lo_tn/job/29/17.md

20 lines
3.5 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ໃນຂໍ້ 18-20 ໂຢບບອກກ່ຽວກັບສິ່ງທີ່ລາວເຄີຍເວົ້າກ່ອນສິ່ງທີ່ບໍ່ດີເກີດຂື້ນກັບລາວ.
# ຂ້ານ້ອຍໄດ້ຫັກ​ກະ­ດູກ​ຄາງ​ຂອງ​...ຂ້ານ້ອຍໄດ້ຊ່ວຍຜູ້ຕົກເປັນເຫຍື່ອ
ໂຢບເວົ້າເຖິງຄົນອະທຳທີ່ຂົ່ມເຫັງຄົນອື່ນຄືກັບວ່າພວກເຂົາເປັນສັດປ່າທີ່ທຳຮ້າຍຜູ້ຖືກເຄາະຮ້າຍ ໂດຍການຈັບພວກມັນຢູ່ລະຫວ່າງແຂ້ວ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຮັດໃຫ້ຄົນທີ່ອະທຳຢຸດເຊົາການຂົ່ມເຫັງຄົນ, ຄືກັບຄົນທີ່ທຳລາຍຄາງກະສັດສັດປ່າ ແລະຊ່ວຍກູ້ເອົາຜູ້ຖືກເຄາະຮ້າຍອອກຈາກແຂ້ວຂອງມັນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຂ້ານ້ອຍຈະ​ຕາຍ​ໃນ​ຮັງ​ຂອງຂ້ານ້ອຍ
ນີ້ແມ່ນ “ຮັງ” ເປັນຕົວແທນໃຫ້ແກ່ເຮືອນ ແລະຄອບຄົວຂອງໂຢບ. ໂຢບເຄີຍເວົ້າຄືກັບວ່າລາວເປັນນົກ ທີ່ອາໄສຢູ່ໃນຮັງກັບນົກນ້ອຍຂອງລາວ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍຈະຕາຍຢູ່ເຮືອນກັບຄອບຄົວຂອງຂ້ານ້ອຍ" ຫລື "ຂ້ານ້ອຍຈະຕາຍໃນຄວາມປອດໄພໃນເຮືອນຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ​ຂ້ານ້ອຍຈະ​ເພີ່ມ­ທະ­ວີ​ຄູນວັນ​ທັງຫລາຍຂອງຂ້ານ້ອຍ​ເຫມືອນກັບເມັດ­ຊາຍທັງຫລາຍ
ໂຢບເຄີຍເວົ້າຄືກັບວ່າວັນເວລາຂອງຊີວິດຂອງລາວຈະຫລາຍເທົ່າກັບເມັດຊາຍໃນຝັ່ງ. ນີ້ແມ່ນການເວົ້າເກີນຄວາມຈິງທີ່ສະແດງວ່າລາວຈະມີຊີວິດຢູ່ດົນນານ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍຈະມີຊີວິດຢູ່ດົນນານ" ຫລື "ຂ້ານ້ອຍຈະມີຊີວິດຢູ່ຫລາຍປີ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-hyperbole]] ແລະ [[rc://*/ta/man/translate/figs-simile]])
# ຮາກທັງຫລາຍຂອງ​ຂ້ານ້ອຍ...​ກິ່ງທັງ​ຂອງຂ້ານ້ອຍ​
ໂຢບເຄີຍເວົ້າກ່ຽວກັບຄວາມເຂັ້ມແຂງຂອງລາວ ຄືກັບວ່າລາວແຂງແຮງຄືກັບຕົ້ນໄມ້ທີ່ມີນໍ້າພຽງພໍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])