# ເທິງພູເຂົາ ນີ້ຫມາຍເຖິງເຢຣູຊາເລັມ ຫລື ພູເຂົາຊີໂອນ. # ພຣະຢາເວຈອມໂຍທາ ແປຄືກັນກັບໃນ 1:9. # ງານລ້ຽງທີ່ເຕັມດ້ວຍໄຂມັນ ຄຳວ່າ "ທີ່ເຕັມໄປດ້ວຍໄຂມັນ" ຫມາຍເຖິງອາຫານທີ່ດີທີ່ສຸດ. # ງານລ້ຽງທີ່ມີເຫລົ້າອະງຸ່ນຢ່າງດີ "ເຫລົ້າອະງຸ່ນມັກໄວ້ດົນທີ່ສຸດ" ນີ້ຫມາຍເຖິງເຫລົ້າອະງຸ່ນທີ່ດີທີ່ສຸດ. # ສິ່ງທີ່ປົກຄຸມເທິງຊົນຊາດທັງຫມົດເທິງພູເຂົານີ້ຜ້າທໍ່ໃຍທີ່ປົກຄຸມບັນດາປະຊາຊົນ ຄວາມຕາຍ, ການທົນທຸກທໍລະມານ, ແລະ ຄວາມໂສກເສົ້າຖືກເວົ້າເຫມືອນກັບວ່າ ພວກມັນເປັນເມກມືດຫລືໄຍແມງມູມທີ່ປົກຄຸມທຸກໆຄົນເທິງແຜ່ນດິນໂລກ. (ເບິງເພີ່ມເຕີມ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-parallelism]]) # ພຣະອົງຈະຊົງກືນຄວາມຕາຍ ພຣະຢາເວເຮັດໃຫ້ປະຊາຊົນມີຊີວິດຢູ່ຕະຫລອດໄປເປັນນິດ ຖືກເວົ້າເຫມືອນກັບວ່າພຣະອົງໄດ້ຊົງກີນກິນຄວາມຕາຍແລ້ວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຈະຊົງນຳຄວາມອັບອາຍຂອງຊົນຊາດຂອງພຣະອົງອອກໄປຈາກແຜ່ນດິນໂລກທັງຫມົດ ພຣະຢາເວເຮັດໃຫ້ປະຊາຊົນຈະບໍ່ອັບອາຍອີກຕໍ່ໄປ ຖືກເວົ້າເຫມືອນກັບວ່າຄວາມອັບອາຍເປັນວັດຖຸທີ່ພຣະຢາເວຈະເອົາໄປໃຫ້ໄກແສນໄກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])