lo_bible/60-JAS.usfm

210 lines
42 KiB
Plaintext

\id JAS
\ide UTF-8
\h ຈົດ​ໝາຍ​ຈາກ ຢາ​ໂກ​ໂບ
\toc1 ຈົດ​ໝາຍ​ຈາກ ຢາ​ໂກ​ໂບ
\toc2 ຈົດ​ໝາຍ​ຈາກ ຢາ​ໂກ​ໂບ
\toc3 jas
\mt ຈົດ​ໝາຍ​ຈາກ ຢາ​ໂກ​ໂບ
\s5
\c 1
\p
\v 1 ຈາກ ຢາໂກໂບ ຜູ້ ເປັນ ຂ້ອຍຮັບໃຊ້ ຂອງ ພຣະເຈົ້າ ແລະ ຂອງ ອົງພຣະເຢຊູຄຣິດເຈົ້າ ເຖິງ ຄົນ ສິບສອງ ຕະກຸນ ທີ່ ກະຈັດ ກະຈາຍ ຢູ່ນັ້ນ.
\v 2 ພີ່ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ເມື່ອ ພວກເຈົ້າ ພົບ ການ ທົດລອງ ຕ່າງໆ ຈົ່ງ ຖື ວ່າ ເປັນ ເລື່ອງ ໜ້າ ຍິນດີທີ່ສຸດ
\v 3 ເພາະ ພວກເຈົ້າ ຮູ້ ຢູ່ ວ່າ ເມື່ອ ຄວາມເຊື່ອ ຂອງ ພວກເຈົ້າ ທົນ ຕໍ່ ການ ຖືກ ທົດລອງ ໄດ້ ກໍ ເຮັດໃຫ້ ເກີດ ມີ ຄວາມ ໝັ້ນໃຈ.
\s5
\v 4 ຈົ່ງ ໃຫ້ ຄວາມ ໝັ້ນໃຈ ຂອງ ພວກເຈົ້າ ນັ້ນ ຍືນ ຍົງ ຕະຫລອດໄປ ເພື່ອ ວ່າ ພວກເຈົ້າ ຈະ ໄດ້ ເປັນຄົນ ສໍາເລັດ ແລະ ຄົບ ຖ້ວນ ໂດຍ ບໍ່ຂາດເຂີນສິ່ງໃດ.
\v 5 ແຕ່ ຖ້າ ຄົນ ໃດ ໃນ ພວກເຈົ້າ ຂາດ ສະຕິປັນຍາ ກໍ ໃຫ້ ຜູ້ນັ້ນ ທູນຂໍ ຈາກ ພຣະເຈົ້າ ຜູ້ ຊົງໂຜດ ປະທານ ໃຫ້ ແກ່ ຄົນທັງປວງ ດ້ວຍ ພຣະກະຣຸນາ ບໍ່ ຊົງ ກ່າວຕິ ແລະ ຜູ້ນັນ ກໍ ຈະ ໄດ້ ຮັບ ສິ່ງ ທີ່ ທູນຂໍ
\s5
\v 6 ແຕ່ ໃຫ້ ຜູ້ນັ້ນ ທູນຂໍ ດ້ວຍ ຄວາມເຊື່ອ ຢ່າ ໃຫ້ ມີໃຈ ສົງໄສ ເພາະ ຜູ້ ທີ່ສົງໄສ ນັ້ນ ເປັນ ເໝືອນ ຟອງນໍ້າ ທີ່ ຖືກ ລົມ ພັດ ຊັດ ໄປມາ.
\v 7 ຢ່າ ໃຫ້ ຜູ້ນັ້ນ ຄິດວ່າ ຕົນ ຈະ ໄດ້ ຮັບສິ່ງໃດ ຈາກ ອົງພຣະຜູ້ເປັນເຈົ້າ
\v 8 ເພາະ ເປັນ ຄົນສອງໃຈ ບໍ່ ແນ່ນອນ ໃນ ທຸກສິ່ງ ທີ່ ຕົນກະທາໍ.
\s5
\v 9 ໃຫ້ ພີ່ນ້ອງ ທີ່ ຕໍ່າຕ້ອຍ ຈົ່ງ ອວດອ້າງ ໃນ ການ ທີ່ ພຣະເຈົ້າ ຊົງຍົກຍໍ ຕົວຂຶ້ນ,
\v 10 ແຕ່ ໃຫ້ ຄົນຮັ່ງມີ ຈົ່ງອວດອ້າງ ໃນ ການ ທີ່ ພຣະເຈົ້າຊົງໃຫ້ ຕົກຕໍ່າ ລົງ ເພາະວ່າ ຕົນ ຈະ ຕ້ອງ ລ່ວງລັບ ໄປ ເໝືອນດັ່ງ ດອກຫຍ້າ.
\v 11 ເພາະ ເມື່ອ ຕາເວັນ ຂຶ້ນ ຄວາມ ຮ້ອນ ອັນແຮງກ້າ ເຮັດ ໃຫ້ ຕົ້ນຫຍ້າ ຫ່ຽວແຫ້ງໄປ ແລ້ວ ດອກ ຫຍ້າ ກໍ ຕົກ ຫລົ່ນລົງ ສີສັນວັນນະ ຄວາມງາມ ຂອງ ມັນ ກໍ ສູນສິ້ນໄປ. ດັ່ງນີ້ແຫລະ, ຄົນຮັ່ງມີ ຈະ ເສື່ອມສູນ ໄປ ໃນ ຂະນະທີ່ດຳເນີນງານ ຂອງຕົນ ເໝືອນກັນ.
\s5
\v 12 ຄົນ ທີ່ ອົດທົນ ຕໍ່ການ ທົດລອງໃຈ ກໍ ເປັນສຸກ ເພາະ ເມື່ອ ປາກົດ ວ່າ ຜູ້ນັ້ນ ທົນໄດ້ ແລ້ວ ກໍ ຈະ ໄດ້ ຮັບມົງກຸດ ແຫ່ງ ຊີວິດ ຊຶ່ງ ພຣະເຈົ້າ ໄດ້ ຊົງ ສັນຍາ ໄວ້ ແກ່ ຄົນທັງຫລາຍ ທີ່ ຮັກ ພຣະອົງ.
\v 13 ເມື່ອ ຜູ້ໃດ ຖືກ ລໍ້ລວງ ໃຫ້ຫລົງ ຢ່າ ໃຫ້ ຜູ້ນັ້ນ ເວົ້າ ວ່າ, “ພຣະເຈົ້າ ຊົງ ລໍ້ລວງ ຂ້າພະເຈົ້າ ໃຫ້ ຫລົງ” ເພາະວ່າ ຄວາມຊົ່ວ ຈະ ມາ ລໍ້ລວງ ພຣະເຈົ້າ ໃຫ້ ຫລົງບໍ່​ໄດ້ ແລະ ພຣະອົງ ເອງ ກໍບໍ່ຊົງລໍ້ລວງ ຜູ້ໃດ ໃຫ້ ຫລົງ ຈັກເທື່ອ.
\s5
\v 14 ແຕ່ ວ່າ ທຸກຄົນ ຖືກ ລໍ້ລວງ ໃຫ້ ຫຼົງ ກໍ ຕໍ່ເມື່ອ ຄວາມ ປາຖະໜາ ຊົ່ວ ຊັກຈ່ອງ ແລະ ຍົວະເຍົ້າ ໃຫ້ ປະຕິບັດຕາມ.
\v 15 ເມື່ອ ຄວາມ ປາຖະໜາ ຊົ່ວ ຂອງ ລາວ ຕັ້ງ ຮາກ ແລ້ວ ກ່ ໃຫ້ ເກີດ ມີ ຄວາມ ຜິດບາບ ເມື່ອ ຄວາມຜິດບາບ ໃຫຍ່ ຂຶ້ນ ເຕັມ ຂະໜາດ ແລ້ວກໍໃຫ້ ເກີດ ມີ ຄວາມຕາຍ.
\v 16 ພີ່ນ້ອງ ທີ່ ຮັກ ທັງຫລາຍ ຂອງເຮົາ ເອີຍ, ຢ່າ ໄດ້ ຫລົງ ຜິດໄປ.
\s5
\v 17 ຂອງ ປະທານ ອັນ ດີ ທຸກຢ່າງ ແລະ ຂອງຂວັນ ອັນ ດີເລີດ ທຸກຢ່າງ ຍ່ອມ ມາ ແຕ່ ທັງ ເທິງ ແລະ ລົງ ມາ ຈາກ ພຣະບິດາເຈົ້າ ແຫ່ງ ບັນດາດວງສະຫວ່າງ. ໃນ ພຣະບິດາເຈົ້າ ນັ້ນ ບໍ່ ມີ ການປ່ຽນແປງ ແລະ ບໍ່ ມີ ເງົາ ເນື່ອງ ຈາກ ການ ຊົງ ໝູນວຽນ.
\v 18 ໂດຍ ນໍ້າພຣະໄທ ຂອງ ພຣະອົງເອງ ນັ້ນ ພຣະອົງ ຈຶ່ງຊົງ ບັນດານ ໃຫ້ ພວກເຮົາ ບັງເກີດ ດ້ວຍ ພຣະທໍາ ອັນສັດຈິງ ເພື່ອ ພວກເຮົາ ຈະ ເປັນ ຢ່າງ ຜົນ ທໍາອິດ ແຫ່ງ ສິ່ງ ທັງຫລາຍ ທີ່ ພຣະອົງຊົງສ້າງ.
\s5
\v 19 ພີ່ນ້ອງ ທີ່ ຮັກທັງຫລາຍ ຂອງເຮົາ ເອີຍ, ຈົ່ງ ຈົດຈໍາ ຂໍ້ ນີ້ ໄວ້ ຄື ໃຫ້ ທຸກຄົນ ວ່ອງໄວ ໃນການຟັງ, ຊ້າໃນການເວົ້າ, ຊ້າໃນ ການຄຽດຮ້າຍ,
\v 20 ເພາະ ຄວາມຮ້າຍ ຂອງ ມະນຸດ ບໍ່ ໄດ້ ເຮັດ ໃຫ້ ຄວາມຍຸດຕິທໍາ ຂອງ ພຣະເຈົ້າ ເກີດມາ.
\v 21 ເຫດສະນັ້ນ ຈົ່ງ ເລີກ ຈາກ ຄວາມຊົ່ວມົວໝອງ ທຸກຢ່າງ ແລະ ຄວາມ ຊົ່ວຮ້າຍອັນເຫລືອຫລາຍ. ຈົ່ງນ້ອມໃຈ ຮັບ ເອົາ ພຣະທໍາ ທີ່ ປູກຝັງໄວ້ ແລ້ວນັ້ນ ຊຶ່ງ ສາມາດ ຊ່ວຍ ຈິດວິນຍານ ຂອງ ພວກເຈົ້າໃຫ້ ພົ້ນໄດ້.
\s5
\v 22 ຢ່າ ຫລອກລວງ ຕົນເອງ ໂດຍ ພຽງແຕ່ ຟັງ ພຣະທໍາ ຂອງ ພຣະເຈົ້າ ເທົ່ານັ້ນ, ແຕ່ ຈົ່ງ ປະຕິບັດຕາມ ພຣະທໍາ ນັ້ນ ຢ່າງ ແທ້ຈິງ.
\v 23 ຜູ້ໃດ ທີ່ ຟັງພຣະທໍາ ແລ້ວບໍ່ເຮັດຕາມ ກໍ ເປັນ ດັ່ງ ຄົນ ທີ່ ແຍງແວ່ນ ແລະ ເບິ່ງ ເຫັນ ໜ້າ ຂອງ ຕົນ ເອງ ຕາມ ທີ່ ເປັນຢູ່.
\v 24 ພໍ ເມື່ອແຍງເບິ່ງ ຕົນເອງ ແລ້ວ ກໍ ອອກ ໄປ ແລ້ວ ກໍ ລືມ ໃນ ທັນທີ ນັ້ນໂລດ ວ່າ ຕົນເອງ ເປັນ ຢ່າງ ໃດ.
\v 25 ແຕ່ ຜູ້ໃດ ທີ່ ພິຈາລະນາ ເບິ່ງ ຢ່າງ ລະມັດ ລະວັງ ໃນ ກົດ ບັນຍັດ ອັນຄົບຖ້ວນ ຊຶ່ງ ເຮັດ ໃຫ້ ມີອິດສະຫລະພາບ ແລະ ຕັ້ງໝັ້ນ ຢູ່ໃນກົດບັນຍັດນັ້ນ ຜູ້ນັ້ນ ກໍ ບໍ່ ແມ່ນ ຜູ້ ທີ່ໄດ້ຍິນ ແລ້ວ ລືມໄປ, ແຕ່ ເປັນຜູ້ປະຕິບັດຕາມ ຄົນນັ້ນແຫລະ ຈະ ໄດ້ ຮັບ ພຣະພອນ ຈາກ ພຣະເຈົ້າ ໃນ ສິ່ງທີ່ຕົນກະທໍາ.
\s5
\v 26 ຖ້າຜູ້ໃດ ຄິດວ່າ ຕົນ ເປັນ ຄົນ ມີ ທໍາມະ ແຕ່ ບໍ່ໄດ້ ຫ້າມ ລີ້ນ ຂອງຕົນແລ້ວທໍາມະ ຂອງ ຜູ້ນັ້ນ ກໍ ບໍ່ ມີ ປະໂຫຍດ ແລະ ເປັນ ການ ຫລອກລວງ ຕົນເອງ ເທົ່າ ນັ້ນ.
\v 27 ທໍາມະ ທີ່ບໍຣິສຸດ ແລະ ບໍ່ມີ ການຊົ່ວມົວໝອງ ຕໍ່ ພຣະພັກ ພຣະເຈົ້າ ຜູ້ ຊົງເປັນພຣະບິດາເຈົ້າ ກໍ ມີ ດັ່ງນີ້ ຄື ການ ຢ້ຽມຢາມ ລູກກໍາພ້າ ແລະ ຍິງໝ້າຍ ທີ່ ມີ ຄວາມ ທຸກຮ້ອນ ແລະ ການ ຮັກສາ ຕົວ ໃຫ້ ພົ້ນ ຈາກ ການ ດ່າງພອຍ ຂອງ ໂລກ.
\s5
\c 2
\p
\v 1 ພີ່ນ້ອງ ທັງຫລາຍ ຂອງເຮົາ ເອີຍ ໃນ ຖານະ ທີ່ ພວກເຈົ້າ ເປັນ ຜູ້ ທີ່ ເຊື່ອ ໃນ ອົງພຣະເຢຊູ ຄຣິດເຈົ້າ ຂອງ ເຮົາທັງຫລາຍ ຜູ້ ຊົງ ສະຫງ່າຣາສີ ນັ້ນ ຢ່າມີ ການເລືອກ ໜ້າຄົນ.
\v 2 ຖ້າວ່າ ມີ ຄົນຫນຶ່ງ ຖື ແຫວນ ຄໍາ ແລະ ແຕ່ງຕົວ ງົດງາມ ເຂົ້າ ມາ ໃນ ທີ່ ປະຊຸມ ຂອງ ພວກເຈົ້າ ແລະ ມີ ຄົນທຸກຈົນ ຜູ້ໜຶ່ງ ນຸ່ງ ເຄື່ອງ ເປື້ອນເປິ ເຂົ້າ ມາ ເໝືອນກັນ.
\v 3 ຖ້າ ພວກເຈົ້າ ຈະ ສົນໃຈ ໃນ ຄົນ ທີ່ແຕ່ງຕົວ ງົດ ງາມ ນັ້ນ ແລະ ທັງກ່າວ ທັກທາຍ ປາໄສ ຮັບຕ້ອນ ຜູ້ ນັ້ນ ວ່າ, “ເຊີນ ນັ່ງ ບ່ອນ ເໝາະສົມ ນີ້ ເທີ້ນ” ແລະ ໃນຂະນະ ດຽວກັນ ນັ້ນ ເຈົ້າຈະ ກ່າວ ແກ່ ຄົນທຸກຈົນ ນັ້ນ ວ່າ, “ໃຫ້ ເຈົ້າຢືນ ຢູ່ຫັ້ນ” ຫລື “ໃຫ້ ເຈົ້າ ນັ່ງ ທີ່ ຕັ່ງ ຮອງ ຕີນ ເຮົາ ນີ້. ”
\v 4 ຖ້າ ເຮັດ ດັ່ງ ນັ້ນ ພວກເຈົ້າ ເປັນ ຜູ້ ແບ່ງຊັ້ນ ວັນນະ ແລະ ກາຍເປັນ ຜູ້ຕັດສິນ ຄົນດ້ວຍຄວາມຄິດ ອັນຊົ່ວ ບໍ່ ແມ່ນບໍ?
\s5
\v 5 ພີ່ນ້ອງ ທີ່ຮັກທັງຫລາຍ ຂອງເຮົາ ເອີຍ, ຈົ່ງ ຟັງ ເທີ້ນ ພຣະເຈົ້າ ໄດ້ ເລືອກ ເອົາ ຄົນ ທຸກຈົນ ໃນ ໂລກນີ້ ໃຫ້ ເປັນ ຄົນ ຮັ່ງ ມີ ຝ່າຍ ຄວາມເຊື່ອ ແລະ ໃຫ້ ເປັນ ຜູ້ ຮັບ ແຜ່ນດິນ ຂອງ ພຣະອົງ ທີ່ ພຣະອົງ ຊົງ ສັນຍາ ໄວ້ ສໍາລັບ ຄົນ ທີ່ ຮັກ ພຣະອົງ.
\v 6 ແຕ່ ພວກເຈົ້າ ໄດ້ ໝິ່ນ ປະໝາດ ຄົນ ທຸກຈົນ ແມ່ນ ຜູ້ໃດ ທີ່ ໄດ້ ກົດ ຂີ່ ພວກເຈົ້າ ແລະ ຈັບ ພວກເຈົ້າ ຂຶ້ນ ສານ ບໍ່ ແມ່ນ ຄົນ ຮັ່ງ ມີ ນັ້ນບໍ?
\v 7 ບໍ່ ແມ່ນ ພວກເຂົາ ນັ້ນຫລື ທີ່ ເວົ້າ ໝິ່ນ ປະໝາດ ຕໍ່ ພຣະນາມ ອັນປະເສີດ ຊຶ່ງ ພວກເຈົ້າ ກໍ ເປັນ ຂອງ ພຣະອົງ?
\s5
\v 8 ຖ້າ ເຈົ້າ ທັງຫລາຍ ເຮັດ ຕາມ ພຣະຣາຊບັນຍັດ ໂດຍ ຄົບຖ້ວນ ຕາມ ພຣະຄໍາພີ ຂໍ້ ທີ່ວ່າ, “ຈົ່ງ ຮັກ ເພື່ອນບ້ານ ເໝືອນ ຮັກ ຕົນ ເອງ. ” ພວກເຈົ້າ ກໍ ເຮັດ ຖືກ ຕ້ອງ ແລ້ວ.
\v 9 ແຕ່ ຖ້າ ພວກເຈົ້າ ເລືອກ ຊັ້ນ ວັນນະ ພວກເຈົ້າ ກໍ ເຮັດ ຜິດ ໃນ ຖານ ເຮັດ ບາບ ແລະ ກົດບັນຍັດ ກໍ ລົງໂທດ ພວກເຈົ້າ ໃນ ຖານ ເປັນ ຜູ້ ຝ່າຝືນ ກົດບັນຍັດ.
\s5
\v 10 ຜູ້ໃດ ທີ່ ຝ່າຝືນ ກົດບັນຍັດ ຂໍ້ໃດ ຂໍ້ໜຶ່ງ ຜູ້ນັ້ນ ກໍ ຜິດ ໃນ ຖານ ຝ່າຝືນ ກົດບັນຍັດ ທັງໝົດ.
\v 11 ດ້ວຍວ່າ, ພຣະອົງ ຜູ້ທີ່ກ່າວ ວ່າ, “ຢ່າຫລິ້ນຊູ້ ສູ່ຜົວເມຍ” ກໍ ຍັງຊົງກ່າວອີກ ວ່າ, “ຢ່າຂ້າຄົນ. ” ເຖິງ ແມ່ນ ວ່າ ເຈົ້າ ບໍ່ ໄດ້ ຫລິ້ນຊູ້ ສູ່ຜົວເມຍ ແຕ່ໄດ້ ຂ້າ ຄົນ ເຈົ້າ ກໍ ກາຍເປັນ ຜູ້ ທີ່ ຝ່າຝືນ ກົດບັນຍັດ ແລ້ວ.
\s5
\v 12 ເຈົ້າທັງຫລາຍ ຈົ່ງ ເວົ້າ ແລະ ເຮັດເໝືອນ ຢ່າງ ຄົນ ທີ່ ກໍາລັງ ຈະ ໄດ້ ຮັບການພິພາກສາ ດ້ວຍ ກົດ ທີ່ ໃຫ້ ມີເສລີພາບ.
\v 13 ເພາະວ່າ ໃນ ການ ພິພາກສາ ພຣະເຈົ້າ ຈະ ບໍ່ ຊົງ ສໍາແດງ ຄວາມ ເມດຕາ ຕໍ່ ຜູ້ ທີ່ ບໍ່ ໄດ້ ສະແດງ ຄວາມເມດຕາ ສ່ວນ ຄວາມ ເມດຕາ ຍ່ອມ ມີ ໄຊຊະນະ ເໜືອ ການພິພາກສາ.
\s5
\v 14 ພີ່ ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ຖ້າຄົນໜຶ່ງ ເວົ້າ ວ່າ ຕົນ ມີ ຄວາມເຊື່ອ ແຕ່ ບໍ່ ມີ ການ ປະຕິບັດ ຈະ ມີ ປະໂຫຍດ ຫຍັງ? ຄວາມເຊື່ອ ແບບ ນັ້ນ ຈະ ເຮັດ ໃຫ້ ລາວ ພົ້ນ ໄດ້ ບໍ?
\v 15 ຖ້າພີ່ນ້ອງ ຊາຍ ຍິງ ຄົນໃດ ບໍ່ ມີເຄື່ອງນຸ່ງຫົ່ມ ແລະ ຂາດເຂີນ ອາຫານ ປະຈໍາວັນ,
\v 16 ແລະ ມີ ຄົນ ໃດ ໃນ ພວກເຈົ້າ ເວົ້າ ແກ່ ເຂົາ ວ່າ, “ຈົ່ງ ໄປ ເປັນ ສຸກ ເທີ້ນ ຂໍ ໃຫ້ ອົບອຸ່ນ ແລະ ກິນ ອີ່ມ” ແຕ່ ບໍ່ ໄດ້ ໃຫ້ ສິ່ງ ຂອງ ທີ່ ເຂົາ ຕ້ອງການ ສໍາລັບ ຕົວນັ້ນ ຈະ ເປັນ ປະໂຫຍດ ອັນໃດ?
\v 17 ດັ່ງ ນັ້ນ ແຫລະ ຄວາມເຊື່ອ ກໍ ຢ່າງດຽວກັນ ຖ້າບໍ່ມີການ ປະຕິບັດ ກໍ ຕາຍແລ້ວ.
\s5
\v 18 ແຕ່ ບາງຄົນ ຈະ ກ່າວ ວ່າ, “ຝ່າຍເຈົ້າ ເຈົ້າມີຄວາມເຊື່ອ ແຕ່ ຝ່າຍ ຂ້ອຍ ມີ ການ ປະຕິບັດ. ” ຈົ່ງ ສະແດງ ໃຫ້ ເຮົາ ເຫັນ ຄວາມເຊື່ອ ຂອງ ເຈົ້າ ຊຶ່ງ ບໍ່ ມີການປະຕິບັດ ແລະ ຝ່າຍ ເຮົາ ຈະ ສະແດງ ໃຫ້ ເຈົ້າ ເຫັນ ຄວາມເຊື່ອ ຂອງເຮົາ ດ້ວຍ ການ ປະຕິບັດ ຂອງເຮົານັ້ນ.
\v 19 ຝ່າຍ ພວກເຈົ້າ ທີ່ ເຊື່ອ ວ່າ ມີ ພຣະເຈົ້າ ແຕ່ ອົງດຽວນັ້ນ ກໍດີ ຢູ່ ແລ້ວ, ສ່ວນພວກຜີມານຮ້າຍ ກໍ ເຊື່ອ ເໝືອນກັນ ແລະ ມັນ ກໍ ຢ້ານ ຈົນ ຕົວສັ່ນ.
\v 20 ໂອ ຄົນ ໂງ່ ເອີຍ, ເຈົ້າ ຢາກ ຮຽນຮູ້ ຫລື ວ່າ ຄວາມເຊື່ອ ທີ່ບໍ່ມີການປະຕິບັດ ນັ້ນ ກໍ ໄຮ້ ຜົນ? (ກ)
\s5
\v 21 ອັບຣາຮາມ ບັນພະບຸລຸດ ຂອງ ພວກເຮົາ ຖືກ ພຣະເຈົ້າ ຊົງ ຮັບວ່າ ເປັນຄົນຊອບທໍາ ຕໍ່ໜ້າພຣະອົງ ກໍໂດຍ ການ ປະຕິບັດ ຂອງ ເພິ່ນ ໃນ ການ ຖວາຍ ອີຊາກ ລູກຊາຍ ຂອງ ເພິ່ນ ເທິງ ແທ່ນບູຊາ.
\v 22 ເຈົ້າ ກໍ ເຫັນ ແລ້ວວ່າ ຄວາມເຊື່ອ ກັບ ການ ປະຕິບັດ ຂອງ ເພິ່ນ ກໍ ໄປ ຄວບຄູ່ ກັນ, ຄວາມເຊື່ອ ຂອງ ເພິ່ນ ຖືກ ເຮັດ ໃຫ້ ດີ ຄົບ ຖ້ວນ ໄດ້ ກໍ ໂດຍ ການ ປະຕິບັດ,
\v 23 ແລະ ກໍ ສໍາເລັດ ຕາມ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ອັບຣາຮາມ ເຊື່ອ ພຣະເຈົ້າ ແລະ ຍ້ອນ ຄວາມເຊື່ອ ນັ້ນ ພຣະອົງ ຈຶ່ງ ຊົງ ຮັບວ່າ ເພິ່ນ ເປັນ ຄົນ ຊອບທໍາ. ” ດັ່ງນັ້ນ ແຫລະ ພຣະອົງ ຈຶ່ງເອີ້ນ ອັບຣາຮາມ ວ່າ, “ສະຫາຍຂອງ ພຣະເຈົ້າ. ”
\v 24 ເຈົ້າທັງຫລາຍ ກໍ ເຫັນແລ້ວ ວ່າ ຜູ້ໃດ ຈະ ໄດ້ ຊົງ ຖື ວ່າ ເປັນຄົນຊອບທໍາ ກໍ ເນື່ອງດ້ວຍ ຄວາມເຊື່ອ ທີ່ ມີ ການ ປະຕິບັດ ແລະ ບໍ່ ແມ່ນ ດ້ວຍ ຄວາມເຊື່ອ ພຽງຢ່າງດຽວ.
\s5
\v 25 ໃນທໍານອງ ດຽວກັນ ກັບ ນາງ ຣາຮາບ ຍິງໂສເພນີ ໄດ້ ຮັບຕ້ອນ ຜູ້ ສົ່ງຂ່າວ ແລ້ວ ໃຫ້ ເຂົາ ກັບ ເມືອ ເສຍ ທາງ ອື່ນ ກໍໄດ້ ຊົງ ຖື ວ່າ ຊອບທໍາ ເນື່ອງດ້ວຍ ການ ປະຕິບັດ ບໍ່ ແມ່ນບໍ?
\v 26 ເຫດ ວ່າ ຮ່າງກາຍ ທໍ່ ບໍ່ ມີ ຈິດວິນຍານ ກໍ ຕາຍ ແລ້ວສັນໃດ ຄວາມເຊື່ອ ທີ່ ບໍ່ມີ ການປະຕິບັດ ກໍ ຕາຍ ແລ້ວສັນນັ້ນ ເໝືອນກັນ.
\s5
\c 3
\p
\v 1 ພີ່ນ້ອງ ທັງຫລາຍ ຂອງເຮົາເອີຍ, ຢ່າ ໄດ້ ພາກັນ ເປັນ ອາຈານ ຈໍານວນ ຫລວງຫລາຍ ເພາະ ພວກເຈົ້າ ກໍ ຮູ້ ແລ້ວ ວ່າ ເຮົາ ທັງ ຫລາຍ ທີ່ ເປັນ ຜູ້ ສອນ ນັ້ນ ຈະ ໄດ້ ຮັບການ ຊົງ ພິພາກສາ ໜັກ ໜ່ວງ ກວ່າ ຜູ້ ອື່ນ.
\v 2 ພວກເຮົາ ທຸກຄົນ ເຮັດ ຜິດພາດ ຢູ່ ເລື້ອຍໆ ຖ້າຜູ້ໃດ ບໍ່ໄດ້ ເຮັດ ຜິດ ທາງ ວາຈາ ຜູ້ນັ້ນ ກໍ ເປັນ ຄົນ ດີ ຄົບຖ້ວນ ແລະ ສາມາດ ບັງຄັບ ທັງ ຕົວ ໄວ້ ໄດ້ ເໝືອນກັນ.
\s5
\v 3 ຖ້າພວກເຮົາ ເອົາ ບັງຫຽນ ໃສ່ ປາກ ມ້າ ເພື່ອ ໃຫ້ ມັນ ຟັງ ຄວາມ ແລ້ວ ພວກເຮົາ ກໍ ສາມາດ ບັງ ຄັບ ມ້າທັງໂຕ ໃຫ້ ມັນ ຫັນ ໄປມາ ຕາມ ຄວາມ ຕ້ອງການ ໄດ້.
\v 4 ເບິ່ງ ແມ! ເຮືອ ກໍ ເໝືອນກັນ ຈະ ລໍາ ໃຫຍ່ ພຽງ ໃດ ກໍຕາມ ເມື່ອ ຖືກ ລົມ ແຮງ ພັດ ມັນ ກໍ ຍັງ ຫັນ ໄປມາ ໂດຍ ອາໄສ ໄມ້ ຂັດທ້າຍ ເຮືອ ອັນ ນ້ອຍ ໆ ຕາມ ຄວາມ ຕ້ອງການ ຂອງ ນາຍ ທ້າຍ ເຮືອ.
\s5
\v 5 ລີ້ນ ກໍ ຄື ກັນ ນັ້ນ ແຫລະ ເປັນ ອະໄວຍະວະ ສ່ວນ ນ້ອຍ ໆ ແຕ່ ສາມາດ ໂອ້ອວດ ເຖິງ ເລື່ອງ ໃຫຍ່ ໆ ໄດ້. ແປວ ໄຟ ພຽງ ເລັກ ນ້ອຍ ກໍ ຍັງ ສາມາດ ເຜົາ ຜານ ປ່າໄມ້ ໃຫຍ່ ໄດ້.
\v 6 ລີ້ນ ກໍ ເປັນ ດັ່ງ ໄຟ ມັນ ເປັນ ຄື ໂລກ ແຫ່ງ ຄວາມ ຊົ່ວ ຮ້າຍ ທີ່ ຄອບຄອງ ຢູ່ ໃນ ຮ່າງກາຍ ຂອງ ພວກເຮົາ ແລະ ເຮັດ ໃຫ້ ເປື້ອືນເປິ ໄປ ທົ່ວ ທັງ ຮ່າງກາຍ, ມັນ ເປັນ ເຊື້ອໄຟ ທີ່ ເຜົາ ໄໝ້ ວົງ ກະແສ ແຫ່ງ ຊີວິດ ແລະ ມັນ ເອງ ກໍ ເປັນ ໄຟ ມາ ຈາກ ນະຣົກ.
\s5
\v 7 ມະນຸດ ສາມາດ ຝຶກ ແອບ ສັດ ທັງ ໝົດ ໄດ້ ບໍ່ ວ່າ ສັດ ປ່າ ແລະ ນົກ ສັດ ເລືອຄານ ແລະ ປາ.
\v 8 ແຕ່ ບໍ່ມີ ຜູ້ໃດ ສາມາດ ຝຶກ ແອບ ລີ້ນ ໄດ້ ມັນ ເປັນ ສິ່ງ ຊົ່ວ ແລະ ເຫລືອ ທີ່ ຈະ ບັງ ຄັບ ໄດ້ ເຕັມ ໄປ ດ້ວຍ ພິດ ຮ້າຍ ທີ່ ເຖິງ ແກ່ ຄວາມ ຕາຍ.
\s5
\v 9 ພວກເຮົາ ໃຊ້ ລີ້ນ ສັນລະເສີນ ອົງພຣະຜູ້ເປັນເຈົ້າ ຄື ພຣະບິດາເຈົ້າ, ທັງ ໃຊ້ ລີ້ນ ປ້ອຍດ່າ ເພື່ອນ ມະນຸດ ດ້ວຍ ກັນ ຜູ້ ທີ່ ພຣະເຈົ້າ ໄດ້ ຊົງ ສ້າງ ຕາມ ພຣະ ລັກສະນະ ຂອງ ພຣະອົງ.
\v 10 ຄໍາ ສັນລະເສີນ ແລະ ຄໍາ ປ້ອຍດ່າ ກໍ ອອກ ມາ ຈາກ ປາກ ອັນດຽວກັນ. ພີ່ນ້ອງ ທັງ ຫລາຍ ຂອງເຮົາ ເອີຍ, ບໍ່ ຄວນ ໃຫ້ ເປັນ ຢ່າງ ນີ້ ເລີຍ.
\s5
\v 11 ບໍ່ ນໍ້າ ພຸ ຈະ ໃຫ້ ນໍ້າ ຫວານ ແລະ ນໍ້າ ຂົມ ພຸ່ງ ອອກ ມາ ຈາກ ຮູ ດຽວກັນ ບໍ?
\v 12 ພີ່ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ຕົ້ນ ເດື່ອ ເທດ ຈະ ເກີດ ຜົນ ເປັນ ໝາກກອກ ໄດ້ ບໍ? ຫລື ເຄືອ ອະງຸ່ນ ຈະ ເກີດ ຜົນ ເປັນ ໝາກ ເດື່ອ ເທດ ໄດ້ ບໍ? ດັ່ງນັ້ນແຫລະ ນໍ້າເຄັມ ຈະ ເກີດ ເປັນ ນໍ້າຈືດ ບໍ່ ໄດ້.
\s5
\v 13 ໃນ ທ່າມກາງ ພວກເຈົ້າ ຜູ້ໃດ ທີ່ ມີ ສະຕິປັນຍາ ແລະ ຄວາມ ເຂົ້າໃຈ ກໍ ໃຫ້ ຜູ້ນັ້ນ ພິສູດ ໃຫ້ ເຫັນ ໂດຍ ຊີວິດ ອັນ ດີງາມ ຂອງຕົນ ໂດຍ ການ ປະຕິບັດ ອັນ ດີ ຊຶ່ງ ປະກອບ ດ້ວຍ ການ ຖ່ອມຕົວ ແລະ ສະຕິປັນຍາ.
\v 14 ແຕ່ ຖ້າ ພວກເຈົ້າ ມີ ໃຈ ເຫິງ ສາ ອັນ ຂົມ ຂື່ນ ແລະ ມັກ ໃຫຍ່ ໃຝ່ ສູງ ກໍ ຢ່າ ໂອ້ອວດ ແລະ ຢ່າ ທໍລະຍົດ ຕໍ່ ຄວາມຈິງ.
\s5
\v 15 ປັນຍາ ຢ່າງ ນີ້ ບໍ່ໄດ້ ມາ ຈາກ ເບື້ອງ ເທິງ ແຕ່ ເປັນປັນຍາ ຂອງ ຝ່າຍ ໂລກນີ້, ເປັນຢ່າງ ທຳມະດາ ມະນຸດ ແລະ ເປັນ ຢ່າງ ມານຮ້າຍ.
\v 16 ບ່ອນໃດ ທີ່ ມີຄວາມ ອິດສາ ແລະ ການ ເຫັນ ແກ່ ຕົວ ບ່ອນ ນັ້ນ ກໍ ມີການ ວຸ້ນວາຍ ແລະ ມີ ການ ຊົ່ວ ຮ້າຍ ທຸກ ຊະນິດ.
\v 17 ແຕ່ ປັນຍາ ທີ່ ມາ ຈາກ ເບື້ອງ ເທິງ ນັ້ນ ກ່ອນ ອື່ນ ໝົດ ກໍ ບໍຣິສຸດ ແລະ ປະກອບ ດ້ວຍ ຄວາມ ສະຫງົບ ສຸກ ຄວາມ ສຸພາບ ອ່ອນໂຍນ ຄວາມ ເປັນ ມິດ ເຕັມ ໄປ ດ້ວຍ ຄວາມ ເມດຕາ ແລະ ໃຫ້ ຜົນ ດີ ບໍ່ ເລືອກ ໜ້າ ຄົນ ແລະ ບໍ່ ໜ້າ ຊື່ ໃຈຄົດ.
\v 18 ຜູ້ ທີ່ ສ້າງ ສັນຕິສຸກ ກໍ ຫວ່ານ ຢ່າງ ສັນຕິສຸກ ແລະ ໝາກ ຜົນ ທີ່ ເກັບ ກ່ຽວ ນັ້ນ ກໍ ຄື ຄວາມ ຊອບທໍາ.
\s5
\c 4
\p
\v 1 ອັນໃດ ເປັນ ສາເຫດ ທີ່ ເຮັດ ໃຫ້ ພວກເຈົ້າ ຕໍ່ສູ້ ແລະ ຜິດຖຽງ ກັນ? ກໍ ແມ່ນ ກິເລດ ຕັນຫາ ຂອງ ພວກເຈົ້າ ນັ້ນແຫລະ ທີ່ ເຮັດ ໃຫ້ ມີ ການ ຕໍ່ ສູ້ ກັນ ຢູ່ ບໍ່ຂາດ ພາຍໃນ ພວກເຈົ້າ.
\v 2 ເຈົ້າທັງຫລາຍ ຢາກ ໄດ້ ແຕ່ ບໍ່ ໄດ້, ພວກເຈົ້າ ຂ້າກັນ ພວກເຈົ້າ ເຫິງສາ ກັນ ແຕ່ ບໍ່ ສາມາດ ຈະ ໄດ້, ພວກເຈົ້າ ຜິດຖຽງ ແລະ ທະເລາະ ວິວາດ ກັນ ພວກເຈົ້າ ບໍ່ ມີ ເພາະ ບໍ່ ໄດ້ ຂໍຈາກ ພຣະເຈົ້າ.
\v 3 ເຈົ້າທັງຫລາຍ ຂໍ ແລະ ບໍ່ ໄດ້ ຮັບ ເພາະ ຂໍ ຜິດ ເພື່ອ ຈະ ເອົາ ໄປ ໃຊ້ ຕາມ ກິເລດ ຕັນຫາ ຂອງຕົນ.
\s5
\v 4 ໂອ ຄົນຫລິ້ນຊູ້ ເອີຍ, ພວກເຈົ້າ ບໍ່ຮູ້ຫລື ວ່າ ການ ເປັນມິດ ຕໍ່ ໂລກ ກໍ ຄື ການ ເປັນສັດຕູ ຕໍ່ພຣະເຈົ້າ? ສະນັ້ນ ຜູ້ໃດ ທີ່ ຢາກ ເປັນ ມິດ ຕໍ່ ໂລກ ກໍ ເປັນສັດຕູ ຕໍ່ພຣະເຈົ້າ.
\v 5 ຫລື ເຈົ້າທັງຫລາຍ ຄິດ ວ່າ ເປັນການ ເປົ່າ ໆ ບໍ ທີ່ ພຣະຄໍາພີ ກ່າວ ວ່າ, “ວິນຍານ ທີ່ ພຣະອົງ ໄດ້ ຊົງບັນດານ ໃຫ້ ຢູ່ໃນ ເຮົາ ທັງຫລາຍ ກໍ ປາຖະໜາ ຢ່າງ ແຮງ ກ້າ. ” (ຂ)
\s5
\v 6 ແຕ່ ພຣະອົງ ໄດ້ ຊົງ ປະທານ ພຣະຄຸນ ເພີ່ມ ຂຶ້ນ ອີກ. ເຫດສະນັ້ນ ພຣະຄໍາພີ ຈຶ່ງ ກ່າວ ວ່າ, “ພຣະເຈົ້າ ຊົງ ຕໍ່ສູ້ ຄົນ ທີ່ ຈອງຫອງ ແຕ່ ຊົງ ປະທານ ພຣະຄຸນ ແກ່ ຄົນ ທີ່ ຖ່ອມໃຈ ລົງ. ”
\v 7 ດ້ວຍເຫດນັ້ນ ເຈົ້າ ທັງຫລາຍ ຈົ່ງ ນ້ອມໃຈ ຍອມ ຟັງ ພຣະເຈົ້າ, ຈົ່ງ ຕໍ່ສູ້ ກັບ ມານ ແລະ ມັນ ຈະ ໜີ ຈາກ ພວກເຈົ້າ ໄປ.
\s5
\v 8 ເຈົ້າທັງຫລາຍ ຈົ່ງ ເຂົ້າ ໃກ້ ພຣະເຈົ້າ ແລະ ພຣະອົງ ຈະ ສະເດັດ ມາ ໃກ້ ພວກເຈົ້າ ຄົນບາບ ທັງຫລາຍ ເອີຍ, ຈົ່ງ ຊໍາລະ ມືໃຫ້ ສະອາດ ແລະ ຄົນສອງໃຈ ເອີຍ, ຈົ່ງ ຊໍາລະ ໃຈ ຂອງຕົນ ໃຫ້ ບໍຣິສຸດ
\v 9 ຈົ່ງ ເປັນ ທຸກ ໂສກເສົ້າ ຈົ່ງ ຮ້ອງໄຫ້ ແລະ ຮໍ່າໄຮ ໃຫ້ ການ ຫົວ ຂອງຕົນ ກັບ ກາຍເປັນ ການ ໂສກເສົ້າ ແລະ ໃຫ້ ຄວາມ ຍິນດີ ກັບ ກາຍເປັນ ຄວາມ ເສົ້າໝອງ.
\v 10 ຈົ່ງ ຖ່ອມຕົວ ລົງ ຊ້ອງ ພຣະພັກ ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ ຈະ ຊົງ ຍົກ ພວກເຈົ້າ ຂຶ້ນ.
\s5
\v 11 ພີ່ນ້ອງ ທັງຫລາຍ ເອີຍ, ຢ່າ ເວົ້າ ນິນທາ ຊຶ່ງກັນແລະກັນ ຜູ້ ທີ່ ເວົ້າ ນິນທາ ພີ່ນ້ອງ ຫລື ກ່າວໂທດ ໃສ່ ພີ່ນ້ອງ ຂອງຕົນ ຜູ້ນັ້ນ ກໍ ເວົ້າ ນິນທາ ຕໍ່ກົດບັນຍັດ ແລະ ກ່າວໂທດ ຕໍ່ກົດບັນຍັດ ນັ້ນ, ແຕ່ ຖ້າ ເຈົ້າ ກ່າວໂທດ ຕໍ່ ກົດບັນຍັດ ເຈົ້າກໍ ບໍ່ເປັນ ຜູ້ ທີ່ຮັກສາ ກົດບັນຍັດ, ແຕ່ ເປັນ ຜູ້ຕັດສິນ ກົດບັນຍັດ.
\v 12 ມີ ຜູ້ ຊົງ ແຕ່ງຕັ້ງ ກົດບັນຍັດ ແລະ ຜູ້ ຊົງ ພິພາກສາ ພຽງແຕ່ ອົງດຽວ ເທົ່ານັ້ນແຫລະ ຄື ພຣະອົງ ຜູ້ ຊົງ ສາມາດ ໂຜດ ໃຫ້ ພົ້ນ ແລະ ຊົງ ສາມາດ ບັນດານ ໃຫ້ ຈິບ ຫາຍ ໄປ ໄດ້, ແຕ່ ຝ່າຍ ເຈົ້າ ເປັນ ຜູ້ໃດ ທີ່ ຈະ ກ່າວໂທດ ໃສ່ ເພື່ອນບ້ານ ຂອງຕົນ?
\s5
\v 13 ດັ່ງນັ້ນ ແຫລະ ເຈົ້າທັງຫລາຍ ທີ່ ເຄີຍ ເວົ້າວ່າ, “ມື້ນີ້ ຫລື ມື້ອື່ນ ພວກເຮົາ ຈະ ເຂົ້າ ໄປ ໃນ ເມືອງນັ້ນ ເມືອງນີ້ ຈະ ພັກ ຢູ່ ທີ່ ນັ້ນ ປີ ໜຶ່ງ ແລະ ຈະ ຄ້າຂາຍ ເອົາ ກໍາໄລ."
\v 14 ພວກເຈົ້າ ບໍ່ ຮູ້ ວ່າ ຊີວິດ ຂອງ ພວກເຈົ້າ ຈະ ເປັນ ຢ່າງ ໃດ ໃນ ມື້ອື່ນ? ພວກເຈົ້າ ເປັນ ດັ່ງ ໝອກ ທີ່ ປາກົດ ຢູ່ ພຽງ ຊົ່ວ ຄາວ ແລ້ວ ກໍ ຈາງຫາຍ ໄປ.
\s5
\v 15 ແທນ ທີ່ ຈະ ເວົ້າ ດັ່ງນັ້ນ ພວກເຈົ້າ ຄວນ ເວົ້າ ດັ່ງ ນີ້, “ຖ້າ ພຣະເຈົ້າ ພໍພຣະໄທ ພວກເຮົາ ກໍ ຈະ ມີ ຊີວິດ ຢູ່ ແລະ ຈະ ເຮັດ ສິ່ງ ນັ້ນ ຫຼື ສິ່ງ ນີ້. ”
\v 16 ແຕ່ວ່າ ດຽວນີ້ ເຈົ້າທັງຫລາຍ ໂອ້ອວດ ດ້ວຍ ຄວາມ ຖື ຕົວ, ການ ໂອ້ອວດ ຢ່າງນີ້ ກໍ ລ້ວນແຕ່ ເປັນ ຄວາມຊົ່ວ.
\v 17 ດັ່ງນັ້ນ ຖ້າຜູ້ໃດ ຮູ້ ວ່າ ອັນ ໃດ ເປັນ ການ ດີ ແລະ ບໍ່ ເຮັດ ຜູ້ນັ້ນ ຈຶ່ງ ມີ ບາບ.
\s5
\c 5
\p
\v 1 ບັດນີ້ ຄົນ ຮັ່ງ ມີ ເອີຍ, ຈົ່ງ ຟັງ ເຮົາ ເທີ້ນ ຈົ່ງ ຮ້ອງໄຫ້ ຮໍ່າໄຮ ຍ້ອນ ຄວາມ ທຸກ ລໍາບາກ ທີ່ ຈະ ມາ ຖືກ ພວກເຈົ້າ.
\v 2 ຄວາມ ຮັ່ງ ມີ ຂອງ ພວກເຈົ້າ ໄດ້ ເສື່ອມສູນ ໄປ ແລ້ວ ແລະ ເສື້ອ ຜ້າ ຂອງ ພວກເຈົ້າ ກໍ ຖືກ ມອດ ກັດ ເສຍ ແລ້ວ.
\v 3 ເງິນ ຄໍາ ຂອງ ພວກເຈົ້າ ກໍ ເກີດ ເປັນ ຂີ້ໝ້ຽງ ແລະ ຂີ້ໝ້ຽງ ນັ້ນ ຈະ ເປັນ ພະຍານ ຫລັກ ຖານ ຕໍ່ ສູ້ ພວກເຈົ້າ ຈະ ເຜົາ ຜານ ເລືອດ ເນື້ອ ຂອງ ພວກເຈົ້າ ເໝືອນ ໄຟ. ພວກເຈົ້າ ໄດ້ ທ້ອນໂຮມ ຊັບສົມບັດ ໄວ້ ສໍາລັບ ວັນສຸດທ້າຍ.
\s5
\v 4 ເບິ່ງ ແມ! ຄ່າຈ້າງ ຂອງ ຄົນ ທີ່ ໄດ້ ກ່ຽວເຂົ້າ ໃນ ນາ ຂອງ ພວກເຈົ້າ ຊຶ່ງ ພວກເຈົ້າ ໄດ້ ສໍ້ໂກງ ໄວ້ ນັ້ນ ກໍ ຮ້ອງຟ້ອງ ຂຶ້ນ ແລະ ສຽງ ຮ້ອງທຸກ ຂອງ ຄົນ ທີ່ ກ່ຽວເຂົ້າ ນັ້ນ ກໍໄດ້ ຊົງ ຊາບ ແລ້ວ ເຖິງ ຫູ ຂອງ ອົງພຣະຜູ້ເປັນເຈົ້າ ອົງຊົງ ເປັນ ຈອມພົນ.
\v 5 ພວກເຈົ້າ ໄດ້ ລ້ຽງ ຊີວິດ ຢູ່ໃນ ໂລກ ຢ່າງ ຟູມເຟືອຍ ແລະ ສະໜຸກ ສະໜານ, ພວກເຈົ້າ ໄດ້ ບໍາລຸງ ຈິດໃຈ ເໝືອນ ລໍຖ້າວັນປະຫານ.
\v 6 ພວກເຈົ້າ ໄດ້ ຕັດສິນ ລົງ ໂທດ ແລະ ໄດ້ ຂ້າຄົນຊອບທໍາ ເສຍ ເຂົາ ກໍ ບໍ່ ໄດ້ ຕໍ່ສູ້ ພວກເຈົ້າ.
\s5
\v 7 ເຫດສະນັ້ນ ພີ່ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ຈົ່ງ ອົດ ທົນ ຈົນ ກວ່າ ອົງພຣະຜູ້ເປັນເຈົ້າ ຈະ ສະເດັດ ມາ. ຈົ່ງ ເບິ່ງ ຊາວ ປູກຝັງ ທີ່ ລໍ ຄອຍ ຜົນ ອັນ ມີຄ່າ ທີ່ ຈະ ໄດ້ ຮັບ ຈາກ ແຜ່ນດິນ ເຂົາ ພຽນ ຄອຍ ຈົນ ກວ່າ ມີ ຝົນ ຕົ້ນ ລະດູ ແລະ ຝົນ ປາຍ ລະດູ.
\v 8 ພວກເຈົ້າ ກໍ ຈົ່ງ ອົດ ທົນ ຢ່າງ ນັ້ນ ເໝືອນກັນ, ຈົ່ງ ຕັ້ງອົກ ຕັ້ງໃຈ ໃຫ້ ດີ ເພາະ ໃກ້ ຈະ ເຖິງ ເວລາ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ສະເດັດ ມາ ແລ້ວ.
\s5
\v 9 ພີ່ ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ຢ່າ ຈົ່ມ ໃຫ້ ກັນແລະກັນ ເພື່ອ ວ່າ ພຣະເຈົ້າ ຈະ ບໍ່ ຕັດສິນ ພວກເຈົ້າ ຜູ້ຕັດ ສິນ ກໍ ຢູ່ ໃກ້ ແລະ ພ້ອມ ທີ່ ຈະ ມາ ປາກົດ.
\v 10 ພີ່ ນ້ອງທັງຫລາຍ ເອີຍ, ຈົ່ງ ເອົາ ແບບຢ່າງ ໃນ ການ ທົນ ທຸກ ແລະ ຄວາມ ພາກພຽນ ຂອງ ພວກ ຜູ້ ປະກາດ ພຣະທໍາ ຜູ້ ໄດ້ ກ່າວຄວາມໃນພຣະນາມຂອງອົງພຣະຜູ້ ເປັນເຈົ້າ.
\v 11 ເບິ່ງແມ! ພວກເຮົາ ຖື ວ່າ ຄົນ ເຫລົ່ານັ້ນ ທີ່ ມີ ຄວາມ ໝັ້ນໃຈ ກໍ ເປັນ ສຸກ. ເຈົ້າທັງຫລາຍ ໄດ້ຍິນ ເລື່ອງ ຄວາມ ໝັ້ນໃຈ ຂອງທ່ານ ໂຢບ ແລະ ໄດ້ ເຫັນ ແລ້ວ ວ່າ ໃນ ທີ່ ສຸດປາຍ ນັ້ນ ອົງ ພຣະຜູ້ເປັນເຈົ້າ ກໍ ຊົງ ເຕັມ ໄປ ດ້ວຍ ພຣະເມດຕາກະຣຸນາ.
\s5
\v 12 ພີ່ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ທີ່ ສໍາຄັນ ກວ່າ ສິ່ງ ອື່ນ ໆ ທັງໝົດ ກໍ ຄື ຢ່າ ສາບານ ດ້ວຍ ອ້າງ ເຖິງ ຟ້າ ຫລື ດິນ ຫລື ສິ່ງ ອື່ນ ໆ ແຕ່ ສິ່ງ ໃດ “ແມ່ນ. ” ກໍ ໃຫ້ ວ່າ, “ແມ່ນ. ” ສິ່ງ ໃດ ທີ່ “ບໍ່ ແມ່ນ. ” ກໍ ໃຫ້ ວ່າ, “ບໍ່ ແມ່ນ. ” ເພື່ອ ພວກເຈົ້າ ຈະ ບໍ່ ຕົກ ໃນ ການ ລົງ ໂທດ.
\s5
\v 13 ມີ ຜູ້ໃດ ໃນ ພວກເຈົ້າ ທົນ ທຸກ ຫລື ຈົ່ງ ໃຫ້ ຜູ້ນັ້ນ ພາວັນນາ ອະທິຖານ ມີ ຜູ້ໃດ ຊົມຊື່ນ ຍິນ ດີ ຫລື ໃຫ້ ຜູ້ ນັ້ນ ຮ້ອງເພງ ສັນລະເສີນ.
\v 14 ມີ ຜູ້ໃດ ເຈັບ ໄຂ້ ໄດ້ປ່ວຍ ຫລື ຈົ່ງ ໃຫ້ ຜູ້ ນັ້ນ ເຊີນ ບັນດາ ເຖົ້າ ແກ່ ໃນ ຄຣິສຕະຈັກ ມາ ພາວັນນາ ອະທິຖານ ສໍາລັບ ຕົນ ແລະ ເອົາ ນໍ້າມັນ ຊາໂລມ ທາ ຜູ້ນັ້ນ ໃນ ພຣະນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 15 ຄໍາ ພາວັນນາ ອະທິຖານ ທີ່ ປະກອບ ດ້ວຍ ຄວາມເຊື່ອ ຈະ ເຮັດ ໃຫ້ ຜູ້ ປ່ວຍ ນັ້ນ ລອດພົ້ນ ແລະ ອົງພຣະ ຜູ້ ເປັນເຈົ້າ ຈະ ຊົງ ໂຜດ ໃຫ້ ຜູ້ ນັ້ນ ລຸກ ຂຶ້ນ ດີ ເປັນ ປົກ ກະຕິ ແລະ ຖ້າ ຜູ້ນັ້ນ ໄດ້ ເຮັດ ຜິດ ເຮັດ ບາບ ພຣະອົງ ກໍ ຈະ ຊົງ ໂຜດ ອະໄພ ໃຫ້.
\s5
\v 16 ເຫດສະນັ້ນ ເຈົ້າ ທັງ ຫລາຍ ຈົ່ງ ສາລະພາບ ຜິດ ຂອງຕົນ ຕໍ່ ກັນແລະກັນ, ຈົ່ງ ພາວັນນາ ອະທິຖານ ເພື່ອ ກັນແລະກັນ, ເພື່ອ ເຈົ້າ ທັງຫລາຍ ຈະ ໄດ້ ດີ ພະຍາດ. ຄໍາພາວັນນາ ອະທິຖານ ຂອງ ຜູ້ ຊອບທໍາ ມີຣິດ ສັກສິດ ເຮັດ ໃຫ້ ເກີດ ຜົນ.
\v 17 ຜູ້ທໍານວາຍ ເອລີຢາ ກໍ ເປັນ ມະນຸດ ທໍາມະດາ ສາມັນ ເໝືອນ ດັ່ງ ພວກເຮົາ ເພິ່ນ ໄດ້ ພາວັນນາ ອະທິຖານ ດ້ວຍ ໃຈ ຮ້ອນຮົນ ຂໍ ບໍ່ໃຫ້ ຝົນຕົກ ແລະ ຝົນ ກໍ ບໍ່ ຕົກ ເທິງ ແຜ່ນດິນ ເຖິງ ສາມປີ ກັບ ຫົກ ເດືອນ.
\v 18 ແລ້ວ ເພິ່ນ ກໍ ພາວັນນາ ອະທິຖານ ອີກ ທ້ອງຟ້າ ກໍໄດ້ ຖອກ ເທ ຝົນ ລົງ ມາ ແລະ ແຜ່ນດິນ ກໍ ເກີດ ພືດຜົນ ນາ ໆ ຊະນິດ.
\s5
\v 19 ພີ່ ນ້ອງ ທັງຫລາຍ ຂອງເຮົາ ເອີຍ, ຖ້າ ຄົນ ໃດ ໃນ ພວກເຈົ້າ ຫລົງ ຜິດ ໄປ ຈາກ ຄວາມຈິງ ຖ້າ ຜູ້ໃດ ເຮັດ ໃຫ້ ຄົນ ນັ້ນ ຕ່າວຄືນ ມາ ອີກ,
\v 20 ຈົ່ງ ຮູ້ ວ່າ ຜູ້ ທີ່ ເຮັດ ໃຫ້ ຄົນ ບາບ ຄົນ ໜຶ່ງ ຕ່າວຄືນ ມາ ຈາກ ທາງ ຜິດ ຂອງຕົນ ນັ້ນ ກໍໄດ້ ຊ່ວຍ ຈິດວິນຍານ ຂອງ ຄົນ ນັ້ນ ໃຫ້ ພົ້ນ ຈາກ ຄວາມ ຕາຍ ແລະ ທັງ ໃຫ້ ຄວາມ ຜິດ ບາບ ຈໍາ ນວນ ຫລວງຫລາຍ ໄດ້ ຮັບ ການອະໄພ.