# ຂໍ້ມູນທົ່ວໄປ: ເອ­ລີ­ຮູ ສືບຕໍ່ເວົ້າກັບໂຢບ. # ສຳລັບລາວ ນີ້ບໍ່ໄດ້ຫມາຍເຖິງບຸກຄົນສະເພາະ. ເອ­ລີ­ຮູ ສືບຕໍ່ເວົ້າກ່ຽວກັບບຸກຄົນທົ່ວໄປ. # ຈາກທ່າມກາງເທວະດານັບພັນໆ ໃນບາງພາສາມັນອາດຈະເປັນເລື່ອງທຳມະຊາດຫລາຍກວ່າທີ່ຈະກ່າວເຖິງ "ຈຳນວນຫລວງຫລາຍ" ແທນ "ຫລາຍພັນຄົນ". ອາດຈະແປໄດ້ອີກວ່າ: "ຈາກເທວະດາເປັນຈຳນວນຫລວງຫລາຍ" (ເບິ່ງເພີມເຕີມ: [[rc://*/ta/man/translate/translate-numbers]]) # ​ຂຸມ​ຝັງ​ສົບ​ຄົນ​ຕາຍ ສະຖານທີ່ໆຜູ້ຄົນໄປໃນເວລາທີ່ພວກເຂົາເສຍຊີວິດຖືກກ່າວເຖິງນີ້ວ່າ "ຂຸມຝັງສົບຄົນຕາຍ."ອາດຈະແປໄດ້ອີກວ່າ: "ສະຖານທີ່ໆຄົນຕາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຂ້າ­ນ້ອຍ​ໄດ້ພົບ​ຄ່າ­ໄຖ່ສຳລັບລາວ ນີ້ຫມາຍຄວາມວ່າເທວະດາໄດ້ຊອກຫາວິທີທີ່ຈະຄ່າໄຖ່ບາບຂອງມະນຸດເພື່ອບໍ່ໃຫ້ລາວຕາຍ. ອາດຈະແປໄດ້ອີກວ່າ: "ເພາະວ່າຂ້ານ້ອຍໄດ້ພົບເຫັນຫົນທາງສຳລັບເຈົ້າ ທີ່ຈະຮັກສາລາວຈາກຄວາມຕາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]])