lo_bible/67-REV.usfm

839 lines
191 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id REV
\ide UTF-8
\h ນິ​ມິດ​ຂອງ​ພ​ຣະ​ເຈົ້າ ແກ່ ໂຢ​ຮັນ
\toc1 ນິ​ມິດ​ຂອງ​ພ​ຣະ​ເຈົ້າ ແກ່ ໂຢ​ຮັນ
\toc2 ນິ​ມິດ​ຂອງ​ພ​ຣະ​ເຈົ້າ ແກ່ ໂຢ​ຮັນ
\toc3 rev
\mt ນິ​ມິດ​ຂອງ​ພ​ຣະ​ເຈົ້າ ແກ່ ໂຢ​ຮັນ
\s5
\c 1
\p
\v 1 ການ ຊົງ ສໍາແດງ ຂອງ ພຣະເຢຊູເຈົ້າ ຊຶ່ງ ພຣະເຈົ້າ ໄດ້ ຊົງ ປະທານ ແກ່ ພຣະອົງ ເພື່ອ ຊົງ ຊີ້ແຈງ ໃຫ້ ບັນ ດາ ຜູ້ຮັບ ໃຊ້ ຂອງ ພຣະອົງ ຮູ້ ເຖິງ ເຫດການ ທັງ ຫລາຍ ທີ່ ຕ້ອງ ບັງ ເກີດ ຂຶ້ນ ໃນ ບໍ່ ຊ້າ ນີ້. ພຣະຄຣິດ ໄດ້ ຊົງ ໃຊ້ ເທວະດາ ຂອງ ພຣະອົງ ໄປ ສໍາແດງ ໝາຍສໍາຄັນ ແກ່ ໂຢຮັນ ຜູ້ຮັບ ໃຊ້ ຂອງ ພຣະອົງ.
\v 2 ໂຢຮັນ ໄດ້ ເປັນ ພະຍານ ເຖິງ ຖ້ອຍຄໍາ ທີ່ ມາ ຈາກ ພຣະເຈົ້າ ແລະ ຝ່າຍ ຄໍາ ພະຍານ ຂອງ ພຣະເຢຊູ ຄຣິດ ເຈົ້າ ເພິ່ນ ເປັນ ພະຍານ ໃນ ເຫດການ ທັງ ສິ້ນ ທີ່ ເພິ່ນ ໄດ້ ເຫັນ.
\v 3 ຄວາມສຸກ ເປັນ ຂອງ ຜູ້ ທີ່ ອ່ານ ພຣະທາໍ ເຫຼັ້ມ ນີ້ ແລະ ຄວາມສຸກ ເປັນ ຂອງ ຜູ້ ທີ່ ຮັບ ຟັງ ຖ້ອຍຄໍາ ແຫ່ງ ຄໍາທາໍ ນວາຍ ແລະ ປະຕິບັດ ຕາມ ຂໍ້ຄວາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະທາໍ ເຫຼັ້ມນີ້. ດ້ວຍວ່າ, ເວລາ ນັ້ນ ກໍ ໃກ້ ເຂົ້າ ມາ ແລ້ວ ເມື່ອ ເຫດການ ເຫລົ່າ ນີ້ ຈະ ເກີດ ຂຶ້ນ.
\s5
\v 4 ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ ທັງ ເຈັດ ທີ່ ຢູ່ ໃນ ແຂວງ ເອເຊຍ. ຂໍ ໃຫ້ ທ່ານ ທັງ ຫລາຍ ຈົ່ງ ໄດ້ ຮັບ ພຣະຄຸນ ແລະ ສັນ ຕິສຸກ ຈາກ ພຣະອົງ ຜູ້ ຊົງ ດໍາລົງ ຢູ່ ໃນ ປະຈຸບັນ ຜູ້ ຊົງ ດໍາລົງ ຢູ່ ໃນ ອະດີດ ຜູ້ ຈະ ສະເດັດ ມາ ໃນ ອະນາຄົດ ແລະ ຈາກ ວິນ ຍານ ທັງ ເຈັດ ທີ່ ເຝົ້າ ຢູ່ ໜ້າ ຣາຊບັນ ລັງ ຂອງ ພຣະອົງ
\v 5 ແລະ ຈາກ ພຣະເຢຊູ ຄຣິດເຈົ້າ ຜູ້ ຊົງ ເປັນ ພະຍານ ທີ່ ສັດ ຊື່ ແລະ ຊົງ ເປັນ ຜູ້ ທາໍ ອິດ ທີ່ ໄດ້ ເປັນ ຄືນ ມາ ຈາກ ຄວາມ ຕາຍ ກັບ ທັງ ຊົງ ຄອບຄອງ ກະສັດ ທັງ ຫລາຍ ໃນ ໂລກ. ພຣະອົງ ຊົງ ຮັກ ເຮົາ ທັງ ຫລາຍ ແລະ ໄດ້ ຊົງ ປົດ ປ່ອຍ ພວກເຮົາ ຈາກ ການ ຜິດ ບາບ ດ້ວຍ ພຣະ ໂລຫິດ ຂອງ ພຣະອົງ.
\v 6 ແລະ ພຣະອົງ ໄດ້ ຊົງ ຕັ້ງ ເຮົາ ທັງ ຫລາຍ ໄວ້ ໃຫ້ ເປັນ ອານາຈັກ ແລະ ເປັນ ປະໂຣຫິດ ຂອງ ພຣະອົງ ພຣະກຽດ ແລະ ຣິດ ທານຸພາບ ຈົ່ງ ມີ ແດ່ ພຣະອົງ ສືບໆໄປ ເປັນນິດ ອາແມນ.
\s5
\v 7 ເບິ່ງ ແມ! ພຣະອົງ ຈະ ສະເດັດ ມາ ມີ ເມກ ເປັນ ຂະບວນ ແຫ່ ແລະ ຕາ ທຸກ ໜ່ວຍ ຈະ ເຫັນ ພຣະອົງ ແລະ ຄົນ ເຫລົ່າ ນັ້ນ ທີ່ ໄດ້ ແທງ ພຣະອົງ ຈະ ເຫັນ ພຣະອົງ ເໝືອນກັນ. ມະນຸດ ທຸກ ຊາດ ທົ່ວ ໂລກ ຈະ ຮ້ອງໄຫ້ ຮ່ຳໄຮ ເພາະ ພຣະອົງ ຈະ ເປັນ ໄປ ຢ່າງ ນັ້ນ ອາແມນ.
\v 8 ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຜູ້ ຊົງ ດໍາລົງ ຢູ່ ໃນ ປະຈຸບັນ ຜູ້ ຊົງ ດໍາລົງ ຢູ່ ໃນ ອະດີດ ຜູ້ ຈະ ສະເດັດ ມາ ໃນ ອະນາຄົດ ແລະ ຜູ້ ຊົງ ຣິດ ທານຸພາບ ສູງສຸດ ຊົງ ກ່າວ ວ່າ, “ເຮົາ ຄື ອາລະຟາ ແລະ ໂອເມຄາ.”
\s5
\v 9 ຂ້າພະເຈົ້າ ຄື ໂຢຮັນ ພີ່ ນ້ອງ ຂອງ ເຈົ້າ ທັງ ຫລາຍ ຜູ້ ເປັນ ເພື່ອນ ຮ່ວມ ໃນ ຄວາມ ຍາກ ລໍາບາກ ຮ່ວມ ຣາຊອານາຈັກ ແລະ ຮ່ວມ ຄວາມ ພຽນ ອົດ ທົນ ຊຶ່ງ ເປັນ ປະສົບ ການ ໃນ ພຣະເຢຊູເຈົ້າ. ຂ້າພະເຈົ້າ ຖືກ ປ່ອຍ ໄວ້ ທີ່ ເກາະ ປັດໂມ ເພາະ ໄດ້ ປະກາດ ພຣະທາໍ ຂອງ ພຣະເຈົ້າ ແລະ ເນື່ອງ ດ້ວຍ ການ ເປັນ ພະຍານ ຝ່າຍ ພຣະເຢຊູເຈົ້າ.
\v 10 ໃນ ວັນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ນັ້ນພຣະວິນຍານ ໄດ້ ຄວບຄຸມ ຂ້າພະເຈົ້າ ແລະ ຂ້າພະເຈົ້າ ກໍ ໄດ້ ຍິນ ສຽງ ໜຶ່ງ ດັງ ກ້ອງ ເໝືອນ ສຽງ ແກ ກ່າວ ທາງ ເບື້ອງ ຫລັງ ຂອງ ຂ້າພະເຈົ້າ.
\v 11 ສຽງ ນັ້ນ ກ່າວ ວ່າ, “ຈົ່ງ ຂຽນ ເລື່ອງ ທີ່ ເຈົ້າ ໄດ້ ເຫັນ ນັ້ນ ໃສ່ ໜັງ ສື ມ້ວນ ແລະ ຝາກ ໄປ ເຖິງ ຄຣິສຕະຈັກ ທັງ ເຈັດ ຄື ຄຣິສຕະຈັກ ທີ່ ເມືອງ ເອເຟໂຊ ເມືອງ ຊະມີນາ ເມືອງ ເປຄາໂມ ເມືອງ ທົວເຕຣາ ເມືອງ ຊາເດ ເມືອງ ຟີລາເດັນເຟຍ ແລະ ເມືອງ ລາວດີເກອາ.”
\s5
\v 12 ຂ້າພະເຈົ້າ ຫລຽວ ຄືນ ຫລັງ ເບິ່ງ ວ່າ ແມ່ນ ຜູ້ໃດ ທີ່ ກໍາລັງ ເວົ້າ ກັບ ຂ້າພະເຈົ້າ ຢູ່ ນັ້ນ ເມື່ອ ຂ້າພະເຈົ້າ ຫລຽວ ໄປ ກໍ ເຫັນ ຄັນ ຕະກຽງ ຄໍາ ເຈັດ ອັນ
\v 13 ແລະ ໃນ ທ່າມກາງ ຄັນ ຕະກຽງ ຄໍາ ເຫລົ່ານັ້ນ, ມີ ຜູ້ໜຶ່ງ ເໝືອນ ບຸດມະນຸດ ນຸ່ງ ເສື້ອ ລ່າມ ກວມ ຕີນ ມີ ຜ້າ ບ່ຽງ ຄໍາ ຄຽນ ເອິກ ຂອງ ພຣະອົງ.
\s5
\v 14 ຫົວ ແລະ ຜົມ ຂອງ ພຣະອົງ ຂາວ ເໝືອນ ຂົນ ແກະ ສີ ຂາວ ແລະ ເໝືອນ ດັ່ງ ຫິມະ ຕາ ຂອງ ພຣະອົງ ເໝືອນ ດັ່ງ ແປວໄຟ
\v 15 ຕີນ ຂອງ ພຣະອົງ ເຫຼື້ອມ ເໝືອນ ດັ່ງ ທອງ ເຫລືອງ ກ້ຽງ ທີ່ ຖືກ ຫລອມ ໃຫ້ ບໍຣິສຸດ ແລ້ວ ແລະ ສຽງ ຂອງ ພຣະອົງ ກໍ ກ້ອງສະໜັ່ນ ເໝືອນ ດັ່ງ ນາໍ້ ຕົກ ຕາດ ໃຫຍ່.
\v 16 ມື ເບື້ອງຂວາ ຂອງ ພຣະອົງ ຊົງ ຖື ດາວ ເຈັດ ດວງ ແລະ ມີ ດາບ ສອງ ຄົມ ອອກ ມາ ຈາກ ປາກ ຂອງ ພຣະອົງ. ໃບ ໜ້າ ຂອງ ພຣະອົງ ເຫຼື້ອມ ເໝືອນ ດັ່ງ ດວງ ຕາເວັນ ທີ່ສ່ອງ ແສງກ້າ.
\s5
\v 17 ເມື່ອ ຂ້າພະເຈົ້າ ໄດ້ ເຫັນ ພຣະອົງ ຂ້າພະເຈົ້າ ກໍ ລົ້ມ ລົງ ໃກ້ ຕີນ ຂອງ ພຣະອົງ ເໝືອນ ກັບ ຄົນ ທີ່ ຕາຍ ແລ້ວ, ແຕ່ ພຣະອົງ ເດ່ ມື ຂວາ ມາ ຈັບ ຂ້າພະເຈົ້າ ແລະ ກ່າວ ວ່າ, “ຢ່າ ສູ່ ຢ້ານ ເຮົາ ເປັນ ຜູ້ຕົ້ນ ແລະ ເປັນ ຜູ້ປາຍ.
\v 18 ແລະ ເຮົາ ເປັນ ຜູ້ ມີ ຊີວິດ ຢູ່ ເຮົາ ໄດ້ ຕາຍໄປ ແລ້ວ ແຕ່ ເບິ່ງ ແມ! ເຮົາ ກໍ ມີ ຊີວິດ ຢູ່ ນິຣັນດອນ. ເຮົາ ຖື ລູກ ກະແຈ ແຫ່ງ ຄວາມຕາຍ ແລະ ແດນ ມໍຣະນາ.
\s5
\v 19 ສະນັ້ນ ຈົ່ງ ຂຽນ ສິ່ງ ທີ່ ເຈົ້າ ໄດ້ ເຫັນ, ສິ່ງ ທີ່ ເປັນ ຢູ່ ດຽວ ນີ້ ແລະ ສິ່ງ ທີ່ ຈະ ເກີດ ຂຶ້ນ ຕາມ ພາຍຫລັງ.
\v 20 ນີ້ ແມ່ນ ຄວາມ ເລິກ ລັບ ຂອງ ດາວ ທັງ ເຈັດ ທີ່ ເຈົ້າ ເຫັນ ຢູ່ ໃນ ມື ຂວາ ຂອງເຮົາ ແລະ ຄັນຕະກຽງ ຄໍາ ທັງ ເຈັດ ນັ້ນ ກໍ ຄື ດາວ ເຈັດ ດວງ ນັ້ນ ໄດ້ ແກ່ ເທວະດາ ແຫ່ງ ຄຣິສຕະຈັກ ທັງ ເຈັດ ແລະ ຄັນຕະກຽງ ຄໍາ ເຈັດ ອັນ ໄດ້ ແກ່ ຄຣິສຕະຈັກ ທັງເຈັດ.”
\s5
\c 2
\p
\v 1 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ເມືອງ ເອເຟໂຊ ວ່າ, ຕໍ່ໄປນີ້ ແມ່ນ ຖ້ອຍຄໍາ ຈາກ ຜູ້ ທີ່ ຖືດາວ ເຈັດ ດວງ ໃນ ມື ຂວາ ແລະ ຜູ້ ທີ່ ຍ່າງ ໄປມາ ທ່າມກາງ ຄັນຕະກຽງ ຄໍາ ເຈັດ ອັນ:
\v 2 ເຮົາ ຮູ້ຈັກ ການ ກະທາໍ ຂອງ ເຈົ້າ ເຮົາ ຮູ້ຈັກ ພາລະກິດ ອັນຍາກ ລໍາບາກ ແລະ ຄວາມ ອົດ ທົນ ຂອງ ເຈົ້າ ເຮົາ ຮູ້ ວ່າ ເຈົ້າ ທົນ ຕໍ່ ຄົນຊົ່ວຮ້າຍ ບໍ່ ໄດ້. ເຈົ້າ ໄດ້ ລອງໃຈ ຄົນ ເຫລົ່ານັ້ນ ທີ່ ອວດ ວ່າ ເປັນ ອັກ ຄະສາວົກ, ແຕ່ ພວກເຂົາ ບໍ່ ໄດ້ ເປັນ ແລະ ເຈົ້າ ກໍ ຮູ້ຈັກ ແລ້ວວ່າ ພວກເຂົາ ເປັນ ຄົນ ຂີ້ຕົວະ.
\s5
\v 3 ເຮົາ ຮູ້ ວ່າ ເຈົ້າ ໄດ້ ອົດ ທົນ ແລະ ທົນ ທຸກ ເພາະ ເຫັນ ແກ່ ນາມ ຂອງເຮົາ ແລະ ເຈົ້າ ກໍ ບໍ່ ໄດ້ ທໍ້ຖອຍ.
\v 4 ແຕ່ ເຮົາ ມີ ຂໍ້ ຕໍ່ ວ່າ ເຈົ້າ ຄື ເຈົ້າ ໄດ້ ປະຖິ້ມ ຄວາມຮັກ ເດີມ ຂອງ ເຈົ້າ.
\v 5 ເຫດສະນັ້ນ ຈົ່ງ ລະນຶກ ວ່າ ເຈົ້າ ໄດ້ ຕົກ ຈາກ ສະພາບ ໃດ ແລ້ວ ຈົ່ງ ກັບ ໃຈ ເສຍ ໃໝ່ ແລະ ເຮັດ ຕາມ ຢ່າງ ເດີມ. ຖ້າ ບໍ່ ດັ່ງ ນັ້ນ ເຮົາ ຈະ ມາ ຫາ ເຈົ້າ ແລະ ຈະ ຍົກ ຄັນຕະກຽງ ຂອງ ເຈົ້າ ອອກ ຈາກ ບ່ອນ ມັນ ເວັ້ນ ໄວ້ ແຕ່ ເຈົ້າ ຈະ ກັບໃຈ ເສຍ ໃໝ່.
\s5
\v 6 ແຕ່ ເຈົ້າ ກໍ ຍັງ ມີ ສີ່ງ ທີ່ ດີ ຢູ່ ຄື ເຈົ້າ ກຽດຊັງ ກິດຈະການ ຂອງ ພວກ ນີໂກລາຍເຕ ຊຶ່ງ ເຮົາ ເອງ ກໍ ກຽດຊັງ ເໝືອນກັນ.
\v 7 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງ ກ່າວ ແກ່ ຄຣີສຕະຈັກ ທັງ ຫລາຍ. ຜູ້ໃດ ທີ່ ມີ ໄຊຊະນະ ເຮົາ ຈະ ໃຫ້ ຜູ້ ນັ້ນ ກິນ ຜົນ ຈາກ ຕົ້ນໄມ້ ແຫ່ງ ຊີວິດ ຊຶ່ງ ຢູ່ ໃນ ສວນ ຂອງ ພຣະເຈົ້າ.”
\s5
\v 8 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ເມືອງ ຊະມີນາ ວ່າ, ນີ້ ເປັນ ຖ້ອຍຄໍາ ຈາກ ພຣະອົງ ທີ່ ເປັນ ຜູ້ຕົ້ນ ແລະ ເປັນ ຜູ້ປາຍ ຜູ້ ທີ່ ໄດ້ ຕາຍໄປ ແລ້ວ ແລະ ຜູ້ ທີ່ ໄດ້ ເປັນ ຄືນ ມາ ອີກ ຊົງ ກ່າວ ດັ່ງນີ້:
\v 9 ເຮົາ ຮູ້ ຄວາມ ເດືອດຮ້ອນ ຂອງ ເຈົ້າ ເຮົາ ຮູ້ ວ່າ ເຈົ້າ ຍາກຈົນ (ແຕ່ ທີ່ ຈິງ ແລ້ວ ເຈົ້າ ກໍ ຮັ່ງ ມີ) ເຮົາ ຮູ້ ວ່າ ເຈົ້າ ຖືກ ໃສ່ ຮ້າຍ ປ້າຍສີ ໂດຍ ພວກ ທີ່ອ້າງ ຕົນ ວ່າ ເປັນ ຄົນຢິວ, ແຕ່ ພວກເຂົາ ບໍ່ ໄດ້ ເປັນ ດັ່ງ ທີ່ ພວກເຂົາ ອ້າງ ນັ້ນ. ແຕ່ ພວກເຂົາ ເປັນ ພັກ ພວກ ຂອງ ມານຊາຕານ.
\s5
\v 10 ຢ່າ ຊູ່ ຢ້ານ ຄວາມ ທຸກ ທໍຣະມານ ທີ່ ພວກເຈົ້າ ກໍາລັງ ຈະ ໄດ້ ຮັບ ນັ້ນ. ເບິ່ງ ແມ! ມານຮ້າຍ ກາໍ ລັງ ຈະ ຈັບ ພວກເຈົ້າ ບາງຄົນ ໃສ່ ຄຸກ ເພື່ອ ທົດລອງ ໃຈ ພວກເຈົ້າ ແລະ ພວກເຈົ້າ ຈະ ໄດ້ ຮັບ ຄວາມ ທຸກ ລໍາບາກ ໃນ ລະຫວ່າງ ສິບ ວັນ ແຕ່ ເຈົ້າ ຈົ່ງ ມີ ໃຈ ສັດ ຊື່ ສຸດຈະຣິດ ຈົນ ເຖິງ ວັນ ຕາຍ ແລ້ວ ເຮົາ ຈະ ເອົາ ມົງ ກຸດ ແຫ່ງ ຊີວິດ ໃຫ້ ແກ່ ເຈົ້າ.
\v 11 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງ ກ່າວ ແກ່ ຄຣິສຕະຈັກ ທັງ ຫລາຍ. ຜູ້ ທີ່ມີ ໄຊຊະນະ ຈະ ບໍ່ ຖືກ ອັນຕະລາຍ ຈາກ ຄວາມ ຕາຍ ຄັ້ງ ທີ ສອງ.”
\s5
\v 12 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ທີ່ ເມືອງ ເປຄາໂມ ວ່າ, ນີ້ ເປັນ ຖ້ອຍຄໍາ ຈາກ ພຣະອົງ ຜູ້ ທີ່ ຖື ດາບ ສອງ ຄົມ:
\v 13 ເຮົາ ຮູ້ຈັກ ທີ່ ຢູ່ ຂອງ ເຈົ້າ ຮູ້ ວ່າ ທີ່ ນັ້ນ ເປັນ ບັນລັງ ຂອງ ມານຊາຕານ. ເຈົ້າ ຍັງ ຢຶດ ຖື ນາມ ຂອງເຮົາ ໄວ້ ໝັ້ນ ແລະ ບໍ່ ໄດ້ ປະຕິເສດ ຄວາມເຊື່ອ ໃນ ເຮົາ ແມ່ນ ວ່າ ໃນ ເວລາ ທີ່ ອັນຕີປາ ຜູ້ ເປັນ ພະຍານ ທີ່ ສັດ ຊື່ ຂອງເຮົາ ໄດ້ ຖືກ ຂ້າ ເສຍ ໃນ ທ່າມກາງ ພວກເຈົ້າ ໃນ ບ່ອນ ທີ່ ມານຊາຕານ ຢູ່ ກໍຕາມ,
\s5
\v 14 ແຕ່ ເຮົາ ມີ ຂໍ້ ຕໍ່ວ່າ ເຈົ້າ ບາງ ຂໍ້ ດັ່ງນີ້ ຄື ທີ່ ນັ້ນ ມີ ບາງຄົນ ໃນ ພວກເຈົ້າ ຢຶດ ຖື ຄໍາສອນ ຂອງ ບາລາອາມ ຜູ້ ທີ່ ໄດ້ ສອນ ບາຫລາກ ເຖິງ ວິທີ ນາໍ ພາ ຊົນ ຊາດ ອີດສະຣາເອນ ໃຫ້ ເຮັດ ບາບ ໂດຍ ຊັກ ຊວນ ພວກເຂົາ ໃຫ້ ກິນ ອາຫານ ທີ່ ຖືກ ຖວາຍ ແກ່ ຮູບເຄົາ ຣົບ ແລະ ໃຫ້ ປະພຶດ ຜິດ ສິນ ທາໍ ທາງ ເພດ.
\v 15 ຢ່າງ ດຽວກັນ ນີ້ ມີ ຄົນ ໃນ ພວກເຈົ້າ ປະຕິບັດ ຕາມ ຄໍາສອນ ຂອງ ພວກ ນີໂກລາຍເຕ.
\s5
\v 16 ເຫດສະນັ້ນ ຈົ່ງ ກັບ ໃຈ ເສຍ ໃໝ່, ຖ້າ ບໍ່ ດັ່ງ ນັ້ນ ເຮົາ ຈະ ມາ ຫາ ເຈົ້າ ໃນ ບໍ່ ຊ້າ ນີ້ ແລະ ຈະ ຕໍ່ ສູ້ ຄົນ ເຫລົ່ານັ້ນ ດ້ວຍ ດາບ ທີ່ ອອກ ຈາກ ປາກ ຂອງເຮົາ.
\v 17 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງ ກ່າວ ແກ່ ຄຣິສຕະຈັກ ທັງຫລາຍ. ເຮົາ ຈະ ໃຫ້ ມານາ ທີ່ ເຊື່ອງ ໄວ້ ແກ່ ຜູ້ ທີ່ ມີ ໄຊຊະນະ ແລະ ຈະ ໃຫ້ ຫິນ ຂາວ ແກ່ ຜູ້ ນັ້ນ, ໃນ ຫິນ ນັ້ນ ມີ ຊື່ ໃໝ່ ຈາລືກ ໄວ້ ຊຶ່ງ ບໍ່ ມີ ຜູ້ ູໃດ ຮູ້ ນອກຈາກ ຜູ້ ທີ່ ໄດ້ ຮັບ ເທົ່າ ນັ້ນ.”
\s5
\v 18 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ທີ່ ເມືອງ ທົວ ເຕຣາ ວ່າ, ນີ້ ເປັນ ຖ້ອຍຄໍາຈາກພຣະບຸດຂອງພຣະເຈົ້າ ຜູ້ ທີ່ມີ ຕາເໝືອນດັ່ງ ແປວໄຟ ຜູ້ ທີ່ມີຕີນ ເໝືອນດັ່ງ ທອງເຫລືອງ ກ້ຽງຊົງ ກ່າວດັ່ງ ນີ້ ວ່າ,
\v 19 ເຮົາ ຮູ້ຈັກ ການກະທາໍ ຂອງເຈົ້າ ເຮົາ ຮູ້ ເຖິງ ຄວາມຮັກ ຄວາມເຊື່ອ ການບົວລະບັດ ຮັບໃຊ້ ແລະຄວາມອົດທົນ ຂອງເຈົ້າ. ເຮົາ ຮູ້ ວ່າການ ກະທາໍ ເບື້ອງປາຍຂອງເຈົ້າ ຕອນນີ້ ມີ ຫລາຍກວ່າ ເບື້ອງຕົ້ນ.
\s5
\v 20 ແຕ່ ເຮົາ ມີ ຂໍ້ຕໍ່​ວ່າ​ເຈົ້າ​ດັ່ງ​ນີ້ ຄື​ເຈົ້າ​ຍອມ​ທົນຟັງ ຍິງ ທີ່ ຊື່ ວ່າ ເຢເຊເບນ ຜູ້ ທີ່ ອ້າງ ຕົນ ວ່າ ເປັນ ຜູ້ ປະກາດພຣະທາໍ ຂອງພຣະເຈົ້າ, ນາງສອນແ ລະນາໍ ພາ ຜູ້ຮັບ ໃຊ້ ຂອງເຮົາ ໃຫ້ ປະພຶດ ຜິດ ສິນ ທາໍ ທາງເພດ ແລະ ໃຫ້ ກິນ ອາຫານ ທີ່ ຖືກ ຖວາຍ ແກ່ ຮູບເຄົາຣົບ ນັ້ນ.
\v 21 ເຮົາ ໄດ້ ໃຫ້ ໂອກາດນາງກັບໃຈໃໝ່ ແຕ່ ນາງບໍ່ ຢາກກັບ ໃຈ ຈາກ ການ ຜິດ ສິນທໍາ ທາງ ເພດ ຂອງຕົນ.
\s5
\v 22 ສະນັ້ນ ເຮົາ ຈຶ່ງ ຈະຖິ້ມ ນາງໃສ່ ເທິງ ຕຽງນອນ ບ່ອນທີ່ ນາງກັບ ພວກ ຫລິ້ນ ຊູ້ ກັບ ນາງນັ້ນ ຈະໄດ້ ຮັບ ຄວາມທົນ ທຸກຢ່າງແສນ ສາຫັດ. ບັດ ນີ້ ເຮົາ ຈະລົງ ໂທດພວກເຂົາ ຈົນ ກວ່າ ພວກເຂົາ ຈະກັບ ໃຈໃໝ່ຈາກຄວາມຊົ່ວ ທີ່ ພວກເຂົາ ໄດ້ ເຮັດ ນາໍ ກັນ ກັບ ນາງນັ້ນ.
\v 23 ເຮົາ ຍັງ ຈະຂ້າ ລູກຂອງນາງ ດ້ວຍ ແລ້ວ ຄຣິສຕະຈັກ ທັງ ຫລາຍກໍ ຈະຮູ້ ວ່າ ເຮົາ ເປັນ ຜູ້ ທີ່ ຮູ້ ຄວາມຄິດ ແລະຄວາມປາຖະໜາໃນໃຈຂອງ ມະນຸດທຸກຄົນ. ເຮົາ ຈະຕອບແທນພວກເຈົ້າ ແຕ່ ລະຄົນ ຕາມ ການ ກະທໍາ ຂອງຕົນ.
\s5
\v 24 ສ່ວນ ພວກເຈົ້າ ທີ່ ຍັງ ເຫລືອ ຢູ່ ໃນ ເມືອງ ທົວເຕຣາ ທີ່ ບໍ່ໄດ້ ປະຕິບັດ ຕາມ ຄໍາສອນ ອັນ ຊົ່ວ ຊ້າ ນີ້ ຄື ບໍ່ ໄດ້ ຮຽນ ຮູ້ ສິ່ງ ທີ່ ເຂົາ ເອີ້ນ ວ່າ ຄວາມ ລັບ ເລິກ ຂອງ ມານຊາຕານ. ເຮົາ ບອກ ພວກເຈົ້າ ວ່າ, ‘ເຮົາ ຈະ ບໍ່ ເພີ່ມ ພາລະ ອື່ນ ໃດ ໃສ່ ພວກເຈົ້າ,
\v 25 ແຕ່ ໃຫ້ ພວກເຈົ້າ ຢຶດ ຖື ສິ່ງ ທີ່ ພວກເຈົ້າ ມີ ຢູ່ ແລ້ວ ນັ້ນ ໄວ້ ຈົນ ກວ່າ ເຮົາ ຈະ ມາ.
\s5
\v 26 ຜູ້ ທີ່ ມີ ໄຊຊະນະ ແລະ ຖື ຮັກ ສາ ກິດ ຈະການ ຂອງເຮົາ ໄວ້ ຈົນ ເຖິງ ທີ່ ສຸດ, ເຮົາ ຈະ ໃຫ້ ຜູ້ນັ້ນ ມີ ອໍານາດ ປົກຄອງ ບັນດາ ປະຊາຊາດ
\v 27 ແລະ ຜູ້ນັ້ນ ຈະ ບັງ ຄັບ ບັນ ຊາ ພວກເຂົາ ດ້ວຍ ຄ້ອນເຫລັກ ເໝືອນ ຢ່າງ ຊ່າງ ໝ ໍ້ ທີ່ ທາໍ ລາຍ ໝໍ້ ດິນ ໃຫ້ ແຕກ ໝຸ່ນ ເສຍ ຕາມ ທີ່ ເຮົາ ນີ້ ໄດ້ ຮັບ ອໍານາດ ຈາກ ພຣະບິດາເຈົ້າ ຂອງເຮົາ ເໝືອນກັນ.
\v 28 ແລະ ເຮົາ ຈະ ປະທານ ດາວ ເພັກ (ຮຸ່ງອາຣຸນ) ໃຫ້ ແກ່ ຜູ້ນັ້ນ.
\v 29 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງ ກ່າວ ແກ່ ຄຣິສຕະຈັກ ທັງ ຫລາຍ.”
\s5
\c 3
\p
\v 1 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ທີ່ ເມືອງ ຊາເດ ວ່າ, ນີ້ ເປັນ ຖ້ອຍຄໍາ ຈາກ ພຣະອົງ ທີ່ ມີ ພຣະວິນຍານ ທັງ ເຈັດ ຂອງ ພຣະເຈົ້າ ແລະ ດາວ ທັງ ເຈັດ ດວງ ຊົງ ກ່າວ ດັ່ງ ນີ້ ວ່າ, ເຮົາ ຮູ້ ການ ກະທາໍ ຂອງເຈົ້າ ເຈົ້າຜູ້ ທີ່ ຊື່ວ່າ ຍັງ ມີ ຊີວິດ ຢູ່. ເຖິງ ແມ່ນ ເຈົ້າ ໄດ້ ຕາຍໄປ ແລ້ວ ກໍຕາມ.
\v 2 ສະນັ້ນ ຈົ່ງ ຕື່ນ ຂຶ້ນ ເຊີດ ຊູ ສ່ວນ ທີ່ ເຈົ້າ ຍັງ ມີ ເຫລືອ ຢູ່ ໃຫ້ ເຂັ້ມ ແຂງ ກ່ອນ ທີ່ ມັນ ຈະ ຕາຍໄປ ໝົດ ເພາະ ເຮົາ ພົບ ວ່າ ການ ກະທາໍ ຂອງ ເຈົ້າ ນັ້ນ ຍັງ ບໍ່ ທັນ ສົມ ບູນ ຕໍ່ໜ້າ ພຣະເຈົ້າ ຂອງເຮົາ ເທື່ອ.
\s5
\v 3 ເຫດສະນັ້ນ ເຈົ້າ ຈົ່ງ ຈາໍ ໄວ້ ວ່າ ເຈົ້າ ໄດ້ ຮັບ ແລະ ໄດ້ຍິນ ຢ່າງ ໃດ ຈົ່ງ ຖື ຮັກ ສາ ແລະ ກັບ ໃຈ ເສຍ ໃໝ່. ຖ້າເຈົ້າ ບໍ່ ຕື່ນ ຂຶ້ນ ເຮົາ ຈະ ມາ ຫາ ເຈົ້າ ເໝືອນ ດັ່ງ ຂະໂມຍ ແລະ ເຈົ້າ ຈະ ບໍ່ ຮູ້ ວ່າ ຍາມ ໃດ ເຮົາ ຈະ ມາ ຫາ ເຈົ້າ.
\v 4 ແຕ່ ຍັງ ມີ ບາງຄົນ ໃນ ພວກເຈົ້າ ທີ່ ເມືອງ ຊາເດ ທີ່ ຮັກ ສາ ເສື້ອ ຜ້າ ຂອງຕົນ ບໍ່ໃຫ້ ເປິເປື້ອນ ຄົນ ເຫລົ່ານັ້ນ ຈະ ນຸ່ງ ເຄື່ອງ ຂາວ ແລະ ຍ່າງ ໄປ ກັບ ເຮົາ ເພາະ ພວກເຂົາ ເປັນ ຜູ້ ສົມ ຄວນ ຢູ່ ແລ້ວ.
\s5
\v 5 ຜູ້ ທີ່ ມີ ໄຊຊະນະ ຜູ້ນັ້ນ ຈະ ໄດ້ ຫົ່ມ ເຄື່ອງ ຂາວ ແລະ ເຮົາ ຈະ ບໍ່ ລຶບ ຊື່ ຂອງ ຜູ້ ນັ້ນ ອອກ ຈາກ ທະບຽນ ແຫ່ງ ຊີວິດ, ແຕ່ ເຮົາ ຈະ ຮັບຮອງ ຊື່ ຜູ້ນັ້ນ ຊ້ອງ ພຣະພັກ ພຣະບິດາເຈົ້າ ຂອງເຮົາ ແລະ ຕໍ່ໜ້າ ຝູງ ເທວະດາ ຂອງ ພຣະອົງ.
\v 6 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງກ່າວ ແກ່ ຄຣິສຕະຈັກ ທັງຫລາຍ.”
\s5
\v 7 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ທີ່ ເມືອງ ຟີລາເດັນເຟຍ ວ່າ, ນີ້ ເປັນ ຖ້ອຍຄໍາ ຈາກ ພຣະອົງ ຜູ້ ບໍຣິສຸດ ແລະ ສັດ ຊື່ ຜູ້ ຊົງ ຖື ຂໍ ກະແຈ ຂອງ ດາວິດ ແລະ ຜູ້ ຊົງ ເປີດ ແລ້ວ ຈະ ບໍ່ ມີ ຜູ້ໃດ ປິດ ແລະ ຜູ້ ຊົງ ປິດ ແລ້ວ ຈະ ບໍ່ ມີ ຜູ້ໃດ ເປີດ ຊົງ ກ່າວ ດັ່ງ ນີ້ ວ່າ,
\v 8 ເຮົາ ຮູ້ຈັກ ການ ກະທາໍ ຂອງ ເຈົ້າ ເບິ່ງ ແມ! ເຮົາ ໄດ້ ໃຫ້ ປະຕູ ໄຂ ໄວ້ ຢູ່ ຕໍ່ໜ້າ ເຈົ້າ ຊຶ່ງ ບໍ່ ມີ ຜູ້ ໃດ ອັດ ໄດ້. ເຮົາ ຮູ້ ວ່າ ເຈົ້າ ມີ ກາໍ ລັງ ພຽງ ເລັກ ນ້ອຍ ແຕ່ ກໍ ຍັງ ໄດ້ ຖື ຮັກ ສາ ຖ້ອຍຄໍາ ຂອງເຮົາ ແລະ ບໍ່ໄດ້ ປະຕິເສດ ນາມ ຂອງເຮົາ.
\s5
\v 9 ເບິ່ງ ແມ! ສ່ວນ ກຸ່ມ ຄົນ ທີ່ ເປັນ ພັກ ພວກ ຂອງ ມານຊາຕານ ຄື ຄົນ ເວົ້າ ຕົວະ ເຫລົ່ານັ້ນ ທີ່ ອ້າງ ວ່າ ເປັນ ຢິວ ແຕ່ ບໍ່ ເປັນ ນັ້ນ ເຮົາ ຈະ ໃຫ້ ພວກເຂົາ ມາ ຂາບ ທີ່ ຕີນ ຂອງ ເຈົ້າ ແລະ ຈະ ໃຫ້ ພວກເຂົາ ທຸກຄົນ ຮູ້ຈັກ ວ່າ ຝ່າຍ ເຮົາ ໄດ້ ຮັກ ເຈົ້າ.
\v 10 ເພາະ ເຈົ້າ ໄດ້ ຖື ຮັກສາ ຄໍາສັ່ງ ຂອງເຮົາ ທີ່ ໃຫ້ ມີ ຄວາມ ອົດ ທົນ ຢ່າງ ພາກພຽນ, ຝ່າຍ ເຮົາ ຈະ ຮັກ ສາ ເຈົ້າ ໄວ້ ໃຫ້ ພົ້ນ ຈາກ ຄາວ ຍາກ ລໍາບາກ ທີ່ ຈະ ມີ ເທິງ ແຜ່ນດິນ ໂລກ ນີ້ ເພື່ອ ຈະ ທົດ ລອງ ໃຈ ຄົນ ທັງ ປວງ ທີ່ ຢູ່ ເທິງ ແຜ່ນດິນໂລກ.
\v 11 ເຮົາ ຈະ ມາ ໃນ ໄວໆ ນີ້, ຈົ່ງ ຢຶດ ໝັ້ນ ໃນ ສິ່ງ ທີ່ ເຈົ້າ ມີ ຢູ່ ນັ້ນ ເພື່ອ ວ່າ ຈະ ບໍ່ ມີ ຜູ້ໃດ ຍາດຊີງ ເອົາ ມົງກຸດ ແຫ່ງ ໄຊຊະນະ ຂອງ ເຈົ້າ ໄປ ຈາກ ເຈົ້າ ໄດ້.
\s5
\v 12 ເຮົາ ຈະ ຕັ້ງ ຜູ້ ທີ່ ມີ ໄຊຊະນະ ນັ້ນ ໃຫ້ ເປັນ ເສົາ ໃນ ວິຫານ ແຫ່ງ ພຣະເຈົ້າ ຂອງເຮົາ ແລະ ຜູ້ນັ້ນ ຈະ ບໍ່ ອອກ ໄປ ຈາກ ພຣະວິຫານ ຈັກ ເທື່ອ, ເຮົາ ຈະ ຈາລຶກ ພຣະນາມ ແຫ່ງ ພຣະເຈົ້າ ຂອງເຮົາ ໃສ່ ຕົວ ຜູ້ນັ້ນ ກັບ ທັງ ຊື່ ນະຄອນ ເຢຣູຊາເລັມ ໃໝ່ ຊຶ່ງ ຈະ ລົງ ມາ ແຕ່ ສະຫວັນ ຈາກ ພຣະເຈົ້າ ຂອງເຮົາ ແລະ ເຮົາ ຍັງ ຈະ ຈາລຶກ ນາມ ໃໝ່ ຂອງເຮົາ ໃສ່ ຕົວ ຂອງ ຜູ້ນັ້ນ ເໝືອນກັນ.
\v 13 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງ ກ່າວ ແກ່ ຄຣິສຕະຈັກ ທັງຫລາຍ.”
\s5
\v 14 “ຈົ່ງ ຂຽນ ໄປ ຍັງ ເທວະດາ ຂອງ ພຣະເຈົ້າ ໃນ ຄຣິສຕະຈັກ ທີ່ ເມືອງ ລາວດີເກອາ ວ່າ, ນີ້ ເປັນ ຖ້ອຍຄໍາ ຂອງ ພຣະອົງ ທີ່ ເປັນ ອາແມນ (ກ) ພຣະອົງ ຜູ້ ເປັນ ພະຍານ ຜູ້ ສັດ ຊື່ ແລະ ຍຸດຕິທາໍ ພຣະອົງ ເປັນ ຕົ້ນ ກາໍ ເນີດ (ຂ) ແຫ່ງ ສິ່ງ ສາລະພັດ ທີ່ ພຣະເຈົ້າ ຊົງ ສ້າງ ໄວ້ ຊົງ ກ່າວ ດັ່ງ ນີ້ ວ່າ,
\v 15 ເຮົາ ຮູ້ຈັກ ການ ກະທໍາ ຂອງ ເຈົ້າ ເຮົາ ຮູ້ ວ່າ ເຈົ້າ ບໍ່ເຢັນ ບໍ່ຮ້ອນ. ເຮົາ ປາຖະໜາ ເຫລືອ ເກີນ ຢາກ ໃຫ້ ເຈົ້າ ເຢັນ ຫລື ຮ້ອນ
\v 16 ເພາະ ເຈົ້າ ພຽງແຕ່ ອຸ່ນໆ ບໍ່ເຢັນ ບໍ່ຮ້ອນ. ດັ່ງນັ້ນ ເຮົາ ຈຶ່ງ ຈະ ຄາຍ ເຈົ້າ ອອກ ຈາກ ປາກ ຂອງເຮົາ ເສຍ.
\s5
\v 17 ເພາະ ເຈົ້າ ເວົ້າ ວ່າ, ‘ຂ້ອຍ ຮັ່ງ ມີ ເປັນ ດີ ແລ້ວ ຂ້ອຍ ບໍ່ຕ້ອງການ ສິ່ງ ໃດໆ ອີກ. ແຕ່ ເຈົ້າ ບໍ່ ຮູ້ ວ່າ ເຈົ້າ ເປັນ ຄົນ ທຸກໄຮ້ ເຂັນ ໃຈ ແລະ ເປັນ ຄົນ ໜ້າສົງສານ ສໍ່າໃດ ເປັນ ຄົນ ຂັດ ສົນ ເປັນ ຄົນ ຕາບອດ ແລະ ເປືອຍກາຍ ຢູ່.
\v 18 ສະນັ້ນ ເຮົາ ຈຶ່ງ ແນະນາໍ ເຈົ້າ ໃຫ້ ຊື້ ຄໍາ ທີ່ ຫລອມ ບໍຣິສຸດ ແລ້ວ ຈາກ ເຮົາ ຊຶ່ງ ເປັນ ຄໍາ ແທ້ ເພື່ອ ເຈົ້າ ຈະ ໄດ້ ເປັນ ຄົນ ຮັ່ງ ມີ ແລະ ຈົ່ງ ຊື້ ເສື້ອ ຜ້າ ຂາວ ນຸ່ງ ຫົ່ມ ເພື່ອ ປົກ ປິດ ຮ່າງກາຍ ອັນ ໜ້າອັບ ອາຍ ຂອງ ເຈົ້າ ແລະ ຈົ່ງ ຊື້ ຢາ ໃສ່ ຕາ ຂອງ ເຈົ້າ ເພື່ອ ເຈົ້າ ຈະ ໄດ້ ເຫັນ ຮຸ່ງ.
\s5
\v 19 ຝ່າຍ ເຮາົ ເຮົາຮັກ ຜູ້ໃດ ເຮົາ ກໍ ຕິຕຽນ ຂ້ຽນ ສອນ ຜູ້ນັ້ນ. ເຫດສະນັ້ນ ຈົ່ງ ມີ ໃຈ ຮ້ອນຮົນ ແລະ ກັບ ໃຈ ເສຍ ໃໝ່.
\v 20 ເບິ່ງ ແມ! ເຮົາ ຢືນ ເຄາະ ຢູ່ ທີ່ ປະຕູ ຖ້າ ຜູ້ໃດ ໄດ້ຍິນ ສຽງ ຂອງເຮົາ ແລະ ໄຂ ປະຕູ ເຮົາ ຈະ ເຂົ້າ ໄປ ຫາ ຜູ້ນັ້ນ ແລະ ຈະ ຮ່ວມ ຮັບປະທານ ອາຫານ ກັບ ຜູ້ນັ້ນ ແລະ ຜູ້ນັ້ນ ຈະ ຮ່ວມ ຮັບປະທານ ອາຫານ ກັບ ເຮົາ.
\s5
\v 21 ຜູ້ ທີ່ ໄຊຊະນະ ເຮົາ ຈະ ໃຫ້ ຜູ້ນັ້ນ ນັ່ງ ກັບ ເຮົາ ເທິງ ບັນ ລັງ ຂອງເຮົາ ເໝືອນ ກັບ ທີ່ ເຮົາ ມີ ໄຊຊະນະ ແລ້ວ ແລະໄດ້ ນັ່ງ ກັບ ພຣະບິດາເຈົ້າ ຂອງເຮົາ ເທິງ ຣາຊບັນລັງ ຂອງ ພຣະອົງ.
\v 22 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ຂໍ້ຄວາມ ທີ່ ພຣະວິນຍານ ຊົງ ກ່າວ ແກ່ ຄຣິສຕະຈັກ ທັງ ຫລາຍ.”
\s5
\c 4
\p
\v 1 ພາຍຫລັງ ເຫດການ ເຫລົ່າ ນີ້ ແລ້ວ ຂ້າ ພະເຈົ້າ ກໍໄດ້ ເຫັນ ນິມິດ ຢ່າງ ໜຶ່ງ ຄື ມີ ປະຕູ ໜຶ່ງ ເປີດ ຢູ່ ໃນ ສະຫວັນ. ແລະ ສຽງ ທໍາອິດ ເໝືອນ ສຽງ ແກ ທີ່ ຂ້າພະເຈົ້າ ໄດ້ຍິນ ນັ້ນ ກ່າວ ວ່າ, “ຈົ່ງ ຂຶ້ນ ມາ ທີ່ ນີ້ ແລະ ເຮົາ ຈະ ສໍາແດງ ໃຫ້ ເຈົ້າ ເຫັນ ເຫດການ ທີ່ ຕ້ອງ ເກີດ ຂຶ້ນ ໃນ ພາຍໜ້າ. ”
\v 2 ໃນ ທັນໃດນັ້ນ ຂ້າພະເຈົ້າ ໄດ້ ປະກອບ ໄປ ດ້ວຍ ພຣະວິນ ຍານ ແລະ ເບິ່ງ ແມ! ມີ ຣາຊບັນ ລັງ ຕັ້ງ ຢູ່ ໃນ ສະຫວັນ ມີ ທ່ານ ອົງ ໜຶ່ງ ປະທັບ ຢູ່ ເທິງ ບັນລັງ ນັ້ນ.
\v 3 ໃບ ໜ້າ ຂອງ ພຣະອົງ ເປັນ ດັ່ງ ແກ້ວ ມະນີໂຊດ ແລະ ແກ້ວພິລາ ແລະ ອ້ອມຮອບ ບັນ ລັງ ນັ້ນ, ມີ ຮຸ້ງ ກິນ ນາໍ້ ສີ ຄ້າຍ ຄື ແສງ ແກ້ວມໍຣະກົດ.
\s5
\v 4 ອ້ອມຮອບ ບັນ ລັງ ນັ້ນ ມີ ບັນ ລັງ ອີກ ຊາວສີ່ ບັນ ລັງ ແລະ ມີ ຜູ້ ອາວຸໂສ ຊາວສີ່ ທ່ານ ນັ່ງ ຢູ່ ເທິງ ບັນ ລັງ ນັ້ນ ທຸກ ທ່ານ ນຸ່ງ ເຄື່ອງ ຂາວ ແລະ ສວມ ມົງ ກຸດ ຄໍາ ທີ່ ຫົວ.
\v 5 ຈາກ ບັນ ລັງ ນັ້ນ ມີ ຟ້າ ແມບເຫຼື້ືອມ ທັງ ສຽງ ຟ້າ ຮ້ອງ ດັງ ສະໜັ່ນ ຢູ່ ບໍ່ຂາດ. ຕໍ່ໜ້າ ບັນ ລັງ ນັ້ນ ມີ ຕະກຽງ ໄຕ້ ໄວ້ ຢູ່ ເຈັດ ໜ່ວຍ ຄື ວິນຍານ ທັງ ເຈັດ ຂອງ ພຣະເຈົ້າ.
\s5
\v 6 ຢູ່ ຕໍ່ໜ້າບັນລັງ ນັ້ນ ມີ ສິ່ງ ໜຶ່ງ ເໝືອນ ທະເລ ແກ້ວມະນີ. ອ້ອມຮອບ ບັນ ລັງ ທຸກ ດ້ານ ມີ ສິ່ງ ທີ່ ມີ ຊີວິດ ສີ່ ຕົນ ຊຶ່ງ ມີ ຕາ ເຕັມ ຢູ່ ທັງ ຂ້າງໜ້າ ແລະ ຂ້າງຫລັງ.
\s5
\v 7 ຕົນ ທີ ໜຶ່ງ ເໝືອນ ສິງ, ຕົນ ທີ ສອງ ເໝືອນ ງົວ ນ້ອຍ, ຕົນ ທີ ສາມ ມີ ໜ້າ ເໝືອນ ມະນຸດ, ຕົນ ທີ ສີ່ເໝືອນ ນົກ ອິນ ຊີ ທີ່ ກາໍ ລັງ ບິນ ຢູ່.
\v 8 ສິ່ງ ທີ່ ມີ ຊີວິດ ທັງ ສີ່ ຕົນ ທຸກ ຕົນ ມີ ປີກ ຫົກ ປີກ ແລະ ມີ ຕາ ເຕັມ ຂ້າງນອກ ແລະ ຂ້າງໃນ. ພວກເພິ່ນ ຮ້ອງ ຕະຫລອດ ວັນ ຕະຫລອດ ຄືນ ບໍ່ຢຸດ ບໍ່ເຊົາ ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງ ພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຜູ້ ຊົງ ຣິດ ທານຸພາບ ສູງສຸດ ຜູ້ ຊົງ ດໍາລົງ ຢູ່ ໃນ ອະດີດ ຜູ້ ຊົງ ດໍາລົງ ຢູ່ ໃນ ປະຈຸບັນ ແລະ ຜູ້ ຈະ ຊົງ ສະເດັດ ມາ.”
\s5
\v 9 ເມື່ອ ສິ່ງ ທີ່ ມີ ຊີວິດ ເຫລົ່າ ນັ້ນ ຖວາຍ ຄໍາ ສັນລະເສີນ ຖວາຍ ພຣະກຽດ ແລະ ຄໍາ ໂມທະນາ ພຣະຄຸນ ແດ່ ພຣະອົງ ຜູ້ ປະທັບ ເທິງ ຣາຊບັນ ລັງ ຜູ້ ຊົງ ມີ ພຣະຊົນ ດໍາລົງ ຢູ່ ຕະຫລອດ ຊົ່ວ ນິຣັນດອນ ເມື່ອ ໃດ,
\v 10 ເມື່ອ ນັ້ນ ບັນ ດາ ຜູ້ ອາວຸໂສ ຊາວສີ່ ທ່ານ ກໍ ຂາບລົງ ຖວາຍ ບັງ ຄົມ ພຣະອົງ ຜູ້ ປະທັບ ເທິງ ຣາຊບັນລັງ ນັ້ນ ນະມັດສະການ ພຣະອົງ ຜູ້ ຊົງ ພຣະຊົນ ຢູ່ ຕະຫລອດ ຊົ່ວ ນິຣັນດອນ ແລ້ວ ຖອດ ມົງກຸດ ອອກ ວາງ ລົງ ຕໍ່ໜ້າ ຣາຊບັນ ລັງ ຮ້ອງ ວ່າ,
\v 11 “ຂ້າແດ່ ອົງພຣະຜູ້ ເປັນເຈົ້າ ແລະ ພຣະເຈົ້າ ຂອງ ຂ້ານ້ອຍ ທັງຫລາຍ ພຣະອົງ ຊົງ ສົມຄວນ ທີ່ ຈະ ໄດ້ ຮັບ ສະຫງ່າ ຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ ພຣະອົງ ໄດ້ ຊົງ ສ້າງ ສັບພະທຸກສິ່ງ ທັງປວງ. ແລະ ສັບພະທຸກສິ່ງ ທັງປວງ ນັ້ນ ກໍ ຊົງ ສ້າງ ຂຶ້ນ ແລ້ວ ແລະ ດໍາລົງ ຢູ່ ຕາມ ຊອບ ພຣະໄທ ຂອງ ພຣະອົງ.”
\s5
\c 5
\p
\v 1 ໃນ ມື ຂວາ ຂອງ ພຣະອົງ ຜູ້ ຊົງ ນັ່ງ ຢູ່ ເທິງ ບັນ ລັງ ນັ້ນ ຂ້າພະເຈົ້າ ໄດ້ ເຫັນ ໜັງ ສື ມ້ວນ ອັນ ໜຶ່ງ ທີ່ ມີ ຄໍາ ຂຽນ ໄວ້ ທັງ ຂ້າງໃນ ແລະ ຂ້າງນອກ ທີ່ ມີ ຕາປະທັບໄວ້ ເຈັດ ດວງ.
\v 2 ແລະ ຂ້າພະເຈົ້າ ໄດ້ ເຫັນ ເທວະດາ ຜູ້ ມີ ຣິດ ຕົນ ໜຶ່ງ ປະກາດ ດ້ວຍ ສຽງ ອັນ ດັງ ວ່າ, “ຜູ້ໃດ ໜໍ ເປັນ ຜູ້ ສົມ ຄວນ ທີ່ ຈະ ແກະ ຕາປະທັບ ແລະ ມາຍ ໜັງ ສື ມ້ວນ ນັ້ນ ອອກ?”
\s5
\v 3 ແຕ່ ບໍ່ ມີ ຜູ້ໃດ ໃນ ສະຫວັນ ຫລື ແຜ່ນດິນ ໂລກ ຫລື ໃຕ້ ພື້ນ ໂລກ (ຄ) ມາຍ ໜັງ ສື ມ້ວນ ນັ້ນ ອອກ ແລະ ເບິ່ງ ໄດ້.
\v 4 ຂ້າພະເຈົ້າ ໄດ້ ຮ້ອງໄຫ້ ຢ່າງ ຂົມ ຂື່ນ ເພາະ ບໍ່ ມີ ຜູ້ໃດ ສົມ ຄວນ ຈະ ມາຍ ໜັງ ສື ມ້ວນ ນັ້ນ ອອກ ເບິ່ງ ໄດ້.
\v 5 ແລ້ວ ມີ ທ່ານ ຜູ້ໜຶ່ງ ໃນ ພວກ ອາວຸໂສ ນັ້ນ ບອກ ຂ້າພະເຈົ້າ ວ່າ, “ຢ່າ ຮ້ອງໄຫ້ ເລີຍ ເບິ່ງ ແມ! ສິງ ຈາກ ເຜົ່າ ຢູດາ ໜໍ່ ແໜງ ແຫ່ງ ເຊື້ອ ສາຍ ຂອງ ດາວິດ ເປັນ ຜູ້ ມີ ໄຊຊະນະ ແລ້ວ ຈຶ່ງ ສາມາດ ແກະ ຕາປະທັບ ທັງ ເຈັດ ແລະ ມາຍ ໜັງ ສື ມ້ວນ ນັ້ນ ອອກ ໄດ້.”
\s5
\v 6 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ພຣະເມສານ້ອຍ ຢືນ ຢູ່ ທ່າມກາງ ບັນລັງ ອ້ອມຮອບ ດ້ວຍ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ຕົນ ແລະ ພວກ ອາວຸໂສ. ພຣະເມສານ້ອຍ ນີ້ ເບິ່ງ ຄື ວ່າ ໄດ້ ຖືກ ຂ້າ ແລ້ວ. ພຣະເມສານ້ອຍ ນັ້ນ ມີ ເຂົາ ເຈັດ ອັນ ມີ ຕາ ເຈັດ ໜ່ວຍ ຊຶ່ງ ເປັນ ວິນຍານ ທັງ ເຈັດ ຂອງ ພຣະເຈົ້າ ທີ່ ຊົງ ໃຊ້ ໃຫ້ ອອກ ໄປ ທົ່ວ ແຜ່ນດິນ ໂລກ.
\v 7 ແລະ ພຣະ ເມສານ້ອຍ ໄດ້ ຮັບ ເອົາ ໜັງສື ມ້ວນ ນັ້ນ ຈາກ ມື ຂວາ ຂອງ ພຣະອົງ ຜູ້ ຊົງ ນັ່ງ ເທິງ ບັນ ລັງ ນັ້ນ.
\s5
\v 8 ເມື່ອ ຮັບ ເອົາ ໜັງ ສື ມ້ວນ ນັ້ນ ແລ້ວ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ພ້ອມ ກັບ ພວກ ຜູ້ ອາວຸໂສ ຊາວສີ່ ທ່ານ ກໍ ກົ້ມ ຂາບລົງ ແທບ ຕີນ ພຣະເມສານ້ອຍ ນັ້ນ ແຕ່ ລະຄົນ ຖື ພິນ ແລະ ຂັນ ຄໍາ ທີ່ ເຕັມ ດ້ວຍ ເຄື່ອງຫອມ ຊຶ່ງ ເປັນ ຄໍາ ພາວັນນາ ອະທິຖານ ແຫ່ງ ໄພ່ພົນ ທັງປວງ ຂອງ ພຣະເຈົ້າ.
\s5
\v 9 ພວກເຂົາ ໄດ້ ຮ້ອງເພງ ບົດໃໝ່ ວ່າ, “ພຣະອົງ ຊົງ ເປັນ ຜູ້ ສົມ ຄວນ ທີ່ ຈະ ຮັບ ເອົາ ໜັງສື ມ້ວນ ແລະ ແກະ ຕາປະທັບ ມາຍ ໜັງສື ມ້ວນ ນັ້ນ ດ້ວຍວ່າ ພຣະອົງ ຊົງ ຖືກ ຂ້າແລ້ວ ແລະ ດ້ວຍ ເລືອດ ຂອງ ພຣະອົງ ນັ້ນ ພຣະອົງ ໄດ້ ຊົງ ໄຖ່ ມະນຸດ ທຸກ ເຜົ່າ, ທຸກ ຊາດ, ທຸກ ພາສາ, ທຸກ ເຊື້ອຊາດ ແລະ ທຸກ ປະເທດ ໃຫ້ ມາ ເຖິງ ພຣະເຈົ້າ.
\v 10 ພຣະອົງ ໄດ້ ເຮັດ ໃຫ້ ພວກເຂົາ ເປັນ ອານາຈັກ ແຫ່ງ ປະໂຣຫິດ ເພື່ອ ຮັບ ໃຊ້ ພຣະເຈົ້າ ຂອງ ພວກເຮົາ ແລະ ພວກເຂົາ ເຫລົ່າ ນັ້ນ ຈະ ໄດ້ ປົກ ຄອງ ເທິງ ແຜ່ນດິນ ໂລກ.”
\s5
\v 11 ອີກເທື່ອ ໜຶ່ງ ຂ້າພະເຈົ້າ ໄດ້ ຫລຽວ ເບິ່ງ ແລະ ໄດ້ຍິນ ສຽງຂອງຝູງເທວະດາເປັນ ຈຳ ນວນຫລວງຫລາຍ ນັບ ເປັນ ລ້ານໆ ຊຶ່ງ ຢືນ ອ້ອມ ພຣະຣາຊບັນ ລັງ ອ້ອມ ສິ່ງທີ່ ມີ ຊີວິດ ທັງ ສີ່ ແລະ ອ້ອມ ພວກ ຜູ້ ອາວຸໂສ ນັ້ນ
\v 12 ແລະ ຮ້ອງ ສຽງດັງ ວ່າ, “ພຣະເມສານ້ອຍ ທີ່ ຖືກ ຂ້າແລ້ວ ນັ້ນ ເປັນ ຜູ້ ສົມ ຄວນ ທີ່ ຈະ ໄດ້ ຮັບ ຣິດອໍານາດ, ຊັບສົມບັດ, ສະຕິປັນຍາ, ພະລັງ ອໍານາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄໍາສັນລະເສີນ.”
\s5
\v 13 ແລະ ຂ້າພະເຈົ້າ ໄດ້ຍິນ ສຽງ ສິ່ງ ທີ່ ມີ ຊີວິດ ທັງ ໝົດ ທັງໃນ ສະຫວັນ, ເທິງ ແຜ່ນດິນໂລກ, ໃຕ້ ແຜ່ນດິນໂລກ ແລະ ໃນ ມະຫາສະໝຸດ ຄື ສິ່ງ ທັງປວງ ຊຶ່ງ ຢູ່ ໃນທີ່ ນັ້ນ ຮ້ອງ ວ່າ, “ຂໍ ໃຫ້ ຄໍາ ສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະ ຣິດທານຸພາບ ຈົ່ງ ມີ ແດ່ ພຣະອົງ ຜູ້ ຊົງ ປະທັບ ເທິງ ພຣະຣາຊບັນລັງ ແລະ ແດ່ ພຣະເມສານ້ອຍ ຕະຫລອດ ຊົ່ວ ນິຣັນດອນ. ”
\v 14 ແລະ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ນັ້ນ ກໍ ຮ້ອງ ວ່າ, “ອາແມນ” ແລະ ພວກ ຜູ້ ອາວຸໂສ ເຫລົ່າ ນັ້ນ ກໍ ພາກັນ ຂາບລົງ ນະມັດສະການ.
\s5
\c 6
\p
\v 1 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ພຣະ ເມສານ້ອຍ ແກະຕາປະທັບ ດວງ ທໍາອິດ ໃນ ຕາປະທັບ ທັງ ເຈັດ ນັ້ນ ອອກ ແລ້ວ ແລະ ຂ້າພະເຈົ້າ ໄດ້ຍິນ ສິ່ງ ທີ່ ມີ ຊີວິດ ຕົນ ທີ ໜຶ່ງ ໃນ ສີ່ ຕົນ ນັ້ນ ຮ້ອງ ສຽງດັງ ເໝືອນ ຟ້າຮ້ອງ ວ່າ, “ມາເທາະ! ”
\v 2 ເມື່ອ ຂ້າພະເຈົ້າ ຫລຽວ ເບິ່ງ ກໍ ເຫັນ ມ້າສີ ຂາວ ໂຕໜຶ່ງ ອອກ ມາ ຜູ້ ທີ່ ຂີ່ ມ້າ ນັ້ນ ຖື ທະນູ ແລະ ໄດ້ ຮັບ ມົງ ກຸດ ແລ້ວ ຂີ່ ມ້າ ອອກ ໄປ ໂດຍ ໄວ ຢ່າງ ຜູ້ ມີ ໄຊ ເພື່ອ ຈະ ກາໍ ເອາົ ໄຊຊະນະ.
\s5
\v 3 ເມື່ອ ພຣະ ເມສານ້ອຍ ໄດ້ ແກະ ຕາປະທັບ ດວງ ທີ ສອງ ແລ້ວ ຂ້າພະເຈົ້າ ໄດ້ຍິນ ສິ່ງ ທີ່ ມີ ຊີວິດ ຕົນ ທີ ສອງ ຮ້ອງ ວ່າ, “ມາເທາະ! ”
\v 4 ແລະ ມີ ມ້າ ສີແດງເຂັ້ມ ໂຕໜຶ່ງ ອີກ ອອກ ມາ ຜູ້ ທີ່ ຂີ່ມ້າ ໂຕ ນີ້ ໄດ້ ຮັບ ຣິດອໍານາດ ໃຫ້ ນາໍ ສັນ ຕິສຸກ ໄປ ຈາກ ແຜ່ນດິນ ໂລກ ເພື່ອ ໃຫ້ ມະນຸດ ທັງ ປວງ ສູ້ຮົບ ຂ້າ ຟັນ ກັນ ແລະ ທັງ ໄດ້ ຮັບ ດາບ ໃຫຍ່ ດວງ ໜຶ່ງ.
\s5
\v 5 ເມື່ອ ພຣະ ເມສານ້ອຍ ໄດ້ ແກະ ຕາປະທັບ ດວງ ທີ ສາມ ນັ້ນ ແລ້ວ ຂ້າພະເຈົ້າ ໄດ້ຍິນ ສິ່ງ ທີ່ ມີ ຊີວິດ ຕົນ ທີ ສາມ ຮ້ອງ ວ່າ, “ມາເທາະ! ” ເມື່ອ ຂ້າພະເຈົ້າ ຫລຽວ ເບິ່ງ ກໍ ເຫັນ ມ້າ ສີ ດໍາ ໂຕໜຶ່ງ ອອກ ມາ ຜູ້ ຂີ່ ມ້າ ໂຕ ນີ້ ຖື ຄັນຊັ່ງ.
\v 6 ຂ້າພະເຈົ້າ ໄດ້ຍິນ ສຽງດັງ ມາ ຈາກ ທ່າມກາງ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ນັ້ນ ຮ້ອງ ວ່າ, “ເຂົ້າ ສາລີ ໜຶ່ງ ລິດ ຕໍ່ ແຮງງານ ມື້ ໜຶ່ງ ແລະ ເຂົ້າບາເລ ສາມ ລິດ ຕໍ່ ແຮງງານ ມື້ ໜຶ່ງ ແຕ່ ຢ່າ ທໍາລາຍ ນໍ້າມັນ ແລະ ເຫລົ້າ ອະງຸ່ນ.”
\s5
\v 7 ເມື່ອ ພຣະ ເມສານ້ອຍ ໄດ້ ແກະ ຕາປະທັບ ດວງ ທີ ສີ່ ແລະ ຂ້າພະເຈົ້າ ໄດ້ຍິນ ສິ່ງ ທີ່ ມີ ຊີວິດ ຕົນ ທີ ສີ່ ຮ້ອງ ວ່າ, “ມາເທາະ! ”
\v 8 ຂ້າພະເຈົ້າ ຫລຽວ ເບິ່ງ ກໍ ເຫັນ ມ້າ ສີ ຂຽວ ອ່ອນ ໂຕໜຶ່ງ ອອກ ມາ ຜູ້ ຂີ່ ມ້າ ໂຕ ນີ້ ຊື່ ວ່າ ມັດຈຸຣາດ ແລະ ແດນ ມໍຣະນາ (ງ) ກໍ ຕິດ ຕາມ ມາ ນາໍ. ເຂົາ ທັງ ສອງ ໄດ້ ຮັບ ສິດອໍານາດ ເໜືອ ແຜ່ນດິນ ໂລກ ໜຶ່ງສ່ວນສີ່ ເພື່ອ ໃຫ້ ທາໍ ລາຍ ດ້ວຍ ດາບ ດ້ວຍ ຄວາມ ອຶດ ຢາກ ດ້ວຍ ພະຍາດ ໂຣຄາ ແລະ ດ້ວຍ ສັດ ປ່າ ໃນ ແຜ່ນດິນ ໂລກ.
\s5
\v 9 ເມື່ອ ພຣະ ເມສານ້ອຍ ໄດ້ ແກະ ຕາປະທັບ ດວງ ທີ ຫ້າ ນັ້ນ ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ດວງ ວິນຍານ ຢູ່ ໃຕ້ ແທ່ນບູຊາ ເປັນ ດວງ ວິນຍານ ຂອງ ຄົນ ທັງຫລາຍ ທີ່ ໄດ້ ຖືກ ຂ້າ ເພາະ ປະກາດ ພຣະທໍາ ຂອງ ພຣະເຈົ້າ ແລະ ເປັນ ຜູ້ ສັດ ຊື່ ໃນ ຄໍາ ພະຍານ ຂອງຕົນ.
\v 10 ພວກເຂົາ ໄດ້ ເປັ່ງ ສຽງ ຮ້ອງ ຂຶ້ນ ວ່າ, “ຂ້າແດ່ ອົງພຣະ ຜູ້ ເປັນ ເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ຜູ້ ບໍຣິສຸດ ແລະ ທ່ຽງແທ້, ຍັງ ດົນ ປານໃດ ໜໍ ພຣະອົງ ຈຶ່ງຈະ ຕັດ ສິນ ລົງ ໂທດ ຄົນ ທັງ ຫລາຍ ເທິງ ແຜ່ນດິນ ໂລກ ນີ້ ທີ່ ໄດ້ ສັງ ຫານ ພວກ ຂ້ານ້ອຍ ນັ້ນ? ”
\v 11 ແລ້ວ ພວກເຂົາ ທຸກຄົນ ໄດ້ ຮັບ ເສື້ອຄຸມ ສີ ຂາວ ແລະ ໄດ້ ຮັບ ຄໍາສັ່ງ ໃຫ້ ຄອຍ ຖ້າ ໄປ ອີກ ໄລຍະ ໜຶ່ງ ຈົນ ກວ່າ ຈາໍ ນວນ ເພື່ອນ ຜູ້ຮັບ ໃຊ້ ແລະ ພີ່ ນ້ອງ ຜູ້ ທີ່ ເຊື່ອ ມາ ຄົບ ຈາໍ ນວນ ຄື ພວກ ທີ່ ກາໍ ລັງ ຈະ ຖືກ ຂ້າ ເໝືອນກັນ ກັບ ພວກເຂົາ ນັ້ນ.
\s5
\v 12 ເມື່ອ ພຣະ ເມສານ້ອຍ ແກະ ຕາປະທັບ ດວງ ທີ ຫົກ ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ແຜ່ນດິນ ຫວັ່ນ ໄຫວ ຢ່າງ ໃຫຍ່ ເກີດຂຶ້ນ, ດວງ ຕາເວັນ ມືດ ດໍາ ເໝືອນ ເຄື່ອງ ໄວ້ທຸກ ແລະ ດວງເດືອນ ກໍ ກາຍເປັນ ສີແດງ ເໝືອນ ເລືອດ.
\v 13 ດວງດາວ ທັງຫລາຍ ໃນ ທ້ອງຟ້າ ກໍ ຕົກ ລົງ ເທິງ ແຜ່ນດິນ ເໝືອນ ດັ່ງ ໝາກເດື່ອ ດິບ ຕົກ ຫລົ່ນ ລົງ ຈາກ ຕົ້ນ ເພາະ ລົມພະຍຸ ພັດ.
\v 14 ທ້ອງຟ້າ ກໍ ຫົດ ເຂົ້າ ເໝືອນ ດັ່ງ ໜັງ ສື ມ້ວນ ທີ່ ຖືກ ມ້ວນ ໄວ້, ພູ ທຸກ ໜ່ວຍ ແລະ ເກາະ ທຸກ ແຫ່ງ ໄດ້ ເຄື່ອນຍ້າຍ ໄປ ຈາກ ບ່ອນ ເດີມຂອງ ມັນ.
\s5
\v 15 ແລ້ວ ກະສັດທັງ ຫລາຍ ໃນໂລກ, ພວກ ຜູ້ປົກຄອງ ປະເທດ ແລະ ພວກ ເຈົ້ານາຍ, ພວກ ຄົນ ຮັ່ງ ມີ ແລະ ພວກ ຜູ້ ມີ ອໍານາດ ແລະ ຄົນ ທັງຫລາຍ ບໍ່ ວ່າ ເປັນທາດຮັບໃຊ້ ຫລື ເປັນ ອິດສະຫລະ ຕ່າງ ກໍ ໄປ ລີ້ ຢູ່ຕາມ ຖໍາ້ ແລະ ຢູ່ ໃຕ້ ໂງ່ນຫິນ ຕາມ ພູ ຕ່າງໆ.
\v 16 ພວກເຂົາ ເຫລົ່ານັ້ນ ຮ້ອງ ບອກ ພູ ແລະ ໂງ່ນຫິນ ວ່າ, “ຈົ່ງ ເຈື່ອນ ລົງ ເທິງ ພວກເຮົາ ແລະ ບັງ ພວກເຮົາ ໄວ້ ໃຫ້ ພົ້ນຈາກ ສາຍ ຕາ ຂອງ ພຣະອົງ ຜູ້ ທີ່ ນັ່ງ ເທິງ ບັນ ລັງ ແລະ ຈາກ ຄວາມ ໂກດຮ້າຍ ຂອງ ພຣະ ເມສານ້ອຍ ນັ້ນ,
\v 17 ເພາະວ່າ ວັນ ສໍາຄັນ ແຫ່ງ ຄວາມ ໂກດຮ້າຍ ອັນໃຫຍ່ ຂອງ ພຣະອົງ ໄດ້ ມາ ເຖິງ ແລ້ວ ແລະ ຜູ້ໃດ ໜໍ ອາດ ຈະ ທົນຢູ່ໄດ້?”
\s5
\c 7
\p
\v 1 ຫລັງ ຈາກ ນັ້ນ ຂ້າພະເຈົ້າ ໄດ້ ເຫັນ ເທວະດາ ສີ່ ຕົນ ຢືນ ຢູ່ ໃນ ທິດ ທັງ ສີ່ ຂອງ ແຜ່ນດິນ ໂລກ ຫ້າມ ລົມ ທັງ ສີ່ ທິດ ບໍ່ ໃຫ້ ພັດ ໃສ່ ແຜ່ນດິນ ຫລື ໃສ່ ທະເລ ຫລື ໃສ່ ຕົ້ນໄມ້ ໃດໆ.
\v 2 ແລະ ຂ້າພະເຈົ້າ ໄດ້ ເຫັນ ເທວະດາ ອີກ ຕົນ ໜຶ່ງ ປາກົດ ຂຶ້ນ ຈາກ ທິດ ຕາເວັນອອກ ຖື ຕາປະທັບ ຂອງ ພຣະເຈົ້າ ອົງ ຊົງ ພຣະຊົນ ຢູ່. ເທວະດາ ຕົນ ນັ້ນ ໄດ້ ຮ້ອງ ສຽງດັງ ໃສ່ ເທວະດາ ທັງ ສີ່ ຜູ້ ທີ່ ພຣະເຈົ້າ ໃຫ້ ມີ ສິດອໍານາດ ທາໍລາຍ ແຜ່ນດິນ ໂລກ ແລະ ທະເລ ນັ້ນ.
\v 3 ເທວະດາ ຕົນ ນັ້ນ ກ່າວ ວ່າ, “ຢ່າ ທໍາລາຍ ແຜ່ນດິນ ທະເລ ຫລື ຕົ້ນໄມ້ ຈົນ ກວ່າ ເຮົາ ຈະ ປະທັບ ຕາ ໃສ່ ໜ້າ ຜາກ ຂອງ ບັນ ດາ ຜູ້ຮັບ ໃຊ້ ຂອງ ພຣະເຈົ້າ ຂອງ ພວກເຮົາ ເສຍ ກ່ອນ.”
\s5
\v 4 ແລະ ຂ້າພະເຈົ້າ ໄດ້ຍິນ ວ່າ ຈາໍ ນວນ ຜູ້ ທີ່ ໄດ້ ຮັບ ການ ປະທັບຕາ ຂອງ ພຣະເຈົ້າ ໃສ່ ໜ້າຜາກ ນັ້ນ ມີ ແສນ ສີ່ໝື່ນ ສີ່ ພັນ ຄົນ. ຄົນເຫລົ່າ ນີ້ ມາ ຈາກ ສິບສອງ ຕະກຸນ ໃນ ພວກ ອິດສະຣາເອນ.
\v 5 ຈາກ ຕະກຸນ ຢູດາ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ຣູເບັນ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ກາດ ມີ ໜຶ່ງ ໝື່ນ ສອງພັນ ຄົນ
\v 6 ຈາກ ຕະກຸນ ອາເຊ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ເນັບທາລີ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ມານາເຊ ມີ ໜຶ່ງ ໝື່ນ ສອງພັນ ຄົນ
\s5
\v 7 ຈາກ ຕະກຸນ ຊີເມໂອນ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ເລວີ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ອິດຊາຄາ ມີ ໜຶ່ງ ໝື່ນ ສອງພັນ ຄົນ
\v 8 ຈາກ ຕະກຸນ ເຊບູໂລນ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ໂຢເຊັບ ມີ ໜຶ່ງ ໝື່ນ ສອງພັນ ຄົນ ຈາກ ຕະກຸນ ເບັນຢາມິນ ມີ ໜຶ່ງ ໝື່ນ ສອງພັນ ຄົນ
\s5
\v 9 ຫລັງ ຈາກ ນັ້ນ ຂ້າພະເຈົ້າ ໄດ້ ເຫັນ ປະຊາຊົນ ຫລວງຫລາຍ ຈົນ ນັບ ບໍ່ ຖ້ວນ, ພວກ ເຫລົ່າ ນີ້ ມາ ຈາກ ທຸກ ປະເທດ, ທຸກ ເຜົ່າ, ທຸກ ຊົນຊາດ, ທຸກ ພາສາ, ຄົນເຫລົ່າ ນີ້ ນຸ່ງ ເສື້ອ ຄຸມ ສີ ຂາວ ຖື ກ້ານຕານ ຢືນ ຢູ່ຕໍ່ໜ້າບັນ ລັງ ແລະ ຊ້ອງໜ້າ ພຣະເມສານ້ອຍ.
\v 10 ພວກເຂົາ ເປັ່ງ ສຽງ ຮ້ອງ ວ່າ, “ຄວາມ ລອດພົ້ນ ຂຶ້ນ ຢູ່ ກັບ ພຣະເຈົ້າ ຂອງ ພວກເຮົາ ຜູ້ ຊົງ ປະທັບ ຢູ່ ເທິງ ພຣະຣາຊບັນລັງ ແລະ ຂຶ້ນ ກັບ ພຣະເມສານ້ອຍ.”
\s5
\v 11 ແລະ ເທວະດາ ທັງ ປວງ ທີ່ ຢືນ ອ້ອມ ພຣະຣາຊບັນ ລັງ ອ້ອມ ພວກ ອາວຸໂສ ອ້ອມ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ນັ້ນ ໄດ້ ພາກັນ ກົ້ມ ຂາບລົງ ຊ້ອງໜ້າ ພຣະ ບັນ ລັງ ແລະ ນະມັດ ສະການ ພຣະເຈົ້າ
\v 12 ໂດຍ ກ່າວ ວ່າ, “ອາແມນ ຄໍາ ສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄໍາ ໂມທະນາ ຂອບພຣະຄຸນ, ກຽດຕິຍົດ, ຣິດອໍານາດ ແລະ ຣິດເດດ ຈົ່ງ ເປັນ ຂອງ ພຣະເຈົ້າ ຂອງ ພວກ ຂ້ານ້ອຍ ຕະຫລອດ ຊົ່ວ ນິຣັນດອນ ເທີ້ນ ອາແມນ.”
\s5
\v 13 ແລ້ວ ຜູ້ໜຶ່ງ ໃນ ພວກ ອາວຸໂສ ໄດ້ ຖາມ ຂ້າພະເຈົ້າ ວ່າ, “ພວກ ທີ່ ນຸ່ງ ເສື້ອຄຸມ ສີ ຂາວ ນັ້ນ ແມ່ນ ໃຜ ແລະ ມາ ຈາກ ໃສ? ”
\v 14 ຂ້າພະເຈົ້າ ໄດ້ ຕອບ ຜູ້ນັ້ນ ວ່າ, “ທ່ານເອີຍ, ທ່ານ ເອງ ກໍ ຮູ້ ຢູ່ ແລ້ວ. ” ຜູ້ນັ້ນ ຈຶ່ງ ບອກ ຂ້າພະເຈົ້າ ວ່າ, “ຄົນ ເຫລົ່າ ນີ້ ແມ່ນ ພວກ ທີ່ ໄດ້ ຜ່ານ ການ ຖືກ ຂົ່ມ ເຫັງ ຢ່າງ ໜັກ ພວກເຂົາ ໄດ້ ຊໍາລະ ເສື້ອ ລ່າມ ຂອງ ພວກເຂົາ ໃຫ້ ຂາວ ສະອາດ ດ້ວຍ ເລືອດ ຂອງ ພຣະເມສານ້ອຍ.
\s5
\v 15 ດັ່ງ ນັ້ນ ພວກເຂົາ ຈຶ່ງ ໄດ້ ຢືນ ຢູ່ ຕໍ່ໜ້າ ພຣະຣາຊບັນລັງ ຂອງ ພຣະເຈົ້າ ແລະ ບົວລະບັດ ຮັບໃຊ້ ພຣະອົງ ໃນ ພຣະວິຫານ ທັງກາງເວັນ ແລະ ກາງຄືນ ແລະ ພຣະອົງ ຜູ້ ທີ່ ປະທັບ ຢູ່ ເທິງ ພຣະຣາຊບັນລັງ ນັ້ນ ຈະ ຊົງ ສະຖິດ ຢູ່ ນາໍ ແລະ ປົກ ປ້ອງ ຄຸ້ມ ຄອງ ພວກເຂົາ.
\v 16 ພວກເຂົາ ຈະ ບໍ່ ອຶດ ເຂົ້າ ຢາກນາໍ້ ອີກ ຕໍ່ໄປ ຈັກເທື່ອ, ຕາເວັນ ຫລື ແສງ ແດດ ອັນ ຮ້ອນກ້າ ຈະ ບໍ່ ເຜົາ ໄໝ້ ພວກເຂົາ,
\v 17 ເພາະ ພຣະເມສານ້ອຍ ທີ່ປະທັບ ຢູ່ ທ່າມກາງ ພຣະຣາຊບັນລັງ ນັ້ນ ຈະ ເປັນ ພຣະຜູ້ລ້ຽງ ຂອງ ພວກເຂົາ. ພຣະອົງ ຈະ ຊົງ ນໍາ ພວກເຂົາ ໄປ ເຖິງ ບໍ່ ນໍ້າພຸ ແຫ່ງ ຊີວິດ. ແລະ ພຣະເຈົ້າ ຈະ ຊົງ ເຊັດ ນໍ້າ ຕາ ທຸກ ຢົດ ຈາກ ຕາ ຂອງ ພວກເຂົາ.”
\s5
\c 8
\p
\v 1 ເມື່ອ ພຣະເມສານ້ອຍ ໄດ້ ແກະ ຕາປະທັບ ດວງ ທີ ເຈັດ, ໃນ ສະຫວັນ ກໍ ງຽບ ສະຫງັດ ປະມານ ເຄິ່ງ ຊົ່ວ ໂມງ.
\v 2 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ເທວະດາ ເຈັດ ຕົນ ຢືນ ຢູ່ ຊ້ອງໜ້າ ພຣະເຈົ້າ ແລະ ເທວະດາ ເຫລົ່າ ນີ້ ໄດ້ ຮັບ ແກ ເຈັດ ອັນ.
\s5
\v 3 ມີ ເທວະດາ ອີກຕົນ ໜຶ່ງ ຖື ໝໍ້ຄໍາ ໃສ່ ເຄື່ອງຫອມ ອອກ ມາ ຢືນ ຢູ່ ຕໍ່ໜ້າ ແທ່ນບູຊາ. ເພິ່ນ ໄດ້ ຮັບ ເຄື່ອງຫອມ ຢ່າງ ຫລວງຫລາຍ ເພື່ອ ຈະ ຖວາຍ ຮ່ວມ ກັບ ຄໍາ ພາວັນ ນາ ອະທິຖານ ແຫ່ງ ໄພ່ ພົນ ທັງ ໝົດ ຂອງ ພຣະເຈົ້າ ເທິງ ແທ່ນບູຊາ ຄໍາ ທີ່ ຢູ່ ຕໍ່ໜ້າ ພຣະ ບັນ ລັງ ນັ້ນ.
\v 4 ຄວັນ ທີ່ ເຜົາ ເຄື່ອງຫອມ ພ້ອມ ທັງ ຄໍາ ພາວັນ ນາ ອະທິຖານ ຂອງ ໄພ່ ພົນ ຂອງ ພຣະເຈົ້າ ໄດ້ ລອຍ ຂຶ້ນ ໄປ ຈາກ ມື ຂອງ ເທວະດາ ທີ່ ຢືນ ຢູ່ ຊ້ອງໜ້າ ພຣະເຈົ້າ.
\v 5 ແລ້ວ ເທວະດາ ຕົນ ນັ້ນ ໄດ້ ຖື ໝໍ້ໄປ ເອົາ ໄຟ ຈາກ ແທ່ນບູຊາ ໃສ່ ຈົນ ເຕັມ ແລ້ວ ໂຍນ ໝໍ້ ນັ້ນ ລົງ ເທິງ ແຜ່ນດິນ ໂລກ ແລ້ວ ກໍ ເກີດ ມີ ຟ້າ ຮ້ອງ ສຽງ ແຕກ ສະໜັ່ນ ຟ້າ ແມບເຫຼື້ືອມ ແລະ ແຜ່ນດິນ ຫວັ່ນ ໄຫວ.
\s5
\v 6 ແລ້ວ ເທວະດາ ທັງ ເຈັດ ຕົນ ທີ່ ຖື ແກ ເຈັດ ອັນ ນັ້ນ ຕ່າງ ກໍ ຕຽມພ້ອມ ທີ່ ຈະ ເປົ່າ.
\v 7 ເມື່ອ ເທວະດາ ຕົນ ທາໍ ອິດ ເປົ່າ ແກ ຂຶ້ນ ມີ ໝາກເຫັບ ແລະ ໄຟ ປົນ ເລືອດ ຖືກ ຖິ້ມ ລົງ ມາ ເທິງ ແຜ່ນດິນ ໂລກ, ໜຶ່ງ ສ່ວນ ສາມ ຂອງ ແຜ່ນດິນ ໂລກ ຖືກ ໄໝ້, ໜຶ່ງ ສ່ວນ ສາມ ຂອງ ຕົ້ນໄມ້ ກໍ ຖືກ ໄໝ້ ແລະ ຫຍ້າ ຂຽວ ສົດ ທຸກ ໃບ ກໍ ຖືກ ເຜົາ ໄໝ້ ໄປ ໝົດ.
\s5
\v 8 ເມື່ອ ເທວະດາ ຕົນ ທີ ສອງ ເປົ່າ ແກ ຂຶ້ນ, ກໍ ມີ ສິ່ງ ໜຶ່ງ ເໝືອນ ພູເຂົາ ໜ່ວຍ ໃຫຍ່ ທີ່ ໄຟ ກາໍ ລັງ ໄໝ້ ຢູ່ ໄດ້ ຖືກ ຖິ້ມ ລົງ ໃນ ທະເລ ແລະ ໜຶ່ງ ສ່ວນ ສາມ ຂອງ ທະເລ ໄດ້ ກາຍເປັນ ເລືອດ,
\v 9 ໜຶ່ງ ສ່ວນ ສາມ ຂອງ ສິ່ງ ທີ່ ມີ ຊີວິດ ຢູ່ ໃນ ທະເລ ກໍໄດ້ ຕາຍໄປ ແລະ ໜຶ່ງ ສ່ວນ ສາມ ຂອງ ເຮືອ ທັງ ຫລາຍ ໄດ້ ຖືກ ທາໍ ລາຍ.
\s5
\v 10 ເມື່ອ ເທວະດາ ຕົນ ທີ ສາມ ໄດ້ ເປົ່າແກ ຂຶ້ນ ກໍ ມີ ດາວ ໃຫຍ່ ດວງ ໜຶ່ງ ທີ່ ໄຟ ກາໍ ລັງ ໄໝ້ ຢູ່ ເໝືອນ ກັບ ກະບອງ ຕົກລົງ ຈາກ ທ້ອງຟ້າ ດາວ ນັ້ນ ຕົກ ໃສ່ ແມ່ ນໍ້າ ໜຶ່ງ ສ່ວນ ສາມ ແລະ ໃສ່ ນາໍ້ ພຸ ທັງ ຫລາຍ.
\v 11 (ດາວ ດວງ ນີ້ ມີ ຊື່ ວ່າ, “ຂົມ. ”) ໜຶ່ງ ສ່ວນ ສາມ ຂອງ ແມ່ ນາໍ້ ໄດ້ ກາຍເປັນ ນາໍ້ ຂົມ ແລະ ມີ ຄົນ ຈາໍ ນວນ ຫລວງຫລາຍ ຕາຍ ຍ້ອນ ນໍ້າ ນັ້ນ ມີ ຣົດ ຂົມ.
\s5
\v 12 ເມື່ອ ເທວະດາ ຕົນ ທີ ສີ່ ໄດ້ ເປົ່າ ແກ ຂຶ້ນ, ດວງ ອາທິດ ກໍ ຖືກ ທາໍ ລາຍ ເສຍ ໜຶ່ງ ສ່ວນ ສາມ, ດວງຈັນ ແລະ ດວງດາວ ທັງ ຫລາຍ ກໍ ເໝືອນກັນ ຈຶ່ງ ມືດ ໄປ ໜຶ່ງ ສ່ວນ ສາມ, ກາງເວັນ ບໍ່ ສະຫວ່າງ ໜຶ່ງ ສ່ວນ ສາມ ແລະ ໃນ ກາງຄືນ ກໍ ເໝືອນກັນ.
\s5
\v 13 ເມື່ອ ຂ້າພະເຈົ້າ ຫລຽວ ເບິ່ງ ກໍ ໄດ້ ຍິນ ສຽງ ນົກ ອິນຊີ ໂຕໜຶ່ງ ບິນ ຢູ່ ໃນ ທ້ອງຟ້າ ຮ້ອງ ສຽງດັງ ວ່າ, “ວິບັດ ວິບັດ ວິບັດ ຈະ ມີ ແກ່ ຄົນ ທັງ ຫລາຍ ທີ່ ຢູ່ ເທິງ ແຜ່ນດິນໂລກ ເພາະ ສຽງ ແກ ທີ່ ເຫລືອ ຊຶ່ງ ເທວະດາ ທັງ ສາມ ກໍາລັງ ຈະ ເປົ່າ ນັ້ນ.”
\s5
\c 9
\p
\v 1 ເມື່ອ ເທວະດາ ຕົນ ທີ ຫ້າ ເປົ່າແກ ຂຶ້ນ, ຂ້າພະເຈົ້າ ໄດ້ ເຫັນ ດາວດວງໜຶ່ງ ຕົກ ຈາກທ້ອງຟ້າ ລົງ ມາຍັງ ແຜ່ນດິນໂລກ, ດາວດວງນີ້ ໄດ້ ຮັບ ກະແຈສໍາລັບ ປ່ອງ ເຫວເລິກ. (ຈ)
\v 2 ດາວ ນັ້ນໄດ້ ເປີດ ປ່ອງເຫວເລິກ ອອກ ແລະ ຄວັນໄຟ ກໍ ພຸ່ງ ອອກ ມາ ຈາກ ເຫວ ນັ້ນ ເໝືອນດັ່ງ ຄວັນໄຟ ຈາກ ເຕົາ ຫລອມ ໃຫຍ່ ດວງ ຕາເວັນ ແລະ ອາກາດກໍ ມືດ ໄປ ເພາະຄວັນ ທີ່ ຂຶ້ນ ມາຈາກເຫວເລິກ ນັ້ນ.
\s5
\v 3 ມີ ຝູງຕັກແຕນບິນອອກຈາກຄວັນ ໄຟນັ້ນ ມາສູ່ ແຜ່ນດິນໂລກ ແລະພວກມັນໄດ້ ຮັບ ອໍານາດ ເໝືອນ ກັບ ອໍານາດ ຂອງ ແມງງອດ.
\v 4 ພຣະເຈົ້າ ຊົງ ຫ້າມມັນ ບໍ່ ໃຫ້ ມັນ ທາໍ ລາຍຫຍ້າ ເທິງ ແຜ່ນດິນ ໂລກ ສິ່ງ ຂຽວສົດ ຫລື ຕົ້ນໄມ້ ໃດໆ, ແຕ່ ໃຫ້ ທາໍ ລາຍຄົນ ເຫລົ່າ ນັ້ນ ທີ່ ບໍ່ ມີ ຕາປະທັບ ຂອງ ພຣະເຈົ້າ ທີ່ ໜ້າຜາກ ຂອງ ພວກເຂົາ ເທົ່າ ນັ້ນ.
\s5
\v 5 ພວກມັນ ບໍ່ ໄດ້ ຮັບ ອະນຸຍາດໃຫ້ ຂ້າ ຄົນ ເຫລົ່າ ນັ້ນ, ແຕ່ ໃຫ້ ທໍລະມານພວກເຂົາ ພາຍໃນຫ້າເດືອນ ຄວາມເຈັບ ປວດຂອງການທໍລະມານນີ້ ເປັນ ເໝືອນຄວາມເຈັບ ປວດຂອງແມງງອດຕອດ.
\v 6 ໃນ ໄລຍະຫ້າ ເດືອນນັ້ນ ຄົນ ທັງຫລາຍຈະຊອກຫາຄວາມ ຕາຍ, ແຕ່ ຈະບໍ່ ພົບ ຈັກ ເທື່ອ. ພວກເຂົາ ຢາກຈະຕາຍ, ແຕ່ ຄວາມຕາຍຈະປົບ ໜີໄປຈາກພວກເຂົາ.
\s5
\v 7 ຕັກແຕນ ເຫລົ່າ ນັ້ນ ມີ ລັກສະນະ ເໝືອນ ດັ່ງ ມ້າທີ່ຕຽມ ໄວ້ ແລ້ວ ເພື່ອ ການ ຮົບເສິກ, ເທິງ ຫົວ ຂອງ ພວກ ມັນ ມີ ສິ່ງ ໜຶ່ງ ເໝືອນ ກັບ ມົງກຸດ ຄໍາ ແລະ ໜ້າ ຂອງ ພວກ ມັນ ເໝືອນ ໜ້າມະນຸດ.
\v 8 ຜົມ ຂອງ ພວກ ມັນ ເໝືອນ ຜົມ ແມ່ ຍິງ ແລະ ແຂ້ວ ຂອງ ພວກ ມັນ ເໝືອນ ແຂ້ວ ສິງ.
\v 9 ທີ່ ໜ້າ ເອິກ ຂອງ ພວກ ມັນ ມີ ສິ່ງ ໜຶ່ງ ເໝືອນ ແຜ່ນ ເຫລັກ ປ້ອງກັນ ໜ້າເອິກ, ສຽງ ປີກ ຂອງ ພວກ ມັນ ເໝືອນ ສຽງ ລົດ ມ້າ ຈາໍ ນວນ ຫລາຍ ຄັນ ທີ່ ແລ່ນ ເຂົ້າ ສ່ ູ ສະໜາມຮົບ.
\s5
\v 10 ພວກ ມັນ ມີ ຫາງ ຕອດ ເໝືອນ ຫາງ ແມງງອດ, ດ້ວຍ ຫາງ ນີ້ ພວກ ມັນ ມີ ອໍານາດ ທາໍ ຮ້າຍ ມະນຸດ ພາຍ ໃນ ຫ້າເດືອນ.
\v 11 ພວກ ມັນ ມີ ກະສັດ ອົງ ໜຶ່ງ ຄຸ້ມຄອງ ກະສັດ ອົງ ນັ້ນ ຄື ບໍລິວານ ຂອງ ເຫວເລິກ ນັ້ນ ຕາມ ພາສາ ເຮັບເຣີ ເອີ້ນ ວ່າ ອາບັດໂດນ ຊື່ ພາສາ ກຣີກ ເອີ້ນ ວ່າ ອາໂປລີໂອນ (ໝາຍຄວາມວ່າ “ຜູ້ ທາໍ ລາຍ”).
\v 12 ວິບັດ ຂັ້ນ ທາໍ ອິດ ໄດ້ ຜ່ານ ພົ້ນ ໄປ ແລ້ວ ຫລັງ ຈາກ ນີ້ ຍັງ ມີ ວິບັດ ສອງ ປະການ ຈະ ເກີດ ຂຶ້ນ ໃນ ພາຍໜ້າ.
\s5
\v 13 ເມື່ອ ເທວະດາຕົນ ທີ ຫົກ ໄດ້ ເປົ່າ ແກຂຶ້ນ ຂ້າພະເຈົ້າ ໄດ້ຍິນ ສຽງດັງ ອອກ ມາ ຈາກ ເຂົາ ແຫລມ ທີ່ ຢູ່ ແຈ ທັງ ສີ່ ຂອງ ແທ່ນບູຊາ ຄໍາ ທີ່ ຕັ້ງ ຢູ່ ຕໍ່ໜ້າ ພຣະເຈົ້າ.
\v 14 ສຽງ ນັ້ນ ສັ່ງ ເທວະດາ ຕົນ ທີຫົກ ທີ່ຖືແກ ນັ້ນ ວ່າ, “ຈົ່ງ ປົດປ່ອຍ ເທວະດາ ທັງ ສີ່ ທີ່ ຖືກ ມັດ ໄວ້ ໃກ້ ແມ່ ນໍ້າ ໃຫຍ່ ເອຟີຣັດ ນັ້ນ ເສຍ. ”
\v 15 ເທວະດາ ເຫລົ່ານັ້ນ ເປັນ ພວກ ທີ່ ພຣະເຈົ້າ ຕຽມ ໄວ້ ສໍາລັບ ໂມງ ມື້ ເດືອນ ແລະ ປີ ຊຶ່ງ ໄດ້ ຖືກ ປ່ອຍ ໄປ ຂ້າ ມະນຸດ ສະໂລກ ເສຍ ໜຶ່ງ ສ່ວນ ສາມ.
\s5
\v 16 ຂ້າພະເຈົ້າ ໄດ້ຍິນ ວ່າ ມີ ພົນ ທະຫານ ມ້າ ຢູ່ ສອງຮ້ອຍ ລ້ານ ຄົນ.
\v 17 ໃນ ນິມິດ ນັ້ນ ຂ້າພະເຈົ້າ ໄດ້ ເຫັນ ດັ່ງ ນີ້ ມີຝູງ ມ້າ ແລະ ພວກ ຄົນ ຂີ່ ມ້າ ເຄື່ອງ ປ້ອງກັນ ເອິກ ຂອງ ພວກເຂົາ ເປັນ ສີແດງ ຄື ໄຟ ເປັນ ສີຟ້າ ຄື ນິນສີຄາມ ແລະ ເປັນ ສີເຫລືອງ ຄືມາດ ຫົວຂອງມ້າເຫລົ່າ ນັ້ນ ເໝືອນ ຫົວ ສິງ ມີ ໄຟ ມີ ຄວັນ ແລະ ມີ ມາດ ພຸ່ງ ອອກ ມາ ຈາກ ປາກ ຂອງ ພວກມັນ.
\s5
\v 18 ໜຶ່ງ ສ່ວນ ສາມ ຂອງ ມະນຸດ ໄດ້ ຖືກ ຂ້າ ດ້ວຍ ໄພພິບັດ ສາມ ຢ່າງ ນີ້ ຄື: ໄຟ, ຄວັນ ແລະ ມາດ ທີ່ ໄດ້ ພຸ່ງ ອອກ ມາ ຈາກ ປາກ ຂອງ ຝູງ ມ້າ ນັ້ນ.
\v 19 ດ້ວຍວ່າ, ຣິດ ເດດ ຂອງ ມ້າ ນັ້ນ ມີ ຢູ່ ໃນ ປາກ ແລະ ໃນ ຫາງ ຂອງ ມັນ ເໝືອນກັນ. ຫາງ ຂອງ ພວກ ມັນ ເປັນ ດັ່ງ ງູ ແລະ ມີ ຫົວ ຊຶ່ງ ພວກ ມັນ ໃຊ້ ທາໍ ຮ້າຍ ມະນຸດ ໄດ້.
\s5
\v 20 ມະນຸດ ທີ່ ຍັງ ເຫລືອ ຢູ່ ເປັນ ພວກ ທີ່ ບໍ່ໄດ້ ຖືກ ຂ້າ ດ້ວຍ ໄພພິບັດ ເຫລົ່ານັ້ນ, ກໍ ຍັງ ບໍ່ ໄດ້ ກັບ ໃຈ ເສຍ ໃໝ່ ຈາກ ສິ່ງ ທີ່ ພວກ ຕົນ ໄດ້ ເຮັດ ນັ້ນ, ພວກເຂົາ ບໍ່ ເຊົາ ບູຊາ ຜີມານຮ້າຍ ບູຊາ ຮູບເຄົາ ຣົບ ທີ່ ເຮັດ ດ້ວຍ ຄໍາ, ດ້ວຍ ເງິນ, ດ້ວຍ ທອງ ເຫລືອງ, ດ້ວຍ ຫິນ ແລະ ດ້ວຍ ໄມ້ ຊຶ່ງ ບໍ່ ສາມາດ ເຫັນ ໄດ້, ບໍ່ສາມາດ ໄດ້ຍິນ ແລະ ບໍ່ ສາມາດ ຍ່າງ ໄປມາ ໄດ້.
\v 21 ພວກເຂົາ ບໍ່ ໄດ້ ກັບ ໃຈ ເສຍ ໃໝ່ ຈາກ ການ ຂ້າ ຟັນ ກັນ ການ ເຊື່ອ ເວດມົນ ຄາຖາ, ການ ຜິດ ສິນທໍາ ທາງ ເພດ ແລະ ການ ລັກ ຂອງ ພວກຕົນ.
\s5
\c 10
\p
\v 1 ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ເທວະດາ ຜູ້ ມີ ອໍານາດອີກ ຕົນ ໜຶ່ງ ລົງ ມາຈາກສະຫວັນ ມີເມກປົກ ຄຸມຕົວ ໄວ້ ແລະມີ ຮຸ້ງ ກິນ ນາໍ້ ຢູ່ ເທິງ ອ້ອມຫົວ, ໜ້າຂອງເພິ່ນ ເໝືອນດັ່ງ ຕາເວັນ ແລະຂາເໝືອນດັ່ງ ເຕົາໄຟ.
\v 2 ເພິ່ນ ຖື ໜັງ ສື ມ້ວນນ້ອຍທີ່ພື ຢູ່ໃນມື, ເພິ່ນ ເອົາ ຕີນ ຂວາຢຽບນາໍ້ ທະເລ ແລະເອົາ ຕີນ ຊ້າຍຢຽບເທິງ ບົກ,
\s5
\v 3 ເພິ່ນ ຮ້ອງສຽງດັງ ເໝືອນໂຕສິງ ຮ້ອງຄໍາຣາມ ຫລັງ ຈາກເພິ່ນ ຮ້ອງແລ້ວ ສຽງຟ້າ ຮ້ອງທັງ ເຈັດ ກໍ ດັງ ຂຶ້ນ.
\v 4 ພໍ ສຽງເຫລົ່າ ນັ້ນ ດັງ ອອກມາ ຂ້າພະເຈົ້າ ເກືອບ ຈະລົງ ມື ຂຽນ, ແຕ່ ຂ້າພະເຈົ້າ ໄດ້ຍິນ ສຽງກ່າວມາຈາກ ສະຫວັນ ວ່າ, “ຈົ່ງ ປົກ ປິດ ຖ້ອຍຄໍາທີ່ ຟ້າ ຮ້ອງທັງເຈັດ ໄດ້ ກ່າວນັ້ນ ເປັນ ຄວາມລັບ ຢ່າຂຽນລົງໄປ.”
\s5
\v 5 ແລ້ວ ເທວະດາ ທີ່ ຂ້າພະເຈົ້າ ໄດ້ ເຫັນ ຢືນ ຢູ່ ເທິງ ທະເລ ແລະ ເທິງ ບົກ ນັ້ນ ກໍ ຍົກ ມື ຂວາ ຂຶ້ນ ສູ່ ຟ້າ
\v 6 ແລະ ສາບານ ໃນ ພຣະນາມ ຂອງ ພຣະເຈົ້າ ອົງ ຊົງ ຊີວິດ ຢູ່ ນິຣັນດອນ ຜູ້ ທີ່ ໄດ້ ສ້າງ ຟ້າສະຫວັນ ແຜ່ນດິນ ໂລກ ແລະ ທະເລ ກັບ ສັບ ພະທຸກສິ່ງ ທີ່ ມີຢູ່ ໃນ ບ່ອນ ເຫລົ່າ ນັ້ນ ວ່າ, “ຈະ ບໍ່ ມີການ ຊັກ ຊ້າ ອີກ ຕໍ່ໄປ. ”
\v 7 ແຕ່ ເມື່ອ ເທວະດາ ຕົນ ທີ ເຈັດ ລົງ ມື ເປົ່າ ແກ, ແຜນການ ອັນ ເລິກ ລັບ ຂອງ ພຣະເຈົ້າ ກໍ ສໍາເລັດ ຜົນ ເໝືອນດັ່ງ ທີ່ ພຣະອົງ ໄດ້ ປະກາດ ເປັນ ຂ່າວປະເສີດ ແກ່ ພວກ ຜູ້ຮັບ ໃຊ້ ຂອງ ພຣະອົງ ຄື ພວກ ຜູ້ທາໍນວາຍ.
\s5
\v 8 ແລ້ວ ສຽງ ທີ່ ຂ້າພະເຈົ້າ ໄດ້ຍິນ ຈາກ ສະຫວັນ ນັ້ນ ກໍໄ້ດ ກ່າວ ແກ່ ຂ້າພະເຈົ້າ ອີກ ວ່າ, “ຈົ່ງ ໄປ ຮັບ ເອົາ ໜັງ ສື ມ້ວນ ທີ່ ພື ຢູ່ ໃນ ມື ຂອງ ເທວະດາ ຕົນ ທີ່ ຢືນ ຢູ່ ເທິງ ທະເລ ແລະ ເທິງ ບົກ ນັ້ນ. ”
\v 9 ຂ້າພະເຈົ້າ ຈຶ່ງ ໄປ ຫາ ເທວະດາ ຕົນ ນັ້ນ ແລະ ຂໍ ເອົາ ໜັງສື ມ້ວນ ນ້ອຍ ນັ້ນ. ເພິ່ນ ໄດ້ ຕອບ ຂ້າພະເຈົ້າ ວ່າ, “ເອົາ ໄປ ກິນ ສາ ມັນ ຈະ ເຮັດ ໃຫ້ ທ້ອງ ຂອງ ເຈົ້າ ຂົມ, ແຕ່ ໃນ ປາກ ຂອງ ເຈົ້າ ຈະ ຫວານ ດັ່ງ ນໍ້າເຜີ້ງ.”
\s5
\v 10 ຂ້າພະເຈົ້າ ໄດ້ ຈັບ ເອົາ ໜັງ ສື ມ້ວນ ນ້ອຍ ຈາກ ມື ຂອງ ເທວະດາ ແລ້ວ ເອົາ ມາ ກິນ ໃນ ປາກ ຂອງ ຂ້າພະເຈົ້າ ມັນ ກໍ ຫວານ ດັ່ງ ນາໍ້ ເຜີ້ງ, ເມື່ອ ຂ້າພະເຈົ້າ ກິນ ລົງ ໄປ ແລ້ວ ທ້ອງ ຂອງ ຂ້າພະເຈົ້າ ກໍ ຂົມ.
\v 11 ແລ້ວ ຂ້າພະເຈົ້າ ກໍ ໄດ້ ຮັບ ຄໍາສັ່ງ ວ່າ, “ເຈົ້າ ຕ້ອງ ປະກາດ ຖ້ອຍຄໍາ ຂອງ ພຣະເຈົ້າ ອີກ ເທື່ອ ໜຶ່ງ ກ່ຽວກັບ ບັນດາ ຊົນຊາດ ທັງ ຫລາຍ, ບັນດາ ປະຊາຊາດ, ພາສາ ແລະ ກະສັດ ທັງ ຫລາຍ.”
\s5
\c 11
\p
\v 1 ແລ້ວ ຂ້າພະເຈົ້າ ໄດ້ ຮັບ ໄມ້ແທກ ອັນ ໜຶ່ງ ເໝືອນ ດັ່ງ ໄມ້ຄ້ອນເທົ້າ ແລະ ມີ ສຽງ ໜຶ່ງ ສັ່ງ ຂ້າພະເຈົ້າ ວ່າ, “ຈົ່ງ ລຸກ ຂຶ້ນ ໄປ ແທກ ວິຫານ ຂອງ ພຣະເຈົ້າ ກັບ ແທ່ນບູຊາ ແລະ ໃຫ້ ນັບ ຈາໍ ນວນ ຄົນທັງຫລາຍ ທີ່ ນະມັດສະການ ຢູ່ ໃນ ພຣະວິຫານ ນັ້ນ.
\v 2 ແຕ່ ຢ່າ ແທກ ບໍລິເວນ ຂ້າງ ນອກ ຂອງ ພຣະວິຫານ ເພາະ ບ່ອນ ນັ້ນ ໄດ້ ມອບ ໃຫ້ ພວກ ບໍ່ ນັບ ຖື ພຣະເຈົ້າ ແລ້ວ ຄື ພວກ ທີ່ ຈະ ຢຽບຢໍ່າ ນະຄອນ ສັກສິດ ເປັນ ເວລາ ສີ່ ສິບ ສອງ ເດືອນ.
\s5
\v 3 ເຮົາ ຈະ ໃຊ້ ພະຍານ ທັງ ສອງ ຂອງເຮົາ ມາ ພວກເຂົາ ຈະ ນຸ່ງ ເສື້ອ ທີ່ ເຮັດ ດ້ວຍ ຜ້າ ກະສອບ ເຂົ້າ ແລະ ຈະ ປະກາດ ຖ້ອຍຄໍາ ຂອງ ພຣະເຈົ້າ ໃນ ລະຫວ່າງ ພັນສອງຮ້ອຍ ຫົກສິບ ວັນ. ”
\v 4 ພະຍານ ທັງ ສອງ ໄດ້ ແກ່ ຕົ້ນ ກອກເທດ ສອງ ຕົ້ນ ແລະ ຄັນຕະກຽງ ຄໍາ ສອງ ອັນຊຶ່ງ ຕັ້ງ ໄວ້ ຢູ່ ຕໍ່ໜ້າ ອົງ ພຣະ ຜູ້ ເປັນ ເຈົ້າ ແຫ່ງ ແຜ່ນດິນໂລກ.
\v 5 ຖ້າຜູ້ໃດ ພະຍາຍາມ ເຮັດ ຮ້າຍ ໃຫ້ ພະຍານ ທັງ ສອງ ນັ້ນ ໄຟ ຈະ ອອກ ມາ ຈາກ ປາກ ຂອງ ພວກເພິ່ນ ແລະ ເຜົາ ຜານ ສັດ ຕູ ຂອງ ພວກເພິ່ນ ເສຍ. ຖ້າ ຜູ້ໃດ ທີ່ ຢາກ ທາໍ ຮ້າຍ ພວກເພິ່ນ ຜູ້ນັ້ນ ກໍ ຕ້ອງ ຕາຍ ຢ່າງ ນັ້ນ.
\s5
\v 6 ພະຍານ ທັງ ສອງ ນີ້ ມີ ສິດ ອໍານາດ ທີ່ ຈະ ອັດ ທ້ອງຟ້າ ໄວ້ ເພື່ອ ບໍ່ ໃຫ້ ຝົນ ຕົກ ໃນ ຂະນະທີ່ ພວກເພິ່ນ ປະກາດ ພຣະທາໍ ຂອງ ພຣະເຈົ້າ ຢູ່ ນັ້ນ ພວກເພິ່ນ ຍັງ ມີ ສິດ ອໍານາດ ເຮັດ ໃຫ້ ນາໍ້ ກາຍເປັນ ເລືອດ ໄດ້ ທັງ ມີ ສິດ ອໍານາດ ບັນ ດານ ໃຫ້ ໄພ ອັນຕະລາຍ ທຸກຢ່າງ ທໍລະມານ ແຜ່ນດິນ ໂລກ ໄດ້ ທຸກ ເວລາ ຕາມ ຄວາມ ປາຖະໜາ.
\v 7 ເມື່ອ ພະຍານ ທັງ ສອງ ສິ້ນ ສຸດ ການ ປະກາດ ພຣະທໍາ ຂອງ ພຣະເຈົ້າ ແລ້ວ ຈະ ມີ ສັດ ຮ້າຍ ອອກ ມາ ຈາກ ເຫວເລິກ ແລະ ຈະ ຕໍ່ສູ້ ພວກເພິ່ນ. ສັດຮ້າຍ ນັ້ນ ຈະ ຊະນະ ພວກເພິ່ນ ແລະ ຂ້າພວກເພິ່ນ ເສຍ.
\s5
\v 8 ສົບ ຂອງ ທ່ານ ທັງ ສອງ ຈະ ຢູ່ ເທິງ ຖະໜົນ ຂອງ ມະຫາ ນະຄອນ ບ່ອນ ທີ່ ອົງພຣະ ຜູ້ ເປັນເຈົ້າ ຂອງ ພວກເພິ່ນ ໄດ້ ຖືກ ຄຶງ ໄວ້ ທີ່ ໄມ້ກາງແຂນ. ຊື່ ອັນ ເປັນ ສັນຍາລັກ ຂອງ ນະຄອນ ນີ້ ແມ່ນ ເມືອງ ໂຊໂດມ ແລະ ເມືອງ ເອຢິບ.
\v 9 ຄົນ ຈາກ ຫລາຍ ຊົນ ຊາດ, ຫລາຍ ເຜົ່າ, ຫລາຍ ພາສາ ແລະ ຫລາຍ ປະເທດ ຈະ ມາ ເບິ່ງ ສົບ ຂອງ ພວກເພິ່ນ ຢູ່ ຕະຫລອດ ສາມ ວັນ ເຄິ່ງ ແລະ ພວກເຂົາ ຈະ ບໍ່ ຍອມ ໃຫ້ ນາໍ ສົບ ເຫົ່ຼາ ນັ້ນ ໄປ ບັນ ຈຸ ໄວ້ ໃນ ອຸບມຸງ.
\s5
\v 10 ຄົນ ທົ່ວ ໂລກ ຕ່າງ ກໍ ຈະ ດີໃຈ ທີ່ ພະຍານ ທັງ ສອງ ນີ້ ຕາຍໄປ ແລ້ວ ພວກເຂົາ ຈະ ສະເຫລີມ ສະຫລອງ ແລະ ສົ່ງ ຂອງຂວັນ ໃຫ້ ກັນ ແລະກັນ ເພາະ ຜູ້ ປະກາດ ພຣະທາໍ ທັງ ສອງ ນີ້ ໄດ້ ນາໍ ຄວາມ ທົນ ທຸກ ຢ່າງ ໜັກ ມາ ສູ່ ມະນຸດ ທັງ ຫລາຍ.
\v 11 ຫລັງຈາກ ສາມ ວັນ ເຄິ່ງ ຜ່ານ ໄປ ແລ້ວ ລົມຫາຍໃຈ ທີ່ ມີ ຊີວິດ ມາ ຈາກ ພຣະເຈົ້າ ກໍ ໄດ້ ເຂົ້າ ໄປ ໃນ ສົບ ຂອງ ພວກເພິ່ນ ແລະ ທັງ ສອງ ໄດ້ ລຸກ ຂຶ້ນ ແລະ ທຸກຄົນ ທີ່ ໄດ້ ເຫັນ ພວກເພິ່ນ ຕ່າງ ກໍ ຕົກໃຈ ຢ້ານກົວ ຢ່າງ ໃຫຍ່ຫລວງ.
\v 12 ແລ້ວ ຜູ້ ປະກາດ ພຣະທາໍ ທັງ ສອງ ກໍ ໄດ້ ຍິນ ສຽງດັງ ມາ ຈາກ ສະຫວັນ ວ່າ, “ຈົ່ງ ຂຶ້ນ ມາ ເທິງ ພີ້. ” ໃນ ຂະນະທີ່ ພວກ ສັດຕູ ຂອງ ພວກເພິ່ນ ເຝົ້າ ເບິ່ງ ຢູ່ ນັ້ນ ພວກເພິ່ນ ກໍ ຂຶ້ນ ເມືອ ໃນ ເມກ ເຂົ້າ ສ່ ູ ສະຫວັນ.
\s5
\v 13 ໃນ ຂະນະ ນັ້ນ ເອງ ກໍ ເກີດມີ ແຜ່ນດິນ ໄຫວ ຢ່າງ ຮ້າຍແຮງ ໜຶ່ງ ສ່ວນສິບ ຂອງ ເມືອງ ຖືກ ທາໍ ລາຍ ແລະ ມີ ເຈັດ ພັນ ຄົນ ຖືກ ຂ້າ ຍ້ອນ ແຜ່ນດິນ ໄຫວ ນັ້ນ ສ່ວນ ຄົນ ທີ່ ຍັງ ເຫລືອ ຢູ່ ກໍ ເກີດ ຢ້ານກົວ ໃຫຍ່ ຈຶ່ງ ພາກັນ ຖວາຍ ກຽດ ສັນລະເສີນ ຄວາມ ຍິ່ໃຫຍ່ ຂອງ ພຣະເຈົ້າ ແຫ່ງ ສະຫວັນ.
\v 14 ໄພພິບັດ ຂັ້ນ ທີ ສອງ ໄດ້ ຜ່ານ ພົ້ນ ໄປ ແຕ່ ໄພພິບັດ ຂັ້ນ ທີ ສາມ ກໍ ຈະ ມາ ເຖິງ ໃນບໍ່ ຊ້າ ນີ້ແຫລະ.
\s5
\v 15 ເມື່ອ ເທວະດາ ຕົນ ທີ ເຈັດ ໄດ້ ເປົ່າ ແກ ຂອງຕົນ ແລ້ວ ກໍ ມີ ຫຼາຍ ສຽງດັງ ຈາກ ຟ້າ ສະຫວັນ ກ່າວ ວ່າ, “ຣາຊອານາຈັກ ໂລກນີ້ ເປັນ ກາໍມະສິດ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຂອງ ພວກເຮົາ ແລະ ຂອງ ພຣະຄຣິດ ຂອງພຣະອົງ ແລະ ພຣະອົງ ຈະ ປົກຄອງ ຕະຫລອດ ຊົ່ວ ນິຣັນດອນ.”
\s5
\v 16 ແລ້ວ ພວກ ຜູ້ ອາວຸໂສ ຊາວສີ່ ທ່ານ ທີ່ ີ ນັ່ງ ຢູ່ ເທິງ ບັນລັງ ຂອງ ພວກ ຕົນ ຊ້ອງໜ້າ ພຣະເຈົ້າ ກໍ ພາກັນ ກົ້ມ ຂາບລົງ ນະມັດສະການ ພຣະເຈົ້າ
\v 17 ກາບ ທູນ ວ່າ, “ຂ້າ ແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຜູ້ ຊົງ ຣິດທານຸພາບ ສູງສຸດ ຜູ້ ຊົງ ດໍາລົງ ຢູ່ ໃນ ປະຈຸບັນ ແລະ ຜູ້ ໄດ້ ຊົງ ດໍາລົງ ຢູ່ໃນ ຄາວກ່ອນ ພວກ ຂ້ານ້ອຍ ໂມທະນາ ພຣະເດດ ພຣະຄຸນ ຂອງ ພຣະອົງ ຈຶ່ງ ໄດ້ ຊົງ ຕັ້ງ ຕົ້ນ ສະເຫວີຍ ຣາດ ທີ່ ແຜ່ນດິນ ໂລກ.
\s5
\v 18 ຝ່າຍ ບັນ ດາ ນາໆ ຊາດ ກໍ ມີ ຄວາມ ເຄືອງແຄ້ນ ເພາະ ເວລາ ທີ່ ຊົງ ໂກດຮ້າຍ ໄດ້ ມາ ເຖິງ ຄື ຄົນ ທີ່ ຕາຍ ແລ້ວ ຈະ ຖືກ ພິພາກສາ ລົງ ໂທດ. ແລະ ເຖິງ ເວລາ ທີ່ ຈະ ຊົງ ປະທານ ລາງວັນ ແກ່ ພວກ ຜູ້ຮັບ ໃຊ້ ຂອງ ພຣະອົງ ພວກ ຜູ້ ປະກາດ ພຣະທາໍ ແລະ ໄພ່ພົນ ຂອງ ພຣະອົງ ທຸກຄົນ ຄື ທຸກຄົນ ທີ່ ມີ ຄວາມ ຢໍາເກງ ພຣະນາມ ຂອງ ພຣະອົງ ທັງ ຜູ້ນ້ອຍ ແລະ ຜູ້ໃຫຍ່. ແລະ ເຖິງ ເວລາ ແລ້ວ ທີ່ ພຣະອົງ ຈະ ຊົງ ທາໍ ລາຍ ພວກ ທີ່ ໄດ້ ທາໍ ລາຍ ແຜ່ນດິນ ໂລກ.”
\s5
\v 19 ແລ້ວ ພຣະວິຫານ ຂອງ ພຣະເຈົ້າ ໃນ ມະຫາ ສະຫວັນ ກໍ ໄຂ ອອກ ແລະ ຫີບ ພັນ ທະສັນຍາ ກໍ ປາກົດ ໃຫ້ ເຫັນ ຢູ່ ໃນທີ່ ນັ້ນ ແລ້ວ ມີ ຟ້າ ແມບເຫຼື້ືອມ, ສຽງ ແຕກ ສະໜັ່ນ, ຟ້າຮ້ອງ ຢູ່ ບໍ່ ຂາດ ໄລຍະ, ແຜ່ນດິນ ໄຫວ ແລະ ໝາກເຫັບ ຕົກ ຢ່າງ ຫລວງຫລາຍ.
\s5
\c 12
\p
\v 1 ມີ ໝາຍສໍາຄັນ ອັນ ໃຫຍ່ ປາກົດ ຂຶ້ນ ໃນ ສະຫວັນ ຄື ຍິງ ຜູ້ໜຶ່ງ ມີ ດວງອາທິດ ປົກຄຸມ ຕົວ ເໝືອນ ນຸ່ງ ເສື້ອຜ້າ ມີ ດວງເດືອນ ຢູ່ ໃຕ້ ຕີນ ແລະ ມີ ດາວ ສິບ ສອງ ດວງ ເປັນ ມົງ ກຸດ ສວມ ຢູ່ ເທິງ ຫົວ.
\v 2 ຍິງ ນັ້ນ ມີ ທ້ອງ ແລະ ຮ້ອງ ຄາງ ເຈັບ ປວດ ຢູ່ ກາໍ ລັງ ຈະ ເກີດ ລູກ.
\s5
\v 3 ມີ ໝາຍສໍາຄັນ ອີກ ຢ່າງ ໜຶ່ງ ປາກົດ ໃນ ສະຫວັນ ດັ່ງ ນີ້: ມີ ພະຍານາກ ໃຫຍ່ ສີແດງ ໂຕໜຶ່ງ ມີ ເຈັດ ຫົວ ສິບ ເຂົາ ຢູ່ ເທິງ ຫົວ ນັ້ນ ມີ ມົງ ກຸດ ເຈັດ ອັນ.
\v 4 ຫາງ ພະຍານາກ ໄດ້ ຟາດ ດວງດາວ ໃນ ທ້ອງຟ້າ ໜຶ່ງ ສ່ວນ ສາມ ລົງ ໃສ່ ແຜ່ນດິນ ໂລກ ແລະ ພະຍານາກ ໂຕ ນັ້ນ ຢືນ ຢູ່ ຕໍ່ໜ້າ ຜູ້ ທີ່ ກາໍ ລັງ ຈະ ເກີດ ລູກ ເພື່ອ ຈະ ກິນ ລູກ ນັ້ນ ເມື່ອ ເກີດ ແລ້ວ.
\s5
\v 5 ແມ່ ຍິງ ນັ້ນ ໄດ້ ເກີດ ລູກຊາຍ ຜູ້ ຊຶ່ງ ຈະ ປົກ ຄອງ ປະຊາຊາດ ທັງ ປວງ ດ້ວຍ ຄ້ອນເຫລັກ ແລະ ລູກ ນັ້ນ ໄດ້ ຖືກ ຊົງ ຍົກ ຂຶ້ນ ເມືອ ເຖິງ ພຣະເຈົ້າ ແລະ ເຖິງ ພຣະ ຣາຊບັນລັງ ຂອງ ພຣະອົງ.
\v 6 ຝ່າຍ ແມ່ ຍິງ ນັ້ນ ໄດ້ ປົບ ໜີ ເຂົ້າ ໄປ ອາໄສ ຢູ່ ໃນ ຖິ່ນ ແຫ້ງ ແລ້ງ ກັນ ດານ ມາ ຍັງ ບ່ອນ ທີ່ ພຣະເຈົ້າ ໄດ້ ຈັດ ຕຽມ ໄວ້ ໃຫ້ ນາງ ເພື່ອ ວ່າ ນາງ ຈະ ໄດ້ ຮັບ ການ ລ້ຽງດູ ຢູ່ ທີ່ ນັ້ນ ໃນ ລະຫວ່າງ ພັນ ສອງຮ້ອຍ ຫົກ ສິບ ວັນ.
\s5
\v 7 ຂະນະ ນັ້ນ ໄດ້ ເກີດ ສົງຄາມ ຂຶ້ນ ໃນ ຟ້າ ສະຫວັນ ມີຄາເອນ ແລະ ຝູງ ເທວະດາ ຝ່າຍ ຕົນ ໄດ້ ຕໍ່ ສູ້ ກັບ ພະຍານາກ ຝ່າຍ ພະຍານາກ ແລະ ຝູງ ບໍລິວານ ຂອງ ມັນ ກໍໄດ້ ຕໍ່ສູ້ ຄືນ,
\v 8 ແຕ່ ພະຍານາກ ໄດ້ ປະລາໄຊ. ສະນັ້ນ ມັນ ກັບ ຝູງ ບໍລິວານ ຂອງ ມັນ ຈຶ່ງ ບໍ່ ມີ ບ່ອນ ຢູ່ ໃນ ສະຫວັນ ອີກ ຕໍ່ໄປ.
\v 9 ພະຍານາກ ໃຫຍ່ ຊຶ່ງ ເປັນ ງູ ແຕ່ ດຶກ ດໍາບັນ ທີ່ເຂົາ ເອີ້ນ ວ່າ ມານຮ້າຍ ແລະມານຊາຕານ ຜູ້ ຫລອກລວງ ມະນຸດ ທັງ ໂລກ ກໍ ຖືກ ຊັດ ຖິ້ມ ລົງ ເສຍ ມັນ ກັບ ບໍລິວານ ຂອງ ມັນ ກໍ ຖືກ ຊັດ ຖິ້ມ ລົງ ເທິງ ແຜ່ນດິນ ໂລກ.
\s5
\v 10 ແລ້ວ ຂ້າພະເຈົ້າ ໄດ້ຍິນ ສຽງດັງ ມາ ຈາກ ສະຫວັນ ວ່າ, “ບັດ ນີ້ ຄວາມ ລອດພົ້ນ ຣິດ ເດດ ແລະ ຣາຊອານາຈັກ ແຫ່ງ ພຣະເຈົ້າ ຂອງ ເຮົາ ທັງ ຫລາຍ ກັບ ທັງ ຣິດ ອໍານາດ ພຣະຄຣິດ ຂອງ ພຣະອົງ ໄດ້ ມາ ເຖິງ ແລ້ວ ເພາະວ່າ ຜູ້ ທີ່ ກ່າວໂທດ ພວກ ພີ່ ນ້ອງ ຂອງເຮົາ ຕໍ່ພຣະພັກ ພຣະເຈົ້າ ຂອງເຮົາ ທັງ ກາງເວັນ ແລະ ກາງຄືນ ນັ້ນ ກໍໄດ້ ຖືກ ຖິ້ມ ລົງ ເສຍ ແລ້ວ.
\s5
\v 11 ເຂົາ ເຫລົ່າ ນັ້ນ ໄດ້ ຊະນະ ພະຍານາກ ແລ້ວ ດ້ວຍ ພຣະ ໂລຫິດ ຂອງ ພຣະ ເມສານ້ອຍ ແລະ ເພາະ ຄໍາ ພະຍານ ຂອງ ພວກເຂົາ ເອງ ເຖິງ ແມ່ນ ວ່າ ພວກເຂົາ ຈະ ຕາຍ ກໍ ບໍ່ເສຍ ດາຍ ຊີວິດ ຂອງຕົນ.
\v 12 ເພາະ ເຫດ ນັ້ນ ແຫລະ ສະຫວັນ ກັບ ບັນ ດາ ຜູ້ ທີ່ຢູ່ ໃນ ສະຫວັນ ຈົ່ງ ຊື່ນ ຊົມ ຍິນ ດີ ແຕ່ ວິບັດ ຈະ ມີ ແກ່ ແຜ່ນດິນ ໂລກ ແລະ ນາໍ້ ທະເລ ເພາະວ່າ ມານຮ້າຍ ໄດ້ ລົງ ມາ ຫາ ເຈົ້າ ດ້ວຍ ຄວາມ ຄຽດແຄ້ນ ອັນ ໃຫຍ່ ເພາະ ມັນ ຮູ້ ວ່າ ເວລາ ຂອງ ມັນ ມີ ໜ້ອຍ.”
\s5
\v 13 ເມື່ອ ພະຍານາກ ເຫັນ ວ່າ ຕົນ ໄດ້ ຖືກ ຖິ້ມ ລົງ ມາ ຍັງ ແຜ່ນດິນ ໂລກ ແລ້ວ ມັນ ກໍ ເລີ່ມ ຕາມ ຫາ ຍິງ ທີ່ ໄດ້ ເກີດ ລູກຊາຍ ນັ້ນ.
\v 14 ແຕ່ ຍິງ ຜູ້ ນີ້ ໄດ້ ຮັບ ປີກ ສອງ ອັນ ຂອງ ນົກ ອິນ ຊີ ໃຫຍ່ ເພື່ອ ຈະ ໄດ້ ບິນ ໜີໄປ ຍັງ ບ່ອນ ຂອງ ນາງ ໃນ ຖິ່ນ ແຫ້ງ ແລ້ງ ກັນ ດານ ບ່ອນ ທີ່ ນາງ ຈະ ໄດ້ ຮັບ ການ ລ້ຽງດູ ຢູ່ ສາມ ປີ ເຄິ່ງ ປອດໄພ ຈາກ ການ ໂຈມຕີ ຂອງ ພະຍານາກ.
\s5
\v 15 ພະຍານາກ ນັ້ນ ໄດ້ ພົ່ນ ນໍ້າ ອອກ ຈາກ ປາກ ເໝືອນ ແມ່ ນໍ້າ ໄຫລ ຕາມ ຍິງ ນັ້ນ ເພື່ອ ຈະ ໃຫ້ ພັດ ຍິງ ນັ້ນ ໄປ,
\v 16 ແຕ່ ແຜ່ນດິນ ໂລກ ໄດ້ ຊ່ວຍ ນາງ ໄວ້ ດ້ວຍ ການ ຍະ ອອກ ກືນ ກິນ ນາໍ້ ທີ່ ພະຍານາກ ໄດ້ ໃຊ້ ປາກ ພົ່ນ ອອກ ມາ ນັ້ນ.
\v 17 ຝ່າຍ ພະຍານາກ ກໍ ຄຽດແຄ້ນ ຢ່າງ ໃຫຍ່ ໃຫ້ ຍິງ ນັ້ນ ແລະ ອອກ ໄປ ຕໍ່ ສູ້ ກັບ ເຊື້ອສາຍ ຂອງ ນາງ ທີ່ ເຫລືອ ຢູ່ ຄື ທຸກຄົນ ທີ່ ປະຕິບັດ ຕາມ ກົດ ບັນ ຍັດ ຂອງ ພຣະເຈົ້າ ແລະ ຢຶດ ຖື ຄໍາ ພະຍານ ຝ່າຍ ພຣະເຢຊູເຈົ້າ.
\v 18 ຝ່າຍ ພະຍານາກ ກໍໄດ້ ຢືນ (ສ) ຢູ່ ທີ່ ຫາດຊາຍ ແຄມ ທະເລ.
\s5
\c 13
\p
\v 1 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ສັດຮ້າຍ ໂຕໜຶ່ງ ຂຶ້ນ ມາ ຈາກ ທະເລ ມັນ ມີ ສິບ ເຂົາ ກັບ ເຈັດ ຫົວ ແລະ ຢູ່ ເທິງ ແຕ່ ລະ ເຂົາ ມີ ມົງ ກຸດ ອັນ ໜຶ່ງ ແລະ ຢູ່ ເທິງ ແຕ່ ລະ ຫົວ ມີ ຊື່ ເປັນ ຄໍາ ໝິ່ນ ປະໝາດ ພຣະເຈົ້າ.
\v 2 ສັດຮ້າຍ ທີ່ ຂ້າພະເຈົ້າ ໄດ້ ເຫັນ ນັ້ນ ໂຕ ເໝືອນ ເສືອ ດາວ ຕີນ ເໝືອນ ຕີນ ໝີ ແລະ ປາກ ເໝືອນ ປາກ ສິງ ພະຍານາກ ໄດ້ ໃຫ້ ຣິດເດດ ແລະ ບັນ ລັງ ກັບ ອໍານາດ ອັນ ໃຫຍ່ ຫລວງ ຂອງຕົນ ແກ່ ສັດຮ້າຍ ນັ້ນ.
\s5
\v 3 ຫົວໜຶ່ງ ໃນ ບັນດາ ຫົວ ຂອງ ສັດ ຮ້າຍ ເບິ່ງ ເໝືອນ ກັບວ່າ ຖືກ ຟັນ ເຖິງ ແກ່ ຄວາມ ຕາຍ ແລ້ວ, ແຕ່ ບາດແຜ ອັນ ໜ້າ ຈະ ຕາຍ ນັ້ນ ໄດ້ ຮັບ ການ ປິ່ນ ປົວ ໃຫ້ ຫາຍ ດີ ແລ້ວ. ຄົນ ທັງ ໂລກ ຕ່າງ ກໍ ປະຫລາດໃຈ ແລະ ໄດ້ ຕິດຕາມ ສັດ ຮ້າຍ ໂຕ ນີ້.
\v 4 ພວກເຂົາ ບູຊາ ພະຍານາກ ເພາະ ມັນ ໄດ້ ໃຫ້ ອໍານາດ ແກ່ ສັດຮ້າຍ ນັ້ນ ແລະ ພວກເຂົາ ໄດ້ ບູຊາ ສັດຮ້າຍ ນັ້ນ ໂດຍ ກ່າວ ວ່າ, “ໃຜ ຈະ ປຽບ ປານ ກັບ ສັດ ນີ້ ໄດ້ ແລະ ຜູ້ໃດ ຈະ ສາມາດ ສູ້ຮົບ ກັບ ສັດ ນີ້ ໄດ້.”
\s5
\v 5 ພຣະເຈົ້າ ຊົງ ອະນຸຍາດ ໃຫ້ ສັດ ນັ້ນ ມີ ປາກ ເວົ້າ ຄໍາ ຈອງຫອງ ແລະ ໝິ່ນ ປະໝາດ ແລະ ຊົງ ໃຫ້ ມັນ ມີ ອໍານາດ ເຮັດ ຢ່າງ ນັ້ນ ຕະຫລອດ ສີ່ ສິບ ສອງ ເດືອນ.
\v 6 ມັນ ອ້າ ປາກ ເລີ່ມ ກ່າວ ຄໍາ ໝິ່ນ ປະໝາດ ຕໍ່ ພຣະເຈົ້າ ຕໍ່ ພຣະນາມ ຂອງ ພຣະອົງ ຕໍ່ ທີ່ ສະຖິດ ຂອງ ພຣະອົງ ແລະ ຕໍ່ ບັນດາ ຜູ້ ທີ່ ຢູ່ ເທິງ ສະຫວັນ ທັງ ໝົດ.
\s5
\v 7 ແລະ ໄດ້ ຊົງ ໃຫ້ ມັນ ສູ້ຮົບ ກັບ ບັນດາ ໄພ່ ພົນ ຂອງ ພຣະເຈົ້າ ແລະ ຊະນະ ພວກເຂາົ ຍັງ ຊົງ ປະທານ ໃຫ້ ມັນ ມີ ອໍານາດ ເໜືອ ທຸກ ຕະກຸນ, ທຸກ ຊົນຊາດ, ທຸກ ພາສາ ແລະ ທຸກ ປະເທດ.
\v 8 ບັນດາ ຄົນ ທັງ ປວງ ທີ່ ຢູ່ ໃນ ໂລກ ຈະບູຊາ ສັດ ຮ້າຍ ນັ້ນ ຄື ທຸກຄົນ ທີ່ ບໍ່ ມີ ຊື່ ຈົດ ໄວ້ ໃນ ທະບຽນ ແຫ່ງ ຊີວິດ ຕັ້ງແຕ່ ຊົງ ສ້າງ ໂລກ ຄື ທະບຽນ ພຣະ ເມສານ້ອຍ ທີ່ ຊົງ ຖືກ ຂ້າ ເສຍ ນັ້ນ.
\s5
\v 9 ຜູ້ໃດ ມີ ຫູ ຟັງ ຈົ່ງ ຟັງ ເອົາ ເທີ້ນ
\v 10 “ຜູ້ໃດ ທີ່ ກາໍ ນົດ ໄວ້ ໃຫ້ ໄປ ເປັນ ຊະເລີຍ ຜູ້ ນັ້ນ ກໍ ຈະ ຕ້ອງ ໄປ ເປັນຊະເລີຍ. ຜູ້ໃດ ທີ່ ກາໍ ນົດ ໄວ້ ໃຫ້ ຕາຍ ດ້ວຍ ດາບ ຜູ້ນັ້ນ ກໍ ຈະ ຕ້ອງ ຖືກ ຂ້າດ້ວຍ ດາບ. ນີ້ ແຫລະ ຄື ຄວາມ ອົດທົນ ແລະ ຄວາມເຊື່ອ ທີ່ພວກ ໄພ່ ພົນ ຂອງ ພຣະເຈົ້າ ຈະ ຕ້ອງ ມີ.”
\s5
\v 11 ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ສັດ ຮ້າຍອີກ ໂຕໜຶ່ງ ຂຶ້ນ ມາຈາກພື້ນ ດິນ ມັນ ມີ ສອງເຂົາ ເໝືອນເຂົາ ແກະນ້ອຍ ມັນເວົ້າ ເໝືອນພະຍານາກ.
\v 12 ມັນ ໄດ້ ໃຊ້ ສິດອໍານາດ ອັນຍິ່ງ ໃຫຍ່ ຂອງສັດ ຮ້າຍໂຕທາໍ ອິດ ຢູ່ຕໍ່ໜ້າສັດ ຮ້າຍ ໂຕທາໍ ອິດ ນັ້ນ ມັນ ບັງ ຄັບ ໃຫ້ ໂລກແລະຄົນ ທັງ ໝົດ ທີ່ ຢູ່ ໃນໂລກ ຂາບໄຫວ້ ສັດ ຮ້າຍໂຕທາໍ ອິດ ທີ່ມີບາດແຜ ເຖິງ ແກ່ ຄວາມຕາຍ ແຕ່ ໄດ້ ຮັບ ການປິ່ນ ປົວ ໃຫ້ ຫາຍດີ ແລ້ວ ນັ້ນ.
\s5
\v 13 ສັດຮ້າຍນັ້ນ ໄດ້ ສະແດງໝາຍສໍາຄັນ ອັນໃຫຍ່ ຈົນ ເຮັດ ໃຫ້ ໄຟຕົກ ຈາກຟ້າ ລົງ ສູ່ແຜ່ນດິນ ໂລກ ຕໍ່ໜ້າ ຕໍ່ຕາມະນຸດ.
\v 14 ມັນ ຫລອກລວງຄົນ ທັງຫລາຍ ທີ່ ຢູ່ໃນໂລກດ້ວຍໝາຍສໍາຄັນ ທີ່ ຊົງໃຫ້ ມັນ ເຮັດ ຕໍ່ໜ້າສັດ ຮ້າຍໂຕເດີມ ນັ້ນ ແລະມັນ ສັ່ງ ໃຫ້ ເຂົາ ສ້າງຮູບ ສັດຮ້າຍ ທີ່ຖືກ ຟັນ ດ້ວຍດາບແຕ່ ຍັງ ບໍ່ ຕາຍນັ້ນ.
\s5
\v 15 ຊົງ ໃຫ້ ມັນ ມີ ອໍານາດ ທີ່ ຈະໃຫ້ ລົມ ຫາຍໃຈແກ່ ຮູບສັດຮ້າຍ ນັ້ນ ເພື່ອ ຮູບ ສັດຮ້າຍ ນັ້ນຈະປາກໄດ້ ແລະໃຫ້ ມີອໍານາດເຮັດ ໃຫ້ ບັນດາຄົນ ທີ່ ບໍ່ຍອມບູຊາຮູບສັດ ຮ້າຍ ນັ້ນ ເຖິງ ແກ່ ຄວາມຕາຍ.
\v 16 ມັນ ຍັງ ເຮັດ ໃຫ້ ຄົນທັງປວງ ທັງ ນ້ອຍແລະໃຫຍ່ ທັງ ຮັ່ງ ມີ ແລະຍາກຈົນ ທັງ ເສລີ ແລະຂ້ອຍຂ້າ ໄດ້ ຮັບ ເຄື່ອງໝາຍໄວ້ ທີ່ມືຂວາ ຫືລ ທີ່ໜ້າ ຜາກຂອງພວກເຂົາ.
\v 17 ເພື່ອ ບໍ່ ໃຫ້ ຜູ້ໃດຊື້ ຫລື ຂາຍໄດ້ ເວັ້ນ ໄວ້ ແຕ່ ຜູ້ ທີ່ມີ ເຄື່ອງໝາຍນັ້ນ ຊຶ່ງ ເປັນ ຊື່ ຂອງສັດຮ້າຍ ຫລື ເລກທີ່ ໝາຍເຖິງ ຊື່ ມັນ ນັ້ນ.
\s5
\v 18 ໃນ ເລື່ອງ ນີ້ ຕ້ອງ ໃຊ້ ສະຕິປັນຍາ ຄວາມຮູ້ ຖ້າ ຜູ້ໃດ ມີ ຄວາມ ເຂົ້າໃຈ ກໍ ໃຫ້ ຄິດ ເລກ ຂອງ ສັດ ຮ້າຍ ນັ້ນ ເພາະ ເປັນ ເລກ ຂອງ ບຸກຄົນ ຜູ້ໜຶ່ງ ເລກ ຂອງ ມັນ ຄື ຫົກຮ້ອຍຫົກສິບຫົກ.
\s5
\c 14
\p
\v 1 ແລ້ວ ຂ້າພະເຈົ້າ ກໍໄດ້ ຫລຽວ ເບິ່ງ ແລະ ເຫັນ ພຣະ ເມສານ້ອຍ ຢືນ ຢູ່ ເທິງ ພູເຂົາ ຊີໂອນ ແລະ ຜູ້ ທີ່ ຢູ່ ກັບ ພຣະອົງ ແສນ ສີ່ໝື່ນ ສີ່ ພັນ ຄົນ ຊຶ່ງ ເປັນ ພວກ ທີ່ ມີ ພຣະນາມ ຂອງ ພຣະອົງ ແລະ ພຣະນາມ ພຣະບິດາ ຂອງ ພຣະອົງ ຂຽນ ໄວ້ ທີ່ ໜ້າ ຜາກ ຂອງ ພວກເຂົາ.
\v 2 ແລ້ວ ຂ້າພະເຈົ້າ ກໍ ໄດ້ ຍິນ ສຽງ ໜຶ່ງ ຈາກ ສະຫວັນ ດັງ ເໝືອນ ສຽງ ນໍ້າ ໄຫລ ແຮງ ແລະ ເໝືອນ ສຽງ ຟ້າ ຮ້ອງ ກ້ອງສະໜັ່ນ ສຽງນັ້ນ ເໝືອນ ສຽງ ພິນ ທີ່ ພວກ ນັກ ດົນ ຕຼີ ກາໍ ລັງ ບັນເລງ ຢູ່.
\s5
\v 3 ຄົນ ເຫລົ່ານັ້ນ ຮ້ອງເພງ ບົດໃໝ່ ຕໍ່ໜ້າ ພຣະຣາຊບັນລັງ ຕໍ່ໜ້າ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ຕໍ່ໜ້າ ພວກ ຜູ້ ອາວຸໂສ ບໍ່ມີ ຜູ້ໃດ ສາມາດ ຮຽນຮູ້ ເພງ ບົດ ນັ້ນ ໄດ້ ເວັ້ນ ແຕ່ ຄົນ ແສນ ສີ່ໝື່ນ ສີ່ ພັນ ນັ້ນ ທີ່ ໄດ້ ຊົງ ໄຖ່ ໄວ້ ແລ້ວ ຈາກ ແຜ່ນດິນໂລກ.
\v 4 ຄົນເຫລົ່າ ນີ້ ແຫລະ ເປັນ ຜູ້ ທີ່ ບໍ່ ມີ ຄວາມຊົ່ວ ມົວໝອງ ກັບ ແມ່ຍິງ ເພາະ ພວກເຂົາ ເປັນ ພວກ ພົມ ມະຈາຣີ. ພຣະເມສານ້ອຍ ສະເດັດ ໄປ ທາງ ໃດ ແມ່ນ ຄົນ ເຫລົ່າ ນີ້ ທີ່ ຕາມ ສະເດັດໄປ. ຄົນ ເຫລົ່າ ນີ້ ແຫລະ ທີ່ ຊົງ ໄຖ່ ໄວ້ ຈາກ ມວນ ມະນຸດ ເພື່ອ ເປັນ ຜົນ ທາໍ ອິດ ຖວາຍ ແດ່ ພຣະເຈົ້າ ແລະ ພຣະເມສານ້ອຍ.
\v 5 ຈະ ຫາ ຄວາມ ຕົວະ ໃນ ປາກ ຂອງ ພວກເຂົາ ກໍ ບໍ່ ພົບ ພວກເຂົາ ບໍ່ ມີ ຈຸດ ດ່າງ ພອຍ ແລ້ວ.
\s5
\v 6 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ເທວະດາ ຕົນ ໜຶ່ງ ອີກ ບິນ ໄປ ໃນ ທ້ອງຟ້າ ມີ ຂ່າວປະເສີດ ອັນນິຣັນດອນ ນາໍ ໄປ ປະກາດ ແກ່ ຊາວ ໂລກ ທັງປວງ, ແກ່ ທຸກ ປະເທດ, ທຸກ ຊົນເຜົ່າ, ທຸກພາສາ ແລະ ທຸກ ຊົນຊາດ.
\v 7 ເທວະດາ ຕົນ ນັ້ນ ເປັ່ງ ສຽງ ຮ້ອງ ວ່າ, “ຈົ່ງ ຢໍາເກງ ພຣະເຈົ້າ ແລະ ສັນລະເສີນ ຄວາມ ຍິ່ງໃຫຍ່ ຂອງພຣະອົງ ເພາະ ເຖິງ ເວລາ ແລ້ວ ທີ່ ພຣະອົງ ຈະ ຕັດ ສິນ ມະນຸດສະໂລກ ຈົ່ງ ນະມັດສະການ ພຣະອົງ ຜູ້ ທີ່ ໄດ້ ສ້າງ ສະຫວັນ, ແຜ່ນດິນໂລກ, ນາໍ້ ທະເລ ກັບ ບໍ່ ນາໍ້ ພຸ ທັງຫລາຍ.”
\s5
\v 8 ແລະ ເທວະດາ ອີກ ຕົນ ໜຶ່ງ ເປັນ ຕົນ ທີ ສອງ ໄດ້ນາໍໄປ ຮ້ອງ ຂຶ້ນ ວ່າ, “ບາບີໂລນ ມະຫາ ນະຄອນ ນັ້ນ ຫລົ້ມຈົມ ແລ້ວ ຫລົ້ມຈົມ ເສຍ ແລ້ວ ຄື ນະຄອນ ທີ່ ເຮັດ ໃຫ້ ປະຊາຊາດ ທັງປວງ ດື່ມ ເຫລົ້າແວງ ປຸກ ຢ່າງ ເຫລືອ ເກີນ ຂອງຕົນ ຕາມ ຄວາມ ປາຖະໜາ ທາງ ກາມ.”
\s5
\v 9 ມີ ເທວະດາ ອີກ ຕົນໜຶ່ງ ເປັນ ຕົນ ທີ ສາມ ນາໍໄປ ຮ້ອງ ສຽງ ດັງ ຂຶ້ນວ່າ, “ຖ້າຜູ້ໃດ ບູຊາ ສັດຮ້າຍ ແລະ ຮູບ ຂອງ ມັນ ແລະ ຮັບ ເຄື່ອງໝາຍ ນັ້ນ ໄວ້ ທີ່ ໜ້າຜາກ ຫລື ທີ່ ມື.
\v 10 ຜູ້ນັ້ນ ແຫລະ ຈະ ຕ້ອງ ດື່ມ ເຫລົ້າ ແວງ ແຫ່ງ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ທີ່ ຊົງ ຖອກ ລົງ ໃນ ຈອກ ແຫ່ງ ຄວາມ ໂກດຮ້າຍ ນັ້ນ ໂດຍ ບໍ່ ປົນ ກັບ ສິ່ງ ໃດ ຜູ້ນັ້ນ ຈະ ຖືກ ທໍລະມານ ໃນ ໄຟ ກັບ ມາດ ຕໍ່ໜ້າ ຝູງ ເທວະດາ ບໍຣິສຸດ ແລະ ຕໍ່ ພຣະພັກ ພຣະເມສານ້ອຍ.
\s5
\v 11 ຄວັນ ແຫ່ງ ການ ທໍລະມານ ຂອງ ພວກເຂົາ ກໍ ພຸ່ງ ຂຶ້ນ ຕະຫລອດໄປ ເປັນນິດ. ຄົນ ທັງຫລາຍ ທີ່ ບູຊາ ສັດຮ້າຍ ແລະ ຮູບ ຂອງ ມັນ ກັບ ຜູ້ ທີ່ ຮັບເຄື່ອງໝາຍຊື່ຂອງມັນນັ້ນ ຈະ ບໍ່ມີ ເວລາ ພັກ ຜ່ອນ ທັງ ກາງເວັນ ແລະ ກາງຄືນ. ”
\v 12 ໃນ ເລື່ອງ ນີ້ ພວກ ໄພ່ ພົນ ຂອງ ພຣະເຈົ້າ ຄື ຜູ້ ທີ່ ຮັກສາ ກົດບັນຍັດ ຂອງ ພຣະເຈົ້າ ແລະ ຄວາມເຊື່ອ ຝ່າຍ ພຣະເຢຊູເຈົ້າ ກໍ ຕ້ອງ ໃຊ້ ຄວາມ ພຽນ ອົດທົນ.
\s5
\v 13 ແລະ ຂ້າພະເຈົ້າ ໄດ້ຍິນ ພຣະສຸລະສຽງ ຈາກ ສະຫວັນ ຊົງ ສັ່ງ ວ່າ, “ຈົ່ງ ຂຽນ ໄວ້ ວ່າ ‘ຄົນທັງຫລາຍ ທີ່ ຕາຍ ໃນ ອົງພຣະ ຜູ້ເປັນເຈົ້າ ຕັ້ງແຕ່ ນີ້ ໄປ ກໍ ເປັນ ສຸກ. ” ແລະ ພຣະວິນຍານ ຊົງ ຢືນຢັນ ວ່າ, “ຈິງຢູ່ ແລ້ວ ເພື່ອ ພວກເຂົາ ຈະໄດ້ ພັກຜ່ອນ ຈາກ ການ ເມື່ອຍຍາກ ຂອງຕົນ ເພາະ ການງານ ທີ່ ພວກເຂົາ ໄດ້ ເຮັດ ນັ້ນ ກໍ ຕິດຕາມ ພວກເຂົາ ໄປ.”
\s5
\v 14 ແລ້ວ ຂ້າພະເຈົ້າ ກໍໄດ້ ຫລຽວ ເບິ່ງ ແລະ ເຫັນ ເມກ ສີ ຂາວ ເທິງ ເມກ ນັ້ນ ມີ ຜູ້ ໜຶ່ງ ນັ່ງ ເໝືອນ ບຸດມະນຸດ ຫົວສວມ ມົງກຸດ ຄໍາ ແລະ ມື ຖື ກ່ຽວດວງຄົມ.
\v 15 ໃນ ຂະນະ ນັ້ນ ມີ ເທວະດາ ຕົນ ໜຶ່ງ ອີກ ອອກ ມາ ຈາກ ພຣະວິຫານ ຮ້ອງ ສຽງດັງ ໃສ່ ຜູ້ ທີ່ ນັ່ງ ຢູ່ ເທິງ ເມກ ນັ້ນ ວ່າ, “ຈົ່ງ ໃຊ້ ກ່ຽວ ຂອງ ພຣະອົງ ກ່ຽວ ສາ ເພາະ ເຖິງ ເວລາ ກ່ຽວ ແລ້ວ. ດ້ວຍວ່າ, ຜົນ ທີ່ ແຜ່ນດິນ ໂລກ ກໍ ສຸກ ພໍ ເກັບ ກ່ຽວ ແລ້ວ. ”
\v 16 ດັ່ງ ນັ້ນ ທ່ານ ທີ່ ນັ່ງ ຢູ່ ເທິງ ເມກ ຈຶ່ງ ແກວ່ງ ກ່ຽວ ລົງ ເທິງ ແຜ່ນດິນ ໂລກ ແລະ ແຜ່ນດິນ ໂລກ ກໍ ມີ ການ ເກັບກ່ຽວ.
\s5
\v 17 ແລ້ວຂ້າພະເຈົ້າ ກໍ ເຫັນ ເທວະດາ ຕົນ ໜຶ່ງ ອີກ ອອກ ມາ ຈາກ ພຣະວິຫານ ໃນ ສະຫວັນ ຖື ກ່ຽວ ດວງ ຄົມ ເໝືອນກັນ.
\v 18 ໃນ ຂະນະ ນັ້ນ ມີ ເທວະດາ ຕົນ ອື່ນ ອີກ ລົງ ມາ ຈາກ ແທ່ນບູຊາ ເປັນ ຜູ້ ມີ ໜ້າ ທີ່ ກາໍ ກັບ ໄຟ, ເທວະດາ ຕົນ ນີ້ ໄດ້ ຮ້ອງ ສຽງດັງ ບອກ ເທວະດາ ຕົນ ທີ່ ຖືກ່ຽວ ດວງ ຄົມ ນັ້ນ ວ່າ, “ຈົ່ງ ໃຊ້ ກ່ຽວ ດວງ ຄົມ ຂອງທ່ານ ກ່ຽວ ພວງ ໝາກອະງຸ່ນ ຈາກ ສວນອະງຸ່ນ ທີ່ ແຜ່ນດິນ ໂລກ ເພາະ ໝາກອະງຸ່ນ ສຸກ ແລ້ວ.”
\s5
\v 19 ດັ່ງ ນັ້ນ ເທວະດາ ຕົນ ນັ້ນ ຈຶ່ງ ແກວ່ງ ກ່ຽວ ລົງ ມາ ເທິງ ແຜ່ນດິນ ໂລກ ເກັບກ່ຽວ ຜົນ ໝາກອະງຸ່ນ ຈາກ ເຄືອ ອະງຸ່ນ ແລະ ຖິ້ມ ໃສ່ ອ່າງ ຢຽບ ໝາກອະງຸ່ນ ແຫ່ງ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ.
\v 20 ອ່າງ ຢຽບ ໝາກອະງຸ່ນ ນັ້ນ ຕັ້ງ ຢູ່ ນອກ ເມືອງ ແລະ ເລືອດ ກໍ ໄຫລ ອອກ ມາ ຈາກ ອ່າງ ຢຽບ ໝາກອະງຸ່ນ ນັ້ນ ເລິກ ເກືອບ ເຖິງ ສອງ ແມັດ ແລະ ເປັນ ສາຍ ນາໍ້ ຍາວ ປະມານ ສາມຮ້ອຍ ກິໂລແມັດ.
\s5
\c 15
\p
\v 1 ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ໝາຍສໍາຄັນ ອັນໃຫຍ່ຫລວງ ແລະ ໜ້າອັດສະຈັນ ໃນສະຫວັນ ອີກ ຢ່າງ ໜຶ່ງ ຄື ມີ ເທວະດາ ເຈັດ ຕົນ ຖື ໄພ ອັນຕະລາຍ ເຈັດ ຢ່າງ ເປັນ ໄພ ອັນຕະລາຍ ຄັ້ງ ສຸດທ້າຍ ເພາະວ່າ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ກໍ ເປັນ ການ ສິ້ນ ສຸດ ລົງ.
\s5
\v 2 ແລ້ວຂ້າພະເຈົ້າ ກໍໄດ້ ເຫັນ ສິ່ງ ໜຶ່ງ ຄື ທະເລ ແກ້ວປົນໄຟ, ຂ້າພະເຈົ້າ ຍັງ ໄດ້ ເຫັນ ບັນດາ ຜູ້ ທີ່ ມີ ໄຊຊະນະ ເໜືອ ສັດຮ້າຍ ແລະ ຮູບ ຂອງ ມັນ ແລະ ເໜືອຜູ້ ທີ່ມີ ຕົວ ເລກ ໝາຍຊື່ຂອງມັນ ຄົນເຫລົ່າ ນີ້ ໄດ້ ຢືນ ຢູ່ ແຄມ ທະເລ ແກ້ວ ນັ້ນ ພວກເຂົາ ຖື ພິນ ທີ່ ພຣະເຈົ້າ ໄດ້ ມອບ ໃຫ້ ພວກເຂົາ.
\s5
\v 3 ພວກເຂົາ ຮ້ອງເພງ ຂອງ ໂມເຊ ຜູ້ຮັບໃຊ້ ຂອງ ພຣະເຈົ້າ ແລະ ເພງ ຂອງ ພຣະເມສານ້ອຍ ນັ້ນ ວ່າ, “ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຜູ້ ຊົງ ຣິດທານຸພາບ ສູງສຸດ ພຣະຣາຊກິດ ຂອງ ພຣະອົງ ກໍ ໃຫຍ່ ຫລວງ ແລະ ໜ້າ ອັດສະຈັນ ຂ້າແດ່ ພຣະມະຫາ ກະສັດ ແຫ່ງ ປະຊາຊາດ ທັງປວງ (ຊ) ວິຖີ ທາງ ຂອງ ພຣະອົງ ກໍ ຍຸດຕິທໍາ ແລະ ທ່ຽງແທ້.
\v 4 ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ໃຜ ໜໍ ຈະ ບໍ່ ຢໍາເກງ ພຣະອົງ ແລະ ຈະ ບໍ່ ຖວາຍ ກຽດ ແດ່ ພຣະນາມ ຂອງ ພຣະອົງ ເພາະ ພຣະອົງ ຜູ້ ດຽວ ຊົງ ເປັນ ຜູ້ ບໍຣິສຸດ. ປະຊາຊາດ ທັງປວງ ຈະ ມາ ນະມັດສະການ ຕໍ່ ພຣະພັກ ພຣະອົງ ເພາະ ກິດຈະການ ອັນ ຍຸດຕິທໍາ ຂອງ ພຣະອົງ ກໍ ປາກົດ ແຈ້ງ ແລ້ວ.”
\s5
\v 5 ຫລັງ ຈາກ ນັ້ນ ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ພຣະວິຫານ ໃນ ສະຫວັນ ຄື ຫໍເຕັນ ແຫ່ງ ຄໍາ ພະຍານ ໄດ້ ເປີດ ອອກ.
\v 6 ແລ້ວ ເທວະດາ ເຈັດ ຕົນ ທີ່ ຖື ໄພພິບັດ ເຈັດ ຢ່າງ ນັ້ນ ໄດ້ ອອກ ມາ ຈາກ ພຣະວິຫານ ທຸກ ຕົນ ນຸ່ງ ຜ້າປ່ານ ເນື້ອລະອຽດ ເສາະໃສ ແລະ ໃສ່ ສາຍ ຮັດ ໜ້າ ເອິກ ທີ່ ເຮັດ ດ້ວຍ ຄໍາ.
\s5
\v 7 ແລ້ວ ກໍ ມີ ສິ່ງ ທີ່ ມີ ຊີວິດ ຕົນ ໜຶ່ງ ໃນ ສີ່ ຕົນ ນັ້ນ ເອົາ ຂັນ ຄໍາ ເຈັດ ໜ່ວຍ ໃຫ້ ແກ່ ເທວະດາ ເຈັດ ຕົນ ນັ້ນ ເປັນ ຂັນ ທີ່ ເຕັມ ໄປ ດ້ວຍ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ອົງ ຊົງ ພຣະຊົນ ຢູ່ ຊົ່ວ ນິຣັນດອນ.
\v 8 ພຣະວິຫານ ເຕັມ ໄປ ດ້ວຍ ຄວັນ ແຫ່ງ ສະຫງ່າຣາສີ ແລະ ຣິດອໍານາດ ຂອງ ພຣະເຈົ້າ. ບໍ່ ມີ ຜູ້ ໃດ ເຂົ້າ ໄປ ໃນ ພຣະວິຫານ ນັ້ນ ໄດ້ ຈົນ ກວ່າ ໄພພິບັດ ທັງ ເຈັດ ຂອງ ເທວະດາ ທັງ ເຈັດ ຕົນ ນັ້ນ ຈະ ໄດ້ ສິ້ນ ສຸດ ລົງ.
\s5
\c 16
\p
\v 1 ແລ້ວ ຂ້າພະເຈົ້າ ກໍ ໄດ້ ຍິນ ສຽງ ແຮງ ດັງ ອອກ ມາ ຈາກ ພຣະວິຫານ ກ່າວ ຕໍ່ ເທວະດາ ເຈັດ ຕົນ ນັ້ນ ວ່າ, “ຈົ່ງ ໄປ ສາ ເອົາ ຂັນ ທັງ ເຈັດ ໜ່ວຍ ທີ່ ເຕັມ ໄປ ດ້ວຍ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ໄປ ຖອກ ໃສ່ ແຜ່ນດິນ ໂລກ.”
\s5
\v 2 ເທວະດາ ຕົນ ທາໍ ອິດ ໄດ້ ໄປ ຖອກ ຂັນ ຂອງຕົນ ໃສ່ ແຜ່ນດິນ ໂລກ. ຕຸ່ມຝີ ອັນ ຮ້າຍແຮງ ແລະ ເຮັດ ໃຫ້ ເຈັບປວດ ໄດ້ ເກີດຂຶ້ນ ຕາມ ຕົນ ຕົວ ຂອງ ພວກ ທີ່ ມີ ເຄື່ອງໝາຍ ຂອງ ສັດ ຮ້າຍ ແລະ ພວກ ທີ່ ຂາບໄຫວ້ ຮູບ ຂອງ ມັນ.
\s5
\v 3 ແລ້ວ ເທວະດາ ຕົນ ທີ ສອງ ກໍໄດ້ ຖອກ ຂັນ ຂອງຕົນ ໃສ່ ທະເລ ແລະ ນາໍ້ ທະເລ ກໍໄດ້ ກາຍເປັນ ເໝືອນ ດັ່ງເລືອດ ຂອງ ຄົນ ຕາຍ ແລະ ທຸກສິ່ງ ທີ່ ມີ ຊີວິດິ ຢູ່ ໃນ ທະເລ ກໍໄດ້ ຕາຍໄປ ໝົດ.
\s5
\v 4 ແລ້ວ ເທວະດາ ຕົນ ທີ ສາມ ກໍໄດ້ ຖອກ ຂັນ ຂອງຕົນ ໃສ່ ແມ່ ນາໍ້ ແລະ ນາໍ້ ພຸ ທັງ ຫລາຍ ແລະ ແມ່ ນາໍ້ ກັບ ນາໍ້ ພຸ ເຫລົ່າ ນັ້ນ ກໍໄດ້ ກາຍເປັນ ເລືອດ.
\v 5 ແລ້ວ ຂ້າພະເຈົ້າ ໄດ້ຍິນ ເທວະດາ ແຫ່ງ ນາໍ້ ນັ້ນ ຮ້ອງ ວ່າ, “ຂ້າແດ່ ພຣະອົງ ເຈົ້າ ຜູ້ ບໍຣິສຸດ ຜູ້ ຊົງ ດໍາລົງ ຢູ່ ບັດ ນີ້ ແລະ ຜູ້ ຊົງ ດໍາລົງ ຢູ່ ໃນ ຄາວກ່ອນ ພຣະອົງ ຊົງ ເປັນ ຜູ້ ຍຸດຕິທາໍ ເພາະ ພຣະອົງ ຊົງ ພິພາກສາ ເຫດການ ເຫລົ່າ ນີ້.
\v 6 ເພາະ ຄົນ ເຫລົ່ານັ້ນ ໄດ້ ເຮັດ ໃຫ້ ເລືອດ ໄພ່ ພົນ ຂອງ ພຣະເຈົ້າ ແລະ ຂອງ ຜູ້ ປະກາດ ພຣະທາໍ ໄຫລ ອອກ ແລະ ພຣະອົງ ໄດ້ ຊົງ ປະທານ ເລືອດ ໃຫ້ ພວກເຂົາ ດື່ມ ກໍ ສົມ ຄວນ ກັບ ການ ກະທາໍ ຂອງ ພວກເຂົາ ແລ້ວ. ”
\v 7 ແລະ ຂ້າພະເຈົ້າ ໄດ້ຍິນ ແທ່ນບູຊາ ຮ້ອງ ວ່າ, “ຈິງ ຢູ່ແລ້ວ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຜູ້ ຊົງ ຣິດທານຸພາບ ສູງສຸດ ການ ພິພາກສາ ຂອງ ພຣະອົງ ກໍ ທ່ຽງແທ້ ແລະ ຍຸດຕິທໍາ.”
\s5
\v 8 ແລ້ວ ເທວະດາ ຕົນ ທີ ສີ່ ກໍໄດ້ ຖອກ ຂັນ ຂອງຕົນ ໃສ່ ດວງ ຕາເວັນ ແລະ ດວງ ຕາເວັນ ກໍໄດ້ ຮັບ ອະນຸຍາດ ໃຫ້ ເຜົາ ໄໝ້ ຄົນ ທັງ ຫລາຍ ດ້ວຍ ຄວາມຮ້ອນ ອັນ ແຮງກ້າ.
\v 9 ພວກເຂົາ ໄດ້ ຖືກ ເຜົາ ໄໝ້ ດ້ວຍ ແສງ ແດດກ້າ ແລະ ພວກເຂົາ ກໍໄດ້ ສາບແຊ່ງ ພຣະນາມ ຂອງ ພຣະເຈົ້າ ອົງ ທີ່ ມີ ສິດ ອໍານາດ ເໜືອ ໄພພິບັດ ນັ້ນ ແລະ ພວກເຂົາ ບໍ່ ຖິ້ມໃຈເກົ່າ ເອົາ ໃຈໃໝ່ ເພື່ອ ຖວາຍ ພຣະກຽດ ແກ່ ພຣະອົງ.
\s5
\v 10 ແລ້ວ ເທວະດາ ຕົນ ທີ ຫ້າ ກໍໄດ້ ຖອກ ຂັນ ຂອງຕົນ ໃສ່ ບັນ ລັງ ຂອງ ສັດ ຮ້າຍ ຄວາມມືດ ຈຶ່ງ ຕົກ ໃສ່ ອານາຈັກ ຂອງ ສັດຮ້າຍ ແລະ ຄົນ ເຫຼົ່ານັ້ນ ກໍ ກັດ ລີ້ນ ຂອງຕົນ ເພາະ ຄວາມ ເຈັບປວດ
\v 11 ແລະ ພວກເຂົາ ໄດ້ ສາບແຊ່ງ ພຣະເຈົ້າ ແຫ່ງ ສະຫວັນ ຍ້ອນ ຄວາມ ເຈັບປວດ ແລະຕຸ່ມຝີທີ່ເກີດ ຕາມ ຕົນ ຕົວ ຂອງ ພວກເຂົາ ນັ້ນ ແຕ່ ພວກເຂົາ ບໍ່ໄດ້ ກັບ ໃຈ ຈາກ ການ ກະທໍາ ຂອງຕົນ.
\s5
\v 12 ແລ້ວ ເທວະດາ ຕົນ ທີ ຫົກ ກໍໄດ້ ຖອກ ຂັນ ຂອງຕົນ ໃສ່ ແມ່ ນາໍ້ ໃຫຍ່ ເອຟີຣັດ ແມ່ ນາໍ້ ນັ້ນ ໄດ້ ແຫ້ງ ໄປ ເພື່ອ ຕຽມ ຫົນ ທາງ ໄວ້ ໃຫ້ ບັນດາ ກະສັດ ທີ່ ມາ ຈາກ ທິດຕາເວັນອອກ.
\v 13 ຕໍ່ມາ ຂ້າພະເຈົ້າ ໄດ້ ເຫັນ ວິນ ຍານ ຊົ່ວ ຮ້າຍ ສາມ ດວງ ມີ ລັກ ສະນະ ເໝືອນ ໂຕ ກົບ ວິນຍານ ນັ້ນ ໄດ້ ອອກ ມາ ຈາກ ປາກ ຂອງ ພະຍານາກ, ປາກ ຂອງ ສັດ ຮ້າຍ ແລະ ປາກ ຂອງ ຜູ້ ປະກາດ ພຣະທາໍ ປອມ.
\v 14 ດ້ວຍວ່າ, ວິນຍານ ເຫລົ່າ ນັ້ນ ເປັນ ຜີມານຮ້າຍ ທີ່ ເຮັດ ໝາຍສໍາຄັນ ມັນ ອອກ ໄປ ຫາ ກະສັດ ທັງຫລາຍ ທົ່ວ ພິພົບ ໂລກ ເພື່ອ ໃຫ້ ກະສັດ ເຫລົ່າ ນັ້ນ ມາ ຮ່ວມ ກັນ ສໍາລັບ ການ ສົງ ຄາມ ໃນ ວັນ ອັນ ໃຫຍ່ ຫລວງ ຂອງ ພຣະເຈົ້າ ຜູ້ ຊົງ ຣິດ ທານຸພາບ ສູງສຸດ.
\s5
\v 15 (“ເບິ່ງ ແມ! ເຮົາ ຈະ ມາ ເໝືອນ ຂະໂມຍ ມາ ຄວາມສຸກ ເປັນ ຂອງ ຜູ້ ທີ່ ເຝົ້າ ລະວັງ ແລະ ຮັກ ສາ ເສື້ອຜ້າ ຂອງຕົນ ໄວ້ ເພື່ອ ວ່າ ຕົນ ຈະ ບໍ່ ໄດ້ ເປືອຍກາຍ ແລະ ເປັນ ທີ່ ອັບ ອາຍ ໃນ ທ່າມກາງ ຄົນ ທັງ ຫລາຍ. ”)
\v 16 ແລະ ວິນ ຍານ ເຫຼົ່ົາ ນັ້ນ ໄດ້ ພາ ກະສັດ ທັງ ຫລາຍ ມາ ຊຸມນຸມ ກັນ ໃນ ບ່ອນ ໜຶ່ງ ຕາມ ພາສາ ເຮັບເຣີ ເອີ້ນ ວ່າ, “ອາມາເຄໂດນ.”
\s5
\v 17 ແລ້ວ ເທວະດາ ຕົນ ທີ ເຈັດ ກໍໄດ້ ຖອກ ຂັນ ຂອງຕົນ ໃນ ອາກາດ ມີ ສຽງ ໜຶ່ງ ດັງ ແຮງ ມາ ຈາກ ບັນ ລັງ ໃນ ພຣະວິຫານ ກ່າວ ວ່າ, “ສໍາເລັດ ແລ້ວ. ”
\v 18 ແລ້ວ ກໍ ມີ ຟ້າແມບເຫຼື້ືອມ, ມີ ສຽງ ແຕກ ດັງ ສະໜັ່ນ, ຟ້າຮ້ອງ ຢ່າງ ບໍ່ ຂາດ ສາຍ ແລະ ແຜ່ນດິນ ກໍ ໄຫວ ຢ່າງ ແຮງ. ຕັ້ງ ແຕ່ ມະນຸດ ໄດ້ ຖືກສ້າງ ຂຶ້ນ ມາ ໃນ ໂລກ ບໍ່ ເຄີຍ ມີ ແຜ່ນດິນ ຫວັ່ນ ໄຫວ ອັນ ໃຫຍ່ ແລະ ຮ້າຍແຮງ ຂະໜາດ ນີ້ຈັກ ເທື່ອ ນີ້ແມ່ນ ແຜ່ນດິນໄຫວ ຄັ້ງ ຍິ່ງ ໃຫຍ່ ທີ່ສຸດ
\v 19 ມະຫາ ນະຄອນ ໄດ້ ແຍກ ອອກ ເປັນ ສາມ ສ່ວນ ແລະຫົວເມືອງ ທັງ ຫລາຍ ໃນ ທຸກ ປະເທດ ໄດ້ ຖືກ ທາໍ ລາຍ. ພຣະເຈົ້າ ບໍ່ ໄດ້ ລືມ ມະຫາ ນະຄອນ ບາບີໂລນ ແລະ ໄດ້ ຊົງ ໃຫ້ ນະຄອນ ນີ້ ດື່ມ ເຫລົ້າ ອະງຸ່ນ ແຫ່ງ ຄວາມ ໂກດຮ້າຍ ຂອງ ພຣະອົງ.
\s5
\v 20 ເກາະ ທຸກ ແຫ່ງ ໄດ້ ສູນຫາຍ ໄປ, ພູ ທຸກ ໜ່ວຍ ກໍ ຊອກ ຫາ ບໍ່ ພົບ.
\v 21 ມີ ໝາກເຫັບ ໃຫຍ່ ໜັກ ກ້ອນ ລະ ຫ້າ ສິບ ກິໂລກາຼມ ຕົກ ຈາກ ທ້ອງຟ້າ ຖືກ ຄົນ ທັງ ປວງ, ພວກເຂົາ ໄດ້ ປ້ອຍດ່າ ພຣະເຈົ້າ ຍ້ອນ ໄພພິບັດ ທີ່ ເກີດ ຈາກ ໝາກເຫັບ ນັ້ນ. ດ້ວຍວ່າ ເປັນ ໄພພິບັດ ອັນ ຮ້າຍແຮງ ເຫລືອ ເກີນ.
\s5
\c 17
\p
\v 1 ແລ້ວ ເທວະດາ ຕົນ ໜຶ່ງ ໃນ ເຈັດ ຕົນ ທີ່ ຖື ຂັນ ທັງ ເຈັດ ໜ່ວຍ ນັ້ນ ໄດ້ ມາ ຫາ ຂ້າ ພະເຈົ້າ ແລະ ກ່າວ ວ່າ, “ເຊີນ ມາ ທີ່ ນີ້ ເທີ້ນ ເຮົາ ຈະ ໃຫ້ ທ່ານ ເຫັນ ການ ຊົງ ພິພາກສາ ລົງ ໂທດ ຍິງ ໂສເພນີ ຄົນ ສໍາຄັນ ທີ່ ນັ່ງ ຢູ່ ເທິງ ແມ່ ນາໍ້ ອັນ ຫລວງຫລາຍ.
\v 2 ຄື ຍິງ ນັ້ນ ທີ່ ບັນ ດາ ກະສັດ ທົ່ວ ໂລກ ໄດ້ ຫລີ້ນ ຜິດ ສິນ ທາໍ ທາງ ເພດ ກັບ ມັນ ແລະ ຊາວ ໂລກ ທັງ ຫລາຍ ໄດ້ ມົວ ເມົາ ດ້ວຍ ເຫລົ້າ ແວງ ແຫ່ງ ການ ຜິດ ສິນ ທາໍ ທາງ ເພດ ຂອງ ມັນ ນັ້ນ.”
\s5
\v 3 ເທວະດາ ຕົນ ນັ້ນ ໄດ້ ຍົກ ຂ້າພະເຈົ້າ ເຂົ້າ ໄປ ໃນ ຖິ່ນ ແຫ້ງ ແລ້ງ ກັນ ດານ ໂດຍ ພຣະວິນຍານ. ໃນທີ່ ນັ້ນ ຂ້າພະເຈົ້າ ໄດ້ ເຫັນ ແມ່ ຍິງ ຄົນ ໜຶ່ງ ນັ່ງ ຢູ່ ເທິງ ຫລັງ ສັດ ຮ້າຍ ສີແດງເຂັ້ມ ໂຕໜຶ່ງ ຊຶ່ງ ມີ ຫລາຍຊື່ ທີ່ ເປັນ ຄໍາ ໝິ່ນ ປະໝາດ ເຕັມ ໄປ ທັງ ຕົວ, ມັນ ມີ ເຈັດ ຫົວ ແລະ ສິບ ເຂົາ.
\v 4 ຍິງ ຜູ້ ນັ້ນ ນຸ່ງ ເຄື່ອງ ສີມ່ວງ ອ່ອນ ແລະ ສີແດງເຂັ້ມ ແລະ ປະດັບ ຕົວ ດ້ວຍ ເຄື່ອງ ຄໍາ, ເພັດ ພອຍ ແລະ ໄຂ່ ມຸກ. ໃນ ມື ຂອງ ນາງ ມີ ຈອກ ຄໍາ ທີ່ ເຕັມ ແຕ່ ມົນ ທິນ ອັນ ໜ້າ ຂີ້ດຽດ ເປັນ ຜົນ ແຫ່ງ ການ ຜິດ ສິນທໍາ ທາງ ເພດ ຂອງ ນາງ.
\v 5 ທີ່ ໜ້າ ຜາກ ມີ ຊື່ ຂຽນ ໄວ້ ເປັນ ຄວາມ ເລິກ ລັບ ວ່າ, “ບາບີໂລນ ມະຫາ ນະຄອນ ແມ່ ຂອງ ໂສເພນີ ທັງ ຫລາຍ ແລະ ແມ່ ຂອງ ສິ່ງ ທັງ ປວງ ທີ່ ໜ້າກຽດ ໜ້າຊັງ ໃນ ແຜ່ນດິນ ໂລກ.”
\s5
\v 6 ແລະ ຂ້າພະເຈົ້າ ໄດ້ ເຫັນ ຍິງ ຄົນ ນັ້ນ ເມົາ ດ້ວຍ ເລືອດ ໄພ່ ພົນ ຂອງ ພຣະເຈົ້າ ແລະ ດ້ວຍ ເລືອດ ຂອງ ບັນ ດາ ຜູ້ ທີ່ ຍອມ ສະຫລະ ຊີວິດ ເພາະ ເປັນ ພະຍານ ຝ່າຍ ພຣະເຢຊູເຈົ້າ. ເມື່ອ ຂ້າພະເຈົ້າ ເຫັນ ຍິງ ຄົນ ນັ້ນ ແລ້ວ ກໍ ອັດສະຈັນ ໃຈ ຫລາຍ.
\v 7 ເທວະດາ ຕົນ ນັ້ນ ຖາມ ຂ້າພະເຈົ້າ ວ່າ, “ເປັນຫຍັງ ທ່ານ ຈຶ່ງ ປະຫລາດໃຈ? ເຮົາ ຈະ ບອກ ໃຫ້ ທ່ານ ຮູ້ ຄວາມໝາຍ ອັນ ເລິກ ລັບ ຂອງ ຍິງ ຄົນ ນີ້ ແລະ ສັດ ຮ້າຍ ທີ່ ມີ ເຈັດ ຫົວ ແລະ ສິບ ເຂົາ ຊຶ່ງ ເປັນ ພາຫານະ ຂອງ ຍິງ ນັ້ນ.
\s5
\v 8 ສັດຮ້າຍ ທີ່ ທ່ານ ໄດ້ ເຫັນ ນັ້ນ ໄດ້ ເປັນ ຢູ່ໃນ ຄາວ ກ່ອນ ແຕ່ ບັດ ນີ້ ບໍ່ ໄດ້ ເປັນ ຢູ່ ມັນ ກາໍ ລັງ ຈະ ຂຶ້ນມາ ຈາກ ເຫວເລິກ ເພື່ອ ໄປ ສູ່ຄວາມ ຈິບ ຫາຍ ບັນ ດາ ຊາວ ໂລກ ທີ່ ບໍ່ ມີ ຊື່ ຈົດ ໄວ້ ໃນ ທະບຽນ ແຫ່ງ ຊີວິດ ຕັ້ງແຕ່ ເລີ່ມຕົ້ນ ຊົງ ສ້າງ ໂລກ ນັ້ນ ກໍ ຈະ ປະຫລາດ ໃຈ ເມື່ອ ພວກເຂົາ ເຫັນ ສັດ ຮ້າຍ ທີ່ ໄດ້ ເປັນ ຢູ່ ໃນ ຄາວ ກ່ອນ ແຕ່ ບັດ ນີ້ ບໍ່ ໄດ້ ເປັນ ຢູ່ ແລະ ກາໍ ລັງ ຈະ ມາ ປາກົດ ອີກ.”
\s5
\v 9 “ກ່ຽວກັບ ເລື່ອງ ນີ້ ແມ່ນ ໃຫ້ ໃຊ້ ສະຕິປັນຍາ ແລະ ຄວາມ ເຂົ້າໃຈ. ຫົວ ທັງ ເຈັດ ນັ້ນ ໄດ້ ແກ່ ພູ ນ້ອຍ ເຈັດ ໜ່ວຍ ທີ່ ຍິງ ນັ້ນ ນັ່ງ ຢູ່. ມັນ ຍັງ ໝາຍເຖິງ ກະສັດ ເຈັດ ອົງ
\v 10 ຊຶ່ງ ຫ້າອົງ ໄດ້ ລ່ວງ ໄປ ແລ້ວ ອົງ ໜຶ່ງ ຊົງ ກາໍ ລັງ ເປັນ ຢູ່ ແລະ ອີກອົງໜຶ່ງ ຍັງ ບໍ່ ໄດ້ ສະເດັດມາ. ເມື່ອ ສະເດັດ ມາ ແລ້ວ ຈະ ຕ້ອງ ດໍາລົງ ຢູ່ ຊົ່ວ ຂະນະ ໜຶ່ງ.
\s5
\v 11 ສັດ ຮ້າຍ ທີ່ ໄດ້ ເປັນ ຢູ່ ໃນ ຄາວກ່ອນ ແຕ່ ບັດ ນີ້ ບໍ່ ໄດ້ ເປັນ ຢູ່ ນັ້ນ ກໍ ເປັນ ອົງ ທີ່ ແປດ ແຕ່ ຍັງ ເປັນ ອົງ ໜຶ່ງ ໃນ ເຈັດ ອົງ ນັ້ນ ແລະ ຈະ ໄປ ສູ່ ຄວາມ ຈິບ ຫາຍ.
\s5
\v 12 ເຂົາ ທັງ ສິບ ທີ່ ທ່ານ ໄດ້ ເຫັນ ນັ້ນ ໄດ້ ແກ່ ກະສັດ ສິບ ອົງ ທີ່ ຍັງ ບໍ່ ໄດ້ ສະເຫວີຍ ຣາຊສົມບັດ ແຕ່ ຈະ ໄດ້ ຮັບ ອໍານາດ ເໝືອນ ກະສັດ ດ້ວຍ ກັນ ກັບ ສັດ ຮ້າຍ ນັ້ນ ໜຶ່ງ ຊົ່ວ ໂມງ.
\v 13 ກະສັດ ທັງ ສິບ ອົງ ນີ້ ມີ ຈິດໃຈ ຢ່າງ ດຽວກັນ ແລະ ພວກເຂົາ ມອບ ຣິດເດດ ແລະ ຣິດອໍານາດ ຂອງຕົນ ໃຫ້ ແກ່ ສັດຮ້າຍ ນັ້ນ.
\v 14 ກະສັດ ທັງ ຫລາຍ ນັ້ນ ຈະ ສູ້ຮົບ ກັບ ພຣະເມສານ້ອຍ ແລະ ພຣະເມສານ້ອຍ ຈະ ມີ ໄຊຊະນະ ເພາະວ່າ ພຣະອົງ ເປັນ ອົງ ພຣະຜູ້ເປັນເຈົ້າ ເໜືອ ເຈົ້ານາຍ ທັງ ຫລາຍ ແລະ ເປັນ ມະຫາ ກະສັດ ເໜືອ ກະສັດ ທັງ ຫລາຍ ຝ່າຍ ບັນດາ ຄົນ ທີ່ ຢູ່ ກັບ ພຣະອົງ ເປັນ ຜູ້ ທີ່ ພຣະອົງ ໄດ້ ຊົງ ເອີ້ນ ເອົາ ແລະ ຊົງ ເລືອກ ໄວ້ ກັບ ທັງ ເປັນ ຜູ້ ສັດ ຊື່ ກໍ ຈະ ມີໄຊ ດ້ວຍ ກັນ ກັບ ພຣະອົງ.”
\s5
\v 15 ເທວະດາ ຕົນ ນັ້ນ ຍັງ ເວົ້າ ຕໍ່ ຂ້າພະເຈົ້າ ອີກ ວ່າ, “ແມ່ ນາໍ້ ທັງ ຫລາຍ ທີ່ ທ່ານ ໄດ້ ເຫັນ ຊຶ່ງ ເປັນ ບ່ອນ ທີ່ ຍິງ ໂສເພນີ ນັ່ງ ຢູ່ ນັ້ນ ໄດ້ ແກ່ ບັນດາ ຊົນ ຊາດ ປະຊາຊົນ ທັງ ຫລາຍ ບັນດາ ປະຊາຊາດ ແລະ ພາສາ ຕ່າງໆ.
\s5
\v 16 ເຂົາ ທັງ ສິບ ກັບ ສັດຮ້າຍ ທີ່ທ່ານ ໄດ້ ເຫັນ ນັ້ນ, ຈະ ພາກັນ ກຽດຊັງ ຍິງ ໂສເພນີ ຈະ ເຮັດ ໃຫ້ ມັນ ຂາດ ມິດສະຫາຍ ແລະ ເປືອຍກາຍ ຈະ ກັດ ກິນ ຊີ້ນ ແລະ ຈະ ເອົາ ໄຟ ເຜົາ ມັນ ເສຍ.
\v 17 ດ້ວຍວ່າ ພຣະເຈົ້າ ໄດ້ ດົນ ໃຈ ໃຫ້ ພວກເຂົາ ປະຕິບັດ ຕາມ ພຣະປະສົງ ຂອງ ພຣະອົງ ໂດຍ ໃຫ້ ພວກເຂົາ ມີ ຄວາມ ຄິດ ຢ່າງ ດຽວກັນ ແລະ ໄດ້ ມອບ ອານາຈັກ ຂອງ ພວກເຂົາ ໃຫ້ ແກ່ ສັດ ຮ້າຍ ນັ້ນ ເພື່ອ ປົກຄອງ ຈົນ ກວ່າ ຈະ ສໍາເລັດ ຕາມ ພຣະທາໍ ຂອງ ພຣະເຈົ້າ.
\s5
\v 18 ຍິງ ທີ່ ທ່ານ ເຫັນ ນັ້ນ ໄດ້ ແກ່ ມະຫາ ນະຄອນ ທີ່ ມີ ອໍານາດ ເໜືອ ບັນ ດາ ກະສັດ ທັງ ຫລາຍ ທົ່ວ ແຜ່ນດິນ ໂລກ.”
\s5
\c 18
\p
\v 1 ຫລັງ ຈາກ ນັ້ນ ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ເທວະດາ ອີກ ຕົນ ໜຶ່ງ ລົງ ມາ ຈາກ ສະຫວັນ ມີ ສິດ ອໍານາດ ອັນ ຍິ່ງ ໃຫຍ່ ແລະ ຣັດ ສະໝີ ຂອງ ເພິ່ນ ກໍ ສ່ອງ ແຈ້ງ ທົ່ວ ແຜ່ນດິນ ໂລກ.
\v 2 ເທວະດາ ນັ້ນ ໄດ້ ຮ້ອງ ປະກາດ ສຽງ ແຮງ ກ້າ ຂຶ້ນ ວ່າ, “ບາບີໂລນ ມະຫາ ນະຄອນ ຫລົ້ມ ຈົມ ແລ້ວ ຫລົ້ມ ຈົມ ເສຍ ແລ້ວ ມັນກາຍເປັນ ບ່ອນ ອາໄສ ຂອງ ພວກ ຜີມານຮ້າຍ ເປັນ ບ່ອນ ລີ້ຊ່ອນ ຂອງ ວີນຍານ ຊົ່ວ ຮ້າຍ ທຸກຢ່າງ ແລະ ເປັນ ຄອນ ນົກ ບໍ່ ສະອາດ ແລະ ໜ້າ ກຽດ ໜ້າຊັງ ທຸກ ຊະນິດ.
\v 3 ເພາະວ່າ ປະຊາຊາດ ທັງ ປວງ ໄດ້ ດື່ມ ເຫລົ້າແວງ ປຸກ ຢ່າງ ເຫລືອເກີນ ແຫ່ງ ການ ຜິດ ສິນ ທາໍ ທາງ ເພດ ຂອງ ນະຄອນ ນັ້ນ. ບັນດາ ກະສັດ ແຫ່ງ ແຜ່ນດິນ ໂລກ ໄດ້ ລ່ວງຜິດ ສິນ ທາໍ ທາງ ເພດ ກັບ ນະຄອນ ນັ້ນ ແລະ ພໍ່ ຄ້າ ທັງ ຫລາຍ ແຫ່ງ ແຜ່ນດິນໂລກ ໄດ້ ລໍ້າລວຍ ດ້ວຍ ຊັບອັນ ຟຸມເຟືອຍ ຂອງ ນະຄອນ ນັ້ນ.”
\s5
\v 4 ແລ້ວ ຂ້າພະເຈົ້າ ກໍ ໄດ້ ຍິນ ສຽງໜຶ່ງ ອີກ ຈາກສະຫວັນ ກ່າວ ວ່າ, “ໄພ່ພົນ ຂອງເຮົາ ເອີຍ, ຈົ່ງ ອອກ ມາ ຈາກ ມະຫາ ນະຄອນ ນັ້ນ ເສຍ ເພື່ອ ເຈົ້າ ທັງຫລາຍ ຈະ ບໍ່ມີ ສ່ວນ ໃນ ການບາບ ຂອງ ມັນ ເພື່ອ ເຈົ້າ ຈະ ບໍ່ໄດ້ ຖືກ ໄພ ອັນຕະລາຍ ທີ່ ຈະ ເກີດ ແກ່ ມັນ ນັ້ນ,
\v 5 ເພາະ ການບາບ ຂອງ ນະຄອນ ນັ້ນ ກອງ ສູງ ຂຶ້ນ ພຽງ ຟ້າ ແລ້ວ ແລະ ພຣະເຈົ້າ ໄດ້ ຊົງ ຈື່ຈໍາ ການ ກະທໍາ ອັນ ຊົ່ວຊ້າ ຂອງ ມັນ ໄວ້ ແລ້ວ.
\v 6 ນະຄອນ ນັ້ນ ໄດ້ ໃຫ້ ຜົນ ຢ່າງ ໃດ ກໍ ຈົ່ງ ໃຫ້ ຜົນ ແກ່ ມັນ ຢ່າງ ນັ້ນ ແລະ ຈົ່ງ ຕອບແທນ ແກ່ ການ ກະທໍາ ຂອງ ມັນ ເປັນ ສອງ ເທົ່າ. ໃນ ຈອກ ທີ່ ມັນ ໄດ້ ປະສົມ ໄວ້ ກໍ ຈົ່ງ ປະສົມ ລົງ ໃນ ຈອກ ນັ້ນ ສອງ ເທົ່າ.
\s5
\v 7 ນະຄອນ ນັ້ນ ໄດ້ ອວດ ຈອງຫອງ ແລະ ປ່ອຍ ຕົວ ໄປ ຕາມ ຄວາມ ສະໜຸກ ສະໜານ ເທົ່າ ໃດ ກໍ ຈົ່ງ ໃຫ້ ມັນ ໄດ້ ຮັບ ການ ທໍລະມານ ແລະ ຄວາມ ໂສກເສົ້າ ຫລາຍ ເທົ່ານັ້ນ ເພາະ ມັນ ຄິດ ໃນ ໃຈ ວ່າ, ‘ເຮົາ ຢູ່ ໃນ ຕໍາແໜ່ງ ຣາຊີນີ ບໍ່ແມ່ນ ແມ່ໝ້າຍ, ເຮົາ ຈະ ບໍ່ ປະສົບ ຄວາມ ໂສກເສົ້າ ຈັກເທື່ອ’
\v 8 ຍ້ອນ ການ ນີ້ ໄພພິບັດ ຕ່າງໆ ຂອງ ນະຄອນ ນັ້ນ ຈະ ຕົກ ຖືກ ນາງ ໃນ ວັນ ດຽວ ຄື ຄວາມ ຕາຍ, ຄວາມ ໂສກເສົ້າ ແລະ ຄວາມ ອຶດຢາກ. ແລະ ໄຟ ເຜົາຜານ ນາງ ໃຫ້ ຈິບຫາຍ ເພາະ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຜູ້ ຊົງ ຕັດສິນ ລົງໂທດ ນະຄອນ ນັ້ນ ຊົງ ປະກອບ ດ້ວຍ ພຣະ ກໍາລັງ.”
\s5
\v 9 ບັນດາ ກະສັດ ແຫ່ງ ແຜ່ນດິນ ໂລກ ທີ່ ໄດ້ ລ່ວງຜິດ ສິນທໍາ ທາງ ເພດ ກັບ ນະຄອນ ນັ້ນ ແລະ ໄດ້ ປ່ອຍ ຕົວ ໄປ ຕາມ ຄວາມ ສະໜຸກ ສະໜານ ຮ່ວມ ກັນ ນັ້ນ ເມື່ອ ໄດ້ ເຫັນ ຄວັນ ໄຟ ໄໝ້ ມັນ ກໍ ຈະ ຕີ ເອິກ ຮ້ອງໄຫ້.
\v 10 ກະສັດ ເຫລົ່າ ນັ້ນ ກໍ ຢືນ ຢູ່ ຫ່າງໄກ ເພາະ ຢ້ານ ໄພ ແຫ່ງ ການ ທໍລະມານ ຂອງ ນະຄອນ ນັ້ນ ແລະ ຈະ ກ່າວ ວ່າ, “ວິບັດ ວິບັດ ແລ້ວ ບາບີໂລນ ມະຫາ ນະຄອນ ທີ່ ແຂງແຮງ ເອີຍ ເຈົ້າ ໄດ້ ຖືກ ການ ພິພາກສາ ລົງ ໂທດ ເສຍ ພາຍ ໃນ ຊົ່ວ ໂມງ ດຽວ ເທົ່າ ນັ້ນ.”
\s5
\v 11 ບັນ ດາ ພໍ່ ຄ້າ ແຫ່ງ ແຜ່ນດິນ ໂລກ ຕ່າງ ກໍ ຈະ ຮ້ອງໄຫ້ ແລະ ໂສກເສົ້າ ເພາະ ນະຄອນ ນັ້ນ ເໝືອນກັນ, ເພາະວ່າ ບໍ່ ມີ ຜູ້ໃດ ຊື້ ສິນ ຄ້າ ທີ່ ພວກເຂົາ ບັນທຸກ ມາ ນັ້ນ.
\v 12 ສິນຄ້າເຫລົ່າ ນັ້ນ ຄື: ຄໍາ, ເງິນ, ເພັດ ພອຍ ຕ່າງໆ ແລະ ໄຂ່ ມຸກ, ຜ້າປ່ານ ເນື້ອລະອຽດ, ຜ້າ ສີມ່ວງ, ຜ້າໄໝ ແລະ ຜ້າ ສີແດງເຂັ້ມ, ໄມ້ ຫອມ ທຸກ ຊະນິດ, ເຄື່ອງໃຊ້ ຕ່າງໆ ທີ່ ເຮັດ ດ້ວຍ ງາ ຊ້າງ ແລະ ເຮັດ ດ້ວຍ ໄມ້ ອັນ ມີຄ່າ, ເຮັດ ດ້ວຍ ທອງສໍາຣິດ ເຮັດ ດ້ວຍ ເຫລັກ ແລະ ເຮັດ ດ້ວຍ ຫິນ ອ່ອນ,
\v 13 ເຄື່ອງເທດ ແລະ ເຄື່ອງຫອມ, ກາໍ ຍານ, ນາໍ້ ມັນ ຫອມ ແລະ ເຄື່ອງຫອມ ເຜົາ ບູຊາ, ເຫລົ້າ ອະງຸ່ນ ແລະ ນາໍ້ ມັນ ໝາກກອກເທດ, ເຂົ້າ ແປ້ງ ລະອຽດ ແລະ ເຂົ້າ ບະເລ, ງົວ ແລະ ແກະ, ມ້າ ແລະ ລົດ ມ້າ, ຂ້ອຍໃຊ້, ຕະຫລອດ ທັງ ຊີວິດ ຈິດ ໃຈ ມະນຸດ ດ້ວຍ.
\s5
\v 14 ພວກເຂົາ ກ່າວ ວ່າ, “ຜົນ ທຸກຢ່າງ ທີ່ ໃຈ ເຈົ້າ ປາຖະໜາ ຢາກ ໄດ້ ນັ້ນ ກໍ ສູນຫາຍ ໄປ ແລ້ວ ສິ່ງ ສາລະພັດ ອັນ ມີ ຄ່າ ແລະ ຄວາມ ສວຍສົດ ງົດ ງາມ ກໍ ສູນເສຍ ໄປ ຈາກ ເຈາົ້ ແລ້ວ ແລະ ເຈົ້າ ຈະ ບໍ່ ພົບ ເຫັນ ອີກ ຈັກ ເທື່ອ.”
\s5
\v 15 ບັນດາ ພໍ່ ຄ້າ ທີ່ ໄດ້ ຮັ່ງ ມີ ຈາກ ການ ຄ້າຂາຍ ໃນ ນະຄອນ ນີ້ ຕ່າງ ກໍ ຈະ ຢືນ ຢູ່ ຫ່າງໆ ເພາະ ຢ້ານ ໄດ້ ຮັບ ສ່ວນ ທົນ ທຸກ ທໍລະມານ ກັບນາງ ພວກເຂົາຈະຮ້ອງໄຫ້ ແລະ ໂສກເສົ້າ
\v 16 ແລະ ເປັ່ງ ສຽງ ດັງ ວ່າ, “ວິບັດ ວິບັດ ແລ້ວ ມະຫາ ນະຄອນ ນັ້ນ ທີ່ ເຄີຍ ນຸ່ງ ຫົ່ມ ຜ້າປ່ານ ເນື້ອລະອຽດ ຜ້າສີມ່ວງ ອ່ອນ ຜ້າສີແດງເຂັ້ມ ທີ່ ເຄີຍ ປະດັບ ຕົວ ດ້ວຍ ຄໍາ ດ້ວຍ ເພັດພອຍ ຕ່າງໆ ແລະ ດ້ວຍ ໄຂ່ ມຸກ ນັ້ນ.
\v 17 ພຽງແຕ່ ຊົ່ວ ໂມງ ດຽວ ຊັບ ສົມ ບັດ ເຫລົ່າ ນັ້ນ ກໍໄດ້ ຖືກ ທາໍ ລາຍ ເສຍ ໄປ ໝົດ. ” ນາຍ ເຮືອ ສະເພົາ ທຸກຄົນ ແລະ ຄົນ ໂດຍສານ ບັນດາ ລູກ ເຮືອ ແລະ ຄົນ ທັງ ປວງ ທີ່ ມີ ອາຊີບ ທາງ ທະເລ ຕ່າງ ກໍ ພາກັນ ຢືນ ຢູ່ ຫ່າງໄກ,
\s5
\v 18 ເມື່ອ ເຫັນ ຄວັນ ຈາກ ແປວໄຟ ທີ່ ໄໝ້ ນະຄອນ ນັ້ນ ພວກເຂົາ ຈຶ່ງ ຮ້ອງ ຂຶ້ນ ວ່າ, “ບໍ່ ມີ ນະຄອນ ໃດ ເລີຍ ທີ່ ຈະ ເປັນ ດັ່ງ ມະຫາ ນະຄອນ ນີ້”
\v 19 ພວກເຂົາ ໄດ້ ເອົາ ຂີ້ຝຸ່ນ ດິນ ໃສ່ ຫົວ ຂອງຕົນ ພ້ອມ ທັງ ຮ້ອງໄຫ້ ແລະ ໂສກເສົ້າ ເອີ່ຍ ຂຶ້ນ ວ່າ, “ວິບັດ ວິບັດ ແລ້ວ ມະຫາ ນະຄອນ ນີ້ ຊຶ່ງ ໄດ້ເຮັດ ໃຫ້ ຄົນ ທັງ ປວງ ທີ່ ມີ ເຮືອ ສະເພົາ ເດີນທະເລ ເປັນ ຄົນ ຮັ່ງ ມີ ດ້ວຍ ຊັບ ສົມບັດ ຂອງ ນາງ, ພາຍ ໃນ ຊົ່ວ ໂມງ ດຽວ ກໍ ຖືກ ຊົງ ທາໍ ລາຍ ເສຍ ໄປ ໝົດ. ”
\v 20 “ໂອ ຟ້າສະຫວັນ ແລະ ບັນດາ ໄພ່ ພົນ ຂອງ ພຣະເຈົ້າ ໂອ ອັກ ຄະສາວົກ ແລະ ຜູ້ ປະກາດ ພຣະທາໍ ທັງຫລາຍ ເອີຍ ຈົ່ງ ຊົມ ຊື່ນ ຍິນດີ ເພາະ ນະຄອນ ນັ້ນ. ດ້ວຍວ່າ, ພຣະເຈົ້າ ໄດ້ ຊົງ ພິພາກສາ ລົງ ໂທດ ນະຄອນ ນັ້ນ ເພື່ອ ເປັນ ການ ແກ້ແຄ້ນ ໃຫ້ ເຈົ້າ ທັງ ຫລາຍ ແລ້ວ.”
\s5
\v 21 ແລ້ວ ມີ ເທວະດາ ຜູ້ ມີ ຣິດ ຕົນ ໜຶ່ງ ໄດ້ ຍົກ ຫິນ ກ້ອນ ໜຶ່ງ ເໝືອນ ຫິນ ໂມ້ ໃຫຍ່ ຖິ້ມ ລົງ ໃນ ທະເລ ກ່າວ ວ່າ, “ບາບີໂລນ ມະຫາ ນະຄອນ ນັ້ນ ຈະ ຖືກ ຖິ້ມ ລົງ ໂດຍ ຮຸນແຮງ ຢ່າງ ນີ້ ແຫລະ, ແລ້ວ ຈະ ບໍ່ ມີ ຜູ້ໃດ ເຫັນ ມັນ ອີກ ຈັກ ເທື່ອ.
\v 22 ສຽງ ນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະ ເປົ່າແກ ຈະ ບໍ່ ່ ໄດ້ຍິນ ໃນ ເຈົ້າ ຕໍ່ໄປ ອີກ ຈະ ບໍ່ ພົບ ຄົນ ທີ່ ມີ ວິຊາ ຊ່າງ ຢ່າງ ໃດ ຈັກ ຄົນ ໃນ ເຈົ້າ ຕໍ່ໄປ ອີກ ແລະ ສຽງ ໂມ້ ແປ້ງ ຈະ ບໍ່ ໄດ້ຍິນ ໃນ ເຈົ້າ ຕໍ່ໄປ ອີກ ຈັກ ເທື່ອ.
\s5
\v 23 ຈະ ບໍ່ ມີ ແສງ ໂຄມ ສ່ອງ ສະຫວ່າງ ໃນ ເຈົ້າ ຕໍ່ ໄປ ອີກ, ຈະ ບໍ່ ມີ ຜູ້ໃດ ໄດ້ຍິນ ສຽງ ເຈົ້າ ບ່າວ ເຈົ້າ ສາວ ໃນ ເຈົ້າ ຕໍ່ໄປ ອີກ ຈັກເທື່ອ, ເພາະວ່າ ບັນດາ ພໍ່ ຄ້າ ຂອງ ເຈົ້າ ໄດ້ ເປັນ ເຈົ້າ ນາຍ ແຫ່ງ ແຜ່ນດິນໂລກ ແລະ ບັນດາ ປະຊາຊາດ ໄດ້ ຖືກ ຫລອກລວງ ດ້ວຍ ເວດມົນ ຄາຖາ ຂອງ ເຈົ້າ.
\v 24 ໃນ ນະຄອນ ນັ້ນ ເຂົາ ໄດ້ ພົບ ເລືອດ ຂອງ ພວກ ຜູ້ ປະກາດ ພຣະທາໍ ແລະ ຂອງ ພວກ ໄພ່ ພົນ ຂອງ ພຣະເຈົ້າ ກັບ ເລືອດ ຂອງ ບັນດາ ຄົນ ທີ່ ຖືກ ຂ້າ ເທິງ ແຜ່ນດິນ ໂລກ ນັ້ນ.”
\s5
\c 19
\p
\v 1 ຫລັງຈາກ ນັ້ນ ຂ້າພະເຈົ້າ ໄດ້ຍິນ ເໝືອນ ສຽງດັງ ຂອງ ປະຊາຊົນ ຈໍານວນ ຫລາຍ ໃນ ສະຫວັນ ກາໍລັງ ຮ້ອງ ວ່າ, “ຮາເລລູຢາ ຄວາມ ພົ້ນ ສະຫງ່າຣາສີ ແລະ ຣິດອໍານາດ ເປັນ ຂອງ ພຣະເຈົ້າ ຂອງ ພວກເຮົາ ທັງຫລາຍ.
\v 2 ດ້ວຍວ່າ, ການ ຕັດ ສິນ ຂອງ ພຣະອົງ ກໍ ຖືກ ຕ້ອງ ແລະ ຍຸດຕິທາໍ ພຣະອົງ ໄດ້ ຕັດ ສິນ ລົງ ໂທດ ຍິງ ໂສເພນີ ຄົນ ສໍາຄັນ ຜູ້ ທີ່ ໄດ້ ເຮັດ ໃຫ້ ໂລກ ຊົ່ວ ຊ້າ ໄປ ດ້ວຍ ການ ຜິດ ສິນ ທາໍ ທາງ ເພດ ຂອງຕົນ ພຣະເຈົ້າ ໄດ້ ລົງ ໂທດ ນາງ ຍ້ອນ ນາງ ໄດ້ ຂ້າ ພວກ ຜູ້ຮັບ ໃຊ້ ຂອງ ພຣະອົງ.”
\s5
\v 3 ແລ້ວ ຄົນ ເຫລົ່າ ນັ້ນ ກໍໄດ້ ຮ້ອງ ຂຶ້ນ ເປັນ ເທື່ອ ທີ ສອງ ວ່າ, “ຮາເລລູຢາ. ” ຄວັນ ຈາກ ແປວ ໄຟ ທີ່ ເຜົາ ໄໝ້ ມະຫາ ນະຄອນ ນັ້ນ ກໍ ພຸ່ງ ຂຶ້ນ ຢູ່ ຕະຫລອດ ນິຣັນດອນ.
\v 4 ພວກ ຜູ້ ອາວຸໂສ ຊາວສີ່ ທ່ານ ແລະ ສິ່ງ ທີ່ ມີ ຊີວິດ ທັງ ສີ່ ໄດ້ ຂາບລົງ ແລະ ນະມັດສະການ ພຣະເຈົ້າ ຜູ້ ທີ່ນັ່ງ ຢູ່ ເທິງ ບັນລັງ ນັ້ນ ພວກເພິ່ນ ກ່າວ ວ່າ, “ອາແມນ ຮາເລລູຢາ.”
\s5
\v 5 ແລະ ມີ ສຽງດັງ ອອກ ມາ ຈາກ ພຣະຣາຊບັນລັງ ວ່າ, “ເຈົ້າ ທັງຫລາຍ ຜູ້ ເປັນ ຜູ້ຮັບໃຊ້ ຂອງ ພຣະອົງ ທີ່ ຢໍາເກງ ພຣະອົງ ທັງ ຜູ້ໃຫຍ່ ແລະ ຜູ້ນ້ອຍ ຈົ່ງຖວາຍ ສັນລະເສີນ ແດ່ ພຣະເຈົ້າ ຂອງ ເຮົາ ທັງ ຫລາຍ.”
\s5
\v 6 ແລ້ວ ໄດ້ຍິນ ເໝືອນ ສຽງ ຄົນ ຈາໍ ນວນ ຫລວງຫລາຍ ເໝືອນ ສຽງ ນາໍ້ ນອງ ຕົກ ຕາດ ແລະ ເໝືອນ ຟ້າ ຮ້ອງ ສຽງ ແຮງກ້າ ວ່າ, “ຮາເລລູຢາ ເພາະວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຂອງ ພວກເຮົາ ຜູ້ ຊົງ ຣິດ ທານຸພາບ ອັນ ສູງສຸດ ໄດ້ ຊົງ ຂຶ້ນ ສະເຫວີຍ ຣາດ ແລ້ວ.
\s5
\v 7 ໃຫ້ ເຮົາ ທັງ ຫລາຍ ຊົມ ຊື່ນ ແລະ ປິຕິ ຍິນ ດີ ພາກັນ ຖວາຍ ພຣະກຽດ ແດ່ ພຣະອົງ ເພາະ ເຖິງ ເວລາ ແຫ່ງ ການ ສົມ ຣົດ ຂອງ ພຣະເມສານ້ອຍ ແລ້ວ ແລະ ເຈົ້າ ສາວ ຂອງ ພຣະອົງ ໄດ້ ຕຽມພ້ອມ ແລ້ວ.
\v 8 ແລະ ຊົງ ໂຜດ ໃຫ້ ເຈົ້າ ສາວ ນັ້ນ ນຸ່ງ ຫົ່ມ ຜ້າປ່ານ ເນື້ອລະອຽດເສາະໃສ ແລະ ບໍຣິສຸດ. ” (ເພາະ ຜ້າປ່ານ ເນື້ອ ດີ ນັ້ນ ໄດ້ ແກ່ ການ ປະຕິບັດ ອັນ ຊອບທໍາ ແຫ່ງ ພວກ ໄພ່ພົນ ຂອງ ພຣະເຈົ້າ.)
\s5
\v 9 ເທວະດາ ຕົນ ນັ້ນ ໄດ້ ບອກ ຂ້າພະເຈົ້າ ວ່າ, “ຈົ່ງ ຂຽນ ໄວ້ ວ່າ, ຄວາມສຸກ ມີ ແກ່ ຄົນ ທັງ ຫລາຍ ທີ່ ໄດ້ ຮັບ ເຊີນ ມາ ໃນ ງານ ລ້ຽງ ສົມ ຣົດ ຂອງ ພຣະເມສານ້ອຍ ນັ້ນ” ແລະ ເພິ່ນ ໄດ້ ບອກ ຂ້າພະເຈົ້າ ວ່າ, “ຖ້ອຍຄໍາ ເຫລົ່ານີ້ ເປັນ ພຣະທໍາ ທ່ຽງແທ້ ຂອງ ພຣະເຈົ້າ. ”
\v 10 ແລ້ວ ຂ້າພະເຈົ້າ ໄດ້ ກົ້ມ ຕົວ ລົງ ໃກ້ ຕີນ ພວກ ເທວະດາ ເພື່ອ ຈະ ຂາບໄຫວ້ ເພິ່ນ ແຕ່ ເພິ່ນ ໄດ້ ກ່າວ ກັບ ຂ້າພະເຈົ້າ ວ່າ, “ລະວັງ ຢ່າ ເຮັດ ຢ່າງ ນັ້ນ ເຮົາ ເປັນ ເພື່ອນ ຜູ້ຮັບໃຊ້ ຮ່ວມ ກັນ ກັບ ທ່ານ ແລະ ຮ່ວມ ກັບ ພີ່ ນ້ອງ ຂອງທ່ານ ທີ່ ຢຶດ ຖື ຄໍາ ພະຍານ ຝ່າຍ ພຣະເຢຊູເຈົ້າ ຈົ່ງ ນະມັດສະການ ພຣະເຈົ້າ ເທີ້ນ. ເພາະວ່າ ເນື້ອ ຄວາມ ຂອງ ການ ປະກາດ ພຣະທາໍ ກໍ ເປັນ ຄໍາ ພະຍານ ຝ່າຍ ພຣະເຢຊູເຈົ້າ.”
\s5
\v 11 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ສະຫວັນ ໄຂ ອອກ ດັ່ງ ນີ້ ມີ ມ້າຂາວ ໂຕໜຶ່ງ ພຣະອົງ ຜູ້ ປະທັບ ເທິງ ຫລັງ ມ້າ ນັ້ນ ຊົງ ພຣະນາມ ວ່າ, “ສັດຊື່, ” ແລະ “ທ່ຽງແທ້. ” ພຣະອົງ ຜູ້ ຊົງ ພິພາກສາ ແລະ ສູ້ຮົບ ດ້ວຍ ຄວາມ ຍຸດຕິທໍາ.
\v 12 ດວງຕາ ຂອງ ພຣະອົງ ເປັນ ເໝືອນ ດັ່ງ ແປວໄຟ ແລະ ມີ ມົງກຸດ ຫລາຍ ອັນ ເທິງ ຫົວ ຂອງ ພຣະອົງ ທີ່ ເທິງ ຫົວ ຂອງ ພຣະອົງ ມີ ຊື່ ໜຶ່ງ ຂຽນ ໄວ້ ແຕ່ ບໍ່ ມີ ຜູ້ໃດ ຮູ້ຈັກ ນອກຈາກ ພຣະອົງ ເອງ.
\v 13 ເສື້ອຄຸມ ທີ່ ພຣະອົງ ຊົງ ຫົ່ມ ນັ້ນ ກໍ ຈຸ່ມ ແລ້ວ ໃນ ເລືອດ. ພຣະນາມ ຂອງ ພຣະອົງ ເອີ້ນ ວ່າ, “ພຣະທາໍ ຂອງ ພຣະເຈົ້າ.”
\s5
\v 14 ຝູງ ກອງທັບ ໃນ ສະຫວັນ ນຸ່ງ ຜ້າ ປ່ານ ເນື້ອ ລະອຽດ ສີຂາວ ແລະ ຂີ່ ມ້າຂາວ ໄດ້ ແຫ່ ຕິດຕາມ ພຣະອົງ ໄປ.
\v 15 ມີ ດາບ ຄົມ ດວງ ໜຶ່ງ ອອກ ມາ ຈາກ ປາກ ຂອງ ພຣະອົງ ເພື່ອ ພຣະອົງ ຈະ ເອົາ ຊະນະ ຊົນ ຊາດ ທັງ ຫລາຍ ດ້ວຍ ດາບ ນັ້ນ. “ພຣະອົງ ຈະ ປົກ ຄອງ ພວກເຂົາ ດ້ວຍ ຄ້ອນເຫລັກ ທີ່ ມີ ອໍານາດ ແລະ ພຣະອົງ ຈະ ຢຽບ ເອົາ ນໍ້າ ອະງຸ່ນ ໃນ ອ່າງ ແຫ່ງ ຄວາມ ໂກດຮ້າຍ ອັນ ແຮງກ້າ ຂອງ ພຣະເຈົ້າ ອົງ ຊົງ ຣິດທານຸພາບ ສູງສຸດ. ”
\v 16 ຕາມ ເສື້ອຄຸມ ແລະ ຕາມ ກົກ ຂາ ຂອງ ພຣະອົງ ໄດ້ ມີ ຊື່ ຂຽນ ໄວ້ ວ່າ, “ຈອມ ກະສັດ. ” ແລະ “ຈອມ ເຈົ້ານາຍ.”
\s5
\v 17 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ເທວະດາ ຕົນ ໜຶ່ງ ຢືນ ຢູ່ ເທິງ ຕາເວັນ. ເພິ່ນ ຮ້ອງ ສຽງດັງ ໃສ່ ຝູງ ນົກ ທີ່ ບິນ ໄປມາ ຢູ່ ກາງ ອາກາດ ວ່າ, “ຈົ່ງ ມາ ໂຮມກັນ ໃນ ງານກິນ ລ້ຽງ ອັນ ໃຫຍ່ ຂອງ ພຣະເຈົ້າ.
\v 18 ເພື່ອ ຈະ ໄດ້ ມາ ກິນ ຊີ້ນ ຂອງ ບັນດາ ກະສັດ, ຊີ້ນ ບັນດາ ແມ່ທັບ ແລະ ບັນດາ ທະຫານ, ຊີ້ນ ຂອງ ມ້າ ກັບ ຊີ້ນ ຂອງ ທະຫານ ມ້າ, ຊີ້ນ ຂອງ ປະຊາຊົນ ທັງຫລາຍ, ບໍ່ ວ່າ ເປັນ ຂ້ອຍໃຊ້ ຫລື ເປັນ ອິດສະຫລະ, ທັງ ຜູ້ໃຫຍ່ ແລະ ຜູ້ນ້ອຍ.”
\s5
\v 19 ຕໍ່ມາ ຂ້າພະເຈົ້າ ໄດ້ ເຫັນ ສັດ ຮ້າຍ ແລະ ບັນ ດາ ກະສັດ ທັງ ຫລາຍ ແຫ່ງ ແຜ່ນດິນ ໂລກ ພ້ອມ ທັງ ກອງທັບ ຂອງ ກະສັດ ເຫລົ່າ ນັ້ນ ໄດ້ ມາ ໂຮມກັນ ເພື່ອ ສູ້ຮົບ ກັບ ພຣະອົງ ຜູ້ ທີ່ ນັ່ງ ເທິງ ຫລັງ ມ້າ ແລະ ຕໍ່ສູ້ ກອງທັບ ຂອງ ພຣະອົງ.
\v 20 ສັດ ຮ້າຍ ໄດ້ ຖືກ ຈັບ ພ້ອມ ດ້ວຍ ຄົນ ທີ່ ປອມ ຕົວ ເປັນ ຜູ້ ປະກາດ ພຣະທາໍ ທີ່ ໄດ້ ເຮັດ ໝາຍສໍາຄັນ ຕໍ່ໜ້າສັດ ຮ້າຍ ນັ້ນ ແລະ ໃຊ້ ໝາຍສໍາຄັນ ນັ້ນ ຫລອກລວງ ຄົນ ທັງ ຫລາຍ ທີ່ ຮັບ ເຄື່ອງໝາຍ ຂອງ ສັດ ຮ້າຍ ແລະ ບູຊາ ຮູບ ຂອງ ມັນ ພວກເຂົາ ທັງສອງ ໄດ້ ຖືກ ຖິ້ມ ລົງ ທັງ ເປັນ ໃນ ບຶງ ໄຟ ທີ່ ໄໝ້ ຢູ່ ດ້ວຍ ມາດ.
\s5
\v 21 ສ່ວນ ກອງທັບ ຂອງ ພວກເຂົາ ທີ່ ຍັງ ເຫລືອ ຢູ່ ນັ້ນ ກໍ ຖືກ ຂ້າ ດ້ວຍ ດາບ ທີ່ ອອກ ມາ ຈາກ ປາກ ຂອງ ພຣະອົງ ຜູ້ ຊົງ ນັ່ງ ເທິງ ຫລັງ ມ້າ ນັ້ນ ແລະ ຝູງ ນົກ ທັງປວງ ກໍ ໄດ້ ກິນ ຊີ້ນ ຂອງ ຄົນ ເຫລົ່ານັ້ນ ຈົນ ອີ່ມ.
\s5
\c 20
\p
\v 1 ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ເທວະດາ ຕົນໜຶ່ງ ລົງ ມາ ຈາກ ສະຫວັນ, ເພິ່ນ ຖື ກະແຈ ຂອງ ເຫວເລິກ ແລະ ຖື ໂສ້ ເສັ້ນ ໃຫຍ່.
\v 2 ເພິ່ນ ໄດ້ ຈັບ ເອົາ ພະຍານາກ ຊຶ່ງ ເປັນ ງູ ແຕ່ ດຶກ ດໍາບັນ ຄື ມານຮ້າຍ ແລະ ມານຊາຕານ ໄດ້ ຜູກ ມັດ ມັນ ໄວ້ ໃນ ລະຫວ່າງ ພັນ ປີ.
\v 3 ແລ້ວ ເພິ່ນ ໄດ້ ຖິ້ມ ມັນ ລົງ ໄປ ໃນ ເຫວເລິກ ແລະ ໃສ່ ກະແຈ ທັງ ຕີ ຕາປະທັບ ໃສ່ ດ້ວຍ ເພື່ອ ບໍ່ ໃຫ້ ມັນ ໄດ້ ຫລອກລວງ ບັນ ດາ ປະຊາຊາດ ທັງ ຫລາຍ ອີກ ຕໍ່ ໄປ ຈົນ ກວ່າ ໜຶ່ງ ພັນ ປີ ຜ່ານ ພົ້ນ ໄປ. ຫລັງ ຈາກ ນັ້ນ ມັນ ຈະ ຕ້ອງ ຖືກ ປ່ອຍ ໃຫ້ ອອກ ມາ ພຽງ ຊົ່ວ ໄລຍະ ໜຶ່ງ.
\s5
\v 4 ແລ້ວ ຂ້າພະເຈົ້າ ໄດ້ ເຫັນ ບັນ ລັງ ຫລາຍ ອັນ ແລະ ຜູ້ ທີ່ນັ່ງ ເທິງ ບັນ ລັງ ນັ້ນ ເປັນ ຜູ້ ທີ່ ໄດ້ ຮັບ ພຣະຣາຊທານ ອໍານາດ ພິພາກສາ ແລະ ຂ້າພະເຈົ້າ ຍັງ ໄດ້ ເຫັນ ດວງ ວິນຍານ ຂອງ ຄົນ ທັງ ປວງ ທີ່ ຖືກ ຕັດ ຄໍ ເພາະ ເປັນ ພະຍານ ຝ່າຍ ພຣະເຢຊູເຈົ້າ ແລະ ເພາະ ພຣະທໍາ ຂອງ ພຣະເຈົ້າ ຄື ຜູ້ ທີ່ ບໍ່ໄດ້ ບູຊາ ສັດ ຮ້າຍ ຫລື ຮູບ ຂອງ ມັນ ແລະ ບໍ່ ໄດ້ ຮັບ ເຄື່ອງໝາຍ ຂອງ ມັນ ຕິດ ໄວ້ ທີ່ ໜ້າ ຜາກ ຫລື ທີ່ ມື ຂອງຕົນ. ຄົນ ເຫລົ່າ ນັ້ນ ກັບ ຄືນ ມີ ຊີວິດ ໃໝ່ ແລະ ໄດ້ ຄຸ້ມ ຄອງ ຮ່ວມ ກັບ ພຣະຄຣິດ ໃນ ລະຫວ່າງ ພັນ ປີ.
\s5
\v 5 (ນອກຈາກ ຄົນ ເຫລົ່າ ນີ້ ຄົນ ອື່ນ ໆ ທີ່ ຕາຍ ແລ້ວ ບໍ່ ໄດ້ ກັບ ຄືນ ມີ ຊີວິດ ອີກ ຈົນ ກວ່າ ພັນ ປີ ນັ້ນ ລ່ວງ ໄປ ແລ້ວ).
\v 6 ຜູ້ໃດ ທີ່ ມີ ສ່ວນ ໃນ ການ ຄືນ ມາ ຈາກ ຕາຍ ຄັ້ງ ທາໍ ອິດ, ຜູ້ນັ້ນ ແຫລະ ກໍ ເປັນ ສຸກ ແລະ ບໍຣິສຸດ. ຄວາມຕາຍ ຄັ້ງ ທີ ສອງ ຈະ ບໍ່ ມີ ອໍານາດ ເໜືອ ຄົນ ເຫລົ່າ ນັ້ນ ແຕ່ ພວກເຂົາ ຈະ ໄດ້ ເປັນ ປະໂຣຫິດ ຂອງ ພຣະເຈົ້າ ແລະ ຂອງ ພຣະຄຣິດ ທັງ ຈະ ຄຸ້ມ ຄອງ ຮ່ວມ ກັບ ພຣະອົງ ໃນ ລະຫວ່າງ ພັນ ປີ.
\s5
\v 7 ຫລັງຈາກ ໜຶ່ງພັນ ປີ ຜ່ານ ພົ້ນໄປແລ້ວ, ມານຊາຕານ ຈະ ຖືກ ປ່ອຍຕົວ ຈາກ ບ່ອນ ຂັງ ມັນ ໄວ້,
\v 8 ມັນ ຈະ ອອກ ໄປ ຫລອກລວງ ບັນ ດາ ປະຊາຊາດ ທັງ ຫລາຍ ທີ່ ກະຈັດ ກະຈາຍ ຢູ່ ທົ່ວ ໂລກ ຄື ໂກກ ແລະ ມາໂກກ ໃຫ້ ມາ ເຕົ້າໂຮມ ກັນ ເພື່ອ ການ ເຮັດ ເສິກ ຈໍານວນ ຄົນ ເຫລົ່າ ນັ້ນ ມີ ຫລວງຫລາຍ ເໝືອນ ເມັດ ຊາຍ ຕາມ ແຄມ ຝັ່ງ ທະເລ.
\s5
\v 9 ພວກເຂົາ ແຜ່ ກະຈາຍ ເປັນ ກອງທັບ ອອກ ໄປ ທົ່ວ ແຜ່ນດິນ ໂລກ ແລະ ໄດ້ ອ້ອມ ຄ້າຍ ພວກ ໄພ່ພົນ ຂອງ ພຣະເຈົ້າ ກັບ ນະຄອນ ທີ່ ພຣະອົງ ຊົງ ຮັກ ນັ້ນ. ແຕ່ ໄຟ ໄດ້ຕົກ ລົງ ມາ ຈາກ ສະຫວັນ ແລະ ທາໍ ລາຍ ລ້າງຜານ ພວກເຂົາ ເສຍ.
\v 10 ສ່ວນ ມານຮ້າຍ ທີ່ ຫລອກລວງ ຄົນ ເຫລົ່າ ນັ້ນ ກໍໄດ້ ຖືກ ຖິ້ມ ລົງ ໃນ ບຶງ ໄຟ ປົນ ກັບ ມາດ ບ່ອນ ທີ່ ສັດ ຮ້າຍ ແລະ ຜູ້ ປະກາດ ພຣະທໍາ ປອມ ໄດ້ ຖືກ ຖິ້ມ ລົງ ໄປ ແລ້ວ ນັ້ນ ແລະ ພວກ ມັນ ຈະ ຕ້ອງ ຖືກ ທົນ ທຸກ ທໍລະມານ ທັງ ກາງເວັນ ແລະ ກາງຄືນ ຢູ່ ຕະຫລອດ ນິຣັນດອນ.
\s5
\v 11 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ພຣະ ບັນ ລັງ ໃຫຍ່ ສີ ຂາວ ທັງ ເຫັນ ພຣະອົງ ຜູ້ ທີ່ ນັ່ງ ຢູ່ ເທິງ ບັນ ລັງ ນັ້ນ. ເມື່ອ ພຣະອົງ ຊົງ ປາກົດ, ແຜ່ນດິນ ໂລກ ແລະ ທ້ອງຟ້າ ກໍ ພ່າຍ ໜີ ແລະ ບ່ອນ ຢູ່ ສໍາລັບ ແຜ່ນດິນ ໂລກ ແລະ ທ້ອງຟ້າ ນັ້ນ ກໍ ບໍ່ ເຫັນ ອີກ.
\v 12 ແລະ ຂ້າພະເຈົ້າ ໄດ້ ເຫັນ ບັນດາ ຄົນ ທີ່ ຕາຍ ແລ້ວ ທັງ ຜູ້ ໃຫຍ່ ແລະ ຜູ້ ນ້ອຍ ພາກັນ ຢືນ ຢູ່ ຕໍ່ໜ້າ ພຣະ ບັນ ລັງ ນັ້ນ, ໜັງ ສື ຕ່າງໆ ກໍ ເປີດ ອອກ ແລະ ມີ ໜັງ ສື ອີກ ເຫຼັ້ັມ ໜຶ່ງ ກໍ ເປີດ ອອກ ເໝືອນກັນ ຄື ໜັງ ສື ທະບຽນ ແຫ່ງ ຊີວິດ ແລະ ຄົນ ທັງຫລາຍ ທີ່ ຕາຍ ແລ້ວ ກໍ ຖືກ ຕັດ ສິນ ຕາມ ການ ກະທາໍ ຂອງ ພວກເຂົາ ດັ່ງ ທີ່ ມີ ບັນ ທຶກ ໄວ້ ໃນ ໜັງ ສື ເຫລົ່າ ນັ້ນ.
\s5
\v 13 ທະເລ ກໍໄດ້ ສົ່ງ ຄົນ ທັງ ຫລາຍ ທີ່ ຕາຍ ໃນ ທ້ອງ ທະເລ ຄືນ ມາ. ຄວາມ ຕາຍ ແລະ ແດນ ມໍຣະນາ ກໍໄດ້ ສົ່ງ ຄົນ ທັງ ຫລາຍ ໃນທີ່ ນັ້ນ ຄືນ ມາ ເໝືອນກັນ. ພວກເຂົາ ທັງ ໝົດ ໄດ້ ຖືກ ຕັດສິນ ຕາມ ການ ກະທໍາ ຂອງ ພວກ ຕົນ ທຸກຄົນ.
\v 14 ຄວາມຕາຍ ແລະ ແດນ ມໍຣະນາ ກໍ ໄດ້ ຖືກ ຖິ້ມ ລົງ ໃນ ບຶງ ໄຟ. ບຶງ ໄຟ ນີ້ ແຫລະ ເປັນ ຄວາມຕາຍ ຄັ້ງ ທີ ສອງ.
\v 15 ຖ້າ ຜູ້ໃດ ທີ່ ບໍ່ ມີ ຊື່ ຈົດ ໄວ້ ໃນ ໜັງສື ທະບຽນ ແຫ່ງ ຊີວິດ ຜູ້ນັ້ນ ກໍ ຖືກ ຖິ້ມ ລົງ ໃນ ບຶງໄຟ.
\s5
\c 21
\p
\v 1 ແລ້ວ ຂ້າພະເຈົ້າ ກໍໄດ້ ເຫັນ ຟ້າ ສະຫວັນ ໃໝ່ ແລະ ແຜ່ນດິນ ໂລກ ໃໝ່ ເພາະວ່າ ຟ້າສະຫວັນ ເດີມ ແລະ ແຜ່ນດິນ ໂລກ ເດີມ ນັ້ນ ກໍ ໄດ້ ລ່ວງ ໄປ ແລ້ວ ແລະ ທະເລ ກໍ ບໍ່ ມີ ເໝືອນກັນ.
\v 2 ຂ້າພະເຈົ້າ ກໍໄດ້ ເຫັນ ນະຄອນ ສັກ ສິດ ຄື ນະຄອນ ເຢຣູຊາເລັມ ໃໝ່ ກາໍ ລັງ ລົງ ມາ ຈາກ ສະຫວັນ ແລະ ຈາກ ພຣະເຈົ້າ, ນະຄອນ ນີ້ ໄດ້ ຈັດ ຕຽມພ້ອມ ແລ້ວ ເໝືອນ ເຈົ້າ ສາວ ແຕ່ງຕົວ ໄວ້ ເພື່ອ ພົບ ເຈົ້າບ່າວ ຂອງຕົນ.
\s5
\v 3 ຂ້າພະເຈົ້າ ໄດ້ຍິນ ສຽງດັງ ອອກ ມາ ຈາກ ພຣະຣາຊບັນລັງ ແລະ ກ່າວ ວ່າ, “ເບິ່ງ ແມ! ທີ່ ສະຖິດ ຂອງ ພຣະເຈົ້າ ກໍ ຢູ່ ກັບ ມະນຸດ ແລ້ວ ພຣະອົງ ຈະ ສະຖິດ ຢູ່ ກັບ ພວກເຂົາ ແລະ ພວກເຂົາ ກໍ ຈະ ເປັນ ໄພ່ພົນ ຂອງ ພຣະອົງ ພຣະເຈາົ້ ເອງ ຈະ ສະຖິດ ຢູ່ ກັບ ພວກເຂົາ ແລະ ຈະ ຊົງ ເປັນ ພຣະເຈົ້າ ຂອງ ພວກເຂົາ.
\v 4 ພຣະເຈົ້າ ຈະ ຊົງ ເຊັດ ນາໍ້ ຕາ ທຸກ ຢົດ ຈາກ ຕາ ຂອງ ພວກເຂົາ. ຄວາມຕາຍ ຈະ ບໍ່ ມີ ອີກ ຕໍ່ໄປ. ຄວາມ ໂສກເສົ້າ, ການ ຮ້ອງໄຫ້ ແລະ ຄວາມ ເຈັບ ປວດ ຈະ ບໍ່ ມີ ອີກ ຕໍ່ໄປ ເພາະວ່າ ສິ່ງ ທີ່ ມີ ຢູ່ ູໃນ ຄາວ ກ່ອນ ນັ້ນ ກໍໄດ້ ຜ່ານ ພົ້ນ ໄປ ແລ້ວ.”
\s5
\v 5 ພຣະອົງ ຜູ້ ຊົງ ປະທັບ ເທິງ ພຣະ ຣາຊບັນລັງ ໄດ້ ຊົງ ກ່າວ ວ່າ, “ເບິ່ງ ແມ! ເຮົາ ໄດ້ ສ້າງ ທຸກສິ່ງ ທັງປວງ ຂຶ້ນໃໝ່. ” ແລະ ພຣະອົງ ຊົງ ກ່າວ ອີກ ວ່າ, “ຈົ່ງ ຂຽນ ໄວ້ ເພາະວ່າ ຖ້ອຍຄໍາ ເຫລົ່າ ນີ້ ແຫລະ ສັດ ຊື່ ແລະ ທ່ຽງແທ້. ”
\v 6 ພຣະອົງ ຊົງ ກ່າວ ກັບ ຂ້າພະເຈົ້າ ວ່າ, “ສໍາເລັດແລ້ວ ເຮົາ ນີ້ ຄື ອາລະຟາ ແລະ ໂອເມຄາ ເປັນ ເບື້ອງຕົ້ນ ແລະ ເປັນ ເບື້ອງປາຍ, ຜູ້ໃດ ທີ່ ຫິວ ນາໍ້ ເຮົາ ຈະ ໃຫ້ ຜູ້ ນັ້ນ ດື່ມ ຈາກ ບໍ່ ນໍ້າພຸ ແຫ່ງ ຊີວິດ ໂດຍ ບໍ່ ຕ້ອງ ເສຍ ຄ່າ.
\s5
\v 7 ຜູ້ ທີ່ ໄດ້ ໄຊຊະນະ ຜູ້ນັ້ນ ຈະ ໄດ້ ຮັບ ສິ່ງ ເຫລົ່າ ນີ້ ເປັນ ມໍຣະດົກ ຄື ເຮົາ ຈະ ເປັນ ພຣະເຈົ້າ ຂອງ ພວກເຂົາ ແລະ ພວກເຂົາ ນັ້ນ ແຫລະ ຈະ ເປັນ ບຸດ ຂອງເຮົາ.
\v 8 ສ່ວນ ຄົນ ຂີ້ຢ້ານ, ຄົນ ທໍລະຍົດ, ຄົນ ປະພຶດ ໃນ ສິ່ງ ທີ່ ໜ້າ ກຽດ ໜ້າ ຊັງ, ຜູ້ຂ້າຄົນ, ຄົນປະພຶດ ຜິດ ສິນ ທາໍ ທາງ ເພດ, ຄົນ ໃຊ້ ເວດມົນ ຄາຖາ, ຄົນ ຂາບໄຫວ້ ຮູບເຄົາຣົບ ແລະ ຄົນ ຂີ້ຕົວະ ທຸກຄົນ ນັ້ນ ມໍຣະດົກ ຂອງ ຄົນ ເຫລົ່າ ນັ້ນ ແມ່ນ ບຶງ ໄຟ ທີ່ ໄໝ້ ຢູ່ ປົນ ກັບ ມາດ ຊຶ່ງ ເປັນ ຄວາມຕາຍ ຄັ້ງ ທີ ສອງ.”
\s5
\v 9 ເທວະດາ ຕົນ ໜຶ່ງ ໃນ ເຈັດ ຕົນ ທີ່ ຖື ຂັນ ເຈັດ ໜ່ວຍ ທີ່ ເຕັມ ໄປ ດ້ວຍ ໄພພິບັດ ສຸດທ້າຍ ທັງ ເຈັດ ປະການ ນັ້ນ ໄດ້ ມາ ຫາ ຂ້າພະເຈົ້າ ແລະ ກ່າວ ວ່າ, “ເຊີນ ມາ ທີ່ ນີ້ ເຮົາ ຈະ ພາ ເຈົ້າ ໄປ ເບິ່ງ ເຈົ້າ ສາວ ທີ່ ເປັນ ພັນລະຍາ ຂອງ ພຣະເມສານ້ອຍ. ”
\v 10 ເພິ່ນ ໄດ້ ຍົກ ຂ້າພະເຈົ້າ ດ້ວຍ ພຣະວິນ ຍານ ໄປ ເທິງ ພູ ສູງ ໜ່ວຍ ໃຫຍ່ ແລະ ໄດ້ ຊີ້ ໃຫ້ ຂ້າພະເຈົ້າ ເຫັນ ນະຄອນ ສັກ ສິດ ຄື ນະຄອນ ເຢຣູຊາເລັມ ຊຶ່ງ ກາໍ ລັງ ລົງ ມາ ຈາກ ສະຫວັນ ແລະ ຈາກ ພຣະເຈົ້າ.
\s5
\v 11 ນະຄອນ ນັ້ນ ປະກອບ ດ້ວຍ ສະຫງ່າຣາສີ ຂອງ ພຣະເຈົ້າ ມີ ແສງ ຮຸ່ງເຮືອງ ເໝືອນ ເພັດ ເໝືອນ ແກ້ວ ມະນີໂຊດ ອັນ ເສາະໃສ.
\v 12 ນະຄອນ ນັ້ນ ມີ ກາໍ ແພງ ໃຫຍ່ ແລະ ສູງ, ມີ ປະຕູ ສິບ ສອງ ປ່ອງ ແລະ ມີ ເທວະດາ ສິບ ສອງ ຕົນ ເຝົ້າ ຮັກ ສາ ຢູ່ ທີ່ ປະຕູ ໄດ້ ຈາລຶກ ຊື່ ສິບ ສອງ ຕະກຸນ ຂອງ ພວກ ຊາດ ອິດສະຣາເອນ ໄວ້.
\v 13 ກາໍ ແພງ ແຕ່ ລະ ດ້ານ ມີ ປະຕູ ຢູ່ ສາມ ປ່ອງ ຄື: ທິດຕາເວັນ ອອກ ມີ ສາມ ປ່ອງ ທິດເໜືອ ມີ ສາມ ປ່ອງ ທິດໃຕ້ ມີ ສາມ ປ່ອງ ແລະ ທິດ ຕາເວັນຕົກ ມີ ສາມ ປ່ອງ.
\s5
\v 14 ກໍາແພງ ນະຄອນ ນັ້ນ ໄດ້ ຖືກ ສ້າງ ຂຶ້ນ ເທິງ ຫິນ ສິບ ສອງກ້ອນ ເປັນ ຮາກຖານ ິຫິນ ແຕ່ ລະ ກ້ອນ ໄດ້ ຈາລຶກ ຊື່ ອັກຄະສາວົກ ສິບສອງ ຄົນ ຂອງ ພຣະເມສານ້ອຍ.
\v 15 ເທວະດາ ຕົນ ທີ່ ໄດ້ ເວົ້າ ກັບ ຂ້າພະເຈົ້າ ນັ້ນ ໄດ້ ຖື ໄມ້ແທກ ເປັນ ຄໍາ ສໍາລັບ ແທກ ນະຄອນ ແທກ ປະຕູ ແລະ ກາໍ ແພງ ຂອງ ນະຄອນ ນັ້ນ.
\s5
\v 16 ນະຄອນ ນັ້ນ ເປັນ ຮູບ ສີ່ ຫລ່ຽມ ມົນ ທົນ ກວ້າງ ແລະ ຍາວ ເທົ່າ ກັນ ເທວະດາ ໄດ້ ເອົາ ໄມ້ແທກ ມາ ແທກ ໄດ້ ດັ່ງ ນີ້: ຂ້າງ ລະ ສອງພັນ ສີ່ ຮ້ອຍ ກີໂລແມັດ ກວ້າງ, ຍາວ ແລະ ສູງ ເທົ່າ ກັນ ໝົດ.
\v 17 ເພິ່ນ ຍັງ ໄດ້ ແທກ ກາໍ ແພງ ນະຄອນ ນັ້ນ (ຍ) ໄດ້ ຫົກ ສິບ ແມັດ ຕາມ ເຄື່ອງ ແທກ ທີ່ ເທວະດາ ໃຊ້ ຊຶ່ງ ເປັນ ເໝືອນ ເຄື່ອງ ແທກ ທີ່ ມະນຸດ ເຄີຍ ໃຊ້.
\s5
\v 18 ກາໍ ແພງ ນັ້ນ ສ້າງ ດ້ວຍ ແກ້ວ ມະນີໂຊດ ແລະ ນະຄອນ ນັ້ນ ສ້າງ ດ້ວຍ ຄໍາ ບໍຣິ ສຸດ ທີ່ ເສາະໃສ ເໝືອນ ແກ້ວ.
\v 19 ບັນດາ ຖານ ຂອງ ນະຄອນ ນັ້ນ ປະດັບ ດ້ວຍ ເພັດ ພອຍ ທຸກ ຊະນິດ. ຖານ ທີ ໜຶ່ງ ເປັນ ແກ້ວ ມະນີໂຊດ, ທີ ສອງ ໄພທູນ, ທີ ສາມ ໂມຣາ, ທີ ສີ່ ມໍຣະກົດ,
\v 20 ທີ ຫ້າ ບຸດ, ທີ ຫົກ ພີລາ, ທີ ເຈັດ ບຸດສະບາ ຄໍານາໍ້ແກ່, ທີ ແປດ ເພທາຍ, ທີ ເກົ້າ ບຸດສະບາ ຄໍານາໍ້ອ່ອນ, ທີ ສິບ ຢົກ, ທີ ສິບ ເອັດນິນ ແລະ ທີ ສິບ ສອງ ເປັນ ແກ້ວ ເພທາຍ ສີມ່ວງ.
\s5
\v 21 ປະຕູ ທັງ ສິບ ສອງ ນັ້ນ ເຮັດ ດ້ວຍ ໄຂ່ ມຸກ ສິບ ສອງ ໜ່ວຍ ປະຕູ ລະໜ່ວຍ ແລະ ຖະໜົນ ໃນ ນະຄອນ ນັ້ນ ເປັນ ຄໍາ ບໍຣິສຸດ ສ່ອງໄສ ເໝືອນ ແກ້ວ.
\v 22 ຂ້າພະເຈົ້າ ບໍ່ ໄດ້ ເຫັນ ມີ ພຣະວິຫານ ຢູ່ ໃນ ນະຄອນ ນັ້ນ ເພາະ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ແລະ ພຣະເມສານ້ອຍ ເປັນ ພຣະວິຫານ ຂອງ ນະຄອນ ນັ້ນ.
\s5
\v 23 ນະຄອນ ນັ້ນ ບໍ່ ຕ້ອງການ ແສງ ສະຫວ່າງ ຂອງ ດວງອາທິດ ຫລື ດວງຈັນ, ເພາະວ່າ ພຣະຣັດສະໝີ ຂອງ ພຣະເຈົ້າ ຊົງ ເປັນ ແສງ ສະຫວ່າງ ຂອງ ນະຄອນ ນັ້ນ ແລະ ພຣະເມສານ້ອຍ ຊົງ ເປັນ ໂຄມໄຟ ຂອງ ນະຄອນ ນັ້ນ.
\v 24 ປະຊາຊາດ ທັງ ໝົດ ໃນ ໂລກ ຈະ ທ່ຽວ ໄປມາ ຢູ່ ທ່າມກາງ ແສງ ສະຫວ່າງ ຂອງ ນະຄອນ ນັ້ນ ແລະ ບັນດາ ກະສັດ ໃນ ແຜ່ນດິນ ໂລກ ຈະ ນໍາ ເອົາ ສະຫງ່າຣາສີ ຂອງຕົນ ເຂົ້າ ໄປ ໃນ ນະຄອນ ນັ້ນ.
\v 25 ປະຕູ ທັງ ຫລາຍ ໃນ ນະຄອນ ນັ້ນ ຈະ ເປີດ ຢູ່ ຕະຫລອດ ວັນ ຈະ ບໍ່ ຖືກ ປິດ ຈັກ ເທື່ອ ເພາະວ່າ ໃນທີ່ ນັ້ນ ບໍ່ ມີ ກາງຄືນ.
\s5
\v 26 ສະຫງ່າຣາສີ ແລະ ຄວາມ ຮັ່ງ ມີ ແຫ່ງ ຊັບສົມບັດ ຂອງ ຊົນ ຊາດ ທັງ ຫລາຍ ຈະ ຖືກ ນໍາ ເຂົ້າ ມາ ສູ່ ນະຄອນ ນັ້ນ.
\v 27 ແຕ່ ສິ່ງ ໃດ ທີ່ ເປັນ ມົນ ທິນ ຊົ່ວ ຮ້າຍ ຫລື ຜູ້ ທີ່ ເຮັດ ໃນ ສິ່ງ ທີ່ ອັບອາຍ ໜ້າກຽດ ໜ້າຊັງ ຫລື ຄົນ ຂີ້ຕົວະ ຈະ ເຂົ້າ ໄປ ໃນ ນະຄອນ ນັ້ນ ບໍ່ ໄດ້ ເປັນ ເດັດ ຂາດ ມີ ແຕ່ ພວກ ຄົນ ທັງ ຫລາຍ ທີ່ ມີ ຊື່ ຈົດ ໄວ້ ໃນ ໜັງສື ທະບຽນ ຂອງ ພຣະເມສານ້ອຍ ເທົ່າ ນັ້ນ ຈຶ່ງ ຈະ ເຂົ້າ ໄປໄດ້.
\s5
\c 22
\p
\v 1 ແລ້ວ ເທວະດາ ນັ້ນ ກໍໄດ້ ຊີ້ ໃຫ້ ຂ້າພະເຈົ້າ ເຫັນ ແມ່ ນາໍ້ ແຫ່ງ ຊີວິດ ທີ່ ໄສ ເໝືອນ ແກ້ວ ໄຫຼ ອອກ ມາ ຈາກ ພຣະ ບັນ ລັງ ຂອງ ພຣະເຈົ້າ ແລະ ຈາກ ພຣະເມສານ້ອຍ.
\v 2 ນໍ້າ ນັ້ນ ໄຫລ ລົງ ຜ່ານ ກາງ ຖະໜົນ ຂອງ ນະຄອນ ແຕ່ ລະ ແຄມ ທັງສອງ ຟາກ ຂ້າງ ຂອງ ແມ່ ນໍ້າ ນັ້ນ ມີ ຕົ້ນໄມ້ ແຫ່ງ ຊີວິດ ຊຶ່ງ ເກີດ ຜົນ ສິບ ສອງ ຊະນິດ, ເກີດ ຜົນ ທຸກ ເດືອນ ແລະ ໃບ ຂອງ ຕົ້ນ ນັ້ນ ໃຊ້ ສໍາລັບ ປິ່ນ ປົວ ບັນ ດາ ປະຊາຊາດ ທັງ ຫລາຍ ໃຫ້ ດີ.
\s5
\v 3 ຢູ ່ໃນ ນະຄອນ ນັ້ນ ບໍ່ ມີ ສິ່ງໃດ ທີ່ ຕົກ ຢູ່ ໃນ ຄໍາສາບແຊ່ງ ຂອງ ພຣະເຈົ້າ ອີກ ຕໍ່ໄປ. ພຣະ ບັນລັງ ຂອງ ພຣະເຈົ້າ ແລະ ຂອງ ພຣະເມສານ້ອຍ ຈະ ຕັ້ງ ຢູ່ ໃນ ນະຄອນ ນັ້ນ ແລະ ພວກ ຜູ້ຮັບ ໃຊ້ ຂອງ ພຣະອົງ ຈະ ບົວລະບັດ ຮັບໃຊ້ ພຣະອົງ.
\v 4 ພວກເຂົາ ຈະ ເຫັນ ພຣະເຈົ້າ ໜ້າ ຕໍ່ໜ້າ ແລະ ພຣະນາມ ຂອງ ພຣະອົງ ຈະ ຊົງ ປະທັບ ຕາ ໃສ່ ໜ້າຜາກ ຂອງ ພວກເຂົາໄວ້.
\v 5 ກາງຄືນ ຈະ ບໍ່ ມີ ອີກ ຕໍ່ໄປ ແລະ ພວກເຂົາ ຈະ ບໍ່ ຕ້ອງການ ແສງ ໂຄມໄຟ ຫລື ແສງ ຕາເວັນ, ເພາະວ່າ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຈະ ເປັນ ແສງ ສະຫວ່າງ ຂອງ ພວກເຂົາ ແລະ ພວກເຂົາ ຈະ ປົກ ຄອງ ຢູ່ ຕະຫລອດ ນິຣັນດອນ.
\s5
\v 6 ເທວະດາຕົນ ນັ້ນ ໄດ້ ບອກຂ້າພະເຈົ້າ ວ່າ, “ຖ້ອຍຄໍາ ເຫລົ່າ ນີ້ ແຫລະ ສັດ ຊື່ ແລະ ທ່ຽງແທ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແຫ່ງ ດວງ ວິນຍານ ຂອງ ບັນດາ ຜູ້ທາໍນວາຍ ໄດ້ ຊົງໃຫ້ ເທວະດາ ຂອງ ພຣະອົງ ສໍາແດງ ແກ່ ບັນດາ ຜູ້ຮັບໃຊ້ ຂອງ ພຣະອົງ ເພື່ອ ໃຫ້ ຮູ້ ວ່າ ເຫດການ ຫຍັງ ທີ່ ຕ້ອງ ເກີດຂຶ້ນ ໃນ ໄວໆ ນີ້. ”
\v 7 “ແລະ ເບິ່ງ ແມ! ເຮົາ ຈະ ມາ ໃນ ໄວໆ ນີ້ ຄວາມສຸກ ເປັນ ຂອງ ຜູ້ ທີ່ ຖື ຮັກ ສາ ຄໍາທາໍ ນວາຍ ໃນ ໜັງ ສື ມ້ວນ ນີ້. ”
\s5
\v 8 ຂ້າພະເຈົ້າ ຄື ໂຢຮັນ ເປັນ ຜູ້ ທີ່ ໄດ້ຍິນ ແລະ ໄດ້ເຫັນ ເຫດການ ທັງ ໝົດ ນີ້. ເມື່ອ ຂ້າພະເຈົ້າ ໄດ້ຍິນ ແລະ ໄດ້ ເຫັນ ແລ້ວ ກໍ ນ້ອມຕົວ ລົງ ຈະ ນະມັດສະການ ໃກ້ ຕີນ ຂອງ ເທວະດາ ຕົນ ທີ່ ໄດ້ ສໍາແດງ ເຫດການ ທັງ ໝົດ ນີ້ ໃຫ້ ແກ່ ຂ້າພະເຈົ້າ.
\v 9 ແຕ່ ເທວະດາ ຕົນ ນັ້ນ ໄດ້ ບອກ ຂ້າພະເຈົ້າ ວ່າ, “ຈົ່ງລະວັງ ຢ່າ ກົ້ມ ຂາບ ເຮົາ ເລີຍ, ເຮົາ ເອງ ກໍ ເປັນ ເພື່ອນ ຜູ້ຮັບໃຊ້ ເໝືອນ ກັບ ທ່ານ ແລະ ກັບ ພວກ ພີ່ ນ້ອງ ຂອງທ່ານ ຊຶ່ງ ເປັນ ຜູ້ ປະກາດ ພຣະທາໍ ແລະ ທຸກຄົນ ທີ່ ຖື ຮັກ ສາ ຖ້ອຍຄໍາ ໃນ ໜັງ ສື ມ້ວນ ນີ້ ຈົ່ງ ນະມັດສະການ ພຣະເຈົ້າ ເທີ້ນ.”
\s5
\v 10 ແລ້ວ ເພິ່ນ ໄດ້ ບອກ ຂ້າພະເຈົ້າ ວ່າ, “ຢ່າ ປົກ ປິດ ຖ້ອຍຄໍາ ທາໍນວາຍ ໃນ ໜັງ ສື ມ້ວນ ນີ້ ໄວ້ ເປັນ ຄວາມ ລັບ ເພາະ ເວລາ ທີ່ ເຫດການ ຈະ ເກີດຂຶ້ນ ນັ້ນ ກໍ ໃກ້ ເຂົ້າ ມາ ແລ້ວ.
\v 11 ຜູ້ໃດ ທີ່ ເຮັດ ຊົ່ວ ກໍ ໃຫ້ ເຮັດ ຊົ່ວ ຕໍ່ໄປ, ຜູ້ໃດ ທີ່ເປັນ ຄົນ ຊົ່ວ ຊ້າ ກໍ ໃຫ້ເປັນ ຄົນ ຊົ່ວ ຊ້າ ຕໍ່ໄປ, ຜູ້ໃດ ທີ່ ເປັນ ຄົນ ຊອບທາໍ ກໍ ໃຫ້ ເຮັດ ການ ຊອບທາໍ ຕໍ່ໄປ ແລະ ຜູ້ໃດ ທີ່ ເປັນ ຄົນ ບໍຣິສຸດ ກໍ ໃຫ້ ເປັນ ຄົນ ບໍຣິສຸດ ຕໍ່ໄປ.”
\s5
\v 12 “ເບິ່ງ ແມ! ເຮົາ ຈະ ມາ ໃນ ໄວໆ ນີ້ ເຮົາ ຈະ ເອົາ ບາໍເໜັດ ຂອງເຮົາ ມາ ນາໍ ເພື່ອ ຕອບແທນ ຕາມ ການ ປະຕິບັດ ຂອງ ແຕ່ລະຄົນ.
\v 13 ເຮົາ ຄື ອາລະຟາ ແລະ ໂອເມຄາ ເປັນ ຜູ້ກົກ ແລະ ເປັນ ຜູ້ ສຸດທ້າຍ ເປັນ ເບື້ອງຕົ້ນ ແລະ ເປັນ ເບື້ອງປາຍ.”
\s5
\v 14 ຄວາມສຸກ ເປັນ ຂອງ ຜູ້ ທີ່ຊໍາລະ ລ້າງ ເສື້ອຜ້າ ຂອງຕົນ ໃຫ້ ສະອາດ ເພື່ອ ພວກເຂົາ ຈະ ມີ ສິດ ຢ່າງ ຖືກຕ້ອງ ເຂົ້າ ໄປ ເຖິງ ຕົ້ນໄມ້ ແຫ່ງ ຊີວິດ ແລະ ເຂົ້າ ໄປ ໃນ ນະຄອນ ນັ້ນ ຜ່ານ ທາງ ປະຕູ.
\v 15 ສ່ວນ ຝູງ ໝາ ກັບ ຄົນ ໃຊ້ ເວດມົນ ຄາຖາ, ຄົນ ລ່ວງ ຜິດ ສິນ ທາໍ ທາງ ເພດ, ຄົນ ຄາດຕະກອນ, ຄົນ ຂາບໄຫວ້ ຮູບເຄົາ ຣົບ ແລະ ຄົນ ຂີ້ຕົວະ ຈະ ຢູ່ ພາຍ ນອກ.
\s5
\v 16 “ຝ່າຍ ເຮົາ ຄື ເຢຊູ ເຮົາ ໄດ້ ໃຊ້ ເທວະດາ ຂອງເຮົາ ໄປ ເປັນ ພະຍານ ເພື່ອ ສໍາແດງ ເຫດການ ເຫລົ່າ ນີ້ ແກ່ ພວກເຈົ້າ ສໍາລັບ ຄຣິສຕະຈັກ ທັງຫລາຍ ເຮົາ ນີ້ ເປັນ ຮາກເຄົ້າ ແລະ ໜໍ່ ເຊື້ອ ຂອງ ດາວິດ ເປັນ ດາວເພັກ ດວງ ໃສ ຮຸ່ງເຮືອງ.”
\s5
\v 17 ຝ່າຍ ພຣະວິນຍານ ແລະ ເຈົ້າ ສາວ ຊົງ ກ່າວ ວ່າ, “ເຊີນມາ. ” ໃຫ້ ຜູ້ ໄດ້ ຍິນ ນັ້ນ ທູນ ວ່າ, “ເຊີນມາ. ” ໃຫ້ ຜູ້ ຫິວ ນາໍ້ ເຂົ້າ ມາ ຜູ້ໃດ ມີ ໃຈ ປາຖະໜາ ກໍ ໃຫ້ ຜູ້ນັ້ນ ມາ ຮັບ ນາໍ້ ສໍາລັບ ຊີວິດ ໂດຍ ບໍ່ ຕ້ອງ ເສຍຄ່າ.
\s5
\v 18 ຝ່າຍ ຂ້າພະເຈົ້າ ຂໍ ເຕືອນ ທຸກຄົນ ທີ່ ໄດ້ຍິນ ຄໍາທາໍນວາຍ ທັງ ຫຼາຍ ໃນ ໜັງ ສື ມ້ວນ ນີ້ ວ່າ, “ຖ້າ ຜູ້ໃດ ຈະ ເພີ່ມ ຕື່ມ ຂໍໍ້ຄວາມ ໃດໆ ໃສ່ ໃນ ໜັງ ສື ມ້ວນ ນີ້ ພຣະເຈົ້າ ຈະ ເອົາ ໄພພິບັດ ທີ່ ຂຽນ ໄວ້ ໃນ ໜັງ ສື ມ້ວນ ນີ້ ເພີ່ມຕື່ມ ໃຫ້ ແກ່ ຜູ້ ນັ້ນ.
\v 19 ຖ້າ ຜູ້ ໃດ ຕັດ ຂໍ້ຄວາມ ໃດ ໜຶ່ງ ອອກ ຈາກ ຄໍາທາໍນວາຍ ໃນ ໜັງ ສື ມ້ວນ ນີ້ ພຣະເຈົ້າ ຈະ ຊົງ ຕັດ ສ່ວນແບ່ງ ຂອງ ຜູ້ ນັ້ນ ອອກ ຈາກ ຕົ້ນໄມ້ ແຫ່ງ ຊີວິດ ແລະ ແຫ່ງ ນະຄອນ ສັກ ສິດ ຊຶ່ງ ໄດ້ ຂຽນໄວ້ ໃນ ໜັງ ສື ມ້ວນ ນີ້.”
\s5
\v 20 ພຣະອົງ ຜູ້ ຊົງ ເປັນ ພະຍານ ເຖິງ ເຫດການ ເຫລົ່າ ນີ້ ຊົງ ກ່າວ ວ່າ, “ແນ່ ນອນ ເຮົາ ຈະ ມາ ໃນ ໄວໆ ນີ້. ” ອາແມນ ອົງ ພຣະເຢຊູເຈົ້າ ເຊີນ ສະເດັດ ມາ ເທີ້ນ.
\v 21 ຂໍ ໃຫ້ ພຣະຄຸນ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຈົ່ງ ສະຖິດ ຢູ່ ນໍາ ໄພ່ ພົນ ຂອງ ພຣະເຈົ້າ ທຸກຄົນ ເທີ້ນ (ດ) ອາແມນ.