lo_bible/63-1JN.usfm

205 lines
44 KiB
Plaintext

\id 1JN
\ide UTF-8
\h ຈົດ​ໝ​າຍ​ສະ​ບັບ​ທີ​ໜຶ່ງ​ຈາກ ໂຢ​ຮັນ
\toc1 ຈົດ​ໝ​າຍ​ສະ​ບັບ​ທີ​ໜຶ່ງ​ຈາກ ໂຢ​ຮັນ
\toc2 ຈົດ​ໝ​າຍ​ສະ​ບັບ​ທີ​ໜຶ່ງ​ຈາກ ໂຢ​ຮັນ
\toc3 1jn
\mt ຈົດ​ໝ​າຍ​ສະ​ບັບ​ທີ​ໜຶ່ງ​ຈາກ ໂຢ​ຮັນ
\s5
\c 1
\p
\v 1 ຊຶ່ງ ມີ ຢູ່ ແຕ່ປະຖົມມະການ ຊຶ່ງ ເຮົາ ໄດ້ຍິນ ຊຶ່ງເຮົາໄດ້ເຫນັ ກັບ ຕາ ຊຶ່ງ ເຮົາ ໄດ້ ພິຈາລະນາ ເບິ່ງ ແລະມືຂອງເຮົາ ໄດ້ ຈັບ ຕອ້ງນັ້ນກ່ຽວກັບ ພຣະທາໍອັນຊົງຊີວິດ.
\v 2 ເມື່ອຊີວິດ ນັ້ນ ໄດ້ ມາ ປາກົດ ພວກເຮົາ ກໍໄດ້ ເຫນັ. ດັ່ງນັ້ນ ພວກເຮົາ ຈຶ່ງ ເປັນ ພະຍານ ເຖິງຊີວິດ ນັ້ນ ແລະ ປະກາດແກ່ພວກເຈົ້າເຖິງຊີວິດນິຣັນດອນ ຊຶ່ງໄດ້ມີ ຢູ່ ກບັ ພຣະບິດາເຈົ້າ ແລະ ໄດ ້ ປາກົດ ແກ່ ພວກເຮົາ.
\s5
\v 3 ສິ່ງ ທີ່ ພວກເຮົາ ໄດ້ ເຫນັ ແລະໄດ້ຍິນ ນັ້ນ ພວກເຮົາ ກໍ ປະກາດ ແກ່ ພວກເຈົ້າເໝືອນກັນເພື່ອວ່າ ພວກເຈົ້າ ຈະ ເຂົ້າ ຮວ່ມສາມັກຄີທາໍກັບພວກເຮົາພວກເຮົາກໍ​ຮ​ວ່ມສາມັກ​ຄີທາໍກັບພຣະບິດາເຈົ້າ ແລະ ກບັ ພຣະເຢຊູ ຄຣິດເຈົ້າ ພຣະບຸດ ຂອງ ພຣະອົງ.
\v 4 ພວກເຮົາ ຂຽນ ຂໍ້ ຄວາມ ເຫລົ່ານີ້ ເພື່ອ ຄວາມ ຊົມຊື່ນ ຍິນດີ ຂອງ ພວກເຮົາ ​ກໍ ຈະ ໄດ້ ຄົບ ເຕັມ ບໍລິບູນ.
\s5
\v 5 ນີ້ແຫລະ ເປັນ ຖອ້ຍຄໍາ ທີ່ ພວກເຮົາ ໄດ້ຍິນ ຈາກພຣະອົງ ແລະ ປະກາດ ແກ່ ພວກເຈົ້າ ວ່າ, ພຣະເຈົ້າ ຊງົ ເປັນ ຄວາມ ສະຫວ່າງໃນພຣະອົງ ບໍ່ມີ ຄວາມມືດ ເລີຍ.
\v 6 ຖາ້ ພວກເຮົາ ບອກ ວ່າ ພວກເຮົາ ຮວ່ມ ສາມັກຄີທາໍ ກັບ ພຣະອົງ, ແຕ່ຍງັ ດໍາເນີນຊີວິດ ຢູ່ໃນ ຄວາມມືດພວກເຮົາກໍ ຕົວະ ທງັ ຄໍາ ເວົ້າ ແລະ ການ ກະທາໍ ພອ້ມໆ ກນັ.
\v 7 ແຕ່ ຖາ້ ພວກເຮົາ ດໍາເນີນ ຊີວິດຢູ່ ໃນ ຄວາມ ສະຫວ່າງ ເໝືອນ ດັ່ງ ພຣະອົງ ຊງົ ຢູ່ ໃນ ຄວາມ ສະຫວ່າງ ພວກເຮົາ ກໍ ຮ່ວມສາມັກຄີທາໍ ຊຶ່ງກັນແລະກັນ ແລະ ພຣະ ໂລຫິດ ຂອງ ພຣະເຢຊູເຈົ້າ ພຣະບຸດ ຂອງ ພຣະອົງກໍ ຊໍໍາລະເຮົາ ທງັຫລາຍ ຈາກ ການ ຜິດບາບ ທງັ ສິ້ນ.
\s5
\v 8 ຖາ້ ພວກເຮົາ ເວົ້າວ່າ ພວກເຮົາບໍ່ມີ ບາບ ພວກເຮົາ ກໍ ຫລອກລວງ ຕົນເອງ ແລະ ພວກເຮົາກໍ ບໍໍ່ມີ ຄວາມຈິງ ໃນ ຈິດໃຈ.
\v 9 ຖາ້ ເຮົາ ທງັຫລາຍ ສາລະພາບ ຜິດບາບ ທງັຫຼາຍ ຂອງ ພວກເຮົາ ພຣະອົງ ຊົງ ສັດຊື່ ແລະ ທ່ຽງທາໍ ຈະ ຊົງ ໂຜດ ຍົກ ບາບ ຂອງ ພວກເຮົາ ແລະ ຈະ ຊົງ ໂຜດ ຊໍາລະລາ້ງ ເຮົາ ທງັຫລາຍ ຈາກ ການ ອະທາໍ ໝົດ ສິ້ນ.
\v 10 ຖາ້ ພວກເຮົາ ເວົ້າ ວ່າ ພວກເຮົາ ບໍ່ໄດ້ ເຮັດ ບາບ ກໍ ເທົ່າ ກັບ ວ່າ ພວກເຮົາ ເຮັດ ໃຫ້ ພຣະເຈົ້າ ເປັນ ຜູ ້ ຕວົະ ແລະ ພຣະທາໍ ຂອງ ພຣະອົງກໍ ບໍໍ່ ຢູ່ ໃນ ພວກເຮົາ ເລີຍ.
\s5
\c 2
\p
\v 1 ລູກ ນອ້ຍ ທງັຫລາຍ ຂອງເຮົາ ເອີຍ, ເຮົາ ຂຽນ ຂໍ້ຄວາມ ເຫລົ່ານີ້ ມາ ເຖິງ ພວກເຈົ້າ ເພື່ອ ພວກເຈົ້າ ຈະ ບໍ່ໄດ້ ເຮັດ ຜິດ ແຕ່ ຖາ້ ຄົນ ໃດ ເຮັດ ຜິດ ພວກເຮົາ ກໍມີ ທະນາຍຄວາມ ຄື ພຣະເຢຊູ ຄຣິດເຈົ້າ ຜູ້ ຊົງ ທຽ່ງທາໍ ທີ່ ສະຖິດ ຢູ່ ກັບ ພຣະບິດາເຈົ້າ.
\v 2 ແມ່ນ ດວ້ຍ ພຣະອົງ ນີ້ ແຫລະ ທີ່ ພຣະເຈົ້າ ຊົງ ຍົກ ການບາບ ຂອງ ພວກເຮົາ ເສຍ ແລະ ບໍ່ແມ່ນແຕ່ ການບາບ ຂອງ ພວກເຮົາ ຜູ້ ດຽວ, ແຕ່ ທັງ ການບາບ ຂອງ ມະນຸດ ທັງປວງໃນ ໂລກ ເໝືອນກັນ.
\v 3 ໃນ ຂໍ້ ນີ້ ແຫລະ ເຮົາ ທັງຫລາຍ ຄົງ ສັງເກດໄດ້ ວ່າ ພວກເຮົາ ຮູ້ຈັກ ກັບ ພຣະອົງ​ຄືວາ່ຖາ້ ພວກເຮົາ ຖືຮັກສາ ບັນດາ ກົດບັນຍັດ ຂອງ ພຣະອົງ.
\s5
\v 4 ຖາ້ ຄົນ ໃດ ເວົ້າ ວ່າ, “ຕົນ ຮູ້ຈັກ ພຣະອົງ” ແຕ່ບໍ່ຖື ຮັກສາກົດບັນຍັດ ຂອງ ພຣະອົງ ຄົນ ນັ້ນ ກໍ ເວົ້າ ຕົວະ ແລະ ຄວາມຈິງກໍ ບໍ່​ມີ ຢູ່ ໃນ ລາວ.
\v 5 ແຕ່ ຜູ້ໃດກໍຕາມ ທີ່ ຖື ຮັກສາ ພຣະທາໍ ຂອງ ພຣະອົງ, ຜູ້ນັ້ນແຫລະ ທີ່ ຮັກພຣະເຈົ້າ ຢ່າງ ຄົບຖວ້ນ ບໍຣິບູນໂດຍ ແທ້. ດວ້ຍເຫດນີ້ ແຫລະ ເຮົາ ທັງຫລາຍ ຈຶ່ງ ຮູ້ຈັກ ວ່າ ພວກເຮົາ ຢູ່ໃນ ພຣະອົງ,
\v 6 ຜູ້ໃດ ທີ່ ເວົ້າ ວ່າ, “ຕົນ ຢູ່ ໃນ ພຣະອົງ” ​​ຜູ້ນ​ັ້ນ​ກໍຄວນດໍາເນີນ ຊີວິດຕາມ ທາງ ທີ່ ພຣະອົງ ຊົງ ດໍາເນີນ ນັ້ນ ເໝືອນກັນ.
\s5
\v 7 ພວກ ທີ່ຮັກ ເອີຍ, ເຮົາ ບໍ່ໄດ້ ຂຽນ ກົດບັນຍັດ ໃໝ່ ມາ ເຖິງ ເຈົ້າ ທງັຫລາຍ ແຕ່ ເປັນ ກົດບັນຍັດ ເກົ່າ ຊຶ່ງ ເຈົ້າ ທັງຫລາຍມີຢູ່ ຕັ້ງແຕ່ ເດີມ ແລ້ວ, ກົດບັນຍັດ ເກົ່າ ນັ້ນ ຄື ພຣະທາໍ ທີ່ ພວກເຈົ້າ ໄດ້ຍິນ ມາ ແລ້ວ.
\v 8 ຢ່າງ ໃດກໍຕາມ ເຮົາ ຂຽນ ກົດບັນຍັດ ໃໝ່ ມາ ເຖິງ ເຈົ້າ ທງັຫລາຍ ຄື ຄວາມຈິງ ໄດ້ ຊົງ ສໍາແດງ ໃນພຣະອົງ ແລະ ໃນ ເຈົ້າ ທງັຫລາຍ. ເພາະວ່າ ຄວາມມືດ ກາໍລັງ ຜ່ານ ພົ້ນ ໄປ ແລະ ຄວາມ ສະຫວ່າງ ອນັ ແທ້ຈິງ ນັ້ນກໍ ກາໍລງັ ສ່ອງ ສະຫວ່າງ ຢູ່ ແລ້ວ.
\s5
\v 9 ຜູ້ໃດ ທີ່ ເວົ້າ ວ່າ ຕົນ ຢູ່ ໃນ ຄວາມ ສະຫວ່າງ ແຕ່ ຍັງ ກຽດຊັງ ພີ່ນອ້ງ ຂອງຕົນ ຜູ້ນັ້ນ​ກ​ໍຢູ່ ໃນຄວາມມືດຈົນເຖິງດຽວ ນີ້.
\v 10 ຜູ້ທີ່ ຮັກພີ່ນອ້ງຂອງຕົນ​ກໍຕັ້ງຢູ່ ໃນ ຄວາມ ສະຫວ່າງ ແລະ ເຫດ ທີ່ ຈະ ໃຫ້ ສະດຸດ ໃຈກໍ ບໍໍ່ມີໃນ ຄົນ ນັ້ນ.
\v 11 ແຕ່ ຜູ້ທີ່ ກຽດຊງັ ພີ່ນອ້ງຂອງຕົນກໍ ຍັງ ຢູ່ ໃນ ຄວາມມືດ ແລະ ທຽວ ໄປ ໃນ ຄວາມມືດ ແລວ້ ບໍ່ຮູ້ ວ່າ ຕົນ ກາໍລັງ ຈະ ໄປ ໃສ ເພາະ ຄວາມມືດ ໄດ້ ເຮັດ ໃຫ້ ຕາ ຂອງຕົນ ບອດ ເສຍ ແລ້ວ.
\s5
\v 12 ລູກ ທງັຫລາຍ ຂອງເຮົາ ເອີຍ, ເຮົາ ຂຽນ ຈດົໝາຍ ມາ ເຖິງ ພວກເຈົ້າ ເພາະ ການບາບ ຂອງ ພວກເຈົ້າ ໄດ້ ຮັບ ການອະໄພ ແລ້ວ ຍອ້ນເຫັນແກ່ ພຣະນາມ ຂອງ ພຣະອົງ.
\v 13 ພໍ່ ທງັຫລາຍ ເອີຍ, ທີ່ ເຮົາ ຂຽນ ຈົດໝາຍ ມາ ເຖີງ ພວກເຈົ້າ ເພາະ ພວກເຈົ້າ ຮູ້ຈັກ ພຣະອົງ ຜູ້ ດໍາລົງ ຢູ່ ຕັ້ງແຕ່ ຕົ້ນ. ຄົນ ໜຸ່ມ ທງັຫລາຍ ເອີຍ, ທີ່ ເຮົາ ຂຽນ ຈົດໝາຍ ມາ ເຖີງ ພວກເຈົ້າ ເພາະ ພວກເຈົ້າ ໄດ້ ຊະນະ ມານຊົ່ວຮາ້ຍ ແລ້ວ.
\v 14 ລູກ ທງັຫລາຍຂອງເຮົາເອີຍ, ທີ່ ເຮົາ ຂຽນ ຈດົໝາຍ ມາ ເຖິງ ພວກເຈົ້າ ເພາະ ພວກເຈົ້າ ຮູ້ຈັກພຣະບິດາເຈົ້າ. ພໍ່ ທງັຫລາຍ ເອີຍ, ທີ່ ເຮົາ ຂຽນ ຈົດໝາຍ ມາ ເຖິງ ພວກເຈົ້າ ເພາະ ພວກເຈົ້າ ຮູ້ຈັກ ພຣະ​ອົງ ຜູ້ ດໍາ​ລົງ ຢູ່ ຕັ້ງແຕ່ຕົ້ນ​ຄົນ ໜຸ່ມ ທງັຫລາຍເ​ອີຍ, ທີ່ ເຮົາ ຂຽນ ຈົດໝາຍ ມາ ຫາ ພວກເຈົ້າ ເພາະພວກເຈົ້າ ມີ ກາໍລັງ ແຂງແຮງ, ພຣະທາໍ ຂອງ ພຣະເຈົ້າ ກໍ ຕັ້ງຢູ່ ໃນ ພວກເຈົ້າ ແລະ ພວກເຈົ້າ ໄດ້ ຊະນະ ມານຊົ່ວຮາ້ຍ ແລ້ວ.
\s5
\v 15 ຢ່າ ຮັກໂລກ ຫລື ສິ່ງຂອງທີ່ມີຢູ່ ໃນ ໂລກ ຖາ້ ຜູ້ໃດ ຮັກ ໂລກ ຄວາມຮັກ ຂອງ ພຣະບິດາເຈົ້າ ​ກໍບໍໍ່ ຢູ່ ໃນ ຜູ້ນັ້ນ.
\v 16 ເພາະສາລະພັດ ທີ່ ​ມີ ຢູ່ ໃນໂລກ ຄື ຕັນຫາ ຂອງ ເນື້ອກາຍ ຕັນຫາ ຂອງ ຕາ ແລະ ຄວາມ ອວດອາ້ງ ເປົ່າໆໃນ ຊີວິດ ນີ້ ບໍ່ໄດ້ ເກີດ ມາ ຈາກ ພຣະບິດາເຈົ້າແຕ່ເກີດມາ ຈາກ ໂລກ.
\v 17 ສ່ວນ ໂລກກັບ ຕັນຫາ ຂອງ ໂລກ ກາໍລັງ ເສື່ອມສູນ ໄປ, ແຕ່ຜູ້ ທີ່ ເຮັດ ຕາມ ນໍ້າພຣະໄທ ຂອງ ພຣະເຈົ້າ ຈະ ຕັ້ງ ຢູ່ ຕະຫລອດໄປເປັນນິດ.
\s5
\v 18 ລູກ ທງັຫລາຍ ເອີຍ, ບັດນີ້ ເປັນ ເວລາ ສຸດທາ້ຍ ແລ້ວ ແລະ ຕາມ ທີ່ ເຈົ້າ ທງັຫລາຍ ໄດ້ຍິນ ໄດ້ ຟັງ ມາແລ້ວວ່າ ຜູ້ຕໍ່ສູ້ ພຣະຄຣິດຈະ ມີ ມາ ບັດນີ້ ຜູ້ ຕໍ່ສູ້ ພຣະຄຣິດ ກໍ ເກີດ ມີ ມາ ຫລາຍ ແລ້ວ. ສະນັ້ນ ພວກເຮົາ ຈຶ່ງຮູ້ ວ່າ ເປັນ ເວລາ ສຸດທາ້ຍ.
\v 19 ພວກເຂົາ ເຫລົ່ານັ້ນ ໄດ້ ອອກ ໄປ ຈາກ ພວກເຮົາ, ແຕ່ ພວກເຂົາ ບໍ່ແມ່ນ ຝ່າຍ ພວກເຮົາ. ເພາະວ່າ ຖ້າ ພວກເຂົາ ແມ່ນ ຝ່າຍ ພວກເຮົາ ພວກເຂົາ ກໍ ຈະ ໄດ້ຕັ້ງ ຢູ່ກັບ ພວກເຮົາ ຕໍ່ໄປ, (ແຕ່ ພວກເຂົາ ໄດ້ ອອກໄປ ແລ້ວ) ເພື່ອປາກົດ ແຈງ້ ວ່າ ເຂົາ ເຫລົ່ານັ້ນ ບໍ່ແມ່ນ ຝ່າຍ ພວກເຮົາ ຈັກ ຄົນ.
\s5
\v 20 ແຕ່ ຝ່າຍ ພວກເຈົ້າ ໄດ້ ຮັບ ການ ຊົງຫົດສົງ ຈາກ ພຣະອົງ ຜູ້ ຊົງບໍຣິສຸດ ແລ້ວ, ພວກເຈົ້າ ທຸກຄົນກໍມີຄວາມຮູ້.
\v 21 ທີ່ ເຮົາຂຽນ ມາ ເຖິງ ພວກເຈົ້າ ນີ້ ບໍ່ແມ່ນ ເພາະ ພວກເຈົ້າ ບໍ່ ຮູ້ ຄວາມຈິງ, ແຕ່ ຍອ້ນ ພວກເຈົ້າ ຮູ້ ຄວາມຈິງ ແລ້ວແລະ ພວກເຈົ້າກໍຮູ້ ອີກ ວ່າ ບໍ່ມີ ຄວາມ ຕົວະ ໃດໆ ທີ່ ມາ ຈາກ ຄວາມຈິງ.
\s5
\v 22 ແມ່ນ ຜູ້ໃດ ເປັນ ຜູ້ ເວົ້າ ຕົວະກໍ ແມ່ນຜູ້ ທີ່ປະຕິເສດ ວ່າ ພຣະເຢຊູເຈົ້າ ບໍ່ແມ່ນ ພຣະຄຣິດຜູ້ ທີ່ປະຕິເສດ ພຣະບິດາເຈົ້າ ແລະ ພຣະບຸດຜູ້ນັ້ນ ແຫລະ ເປັນຜູ້ ຕໍ່ສູ້ພຣະຄຣິດ.
\v 23 ດວ້ຍວ່າ, ຜູ້ ທີ່ປະຕິເສດ ພຣະບຸດ ກໍ ປະຕິເສດ ພຣະບິດາເຈົ້າ ເໝືອນກັນ, ຜູ້ ທີ່ ຍອມຮັບ ພຣະບຸດຜູ້ນັ້ນກໍມີ ພຣະບິດາເຈົ້າເໜືອນກນັ.
\s5
\v 24 ເຫດສະນັ້ນ ຈົ່ງ ແນ່ໃຈ ວ່າ ພວກເຈົ້າຖື ຮັກສາ ຖອ້ຍຄໍາ ທີ່ ພວກເຈົ້າ ໄດ້ຍິນ ມາ ຕັ້ງແຕ່ ຕົ້ນ ນັ້ນ ໄວ້ ໃນຈິດໃຈ ຂອງ ພວກເຈົ້າ. ຖາ້ ພວກເຈົ້າຖື ຮັກສາ ຖອ້ຍຄໍາ ເຫລົ່ານັ້ນ ພວກເຈົ້າກໍມີ ຊີວິດ ໃນພຣະບຸດແລະໃນພຣະບິດາເຈົ້າເໝືອນກັນ.
\v 25 ນີ້ ແຫລະ ເປັນ ພຣະສັນຍາ ທີ່ ພຣະອົງ ໄດ້ ຊົງສັນຍາ ໄວ້ ແກ່ ເຮົາ ທັງຫລາຍຄື ຊີວິດນິຣັນດອນ.
\v 26 ເຮົາ ຂຽນ ມາ ບອກ ພວກເຈົ້າ ກ່ຽວກັບຜູ້ ທີ່ ຈະ ເຮັດໃຫ້ ພວກເຈົ້າ ຫລົງ ຜິດ ໄປ.
\s5
\v 27 ແຕ່ ຝ່າຍ ເຈົ້າ ທງັຫລາຍ ການ ຊົງ ຫົດສົງ ທີ່ ພວກເຈົ້າ ໄດ້ ຮັບ ຈາກພຣະອົງ ນັ້ນກໍ ຍັງ ຕັ້ງ ຢູ່ ກັບ ພວກເຈົ້າ ແລະ ພວກເຈົ້າ ບໍ່ ຕອ້ງການ ໃຫ້ ຜູ້ໃດ ສອນ ອີກ, ເພາະ ການ ຊົງ ຫົດສົງ ຂອງ ພຣະອົງ ກາໍລງັ ສັ່ງສອນ ພວກເຈົ້າ ເຖິງ ທຸກສິ່ງ ແລະ ເປັນ ຄວາມຈິງ ບໍ່ແມ່ນ ຄວາມ ຕົວະ. ການ ຊົງ ຫົດສົງ ໄດ້ ຊົງ ສອນ ເຈົ້າ​ທັງຫລາຍ ຢ່າງ ໃດ ພວກເຈົ້າ ຈົ່ງ ຕັ້ງໝັ້ນຄົງຢູ່ ໃນ ພຣະອົງ ຢ່າງ ນັ້ນ.
\v 28 ແລະ ບັດນີ້ ລູກ ນອ້ຍ ທງັຫລາຍ ເອີຍ, ຈົ່ງ ຕັ້ງໝັ້ນຄົງ ຢູ່ ໃນ ພຣະອົງ ເພື່ອ ວ່າ, ເມື່ອ ພຣະອົງ ຊົງ ສະເດັດ ມາ ປາກົດ ເຮົາ ທັງຫລາຍ ຈະ ໄດ້ມີ ໃຈ ກ້າ ແລະ ບໍ່ ຫລົບ ໜ້າ ຈາກ ພຣະອົງ ດວ້ຍ ຄວາມ ອັບອາຍ ເມື່ອ ພຣະອົງ ສະເດັດ ມາ ນັ້ນ.
\v 29 ຖາ້ ເຈົ້າ ທງັຫລາຍ ຮູ້ ວ່າ ພຣະອົງ ຊົງ ທ່ຽງທາໍ ພວກເ​ຈົ້​າ​ກໍ ຮູ້ໄດ້ ວ່າທຸກຄົນທີ່ປະຕິບັດ ຕາມ ຄວາມ ທ່ຽງທາໍ ນັ້ນກໍ ບັງເກີດ ມາ ຈາກ ພຣະອົງ ເໝືອນກັນ.
\s5
\c 3
\p
\v 1 ເບິ່ງແມ! ພຣະບິດາເຈົ້າ ຊົງ ໂຜດ ປະທານ ຄວາມຮັກ ແກ່ ເຮົາ ທງັຫລາຍ ເປັນ ຢ່າງ ໃດທີ່ ພຣະເຈົ້າຊົງ ເອີ້ນ ພວກເຮົາ ວ່າ ບຸດ ຂອງ ພຣະອົງ ແລະ ພວກເຮົາ ກໍ ເປັນ ຢ່າງ ນັ້ນ ແລ້ວ. ເຫດ ທີ່ ໂລກ ບໍ່ຮູ້ຈັກເຮົາ ທງັຫລາຍ ກໍ ເພາະ ເຂົາ ບໍ່ ຮູ້ຈັກ ພຣະອົງ ນັ້ນ ແຫລະ.
\v 2 ພວກ ທີ່ຮັກ ເອີຍ, ບັດນີ້ ເຮົາ ທງັຫລາຍ ເປັນ ບຸດ ຂອງ ພຣະເຈົ້າ ແລ້ວ ແລະ ຍັງ ບໍ່ໄດ້ ຊົງ ສໍາແດງ ໃຫ້ ຮູ້ ຄັກ ວ່າ ຕໍ່ໄປ ພວກເຮົາ ຈະ ເປັນ ຢ່າງ ໃດ ແຕ່ ພວກເຮົາຮູ້ ວ່າ ເມື່ອ ພຣະອົງ ຈະ ສະເດັດ ມາ ປາກົດ ນັ້ນ ເຮົາ ທງັຫລາຍ ຈະ ເປັນ ເໝືອນ ພຣະອົງ ເພາະວ່າ ພວກເຮົາ ຈະ ເຫນັ ພຣະອົງ ຢ່າງ ທີ່ ພຣະອົງ ຊົງ ເປັນ ຢູ່ ນັ້ນ.
\v 3 ແລະ ທຸກຄົນ ທີ່ ມີ ຄວາມຫວັງ ຢ່າງ ນີ້ ໃນ ພຣະອົງກໍ ຊໍາລະ ຕົນ ໃຫ້ ບໍຣິສຸດ ເໝືອນ ດັ່ງ ທີ່ ພຣະອົງ ຊົງບໍຣິສຸດ.
\s5
\v 4 ທຸກຄົນ ທີ່ ເຮັດ ບາບກໍ ມີ ຄວາມຜິດ ໃນ ຖານ ທີ່ ຝ່າຝືນ ກົດບັນຍັດ ເພາະ ການບາບ ແມ່ນ ການ ຝ່າຝືນ ກົດບັນຍັດ.
\v 5 ພວກເຈົ້າຮູ້ ວ່າ ພຣະອົງໄດ້ມາປາກົດເພື່ອ ຍົກ ເອົາ ບາບກາໍ ຂອງ ມະນຸດ ຂ ແລະ ໃນ ພຣະອົງ ນັ້ນ ບໍ່ມີ ບາບ ເລີຍ.
\v 6 ດັ່ງນັ້ນ ຜູ້ໃດ ທີ່ ຕັ້ງໝັ້ນ ຢູ່ ໃນ ພຣະອົງ ຜູ້ນັ້ນ ​ກໍ ບໍໍ່ ເຮັດ ບາບ ອີກ ຕໍ່ໄປ ສ່ວນ ຜູ້ໃດ ທີ່ ຍັງ ເຮັດບາບຕາມ ເຄີຍຜູ້ນັ້ນກໍຍັງບໍ່ ເຫນັ ພຣະອົງ ແລະ ຍັງ ບໍ່ ຮູ້ຈັກ ພຣະອົງ.
\s5
\v 7 ລູກ ນອ້ຍ ທງັຫລາຍເອີຍ, ຢ່າ ໃຫ້ ຜູ້ໃດ ຊັກຈູງ ພວກເຈົ້າ ໃຫ້ ຫລົງ ຜູ້ ທີ່ເຮັດ ຕາມ ຄວາມ ທ່ຽງທາໍ ກໍ ເປັນ ຜູ້ ທຽງທາໍ ເໝືອນ ພຣະອົງ ຜູ້ ຊົງ ທ່ຽງທາໍ.
\v 8 ຜູ້ທີ່ ຍງັເຮັດ ບາບກໍ ມາ ຈາກ ມານຮາ້ຍ, ເພາະວ່າ ມານຮາ້ຍ ໄດ້ ເຮັດ ບາບ ຕັ້ງແຕ່ ຕົ້ນເດີມ ມາ ພຣະບຸດ ຂອງ ພຣະເຈົ້າ ໄດ້ ສະເດັດ ມາ ປາກົດກໍ ເພາະ ເຫດ ນີ້ ແຫລະ ຄື ເພື່ອ ຊົງ ທາໍລາຍ ກິດຈະການ ຂອງ ມານຮາ້ຍ ເສຍ.
\s5
\v 9 ເກີດ ຈາກ ພຣະເຈົ້າກໍ ບໍໍ່ ເຮັດ ບາບ ອີກ ຕໍ່ໄປ ເພາະ ສະພາບ ຂອງ ພຣະອົງ ຊົງ ດໍາລົງ ຢູ່ ໃນຜູ້ນັ້ນ ແລະຜູ້ນັ້ນ ໍ້​ກໍບໍໍ່ ອາດ ເຮັດ ບາບ ອີກ ຕໍ່ໄປ ເພາະຕົນໄດ້ບັງເກີດຈາກ ພຣະເຈົ້າ ແລ້ວ.
\v 10 ດັ່ງນັ້ນແຫລະ ຈຶ່ງ ເຫນັ ໄດ້ ວ່າ ຜູ້ໃດ ເປັນ ລູກ ຂອງ ພຣະເຈົ້າ ແລະ ຜູ້ໃດ ເປັນ ລູກ ຂອງ ມານຮາ້ຍ ​ຄືຜູ້ໃດທີ່ ບໍ່ເຮັດ ຕາມ ຄວາມ ທ່ຽງທາໍ ຫື​ລ ບໍ່ ຮັກພີ່ນອ້ງຂອງຕົນຜູ້ນັ້ນ ​ກໍບໍໍ່ແມ່ນ ລູກ ຂອງ ພຣະເຈົ້າ.
\s5
\v 11 ຖອ້ຍຄໍາ ທີ່ ພວກເຈົ້າ ໄດ້ຍິນ ແລະ ໄດ້ ຟັງ ມາ ຕັ້ງແຕ່ ຕອນຕົ້ນ ນັ້ນຄື ໃຫ້ ພວກເຮົາ ຮັກ ຊຶ່ງກັນແລະກັນ.
\v 12 ຢ່າ ໃຫ້ ເປັນ ເໝືອນ ກາອິນຜູ້ ມາ ຈາກ ມານຊົ່ວຮາ້ຍ ແລະ ໄດ້ ຂ້າ ນອ້ງຊາຍ ຂອງຕົນ ເສຍ. ດວ້ຍເຫດໃດ ລາວຈຶ່ງຂ້ານອ້ງ ກໍ ເພາະ ການ ເຮັດ ຂອງຕົນ ຊົ່ວ ແລະ ການ ເຮັດ ຂອງ ນອ້ງ ນັ້ນ ຊອບທາໍ.
\s5
\v 13 ພີ່ນອ້ງ ທງັຫລາຍ ເອີຍ, ຖ້າ ໂລກນີ້ ກຽດຊງັ ພວກເຈົ້າ ຢ່າ ປະຫລາດ ໃຈ.
\v 14 ຝ່າຍ ເຮົາ ຮູ້ ແລ້ວ ວ່າ ພວກເຮົາ ໄດ້ ຍ້າຍ ອອກ ຈາກຄວາມຕາຍເຂົ້າສູ​່ຊີວິດ ແລ້ວ ກໍ ເພາະ ພວກເຮົາ ຮັກ ພີ່ນອ້ງ. ຜູ້ໃດ ທີ່ ບໍ່ຮັກຜູ້ນັ້ນກໍ ຍັງ ຢູ່ ໃນ ຄວາມ ຕາຍ.
\v 15 ທຸກຄົນ ທີ່ ກຽດຊງັ ພີ່ນອ້ງ ຂອງຕົນ ກໍ ເປັນ ຜູ້ ຂ້າຄົນ ພວກເຈົ້າ ຮູ້ ແລ້ວ ວ່າ ຜູ້ ຂ້າຄົນບໍ່ມີ ຊີວິດນິຣັນດອນ ຕັ້ງ ຢູ່ ໃນ ເຂົາ ເລີຍ.
\s5
\v 16 ດັ່ງນີ້ແຫລະ ພວກເຮົາ ຈຶ່ງ ຮູ້ຈັກຄວາມຮັກໂດຍທີ່ ພຣະຄຣິດ ໄດ້ ສະຫລະ ຊີວິດຂອງ ພຣະອົງ ເພື່ອ ພວກເຮົາ ແລະ ພວກເຮົາ ກໍ ຄວນ ສະຫລະຊີວິດຂອງເຮົາ ເພື່ອ ພີ່ນອ້ງ ເໝືອນ​ກັນ.
\v 17 ແຕ່ ຖ້າ ຜູ້ໃດ ມີ ຊັບສົມບັດ ໃນ ໂລກນີ້ ແລະ ເຫນັ ພີ່ນອ້ງ ຂອງຕົນ ຂັດສົນ ແລ້ວ ຍງັ ບໍ່ ຍອມ ມີ ໃຈ ເມດຕາ ຊວ່ຍເຫລືອຜູ້ນັ້ນຄວາມ​ຮັກ ຕໍ່ ພຣະເຈົ້າ ຈະ ດໍາລົງ ຢູ່ ໃນ ຕົນ ໄດ້ ຢ່າງ ໃດ.
\v 18 ລູກ ນອ້ຍ ທງັຫລາຍເອີຍ, ຢ່າ ໃຫ້ ພວກເຮົາ ຮັກ ດວ້ຍ ຄວາມ ເວົ້າ ແລະ ດວ້ຍ ປາກ ເທົ່ານັ້ນ, ແຕ່ ຈົ່ງ ສະແດງ ຄວາມຮັກ ອັນ ແທ​້​ຈິງ ດວ້ຍ ການ ກະທາໍ.
\s5
\v 19 ດວ້ຍເຫດນີ້ແຫລະພວກເຮົາ​ຈ​ຶ່ງ​​ຮູ້ ວ່າ ພວກເຮົາ ຢູ່ຝ່າຍຄວາມຈິງຄື ພວກເຮົາມີ ຄວາມໝັ້ນໃຈຕໍ່ ໜ້າ ພຣະເຈົ້າ.
\v 20 ຖ້າໃຈຂອງພວກເຮົາກ່າວໂທດໃສ່ ພວກເຮົາເອງພວກເຮົາກໍຮູ້ວ່າພຣະເຈົ້າໃຫຍ່ກວ່າໃຈ ຂອງ ພວກເຮົາ ແລະ ພຣະອົງກໍ ຊົງ ຮູ້ ທຸກໆ ສິ່ງ.
\v 21 ເຫດສະນັ້ນ ເພື່ອນທີ່ຮັກທັງຫລາຍຂອງເຮົາເອີຍ, ຖ້າ ໃຈ ຂອງພວກເຮົາ ບໍ່ ກ່າວໂທດ ໃສ່ ພວກເຮົາ ແລ້ວພວກເຮົາກໍ ມີ ໃຈກ້າມາຢູ່ ຊອ້ງໜາ້ພຣະເຈົ້າ.
\v 22 ແລະເມື່ອພວກເຮົາຂໍ ສິ່ງໃດຈາກພ ຣະອົງພວກເຮົາກໍໄດ້ຮັບ ສິ່ງນັ້ນ ເພາະພວກເຮົາເຊື່ອຟັງຂໍ້ ຄໍາສັ່ງຂອງພຣະອົງ ແລະປະຕິບັດ ຕາມ ສິ່ງ ທີ່ ພຣະອົງ ຊົງ ພໍພຣະໄທ.
\s5
\v 23 ກົດບັນຍັດ​ຂອງພຣະເຈົ້າຄື ໃຫ້ ພວກເຮົາເຊື່ອໃນ ພຣະນາມພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ ແລະໃຫ້ພວກເຮົາຮັກຊຶ່ງກັນແລະກັນເໝືອນດັ່ງທີ່ ພຣະອົງຊົງສັ່ງພວກເຮົາ.
\v 24 ທຸກຄົນຜູ້ທີ່​ຖືຮັກສາບັນດາຂໍ້ ບັນຍັດຂອງພຣະເຈົ້າ​ກໍ ຕັ້ງຢູ່ ໃນພຣະອົງ ແລະ ພຣະອົງກໍ ຊົງ ສະຖິດ ຢູ່ ໃນ ພວກເຂົາ ແລະ ດວ້ຍ ພຣະວິນຍານທີ່ ພຣະອົງໄດ້ ປະທານໃຫ້ ພວກເຮົານັ້ນພວກເຮົາຈຶ່ງຮູ້ ວ່າພຣະອົງຊົງສະຖິດຢູ່ໃນພວກເຮົາ.
\s5
\c 4
\p
\v 1 ພວກ ທີ່ຮັກ ເອີຍ, ຢ່າ ເຊື່ອ ວິນຍານ ທຸກໆ ດວງ ແຕ່ ຈົ່ງພິສູດ ວິນຍານ ທັງຫລາຍ ນັ້ນ ວ່າ ມາ ຈາກ ພຣະເຈົ້າຫລື ບໍເພາະວ່າມີ ຜູ້ທາໍນວາຍ ປອມ ຫລາຍ ຄົນ ໄດ້ ອອກ ໄປ ໃນ ໂລກ.
\v 2 ດັ່ງນີ້ແຫລະ ພວກເຈົ້າ ຈະ ສາມາດຮູ້ ວ່າ ເປັນ ວິນຍານ ທີ່ ມາ ຈາກ ພຣະເຈົ້າ ໄດ້ ຄື ທຸກ ວິນຍານ ທີ່ ຮັບຮູ້ ວ່າ ພຣະເຢຊູ ຄຣິດເຈົ້າ ໄດ້ ສະເດັດ ມາ ​ຮັບຊາດ ເປັນ ມະນຸດວິນຍານ ນັ້ນ ກໍ ມາ ຈາກ ພຣະເຈົ້າ.
\v 3 ແຕ່ ທຸກ ວິນຍານ ທີ່ ບໍ່ ຍອມ ຮັບ ພຣະເຢຊູເຈົ້າ ວິນຍານ ນັ້ນກໍ ບໍໍ່ໄດ້ ມາ ຈາກ ພຣະເຈົ້າ. ວິນຍານ ນັ້ນ ແຫລະ ເປັນ ວິນຍານ ຂອງຜູ້ ຕໍ່ສູ້ ພຣະຄຣິດ ຊຶ່ງ ພວກເຈົ້າ ໄດ້ຍິນ ວ່າ ຈະມາແລະບັດ​ນີ້​ກໍຢູ່ ໃນ ໂລກ ແລ້ວ.
\s5
\v 4 ລູກ ນອ້ຍ ທັງຫລາຍ ເອີຍ, ສ່ວນ ເຈົ້າ ທັງຫລາຍ ກໍ ເປັນ ຝ່າຍ ພຣະເຈົ້າ ແລະ ໄດ້ ຊະນະ ເຂົາ ເຫລົ່ານັ້ນ ແລ້ວ, ເພາະວ່າ ພຣະອົງ ຜູ້ ຊົງສະຖິດ ຢູ່ ໃນ ພວກເຈົ້າ ຊົງ ເປັນ ໃຫຍ່ ກວ່າຜູ້ນັ້ນ ທີ່ ຢູ່ ໃນ ໂລກ.
\v 5 ຜູ້ທາໍນວາຍ ປອມ ເຫລົ່ານັ້ນ ເວົ້າ ກ່ຽວກັບ ເລື່ອງ ຂອງ ໂລກ ແລະ ເປັນ ຂອງ ໂລກ. ສະນັ້ນ ໂລກ ຈຶ່ງ ເຊື່ອຟັງພວກເຂົາ.
\v 6 ສ່ວນ ເຮົາ ທງັຫລາຍ ເປັນ ຝ່າຍ ພຣະເຈົ້າ ຜູ້ໃດ ທີ່ ຮູ້ຈກັ ພຣະເຈົ້າກໍ ຟັງ ພວກເຮົາ, ຜູ້ໃດ ທີ່ ບໍ່ ເປັນ ຝ່າຍ ພຣະເຈົ້າກໍບໍໍ່ ຟັງ ພວກເຮົາ. ດັ່ງນີ້ແຫລະ ພວກເຮົາ ຈຶ່ງ ບອກໄດ້ ວ່າ ວິນຍານ ຝ່າຍ ຄວາມຈິງ ແລະ ວິນຍານ ຝ່າຍ ຄວາມຜິດ ນັ້ນ ແຕກຕ່າງ ກັນ ຢ່າງ ໃດ.
\s5
\v 7 ເພື່ອນ ທີ່ຮັກ ທງັຫລາຍ ເອີຍ, ໃຫ້ ພວກເຮົາ ຮັກ ຊຶ່ງກັນແລະກັນ ເພາະວ່າ ຄວາມຮັກ ມາ ຈາກ ພຣະເຈົ້າ. ທຸກຄົນ ທີ່ ຮັກ ກໍບັງເກີດ ມາ ຈາກ ພຣະເຈົ້າ ແລະ ຮູ້ຈັກ ພຣະເຈົ້າ.
\v 8 ຜູ້ໃດ ທີ່ ບໍ່ ຮັກກໍ ບໍໍ່ ຮູ້ຈັກ ພຣະເຈົ້າ ເພາະ ພຣະເຈົ້າ ຊົງ ເປັນ ຄວາມຮັກ.
\s5
\v 9 ຝ່າຍ ພຣະເຈົ້າ ໄດ້ ຊົງ ສໍາແດງ ຄວາມຮັກ ຂອງ ພຣະອົງ ສໍາລັບພວກເຮົາ ໂດຍ ໄດ້ໃຊ້ ພຣະບຸດ ອົງ ດຽວ ຂອງ ພຣະອົງ ເຂົ້າ ມາ ໃນ ໂລກ, ເພື່ອ ວ່າ ພວກເຮົາ ຈະມີ ຊີວິດ ດວ້ຍ ພຣະບຸດ ນັ້ນ.
\v 10 ຄວາມຮັກ ທີ່ ເຮົາ ກ່າວ ເຖິງ ນີ້ ບໍ່ແມ່ນ ເຮົາ ທງັຫລາຍ ໄດ້ ຮັກ ພຣະເຈົ້າ ແຕ່ ພຣະເຈົ້າ ໄດ້ ຊົງຮັກ ພວກເຮົາ ແລະ ຊົງ ໃຊ້ ພຣະບຸດ ຂອງ ພຣະອົງ ສະເດັດ ມາ ເພື່ອ ເປັນ ເຄື່ອງ ບູຊາ ໄຖ່ ບາບກາໍ ຂອງ ພວກເຮົາ.
\s5
\v 11 ເພື່ອນ ທີ່ຮັກ ທງັຫລາຍ ເອີຍ, ຖ້າ ພຣະເຈົ້າ ຊົງ ຮັກ ພວກເຮົາ ຢ່າງ ນັ້ນ ແລ້ວ ພວກເຮົາ ຄວນ ຮັກ ຊຶ່ງກັນແລະກັນ.
\v 12 ຝ່າຍພຣະເຈົ້າບໍ່ມີ ຜູ້ໃດ ໄດ້ ເຫນັ ພຣະອົງ ຈັກເທື່ອ. ຖ້າ ເຮົາ ທັງຫລາຍ ຮັກ ຊຶ່ງກັນແລະກັນ ພຣະເຈົ້າກໍ ຊົງ ສະຖິດ ຢູ່ ໃນ ເຮົາ ທັງຫລາຍ ແລະ ຄວາມຮັກ ຂອງ ພຣະອົງກໍ ສົມບູນ ໃນ ພວກເຮົາ.
\v 13 ດັ່ງນີ້ແຫລະ ເຮົາທັງຫລາຍຈຶ່ງຮູ້ ວ່າພວກເຮົາຢູ່ໃນ ພຣະອົງ ແລະພຣະອົງຊົງສະຖິດຢູ່ໃນພວກເຮົາ ເພາະ ພຣະອົງໄດ້ ຊົງໂຜດປະທານພຣະວິນຍານຂອງພຣະອົງແກ່ພວກເຮົາ.
\v 14 ຝ່າຍພວກເຮົາໄດ້ເຫນັ ແລະເປັນ ພະຍານວ່າ ພຣະບີດາເຈົ້າໄດ້ ຊົງໃຊ້ ພຣະບຸດມາ ເປັນ ພຣະຜູ້ ໂຜດຊ່ວຍຂອງມະນຸດສະໂລກ.
\s5
\v 15 ຜູ້ໃດຍອມ ຮັບວ່າພຣະເຢຊູເຈົ້າ ຊົງເປັນພຣະບຸດຂອງພຣະເຈົ້າ, ພຣະເຈົ້າກໍ ຊົງສະຖິດຢູ່ ໃນຜູ້ນັ້ນແລະຜູ້ນັ້ນ​ກໍຕັ້ງຢູ່ ໃນ ພຣະເຈົ້າ.
\v 16 ຝ່າຍເຮົາທງັຫລາຍໄດ້ ຮູ້ຈັກ ແລະໄດ້ ເຊື່ອ ໃນຄວາມຮັກທີ່ ພຣະເຈົ້າໄດ້ ຊົງມີຕໍ່ພວກເຮົາ ພຣະເຈົ້າ ຊົງເປັນຄວາມຮັກ ຜູ້ໃດທີ່ ຕັ້ງຢູ່ ໃນຄວາມຮັກກໍຢູ່ໃນ ພຣະເຈົ້າ ແລະພຣະເຈົ້າກໍ ຊົງສະຖິດຢູ່ ໃນຜູ້ນັ້ນ.
\s5
\v 17 ໃນຂໍ້ ນີ້ ແຫລະ ຄວາມຮັກເປັນທີ່ ສໍາເລັດໃນເຮົາ ທງັຫລາຍ, ເພື່ອວ່າພວກເຮົາຈະໄດ້ ມີ ຄວາມແນ່ໃຈໃນ ວັນພິ ພາກສາ ເພາະພຣະຄຣິດຊົງເປັນຢ່າງໃດ ເຮົາ ທງັຫລາຍຢູ່ ໃນໂລກນີ້ ກໍ ເປັນຢ່າງນັ້ນ.
\v 18 ໃນຄວາມຮັກ ນັ້ນ ບໍ່ມີ ຄວາມຢ້ານ. ຄວາມຮັກອັນຄົບບໍຣິບູນກໍ ຂັບໄລ່ຄວາມຢ້ານທ​ຸກຢ່າງອອກໄປ. ເຫດສະນັ້ນ ຜູ້ທີ່ ຢ້ານກໍຍັງບໍ່ສໍາເລັດໃນຄວາມຮັກເພາະຄວາມຢ້ານມີ ຄວາມສໍາພັນກັບການລົງໂທດ.
\s5
\v 19 ຝ່າຍ ເຮົາ ທງັຫຼາຍ ໄດ້ ຮັກ ເພາະ ພຣະອົງຊົງຮັກ ພວກເຮົາ ກ່ອນ.
\v 20 ຖາ້ ຜູ້ໃດ ເວົ້າ ວ່າ, “ຂາ້ພະເຈົ້າ ຮັກ ພຣະເຈົ້າ” ແຕ່ ຍັງ ກຽດຊັງ ພີ່ນອ້ງ ຂອງຕົນ ຢູ່ຜູ້ນັ້ນ ກໍເປັນ ຄົນ ຂີ້ຕົວະ. ດວ້ຍວ່າ, ເມື່ອ ລາວ ບໍ່ ຮັກ ພີ່ນອ້ງ ທີ່ ຕາ ເຫນັ ແລ້ວ ຈະ ສາມາດ ຮັກ ພຣະເຈົ້າ ທີ່ ຕາ ບໍ່ ເຫນັ ໄດ້ຢ່າງ ໃດ?
\v 21 ຂໍ້ຄໍາສັ່ງ ທີ່ ພຣະອົງ ໄດ້ ມອບ ແກ່ ພວກເຮົາມີດັ່ງນີ້: “ຜູ້ໃດ ທີ່ ຮັກ ພຣະເຈົ້າ ນັ້ນ ຈົ່ງ ຮັກ ພີ່ນອ້ງ ຂອງຕົນ ເໝືອນກັນ.”
\s5
\c 5
\p
\v 1 ຜູ້ໃດທີ່ ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດ ຜູ້ນັ້ນກໍເກີດຈາກພຣະເຈົ້າ ແລະທຸກຄົນທີ່ ຮັກ ພຣະເຈົ້າຜູ້ ຊົງໃຫ້ ກາໍເນີດ ຜູ້ນັ້ນກໍຮັກລູກຂອງພຣະອົງ ເໜືອນກັນ.
\v 2 ວ່າ ພວກເຮົາ​​ຮັກລູກທງັຫລາຍຂອງພຣະເຈົ້າ ຄື ເມື່ອ ພວກເຮົາຮັກພຣະເຈົ້າ ແລະຖື ຮັກສາບັນດາກົດບັນຍັດຂອງພຣະອົງ.
\v 3 ເພາະນີ້ແຫລະ ເປັນຄວາມຮັກຕໍ່ ພຣະເຈົ້າ ຄື ໃຫ້ ເຮົາ ທັງຫລາຍຖື ຮັກສາ ບັນດາ ກົດບັນຍັດຂອງພຣະອົງ ແລະກົດບັນຍັດຂອງພຣະອົງ ນັ້ນກໍບໍໍ່ຍາກໜັກເກີນໄປ,
\s5
\v 4 ເພາະທຸກຄົນທີ່ ເກີດຈາກ ພຣະເຈົ້າ ກໍມີໄຊຕໍ່ ໂລກ ແລະຄວາມເຊື່ອຂອງພວກເຮົາ ນີ້ ແຫລະ ເປັນໄຊຊະນະທີ່ ຊະນະຕໍ່ ໂລກ.
\v 5 ຜູ້ໃດໜໍທີ່ ໄຊຊະນະຕໍ່ໂລກ ຖາ້ບໍ່ແມ່ນຜູ້ ທີ່ເຊື່ອວ່າ ພຣະເຢຊູເຈົ້າ ຊົງເປັນພຣະບຸດຂອງພຣະເຈົ້າ.
\s5
\v 6 ນີ້ ແຫລະຜູ້ ທີ່ ໄດ້ ມາ ໂດຍ ນໍ້າ ແລະ ພຣະໂລຫິດ ຄື ພຣະເຢຊູເຈົ້າ ບໍ່ແມ່ນ ດວ້ຍ ນໍ້າ ສິ່ງ ດຽວ ແຕ່ ດວ້ຍ ນໍ້າ ແລະ ພຣະ ໂລຫິດ ແລະ ພຣະວິນຍານ ຊົງ ເປັນ ພະຍານ ເພາະ ພຣະວິນຍານ ຊົງ ເປັນ ຄວາມຈິງ.
\v 7 ມີ ພະຍານ ຢູ່ ສາມ ປະການ
\v 8 ຄື: ພຣະວິນຍານ ນໍ້າ ແລະ ພຣະ ໂລຫິດ ແລະ ພະຍານ ທັງ ສາມ ນີ້ກໍ ສອດຄ່ອງ ກັນ.
\s5
\v 9 ຖາ້ ເຮົາ ທງັຫລາຍ ຮັບພະຍານຫລັກຖານ ຂອງ ມະນຸດ ພະຍານ ຫລັກຖານ ຂອງ ພຣະເຈົ້າ ກໍ ໃຫຍ່ ກວ່າ, ເພາະວ່າ ນີ້ ແຫລະ ພະຍານ ຫລັກຖານ ຂອງ ພຣະເຈົ້າ ຄື ພຣະອົງ ໄດ້ ຊົງ ເປັນ ພະຍານ ອ້າງ ເຖິງ ພຣະບຸດ ຂອງ ພຣະອົງ.
\v 10 ຜູ້ທີ່ ເຊື່ອ ໃນ ພຣະບຸດ ຂອງ ພຣະເຈົ້າ ກໍມີ ພະຍານ ຢູ່ ໃນ ຕົວ ເອງ ຜູ້ທີ່ ບໍ່ ເຊື່ອ ພຣະເຈົ້າ ​ກໍໄດ້ເ​ຮັດໃຫ້ ພຣະ​ອົງເປັນ ຜູ້ຕົວະ ເພາະ ​ຕົນ ບໍ່ໄດ້ເຊື່ອ ຄໍາ ພະຍານ ທີ່ ພຣະເຈົ້າ ໄດ້​ຊົງ ເປັນ ພະຍານ ອ້າງເຖິງ ພຣະບຸດ ຂອງ ພຣະອົງ.
\s5
\v 11 ນີ້ ແຫລະ ເປັນ ພະຍານ ຫລັກຖານ ນັ້ນ ​ຄືວ່າພຣະເຈົ້າ ໄດ້ ຊົງ ໂຜດ ປະທານ ​ຊີວິດນິຣັນດອນໃຫ້ ເຮົາ ທັງຫລາຍແລະຊີວິດນີ້ມີຢູ່ໃນ ພຣະບຸດ ຂອງ ພຣະອົງ.
\v 12 ຜູ້ທີ່ ມີພຣະບຸດ ກໍມີ ຊີວິດ ຜູ້ທີ່ບໍ່ມີ ພຣະບຸດ ຂອງ ພຣະເຈົ້າ ກໍບໍໍ່ມີຊີວິດ.
\s5
\v 13 ຂໍ້ຄວາມ ເຫລົ່ານີ້ ເຮົາ ຂຽນ ມາເຖິງ ເຈົ້າ ທງັຫລາຍ ທີ່ ເຊື່ອ ໃນ ພຣະນາມ ພຣະບຸດ ຂອງ ພຣະເຈົ້າ ເພື່ອ ເຈົ້າ ທງັຫລາຍ ຈະ ໄດ້ ຮູ້ ວ່າ ພວກເຈົ້າ ມີຊີວິດ​ນິຣັນດອນ.
\v 14 ນີ້ແຫລະ ເປັນ ຄວາມ ແນ່ໃຈ ທີ່ ເຮົາ ທງັຫລາຍມີຢູ່ ຕໍ່ ພຣະອົງຄື ຖ້າ ພວກເຮົາ ທູນ ຂໍ ສິ່ງໃດ ທີ່ ເປັນ ຕາມ ນໍ້າພຣະໄທ ຂອງ ພຣະອົງ ພຣະອົງກໍ ຊົງ ໂຜດ ຟັງ ພວກເຮົາ.
\v 15 ແລະ ຖ້າ ເຮົາທງັຫລາຍຮູ້ ວ່າ ພຣະອົງ ຊົງ ໂຜດ ຟັງ ແລ້ວ ເມື່ອ ພວກເຮົາ ທູນ ຂໍ ສິ່ງໃດ ພວກເຮົາ ຈຶ່ງຮູ້ ວ່າ ພວກເຮົາ ໄດ້ ຮັບ ສິ່ງ ທີ່ ພວກເຮົາຂໍ ຈາກ ພຣະອົງ ນັ້ນ.
\s5
\v 16 ຖາ້ ຜູ້ໃດ ເຫນັ ພີ່ນອ້ງ ຂອງຕົນ ເຮັດ ບາບ ທີ່ ບໍ່ ນາໍ ໄປ ສູ່ ຄວາມ ຕາຍຜູ້ນັ້ນ ຈົ່ງພາວັນນາ ອະທິຖານ ຕໍ່ ພຣະເຈົ້າ ແລ້ວ ພຣະອົງ ຈະ ຊົງ ໂຜດ ປະທານຊີວິດ ໃຫ້ ແກ່ຜູ້ ທີ່ເຮັດ ບາບ ທີ່ ບໍ່ ນາໍ ໄປ ສູ່ ຄວາມ ຕາຍ ນັ້ນ, ແຕ່ ຜິດບາບ ທີ່ ນາໍ ໄປ ສູ່ ຄວາມ ຕາຍກໍມີ ຢູ່ ເຮົາບໍ່ໄດ້ ເວົ້າ ວ່າ ໃຫ້ ພາວັນນາ ອະທິຖານ ໃນເລື່ອງຜິດບາບ ຢ່າງ ນັ້ນ.
\v 17 ການ ອະທາໍ ທຸກຢ່າງ ກໍ ເປັນ ຜິດບາບ ແຕ່ ການບາບ ທີ່ ບໍ່ ນາໍ ໄປ ສູ່ ຄວາມ ຕາຍກໍມີ ຢູ່.
\s5
\v 18 ເຮົາ ທງັຫລາຍ ຮູ້ ແລ້ວ ວ່າ ຄົນ ທີ່ ເກີດ ຈາກ ພຣະເຈົ້າກໍ ບໍໍ່ ເຮັດ ບາບ ຕາມ ເຄີຍ, ແຕ່ ພຣະອົງ ຜູ້ ຊົງບັງເກີດ ແຕ່ ພຣະເຈົ້າກໍ ຊົງ ຮັກສາ ຄົນ ນັ້ນ ແລະ ມານຊົ່ວຮ້າຍ ບໍ່ ສາມາດ ຈັບ ຕອ້ງ ຄົນ ນັ້ນ.
\v 19 ເຮົາ ທງັຫລາຍ ຮູ້ ແລ້ວ ວ່າ ພວກເຮົາ ເກີດ ຈາກ ພຣະເຈົ້າ ມະນຸດສະໂລກ ທັງໝົດ ຈົມ ຢູ່ ໃຕ້ ອໍານາດ ຂອງ ມານຊົ່ວຮາ້ຍ.
\s5
\v 20 ເຮົາທງັຫລາຍຮູ້ ວ່າ ພຣະບຸດ ຂອງ ພຣະເຈົ້າ ສະເດັດ ມາ ແລະ ໄດ້ ຊົງ ໂຜດ ປະທານສະຕິປັນຍາ ໃຫ້ ແກ່ ພວກເຮົາເພື່ອ ໃຫ້ ພວກເຮົາ ຮູ້ຈັກ ພຣະ ຜູ້ ຊົງ ທ່ຽງແທ້ ແລະເຮົາ ທງັຫລາຍ ຢູ່ ໃນ ພຣະ ຜູ້ ຊົງ ທ່ຽງແທ້ ນັ້ນ ຄື ໃນ ພຣະເຢຊູ ຄຣິດເຈົ້າ ພຣະບຸດ ຂອງ ພຣະອົງ, ນີ້ແຫລະ ເປັນ ພຣະເຈົ້າ ອົງ ທ່ຽງແທ້ ແລະ ເປັນຊີວິດນິຣັນດອນ.
\v 21 ລູກ ນອ້ຍ ທັງຫລາຍ ຂອງເຮົາ ເອີຍ ຈົ່ງ ລະວັງ ຮັກສາ ຕົນ ຈາກ ບັນດາ ຮູບເຄົາຣົບ.