# ພຣະວິນຍານຂອງພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ເຫນືອຂ້ານ້ອຍ "ພຣະວິນຍານ" ທີ່ນີ້ແມ່ນພຣະວິນຍານບໍລິສຸດຂອງພຣະຢາເວອົງທີ່ຂັບເຄື່ອນຫລືກະຕຸ້ນບຸກຄົນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນບົດ 11: 1 ຫຼືໃນບົດ 42: 1. # ຄົນທີ່ທຸກໃຈ ນີ້ຫມາຍເຖິງຄົນທີ່ທຸກຍາກ, ຜູ້ທີ່ມີຄວາມໂສກເສົ້າຫລາຍ, ຫລືຜູ້ທີ່ຖືກກົດຂີ່ຂົ່ມເຫັງຜູ້ທີ່ມີບັນຫາ ທີ່ພວກເຂົາບໍ່ສາມາດເອົາຊະນະດ້ວຍຕົວເອງ. # ເພື່ອປະກາດອິດສະຫລະພາບໃຫ້ແກ່ຜູ້ທີ່ຖືກຈັບເປັນສະເລີຍ, ແລະ ການເປີດຄຸກໃຫ້ຜູ້ທີ່ຖືກກັກຂັງ ສອງສໍານວນນີ້ມີຄວາມຫມາຍຄືກັນ. ພວກເຂົາກ່າວວ່າພຣະເຈົ້າຈະໃຫ້ອິດສະລະພາບແກ່ພວກທີ່ຖືກຈັບໄປເປັນຊະເລີຍຢ່າງແນ່ນອນ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-parallelism]])