# ບາຫລາກລູກຊາຍຂອງຊິບໂປ ບາຫລາກເປັນກະສັດແຫ່ງໂມອາບ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ຊິບໂປ ຊິບໂປແມ່ນພໍ່ຂອງບາຫລາກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ຊາວໂມອາບຈຶ່ງຢ້ານຄົນເຫລົ່ານັ້ນຫລາຍເພາະພວກເຂົາມີຈຳນວນຫລວງຫລາຍ...ຊາວໂມອາບກໍຢູ່ໃນຄວາມຢ້ານກົວຕໍ່ຄົນອິດສະຣາເອນ ສອງວະລິນີ້ມີຄວາມຫມາຍດຽວກັນ, ແລະເນັ້ນຫນັກວ່າໂມອາບຢ້ານຫລາຍປານໃດ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]]) # ຊາວໂມອາບຈຶ່ງຢ້ານກົວ ທີ່ນີ້ "ໂມອາບ" ຫມາຍເຖິງປະຊາຊົນໂມອາບ. ອາດຈະແປໄດ້ອີກວ່າ: "ຊາວໂມອາບທຸກຄົນມີຄວາມຢ້ານກົວຫລາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]]) # ເພາະພວກເຂົາມີຈຳນວນຫລວງຫລາຍ "ເພາະວ່າມີຫລາຍຄົນໃນພວກເຂົາ" # ກະສັດແຫ່ງໂມອາບ ໄດ້ເວົ້າຕໍ່ພວກຜູ້ອາວຸໂສຂອງຄົນມີດີອານ ຊາວໂມອາບ ແລະຊາວມີດີອານແມ່ນສອງເຜົ່າທີ່ແຕກຕ່າງກັນ, ແຕ່ພວກມີດີອານໄດ້ອາໄສຢູ່ໃນແຜ່ນດິນໂມອາບໃນເວລານັ້ນ. # ຄົນຫລວງຫລາຍເຫລົ່ານີ້ຈະກິນທັງຫມົດສິ່ງທີ່ຢູ່ອ້ອມຮອບພວກເຮົາເຫມືອນດັ່ງງົວກິນຫຍ້າຢູ່ຕາມທົ່ງນາ ວິທີທີ່ຊາວອິດສະຣາເອນຈະທຳລາຍສັດຕູຂອງພວກເຂົາຖືກເວົ້າເຖິງຄືກັບວ່າພວກເຂົາມີງົວກຳລັງກິນຫຍ້າຢູ່ໃນທົ່ງນາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]) # ບັດນີ້ບາຫລາກລູກຊາຍຂອງຊິບໂປເປັນກະສັດແຫ່ງໂມອາບໃນເວລານັ້ນ ສິ່ງນີ້ປ່ຽນຈາກເລື່ອງຕົ້ນຕໍມາເປັນຂໍ້ມູນພື້ນຖານກ່ຽວກັບບາຫລາກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/writing-background]])