lo_ulb/20-PRO.usfm

1898 lines
219 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id PRO
\ide UTF-8
\h ສຸພາສິດ
\toc1 ສຸພາສິດ
\toc2 ສຸພາສິດ
\toc3 pro
\mt ສຸພາສິດ
\s5
\c 1
\cl ບົດທີ 1
\p
\v 1 ບັນດາສຸພາສິດຂອງໂຊໂລໂມນ ຜູ້ເປັນລູກຊາຍຂອງດາວິດ, ກະສັດແຫ່ງອິດສະຣາເອນ.
\v 2 ສຸພາສິດເຫລົ່ານີ້ເພື່ອສອນໃຫ້ຮູ້ຈັກປັນຍາ ແລະການສັ່ງສອນ, ເພື່ອສອນບັນດາຖ້ອຍຄຳແຫ່ງຄວາມເຂົ້າໃຈ,
\v 3 ເພື່ອໃຫ້ເຈົ້າໄດ້ຮັບການສັ່ງສອນເພື່ອທີ່ຈະດຳລົງຊີວິດໂດຍການກະທຳໃນສິ່ງທີ່ຊອບທຳ, ຍຸດຕິທຳ, ແລະທ່ຽງທຳ.
\s5
\v 4 ສຸພາສິດເຫລົ່ານີ້ໃຫ້ປັນຍາແກ່ຄົນຮູ້ຫນ້ອຍ, ແລະໃຫ້ຄວາມຮູ້ ແລະຄວາມຄິດທີ່ສະຫລາດແກ່ບັນດາຄົນຫນຸ່ມ.
\v 5 ຈົ່ງໃຫ້ຄົນທັງຫລາຍທີ່ມີປັນຍາໄດ້ຟັງ ແລະເພີ່ມເຕີມການຮຽນຮູ້ຂອງພວກເຂົາ, ແລະຄົນທີ່ມີຄວາມເຂົ້າໃຈຈະໄດ້ການແນະນຳ,
\v 6 ເພື່ອໃຫ້ສຸພາສິດທັງຫລາຍ, ແລະຄຳອຸປະມາຕ່າງໆ, ແລະຖ້ອຍຄຳທັງຫລາຍຂອງເຫລົ່າຄົນມີປັນຍາ ແລະຄວາມຫມາຍອັນລັບເລິກຂອງພວກເຂົາ.
\s5
\v 7 ຄວາມຢຳເກງພຣະຢາເວເປັນຈຸດເລີ່ມຕົ້ນຂອງຄວາມຮູ້ - ຄົນໂງ່ທັງຫລາຍມັກຫມິ່ນປະຫມາດປັນຍາ ແລະ ການສັ່ງສອນ.
\v 8 ລູກຊາຍຂອງເຮົາເອີຍ, ຈົ່ງຟັງຄຳສັ່ງສອນຂອງພໍ່ຂອງເຈົ້າ ແລະ ຢ່າຖິ້ມຄຳສອນຂອງແມ່ຂອງເຈົ້າ;
\v 9 ພວກເຂົາຈະເປັນພວງມະໄລທີ່ສະງ່າງາມສຳລັບຫົວຂອງເຈົ້າ ແລະເປັນສາຍຄໍອ້ອມຄໍຂອງເຈົ້າ.
\s5
\v 10 ລູກຊາຍຂອງເຮົາເອີຍ, ຖ້າຄົນບາບພະຍາຍາມຊັກຊວນເຈົ້າໃຫ້ເຮັດບາບຂອງເຂົາ, ຈົ່ງປະຕິເສດທີ່ຈະຕິດຕາມພວກເຂົາ.
\v 11 ຖ້າພວກເຂົາເວົ້າວ່າ, "ມາກັບເຮົາເທາະ, ໃຫ້ເຮົາກົ້ມຖ້າເພື່ອເຮັດການຄາດຕະກຳ, ໃຫ້ເຮົາລີ້ ແລະທຳຮ້າຍປະຊາຊົນຜູ້ບໍລິສຸດໂດຍບໍ່ມີເຫດຜົນ.
\s5
\v 12 ໃຫ້ເຮົາກືນພວກເຂົາທັງເປັນ, ຄືແບບແດນຄົນຕາຍ ກືນເຂົາເຫລົ່ານັ້ນທີ່ຍັງມີສຸຂະພາບດີ, ແລະເຮັດໃຫ້ເຂົາຄືກັບຄົນເຫລົ່ານັ້ນທີ່ຕົກລົງໃນຂຸມນະລົກ.
\v 13 ເຮົາຈະເຫັນຂອງມີຄ່າທຸກຢ່າງ; ເຮົາຈະບັນຈຸບ້ານຂອງເຮົາໃຫ້ເຕັມດ້ວຍເຄື່ອງທີ່ເຮົາລັກມາຈາກຜູ້ອື່ນ.
\v 14 ຈົ່ງມາຮ່ວມກັບພວກເຮົາ; ເຮົາທຸກຄົນຈະມີເງິນຖົງດຽວກັນ."
\s5
\v 15 ລູກຊາຍຂອງເຮົາເອີຍ, ຢ່າເດີນໃນທາງນັ້ນກັບພວກເຂົາ; ຈົ່ງຢ່າໃຫ້ຕີນຂອງເຈົ້າຕ້ອງວິທີຂອງພວກເຂົາ;
\v 16 ຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວຮ້າຍ ແລະພວກເຂົາຟ້າວໄປເຮັດໃຫ້ເລືອດຕົກ.
\v 17 ເພາະບໍ່ມີປະໂຫຍດທີ່ຈະກາງຕາຫນ່າງດັກນົກ ໃນຂະນະທີ່ນົກກຳລັງບິນຢູ່.
\s5
\v 18 ຄົນເຫລົ່ານີ້ກົ້ມເພື່ອຂ້າໂຕເອງ - ພວກເຂົາວາງກັບດັກໂຕເອງ.
\v 19 ດັ່ງນັ້ນທາງຂອງທຸກຄົນທີ່ສະແຫວງຫາຄວາມຮັ່ງມີດ້ວຍວິທີບໍ່ຍຸດຕິທຳ; ໄດ້ມາໂດຍບໍ່ຊອບທຳ ຄືເອົາຊີວິດຂອງຄົນເຫລົ່ານັ້ນທີ່ຄອບຄອງມັນ.
\s5
\v 20 ປັນຍາໄດ້ຮ້ອງເອີ້ນດ້ວຍສຽງດັງທີ່ຫົນທາງ, ນາງໄດ້ຍົກສຽງຂອງນາງໃນສະຖານທີ່ໂລ່ງແຈ້ງ;
\v 21 ນາງຮ້ອງສຽງດັງທີ່ຫົວຫົນທາງທີ່ມີສຽງດັງກ້ອງ ນາງເວົ້າທີ່ທາງເຂົ້າປະຕູເມືອງວ່າ,
\v 22 "ຄົນໂງ່ຈ້າເອີຍ, ພວກເຈົ້າຈະຮັກຄວາມໂງ່ຈ້າໄປອີກດົນປານໃດ? ດົນປານໃດ, ຄົນທີ່ມັກເຢາະເຢີ້ຍ, ຈະພໍໃຈໃນການເຢາະເຢີ້ຍ, ພວກຄົນໂງ່ຈະຊັງຄວາມຮູ້ໄປອີກດົນປານໃດ?
\s5
\v 23 ຈົ່ງຫັນມາສົນໃຈຄຳຕັກເຕືອນຂອງເຮົາ; ເຮົາຈະເທຄວາມຄິດຂອງເຮົາໃຫ້ເຈົ້າທັງຫລາຍ; ເຮົາຈະໃຫ້ຖ້ອຍຄຳຂອງເຮົາຈະແຈ້ງແກ່ພວກເຈົ້າ.
\v 24 ເພາະເຮົາໄດ້ເອີ້ນແລ້ວ, ແຕ່ພວກເຈົ້າປະຕິເສດທີ່ຈະຟັງ; ເຮົາໄດ້ຍື່ນມືອອກ, ແຕ່ບໍ່ມີໃຜສົນໃຈເລີຍ.
\v 25 ແຕ່ພວກເຈົ້າບໍ່ໄດ້ສົນໃຈຄຳແນະນຳທຸກຢ່າງຂອງເຮົາ ແລະບໍ່ສົນໃຈຄຳຕັກເຕືອນຂອງເຮົາເລີຍ.
\s5
\v 26 ເຮົາຈະຫົວຂວັນໃນຄວາມເດືອດຮ້ອນຂອງພວກເຈົ້າ, ເຮົາຈະເຢາະເຢີ້ຍພວກເຈົ້າເມື່ອຄວາມຢ້ານມາຮອດພວກເຈົ້າ -
\v 27 ເມື່ອຄວາມຢ້ານຂອງພວກເຈົ້າມາຕຳພວກເຈົ້າ ຄືລົມພາຍຸຮ້າຍ ແລະ ຄວາມເດືອດຮ້ອນໄດ້ກວາດເອົາພວກເຈົ້າຄືພາຍຸຫມຸນ, ເມື່ອຄວາມທຸກ ແລະຄວາມເຈັບປວດໃຈມາຮອດພວກເຈົ້າ.
\s5
\v 28 ແລ້ວພວກເຂົາຈະຮ້ອງເອີ້ນເຮົາ, ແລະ ເຮົາຈະບໍ່ຕອບ; ພວກເຂົາຈະສະແຫວງຫາເຮົາ, ແຕ່ຈະບໍ່ເຫັນເຮົາ.
\v 29 ເພາະວ່າພວກເຂົາຊັງຄວາມຮູ້ ແລະ ບໍ່ເລືອກເອົາຄວາມຢຳເກງພຣະຢາເວ,
\v 30 ພວກເຂົາບໍ່ຍອມຮັບຄຳແນະນຳຂອງເຮົາເລີຍ, ແລະ ພວກເຂົາຫມິ່ນປະຫມາດຄຳຕັກເຕືອນທຸກຢ່າງຂອງເຮົາ.
\s5
\v 31 ພວກເຂົາຈະກິນຜົນແຫ່ງທາງຂອງພວກເຂົາ, ແລະ ພວກເຂົາຈະອີ່ມດ້ວຍຜົນຂອງຄວາມຄິດເຫັນຂອງພວກເຂົາເອງ.
\v 32 ເພາະການທີ່ຄົນໂງ່ໄດ້ຖືກຂ້າເມື່ອພວກເຂົາຫັນເຫໄປ, ແລະ ການທີ່ຄົນໂງ່ຫລົງເພີດເພີນກໍທຳຮ້າຍຕົນເອງ.
\v 33 ແຕ່ໃຜກໍຕາມທີ່ຟັງເຮົາ ຈະຢູ່ຢ່າງປອດໄພ ແລະ ຢູ່ຢ່າງສະຫງົບສຸກ ບໍ່ຢ້ານສິ່ງຮ້າຍໃດໆ."
\s5
\c 2
\cl ບົດທີ 2
\p
\v 1 ລູກຊາຍຂອງເຮົາເອີຍ, ຖ້າເຈົ້າຮັັບຖ້ອຍຄຳທັງຫລາຍຂອງເຮົາ ແລະ ສະສົມບັນຍັດທັງຫລາຍຂອງເຮົາໄວ້ກັບເຈົ້າ,
\v 2 ຈົ່ງງ່ຽງຫູຂອງເຈົ້າຟັງໃນປັນຍາ ແລະ ຈົ່ງອ່ຽງໃຈຂອງເຈົ້າເຂົ້າຫາຄວາມເຂົ້າໃຈ.
\s5
\v 3 ຖ້າເຈົ້າຮ້ອງຫາຄວາມເຂົ້າໃຈ ແລະເປັ່ງສຽງຂອງເຈົ້າຫາປັນຍາ,
\v 4 ຖ້າເຈົ້າສະແຫວງຫາປັນຍາຄືເຈົ້າຫາເງິນ ແລະຊອກຫາຄວາມເຂົ້າໃຈ ຄືເຈົ້າຊອກຫາຂຸມຊັບທີ່ຖືກເຊື່ອງໄວ້,
\v 5 ແລ້ວເຈົ້າຈະເຂົ້າໃຈຄວາມຢຳເກງພຣະຢາເວ ແລ້ວເຈົ້າຈະພົບຄວາມຮູ້ຂອງພຣະເຈົ້າ.
\s5
\v 6 ເພາະພຣະຢາເວປະທານປັນຍາ, ຈາກປາກຂອງພຣະອົງ ຄວາມຮູ້ ແລະ ຄວາມເຂົ້າໃຈກໍອອກມາ.
\v 7 ພຣະອົງຊົງສະສົມສະຕິປັນຍາອັນດີເລີດໄວ້ໃຫ້ຄົນເຫລົ່ານັ້ນທີ່ຍິນດີໃນພຣະອົງ, ພຣະອົງຊົງເປັນໂລ້ແກ່ຄົນເຫລົ່ານັ້ນທີ່ດຳເນີນໃນຄວາມຊື່ສັດ,
\v 8 ພຣະອົງຊົງເຝົ້າບັນດາວິຖີແຫ່ງຄວາມຍຸດຕິທຳ ແລະ ພຣະອົງຈະຊົງປົກປ້ອງວິຖີທາງຂອງຄົນເຫລົ່ານັັ້ນທີ່ເຊື່ອສັດທາໃນພຣະອົງ.
\s5
\v 9 ແລ້ວເຈົ້າຈະເຂົ້າໃຈຄວາມຊອບທຳ, ຄວາມຍຸດຕິທຳ, ແລະຄວາມທ່ຽງທຳ, ແລະທຸກວິຖີທາງທີ່ດີ.
\v 10 ເພາະປັນຍາຈະເຂົ້າມາໃນໃຈຂອງເຈົ້າ, ແລະ ຄວາມຮູ້ຈະເປັນທີ່ຫນ້າຍິນດີແກ່ຈິດວິນຍານຂອງເຈົ້າ.
\s5
\v 11 ຄວາມສະຫລາດຈະຄອຍຄຸ້ມກັນເຈົ້າ, ແລະຄວາມເຂົ້າໃຈຈະປົກປ້ອງເຈົ້າໄວ້.
\v 12 ສິ່ງເຫລົ່ານັ້ນຈະຊ່ວຍເຈົ້າໃຫ້ພົ້ນຈາກທາງຂອງຄົນຊົ່ວ, ຈາກຄົນເຫລົ່ານັ້ນທີ່ເວົ້າໃນສິ່ງທີ່ສ້າງຄວາມເດືອດຮ້ອນ,
\v 13 ຜູ້ປະຖິ້ມບັນດາວີຖີແຫ່ງຄວາມຖືກຕ້ອງ ແລະຍ່າງໃນທາງແຫ່ງຄວາມມືດ.
\s5
\v 14 ພວກເຂົາຍິນດີເມື່ອພວກເຂົາເຮັດຊົ່ວ ແລະ ພໍອົກພໍໃຈໃນຄວາມຊົ່ວຮ້າຍນັ້ນ.
\v 15 ພວກເຂົາຕິດຕາມວິຖີຂອງຄົນຕົ້ມຕຸນ, ແລະ ພວກເຂົາເຊື່ອງການຫລອກລວງໃນວິຖີທາງທັງຫລາຍຂອງພວກເຂົາ.
\s5
\v 16 ປັນຍາ ແລະ ຄວາມຮອບຄອບຈະຊ່ວຍໃຫ້ເຈົ້າພົ້ນຈາກຜູ້ຍິງແພດສະຫຍາ, ພົ້ນຈາກຜູ້ຍິງທີ່ຊອກຫາລວງໃຈ ແລະ ຄຳເວົ້າຜິດຕ່າງໆຂອງນາງ.
\v 17 ນາງປະຖິ້ມຄູ່ຊີວິດທີ່ນາງໄດ້ຕອນເປັນສາວ ແລະ ລືມພັນທະສັນຍາຂອງພຣະເຈົ້າຂອງນາງ.
\s5
\v 18 ເພາະບ້ານຂອງນາງດິ່ງລົງສູ່ຄວາມມໍຣະນາ ແລະ ຫົນທາງທັງຫລາຍຂອງນາງຈະນຳເຈົ້າໄປຫາຄົນເຫລົ່ານັ້ນໃນຂຸມຝັງສົບ.
\v 19 ທຸກຄົນທີ່ເຂົົ້າຫານາງກໍຈະບໍ່ໄດ້ກັບມາອີກ ແລະ ພວກເຂົາຈະບໍ່ພົບວິຖີແຫ່ງຊີວິດ.
\s5
\v 20 ດັ່ງນັ້ນເຈົ້າຈະເດີນໃນທາງຂອງຄົນດີ ແລະ ຕິດຕາມວິຖີຂອງຄົນຊອບທຳ.
\v 21 ເພາະວ່າຄົນເຫລົ່ານັ້ນທີ່ເຮັດສິ່ງທີ່ທ່ຽງທຳຈະສ້າງບ້ານຢູ່ໃນແຜ່ນດິນ, ແລະ ຄົນເຫລົ່ານັ້ນທີ່ສັດຊື່ຈະດຳລົງຢູ່ໃນນັ້ນ.
\v 22 ແຕ່ຄົນອະທຳຈະຖືກກຳຈັດອອກຈາກແຜ່ນດິນ, ແລະ ຄົນບໍ່ສັດຊື່ຈະຖືກກຳຈັັດອອກໄປ.
\s5
\c 3
\cl ບົດທີ 3
\p
\v 1 ລູກຊາຍຂອງເຮົາເອີຍ, ຢ່າລືມຄຳສອນຂອງເຮົາ ແລະ ໃຫ້ເຝົ້າຮັກສາຄຳສັ່ງສອນຂອງເຮົາໄວ້ໃນໃຈຂອງເຈົ້າ,
\v 2 ເພາະຄວາມຍືດຍາວຂອງວັນທັງຫລາຍ ແລະ ປີທັງຫລາຍຂອງຊີວິດ ແລະສັນຕິສຸກຈະເພີ່ມໃຫ້ແກ່ເຈົ້າ.
\s5
\v 3 ຢ່າໃຫ້ຄວາມຈົງຮັກພັກດີຕໍ່ພັນທະສັນຍາ ແລະຄວາມຊື່ສັດປະຖິ້ມເຈົ້າ, ຈົ່ງພັນມັນໄວ້ຮອບຄໍຂອງເຈົ້າ, ຈົ່ງຂຽນມັນໄວ້ເທິງແຜ່ນຈາລຶກແຫ່ງຫົວໃຈຂອງເຈົ້າ.
\v 4 ແລ້ວເຈົ້າຈະຫາຄວາມຊື່ມຊົມ ແລະຊື່ສຽງດີໃນສາຍຕາພຣະເຈົ້າ ແລະໃນສາຍຕາມະນຸດ.
\s5
\v 5 ຈົ່ງວາງໃຈໃນພຣະຢາເວດ້ວຍສຸດໃຈຂອງເຈົ້າ ແລະຢ່າເພິ່ງພາຄວາມເຂົ້າໃຈຂອງຕົວເຈົ້າເອງ;
\v 6 ຈົ່ງເຊື່ອຟັງພຣະອົງໃນທຸກວິຖີທາງຂອງເຈົ້າ ຈົ່ງເຊື່ອຟັງພຣະອົງເອງຈະຊົງເຮັດໃຫ້ວິຖີຂອງເຈົ້າຊື່ຕົງ.
\s5
\v 7 ຢ່າເປັນຄົນສະຫລາດໃນສາຍຕາຂອງເຈົ້າເອງ; ຈົ່ງຢຳເກງພຣະຢາເວ ແລະຈົ່ງຫັນຈາກຄວາມຊົ່ວຮ້າຍ.
\v 8 ນີ້ຈະເປັນການຢຽວຢາໃຫ້ແກ່ເຫນື້ອຫນັງຂອງເຈົ້າ ແລະຄວາມສົດຊື່ນແກ່ຮ່າງກາຍຂອງເຈົ້າ.
\s5
\v 9 ຈົ່ງຖວາຍພຣະກຽດແດ່ພຣະຢາເວດ້ວຍສັບສິນຂອງເຈົ້າ ແລະດ້ວຍຜົນທຳອິດແຫ່ງຜົນຜະລິດທຸກຢ່າງຂອງເຈົ້າ,
\v 10 ແລະບ່ອນເກັບເຄື່ອງຂອງເຈົ້າຈະເຕັມລົ້ນ ແລະອ່າງເກັບຂອງເຈົ້າຈະລົ້ນເຫລືອ ດ້ວຍເຫລົ້າອະງຸ່ນຫມັກໃຫມ່.
\s5
\v 11 ລູກຊາຍຂອງເຮົາເອີຍ, ຢ່າດູຫມິ່ນຄຳສັ່ງສອນຂອງພຣະຢາເວ ແລະຢ່າຊັງຄຳເຕືອນຂອງພຣະອົງ,
\v 12 ເພາະພຣະຢາເວຊົງຕີສອນຜູ້ທີ່ພຣະອົງຊົງຮັກ, ດັ່ງພໍ່ຕັກເຕືອນລູກຊາຍທີ່ເຂົາຮັກ.
\s5
\v 13 ມະນຸດຜູ້ພົບປັນຍາກໍເປັນສຸກ; ເຂົາໄດ້ຄວາມເຂົ້າໃຈດ້ວຍເຊັ່ນກັນ.
\v 14 ສິ່ງທີ່ເຈົ້າໄດ້ຮັບຈາກສະຕິປັນຍາຍ່ອມດີກວ່າສິ່ງທີ່ໄດ້ຮັບຜົນຕອບແທນເປັນເງິນ ແລະ ກຳໄລຂອງມັນຍ່ອມດີກວ່າທອງຄຳ.
\s5
\v 15 ປັນຍາລ້ຳຄ່າກວ່າເພັດພອຍ ແລະ ບໍ່ມີສິ່ງໃດທີ່ເຈົ້າປາຖະຫນາຈະສາມາດປຽບກັບປັນຍາໄດ້ເລີຍ.
\v 16 ປັນຍາມີຊີວິດຍືນຍາວຢູ່ໃນມືຂວາຂອງນາງ; ສ່ວນມືຊ້າຍມີຄວາມມັ່ງມີ ແລະກຽດຕິຍົດ.
\s5
\v 17 ທາງຂອງປັນຍາເປັນທາງຂອງຄວາມກະລຸນາ ແລະ ວິຖີທັງຫມົດຂອງປັນຍາຄືຄວາມສຸກ.
\v 18 ປັນຍາເປັນຕົ້ນໄມ້ແຫ່ງຊີວິດແກ່ຄົນເຫລົ່ານັ້ນທີ່ເອົານາງໄວ້, ບັນດາຜູ້ທີ່ຢຶດນາງໄວ້ແຫນ້ນຈະມີຄວາມສຸກ.
\s5
\v 19 ພຣະຢາເວຊົງວາງຮາກແຜ່ນດິນໂລກ, ໂດຍພຣະປັນຍາ ພຣະອົງຊົງສະຖາປະນາຟ້າໂດຍຄວາມເຂົ້າໃຈ.
\v 20 ໂດຍຄວາມຮູ້ຂອງພຣະອົງ ນຳ້ບາດານກໍພຸ້ງອອກມາ ແລະເມກກໍໂປຍນ້ຳຄ້າງລົງມາ.
\s5
\v 21 ລູກຊາຍຂອງເຮົາເອີຍ, ຈົ່ງເຝົ້າຮັກສາຄວາມຮອບຮູ້, ແລະຄວາມສະຫລາດໄວ້ ແລະຈົ່ງຢ່າໃຫ້ສິ່ງເຫລົ່ານີ້ຄາດສາຍຕາຂອງເຈົ້າ.
\v 22 ສິ່ງເຫລົ່ານີ້ຈະເປັນຊີວິດແກ່ຈິດໃຈຂອງເຈົ້າ ແລະເປັນເຄື່ອງປະດັບຂອງການເຊີດຊູທີ່ສວມຮອບຄໍຂອງເຈົ້າ.
\s5
\v 23 ແລ້ວເຈົ້າຈະດຳເນີນໃນທາງຂອງເຈົ້າຢ່າງປອດໄພ ແລະ ຕີນຂອງເຈົ້າຈະບໍ່ສະດຸດ;
\v 24 ເມື່ອເຈົ້ານອນລົງ, ເຈົ້າຈະບໍ່ຢ້ານເມື່ອເຈົ້ານອນ, ເຈົ້າກໍຈະຫລັບສະບາຍ.
\s5
\v 25 ຢ່າຢ້ານຄວາມຫວາດກົວທີ່ມາຮອດຢ່າງກະທັນຫັນ ຫລື ຢ້ານຄວາມຫາຍຍະນະທີ່ຄົນອະທຳເປັນຕົ້ນເຫດ, ເມື່ອມັນມາ,
\v 26 ເພາະພຣະຢາເວຈະຊົງຢູ່ຂ້າງເຈົ້າ ແລະ ຈະຊົງປົກປ້ອງຕີນຂອງເຈົ້າຈາກການຖືກຈັບໃນກັບດັກ.
\s5
\v 27 ຢ່າກີດກັນສິ່ງດີໄວ້ຈາກຜູ້ສົມຄວນຈະໄດ້ຮັບ, ໃນເມື່ອສິ່ງນີ້ຢູ່ໃນອຳນາດຂອງເຈົ້າທີ່ຈະເຮັດໄດ້.
\v 28 ຢ່າເວົ້າກັບເພື່ອນບ້ານຂອງເຈົ້າວ່າ, "ໄປເທາະ ແລ້ວຈຶ່ງມາໃຫມ່, ແລະມື້ອື່ນຂ້ອຍຈະໃຫ້," ໃນເມື່ອເຈົ້າມີເງິນຢູ່ກັບເຈົ້າແລ້ວ.
\s5
\v 29 ຢ່າວາງແຜນທຳຮ້າຍເພື່ອນບ້ານຂອງເຈົ້າ ຜູ້ຢູ່ໃກ້ຊິດ ແລະໄວ້ວາງໃຈໃນເຈົ້າ.
\v 30 ຢ່າໂຕ້ຖຽງກັບໃຜຢ່າງບໍ່ມີເຫດຜົນ, ໃນເມື່ອເຂົາບໍ່ໄດ້ເຮັດຫຍັງທີ່ທຳຮ້າຍເຈົ້າ.
\s5
\v 31 ຢ່າອິດສາບຸກຄົນທີ່ໂຫດຮ້າຍ ຫລືເລືອກທາງໃດໆຂອງພວກເຂົາເລີຍ.
\v 32 ເພາະບຸກຄົນທີ່ສໍ້ໂກງ ເປັນທີ່ຊົງກຽດຊັງຂອງພຣະຢາເວ, ແຕ່ພຣະອົງຊົງນຳຄົນທ່ຽງທຳ ເຂົ້າໄວ້ໃນຄວາມຫມັ້ນໃຈໃນພຣະອົງ.
\s5
\v 33 ຄຳສາບແຊ່ງຂອງພຣະຢາເວ ຢູ່ເທິງບ້ານຂອງບຸກຄົນອະທຳ, ແຕ່ພຣະອົງຊົງອວຍພອນບ້ານຂອງຄົນທັງຫລາຍທີ່ຊອບທຳ.
\v 34 ພຣະອົງຊົງເຢາະເຢີ້ຍຄົນທີ່ມັກເຢາະເຢີ້ຍ, ແຕ່ພຣະອົງຊົງປະທານຄວາມຊື່ນຊົມຍິນດີ ຂອງພຣະອົງແກ່ຄົນທັງຫລາຍທີ່ຖ່ອມຕົວ.
\s5
\v 35 ຄົນທັງຫລາຍທີ່ມີປັນຍາຈະໄດ້ກຽດເປັນສົມບັດ, ແຕ່ເຫລົ່າຄົນໂງ່ຈະໄດ້ຄວາມອັບປະຍົດຂອງພວກເຂົາ.
\s5
\c 4
\cl ບົດທີ 4
\p
\v 1 ລູກຊາຍ, ທັງຫລາຍເອີຍ, ຈົ່ງຟັງຄຳສັ່ງສອນຂອງພໍ່, ແລະ ຈົ່ງໃສ່ໃຈເພື່ອເຈົ້າຈະໄດ້ຮູ້ເຖິງຄວາມຮອບຮູ້.
\v 2 ເຮົາກຳລັງໃຫ້ຄຳແນະນຳທີ່ດີແກ່ພວກເຈົ້າ; ຢ່າປະຖິ້ມຄຳສອນຂອງເຮົາ.
\s5
\v 3 ເມື່ອເຮົາເປັນເດັກນ້ອຍຢູ່ກັບພໍ່ຂອງເຮົາ, ອ່ອນໄວ ແລະ ເປັນລູກຮັກຂອງແມ່ຂອງເຮົາ,
\v 4 ພໍ່ໄດ້ສອນເຮົາ ແລະ ໄດ້ເວົ້າກັບເຮົາວ່າ, "ຈົ່ງໃຫ້ໃຈຂອງເຈົ້າຢຶດຖ້ອຍຄຳຂອງເຮົາໄວ້ໃຫ້ດີ; ຈົ່ງຮັກສາບັນຍັດທັງຫລາຍຂອງເຮົາ ແລະ ມີຊີວິດຢູ່.
\s5
\v 5 ຈົ່ງສະແຫວງຫາປັນຍາ ແລະ ຄວາມຮອບຮູ້; ຢ່າລືມ ແລະ ຢ່າປະຖິ້ມຖ້ອຍຄຳແຫ່ງປາກຂອງເຮົາ;
\v 6 ຢ່າປະຖິ້ມປັນຍາ ແລ້ວນາງຈະຮັກສາເຈົ້າໄວ້; ຈົ່ງຮັກນາງ ແລ້ວນາງຈະຄຸ້ມຄອງເຈົ້າ.
\s5
\v 7 ປັນຍາເປັນສິ່ງສຳຄັນທີ່ສຸດ, ດັ່ງນັ້ນຈົ່ງສະແຫວງຫາປັນຍາ ແລະ ຈົ່ງທຸ້ມເທທັງຫມົດທີ່ເຈົ້າມີ ເພື່ອເຈົ້າຈະໄດ້ຄວາມຮອບຮູ້ໄວ້.
\v 8 ຈົ່ງຖະຫນອມປັນຍາໄວ້; ແລ້ວນາງຈະຍົກຍ້ອງເຈົ້າ ເມື່ອເຈົ້າກອດນາງໄວ້.
\v 9 ນາງຈະເອົາພວງມະໄລແຫ່ງກຽດຕິຍົດສວມຫົວຂອງເຈົ້າ; ນາງຈະໃຫ້ມົງກຸດທີ່ສວຍງາມແກ່ເຈົ້າ."
\s5
\v 10 ລູກຊາຍຂອງເຮົາເອີຍ, ຈົ່ງຟັງ, ແລະເອົາໃຈໃສ່ໃນຖ້ອຍຄຳທັງຫລາຍຂອງເຮົາ, ແລ້ວເຈົ້າຈະໄດ້ຮັບຊີວິດຍືນຍາວໃນຊີວິດຂອງເຈົ້າ.
\v 11 ເຮົາໄດ້ສອນເຈົ້າເລື່ອງທາງແຫ່ງປັນຍາແລ້ວ; ເຮົາໄດ້ນຳເຈົ້າໃນຫົນທາງແຫ່ງຄວາມທ່ຽງທຳ.
\v 12 ເມື່ອເຈົ້າກ້າວຍ່າງຕີນເດີນ, ຈະບໍ່ມີໃຜຂັດຂວາງທາງຂອງເຈົ້າ ແລະ ຖ້າເຈົ້າວິງວອນ, ເຈົ້າຈະບໍ່ສະດຸດ.
\s5
\v 13 ຈົ່ງຢຶດຄຳສອນໄວ້ໃຫ້ແຫນ້ນ, ແລະ ຢ່າປ່ອຍໄປ; ຈົ່ງເຝົ້ານາງໄວ້. ເພາະນາງເປັນຊີວິດຂອງເຈົ້າ.
\v 14 ຢ່າເຂົ້າໄປໃນວີຖີຂອງຄົນອະທຳ ແລະ ຢ່າຍ່າງໄປໃນທາງຂອງຄົນເຫລົ່ານັ້ນທີ່ເຮັດຊົ່ວ.
\v 15 ຈົ່ງຫລີກຫນີ, ຢ່າຍ່າງເທິງນັ້ນ; ຈົ່ງຫັນກັບອອກໄປສາ ແລະ ຈົ່ງໄປອີກທາງຫນຶ່ງ.
\s5
\v 16 ເພາະພວກເຂົານອນບໍ່ຫລັບ ຈົນກວ່າພວກເຂົາຈະເຮັດຊົ່ວ ແລະ ພວກເຂົາຈະຂົ່ມຕາຫລັບບໍ່ລົງ ຖ້າບໍ່ໄດ້ເຮັດໃຫ້ຄົນສະດຸດ.
\v 17 ເພາະພວກເຂົາກິນອາຫານແຫ່ງຄວາມຊົ່ວຮ້າຍ ແລະ ດື່ມເຫລົ້າອະງຸ່ນແຫ່ງຄວາມທາລຸນ.
\s5
\v 18 ແຕ່ວິຖີຂອງຄົນຊອບທຳຄືແສງອະລຸນທຳອິດທີ່ເລີ່ມສະຫວ່າງຂຶ້ນ; ຊຶ່ງຄ່ອຍໆສ່ອງແສງຈົນຮອດສະຫວ່າງເຕັມທີ່ຂອງກາງເວັນ.
\v 19 ທາງຂອງຄົນອະທຳກໍຄືຄວາມມືດ - ພວກເຂົາບໍ່ຮູ້ວ່າຈະສະດຸດອັນໃດ.
\s5
\v 20 ລູກຊາຍຂອງເຮົາເອີຍ, ຈົ່ງໃສ່ໃຈຖ້ອຍຄຳທັງຫລາຍຂອງເຮົາ; ຈົ່ງອ່ຽງຫູຂອງເຈົ້າເຂົ້າຫາຄຳເວົ້າຂອງເຮົາ.
\v 21 ຢ່າໃຫ້ມັນພາດສາຍຕາຂອງເຈົ້າ; ຈົ່ງຮັກສາມັນໄວ້ພາຍໃນໃຈຂອງເຈົ້າ.
\s5
\v 22 ເພາະຖ້ອຍຄຳທັງຫລາຍຂອງເຮົາເປັນຊີວິດແກ່ຜູ້ຄົ້ນພົບ ແລະ ເປັນພາລະນາໄມແກ່ຮ່າງກາຍທຸກສ່ວນຂອງພວກເຂົາ.
\v 23 ຈົ່ງລະວັງໃຈຂອງເຈົ້າ ແລະ ປົກປ້ອງດູແລດ້ວຍຄວາມຫມັ່ນພຽນ, ເພາະຈາກຫົວໃຈນັ້ນເອງໄດ້ເກີດນ້ຳພຸແຫ່ງຊີວິດ.
\s5
\v 24 ຈົ່ງຖິ້ມຄຳເວົ້າທີ່ເຊື່ອຖືບໍ່ໄດ້ຈາກເຈົ້າ ແລະໃຫ້ຄຳເວົ້າປະຈົບປະແຈງຫ່າງຈາກເຈົ້າ.
\v 25 ໃຫ້ດວງຕາຂອງເຈົ້າເບິ່ງຊື່ໄປທາງຫນ້າ ແລະໃຫ້ການຈ້ອງເບິ່ງຂອງເຈົ້າຊື່ຕົງໄປທາງຫນ້າເຈົ້າ.
\s5
\v 26 ຈົ່ງເຮັດຫົນທາງແຫ່ງຕີນຂອງເຈົ້າໃຫ້ພຽງ; ແລ້ວທາງທັງຫມົດຂອງເຈົ້າຈະປອດໄພ.
\v 27 ຢ່າຫັນເຫໄປທາງຂວາ ຫລື ທາງຊ້າຍ, ຈົ່ງຫັນຕີນຂອງເຈົ້າອອກຈາກຄວາມຊົ່ວຮ້າຍ.
\s5
\c 5
\cl ບົດທີ 5
\p
\v 1 ລູກຊາຍຂອງເຮົາເອີຍ, ຈົ່ງຕັ້ງໃຈຟັງປັນຍາຂອງເຮົາ; ຈົ່ງອ່ຽງຫູຂອງເຈົ້າຟັງຄວາມເຂົ້າໃຈຂອງເຮົາ,
\v 2 ເພື່ອເຈົ້າຈະໄດ້ຮຽນຮູ້ເຖິງຄວາມຮອບຄອບ ແລະ ຮິມສົບຂອງເຈົ້າຈະປົກປ້ອງຄວາມຮູ້.
\s5
\v 3 ເພາະຮິມສົບຂອງຍິງແພດສະຫຍາກໍຢົດນ້ຳເຜິ້ງອອກມາ ແລະປາກຂອງນາງກໍລຽບນຽນຍິ່ງກວ່ານ້ຳມັນ,
\v 4 ແຕ່ໃນທີ່ສຸດນາງກໍຂົມຢ່າງວໍລະເພັດ ຕັດຄືຢ່າງດາບທີ່ຄົມ.
\s5
\v 5 ຕີນທັງສອງຂອງນາງກ້າວໄປສູ່ຄວາມຕາຍ; ທຸກບາດຕີນຂອງນາງຍ່າງຊື່ໄປຍັງແດນມໍລະນາ.
\v 6 ນາງບໍ່ໄດ້ໃຫ້ຄວາມຄິດກ່ຽວກັບວິຖີແຫ່ງຊີວິດ. ບາດຕີນຂອງນາງກໍເລ້ລ້ອນໄປ; ນາງບໍ່ຮູ້ວ່ານາງກຳລັງໄປທີ່ແຫ່ງໃດ.
\s5
\v 7 ລູກຊາຍທັງຫລາຍຂອງເຮົາເອີຍ, ບັດນີ້, ຈົ່ງຟັງເຮົາ; ແລະຢ່າຫັນໄປຈາກການຟັງຖ້ອຍຄຳທັງຫລາຍແຫ່ງປາກຂອງເຮົາ.
\v 8 ຈົ່ງຮັກສາທາງຂອງເຈົ້າໃຫ້ໄກຈາກນາງ ແລະຢ່າໄປໃກ້ປະຕູບ້ານຂອງນາງ.
\s5
\v 9 ໂດຍວິທີນັ້ນ ເຈົ້າຈະບໍ່ມອບກຽດຂອງເຈົ້າໃຫ້ແກ່ຄົນອື່ນໆ ຫລື ໃຫ້ປີທັງຫລາຍແຫ່ງຊີວິດຂອງເຈົ້າແກ່ຄົນໂຫດຮ້າຍ;
\v 10 ຄົນແປກຫນ້າທັງຫລາຍຈະບໍ່ອິ່ມເອມໃຈດ້ວຍຊັບສິນຂອງເຈົ້າ; ແລະ ເຄື່ອງທີ່ໄດ້ມາດ້ວຍນ້ຳພັກນ້ຳແຮງຂອງເຈົ້າ ຈະບໍ່ຕົກໄປໃນບ້ານຂອງຄົນແປກຫນ້າ.
\s5
\v 11 ໃນບັ້ນປາຍຊີວິດຂອງເຈົ້າ ເຈົ້າຈະຄວນຄາງ ເມື່ອເນື້ອຫນັງ ແລະ ຮ່າງກາຍຂອງເຈົ້າເສື່ອມຫມົດສະພາບໄປ.
\v 12 ເຈົ້າຈະເວົ້າວ່າ, "ຂ້ອຍຊັງການສັ່ງສອນ ແລະ ຈິດໃຈຂອງຂ້ອຍ ໄດ້ດູຫມິ່ນການຕັກເຕືອນ!
\s5
\v 13 ຂ້ອຍຈະບໍ່ເຊື່ອຟັງບັນດາຄູຂອງຂ້ອຍ ຫລືອ່ຽງຫູໃຫ້ແກ່ບັນດາຜູ້ສັ່ງສອນຂອງຂ້ອຍ.
\v 14 ຂ້ອຍຖືກຂາຍຫນ້າ ໃນທ່າມກາງການປະຊຸມ, ໃນການຊຸມນຸມໃນຫມູ່ປະຊາຊົນ."
\s5
\v 15 ຈົ່ງດື່ມນ້ຳຈາກຖັງເກັບນ້ຳຂອງເຈົ້າ ແລະດື່ມນ້້ຳທີ່ໄຫລຈາກບໍ່ຂອງເຈົ້າເອງ.
\v 16 ສົມຄວນບໍ່ທີ່ຈະໃຫ້ນ້ຳພຸຂອງເຈົ້າໄຫລລົ້ນອອກໄປທຸກທີ່ ແລະໃຫ້ນ້ຳຂອງເຈົ້າໄຫລໄປທີ່ລານເມືອງ?
\v 17 ຈົ່ງໃຫ້ມັນເປັນຂອງເຈົ້າແຕ່ຜູ້ດຽວ ແລະບໍ່ແມ່ນແແກ່ຄົນແປກຫນ້າແກ່ເຈົ້າ.
\s5
\v 18 ຂໍໃຫ້ນ້ຳພຸຂອງເຈົ້າໄດ້ຮັບພອນ ແລະຂໍໃຫ້ຄວາມຊື່ນຊົມຍິນດີຢູ່ກັບເມຍຄົນທີ່ເຈົ້າໄດ້ເມື່ອຍັງເປັນບ່າວນັ້ນ,
\v 19 ເພາະນາງຄືກວາງທີ່ຫນ້າຮັກ ແລະຄືກວາງໂຕເເມ່ທີ່ງາມສະຫງ່າ. ຈົ່ງໃຫ້ຫນ້າເອິກທັງສອງຂ້າງຂອງນາງເປັນທີ່ເບີກບານໃຈຂອງເຈົ້າຢູ່ທຸກເວລາ; ຂໍໃຫ້ເຈົ້າຈົ່ງຈັບໃຈຢູ່ກັບຄວາມຮັກຂອງນາງຢູ່ສະເຫມີ.
\s5
\v 20 ລູກຊາຍຂອງເຮົາເອີຍ, ເປັນຫຍັງເຈົ້າຈະເພີດເພີນຢູ່ກັບຍິງແພດສະຫຍາຢູ່; ເປັນຫຍັງເຈົ້າໂອບກອດຫາຄວາມສຸກກັບເມຍຂອງຊາຍອື່ນ?
\v 21 ພຣະຢາເວຊົງທອດພຣະເນດທຸກສິ່ງທີ່ບຸກຄົນເຮັດ ແລະພຣະອົງຊົງເຝົ້າເບິ່ງຫົນທາງທັງຫມົດຂອງເຂົາ.
\s5
\v 22 ບຸກຄົນອະທຳຈະຖືກດັກດ້ວຍຄວາມຊົ່ວຮ້າຍຂອງຕົວເຂົາເອງ; ກັບດັກແຫ່ງບາບຂອງເຂົາກໍເກາະຕິດເຂົາຈົນແຫນ້ນ.
\v 23 ເຂົາຈະຕາຍເພາະເຂົາຂາດການສັ່ງສອນ; ເຂົາຫລົງໄປເພາະຄວາມໂງ່ທັງຫລາຍຂອງເຂົາ.
\s5
\c 6
\cl ບົດທີ 6
\p
\v 1 ລູກຊາຍຂອງເຮົາເອີຍ, ຖ້າເຈົ້າເປັນຜູ້ຄ້ຳປະກັນການຢືມເງິນໃຫ້ເພື່ອນບ້ານຂອງເຈົ້າ, ຖ້າເຈົ້າໄດ້ໃຫ້ສັນຍາກັບຄົນແປກຫນ້າ,
\v 2 ແລ້ວຖ້າເຈົ້າໄດ້ຕິດບ່ວງເພາະຄຳສັນຍາຂອງເຈົ້າ ແລະ ເຈົ້າຈະຖືກຈັບດ້ວຍເພາະຄຳເວົ້າທີ່ອອກຈາກປາກຂອງເຈົ້າ.
\s5
\v 3 ເມື່ອເຈົ້າຕິດກັບເພາະຄຳຈາກປາກຂອງເຈົ້າ, ລູກຊາຍຂອງເຮົາເອີຍ, ຈົ່ງເຮັດແບບນີ້ ແລະຊ່ວຍຕົວເຈົ້າໃຫ້ພົ້ນໄພ, ເມື່ອເຈົ້າຕົກຢູ່ໃນກຳມືເພື່ອນບ້ານຂອງເຈົ້າ; ຈົ່ງໄປ ແລະ ຖ່ອມຕົວລົງ ແລະວິງວອນຕໍ່ຫນ້າເພື່ອນບ້ານຂອງເຈົ້າ.
\s5
\v 4 ຢ່າໃຫ້ດວງຕາທັງສອງຂ້າງຂອງເຈົ້າຫລັບລົງ ແລະຢ່າໃຫ້ຫນັງຕາຂອງເຈົ້າເລື່ອນລອຍໄປ.
\v 5 ຈົ່ງໃຫ້ຕົວຂອງເຈົ້າປອດໄພຄືກວາງຫລີກໂຕຈາກມືຂອງນາຍພານ, ຄືນົກຈາກມືຂອງຄົນຈັບນົກ.
\s5
\v 6 ເຈົ້າຄົນຂີ້ຄ້ານ, ຈົ່ງໄປເບິ່ງມົດແມ, ວິເຄາະເບິ່ງທາງຂອງມັນ, ແລະ ຈົ່ງມີປັນຍາ.
\v 7 ໂດຍປາສະຈາກຫົວຫນ້າ, ເຈົ້າຫນ້າທີ່, ຫລື ຜູ້ປົກຄອງ,
\v 8 ມັນກໍຍັງຕຽມອາຫານຂອງມັນໃນລະດູຮ້ອນ ແລະ ໃນລະຫວ່າງລະດູເກັບກ່ຽວມັນສະສົມສະບຽງຂອງມັນ.
\s5
\v 9 ເຈົ້າຈະນອນຫລັບອີກດົນປານໃດ, ຄົນຂີ້ຄ້ານເອີຍ? ປານໃດເຈົ້າຈະລຸກຂຶ້ນຈາກຫລັບຂອງເຈົ້າ?
\v 10 "ຫລັບອີກຫນ້ອຍຫນຶ່ງ, ເພີ່ມອີກຫນ້ອຍຫນຶ່ງ, ກອດມືຫນ້ອຍຫນຶ່ງເພື່ອພັກຜ່ອນ"
\v 11 ແລະ ຄວາມທຸກຂອງເຈົ້າຈະມາຄືໂຈນ ແລະຄວາມຂັດສົນຂອງເຈົ້າຈະມາຢ່າງທະຫານຖືອາວຸດ.
\s5
\v 12 ຄືຄົນບໍ່ມີຄຸນຄ່າ - ຄົນຊົ່ວ - ທີ່ໃຊ້ຊີວິດດ້ວຍຄຳເວົ້າມັກໄປຫາຕົວະ,
\v 13 ຂະຫຍິບດວງຕາຂອງເຂົາ, ໃຫ້ສັນຍາດ້ວຍຕີນຂອງເຂົາ ແລະນີ້ວຂອງເຂົາກໍຊີ້ໄປ.
\s5
\v 14 ເຂົາຄິດປະດິດຄວາມຊົ່ວຮ້າຍໃນໃຈຂອງເຂົາ; ເຂົາຄິດເປິເປື້ອນສ້າງຄວາມເດືອດຮ້ອນຢູ່ທຸກເວລາ.
\v 15 ເພາະສະນັ້ນຄວາມຫາຍຍະນະຈະມາຮອດເຂົາຢ່າງກະທັນຫັນ; ພຽງອຶດໃຈເຂົາຈະຖືກທຳລາຍໂດຍບໍ່ມີທາງບັນເທົາ.
\s5
\v 16 ມີຫົກຢ່າງຊຶ່ງພຣະຢາເວຊົງຊັງ, ມີເຈັດສິ່ງຊຶ່ງເປັນທີ່ຫນ້າລັງກຽດສຳລັບພຣະອົງ.
\s5
\v 17 ໄດ້ແກ່ ດວງຕາຂອງບຸກຄົນທີ່ຍິ່ງຍະໂສ, ລິ້ນທີ່ກ່າວຄຳຕົວະ, ມືທັງຫລາຍທີ່ເຮັດໃຫ້ເລືອດຂອງຄົນບໍຣິສຸດຕ້ອງໄຫລອອກ,
\v 18 ໃຈທີ່ຄິດແຜນຊົ່ວຮ້າຍ, ຕີນທັງສອງຂ້າງຊຶ່ງຟ້າວແລ່ນໄປເຮັດຊົ່ວ,
\v 19 ພະຍານທີ່ຫາຍໃຈອອກມາເປັັນຄຳຕົວະ ແລະ ຄົນທີ່ຫວ່ານຄວາມແຕກແຍກໃນຫມູ່ພີ່ນ້ອງ.
\s5
\v 20 ລູກຊາຍຂອງເຮົາເອີຍ, ຈົ່ງເຝົ້າຮັກສາບັນຍັດຂອງພໍ່ຂອງເຈົ້າ ແລະຢ່າປະຖິ້ມຄຳສອນຂອງແມ່ຂອງເຈົ້າ.
\v 21 ຈົ່ງມັດສິ່ງເຫລົ່ານັ້ນໄວ້ທີ່ໃຈຂອງເຈົ້າສະເຫມີ; ຈົ່ງຜູກສິ່ງເຫລົ່ານັ້ນໄວ້ອ້ອມຄໍຂອງເຈົ້າ.
\s5
\v 22 ເມື່ອເຈົ້າຍ່າງ, ພວກມັນຈະນຳເຈົ້າ; ເມື່ອເຈົ້ານອນຫລັບ, ພວກມັນຈະເຝົ້າເຈົ້າ; ແລະ ເມື່ອເຈົ້າຕື່ນ, ພວກມັນຈະສອນເຈົ້າ.
\v 23 ເພາະບັນຍັດເປັນການດຳເນີນຊີວິດ, ແລະ ຄຳສອນເປັນແສງສະຫວ່າງເຍືອງທາງ; ການແກ້ໄຂທີ່ມາດ້ວຍການສັ່ງສອນເປັນວິຖີທາງແຫ່ງຊີວິດ.
\s5
\v 24 ມັນປົກປ້ອງເຈົ້າໄວ້ຈາກຍິງຊົ່ວຮ້າຍໄດ້, ຈາກຄຳເວົ້າອັນລໍ້ລວງຂອງຍິງແພດສະຫຍາ.
\v 25 ຢ່າໃຫ້ໃຈຂອງເຈົ້າຫລົງສະເຫນ່ຄວາມງາມຂອງນາງ ແລະຢ່າໃຫ້ນາງຈັບເຈົ້າດ້ວຍຕາເຈົ້າຊູ້ຂອງນາງ.
\s5
\v 26 ຫລັບນອນກັບຍິງໂສເພນີ ດ້ວຍຄ່າຈ້າງເທົ່າກັບເຂົ້າຈີ່ກ້ອນດຽວກໍຍັງໄດ້, ແຕ່ຫລັບນອນກັບເມຍຂອງຜູ້ຊາຍອີກຄົນຫນຶ່ງອາດຈະຕ້ອງຊື້ດ້ວຍຊີວິດຂອງເຈົ້າ.
\v 27 ຄົນເຮົາຈະຫອບໄຟໄວ້ທີ່ຫນ້າເອິກຂອງເຂົາ ໂດຍບໍ່ໃຫ້ເສື້ອຜ້າໄຫມ້ໄດ້ບໍ?
\s5
\v 28 ຄົນເຮົາຈະຍ່າງເທິງຖ່ານທີ່ຮ້ອນໂດຍບໍ່ໃຫ້ຕີນທັງສອງຂ້າງຖືກໄຟລວກໄດ້ບໍ?
\v 29 ດັ່ງນັ້ນຜູ້ຊາຍທີ່ຫລັບນອນກັບເມຍຂອງເພື່ອນບ້ານກໍເປັນດັ່ງນັ້ນແຫລະ; ບໍ່ມີໃຜທີ່ຈະຫລັບນອນກັບນາງແລ້ວຈະບໍ່ຖືກລົງໂທດ.
\s5
\v 30 ປະຊາຊົນບໍ່ດູຖູກຂີ້ລັກ ຖ້າເຂົາລັກເຄື່ອງເພື່ອບັນເທົາຄວາມຢາກເມື່ອເຂົາຫີວ.
\v 31 ແມ່ນແຕ່ຖ້າເຂົາຖືກຈັບໄດ້, ເຂົາຕ້ອງສົ່ງຄືນເຈັດເທົ່າທີ່ເຂົາໄດ້ລັກໄປ; ເຂົາຈະຕ້ອງໃຫ້ສິ່ງຂອງທັງຫມົດທີ່ມີຄ່າໃນບ້ານຂອງເຂົາ.
\s5
\v 32 ໃຜທີ່ລ່ວງປະເວນີ ຍ່ອມບໍ່ມີສາມັນສຳນຶກ; ໃຜເຮັດແບບນັ້ນກໍທຳຮ້າຍຕົນເອງ.
\v 33 ເຂົາຈະໄດ້ບາດແຜ ແລະຄວາມອັບປະຍົດ ຄືສິ່ງທີ່ເຂົາສົມຄວນຈະໄດ້ຮັບ ແລະຄວາມອົດທົນຂອງເຂົາຈະລົບລ້າງບໍ່ໄດ້ເລີຍ.
\s5
\v 34 ເພາະຄວາມຫຶງຫວງເຮັດໃຫ້ຜູ້ຊາຍໃຈຮ້າຍ; ເຂົາຈະບໍ່ສະແດງຄວາມເມດຕາ ເມື່ອເຂົາລົງມືແກ້ແຄ້ນ.
\v 35 ເຂົາຈະບໍ່ຍອມຮັບຄ່າຊົດເຊີຍ ແລະເຂົາຈະບໍ່ສາມາດຢັບຢັ້ງໄດ້, ເຖິງແມ່ນວ່າເຈົ້າຈະສະເຫນີໃຫ້ຊັບສິນຫລວງຫລາຍກໍຕາມ.
\s5
\c 7
\cl ບົດທີ 7
\p
\v 1 ລູກຊາຍຂອງເຮົາເອີຍ, ຈົ່ງຮັກສາຖ້ອຍຄຳຂອງພໍ່ ຈົ່ງສະສົມບັນຍັດຂອງພໍ່ໄວ້ກັບເຈົ້າ.
\v 2 ຈົ່ງຮັັກສາບັນຍັັດຂອງພໍ່ ແລະມີຊີວິດຢູ່ ແລະຈົ່ງຮັກສາຄຳສອນຂອງພໍ່ ຄືກັບແກ້ວຕາຂອງເຈົ້າ.
\v 3 ຈົ່ງພັນມັນໄວ້ທີ່ນີ້ວມືທັງຫລາຍຂອງເຈົ້າ; ຈົ່ງຂຽນສິ່ງເຫລົ່ານີ້ໄວ້ເທິງແຜ່ນຈາລຶກແຫ່ງຫົວໃຈຂອງເຈົ້າ.
\s5
\v 4 ຈົ່ງເວົ້າກັບປັນຍາວ່າ, "ນາງເປັນເອື້ອຍຂອງຂ້ອຍ," ແລະຈົ່ງເອີ້ນຄວາມຮອບຮູ້ວ່າຍາດພີ່ນ້ອງທີ່ສະຫນິດຂອງເຈົ້າ,
\v 5 ເພື່ອທີ່ຈະປົກປ້ອງຕົວເຈົ້າໄວ້ຈາກຍິງແພດສະຫຍາ, ຈາກຍິງຊົ່ວຮ້າຍເວົ້າຈາຕົວະຕົ້ມ.
\s5
\v 6 ທີ່ປະຕູປ່ອງຢ້ຽມເຮືອນຂອງເຮົາ ເຮົາໄດ້ກຳລັງເບິ່ງອອກໄປຜ່ານຕາຫນ່າງໄມ້.
\v 7 ເຮົາໄດ້ເບິ່ງໄປທີ່ຜູ້ຄົນທີ່ໂງ່ຈ້າ, ແລະ ເຮົາສັງເກດເບິ່ງທ່າມກາງຊາຍຫນຸ່ມທັງຫລາຍ ຄົນທີ່ບໍ່ມີສາມັນສຳນຶກ.
\s5
\v 8 ຄົນຫນຸ່ມຄົນນັ້ນໄດ້ຜ່ານລົງໄປຕາມຫົນທາງໃກ້ຫົວມຸມບ້ານຂອງນາງ, ແລະ ເຂົາໄດ້ຍ່າງໄປທາງບ້ານຂອງນາງ.
\v 9 ເປັນເວລາມືດຄຶ້ມ, ໃນເວລາຕອນແລງ, ໃນຕອນກາງຄືນ ແລະ ໃນຄວາມມືດ.
\s5
\v 10 ບ່ອນນັ້ນ ຜູ້ຍິງຄົນຫນຶ່ງໄດ້ມາເຫັນເຂົາ, ໄດ້ແຕ່ງໂຕຄືໂສເພນີ, ດ້ວຍຫົວໃຈອຸບາຍຫລອກລວງຄົນ.
\v 11 ນາງແຕ່ງໂຕຢ່າງເລີດໂພ່ນ ແລະ ຕາມໃຈຕົວເອງ; ຕີນຂອງນາງບໍ່ຢູ່ກັບບ້ານ.
\v 12 ບັດນີ້ ຢູ່ທີ່ຫົນທາງ, ແລ້ວກໍໄປຢູ່ທີ່ຕະຫລາດ, ແລະ ນາງໄດ້ຢືນຄອຍຖ້າຢູ່ຕາມແຈທາງ.
\s5
\v 13 ດັ່ງນັ້ນນາງໄດ້ໂດດກອດລາວ ແລະ ໄດ້ຈູບລາວ, ນາງໄດ້ເວົ້າກັບລາວຢ່າງບໍ່ອາຍວ່າ,
\v 14 "ຂ້ອຍໄດ້ຖວາຍເຄື່ອງສານບູຊາມື້ນີ້, ຂ້ອຍໄດ້ຖວາຍແກ້ບະແລ້ວ,
\v 15 ດັ່ງນັ້ນ ຂ້ອຍຈຶ່ງອອກມາພົບເຈົ້າ, ສະແຫວງຫາເຈົ້າຢ່າງໃຈຈົດໃຈຈໍ່, ແລະ ຂ້ອຍໄດ້ພົບເຈົ້າແລ້ວ.
\s5
\v 16 ຂ້ອຍໄດ້ຄຸມຕຽງຂອງຂ້ອຍແລ້ວດ້ວຍຜ້າຄຸມ, ເປັນຜ້າເລນິນຈາກເອຢິບ.
\v 17 ຂ້ອຍໄດ້ເຮັດໃຫ້ບ່ອນນອນຂອງຂ້ອຍຫອມດ້ວຍເຄື່ອງໄມ້ຫອມຕ່າງໆ.
\v 18 ມາເຖີດ, ໃຫ້ເຮົາມາມີຄວາມສຸກນຳກັນຈົນຮອດຮຸ່ງເຊົ້າ; ໃຫ້ເຮົາມາເພີດເພີນໃນຄວາມຮັກກັນຢ່າງເຕັມອີ່ມເຖີດ.
\s5
\v 19 ເພາະຜົວຂອງຂ້ອຍບໍ່ໄດ້ຢູ່ບ້ານຂອງເຂົາ; ເຂົາໄດ້ເດີນທາງໄປໄກ.
\v 20 ເຂົາໄດ້ເອົາເງິນໄປຫນຶ່ງຖົງ; ເຂົາຈະກັບມາໃນວັນເພັງ."
\v 21 ດ້ວຍຄຳເຊີນຊວນຫລວງຫລາຍ ນາງໄດ້ຫວາດລ້ອມເຂົາ; ນາງຊັກຈູງເຂົາດ້ວຍຄຳເວົ້າອ່ອນຫວານ.
\s5
\v 22 ເຂົາກໍໄດ້ຕິດຕາມນາງໄປທັນທີ ຄືງົວໂຕຜູ້ໄປສູ່ການຂ້າ, ຄືຢ່າງກວາງເຂົ້າໄປຕິດກັບດັກ,
\v 23 ຈົນລູກທະນູປັກລົງເລິກຮອດຕັບຂອງມັນ. ເຂົາເປັນຄືນົກເຂົ້າໄປຫາບ່ວງ. ເຂົາບໍ່ຮູ້ວ່ານັ້ນມີລາຄາຮອດຊີວິດຂອງເຂົາ ລູກຊາຍທັງຫລາຍເອີຍ.
\s5
\v 24 ບັດນີ້, ລູກຊາຍຂອງເຮົາ, ຈົ່ງຟັງເຮົາເທີດ; ແລະ ຈົ່ງໃສ່ໃຈຖ້ອຍຄຳຈາກປາກຂອງເຮົາ.
\v 25 ຢ່າໃຫ້ໃຈຂອງເຈົ້າຫັນໄປຕາມທາງຂອງນາງ; ຢ່າຫລົງຢູ່ໃນວິຖີຂອງນາງ.
\s5
\v 26 ນາງໄດ້ເຮັດໃຫ້ປະຊາຊົນເປັນຫລວງຫລາຍລົ້ມລົງຢ່າງໂຫດຮ້າຍ; ເຫຍື່ອແຫ່ງຄວາມຕາຍຂອງນາງກໍຫລວງຫລາຍນັບບໍ່ຖ້ວນ.
\v 27 ບ້ານຂອງນາງເປັນທາງໄປສູ່ແດນຄວາມຕາຍ; ພວກເຂົາລົງໄປຮອດຫ້ອງນອນມືດທຶບແຫ່ງຄວາມຕາຍ.
\s5
\c 8
\cl ບົດທີ 8
\p
\v 1 ປັນຍາບໍ່ໄດ້ຮຽກຮ້ອງບໍ? ຄວາມເຂົ້າໃຈບໍ່ໄດ້ເປັ່ງສຽງຂອງນາງບໍ?
\v 2 ເທິງຍອດພູສູງ ບ່ອນຂ້າງທາງ, ແລະຕາມສີ່ແຍກ, ປັນຍາໄດ້ຢືນຢູ່.
\v 3 ທັງທາງຫນ້າປະຕູຫນ້າເມືອງທັງຫລາຍ, ຄືບ່ອນທາງເຂົ້າທັງຫລາຍ, ປັນຍາໄດ້ຮ້ອງສຽງດັງວ່າ.
\s5
\v 4 "ນີ້ແມ່ນສຳລັບເຈົ້າ, ປະຊາຊົນເອີຍ, ເຮົາເອີ້ນເຈົ້າ; ສຽງເອີ້ນຂອງເຮົາໄປຮອດເຫລົ່າລູກຂອງມະນຸດປະຊາຊາດ.
\v 5 ເຈົ້າຄົນຜູ້ຊຶ່ງຮູ້ຫນ້ອຍ, ຈົ່ງຮຽນຮູ້ປັນຍາ; ແລະ ເຈົ້າຄົນໂງ່, ເຈົ້າຕ້ອງໃຫ້ມີຄວາມເຂົ້າໃຈ.
\s5
\v 6 ຈົ່ງຟັງ, ເພາະເຮົາຈະເວົ້າຖິງສິ່ງທີ່ມີກຽດ, ແລະເມື່ອປາກຂອງເຮົາເປີດອອກ ເຮົາຈະເວົ້າສິ່ງທີ່ຖືກຕ້ອງ.
\v 7 ເພາະປາກຂອງເຮົາຈະເວົ້າຄວາມຈິງ, ແລະຄວາມຊົ່ວເປັນສິ່ງທີ່ຫນ້າລັງກຽດຫນ້າຊັງຕໍ່ປາກຂອງເຮົາ.
\s5
\v 8 ທຸກຄຳຈາກປາກຂອງເຮົານັ້ນຊອບທຳ; ໃນຖ້ອຍຄຳເຫລົ່ານັ້ນບໍ່ບິດເບືອນ ຫລືເວົ້າໄປເວົ້າມາ.
\v 9 ຄຳເຫລົ່ານັ້ນກໍຖືກຫມົດ ສຳລັບບຸກຄົນທີ່ເຂົ້າໃຈ; ຖ້ອຍຄຳຂອງເຮົາກໍຖືກຕ້ອງສຳລັບຜູ້ພົບຄວາມຮູ້.
\s5
\v 10 ຈົ່ງຮັບຄຳສັ່ງສອນຂອງເຮົາແທນເງິນ; ແລະຈົ່ງຮັບຄວາມຮູ້ແທນທອງຄຳເນື້ອດີ.
\v 11 ເພາະປັນຍາດີກວ່າເພັດພອຍ; ບໍ່ມີຊັບສົມບັດໃດຈະເທົ່າທຽມກັບປັນຍາໄດ້ເລີຍ.
\s5
\v 12 ເຮົາເອງ, ຄືປັນຍາ, ຢູ່ກັບຄວາມສຸຂຸມ, ແລະເຮົາເປັນເຈົ້າຂອງຄວາມຮູ້ ແລະຄວາມສະຫລາດ.
\v 13 ຄວາມຢຳເກງພຣະຢາເວຄືການກຽດຊັງຄວາມຊົ່ວຮ້າຍ. ເຮົາຊັງຄວາມເຢີ້ຍິ່ງ, ແລະຄວາມຈອງຫອງ, ແລະທາງຂອງຄວາມຊົ່ວຮ້າຍກັບຄຳເວົ້າກັບໄປກັບມາ. ເຮົາຊັງພວກນີ້.
\s5
\v 14 ເຮົາມີຄຳແນະນຳທີ່ດີ ແລະ ສະຕິປັນຍາທີ່ຫລັກແລຽມ; ເຮົາເອງເປັນຄວາມຮອບຮູ້; ກຳລັງກໍເປັນຂອງເຮົາ.
\v 15 ໂດຍເຮົາເອງ ກະສັດທັງຫລາຍຈຶ່ງໄດ້ປົກຄອງ - ລວມທັງເຫລົ່າຂຸນນາງ, ແລະ ຄົນທັງຫມົດທີ່ປົກຄອງຢ່າງຍຸດຕິທຳ.
\v 16 ໂດຍເຮົາເອງ, ເຈົ້່ານາຍຈຶ່ງປົກຄອງ, ຂຸນນາງທັງຫລາຍ, ແລະ ທຸກຄົນທີ່ປົກຄອງຢ່າງຍຸດຕິທຳ.
\s5
\v 17 ເຮົາຮັກຄົນເຫລົ່ານີ້ທີ່ຮັກເຮົາ, ແລະ ຄົນເຫລົ່ານັ້ນທີ່ສະແຫວງຫາເຮົາຢ່າງຕັ້ງໃຈ, ກໍຈະພົບເຮົາ.
\v 18 ຄວາມຮັ່ງມີ ແລະ ກຽດສັກສີຢູ່ກັບເຮົາ, ທັງຊັບສິນນິລັນ ແລະ ຄວາມຊອບທຳ.
\s5
\v 19 ຜົນຂອງເຮົາກໍດີກວ່າທອງຄຳ, ດີກວ່າທອງຄຳບໍຣິສຸດ; ແລະຜົນຜະລິດຂອງເຮົາກໍດີກວ່າເງິນເນື້ອດີ.
\v 20 ເຮົາຍ່າງໃນທາງແຫ່ງຄວາມຊອບທຳ, ໃນທ່າມກາງວິຖີແຫ່ງຄວາມຍຸດຕິທຳ.
\v 21 ຜົນທີ່ເກີດຂຶ້ນ, ເຮົາໃຫ້ຄົນເຫລົ່ານັ້ນທີ່ເຮົາຮັກໄດ້ຄອບຄອງຊັບສິນ; ເຮົາຈະບັນຈຸຄັງເງິນຂອງພວກເຂົາໃຫ້ເຕັມ.
\s5
\v 22 ພຣະຢາເວຊົງໃຫ້ກຳເນີດເຮົາ ເມື່ອຊົງເລີ່ມງານຂອງພຣະອົງ, ເຮົາເປັນສິ່ງທຳອິດໃນພຣະຣາຊກິດຂອງພຣະອົງ.
\v 23 ຕັ້ງແຕ່ດົນນານມາແລ້ວ, ເຮົາໄດ້ຖືກແຕ່ງຕັ້ງໄວ້ ຈາກເມື່ອສະໄຫມການເລີ່ມຕົ້ນຂອງແຜ່ນດິນໂລກ.
\s5
\v 24 ກ່ອນມີມະຫາສະຫມຸດ ກ່ອນມີຕານ້ຳທີ່ນ້ຳໄຫລຫລວງຫລາຍ, ເຮົາໄດ້ຖືກຳເນີດມາແລ້ວ.
\v 25 ກ່ອນພູເຂົາທັງຫລາຍຖືກວາງຮາກລົງ ແລະກ່ອນເນີນພູທັງປວງ, ເຮົາກໍໄດ້ຖືກຳເນີດມາແລ້ວ.
\s5
\v 26 ເຮົາໄດ້ເກີດມາແລ້ວກ່ອນທີ່ພຣະຢາເວໄດ້ສ້າງແຜ່ນດິນຫລືໄຮ່ນາ, ຫລືກ່ອນຜົງຂີ້ດິນທຳອິດຂອງໂລກ.
\v 27 ເຮົາໄດ້ຢູ່ທີ່ນັ້ນແລ້ວ ເມື້ອພຣະອົງໄດ້ຊົງສ້າງຟ້າສະຫວັນ, ເມື່ອຊົງລາກເສັ້ນຮອບວົງເທິງພື້ນຜີວຂອງບ່ອນເລິກ.
\s5
\v 28 ເຮົາໄດ້ຢູ່ທີ່ນັ້ນເມື່ອພຣະອົງໄດ້ຊົງສະຖາປານາເມກເບື້ອງເທິງ ແລະຊົງສະຖາປານາຕານ້ຳພຸຂຶ້ນມາຈາກບ່ອນເລິກ.
\v 29 ເຮົາໄດ້ຢູ່ທີ່ນັ້ນເມື່ອພຣະອົງຊົງກຳນົດຂອບເຂດໃຫ້ທະເລ, ເພື່ອວ່ານ້ຳຈະບໍ່ລະເມີດພຣະບັນຊາຂອງພຣະອົງ, ແລະເມື່ອຊົງມີການຈຳກັດສຳລັບປັກຮາກຖານຂອງແຜ່ນດິນແຫ້ງ.
\s5
\v 30 ເຮົາກໍໄດ້ຢູ່ຂ້າງພຣະອົງແລ້ວ, ຄືຢ່າງນາຍຊ່າງທີ່ຊຳນານ; ເຮົາເປັນຄວາມຊົມຊື່ນຍິນດີຂອງພຣະອົງທຸກໆມື້, ມີສຸກທຸກເວລາສະເພາະຫນ້າພຣະພັກພຣະອົງ.
\v 31 ເຮົາກຳລັງມີຄວາມສຸກໃນໂລກຂອງພຣະອົງທັງຫມົດ, ແລະ ຄວາມຊົມຊື່ນຍິນດີຂອງເຮົາໃນລູກທັງຫລາຍຂອງມະນຸດປະຊາຊາດ.
\s5
\v 32 ບັດນີ້, ລູກຊາຍທັງຫລາຍຂອງເຮົາເອີຍ, ຈົ່ງຟັງເຮົາ, ສຳລັບຄົນທັງຫລາຍທີ່ຮັກສາທາງຂອງເຮົາກໍເປັນສຸກ.
\v 33 ຈົ່ງຟັງຄຳສັ່ງສອນຂອງເຮົາ ແລະຈົ່ງມີປັນຍາ; ແລະຢ່າລະເລີຍ.
\v 34 ຄົນທີ່ຟັງເຮົາກໍເປັນສຸກ. ເຂົາຈະເຝົ້າຢູ່ທີ່ປະຕູທັງຫລາຍຂອງເຮົາທຸກມື້, ຖ້າຢູ່ຂ້າງເສົາປະຕູບ້ານທັງຫລາຍຂອງເຮົາ.
\s5
\v 35 ເພາະໃຜກໍຕາມທີ່ພົບເຮົາ, ກໍພົບຊີວິດ, ແລະເຂົາຈະໄດ້ຄວາມຊື່ນຊອບຈາກພຣະຢາເວ.
\v 36 ແຕ່ຄົນທີ່ບໍ່ພົບເຮົາກໍທຳຮ້າຍຊີວິດຂອງຕົວເອງ; ທຸກຄົນທີ່ຊັງເຮົາກໍຮັກຄວາມຕາຍ."
\s5
\c 9
\cl ບົດທີ 9
\p
\v 1 ປັນຍາໄດ້ສ້າງບ້ານຂອງນາງແລ້ວ; ນາງໄດ້ແກະສະຫລັກເສົາເຈັດຕົ້ນຈາກຫີນ.
\v 2 ນາງໄດ້ຂ້າສັດຂອງນາງ; ນາງໄດ້ປະສົມເຫລົ້າອະງຸ່ນຂອງນາງ; ແລະນາງໄດ້ຈັດໂຕະຂອງນາງໄວ້ແລ້ວ.
\s5
\v 3 ນາງໄດ້ສາວໃຊ້ຂອງນາງອອກໄປ; ນາງໄດ້ຮ້ອງ ຈາກທີ່ສູງທີ່ສຸດໃນເມືອງວ່າ,
\v 4 "ໃຜເປັນຄົນທີ່ຮູ້ຫນ້ອຍ? ໃຫ້ເຂົາຫັນເຂົ້າມາບ່ອນນີ້!" ນາງເວົ້າກັບຜູ້ທີ່ບໍ່ມີສາມັນສຳນຶກວ່າ.
\s5
\v 5 "ມາເຖີດ, ມາກິນເຂົ້າຈີ່ຂອງຂ້ອຍ, ແລະດື່ມເຫລົ້າອະງຸ່ນທີ່ຂ້ອຍໄດ້ຜະສົມ.
\v 6 ຈົ່ງປະຖິ້ມການກະທຳທີ່ຮູ້ຫນ້ອຍສາ; ແລະມີຊີວິດຢູ່ດຳເນີນໃນທາງຂອງຄວາມຮອບຮູ້ນັ້ນເຖີດ.
\s5
\v 7 ຜູ້ໃດກໍຕາມທີ່ກ່າວວ່າຄົນທີ່ມັກເຢາະເຢີ້ຍຈະໄດ້ຄວາມອັບປະຍົດ, ແລະຜູ້ໃດກໍຕາມທີ່ຕັກເຕືອນຄົນອະທຳຈະໄດ້ຮັບການດູຖູກ.
\v 8 ຢ່າຕັກເຕືອນຄົນມັກເຢາະເຢີ້ຍ, ເພາະເຂົາຈະຊັງເຈົ້າ.
\v 9 ຈົ່ງໃຫ້ໂອກາດແກ່ຄົນມີປັນຍາ, ແລະເຂົາຈະມີປັນຍາຫລາຍຂຶ້ນ, ແລະຈົ່ງສອນຄົນຊອບທຳ ແລະເຂົາຈະເພີ່ມພູນໃນການຮຽນຮູ້.
\s5
\v 10 ຄວາມຢຳເກງພຣະຢາເວເປັນທີ່ເລີ່ມຕົ້ນຂອງປັນຍາ, ແລະຄວາມຮູ້ເລື້ອງອົງບໍຣິສຸດເປັນຄວາມຮອບຮູ້.
\v 11 ເພາະໂດຍເຮົາ ວັນທັງຫລາຍຂອງເຈົ້າຈະທະວີຂຶ້ນ, ແລະປີທັງຫລາຍແຫ່ງຊີວິດຂອງເຈົ້າຈະເພີ່ມພູນ.
\v 12 ຖ້າເຈົ້າມີປັນຍາ, ເຈົ້າກໍມີປັນຍາເພື່ອຕົນເອງ, ແລະຖ້າເຈົ້າເຢາະເຢີ້ຍ, ເຈົ້າເອງນັ້ນແຫລະກໍຈະຕ້ອງແບກຮັບພຽງຄົນດຽວ."
\s5
\v 13 ຜູ້ຍິງໂງ່ນັ້ນກໍເປັນດັ່ງແມ່ຍິງທີ່ມັກຈົ່ມວ່າ; ນາງອັບປັນຍາ ແລະບໍ່ຮູ້ຫຍັງເລີຍ.
\v 14 ນາງນັ່ງຢູ່ບ່ອນປະຕູບ້ານຂອງນາງ, ເທິງບ່ອນນັ່ງຕາມບ່ອນສູງຂອງເມືອງ.
\v 15 ນາງໄດ້ເອີ້ນຄົນເຫລົ່ານັ້ນ ຜູ້ທີ່ຜ່ານໄປຕາມຫົນທາງ, ແກ່ປະຊາຊົນທີ່ຍ່າງຊື່ໄປຕາມທາງຂອງພວກເຂົາວ່າ.
\s5
\v 16 "ໃຫ້ໃຜກໍຕາມທີ່ເປັນຄົນຮູ້ຫນ້ອຍ ໃຫ້ເຂົາຫລຽວເຂົ້າມາບ່ອນນີ້," ນາງເວົ້າກັບຄົນເຫລົ່ານັ້ນທີ່ໂງ່ຈ້າວ່າ.
\v 17 "ນ້ຳທີ່ລັກມາລົດຊາດກໍຫວານ, ແລະອາຫານທີ່ກິນໃນບ່ອນລັບໆກໍແຊບ."
\v 18 ແຕ່ເຂົາບໍ່ຮູ້ວ່າຄົນຕາຍຢູ່ບ່ອນນັ້ນ, ແລະແຂກທີ່ໄດ້ຮັບເຊີນຂອງນາງກໍຢູ່ໃນວັງເລິກຂອງແດນຄົນຕາຍ.
\s5
\c 10
\cl ບົດທີ 10
\p
\v 1 ບັນດາສຸພາສິດຂອງໂຊໂລໂມນ. ລູກຊາຍທີ່ມີປັນຍາເຮັດໃຫ້ພໍ່ຍິນດີ ແຕ່ລູກຊາຍທີ່ໂງ່ນຳຄວາມໂສກເສົ້າມາສູ່ແມ່ຂອງເຂົາ.
\v 2 ບັນດາຊັບສິນທີ່ໄດ້ສະສົມໂດຍຄົນອະທຳບໍ່ມີຄ່າ, ແຕ່ການເຮັດສິ່ງທີ່ຊອບທຳເຮັດໃຫ້ເຈົ້າໄດ້ພົ້ນຈາກຄວາມຕາຍ.
\v 3 ພຣະຢາເວຈະບໍ່ຊົງປ່ອຍໃຫ້ຈິດໃຈຂອງຄົນຊອບທຳຫິວກະຫາຍ, ແຕ່ພຣະອົງຈະຊົງປະຕິເສດຄວາມກະຫາຍຂອງຄົນອະທຳ.
\s5
\v 4 ມືທີ່ຂີ້ຄ້ານເຮັດໃຫ້ບຸກຄົນຍາກຈົນ, ແຕ່ມືຂອງບຸກຄົນທີ່ດຸຫມັ່ນຂະຫຍັນພຽນເຮັດໃຫ້ຮັ່ງມີ.
\v 5 ລູກຊາຍທີ່ສະຫລາດກໍເກັບພືດຜົນໄວ້ໃນລະດູແລ້ງ, ແຕ່ເປັນສິ່ງທີ່ຫນ້າອັບອາຍແກ່ເຂົາ ຖ້າເຂົານອນຫລັບໃນລະດູເກັບກ່ຽວ.
\s5
\v 6 ພຣະພອນຫລວງຫລາຍຂອງພຣະເຈົ້າຢູ່ເທິງຫົວຂອງບຸກຄົນຊອບທຳ, ແຕ່ປາກຂອງຄົນອະທຳກໍເຊື່ອງຄວາມໂຫດຮ້າຍ.
\v 7 ບຸກຄົນຊອບທຳເປັນເຫດໃຫ້ຄົນເຫລົ່ານັ້ນທີ່ລະລຶກເຖິງເຂົາມີຄວາມສຸກ, ແຕ່ຊື່ຂອງຄົນອະທຳຈະເສື່ອມເສຍ.
\s5
\v 8 ຄົນເຫລົ່ານັ້ນທີ່ມີປັນຍາຈະຍອມຮັບບັນຍັດທັງຫລາຍ, ແຕ່ຄົນທີ່ເວົ້າໂງ່ໆ ຈະເຖິງຄວາມພິນາດ.
\v 9 ຄົນທີ່ດຳເນີນໃນຄວາມຊື່ສັດກໍດຳເນີນຢ່າງປອດໄພ, ແຕ່ຜູ້ທີ່ເຮັດທາງຂອງເຂົາໃຫ້ຄົດໂຄ້ງ, ເຂົາກໍຈະຖືກເປີດເຜີຍ.
\s5
\v 10 ຜູ້ທີ່ປົກປິດຄວາມຈິງກໍກໍ່ຄວາມຫຍຸ້ງຍາກ, ແຕ່ຜູ້ທີ່ຕັກເຕືອນຢ່າງກ້າຫານຈະສ້າງສັນຕິພາບ.
\v 11 ປາກຂອງບຸກຄົນຊອບທຳເປັນນ້ຳພຸແຫ່ງຊີວິດ, ແຕ່ປາກຂອງຄົນອະທຳເຊື່ອງຄວາມໂຫດຮ້າຍ.
\s5
\v 12 ຄວາມກຽດຊັງສ້າງໃຫ້ເກີດຄວາມເດືອດຮ້ອນຜິດຖຽງກັນ, ແຕ່ຄວາມຮັກກໍປິດບັງການລະເມີດທຸກຢ່າງ.
\v 13 ປັນຍາຈະເຫັນໄດ້ທີ່ຮິມປາກ ຂອງບຸກຄົນທີ່ມີຄວາມເຂົ້າໃຈ, ແຕ່ໄມ້ແສ້ກໍເຫມາະສົມສຳລັບຫລັງຂອງຄົນໂງ່ຈ້າ.
\s5
\v 14 ຄົນມີປັນຍາກໍ່ສະສົມຄວາມຮູ້ໄວ້, ແຕ່ປາກຂອງຄົນໂງ່ນຳຄວາມເດືອດຮ້ອນມາໃກ້.
\v 15 ຊັບສົມບັດຂອງຄົນຮັ່ງມີ ເປັນເມືອງເຂັ້ມແຂງຂອງເຂົາ; ແຕ່ຄວາມຍາກຈົນຂອງຄົນທຸກເປັນຄວາມເດືອດຮ້ອນຂອງພວກເຂົາ.
\s5
\v 16 ຄ່າຈ້າງຂອງບຸກຄົນຊອບທຳນຳໄປເຖິງຊີວິດ; ແຕ່ກຳໄລຂອງຄົນອະທຳນຳພວກເຂົາໄປສູ່ຄວາມບາບ.
\v 17 ມີວິຖີທາງໄປສູ່ຊີວິດສຳລັບຄົນທີ່ມີລະບຽບວິໄນ, ແຕ່ຄົນທີ່ປະຕິເສດຄຳຕັກເຕືອນກໍຫລົງຜິດໄປ.
\s5
\v 18 ໃຜກໍຕາມທີ່ເຊື່ອງຄວາມກຽດຊັງໄວ້ກໍມີຮິມປາກທີ່ຂີ້ຕົວະ, ແລະໃຜກໍຕາມທີ່ໃສ່ຮ້າຍປ້າຍສີຄົນອື່ນກໍເປັນຄົນໂງ່.
\v 19 ເມື່ອມີການເວົ້າຫລາຍຄຳ, ການລະເມີດກໍເກີດຂຶ້ນໄດ້, ແຕ່ຄົນທີ່ລະມັດລະວັງປາກໃນສິ່ງທີ່ເຂົາເວົ້າ ກໍເປັນຄົນສະຫລາດ.
\s5
\v 20 ລີ້ນຂອງບຸກຄົນຊອບທຳຄືເງິນເນື້ອດີ; ມີຄຸນຄ່າພຽງເລັກຫນ້ອຍໃນຄວາມຄິດຂອງຄົນອະທຳ.
\v 21 ຮິມປາກຂອງຄົນຊອບທຳລ້ຽງຄົນຫລວງຫລາຍ, ແຕ່ຄົນໂງ່ຕາຍເພາະການຂາດສາມັນສຳນຶກຂອງພວກເຂົາ.
\s5
\v 22 ພຣະພອນຂອງພຣະຢາເວເຮັດໃຫ້ຮັ່ງມີ ແລະພຣະອົງບໍ່ໄດ້ຊົງເພີ່ມຄວາມໂສກເສົ້າເຂົ້າກັບພຣະພອນ.
\v 23 ຄວາມອະທຳເປັນການລະຫລິ້ນທີ່ຄົນໂງ່ຫລິ້ນເພື່ອຄວາມມ່ວນຊື່ນ, ແຕ່ປັນຍາກໍເປັນຄວາມເພີດເພີນຂອງຄົນທີ່ມີຄວາມເຂົ້າໃຈ.
\s5
\v 24 ຄວາມຢ້ານຂອງຄົນອະທຳຈະມາຮອດເຂົາ, ແຕ່ຜູ້ຊອບທຳທັງຫລາຍຈະໄດ້ຮັບຕາມໃຈປາຖະຫນາ.
\v 25 ຄົນອະທຳເປັນຄືພາຍຸຫມຸນທີ່ຜ່ານໄປແລ້ວ, ແລະບໍ່ມີຄົນອະທຳອີກ, ແຕ່ບຸກຄົນຊອບທຳຈະມີຮາກຖານທີ່ຫມັ້ນຄົງຢູ່ຕະຫລອດໄປ.
\s5
\v 26 ຄືນ້ຳສົ້ມສາຍຊູກັບແຂ້ວ ແລະຄວັນໃນດວງຕາເປັນແນວໃດ, ຄົນກຽດຄ້ານກັບຜູ້ທີ່ໃຊ້ຜູ້ອື່ນກໍເປັນແນວນັ້່ນ.
\v 27 ຄວາມຢຳເກງພຣະຢາເວນັ້ນຢຶດຊີວິດໃຫ້ຍາວ, ແຕ່ປີທັງຫລາຍຂອງຄົນອະທຳຈະສັ້ນເຂົ້າ.
\s5
\v 28 ຄວາມຫວັງຂອງປະຊາຊົນຊອບທຳ ຄືຄວາມຍິນດີຂອງພວກເຂົາ, ແຕ່ຈຳນວນປີຂອງຄົນອະທຳກໍຈະສັ້ນເຂົ້າ.
\v 29 ທາງຂອງພຣະຢາເວເປັນທີ່ກຳບັງເຂັ້ມແຂງແກ່ຄົນທີ່ດຳເນີນຊີວິດແບບບໍ່ມີທີ່ຕິ, ແຕ່ເປັນຄວາມຫລົ້ມຈົມຂອງຄົນປະພຶດຊົ່ວ.
\v 30 ຄົນຊອບທຳຈະບໍ່ມີວັນຫວັ່ນໄຫວ, ແຕ່ຄົນອະທຳຈະບໍ່ໄດ້ຢູ່ໃນແຜ່ນດິນ.
\s5
\v 31 ສິ່ງທີ່ອອກຈາກປາກຂອງບຸກຄົນຊອບທຳ ໃຫ້ຜົນແຫ່ງປັນຍາ, ແຕ່ລີ້ນທີ່ເວົ້າສິ່ງບໍ່ຈິງຈະຖືກຕັດອອກ.
\v 32 ຮິມປາກຂອງບຸກຄົນຊອບທຳ ຮູ້ຈັກສິ່ງທີ່ດີທີ່ຄວນ, ແຕ່ປາກຂອງຄົນອະທຳ, ພວກເຂົາຮູ້ຈັກແຕ່ສິ່ງທີ່ບໍ່ຈິງ.
\s5
\c 11
\cl ບົດທີ 11
\p
\v 1 ພຣະຢາເວຊົງກຽດຊັງຊິງຕົ້ມຕຸນ, ແຕ່ພຣະອົງຊົງຊົມຊື່ນຍິນດີໃນນ້ຳຫນັກທີ່ທ່ຽງຕົງ.
\v 2 ເມື່ອຄວາມອວດເກັ່ງມາຮອດ, ຄວາມອັບປະຍົດກໍມານຳ, ແຕ່ຄວາມຖ່ອມຕົວມາພ້ອມກັບປັນຍາ.
\s5
\v 3 ຄວາມສັດຊື່ຂອງຄົນທ່ຽງທຳກໍຍ່ອມນຳພວກເຂົາ, ແຕ່ທຸກວິທີຕົວະຕົ້ມຂອງຄົນຫັກຫລັງ ກໍທຳຮ້າຍພວກເຂົາ.
\v 4 ຄວາມຮັ່ງມີບໍ່ມີປະໂຫຍດໃນວັນແຫ່ງພຣະພິໂລດ, ແຕ່ການກະທຳທີ່ຊອບທຳຊ່ວຍໃຫ້ພົ້ນຈາກຄວາມຕາຍ.
\s5
\v 5 ຄວາມຊອບທຳຂອງຄົນທີ່ດີພ້ອມ ກໍເຮັດໃຫ້ທາງຂອງເຂົາຊື່ຕົງ, ແຕ່ຄົນອະທຳຈະລົ້ມລົງດ້ວຍຄວາມອະທຳຂອງພວກເຂົາເອງ.
\v 6 ການປະພຶດຄວາມຊອບທຳຂອງຄົນເຫລົ່ານັ້ນ ທີ່ພຣະເຈົ້າຊົງພໍພຣະໄທ ປົກປ້ອງພວກເຂົາໃຫ້ປອດໄພ, ແຕ່ຄົນທີ່ຫັກຫລັງຈະຕິດກັບດັກຂອງຄວາມຢາກຂອງພວກເຂົາ.
\s5
\v 7 ເມື່ອຄົນອະທຳຕາຍ, ຄວາມຫວັງຂອງເຂົາກໍສະຫລາຍໄປ ແລະຄວາມຫວັງທີ່ໄດ້ເຄີຍມີຢູ່ ໃນກຳລັງຂອງເຂົາກໍສະຫລາຍໄປ.
\v 8 ບຸກຄົນຊອບທຳໄດ້ຮັບການຊ່ວຍເຫລືອໃຫ້ພົ້ນຈາກຄວາມລຳບາກ ແລະມັນຈະໄປຫາຄົນອະທຳແທນ.
\s5
\v 9 ປາກຂອງບຸກຄົນທີ່ບໍ່ນັບຖືພຣະເຈົ້າ ທຳຮ້າຍເພື່ອນບ້ານຂອງເຂົາ, ແຕ່ໂດຍທາງຄວາມຮູ້ຂອງປະຊາຊົນທີ່ຊອບທຳ ຈະຊ່ວຍໃຫ້ປອດໄພ.
\v 10 ເມື່ອປະຊາຊົນທີ່ຊອບທຳຢູ່ເຢັນເປັນສຸກ, ບ້ານເມືອງກໍຍິນດີ; ແລະເມື່ອຄົນອະທຳພິນາດ, ກໍມີສຽງໂຫ່ຮ້ອງດ້ວຍຄວາມຍິນດີ.
\v 11 ໂດຍພອນຂອງຄົນທີ່ຍິນດີໃນພຣະເຈົ້າ, ບ້ານເມືອງກໍເປັນທີ່ຍ້ອງຍໍ; ແຕ່ໂດຍປາກຂອງຄົນອະທຳ, ບ້ານເມືອງກໍຫລົ້ມຈົມ.
\s5
\v 12 ຄົນທີ່ດູຖູກເພື່ອນບ້ານຂອງເຂົາ ກໍບໍ່ມີສາມັນສຳນຶກ, ແຕ່ຄົນທີ່ມີຄວາມເຂົ້າໃຈກໍນັ່ງງຽບ.
\v 13 ບຸກຄົນໃດກໍຕາມທີ່ທຽວໄປຊຸບຊິບນິນທາ ກໍເປີດເຜີຍຄວາມລັບ, ແຕ່ຄົນທີ່ໄວ້ວາງໃຈໄດ້ ກໍປິດເລື້ອງໄວ້ໄດ້.
\s5
\v 14 ບ່ອນໃດບໍ່ມີການນຳພາທີ່ສະຫລາດ, ປະເທດກໍລົ້ມສະຫລາຍ, ແຕ່ໄຊຊະນະໄດ້ມາໂດຍມີທີ່ປຶກສາຫລາຍ.
\s5
\v 15 ບຸກຄົນໃດກໍຕາມ ທີ່ຄ້ຳປະກັນການກູ້ຢືມໃຫ້ຄົນອື່ນ ຈະຕ້ອງທົນທຸກ, ແຕ່ຜູ້ທີ່ຊັງການຄ້ຳປະກັນໃນສັນຍາເຊັ່ນນັ້ນ ກໍປອດໄພ.
\v 16 ຜູ້ຍິງທີ່ງາມສະຫງ່າກໍໄດ້ຮັບກຽດ, ແຕ່ປະຊາຊົນໃຈໂຫດຮ້າຍກໍລັກເອົາຄວາມຮັ່ງມີ.
\s5
\v 17 ບຸກຄົນທີ່ມີຄວາມເມດຕາກໍໃຫ້ປະໂຫຍດແກ່ຕົວເຂົາເອງ, ແຕ່ຄົນດຸຮ້າຍກໍເຮັດໃຫ້ໂຕເອງເຈັບ.
\v 18 ບຸກຄົນອະທຳຫລອກຫລວງເພື່ອໄດ້ຄ່າຈ້າງ, ແຕ່ຄົນທີ່ຫວ່ານສິ່ງທີ່ຊອບທຳ ຈະເກັບກ່ຽວຄ່າຈ້າງແຫ່ງຄວາມຈິງ.
\s5
\v 19 ບຸກຄົນທີ່ສັດຊື່ໃນຄວາມຊອບທຳຈະມີຊີວິດຢູ່, ແຕ່ຄົນທີ່ຕິດຕາມຄວາມຊົ່ວຮ້າຍຈະເຖິງຄວາມຕາຍ.
\v 20 ພຣະຢາເວຊົງກຽດຊັງພວກຄົນທີ່ມີໃຈບໍ່ສັດຊື່, ແຕ່ຊົງພໍພຣະໄທຄົນທີ່ດຳເນີນຊີວິດແບບບໍ່ມີທີ່ຕິ.
\s5
\v 21 ເປັນສິ່ງທີ່ແນ່ນອນວ່າ ຄົນຊົ່ວຮ້າຍຈະຖືກລົງໂທດ, ແຕ່ປະຊາຊົນທີ່ຊອບທຳຈະໄດ້ຮັບການຊ່ວຍກູ້.
\v 22 ສະຕຣີງາມທີ່ປາສະຈາກການວິເຄາະ ກໍຄືຫວ່ງທອງຄຳທີ່ດັງຂອງໂຕຫມູ.
\s5
\v 23 ຄວາມປາຖະຫນາຂອງປະຊາຊົນທີ່ຊອບທຳລ້ວນແຕ່ດີ, ແຕ່ປະຊາຊົນອະທຳຫວັງໄດ້ແຕ່ພຽງພຣະພິໂລດເທົ່ານັ້ນ.
\v 24 ມີບາງຄົນທີ່ຫວ່ານແກ່ນພືດ ເຂົາກໍຫຍິ່ງມີຫລາຍຂຶ້ນ; ຄົນອື່ນທີ່ບໍ່ໄດ້ຫວ່ານ ເຂົາກໍຫຍິ່ງຂັດສົນ.
\s5
\v 25 ບຸກຄົນທີ່ໃຈກວ້າງ ກໍຈະເລີນຮຸ່ງເຮືອງ ຄົນທີ່ໃຫ້ນ້ຳກັບຄົນອື່ນ ກໍໄດ້ນ້ຳຕອບແທນ.
\v 26 ປະຊາຊົນສາບແຊ່ງພວກຄົນທີ່ບໍ່ຂາຍເຂົ້າ, ແຕ່ພຣະພອນຢູ່ເທິງຫົວຂອງເຂົາ ຜູ້ທີ່ຂາຍເຂົ້າ.
\s5
\v 27 ຄົນທີ່ສະແຫວງຫາຄວາມດີ ກໍເສາະຫາຄວາມຊື່ນຊົມ, ແຕ່ຄົນທີ່ເສາະຫາຄວາມຊົ່ວຮ້າຍກໍຈະໄດ້ເຫັນມັນ.
\v 28 ຄົນເຫລົ່ານັ້ນທີ່ວາງໃຈໃນຄວາມຮັ່ງມີຈະລົ້ມລະລາຍ, ແຕ່ຄົນຊອບທຳຈະຮຸ່ງເຮືອງຄືໃຍໄມ້ຂຽວ.
\s5
\v 29 ຄົນທີ່ເຮັດໃຫ້ຄອບຄົວຂອງຕົນລຳບາກ ຈະຮັບລົມເປັນມໍຣະດົກ ແລະຄົນໂງ່ຈະເປັນຄົນຮັບໃຊ້ຂອງຄົນທີ່ໃຈມີປັນຍາ.
\s5
\v 30 ບຸກຄົນທີ່ຊອບທຳຈະເປັນຄືຕົ້ນໄມ້ແຫ່ງຊີວິດ, ແຕ່ຄວາມຮຸນແຮງກໍທຳຮ້າຍຊີວິດ.
\v 31 ເບິ່ງແມ! ຖ້າບຸກຄົນຊອບທຳໄດ້ຮັບສິ່ງທີ່ເຂົາຄວນໄດ້ຮັບ; ຄົນອະທຳ ແລະຄົນບາບຈະໄດ້ຮັບຫລາຍຍິ່ງກວ່ານັ້ນຈັກເທົ່າໃດ!
\s5
\c 12
\cl ບົດທີ 12
\p
\v 1 ຄົນໃດຮັກການບອກສອນກໍຮັກຄວາມຮູ້, ແຕ່ຄົນທີ່ຊັງຄຳຕັກເຕືອນກໍເປັນຄົນໂງ່.
\v 2 ພຣະຢາເວຊົງໂປດປານຄົນດີ, ແຕ່ພຣະອົງຈະຊົງລົງໂທດຄົນທີ່ວາງແຜນຊົ່ວຮ້າຍ.
\s5
\v 3 ບຸກຄົນບໍ່ອາດຈະຕັ້ງຫມັ້ນໄດ້ດ້ວຍຄວາມຊົ່ວ, ແຕ່ປະຊາຊົນຜູ້ຊອບທຳຈະບໍ່ຖືກເຮັດໃຫ້ຫວັ່ນໄຫວ.
\v 4 ເມຍທີ່ດີປະເສີດເປັນມົງກຸດຂອງຜົວຂອງນາງ, ແຕ່ນາງຜູ້ນຳຄວາມອັບອາຍມາ ກໍຄືຄວາມເນົ່າເປື່ອຍໃນກະດູກຂອງຜົວ.
\s5
\v 5 ແຜ່ນງານຂອງຄົນຊອບທຳນັ້ນຍຸດຕິທຳແຕ່ການຊີ້ແນະຂອງຄົນອາທຳນັ້ນຫລອກລວງ
\v 6 ບັນດາຖ້ອຍຄຳຂອງຄົນອາທຳຫມອບຖ້າສັງຫານຄົນ ແຕ່ຖ້ອຍຄຳຂອງຄົນທ່ຽງທຳຊ່ອຍຊີວິດພວກເຂົາ
\s5
\v 7 ປະຊາຊົນອະທຳຖືກຄວ່ຳລົງແລະສາບສູນໄປ ແຕ່ບ້ານຂອງບຸກຄົນຊອບທຳຈະຍັງດຳລົງຢູ່
\v 8 ບຸກຄົນຈະໄດ້ຄຳຍົກຍ້ອງຕາມຄວາມສະຫລາດຂອງເຂົາ ເເຕ່ຄົນທີ່ໃຈຄົດບ້ຽວກໍເປັນທີ່ດູຫມິ່ນ
\s5
\v 9 ການເປັນຄົນທຳມະດາ ເເລະທຳມາຫາກິນເອງ ກໍດີກວ່າການເຮັດທີ່ວ່າໃຫຍ່ໂຕເເຕ່ບໍ່ມີອາຫານກິນ
\v 10 ບຸກຄົນທີ່ຊອບທຳໃຫ້ຄວາມສົນໃຈຄວາມຕ້ອງການຂອງສັດລ້ຽງຂອງເຂົາ ເເຕ່ຄວາມສົງສານຂອງຄົນອະທຳຄືຄວາມດຸຮ້າຍ
\s5
\v 11 ຄົນທີ່ເຮັດວຽກໃນທີ່ດິນຂອງເຂົາຈະມີອາຫານບໍລິບູນ ເເຕ່ໃຜກໍຕາມທີ່ໄລ່ຕາມສິ່ງບໍ່ມີຄ່າຍ່ອມບໍ່ມີສາມັນສຳນຶກ
\v 12 ບຸກຄົນອະທຳຢາກໄດ້ສິ່ງທີ່ຄົນຊົ່ວລັກມາຈາກຄົນອື່ນ ເເຕ່ຜົນຂອງຄົນຊອບທຳຈະເກີດຈາກພວກເຂົາເອງ
\s5
\v 13 ບຸກຄົນຊົ່ວຍ່ອມຕິດບ່ວງໂດຍປາກທີ່ຊົ່ວຮ້າຍຂອງເຂົາ ເເຕ່ບຸກຄົນຊອບທຳຫນີພົ້ນຈາກຄວາມລຳບາກ
\v 14 ຈາກຜົນຂອງຄຳເວົ້າທັງຫລາຍຂອງບຸກຄົນຈະອີ່ມໃຈດ້ວຍສິ່ງດີ ເຊັ່ນດຽວກັນກັບຜົນງານເເຫ່ງມືຂອງເຂົາກໍໃຫ້ລາງວັນເເກ່ເຂົາ
\s5
\v 15 ທາງຂອງຄົນໂງ່ນັ້ນຖືກຕ້ອງໃນສາຍຕາຂອງເຂົາເອງ ເເຕ່ຄົນມີບັນຫາຍອມຟັງຄຳເເນະນຳ
\v 16 ຄົນໂງ່ຍ່ອມສະເເດງຄວາມຮ້າຍອອກໃຫ້ເຫັນຢ່າງໄວວາ ເເຕ່ຄົນມີປັນຍາບໍ່ສົນໃຈກັບຄຳຄົນຫມິ່ນປະຫມາດ
\s5
\v 17 ຄົນທີ່ເວົ້າຄວາມຈິງກໍໃຫ້ການຢ່າງຊື່ສັດ ເເຕ່ຄຳພະຍານເທັດ ກໍໃຫ້ເກີດຄວາມບໍ່ຍຸດຕິທຳ
\v 18 ຄຳເວົ້າທີ່ບໍ່ຄິດ ເຮັດໃຫ້ເຈັບຊ້ຳດັ່ງດາບເເທງ ເເຕ່ຄຳເວົ້າທີ່ມີປັນຍາ ປົວເເປງໃຫ້ດີໄດ້
\s5
\v 19 ປາກທີ່ເວົ້າຊື່ຢູ່ໄດ້ຍືນຍາວ ເເຕ່ປາກທີ່ເວົ້າຕົວະຢືນຢູ່ໄດ້ຊົ່ວຄາວ
\v 20 ຄວາມຫລອກລວງຢູ່ໃນໃຈຂອງຄົນເຫລົ່ານັ້ນທີ່ຄິດເຮັດຊົ່ວ ເເຕ່ຄວາມຍິນດີມາຍັັງເຫລົ່າຄົນທີ່ເເນະນຳໃຫ້ມີສັນຕິພາບ
\s5
\v 21 ບໍ່ມີສິ່ງຊົ່ວຮ້າຍເກີດຂຶ້ນກັບຄົນຊອບທຳ ເເຕ່ຄົນອະທຳເຕັມໄປດ້ວຍຄວາມລຳບາກ
\v 22 ພຣະຢາເວຊົງກຽດຊັງປາກທີ່ເວົ້າຕົວະ ເເຕ່ຄົນເຫລົ່ານັ້ນມີຊີວິດຢູ່ຢ່າງຊື່ສັດເປັນຄວາມປິຕິຍິນດີຂອງພຣະອົງ
\s5
\v 23 ຄົນທີ່ມີປັນຍາເກັບກຳຄວາມຮູ້ຢ່າງງຽບໆສຳລັບຕົນ ເເຕ່ຄວາມອັບປັນຍາມັກສະເເດງອອກມາໃຫ້ເຂົາຮູ້
\v 24 ມືຂອງຄົນດຸຫມັ່ນຈະປົກຄອງເເຕ່ຄົນກຽດຄ້ານຈະຖືກບັງຄັບໃຫ້ເຮັດວຽກຫນັກ
\s5
\v 25 ຄວາມກວົນກະວາຍໃນໃຈເຮັດໃຫ້ເຂົາຫົດຫູ່ ເເຕ່ຖ້ອຍຄຳທີ່ດີເຮັດໃຫ້ເຂົາຍິນດີ
\v 26 ບຸກຄົນຊອບທຳເປັນຜູ້ເເນະນຳໃຫ້ກັບຫມູ່ຂອງເຂົາ ເເຕ່ທາງຂອງຄົນອະທຳນຳໂຕເຂົາໃຫ້ຕ່ຳລົງ
\s5
\v 27 ປະຊາຊົນທີ່ກຽດຄ້ານຈະບໍ່ໄດ້ປີ້ງອາຫານຕາມທີ່ເຂົາຕ້ອງການ ເເຕ່ຄົນຂະຫຍັນຈະໄດ້ຮັບສົມບັດລ້ຳຄ່າ
\v 28 ຄົນເຫລົ່ານັ້ນທີ່ຍ່າງຕາມວິຖີຂອງຄົນຊອບທຳຈະພົບຊີວິດ ເເຕ່ຫົນທາງນັ້ນບໍ່ມີຄວາມຕາຍ
\s5
\c 13
\cl ບົດທີ 13
\p
\v 1 ລູກຊາຍທີ່ມີປັນຍາຟັງຄຳສັ່ງສອນຂອງບິດາເຂົາ, ເເຕ່ຄົນທີ່ມັກເຢາະເຢີ້ຍບໍ່ຟັງຄຳເວົ້າ.
\v 2 ບຸກຄົນຍິນດີໃນຂອງດີເຫລົ່ານັ້ນຈາກຜົນທີ່ມາຈາກປາກຂອງເຂົາ, ເເຕ່ຄວາມຢາກຂອງຄົນທໍລະຍົດຄືຄວາມໂຫດຮ້າຍ.
\s5
\v 3 ຄົນທີ່ລະວັງຄຳເວົ້າທີ່ເວົ້າອອກຈາກປາກເຂົາເເມ່ນຄົນທີ່ຮັກສາຊີວິດຂອງເຂົາ, ເເຕ່ຄົນທີ່ເວົ້າຢ່າງບໍ່ຄິດເເມ່ນຄົນທີ່ທຳລາຍໂຕເອງ.
\v 4 ຄວາມຢາກຂອງປະຊາຊົນທີ່ກຽດຄ້ານກໍມີຢູ່, ເເຕ່ຈະບໍ່ໄດ້ອີ່ຫຍັງເລີຍ ເເຕ່ຄວາມຢາກຂອງຄົນຂະຫຍັນຈະໄດ້ຮັບການຕອບສະຫນອງຢ່າງສຸດໃຈ.
\s5
\v 5 ບຸກຄົນຊອບທຳບໍ່ມັກຄົນເວົ້າຂີ້ຕົວະ, ເເຕ່ບຸກຄົນອະທຳປະພຶດຫນ້າກຽດຊັງ, ເເລະເຂົາເຮັດສິ່ງທີ່ຫນ້າອາຍ.
\v 6 ຄົນຊອບທຳຄຸ້ມຄອງຄົນເຫລົ່ານັ້ນທີ່ທາງຂອງເຂົາຂາດການຕຳນິ, ເເຕ່ຄວາມອະທຳຈະທຳລາຍຄົນເຫລົ່ານັ້ນທີ່ເຮັດບາບ.
\s5
\v 7 ມີບາງຄົນທີ່ວ່າໂຕເອງມັ່ງຄັ່ງ, ເເຕ່ບໍ່ມີຫຍັງເລີຍ ເເລະບາງຄົນທີ່ໃຫ້ຂອງທຸກສິ່ງ, ເເຕ່ຍັງມັ່ງຄັ່ງຢ່າງເເທ້ຈິງ.
\v 8 ຄ່າໄຖຊີວິດຂອງຄົນມັງຄັ່ງຄືຄວາມມັ່ງຄັ່ງຂອງເຂົາ, ເເຕ່ຄົນຍາກຈົນຈະບໍ່ໄດຍິນຄຳຂົ່ມຂູ່ເອົາຄ່າໄຖ່.
\s5
\v 9 ເເສງສະຫວ່າງຂອງຄົນຊອບທຳເປັນດັ່ງໂຄມສ່ອງເເຈ້ງ, ເເຕ່ຄົນຊົ່ວເປັນຕະກຽງທີ່ກຳລັງຈະມອດ.
\v 10 ຄວາມໂອຫັງມີກໍໍ່ໃຫ້ເກີດຄວາມເດືອດຮ້ອນ, ເເຕ່ຄົນເຫລົ່ານັ້ນທີ່ຮັບຟັງຄຳເເນະນຳນັ້ນຄືປັນຍາ.
\s5
\v 11 ຊັບທີ່ຫາໄດ້ງ່າຍກໍຫາຍໄປໄວ, ແຕ່ຊັບທີ່ຫາດ້ວຍເຫື່ອໄຄກໍສະສົມໄວ້ໄດ້.
\v 12 ເມື່ອຄວາມຫວັງຖືກເລື່ອນອອກໄປ ມັນເຮັດໃຫ້ອ່ອນໃຈ, ເເຕ່ການປາຖະຫນາເເມ່ນທຳມະຊາດເເຫ່ງຊີວິດ.
\s5
\v 13 ຄົນທີ່ດູຫມິ່ນການສັ່ງສອນກໍທຳລາຍຕົນເອງ, ເເຕ່ຄົນທີ່ນັບຖືບັນຍັດຈະໄດ້ຮັບບຳເນັດ.
\v 14 ຄຳສອນຂອງບຸກຄົນມີປັນຍາເປັນນ້ຳພຸເເຫ່ງຊີວິດ, ເພື່ອຄົນຫລີກຈາກບ່ວງມໍລະນາໄດ້.
\s5
\v 15 ຄວາມສະຫລາດເຮັດໃຫ້ໄດ້ຮັບຄວາມໂປດປານ, ເເຕ່ຫົນທາງຂອງຄົນທໍລະຍົດນັ້ນບໍ່ມີິສິ້ນສຸດ.
\v 16 ຄົນທີ່ຢັ່ງຮູ້ຄິດກ່ອນເຮັດ, ເເຕ່ຄົນໂງຈ້າເຜີຍເເບຄວາມໂງ່ຈ້າຂອງຕົນໃຫ້ຄົນອື່ນເຫັນ.
\s5
\v 17 ຜູ້ສົ່ງຂ່າວທີ່ໄວ້ໃຈບໍ່ໄດ້ກໍນຳຄວາມເດືອດຮ້ອນມາ, ເເຕ່ວ່າຜູ້ສົ່ງຂ່າວທີ່ເຊື່ອຖືກໍນຳສັນຕິສຸກມາໃຫ້
\v 18 ຄົນທີ່ເສີຍຕໍ່ຄຳສັ່ງສອນຈະມີຄວາມຍາກຈົນ, ເເຕ່ກຽດຕິຍົດຈະມາເຖິງຄົນທີ່ສົນໃຈຄຳຕັກເຕືອນ.
\s5
\v 19 ຄວາມປາຖະຫນາທີ່ເປັນຈິງນັ້ນຫວານຊື່ນ ເເກ່ຜູ້ທີ່ປາຖະຫນາ, ເເຕ່ຄວາມຫັນຈາກຄວາມຊົ່ວຮ້າຍເປັນສິ່ງທີ່ຫນ້າກຽດຫນ້າຊັງສຳລັບຄົນໂງ່.
\v 20 ຍ່າງກັບປະຊາຊົນທີ່ມີປັນຍາ ເເລະເຈົ້າຈະກາຍເປັນຄົນທີ່ມີປັນຍາ, ເເຕ່ຫມູ່ຂອງຄົນໂງ່ຈະຕົກຢູ່ໃນອັນຕະລາຍ.
\s5
\v 21 ສິ່ງຊົ່ວຮ້າຍຕິດຕາມຄົນບາບ, ເຕ່ສິ່ງດີເປັນລາງວັນຂອງຄົນຊອບທຳ.
\v 22 ບຸກຄົນທີ່ດີຍ່ອມຖິ້ມມໍລະດົກໃຫ້ລູກຫລານ, ເເຕ່່ຊັບສົມບັດຂອງຄົນບາບນັ້ນຖືກເກັບໄວ້ ໃຫ້ຄົນຊອບທຳ.
\s5
\v 23 ດິນທີ່ບໍ່ຖືກໄຖພວນຂອງຄົນຍາກຈົນຜະລິດອາຫານມາກມາຍ, ເເຕ່ມັນຖືກກວາດໄປ ໂດຍຄວາມຍຸດຕິທຳ.
\v 24 ຄົນທີ່ບໍ່ເອົາໄມ້ເເສ້ຕີລູກຂອງເຂົາ, ເເຕ່ຄົນທີ່ຮັກລູກຊາຍຂອງເຂົາຍອມຫມັ່ນສອນເຂົາ.
\s5
\v 25 ບຸກຄົນຊອບທຳກິນອາຫານພຽງພໍຕາມຄວາມຕ້ອງການ, ເເຕ່ທ້ອງຂອງຄົນອະທຳກໍຫິວໂຫຍສະເຫມີ.
\s5
\c 14
\cl ບົດທີ 14
\p
\v 1 ຜູ້ຍິງທີ່ມີປັນຍາສ້າງບ້ານຂອງນງຂຶ້ນ, ເເຕ່ຜູ້ຍິງທີ່ໂງ່ຮື້ບ້ານຂອງຕົນລົງດ້ວຍມືຂອງນາງເອງ.
\v 2 ຄົນທີ່ດຳເນີນຊີວິດຢ່າງທຽ່ງທຳຍ່ອມຢຳເກງພຣະຢາເວ, ເເຕ່ຄົນທີ່ທາງຂອງເຂົາຄົດກໍດູຫມິ່ນພຣະອົງ.
\s5
\v 3 ໃນປາກຂອງຄົນໂງ່ມີໄມ້ເເຫ້ງຈະລົງໂທດຄວາມຍິ່ງຂອງເຂົາ, ເເຕ່ຮິມສົບຂອງຄົນມີປັນຍາຈະປົກປ້ອງພວກເຂົາໄວ້.
\v 4 ທີ່ໃດມີການໃຫ້ອາຫານຝູງງົວ ທົ່ງຫຍ້າກໍຫວ່າງເປົ່າ, ເເຕ່ພືດຜົນຫລວງຫລາຍໄດ້ມາດ້ວຍກຳລັງຂອງງົວ.
\s5
\v 5 ພະຍານທີ່ຊື່ສັດບໍ່ຕົວະ, ເເຕ່ພະຍານທີ່ເຊື່ອຖືບໍ່ໄດ້ຫາຍໃຈອອກມາເປັນຄຳຕົວະ.
\v 6 ຄົນທີ່ເວົ້າເຢາະເຢີ້ຍສະເເຫວງປັນຍາບໍ່ພົບ, ເເຕ່ຄວາມຮູ້ກໍງ່າຍສຳລັບຄວາມເຂົ້າໃຈ.
\s5
\v 7 ຈົ່ງຍ່າງອອກຈາກຄົນທີ່ໂງ່, ເພາະເຈົ້າຈະບໍ່ພົບຄວາມຮູ້ຈາກປາກຂອງເຂົາ.
\v 8 ປັນຍາຂອງບຸກຄົນທີ່ສະຫລາດຮອບຄອບເເມ່ນເຂົ້າທາງເດີນຂອງຕົນເອງ, ແຕ່ຄວາມໂງ່ຂອງຄົນໂງ່ຄືການຫລອກລວງ.
\s5
\v 9 ຄົນໂງ່ເຢາະເຢີ້ຍເມື່ອຖວາຍເຄື່ອງບູຊາຊົດໃຊ້ບາບ, ເເຕ່ຄົນທ່ຽງທຳເປັນທີ່ໂປດປານ.
\v 10 ຈິດໃຈຮູ້ຄວາມຂົມຂື່ນຂອງໃຈເອງ ແລະບໍ່ມີຄົນເເປກຫນ້າມາເຂົ້າສ່ວນຄວາມຊື່ນບານຂອງມັນ.
\s5
\v 11 ບ້ານຂອງຄົນອະທຳຈະຖືກທຳລາຍ, ເເຕ່ເຕັນຂອງປະຊາຊົນທີ່ທ່ຽງທຳຈະຮຸ່ງເຮືອງ.
\v 12 ມີທາງຫນຶ່ງທີ່ຄົນເຮົາຄິດວ່າຖືກ, ເເຕ່ປາຍທາງນຳສູ່ຄວາມຕາຍເທົ່ານັ້ນ.
\s5
\v 13 ໃຈອາດຈະຫົວເເຕ່ຍັງເສົ້າຫມອງ, ເເຕ່ຄວາມຍິນດີກໍອາດມີປາຍທາງທີ່ເປັນຄວາມໂສກເສົ້າ.
\v 14 ຄົນບໍ່ມີຄວາມສັດຊື່ຈະໄດ້ຜົນຕອບເເທນຈາກທາງຂອງເຂົາຢ່າງສາສົມ, ເເຕ່ຄົນທີ່ດີກໍຈະໄດ້ຜົນຕອບເເທນຈາກການກະທຳຂອງເຂົາ.
\s5
\v 15 ຄົນຮູ້ນ້ອຍເຊື່ອທຸກຢ່າງ, ເເຕ່ຄົນມີປັນຍາຄິດກ່ອນກ້າວອອກໄປ, ເເຕ່ຄົນໂງ່ຈ້າເຊື່ອທຸກສິ່ງທີ່ຕົນໄດ້ຍິນ.
\v 16 ຄົນມີປັນຍາຍ່ອມເກງຢ້ານເເລະຫນີຈາກສິ່ງຊົົ່ວຮ້າຍ, ແຕ່ຄົນໂງ່ຈ້າຂາດຄວາມຢັບຢັ້ງຈຶ່ງລົງມືເຮັດໄປຢ່າງວ່ອງໄວ.
\s5
\v 17 ຄົນໂງ່ຂ້າມຢ່າງການເຕືອນຢ່າງຫມັ້ນໃຈ ຄົນທີ່ຢາກຮ້າຍໄວເຮັດສ່ິງທີ່ໂງ່, ແລະບຸກຄົນທີ່ເຈົ້າເລ້ເປັນສິ່ງທີ່ກຽດຊັງ.
\v 18 ຄົນທີ່ຮູ້ນ້ອຍໄດ້ຄວາມໂງ່ເປັນມໍລະດົກ, ເເຕ່ປະຊາຊົນທີ່ຫລັກເເຫລມໄດ້ຄວາມຮູ້ເປັນລາງວັນ.
\s5
\v 19 ປະຊາຊົນທີ່ຊົ່ວຈະກາບຄົນເລົ່ານັ້ນທີ່ດີ ເເລະເຫລົ່າຄົນອະທຳຈະກາບທີ່ປະຕູບ້ານຂອງຄົນຊອບທຳ.
\v 20 ບຸກຄົນຍາກຈົນນັ້ນເເມ່ນເພື່ອນບ້ານຂອງຕົນຈະລັງກຽດ, ເເຕ່ປະາຊົນທີ່ມີມັ່ງຄັ່ງກໍມີສະຫາຍຢ່າງມາກມາຍ.
\s5
\v 21 ຄົນທີ່ດູຫມິ່ນເພື່ອນບ້ານຂອງຕົນກໍເປັນຄົນບາບ, ເເຕ່ຄົນທີ່ສະເດງຄວາມເມດຕາຄົນຍາກຈົນກໍເປັນພຣະພອນ.
\v 22 ຄົນທີ່ເຮັດການຊົ່ວນັ້ນບໍ່ຜິດບໍ?, ເເຕ່ຄົນທີ່ຄິດການດີກໍພົບຄວາມຈົງຮັກພັກດີ ເເລະຄວາມຊື່ສັດ.
\s5
\v 23 ງານທີ່ເມື່ອຍຍາກທຸກຢ່າງກໍມີກຳໄລ, ເເຕ່ພຽງການເວົ້າເທົ່ານັ້ນ ກໍນຳໄປສູ່ຄວາມຍາກຈົນ
\v 24 ມົງກຸດຂອງປະຊາຊົນທີ່ມີປັນຍາຄືຄວາມມັ່ງຄັ່ງຂອງພວກເຂົາ, ເເຕ່ຄວາມໂງ່ຂອງຄົນໂງ່ນັ້ນນຳມາຊຶ່ງຄວາມໂງ່ຂອງພວກເຂົາຫລາຍຂຶ້ນເທົ່ານັ້ນ.
\s5
\v 25 ພະຍານທີ່ເວົ້າຄວາມຈິງຊ່ວຍຊີວິດມາກມາຍ, ເເຕ່ພະຍານທີ່ເວົ້າບໍ່ມີສິນທຳຫາຍໃຈອອກມາເປັນການຕົວະ.
\s5
\v 26 ຜູ້ທີ່ຢຳເກງພະຢາເວ, ເຂົາກໍມີຄວາມຫມັ້ນໃຈໃນໂຕເອງ; ສິ່ງເຫລົ່ານີ້ຈະເປັນເຫມືອນສະຖານທີ່ຫມັ້ນຄົງທີ່ຈະຄຸ້ມກັນລູກຫລານຂອງເຂົາ.
\v 27 ຄວາມຢຳເກງພຣະຢາເວເປັນນ້ຳພຸເເຫ່ງຊີວິດ, ເພື່ອໃຫ້ບຸກຄົນຫລີກຈາກບ່ວງເເຫ່ງຄວາມຕາຍໄດ້.
\s5
\v 28 ຫາກບໍ່ມີປະຊາຊົນເຈົ້ານາຍກໍຕາຍ.
\v 29 ບຸກຄົນທີ່ມີຄວາມອົດທົນກໍມີຄວາມເຂົ້າໃຈຫລາຍ, ເເຕ່ບຸກຄົນທີ່ໃຈຮ້າຍໄວກໍຍົກຍ່ອງຄວາມໂງ່.
\s5
\v 30 ຈດິໃຈສະຫງົບໃຫ້ຊີວິດເເກ່ເນື້ອຫນັງ, ເເຕ່ຄວາມອິດສາເຮັດໃຫ້ກະດູກພູ.
\v 31 ຜູ້ກົດຂີ່ຄົນຍາກຈົນກໍສາບເເຊ່ງພຣະຜູ້ສ້າງຂອງເຂົາ, ເຕ່ຜູ້ເມດຕາຄົນຂັດສົນກໍຖວາຍກຽດເເດ່ພຣະອົງ.
\s5
\v 32 ຄົນອະທຳຖືກລາຍຕາມກຳຊົ່ວຂອງເຂົາ, ເເຕ່ຄົນຊອບທຳມີທີ່ລີ້ໄພເເມ່ນເເຕ່ໃນຄວາມຕາຍ.
\v 33 ປັນຍາທີ່ອາໄສຢູ່ໃນໃຈຂອງຄົນທີ່ມີຄວາມເຂົ້າໃຈ, ເເຕ່ໃນທ່າມກາງຄົນໂງ່ສາມາດເຮັດໃຫ້ຕົວເອງເປັນທີ່ຮູ້ຈັກ.
\s5
\v 34 ຄວາມຊອບທຳຢ່າງເຊີດຊູປະເທດຊາດ, ເເຕ່ບາບເປັນສິ່ງທີ່ຫນ້າອາຍຫລາຍ ເເກ່ປະຊາຊົນ.
\v 35 ຄວາມໂປດປານຂອງກະສັດຢູ່ທີ່ຂ້າຣາຊການທີ່ເຮັດການຢ່າງຮອບຄອບ, ເເຕ່ພະພິໂຣດຂອງພະອົງກໍຕົກເເກ່ຜູ້ທີ່ປະພຶດຢ່າງຫນ້າອັບອາຍ.
\s5
\c 15
\cl ບົດທີ 15
\p
\v 1 ຄຳຕອບນຸ້ມນວນຊ່ວຍຢຸດຢັ້ງຄວາມໂກດກ້ຽວ, ເເຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ.
\v 2 ລີ້ນຂອງປະຊາຊົນມີປັນຍາຍົກຍ່ອງຄວາມຮູ້, ເເຕ່ປາກຂອງຄົນໂງ່ຍ່ອມເວົ້າເເຕ່ຄວາມໂງ່ອອກມາ.
\s5
\v 3 ທຸກເຫດການທີ່ເກີດຂຶ້ນພຣະຢາເວຊົງຮູ້ເຫັນ, ພຣະອົງເປັນຜູ້ເຝົ້າເບິ່ງຄົນດີເເລະຄົນຊົ່ວ.
\v 4 ລີ້ນທີ່ຮັກສາເປັນຕົ້ນໄມ້ເເຫ່ງຊີວິດ, ເເຕ່ລີ້ນເວົ້າຈາທີ່ຫຍາບຄາຍເຮັດໃຫ້ຈິດໃຈເເຕກສະຫລາຍ.
\s5
\v 5 ຄົນໂງ່ດູຫມິ່ນຄຳສັ່ງສອນຂອງບິດາຂອງເຂົາ, ເເຕ່ຄົນຮຽນຮູ້ຈາກຄຳຕັກເຕືອນເປັນຄົນທີ່ສະຫລາດ.
\v 6 ໃນບ້ານຂອງຄົນຊອບທຳມີ ສົມບັດມາກມາຍ, ເເຕ່ສິ່ງທີ່ຄົນອະທຳຫາມາໄດ້ນັ້ນນຳຄວາມລຳບາກມາໃຫ້ເຂົາ.
\s5
\v 7 ສົບປາກຂອງຄົນມີປັນຍາກະຈາຍຄວາມຮູ້, ເເຕ່ຄົນໂງ່ຈ້າບໍ່ເປັນເຊັ່ນນັ້ນ.
\v 8 ພຣະຢາເວຊົງກຽດຊັງເຄື່ອງບູຊາຂອງຄົນອະທຳ, ເເຕ່ຊົງປິຕິຍິນດີກັບຄຳອະທິຖານຂອງຄົນທ່ຽງທຳ.
\s5
\v 9 ພຣະຢາເວກຽດຊັງທາງຂອງຄົນອະທຳ, ເເຕ່ພຣະອົງຊົງຮັກຜູ້ຕິດຕາມຄົນຊອບທຳ.
\v 10 ມີການຕິສອນຢ່າງຫນັກສຳລັບຜູ້ໃດກໍຕາມທີ່ຖິ້ມທາງດີ ເເລະຄົນທີ່ກຽດຄຳຕັກເຕືອນກໍຈະຕາຍ.
\s5
\v 11 ເເດນຄົນຕາຍ ເເລະເເດນພິນາດປະກົດເເຈ້ງຕໍ່ພຣະພັກພຣະຢາເວ, ເເລ້ວໃຈຂອງເຫລົ່າລູກຊາຍຂອງມະນຸດຍິ່ງກວ່ານັ້ນຫລາຍຊ່ຳໃດ?.
\v 12 ຄົນທີ່ມັກເຢາະເຢີ້ຍຄົນອື່ນບໍ່ມັກການຕັກເຕືອນ, ເຂົາຈະບໍ່ໄປຫາຄົນມີປັນຍາ.
\s5
\v 13 ໃຈຍິນດີເຮັດໃຫ້ຈິດໃຈຊື່ນບານ, ເເຕ່ໃຈທີ່ເປັນທຸກເຮັດໃຫ້ຈິດໃຈສະຫລາຍ.
\v 14 ໃຈຂອງຄົນທີ່ມີຄວາມເຂົ້າໃຈກັນກໍສະເເຫວງຫາຄວາມຮູ້, ເເຕ່ປາກຂອງຄົນໂງ່ກໍປ້ອນດ້ວຍຄວາມໂງ່.
\s5
\v 15 ວັນທັງສິ້ນຂອງປະຊາຊົນທີ່ຖືກຂົ່ມເຫັງກໍໂຫດຮ້າຍ, ເເຕ່ໃຈລ້າເລີງມີງານລ້ຽງທີ່ບໍ່ເລີກລາ.
\v 16 ມີຊັບນ້ອຍເເຕ່ມີຄວາມຢຳເກງພຣະຢາເວ ກໍມີຊັບມາກ, ເເຕ່ມີຄວາມວິຕົກກັງວົນຢູ່ດ້ວຍ.
\s5
\v 17 ກິນຜັກເປັນອາຫານໃນສິ່ງທີ່ມີຄວາມຮັກ ກໍດີກວ່າຊີ້ນງົວອ້ວນໂດຍມີການກຽດຊັງຢູ່ດ້ວຍ.
\v 18 ຄົນໂມໂຫຮ້າຍກໍ່ໃຫ້ເກີດການວິວາດ, ເເຕ່ຄົນທີ່ໂກດຊ້າກໍລະງັບການໂຕ້ຖຽງກັນ.
\s5
\v 19 ທາງຂອງຄົນກຽດຄ້ານເຫມືອນກັບທີ່ ທີ່ເຕັມໄປດ້ວຍຄວາມວິດພົ້ນຄວາມເດືອດຮ້ອນ, ເເຕ່ວິຖີຂອງຄົນທ່ຽງທຳເປັນທາງລຽບ.
\v 20 ລູກຊາຍທີ່ມີປັນຍານຳຄວາມຍິນດີມາສູ່ພໍ່ຂອງຕົນ, ເເຕ່ບຸກຄົນທີ່ໂງ່ດູຫມິ່ນປະຫມາດມານດາຂອງຕົນ.
\s5
\v 21 ຄວາມໂງ່ເປັນຄວາມຍິນດິເເກ່ບຸກຄົນທີ່ຂາດຄວາມສຳນຶກ, ເເຕ່ຄົນທີ່ມີຄວາມເຂົ້າໃຈ ຈະດຳເນີນໃນທາງຊື່ຕົງ.
\v 22 ເເຜນງານທີ່ປາສະຈາກການປຶກສາຫາລືກໍຫລົ້ມເຫລວ, ເເຕ່ເມື່ອມີຜູ້ເເນະນຳຈຳນວນຫລາຍເເຜນງານນັ້ນກໍສຳເລັດ.
\s5
\v 23 ບຸກຄົນຈະພົບຄວາມຍິນດີເມື່ອເຂົາມີຄຳຕອບທີ່ຕົງກັບປັນຍາ, ຄຳດຽວທີ່ມາຈາກເວລານັ້ນຊ່າງວິເສດເເທ້!
\v 24 ວິຖີນຳຄົນສະຫລາດຂຶ້ນເບື້ອງເທິງ, ເພື່ອເຂົາຈະໄດ້ຫລີກຫນີຈາກເເດນຄົນຕາຍເບື້ອງລຸ່ມ.
\s5
\v 25 ພຣະຢາເວຊົງຮື້ຖອນບ້ານຂອງຄົນອວດດີ, ເເຕ່ປົກປ້ອງຊັບສິນຂອງເເມ່ຫມ້າຍ.
\v 26 ພຣະຢາເວຊົງກຽດຊັງຄວາມຄິດຂອງປະຊາຊົນທີ່ຊົ່ວຮ້າຍ, ເເຕ່ຄຳຊົມຊື່ນນັ້ນບໍລິສຸດ.
\s5
\v 27 ວິສາຊີບກໍເຮັດໃຫ້ຄອບຄົວຂອງເຂົາລຳບາກ, ເເຕ່ຄົນທີ່ກຽດສິນບົນຈະມີຊີວິດຢູ່.
\v 28 ໃຈຂອງບຸກຄົນຊອບທຳ ໄຕ່ຕອງກ່ອນວ່າຈະຕອບເເນວໃດ, ເເຕ່ປາກຂອງຄົນອະທຳເເມ່ນເທສິ່ງຊົ່ວຮ້າຍອອກມາ.
\s5
\v 29 ພຣະຢາເວຊົງຢູ່ຫ່າງໄກປະຊາຊົນອະທຳ, ເເຕ່ພຣະອົງຊົງໄດ້ຍິນຄຳອະທິຖານຂອງຄົນຊອບທຳ.
\v 30 ຫນ້າຕາຍິ້ມເເຍມເຮັດໃຫ້ມີຄວາມສຸກເເລະຂ່າວດີເຮັດໃຫ້ສະບາຍຂຶ້ນ.
\s5
\v 31 ຖ້າເຈົ້າໃຫ້ຄວາມສົນໃຈໃນຄຳຕັກເຕືອນໃຫ້ດຳເນີນຊີວິດ, ເຈົ້າກໍຈະຢູ່ທ່າມກາງບຸກຄົນທີ່ມີປັນຍາ.
\v 32 ຜູ້ທີ່ບໍ່ຍອມຮັບການແອບສອນກໍເຮັດໃຫ້ຕົນເຈັບປວດ, ແຕ່ຜູ້ທີ່ຍອມຮັບການເເອບສອນກໍຊ່ວຍຕົນໃຫ້ເປັນຄົນສະຫລາດຂຶຶ້ນ.
\s5
\v 33 ການຢຳເກງພຣະຢາເວເປັນການຮຽນຮູ້ໃນຕົວເກີດປັນຍາ ເເລະຄວາມຖ່ອມຕົວມາກ່ອນກຽດຕິຍົດ.
\s5
\c 16
\cl ບົດທີ 16
\p
\v 1 ເເຜນງານຕ່າງໆ ຂອງຈິດໃຈເປັນຂອງບຸກຄົນ, ເເຕ່ພຣະຢາເວປະທານຄຳຕອບຈາກພະໂອດຂອງພະອົງ.
\v 2 ທາງທຸກສາຍຂອງບຸກຄົນກໍບໍລິສຸດໃນສາຍຕາຂອງເຂົາເອງ, ເເຕ່ພຣະຢາເວຊົງກວາດເບິ່ງຈິດໃຈທັງຫລາຍ.
\s5
\v 3 ຈົງມອບງານຂອງເຈົ້າໄວ້ກັບພຣະຢາເວເເລ້ວເເຜນງານຂອງເຈົ້າຈະສຳເລັດ.
\v 4 ພຣະຢາເວຊົງເຮັດໃຫ້ທຸກສິ່ງມີເປົ້າຫມາຍຂອງມັນ, ເເມ່ນຄົນອະທຳກໍເພື່ອວັນເເຫ່ງຄວາມລຳບາກ.
\s5
\v 5 ພຣະຢາເວຊົງກຽດຊັງທຸກຄົນທີ່ມີໃຈຫຍາບຊ້າຈອງຫອງ, ເເຕ່ທີ່ເເນ່ນອນພວກເຂົາຈະຫນີການລົງໂທດໄປບໍ່ໄດ້.
\v 6 ໂດຍຄວາມຈົງຮັກພັກດີເເລະຄວາມສັດຊື່ ຄວາມບາບຊົ່ວກໍຖືກລົບລ້າງໄປ ເເລະໂດຍຄວາມຢຳເກງພຣະຢາເວ ປະຊາຊົນຫັນຈາກຄວາມຊົ່ວຮ້າຍໄດ້.
\s5
\v 7 ເມື່ອທາງຂອງມະນຸດເປັນທີ່ໂປດປານເເກ່ພຣະຢາເວ, ພະອົງຊົງເຮັດໃຫ້ພວກສັດຕູນັ້ນຄືນດີກັບພວກສັດຕູຂອງບຸກຄົນນັ້ນຄືນດີກັບເຂົາໄດ້.
\v 8 ມີລາຍໄດ້ພຽງເລັກນ້ອຍພ້ອມກັບມີຄວາມຊອບທຳ, ກໍດີກວ່າມີລາຍໄດ້ຫລາຍກວ່າຄວາມຍຸດຕິທຳ.
\s5
\v 9 ບຸກຄົນວາງເເຜນງານໃນໃຈຂອງເຂົາ, ເເຕ່ພຣະຢາເວຊົງນຳງບາດຕີນຂອງເຂົາ.
\v 10 ຄຳຕັດສິນທີ່ສະຫລາດຢູທີ່ປາກຂອງກະສັດ, ພະໂອດຂອງພຣະອົງຊື່ຕົງໃນການພິພາກສາ.
\s5
\v 11 ຕາຊັ່ງທັງຫລາຍທີ່ທ່ຽງຕົງມາຈາກພຣະຢາເວ; ຕຸ້ມນ້ຳຫນັກທັງຫມົດໃນຖົງເປັນພາລະກິດຂອງພະອົງ.
\v 12 ເມື່ອບັນດາກະສັດຊົງເຮັດສິ່ງທີ່ຊົ່ວນັ້ນເປັນສິ່ງທີ່ຕ້ອງໄດ້ຮັບການຕຳນິ, ເພາະວ່າຣຊາບັນລັງໄດ້ຮັບການສະຖາປານາໄວ້ດ້ວຍຄວາມຊົອບທຳ.
\s5
\v 13 ພຣະເຈົ້າຊົງໂປດປານຮິມສົບທີ່ກ່າວອອກມາຈາກປາກມີຄວາມຊອບທຳ ເເລະພຣະອົງຊົງຮັກຜູ້ທີ່ເວົ້າຕົງໄປຕົງມາ.
\v 14 ພະພິໂຣດຂອງກະສັດເປັນທູດເເຫ່ງຄວາມຕາຍ, ເເຕ່ຄົນທີ່ມີປັນຍາຈະລະງັບພະພິໂຣດນັ້ນ.
\s5
\v 15 ໃນຄວາມສະຫງ່າເເຫ່ງພະພັກຂອງກະສັດຄືຊີວິດເເລະຄວາມໂປດປານຂອງພະອົງຄືເມກທີ່ນຳຝົນຕົ້ນລະດູມາໃຫ້.
\v 16 ໄດ້ປັນຍາທີ່ດີກວ່າໄດ້ທອງຄຳສັກເທົ່າໃດ. ເເລະໄດ້ຄວາມຮູ້ກໍຫນ້າຈະດີກວ່າໄດ້ເງິນ.
\s5
\v 17 ທາງຫລວງຂອງປະຊາຊົນທີ່ທ່ຽງທຳຫລີີກຫນີອອກຈາກຄວາມຊົ່ວຮ້າຍ; ທີ່ຄົນຮັກສາຊີວິດຂອງເຂົາ ກໍລະເເວດລະວັງທາງຂອງເຂົາ.
\v 18 ຄວາມຈອງຫອງມາກ່ອນການຖືກທຳລາຍ ເເລະຄວາມເວົ້າຫຍາບຊ້າກໍນຳໄປສູ່ການຫລົ້ມຈົມ.
\s5
\v 19 ເປັນຄົນຖ່ອມໂຕຢູ່ກັບປະຊາຊົນທີ່ຍາກຈົນ ກໍດີກວ່າເປັນຫຸ້ນສ່ວນໃນສິ່ງຂອງ ຂອງຄົນອວດດີປຸ້ນມາ.
\v 20 ຜູ້ໃສ່ໃຈໃນສິ່ງທີ່ພວກເຂົາໄດ້ຮັບການສອນ ກໍຈະພົບເເຕ່ສິ່ງທີ່ດີ, ການທີ່ວາງໃຈໃນພຣະຢາເວຈະໄດ້ຮັບການອວຍພອນ.
\s5
\v 21 ຄົນມີປັນຍາເອີ້ນໄດ້ວ່າເປັນຄົນມີຄວາມເຂົ້າໃຈເເລະວາຈາອ່ອນຫວານເພີ່ມພະລັງໃນການສອນ.
\v 22 ປັນຍາເປັນນ້ຳພຸເເຫ່ງຊີວິດເເກ່ຜູ້ເປັນເຈົ້າຂອງ, ເເຕ່ການສັ່ງສອນຂອງຄົນໂງ່ເປັນຄວາມໂງ່ຂອງພວກເຂົາ.
\s5
\v 23 ໃນໃຈຂອງຄົນມີປັນຍາເຮັດໃຫ້ວາຈາຂອງເຂົາຫວານຊື່ນ ເເລະ ເພີ່ມອຳນາດການສັ່ງສອນເເກ່ປາກຂອງເຂົາ.
\v 24 ຖ້ອຍຄຳຊື່ນຊົມເປັນເຫມືອນຮັງເຜິ້ງ ເປັນຄວາມຫວານເເກ່ຈິດວິນຍານ ເເລະເປັນການຢຽວຢາລະຫວ່າງກະດູກ.
\s5
\v 25 ມີທາງຫນຶ່ງຊຶ່ງເຮົາຄິດວ່າຖືກ, ເເຕ່ປາຍທາງຄືຄວາມຕາຍ
\v 26 ຄວາມຫິວຂອງພະນັກງານເຮັດໃຫ້ເຂົາດຸຫມັ່ນເພາະຄວາມຕ້ອງການ, ການຕອບສະຫນອງຄວາມຫິວນັ້ນ.
\s5
\v 27 ຄົນຊົ່ວຮ້າຍເເຈກຢາຍເເນວບໍ່ດີ ລີ້ນລາວເປັນໄຟດັ່ງທີ່ລຸກໄຫມ້ ດ້ວຍຄຳເວົ້າອັນຊົ່ວຊ້າ.
\v 28 ຄົນເລ່ລ່ຽມກໍໄຫ້ເກີດອາການຜິດຖຽງກັນ ຄົນມັກເວົ້າຂວັນນິນທາທຳລາຍມິດຕະພາບ.
\s5
\v 29 ຄົນທີ່ມັກໃຊ້ຄວາມຮຸນເເຮງຫລອກລວງຫມູ່ເພື່ອນ ເເລະນຳເຂົາເຂົ້າສູ່ຄວາມຈິບ ຫາຍ.
\v 30 ບຸກຄົນທີ່ຂະຍິບຕາຍິ້ມເເຍ້ມ, ໃຫ້ຄອຍລະວັງເອົາ ໃນໃຈເຂົາຄິດຮ້າຍຫມາຍເເຕ່ທຳລາຍຄົນ.
\s5
\v 31 ຊີວິດຄົນຍືນຫມັ້ນເປັນບຳເນັດ; ຂອງຄົນຊອບທຳ ເເລະເປັນມົງກຸດອັນສະຫງ່າລາສີ.
\v 32 ບຸກຄົນທີ່ອົດທົນດີກວ່າມີອຳນາດ ຄວບຄຸມຕົນເອງໄດ້ກໍດີກວ່າຄວບຄຸມເມືອງທັງຫມົດ.
\s5
\v 33 ມະນຸດໃຊ້ສະຫລາກຢ່າກຮູ້ຈຸດປະສົງ, ເເຕ່ເເມ່ນພຣະຢາເວເອງທີ່ໃຫ້ຄຳຊີ້ຂາດ.
\s5
\c 17
\cl ບົດທີ 17
\p
\v 1 ກິນເຂົ້າເເຫ້ງຢ່າງສະຫງົບສຸກ ໃນບ້ານກໍດີກວ່າກິນລ້ຽງ ໃນງານທີ່ມີຄວາມວຸ້ນວາຍ.
\v 2 ຄົນຮັບໃຊ້ທີ່ສະຫລາດຈະປົກຄອງລູກຊາຍ ຜູ້ກໍ່ເລື້ອງຫນ້າອັບອາຍ ເເລະຈະໄດ້ສ່ວນເເບ່ງມໍລະດົກຄືເປັນຄົນຫນຶ່ງໃນຫມູ່ພີ່ນ້ອງ.
\s5
\v 3 ເງິນຄຳຖືກທົດລອງດ້ວຍໄຟສັນໃດ, ແຕ່ໃຈມະນຸດກໍຈະຖືກພຣະຢາເວລອງຢູ່ສັນນັ້ນ.
\v 4 ຄົນຊົ່ວທີ່ມັກຟັງສິ່ງທີ່ຊົ່ວໆ, ເເລະຄົນຂີ້ຕົວະກໍມັກຟັງເລື່ອງທີ່ຕົວະຕົ້ມ.
\s5
\v 5 ຜູ້ໃດກໍຕາມທີ່ຫຍຽບຫຍາມຄົນຍາກຈົນ ກໍດູຖູກພຣະຜູ້ສ້າງຂອງເຂົາ ເເລະຜູ້ທີ່ຍິນດີເມື່ອເກີດໄພພິບັດເເກ່ຄົນອື່ນຈະຖືກລົງໂທດກໍບໍ່ມີ.
\v 6 ບັນດາຫລານທັງຫລາຍເປັນມົງກຸດຂອງຜູ້ສູງໄວ ເເລະບິດາມານດາສັກສີມາສູ່ລູກຫລານຂອງພວກເຂົາ
\s5
\v 7 ຄົນທີ່ຫນ້ານັບຖືເວົ້າຕົວະບໍ່ໄດ້ສັນໃດ; ຄົນໂງ່ຈ້າກໍເວົ້າບໍ່ເປັນຕາຟັງສັນນັ້ນ.
\v 8 ສິນບົນຄືເເກ້ວວິເສດໃນສາຍຕາຂອງຜູ້ໃຫ້, ບໍ່ວ່າເຂົາຈະໄປທາງໃດກໍປະສົບຄວາມສຳເລັດ.
\s5
\v 9 ຜູ້ໃຫ້ອະໄພການລະເມີດກໍມຸ່ງຈະສ້າງມິດຕະພາບ, ເເຕ່ຄົນທີ່ເວົ້າຢ້ຳຄວາມຜິດຈະເຮັດໃຫ້ຫມູ່ສະນິດເເຍກຈາກກັນ.
\v 10 ຄຳວ່າກ່າວຄັ້ງດຽວຈະຊຶມເລິກເຂົ້າໄປສຳລັບຄົນທີ່ເຂົ້າໃຈ ຫລາຍກວ່າຄົນຕີຄົນໂງ່ລ້ອຍເທື່ອ.
\s5
\v 11 ຄົນຊົ່ວຮ້າຍສະເເຫວງຫາເເຕ່ຄວາມຈິບຫາຍ, ດັງນັ້ນຜູ້ສື່ສານດຸຮ້າຍຈະຖືກສົ່ງໄປສູ້ເຂົາ
\v 12 ໃຫ້ຄົນໄປພົບເເມ່ຫມີທີ່ລູກຖືກລັກໄປ ຍັງດີກວ່າພົບຄົນໂງ່ໃນຄວາມໂງ່ຂອງເຂົາ.
\s5
\v 13 ຄົນທີ່ເຮັດຄວາມຊົ່ວຕອບເເທນຄວາມດີ, ຄວາມຊົ່ວຈະບໍ່ພາກຈາກບ້ານຂອງຄົນນັ້ນ.
\v 14 ການຜິດຖຽງກັນກໍ່ຊ່ຳເຄື່ອນເລີ່ມເເຕກ, ຄວນຍຸດຕິເລື່ອງລາວກ່ອນເກີດການຜິດຖຽງກັນ.
\s5
\v 15 ບຸກຄົນທີ່ເຮັດໃຫ້ຄົນອະທຳພົ້ນຄວາມຜິດ ເເລະບຸກຄົນທີ່ລົງໂທດຄວາມຊອບທຳທັງສອງກໍເປັນທີ່ກຽດຊັງຕໍ່ພຣະຢາເວ.
\v 16 ເປັນຫຍັງຄົນໂງ່ຈຶ່ງຈ່າຍເງິນເພື່ອຊື້ປັນຍາ, ໃນເມື່ອເຂົາບໍ່ມີຄວາມສາມາດທີ່ຈະຮຽນຮູ້?.
\s5
\v 17 ມິດສະຫາຍຍ່ອມຮັກກັນທຸກເວລາ ເເລະພີ່ນ້ອງເກີດມາເພື່ອຊ່ວຍກັນຍາມທຸກຍາກ.
\v 18 ຄົນທີ່ບໍ່ມີຄວາມຄິດຍ່ອມໃຫ້ຄຳປະຕິຍານ ເເລະເປັນຜູ້ຄ້ຳປະກັນເພື່ອນບ້ານຂອງຕົນ.
\s5
\v 19 ຜູ້ໃດກໍຕາມທີ່ຮັກການຂັດເເຍ່ງກໍຮັກຄວາມບາບ, ຄົນຂີ້ສະຫາວກໍນຳໄປຫາຄວາມພິນາດ.
\v 20 ບຸກຄົນທີ່ໃຈຄົດຈະບໍ່ພົບສິ່ງດີເລີຍ; ເເລະບຸກຄົນທີ່ມີລີ້ນຕະຫລົບຕະເເລງຍ່ອມຕົກຢູ່ໃນຄວາມຍາກລຳບາກ.
\s5
\v 21 ຜູ້ໃດກໍຕາມທີ່ເປັນບິດາມານດາຂອງຄົນໂງ່ຍ່ອມທຸກໂສກ; ເເລະບິດາຂອງຄົນໂງ່ກໍບໍ່ມີຄວາມຊື່ນບານ.
\v 22 ໃຈລ້າເລີງເປັນຢາຢ່າງດີ, ເເຕ່ຈິດໃຈຊອກຊ້ຳເຮັດໃຫ້ກະດູກເເຫ້ງ.
\s5
\v 23 ຄົນອະທຳຮັບສິນບົນເປັນການລັບ ເພື່ອບິດເບືອນວິຖີເເຫ່ງຄວາມຍຸດຕິທຳ.
\v 24 ຄົນທີ່ມີຄວາມເຂົ້າໃຈຍ່ອມຈັບຈ້ອງເບິ່ງບັນຫາ, ເເຕ່ຕາຂອງຄົນໂງ່ຢູ່ທີ່ສຸດປາຍຂອງເເຜ່ນດິນໂລກ.
\s5
\v 25 ລູກຊາຍທີ່ໂງ່ເປັນຄວາມໂສກສະຫລົດໃຈເເກ່ພໍ່ຂອງເຂົາ ເເລະເປັນຄວາມຂົ່ມຂື່ນເເກ່ແມ່ທີ່ກຳເນີດຂອງເຂົາ.
\v 26 ການລົງໂທດ; ຄົນຊອບທຳກໍບໍ່ດີ ການຕີພວກຂ້າຣາຊການເພາະຄວາມຊື່ຕົງກໍຜິດ.
\s5
\v 27 ບຸກຄົນທີ່ມີຄວາມຮູ້ກໍຢັບຢັ້ງຖ້ອຍຄຳຂອງເຂົາ ເເລະບຸກຄົນທີ່ມີຈິດໃຈເຍືອກເຢັນເປັນຄົນທີ່ມີຄວາມເຂົ້າໃຈ.
\v 28 ເເມ່ນຄົນໂງ່ຫາກເສີຍກໍນັບວ່າມີປັນຍາ; ເມື່ອເຂົາປິດປາກຂອງເຂົາກໍມີພິກໄຫວ.
\s5
\c 18
\cl ບົດທີ 18
\p
\v 1 ຄົນທີ່ພິກໂຕເອງອອກໄປ ກໍສະເເຫວງຫາສິ່ງທີ່ເຂົາປາຖະຫນາ ເເລ້ວເຂົາມີຄວາມຂັດເເຍ້ງກັບຄວາມພິຈາລະນາທຸກຢ່າງ.
\v 2 ຄົນໂງ່ບໍ່ເພີດເພີນໃນຄວາມເຂົ້າໃຈ, ເເຕ່ເພີດເພີນໃນການສະເເດງຄວາມຄິດເຫັນຂອງເຂົາເທົ່ານັ້ນ.
\s5
\v 3 ເມື່ອຄົນອະທຳມາເຖິງ, ຄວາມມິ່ນປະຫມາດກໍມາດ້ວຍ ເເລະມາດ້ວຍຄວາມອັບປະຍົດເເລະຄວາມອົດສູ.
\v 4 ຖ້ອຍຄຳທັງຫລາຍໃນປາກຂອງເຮົາເປັນນ້ຳເລິກ; ນ້ຳພຸເເຫ່ງປັນຍາເປັນທານເເຫ່ງນ້ຳໄຫລ.
\s5
\v 5 ການລຳອຽງເຂົ້າຂ້າງຄົນອະທຳນັ້ນບໍ່ດີ, ການເອົາຄວາມຍຸດຕິທຳໄປຈາກຄົນຊອບທຳກໍບໍ່ດີດ້ວຍ.
\v 6 ເມື່ອຄົນໂງ່ຈ້າຜິດຖຽງກັນ ການຊົກຕີກັນກໍມັກຈະເກີດຂຶ້ນ.
\s5
\v 7 ປາກຂອງຄົນໂງ່ເປັນສິ່ງທຳລາຍຕົວເຂົາເອງ ເເລະປາກຂອງເຂົາກໍເປັນບ້ວງດັກເຂົາເອງ.
\v 8 ຖ້ອຍຄຳຂອງຄົນທີ່ຊຸບຊິບກໍຄືອາຫານທີ່ມີລົດຊາດເເຊບ ແລະມັນລົງເລິກໄປຍັັງສ່ວນຕ່າງໆ ໃນຮ່າງກາຍ.
\s5
\v 9 ຄົນກຽດຄ້ານໃນການງານ ກໍເປນທີ່ພີ່ນອງຫລາຍຄົນຊອບທຳຫລາຍ.
\v 10 ພຣະນາມຂອງພຣະຢາເວເປັນປ້ອມທີ່ເຂັ້ມເເຂງ, ບຸກຄົນທີ່ຊອບທຳເເລ່ນເຂົ້າໄປໃນນັ້ນເເລະປອດໄພ.
\s5
\v 11 ເເລະໃນຄວາມຄິດເຫັນຂອງຄົນມັ່ງມີເປັນເມືອງ ທີ່ເຂັ້ມເເຂງຂອງເຂົາມັນເປັນຄືກຳເເພງທີ່ສູງ.
\v 12 ກ່ອນທີ່ເຂົາຈະຖືກທຳລາຍ, ເເຕ່ຄວາມຖ່ອມໂຕມາກ່ອນກຽດ.
\s5
\v 13 ຄົນທີ່ຕອບກ່ອນຈະຟັງ ກໍເປັນຄວາມໂງ່ ເເລະຄວາມຂາຍຫນ້າເເກ່ເຂົາ.
\v 14 ຈິດໃຈຂອງບຸກຄົນຈະທົນຕໍ່ຄວາມເຈັບປ່ວຍໄດ້, ເເຕ່ຈິດໃຈຂອງຄົນຊ້ຳໃຜຈະທົນໄດ້?.
\s5
\v 15 ໃຈຂອງຄົນທີ່ມີຄວາມເຂົ້າໃຈຍ່ອມໄດ້ຄວາມຮູ້ ເເລະການໄດ້ຟັງຂອງຄົນມີປັນຍາສະເເຫວງຫາຄວາມຮູ້.
\v 16 ມີຂອງຂວັນໄປພ້ອມໄຂຊ່ອງທາງໃຫ້ຄົນນັ້ນ ເເລະນຳເຂົາມາເຖິງຄົນໃຫຍ່ຄົນໂຕ.
\s5
\v 17 ຜູ້ເປັນທະນາຍຂອງຕົນກໍ່ເບິ່ງເປັນຝ່າຍຖືກ ຈົນກວ່າຝ່າຍຕົງຂ້າມຈະມາຄັດຄ້ານເຂົາ.
\v 18 ການຈັບສະຫລາກເຮັດໃຫ້ ການຜິດກັນສິ້ນສຸດລົງ ເເລະເເຍກຄູ່ໂຕ້ຖຽງທີ່ມີກຳລັງອອກຈາກກັນ.
\s5
\v 19 ຄວາມຊ່ວຍເຫລືອຂອງອ້າຍນ້ອງກໍສ່ຳກັບກຳເເພງເມືອງທີ່ເຂັ້ມເເຂງ, ເເຕ່ການຜິດຖຽງກັນກໍຊ່ຳກັນກັບເຫລັກໄລປະຕູອັດຕັນຕົນໄວ້.
\v 20 ທ້ອງຂອງຄົນຈະອີ່ມດ້ວຍຜົນເເຫ່ງປາກຂອງເຂົາ; ເຂົາຈະເຕັມອີ່ມດ້ວຍຜົນຜະລິດເເຫ່ງປາກຂອງເຂົາ.
\s5
\v 21 ຄວາມຕາຍເເລະຊີວິດຢູ່ໃນອຳນາດຂອງລີ້ນ, ເເລະບຸກຄົນນັ້ນທີ່ຮັກລີ້ນກໍຈະກິນຜົນຂອງມັນ.
\v 22 ໃຜພົບເມຍກໍພົບຂອງດີ ເເລະໄດ້ຄວາມໂປດປານຈາກພຣະຢາເວ.
\s5
\v 23 ບຸກຄົນຍາກຈົນໃຊ້ຄຳອ້ອນວອນ, ເເຕ່ບຸກຄົນຮັ່ງມີຕອບສຽງຫ້ວນໆ.
\v 24 ຄົນທີ່ກ່າວວ່າເຂົາມີຫມູ່ຫລາຍຊຶ່ງພວກເຂົານຳຫາຍຍະນະມາໃຫ້, ເເຕ່ມີສະຫາຍຍິ່ງກວ່າພີ່ນ້ອງ.
\s5
\c 19
\cl ບົດທີ 19
\p
\v 1 ບຸກຄົນຍາກຈົນຜູ້ດຳເນີນໃນສັກສີຂອງເຂົາກໍດີກວ່າຄົນທີ່ເວົ້າບິດເບືອນ ເເລະເປັນຄົນໂງ່ຈ້າ.
\v 2 ເຊັ່ນດຽວກັນກັບສິ່ງທີ່ບໍ່ດີທີ່ມີຄວາມກະຕືລືລົ້ນ, ເເຕ່ປາສະຈາກຄວາມຮູ້ ເເລະຄົນທີ່ເລັ່ງຕີນມັນຈະອອກມານອກເສັ້ນທາງ.
\s5
\v 3 ຄວາມໂງ່ຂອງບຸກຄົນທຳລາຍຊີວິດຂອງເຂົາເອງ ເເລະຈິດໃຈຂອງເຂົາກໍກ້ຽວກາດຕໍ່ພຣະຢາເວ.
\v 4 ຊັບສົມບັດເຮັດໃຫ້ມີຫມູ່ຫລວງຫລາຍ, ເເຕ່ຄົນຍາກຈົນກໍຖືກເພື່ອນບ້ານຕີຈາກ.
\s5
\v 5 ພະຍານເວົ້າຕົວະກໍຈະຖືກລົງໂທດໃນສານ ເເລະຄົນເວົ້າຕົວະຕະຫລອດເວລາຈະຫນີບໍ່ພົ້ນ.
\v 6 ຄົນຫລາຍມັກຈະປະຈົບປະເເຈງ ຄົນໃຈກວ້າງ ເເລະທຸກຄົນກໍເປັນມິດກັນ.
\s5
\v 7 ຍາດພີ່ນ້ອງຂອງຄົນຍາກຈົນກໍຍັງຊັງເຂົາ; ເເລ້ວຫມູ່ຈະຫນີຫ່າງຈາກເຂົາ, ໄປປານໃດ ເເມ່ນເຂົາຕາມໄປວິ່ງວອນ, ເເຕ່ພວກເຂົາກໍຫາຍຫນ້າກັນໄປຫມົດ.
\v 8 ຄົນທີ່ໄດ້ປັນຍາກໍຮັກຊີວິດຕົນເອງ; ຄົນທີ່ຮັກສາຄວາມເຂົ້າໃຈໄວ້ຈະພົບເເຕ່ສິ່ງດີ.
\s5
\v 9 ພະຍານເວົ້າຕົວະຈະຖືກລົງໂທດ, ເເຕ່ຄົນເວົ້າຕົວະຕະຫລອດເວລາຈະພິນາດ.
\v 10 ທີ່ຄົນໂງ່ຈະກິນຢູ່ຢ່າງຫລູຫລາກໍບໍ່ເຫມາະສົມຢູ່ເເລ້ວ ຍິ່ງບໍ່ເຫມາະຫລາຍກວ່ານັ້ນອີກທີ່ທາດຈະປົກຄອງເຈົ້ານາຍ.
\s5
\v 11 ຄວາມສະຫລາດຂອງບຸກຄົນທີ່ເຮັດໃຫ້ເຂົາຊັງ ເເລະການໃຫ້ອະໄພຄວາມຜິດກໍເປັນສັກສີເເກ່ເຂົາ.
\v 12 ຄວາມຮ້າຍຂອງກະສັດກໍຄືສຽງຄຳລາມຂອງສິງຫນຸ່ມ, ເເຕ່ຄວາມໂປດປານຂອງພະອົງຄືນ້ຳຄ້າງຢູ່ຫຍ້າ.
\s5
\v 13 ລູກຊາຍທີ່ໂງ່ຈ້າເປັນຫາຍຍະນະເເກ່ພໍ່ຂອງເຂົາ ເເລະເມຍມັກຮ້າຍກໍຄືນ້ຳໄຫລຢົດບໍ່ຢຸດ.
\v 14 ບ້ານກັບຊັບສົມບັດເປັນມໍລະດົກຈາກພໍ່, ເເຕ່ເມຍທີ່ສະຫລາດມາຈາກພຣະຢາເວ.
\s5
\v 15 ຄວາມກຽດຄ້ານເຮັດໃຫ້ບຸກຄົນຫລັບສະນິດ, ເເຕ່ຄົນທີ່ບໍ່ຢາກເຮັດວຽກກໍ່ຈະຫິວ.
\v 16 ຄົນທີ່ຮັກສາບັນຍັດຍ່ອມປົກປ້ອງຊີວິດຂອງເຂົາ, ແຕ່ບຸກຄົນທີ່ບໍ່ຄຳນຶງເຖິງທາງຂອງເຂົາກໍຈະຕາຍ.
\s5
\v 17 ບຸກຄົນໃດກໍຕາມທີ່ເມດຕາຄົນຍາກຈົນກໍໃຫ້ພຣະຢາເວຊົງຢືມ ເເລະພຣະອົງຈະຕອບເເທນການກະທຳຂອງເຂົາ.
\v 18 ຈົ່ງຕີສອນລູກຊາຍຂອງເຈົ້າເມື່ອຂະນະທີ່ຍັງມີຄວາມຫວັງ ເເລະຢ່າຈົງໃຈເຮັດໃຫ້ເຂົາພິນາດໄປ.
\s5
\v 19 ບຸກຄົນທີ່ໃຈຮ້າຍຈະຕ້ອງໄດ້ຮັບການລົງໂທດ, ເພາະຖ້າເຈົ້າຊ່ວຍເຂົາເເລ້ວ ເຈົ້າກໍຈະຕ້ອງຊ່ວຍເຂົາອີກ.
\v 20 ຈົ່ງຟັງຄຳເເນະນຳເເລະຮັບການສັ່ງສອນ, ເພື່ອເຈົ້າຈະໄດ້ມີປັນຍາຈົນເຖິງວາລະສຸດທ້າຍເເຫ່ງຊີວິດ.
\s5
\v 21 ໃນໃຈຂອງມະນຸດມີເເຜນງານຫລາຍ, ເເຕ່ຈຸດປະສົງຂອງພຣະຢາເວຈະດຳລົງຢູ່.
\v 22 ຄວາມຈົງຮັກພັກດີຄືສິ່ງທີ່ຫນ້າປາຖະຫນາໃນໂຕມະນຸດ ເເລະບຸກຄົນຍາກຈົນດີກວ່າຄົນເວົ້າຕົວະ.
\s5
\v 23 ຄວາມຢຳເກງພຣະຢາເວນຳປະຊາຊົນໄປສູ່ຊີວິດ, ຜູ້ໃດກໍຕາມທີ່ຢຳເກງພຣະອົງຈະຢູ່ຢ່າງຜາສຸກແລະຈະບໍ່ມີສິ່ງຮ້າຍໃດໆມາເເຕະຕ້ອງໄດ້.
\v 24 ຄົນທີ່ຂີ້ຄ້ານຝັງມືເຂົາໄວ້ໃນຊາມ, ເຂົາບໍ່ຍອມເເມ່ນເເຕ່ຈະຢິບອາຫານເຂົ້າປາກຂອງເຂົາ.
\s5
\v 25 ຈົ່ງຕີຄົນທີ່ເວົ້າເຢາະເຢີ້ຍ, ເເລະຄົນຮູ້ນ້ອຍຈະກາຍເປັນໂງ່, ຈົ່ງຕັກເຕືອນຄົນທີ່ມີຄວາມເຂົ້າໃຈເເລະເຂົາຈະໄດ້ຮູ້.
\s5
\v 26 ຄົນທີ່ປຸ້ນພໍ່ຂອງເຂົາເເລະຂັບໄລ່ແມ່ຂອງເຂົາ ເປັນລູກຊາຍທີ່ນຳຄວາມອັບອາຍເເລະນຳຄວາມເຊື່ອມເສຍມາໃຫ້.
\v 27 ລູກຊາຍເອີຍ, ຖ້າເຈົ້າບໍ່ຟັງຄຳສັ່ງສອນ, ເຈົ້າກໍຈະຫລົງໄປຈາກຖ້ອຍຄຳເເຫ່ງຄວາມຮູ້.
\s5
\v 28 ພະຍານສໍ້ສົນຍ່ອມເຢາະເຢີ້ຍຄວາມຍຸດຕິທຳ ເເລະປາກຂອງຄົນອະທຳກໍກືນກິນສິ່ງຊົ່ວຮ້າຍ.
\v 29 ການພິພາກສາມີພ້ອມສຳລັບຄົນທີ່ມັກເຢາະເຢີ້ຍ ເເລະການໂບຍຕີມີໄວ້ສຳລັບຫລັງຂອງຄົນໂງ່.
\s5
\c 20
\cl ບົດທີ 20
\p
\v 1 ເຫລົ້າອະງຸ່ນເຮັດໃຫ້ເປັນຄົນມັກເຢາະເຢີ້ຍເເລະການກິນເຫລົ້າກໍເຮັດໃຫ້ຂວາງ, ໃຜກໍຕາມທີ່ກິນເຂົ້າໄປເເລ້ວບໍ່ມີປັນຍາ,
\v 2 ຄວາມຢ້ານຂອງກະສັດຄືກັບຄວາມຢ້ານຂອງສິງຫນຸ່ມ, ໃຜເຮັດໃຫ້ພະອົງໃຈຮ້າຍກໍສ່ຽງຊີວິດຂອງຕົນເອງ.
\s5
\v 3 ທີ່ຈະຫລີກລ້ຽງການວິວາດກໍເປັນກຽດສຳລັບຄົນເຮົາ, ເເຕ່ຄົນໂງ່ທຸກຄົນຈະຜິດກັນ.
\v 4 ບຸກຄົນທີ່ຂີ້ຄ້ານບໍ່ໄຖນາໃນລະດູເຮັດນາ; ເຂົາຈະເບິ່ງພືດຜົນໃນລະດູເກັບກ່ຽວເເຕ່ບໍ່ພົບຫຍັງເລີຍ.
\s5
\v 5 ຈຸດປະສົງໃນໃຈຄືນ້ຳເລິກ, ເເຕ່ຄົນທີ່ມີຄວາມເຂົ້າໃຈຈະຫວິດມັນອອກມາໄດ້.
\v 6 ບຸກຄົນທັງຫລາຍປ່າວຮ້ອງຄວາມຈົງຮັກພັກດີຂອງຕົນເອງ, ເເຕ່ໃຜຈະຫາຄົນສື່ສັດພົບ?.
\s5
\v 7 ຄົນຊອບທຳດຳເນີນໃນຄວາມສັດຊື່ຂອງເຂົາ, ເເລະລູກຫລານທັງຫລາຍຂອງເຂົາທີ່ເກີດຕາມມາເປັນສຸກ.
\v 8 ກະສັດຜູ້ນັ່ງເທິງບັນລັງເພື່ອເຮັດຫນ້າທີ່ພິພາກສາ ຊົງເເຍກເເຍະຄວາມຊົ່ວທຸກຢ່າງອອກດ້ວຍຕາຂອງພະອົງ.
\s5
\v 9 ໃຜຈະເວົ້າໄດ້ວ່າ, "ຂ້ານ້ອຍເຮັດໃຫ້ໃຈຂອງໂຕເອງສະອາດເເລ້ວ; ຂ້ານ້ອຍບໍຣິສຸດພົ້ນບາບເເລ້ວ"?
\v 10 ຕຸ້ມນ້ຳຫນັກສໍ້ສົນເເລະເຄື່ອງຕວງຂີ້ໂກງ ທັງຄູ່ຕ່າງເປັນທີ່ກຽດຊັງຂອງພຣະຢາເວ.
\s5
\v 11 ເເມ່ນເເຕ່ເດັກກໍເຜີຍໂຕເອງອອກມາໂດຍການປະພຶດຂອງເຂົາ, ວ່າສິ່ງທີ່ເຂົາເຮັດບໍຣິສຸດເເລະຖືກຕ້ອງບໍ່.
\v 12 ຫູທີ່ໄດ້ຍິນກັບດວງຕາທີ່ເບິ່ງເຫັນ ພຣະຢາເວຊົງສ້າງທັງສອງຢ່າງ.
\s5
\v 13 ຢ່າຮັກການນອນຫລັບ ເກງວ່າເຈົ້າຈະຍາກຈົນ; ຈົງມືນຕາຂອງເຈົ້າ ເເລະເຈົ້າຈະໄດ້ກິນອີ່ມ.
\v 14 " ຜູ້ຊື້ເວົ້າວ່າ" ຂອງບໍ່ດີ", ເເຕ່ເມື່ອເຂົາໄປເເລ້ວເຂົາຈຶ່ງອວດວ່າໂຕຊື້ຂອງໄດ້ຖືກ.
\s5
\v 15 ທອງຄຳເເລະອັນຍະມະນີທີ່ມີຄ່າຢ່າງຫລວງຫລາຍ, ເເຕ່ປາກທີ່ມີຄວາມຮູ້ກໍເປັນຂອງລ້ຳຄ່າຍິ່ງ.
\v 16 ຜູ້ໃດຜູ້ຫນຶ່ງທີ່ຮັບໃຊ້ຫນີ້ສິນຄົນເເປກຫນ້າ, ເເລະຈົ່ງຍຶດຫມັ້ນໄວ້ໃນເມື່ອເຂົາປະກັນໃຫ້ຜູ້ຍິງເສເພ.
\s5
\v 17 ອາຫານທີ່ໄດ້ມາຈາກການຫລອກລວງມີລົດຫວານເເກ່ຜູ້ທີ່ໄດ້ມາ, ເເຕ່ພາຍຫລັງປາກຂອງເຂົາຈະເຕັມໄປດ້ວຍລວດລາຍ.
\v 18 ເເຜນການສຳເລັດໄດ້ເພາະຄຳປຶກສາ ເເລະເມື່ອມີການນຳທີ່ສະຫລາດເທົ່ານັ້ນ ຖ້າຄິດຈະກໍ່ສົງຄາມ.
\s5
\v 19 ຄົນທີ່ທ່ຽວຊຸບຊິບຍ່ອມເຜີຍຄວາມລັບເເລະດັ່ງນັ້ນຢ່າເຂົ້າສັງຄົມກັບຄົນປາກບອນ.
\v 20 ຖ້າບຸກຄົນເເຊ່ງພໍ່ຂອງເຂົາຫລືແມ່ຂອງເຂົາ, ຊີວິດຂອງເຂົາຈະດັບໃນຄວາມມືດ.
\s5
\v 21 ມໍລະດົກທີ່ໄດ້ມາຢ່າງຊິງສຸກກ່ອນເຫີ່ມໃນຕົ້ນ ທີ່ສຸດຂອງປາຍກໍບໍ່ເປັນມົງຄົນ.
\v 22 ຢ່າເວົ້າວ່າ, "ຂ້ອຍຈະເເກ້ເເຄ້ນຄວາມຊົ່ວນີ້!" ຈົ່ງລໍຄອຍພຣະຢາເວ ພຣະອົງຈະຊົງຊ່ວຍເຈົ້າ.
\s5
\v 23 ພຣະຢາເວຊົງກຽດຊັງຕຸ້ມນ້ຳຫນັກສໍ້ສົນ ເເລະຕາຊັ່ງຂີ້ໂກງກໍບໍ່ດີ.
\v 24 ພຣະຢາເວຊົງກຳນົດທາງເດີນຂອງພວກເຂົາ, ໃຜຈະເຂົ້າໃຈທິດທາງຊີວິດຂອງຕົນເອງໄດ້ຢ່າງໃດ?.
\s5
\v 25 ຈົ່ງຄິດໃຫ້ດີກ່ອນຈຶ່ງສັນຍາຕໍ່ພຣະເຈົ້າ, ວ່າຈະຖວາຍບູຊາຕໍ່ມາອາດສະເສຍໃຈຕາມພາຍຫລັງກໍໄດ້
\v 26 ກະສັດທີ່ມີປັນຍາຈະຮູ້ວ່າເເມ່ນໃຜຜິດ ເເລະລົງໂທດທັນທີໂດຍບໍ່ມີຄວາມເມດຕາຈັກດີ້.
\s5
\v 27 ພຣະຢາເວໃຫ້ຈິດໃຈເເລະຈິດສຳນຶກເເກ່ເຮົາ, ເຮົາບໍ່ສາມາດປິດບັງຈາກຕົນເອງໄດ້.
\v 28 ຄວາມຈົງຮັກພັກດີເເລະຄວາມຊື່ສັດພິທັກກະສັດໄວ້; ເພິ່ນຈະຊົງເຮັດໃຫ້ພະທີ່ນັ່ງຫມັ້ນຄົງດ້ວຍຄວາມຮັກ.
\s5
\v 29 ສັກສີຂອງບັນດາຄົນຫມຸ່ມຄືກຳລັງຂອງພວກເຂົາ ເເຕ່ຄວາມສະຫງ່າງາມຂອງປະຊາຊົນສູງໄວຄືຜົມຫງອກຂອງພວກເຂົາ.
\v 30 ການຕີເຮັດໃຫ້ເກີດບາດເເຜກໍຊຳລະຄວາມຊົ່ວອອກໄປ ເເລະການໂບຍຕີກໍຊຳລະລ້າງສ່ວນເລິກພາຍໃນ.
\s5
\c 21
\cl ບົດທີ 21
\p
\v 1 ໃຈຂອງກະສັດຄືສາຍນ້ຳທີ່ມືຂອງພຣະຢາເວ; ພຣະອົງຈະຊົງເຮັດໃຫ້ນ້ຳໄຫລໄປໄສກໍຕາມ ເເຕ່ຈະໂປດ.
\v 2 ທາງທຸກສາຍຂອງມະນຸດກໍຖືກຕ້ອງໃນສາຍຕາຂອງເຂົາເອງ. ເເຕ່ພຣະຢາເວຊົງກວາດເບິ່ງຈິດໃຈທັງຫລາຍ.
\s5
\v 3 ການປະພຶດຊອບທຳເເລະຍຸດຕິທຳເປັນທີ່ໂປດປານ ເເຕ່ພຣະຢາເວຫລາຍກວ່າເຄື່ອງບູຊາ.
\v 4 ການຫລອກລວງ ເເລະການອວດດີ ສິ່ງເຫລົ່ານີ້ເປັນບາບກຳທີ່ຄວບຄຸມຄົນຊົ່ວຮ້າຍ.
\s5
\v 5 ເເຜນງານທັງຫລາຍຂອງຄົນຂະຫຍັນນຳໄປສູ່ຄວາມມັ່ງຄັ່ງເເນ່ນອນ, ແຕ່ການວາງແຜນຢ່າງໄວວາພາໃຫ້ທຸກໄດ້.
\v 6 ການຮັບຊັບມາດ້ວຍການຕົວະ ກໍຄືຫມອກທີ່ຈາງຫາຍ ເເລະກັບດັກເເຫ່ງຄວາມຕາຍ.
\s5
\v 7 ຄວາມທາລຸນຂອງຄົນອະທຳຈະກວາດພວກເຂົາໄປ, ເພາະພວກເຂົາບໍ່ຍອມເຮັດສິ່ງທີ່ຍຸດຕິທຳ.
\v 8 ທາງຂອງຄົນບາບຫນານັ້ນຄົດ, ເເເຕ່ທາງຂອງຄົນບໍຣິສຸດນັ້ນເຮັດໃຫ້ທາງທ່ຽງຕົງ.
\s5
\v 9 ໄດ້ອາໄສຢູ່ທີ່ຊອກມຸມຂອງດາດຟ້າ ກໍດີກວ່າຢູ່ຮ່ອມຊາຍຄາບ້ານກັບຜົວເມຍທີ່ມັກຖຽງກັນ.
\v 10 ຄວາມອະທຳຍ່ອມປາຖະຫນາຄວາມຊົ່ວ, ເພື່ອນບ້ານຂອງເຂົາຈຶ່ງໄດ້ຮັບຄວາມເມດຕາ.
\s5
\v 11 ເມື່ອຄົນມັກເຢາະເຢີ້ຍໄດ້ຮັບການລົງໂທດ, ຄົນຮູ້ນ້ອຍຈຶ່ງມີບັນຫາ, ເເລະເມື່ອຄົນມີບັນຫາໄດ້ຮັບການສັ່ງສອນ, ເຂົາຈຶ່ງໄດ້ຄວາມຮູ້.
\v 12 ບຸກຄົນຜູ້ຊອບທຳວິເຄາະເບິ່ງບ້ານຂອງຄົນອະທຳ; ເຂົາຈະນຳຄວາມພິນາດມາໃຫ້ຄົນອະທຳ.
\s5
\v 13 ຄົນທີ່ປິດຫູບໍ່ຟັງສຽງຮ້ອງທຸກຂອງຄົນຈົນ, ເຂົາອງຈະຮ້ອງເຊັ່ນກັນ, ເເຕ່ບໍ່ມີໃຜຕອບເຂົາ.
\v 14 ໃຜໃຈຮ້າຍເຈົ້າຈົ່ງເອົາຂອງຂວັນໃຫ້ລັບໆເເລ້ວຄວາມຮ້າຍນັ້ນກໍຈະຜ່ອນຄາຍລົງ.
\s5
\v 15 ເມື່ອມີການປະຕິບັດຢ່າງຍຸດຕິທຳບຸກຄົນຊອບທຳກໍຍິນດີ, ເເຕ່ຄົນປະພຶຶດຊົ່ວກໍຢ້ານເເລະລະເເວງ.
\v 16 ຄົນທີ່ຫລົງໄປຈາກທາງເເຫ່ງຄວາມເຂົ້າໃຈ, ເຂົາຈະພັກຢູ່ໃນທີ່ຊຸມນຸມຂອງຄົນຕາຍ.
\s5
\v 17 ຄົນທີ່ຮັກຄວາມບັນເທິງຈະເປັນຄົນຍາກຈົນ, ຄົນທີ່ຮັກເຫລົ້າອະງຸ່ນ ເເລະນ້ຳມັນຈະບໍ່ຮັ່ງມີຈັກເທື່ອ.
\v 18 ຄົນອະທຳເປັນຄ່າໄຖ່ບຸກຄົນໆຊອບທຳ, ເເລະຄົນທໍລະຍົດເປັນຄ່າໄຖ່ປະຊາຊົນຜູ້ທ່ຽງທຳ.
\s5
\v 19 ອາໄສຢູ່ໃນທະເລຊາຍ ກໍດີກວ່າຢູ່ກັບຜູ້ຍິງທີ່ມັກເເຕ່ຮ້າຍດ່າຜົວຂອງຕົນ ເເລະຈູ້ຈີ້.
\v 20 ຄົນທີ່ມີປັນຍາເຂົ້າເມືອງຂອງຄົນທີ່ມີກຳລັງ, ເເຕ່ພັງທະລາຍທີ່ມັນຊຶ່ງເຂົາໄວ້ວາງໃຈ.
\s5
\v 21 ຄົນທີ່ຕິດຕາມຄວາມຊອບທຳ ເເລະມີຄວາມກະລຸນາ, ບຸກຄົນຢ່າງນີ້ຈະພົບຊີວິດຄວາມຊອບທຳ, ເເລະກຽດຕິຍົດ.
\v 22 ຄົນມີປັນຍາປີນເຂົ້າເມືອງຂອງຄົນມີກຳລັງ, ເເລະພັງທະລາຍກຳແພງທີ່ເຂົາໄວ້ວາງໃຈ.
\s5
\v 23 ບຸກຄົນໃດກໍຕາມທີ່ລະວັງປາກເເລະລີ້ນຂອງເຂົາ ກໍປົກປ້ອງໂຕເອງຈາກຄວາມຫຍຸ້ງຍາກ.
\v 24 ຄົນໂອຫັງອວດດີດູຖູກທຸກເເນວ ການປະພຶດຂອງລາວກໍລ້ວນຂີ້ສະຫາວທັງນັ້ນ.
\s5
\v 25 ຄວາມຍາກຂອງຄົນກຽດຄ້ານຂ້າໂຕເຂົາເອງ, ເພາະມືເຂົາບໍ່ຍອມເຮັດວຽກ.
\v 26 ບາງຄົນໃຊ້ຊີວິດເພື່ອໂລບມາກໂລພາ, ເເຕ່ວ່າຄົນຊອບທຳສາມາດໃຫ້ດ້ວຍໃຈສັດທາ ເເລະບໍ່ທວງຄືນ.
\s5
\v 27 ເຄື່ອງບູຊາຂອງຄົນອະທຳເປັນສິ່ງຫນ້າກຽດຊັງ, ເເລະຫຍິ່ງກວ່ານັ້ນເມື່ອເຂົານຳມາດ້ວຍເຈດຕະນາຊົ່ວ.
\v 28 ພະຍານຂອງຄົນຂີ້ຕົວະເປັນຄົນທີ່ເຊື່ອຖືບໍ່ໄດ້ເເລະຈະພິນາດ, ເເຕ່ຄົນທີ່ຟັງຈະເວົ້າໄດ້ທຸກເວລາ.
\s5
\v 29 ຄົນອະທຳໃຫ້ຫນ້າຂອງເຂົາຊາໄປ, ເເຕ່ຄົນທ່ຽງທຳວິເຄາະເບິ່ງທາງທັງຫລາຍຂອງເຂົາ.
\s5
\v 30 ຄວາມເຂົ້າໃຈ ຄວາມຫລັກແຫມ, ແຖມປັນຍາກໍບໍ່ມີຄຸນຄ່າ, ແລະ ເອົາຊະນະພຣະຢາເວບໍ່ໄດ້.
\v 31 ມ້າກໍຕຽມໄວ້ເເລ້ວສຳລັບວັນເຮັດເສິກ, ເເຕ່ໄຊຊະນະເປັນຂອງພຣະຢາເວ.
\s5
\c 22
\cl ບົດທີ 22
\p
\v 1 ຄວນເລືອກຊື່ສຽງດີ ດີກວ່າຄວາມຮັ່ງມີມາກມາຍ ເເລະມີຄົນນັບຖືກໍດີກວ່າມີເງິນຄຳ.
\v 2 ປະຊາຊົນທີ່ຮັ່ງມີ ເເລະປະຊາຊົນທີ່ຍາກຈົນຄືກັນຢູ່ຢ່າງຫນຶ່ງ ຄືພຣະຢາເວຊົງເປັນຜູ້ສ້າງພວກເຂົາ.
\s5
\v 3 ຄົນທີ່ຢັ່ງຮູ້ຍ່ອມເຫັນຄວາມເດືອດຮ້ອນຈະມາເຖິງ ຈຶ່ງຮູ້ຈັກຊ່ອນຊົ້ນຕົນຫລົບຫລີກມັນໄດ້, ແຕ່ຄົນບໍ່ຄິດຈະຍ່າງກົງເຂົ້າໄປແລະກໍເສຍໃຈຕໍ່ມາພາຍຫລັງ.
\v 4 ບຳເນັດຂອງຄົນຖ່ອມຕົນ, ເເລະຄວາມຢຳເກງພຣະຢາເວ, ຄືຄວາມຮັ່ງມີ ກຽດເເລະຊີວິດ.
\s5
\v 5 ແຕ່ຄົນຮັກຊີວິດຈະຜີກຫນີຈາກມັນໄດ້.
\v 6 ຈົ່ງອົບຮົມເດັກນ້ອຍໃນທາງທີ່ຖືກຕ້ອງ ແລະເມື່ອເຂົາເປັນຜູ້ໃຫຍ່ແລ້ວ ເຂົາຈະບໍ່ຫນີຈາກທາງນັ້ນ.
\s5
\v 7 ປະຊາຊົນທີ່ຮັ່ງມີທີ່ມີອຳນາດເຫນືອຄວາມຍາກຈົນ ເເລະຜູ້ຂໍຢືມກໍເປັນທາດຂອງຜູ້ໃຫ້ຢືມ.
\v 8 ຜູ້ຫວ່ານຄວາມອະຍຸດຕິທຳຈະເກັບກ່ຽວສິ່ງຊົ່ວຮ້າຍ ເເລະໄມ້ທີ່ເເຫ້ງຄວາມກ້ຽວກາດຂອງເຂົາຈະສິ້ນໄປ.
\s5
\v 9 ຄົນເບິ່ງຢ່າງໃຈກວ້າງຂວາງຈະໄດ້ຮັບພຣະພອນ, ເພາະເຂົາເເບ່ງອາຫານຂອງເຂົາເເກ່ຄົນຍາກຈົນ.
\v 10 ຈົ່ງໄລ່ຄົນມັກເຢາະເຢີ້ຍໄປໃຫ້ຫມົດສີ້ນ; ເເລ້ວການວິວາດຜິດຖຽງກັນຈະຫມົດໄປ.
\s5
\v 11 ຜູ້ທີ່ເປັນຫມູ່ກັນກັບກະສັດໄດ້ຕ້ອງມີຄວາມຈິງໃຈ ເເລະເວົ້າຈາສຸພາບອ່ອນຫວານ.
\v 12 ພຣະເນດຂອງພຣະຢາເວເຝົ້າຮັກສາຄວາມຮູ້, ເເຕ່ພຣະອົງທຳລາຍຖ້ອຍຄຳຂອງຄົນບໍ່ມີຄວາມເຊື່ອ
\s5
\v 13 ບຸກຄົນທີ່ຂີ້ຄ້ານເວົ້າວ່າ, "ມີສິ່ງມີສິງໃຫຍ່ຢູ່ຂ້າງນອກ! ຂ້ອຍຈະຖືກຂ້າກາງລານເມືອງ."
\v 14 ປາກຂອງຄົນຫລິ້ນຊູ້ສູ່ຜົວເມຍເປັນປ່ວງເເຮ້ວເເກ່ຕົນ; ມັນຄອຍດັກຈັບຄົນທີ່ພຣະຢາເວໂກດຮ້າຍ.
\s5
\v 15 ຄວາມໂງ່ຕິດຢູ່ໃນໃຈເດັກນ້ອຍ, ເເຕ່ໄມ້ເເສ້ທີ່ຕີສອນຈະໄລ່ຄວາມໂງ່ໃຫ້ຫ່າງຈາກເຂົາ.
\v 16 ຄົນທີ່ບີບບັງຄັບປະຊາຊົນຍາກຈົນເພື່ອໃຫ້ເຂົາຮັ່ງມີຍິ່ງຂຶ້ນ, ຫລືຄົນທີ່ໃຫ້ເເກ່ຄົນມັ່ງຄັ່ງ, ຈະມາເຖິງຄວາມຂັດສົນເເນ່ນອນ.
\s5
\v 17 ຈົ່ງງ່ຽງຫູຂອງເຈົ້າຟັງຖ້ອຍຄຳຄົນມີປັນຍາ ເເລະເອົາໃຈໃສ່ຄວາມຮູ້ຂອງເຂົາ,
\v 18 ເພາະມັນຫນ້າສົນໃຈຖ້າເຈົ້າຈື່ຈຳສິ່ງເຫລົ່ານັ້ນໄວ້, ເເລະພ້ອມທີ່ຈະເວົ້າອອກມາ.
\v 19 ເພື່ອເຈົ້າຈະວາງໃຈໃນພຣະຢາເວ, ຂ້ອຍຈຶ່ງສອນສິ່ງເຫລົ່ານັ້ນໃຫ້ເຈົ້າໃນວັນນີ້.
\s5
\v 20 ຂ້ອຍໄດ້ຂຽນໃຫ້ເຈົ້າສາມສິບຕອນ ຄວາມເປັນຄຳເຕືອນໃຈ ເເລະຄວາມຮູ້ເເລ້ວບໍ່ເເມ່ນບໍ,
\v 21 ເພື່ອສອນໃຫ້ເຈົ້າຮູ້ຖ້ອຍຄຳເເຫ່ງຄວາມຈິງ, ທີ່ເຊື່ອຖືໄດ້ ເພື່ອເຈົ້າຈະນຳຖ້ອຍຄຳເເຫ່ງຄວາມຈິງກັບໄປບອກຜູ້ທີ່ໃຊ້ເຈົ້າມາບໍ່ເເມ່ນບໍ?
\s5
\v 22 ຢ່າປຸ້ນຄົນຈົນ ເພາະເຂົາເປັນຄົນຈົນ, ຫລືຢ່າບີບບັງຄັບເຂັນໃຈທີ່ປະຕູເມືອງ.
\v 23 ເພາະພຣະຢາເວຊົງວ່າຄວາມເເທນພວກເຂົາ, ເເລະພຣະອົງຈະຂູ່ເອົາຊີວິດຜູ້ທີ່ປຸ້ນພວກເຂົາ.
\s5
\v 24 ຢ່າເປັນຫມູ່ກັບຄົນມີເເນວຄິດ ເເລະໃຊ້ຄວາມຮຸນເເຮງ,
\v 25 ຫລືເຈົ້າຈະຮຽນຮູ້ທາງຂອງເຂົາ ເເລະເຈົ້າຈະເອົາໃຈຂອງເຈົ້າເອງໄປຕິດກັບດັກ.
\s5
\v 26 ຢ່າເປັນຄົົນທີ່ໃນຈຳພວກທີ່ໃຫ້ຄຳປະຕິຍານ, ຫລືໃນຈຳພວກຜູ້ຄ້ຳປະກັນຫນີ້ສິນ.
\v 27 ຖ້າເຈົ້າບໍ່ມີຊຳລະຫນີ້ສິນ, ເເລ້ວຈະມີຫຍັງທີ່ຈະມາຢຶດທີ່ນອນຂອງເຈົ້າໄປຈາກເຈົ້າ.
\s5
\v 28 ຢ່າຍ້າຍຫລັກເຂດທີ່ບູຮານຊຶ່ງບັນພະບູຫລຸດຂອງເຈົ້າປັກໄວ້.
\v 29 ເຈົ້າເຫັນຄົນທີ່ມີຝີມືໃນງານຂອງເຂົາບໍ? ເຂົາຈະຢືນຢູ່ສະເພາະຕໍ່ຫນ້າກະສັດ, ທັງຫລາຍ ບໍ່ເເມ່ນຢືນຢູ່ຕໍ່ຫນ້າສາມັນຊົນ.
\s5
\c 23
\cl ບົດທີ 23
\p
\v 1 ເມື່ອເຈົ້ານັ່ງຮັບປະທານກັບຜູ້ຄອບຄອງ, ຈົ່ງສັງເກດໃຫ້ດີວ່າໃຜຢູ່ຂ້າງຫນ້າເຈົ້າ,
\v 2 ເເລະເຈົ້າຈົ່ງບັງຄັບຕົວໄວ້ຖ້າເຈົ້າເປັນຄົນກິນຫລາຍ.
\v 3 ຢ່າໂລບມາກໃນອາຫານທີ່ຄົນຍໍມາໃຫ້, ລາວອາດເຈດຕະນາເຮັດບໍ່ດີເເກ່ເຈົ້າກໍໄດ້.
\s5
\v 4 ຢ່າເຮັດວຽກຫນັກເກີນໄປເພື່ອຈະມີຄວາມຮັ່ງມີ, ຈົ່ງສະຫລາດພໍທີ່ຈະຮູ້ວ່າຈະພັກເມື່ອໃດ.
\v 5 ເພາະວ່າເງິນຂອງເຈົ້າອາດສູນເສຍໃນພິບຕາກໍໄດ້, ຄືກັບວ່າມັນມີປີກບິນໄປໄດ້ດັ່ງນົກອິນຊີ.
\s5
\v 6 ຢ່າກິນອາຫານຂອງຄົນທີ່ມີສາຍຕາຊົ່ວຮ້າຍ ຫລືຄົນໂລບມາກຢາກຫລາຍໃນອາຫານທີ່ດີທີ່ລາວຍົກມາ,
\v 7 ລາວເວົ້າວ່າເຊີນກິນ ເເລະ"ເອົາຕື່ມອີກກໍໄດ້", ເເຕ່ໃຈຂອງເຂົາບໍ່ໄດ້ຢູ້ກັບເຈົ້າ.
\v 8 ເຈົ້າຈະສະມັກອາຫານທີ່ເຈົ້າໄດ້ກິນເຂົ້າໄປນັ້ນ ເເລະເສຍຖ້ອຍຄຳອ່ອນຫວານຂອງເຈົ້າໄປໂດຍເປົ່າປະໂຫຍດ.
\s5
\v 9 ຢ່າເວົ້າໃຫ້ຄົນໂງ່ໄດ້ຍິນ, ເພາະເຂົາຈະດູຫມິ່ນປະຫມາດຖ້ອຍຄຳຂອງເຈົ້າ.
\v 10 ຢ່າຍ້າຍຫລັກເຂດເກົ່າເເກ່ ຫລືຢຶດທີ່ດິນຂອງລູກກຳພ້າ,
\v 11 ເພາະພຣະຜູ້ໄຖ່ຂອງເດັກກຳຟ້ານັ້ນເເຂງເເຮງ ເເລະພຣະອົງຈະສູ້ຄວາມກັບເຈົ້າໃນຄະດີຂອງພວກເຂົາ.
\s5
\v 12 ຈົ່ງເປີດໃຈຮັບຟັງຄຳສັ່ງສອນ ເເລະຈົ່ງຟັງຖ້ອຍຄຳເເຫ່ງຄວາມຮູ້.
\s5
\v 13 ຢ່າລະເລີຍກາສັ່ງສອນເດັກ, ເພາະຖ້າເຈົ້າຕີສອນເຂົາດ້ວຍໄມ້ ເຂົາຈະບໍ່ຕາຍ.
\v 14 ເຈົ້າຈະເປັນຜູ້ທີ່ຕີເຂົາດ້ວຍໄມ້ ເເລະຊ່ວບຊີວິດເຂົາໃຫ້ພົ້ນເເດນຄົນຕາຍ.
\s5
\v 15 ລູກຊາຍຂອງເຮົາເອີຍ ຖ້າໃຈເຈົ້າມີປັນຍາ, ເເລ້ວໃຈຂອງຂ້ອຍເອງກໍຈະຍິນດີດ້ວຍ,
\v 16 ເມື່ອປາກຂອງເຈົ້າເວົ້າສິ່ງທີ່ຖືກຕ້ອງ, ຂ້ອຍຈະພາກພູມໃຈ.
\s5
\v 17 ຢ່າໃຫ້ໃຈຂອງເຈົ້າອິດສາຄົນບາບ, ເເຕ່ຈົ່ງຢຳເກງພຣະຢາເວຕະຫລອດເວລາເເລະຕໍ່ເນື່ອງ.
\v 18 ເພາະເເນ່ນອນມີອານາຄົດສຳລັບເຈົ້າ ເເລະຄວາມຫວັງຂອງເຈົ້າຈະບໍ່ສະຫລາຍ.
\s5
\v 19 ລູກຊາຍຂອງເຮົາເອີຍ ເຈົ້າຈົ່ງຟັງ ເເລະຈົ່ງມີປັນຍາ ເເລະຈົ່ງນຳໃຈຂອງເຈົ້າໄປໃນທາງນັ້ນ.
\v 20 ຢ່າມົ້ວສຸມກັບຄົນຂີ້ເຫລົ້າ, ກິນຫລາຍໂພດ,
\v 21 ຄົນຂີ້ເມົາເເລະຄົບໂລບຈະເປັນຄົນຍາກຈົນຖ້າເຈົ້າມີເເຕ່ກິນກັບນອນເຈົ້າຈະໄດ້ນຸ່ງໂສ້ງຂາດ.
\s5
\v 22 ຈົ່ງຟັງພໍ່ເຈົ້າຜູ້ໃຫ້ກຳເນີດເຈົ້າ ເເລະຢ່າຫມິ່ນປະຫມາດແມ່ຂອງເຈົ້າເມື່ອນາງເເກ່.
\v 23 ຈົ່ງຊື້ຄວາມຈິງ, ເເຕ່ຢ່າຂາຍໄປ, ຈົ່ງຊື້ປັນຍາ, ຄຳສັ່ງສອນ, ເເລະຄວາມຮອບຮູ້.
\s5
\v 24 ພໍ່ຂອງຄົນຊອບທຳຈະດີໃຈຢ່າງຍິ່ງ, ເເລະຄົນທີ່ໃຫ້ກຳເນີດບຸດທີ່ມີປັນຍາຈະມີໃນເຂົາ.
\v 25 ຈົ່ງໃຫ້ພໍ່ແລະແມ່ຂອງເຈົ້າຍິນດີ ຈົ່ງໃຫ້ຜູ້ທີ່ເກີດເຈົ້າພໍໃຈເເລະດີໃຈ.
\s5
\v 26 ລູກຊາຍ, ຂອງເຮົາເອີຍ ຂໍໃຈຂອງເຈົ້າໃຫ້ເຮົາເຖາະ ເເລະໃຫ້ຕາຂອງເຈົ້າຊື່ນຊົມໃນທາງທັງຫລາຍຂອງເຮົາ.
\v 27 ເພາະຍິງໂສເພນີເປັນຫລຸມເລິກ, ແລະເປັນບ້ວງແຮ້ວເຖິງແກ່ຄວາມຕາຍ.
\v 28 ນາງຫມອບຄອຍຢູ່ເຫມືອນໂຈນ ເເລະນາງເຮັດໃຫ້ມີຄົນບໍ່ຊື່ຕົງເພີ່ມຂຶ້ນໃນທ່າມກາງມະນຸດ.
\s5
\v 29 ໃຜທີ່ວິບັດ? ໃຜທີ່ຮ້ອງໃຫ້? ໃຜທີ່ມີເລື່ອງວິວາດຜິດຖຽງກັນ? ໃຜໂວຍວາຍ? ໃຜທີ່ມີເເຜໂດຍບໍ່ຈຳເປັນ? ໃຜທີ່ມີຕາສອງຂ້າງກ່ຳ?
\v 30 ຄົນເຫລົ່ານັ້ນເເລະພວກທີ່ເເຊ່ຢູ່ເຫລົ້າອະງຸ່ນ, ພວກເຫລົ່ານັ້ນທີ່ໄປລອງດື່ມເຫລົ້າປະສົມ.
\s5
\v 31 ຢ່າເບິ່ງເຫລົ້າອະຫງຸ່ນເມື່ອມັນມີສີເເດງ, ເມື່ອມັນເປ່ງປະການໃນຈອກ ເເລະມັນໄຫລລົງໄປຢ່າງຄ່ອງຄໍ.
\v 32 ໃນທີ່ສຸດມັນຈະກັດເຫມືອນງູເເລະຝັງເເຂ້ວຄືງູພິດ.
\v 33 ດວງຕາຂອງເຈົ້າຈະເຫັນສິ່ງເເປກໆ ເເລະໃຈຂອງເຈົ້າຈະເວົ້າຄົດ.
\s5
\v 34 ເຈົ້າເປັນຄືຄົນທີ່ນອນຢູ່ກາງທະເລ ຫລືນອນຢູ່ຍອດເສົາທີ່ໂດກ ເຈົ້າຈະວ່າວິນວຽນ.
\v 35 "ພວກເຂົາຕີຂ້ອຍ," ຂ້ອຍບໍ່ຮູ້ສຶກເຈັບປວດ, ແຕ່ຂ້ອຍຈະຕື່ນມື້ໃດ? ຂ້ອຍຈະສະເເຫວງຫາການດື່ມອີກ.
\s5
\c 24
\cl ບົດທີ 24
\p
\v 1 ຢ່າອິດສາຄົນເຫລົ່ານັ້ນທີ່ຊົ່ວ, ຫລືປາຖະຫນາຢູ່ຮ່ວມກັບພວກເຂົາ.
\v 2 ເພາະໃຈຂອງພວກເຂົາຄິດເຮັດການທາລຸນ ເເລະປາກຂອງເຂົາເວົ້າຮ້າຍ.
\s5
\v 3 ໂດຍປັນຍາ ບ້ານຈຶ່ງຖືກສ້າງຂຶ້ນເເລະໂດຍຄວາມເຂົ້າໃຈມັນກໍຖືກສະຖາປານາໄວ້.
\v 4 ໂດຍຄວາມຮູ້ຫ້ອງທັງຫລາຍກໍເຕັມໄປດ້ວຍຊັບລ້ຳຄ່າ ເເລະຄວາມມັ່ງຄັ່ງທີ່ຫນ້າຊື່ນຊົມທັງຫມົດ.
\s5
\v 5 ນັກຮົບເເຫ່ງປັນຍາຍ່ອມມີອຳນາດຫລາຍ, ເເລະຄົນມີຄວາມຮູ້ກໍມີກຳລັງຫລາຍຂຶ້ນ;
\v 6 ເພາະໂດຍການນຳທີ່ສະຫລາດ ເຈົ້າຈະເຮັດສົງຄາມໄດ້ ໂດຍການສຶກສາຫລາຍຍ່ອມມີໄຊຊະນະ.
\s5
\v 7 ສຳລັບຄົນໂງ່ນັ້ນປັນຍາສູງເກີນໄປ, ຢູ່ໃນປະຕູເມືອງເຂົາບໍ່ອ້າປາກເວົ້າ.
\s5
\v 8 ຄົນທີ່ວາງເເຜນເຮັດຊົ່ວ ປະຊາຊົນເອີ້ນເຂົາວ່າຍອດຄົນເຈົ້າເລ່.
\v 9 ຄົນວາງເເຜນທີ່່ເປັນຄົນໂງ່ບາບ ເເລະບຸກຄົນມັກເຢາະເຢີ້ຍເປັນທີ່ກຽດຊັງຕໍ່ຄົນທັງຫລາຍ.
\s5
\v 10 ຖ້າເຈົ້າອ່ອນລ້າດ້ວຍຄວາມຢ້ານໃນວັນຍາກລຳບາກ, ເເລ້ວກຳລັງຂອງເຈົ້າກໍຫນ້ອຍ.
\s5
\v 11 ຈົ່ງຊ່ວຍຄົນເຫລົ່ານັ້ນທີ່ຖືກນຳໄປສູ່ຄວາມຕາຍ ເເລະຈົ່ງຢັ້ງຄົນເຫລົ່ານັ້ນທີ່ກຳລັງໂຊເຊໄປສູ່ການຖືກຂ້າ.
\v 12 ຖ້າເຈົ້າຈະວ່າ,"ເບິ່ງສາ, ພວກເຮົາບໍ່ຮູ້ເລື່ງນີ້ເລີຍ," ພຣະອົງພຣະຜູ້ຊົງກວາດຈິດໃຈຈະບໍ່ທັນຮັບຮູ້ສິ່ງທີ່ເຈົ້າກຳລັງເວົ້າບໍ? ພຣະອົງຜູ້ຊົງຄຸ້ມຄອງຊີວິດຂອງເຈົ້າຈະບໍ່ຊົງຮູ້ບໍ? ເເລະພຣະເຈົ້າຈະບໍ່ປະທານໃຫ້ເເຕ່ລະຄົນຕາມການກະທຳຂອງເຂົາບໍ?
\s5
\v 13 ລູກຊາຍຂອງເຮົາເອີຍ ຈົ່ງກິນນ້ຳເຜິ້ງເພາະເປັນຂອງດີ, ເພາະນ້ຳເຜິ້ງທີ່ຢົດຈາດຮັງນັ້ນມີລົດຊາດຫວານເເກ່ລີ້ນຂອງເຈົ້າ.
\v 14 ປັນຍາກໍເປັນເຊັ່ນນັ້ນເເກ່ວິນຍານຂອງເຈົ້າ, ຖ້າເຈົ້າພົບປັນຍາກໍພົບອານາຄົດ ເເລະຄວາມຫວັງຂອງເຈົ້າຈະບໍ່ສະຫລາຍ.
\s5
\v 15 ຢ່າດັກຊຸ້ມທຳຮ້າຍຄືຄົນອະທຳທີ່ທຳລາຍທີ່ອາໄສຂອງຄົນຊອບທຳ. ຢ່າທຳລາຍທີ່ພັກຂອງເຂົາ!
\v 16 ເພາະບຸກຄົນຊອບທຳລົ້ມລົງເຈັດຄັ້ງເເລ້ວລຸກຂຶ້ນອີກ, ເເຕ່ປະຊາຊົນອະທຳຈະລົ້ມລົງໃນຄວາມລຳບາກ.
\s5
\v 17 ຢ່າເສຍໃຈເມື່ອສັດຕູຂອງເຂົາໄດ້ຮັບພິບັດ ເເລະຢ່າໃຫ້ຈິດໃຈຂອງເຈົ້າຍິນດີເມື່ອເຫັນເຂົາລົ້ມ,
\v 18 ເກງວ່າພຣະຢາເວຈະຊົງບໍ່ພໍພຣະໄທ ເເລະຊົງຫັນຄວາມກ້ຽວກາດຂອງເຂົາເສຍ.
\s5
\v 19 ຢ່າວິຕົກກັງວົນເພາະຄວາມບາບ, ເເລະຢ່າອິດສາປະຊາຊົນທີ່ອະທຳ.
\v 20 ເພາະບຸກຄົນຊົ່ວບໍ່ມີອານາຄົດ ເເລະປະຊາຊົນທີ່ອະທຳຈະຖືກດັບສູນ ລູກຊາຍຂອງເຮົາເອີຍ.
\s5
\v 21 ຈົ່ງຢຳເກງພຣະຢາເວ, ເເລະເກງຢ້ານກະສັດ, ລູກເອີຍ; ຢ່າຄົບຫາກັບບັນດາຄົນກະບົດຕໍ່ທັງສອງພຣະອົງເລີຍ,
\v 22 ເພາະໄພພິບັດເຂົາຈະທຳລາຍເຂົາພິບຕາດຽວ ເເລະຜູ້ໃດຈະຮູ້ໄພພິບັດທີ່ຈະມາຈາກທັງສອງນຳມາ?
\s5
\v 23 ຂໍ້ຄວາມເຫລົ່ານີ້ເປັນຄຳກ່າວຂອງຄົນມີປັນຍາດ້ວຍ ການລຳອຽງໃນການຕັດສິນຄະດີຄວາມນັ້ນບໍ່ດີເລີຍ.
\s5
\v 24 ຜູ້ໃດກໍຕາມທີ່ກ່າວເເກ່ຄົນອະທຳວ່າ, "ເຈົ້າເປັນບຸກຄົນທີ່ຊອບທຳ," ຈະຖືກປະຊາຊົນເເຊ່ງດ່າ ເເລະເຫລົ່າປະຊາຊາດລັງກຽດ.
\v 25 ເເຕ່ຜູ້ທີ່ປະນາມຄົນອະທຳຈະປິິຕິຍິນດີ ເເລະພອນອັນດີຈະມາຍັງພວກເຂົາ.
\s5
\v 26 ຄົນທີ່ໃຫ້ຄຳຕອບຕົງໄປຕົງມາໃຫ້ຄວາມເປັນຫມູ່ເເທ້ຈາກປາກຂອງເຂົາທີ່ໄດ້ເວົ້າອອກມາ.
\v 27 ຈົ່ງຕຽມວຽກຂອງເຈົ້າ, ແລະຈົ່ງເຮັດໃຫ້ມັນພ້ອມສຳລັບເຈົ້າໃນນາ ເເລະທີ່ຫລັງຈາກນັ້ນ, ຈຶ່ງຄ່ອຍມີຄອບຄົວ
\s5
\v 28 ຢ່າເປັນພະຍານປັກປຳເພື່ອນບ້ານຂອງເຈົ້າ ຢ່າງບໍ່ມີເຫດຜົນເເລະຢ່າລໍ້ລວງດ້ວຍປາກຂອງເຈົ້າ.
\v 29 ຢ່າກ່າວວ່າ, "ຂ້ອຍຈະເຮັດເເກ່ເຂົາຢ່າງທີ່ເຂົາໄດ້ເຮັດເເກ່ຂ້ອຍ; ຂ້ອຍຈະຕອບເເທນເຂົາຕາມການກະທຳຂອງເຂົາ."
\s5
\v 30 ຂ້ອຍຜ່ານໄປທີ່ໄຮ່ນາຂອງຄົນກຽດຄ້ານ, ຂ້າງສວນອະງຸ່ນຂອງຄົນທີ່ບໍ່ມີສາມັນສຳນຶກ.
\v 31 ມີຫນາມງອກເຕັມໄປຫມົດທົ່ວທຸກເເຫ່ງ, ຫນ້າດິນກໍປົກຄຸມດ້ວຍຕົ້ນຫນາມ, ເເລະກຳເເພງຫີນຂອງມັນກໍພັງລົງ.
\s5
\v 32 ເເລ້ວເມື່ອຂ້ອຍເບິ່ງເເລະໄດ້ວິເຄາະ, ຂ້ອຍເຫັນເເລະຂ້ອຍໄດ້ຮັບຄະຕິເຕືອນໃຈ.
\v 33 ນອນຫນ້ອຍຫນຶ່ງ, ມິດຫນ້ອຍຫນຶ່ງ, ບໍ່ດອກພັກຫນ້ອຍຫນຶ່ງ.
\v 34 ເເລ້ວຄວາມຍາກຈົນຈະເດີນຂະບວນມາຫາເຈົ້າ, ເເລະຄວາມຍາກຈົນຈະມາຢ່າງທະຫານຖືອາວຸດ.
\s5
\c 25
\cl ບົດທີ 25
\p
\v 1 ຕໍ່ໄປນີ້ເປັນບັນດາສຸພາສິດອື່ນໆ ຂອງໂຊໂລໂມນ, ຊຶ່ງຄົນຂອງເຮເຊກີຢາ, ກະສັດແຫ່ງຢູດາຍໄດ້ຄັດລອກໄວ້.
\v 2 ຄວາມຍິ່ງໃຫຍ່ຂອງພຣະເຈົ້າຄືການປົກປິດສິ່ງຕ່າງໆໄວ້, ແຕ່ຄວາມຍິ່ງໃຫຍ່ຂອງກະສັດຄືການຄົ້ນສິ່ງນັ້ນໃຫ້ປາກົດ.
\v 3
\s5
\v 4 ຈົ່ງໄລ່ຂີ້ແຮ່ອອກຈາກເງິນ ແລະ ພວກຊ່າງເງິນຈະສາມາດໃຊ້ເງິນນັ້ນໃນງານຂອງເຂົາໄດ້.
\v 5 ດັ່ງນັ້ນ, ຈົ່ງໄລ່ປະຊາຊົນອະທຳອອກໄປຈາກຫນ້າກະສັດ ແລະ ພຣະບັນລັງຂອງພຣະອົງຈະຖືກສະຖາປະນາໄວ້ດ້ວຍຄວາມຊອບທຳ.
\s5
\v 6 ຢ່າຍົກຍ້ອງຕົວເອງຕໍ່ຫນ້າກະສັດແລະຢ່າຢືນຢູ່ໃນທີ່ໄດ້ກຳຫນົດໄວ້ໃຫ້ຄົນໃຫຍ່ຄົນໂຕ
\s5
\v 7 ການທີ່ເຂົາຈະກ່າວກັບເຈົ້າວ່າ, “ເຊີນຂຶ້ນມາທີ່ນີ້,” ກໍດີກວ່າໃຫ້ເຂົາລົບລູ່ເຈົ້າຕໍ່ຫນ້າເຈົ້ານາຍ ສິ່ງທີ່ດວງຕາຂອງເຈົ້າເຫັນ.
\v 8 ຢ່າດ່ວນນຳເຂົ້າມາຍັງໂຮງສານ. ເພາະເຈົ້າຈະເຮັດຢ່າງໃດໃນທີ່ສຸດ ຫາກເພື່ອນບ້ານຂອງເຈົ້າເຮັດໃຫ້ເຈົ້າຂາຍຫນ້າ?
\s5
\v 9 ຈົ່ງລົມເລື່ອງຂອງເຈົ້າກັບເພື່ອນບ້ານເອງ ແລະ ຢ່າເຜີຍຄວາມລັບຂອງອີກຝ່າຍຫນຶ່ງ,
\v 10 ຫລື ເກງວ່າຜູ້ທີ່ໄດ້ຍິນຈະນຳຄວາມອັບອາຍມາສູ່ເຈົ້າ ແລະ ເລື່ອງບໍ່ດີກ່ຽວກັບເຈົ້າກໍຈະບໍ່ຖືກປິດງຽບຕໍ່ໄປ.
\s5
\v 11 ຖ້ອຍຄຳທີ່ເວົ້າເວົ້າຖືກກາລະເທຊະ ເຫມືອນຜົນແອບເປີ້ນທອງຄຳອ້ອມດ້ວຍເງິນ.
\v 12 ແຫວນທອງຄຳ ຫລື ເຄື່ອງປະດັບທອງບໍລິສຸດເປັນເຫມືອນຄຳຕັກເຕືອນຂອງຄົນມີປັນຍາແກ່ຫູທີ່ຖ້າຟັງ.
\s5
\v 13 ຄວາມເຢັນຂອງຫິມະໃນລະດູກ່ຽວເປັນເຊັ່ນໃດ ຜູ້ສື່ສານທີ່ຊື່ສັດຕໍ່ບຸກຄົນເຫລົ່ານັ້ນຜູ້ທີ່ໃຊ້ເຂົາ; ເຂົາຍ່ອມເຮັດໃຫ້ຈິດວິນຍານຂອງນາຍຊຸ່ມຊື່ນຢ່າງນັ້ນ.
\v 14 ຄົນທີ່ອວດວ່າຈະໃຫ້ຂອງກຳນັນແຕ່ບໍ່ໄດ້ໃຫ້ ກໍເຫມືອນເມກແລະລົມທີ່ບໍ່ມີຝົນ
\s5
\v 15 ຄວາມອົດກັ້ນສາມາດໂນ້ມນ້າວຜູ້ຄອບຄອງໄດ້ ແລະ ລິ້ນທີ່ອ່ອນຫວານສາມາດໂນ້ມນ້າວໃຈໃຫ້ອ່ອນລົງໄດ້.
\s5
\v 16 ຖ້າເຈົ້າພົບນ້ຳຜິ້ງ, ຈົ່ງກິນແຕ່ພໍດີ - ບໍ່ເຊັ່ນນັ້ນເກງວ່າເຈົ້າຈະກິນຫລາຍເກີນ, ແລະ ຮາກອອກມາ.
\v 17 ຢ່າໄປຢຽມເພື່ອນບ້ານຂອງເຈົ້າເລື່ອຍໆ, ເກງວ່າເຂົາຈະເອືອມລະອາເຈົ້າ ແລະກຽດຊັງເຈົ້າ.
\s5
\v 18 ຜູ້ໃດເປັນພະຍານທີ່ຕົວະກ່າວຫາເພື່ອນບ້ານຂອງຕົນ ກໍເຫມືອນກະບອງທີ່ໃຊ້ໃນສົງຄາມ, ຫລື ດາບ, ຫລື ລູກທະນູແຫລມຄົມກໍເຊັ່ນດຽວກັນ.
\v 19 ການວາງໃຈຄົນບໍ່ຊື່ໃນວັນຍາກລຳບາກ ກໍເຫມືອນແຂ້ວທີ່ພຸ ຫລື ຕີນທີ່ພິການ.
\s5
\v 20 ບຸກຄົນຜູ້ທີ່ຖອດເສື້ອຜ້າອອກໃນມື້ອາກາດຫນາວກໍດີ, ຫລື ເອົານ້ຳສົ້ມສາຍຊູມາລາດເທິງເກືອຂອງໂຊດາກໍດີ, ເປັນເຫມືອນກັບຄັນທີ່ຮ້ອງເພງໃຫ້ຄົນຫນັກໃຈຟັງ.
\s5
\v 21 ຖ້າສັດຕູຂອງເຈົ້າຫິວ, ຈົ່ງໃຫ້ອາຫານເຂົາກິນ ແລະ ຖ້າເຂົາກະຫາຍ, ຈົ່ງໃຫ້ນ້ຳເຂົາດື່ມ,
\v 22 ເພາະເຈົ້າຈະສຸມຖ່ານທີ່ລຸກລົງໄວ້ເທິງຫົວຂອງເຂົາ ແລະ ພຣະຢາເວຈະກິນບຳເຫນັດແກ່ເຈົ້າ.
\s5
\v 23 ລົມເຫນືອນຳຝົນມາແບບໃດ, ລິ້ນທີ່ນິນທາລັບຫລັງກໍນຳໃບຫນ້າບູດບຶ້ງມາແບບນັ້ນ.
\v 24 ອາໃສຢູ່ທີ່ມູມບັນດາຟ້າ ດີກວ່າຢູ່ຮ່ວມບ້ານກັບຍິງທີ່ຈູ້ຈີ້.
\s5
\v 25 ຄືດັ່ງນ້ຳເຢັນທີ່ໃຫ້ແກ່ຄົນກະຫາຍແບບໃດ, ຂ່າວດີຈາກແດນໄກກໍເປັນແບບນັ້ນ.
\v 26 ຄົນຊອບທຳທີ່ຍອມແພ້ຄົນອະທຳ ກໍເຫມືອນນ້ຳພຸທີ່ເປິເປື້ອນ ຫລື ຖືກທຳລາຍ.
\s5
\v 27 ກິນນ້ຳຜິ້ງຫລາຍບໍ່ດີແບບໃດ; ກໍຄືການສະແຫວງຫາກຽດເລື້ອຍໄປກໍບໍ່ດີແບບນັ້ນ.
\v 28 ຄົນທີ່ຄວບຄຸມຕົນເອງບໍ່ໄດ້ ກໍເຫມືອນເມືອງທີ່ຖືກທຳລາຍ ແລະ ບໍ່ມີກຳແພງ.
\s5
\c 26
\cl ບົດທີ 26
\p
\v 1 ເຫມືອນດັງຫິມະໃນລະດູຮ້ອນ ຫລື ຝົນໃນລະດູເກັບກ່ຽວ, ດັ່ງນັ້ນຄົນໂງ່ກໍບໍ່ຄູ່ຄວນກັບກຽດຕິຍົດ.
\v 2 ນົກກະຈອກບິນເວີນໄປມາ ແລະ ນົກນາງແອ່ນໂບຍບິນແບບໃດ, ຄຳແຊ່ງສາບຢ່າງບໍ່ສົມຄວນຍ່ອມບໍ່ເກີດຜົນແບບນັ້ນ.
\s5
\v 3 ໄມ້ແສ້ມີໄວ້ສຳລັບມ້າ ບັງຫຽນມີໄວ້ສຳລັບລາ ແລະ ໄມ້ລຽວກໍມີໄວ້ສຳລັບຫລັງຂອງພວກຄົນໂງ່.
\v 4 ຢ່າຕອບຄົນໂງ່ຕາມຄວາມໂງ່ຂອງເຂົາ ຫລື ເກງວ່າເຈົ້າຈະເປັນເຫມືອນເຂົາ.
\s5
\v 5 ຈົ່ງຕອບຄົນໂງ່ ແລະ ຮ່ວມໃນຄວາມໂງ່ຂອງເຂົາ, ເພື່ອເຂົາຈະບໍ່ກາຍເປັນຄົນມີປັນຍາໃນຄວາມຄິດຂອງເຂົາເອງ.
\v 6 ຜູ້ໃດກໍຕາມທີ່ສົ່ງຂ່າວໄປດ້ວຍມືຂອງຄົນໂງ່ ກໍເຫມືອນຕັດຕີນທັງສອງຂ້າງອອກ ແລະ ດື່ມຄວາມຮຸນແຮງ.
\s5
\v 7 ເຫມືອນດັງຂາທັງສອງຂ້າງຂອງຄົນພິການທີ່ຫ້ອຍຢູ່ແບບໃດ ສຸພາສິດທີ່ຢູ່ໃນປາກຂອງຄົນໂງ່ກໍເປັນແບບນັ້ນ.
\v 8 ຜູ້ທີ່ໃຫ້ກຽດຄົນໂງ່ ກໍເຫມືອນຄົນທີ່ມັດກ້ອນຫີນໄວ້ກັບກະຖຸນ.
\s5
\v 9 ຕົ້ນຫນາມຢູ່ໃນມືຄົນຂີ້ເມົາໄຮ້ປະໂຫຍດແບບໃດ ສຸພາສິດທີ່ຢູ່ໃນປາກຂອງຄົນໂງ່ກໍເປັນແບບນັ້ນ.
\v 10 ຜູ້ທີ່ຈ້າງຄົນໂງ່ ຫລື ໃຜກໍຕາມຄົນທີ່ຜ່ານໄປມາ ກໍເຫມືອນນັກທະນູທີ່ຍິງຄົນເຫລົ່ານັ້ນທຸກຄົນທີ່ຢູ່ຮອບເຂົາບາດເຈັບ.
\s5
\v 11 ຫມາທີ່ກັບໄປຫາສິ່ງທີ່ມັນຮາກອອກມາ, ກໍເຫມືອນຄົນໂງ່ທີ່ເຮັດຄວາມໂງ່ຊ້ຳແລ້ວຊ້ຳອີກ.
\v 12 ເຈົ້າເຫັນຄົນບາງຄົນທີ່ຄິດວ່າຕົວເອງມີປັນຍາຫລືບໍ່? ຍັງມີຄວາມຫວັງໃນຄົນໂງ່ຫລາຍກວ່າໃນເຂົາອີກ.
\s5
\v 13 ຄົນກຽດຄ້ານເວົ້າວ່າ, “ມີສິງໂຕຢູ່ທີີ່ຫົນທາງ! ມີສິງໂຕຢູ່ທີ່ລານເມືອງ!”
\v 14 ປະຕູຫັນໄປມາດ້ວຍບານພັບຂອງມັນແບບໃດ, ດັ່ງນັ້ນຄົນກຽດຄ້ານກໍເຮັດຢ່າງນັ້ນເທິງທີ່ນອນຂອງເຂົາແບບນັ້ນ.
\s5
\v 15 ບຸກຄົນທີ່ກຽດຄ້ານຝັງມືຂອງຕົນໃນຊາມ ແລະ ເຂົາເຫມື່ອຍທີ່ຈະເອົາມືກັບມາທີ່ປາກຂອງຕົນ.
\v 16 ບຸກຄົນທີ່ກຽດຄ້ານເຫັນວ່າຕົນເອງມີປັນຍາຫລາຍກວ່າ ຄົນເຈັດຄົນທີ່ສະຫລາດສຸຂຸມ.
\s5
\v 17 ຄົນທ່ີ່ຜ່ານມາແລ້ວໄປມີອາລົມໂກດກັບການຖຽງກັນ, ຊຶ່ງບໍ່ແມ່ນເລື່ອງຂອງເຂົາ ກໍເຫມືອນຄົນດຶງຫູທັງສອງຂ້າງຂອງຫມາ.
\s5
\v 18 ຄົນບ້າທີ່ຍິງລູກທະນູໄຟອອກໄປແບບໃດ,
\v 19 ກໍຄືຄົນທີ່ລໍ້ລວງເພື່ອນບ້ານຂອງຕົນ ແລະກ່າວວ່າ, “ຂ້ານ້ອຍກຳລັງເລົ່າເລື່ອງຕະລົກບໍ່ແມ່ນບໍ?”
\s5
\v 20 ເພາະຂາດຟືນ, ໄຟກໍດັບ; ແລະ ທີ່ໃດບໍ່ມີຄົນຊຸມຊິບນິນທາ ການຜິດຖຽງກັນກໍຢຸດໄປ.
\v 21 ຖ່ານເປັນເຊື້ອເພີງ ແລະ ຟືນເປັນເຊື້ອໄຟແບບໃດ, ຄົນທີ່ມັກຜິດຖຽງກັນກໍເປັນເຫດໃຫ້ການຜິດຖຽງລຸກລາມແບບນັ້ນ.
\s5
\v 22 ຖ້ອຍຄຳຂອງຜູ້ຊຸບຊິບນິນທາກໍເຫມືອນຊີ້ນອາຫານແຊບ; ມັນລົງໄປຍັງສ່ວນຕ່າງໆໃນຮ່າງກາຍ.
\v 23 ປາກທີ່ເຜັດຮ້ອນ ແລະ ໃຈຊົ່ວກໍເຫມືອນການເຄືອບເງົາຢູ່ເທິງຫມໍ້ດິນ.
\s5
\v 24 ຄົນທີ່ກຽດຊັງຜູ້ອື່ນກໍກົບເກື່ອນຄວາມຮູ້ສຶກຂອງເຂົາດ້ວຍຮີມຝີປາກຂອງເຂົາ ແລະ ເຂົາເກັບການຫລອກລວງໄວ້ພາຍໃນໃຈເຂົາ.
\v 25 ເມື່ອເຂົາເວົ້າເຫມືອນເມດຕາຈິດ, ກໍຢ່າເຊື່ອເຂົາ ເພາະມີສີ່ງຫນ້າລັງກຽດເຈັດຢ່າງໃນໃຈເຂົາ.
\v 26 ເຖິງເຂົາຈະປົກປິດຄວາມກຽດຊັງໄວ້ດ້ວຍເລ່ ແຕ່ຄວາມຊົ່ວຂອງເຂົາຈະຖືກເປີດໂປງໃນທີ່ປະຊຸມ.
\s5
\v 27 ຄົນທີ່ກິ້ງກ້ອນຫີນຂຶ້ນໄປ ມັນຈະກິ້ງກັບມາທັບເຂົາເອງ.
\v 28 ລິ້ນຂີ້ຕົວະ ກຽດຊັງປະຊາຊົນທີ່ມັນທຳລາຍ ແລະ ປາກທີ່ປະຈົບປະແຈງກໍນຳຄວາມພິນາດມາໃຫ້.
\s5
\c 27
\cl ບົດທີ 27
\p
\v 1 ຢ່າເວົ້າອວດເຖິງມື້ອື່ນ, ເພາະເຈົ້າບໍ່ຮູ້ວ່າມື້ຫນຶ່ງໆຈະນຳຫຍັງມາໃຫ້ແນ່.
\v 2 ຈົ່ງໃຫ້ຄົນອື່ນສັນລະເສີນເຈົ້າ ແລະ ບໍ່ແມ່ນປາກຂອງເຈົ້າເອງໃຫ້ຄົນຕ່າງດ້າວສັນລະເສີນ; ແລະ ບໍ່ແມ່ນຮີມຝີປາກຂອງເຈົ້າເອງ.
\s5
\v 3 ຈົ່ງພິຈາລະນາເບິ່ງຄວາມຫນັກຂອງຫີນ ແລະ ນ້ຳຫນັກຂອງຊາຍ - ແຕ່ການຍົວະຍົງຂອງຄົນໂງ່ກໍຫນັກກວ່າທັງສອງຢ່າງນັ້ນ.
\v 4 ຄວາມໃຈຮ້າຍກໍດຸຮ້າຍ ແລະ ຄວາມໂກດຮ້າຍກໍຖ້ວມທັນ, ແຕ່ໃຜຈະຢືນຢູ່ຕໍ່ຫນ້າຄວາມອິດສາໄດ້?
\s5
\v 5 ຕຳຫນິກັນຕໍ່ຫນ້າ ດີກວ່າຮັກທີ່ບໍ່ສະແດງອອກ.
\v 6 ບາດແຜທີ່ເກີດເພາະເພື່ອນມິດກໍເຊື່ອໃຈໄດ້, ແຕ່ການຈູບຂອງສັດຕູນັ້ນຫລາຍເກີນຄວາມເປັນຈິງ.
\s5
\v 7 ຄົນທີ່ອີ່ມແລ້ວຍ່ອມປະຕິເສດແມ່ນແຕ່ນ້ຳຜິ້ງ, ແຕ່ສຳລັບບຸກຄົນທີ່ຫິວ, ທຸກສິ່ງທີ່ຂົມກໍກັບຫວານ.
\v 8 ຄົນທີ່ເລາະຈາກບ້ານຂອງຕົນ ກໍເຫມືອນນົກທີ່ເລາະຈາກຮັງຂອງມັນ.
\s5
\v 9 ນ້ຳຫອມ ແລະ ເຄື່ອງຫອມເຮັດໃຫ້ໃຈຍິນດີ, ແຕ່ຄວາມອ່ອນຫວານຂອງເພື່ອນມາຈາກຄຳແນະນຳທີ່ຈິງໃຈ.
\v 10 ຢ່າຖິ້ມເພື່ອນຂອງເຈົ້າ ແລະ ເພື່ອນຂອງພໍ່ເຈົ້າ, ແລະ ຢ່າໄປທີ່ບ້ານພີ່ນ້ອງຂອງເຈົ້າໃນວັນທີ່ເຈົ້າພົບຄວາມຫາຍະນະ. ເພື່ອນບ້ານທີ່ຢູ່ໃກ້ ດີກວ່າພີ່ນ້ອງທີ່ຢູ່ໄກ.
\s5
\v 11 ລູກຊາຍຂອງເຮົາເອີຍ, ຈົ່ງມີປັນຍາ, ແລະຈົ່ງເຮັດໃຫ້ໃຈຂອງເຮົາຍິນດີ; ແລ້ວເຮົາຈະຕອບຄົນທີ່ຕຳຫນິເຮົາໄດ້.
\v 12 ຄົນທີ່ສຸຂຸມເຫັນອັນຕະລາຍ ແລະ ເຊື່ອງຕົວ, ແຕ່ຄົນຮູ້ນ້ອຍຍ່າງເລື່ອຍໄປ ແລະ ເປັນທຸກເພາະສິ່ງນັ້ນ.
\s5
\v 13 ຈົ່ງຮິບເສື້ອຜ້າຂອງຜູ້ທີ່ຄ້ຳປະກັນໃຫ້ຄົນແປກຫນ້າ, ແລະ ຈົ່ງຍຶດມັນໄວ້ ເມື່ອເຂົາປະກັນໃຫ້ຜູ້ຍິງຫລາຍໃຈ.
\v 14 ຄົນທີ່ຕື່ນແຕ່ເຊົ້າມືດໄປອວຍພອນເພື່ອນບ້ານດ້ວຍສຽງດັງ, ຄຳອວຍນັ້ນຈະກາຍເປັນຄຳສາບແຊ່ງ!
\s5
\v 15 ຍາດຝົນຍົດລົງມາບໍ່ຢຸດໃນວັນຝົນຕົກພຳແບບໃດ ເມຍຂີ້ຜິດຖຽງກໍເຫມືອນກັນແບບນັ້ນ;
\v 16 ການຫ້າມນາງກໍເຫມືອນຫ້າມລົມ ຫລືພະຍາຍາມຈັບນ້ຳມັນດ້ວຍມືຂວາ.
\s5
\v 17 ເຫລັກຝົນເຫລັກໃຫ້ຄົມໄດ້ແບບໃດ; ຄົນຫນຶ່ງກໍລັບເພື່ອນຂອງຕົນໃຫ້ແຫລມຄົມໄດ້ແບບນັ້ນ.
\v 18 ຄົນທີ່ດູແລຕົ້ນຫມາກເດື່ອຈະໄດ້ກິນຜົນຂອງມັນ, ແລະ ຄົນທີ່ຄຸ້ມກັນນາຍຂອງຕົນຈະໄດ້ຮັບກຽດ.
\s5
\v 19 ສະທ້ອນຫນ້າຄົນແບບໃດ ໃຈຂອງຄົນກໍສະທ້ອນເຖິງບຸກຄົນແບບນັ້ນ.
\v 20 ແດນຄົນຕາຍ ແລະ ແດນມໍລະນາບໍ່ຮູ້ຈັກອີ່ມ, ດັ່ງນັ້ນດວງຕາຂອງຄົນເຮົາກໍບໍ່ຮູ້ພໍໃຈ.
\s5
\v 21 ໄຟອອ້ມມີໄວ້ອ້ອມເງິນ ແລະ ເຕົາຖະລຸງມີໄວ້ຖະລຸງທອງຄຳ; ແລ ະບຸກຄົນຈະພິສູດໄດ້ໂດຍຄຳຍົກຍ້ອງທີ່ເຂົາໄດ້ຮັບ.
\v 22 ເອົາຄົນໂງ່ໃສ່ຄົກຕຳດ້ວຍສາກ - ພ້ອມກັບເມັດເຂົ້າ ຄົນໂງ່ກໍຍັງໂງ່ຢູ່ນັ້ນເອງ.
\s5
\v 23 ຈົ່ງແນ່ໃຈເຈົ້າຮູ້ຄວາມທຸກສຸກຂອງຝູງແພະແກະຂອງເຈົ້າ ແລະ ຈົ່ງເອົາໃຈໃສຝູງສັດຂອງເຈົ້າ,
\v 24 ເພາະຄວາມມັ່ງມີບໍ່ຍັ່ງຍືນຢູ່ເປັນນິດ ມົງກຸດຈະບໍ່ຄົງທົນຢູ່ທຸກຊົ່ວຊາດແມ່ນບໍ່?
\v 25 ເມື່ອເຂົາເກັບຫຍ້າແຫ້ງໄປແລ້ວ, ຫຍ້າໃຫມ່ກໍປາກົດຂຶ້ນ, ແລ້ວຫຍ້າຕາມພູເຂົາຕ່າງໆ ກໍຖືກເກັບຮວບຮວມມາເພື່ອໃຫ້ຝູງສັດ.
\s5
\v 26 ເມື່ອນັ້ນລູກແກະຈະໃຫ້ເສື້ອຜ້າແກ່ເຈົ້າແລະ ແພະກໍຈະເປັນຄ່ານາ.
\v 27 ຈະມີນົມແພະພໍເປັນອາຫານແກ່ເຈົ້າ - ເປັນອາຫານແກ່ຄອບຄົບຂອງເຈົ້າ - ແລະ ເປັນເຄື່ອງຍັງຊີບແກ່ບັນດາສາວໃຊ້ຂອງເຈົ້າ.
\s5
\c 28
\cl ບົດທີ 28
\p
\v 1 ປະຊາຊົນທີ່ອະທຳແລ່ນຫນີແມ່ນບໍ່ມີໃຜໄລ່ຕາມ, ແຕ່ປະຊາຊົນຜູ້ຊອບທຳຈະກ້າຫານຢ່າງສິງຫນຸ່ມ.
\v 2 ເມື່ອແຜ່ນດິນເກີດການລະເມີດປັ່ນປ່ວນ, ກໍມີຜູ້ຄອບຄອງຫລາຍຄົນ, ແຕ່ໂດຍອາໄສຄົນທີ່ມີຄວາມເຂົ້າໃຈແລະຄວາມຮູ້, ແຜ່ນດິນນັ້ນຈະຍືນຍົງ.
\s5
\v 3 ບຸກຄົນຍາກຈົນທີ່ຂົ່ມເຫັງປະຊາຊົນທີ່ຍາກຈົນກໍເຫມືອນຝົນທີ່ຊັດລົງມາທຳລາຍພືດຜົນຈົນບໍ່ມີຫຍັງຈະກິນ.
\v 4 ຄົນເຫລົ່ານັ້ນທີ່ລະຖິ້ມກົດບັນຍັດຍ່ອມສັນລະເສີນປະຊາຊົນທີ່ຊົ່ວຊ້າ, ແຕ່ຄົນເຫລົ່ານັ້ນທີ່ຮັກສາກົດບັນຍັດຍ່ອມຕໍ່ສູ້ພວກເຂົາ.
\s5
\v 5 ຄົນຊົ່ວຮ້າຍບໍ່ຮູ້ວ່າຄວາມຍຸດຕິທຳເປັນຢ່າໃດ, ແຕ່ຄົນທີ່ສະແຫວງຫາພຣະຢາເວຈະເຂົ້າໃຈທຸກສິ່ງ.
\v 6 ບຸກຄົນຍາກຈົນທີ່ດຳເນີນໃນຄວາມຊື່ສັດຂອງເຂົາ, ກໍດີກວ່າບຸກຄົນມັ່ງມີທີ່ຄົດໂກງໃນທາງຂອງເຂົາ.
\s5
\v 7 ຄົນທີ່ຮັກສາກົດບັນຍັດກໍເປັນລູກຊາຍທີ່ມີຄວາມເຂົ້າໃຈ, ແຕ່ເພື່ອນຂອງຄົນຕະກະເຮັດໃຫ້ພໍ່ຂອງເຂົາຂາຍຫນ້າ.
\v 8 ຄົນທີ່ມີຊັບສົມບັດຂອງເຂົາດ້ວຍການຂູດຮີດດອກເບີ້ຍ ກໍໄດ້ຮວບຮວມຊັບນັ້ນໄວ້ໃຫ້ຜູ້ທີ່ເມດຕາປະຊາຊົນທີ່ຍາກຈົນ.
\s5
\v 9 ຖ້າຜູ້ໃດຫັນຫູຂອງເຂົາບໍ່ຟັງກັດບັນຍັດ, ແມ່ນຄຳອະທິຖານຂອງເຂົາກໍເປັນທີ່ຫນ້າລັງກຽດ.
\v 10 ຄົນທີ່ນຳຄົນທ່ຽງທຳຫລົງເຂົ້າໄປໃນທາງຊົ່ວ ກໍຈະຕົກລົງໃນຫລຸມຂອງເຂົາເອງ, ແຕ່ຄົນດີພ້ອມຈະໄດ້ຮັບສິ່ງດີເປັນມໍລະດົກ.
\s5
\v 11 ບຸກຄົນທີ່ມັ່ງມີອາດມີປັນຍາໃນສາຍຕາຂອງຕົນເອງ, ແຕ່ບຸກຄົນທີ່ຍາກຈົນຜູ້ມີຄວາມເຂົ້າໃຈຈະຮູ້ຈັກຕົວເຂົາຊັດເຈນ.
\v 12 ເມື່ອປະຊາຊົນທີ່ມັກຄວາມປິຕິຍີນດີ, ຄວາມຮຸ່ງເຮືອງກໍມີຫລາຍຂຶ້ນ, ແຕ່ເມື່ອຄົນອະທຳມີອຳນາດ ປະຊາຊົນກໍເຊື່ອງຕົວ.
\s5
\v 13 ຜູ້ທີ່ປົກປິດຄວາມບາບຂອງເຂົາໄວ້ຈະບໍ່ຈະເລີນ, ແຕ່ຜູ້ສາລະພາບແລະຖິ້ມມັນຈະໄດ້ຄວາມກາລຸນາ.
\v 14 ຄົນທີ່ດຳເນີນຊີວິດດ້ວຍຄວາມຢຳເກງພຣະເຈົ້າຢູ່ສະເຫມີກໍເປັນສຸກ, ແຕ່ຄົນທີ່ເຮັດໃຈຂອງເຂົາໃຫ້ແຂງກະດ້າງຈະຕົກໃນຄວາມຍາກລຳບາກ.
\s5
\v 15 ຄົນອະທຳທີ່ປົກຄອງປະຊາຊົນຜູ້ຍາກຈົນ ກໍເຫມືອນສິງໂຕຄຳລາມຫລືຫມີໂດດໃສ່ເຫຍື່ອ.
\v 16 ຜູ້ຄອບຄອງທີ່ຂາດຄວາມເຂົ້າໃຈກໍເປັນຄົນກົດຂີ່ຂົ່ມເຫັງຕົວສະກາດ, ແຕ່ຄົນທີ່ກຽດຊັງສິ່ງທີ່ໄດ້ມາໂດຍບໍ່ຊອບທຳຍ່ອມມີຊີວິດຍືນຍາວ.
\s5
\v 17 ຄົນທີ່ມີຄວາມຜິດໃນເລື່ອງໂລຫິດຂອງຄົນອື່ນ, ເຂົາຈະຫລົບຫນີໄປຈົນຕາຍ ແລະບໍ່ມີໃຜຊ່ວຍເຂົາເລີຍ.
\v 18 ບຸກຄົນໃດທີ່ດຳເນີນຊີວິດຢ່າງໄຮ້ຕຳນິຈະໄດ້ຮັບການຊ່ວຍກູ້, ແຕ່ຄົນຄົດໂກງໃນທາງຂອງເຂົາຈະລົ້ມລົງທັນທີ.
\s5
\v 19 ຄົນທີ່ມຸ່ງເຮັດວຽກໃນທີ່ດິນຂອງເຂົາຈະມີອາຫານພຽງພໍ, ແຕ່ຄົນທີ່ແລ່ນຕາມສິ່ງໄຮ້ສາລະຈະຍິ່ງຍາກຈົນ.
\v 20 ຄົນຊື່ສັດຈະໄດ້ຮັບພຣະພອນຫລວງຫລາຍ, ແຕ່ຄົນທີ່ຮີບເລັ່ງລວຍທາງລັດຈະຖືກລົງໂທດ.
\s5
\v 21 ການລຳອຽງນັ້ນບໍ່ດີ, ແຕ່ພຽງແຕ່ອາຫານຕ່ອນຫນຶ່ງກໍເຮັດໃຫ້ຄົນອາດເຮັດຜິດໄດ້.
\v 22 ຄົນຕະກະນີ້ເລັ່ງຫາຊັບສົມບັດ, ແຕ່ບໍ່ຮູ້ວ່າຄວາມຂັດສົນຈະມາເຖິງເຂົາ.
\s5
\v 23 ຜູ້ໃດກໍຕາມຕັກເຕືອນຄົນອື່ນ, ຈະໄດ້ຮັບຄວາມໂປດປານພາຍຫລັງ ຫລາຍກວ່າ ຜູ້ທີ່ໃຊ້ລີ້ນປະຈົບປະແຈງ.
\v 24 ຄົນທີຂີ້ລັກຊັບຂອງພໍ່ຫລືແມ່ຂອງຕົນ ແລະເວົ້າວ່າ, “ຢ່າງນີ້ບໍ່ຜິດ” ເຂົາກໍເປັນເພື່ອນຂອງນັກທຳລາຍ.
\s5
\v 25 ຄົນໂລບປຸກປັ້ນໃຫ້ເກີດການຜິດຖຽງ, ແຕ່ຜູ້ທີ່ວາງໃຈໃນພຣະຢາເວຈະເລີນຮຸ່ງເຮືອງ.
\v 26 ຄົນທີ່ເຊື່ອໃຈຕົງເອງເປັນຄົນໂງ່ແຕ່ຄົນທີ່ດຳເນີນຊີວີດຢ່າງມີປັນຍາຈະປອດໄພ.
\s5
\v 27 ຜູ້ທີ່ໃຫ້ແກ່ຄົນຍາກຈົນຈະບໍ່ຂັດສົນ, ແຕ່ຜູ້ໃດກໍຕາມທີ່ເພີກເສີຍຈະຖືກແຊ່ງສາບຫລາຍ.
\v 28 ເມື່ອປະຊາຊົນທີ່ອະທຳມີອຳນາດຄົນທັງຫລາຍກໍເຊື່ອງຕົວ, ແຕ່ເມື່ອເຂົາທັງຫລາຍພິນາດໄປ ປະຊາຊົນຜູ້ຊອບທຳກໍເພີ້ມຂຶ້ນ,
\s5
\c 29
\cl ບົດທີ 29
\p
\v 1 ບຸກຄົນທີ່ຖືກຕັກເຕືອນເລື້ອຍໆ ແຕ່ຍັງຫົວດື້ຈະຖືກທຳລາຍທັນທີໂດຍບໍ່ມີທາງແກ້ໄຂ້.
\v 2 ເມື່ອປະຊາຊົນຜູ້ຊອບທຳທະວີເພີມຂຶ້ນ, ປະຊາຊົນກໍປິຕິຍິນດີ, ແຕ່ເມື່ອບຸກຄົນທີ່ອະທຳປົກຄອງ ປະຊາຊົນກໍຄ່ຳຄວນ.
\s5
\v 3 ຜູ້ໃດທີ່ຮັກປັນຍາຍ່ອມເຮັດໃຫ້ພໍ່ຂອງຕົນປິຕິຍິນດີ, ແຕ່ຜູ້ທີ່ຄົບຫາຍິງໂສເພນີ້ກໍຈ່າຍຊັບຈົນຫມົດສິ້ນ.
\v 4 ກະສັດຊົງເຮັດໃຫ້ບ້ານເມືອງເປັນປຶກແຜ່ນດ້ວຍຄວາມຍຸດຕິທຳ, ແຕ່ຄົນທີ່ຮັບສິນບົນເຮັດໃຫ້ມັນຈົມລົງ.
\s5
\v 5 ຄົນທີ່ປະຈົບປະແຈງເພື່ອນບ້ານຂອງຕົນ ຍ່ອມກາງຕາຂ່າຍໄວ້ດັກຕີນຂອງເຂົາ.
\v 6 ໃນຄວາມບາບຂອງບຸກຄົນຊົ່ວຄືກັບດັກ, ແຕ່ບຸກຄົນຜູ້ຊອບທຳຮ້ອງເພງແລະປິຕິຍິນດີ.
\s5
\v 7 ບຸກຄົນຜູ້ຊອບທຳຮຽກຮ້ອງກ່ຽວກັບປະຊາຊົນທີ່ຍາກຈົນ; ບຸກຄົນອະທຳບໍ່ເຂົ້າໃຈຄວາມຮູ້ແບບນີ້.
\v 8 ຄົນມັກເຢາະເຢີ້ຍເຮັດໃຫ້ບ້ານເມື່ອງລຸກເປັນໄຟ, ແຕ່ຄົນມີປັນຍາເຮັດໃຫ້ຄວາມໂກດຮ້າຍສະຫງົບລົງ.
\s5
\v 9 ຖ້າຄົນມີປັນຍາມີເລື່ອງໂຕ້ຖຽງກັບຄົນໂງ່, ຄົນໂງ່ຈ້າກໍເດືອດ, ເຂົາທັງຫົວຂວັນແລະບໍ່ມີຄວາມສະງົບ.
\v 10 ພວກກະຫາຍເລືອດຍ່ອມກຽດຊັງຄົນດີພ້ອມ ແລະສະແຫວງຫາຊີວິດຂອງຄົນອື່ນຊື່ຕົງ.
\s5
\v 11 ຄົນໂງ່ລະບາຍຄວາມໂກດຮ້າຍອອກມາເຕັມທີ່, ແຕ່ຄົນມີປັນຍາຍ່ອມຢັບຢັ້ງໄວ້.
\v 12 ຖ້າຜູ້ຄອບຄອງໃສ່ໃຈຄຳເວົ້າຂີ້ຕົວະ ຂ້າຣາຊການທັງສິ້ນຂອງເຂົາກໍຖ້າເປັນຄົນອາທຳ.
\s5
\v 13 ບຸກຄົນຍາກຈົນແລະຜູ້ກົດຂີ່ເຫມືອນກັນຢູ່ຢ່າງຫນຶ່ງ, ຄືພຣະຢາເວປະທານຄວາມສະຫວ່າງແກ່ດວງຕາຂອງຄົນທັງສອງ.
\v 14 ຖ້າກະສັດຊົງພິພາກສາຄົນຈົນດ້ວຍຄວາມຈິງ, ພະທີ່ນັ່ງຂອງພະອົງຈະຕັ້ງຢູ່ເປັນນິດ.
\s5
\v 15 ໄມ້ແສ້ແລະຄຳຕັກເຕືອນໃຫ້ປັນຍາແກ່ເດັກທີ່ຖືກປ່ອຍປະລະເລີຍ, ແຕ່ຈະນຳຄວາມອັບອາຍມາສູ່ແມ່.
\v 16 ເມື່ອປະຊາຊົນອະທຳເພີ້ມອຳນາດ, ການທໍລະຍົດກໍເພີ້ມຂຶ້ນ, ແຕ່ປະຊາຊົນຜູ້ຊອບທຳຈະເຫັນຄວາມລົ່ມຈົມຂອງຄົນອະທຳເຫລົ່ານັ້ນ.
\s5
\v 17 ຈົ່ງຕີສອນລູກຊາຍຂອງເຈົ້າ ແລະເຂົາຈະໃຫ້ເຈົ້າສະບາຍໃຈ, ເຂົາຈະໃຫ້ຄວາມປິຕິຍິນດີແກ່ເຈົ້າ.
\v 18 ໃນບ່ອນທີ່ບໍ່ມີການເຜີຍນິມິດປະຊາຊົນກໍປ່ອຍຕົວ, ແຕ່ຄົນທີ່ຮັກສາກົດບັນຍັດຍ່ອມເປັນສຸກ.
\s5
\v 19 ຄົນຮັບໃຊ້ຈະຮັບການສັ່ງສອນດ້ວຍຄຳເວົ້າເທົ່ານັ້ນບໍ່ໄດ້, ເພາະແມ່ນເຂົາຈະເຂົ້າໃຈ ແຕ່ເຂົາກໍບໍ່ເຊື່ອຟັງ.
\v 20 ເຈົ້າເຫັນຄົນປາກໄວບໍ່? ຍັງມີຄວາມຫວັງໃນຄົນໂງ່ຫລາຍກວ່າເຂົາອີກ.
\s5
\v 21 ຄົນທີ່ຕາມໃຈຄົນຮັບໃຊ້ຂອງຕົນຕັ້ງແຕ່ນ້ອຍໆ, ໃນທີ່ສຸດຈະພົບວ່າເຂົານຳຄວາມຍຸ່ງຍາກມາໃຫ້.
\v 22 ບຸກຄົນຂີ້ໃຈຮ້າຍເລັ່ງເລົ້າໃຫ້ເກີດການຜິດຖຽງ ແລະຄົນເຈົ້າອາລົມກໍເຮັດໃຫ້ເກີດການເຮັດບາບຫລວງຫລາຍ.
\s5
\v 23 ຄວາມຍິ່ງຂອງບຸກຄົນນຳເຂົາໃຫ້ຕ່ຳລົງ, ແຕ່ຄົນຖ່ອມຕົວຈະໄດ້ຮັບກຽດ.
\v 24 ຜູ້ສົມຄົບກັບຂີ້ລັກຍ່ອມກຽດຊັງຊີວິດຂອງເຂົາ, ເຂົາໄດ້ຍິນຄຳສາບແຊ່ງ ແຕ່ບໍ່ເວົ້າຫຍັງເລີຍ.
\s5
\v 25 ຄວາມຢ້ານກົວຂອງຄົນເຮັດໃຫ້ມີການວາງບ້ວງໄວ້, ແຕ່ຄົນທີ່ວາງໃຈໃນພຣະຢາເວກໍປອດໄພ.
\v 26 ຄົນຫລວງຫລາຍສະແຫວງຫາຄວາມພໍໃຈຈາກຜູ້ຄອບຄອງ, ແຕ່ບຸກຄົນຈະໄດ້ຮັບຄວາມຍຸດຕິທຳຈາກພຣະຢາເວ.
\s5
\v 27 ຄົນອະຍຸດຕິທຳເປັນທີ່ລັງກຽດແກ່ຄົນຊອບທຳ, ແຕ່ຄົນຊື່ຕົງກໍເປັນທີ່ລັງກຽດແກ່ຄົນອະທຳ.
\s5
\c 30
\cl ບົດທີ 30
\p
\v 1 ຖ້ອຍຄຳທັງຫລາຍຂອງອາກູລູກຂອງຢາເກ ຜູ້ຊາຍຄົນນັ້ນໄດ້ເຮັດຕໍ່ອິທີເອນ, ກັບອີທີເອນແລະອູສານວ່າ:
\v 2 ຂ້າແຕ່ພຣະເຈົ້າ ຂ້ານ້ອຍອ່ອນເພຍແລະຫມົດກຳລັງ ເພາະຂ້ານ້ອຍກໍໂງ່ເກີນກວ່າຈະເປັນຄົນ.
\v 3 ແລະຂ້ານ້ອຍບໍ່ມີຄວາມຮອບຮູ້ຢ່າງມະນຸດ, ແລະຂ້ານ້ອຍບໍ່ເຄີຍຮຽນຮູ້ປັນຍາ ທັງບໍ່ມີຄວາມຮູ້ກ່ຽວກັບອົງບໍລິສຸດ.
\s5
\v 4 ໃຜໄດ້ຂຶ້ນສະຫວັນແລະລົງມາ? ໃຜລວບລວມລົມໄວ້ໃນມືທັງສອງຂ້າງຂອງເຂົາ? ໃຜເອົາເສື້ອຜ້າຫໍ່ນ້ຳໄວ້? ໃຜສະຖາປະນາທີ່ສຸດປາຍແຫ່ງແຜ່ນດິນໂລກ? ຜູ້ນັ້ນຊື່ຫຍັງ? ແລະລູກຂອງຜູ້ນັ້ນຊື່ຫຍັງ? ພວກທ່ານຈະຕ້ອງຮູ້ແນ່.
\s5
\v 5 ທຸກຖ້ອຍຄຳຂອງພຣະເຈົ້າພິສູດແລ້ວວ່າຈິງ, ພຣະອົງຊົງເປັນໂລ້ແກ່ຜູ້ລີ້ໄພໃນພຣະອົງ.
\v 6 ຢ່າເພີ້ມຫຍັງເຂົ້າກັບຖ້ອຍຄຳຂອງພຣະອົງ, ເກງວ່າພຣະອົງຈະຊົງລົງໂທດພວກເຈົ້າ, ແລະຊົງຕັດສິນວ່າພວກເຈົ້າເວົ້າຕົວະ.
\s5
\v 7 ຂໍພຣະອົງຊ່ວຍໃຫ້ຂ້ານ້ອຍ, ມີສອງຢ່າງກ່ອນຂ້ານ້ອຍຕາຍ.
\v 8 ຂໍໃຫ້ຄວາມບໍ່ຈິງແລະຄຳຕົວະໄກຈາກຂ້ານ້ອຍ, ຂໍຢ່າປະທານຄວາມຍາກຈົນຫລືຄວາມຮັ່ງມີແກ່ຂ້ານ້ອຍ, ຂໍພຽງປະທານອາຫານທີ່ຈຳເປັນແກ່ຂ້ານ້ອຍ.
\v 9 ເພາະຖ້າຂ້ານ້ອຍມີຫລາຍເກີນໄປ, ຂ້ານ້ອຍອາດຈະປະຕິເສດພຣະອົງ, ແລະປະຕິເສດພຣະອົງ ແລ້ວເວົ້າວ່າ “ພຣະຢາເວເປັນໃຜ?” ຫລືຖ້າຂ້ານ້ອຍຍາກຈົນ, ຂ້ານ້ອຍອາດຈະລັກ ແລະລົບລູ່ພຣະນາມພຣະເຈົ້າຂອງຂ້ານ້ອຍ.
\s5
\v 10 ຢ່າກ່າວຮ້າຍຄົນຮັບໃຊ້ໃຫ້ນາຍຂອງເຂົາຟັງ, ເກງວ່າເຂົາຈະແຊ່ງເຈົ້າແລະເຈົ້າຈະຕ້ອງຮັບໂທດ.
\s5
\v 11 ມີຄົນທີ່ແຊ່ງພໍ່ຂອງພວກເຂົາ ແລະບໍ່ອວຍພອນແມ່ຂອງພວກເຂົາ.
\v 12 ມີຄົນທີ່ຄິດວ່າຕົນເອງບໍລິສຸດໃນສາຍຕາຂອງພວກເຂົາ, ແຕ່ບໍ່ໄດ້ຮັບການຊຳລະຄວາມເປິເປື້ອນຂອງພວກເຂົາ.
\s5
\v 13 ມີຄົນທີ່ດວງຕາສະແດງຄວາມຍິ່ງ, ແລະຫນັງຕາສະແດງຄວາມຖືດີ!
\v 14 ມີຄົນທີ່ແຂ້ວຂອງເຂົາເປັນດາບ, ແລະແຂ້ວກາມຂອງເຂົາເປັນມີດ, ເພື່ອຈະທຳລາຍຄົນຍາກຈົນຈາກແຜ່ນດິນໂລກ ແລະຄົນຂັດສົນຈາກມະນຸດ.
\s5
\v 15 ພວກມັນຮ້ອງວ່າ “ເອົາມາ ເອົາມາ” ມີສາມສິ່ງທີ່ບໍ່ເຄີຍອີ່ມສີ່ສິ່ງທີ່ບໍ່ເຄີຍເວົ້າວ່າ, “ພໍແລ້ວ”:
\v 16 ຄືແດນຄົນຕາຍ, ທ້ອງຂອງຍິງຫມັນ; ແຜ່ນດິນທີ່ບໍ່ອີ່ມນ້ຳ; ແລະໄຟທີ່ບໍ່ເຄີຍເວົ້າວ່າ, “ພໍແລ້ວ”
\v 17 ດວງຕາທີ່ເຢາະເຍີ້ຍພໍ່ ແລະດູຫມິ່ນບໍ່ຟັງແມ່, ຈະຖືກຝູງກາແຫ່ງຫຸບເຂົາຈິກອອກໄປ, ແລະລູກນົກແຮ້ງຈະກິນ.
\s5
\v 18 ມີສາມສິ່ງທີ່ປະຫລາດລ້ຳສຳລັບຂ້ານ້ອຍ, ສີ່ສີ່ງທີ່ຂ້ານ້ອຍບໍ່ເຂົ້າໃຈຄື:
\v 19 ທ່າທາງຂອງນົກອິນຊີເທິງທ້ອງຟ້າ; ທ່າທາງຂອງງູເທິງຫິນ; ທ່າທາງຂອງເຮືອໃນທ້ອງທະເລ; ແລະທ່າທາງຂອງຊາຍຫນຸ່ມຕໍ່ຍິງສາວ.
\s5
\v 20 ນີ້ເປັນທ່າທາງຂອງຍິງຜູ້ລ່ວງປະເວນີຄື: ນາງກິນ ແລະນາງເຊັດປາກແລະນາງເວົ້າວ່າ, “ຂ້ອຍບໍ່ໄດ້ເຮັດຊົ່ວ.”
\s5
\v 21 ແຜ່ນດິນສະເທືອນພາຍໃຕ້ສາມສີ່ງ, ແລະມັນບໍ່ອາດທົນຢູ່ໃຕ້ສີ່ສິ່ງ:
\v 22 ຄື ທາດເມື່ອໄດ້ເປັນກະສັດ; ຄົນໂງ່ຈ້າເມື່ອກີນອີ່ມ;
\v 23 ຍິງທີ່ເປັນທີ່ກຽດຊັງເມື່ອໄດ້ແຕ່ງງານ; ແລະສາວໃຊ້ເມື່ອຂຶ້ນມາແທນທີ່ນາຍຍິງຂອງຕົນ.
\s5
\v 24 ມີສີ່ສິ່ງໃນໂລກທີ່ນ້ອຍ ແຕ່ມີປັນຍາຫລາຍເຫລືອລົ້ມ:
\v 25 ມົດ ເປັນສິ່ງມີຊີວິດທີ່ບໍ່ແຂງແຮງ, ແຕ່ມັນຍັງຕຽມອາຫານຂອງມັນໄວ້ໃນລະດູແລ້ງ;
\v 26 ຕົວຕຸ່ນ ເປັນສິ່ງມີຊີວິດທີ່ບໍ່ມີກຳລັງ, ແຕ່ພວກມັນຍັງສ້າງບ້ານຂອງພວກມັນໃນຊອກຫີນ.
\s5
\v 27 ຕັກແຕນທະເລຊາຍບໍ່ມີກະສັດ, ແຕ່ມັນທັງຫມົດຍັງຍ່າງຂະບວນເປັນແຖວ.
\v 28 ຂີ້ກ້ຽມນັ້ນ, ເຈົ້າເອົາສອງມືຂອງເຈົ້າຈັບໄດ້, ແຕ່ມັນຍັງຢູ່ໃນພະຣາຊວັງຂອງກະສັດ.
\s5
\v 29 ມີສາມສິ່ງທີ່ຍ່າງຍ້າຍໄດ້ສະງ່າງາມ ມີສີ່ສິ່ງທີ່ຍ່າງໄດ້ສະງ່າງາມ ຄື
\v 30 ສິງໂຕ, ຊຶ່ງເປັນສັດທີ່ມີກຳລັງຫລາຍທີ່ສຸດໃນຫມູ່ສັດປ່າ ແລະບໍ່ຍອມຫັນຫລັງໃຫ້ສິ່ງໃດເລີຍ;
\v 31 ພໍ່ໄກ່ທີ່ຍ່າງຢູ່; ແບ້ຜູ້; ແລະກະສັດຜູ້ທີ່ກອງທະຫານຂອງພະອົງຢູ່ຄຽງຂ້າງພ. ະອົງ
\s5
\v 32 ຖ້າເຈົ້າເປັນຄົນໂງ່ຈ້າເວົ້າຍົກຍ້ອງຕົນເອງ, ຫລືຖ້າເຈົ້າຄິດແຜນຊົ່ວ, ຈົ່ງເອົາມືປິດປາກໄວ້.
\v 33 ເຊັ່ນດຽວກັນກວນນ້ຳນົມໄດ້ເນີຍ ແລະເມື່ອບິດດັງໄດ້ໂລຫິດ ການກະທຳທີ່ເກີດຂຶ້ນເວລາໂກດຮ້າຍກໍໄດ້ຄວາມຂັດແຍງ.
\s5
\c 31
\cl ບົດທີ 31
\p
\v 1 ຖ້ອຍຄຳຂອງກະສັດເລມູເອນ ຊຶ່ງເປັນຄຳສອນທີ່ພະຣາຊຊະນີຂອງພະອົງໄດ້ບອກສອນພະອົງ.
\v 2 ແມ່ນຫຍັງ, ລູກຊາຍ, ຂອງແມ່ເອີຍ? ລູກຊາຍແຫ່ງຄຳປະຕິຍານຂອງແມ່?
\v 3 ຢ່າໃຫ້ກຳລັງຂອງເຈົ້າແກ່ພວກຜູ້ຍິງ, ຫລືໃຫ້ທາງຂອງເຈົ້າແກ່ຄົນເຫລົ່ານັ້ນຜູ້ທີ່ທຳລາຍເຫລົ່າກະສັດ.
\s5
\v 4 ເລມູເອນເອີຍ, ບໍ່ສົມຄວນທີ່ກະສັດທັງຫລາຍ, ບໍ່ສົມຄວນທີ່ບັນດາກະສັດຈະກິນເຫລົ້າອະງຸ່ນ, ຫລືຜູ້ຄອບຄອງຈະຖາມວ່າ, "ເຫລົ້າທີ່ແຮງໆ ຢູ່ທີ່ໃດ?"
\v 5 ເກງວ່າພວກເຂົາຈະລືມສິ່ງທີ່ຕາເປັນກົດຫມາຍນັ້ນ, ແລະບິດເບືອນສິດທິຂອງຜູ້ທີ່ຖືກກົດຂີ່ທັງຫລາຍ.
\s5
\v 6 ຈົ່ງໃຫ້ເຫລົ້າແຮງໆ ແກ່ບຸກຄົນທີ່ກຳລັງຈະພິນາດ ແລະເຫລົ້າອະງຸ່ນແກ່ຜູ້ຂົມຂື່ນໃຈ.
\v 7 ເຂົາຈະດື່ມແລະຈະລືມຄວາມຍາກຈົນຂອງເຂົາ ແລະເຂົາຈະບໍ່ຈົດຈຳຄວາມທຸກຂອງເຂົາອີກຕໍ່ໄປ.
\s5
\v 8 ຈົ່ງເວົ້າເພື່ອຄົນເຫລົ່ານັ້ນທີ່ເປັນໃບ້, ເພື່ອຄະດີຄວາມຂອງທຸກຄົນທີ່ກຳລັງຈະພິນາດ.
\v 9 ຈົ່ງເວົ້າອອກມາແລະພິພາກສາຢ່າງຊອບທຳ ຈົ່ງໃຫ້ຄວາມຍຸດຕິທຳແກ່ຄົນຍາກຈົນແລະປະຊາຊົນທີ່ຂັດສົນ.
\s5
\v 10 ໃຜຈະພົບເມຍທີ່ເລີດປະເສີດ? ຄຸນຄ່າຂອງນາງເລີດລ້ຳກວ່າເຄື່ອງປະດັບ.
\v 11 ຫົວໃຈຂອງຜົວຂອງນາງກໍໄວ້ໃຈນາງ, ແລະເຂົາຈະບໍ່ມີທາງເປັນຄົນຍາກຈົນເລີຍ.
\v 12 ນາງເຮັດສິ່ງດີທັງຫລາຍໃຫ້ເຂົາ ແລະບໍ່ນຳສິ່ງດີທັງຫລາຍໃຫ້ເຂົາ ແລະບໍ່ນຳສິ່ງຮ້າຍ ຕະຫລອດວັນຄືນແຫ່ງຊີວິດຂອງນາງ.
\s5
\v 13 ນາງສະແຫວງຫາຂົນແກະແລະຜ້າປ່ານ, ແລະເຮັດວຽກດ້ວຍມືຢ່າງເຕັມໃຈ.
\v 14 ນາງເປັນເຫມືອນເຮືອທັງຫລາຍຂອງພໍ່ຄ້າ; ນາງນຳອາຫານຂອງນາງມາຈາກທີ່ໄກ.
\v 15 ນາງລຸກຂຶ້ນຕັ້ງແຕ່ຍັງມືດຢູ່ ແລະຈັດອາຫານໃຫ້ຄອບຄົວຂອງນາງ, ແລະນາງຈັດງານໃຫ້ແກ່ສາວໃຊ້ຂອງນາງ.
\s5
\v 16 ນາງເລາະເບິ່ງໄຮນາແລ້ວຊື້ໄວ້, ດ້ວຍຜົນແຫ່ງມືຂອງນາງ ນາງປູກສວນອະງຸ່ນ.
\v 17 ນາງຄາດເເອວຂອງນາງດ້ວຍກຳລັງ ແລະເຮັດໃຫ້ແຂນຂອງນາງແຂງແຮງ.
\s5
\v 18 ນາງຮູ້ວ່າສິນຄ້າຫຍັງຈະໄດ້ກຳໄລສຳລັບນາງ, ຕະຫລອດຄ່ຳຄືນຕະກຽງຂອງນາງກໍບໍ່ດັບ.
\v 19 ນາງຍື່ນມືອອກຈັບເຄື່ອງປັ່ນຝາຍ, ແລະນາງຍິບດ້າຍ ນາງຍື່ນມືອອກ.
\s5
\v 20 ນາງຍືນມືຂອງນາງຊ່ວຍປະຊາຊົນທີ່ຂັດສົນ, ນາງຍືນມືຂອງນາງອອກໄປຊ່ວຍປະຊາຊົນທີ່ຍາກຈົນ.
\v 21 ນາງບໍ່ຢ້ານຫິມະມາເຮັດໃຫ້ຄອບຄົວຂອງນາງຫນາວ, ເພາະທຸກຄົນໃນຄອບຄົວຂອງນາງສວມເສື້ອສີແດງ.
\s5
\v 22 ນາງເຮັດຜ້າປູຕຽງສຳລັບຕຽງຂອງນາງ, ແລະນາງສວມເສື້ອຜ້າເຮັດດ້ວຍຜ້າເລນິນເນື້ອລະອຽດແລະຜ້າສີມ້ວງ.
\v 23 ຜົວຂອງນາງເປັນທີ່ຮູ້ຈັກທີ່ປະຕູເມືອງ, ເມື່ອເຂົານັ່ງຢູ່ໃນຫມູ່ພວກຜູ້ອາວຸໂສຂອງແຜ່ນດິນ.
\s5
\v 24 ນາງເຮັດເຄື່ອງນຸ່ງຫົ່ມດ້ວຍຜ້າເລນິນໄວ້ຂາຍ, ແລະນາງຂາຍສົ່ງຜ້າຄາດເເອວໃຫ້ແກ່ພໍ່ຄ້າ.
\v 25 ນາງໄດ້ສວມອາລົມດ້ວຍກຳລັງແລະກຽດຕິຍົດ, ແລະນາງຫົວຂວັນໃຫ້ແກ່ເຫດການທີ່ຈະມາເຖິງ.
\s5
\v 26 ນາງອ້າປາກກ່າວດ້ວຍປັນຍາ ແລະກົດລະບຽບທີ່ຄວນອ່ອນຫວານທີ່ລິ້ນຂອງນາງ.
\v 27 ນາງດູແລຄວາມເປັນຢູ່ໃນຄອບຄົວຢ່າງດີ ແລະບໍ່ກິນອາຫານທີ່ໄດ້ມາຈາກຄວາມກຽດຄ້ານ.
\s5
\v 28 ລູກໆ ຂອງນາງຕື່ນຂຶ້ນມາແລະກໍຊົມເຊີຍນາງ, ແລະຜົວຂອງນາງກໍສັນລະເສີນນາງ, ກ່າວວ່າ,
\v 29 ຍິງຫລວງຫລາຍເຮັດໄດ້ດີ, ແຕ່ນາງດີເລີດຍິ່ງກວ່າຍິງທັງຫມົດ.”
\s5
\v 30 ສະເຫນ່ເປັນຂອງຫລອກລວງ, ແລະຄວາມງາມກໍບໍ່ສູນເສຍ ແຕ່ຍິງທີ່ຢຳເກງພຣະຢາເວ, ນາງຈະໄດ້ຮັບຄຳສັນສະເສີນ.
\v 31 ຈົ່ງໃຫ້ນາງຮັບຜົນແຫ່ງນ້ຳມືຂອງນາງ ແລະໃຫ້ການງານຂອງນາງສັນລະເສີນນາງທີ່ປະຕູເມືອງ.