lo_bible/61-1PE.usfm

209 lines
49 KiB
Plaintext

\id 1PE
\ide UTF-8
\h ຈົດ​ໝາຍ​ສະ​ບັບ​ທີ​ໜຶ່ງ​ຂອງ ເປ​ໂຕ
\toc1 ຈົດ​ໝາຍ​ສະ​ບັບ​ທີ​ໜຶ່ງ​ຂອງ ເປ​ໂຕ
\toc2 ຈົດ​ໝາຍ​ສະ​ບັບ​ທີ​ໜຶ່ງ​ຂອງ ເປ​ໂຕ
\toc3 1pe
\mt ຈົດ​ໝາຍ​ສະ​ບັບ​ທີ​ໜຶ່ງ​ຂອງ ເປ​ໂຕ
\s5
\c 1
\p
\v 1 ຈາກ ເປໂຕ ອັກຄະສາວົກ ຂອງ ພຣະເຢຊູຄຣິດເຈົ້າ ເຖິງ ໄພ່ ພົນ ທີ່ ພຣະເຈົ້າ ໄດ້ ຊົງເລືອກໄວ້ ຊ່ຶ່ງອາໄສ ຢູ່ໃນ ຕ່າງຖິ່ນ ກະຈັດ ກະຈາຍ ຢູ່ ຕາມ ແຂວງ ຕ່າງໆ ເຊັ່ນ: ປົນ ໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.
\v 2 ຄື ຜູ້ທີ່ ພຣະເຈົ້າ ພຣະບິດາເຈົ້າ ໄດ້ຊົງເລືອກໄວ້ ແລ້ວຕາມ ທີ່ ພຣະອົງ ໄດ້ ຊົງຮູ້ ລ່ວງໜ້າ ໄວ້ກ່ອນ ເພື່ອ ພຣະວິນຍານ ຈະ ຊົງ ຊໍາລະ ໃຫ້ ບໍຣິສຸດ ຈະ ໃຫ້ ນົບນ້ອມ ເຊື່ອຟັງ ພຣະເຢຊູ ຄຣິດເຈົ້າ ແລະ ຈະໃຫ້ ຮັບການ ຊໍາລະ ດ້ວຍ ພຣະ ໂລຫິດ ຂອງ ພຣະອົງ. ຂໍພຣະຄຸນ ແລະ ສັນຕິສຸກ ຈົ່ງບັງເກີດ ທະວີຄູນ ແກ່ ເຈົ້າ ທັງຫລາຍ ເທີ້ນ.
\s5
\v 3 ສາທຸການ ແດ່ ພຣະເຈົ້າ ພຣະບິດາ ແຫ່ງ ອົງພຣະເຢຊູຄຣິດເຈົ້າ ຂອງ ເຮົາ ທັງ ຫລາຍ ຜູ້ໄດ້ ຊົງພຣະມະຫາກະຣຸນາ ແກ່ ພວກເຮົາ ຊົງໂຜດ ໃຫ້ ພວກເຮົາ ບັງເກີດ ໃໝ່ ເຂົ້າ ສູ່ ຄວາມຫວັງໃຈ ອັນມີ ຊີວິດ ຢູ່ ໂດຍ ການ ຄືນພຣະຊົນ ຂອງ ພຣະເຢຊູ ຄຣິດເຈົ້າ,
\v 4 ເພື່ອຮັບ ມໍຣະດົກ ອັນຄົບບໍຣິບູນ ຊຶ່ງ ພຣະເຈົ້າ ໄດ້ ຮັກສາ ໄວ້ ສໍາລັບໄພ່ ພົນຂອງ ພຣະອົງ ໃນ ສະຫວັນ ຊຶ່ງ ເປັນ ບ່ອນ ທີ່ ບໍ່ ເປື່ອຍເນົ່າ ບໍ່ ຊົ່ວມົວໝອງ ແລະ ບໍ່ ຫ່ຽວແຫ້ງ ຈັກເທື່ອ.
\v 5 ຊຶ່ງ ເປັນ ຜູ້ ທີ່ ຣິດ ອໍານາດ ຂອງ ພຣະເຈົ້າ ຊົງ ເຝົ້າ ຮັກສາ ໄວ້ດ້ວຍ ຄວາມເຊື່ອ ຈົນໄດ້ ເຖິງ ຄວາມ ພົ້ນ ຊຶ່ງ ພ້ອມແລ້ວ ທີ່ ຈະ ປາກົດ ໃນ ວັນສຸດທ້າຍ.
\s5
\v 6 ໃນ ສິ່ງ ນີ້ ແຫລະ ຈຶ່ງ ຊົມຊື່ນ ຍິນດີ ຫລາຍ ເຖິງ ແມ່ນ ວ່າ ດຽວ ນີ້ ຈາໍ ເປັນ ທີ່ ພວກເຈົ້າ ຈະ ຕ້ອງ ທົນ ຄວາມ ທຸກໂສກ ດ້ວຍ ການ ຖືກ ທົດລອງ ຕ່າງໆ ໃນ ໄລຍະ ເວລາ ໜຶ່ງ.
\v 7 ເຖິງ ແມ່ນ ວ່າ ຄໍາ ກໍ ຍັງ ຖືກ ລອງ ເບິ່ງ ດ້ວຍ ໄຟ ແຕ່ ຄວາມເຊື່ອ ທີ່ ຖືກ ລອງ ກໍ ປະເສີດ ກວ່າ ຄໍາ ທີ່ ຍ່ອມ ຮູ້ ສູນຫາຍ ໄປ. ດັ່ງ ນັ້ນ ການ ທົດລອງ ຕ່າງໆ ເກີດ ຂຶ້ນ ເພື່ອ ໃຫ້ ຄວາມເຊື່ອ ທີ່ ລອງ ແລ້ວ ນັ້ນ ປາກົດ ວ່າ ຄວນ ໄດ້ ຮັບຄໍາສັນລະເສີນ ສະຫງ່າຣາສີ ແລະ ກຽດຕິຍົດ ໃນ ເວລາ ທີ່ ພຣະເຢຊູຄຣິດເຈົ້າ ຈະ ສະເດັດ ມາ ປາກົດ.
\s5
\v 8 ພຣະອົງ ຜູ້ ທີ່ ພວກເຈົ້າ ຍັງບໍ່ໄດ້ ເຫັນ ແຕ່ ພວກເຈົ້າ ກໍ ຍັງ ຮັກ ພຣະອົງ ຢູ່ ເຖິງ ແມ່ນ ວ່າ ຂະນະ ນີ້ ພວກເຈົ້າ ບໍ່ ເຫັນ ພຣະອົງ ແຕ່ ຍັງ ເຊື່ອ ແລະ ຊື່ນ ຊົມ ຍິນ ດີ ດ້ວຍ ຄວາມ ຍິນດີ ອັນຮຸ່ງເຮືອງ ຊຶ່ງ ເຫລືອ ທີ່ ຈະ ອະທິບາຍ ໄດ້.
\v 9 ແລ້ວ ເຈົ້າ ທັງ ຫລາຍ ຈຶ່ງ ໄດ້ ຮັບຕາມ ຈຸດປະສົງ ແຫ່ງ ຄວາມເຊື່ອ ຂອງ ພວກເຈົ້າ ຄື ວິນຍານຈິດ ຂອງ ພວກເຈົ້າ ຈະ ໄດ້ ລອດພົ້ນ.
\v 10 ບັນ ດາ ຜູ້ທາໍນວາຍ ທີ່ ໄດ້ ທາໍນວາຍ ເຖິງ ພຣະຄຸນ ຊຶ່ງ ຈະ ບັງເກີດ ແກ່ ເຈົ້າ ທັງຫລາຍ ກໍ ໄດ້ ຄົ້ນຄວ້າ ແລະ ສືບຖາມ ຫາ ຢ່າງ ຖ້ວນຖີ່ ກ່ຽວກັບ ເລື່ອງ ຄວາມ ພົ້ນ ນີ້.
\s5
\v 11 ພວກເພິ່ນ ໄດ້ ສືບຄົ້ນຫາ ວ່າ ພຣະວິນຍານ ຂອງ ພຣະຄຣິດ ຜູ້ ຊົງ ສະຖິດຢູ່ໃນ ພວກເພິ່ນ ໄດ້ ຖືກບົ່ງ ໄວ້ ເຖິງ ຄາວ ໃດ ແລະ ເວລາ ໃດ ເມື່ອພຣະອົງ ຊົງ ທາໍນວາຍ ໄວ້ ເຖິງຄວາມທຸກ ທໍລະມານ ຂອງ ພຣະຄຣິດແລະ ເຖິງ ສະຫງ່າຣາສີ ທີ່ຈະ ມາ ພາຍຫລັງ ຄວາມ ທົນທຸກ ທໍລະມານ ນັ້ນ.
\v 12 ກໍ ຊົງ ສໍາແດງ ໃຫ້ ພວກ ຜູ້ທາໍນວາຍ ນັ້ນ ຮູ້ ວ່າ ທີ່ ທ່ານ ເຫລົ່າ ນັ້ນ ໄດ້ ປະຕິບັດ ໃນ ເຫດການ ທັງປວງ ນັ້ນ ບໍ່ ແມ່ນ ສໍາລັບ ພວກເພີ່ນເອງ ແຕ່ ສໍາລັບເຈົ້າ ທັງຫລາຍ. ບັດນີ້ ຄົນເຫລົ່ານັ້ນ ທີ່ ປະກາດ ຂ່າວປະເສີດ ແກ່ ເຈົ້າທັງຫລາຍ ໄດ້ ກ່າວ ສິ່ງ ເຫລົ່ານັ້ນ ແກ່ ພວກເຈົ້າ ແລ້ວ ໂດຍ ພຣະວິນຍານ ບໍຣິສຸດເຈົ້າ ຜູ້ ຊົງ ຮັບໃຊ້ ມາ ຈາກ ສະຫວັນ. ເຫດການ ເຫລົ່ານີ້ ເປັນ ສິ່ງ ຊຶ່ງ ພວກ ເທວະດາ ປາຖະໜາ ຈະ ພິຈາລະນາ ເບິ່ງ.
\s5
\v 13 ດ້ວຍເຫດນັ້ນ ຈົ່ງ ຕຽມຕົວ ຕຽມ ໃຈ ໃຫ້ ພ້ອມ ຈົ່ງ ມີ ສະຕີ ລະວັງ ຕົວ ແລະ ຈົ່ງ ຕັ້ງ ຄວາມຫວັງ ໃຫ້ ເຕັມບໍຣິບູນ ໃນ ພຣະຄຸນ ທີ່ ຈະ ໂຜດ ປະທານ ໃຫ້ ພວກເຈົ້າ ເມື່ອ ພຣະເຢຊູເຈົ້າ ສະເດັດ ມາ ປາກົດ.
\v 14 ຈົ່ງ ເປັນ ລູກ ທີ່ ເຊື່ອ ຟັງ ແລະ ຢ່າ ດໍາເນີນ ຊີວິດ ຕາມ ຕັນຫາ ແບບ ເກົ່າ ທີ່ ພວກເຈົ້າ ເຄີຍ ມີ ໃນ ຄາວ ຍັງ ໂງ່ ຢູ່ ນັ້ນ.
\s5
\v 15 ແຕ່ ເພາະ ພຣະອົງ ຜູ້ ຊົງ ເອີ້ນ ເຈົ້າ ທັງຫລາຍ ນັ້ນ ບໍຣິສຸດ ຝ່າຍ ພວກເຈົ້າ ຈົ່ງ ກາຍເປັນ ຜູ້ ບໍຣິສຸດ ໃນ ທາງ ກິຣິຍາ ວາຈາ ທຸກປະການ ເໝືອນກັນ.
\v 16 ເພາະ ມີ ຄໍາ ຂຽນ ໄວ້ ແລ້ວວ່າ, “ເຈົ້າທັງຫລາຍ ຈົ່ງ ເປັນ ບໍຣິສຸດ ເພາະ ຝ່າຍ ເຮົາບໍຣິສຸດ. ”
\v 17 ແລະ ຖ້າພວກເຈົ້າ ພາວັນນາ ອະທິຖານ ທູນຂໍ ຕໍ່ ພຣະອົງ ຜູ້ ຊົງ ພິພາກສາ ທຸກຄົນ ຕາມ ກິດ ຈະການ ຂອງ ເຂົາ ໂດຍ ບໍ່ ເລືອກ ໜ້າ ຜູ້ໃດ ເຖິງ ແມ່ນ ວ່າ ພວກເຈົ້າ ເອີ້ນ ພຣະອົງ ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ ປະຕິບັດ ໄປ ດ້ວຍ ຄວາມ ຢໍາເກງ ຕະຫລອດ ເວລາ ທີ່ ພວກເຈົ້າ ອາໄສ ຢູ່ ໃນ ໂລກນີ້.
\s5
\v 18 ເພາະ ພວກເຈົ້າ ກໍ ຮູ້ຢູ່ແລ້ວ ວ່າ ພວກເຈົ້າ ຖືກໄຖ່ ໃຫ້ ເປັນອິດສະຫລະ ຈາກ ການ ດໍາເນີນ ຊີວິດ ອັນບໍ່ມີປະໂຫຍດ ທີ່ ສືບທອດ ມາຈາກ ບັນພະບຸລຸດ ຂອງ ພວກເຈົ້າ ບໍ່ແມ່ນ ໄຖ່ ດ້ວຍ ສິ່ງ ຂອງ ທີ່ ເສື່ອມສູນ ໄປ ເໝືອນ ດັ່ງ ເງິນ ຫລື ຄໍາ
\v 19 ແຕ່ ຊົງໄຖ່ ດ້ວຍ ພຣະໂລຫິດ ອັນຊົງ ມີຄ່າ ຂອງ ພຣະຄຣິດ ເໝືອນ ດັ່ງເລືອດ ລູກແກະ ທີ່ ບໍ່ມີຕໍາໜິ ຫລື ຮອຍດ່າງ.
\s5
\v 20 ພຣະອົງ ໄດ້ ຖືກ ຊົງ ເລືອກ ໄວ້ ໂດຍ ພຣະເຈົ້າ ກ່ອນ ວາງ ຮາກ ສ້າງ ໂລກ ແຕ່ ເພື່ອ ເຫັນແກ່ ພວກເຈົ້າ ພຣະອົງ ຈຶ່ງໄດ້ ໃຫ້ ພຣະຄຣິດ ສະເດັດ ມາ ປາກົດ ໃນ ເວລາ ສຸດທ້າຍ.
\v 21 ໂດຍ ທາງ ພຣະອົງນັ້ນ ພວກເຈົ້າ ຈຶ່ງ ໄດ້ ໄວ້ວາງໃຈ ໃນ ພຣະເຈົ້າ ຜູ້ ຊົງບັນດານ ໃຫ້ ພຣະອົງ ເປັນ ຄືນ ມາ ຈາກ ຕາຍ ແລະ ຊົງປະທານ ສະຫງ່າຣາສີ ໃຫ້ ແກ່ ພຣະອົງ ເພື່ອ ຄວາມເຊື່ອ ແລະ ຄວາມຫວັງ ຂອງ ພວກເຈົ້າ ຈະ ຕັ້ງ ຢູ່ ໃນ ພຣະເຈົ້າ.
\s5
\v 22 ທີ່ ເຈົ້າ ທັງຫລາຍ ໄດ້ ຊໍາລະ ຈິດໃຈ ຂອງຕົນ ໃຫ້ ບໍຣິສຸດ ດ້ວຍ ຄວາມ ເຊື່ອ ຟັງ ຄວາມຈິງ ຈົນ ມີ ຄວາມຮັກ ພວກ ພີ່ນ້ອງ ຢ່າງ ຈິງໃຈ ພວກເຈົ້າ ຈົ່ງ ຮັກຊຶ່ງກັນແລະກັນ ດ້ວຍ ເຕັມໃຈ. [ກ]
\v 23 ດ້ວຍວ່າ, ເຈົ້າ ທັງ ຫລາຍ ໄດ້ ເກີດໃໝ່ ແລ້ວ ບໍ່ ແມ່ນ ເກີດ ຈາກ ແນວ ປູກ ທີ່ ອາດ ເປື່ອຍເນົ່າ ແຕ່ ເກີດ ຈາກ ແນວ ປູກ ທີ່ ບໍ່ ອາດ ເປື່ອຍເນົ່າ ຄື ເກີດ ຈາກ ພຣະທໍາ ຂອງ ພຣະເຈົ້າ ອັນ ຊົງ ຊີວິດ ແລະ ຕັ້ງໝັ້ນ ຄົງ.
\s5
\v 24 ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ມະນຸດ ທຸກຄົນ ເປັນ ດັ່ງ ຕົ້ນຫຍ້າ ແລະ ສະຫງ່າຣາສີ ຂອງ ພວກເຂົາ ກໍ ເປັນ ດັ່ງ ດອກ ຫຍ້າ ຕົ້ນຫຍ້າ ຫ່ຽວແຫ້ງ ໄປ ແລະ ດອກ ມັນ ກໍ ລ່ວງ ຫລົ່ນ ໄປ
\v 25 ພຣະຄໍາ ຂອງ ອົງພຣະຜູ້ເປັນເຈົ້າ ຕັ້ງໝັ້ນຄົງ ຢູ່ ຕະຫລອດ ຊົ່ວ ນິຣັນດອນ. ” ພຣະຄໍາ ນັ້ນ ຄື ຂ່າວປະເສີດ ທີ່ ໄດ້ ປະກາດ ໃຫ້ ພວກເຈົ້າ ຮູ້ ແລ້ວ.
\s5
\c 2
\p
\v 1 ເຫດສະນັ້ນ ເຈົ້າ ທັງຫລາຍ ຈົ່ງລະຖິ້ມ ຄວາມ ຄິດຮ້າຍ ທັງປວງ ກົນອຸບາຍ ທຸກຢ່າງ ການໜ້າຊື່ໃຈຄົດ ຄວາມອິດສາ ແລະ ຄໍາ ເວົ້າ ນິນທາ ທັງໝົດ.
\v 2 ຈົ່ງເປັນ ເໝືອນ ດັ່ງເດັກນ້ອຍໆ ທີ່ເກີດໃໝ່ ຈົ່ງຮ້ອນໃຈ ປາຖະໜາ ຫາ ນາໍ້ ນົມອັນບໍຣິສຸດ ຝ່າຍຈິດ ວິນຍານ ເພື່ອວ່າ ດ້ວຍ ນາໍ້ນົມນັ້ນ ພວກເຈົ້າ ຈະໄດ້ ຈະເລີນ ຂຶ້ນ ເຖິງຄວາມ ພົ້ນ.
\v 3 ພວກເຈົ້າ ໄດ້ ຄົ້ນ ພົບ ແລະ ສໍາພັດດ້ວຍ ຕົນ ເອງ ແລ້ວວ່າ, ອົງພຣະຜູ້ ເປັນເຈົ້າ ປະກອບ ດ້ວຍ ພຣະເມດຕາ ກະຣຸນາ.
\s5
\v 4 ຈົ່ງ ມາ ຫາ ພຣະອົງ ຜູ້ ຊົງ ເປັນ ພຣະສີລາ ທີ່ ຊົງຊີວິດ ຊຶ່ງ ຝ່າຍ ມະນຸດ ໄດ້ ປະຖິ້ມ ເສຍ ແຕ່ ຝ່າຍ ພຣະເຈົ້າ ໄດ້ ຊົງເລືອກ ໄວ້ ແລະ ຊົງ ຖື ວ່າ ມີ ຄຸນຄ່າ ສູງ.
\v 5 ເຈົ້າ ທັງ ຫລາຍ ກໍ ເປັນ ເໝືອນ ຫິນ ທີ່ ມີຊີວິດ ຢູ່ ພວກເຈົ້າ ຈົ່ງ ຍອມ ໃຫ້ ພຣະເຈົ້າ ຊົງ ກໍ່ຂຶ້ນ ເປັນ ວິຫານ ຝ່າຍ ວິນຍານ ເປັນ ປະໂຣຫິດ ບໍຣິສຸດ ເພື່ອ ຖວາຍ ເຄື່ອງ ບູຊາ ຝ່າຍ ວິນຍານ ຊຶ່ງ ພໍພຣະໄທ ຂອງ ພຣະເຈົ້າ ໂດຍ ທາງ ພຣະເຢຊູ ຄຣິດເຈົ້າ.
\s5
\v 6 ເພາະ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ແລ້ວວ່າ, “ເບິ່ງແມ! ເຮົາ ວາງ ຫິນ ກ້ອນ ໜຶ່ງ ລົງ ໃນ ເມືອງ ຊີໂອນ ເປັນ ຫິນ ເສົາ ເອກ ທີ່ ເລືອກ ໄວ້ ແລ້ວ, ແລະ ເປັນ ຫິນ ທີ່ ມີຄ່າ ອັນ ປະເສີດ ຜູ້ ທີ່ ວາງໃຈ ໃນ ຫິນ ນັ້ນ ກໍ ຈະ ບໍ່ໄດ້ ຮັບ ຄວາມ ອັບອາຍ ຈັກເທື່ອ.”
\s5
\v 7 ຫິນ ທີ່ ມີຄ່າສູງ ຫລາຍນີ້ ມີ ສໍາລັບ ເຈົ້າ ທັງ ຫລາຍ ທີ່ ວາງໃຈເຊື່ອ ແຕ່ ສໍາລັບ ຄົນ ທັງຫລາຍ ທີ່ ບໍ່ ເຊື່ອ ນັ້ນ “ຫິນ ທີ່ ຊ່າງກໍ່ ຖິ້ມ ເສຍ ແລ້ວ ຫິນ ນັ້ນ ແຫລະ ໄດ້ ກັບ ກາຍ ມາ ເປັນ ຫິນ ເສົາ ເອກ. ”
\v 8 ແລະ “ເປັນ ຫິນ ທີ່ ຈະ ເຮັດ ໃຫ້ ຄົນ ຕໍາ ສະດຸດ ແລະ ເປັນ ຫິນ ທີ່ ເຮັດ ໃຫ້ ພວກເຂົາ ສະດຸດ ລົ້ມ” ທິ່ ພວກເຂົາ ສະດຸດ ນັ້ນ ກໍ ເພາະ ພວກເຂົາ ບໍ່ ເຊື່ອ ຟັງ ພຣະທາໍ ພວກເຂົາ ກໍ ຖືກ ຊົງ ກາໍ ນົດ ໄວ້ ສໍາລັບ ການ ນີ້ ແຫລະ.
\s5
\v 9 ແຕ່ ຝ່າຍ ເຈົ້າ ທັງ ຫລາຍ ເປັນ ຊາດ ​ທີ່ ພຣະເຈົ້າ ຊົງ ເລືອກ ໄວ້ ແລ້ວ ເປັນ ປະໂຣຫິດ ຫລວງ ເປັນ ປະຊາຊາດ ບໍຣິສຸດ ເປັນ ພົນລະເມືອງ ຂອງ ພຣະເຈົ້າ ເພື່ອ ເຈົ້າ ທັງ ຫລາຍ ຈະ ໄດ້ ປະກາດ ພຣະບາລະມີ ຂອງ ພຣະອົງ ຜູ້ ໄດ້ ຊົງ ເອີ້ນ ພວກເຈົ້າ ໃຫ້ ອອກ ມາ ຈາກ ຄວາມມືດ ເຂົ້າ ໄປ ສູ່ ຄວາມ ສະຫວ່າງ ອັນມະຫັດສະຈັນ ຂອງ ພຣະອົງ.
\v 10 ຄື ເມື່ອ ກ່ອນ ນັ້ນ ເຈົ້າ ທັງຫຼາຍ ບໍ່ ມີ ຊາດ, ແຕ່ ບັດນີ້ເປັນ ພົນລະເມືອງ ຂອງ ພຣະເຈົ້າ ເມື່ອກ່ອນ ພວກເຈົ້າ ບໍ່ໄດ້ ຮັບ ພຣະກະຣຸນາ, ແຕ່ ບັດນີ້ ພວກເຈົ້າ ໄດ້ ຮັບ ພຣະກະຣຸນາ ແລ້ວ.
\s5
\v 11 ເຈົ້າ ທັງຫລາຍ ທີ່ ຮັກ ເອີຍ ຂ້າພະເຈົ້າ ຂໍ ເຕືອນ ສະຕິ ພວກເຈົ້າ ເໝືອນ ເປັນ ຄົນ ຕ່າງຊາດ ທີ່ ທ່ອງທ່ຽວ ໃນ ໂລກນີ້ ໃຫ້ ງົດເວັ້ນ ຈາກ ຕັນຫາ ແນວ ມະນຸດ ຊຶ່ງ ທາໍ ການ ຕໍ່ສູ້ ຈິດວິນຍານ.
\v 12 ຈົ່ງ ດໍາເນີນ ຊີວິດ ອັນດີງາມ ຢູ່ ໃນ ທ່າມກາງ ຄົນຕ່າງ ຄວາມເຊື່ອ ເພື່ອ ວ່າ ເມື່ອ ພວກເຈົ້າ ຖືກ ກ່າວຫາ ວ່າ ເປັນ ຄົນເຮັດຊົ່ວ ນັ້ນ, ພວກເຂົາ ກ ໍຈະ ໄດ້ ເຫັນ ຄຸນຄວາມດີ ຂອງ ພວກເຈົ້າ ຈະ ໄດ້ ສັນລະເສີນ ພຣະເຈົ້າ ໃນ ວັນ ທີ່ ພຣະອົງ ສະເດັດມາ ປາກົດ.
\s5
\v 13 ເພາະ ເຫັນແກ່ ອົງພຣະ ຜູ້ ເປັນເຈົ້າ ເຈົ້າ ທັງຫລາຍ ຈົ່ງ ຍອມ ຢູ່ ໃຕ້ ຂໍ້ ບັງຄັບ ທຸກຢ່າງ ທີ່ ມະນຸດ ຕັ້ງ ໄວ້ ບໍ່ວ່າ ຜູ້ນັ້ນ ຈະ ເປັນ ກະສັດ ຜູ້ ສູງສຸດ
\v 14 ຫລື ບັນດາ ຜູ້ປົກ ຄອງ ທີ່ ໄດ້ ຮັບແຕ່ງຕັ້ງ ຈາກ ເພິ່ນ ໃຫ້ ລົງ ໂທດ ຜູ້ ທີ່ເຮັດ ຊົ່ວ ແລະ ຍ້ອງຍໍ ຜູ້ ທີ່ ເຮັດ ດີ.
\v 15 ດ້ວຍວ່າ, ພຣະເຈົ້າ ຢາກ ໃຫ້ ພວກເຈົ້າ ລະງັບ ຄວາມ ໂງ່ງ່າວ ຂອງ ຄົນ ດ້ວຍ ຄຸນຄວາມດີ ທີ່ ພວກເຈົ້າ ໄດ້ ເຮັດ ນັ້ນ.
\v 16 ຈົ່ງ ດໍາເນີນຊີວິດ ຢ່າງ ຄົນ ມີ ເສລີພາບ ແຕ່ ຢ່າ ໃຊ້ ເສລີພາບ ນັ້ນ ເປັນ ຂໍ້ ອ້າງ ເພື່ອ ເຮັດ ຄວາມຊົ່ວ ແຕ່ ຈົ່ງ ດໍາເນີນ ຊີວິດ ເໝືອນ ເປັນ ຂ້ອຍຂ້າ ຂອງ ພຣະເຈົ້າ.
\v 17 ຈົ່ງ ໃຫ້ກຽດ ແກ່ ທຸກໆ ຄົນ ຈົ່ງ ຮັກ ບັນດາ ພີ່ ນ້ອງ ໃນ ຄວາມເຊື່ອ ດຽວກັນ ຈົ່ງ ຢໍາເກງ ພຣະເຈົ້າ ແລະ ຈົ່ງ ເຄົາ ຣົບ ນັບ ຖື ຜູ້ ທີ່ ມີ ອໍານາດ ສູງສຸດ.
\s5
\v 18 ເຈົ້າ ທັງຫຼາຍ ຜູ້ ເປັນ ຄົນ ຮັບ ໃຊ້ເອີຍ, ຈົ່ງຍອມ ຟັງນາຍ ຂອງຕົນ ດ້ວຍ ຄວາມ ເຄົາ ຣົບ ທຸກຢ່າງ ບໍ່ ແມ່ນແຕ່ ນາຍ ຜູ້ ໃຈ ດີ ແລະ ຜູ້ ໃຫ້ ຄວາມ ເຫັນ ອົກ ເຫັນໃຈ ເທົ່ານັ້ນ ແຕ່ ທັງ ຕໍ່ນາຍ ຜູ້ ທີ່ ໂຫດຮ້າຍ ດ້ວຍ.
\v 19 ຖ້າ ພວກເຈົ້າ ທົນ ຄວາມ ທຸກ ລໍາບາກ ອັນບໍ່ເປັນ ທາໍ ເນື່ອງ ຈາກ ຄວາມເຊື່ອ ໃນ ພຣະເຈົ້າ ພຣະອົງ ຈະ ຊົງອວຍພອນ ແກ່ ພວກເຈົ້າ.
\v 20 ເພາະ ຖ້າ ພວກເຈົ້າ ເຮັດ ການ ຊົ່ວ ແລະ ອົດທົນ ເອົາ ການ ຂ້ຽນຕີ ເພາະ ເຮັດ ຊົ່ວ ຈະ ເປັນ ການດີ ການຊອບ ຢ່າງ ໃດ? ແຕ່ ຖ້າພວກເຈົ້າ ເຮັດ ການ ດີ ແລະ ອົດທົນ ເອົາ ຄວາມ ທຸກ ທໍລະມານ ເພາະ ການ ດີ ນັ້ນ. ດັ່ງນັ້ນ ແຫລະ ເປັນ ການ ຊອບ ຕໍ່ ພຣະພັກ ພຣະເຈົ້າ.
\s5
\v 21 ເພາະວ່າ ພຣະເຈົ້າ ໄດ້ ຊົງ ເອີ້ນ ພວກເຈົ້າ ໄວ້ ສໍາລັບ ການ ນີ້ ແຫລະ ເພາະ ພຣະຄຣິດ ກໍ ໄດ້ ຊົງ ທົນທຸກ ທໍລະມານ ແທນ ເຈົ້າ ທັງຫລາຍ ເໝືອນກັນ ໂດຍ ໃຫ້ ເປັນ ແບບຢ່າງ ແກ່ ພວກເຈົ້າ ເພື່ອ ພວກເຈົ້າ ຈະ ໄດ້ ຕິດຕາມ ຮອຍ ພຣະບາດ ຂອງ ພຣະອົງ.
\v 22 ພຣະອົງ ບໍ່ໄດ້ ເຮັດບາບ ຈັກ ປະການ ແລະ ຄວາມ ຕົວະ ຈາກ ປາກ ຂອງ ພຣະອົງ ກໍ ບໍ່ ມີ.
\v 23 ເມື່ອ ເຂົາ ກ່າວ ຄໍາ ໝິ່ນ ປະໝາດ ພຣະອົງ ພຣະອົງ ກໍ ບໍ່ ໄດ້ ຕອບຄືນ ເມື່ອ ພຣະອົງ ທົນທຸກ ທໍລະມານ ພຣະອົງ ກໍ ບໍ່ ໄດ້ ຂູ່ອາຄາດ ແຕ່ ພຣະອົງ ໄດ້ ມອບ ຄວາມຫວັງ ໄວ້ ກັບ ພຣະເຈົ້າ ຜູ້ຕັດ ສິນ ຢ່າງ ຍຸດຕິທາໍ.
\s5
\v 24 ໃນ ພຣະກາຍ ຂອງ ພຣະອົງ ເອງ ພຣະອົງ ໄດ້ ຊົງ ຮັບ ແບກ ບາບ ຂອງ ພວກເຮົາ ໄປ ເຖິງ ຕົ້ນໄມ້ ນັ້ນ ເພື່ອ ພວກເຮົາ ຈະ ໄດ້ ຕາຍ ເສຍ ຝ່າຍ ການບາບ ແລະ ມີ ຊີວິດ ຝ່າຍ ຄວາມ ຊອບທາໍ, ດ້ວຍ ບາດແຜ ຂອງ ພຣະອົງ ເຈົ້າ ທັງຫລາຍ ກໍດີປົກກະຕິ ແລ້ວ.
\v 25 ເພາະວ່າ ພວກເຈົ້າ ເປັນ ເໝືອນ ດັ່ງ ແກະ ທີ່ ຫລົງ ເສຍ ໄປ, ແຕ່ ບັດ ນີ້ ພວກເຈົ້າ ຖືກ ນາໍ ຄືນ ມາ ຫາ ພຣະຜູ້ລ້ຽງ ແລະ ຜູ້ ເບິ່ງ ແຍງ ຈິດວິນຍານ ຂອງ ພວກເຈົ້າ ແລ້ວ.
\s5
\c 3
\p
\v 1 ຝ່າຍ ເຈົ້າ ທັງຫລາຍ ຜູ້ ເປັນເມຍ ກໍ ເໝືອນກັນ ຈົ່ງ ຍອມ ຟັງ ຜົວ ຂອງຕົນ ເພື່ອ ວ່າ ຖ້າຜົວ ຜູ້ໃດ ບໍ່ ເຊື່ອຟັງ ພຣະທໍາ ຂອງ ພຣະເຈົ້າ ການ ປະຕິບັດ ຂອງ ເມຍ ກໍ ອາດ ຈະ ຈູງໃຈ ຜົວໄດ້ ໂດຍ ບໍ່ ຕ້ອງ ເວົ້າ ຫຍັງ ຈັກຄໍາ
\v 2 ຄື ເພື່ອ ຜົວ ຈະ ໄດ້ ເບິ່ງ ເຫັນ ການ ປະຕິບັດ ອັນບໍຣິສຸດ ແລະ ອ່ອນນ້ອມ ຂອງ ພວກເຈົ້າ ຜູ້ ເປັນເມຍ.
\s5
\v 3 ການ ປະດັບ ຕົບແຕ່ງ ກາຍ ນັ້ນ ຢ່າ ໃຫ້ ເປັນການ ປະດັບ ຕົບແຕ່ງ ພາຍນອກ ຄື ການ ແຕ່ງ ຊົງຜົມ ໃສ່ ເຄື່ອງ ຄໍາ ແລະ ການ ນຸ່ງຖື.
\v 4 ແຕ່ ໃຫ້ ເປັນການ ປະດັບ ທີ່ ຊ່ອນໄວ້ ໃນ ຈິດໃຈ ແຕ່ງ ດ້ວຍ ເຄື່ອງ ປະດັບ ທີ່ ບໍ່ ຮູ້ ເສື່ອມສູນ ຄື ດ້ວຍ ຈິດໃຈ ອ່ອນ ສຸພາບ ແລະ ສະຫງຽມ ຄ່ຽມຄົມ ຊຶ່ງ ເປັນ ສິ່ງ ທີ່ ມີ ຄ່າ ສູງ ໃນ ສາຍ ພຣະເນດ ຂອງ ພຣະເຈົ້າ.
\s5
\v 5 ເຫດ ວ່າ ບັນດາ ແມ່ ຍິງ ຜູ້ ທີ່ ມີ ສິນທາໍ ໃນ ເຊັ່ນ ບູຮານ ຜູ້ ຊຶ່ງ ມີ ຄວາມຫວັງ ໃນ ພຣະເຈົ້າ ໄດ້ ຕົບແຕ່ງ ກາຍ ຢ່າງ ນັ້ນ ໂດຍ ໄດ້ ຍອມ ຟັງຜົວຂອງຕົນ.
\v 6 ເໝືອນ ດັ່ງ ນາງ ຊາຣາ ໄດ້ ຍອມ ຟັງ ອັບຣາຮາມ ແລະ ເອີ້ນ ເພິ່ນ ວ່າ, “ນາຍ. ” ຖ້າພວກເຈົ້າ ເຮັດດີ ບໍ່ຕົກໃຈ ຢ້ານກົວ ຕໍ່ ສິ່ງໃດ ພວກເຈົ້າ ກໍ ກາຍເປັນ ລູກຫລານ ຂອງ ນາງ ແລ້ວ.
\s5
\v 7 ເຈົ້າ ທັງຫລາຍ ທີ່ ເປັນ ຜົວ ກໍ ເໝືອນກັນ ຈົ່ງ ຢູ່ ກິນກັບ ເມຍ ດ້ວຍ ເຂົ້າໃຈ ວ່າ ນາງ ເປັນ ເພດ ທີ່ ອ່ອນແອ ກວ່າ ຈົ່ງ ນັບ ຖືເມຍ ເໝືອນ ເປັນ ຜູ້ ຮ່ວມ ກັນ ຮັບພຣະຄຸນ ແຫ່ງ ຊີວິດ ເປັນ ມໍຣະດົກ ເພື່ອ ບໍ່ ໃຫ້ ສິ່ງ ໃດ ສິ່ງ ໜຶ່ງ ຂັດຂວາງ ຄໍາພາວັນນາ ອະທິຖານ ຂອງ ພວກເຈົ້າ.
\s5
\v 8 ໃນ ທີ່ ສຸດ ນີ້ ຂໍ ໃຫ້ ພວກເຈົ້າ ທຸກຄົນ ຈົ່ງ ເປັນ ນາໍ້ ໜຶ່ງ ໃຈ ດຽວກັນ, ຈົ່ງ ເຫັນ ອົກ ເຫັນໃຈ ກັນ, ຈົ່ງ ຮັກກັນ ເໝືອນ ພີ່ ນ້ອງ ຮ່ວມ ທ້ອງ, ຈົ່ງ ມີ ຈິດໃຈ ເມດຕາ ແລະ ອ່ອນນ້ອມ ຖ່ອມຕົວລົງ.
\v 9 ຢ່າ ຮ້າຍ ຕອບ ແທນ ການ ຮ້າຍ ແລະ ຢ່າ ປ້ອຍດ່າ ຕອບ ແທນ ການ ປ້ອຍດ່າ, ແຕ່ ກົງກັນຂ້າມ ຈົ່ງ ອວຍພອນ ແກ່ ພວກເຂົາ. ດ້ວຍວ່າ, ພຣະເຈົ້າ ຊົງ ເອີ້ນ ພວກເຈົ້າ ໃຫ້ ເຮັດການ ຢ່າງ ນີ້ ແຫລະ ເພື່ອ ພວກເຈົ້າ ຈະ ໄດ້ ຮັບ ພຣະພອນ ມາ ເປັນມໍຣະດົກ.
\s5
\v 10 ເພາະວ່າ “ຜູ້ ທີ່ ຢາກ ຮັບ ຊີວິດ ອັນ ດີ ແລະ ປາຖະໜາ ທີ່ ຈະ ເຫັນ ວັນ ສະໜຸກ ກໍ ໃຫ້ ຜູ້ນັ້ນ ຫ້າມ ລີ້ນ ຂອງຕົນ ບໍ່ ໃຫ້ ເວົ້າ ຄວາມຊົ່ວ ແລະ ຫ້າມ ປາກ ບໍ່ ໃຫ້ ກ່າວ ຄໍາ ອຸບາຍ ລໍ້ລວງ.
\v 11 ຈົ່ງ ໃຫ້ ຜູ້ນັ້ນ ເວັ້ນ ໜີ ຈາກ ການ ຊົ່ວ ແລະ ເຮັດ ການ ດີ ຈົ່ງ ໃຫ້ ຜູ້ນັ້ນ ສະແຫວງ ຫາ ສັນຕິສຸກ ແລະ ພະຍາຍາມ ຕິດຕາມ ໄປ. ”
\v 12 “ພຣະເນດ ຂອງ ອົງພຣະ ຜູ້ ເປັນເຈົ້າ ຊົງ ເຝົ້າ ເບິ່ງ ຄົນ ຊອບທໍາ ແລະ ພຣະອົງ ກໍ ຊົງ ຮັບ ຟັງ ຄໍາ ພາວັນນາ ອະທິຖານ ຂອງ ເຂົາ ແຕ່ ພຣະພັກ ຂອງ ພຣະອົງ ຊົງ ຕໍ່ສູ້ ບັນດາ ຄົນ ທີ່ ເຮັດ ການ ຊົ່ວ.”
\s5
\v 13 ຖ້າ ພວກເຈົ້າ ດຸໝັ່ນ ໃນ ການ ເຮັດດີ ແມ່ນ ຜູ້ໃດ ຈະ ເຮັດຮ້າຍ ພວກເຈົ້າ?
\v 14 ແຕ່ ຖ້າພວກເຈົ້າ ຕ້ອງ ທົນທຸກ ຍ້ອນ ເຮັດ ສິ່ງ ທີ່ ຖືກຕ້ອງ ພວກເຈົ້າ ກໍ ເປັນ ສຸກ. ຢ່າ ຢ້ານກົວ ຕໍ່ ຜູ້ ທີ່ ເຮັດ ໃຫ້ ເຈົ້າ ສະດຸ້ງ ຕົກໃຈ ແລະ ຢ່າ ວິຕົກ ກັງວົນ ໃຈ ເລີຍ.
\s5
\v 15 ແຕ່ ໃນ ໃຈ ຂອງ ເຈົ້າ ທັງຫລາຍ ຈົ່ງ ເຄົາ ຣົບ ນັບ ຖື ພຣະຄຣິດ ວ່າ ເປັນ ອົງ ພຣະ ຜູ້ ເປັນ ເຈົ້າ ຈົ່ງ ມີ ໃຈ ພ້ອມ ຢູ່ ສະເໝີ ເພື່ອ ພວກເຈົ້າ ຈະ ສາມາດ ຕອບ ແກ້ ຕົວ ໄດ້ ຕໍ່ ທຸກຄົນ ທີ່ ຖາມ ພວກເຈົ້າ ວ່າ, ເຈົ້າ ມີ ເຫດຜົນປະການ ໃດ ຈຶ່ງ ມີ ຄວາມຫວັງ ຢ່າງ ນີ້.
\v 16 ແຕ່ ຈົ່ງ ຕອບ ດ້ວຍ ໃຈ ສຸພາບ ແລະ ຢໍາເກງ ແລະ ໃຫ້ ມີໃຈ ສໍານຶກ ຜິດ ແລະຊອບ ອັນເສາະໃສ ເພື່ອ ວ່າ ເມື່ອ ພວກເຈົ້າ ຖືກ ປະໝາດ ນິນທາ ຄົນ ທີ່ ກ່າວ ຫຍາບຊ້າ ຕໍ່ ທາໍ ນຽມ ຄຣິສຕຽນ ອັນດີ ຂອງ ພວກເຈົ້າ ນັ້ນ ກໍ ຈະ ໄດ້ ຮັບ ຄວາມ ອັບ ອາຍ.
\v 17 ເພາະວ່າ ຖ້າ ນໍ້າພຣະໄທ ຂອງ ພຣະເຈົ້າ ຊົງເຫັນ ດີ ໃຫ້ ພວກເຈົ້າ ທົນ ທຸກ ຍ້ອນ ເຮັດການດີ ກໍດີ ກວ່າ ຕ້ອງ ທົນທຸກ ຍ້ອນ ເຮັດ ການ ຊົ່ວ.
\s5
\v 18 ດ້ວຍວ່າ, ພຣະຄຣິດ ກໍ ເໝືອນກັນ ໄດ້ ສິ້ນ ພຣະຊົນ ເທື່ອດຽວ ເປັນ ການ ສິ້ນ ສຸດ ເພື່ອ ແທນ ຄວາມ ຜິດບາບ ຄື ພຣະອົງ ຜູ້ ຊອບທາໍ ແທນ ຜູ້ ບໍ່ຊອບທາໍ ເພື່ອ ຈະ ໄດ້ ນາໍ ເຮົາ ທັງຫລາຍ ໄປ ເຖິງ ພຣະເຈົ້າ ຝ່າຍ ກາຍ ພຣະອົງ ຊົງ ຖືກ ປະຫານ ເສຍ ແຕ່ ຝ່າຍ ວິນຍານ ພຣະອົງ ຖືກ ຊົງ ບັນດານ ໃຫ້ ຄືນ ພຣະຊົນ.
\v 19 ແລະ ໂດຍ ທາງ ວິນຍານ ນັ້ນ ພຣະອົງ ໄດ້ ສະເດັດ ໄປ ປະກາດ ແກ່ ບັນດາ ວິນຍານ ທີ່ ຖືກຄຸກ ຢູ່.
\v 20 ຊຶ່ງ ເມື່ອ ກ່ອນ ນັ້ນ ບໍ່ໄດ້ ຍອມ ເຊື່ອຟັງ ພຣະເຈົ້າ ຄື ເມື່ອ ພຣະເຈົ້າ ຊົງສໍາແດງ ຄວາມ ອົດທົນ ດົນນານ. ໃນ ສະໄໝ ຂອງ ໂນອາ ຂະນະທີ່ ທ່ານ ກາໍລັງສ້າງ ນາວາ ຢູ່ ໃນ ນາວາ ມີ ຄົນ ຈາໍນວນ ໜ້ອຍ ຄື ແປດ ຄົນ ທີ່ ໄດ້ ຜ່ານ ພົ້ນ ນໍ້າ ຖ້ວມ ນັ້ນ.
\s5
\v 21 ນາໍ້ ນັ້ນ ໝາຍເຖິງ ພິທີຮັບບັບຕິສະມາ ທີ່ໃຫ້ ພວກເຈົ້າ ລອດພົ້ນ ດຽວນີ້ ບັບຕິສະມາ ນີ້ ບໍ່ແມ່ນ ການ ຊໍາລະ ສິ່ງ ເປື້ອນເປີ ທາງ ຮ່າງກາຍ ແຕ່ ເປັນ ການ ຮຽນຂໍ ຕໍ່ ພຣະເຈົ້າ ດ້ວຍ ໃຈ ສໍານຶກ ຜິດແລະຊອບ ອັນເສາະໃສ. ບັບຕິສະມາ ນີ້ ໃຫ້ ເຖິງ ທີ່ພົ້ນ ເພາະ ດ້ວຍ ການ ທີ່ ພຣະເຢຊູຄຣິດເຈົ້າ ຊົງເປັນຄືນ ມາ ຈາກ ຕາຍ
\v 22 ຜູ້ ໄດ້ ສະເດັດ ເຂົ້າ ໃນ ມະຫາ ສະຫວັນ ແລະ ຊົງ ສະຖິດ ຢູ່ ເບື້ອງຂວາ ພຣະຫັດ ຂອງ ພຣະເຈົ້າ ໂດຍ ມີ ຝູງ ເທວະດາ ແລະ ບັນດາ ຜູ້ ມີອໍານາດ ແລະ ຣິດເດດ ຖືກ ຊົງ ມອບ ໄວ້ ໃຫ້ ຢູ່ ໃຕ້ ອໍານາດ ຂອງ ພຣະອົງ ແລ້ວ.
\s5
\c 4
\p
\v 1 ດ້ວຍວ່າ, ພຣະຄຣິດ ໄດ້ ຮັບຄວາມ ທົນ ທຸກ ທໍລະມານ ທາງ ຮ່າງກາຍ ພວກເຈົ້າ ເອງ ກໍ ຕ້ອງ ເຮັດ ໃຫ້ ຕົນ ເຂັ້ມ ແຂງ ໂດຍ ມີ ຄວາມ ຄິດຢ່າງ ດຽວ ກັບ ພຣະອົງ ເພາະ ຜູ້ ທີ່ໄດ້ ທົນ ທຸກ ທໍລະມານ ທາງ ຮ່າງກາຍ ກໍ ບໍ່ ່ພົວພັນ ໃນ ຄວາມ ຜິດບາບ ອີກຕໍ່ໄປ.
\v 2 ເພື່ອ ຈະ ບໍ່ດໍາເນີນຊີວິດ ທີ່ ຍັງ ເຫລືອ ຢູ່ ໃນ ໂລກ ຕາມ ຄວາມ ປາຖະໜາ ຂອງ ມະນຸດ ແຕ່ ດໍາເນີນ ໄປ ຕາມ ນໍ້າພຣະໄທ ຂອງ ພຣະເຈົ້າ.
\s5
\v 3 ດ້ວຍວ່າ, ຜ່ານ ມາ ນັ້ນ ພວກເຈົ້າ ໄດ້ ໃຊ້ ເວລາ ດົນນານ ເຮັດໃນ ສິ່ງ ທີ່ ຄົນຕ່າງ ຄວາມເຊື່ອ ມັກ ເຮັດ ຄື ເມື່ອ ພວກເຈົ້າ ໄດ້ ດໍາເນີນ ຊີວິດ ຕາມ ຣາຄະ ຕັນຫາ, ໃນ ຄວາມ ປາຖະໜາ ອັນຊົ່ວຊ້າ, ດື່ມເຫລົ້າ ເມົາ ສຸຣາ, ກິນລ້ຽງ ຢ່າງ ມົວເມົາ, ຮ່ວມ ສັງສັນ ກິນ ເຫລົ້າ ຢ່າງ ເກີນ ສ່ວນ ແລະ ຂາບໄຫວ້ ຮູບເຄົາ ຣົບ ທີ່ ໜ້າລັງກຽດ.
\v 4 ໃນ ເລື່ອງ ນີ້ ພວກເຂົາ ກໍ ປະຫລາດ ໃຈ ທີ່ພວກເຈົ້າ ບໍ່ຍອມ ແລ່ນ ໄປ ເຂົ້າ ສ່ວນ ກັບ ພວກເຂົາ ໃນ ການ ຊົ່ວ ຮ້າຍ ອັນເຫລືອ ລົ້ນ ເໝືອນ ຢ່າງ ພວກເຂົາ ແລະ ພວກເຂົາ ກໍ ກ່າວ ຄໍາ ນິນທາ ໃສ່ ພວກເຈົ້າ.
\v 5 ແຕ່ ເຂົາ ເຫລົ່າ ນັ້ນ ຈະ ຕ້ອງ ລາຍງານ ການ ກະທາໍ ຂອງ ພວກ ຕົນ ຕໍ່ພຣະເຈົ້າ ຜູ້ ທີ່ ຕຽມພ້ອມ ແລ້ວ ເພື່ອ ຈະ ຕັດສິນທັງຄົນເປັນ ແລະ ຄົນຕາຍ.
\v 6 ດ້ວຍເຫດນີ້ ແຫລະ ຂ່າວປະເສີດ ໄດ້ ປະກາດ ແກ່ ພວກ ຄົນ ທີ່ ຕາຍໄປ ແລ້ວ ເໝືອນກັນ ເພື່ອ ພວກເຂົາ ຈະ ໄດ້ ຖືກ ຊົງ ພິພາກສາ ໃນ ເນື້ອກາຍ ເໝືອນ ຢ່າງ ມະນຸດ ທົ່ວ ໆ ໄປ ແລ້ວ ຈະ ໄດ້ ມີຊີວິດ ທາງ ຈິດວິນຍານ ຢ່າງ ດຽວ ກັບພຣະເຈົ້າ.
\s5
\v 7 ອະວະສານ ຂອງ ທຸກສິ່ງ ທັງປວງ ໃກ້ ຈະ ມາ ເຖິງແລ້ວ, ເຫດສະນັ້ນ ເຈົ້າ ທັງ ຫລາຍ ຈົ່ງ ມີ ສະຕິ ອັນດີ ແລະ ຄອຍ ລະວັງ ຕົວ ສໍາລັບ ການ ພາວັນນາ ອະທິຖານ.
\v 8 ທີ່ ສໍາຄັນ ກວ່າ ສິ່ງ ອື່ນໃດ ໝົດ ຈົ່ງ ຮັກ ຊຶ່ງ ກັນແລະກັນ ດ້ວຍ ເຕັມໃຈ ເພາະ ຄວາມຮັກ ກໍ ປິດບັງ ຄວາມ ຜິດບາບ ໄວ້ ຢ່າງ ຫລວງຫລາຍ.
\v 9 ຈົ່ງ ຕ້ອນຮັບ ຊຶ່ງ ກັນແລະກັນ ໂດຍ ບໍ່ ຈົ່ມ ບໍ່ ວ່າ.
\s5
\v 10 ຕາມ ທີ່ ທຸກຄົນ ໄດ້ ຮັບ ສິ່ງ ທີ່ ຊົງ ປະທານ ໃຫ້ ແລ້ວ ກໍ ໃຫ້ ໃຊ້ ຂອງ ປະທານ ນັ້ນ ເພື່ອ ປະໂຫຍດ ແກ່ ກັນແລະກັນ ເໝືອນ ເປັນ ຜູ້ ຮັບມອບໝາຍ ທີ່ ດີ ເພື່ອ ຮັບໃຊ້ ພຣະຄຸນ ນາໆ ປະການ ຂອງ ພຣະເຈົ້າ.
\v 11 ຖ້າຜູ້ໃດ ກ່າວ ກໍ ໃຫ້ ເໝືອນ ຜູ້ ກ່າວ ພຣະທໍາ ຂອງ ພຣະເຈົ້າ, ຖ້າຜູ້ໃດ ເປັນ ຜູ້ ບໍລິການ ຮັບໃຊ້ ກໍ ໃຫ້ ບໍລິການ ຮັບໃຊ້ ເໝືອນ ຜູ້ຮັບ ກໍາລັງ ທີ່ ພຣະເຈົ້າ ຊົງໂຜດ ປະທານ ໃຫ້ ເພື່ອວ່າ ພຣະເຈົ້າ ຈະ ຊົງ ໄດ້ ຮັບກຽດ ໃນ ການ ທັງປວງ ໂດຍ ທາງ ພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີ ແລະ ຣິດ ທານຸພາບ ຈົ່ງມີ ແກ່ ພຣະອົງ ສືບ ໆໄປ ເປັນ ນິດ ອາແມນ.
\s5
\v 12 ພວກ ທີ່ຮັກເອີຍ, ຢ່າ ປະຫລາດ ໃຈ ທີ່ ພວກເຈົ້າ ໄດ້ ຮັບຄວາມ ທຸກຮ້ອນ ຢ່າງ ແສນ ສາຫັດ ເປັນ ການ ລອງໃຈ ເໝືອນ ກັບວ່າ ເປັນເຫດ ອັນແປກ ປະຫລາດ ເກີດ ຂຶ້ນ ກັບ ພວກເຈົ້າ.
\v 13 ແຕ່ ເຈົ້າທັງຫລາຍ ຈົ່ງ ຊົມ ຊື່ນ ຍິນດີ ທີ່ ໄດ້ ມີ ສ່ວນ ຮ່ວມ ໃນ ຄວາມ ທຸກ ທໍລະມານ ຂອງ ພຣະຄຣິດ, ເພື່ອ ວ່າ ເມື່ອ ສະຫງ່າຣາສີ ຂອງ ພຣະອົງ ປາກົດ ຂຶ້ນ ພວກເຈົ້າ ກໍ ຈະ ໄດ້ ຊົມຊື່ນ ຍິນດີ ຢ່າງ ຫລວງຫລາຍ ເໝືອນກັນ.
\v 14 ຖ້າ ເຈົ້າ ທັງຫລາຍ ຖືກ ໝິ່ນ ປະໝາດ ເພາະ ພຣະນາມ ຂອງ ພຣະຄຣິດ ພວກເຈົ້າ ກໍ ເປັນ ສຸກ ເພາະວ່າ ພຣະວິນຍານ ຜູ້ ຊົງ ສະຫງ່າຣາສີ ຄື ພຣະວິນຍານ ຂອງ ພຣະເຈົ້າ ຊົງສະຖິດ ຢູ່ ກັບ ພວກເຈົ້າ.
\s5
\v 15 ແຕ່ວ່າ ຢ່າ ໃຫ້ ຜູ້ໃດ ໃນ ພວກເຈົ້າ ໄດ້ ້ ຮັບ ຄວາມ ທຸກ ເພາະ ເປັນ ຜູ້ ຂ້າຄົນ ເປັນ ຂະໂມຍ ເປັນ ຜູ້ ທາໍ ຮ້າຍ ຫລື ເປັນ ຜູ້ ທ່ຽວ ຫຍຸ້ງ ກ່ຽວ ກັບກິດທຸລະ ຂອງ ຄົນອື່ນ.
\v 16 ແຕ່ ຖ້າຜູ້ໃດ ໄດ້ ຮັບທຸກ ເພາະ ມີ ຊື່ ວ່າ, ເປັນ ຄຣິສຕຽນ ກໍ ຢ່າ ໃຫ້ ຜູ້ ນັ້ນ ມີ ຄວາມ ລະອາຍ ແຕ່ ໃຫ້ ຖວາຍ ພຣະກຽດ ແດ່ ພຣະເຈົ້າ ເພາະ ຊື່ນັ້ນ.
\s5
\v 17 ດ້ວຍວ່າ, ເຖິງ ເວລາ ແລ້ວ ທີ່ ການ ຊົງ ພິພາກສາ ຈະ ຕ້ອງ ເລີ່ມຕົ້ນ ທີ່ ຄົວ ເຮືອນ ຂອງ ພຣະເຈົ້າ ແລະ ຖ້າການ ພິພາກສາ ນັ້ນ ເລີ່ມ ຕົ້ນ ທີ່ ພວກເຮົາ ກ່ອນ ປາຍ ທາງ ຂອງ ຄົນເຫລົ່າ ນັ້ນ ທີ່ບໍ່ເຊື່ອ ຟັງ ຂ່າວປະເສີດ ເລື່ອງ ຂອງ ພຣະເຈົ້າ ຈະ ເປັນ ຢ່າງ ໃດ?
\v 18 ຖ້າ ຄົນ ຊອບທາໍ ຈະ ລອດພົ້ນ ໄດ້ ດ້ວຍ ຍາກ ຄົນ ປະໝາດ ພຣະເຈົ້າ ແລະ ຄົນ ຜິດ ບາບ ຈະ ໄປ ຢູ່ ໃສ?
\v 19 ເຫດສະນັ້ນ ໃຫ້ ຄົນ ທັງ ຫລາຍ ທີ່ ທົນ ທຸກ ທໍລະມານ ຕາມ ນາໍ້ ພຣະໄທ ຂອງ ພຣະເຈົ້າ ຈົ່ງ ຝາກ ຈິດ ວິນຍານ ຂອງຕົນ ໄວ້ ກັບ ພຣະອົງ ດ້ວຍ ການ ປະຕິບັດ ອັນດີ ຄື ໃຫ້ ຝາກ ໄວ້ ກັບ ພຣະອົງ ຜູ້ ຊົງ ສ້າງ ຜູ້ ທ່ຽງທາໍ.
\s5
\c 5
\p
\v 1 ເຫດສະນັ້ນ ຂ້າພະເຈົ້າ ໃນ ຖານະ ທີ່ ເປັນເຖົ້າແກ່ ຄົນໜຶ່ງ ຜູ້ ເປັນ ພະຍານ ເຖິງ ຄວາມ ທົນທຸກ ຂອງ ພຣະຄຣິດ ແລະ ມີ ສ່ວນ ໃນ ສະຫງ່າຣາສີ ທີ່ຈະ ມາ ປາກົດ ພາຍຫຼັງ ຈຶ່ງ ຂໍ ເຕືອນ ພວກ ເຖົ້າ ແກ່ ໃນ ທ່າມກາງ ພວກເຈົ້າ ວ່າ,
\v 2 “ຈົ່ງ ລ້ຽງ ຝູງແກະ ທີ່ ພຣະເຈົ້າ ໄດ້ ຝາກ ໄວ້ ກັບ ພວກເຈົ້າ ຈົ່ງ ລ້ຽງ ຮັກສາ ດ້ວຍ ຄວາມ ເຕັມ ໃຈ ຕາມ ນາໍ້ ພຣະໄທ ຂອງ ພຣະເຈົ້າ ບໍ່ແມ່ນ ດ້ວຍ ໃຈ ຂົມຂື່ນ, ຈົ່ງ ເຮັດ ວຽກ ຂອງ ພວກເຈົ້າ ດ້ວຍ ຄວາມ ເສຍ ສະຫລະ ບໍ່ ແມ່ນ ເພື່ອ ເຫັນ ແກ່ ຄ່າຈ້າງ ລາງວັນ ແຕ່ ດ້ວຍໃຈ ເຫຼື້ອມໃສ. ”
\v 3 ບໍ່ ແມ່ນ ເໝືອນ ເປັນ ເຈົ້າ ນາຍ ເໜືອ ພວກ ທີ່ ຊົງ ຝາກ ໄວ້ ກັບ ພວກເຈົ້າ ແຕ່ ໃຫ້ ເປັນ ແບບຢ່າງ ອັນ ດີ ແກ່ ຝູງແກະ ນັ້ນ.
\v 4 ແລະ ເມື່ອ ພຣະຜູ້ລ້ຽງ ອົງ ຍິ່ງ ໃຫຍ່ ຈະ ສະເດັດ ມາ ປາກົດ ພວກເຈົ້າ ຈະ ໄດ້ ຮັບ ມົງ ກຸດ ອັນ ຊົງສະຫງ່າຣາສີ ທີ່ ບໍ່ ມີ ວັນ ເສົ້າໝອງ.
\s5
\v 5 ໃນທາໍນອງ ດຽວກັນ ພວກເຈົ້າ ຜູ້ ມີອາຍຸ ອ່ອນກວ່າ ຈົ່ງ ນ້ອມຟັງ ຕໍ່ ພວກ ອາວຸໂສ. ພວກເຈົ້າ ທຸກຄົນ ຈົ່ງ ສວມ ຄວາມ ຖ່ອມໃຈ ເພື່ອ ຮັບໃຊ້ ຊຶ່ງກັນແລະກັນ ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ພຣະເຈົ້າ ຊົງ ຕໍ່ ໍສູ້ ຄົນ ທີ່ ຈອງຫອງ ແຕ່ ຊົງ ປະທານ ພຣະຄຸນ ແກ່ ຜູ້ ທີ່ ຖ່ອມໃຈ ລົງ. ”
\v 6 ດ້ວຍເຫດນັ້ນ ພວກເຈົ້າ ຈົ່ງ ຖ່ອມໃຈ ລົງຢູ່ໃຕ້ ພຣະຫັດ ອັນຊົງຣິດ ຂອງ ພຣະເຈົ້າ ເພື່ອ ພຣະອົງ ຈະ ຊົງ ຍົກ ພວກເຈົ້າ ຂຶ້ນ ເມື່ອ ເຖິງ ເວລາ ອັນຄວນ.
\v 7 ຈົ່ງ ປະ ຄວາມ ກະວົນ ກະວາຍ ຂອງ ພວກເຈົ້າ ໄວ້ ກັບ ພຣະອົງ ເພາະວ່າ ພຣະອົງ ຊົງ ຫ່ວງໃຍ ພວກເຈົ້າ ຢູ່.
\s5
\v 8 ເຈົ້າ ທັງຫລາຍ ຈົ່ງ ຄອຍ ລະວັງຕົວ ແລະ ເຝົ້າຢູ່. ດ້ວຍວ່າ, ສັດຕູ ຂອງ ພວກເຈົ້າ ຄື ມານ ທຽວ ວົນ ວຽນ ໄປມາ ເໝືອນ ໂຕ ສິງ ທີ່ ແຜດ ສຽງ ຊອກ ຫາ ຄົນ ທີ່ ມັນ ຈະ ກັດ ກິນ ໄດ້.
\v 9 ຈົ່ງ ຕໍ່ ສູ້ ກັບ ສັດຕູ ນັ້ນ ດ້ວຍ ໃຈ ໝັ້ນ ຄົງ ໃນ ຄວາມເຊື່ອ ໂດຍ ຮູ້ ແລ້ວ ວ່າ ພີ່ ນ້ອງ ຂອງ ພວກເຈົ້າ ທົ່ວ ໂລກ ກໍ ປະສົບ ກັບ ຄວາມ ທຸກ ລໍາບາກ ຢ່າງ ດຽວກັນນີ້.
\s5
\v 10 ແລະ ເມື່ອ ເຈົ້າ ທັງຫລາຍ ໄດ້ ທົນທຸກ ຢູ່ຊົ່ວ ຂະນະ ໜຶ່ງ ແລ້ວ ພຣະເຈົ້າ ຜູ້ ຊົງ ພຣະຄຸນ ທັງໝົດ ຜູ້ ໄດ້ ຊົງເອີ້ນ ພວກເຈົ້າ ໃຫ້ ເຂົ້າ ໃນ ສະຫງ່າຣາສີ ອັນຕະຫລອດໄປ ໃນ ພຣະຄຣິດ ພຣະອົງ ເອງ ຈະ ຊົງ ໂຜດ ແປງ ໃຈ ພວກເຈົ້າ ໃຫ້ ຕັ້ງ ຂຶ້ນ ໃໝ່ ແລະ ຕັ້ງໝັ້ນ ຄົງ ຢູ່ ໃຫ້ ມີ ກໍາລັງ ຂຶ້ນ ແລະ ຊົງ ບັນ ດານ ໃຫ້ ມີຮາກ ອັນແໜ້ນໜາ.
\v 11 ຣິດ ທານຸພາບ ຈົ່ງ ເປັນ ຂອງ ພຣະອົງ ຕະຫລອດໄປ ເປັນນິດ ເທີ້ນ ອາແມນ.
\s5
\v 12 ເຮົາ ໄດ້ ຂຽນ ຈົດໝາຍ ສັ້ນ ໆ ສະບັບ ນີ້ ດ້ວຍຄວາມ ຊ່ວຍເຫລືອ ຂອງ ຊີລາວານ ຜູ້ ທີ່ ເຮົາ ຖື ວ່າ ເປັນ ພີ່ ນ້ອງ ຜູ້ ສັດຊື່ ຄົນ ໜຶ່ງ ເຮົາ ຢາກ ໜູນ ນໍ້າໃຈ ພວກເຈົ້າ ແລະ ເປ້ນ ພະຍານ ແກ່ ພວກເຈົ້າ ວ່າ ພຣະຄຸນ ນີ້ ເປັນ ພຣະຄຸນ ອັນແທ້ຈິງ ຂອງ ພຣະເຈົ້າ, ຈົ່ງ ຕັ້ງໝັ້ນ ຄົງຢູ່ ໃນ ພຣະຄຸນ ນັ້ນ.
\v 13 ນາງ [ຂ] ທີ່ ຢູ່ ເມືອງ ບາບີໂລນ ຊຶ່ງ ຊົງ ເລືອກ ໄວ້ ຢ່າງ ດຽວ ກັບ ພວກເຈົ້າ ແລະ ມາຣະໂກ ລູກ ຂອງເຮົາ ກໍ ຝາກ ຄວາມ ຄິດເຖິງ ມາ ເໝືອນກັນ.
\v 14 ຈົ່ງ ທັກທາຍ ກັນດ້ວຍ ການ ຈູບ ທີ່ ສະແດງ ເຖິງ ຄວາມຮັກ. ຂໍ ສັນຕິສຸກ ຈົ່ງ ມີ ແກ່ ເຈົ້າທັງຫລາຍ ທີ່ ຢູ່ໃນ ພຣະຄຣິດ ເທີ້ນ.