lo_bible/66-JUD.usfm

57 lines
14 KiB
Plaintext

\id JUD
\ide UTF-8
\h ຈົດໝາຍຈາກ ຢູດາ
\toc1 ຈົດໝາຍຈາກ ຢູດາ
\toc2 ຈົດໝາຍຈາກ ຢູດາ
\toc3 jud
\mt ຈົດໝາຍຈາກ ຢູດາ
\s5
\c 1
\p
\v 1 ຈາກ ຢູດາ ຜູ້ຮັບໃຊ້ ຂອງ ພຣະເຢຊູຄຣິດເຈົ້າ ແລະ ເປັນ ນ້ອງຊາຍ ຂອງ ຢາໂກໂບ. ເຖິງ ພວກ ທີ່ ໄດ້ ຖືກ ເອີ້ນ ໄວ້ ແລ້ວ ໂດຍ ພຣະເຈົ້າ ຄື ຜູ້ ທີ່ ດໍາເນີນ ຊີວິດ ໃນ ຄວາມຮັກ ຂອງ ພຣະບິດາເຈົ້າ ແລະ ໃນ ຄວາມ ປ້ອງກັນ ຮັກສາ ຂອງ ພຣະເຢຊູ ຄຣິດເຈົ້າ.
\v 2 ຂໍ ໃຫ້ ຄວາມ ເມດຕາ ສັນຕິສຸກ ແລະ ຄວາມຮັກ ຈົ່ງ ມີ ເພີ່ມ ທະວີຄູນ ແກ່ ພວກເຈົ້າ ຢ່າງ ເຕັມລົ້ນ ເທີ້ນ.
\s5
\v 3 ເພື່ອນ ທີ່ ຮັກ ຂອງເຮົາ ເອີຍ, ເຮົາ ອົດສາ ພະຍາຍາມ ຢ່າງ ສຸດ ຄວາມ ສາມາດ ເພື່ອ ຂຽນ ຈົດ ໝາຍ ມາ ເຖິງພວກເຈົ້າ ກ່ຽວກັບ ເລື່ອງ ຄວາມ ພົ້ນ ທີ່ ພວກເຮົາ ມີ ຢູ່ ຮ່ວມ ກັນ ເມື່ອ ເຮົາ ເຫັນ ມີ ຄວາມ ຈໍາເປັນ ທີ່ ຈະ ຕ້ອງ ຂຽນ ມາ ເຕືອນ ສະຕິ ພວກເຈົ້າ ໃຫ້ ຕໍ່ ສູ້ ເພື່ອ ຄວາມເຊື່ອ ຊຶ່ງ ພຣະເຈົ້າ ໄດ້ ມອບ ໃຫ້ ແກ່ ປະຊາຊົນ ຂອງ ພຣະອົງ ເທື່ອ ດຽວ ເປັນ ການ ສິ້ນສຸດ.
\v 4 ດ້ວຍວ່າ, ມີ ຄົນ ບໍ່ ນັບ ຖື ພຣະເຈົ້າ ບາງຄົນ ໄດ້ ແອບແຝງ ເຂົ້າ ມາ ຢູ່ ໃນ ທ່າມກາງ ພວກເຈົ້າ, ເປັນ ບຸກຄົນ ທີ່ ບິດເບືອນ ເລື່ອງ ພຣະຄຸນ ພຣະເຈົ້າ ເພື່ອ ເປັນຊ່ອງທາງ ໃຫ້ ຕົນ ເຮັດ ຕາມ ກິເລດ ຕັນຫາ ແລະ ເປັນ ຜູ້ ທີ່ປະຕິເສດ ພຣະເຢຊູຄຣິດເຈົ້າ ຜູ້ ຊົງ ເປັນ ເຈົ້ານາຍ ແລະ ເປັນ ອົງພຣະຜູ້ເປັນເຈົ້າ ແຕ່ ອົງດຽວ ຂອງ ພວກເຮົາ. ພຣະຄໍາພີ ໄດ້ ບົ່ງ ໄວ້ ລ່ວງໜ້າ ແຕ່ ດົນນານ ມາ ແລ້ວ ເຖິງ ການ ຕັດ ສິນ ລົງ ໂທດ ທີ່ ພວກເຂົາ ຈະ ໄດ້ ຮັບ.
\s5
\v 5 ເຖິງ ແມ່ນ ວ່າ ພວກເຈົ້າ ຮູ້ ຂໍ້ ຄວາມ ເຫລົ່າ ນີ້ ດີ ແລ້ວ ກໍຕາມ ເຮົາ ຢາກ ໃຫ້ ພວກເຈົ້າ ລະນຶກ ເຖິງ ອົງພຣະຜູ້ເປັນເຈົ້າ (ກ) ທີ່ ໄດ້ ຊ່ວຍ ກູ້ ເອົາ ຊາວ ອິດສະຣາເອນ ໃຫ້ ພົ້ນ ຈາກ ປະເທດ ເອຢິບ ຢ່າງ ໃດ, ແຕ່ ຫລັງ ຈາກ ນັ້ນ ມາ ໄດ້ ທໍາລາຍ ຄົນ ເຫລົ່າ ນີ້ ທີ່ ບໍ່ ເຊື່ອ ໃນ ພຣະອົງ ເສຍ.
\v 6 ຈົ່ງ ຈົດ ຈໍາ ບັນດາ ເທວະດາ ທີ່ ບໍ່ ຢູ່ ໃນ ຂອບເຂດ ແຫ່ງ ສິດອໍານາດ ຂອງຕົນ, ແຕ່ ໄດ້ ປະຖິ້ມ ບ່ອນ ຢູ່ ອາໄສ ຂອງ ຕົນ ເອງ ພວກເຂົາ ໄດ້ ຖືກ ປະ ໄວ້ ໃນ ຄວາມມືດ ເບື້ອງ ລຸ່ມ, ຖືກ ລ່າມໂສ້ ໄວ້ ຕະຫລອດໄປ ສໍາລັບ ວັນ ຍິ່ງໃຫຍ່ ທີ່ ຈະ ມີ ການ ຕັດສິນ ລົງໂທດ.
\s5
\v 7 ເໝືອນ ດັ່ງ ເມືອງ ໂຊໂດມ ແລະ ໂກໂມຣາ ພ້ອມ ທັງ ເມືອງ ທີ່ ຢູ່ ອ້ອມແອ້ມ ນັ້ນ ຊຶ່ງ ຊາວ ເມືອງ ເຫລົ່າ ນີ້ ໄດ້ ປະພຶດ ເໝືອນ ດັ່ງ ພວກ ເທວະດາ ເຫລົ່ານັ້ນ ໄດ້ ປະພຶດ ແລະ ມົ້ວ ສຸມ ຢູ່ ໃນ ການ ຜິດ ສິນ ທໍາ ທາງ ເພດ ແລະ ຣາຄະ ຕັນຫາ. ພວກເຂົາ ຕ້ອງ ຖືກ ໂທດ ຢູ່ ໃນ ບຶງ ໄຟ ທີ່ ໄໝ້ ຢູ່ ຕະຫລອດໄປ ເປັນ ນິດ.
\v 8 ເຖິງ ປານນັ້ນ ພວກ ເຫລົ່ານີ້ ກໍຍັງມົວ ຝັນ ເຮັດ ໃຫ້ ຮ່າງກາຍ ຂອງຕົນ ຊົ່ວ ມົວ ໝອງ, ພວກເຂົາ ໝິ່ນ ປະໝາດ ສິດ ອໍານາດ ຂອງ ພຣະເຈົ້າ ແລະ ດ່າວ່າ ບັນດາ ຜູ້ ມີ ກຽດ ສັກສີ ຢູ່ ເບື້ອງ ເທິງ.
\s5
\v 9 ແມ່ນແຕ່ ມີຄາເອນ ຜູ້ ເປັນ ນາຍ ເທວະດາ ໃນ ການ ຜິດ ຖຽງ ຂອງ ເພິ່ນ ກັບ ມານຮ້າຍ ທັງສອງ ໄດ້ ຖົກ ຖຽງ ກັນ ໃນ ເລື່ອງ ສົບ ຂອງ ໂມເຊ ມີຄາເອນ ບໍ່ ໄດ້ ກ່າວໂທດ ມານຮ້າຍ ດ້ວຍ ຄໍາ ເວົ້າ ທີ່ ຫຍາບ ຊ້າ ແຕ່ ໄດ້ ກ່າວ ວ່າ, “ຂໍ ອົງພຣະຜູ້ເປັນເຈົ້າ ເປັນ ຜູ້ ຕິຕຽນ ເຈົ້າ ເທີ້ນ”
\v 10 ແຕ່ ພວກ ເຫລົ່າ ນີ້ ກ່າວ ໂຈມຕີ ດ້ວຍ ຄໍາ ໝິ່ນ ປະໝາດ ໃນ ສິ່ງ ທີ່ ພວກເຂົາ ບໍ່ ເຂົ້າໃຈ ແລະ ສິ່ງ ທີ່ ພວກເຂົາ ຮູ້ຈັກ ດ້ວຍ ຄວາມ ຮູ້ສຶກ ຕາມ ນິໄສ ເໝືອນ ດັ່ງ ສັດຮ້າຍ ທີ່ບໍ່ ມີ ຄວາມ ຄິດ ອັນ ເປັນ ເຫດ ນໍາ ຄວາມ ຈິບ ຫາຍ ມາ ສູ່ ພວກເຂົາ ເອງ.
\v 11 ວິບັດ ຈົ່ງ ມີ ແກ່ ພວກເຂົາ ເພາະ ພວກເຂົາໄດ້ ຕິດຕາມ ທາງ ຂອງ ກາອິນ ໄປ ແລະ ເພື່ອ ເຫັນ ແກ່ ສິນ ຈ້າງ ລາງວັນ ພວກເຂົາ ໄດ້ ປ່ອຍ ຕົວ ໄປ ໃນ ທາງ ຜິດ ເໝືອນ ດັ່ງ ທີ່ ບາລາອາມ ໄດ້ ເຮັດ ແລະ ພວກເຂົາ ໄດ້ ຈິບຫາຍ ໄປ ດ້ວຍ ການ ກະບົດ ຕາມ ຢ່າງ ຂອງ ໂກຣາ.
\s5
\v 12 ຄວາມ ປະພຶດ ຂອງ ພວກເຂົາ ກໍ ເປັນ ເລື່ອງ ອັບອາຍ ເມື່ອ ຮ່ວມ ພາເຂົ້າ ສາມັກຄີ ກັບ ພວກເຈົ້າ ບ່ອນ ທີ່ ພວກເຂົາ ກິນລ້ຽງ ມ່ວນຊື່ນ ຢ່າງ ເຖິງ ໃຈ ນໍາກັນ ໂດຍ ບໍ່ ມີ ຄວາມລະອາຍ. ພວກເຂົາ ເປັນ ຜູ້ ລ້ຽງ ແກະ ທີ່ ລ້ຽງ ແຕ່ ຕົນເອງ ເປັນ ດັ່ງ ກ້ອນ ເມກ ທີ່ ບໍ່ ມີ ຝົນ ຊຶ່ງ ໄຫລ ໄປ ຕາມ ລົມ ເປັນ ດັ່ງ ຕົ້ນໄມ້ ທີ່ ບໍ່ ເກີດໝາກ ແມ່ນແຕ່ ໃນ ລະດູ ໃບໄມ້ລົ່ນ ເປັນ ດັ່ງ ຕົ້ນໄມ້ ທີ່ ຕາຍໄປ ສອງ ເທື່ອ ແລະ ຖືກຖອນ ອອກ ທັງຮາກ.
\v 13 ພວກເຂົາ ເປັນ ດັ່ງ ຄື້ນ ຟອງ ນໍ້າ ອັນ ຮ້າຍແຮງ ໃນ ມະຫາສະໝຸດ ທີ່ ພົ່ນ ການ ກະທໍາ ອັນໜ້າລະອາຍ ຂອງຕົນ ອອກ ມາ ຄື ດັ່ງ ປູມປວກ. ເປັນ ດັ່ງ ດາວ ລ່ອງລອຍ ນອກ ວົງ ໂຄຈອນ ທີ່ ຊົງ ຈັດຕຽມ ບ່ອນ ໜຶ່ງ ໄວ້ ຖ້າ ແລ້ວ ໃນ ຄວາມມືດ ອັນ ໜາຕຶບ ນິຣັນດອນ.
\s5
\v 14 ແມ່ນແຕ່ ເອນົກ ເຊື້ອສາຍຜູ້ ທີເຈັດ ນັບຈາກ ອາດາມ ກໍໄດ້ ທໍານວາຍໄວ້ ລ່ວງໜ້າແລ້ວ ເຖິງ ຄົນເຫລົ່າ ນີ້ ວ່າ, “ອົງ ພຣະຜູ້ເປັນເຈົ້າ ຈະສະເດັດ ມາ ພ້ອມ ຝູງເທວະດາຕົນ ບໍຣິສຸດຂອງພຣະອົງ ນັບເປັນໝື່ນ ໆ,
\v 15 ເພື່ອ ຈະນໍາ ເອົາ ການຕັດ ສິນ ມາສູ່ ທຸກໆຄົນ ຄື ລົງ ໂທດ ທຸກຄົນ ສໍາລັບ ການກະທໍາ ຊົ່ວ ທຸກຢ່າງ ທີ່ ພວກເຂົາ ໄດ້ ເຮັດ ໃນ ການ ບໍ່ ຢໍາເກງ ພຣະເຈົ້າ ແລະ ສໍາລັບ ຄໍາ ຫຍາບຊ້າ ທຸກໆຄໍາ ທີ່ ຄົນ ເຫລົ່າ ນັ້ນ ໄດ້ ກ່າວໃສ່ ຮ້າຍ ພຣະອົງ. ”
\v 16 ຄົນ ເຫລົ່າ ນີ້ ເປັນ ຄົນມັກ ຈົ່ມ ມັກ ວ່າ ພວກເຂົາ ເຮັດ ຕາມຄວາມປາຖະໜາອັນຊົ່ວຊ້າ ຂອງຕົນ, ພວກເຂົາ ເວົ້າ ອວດອ້າງເຖິງ ຕົນເອງ ແລະຍ້ອງຍໍ ຄົນ ອື່ນ ເພື່ອ ຫວັງ ຜົນ ປະໂຫຍດສ່ວນຕົວ ຂອງຕົນ.
\s5
\v 17 ບັນດາ ເພື່ອນ ທີ່ ຮັກ ຂອງເຮົາ ເອີຍ, ຈົ່ງ ຈົດ ຈໍາຖ້ອຍຄໍາ ທີ່ ພວກ ອັກຄະສາວົກ ຂອງ ອົງພຣະເຢຊູຄຣິດເຈົ້າ ຂອງ ພວກເຮົາ ໄດ້ ບອກ ໄວ້ ກ່ອນ ແລ້ວ.
\v 18 ພວກເພິ່ນ ໄດ້ ບອກ ພວກທ່ານ ວ່າ, “ໃນ ຍຸກ ສຸດທ້າຍ ຈະ ມີ ຫລາຍ ຄົນ ເຢາະເຢີ້ຍ ພວກທ່ານ ແລະ ພວກເຂົາ ຈະ ເຮັດ ຕາມ ຄວາມ ປາຖະໜາ ອັນ ຊົ່ວ ຊ້າ ຂອງຕົນ ໂດຍ ບໍ່ ຢໍາເກງ ພຣະເຈົ້າ. ”
\v 19 ແມ່ນ ພວກ ຄົນ ເຫລົ່າ ນີ້ ແຫລະ ທີ່ ສ້າງ ຄວາມ ແຕກແຍກ, ພວກເຂົາ ເຮັດ ຕາມ ຕັນຫາ ຝ່າຍ ເນື້ອ ໜັງ ແລະ ບໍ່ ມີ ພຣະວິນຍານ.
\s5
\v 20 ບັນດາ ເພື່ອນ ທີ່ ຮັກ ຂອງເຮົາ ເອີຍ, ຈົ່ງ ສ້າງ ຕົວ ເອງ ຂຶ້ນ ເທິງ ຄວາມເຊື່ອ ອັນບໍຣິສຸດ ຂອງ ພວກເຈົ້າ, ຈົ່ງ ພາວັນນາ ອະທິຖານ ໃນ ຣິດ ອໍານາດ ຂອງ ພຣະວິນຍານ ບໍຣິສຸດເຈົ້າ.
\v 21 ຈົ່ງ ຮັກສາ ຕົວ ໄວ້ ໃນ ຄວາມຮັກ ຂອງ ພຣະເຈົ້າ ຄອຍຖ້າພຣະກະຣຸນາ ຂອງ ອົງພຣະເຢຊູຄຣິດເຈົ້າ ຂອງ ພວກເຮົາ ຈົນກວ່າ ຈະ ໄດ້ ຊີວິດ ນິຣັນດອນ.
\s5
\v 22 ຈົ່ງສະແດງ ຄວາມ ເມດຕາ ຕໍ່ຜູ້ ທີ່ ຍັງ ສົງ ໄສ.
\v 23 ຈົ່ງ ຍາດ ເອົາ ບາງຄົນ ໃຫ້ ພົ້ນ ດ້ວຍ ດຶງ ເຂົາ ອອກ ຈາກ ໄຟ, ຈົ່ງ ເມດຕາ ອີກ ບາງຄົນ ດ້ວຍ ຄວາມ ຈຽມຕົວ ແລະ ຈົ່ງ ໜ່າຍຊັງ ຍັງ ເສື້ອ ຜ້າ ທີ່ ເປື້ອນເປີ ດ້ວຍ ຣາຄະ ຕັນຫາ.
\s5
\v 24 ອັນ ໜຶ່ງ ຈົ່ງ ມີ ພຣະກຽດ, ພຣະເດຊານຸພາບ, ພຣະອານຸພາບ ແລະ ສັກດານຸພາບ ແດ່ ພຣະອົງ ຜູ໊ ທີ້ ສາມາດ ປ້ອງກັນ ຮັກສາ ພວກເຈົ້າ ໄວ໊ ບໍ່ ໃຫ໊ ສະດຸດ ລົ້ມ ລົງ ແລະ ນໍາ ພວກເຈົ້າ ມາ ຢູ່ ຊ້ອງ ພຣະພັກ ອັນສະຫງ່າຣາສີ ຂອງ ພຣະອົງ ຢ່າງ ຜູ້ ທີ່ ບໍ່ ມີ ຄວາມຜິດ ແຕ່ ມີ ຄວາມ ຍິນ ດີ ອັນ ເຫລືອ ລົ້ນ.
\v 25 ແດ່ ພຣະເຈົ້າ ອົງດຽວ ອົງພຣະຜູ້ ຊົງ ໂຜດ ຊ່ວຍ ໃຫ້ ພົ້ນ ຂອງ ເຮົາທັງຫລາຍ ໂດຍ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ ເປັນເຈົ້າ ຂອງພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ ຣິດອໍານາດ ຈົ່ງ ມີ ແດ່ ພຣະອົງ ທັງໃນ ອະດີດ, ໃນ ປະຈຸບັນ ແລະ ໃນ ອະນາຄົດ ຊົ່ວ ນິຣັນດອນ ອາແມນ.