lo_tn/heb/10/19.md

69 lines
9.7 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ພີ່ນ້ອງທັງຫລາຍ.
ໃນທີ່ນີ້ຫມາຍເຖິງຜູ້ເຊື່ອທັງຫມົດໃນພຣະຄຣິດທັງຊາຍ ແລະ ຍິງ. ແປອີກຢ່າງວ່າ "ພີ່ນ້ອງຊາຍຍິງທັງຫລາຍ" ຫລື "ຜູ້ເຊື່ອທັງຫລາຍຮ່່ວມກັນ". (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-gendernotations]])
# ສະຖານທີ່ສັກສິດທີ່ສຸດ
ຫມາຍເຖິງການຊົງສະຖິດຂອງພຣະເຈົ້າ ບໍ່ແມ່ນອະພິວິສຸດທິສະຖານໃນຫໍເຕັນເດີມ. (ເບິ່ງ: [[rc://*/ta/man/translate/figs-metaphor]])
# ຜ່ານທາງຜາ້ກັ້ງ
ຜ້າມ່ານໃນວິຫານເທິງໂລກນີ້ເປັນຕົວແທນເຖິງການແຍກຂາດກັນລະຫວ່າງປະຊາກອນ ແລະ ການຊົງສະຖິດອັນແທ້ຈິງຂອງພຣະເຈົ້າ. (ເບິ່ງ: [[rc://*/ta/man/translate/figs-metaphor]])
# ບ້ານຂອງພຣະເຈົ້າ.
ໃນທີ່ນີ້ເວົ້າເຖິງປະຊາກອນຂອງພຣະເຈົ້າວ່າເປັນເຫມືອນກັບເຮືອນຫລັງຫນຶ່ງຕາມຕົວອັກສອນ. ແປອີກຢ່າງວ່າ "ປະຊາກອນທັງຫມົດຂອງພຣະເຈົ້າ. (ເບິ່ງ: [[rc://*/ta/man/translate/figs-metaphor]])
# ຫົວໃຈຂອງເຮົາໄດ້ຮັບການຊຳຣະໃຫ້ສະອາດ.
"ຫົວໃຈ" ໃນທີ່ນີ້ຫມາຍເຖິງຈິດສຳນຶກການຮັບຮູ້ເຖິງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ ການກະທຳໃຫ້ສະອາດຫມາຍເຖິງການໄດ້ຮັບການໃຫ້ອະໄພ ແລະ ການໄດ້ຮັບສະຖານະແຫ່ງຄວາມຊອບທໍາ ຫົວໃຈຖືກກ່າວວ່າເປັນສິ່ງທີ່ສາມາດຊຳລະໃຫ້ສະອາດໄດ້ໂດຍພຣະໂລຫິດ. (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-explicit]])
# ປະພົມ
ປະໂລຫິດຈຸ່ມກິ່ງຫູສົບລົງໃນເລືອດແລະນ້ຳ ຈາກນັ້ນຈິ່ງຂະເຫຍົ່າກິ່ງຫູສົບເພື່ອປະພົມໃຫ້ເລືອດ ແລະ ນ້ຳຢົດລົງບົນຫນັງສືມ້ວນ ແລະ ຜູ້ຄົນ ການປະພົມເປັນການກະທຳທີ່ເປັນສັນຍາລັກໂດຍປະໂລຫິດທີ່ພວກເຂົາຈະໄດ້ຮັບຜົນປະໂຫຍດຈາກພັນທະສັນຍາທີ່ມີຕໍ່ປະຊາກອນ ແລະ ຕໍ່ວັດຖຸສິ່ງຂອງຕ່າງໆ. ຫນັງສືມ້ວນໃນທີ່ນີ້ ແລະ ການຍອມຮັບຂອງພຣະເຈົ້າ ຕໍ່ປະຊາກອນໄດ້ຮັບການເລີ່ມໃຫມ່. (ເບິ່ງ: [[rc://*/ta/man/translate/translate-symaction]])
# ຂໍ້​ມູນ​ເຊື່ອມຕໍ່
ເປັນທີ່ຊັດເຈນວ່າມີພຽງເຄື່ອງບູຊາດຽວສຳລັບລົບບາບຜູ້ຂຽນຍັງຄົງອະທິບາຍພາບຂອງອະພິວິສຸດທິສະຖານໃນວິຫານຊຶ່ງມີພຽງມະຫາປະໂລຫິດເທົ່ານັ້ນທີ່ສາມາດເຂົ້າໄປໄດ້ໃນແຕ່ລະປີ ພ້ອມກັບໂລຫິດທີ່ເປັນເຄື່ອງບູຊາລົບບາບ ເຂົາເຕືອນຜູ້ເຊື່ອທັງຫລາຍໃຫ້ລະນຶກວ່າເວລານີ້ພວກເຂົານະມັດສະການພຣະເຈົ້າໃນການຊົງສະຖິດເຫມືອນກັບວ່າພວກເຂົາກຳລັງຢືນຢູ່ໃນອະພິວິສຸດທິສະຖານ.
# ໂດຍທາງພຣະໂລຫິດຂອງພຣະເຢຊູ.
ຄຳວ່າ "ພຣະໂລຫິດຂອງພຣະເຢຊູ" ໃນທີ່ນີ້ຫມາຍເຖິງການຕາຍຂອງພຣະເຢຊູ. (ເບິ່ງ: [[rc://*/ta/man/translate/figs-metonymy]])
# ທາງທີ່ມີຊີວິດ
ມີຄວາມຫມາຍທີ່ເປັນໄປໄດ້ຄື 1) ທາງໃຫມ່ໄປເຖິງພຣະເຈົ້າທີ່ພຣະເຢຊູໄດ້ຈັດຕຽມໄວ້ຊຶ່ງໃຫ້ຜົນຄືຜູ້ເຊື່ອທັງຫລາຍມີຊີວິດຢູ່ຊົ່ວນິລັນດອນ ຫລື 2) ພຣະເຢຊູຊົງພຣະຊົນຢູ່ ແລະ ພຣະອົງຊົງເປັນທາງທີ່ຜູ້ເຊື່ອເຂົ້າໄປສູ່ການສະຖິດຂອງພຣະເຈົ້າ.
# ຫມາຍເຖິງການເປັນເນື້ອຫນັງຂອງພຣະອົງ.
ຄຳວ່າ "ເນື້ອຫນັງ" ໃນທີ່ນີ້ຫມາຍເຖິງພຣະກາຍຂອງພຣະເຢຊູ ແລະ ພຣະກາຍຂອງພຣະອົງ ຫມາຍເຖິງການຕາຍເປັນເຄື່ອງບູຊາຂອງພຣະອົງ. ແປອີກຢ່າງວ່າ "ຫມາຍເຖິງການຕາຍຂອງພຣະອົງ". (ເບິ່ງ: [[rc://*/ta/man/translate/figs-metonymy]])
# ພວກເຮົາມີປະໂລຫິດທີ່ຍິ່ງໃຫຍ່ເຫນືອບ້ານເຮືອນຂອງພຣະເຈົ້າ
ປະໂຫຍກນີ້ຕ້ອງແປໃຫ້ຊັດເຈັນວ່າພຣະເຢຊູຊົງເປັນ "ປະໂລຫິດທີ່ຍິ່ງໃຫຍ່".
# ຂໍໃຫ້ເຮົາເຂົ້າເຝົ້າ.
ຄຳວ່າ "ເຂົ້າເຝົ້າ" ໃນທີ່ນີ້ໃຊ້ສຳລັບນະມັດສະການພຣະເຈົ້າ
ເຫມືອນກັບປະໂລຫິດຂຶ້ນໄປຍັງແທ່ນບູຊາຂອງພຣະເຈົ້າເພື່ອຖວາຍສັດບູຊາແດ່ພຣະອົງ. (ເບິ່ງ: [[rc://*/ta/man/translate/figs-metonymy]])
# ຫົວໃຈຈິງ
"ຫົວໃຈທີ່ຊື່ສັດ" ຫລື "ຫົວໃຈທີ່ຊື່ຕົງ" ຄຳວ່າ "ຫົວໃຈ" ໃນທີ່ນີ້ຫມາຍເຖິງຄວາມຕັ້ງໃຈ ແລະ ແຮງຈູງໃຈທີ່ແທ້ຈິງຂອງຜູ້ເຊື່ອທັງຫລາຍ. ແປອີກຢ່າງວ່າ "ຢ່າງຈິງໃຈ". (ເບິ່ງ: [[rc://*/ta/man/translate/figs-metonymy]])
# ດ້ວຍຄວາມຫມັ້ນໃຈຢ່າງເຕັມປ່ຽມໃນຄວາມເຊື່ອ.
"ດ້ວຍຄວາມຫມັ້ນໃຈໃນຄວາມເຊື່ອ" ຫລື "ການໄວ້ໃຈຢ່າງເຕັມທີ່ໃນພຣະເຢຊູ"
# ໃຫ້ຫົວໃຈຂອງເຮົາໄດ້ຮັບການປະພົມໃຫ້ສະອາດ.
ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ເຫມືອນກັບທີ່ພຣະອົງໄດ້ກະທຳໃຫ້ຫົວໃຈຂອງເຮົາສະອາດໂດຍພຣະໂລຫິດຂອງພຣະອົງ". (ເບິ່ງ: [[rc://*/ta/man/translate/figs-activepassive]])
# ກາຍຂອງເຮົາໄດ້ຮັບການລ້າງຊຳລະດ້ວຍນ້ຳທີ່ບໍລິສຸດ.
ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ເຫມືອນທີ່ພຣະອົງໄດ້ຊົງຊຳລະກາຍຂອງເຮົາໃຫ້ສະອາດດ້ວຍນ້ຳທີ່ບໍລິສຸດ". (ເບິ່ງ: [[rc://*/ta/man/translate/figs-activepassive]])
# ກາຍຂອງເຮົາໄດ້ຮັບການລ້າງຊຳລະດ້ວຍນ້ຳທີ່ບໍລິສຸດ.
ຖ້າຫາກຜູ້ແປເຂົ້າໃຈຄຳເວົ້ານີ້ ວ່າເປັນການກ່າວເຖິງບັບຕິສະມາຂອງຄຣິສຕຽນແລ້ວ "ນ້ຳ" ກໍມີຄວາມຫມາຍຕາມຕົວອັກສອນບໍ່ແມ່ນພາບປຽບທຽບ ແຕ່ຄຳວ່າ "ບໍລິສຸດ" ເປັນພາບປຽບທຽບທີ່ຫມາຍເຖິງຄວາມບໍລິສຸດຝ່າຍວິນຍານທີ່ກະທຳໃຫ້ສຳເລັດໂດຍການບັບຕິສະມາທີ່ຖືກກ່າວເຖິງໃນທີ່ນີ້ ຄຳວ່າ "ຊຳລະ" ຫມາຍເຖິງຜູ້ເຊື່ອໄດ້ຮັບການຍອມຮັບຈາກພຣະເຈົ້າ. (ເບິ່ງ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-metaphor]])