# ພຣະອົງກໍ່ນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ ຄຳວ່າ "ເບື້ອງຂວາພຣະຫັດ" ໃນທີ່ນີ້ກ່າວເຖິງສະຖານທີ່ອັນມີກຽດຕິຍົດ. ແປໄດ້ອີກຢ່າງວ່າ"ພຣະອົງປະທັບນັ່ງໃນສະຖານທີ່ອັນມີກຽດຕິຍົດຖັດຈາກຜູ້ຊົງປ່ຽມໄປດ້ວຍຣິດທານຸພາບໃນທີ່ສູງສຸດ. (ເບິ່ງ: [[rc://*/ta/man/translate/figs-metonymy]]) # ບັນດາຜູ້ທີ່ຖືກມອບຖວາຍໃຫ້ແກ່ພຣະເຈົ້າ. ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ບັນດາຄົນເຫລົ່ານັ້ນທີ່ພຣະເຈົ້າໄດ້ມອບຖວາຍໃຫ້ແກ່ພຣະອົງ". (ເບິ່ງ: [[rc://*/ta/man/translate/figs-activepassive]]) # ໃນທາງຫນຶ່ງ..ແຕ່ຕົງກັນຂ້າມ. ຄຳເວົ້າເຫລົ່ານີ້ຖືກເວົ້າເພື່ອປຽບທຽບສອງສິ່ງ ໃນພາສາຂອງທ່ານອາດມີຄຳທີ່ສາມາດເນັ້ນວ່າຜູ້ຂຽນກຳລັງທຳຄວາມປຽບທຽບ ຫລື ທ່ານສາມາດລະເວັ້ນການແປຄຳວ່າ "ໃນທາງຫນຶ່ງ "ແລະແປຄຳວ່າ "ແຕ່ຕົງກັນຂ້າມ" ໂດຍໃຊ້ຄຳງ່າຍໆຄຳວ່າ "ແຕ່" ທຸກວັນ. # ທຸກວັນ "ແຕ່ລະວັນ" ຫລື "ທຸກວັນ" # ບໍ່ສາມາດກຳຈັດບາບໄດ້ເລີຍກໍຕາມ. ໃນທີ່ນີ້ເວົ້າເຖິງ "ຄວາມບາບ" ວ່າເປັນເຫມືອນສິ່ງຂອງທີ່ບຸກຄົນຫນຶ່ງສາມາດເອົາອອກໄປໄດ້. ແປອີກຢ່າງວ່າ "ບໍ່ເຄີຍສາມາດທຳໃຫ້ພຣະເຈົ້າຍົກໂທດຄວາມບາບໄດ້". (ເບິ່ງ: [[rc://*/ta/man/translate/figs-metaphor]]) # ຈົນກ່ວາພວກສັດຕຣູຂອງພຣະອົງຈະຖືກໃຫ້ເປັນແທ່ນຮອງເທົ້າຂອງພຣະອົງ. ການຖືກກະທຳໃຫ້ຕ່ຳລົງຂອງພວກບັນດາສັດຕູຂອງພຣະຄຣິດ ຖືກກ່າວວ່າເປັນການສ້າງທີ່ວາງພັກເທົ້າຂອງພຣະອົງ. ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ຈົນກ່ວາພຣະເຈົ້າຈະກະທຳໃຫ້ສັດຕູຂອງພຣະຄຣິດຕ່ຳລົງ ແລະ ກາຍເປັນທີ່ແທ່ນຮອງເທົ້າຂອງພຣະອົງ". (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-activepassive]])