lo_bible/62-2PE.usfm

123 lines
30 KiB
Plaintext

\id 2PE
\ide UTF-8
\h ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ ເປ​ໂຕ
\toc1 ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ ເປ​ໂຕ
\toc2 ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ ເປ​ໂຕ
\toc3 2pe
\mt ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ ເປ​ໂຕ
\s5
\c 1
\p
\v 1 ຊີໂມນ ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ ຂອງ ພຣະເຢຊູຄຣິດເຈົ້າ. ຮຽນ ທ່ານ ທັງຫລາຍ ທີ່ ໄດ້ ຮັບຄວາມເຊື່ອ ອັນ ປະເສີດ ເທົ່າທຽມ ກັນ ກັບ ເຮົາ ດ້ວຍ ຄວາມ ຊອບທາໍ ແຫ່ງ ພຣະເຈົ້າ ຂອງ ພວກເຮົາ ຄື ພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງ ເຮົາທັງຫລາຍ.
\v 2 ຂໍ ໃຫ້ ພຣະຄຸນ ແລະ ສັນຕິສຸກ ຈົ່ງເພີ່ມ ທະວີຄູນ ແກ່ ເຈົ້າ ທັງ ຫລາຍໂດຍ ການ ຮູ້ຈັກໃນ ພຣະເຈົ້າ ແລະ ໃນ ພຣະເຢຊູເຈົ້າ ອົງພຣະຜູ້ ເປັນເຈົ້າ ຂອງ ພວກເຮົາ. ການ ຊົງເອີ້ນແລະ ການຊົງເລືອກ ຂອງ ພຣະເຈົ້າ
\s5
\v 3 ດ້ວຍ ເຫັນ ແລ້ວ ວ່າ ຣິດເດດ ຂອງ ພຣະເຈົ້າ ໄດ້ ຊົງປະທານ ສິ່ງສາລະພັດ ແກ່ ພວກເຮົາ ຊຶ່ງ ຈາໍເປັນຕໍ່ຊີວິດ ແລະ ຕໍ່ ການ ດໍາເນີນ ຕາມ ທາງ ຂອງ ພຣະເຈົ້າ ໂດຍ ການ ຮູ້ຈັກ ພຣະອົງ ຜູ້ ທີ່ ຊົງ ເອີ້ນ ພວກເຈົ້າ ດ້ວຍ ສະຫງ່າຣາສີ ແລະ ຄວາມ ລໍ້າເລີດ ຂອງ ພຣະອົງ ເອງ.
\v 4 ດ້ວຍ ສິ່ງ ເຫລົ່ານັ້ນ ພຣະອົງ ໄດ້ ຊົງປະທານ ພຣະສັນຍາ ປະເສີດ ອັນໃຫຍ່ ຫລວງ ແກ່ ເຮົາ ທັງຫລາຍ ເພື່ອ ວ່າ ດ້ວຍ ສິ່ງ ເຫລົ່ານີ້ ພວກເຈົ້າ ຈຶ່ງ ໜີ ພົ້ນ ໄດ້ ຈາກ ຄວາມ ເສື່ອມໂຊມ ທີ່ ມີ ຢູ່ໃນ ໂລກນີ້ ເພາະ ຕັນຫາ ແລະ ຈະ ໄດ້ ຮັບ ສ່ວນ ໃນ ສະພາບ ຂອງ ພຣະອົງ.
\s5
\v 5 ເພາະ ເຫດນີ້ ແຫລະ ເຈົ້າ ທັງຫລາຍ ຈົ່ງ ອົດສາ ພະຍາຍາມ ຈົນສຸດ ກຳລັງ ເພື່ອ ຈະ ເອົາ ຄຸນຄວາມດີ ເພີ່ມ ຄວາມເຊື່ອ ແລະ ເອົາ ຄວາມຮູ້ ເພີ່ມ ຄວາມດີ.
\v 6 ເອົາ ຄວາມ ຮູ້ຈັກບັງຄັບຕົນ ເພີ່ມ ຄວາມຮູ້ ເອົາ ຄວາມ ໝັ້ນໃຈ ເພີ່ມ ຄວາມ ບັງຄັບ ຕົນ ເອົາ ຄວາມ ເຫຼື້ອມໃສ ໃນ ພຣະເຈົ້າ ເພີ່ມ ຄວາມ ໝັ້ນໃຈ.
\v 7 ເອົາ ຄວາມຮັກ ພີ່ ນ້ອງ ເພີ່ມ ຄວາມ ເຫອຼື້ມໃສ ໃນ ພຣະເຈົ້າ ແລະ ເອົາຄວາມຮັກ ຄົນ ທົ່ວ ໄປ ເພີ່ມ ຄວາມຮັກ ພີ່ ນ້ອງ.
\s5
\v 8 ດ້ວຍວ່າ, ຖ້າ ສິ່ງ ເຫລົ່ານີ້ ມີ ຢູ່ໃນ ພວກເຈົ້າ ຢ່າງ ບໍຣິບູນ ແລ້ວ ກໍ ຈະ ເຮັດ ໃຫ້ ພວກເຈົ້າ ເປັນ ຄົນດຸໝັ່ນ ແລະ ເກີດຜົນ ໃນ ການ ຮູ້ຈັກ ອົງ ພຣະເຢຊູຄຣິດເຈົ້າ ຂອງ ເຮົາ ທັງ ຫລາຍ.
\v 9 ເພາະວ່າ ຜູ້ໃດ ທີ່ ຂາດ ສິ່ງ ເຫລົ່ານີ້ ກໍ ເປັນ ຄົນຕາບອດ, ຕາສັ້ນ ແລະ ລືມ ໄປ ວ່າ ຕົນໄດ້ ຮັບການ ຊໍາລະລ້າງ ຈາກ ິຜິດບາບ ອັນເກົ່າ ກ່ອນ ຂອງຕົນ ເສຍແລ້ວ.
\s5
\v 10 ເພາະ ສະນັ້ນ ພີ່ ນ້ອງ ທັງຫລາຍ ເອີຍ, ຈົ່ງ ອົດສາ ພະຍາຍາມ ຫລາຍກວ່າ ເກົ່າ ເຮັດ ໃຫ້ ຕົນເອງ ເປັນ ໄປ ຕາມ ທີ່ ພຣະເຈົ້າ ຊົງ ເອີ້ນ ແລະ ຊົງເລືອກ ໄວ້ ນັ້ນ. ເພາະວ່າ ຖ້າ ເຮັດ ຢ່າງ ນັ້ນ ແລ້ວ ພວກເຈົ້າ ກໍ ຈະ ບໍ່ ສະດຸດ ລົ້ມ ລົງ ຈັກເທື່ອ.
\v 11 ດ້ວຍ ທາງ ນີ້ ແຫລະ ພຣະເຈົ້າ ຈະ ຊົງປະທານ ສິດສົມບູນ ແກ່ ເຈົ້າທັງຫລາຍ ໃຫ້ ເຂົ້າ ໄປ ໃນ ຣາຊແຜ່ນດິນ ອັນນິຣັນດອນ ຂອງ ພຣະເຢຊູ ຄຣິດເຈົ້າ ພຣະຜູ້ຊົງໂຜດ ໃຫ້ ພົ້ນ ຂອງ ພວກເຮົາ.
\s5
\v 12 ເຫດສະນັ້ນ ເຖິງແມ່ນ ວ່າ ເຈົ້າທັງ ຫລາຍ ຮູ້ຈັກ ແລະ ຕັ້ງ ໝັ້ນ ຄົງ ຢູ່ ໃນ ຄວາມຈິງ ທີ່ ມີ ຢູ່ແລ້ວ ກໍດີ. ຂ້າພະເຈົ້າ ກໍ ພ້ອມ ຢູ່ ສະເໝີ ທີ່ ຈະ ເຕືອນ ສະຕີ ພວກເຈົ້າ ໃຫ້ ລະນຶກ ເຖິງ ສິ່ງ ເຫລົ່ານີ້.
\v 13 ຕາບໃດ ທີ່ ຂ້າພະເຈົ້າ ຍັງອາໄສ ຢູ່ ໃນ ຮ່າງກາຍນີ້ ຂ້າພະເຈົ້າ ເຫັນ ສົມຄວນ ທີ່ ຈະ ປຸກ ເຕືອນ ພວກເຈົ້າ ໃຫ້ ລະນຶກ ເຖິງ ຂໍ ຄວາມ ເຫລົ່າ ນີ້.
\v 14 ເພາະ ຂ້າພະເຈົ້າ ຮູ້ ຢູ່ ວ່າ ອີກ ບໍ່ ​ດົນ ຂ້າພະເຈົ້າ ກໍ ຈະ ປະຖິ້ມ ຮ່າງກາຍ ນີ້ ເສຍ ເໝືອນ ດັ່ງ ທີ່ ອົງ ພຣະເຢຊູ ຄຣິດເຈົ້າ ຂອງ ພວກເຮົາ ໄດ້ ຊົງ ສໍາແດງ ແກ່ ຂ້າພະເຈົ້າ ແລ້ວ.
\v 15 ແລະ ຂ້າພະເຈົ້າ ຈະ ພະຍາຍາມ ຫາ ທາງ ໃຫ້ ເຈົ້າທັງຫລາຍ ລະນຶກ ເຖິງ ສິ່ງເຫລົ່າ ນີ້ ໄດ້ ທຸກ ເວລາ ເມື່ອ ຂ້າພະເຈົ້າ ຈາກ ໂລກນີ້ ໄປ ແລ້ວ.
\s5
\v 16 ເພາະ ເມື່ອ ເຮົາ ໄດ້ ປະກາດ ໃຫ້ ເຈົ້າ ທັງຫລາຍ ຮູ້ ເຖິງ ຣິດເດດ ແລະ ການ ສະເດັດ ມາ ຂອງ ອົງ ພຣະເຢຊູ ຄຣິດເຈົ້າ ຂອງ ພວກເຮົາ ພວກເຮົາ ບໍ່ໄດ້ ກ່າວ ຕາມ ນິຍາຍ ທີ່ ເຂົາ ແຕ່ງ ຂຶ້ນ ດ້ວຍ ຄວາມ ສະຫລາດ ແຕ່ ພວກເຮົາ ເປັນ ພະຍານ ຜູ້ ຮູ້ ເຫັນ ເດຊານຸພາບ ຂອງ ພຣະອົງ.
\v 17 ເພາະວ່າ ພຣະອົງ ໄດ້ ຊົງ ຮັບກຽດ ແລະ ສະຫງ່າຣາສີ ຈາກ ພຣະເຈົ້າ ພຣະບິດາເຈົ້າ ເມື່ອ ພຣະສຸຣະສຽງ ຈາກ ຣັດສະໝີ ອັນຮຸ່ງເຮືອງ ຊົງກ່າວ ແກ່ ພຣະອົງ ວ່າ, “ທ່ານ ຜູ້ ນີ້ ແຫລະ ເປັນບຸດ ທີ່ ຮັກ ຂອງເຮົາ ເຮົາ ພໍໃຈ ຫລາຍ ໃນ ທ່ານ. ”
\v 18 ຝ່າຍ ພວກເຮົາ ກໍ ໄດ້ ຍິນ ພຣະສຸຣະສຽງ ນີ້ ຈາກ ສະຫວັນ ເມື່ອ ພວກເຮົາ ໄດ້ ຢູ່ ກັບ ພຣະອົງ ທີ່ ພູ ອັນສັກ ສິດ ນັ້ນ.
\s5
\v 19 ສະນັ້ນ ພວກເຮົາ ຢຶດ ຖື ຄໍາທາໍນວາຍ ຢ່າງ ແນ່ນອນ ກວ່າ ເກົ່າ ຈະ ເປັນ ການ ດີ ຖ້າ ເຈົ້າທັງຫລາຍ ຈະ ຖື ຕາມ ຄໍາທໍານວາຍ ນັ້ນ ເພາະ ຄໍານັ້ນເປັນເໝືອນ ແສງໂຄມ ທີ່ ສ່ອງ ສະຫວ່າງ ໃນ ບ່ອນ ມືດ ຈົນ ເຖິງ ວັນ ຮຸ່ງ ເຊົ້າ ແລະ ດາວ ເພັກ ຈະ ສ່ອງ ຂຶ້ນ ໃນ ໃຈ ຂອງ ພວກເຈົ້າ.
\v 20 ກ່ອນອື່ນ ເຈົ້າ ທັງຫລາຍ ຕ້ອງ ເຂົ້າໃຈ ຂໍ້ ນີ້ ຄື ຜູ້ໃດ ຜູ້ໜຶ່ງ ຈະ ຕີ ຄວາມໝາຍ ຂອງ ຄໍາທາໍນວາຍ ໃນ ພຣະຄໍາພີ ເອົາ ເອງ ບໍ່ໄດ້.
\v 21 ເພາະວ່າ ຄໍາທໍານວາຍ ນັ້ນ ບໍ່ໄດ້ ມາ ຈາກ ນໍ້າໃຈ ຂອງ ມະນຸດ ຈັກເທື່ອ, ແຕ່ ມະນຸດ ໄດ້ ກ່າວ ຄໍາ ທີ່ ມາຈາກ ພຣະເຈົ້າ ຕາມ ທີ່ ພຣະວິນຍານ ບໍຣິສຸດເຈົ້າ ຊົງ ດົນໃຈ.
\s5
\c 2
\p
\v 1 ບັນດາ ຜູ້ ປະກາດ ພຣະທາໍປອມ ໄດ້ ເກີດ ມີ ຂຶ້ນ ໃນ ທ່າມກາງ ໄພ່ ພົນ ຂອງ ພຣະເຈົ້າ ໃນ ເມື່ອ ກ່ອນ ສັນໃດ ກໍ ຈະ ມີ ຄູສອນ ປອມ ເກີດ ຂຶ້ນ ໃນ ທ່າມກາງ ພວກເຈົ້າ ສັນນັ້ນ ພວກເຂົາ ຈະ ນໍາ ເອົາ ຄໍາສອນ ບໍ່ຈິງ ທີ່ ເປັນການ ທາໍລາຍ ມາ ສິດສອນ ຈົນ ເຖິງ ກັບປະຕິເສດ ພຣະອົງ ຜູ້ ຊົງ ເປັນ ພຣະເຈົ້າ ທີ່ ໄດ້ ໄຖ່ ພວກເຂົາ ໄວ້ ຊຶ່ງ ຈະ ນາໍ ຄວາມ ຈິບຫາຍ ມາ ເຖິງ ຕົວ ພວກເຂົາ ໂດຍ ໄວ.
\v 2 ຈະ ມີ ຫລາຍ ຄົນ ຕິດຕາມ ການ ຊົ່ວອັນຕໍ່າຊ້າ ຂອງ ພວກເຂົາ ເນື່ອງ ຈາກ ຄົນເຫລົ່າ ນັ້ນ ເປັນເຫດ ທາງ ຂອງ ຄວາມຈິງ ຈະ ຖືກ ປະໝາດ.
\v 3 ແລະ ດ້ວຍ ໃຈ ໂລບ ພວກເຂົາ ຈະ ໄດ້ ກາໍໄລ ຈາກ ພວກເຈົ້າ ດ້ວຍ ກ່າວ ຄໍາ ຕົວະ ການ ລົງ ໂທດ ຄົນ ເຫລົ່າ ນັ້ນ ທີ່ ໄດ້ ຖືກ ພິພາກສາ ດົນນານ ມາ ແລ້ວ ກໍ ບໍ່ ເສີຍຊ້າຢູ່. ຄວາມຈິບຫາຍ ທີ່ ຈະ ເກີດ ຂຶ້ນ ກັບ ພວກເຂົາ ກໍ ບໍ່ ໄດ້ ລືມ ພວກເຂົາ.
\s5
\v 4 ເພາະວ່າ ພຣະເຈົ້າ ບໍ່ໄດ້ ຊົງ ຍົກເວັ້ນ ຝູງ ເທວະດາ ທີ່ ໄດ້ ເຮັດບາບ ນັ້ນ, ແຕ່ ໄດ້ ຊົງ ຊຸກ ພວກເຂົາ ລົງໄປ ສູ່ ພື້ນ ທໍລະນີ ເລິກ ຂັງ ພວກເຂົາໄວ ໃນ ຂຸມ ມືດຄຸມ ໄວ້ ຈົນເຖິງ ວັນ ພິພາກສາ.
\v 5 ພຣະເຈົ້າ ບໍ່ໄດ້ ຊົງຍົກ ເວັ້ນ ມະນຸດສະໂລກ ຄາວ ບູຮານ ແຕ່ ໄດ້ ຮັກສາ ໂນອາ ຜູ້ ປະກາດ ຄວາມ ຊອບທາໍ ກັບຄົນ ອື່ນ ອີກ ເຈັດ ຄົນ ເມື່ອ ພຣະອົງ ໄດ້ ຊົງ ບັນດານ ໃຫ້ ນາໍ້ ຖ້ວມ ໂລກ ຂອງ ຄົນ ບໍ່ນັບຖື ພຣະເຈົ້າ.
\v 6 ພຣະເຈົ້າ ໄດ້ ລົງໂທດ ເມືອງ ໂຊໂດມ ແລະ ເມືອງ ໂກໂມຣາ ໃຫ້ ເປັນ ເຖົ່າ ໂດຍທາໍລາຍ ໃຫ້ ຈິບຫາຍ ດ້ວຍ ໄຟ ເພື່ອ ເປັນ ຕົວຢ່າງ ແກ່ ຄົນ ບໍ່ ນັບຖື ພຣະເຈົ້າ ໃນ ຂັ້ນ ຕໍ່ໄປ.
\s5
\v 7 ແລະ ໄດ້ ຊົງໂຜດເອົາ ໂລດ ຜູ້ຊອບທໍາ ນັ້ນ ໃຫ້ ພົ້ນ ຄື ຜູ້ ມີ ຄວາມ ທຸກໃຈ ຫລາຍ ຍ້ອນ ກິຣິຍາ ທີ່ ຂາດ ສິນທາໍ ຂອງ ຄົນຊົ່ວ ເຫລົ່ານັ້ນ.
\v 8 ເພາະ ເມື່ອ ຄົນຊອບທາໍ ຜູ້ນີ້ ຢູ່ໃນ ໝູ່ຄົນຊົ່ວ ນັ້ນ ການ ອະທາໍ ຂອງ ພວກເຂົາ ທີ່ ເພິ່ນໄດ້ເຫັນ ແລະ ໄດ້ຍິນ ກໍ ເຮັດໃຫ້ ຈິດໃຈ ທີ່ ຊອບທາໍ ຂອງ ເພິ່ນ ເປັນ ທຸກ ລໍາບາກ ທຸກໆ ວັນ.
\v 9 ດັ່ງນັ້ນ ອົງພຣະ ຜູ້ ເປັນ ເຈົ້າ ຈຶ່ງ ຮູ້ຈັກວິທີ ທີ່ ຈະ ໂຜດ ເອົາ ຄົນ ທີ່ ຊອບທາໍ ເພື່ອ ໃຫ້ ພົ້ນ ຈາກ ການ ທົດລອງ ແລະ ຮູ້ຈັກ ວິທີຮັກສາ ຄົນຊົ່ວ ໄວ້ ເພື່ອ ໃຫ້ ຢູ່ ່ໃຕ້ ການ ລົງໂທດ ໃນ ວັນພິພາກສາ.
\s5
\v 10 ເປັນ ຕົ້ນ ຈະ ຊົງ ລົງໂທດ ແກ່ ຄົນ ເຫລົ່າ ນັ້ນ ທີ່ ປ່ອຍ ຕົວ ໄປ ຕາມ ກີເລດ ຕັນ ຫາ ແລະ ໝິ່ນ ປະໝາດ ຕໍ່ ອໍານາດ ທັງໝົດ. ຄູສອນ ປອມ ເຫລົ່າ ນີ້ ມີ ໃຈ ກ້າ ກັ່ນ ແລະ ເຮັດ ຕາມ ລໍາພັງໃຈ ພວກເຂົາ ບໍ່ສະທ້ານ ຕົກໃຈ ເມື່ອ ກ່າວ ປະນາມ ຕໍ່ ຜູ້ ມີ ຍົດສັກ.
\v 11 ເຖິງ ແມ່ນ ວ່າ ພວກ ເທວະດາ ທີ່ ມີ ຣິດ ກາໍລັງ ຫລາຍກວ່າ ກໍ ຍັງ ບໍ່ ນາໍ ຄໍາ ຮ້ອງຟ້ອງ ມາ ກ່າວ ປະນາມ ຄົນ ເຫລົ່າ ນັ້ນ ຕໍ່ ພຣະພັກຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 12 ແຕ່ ຄົນເຫລົ່າ ນັ້ນ ເປັນ ເໝືອນ ສັດ ເດຍລະສານ ທີ່ ບໍ່ ມີ ຄວາມ ຄິດ ແລະ ເກີດ ມາ ຕາມ ທາໍມະຊາດ ເພື່ອ ຖືກ ຈັບ ແລະ ຖືກ ຂ້າ. ພວກເຂົາ ກ່າວ ປະນາມ ສິ່ງ ທີ່ ພວກເຂົາ ບໍ່ ເຂົ້າໃຈ ພວກເຂົາ ຈະ ຕ້ອງ ຈິບຫາຍ ໄປ ຢ່າງ ດຽວກັນ ກັບ ສັດເຫລົ່າ ນັ້ນ.
\v 13 ພວກເຂົາ ຈະ ໄດ້ ຮັບໂທດກາໍ ເປັນ ລາງວັນ ແຫ່ງ ການ ອະທໍາ ຂອງຕົນ. ພວກເຂົາ ຖື ເອົາ ການ ຫລິ້ນ ມ່ວນຊື່ນ ເຮຮາ ໃນ ເວລາ ກາງເວັນ ເປັນ ຂອງ ສະໜຸກ. ພວກເຂົາ ດ່າງພອຍ ແລະ ເປິເປື້ອນ ແລະ ໃຊ້ ການ ຫລິ້ນ ເຮຮາ ຫລອກລວງ ເມື່ອ ກາໍລັງ ກິນລ້ຽງ ຮ່ວມ ກັບເຈົ້າ ທັງຫລາຍ.
\v 14 ຕາ ຂອງ ພວກເຂົາ ກໍ ມັກ ເບິ່ງ ແຕ່ ຍິງ ທີ່ ລ່ວງ ປະເວນີ ບໍ່ ຢຸດ ບໍ່ ຢັ້ງ ໃນ ການ ເຮັດບາບ, ພວກເຂົາ ກ້ຽວກ່ອມ ຄົນທີ່ມີໃຈ ບໍ່ ທ່ຽງໝັ້ນ ພວກເຂົາ ມີ ໃຈ ເກັ່ງ ໃນ ການໂລບ, ເປັນຄົນ ທີ່ ຖືກ ຊົງ ປ້ອຍດ່າ ແລ້ວ.
\s5
\v 15 ພວກເຂົາ ໄດ້ ປະຖິ້ມ ທາງ ຊື່ ຈຶ່ງ ຫລົງ ທາງໄປ, ພວກເຂົາ ຕິດຕາມ ທາງ ຂອງ ບາລາອາມ ລູກ ໂບໂຊນ ຜູ້ ຊຶ່ງ ມັກ ລາງວັນ ທີ່ ມາ ຈາກ ການ ອະທາໍ.
\v 16 ແຕ່ ບາລາອາມ ນັ້ນ ໄດ້ ຖືກຕີ ເພາະການ ລະເມີດ ຂອງຕົນ ລໍໂຕປາກ ບໍ່ເປັນ ກໍ ຍັງ ໄດ້ ປາກ ພາສາ ມະນຸດ ແລະ ໄດ້ ຫ້າມ ຄວາມ ບ້າ ຂອງ ບາລາອາມ ຜູ້ທາໍນວາຍ ນັ້ນ ໃຫ້ ເຊົາ.
\s5
\v 17 ພວກ ຄູສອນ ປອມ ເຫລົ່າ ນີ້ ເປັນ ເໝືອນ ບໍ່ ທີ່ຂາດນາໍ້ ເປັນດັ່ງ ໝອກ ທີ່ ຖືກ ລົມພະຍຸ ພັດໄປ ພຣະເຈົ້າ ໄດ້ ຈັດຂຸມມືດ ອັນເລິກ ໄວ້ ສໍາລັບ ພວກເຂົາ.
\v 18 ເພາະວ່າ ພວກເຂົາ ມັກກ່າວ ຄໍາ ອວດອ້າງ ອັນເປົ່າ ໆ ແລະ ໃຊ້ ຄວາມ ປາຖະໜາ ຊົ່ວ ທາງ ກາຍ ຫລອກລວງ ຄົນທັງຫລາຍ ທີ່ ກາໍ ລັງ ໜີ ພົ້ນ ຈາກ ຜູ້ ທີ່ ດໍາເນີນຊີວິດ ໃນ ການ ຫລົງ ຜິດ.
\v 19 ພວກເຂົາ ສັນຍາ ວ່າ ຈະ ໃຫ້ ຄົນເຫລົ່າ ນັ້ນ ມີ ອິດສະຫລະພາບ ແຕ່ ພວກເຂົາເອງ ຍັງເປັນທາດ ຂອງ ຄວາມ ເສື່ອມໂຊມ ຢູ່ ເພາະວ່າ ມະນຸດ ຖືກ ພ່າຍແພ້ ແກ່ ສິ່ງໃດ ແລ້ວ, ພວກເຂົາ ກໍ ຕົກເປັນທາດ ຂອງ ສິ່ງນັ້ນ.
\s5
\v 20 ເພາະວ່າ ຖ້າຫລັງ ຈາກ ທີ່ ພວກເຂົາ ພົ້ນ ແລ້ວ ຈາກ ກິເລດ ຕັນຫາ ຂອງ ໂລກນີ້. ດ້ວຍ ການ ທີ່ ພວກເຂົາ ຮູ້ຈັກອົງພຣະ ຜູ້ ເປັນເຈົ້າ ຂອງ ພວກເຮົາ ແລະ ພຣະເຢຊູ ຄຣິດເຈົ້າ ພຣະຜູ້ໂຜດຊ່ວຍ ໃຫ້ ພົ້ນ, ພວກເຂົາ ກັບ ໄປ ພົວພັນ ແລະ ຖືກພ່າຍແພ້ ແກ່ ຄົນຊົ່ວ ຮ້າຍ ນັ້ນ ອີກ. ສະພາບ ບັ້ນປາຍ ຂອງ ພວກເຂົາ ກໍ ກັບຊົ່ວຮ້າຍ ກວ່າ ບັ້ນຕົ້ນ.
\v 21 ເພາະ ຖ້າ ພວກເຂົາ ບໍ່ໄດ້ ຮູ້ ຈັກທາງ ຊອບທໍາ ນັ້ນ ກໍ ຍັງ ຈະ ດີ ກວ່າ ທີ່ ໄດ້ ຮູ້ ແລ້ວ ແຕ່ ຍັງ ກັບ ຫັນຫລັງ ໃສ່ ກົດບັນຍັດ ອັນສັກສິດ ທີ່ ຊົງ ໂຜດ ມອບ ໃຫ້ ແກ່ ພວກເຂົາ ນັ້ນ.
\v 22 ຊຶ່ງ ເກີດ ແກ່ ພວກເຂົາ ນັ້ນ ກໍ ເໝືອນ ດັ່ງ ສຸພາສິດ ອັນຖືກ ຕ້ອງ ທີ່ ວ່າ, “ໝາ ໄດ້ ຫລົບ ໄປ ກິນ ສິ່ງ ທີ່ ມັນ ຮາກ ອອກ ມາ” ແລະ “ໝູ ທີ່ ລ້າງ ແລ້ວ ກໍ ກັບ ລົງ ໄປ ນອນ ລຸຍ ໃນ ບວກ ອີກ.”
\s5
\c 3
\p
\v 1 ພວກ ທີ່ ຮັກເອີຍ, ນີ້ແຫລະ ເປັນ ຈົດ ໝາຍ ສະບັບ ທີສອງ ທີ່ ຂ້າພະເຈົ້າ ໄດ້ ຂຽນ ມາ ເຖິງ ເຈົ້າທັງຫລາຍ, ໃນ ຈົດໝາຍ ທັງ ສອງ ສະບັບ ນີ້ ຂ້າພະເຈົ້າ ໄດ້ ປຸກ ເຕືອນ ຈິດໃຈ ອັນ ສັດຊື່ ຂອງ ພວກເຈົ້າ ໃຫ້ ລະນຶກ ເຖິງ.
\v 2 ເພື່ອ ໃຫ້ ພວກເຈົ້າ ຈົດຈາໍ ຖ້ອຍຄໍາ ທັງຫຼາຍ ຊຶ່ງ ພວກຜູ້ທາໍນວາຍ ຜູ້ບໍຣິສຸດ ໄດ້ ກ່າວໄວ້ ເມື່ອກ່ອນ ນັ້ນ ທັງ ຂໍ້ຄໍາສັ່ງ ຈາກ ອົງພຣະຜູ້ ເປັນເຈົ້າ ຄື ພຣະຜູ້ ຊົງໂຜດ ຊ່ວຍ ໃຫ້ ພົ້ນ ຊຶ່ງ ພວກ ອັກຄະສາວົກ ໄດ້ ສັ່ງ ສອນ ແກ່ ພວກເຈົ້າ ນັ້ນ.
\s5
\v 3 ກ່ອນ ອື່ນ ຈົ່ງ ຮູ້ ຂໍ້ ນີ້ ຄື ຄາວ ສຸດທ້າຍ ຈະ ມີ ຄົນ ເຢາະເຢີ້ຍ ມາ ເວົ້າ ສຽດສີ ຕາມ ໃຈ ປາຖະໜາ ຂອງຕົນ.
\v 4 ພວກເຂົາ ຈະ ຖາມ ວ່າ, “ຄໍາ ທີ່ ຊົງ ສັນຍາ ໄວ້ ວ່າ ພຣະອົງ ຈະ ສະເດັດ ມາ ນັ້ນ ຢູ່ ໃສ? ເພາະວ່າ ຕັ້ງ ແຕ່ ບັນພະບຸລຸດ ລ່ວງລັບ ໄປແລ້ວ ສິ່ງ ທັງ ປວງ ກໍ ເປັນຢູ່ ເໝືອນ ເດີມ ຕັ້ງ ແຕ່ ເລີ່ມ ຕົ້ນ ຊົງ ສ້າງ ໂລກ.”
\s5
\v 5 ເພາະວ່າ ພວກເຂົາເຮັດ ຄື ລືມ ຂໍ້ ນີ້ ເສຍ ດ້ວຍ ພຣະທາໍ ຂອງ ພຣະເຈົ້າ ຟ້າສະຫວັນ ຈຶ່ງ ໄດ້ ມີ ຢູ່ ຕັ້ງແຕ່ ບູຮານ ແລະ ແຜ່ນດິນໂລກ ຈຶ່ງ ໄດ້ ເກີດຂຶ້ນ ຈາກ ນາໍ້ ແລະ ດ້ວຍ ທາງນາໍ້.
\v 6 ດ້ວຍ ນໍ້າ ນັ້ນ ແຫລະ ມະນຸດສະໂລກ ໃນ ສະໄໝ ບູຮານ ຈຶ່ງ ຖືກ ທາໍ ລາຍ ດ້ວຍ ນາໍ້ຖ້ວມ.
\v 7 ໂດຍ ພຣະທໍາ ອັນ ດຽວກັນ ນັ້ນ ແຫລະ ຟ້າ ແລະ ດິນ ທີ່ ມີ ຢູ່ ໃນ ປະຈຸບັນ ນີ້ ກໍ ຊົງ ຮັກສາ ໄວ້ ສໍາລັບ ໃຫ້ ໄຟ ເຜົາ ຜານ ເສຍ ຄື ຊົງ ຮັກສາ ໄວ້ ຈົນ ກວ່າ ຈະ ເຖິງ ວັນ ທີ່ ບັນດາ ມະນຸດ ທີ່ ບໍ່ນັບຖື ພຣະເຈົ້າ ຈະ ຊົງ ຖືກ ພິພາກສາ ແລະ ຈິບຫາຍໄປ.
\s5
\v 8 ແຕ່ ພວກ ທີ່ ຮັກເອີຍ ຢ່າ ລືມ ຂໍ້ ນີ້ ວ່າ ຕໍ່ ພຣະພັກ ຂອງ ອົງພຣະຜູ້ ເປັນເຈົ້າ ວັນດຽວ ກໍ ເໝືອນ ກັບ ພັນປີ ແລະ ພັນປີ ກໍ ເໝືອນ ກັບ ວັນດຽວ.
\v 9 ອົງພຣະຜູ້ ເປັນເຈົ້າ ບໍ່ໄດ້ ຊົງ ເສີຍຊ້າ ທີ່ ຈະ ເຮັດ ໃຫ້ ພຣະສັນຍາ ຂອງ ພຣະອົງ ສໍາເລັດ ເໝືອນ ດັ່ງ ທີ່ ບາງຄົນ ນັ້ນ ຄິດ ວ່າ ຊ້າ ແຕ່ ພຣະອົງ ຊົງ ອົດທົນ ດົນ ນານ ເພາະ ເຫັນ ແກ່ ເຈົ້າທັງຫຼາຍ. ພຣະອົງ ບໍ່ປະສົງ ໃຫ້ ຜູ້ໃດ ຜູ້ໜຶ່ງ ຕ້ອງ ຈິບຫາຍໄປ, ແຕ່ ຊົງ ປາຖະໜາ ທີ່ ຈະ ໃຫ້ ຄົນທັງປວງ ມາ ເຖິງ ການ ຖິ້ມໃຈເກົ່າ ເອົາ ໃຈໃໝ່.
\s5
\v 10 ແຕ່ ວັນ ຂອງ ອົງພຣະຜູ້ ເປັນເຈົ້າ ຈະ ມາ ເຖິງ ເໝືອນ ດັ່ງ ຂະໂມຍ ມາ. ໃນ ວັນ ນັ້ນ ທ້ອງຟ້າ ຈະ ລ່ວງ ເສຍ ໄປ ດ້ວຍ ສຽງດັງ ກ້ອງສະໜັ່ນ ໂລກທາດ ຈະສະຫລາຍ ໄປ ດ້ວຍໄຟ ແລະ ແຜ່ນດິນ ໂລກ ກັບ ທຸກສິ່ງ ສາລະພັດ ຈະ ໄໝ້ ເສຍ ໝົດ.
\s5
\v 11 ໃນ ເມື່ອ ທຸກສິ່ງ ຈະ ຖືກ ທາໍ ລາຍ ໄປ ຢ່າງນີ້ ພວກເຈົ້າ ຄວນ ຈະ ເປັນ ຄົນຢ່າງ ໃດ? ໃນ ການ ດໍາເນີນ ຊີວິດ ອັນບໍຣິສຸດ ແລະ ການ ນັບຖື ພຣະເຈົ້າ.
\v 12 ຈົ່ງ ຄອຍ ຖ້າ ແລະ ເຮັ່ງຮີບ ໃຫ້ ວັນຂອງ ພຣະເຈົ້າ ມາ ເຖິງ ຊຶ່ງ ໃນ ວັນ ນັ້ນ ທ້ອງຟ້າ ຈະ ຖືກ ໄຟ ເຜົາ ສະຫລາຍ ໄປ ແລະ ໂລກ ທາດ ຈະ ຖືກ ໄຟ ຜານ ສະຫລາຍ ໄປ.
\v 13 ແຕ່ ວ່າ ຕາມ ພຣະສັນຍາ ຂອງ ພຣະອົງ ເຮົາທັງຫລາຍ ຄອຍຖ້າ ຟ້າອາກາດ ໃໝ່ ແລະ ແຜ່ນດິນ ໂລກ ໃໝ່ ຊຶ່ງ ຄວາມ ຊອບທາໍ ຈະ ຕັ້ງ ຢູ່ ທີ່ ນັ້ນ.
\s5
\v 14 ດ້ວຍເຫດນັ້ນ ພວກ ທີ່ ຮັກເອີຍ, ເມື່ອ ເຈົ້າທັງຫລາຍ ກາໍ ລັງ ຄອຍຖ້າ ສິ່ງເຫລົ່າ ນີ້ ຢູ່ ຈົ່ງອົດສາ ພະຍາຍາມ ໃຫ້ ພຣະອົງ ຊົງ ພົບ ພວກເຈົ້າ ຢູ່ ໃນ ຄວາມ ສະຫງົບ ໂດຍ ບໍ່ ມີ ຈຸດດ່າງ ພອຍ ແລະ ຂໍ້ ຕໍາໜິ.
\v 15 ຈົ່ງ ຖື ວ່າ ການ ທີ່ ອົງ ພຣະ ຜູ້ ເປັນເຈົ້າ ຂອງ ພວກເຮົາ ທັງ ຫລາຍ ຊົງ ອົດ ກັ້ນ ພຣະໄທ ໄວ້ ດົນ ນານ ນັ້ນ ກໍ ເພື່ອ ໂຜດ ພວກເຮົາ ໃຫ້ ລອດພົ້ນ ເໝືອນ ດັ່ງ ໂປໂລ ນ້ອງທີ່ຮັກ ຂອງເຮົາ ໄດ້ ຂຽນ ຈົດໝາຍ ເຖິງ ເຈົ້າທັງຫລາຍ ຕາມ ສະຕິປັນຍາ ທີ່ ໄດ້ ຊົງປະທານ ແກ່ ເພິ່ນ ນັ້ນ.
\v 16 ໃນ ຈົດໝາຍ ທຸກ ສະບັບ ຂອງ ເພິ່ນ ກໍ ກ່າວ ເຖິງ ເຫດການ ເຫລົ່ານັ້ນ ໄວ້ ແລ້ວ, ໃນ ຈົດໝາຍ ເຫລົ່ານັ້ນ ມີ ບາງ ຂໍ້ ທີ່ ເຂົ້າໃຈ ຍາກ ຊຶ່ງ ຄົນທັງຫລາຍ ທີ່ ຮູ້ ເທົ່າ ບໍ່ເຖິງ ການ ແລະ ທີ່ ມີ ໃຈ ບໍ່ ໝັ້ນ ຄົງ ແນ່ ນອນ ໄດ້ ບິດ ເບືອນ ຂໍ້ຄວາມ ເຫລົ່າ ນັ້ນ ເສຍ ເໝືອນ ຢ່າງ ທີ່ ພວກເຂົາ ໄດ້ ບິດ ເບືອນ ຂໍ້ ອື່ນ ໆ ໃນ ພຣະຄໍາພີ ອັນເປັນເຫດ ໃຫ້ ຕົນເອງ ຈິບຫາຍໄປ.
\s5
\v 17 ເພາະເຫດນັ້ນ ພວກ ທີ່ ຮັກ ເອີຍ, ເມື່ອ ພວກເຈົ້າ ຮູ້ ເລື່ອງ ນີ້ ກ່ອນ ແລ້ວ ກໍ ຈົ່ງ ລະວັງ ໃຫ້ ດີ ເພາະ ຢ້ານ ວ່າ ພວກເຈົ້າ ຈະ ຫລົງ ໄປ ເຮັດ ຜິດ ຕາມ ຄວາມຜິດ ຂອງ ຄົນ ທີ່ ຂາດ ສິນທໍາ ເຫລົ່ານັ້ນ ແລະ ເຈົ້າ ທັງ ຫລາຍ ຈະ ຕົກ ເສຍ ຈາກ ຄວາມ ໜັກ ແໜ້ນ ໝັ້ນ ຄົງ ຂອງ ພວກ ຕົນ.
\v 18 ແຕ່ ຂໍ ໃຫ້ ເຈົ້າ ທັງຫລາຍ ຈະເລີນ ຂຶ້ນ ໃນ ພຣະຄຸນ ແລະ ໃນ ຄວາມຮູ້ ຊຶ່ງ ມາ ຈາກ ອົງພຣະ ຜູ້ ເປັນເຈົ້າ ຂອງ ພວກເຮົາ ແລະ ພຣະເຢຊູ ຄຣິດເຈົ້າ ພຣະຜູ້ໂຜດ ໃຫ້ ພົ້ນ. ຂໍໃຫ້ ພຣະກຽດ ຈົ່ງ ມີ ແດ່ ພຣະອົງ ທັງ ໃນ ປະຈຸບັນ ແລະ ຕະຫລອດຊົ່ວນິຣັນດອນ ອາແມນ.