# ກິ່ງໄມ້ເຫລົ່ານັ້ນຈະຖືກຝັງໄວ້ນຳກັນ ພຣະເຈົ້າເບິ່ງຄືປ່ຽນການເວົ້າຄຳອຸບປະມາເວົ້າໃນທາງທີ່ກົງຫລາຍຂຶ້ນກ່ຽວກັບຊົນຊາດນັ້ນ. ນີ້ສາມາດຖືກເວົ້າໃຫ້ແຈ່ມແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ຂ້າຄົນຕາຍຈະຖືກປະຖິ້ມໄວ້ນຳກັນ" ຫລື "ເຫມືອນດັ່ງກິ່ງຕ່າງໆທີ່ຖືກຕັດ ແລະ ຖືກໂຍນຖິ້ມໄກ, ຊາກສົບຂອງຄົນເຫລົ່ານັ້ນທີ່ຖືກຂ້າຈະຖືກປະຖິ້ມໄວ້ເທິງພື້ນດິນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parables]]) # ພວກນົກຈະກິນພວກມັນໃນລະດູຮ້ອນ "ນົກຈະກິນກພວກມັນໃນລະຫວ່າງລະດູຮ້ອນ." ຄຳວ່າ "ນົກ" ຫມາຍເຖິງນົກທີ່ກິນຊາກສົບຄົນຕາຍ. # ໃຫ້ແກ່ສັດຕ່າງໆຂອງແຜ່ນດິນໂລກ "ສັດປ່າທຸກປະເພດ" # ຈະກິນພວກມັນໃນລະດູຫນາວ "ຈະກິນພວກມັນໃນລະດູຫນາວ" # ຈາກພວກຄົນທີ່ຕົວສູງແລະ ຜິວກ້ຽງໃສ ... ຊົນຊາດທີ່ທັງຄົນຢູ່ໃກ້ ແລະ ຢູ່ໄກຕ່າງເກງກົວ ... ຊົນຊາດທີ່ເຂັ້ມແຂງແລະ ຢ້ຽບຢ້ຳລົງ, ຊຶ່ງແຜ່ນດິນຂອງເຂົາຖືກແບ່ງດ້ວຍແມ່ນ້ຳ ສຳນວນເຫລົ່ານີ້ທັງຫມົດ ບັນຍາຍເຖິງປະຊາຊົນຊາດຫນຶ່ງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສຳນວນເຫລົ່ານີ້ໃນ 18:1. # ຈາກພວກຄົນທີ່ຕົວສູງແລະ ຜິວກ້ຽງໃສ "ຄົນເຫລົ່ານັ້ນທີ່ສູງ ແລະ ຜິວກ້ຽງໃສດີ" # ຊົນຊາດທີ່ທັງຄົນຢູ່ໃກ້ ແລະ ຢູ່ໄກຕ່າງເກງກົວ ຄຳວ່າ "ໄກ" ແລະ "ໃກ້" ຖືກໃຊ້ນຳກັນຫມາຍເຖິງ "ທຸກທີ່ທຸກບ່ອນ." ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ຢຳເກງທຸກໆບ່ອນ" ຫລື "ປະຊາຊົນທຸກໆຄົນໃນແຜ່ນດິນໂລກຈະຢຳເກງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-merism]]) # ຊົນຊາດທີ່ເຂັ້ມແຂງ ແລະ ຢ້ຽບຢ້ຳລົງ ຢຽບຢ້ຳລົງ ເປັນຕົວແທນຂອງການປົກຄອງຊົນຊາດອຶ່ນໆ. ອາດແປໄດ້ອີກວ່າ: "ຊົນຊາດທີ່ເຂັ້ມແຂງ ແລະ ປົກຄອງຊົນຊາດອຶ່ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ໄປຍັງສະຖານທີ່ແຫ່ງພຣະນາມຂອງພຣະຢາເວຈອມໂຍທາໄປຍັງພູເຂົາຊີໂອນ ຄຳວ່າ "ພຣະນາມ" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ພູເຂົາຊີໂອນ, ບ່ອນທີ່ພຣະຢາເວຈອມໂຍທາສະຖິດຢູ່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])