lo_ulb/02-EXO.usfm

2281 lines
434 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id EXO
\ide UTF-8
\h ອົບພະຍົບ
\toc1 ອົບພະຍົບ
\toc2 ອົບພະຍົບ
\toc3 exo
\mt ອົບພະຍົບ
\s5
\c 1
\cl ບົດທີ 1
\p
\v 1 ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງອິສະຣາເອນ ຜູ້ໄດ້ເຂົ້າໄປອາໄສໃນປະເທດອີຢິບກັບຢາໂຄບ, ພ້ອມດ້ວຍຄອບຄົວຂອງຕົນຄື:
\v 2 ຣູເບັນ, ຊີເມໂອນ, ເລວີ, ແລະຢູດາ,
\v 3 ອິດຊາຄາ, ເຊບູລູນ, ແລະເບັນຢາມີນ,
\v 4 ດານ, ນັບທາລີ, ຄາດ ແລະອາເຊ.
\v 5 ຄົນທັງຫມົດເຫລົ່ານີ້ເປັນເຊື້ອສາຍຂອງຢາໂຄບເຈັດສິບຄົນ. ສ່ວນໂຢເຊັບນັ້ນໄດ້ໄປຢູ່ໃນອີຢິບກ່ອນແລ້ວ.
\s5
\v 6 ຕໍ່ມາໂຢເຊັບ, ກັບພວກອ້າຍນ້ອງຂອງເຂົາ, ແລະ ທຸກຄົນໃນຊ່ວງຍຸກນັ້ນໄດ້ເຖິງແກ່ຄວາມຕາຍໄປຫມົດແລ້ວ.
\v 7 ຝ່າຍຊາວອິສະຣາເອນຕໍ່ມາກໍໄດ້ມີລຸກດົກ, ເພີ່ມທະວີຈຳນວນຂຶ້ນ, ແລະ ມີກຳລັງຫລາຍຂຶ້ນ; ແຜ່ຂະຫຍາຍໄປທົ່ວທັງແຜ່ນດິນນັ້ນ.
\s5
\v 8 ບັດນີ້ ແລ້ວໄດ້ມີກະສັດອົງໃຫມ່ຂຶ້ນປົກຄອງຣາຊະສົມບັດໃນປະເທດອີຢິບ, ພະອົງບໍ່ຊົງຮູ້ຈັກກັບໂຢເຊັບ.
\v 9 ພະອົງກ່າວກັບຊົນຊາດຂອງພະອົງວ່າ, "ເບີ່ງແມ້, ຊາວອິສະຣາເອນໄດ້ເພີ່ມຈຳນວນຂຶ້ນຫລາຍ ແລະມີກຳລັງຫລາຍກວ່າພວກເຮົາອີກ.
\v 10 ມາເຖີ້ນ, ໃຫ້ພວກເຮົາໃຊ້ອຸບາຍຢ່າງສະຫລາດເພື່ອຂັດຂວາງພວກເຂົາ, ບໍ່ດັ່ງນັ້ນພວກເຂົາຈະທະວີຫລາຍຂຶ້ນ, ແລະຖ້າເກີດສົງຄາມຂຶ້ນເມື່ອໃດ, ພວກເຂົາຈະເຂົ້າຮ່ວມມືກັບພວກສັດຕຣູ, ຫັນມາຕໍ່ສູ້ພວກເຮົາ, ແລະຈະອອກໄປຈາກແຜ່ນດິນນີ້ໄດ້."
\s5
\v 11 ເພາະສະນັ້ນ ຄົນອີຢິບຈຶ່ງຕັ້ງຜູ້ຄວບຄຸມບັງຄັບຊາວອິສະຣາເອນໃຫ້ເຮັດວຽກການຫນັກ. ຊາວອິສະຣາເອນສ້າງເມືອງໃຫ້ແກ່ຟາຣາໂອ ຄື: ເມືອງປີໂທມ ແລະເມືອງຣາມາເສດ.
\v 12 ແຕ່ເຖີງແມ່ນວ່າ ຊາວອີຢິບບັງຄັບພວກເຂົາຫລາຍເທົ່າໃດ, ຊາວອິສະຣາເອນກໍຍິ່ງເພີ່ມຈຳນວນ ແລະ ຍິ່ງເພີ່ມທະວີຂຶ້ນໄປອີກເທົ່ານັ້ນ. ເພາະສະນັ້ນ ຊາວອີຢິບຈຶ່ງເລີ່ມຄວາມຢ້ານກົວຕໍ່ຊາວອິສະຣາເອນ.
\s5
\v 13 ຊາວອີຢິບຈຶ່ງບັງຄັບຊາວອິສຣາເອນເຮັດວຽກຢ່າງຫນັກ.
\v 14 ພວກເຂົາໄດ້ເຮັດໃຫ້ຊີວິດຂອງພວກເຂົາຂົມຂື່ນ ດ້ວຍການເຮັດວຽກຢ່າງຫນັກຄື ນວດດິນ ແລະປັ້ນດີນຈີ່, ແລະ ເຮັດວຽກຫມົດທຸກປະເພດໃນທົ່ງນາ. ພວກເຂົາຖືກບັງຄັບໃຫ້ເຮັດວຽກຫນັກຫລາຍທຸກຢ່າງ.
\s5
\v 15 ຕໍ່ມາກະສັດອີຢິບໄດ້ຊົງມີຄຳສັ່ງໃຫ້ນາງຫມໍຕຳແຍຊາວເຮັບເຣີ; ຜູ້ຫນຶ່ງຊື່ ຊິຟຣາ​, ແລະ ອີກຜູ້ຫນຶ່ງຊື່ ປູອາ.
\v 16 ພຣະອົງຊົງກ່າວວ່າ, "ເມື່ອເຈົ້າໄປຊ່ວຍຍິງຊາວເຮັບເຣີທີ່ກຳລັງເກີດລູກ, ຈົ່ງສັງເກດເບິ່ງເມື່ອພວກນາງເກີດລູກ. ຖ້າເປັນລູກຊາຍກໍໃຫ້ຂ້າເສຍ, ຖ້າເປັນລູກຍິງກໍໃຫ້ໄວ້ຊີວິດ."
\v 17 ແຕ່ພວກນາງຫມໍຕຳແຍຢຳເກງພຣະເຈົ້າ ແລະບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດອີຢິບທີ່ສັ່ງພວກນາງ; ພວກເຂົາເລີຍປ່ອຍໃຫ້ເດັກນ້ອຍຜູ້ຊາຍລອດຊີວິດແທນ.
\s5
\v 18 ກະສັດອີຢິບຈຶ່ງມີຄຳສັ່ງໃຫ້ພວກນາງຫມໍຕຳແຍເຂົ້າເຝົ້າ ແລະຊົງກ່າວຕໍ່ພວກນາງວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້, ແລະປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?"
\v 19 ພວກນາງຫມໍຕຳແຍຈຶ່ງທູນຕອບຟາຣາໂອວ່າ,"ເພາະພວກຍິງຊາວເຮັບເຣີ ບໍ່ຄືພວກຍິງຊາວອີຢິບ. ພວກນາງແຂງແຮງ ແລະຈຶ່ງເກີດລູກກ່ອນທີ່ພວກນາງຫມໍຕຳແຍໄປຮອດພວກເຂົາ."
\s5
\v 20 ພຣະເຈົ້າຈຶ່ງໄດ້ປົກປ້ອງພວກນາງຫມໍຕຳແຍນັ້ນ. ປະຊາຊົນຈຶ່ງຍິ່ງເພີ່ມຈຳນວນຂຶ້ນ ແລະມີກຳລັງເຂັ້ມແຂງຂຶ້ນຫລາຍ.
\v 21 ເພາະວ່າພວກນາງຫມໍຕຳແຍນັ້ນຢຳເກງພຣະເຈົ້າ, ພຣະອົງຈຶ່ງປຣະທານໃຫ້ພວກນາງມີຄອບຄົວ
\v 22 ຟາຣາໂອມີຄຳສັ່ງແກ່ປະຊາຊົນຂອງພຣະອົງວ່າ, "ລູກຊາຍຊາວເຮັບເຣີທີ່ເກີດມາ ພວກເຈົ້າຈົ່ງໂຍນຖິ້ມລົງໃນແມ່ນໍ້າເສຍ, ແຕ່ຖ້າເປັນລູກສາວທຸກຄົນຈົ່ງປ່ອຍໃຫ້ມີຊີວິດຢູ່ໄດ້."
\s5
\c 2
\cl ບົດທີ 2
\p
\v 1 ບັດນີ້ ຊາຍເຜົ່າເລວີຄົນຫນຶ່ງໄດ້ແຕ່ງງານກັບຍີງສາວເຜົ່າເລວີຄົນຫນຶ່ງ.
\v 2 ຍິງຜູ້ນັ້ນໄດ້ຖືພາ ແລະ ໄດ້ເກີດລູກຊາຍ ເມື່ອນາງເຫັນວ່າເດັກນັ້ນເປັນເດັກສົມບູນດີ, ນາງຈຶ່ງເຊື່ອງເຂົາໄວ້ເປັນເວລາສາມເດືອນ.
\s5
\v 3 ແຕ່ເມື່ອນາງບໍ່ສາມາດເຊື່ອງເຂົາໄດ້ອີກຕໍ່ໄປແລ້ວ, ນາງຈຶ່ງເອົາກະຕ່າທີ່ສານດ້ວຍໄມ້ອໍ້ ແລະທາດ້ວຍນ້ຳມັນດິນ ແລະທອຍ. ຈາກນັ້ນນາງຈຶ່ງໄດ້ວາງເດັກນັ້ນລົງໃນກະຕ່າ ແລ້ວນຳໄປວາງໄວ້ທີ່ກໍຕົ້ນອໍ້ໃນນໍ້າແຄມຕາຝັ່ງແມ່ນໍ້າ.
\v 4 ເອື້ອຍຂອງເດັກນ້ອຍຢືນຢູ່ຫ່າງໆ ລໍຖ້າເບີ່ງວ່າ ຈະມີເຫດການຫຍັງເກີດຂຶ້ນກັບເຂົາ.
\s5
\v 5 ເມື່ອລູກສາວຂອງກະສັດຟາຣາໂອ ໄດ້ສະເດັດລົງມາອາບນໍ້າທີ່ແມ່ນໍ້າ ໃນຂະນະທີ່ພວກສາວໃຊ້ຍ່າງຕາມແຄມແມ່ນໍ້ານັ້ນ. ນາງກໍເຫັນກະຕ່າຢູ່ກາງກໍຕົ້ນອໍ້ ແລະຈຶ່ງສັ່ງສາວໃຊ້ໃຫ້ເປັນເອົາມາ.
\v 6 ເມື່ອນາງຊົງເປີດກະຕ່ານັ້ນ, ນາງກໍເຫັນເດັກນ້ອຍ, ເບິ່ງແມ, ເດັກນ້ອຍກຳລັງໄຫ້ຂຶ້ນ. ນາງຊົງເກີດສົງສານເດັກນ້ອຍນີ້ ແລະກ່າວວ່າ, "ນີ້ເປັນລູກຄົນເຮັບເຣີຄົນຫນຶ່ງແນ່ນອນ."
\s5
\v 7 ແລ້ວເອື້ອຍຂອງເດັກນັ້ນຈຶ່ງທູນລູກສາວຂອງຟາຣາໂອວ່າ, "ຈະໃຫ້ຂ້ານ້ອຍໄປຫາຍິງຊາວເຮັບເຣີມາລ້ຽງເດັກນີ້ໃຫ້ທ່ານບໍ?"
\v 8 ລູກສາວຂອງຟາຣາໂອຈຶ່ງມີຄຳສັ່ງກັບນາງວ່າ, "ຈົ່ງໄປສາ." ເດັກຜູ້ຍິງຄົນນີ້ຈຶ່ງໄປ ແລະນຳແມ່ຂອງເດັກນ້ອຍນັ້ນມາ.
\s5
\v 9 ລູກສາວຂອງຟາຣາໂອຊົງສ່ັ່ງກັບແມ່ຂອງເດັກວ່າ, "ຈົ່ງຮັບເດັກຄົນນີ້ໄປ, ແລະລ້ຽງໄວ້ໃຫ້ເຮົາ, ແລະເຮົາຈະໃຫ້ຄ່າຈ້າງໃຫ້ແກ່ເຈົ້າ." ດັ່ງນັ້ນຍິງນັ້ນຈຶ່ງຮັບເດັກນັ້ນ ແລະກໍລ້ຽງເຂົາໄວ້
\v 10 ເມື່ອເດັກໄດ້ໃຫຍ່ສູງຂຶ້ນ, ນາງກໍນຳເຂົາມອບໃຫ້ລູກສາວຂອງຟາຣາໂອ, ແລະເຂົາໄດ້ກາຍເປັນລູກຊາຍຂອງນາງ. ນາງຈຶ່ງຕັ້ງຊື່ກັບເຂົາວ່າ ໂມເຊ ແລະກ່າວວ່າ, "ເພາະເຮົາໄດ້ເອົາເຂົາອອກມາຈາກນໍ້າ."
\s5
\v 11 ເມຶ່ອໂມເຊໃຫຍ່ຂຶ້ນ, ລາວໄດ້ອອກໄປຢ້ຽມຢາມພວກພີ່ນ້ອງ ແລະເຫັນພວກເຂົາເຮັດວຽກຫນັກ. ລາວເຫັນຊາວອີຢິບຄົນຫນຶ່ງ ກຳລັງຕີຊາວເຮັບເຣີຄົນຫນຶ່ງ, ຊຶ່ງເປັນຊົນຊາດດຽວກັນກັບຕົນເອງ.
\v 12 ລາວເບິ່ງໄປທາງນີ້ ແລະ ທາງນັ້ນ, ແລະເມື່ອລາວບໍ່ເຫັນມີໃຜຢູ່ທີ່ນັ້ນ, ລາວຈຶ່ງໄດ້ຂ້າຊາວອີຢິບ ແລະເຊື່ອງສົບໄວ້ໃນກອງດິນຊາຍ.
\s5
\v 13 ລາວໄດ້ອອກໄປຂ້າງນອກໃນວັນຕໍ່ມາ, ແລະ, ເບິ່ງແມ, ຊາຍຊາວເຮັບເຣີສອງຄົນກຳລັງຕໍ່ສູ້ກັນຢູ່. ລາວຈຶ່ງເວົ້າກັບຄົນທີ່ເຮັດຜິດນັ້ນວ່າ, "ເຈົ້າຕີພີ່ນ້ອງຂອງເຈົ້າເອງເຮັດຫຍັງ?"
\v 14 ແຕ່ຊາຍຄົນນັ້ນຕອບວ່າ, "ໃຜຕັ້ງເຈົ້າໃຫ້ເປັນຜູ້ນຳ ແລະເປັນຜູ້ຕັດສິນພວກເຮົາ? ເຈົ້າກຳລັງວາງແຜນຈະຂ້າເຮົາ ເຫມືອນທີ່ເຈົ້າໄດ້ຂ້າຊາວອີຢິບຄົນນັ້ນບໍ?" ແລ້ວໂມເຊເລີຍຕົກໃຈ ແລະເວົ້າວ່າ, "ສີ່ງທີ່ເຮົາເຮັດນັ້ນ ຄົງຮູ້ກັນທົ່ວໄປແລ້ວແນ່ນອນ."
\s5
\v 15 ບັດນີ້ເມື່ອຟາຣາໂອຊົງໄດ້ຮູ້ເລື່ອງນີ້, ພຣະອົງຈຶ່ງພະຍາຍາມຂ້າໂມເຊເສຍ. ແຕ່ໂມເຊຫນີຈາກຟາຣາໂອໄປຢູ່ໃນດິນແດນມີດີອານ. ທີ່ນັ້ນລາວນັ່ງຢູ່ທີ່ຂ້າງນໍ້າສ້າງແຫ່ງຫນຶ່ງ.
\v 16 ບັດນີ້ ປະໂລຫິດຊາວມີດີອານມີລູກສາວເຈັດຄົນ. ພວກນາງພາກັນມາ, ຕັກນໍ້າ, ແລະຕື່ມນໍ້າໃນອ່າງໃຫ້ຝູງສັດຂອງພໍ່ກິນ.
\v 17 ມີພວກຄົນລ້ຽງແກະມາເຖິງ ແລະພະຍາຍາມໄລ່ພວກນາງໄປ, ແຕ່ໂມເຊຈຶ່ງໄດ້ໄປ ແລະຊ່ວຍພວກນາງ. ແລ້ວລາວໃຫ້ນໍ້າດື່ມແກ່ແກະຂອງພວກນາງ.
\s5
\v 18 ເມື່ອຍີງສາວເຫລົ່ານັ້ນກັບຄືນໄປຫາເຣອູເອນຜູ້ເປັນພໍ່, ເຂົາຖາມວ່າ, "ເປັນຫຍັງມື້ນີ້ພວກເຈົ້າຈຶ່ງກັບມາໄວແທ້?"
\v 19 ພວກນາງຕອບວ່າ ມີຊາວເອຢິບຄົນຫນຶ່ງໄດ້ຊ່ວຍເຮົາໃຫ້ພົ້ນຈາກພວກຄົນລ້ຽງແກະ. ເຂົາຍັງໄດ້ຕັກນໍ້າໃຫ້ພວກເຮົາ ແລະໃຫ້ຝູງສັດກິນດ້ວຍ."
\v 20 ເຂົາເວົ້າກັບລູກສາວຂອງຕົນວ່າ, "ຊາຍຄົນນັ້ນຢູ່ໃສແລ້ວ? ເປັນຫຍັງພວກເຈົ້າຈຶ່ງຖິ້ມຊາຍຄົນນັ້ນ? ຟ້າວໄປເອີ້ນເອົາລາວມາກິນອາຫານນຳພວກເຮົາສາ."
\s5
\v 21 ໂມເຊຈຶ່ງຕົກລົງໃຈອາໄສຢູ່ກັບຊາຍຜູ້ນີ້, ຊຶ່ງລາວໄດ້ຍົກນາງຊິບໂປຣາ ຜູ້ເປັນລູກສາວໃຫ້ແຕ່ງງານກັບເຂົາ.
\v 22 ນາງກໍ່ເກີດລູກຊາຍຄົນຫນຶ່ງ, ແລະໂມເຊຕັ້ງຊື່ລູກຂອງລາວວ່າເກໂຊມ; ລາວເວົ້າວ່າ, "ຂ້າພະເຈົ້າເປັນຜູ້ອາໄສຢູ່ໃນແຜ່ນດິນຂອງຄົນຕ່າງຊາດ."
\s5
\v 23 ເມື່ອເວລາໄດ້ຜ່ານໄປດົນນານ, ກະສັດຂອງອີຢິບກໍສິ້ນພະຊົນ. ຊາວອິສຣາເອນຕ່າງຮ້ອງຄາງ ເພາະການເປັນແຮງງານທາດເຂົາທັງຫລາຍ. ພວກເຂົາໄດ້ຮ້ອງຂໍຄວາມຊ່ວຍເຫລືອ, ແລະຄຳອ້ອນວອນຂອງພວກເຂົາກໍຂຶ້ນໄປເຖີງພຣະເຈົ້າ, ເພາະເຫດທີ່ພວກເຂົາເປັນທາດນັ້ນ.
\v 24 ເມຶ່ອພຣະເຈົ້າໄດ້ຍິນສຽງຮ້ອງຄາງຂອງພວກເຂົາ, ພຣະເຈົ້າລະນຶກເຖິງພັນທະສັນຍາທີ່ໄດ້ຊົງເຮັດໄວ້ກັບອັບຣາຮາມ, ອິຊາກ, ແລະຢາໂຄບ.
\v 25 ພຣະເຈົ້າເຫັນຊາວອິສະຣາເອນ, ແລະພຣະອົງຊົງຮູ້ເຖິງສະພາບຄວາມເປັນໄປຂອງພວກເຂົາ.
\s5
\c 3
\cl ບົດທີ 3
\p
\v 1 ບັດນີ້ ໂມເຊຍັງກຳລັງລ້ຽງຝູງແກະຂອງເຢທະໂລ ພໍ່ເຖົ້າຂອງລາວ, ຜູ້ເປັນປະໂລຫິດຂອງຊາວມີດີອານ. ໂມເຊໄດ້ນຳຝູງສັດໄປໄກໄປຟາກຫນຶ່ງຂອງຖິ່ນແຫ້ງແລ້ງກັນດານ ແລະມາເຖິງໂຮເຣັບ, ພູຂອງພຣະເຈົ້າ.
\v 2 ທີ່ນັ້ນເທວະດາຂອງພຣະຢາເວ ກໍປາກົດແກ່ໂມເຊໃນແປວໄຟໃນພຸ່ມໄມ້. ໂມເຊເບິ່ງ, ແລະເບິ່ງແມ້, ພຸ່ມໄມ້ກຳລັງໄຫມ້ຢູ່, ແຕ່ພຸ່ມໄມ້ບໍ່ຖືກເຜົາໄຫມ້.
\v 3 ໂມເຊຈຶ່ງເວົ້າວ່າ, "ຂ້ານ້ອຍຈະເຂົ້າໄປ ແລະເບິ່ງສິ່ງທີ່ຫນ້າອັສະຈັນນີ້, ວ່າເປັນຫຍັງພຸ່ມໄມ້ຈຶ່ງບໍ່ຖືກເຜົາໄຫມ້."
\s5
\v 4 ເມື່ອພຣະຢາເວທອດພຣະເນດວ່າ ເຂົາໄດ້ຫລຽວມາເບິ່ງ, ພຣະເຈົ້າຈຶ່ງເປັ່ງສຽງອອກມາຈາກພຸ່ມໄມ້ ແລະກ່າວວ່າ, "ໂມເຊ, ໂມເຊເອີຍ." ໂມເຊໄດ້ທູນຕອບວ່າ, "ຂ້ານ້ອຍຢູ່ທີ່ນີ້."
\v 5 ພຣະເຈົ້າກ່າວວ່າ, "ຢ່າເຂົ້າມາໃກ້ກວ່ານີ້, ຈົ່ງປົດເກີບອອກຈາກຕີນຂອງເຈົ້າ, ເພາະວ່າບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນຕັ້ງໄວ້ເພື່ອເຮົາ."
\v 6 ພຣະອົງກ່າວອີກວ່າ, "ເຮົາເປັນພຣະເຈົ້າຂອງພໍ່ເຈົ້າ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ." ແລ້ວໂມເຊກໍປົກຫນ້າຂອງລາວ, ເພາະລາວຢ້ານທີ່ຈະຫລຽວເບິ່ງພຣະເຈົ້າ.
\s5
\v 7 ພຣະເຈົ້າຢາເວກ່າວວ່າ, "ແນ່ນອນເຮົາໄດ້ເຫັນຄວາມທຸກຍາກຂອງປະຊາຊົນຂອງເຮົາ ທີ່ຢູ່ໃນອີຢິບແລ້ວ. ເຮົາໄດ້ຍິນສຽງຮ້ອງຂອງພວກເຂົາ ຍ້ອນພວກນາຍຄຸມງານຂອງເຂົາ, ເພາະເຮົາຮັບຮູ້ເຖິງຄວາມທຸກຍາກຂອງພວກເຂົາ.
\v 8 ເຮົາຈຶ່ງລົງມາເພື່ອຈະປົດປ່ອຍພວກເຂົາ ໃຫ້ເປັນອິສະຫລະຈາກອຳນາດຂອງຊາວອີຢິບ ແລະນຳພວກເຂົາອອກຈາກແຜ່ນດິນທີ່ອຸດົມສົມບູນ, ດິນແດນກວ້າງຂວາງ, ໄປຍັງດິນແດນທີ່ມີນໍ້ານົມແລະນໍ້າເຜິ້ງໄຫລ; ໄປຍັງບ່ອນຢູ່ຂອງຊາວການາອານ, ຊາວຮິດຕິ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ.
\s5
\v 9 ບັດນີ້ ສຽງຮ້ອງຂອງປະຊາຊົນອິສະຣາເອນ ໄດ້ມາເຖິງເຮົາແລ້ວ. ຍິ່ງກວ່ານັ້ນ, ເຮົາໄດ້ເຫັນການກົດຂີ່ຂົ່ມເຫັງຈາກຊາວອີຢິບ.
\v 10 ແລ້ວບັດນີ້, ເຮົາຈະສົ່ງເຈົ້າໄປເຝົ້າກະສັດຟາຣາໂອ ເພື່ອເຈົ້າຈະນຳຊົນຊາດອິສະຣາເອນ ປະຊາຊົນຂອງເຮົາ ອອກຈາກອີຢິບ."
\s5
\v 11 ແຕ່ໂມເຊທູນຕອບພຣະເຈົ້າວ່າ, "ຂ້ານ້ອຍເປັນໃຜ, ທີ່ຈະເຝົ້າຟາຣາໂອ ແລະນຳຊົນຊາດອິສະຣາເອນອອກຈາກອີຢິບ?"
\v 12 ພຣະເຈົ້າຊົງຕອບວ່າ, "ເຮົາຈະຢູ່ກັບເຈົ້າແນ່ນອນ. ນີ້ຈະເປັນຫມາຍສຳຄັນຕໍ່ເຈົ້າ ທີ່ວ່າເຮົາສົ່ງເຈົ້າໄປ. ເມຶ່ອເຈົ້າໄດ້ນຳປະຊາຊົນອອກຈາກອີຢິບແລ້ວ, ພວກເຈົ້າຈະນະມັດສະການເຮົາເທິງພູນີ້."
\s5
\v 13 ໂມເຊທູນຕໍ່ພຣະເຈົ້າວ່າ, "ເມື່ອຂ້ານ້ອຍໄປຫາຊາວອິສະຣາເອນ ແລະບອກພວກເຂົາວ່າ, 'ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຈົ້າ ໃຊ້ໃຫ້ເຮົາມາຫາພວກເຈົ້າ' ແລະພວກເຂົາຈະຖາມຂ້ານ້ອຍວ່າ, 'ພຣະອົງມີພຣະນາມວ່າແນວໃດ?' ຂ້ານ້ອຍຄວນຈະຕອບພວກເຂົາວ່າແນວໃດ?"
\v 14 ພຣະເຈົ້າຈຶ່ງຕອບໂມເຊວ່າ, "ເຮົາເປັນຜູ້ຊຶ່ງເຮົາເປັນ." ພຣະເຈົ້າຊົງກ່າວວ່າ, "ເຈົ້າຕ້ອງເວົ້າກັບຊາວອິສະຣາເອນວ່າ, 'ເຮົາໄດ້ສົ່ງຂ້ານ້ອຍມາຫາເຈົ້າທັງຫລາຍ.'"
\v 15 ພຣະເຈົ້າຈຶ່ງກ່າວກັບໂມເຊອີກວ່າ, "ເຈົ້າຕ້ອງກ່າວກັບຊາວອິສະຣາເອນວ່າ, 'ພຣະຢາເວ, ພຣະເຈົ້າຂອງບັນພະບຸຣຸດຂອງພວກເຈົ້າ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ, ຊົງໃຊ້ໃຫ້ຂ້ານ້ອຍມາຫາພວກເຈົ້າ.' ນີ້ເປັນນາມຊື່ຂອງເຮົາຕະຫລອດໄປເປັນນິດ, ແລະຄົນທຸກຮຸ້ນຈະຈົດຈື່ຈໍາເຮົາໃນນາມຊື່ນີ້.'
\s5
\v 16 ຈົ່ງໄປ ແລະຮວບຮວມພວກຜູ້ອາວຸໂສຂອງອິສະຣາເອນໃຫ້ມາລວມກັນ. ເວົ້າກັບພວກເຂົາວ່າ,'ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຈົ້າຄື, ພຣະເຈົ້າຂອງອັບຣາຮາມ, ຂອງອີຊາກ, ແລະຂອງຢາໂຄບ, ໄດ້ປາກົດກັບຂ້າພະເຈົ້າ ແລະກ່າວວ່າ, "ໂດຍແທ້ຈິງແລ້ວ, ເຮົາໄດ້ສັງເກດພວກເຈົ້າ ແລະໄດ້ເຫັນສີ່ງທີ່ໄດ້ເກີດຂຶ້ນກັບພວກເຈົ້າໃນອີຢິບ.
\v 17 ເຮົາໄດ້ສັນຍາໄດ້ສັນຍາໄວ້ທີ່ຈະນຳເຈົ້າ ອອກຈາກການກົດຂີ່ຂົ່ມເຫັງໃນອີຢິບ ໄປຍັງແຜ່ນດິນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣິຊີ, ຊາວຮີວີ, ແລະຊາວເຢບຸດ, ໄປຍັງແຜ່ນດິນທີ່ມີນໍ້ານົມແລະນໍ້າເຜິ້ງໄຫລ.'"
\v 18 ພວກເຂົາຈະເຊື່ອຟັງຄຳຂອງເຈົ້າ. ເຈົ້າກັບຜູ້ອາວຸໂສຂອງອິສະຣາເອນຕ້ອງໄປເຂົ້າເຝົ້າກະສັດອີຢິບ, ແລະພວກເຈົ້າຕ້ອງທູນວ່າ, 'ພຣະຢາເວ, ພຣະເຈົ້າຂອງຄົນເຮັບເຣີ, ປາກົດແກ່ພວກຂ້ານ້ອຍ. ບັດນີ້ ຂໍໂຜດໃຫ້ພວກຂ້ານ້ອຍເດີນທາງໄປຈັກສາມວັນ' ເພື່ອໄປຍັງຖິ່ນແຫ້ງແລ້ງກັນດານ, ເພື່ອວ່າພວກຂ້ານ້ອຍຈະໄດ້ຖວາຍສັດບູຊາແດ່ພຣະຢາເວ, ພຣະເຈົ້າຂອງພວກຂ້ານ້ອຍ.'
\s5
\v 19 ແຕ່ເຮົາຮູ້ວ່າກະສັດອີຢິບ ຈະບໍ່ຍອມປ່ອຍພວກເຈົ້າໄປ, ເວັ້ນແຕ່ມືຂອງເຂົາຈະຖືກບັງຄັບ.
\v 20 ເຮົາຈະຢຽດມືຂອງເຮົາອອກ ແລະຕໍ່ສູ້ຊາວອີຢິບດ້ວຍການອັສະຈັນທຸກຢ່າງ ທີ່ເຮົາຈະເຮັດທ່າມກາງພວກເຂົາ. ຫລັງຈາກນັ້ນ, ເຂົາກໍຈະຍອມປ່ອຍພວກເຈົ້າໄປ.
\v 21 ເຮົາຈະໃຫ້ປະຊາຊົນເປັນທີ່ພໍໃຈຂອງຊາວອີຢິບ, ດັ່ງນັ້ນເມື່ອເຈົ້າອອກໄປ, ເຈົ້າຈະບໍ່ຕ້ອງໄປດ້ວຍມືເປົ່າ.
\v 22 ຜູ້ຍິງທຸກຄົນຈະຮຽກຮ້ອງເອົາເຄື່ອງເງິນແລະຄຳ ແລະເສື້ອຜ້າຈາກພວກເພື່ອນບ້ານຊາວອີຢິບ ແລະຈາກພວກຜູ້ຍິງຄົນອື່ນໆ ທີ່ອາໄສຢູ່ໃນເຮືອນຂອງເພື່ອນບ້ານນັ້ນ. ພວກເຈົ້າຈະເອົາເຄື່ອງເອ້ເຫລົ່ານັ້ນໄປ ນຸ່ງໃຫ້ພວກລູກຊາຍ ແລະລູກສາວຂອງພວກເຈົ້າ. ດ້ວຍວິທີນີ້ພວກເຈົ້າຈະຍຶດເອົາຈາກຊາວອີຢິບ."
\s5
\c 4
\cl ບົດທີ 4
\p
\v 1 ໂມເຊຈຶ່ງທູນຕອບວ່າ, "ແຕ່ຖ້າພວກເຂົາບໍ່ເຊື່ອຟັງຂ້ານ້ອຍ ຫລືຟັງສຽງຂອງຂ້ານ້ອຍ ແຕ່ກັບເວົ້າວ່າ, 'ພຣະຢາເວບໍ່ໄດ້ຊົງປາກົດແກ່ເຈົ້າດອກ'?"
\v 2 ພຣະຢາເວຈຶ່ງກ່າວກັບເຂົາວ່າ, "ມີຫຍັງຢູ່ໃນມືຂອງເຈົ້າ?" ໂມເຊທູນວ່າ, "ໄມ້ຄ້ອນເທົ້າ."
\v 3 ພຣະຢາເວກ່າວວ່າ, "ຈົ່ງໂຍນມັນລົງດິນ." ໂມເຊຈຶ່ງໂຍນລົງມັນລົງພື້ນດິນ, ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ. ໂມເຊຈຶ່ງແລ່ນຫນີງູ.
\s5
\v 4 ພຣະຢາເວເວົ້າກັບໂມເຊວ່າ, "ຈົ່ງເດ່ມືອອກໄປ ແລະ ຈັບຫາງຂອງມັນໄວ້." ເຂົາຈຶ່ງເດ່ມືອອກໄປ ແລະຈັບງູໄວ້. ງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຢູ່ໃນມືຂອງລາວອີກຄັ້ງ.
\v 5 "ທັງນີ້ເພື່ອພວກເຂົາຈະໄດ້ເຊື່ອວ່າພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ, ໄດ້ປາກົດແກ່ເຈົ້າແລ້ວ."
\s5
\v 6 ພຣະຢາເວຍັງກ່າວກັບລາວອີກວ່າ, "ບັດນີ້ ຈົ່ງເອົາມືສອດໄວ້ໃນເສື້ອຄຸມຂອງເຈົ້າ." ດັ່ງນັ້ນ ໂມເຊກໍສອດມືໄວ້ໃນເສື້ອຄຸມຂອງລາວ. ເມື່ອລາວເອົາມືອອກມາ, ເບີ່ງແມ, ມືຂອງເຂົາກໍເປັນພະຍາດຂີ້ທູດ, ຂາວເຫມືອນຫິມະ.
\v 7 ພຣະຢາເວຈຶ່ງກ່າວວ່າ, "ເອົາມືຂອງເຈົ້າສອດໄວ້ໃນເສື້ອຄຸມອີກເທື່ອຫນຶ່ງ. "ສະນັ້ນໂມເຊກໍສອດມືເຂົ້າໄປໃນເສື້ອຄຸມຂອງລາວ, ແລະເມື່ອເອົາມືອອກມາ, ລາວເຫັນວ່າ ມືກັບກາຍເປັນປົກະຕິອີກເທື່ອຫນຶ່ງ, ເຫມືອນກັບສ່ວນອື່ນໆຂອງຮ່າງກາຍຂອງລາວ.
\s5
\v 8 ພຣະຢາເວກ່າວວ່າ, "ຖ້າພວກເຂົາບໍ່ເຊື່ອເຈົ້າ-ຖ້າພວກເຂົາບໍ່ໃສ່ໃຈ ຫມາຍສຳຄັນແຫ່ງຣິດອຳນາດຂອງເຮົາໃນເທື່ອທຳອິດນີ້ ຫລືເຊື່ອໃນນັ້ນ, ແລ້ວພວກເຂົາຈະເຊື່ອຫມາຍສຳຄັນໃນເທື່ອທີ່ສອງ.
\v 9 ຖ້າເຖິງແມ່ນວ່າ ພວກເຂົາບໍ່ເຊື່ອຫມາຍສຳຄັນແຫ່ງຣິດອຳນາດຂອງເຮົາໃນທັງສອງເທື່ອນີ້, ຫລືຟັງສຽງຂອງເຈົ້າ, ແລ້ວຈົ່ງຕັກນໍ້າຈາກແມ່ນໍ້າ ແລະເທລົງເທິງດິນແຫ້ງ. ນໍ້າທີ່ຕັກມາກໍຈະກາຍເປັນເລືອດເທິງດິນແຫ້ງ."
\s5
\v 10 ແຕ່ໂມເຊທູນຕໍ່ພຣະຢາເວວ່າ, "ພຣະຜູ້ເປັນເຈົ້າ, ຂ້ານ້ອຍບໍ່ແມ່ນຄົນເວົ້າເກັ່ງ, ທັງໃນອະດີດ ຫລືຕັ້ງແຕ່ເມື່ອພຣະອົງກ່າວກັບຜູ້ຮັບໃຊ້ຂອງພຣະອົງພຸ້ນ. ຂ້ານ້ອຍເປັນຄົນເວົ້າຕິດອ່າງແລະບໍ່ຊັດເຈນ."
\v 11 ພຣະຢາເວກ່າວກັບລາວວ່າ, "ຜູ້ໃດສ້າງປາກຂອງມະນຸດ? ຜູ້ໃດສ້າງມະນຸດໃຫ້ປາກກືກ ຫລືຫູຫນວກ ຫລືຕາດີ ຫລືຕາບອດ? ບໍ່ແມ່ນພຣະຢາເວບໍ?
\v 12 ບັດນີ້ ຈົ່ງໄປເຖີ້ນແລະເຮົາຈະຢູ່ກັບປາກຂອງເຈົ້າ ແລະສອນເຈົ້າໃນສີ່ງທີ່ຄວນຈະເວົ້າ."
\v 13 ແຕ່ໂມເຊທູນວ່າ, "ພຣະຜູ້ເປັນເຈົ້າ, ໂຜດໃຊ້ຄົນອື່ນໄປສາ, ໃຜກໍໄດ້ທີ່ພຣະອົງປະສົງຈະສົ່ງໄປ."
\s5
\v 14 ແລ້ວພຣະຢາເວຈຶ່ງໂກດຮ້າຍໂມເຊ. ພຣະອົງກ່າວວ່າ, "ແລ້ວອາໂຣນ, ອ້າຍຂອງເຈົ້າ, ທີ່ເປັນຊາວເລວີ? ເຮົາຮູ້ແລ້ວວ່າລາວເປັນຄົນເວົ້າເກັ່ງ. ຍິ່ງກວ່ານັ້ນ, ລາວກໍາລັງເດີນທາງມາພົບເຈົ້າ, ລາວຈະດີໃຈທີ່ໄດ້ເຫັນເຈົ້າ.
\v 15 ເຈົ້າຈົ່ງເວົ້າກັບລາວ ແລະບອກຄຳທີ່ຈະໃຫ້ລາວເວົ້າ. ແລ້ວເຮົາຈະຢູ່ກັບປາກຂອງເຈົ້າ ແລະປາກຂອງລາວ, ແລະເຮົາຈະສຳແດງໃຫ້ເຈົ້າທັງສອງຮູ້ວ່າຄວນເຮັດຫຍັງແດ່.
\v 16 ລາວຈະເວົ້າກັບປະຊາຊົນແທນເຈົ້າ. ລາວຈະເປັນປາກຂອງເຈົ້າ, ແລະເຈົ້າຈະເປັນເຫມືອນພຣະເຈົ້າສຳລັບລາວ.
\v 17 ເຈົ້າຈົ່ງຖືໄມ້ຄ້ອນເທົ້ານີ້ໄວ້ໃນມື. ດ້ວຍສິ່ງນີ້ເຈົ້າຈະເຮັດຫມາຍສຳຄັນຕ່າງໆ."
\s5
\v 18 ໂມເຊຈຶ່ງກັບໄປຫາເຢທະໂຣພໍ່ເຖົ້າຂອງຕົນ ແລະບອກເພິ່ນວ່າ, "ຂໍໃຫ້ລູກໄປຢ້ຽມຢາມຍາດພີ່ນ້ອງຂອງລູກຊຶ່ງຢູ່ໃນອີຢິບ ແລະເພື່ອຈະໄດ້ເບິ່ງວ່າເຂົາຍັງມີຊີວິດຢູ່ຫລືບໍ່." ເຢທະໂຣຕອບໂມເຊວ່າ, "ຈົ່ງໄປດ້ວຍສັນຕິສຸກເຖີ້ນ."
\v 19 ພຣະຢາເວກ່າວກັບໂມເຊໃນດິນແດນມີດີອານວ່າ, "ຈົ່ງໄປ, ກັບໄປອີຢິບ, ເພາະຄົນທັງຫລາຍທີ່ພະຍາຍາມລ່າເອົາຊີວິດຂອງເຈົ້ານັ້ນຕາຍແລ້ວ."
\v 20 ໂມເຊຈຶ່ງພາເມຍ ແລະ ບັນດາລູກຊາຍຂອງຕົນຂີ່ໂຕລໍ. ລາວກັບໄປຍັງດິນແດນອີຢິບ, ແລະລາວກໍຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄວ້ໃນມືຂອງຕົນ.
\s5
\v 21 ພຣະຢາເວກ່າວກັບໂມເຊວ່າ, "ເມື່ອເຈົ້າກັບໄປເຖິງອີຢິບ, ຈົ່ງເຮັດການອັສະຈັນທັງຫມົດ ຊຶ່ງເຮົາມອບໄວ້ໃນອຳນາດຂອງເຈົ້າ ຕໍ່ຫນ້າຂອງກະສັດຟາຣາໂອ. ແຕ່ເຮົາຈະເຮັດໃຫ້ລາວໃຈແຂງກະດ້າງ, ແລະລາວຈະບໍ່ຍອມໃຫ້ປະຊາຊົນໄປ.
\v 22 ເຈົ້າຈົ່ງທູນກັບຟາຣາໂອວ່າ, 'ພຣະຢາເວກ່າວດັ່ງນີ້ວ່າ: ຊາວອິສະຣາເອນເປັນລູກຊາຍຂອງເຮົາ, ເປັນລູກກົກຂອງເຮົາ,
\v 23 ແລະເຮົາບອກແກ່ເຈົ້າວ່າ, "ຈົ່ງປ່ອຍລູກຊາຍຂອງເຮົາໃຫ້ໄປນະມັດສະການເຮົາ." ແຕ່ຖ້າລາວປະຕິເສດທີ່ຈະບໍ່ປ່ອຍໄປ, ເຮົາຈະຂ້າລູກຊາຍກົກຂອງລາວເສຍ.'"
\s5
\v 24 ໃນລະຫວ່າງທາງ, ເມື່ອພວກເຂົາຢຸດພັກຄ້າງຄືນ, ພຣະຢາເວມາພົບໂມເຊ ແລະ ຊົງປະສົງທີ່ຈະຂ້າລາວເສຍ.
\v 25 ແລ້ວນາງຊິບໂປຣາຈຶ່ງເອົາມີດຫີນຄົມມາ ແລະຕັດຫນັງປາຍອະໄວຍະວະເພດຂອງລູກຊາຍຂອງຕົນ, ແລ້ວເອົາໄປແຕະຕີນຂອງໂມເຊ. ແລ້ວນາງຈຶ່ງກ່າວວ່າ, "ແນ່ນອນແລ້ວ ເຈົ້າເປັນເຈົ້າບ່າວແຫ່ງເລືອດ." ເພາະພິທີຕັດນັ້ນ.
\v 26 ແລ້ວພຣະຢາເວຈຶ່ງຊົງໄວ້ຊີວິດລາວ. ນາງຈຶ່ງກ່າວວ່າ, "ເຈົ້າເປັນເຈົ້າບ່າວທີ່ໄດ້ມາແຫ່ງເລືອດ" ເນື່ອງຈາກເຂົ້າພິທີຕັດ.
\s5
\v 27 ພຣະຢາເວກ່າວແກ່ອາໂຣນວ່າ, "ຈົ່ງໄປພົບກັບໂມເຊໃນຖິ່ນແຫ້ງແລ້ງກັນດານ." ອາໂຣນກໍໄປ, ພົບລາວທີ່ພູຂອງພຣະເຈົ້າ, ແລະຈູບລາວ.
\v 28 ໂມເຊຈຶ່ງເລົ່າໃຫ້ອາໂຣນເຖິງຖ້ອຍຄຳຂອງພຣະຢາເວທັງຫມົດວ່າພຣະອົງໄດ້ສົ່ງໃຫ້ໄປເວົ້າ ແລະກ່ຽວກັບຫມາຍສຳຄັນແຫ່ງຣິດອຳນາດຊຶ່ງພຣະຢາເວຊົງສັ່ງໃຫ້ເຮັດ.
\s5
\v 29 ແລ້ວໂມເຊກັບອາໂຣນຈຶ່ງອອກໄປ ແລະ ເອີ້ນປະຊຸມບັນດາຜູ້ອາວຸໂສຂອງຊາວອິສະຣາເອນພ້ອມກັນ.
\v 30 ອາໂຣນຈຶ່ງກ່າວຖ້ອຍຄຳທັງຫມົດຂອງພຣະຢາເວ ຊຶ່ງໄດ້ກ່າວກັບໂມເຊ. ໂມເຊໄດ້ສະແດງຫມາຍສຳຄັນໂດຍຣິດອຳນາດຂອງພຣະຢາເວຕໍ່ຫນ້າປະຊາຊົນ.
\v 31 ປະຊາຊົນກໍໄດ້ເຊື່ອ. ເມື່ອໄດ້ຍິນວ່າພຣະຢາເວສະເດັດມາຢ້ຽມຢາມຫາຊົນຊາດອິສະຣາເອນ ແລະ ພຣະອົງໄດ້ທອດພຣະເນດຄວາມທຸກຍາກຂອງພວກເຂົາແລ້ວ, ພວກເຂົາຕ່າງກໍຂາບລົງ ແລະນະມັດສະການພຣະອົງ.
\s5
\c 5
\cl ບົດທີ 5
\p
\v 1 ຫລັງຈາກເຫດການເຫລົ່ານີ້ໄດ້ເກີດຂຶ້ນ, ໂມເຊແລະອາໂຣນໄດ້ໄປເຂົ້າເຝົ້າຟາຣາໂອ ແລະທູນວ່າ, "ພຣະຢາເວພຣະເຈົ້າຂອງຊາວອິສະຣາເອນກ່າວວ່າ: 'ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະຈັດພິທີລ້ຽງຖວາຍແກ່ເຮົາຖິ່ນແຫ້ງແລ້ງກັນດານ.'"
\v 2 ຟາຣາໂອກ່າວວ່າ, "ໃຜແມ່ນພຣະຢາເວ? ເປັນຫຍັງເຮົາຈະຕ້ອງເຊື່ອຟັງ ແລະປ່ອຍຄົນອິສະຣາເອນໄປ? ເຮົາບໍ່ຮູ້ພຣະຢາເວ; ຍິ່ງໄປກວ່ານັ້ນ, ເຮົາຈະບໍ່ປ່ອຍຄົນອິສະຣາເອນໄປ."
\s5
\v 3 ພວກເຂົາຈຶ່ງທູນວ່າ, "ພຣະເຈົ້າຂອງຄົນເຮັບເຣີໄດ້ພົບກັບພວກຂ້ານ້ອຍ, ຂໍໂຜດອະນຸຍາດໃຫ້ພວກຂ້ານ້ອຍ ຈັກສາມມື້ເພື່ອເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ແລະ ຖວາຍເຄື່ອງບູຊາແດ່ພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ ເພື່ອວ່າພຣະອົງຈະບໍ່ລົງໂທດພວກເຮົາດ້ວຍພັຍພິບັດ ຫລືດ້ວຍດາບ."
\v 4 ແຕ່ກະສັດແຫ່ງອີຢິບເວົ້າກັບພວກເຂົາວ່າ, "ໂມເຊ ແລະອາໂຣນ, ຍ້ອນຫຍັງພວກເຈົ້າຈະເຮັດໃຫ້ປະຊາຊົນຖິ້ມວຽກງານຂອງພວກເຂົາ? ຈົ່ງກັບໄປເຮັດວຽກຂອງພວກເຈົ້າ."
\v 5 ພະອົງຍັງກ່າວອີກວ່າ, "ບັດນີ້ຄົນເຮັບເຣີມີຫລາຍໃນດິນແດນຂອງເຮົາ, ແລະພວກເຈົ້າກຳລັງເຮັດໃຫ້ພວກເຂົາຕ້ອງຢຸດວຽກ."
\s5
\v 6 ໃນມື້ດຽວກັນນັ້ນ, ຟາຣາໂອ ມີຄຳສັ່ງຕໍ່ຜູ້ຄຸມງານ, ແລະຫົວຫນ້າຄົນງານ. ພະອົງກ່າວວ່າ,
\v 7 "ຕໍ່ໄປຈະບໍ່ຄືເກົ່າອີກ, ພວກເຈົ້າຢ່າໃຫ້ເຟືອງແກ່ພວກທາດສຳລັບໃຊ້ເຮັດດິນຈີ່. ຈົ່ງໃຫ້ພວກມັນໄປຫາເຟືອງເອງ.
\v 8 ແຕ່ເຖິງຢ່າງໃດກໍດີ, ເຈົ້າຕ້ອງກຳນົດໃຫ້ພວກມັນເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ. ຢ່າໃຫ້ຫລຸດລົງ, ເພາະພວກມັນຂີ້ຄ້ານ. ນີ້ເປັນເຫດທີ່ເຮັດໃຫ້ພວກມັນພາກັນຮ້ອງຂໍ ແລະກ່າວວ່າ, 'ຂໍປ່ອຍໃຫ້ພວກເຮົາໄປ ແລະຖວາຍເຄື່ອງບູຊາແດ່ພຣະເຈົ້າຂອງພວກເຮົາດ້ວຍ.'
\v 9 ຈົ່ງໃຫ້ພວກມັນເຮັດວຽກຫນັກເພີ່ມຂຶ້ນ ເພື່ອວ່າພວກມັນຈະໄດ້ມົວແຕ່ເຮັດວຽກ ແລະບໍ່ໄດ້ສົນໃຈກັບຄຳເວົ້າຕົວະຍົວະນັ້ນ."
\s5
\v 10 ດັ່ງນັ້ນພວກຄຸມງານ ແລະພວກຫົວຫນ້າຄົນງານກໍອອກໄປບອກພວກທາດ. ພວກເຂົາເວົ້າວ່າ, "ນີ້ຄືສິ່ງທີ່ຟາຣາໂອໄດ້ສັ່ງ: 'ເຮົາຈະບໍ່ແຈກຈ່າຍເຟືອງໃຫ້ພວກເຈົ້າອີກຕໍ່ໄປ.
\v 11 ພວກເຈົ້າຈົ່ງໄປ ແລະຫາເຟືອງເອົາເອງບ່ອນໃດກໍໄດ້ທີ່ມັນມີ, ແຕ່ຕ້ອງເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ."
\s5
\v 12 ດັ່ງນັ້ນພວກເຂົາຈຶ່ງແຍກຍ້າຍກັນໄປທົ່ວແຜ່ນດິນອີຢິບ ເພື່ອຊອກຫາເຟືອງ.
\v 13 ພວກຄຸມວຽກຄອຍເລັ່ງລັດ ແລະເວົ້າວ່າ, "ເຮັດວຽກຂອງເຈົ້າໃຫ້ສຳເລັດ ເຫມືອນເມື່ອກ່ອນຕອນທີ່ໄດ້ເຟືອງຢູ່."
\v 14 ແລ້ວຫົວຫນ້າຄົນງານຂອງຟາຣາໂອໄດ້ຂ້ຽນຕີຫົວຫນ້າຄຸມງານຂອງຊາວອິສະຣາເອນ, ຜູ້ທີ່ພວກເຂົາໄດ້ແຕ່ງຕັ້ງໃຫ້ຮັບຜິດຊອບວຽກນັ້ນ. ຫົວຫນ້າຄົນງານຖາມຕະຫລອດເວລາວ່າ, "ເປັນຫຍັງແຕ່ມື້ນີ້ ແລະ ວານນີ້ພວກເຈົ້າຈຶ່ງບໍ່ເຮັດດີນຈີ່ໃຫ້ຄົບຕາມຈຳນວນທີ່ໄດ້ກຳນົດໄວ້, ຕາມທີ່ພວກເຈົ້າເຄີຍເຮັດຄືດັ່ງຜ່ານມານັ້ນ?"
\s5
\v 15 ດັ່ງນັ້ນຫົວຫນ້າຄົນງານວຽກຊາວອິສະຣາເອນຈຶ່ງເຂົ້າເຝົ້າຟາຣາໂອ ແລະຮ້ອງຂໍຕໍ່ທ່ານ. ພວກເຂົາເວົ້າວ່າ, "ເຫດໃດທ່ານຈຶ່ງຊົງເຮັດຕໍ່ພວກທາດຂອງທ່ານແບບນີ້?
\v 16 ພວກທາດຂອງທ່ານບໍ່ໄດ້ຮັບແຈກຈ່າຍເຟືອງອີກຕໍ່ໄປ, ແຕ່ພວກຄຸມງານກັບສັ່ງພວກເຮົາວ່າ, 'ໃຫ້ເຮັດດິນຈີ່!' ບັດນີ້ພວກເຮົາ, ຜູ້ເປັນທາດຂອງທ່ານ, ເຖິງປານນັ້ນພວກເຮົາກໍໄດ້ຖືກຂ້ຽນຕີ, ທັງໆທີ່ພວກຄົນຂອງທ່ານເອງທີ່ເປັນຝ່າຍຜິດ."
\v 17 ແຕ່ຟາຣາໂອກ່າວວ່າ, "ເຈົ້າຄົນຂີ້ຄ້ານ! ເຈົ້າຄົນຂີ້ຄ້ານ! ພວກເຈົ້າຮ້ອງຂໍວ່າ, 'ປ່ອຍພວກເຮົາອອກໄປຖວາຍເຄື່ອງບູຊາແດ່ພຣະຢາເວ.'
\v 18 ດັ່ງນັ້ນບັດນີ້ຈົ່ງກັບໄປເຮັດວຽກ. ເຮົາຈະບໍ່ຈ່າຍເຟືອງໃຫ້, ແຕ່ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຕາມຈຳນວນເທົ່າເດີມ."
\s5
\v 19 ຫົວຫນ້າຄຸມງານຊາວອິສະຣາເອນເຫັນວ່າພວກຕົນກຳລັງເດືອດຮ້ອນ ເມື່ອພວກເຂົາຖືກສັ່ງວ່າ, "ພວກເຈົ້າຈະຕ້ອງບໍ່ລົດຈຳນວນດິນຈີ່ໃນແຕ່ລະມື້ລົງ."
\v 20 ເມື່ອພວກເຂົາກັບມາຈາກການເຝົ້າຟາຣາໂອແລ້ວ, ພວກເຂົາໄດ້ພົບໂມເຊ ແລະອາໂຣນທີ່ຢືນຢູ່ຂ້າງນອກວັງ.
\v 21 ພວກເຂົາເວົ້າກັບໂມເຊ ແລະອາໂຣນວ່າ, "ຂໍພຣະຢາເວພິຈາລະນາແລະລົງໂທດພວກທ່ານ, ເພາະພວກທ່ານເຮັດໃຫ້ພວກເຮົາເປັນທີ່ກຽດຊັງໃນສາຍຕາຍຂອງຟາຣາໂອພ້ອມກັບເຫລົ່າຂ້າຣາຊະການ. ພວກທ່ານໄດ້ເອົາດາບໃສ່ມືຂອງພວກເຂົາເພື່ອທີ່ຈະຂ້າພວກເຮົາເສຍ."
\s5
\v 22 ໂມເຊຈຶ່ງກັບໄປຫາພຣະຢາເວ ແລະກາບທູນວ່າ, "ອົງພຣະຜູ້ເປັນເຈົ້າເອີຍ, ເຫດໃດພຣະອົງຊົງນຳຄວາມທຸກຮ້ອນມາເຖິງຄົນເຫລົ່ານີ້? ເຫດໃດພຣະອົງຈຶ່ງໄດ້ສົ່ງຂ້ານ້ອຍມາເພື່ອວຽກນີ້?
\v 23 ຕັ້ງແຕ່ຂ້ານ້ອຍໄປເຂົ້າເຝົ້າຟາຣາໂອທູນ ໃນພຣະນາມຂອງພຣະອົງ, ຟາຣາໂອເຮັດໃຫ້ປະຊາຊົນເດືອດຮ້ອນ, ແລະພຣະອົງບໍ່ໄດ້ຊ່ອຍປະຊາຊົນຂອງພຣະອົງໃຫ້ເປັນອິສະຣະເລີຍ."
\s5
\c 6
\cl ບົດທີ 6
\p
\v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ບັດນີ້ເຈົ້າຈະໄດ້ເຫັນເຫດການຊຶ່ງເຮົາຈະກະທຳແກ່ຟາຣາໂອ. ເຈົ້າຈະເຫັນສິ່ງນີ້, ເພື່ອລາວຈະປ່ອຍປະຊາຊົນໄປ ເພາະມືອັນເຂັ້ມແຂງຂອງເຮົາ. ເພາະມືອັນເຂັ້ມແຂງຂອງເຮົາ, ຟາຣາໂອຈະຂັບໄລ່ປະຊາຊົນອອກໄປຈາກແຜ່ນດິນຂອງລາວ."
\s5
\v 2 ພຣະເຈົ້າກ່າວກັບໂມເຊ ແລະບອກກັບລາວວ່າ, "ເຮົາຄືພຣະຢາເວ.
\v 3 ເຮົາໄດ້ປາກົດແກ່ອັບຣາຮາມ, ແກ່ອີຊາກ ແລະແກ່ຢາໂຄບໃນຖານະພຣະເຈົ້າຜູ້ຊົງຣິດອຳນາດຫຍິ່ງໃຫຍ່; ແຕ່ເຮົາບໍ່ໄດ້ໃຫ້ພວກເຂົາຮູ້ຈັກ ເຮົາໃນນາມພຣະຢາເວ,.
\v 4 ເຮົາຍັງຕັ້ງພັນທະສັນຍາກັບພວກເຂົາ, ເພື່ອຈະຍົກແຜ່ນດິນການາອານໃຫ້ແກ່ພວກເຂົາ, ແຜ່ນດິນຊຶ່ງພວກເຂົາເຄີຍໄດ້ອາໄສໃນຖານະຄົນຕ່າງດ້າວ, ແຜ່ນດິນຊຶ່ງພວກເຂົາໄດ້ເດີນທາງໄປມາ.
\v 5 ຍິ່ງໄປກວ່ານັ້ນ, ເຮົາໄດ້ຍິນສຽງຄໍ້າຄວນຂອງຊາວອິສະຣາເອນຊຶ່ງເປັນທາດຂອງອີຢິບ, ແລະເຮົາຍັງຈົດຈຳພັນທະສັນຍາຂອງເຮົາໄດ້.
\s5
\v 6 ສະນັ້ນ, ຈົ່ງໄປບອກກັບອິສະຣາເອນວ່າ, 'ເຮົາຄືພຣະຢາເວ. ເຮົາຈະປົດປ່ອຍພວກເຈົ້າໃຫ້ພົ້ນຈາກການເປັນທາດຂອງຊາວອີຢິບ, ແລະເຮົາຈະເຮັດໃຫ້ພວກເຈົ້າພົ້ນຈາກອຳນາດຂອງພວກເຂົາ. ເຮົາຈະຊ່ວຍກອບກູ້ພວກເຈົ້າດ້ວຍການສຳແດງອຳນາດຂອງເຮົາ, ແລະດ້ວຍການພິພາກສາລົງໂທດຢ່າງຫນັກ.
\v 7 ເຮົາຈະຮັບພວກເຈົ້າເປັນປະຊາຊົນຂອງເຮົາ, ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ແລ້ວພວກເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ໄດ້ນຳພວກເຈົ້າອອກມາຈາກການເປັນທາດຂອງຊາວອີຢິບ.
\s5
\v 8 ເຮົາຈະນຳພວກເຈົ້າເຂົ້າໄປຍັງແຜ່ນດິນຊຶ່ງເຮົາໄດ້ປະຕິຍານໄວ້ວ່າຈະມອບໃຫ້ແກ່ອັບຣາຮາມ, ແກ່ອີຊາກ, ແລະແກ່ຢາໂຄບ. ເຮົາຈະມອບແຜ່ນດິນນັ້ນໃຫ້ແກ່ພວກເຈົ້າເປັນກຳມະສິດ. ເຮົາຄືພຣະຢາເວ.'"
\v 9 ເມື່ອໂມເຊບອກເລື່ອງນີ້ແກ່ຊາວອິສະຣາເອນ, ແຕ່ພວກເຂົາກັບບໍ່ຍອມຟັງລາວ ເພາະຄວາມທໍ້ຖອຍຂອງພວກເຂົາ ເນື່ອງຈາກການເປັນທາດຢ່າງຫ້ຽມໂຫດ.
\s5
\v 10 ແລ້ວພຣະຢາເວກ່າວແກ່ໂມເຊ ແລະຊົງບອກວ່າ,
\v 11 "ຈົ່ງໄປບອກຟາຣາໂອ, ກະສັດແຫ່ງອີຢິບໃຫ້ປ່ອຍຊາວອິສະຣາເອນອອກຈາກແຜ່ນດິນຂອງພຣະອົງເສຍ."
\v 12 ໂມເຊທູນກັບພຣະຢາເວວ່າ, "ແມ່ນແຕ່ຊາວອິສະຣາເອນຍັງບໍ່ເຊື່ອຟັງຂ້ານ້ອຍ, ແລ້ວຟາຣາໂອຈະເຊື່ອຟັງຂ້ານ້ອຍຫລື, ໃນເມື່ອຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງ?"
\v 13 ພຣະຢາເວຈຶ່ງກ່າວແກ່ໂມເຊ ແລະ ແກ່ອາໂຣນ. ພຣະອົງໄດ້ສັ່ງພວກເຂົາໃຫ້ແຈ້ງແກ່ຊາວອິສະຣາເອນ ແລະ ແກ່ຟາຣາໂອ, ກະສັດແຫ່ງອີຢິບ, ໃຫ້ປ່ອຍຊາວອິສະຣາເອນໃຫ້ອອກຈາກແຜ່ນດີນອີຢິບ.
\s5
\v 14 ຕໍ່ໄປນີ້ເປັນຕົ້ນຕະກຸນຂອງພວກເຂົາ: ລູກຊາຍທັງຫລາຍຂອງຣູເບັນ, ຜູ້ເປັນລູກຊາຍກົກຂອງອິສະຣາເອນ, ຮາໂນກ, ປານລູ, ເຮຊະໂຣນ, ແລະກາມີ. ຄົນເຫລົ່ານີ້ຢູ່ໃນຕະກຸນບັນພະບູລຸດຂອງຣູເບັນ.
\v 15 ບັນດາລູກຊາຍຂອງຊີເມໂອນຄືເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ, ແລະຊາອູນ—ຊຶ່ງແມ່ເປັນຍີງຊາວການາອານ. ຄົນເຫລົ່ານີ້ຢູ່ໃນຕະກຸນບັນພະບຸຣຸດຂອງຊີເມໂອນ.
\s5
\v 16 ຕໍ່ໄປນີ້ຄືລາຍຊື່ບັນດາລູກຊາຍຂອງເລວີ, ຕາມລຳດັບວົງຕະກຸນຂອງພວກເຂົາ. ຄື ເກໂຊນ, ໂກຮາດ, ແລະເມຣາຣີ. ເລວີມີຊີວິດຢູ່ຈົນອາຍຸໄດ້ 137 ປີ.
\v 17 ລູກຊາຍຂອງເກໂຊນຄື ລິບນີ ແລະຊີເມອີ.
\v 18 ລູກຊາຍຂອງໂກຮາດຄື ອຳຣາມ, ອີດຊະຣາ, ເຮັບໂຣນ, ແລະອຸດຊີເອນ. ໂກຮາດມີຊີວິດຢູ່ຈົນອາຍຸໄດ້ 133 ປີ.
\v 19 ບັນດາລູກຊາຍຂອງເມຣາຣີ ຄື ມາລີ ແລະມູຊີ. ຄົນເຫລົ່ານີ້ໄດ້ກາຍມາເປັນບັນພະບຸຣຸດຂອງເລວີ, ຕາມລຳດັບພົງພັນຂອງພວກເຂົາ.
\s5
\v 20 ອຳຣາມໄດ້ແຕ່ງງານກັບໂຢເກເບັດ, ຜູ້ເປັນນ້ອງສາວຂອງພໍ່ຂອງຕົນ. ນາງໄດ້ເກີດລູກຊາຍໃຫ້ລາວຊື່ ອາໂຣນ ແລະໂມເຊ. ອຳຣາມມີອາຍຸ 137 ປີ ແລະກໍສິ້ນຊີວິດ.
\v 21 ບັນດາລູກຊາຍຂອງອີຊະຮາ ຄື ໂກຣາ, ເນເຟັກ, ແລະຊີກຣີ.
\v 22 ບັນດາລູກຊາຍຂອງອຸດຊີເອນ ຄື ມີຊາເອນ, ເອນຊາຟັນ, ແລະສິທະຣີ.
\s5
\v 23 ອາໂຣນໄດ້ແຕ່ງງານກັບເອລີຊາບາ, ລູກສາວຂອງອຳມີນາດາບ, ນ້ອງສາວຂອງນາໂຊນ. ນາງໄດ້ເກີດລູກຊາຍໃຫ້ກັບລາວຊື່ ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
\v 24 ບັນດາລູກຊາຍຂອງໂກຣາ ຄື ອັດສີ, ເອນການາ, ແລະອາບີນາສັບ. ຄົນເຫລົ່ານີ້ຢູ່ໃນຕະກຸນບັນພະບຸຣຸດຂອງໂກຣາ.
\v 25 ເອເລອາສາລູກຊາຍຂອງອາໂຣນແຕ່ງງານກັບລູກສາວຄົນຫນຶ່ງຂອງປູຕີເອນ. ນາງເກີດລູກຊາຍໃຫ້ລາວຊື່ ຟີເນຮາດ. ທີ່ກ່າວມາແລ້ວນັ້ນ ລ້ວນເປັນຕົ້ນຕະກຸນເລວີຕາມລຳດັບພົງພັນຂອງພວກເຂົາ.
\s5
\v 26 ແມ່ນອາໂຣນ ແລະ ໂມເຊນີ້ເອງ ທີ່ພຣະຢາເວບອກກັບພວກເຂົາວ່າ, "ຈົ່ງນຳຊາວອິສະຣາເອນອອກຈາກແຜ່ນດິນອີຢິບ, ຕາມຫມວດຕາມກອງເຂົາ."
\v 27 ອາໂຣນ ແລະໂມເຊກ່າວແກ່ຟາຣາໂອ, ກະສັດຂອງຊາວອີຢິບ, ເພື່ອຂໍອະນຸຍາດໃຫ້ພວກເຂົານຳຊາວອິສະຣາເອນອອກໄປຈາກອີຢິບ. ທັງສອງຄົນນີ້ຄືໂມເຊແລະອາໂຣນຄົນນີ້ແຫລະ.
\s5
\v 28 ເມື່ອພຣະຢາເວກ່າວກັບໂມເຊໃນແຜ່ນດິນອີຢິບ,
\v 29 ພຣະອົງກ່າວແກ່ວ່າ, "ເຮົາແມ່ນພຣະຢາເວ. ຈົ່ງໄປບອກຟາຣາໂອ, ກະສັດແຫ່ງອີຢິບ, ທຸກສິ່ງຕາມທີ່ເຮົາຈະບອກເຈົ້າ."
\v 30 ແຕ່ໂມເຊທູນແກ່ພຣະຢາເວວ່າ, "ຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງ, ເຫດໃດຟາຣາໂອຈຶ່ງຕ້ອງເຊື່ອຟັງຂ້ານ້ອຍ?"
\s5
\c 7
\cl ບົດທີ 7
\p
\v 1 ພຣະຢາເວບອກໂມເຊວ່າ, "ເບີ່ງແມ, ເຮົາໄດ້ຕັ້ງເຈົ້າເປັນ ເຫມືອນພະເຈົ້າຕໍ່ຟາຣາໂອ. ອາໂຣນອ້າຍຂອງເຈົ້າຈະເປັນເຫມືອນຜູ້ປະກາດພຣະຄັມຂອງເຈົ້າ.
\v 2 ເຈົ້າຈະຕ້ອງເວົ້າທຸກສີ່ງທີ່ເຮົາສັ່ງເຈົ້າໃຫ້ເວົ້າ. ແລ້ວອາໂຣນອ້າຍຂອງເຈົ້າຈະບອກແກ່ຟາຣາໂອວ່າໃຫ້ປ່ອຍປະຊາຊົນອິສະຣາເອນອອກໄປຈາກແຜ່ນດິນຂອງລາວ.
\s5
\v 3 ແຕ່ເຮົາຈະເຮັດໃຫ້ໃຈຂອງຟາຣາໂອໃຈແຂງ, ແລະເຮົາຈະສຳແດງບັນດາຫມາຍສຳຄັນແຫ່ງຣິດອຳນາດຂອງເຮົາ, ທັງການອັດສະຈັນຫລາຍຢ່າງ, ໃນແຜ່ນດິນອີຢິບ.
\v 4 ແຕ່ຟາຣາໂອກໍຈະບໍ່ເຊື່ອຟັງເຈົ້າ, ເພື່ອເຮົາຈະຢຽດມືຂອງເຮົາເຫນືອອີຢິບ ແລະພາພົນໂຍທາຂອງເຮົາ, ປະຊາຊົນຂອງເຮົາ, ແລະບັນດາພົງພັນອິສະຣາເອນ, ອອກຈາກແຜ່ນດິນອີຢິບດ້ວຍການລົງໂທດຢ່າງຫນັກ.
\v 5 ຊາວອີຢິບຈະໄດ້ຮູ້ວ່າ ເຮົາຄືພຣະຢາເວ ເມື່ອເຮົາໄດ້ຢຽດມືຂຶ້ນເຫນືອອີຢິບ ແລະພາຊົນຊາດອິສະຣາເອນອອກຈາກທ່າມກາງພວກເຂົາ."
\s5
\v 6 ໂມເຊ ແລະ ອາໂຣນຈຶ່ງເຮັດຕາມນັ້ນ; ຄືພວກເຂົາໄດ້ເຮັດດັ່ງທີ່ພຣະຢາເວສັ່ງພວກເຂົານັ້ນ.
\v 7 ໂມເຊມີອາຍຸແປດສິບປີ, ແລະ ອາໂຣນມີອາຍຸແປດສິບສາມປີ ເມື່ອເຂົາທັງສອງເຂົ້າໄປທູນຟາຣາໂອນັ້ນ.
\s5
\v 8 ພຣະຢາເວກ່າວແກ່ໂມເຊ ແລະອາໂຣນ,
\v 9 "ເມື່ອຟາຣາໂອສັ່ງເຈົ້າວ່າ, 'ຈົ່ງສຳແດງການອັດສະຈັນເບິ່ງແມ,' ແລ້ວເຈົ້າຈົ່ງບອກອາໂຣນວ່າ, 'ເອົາໄມ້ຄ້ອນເທົ້າໄປນຳ ແລະໂຍນມັນລົງຕໍ່ຫນ້າຟາຣາໂອ, ແລ້ວໄມ້ຄ້ອນເທົ້າຈະໄດ້ກາຍເປັນງູ.'"
\v 10 ແລ້ວໂມເຊ ແລະອາໂຣນຈຶ່ງເຂົ້າເຝົ້າຟາຣາໂອ, ແລະ ພວກເຂົາໄດ້ເຮັດຕາມທີ່ພຣະຢາເວສັ່ງໄວ້ນັ້ນ. ອາໂຣນໂຍນໄມ້ຄ້ອນເທົ້າຂອງລາວລົງຕໍ່ຫນ້າຟາຣາໂອ ແລະ ບັນດາຂ້າຣາຊະການຂອງເຂົາ, ແລະ ໄມ້ຄ້ອນເທົ້ານັ້ນກາຍເປັນງູ.
\s5
\v 11 ຝ່າຍຟາຣາໂອຈຶ່ງສັ່ງໃຫ້ເອີ້ນນັກປຣາດຂອງພະອົງ ແລະ ຫມໍຜີມາເຊັ່ນກັນ. ພວກເຂົາກໍສາມາດເຮັດສິ່ງອັດສະຈັນຄືນຄືກັນດ້ວຍມາຍາກົນຂອງພວກເຂົາ.
\v 12 ພວກເຂົາຕ່າງຄົນຕ່າງກໍໂຍນໄມ້ຄ້ອນເທົ້າຂອງຕົນລົງ, ແລະໄມ້ຄ້ອນເທົ້າທັງຫລາຍກໍກາຍເປັນງູ. ແຕ່ໄມ້ຄ້ອນເທົ້າຂອງອາໂຣນໄດ້ກຶນກິນງູຂອງພວກເຂົາທັງຫມົດເສຍ.
\v 13 ແຕ່ຟາຣາໂອຍັງຄົງມີໃຈແຂງຢູ່, ແລະພະອົງບໍ່ຍອມຟັງ, ດັ່ງທີ່ພຣະຢາເວໄດ້ກ່າວໄວ້ລ່ວງຫນ້າແລ້ວ.
\s5
\v 14 ພຣະຢາເວບອກແກ່ໂມເຊວ່າ, "ໃຈຂອງຟາຣາໂອແຂງ, ແລະລາວຍັງຄົງປະຕິເສດທີ່ຈະປ່ອຍປະຊາຊົນໄປ.
\v 15 ເຈົ້າຈົ່ງໄປຫາຟາຣາໂອໃນຕອນເຊົ້າໃນຂະນະທີ່ລາວໄປຍັງແມ່ນໍ້າ. ຈົ່ງລໍຖ້າລາວຢູ່ແຄມແມ່ນໍ້າເພື່ອພົບກັບລາວ, ແລະ ເອົາໄມ້ຄ້ອນເທົ້າທີ່ກາຍເປັນງູໄດ້ນັ້ນໄປນຳ.
\s5
\v 16 ແລ້ວກ່າວແກ່ລາວວ່າ, 'ພຣະຢາເວ, ພຣະເຈົ້າຂອງຊາວເຮັບເຣີໄດ້ສົ່ງຂ້ານ້ອຍມາກ່າວດັ່ງນີ້ວ່າ, "ຈົ່ງປ່ອຍປະຊາຊົນຂອງເຮົາອອກໄປເພື່ອພວກເຂົາຈະໄດ້ນະມັດນະການ ເຮົາໃນຖິ່ນແຫ້ງແລ້ງກັນດານ. ຈົນບັດນີ້ເຈົ້າກໍຍັງບໍ່ໄດ້ເຊື່ອຟັງເຮົາແຕ່ຢ່າງໃດເລີຍ."
\v 17 ພຣະຢາເວໄດ້ກ່າວດັ່ງນີ້ວ່າ: ດ້ວຍເຫດການຕໍ່ໄປນີ້ ເຈົ້າຈະໄດ້ຮູ້ວ່າເຮົາເປັນພຣະຢາເວ. ເຮົາຈະຟາດນໍ້າໃນແມ່ນໍ້ານີເລດ້ວຍໄມ້ຄ້ອນເທົ້າໃນມືຂອງເຮົາ, ແລະແມ່ນໍ້ານັ້ນຈະກາຍເປັນເລືອດ.
\v 18 ປາທີ່ອາໃສໃນແມ່ນັ້ນຈະຕາຍ, ແລະແມ່ນໍ້າຈະເນົ່າເຫມັນ. ຊາວອີຢິບຈະບໍ່ສາມາດດື່ມນໍ້າຈາກແມ່ນໍ້າໄດ້.'"
\s5
\v 19 ແລ້ວພຣະຢາເວສັ່ງໂມເຊວ່າ, "ເຈົ້າຈົ່ງບອກອາໂຣນວ່າ, 'ໃຫ້ເອົາໄມ້ຄ້ອນເທົ້າຂອງເຈົ້າ ແລະຍື່ນມືອອກໄປເຫນືອນໍ້າທັງຫລາຍແຫ່ງອີຢິບ, ແລະເຫນືອແມ່ນໍ້າທັງຫລາຍ, ເຫນືອອາຍນໍ້າທັງຫລາຍ, ເຫນືອສະລອຍນໍ້າທັງຫລາຍ, ແລະຫນອງທັງຫມົດຂອງພວກເຂົາ, ເພື່ອວ່ານໍ້າຂອງພວກເຂົາຈະກາຍເປັນເລືອດ. ຈົ່ງເຮັດເຊັ່ນນີ້ເພື່ອວ່າເລືອດຈະເຕັມໄປທົ່ວແຜ່ນດິນອີຢິບ, ແມ່ນແຕ່ຖັງນໍ້າທີ່ພາຊະນະທີ່ເຮັດດ້ວຍໄມ້ ແລະ ພາຊະນະຫີນ.'"
\s5
\v 20 ໂມເຊກັບອາໂຣນຈຶ່ງເຮັດຕາມຄຳສັ່ງຂອງພຣະຢາເວ. ອາໂຣນຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະຟາດລົງໃນນໍ້າໃນແມ່ນໍ້າ, ຕໍ່ຫນ້າຕໍ່ຕາຂອງຟາຣາໂອ ແລະຂ້າຣາຊະການຂອງເຂົາ. ນໍ້າທັງ ຫມົດໃນແມ່ນໍ້າຈຶ່ງກາຍເປັນເລືອດ.
\v 21 ປາໃນແມ່ນໍ້າຕາຍ, ແລະແມ່ນໍ້າເລີ່ມສົ່ງກິ່ນເຫມັນ. ຊາວອີຢິບບໍ່ອາດດື່ມນໍ້າຈາກແມ່ນໍ້າໄດ້, ແລະມີແຕ່ເລືອດຢູ່ເຕັມທົ່ວທຸກແຫ່ງໃນແຜ່ນດິນອີຢິບ.
\v 22 ແຕ່ພວກນັກມາຍາກົນຂອງຊາວເອຢິບກໍເຮັດໄດ້ເຫມືອນກັນດ້ວຍມາຍາກົນຂອງພວກເຂົາ. ດັ່ງນັ້ນໃຈຂອງຟາຣາໂອຈຶ່ງຍັງຄົງແຂງກະດ້າງ, ແລະປະຕິເສດທີ່ຈະເຊື່ອຟັງໂມເຊ ແລະ ອາໂຣນ, ເປັນໄປຕາມທີ່ພຣະຢາເວກ່າວໄວ້ວ່າຈະເກີດຂຶ້ນເຊັ່ນນັ້ນ.
\s5
\v 23 ແລ້ວຟາຣາໂອກໍສະເດັດກັບເມືອ ແລະເຂົ້າໄປໃນວັງຂອງພະອົງ. ພະອົງບໍ່ໄດ້ສົນໃຈແມ້ໃນເຫດການຄັ້ງນີ້.
\v 24 ຊາວອີຢິບທັງຫມົດກໍພາກັນຂຸດຂຸມຕາມແຄມແມ່ນໍ້າ ເພື່ອຈະໄດ້ນໍ້າດື່ມ, ແຕ່ພວກເຂົາດື່ມນໍ້າຈາກແມ່ນໍ້ານັ້ນບໍ່ໄດ້.
\v 25 ເຈັດວັນຜ່ານໄປຫລັງຈາກທີ່ພຣະຢາເວຊົງບັນດານໃຫ້ນໍ້າກາຍເປັນເລືອດແລ້ວ.
\s5
\c 8
\cl ບົດທີ 8
\p
\v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຫາຟາຣາໂອແລະບອກລາວວ່າ,'ພຣະຢາເວກ່າວດັ່ງນີ້ວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອພວກເຂົາຈະໄດ້ນະມັດສະການເຮົາ.
\v 2 ຖ້າເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ເຮົາຈະສົ່ງຝູງກົບຂຶ້ນມາເຮັດໃຫ້ເດືອດຮ້ອນທົ່ວດິນແດນຂອງເຈົ້າ.
\v 3 ແມ່ນໍ້າຈະເຕັມໄປດ້ວຍຝູງກົບ. ພວກມັນຈະຂຶ້ນມາ ແລະເຂົ້າໄປໃນເຮືອນຂອງເຈົ້າ, ໃນຫ້ອງນອນຂອງເຈົ້າ, ແລະຕຽງນອນຂອງເຈົ້າ. ພວກມັນຈະເຂົ້າໄປໃນເຮືອນຂອງເຫລົ່າຂ້າຣາຊະການຂອງເຈົ້າ. ພວກມັນຈະຢູ່ຕາມຕົນໂຕປະຊາຊົນຂອງເຈົ້າ, ເຂົ້າໃນເຕົາອົບຂອງເຈົ້າ, ແລະເຂົ້າໄປໃນຊາມປະສົມແປ້ງຂອງເຈົ້າ.
\v 4 ຝູງກົບຈະຮຸກຮານເຈົ້າ, ປະຊາຊົນຂອງເຈົ້າ, ແລະຜູ້ຮັບໃຊ້ທັງຫມົດຂອງເຈົ້າ.'""
\s5
\v 5 ພຣະຢາເວກ່າວກັບໂມເຊວ່າ, "ເຈົ້າຈົ່ງບອກອາໂຣນ, 'ຈົ່ງຍົກມືຂອງເຈົ້າຂຶ້ນ ແລະ ຈົ່ງຍົກໄມ້ຄ້ອນເທົ້າເຫນືອແມ່ນໍ້າທັງຫລາຍ, ຫ້ວຍຮ່ອງທັງຫລາຍ, ແລະສະນໍ້າທັງຫລາຍ, ແລະຈະມີຝູງກົບທົ່ວແຜ່ນດິນອີຢິບ.'"
\v 6 ອາໂຣນຈຶ່ງຍື່ນມືອອກເຫນືອນໍ້າທັງຫລາຍຂອງແຜ່ນດິນອີຢິບ, ແລະຝູງກົບກໍຂຶ້ນມາທົ່ວແຜ່ນດິນອີຢິບ.
\v 7 ແຕ່ພວກນັກມາຍາກົນກໍໃຊ້ເວດມົນຂອງຕົນເຊັ່ນດຽວກັນ: ພວກເຂົາເຮັດໃຫ້ຝູງກົບຂຶ້ນມາເຕັມທົ່ວແຜ່ນດິນອີຢິບຄືກັນ.
\s5
\v 8 ແລ້ວຟາຣາໂອຈຶ່ງເອີ້ນໂມເຊ ແລະອາໂຣນມາຫາ ແລະກ່າວວ່າ, "ຈົ່ງອະທິຖານເຖິງພຣະຢາເວເພື່ອພຣະອົງຈະໄດ້ເອົາຝູງກົບອອກໄປຈາກເຮົາເສຍ ແລະປະຊາຊົນຂອງເຮົາ. ແລ້ວເຮົາຈະປ່ອຍປະຊາຊົນຂອງເຈົ້າອອກໄປ, ເພື່ອຖວາຍເຄື່ອງບູຊາແດ່ພຣະອົງ."
\v 9 ໂມເຊກ່າວແກ່ຟາຣາໂອວ່າ, "ພະອົງມີສິດທິພິເສດທີ່ຈະບອກຂ້ານ້ອຍວ່າ ເມື່ອໃດຈະໃຫ້ຂ້ານ້ອຍອະທິຖານເພື່ອພະອົງ, ຂ້າຣາຊະການຂອງທ່ານ, ແລະປະຊາຊົນຂອງທ່ານ, ເພື່ອທີ່ຈະຂັບໄລ່ຝູງກົບໄປຈາກພະອົງ ເຮືອນທັງຫລາຍຂອງພະອົງ ແລະ ເຫລືອຝູງກົບທີ່ຢູ່ແຕ່ໃນແມ່ນໍ້າເທົ່ານັ້ນ."
\s5
\v 10 ຟາຣາໂອກ່າວວ່າ, "ມື້ອື່ນ." ໂມເຊທູນຕອບວ່າ, "ຈະເປັນໄປຕາມທີ່ພະອົງກ່າວມານັ້ນ, ເພື່ອພະອົງຈະໄດ້ຮູ້ວ່າບໍ່ມີຜູ້ໃດ ເຫມືອນພຣະຢາເວ, ພຣະເຈົ້າຂອງພວກເຮົາ.
\v 11 ຝູງກົບຈະໄປຈາກພະອົງ, ຈາກເຮືອນຂອງພະອົງ, ຂ້າຣາຊະການຂອງພະອົງ, ແລະປະຊາຊົນຂອງພະອົງ. ກົບຈະຢູ່ແຕ່ໃນແມ່ນໍ້າເທົ່ານັ້ນ."
\v 12 ໂມເຊ ແລະອາໂຣນຈຶ່ງກັບອອກມາຈາກການເຝົ້າຟາຣາໂອ. ແລ້ວໂມເຊຮ້ອງຂໍຕໍ່ພຣະຢາເວກ່ຽວກັບຝູງກົບ ທີ່ພຣະອົງນຳມາເພື່ອລົບກວນຟາຣາໂອ.
\s5
\v 13 ພຣະຢາເວໄດ້ເຮັດຕາມທີ່ໂມເຊທູນຂໍ: ຝູງກົບຈຶ່ງຕາຍຊະຊາຍຕາມບ້ານເຮືອນ, ລານເມືອງ, ແລະທົ່ງນາ.
\v 14 ປະຊາຊົນຈຶ່ງເອົາຊາກກົບມາສຸມເປັນກອງໆ, ແລະແຜ່ນດິນກໍສົ່ງກິ່ນເຫມັນໄປທົ່ວ.
\v 15 ແຕ່ເມື່ອຟາຣາໂອເຫັນວ່າຄວາມທຸກຮ້ອນບັນເທົາລົງແລ້ວ, ພະອົງກໍກັບມີໃຈແຂງກະດ້າງບໍ່ຍອມຮັບຟັງໂມເຊ ແລະ ອາໂຣນອີກ, ເປັນໄປຕາມທີ່ພຣະຢາເວໄດ້ກ່າວໄວ້ວ່າພະະອົງຈະເປັນເຊັ່ນນັ້ນ.
\s5
\v 16 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງບອກອາໂຣນວ່າ, 'ຈົ່ງຍື່ນໄມ້ຄ້ອນເທົ້າຂອງເຈົ້າອອກ ແລະຕີຝຸ່ນເທິງຫນ້າດິນ, ແລ້ວຝຸ່ນເຫລົ່ານັ້ນຈະກາຍເປັນຮີ້ນທົ່ວແຜ່ນດິນອີຢິບ.'"
\v 17 ພວກເຂົາກໍເຮັດຕາມເຊັ່ນນັ້ນ: ອາໂຣນຍື່ນມືທີ່ຖືໄມ້ຄ້ອນເທົ້າອອກ. ແລ້ວລາວກໍໄດ້ຕີຝຸ່ນເທິງຫນ້າດິນ. ຝູງຮີ້ນຂຶ້ນມາຕອມຄົນ ແລະສັດ. ຝຸ່ນທັງຫມົດເທິງຫນ້າດິນກໍກາຍເປັນຝູງຮີ້ນທົ່ວແຜ່ນດິນອີຢິບ.
\s5
\v 18 ພວກນັກມາຍາກົນພະຍາຍາມຈະໃຊ້ເວດມົນຂອງຕົນ ເພື່ອຈະເຮັດໃຫ້ເກີດຮີ້ນ, ແຕ່ພວກເຂົາກໍເຮັດບໍ່ໄດ້. ຝູງຮີ້ນຕ່າງມາຕອມທັງຄົນ ແລະສັດ.
\v 19 ນັກມາຍາກົນຈຶ່ງທູນແກ່ຟາຣາໂອວ່າ, "ນີ່ເປັນຜົນຈາກນີ້ວພຣະຫັດຂອງພຣະເຈົ້າ." ແຕ່ໃຈຂອງຟາຣາໂອກັບແຂງກະດ້າງ, ພະອົງປະຕິເສດທີ່ຈະຟັງພວກເຂົາອີກ. ເປັນໄປຕາມທີ່ພຣະຢາເວໄດ້ກ່າວໄວ້ວ່າຟາຣາໂອຈະເຮັດເຊັ່ນນັ້ນ.
\s5
\v 20 ພຣະຢາເວກ່າວກັບໂມເຊວ່າ, "ເຈົ້າຈົ່ງລຸກຂຶ້ນແຕ່ເຊົ້າມືດ ແລະ ໄປຢືນຢູ່ຕໍ່ຫນ້າຟາຣາໂອຕອນທີ່ລາວໄປທີ່ແມ່ນໍ້າ. ບອກກັບລາວວ່າ, 'ພຣະຢາເວກ່າວດັ່ງນີ້: ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອພວກເຂົາຈະນະມັດສະການເຮົາ.
\v 21 ແຕ່ຖ້າເຈົ້າບໍ່ຍອມປ່ອຍປະຊາຊົນຂອງເຮົາໄປ ເຮົາຈະສົ່ງຝູງແມງວັນມາຕອມຕົນໂຕເຈົ້າ, ຂ້າຣາຊະການຂອງເຈົ້າ, ແລະປະຊາຊົນຂອງເຈົ້າ, ແລະເຂົ້າໄປໃນເຮືອນຂອງພວກເຈົ້າ. ເຮືອນທັງຫລາຍຂອງຊາວອີຢິບຈະເຕັມໄປດ້ວຍແມງວັນ, ແລະແມ່ນແຕ່ພື້ນດິນບ່ອນທີ່ພວກເຈົ້າຢືນກໍຈະເຕັມໄປແມງວັນ.
\s5
\v 22 ແຕ່ໃນວັນນັ້ນເຮົາຈະເຮັດຕໍ່ດິນແດນໂກເຊັນແຕກຕ່າງໄປຈາກເດີມ, ຄືດິນແດນທີ່ປະຊາຊົນຂອງເຮົາອາໄສຢູ່, ຝູງແມງວັນຈະບໍ່ມີຢູ່ທີ່ນັ້ນເລີຍ. ສິ່ງນີ້ຈະເກີດຂຶ້ນເພື່ອເຈົ້າຈະໄດ້ຮູ້ວ່າເຮົາຄືພຣະຢາເວ ສະຖິດຢູ່ທ່າມກາງແຜ່ນດິນນີ້.
\v 23 ເຮົາຈະເຮັດໃຫ້ເກີດຄວາມແຕກຕ່າງລະຫວ່າງຂອງເຮົາ ແລະ ປະຊາຊົນຂອງເຈົ້າ. ນີ້ເປັນຫມາຍສຳຄັນແຫ່ງຣິດອຳນາດຂອງເຮົາ ສິ່ງນີ້ຈະເກີດຂຶ້ນໃນມື້ອື່ນ.'""
\v 24 ພຣະຢາເວເຮັດເຊັ່ນນັ້ນ, ແລະຝູງແມງວັນຈຳນວນມະຫາສານເຂົ້າໄປໃນເຮືອນຂອງຟາຣາໂອ ແລະ ເຂົ້າໄປໃນເຮືອນຂອງຂ້າຣາຊະການທັງຫລາຍຂອງພຣະອົງ. ທົ່ວທັງແຜ່ນດິນອີຢິບ, ທັງແຜ່ນດິນໄດ້ຖືກທຳລາຍ ເພາະຝູງແມງວັນນັ້ນ.
\s5
\v 25 ຟາຣາໂອຈຶ່ງເອີ້ນໃຫ້ໂມເຊ ແລະອາໂຣນມາເຂົ້າເຝົ້າ ແລະກ່າວວ່າ, "ຈົ່ງໄປຖວາຍເຄື່ອງບູຊາແດ່ພຣະເຈົ້າຂອງເຈົ້າໃນດິນແດນຂອງເຮົາ."
\v 26 ໂມເຊຕອບວ່າ, "ບໍ່ຖືກຕ້ອງສຳລັບຂ້ານ້ອຍທີ່ຈະເຮັດເຊັ່ນນັ້ນ, ເພາະເຄື່ອງບູຊາທີ່ຂ້ານ້ອຍຖວາຍແດ່ພຣະຢາເວ ພຣະເຈົ້າຂອງພວກຂ້ານ້ອຍເປັນທີ່ລັງກຽດຂອງຊາວອີຢິບ. ຫາກພວກຂ້ານ້ອຍຖວາຍເຄື່ອງບູຊາຊຶ່ງເປັນທີ່ຫນ້າລັງກຽດ ໃນສາຍຕາຂອງຊາວອີຢິບ, ຈະບໍ່ຖືກພວກເຂົາເອົາກ້ອນຫີນຄວ່າງພວກຂ້ານ້ອຍຫລື?
\v 27 ຢ່າໃຫ້ເປັນເຊັ່ນນັ້ນເລີຍ, ພວກຂ້ານ້ອຍຈຳເປັນຕ້ອງເດີນທາງສາມມື້ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ເພື່ອຖວາຍບູຊາແດ່ພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ, ຕາມທີ່ພຣະອົງຊົງສັ່ງພວກຂ້ານ້ອຍນັ້ນ."
\s5
\v 28 ຟາຣາໂອກ່າວວ່າ, "ເຮົາຈະໃຫ້ພວກເຈົ້າໄປ ແລະຖວາຍເຄື່ອງບູຊາແດ່ພຣະຢາເວ ພຣະເຈົ້າຂອງເຈົ້າໃນຖິ່ນແຫ້ງແລ້ງກັນດານ. ແຕ່ວ່າພວກເຈົ້າຈະຕ້ອງບໍ່ໄປໄກຫລາຍ. ຈົ່ງອະທິຖານໃຫ້ເຮົາດ້ວຍ."
\v 29 ແລ້ວໂມເຊທູນວ່າ, "ທັນທີທີ່ຂ້ານ້ອຍຈາກໄປ ຂ້ານ້ອຍຈະອະທິຖານຕໍ່ພຣະຢາເວວ່າ ຂໍໃຫ້ຝູງແມງວັນອອກໄປຈາກພະອົງ, ຟາຣາໂອ, ແລະຂ້າຣາຊະການ ແລະປະຊາຊົນຂອງທ່ານພາຍໃນມື້ອື່ນ. ແຕ່ຂໍພະອົງຢ່າໄດ້ກັບຄຳທີ່ຈະປ່ອຍປະຊາຊົນຂອງຂ້ານ້ອຍທັງຫລາຍ ໄປຖວາຍເຄື່ອງບູຊາແດ່ພຣະຢາເວອີກ."
\s5
\v 30 ແລ້ວໂມເຊຈຶ່ງລາຈາກຟາຣາໂອ ແລະອະທິຖານຕໍ່ພຣະຢາເວ.
\v 31 ພຣະຢາເວເຮັດຕາມທີ່ໂມເຊທູນຂໍ: ພຣະອົງໄດ້ເອົາຝູງແມງວັນອອກໄປຈາກຟາຣໂອ, ຂ້າຣາຊະການ, ແລະປະຊາຊົນຂອງພະອົງ. ບໍ່ເຫລືອແມ່ນແຕ່ໂຕດຽວ.
\v 32 ແຕ່ເທື່ອນີ້ຟາຣາໂອ ກໍມີໃຈແຂງກະດ້າງຄືເກົ່າ, ແລະບໍ່ຍອມປ່ອຍປະຊາຊົນໄປ.
\s5
\c 9
\cl ບົດທີ 9
\p
\v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຫາຟາຣາໂອ ແລະບອກລາວວ່າ, 'ພຣະຢາເວພຣະເຈົ້າຂອງຊາວເຮັບເຣີ, ກ່າວດັ່ງນີ້ວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອພວກເຂົາຈະໄດ້ນະມັດສະການເຮົາ."
\v 2 ແຕ່ຫາກເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ຖ້າເຈົ້າຍັງດຶງພວກເຂົາໄວ້,
\v 3 ແລ້ວພຣະຫັດຂອງພຣະຢາເວຈະຢູ່ເຫນືອຝູງສັດຂອງເຈົ້າໃນທົ່ງນາ ແລະເຮັດໃຫ້ຝູງມ້າ, ຝູງລໍ, ຝູງອຸດ, ຝູງງົວ, ຝູງແກະ, ແລະຝູງແບ້, ແລະເຮັດໃຫ້ເກີດໂຣກລະບາດທີ່ເປັນຕາຢ້ານຫລາຍ.
\v 4 ພຣະຢາເວຈະເຮັດຕໍ່ຝູງສັດຂອງຊາວອິສະຣາເອນແລະຂອງຊາວອີຢິບແຕກຕ່າງກັນ: ສັດຂອງຊາວອິສະຣາເອນຈະບໍ່ຕາຍເລີຍ.
\s5
\v 5 ພຣະຢາເວຫມົດກຳນົດເວລາ; ພຣະອົງກ່າວວ່າ, "ໃນມື້ອື່ນເຮົາຈະເຮັດສິ່ງນີ້ໃນແຜ່ນດິນ.""
\v 6 ພຣະຢາເວຈຶ່ງໄດ້ເຮັດສິ່ງນີ້ໃນມື້ຕໍ່ມາ: ຝູງສັດຂອງຊາວອີຢິບພາກັນລົ້ມຕາຍຫມົດ. ສ່ວນຝູງສັດຂອງຊາວອິສະຣາເອນບໍ່ຕາຍ, ແມ່ນແຕ່ໂຕດຽວ.
\v 7 ຟາຣາໂອໄດ້ກວດສອບເບິ່ງ, ແລະ, ເບິ່ງແມ, ວ່າສັດຂອງຊາວອິສະຣາເອນບໍ່ຕາຍແມ່ນແຕ່ໂຕດຽວ. ໃຈຂອງຟາຣາໂອຍັງແຂງກະດ້າງຄືເກົ່າ, ສະນັ້ນພະອົງຈຶ່ງບໍ່ຍອມປ່ອຍປະຊາຊົນອິສະຣາເອນໄປ.
\s5
\v 8 ແລ້ວພຣະຢາເວກ່າວແກ່ໂມເຊ ແລະ ອາໂຣນ, "ຈົ່ງກຳຂີ້ເຖົ່າຈາກເຕົາຂຶ້ນມາໃຫ້ເຕັມກຳມື. ເຈົ້າ, ໂມເຊ, ຕ້ອງຫວ່ານຂີ້ເຖົ່ານັ້ນຂຶ້ນໄປໃນອາກາດ ໃນຂະນະທີ່ຟາຣາໂອກຳລັງເຝົ້າເບິ່ງຢູ່.
\v 9 ຂີ້ເຖົ່ານັ້ນຈະກາຍເປັນຝຸ່ນລະອອງຈະປົກຄຸມໄປທົ່ວແຜ່ນດິນອີຢິບ. ພວກເຂົາຈະເກີດຕຸ່ມຝີ ແລະເຈັບປວດຕາມຕົນໂຕ ຕະຫລອດທັງຄົນ ແລະສັດທັງຫມົດໃນອີຢິບ."
\v 10 ດັ່ງນັ້ນໂມເຊ ແລະອາໂຣນຈຶ່ງນໍາຂີ້ເຖົ່າຈາກເຕົາໄຟໄປນຳ ແລະຢືນຢູ່ຕໍ່ ຫນ້າຂອງຟາຣາໂອ. ແລ້ວໂມເຊກໍໄດ້ຫວ່ານຂີ້ເຖົ່າຂຶ້ນໄປໃນອາກາດ. ຂີ້ເຖົ່ານັ້ນເຮັດໃຫ້ເກີດຕຸ່ມຝີ ແລະ ເຈັບປວດແຕກລາມທົ່ວໂຕທັງຄົນ ແລະ ສັດ.
\s5
\v 11 ບັນດານັກມາຍາກົນຕ່າງກໍບໍ່ອາດຕໍ່ຕ້ານໂມເຊໄດ້ເພາະຝີ, ເພາະຝີກໍໄດ້ຂຶ້ນທີ່ຕົວພວກເຂົາ ແລະ ຄືຊາວເອຢິບທັງຫລາຍດ້ວຍ.
\v 12 ພຣະຢາເວໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງຢູ່, ດັ່ງນັ້ນຟາໂຣຈຶ່ງບໍ່ຍອມຟັງໂມເຊ ແລະ ອາໂຣນ. ດັ່ງທີ່ພຣະຢາເວໄດ້ກ່າວແກ່ໂມເຊໄວ້ວ່າຟາຣາໂອຈະເຮັດຢ່າງນັ້ນ.
\s5
\v 13 ແລ້ວພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງລຸກຂຶ້ນແຕ່ເຊົ້າໆ, ໄປຢືນຢູ່ຕໍ່ຫນ້າຟາຣາໂອ, ແລະບອກລາວວ່າ, 'ພຣະຢາເວ, ພຣະເຈົ້າຂອງຊາວເຮັບເຮີ, ກ່າວດັ່ງນີ້ວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາເພື່ອເຂົາຈະໄດ້ນະມັດສະການເຮົາ.
\v 14 ຍ້ອນວ່າເທື່ອນີ້ເຮົາຈະສົ່ງທັງຫມົດພັຍພິບັດມາເຫນືອເຈົ້າທັງເຈົ້າເອງ, ເຫນືອຂ້າຣາຊະການຂອງເຈົ້າ ແລະປະຊາຊົນຂອງເຈົ້າ. ເຮົາຈະເຮັດເຊັ່ນນີ້ເພື່ອເຈົ້າຈະໄດ້ຮູ້ວ່າທົ່ວແຜ່ນດີນໂລກນີ້ບໍ່ມີຜູ້ໃດສະເຫມີເຫືມອນເຮົາ.
\s5
\v 15 ບັດນີ້ ເຮົາສາມາດຢຽດມືອອກ ແລະໂຈມຕີເຈົ້າ ແລະປະຊາຊົນຂອງເຈົ້າດ້ວຍເຊື້ອໂຣກ, ແລະເຮົາຈະກວາດລ້າງເຈົ້າຈາກແຜ່ນດິນໄດ້.
\v 16 ແຕ່ດ້ວຍເຫດນີ້ເຮົາຈຶ່ງຍັງອະນຸຍາດໃຫ້ເຈົ້າຍັງມີຊີວິດຢູ່: ເພື່ອເຮົາຈະໄດ້ສຳແດງຣິດອຳນາດຂອງເຮົາແກ່ເຈົ້າ, ເພື່ອວ່ານາມຂອງເຮົາຈະຊ່າລືໄປທົ່ວໂລກ.
\v 17 ເຈົ້າຍັງຖືສິດຕໍ່ສູ້ປະຊາຊົນຂອງເຮົາ ໂດຍບໍ່ຍອມປ່ອຍປະຊາຊົນຂອງເຮົາພວກເຂົາໄປ.
\s5
\v 18 ຈົ່ງຟັງ! ໃນມື້ອື່ນເວລາດຽວກັນນີ້ ເຮົາຈະສົ່ງພາຍຸຫມາກເຫັບຕົກມາຢ່າງຮຸນແຮງ, ຊຶ່ງບໍ່ເຄີຍເຫັນມາກ່ອນໃນອີຢິບ ຕັ້ງແຕ່ວັນທີ່ມັນເລີ່ມຕົ້ນຈົນເຖິງດຽວນີ້.
\v 19 ບັດນີ້, ຈົ່ງສົ່ງຄົນ ແລະຕ້ອນຝູງສັດ ແລະນຳທຸກສິ່ງທີ່ເຈົ້າມີໃນທົ່ງນາເຂົ້າໃນບ່ອນປອດພັຍ. ເພາະຄົນທຸກຄົນແລະສັດທຸກໂຕທີ່ຍັງບໍ່ເຂົ້າມາໃນເຮືອນ—ຈະຖືກຫມາກເຫັບຕົກໃສ່ພວກເຂົາ, ແລະພວກເຂົາຈະຕາຍ.""
\s5
\v 20 ຈາກນັ້ນບັນດາຂ້າຣາຊະການຂອງຟາຣາໂອ ຜູ້ທີ່ເຊື່ອຟັງຖ້ອຍຄຳຂອງພຣະຢາເວກໍຮີບນຳຂ້າທາດ ແລະ ຝູງສັດເຂົ້າມາຢູ່ໃນເຮືອນ.
\v 21 ແຕ່ຜູ້ທີ່ບໍ່ສົນໃຈຖ້ອຍຄຳຂອງພຣະຢາເວ ກໍປ່ອຍຂ້າທາດທັງຫມົດຂອງພວກເຂົາ ແລະ ຝູງສັດໄວ້ໃນທົ່ງນາ.
\s5
\v 22 ແລ້ວພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງຢຽດມືຂອງເຈົ້າຂຶ້ນສູ່ທ້ອງຟ້າ ເພີ່ອວ່າຈະມີຫມາກເຫັບຕົກທົ່ວແຜ່ນດິນອີຢິບ, ເທິງຄົນ, ເທິງສັດທັງຫລາຍ, ແລະເທິງພືດພັນທັງຫມົດທີ່ຢູ່ໃນທົງນາທົ່ວແຜ່ນດິນອີຢິບ."
\v 23 ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນສູ່ຟ້າ, ແລະພຣະຢາເວສົ່ງຟ້າຜ່າ, ສົ່ງຫມາກເຫັບ, ແລະສົ່ງຟ້າແມບມາຍັງແຜ່ນດິນ. ພຣະອົງຈຶ່ງໄດ້ເຮັດໃຫ້ຝົນຫມາກເຫັບຕົກລົງໃນແຜ່ນດິນອີຢິບ.
\v 24 ດັ່ງນັ້ນຈຶ່ງມີຫມາກເຫັບ ແລະ ມີຟ້າແມບປົນກັບຫມາກເຫັບຢ່າງຮຸນແຮງ, ຢ່າງທີ່ບໍ່ເຄີຍມີມາກ່ອນໃນແຜ່ນດິນອີຢິບນັບຕັ້ງແຕ່ເລີ່ມເປັນປະເທດຊາດມາ.
\s5
\v 25 ທົ່ວທັງແຜ່ນດິນອີຢິບ, ຫມາກເຫັບໄດ້ຕົກມາທຳລາຍທຸກສິ່ງທີ່ຢູ່ໃນທົ່ງນາ, ທັງຄົນ ແລະສັດທັງຫລາຍ. ມັນຕົກມາຖືກພືດພັນທັງຫມົດໃນທົ່ງນາ ແລະຫັກຕົ້ນໄມ້ທຸກຕົ້ນ.
\v 26 ເວັ້ນໄວ້ແຕ່ແຜ່ນດິນໂກເຊັນ, ບ່ອນທີ່ຊາວອິສະຣາເອນອາໄສຢູ່, ບໍ່ມີຫມາກເຫັບຕົກໃສ່ເລຍ.
\s5
\v 27 ແລ້ວຟາຣາໂອຈຶ່ງສົ່ງຄົນໄປເອີ້ນໃຫ້ໂມເຊ ແລະອາໂຣນເຂົ້າເຝົ້າ, ພະອົງກ່າວກັບພວກເຂົາວ່າ, "ໃນຄາວນີ້ເຮົາໄດ້ເຮັດບາບ. ພຣະຢາເວເປັນຝ່າຍຖືກ, ແລະເຮົາ ແລະປະຊາຊົນຂອງເຮົາເປັນຝ່າຍຜິດ.
\v 28 ຈົ່ງອ້ອນວອນພຣະຢາເວ, ເພາະຟ້າຜ່າທີ່ຮຸນແຮງ ແລະຫມາກເຫັບທີ່ຫລາຍເກີນໄປ, ແລ້ວເຮົາຈະປ່ອຍພວກເຈົ້າໄປ, ແລະພວກເຈົ້າບໍ່ຕ້ອງຢູ່ອີກຕໍ່ໄປ."
\s5
\v 29 ໂມເຊທູນກັບຟາຣາໂອວ່າ, "ທັນທີທີ່ຂ້ານ້ອຍອອກຈາກເມືອງໄປແລ້ວ, ຂ້ານ້ອຍຈະຍົກມືຕໍ່ພຣະຢາເວ, ແລ້ວຟ້າຮ້ອງຈະງຽບ, ແລະຈະບໍ່ມີຫມາກເຫັບຕົກອີກ. ເພື່ອວ່າພະອົງຈະໄດ້ຮູ້ວ່າໂລກນີ້ເປັນຂອງພຣະຢາເວ.
\v 30 ແຕ່ຝ່າຍທ່ານກັບຂ້າຣາຊະການນັ້ນ, ຂ້ານ້ອຍກໍຮູ້ຢູ່ແລ້ວວ່າ ທ່ານຍັງຄົງບໍ່ຢຳເກງພຣະເຈົ້າ ພຣະຢາເວ."
\s5
\v 31 ບັດນີ້ຕົ້ນປ່ານ ແລະເຂົ້າບາເລກໍຖືກທຳລາຍແລ້ວ, ເພາະເຂົ້າບາເລຊູຮວງແລ້ວ, ແລະຕົ້ນປ່ານກໍ່ກຳລັງອອກດອກ.
\v 32 ແຕ່ເຂົ້າບາເລ ແລະເຂົ້າປ່ານບໍ່ໄດ້ຖືກທຳລາຍຫມົດ ເພາະພວກມັນເປັນພືດຮຸ້ນຫລັງ.
\v 33 ເມື່ອໂມເຊຈາກຟາຣາໂອ ແລະອອກໄປນອກເມືອງ, ລາວໄດ້ຍົກມືຂຶ້ນຟ້າຕໍ່ພຣະຢາເວ; ຟ້າຮ້ອງ ແລະຫມາກເຫັບກໍຢຸດ, ແລະບໍ່ມີຝົນຕົກລົງມາອີກ.
\s5
\v 34 ເມື່ອຟາຣາໂອເຫັນວ່າຝົນ, ຫມາກເຫັບ, ແລະຟ້າຮ້ອງສະຫງົບລົງແລ້ວ, ພະອົງກໍເຮັດບາບອີກ ແລະເຮັດໃຈຂອງພະອົງແຂງກະດ້າງ, ລວມທັງຂ້າຣາຊະການຂອງພະອົງດ້ວຍ.
\v 35 ໃຈຂອງຟາຣາໂອແຂງກະດ້າງ, ດັ່ງນັ້ນພະອົງຈຶ່ງບໍ່ຍອມໃຫ້ປະຊາຊົນອິສະຣາເອນໄປ. ນີ້ຄືສີ່ງທີ່ພຣະຢາເວໄດ້ກ່າວໄວ້ກັບໂມເຊເຖິງສິ່ງທີ່ຟາຣາໂອຈະເຮັດ.
\s5
\c 10
\cl ບົດທີ 10
\p
\v 1 ພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງໄປຫາຟາຣາໂອ, ເພາະເຮົາໄດ້ເຮັດໃຫ້ໃຈຂອງລາວ ແລະໃຈຂອງບັນດາຂ້າຣາຊະການຂອງລາວແຂງກະດ້າງ. ເຮົາໄດ້ເຮັດສິ່ງນີ້ເພື່ອສະແດງຫມາຍສຳຄັນ ເຫລົ່ານີ້ແຫ່ງຣິດອຳນາດຂອງເຮົາທ່າມກາງພວກເຂົາ.
\v 2 ເຮົາໄດ້ເຮັດໃນສິ່ງນີ້ເພື່ອວ່າເຈົ້າຈະໄດ້ເລົ່າແກ່ລູກ ແລະ ຫລານເຖິງສິ່ງທີ່ເຮົາໄດ້ເຮັດ, ເຖິງວິທີທີ່ເຮົາໄດ້ເຮັດຕໍ່ຊາວອີຢິບຢ່າງຮຸນແຮງ, ແລະວິທີທີ່ເຮົາໄດ້ເຮັດຫມາຍສຳຄັນຕ່າງໆ ແຫ່ງຣິດອຳນາດຂອງເຮົາທ່າມກາງພວກເຂົາ. ດ້ວຍວິທີນີ້ພວກເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວ."
\s5
\v 3 ດັ່ງນັ້ນໂມເຊ ແລະ ອາໂຣນຈຶ່ງເຂົ້າເຝົ້າຟາຣາໂອ ແລະ ໄດ້ກ່າວກັບພະອົງວ່າ, "ພຣະຢາເວ, ພຣະເຈົ້າຂອງຊາວເຮັບເຣີ, ກ່າວດັ່ງນີ້ວ່າ: 'ເຈົ້າຈະປະຕິເສດທີ່ຈະຖ່ອມຕົວຕໍ່ເຮົາອີກດົນປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອນະມັດສະການເຮົາ.
\v 4 ແຕ່ຖ້າເຈົ້າປະຕິເສດທີ່ຈະປ່ອຍປະຊາຊົນຂອງເຮົາໄປ, ຈົ່ງຟັງ, ໃນມື້ອື່ນເຮົາຈະທຳໃຫ້ຝູງຕັກແຕນເຂົ້າມາໃນດິນແດນຂອງເຈົ້າ.
\s5
\v 5 ພວກມັນຈະປົກຄຸມພື້ນດິນເຕັມໄປຫມົດ ຈົນບໍ່ມີໃຜສາມາດເຫັນພື້ນດິນ. ພວກມັນຈະກິນສິ່ງໃດກໍຕາມທີ່ເຫລືອຈາກຫມາກເຫັບທຳລາຍ. ພວກມັນຈະກິນຕົ້ນໄມ້ທຸກຕົ້ນ ຊຶ່ງໃຫຍ່ຂຶ້ນເພື່ອເຈົ້າຈະໄດ້ກິນໃນທົ່ງນາດ້ວຍ.
\v 6 ພວກມັນຈະເຂົ້າໄປໃນເຮືອນຂອງເຈົ້າ, ຂອງຂ້າຣາຊະການທຸກຄົນຂອງເຈົ້າ, ແລະຂອງຊາວອີຢິບ—ໃນສິ່ງທີ່ພໍ່ ຫລືປູ່ຂອງເຈົ້າບໍ່ເຄີຍເຫັນເລີຍ, ຕັ້ງແຕ່ມື້ທີ່ພວກເຂົາອາໄສໃນແຜ່ນດິນມາຈົນເຖິງທຸກມື້ນີ້.'" ແລ້ວໂມເຊກໍຈາກໄປ ແລະອອກຈາກຟາຣາໂອ.
\s5
\v 7 ບັນດາຂ້າຣາຊະການຂອງຟາຣາໂອກ່າວແກ່ທ່ານວ່າ, "ຊາຍຄົນນີ້ຈະເປັນຜູ້ຄຸກຄາມເຮົາອີກດົນປານໃດ? ຂໍປ່ອຍຊາວອິສະຣາເອນໄປນະມັດສະການ ພຣະຢາເວພຣະເຈົ້າຂອງພວກເຂົາ. ພຣະອົງຍັງບໍ່ຮູ້ບໍວ່າອີຢິບຈະຈິບຫາຍແລ້ວ?
\v 8 ໂມເຊ ແລະ ອາໂຣນຖືກນຳຕົວເຂົ້າມາເຝົ້າຟາຣາໂອອີກ, ຜູ້ຊຶ່ງໄດ້ກ່າວແກ່ພວກເຂົາວ່າ, "ຈົ່ງໄປນະມັດສະການພຣະຢາເວພຣະເຈົ້າຂອງເຈົ້າ. ແຕ່ໃຜແດ່ຈະໄປ?"
\s5
\v 9 ໂມເຊກ່າວວ່າ, "ພວກຂ້ານ້ອຍຈະໄປກັບຄົນຫນຸ່ມ ແລະກັບຜູ້ອາວຸໂສ, ບັນດາລູກຊາຍ ແລະລູກສາວ. ພວກເຮົາຈະໄປກັບຝູງແກະແບ້ແລະຝູງງົວ, ເພາະພວກຂ້ານ້ອຍຈະຕ້ອງຈັດງານລ້ຽງຖວາຍແດ່ພຣະຢາເວ."
\v 10 ຟາຣາໂອກ່າວແກ່ພວກເຂົາວ່າ,"ຂໍພຣະຢາເວຈົ່ງສະຖິດຢູ່ກັບພວກເຈົ້າ, ຖ້າຂ້ອຍໃຫ້ພວກເຈົ້າໄປ ແລະລູກຫລານຂອງເຈົ້າໄປດ້ວຍ. ເບິ່ງເຖີດ, ເຈົ້າຕ້ອງມີຄວາມຊົ່ວຮ້າຍບາງຢ່າງໃນໃຈ.
\v 11 ບໍ່ໄດ້! ຈົ່ງໄປ, ໄດ້ສະເພາະຜູ້ຊາຍທ່າມກາງພວກເຈົ້າ, ແລະນະມັດສະການພຣະຢາເວ, ເພາະນີ້ຄືສີ່ງທີ່ເຈົ້າຕ້ອງການ." ແລ້ວໂມເຊ ແລະອາໂຣນກໍຖືກຂັບໄລ່ໄປໃຫ້ພົ້ນຫນ້າຂອງຟາຣາໂອ.
\s5
\v 12 ແລ້ວພຣະຢາເວຈຶ່ງກ່າວກັບໂມເຊວ່າ, "ຈົ່ງຍົກມືຂຶ້ນສູ່ທ້ອງຟ້າເຫນືອແຜ່ນດິນອີຢິບໄປຍັງຝູງຕັກແຕນ, ເພື່ອພວກມັນຈະໄດ້ໂຈມຕີແຜ່ນດິນອີຢິບ ແລະກິນພືດພັນທຸກຢ່າງ, ຄືທຸກຢ່າງທີ່ເຫລືອຈາກຫມາກເຫັບທຳລາຍນັ້ນ."
\v 13 ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂອງເຂົາອອກເຫນືອແຜ່ນດິນອີຢິບ, ແລະພຣະຢາເວກໍນຳລົມຕາເວັນອອກພັດມາເຫນືອແຜ່ນດິນຕະຫລອດທັງກາງເວັນ ແລະ ກາງຄືນ. ເມື່ອເຖິງຕອນເຊົ້າ, ລົມຕາເວັນອອກກໍພັດຝູງຕັກແຕນມາ.
\s5
\v 14 ຝູງຕັກແຕນໄປທົ່ວແຜ່ນດິນອີຢິບ ແລະ ເກາະຢູ່ທົ່ວທຸກສ່ວນຂອງອີຢິບ. ບໍ່ເຄີຍມີຕັກແຕນຝູງໃຫຍ່ໃນແຜ່ນດິນຢ່າງນີ້ມາກ່ອນເລີຍ, ແລະຫລັງຈາກນີ້ຈະບໍ່ມີເຫດການຢ່າງນີ້ອີກເລີຍ.
\v 15 ພວກມັນປົກຄຸມທົ່ວແຜ່ນດິນທັງຫມົດ ຈົນເຮັດໃຫ້ທຸກຢ່າງມືດໄປ. ພວກມັນກິນພືດພັນທຸກຢ່າງໃນແຜ່ນດິນ ແລະ ຫມາກໄມ້ຈາກຕົ້ນທັງຫມົດຊຶ່ງເຫລືອຈາກຫມາກເຫັບທຳລາຍ. ທົ່ວທັງແຜ່ນດິນອີຢິບນັ້ນ, ຈະບໍ່ມີພືດໃບຂຽວສົດເຫລືອເລີຍ, ບໍ່ວ່າຕົ້ນໄມ້ຫລືພືດພັນໃດໆໃນທົ່ງນາ.
\s5
\v 16 ແລ້ວຟາຣາໂອຈຶ່ງຮີບໃຫ້ໂມເຊ ແລະ ອາໂຣນເຂົ້າເຝົ້າແລ້ວກ່າວວ່າ, "ເຮົາໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງເຈົ້າ ແລະຕໍ່ເຈົ້າດ້ວຍ.
\v 17 ບັດນີ້, ຂໍເຈົ້າຍົກໂທດບາບຂອງເຮົາເທື່ອນີ້ດ້ວຍ, ແລະອະທິຖານຕໍ່ພຣະຢາເວພຣະເຈົ້າຂອງເຈົ້າ ເພື່ອວ່າພຣະອົງຈະໃຫ້ຄວາມຜ່ານພົ້ນໄປຈາກເຮົາ."
\v 18 ດັ່ງນັ້ນໂມເຊຈຶ່ງໄປຈາກຟາຣາໂອ ແລະ ອະທິຖານຕໍ່ພຣະຢາເວ.
\s5
\v 19 ພຣະຢາເວຈຶ່ງນຳລົມຕາເວັນຕົກທີ່ຮຸນແຮງຫລາຍມາ ພັດເອົາຝູງຕັກແຕນ ແລະໄປຕົກໃນທະເລແດງ; ຈົນບໍ່ເຫລືອຕັກແຕນແມ່ນແຕ່ໂຕດຽວທົ່ວເຂດແດນອີຢິບ.
\v 20 ແຕ່ພຣະຢາເວໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ, ແລະຟາຣາໂອຈຶ່ງບໍ່ຍອມປ່ອຍຊາວອິສະຣາເອນໄປ.
\s5
\v 21 ແລ້ວພຣະຢາເວກ່າວແກ່ໂມເຊວ່າ, "ຈົ່ງຍົກມືຂອງເຈົ້າຂຶ້ນສູ່ທ້ອງຟ້າ, ເພື່ອຈະໃຫ້ຄວາມມືດທົ່ວແຜ່ນດິນອີຢິບ ເປັນຄວາມມືດຈົນຕ້ອງໃຊ້ມືລູບຄຳໄປ.
\v 22 ໂມເຊຈຶ່ງຍົກມືຂຶ້ນສູ່ທ້ອງຟ້າ, ແລະກໍມີຄວາມມືດຫນາທົ່ວແຜ່ນດິນອີຢິບສາມມື້.
\v 23 ພວກເຂົາເບິ່ງກັນບໍ່ເຫັນເລີຍ; ບໍ່ມີໃຜລຸກໄປຈາກເຮືອນຂອງຕົນຕະຫລອດທັງສາມມື້. ເຖິງຢ່າງໃດກໍດີ, ບັນດາຊາວອິສະຣາເອນທຸກຄົນໄດ້ມີແສງສະຫວ່າງຢູ່ໃນບ່ອນທີ່ພວກເຂົາອາໄສນັ້ນ.
\s5
\v 24 ຟາຣາໂອເອີ້ນໂມເຊເຂົ້າເຝົ້າ ແລະກ່າວວ່າ, "ຈົ່ງໄປນະມັດສະການພຣະຢາເວເຖີດ, ແຕ່ໃຫ້ຄອບຄົວໄປກັບພວກເຈົ້າ, ແຕ່ຝູງແກະ ແລະແບ້ຈະຕ້ອງຢູ່ທີນີ້."
\v 25 ແຕ່ໂມເຊຕອບວ່າ, "ທ່ານຕ້ອງມອບເຄື່ອງບູຊາໃຫ້ແກ່ພວກຂ້ານ້ອຍ ແລະເຄື່ອງເຜົາບູຊາດ້ວຍ ເພື່ອພວກຂ້ານ້ອຍຈະໄດ້ຖວາຍບູຊາແດ່ພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ.
\v 26 ຝູງສັດຂອງພວກຂ້ານ້ອຍຈະຕ້ອງໄປກັບພວກຂ້ານ້ອຍດ້ວຍ; ດ້ວຍວ່າພວກຂ້ານ້ອຍຈະຕ້ອງເອົາສັດຈາກຝູງໄປຖວາຍພຣະຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. ດ້ວຍວ່າພວກຂ້ານ້ອຍຍັງບໍ່ຮູ້ວ່າຈະຕ້ອງເອົາສັດໄປຖວາຍພຣະຢາເວ ຈົນກວ່າຈະເຖິງທີ່ນັ້ນກ່ອນ."
\s5
\v 27 ແຕ່ພຣະຢາເວເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງຢູ່ຄືເກົ່າ, ແລະ ພະອົງຈຶ່ງບໍ່ຍອມປ່ອຍພວກເຂົາໄປ
\v 28 ຟາຣາໂອ ໄດ້ອອກຄຳສັ່ງຕໍ່ໂມເຊວ່າ, "ຈົ່ງໄປໃຫ້ພົ້ນຈາກຂ້ອຍ, ຣະວັງຕົວໃຫ້ດີ, ຢ່າມາໃຫ້ຂ້ອຍເຫັນຫນ້າອີກ, ຖ້າຂ້ອຍເຫັນຫນ້າເຈົ້າມື້ໃດ, ເຈົ້າຈະຕາຍມື້ນັ້ນ."
\v 29 ໂມເຊຈຶ່ງຕອບວ່າ, "ພະອົງເປັນຜູ້ກ່າວແລ້ວເດີ, ຂ້ານ້ອຍຈະບໍ່ມາໃຫ້ພະອົງເຫັນຫນ້າອີກເລີຍ."
\s5
\c 11
\cl ບົດທີ 11
\p
\v 1 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ຍັງມີພັຍພິບັດອີກຢ່າງຫນຶ່ງມາສູ່ຟາຣາໂອ ແລະ ອີຢິບ. ຫລັງຈາກນັ້ນ, ລາວຈະປ່ອຍພວກເຈົ້າໄປຈາກທີ່ນີ້. ສຸດທ້າຍເມື່ອລາວປ່ອຍພວກເຈົ້າໄປ, ລາວຈະຂັບໄລ່ພວກເຈົ້າອອກຈົນຫມົດ.
\v 2 ຈົ່ງບອກປະຊາຊົນທຸກຄົນທັງຊາຍ ແລະ ຍິງ ຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳຈາກເພື່ອນບ້ານຂອງຕົນ."
\v 3 ບັດນີ້ ພຣະຢາເວເຮັດໃຫ້ຊາວອີຢິບພໍໃຈຊາວອິສະຣາເອນ. ຫລາຍໄປກວ່ານັ້ນ, ໂມເຊກໍເປັນທີ່ນັບຖືຫລາຍໃນສາຍຕາຂອງຂ້າຣາຊະການຂອງຟາຣາໂອ ແລະຂອງປະຊາຊົນອີຢິບດ້ວຍ.
\s5
\v 4 ໂມເຊທູນກ່າວວ່າ, "ພຣະຢາເວໄດ້ກ່າວດັ່ງນີ້ວ່າ: 'ເວລາປະມານທ່ຽງຄືນ ເຮົາຈະອອກໄປທົ່ວແຜ່ນດິນອີຢິບ.
\v 5 ລູກກົກທັງຫມົດໃນແຜ່ນດິນອີຢິບຈະຕາຍ, ຕັ້ງແຕ່ລູກກົກຂອງຟາຣາໂອ, ຜູ້ທີ່ນັ່ງເທິງບັນລັງ, ຈົນເຖິງລູກກົກຂອງທາດຍິງຜູ້ຢູ່ຫລັງເຄື່ອງໂມ້ແປ້ງ, ແລະລູກຂອງສັດເກີດກ່ອນທັງຫມົດດ້ວຍ.
\s5
\v 6 ແລ້ວຈະມີການຮ້ອງໃຫ້ສຽງດັງທົ່ວແຜ່ນດີນເອຢິບ, ຢ່າງບໍ່ເຄີຍມີມາກ່ອນ ຕໍ່ໄປພາຍຫນ້າຈະບໍ່ມີອີກເລີຍ.
\v 7 ແຕ່ຈະບໍ່ມີແມ່ນແຕ່ສຽງຫມາເຫົ່າໃດໆຕໍ່ສູ້ປະຊາຊົນອິສະຣາເອນ, ບໍ່ວ່າຄົນຫລືສັດ. ໂດຍວິທີນີ້ເຈົ້າຈະຮູ້ວ່າ ເຮົາຈະປະຕິບັດຕໍ່ຊາວອີຢິບ ແລະ ຊາວອິສະຣາເອນແຕກຕ່າງກັນ.'
\v 8 ເຫລົ່າຂ້າຣາຊະການທັງຫມົດຂອງເຈົ້າ, ຟາຣາໂອ, ຈະລົງມາຫາເຮົາ ແລະກາບລົງຕໍ່ເຮົາ. ພວກເຂົາຈະເວົ້າວ່າ, 'ຈົ່ງໄປ, ທັງເຈົ້າ ແລະປະຊາຊົນທັງຫມົດຜູ້ຕິດຕາມເຈົ້າມາດ້ວຍ!' ຫລັງຈາກນັ້ນຂ້ານ້ອຍກໍຈະອອກໄປ." ແລ້ວລາວໄດ້ທູນລາຈາກຟາຣາໂອໄປດ້ວຍຄວາມໂກດຮ້າຍຢ່າງໃຫຍ່.
\s5
\v 9 ພຣະຢາເວໄດ້ກ່າວກັບໂມເຊວ່າ, "ຟາຣາໂອຈະບໍ່ຍອມຟັງພວກເຈົ້າ. ນີ້ກໍເພື່ອການທີ່ເຮົາຈະເຮັດການອັດສະຈັນຫລາຍຂຶ້ນໃນແຜ່ນດິນອີຢິບ."
\v 10 ໂມເຊ ແລະອາໂຣນໄດ້ເຮັດການອັດສະຈັນເຫລົ່ານີ້ທັງຫມົດຕໍ່ຫນ້າຂອງຟາຣາໂອ. ແຕ່ພຣະຢາເວໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງຢູ່ຄືເກົ່າ, ແລະ ຟາຣາໂອຈຶ່ງບໍ່ຍອມປ່ອຍປະຊາຊົນອິສະຣາເອນໃຫ້ອອກໄປຈາກແຜ່ນດິນຂອງພະອົງ.
\s5
\c 12
\cl ບົດທີ 12
\p
\v 1 ພຣະຢາເວໄດ້ກ່າວແກ່ໂມເຊໃນແຜ່ນດິນອີຢິບ. ພຣະອົງກ່າວວ່າ,
\v 2 ສຳລັບພວກເຈົ້າ, ເດືອນນີ້ຈະເປັນເດືອນເລີ່ມຕົ້ນ, ເປັນເດືອນທຳອິດຂອງປີສຳລັບພວກເຈົ້າ.
\s5
\v 3 ຈົ່ງສັ່ງໃນທີ່ຊຸມນຸມຊາວອິສະຣາເອນວ່າ, 'ໃນວັນທີສິບເດືອນນີ້ ໃຫ້ພວກເຂົາແຕ່ລະຄົນເອົາລູກແກະ ຫລືແບ້ຫນຸ່ມໂຕຫນຶ່ງສຳລັບພວກເຂົາ, ແຕ່ລະຄອບຄົວຈົ່ງເຮັດຢ່າງນີ້ຄື, ລູກແກະຄອບຄົວລະຫນຶ່ງໂຕ.
\v 4 ຖ້າຄອບຄົວໃດມີຄົນຫນ້ອຍເກີນໄປສຳລັບລູກແກະຫນຶ່ງໂຕ, ກໍໃຫ້ຊາຍຄົນນັ້ນ ແລະເພື່ອນບ້ານຂອງລາວ ເອົາຊີ້ນລູກແກະ ຫລືແບ້ຫນຸ່ມທີ່ຈະພຽງພໍສຳລັບຈຳນວນຄົນ. ຄືຈະຕ້ອງພຽງພໍສຳລັບທຸກຄົນທີ່ຈະກິນ, ດັ່ງນັ້ນພວກເຂົາຈະຕ້ອງເອົາຊີ້ນຢ່າງພຽງພໍທີ່ຈະລ້ຽງພວກເຂົາທັງຫມົດ.
\s5
\v 5 ລູກແກະ ຫລືແບ້ຫນຸ່ມຂອງເຈົ້າຕ້ອງປາສະຈາກຕໍາຫນິ, ໂຕຜູ້ອາຍຸຫນຶ່ງປີ. ພວກເຈົ້າອາດເອົາແກະ ຫລືແບ້ມາໂຕຫນຶ່ງກໍໄດ້.
\v 6 ພວກເຈົ້າຕ້ອງເບິ່ງແຍງມັນຈົນຮອດມື້ທີ່ສີບສີ່ຂອງເດືອນນັ້ນ. ແລ້ວໃຫ້ຊຸມນຸມຊາວອິສະຣາເອນທັງຫມົດ ຕ້ອງຂ້າສັດເຫລົ່ານັ້ນໃນຕອນໃກ້ຈະຄໍ່າ.
\v 7 ພວກເຈົ້າຕ້ອງເອົາເລືອດບາງສ່ວນມາ ແລະທາເທິງປະຕູທັງສອງຂ້າງ ແລະດ້ານເທິງຂອງຮອບປະຕູຂອງບ້ານທີ່ພວກເຈົ້າຈະກິນຊີ້ນນັ້ນ.
\v 8 ພວກເຈົ້າຕ້ອງກິນຊີ້ນຄືນນັ້ນຫລັງຈາກປີ້ງໃສ່ໄຟກ່ອນ. ກີນຊີ້ນກັບເຂົ້າຈີ່ບໍ່ມີເຊື້ອແປງ, ພ້ອມກັບຜັກຂົມ.
\s5
\v 9 ຢ່າກິນຊີ້ນດິບ ຫລືຕົ້ມໃນນໍ້າ. ແຕ່ຈົ່ງປີ້ງແທນ, ຄືປີ້ງສ່ວນຫົວ, ສ່ວນຂາ ແລະ ສ່ວນເຄື່ອງໃນຂອງມັນໄປແທນ.
\v 10 ພວກເຈົ້າຕ້ອງກິນບໍ່ໃຫ້ເຫລືອໄວ້ຮອດຕອນເຊົ້າ. ພວກເຈົ້າຕ້ອງເຜົາເສຍ ຖ້າຍັງມີເສດເຫລືອຮອດຕອນເຊົ້າ.
\v 11 ນີ້ເປັນວິທີທີ່ພວກເຈົ້າຈະກິນມັນ: ໃຫ້ໃສ່ສາຍແອວຂອງພວກເຈົ້າກຽມພ້ອມ, ໃສ່ເກີບທີ່ຕີນຂອງພວກເຈົ້າ, ແລະ ຖືໄມ້ຄ້ອນເທົ້າໄວ້ໃນມື. ພວກເຈົ້າຕ້ອງຟ້າວກິນຢ່າງເລັ່ງດ່ວນ. ນີ້ແມ່ນການກິນປັດສະຄາຂອງພຣະຢາເວ.
\s5
\v 12 ພຣະຢາເວກ່າວດັ່ງນີ້ວ່າ: ເຮົາຈະຜ່ານເຂົ້າໃນແຜ່ນດິນອີຢິບໃນຄືນນັ້ນ ແລະ ຂ້າລູກກົກຂອງຄົນ ແລະ ສັດທັງຫມົດໃນແຜ່ນດິນອີຢິບ. ເຮົາຈະນຳການລົງໂທດມາຍັງບັນດາພະຂອງອີຢິບທັງຫມົດ. ເຮົາຄືພຣະຢາເວ.
\v 13 ເລືອດຈະເປັນເຄື່ອງຫມາຍຢູ່ທີ່ເຮືອນຂອງພວກເຈົ້າ. ເມື່ອເຮົາມາຫາພວກເຈົ້າ. ເມື່ອເຮົາເຫັນເລືອດນັ້ນ, ເຮົາຈະຜ່ານພວກເຈົ້າໄປໃນຂະນະທິ່ເຮົາໂຈມຕີແຜ່ນດິນອີຢິບ. ພັຍພິບັດນີ້ຈະບໍ່ເກີດຂຶ້ນກັບພວກເຈົ້າ ແລະ ບໍ່ທຳລາຍພວກເຈົ້າ.
\v 14 ມື້ນີ້ຈະກາຍເປັນມື້ທີ່ລະນຶກເຖີງສຳລັບພວກເຈົ້າ, ພວກເຈົ້າຈະຕ້ອງຖືປະຕິບັດໃຫ້ເປັນເທສະການສຳລັບພຣະຢາເວ. ມັນກໍຈະເປັນບັນຍັດສຳລັບພວກເຈົ້າສະເຫມີ, ຕະຫລອດທຸກຍຸກສະໄຫມຂອງພວກເຈົ້າ, ວ່າພວກເຈົ້າຕ້ອງຖືປະຕິບັດມື້ນີ້.
\s5
\v 15 ພວກເຈົ້າຈະຕ້ອງກີນເຂົ້າຈີ່ບໍ່ມີເຊື້ອແປ້ງໃນລະຫວ່າງເຈັດມື້. ໃນມື້ທຳອິດພວກເຈົ້າຈະຕ້ອງເອົາເຊື້ອແປ້ງອອກຈາກເຮືອນຂອງພວກເຈົ້າໃຫ້ຫມົດ. ຜູ້ໃດກໍຕາມທີ່ກິນເຂົ້າຈີ່ທີ່ມີເຊື້ອແປ້ງ ຕັ້ງແຕ່ມື້ທຳອິດຈົນເຖິງມື້ທີເຈັດ, ຄົນນັ້ນຈະຕ້ອງຖືກຕັດອອກຈາກເປັນຊາວອິສະຣາເອນ.
\v 16 ໃນມື້ທຳອິດຈະຕ້ອງມີການຊຸມນຸມທີ່ກຽມໄວ້ສຳລັບເຮົາ, ແລະໃນມື້ທີເຈັດຈະຕ້ອງມີການຊຸມນຸມເຫມືອນກັນນີ້. ຈະຕ້ອງບໍ່ເຮັດວຽກມື້ເຫລົ່ານີ້, ຍົກເວັ້ນການປຸງແຕ່ງອາຫານໃຫ້ທຸກຄົນກິນ. ນີ້ເປັນວຽກດຽວເທົ່ານັ້ນທີ່ພວກເຈົ້າເຮັດໄດ້.
\s5
\v 17 ພວກເຈົ້າຕ້ອງຖືປະຕິບັດເທສະການເຂົ້າຈີ່ບໍ່ມີເຊື້ອແປ້ງນີ້ ເພາະໃນມື້ນີ້ເອງເຮົາຈະໄດ້ນຳປະຊາຊົນຂອງເຮົາ, ແບ່ງທະຫານອອກໂດຍແຕ່ລະກຸ່ມ, ເພື່ອອອກຈາກແຜ່ນດິນອີຢິບ. ດັ່ງນັ້ນພວກເຈົ້າຕ້ອງຖືປະຕິບັດວັນດັ່ງກ່າວນີ້ ຕະຫລອດຊົ່ວຍຸກສະໄຫມຂອງພວກເຈົ້າ. ນີ້ເປັນບັນຍັດຕະຫລອດໄປສຳລັບພວກເຈົ້າ.
\v 18 ພວກເຈົ້າຈະຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕັ້ງແຕ່ໃນຕອນຕາເວັນລັບແສງຂອງມື້ທີ່ສິບສີ່ເດືອນທຳອິດຂອງປີ, ຈົນເຖິງຕາເວັນລັບແສງໃນວັນທີຊາວເອັດຂອງເດືອນ.
\s5
\v 19 ລະຫວ່າງເຈັດມື້ເຫລົ່ານີ້, ຈະຕ້ອງບໍ່ມີເຊື້ອແປ້ງໃຫ້ເຫັນໃນເຮືອນຂອງພວກເຈົ້າ. ຜູ້ໃດກໍຕາມທີ່ກິນເຂົ້າຈີ່ໃສ່ເຊື້ອແປ້ງຈະຕ້ອງຖືກຕັດອອກຈາກຊຸມຊົນຊາວອິສະຣາເອນ, ແມ່ນແຕ່ຄົນນັ້ນຈະເປັນຄົນຕ່າງຊາດ ຫລືຄົນທີ່ເກີດໃນແຜ່ນດິນຂອງເຈົ້າກໍຕາມ.
\v 20 ພວກເຈົ້າຕ້ອງບໍ່ກິນສິ່ງໃດໆທີ່ເຮັດດ້ວຍເຊື້ອແປ້ງ. ບໍ່ວ່າພວກເຈົ້າຈະຢູ່ບ່ອນໃດກໍຕາມ, ພວກເຈົ້າຈະຕ້ອງກິນເຂົ້າທີ່ບໍ່ມີເຊື້ອແປ້ງ.'"
\s5
\v 21 ແລ້ວໂມເຊໄດ້ເອີ້ນພວກຜູ້ອາວຸໂສທຸກຄົນຂອງອິສະຣາເອນມາພົບ ແລະ ກ່າວກັບພວກເຂົາວ່າ. "ຈົ່ງໄປ ແລະ ເລືອກລູກແກະທີ່ຈະພຽງພໍສຳລັບລ້ຽງຄອບຄົວຂອງພວກເຈົ້າ ແລະ ຂ້າເປັນລູກແກະປັດສະຄາ.
\v 22 ແລ້ວໄປເອົາກິ່ງຫຸສົບມາ ແລ້ວຈຸ່ມມັນລົງໃນເລືອດທີ່ຢູ່ໃນອ່າງ. ໃຊ້ເລືອດໃນອ່າງປ້າຍດ້ານເທິງຂອງຂອບປະຕູ ແລະ ເສົາປະຕູທັງສອງຂ້າງ. ບໍ່ໃຫ້ຜູ້ໃດໃນພວກທ່ານອອກໄປນອກປະຕູເຮືອນຈົນກວ່າຈະຮອດຕອນເຊົ້າ.
\s5
\v 23 ເພາະພຣະຢາເວຈະຜ່ານໄປເພື່ອຈະປະຫານຊາວອີຢິບ. ເມື່ອພຣະອົງທອດພຣະເນດເຫັນເລືອດທີ່ດ້ານເທິງຂອງຂອບປະຕູ ແລະ ທັງສອງຂ້າງຂອງເສົາປະຕູ, ພຣະອົງຈະຜ່ານເວັ້ນປະຕູພວກເຈົ້າ ແລະຈະບໍ່ໃຫ້ຜູ້ສັງຫານເຂົ້າໄປໃນເຮືອນຂອງພວກທ່ານເພື່ອຈະປະຫານພວກເຈົ້າ.
\s5
\v 24 ເຈົ້າທັງຫລາຍຈົ່ງຖືເຫດການນີ້. ໃຫ້ເປັນບັນຍັດຖາວອນຂອງພວກເຈົ້າ ແລະຂອງລູກຫລານຂອງພວກເຈົ້າ.
\v 25 ເມື່ອພວກເຈົ້າເຂົ້າໄປເຖິງແຜ່ນດິນຊຶ່ງພຣະຢາເວຈະປຣະທານແກ່ພວກເຈົ້າ, ຕາມທີ່ພຣະອົງໄດ້ສັນຍາໄວ້, ພວກເຈົ້າຕ້ອງຖືພິທີປະຕິບັດການນະມັດສະການີ້.
\s5
\v 26 ເມື່ອລູກຂອງພວກເຈົ້າຖາມວ່າ, 'ພິທີປະຕິບັດການນະມັດສະການນີ້ຫມາຍເຖິງຫຍັງ?'
\v 27 ແລ້ວໃຫ້ພວກເຈົ້າຈົ່ງຕອບວ່າ, 'ເປັນການຖວາຍເຄື່ອງບູຊາປັດສະຄາແດ່ພຣະຢາເວ, ເພາະພຣະຢາເວໄດ້ຜ່ານເວັ້ນເຮືອນຂອງຊາວອິສະຣາເອນໃນອີຢິບ ເມື່ອພຣະອົງໄດ້ປະຫານຊາວເອຢິບນັ້ນ. ພຣະອົງໄດ້ໄວ້ຊີວິດຄອບຄົວຂອງພວກເຮົາ.'" ແລ້ວປະຊາຊົນກໍຂາບລົງນະມັດສະການພຣະຢາເວ.
\v 28 ຊາວອິສະຣາເອນກໍໄປ ແລະ ເຮັດຕາມຄໍາສັ່ງຢ່າງເຄັ່ງຄັດ ດັ່ງທີ່ພຣະຢາເວສັ່ງໂມເຊ ແລະ ອາໂຣນ.
\s5
\v 29 ໃນເວລາທ່ຽງຄືນ ພຣະຢາເວໄດ້ປະຫານລຸກກົກທຸກຄົນໃນແຜ່ນດິນອີຢິບ, ຕັ້ງແຕ່ລູກກົກຂອງຟາຣາໂອ, ຜູ້ໄດ້ນັ່ງເທິງບັນລັງ, ຈົນໄປເຖິງລູກກົກຂອງຄົນທີ່ຢູ່ໃນຄຸກ ແລະລູກກົກຂອງຝູງສັດລ້ຽງທຸກໂຕ.
\v 30 ຟາຣາໂອ ພ້ອມດ້ວຍຂ້າຣາຊະການ, ແລະຊາວອີຢິບທັງຫມົດ ໄດ້ຕື່ນໃນເວລາກາງຄືນ. ມີການຮ້ອງໄຫ້ຄໍ່າຄວນສຽງດັງທົ່ວໄປໃນອີຢິບ, ເພາະວ່າບໍ່ມີເຮືອນໃດເລີຍທີ່ບໍ່ມີຄົນຕາຍ.
\s5
\v 31 ຟາຣາໂອເອີ້ນໂມເຊ ແລະ ອາໂຣນເຂົ້າເຝົ້າໃນເວລາກາງຄືນ ແລະກ່າວວ່າ, "ຈົ່ງລຸກຂຶ້ນ, ອອກໄປຈາກປະຊາຊົນຂອງຂ້ອຍ, ຕະຫລອດທັງເຈົ້າ ແລະ ຊາວອິສະຣາເອນ. ຈົ່ງໄປ, ນະມັດສະການພຣະຢາເວ, ຕາມທີ່ເຈົ້າເວົ້າວ່າເຈົ້າຕ້ອງເຮັດຢ່າງນັ້ນ.
\v 32 ຈົ່ງເອົາຝູງແບ້ແກະ ແລະ ຝູງງົວຂອງພວກເຈົ້າໄປ, ແລະຈົ່ງໄປ, ແລະອວຍພອນໃຫ້ແກ່ເຮົາດ້ວຍ."
\v 33 ຝ່າຍຊາວອີຢິບກໍໄດ້ເລັ່ງໃຫ້ພວກເຂົາອອກໄປຈາກແຜ່ນດິນນັ້ນໂດຍໄວ, ເພາະພວກເຂົາເວົ້າວ່າ, "ພວກເຮົາຕາຍກັນຫມົດແລ້ວ."
\s5
\v 34 ດັ່ງນັ້ນປະຊາຊົນໄດ້ນຳເອົາກ້ອນແປ້ງບໍ່ມີເຊື້ອແປ້ງໄປນຳ. ອ່າງນວດແປ້ງຂອງພວກເຂົາກໍໄດ້ຫໍຜ້າໄວ້ ແລະ ໃສ່ເທິງບ່າຂອງພວກເຂົາແບກໄປ.
\v 35 ບັດນີ້ ປະຊາຊົນອິສະຣາເອນໄດ້ເຮັດຕາມທີ່ໂມເຊໄດ້ສັ່ງພວກເຂົາ. ພວກເຂົາໄດ້ຂໍເຄື່ອງເງິນ, ເຄື່ອງຄຳ, ແລະເຄື່ອງນຸ່ງຫົ່ມຈາກຊາວອີຢິບ.
\v 36 ພຣະຢາເວໄດ້ເຮັດໃຫ້ຊາວອີຢິບຮ້ອນຮົນເພື່ອໃຫ້ເປັນທີພໍໃຈຊາວອິສະຣາເອນ. ດັ່ງນັ້ນຊາວອີຢິບຈຶ່ງໄດ້ໃຫ້ສິ່ງຂອງຕາມທີ່ພວກເຂົາໄດ້ຂໍ. ດ້ວຍວິທີນີ້, ຊາວອິສະຣາເອນຈຶ່ງໄດ້ຍຶດເອົາສິ່ງຂອງຈາກຊາວອີຢິບໄປ.
\s5
\v 37 ຊາວອິສະຣາເອນໄດ້ອອກເດີນທາງຈາກເມືອງຣາມາເສດໄປເຖິງເມືອງສຸກໂກດ. ມີຜູ້ຊາຍເດີນທາງໂດຍການຍ່າງປະມານ 600,000 ຄົນ ໂດຍບໍ່ໄດ້ນັບຜູ້ຍິງ ແລະ ເດັກນ້ອຍ.
\v 38 ມີຄົນຊາດອື່ນທີ່ບໍ່ແມ່ນຄົນອິສະຣາເອນໄປກັບພວກເຂົາດ້ວຍ, ພ້ອມທັງຝູງແບ້ແກະ ແລະຝູງງົວເປັນຈຳນວນຫລວງຫລາຍ.
\v 39 ພວກເຂົາປີ້ງເຂົ້າຈີ່ບໍ່ມີເຊື້ອແປ້ງ ທີ່ພວກເຂົາເອົາມາຈາກອີຢິບ. ທີ່ບໍ່ໃສ່ເຊື້ອແປ້ງເພາະພວກເຂົາໄດ້ຖືກເລັ່ງໃຫ້ອອກຈາກອີຢິບໂດຍໄວ ແລະ ບໍ່ອາດຊັກຊ້າເພື່ອກຽມອາຫານໄດ້.
\v 40 ຊາວອິສະຣາເອນໄດ້ຢູ່ໃນອີຢິບເປັນເວລາ 430 ປີ.
\s5
\v 41 ເມື່ອຄົບ 430 ປີ, ວັນນັ້ນເອງ, ພົນໂຍທາຂອງພຣະຢາເວໄດ້ເດີນທາງອອກຈາກແຜ່ນດິນອີຢິບ.
\v 42 ຄືນວັນນີ້ເປັນຄືນທີ່ຕ້ອງເຝົ້າລະວັງ, ເພາະພຣະຢາເວຈະນຳພວກເຂົາອອກຈາກແຜ່ນດິນອີຢິບ. ນີ້ເປັນຄືນແຫ່ງພຣະຢາເວທີ່ຊາວອິສະຣາເອນ ຕະຫລອດຈົນເຖິງຍຸກລູກຫລາຍຕ້ອງຖືປະຕິບັດ.
\s5
\v 43 ພຣະຢາເວໄດ້ກ່າວກັບໂມເຊ ແລະອາໂຣນວ່າ, "ລະບຽບພິທີປັດສະຄາເປັນດັ່ງນີ້: ຄືຢ່າໃຫ້ຄົນຕ່າງຊາດຮ່ວມກິນ.
\v 44 ເຖິງຢ່າງໃດກໍ່ຕາມ, ທາດທຸກຄົນຂອງຊາວອິສະຣາເອນ, ທີ່ໄດ້ເອົາເງິນຊື້ມາ, ອາດກິນໄດ້ຫລັງຈາກເຈົ້າໃຫ້ເຂົາເຂົ້າພິທີຕັດແລ້ວ.
\s5
\v 45 ຄົນຕ່າງດ້າວ ແລະລູກຈ້າງຕ້ອງບໍ່ໃຫ້ກິນອາຫານໃດໆ
\v 46 ອາຫານນັ້ນໃຫ້ກິນແຕ່ໃນເຮືອນຂອງຕົນເທົ່ານັ້ນ. ເຈົ້າຕ້ອງບໍ່ເອົາຊີ້ນໄປນອກເຮືອນ, ແລະບໍ່ຫັກກະດູກໃດໆຂອງມັນແລີຍ.
\s5
\v 47 ໃຫ້ຊຸມນຸມຊາວອິສະຣາເອນທັງຫມົດປະບັດຕາມພິທີນີ້.
\v 48 ຖ້າມີຄົນຕ່າງດ້າວມາອາໄສຢູ່ກັບເຈົ້າ ແລະຕ້ອງການຈະປະຕິບັດຕາມພິທີປັດສະຄາຖວາຍແດ່ພຣະຢາເວ, ກໍໃຫ້ຊາຍພວກນັ້ນທຸກຄົນເຂົ້າພິທີຕັດກ່ອນ. ແລ້ວຈຶ່ງໃຫ້ເຂົາມາ ແລະປະຕິບັດຕາມພິທີນັ້ນໄດ້. ລາວຈະກາຍເປັນເຫມືອນຄົນທີ່ເກີດໃນແຜ່ນດິນນັ້ນ. ເຖິງຢ່າງໃດກໍຕາມ, ຜູ້ທີ່ບໍ່ໄດ້ເຂົ້າພິທີຕັດ ຈະກິນອາຫານໃດໆບໍ່ໄດ້.
\s5
\v 49 ບົດບັດຍັດນີ້ຈະຕ້ອງປະຕິບັດແບບດຽວກັນທັງຄົນພື້ນເມືອງ ແລະຄົນຕ່າງຊາດຊຶ່ງອາໄສຢູ່ທ່າມກາງພວກເຈົ້າ."
\v 50 ດັ່ງນັ້ນຊາວອິສະຣາເອນທຸກຄົນກໍໄດ້ປະຕິບັດຕາມທີ່ພຣະຢາເວໄດ້ມີຄຳສັ່ງແກ່ໂມເຊແລະອາໂຣນ.
\v 51 ໃນມື້ນັ້ນເອງທີ່ພຣະຢາເວໄດ້ນຳຊາວອິສະຣາເອນອອກຈາກແຜ່ນດີນອີຢິບ ໂດຍການແຍກເປັນຂະບວນພົນໂຍທາ.
\s5
\c 13
\cl ບົດທີ 13
\p
\v 1 ພຣະຢາເວໄດ້ກ່າວກັບໂມເຊ ແລະຊົງກ່າວວ່າ,
\v 2 "ຈົ່ງແຍກລູກກົກທັງຫມົດໄວ້ໃຫ້ເຮົາ, ສິ່ງທີ່ອອກຈາກຄັນຄັ້ງທຳອິດເພດຜູ້ທຸກຊະນິດ, ບໍ່ວ່າຈະເປັນຄົນ ຫລືສັດ. ລູກຫົວປີນັ້ນເປັນຂອງເຮົາ."
\s5
\v 3 ໂມເຊໄດ້ກ່າວແກ່ປະຊາຊົນວ່າ, "ຈົ່ງລະນຶກເຖິງມື້ນີ້ທີ່ພວກເຈົ້າໄດ້ອອກມາຈາກອີຢິບ, ອອກຈາກເຮືອນແຫ່ງການເປັນທາດ, ເພາະໂດຍພຣະຫັດຂອງພຣະຢາເວອັນເຂັ້ມແຂງ ໄດ້ນຳພວກເຈົ້າອອກຈາກທີ່ນັ້ນ. ຢ່າກິນເຂົ້າຈີ່ທີ່ມີເຊື້ອແປ້ງ.
\v 4 ພວກເຈົ້າໄດ້ອອກຈາກອີຢິບໃນມື້ນີ້, ໃນເດືອນອາບິບ.
\v 5 ເມື່ອພຣະຢາເວນຳພວກເຈົ້າມາເຖິງແຜ່ນດິນຂອງຊາວການາອານ, ຊາວຮິດຕີ, ຊາວອະໂມຣິດ, ຊາວຮີວີ, ແລະຊາວເຢບຸດ, ແຜ່ນດິນທີ່ພຣະອົງສັນຍາໄວ້ກັບບັນພະບຸຣຸດຂອງເຈົ້າ, ວ່າຈະຍົກໃຫ້ເຈົ້າເປັນແຜ່ນດິນທີ່ມີນໍ້ານົມ ແລະນໍ້າເຜິ້ງ—ແລ້ວພວກເຈົ້າຈົ່ງຖືພິທີປະຕິບັດການນະມັດສະການນີ້ໃນເດືອນນີ້.
\s5
\v 6 ເປັນເວລາເຈັດມື້ທ່ານຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ; ໃນມື້ທີເຈັດຈົ່ງມີເທສະການລ້ຽງ ເພື່ອຖວາຍກຽຕແດ່ພຣະຢາເວ.
\v 7 ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງຕະຫລອດທັງເຈັດມື້; ຢ່າໃຫ້ເຫັນເຂົ້າຈີ່ທີ່ມີເຊື້ອໃນຫມູ່ພວກທ່ານ. ຢ່າໃຫ້ເຫັນເຊື້ອໃດໆຕາມອານາເຂດຂອງພວກທ່ານ.
\s5
\v 8 ໃນມື້ນັ້ນ ຈົ່ງບອກລູກທັງຫລາຍຂອງເຈົ້າ, 'ການເຮັດສິ່ງນີ້ກໍ ເພາະພຣະຢາເວໄດ້ກະທຳເພື່ອເຮົາ ໃນຂະນະທີ່ເຮົາອອກມາຈາກອີຢິບ.'
\v 9 ນີ້ຈະເປັນດັ່ງສິ່ງເຕືອນໃຈທີ່ມືຂອງເຈົ້າ, ແລະທີ່ຫນ້າຜາກຂອງເຈົ້າ. ນີ້ກໍເພື່ອພຣະບັນຍັດຂອງພຣະຢາເວຈະຢູ່ທີ່ປາກຂອງເຈົ້າ, ເພາະດ້ວຍພຣະຫັດອັນເຂັ້ມແຂງຂອງພຣະຢາເວທີ່ໄດ້ຊົງນໍາເຈົ້າອອກຈາກອີຢິບ.
\v 10 ສະນັ້ນເຈົ້າຈົ່ງຮັກສາກົດເກນນີ້ຕາມກຳຫນົດທຸກໆປີໄປ.
\s5
\v 11 ເມື່ອພຣະຢາເວຊົງນຳເຈົ້າໄປຍັງແຜ່ນດິນຂອງຄົນການາອານ, ດັ່ງທີ່ພຣະອົງໄດ້ສັນຍາໄວ້ກັບເຈົ້າ ແລະບັນພະບຸຣຸດຂອງເຈົ້າທີ່ຈະຊົງກະທຳ, ແລະເມື່ອພຣະອົງຈະປຣະທານແຜ່ນດິນນັ້ນແກ່ພວກເຈົ້າ.
\v 12 ເຈົ້າຈົ່ງແຍກລູກກົກທຸກຄົນ ແລະລູກສັດຫົວປີທຸກໂຕຂອງເຈົ້າອອກໄວ້. ເພດຜູ້ທຸກໂຕຈະເປັນຂອງພຣະຢາເວ.
\v 13 ລູກລໍຫົວປີທຸກໂຕເຈົ້າສາມາດຊື້ກັບຄືນຄືດຽວກັບລູກແກະກໍໄດ້. ຖ້າເຈົ້າບໍ່ຕ້ອງການຊື້ຄືນ, ແລ້ວເຈົ້າຈົ່ງຫັກຄໍມັນ. ແຕ່ລູກກົກຂອງເຈົ້າໃນທ່າມກາງລູກຊາຍທັງຫລາຍຂອງເຈົ້າ—ເຈົ້າຕ້ອງຊື້ພວກເຂົາຄືນມາ.
\s5
\v 14 ເມື່ອຕໍ່ໄປພາຍຫນ້າ ເມື່ອລູກຊາຍຂອງເຈົ້າຖາມວ່າ, 'ການເຮັດຢ່າງນີ້ຫມາຍຄວາມວ່າຫຍັງ?' ກໍໃຫ້ເຈົ້າຕອບເຂົາວ່າ, 'ເປັນເພາະພຣະຫັດອັນເຂັ້ມແຂງທີ່ພຣະຢາເວໄດ້ຊົງນຳພວກເຮົາອອກຈາກອີຢິບຈາກເຮືອນທາດ.
\v 15 ເມື່ອຟາຣາໂອດື້ດ້ານບໍ່ຍອມປ່ອຍພວກເຮົາໄປ. ພຣະຢາເວຈຶ່ງປະຫານລູກກົກທັງຫມົດໃນແຜ່ນດິນອີຢິບ ແລະ ລູກຫົວປີຂອງສັດທັງຫມົດ. ທັງລູກກົກຂອງຄົນ ແລະ ລູກຫົວປີຂອງສັດ. ນີ້ຄືເຫດທີ່ຂ້ານ້ອຍຖວາຍບູຊາໂຕຜູ້ທຸກໂຕທີ່ອອກມາຈາກຄັນທຳອິດແດ່ພຣະຢາເວ, ແລະນີ້ຄືເຫດວ່າເປັນຫຍັງເຮົາຈຶ່ງຊື້ລຸກຊາຍກົກທັງຫມົດຂອງເຮົາກັບຄືນມາ.'
\v 16 ນີ້ຈະກາຍມາເປັນສິ່ງເຕືອນໃຈເທິງມື, ແລະເຕືອນຄວາມຈໍາເທິງຫນ້າຜາກຂອງເຈົ້າ. ເພາະດ້ວຍພຣະຫັດອັນເຂັ້ມແຂງຂອງພຣະຢາເວໄດ້ນຳພວກເຮົາອອກມາຈາກອີຢິບ."
\s5
\v 17 ເມື່ອຟາຣາໂອໄດ້ປ່ອຍປະຊາຊົນໄປແລ້ວ, ພຣະເຈົ້າບໍ່ໄດ້ຊົງນໍາພວກເຂົາໄປທາງແຜ່ນດິນຂອງຊາວຟີລິດສະຕິນ, ເຖິງແມ່ນວ່າຈະເປັນທາງໃກ້ກໍຕາມ. ເພາະພຣະເຈົ້າກ່າວວ່າ, "ບາງເທື່ອເມື່ອປະຊາຊົນຈະປ່ຽນໃຈ ເມື່ອພວກເຂົາຕ້ອງຜະເຊີນຫນ້າກັບສົງຄາມ ແລະຈະກັບໄປຍັງອີຢິບອີກ.
\v 18 ດັ່ງນັ້ນ ພຣະເຈົ້າຈຶ່ງນຳປະຊາຊົນອ້ອມໄປຍັງຖິ່ນແຫ້ງແລ້ງກັນດານຈົນເຖິງທະເລຕົ້ນກົກ. ຊາວອິສະຣາເອນກໍອອກຈາກແຜ່ນດິນອີຢິບພ້ອມອາວຸດທຳສົງຄາມ.
\s5
\v 19 ໂມເຊໄດ້ນຳເອົາກະດູກຂອງໂຢເຊັບໄປກັບລາວດ້ວຍ, ເພາະໂຢເຊັບໄດ້ໃຫ້ຊາວອິສະຣາເອນປະຕິຍານຢ່າງຈິງຈັງ ແລະກ່າວວ່າ, "ພຣະເຈົ້າຈະຊ່ວຍພວກທ່ານຢ່າງແນ່ນອນນັ້ນ, ແລະໃຫ້ພວກທ່ານຈົ່ງເອົາກະດູກຂອງຂ້ອຍໄປກັບພວກເຈົ້າດ້ວຍ."
\v 20 ພວກອິສະຣາເອນອົບພະຍົບອອກຈາກເມືອງສຸກໂກດ ແລະຕັ້ງຄ້າຍທີ່ເອທາມຊຶ່ງຢູ່ຂອບຂອງຖິ່ນແຫ້ງແລ້ງກັນດານ.
\v 21 ພຣະຢາເວນຳທາງພວກເຂົາໃນເວລາກາງວັນດ້ວຍເສົາເມກ. ໃນເວລາກາງຄືນດ້ວຍເສົາໄຟ ເພື່ອໃຫ້ພວກເຂົາມີຄວາມສະຫວ່າງ. ດ້ວຍວິທີນີ້ ພວກເຂົາຈະເດີນທາງໄດ້ທັງກາງເວັນ ແລະ ກາງຄືນ.
\v 22 ພຣະຢາເວບໍ່ໄດ້ເອົາເສົາເມກໃນເວລາກາງເວັນ ຫລືເສົາໄຟໃນເວລາກາງຄືນ ອອກຫນີຈາກເບື້ອງຫນ້າປະຊາຊົນເລີຍ.
\s5
\c 14
\cl ບົດທີ 14
\p
\v 1 ພຣະຢາເວໄດ້ກ່າວກັບໂມເຊ ແລະກ່າວວ່າ,
\v 2 "ຈົ່ງສັ່ງຊາວອິສະຣາເອນວ່າ ພວກເຂົາຄວນຫັນກັບ ແລະຕັ້ງຄ້າຍຫນ້າປີຮາຮີໂຣດ, ໃນລະຫວ່າງມິກໂດນ ແລະທະເລ, ຫນ້າບາອານເຊໂຟນ. ພວກເຈົ້າຈະຕ້ອງຕັ້ງຄ້າຍບໍລິເວນແຄມທະເລ ກົງກັນຂວ້າມປີຮາຮີໂຣດ.
\v 3 ຟາຣາໂອຈະກ່າວເຖິງຊາວອິສະຣາເອນວ່າ, 'ພວກເຂົາກຳລັງພະເນຈອນໄປໃນແຜ່ນດິນ. ຖິ່ນແຫ້ງແລ້ງກັນດານໄດ້ປິດກັ້ນພວກເຂົາໄວ້.'
\s5
\v 4 ເຮົາໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງໄປ, ແລະລາວຈະໄລ່ຕິດຕາມພວກເຈົ້າ. ເຮົາຈະໄດ້ຮັບກຽຕຍ້ອນຟາຣາໂອ ແລະກອງທັບທັງຫມົດຂອງລາວ. ຊາວເອຢິບຈະຮູ້ວ່າ ເຮົາຄືພຣະຢາເວ." ດັ່ງນັ້ນຊາວອິສະຣາເອນກໍໄດ້ຕັ້ງຄ້າຍດັ່ງທີ່ພວກເຂົາໄດ້ຮັບຄຳສັ່ງນັ້ນ.
\v 5 ເມື່ອກະສັດອີຢິບໄດ້ຮູ້ວ່າຊາວອິສະຣາເອນໄດ້ຫນີໄປແລ້ວ, ທ່າທີຂອງຟາຣາໂອ ແລະ ບັນດາຂ້າຣາຊະການຂອງພະອົງກໍປ່ຽນໃຈມາຕໍ່ສູ້ປະຊາຊົນ. ພວກເຂົາກ່າວວ່າ, "ພວກເຮົາໄດ້ເຮັດຫຍັງລົງໄປໃນການປ່ອຍພວກອິສະຣາເອນໄປລ້າໆ ແທນທີ່ຈະເຮັດວຽກຮັບໃຊ້ພວກເຮົາ?"
\s5
\v 6 ແລ້ວຟາຣາໂອກໍ່ກຽມພ້ອມເຫລົ່າທະຫານມ້າ ແລະນຳກອງທັບໄປກັບພະອົງດ້ວຍ.
\v 7 ພະອົງນຳລົດມ້າຫົກຮ້ອຍຄັນ ແລະ ລົດມ້າອື່ນອີກທັງຫມົດຂອງຊາວອີຢິບ, ພ້ອມທັງບັນດານາຍທະຫານປະຈຳຢູ່ທຸກຄັນ.
\v 8 ພຣະຢາເວໄດ້ໃຫ້ໃຈຂອງຟາຣາໂອແຂງກະດ້າງ, ກະສັດຂອງເອຢິບ, ແລະກະສັດໄດ້ຕິດຕາມຊາວອິສະຣາເອນໄປ. ບັດນີ້ ຊາວອິສະຣາເອນຫນີອອກໄປດ້ວຍຊັຍຊະນະ.
\v 9 ແຕ່ຊາວເອຢິບໄດ້ຕິດຕາມພວກເຂົາໄປ, ພ້ອມທັງມ້າທັງຫມົດຂອງພະອົງ ແລະ ລົດມ້າທັງຫລາຍ, ພົນມ້າຂອງພະອົງ, ແລະທະຫານຂອງພະອົງ. ພວກເຂົາໄດ້ຕິດຕາມມາທັນຊາວອິສະຣາເອນ ທີ່ຕັ້ງຄ້າຍຢູ່ບໍລີເວນ ແຄມທະເລກົງກັນຂ້າມກັບປີຮາຮີໂຣດ, ດ້ານຫນ້າບາອານເຊໂຟນ.
\s5
\v 10 ເມື່ອຟາຣາໂອໄດ້ເຂົ້າມາໃກ້, ຊາວອິສະຣາເອນກໍໄດ້ເງີຍຫນ້າຂຶ້ນເບິ່ງ ແລະ ປະຫລາດໃຈ. ຊາວເອຢິບກຳລັງຍົກກອງທັບຕິດຕາມມາ, ແລະພວກເຂົາກໍຢ້ານຫລາຍ. ຊາວອິສະຣາເອນຈຶ່ງໄດ້ຮ້ອງຫາພຣະຢາເວ.
\v 11 ພວກເຂົາໄດ້ກ່າວແກ່ໂມເຊວ່າ, "ຂຸມຝັງສົບໃນອີຢິບບໍ່ມີບໍ, ທ່ານຈຶ່ງໄດ້ພາພວກເຮົາອອກມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້? ເປັນຫຍັງທ່ານຈຶ່ງເຮັດກັບພວກເຮົາຢ່າງນີ້, ຄືພາພວກເຮົາອອກມາຈາກອີຢິບ?
\v 12 ເຮົາບອກທ່ານໃນອີຢິບແລ້ວບໍ່ແມ່ນບໍ? ເຮົາບອກທ່ານວ່າ, 'ຈົ່ງປ່ອຍພວກເຮົາຕາມລຳພັງ, ໃຫ້ພວກເຮົາຮັບໃຊ້ຊາວອີຢິບເຖີ້ນ.' ເຮັດວຽກໃຫ້ພວກເຂົາກໍຍັງດີກວ່າ ພວກເຮົາມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້."
\s5
\v 13 ໂມເຊໄດ້ກ່າວກັບປະຊາຊົນວ່າ, "ຢ່າຢ້ານເລີຍ. ຈົ່ງສະຫງົບໄວ້ ແລະ ເບີ່ງການຊ່ວຍເຫລືອທີ່ພຣະຢາເວຈະເຮັດເພື່ອພວກທ່ານໃນມື້ນີ້. ເພາະພວກທ່ານຈະບໍ່ໄດ້ເຫັນຄົນອີຢິບທີ່ເຫັນໃນມື້ນີ້ອີກ.
\v 14 ພຣະຢາເວຈະສູ້ຮົບແທນພວກທ່ານ, ແລະພວກທ່ານຈົ່ງສະຫງົບຢູ່ເຖີ້ນ."
\s5
\v 15 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ເປັນຫຍັງ, ໂມເຊ, ຈຶ່ງມາຮ້ອງທຸກຕໍ່ເຮົາອີກ? ຈົ່ງສັ່ງອິສະຣາເອນໃຫ້ເດີນທາງຕໍ່ໄປ.
\v 16 ຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ, ແລ້ວຍື່ນມືອອກໄປເຫນືອທະເລ ແລະ ແຍກມັນອອກໃຫ້ເປັນສອງສ່ວນ, ເພື່ອວ່າຊາວອິສະຣາເອນຈະຍ່າງຜ່ານທະເລເທິງດິນແຫ້ງໄດ້.
\v 17 ຈົ່ງຮູ້ວ່າເຮົາກໍຈະເຮັດໃຫ້ໃຈຂອງຊາວອີຢິບແຂງກະດ້າງ ແລ້ວພວກເຂົາຈະຕາມພວກເຈົ້າໄປ. ເຮົາຈະໄດ້ຮັບກຽຕ ເພາະຟາຣາໂອແລະທະຫານທັງຫມົດ, ລົດຮົບ, ແລະພົນມ້າທັງຫລາຍຂອງເຂົາ.
\v 18 ແລ້ວຊາວອີຢິບຈະຮູ້ວ່າເຮົາຄືພຣະຢາເວ ເມື່ອເຮົາໄດ້ຮັບກຽຕ ເພາະຟາຣາໂອ, ລົດມ້າທັງຫລາຍ, ແລະລົດຮົບຂອງເຂົາ."
\s5
\v 19 ເທວະດາຂອງພຣະເຈົ້າ, ຜູ້ຊຶ່ງນຳຫນ້າຊາວອິສະຣາເອນ, ກໍໄດ້ຍ້າຍກັບ ແລະໄປຢູ່ຂ້າງຫລັງຂອງພວກເຂົາ. ເສົາເມກຍ້າຍຈາກຂ້າງຫນ້າ ແລະ ກໍກັບມາຕັ້ງຢູ່ຂ້າງຫລັງພວກເຂົາ.
\v 20 ເສົາເມກມາຢູ່ລະຫວ່າງຄ້າຍຂອງອີຢິບ ແລະຄ້າຍຂອງອິສະຣາເອນ. ເປັນເມກມືດແກ່ຊາວອີຢິບ, ແຕ່ເປັນແສງສະຫວ່າງແກ່ຊາວອິສະຣາເອນ, ໂດຍຂ້າງຫນຶ່ງກໍບໍ່ເຂົ້າມາໃກ້ກັນກັບອີກຂ້າງຫນຶ່ງຕະຫລອດຄືນ.
\s5
\v 21 ໂມເຊໄດ້ຍື່ນມືອອກເຫນືອທະເລ, ພຣະຢາເວກໍໄດ້ບັນດານໃຫ້ລົມຕາເວັນອອກພັດໃຫ້ທະເລໄຫລກັບ ຕະຫລອດທັງກາງຄືນ ແລະເຮັດໃຫ້ນຳທະເລກາຍເປັນດິນແຫ້ງ. ໂດຍວິທີນີ້ນໍ້າທະເລໄດ້ແຍກອອກຈາກກັນ.
\v 22 ຊາວອິສະຣາເອນກໍໄດ້ພາກັນຍ່າງຜ່ານກາງທະເລເທິງດິນແຫ້ງ. ນໍ້ານັ້ນຕັ້ງເປັນເຫມືອນກຳແພງຂຶ້ນມາສຳລັບພວກເຂົາທັງທາງຂວາ ແລະ ທາງຊ້າຍ.
\s5
\v 23 ຊາວອີຢິບກໍໄດ້ໄລ່ຕາມພວກເຂົາໄປ. ພວກເຂົາຕິດຕາມເຂົ້າໄປໃນກາງທະເລ—ມ້າທັງຫມົດຂອງຟາອາໂອ, ລົດມາ້ທັງຫລາຍ, ແລະພົນທະຫານດ້ວຍ.
\v 24 ແຕ່ເມື່ອຕອນເຊົ້າມືດ, ພຣະຢາເວໄດ້ເບິ່ງທະຫານຊາວອີຢິບຈາກເສົາໄຟ ແລະເສົາເມກ. ພຣະອົງໄດ້ເຮັດໃຫ້ຊາວອີຢິບແຕກຕື່ນທ່າມກາງພວກເຂົາ.
\v 25 ລໍ້ລົດມ້າຄາ, ແລະ ພົນມ້າຂັບໄປດ້ວຍຄວາມລຳບາກ. ດັ່ງນັ້ນຊາວອີຢິບຈຶ່ງກ່າວວ່າ, ໃຫ້ເຮົາຫນີຈາກອິສະຣາເອນເຖີ້ນ, ເພາະພຣະຢາເວຕໍ່ສູ້ອີຢິບແທນພວກເຂົາ."
\s5
\v 26 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງຍື່ນມືອອກເຫນືອທະເລ ເພື່ອວ່ານໍ້າທະເລຈະໄຫລກັບຄືນມາຖ້ວມຊາວອີຢິບ, ລົດມ້າທັງຫມົດຂອງພວກເຂົາ, ແລະພົນທະຫານຂອງພວກເຂົາ."
\v 27 ດັ່ງນັ້ນໂມເຊຈຶ່ງໄດ້ຍື່ນມືອອກເຫນືອທະເລ, ແລະມັນກໍໄດ້ໄຫລກັບຄືນຄືເກົ່າໃນເວລາຕອນເຊົ້າມືດ. ຊາວອີຢິບໄດ້ພາກັນຫນີກະແສນໍ້າ, ແລພຣະຢາເວໄດ້ກວາດຄົນອີຢິບລົງກາງທະເລ.
\v 28 ນໍ້າທະເລກໍໄດ້ໄຫລກັບມາຖ້ວມລົດມ້າທັງຫລາຍ, ພົນທະຫານ, ແລະກອງທັບທັງຫມົດຂອງຟາຣາໂອ ຊຶ່ງໄດ້ຕິຕາມພວກເຂົາເຂົ້າໄປໃນທະເລ. ບໍ່ມີໃຜລອດຊີວິດ.
\s5
\v 29 ເຖີງຢ່າງໃດກໍຕາມ, ຊາວອິສະຣາເອນໄດ້ຍ່າງໄປຕາມດິນແຫ້ງກາງທະເລ. ນໍ້າທະເລໄດ້ຕັ້ງຂຶ້ນເຫມືອນກຳແພງສຳລັບພວກເຂົາທັງທາງຂວາ ແລະທາງຊ້າຍ.
\v 30 ດັ່ງນັ້ນ ພຣະຢາເວໄດ້ຊ່ວຍໃຫ້ອິສະຣາເອນລອດພົ້ນຈາກມືຂອງຊາວອີຢິບ, ແລະອິສະຣາເອນກໍໄດ້ເຫັນສົບຂອງຊາວອີຢິບທີ່ແຄມທະເລ.
\v 31 ເມື່ອອິສະຣາເອນໄດ້ເຫັນຣິດອຳນາດຫຍີ່ງໃຫຍ່ ຊຶ່ງພຣະຢາເວທີ່ໄດ້ເຮັດຕໍ່ຊາວອີຢິບ, ປະຊາຊົນກໍໄດ້ຖວາຍກຽດແດ່ພຣະຢາເວ, ແລະພວກເຂົາໄວ້ວາງໃຈພຣະຢາເວ ແລະ ໂມເຊຜູ້ຮັບໃຊ້ຂອງພຣະອົງ.
\s5
\c 15
\cl ບົດທີ 15
\p
\v 1 ແລ້ວໂມເຊ ແລະ ປະຊາຊົນອິສະຣາເອນຮ້ອງເພງຖວາຍພຣະຢາເວ. ພວກເຂົາຮ້ອງວ່າ, "ຂ້ານ້ອຍຈະຮ້ອງເພງຖວາຍແດ່ພຣະຢາເວ, ເພາະພຣະອົງໄດ້ຊັຍຊະນະຢ່າງຫຍີ່ງໃຫຍ່; ທັງມ້າ ແລະລົດມ້າ ພຣະອົງໄດ້ໂຍນລົງໃນທະເລ.
\s5
\v 2 ພຣະຢາເວເປັນກຳລັງຂອງຂ້ານ້ອຍ ແລະບົດເພງ, ແລະພຣະອົງເປັນຄວາມລອດຂອງຂ້ານ້ອຍ. ນີ້ແມ່ນພຣະເຈົ້າຂອງຂ້ານ້ອຍ, ແລະຂ້ານ້ອຍຈະສັນຣະເສີນພຣະອົງ, ພຣະເຈົ້າບັນພະບຸຣຸດຂອງຂ້ານ້ອຍ, ແລະຂ້ານ້ອຍຈະຍົກຍ້ອງພຣະອົງ.
\v 3 ພຣະຢາເວເປັນນັກຮົບ; ພຣະຢາເວຄືພຣະນາມຂອງພຣະອົງ.
\s5
\v 4 ພຣະອົງໂຍນລົດມ້າ ແລະທະຫານຂອງຟາຣາໂອລົງໄປໃນທະເລ. ຂ້າຣາຊະການທີ່ຖືກເລືອກຂອງຟາອາໂຣຈົມໃນທະເລຕົ້ນກົກ.
\v 5 ນໍ້າໄດ້ຖ້ວມພວກເຂົາຫມົດ; ພວກເຂົາໄດ້ຈົມລົງໄປເຫມືອນກ້ອນຫີນ.
\s5
\v 6 ຂ້າແດ່ພຣະຢາເວ, ພຣະຫັດຂວາຂອງພຣະອົງ, ຊົງຣິດອຳນາດຫຍິ່ງໃຫຍ່; ຂ້າແດ່ພຣະຢາເວ, ພຣະຫັດຂວາຂອງພຣະອົງ, ໄດ້ຊົງທຳລາຍສັດຕຣູເສຍ.
\v 7 ໃນຄວາມຫຍິ່ງໃຫຍ່ ພຣະອົງໄດ້ຂວໍ້າຜູ້ທີ່ລຸກຂຶ້ນມາຕໍ່ສູ້ກັບພຣະອົງ. ພຣະອົງໄດ້ສົ່ງຄວາມໂກດຮ້າຍຂອງພຣະອົງ; ມັນໄດ້ເຜົາຜານພວກເຂົາເຫມືອນກັບເຜົາໃຫມ້ຕໍເຟືອງ.
\v 8 ໂດຍລົມທີ່ລະບາຍຈາກລົມຫາຍໃຈຂອງພຣະອົງ ນໍ້າໄດ້ກໍ່ຕົວຂຶ້ນ; ນໍ້າເລິກທີ່ໃຈກາງທະເລກໍແຂງຕົວ.
\s5
\v 9 ຝ່າຍສັດຕຣູກ່າວວ່າ, 'ຂ້ອຍຈະຕິດຕາມ, ຂ້ອຍຈະໄລ່ໃຫ້ທັນ, ຂ້ອຍຈະແບ່ງຂອງທີ່ປຸ້ນມາ; ຂ້ອຍຈະພໍໃຈທີ່ໄດ້ເຮັດກັບພວກເຂົາສົມໃຈແລ້ວ; ຂ້ອຍຊັກດາບອອກມາ; ມືຂອງຂ້ອຍຈະທຳລາຍພວກເຂົາ.'
\v 10 ແຕ່ພຣະອົງໄດ້ເປົ່າດ້ວຍລົມຂອງພຣະອົງ, ແລະທະເລກໍໄດ້ຖ້ວມພວກເຂົາ; ພວກເຂົາໄດ້ຈົມລົງເຫມືອນຂີ້ກົ່ວໃນກະແສນໍ້າທະເລອັນຫຍິ່ງໃຫຍ່.
\v 11 ໃນບັນດາພະຕ່າງໆນັ້ນ, ແມ່ນອົງໃດນໍ ຈະເຫມືອນພຣະອົງ? ຂ້າແດ່ພຣະຢາເວ, ອົງໃດນໍຈະເຫມືອນພຣະອົງ, ຜູ້ຊົງງາມສະຫງ່າໃນຄວາມບໍຣິສຸດ, ຫນ້າຖວາຍກຽຕດ້ວຍຄຳສັນຣະເສີນ, ຊົງເຮັດການອັດສະຈັນ?
\s5
\v 12 ພຣະອົງໄດ້ຢຽດພຣະຫັດຂວາຂອງພຣະອົງອອກ, ແຜ່ນດິນກໍກືນກິນພວກເຂົາ.
\v 13 ໃນຄວາມສັດຊື່ໃນພັນທະສັນຍາຂອງພຣະອົງ ພຣະອົງຊົງນຳປະຊາຊົນຊຶ່ງໄດ້ຊົງຊ່ວຍໃຫ້ພົ້ນ. ດ້ວຍຣິດທານຸພາບຂອງພຣະອົງໄດ້ຊົງພາພວກເຂົາມາເຖິງທີ່ອັນບໍຣິສຸດທີ່ພຣະອົງສະຖິດຢູ່.
\s5
\v 14 ປະຊາຊົນຈະໄດ້ຍິນ, ແລະພວກເຂົາຈະຢ້ານຫລາຍ; ການຕົກໃຈຢ້ານກໍຈະຄວບຄຸມຊາວຟິລິດສະເຕຍ.
\v 15 ແລ້ວພວກເຈົ້ານາຍຂອງເອໂດມຈະຢ້ານ; ພວກທະຫານຂອງໂມອາບຈະຢ້ານຈົນຕົວສັ່ນ; ຄົນການາອານທັງຫມົດຈະຫມົດກຳລັງໃຈໄປເສຍ.
\s5
\v 16 ການຕົກໃຈ ແລະຄວາມຢ້ານກົວຈະເກີດຂຶ້ນໃນພວກເຂົາ. ຍ້ອນຣິດອໍານາດແຫ່ງແຂນຂອງພຣະອົງ, ພວກເຂົາຈະບໍ່ເຫນັງຕີງເຫມືອນກ້ອນຫີນ ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປ, ຂ້າແດ່ພຣະຢາເວ—ຈົນກວ່າປະຊາຊົນຊຶ່ງພຣະອົງຊ່ວຍນັ້ນຜ່ານໄປ.
\s5
\v 17 ພຣະອົງຈະຊົງນຳພວກເຂົາເຂົ້າມາ ແລະ ໃຫ້ພວກເຂົາຕັ້ງຫລັກແຫລ່ງເທິງພູທີ່ເປັນມໍຣະດົກຂອງພຣະອົງ, ສະຖານທີ່, ໂອ ພຣະຢາເວ, ວ່າພຣະອົງໄດ້ເຮັດໃຫ້ຢູ່ອາໃສ, ເປັນສະຖານທີ່ນະມັດສະການ, ພຣະຜູ້ເປັນເຈົ້າຂອງພວກເຮົາ, ດ້ວຍພຣະຫັດຂອງພຣະອົງໄດ້ສ້າງຂຶ້ນ.
\v 18 ພຣະຢາເວຈະຄອບຄອງຢູ່ຕະຫລອດໄປ ແລະເປັນນິດ"
\s5
\v 19 ເພາະບັນດາມ້າຂອງຟາຣາໂອກັບລົດມ້າທັງຫລາຍຂອງເຂົາ ແລະພົນມ້າໄດ້ລົງໄປໃນທະເລ. ພຣະຢາເວກໍໄດ້ໃຫ້ນໍ້າທະເລໄຫລກັບມາຖ້ວມພວກເຂົາເສຍ. ແຕ່ຊາວອິສະຣາເອນຍ່າງໄປເທິງດິນແຫ້ງກາງທະເລ.
\v 20 ນາງມີຣີອາມຜູ້ປະກາດພຣະທັມ, ເອື້ອຍຂອງອາໂຣນ, ກໍຖືກອງແຊ່ງໄປນຳ, ແລະບັນດາຜູ້ຍິງທັງຫມົດກໍຖືກອງແຊ່ງໄປນຳ, ເຕັ້ນລຳໄປພ້ອມກັນກັບນາງ.
\v 21 ນາງມີຣີອາມໄດ້ຮ້ອງເພງຕອບພວກເຂົາວ່າ: "ຈົ່ງຮ້ອງເພງຖວາຍພຣະຢາເວເຖີ້ນ, ເພາະພຮະອົງໄດ້ຊັຍຊະນະຢ່າງໃຫຍ່ຫລວງ. ບັນດາມ້າ ແລະ ລົດມ້າຂອງເຂົາ ພຣະອົງໄດ້ໂຍນລົງໄປໃນທະເລ."
\s5
\v 22 ແລ້ວໂມເຊໄດ້ນຳອິສະຣາເອນອອກຈາກທະເລແດງ. ພວກເຂົາໄດ້ໄປຍັງຖິ່ນແຫ້ງແລ້ງກັນດານຊູເຣ. ພວກເຂົາເດີນທາງໄປໃນຖິ່ນແຫ້ງແລ້ງກັນດານສາມມື້ ແລະ ບໍ່ພົບນໍ້າເລີຍ.
\v 23 ຈາກນັ້ນພວກເຂົາໄດ້ມາເຖິງ ມາຣາ, ແຕ່ພວກເຂົາກໍບໍ່ສາມາດດື່ມນໍ້າບ່ອນນັ້ນໄດ້ ເພາະນໍ້າມັນຂົມ. ດັ່ງນັ້ນພວກເຂົາຈຶ່ງເອີ້ນສະຖານທີ່ນັ້ນວ່າ ມາຣາ.
\s5
\v 24 ດັ່ງນັ້ນປະຊາຊົນກໍໄດ້ຈົ່ມຕໍ່ໂມເຊ ແລະອາໂຣນ, "ພວກເຮົາຈະດື່ມຫຍັງ?"
\v 25 ໂມເຊຈຶ່ງໄດ້ຮ້ອງຫາພຣະຢາເວ, ແລະພຣະຢາເວຈຶ່ງຊົງຊີ້ໃຫ້ລາວເຫັນຕົ້ນໄມ້ຕົ້ນຫນຶ່ງ. ເມື່ອໂມເຊໂຍນມັນລົງນໍ້າ, ແລະນໍ້ານັ້ນກໍຫວານດື່ມໄດ້. ທີ່ນັ້ນພຣະຢາເວປຣະທານກົດຫມາຍຢ່າງເຂັ້ມງວດໃຫ້ພວກເຂົາ, ແລະທີ່ນັ້ນພຣະອົງໄດ້ທົດສອບເບິ່ງພວກເຂົາ.
\v 26 ພຣະອົງກ່າວວ່າ, ຖ້າເຈົ້າໃສ່ໃຈຟັງສຽງຂອງພຣະຢາເວພຣະເຈົ້າຂອງເຈົ້າ, ແລະເຮັດໃນສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະອົງ, ແລະຖ້າພວກເຈົ້າງ່ຽງຫູຟັງພຣະບັນຍັດ ແລະເຊື່ອຟັງກົດຫມາຍທັງຫມົດຂອງພຣະອົງ—ແລ້ວເຮົາຈະບໍ່ໃຫ້ໂຣກຕ່າງໆ ຊຶ່ງເຮົາໃຫ້ເກີດແກ່ຊາວອີຢິບເກີດຂຶ້ນກັບພວກເຈົ້າເລຍ, ເພາະເຮົາຄືພຣະຢາເວເປັນຜູ້ປິ່ນປົວພວກເຈົ້າ.
\s5
\v 27 ແລ້ວພວກເຂົາໄດ້ມາເຖິງເອລິມ, ຊຶ່ງໃນທີ່ນັ້ນມີນໍ້າອອກບໍ່ສິບສອງແຫ່ງ ແລະ ມີຕົ້ນອິນທະຜາະລໍຳເຈັດສິບຕົ້ນ. ພວກເຂົາຕັ້ງຄ້າຍໃກ້ກັບນໍ້ານັ້ນ.
\s5
\c 16
\cl ບົດທີ 16
\p
\v 1 ປະຊາຊົນໄດ້ເດີນທາງອອກຈາກເອລິມ, ແລະຊຸມຊົນຂອງຊາວອິສະຣາເອນທັງຫມົດໄດ້ມາເຖິງຖິ່ນແຫ້ງແລ້ງກັນດານ ຊິນ, ຊຶ່ງຢູ່ລະຫວ່າງເອລິມ ແລະ ຊີນາຍ, ໃນວັນທີສິບຫ້າເດືອນສອງ ພາຍຫລັງອອກຈາກແຜ່ນດິນອີຢິບ.
\v 2 ຊຸມຊົນທັງຫມົດຂອງຊາວອິສະຣາເອນຈົ່ມຕໍ່ວ່າໂມເຊ ແລະອາໂຣນໃນຖິ່ນແຫ້ງແລ້ງກັນດານ.
\v 3 ຊາວອິສະຣາເອນກ່າວກັບພວກເຂົາວ່າ, "ຖ້າຫາກເຮົາໄດ້ຕາຍເສຍໃນແຜ່ນດິນອີຢິບ ດ້ວຍພຣະຫັດຂອງພຣະຢາເວໃນອີຢິບ ໃນເມື່ອພວກເຮົານັ່ງຢູ່ໃກ້ຫມໍ້ຊີ້ນ ແລະກິນເຂົ້າຈີ່ຢ່າງອີ່ມຫນໍາ. ເພາະພວກເຈົ້າໄດ້ນໍາພວກເຮົາມາຍັງຖິ່ນແຫ້ງແລ້ງກັນດານນີ້ ເພື່ອຈະຂ້າຄົນເຫລົ່ານີ້ທັງຫມົດຂອງເຮົາດ້ວຍຄວາມອຶດຫີວ."
\s5
\v 4 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ເຮົາຈະໃຫ້ອາຫານຕົກມາຈາກສະຫວັນເຫມືອນຫ່າຝົນເພື່ອເຈົ້າ. ປະຊາຊົນຈະອອກໄປ ແລະເກັບແຕ່ພໍກິນສະເພາະມື້ຫນຶ່ງ ໃຫ້ເປັນດັ່ງນີ້ ເພື່ອວ່າເຮົາໄດ້ທົດສອບພວກເຂົາວ່າ ພວກເຂົາຈະເດີນຕາມບັນຍັດຂອງເຮົາຫລືບໍ.
\v 5 ຕໍ່ມາໃນມື້ທີຫົກ, ພວກເຂົາຈະເກັບເອົາອາຫານນັ້ນຫລາຍທີ່ຈະຫລາຍໄດ້ ຊຶ່ງຫລາຍກວ່າທຸກໆມື້ທີ່ຜ່ານມາ, ແລະພວກເຂົາຈະແຕ່ງອາຫານດ້ວຍສິ່ງທີ່ນຳເຂົ້າມາ."
\s5
\v 6 ແລ້ວໂມເຊ ແລະ ອາໂຣນບອກປະຊາຊົນອິສະຣາເອນທັງຫມົດວ່າ, "ໃນຕອນແລງພວກເຈົ້າຈະໄດ້ຮູ້ວ່າ ພຣະເຢເວຜູ້ຊຶ່ງໄດ້ນຳພວກເຈົ້າອອກມາຈາກແຜ່ນດິນອີຢິບ.
\v 7 ໃນຕອນເຊົ້າພວກເຈົ້າຈະໄດ້ເຫັນສະຫງ່າຣາສີຂອງພຣະຢາເວ, ເພາະພຣະອົງໄດ້ຍິນສຽງຈົ່ມຂອງພວກເຈົ້າຕໍ່ສູ້ພຣະອົງ. ພວກເຮົາທັງສອງເປັນໃຜທີ່ພວກເຈົ້າຈົ່ມວ່າຕໍ່ສູ້ພວກເຮົາ?
\v 8 ໂມເຊຍັງກ່າວອີກວ່າ, "ພວກເຈົ້າຈະໄດ້ຮູ້ວ່າ ໃນຕອນແລງພຣະຢາເວຈະປຣະທານຊີ້ນໃຫ້ແກ່ພວກເຈົ້າ ແລະ ໃນຕອນເຊົ້າພຣະອົງຈະປຣະທານອາຫານໃຫ້ພວກເຈົ້າໄດ້ກິນຈົນອີ່ມ—ເພາະພຣະອົງໄດ້ຍິນສຽງຈົ່ມຂອງພວກເຈົ້າຕໍ່ວ່າພຣະອົງ. ທັງອາໂຣນ ແລະຂ້ອຍເປັນໃຜ? ພວກເຈົ້າບໍ່ໄດ້ຈົ່ມຕໍ່ວ່າພວກເຮົາ; ແຕ່ພວກເຈົ້າໄດ້ຕໍ່ວ່າພຣະຢາເວ."
\s5
\v 9 ໂມເຊກ່າວກັບອາໂຣນວ່າ, "ຈົ່ງບອກແກ່ຊຸມນຸມຊົນອິສະຣາເອນທັງປວງວ່າ, 'ຈົ່ງມາຢູ່ຕໍ່ພຣະພັກພຣະຢາເວ, ເພາະພຣະອົງໄດ້ຍິນສຽງຈົ່ມຂອງພວກທ່ານແລ້ວ.'"
\v 10 ຕໍ່ມາໃນຂະນະທີ່, ອາໂຣນກ່າວກັບຊຸມນຸມຊົນອິສະຣາເອນທັງປວງ, ວ່າພວກເຂົາໄດ້ເບິ່ງໄປທາງຖິ່ນແຫ້ງແລ້ງກັນດານ, ແລະ, ເບິ່ງແມ, ສະຫງ່າຣາສີຂອງພຣະຢາເວປາກົດຢູ່ໃນເມກ.
\v 11 ແລ້ວພຣະຢາເວໄດ້ເວົ້າກັບໂມເຊ ແລະກ່າວວ່າ,
\v 12 "ເຮົາໄດ້ຍິນສຽງຈົ່ມຂອງປະຊາຊົນອິສະຣາເອນແລ້ວ. ຈົ່ງກ່າວກັບພວກເຂົາວ່າ, 'ໃນຕອນແລງພວກເຈົ້າຈະໄດ້ກິນຊີ້ນ, ແລະໃນຕອນເຊົ້າພວກເຈົ້າຈະໄດ້ອາຫານກິນຈົນອີ່ມ. ແລ້ວພວກເຈົ້າຈະໄດ້ຮູ້ວ່າເຮົາເປັນພຣະຢາເວພຣະເຈົ້າຂອງພວກເຈົ້າ."
\s5
\v 13 ພໍເຖິງຕອນແລງ ຝູງນົກຂຸ້ມໄດ້ບິນມາ ແລະປົກຄຸມເຕັມຄ້າຍ. ໃນຕອນເຊົ້າກໍມີນໍ້າຫມອກຮອບຄ້າຍ.
\v 14 ເມື່ອນໍ້າຫມອກເຫີຍໄປແລ້ວ ມີເມັດເຫມືອນນໍ້າຫມອກແຂງຢູ່ເທິງພື້ນດິນໃນຖິ່ນແຫ້ງແລ້ງກັນດານນັ້ນ.
\v 15 ເມື່ອປະຊາຊົນອິສະຣາເອນໄດ້ເຫັນ, ຈຶ່ງພາເວົ້າກັນວ່າ, "ນີ້ແມ່ນຫຍັງ?" ພວກເຂົາບໍ່ຮູ້ວ່າແມ່ນຫຍັງ. ໂມເຊຈຶ່ງບອກພວກເຂົາວ່າ, "ນີ້ແມ່ນອາຫານທີ່ວ່າພຣະຢາເວໄດ້ປຣະທານໃຫ້ພວກເຈົ້າກິນ.
\s5
\v 16 ນີ້ເປັນສິ່ງທີ່ພຣະຢາເວໄດ້ສັ່ງໄວ້ຄື: 'ເຈົ້າຕ້ອງເກັບ, ໃຫ້ສຳລັບພວກເຈົ້າແຕ່ລະຄົນ, ໃນປະຣິມານທີ່ພວກທ່ານຈະຕ້ອງກິນ, ຫນຶ່ງໂອເມີຕໍ່ຫນຶ່ງຄົນຂອງຄົນຂອງເຈົ້າ. ນີ້ຄືວິທີເຈົ້າຈະເກັບ: ຈົ່ງເກັບພໍກິນສຳລັບທຸກຄົນທີ່ອາໄສຢູ່ໃນເຕັນຂອງເຈົ້າ.'"
\v 17 ປະຊາຊົນອິສະຣາເອນກໍເຮັດຕາມນັ້ນ, ບາງຄົນເກັບຫລາຍ, ບາງຄົນເກັບຫນ້ອຍ.
\v 18 ເມື່ອພວກເຂົາໃຊ້ໂອເມີ, ຄົນທີ່ເກັບໄດ້ຫລາຍກໍບໍ່ມີເຫລືອ, ແລະຄົນທີ່ເກັບຫນ້ອຍກໍບໍ່ຂາດ. ແຕ່ລະຄົນເກັບໄດ້ພຽງພໍຕໍ່ຄວາມຕ້ອງການຂອງພວກເຂົາ.
\s5
\v 19 ແລ້ວໂມເຊສັ່ງພວກເຂົາວ່າ, "ຢ່າໃຫ້ໃຜເກັບເຫລືອໄວ້ຈົນຮອດຕອນເຊົ້າ."
\v 20 ເຖິງປານນັ້ນ, ພວກເຂົາຍັງບໍ່ເຊື່ອຟັງໂມເຊ. ບາງຄົນໃນພວກເຂົາເຫລືອໄວ້ຈົນຮອດຕອນເຊົ້າ, ແຕ່ອາຫານນັ້ນກໍເນົ່າເປັນຫນອນ ແລະບູດເຫມັນ. ແລ້ວໂມເຊຈຶ່ງໄດ້ຮ້າຍຄົນເຫລົ່ານັ້ນ.
\v 21 ພວກເຂົາເກັບມັນທຸກໆເຊົ້າ. ພວກເຂົາເກັບພໍດີໄດ້ກິນໃນແຕ່ລະມື້. ເມື່ອແດດອອກຮ້ອນຂຶ້ນ, ມັນກໍລະລາຍໄປເສຍ.
\s5
\v 22 ຕໍ່ມາເມື່ອເຖິງມື້ທີຫົກ ພວກເຂົາເກັບອາຫານນັ້ນສອງເທົ່າ, ຄືສອງໂອເມີສຳລັບແຕ່ລະຄົນ. ຜູ້ນຳທັງຫມົດໃນພວກເຂົາຈຶ່ງໄດ້ເຂົ້າມາ ແລະ ບອກໂມເຊ.
\v 23 ລາວກ່າວກັບພວກເຂົາວ່າ, "ນີ້ຄືສິ່ງທີ່ພຣະຢາເວໄດ້ກ່າວໄວ້: 'ມື້ອື່ນເປັນວັກພັກຜ່ອນ, ເປັນສະບາໂຕບໍຣິສຸດ ເພື່ອໃຫ້ກຽຕແດ່ພຣະຢາເວ, ຈົ່ງປີ້ງໃນສິ່ງທີ່ພວກເຈົ້າຕ້ອງການປີ້ງ, ແລະຈົ່ງຕົ້ມໃນສິ່ງທີ່ຕ້ອງການຕົ້ມ. ສ່ວນທີ່ເຫລືອທັງຫມົດຂອງພວກເຈົ້າ, ຈົ່ງເກັບໄວ້ຈົນເຖິງຕອນເຊົ້າ.'"
\s5
\v 24 ເມື່ອພວກເຂົາໄດ້ເກັບໄວ້ຈົນເຖິງຕອນເຊົ້າ, ຕາມທີ່ໂມເຊໄດ້ສັ່ງນັ້ນ, ອາຫານນັ້ນກໍບໍ່ບູດເນົ່າ, ບໍ່ມີຫນອນເລີຍໃນນັ້ນ.
\v 25 ໂມເຊກ່າວວ່າ, "ຈົ່ງກິນອາຫານນັ້ນມື້ນີ້, ເພາະມື້ນີ້ເປັນວັນສະບາໂຕເພື່ອໃຫ້ກຽຕພຣະຢາເວ. ມື້ນີ້ພວກເຈົ້າຈະບໍ່ພົບອາຫານຢ່າງນັ້ນໃນທົ່ງຫຍ້າເລີຍ.
\s5
\v 26 ພວກເຈົ້າຈະເກັບອາຫານລະຫວ່າງຫົກມື້, ແຕ່ມື້ທີເຈັດເປັນວັນສະບາໂຕ. ໃນວັນສະບາໂຕຈະບໍ່ມີມານາເລີຍ.
\v 27 ຕໍ່ມາໃນມື້ທີເຈັດ ບາງຄົນໄດ້ອອກໄປເກັບມານາ, ແຕ່ພວກເຂົາກໍບໍ່ພົບເລີຍ.
\s5
\v 28 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ພວກເຈົ້າຈະປະຕິເສດທີ່ຈະຮັກສາຄຳສັ່ງຂອງເຮົາ ແລະກົດຫມາຍຂອງເຮົາດົນປານໃດ?
\v 29 ເບີ່ງແມ, ພຣະຢາເວໄດ້ຊົງປຣະທານວັນສະບາໂຕໃຫ້ພວກເຈົ້າ. ດັ່ງນັ້ນມື້ທີ່ຫົກປຣະທານອາຫານໃຫ້ພວກເຈົ້າສອງວັນ. ໃຫ້ແຕ່ລະຄົນພັກຢູ່ໃນທີ່ຂອງຕົນ; ຢ່າໃຫ້ໃຜອອກຈາກບ່ອນພັກໃນມື້ທີ່ເຈັດນັ້ນເລີຍ."
\v 30 ດັ່ງນັ້ນປະຊາຊົນຈຶ່ງໄດ້ຢຸດພັກໃນມື້ທີເຈັດ.
\s5
\v 31 ປະຊາຊົນອິສະຣາເອນເອີ້ນຊື່ອາຫານນັ້ນວ່າ "ມານາ." ເປັນເມັດສີຂາວເຫມືອນເມັດຜັກຊີ, ແລະມີຣົດຊາດເຫມືອນຂະຫນົມປະສົມນໍ້າເຜິ້ງ.
\v 32 ໂມເຊໄດ້ກ່າວວ່າ, "ພຣະຢາເວໄດ້ສັ່ງໄວ້ວ່າ: 'ຈົ່ງຜອງມານາຫນຶ່ງໂອເມີ ເກັບໄວ້ຕະຫລອດຊົ່ວຊາດພັນຂອງເຈົ້າ ເພື່ອພວກເຂົາຈະໄດ້ເຫັນອາຫານ ຊຶ່ງເຮົາລ້ຽງພວກເຈົ້າໃນຖິ່ນແຫ້ງແລ້ງກັນດານ, ຫລັງຈາກເຮົານຳພວກເຈົ້າອອກມາຈາກແຜ່ນດິນອີຢິບ.'"
\s5
\v 33 ໂມເຊບອກອາໂຣນວ່າ, "ຈົ່ງເອົາຫມໍ້ຫນຶ່ງອັນ ແລະ ເອົາຫນຶ່ງໂອເມີຂອງມານາໃສ່ໃນນັ້ນ. ໃຫ້ເກັບມັນໄວ້ຕໍ່ຫນ້າພຣະຢາເວ ໃຫ້ເກັບຮັກສາໄວ້ຕະຫລອດຊົ່ວຊາດພັນຂອງພວກເຮົາ."
\v 34 ຕາມທີ່ພຣະຢາເວໄດ້ສັ່ງໂມເຊ, ອາໂຣນກໍໄດ້ເກັບມັນໄວ້ຂ້າງແຜ່ນກົດບັນຍັດໃນຫິບພັນທະສັນຍາ.
\v 35 ປະຊາຊົນອິສະຣາເອນໄດ້ກິນມານາສີ່ສິບປີຈົນຮອດຕອນທີ່ພວກເຂົາມາເຖິງແຜ່ນດິນທີ່ຈະອາໄສຢູ່. ພວກເຂົາກິນມານາຈົນມາເຖິງຊາຍແດນແຜ່ນດິນການາອານ.
\v 36 ບັດນີ້ໂອເມີຫນຶ່ງເທົ່າກັບຫນຶ່ງສ່ວນສິບຂອງເອຟາ.
\s5
\c 17
\cl ບົດທີ 17
\p
\v 1 ຊຸມນຸມຊົນອິສະຣາເອນທັງຫມົດໄດ້ອອກເດີນທາງຈາກຖິ່ນແຫ້ງແລ້ງກັນດານຊິນ, ຕາມຄຳສັ່ງຂອງພຣະຢາເວ. ພວກເຂົາໄດ້ຕັ້ງຄ້າຍທີເຣຟິດິມ, ແຕ່ທີ່ນັ້ນບໍ່ມີນໍ້າໃຫ້ປະຊາຊົນດື່ມ.
\v 2 ດັ່ງນັ້ນປະຊາຊົນຈຶ່ງກ່າວໂທດໂມເຊເຖິງສະຖານະການຂອງພວກເຂົາ ແລະກ່າວວ່າ, "ຈົ່ງໃຫ້ນໍ້າພວກເຮົາດື່ມແມ." ໂມເຊຕອບວ່າ, "ພວກເຈົ້າຫາເລື່ອງເຮົາເຮັດຫຍັງ? ເປັນຫຍັງພວກເຈົ້າຈຶ່ງທົດລອງພຣະຢາເວ?"
\v 3 ປະຊາຊົນຫິວນໍ້າຫລາຍ, ແລະພວກເຂົາໄດ້ຈົ່ມຕໍ່ສູ້ໂມເຊ. ພວກເຂົາເວົ້າວ່າ, "ເປັນຫຍັງທ່ານຈຶ່ງໄດ້ພາກເຮົາອອກຈາກອີຢິບ? ມາເພື່ອຈະຂ້າພວກເຮົາ ແລະ ລູກໆຂອງພວກເຮົາ ແລະ ຝູງສັດຂອງພວກເຮົາໃຫ້ຫິວນໍ້າຕາຍຫລື?"
\s5
\v 4 ແລ້ວໂມເຊຈຶ່ງຮ້ອງຫາພຣະຢາເວວ່າ, "ຂ້ານ້ອຍຈະເຮັດຢ່າງໃດດີກັບປະຊາຊົນພວກນີ້? ພວກເຂົາເກືອບເອົາຫີນຂວ້າງຂ້ານ້ອຍແລ້ວ."
\v 5 ພຣະຢາເວຈຶ່ງໄດ້ກ່າວກັບໂມເຊວ່າ, "ຈົ່ງລ່ວງຫນ້າປະຊາຊົນໄປ ແລະນຳພວກຜູ້ອາວຸໂສບາງຄົນຂອງອິສະຣາເອນໄປກັບເຈົ້າ. ຈົ່ງເອົາໄມ້ຄ້ອນເທົ້າທີ່ເຈົ້າໃຊ້ຕີນໍ້າ ແລະ ຈົ່ງໄປ.
\v 6 ເຮົາຈະຢືນຢູ່ຕໍ່ຫນ້າເຈົ້າທີ່ນັ້ນ ເທິງໂຮເຣັບ, ແລະເຈົ້າຈົ່ງຕີກ້ອນຫີນນັ້ນ. ນໍ້າກໍຈະໄຫລອອກມາຈາກຫີນໃຫ້ປະຊາຊົນດື່ມ." ແລ້ວໂມເຊກໍເຮັດດັ່ງນັ້ນຕໍ່ຫນ້າພວກຜູ້ອາວຸໂສຂອງອິສະຣາເອນ.
\v 7 ລາວໄດ້ເອີ້ນສະຖານທີ່ນັ້ນວ່າ ມາສາ ແລະ ເມຣິບາ ເພາະຊາວອິສະຣາເອນຈົ່ມຕໍ່ວ່າ, ແລະເພາະພວກເຂົາໄດ້ທົດລອງພຣະຜູ້ເປັນເຈົ້າໂດຍກ່າວວ່າ, "ພຣະຢາເວສະຖິດຢູ່ກັບເຮົາຈິງຫລືບໍ?"
\s5
\v 8 ແລ້ວກອງທັບຊາວອາມາເຫລັກກໍໄດ້ຍົກມາ ແລະ ໂຈມຕີອິສະຣາເອນທີີ່ເຣຟິດິມ.
\v 9 ດັ່ງນັ້ນໂມເຊໄດ້ສັ່ງໂຢຊວຍວ່າ, "ຈົ່ງເລືອກຜູ້ຊາຍບາງຄົນ, ອອກໄປຕໍ່ສູ້ອາມາເຫລັກ. ມື້ອື່ນເຮົາຈະຢືນເທິງຍອດຂອງພູ ພ້ອມກັບຖືໄມ້ຄ້ອນເທົ້າຂອງພຣະເຈົ້າໃນມື."
\v 10 ດັ່ງນັ້ນໂຢຊວຍໄດ້ຕໍ່ສູ້ກັບອາມາເຫລັກຕາມຄຳສັ່ງຂອງໂມເຊ, ຂະນະທີ່ໂມເຊ, ອາໂຣນ, ແລະຮູເຣໄດ້ຂຶ້ນໄປເທິງຍອດພູນັ້ນ.
\s5
\v 11 ຂະນະທີ່ໂມເຊຍົກມືຂຶ້ນເມື່ອໃດ, ອິສະຣາເອນກໍໄດ້ປຽບ: ເມື່ອລາວລົດມືລົງພັກ, ອາມາເຫລັກກໍໄດ້ປຽບເມື່ອນັ້ນ.
\v 12 ເມື່ອມືຂອງໂມເຊອ່ອນແຮງລົງ, ອາໂຣນ ແລະ ຮູເຣຈຶ່ງຍົກກ້ອນຫີນມາ ແລະ ວາງໃຫ້ໂມເຊນັ່ງ. ໃນເວລາດຽວກັນ, ອາໂຣນ ແລະ ຮູເຣຈຶ່ງຍົກຊູມືຂອງລາວຂຶ້ນ, ຄົນຫນຶ່ງຢູ່ອີກຂ້າງຫນຶ່ງຂອງລາວ, ອີກຄົນຫນຶ່ງຢູ່ອີກຂ້າງຫນຶ່ງຂອງລາວ. ດັ່ງນັ້ນມືທັງສອງເບື້ອງຂອງລາວຈຶ່ງຖືກຍົກຂຶ້ນຈົນຕາເວັນຕົກດິນ.
\v 13 ດັ່ງນັ້ນໂຢຊວຍຈຶ່ງໄດ້ເອົາຊະນະປະຊາຊົນອາມາເຫລັກໄດ້ດ້ວຍດາບ.
\s5
\v 14 ພຣະຢາເວໄດ້ກ່າວກັບໂມເຊວ່າ, "ຈົ່ງຂຽນຂໍ້ຄວາມຕໍ່ໄປນີ້ລົງໃນປຶ້ມ, ແລະອ່ານໃຫ້ໂຢຊວຍຟັງນຳ, ເພາະເຮົາຈະລົບລ້າງຊື່ອາມາເຫລັກໃຫ້ສິ້ນຊາກ ໃຫ້ຫາຍໄປຈາກຄວາມຊົງຈຳພາຍໃຕ້ຟ້ານີ້."
\v 15 ແລ້ວໂມເຊໄດ້ສ້າງແທ່ນບູຊາ ແລະລາວເອີ້ນແທ່ນນັ້ນວ່າ "ພຣະຢາເວເປັນທຸງຂອງຂ້ານ້ອຍ."
\v 16 ລາວກ່າວວ່າ, "ເພາະມີມືຫນຶ່ງຍົກຂຶ້ນໄປຍັງບັນລັງຂອງພຣະຢາເວ—ວ່າພຣະຢາເວຈະເຮັດສົງຄາມກັບອາມາເຫລັກທຸກຊົ່ວຊາດພັນ."
\s5
\c 18
\cl ບົດທີ 18
\p
\v 1 ເຢທະໂຣ, ປະໂລຫິດແຫ່ງມີດີອານ, ພໍ່ເຖົ້າຂອງໂມເຊ, ໄດ້ຍິນເຖິງກິດຈະການຢ່າງທີ່ພຣະເຈົ້າໄດ້ເຮັດເພື່ອໂມເຊ ແລະອິສະຣາເອນປະຊາຊົນຂອງພຣະອົງ. ລາວໄດ້ຍິນວ່າພຣະຢາເວນຳອິສະຣາເອນອອກຈາກອີຢິບ.
\v 2 ເຢທະໂຣ, ພໍ່ເຖົ້າຂອງໂມເຊ, ໄດ້ພາຊິບໂປຣາ, ເມຍຂອງໂມເຊ, ຫລັງຈາກທີ່ໂມເຊສົ່ງນາງກັບເມືອເຮືອນ.
\v 3 ພ້ອມກັບລູກຊາຍທັງສອງຂອງນາງ; ລູກຊາຍຄົນຫນຶ່ງຊື່ ເກໂຊມ, ເພາະໂມເຊໄດ້ກ່າວວ່າ, "ຂ້ານ້ອຍເປັນຄົນຕ່າງດ້າວໃນຕ່າງແດນ."
\v 4 ອີກຄົນຫນຶ່ງຊື່ວ່າເອລີເອເຊ, ເພາະໂມເຊໄດ້ກ່າວວ່າ, "ພຣະເຈົ້າຂອງບັນພະບຸຣຸດຂ້ານ້ອຍ ເປັນຜູ້ອຸປະຖຳຂອງຂ້ານ້ອຍ. ພຣະອົງຊ່ວຍຂ້ານ້ອຍຈາກຄົມດາບຂອງຟາຣາໂອ."
\s5
\v 5 ເຢທະໂຣ, ພໍ່ເຖົ້າຂອງໂມເຊ, ພາລູກໆຂອງໂມເຊ ແລະພາເມຍຂອງລາວມາຫາໂມເຊໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ລາວຕັ້ງຄ້າຍຢູ່ທີ່ພູຂອງພຣະເຈົ້າ.
\v 6 ລາວໄດ້ບອກໂມເຊວ່າ, "ຂ້ອຍ, ເຢທະໂຣພໍ່ເຖົ້າຂອງເຈົ້າ, ຂ້ອຍກຳລັງມາພ້ອມກັບເມຍ ແລະ ລູກທັງສອງຂອງເຈົ້າ."
\s5
\v 7 ໂມເຊອອກໄປພົບພໍ່ເຖົ້າ, ຂາບລົງ, ແລະຈູບລາວ. ພວກເຂົາຖາມສຸກທຸກຂອງກັນແລະກັນ ແລະແລ້ວຈຶ່ງພາເຂົ້າໄປໃນເຕັນ.
\v 8 ໂມເຊເລົ່າໃຫ້ພໍ່ເຖົ້າຂອງຕົນຟັງເຖິງ ທຸກສິ່ງທີ່ພຣະຢາເວໄດ້ເຮັດກັບຟາຣາໂອ ແລະ ຊາວອີຢິບ ເພາະເຫັນແກ່ອິສະຣາເອນ, ທັງຄວາມທຸກຍາກລຳບາກທຸກຢ່າງໄດ້ເກີດຂຶ້ນໃນລະຫວ່າງການເດີນທາງ, ແລະວິທີທີ່ພຣະຢາເວໄດ້ຊ່ວຍພວກເຂົາໃຫພົ້ນພັຍ.
\s5
\v 9 ເຢທະໂຣກໍຊື່ນຊົມຍີນດີ ທີ່ໄດ້ຮູ້ເຖິງຄວາມດີທັງຫມົດ ຊຶ່ງພຣະຢາເວໄດ້ເຮັດເພື່ອອິສະຣາເອນ, ໃນການທີ່ພຣະອົງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຈາກມືຂອງຊາວອີຢິບ.
\v 10 ເຢທະໂຣໄດ້ກ່າວວ່າ, "ສາທຸການແດ່ພຣະຢາເວ, ຜູ້ໄດ້ຊ່ວຍເຈົ້າໃຫ້ລອດພົ້ນຈາກມືຂອງຊາວອີຢິບ ແລະຈາກມືຂອງຟາຣາໂອ, ແລະປົດປ່ອຍປະຊາຊົນໃຫ້ພົ້ນຈາກມືຂອງຊາວອີຢິບ.
\v 11 ບັດນີ້ຂ້ານ້ອຍຮູ້ວ່າພຣະຢາເວເປັນໃຫຍ່ກວ່າພະທັງຫລາຍ, ເພາະເມື່ອຊາວອີຢິບກົດຂີ່ຊາວອິສະຣາເອນຢ່າງເຫັນແກ່ຕົວ, ພຣະເຈົ້າໄດ້ຊ່ວຍປະຊາຊົນຂອງພຣະອົງ.
\s5
\v 12 ເຢທະໂຣ, ພໍ່ເຖົ້າຂອງໂມເຊ, ໄດ້ນຳເຄື່ອງເຜົາບູຊາ ແລະ ຖວາຍບູຊາແດ່ພຣະເຈົ້າ. ສ່ວນອາໂຣນກັບບັນດາຜູ້ອາວຸໂສຂອງອິສະຣາເອນໄດ້ມາກິນລ້ຽງກັບພໍ່ເຖົ້າຂອງໂມເຊ ຕໍ່ພຣະພັກພຣະເຈົ້າ.
\s5
\v 13 ໃນມື້ຕໍ່ໄປ ໂມເຊນັ່ງລົງຕັດສິນຄະດີໃຫ້ປະຊາຊົນ. ປະຊາຊົນຢືນອ້ອມລາວຕັ້ງແຕ່ເຊົ້າຈົນຮອດຄໍ່າ.
\v 14 ເມື່ອພໍ່ເຖົ້າຂອງໂມເຊເຫັນທຸກຢ່າງ ທີ່ໂມເຊໄດ້ເຮັດເພື່ອປະຊາຊົນ, ລາວກ່າວວ່າ, "ນີ້ເຈົ້າໃຊ້ວິທີອັນໃດປະຕິບັດກັບປະຊາຊົນນີ້? ເປັນຫຍັງເຈົ້າຈຶ່ງນັ່ງເຮັດວຽກຢູ່ຄົນດຽວ ແລະ ປະຊາຊົນທັງຫມົດກໍ່ຢືນອ້ອມເຈົ້າຕັ້ງແຕ່ເຊົ້າຈົນຮອດຄໍ່າ?"
\s5
\v 15 ໂມເຊໄດ້ຕອບພໍ່ເຖົ້າວ່າ, "ປະຊາຊົນມາຫາຂ້ານ້ອຍ ເພື່ອຂໍໃຫ້ທູນຖາມເຖິງຄຳຊີ້ນຳຂອງພຣະເຈົ້າ.
\v 16 ເມື່ອພວກເຂົາມີການໂ່ຕ້ຖຽງກັນ, ພວກເຂົາກໍມາຫາຂ້ອຍ. ຂ້ານ້ອຍກໍຕັດສິນຄະດີລະຫວ່າງຄົນຫນຶ່ງກັບອີກຄົນຫນຶ່ງ, ແລະຂ້ອຍກໍສອນພວກເຂົາໃຫ້ຮູ້ກົດເກນຂອງພຣະເຈົ້າ ແລະ ພຣະບັນຍັດຂອງພຣະອົງ."
\s5
\v 17 ພໍ່ເຖົ້າຂອງໂມເຊກ່າວກັບລາວວ່າ, "ສິ່ງທີ່ເຈົ້າເຮັດແມ່ນສິ່ງທີ່ບໍ່ດີຫລາຍ.
\v 18 ແນ່ນອນເຈົ້າຈະອ່ອນແຮງເອງ, ທັງເຈົ້າແລະປະຊາຊົນຜູ້ທີ່ຢູ່ກັບເຈົ້າດ້ວຍ. ພາລະນີ້ຫນັກເກີນກຳລັງຂອງເຈົ້າ. ເຈົ້າບໍ່ສາມາດເຮັດໄດ້ຄົນດຽວດອກ.
\v 19 ຈົ່ງຟັງຂ້ອຍເຖີ້ນ. ຂ້ອຍຈະໃຫ້ຄຳແນະນຳແກ່ເຈົ້າ, ແລະຂໍໃຫ້ພຣະເຈົ້າສະຖິດກັບເຈົ້າດ້ວຍ, ເພາະເຈົ້າເປັນຜູ້ແທນຂອງປະຊາຊົນຕໍ່ພຣະເຈົ້າ, ແລະເຈົ້ານໍາຄວາມຂັດແຍ່ງມາແຈ້ງແກ່ພຣະອົງ.
\v 20 ເຈົ້າຈົ່ງສັ່ງສອນພວກເຂົາໃຫ້ຮູ້ກົດເກນແລະພຣະບັນຍັດ. ເຈົ້າຕ້ອງຊີ້ທາງແກ່ພວກເຂົາເຖິງການດຳເນີນຊີວິດ ແລະ ສິ່ງທີ່ຕ້ອງປະຕິບັດ.
\s5
\v 21 ຍິ່ງໄປກວ່ານັ້ນ, ເຈົ້າຈົ່ງເລືອກຄົນທີ່ມີຄວາມສາມາດຈາກປະຊາຊົນທັງຫມົດ, ຊາຍທີ່ຖວາຍກຽດແດ່ພຣະເຈົ້າ, ຊາຍທີ່ຮັກຄວາມຈິງ ຜູ້ທີ່ຊັງການໄດ້ຮັບຄວາມບໍ່ຍຸຕິທັມ. ເຈົ້າຈົ່ງແຕ່ງຕັ້ງຄົນຢ່າງນີ້ໄວ້ເຫນືອປະຊາຊົນ, ເພື່ອໃຫ້ເປັນຜູ້ນຳໃນການດູແລຄົນພັນຄົນແດ່, ຮ້ອຍຄົນແດ່, ຫ້າສິບຄົນແດ່ ແລະສິບຄົນແດ່.
\v 22 ພວກເຂົາຈະພິພາກສາຄະດີຂອງປະຊາຊົນທຸກກໍລະນີທີ່ເກີດເປັນກິຈະວັດປະຈຳວັນ, ແຕ່ທີ່ຄະດີຍາກໆໃຫ້ພວກເຂົານຳມາແຈ້ງຕໍ່ເຈົ້າ. ແຕ່ສ່ວນຄະດີເລັກໆນ້ອຍໆ, ໃຫ້ພວກເຂົາຕັດສິນກັນເອງ. ດ້ວຍວິທີນີ້ຈະເຮັດໃຫ້ວຽກງານຂອງເຈົ້າເບົາລົງ, ແລະພວກເຂົາຈະແບກພາລະຮ່ວມກັບເຈົ້າ.
\v 23 ຖ້າເຈົ້າເຮັດດັ່ງນີ້, ແລະຖ້າພຣະເຈົ້າສັ່ງເຈົ້າໃຫ້ເຮັດເຊັ່ນນັ້ນ, ແລ້ວເຈົ້າກໍສາມາດທົນໄດ້, ແລະປະຊາຊົນທັງຫມົດນີ້ກໍຈະໄປຍັງທີ່ອາໄສຂອງພວກເຂົາດ້ວຍຄວາມພໍໃຈ."
\s5
\v 24 ສະນັ້ນໂມເຊກໍເຊື່ອຟັງຖ້ອຍຄຳຂອງພໍ່ເຖົ້າຂອງລາວ ແລະ ເຮັດຕາມທີ່ລາວໄດ້ກ່າວທຸກປະການ.
\v 25 ໂມເຊຈຶ່ງໄດ້ເລືອກຄົນທີ່ມີຄວາມສາມາດຈາກອິສະຣາເອນທັງຫມົດ ແລະ ຕັ້ງເຂົາໃຫ້ເປັນຫົວຫນ້າຂອງປະຊາຊົນ, ຜູ້ນໍາເຫລົ່ານີ້ດູແລພັນຄົນ, ຮ້ອຍຄົນ, ຫ້າສິບຄົນ, ແລະສິບຄົນ.
\v 26 ພວກເຂົາໄດ້ພິພາກສາຄະດິຂອງປະຊາຊົນໃນສະຖານະການປົກກະຕິ. ໃນຄະດີຍາກໆພວກເຂົາກໍໄດ້ນຳໄປແຈ້ງໂມເຊ, ແຕ່ພວກເຂົາເອງພິພາກສາຄະດີນ້ອຍໆທັງຫມົດ.
\v 27 ແລ້ວໂມເຊໄດ້ສົ່ງພໍ່ເຖົ້າຂອງລາວກັບໄປ, ແລະເຢທະໂຣກໍໄດ້ກັບໄປຍັງແຜ່ນດິນຂອງເພິ່ນເອງ.
\s5
\c 19
\cl ບົດທີ 19
\p
\v 1 ໃນເດືອນທີສາມຫລັງຈາກປະຊາຊົນອິສະຣາເອນໄດ້ອອກຈາກແຜ່ນດິນອີຢິບ, ໃນມື້ດຽວກັນນັ້ນ, ພວກເຂົາໄດ້ມາເຖິງຖິ່ນແຫ້ງແລ້ງກັນດານຊີນາຍ.
\v 2 ຫລັງຈາກພວກເຂົາອອກຈາກເຣຟິດິມ ແລະມາເຖິງຖິ່ນແຫ້ງແລ້ງກັນດານຊີນາຍ, ພວກເຂົາກໍຕັ້ງຄ້າຍຢູ່ໃນຖິ່ນແຫ້ງແລ້ງກັນດານທາງດ້ານຫນ້າພູ.
\s5
\v 3 ໂມເຊໄດ້ຂຶ້ນໄປຫາພຣະເຈົ້າ. ພຣະຢາເວກ່າວກັບລາວຈາກພູ ແລະກ່າວວ່າ, "ຈົ່ງບອກໃຫ້ຄົວເຮືອນຂອງຢາໂຄບ, ປະຊາຊົນອິສະຣາເອນ:
\v 4 ພວກເຈົ້າໄດ້ເຫັນສິ່ງທີ່ເຮົາເຮັດກັບຊາວອີຢິບ, ເຖີງວິທີທີ່ເຮົາອູ້ມຊູພວກເຈົ້າຂຶ້ນເຫມືອນປີກຂອງນົກອິນຊີ ແລະນຳພວກເຈົ້າໂດຍນໍາພວກເຈົ້າມາເຖິງເຮົາ.
\v 5 ບັດນີ້, ຖ້າພວກເຈົ້າເຊື່ອຟັງສຽງຂອງເຮົາ ແລະ ຮັກສາພັນທະສັນຍາຂອງເຮົາໄວ້, ແລ້ວພວກເຈົ້າກໍຈະເປັນສົມບັດພິເສດຂອງເຮົາ ໃນທ່າມກາງຂອງປະຊາຊາດທັງຫລາຍ, ເພາະແຜ່ນດິນທັງປວງເປັນຂອງເຮົາ.
\v 6 ພວກເຈົ້າຈະເປັນອານາຈັກປະໂລຫິດ ແລະເປັນຊົນຊາດບໍຣິສຸດສຳລັບເຮົາ. ເຫລົ່ານີ້ເປັນຖ້ອຍຄຳທີ່ເຈົ້າຕ້ອງບອກກັບປະຊາຊົນອິສະຣາເອນ."
\s5
\v 7 ດັ່ງນັ້ນໂມເຊຈຶ່ງມາ ແລະເອີ້ນປະຊຸມພວກຜູ້ອາວຸໂສຂອງປະຊາຊົນ. ລາວປະກາດຖ້ອຍຄຳເຫລົ່ານີ້ທັງຫມົດຕໍ່ຫນ້າພວກເຂົາຕາມທີ່ພຣະຢາເວໄດ້ສັ່ງລາວ.
\v 8 ປະຊາຊົນທັງຫມົດໄດ້ຕອບພ້ອມກັນວ່າ, "ພວກເຮົາຈະເຮັດທຸກສິ່ງຕາມທີ່ພຣະຢາເວໄດ້ກ່າວ." ແລ້ວໂມເຊກໍມາລາຍງານຖ້ອຍຄຳຂອງປະຊາຊົນແດ່ພຣະຢາເວ.
\v 9 ພຣະຢາເວກ່າວກັບໂມເຊວ່າ, "ເຮົາຈະມາຫາເຈົ້າໃນເມກຫນາທຶບ ເພື່ອວ່າປະຊາຊົນຈະບໍ່ໄດ້ຍິນໃນສິ່ງທີ່ເຮົາເວົ້າກັບເຈົ້າ ແລະຈະໄດ້ເຊື່ອເຈົ້າຕະຫລອດໄປ." ແລ້ວໂມເຊບອກຖ້ອຍຄຳຂອງປະຊາຊົນສູ່ພຣະຢາເວຟັງ.
\s5
\v 10 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຫາປະຊາຊົນ, ມື້ນີ້ແລະມື້ອື່ນ ເຈົ້າຕ້ອງໃຫ້ພວກເຂົາຊຳລະຕົນໃຫ້ບໍຣິສຸດສຳລັບເຮົາ, ແລະ ໃຫ້ພວກເຂົາຊຳລະເສື້ອຜ້າໃຫ້ຂອງຕົນໃຫ້ສະອາດ.
\v 11 ຈົ່ງຕຽມຕົວໃຫ້ພ້ອມໃນວັນທີສາມ, ເພາະໃນມື້ທີສາມພຣະຢາເວຈະລົງມາທີ່ພູຊີນາຍ.
\s5
\v 12 ເຈົ້າຈົ່ງກຳຫນົດເຂດໃຫ້ປະຊາຊົນຢູ່ຮອບພູ, ຈົ່ງກ່າວກັບເຂົາວ່າ, "ຈົ່ງລະວັງໃຫ້ດີ ພວກເຈົ້າຢ່າຂຶ້ນໄປເທິງພູ ຫລື ແມ່ນແຕ່ແຕະຕ້ອງແດນມັນ. ໃຜເອົາແຕະຕ້ອງພູຈະຕ້ອງມີໂທດເຖິງຕາຍຢ່າງແນ່ນອນ.'
\v 13 ຫ້າມບໍ່ໃຫ້ໃຜແຕະຕ້ອງຜູ້ນັ້ນ. ແທນທີ່ຈະເປັນເຊັນນັ້ນ, ລາວຕ້ອງຖືກຂວ້າງ ຫລືຍິງດ້ວຍກ້ອນຫີນ. ບໍ່ວ່າຈະເປັນຄົນ ຫລືສັດ, ກໍຕ້ອງຖືກລົງໂທດເຖິງຕາຍ, ເມື່ອມີສຽງແກເປົ່າຍາວ, ໃຫ້ພວກເຂົາເຂົ້າມາໃກ້ຕີນພູໄດ້."
\s5
\v 14 ແລ້ວໂມເຊລົງຈາກພູມາຫາປະຊາຊົນ. ລາວໃຫ້ປະຊາຊົນຊຳລະຕົວແດ່ພຣະຢາເວ ແລະພວກເຂົາຊັກເສື້ອຜ້າຂອງພວກເຂົາ.
\v 15 ລາວກ່າວກັບປະຊາຊົນວ່າ, "ຈົ່ງຕຽມຕົວໃຫ້ພ້ອມໃນມື້ທີສາມ; ຢ່າເຂົ້າໃກ້ເມຍຂອງພວກເຈົ້າ."
\s5
\v 16 ໃນມື້ທີສາມ, ເມື່ອເຖິງຕອນເຊົ້າ, ຟ້າກໍຮ້ອງແລະຟ້າແມບເມກຫນາປົກຄຸມເທິງພູ, ແລະມີສຽງເປົ່າແກດັງຫລາຍ, ຈົນປະຊາຊົນທັງຫມົດຢູ່ໃນຄ້າຍຢ້ານຫລາຍຈົນໂຕສັ່ນ.
\v 17 ໂມເຊນຳປະຊາຊົນໃຫ້ອອກມາຈາກຄ້າຍໄປເພື່ອພົບພຣະເຈົ້າ, ແລະພວກເຂົາມາຢືນຢູ່ຕີນພູ.
\v 18 ພູຊີນາຍມີຄວັນປົກຄຸມຢູ່ທັງຫມົດ ເພາະພຣະຢາເວສະເດັດລົງມາເທິງພູນັ້ນໃນໄຟແລະຄວັນ. ເຫມືອນຄວັນຈາກເຕົາເຜົາ, ແລະຫນ່ວຍພູທັງຫມົດກໍສັ່ນຢ່າງຮຸນແຮງ.
\s5
\v 19 ເມື່ອສຽງແກຍິ່ງດັງຂຶ້ນ ແລະດັງຂຶ້ນ, ໂມເຊໄດ້ເວົ້າ, ແລະພຣະເຈົ້າໄດ້ຕອບສຽງຂອງລາວ.
\v 20 ພຣະຢາເວລົງມາເທິງພູຊີນາຍ, ຢູ່ເທິງຍອດພູ, ແລະພຣະອົງເອີ້ນໂມເຊໃຫ້ຂຶ້ນໄປຍອດພູ, ດັ່ງນັ້ນໂມເຊຈຶ່ງຂຶ້ນໄປ.
\v 21 ພຣະຢາວາກ່າວກັບໂມເຊວ່າ, "ຈົ່ງລົງໄປ ແລະເຕືອນປະຊາຊົນຢ່າໃຫ້ຜູ້ໃດລ່ວງລໍ້າເຂົ້າມາເບິ່ງເຮົາ, ຫລືຈະໃຫ້ເຮົາລົງໂທດພວກເຂົາເຖິງຕາຍ.
\v 22 ໃຫ້ພວກປະໂລຫິດທີ່ເຂົ້າມາໃກ້ເຮົານັ້ນ ໃຫ້ພວກເຂົາຊຳລະຕົວໃຫ້ບໍຣິສຸດ—ຕຽມຕົວເອງໃຫ້ພ້ອມຕໍ່ການມາຂອງເຮົາ—ເພື່ອວ່າເຮົາຈະບໍ່ປະຫານພວກເຂົາ."
\s5
\v 23 ໂມເຊກ່າວກັບພຣະຢາເວວ່າ, "ປະຊາຊົນຂຶ້ນມາເທິງພູບໍ່ໄດ້, ເພາະພຣະອົງຊົງສັ່ງພວກຂ້ານ້ອຍວ່າ: ຈົ່ງກັ້ນເຂດຮອບພູນັ້ນ ແລະກັ້ນໄວ້ສຳລັບພຣະຢາເວ.'"
\v 24 ພຣະຢາເວກ່າວກັບລາວວ່າ, "ຈົ່ງໄປ, ລົງໄປຈາກພູ, ແລະພາອາໂຣນຂຶ້ນມາກັບເຈົ້າ, ແຕ່ຢ່າໃຫ້ພວກປະໂລຫິດ ແລະປະຊາຊົນລ່ວງລໍ້າເຂດແດນທີ່ຈະຂຶ້ນມາເຖິງເຮົາ, ຫລືຈະໃຫ້ເຮົາປະຫານພວກເຂົາ."
\v 25 ດັ່ງນັ້ນໂມເຊກໍໄດ້ລົງໄປຫາປະຊາຊົນ ແລະ ໄດ້ບອກພວກເຂົາ.
\s5
\c 20
\cl ບົດທີ 20
\p
\v 1 ພຣະເຈົ້າກ່າວຖ້ອຍຄຳເຫລົ່ານີ້ທັງຫມົດ:
\v 2 "ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ໄດ້ນໍາພວກເຈົ້າອອກມາຈາກແຜ່ນດິນອີຢິບ, ຄືໃຫ້ອອກຈາກເຮືອນທາດ.
\v 3 ພວກເຈົ້າຕ້ອງບໍ່ມີພຣະເຈົ້າອື່ນໃດຕໍ່ຫນ້າເຮົາ.
\s5
\v 4 ພວກເຈົ້າຕ້ອງບໍ່ເຮັດຮູບແກະສະຫລັກໃດສຳລັບຕົນ ຫລືຮູບເຫມືອນຂອງສິ່ງໃດ ຊຶ່ງມີຢູ່ໃນຟ້າສະຫວັນເບື້ອງເທິງ, ຫລືໃນແຜ່ນດິນໂລກເບື້ອງລຸ່ມ, ຫລືສິ່ງທີ່ຢູ່ໃນນໍ້າເບື້ອງລຸ່ມ.
\v 5 ພວກເຈົ້າຕ້ອງບໍ່ຂາບໄຫວ້ພວກມັນ ຫລືນະມັດສະການພວກມັນ, ເພາະເຮົາ, ພຣະຢາເວພຣະເຈົ້າຂອງພວກເຈົ້າ, ເປັນພຣະເຈົ້າຜູ້ຫວງແຫນ. ເຮົາລົງໂທດຄວາມຊົ່ວຂອງບັນພະບຸຣຸດໂດຍນຳການລົງໂທດຕົກທອດໄປເຖິງລູກຫລານ. ເຖິງສາມ ແລະ ສີ່ເຊັ່ນຄົນຜູ້ທີ່ເຮົາກຽດຊັງ.
\v 6 ແຕ່ເຮົາສຳແດງຄວາມສັດຊື່ຕໍ່ພັນທະສັນຍາຕໍ່ຄົນນັບພັນ ຜູ້ທີ່ຮັກເຮົາ ແລະຖືຮັກສາພຣະບັນຍັດທັງຫລາຍຂອງເຮົາ.
\s5
\v 7 ພວກເຈົ້າຈະຕ້ອງບໍ່ອອກພຣະນາມຂອງພຣະຢາເວພຣະເຈົ້າຂອງພວກເຈົ້າໄປໃນທາງທີ່ຜິດ, ເພາະເຮົາຈະບໍ່ເອົາໂທດຄົນທີ່ໃຊ້ພຣະນາມຂອງເຮົາໄປໃນທາງທີ່ຜິດກໍບໍ່ໄດ້.
\s5
\v 8 ຈົ່ງລະນຶກເຖິງວັນສະບາໂຕ, ໃຫ້ຖືເປັນວັນບໍຣິສຸດຕໍ່ເຮົາ.
\v 9 ເຈົ້າຈົ່ງເຮັດວຽກທັງສິ້ນຂອງພວກເຈົ້າຕະຫລອດຫົກວັນ.
\v 10 ແຕ່ໃນມື້ທີເຈັດນັ້ນຖືເປັນສະບາໂຕແດ່ພຣະຢາເວພຣະເຈົ້າຂອງພວກເຈົ້າ. ໃນມືນັ້ນພວກເຈົ້າຕ້ອງບໍ່ເຮັດວຽກງານໃດໆ, ທັງພວກເຈົ້າ, ຫລືລູກຊາຍ, ຫລືລູກຍິງ, ຫລືທາດຊາຍ, ຫລືທາດຍິງ, ຫລືສັດລ້ຽງ, ຫລືຄົນຕ່າງດ້າວທີ່ອາໄສໃນປະຕູເມືອງທັງຫລາຍຂອງພວກເຈົ້າ.
\v 11 ເພາະໃນຫົກມື້ພຣະຢາເວໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ, ທະເລ, ແລະທຸກສິ່ງໃນທີ່ເຫລົ່ານັ້ນ, ແລະພັກຜ່ອນໃນມື້ທີເຈັດ. ສະນັ້ນພຣະຢາເວໄດ້ອວຍພອນວັນສະບາໂຕ ແລະຕັ້ງມື້ນັ້ນໃຫ້ເປັນວັນບໍຣິສຸດ.
\s5
\v 12 ຈົ່ງໃຫ້ກຽຕແກ່ບິດາ ແລະ ມານດາຂອງພວກເຈົ້າ, ເພື່ອພວກເຈົ້າຈະມີຊີວິດຢືນຍາວເທິງແຜ່ນດິນ ຊຶ່ງພຣະຢາເວພຣະເຈົ້າຂອງພວກເຈົ້າຈະໃຫ້ແກ່ພວກເຈົ້າ.
\v 13 ພວກເຈົ້າຕ້ອງບໍ່ຂ້າຄົນ.
\v 14 ພວກເຈົ້າຕ້ອງບໍ່ເຮັດຜິດປະເວນີ.
\s5
\v 15 ພວກເຈົ້າຕ້ອງບໍ່ລັກຊັບຈາກຜູ້ອື່ນ.
\v 16 ພວກເຈົ້າຕ້ອງບໍ່ເປັນພະຍານບໍ່ຈິງໃສ່ຮ້າຍເພື່ອນບ້ານ.
\v 17 ພວກເຈົ້າຕ້ອງບໍ່ໂລບບ້ານເຮືອນຂອງເພື່ອນບ້ານ; ທາດຊາຍຂອງລາວ, ທາດຍິງຂອງລາວ, ງົວຂອງລາວ, ລວາຂອງລາວ, ຫລືສິ່ງໃດໆຊຶ່ງເປັນຂອງເພື່ອນບ້ານ."
\s5
\v 18 ປະຊາຊົນທັງຫມົດເຫັນຟ້າແມບ ແລະໄດ້ຍິນສຽງຟ້າຮ້ອງ, ແລະໄດ້ຍິນສຽງແກ, ແລະໄດ້ເຫັນຄວັນຈາກພູ. ເມື່ອປະຊາຊົນເຫັນສິ່ງນີ້, ພວກເຂົາກໍຢ້ານກົວຈົນຕົວສັ່ນ ແລະຢືນຢູໄກໆ.
\v 19 ພວກຂົາຈຶ່ງກ່າວກັບໂມເຊວ່າ, "ຈົ່ງບອກພວກເຮົາເຖີ້ນ, ແລະພວກເຮົາຈະຟັງ; ແຕ່ຢ່າໃຫ້ພຣະເຈົ້າກ່າວກັບພວກເຮົາເລີຍ, ຫລືພວກເຮົາຈະຕາຍ."
\v 20 ໂມເຊກ່າວກັບປະຊາຊົນວ່າ, "ຢ່າຢ້ານເລີຍ, ເພາະພຣະເຈົ້າໄດ້ມາເພື່ອທົດສອບເບິ່ງພວກເຈົ້າ ເພື່ອການໃຫ້ກຽຕພຣະອົງຈະຢູ່ໃນພວກເຈົ້າ, ແລະເພື່ອວ່າພວກເຈົ້າຈະບໍ່ເຮັດບາບ."
\v 21 ດັ່ງນັ້ນປະຊາຊົນຈຶ່ງໄດ້ຢືນຢູ່ໄກໆ, ແລະໂມເຊເຂົ້າໄປໃຫ້ຄວາມມືດຫນາ ບ່ອນທີ່ພຣະເຈົ້າສະຖິດຢູ່.
\s5
\v 22 ພຣະຢາເວກ່າວກັບໂມເຊວ່າ, "ສິ່ງນີ້ແຫລະ ທີ່ເຈົ້າຕ້ອງບອກຊາວອິສະຣາເອນຄື: 'ພວກເຈົ້າເອງໄດ້ເຫັນແລ້ວວ່າ ເຮົາໄດ້ເວົ້າກັບເຈົ້າຈາກສະຫວັນ.
\v 23 ພວກເຈົ້າຕ້ອງບໍ່ເຮັດຮູບພະອື່ນໃດ ສຳລັບພວກເຈົ້າເອງມາທຽບກັບເຮົາ, ບໍ່ວ່າພະເຈົ້ານັ້ນເຮັດດ້ວຍເງິນ ຫລື ຄຳ.
\s5
\v 24 ພວກເຈົ້າຕ້ອງທຳແທ່ນບູຊາທີ່ເຮັດດ້ວຍດິນສຳລັບເຮົາ. ແລະພວກເຈົ້າຕ້ອງຖວາຍບູຊາດ້ວຍເຄື່ອງເຜົາບູຊາຂອງເຈົ້າ, ເຄື່ອງຖວາຍເພື່ອຄວາມສາມັກຄີທັມ, ດ້ວຍແກະ, ແລະງົວ. ໃນທຸກບ່ອນທີ່ເຮົາຕ້ອງການໄດ້ຮັບກຽຕນາມຊື່ຂອງເຮົາ. ເຮົາຈະມາຫາພວກເຈົ້າ ແລະອວຍພອນພວກເຈົ້າ.
\v 25 ຖ້າພວກເຈົ້າສ້າງແທ່ນບູຊາດ້ວຍຫີນ, ພວກເຈົ້າຕ້ອງບໍ່ສ້າງດ້ວຍຫີນທີ່ຕົກແຕ່ງແລ້ວ. ເພາະຖ້າພວກເຈົ້າໃຊ້ເຄື່ອງມືຕົກແຕ່ງມັນ. ພວກເຈົ້າຈະເຮັດໃຫ້ຫີນເປັນມົນທິນ.
\v 26 ພວກເຈົ້າຕ້ອງບໍ່ເດີນຕາມຂັ້ນໄດໄປຍັງແທ່ນບູຊາຂອງເຮົາ; ເພື່ອປ້ອງກັນພວກເຈົ້າບໍ່ໃຫ້ເຫັນຂອງລັບຂອງພວກເຈົ້າ.'"
\s5
\c 21
\cl ບົດທີ 21
\p
\v 1 "ຕໍ່ໄປນີ້ເປັນກົດຕ່າງໆຊຶ່ງເຈົ້າຕ້ອງຕັ້ງໄວ້ຕໍ່ຫນ້າເຂົາທັງຫລາຍຄື:
\s5
\v 2 ຖ້ເຈົ້າຊື້ທາດເຮັບເຣີໄວ້ເປັນທາດ, ລາວຈະຈະຮັບໃຊ້ເຈົ້າຫົກປີ, ແລະໃນປີທີເຈັດລາວຈະໄດ້ເປັນອິສະຣະໂດຍບໍ່ຕ້ອງເສຍຄ່າໄຖ່.
\v 3 ຖ້າລາວມາຄົນດຽວ, ລາວຈະເປັນອິສະຣະພຽງຄົນດຽວ; ຖ້າລາວແຕ່ງງານມານໍາ, ແລ້ວເມຍຂອງລາວຕ້ອງເປັນອິສະຣະດ້ວຍ.
\v 4 ຖ້ານາຍຫາເມຍໃຫ້ລາວ ແລະນາງນັ້ນເກີດລູກຊາຍ ຫລືລູກສາວ, ເມຍແລະລູກຂອງນາງຈະເປັນຂອງນາຍ, ແລະລາວຈະຕ້ອງເປັນອິສະຣະພຽງຜູ້ດຽວ.
\s5
\v 5 ແຕ່ຖ້າທາດນັ້ນເວົ້າມາຢ່າງຊັດເຈນວ່າ, "ຂ້ານ້ອຍຮັກນາຍ, ຮັກເມຍ, ແລະ ລູກຂອງຂ້ານ້ອຍ; ຂ້ານ້ອຍຈະບໍ່ຢາກອອກໄປເປັນອິສະຣະ."
\v 6 ແລ້ວໃຫ້ນາຍນັ້ນພາທາດນັ້ນໄປເຝົ້າພຣະເຈົ້າ. ນາຍຕ້ອງພາລາວໄປທີ່ປະຕູ ຫລືເສົາປະຕູ, ແລະໃຫ້ນາຍເຈາະຫູຂອງລາວດ້ວຍເຫລັກຫມາດ. ແລ້ວລາວຈະຢູ່ຮັບໃຊ້ນາຍຕະຫລອດຊີວິດຂອງລາວ.
\s5
\v 7 ຖ້າຊາຍໃດຂາຍລູກສາວເປັນທາດຍິງ, ນາງຈະບໍ່ໄດ້ເປັນອິສະຣະເຫມືອນທາດຊາຍ.
\v 8 ຖ້ານາງນັ້ນບໍ່ເປັນທີ່ພໍໃຈນາຍ, ຜູ້ຊຶ່ງໄດ້ຮັບນາງໄວ້, ແລ້ວລາວຕ້ອງຍອມໃຫ້ນາງຖືກຊື້ຄືນ. ແຕ່ຊາຍນັ້ນບໍ່ມີສິດຂາຍນາງນັ້ນໃຫ້ແກ່ຄົນຕ່າງຊາດ. ລາວບໍ່ໄດ້ຮັບສິດເຊັ່ນນີ້, ເພາະລາວບໍ່ໄດ້ປະຕິບັດຢ່າງສັດຊື່ຕໍ່ນາງ.
\s5
\v 9 ຖ້ານາຍຍົກຍິງນັ້ນໃຫ້ເປັນເມຍຂອງລູກຊາຍຂອງຕົນ, ນາຍຕ້ອງປະຕິບັດກັບນາງເຫມືອນເປັນລູກສາວຂອງຕົນ.
\v 10 ຖ້າລາວເອົາຍິງອື່ນອີກມາເປັນເມຍ, ລາວຕ້ອງບໍ່ລຸດຄ່າອາຫານ, ເສື້ອຜ້າ, ຫລືສິດທິແຕ່ງງານຂອງນາງ.
\v 11 ແຕ່ຖ້າລາວບໍ່ໄດ້ເຮັດສາມຢ່າງນີ້ແກ່ນາງ. ແລ້ວນາງນັ້ນຈະໄປກໍໄດ້ໂດຍເປັນອິສະຣະ ບໍ່ຕ້ອງເສຍຄ່າໄຖ່ໃດໆ.
\s5
\v 12 ຜູ້ໃດກໍຕາມຕີຄົນຫນຶ່ງແລ້ວເຂົາກໍຕາຍ, ຜູ້ນັ້ນຈະຕ້ອງຮັບເຖິງແກ່ຄວາມຕາຍແນ່ນອນ.
\v 13 ຖ້າຄົນນັ້ນເຮັດໄປໂດຍບໍ່ໄຕ່ຕອງໄວ້ລ່ວງຫນ້າ, ແຕ່ດ້ວຍອຸບັດເຫດ, ແລ້ວເຮົາຈະກຳຫນົດທີ່ແຫ່ງຫນຶ່ງໃຫ້ລາວສາມາດຫນີໄປໄດ້.
\v 14 ຖ້າຜູ້ໃດເຈດຕະນາຂ້າເພື່ອນບ້ານ ແລະວາງແຜນຂ້າຄົນໂດຍເຈດຕະນາ, ແລ້ວເຈົ້າຈົ່ງນຳຕົວລາວ, ແມ່ນວ່າລາວຈະຢູ່ທີ່ແທ່ນບູຊາຂອງພຣະເຈົ້າ, ເພື່ອລົງໂທດເຂົາເຖິງຕາຍ.
\s5
\v 15 ຜູ້ໃດກໍຕາມທີ່ທຸບຕີບິດາ ຫລືມານດາຂອງຕົນ ຈະຖືກລົງໂທດເຖິງຄວາມຕາຍແນ່ນອນ.
\v 16 ຜູ້ໃດກໍຕາມລັກພາຕົວຄົນໄປ ແລະຂາຍເຂົາ ຫລືພົບວ່າຜູ້ນັ້ນຢູ່ໃນຄວາມຄອບຄອງຂອງເຂົາ, ຜູ້ລັກນັ້ນຈະຕ້ອງຖືກລົງໂທດເຖິງຕາຍຢ່າງແນ່ນອນ.
\v 17 ຜູ້ໃດກໍຕາມທີ່ປ້ອຍດ່າບິດາ ຫລືມານດາຂອງຕົນ ຜູ້ນັ້ນຕ້ອງຖືກລົງໂທດເຖິງຕາຍຢ່າງແນ່ນອນ.
\s5
\v 18 ຖ້າຜູ້ຊາຍຕໍ່ສູ້ກັນ ແລະຝ່າຍຫນຶ່ງເອົາຫີນຂ້ວາງຫລືຊົກດ້ວຍກຳປັ້ນ, ແລະ ແຕ່ອີກຝ່າຍຫນຶ່ງບໍ່ເຖິງແກ່ຄວາມຕາຍ, ແຕ່ບາດເຈັບຕ້ອງນອນພັກທີ່ຕຽງຂອງລາວ;
\v 19 ແລ້ວຖ້າລາວຫາຍດີ ແລະ ສາມາດຍ່າງໄດ້ໂດຍໃຊ້ໄມ້ຄ້ອນເທົ້າຂອງລາວ, ຜູ້ຕີນັ້ນຈະຕ້ອງເສຍຄ່າເສຍເວລາ; ຄ່າຮັກສາພະຍາບານທັງຫມົດຈົນລາວຫາຍດີເປັນປົກກະຕິ. ແຕ່ຄົນທີ່ເຮັດຮ້າຍນັ້ນຈະບໍ່ມີຄວາມຜິດຖານຂ້າຄົນ.
\s5
\v 20 ຖ້າຜູ້ໃດທຸບຕີທາດຊາຍ ຫລືທາດຍິງຂອງຕົນດ້ວຍໄມ້, ແລະຖ້າທາດນັ້ນຕາຍເນື່ອງຈາກການຕີນັ້ນ, ແລ້ວຜູ້ນັ້ນຈະຕ້ອງຖືກລົງໂທດຢ່າງແນ່ນອນ.
\v 21 ຢ່າງໃດກໍດີ, ຖ້າທາດນັ້ນມີຊີວິດຕໍ່ໄປພາຍໃນຫນຶ່ງຫລືສອງສອງມື້, ນາຍກໍບໍ່ຕ້ອງຖືກລົງໂທດ, ເພາະລາວຕ້ອງທໍຣະມານໃຈຈາກສູນເສຍທາດນັ້ນ.
\s5
\v 22 ຖ້າຜູ້ຊາຍຕີກັນ ແລະໄປເຮັດໃຫ້ຍິງຖືພາບາດເຈັບຈົນ ເຮັດໃຫ້ເດັກເກີດກ່ອນກຳຫນົດ ຫລືຫລຸລູກ, ແຕ່ນາງບໍ່ໄດ້ຮັບອັນຕະລາຍ. ຄົນທີ່ທຳຮ້າຍນາງຈະຕ້ອງຖືກປັບໄຫມຕາມແຕ່ສາມີຂອງຍິງນັ້ນຈະຮຽກຮ້ອງເອົາຈາກລາວ, ແລະ ລາວຕ້ອງຈ່າຍຕາມທີ່ຜູ້ພິພາກສາຕັດສິນ.
\v 23 ແຕ່ຫາກນາງໄດ້ຮັບບາດເຈັບສາຫັດ, ແລ້ວເຈົ້າຕ້ອງໃຊ້ແທນດ້ວຍຊີວິດ.
\v 24 ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ,
\v 25 ຮອຍໄຫມ້ແທນຮອຍໄຫມ້, ບາດແຜແທນບາດແຜ, ຫລືຮອຍຊໍ້າແທນຮອຍຊໍ້າ.
\s5
\v 26 ຖ້າຜູ້ໃດຕີທີ່ຕາຂອງທາດຊາຍ ຫລືທາດຍິງແລ້ວເຮັດໃຫ້ຕາບອດໄປ, ແລ້ວລາວຈະຕ້ອງປ່ອຍທາດຜູ້ນັ້ນໃຫ້ເປັນອິສະຣະ ເພື່ອໃຊ້ແທນດວງຕາຂອງທາດນັ້ນ.
\v 27 ຖ້າຜູ້ໃດເຮັດໃຫ້ແຂ້ວຂອງທາດຊາຍ ຫລື ທາດຍິງຫລຸດອອກໄປ, ລາວຕ້ອງປ່ອຍທາດຜູ້ນັ້ນເປັນອິສະຣະ ເພື່ອໃຊ້ແທນແຂ້ວ.
\s5
\v 28 ຖ້າງົວຂ້າຊາຍ ຫລືຍິງຄົນຫນຶ່ງເຖິງແກ່ຄວາມຕາຍ, ຈົ່ງເອົາຫີນຄ່ວາງງົວນັ້ນໃຫ້ຕາຍ ແລະຫ້າມກີນຊີ້ນຂອງມັນ; ແຕ່ເຈົ້າຂອງງົວບໍ່ມີໂທດ.
\v 29 ແຕ່ຖ້າງົວມີນິໄສມັກຊົນຄົນມາກ່ອນ, ແລະມີຜູ້ມາເຕືອນໃຫ້ເຈົ້າຂອງງົວໃຫ້ຮູ້ແລ້ວ, ແຕ່ເຈົ້າຂອງບໍ່ໄດ້ກັກຂັງມັນໄວ້, ແລະມັນໄດ້ຊົນຄົນຕາຍໄປບໍ່ວ່າຊາຍຫລືຍິງ, ກໍໃຫ້ເອົາຫີນຂ້ວາງງົວນັ້ນເສຍໃຫ້ຕາຍ, ແລະໃຫ້ລົງໂທດເຈົ້າຂອງງົວໃຫ້ເຖິງຕາຍດ້ວຍ.
\v 30 ຖ້າຈະຮຽກຮ້ອງເອົາຄ່າໄຖ່ຊີວິດຂອງລາວ, ລາວຕ້ງເສຍຄ່າໄຖ່ຕາມຈຳນວນທີ່ເຂົາຮຽກຮ້ອງໃຫ້ຈ່າຍ.
\s5
\v 31 ຫາກງົວນັ້ນຊົນລູກຊາຍ ຫລືລູກສາວ, ເຈົ້າຂອງງົວຈະຕ້ອງປະຕິບັດຕາມກົດທີ່ຮຽກຮ້ອງໃຫ້ລາວປະຕິບັດ.
\v 32 ຖ້າງົວນັ້ນຊົນທາດຊາຍ ຫລືທາດຍິງຂອງຜູ້ໃດ, ເຈົ້າຂອງງົວຕ້ອງໃຫ້ເງິນສາມສິບເຊເຂ, ແລະຕ້ອງເອົາຫີນຄ່ວາງງົວນັ້ນໃຫ້ຕາຍ.
\s5
\v 33 ຖ້າຜູ້ໃດເປີດນໍ້າສ້າງ, ຫລືຂຸດນໍ້າສ້າງ ແລະບໍ່ໄດ້ອັດມັນໄວ້, ແລະມີງົວຫລືລວາຕົກລົງໄປໃນນໍ້າສ້າງນັ້ນ, ເຈົ້າຂອງນໍ້າສ້າງຕ້ອງຈ່າຍຄ່າເສຍຫາຍ.
\v 34 ລາວຕ້ອງຈ່າຍແທນຄືນໃຫ້ແກ່ເຈົ້າຂອງສັດ, ແລະສັດທີ່ຕາຍນັ້ນຈະຕົກເປັນຂອງເຈົ້າຂອງນໍ້າສ້າງ.
\s5
\v 35 ຖ້າງົວຂອງຜູ້ໃດທຳຮ້າຍງົວຂອງຜູ້ອື່ນຕາຍ. ແລ້ວເຂົາຕ້ອງຂາຍງົວທີ່ເປັນນັ້ນ ແລະແບ່ງເງິນກັນ, ແລະແບ່ງງົວທີ່ຕາຍນັ້ນໃຫ້ເທົ່າກັນ.
\v 36 ແຕ່ຖ້າຮູ້ແລ້ວວ່າງົວມີນິດໄສມັກຊົນຄົນອື່ນມາກ່ອນ, ແລະເຈົ້າຂອງບໍ່ໄດ້ກັກຂັງໄວ້, ເຈົ້າຂອງຕ້ອງໃຊ້ງົວແທນຄືນງົວ, ແລະງົວທີ່ຕາຍກໍຈະຕົກເປັນຂອງເຈົ້າຂອງສັດເອງ.
\s5
\c 22
\cl ບົດທີ 22
\p
\v 1 ຖ້າຜູ້ໃດລັກງົວ ຫລືແກະໄປ ແລະ ຂ້າຫລືຂາຍ, ໃຫ້ຜູ້ນັ້ນຕ້ອງໃຊ້ແທນງົວຫ້າໂຕຕໍ່ງົວຫນຶ່ງໂຕ, ແລະ ແກະສີ່ໂຕຕໍ່ແກະຫນຶ່ງໂຕ.
\v 2 ຖ້າຜູ້ໃດໄດ້ເຫັນຄົນຂີ້ລັກກຳລັງເຂົ້າມາ, ແລະ ຖ້າລາວໄດ້ຕີຄົນຂີ້ລັກນັ້ນຈົນຕາຍ, ໃນກໍລະນີນັ້ນກໍຈະບໍ່ມີຄວາມຜິດໃນຖານຂ້າຄົນໃນຄະດີຂອງລາວ.
\v 3 ແຕ່ຖ້າຕາເວັນຂຶ້ນແລ້ວກ່ອນທີ່ລາວບຸກລຸກເຂົ້າມາ, ຄວາມຜິດຖານຂ້າຄົນຈະຕົກແກ່ຜູ້ຂ້າລາວນັ້ນ. ຄົນຂີ້ລັກຕ້ອງໃຊ້ແທນຄືນ, ຖ້າລາວບໍ່ມີອັນໃດຈະໃຊ້ໃຫ້. ແລ້ວລາວຕ້ອງຂາຍຕົນເອງເພື່ອໃຊ້ແທນສິ່ງທີ່ລາວລັກໄປ.
\v 4 ຖ້າພົບສັດທີ່ລັກໄປນັ້ນຍັງເປັນຢູ່ໃນການຄອບຄອງຂອງລາວ, ບໍ່ວ່າຈະເປັນງົວ, ຫລືລໍ, ຫລືແກະ, ລາວຕ້ອງຈ່າຍຄືນສອງເທົ່າ.
\s5
\v 5 ຖ້າຜູ້ໃດປ່ອຍຝູງສັດຂອງຕົນໄປກິນຫຍ້າໃນທົ່ງຫຍ້າ ຫລືໃນສວນອະງຸ່ນ​ ແລະປ່ອຍໃຫ້ສັດຫລົງ, ແລະເຂົ້າໄປກິນຫຍ້າໃນທົ່ງນາຂອງອີກຄົນຫນຶ່ງ, ລາວຕ້ອງໃຊ້ແທນດ້ວຍພືດຜົນສ່ວນທີ່ດີທີ່ສຸດຈາກທົ່ງນາ ແລະ ຈາກສວນຂອງລາວເອງ.
\s5
\v 6 ຖ້າໄຟລຸກ ແລະ ລາມໄປຕິດພຸ່ມຫນາມຈົນເຖິງກອງເຂົ້າ, ຫລືເຂົ້າທີ່ຍັງບໍ່ໄດ້ກ່ຽວ, ຫລືລາມໄປໃນທົ່ງນາຈົນເສຍຫມົດ, ຜູ້ທີ່ເປັນຜູ້ຈຸດໄຟຕ້ອງໃຊ້ແທນຄ່າເສຍຫາຍທັງຫມົດ.
\s5
\v 7 ຖ້າຜູ້ໃດຝາກເງິນ ຫລື ສິ່ງຂອງໄວ້ກັບເພື່ອນບ້ານເພື່ອໃຫ້ລາວໃຫ້ດູແລ, ແລະຖ້າສິ່ງຂອງນັ້ນຖືກລັກໄປຈາກເຮືອນຂອງຜູ້ນັ້ນ, ຖ້າຈັບຄົນຂີ້ລັກໄດ້ ຄົນຂີ້ລັກນັ້ນຕ້ອງໃຊ້ແທນສອງເທົ່າ.
\v 8 ແຕ່ຖ້າຫາກຈັບຄົນຂີ້ລັກບໍ່ໄດ້ ກໍໃຫ້ເຈົ້າຂອງເຮືອນມາພົບກັບຜູ້ພິພາກສາ ເພື່ອຮັບການພິຈາລະນາແມ່ນລາວເອງ ຫລືບໍ່ທີ່ລັກສົມບັດຂອງເພື່ອນບ້ານ.
\v 9 ໃນຄະດີຮ້ອງຟ້ອງທຸກຢ່າງ, ບໍ່ວ່າຈະເປັນເລື່ອງງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ, ຫລືເລື່ອງສິ່ງຂອງໃດໆທີ່ຫາຍໄປ ຊຶ່ງບາງຄົນອ້າງວ່າ, "ສິ່ງນີ້ເປັນຂອງຂ້ອຍ." ໃຫ້ທັງສອງຝ່າຍນຳກໍລະນີຂອງເລື່ອງນັ້ນ ໄປພົບຜູ້ພິພາກສາ. ຜູ້ໃດທີ່ຜູ້ພິພາກສາພົບຄວາມຜິດ ຜູ້ນັ້ນຈະຕ້ອງໃຊ້ແທນເປັນສອງເທົ່າແກ່ເພື່ອນບ້ານຂອງລາວ.
\s5
\v 10 ຖ້າຜູ້ໃດຝາກລໍ, ງົວ, ແກະ, ຫລືສັດໃດໆໄວ້ກັບເພື່ອນບ້ານຂອງລາວ, ແລະຖ້າສັດຕາຍ ຫລື ເຈັບຫລືຖືກຕ້ອນເອົາໄປໂດຍບໍ່ມີໃຜເຫັນ.
\v 11 ຕ້ອງໃຫ້ທັງສອງຄົນນັ້ນສາບານຕໍ່ພຣະຢາເວວ່າ, ຄົນຫນຶ່ງຄົນໃດໄດ້ເອົາຊັບສິນຂອງເພື່ອນບ້ານໄວ້ໃນມືຂອງລາວ ຫລືບໍ່. ແລ້ວເຈົ້າຂອງນັ້ນຈະຕ້ອງຍອມຮັບ, ຜູ້ຮັບຟາກນັ້ນບໍ່ຕ້ອງຈ່າຍຄ່າຊົດເຊີຍ.
\v 12 ແຕ່ຖ້າສິ່ງຂອງຖືກລັກໄປຈາກລາວ, ອີກຝ່າຍຫນຶ່ງຕ້ອງຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ທີ່ເປັນເຈົ້າຂອງ.
\v 13 ຖ້າສັດນັ້ນຖືກຕັດເປັນຕ່ອນໆ, ໃຫ້ອີກຄົນນໍາຊາກມາໃຫ້ກວດເບິ່ງເປັນຫລັກຖານ. ລາວບໍ່ຕ້ອງຈ່າຍຄ່າຊົດເຊີຍສຳລັບສັດທີ່ຖືກຕັດເປັນຕອນໆນັ້ນ.
\s5
\v 14 ຖ້າຜູ້ໃດຍືມສັດຈາກເພື່ອນບ້ານ, ແລະແລ້ວມັນເກີດເຈັບ ຫລືຕາຍໃນລະຫວ່າງທີ່ເຈົ້າຂອງບໍ່ຢູ່, ອີກຄົນຕ້ອງຈ່າຍຄ່າຊົດເຊີຍເຕັມຕາມຈຳນວນ.
\v 15 ແຕ່ຖ້າເຈົ້າຂອງຢູ່ນຳ, ອີກຄົນບໍ່ຕ້ອງຈ່າຍຄ່າຊົດເຊີຍ; ຖ້າເປັນສັດເຊົ່າ, ໃຫ້ຈ່າຍແຕ່ຄ່າເຊົ່າເທົ່ານັ້ນ.
\s5
\v 16 ຖ້າຜູ້ໃດຫລອກລວງສາວປອດທີ່ຍັງບໍ່ໄດ້ຫມັ້ນຫມາຍ, ແລະຖ້າລາວນອນກັບນາງນັ້ນ. ລາວຕ້ອງຮັບນາງມາເປັນເມຍຂອງລາວ ໂດຍຈ່າຍເງິນຄ່າສິນສອດຕາມທີ່ຮຽກຮ້ອງ.
\v 17 ຖ້າພໍ່ຂອງນາງບໍ່ຍອມຍົກນາງໃຫ້ລາວຢ່າງເດັດຂາດ, ລາວກໍຕ້ອງເສຍເງິນເທົ່າສິນສອດຕາມທຳນຽມສູ່ຂໍສາວປອດນັ້ນ.
\s5
\v 18 ພວກເຈົ້າຕ້ອງບໍ່ໃຫ້ນັກເວດມົນມີຊີວິດຢູ່.
\v 19 ຜູ້ໃດຮ່ວມສົມສູ່ກັບສັດຈະຕ້ອງມີໂທດເຖິງຕາຍ.
\s5
\v 20 ຜູ້ໃດກໍຕາມບູຊາແດ່ພະໃດໆນອກຈາກພຣະຢາເວ ຜູ້ນັ້ນຈະຕ້ອງຖືກທຳລາຍຢ່າງຫມົດສິ້ນ.
\v 21 ພວກເຈົ້າຕ້ອງບໍ່ເຮັດຜິດຕໍ່ຄົນຕ່າງດ້າວ ຫລືຂົ່ມເຫັ່ງເຂົາ. ເພາະພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນແຜ່ນດິນອີຢິບ.
\s5
\v 22 ພວກເຈົ້າຕ້ອງບໍ່ຂົ່ມເຫັງຍິງຫມ້າຍ ຫລື ລູກກຳພ້າພໍ່.
\v 23 ຖ້າພວກເຈົ້າຂົ່ມເຫງພວກເຂົາ, ແລະຖ້າພວກເຂົາຮ້ອງຫາເຮົາ, ເຮົາຈະຟັງຄຳຮ້ອງທຸກຂອງພວກເຂົາຢ່າງແນ່ນອນ.
\v 24 ຄວາມໂກດຮ້າຍຂອງເຮົາຈະລຸກຂຶ້ນ, ແລະເຮົາຈະປະຫານພວກເຈົ້າດ້ວຍດາບ; ເມຍຂອງພວກເຈົ້າຈະເປັນຫມ້າຍ, ແລະລູກຂອງພວກເຈົ້າຈະກຳພ້າພໍ່.
\s5
\v 25 ຖ້າພວກເຈົ້າໃຫ້ປະຊາຊົນຂອງເຮົາຄົນໃດທີ່ເປັນຄົນຈົນທ່າມກາງພວກເຈົ້າຢືມເງິນໄປ, ພວກເຈົ້າຕ້ອງບໍ່ຖືວ່າຕົນເປັນເຈົ້າຫນີ້ ຫລືຫ້າມເອົາດອກເບ້ຍຈາກລາວ.
\v 26 ຖ້າພວກເຈົ້າຍຶດເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງຄໍ້າປະກັນ, ພວກເຈົ້າຕ້ອງຄືນຂອງນັ້ນໃຫ້ລາວກ່ອນຕາເວັນຕົກດິນ,
\v 27 ເພາະສິ່ງນັ້ນເປັນສິ່ງດຽວສຳລັບຄຸມ; ເສື້ອຜ້ານັ້ນກໍສຳລັບຄຸມຮ່າງກາຍຂອງລາວ. ລາວຈະໃຊ້ອັນໃດຫົ່ມນອນ? ເມື່ອລາວຮ້ອງທຸກຕໍ່ເຮົາ, ເຮົາຈະຟັງລາວ, ເພາະເຮົາມີໃຈເມດຕາ.
\s5
\v 28 ພວກເຈົ້າຕ້ອງບໍ່ຫມິ່ນປະຫມາດເຮົາ, ພຣະເຈົ້າ, ຫລືສາບແຊ່ງຜູ້ປົກຄອງປະຊາຊົນຂອງພວກເຈົ້າ.
\s5
\v 29 ພວກເຈົ້າຕ້ອງບໍ່ຊັກຊ້າທີ່ຈະຖວາຍເຄື່ອງບູຊາທີ່ຈາກການເກັບກ່ຽວຂອງເຈົ້າ ຫລືຈາກອ່າງຢຽບອະງຸ່ນຂອງພວກເຈົ້າ. ພວກເຈົ້າຕ້ອງຖວາຍລູກຊາຍກົກຂອງເຈົ້າແກ່ເຮົາ.
\v 30 ພວກເຈົ້າຕ້ອງຖວາຍລູກຫົວປີຂອງງົວ ແລະແກະຂອງເຈົ້າ. ໃຫ້ລູກມັນຢູ່ກັບແມ່ເຈັດມື້, ແຕ່ພໍເຖິງມື້ທີແປດຕ້ອງເອົາມາຖວາຍແກ່ເຮົາ.
\v 31 ພວກເຈົ້າເປັນປະຊາຊົນທີ່ບໍຣິສຸດສຳລັບເຮົາ. ສະນັ້ນພວກເຈົ້າຕ້ອງບໍ່ກິນຊີ້ນສັດທີ່ຖືກກັດຕາຍໃນທົ່ງນາ. ແຕ່, ພວກເຈົ້າຈົ່ງໂຍນຊາກນັ້ນໃຫ້ຫມາກິນ.
\s5
\c 23
\cl ບົດທີ 23
\p
\v 1 ພວກເຈົ້າຕ້ອງບໍ່ໃຫ້ການລາຍງານກ່ຽວກັບຄົນໃດຄົນຫນຶ່ງ. ຈົ່ງຢ່າຮ່ວມກັບຄົນຊົ່ວໂດຍເປັນພະຍານບໍ່ຈິງ.
\v 2 ພວກເຈົ້າຕ້ອງບໍ່ເຮັດຊົ່ວຕາມຢ່າງຄົນສ່ວນຫລາຍ, ຫລືບໍ່ເປັນພະຍານໂດຍລຳອຽງເຂົ້າຂ້າງຄົນສ່ວນຫລາຍ ເພາະຈະເຮັດໃຫ້ເສຍຄວາມຍຸຕິທັມໄປ.
\v 3 ພວກເຈົ້າຕ້ອງບໍ່ຕ້ອງເຂົ້າຂ້າງຄົນຈົນໃນຄະດີຂອງລາວ.
\s5
\v 4 ຖ້າພວກເຈົ້າພົບງົວ ຫລືລໍຂອງສັດຕຣູຫລົງມາ, ພວກເຈົ້າຕ້ອງພາໄປສົ່ງຄືນລາວ.
\v 5 ຖ້າພວກເຈົ້າເຫັນລໍຂອງຜູ້ທີ່ກຽດຊັງເຈົ້າລົ້ມລົງ ເພາະຂົນເຄື່ອງຫນັກ, ພວກເຈົ້າຕ້ອງບໍ່ເມີນເສີຍຄົນນັ້ນ. ພວກເຈົ້າຈົ່ງຊ່ວຍລາວກັບລໍຂອງລາວ.
\s5
\v 6 ພວກເຈົ້າຕ້ອງບໍ່ບິດເບືອນຄວາມຍຸຕິທັມ ທີ່ຄົນຈົນຄວນໄດ້ຮັບໃນຄະດີຂອງລາວ.
\v 7 ຢ່າຮ່ວມກັບຄົນອື່ນໃນການໃສ່ຮ້າຍປ້າຍສີ, ແລະ ຢ່າປະຫານຄົນບໍຣິສຸດ ຫລື ຄົນຊອບທັມ, ເພາະເຮົາຈະບໍ່ປ່ອຍຄົນເຮັດຊົ່ວຢ່າງນັ້ນ.
\v 8 ຫ້າມຮັບສິນບົນ, ເພາະສິນບົນເຮັດໃຫ້ຄົນຕາດີ ກາຍເປັນຄົນຕາບອດ, ແລະເຮັດໃຫ້ຖ້ອຍຄຳຂອງຄົນສັດຊື່ບິດເບືອນໄປ.
\v 9 ພວກເຈົ້າຕ້ອງບໍ່ຂົ່ມເຫັງຄົນຕ່າງດ້າວ, ເພາະພວກເຈົ້າຮູ້ຈັກຊີວິດຄົນຕ່າງດ້າວແລ້ວ, ເມື່ອພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນແຜ່ນດິນອີຢິບມາກ່ອນ.
\s5
\v 10 ຕະຫລອດຫົກປີພວກເຈົ້າຈະຫວ່ານພືດຂອງພວກເຈົ້າ ແລະເກັບກ່ຽວຜົນຂອງມັນ.
\v 11 ແຕ່ປີທີເຈັດນັ້ນ ພວກເຈົ້າຈະງົດໄຖ ແລະປ່ອຍທົ່ງນາໃຫ້ວ່າງໄວ້, ເພື່ອໃຫ້ປະຊາຊົນທີ່ຍາກຈົນທ່າມກາງພວກເຈົ້າໄດ້ເກັບກິນ, ສ່ວນທີ່ພວກເຂົາເຫລືອໄວ້ນັ້ນກໍໃຫ້ສັດປ່າກິນ. ພວກເຈົ້າຈະຕ້ອງເຮັດເຊັ່ນດຽວກັນກັບສວນອະງຸ່ນ ແລະສວນຫມາກກອກເທດດ້ວຍ.
\s5
\v 12 ໃນລະຫວ່າງຫົກວັນພວກເຈົ້າຈະເຮັດວຽກຂອງພວກເຈົ້າ, ແຕ່ໃນວັນທີເຈັດນັ້ນ ພວກເຈົ້າຈົ່ງຢຸດພັກ. ຈົ່ງເຮັດເຊັ່ນນີ້ເພື່ອງົວ ແລະລໍຂອງເຈົ້າຈະໄດ້ພັກ, ແລະລູກຊາຍທາດຍິງຂອງພວກເຈົ້າ ກັບຄົນຕ່າງດ້າວຈະໄດ້ພັກຜ່ອນ ແລະ ໃຫ້ສົດຊື່ນດ້ວຍ.
\v 13 ຈົ່ງຕັ້ງໃຈປະຕິບັດທຸກສິ່ງທີ່ເຮົາສັ່ງພວກເຈົ້ານັ້ນ. ຢ່າອອກຊື່ພະອື່ນໆ, ຫລືຢ່າກ່າວຊື່ຂອງພະເຫລົ່ານັ້ນ ໃຫ້ໄດ້ຍິນຈາກປາກຂອງພວກເຈົ້າ.
\s5
\v 14 ພວກເຈົ້າຕ້ອງເດີນທາງໄປສະຫລອງເທສະການຖວາຍໃຫ້ເຮົາປີລະສາມເທື່ອ.
\v 15 ພວກເຈົ້າຕ້ອງຖືເທສະການກິນເຂົ້າຈື່ບໍ່ມີເຊື້ອແປ້ງ. ຕາມທີ່ເຮົາສັ່ງພວກເຈົ້າໄວ້, ພວກເຈົ້າຈະກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເປັນເວລາເຈັດມື້. ເພາະໃນເວລານັ້ນ ພວກເຈົ້າຈະເຂົ້າມາປາກົດຕົວຕໍ່ຫນ້າເຮົາໃນເດືອນຂອງອາບິບ, ຊຶ່ງແມ່ນໄດ້ກຳຫນົດໄວ້. ໃນເດືອນນີ້ພວກເຈົ້າໄດ້ອອກມາຈາກອີຢິບ. ແຕ່ພວກເຈົ້າຕ້ອງບໍ່ມາເຝົ້າເຮົາມືເປົ່າ.
\s5
\v 16 ພວກເຈົ້າຕ້ອງຖືເທສະການລ້ຽງສະຫລອງການເກັບກ່ຽວ, ພືດຜົນທຳອິດທີ່ເກີດຈາກແຮງງານຂອງພວກເຈົ້າ ເມື່ອພວກເຂົ້າຫວ່ານພືດລົງໃນນາ. ພວກເຈົ້າຕ້ອງຖືເທສະການສະຫລອງພືດຜົນປາຍປີ, ເມື່ອພວກເຈົ້າເກັບພືດຜົນຈາກທົ່ງນາແລ້ວ.
\v 17 ຊາຍທຸກຄົນຂອງພວກເຈົ້າຕ້ອງເຂົ້າມາເຝົ້າພຣະຢາເວ ພຣະຜູ້ເປັນເຈົ້າປີລະສາມເທື່ອ.
\s5
\v 18 ພວກເຈົ້າຕ້ອງບໍ່ຍອມຖວາຍເລືອດຈາກເຄື່ອງບູຊາທີ່ເຮັດຖວາຍໃຫ້ແກ່ເຮົາ ພ້ອມກັບເຂົ້າຫນົມໃສ່ເຊື້ອແປ້ງ. ໄຂມັນຈາກເຄື່ອງຖວາຍບູຊາໃນເທສະການລ້ຽງຂອງເຮົາ ຈະຕ້ອງບໍ່ເຫລືອຄ້າງຄືນຈົນເຖິງຕອນເຊົ້າ.
\v 19 ພວກເຈົ້າຕ້ອງນຳສ່ວນທີ່ດີທີ່ສຸດຂອງພືດຜົນທຳອິດຈາກດິນຂອງພວກເຈົ້າມາຍັງພຣະວິຫານຂອງເຮົາ, ພຣະວິຫານຂອງພຣະຢາເວພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍ່ຕົ້ມລູກແບ້ດ້ວຍນົມຂອງແມ່ຂອງມັນ.
\s5
\v 20 ເຮົາຈະໃຊ້ເທວະດາຂອງເຮົານຳຫນ້າພວກເຈົ້າເພື່ອຄູ້ມຄອງພວກເຈົ້າຕາມທາງ, ແລະນໍາພວກເຈົ້າໄປເຖິງບ່ອນທີ່ເຮົາໄດ້ຕຽມໄວ້.
\v 21 ຈົ່ງເອົາໃຈໃສ່ ແລະເຊື່ອຟັງລາວ. ເພາະລາວຈະບໍ່ຍົກໂທດ, ໃນຄວາມຜິດຂອງພວກເຈົ້າເລີຍ, ດ້ວຍລາວໄດ້ເຮັດໃນນາມຂອງເຮົາ.
\v 22 ຖ້າພວກເຈົ້າເຊື່ອຟັງສຽງຂອງລາວແທ້ໆ ແລະເຮັດຕາມທຸກໆສິ່ງທີ່ເຮົາສັ່ງໄວ້ກັບພວກເຈົ້າ, ແລ້ວເຮົາຈະເປັນສັດຕູຕໍ່ພວກສັດຕຣູຂອງພວກເຈົ້າ ແລະເປັນຄູ່ຕໍ່ສູ້ຜູ້ທີ່ເປັນຄູ່ຕໍ່ສູ້ຂອງພວກເຈົ້າ.
\s5
\v 23 ເທວະດາຂອງເຮົາຈະໄປຂ້າງຫນ້າພວກເຈົ້າ ແລະ ນຳພວກເຈົ້າໄປເຖິງຊາວອະໂມຣີດ, ຊາວຮິດຕີ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ, ແລະຊາວເຢບຸດ. ເຮົາຈະທຳລາຍພວກເຂົາເຫລົ່ານັ້ນເສຍ.
\v 24 ພວກເຈົ້າຕ້ອງບໍ່ຂາບໄຫວ້, ນະມັດສະການບັນດາພະຂອງພວກເຂົາ, ຫລືເຮັດຕາມແບບຢ່າງຂອງພວກເຂົາ. ແຕ່ພວກເຈົ້າຕ້ອງທຳລາຍຮູບເຄົາຣົບຂອງພວກເຂົາ​ ແລະທຸບເສົາສັກສິດໃຫ້ແຫລກລະອຽດ.
\v 25 ພວກເຈົ້າຕ້ອງນະມັດສະການພຣະຢາເວພຣະເຈົ້າຂອງພວກເຈົ້າ, ແລະພຣະອົງຈະອວຍພອນແກ່ອາຫານ ແລະນໍ້າຂອງພວກເຈົ້າ. ເຮົາຈະເອົາຄວາມເຈັບປ່ວຍອອກໄປຈາກທ່າມກາງພວກເຈົ້າ.
\s5
\v 26 ຈະບໍ່ມີຜູ້ຍິງເປັນຫມັນ ຫລື ຫລຸລູກໃນດິນແດນຂອງພວກເຈົ້າ. ເຮົາຈະໃຫ້ພວກເຈົ້າມີອາຍຸຍືນ.
\v 27 ເຮົາຈະສົ່ງຄວາມຢ້ານໃນຕົວເຮົາ ຕໍ່ຄົນເຫລົ່ານັ້ນເຂົ້າໄປໃນແຜ່ນດິນຂອງໃຜກໍຕາມທີ່ຢູ່ຕໍ່ຫນ້າພວກເຈົ້າ. ເຮົາຈະປະຫານຊາວເມືອງທັງຫມົດທີ່ພວກເຈົ້າໄປຜະເຊີນຫນ້ານັ້ນ. ເຮົາຈະເຮັດໃຫ້ສັດຕຣູທັງຫມົດຂອງພວກເຈົ້າຫັນຫລັງຫນີພວກເຈົ້າດ້ວຍຄວາມຢ້ານ.
\v 28 ເຮົາຈະສົ່ງຝູງແຕນຍັກນຳຫນ້າພວກເຈົ້າ ເພື່ອຂັບໄລ່ຊາວຮີວີ, ຊາວການາອານ, ແລະຊາວຮິດຕີ ໄປໃຫ້ພົ້ນຫນ້າພວກເຈົ້າ.
\v 29 ເຮົາຈະບໍ່ໄລ່ພວກເຂົາໄປໃຫ້ພົ້ນຫນ້າພວກເຈົ້າໃນປີດຽວ, ຫລືແຜ່ນດິນຈະຮົກຮ້າງໃຫ້, ແລະສັດປ່າຈະຫລາຍເກີນໄປສຳລັບພວກເຈົ້າ.
\s5
\v 30 ແຕ່ເຮົາຈະຄ່ອຍໆ, ໄລ່ພວກເຂົາໄປໃຫ້ພົ້ນຫນ້າພວກເຈົ້າ ຈົນພວກເຈົ້າທະວີຈຳນວນຫລາຍ ແລະຄອບຄອງດິນແດນນັ້ນເປັນກໍາມະສິດ.
\v 31 ເຮົາຈະກຳຫນົດເຂດແດນຂອງພວກເຈົ້າໄວ້ຕັ້ງແຕ່ທະເລຕົ້ນກົກ ເຖິງທະເລຂອງຄົນຟິລິດຕິນ, ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານ ຈົນເຖິງແມ່ນໍ້າເອຟາຣັດ. ເຮົາຈະໃຫ້ຊັຍຊະນະແກ່ພວກເຈົ້າເຫນືອຜູ້ອາໄສໃນແຜ່ນດິນນັ້ນ. ພວກເຈົ້າຈະຂັບໄລ່ອອກໄປໃຫ້ພົ້ນຫນ້າພວກເຈົ້າ.
\v 32 ພວກເຈົ້າຕ້ອງບໍ່ເຮັດພັນທະສັນຍາກັບພວກເຂົາ ຫລືກັບບັນດາພະຂອງພວກເຂົາ.
\v 33 ພວກເຂົາຕ້ອງບໍ່ອາໄສໃນດິນແດນຂອງພວກເຈົ້າ, ຫລືພວກເຂົາຈະຊັກຈູງພວກເຈົ້າໃຫ້ເຮັດບາບຕໍ່ສູ້ເຮົາ. ຖ້າພວກເຈົ້ານະມັດສະການພະຂອງພວກເຂົາ, ການເຮັດເຊັ່ນນີ້ຈະເປັນບ່ວງແຮ້ວດັກຈັບພວກເຈົ້າ.'"
\s5
\c 24
\cl ບົດທີ 24
\p
\v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ຈົ່ງຂຶ້ນມາເຝົ້າເຮົາ—ເຈົ້າ, ອາໂຣນ, ນາດາບ, ອາບີຮູ ແລະ ພວກຜູ້ອາວຸໂສຂອງອິສະຣາເອນເຈັດສິບຄົນ, ແລະ ນະມັດສະການເຮົາຢູ່ໄກໆ.
\v 2 ໂມເຊຜູ້ດຽວໃຫ້ເຂົ້າມາໃກ້ເຮົາ. ສ່ວນຄົນອື່ນຕ້ອງບໍ່ມາໃກ້ ແລະຕ້ອງບໍ່ໃຫ້ປະຊາຊົນຂຶ້ນມາກັບເຂົາ."
\s5
\v 3 ໂມເຊຈຶ່ງໄປ ແລະບອກໃຫ້ປະຊາຊົນທັງຫມົດຮູ້ວ່າ ຖ້ອຍຄຳ ແລະຄຳສັ່ງທັງສິ້ນຂອງພຣະຢາເວ. ປະຊາຊົນທັງຫມົດກໍຕອບເປັນສຽງດຽວກັນວ່າ, "ພວກເຮົາຈະເຮັດຕາມຖ້ອຍຄຳຊຶ່ງພຣະຢາເວໄດ້ກ່າວໄວ້."
\v 4 ແລ້ວໂມເຊໄດ້ຂຽນທຸກໆຖ້ອຍຄຳຂອງພຣະຢາເວໄດ້ກ່າວໄວ້ນັ້ນ. ໃນຕອນເຊົ້າມືດ, ໂມເຊໄດ້ສ້າງແທ່ນບູຊາຂຶ້ນທີ່ເທິງພູ ແລະຕັ້ງເສົາຫີນຂຶ້ນສິບສອງຕົ້ນ, ເພື່ອວ່າຫີນເຫລົ່ານັ້ນຈະແທນຈຳນວນສິບສອງເຜົ່າຂອງອິສະຣາເອນ.
\s5
\v 5 ລາວສົ່ງພວກຊາຍຫນຸ່ມບາງຄົນຂອງຊາວອິສະຣາເອນ ຖວາຍເຄື່ອງເຜົາບູຊາ ແລະຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທັມ ດ້ວຍງົວແດ່ພຣະຢາເວ.
\v 6 ໂມເຊເອົາເລືອດງົວມາເຄິ່ງຫນຶ່ງ ແລະໃສ່ໄວ້ໃນຊາມຫລາຍຫນ່ວຍ; ລາວໄດ້ພົມເລືອດເຄິ່ງນັ້ນທີ່ແທ່ນບູຊາ.
\s5
\v 7 ລາວໄດ້ເອົາຫນັງສືພັນທະສັນຍາມາ ແລະອ່ານໃຫ້ປະຊາຊົນຟັງດ້ວຍສຽງດັງ. ພວກເຂົາກ່າວວ່າ, "ພວກເຮົາຈະເຮັດຕາມທຸກຖ້ອຍຄຳຂອງພຣະຢາເວທີ່ໄດ້ກ່າວອອກນັ້ນ. ພວກເຮົາຈະເຊື່ອຟັງ.
\v 8 ແລ້ວໂມເຊກໍໄດ້ເອົາເລືອດ ແລະປະພົມປະຊາຊົນ. ລາວໄດ້ກ່າວວ່າ, "ນີ້ເປັນເລືອດແຫ່ງພັນທະສັນຍາ ຊຶ່ງພຣະຢາເວໄດ້ເຮັດກັບພວກທ່ານພວກເຈົ້າໂດຍການໃຫ້ສັນຍານີ້ ແກ່ພວກເຈົ້າດ້ວຍຖ້ອຍຄຳທັງຫມົດເຫລົ່ານີ້."
\s5
\v 9 ແລ້ວໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະພວກຜູ້ອາວຸໂສຂອງອິສະຣາເອນເຈັດສິບຄົນກໍຂຶ້ນໄປເທິງພູ.
\v 10 ພວກເຂົາເຫັນພຣະເຈົ້າຂອງອິສະຣາເອນ. ພື້ນທີ່ຮອງຕີນເປັນເຫມືອນທາງຍ່າງທີ່ເຮັດຈາກເບິ່ງຄືແກ້ວໄພທູນ, ສຸກໃສເຫມືອນທ້ອງຟ້າເອງເລີຍ.
\v 11 ພຣະເຈົ້າບໍ່ໄດ້ລົງໂທດ ເພາະຄວາມໂກດຕໍ່ບັນດາຜູ້ນຳຂອງອິສະຣາເອນ. ພວກເຂົາໄດ້ເຫັນພຣະເຈົ້າ, ແລະພວກເຂົາກິນ ແລະດື່ມ.
\s5
\v 12 ພຣະຢາເວໄດ້ກ່າວກັບໂມເຊວ່າ, "ຈົ່ງຂຶ້ນມາຫາເຮົາເທິງພູ ແລະຄອຍຢູ່ທີ່ນັ້ນ. ເຮົາຈະໃຫ້ແຜ່ນຫີນ ແລະກົດຫມາຍ ແລະພຣະບັນຍັດ ຊຶ່ງເຮົາໄດ້ຈາລຶກໄວ້, ເພື່ອເຈົ້າຈະໄດ້ສອນພວກເຂົາ."
\v 13 ດັ່ງນັ້ນໂມເຊຈຶ່ງໄດ້ອອກໄປພ້ອມກັບໂຢຊວຍຜູ້ຊ່ວຍຂອງລາວ ແລະ ຂຶ້ນໄປເທິງພູຂອງພຣະເຈົ້າ.
\s5
\v 14 ໂມເຊໄດ້ກ່າວກັບບັນດາຜູ້ອາວຸໂສວ່າ, "ຈົ່ງຢູ່ທີ່ນີ້ ແລະຄອຍຖ້າຈົນກວ່າພວກເຮົາຈະກັບມາຫາພວກທ່ານ. ອາໂຣນ ແລະ ຮູເຣ ກໍຢູ່ກັບພວກເຈົ້າ. ຖ້າໃຜມີຄະດີຫຍັງ, ກໍຈົ່ງໄປຫາພວກເຂົາເຖີ້ນ."
\v 15 ດັ່ງນັ້ນໂມເຊຈຶ່ງຂຶ້ນເທິງພູ, ແລະ ເມກກໍປົກຄຸມລາວໄວ້.
\s5
\v 16 ສະຫງ່າຣາສີຂອງພຣະຢາເວຢູ່ເທິງພູຊີນາຍ, ແລະ ເມກນັ້ນກໍປົກຄຸມພູຢູ່ຫົກມື້. ໃນມື້ທີເຈັດພຣະອົງຊົງເອີ້ນໂມເຊຈາກເມກ.
\v 17 ພຣະລັກສະນະແຫ່ງສະຫງ່າຣາສີຂອງພຣະຢາເວ ເຫມືອນແປວໄຟທີ່ໄຫມ້ຢູ່ເທິງຈອມພູ ໃນສາຍຕາຂອງຊາວອິສະຣາເອນ.
\v 18 ໂມເຊເຂົ້າໄປໃນເມກນັ້ນ ແລະຂຶ້ນໄປເທິງພູ. ລາວຢູ່ເທິງພູນັ້ນສີ່ສິບມື້ ແລະ ສີ່ສິບຄືນ.
\s5
\c 25
\cl ບົດທີ 25
\p
\v 1 ພຣະຢາເວກ່າວກັບໂມເຊວ່າ,
\v 2 "ຈົ່ງບອກຊາວອິສະຣາເອນໃຫ້ນໍາເຄື່ອງຖວາຍມາໃຫ້ເຮົາຈາກທຸກຄົນຜູ້ທີ່ມີແຮງຈູງໃຈເຮັດດ້ວຍຄວາມເຕັມໃຈ. ເຈົ້າຕ້ອງຮັບຂອງທີ່ທຸກຄົນນຳມາຖວາຍໃຫ້ເຮົາ.
\s5
\v 3 ສີ່ງເຫລົ່ານີ້ເປັນເຄື່ອງຖວາຍທີ່ເຈົ້າຕ້ອງຮັບຈາກພວກເຂົາ: ຄຳ, ເງິນ, ແລະທອງແດງ;
\v 4 ດ້າຍສີຟ້າ, ສີມ່ວງ, ແລະຜ້າເລນີນເນື້ອລະອຽດ; ແລະຂົນແບ້;
\v 5 ແລະຫນັງງົວທະເລ; ໄມ້ກະຖິນເທດ;
\v 6 ນໍ້າມັນໄຕ້ຕະກຽງໃນສະຖານນະມັດສະການ; ເຄື່ອງເທດສຳລັບນໍ້າມັນເພື່ອໃຊ້ໃນການເຈີມ ແລະສຳລັບເຄື່ອງຫອມ;
\v 7 ພອຍສີນໍ້າເຂົ້າ ແລະພອຍອຶ່ນໆສຳລັບຝັງໃນເອໂຟດແລະແຜ່ນຮອງເອິກ.
\s5
\v 8 ແລ້ວໃຫ້ພວກເຂົາສ້າງສະຖານນະມັດສະການໃຫ້ເຮົາ ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ.
\v 9 ເຈົ້າຕ້ອງເຮັດມັນໃຫ້ຕົງຕາມແບບທີ່ເຮົາຈະສຳແດງແກ່ເຈົ້າສຳລັບຫໍເຕັນ ແລະ ອຸປະກອນທຸກຢ່າງ.
\s5
\v 10 ພວກເຂົາຈະຕ້ອງເຮັດຫີບດ້ວຍໄມ້ກະຖິນເທດ. ຂະຫນາດຍາວສອງສອກເຄິ່ງ; ກວ້າງຫນຶ່ງສອກເຄິ່ງ ແລະ ສູງຫນຶ່ງສອກເຄິ່ງ;
\v 11 ເຈົ້າຕ້ອງຫຸ້ມທັງຂ້າງໃນ ແລະຂ້າງນອອກດ້ວຍຄຳບໍຣິສຸດ, ແລະເຈົ້າຕ້ອງເຮັດເປັນຂອບອ້ອມຮອບນອກດ້ວຍຄຳໂດຍຮອບດ້ານເທິງ.
\s5
\v 12 ເຈົ້າຕ້ອງຫລໍ່ຫູຈາກທອງຄຳ, ແລະຕິດໄວ້ທີjຂາຫີບທັງສີ່ດ້ານ, ອີກສອງໂດຍສອງຫູຢູ່ທາງດ້ານຫນຶ່ງ, ອີກສອງຫູຢູ່ທາງດ້ານຫນຶ່ງ.
\v 13 ເຈົ້າຕ້ອງເຮັດໄມ້ຄານຫາມສອງອັນຈາກໄມ້ກະຖິນເທດ ແລະຫຸ້ມດ້ວຍທອງຄຳ.
\v 14 ເຈົ້າຕ້ອງສອດຄານຫາມໃສ່ຫູທັງສອງດ້ານ, ເພື່ອໃຊ້ສຳລັບຫາມຫີບນັ້ນ.
\s5
\v 15 ຄານນັ້ນຈະຕ້ອງສອດຢູ່ໃນຫູຂອງຫີບ; ພວກເຂົາຕ້ອງບໍ່ເອົາຄານນັ້ນອອກຈາກຫູ.
\v 16 ເຈົ້າຕ້ອງໃສ່ສິ່ງທີ່ເຮົາຈະໃຫ້ແກ່ເຈົ້າໄວ້ໃນຫີບພັນທະສັນຍາຂອງຂໍ້ຄຳສັ່ງ.
\v 17 ພວກເຈົ້າຕ້ອງເຮັດຝາຫີບໄຖ່ບາບ ຈາກທອງຄຳບໍຣິສຸດ. ຂະຫນາດຍາວສອງສອກເຄິ່ງ, ແລະກວ້າງຫນຶ່ງສອງເຄິ່ງ.
\v 18 ເຈົ້າຕ້ອງເຮັດຮູບເຄຣູບສອງອົງດ້ວຍທອງຄຳຕີຂຶ້ນຮູບດ້ວຍຄ້ອນ ທີ່ປາຍທັງສອງດ້ານຂອງຝາຫີບໄຖ່ບາບ.
\s5
\v 19 ເຄຣູບທີ່ຫນຶ່ງໄວ້ອີກດ້ານຫນຶ່ງຂອງຝາຫີບໄຖ່ບາບ, ແລະອີກອົງຫນຶ່ງໄວ້ບ່ອນອີກດ້ານຫນຶ່ງ ທັງສອງອົງນີ້ຕ້ອງຕີຂຶ້ນຮູບ ເປັນເນື້ອດຽວກັນກັບຝາຫີບໄຖ່ບາບ.
\v 20 ເຄຣູບຕ້ອງກາງປີກອອກ ແລະເຮັດໃຫ້ເກີດເງົາປົກຄຸມເທິງຝາກັບພວກເຂົາ. ຝາຫີບໄຖ່ບາບ ເຄຣູບຕ້ອງຫັນຫນ້າເຂົ້າຫາກັນ ແລະເບີ່ງມາຍັງທາງກາງຝາຫີບໄຖ່ບາບ.
\v 21 ເຈົ້າຕ້ອງວາງຝາຫີບໄຖ່ບາບນີ້ໄວ້ເທິງຫີບພັນທະສັນຍາ, ແລະເຈົ້າຕ້ອງໃສ່ສິ່ງຊຶ່ງເຮົາຈະໃຫ້ເຈົ້າໄວ້ໃນຫີບພັນທະສັນຍາແຫ່ງຄຳສັ່ງ.
\s5
\v 22 ເຮົາຈະຢູ່ໃຫ້ເຈົ້າເຂົ້າເຝົ້າ ແລະຈະສົນ­ທະ­ນາກັບເຈົ້າຈາກພຣະທີ່­ນັ່ງກະ­ຣຸ­ນາລະ­ຫວ່າງກາງເຄ­ຣຸບທັງສອງ. ຊຶ່ງຕັ້ງຢູ່ເທິງຫີບພຣະບັນ­ຍັດ ເຮົາຈະສົນ­ທະ­ນາກັບເຈົ້າທຸກເລື່ອງ ຊຶ່ງເຮົາຈະສັ່ງເຈົ້າໃຫ້ປະ­ກາດແກ່ຊົນຊາດ ອິ­ສຣາ­ເອນ.
\s5
\v 23 ເຈົ້າຕ້ອງເຮັດໂຕະຫນ່ວຍຫນຶ່ງດ້ວຍໄມ້ກະຖິນເທດ. ຄວາມຍາວຈະຕ້ອງເປັນສອງສອກ; ຄວາມກວ້າງຂອງມັນຈະຕ້ອງເປັນຫນຶ່ງສອກ ແລະຄວາມສູງຂອງມັນຈະເປັນຫນຶ່ງສອກເຄິ່ງ.
\v 24 ເຈົ້າຕ້ອງຫຸ້ມດ້ວຍທອງຄຳບໍຣິສຸດ ແລະໃຊ້ຄຳເຮັດຂອບອ້ອມຮອບນອກຫຸ້ມດ້ວຍທອງຄຳຢູ່ເທິງດ້ວຍ.
\s5
\v 25 ເຈົ້າຕ້ອງເຮັດແຜ່ນຂອງໂຄງຮອບໂຕະກວ້າງຫນຶ່ງຝາມື, ອ້ອມຮອບໂຄງໂຕະດ້ວຍທອງຄຳ.
\v 26 ເຈົ້າຕ້ອງເຮັດຫູທອງທຳສີ່ຫູ ແລະຕິດໄວ້ທີ່ສີ່ມູມ, ບ່ອນທີ່ຂາໂຕະທັງສີ່ຂາຢູນັ້ນ.
\v 27 ບັນດາຫູຕ້ອງຕິດກັບໂຄງເພື່ອເປັນຮູສຳລັບສອດຄານຫາມໂຕະນັ້ນ.
\s5
\v 28 ເຈົ້າຕ້ອງເຮັດຄານຈາກໄມ້ກະຖິນເທດ ແລະຫຸ້ມດ້ວຍຄຳເພື່ອໃຫ້ພວກເຂົາໃຊ້ຫາມໂຕະ.
\v 29 ເຈົ້າຕ້ອງເຮັດຈານ, ບ່ວງ, ໂຖໃຫຍ່, ແລະຖ້ວຍຕ່າງໆ ເພື່ອໃຊ້ເຫຍັ້ນເຄື່ອງດື່ມບູຊາ. ເຈົ້າຈົ່ງເຮັດດ້ວຍທອງຄຳບໍຣິສຸດ.
\v 30 ເຈົ້າຕ້ອງວາງເຂົ້າຈີ່ຕໍ່ຫນ້າເທິງໂຕະນີ້ຕໍ່ຫນ້າເຮົາຕະຫລອດເວລາ.
\s5
\v 31 ເຈົ້າຕ້ອງເຮັດຄັນຕະກຽງອັນຫນຶ່ງຈາກທອງຄຳບໍຣິສຸດ ທີ່ຂຶ້ນຮູບດ້ວຍຄ້ອນ. ທັງຖານ ແລະລໍາຕົວຂອງຄັນຕະກຽງ. ພວກໂຕດອກ, ຖານດອກ, ແລະພວກກີບດອກທັງຫມົດຕ້ອງຂຶ້ນເປັນເນື້ອດຽວກັນ.
\v 32 ໃຫ້ກິ່ງຫົກກິ່ງແຍກອອກຈາກຄັນຕະກຽງ—ຂ້າງລະສາມກິ່ງ, ແລະສາມກິ່ງຂອງຄັນຕະກຽງ ຈະຕ້ອງຍື່ນອອກມາຈາກອີກຟາກຫນຶ່ງ, ແລະສາມກິ່ງຂອງຄັນຕະກຽງຕ້ອງຍື່ນອອກໄປອີກດ້ານອື່ນ.
\s5
\v 33 ກິ່ງທຳອິດຕ້ອງມີສາມດອກເຮັດຄ້າຍຄືດອກຫມາກບົກ, ຈູມມີຖານດອກ ແລະກີບດອກ, ແລະ ອີກກິ່ງຫນື່ງມີສາມດອກເຮັດຄ້າຍຄືດອກຫມາກບົກຈູມມີຖານດອກ ແລະກີບດອກ. ຈະຕ້ອງເຫມືອນກັນທັງຫົກກິ່ງທີ່ຍື່ນອອກມາຈາກລຳຄັນຕະກຽງ.
\v 34 ເທິງລຳຄັນຕະກຽງທາງກາງ, ຈະຕ້ອງມີສີ່ຈອກທີ່ເຮັດເປັນເຫມືອນຮູບດອກຫມາກບົກຈູມ, ຮອງດ້ວຍຖານດອກແລະກີບດອກຢ່າງລະສີ່ດອກ.
\s5
\v 35 ໃຫ້ເຮັດອກຕູມດອກຫນຶ່ງ ຮອງຮັບກິ່ງຄູ່ທຳອິດ—ອີກດອກຫນຶ່ງຮອງຮັບຂະຫນານຄູ່ທີສອງ—ໃຫ້ເປັນເນື້ອດຽວກັນດ້ວຍ. ໃນທຳນອງດຽວກັນອີກດອກຫນຶ່ງຮອງຮັບກິ່ງຂະຫນານຄູ່ທີສາມເຮັດຂຶ້ນເປັນເນື້ອດຽວກັນ. ຈະຕ້ອງເຫມືອນກັນສຳຫລັບກົກກິ່ງທີ່ຍື່ນອອກມາຈາກຄັນຕະກຽງ.
\v 36 ຖານດອກແລະກິ່ງຕ່າງໆຈະຕ້ອງເປັນເນື້ອດຽວກັນ, ໃຫ້ຕີຂຶ້ນຮູບດ້ວຍຄ້ອນຈາກຄຳບໍຣິສຸດແຜ່ນດຽວກັນ.
\s5
\v 37 ເຈົ້າຕ້ອງເຮັດຄັນຕະກຽງ ແລະຕະກຽງເຈັດຫນ່ວຍ, ແລະຈັດວາງຕະກຽງເພື່ອໃຫ້ຄວາມສະຫວ່າງຈາກຕະກຽງ.
\v 38 ມິດຕັດໄສ້ຕະກຽງ ແລະຖາດຮອງຕ້ອງເຮັດດ້ວຍທອງຄຳບໍຣິສຸດ.
\v 39 ໃຊ້ທອງຄຳບໍຣິສຸດຫນຶ່ງຕະລັນເຮັດຄັນຕະກຽງ ແລະເຄື່ອງປະກອບທັງຫມົດ.
\v 40 ຕ້ອງຫມັ້ນໃຈວ່າເຮັດຕາມແບບທີ່ເຮົາໄດ້ສຳແດງແກ່ເຈົ້າເທິງພູນີ້.
\s5
\c 26
\cl ບົດທີ 26
\p
\v 1 ເຈົ້າຕ້ອງສ້າງຫໍເຕັນດ້ວຍຜ້າກັ້ງສິບຜືນ ທີ່ເຮັດດ້ວຍຜ້າປ່ານເນື້ອດີ ແລະຂົນແກະຍ້ອມສີຟ້າ, ສີມ່ວງ, ແລະສີແດງເຂັ້ມເປັນເປັນຮູບເຄຣູບ. ນີ້ຈະເປັນງານຂອງຊ່າງຝີມືທີຊຳນານຫລາຍ.
\v 2 ຄວາມຍາວຂອງຜ້າກັ້ງແຕ່ລະຜືນຕ້ອງຍາວຊາວແປດສອກ, ກວ້າງສີ່ສອກ. ຜ້າກັ້ງທຸກຜືນໃຫ້ມີຂະຫນາດເທົ່າກັນ.
\v 3 ຜ້າກັ້ງຫ້າຜືນຈະຕ້ອງໃຫ້ເກາະຕິດກັນ, ແລະອີກຫ້າຜືນນັ້ນຈະຕ້ອງເກາະຕິດກັນດ້ວຍ.
\s5
\v 4 ເຈົ້າຕ້ອງເຮັດຫູຜ້າກັ້ງດ້ວຍດ້າຍສີຟ້າ ຕິດໄວ້ຕາມປາຍຂອບຜ້າກັ້ງດ້ານນອກສຸດຂອງຜ້າກັ້ງຊຸດທີ່ຫນຶ່ງ. ໃນລັກສະນະດຽວກັນ, ເຈົ້າຕ້ອງເຮັດປາຍຂອບດ້ານນອກສຸດຂອງຜ້າກັ້ງຊຸດທີ່ສອງ.
\v 5 ເຈົ້າຕ້ອງເຮັດຫູຫ້າສິບຫູທີ່ຜ້າກັ້ງຊຸດທີ່ຫນຶ່ງ, ແລະເຈົ້າຕ້ອງເຮັດຫູຜ້າກັ້ງທີ່ຂອບຜ້າກັ້ງໃນຊຸດທີ່ສອງ. ຈົ່ງເຮັດດັ່ງນີ້ ເພື່ອໃຫ້ຫູຜ້າກັ້ງເຫລົ່ານີ້ຢູ່ກົງກັນຂວ້າມກັນລະກັນ.
\v 6 ເຈົ້າຕ້ອງເຮັດຂໍທອງຄຳຫ້າສິບຂໍ ແລະເກາະຜ້າກັ້ງທັງສອງຊຸດ ເພື່ອຮ້ອຍໃຫ້ເປັນຫໍເຕັນທີ່ເນື້ອດຽວກັນ.
\s5
\v 7 ເຈົ້າຕ້ອງເຮັດຜ້າກັ້ງດ້ວຍຂົນແບ້ສຳລັບເຕັນຄຸມຫໍເຕັນ. ເຈົ້າຕ້ອງເຮັດຜ້າກັ້ງເຫລົ່ານັ້ນສິບເອັດຜືນ.
\v 8 ຄວາມຍາວຂອງຜ້າກັ້ງແຕ່ລະຜືນຕ້ອງເປັນສາມສິບສອກ, ແລະຄວາມກວ້າງຂອງຜ້າກັ້ງແຕ່ລະຜືນຈະເປັນສີ່ສອກ. ຜ້າກັ້ງສິບເອັດຜືນຕ້ອງເປັນຂະຫນາດເທົ່າກັນ.
\v 9 ເຈົ້າຕ້ອງເກາະຜ້າກັ້ງຫ້າຜືນ ໃສ່ແຕ່ລະຜືນໃຫ້ຕິດກັນ ແລະຜ້າກັ້ງອີກຫົກຜືນໃຫ້ເກາະຕິດກັນ. ເຈົ້າຕ້ອງພັບຜ້າກັ້ງຜືນທີຫົກນັ້ນສອງທົບໃຫ້ຢູ່ຂ້າງຫນ້າຫໍເຕັນ
\s5
\v 10 ເຈົ້າຕ້ອງເຮັດຫູຜ້າກັ້ງສິບຫູຕິດກັບຂອບຜ້າກັ້ງດ້ານນອກສຸດຊຸດທຳອິດ, ແລະອີກຫ້າສິບຫູຕິດກັບຂອບຜ້າກັ້ງດ້ານນອກສຸດຊຸດທີສອງ
\v 11 ເຈົ້າຕ້ອງເຮັດຂໍທອງແດງຫ້າສິບຂໍ ແລະຈົ່ງເກາະຂໍເຂົ້າທີ່ຫູຜ້າກັ້ງ. ແລ້ວເຈົ້າໂຍງຫໍເຕັນເຂົ້າດ້ວຍກັນ ເພື່ອໃຫ້ຕິດກັນເປັນຫລັງດຽວ.
\s5
\v 12 ສ່ວນທີ່ເກີນຢູ່ເຄິ່ງຫນຶ່ງຂອງຜ້າເຕັນ, ຄືວ່າ, ສ່ວນທີ່ເຫລືອຫ້ອຍລົງມາຈາກຜ້າເຕັນ, ຕ້ອງຫ້ອຍທີ່ດ້ານຫລັງຫໍເຕັນ.
\v 13 ດ້ານຫນຶ່ງຂອງຜ້າກັ້ງຕ້ອງເປັນຫນຶ່ງສອກ, ແລະອີກດ້ານກໍຍາວຫນຶ່ງສອກ—ສ່ວນທີ່ຍາວເກີນໄປຂອງຜ້າເຕັນຈະຕ້ອງຫ້ອຍລົງມາທາງຂ້າງໆ ຫໍເຕັນມາຂ້າງຫນຶ່ງ ແລະອີກຂ້າງຫນຶ່ງ ສຳລັບໃຊ້ກຳບັງ.
\v 14 ເຈົ້າຕ້ອງເຮັດຜ້າຄຸມຫໍເຕັນ ດ້ວຍຫນັງແກະໂຕຜູ້ຍ້ອມສີແດງ, ແລະຄຸມດ້ວຍຫນັງສັດຢ່າງດີອີກຊັ້ນຫນຶ່ງ.
\s5
\v 15 ເຈົ້າຕ້ອງເຮັດໂຄງໄມ້ທີ່ຕັ້ງຊື່ສຳລັບຫໍເຕັນຈາກໄມ້ກະຖິນເທດ.
\v 16 ຄວາມຍາວຂອງແຕ່ລະໂຄງໄມ້ນັ້ນໃຫ້ຍາວສິບສອກ, ແລະຄວາມກວ້າງຈະຕ້ອງເປັນຫນຶ່ງສອກເຄິ່ງ.
\v 17 ໃຫ້ໂຄງໄມ້ ແຕ່ລະອັນມີສອງຫ້ອຍເພື່ອໃຫ້ຍຶດຕິດກັນແລະກັນ. ເຈົ້າຈົ່ງເຮັດໂຄງໄມ້ທຸກອັນຂອງຫໍເຕັນດ້ວຍວິທີນີ້.
\v 18 ເມື່ອເຈົ້າເຮັດໂຄງໄມ້ສຳລັບຫໍເຕັນ, ເຈົ້າຕ້ອງເຮັດໂຄງຊາວສີ່ອັນສຳລັບດ້ານໃຕ້.
\s5
\v 19 ເຈົ້າຕ້ອງເຮັດຖານຮອງຮັບດ້ວຍເງີນສີ່ສີິບອັນ ສຳລັບວາງໃຕ້ໂຄງໄມ້ຊາວສີ່ອັນ. ຕ້ອງມີຖານສອງອັນຢູ່ໃຕ້ໂຄງທຳອິດສຳລັບສວມຖານສອງອັນ ແລະໃຕ້ໂຄງອື່ນໆກໍໃຫ້ມີຖານຮອງຮັບສອງຖານສຳລັບສວມຖານສອງອັນດ້ວຍ.
\v 20 ດ້ານທີສອງຂອງຫໍເຕັນ, ດ້ານທິດເຫນືອນັ້ນ, ເຈົ້າຕ້ອງໃຊ້ໂຄງໄມ້ຊາວສີ່ອັນ
\v 21 ແລະຖານເງິນສີ່ສິບອັນ ຈະຕ້ອງມີຖານສອງອັນສຳລັບໂຄງທຳອິດ, ຖານສອງອັນໃຕ້ໂຄງຖັດໄປແລະຕໍ່ໄປເລື່ອຍໆ.
\s5
\v 22 ສ່ວນດ້ານຫລັງຂອງຫໍເຕັນຂ້າງທິດຕາເວັນຕົກ, ເຈົ້າຕ້ອງເຮັດໂຄງໄມ້ຫົກອັນ.
\v 23 ເຈົ້າຕ້ອງເຮັດໂຄງສອງອັນສຳລັບມູມຫໍເຕັນດ້ານຫລັງ.
\v 24 ໂຄງໄມ້ເຫລົ່ານີ້ດ້ານລຸ່ມໃຫ້ແຍກກັນ ແຕ່ສ່ວນດ້ານເທິງຈະເຊື່ອມຕໍ່ກັນດ້ວຍຂໍດຽວກັນ. ຈະຕ້ອງທຳວິທີນີ້ທີ່ດ້ານຫລັງຂອງທັງສອງມູມ.
\v 25 ຈະມີໂຄງໄມ້ແປດອັນ, ພ້ອມກັບຖານເງິນ, ຈະມີຖານສິບຫົກອັນຫມົດທຸກອັນ, ສອງຖານຢູ່ໃຕ້ຂອບທຳອິດຂອງຖານ, ຖານສອງອັນໃຕ້ຂອບຖັດໄປ, ແລະຂອບຕໍ່ໆໄປ.
\s5
\v 26 ເຈົ້າຕ້ອງເຮັດຮາວຈາກໄມ້ກະຖິນເທດ—ຫ້າອັນສຳລັບໂຄງໄມ້ຝາຫໍເຕັນດ້ານຫນຶ່ງ.
\v 27 ອີກຫ້າອັນສຳລັບຮາວໄມ້ຝາຫໍເຕັນດ້ານຫນຶ່ງ, ແລະອີກຫ້າອັນສຳລັບຮາວໄມ້ຝາຫໍເຕັນດ້ານຫລັງທີ່ດ້ານທິດຕະວັນຕົກ.
\v 28 ຮາວທາງກາງຊຶ່ງຢູ່ຕອນກາງຂອງໂຄງໄມ້, ທີ່ຈະຕ້ອງຮ້ອຍໄມ້ໃຫ້ຕິດກັນ, ຈາກປາຍເຖິງປາຍອີກຫນຶ່ງໄປອີກປາຍເບື້ອງຫນຶ່ງ.
\s5
\v 29 ເຈົ້າຕ້ອງຫຸ້ມໂຄງໄມ້ເຫລົ່ານັ້ນດ້ວຍຄຳ. ເຈົ້າຕ້ອງເຮັດຂໍເກາະຄຳສຳລັບຮ້ອຍກອນ, ເພື່ອພວກມັນຈະຍຶດຮາວເຫລົ່ານັ້ນ, ແລະເຈົ້າຕ້ອງຫຸ້ມກອນເຫລົ່ານັ້ນດ້ວຍຄຳ.
\v 30 ເຈົ້າຕ້ອງຕັ້ງຫໍເຕັນນັ້ນເປັນຮູບແບບທີ່ເຮົາໄດ້ສະແດງແກ່ເຈົ້າແລ້ວເທິງພູ.
\s5
\v 31 ເຈົ້າຕ້ອງເຮັດຜ້າກັ້ງຜືນຫນຶ່ງຫຍິບດ້ວຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ແລະຜ້າເລນີນເນື້ອດີ, ແສ່ວເປັນຮູບເຄຣຸບ, ຊຶ່ງເປັນວຽກຂອງຊ່າງຝີມືທີ່ຊຳນານ.
\v 32 ເຈົ້າຕ້ອງແຂວນຜ້າກັ້ງນັ້ນໄວ້ທີ່ເສົາໄມ້ກະຖິນເທດສີ່ເສົາທີ່ຫຸ້ມດ້ວຍຄຳ ເສົານີ້ຈະຕ້ອງມີຂໍຄຳທີ່ຕັ້ງຢູ່ເທິງຖານເງິນສີ່ອັນ.
\v 33 ເຈົ້າຕ້ອງແຂວນຜ້າກັ້ງນັ້ນໃຕ້ຂໍສຳລັບເກາະຜ້າກັ້ງນັ້ນ, ແລະເຈົ້າຕ້ອງເອົາຫີບພຣະໂອວາດ ເຂົ້າມາໄວ້ໃນດ້ານໃນຫລັງຜ້າກັ້ງ. ແລະຜ້າກັ້ງນັ້ນຈະແບ່ງຫໍເຕັນອອກເປັນສອງສ່ວນ ຈາກສະຖານສັກສິດທີ່ສຸດ.
\s5
\v 34 ເຈົ້າຈົ່ງຕັ້ງຝາຫີບໄຖ່ບາບນັ້ນໄວ້ ເທິງຫີບພຣະໂອວາດ, ໃນສະຖານສັກສິດທີ່ສຸດ.
\v 35 ເຈົ້າຕ້ອງຕັ້ງໂຕະໄວ້ຂ້າງນອກຜ້າກັ້ງ. ເຈົ້າຕ້ອງວາງຄັນຕະກຽງກົງກັນຂວ້າມກັບໂຕະທາງດ້ານທິດໃຕ້ຂອງຫໍເຕັນ. ໂຕະຕ້ອງຕັ້ງໄວ້ທາງດ້ານເຫນືອ.
\s5
\v 36 ເຈົ້າຕ້ອງເຮັດຜ້າກັ້ງບັງຕາທີ່ປະຕູທາງເຂົ້າຫໍເຕັນ. ເຈົ້າຕ້ອງເຮັດດ້ວຍດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ແລະດ້ວຍຜ້າເລນີນສອງເສັ້ນ, ຊຶ່ງເປັນງານຊ່າງແສ່ວ.
\v 37 ສຳລັບການແຂວນ, ເຈົ້າຕ້ອງເຮັດເສົາຫ້າຕົ້ນຈາກໄມ້ກະຖິນເທດ ແລະຫຸ້ມດ້ວຍຄຳ. ຂໍຂອງເສົາເຫລົ່ານັ້ນຕ້ອງເຮັດດ້ວຍຄຳ, ແລະເຈົ້າຕ້ອງຫລໍ່ຖານທອງແດງຫ້າອັນສຳລັບຮອງຮັບເສົານັ້ນ.
\s5
\c 27
\cl ບົດທີ 27
\p
\v 1 ເຈົ້າຕ້ອງເຮັດແທ່ນບູຊາຈາກໄມ້ກະຖິນເທດຍາວຫ້າສອກ ແລະກວ້າງຫ້າສອກ. ແທ່ນບູຊາຈະຕ້ອງເປັນສີ່ລ່ຽມຈັດຕຸລັດ ແລະສູງສາມສອກ.
\v 2 ເຈົ້າຕ້ອງເຮັດຍອດແທ່ນສີ່ມູມເທິງໃຫ້ແຫລມເຫມືອນເຂົາງົວໂຕຜູ້ ຍອດເຫລົ່ານັ້ນເຮັດເປັນເນື້ອດຽວກັນກັບແທ່ນບູຊາ. ແລະເຈົ້າຕ້ອງຫຸ້ມດ້ວຍທອງແດງ.
\s5
\v 3 ເຈົ້າຕ້ອງເຮັດອຸປະກອນສຳລັບແທ່ນບູຊາຄື: ພວກຫມໍ້ສຳລັບໃສ່ຂີ້ເຖົ່າ, ແລະພວກຊວ້ານ, ອ່າງລ້າງມື, ສ້ອມຕັດຊີ້ນ, ແລະຖາດຮອງໄຟຕ່າງໆ ເຈົ້າຕ້ອງເຮັດເຄື່ອງໃຊ້ທຸກຢ່າງດ້ວຍທອງແດງ.
\v 4 ເຈົ້າຕ້ອງເຮັດເຫລັກຮອງເຕົາໄຟສຳລັບແທ່ນບູຊາ, ດ້ວຍທອງແດງ. ຈົ່ງເຮັດຫູທອງແດງຕິດທັງສີ່ມູມຂອງເຫລັກຮອງເຕົາໄຟນັ້ນ.
\s5
\v 5 ເຈົ້າຕ້ອງເຮັດເຫລັກຮອງຕີນຢູ່ໃຕ້ຂອບຂອງແທ່ນບູຊາ, ລະດັບກາງຂອງແທ່ນບູຊາ.
\v 6 ເຈົ້າເຮັດໄມ້ຄານຫາມແທ່ນບູຊາ, ຈາກໄມ້ກະຖິນເທດ, ແລະເຈົ້າຕ້ອງຫຸ້ມດ້ວຍທອງແດງ.
\s5
\v 7 ໄມ້ຄານນັ້ນຕ້ອງສອດໃສ່ຂໍເກາະ, ແລະໄມ້ຄານຈະຕ້ອງຢູ່ຂ້າງແທ່ນບູຊາທັງສອງດ້ານ, ເພື່ອໃຊ້ຫາມ.
\v 8 ເຈົ້າຕ້ອງເຮັດແທ່ນນັ້ນດ້ວຍໄມ້ກະດານ, ແຕ່ຂ້າງໃນແທ່ນໃຫ້ເປັນຮູ, ເຈົ້າຕ້ອງເຮັດຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າແລ້ວເທິງພູນັ້ນ.
\s5
\v 9 ເຈົ້າຕ້ອງເຮັດລານຫໍເຕັນ. ຈະຕ້ອງມີຜ້າກັ້ງທາງດ້ານໃຕ້ຂອງລານ, ຜ້າກັ້ງເຮັດດ້ວຍຜ້າປ່ານດ້າຍຄູ່ຍາວຫນຶ່ງຮ້ອຍສອກ.
\v 10 ສ່ວນຜ້າກັ້ງຈະຕ້ອງໃຫ້ມີເສົາຊາວຕົ້ນ, ກັບຖານທອງແດງຊາວຖານ. ເຊັ່ນດຽວກັນຈະຕ້ອງມີຮ່ວງຂໍເງິນເພື່ອຈະເກາະເສົາ, ເຫມືອນຮາວເງິນຍຶດເສົາຕ່າງໆ.
\s5
\v 11 ໃນເຊັ່ນດຽວກັນດ້ານທິດເຫນືອ, ຈະຕ້ອງມີຜ້າກັ້ງຍາວຫນຶ່ງຮ້ອຍສອກຕິດກັບເສົາຊາວຕົ້ນ, ຖານທອງແດງຊາວຖານຂໍເກາະເງິນ ແລະຮາວເງິນສຳລັບຍຶດເສົາຕ່າງໆ.
\v 12 ດ້ານຕາເວັນຕົກຂອງລານຈະຕ້ອງມີຜ້າກັ້ງຍາວຫ້າສິບສອກ. ຈະຕ້ອງມີເສົາສິບຕົ້ນ ແລະຖານຮອງສິບເສົາສິບຖານ.
\v 13 ລານດ້ານຕະເວັນອອກຈະຕ້ອງມີຜ້າກັ້ງຍາວຫ້າສິບສອກເຊັ່ນກັນ.
\s5
\v 14 ຜ້າກັ້ງດ້ານທາງເຂົ້າຂ້າງຫນຶ່ງຈະຕ້ອງຍາວສິບຫ້າສອກ, ຈະຕ້ອງມີເສົາສາມຕົ້ນ ພ້ອມກັບຖານຮອງຮັບເສົາສາມຖານ.
\v 15 ອີກຂ້າງຫນຶ່ງໃຫ້ມີຜ້າກັ້ງຍາວສິບຫ້າສອກ. ຈະຕ້ອງມີເສົາສາມຕົ້ນ ແລະຖານຮອງຮັບເສົາສາມຖານ.
\v 16 ປະຕູຂອງລານຈະຕ້ອງເປັນຜ້າກັ້ງຍາວຊາວສອກ. ຜ້າກັ້ງຈະຕ້ອງເຮັດດ້ວຍດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ແລະຜ້າປ່ານດ້າຍຄູ່ເນື້ອດີ ຊຶ່ງເປັນວຽກຂອງຊ່າງແສ່ວ. ຈະຕ້ອງມີເສົາສີ່ຕົ້ນ ແລະ ຖານຮອງຮັບເສົາສີ່ຖານ.
\s5
\v 17 ເສົາທັງຫມົດທີ່ຮອບລານຕ້ອງມີຮາວເງິນ, ຂໍເກາະເງິນ, ແລະຖານທອງແດງ.
\v 18 ຄວາມຍາວຂອງຜ້າຮອບລານຈະຕ້ອງເປັນຫນຶ່ງຮ້ອຍສອກ, ກວ້າງຫ້າສິບສອກ, ແລະສູງຫ້າສອກເຮັດດ້ວຍຜ້າປ່ານດ້າຍຄູ່ເນື້ອດີໃຊ້ຂໍເກາະທັງຫມົດ, ແລະຖານທອງແດງ.
\v 19 ອຸປະກອນທຸກອັນທີ່ຈະໃຊ້ໃນຫໍເຕັນ, ແລະພ້ອມທັງຫລັກຫມຸດທຸກອັນຂອງຫໍເຕັນ, ແລະ ເຫລັກຫມຸດທຸກອັນຂອງລານຫໍເຕັນນັ້ນຕ້ອງເຮັດດ້ວຍທອງແດງ.
\s5
\v 20 ເຈົ້າຕ້ອງສັ່ງປະຊາຊົນອິສະຣາເອນໃຫ້ນຳນໍ້າມັນຫມາກກອກ, ບໍຣິສຸດ, ແລະທີ່ສະກັດໄວ້ແລ້ວ, ສຳລັບຕະກຽງ ສະນັ້ນພວກເຂົາຈະໄດ້ໃຫ້ໄຟລຸກໄຫມ້ຢູ່ສະເຫມີ.
\v 21 ໃນຫໍເຕັນແຫ່ງຊຸມນຸມ ຂ້າງນອກຜ້າກັ້ງ ຊຶ່ງຢູ່ຫນ້າຫໍເຕັນທີ່ມີຫິບພຣະໂອວາດ, ໃຫ້ອາໂຣນ ແລະບັນດາລູກຊາຍຂອງລາວດູແລຕະກຽງໃຫ້ລຸກໄຫມ້ຢູສະເຫມີຕໍ່ພຣະພັກພຣະຢາເວ, ຕັ້ງແຕ່ຕອນແລງຈົນເຖິງຕອນເຊົ້າ. ກົດນີ້ຈະເປັນຂໍ້ປະຕິບັດຖາວອນ ສຳລັບປະຊາຊົນອິສະຣາເອນທຸກຮຸ້ນ.
\s5
\c 28
\cl ບົດທີ 28
\p
\v 1 ຈົ່ງໄປເອີ້ນອາໂຣນອ້າຍຂອງເຈົ້າ ແລະບັນດາລູກໆຂອງລາວ —ນາດາບ, ອາບີຮູ, ເອເຣອາຊາ, ແລະອິທາມາ—ອອກຈາກທ່າມກາງຊາວອິສະຣາເອນເພື່ອວ່າພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດ.
\v 2 ເຈົ້າຕ້ອງເຮັດເຄື່ອງແຕ່ງກາຍສຳລັບອາໂຣນ, ອ້າຍຂອງເຈົ້າ, ເຄື່ອງແຕ່ງກາຍນີ້ຈະເປັນກຽຕ ແລະຄວາມສະຫງ່າງາມຂອງລາວ.
\v 3 ເຈົ້າຈົ່ງເວົ້າກັບປະຊາຊົນທັງຫມົດຊຶ່ງຈິດໃຈສະຫລາດ, ຄົນເຫລົ່ານັ້ນທີ່ເຮົາໃຫ້ພວກເຂົາເຕັມປ່ຽມດ້ວຍສະຕິປັນຍາ, ເພື່ອພວກເຂົາຈະໄດ້ເຮັດເຄື່ອງແຕ່ງກາຍບໍຣິສຸດສຳລັບອາໂຣນ ເພື່ອຮັບໃຊ້ເຮົາໃນຖານະປະໂລຫິດຂອງເຮົາ.
\s5
\v 4 ເຄື່ອງແຕ່ງກາຍທີ່ໃຫ້ພວກເຂົາຕ້ອງເຮັດ, ເຄື່ອງປ້ອງກັນເອິກ, ເອໂຟດ, ເສື້ອຄຸມ, ເສື້ອຄຸມຖັກ, ຜ້າໂພກຫົວ, ແລະສາຍຮັດແອວ. ພວກເຂົາຈະຕ້ອງເຮັດເຄື່ອງແຕ່ງກາຍແຍກຕ່າງຫາກສຳລັບເຮົາ. ພວກເຂົາຈະເຮັດເພື່ອອາໂຣນອ້າຍຂອງເຈົ້າ ແລະບັນດາລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ຮັບໃຊ້ເຮົາໃນຖານະປະໂລຫິດ.
\v 5 ພວກຊ່າງຝີມືຕ້ອງໃຊ້ຜ້າປ່ານເນື້ອດີ, ໃຊ້ຄຳ, ດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ.
\s5
\v 6 ພວກເຂົາຕ້ອງເຮັດເສື້ອເອໂຟດເຮັດດ້ວຍທອງຄຳ, ດ້ວຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະຜ້າປ່ານສອງເສັ້ນເນື້ອດີ. ຕ້ອງເປັນວຽກຂອງຊ່າງຝີມືຜູ້ຊຳນານ.
\v 7 ຕ້ອງມີແຖບມັດບ່າສອງຂຶ້ນທີ່ມູມດ້ານເທິງສອງຂ້າງ.
\v 8 ສາຍຮັດແອວທີ່ຖັກຢ່າງລະອຽດເຫມືອນກັບເຮັດເອໂຟດ; ຕ້ອງເຮັດໃຫ້ເປັນເນື້ອດຽວກັນເສື້ອເອໂຟດ, ເຮັດຈາກຜ້າປ່ານເນື້ອດີເສັ້ນຄູ່ ດ້ວຍທອງຄຳ, ດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ.
\v 9 ເຈົ້າຕ້ອງໃຊ້ພອຍສີນໍ້າເຂົ້າສອງແຜ່ນ ແລະສະຫລັກຊື່ລູກຊາຍເທິງແຜ່ນຫີນ ແລະນັ້ນເປັນຊື່ຂອງລູກຊາຍທັງສິບສອງຄົນຂອງອິສະຣາເອນ.
\s5
\v 10 ຫິນແຜ່ນທີ່ຫນຶ່ງຈະຕ້ອງມີຫົກຊື່, ແລະອີກຫົກຊື່ຕ້ອງຢູ່ເທິງຫີນອີກແຜ່ນ, ຕາມລຳດັບການເກີດຂອງບັນດາລູກຊາຍ.
\v 11 ວຽກຂອງຊ່າງແກະສະຫລັກຫີນ ເປັນເຫມືອນຢ່າງແກະສະຫລັກຕຣາປຣະທັບ, ເຈົ້າຕ້ອງແກະສະຫລັກຫີນສອງແຜ່ນດ້ວຍຊື່ຂອງລູກຊາຍສິບສອງຄົນຂອງອິສະຣາເອນ. ເຈົ້າຕ້ອງຕິດບັນດາຫີນເທິງເຮືອນຄຳ.
\v 12 ເຈົ້າຕ້ອງຮ້ອຍຫີນທັງກ້ອນນີ້ ເຂົ້າກັບແຖບທັງສອງຂ້າງຂອງເສື້ອເອໂຟດ, ຫີນເຫລົ່ານັ້ນຈະເຮັດໃຫ້ພຣະຢາເວລະນຶກເຖິງບັນດາລູກຊາຍຂອງອິສະຣາເອນ. ອາໂຣນຈະແບກຊື່ຂອງພວກເຂົາທັງຫມົດໄວ້ເທິງບ່າທັງສອງຂ້າງ ຕໍ່ພຣະພັກພຣະຢາເວເພື່ອໃຫ້ເປັນທີ່ລະນຶກເຖິງ.
\s5
\v 13 ເຈົ້າຕ້ອງເຮັດເຮືອນທອງຄຳ
\v 14 ແລະສາຍຄໍສອງເສັ້ນເຮັດດ້ວຍຄຳບໍຣິສຸດເຫມືອນຖັກເປັນເຊືອກ, ແລະເຈົ້າຕ້ອງຕິດສາຍຄໍທີ່ເຮືອນທອງຄຳ.
\s5
\v 15 ເຈົ້າຕ້ອງເຮັດເຄື່ອງຮັດເອິກແຫ່ງການຕັດສິນ, ຊຶ່ງເປັນວຽກຂອງຊ່າງຝີມືຜູ້ຊຳນານ, ເຫມືອນກັບທີ່ໃຊ້ເຮັດເສື້ອເອໂຟດ. ເຮັດດ້ວຍຄຳ, ສີຟ້າ, ສີມ່ວງ, ແລະຜ້າຂົນສັດສີແດງເຂັ້ມ ແລະຜ້າປ່ານເນື້ອດີ.
\v 16 ໃຫ້ເຮັດເປັນຮູບສີ່ຫລ່ຽມຈັດຕຸລັດ. ເຈົ້າຕ້ອງພັບຜ້າສອງທົບ ຍາວຫນຶ່ງຊ່ວງ ແລະກວ້າງຫນຶ່ງຊ່ວງ
\s5
\v 17 ເຈົ້າຕ້ອງຕິດພອຍເປັນສີແຖວ. ແຖວທຳອິດຈະຕ້ອງຕິດທັບທິມ, ລູກລາຄຳ, ແລະພອຍແດງສີເຂັ້ມ.
\v 18 ແຖວທີສອງຕ້ອງຕິດມໍຣະກົດ, ມະນີໂຊດ, ແລະເພັດ.
\v 19 ແຖວທີສາມຕ້ອງຕິດນິນ, ໂມຣາ, ແລະພອຍສີມ່ວງ.
\v 20 ແຖວທີ່ສີ່ຕ້ອງຕິດພອຍຂຽວ, ພອຍສີນໍ້າເຂົ້າ, ແລະພອຍສີນໍ້າຕານ. ພອຍເຫລົ່ານີ້ຕ້ອງຕິດໃນເຮືອນທອງຄຳ.
\s5
\v 21 ພອຍທັງຫລາຍຕ້ອງຈັດລຽງຕາມຊື່ຂອງລູກຊາຍຂອງອິສະຣາເອນສິບສອງຄົນ, ໄວ້ຕາມລໍາດັບຊື່. ພວກຫີນນັ້ນຕ້ອງເຫມືອນແກະສະຫລັກຕຣາປຣະທັບ, ແຕ່ລະຊື່ຈະແທນແຕ່ລະເຜົ່າຈາກສິບສອງເຜົ່າ.
\v 22 ເຈົ້າຕ້ອງເຮັດເສື້ອຮັດເອິກ ລັກສະນະຄ້າຍເຊືອກຖັກເຂົ້າກັນ, ເປັນວຽກຖັກດ້ວຍທອງຄຳບໍຣິສຸດ.
\v 23 ເຈົ້າຕ້ອງເຮັດຫູຄຳສອງຫູສຳລັບເສື້ອຮັດເອິກ ແລະຕ້ອງຕິດທີ່ມູມເທິງທັງສອງຂອງເສື້ອຮັດເອິກ.
\v 24 ເຈົ້າຕ້ອງຕິດຫູສອງຫູທີ່ມູມສອງມູມຂອງຜ້າທັບເອິກ.
\s5
\v 25 ເຈົ້າຕ້ອງຕິດທີ່ປາຍຂອງສາຍຄໍຖັກທັງສອງຂ້າງ ແລ້ວໃຫ້ຕິດກັບບ່າທັງສອງຂ້າງ. ແລ້ວເຈົ້າຕ້ອງຕິດສິ່ງເຫລົ່ານີ້ທີ່ແຖບຍຶດເສື້ອເອໂຟດເທິງບ່າໄວ້ທີດ້ານຫນ້າ.
\v 26 ເຈົ້າຕ້ອງເຮັດຫູທອງຄຳສອງຫູ, ແລະເຈົ້າຕ້ອງຕິດທີ່ມູມລຸ່ມທັງສອງມູມຂອງເສື້ອເຮັດເອິກ, ເທິງມູມຖັດໄປຂ້າງໃນ.
\s5
\v 27 ເຈົ້າຕ້ອງເຮັດຫູທອງຄຳສອງຫູ, ແລະເຈົ້າຕ້ອງສອດໃຕ້ແຖບທີ່ມັດບ່າທັງສອງຂອງເສື້ອເອໂຟດກົງກັບດ້ານຫນ້າ. ໃກ້ກັບຮອຍເຫນືອສາຍຮັດແອວ ຊຶ່ງຖັກຢ່າງລະອຽດຂອງເສື້ອເອໂຟດ.
\v 28 ພວກເຂົາຕ້ອງມັດເສື້ອຮັດເອິກດ້ວຍຫູຂອງມັນ ແລະຮ້ອຍກັບຫູຂອງເສື້ອເອໂຟດດ້ວຍດ້າຍຖັກສີຟ້າ, ເພື່ອທີ່ຈະຕິດທັບສາຍຮັດແອວຖັກເສື້ອເອໂຟດ. ສີ່ງນີ້ກໍເພື່ອທີີ່ຈະບໍ່ໃຫ້ເສື້ອຮັດເອິກຫລຸດຈາກເສື້ອເອໂຟດ.
\s5
\v 29 ເມື່ອອາໂຣນເຂົ້າໄປໃນສະຖານບໍຣິສຸດ, ລາວຕ້ອງແຂວນຊື່ບັນດາລູກຊາຍຂອງອິສະຣາເອນຈາຣຶກ ໄວ້ທີ່ເອິກຂອງລາວໃນເສື້ອຮັດເອິກແຫ່ງການຕັດສິນ, ໃຫ້ເປັນທີ່ລະນຶກຕໍ່ພຣະພັກພຣະຢາເວສະເຫມີ.
\v 30 ເຈົ້າຈົ່ງສອດອູຣິມ ແລະທູມມິມໄວ້ໃນເສື້ອຮັດເອິກແຫ່ງການຕັດສິນ, ເພື່ອທີ່ທັງສອງສີ່ງນີ້ຈະແນບທີ່ໃຈຂອງອາໂຣນ ເມື່ອລາວເຂົ້າມາຫາພຣະຢາເວ. ດັ່ງນັ້ນອາໂຣນຈະນຳເອົາເຄື່ອງມືການຕັດສິນໃຈ ເພື່ອປະຊາຊົນອິສະຣາເອນໄວ້ທີ່ຫົວໃຈຂອງລາວ ຢູ່ຕໍ່ພຣະພັກພຣະຢາເວສະເຫມີ.
\s5
\v 31 ເຈົ້າຕ້ອງເຮັດເສື້ອຄຸມໃຫ້ເຂົ້າກັບເສື້ອເອໂຟດ ດ້ວຍຜ້າສີມ່ວງລ້ວນ.
\v 32 ໃຫ້ເຮັດຊ່ອງຫວ່າງທາງກາງຜືນເສື້ອສຳລັບສວມທາງຫົວ ຊ່ອງຫວ່າງນີ້ຈະມີແຖບຖັກທໍຮອບຄຳ ເພື່ອເສື້ອຈະບໍ່ຂາດ. ສິ່ງນີ້ຈະຕ້ອງເປັນວຽກຂອງຊ່າງຫຍິບ.
\s5
\v 33 ທາງດ້ານລຸ່ມຂອງເສື້ອຄຸມ, ເຈົ້າຕ້ອງເຮັດຫມາກພິລາຕ່າງໆດ້ວຍດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມຮອບເສື້ອຄຸມ. ກະດິ່ງຄຳຕ້ອງຕິດສະລັບໂດຍຮອບ.
\v 34 ຈະຕ້ອງມີກະດິ່ງຄຳຫນ່ວຍຫນຶ່ງ ແລະຫມາກພິລາອີກຫນ່ວຍຫນຶ່ງ, ຈະຕ້ອງມີຫມາກກະດິ່ງຄຳອີກຫນ່ວຍຫນຶ່ງ ແລະຫມາກພິລາອີກຫນ່ວຍຫນຶ່ງ—ແລະຕໍ່ໆໄປ—ຮອບດ້ານລຸ່ມຂອງເສື້ອຄຸມ.
\v 35 ອາໂຣນຈະນຸ່ງເສື້ອຄຸມນີ້ ເມື່ອລາວຮັບໃຊ້, ເພື່ອວ່າສຽງກະດິ່ງຈະໄດ້ຍິນ ເມື່ອລາວເຂົ້າໄປຢູ່ຕໍ່ພຣະພັກພຣະຢາເວໃນສະຖາບໍຣິສຸດ ແລະເມື່ອລາວອອກມາ. ນີ້ແຫລະວ່າລາວຈະບໍ່ຕາຍ.
\s5
\v 36 ເຈົ້າຕ້ອງເຮັດແຜ່ນທອງຄຳບໍຣິສຸດ ແລະສະຫລັກໄວ້ເຫມືອນຢ່າງແກະສະຫລັກຕຣາປຣະທັບວ່າ, "ບໍຣິສຸດແດ່ພຣະຢາເວ."
\v 37 ເຈົ້າຕ້ອງເອົາດ້າຍຖັກສີຟ້າມັດແຜ່ນຄຳນັ້ນໄວ້ໃຫ້ຢູ່ທີ່ຫນ້າຜ້າໂພກຫົວ.
\v 38 ແຜ່ນທອງຄຳນັ້ນຈະຢູ່ເທິງຫນ້າຜາກຂອງອາໂຣນ; ລາວຕ້ອງແບກຄວາມຜິດຕ່າງໆ ກ່ຽວເນື່ອງກັບເຄື່ອງບູຊາອັນບໍຣິສຸດທີ່ຊາວອິສະຣາເອນນຳມາຖວາຍແດ່ພຣະຢາເວ. ຈະຕ້ອງມັດຜ້າໂພກຫົວທີ່ຫນ້າຜາກຂອງລາວໄວ້ສະເຫມີ. ເພື່ອພຣະຢາເວຈະຮັບເຄື່ອງຖວາຍຂອງພວກເຂົາ.
\s5
\v 39 ເຈົ້າຕ້ອງເຮັດເສື້ອຄຸມດ້ວຍຜ້າປ່ານເນື້ອດີ, ແລະເຈົ້າຕ້ອງໂພກຫົວນັ້ນດ້ວຍຜ້າປ່ານເນື້ອດີ. ເຈົ້າຕ້ອງເຮັດສາຍແອວດ້ວຍ, ຊຶ່ງເປັນວຽກຂອງຊ່າງແສ່ວ.
\s5
\v 40 ສຳລັບບັນດາລູກຊາຍຂອງອາໂຣນ ເຈົ້າຕ້ອງເຮັດບັນດາເສື້ອຄຸມ, ສາຍແອວ, ແລະຜ້າໂພກຫົວເພື່ອເປັນກຽຕແລະຄວາມສະຫງ່າງາມຂອງພວກເຂົາ.
\v 41 ເຈົ້າຕ້ອງນຸ່ງຊຸດໃຫ້ອາໂຣນ ອ້າຍຂອງເຈົ້າ, ແລະບັນດາລູກຊາຍຂອງລາວ, ເຈົ້າຕ້ອງເຈີມພວກເຂົາ, ສະຖາປະນາພວກເຂົາ, ແລະແຍກພວກເຂົາອອກຕ່າງຫາກເພື່ອເຮົາ, ເພື່ອວ່າພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດທັງຫລາຍ.
\s5
\v 42 ເຈົ້າຕ້ອງເຮັດບັນດາເສື້ອຊັ້ນໃນໃຫ້ພວກເຂົາດ້ວຍຜ້າເລນີນທີ່ຈະປົກປິດຮ່າງກາຍຂອງພວກເຂົາ, ຊຶ່ງຈະປົກຄຸມພວກເຂົາຕັ້ງແຕ່ແອວໄປຈົນເຖິງຕົ້ນຂາ.
\v 43 ອາໂຣນແລະບັນດາລູກຊາຍຂອງລາວຕ້ອງນຸ່ງເຄື່ອງແຕ່ງກາຍເຫລົ່ານີ້ ຫລືເມື່ອພວກເຂົາເຂົ້າໃກ້ແທ່ນບູຊາເພື່ອຈະຮັບໃຊ້ໃນສະຖານທີ່ບໍຣິສຸດ. ພວກເຂົາຕ້ອງເຮັດສິ່ງນີ້ ເພື່ອພວກເຂົາຈະບໍ່ມີຄວາມຜິດ ຫລືບໍ່ດັ່ງນັ້ນ ພວກເຂົາຈະຕາຍ. ເລື່ອງນີ້ໃຫ້ເປັນກົດຖາວອນສຳລັບອາໂຣນ ແລະເຊື້ອສາຍຂອງລາວສຶບໄປ.
\s5
\c 29
\cl ບົດທີ 29
\p
\v 1 ຕໍ່ໄປນີ້ຄືສິ່ງທີ່ເຈົ້າຈະຕ້ອງເຮັດທີ່ຈະແຍກພວກເຂົາໄວ້ສຳລັບເຮົາ ເພື່ອພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດ. ຈົ່ງເອົາງົວຫນຸ່ມໂຕຫນຶ່ງ ແລະແກະຜູ້ສອງໂຕຊຶ່ງປາສະຈາກຕຳຫນິ,
\v 2 ເຂົ້າຈີ່ໄຮ້ເຊື້ອແປ້ງ, ແລະເຄັກໄຮ້ເຊື້ອແປ້ງປົນນໍ້າມັນ. ພ້ອມທັງເຂົ້າຫນົມແຜ່ນບາງໄຮ້ເຊື້ອແປ້ງທານໍ້າມັນ. ຈົ່ງເຮັດເຂົ້າຫນົມເຫລົ່ານີ້ດ້ວຍແປ້ງສາລີຢ່າງດີ.
\s5
\v 3 ເຈົ້າຈົ່ງໃສ່ເຂົ້າຫນົມເຫລົ່ານີ້ໄວ້ໃນກະຕ່າດຽວ, ຈົ່ງນຳມາພ້ອມກັບກະຕ່າ, ແລະຖວາຍພ້ອມກັບງົວໂຕຜູ້ ແລະແກະໂຕຜູ້ສອງໂຕ.
\v 4 ເຈົ້າຕ້ອງພາອາໂຣນ ແລະບັນດາລູກຊາຍຂອງລາວມາສະແດງຕົວທີ່ປະຕູຫໍເຕັນແຫ່ງຊຸມນຸມ. ເຈົ້າຈົ່ງຊຳຣະຕົວອາໂຣນ ແລະບັນດາລູກຊາຍຂອງລາວໃນນໍ້າ.
\s5
\v 5 ເຈົ້າຕ້ອງນຳເຄື່ອງແຕ່ງກາຍ ແລະສວມໃສ່ໃຫ້ອາໂຣນດ້ວຍເສື້ອຄຸມ, ເສື້ອຄຸມຍາວເອໂຟດ, ເສື້ອເອໂຟດ, ແລະເສື້ອຮັດເອິກ, ມັດສາຍແອວຂອງເອໂຟດທີ່ຖັກແສ່ວຢ່າງວິຈິດບັນຈົງໃຫ້ແຫນ້ນຮອບລາວ.
\v 6 ເຈົ້າຕ້ອງພັນຜ້າໂພກຫົວໃສ່ເທິງຫົວຂອງລາວ ແລະສວມມົງກຸດບໍຣິສຸດທັບຜ້າໂພກຫົວ.
\v 7 ແລ້ວເອົານໍ້າມັນເຈີມມາ ແລະຖອກລົງໃສ່ຫົວຂອງລາວ ແລະນີ້ແຫລະເປັນວິທີທີ່ເຈີມລາວ.
\s5
\v 8 ເຈົ້າຕ້ອງນຳບັນດາລູກຊາຍຂອງລາວມາ ແລະສວມເສື້ອຄຸມໃຫ້ພວກເຂົາ.
\v 9 ເຈົ້າຕ້ອງໃຫ້ອາໂຣນ ແລະບັນດາລູກຊາຍຂອງລາວໃສ່ສາຍຮັດແອວ ແລະຈົ່ງໃສ່ສາຍຮັດຫົວໃຫ້ພວກເຂົາ. ແລ້ວວຽກໃນຖານະປະໂລຫິດກໍຈະເປັນຂອງພວກເຂົາຕາມກົດບັນຍັດຕະລອດໄປ. ນີ້ແຫລະເປັນວິທີທີ່ເຈົ້າຕ້ອງສະຖາປະນາອາໂຣນ ແລະບັນດາລູກຊາຍຂອງລາວໄວ້ເພື່ອຮັບໃຊ້ເຮົາ.
\s5
\v 10 ເຈົ້າທຸກຄົນຕ້ອງນຳງົວຜູ້ມາຕໍ່ຫນ້າຫໍເຕັນແຫ່ງຊຸມນຸມ, ແລະໃຫ້ອາໂຣນກັບບັນດາລູກຊາຍຂອງລາວວາງມືລົງເທິງຫົວງົວ.
\v 11 ເຈົ້າຕ້ອງຂ້າງົວຜູ້ນັ້ນ ຕໍ່ພຣະພັກພຣະຢາເວທີ່ທາງເຂົ້າປະຕູຫໍເຕັນແຫ່ງຊຸມນຸມ.
\s5
\v 12 ເຈົ້າຕ້ອງນຳເລືອດງົວບາງສ່ວນ ແລະໃຊ້ນີ້ວມືຈຸ່ມທາທີ່ເຂົາຂອງແທ່ນບູຊາ, ແລະເຈົ້າຕ້ອງຖອກເລືອດທີ່ເຫລືອທີ່ຖານຂອງແທ່ນບູຊາ.
\v 13 ເຈົ້າຕ້ອງເອົາໄຂມັນທັງຫມົດທີ່ຫຸ້ມເຄື່ອງໃນ, ແລະໄຂມັນທັງຫມົດທີຫຸ້ມຕັບ ແລະໄຕທັງສອງຫນ່ວຍ ທັງໄຂມັນທີ່ຕິດໄຕນັ້ນ; ມາເຜົາທັງຫມົດເທິງແທ່ນບູຊາ.
\v 14 ແຕ່ຊີ້ນກັບຫນັງ, ຂີ້ຂອງງົວນັ້ນ, ເຈົ້າຕ້ອງເຜົາໄຟທີ່ນອກຄ້າຍ. ນີ້ເປັນເຄື່ອງບູຊາຖວາຍໄຖ່ບາບ.
\s5
\v 15 ເຈົ້າຕ້ອງນຳແກະຜູ້ໂຕຫນຶ່ງມາ, ແລະອາໂຣນ ແລະບັນດາລູກຊາຍຂອງລາວຕ້ອງວາງມືເທິງຫົວແກະນັ້ນ.
\v 16 ເຈົ້າຕ້ອງຂ້າແກະໂຕນັ້ນ ແລະເອົາເລືອດພົມໄປຮອບໆແທ່ນບູຊາ.
\v 17 ເຈົ້າຕ້ອງຕັດແກະໂຕນັ້ນອອກເປັນຕ່ອນໆ ແລະລ້າງເຄື່ອງໃນກັບຂາມັນ, ແລະເຈົ້າຕ້ອງວາງເຄື່ອງໃນໄວ້ກັບສ່ວນອື່ນໆ, ແລະພ້ອມກັບຫົວຂອງມັນ.
\v 18 ເທິງແທ່ນບູຊານັ້ນຈົ່ງເຜົາແກະໂຕຜູ້ທັງໂຕ. ເປັນເຄື່ອງເຜົາຖວາຍບູຊາແດ່ພຣະຢາເວ, ເປັນກິ່ນທີ່ຫອມ, ເປັນເຄື່ອງຖວາຍບູຊາດ້ວຍໄຟແດ່ພຣະຢາເວ.
\s5
\v 19 ເຈົ້າຕ້ອງນຳແກະໂຕຜູ້ອີກໂຕຫນຶ່ງມາ ແລະໃຫ້ອາໂຣນ ແລະບັນດາລູກຊາຍຂອງລາວຕ້ອງວາງມືເທິງຫົວຂອງແກະນັ້ນ.
\v 20 ແລ້ວເຈົ້າຕ້ອງຂ້າແກະໂຕຜູ້ ແລະນຳເລືອດສ່ວນຫນຶ່ງມາ ທາທີ່ປາຍໃບຫູຂ້າງຂວາຂອງອາໂຣນ, ແລະປາຍໃບຫູຂ້າງຂວາຂອງບັນດາລູກຊາຍຂອງລາວ, ທີ່ນີ້ວໂປ້ມືຂ້າງຂວາ, ແລະທີ່ນີ້ວໂປ້ຕີນຂ້າງຂວາຂອງພວກເຂົາ. ແລ້ວເຈົ້າຕ້ອງພົມເລືອດຮອບໆແທ່ນບູຊາທຸກດ້ານ.
\s5
\v 21 ເຈົ້າຕ້ອງນຳເລືອດສ່ວນຫນຶ່ງທີ່ຢູ່ເທິງແທ່ນບູຊາ ແລະ ນໍ້າມັນເຈີມບາງສ່ວນ, ແລະພົມອາໂຣນ ແລະເຄື່ອງແຕ່ງກາຍຂອງລາວ, ແລະຈົ່ງພົມບັນດາລູກຊາຍຂອງລາວ ແລະເຄື່ອງແຕ່ງກາຍຂອງພວກເຂົາດ້ວຍ. ອາໂຣນຈະຕ້ອງແຍກໄວ້ສຳລັບເຮົາ, ເຊັ່ນດຽວກັນໃຫ້ແຍກເຄື່ອງແຕ່ງກາຍຂອງລາວດ້ວຍ, ບັນດາລູກຊາຍຂອງລາວ ແລະເຄື່ອງແຕ່ງກາຍຂອງບັນດາລູກຊາຍຂອງລາວທີ່ຢູ່ກັບລາວ.
\s5
\v 22 ເຈົ້າຕ້ອງເອົາໄຂມັນຂອງແກະໂຕຜູ້, ຊຶ່ງເປັນໄຂມັນສ່ວນທາງຫາງ, ໄຂມັນຫຸ້ມເຄື່ອງໃນ, ແລະໄຂມັນຫຸ້ມຕັບ, ໄຕທັງສອງຫນ່ວຍ ແລະໄຂມັນຫຸ້ມໄຕ, ແລະກົ້ກຂາຂວາ—ເພາະເປັນແກະໂຕຜູ້ທີ່ໃຊ້ເພື່ອການສະຖາປະນາປະໂລຫິດສຳລັບເຮົາ.
\v 23 ຈົ່ງນຳເຂົ້າຈີ່ກ້ອນຫນຶ່ງ ແລະເຂົ້າຫນົມເຄັກນໍ້າມັນທາຫນຶ່ງແຜ່ນ, ແລະເຂົ້າຈີ່ແຜ່ນບາງຫນຶ່ງແຜ່ນຈາກກະຕ່າ ເຂົ້າຈີ່ເຫລົ່ານີ້ໄຮ້ເຊື້ອແປ້ງ ຊຶ່ງຢູ່ຕໍ່ພຣະພັກພຣະຢາເວ.
\s5
\v 24 ເຈົ້າຕ້ອງນຳສິ່ງເຫລົ່ານີ້ໃສ່ໃນມືທັງສອງຂ້າງຂອງອາໂຣນ ແລະມືທັງສອງຂ້າງຂອງບັນດາລູກຊາຍຂອງລາວ ແລະຖວາຍການໂບກຂອງເຫລົ່ານັ້ນສຳລັບເຮົາ ເປັນເຄື່ອງຖວາຍໂບກບູຊາ ສະເພາະຕໍ່ພຣະພັກພຣະຢາເວ.
\v 25 ເຈົ້າຕ້ອງຮັບອາຫານຈາກມືຂອງພວກເຂົາ ແລະນຳໄປເຜົາລວມກັບເຄື່ອງເຜົາບູຊາ ເປັນກິ່ນຫອມສຳລັບເຮົາ; ເປັນເຄື່ອງບູຊາຖວາຍແດ່ເຮົາດ້ວຍໄຟ.
\s5
\v 26 ເຈົ້າຕ້ອງເອົາຊີ້ນສ່ວນເອິກຈາກແກະໂຕຜູ້ສຳລັບຖວາຍຂອງອາໂຣນ ແລະຖວາຍໂບກເປັນເຄື່ອງຖວາຍບູຊາ ຕໍ່ພຣະພັກພຣະຢາເວ, ແລະມັນຈະເປັນສ່ວນແບ່ງຂອງເຈົ້າ.
\v 27 ເຈົ້າຕ້ອງເອົາຊີ້ນເອິກຂອງເຄື່ອງຖວາຍໂບກບູຊາທີ່ຖວາຍໂບກແລ້ວ ແຍກອອກໄວ້ສຳລັບເຮົາ, ແລະຊີ້ນກົກຂາທີ່ເປັນສ່ວນຂອງປະໂລຫິດ—ທັງສ່ວນເອິກທີ່ຖວາຍໂບກແລ້ວ ແລະ ຊີ້ນກົກຂາຊຶ່ງຈະເປັນສ່ວນແບ່ງຂອງອາໂຣນ ແລະບັນດາລູກຊາຍຂອງລາວ.
\v 28 ສີ່ງເຫລົ່ານີ້ຈະເປັນກົດຕະຫລອດໄປສຳລັບອາໂຣນ ແລະບັນດາລູກຊາຍຂອງລາວ. ທີ່ຈະໄດ້ຮັບຈາກປະຊາຊົນອິສະຣາເອນ ເພື່ອຖວາຍແດ່ພຣະຢາເວ ຈາກເຄື່ອງຖວາຍສັນຕິບູຊາ.
\s5
\v 29 ເຄື່ອງແຕ່ງກາຍບໍຣິສຸດຂອງອາໂຣນຕ້ອງສະຫງວນໄວ້ ສຳລັບບັນດາລູກຊາຍຂອງລາວສືບໄປ. ພວກເຂົາຕ້ອງໄດ້ຮັບການເຈີມ ແລະສະຖາປະນາໃນພວກເຂົາເພື່ອເຮົາ.
\v 30 ປະໂລຫິດຜູ້ສືບທອດແທນອາໂຣນຈາກທ່າມກາງບັນດາລູກຊາຍຂອງລາວ, ຜູ້ຊຶ່ງຈະມາຍັງເຕັນນັດພົບສຳລັບຮັບໃຊ້ເຮົາໃນສະຖານບໍຣິສຸດ, ຈະຕ້ອງສວມເຄື່ອງແຕ່ງກາຍເຫລົ່ານີ້ເປັນເວລາເຈັດມື້.
\s5
\v 31 ເຈົ້າຕ້ອງນຳແກະໂຕຜູ້ສຳລັບແຕ່ງຕັ້ງບັນດາປະໂລຫິດສຳລັບເຮົາ ແລະ ເອົາຊີ້ນມາຕົ້ມໃນສະຖານນະມັດສະການ.
\v 32 ອາໂຣນ ແລະ ບັນດາລູກຊາຍຂອງລາວ ຕ້ອງກິນຊີ້ນແກະໂຕຜູ້ນັ້ນ ແລະເຂົ້າຈີ່ຊຶ່ງຢູ່ໃນກະຕ່າທີ່ທາງເຂົ້າຫໍເຕັນແຫ່ງຊຸມນຸມ.
\v 33 ພວກເຂົາຕ້ອງກິນຊີ້ນ ແລະເຂົ້າຈີ່ທີ່ນຳມາຖວາຍບູຊາໄຖ່ບາບ ແລະສະຖາປະນາພວກເຂົາ, ເພື່ອແຍກພວກເຂົາອອກມາສຳລັບເຮົາ. ແຕ່ຄົນອື່ນໆຈະກິນບໍ່ໄດ້, ເພາະພວກເຂົາຕ້ອງຖືວ່າເປັນສິ່ງທີ່ໄດ້ຖວາຍແກ່ເຮົາແລ້ວ, ໄດ້ສະຫງວນໄວ້ສຳລັບເຮົາ.
\v 34 ຖ້າຊີ້ນທີ່ໃຊ້ໃນເຄື່ອງຖວາຍເພື່ອສະຖາປະນາ, ຫລືເຂົ້າຈີ່ໃດໆນັ້ນຍັງເຫລືອຢູ່ຈົນຮອດຕອນເຊົ້າ, ແລ້ວເຈົ້າຕ້ອງເຜົາມັນ. ຫ້າມກິນເພາະເປັນສິ່ງທີ່ແຍກໄວ້ສຳລັບເຮົາ.
\s5
\v 35 ໂດຍວິທີນີ້ແຫລະ, ໃຫ້ເຮັດຕາມທຸກສິ່ງທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ, ເຈົ້າຕ້ອງປະຕິບັດຕໍ່ອາໂຣນ ແລະບັນດາລູກຊາຍຂອງລາວ.
\v 36 ເປັນເວລາເຈັດມື້ທີ່ເຈົ້າຈະຕ້ອງຕຽມພວກເຂົາ. ທຸກໆມື້ເຈົ້າຕ້ອງຖວາຍງົວໂຕຜູ້ ມາຖວາຍເປັນເຄື່ອງຖວາຍບູຊາໄຖ່ບາບ. ເຈົ້າຕ້ອງຊຳຣະແທ່ນບູຊາໃຫ້ບໍຣິສຸດໂດຍການໄຖ່ບາບໃຫ້ກັບແທ່ນນັ້ນ, ແລະເຈົ້າຕ້ອງເຈີມແທ່ນນັ້ນເພື່ອແຍກໄວ້ສຳລັບເຮົາ.
\v 37 ເປັນເວລາເຈັດມື້ເຈົ້າຕ້ອງເຮັດການໄຖ່ບາບໃຫ້ກັບແທ່ນບູຊາ ແລະ ແຍກໄວ້ສຳລັບພຣະຢາເວ. ແລ້ວແທ່ນບູຊາແຍກໄວ້ສຳລັບເຮົາຈະສົມບູນ. ສິ່ງໃດກໍຕາມທີ່ສຳພັດກັບແທ່ນນີ້ ກໍຈະຕ້ອງແຍກໄວ້ສຳລັບພຣະຢາເວ.
\s5
\v 38 ເຈົ້າຕ້ອງຖວາຍບູຊາເທິງແທ່ນບູຊາທຸກວັນ ດ້ວຍລູກແກະອາຍຸຫນຶ່ງປີສອງໂຕ.
\v 39 ແກະໂຕຫນຶ່ງເຈົ້າຕ້ອງຖວາຍໃນຕອນເຊົ້າ, ແລະແກະອີກໂຕຫນຶ່ງເຈົ້າຕ້ອງຖວາຍບູຊາຕອນແລງ.
\s5
\v 40 ພ້ອມກັບລູກແກະໂຕທຳອິດນັ້ນ, ຈົ່ງຖວາຍແປ້ງຢ່າງດີຫນຶ່ງສ່ວນສິບເອຟາ ປົນນໍ້າມັນທີ່ສະກັດໄວ້ຈາກບັນດາຫມາກກອກຫນຶ່ງໃນສີ່ຮິນ, ແລະເຫລົ້າອາງຸ່ນຫນຶ່ງໃນສີ່ຮິນ ເປັນເຄື່ອງຖວາຍດື່ມບູຊາ.
\s5
\v 41 ເຈົ້າຕ້ອງຖວາຍລູກແກະໂຕທີ່ສອງປະມານກ່ອນຕາເວັນຕົກດີນ. ເຈົ້າຕ້ອງຖວາຍເຄື່ອງຖວາຍເມັດພືດບູຊາ ເຊັ່ນດຽວກັບຕອນເຊົ້າ, ແລະເຄື່ອງຖວາຍດື່ມບູຊາຄູ່ກັນດ້ວຍ. ໃຫ້ເປັນກິ່ນຫອມສຳລັບເຮົາເປັນເຄື່ອງບູຊາທີ່ເຜົາດ້ວຍໄຟສຳລັບເຮົາ.
\v 42 ນີ້ຕ້ອງເປັນເຄື່ອງຖວາຍເຜົາບູຊາສະເຫມີໄປຕະຫລອດທຸກຍຸກຂອງເຈົ້າ, ທາງເຂົ້າເຕັນນັດພົບຕໍ່ພຣະພັກພຣະຢາເວ, ຊຶ່ງເປັນບ່ອນທີ່ເຮົາຈະພົບເຈົ້າທັງຫລາຍ ເພື່ອທີ່ຈະເວົ້າກັບເຈົ້າທີ່ນັ້ນ.
\s5
\v 43 ນັ້ນຄືທີ່ໆເຮົາຈະພົບກັບຊາວອິສະຣາເອນ; ຄືເຕັນຈະແຍກໄວ້ສຳລັບເຮົາດ້ວຍພຣະສະຫງ່າຣາສີຂອງເຮົາ.
\v 44 ເຮົາຈະແຍກຫໍເຕັນແຫ່ງຊຸມນຸມ ແລະແທ່ນບູຊາໄວ້ສຳລັບເຮົາ. ເຮົາຈະແຍກອາໂຣນແລະບັນດາລູກຊາຍຂອງລາວໄວ້ເປັນປະໂລຫິດເພື່ອຮັບໃຊ້ເຮົາ.
\s5
\v 45 ເຮົາຈະຢູ່ທ່າມກາງຊາວອິສະຣາເອນ ແລະຈະເປັນພຣະເຈົ້າຂອງພວກເຂົາ.
\v 46 ພວກເຂົາຈະໄດ້ຮູ້ວ່າ ເຮົາຄືພຣະຢາເວ, ເປັນພຣະເຈົ້າຂອງພວກເຂົາ, ຜູ້ໄດ້ນຳພວກເຂົາອອກຈາກແຜ່ນດິນອີຢິບ ເພື່ອວ່າເຮົາຈະໄດ້ຢູ່ທ່າມກາງພວກເຂົາ. ເຮົາຄືພຣະຢາເວ, ເປັນພຣະເຈົ້າຂອງພວກເຂົາ.
\s5
\c 30
\cl ບົດທີ 30
\p
\v 1 ເຈົ້າຕ້ອງສ້າງແທ່ນບູຊາສຳລັບເຜົາເຄື່ອງຫອມ. ເຈົ້າຕ້ອງເຮັດແທ່ນນັ້ນດ້ວຍໄມ້ກະຖິນເທດ.
\v 2 ຄວາມຍາວຈະຕ້ອງເປັນຫນຶ່ງສອກ, ແລະຄວາມກວ້າງຂອງມັນຫນຶ່ງສອກ. ມັນຕ້ອງເປັນຮູບສີ່ຫລ່ຽມຈັດຕຸລັດ, ແລະສູງສອງສອກ, ເຂົາຂອງແທ່ນຕ້ອງເຮັດເປັນເນື້ອດຽວກັນ.
\s5
\v 3 ເຈົ້າຕ້ອງຫຸ້ມແທ່ນບູຊາເຄື່ອງຫອມດ້ວຍຄຳບໍຣິສຸດ—ດ້ານເທິງ, ດ້ານຂ້າງ, ເຂົາຂອງແທ່ນ. ເຈົ້າຕ້ອງເຮັດຂອບດ້ວຍທອງຄຳອ້ອມຮອບແທ່ນ.
\v 4 ເຈົ້າຕ້ອງເຮັດຫຸທອງຄຳສອງຫູ ຕິດໃຕ້ຂອບທັງສອງດ້ານທີ່ກົງກັນຂວ້າມກັນ. ຫູນັ້ນຈະຕ້ອງເປັນໂຕສຳລັບສອດໄມ້ຄານຫາມແທ່ນບູຊາ.
\s5
\v 5 ເຈົ້າຕ້ອງເຮັດໄມ້ຄານຫາມ ຈາກໄມ້ກະຖິນເທດ, ແລະເຈົ້າຕ້ອງຫຸ້ມມັນດ້ວຍທອງຄຳ.
\v 6 ເຈົ້າຕ້ອງຕັ້ງແທ່ນເຜົາເຄື່ອງຫອມນັ້ນໄວ້ຂ້າງຫນ້າຜ້າກັ້ງ ຊຶ່ງຢູ່ໃກ້ຫີບແຫ່ງພຣະບັນຍັດ. ມັນຕ້ອງຢູ່ຂ້າງຫນ້າຝາຫີບໄຖ່ບາບ ຊຶ່ງຢູ່ເຫນືອຫີບແຫ່ງຄຳພະຍານ, ທີ່ຊຶ່ງເຮົາຈະພົບກັບເຈົ້າ.
\s5
\v 7 ອາໂຣນຕ້ອງເຜົາເຄື່ອງຫອມເທິງແທ່ນນັ້ນທຸກໆເຊົ້າ. ລາວຕ້ອງເຜົາເຄື່ອງຫອມນັ້ນ ເມື່ອລາວດູແລຕະກຽງ,
\v 8 ແລະອາໂຣນໃຕ້ຕະກຽງອີກໃນຕອນແລງ ດັ່ງນັ້ນເຄື່ອງຫອມຈະເຜົາເທິງແທ່ນນັ້ນ ຕໍ່ພຣະພັກພຣະຢາເວ, ສະເຫມີໄປຕະລອດຊົ່ວອາຍຸຄົນຂອງເຈົ້າ.
\v 9 ແຕ່ເຈົ້າຫ້າມນຳເຄື່ອງຫອມອື່ນ, ຫລື ຫ້າມນໍາເຄື່ອງເຜົາບູຊາ, ຫລືເຄື່ອງພືດພັນບູຊາມາເຜົາເທິງແທ່ນບູຊາເຄື່ອງຫອມ. ເຈົ້າຕ້ອງຫ້າມຖອກເຄື່ອງດື່ມບູຊາເທິງແທ່ນນັ້ນ.
\s5
\v 10 ອາໂຣນຕ້ອງເຮັດພິທີໄຖ່ບາບເທິງຈອມຂອງແທ່ນປີລະເທື່ອ. ດ້ວຍເລືອດຂອງເຄື່ອງບູຊາລົບລ້າງໄຖ່ ເຂົາຕ້ອງໄຖ່ບາບກັບແທ່ນນັ້ນປີລະເທື່ອຕະຫລອດຊົ່ວຊາດພັນຂອງພວກເຈົ້າ. ແທ່ນນັ້ນຈະເເຍກໄວ້ສຳລັບພຣະຢາເວຢ່າງສົມບູນ."
\s5
\v 11 ພຣະຢາເວໄດ້ກ່າວກັບໂມເຊວ່າ,
\v 12 "ເມື່ອເຈົ້າຈົດສຳມະໂນຄົວຊາວອິສະຣາເອນ, ແລ້ວຈົ່ງໃຫ້ແຕ່ລະຄົນນຳຄ່າໄຖ່ຊີວິດຂອງຕົນມາຖວາຍແດ່ພຣະຢາເວ. ເຈົ້າຕ້ອງເຮັດສິ່ງນີ້ຫລັງຈາກທີ່ເຈົ້ານັບພວກເຂົາ, ເພື່ອວ່າຈະບໍ່ມີພັຍພິບັດເກີດຂຶ້ນທ່າມກາງພວກເຂົາ ເມື່ອເຈົ້ານັບພວກເຂົາ.
\v 13 ທຸກໆຄົນທີ່ຖືກນັບໃນທະບຽນສຳມະໂນຄົວຈະຕ້ອງຖວາຍດັ່ງນີ້: ເງິນຫນັກເຄິ່ງເຊເຂ, ຕາມເຊເຂຂອງສະຖານນະມັດສະການ (ເຊເຂຫນຶ່ງເທົ່າກັບຊາວເກຮາ.) ເຄິ່ງເຊເຂຈະເປັນເຄື່ອງຖວາຍແດ່ພຣະຢາເວ.
\v 14 ທຸກໆຄົນທີ່ຖືກນັບ, ຕັ້ງແຕ່ອາຍຸຊາວປີຂຶ້ນໄປ, ເມື່ອປະຊາຊົນນຳສີ່ງຂອງມາຖວາຍບູຊາແກ່ເຮົາ.
\s5
\v 15 ເມື່ອປະຊາຊົນຖວາຍເຄື່ອງບູຊານີ້ແດ່ເຮົາ ເພື່ອໄຖ່ບາບສຳລັບຊີວິດຂອງຕົນນັ້ນ, ຄົນຮັ່ງມີຕ້ອງບໍ່ຖວາຍເກີນເຄິ່ງເຊເຂ, ແລະຄົນຍາກຈົນກໍຕ້ອງບໍ່ຖວາຍນ້ອຍກວ່ານັ້ນ.
\v 16 ເຈົ້າຕ້ອງຮັບເງີນຄ່າໄຖ່ບາບຈາກຊາວອິສະຣາເອນ ແລະເຈົ້າຕ້ອງຈັດສັນເງິນເພື່ອງານຂອງຫໍເຕັນແຫ່ງຊຸມນຸມ. ຈະຕ້ອງເປັນເຄື່ອງເຕືອນໃຈຂອງຊາວອິສະຣາເອນຕໍ່ຫນ້າເຮົາ, ເພື່ອຈະໄຖ່ບາບສຳລັບຊີວິດພວກເຈົ້າ."
\s5
\v 17 ພຣະຢາເວໄດ້ເວົ້າກັບໂມເຊ ແລະກ່າວວ່າ,
\v 18 "ເຈົ້າຕ້ອງເຮັດອ່າງຂະຫນາດໃຫຍ່ດ້ວຍທອງແດງ ພ້ອມທັງຂາຕັ້ງທອງແດງ, ເປັນອ່າງສຳລັບຊຳຣະລ້າງ. ເຈົ້າຕ້ອງຕັ້ງອ່າງນັ້ນໄວ້ລະຫວ່າງຫໍເຕັນແຫ່ງຊຸມນຸມ ແລະແທ່ນບູຊາ, ແລະເຈົ້າຕ້ອງເອົານໍ້າໃສ່ອ່າງນັ້ນ.
\s5
\v 19 ອາໂຣນແລະບັນດາລູກຊາຍຂອງລາວຕ້ອງລ້າງມື ແລະຕີນຂອງພວກເຂົາດ້ວຍນໍ້າຈາກໃນອ່າງນັ້ນ.
\v 20 ເມື່ອພວກເຂົາເຂົ້າໄປໃນເຕັນແຫ່ງຊຸມນຸມ ຫລືເມື່ອພວກເຂົາເຂົ້າມາໃກ້ແທ່ນບູຊາ ເພື່ອຮັບໃຊ້ເຮົາດ້ວຍເຄື່ອງເຜົາບູຊາ, ພວກເຂົາຕ້ອງລ້າງດ້ວຍນໍ້າ ເພື່ອວ່າພວກເຂົາຈະບໍ່ຕາຍ.
\v 21 ພວກເຂົາຕ້ອງລ້າງມື ແລະຕີນເພື່ອວ່າພວກເຂົາຈະບໍ່ຕາຍ. ແລະນີ້ຈະເປັນກົດບັນຍັດຕະລອດໄປສຳລັບອາໂຣນ ແລະ ບັນດາເຊື້ອສາຍຂອງລາວຕະຫລອດຊົ່ວຊາດພັນຂອງພວກເຂົາ."
\s5
\v 22 ພຣະຢາເວເວົ້າກັບໂມເຊ ແລະກ່າວວ່າ,
\v 23 "ຈົ່ງເອົາເຄື່ອງເທດຢ່າງດີເຫລົ່ານີ້; ຢາງໄມ້ຫອມນໍ້າຫ້າຮ້ອຍເຊເຂ, ກໍາຍານ 250 ເຊເຂ, ຫົວສີໄຄຫອມ 250 ເຊເຂ,
\v 24 ແລະກາລະບູນຫ້າຮ້ອຍເຊເຂ, ຊັ່ງຕາມນໍ້າຫນັກຂອງເຊເຂັນຂອງສະຖານນະມັດສະການ, ແລະນໍ້າມັນຫມາກກອກຫນຶ່ງຮິນ.
\v 25 ເຈົ້າຕ້ອງເຮັດນໍ້າມັນເຈີມບໍຣິສຸດດ້ວຍສ່ວນປະສົມເຫລົ່ານີ້, ຕາມວິທີການຂອງຊ່າງປຸງນໍ້າຫອມ. ຈະເປັນນໍ້າມັນເຈີມບໍຣິສຸດ, ທີ່ສະຫງວນໄວ້ສຳລັບເຮົາ.
\s5
\v 26 ເຈົ້າຕ້ອງເຈີມເຕັນນັດພົບ ດ້ວຍນໍ້າມັນນັ້ນ, ລວມທັງຫີບແຫ່ງຄຳພະຍານ,
\v 27 ໂຕະແລະເຄື່ອງໃຊ້ທຸກຢ່າງ, ຄັນຕະກຽງແລະເຄື່ອງໃຊ້ປະຈຳຄັນຕະກຽງ, ແທ່ນເຜົາເຄື່ອງຫອມ,
\v 28 ແທ່ນບູຊາສຳລັບເຄື່ອງເຜົາບູຊາ ພ້ອມເຄື່ອງໃຊ້ທຸກຢ່າງ, ແລະອ່າງກັບຖານຮອງ.
\s5
\v 29 ເຈົ້າຕ້ອງແຍກສິ່ງເຫລົ່ານີ້ໄວ້ສຳລັບເຮົາ ເພື່ອວ່າມັນຈະບໍຣິສຸດສຳລັບເຮົາ. ສິ່ງໃດໆທີ່ສຳພັດສິ່ງຂອງເຫລົ່ານີ້ ກໍຈະບໍຣິສຸດໄປດ້ວຍ.
\v 30 ເຈົ້າຕ້ອງເຈີມອາໂຣນ ແລະບັນດາລູກຊາຍຂອງລາວ ແລະແຍກພວກເຂົາໄວ້ສຳລັບເຮົາ ເພື່ອພວກເຂົາຈະໄດ້ຮັບໃຊ້ເຮົາໃນຖານະປະໂລຫິດ.
\v 31 ເຈົ້າຕ້ອງແຈ້ງແກ່ຊາວອິສະຣາເອນວ່າ, 'ນີ້ເປັນນໍ້າມັນເຈີມທີ່ແຍກໄວ້ສຳລັບເຮົາຕະຫລອດຊົ່ວຊາດພັນຂອງເຈົ້າ.
\s5
\v 32 ຫ້າມໃຊ້ນຳມັນນີ້ກັບຜິວຫນັງຄົນ, ແລະຫ້າມເຮັດນໍ້າອື່ນໃຫ້ມີສ່ວນປະສົມເຫມືອນນໍ້າມັນນີ້, ເພາະນໍ້າມັນນີ້ແຍກໄວ້ສຳລັບພຣະຢາເວ. ເຈົ້າຕ້ອງຖືຮັກສາລັກສະນະນີ້.
\v 33 ຜູ້ໃດກໍຕາມປະສົມນໍ້າມັນຫອມຢ່າງນີ້, ຫລືຜູ້ໃດກໍຕາມໃຊ້ທາໃສ່ຄົນອື່ນ, ຜູ້ນັ້ນຈະຖືກຕັດອອກຈາກການເປັນປະຊາຊົນຂອງລາວ.'"
\s5
\v 34 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງເອົາເຄື່ອງເທດ - ກຳຍານ, ຊະມົດ ແລະມາຫາຫິງ, ປະສົມກັບກຳຍານບໍຣິສຸດໃນອັດຕຣາສ່ວນທີ່ເທົ່າກັນ.
\v 35 ຈົ່ງປະສົມຕາມແບບຂອງເຄື່ອງຫອມ, ປະສົມເຫມືອນເຄື່ອງຫອມ, ປຸງດ້ວຍເກືອ, ໃຫ້ບໍຣິສຸດ, ແລະແຍກອອກຕ່າງຫາກ.
\v 36 ເຈົ້າຈະບົດມັນຢ່າງລະອຽດເລີຍ. ວາງໄວ້ຫນ້າຫີບແຫ່ງແຫ່ງພະຍານ, ຊຶ່ງຢູ່ໃນຫໍເຕັນແຫ່ງຊຸມນຸມ, ທີ່ເຮົາຈະມາພົບກັບເຈົ້າ. ເຈົ້າຕ້ອງຖືວ່າເຄື່ອງຫອມນັ້ນບໍຣິສຸດທີ່ສຸດສຳລັບເຮົາ.
\s5
\v 37 ສ່ວນເຄື່ອງຫອມທີ່ເຈົ້າຈະເຮັດນັ້ນ, ເຈົ້າຕ້ອງບໍ່ເຮັດເຫມືອນສ່ວນປະສົມນີ້ເພື່ອໃຊ້ເອງ. ຕ້ອງຖືວ່ານີ້ເປັນຂອງບໍຣິສຸດທີ່ສຸດຕໍ່ເຈົ້າ.
\v 38 ຜູ້ໃດກໍຕາມ ເຮັດເຄື່ອງຫອມເຊັ່ນນີ້ໄວ້ໃຊ້ເປັນນໍ້າຫອມ ຕ້ອງຖືກຕັດອອກຈາກຄວາມເປັນປະຊາຊົນຂອງເຂົາ."
\s5
\c 31
\cl ບົດທີ 31
\p
\v 1 ພຣະຢາເວກ່າວກັບໂມເຊວ່າ,
\v 2 "ເບິ່ງແມ, ເຮົາໄດ້ເລືອກເບຊາເລນລູກຊາຍຂອງອູຣິ ຜູ້ເປັນລູກຊາຍຂອງຮູເຣ, ຈາກເຜົ່າຢູດາ.
\s5
\v 3 ເຮົາໄດ້ໃຫ້ລາວເຕັມປ່ຽມດ້ວຍວິນຍານຂອງເຮົາ, ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ, ແລະຄວາມຮູ້, ໃນວຽກງານຊ່າງທຸກຢ່າງ.
\v 4 ເພື່ອຈະຄິດອອກແບບໃນການເຮັດເຄື່ອງຄຳ, ເຄື່ອງເງິນ, ແລະເຄື່ອງທອງແດງ;
\v 5 ໃນການເຈຍລະໄນ ແລະ ປະກອບພອຍ ແລະວຽກແກະສະຫລັກໄມ້—ເພື່ອທີ່ຈະເຮັດວຽກງານຊ່າງທຸກຢ່າງ.
\s5
\v 6 ນອກຈາກລາວແລ້ວ, ເຮົາໄດ້ຕັ້ງໂອໂຮລຽບ ລູກຊາຍຂອງອາຮີສະມັກ, ຈາກເຜົ່າດານ. ເຮົາຍັງໄດ້ໃສ່ທັກສະໃນໃຈຂອງທຸກຄົນທີ່ສະຫລາດ ເພື່ອວ່າພວກເຂົາຈະເຮັດທຸກຢ່າງທີ່ເຮົາໄດ້ສັ່ງເຈົ້າ. ນີ້ລວມທັງ
\v 7 ຫໍເຕັນແຫ່ງການຊຸມນຸມ, ຫີບແຫ່ງຄຳພະຍານ, ຝາຫີບໄຖ່ບາບເທິງຫີບ, ແລະເຄື່ອງໃຊ້ທຸກຢ່າງຂອງເຕັນ—
\v 8 ໂຕະແລະເຄື່ອງໃຊ້ສຳລັບໂຕະ, ຄັນຕະກຽງບໍຣິສຸດກັບເຄື່ອງໃຊ້ທຸກຢ່າງສຳລັບຄັນຕະກຽງ, ແທ່ນບູຊາເຜົາເຄື່ອງຫອມ,
\v 9 ແທ່ນບູຊາສຳລັບເຄື່ອງເຜົາບູຊາລວມທັງເຄື່ອງໃຊ້ທຸກຢ່າງສຳລັບແທ່ນ, ແລະອ່າງຂະຫນາດໃຫຍ່ກັບຖານຮອງ.
\s5
\v 10 ນີ້ລວມທັງເຄື່ອງແຕ່ງກາຍທີ່ຖັກແສ່ວຢ່າງວິຈິດບັນຈົງ— ເຄື່ອງແຕ່ງກາຍນີ້ບໍຣິສຸດສຳລັບອາໂຣນປະໂລຫິດ ແລະ ເຄື່ອງແຕ່ງກາຍຂອງບັນດາລູກຊາຍຂອງລາວ, ສະຫງວນໄວ້ສຳລັບເຮົາເພື່ອທີ່ພວກເຂົາຈະໄດ້ຮັບໃຊ້ເຮົາໃນຖານະປະໂລຫິດ.
\v 11 ນີ້ລວມໄປເຖງນໍ້າມັນເຈີມ ແລະ ເຄື່ອງຫອມສຳລັບສະຖານະມັດສະການ. ພວກຊ່າງເຫລົ່ານີ້ຕ້ອງເຮັດສິ່ງເຫລົ່ານີ້ທັງຫມົດທີ່ເຮົາໄດ້ຊົງສັ່ງເຈົ້າ.
\s5
\v 12 ພຣະຢາເວເວົ້າກັບໂມເຊ ແລະກ່າວວ່າ,
\v 13 "ຈົ່ງສັ່ງຊາວອິສະຣາເອນວ່າ: 'ເຈົ້າຕ້ອງຮັກສາວັນສະບາໂຕຂອງພຣະຢາເວໄວ້ຢ່າງເຄັ່ງຄັດ, ເພາະນີ້ຈະເປັນຫມາຍສຳຄັນລະຫວ່າງພຣະອົງ ແລະ ພວກເຈົ້າຕະຫລອດຊົ່ວຊາດພັນຂອງພວກເຈົ້າ ເພື່ອເຈົ້າຈະຮູ້ວ່າພຣະອົງເປັນພຣະຢາເວ, ຜູ້ໄດ້ແຍກພວກເຈົ້າໄວ້ສຳລັບພຣະອົງ.
\v 14 ດັ່ງນັ້ນ ພວກເຈົ້າຕ້ອງຮັກສາວັນສະບາໂຕ, ເພື່ອຈະເປັນວັນບໍຣິສຸດສຳລັບພວກເຈົ້າ, ສະຫງວນໄວ້ສຳລັບພຣະອົງ. ຜູ້ໃດເຮັດໃຫ້ວັນນັ້ນເປັນມົນທິນຈະຕ້ອງຕາຍຢ່າງແນ່ນອນ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນສະບາໂຕ, ຜູ້ນັ້ນຈະຖືກຕັດອອກຈາກການປະຊາຊົນຂອງລາວ.
\v 15 ຈົ່ງເຮັດວຽກຫົກວັນ, ແຕ່ໃນມື້ທີເຈັດເປັນວັນສະບາໂຕສຳລັບຢຸດພັກຜ່ອນທັງຫມົດ, ເປັນວັນບໍຣິສຸດ, ທີ່ສະຫງວນໄວ້ເພື່ອພຣະກຽຕຂອງພຣະຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນສະບາໂຕ ຕ້ອງເຖິງຄວາມຕາຍຢ່າງແນ່ນອນ.
\s5
\v 16 ດັ່ງນັ້ນ ຊາວອິສະຣາເອນຕ້ອງຮັກສາວັນສະບາໂຕ. ພວກເຂົາຕ້ອງຍຶດຖືຕະຫລອດຊົ່ວຊາດພັນຂອງພວກເຂົາ ເປັນກົດຖາວອນຕະຫລອດໄປ.
\v 17 ສະບາໂຕຈະເປັນຫມາຍສຳຄັນລະຫວ່າງພຣະຢາເວ ແລະ ຊາວອິສະຣາເອນສະເຫມີໄປ, ເພາະໃນຫົກວັນພຣະຢາເວໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະແຕ່ໃນວັນທີ່ເຈັດຊົງຢຸດພັກຜ່ອນ, ແລະຢ່ອນພຣະທັຍ.'"
\s5
\v 18 ເມື່ອພຣະເຈົ້າໄດ້ເວົ້າກັບໂມເຊເທິງພູຊີນາຍສຳເລັດແລ້ວ, ພຣະອົງຈຶ່ງປຣະທານແຜ່ນພຣະບັນຍັດສອງແຜ່ນ, ເຮັດຈາກຫີນ, ຈາຣຶກດ້ວຍມືຂອງພຣະເຈົ້າເອງ.
\s5
\c 32
\cl ບົດທີ 32
\p
\v 1 ເມື່ອປະຊາຊົນເຫັນວ່າໂມເຊຍັງຊ້າ ບໍ່ລົງມາຈາກພູເທື່ອ, ພວກເຂົາຈຶ່ງລວມຕົວອ້ອມຮອບອາໂຣນ ແລະກ່າວກັບລາວວ່າ, "ມາເຖີດ, ຈົ່ງສ້າງຮູບເຄົາຣົບໃຫ້ພວກເຮົາ ຊຶ່ງຈະນຳຫນ້າພວກເຮົາໄປ. ເພາະວ່າໂມເຊຄົນນີ້ແຫລະ, ເປັນຊາຍຄົນທີ່ໄດ້ນຳພວກເຮົາອອກມາຈາກແຜ່ນດິນອີຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບລາວແລ້ວ."
\v 2 ດັ່ງນັ້ນອາໂຣນຈຶ່ງໄດ້ກ່າວກັບພວກເຂົາວ່າ, "ຈົ່ງຖອດບັນດາຕຸ້ມຫູທອງຄຳຈາກບັນດາເມຍ ແລະ ຫູຂອງບັນດາລູກຊາຍ ແລະຈາກບັນດາລູກສາວ, ແລະນຳມາໃຫ້ເຮົາເຖີດ."
\s5
\v 3 ປະຊາຊົນທັງຫມົດຈຶ່ງຖອດຕຸ້ມຫູຄຳຈາກຫູຂອງພວກເຂົາ ແລະ ໄດ້ນຳມາມອບໃຫ້ແກ່ອາໂຣນ.
\v 4 ເມື່ອອາໂຣນໄດ້ຮັບຄຳຈາກພວກເຂົາແລ້ວ, ຈຶ່ງໃຊ້ເຄື່ອງມືຫລໍ່, ແລະໄດ້ຫລໍ່ເປັນຮູບລູກງົວໂຕຫນຶ່ງ. ແລ້ວປະຊາຊົນໄດ້ເວົ້າວ່າ, "ອິສະຣາເອນເອີຍ, ສິ່ງນີ້ແຫລະເປັນພະຂອງເຈົ້າ ຊຶ່ງໄດ້ນຳເຈົ້າອອກມາຈາກແຜ່ນດິນອີຢິບ."
\s5
\v 5 ເມື່ອອາໂຣນເຫັນດັ່ງນັ້ນແລ້ວ, ລາວຈຶ່ງໄດ້ສ້າງແທ່ນບູຊາໄວ້ຕໍ່ຫນ້າຮູບລູກງົວນັ້ນ ແລະລາວໄດ້ປະກາດວ່າ: "ມື້ອື່ນຈະເປັນງານລ້ຽງຖວາຍພຣະກຽຕແດ່ພຣະຢາເວ."
\v 6 ປະຊາຊົນກໍລຸກຂຶ້ນແຕ່ເຊົ້າໃນມື້ຕໍ່ມາ ແລະ ໄດ້ຖວາຍບັນດາເຄື່ອງເຜົາບູຊາ ແລະໄດ້ນຳບັນດາເຄື່ອງບູຊາເພື່ອຄວາມສາມັກຄີທັມມາ. ແລ້ວປະຊາຊົນກໍໄດ້ນັ່ງລົງກິນ ແລະດື່ມ, ແລະແລ້ວກໍໄດ້ລຸກຂຶ້ນມ່ວນຊື່ນໃນງານລ້ຽງຢ່າງເມົາມາຍ.
\s5
\v 7 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ຈົ່ງຮິບໄປໄວໆ, ເພາະວ່າປະຊາຊົນຂອງເຈົ້າ, ຊຶ່ງເຈົ້າໄດ້ນຳອອກມາຈາກແຜ່ນດິນອີຢິບນັ້ນ, ໄດ້ເຮັດເລື່ອງເສື່ອມເສຍ.
\v 8 ພວກເຂົາໄດ້ຫັນຈາກທາງ ຊຶ່ງເຮົາໄດ້ສັ່ງພວກເຂົາໄວ້ນັ້ນຢ່າງໄວວາ. ພວກເຂົາໄດ້ຫລໍ່ຮູບລູກງົວຂຶ້ນສຳລັບພວກເຂົາເອງ ແລະໄດ້ນະມັດສະການ ແລະໄດ້ຖວາຍບູຊາແກ່ຮູບນັ້ນ. ພວກເຂົາໄດ້ກ່າວວ່າ, 'ໂອ ອິສະຣາເອນເອີຍ, ສິ່ງນີ້ແຫລະເປັນພະເຈົ້າຂອງພວກເຮົາ ຊຶ່ງໄດ້ນຳພວກເຈົ້າອອກມາຈາກແຜ່ນດິນອີຢິບ."
\s5
\v 9 ແລ້ວພຣະຢາເວກ່າວກັບໂມເຊວ່າ,
\v 10 "ເຮົາໄດ້ເຫັນຊົນຊາດນີ້ແລ້ວ. ເບິ່ງແມ, ພວກເຂົາເປັນຊົນຊາດທີ່ຫົວດື້. ບັດນີ້ ຈົ່ງຢ່າພະຍາຍາມຫ້າມເຮົາ. ເພື່ອຄວາມໂກດຮ້າຍຂອງເຮົາຈະເຜົາໄຫມ້ພວກເຂົາ, ດັ່ງນັ້ນເຮົາຈະທຳລາຍພວກເຂົາເສຍ. ແລ້ວເຮົາຈະສ້າງຊົນຊາດໃຫຍ່ຈາກເຈົ້າ."
\v 11 ແຕ່ໂມເຊພະຍາຍາມຂໍໃຫ້ພຣະອົງບັນເທົາຄວາມໂກດຮ້າຍຂອງພຣະຢາເວ ລາວໄດ້ກ່າວວ່າ, "ຂ້າແດ່ພຣະຢາເວ, ເປັນຫຍັງພຣະອົງຈຶ່ງຊົງໂກດຮ້າຍຕໍ່ປະຊາຊົນຂອງພຣະອົງ, ຊຶ່ງພຣະອົງໄດ້ນຳອອກຈາກແຜ່ນດິນອີຢິບດ້ວຍຣິດອຳນາດອັນຫຍິ່ງໃຫຍ່ ແລະດ້ວຍພຣະຫັດອັນຊົງຣິດຫລື?
\s5
\v 12 ເປັນຫຍັງຈະໃຫ້ຄົນອີຢິບກ່າວວ່າ, 'ພຣະອົງນຳພວກເຂົາອອກມາເພື່ອຈະທຳຮ້າຍພວກເຂົາ, ເພື່ອຈະປະຫານພວກເຂົາເທິງພູນີ້ ແລະທຳລາຍພວກເຂົາເສຍຈາກແຜ່ນດິນໂລກ?' ຂໍພຣະອົງຫັນກັບຈາກຄວາມໂກດຮ້າຍອັນແຮງກ້າ ແລະ ຂໍປ່ຽນໃຈຢ່າລົງໂທດປະຊາຊົນຂອງພຣະອົງເຊັ່ນນີ້ເລີຍ.
\v 13 ຂໍໂຜດລະນຶກເຖິງ ອັບຣາຮາມ ແລະ ອີຊາກ ແລະອິສະຣາເອນ, ຜູ້ຮັບໃຊ້ຂອງພຣະອົງ, ພຣະອົງເອງໄດ້ໃຫ້ຄຳປະຕິຍານດ້ວຍພຣະນາມຂອງພຣະອົງເອງ ແລະກ່າວກັບພວກເພິ່ນວ່າ, 'ເຮົາຈະໃຫ້ເຊື້ອສາຍຂອງພວກເຈົ້າຢ່າງຫລວງຫລາຍ ເຫມືອນດັ່ງດວງດາວໃນຟ້າສະຫວັນ, ແລະເຮົາຈະຍົກແຜ່ນດິນນີ້ທັງຫມົດທີ່ເຮົາສັນຍາໃຫ້ແກ່ ເຊື້ອສາຍຂອງພວກເຈົ້າ ພວກເຂົາຈະໄດ້ຮັບເປັນມໍຣະດົກຕະຫລອດໄປ.'"
\v 14 ແລ້ວພຣະຢາເວຈຶ່ງປ່ຽນພຣະທັຍ ບໍ່ຊົງລົງໂທດຕາມທີ່ພຣະອົງໄດ້ກ່າວໄວ້ແກ່ປະຊາຊົນຂອງພຣະອົງ.
\s5
\v 15 ແລ້ວໂມເຊກໍໄດ້ກັບລົງມາຈາກພູ, ຖືແຜ່ນພຣະບັນຍັດສອງແຜ່ນໃນມືຂອງລາວ, ບັນດາແຜ່ນຫີນນັ້ນໄດ້ຈາຣຶກທັງສອງດ້ານ, ທັງດ້ານຫນ້າ ແລະ ດ້ານຫລັງ.
\v 16 ແຜ່ນຫີນທັງສອງແຜ່ນເປັນສີພຣະຫັດຂອງພຣະເຈົ້າເອງ, ແລະເປັນລາຍພຣະຫັດຂອງພຣະເຈົ້າເອງ, ໄດ້ສະຫລັກໄວ້ເທິງແຜ່ນຫີນນັ້ນ.
\s5
\v 17 ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນຮ້ອງໃສ່ກັນຢູ່, ລາວຈຶ່ງເວົ້າກັບໂມເຊວ່າ, "ມີສຽງດັງເຫມືອນກຳລັງສູ້ຮົບກັນຢູ່ໃນຄ້າຍ"
\v 18 ແຕ່ໂມເຊໄດ້ຕອບວ່າ, "ນັ້ນບໍ່ແມ່ນສຽງຮ້ອງຂອງຜູ້ຊະນະ, ແລະ ບໍ່ແມ່ນສຽງຮ້ອງຂອງຜູ້ປະຣາຊັຍ, ແຕ່ເປັນສຽງຮ້ອງລໍາທຳເພງທີ່ເຮົາໄດ້ຍິນ."
\s5
\v 19 ເມື່ອໂມເຊເຂົ້າມາໃກ້ຄ້າຍ, ລາວໄດ້ເຫັນລູກງົວ ແລະປະຊາຊົນກຳລັງເຕັ້ນລໍາ. ລາວກໍໃຈຮ້າຍສຸດໆ. ລາວໄດ້ທຸ້ມແຜ່ນຫີນຈາກມືຂອງລາວ ແລະເຮັດໃຫ້ມັນແຕກເສຍທີ່ຕີນພູ.
\v 20 ລາວໄດ້ເອົາລູກງົວທີ່ປະຊາຊົນເຮັດໄວ້, ເຜົາເສຍ, ບົດເປັນຜົງ, ແລະໂຮຍລົງໃນນໍ້າ. ແລ້ວລາວໄດ້ໃຫ້ປະຊາຊົນອິສະຣາເອນດື່ມ.
\s5
\v 21 ແລ້ວໂມເຊກ່າວກັບອາໂຣນວ່າ, "ປະຊາຊົນນີ້ເຮັດຫຍັງໃຫ້ແກ່ເຈົ້າ, ເຈົ້າຈຶ່ງນຳບາບໃຫຍ່ນີ້ມາສູ່ພວກເຂົາ?"
\v 22 ອາໂຣນຕອບວ່າ, "ຢ່າໃຫ້ຄວາມໂກດຮ້າຍຂອງທ່ານເຜົາໄຫມ້ຂຶ້ນເລີຍ, ເຈົ້ານາຍຂອງຂ້ານ້ອຍ. ທ່ານກໍ່ຮູ້ວ່າປະຊາຊົນພວກນີ້, ພວກເຂົາຮູ້ວິທີທີ່ຈະເຮັດຊົ່ວ.
\v 23 ພວກເຂົາໄດ້ມາບອກຂ້ານ້ອຍວ່າ, 'ຂໍສ້າງພະໃຫ້ເຮົາຊຶ່ງຈະນຳຫນ້າເຮົາ. ດ້ວຍວ່າໂມເຊ, ຄົນນີ້ທີ່ໄດ້ນຳເຮົາອອກຈາກແຜ່ນດິນອີຢິບນັ້ນ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບລາວແລ້ວ.'
\v 24 ດັ່ງນັ້ນ ຂ້ານ້ອຍໄດ້ຕອບພວກເຂົາວ່າ, 'ໃຜມີຄຳ, ໃຫ້ປົດອອກມາ.' ພວກເຂົາກໍມອບຄຳໃຫ້ຂ້ານ້ອຍ ແລະຂ້ານ້ອຍກໍໄດ້ໂຍນລົງໄປໃນໄຟ ແລະຜົນກໍຄືລູກງົວນີ້."
\s5
\v 25 ໂມເຊເຫັນປະຊາຊົນບໍ່ສາມາດຄວບຄຸມໄດ້ (ເພາະອາໂຣນໄດ້ປ່ອຍພວກເຂົາທັງຫລາຍຈົນບໍ່ສາມາດຄວບຄຸມໄດ້, ເປັນເຫດໃຫ້ພວກເຂົາຖືກພວກສັດຕຣູຂອງພວກເຂົາເຢາະເຢີ້ຍ).
\v 26 ແລ້ວໂມເຊຢືນຢູທີ່ປະຕູຄ້າຍ ແລະເວົ້າວ່າ, "ຜູ້ໃດເປັນຝ່າຍພຣະຢາເວ, ຈົ່ງມາຫາເຮົາເຖີດ." ຄົນເລວີທັງຫມົດກໍໄດ້ມາຫາລາວພ້ອມກັນ.
\v 27 ໂມເຊຈຶ່ງກ່າວກັບພວກເຂົາວ່າ, "ພຣະຢາເວ ພຣະເຈົ້າຂອງອິສະຣາເອນ, ກ່າວດັ່ງນີ້ວ່າ: 'ແຕ່ລະຄົນ ຈົ່ງຖືດາບແນບກາຍ ແລະໄປມາຕາມປະຕູຄ້າຍບ່ອນຫນຶ່ງ ໄປອີກບ່ອນຫນຶ່ງຮອບຄ້າຍ, ແລະຂ້າທຸກຄົນແມ້ເປັນພີ່ນ້ອງ, ມິດສະຫາຍ, ແລະເພື່ອນບ້ານຂອງເຂົາເອງກໍຕາມ.'"
\s5
\v 28 ຄົນເລວີກໍເຮັດຕາມທີ່ໂມເຊໄດ້ສັ່ງ. ໃນມື້ນັ້ນປະຊາຊົນປະມານສາມພັນຄົນໄດ້ຕາຍລົງ.
\v 29 ໂມເຊໄດ້ກ່າວກັບຄົນເລວີ, "ໃນມື້ນີ້ທ່ານທັງຫລາຍຈົ່ງສະຖາປະນາຕົນເອງຮັບໃຊ້ພຣະຢາເວ, ແຕ່ລະຄົນຈົ່ງສູ້ຮົບກັບລຸກຊາຍ ແລະອ້າຍນ້ອງຂອງຕົນ, ເພື່ອວ່າພຣະຢາເວຈະໄດ້ອວຍພອນທ່ານທັງຫລາຍມື້ນີ້."
\s5
\v 30 ມື້ຕໍ່ມາໂມເຊກ່າວແກ່ປະຊາຊົນວ່າ, "ເຈົ້າທັງຫລາຍໄດ້ເຮັດບາບທີ່ຫຍິ່ງໃຫຍ່. ບັດນີ້ເຮົາຈະຂຶ້ນໄປຫາພຣະຢາເວ. ບາງທີເຮົາຈະສາມາດຂໍໄຖ່ບາບຂອງພວກເຈົ້າ."
\v 31 ໂມເຊຈຶ່ງກັບໄປຫາພຣະຢາເວ ແລະກ່າວວ່າ, "ໂອ ປະຊາຊົນເຫລົ່ານີ້ໄດ້ເຮັດບາບໃຫຍ່ຫລວງ ແລະພວກເຂົາສ້າງຮູບເຄົາຣົບຄຳສຳລັບຕົນເອງ.
\v 32 ແຕ່ບັດນີ້, ຂໍພຣະອົງໂຜດຍົກໂທດບາບຂອງພວກເຂົາດ້ວຍ; ແຕ່ຖ້າພຣະອົງບໍ່ເຮັດດັ່ງນັ້ນ, ໂຜດລົບຊື່ຂອງຂ້ານ້ອຍເສຍຈາກປຶ້ມທີ່ພຣະອົງໄດ້ຈົດໄວ້ນັ້ນ."
\s5
\v 33 ພຣະຢາເວກ່າວກັບໂມເຊວ່າ, "ຜູ້ໃດໄດ້ເຮັດບາບຕໍ່ເຮົາ, ເຮົາກໍຈະລົບຊື່ຜູ້ນັ້ນຈາກທະບຽນຂອງເຮົາ.
\v 34 ບັດນີ້ຈົ່ງໄປ, ນຳປະຊາຊົນໄປຍັງທີ່ຊຶ່ງເຮົາໄ້ດ້ບອກແກ່ເຈົ້າແລ້ວ. ເບີ່ງແມ, ເທວະດາຂອງເຮົາຈະນຳຫນ້າພວກເຈົ້າໄປ. ແຕ່ວ່າມື້ທີ່ເຮົາຈະລົງໂທດນັ້ນ, ເຮົາຈະລົງໂທດພວກເຂົາ ເພາະບາບຂອງພວກເຂົາ."
\v 35 ແລ້ວພຣະຢາເວບັນດານໃຫ້ເກີດພັຍພິບັດກັບປະຊາຊົນ ເພາະພວກເຂົາໄດ້ເຮັດລູກງົວ, ຊຶ່ງອາໂຣນໄດ້ເຮັດນັ້ນ.
\s5
\c 33
\cl ບົດທີ 33
\p
\v 1 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຈາກທີ່ນີ້, ເຈົ້າ ແລະປະຊາຊົນຜູ້ຊຶ່ງເຈົ້າໄດ້ນຳອອກມາຈາກແຜ່ນດິນອີຢິບ. ໄປຍັງແຜ່ນດິນຊຶ່ງເຮົາໄດ້ສັນຍາກັບອັບຣາຮາມ, ອີຊາກ, ແລະຢາໂຄບ, ເມື່ອເຮົາໄດ້ເວົ້າວ່າ, 'ເຮົາຈະໃຫ້ແຜ່ນດິນນັ້ນແກ່ເຊື້ອສາຍຂອງພວກເຈົ້າ.'
\v 2 ເຮົາຈະໃຊ້ເທວະດາອົງຫນຶ່ງນຳຫນ້າພວກເຈົ້າໄປ, ແລະເຮົາຈະຂັບໄລ່ຊາວການາອານ, ຊາວອະໂມຣິດ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ ອອກໄປເສຍ.
\v 3 ຈົ່ງຂຶ້ນໄປຍັງແຜ່ນດິນ, ຊຶ່ງມີນໍ້ານົມ ແລະນໍ້າເຜິ້ງໄຫລ, ແຕ່ເຮົາຈະບໍ່ໄປກັບເຈົ້າ, ເພາະວ່າພວກເຈົ້າເປັນປະຊາຊົນທີ່ຫົວແຂງ, ຢ້ານວ່າເຮົາຈະທຳລາຍພວກເຈົ້າເສຍກາງທາງ."
\s5
\v 4 ເມື່ອປະຊາຊົນໄດ້ຍິນຂ່າວຮ້າຍນີ້, ພວກເຂົາກໍເປັນທຸກຫລາຍ, ແລະບໍ່ມີໃຜສວມໃສ່ເຄື່ອງປະດັບເລີຍ.
\v 5 ພຣະຢາເວໄດ້ກ່າວກັບໂມເຊວ່າ, "ຈົ່ງກ່າວແກ່ປະຊາຊົນວ່າ, 'ເຈົ້າທັງຫລາຍເປັນຊົນຊາດທີ່ຫົວແຂງ. ຖ້າເຮົາໄປກັບພວກເຈົ້າບຶດຫນຶ່ງ, ເຮົາກໍຈະທຳລາຍລ້າງພວກເຈົ້າເສຍ. ບັດນີ້, ຈົ່ງຖອດເຄື່ອງປະດັບອອກເສຍ ເພື່ອເຮົາຈະຕັດສິນໃຈວ່າຈະເຮັດຢ່າງໃດກັບພວກເຈົ້າ.'"
\v 6 ດັ່ງນັ້ນຊາວອິສະຣາເອນ ຈຶ່ງບໍ່ໄດ້ສວມໃສ່ເຄື່ອງປະດັບ ຕັ້ງແຕ່ຕອນທີ່ຢູ່ເຂດພູໂຮເຣັບເປັນຕົ້ນມາ.
\s5
\v 7 ໂມເຊຕັ້ງເຕັນຫລັງຫນຶ່ງໄວ້ ແລະ ວາງໄວ້ນອກຈາກຄ້າຍໄກພໍສົມຄວນຈາກຄ້າຍ. ລາວເອີ້ນວ່າຫໍເຕັນແຫ່ງການຊຸມນຸມ. ທຸກໆຄົນທີ່ໄດ້ຖາມພຣະຢາເວເລື່ອງໃດໆ ກໍຈະອອກໄປຍັງຫໍເຕັນແຫ່ງການຊຸມນຸມ ຊຶ່ງຕັ້ງຢູ່ນອກຄ້າຍ.
\v 8 ເມື່ອໃດກໍຕາມທີ່ໂມເຊອອກໄປຍັງຫໍເຕັນນັ້ນ, ປະຊາຊົນທັງຫມົດກໍລຸກຂຶ້ນຢືນຢູ່ ທີ່ທາງເຂົ້າຫໍເຕັນຂອງຕົນ ແລະເບິ່ງໂມເຊຈົນກວ່າລາວເຂົ້າໄປຂ້າງໃນ.
\v 9 ເມື່ອໃດກໍຕາມທີ່ໂມເຊເຂົ້າໄປໃນຫໍເຕັນແລ້ວ, ເສົາເມກຈະໄດ້ລອຍລົງມາຕັ້ງຢູ່ທີ່ປະຕູທາງເຂົ້າຫໍເຕັນ, ແລະພຣະຢາເວກໍກ່າວກັບໂມເຊ.
\s5
\v 10 ເມື່ອໃດກໍຕາມ ທີ່ປະຊາຊົນທັງຫມົດໄດ້ເຫັນເສົາເມກຕັ້ງຢູ່ທີ່ທາງເຂົ້າຫໍເຕັນ, ພວກເຂົາທຸກຄົນກໍຈະໄດ້ລຸກຂຶ້ນ ແລະທຸກຄົນນະມັດສະການຢູ່ທາງເຂົ້າຫໍເຕັນຂອງຕົນ.
\v 11 ພຣະຢາເວຈະໄດ້ກ່າວກັບໂມເຊຫນ້າຕໍ່ຫນ້າ, ເຫມືອນຄົນໆຫນຶ່ງລົມກັບເພື່ອນຂອງລາວ. ແລ້ວໂມເຊກໍໄດ້ກັບໄປຍັງຄ້າຍ, ແຕ່ຜູ້ຮັບໃຊ້ຂອງລາວຄື ໂຢຊວຍລູກຊາຍຂອງນູນ, ຊຶ່ງເປັນຊາຍຫນຸ່ມ, ຍັງຄົງຢູ່ໃນເຕັນ.
\s5
\v 12 ໂມເຊກ່າວກັບພຣະຢາເວວ່າ, "ເບິ່ງແມ, ພຣະອົງໄດ້ສັ່ງຂ້ານ້ອຍວ່າ, 'ຈົ່ງນຳປະຊາຊົນນີ້ຂຶ້ນໄປ,' ແຕ່ພຣະອົງບໍ່ໄດ້ແຈ້ງໃຫ້ຂ້ານ້ອຍຮູ້ວ່າ ຈະໃຊ້ໃຜຂຶ້ນໄປກັບຂ້ານ້ອຍ. ພຣະອົງຍັງໄດ້ກ່າວວ່າ, 'ເຮົາຮູ້ຈັກຊື່ຂອງເຈົ້າ, ແລະເຈົ້າຍັງເປັນທີ່ພໍໃຈໃນສາຍຕາຂອງເຮົາດ້ວຍ.'
\v 13 ບັດນີ້ ຖ້າຂ້ານ້ອຍໄດ້ເປັນທີ່ພໍໃຈໃນພຣະເນດຂອງພຣະອົງແລ້ວ, ຂໍໂຜດສຳແດງທາງຂອງພຣະອົງແກ່ຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະຮູ້ຈັກພຣະອົງ ແລະຂ້ານ້ອຍຈະຍັງເປັນທີ່ພໍໃຈໃນພຣະເນດຂອງພຣະອົງ. ໂຜດຈື່ຈຳວ່າຊົນຊາດນີ້ເປັນປະຊາຊົນຂອງພຣະອົງ."
\s5
\v 14 ພຣະຢາເວໄດ້ກ່າວວ່າ, "ເຮົາເອງຈະໄປກັບເຈົ້າ, ແລະເຮົາຈະໃຫ້ເຈົ້າໄດ້ເບົາໃຈ."
\v 15 ແລ້ວໂມເຊຈຶ່ງກ່າວກັບພຣະອົງວ່າ, "ຖ້າພຣະອົງເອງບໍ່ ສະເດັດໄປກັບພວກຂ້ານ້ອຍ, ກໍຢ່ານຳພວກຂ້ານ້ອຍຂຶ້ນໄປຈາກທີ່ນີ້ເລີຍ.
\v 16 ຖ້າບໍ່ເປັນດັ່ງນັ້ນແລ້ວ, ຈະຮູ້ໄດ້ຢ່າງໃດວ່າ ຂ້ານ້ອຍ ແລະປະຊາຊົນຂອງພຣະອົງໄດ້ເປັນທີ່ພໍໃຈໃນພຣະເນດຂອງພຣະອົງແລ້ວ? ນອກຈາກພຣະອົງຈະສະເດັດໄປກັບພວກຂ້ານ້ອຍດ້ວຍບໍ່ແມ່ນບໍ? ເພື່ອວ່າຂ້ານ້ອຍ ແລະປະຊາຊົນຂອງພຣະອົງ ຈຶ່ງແຕກຕ່າງຈາກຊົນຊາດອື່ນທົ່ວແຜ່ນດິນໂລກບໍ?"
\s5
\v 17 ພຣະຢາເວກ່າວກັບໂມເຊວ່າ, "ສິ່ງທີ່ເຈົ້າຂໍນັ້ນ ເຮົາຈະເຮັດໃຫ້, ເພາະເຈົ້າເປັນທີ່ພໍໃຈໃນສາຍຕາຂອງເຮົາແລ້ວ, ແລະເຮົາຮູ້ຈັກຊື່ຂອງເຈົ້າ."
\v 18 ໂມເຊກ່າວວ່າ, "ຂໍໂຜດສະແດງພຣະສະຫງ່າຣາສີຂອງພຣະອົງແກ່ຂ້ານ້ອຍເຖີດ."
\s5
\v 19 ພຣະຢາເວຈຶ່ງກ່າວວ່າ, "ເຮົາຈະໃຫ້ຄວາມດີທັງຫມົດຂອງເຮົາປາກົດແຈ້ງຕໍ່ຫນ້າເຈົ້າ, ແລະເຮົາຈະປະກາດນາມຂອງ 'ພຣະຢາເວ' ຕໍ່ຫນ້າເຈົ້າ. ເຮົາຈະພໍໃຈຜູ້ໃດ ກໍຈະພໍໃຈຜູ້ນັ້ນ, ແລະເຮົາຈະເມດຕາຜູ້ໃດ ເຮົາກໍຈະເມດຕາຜູ້ນັ້ນ."
\v 20 ແຕ່ພຣະຢາເວກ່າວວ່າ, "ເຈົ້າຈະເຫັນຫນ້າເຮົາບໍ່ໄດ້, ເພາະບໍ່ມີຜູ້ໃດເຫັນຫນ້າເຮົາ ແລະຍັງມີຊີວິດຢູ່ໄດ້."
\s5
\v 21 ພຣະຢາເວກ່າວວ່າ, "ເບິ່ງແມ, ມີທີ່ແຫ່ງຫນຶ່ງຢູ່ໃກ້ເຮົາ; ເຈົ້າຈະໄປຢືນຢູ່ເທິງຫີນ.
\v 22 ຂະນະເມື່ອພຣະສະຫງ່າຣາສີຂອງເຮົາໄດ້ຜ່ານໄປ, ເຮົາຈະເຊື່ອງເຈົ້າໄວ້ໃນຊອກຫີນ ແລະ ຈະບັງເຈົ້າໄວ້ດ້ວຍມືເຮົາຈົນກວ່າເຮົາໄດ້ຜ່ານໄປ.
\v 23 ແລ້ວເຮົາຈະເອົາມືຂອງເຮົາອອກໄປ, ແລະເຈົ້າຈະເຫັນຫລັງຂອງເຮົາ, ແຕ່ຫນ້າຂອງເຮົາເຈົ້າຈະບໍ່ໄດ້ເຫັນ."
\s5
\c 34
\cl ບົດທີ 34
\p
\v 1 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງຕັດຫີນສອງແຜ່ນໃຫ້ເຫມືອນດັ່ງຄັ້ງທຳອິດນັ້ນ. ເຮົາຈະຈາຣຶກເທິງແຜ່ນຫີນເຫລົ່ານັ້ນ ດ້ວຍຖ້ອຍຄຳທີ່ໄດ້ຢູ່ໃນຫີນຊຸດທຳອິດ, ຊຶ່ງເຈົ້າໄດ້ເຮັດແຕກນັ້ນ.
\v 2 ຈົ່ງຕຽມໃຫ້ພ້ອມໃນຕອນເຊົ້າ ແລະ ຂຶ້ນມາຍັງພູຊີນາຍ, ແລະເຈົ້າເອງຈົ່ງມາພົບເຮົາທີ່ນັ້ນເທິງຍອດພູ.
\s5
\v 3 ຢ່າໃຫ້ຜູ້ໃດໄດ້ມາປາກົດຕົວທີ່ໃດເທິງພູກັບເຈົ້າ. ຢ່າໃຫ້ຝູງສັດ ຫລືເຫລົ່າສັດ ແມ້ແຕ່ມາກິນຫຍ້າຢູ່ຫນ້າພູນີ້ກໍບໍ່ໄດ້."
\v 4 ດັ່ງນັ້ນໂມເຊຈຶ່ງຕັດຫີນສອງແຜ່ນເຫມືອນຊຸດທຳອິດ, ແລະລາວກໍໄດ້ຕື່ນແຕ່ເຊົ້າ ແລະໄດ້ຂຶ້ນໄປເທິງພູຊີນາຍ, ຕາມພຣະຄຳສັ່ງຂອງພຣະຢາເວທີ່ໄດ້ຊົງສັ່ງລາວ. ໂມເຊໄດ້ຖືຫີນສອງແຜ່ນໄວ້ໃນມືຂອງລາວ.
\s5
\v 5 ພຣະຢາເວລົງມາໃນເມກ ແລະຢືນຢູ່ກັບໂມເຊທີ່ນັ້ນ, ລາວໄດ້ເປັ່ງສຽງອອກພຣະນາມ "ພຣະຢາເວ."
\v 6 ພຣະຢາເວໄດ້ຜ່ານລາວໄປກ່ອນ ແລະກ່າວວ່າ, "ເຮົາຄືພຣະຢາເວ, ພຣະຢາເວ, ພຣະເຈົ້າຜູ້ຊຶ່ງເຕັມໄປດ້ວຍຄວາມເມດຕາ, ໂກດຮ້າຍຊ້າ, ແລະເຕັມໄປດ້ວຍຄວາມສັດຊື່ ຕໍ່ຄຳຫມັ້ນສັນຍາ ແລະໄວ້ວາງໃຈໄດ້,
\v 7 ຜູ້ຮັກສາຄວາມສັດຊື່ຕໍ່ຄຳຫມັ້ນສັນຍາໄວ້ໃຫ້ກັບຄົນເປັນພັນໆຊົ່ວອາຍຸຄົນ, ໃຫ້ອະພັຍການລ່ວງລະເມີດ, ການທໍຣະຍົດ, ແລະບາບທັງຫລາຍ. ແຕ່ພຣະອົງບໍ່ລະເວັ້ນການລົງໂທດຢ່າງແນ່ນອນ. ພຣະອົງໃຫ້ໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ ແລະຫລານ, ເຖິງສາມແລະສີ່ຊົ່ວອາຍຸຄົນ."
\s5
\v 8 ໂມເຊຈຶ່ງຮີບຫມອບລົງເຖິງດິນ ແລະໄດ້ນະມັດສະການ.
\v 9 ແລ້ວລາວໄດ້ກາບທູນວ່າ, "ຖ້າຂ້ານ້ອຍເປັນທີ່ພໍໃຈໃນພຣະເນດຂອງພຣະອົງ, ໂອ ພຣະຜູ້ເປັນເຈົ້າ, ກໍຂໍພຣະອົງໂຜດໄປກັບພວກຂ້ານ້ອຍ, ເພາະປະຊາຊົນເຫລົ່ານີ້ຫົວດື້. ຂໍໂຜດໄດ້ອະພັຍການລ່ວງລະເມີດ ແລະຄວາມບາບຂອງພວກຂ້ານ້ອຍທັງຫລາຍ, ແລະຂໍຮັບພວກຂ້ານ້ອຍເປັນມໍຣະດົກຂອງພຣະອົງດ້ວຍ."
\s5
\v 10 ພຣະຢາເວກ່າວວ່າ, "ເບິ່ງແມ, ເຮົາຈະເຮັດພັນທະສັນຍາ, ຕໍ່ຫນ້າປະຊາຊົນຂອງເຮົາທັງຫມົດ, ເຮົາຈະເຮັດການອັດສະຈັນ ຊຶ່ງບໍ່ມີໃຜເຄີຍເຮັດໃນທົ່ວແຜ່ນດິນໂລກ ຫລືໃນຊົນຊາດໃດໆທັງປວງ. ປະຊາຊົນທັງຫມົດ ຊຶ່ງເຈົ້າຢູ່ທ່າມກາງເຈົ້ານັ້ນ, ຈະໄດ້ເຫັນຣາຊະກິດຂອງເຮົາ, ເພາະເຮົາຈະເຮັດສິ່ງນີ້ ເພື່ອພວກເຈົ້າຈະເປັນສິ່ງທີ່ຫນ້າຢ້ານກົວ.
\v 11 ຈົ່ງເຊື່ອຟັງສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໃນມື້ນີ້. ເຮົາຈະຂັບໄລ່ຊາວອະໂມຣິດ, ຊາວການາອານ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ ໄປໃຫ້ພົ້ນຫນ້າພວກເຈົ້າ.
\s5
\v 12 ຈົ່ງລະວັງຕົວໃຫ້ດີ ຢ່າໄດ້ໄປເຮັດຂໍ້ຕົກລົງກັບ ຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ ຊຶ່ງເຈົ້າກຳລັງຫມຸ້ງຫນ້າໄປ, ບໍ່ສະນັ້ນພວກຂົາຈະເປັນກັບດັກທ່າມກາງພວກເຈົ້າ.
\v 13 ແຕ່ເຈົ້າທັງຫລາຍຈົ່ງທຳລາຍ ບັນດາແທ່ນບູຊາຂອງພວກເຂົາ, ທັບບັນດາເສົາຫີນຂອງພວກເຂົາໃຫ້ມຸ່ນລະອຽດ, ແລະ ປໍ້າບັນດາເສົາຂອງອາເຊຣາຂອງພວກເຂົາເສຍ.
\v 14 ພວກເຈົ້າຕ້ອງບໍ່ນະມັດສະການພະອື່ນ, ເພາະພຣະຢາເວ, ຜູ້ມີພຣະນາມວ່າ ຫວງແຫນ, ເປັນພຣະເຈົ້າຜູ້ຫວງແຫນ.
\s5
\v 15 ດັ່ງນັ້ນຈົ່ງລະວັງ ຢ່າເຮັດສັນຍາກັບຜູ້ທີ່ອາໄສຢູ່ໃນແຜ່ນດິນນັ້ນ, ເພາະເມື່ອພວກເຂົານອກໃຈພະເຫລົ່ານັ້ນຂອງພວກເຂົາ, ແລະພວກເຂົາຖວາຍບູຊາພະເຫລົ່ານັ້ນຂອງພວກເຂົາ. ແລ້ວພວກເຂົາຈະເຊີນພວກເຈົ້າໄປຮ່ວມດ້ວຍ ແລະພວກເຈົ້າຈະກິນຂອງທີ່ພວກເຂົາຖວາຍບູຊານັ້ນ,
\v 16 ແລ້ວເມື່ອພວກເຈົ້າຈະຮັບບັນດາລູກຍິງຂອງພວກເຂົາມາໃຫ້ແກ່ບັນດາລູກຊາຍຂອງພວກເຈົ້າ, ແລະບັນດາລູກຍິງຂອງເຂົາຈະເຮັດໃຫ້ລູກຊາຍຂອງພວກເຈົ້ານັ້ນ ຈະນອກໃຈເຮົາຫັນໄປຫາພະເຫລົ່ານັ້ນຂອງພວກເຂົາ.
\v 17 ຈົ່ງຢ່າຫລໍ່ບັນດາຮູບພະທີ່ເຮັດຈາກໂລຫະໄວ້ສຳລັບຕົນເອງ.
\s5
\v 18 ເຈົ້າຕ້ອງຖືເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. ຕາມທີ່ເຮົາໄດ້ຊົງສັ່ງເຈົ້າ, ເຈົ້າຕ້ອງກິນເຂົ້າຈີ່ເຈັດມື້ຕາມກຳຫນົດໃນເດືອນອາບິບ, ເພາະໃນເດືອນອາບິບເຈົ້າໄດ້ອອກຈາກອີຢິບ.
\s5
\v 19 ລູກກົກທັງຫມົດເປັນຂອງເຮົາ, ແມ້ແຕ່ ລູກສັດໂຕຜູ້ທຸກໂຕຂອງງົວ, ແລະຂອງແກະ.
\v 20 ເຈົ້າຕ້ອງຊື້ຄືນລູກລໍຫົວປີນັ້ນດ້ວຍລູກແກະ, ​ແຕ່ຖ້າເຈົ້າບໍ່ຢາກຊື້ຄືນ ແລ້ວເຈົ້າຈົ່ງຫັກຄໍມັນເສຍ. ເຈົ້າຕ້ອງຊື້ຄືນລຸກຊາຍກົກທັງຫມົດຂອງເຈົ້າຄືນ. ຫ້າມຜູ້ໃດມາຫາເຮົາມືເປົ່າ.
\s5
\v 21 ເຈົ້າຈົ່ງເຮັດວຽກຫົກມື້, ແຕ່ໃນມື້ທີເຈັດເຈົ້າຕ້ອງຢຸດພັກຜ່ອນ, ແມ້ແຕ່ໃນລະດູໄຖນາ ແລະລະດູເກັບກ່ຽວກໍຕາມ, ເຈົ້າຕ້ອງຢຸດພັກຜ່ອນ.
\v 22 ເຈົ້າຕ້ອງສະຫລອງເທສະການປະຈຳອາທິດ ດ້ວຍພືດຜົນທຳອິດຂອງການເກັບກ່ຽວເຂົ້າສາລີ, ແລະເຈົ້າຕ້ອງສະຫລອງເທສະການຮວບຮວມຜະລິດຜົນໃນທ້າຍປີ.
\s5
\v 23 ປີລະສາມຄັ້ງ ຈົ່ງໃຫ້ຜູ້ຊາຍທຸກຄົນຂອງເຈົ້າເຂົ້າມາເຝົ້າຕໍ່ພຣະພັັກພຣະຢາເວ, ພຣະເຈົ້າຂອງອິສະຣາເອນ.
\v 24 ເພາະເຮົາຈະຂັບໄລ່ຊົນຊາດທັງຫລາຍອອກໄປ ໃຫ້ພົ້ນຫນ້າພວກເຈົ້າ ແລະຂະຫຍາຍເຂດແດນຂອງເຈົ້າອອກໄປ. ບໍ່ມີໃຜຢາກໄດ້ແຜ່ນດິນຂອງເຈົ້າເລີຍ ເມື່ອເຈົ້າຈະຂຶ້ນໄປຫາພຣະຢາເວພຣະເຈົ້າຂອງເຈົ້າປີລະສາມຄັ້ງນັ້ນ.
\s5
\v 25 ເຈົ້າຕ້ອງບໍ່ຖວາຍເລືອດຂອງເຄື່ອງບູຊາຂອງເຮົາພ້ອມກັບເຊື້ອແປ້ງ, ຫລືຫ້າມເຫລືອຊີ້ນຈາກການຖວາຍບູຊາ ໃນເທສະການປັດສະຄາໄວ້ຈົນເຖິງຕອນເຊົ້າ.
\v 26 ເຈົ້າຕ້ອງນຳພືດຜົນທຳອິດທີ່ດີທີ່ສຸດ ຈາກແຜ່ນດິນຂອງເຈົ້າມາຖວາຍຍັງເຮືອນຂອງເຮົາ. ເຈົ້າຕ້ອງບໍ່ຕົ້ມຊີ້ນລູກແບ້ດ້ວຍນໍ້ານົມແມ່ຂອງມັນ."
\s5
\v 27 ພຣະຢາເວກ່າວກັບໂມເຊວ່າ, "ເຈົ້າຈົ່ງຂຽນຖ້ອຍຄຳເຫລົ່ານີ້ໄວ້, ເພາະເຮົາໄດ້ສັນຍາດ້ວຍຕົວເຮົາເອງຖ້ອຍຄຳເຫລົ່ານີ້ທີ່ ເຮົາໄດ້ກ່າວໄວ້ ແລະໄດ້ເຮັດພັນທະສັນຍາກັບພວກເຈົ້າ ແລະອິສະຣາເອ."
\v 28 ໂມເຊຢູ່ກັບພຣະຢາເວທີ່ນັ້ນສີ່ສິບມື້ ແລະສີ່ສິບຄືນ; ລາວບໍ່ໄດ້ກິນອາຫານ ຫລືດື່ມນໍ້າເລີຍ. ພຣະອົງໄດ້ຈາຣຶກຖ້ອຍຄຳແຫ່ງພັນທະສັນຍາໄວ້ເທິງແຜ່ນຫີນ, ຄືພຣະບັນຍັດສິບປະການ.
\s5
\v 29 ເມື່ອໂມເຊລົງມາຈາກພູຊີນາຍ ມີແຜ່ນພຣະບັນຍັດສອງແຜ່ນໃນມືຂອງລາວດ້ວຍ, ລາວບໍ່ໄດ້ຮູ້ໃບຫນ້າຂອງລາວສ່ອງແສງປະກາຍໃນຂະນະທີ່ລາວສົນທະນາກັບພຣະເຈົ້າ.
\v 30 ເມື່ອອາໂຣນ ແລະຊາວອິສະຣາເອນເຫັນໂມເຊ, ໃບຫນ້າຂອງລາວກໍສ່ອງແສງປະກາຍ, ແລະພວກເຂົາກໍຢ້ານບໍ່ກ້າເຂົ້າມາໃກ້ລາວ.
\v 31 ແຕ່ໂມເຊຈຶ່ງໄດ້ເອີ້ນພວກເຂົາມາ, ແລະອາໂຣນ ແລະຜູ້ນຳທັງຫມົດຂອງຊຸມນຸມຊົນກໍກັບມາຫາລາວ, ແລ້ວໂມເຊກ່າວກັບພວກເຂົາ.
\s5
\v 32 ຫລັງຈາກປະຊາຊົນອິສະຣາເອນທັງຫມົດໄດ້ເຂົ້າມາຫາໂມເຊ, ແລະລາວຈຶ່ງບອກພຣະບັນຍັດທັງຫມົດແກ່ເຂົາທັງຫລາຍຕາມທີ່ພຣະຢາເວໄດ້ປຣະທານໃຫ້ລາວເທິງພູຊີນາຍ.
\v 33 ເມື່ອໂມເຊເວົ້າກັບພວກເຂົາຈົບແລ້ວ, ລາວກໍໃຊ້ຜ້າຄຸມຫນ້າໄວ້.
\s5
\v 34 ເມື່ອໃດກໍຕາມທີ່ໂມເຊ ເຂົ້າເຝົ້າພຣະພັກພຣະຢາເວເພື່ອກ່າວກັບພຣະອົງ, ລາວກໍປົດຜ້າອອກ, ຈົນກວ່າລາວຈະກັບອອກມາ, ເມື່ອລາວອອກມາ, ລາວກໍໄດ້ເລົ່າໃຫ້ຊາວອິສະຣາເອນເຖິງສິ່ງທີ່ລາວໄດ້ຮັບຄຳສັ່ງໃຫ້ເວົ້າ.
\v 35 ເມື່ອຊາວອິສະຣາເອນເຫັນໂມເຊມີແສງປະກາຍ, ລາວກໍຈະໃຊ້ຜ້າຄຸມຫນ້າອີກ ຈົນກວ່າຈະໄດ້ເຂົ້າໄປທູນຕໍ່ພຣະເຢເວ.
\s5
\c 35
\cl ບົດທີ 35
\p
\v 1 ໂມເຊເອີ້ນຊຸມນຸມຊາວອິສະຣາເອນທັງຫມົດມາປະຊຸມກັນ ແລະກ່າວກັບພວກເຂົາວ່າ, "ເຫລົ່ານີ້ເປັນສິ່ງທີ່ພຣະຢາເວໄດ້ສັ່ງໃຫ້ເຈົ້າທັງຫລາຍເຮັດ.
\v 2 ຈົ່ງເຮັດວຽກຫົກມື້ໃຫ້ສຳເລັດ, ແຕ່ສຳລັບເຈົ້າ, ມື້ທີ່ເຈັດຈະຕ້ອງເປັນມື້ບໍຣິສຸດ, ວັນສະບາໂຕຂອງການຢຸດພັກຜ່ອນຢ່າງຫມົດສິ້ນ, ບໍຣິສຸດແດ່ພຣະຢາເວ. ໃຜກໍຕາມທີ່ເຮັດວຽກໃນມື້ນັ້ນ ຈະຕ້ອງຖືກລົງໂທດເຖິງຕາຍ.
\v 3 ເຈົ້າຕ້ອງບໍ່ດັງໄຟໃນເຮືອນຂອງພວກເຈົ້າ ໃນວັນສະບາໂຕນັ້ນ."
\s5
\v 4 ໂມເຊກ່າວກັບຊຸມນຸມທັງສິ້ນຂອງອິສະຣາເອນ, ກ່າວວ່າ, "ນີ້ຄືສີ່ງທີ່ພຣະຢາເວໄດ້ສັ່ງໄວ້.
\v 5 ຈົ່ງນຳເຄື່ອງບູຊາມາຖວາຍແດ່ພຣະຢາເວ, ທຸກຄົນໃນພວກເຈົ້າທີ່ເຕັມໃຈ. ຈົ່ງນຳສິ່ງຂອງມາຖວາຍແດ່ພຣະຢາເວ—ຄຳ, ເງິນ, ທອງແດງ,
\v 6 ດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ຜ້າປ່ານຢ່າງດີ; ຂົນແບ້;
\v 7 ບັນດາຫນັງແກະໂຕຜູ້ຍ້ອມສີແດງ; ແລະບັນດາຫນັງງົວທະເລ; ໄມ້ກະຖິນເທດ;
\v 8 ນໍ້າມັນຄັນຕະກຽງສຳລັບສະຖານນະມັດສະການ, ເຄື່ອງເທດສຳລັບປຸງນໍ້າມັນໄວ້ເຈີມ ແລະສຳລັບປຸງເຄື່ອງຫອມ,
\v 9 ພອຍສີນໍ້າເຂົ້າ ແລະພອຍຕ່າງໆສຳລັບຕິດໃນເອໂຟດ ແລະ ເສື້ອຮັດເອີກ.
\s5
\v 10 ພວກເຈົ້າທຸກຄົນທີ່ມີຄວາມຊຳນານຈົ່ງມາຊ່ວຍກັນ ແລະເຮັດຕາມທີ່ພຣະຢາເວຊົງສັ່ງເຖີ້ນ—
\v 11 ຫໍເຕັນພ້ອມກັບເຕັນ, ຜ້າຄຸມເຕັນ, ບັນດາຂໍກ່ຽວ, ບັນດາໂຄງໄມ້, ບັນດາກອນ, ບັນດາເສົາ, ແລະບັນດາຖານຮອງຮັບເສົາ;
\v 12 ລວມເຖິງຫິບພ້ອມກັບຄານສຳລັບຫາມ, ຝາຫີບແຫ່ງການໄຖ່ບາບ, ແລະຜ້າກັ້ງບັງຕາດ້ວຍ.
\s5
\v 13 ພວກເຂົາຈຶ່ງໄດ້ນຳໂຕະພ້ອມກັບໄມ້ຄານສຳລັບຫາມ, ເຄື່ອງໃຊ້ທຸກຢ່າງສຳລັບໂຕະ, ແລະເຂົ້າຈີ່ວາງຕໍ່ຫນ້າ;
\v 14 ຄັນຕະກຽງທີ່ໃຫ້ແສງສະຫວ່າງ, ພ້ອມກັບອຸປະກອນຕ່າງໆສຳລັບຄັນຕະກຽງ, ບັນດາຕະກຽງ, ແລະນໍ້າມັນຈູດບັນດາຕະກຽງ;
\v 15 ແທ່ນເຜົາເຄື່ອງຫອມພ້ອມກັບບັນດາໄມ້ຄານ, ນໍ້າມັນເຈີມ ແລະເຄື່ອງຫອມ; ຜ້າກັ້ງບັງຕາສຳລັບທາງເຂົ້າຫໍເຕັນ;
\v 16 ແທ່ນສຳລັບເຄື່ອງເຜົາບູຊາ ພ້ອມດ້ວຍຕາຫນ່າງທອງແດງ ແລະບັນດາໄມ້ຄານຫາມ ແລະເຄື່ອງໃຊ້ຕ່າງໆຂອງແທ່ນ; ແລະອ່າງຂະຫນາດໃຫຍ່ກັບຖານຮອງ.
\s5
\v 17 ພວກເຂົາຈຶ່ງໄດ້ນຳຜ້າກັ້ງສໍາລັບກັ້ນລານຫໍເຕັນ ພ້ອມທັງເສົາ ແລະຖານຮອງຮັບເສົາ, ແລະຜ້າກັ້ງບັງຕາສຳລັບທາງເຂົ້າລານ;
\v 18 ແລະບັນດາຫລັກຫມຸດສຳລັບຫໍເຕັນ ແລະບັນດາຫລັກຫມຸດສຳລັບລານຫໍເຕັນ, ພ້ອມກັບບັນດາເຊືອກ.
\v 19 ພວກເຂົາຈຶ່ງນຳເຄື່ອງແຕ່ງກາຍຕ່າງໆ ທີ່ຫຍິບດ້ວຍມືຢ່າງວິຈິດບັນຈົງສຳລັບການຮັບໃຊ້ໃນສະຖານບໍຣິສຸດ, ເຄື່ອງແຕ່ງກາຍບໍຣິສຸດຕ່າງໆສຳລັບອາໂຣນປະໂຣຫິດ ແລະບັນດາລູກຊາຍຂອງລາວ, ເພື່ອໃຫ້ພວກເຂົາໃຊ້ປະຕິບັດງານຂອງປະໂລຫິດ."
\s5
\v 20 ແລ້ວທຸກເຜົ່າຂອງອິສະຣາເອນແຍກຍ້າຍ ແລະຈາກກັນໄປຈາກໂມເຊ.
\v 21 ທຸກຄົນທີ່ເຕັມໃຈ ແລະປາຖະຫນາທີ່ຈະຖວາຍ ຕ່າງກໍໄດ້ນຳສິ່ງຂອງມາຖວາຍແດ່ພຣະຢາເວ ສຳລັບການສ້າງຫໍເຕັນ, ອຸປະກອນທຸກຢ່າງສຳລັບວຽກຮັບໃຊ້ໃນຫໍເຕັນ, ແລະສຳລັບເຄື່ອງແຕ່ງກາຍບໍຣິສຸດຕ່າງໆ.
\v 22 ພວກເຂົາໄດ້ມາ, ທັງຊາຍ ແລະຍິງ, ຄືທຸກຄົນທີ່ເຕັມໃຈ. ພວກເຂົາໄດ້ນຳເຂັມຄັດ, ບັນດາຕຸ້ມຫູ, ບັນດາແຫວນ, ແລະບັນດາເຄື່ອງປະດັບ, ທຸກອັນລ້ວນເປັນຄຳ. ພວກເຂົາທຸກຄົນໄດ້ນຳສິ່ງຂອງຖວາຍເປັນຄຳມາ ເປັນເຄື່ອງບູຊາໂບກຖວາຍແດ່ພຣະຢາເວ.
\s5
\v 23 ທຸກຄົນທີ່ມີດ້າຍຂົນແກະສີຟ້າ, ສີມ່ວງ, ຫລື ສີແດງເຂັ້ມ, ຜ້າປ່ານຢ່າງດີ, ຂົນແບ້, ບັນດາຫນັງແກະໂຕຜູ້ຍ້ອມສີແດງ, ຫລື ບັນດາຫນັງງົວກໍໄດ້ເອົາສິ່ງຂອງເຫລົ່ານັ້ນມາຖວາຍ.
\v 24 ທຸກຄົນທີ່ເຮັດເຄື່ອງຖວາຍຈາກເງິນ ຫລື ຈາກທອງແດງ ກໍໄດ້ນຳມາຖວາຍແດ່ພຣະຢາເວ, ແລະທຸກຄົນທີ່ມີໄມ້ກະຖິນເທດ ທີ່ໃຊ້ກັບວຽກໃດໄດ້ ກໍນຳໄມ້ນັ້ນມາຖວາຍ.
\s5
\v 25 ຜູ້ຍິງທຸກຄົນທີ່ຊຳນານໃນການປັ່ນຂົນແກະດ້ວຍມື ແລະກໍໄດ້ນຳດ້າຍຂົນແກະມາປັ່ນ—ສີຟ້າ, ສີມ່ວງ, ຫລືສີແດງເຂັ້ມ, ຫລືຜ້າປ່ານປັ່ນຢ່າງດີມາ.
\v 26 ຜູ້ຍິງທຸກຄົນທີ່ເຕັມໃຈ ແລະຊຳນານກໍໄດ້ປັ່ນຂົນແບ້.
\s5
\v 27 ພວກຜູ້ນຳກໍນຳພອຍສີນໍ້າເຂົ້າ ແລະພອຍອຶ່ນໆ ສຳລັບຕິດໃນເອໂຟດ ແລະເສື້ອຮັດເອິກ;
\v 28 ພວກເຂົາໄດ້ນຳພວກເຄື່ອງເທດ ນໍ້າມັນສຳລັບຕະກຽງຕ່າງໆ, ນໍ້າມັນສຳລັບເຈີມ, ແລະເຄື່ອງເທດສຳລັບປຸງເຄື່ອງຫອມ.
\v 29 ຊາວອິສະຣາເອນທີ່ເຕັມໃຈກໍນຳພວກເຂົາແດ່ພຣະຢາເວ; ສຳລັບວຽກທຸກຢ່າງ ຊາຍແລະຍິງທຸກຄົນທີ່ເຕັມໃຈ ກໍໄດ້ນຳວັດສະດຸຕ່າງໆທີ່ໃຊ້ສຳລັບວຽກ ຊຶ່ງພຣະຢາເວໄດ້ຊົງສັ່ງຜ່ານທາງໂມເຊໃຫ້ພວກເຂົາເຮັດ.
\s5
\v 30 ໂມເຊໄດ້ກ່າວກັບອິສະຣາເອນວ່າ, "ເບິ່ງແມ, ພຣະຢາເວໄດ້ເອີ້ນຊື່ເບຊາເລນລູກຊາຍຂອງອູເຣ, ຈາກເຜົ່າຢູດາ.
\v 31 ພຣະອົງໄດ້ເຕືມໃຫ້ເບຊາເລນ ເຕັມປ່ຽມດ້ວຍພຣະວິນຍານຂອງພຣະເຈົ້າ, ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ, ແລະຄວາມຮູ້ໃນງານຊ່າງທຸກຢ່າງ,
\v 32 ເພື່ອອອກແບບຢ່າງວິຈິດບັນຈົງໃນການເຮັດເຄື່ອງຄຳ, ເງິນ, ແລະ ທອງແດງ;
\v 33 ໃນການເຈຍລະໄນພອຍຕ່າງໆ, ແລະໃນການຕິດໃນຕົວເຮືອນ ໃນການແກະສະລັກໄມ້—ສຳລັບງານອອກແບບທຸກຊະນິດ ແລະ ງານຊ່າງທຸກຢ່າງດ້ວຍ.
\s5
\v 34 ພຣະອົງໄດ້ໃສ່ຫົວໃຈແຫ່ງການສອນໃຫ້ແກ່ລາວ, ລວມທັງລາວ ແລະໂອໂຮລຽບລູກຊາຍອາຮີສາມັກ, ຈາກເຜົ່າດານ.
\v 35 ພຣະອົງໄດ້ປຣະທານທັກສະໃຫ້ຄົນທັງສອງນີ້ ໃນການເຮັດວຽກ, ວຽກອອກແບບ, ວຽກແກະສະຫລັກ, ແລະວຽກແສ່ວດ້ວຍຂົນແກະຄືສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ແລະຜ້າປ່ານຢ່າງດີ, ແລະຊ່າງຫຍິບ. ພວກເຂົາເປັນຊ່າງຝີມືເຮັດໄດ້ທຸກຢ່າງ, ແລະເປັນຊ່າງອອກແບບຢ່າງວິຈິດບັນຈົງ.
\s5
\c 36
\cl ບົດທີ 36
\p
\v 1 ດັ່ງນັ້ນເບຊາເລນ ແລະ ໂອໂຮລຽບ ແລະຊ່າງຝີມືທຸກຄົນ ທີ່ພຣະຢາເວໄດ້ປຣະທານທັກສະ ແລະຄວາມສາມາດໃຫ້ຮູ້ຈັກວິທີການເຮັດວຽກທຸກຢ່າງ ໃນການສ້າງສະຖານບໍຣິສຸດ ທີ່ຈະຕ້ອງເຮັດວຽກຕາມທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງໄວ້."
\s5
\v 2 ໂມເຊຈຶ່ງໄດ້ເອີ້ນເບຊາເລນ ແລະໂອໂຮລຽບ ແລະຊ່າງສີມືທຸກຄົນ ຊຶ່ງພຣະຢາເວປຣະທານສະຕິປັນຍາໄວ້ໃນໃຈຂອງເຂົາ, ແລະຄືຄົນທີ່ເຕັມໃຈມາ ແລະເຮັດວຽກ.
\v 3 ພວກເຂົາໄດ້ຮັບສິ່່ງຂອງຖວາຍທຸກຢ່າງມາຈາກໂມເຊ ຄືສິ່ງຂອງຖວາຍທີ່ຊາວອິສະຣາເອນໄດ້ນຳມາຖວາຍເພື່ອສ້າງສະຖານບໍຣິສຸດ. ປະຊາຊົນຍັງນຳບັນດາເຄື່ອງຖວາຍມາໃຫ້ໂມເຊດ້ວຍຄວາມເຕັມໃຈອີກທຸກເຊົ້າ.
\v 4 ດັ່ງນັ້ນຊ່າງຝີມືທຸກຄົນທີ່ກໍາເຮັດວຽກເພື່ອສະຖານບໍຣິສຸດນັ້ນ ຕ່າງກໍໄດ້ປະລະຈາກວຽກຂອງຕົນທີ່ໄດ້ເຮັດຢູ່.
\s5
\v 5 ພວກຊ່າງສີມືໄດ້ບອກໂມເຊວ່າ, "ປະຊາຊົນນຳສິ່ງຂອງມາຖວາຍຫລາຍເກີນຄວາມຕ້ອງການ ທີ່ຈະໃຊ້ໃນວຽກຊຶ່ງພຣະຢາເວໄດ້ສັ່ງໃຫ້ພວກເຮົາເຮັດນັ້ນ."
\v 6 ດັ່ງນັ້ນໂມເຊຈຶ່ງສັ່ງໃຫ້ປະກາດໄປທົ່ວຄ້າຍວ່າ ບໍ່ໃຫ້ໃຜກໍຕາມນໍາສິ່ງຂອງຖວາຍມາສ້າງສະຖານບໍຣິສຸດອີກແລ້ວ ແລ້ວປະຊາຊົນຈຶ່ງໄດ້ຢຸດທີ່ຈະນຳຂອງເຫລົ່ານັ້ນມາ.
\v 7 ພວກຊ່າງໄດ້ມີອຸປະກອນທີ່ຫລາຍເກີນພໍແລ້ວ ສຳລັບວຽກທີ່ຈະຕ້ອງເຮັດທັງຫມົດ.
\s5
\v 8 ດັ່ງນັ້ນຊ່າງສີມືທຸກຄົນໃນຫມູ່ພວກເຂົາໄດ້ສ້າງຫໍເຕັນ ດ້ວຍຜ້າກັ້ງສິບຜືນ ທີ່ເຮັດຈາກຜ້າປ່ານເນື້ອດີ ແລະດ້ານຂົນແກະສີຟ້າ, ສີມ່ວງ, ສີແດງເຂັ້ມ ຊຶ່ງອອກແບບເປັນຮູບພາບເຄຣູບຕ່າງໆ. ນີ້ເປັນວຽກຂອງເບຊາເລນ, ຊຶ່ງເປັນຊ່າງສີມືທີ່ເກັ່ງຫລາຍ.
\v 9 ຄວາມຍາວຂອງຜ້າກັ້ງແຕ່ລະຜືນຄືຊາວແປດສອກ, ກວ້າງສີ່ສອກ. ຜ້າກັ້ງທັງຫມົດມີຂະຫນາດເທົ່າກັນ.
\v 10 ເບຊາເລນໄດ້ເອົາຜ້າກັ້ງຫ້າຜືນແກະຕິດກັນ, ແລະອີກຫ້າຜືນນັ້ນກໍໄດ້ແກະຕິດກັນດ້ວຍ.
\s5
\v 11 ລາວໄດ້ເຮັດຫູຜ້າກັ້ງດ້ວຍດ້າຍສີຟ້າ ຕິດໄວ້ຕາມຂອບຜ້າກັ້ງດ້ານນອກສຸດຂອງຊຸດທີຫນຶ່ງ, ແລະລາວກໍໄດ້ເຮັດຢ່າງດຽວກັນທີ່ດ້ານນອກຂອບຜ້າກັ້ງໃນຜ້າກັ້ງຊຸດທີສອງ.
\v 12 ລາວໄດ້ເຮັດຫູຂອງຜ້າກັ້ງຜືນທຳອິດຫ້າສິບຫູ ແລະຕາມຂອບຜ້າກັ້ງຊຸດທີສອງ ຫ້າສິບຫູ. ດັ່ງນັ້ນຫູຂອງຜ້ງກັ້ງຈຶ່ງຢູ່ກົງກັນຂວ້າມກັນ.
\v 13 ລາວໄດ້ເຮັດຂໍເກາະທອງຄຳ ຫ້າສິບອັນ ແລະ ໃຊ້ກ່ຽວຫູຂອງແຖບຜ້າກັ້ງເຂົ້າດ້ວຍກັນ ເພື່ອໃຫ້ຫໍເຕັນເປັນຫນຶ່ງດຽວກັນ.
\s5
\v 14 ເບຊາເລນໄດ້ເຮັດຜ້າກັ້ງຂົນແບ້ສຳລັບເຕັນຄຸມຫໍເຕັນອີກສິບເອັດຜືນ.
\v 15 ຄວາມຍາວຂອງຜ້າກັ້ງ ແຕ່ລະຜືນມີຂະຫນາດສາມສິບສອກ, ແລະກວ້າງສີ່ສອກ. ທັງສິບເອັດຜືນມີຂະຫນາດເທົ່າກັນ.
\v 16 ລາວໄດ້ກ່ຽວຜ້າກັ້ງເຂົ້າດ້ວຍກັນ ແລະສ່ວນອີກຫົກຜືນກໍກ່ຽວຕິດກັນແຍກໄວ້ຕ່າງຫາກ.
\v 17 ລາວໄດ້ເຮັດຫູຜ້າກັ້ງຫ້າສິບຫູຕິດກັບຂອບຜ້າກັ້ງຂອງຊຸດທຳອິດ, ແລະຫູຜ້າກັ້ງອິກຫ້າສິບຫູຕິດກັບຂອບຜ້າກັ້ງ ເພື່ອກ່ຽວກັບຜ້າກັ້ງຊຸດທີສອງ.
\s5
\v 18 ເບຊາເລນໄດ້ເຮັດຂໍເກາະທອງແດງຫ້າສິບອັນ ກ່ຽວຫູເຕັນໃຫ້ເປັນຫລັງດຽວກັນ.
\v 19 ລາວໄດ້ເຮັດຜ້າຄຸມຫໍເຕັນ ດ້ວຍຫນັງແກະໂຕຜູ້ ຍ້ອມສີແດງຊັ້ນຫນຶ່ງ, ແລະຄຸມທັບດ້ວຍຫນັງຢ່າງດີອີກຊັ້ນຫນຶ່ງ.
\s5
\v 20 ເບຊາເລນໄດ້ເຮັດໂຄງໄມ້ແນວຕັ້ງສຳລັບຄໍ້າຫໍເຕັນຈາກໄມ້ກະຖິນເທດ.
\v 21 ຄວາມຍາວຂອງແຕ່ໂຄງໄມ້ເປັນສິບສອກ ແລະກວ້າງຫນຶ່ງສອກເຄິ່ງ.
\v 22 ໂຄງໄມ້ແຕ່ລະອັນມີຫ້ອຍໄມ້ສອງອັນ ເພື່ອໃຫ້ຍຶດໂຄງໄມ້ຕິດກັນ. ລາວໄດ້ເຮັດໂຄງໄມ້ທຸກອັນຂອງຫໍເຕັນຢ່າງນີ້.
\v 23 ລາວໄດ້ເຮັດໂຄງໄມ້ສຳລັບຫໍເຕັນດັ່ງນີ້: ໂຄງໄມ້ດ້ານໃຕ້ຊາວອັນ.
\s5
\v 24 ເບຊາເລນໄດ້ເຮັດຖານເງິນສຳລັບຮອງຮັບເດືອຍຈຳນວນສີ່ສິບອັນໃຕ້ໂຄງໄມ້ຊາວອັນ. ມີຖານສອງອັນໃຕ້ຂອງໄມ້ຫນຶ່ງອັນ ເພື່ອເຊື່ອມອີກໂຄງຫນຶ່ງເຂົ້າດ້ວຍກັນ, ແລະຖານສອງອັນໃຕ້ແຕ່ລະໂຄງເພື່ອເຊື່ອມຕໍ່ແຕ່ລະໂຄງເຂົ້າດ້ວຍກັນ.
\v 25 ດ້ານທີສອງຂອງຫໍເຕັນຂ້າງທິດເຫນືອນັ້ນ, ເຂົາໄດ້ເຮັດໂຄງໄມ້ຊາວອັນ.
\v 26 ແລະຖານເງິນຮອງຮັບເດືອຍສີ່ສິບຖານ. ມີຖານຮອງຮັບຫ້ອຍສອງອັນໃຕ້ໂຄງໄມ້ອັນທຳອິດ, ອີກສອງອັນໃຕ້ຂອບຖັດໄປ, ແລະຕໍ່ໄປເລື້ອຍໆ.
\s5
\v 27 ສ່ວນດ້ານຫລັງຂອງຫໍເຕັນທາງທິດຕາເວັນຕົກ, ເບຊາເລນໄດ້ເຮັດໂຄງໄມ້ຫົກອັນ.
\v 28 ລາວໄດ້ເຮັດໂຄງໄມ້ອີກສອງອັນ ສຳລັບມູມຫໍເຕັນດ້ານຫລັງ.
\s5
\v 29 ໂຄງໄມ້ເຫລົ່ານັ້ນມູມແຍກກັນຂ້າງລຸ່ມ, ແຕ່ເຊື່ອມຕໍ່ດ້ານເທິງຕິດກັນດ້ວຍຂໍເກາະອັນຫນຶ່ງ. ລາວໄດ້ເຮັດສອງຊຸດຢ່າງນີ້ໃຫ້ເກີດມູມສອງມູມ.
\v 30 ເປັນໂຄງໄມ້ແປດອັນພ້ອມກັບຖານເງິນທັງຫມົດ. ມີຖານສອງອັນໃຕ້ຖານອັນທຳອິດ, ອີກສອງອັນໃຕ້ຖານຖັດໄປ, ແລະຕໍ່ໆໄປ.
\s5
\v 31 ເບຊາເລນໄດ້ເຮັດຮາວດ້ວຍໄມ້ກະຖິນເທດ-ຫ້າອັນສຳລັບໂຄງໄມ້ຝາຫໍເຕັນດ້ານຫນຶ່ງ,
\v 32 ຮາວອີກຫ້າອັນສຳລັບໂຄງໄມ້ຝາຫໍເຕັນອີກດ້ານຫນຶ່ງ, ຮາວອີກຫ້າອັນສຳລັບໂຄງໄມ້ຝາຫໍເຕັນດ້ານຫລັງທາງທິດຕາເວັນຕົກ.
\v 33 ລາວໄດ້ເຮັດຮາວຢູ່ລະຫວ່າງກາງຂອງໂຄງໄມ້, ນັ້ນຫມາຍຄວາມວ່າ, ຕົວກາງໃຫ້ຮ້ອຍຕອນກາງຂອງໂຄງໄມ້ ສຳລັບຝາຕັ້ງແຕ່ປາຍຫນຶ່ງໄປຈົນຮອດອີກປາຍຫນຶ່ງ.
\v 34 ລາວໄດ້ຫຸ້ມໂຄງໄມ້ເຫລົ່ານັ້ນດ້ວຍທອງຄຳ, ລາວໄດ້ເຮັດຂໍເກາະທອງຄຳສຳລັບຮ້ອຍຮາວ, ແລະລາວຫຸ້ມຮາວນັ້ນດ້ວຍທອງຄຳ.
\s5
\v 35 ເບຊາເລນໄດ້ເຮັດຜ້າກັ້ງຜືນຫນຶ່ງດ້ວຍດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະດ້ວຍຜ້າປ່ານເນື້ອດີ, ເປັນພາບເຄຣຸບຊຶ່ງເປັນວຽກຂອງຊ່າງສີມື.
\v 36 ລາວໄດ້ເຮັດເສົາຜ້າກັ້ງຈາກໄມ້ກະຖິນເທດ ສີ່ເສົາ ແລະຫຸ້ມດ້ວຍທອງຄຳ. ລາວໄດ້ເຮັດຂໍເກາະຕິດເສົານັ້ນດ້ວຍທອງຄຳ, ແລະຫລໍ່ຖານເງິນສີ່ອັນສຳລັບຮອງຮັບເສົານັ້ນ.
\s5
\v 37 ລາວໄດ້ເຮັດຜ້າກັ້ງບັງຕາ ສຳລັບທາງເຂົ້າຫໍເຕັນ. ດ້ວຍດ້ານຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ໃຊ້ຜ້າປ່ານເນື້ອດີ, ຊຶ່ງວຽກຊ່າງແສ່ວ.
\v 38 ລາວຍັງໄດ້ເຮັດເສົາຫ້າຕົ້ນ ສຳລັບຜ້າກັ້ງພ້ອມດ້ວຍຫູເກາະ. ລາວໄດ້ຫຸ້ມຍອດເສົາ ແລະຮາວຜ້າກັ້ງນັ້ນດ້ວຍທອງຄຳ. ຖານທັງຫ້າສຳລັບຮອງຮັບເສົານັ້ນເຮັດດ້ວຍທອງແດງ
\s5
\c 37
\cl ບົດທີ 37
\p
\v 1 ເບຊາເລນໄດ້ເຮັດຫິບດ້ວຍໄມ້ກະຖິນເທດ. ຍາວສອງສອກເຄິ່ງ; ກວ້າງຫນຶ່ງສອກເຄິ່ງ; ແລະ ສູງຫນຶ່ງສອກເຄິ່ງ.
\v 2 ລາວໄດ້ຫຸ້ມຫີບນັ້ນທັງດ້ານໃນ ແລະດ້ານນອກດ້ວຍທອງຄຳບໍຣິສຸດ ແລະໄດ້ເຮັດຂອບດ້ານເທິງດ້ວຍທອງຄຳອ້ອມຮອບຫີບນັ້ນ.
\v 3 ລາວໄດ້ຫລໍ່ຂໍເກາະທອງຄຳສີ່ຂໍ ສຳລັບຫີບນັ້ນຕິດໄວ້ທີ່ມູມທັ້ງສີ່, ດ້ານຫນຶ່ງສອງຂໍແກະ ແລະອີກສອງຂໍອີກດ້ານຫນຶ່ງ.
\s5
\v 4 ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນເທດ ແລະຫູ້ມດ້ວຍທອງຄຳ.
\v 5 ລາວໄດ້ສອດຄານຫາມເຂົ້າທີ່ ຂໍເກາະຂ້າງຫີບສຳລັບໃຊ້ຫາມຫີບນັ້ນ.
\v 6 ລາວໄດ້ເຮັດຝາຫີບໄຖ່ບາບດ້ວຍທອງຄຳບໍຣິສຸດ. ຍາວສອງສອກເຄິ່ງ, ແລະ ກວ້າງຫນຶ່ງສອກເຄິ່ງ.
\s5
\v 7 ເບຊາເລນໄດ້ເຮັດເຄຣູບຄຳສອງຮູບທີ່ຂຶ້ນຮູບດ້ວຍ ຄ້ອນທີ່ປາຍຝາຫີບໄຖ່ບາບ.
\v 8 ເຄຣູບອົງຫນຶ່ງຢູ່ທີ່ປາຍຝາຫີບໄຖ່ບາບດ້ານຫນຶ່ງ, ແລະອີກອົງຫນຶ່ງຢູ່ອີກດ້ານຫນຶ່ງ ພວກເຂົາໄດ້ເປັນເນື້ອດຽວກັນກັບຝາຫີບໄຖ່ບາບ.
\v 9 ເຄຣູບໄດ້ກາງປີກຂຶ້ນສູງ ແລະ ປົກຄຸມຝາຫີບໄຖ່ບາບ. ເຄຣູບແຕ່ລະອົງຫັນຫນ້າເຂົ້າຫາກັນ ແລະ ເບິ່ງມາທາງກາງຝາຫີບໄຖ່ບາບ.
\s5
\v 10 ເບຊາເລນໄດ້ເຮັດໂຕະຫນ່ວຍຫນຶ່ງຈາກໄມ້ກະຖິນເທດ. ຍາວສອງສອກ, ກວ້າງຫນຶ່ງສອກ, ແລະສູງຫນຶ່ງສອກເຄິ່ງ.
\v 11 ລາວໄດ້ຫຸ້ມໂຕະນັ້ນດ້ວຍທອງຄຳບໍຣິສຸດ ແລະເຮັດຂອບດ້ານເທິງດ້ວຍທອງຄຳອ້ອມຮອບໂຕະນັ້ນດ້ວຍ.
\v 12 ລາວໄດ້ໂຄງອ້ອມຮອບໂຕະກວ້າງຫນຶ່ງຝາມື, ອ້ອມຮອບໂຄງນັ້ນດ້ວຍຄຳ.
\v 13 ລາວໄດ້ເຮັດຫູຂໍເກາະທອງຄຳສີ່ຂໍ, ຕິດໄວ້ທີ່ສີ່ມູມ, ບ່ອນຂາໂຕະທັງສີ່.
\s5
\v 14 ຂໍເກາະນັ້ນຕິດກັບໂຄງສຳລັບສອດຄານຫາມ, ສຳລັບຫາມໂຕະ.
\v 15 ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນເທດ ແລະຫຸ້ມດ້ວຍທອງຄຳ, ສຳລັບຫາມໂຕະ.
\v 16 ລາວໄດ້ເຮັດເຄື່ອງໃຊ້ທີ່ຢູ່ໂຕະນັ້ນ—ຈານທັງຫລາຍ, ບ່ວງທັງຫລາຍ, ອ່າງທັງຫລາຍ, ແລະໂຖທີ່ໃຊ້ຖອກເຄື່ອງດື່ມບູຊາ. ລາວໄດ້ເຮັດສິ່ງເຫລົ່ານີ້ດ້ວຍທອງຄຳບໍຣິສຸດ.
\s5
\v 17 ລາວໄດ້ເຮັດຄັນຕະກຽງດ້ວຍທອງຄຳບໍຣິສຸດໂດຍໃຊ້ຄ້ອນຕີຂຶ້ນຮູບ. ລາວໄດ້ເຮັດພ້ອມທັງຖານ ແລະລຳຕົວຂອງຄັນຕະກຽງ. ຈອກທັງຫລາຍ, ຮອງຕະກຽງ, ຖານໃບ, ແລະດອກຂອງມັນກໍເຮັດເປັນເນື້ອດຽວກັບຄັນຕະກຽງ.
\v 18 ມີກິ່ງຫົກກິ່ງຂະຫຍາຍອອກຈາກຄັນຕະກຽງຂ້າງຂອງມັນ—ຂ້າງລະສາມກິ່ງຂະຫຍາຍອອກຈາກຄັນ, ແລະອີກສາມກິ່ງຂະຫຍາຍອອກອີກຂ້າງຫນຶ່ງ.
\v 19 ກິ່ງທຳອິດຈະຕ້ອງມີສາມຈອກ ຄ້າຍຄືດອກໄມ້ຫມາກບົກ, ມີຖານໃບ, ແລະດອກ, ແລະອີກກິ່ງຫນຶ່ງມີສາມດອກເຮັດຄ້າຍຄືດອກໄມ້ຫມາກບົກ, ມີຖານໃບ ແລະດອກ. ຈະຕ້ອງເຫມືອນກັນທັງຫົກກິ່ງທີ່ຍື່ນອອກມາຈາກຄັນຕະກຽງ.
\s5
\v 20 ເທິງຄັນຕະກຽງ, ຢູ່ທາງກາງ, ຈະຕ້ອງມີຈອກສີ່ຫນ່ວຍທີ່ເຮັດເປັນເຫມືອນຮູບດອກໄມ້ຫມາກບົກ, ຮອງດ້ວຍຖານໃບ ແລະດອກທັງຫລາຍ.
\v 21 ໃຫ້ເຮັດຖານໃບຫນຶ່ງອັນຮອງຮັບກິ່ງຂະຫນານຄູ່ທຳອິດ—ໃຫ້ເຮັດຂຶ້ນເປັນເນື້ອດຽວກັນ, ແລະອີກຖານໃບຫນຶ່ງຮອງຮັບກິ່ງຂະຫນານຄູ່ທີ່ສອງ—ໃຫ້ເຮັດເປັນເນື້ອດຽວຄືກັນ. ໃນເຊັ່ນດຽວກັນອີກດອກຫນຶ່ງຮອງຮັບກິ່ງຂະຫນານຄູ່ທີ່ສາມ, ໃຫ້ເຮັດເປັນເນື້ອດຽວກັນ, ຈະຕ້ອງເຫມືອນກັນສຳລັບທັງຫົກກິ່ງທີ່ຍື່ນອອກມາຈາກຄັນຕະກຽງ.
\v 22 ຖານໃບ ແລະກິ່ງເປັນເນື້ອດຽວກັບຄັນຕະກຽງທັງຫມົດ, ຕີຂຶ້ນຮູບເປັນເນື້ອດຽວກັນ ດ້ວຍທອງຄຳບໍຣິສຸດ.
\s5
\v 23 ເບຊາເລນໄດ້ເຮັດຄັນຕະກຽງ ແລະຕະກຽງເຈັດອັນ, ມີດຕັດໃສ້ຕະກຽງ ແລະຖາດຮອງເຮັດດ້ວຍທອງຄຳບໍຣິສຸດ.
\v 24 ລາວໄດ້ເຮັດຄັນຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບ ຄັນຕະກຽງນັ້ນດ້ວຍທອງຄຳບໍຣິສຸດຫນັກຫນຶ່ງຕະລັນ.
\s5
\v 25 ເບຊາເລນໄດ້ສ້າງແທ່ນບູຊາສຳລັບເຜົາເຄື່ອງຫອມ. ລາວໄດ້ເຮັດແທ່ນດ້ວຍໄມ້ກະຖິນເທດ. ຄວາມຍາວຫນຶ່ງສອກ, ແລະກວ້າງຫນຶ່ງສອກ, ເປັນຮູບສີ່ຫລ່ຽມຈັດຕຸລັດ ແລະສູງສອງສອກ. ຍອດທີ່ມູມແທ່ນນັ້ນກໍເປັນເນື້ອກັບແທ່ນ.
\v 26 ລາວໄດ້ຫຸ້ມແທ່ນເຄື່ອງຫອມນັ້ນດ້ວຍທອງຄຳບໍຣິສຸດ—ທັງດ້ານເທິງ, ທັງດ້ານເທິງ, ແລະດ້ານຂ້າງທຸກດ້ານ, ແລະຍອດຂອງແທ່ນ. ລາວຍັງໄດ້ເຮັດຂອບດ້ວຍທອງຄຳອ້ອມຮອບແທ່ນນັ້ນ.
\s5
\v 27 ລາວໄດ້ເຮັດຂໍເກາະທອງຄຳສອງຂໍຕິດໄວ້ໃຕ້ຂອບດ້ານລະຂໍກົງກັນຂວ້າມກັນ. ຂໍເກາະນັ້ນເປັນທີ່ສຳລັບລັບສອດໄມ້ຄານຫາມແທ່ນບູຊາ.
\v 28 ລາວໄດ້ເຮັດໄມ້ຄານຫາມນັ້ນດ້ວຍໄມ້ກະຖິນເທດ, ແລະລາວໄດ້ຫຸ້ມດ້ວຍທອງຄຳ.
\v 29 ລາວໄດ້ປຸງນໍ້າຫອມເຈີມອັນບໍຣິສຸດ ແລະປຸງເຄື່ອງຫອມບໍຣິສຸດ, ຕາມສິລະປະຂອງຊ່າງປຸງ.
\s5
\c 38
\cl ບົດທີ 38
\p
\v 1 ເບຊາເລນໄດ້ເຮັດແທ່ນເຄື່ອງເຜົາບູຊາດ້ວຍໄມ້ກະຖິນເທດ. ຍາວຫ້າສອກ ແລະກວ້າງຫ້າສອກ—ຮູບສີ່ຫລ່ຽມຈັດຕຸລັດ—ແລະສູງສາມສອກ.
\v 2 ລາວໄດ້ຂະຫຍາຍທັງສີ່ມູມເທິງແທ່ນ ນັ້ນຮູບເຫມືອນເຂົາງົວ. ເຂົາງົວນັ້ນເປັນເນື້ອດຽວກັບແທ່ນ, ລາວໄດ້ຫຸ້ມແທ່ນດ້ວຍທອງແດງ.
\v 3 ລາວໄດ້ເຮັດເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ—ຫມໍ້ສຳລັບໃສ່ຂີ້ເຖົ່າ, ຊວ້ານ, ອ່າງ, ສ້ອມແກະຊີ້ນ, ແລະຖາດຮອງໄຟຕ່າງໆ. ລາວໄດ້ເຮັດເຄື່ອງໃຊ້ທຸກອັນ ສຳລັບແທ່ນນັ້ນດ້ວຍທອງແດງ.
\s5
\v 4 ລາວໄດ້ເຮັດຕະແກງສຳລັບແທ່ນ, ໃຫ້ຢູ່ໃຕ້ຂອບໃນຮອບແທ່ນບູຊາດ້ວຍທອງແດງ, ແລະໃຫ້ຍື່ນລົງມາຈົນເຖິງປະມານເຄິ່ງແທ່ນ.
\v 5 ລາວໄດ້ຫລໍ່ຂໍເກາະສີ່ຂໍຕິດທີ່ມູມທັງສີ່ຂອງຕະແກງທອງແດງສຳລັບສອດໄມ້ຄານຫາມ.
\s5
\v 6 ເບຊາເລນໄດ້ເຮັດໄມ້ຄານຫາມດ້ວຍໄມ້ກະຖິນເທດ ແລະຫູ້ມດ້ວຍທອງແດງ.
\v 7 ລາວໄດ້ສອດໄມ້ຄານຫາມນັ້ນໄວ້ຂໍເກາະຂ້າງແທ່ນທັງສອງດ້ານ, ສຳລັບຫາມ. ລາວໄດ້ເຮັດແທ່ນນັ້ນດ້ວຍໄມ້ກະດານ, ໃຫ້ຂ້າງໃນເປັນຮູ.
\s5
\v 8 ເບຊາເລນໄດ້ເຮັດອ່າງຂະຫນາດໃຫຍ່ ຖານຮອງອ່າງດ້ວຍທອງແດງ. ລາວໄດ້ສ້າງກະຕ່າອອກຈາກກະຈົກແວ່ນຂອງບັນດາຜູ້ຍິງ ທີ່ຮັບໃຊ້ຢູ່ທີ່ທາງເຂົ້າຫໍເຕັນນັດພົບ.
\s5
\v 9 ລາວຍັງໄດ້ສ້າງລານຫໍເຕັນ. ໂດຍດ້ານໃຕ້ຂອງລານມີຜ້າບັງລານທີ່ເຮັດດ້ວຍຜ້າປ່ານເນື້ອດີ, ຍາວຫນຶ່ງຮ້ອຍສອກ.
\v 10 ຜ້າບັງລານມີເສົາຊາວຕົ້ນ, ຖານທອງແດງຊາວຖານ. ມີຂໍເກາະຕ່າງໆຕິດເສົາ, ຮາວຍຶດເສົານັ້ນເຮັດດ້ວຍເງິນ.
\s5
\v 11 ໃນເຊັ່ນດຽວກັນທາງດ້ານເຫນືອໃຫ້ມີຜ້າບັງລານ, ຍາວຫນຶ່ງຮ້ອຍສອກ ກັບເສົາຊາວຕົ້ນ, ຖານທອງແດງຊາວຖານ, ຂໍເກາະຕ່າງໆ ຕິດເສົາ ແລະ ຮາວຍຶດເສົານັ້ນເຮັດດ້ວຍເງິນ.
\v 12 ຜ້າບັງລານດ້ານຕະເວັນຕົກຍາວຫ້າສິບສອກ, ກັບເສົາສິບຕົ້ນ ແລະຖານຮອງສິບຖານ. ຂໍເກາະ ແລະຮາວຍຶດເສົາຕ່າງໆ ນັ້ນເຮັດດ້ວຍເງິນ.
\s5
\v 13 ລານຍັງໃຊ້ຜ້າຍາວຫ້າສິບສອກໄປທາງດ້ານຕະເວັນຕົກ.
\v 14 ຜ້າບັງລານດ້ນແຄມທາງເຂົ້າຂ້າງຫນຶ່ງຍາວສິບຫ້າສອກ. ມີເສົາສາມຕົ້ນ ກັບຖານຮອງເສົາສາມຖານ.
\v 15 ອີກຂ້າງຫນຶ່ງຂອງທາງເຂົ້າຂອງລານ ມີຜ້າບັງລານຍາວສິບຫ້າສອກ, ມີເສົາສາມຕົ້ນ ແລະຖານຮອງສາມຖານ.
\v 16 ຜ້າບັງລານທັງຫມົດໂດຍຮອບລານນັ້ນເຮັດດ້ວຍຜ້າປ່ານເນື້ອດີ.
\s5
\v 17 ຖານຮອງຮັບເສົານັ້ນເຮັດທອງແດງ. ສ່ວນຂໍຕິດເສົາ ແລະຮາວຍຶດເສົາເຮັດດ້ວຍເງິນ, ແລະຫົວເສົານັ້ນຫຸ້ມດ້ວຍເງິນ. ເສົາທຸກຕົ້ນຂອງລານມີຮາວຍຶດເສົາເຮັດດ້ວຍເງິນ.
\v 18 ຜ້າກັ້ງທີ່ປະຕູລານນັ້ນຍາວຊາວສອກ. ຜ້າກັ້ງນັ້ນເຮັດຈາກຜ້າເລນິນເນື້ອດີ ສີຟ້າ, ສີມ່ວງ ແລະດ້າຍສີແດງເຂັ້ມ ຜ້າປ່ານເນື້ອດີດ້າຍຄູ່, ຍາວຊາວສອກ, ຄືຄວາມຍາວຊາວສອກ ແລະສູງຫ້າສອກ, ສະເຫມີກັບຜ້າບັງລານ.
\v 19 ມີຖານຮອງຮັບເສົາ ສີ່ຖານເປັນທອງແດງ ແລະຂໍແກະເຮັດດ້ວຍເງິນ. ສ່ວນທີ່ຫຸ້ມຫົວເສົາກັບຮາວຍຶດເສົາເຮັດດ້ວຍເງິນ.
\v 20 ຫລັກຫມຸດທຸກອັນຂອງຫໍເຕັນ ແລະຂອງລານຮອບຫໍເຕັນນັ້ນເຮັດດ້ວຍທອງແດງ.
\s5
\v 21 ຕໍ່ໄປນີ້ຄືສີ່ງຂອງທີ່ໃຊ້ໃນຫໍເຕັນ, ຄືຫໍເຕັນແຫ່ງກົດເກນແຫ່ງພັນທະສັນຍາ, ຊຶ່ງໄດ້ບັນທືກໄວ້ຕາມຄຳສັ່ງຂອງໂມເຊ. ເປັນວຽກຂອງຄົນເລວີໃນການດູແລຂອງອີທາມາລູກຊາຍຂອງອາໂຣນປະໂລຫິດ.
\v 22 ເບຊາເລນລູກຊາຍຂອງອູຣີເປັນລູກຊາຍຂອງຮູເຣ, ຈາກເຜົ່າຢູດາ, ໄດ້ເຮັດທຸກສິ່ງທີ່ພຣະຢາເວໄດ້ຊົງສັ່ງຜ່ານທາງໂມເຊ.
\v 23 ໂອໂຮລຽບ ລູກຊາຍຂອງອາຮີສາມັກ, ຈາກເຜົ່າດານ, ຜູ້ຮ່ວມງານກັບເບຊາເລນເປັນຊ່າງແກະສະຫລັກ, ເປັນຊ່າງຊຳນານວຽກ, ແລະເປັນຊ່າງແສ່ວໂດຍໃຊ້ດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະຜ້າປ່ານເນື້ອດີ.
\s5
\v 24 ທອງຄຳທັງຫມົດທີ່ໃຊ້ສຳລັບການສ້າງນີ້, ໃນວຽກທັງຫມົດທີ່ກ່ຽວຂ້ອງກັບສະຖານບໍຣິສຸດນັ້ນ—ທອງຄຳທີ່ມາຈາກເຄື່ອງຖວາຍບູຊາໂບກ—ມີນໍ້າຫນັກຊາວເກົ້າຕະລັນ ແລະ 730 ເຊເຂັນ, ຕາມມາດຕາຊັ່ງນໍ້າຫນັກເຊເຂັນຂອງສະຖານນະມັດສະການ.
\v 25 ເງິນທີ່ໄດ້ຈາກຊຸມຊົນຈາກການຖວາຍໂບກຫນັກຫນຶ່ງຮ້ອຍຕະລັນ ແລະ 1,775 ເຊເຂ, ຕາມມາດຕາຊັ່ງນໍ້າຫນັກຂອງສະຖານນະມັດສະການ.
\v 26 ຫລືໂດຍເກັບເງິນຜູ້ຊາຍຄົນລະຫນຶ່ງເບຄາ, ນີ້ຄືເຄິ່ງເຊເຂ, ຊັ່ງຕາມເຊເຂຂອງສະຖານນະມັດສະການ. ຈຳນວນຕົວເລກນີ້ມີພື້ນຖານຈາກທຸກຄົນທີ່ໄດ້ນັບໄວ້ໃນທະບຽນສຳມະໂນຄົວ, ຄົນເຫລົ່ານັ້ນທີ່ມີອາຍຸແຕ່ຊາວປີຂຶ້ນໄປ—ລວມທັງຫມົດໄດ້ 603,550 ຄົນ.
\s5
\v 27 ເງິນຫນັກຫນຶ່ງຮ້ອຍຕະລັນນັ້ນ ໃຊ້ຫລໍ່ຖານຮອງຮັບເສົາຂອງສະຖານບໍຣິສຸດ ແລະຖານຂອງຜ້າກັ້ງ; ຖານຮ້ອຍອັນ, ເງິນຫນຶ່ງຕະລັນໄດ້ຫນຶ່ງຖານ.
\v 28 ຈາກໃນສ່ວນທີ່ເຫລືອຂອງເງິນ 1,775 ເຊເຂ, ເບຊາເລນໄດ້ເຮັດຂໍເກາະສຳລັບເສົາ, ຫຸ້ມຫົວເສົານັ້ນ, ແລະເຮັດຮາວຍືດເສົາດ້ວຍ.
\v 29 ທອງແດງຈາກເຄື່ອງຖວາຍບູຊາໂບກຫນັກເຈັດສິບຕະລັນ ແລະ 2,400 ເຊເຂ.
\s5
\v 30 ຈາກສິ່ງເຫລົ່ານີ້ ລາວໄດ້ເຮັດຖານທາງເຂົ້າຫໍເຕັນນັດພົບ, ເຮັດດ້ວຍທອງແດງ, ແລະຕະແກງທອງແດງ, ແລະເຮັດເຄື່ອງໃຊ້ທັງຫມົດຂອງແທ່ນນັ້ນ,
\v 31 ເຮັດຖານສຳລັບລານ, ຖານທີ່ທາງເຂົ້າລານ, ຫລັກມຸດທຸກໂຕຂອງຫໍເຕັນ, ແລະເຫລັກຫມຸດທຸກໂຕສຳລັບລານນັ້ນ.
\s5
\c 39
\cl ບົດທີ 39
\p
\v 1 ພວກເຂົາໄດ້ຫຍິບເຄື່ອງແຕ່ງກາຍຢ່າງວິຈິດບັນຈົງດ້ວຍດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ສຳລັບນຸ່ງເວລາປະຕິບັດຫນ້າທີ່ໃນສະຖານນະມັດສະການ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງອາໂຣນສຳລັບສວມໃນສະຖານບໍຣິສຸດ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊນັ້ນ.
\s5
\v 2 ເບຊາເລນໄດ້ເຮັດເສື້ອເອໂຟດດ້ວບທອງຄຳ, ດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະຜ້າປ່ານດ້າຍຄູ່ເນື້ອດີ.
\v 3 ພວກເຂົາຕີຄຳແຜ່ອອກເປັນແຜ່ນບາງໆ ແລະຕັດເປັນເສັ້ນໆ, ເພື່ອຫຍິບເຂົ້າກັບດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະເຂົ້າກັບຜ້າປ່ານເນື້ອດີ, ເປັນວຽກຂອງຊ່າງຝີມືຜູ້ຊໍານານງານ.
\s5
\v 4 ພວກເຂົາໄດ້ເຮັດແຖບຕິດໄວ້ບ່າຂອງເສື້ອເອໂຟດ, ໃຫ້ຕິດກັບມູມດ້ານເທິງສອງມູມ.
\v 5 ສາຍຮັດແອວກໍແສ່ວຢ່າງວິຈິດບັນຈົງເຫມືອນເສື້ອເອໂຟດ; ແສ່ວເຂົ້າກັນເປັນເນື້ອດຽວກັນກັບເສື້ອເອໂຟດ, ຊຶ່ງເຮັດດ້ວຍຜ້າປ່ານດ້າຍຄູ່ເນື້ອດີ ທີ່ແສ່ວດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
\s5
\v 6 ພວກເຂົາໄດ້ເອົາຫີນອ່ອນຕັດໄວ້, ໃນຕົວເຮືອນທອງຄຳ ຊຶ່ງແກະສະຫລັກຢ່າງມີລວດລາຍລະອຽດ, ແລະຈາຣຶກເປັນລາຍຊື່ລູກຊາຍທັງສິບສອງຄົນຂອງອິສະຣາເອນ.
\v 7 ເບຊາເລນໄດ້ຕິດຫີນເຫລົ່ານັ້ນໄວ້ແຖບບ່າຂອງເສື້ອເອໂຟດ, ເພື່ອໃຫ້ຫີນນັ້ນເປັນທີ່ລະນຶກແດ່ພຣະຢາເວ ເຖິງລູກຊາຍສິບສອງຄົນຂອງອິສະຣາເອນ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
\s5
\v 8 ລາວໄດ້ເຮັດເສື້ອຮັດເອິກ, ເປັນວຽກຂອງຊ່າງສີມືຜູ້ຊຳນານ, ຕົກແຕ່ງເຫມືອນເສື້ອເອໂຟດ. ລາວໄດ້ເຮັດຈາກທອງຄຳ, ຖັກດ້ວຍດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະຜ້າປ່ານເນື້ອດີ.
\v 9 ເປັນຮູບສີ່ຫລ່ຽມຈັດຕຸລັດ. ພວກເຂົາໄດ້ພັບເສື້ອຮັດເອິກເປັນສອງທ່ອນ. ຍາວຫນຶ່ງຄືບ ແລະກວ້າງຫນຶ່ງຄືບ.
\s5
\v 10 ພວກເຂົາໄດ້ຕິດອັນຍະມານີສີ່ແຖວນັ້ນ. ແຖວທີຫນຶ່ງຕິດທັບທິມ, ພອຍສີແດງເຂັ້ມ, ແລະໂກເມນ,
\v 11 ແຖວທີສອງຕິດມໍຣະກົດ, ໄພທູນ, ແລະເພັດ.
\v 12 ແຖວທີສາມຕິດນິນ, ໂມຣາ, ແລະພອຍສີມ່ວງ.
\v 13 ແຖວທີສີ່ຕິດນິນ, ພອຍສີນໍ້າເຂົ້າ ແລະພອຍສີນໍ້າຕານ. ພອຍເຫລົ່ານີ້ໄດ້ຕິດໃນຕົວເຮືອນຂອງທອງຄຳ
\s5
\v 14 ພອຍເຫລົ່ານີ້ລຽງຕາມລຳດັບຊື່ຂອງລູກຊາຍສິບສອງຄົນຂອງອິສະຣາເອນ, ລຽງຕາມລຳດັບຊື່. ພວກມັນເຫມືອນແກະສະຫລັກຕຣາປຣະທັບ, ແຕ່ລະຊື່ຫມາຍເຖິງແຕ່ລະເຜົ່າຂອງສິບສອງເຜົ່າ.
\v 15 ພວກເຂົາໄດ້ເຮັດສາຍຄຳຄ້າຍຖັກກ້ຽວເທິງເສື້ອຮັດເອີກ, ເປັນວຽກຖັກດ້ວຍທອງຄຳບໍຣິສຸດ.
\v 16 ພວກເຂົາໄດ້ເຮັດເຮືອນຄຳສອງອັນ, ແລະຫູສອງຫູເຮັດດ້ວຍຄຳ, ແລະພວກເຂົາໄດ້ຕິດຫູຄຳສອງຫູໄວ້ທີ່ສອງມູມຂອງເສື້ອຮັດເອິກ.
\s5
\v 17 ພວກເຂົາໄດ້ໃສ່ສາຍຄໍຖັກດ້ວຍທອງຄຳໃນຫູທັງສອງທີ່ມູມເສື້ອຮັດເອິກ.
\v 18 ພວກເຂົາໄດ້ຕິດປາຍຮ້ອຍຖັກສອງຂ້າງນັ້ນ ກັບຕົວເຮືອນທັງສອງ. ພວກເຂົາໄດ້ຕິດທີ່ແຖບບ່າຂອງເສື້ອເອໂຟດທີ່ດ້ານຫນ້າ.
\s5
\v 19 ພວກເຂົາໄດ້ເຮັດຫູທອງຄຳສອງຫູ ແລະໃ່ສ່ທີ່ມູມດ້ານລຸ່ມທັງສອງຂ້າງຂອງເສື້ອຮັດເອິກ.
\v 20 ພວກເຂົາໄດ້ເຮັດຫູທອງຄຳອີກສອງຫູ ແລະໃສ່ໄວ້ທີ່ໃຕ້ແຖບບ່າໄຫລ່ດ້ານຫນ້າຂອງເສື້ອເອໂຟດ. ໃກ້ແຂບເຫນືອສາຍຮັດແອວ ຊຶ່ງແສ່ວດ້ວຍສີມືຢ່າງວິຈິດບັນຈົງຂອງເສື້ອເອໂຟດ.
\s5
\v 21 ພວກເຂົາໄດ້ມັດເສື້ອຮັດເອິກນັ້ນຕິດໃສ່ຂໍເກາະຂອງຂໍເສື້ອເອໂຟດດ້ວຍດ້າຍຖັກສີຟ້າ, ເພື່ອໃຫ້ທັບສາຍຮັດແອວ ຊຶ່ງແສ່ວດ້ວຍສີມືຢ່າງວິຈິດບັນຈົງຂອງເສື້ອເອໂຟດ. ສິ່ງນີ້ກໍເພື່ອທີ່ຈະບໍ່ໃຫ້ເສື້ອຮັດເອິກຫລຸດໄປຈາກເສື້ອເອໂຟດ. ສິ່ງນີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
\s5
\v 22 ເບຊາເລນໄດ້ເຮັດເສື້ອຄຸມເຂົ້າກັບຊຸດເສື້ອເອໂຟດ ດ້ວຍຜ້າແສ່ວສີມ່ວງລ້ວນ, ເປັນວຽກຂອງຊ່າງແສ່ວ.
\v 23 ທີ່ມີຊ່ອງສວມໃສ່ຫົວທາງກາງຂອງເສື້ອນັ້ນ. ໄດ້ຫຍິບຮອບຄໍເພື່ອບໍ່ໃຫ້ຂາດ.
\v 24 ຂອບດ້ານລຸ່ມເສື້ອນັ້ນ, ພວກເຂົາໄດ້ເຮັດເປັນຫມາກພິລາ ໂດຍໃຊ້ດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະຜ້າປ່ານເນື້ອດີ.
\s5
\v 25 ພວກເຂົາໄດ້ເຮັດກະລິ່ງດ້ວຍທອງຄຳບໍຣິສຸດ, ແລະພວກເຂົາໄດ້ຕິດກະລິ່ງລະຫວ່າງຫມາກພິລາ ໂດຍຮອບຂອງລຸ່ມເສື້ອຄຸມ, ລະຫວ່າງຫມາກພິລານັ້ນມີ—
\v 26 ກະລິ່ງຫນ່ວຍຫນຶ່ງ ແລະຫມາກພິລາຫມາກຫນຶ່ງ, ກະລິ່ງອີກຫນ່ວຍຫນຶ່ງ ແລະ ຫມາກພິລາອີກຫນ່ວຍຫນຶ່ງ—ດ້ານລຸ່ມເສື້ອຄຸມນັ້ນ ສຳລັບອາໂຣນນຸ່ງເວລາປະຕິບັດຫນ້າທີ່. ສິ່ງນີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊທຸກປະການ.
\s5
\v 27 ພວກເຂົາໄດ້ເຮັດເສື້ອຄຸມດ້ວຍຜ້າປ່ານເນື້ອດີ ສຳລັບອາໂຣນ ແລະບັນດາລູກຊາຍຂອງລາວ.
\v 28 ພວກເຂົາໄດ້ເຮັດຜ້າໂພກຫົວ, ຜ້າມັດຫົວ, ເຮັດເສື້ອດ້ານໃນດ້ວຍຜ້າປ່ານເນື້ອດີ.
\v 29 ແລະເຮັດສາຍຮັດແອວດ້ວຍຜ້າເລນີນເນື້ອດີ ແລະດ້ວຍດ້າຍສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ເປັນວຽກສີມືຂອງຊ່າງແສ່ວ. ສິ່ງນີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊໄວ້.
\s5
\v 30 ພວກເຂົາໄດ້ເຮັດແຜ່ນມົງກຸດທອງຄຳບໍຣິສຸດ; ພວກເຂົາແກະສະຫລັກທີ່ແຜ່ນມົງກຸດ, ເຫມືອນຕຣາປຣະທັບວ່າ, "ບໍຣິສຸດແດ່ພຣະຢາເວ."
\v 31 ພວກເຂົາໄດ້ເອົາດ້າຍຖັກສີຟ້າ ມັດໄວ້ເທິງຜ້າໂພກຫົວ. ສິ່ງນີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊໄວ້.
\s5
\v 32 ດັ່ງນັ້ນວຽກສຳລັບຫໍເຕັນ, ຫໍເຕັນນັດພົບ, ກໍສຳເລັດລົງ. ປະຊາຊົນອິສະຣາເອນກໍເຮັດຢ່າງນັ້ນທຸກປະການ. ພວກເຂົາໄດ້ເຮັດຕາມຄຳສັ່ງທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
\v 33 ພວກເຂົາຈຶ່ງໄດ້ນຳຫໍເຕັນມາໃຫ້ໂມເຊ—ທັງເຕັນ ແລະເຄື່ອງໃຊ້ທຸກອັນ, ຂໍເກາະ, ໂຄງໄມ້, ກອນ, ເສົາ, ແລະຖານຮອງຮັບເສົາ;
\v 34 ພວກເຂົາໄດ້ຄຸມຫໍເຕັນດ້ວຍຫນັງແກະໂຕຜູ້ຍ້ອມສີແດງ, ຄຸມດ້ວຍຫນັງງົວທະເລ, ແລະຜ້າກັ້ງສຳລັບບັງຕາ.
\v 35 ຫິີບແຫ່ງຄຳພະຍານ, ໄມ້ຄານຫາມ ແລະຝາຫິີບໄຖ່ບາບ.
\s5
\v 36 ພວກເຂົາໄດ້ນຳໂຕະ, ເຄື່ອງໃຊ້ທຸກຢ່າງສຳລັບໂຕະນັ້ນ, ແລະເຂົ້າຈີ່.
\v 37 ຄັນຕະກຽງທີ່ເຮັດດ້ວຍທອງຄຳບໍຣິສຸດ ແລະຕະກຽງທີ່ຕັ້ງເປັນແຖວ, ລວມທັງເຄື່ອງໃຊ້ທັງຫມົດຂອງຄົນຕະກຽງນັ້ນ;
\v 38 ແທ່ນບູຊາຄຳ, ນໍ້າມັນເຈີມ ແລະເຄື່ອງຫອມ; ຜ້າກັ້ງບັງຕາສຳລັບທາງເຂົ້າຫໍເຕັນ.
\v 39 ແທ່ນບູຊາທອງແດງ ກັບຕະແກງທອງແດງ ແລະໄມ້ຄານຫາມ ແລະເຄື່ອງໃຊ້ທັງຫມົດຂອງແທ່ນ ແລະອ່າງຂະຫນາດໃຫຍ່ກັບຖານຮອງອ່າງ.
\s5
\v 40 ພວກເຂົາໄດ້ນຳຜ້າກັ້ງບັງລານ, ກັບເສົາ ແລະຖານຮອງຮັບເສົາ, ແລະຜ້າກັ້ງສຳລັບທາງເຂົ້າລານ; ເຊືອກ, ແລະຫລັກຫມຸດສຳລັບເຕັນ; ແລະເຄື່ອງໃຊ້ທັງຫມົດສຳລັບປະຕິບັດຫນ້າທີ່ໆຫໍເຕັນ, ສຳລັບຫໍເຕັນນັດພົບ.
\v 41 ພວກເຂົາໄດ້ນຳເຄື່ອງແຕ່ງກາຍທີ່ຫຍິບຢ່າງວິຈິດບັນຈົງມາສຳລັບນຸ່ງ ເມື່ອປະຕິບັດຫນ້າທີ່ ໃນສະຖານບໍຣິສຸດ, ເຄື່ອງແຕ່ງກາຍບໍຣິສຸດສຳລັບອາໂຣນປະໂລຫິດ ແລະບັນດາລູກຊາຍຂອງລາວ, ສຳລັບພວກເຂົາໃຊ້ນຸ່ງໃນເວລາປະຕິບັດຫນ້າທີ່ໃນຕຳແຫນ່ງປະໂລຫິດ.
\s5
\v 42 ດັ່ງນັ້ນປະຊາຊົນອິສະຣາເອນກໍເຮັດຕາມທຸກສິ່ງທີ່ພຣະຢາເວໄດ້ຊົງສັ່ງທາງໂມເຊນັ້ນ.
\v 43 ໂມເຊຈຶ່ງໄດ້ກວດເບິ່ງວຽກງານທັງປວງ ແລະເຫັນວ່າວພວກເຂົາໄດ້ສຳເລັດທຸກຢ່າງ, ແລະ, ເບິ່ງແມ, ພວກເຂົາໄດ້ເຮັດທຸກສິ່ງຕາມພຣະຢາເວໄດ້ຊົງສັ່ງນັ້ນ, ແລ້ວໂມເຊໄດ້ອວຍພອນພວກເຂົາ.
\s5
\c 40
\cl ບົດທີ 40
\p
\v 1 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ,
\v 2 "ໃນທີຫນຶ່ງຂອງເດືອນທີຫນຶ່ງຂອງປີໃຫມ່ ເຈົ້າຕ້ອງຕັ້ງຫໍເຕັນ, ຄືຫໍເຕັນນັດພົບຂຶ້ນ
\s5
\v 3 ເຈົ້າຕ້ອງວາງຫິີບແຫ່ງຄຳພະຍານໃນຫໍເຕັນ, ແລະເຈົ້າຕ້ອງກັ້ນຜ້າກັ້ງບັງຫິີບນັ້ນໄວ້.
\v 4 ເຈົ້າຕ້ອງນໍາໂຕະເຂົ້າມາຕັ້ງໄວ້ ແລະຈັດເຄື່ອງໃຊ້ເທິງໂຕະໄວ້ຕາມບ່ອນຂອງມັນ. ແລ້ວເຈົ້າຕ້ອງນຳຄັນຕະກຽງເຂົ້າມາ ແລະຕັ້ງຕະກຽງໃສ່ຄັນຕະກຽງໃຫ້ເຂົ້າທີ່.
\s5
\v 5 ເຈົ້າຕ້ອງວາງແທ່ນບູຊາຄຳສຳລັບເຜົາເຄື່ອງຫອມ ຕໍ່ຫນ້າຫິີບແຫ່ງຄຳພະຍານ, ແລະເຈົ້າຕ້ອງຕິດຕັ້ງຜ້າກັ້ງທີ່ທາງເຂົ້າຫໍເຕັນ.
\v 6 ເຈົ້າຕ້ອງຕັ້ງຫິີບແທ່ນເຄື່ອງເຜົາບູຊາໄວ້ດ້ານຫນ້າທາງເຂົ້າຫໍເຕັນ, ເຂົ້າເຕັ້ນນັດພົບ.
\v 7 ເຈົ້າຕ້ອງຕັ້ງອ່າງຂະຫນາດໃຫຍ່ໄວ້ລະຫວ່າງຫໍເຕັນນັດພົບກັບແທ່ນບູຊາ ແລະເຈົ້າຕ້ອງໃສ່ນໍ້າໃນອ່າງນັ້ນ.
\s5
\v 8 ເຈົ້າຕ້ອງເຮັດລານໄວ້ຮອບໆ, ແລະເຈົ້າຕ້ອງຕິດຜ້າກັ້ງບັງຕາໄວ້ທີ່ທາງເຂົ້າລານ.
\v 9 ເຈົ້າຕ້ອງເອົານໍ້າມັນເຈີມມາ ແລະເຈີມຫໍເຕັນ ແລະທຸກໆສິ່ງໃນນັ້ນ. ເຈົ້າຕ້ອງຊຳຣະເຄື່ອງໃຊ້ທຸກຢ່າງ ແລະຂອງຕົກແຕ່ງໃຫ້ບໍຣິສຸດສຳລັບເຮົາ; ແລ້ວຫໍເຕັນນັ້ນຈະບໍຣິສຸດ.
\v 10 ເຈົ້າຕ້ອງເຈີມແທ່ນເຄື່ອງເຜົາບູຊາ ແລະເຄື່ອງໃຊ້ທຸກຢ່າງເທິງແທ່ນບູຊາ. ເຈົ້າຕ້ອງຊຳຣະແທ່ນນັ້ນໃຫ້ບໍຣິສຸດສຳລັບເຮົາ ແລະແທ່ນບູຊານັ້ນຈະບໍຣິສຸດຫລາຍສຳລັບເຮົາ.
\v 11 ເຈົ້າຕ້ອງເຈີມທັງອ່າງທອງແດງ ແລະຖານຮອງອ່າງ ແລະອີກທັງຊຳຣະໃຫ້ບໍຣິສຸດສຳລັບເຮົາ.
\s5
\v 12 ເຈົ້າຈົ່ງນຳອາໂຣນກັບລູກຊາຍທັງຫລາຍຂອງລາວມາທີ່ທາງເຂົ້າຫໍເຕັນນັດພົບ ແລະເຈົ້າຕ້ອງໃຊ້ນໍ້າລ້າງຊໍາຣະພວກເຂົາເສຍ.
\v 13 ເຈົ້າຈົ່ງສວມເຄື່ອງແຕ່ງກາຍບໍຣິສຸດໃຫ້ອາໂຣນ ແລະຊຳຣະລາວໃຫ້ບໍຣິສຸດສຳລັບເຮົາ, ເຈີມລາວ ແລະ ຊຳຣະຕົວລາວໃຫ້ບໍຣິສຸດ ເພື່ອລາວຈະເປັນປະໂລຫິດຮັບໃຊ້ເຮົາ.
\s5
\v 14 ເຈົ້າຈົ່ງນຳລູກຊາຍທັງຫລາຍຂອງລາວມາດ້ວຍ ແລະສວມເສື້ອຄຸມໃຫ້ພວກເຂົາ.
\v 15 ເຈົ້າຕ້ອງເຈີມພວກເຂົາເຊັ່ນດຽວກັນກັບທີ່ເຈົ້າເຈີມບິດາຂອງພວກເຂົາ ເພື່ອພວກເຂົາຈະເປັນປະໂລຫິດຮັບໃຊ້ເຮົາ. ການເຈີມນັ້ນຈະເປັນການເຈີມແຕ່ງຕັ້ງພວກເຂົາໄວ້ເປັນປະໂລຫິດທີ່ມີຜົນຕະຫລອດຊົ່ວຊາດພັນຂອງພວກເຂົາ."
\v 16 ນີ້ຄືສິ່ງທີ່ໂມເຊໄດ້ເຮັດຄື; ລາວໄດ້ເຮັດທຸກສິ່ງຕາມທີ່ພຣະຢາເວໄດ້ສັ່ງລາວ. ລາວໄດ້ເຮັດສິ່ງທັງປວງນີ້.
\s5
\v 17 ດັ່ງນັ້ນຫໍເຕັນກໍໄດ້ຕັ້ງຂຶ້ນໃນມື້ທີ່ຫນຶ່ງເດືອນທຳອິດປີທີສອງ.
\v 18 ໂມເຊໄດ້ຕັ້ງຫໍເຕັນຂຶ້ນ, ວາງຮາກຖານ, ຕັ້ງໂຄງໄມ້, ຕິດໃສ່ກອນ, ແລະຕັ້ງເສົາຕ່າງໆຂຶ້ນ.
\v 19 ລາວໄດ້ກາງສິ່ງທີ່ຈະຄຸມຫໍເຕັນ ແລະເອົາຜ້າເຕັ້ນຄຸມເຫນືອຫໍເຕັນ, ຕາມທີ່ພຣະຢາເວໄດ້ສັ່ງລາວໄວ້.
\v 20 ລາວໄດ້ແຜ່ນຫີນແຫ່ງພັນທະສັນຍາໄວ້ໃນຫີບນັ້ນ. ລາວໄດ້ສອດໄມ້ຄານໄວ້ທີ່ຫິີບ ແລະວາງຝາຫີບໄຖ່ບາບໄວ້ດ້ານເທິງ.
\s5
\v 21 ລາວໄດ້ນຳຫິີບນັ້ນໄປໄວ້ໃນຫໍເຕັນ. ລາວໄດ້ຕິດຕັ້ງຜ້າກັ້ງເພື່ອບັງຫີບແຫ່ງຄຳພະຍານ, ຕາມທີ່ພຣະຢາເວໄດ້ສັ່ງລາວ.
\v 22 ລາວໄດ້ວາງໂຕະໄວ້ໃນຫໍເຕັນນັດພົບ, ທາງທິດເຫນືອຂອງຫໍເຕັນ, ນອກຜ້າກັ້ງ.
\v 23 ລາວໄດ້ຈັດລຽງເຂົ້າຈີ່ໃຫ້ເປັນລະບຽບໄວ້ເທິງໂຕະຕໍ່ພຣະເນດພຣະຢາເວ, ຕາມທີ່ພຣະຢາເວໄດ້ຊົງສັ່ງລາວນັ້ນ.
\s5
\v 24 ລາວໄດ້ຕັ້ງຄັນຕະກຽງໄວ້ໃນເຕັ້ນນັດພົບ, ກົງກັນຂວ້າມກັບໂຕະ, ທາງທິດໃຕ້ຂອງຫໍເຕັນ.
\v 25 ລາວໄດ້ໄຕ້ຕະກຽງດ້ານຫນ້າພຣະຢາເວ, ຕາມທີ່ພຣະຢາເວໄດ້ຊົງສັ່ງລາວ.
\s5
\v 26 ລາວໄດ້ຕັ້ງແທ່ນບູຊາເຄື່ອງຫອມທອງຄຳໃນຫໍເຕັນນັດພົບຕໍ່ຫນ້າຜ້າກັ້ງ.
\v 27 ລາວເຜົາເຄື່ອງຫອມເທິງແທ່ນນັ້ນ, ຕາມທີ່ພຣະຢາເວໄດ້ຊົງສັ່ງລາວ
\s5
\v 28 ລາວໄດ້ແຂວນຜ້າກັ້ງບັງຕາທີ່ຫນ້າປະຕູຫໍເຕັນ.
\v 29 ລາວໄດ້ຕັ້ງແທ່ນເຄື່ອງເຜົາບູຊາໄວ້ທາງເຂົ້າຫໍເຕັນ, ຄືທາງເຂົ້າຫໍເຕັນນັດພົບ. ລາວໄດ້ຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາພືດເທິງແທ່ນນັ້ນ, ຕາມທີ່ພຣະຢາເວໄດ້ຊົງສັ່ງລາວ.
\v 30 ລາວໄດ້ຕັ້ງອ່າງໄວ້ລະຫວ່າງຫໍເຕັນນັດພົບ ແລະແທ່ນບູຊາ, ແລະລາວໄດ້ໃສ່ນໍ້າໃນອ່າງສຳລັບຊຳຣະລ້າງ.
\s5
\v 31 ໂມເຊ, ອາໂຣນ, ແລະບັນດາລູກຊາຍຂອງລາວ ໄດ້ລ້າງມື ແລະລ້າງຕີນຂອງພວກເຂົາດ້ວຍນໍ້າໃນອ່າງ
\v 32 ເມື່ອໃດກໍຕາມທີ່ພວກເຂົາຈະເຂົ້າໄປໃນຫໍເຕັນນັດພົບ ແລະເມື່ອໃດກໍຕາມທີ່ພວກເຂົາຈະຂຶ້ນໄປຍັງແທ່ນບູຊານັ້ນ. ພວກເຂົາກໍຈະຊຳຣະລ້າງຕົນເອງເສຍກ່ອນ, ຕາມທີ່ພຣະຢາເວໄດ້ສັ່ງໂມເຊໄວ້.
\v 33 ໂມເຊໄດ້ກັ້ນບໍຣິເວນລານຮອບຫໍເຕັນ ແລະແທ່ນບູຊາ. ລາວໄດ້ກັ້ນຜ້າກັ້ງບັງຕາທີ່ທາງເຂົ້າລານ. ດ້ວຍວິທີນີ້, ໂມເຊກໍເຮັດສຳເລັດຫນ້າທີ່.
\s5
\v 34 ແລ້ວໃນຂະນະນັ້ນມີເມກມາປົກຄຸມເຕັນນັດພົບໄວ້, ແລະພຣະສະຫງ່າຣາສີຂອງພຣະຢາເວກໍປາກົດຢູ່ເຕັມຫໍເຕັນ.
\v 35 ໂມເຊເຂົ້າໄປໃນເຕັ້ນນັດພົບບໍ່ໄດ້ ເພາະເມກປົກຄຸມຢູ່ ແລະ ເພາະພຣະສະຫງ່າຣາສີຂອງພຣະຢາເວກໍຢູ່ເຕັມຫໍເຕັນນັ້ນ.
\s5
\v 36 ເມື່ອໃດກໍຕາມ ທີ່ເມກນັ້ນລອຍຂຶ້ນຈາກຫໍເຕັນ, ປະຊາຊົນອິສະຣາເອນກໍຈະອອກເດີນທາງຕໍ່ໄປ.
\v 37 ແຕ່ຫາກວ່າເມກນັ້ນບໍ່ໄດ້ລອຍຂຶ້ນໄປຈາກຫໍເຕັນ, ແລ້ວປະຊາຊົນກໍຈະບໍ່ອອກເດີນທາງເລີຍ. ພວກເຂົາຈະຄອຍຖ້າຢູ່ຈົນກວ່າຈະເຖິງມື້ທີ່ເມກນັ້ນລອຍຂຶ້ນໄປ.
\v 38 ເພາະເມກຂອງພຣະຢາເວຢູ່ເຫນືອຫໍເຕັນໃນຕອນກາງເວັນ, ແລະໄຟຂອງພຣະອົງກໍຢູ່ເຫນືອຫໍເຕັນໃນຕອນກາງຄືນ, ປະຊາຊົນຊາວອິສະຣາເອນທັງຫມົດໄດ້ເຫັນສິ່ງນີ້ຕະຫລອດການເດີນທາງ.