lo_bible/59-HEB.usfm

581 lines
130 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id HEB
\ide UTF-8
\h ຈົດ​ໝາຍ​ທີ່​ມີ​ໄປ​ເຖິງ​ຊາວ ເຮັບ​ເຣີ
\toc1 ຈົດ​ໝາຍ​ທີ່​ມີ​ໄປ​ເຖິງ​ຊາວ ເຮັບ​ເຣີ
\toc2 ຈົດ​ໝາຍ​ທີ່​ມີ​ໄປ​ເຖິງ​ຊາວ ເຮັບ​ເຣີ
\toc3 heb
\mt ຈົດ​ໝາຍ​ທີ່​ມີ​ໄປ​ເຖິງ​ຊາວ ເຮັບ​ເຣີ
\s5
\c 1
\p
\v 1 ໃນ ອະດີດ ຕະການ ນັ້ນ ພຣະເຈົ້າ ຊົງ ກ່າວ ແກ່ ບັນພະບຸລຸດ ຂອງ ພວກເຮົາ ຕັ້ງຫລາຍ ເທື່ອ ແລະ ໃນ ວິທີຕ່າງໆ ໂດຍ ທາງ ບັນດາ ຜູ້ທໍານວາຍ,
\v 2 ແຕ່ ໃນ ຄາວ ສຸດທ້າຍ ນີ້ພຣະອົງ ໄດ້ ຊົງກ່າວ ແກ່ ເຮົາທັງຫລາຍ ທາງ ພຣະບຸດ ຜູ້ຊຶ່ງ ພຣະອົງ ໄດ້ ຊົງ ຕັ້ງ ໃຫ້ ເປັນ ຜູ້ ຮັບສັບພະທຸກສິ່ງ ທັງປວງ ເປັນ ມໍຣະດົກ ແລະ ດ້ວຍ ພຣະບຸດນັ້ນ ພຣະອົງ ໄດ້ ຊົງ ສ້າງ ໂລກ ທັງ ຫລາຍ.
\v 3 ພຣະບຸດ ນັ້ນ ເປັນ ແສງ ສະທ້ອນ ພຣະສະຫງ່າຣາສີຂອງ ພຣະເຈົ້າ ແລະ ມີ ສະພາບ ເປັນ ແບບພິມດຽວກັນ ກັບ ພຣະອົງ ແລະ ຊົງ ຄໍ້າຊູ ພິພົບ ໂລກ ໄວ້ ດ້ວຍ ພຣະທໍາ ອັນຊົງຣິດ ຂອງ ພຣະອົງ, ເມື່ອ ພຣະອົງ ຊົງຊໍາລະບາບກໍາ ແລ້ວ ກໍ ຊົງ ປະທັບ ຢູ່ເບື້ອງຂວາ ຂອງ ຜູ້ ຊົງຣິດທານຸພາບ ໃນ ທີ່ ສູງສຸດ.
\s5
\v 4 ອັນໜຶ່ງ, ພຣະເຈົ້າໄດ້ ຊົງປະທານ ພຣະນາມ ອັນປະເສີດ ເລີດ ລໍ້າ ກວ່າ ເທວະດາ ໃຫ້ ພຣະອົງ ຢ່າງໃດ ພຣະອົງ ກໍ ຊົງ ເກີດ ເປັນຜູ້ປະເສີດເລີດ ລໍ້າກວ່າ ເທວະດາ ຢ່າງ ນັ້ນ.
\v 5 ເພາະ ພຣະເຈົ້າ ບໍ່ ເຄີຍກ່າວ ແກ່ ເທວະດາ ຂອງ ພຣະອົງ ຕົນ ໃດ ວ່າ, “ທ່ານ ເປັນ ບຸດ ຂອງເຮົາ ວັນ ນີ້ ເຮົາ ໃຫ້ ກໍາເນີດ ແກ່ ທ່ານ. ” ເພາະພຣະເຈົ້າ ເຄີຍກ່າວກັບເທວະດາ ອີກວ່າ, “ເຮົາ ຈະ ເປັນ ບິດາ ຂອງທ່ານ ຝ່າຍ ທ່ານ ກໍ ຈະ ເປັນ ບຸດ ຂອງເຮົາ.”
\s5
\v 6 ແລະ ອີກຄັ້ງ ໜຶ່ງ ພຣະເຈົ້າ ໄດ້ ສົ່ງພຣະບຸດ ກົກ ຂອງ ພຣະອົງ ເຂົ້າ ມາ ໃນ ໂລກ ນັ້ນ ພຣະອົງ ໄດ້ ຊົງກ່າວ ວ່າ, “ໃຫ້ ບັນດາ ເທວະດາ ຂອງ ພຣະເຈົ້າ ທຸກ ຕົນ ຕ້ອງ ນ້ອມ ນະມັດສະການ ຂາບ ໄຫວ້ ພຣະອົງ. ”
\v 7 ສ່ວນ ກ່ຽວກັບ ບັນດາ ເທວະດາ ເຫຼົ່ານັ້ນ ພຣະອົງ ຊົງ ກ່າວ ວ່າ, “ພຣະເຈົ້າ ບັນດານ ໃຫ້ ຝູງ ເທວະດາ ຂອງ ພຣະອົງ ເປັນ ລົມ ແລະ ໃຫ້ ບັນດາ ຜູ້ຮັບໃຊ້ ຂອງ ພຣະອົງ ເປັນ ແປວໄຟ ອັນ ຮ້ອນກ້າ.”
\s5
\v 8 ແຕ່ ສ່ວນ ພຣະບຸດ ນັ້ນ ພຣະເຈົ້າ ຊົງກ່າວ ວ່າ, “ຂ້າແດ່ ພຣະເຈົ້າ ຣາຊບັນລັງ ຂອງ ພຣະອົງ ນັ້ນ ກໍ ຕັ້ງໝັ້ນຄົງ ຕະຫລອດໄປ (ກ) ພຣະອົງ ຈະ ຊົງ ປົກຄອງ ອານາຈັກ ຂອງ ພຣະອົງ ດ້ວຍ ຄວາມ ຍຸດຕິທໍາ.
\v 9 ພຣະອົງ ຊົງ ຮັກ ຄວາມ ຊອບທໍາ ແລະ ຊົງ ກຽດຊັງ ສິ່ງ ອະທໍາ ສະນັ້ນພຣະເຈົ້າ ພຣະເຈົ້າ ຂອງພຣະອົງ ໄດ້ ຊົງ ຫົດສົງ ພຣະອົງ ໄວ້ ດ້ວຍ ນໍ້າມັນ ແຫ່ງ ຄວາມ ຊົມຊື່ນ ຍິນດີ ຫລາຍກວ່າ ພຣະ ສະຫາຍ ທັງປວງ ຂອງ ພຣະອົງ.”
\s5
\v 10 ພຣະອົງ ຊົງ ກ່າວ ອີກ ວ່າ, “ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ເມື່ອ ຕົ້ນເດີມ ນັ້ນ ພຣະອົງ ຊົງ ວາງ ຮາກ ແຜ່ນດິນ ໂລກ ໄວ້ ແລະ ສ້າງ ສະຫວັນ ຊັ້ນ ຟ້າ ດ້ວຍ ສີພຣະຫັດ ຂອງ ພຣະອົງ.
\v 11 ສິ່ງ ເຫລົ່ານັ້ນ ຈະ ດັບສູນ ໄປ ແຕ່ ພຣະອົງ ຊົງ ດໍາລົງ ຄົງ ຢູ່ ສິ່ງ ເຫລົ່ານັ້ນ ຈະ ເກົ່າແກ່ ໄປ ໝົດ ສິ້ນ ເໝືອນ ດັ່ງ ເຄື່ອງນຸ່ງຫົ່ມ.
\v 12 ພຣະອົງ ຈະ ມ້ວນ ສິ່ງ ເຫລົ່ານັ້ນ ໄວ້ ເໝືອນ ດັ່ງ ມ້ວນ ເສື້ອ ໃຫຍ່ ມັນ ຈະ ຖືກ ປ່ຽນແປງ ດັ່ງ ເຄື່ອງນຸ່ງຫົ່ມ. ແຕ່ ຝ່າຍ ພຣະອົງ ຊົງ ເປັນ ຢູ່ ດັ່ງເດີມ ສະເໝີ ໄປ ແລະ ປີ ທັງຫລາຍ ຂອງ ພຣະອົງ ກໍ ບໍ່ ສິ້ນສຸດ ຈັກເທື່ອ.”
\s5
\v 13 ນອກຈາກ ນັ້ນ ພຣະເຈົ້າ ບໍ່ ເຄີຍ ກ່າວ ແກ່ ເທວະດາ ຂອງ ພຣະອົງ ຕົນ ໃດ ວ່າ, “ຈົ່ງ ນັ່ງ ທີ່ ເບື້ອງ ຂວາ ມື ຂອງເຮົາ ຈົນກວ່າ ເຮົາ ປາບ ເຫລົ່າ ສັດຕູ ຂອງທ່ານ ໃຫ້ ຂາບລົງ ຢູ່ ໃຕ້ ພື້ນ ຕີນ ຂອງທ່ານ. ”
\v 14 ຝູງ ເທວະດາ ທັງປວງ ນັ້ນ ແມ່ນ ວິນຍານ ຮັບໃຊ້ ທີ່ ພຣະເຈົ້າ ຊົງໃຊ້ ມາ ບົວລະບັດ ບັນດາ ຜູ້ ທີ່ ຈະ ໄດ້ ຮັບຄວາມ ລອດພົ້ນ ເປັນ ມໍຣະດົກ ບໍ່ ແມ່ນ ບໍ?
\s5
\c 2
\p
\v 1 ເພາະ ເຫດນັ້ນ ພວກເຮົາ ຈຶ່ງ ຕ້ອງ ໃຫ້ ຄວາມສົນໃຈ ຫລາຍ ຍິ່ງ ຂຶ້ນ ໃນ ຂໍ້ຄວາມຈິງ ຊຶ່ງ ພວກເຮົາ ໄດ້ຍິນ ໄດ້ ຟັງ ເພື່ອ ວ່າ ພວກເຮົາ ຈະ ບໍ່ ຖືກ ລໍ້ລວງ ໃຫ້ ຫລົງ ເສຍ ໄປ.
\s5
\v 2 ດ້ວຍວ່າ, ຖ້ອຍຄໍາ ຊຶ່ງ ບັນດາ ເທວະດາ ໄດ້ ກ່າວ ມາ ນັ້ນ ເປັນ ຄວາມຈິງ ແລະ ຜູ້ໃດ ທີ່ ບໍ່ ເຊື່ອ ຟັງ ແລະ ບໍ່ ປະຕິບັດ ຕາມ ກໍໄດ້ ຮັບ ໂທດ ຕາມ ຄວາມ ຍຸດຕິທໍາ ແລ້ວ.
\v 3 ດັ່ງນັ້ນ ຖ້າ ພວກເຮົາ ລະເລີຍ ຕໍ່ ຄວາມ ພົ້ນ ອັນໃຫຍ່ ຫລວງ ເຊັ່ນນີ້ ພວກເຮົາ ຈະ ຫລົບ ໜີ ຈາກ ການ ລົງໂທດ ໄດ້ ຢ່າງໃດ? ອົງພຣະຜູ້ເປັນເຈົ້າ ໄດ້ ປະກາດ ຄວາມ ພົ້ນ ນັ້ນ ໃນ ເວລາ ທໍາອິດ ແລະ ພວກ ທີ່ ໄດ້ຍິນ ກໍ ຢືນ ຢັນ ແກ່ ພວກເຮົາ ວ່າ ເປັນ ຄວາມຈິງ.
\v 4 ພຣະເຈົ້າ ກໍ ຍັງ ຊົງ ເປັນ ພະຍານ ຮ່ວມ ກັນ ກັບ ພວກເຂົາ ໂດຍ ຊົງ ສໍາແດງ ໝາຍສໍາຄັນ ການ ອັດສະຈັນ ການ ອິດທິຣິດ ຕ່າງໆ ແລະ ໂດຍ ຂອງ ປະທານ ຈາກ ພຣະວິນຍານ ບໍຣິສຸດເຈົ້າ ຊຶ່ງ ຊົງປະທານ ຕາມ ນໍ້າ ພຣະໄທ ຂອງ ພຣະອົງ.
\s5
\v 5 ພຣະເຈົ້າ ບໍ່ ໄດ້ ຕັ້ງ ຝູງ ເທວະດາ ໃຫ້ ເປັນ ຜູ້ ປົກ ຄອງ ເໜືອ ໂລກໜ້າ ທີ່ຈະມີມາ ຄື ໂລກໃໝ່ ຊຶ່ງ ເຮົາ ກໍາລັງ ກ່າວ ເຖິງ ນັ້ນ.
\v 6 ແຕ່ ໃນ ບາງ ບ່ອນ ມີ ຄົນກ່າວ ເປັນພະຍານ ວ່າ, “ມະນຸດ ສໍາຄັນ ຫຍັງ ໜໍ ທີ່ ພຣະອົງ ຈະ ຕ້ອງ ຄິດເຖິງ ເຂົາ ຫລື ວ່າ ພຣະອົງ ຕ້ອງ ເປັນຫ່ວງ ເປັນໃຍ ມະນຸດ ທີ່ ຕາຍ ເປັນ ບໍ?
\s5
\v 7 ພຣະອົງ ຊົງ ເຮັດ ໃຫ້ ມະນຸດ ຕໍ່າ ກວ່າ ເທວະດາ ພຽງ ໜ້ອຍ ໜຶ່ງ ເທົ່ານັ້ນ ຊງົ ເອົາ ສະຫງາ່ ຣາສີ ແລະ ກຽດຕິຍົດ ເປັນ ມົງກຸດ ໃຫ້
\v 8 ໄດ້ ຊົງ ປາບ ສິ່ງ ທັງປວງ ໃຫ້ ຢູ່ ພາຍໃຕ້ ຕີນ ຂອງ ເພິ່ນ. ” ໃນ ການ ທີ່ ພຣະອົງ ໄດ້ ຊົງມອບ ສິ່ງ ທັງປວງ ໃຫ້ ຢູ່ໃຕ້ ອໍານາດ ຂອງ ເພິ່ນ ນັ້ນ ບໍ່ ມີ ສິ່ງໃດ ທີ່ ຊົງ ປະ ໄວ້ ນອກເໜືອ ຈາກ ອໍານາດ ຂອງ ເພິ່ນ ແຕ່ ບັດນີ້ ພວກເຮົາ ຍັງບໍ່ເຫັນ ວ່າ ສິ່ງ ທັງປວງ ຢູ່ໃຕ້ ອໍານາດ ຂອງ ເພິ່ນ.
\s5
\v 9 ແຕ່ ພວກເຮົາ ກໍ ເຫັນ ພຣະເຢຊູເຈົ້າ ຜູ້ທີ່ ຖືກ ເຮັດ ໃຫ້ ຕໍ່າ ກວ່າ ເທວະດາ ພຽງ ຊົ່ວຄາວ ນັ້ນ ຊົງໄດ້ ຮັບພຣະສະຫງ່າຣາສີ ແລະ ພຣະກຽດຕິຍົດ ເປັນມົງກຸດ ເພາະ ທີ່ ພຣະອົງ ຊົງ ຍອມຕາຍ ດ້ວຍ ຄວາມ ທໍລະມານ ໂດຍ ພຣະຄຸນ ຂອງ ພຣະເຈົ້າ ພຣະອົງ ຈຶ່ງ ໄດ້ ຊົງ ຊີມຣົດຄວາມຕາຍ ແທນ ມະນຸດ ທຸກຄົນ.
\v 10 ດ້ວຍວ່າ, ໃນການ ທີ່ພຣະເຈົ້າ ຈະ ຊົງພາ ບຸດຫລວງຫລາຍ ໄປ ສູ່ສະຫງ່າຣາສີ ນັ້ນ ກໍ ເປັນການ ເໝາະສົມ ຢູ່ ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງ ທຸກສິ່ງ ດໍາລົງ ຢູ່ ໂດຍ ພຣະອົງ ແລະ ເພື່ອ ພຣະອົງ ຈະ ຊົງ ໃຫ້ ຜູ້ນໍາ ທາງ ຄວາມ ລອດພົ້ນ ໃຫ້ ເຂົາ ເຫລົ່າ ນັ້ນ ໃຫ້ ເຖິງ ທີ່ ສໍາເລັດ ໂດຍ ການ ທົນ ທຸກ ທໍລະມານ.
\s5
\v 11 ເພາະວ່າ ພຣະອົງ ຜູ້ ຊົງ ຊໍາລະ ມະນຸດ ໃຫ້ ບໍຣິສຸດ ຈາກ ບາບກໍາ ຂອງ ພວກເຂົາ ແລະ ພວກ ທີ່ ໄດ້ ຖືກ ຊໍາລະ ໃຫ້ ບໍຣິສຸດ ນັ້ນ ກໍ ມີ ມາ ຈາກ ພຣະບິດາເຈົ້າ ອົງດຽວກັນ. ເພາະເຫດນັ້ນ ພຣະເຢຊູເຈົ້າ ຈຶ່ງ ບໍ່ ລະອາຍ ທີີ່ຈະເອີ້ນ ຄົນ ເຫລົ່ານັ້ນ ວ່າ ເປັນ ອ້າຍ ເອື້ອຍ ນ້ອງ ຂອງ ພຣະອົງ.
\v 12 ໂດຍ ພຣະອົງ ຊົງ ກ່າວ ວ່າ, “ເຮົາ ຈະ ປະກາດ ພຣະນາມ ຂອງ ພຣະອົງ ແກ່ ອ້າຍ ເອື້ອຍ ນ້ອງ ຂອງເຮົາ ເຮົາ ຈະ ຮ້ອງເພງ ສັນລະເສີນ ພຣະອົງ ໃນ ທ່າມກາງ ຊຸມຊົນ.”
\s5
\v 13 ພຣະອົງ ຍັງ ຊົງ ກ່າວ ວ່າ, “ຂ້ານ້ອຍ ຈະ ມອບ ຄວາມ ໄວ້ວາງໃຈ ໃນ ພຣະເຈົ້າ” ແລະ ພຣະອົງ ຍັງ ກ່າວ ອີກ ວ່າ, “ຂ້ານ້ອຍ ຢູ່ ທີ່ ນີ້ ພ້ອມ ກັບ ບຸດທັງຫລາຍ ທີ່ພຣະເຈົ້າ ຊົງມອບ ໃຫ້ ຂ້ານ້ອຍ. ”
\v 14 ເຫດສະນັ້ນ ເມື່ອ ພວກ ລູກ ໄດ້ ຮ່ວມ ໃນ ເລືອດເນື້ອ ອັນດຽວກັນ ຝ່າຍ ພຣະອົງ ຈຶ່ງ ໄດ້ ຊົງ ຮ່ວມ ໃນ ຊາດ ມະນຸດ ເໝືອນກັນ ເພື່ອ ໂດຍ ທາງ ຄວາມ ຕາຍ ນັ້ນ ພຣະອົງ ຈະ ໄດ້ ຊົງ ທໍາລາຍ ຜູ້ ທີ່ ມີ ອໍານາດ ແຫ່ງ ຄວາມ ຕາຍ ຄື ມານຮ້າຍ,
\v 15 ແລະ ຈະ ໄດ້ ຊົງ ປ່ອຍ ຄົນທັງປວງ ທີ່ ເປັນທາດ ຂອງ ຄວາມ ຢ້ານ ຕາຍຕະຫລອດ ຊີວິດ ນັ້ນ ໃຫ້ ລອດພົ້ນ.
\s5
\v 16 ເປັນ ສິ່ງ ຈະແຈ້ງ ວ່າ ພຣະອົງ ບໍ່ ໄດ້ ຊົງ ເປັນ ຫ່ວງ ນໍາ ຝູງ ເທວະດາ ແຕ່ ພຣະອົງ ໄດ້ ເປັນ ຫ່ວງ ນໍາ ເຊື້ອ ສາຍ ຂອງ ອັບຣາຮາມ.
\v 17 ເຫດສະນັ້ນ ພຣະອົງ ຈຶ່ງ ຕ້ອງ ໄດ້ ກາຍເປັນ ເໝືອນ ດັ່ງ ອ້າຍ ເອື້ອຍ ນ້ອງ ຂອງຕົນ ໃນ ທຸກຢ່າງ, ເພື່ອ ວ່າ ພຣະອົງຈະ ໄດ້ ເປັນ ມະຫາປະໂຣຫິດ ຜູ້ ປະກອບ ດ້ວຍ ຄວາມ ສັດຊື່ແລະ ມີ ໃຈ ເມດຕາ ໃນ ການ ບົວລະບັດ ຮັບໃຊ້ ພຣະເຈົ້າ ເພື່ອ ນໍາ ເຄື່ອງ ບູຊາ ໄປ ຖວາຍ ແທນ ບາບກໍາ ຂອງ ຄົນ ທັງປວງ.
\v 18 ເພາະ ເຫດ ວ່າ ພຣະອົງ ເອງ ໄດ້ ຖືກທົດລອງ ແລະ ຖືກ ທົນທຸກ ທໍລະມານ ມາ ກ່ອນ ພຣະອົງ ຈຶ່ງ ຊົງສາມາດ ຊ່ວຍ ຜູ້ ທີ່ຖືກ ທົດລອງ ນັ້ນ ໄດ້.
\s5
\c 3
\p
\v 1 ດັ່ງນັ້ນ ພີ່ ນ້ອງ ຊາຍ ຍິງ ຜູ້ ບໍຣິສຸດ ທັງຫລາຍ ທີ່ ພຣະເຈົ້າ ເອີ້ນ ມາ ດ້ວຍ ກັນ ກັບເຮົາເອີຍ ຈົ່ງ ພິຈາລະນາ ເບິ່ງ ອັກຄະສາວົກ ແລະ ມະຫາປະໂຣຫິດ ແຫ່ງ ຄວາມເຊື່ອ ຂອງ ພວກເຮົາ ຄື ພຣະເຢຊູເຈົ້າ.
\v 2 ພຣະອົງ ສັດຊື່ ຕໍ່ ພຣະເຈົ້າ ຜູ້ ຊົງ ແຕ່ງຕັ້ງ ພຣະອົງ ໄວ້ ໃຫ້ ດໍາເນີນ ພາລະກິດ ນີ້ ເໝືອນ ດັ່ງ ທີ່ ໂມເຊ ໄດ້ ສັດຊື່ ຕໍ່ພາລະກິດ ຂອງຕົນ ໃນ ຄົວ ເຮືອນ ຂອງ ພຣະເຈົ້າ.
\v 3 ເພາະ ພຣະອົງ ສົມ ຄວນ ຢູ່ແລ້ວ ທີ່ ໄດ້ ຮັບສະຫງ່າຣາສີ ຫລາຍກວ່າ ໂມເຊ ເໝືອນ ດັ່ງ ກົກ ເຄົ້າ ຂອງ ວົງ ຕະກຸນ ທີ່ ມີ ກຽດ ຫລາຍກວ່າ ວົງຕະກຸນ.
\v 4 ດ້ວຍວ່າ, ທຸກ ວົງຕະກຸນ ກໍ ມີ ກົກເຄົ້າ ແຕ່ ຜູ້ ຊົງ ເປັນ ກົກເຄົ້າ ຂອງ ສັບ ພະສິ່ງ ທັງປວງ ນັ້ນ ແມ່ນ ພຣະເຈົ້າ.
\s5
\v 5 ໃນ ວົງສາ ຄະນາຍາດ ທັງໝົດ ອັນ ເປັນ ຄົວ ເຮືອນ ຂອງ ພຣະເຈົ້າ ນັ້ນ ໂມເຊ ໄດ້ ສັດຊື່ໃນ ຖານະ ເປັນ ຄົນຮັບໃຊ້ ເພື່ອ ເປັນ ພະຍານ ເຖິງ ເລື່ອງ ຕ່າງໆ ຊຶ່ງ ພຣະເຈົ້າ ຈະ ຊົງ ກ່າວ ຕໍ່ ໄປ ພາຍໜ້າ.
\v 6 ແຕ່ ຝ່າຍ ພຣະຄຣິດ ຊົງ ສັດຊື່ ໃນຖານະ ເປັນ ພຣະບຸດ ຢູ່ເໜືອ ວົງສາ ຄະນາຍາດ ອັນ ເປັນ ຄົວ ເຮືອນ ຂອງ ພຣະເຈົ້າ ແລະ ເຮົາທັງຫລາຍ ກໍເປັນ ຄົວ ເຮືອນ ນັ້ນແຫລະ ຖ້າເຮົາ ຫາກ ຢຶດ ໝັ້ນ ໃນ ຄວາມ ໄວ້ວາງໃຈ ແລະ ຄວາມ ພາກພູມ ໃຈ ໃນ ຄວາມຫວັງ ນັ້ນ ໄວ້ ໃຫ້ ໝັ້ນ ຄົງ ຈົນ ເຖິງ ທີ່ ສຸດ.
\s5
\v 7 ດ້ວຍເຫດນັ້ນ ຈຶ່ງ ເປັນ ໄປ ຕາມ ທີ່ ພຣະວິນຍານ ບໍຣິສຸດເຈົ້າ ຊົງ ກ່າວ ໄວ້ ວ່າ, “ວັນນີ້ ຖ້າ ເຈົ້າ ທັງຫລາຍ ໄດ້ຍິນ ພຣະສຸຣະສຽງ ຂອງ ພຣະອົງ
\v 8 ກໍ ຢ່າ ໃຫ້ ໃຈ ຂອງ ພວກເຈົ້າ ແຂງ ກະດ້າງ ໄປ ເໝືອນ ດັ່ງ ບັນພະບຸລຸດ ຂອງ ພວກເຈົ້າ ຄື ເມື່ອ ພວກເຂົາ ໄດ້ ກະບົດ ຕໍ່ ພຣະເຈົ້າ ໃນ ວັນ ທີ່ ພວກເຂົາ ທົດລອງ ພຣະອົງ ໃນ ຖິ່ນ ແຫ້ງແລ້ງ ກັນດານ.
\s5
\v 9 ໃນ ບ່ອນ ນັ້ນ ພວກເຂົາ ໄດ້ ທົດລອງ ພິສູດ ເຮົາ ເຖິງ ແມ່ນ ວ່າ ພວກເຂົາ ໄດ້ ເຫັນ ສິ່ງ ທີ່ ເຮົາ ໄດ້ ກະທໍາ ຕະຫລອດ ສີ່ສິບ ປີ ແລ້ວ ນັ້ນ ກໍຕາມ.
\v 10 ສະນັ້ນແຫລະ ເຮົາ ຈຶ່ງ ໂກດຮ້າຍ ກັບ ຄົນ ສະໄໝ ນັ້ນ ແລະ ເວົ້າ ວ່າ, ‘ໃຈ ຂອງ ພວກເຂົາ ມັກ ຫລົງຜິດ ຢູ່ ສະເໝີ ແລະ ພວກເຂົາ ບໍ່ ຮູ້ຈັກ ຫົນທາງ ຂອງເຮົາ.
\v 11 ເຮົາ ຈຶ່ງ ໄດ້ ໂກດຮ້າຍ ພວກເຂົາ ແລະ ໄດ້ ສາບານ ຢ່າງ ໜັກແໜ້ນ ໄວ້ ວ່າ, “ພວກເຂົາ ຈະ ບໍ່ໄດ້ ເຂົ້າ ໄປ ໃນ ດິນແດນ ນັ້ນ ຈັກເທື່ອ ຄື ບ່ອນ ທີ່ ເຮົາ ຈະ ໃຫ້ ພວກເຂົາ ໄດ້ ພັກຜ່ອນ.”
\s5
\v 12 ພີ່ ນ້ອງ ຄົນ ທີ່ ເຊື່ອ ຂອງເຮົາ ເອີຍ, ຈົ່ງ ລະວັງ ໃຫ້ ດີ ຢ່າ ໃຫ້ ຜູ້ ້ໃດ ຜູ້ໜຶ່ງ ໃນ ພວກເຈົ້າ ມີ ຈິດ ໃຈ ຊົ່ວຊ້າ ແລະ ບໍ່ ເຊື່ອ ຟັງ ຊຶ່ງ ຈະ ເຮັດ ໃຫ້ ຕົນ ຫັນ ໜີ ຈາກ ພຣະເຈົ້າ ອົງ ຊົງພຣະຊົນ ຢູ່.
\v 13 ແຕ່ ຈົ່ງ ຊ່ວຍ ກັນ ແລະກັນ ທຸກໆ ວັນ ຕາບໃດ ທີ່ ຍັງ ໃຊ້ ຄໍາ ວ່າ, “ວັນ ນີ້ ເພື່ອ ບໍ່ ໃຫ້ ມີ ຜູ້ ໃດ ໃນ ພວກເຈົ້າ ຖືກ ບາບ ລໍ້ລວງ ໃຫ້ ມີ ຈິດໃຈ ດື້ດ້ານ ບໍ່ ເຊື່ອ ຟັງ.
\s5
\v 14 ດ້ວຍວ່າ, ພວກເຮົາ ທຸກຄົນ ເປັນ ຜູ້ຮ່ວມງານ ກັບ ພຣະຄຣິດ ຖ້າ ພວກເຮົາ ຢຶດ ຖື ຄວາມ ໄວ້ວາງໃຈ ທີ່ພວກເຮົາ ໄດ້ ມີ ໃນ ຕອນ ຕົ້ນ ນັ້ນ ໄວ້ ໝັ້ນຄົງ ຈົນ ເຖິງ ທີ່ ສຸດ.
\v 15 ດັ່ງ ທີ່ ມີ ກ່າວ ໄວ້ ໃນ ພຣະຄໍາພີ ວ່າ, “ວັນນີ້ ຖ້າ ເຈົ້າ ທັງຫລາຍ ຫາກ ໄດ້ຍິນ ພຣະສຸຣະສຽງ ຂອງ ພຣະອົງ ກໍ ຢ່າ ໃຫ້ ໃຈ ຂອງ ພວກເຈົ້າ ແຂງ ກະດ້າງ ໄປ ເໝືອນ ບັນພະບຸລຸດ ຂອງ ພວກເຈົ້າ ທີ່ ໄດ້ ກະບົດ.”
\s5
\v 16 ດັ່ງນັ້ນ ແມ່ນ ຜູ້ໃດໜໍ ທີ່ ໄດ້ຍິນ ພຣະສຸຣະສຽງ ຂອງ ພຣະເຈົ້າ ແລ້ວ ແຕ່ ຍັງ ກະບົດ ບໍ່ ແມ່ນ ທຸກຄົນ ທີ່ ໂມເຊ ນໍາ ອອກ ມາ ຈາກ ປະເທດ ເອຢິບ ນັ້ນ ຫລື?
\v 17 ແລະ ແມ່ນ ຜູ້ໃດໜໍ ທີ່ພຣະເຈົ້າ ໄດ້ ໂກດຮ້າຍ ຕະຫລອດ ສີ່ສິບປີ ບໍ່ແມ່ນ ຄົນ ເຫລົ່ານັ້ນ ທີ່ ໄດ້ ເຮັດ ຜິດ ບາບ ແລະ ຊາກສົບ ຂອງ ພວກເຂົາ ຖືກ ປະຖິ້ມ ໃນ ຖິ່ນ ແຫ້ງແລ້ງ ກັນດານ ນັ້ນ ຫລື?
\v 18 ແມ່ນ ຜູ້ໃດໜໍ ທີ່ ພຣະອົງ ໄດ້ ຊົງ ສາບານ ຕົວ ວ່າ ພວກເຂົາ ຈະ ບໍ່ໄດ້ ເຂົ້າ ຮ່ວມ ບ່ອນ ພັກເຊົາ ຂອງ ພຣະອົງ ຈັກເທື່ອ ກໍ ແມ່ນ ຄົນ ທີ່ບໍ່ເຊື່ອຟັງ ເຫລົ່ານັ້ນ ບໍ່ ແມ່ນ ຫລື?
\v 19 ດັ່ງນັ້ນ ພວກເຮົາ ຈຶ່ງ ເຫັນ ວ່າ ພວກເຂົາ ຈະ ເຂົ້າ ໄປ ໃນ ດິນແດນ ນັ້ນ ບໍ່ ໄດ້ ຍ້ອນ ຄວາມ ບໍ່ ເຊື່ອ ຟັງ ຂອງ ພວກເຂົາ.
\s5
\c 4
\p
\v 1 ດ້ວຍເຫດນັ້ນ ເມື່ອ ພຣະສັນຍາ ຍັງ ມີ ຢູ່ ວ່າ ຈະ ໃຫ້ ພວກເຮົາ ເຂົ້າ ຮ່ວມ ບ່ອນ ພັກ ຂອງ ພຣະອົງ ກໍ ໃຫ້ ເຮົາ ທັງຫລາຍ ຢໍາເກງ ເພາະ ຢ້ານ ຈະ ມີ ຜູ້ໜຶ່ງ ຜູ້ໃດ ໃນ ພວກເຈົ້າ ໄປ ບໍ່ ເຖິງ.
\v 2 ເພາະວ່າ ພວກເຮົາ ໄດ້ຍິນ ຂ່າວປະເສີດ ຢ່າງ ດຽວກັນ ກັບ ພວກເຂົາ ແຕ່ ວ່າ ພວກເຂົາ ບໍ່ ໄດ້ ຮັບປະໂຫຍດ ຈາກ ຂ່າວປະເສີດ ນັ້ນ ເພາະ ພວກເຂົາ ບໍ່ ໄດ້ ຮັບ ດ້ວຍຄວາມເຊື່ອ.
\s5
\v 3 ດ້ວຍເຫດນັ້ນ ພວກເຮົາ ຜູ້ ທີ່ ເຊື່ອ ຈຶ່ງ ໄດ້ ເຂົ້າ ສູ່ ການ ພັກ ຜ່ອນ ນັ້ນ ຕາມ ທີ່ ພຣະເຈົ້າ ຊົງ ສັນຍາ ໄວ້ ແລ້ວວ່າ, “ເຮົາ ຈຶ່ງ ໄດ້ ສາບານ ດ້ວຍ ຄວາມ ເຄືອງໃຈ ກັບ ພວກເຂົາ ວ່າ ພວກເຂົາ ຈະ ບໍ່ໄດ້ ເຂົ້າ ໄປ ໃນ ບ່ອນ ພັກຜ່ອນ ຂອງເຮົາ ຈັກເທື່ອ. ” ເຖິງ ແມ່ນ ວ່າ ພາລະກິດ ຂອງ ພຣະອົງ ຊົງ ສໍາເລັດ ແລ້ວ ແຕ່ ຄາວ ໄດ້ ວາງ ຮາກ ສ້າງ ໂລກ ພຸ້ນ ກໍຕາມ.
\v 4 ເພາະມີ ຂຽນໄວ້ໃນ ພຣະຄໍາພີ ຕອນໜຶ່ງ ຊຶ່ງກ່າວ ເຖິງວັນທີເຈັດ ວ່າ, “ພຣະເຈົ້າ ໄດ້ ພັກຜ່ອນ ຈາກ ກິດຈະການ ຂອງ ພຣະອົງ ທັງສິ້ນ ໃນ ວັນທີເຈັດ. ”
\v 5 ເລື່ອງ ດຽວກັນນີ້ ກໍ ມີ ກ່າວ ໄວ້ ອີກ ວ່າ, “ພວກເຂົາ ຈະ ບໍ່ ໄດ້ ເຂົ້າ ໄປ ໃນ ບ່ອນ ພັກຜ່ອນ ນັ້ນ ຈັກ ເທື່ອ.”
\s5
\v 6 ທີ່ ຈິງ ຍັງ ມີ ບາງຄົນ ທີ່ ຈະ ເຂົ້າ ຮ່ວມ ບ່ອນ ນັ້ນ ແຕ່ ຄົນ ເຫລົ່າ ນັ້ນ ທີ່ ໄດ້ຍິນ ຂ່າວປະເສີດ ຄາວກ່ອນ ບໍ່ ໄດ້ ເຂົ້າ ເພາະ ພວກເຂົາ ບໍ່ເຊື່ອ ຟັງ.
\v 7 ດ້ວຍເຫດນັ້ນ ພຣະເຈົ້າ ຈຶ່ງ ກຳນົດ ວັນໜຶ່ງ ໄວ້ ໃໝ່ ອີກ ຊຶ່ງ ເອີ້ນວ່າ, “ວັນນີ້” ຫລາຍປີ ຕໍ່ມາ ພຣະອົງ ໄດ້ ເວົ້າ ເຖິງ ເລື່ອງ ນັ້ນ ໂດຍ ທາງ ດາວິດ ດັ່ງທີ່ໄດ້ ມີອ້າງໄວ້ ໃນ ພຣະຄໍາພີ ວ່າ, “ວັນນີ້ ຖ້າ ເຈົ້າ ທັງຫລາຍ ໄດ້ ຍິນ ພຣະສຸຣະສຽງ ຂອງ ພຣະເຈົ້າ ກໍ ຢ່າ ມີ ໃຈ ແຂງ ກະດ້າງ ໄປ.”
\s5
\v 8 ດ້ວຍວ່າ, ຖ້າ ໂຢຊວຍ ໄດ້ ນໍາພາ ປະຊາຊົນ ສູ່ ການ ພັກຜ່ອນ ນັ້ນ ແລ້ວ ພຣະເຈົ້າ ກໍ ຄົງ ບໍ່ ໄດ້ ກ່າວ ອີກ ໃນ ເວລາ ຕໍ່ມາ ເຖິງ ວັນ ອື່ນ ໆ.
\v 9 ເຖິງ ຢ່າງ ໃດ ກໍດີ ການ ພັກຜ່ອນ ໃນ ວັນຊະບາໂຕ ຍັງ ມີ ສໍາລັບ ໄພ່ ພົນ ຂອງ ພຣະເຈົ້າ.
\v 10 ດ້ວຍວ່າ, ຜູ້ໃດ ກໍຕາມ ທີ່ ຮັບການ ພັກຜ່ອນ ຊຶ່ງ ພຣະເຈົ້າ ຊົງສັນຍາ ໄວ້ ແລ້ວ ກໍ ຈະ ພັກ ຜ່ອນ ຈາກ ວຽກ ການ ຂອງຕົນ ເໝືອນ ດັ່ງທີ່ ພຣະເຈົ້າ ໄດ້ ພັກຜ່ອນ ຈາກ ວຽກ ການ ຂອງ ພຣະອົງ.
\v 11 ດ້ວຍເຫດນັ້ນ ຈົ່ງ ໃຫ້ ພວກເຮົາ ອົດສາ ພະຍາຍາມ ໃຫ້ ໄດ້ ເຂົ້າ ສູ່ ບ່ອນ ພັກຜ່ອນ ນັ້ນ ເພື່ອ ຈະ ບໍ່ໃຫ້ ຜູ້ໜຶ່ງ ຜູ້ໃດ ຕ້ອງ ເສຍ ໄປ ເໝືອນ ດັ່ງ ຄົນ ບໍ່ ເຊື່ອ ຟັງ ເຫລົ່າ ນັ້ນ.
\s5
\v 12 ເພາະວ່າ ພຣະທໍາ ຂອງ ພຣະເຈົ້າ ປະກອບ ດ້ວຍ ຊີວິດ ແລະ ຣິດເດດ ຄົມ ກວ່າ ດາບ ສອງ ຄົມ ທຸກ ດວງ ແທງ ຊອດ ເຖິງ ຈິດໃຈ ແລະ ວິນຍານ ຕະຫລອດ ທັງ ຄໍ່ກະດູກ ແລະ ໄຂ ໃນ ກະດູກ ເຊື່ອມ ຕິດ ຕໍ່ ກັນ ຈຶ່ງ ສັງເກດ ຮູ້ ຄວາມ ຄິດ ແລະ ຄວາມ ມຸ່ງໝາຍ ໃນ ໃຈ ໄດ້.
\v 13 ແລະ ໃນ ທຸກສິ່ງ ທີ່ ໄດ້ ຖືກ ສ້າງ ຂຶ້ນ ນັ້ນ ບໍ່ ມີ ສິ່ງໃດ ຖືກ ບັງລັບ ໄວ້ ຈາກ ພຣະພັກ ພຣະອົງ ໄດ້ ແຕ່ ທຸກສິ່ງ ໄດ້ ປາກົດແຈ້ງ ຕໍ່ ສາຍຕາ ຂອງ ພຣະອົງ ຜູ້ ທີ່ເຮົາ ຈະ ຕ້ອງ ໃຫ້ ການ ນັ້ນ.
\s5
\v 14 ດ້ວຍເຫດນັ້ນ ຖ້າພວກເຮົາ ມີ ມະຫາປະໂຣຫິດ ຜູ້ຍິ່ງໃຫຍ່ ທີ່ ຜ່ານ ຟ້າສະຫວັນ ມາແລ້ວ ຄື ພຣະເຢຊູເຈົ້າ ພຣະບຸດ ຂອງ ພຣະເຈົ້າ. ຈົ່ງໃຫ້ ພວກເຮົາ ຢຶດຖື ຄວາມເຊື່ອ ທີ່ ເຮົາ ໄດ້ ປະກາດ ແລ້ວ ນັ້ນ ໃຫ້ ໝັ້ນ ຄົງ
\v 15 ເພາະວ່າ ພວກເຮົາ ບໍ່ໄດ້ມີ ມະຫາປະໂຣຫິດ ທີ່ ບໍ່ ສາມາດ ຈະ ເຫັນ ໃຈ ໃນ ຄວາມ ອ່ອນແອ ຂອງ ພວກເຮົາ, ແຕ່ ມີ ຕົນໜຶ່ງ ທີ່ຊົງຖືກ ທົດລອງ ເໝືອນ ຢ່າງ ເຮົາ ທຸກປະການ, ເຖິງ ປານ ນັ້ນ ພຣະອົງ ກໍ ຍັງ ບໍ່ ມີ ບາບ.
\v 16 ດ້ວຍເຫດນັ້ນ ຈົ່ງ ໃຫ້ ເຮົາ ທັງ ຫລາຍ ມີ ໃຈ ກ້າເຂົ້າ ໄປ ເຖິງ ພຣະທີ່ນັ່ງ ແຫ່ງ ພຣະຄຸນ ເພື່ອ ພວກເຮົາ ຈະ ໄດ້ ຮັບ ພຣະເມດຕາ ແລະ ພົບພຣະຄຸນ ທີ່ ຈະ ຊ່ວຍ ເຮົາ ໃນ ເວລາ ທີ່ ຕ້ອງການ.
\s5
\c 5
\p
\v 1 ຝ່າຍ ມະຫາປະໂຣຫິດ ທຸກຄົນ ນັ້ນ ແມ່ນ ຜູ້ຖືກ ເລືອກ ໄວ້ ຈາກ ມະນຸດ ແລະ ຖືກ ແຕ່ງຕັ້ງ ໃຫ້ ເປັນ ຜູ້ຮັບໃຊ້ ພຣະເຈົ້າ ແທນມະນຸດ ເພື່ອ ຖວາຍ ເຄື່ອງ ບູຊາ ແລະ ຂອງ ຖວາຍ ເພື່ອ ລຶບ ລ້າງ ບາບ.
\v 2 ເພິ່ນສາມາດ ປະຕິບັດ ຢ່າງ ອ່ອນໂຍນ ຕໍ່ຄົນ ທີ່ ຮູ້ ເທົ່າບໍ່ເຖິງການ ແລະ ຄົນຫລົງຜິດ ໄດ້ ເພາະ ເພິ່ນເອງ ກໍ ມີ ຄວາມ ອ່ອນແອ ເໝືອນກັນ.
\v 3 ເພາະເຫດນີ້ ເພິ່ນ ຈຶ່ງ ຕ້ອງ ຖວາຍ ເຄື່ອງ ບູຊາ ຕ່າງ ໆ ບໍ່ ແມ່ນ ສໍາລັບ ລຶບລ້າງ ບາບ ຂອງ ພົນລະເມືອງ ເທົ່າ ນັ້ນ ແຕ່ ສໍາລັບ ລຶບລ້າງ ບາບ ຂອງ ຕົນເອງ ດ້ວຍ.
\s5
\v 4 ບໍ່ ຫ່ອນ ມີ ຜູ້ໃດ ຕັ້ງ ຕົນ ເອງ ຢູ່ ໃນ ຕໍາແໜ່ງ ນີ້ ມີ ແຕ່ ພຣະເຈົ້າ ຊົງ ເອີ້ນ ເອົາ ເໝືອນ ຢ່າງ ຊົງ ເອີ້ນ ອາໂຣນ ນັ້ນ.
\v 5 ໃນທໍານອງ ດຽວກັນ ພຣະຄຣິດ ກໍ ບໍ່ໄດ້ ຊົງ ຍົກຍໍ ພຣະອົງ ເອງ ຂຶ້ນ ເປັນ ມະຫາປະໂຣຫິດ ແຕ່ ຊົງ ຮັບ ພຣະກຽດນີ້ ຈາກ ພຣະເຈົ້າ ຜູ້ ຊົງ ກ່າວ ກັບ ພຣະອົງ ວ່າ, “ທ່ານ ນັ້ນ ແຫລະ ເປັນ ບຸດ ຂອງເຮົາ ຝ່າຍເຮົາ ເຮົາໃຫ້ ກໍາເນີດ ທ່ານ ໃນວັນນີ້.”
\s5
\v 6 ພຣະອົງ ຍັງ ຊົງ ກ່າວ ໃນ ຕອນ ອື່ນ ອີກ ວ່າ, “ທ່ານ ເປັນ ປະໂຣຫິດ ຕະຫລອດ ໄປ ໃນ ລໍາດັບ ດຽວກັນ ກັບ ເມຄີເຊເດັກ.”
\s5
\v 7 ຝ່າຍ ພຣະບຸດ ນັ້ນ ຂະນະ ເມື່ອ ຊົງ ເປັນ ມະນຸດ ຢູ່ ພຣະອົງ ໄດ້ ຊົງຖວາຍ ຄໍາພາວັນນາ ອະທິຖານ ແລະ ໄຫວ້ວອນ ດ້ວຍ ການ ຮ້ອງໄຫ້ ຢ່າງ ໜັກ ແລະ ມີ ນໍ້າຕາ ໄຫລ ທູນຕໍ່ພຣະເຈົ້າ ຜູ້ ຊົງ ສາມາດ ໂຜດ ໃຫ້ ພຣະອົງ ພົ້ນ ຈາກຕາຍ ໄດ້ ແລະ ຊົງນ້ອມ ຮັບຟັງ ເນື່ອງ ດ້ວຍ ຄວາມ ຢໍາເກງ ຂອງ ພຣະອົງ.
\v 8 ເຖິງ ແມ່ນ ວ່າ ພຣະອົງ ຊົງ ເປັນ ພຣະບຸດ ກໍ ຍັງ ຊົງ ຮຽນຮູ້ ທີ່ ຈະ ນ້ອມ ຍອມ ເຊື່ອ ຟັງ ໂດຍ ຄວາມ ທຸກ ລໍາບາກ ທີ່ ພຣະອົງ ຊົງ ທົນນັ້ນ.
\s5
\v 9 ເມື່ອ ພຣະເຈົ້າ ໄດ້ ຊົງ ບັນດານ ໃຫ້ ພຣະບຸດ ເຖິງ ທີ່ ສໍາເລັດ ແລ້ວ ພຣະບຸດ ນັ້ນ ຈຶ່ງ ໄດ້ ເກີດ ເປັນ ຕົ້ນ ກໍາເນີດ ແຫ່ງ ຄວາມ ລອດພົ້ນ ອັນຕະຫລອດໄປ ເປັນນິດ ແກ່ ຄົນທັງປວງ ທີ່ ເຊື່ອ ຟັງ ພຣະອົງ,
\v 10 ໂດຍ ພຣະເຈົ້າ ໄດ້ ຊົງ ຕັ້ງ ພຣະອົງ ໃຫ້ ເປັນ ມະຫາປະໂຣຫິດ ໃນ ລໍາດັບ ດຽວ ກັບ ເມຄີເຊເດັກ. (ຂ)
\v 11 ກ່ຽວກັບ ມະຫາປະໂຣຫິດ ນັ້ນ ມີ ເລື່ອງ ເວົ້າ ຫລາຍ ແລະ ຍາກ ທີ່ ຈະ ອະທິບາຍ ໃຫ້ ເຂົ້າໃຈ ໄດ້ ເພາະວ່າ ເຈົ້າທັງຫລາຍ ກາຍເປັນ ຄົນ ຫູ ໜັກ ເສຍ ແລ້ວ.
\s5
\v 12 ເຖິງ ແມ່ນ ວ່າ ຂະນະນີ້ ເຈົ້າທັງຫລາຍ ຄວນ ຈະ ເປັນ ຄູ ໄດ້ ແຕ່ ດົນແລ້ວ ກໍດີ ແຕ່ພວກເຈົ້າ ກໍ ຍັງ ຕ້ອງການ ໃຫ້ ຄົນອື່ນ ສອນ ຫລັກທໍາ ເບື້ອງຕົ້ນ ແຫ່ງ ພຣະທໍາຂອງພຣະເຈົ້າ ແກ່ ພວກເຈົ້າ ອີກ. ເຈົ້າທັງຫລາຍ ກັບກາຍເປັນ ຄົນຕ້ອງການ ນໍ້ານົມ ບໍ່ ແມ່ນ ອາຫານ ແຂງ.
\v 13 ດ້ວຍວ່າ, ທຸກຄົນ ທີ່ຍັງກິນນໍ້ານົມ ຢູ່ນັ້ນ ຍັງບໍ່ຊໍານານ ໃນ ເລື່ອງ ສິນທໍາ ເພາະ ເຂົາ ຍັງເປັນເດັກນ້ອຍຢູ່.
\v 14 ອາຫານ ແຂງ ເປັນອາຫານ ສໍາລັບ ຜູ້ໃຫຍ່ແລ້ວ ຄື ສໍາລັບ ຜູ້ ທີ່ ໄດ້ ຮັບ ການ ຝຶກຫັດອົບຮົມ ໃຫ້ ສາມາດ ສັງເກດ ວ່າ ສິ່ງໃດ ດີ ແລະ ສິ່ງໃດ ຊົ່ວ.
\s5
\c 6
\p
\v 1 ດ້ວຍເຫດນັ້ນ ໃຫ້ ພວກເຮົາ ປະຫລັກ ທໍາ ເບື້ອງຕົ້ນ ກ່ຽວກັບ ພຣະຄຣິດ ໄວ້ ແລະ ກ້າວໜ້າ ໄປ ສູ່ ຄວາມ ເປັນ ຜູ້ ໃຫຍ່ ແລ້ວ ຢ່າ ເອົາ ສິ່ງ ເຫລົ່າ ນີ້ ມາ ວາງ ເປັນ ຮາກຖານ ຊໍ້າ ອີກ ຄື ການ ກັບໃຈ ໃໝ່ ຈາກ ການ ກະທໍາ ທີ່ ນໍາ ໄປ ສູ່ ຄວາມ ຕາຍ ຄວາມເຊື່ອ ໃນ ພຣະເຈົ້າ
\v 2 ແລະ ຄໍາສັ່ງ ສອນ ເຖິງ ເລື່ອງ ບັບຕິສະມາ ຄື ພິທີວາງ ມື, ການເປັນຄືນມາ ຈາກຕາຍ ແລະ ການ ພິພາກສາ ລົງໂທດ ເປັນນິດ.
\v 3 ສິ່ງນີ້ ແຫລະ ພວກເຮົາ ຈະກະທໍາ ຖ້າພຣະເຈົ້າ ຊົງໂຜດ ອະນຸຍາດ.
\s5
\v 4 ເພາະວ່າ ຄົນເຫລົ່າ ນັ້ນ ທີ່ ໄດ້ ຮັບ ຄວາມສະຫວ່າງ ມາ ເທື່ອ ໜຶ່ງ ແລ້ວ ແລະ ຊີມຣົດ ຂອງ ປະທານ ຈາກ ສະຫວັນ ໄດ້ ຮັບພຣະວິນ ຍານບໍຣິສຸດເຈົ້າ
\v 5 ແລະ ໄດ້ ຊີມຣົດ ອັນດີ ແຫ່ງ ຖ້ອຍຄໍາ ຂອງ ພຣະເຈົ້າ ກັບ ຣິດເດດ ແຫ່ງຄາວ ທີ່ ຈະ ມາ ເຖິງນັ້ນ.
\v 6 ຖ້າພວກເຂົາ ເຫລົ່ານັ້ນ ໄດ້ ຕົກເສຍ ໄປ ແລ້ວ ກໍ ເຫລືອ ວິໄສ ທີ່ ຈະ ນໍາພວກເຂົາ ມາ ສູ່ການ ກັບໃຈ ອີກໄດ້ ເພາະ ພວກເຂົາ ເອງ ຄຶງ ພຣະບຸດ ຂອງ ພຣະເຈົ້າ ເສຍ ແລະ ເຮັດ ໃຫ້ ພຣະອົງ ຊົງ ໄດ້ ຮັບ ການ ປະຈານ ຂາຍໜ້າ.
\s5
\v 7 ດ້ວຍວ່າ, ພື້ນດິນ ຕອນ ໃດ ດູດ ຮັບ ເອົາ ນໍ້າ ຝົນ ທີ່ ຕົກ ໃສ່ ຢູ່ ເລື້ອຍ ແລະ ເກີດພືດ ຜົນ ງອກ ຂຶ້ນ ໃຫ້ ປະໂຫຍດ ແກ່ ຄົນປູກຝັງ ນັ້ນ ກໍໄດ້ ຮັບພຣະພອນ ຈາກ ພຣະເຈົ້າ.
\v 8 ແຕ່ ພື້ນດິນ ທີ່ ເກີດ ສ້ຽນໜາມ ກໍນັບ ວ່າ ບໍ່ ມີຄ່າ ແລະ ເກືອບ ຈະ ຖືກ ຊົງ ປ້ອຍດ່າ ແລ້ວ ໃນ ທີ່ ສຸດ ກໍ ຈະ ຖືກ ເຜົາ ໄຟ ເສຍ.
\s5
\v 9 ແຕ່ ພວກພີ່ນ້ອງເອີຍ, ເຖິງແມ່ນວ່າ ເຮົາເວົ້າ ດັ່ງນັ້ນ ເຮົາ ກໍ ຍັງເຊື່ອ ແນ່ວ່າ ທ່າທີ ຂອງພວກເຈົ້າ ມີ ສິ່ງດີ ກວ່າທີ່ໄດ້ ກ່າວ ມາ ນັ້ນ ກໍ ຄື ສິ່ງ ທີ່ ກ່ຽວກັບ ຄວາມ ພົ້ນ.
\v 10 ເພາະວ່າ ພຣະເຈົ້າ ບໍ່ໄດ້ ຊົງ ອະຍຸດຕິທໍາ ຊຶ່ງ ຈະຊົງ ລືມ ການງານທີ່ ພວກເຈົ້າ ໄດ້ ເຮັດ ແລະຄວາມຮັກ ທີ່ ເຈົ້າ ໄດ້ ສະແດງຕໍ່ ພຣະນາມຂອງພຣະອົງ ຄື ການຮັບ ໃຊ້ ໄພ່ ພົນ ຂອງພຣະອົງ ເໝືອນດັ່ງ ພວກເຈົ້າ ຍັງຮັບ ໃຊ້ ຢູ່.
\s5
\v 11 ຄວາມປາຖະໜາອັນຍິ່ງໃຫຍ່ ຂອງພວກເຮົາ ແມ່ນ ໃຫ້ ແຕ່ ລະຄົນ ໃນພວກເຈົ້າ ມີ ຄວາມຮ້ອນຮົນ ຢ່າງດຽວກັນ ຈົນເຖິງທີ່ສຸດ ເພື່ອວ່າ ສິ່ງ ທີ່ພວກເຈົ້າ ຫວັງໄວ້ ນັ້ນ ຈະ ໄດ້ ສໍາເລັດ.
\v 12 ພວກເຮົາ ບໍ່ ປາຖະໜາ ໃຫ້ ພວກເຈົ້າ ກາຍເປັນ ຄົນກຽດຄ້ານ ແຕ່ ໃຫ້ເປັນເໝືອນຄົນ ເຫລົ່ານັ້ນ ທີ່ອາໄສຄວາມເຊື່ອ ແລະຄວາມພຽນ ອົດ ທົນ ຈຶ່ງ ໄດ້ ຮັບມໍຣະດົກ ຕາມພຣະສັນຍາ.
\s5
\v 13 ເມື່ອ ພຣະເຈົ້າ ໄດ້ ຊົງສັນຍາໄວ້ ກັບ ອັບຣາຮາມ ນັ້ນ ໂດຍທີ່ ບໍ່ ມີ ຜູ້ໃດເປັນໃຫຍ່ ກວ່າພຣະອົງ ທີ່ ພຣະອົງ ຈະ ຊົງ ສາບານ ດ້ວຍ ອອກຊື່ ຜູ້ນັ້ນໄດ້ ພຣະອົງ ຈຶ່ງ ໄດ້ ຊົງ ສາບານ ດ້ວຍ ພຣະນາມຂອງພຣະອົງເອງ
\v 14 ວ່າ, “ຈິງແທ້ ເຮົາຈະອວຍພອນໃຫ ເຈົ້າ ແລະຈະໃຫ້ ເຊື້ອສາຍຂອງເຈົ້າທະວີຫລາຍຂຶ້ນ. ”
\v 15 ຢ່າງ ນັ້ນແຫລະ ເມື່ອ ອັບຣາຮາມ ໄດ້ ທົນຄອຍດ້ວຍຄວາມພຽນແລ້ວ ເພິ່ນຈຶ່ງ ໄດ້ ຮັບຕາມພຣະສັນຍານັ້ນ.
\s5
\v 16 ດ້ວຍວ່າ, ຝ່າຍ ມະນຸດເຄີຍ ສາບານດ້ວຍອອກຊື່ ຜູ້ໃຫຍ່ ກວ່າຕົນ ແລະ ເມື່ອ ເກີດ ການຖົກຖຽງກັນ ຂຶ້ນ ຄຳາສາບານນັ້ນ ກໍ ເປັນ ຄໍາ ຢືນຢັນ ອັນເດັດຂາດ.
\v 17 ສະນັ້ນ ເມື່ອ ພຣະເຈົ້າ ຊົງ ມີພຣະປະສົງ ຈະຊົງ ໃຫ້ຜູ້ທີ່ຈະຮັບ ມໍຣະດົກ ຕາມ ພຣະສັນ ຍານ ນັ້ນ ຮູ້ ຄັກ ແນ່ ຕື່ມ ຂຶ້ນ ວ່າ ພຣະປະສົງຂອງ ພຣະອົງ ຈະບໍ່ ່ ປ່ຽນແປງຈັກ ເທື່ອ ພຣະອົງ ຈຶ່ງ ຊົງ ຢືນຢັນ ພຣະສັນຍານັ້ນ ດ້ວຍຄໍາສາບານ.
\v 18 ເພື່ອ ວ່າໂດຍສອງ ປະການທີ່ປ່ຽນແປງບໍ່ໄດ້ (ເພາະພຣະເຈົ້າ ຈະກ່າວຄໍາ ຕົວະບໍ່ໄດ້) ເຮົາ ຜູ້ ທີ່ ໄດ້ ໜີໄພຮ້ອນໄປເພິ່ງ ເຢັນ ຈຶ່ງ ໄດ້ ຮັບຄວາມຊູໃຈ ອັນແຮງກ້າ ໃນ ການ ທີ່ ຈະ ຢຶດ ຖື ຄວາມຫວັງ ຊຶ່ງ ມີ ຢູ່ ຕໍ່ໜ້າ ເຮົາ ນັ້ນ.
\s5
\v 19 ຄວາມຫວັງ ທີ່ ພວກເຮົາ ຢຶດຖື ນັ້ນ ເປັນ ສະໝໍ ທີ່ ແທ້ຈິງ ອັນ ໝັ້ນຄົງ ຂອງຈິດໃຈ ຄວາມຫວັງ ນັ້ນ ນໍາ ໄປສູ່ ບ່ອນສັກ ສິດທີ່ສຸດ ຢູ່ເບື້ອງຫລັງຜ້າກັ້ງ,
\v 20 ທີ່ ພຣະເຢຊູເຈົ້າ ຜູ້ຊົງນໍາ ໜ້າໄດ້ ສະເດັດເຂົ້າ ໄປກ່ອນແທນ ພວກເຮົາ ແລ້ວ ເພາະພຣະອົງ ໄດ້ ຊົງກາຍເປັນ ມະຫາປະໂຣຫິດ ຕະຫລອດໄປ ໃນ ລໍາດັບດຽວກັບ ເມຄີເຊເດັກ. (ງ)
\s5
\c 7
\p
\v 1 ສ່ວນ ເມຄີເຊເດັກ ຜູ້ນີ້ ຄື ກະສັດແຫ່ງ ເມືອງ ຊາເລັມ ເປັນ ປະໂຣຫິດຂອງພຣະເຈົ້າ ຜູ້ ສູງສຸດ ໄດ້ ພົບ ອັບຣາຮາມ ຂະນະທີ່ ອັບຣາຮາມ ກໍາລັງ ກັບມາ ຈາກ ການ ຮົບ ກັບ ກະສັດ ທັງຫລາຍ ດ້ວຍ ໄຊຊະນະ ແລະ ໄດ້ ຊົງ ອວຍພອນ ແກ່ ເພິ່ນ.
\v 2 ອັບຣາຮາມ ໄດ້ແບ່ງ ສິ່ງ ຂອງ ທັງໝົດ ເປັນ ສິບສ່ວນ ເອົາ ສ່ວນ ໜຶ່ງ ຖວາຍ ແກ່ ເມຄີເຊເດັກ ເມຄີເຊເດັກ ແປ ຢ່າງ ໜຶ່ງ ວ່າ ກະສັດ ແຫ່ງ ຄວາມ ຊອບທໍາ ຕາມ ຄວາມໝາຍ ແຫ່ງ ພຣະນາມ ຂອງທ່ານ ແລະ ອີກທັງເປັນ ກະສັດ ແຫ່ງ ສັນຕິສຸກ ຕາມ ຄວາມໝາຍ ຂອງ ຊື່ເມືອງ ຊາເລັມ.
\v 3 ບິດາ ມານດາ ຫລື ເຊື້ອວົງ ຂອງທ່ານ ບໍ່ ມີ ກ່າວໄວ້ ວັນຕົ້ນ ແລະ ວັນປາຍ ແຫ່ງ ຊີວິດ ຂອງທ່ານ ກໍ ບໍ່ ມີ ເໝືອນກັນ ແຕ່ ເປັນ ເໝືອນ ພຣະບຸດ ຂອງ ພຣະເຈົ້າ ຈຶ່ງ ດໍາລົງ ຢູ່ ເປັນປະໂຣຫິດ ສືບໆ ໄປ.
\s5
\v 4 ຈົ່ງ ຄິດ ເບິ່ງ ແມ່ນ ວ່າ ທ່ານ ຜູ້ ນີ້ ໃຫຍ່ ພໍ ພຽງ ໃດ ທີ່ ອັບຣາຮາມ ຜູ້ ເປັນຕົ້ນ ຕະກຸນ ນັ້ນ ຍັງ ໄດ້ ແບ່ງ ໜຶ່ງ ສ່ວນສິບ ຂອງ ຊັບ ທີ່ ໄດ້ ມາ ຈາກ ຊະເລີຍ ອັນດີທີ່ສຸດ ມາຖວາຍ ແກ່ ທ່ານ.
\v 5 ແລະ ບັນດາ ເຊື້ອສາຍ ຂອງ ເລວີ ຜູ້ຊຶ່ງໄດ້ ຮັບຕໍາແໜ່ງປະໂຣຫິດນັ້ນ. ເຖິງ ແມ່ນວ່າ ຄົນ ເຫລົ່ານັ້ນ ສືບເຊື້ອສາຍ ມາ ຈາກ ອັບຣາຮາມ ກໍ ຍັງ ມີ ກົດບັນຍັດ ສັ່ງ ໃຫ້ ຮັບໜຶ່ງ ສ່ວນສິບ ຈາກ ພົນລະເມືອງ ຄື ຈາກ ພວກ ພີ່ນ້ອງ ຂອງຕົນ.
\v 6 ເມຄີເຊເດັກ ບໍ່ໄດ້ ສືບເຊື້ອສາຍ ມາ ຈາກ ເລວີ ແຕ່ ເພິ່ນ ກໍໄດ້ ຮັບ ໜຶ່ງ ສ່ວນສິບ ຈາກ ອັບຣາຮາມ ແລະ ໄດ້ ອວຍພອນ ອັບຣາຮາມ ຜູ້ທີ່ໄດ້ ຮັບພຣະສັນຍາ ຂອງ ພຣະເຈົ້າ.
\s5
\v 7 ສິ່ງ ທີ່ ຖຽງ ບໍ່ ໄດ້ ກໍ ຄື ຜູ້ນ້ອຍ ຮັບພອນ ຈາກ ຜູ້ໃຫຍ່.
\v 8 ອີກປະການ ໜຶ່ງ ໃນ ກໍລະນີ ປະໂຣຫິດ ຕະກຸນ ເລວີ ນັ້ນ ມະນຸດ ທີ່ ຕ້ອງ ຕາຍ ກໍ ເປັນຜູ້ຮັບ ໜຶ່ງສ່ວນສິບ ແຕ່ ໃນ ກໍລະນີ ເມຄີເຊເດັກ ຜູ້ຮັບໜຶ່ງສ່ວນສິບ ນັ້ນ ມີ ຫລັກຖານ ໃນ ພຣະຄໍາພີ ວ່າ ທ່ານ ຍັງມີ ຊີວິດຢູ່.
\v 9 ຖ້າ ຈະ ເວົ້າ ອີກ ຢ່າງ ໜຶ່ງ ກໍ ວ່າ ເລວີ ຜູ້ຮັບໜຶ່ງ ສ່ວນສິບ ນັ້ນ ກໍ ຍັງໄດ້ ຖວາຍ ໜຶ່ງ ສ່ວນສິບ ແກ່ ເມຄີເຊເດັກ ທາງ ອັບຣາຮາມ.
\v 10 ເພາະວ່າ ໃນ ຂະນະທີ່ ເມຄີເຊເດັກ ໄດ້ ພົບກັບ ອັບຣາຮາມ ເລວີ ຍັງ ຢູ່ໃນສາຍ ເລືອດ ຂອງ ບັນພະບຸລຸດ ຄື ອັບຣາຮາມ.
\s5
\v 11 ດັ່ງ ນັ້ນ ຖ້າຄວາມ ບໍຣິບູນ ບັນລຸ ໄດ້ ທາງ ລະບົບ ປະໂຣຫິດ ເຜົ່າເລວີ (ເພາະວ່າ ປະຊາຊົນ ໄດ້ ຮັບກົດບັນຍັດ ໂດຍ ວິທີ ນີ້) ເປັນຫຍັງ ຈະຕ້ອງ ມີ ປະໂຣຫິດ ອື່ນອີກ ຕາມ ແບບຢ່າງ ຂອງ ເມຄີເຊເດັກ ບໍ່ ແມ່ນ ຕາມ ແບບຢ່າງ ຂອງ ອາໂຣນ ບໍ?
\v 12 ເພາະ ເມື່ອ ຕໍາແໜ່ງ ປະໂຣຫິດ ປ່ຽນແປງ ໄປ ແລ້ວ ກົດບັນ ຍັດ ກໍ ຈໍາເປັນ ຕ້ອງ ປ່ຽນແປງ ໄປ ເໝືອນກັນ.
\s5
\v 13 ເພາະວ່າ ທ່ານ ທີ່ ເຮົາ ກ່າວ ເຖິງ ນັ້ນ ກໍ ມາ ຈາກ ຕະກຸນ ອື່ນ ຄື ຕະກຸນ ທີ່ ຍັງ ບໍ່ ມີ ຜູ້ໃດ ເຄີຍ ປະຕິບັດ ທີ່ ແທ່ນບູຊາ ຈັກ ເທື່ອ.
\v 14 ເພາະ ປາກົດແຈ້ງ ແລ້ວວ່າ ອົງພຣະຜູ້ເປັນເຈົ້າ ຂອງ ເຮົາທັງຫລາຍ ໄດ້ ຊົງ ສືບ ເຊື້ອສາຍ ມາ ຈາກ ຕະກຸນ ຢູດາ ແຕ່ ເມື່ອ ໂມເຊ ໄດ້ ກ່າວ ເຖິງ ປະໂຣຫິດ ກໍ ບໍ່ ໄດ້ ກ່າວ ເຖິງ ຕະກຸນ ນີ້.
\s5
\v 15 ເລື່ອງ ນີ້ ກໍປາກົດ ແຈ້ງ ຂຶ້ນ ອີກ ຖ້າມີ ປະໂຣຫິດ ອີກ ຕົນ ໜຶ່ງ ຕາມ ແບບ ຢ່າງ ເມຄີເຊເດັກ
\v 16 ຜູ້ ຊຶ່ງ ເປັນ ປະໂຣຫິດ ທີ່ບໍ່ໄດ້ ຮັບການ ແຕ່ງຕັ້ງ ຕາມ ກົດບັນຍັດ ຂອງ ມະນຸດ ແຕ່ ໂດຍ ຣິດເດດ ແຫ່ງ ຊີວິດ ອັນບໍ່ຮູ້ ເສື່ອມສູນ.
\v 17 ເພາະມີ ຄໍາພະຍານ ທີ່ກ່າວ ເຖິງ ເພິ່ນວ່າ, "ທ່ານ​ເປັນ​ປະ​ໂຣ​ຫິດ​ຕະ​ຫລອດ​ໄປ​ເປັນ​ນິດ ໃນ​ລຳ​ດັບ​ດຽວ​ກັນ​ກັບ​ເມ​ຄີ​ເຊ​ເດັກ."
\s5
\v 18 ດ້ວຍວ່າ, ກົດບັນຍັດ ທີ່ມີ ກ່ອນ ນັ້ນ ໄດ້ ຊົງ ຍົກເລີກ ເສຍ ແລ້ວ ເພາະມີຂໍ້ບົກຜ່ອງ ແລະ ໃຊ້ການ ບໍ່ໄດ້.
\v 19 (ເພາະວ່າ ກົດບັນຍັດ ນັ້ນ ບໍ່ ໄດ້ ເຮັດໃຫ້ ສິ່ງໃດ ເຖິງ ທີ່ ສໍາເລັດ) ແຕ່ ມີ ຄວາມຫວັງ ອັນດີກວ່າ ໄດ້ ເພີ່ມເຕີມ ເຂົ້າ ມາໂດຍ ຄວາມຫວັງ ນັ້ນ ພວກເຮົາ ຈຶ່ງ ຈະເຂົ້າ ໄປໃກ້ ພຣະເຈົ້າ ໄດ້.
\s5
\v 20 ພຣະເຈົ້າ ຊົງ ຢືນຢັນ ເລື່ອງນີ້ ໂດຍ ຄໍາສາບານ ຂອງ ພຣະອົງ ວ່າ, ຄົນອື່ນ ໆ ເຂົາຮັບຕໍາແໜ່ງ ປະໂຣຫິດ ໂດຍ ບໍ່ ມີ ຄໍາສາບານ ເລີຍ.
\v 21 ແຕ່ ພຣະອົງ ຊົງເປັນປະໂຣຫິດ ໂດຍ ທາງ ຄໍາສາບານ ເມື່ອ ພຣະເຈົ້າ ຊົງກ່າວ ກັບພຣະອົງ ວ່າ, “ອົງພຣະຜູ້ເປັນເຈົ້າ ຊົງ ສາບານ ໄວ້ ແລ້ວ ແລະ ຈະບໍ່ຊົງປ່ຽນພຣະໄທ ວ່າ, ‘ທ່ານເປັນປະໂຣຫິດຕະຫລອດໄປ.
\s5
\v 22 ດັ່ງນັ້ນ ພຣະເຢຊູເຈົ້າ ຈຶ່ງ ຊົງກາຍເປັນ ຜູ້ຮັບປະກັນ ພັນທະສັນຍາ ອັນດີກວ່າ.
\v 23 ພວກປະໂຣຫິດ ຕະກຸນ ເລວີ ນັ້ນ ສືບຕໍາແໜ່ງ ຕໍ່ກັນມາ ຫລາຍຄົນ ເພາະ ຄວາມຕາຍ ຂັດຂວາງ ພວກເຂົາ ບໍ່ໃຫ້ ປະຕິບັດງານຕະຫລອດໄປ.
\v 24 ແຕ່ ພຣະເຢຊູເຈົ້າ ອົງຊົງດໍາລົງ ຕໍາແໜ່ງ ປະໂຣຫິດ ຕະຫລອດໄປ ເພາະ ພຣະອົງ ຊົງ ດໍາລົງ ຢູ່ນິຣັນດອນ.
\s5
\v 25 ດ້ວຍເຫດນີ້ ພຣະອົງ ຈຶ່ງ ຊົງສາມາດຕະຫລອດໄປ ທີ່ ຈະ ໂຜດ ເອົາ ຄົນທັງປວງ ທີ່ ໄດ້ເຂົ້າ ມາຫາ ພຣະເຈົ້າ ໂດຍ ທາງ ພຣະອົງນັ້ນ ໃຫ້ ໄດ້ ຮັບ ຄວາມ ລອດພົ້ນ ເພາະວ່າ ພຣະອົງ ຊົງ ພຣະຊົນ ຢູ່ນິຣັນດອນ ເພື່ອ ຊ່ວຍ ທູນຂໍ ພຣະກະຣຸນາ ໃຫ້ ຄົນ ເຫລົ່ານັ້ນ.
\v 26 ມະຫາ ປະໂຣຫິດ ຢ່າງ ນີ້ ແຫລະ ທີ່ ເໝາະສົມ ສໍາລັບ ພວກເຮົາ ຄື ເປັນ ຜູ້ບໍຣິສຸດ ປາສະຈາກ ຜິດ ຫລື ສິ່ງຊົ່ວ ມົວໝອງ ແຍກຈາກ ຄົນບາບ ທັງປວງ ຊົງ ປະທັບຢູ່ ເໜືອ ມະຫາ ສະຫວັນ.
\s5
\v 27 ພຣະອົງ ບໍ່ ຕ້ອງ ຊົງ ນໍາເຄື່ອງບູຊາ ມາ ທຸກ ໆ ວັນ ເໝືອນ ດັ່ງມະຫາປະໂຣຫິດ ຄົນອື່ນ ໆ ຜູ້ ຊຶ່ງ ຕອນ ທໍາອິດ ຖວາຍ ສໍາລັບ ການບາບ ຂອງ ຕົນເອງ ແລ້ວ ຈຶ່ງ ຖວາຍ ສໍາລັບ ຄວາມ ບາບ ຂອງ ພົນລະເມືອງ ສ່ວນ ພຣະອົງ ໄດ້ ຊົງຖວາຍ ເຄື່ອງ ບູຊາ ພຽງ ເທື່ອ ດຽວ ເປັນ ການ ສິ້ນສຸດ ຄື ເມື່ອ ພຣະອົງ ໄດ້ ຊົງ ນໍາ ພຣະອົງເອງມາຖວາຍ.
\v 28 ຕາມ ກົດບັນຍັດ ນັ້ນ ໄດ້ ແຕ່ງຕັ້ງ ມະນຸດ ທີ່ ບໍ່ສົມບູນ ແບບໃຫ້ ເປັນມະຫາປະໂຣຫິດ ແຕ່ ພຣະສັນຍາ ຂອງພຣະເຈົ້າ ທີ່ ປະກອບ ດ້ວຍ ຄໍາສາບານ ຊຶ່ງ ໄດ້ ມາ ພາຍຫລັງກົດບັນຍັດ ກໍ ໄດ້ ແຕ່ງຕັ້ງ ພຣະບຸດ ຂຶ້ນ ຜູ້ຊຶ່ງ ເຖິງຄວາມສໍາເລັດ ຊົ່ວນິຣັນດອນ.
\s5
\c 8
\p
\v 1 ເລື່ອງ ທີ່ ເຮົາ ກໍາລັງ ເວົ້າ ຢູ່ ນີ້ ມີຂໍ້ ສໍາຄັນ ຄື ພວກເຮົາ ມີ ມະຫາປະໂຣຫິດ ຢ່າງນີ້ ຄື ມະຫາປະໂຣຫິດ ຜູ້ປະທັບ ຢູ່ເບື້ອງຂວາ ພຣະທ່ີ່ນັ່ງ ຂອງ ຜູ້ຊົງຣິດເດຊານຸພາບ ໃນມະຫາສະຫວັນ.
\v 2 ພຣະອົງ ບົວລະບັດ ຮັບໃຊ້ ເປັນມະຫາປະໂຣຫິດ ຢູ່ໃນສະຖານທີ່ສັກ ສິດ ທີ່ ສຸດ ຄື ຢູ່ໃນສໍານັກ ຜ້າເຕັນ ອັນແທ້ຈິງ ຊຶ່ງ ບໍ່ ແມ່ນ ມະນຸດ ເປັນ ຜູ້ ຕັ້ງ ຂຶ້ນ ແຕ່ ແມ່ນ ອົງພຣະຜູ້ເປັນເຈົ້າ ໄດ້ ຊົງຕັ້ງໄວ້.
\s5
\v 3 ເພາະວ່າ ມະຫາປະໂຣຫິດ ທຸກຄົນ ໄດ້ ຮັບແຕ່ງຕັ້ງ ເພື່ອໃຫ້ ຖວາຍ ຂອງທານ ແລະ ຂ້າສັດບູຊາ ແກ່ພຣະເຈົ້າ. ດັ່ງນັ້ນແຫລະ ມະຫາປະໂຣຫິດ ຜູ້ນີ້ ຈຶ່ງຈໍາເປັນຕ້ອງ ມີ ສິ່ງຂອງ ຖວາຍ ແກ່ ພຣະເຈົ້າ ເໝືອນກັນ.
\v 4 ບັດນີ້ ຖ້າພຣະອົງ ຊົງຢູ່ ໃນແຜ່ນດິນ ໂລກ ນີ້ ພຣະອົງ ກໍ ຈະ ບໍ່ ຊົງ ເປັນປະໂຣຫິດ ເພາະວ່າ ມີ ປະໂຣຫິດ ທີ່ ຖວາຍ ເຄື່ອງຂອງ ຕ່າງໆ ຕາມ ກົດບັນຍັດ ຢູ່ແລ້ວ.
\v 5 ປະການ ໜຶ່ງ ປະໂຣຫິດ ເຫລົ່ານັ້ນ ບົວລະບັດ ເປັນ ພຽງແຕ່ ແບບ ແລະ ເງົາ ແຫ່ງ ສິ່ງສັກສິດ ໃນສະຫວັນ. ເໝືອນ ໂມເຊ, ເມື່ອ ເພິ່ນ ຈະ ຕັ້ງ ສໍານັກ ຜ້າເຕັນ ນັ້ນ ພຣະເຈົ້າ ໄດ້ ຊົງ ເຕືອນ ສະຕິເພິ່ນ ວ່າ, “ເຈົ້າ ຕ້ອງ ເຮັດທຸກສິ່ງ ຕາມ ແບບຢ່າງ ທີ່ ເຮົາ ໄດ້ ສໍາແດງ ແກ່ ເຈົ້າ ທີ່ ເທິງ ພູ ນັ້ນ.”
\s5
\v 6 ແຕ່ ພຣະເຢຊູເຈົ້າ ໄດ້ ຊົງ ຮັບ ພາລະກິດ ຊຶ່ງ ປະເສີດ ກວ່າ ຂອງ ປະໂຣຫິດ ເຫລົ່ານັ້ນ ເໝືອນ ດັ່ງ ພັນທະສັນຍາ ຊຶ່ງ ພຣະອົງ ຊົງ ເປັນ ຜູ້ ກາງ ນັ້ນ ກໍ ປະເສີດ ກວ່າ ພັນທະສັນຍາ ເດີມ ເພາະວ່າ ໄດ້ ຊົງ ຕັ້ງ ຂຶ້ນ ໂດຍ ພຣະສັນຍາ ທັງຫລາຍ ອັນ ປະເສີດ ກວ່າ ເກົ່າ.
\v 7 ດ້ວຍວ່າ, ຖ້າ ພັນທະສັນຍາ ເດີມ ນັ້ນບໍ່ ມີ ຂໍ້ ບົກ ຜ່ອງ ແລ້ວ ກໍ ບໍ່ ຈໍາ ເປັນ ຊອກ ພັນທະສັນຍາ ທີ ສອງ ມາ ແທນ.
\s5
\v 8 ເພາະວ່າ ພຣະອົງ ຊົງ ກ່າວ ຕິ ພວກເຂົາ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ຊົງ ກ່າວ ວ່າ, ‘ເບິ່ງແມ! ພາຍ ໜ້າ ຈະ ມີ ຄາວ ໜຶ່ງ ທີ່ ເຮົາ ຈະ ເຮັດ ພັນທະສັນຍາ ໃໝ່ ກັບ ຍາດວົງ ອິດສະຣາເອນ ແລະ ຍາດວົງ ຢູດາ.
\v 9 ຈະ ບໍ່ ເໝືອນ ພັນທະສັນຍາ ທີ່ ເຮົາ ໄດ້ ສັນຍາ ໄວ້ ກັບ ບັນພະບຸລຸດ ຂອງ ພວກເຂົາ ໃນ ເມື່ອ ເຮົາ ໄດ້ ຈູງ ມື ຂອງ ພວກເຂົາພາ ອອກ ມາ ຈາກ ປະເທດ ເອຢິບ. ເພາະ ອົງພຣະ ຜູ້ ເປັນເຈົ້າ ຊົງ ກ່າວ ວ່າ, ‘ເຂົາ ເຫລົ່ານັ້ນ ບໍ່ໄດ້ ຕັ້ງ ຢູ່ ໃນ ພັນທະສັນຍາ ຂອງເຮົາ. ດັ່ງນັ້ນ ເຮົາ ຈຶ່ງ ບໍ່ ສົນໃຈ ຕໍ່ ພວກເຂົາ.
\s5
\v 10 ອົງພຣະ ຜູ້ ເປັນເຈົ້າ ຊົງ ກ່າວ ອີກ ວ່າ, ‘ນີ້ ແມ່ນ ພັນທະສັນຍາ ທີ່ ເຮົາ ຈະ ສັນຍາ ໄວ້ ກັບ ຍາດ ວົງ ອິດສະຣາເອນ ພາຍຫລັງ ສະໄໝ ນັ້ນ ຄື ເຮົາ ຈະ ບັນຈຸ ກົດບັນຍັດ ຂອງເຮົາ ໄວ້ ໃນ ໃຈ ຂອງ ພວກເຂົາ. ເຮົາ ຈະ ຈາລຶກ ກົດບັນຍັດ ນັ້ນ ໄວ້ ໃນ ຫົວໃຈ ຂອງ ເຂົາ ເຮົາ ຈະ ເປັນ ພຣະເຈົ້າ ຂອງ ພວກເຂົາ ແລະ ຝ່າຍ ພວກເຂົາ ຈະ ເປັນ ພົນລະເມືອງ ຂອງເຮົາ.
\s5
\v 11 ພວກ ຂົາ ຈະ ບໍ່ ສອນ ເພື່ອນບ້ານ ແລະ ພີ່ນ້ອງ ຂອງຕົນ ແຕ່ລະຄົນ ວ່າ, ‘ຈົ່ງ ຮູ້ຈັກ ອົງພຣະ ຜູ້ ເປັນເຈົ້າ’ ເພາະ ເຂົາ ທຸກຄົນ ຈະ ຮູ້ຈັກ ເຮົາ ຕັ້ງແຕ່ ຜູ້ນ້ອຍ ທີ່ສຸດ ຈົນເຖິງ ຜູ້ໃຫຍ່ ທີ່ສຸດ.
\v 12 ເພາະ ເຮົາ ຈະ ກະຣຸນາ ຕໍ່ ການ ອະທໍາ ຂອງ ພວກເຂົາ ແລະ ການ ຜິດບາບ ຂອງ ພວກເຂົາ ເຮົາ ຈະ ບໍ່ ຈົດຈໍາ ຕໍ່ໄປ.
\s5
\v 13 ເມື່ອ ພຣະອົງ ຊົງ ກ່າວ ວ່າ, “ພັນທະສັນຍາໃໝ່ ” ກໍ ເປັນ ທີ່ ເຮັດ ໃຫ້ ພັນທະສັນຍາເດີມ ນັ້ນ ພົ້ນສະໄໝ ໄປ ແລ້ວ ສິ່ງ ທີ່ ພົ້ນ ສະໄໝ ແລະ ເກົ່າ ໄປ ແລ້ວກໍ ກໍາລັງ ຈະ ເສື່ອມສູນ ໄປ.
\s5
\c 9
\p
\v 1 ເຖິງ ແມ່ນ ພັນທະສັນຍາເດີມ ນັ້ນ ກໍ ມີ ກົດ ໃນ ການ ນະມັດສະການ ແລະ ມີ ສະຖານ ອັນ ສັກສິດ ທີ່ ແຜ່ນດິນໂລກ.
\v 2 ດ້ວຍວ່າ, ມີ ສໍານັກຜ້າເຕັນ ທີ່ຈັດຕັ້ງຂຶ້ນ ແລ້ວ ຄື ຫ້ອງ ຊັ້ນນອກ ຊຶ່ງ ມີ ຫລັກ ຕະກຽງ ມີ ໂຕະ ແລະ ມີ ເຂົ້າ ຈີ່ ທີ່ ຕັ້ງ ຖວາຍ ໄວ້ ຫ້ອງ ທໍາອິດນີ້ ເອີ້ນ ວ່າ, ສະຖານທີ່ສັກສິດ.
\s5
\v 3 ພາຍໃນ ຜ້າກັ້ງ ຊັ້ນ ທີສອງ ມີ ຫ້ອງ ຊຶ່ງ ເອີ້ນວ່າ, ສະຖານທີ່ ສັກສິດທີ່ສຸດ.
\v 4 ໃນຫ້ອງນັ້ນ ມີ ແທ່ນຄໍາ ສໍາລັບ ເຜົາເຄື່ອງຫອມ ມີ ຫິບຫຸ້ມ ຫໍ່ ດ້ວຍຄໍາ ທຸກ ດ້ານ ສໍາລັບ ໃສ່ ພັນທະສັນຍາ ຢູ່ໃນ ຫິບນັ້ນ ມີ ຂັນຄໍາໃສ່ ມານາ ໄວ້ ມີໄມ້ເທົ້າ ຂອງ ອາໂຣນ ທີ່ ປົ່ງຍອດ ແລະ ມີ ແຜ່ນຫິນຈາລຶກ ພັນທະສັນຍາ ແລັວ.
\v 5 ຢູ່ ເທິງຫີບ ນັ້ນມີຮູບ ເຄຣູບ ປະກອບ ດ້ວຍ ສະຫງ່າຣາສີ ອັນຮຸ່ງເຮືອງ ຂອງ ພຣະເຈົ້າ ປົກຄຸມ ພຣະທີ່ນັ່ງອັນຊົງພຣະກະຣຸນາ ນັ້ນ. ສິ່ງເຫລົ່ານີ້ ເຮົາຈະພັນລະນາ ໃຫ້ ລະອຽດ ໃນທີ່ນີ້ ບໍ່ໄດ້.
\s5
\v 6 ເມື່ອ ຈັດຕັ້ງ ສິ່ງ ຕ່າງໆ ໄວ້ ຢ່າງ ນັ້ນ ແລ້ວ ບັນດາ ປະໂຣຫິດ ກໍ ເຂົ້າ ໄປ ໃນ ຫໍເຕັນ ຊັ້ນນອກ ທຸກໆ ວັນ ເພື່ອປະກອບ ພິທີ.
\v 7 ສ່ວນ ຫ້ອງຊັ້ນໃນ ນັ້ນ ມີ ແຕ່ ມະຫາປະໂຣຫິດ ຜູ້ ດຽວ ເທົ່ານັ້ນ ທີ່ ເຂົ້າໄປໄດ້ ແລະ ເພິ່ນເຂົ້າໄປໄດ້ ປີລະ ເທື່ອ ເທົ່າ ນັ້ນ. ເພິ່ນຕ້ອງ ນໍາເລືອດ ສັດເຂົ້າໄປ ຖວາຍ ແກ່ ພຣະເຈົ້າ ສໍາລັບຕົນເອງ ແລະ ເພື່ອຄວາມຜິດ ໂດຍ ບໍ່ ເຈດຕະນາ ຂອງ ປະຊາຊົນ.
\s5
\v 8 ໂດຍ ສິ່ງນີ້ເອງ ພຣະວິນຍານ ບໍຣິສຸດເຈົ້າ ຈຶ່ງ ຊົງສໍາແດງ ວ່າ ທາງ ທີ່ນໍາ ເຂົ້າ ສູ່ສະຖານ ສັກສິດນັ້ນ ຍັງບໍ່ເປີດ ຕາບໃດ ທີ່ຫ້ອງຊັ້ນນອກ ນັ້ນຍັງຕັ້ງຢູ່.
\v 9 ຫ້ອງຊັ້ນນອກ ນັ້ນເປັນເຄື່ອງໝາຍ ເຖິງສະໄໝ ປັດຈຸບັນ ຄື ໝາຍຄວາມວ່າ ການ ຖວາຍ ຂອງທານ ແລະ ເຄື່ອງ ບູຊາ ຕາມ ແບບ ນີ້ ຈະຊໍາລະໃຈ ສໍານຶກຜິດ ແລະຊອບຂອງ ຜູ້ຖວາຍ ນັ້ນ ບໍ່ ໄດ້.
\v 10 ເພາະ ເປັນ ເລື່ອງ ຂອງ ກິນຂອງດື່ມ ແລະ ພິທີ ຊໍາລະ ລ້າງ ຕ່າງໆ ເທົ່າ ນັ້ນ ເປັນ ພິທີສໍາລັບ ການ ປະຕິບັດທາງກາຍ ທີ່ໄດ້ ຊົງບັນຍັດ ໄວ້ ຈົນກວ່າ ຈະໄດ້ ຊົງປ່ຽນແປງໃໝ່.
\s5
\v 11 ເມື່ອ ພຣະຄຣິດໄດ້ສະເດັດມາ ເປັນມະຫາປະໂຣຫິດສໍາລັບ ສິ່ງປະເສີດ ຊຶ່ງມາ ເຖິງແລ້ວ. (ຈ) ພຣະອົງກໍໄດ້ ສະເດັດເຂົ້າ ໄປໃນສະຖານທີ່ ສັກສິດທີ່ສຸດ ແລະ ປະເສີດກວ່າ ແຕ່ກ່ອນ (ທີ່ ບໍ່ໄດ້ ສ້າງຂຶ້ນ ດ້ວຍ ມື ມະນຸດ ຄື ບໍ່ ແມ່ນ ສິ່ງຂອງ ທີ່ສ້າງ ຂຶ້ນ ໃນ ໂລກນີ້).
\v 12 ພຣະອົງ ໄດ້ ສະເດັດ ເຂົ້າ ໄປ ໃນ ສະຖານທີ່ ສັກສິດ ທີ່ ສຸດພຽງ ເທື່ອດຽວ ເປັນ ການ ສິ້ນສຸດ ແລະ ພຣະອົງ ບໍ່ ໄດ້ ຊົງ ນໍາເລືອດ ແບ້ ຫລື ເລືອດ ລູກ ງົວ ເຂົ້າ ໄປ ແຕ່ ຊົງ ນໍາ ພຣະໂລຫິດ ຂອງ ພຣະອົງ ເອງ ເຂົ້າ ໄປ ແລະ ຊົງ ສໍາເລັດ ການ ໄຖ່ ບາບ ອັນ ຕະຫລອດໄປ.
\s5
\v 13 ເພາະວ່າ ຖ້າເລືອດ ແບ້ ຫລື ເລືອດ ງົວ ເຖິກ ແລະ ຂີ້ເຖົ່າໄຟ ຂອງ ລູກ ງົວ ໂຕ ແມ່ ທີ່ ໂຮຍ ລົງ ເທິງ ຄົນ ຊົ່ວ ມົວໝອງ ຍັງ ອາດ ຊໍາລະ ຮ່າງກາຍ ໃຫ້ ສະອາດ ໄດ້,
\v 14 ຫລາຍກວ່າ ນັ້ນ ຈັກພຽງໃດ ພຣະໂລຫິດ ຂອງ ພຣະຄຣິດ ຜູ້ ໄດ້ ຊົງຖວາຍພຣະອົງ ເອງ ແດ່ ພຣະເຈົ້າ ໂດຍ ພຣະວິນຍານ ຜູ້ ຊົງ ຕັ້ງ ຢູ່ ເປັນນິດ ເປັນ ເຄື່ອງ ບູຊາ ປາສະຈາກ ຕໍາໜິ ກໍ ຈະ ຊົງ ຊໍາລະ ໃຈ ສໍານຶກ ຜິດແລະຊອບ ຂອງ ເຮົາທັງຫລາຍ ໃຫ້ ພົ້ນ ຈາກ ກິດຈະການ ທີ່ ນໍາໄປ ສູ່ ຄວາມຕາຍ ເພື່ອ ຫັນ ໄປ ຮັບໃຊ້ ພຣະເຈົ້າ ຜູ້ ຊົງ ພຣະຊົນຢູ່.
\v 15 ເພາະ ເຫດນີ້, ພຣະອົງ ຈຶ່ງ ຊົງ ເປັນຜູ້ ກາງ ແຫ່ງ ພັນທະສັນຍາ ໃໝ່ ເພື່ອ ໃຫ້ ຄົນທັງຫລາຍ ທີ່ ພຣະອົງ ຊົງ ເອີ້ນມາ ໄດ້ ຮັບມໍຣະດົກ ຕະຫລອດໄປ ຕາມ ທີ່ ຊົງສັນຍາ ໄວ້ ເພາະ ຄວາມຕາຍ ນັ້ນ ໄຖ່ ພວກເຂົາ ໃຫ້ ພົ້ນ ຈາກ ຄວາມ ບາບ ທີ່ ເກີດ ໃຕ້ ພັນທະສັນຍາເດີມ.
\s5
\v 16 ເພາະວ່າ ໃນ ກໍລະນີ ທີ່ ກ່ຽວກັບ ໜັງສື ພິໄນກໍາ ກໍຈະຕ້ອງ ພິສູດ ວ່າ ຜູ້ ເຮັດ ໜັງສື ນັ້ນ ຕາຍ ແລ້ວ.
\v 17 ຄົນ ນັ້ນ ຕ້ອງ ຕາຍ ເສຍ ກ່ອນ ໜັງ ສື ພິໄນກໍາ ຈຶ່ງ ຈະ ໃຊ້ ໄດ້ ເພາະ ຖ້າ ຜູ້ ທີ່ ເຮັດໜັງສື ນັ້ນຍັງມີ ຊີວິດຢູ່ ໜັງສື ພິໄນກໍາ ນັ້ນ ກໍ ຍັງໃຊ້ ການ ບໍ່ໄດ້.
\s5
\v 18 ເພາະເຫດນັ້ນ ເຖິງແມ່ນ ພັນທະສັນຍາເດີມ (ສ) ກໍ ບໍ່ ໄດ້ ຊົງ ຕັ້ງ ຂຶ້ນ ໂດຍ ປາສະຈາກ ເລືອດ.
\v 19 ເພາະວ່າ ໂມເຊ ໄດ້ ປະກາດ ຄໍາສັ່ງ ທຸກ ຂໍ້ ໃນ ກົດບັນຍັດ ແກ່ ໄພ່ ພົນທັງໝົດ ແລ້ວ ເພິ່ນ ກໍໄດ້ ເອົາ ເລືອດ ລູກ ງົວ ເຖິກ ແລະ ເລືອດ ແບ້ເຖິກ ປົນ ໃສ່ ນໍ້າ ແລ້ວ ເອົາ ຂົນ ແກະ ສີແດງ ແລະ ໃບ ຫູສົບ ມັດ ໜຶ່ງ ມາ ຈຸ່ມ ແລະ ຊິດ ໃສ່ ໜັງສື ມ້ວນ ນັ້ນ ແລະ ຊິດ ໃສ່ ໄພ່ ພົນ ທັງ ໝົດ.
\v 20 ເພິ່ນ ກ່າວ ວ່າ, “ນີ້ ແຫລະ ຄື ເລືອດ ແຫ່ງ ພັນ ທະສັນຍາ ຊຶ່ງ ພຣະເຈົ້າ ໄດ້ ຊົງສັ່ງ ໄວ້ ໃຫ້ ແກ່ ເຈົ້າ ທັງຫຼາຍ.”
\s5
\v 21 ໃນທໍານອງ ດຽວກັນນັ້ນ ເພິ່ນ ກໍໄດ້ ເອົາ ເລືອດ ຊິດ ໃສ່ ສໍານັກຜ້າເຕັນ ກັບ ເຄື່ອງໃຊ້ ໃນພິທີ ນະມັດສະການ ທຸກ ຊະນິດ ເໝືອນກັນ.
\v 22 ທີ່ຈິງ ຕາມ ກົດບັນຍັດ ແລ້ວ ແມ່ນ ເກືອບ ທຸກໆ ສິ່ງ ຕ້ອງ ຊໍາລະ ດ້ວຍ ເລືອດ ແລະ ຖ້າບໍ່ມີ ເລືອດ ໄຫລ ອອກ ແລ້ວ ການໃຫ້ ອະໄພບາບກໍາ ກໍບໍ່ມີ.
\s5
\v 23 ເພາະ ສະນັ້ນ ສິ່ງ ຂອງ ໃນ ໂລກນີ້ ທີ່ ສ້າງ ຂຶ້ນ ຕາມ ແບບ ຢ່າງ ໃນ ສະຫວັນ ຈໍາເປັນ ຕ້ອງ ຖືກ ຊໍາລະ ໃຫ້ ບໍຣິສຸດ ໂດຍ ເຄື່ອງ ບູຊາ ອັນປະເສີດຫລາຍກວ່າ ອີກ.
\v 24 ເພາະວ່າ ພຣະຄຣິດ ບໍ່ ໄດ້ ສະເດັດເຂົ້າ ໄປໃນ ສະຖານ ສັກສິດ ທີ່ ຖືກ ສ້າງ ຂຶ້ນ ດ້ວຍ ມື ມະນຸດ ຕາມ ແບບຢ່າງ ໃນສະຫວັນ ແຕ່ ເວລາ ນີ້ ພຣະອົງ ໄດ້ ສະເດັດ ເຂົ້າ ໄປ ໃນ ມະຫາສະຫວັນ ເພື່ອ ເຂົ້າ ເຝົ້າ ພຣະເຈົ້າ ແທນ ພວກເຮົາ.
\s5
\v 25 ພຣະອົງ ບໍ່ ຕ້ອງ ເຂົ້າ ໄປ ຖວາຍບູຊາ ພຣະອົງ ເອງ ຫລາຍ ເທື່ອ ເໝືອນ ດັ່ງ ປະໂຣຫິດ ທີ່ ເຂົ້າ ໄປ ໃນ ບ່ອນ ສັກສິດທີ່ສຸດ ທຸກໆ ປີ ແລະ ນໍາເລືອດ ໂດຍ ບໍ່ແມ່ນ ເລືອດ ຂອງ ຕົນເອງ ເຂົ້າໄປຖວາຍ,
\v 26 ເພາະ ຖ້າເປັນ ດັ່ງນັ້ນ ພຣະອົງ ຄົງຈະຕ້ອງທົນທຸກ ທໍລະມານ ຫລາຍ ເທື່ອ ນັບຕັ້ງແຕ່ ວາງ ຮາກ ສ້າງໂລກມາ. ແຕ່ ບັດນີ້ ພຣະອົງ ໄດ້ ມາ ປາກົດ ເພື່ອຖວາຍ ພຣະອົງເອງ ເປັນ ເຄື່ອງ ບູຊາ ພຽງ ເທື່ອ ດຽວ ເປັນ ການ ສິ້ນສຸດ ເພື່ອ ໄຖ່ ຄວາມ ບາບ.
\s5
\v 27 ມະນຸດ ທຸກຄົນ ຖືກ ຊົງກໍານົດ ໄວ້ ແລ້ວວ່າ, ຈະ ຕ້ອງຕາຍ ເທື່ອດຽວ ແລະ ຫລັງຈາກນັ້ນ ຈະຖືກ ມີ ການພິພາກສາ ສັນໃດ
\v 28 ພຣະຄຣິດ ກໍ ສັນນັ້ນ ໄດ້ ຖວາຍ ພຣະອົງ ເອງ ເປັນ ເຄື່ອງ ບູຊາ ເທື່ອດຽວ ເພື່ອລຶບລ້າງ ບາບກໍາ ຂອງ ຄົນ ຈໍານວນ ຫລວງຫລາຍ. ພຣະອົງ ຈະ ມາ ປາກົດ ເທື່ອທີສອງ ໂດຍ ບໍ່ ກ່ຽວກັບຄວາມບາບ ແຕ່ ເພື່ອ ໂຜດ ຊ່ວຍ ເອົາ ບັນດາ ຜູ້ ທີ່ລໍຄອຍ ພຣະອົງ ດ້ວຍ ໃຈ ຮ້ອນຮົນ ໃຫ້ ໄດ້ ຮັບຄວາມພົ້ນ.
\s5
\c 10
\p
\v 1 ດ້ວຍວ່າ, ກົດບັນຍັດ ນັ້ນ ເປັນ ພຽງແຕ່ ເງົາ ທີ່ ເລັງ ເຖິງ ສິ່ງ ປະເສີດ ທັງຫລາຍ ທີ່ ຈະ ມາ ພາຍໜ້າ ນັ້ນ ແລະ ບໍ່ ແມ່ນ ຕົວຈິງ ຂອງ ສິ່ງ ເຫລົ່າ ນັ້ນ, ເຄື່ອງ ບູຊາ ທີ່ ເຂົາ ຖວາຍ ທຸກ ປີ ສະເໝີ ມາ ຕາມ ກົດບັນຍັດ ນັ້ນ ບໍ່ ສາມາດ ເຮັດ ໃຫ້ ຜູ້ ທີ່ ມາ ເຂົ້າ ເຝົ້າ ພຣະເຈົ້າ ເຖິງທີ່ສໍາເລັດ ຄົບຖ້ວນ ໄດ້ ຈັກເທື່ອ
\v 2 ເພາະ ຖ້າເປັນ ໄດ້ ພວກເຂົາ ຄົງ ໄດ້ ຢຸດ ການ ຖວາຍ ເຄື່ອງ ບູຊາ ແລ້ວ ບໍ່ ແມ່ນ ບໍ? ຖ້າຜູ້ນະມັດສະການ ນັ້ນ ໄດ້ ຮັບການ ຊໍາລະ ລ້າງ ເທື່ອດຽວ ເປັນ ການ ສິ້ນສຸດ ແລ້ວ ຄົນ ເຫລົ່າ ນັ້ນ ຄົງ ຈະ ບໍ່ ຮູ້ສຶກ ວ່າ ມີ ບາບ ອີກ ຕໍ່ ໄປ.
\v 3 ແຕ່ ການ ຖວາຍ ເຄື່ອງ ບູຊາ ຕ່າງໆ ນັ້ນ ເປັນ ການ ເຕືອນ ໃຫ້ ລະນຶກເຖິງ ຄວາມ ບາບ ທຸກໆ ປີ.
\v 4 ດ້ວຍວ່າ, ເລືອດ ງົວ ເຖິກ ແລະ ເລືອດ ແບ້ ບໍ່ສາມາດ ຊໍາລະ ຄວາມ ບາບ ໃຫ້ ໝົດ ສິ້ນ ໄປ ໄດ້ ຈັກເທື່ອ.
\s5
\v 5 ດັ່ງ ນັ້ນ ແຫລະ ໃນ ເວລາ ທີ່ ພຣະຄຣິດ ໄດ້ ສະເດັດ ເຂົ້າ ມາ ໃນ ໂລກ ພຣະອົງ ຊົງ ທູນ ວ່າ, “ເຄື່ອງ ບູຊາ ກັບ ເຄື່ອງ ຖວາຍ ພຣະອົງ ບໍ່ ປະສົງ ແຕ່ ພຣະອົງ ຊົງ ໄດ້ ຈັດຕຽມ ຮ່າງກາຍ ໄວ້ ສໍາລັບ ຂ້ານ້ອຍ.
\v 6 ເຄື່ອງ ເຜົາບູຊາ ແລະ ເຄື່ອງ ບູຊາ ລຶບລ້າງ ບາບ ນັ້ນ ພຣະອົງ ບໍ່ ຊົງ ພໍພຣະໄທ
\v 7 ເມື່ອນັ້ນ ຂ້ານ້ອຍ ຈຶ່ງ ທູນ ວ່າ, ‘ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ໄດ້ ມາ ເພື່ອ ຈະ ເຮັດ ຕາມ ນໍ້າພຣະໄທ ຂອງ ພຣະອົງ ຕາມ ທີ່ ມີ ເລື່ອງ ຂອງ ຂ້ານ້ອຍ ຂຽນ ໄວ້ ໃນ ໜັງສື ມ້ວນ ນັ້ນ.
\s5
\v 8 ເມື່ອ ພຣະອົງ ຊົງກ່າວ ແລ້ວ ວ່າ, “ເຄື່ອງ ບູຊາ ແລະ ເຄື່ອງ ຖວາຍ” ກັບ “ເຄື່ອງ ເຜົາ ບູຊາ ແລະ ເຄື່ອງ ບູຊາ ລຶບ ລ້າງ ບາບ ທີ່ ເຂົາ ໄດ້ ບູຊາ ຕາມ ກົດບັນຍັດ ນັ້ນ ພຣະອົງ ບໍ່ ຊົງ ປະສົງ ແລະ ບໍ່ ຊົງ ພໍພຣະໄທ. ”
\v 9 ຕໍ່ມາ ພຣະອົງ ກ່າວ ວ່າ, “ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ໄດ້ ມາ ເພື່ອ ປະຕິບັດ ຕາມ ນໍ້າພຣະໄທ ຂອງ ພຣະອົງ. ” ພຣະອົງ ຈຶ່ງ ຍົກ ເລີກ ການ ຖວາຍບູຊາ ແບບ ເດີມ ນັ້ນ ເສຍ ແລະ ໄດ້ ຕັ້ງ ພຣະຄຣິດ ເປັນ ເຄື່ອງ ບູຊາ ແທນ.
\v 10 ແລະ ໂດຍ ນໍ້າພຣະໄທ ນັ້ນ ແຫລະ ພວກເຮົາ ຈຶ່ງ ໄດ້ ຮັບ ການ ຊໍາລະ ໃຫ້ ບໍຣິສຸດ ດ້ວຍ ການ ຖວາຍ ພຣະກາຍ ຂອງ ພຣະເຢຊູ ຄຣິດ ເຈົ້າ ເທື່ອ ດຽວ ເທົ່າ ນັ້ນ ເປັນ ການ ສິ້ນສຸດ.
\s5
\v 11 ຝ່າຍ ປະໂຣຫິດ ທຸກຄົນ ກໍ ປະຕິບັດ ໜ້າທີ່ ຂອງຕົນ ທຸກ ວັນ ແລະ ນໍາເຄື່ອງ ບູຊາ ແບບ ດຽວກັນ ມາ ຖວາຍ ເລື້ອຍໆ ແຕ່ ເຄື່ອງ ບູຊາ ເຫລົ່າ ນັ້ນ ບໍ່ ສາມາດ ຊໍາລະ ບາບກໍາ ໃຫ້ ໝົດ ສິ້ນ ໄປ ໄດ້ ຈັກ ເທື່ອ.
\v 12 ແຕ່ ເມື່ອ ພຣະຄຣິດ ໄດ້ ຖວາຍ ເຄື່ອງ ບູຊາ ຄັ້ງ ດຽວ ເພື່ອ ຊໍາລະ ລ້າງ ບາບກໍາ ແລ້ວ ເປັນ ການ ຖວາຍ ຊຶ່ງ ນໍາ ໃຊ້ ໄດ້ ຕະຫລອດໄປ, ແລ້ວພຣະອົງ ກໍ ນັ່ງ ລົງ ທີ່ ເບື້ອງ ຂວາ ພຣະຫັດ ຂອງ ພຣະເຈົ້າ.
\v 13 ພຣະອົງ ລໍຄອຍ ຈົນ ເຖິງ ເວລາ ທີ່ ພຣະເຈົ້າ ປາບ ເຫລົ່າ ສັດ ຕູ ຂອງ ພຣະອົງ ໃຫ້ ໝູບ ຢູ່ ໃຕ້ ຕີນ ຂອງ ພຣະອົງ.
\v 14 ເພາະ ດ້ວຍ ການ ຖວາຍບູຊາ ຄັ້ງ ດຽວ ພຣະອົງ ໄດ້ ຊົງ ໂຜດ ຄົນ ທັງ ຫລາຍ ທີ່ ຊົງ ຊໍາລະ ເປັນ ບໍຣິສຸດ ນັ້ນ ໃຫ້ ເຖິງ ທີ່ສໍາເລັດ ຊົ່ວນິຣັນດອນ.
\s5
\v 15 ຝ່າຍ ພຣະວິນຍານ ບໍຣິສຸດເຈົ້າ ກໍ ເປັນ ພະຍານ ໃຫ້ ແກ່ ພວກເຮົາ ເໝືອນກັນ ເພາະ ພຣະອົງ ໄດ້ ຊົງ ກ່າວ ໄວ້ ແລ້ວວ່າ,
\v 16 “ອົງພຣະຜູ້ເປັນເຈົ້າ ຊົງ ກ່າວ ວ່າ, ‘ອັນ ນີ້ ແມ່ນ ພັນທະສັນຍາ ທີ່ ເຮົາ ຈະ ເຮັດ ກັບ ເຂົາ ເຫລົ່ານັ້ນ ຄື ໃນ ວັນ ທັງຫລາຍ ຈະ ມາ ເຖິງ ນັ້ນ ເຮົາ ຈະ ເອົາ ກົດບັນຍັດ ຂອງເຮົາ ໃສ່ ໄວ້ ໃນ ຈິດໃຈ ຂອງ ພວກເຂົາ ແລະ ຂຽນ ຂໍ້ຄວາມ ໃສ່ ເທິງ ຫົວໃຈ ຂອງ ເຂົາເຈົ້າ.
\s5
\v 17 ພຣະອົງ ຍັງ ຊົງ ກ່າວ ຕໍ່ໄປ ວ່າ, “ເຮົາ ຈະ ບໍ່ ຈົດ ຈໍາຄວາມ ບາບ ແລະ ການ ອະທໍາ ຂອງ ພວກເຂົາ ຕໍ່ ໄປ ອີກ ຈັກ ເທື່ອ. ”
\v 18 ດັ່ງນັ້ນ ເມື່ອ ພຣະເຈົ້າ ຊົງ ຍົກ ຄວາມ ບາບ ໃຫ້ ແລ້ວ ກໍ ບໍ່ ຈໍາ ເປັນ ຕ້ອງ ຖວາຍ ເຄື່ອງ ບູຊາ ລຶບ ລ້າງ ບາບກໍາ ອີກ ຕໍ່ ໄປ.
\s5
\v 19 ເພາະ ສະນັ້ນ ພີ່ ນ້ອງ ທັງ ຫລາຍ ຂອງເຮົາ ເອີຍ, ພວກເຮົາ ຈຶ່ງ ມີ ໃຈ ກ້າ ທີ່ ຈະ ເຂົ້າ ໄປ ໃນ ສະຖານ ອັນສັກສິດທີ່ສຸດ ດ້ວຍ ພຣະໂລຫິດ ຂອງ ພຣະເຢຊູເຈົ້າ
\v 20 ຕາມ ທາງ ໃໝ່ ຊຶ່ງ ມີ ຊີວິດ ທີ່ ພຣະອົງ ໄດ້ ຊົງ ໄຂ ອອກ ໃຫ້ ພວກເຮົາ ຜ່ານ ເຂົ້າ ໄປ ທາງ ຜ້າກັ້ງ ນັ້ນ ຄື ທາງ ພຣະກາຍ ຂອງ ພຣະອົງ.
\v 21 ເມື່ອ ພວກເຮົາ ມີ ມະຫາປະໂຣຫິດ ຜູ້ ທີ່ ຮັບຜິດຊອບ ຄົວເຮືອນ ຂອງ ພຣະເຈົ້າແລ້ວ.
\v 22 ດັ່ງນັ້ນ ຈົ່ງ ໃຫ້ ພວກເຮົາ ເຂົ້າ ມາ ໃກ້ ດ້ວຍ ຄວາມ ຈິງ ໃຈ ແລະ ດ້ວຍ ຄວາມ ເຊື່ອ ໝັ້ນ ອັນເຕັມ ບໍຣິບູນ ດ້ວຍ ໃຈ ທີ່ ໄດ້ ຮັບ ການ ຊໍາລະ ຈາກ ຄວາມ ຮູ້ສຶກ ຕົວ ວ່າ ມີ ບາບກໍາ ແລະ ມີ ຮ່າງກາຍ ທີ່ ໄດ້ ຊໍາລະລ້າງ ແລ້ວ ດ້ວຍ ນໍ້າບໍຣິສຸດ.
\s5
\v 23 ຈົ່ງ ຢຶດໝັ້ນ ຢູ່ ກັບ ຄວາມຫວັງ ທີ່ ພວກເຮົາ ປະກາດ ຕົວ ວ່າ ໄດ້ ຮັບໄວ້ ແລ້ວນັ້ນ ຢ່າໃຫ້ ຫວັ່ນໄຫວ ເພາະວ່າ ພຣະເຈົ້າ ຊົງຮັກສາ ພຣະສັນຍາ ຂອງ ພຣະອົງສະເໝີ
\v 24 ຈົ່ງ ຫ່ວງໃຍ ຊຶ່ງກັນແລະກັນ ຈົ່ງ ໜູນ ນໍ້າໃຈ ຊຶ່ງ ກັນ ແລະກັນ ໃຫ້ ມີຄວາມຮັກ ແລະ ໃຫ້ ເຮັດ ຄຸນງາມ ຄວາມດີ
\v 25 ຢ່າປະ ການນະມັດສະການ ເໝືອນ ຢ່າງ ບາງຄົນ ເຄີຍ ປະ ນັ້ນ ແຕ່ ຈົ່ງ ໜູນ ໃຈ ກັນ ໃຫ້ ຫລາຍກວ່າ ເກົ່າ ອີກ ເພາະ ພວກເຈົ້າ ກໍ ຮູ້ ແລ້ວ ວ່າ ວັນ ນັ້ນ ກໍ ໃກ້ ເຂົ້າ ມາ ແລ້ວ.
\s5
\v 26 ດວ້ຍວ່າ, ຖ້າພວກເຮົາ ໄດ້ ຮັບ ຄວາມຮູ້ ເລື່ອງ ຄວາມຈິງ ແລ້ວ ແຕ່ ຍັງ ເຈດຕະນາ ເຮັດບາບ ຢູ່ ເຄື່ອງ ບູຊາ ລຶບລ້າງ ບາບ ກໍ ຈະ ບໍ່ ມີ ເຫລືອ ຢູ່ຕໍ່ໄປ.
\v 27 ເຫລືອ ແຕ່ ຄວາມ ຢ້ານກົວ ອັນ ພິລຶກ ໃນ ການ ລໍ ຖ້າ ການ ພິພາກສາ ລົງໂທດ ແລະ ໄຟ ອັນຮ້ອນກ້າ ທີ່ ຈະ ເຜົາ ຜານ ບັນດາ ຄົນ ທີ່ ຕໍ່ ສູ້ ພຣະເຈົ້າ.
\s5
\v 28 ຄົນ ທີ່ ລະເມີດ ກົດບັນຍັດ ຂອງ ໂມເຊ ນັ້ນ ຖ້າ ມີ ພະຍານ ສອງ ຫລື ສາມ ປາກ ກໍ ຈະ ຕ້ອງ ຕາຍ ໂດຍ ບໍ່ ມີ ຄວາມ ເມດຕາ.
\v 29 ພວກເຈົ້າ ຈົ່ງ ຄິດ ເບິ່ງ ວ່າ ຄົນ ທີ່ ຢຽບຢໍ່າ ພຣະບຸດ ຂອງ ພຣະເຈົ້າ ແລະ ຖື ພຣະໂລຫິດ ແຫ່ງ ພັນທະສັນຍາ ຊຶ່ງ ຊໍາລະ ຕົວ ໃຫ້ບໍຣິສຸດ ວ່າ ເປັນ ສິ່ງ ຊົ່ວ ຊ້າ ກັບ ທັງ ປະໝາດ ພຣະວິນຍານ ຜູ້ ຊົງ ພຣະຄຸນ ນັ້ນ ຄວນ ຈະ ຖືກ ລົງ ໂທດ ຫລາຍກວ່າ ຄົນເຫລົ່າ ນັ້ນ ຈັກ ເທົ່າໃດ?
\s5
\v 30 ເພາະ ພວກເຮົາ ໄດ້ ຮູ້ຈັກ ພຣະອົງ ຜູ້ ຊົງ ກ່າວ ວ່າ, “ການ ແກ້ແຄ້ນ ເປັນ ທຸລະ ຂອງເຮົາ ຝ່າຍເຮົາ ຈະ ຕອບ ແທນ” ແລະ ໄດ້ ຊົງ ກ່າວ ອີກ ວ່າ, “ອົງພຣະຜູ້ເປັນເຈົ້າ ຈະ ຊົງ ພິພາກສາ ພົນລະເມືອງ ຂອງ ພຣະອົງ. ”
\v 31 ການ ຕົກ ຢູ່ ໃນ ເງື້ອມມື ຂອງ ພຣະເຈົ້າ ອົງຊົງຊີວິດ ຢູ່ ນັ້ນ ເປັນ ສິ່ງ ທີ່ ໜ້າຢ້ານກົວ ຢ່າງ ໃຫຍ່ ຫລວງ.
\s5
\v 32 ຈົ່ງ ລະນຶກເຖິງ ສິ່ງ ທີ່ ໄດ້ ເກີດຂຶ້ນ ກັບ ພວກເຈົ້າ ໃນ ຄາວ ກ່ອນ ນັ້ນ ຫລງັ ຈາກ ທີ່ ພວກເຈົ້າ ໄດ້ ຮັບແສງ ສະຫວ່າງ ຂອງ ພຣະເຈົ້າ ແລ້ວ ພວກເຈົ້າ ໄດ້ ອົດທົນ ຕໍ່ ຄວາມ ຍາກ ລໍາບາກ ຫລາຍ ປະການ.
\v 33 ບາງ ເທື່ອ ພວກເຈົ້າ ກໍ ຖືກ ຄົນ ໝິ່ນ ປະໝາດ ປະຈານ ຂາຍໜ້າແລະ ຖືກ ຄົນ ຂົ່ມ ເຫັງ ໃຫ້ ປະຊາຊົນ ເບິ່ງ ແລະ ບາງ ເທື່ອ ພວກເຈົ້າ ກໍໄດ້ ເຂົ້າ ຮ່ວມ ທຸກ ກັບ ຄົນ ທີ່ ຖືກ ການ ຢ່າງ ດຽວກັນນັ້ນ.
\v 34 ພວກເຈົ້າ ໄດ້ ເຂົ້າ ສ່ວນ ທົນ ທຸກ ກັບ ຄົນ ທີ່ ຖືກ ຄຸມຂັງ ແລະ ເມື່ອ ມີ ຄົນ ປຸ້ນ ເອົາ ຊັບ ສິ່ງຂອງ ຂອງ ພວກເຈົ້າ ໄປ ພວກເຈົ້າ ກໍ ຍອມ ໃຫ້ ເຂົາ ເອົາ ໄປ ດ້ວຍ ໃຈ ຍິນດີ ເພາະ ພວກເຈົ້າ ຮູ້ ແລ້ວ ວ່າ ຕົນ ຍັງ ມີ ສິ່ງ ທີ່ ດີກວ່າ ແລະ ຕັ້ງ ຢູ່ ຕະຫລອດໄປ ເປັນນິດ.
\s5
\v 35 ດັ່ງນັ້ນ ຢ່າ ໄດ້ ປະຖິ້ມ ຄວາມ ໝັ້ນໃຈ ຂອງ ພວກເຈົ້າ ເພາະ ສິ່ງ ນັ້ນ ນໍາ ໄປ ສູ່ບໍາເໜັດ ອັນຍິ່ງ ໃຫຍ່.
\v 36 ພວກເຈົ້າ ຈໍາເປັນ ຕ້ອງ ມີ ຄວາມ ອົດ ທົນ ເພື່ອ ວ່າ, ເມື່ອ ໄດ້ ເຮັດ ຕາມ ນໍ້າພຣະໄທ ຂອງ ພຣະເຈົ້າ ແລ້ວ ກໍ ຈະ ໄດ້ ຮັບ ຕາມ ທີ່ ພຣະອົງ ໄດ້ ຊົງ ສັນຍາ ໄວ້.
\v 37 ເພາະ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ອີກ ບໍ່ ດົນ ບໍ່ ນານ ເທົ່າ ໃດ ພຣະອົງ ຜູ້ ທີ່ ຈະ ສະເດັດ ມາ ກໍ ຈະ ສະເດັດ ມາ ແລະ ຈະ ບໍ່ ຊັກຊ້າ.
\s5
\v 38 ແຕ່ ຄົນ ຊອບທໍາ ຂອງເຮົາ ຈະ ມີ ຊີວິດ ຢູ່ ດ້ວຍ ຄວາມເຊື່ອ ຖ້າ ຄົນ ໃດ ຫາກ ຫລົບ ຖອຍຫລັງ ເຮົາ ຈະ ບໍ່ ພໍໃຈ ໃນ ຄົນ ນັ້ນ. ”
\v 39 ສ່ວນ ພວກເຮົາ ບໍ່ ຢູ່ ຝ່າຍ ຄົນ ທີ່ ຫລົບ ຖອຍ ຫລັງ ຈົນ ເຖິງ ຄວາມ ຈິບ ຫາຍ ເສຍ ແຕ່ ຢູ່ ຝ່າຍ ຄົນ ທີ່ ມີ ຄວາມເຊື່ອ ຈຶ່ງ ຮັກ ສາ ຊີວິດ ແລະ ຈິດໃຈ ຂອງຕົນ ໄວ້ ໃຫ້ ພົ້ນ ໄດ້.
\s5
\c 11
\p
\v 1 ອັນ ໜຶ່ງ ຄວາມເຊື່ອ ຄື ຄວາມ ແນ່ ນອນ ໃຈ ໃນ ສິ່ງ ທີ່ ເຮົາ ຫວັງ ໄວ້ ເປັນ ຄວາມ ຕາຍ ໃຈ ເຖິງ ສິ່ງ ທີ່ ຍັງ ບໍ່ ເຫັນ ກັບ ຕາ.
\v 2 ເພາະ ໂດຍ ຄວາມເຊື່ອ ແບບ ນີ້ ເອງ ທີ່ ຄົນ ໃນ ສະໄໝ ບູຮານ ໄດ້ ຮັບ ຄໍາ ເຫັນຊອບ ຈາກ ພຣະເຈົ້າ.
\v 3 ແມ່ນ ໂດຍ ຄວາມເຊື່ອ ແບບ ນີ້ ພວກເຮົາ ຈຶ່ງ ເຂົ້າໃຈ ວ່າ ໂລກ ຈັກ ກະວານ ນີ້ ໄດ້ ຖືກ ສ້າງ ຂຶ້ນ ໂດຍ ພຣະທໍາ ຂອງ ພຣະເຈົ້າ. ດັ່ງ ນັ້ນ ສິ່ງ ທີ່ ຕາ ເຫັນ ຢູ່ ກໍ ເປັນ ມາ ຈາກ ສິ່ງ ທີ່ ບໍ່ ປາກົດ ໃຫ້ ເຫັນ.
\s5
\v 4 ເພາະ ອາເບັນ ມີ ຄວາມເຊື່ອ ແບບ ນີ້ ຈຶ່ງ ໄດ້ ນໍາ ເອົາ ເຄື່ອງ ບູຊາ ອັນ ຖືກ ຕ້ອງ ກວ່າ ເຄື່ອງ ບູຊາ ຂອງ ກາອິນ ມາ ຖວາຍ ແດ່ ພຣະເຈົ້າ ຊຶ່ງ ເຮັດ ໃຫ້ ເພິ່ນ ໄດ້ ຮັບ ຄໍາ ເຫັນ ຊອບ ຈາກ ພຣະເຈົ້າ ວ່າ ເປັນ ຄົນ ຊອບທໍາ ພຣະເຈົ້າກໍໄດ້ ຊົງ ເປັນ ພະຍານ ແກ່ ຂອງທານ ຂອງ ເພິ່ນ. ເຖິງ ແມ່ນ ວ່າ ອາເບັນ ຕາຍ ແລ້ວ ກໍ ຈິງ ແຕ່ ເພາະ ມີຄວາມເຊື່ອ ເພິ່ນ ຈຶ່ງ ຍັງ ເວົ້າ ຢູ່.
\s5
\v 5 ເພາະ ເອນົກ ມີ ຄວາມເຊື່ອ ແບບ ນີ້ ພຣະເຈົ້າ ຈຶ່ງ ຊົງ ຮັບ ເພິ່ນ ຂຶ້ນ ໄປ ເພື່ອ ບໍ່ ໃຫ້ ເພິ່ນ ພົບ ກັບ ຄວາມ ຕາຍ ແລະ ບໍ່ ມີ ຜູ້ໃດ ພົບ ເຫັນ ເພິ່ນ ເພາະ ພຣະເຈົ້າ ຊົງ ຮັບ ເອົາເພິ່ນ ໄປ ແລ້ວ. ອັນໜຶ່ງ ກ່ອນ ທີ່ ຊົງ ຮັບ ເອົາ ເພິ່ນ ຂຶ້ນ ໄປ ນັ້ນ ມີ ຜູ້ ເປັນ ພະຍານ ວ່າ ເພິ່ນ ເປັນ ທີ່ ພໍ ພຣະໄທ ພຣະເຈົ້າ.
\v 6 ແຕ່ ຖ້າບໍ່ ມີ ຄວາມເຊື່ອ ແລ້ວ ຈະ ເປັນ ທີ່ ພໍພຣະໄທ ພຣະເຈົ້າ ບໍ່ ໄດ້. ດ້ວຍວ່າ, ຜູ້ ທີ່ເຂົ້າມາ ເຝົ້າ ພຣະເຈົ້າ ໄດ້ ນັ້ນ ຕ້ອງ ເຊື່ອ ວ່າ ພຣະອົງ ຊົງ ພຣະຊົນ ຢູ່ ແລະ ພຣະອົງ ຊົງ ເປັນ ຜູ້ ປະທານ ລາງວັນ ໃຫ້ ແກ່ ຜູ້ ທີ່ ສະແຫວງ ຫາ ພຣະອົງ.
\s5
\v 7 ເພາະ ໂນອາ ມີ ຄວາມເຊື່ອ ແບບ ນີ້ ພຣະເຈົ້າ ຈຶ່ງ ຊົງ ຕັກ ເຕືອນ ໃຫ້ ຮູ້ເຖິງ ເຫດການ ທີ່ ຍັງ ບໍ່ ປາກົດ ເພິ່ນ ຈຶ່ງ ຢໍາເກງ ແລະ ຕໍ່ ນາວາ ເພື່ອ ໃຫ້ ຄອບຄົວ ຂອງຕົນ ພົ້ນ ຈາກ ຄວາມ ຕາຍ ດ້ວຍເຫດນີ້ ເພິ່ນ ຈຶ່ງ ຕັດສິນ ລົງ ໂທດ ໃສ່ ມະນຸດ ສະໂລກ ແລະ ໄດ້ ກາຍເປັນ ຜູ້ ຮັບມໍຣະດົກ ຄື ຄວາມ ຊອບທໍາ ຊຶ່ງ ເກີດ ມາ ຈາກ ຄວາມເຊື່ອ.
\s5
\v 8 ເພາະ ອັບຣາຮາມ ມີ ຄວາມເຊື່ອ ແບບ ນີ້ ເມື່ອ ພຣະເຈົ້າ ຊົງ ເອີ້ນ ໃຫ້ ເພິ່ນ ອອກ ເດີນທາງ ໄປ ຍັງ ດິນແດນ ທີ່ ພຣະອົງ ໄດ້ ຊົງ ສັນຍາ ໄວ້ ວ່າ ຈະ ມອບ ໃຫ້ເພິ່ນ ເພິ່ນໄດ້ ເຊື່ອຟັງ ແລະ ອອກ ຈາກ ບ້ານເກີດເມືອງນອນ ຂອງຕົນ ໄປ ໂດຍ ບໍ່ ຮູ້ ເລີຍ ວ່າ ຕົນ ຈະ ໄປ ໃສ.
\v 9 ເພາະ ຄວາມເຊື່ອ ແບບ ນີ້ ເພິ່ນ ໄດ້ ອາໄສ ຢູ່ ໃນ ດິນແດນ ທີ່ ພຣະເຈົ້າ ໄດ້ ຊົງສັນຍາ ໄວ້ ແກ່ ຕົນ ນັ້ນ ເໝືອນ ດັ່ງ ຄົນ ຕ່າງດ້າວ ເພິ່ນ ໄດ້ ອາໄສ ຢູ່ ໃນ ຜ້າ ເຕັນ ດ້ວຍ ກັນ ກັບ ອີຊາກ ແລະ ຢາໂຄບ ຜູ້ ທີ່ ໄດ້ ຮັບ ພຣະສັນຍາ ເປັນ ມໍຣະດົກ ອັນ ດຽວກັນ.
\v 10 ເພິ່ນ ໄດ້ ລໍຄອຍ ນະຄອນ ທີ່ ຕັ້ງ ຢູ່ ເທິງ ຮາກຖານ ຊຶ່ງ ພຣະເຈົ້າ ຊົງ ເປັນ ນາຍຊ່າງ ແລະ ຊົງ ເປັນ ຜູ້ ສ້າງ ຂຶ້ນ.
\s5
\v 11 ເພາະ ເພິ່ນ ມີ ຄວາມເຊື່ອ ແບບ ນີ້ ເພິ່ນຈຶ່ງ ມີ ກໍາ ລັງ ໃຫ້ ບັງ ເກີດ ເຊື້ອ ສາຍ ເມື່ອ ອາຍຸ ແກ່ ເກີນ ແລ້ວ ແລະ ນາງ ຊາຣາ ກໍ ເປັນ ໝັນ ແຕ່ ອັບຣາຮາມ ກໍ ຖື ວ່າ ພຣະອົງ ຜູ້ ຊົງ ສັນ ຍາ ນັ້ນ ເປັນ ຜູ້ ສັດ ຊື່.
\v 12 ເຫດສະນັ້ນ ຈາກ ຊາຍ ຄົນ ດຽວ ຊຶ່ງ ເກືອບ ຈະ ກ່າວ ໄດ້ ວ່າ ເໝືອນ ຄົນ ທີ່ ຕາຍ ແລ້ວ ນັ້ນ ກໍ ມີ ຜູ້ ສືບ ເຊື້ອສາຍ ເກີດ ມາ ຢ່າງ ຫລວງຫລາຍ ເໝືອນ ດວງດາວ ໃນ ທ້ອງຟ້າ ແລະ ເໝືອນ ເມັດ ຊາຍ ທີ່ ນັບ ບໍ່ ຖ້ວນ ຢູ່ ແຄມ ທະເລ.
\s5
\v 13 ສ່ວນ ຄົນ ເຫລົ່າ ນັ້ນ ໄດ້ ຕາຍໄປ ໃນ ຂະນະທີ່ ມີຄວາມເຊື່ອ ໂດຍ ບໍ່ ໄດ້ ຮັບ ສິ່ງ ທີ່ ຊົງ ສັນ ຍາ ໄວ້ ແຕ່ ພວກເພິ່ນ ກໍໄດ້ ເຫັນ ແລະ ຕ້ອນຮັບ ໄວ້ ຕັ້ງ ແຕ່ ໄກ ແລະ ຍອມ ຮັບ ວ່າ ພວກເພິ່ນ ເປັນ ພຽງແຕ່ ແຂກ ເມືອງ ທີ່ ທ່ອງທ່ຽວ ໄປມາ ໃນ ໂລກ.
\v 14 ຄົນ ທີ່ ກ່າວ ຢ່າງ ນີ້ ກໍ ສະແດງ ໃຫ້ ເຫັນ ຄັກ ແລ້ວ ວ່າ ພວກເພິ່ນ ກໍາລັງ ສະແຫວງ ຫາ ບ້ານ ເມືອງ ຂອງຕົນ.
\s5
\v 15 ພວກເພິ່ນ ບໍ່ ໄດ້ ຄິດ ເຖິງ ບ້ານ ເມືອງ ທີ່ ພວກເພິ່ນ ຈາກ ມາ ຖ້າ ພວກເພິ່ນ ຍັງ ຄິດ ເຖິງ ຢູ່ ພວກເພິ່ນ ກໍ ຄົງ ມີ ໂອກາດ ກັບ ຄືນ ເມືອ ໄດ້.
\v 16 ແຕ່ ພວກເພິ່ນ ປາຖະໜາ ຫາ ເມືອງ ທີ່ ດີ ກວ່າ ນັ້ນ ຄື ເມືອງ ສະຫວັນ. ດັ່ງນັ້ນ ພຣະເຈົ້າ ຈຶ່ງ ຊົງ ບໍ່ລະອາຍ ເມື່ອ ພວກເພິ່ນ ເອີ້ນ ພຣະອົງ ວ່າ ເປັນ ພຣະເຈົ້າ ຂອງ ພວກເພິ່ນ ເພາະ ພຣະອົງ ໄດ້ ຊົງ ຈັດ ຕຽມ ນະຄອນ ໜຶ່ງ ໄວ້ ສໍາລັບ ພວກເພິ່ນ ແລ້ວ.
\s5
\v 17 ເພາະ ອັບຣາຮາມ ມີ ຄວາມເຊື່ອ ແບບ ນີ້ ເມື່ອ ເພິ່ນ ຖືກ ທົດ ລອງ ໃຈ ຈຶ່ງ ໄດ້ ຖວາຍ ອີຊາກ ເປັນ ເຄື່ອງ ບູຊາ. ເຖິງ ວ່າ ອັບຣາຮາມ ໄດ້ ຮັບ ອີຊາກ ເປັນ ລູກ ແຫ່ງ ພຣະສັນຍາ ກໍຕາມ ແຕ່ ເພິ່ນ ກໍ ພ້ອມ ທີ່ ຈະ ຖວາຍ ລູກຊາຍ ຄົນ ດຽວ ຂອງ ເພິ່ນ.
\v 18 ຄື ລູກ ທີ່ ມີ ພຣະສັນຍາ ກ່າວ ເຖິງວ່າ, “ເຊື້ອສາຍ ຂອງ ເຈົ້າ ຈະ ສືບ ຕໍ່ ໄປ ທາງ ອີຊາກ. ”
\v 19 ອັບຣາຮາມ ເຊື່ອ ແນ່ ວ່າ ພຣະເຈົ້າ ຊົງ ຣິດ ສາມາດ ບັນດານ ໃຫ້ ອີຊາກ ເປັນ ຄືນ ມາ ຈາກ ຕາຍ ໄດ້ ແລະ ອັບຣາຮາມ ກໍ ໄດ້ ຮັບ ອີຊາກ ນັ້ນ ປຽບເໝືອນ ເປັນ ຄືນ ມາ ຈາກ ຕາຍ ແທ້.
\s5
\v 20 ເພາະ ອີຊາກ ມີ ຄວາມເຊື່ອແບບນີ້ ຈຶ່ງໄດ້ ອວຍພອນ ຢາໂຄບ ແລະ ເອຊາວ ກ່ຽວກັບ ເຫດການ ທີ່ຈະ ເກີດ ຂຶ້ນ ໃນ ພາຍໜ້າ.
\v 21 ເພາະ ຢາໂຄບ ມີ ຄວາມເຊື່ອ ແບບ ນີ້ ຈຶ່ງ ໄດ້ ອວຍພອນ ລູກຊາຍ ຂອງ ໂຢເຊັບ ແຕ່ລະຄົນ ກ່ອນ ເພິ່ນ ຈະ ຕາຍ ເພິ່ນ ໝູບ ລົງ ເໜືອ ຍອດ ໄມ້ເທົ້າ ຂອງຕົນ ແລະ ນະມັດສະການ ພຣະເຈົ້າ.
\v 22 ເພາະ ໂຢເຊັບ ມີ ຄວາມເຊື່ອ ເມື່ອ ໃກ້ ຈະ ສິ້ນໃຈ ຕາຍ ຈຶ່ງ ໄດ້ ກ່າວ ເຖິງ ການ ອອກ ໄປ ຈາກ ປະເທດ ເອຢິບ ຂອງ ພວກ ອິດສະຣາເອນ ແລະ ໄດ້ ສັ່ງ ພວກເພິ່ນ ວ່າ ຄວນ ເຮັດ ຢ່າງ ໃດ ກ່ຽວກັບ ກະດູກ ຂອງຕົນ.
\s5
\v 23 ເພາະ ພໍ່ ແມ່ ຂອງ ໂມເຊ ມີ ຄວາມເຊື່ອ ແບບ ນີ້ ຈຶ່ງ ໄດ້ ເຊື່ອງ ໂມເຊ ໄວ້ ເປັນ ເວລາ ສາມ ເດືອນ ເພາະ ເຫັນ ວ່າ ໂມເຊ ມີ ຮູບຮ່າງ ງາມ ແລະ ພວກເພິ່ນ ກໍ ບໍ່ ຢ້ານກົວ ທີ່ ຈະ ຝ່າຝືນ ຄໍາສັ່ງ ຂອງ ກະສັດ.
\v 24 ເພາະ ໂມເຊ ມີ ຄວາມເຊື່ອ ແບບ ນີ້ ເມື່ອ ໃຫຍ່ ມາ ແລ້ວ ເພິ່ນ ບໍ່ ຍອມ ໃຫ້ ຜູ້ ໃດ ເອີ້ນ ຕົນ ວ່າ ເປັນ ບຸດ ຂອງ ລູກສາວ ຂອງ ກະສັດ ຟາໂຣ.
\v 25 ເພິ່ນ ເລືອກ ເອົາ ການ ຢູ່ ຮ່ວມ ທຸກ ລໍາບາກ ກັບ ພົນລະເມືອງ ຂອງພຣະເຈົ້າ ແທນ ຄວາມ ເພີດ ເພີນ ຊົ່ວ ຄາວ ໃນ ຄວາມ ບາບ.
\v 26 ເພິ່ນ ຖື ວ່າ ຄວາມ ທົນ ທຸກ ແລະ ທົນ ອັບອາຍ ເພື່ອ ພຣະຄຣິດ ນັ້ນ ກໍ ມີ ຄ່າ ກວ່າ ຊັບສົມບັດ ທັງ ໝົດ ຂອງ ປະເທດ ເອຢິບ. ດ້ວຍວ່າ, ເພິ່ນ ເລັງ ເຫັນ ລາງວັນ ທີ່ ເພິ່ນ ຈະ ໄດ້ ຮັບນັ້ນ.
\s5
\v 27 ເພາະ ເພິ່ນ ມີ ຄວາມເຊື່ອ ແບບ ນີ້ ເພິ່ນ ຈຶ່ງ ໄດ້ ອອກ ຈາກ ປະເທດ ເອຢິບ ໄປ ໂດຍ ບໍ່ ຢ້ານກົວ ຕໍ່ ຄວາມ ໂກດຮ້າຍ ຂອງ ກະສັດ. ດ້ວຍວ່າ, ເພິ່ນ ໄດ້ ໝັ້ນໃຈ ເໝືອນ ກັບ ວ່າ ຕົນ ໄດ້ ເຫັນ ພຣະເຈົ້າ ທີ່ ຕາ ເຫັນ ບໍ່ ໄດ້.
\v 28 ເພາະ ເພິ່ນ ມີ ຄວາມເຊື່ອ ແບບ ນີ້ ເພິ່ນ ຈຶ່ງ ໄດ້ ຖືເທດສະການ ປັດສະຄາ ແລະ ພິທີ ຊິດ ເລືອດ ເພື່ອ ວ່າ ທູດແຫ່ງ ຄວາມ ຕາຍ ຈະ ບໍ່ ປະຫານ ຊີວິດ ບັນດາ ລູກກົກ ຂອງ ຊາວ ອິດສະຣາເອນ.
\s5
\v 29 ເພາະ ຊາວ ອິດສະຣາເອນ ມີ ຄວາມເຊື່ອ ແບບ ນີ້ ພວກເພິ່ນ ຈຶ່ງ ຍ່າງ ຂ້າມ ທະເລແດງ ເໝືອນ ກັບ ວ່າ ຍ່າງ ເທິງ ດິນແຫ້ງ, ແຕ່ ເມື່ອ ຊາວ ເອຢິບ ລອງ ຂ້າມ ເບິ່ງ ນໍ້າ ກໍ ຖ້ວມ ພວກເຂົາ ແລະ ຈົມ ນໍ້າຕາຍ ໝົດ.
\v 30 ເພາະ ມີ ຄວາມເຊື່ອ ແບບ ນິີ້ ເມື່ອ ພວກ ອິດສະຣາເອນ ໄດ້ ວຽນ ລ້ອມ ເມືອງ ເຢຣີໂກ ເຖິງ ເຈັດ ວັນ ແລ້ວ ກໍາ ແພງ ເມືອງ ນັ້ນ ຈຶ່ງ ເພພັງລົງ.
\v 31 ເພາະ ມີ ຄວາມເຊື່ອ ແບບ ນີ້ ຣາຮາບ ຍິງໂສເພນີ ຈຶ່ງ ບໍ່ ຈິບຫາຍ ໄປ ພ້ອມ ກັບ ຄົນ ເຫລົ່າ ນັ້ນ ທີ່ບໍ່ ເຊື່ອ ຟັງ ເພາະ ນາງ ໄດ້ ຕ້ອນຮັບ ພວກ ນັກສືບ ສອດແນມ ເປັນ ຢ່າງດີ.
\s5
\v 32 ແລະ ເຮົາ ຈະ ກ່າວ ສິ່ງ ໃດ ຕໍ່ ໄປ ອີກ ແດ່? ເພາະ ບໍ່ ມີ ເວລາ ພໍ ທີ່ ຈະ ກ່າວ ເຖິງ ກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ບັນດາ ຜູ້ທໍານວາຍ ທັງຫລາຍ.
\v 33 ເພາະ ຄົນ ເຫລົ່າ ນີ້ ມີ ຄວາມເຊື່ອ ພວກເພິ່ນ ຈຶ່ງ ໄດ້ ໄຊຊະນະ ທົ່ວ ທັງ ດິນ ແດນ ພວກເພິ່ນ ໄດ້ ເຮັດ ສິ່ງ ທີ່ ຖືກ ຕ້ອງ ແລະ ໄດ້ ຮັບ ຕາມ ທີ່ ພຣະເຈົ້າ ໄດ້ ຊົງ ສັນຍາ ໄວ້, ໄດ້ ງັບປາກ ສິງ,
\v 34 ໄດ້ ມອດ ໄຟ ອັນ ຮ້ອນກ້າ, ໄດ້ ພົ້ນ ຈາກ ຄົມ ດາບ ຂອງ ຄູ່ ຕໍ່ສູ້. ເຖິງ ແມ່ນ ວ່າ ພວກເພິ່ນ ອອນແອ, ແຕ່ ພວກເພິ່ນ ກໍ ກັບ ກາຍເປັນ ຄົນ ເຂັ້ມ ແຂງ, ມີ ກໍາ ລັງ ຄວາມ ສາມາດ ອົງ ອາດ ກ້າຫານ ແລະ ໄດ້ ຕີບັນດາ ກອງທັບ ຂອງ ຊາວ ຕ່າງ ປະເທດ ໃຫ້ ແຕກ ໜີໄປ.
\s5
\v 35 ພວກ ແມ່ ຍິງ ກໍໄດ້ ຮັບ ຄົນ ທີ່ຕາຍ ແລ້ວ ຂອງ ພວກເພິ່ນ ຊຶ່ງ ຖືກ ຊົງ ບັນ ດານ ໃຫ້ ເປັນ ຄືນ ມາ ມີ ຊີວິດ ອີກ. ບາງຄົນ ກໍໄດ້ ຖືກ ທໍລະມານ ແຕ່ ກໍ ບໍ່ ຍອມ ຮັບ ການ ປົດປ່ອຍ ເພື່ອ ພວກເພິ່ນ ຈະ ໄດ້ ຮັບການ ຄືນ ມາ ອັນ ປະເສີດ ກວ່າ.
\v 36 ບາງຄົນ ອີກ ຖືກ ຫຍໍ້ຫຍັນ ແລະ ຖືກ ຂ້ຽນຕີ ຄົນ ອື່ນ ອີກ ຖືກ ລ່າມໂສ້ ແລະ ຖືກ ຄຸມຂັງ ໃນ ຄຸກ.
\v 37 ບາງຄົນ ຖືກ ແກວ່ງ ຫິນ ໃສ່, ຖືກ ເລື່ອຍ ເປັນ ທ່ອນ, ຖືກ ຂ້າດ້ວຍ ຄົມດາບ, ໄດ້ ຫົ່ມ ໜັງ ແກະ ແລະ ໜັງ ແບ້ ທຽວ ໄປມາ, ລໍາບາກ ຍາກຈົນ, ຖືກ ຂົ່ມ ເຫັງ ແລະ ທົນ ທຸກ ເວດທະນາ ຫລາຍ ປະການ.
\v 38 ແຜ່ນດິນ ໂລກ ນີ້ ກໍ ບໍ່ ສົມ ກັບ ຄົນ ເຫລົ່າ ນັ້ນ ພວກເພິ່ນ ໄດ້ ທຽວ ໄປມາ ໃນ ປ່າ ແລະ ຕາມ ພູ ຊ່ອນ ຕົວ ໃນ ຖໍ້າ ແລະ ໃນ ຂຸມ.
\s5
\v 39 ຍ້ອນ ຄວາມເຊື່ອ ຂອງ ຄົນ ເຫລົ່າ ນີ້ ຈຶ່ງ ເປັນ ທີ່ ພໍພຣະໄທ ພຣະເຈົ້າ ແຕ່ພວກເພິ່ນ ກໍ ຍັງ ບໍ່ ໄດ້ ຮັບຕາມ ທີ່ ໄດ້ ຊົງ ສັນຍາ ໄວ້ ແລ້ວ ນັ້ນ,
\v 40 ເພາະ ພຣະເຈົ້າ ໄດ້ ຈັດແຈງ ສິ່ງ ທີ່ ປະເສີດ ກວ່າ ສໍາລັບ ພວກເຮົາ ເພື່ອ ວ່າ ນອກຈາກ ພວກເຮົາ ພວກເພິ່ນ ຈະ ບໍ່ ເຖິງ ທີ່ ສໍາເລັດ ໄດ້.
\s5
\c 12
\p
\v 1 ດ້ວຍເຫດນັ້ນ ເມື່ອເຮົາທັງຫລາຍ ມີ ຝູງ ພະຍານ ຫລວງຫລາຍ ຢູ່ ຮອບຂ້າງ ຢ່າງນີ້ ແລ້ວ ພວກເຮົາ ຈົ່ງ ຊັດ ຖິ້ມ ທຸກຢ່າງ ທີ່ ຖ່ວງ ຢູ່ ແລະຜິດບາບ ທີ່ ຕິດແໜ້ນ ໂດຍ ງ່າຍ, ສ່ວນການ ແລ່ນແຂ່ງ ທີ່ ກໍາ ນົດ ໄວ້ ຕໍ່ ໜ້າ ພວກເຮົາ ນັ້ນ, ຈົ່ງ ພາກັນ ແລ່ນ ດ້ວຍ ຄວາມ ພຽນ ພະຍາຍາມ.
\v 2 ຈົ່ງ ປັກຕາ ເບິ່ງ ພຣະເຢຊູເຈົ້າ ຄື ຜູ້ ບຸກເບີກ ຄວາມເຊື່ອ ແລະ ຜູ້ ຊົງ ເຮັດ ໃຫ້ ຄວາມເຊື່ອ ຂອງ ພວກເຮົາ ເຖິງ ທີ່ ສໍາເລັດ. ພຣະອົງ ໄດ້ ຊົງ ອົດ ທົນ ຕໍ່ ໄມ້ກາງແຂນ ເພາະ ເຫັນ ແກ່ ຄວາມ ຍິນ ດີ ທີ່ ຕັ້ງ ໄວ້ ຕໍ່ ໜ້າພຣະອົງ ພຣະອົງຊົງ ຖື ວ່າ ຄວາມ ລະອາຍ ນັ້ນ ບໍ່ ເປັນ ສິ່ງ ສໍາຄັນ ຈຶ່ງ ໄດ້ ປະທັບ ລົງ ເບື້ອງ ຂວາ ພຣະທີ່ນັ່ງ ຂອງ ພຣະເຈົ້າ.
\v 3 ຈົ່ງ ພິຈາລະນາ ຄິດ ເຖິງ ພຣະອົງ ຜູ້ ຊົງ ໄດ້ ອົດທົນ ຕໍ່ ການ ຂັດຂວາງ ຂອງ ຄົນບາບ ທີ່ ຕໍ່ສູ້ ພຣະອົງ ເພື່ອ ເຈົ້າ ທັງຫລາຍ ຈະ ບໍ່ ໝົດ ກໍາລັງໃຈ.
\s5
\v 4 ໃນ ການ ຕໍ່ສູ້ ກັບບາບ ນັ້ນ ເຈົ້າ ທັງຫລາຍ ບໍ່ ໄດ້ ຕໍ່ສູ້ ເຖິງ ຂະໜາດ ເລືອດ ຕົກ.
\v 5 ແລະ ພວກເຈົ້າ ໄດ້ ລືມ ຄໍາເຕືອນ ທີ່ ພຣະອົງ ໄດ້ ຊົງ ເຕືອນ ໃນ ຖານະ ທີ່ ເປັນ ລູກ ວ່າ, “ລູກ ຂອງເຮົາ ເອີຍ ຢ່າ ປະໝາດ ຕໍ່ ການ ຕີສອນ ຂອງ ອົງພຣະ ຜູ້ ເປັນເຈົ້າ ແລະ ຢ່າ ນ້ອຍໃຈ ເມື່ອ ພຣະອົງ ຊົງ ຕິຕຽນ ເຈົ້າ.
\v 6 ເພາະວ່າ ອົງພຣະ ຜູ້ ເປັນເຈົ້າ ຊົງ ຕີສອນ ຜູ້ ທີ່ ພຣະອົງ ຊົງ ຮັກ ແລະ ເມື່ອ ພຣະອົງ ຊົງ ຮັບ ຜູ້ໃດ ເປັນ ລູກ ພຣະອົງ ກໍ ຊົງ ຂ້ຽນສອນ ຜູ້ນັ້ນ.”
\s5
\v 7 ເຈົ້າ ທັງ ຫລາຍ ຈົ່ງ ຮັບ ແລະ ທົນ ເອົາ ເທາະ ເພາະ ເປັນ ການ ຕີສອນ. ພຣະເຈົ້າ ຊົງ ປະຕິບັດ ຕໍ່ ພວກເຈົ້າ ໃນ ຖານະ ທີ່ ພວກເຈົ້າ ເປັນ ລູກ ຂອງ ພຣະອົງ. ດ້ວຍວ່າ, ມີ ລູກ ຄົນໃດ ແດ່ ທີ່ ພໍ່ ບໍ່ ໄດ້ ຕີສອນ ເຂົາ.
\v 8 ແຕ່ ຖ້າເຈົ້າ ທັງຫລາຍ ບໍ່ ໄດ້ ຖືກ ຕີສອນ ຊຶ່ງ ລູກ ທຸກຄົນ ຕ້ອງ ຖືກ ນັ້ນ ພວກເຈົ້າ ກໍ ເປັນລູກ ທາງ ບໍ່ ເປັນ ລູກ ແທ້.
\s5
\v 9 ອີກ ປະການ ໜຶ່ງ ເຮົາ ທັງ ຫລາຍ ມີ ພໍ່ ເປັນ ມະນຸດ ທີ່ ໄດ້ ຕີສອນ ພວກເຮົາ ແລະ ພວກເຮົາ ກໍ ນັບຖື ພໍ່ ນັ້ນ. ຫລາຍກວ່າ ນັ້ນ ອີກ ພວກເຮົາ ຄວນ ຢູ່ ໃຕ້ ບັງ ຄັບ ຂອງ ພຣະບິດາເຈົ້າ ແຫ່ງ ບັນດາ ວິນຍານຈິດ ແລະ ມີ ຊີວິດ ຈະເລີນ ບໍ່ ແມ່ນ ບໍ?
\v 10 ຝ່າຍ ພໍ່ ເຫລົ່ານັ້ນ ໄດ້ ຕີສອນ ພວກເຮົາ ໃນ ຊົ່ວເວລາ ເລັກ ນ້ອຍ ຕາມ ຄວາມ ເຫັນ ດີ ຂອງ ເຂົາ ເທົ່ານັ້ນ, ແຕ່ ພຣະອົງ ຊົງ ຕີສອນ ພວກເຮົາ ເພື່ອ ປະໂຫຍດ ຂອງ ພວກເຮົາ ເພື່ອ ໃຫ້ ພວກເຮົາ ໄດ້ ເຂົ້າ ສ່ວນ ໃນ ສະພາບ ຄວາມ ບໍຣິສຸດ ຂອງ ພຣະອົງ.
\v 11 ໃນ ຂະນະທີ່ມີ ການ ຕີສອນ ນັ້ນ ບໍ່ ເປັນ ໜ້າຊື່ນ ໃຈ ເລີຍ ມີ ແຕ່ ເລື່ອງ ເສົ້າໃຈ, ແຕ່ ຕໍ່ມາ ພາຍຫລັງ ຈະ ກໍ່ ໃຫ້ ເກີດ ຜົນ ຄື ຄວາມສຸກ ສໍາລານ ແລະ ຄວາມ ຊອບທໍາ ແກ່ ບັນດາ ຄົນ ທີ່ ຖືກ ແອບສອນ ແລ້ວນັ້ນ.
\s5
\v 12 ດ້ວຍເຫດນັ້ນ ຈົ່ງ ຍົກ ມື ທີ່ ອ່ອນເພຍ ເປ້ຍ ລ່ອຍ ແລະ ຫົວ ເຂົ່າ ທີ່ອ່ອນ ກໍາລັງ ຂອງ ພວກເຈົ້າ ຈົ່ງ ໃຫ້ ມີກໍາລັງ ຂຶ້ນ
\v 13 ຈົ່ງ ກ້າວ ໄປ ຕາມ ເສັ້ນທາງ ອັນ ຖືກ ຕ້ອງ ເພື່ອ ວ່າ ຕີນ ທີ່ ພິການ ນັ້ນ ຈະ ບໍ່ ພິກໂບກ ແຕ່ ຈະ ດີ ເປັນປົກກະຕິ.
\s5
\v 14 ຈົ່ງ ພະຍາຍາມ ທີ່ຈະ ຢູ່ ກັບ ທຸກຄົນ ຢ່າງ ສະຫງົບ ສຸກ ແລະ ຈົ່ງ ພະຍາຍາມ ທີ່ ຈະ ມີ ໃຈ ບໍຣິສຸດ ເພາະ ຖ້າໃຈ ບໍ່ ບໍຣິສຸດ ກໍ ຈະ ບໍ່ ມີ ຜູ້ໃດ ໄດ້ ເຫັນ ອົງ ພຣະ ຜູ້ ເປັນ ເຈົ້າ.
\v 15 ຈົ່ງ ລະວັງ ໃຫ້ ດີ ຢ້ານ ວ່າ ຈະ ມີ ຜູ້ ຫັນໜີ ຈາກ ພຣະຄຸນ ຂອງ ພຣະເຈົ້າ, ຢ້ານ ວ່າ ຈະ ມີ ຮາກ ອັນ ຂົມຂື່ນ ງອກ ຂຶ້ນ ມາ ແລະ ສ້າງ ຄວາມ ເດືອດຮ້ອນ ຫຍຸ້ງ ຍາກ ຈຶ່ງ ຈະ ເປັນ ເຫດ ໃຫ້ ຫລາຍ ຄົນ ຊົ່ວ ມົວ ໝອງ ໄປ.
\v 16 ຢ່າ ໃຫ້ ຜູ້ໃດ ຜູ້ໜຶ່ງ ກາຍເປັນ ຄົນ ຜິດ ສິນ ທໍາ ຫລື ປະໝາດ ຕໍ່ສິ່ງ ສັກສິດ ເໝືອນ ເອຊາວ ຜູ້ ທີ່ ໄດ້ ຂາຍ ສິດທິ ການ ເປັນ ອ້າຍ ກົກ ຂອງຕົນ ເພື່ອ ແລກ ກິນ ອາຫານ ພຽງ ຄາບ ດຽວ.
\v 17 ພວກເຈົ້າ ກໍ ຮູ້ແລ້ວ ວ່າ ພາຍລຸນ ມາ ເມື່ອ ເອຊາວ ຢາກ ໄດ້ ຮັບພອນ ນັ້ນ ເປັນ ມໍຣະດົກ ລາວ ກໍໄດ້ ຮັບ ແຕ່ ຄໍາ ປະຕິເສດ. ເຖິງ ແມ່ນ ວ່າ ລາວ ສະແຫວງຫາ ດ້ວຍ ນໍ້າຕາ ໄຫລ ກໍຕາມ (ຊ) ກໍ ບໍ່ ມີ ທາງ ແກ້ໄຂ ໄດ້ ເລີຍ.
\s5
\v 18 ເຈົ້າ ທັງຫລາຍ ບໍ່ ໄດ້ ມາ ເຖິງ ສິ່ງ ທີ່ ຈັບ ໄດ້ ເຖິງ ໄຟ ທີ່ ໄໝ້ ຢູ່ ເຖິງ ທີ່ ມືດດໍາ ແລະ ມືດ ມົວ ແລະ ເຖິງ ທີ່ ລົມພະຍຸ,
\v 19 ເຖິງ ສຽງ ແກ ແລະ ເຖິງ ພຣະ ສຸຣະສຽງ ຊຶ່ງ ຄົນ ທັງຫລາຍ ເມື່ອ ໄດ້ຍິນ ແລ້ວ ໄດ້ ອ້ອນວອນ ຂໍ ບໍ່ ໃຫ້ ຊົງ ກ່າວ ຈັກ ຄໍາ ຕໍ່ ພວກເຂົາອີກ.
\v 20 ເພາະວ່າ ຂໍ້ຄວາມ ທີ່ ຊົງ ບັນຍັດ ໄວ້ ນັ້ນ ພວກເຂົາ ທົນ ບໍ່ ໄດ້ ຄື ວ່າ, “ແມ່ນແຕ່ ສັດເດຍລະສານ ໂຕໃດ ໂຕໜຶ່ງ ຖ້າຫາກ ໄປ ຕ້ອງ ພູ ນັ້ນ ກໍ ຈະ ຕ້ອງ ຖືກ ຄວ່າງ ກ້ອນຫິນ ໃສ່ ໃຫ້ ຕາຍ. ”
\v 21 ສິ່ງ ທີ່ ປາກົດ ນັ້ນ ກໍ ເປັນ ໜ້າຢ້ານ ຫລາຍ ປານ ນັ້ນ ຈົນ ໂມເຊ ໄດ້ ກ່າວ ວ່າ, “ຂ້າພະເຈົ້າ ຢ້ານ ເຕັມ ທີ ຈົນ ຕົວ ສັ່ນ.”
\s5
\v 22 ແຕ່ ເຈົ້າ ທັງຫລາຍ ໄດ້ ມາ ເຖິງ ພູເຂົາ ຊີໂອນ, ມາ ເຖິງ ນະຄອນ ຂອງ ພຣະເຈົ້າ ຜູ້ ຊົງ ພຣະຊົນ ຢູ່ ຄື ນະຄອນ ເຢຣູຊາເລັມ ຊັ້ນ ຟ້າ, ມາ ເຖິງ ຝູງ ເທວະດາ ນັບ ເປັນ ຈໍານວນ ໝື່ນ ໆ ທີ່ ຊຸມນຸມ ກັນ ເປັນ ງານ ມ່ວນຊື່ນ,
\v 23 ໄດ້ ມາ ເຖິງ ທີ່ຊຸມນຸມ ກັນ ຂອງ ບັນ ດາ ລູກກົກ ຜູ້ ທີ່ ມີ ຄວາມ ຊົມ ຊື່ນ ຍິນ ດີ ຊຶ່ງ ຊື່ ຂອງ ພວກເຂົາ ໄດ້ ບັນທຶກ ໄວ້ ໃນ ສະຫວັນ ແລ້ວ, ໄດ້ ມາ ເຖິງ ພຣະເຈົ້າ ຜູ້ ພິພາກສາ ມະນຸດ ທຸກຄົນ ແລະ ມາ ເຖິງ ຈິດ ວິນຍານ ຂອງ ບັນດາ ຄົນ ຊອບທໍາ ຜູ້ ເຖິງ ທີ່ສໍາເລັດ ແລ້ວ.
\v 24 ມາເຖິງ ພຣະເຢຊູເຈົ້າ ຜູ້ ຊົງ ເປັນ ຜູ້ກາງ ຝ່າຍ ພັນທະສັນຍາ ໃໝ່ ແລະ ມາ ເຖິງ ພຣະ ໂລຫິດ ຊຶ່ງ ຊິດໃສ່ ແລ້ວ ທີ່ມີສຽງ ຮ້ອງ ອັນດີ ກວ່າ ເລືອດ ຂອງ ອາເບັນ ອີກ.
\s5
\v 25 ຈົ່ງ ລະວັງ ໃຫ້ ດີ ຢ່າ ປະຕິເສດ ບໍ່ ຍອມ ຟັງ ພຣະອົງ ຜູ້ ຊົງກ່າວ ຢູ່ນັ້ນ ເພາະ ຖ້າຄົນ ທັງຫລາຍ ທີ່ ປະຕິເສດ ບໍ່ ຍອມ ຟັງ ຄໍາເຕືອນ ຂອງ ພຣະອົງ ໃນ ໂລກນີ້ ເຂົາ ກໍ ບໍ່ມີ ທາງພົ້ນ ໂທດ ທີ່ ເຂົາ ປະຕິເສດ ນັ້ນ ພວກເຮົາ ຜູ້ອວ່າຍ ໜ້າຈາກ ພຣະອົງ ຜູ້ ຊົງ ເຕືອນ ຈາກ ສະຫວັນ ກໍ ຈະ ບໍ່ ພົ້ນ ໂທດ ຫລາຍກວ່າ ເຂົາ ເຫລົ່າ ນັ້ນ ເສຍ ອີກ.
\v 26 ແມ່ນ ພຣະສຸຣະສຽງ ຂອງ ພຣະອົງ ນີ້ ທີ່ ໄດ້ ບັນດານ ໃຫ້ ແຜ່ນດິນ ຫວັ່ນ ໄຫວ ໃນ ຄາວ ນັ້ນ. ແຕ່ ບັດນີ້ ພຣະອົງ ຊົງກ່າວ ສັນ ຍາໄວ້ ວ່າ, “ຍັງ ອີກ ເທື່ອ ໜຶ່ງ ເຮົາຈະ ເຮັດ ໃຫ້ ສະທ້ານ ຫວັ່ນ ໄຫວ ບໍ່ ແມ່ນແຕ່ ແຜ່ນດິນ ໂລກ ເທົ່າ ນັ້ນ, ແຕ່ ທັງທ້ອງຟ້າເໝືອນກັນ.”
\s5
\v 27 ຂໍ້ຄວາມ ທີ່ວ່າ, “ຍັງອີກເທື່ອໜຶ່ງ” ນັ້ນ ສະແດງ ວ່າ ສິ່ງ ທີ່ ຫວັ່ນ ໄຫວ ນັ້ນ ຈະ ຖືກ ຍົກ ຍ້າຍ ໄປ ເສຍ ເໝືອນ ກັບ ສິ່ງ ທີ່ ຊົງ ສ້າງ ໃຫ້ ມີ ຂຶ້ນ ເພື່ອ ໃຫ້ ສິ່ງ ທີ່ ບໍ່ ຫວັ່ນ ໄຫວ ຍັງ ຄົງ ເຫລືອ ຢູ່.
\v 28 ເຫດສະນັ້ນ ເນື່ອງ ດ້ວຍ ພວກເຮົາ ຮັບແຜ່ນດິນ ທີ່ ຫວັ່ນ ໄຫວ ບໍ່ ໄດ້ ແລ້ວ, ກໍ ໃຫ້ ພວກເຮົາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ເພື່ອ ພວກເຮົາ ຈະ ໄດ້ ບົວລະບັດ ພຣະເຈົ້າ ຕາມ ນໍ້າພຣະໄທ ຂອງ ພຣະອົງ ດ້ວຍ ຄວາມ ເຄົາຣົບຢໍາເກງ.
\v 29 ເພາະ ພຣະເຈົ້າ ຂອງເຮົາ ທັງ ຫຼາຍ ຊົງ ເປັນ ໄຟ ທີ່ ເຜົາຜານ.
\s5
\c 13
\p
\v 1 ຈົ່ງ ໃຫ້ ຄວາມຮັກ ຢ່າງ ພີ່ ນ້ອງ ມີ ຢູ່ ຕໍ່ກັນສະເໝີ ໄປ.
\v 2 ຢ່າ ລືມການຕ້ອນຮັບແຂກ ເພາະ ດ້ວຍ ການ ເຮັດ ເຊັ່ນ ນີ້ ມີ ບາງຄົນ ກໍໄດ້ ຕ້ອນຮັບ ເທວະດາ ຢ່າງ ບໍ່ ຮູ້ ຕົວ.
\s5
\v 3 ຈົ່ງ ລະນຶກ ເຖິງ ບັນດາ ຜູ້ ທີ່ຖືກ ລ່າມໂສ້ ເໝືອນ ກັບ ວ່າ ພວກເຈົ້າ ກໍ ຖືກ ລ່າມໂສ້ ເໝືອນ ກັບ ພວກເຂົາ ດ້ວຍ. ຈົ່ງ ລະນຶກ ເຖິງ ບັນດາ ຜູ້ ທີ່ ຖືກ ຂົ່ມ ເຫັງ ເພາະວ່າ ພວກເຈົ້າ ກໍ ມີ ຮ່າງກາຍ ເໝືອນກັນ.
\v 4 ຈົ່ງ ໃຫ້ ການ ແຕ່ງງານ ຂອງ ພວກເຈົ້າ ເປັນ ທີ່ ຍົກຍ້ອງ ນັບ ຖື ແກ່ ທຸກຄົນ ແລະ ຈົ່ງ ໃຫ້ ຄູ່ ຜົວ ເມຍ ສັດ ຊື່ຕໍ່ ກັນ ແລະກັນ. ພຣະເຈົ້າ ຈະ ຕັດ ສິນ ລົງ ໂທດ ຄົນ ເຮັດ ຜິດ ສິນທໍາ ແລະ ຄົນ ຫລິ້ນຊູ.
\s5
\v 5 ຈົ່ງ ໃຫ້ ການ ດໍາເນີນ ຊີວິດ ຂອງ ພວກເຈົ້າ ເວັ້ນ ຈາກ ການ ຮັກ ເງິນ ຮັກ ຄໍາ. ຈົ່ງ ພໍໃຈ ໃນ ສິ່ງ ທີ່ ຕົນ ມີ ຢູ່ ເພາະພຣະເຈົ້າ ເອງ ຊົງ ກ່າວ ວ່າ, “ເຮົາ ຈະ ບໍ່ ປະ ເຈົ້າ ຫລື ຖິ້ມ ເຈົ້າເສຍ ຈັກ ເທື່ອ. ”
\v 6 ດ້ວຍເຫດນັ້ນ ຈົ່ງ ໃຫ້ ພວກເຮົາ ມີ ໃຈ ກ້າ ແລະ ກ່າວ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ເປັນ ພຣະ ຜູ້ ຊ່ວຍ ຂອງ ຂ້າພະເຈົ້າ ແລະ ຂ້າພະເຈົ້າ ຈະ ບໍ່ ຢ້ານກົວ. ມີ ຜູ້ໃດ ແດ່ ຈະ ເຮັດ ຫຍັງ ໃຫ້ ຂ້າພະເຈົ້າ ໄດ້.”
\s5
\v 7 ຈົ່ງ ລະນຶກ ເຖິງ ພວກ ຜູ້ນໍາ ຂອງ ພວກເຈົ້າ ຄື ຜູ້ ທີ່ໄດ້ ປະກາດ ພຣະທໍາ ແກ່ ພວກເຈົ້າ. ຈົ່ງ ພິຈາລະນາ ເບິ່ງ ຜົນສຸດທ້າຍ ແຫ່ງ ຊີວິດ ຂອງ ພວກເພິ່ນ ແລະ ຈົ່ງ ປະຕິບັດ ຕາມ ແບບຢ່າງ ຄວາມເຊື່ອ ຂອງ ພວກເພິ່ນ.
\v 8 ພຣະເຢຊູ ຄຣິດ ເຈົ້າ ຊົງ ເປັນ ຢູ່ ສະເໝີ ກັນ ທັງ ໃນ ເວລາ ວານນີ້ ວັນນີ້ ແລະ ສືບ ໆໄປ ເປັນນິດ.
\s5
\v 9 ຢ່າ ຍອມ ໃຫ້ ຄໍາສອນ ປອມ ໃດໆ ນຳ ພາ ພວກເຈົ້າ ໃຫ້ ຫລົງ ຜິດ ໄປ. ເປັນ ການ ດີ ແທ້ ທີ່ຈິດ ໃຈ ຂອງ ພວກເຮົາ ໄດ້ ຮັບ ການ ເຊີດຊູ ໃຫ້ ເຂັ້ມ ແຂງ ດ້ວຍ ພຣະຄຸນ ຂອງ ພຣະເຈົ້າ. ບໍ່ ແມ່ນ ດ້ວຍ ອາຫານ ການ ກິນ ຊຶ່ງ ບໍ່ ເປັນ ປະໂຫຍດ ແກ່ ຄົນ ທີ່ ປະຕິບັດຕາມ.
\v 10 ພວກເຮົາ ມີ ແທ່ນບູຊາແທ່ນໜຶ່ງ ຊຶ່ງ ຄົນ ຜູ້ປະຕິບັດ ໃນສໍານັກຜ້າເຕັນ ນັ້ນ ບໍ່ ມີ ສິດ ທີ່ຈະຮັບປະທານຂອງ ຈາກແທ່ນນັ້ນໄດ້.
\v 11 ມະຫາປະໂຣຫິດ ໄດ້ ນໍາເລືອດສັດເຂົ້າໄປໃນສະຖານທີ່ສັກສິດ ທີ່ ່ ສຸດ ເພື່ອ ເປັນການ ຖວາຍບູຊາ ລຶບລ້າງບາບ, ແຕ່ ໂຕສັດນັ້ນ ເພິ່ນ ໄດ້ ນໍາອອກໄປເຜົານອກຄ້າຍ.
\s5
\v 12 ເພາະ ເຫດນັ້ນ ແຫລະ ພຣະເຢຊູເຈົ້າ ຈຶ່ງຕາຍທີ່ນອກປະຕູເມືອງເຊັ່ນ ກັນ ເພື່ອ ຊໍາລະໄພ່ ພົນ ຂອງພຣະເຈົ້າ ໃຫ້ ບໍຣິສຸດ ດ້ວຍເລືອດ ຂອງ ພຣະອົງ ເອງ.
\v 13 ດ້ວຍເຫດນັ້ນ ຈົ່ງໃຫ້ ພວກເຮົາ ອອກໄປຫາພຣະອົງ ທີ່ ນອກຄ້າຍ ແລະຍອມທົນ ເອົາ ຄໍາ ໝິ່ນ ປະໝາດທີ່ ພຣະອົງ ໄດ້ ຮັບ.
\v 14 ດ້ວຍວ່າ, ເທິງ ແຜ່ນດິນໂລກນີ້ ບໍ່ ມີ ບ້ານເມືອງອັນຖາວອນສໍາລັບພວກເຮົາ, ພວກເຮົາສະແຫວງຫານະຄອນທີ່ຈະມີ ມາ ໃນພາຍໜ້າ.
\s5
\v 15 ດ້ວຍເຫດນັ້ນ ຈົ່ງ ໃຫ້ ພວກເຮົາ ຖວາຍ ຄໍາຍ້ອງຍໍ ສັນລະເສີນ ຕະຫລອດໄປແກ່ ພຣະເຈົ້າ ເປັນ ເຄື່ອງບູຊາໂດຍທາງພຣະອົງ ນັ້ນ ແລະຍົກຍໍ ພຣະນາມ ຂອງພຣະອົງ ດ້ວຍສົບປາກຂອງພວກເຮົາ.
\v 16 ຢ່າ ລືມ ທີ່ຈະ ເຮັດ ຄຸນງາມ ຄວາມດີ ແລະ ຊ່ວຍເຫລືອ ຊຶ່ງ ກັນ ແລະກັນ ເພາະເຄື່ອງບູຊາຢ່າງນີ້ ແຫລະ ເປັນທີ່ ພໍພຣະໄທພຣະເຈົ້າ.
\v 17 ເຈົ້າ ທັງຫລາຍ ຈົ່ງ ຍອມ ຟັງ ແລະ ຍອມ ຢູ່ ໃນ ໂອວາດ ຜູ້ນໍາ ຂອງ ພວກເຈົ້າ ເພາະ ພວກເພິ່ນ ດູແລ ຮັກ ສາ ຈິດວິນ ຍານ ຂອງ ພວກເຈົ້າ ຢູ່ ເໝືອນ ຜູ້ໜຶ່ງ ທີ່ ຈະ ຕ້ອງ ສະເໜີ ລາຍງານ ເພື່ອ ພວກເພິ່ນ ຈະ ໄດ້ ເຮັດ ງານ ນີ້ ດ້ວຍ ຄວາມ ຊື່ນໃຈ, ບໍ່ ແມ່ນ ດ້ວຍ ຄວາມ ເສົ້າໃຈ ຊຶ່ງ ຈະ ບໍ່ ເປັນ ປະໂຫຍດ ແກ່ ເຈົ້າ ທັງຫລາຍ.
\s5
\v 18 ຈົ່ງ ພາວັນນາ ອະທິຖານ ເພື່ອ ພວກເຮົາ ເພາະ ເຮົາ ເຊື່ອ ແນ່ ວ່າ ພວກເຮົາ ມີ ໃຈ ສໍານຶກ ຜິດ ແລະຊອບ ອັນ ດີ ຢູ່ ແລ້ວ ແລະ ປາຖະໜາ ທີ່ ຈະ ດໍາເນີນ ຊີວິດ ຕາມ ຢ່າງດີ ໃນ ທຸກສິ່ງ.
\v 19 ເຮົາ ຂໍ ເລັ່ງ ລັດ ພວກເຈົ້າ ໃຫ້ ພາວັນນາ ອະທິຖານ ຫລາຍ ຂຶ້ນ ຕາມ ຢ່າງ ນັ້ນ ເພື່ອ ພຣະເຈົ້າ ຈະ ສົ່ງ ເຮົາ ກັບ ຄືນ ໄປ ຢູ່ ກັບພວກເຈົ້າ ໄວໆ.
\s5
\v 20 ຂໍ ພຣະເຈົ້າ ຜູ້ ຊົງ ໂຜດ ສັນຕິສຸກ ຜູ້ ໄດ້ ຊົງ ນໍາ ອົງ ພຣະເຢຊູເຈົ້າ ຂອງ ເຮົາ ທັງຫລາຍ ໃຫ້ ຄືນ ມາ ຈາກ ຄວາມ ຕາຍ ຄື ຜູ້ ຊົງ ເປັນ ຜູ້ ລ້ຽງ ແກະ ອົງໃຫຍ່ ດ້ວຍ ພຣະໂລຫິດ ທີ່ກ່ຽວກັບ ພັນທະສັນຍາ ອັນຕັ້ງ ຢູ່ເປັນນິດ ນັ້ນ,
\v 21 ຈົ່ງ ຊົງ ກະທໍາ ໃຫ້ ເຈົ້າ ທັງຫລາຍ ເປັນ ຄົນ ຄົບ ຖ້ວນ ໃນ ການ ດີ ທຸກຢ່າງ ເພື່ອ ຈະ ໄດ້ ປະຕິບັດ ຕາມ ພຣະໄທ ພຣະອົງ ແລະ ຊົງ ທໍາງານ ພາຍໃນ ເຈົ້າ ທັງ ຫລາຍ ຕາມ ທີ່ ຊອບ ໃນ ສາຍ ພຣະເນດ ຂອງ ພຣະອົງ ໂດຍ ທາງ ພຣະເຢຊູ ຄຣິດ ເຈົ້າ. ສະຫງ່າຣາສີ ຈົ່ງ ມີ ແດ່ ພຣະຄຣິດ ສືບ ໆໄປ ເປັນນິດ ອາແມນ.
\s5
\v 22 ພີ່ນ້ອງ ທັງຫລາຍ ເອີຍ, ເຮົາຂໍຮ້ອງ ພວກເຈົ້າ ໃຫ້ ອົດທົນ ຟັງ ຖ້ອຍຄໍາ ທີ່ ໜູນ ນໍ້າໃຈ ນີ້. ດ້ວຍວ່າ, ຈົດໝາຍ ທີ່ ເຮົາ ໄດ້ ຂຽນ ມາ ຫາ ພວກເຈົ້າ ນັ້ນ ກໍ ບໍ່ ຍາວ.
\v 23 ເຮົາ ປາຖະໜາ ໃຫ້ ພວກເຈົ້າ ຮູ້ ວ່າ ຕີໂມທຽວ ນ້ອງຊາຍ ຂອງ ພວກເຮົາ ໄດ້ ອອກ ຈາກ ຄຸກ ແລ້ວ, ຖ້າລາວ ມາ ຮອດ ທີ່ ນີ້ ໄວ ເມື່ອ ເຮົາ ໄປ ຢ້ຽມຢາມ ພວກເຈົ້າ ເຮົາ ກໍ ຈະ ເອົາ ລາວ ໄປ ນໍາ ດ້ວຍ.
\s5
\v 24 ເຮົາ ຂໍ ຝາກ ຄວາມ ຄິດເຖິງ ມາ ຍັງ ບັນດາ ຜູ້ນໍາ ຂອງ ພວກເຈົ້າ ແລະ ໄພ່ ພົນ ຂອງ ພຣະເຈົ້າ ທຸກ ຖ້ວນ ໜ້າ. ບັນດາ ພີ່ນ້ອງ ທີ່ ມາຈາກ ອີຕາລີ ກໍຝາກ ຄວາມຄິດເຖິງ ມາ ຍັງ ພວກເຈົ້າ ດ້ວຍ.
\v 25 ຂໍໃຫ້ ພຣະຄຸນ ຈົ່ງ ສະຖິດ ຢູ່ ກັບ ພວກເຈົ້າ ທຸກຄົນ ເທີ້ນ ອາແມນ.