2.6 KiB
ຈົ່ງຖວາຍສັນຣະເສີນແດ່ພຣະຢາເວ ... ຈົ່ງສັນລະເສີນພຣະສະຫງ່າຣາສີ, ແລະ ກຳລັງຂອງພຣະອົງ
ຄຳນາມທີ່ເປັນນາມມະທຳແມ່ນ "ພຣະສະຫງ່າຣາສີ" ແລະ "ຄວາມເຂັ້ມແຂງ" ສາມາດຖືກກ່າວເຖິງເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ຈົ່ງຍ້ອງຍໍສັນລະເສີນພຣະຢາເວ ... ຈົ່ງສັນລະເສີນພຣະຢາເວເພາະວ່າພຣະອົງມີຄວາມຮຸ່ງເຮືອງ ແລະເຂັ້ມແຂງ." ເບິ່ງວິທີການແປຄຳເຫລົ່ານີ້ໃນ 29:1.
ຖວາຍກຽຕແດ່ພຣະຢາເວຊຶ່ງຄວນແກ່ພຣະນາມຊື່ຂອງພຣະອົງ
ຖວາຍກຽດແກ່ນາມຊື່ຂອງພຣະຢາເວທີ່ນາມຊື່ຂອງພຣະອົງຊົງສົມຄວນ "ກຽດຕິຍົດ" ເປັນຄຳນາມທີ່ເປັນນາມມະທຳສາມາດຖືກກ່າວເຖິງເປັນຄຳກິລິຍາ ຫລື ຄຳຄຸນນາມ. ອາດແປໄດ້ອີກວ່າ: "ຖວາຍກຽດແກ່ພຣະຢາເວຄືກັບຊື່ຂອງພຣະອົງທີ່ຊົງສົມຄວນ" ຫລື "ປະກາດວ່າພຣະຢາເວແມ່ນຮຸ່ງເຮືອງຄືກັນກັບນາມຊື່ຂອງພຣະອົງຊົງສົມຄວນ." ເບິ່ງວິທີການແປຄຳເຫລົ່ານີ້ໃນ 29:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)
ພຣະນາມຊື່ຂອງພຣະອົງ
"ຊື່" ຫມາຍເຖິງບ່ອນນີ້ກ່ຽວກັບບຸກຄົນຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ບໍຣິເວນພຣະວິຫານຂອງພຣະອົງ
ໃນພຣະວິຫານບ່ອນທີ່ປະໂລຫິດໄດ້ຖວາຍສັດເພື່ອພຣະຢາເວ.