lo_tn/isa/23/08.md

24 lines
3.8 KiB
Markdown

# ໃຜໄດ້ວາງແຜນນີ້ຕໍ່ສູ້ກັບຕີເຣ ... ໃນແຜ່ນດິນໂລກ?
ເອຊາຢາໃຊ້ຄຳຖາມເພື່ອຕໍານິຕີເຣ. ຄຳວ່າ "ນີ້" ຫມາຍເຖິງແຜນການຂອງພຣະເຈົ້າເພື່ອທຳລາຍຕີເຣ ຊຶ່ງເອຊາຢາໄດ້ບັນຍາຍໄວ້ໃນ 23:1-7. ຄຳວ່າ "ຕີເຣ" ຍັງຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນຕີເຣດ້ວຍ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ມັນແມ່ນພຣະຢາເວຜູ້ທີ່ໄດ້ວາງແຜນທຳລາຍປະຊາຊົນຕີເຣ ... ຂອງແຜ່ນດິນໂລກ." (ເບິ່ງເພີ່ມເຕີມ: gs_rquestion ແລະ [[rc://*/ta/man/translate/figs-metonymy]])
# ຜູ້ທີ່ໃຫ້ມົງກຸດທັງຫລາຍ
ທີ່ນີ້ຄຳວ່າ "ມົງກຸດ" ຫມາຍເຖິງອຳນາດຂອງຄົນ ເຫມືອນຜູ້ປົກຄອງເຫນືອປະຊາຊົນ. ອາດແປໄດ້ອີກວ່າ: "ຜູ້ໃຫ້ອຳນາດແກ່ຄົນເພື່ອປົກຄອງເຫນືອຄົນອຶ່ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
# ພວກພໍ່ຄ້າຂອງໃຜທີ່ເປັນພວກເຈົ້ານາຍ
ພວກພໍ່ຄ້າຖືກປຽບທຽບກັບພວກເຈົ້ານາຍ ເພື່ອເນັ້ນວ່າ ພວກມີອຳນາດຫລາຍປານໃດເມື່ອພວກເຂົາໄດ້ໄປດິນແດນອຶ່ນນັ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ເປັນພວກພໍ່ຄ້າເຫມືອນເປັນພວກເຈົ້ານາຍເລີຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ໃຜທີ່ເປັນບັນດາຄົນທີ່ມີກຽດໃນແຜ່ນດິນໂລກ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ໃຜເປັນພວກພໍ່ຄ້າຂອງປະຊາຊົນຂອງແຜ່ນດິນໂລກໃຫ້ກຽດສູງສຸດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ເພື່ອລົດກຽດຄວາມຍິ່ງຈອງຫອງຂອງນາງແລະສະຫງ່າຣາສີຂອງນາງທັງຫມົດ
"ເພື່ອລົດກຽດພວກເຂົາເພາະວ່າພວກເຂົາໂອ້ອວດສະຫງ່າຣາສີຂອງພວກເຂົາເອງ"
# ຄວາມຍິ່ງຈອງຫອງຂອງນາງ ... ສະຫງ່າຣາສີຂອງນາງ ... ທຸກຄົນທີ່ໃຫ້ກຽດນາງ
ຄຳວ່າ "ຂອງນາງ" ຫມາຍເຖິງເມືອງຕີເຣ ຊຶ່ງເປັນຕົວແທນປະຊາຊົນຜູ້ທີ່ອາໄສຢູ່ໃນທີ່ນັ້ນ. ອາດແປໄດ້ອີກວ່າ: "ຄວາມຈອງຫອງຂອງພວກເຂົາ ... ສະຫງ່າຣາສີຂອງພວກເຂົາ ... ຜູ້ໃຫ້ກຽດສັກສີຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])