# ຂໍ້ມູນທົ່ວໄປ: ໂມເຊສືບຕໍ່ເວົ້າຕໍ່ຊາວອິດສະຣາແອນຄືກັບວ່າພວກເຂົາເປັນຄົນຜູ້ດຽວ. ລາວສືບຕໍ່ຕັກເຕືອນພວກເຂົາກ່ຽວກັບສິ່ງທີ່ພວກເຂົາຄວນ “ລະນຶກເຖິງ” (8: 1). (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]]) # ພຣະອົງຈະເຮັດໃຫ້ພວກທ່ານຖ່ອມໃຈລົງ "ພຣະຢາເວໄດ້ສະແດງໃຫ້ທ່ານຮູ້ວ່າທ່ານອ່ອນແອແລະ ຜິດບາບ." ເບິ່ງວ່າເປັນຢ່າງໃດ "ພຣະອົງອາດຈະຖ່ອມຕົວທ່ານ" ຖືກແປໃນ 8: 1. # ຊົງລ້ຽງດູພວກທ່ານດ້ວຍມານາ "ເອົາມານາໃຫ້ເຈົ້າກິນ" # ບໍ່ເເມ່ນພຽງເເຕ່ເຂົ້າຈີ່ເທົ່ານັ້ນທີ່ເຮັດໃຫ້ປະຊາຊົນມີຊີວິດຢູ່ ໃນນີ້ “ເຂົ້າຈີ່” ເປັນຕົວແທນຂອງອາຫານທັງຫມົດ. ອາດແປໄດ້ອີກວ່າ: "ອາຫານບໍ່ແມ່ນສິ່ງດຽວທີ່ຄົນເຮົາຕ້ອງການເພື່ອພວກເຂົາຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ເເຕ່ໂດຍທຸກສິ່ງທີ່ອອກມາຈາກພຣະຢາເວທີ່ເຮັດໃຫ້ປະຊາຊົນມີຊີວິດຢູ່. ໃນນີ້ ພຣະໂອດຂອງພຣະຢາເວ" ແມ່ນຄໍາອະທິບາຍຖ້ອຍຄໍາຕ່າງໆທີ່ພຣະອົງກ່າວ. ອາດແປໄດ້ອີກວ່າ: "ຜູ້ຄົນຕ້ອງເຊື່ອຟັງຄຳສັ່ງຂອງພຣະຢາເວເພື່ອພວກເຂົາຈະດຳລົງຊີວິດ" ຫລື "ຜູ້ຄົນຕ້ອງເຮັດໃນສິ່ງທີ່ພຣະຢາເວບອກໃຫ້ພວກເຂົາເຮັດເພື່ອພວກເຂົາຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]).