# ຕີນທັງສອງຂອງນາງກ້າວໄປສູ່ຄວາມຕາຍ ນີ້ “ຕີນຂອງນາງ” ເປັນຕົວແທນຂອງຜູ້ຫລິ້ນຊູ້ໃນຂະນະທີ່ນາງຍ່າງໄປ. ນັກຂຽນເວົ້າເຖິງການປະພຶດຂອງນາງຄືກັບວ່ານາງກຳລັງເດີນຕາມເສັ້ນທາງ. ອາດແປໄດ້ອີກວ່າ: "ນາງກຳລັງເດີນໄປໃນເສັ້ນທາງທີ່ນຳໄປສູ່ຄວາມຕາຍ" ຫລື "ວິຖີຊີວິດຂອງນາງນຳໄປສູ່ຄວາມຕາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]] ແລະ [[rc://*/ta/man/translate/figs-metaphor]]) # ທຸກບາດຕີນຂອງນາງຍ່າງຊື່ໄປຍັງແດນມໍລະນາ ນັກຂຽນເວົ້າເຖິງການປະພຶດຂອງນາງຄືກັບວ່ານາງ ກຳລັງເດີນຕາມເສັ້ນທາງ. ອາດແປໄດ້ອີກວ່າ: "ນາງຍ່າງທຸກທາງໄປສູ່ຊີໂອນ" ຫລື "ການປະພຶດຂອງນາງພານາງໄປຫາຊີໂອນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ນາງບໍ່ໄດ້ໃຫ້ຄວາມຄິດກ່ຽວກັບວິຖີແຫ່ງຊີວິດ ນັກຂຽນເວົ້າເຖິງພຶດຕິກຳທີ່ເຮັດໃຫ້ຊີວິດຄົນຍາວນານຄືກັບວ່າມັນເປັນເສັ້ນທາງທີ່ນຳໄປສູ່ຊີວິດ. ອາດແປໄດ້ອີກວ່າ: "ນາງບໍ່ໄດ້ຄິດກ່ຽວກັບການຍ່າງໄປຕາມເສັ້ນທາງທີ່ນຳໄປສູ່ຊີວິດ" ຫລື "ນາງບໍ່ສົນໃຈກັບການປະພຶດທີ່ນຳໄປສູ່ຊີວິດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]). # ບາດຕີນຂອງນາງກໍເລ້ລ້ອນໄປ ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ນາງຫລົງທາງໄປຄືກັບວ່ານາງໄດ້ສູນເສຍໄປ" ຫລື 2) "ນາງຍ່າງຕາມທາງທີ່ບໍ່ຖືກຕ້ອງ."