lo_tn/jol/03/12.md

36 lines
4.3 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ພຣະຢາເວຍັງຊົງກ່າວຕໍ່ປະຊາຊາດທັງຫລາຍຢູ່.
# ໃຫ້ປະຊາຊາດທັງຫລາຍຕ້ອງຕຽມພ້ອມຢູ່ສະເຫມີ ... ປະຊາຊາດທັງຫລາຍທີ່ຢູ່ແຖບນັ້ນ
ຄຳວ່າ "ປະຊາຊາດ" ແລະ "ປະເທດອ້ອມຂ້າງ" ຫມາຍເຖິງປະເທດດຽວກັນທີ່ອ້ອມຮອບຢູດາ. ພຣະຢາເວຈະພິພາກສາພວກເຂົາໃນຮ່ອມພູໂຮຊາຟັດ ສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ນະຄອນເຢຣູຊາເລັມ.
# ຈົ່ງເອົາກ່ຽວມາ... ບໍ່ຢຽບຫມາກອະງຸ່ນກໍເຕັມ
ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ: 1) ການໂຈມຕີປະເທດທີ່ມີບາບຫນາຄືກັບການເກັບກ່ຽວເມັດພືດ ແລະ ການຢຽບ ຫມາກອະງຸ່ນ ຫລື 2) ຄວາມຮີບດ່ວນໃນການພິພາກສາ ບັນດາປະເທດທີ່ມີບາບຫນາຄືກັບຄວາມຮີບດ່ວນ ໃນການເກັບກ່ຽວຜົນລະປູກທີ່ສຸກເຕັມນາ ແລະ ການເກັບຢຽບຫມາກອະງຸ່ນ.
# ຈົ່ງເອົາກ່ຽວມາ ເພາະມັນຮອດຣະດູເກັບກ່ຽວແລ້ວ
ພຣະຢາເວຊົງກ່າວເຖິງປະຊາຊາດເຫມືອນກັບວ່າ ພວກເຂົາເປັນທົ່ງນາຂອງຜົນລະປູກທີ່ພ້ອມແລ້ວສຳລັບການເກັບກ່ຽວ. ອາດແປໄດ້ອີກວ່າ: "ເອົາກ່ຽວມາ, ສຳລັບປະຊາຊາດທັງຫລາຍແມ່ນສຸກແລ້ວສຳລັບການເກັບກ່ຽວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຈົ່ງເອົາກ່ຽວມາ
"ແກວ່ງກ່ຽວເພື່ອຕັດຮວງເຂົ້າ".
# ກ່ຽວ
ເປັນມີດໂຄ້ງຍາວທີ່ຜູ້ຄົນໃຊ້ເພື່ອຕັດຮວງເຂົ້າ.
# ມັນຮອດຣະດູເກັບກ່ຽວແລ້ວ
"ເມັດພືດກໍພ້ອມທີ່ຈະເກັບກ່ຽວ".
# ມາບີບຫມາກອະງຸ່ນ ເພາະບໍ່ຢຽບຫມາກອະງຸ່ນກໍເຕັມ
ພຣະຢາເວຊົງກ່າວເຖິງ ປະຊາຊາດຄືກັບວ່າພວກເຂົາເປັນເຄືອອະງຸ່ນໃນບໍ່ເຫລົ້າອະງຸ່ນ, ກຽມພ້ອມສຳລັບຄົນທີ່ຈະມາຢຽບຢ່ຳພວກເຂົາ. ອາດແປໄດ້ອີກວ່າ: "ມາ, ຈົ່ງຢຽບຢ່ຳປະຊາຊາດທັງຫລາຍ, ເພາະວ່າພວກເຂົາປຽບເຫມືອນຫມາກອະງຸ່ນ ໃນບໍ່ຢຽບເຫລົ້າອະງຸ່ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຖັງເຫລົ້າອະງຸ່ນກໍລົ້ນແລ້ວ ເພາະຄວາມຜິດບາບຂອງພວກເຂົາມີຢ່າງຫລວງຫລາຍ
ພຣະຢາເວ ຊົງກ່າວເຖິງຄວາມຊົ່ວຮ້າຍຂອງປະຊາຊາດຄືກັບວ່າ ມັນເປັນນ້ຳທີ່ໄຫລອອກຈາກບໍ່ເຫລົ້າອະງຸ່ນ ເຂົ້າໄປໃນຖັງເກັບເຫລົ້າອະງຸ່ນ. ຖັງແມ່ນບໍ່ໃຫຍ່ພຽງພໍທີ່ຈະບັນຈຸຄວາມຊົ່ວຮ້າຍ ທີ່ໄຫລເຂົ້າໄປໃນພວກເຂົາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])