# ພວກເຂົາຈະກາງມືອອກໃນ ... ມືຂອງເຂົາລອຍນ້ຳ ນີ້ແມ່ນການປຽບທຽບທີ່ເນັ້ນວ່າ ວິທີທີ່ພຣະຢາເວຈະເຮັດໃຫ້ປະຊາຊົນໂມອາບຕໍ່າລົງຢ່າງຮ້າຍແຮງຫລາຍຂະຫນາດໃດ. ພວກເຂົາຈະກາງມືຂອງພວກເຂົາອອກໃນຂີ້ສັດ ເຫມືອນນັກລອຍນໍ້າໄດ້ກາງມືຂອງລາວອອກໃນນໍ້ານັ້ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]) # ພວກເຂົາຈະກາງມືອອກໃນທ່າມກາງລຸມນັ້ນ "ປະຊາຊົນໂມອາບຈະຊຸກມືຂອງພວກເຂົາລົງໄປໃນຂີ້ສັດ" # ຄົນລອຍນ້ຳກາງມືຂອງເຂົາລອຍນ້ຳ "ເຫມືອນກັບວ່າພວກເຂົາໄດ້ລອຍນໍ້າ" # ຈະເຮັດໃຫ້ຄວາມຈອງຫອງຂອງພວກເຂົາຕົກຕ່ຳລົງ ພຣະຢາເວໄດ້ນຳຄວາມຈອງຫອງຂອງຄົນຕົກຕໍ່າລົງ ຖືກເວົ້າເຫມືອນກັບວ່າ ຄວາມຈອງຫອງເປັນບາງສິ່ງບາງຢ່າງທີ່ຢູ່ສູງ ແລະ ພຣະຢາເວໄດ້ເຮັດໃຫ້ມັນລົງມາຢູ່ຢ່າງຕົກຕໍ່າລົງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ພວກເຂົາມີຝີມືທີ່ຊຳນານ ຄຳວ່າ "ມື" ເປັນຕົວແທນເຖິງອຳນາດເພື່ອທີ່ຈະເຮັດ ຫລື ສ້າງບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ໃນເຈດຕະນາຮ້າຍຂອງການທີ່ພວກເຂົາສ້າງສິ່ງທີ່ຕ່າງໆທີ່ຍິ່ງໃຫຍ່" ຫລື "ໃນເຈດຕະນາຂອງສິ່ງຕ່າງທີ່ຍິ່ງໃຫຍ່ທີ່ພວກເຂົາໄດ້ເຮັດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ພຣະອົງຈະຊົງເຮັດໃຫ້ກຳແພງປາການສູງຂອງເຈົ້າຕ່ຳລົງມາເຖິງພື້ນດິນຈົນເຖິງຝຸ່ນດິນ ການເວົ້ານີ້ຂອງພຣະຢາເວເຮັດໃຫ້ທະຫານນຳກຳແພງທັງຫລາຍລົງ ເຫມືອນກັບວ່າລາວເອງກຳລັງຈະນຳພວກເຂົາລົງ. ອາດແປໄດ້ອີກວ່າ: "ພຣະອົງຈະສົ່ງທະຫານລົງມາຈາກທີ່ສູງຂອງກຳແພງປ້ອມປາການລົງເຖິງດິນ, ຈົນເຖິງຝຸ່ນດິນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ກຳແພງປາການສູງຂອງເຈົ້າ ຄຳວ່າ "ຂອງເຈົ້າ" ເປັນຕົວແທນເຖິງປະຊາຊົນໂມອາບ. ມັນສາມາດຖືກລະບຸໃນບຸກຄົນທີສາມເພື່ອຊ່ວຍໃຫ້ຄວາມຫມັ້ນຄົງກັບຂໍ້ພຣະຄຳພີທີ່ຜ່ານມາ. ອາດແປໄດ້ອີກວ່າ: "ປ້ອມປາການທີ່ສູງຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-123person]])