# ພວກເຂົາໄດ້ກ່າວກັບລາວວ່າ ພວກຄົນທີ່ສົ່ງໂດຍເຮເຊກິຢາກ່າວຕໍ່ເອຊາຢາ " # ຄືກັບວ່າເດັກກໍາລັງຈະເກີດ, ແຕ່ຜູ້ເປັນແມ່ບໍ່ມີກຳລັງທີ່ຈະເບັ່ງລູກຂອງນາງໃຫ້ເກີດມາ ການປຽບທຽບນີ້ເຮັດຂື້ນເພື່ອເນັ້ນວ່າພວກເຂົາກຳລັງຢູ່ໃນຊ່ວງເວລາທີ່ຍາກລໍາບາກຫລາຍ. ອາດແປໄດ້ອີກວ່າ: "ມັນເປັນສິ່ງທີ່ຫນ້າຢ້ານຫລາຍຄືກັບມື້ທີ່ເດັກນ້ອຍພ້ອມທີ່ຈະເກີດ, ແຕ່ຜູ້ເປັນແມ່ບໍ່ມີກຳລັງທີ່ຈະເບັ່ງລູກຂອງນາງໃຫ້ເກີດມາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]) # ບາງທີພຣະຢາເວພຣະເຈົ້າຂອງພວກເຈົ້າຈະຊົງໄດ້ຍິນຖ້ອຍຄຳ ເຮເຊກິຢາກຳລັງແນະນຳໂດຍທາງອ້ອມວ່າຖ້າປະຊາຊົນອະທິຖານ ພຣະຢາເວອາດຈະຟັງ ແລະເຮັດຕາມສິ່ງທີ່ຫົວຫນ້າຜູ້ບັນຊາການທະຫານກ່າວ. ຄວາມຫມາຍເຕັມຂອງຄຳ ເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ບາງທີຖ້າທ່ານອະທິຖານຫາພຣະຢາເວພຣະເຈົ້າຂອງທ່ານຈະໄດ້ຍິນຖ້ອຍຄໍາທູນຂໍ່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ຫົວຫນ້າຜູ້ບັນຊາການທະຫານ ແປປະໂຫຍກນີ້ຄືກັນກັບທີ່ທ່ານໄດ້ແປໃນ 36: 1. # ເຈົ້ານາຍຂອງເຂົາ ປະໂຫຍກນີ້ຫມາຍຄວາມວ່າກະສັດເປັນນາຍໃຫຍ່ຂອງຫົວຫນ້າຜູ້ບັນຊາການທະຫານ # ແລະຈະສັ່ງຫ້າມຄຳເວົ້າທີ່ພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຍິນ ສໍານວນຕໍ່ໄປນີ້ທີ່ວ່າ "ຄຳເວົ້າທີ່ພຣະຢາເວພຣະເຈົ້າຂອງທ່ານໄດ້ຍິນ" ແມ່ນເວົ້າເຖິງສິ່ງທີ່ກະສັດແຫ່ງອັດຊີເຣຍໄດ້ກ່າວ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ແລະ ພຣະຢາເວພຣະເຈົ້າຂອງທ່ານຈະສັ່ງຫ້າມກະສັດແຫ່ງອັດຊີເຣຍໃນສິ່ງທີ່ລາວໄດ້ເວົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ຍົກຄຳອະທິຖານຂອງທ່ານ ການອະທິຖານຕໍ່ພຣະຢາເວ ແມ່ນໄດ້ຖືກອະທິບາຍດ້ວຍວິທີນີ້ເພື່ອເນັ້ນວ່າພຣະຢາເວຢູ່ໃນສະຫວັນ. ຄໍາອະທິຖານຄືກັບວ່າພວກມັນເປັນວັດຖຸທີ່ສາມາດຍົກຂື້ນໄປສູ່ທ້ອງຟ້າໄດ້. ອາດແປໄດ້ອີກວ່າ: "ອະທິຖານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ສຳລັບພວກຄົນທີ່ເຫລືອຢູ່ທີ່ຍັງຄອຍຢູ່ທີ່ນີ້ ນີ້ຫມາຍເຖິງຄົນທີ່ຖືກປະໄວ້ໃນນະຄອນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ສຳລັບພວກເຮົາສອງສາມຄົນທີ່ຍັງຢູ່ນີ້" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])