# ຂໍ້ມູນທົ່ວໄປ: ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]]|Parallelism) # ຟ້າສະຫວັນເອີຍ, ຈົ່ງຟັງ, ແຜ່ນດິນໂລກເອີຍ; ຈົ່ງ​ງ່ຽງ​ຫູ​ຟັງ ເຖິງແມ່ນວ່າບັນດາຄຳທຳນວາຍເຫລົ່ານີ້ ມີຄວາມຫມາຍສຳລັບປະຊາຊົນເຢຣູຊາເລັມ ແລະ ຢູດາໃຫ້ໄດ້ຍິນ, ເອຊາຢາຮູ້ວ່າພວກເຂົາຈະບໍ່ຟັງ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ລາວເວົ້າໃນເຊີງໃຫ້ຄົນຄິດ, ຜ່ານຄຳວ່າ "ຟ້າສະຫວັນ" ແລະ "ແຜ່ນດິນໂລກ" ຈະສາມາດຟັງສິ່ງທີ່ພຣະຢາເວເວົ້າໄດ້, ຫລື 2) ຄຳວ່າ "ຟ້າສະຫວັນ" ແລະ "ແຜ່ນດິນໂລກ" ເປັນຄຳປຽບທຽບ ແລະ ໃຫ້ຄວາມຫມາຍສຳລັບທຸກຊີວິດໃນທຸກທີ່ທຸກບ່ອນ. ອາດແປໄດ້ອີກວ່າ: "ພວກເຈົ້າທັງຫລາຍທີ່ອາໄສຢູ່ໃນຟ້າສະຫວັນ ... ພວກເຈົ້າທັງຫລາຍຜູ້ທີ່ອາໄສໃນແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-apostrophe]]|Apostrophe ແລະ [[rc://*/ta/man/translate/figs-personification]]|Personification ແລະ [[rc://*/ta/man/translate/figs-merism]]|Merism) # ພຣະ​ຢາ​ເວ ນີ້ແມ່ນພຣະນາມຂອງພຣະເຈົ້າ ທີ່ພຣະອົງໄດ້ສຳແດງແກ່ປະຊາຊົນຂອງພຣະອົງໃນພັນທະສັນຍາເດີມ. ເບິ່ງຫນ້າການແປຄຳສັບກ່ຽວກັບພຣະຢາເວ ເພື່ອເບິ່ງວິທີການແປນີ້. # ເຮົາໄດ້ຖະ​ຫນຸ​ຖະ​ຫນອມ ... ບໍ່ເຂົ້າໃຈ ຖ້ອຍຄຳຕ່າງໆທີ່ພຣະຢາເວໄດ້ເວົ້ານັ້ນ ແລະ ແມ່ນເອຊາຢາເປັນຜູ້ກໍາລັງເວົ້າກັບອິດສະຣາເອນເພື່ອພຣະຢາເວ. # ເຮົາໄດ້ຖະ​ຫນຸ​ຖະ​ຫນອມ ແລະ ລ້ຽງດູລູກໆ ພຣະຢາເວເວົ້າເຫມືອນກັບວ່າ ຖ້ອຍຄຳຂອງພຣະອົງເປັນອາຫານ ແລະ ຊາວອິດສະຣາເອນເປັນລູກໆຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາໄດ້ລ້ຽງດູປະຊາຊົນທີ່ອາໄສຢູ່ໃນຢູດາເຫມືອນພວກເຂົາເປັນລູກໆຂອງເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]|Metaphor) # ລາຍັງຮູ້ຮາງຫຍ້າຂອງນາຍຂອງມັນ ທ່ານສາມາດເຮັດໃຫ້ແຈ່ມແຈ້ງ ເພື່ອໃຫ້ເຂົ້າໃຈຂໍ້ມູນໄດ້. ອາດແປໄດ້ອີກວ່າ:​ "ລາຮູ້ຮາງຫຍ້າຂອງນາຍຂອງມັນ" ຫລື "ລາຮູ້ວ່າບ່ອນໃດນາຍຂອງມັນຈະກຽມອາຫານມັນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-ellipsis]]|Ellipsis) # ແຕ່ອິດສະຣາເອນບໍ່ຮູ້ຈັກ, ອິດສະຣາເອນບໍ່ເຂົ້າໃຈ ນີ້ອາດຈະຫມາຍເຖິງ "ແຕ່ປະຊາຊົນອິດສະຣາເອນບໍ່ຮູ້ຈັກເຮົາ, ພວກເຂົາບໍ່ເຂົ້າໃຈວ່າ ເຮົາເປັນຜູ້ລ້ຽງດູພວກເຂົາຢູ່." # ອິດສະຣາເອນ ນີ້ເປັນຄຳປຽບທຽບທີ່ຫມາຍເຖິງປະຊາຊົນອິດສະຣາເອນ. ຢູດາເປັນສ່ວນຫນຶ່ງຂອງປະເທດອິດສະຣາເອນ. ອາດແປໄດ້ອີກວ່າ: "ປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]|Metonymy)