# ວິບັດແກ່ແຜ່ນດິນທີ່ມີສຽງກະພືຂອງປີກ, ຊຶ່ງຢູ່ຕາມແມ່ນ້ຳແຫ່ງເອທີໂອເປຍ ຄວາມຫມາຍທີ່ອາດເປັນໄປໄດ້ "ສຽງກະພືຂອງປີກ" 1) ປີກ ເປັນຕົວແທນຂອງເຮືອທີ່ແລ່ນໄປເທິງຫນ້ານໍ້າ. ອາດແປໄດ້ອີກວ່າ: "ວິບັດແກ່ຄົນເຫລົ່ານັ້ນທີ່ ອາໄສຢູ່ແຜ່ນດິນ ຊຶ່ງຢູ່ຕາມແມ່ນ້ຳແຫ່ງເອທີໂອເປຍ, ຊຶ່ງເຮືອທັງຫລາຍເປັນເຫມືອນແມງໄມ້ເທິງນໍ້າ" ຫລື " 2) ສຽງກະພືຂອງປີກ ເປັນຕົວແທນເຖິງສຽງດັງຂອງແມງໄມ້ທີ່ເກີດມາຈາກສຽງປີກ, ອາດຈະເປັນຝູງຕັກແຕນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-metaphor]]) # ມາທາງທະເລ ແມ່ນໍ້າໄນກວ້າງຫລາຍ , ແລະ ປະຊາຊົນໃນເອຢິບ ແລະ ເອທິໂອເປຍຫມາຍເຖິງ "ທະເລ" ອາດແປໄດ້ອີກວ່າ: "ເທິງແມ່ນໍ້າໃຫຍ່" ຫລື "ຕາມລອງແມ່ນໍ້າໄນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ໃນເຮືອຕົ້ນກົກເທິງນ້ຳ ຕົ້ນກົກເປັນພືດທີ່ໃຫຍ່ຂຶ້ນຕາມແຄມນໍ້າໄນ. ຄົນໄດ້ມັດຕົ້ນກົກເຂົ້າດ້ວຍກັນເຮັດໃຫ້ເປັນເຮືອ. ອາດແປໄດ້ອີກວ່າ: "ເຮືອຈາກຕົ້ນກົກ" ຫລື "ເຮັດເຮືອມາຈາກຕົ້ກກົກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-unknown]]) # ຊົນຊາດທີ່ຕົວສູງ ແລະ ຜິວພັນກ້ຽງໃສ ... ຊົນຊາດທີ່ທັງໃກ້ ຫລື ໄກຕ່າງຢຳເກງ ... ຊົນຊາດທີ່ເຂັ້ມແຂງ ແລະ ຢຽບຢ້ຳລົງ, ຊຶ່ງແຜ່ນດິນຂອງເຂົາຖືກແບ່ງດ້ວຍແມ່ນ້ຳ ສຳນວນເຫລົ່ານີ້ທັງຫມົດ ບັນຍາຍເຖິງປະຊາຊົນຂອງຊົນຊາດຫນຶ່ງ. # ຊົນຊາດທີ່ຕົວສູງ ແລະ ຜິວພັນກ້ຽງໃສ ຄຳວ່າ "ຊົນຊາດ" ທີ່ນີ້ຫມາຍເຖິງປະຊາຊົນຂອງຊົນຊາດ" ອາດແປໄດ້ອີກວ່າ: "ຊົນຊາດທີ່ຄົນຕົວສູງ ແລະ ຜິວພັນກ້ຽງໃສ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ຊົນຊາດທີ່ທັງໃກ້ ຫລື ໄກຕ່າງຢຳເກງ ຄຳວ່າ "ໄກ" ແລະ "ໃກ້" ເປັນການໃຊ້ຮ່ວມເຂົ້າກັນຫມາຍເຖິງ "ທຸກໆບ່ອນ" ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ຢໍາເກງຈາກທົ່ວທຸກບ່ອນ" ຫລື "ປະຊາຊົນທຸກຄົນໃນແຜ່ນດິນໂລກທີ່ຢຳເກງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-merism]]) # ຊົນຊາດທີ່ເຂັ້ມແຂງ ແລະ ຢຽບຢ້ຳລົງ ຢຽບຢ້ຳລົງເປັນຕົວແທນຂອງການປົກຄອງຊົນຊາດອຶ່ນໆ. ອາດແປໄດ້ອີກວ່າ: "ຊົນຊາດທີ່ເຂັ້ມແຂງ ແລະ ປົກຄອງຊົນຊາດອຶ່ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ຖືກແບ່ງດ້ວຍແມ່ນ້ຳ ແນ່ນອນຫມາຍເຖິງ ແມ່ນໍ້າຫລາຍສາຍທີ່ໄຫລຜ່ານຊົນຊາດທີ່ພວກເຂົາໄດ້ແບ່ງໃຫ້ເປັນຫລາຍພາກ.