lo_tn/jdg/05/21.md

20 lines
2.1 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ແມ່​ນ້ຳ​ກີ­ໂຊນ​ໄດ້ພັດ​ກວາດລ້າງພວກເຂົາອອກ​ໄປ
ຍ້ອນວ່າຝົນຕົກຫນັກກະແສນໍ້າໄດ້ໄຫລຖ້ວມຢ່າງໄວວາ ເຮັດໃຫ້ລົດຮົບຕິດຢູ່ໃນຕົມ ແລະເຮັດໃຫ້ທະຫານຫລາຍຄົນຈົມນໍ້າຕາຍ. ອາດແປໄດ້ອີກວ່າ: "ແມ່ນໍ້າກີ­ໂຊນໄດ້ຖືກນໍ້າຖ້ວມ ແລະກວາດລ້າງພວກທະຫານຂອງສີເສຣາ" (ເບິ່ງ: [[rc://*/ta/man/translate/figs-explicit]])
# ​ກີ­ໂຊນ
ແມ່ນແບບດຽວກັນນີ້ທີ່ທ່ານໄດ້ແປໃນ 4: 6.
# ຈົ່ງເດີນຫນ້າໄປຈິດວິນຍານຂອງຂ້ອຍ, ຈົ່ງເຂັ້ມແຂງເທີ້ນ
"ຈິດວິນຍານ" ຫມາຍເຖິງຄົນທັງຫມົດ. ຄຳວ່າ "ຂອງຂ້ອຍ" ຫມາຍເຖິງເດໂບຣາ. ອາດແປໄດ້ອີກວ່າ: "ຂ້ອຍບອກຕົວເອງໃຫ້ເດີນໄປ ແລະມີຄວາມເຂັ້ມແຂງ" (ເບິ່ງ: [[rc://*/ta/man/translate/figs-synecdoche]])
# ແລ້ວສຽງຄ້ອງມ້າ​ທັງ­ຫລາຍທີ່ກຳລັງ​ແລ່ນ​ມາ, ການແລ່ນມາຂອງບັນດາຜູ້ເກ່ງກ້າຂອງເຂົາ.
ອະທິບາຍເຖິງສຽງຂອງມ້າຫລາຍໂຕ ທີ່ແລ່ນຫນີຈາກການສູ້ຮົບ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນຂ້ອຍໄດ້ຍິນສຽງມ້າແລ່ນອອກໄປ. ມ້າທີ່ມີອຳນາດຂອງສີເສຣາກຳລັງແລ່ນຫນີໄປ" (ເບິ່ງ: [[rc://*/ta/man/translate/figs-explicit]])
# ການແລ່ນ
ແລ່ນໄວ