ, "ໃຫ້ພວກເຈົ້າເປັນພະຍານແກ່ຕົນເອງວ່າ ພວກເຈົ້າໄດ້ເລືອກພຣະຢາເວ, ສຳລັບຕົວພວກເຈົ້າເອງເພື່ອນະມັສະການພຣະອົງ." ພວກເຂົາໄດ້ກາ່ວວ່າ, "ພວກເຮົາເປັນພະຍານ."
\v 23 "ບັດນີ້ ຈົ່ງປະຖິ້ມພະທັງຫລາຍຂອງຄົນຕ່າງຊາດທີ່ຢູ່ກັບພວກເຈົ້າ, ແລະກັບໃຈມາຫາພຣະຢາເວພຣະເຈົ້າ, ຂອງອິສະຣາເອນ."
\s5
\v 24 ປະຊາຊົນໄດ້ກ່າວກັບໂຢຊວຍວ່າ,"ພວກເຮົາຈະນະມັສະການພຣະຢາເວ ພຣະເຈົ້າຂອງພວກເຮົາ" ພວກເຮົາຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ."
\v 25 ໂຢຊວຍຈຶ່ງໄດ້ເຮັດພັນທະສັນຍາສຳລັບ ປະຊາຊົນໃນມື້ນັ້ນແລະໄດ້ວາງກົດບັນຍັດກັບກົດລະບຽບຕ່າງໆທີ່ເມືອງຊີເຄມ.
\v 26 ໂຢຊວຍໄດ້ບັນທຶກຖ້ອຍຄຳເຫລົ່ານີ້ໃນຫນັງສືກົດບັນຍັດຂອງພຣະເຈົ້າ. ເພິ່ນໄດ້ເອົາກ້ອນຫີນໃຫຍ່ແລະຂຶ້ນທີ່ຮົ່ມຂອງຕົ້ນໂອກ ທີ່ຢູ່ຂ້າງສະຖານທີ່ນະມັສະການຂອງພຣະຢາເວ.
\s5
\v 27 ໂຢຊວຍໄດ້ກ່າວກັບປະຊາຊົນທັງຫມົດວ່າ, "ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຮົາ. ເພາະມັນໄດ້ຍິນທຸກຖ້ອຍຄຳທີ່ພຣະຢາເວໄດ້ກ່າວກັບພວກເຮົາ. ສະນັ້ນ ມັນຈະເປັນພະຍານຕໍ່ສູ້ພວກເຈົ້າ ຫາກວ່າພວກເຈົ້າປະຕິເສດພຣະເຈົ້າຂອງພວກເຈົ້າ."
\v 28 ດັ່ງນັ້ນ ໂຢຊວຍໄດ້ສົ່ງປະຊາຊົນໄປ ທຸກຄົນກໍກັບໄປສູ່ດິນແດນທີ່ເປັນສ່ວນຂອງໃຜລາວ.
\s5
\v 29 ພາຍຫລັງຈາກເຫດການເຫລົ່ານີ້ ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະຢາເວ, ກໍໄດ້ຕາຍໄປເມື່ອອາຍຸໄດ້ 110ປີ.
\v 30 ພວກເຂົາກໍໄດ້ຝັງສົບຂອງເພິ່ນໄວ້ໃນເຂດທີ່ດິນມໍຣະດົກຂອງເພິ່ນທີ່ເມືອງຕີມນາດເສຣາ, ຊຶ່ງຢູ່ໃນເຂດເນີນພູເອຟຣາອິມ, ທາງເຫນືອຂອງພູເຂົາກາອາດ.
\s5
\v 31 ອິສະຣາເອນກໍໄດ້ນະມັດສະການພຣະຢາເວຕະຫລອດຊົ່ວຊີວິດຂອງໂຢຊວຍ. ແລະຕະຫລອດຊົ່ວຊີວິດຂອງພວກຜູ້ນຳທີ່ມີອາຍຸຍືນຍາວກວ່າໂຢຊວຍ, ຄົນເຫລົ່ານັ້ນທີ່ໄດ້ມີປະສົບການທຸກສິ່ງທີ່ພຣະຢາເວໄດ້ຊົງກະທຳເພື່ອອິສະຣາເອນ.
\s5
\v 32 ກະດູກຂອງໂຢເຊບ, ທີ່ປະຊາຊົນອິສະຣາເອນໄດ້ນຳອອກມາຈາກເອຢິບ - ພວກເຂົາໄດ້ຝັງໄວ້ທີ່ເມືອງຊີເຄມ, ໃນສ່ວນທີ່ດິນຊຶ່ງຢາໂຄບໄດ້ຊື້ໄວ້ຈາກລູກຊາຍຂອງຮາໂມພໍ່ຂອງຊີເຄມ, ເພິ່ນໄດ້ຊື້ມາດວ້ຍເງິນຫນຶ່ງຮອ້ຍຫລຽນ, ແລະມັນໄດ້ກາຍເປັນມໍຣະດົກສຳລັບລູກຫລານຂອງໂຢເຊບ.
\v 33 ແລ້ວເອເລອາເຊລູກຊາຍຂອງອາໂລນກໍຕາຍໄປ. ພວກເຂົາໄດ້ຝັງເພິ່ນໄວ້ທີ່ເກເບອາເມືອງຂອງຟີເນຮາລູກຊາຍຂອງເຂົາຊຶ່ງໄດ້ມອບໃຫ້ກັບເພິ່ນ. ມັນຢູ່ໃນດິນແດນເນີນພູຂອງເອຟຣາອິມ.