# ຂໍ້ມູນທົ່ວໄປ ເປໂຕເວົ້າໂດຍສະເພາະເຈາະຈົງໄປທີ່ບັນດາຜູ້ອາວຸໂສ # ມີສ່ວນ "ຜູ້ຊຶ່ງມີສ່ວນທີ່ຈະໄດ້ມາຊຶ່ງ" ຫລື "ຜູ້ທີ່ຈະໄດ້ມີສ່ວນຮ່ວມໃນ" # ສະຫງ່າຣາສີທີ່ຈະມາກົດໃນພາຍຫລັງດວ້ຍ ຫມາຍເຖິງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູຄຣິດ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ສະຫງ່າຣາສີຂອງພຣະຄຣິດຊຶ່ງພຣະເຈົ້າຈະຊົງເປີດເຜີຍ" (ໃຫ້ເບິ່ງຢູ່: [[rc://*/ta/man/translate/figs-activepassive]] และ [[rc://*/ta/man/translate/figs-metonymy]]) # ຈົ່ງລ້ຽງຝູງແກະຂອງພຣະເຈົ້າ ເປໂຕກໍາລັງເວົ້າເຖິງຜູ້ເຊື່ອວ່າເປັນຝູງແກະແລະປຽບທຽບຜູ້ອາວູໂສວ່າເປັນຜູ້ລ້ຽງແກະຊຶ່ງດູແລຝູງແກະ(ໃຫ້ເບິ່ງຢູ່: [[rc://*/ta/man/translate/figs-metaphor]]) # ຈົ່ງເອົາໃຈໃສ່ດູແລ "ຈົ່ງດູແລຝູງແກະ" # ຈົ່ງຢ່າປະພຶດຕົນເຫມືອນຢ່າງເປັນເຈົ້ານາຍທີ່ມີອໍານາດເຫນືອຄົນເຫລົ່ານັ້ນ...ແຕ່ຈົ່ງເປັນແບບຢ່າງ ໃຫ້ຜູ້ອາວຸໂສນໍາໂດຍການທໍາຕົວເປັນແບບຢ່າງ ບໍ່ໃຊ່ດ້ວຍການເປັນເຈົ້ານາຍທີ່ມີແຕ່ໃຈຮ້າຍຢູ່ເຫນືອຄົນຮັບໃຊ້ຂອງຕົນ (ໃຫ້ເບິ່ງຢູ່: [[rc://*/ta/man/translate/figs-metaphor]]) # ທີ່ພວກທ່ານດູແລຢູ່ ສາມາດແປໄດ້ໂດຍໃຊ້ກິລິຍາວະລີໄດ້ ແປໄດ້ອີກຢ່າງວ່າ "ສໍາລັບຜູ້ທີ່ທ່ານດູແລຢູ່" (ໃຫ້ເບິ່ງຢູ່: [[rc://*/ta/man/translate/figs-abstractnouns]]) # ເມື່ອພຣະຜູ້ລ້ຽງຍິ່ງໃຫຍ່ຈະສະເດັດມາປາກົດ ເປໂຕກໍາລັງເວົ້າເຖິງພຣະເຢຊູວ່າເປັນເຫມືອນຜູ້ລ້ຽງແກະທີ່ມີອໍານາດເຫນືອຜູ້ລ້ຽງແກະຄົນອື່ນໆທັງປວງ ສາມາດແປໂດຍໃຊ້ປະໂຫຍກທີ່ (ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ເມື່ອພຣະເຢຊູເປັນຫົວໜ້າຜູ້ລ້ຽງແກະສະເດັດມາປາກົດ" ຫລື "ເມື່ອພຣະຜູ້ເປັນເຈົ້າເປິດເຜີຍພຣະເຢຊູຜູ້ເປັນຫົວໜຫນ້າຜູ້ລ້ຽງແກະ(ໃຫ້ເບິ່ງຢູ່: [[rc://*/ta/man/translate/figs-metaphor]] และ [[rc://*/ta/man/translate/figs-activepassive]]) # ມົງກຸດແຫ່ງສະຫງ່າຣາສີທີ່ບໍ່ຫ່ຽວແຫ້ງຈັກເທື່ອ ຄໍາວ່າ "ມົງກຸດ" ໃນທີ່ນີ້ຫມາຍເຖິງ າງວັນອັນເປັນເຄື່ອງຫມາຍແຫ່ງໄຊຊະນະທີ່ຄົນໄດ້ຮັບ ສ່ວນຄໍາວ່າ "ບໍ່ຫ່ຽວແຫ້ງຈັກເທື່ອ" ຫມາຍເຖິງນິຣັນດອນ ແປໄດ້ອີກຢ່າງວ່າ "ລາງວັນອັນເຕັມໄປດ້ວຍສະຫງ່າຣາສີຊຶ່ງຈະຄົງຢູ່ຕະຫລອດໄປເປັນນິຣັນດອນ"(ໃຫ້ເບິ່ງຢູ່: [[rc://*/ta/man/translate/figs-metaphor]]) # ແຫ່ງສະຫງ່າຣາສີ ເຕັມໄປດ້ວຍສະຫງ່າຣາສີ