# ຂໍ້ມູນທົ່ວໄປ: ພຣະເຈົ້າຊົງກ່າວກັບປະຊາຊົນຂອງປະເທດທັງຫລາຍທີ່ອ້ອມຮອບອິສະຣາເອນ. # ເປັນຫຍັງພວກເຈົ້າຈຶ່ງໂກດຮ້າຍເຮົາ ພຣະເຈົ້າໃຊ້ຄຳຖາມນີ້ ເພື່ອຮ້າຍປະຊາຊົນໃນເມືອງຕີເຣ, ຊີໂດນ ແລະ ຟີລິສະຕີນ. ອາດແປໄດ້ອີກວ່າ: "ເຈົ້າບໍ່ມີສິດທີ່ຈະໂກດແຄ້ນເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]). # ພວກເຈົ້າຢາກຈະແກ້ແຄ້ນເຮົາບໍ? "ພວກເຈົ້າຢາກຈະແກ້ແຄ້ນເຮົາບໍ?" ພຣະເຈົ້າໃຊ້ຄຳຖາມນີ້ເພື່ອ ເຮັດໃຫ້ປະຊາຊົນຄິດກ່ຽວກັບສິ່ງທີ່ພວກເຂົາກຳລັງເຮັດ. ອາດແປໄດ້ອີກວ່າ: "ພວກເຈົ້າຄິດວ່າພວກເຈົ້າສາມາດແກ້ແຄ້ນເຮົາໄດ້" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]). # ເຮົາຈະຕອບແທນການກະທຳຂອງພວກເຈົ້າທັນທີ ຄຳວ່າ “ຫົວ” ໃນທີ່ນີ້ຫມາຍເຖິງຄົນ. ການແກ້ແຄ້ນທີ່ພວກເຂົາຕ້ອງການຕໍ່ພຣະຢາເວ, ພຣະອົງຈະຊົງເຮັດໃຫ້ເກີດຂຶ້ນຕໍ່ພວກເຂົາ. ອາດແປໄດ້ອີກວ່າ: "ເຮົາຈະຊົງເຮັດໃຫ້ພວກເຈົ້າທົນທຸກ ກັບການແກ້ແຄ້ນທີ່ພວກເຈົ້າພະຍາຍາມເຮັດໃສ່ເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]] ແລະ [[rc://*/ta/man/translate/figs-idiom]]) # ການແກ້ແຄ້ນ "ການແກ້ແຄ້ນ" ຫລື "ການເອົາຄືນ".