# ພຣະອົງໄດ້ຊົງສັນຍາ "ທ່ານໄດ້ໃຫ້ຄໍາສາບານ" # ບໍ່ມີສັດຕຣູຂອງພວກເຂົາຈັກຄົນດຽວທີ່ຕໍ່ສູ້ພວກເຂົາໄດ້ ນີ້ໄດ້ຖືກລະບຸໄວ້ໃນທາງລົບ ເພື່ອສ້າງຄວາມເຂັ້ມແຂງໃນການຖະແຫລງການ. ອາດຈະແປໄດ້ອີກວ່າ: "ພວກເຂົາໄດ້ເອົາຊະນະ ສັດຕຣູທຸກໆຄົນຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-litotes]]) # ໄດ້ຊົງມອບສັດຕຣູຂອງພວກເຂົາໃຫ້ຢູ່ໃນກຳມືຂອງເຂົາທັງຫມົດ ນີ້ "ຢູ່ໃນມືຂອງພວກເຂົາ" ຫມາຍຄວາມວ່າ "ໃຫ້ຢູ່ໃນອໍານາດຂອງພວກເຂົາ." ອາດຈະແປໄດ້ອີກວ່າ: "ມອບອຳນາດໃຫ້ພວກເຂົາເພື່ອເອົາຊະນະສັດຕຣູທັງຫມົດຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ບໍ່ມີຈັກສິ່ງທ່າມກາງພຣະສັນຍາອັນປະເສີດທຸກຢ່າງ ຊຶ່ງພຣະຢາເວຊົງສັນຍາຕໍ່ປະຊາຊົນອິດສະຣາເອນຈະຫລົ້ມເຫລວຈາກເປັນຈິງ ນີ້ໄດ້ຖືກລະບຸໄວ້ໃນທາງລົບ ເພື່ອສ້າງຄວາມເຂັ້ມແຂງໃນການຖະແຫລງການ. ອາດຈະແປໄດ້ອີກວ່າ: "ທຸກໆ ຄຳສັນຍາທີ່ດີທີ່ພຣະຢາເວໄດ້ກ່າວກັບປະຊາຊົນອິດສະຣາເອນໄດ້ກາຍເປັນຄວາມຈິງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-litotes]])