lo_bible/58-PHM.usfm

51 lines
9.2 KiB
Plaintext

\id PHM
\ide UTF-8
\h ຈົດ​ໝາຍ ທີ່​ມີ​ໄປ​ເຖິງ ຟີ​ເລ​ໂມນ
\toc1 ຈົດ​ໝາຍ ທີ່​ມີ​ໄປ​ເຖິງ ຟີ​ເລ​ໂມນ
\toc2 ຈົດ​ໝາຍ ທີ່​ມີ​ໄປ​ເຖິງ ຟີ​ເລ​ໂມນ
\toc3 phm
\mt ຈົດ​ໝາຍ ທີ່​ມີ​ໄປ​ເຖິງ ຟີ​ເລ​ໂມນ
\s5
\c 1
\p
\v 1 ຈາກ ໂປໂລ ຜູ້ ຖືກ ຄຸກ ຢູ່ ເພື່ອ ເຫັນ ແກ່ ພຣະຄຣິດ ເຈົ້າ ເຢຊູ ແລະ ຈາກ ຕີໂມທຽວ ນ້ອງຊາຍ ຂອງ ພວກເຮົາ. ເຖິງ ຟີເລໂມນ ເພື່ອນ ຮ່ວມງານ ທີ່ ຮັກ ຂອງ ພວກເຮົາ
\v 2 ແລະ ຄຣິສຕະຈັກ ທີ່ ຢູ່ ໃນ ເຮືອນ ຂອງ ເຈົ້າ ແລະ ອັບ ເຟຍ ນ້ອງສາວ, ກັບ ອາຂີໂປ ຜູ້ ເປັນ ເພື່ອນ ທະຫານ ດ້ວຍ ກັນ ກັບ ເຮົາ.
\v 3 ຂໍ ພຣະເຈົ້າ ພຣະບິດາເຈົ້າ ຂອງ ພວກເຮົາ ແລະ ອົງ ພຣະເຢຊູ ຄຣິດ ເຈົ້າ ຊົງ ໂຜດ ປະທານ ພຣະຄຸນ ແລະ ສັນຕິສຸກ ແກ່ ພວກເຈົ້າ ເທີ້ນ.
\s5
\v 4 ຟີເລໂມນ ເອີຍ ທຸກ ເທື່ອ ທີ່ ເຮົາ ພາວັນ ນາ ອະທິຖານ ເຮົາ ກໍ ລະນຶກເຖິງ ເຈົ້າ ແລະ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຂອງເຮົາ ຢູ່ ສະເໝີ.
\v 5 ເພາະ ເຮົາ ໄດ້ ຮັບ ຂ່າວ ເລື່ອງ ຄວາມຮັກ ແລະ ຄວາມເຊື່ອ ຂອງ ເຈົ້າ ທີ່ ເຈົ້າ ມີ ຕໍ່ອົງພຣະເຢຊູເຈົ້າ ແລະ ຕໍ່ ບັນດາ ໄພ່ ພົນ ທັງປວງ ຂອງ ພຣະເຈົ້າ.
\v 6 ເຮົາ ໄດ້ ພາວັນ ນາ ອະທິຖານ ຂໍ ໃຫ້ ການ ເຂົ້າສ່ວນ ໃນ ຄວາມເຊື່ອ ຂອງ ເຈົ້າ ນັ້ນ ຈົ່ງ ໄດ້ ເກີດ ຜົນ ຄື ເພີ່ມ ພູນ ຄວາມ ສັງ ເກດ ຮູ້ ໃນ ການ ດີ ທຸກຢ່າງ ທີ່ ພວກເຮົາ ມີ ໃນ ພຣະຄຣິດ.
\v 7 ເຮົາ ມີ ຄວາມ ຍິນ ດີ ຫລາຍ ແລະ ໄດ້ ຮັບ ຄວາມ ໜູນ ໃຈ ເພາະ ຄວາມຮັກ ຂອງ ເຈົ້າ ຈິດ ໃຈ ໄພ່ ພົນ ຜູ້ ບໍຣິສຸດ ຂອງ ພຣະເຈົ້າ ກໍ ໄດ້ ຮັບ ຄວາມ ສົດຊື່ນ ຂຶ້ນ ເພາະ ເຈົ້າ.
\s5
\v 8 ເພາະ ເຫດ ທີ່ ເປັນ ພີ່ ນ້ອງ ກັນ ໃນ ພຣະຄຣິດ ເຮົາ ຈຶ່ງ ມີ ໃຈ ກ້າ ພໍ ທີ່ ຈະ ສັ່ງ ເຈົ້າ ໃຫ້ ເຮັດ ໃນ ສິ່ງ ທີ່ ສົມ ຄວນ ເຮັດ.
\v 9 ແຕ່ ເພາະ ເຮົາ ຮັກ ເຈົ້າ ເຮົາ ຈຶ່ງ ຂໍຮ້ອງ ເຈົ້າ ດີກວ່າ ເຮົາ ຄື ໂປໂລ ຜູ້ຮັບໃຊ້ ຂອງ ພຣະເຢຊູ ຄຣິດເຈົ້າ ແລະ ຖືກ ຄຸກ ຢູ່ ໃນ ປະຈຸບັນ ນີ້ ກໍ ເພື່ອ ເຫັນ ແກ່ ພຣະອົງ ດ້ວຍ. (ກ)
\s5
\v 10 ດັ່ງນັ້ນ ເຮົາ ຈຶ່ງ ຂໍຮ້ອງ ເຈົ້າ ເພື່ອ ໂອເນຊີໂມ ຜູ້ ທີ່ ເປັນ ລູກ ຂອງເຮົາ ໃນ ພຣະຄຣິດ. ດ້ວຍວ່າ, ເມື່ອ ເຮົາ ຖືກ ຄຸກ ຢູ່ ນັ້ນ ເຮົາ ໄດ້ ກາຍເປັນ ພໍ່ ຂອງ ລາວ ຝ່າຍ ຄວາມເຊື່ອ.
\v 11 ເມື່ອ ກ່ອນ ລາວ ບໍ່ ເປັນ ປະໂຫຍດ ແກ່ ເຈົ້າ ແຕ່ ບັດ ນີ້ ລາວ ເປັນ ປະໂຫຍດ ແກ່ ເຈົ້າ ແລະ ແກ່ ເຮົາ ເໝືອນກັນ.
\v 12 ບັດນີ້ ເຮົາ ໄດ້ ໃຊ້ ລາວ ຄືນ ມາ ຫາ ເຈົ້າ ໂອເນຊີໂມ ຜູ້ ນີ້ ເປັນ ໝາກ ຫົວ ໃຈ ຂອງເຮົາ.
\v 13 ເຮົາ ຢາກ ໃຫ້ ລາວ ຢູ່ ກັບ ເຮົາ ເພື່ອ ວ່າ ລາວ ຈະ ໄດ້ ບົວລະບັດ ຮັບ ໃຊ້ ເຮົາ ແທນ ເຈົ້າ ໃນ ລະຫວ່າງ ທີ່ ເຮົາ ຖືກ ຄຸກ ຢູ່ ເພື່ອ ເຫັນ ແກ່ ຂ່າວປະເສີດ ນັ້ນ.
\s5
\v 14 ແຕ່ ວ່າ ເຮົາ ບໍ່ ຢາກ ເຮັດ ສິ່ງ ໃດ ກ່ອນ ໄດ້ ຮັບ ຄວາມ ເຫັນ ຈາກ ເຈົ້າ ເພື່ອ ຄຸນຄວາມດີ ທີ່ ເຈົ້າ ເຮັດ ນັ້ນ ຈະ ບໍ່ເປັນ ການ ຂົ່ມ ໃຈ ແຕ່ ໃຫ້ ເປັນ ຕາມ ຄວາມ ສະໝັກ ໃຈ ຂອງ ເຈົ້າ ດ້ວຍ.
\v 15 ບາງທີ ໂອເນຊີໂມ ໄດ້ ຈາກ ເຈົ້າ ໄປ ຊົ່ວ ໄລຍະ ໜຶ່ງ ເພື່ອ ວ່າ ເຈົ້າ ຈະ ໄດ້ ຮັບ ລາວ ກັບ ຄືນ ມາ ຕະຫລອດໄປ,
\v 16 ເພາະ ບັດ ນີ້ ລາວ ບໍ່ ແມ່ນ ເປັນ ພຽງ ຄົນ ຮັບ ໃຊ້ ຄົນ ໜຶ່ງ ເທົ່າ ນັ້ນ ແຕ່ ດີກວ່າ ຄົນ ຮັບ ໃຊ້ ອີກ ຄື ເປັນ ອ້າຍ ນ້ອງ ທີ່ ຮັກ ຄົນ ໜຶ່ງ, ລາວ ເປັນ ທີ່ ຮັກ ແກ່ ເຮົາ ຫລາຍ ແລະ ກໍ ຄົງ ເປັນ ທີ່ ຮັກ ແກ່ ເຈົ້າ ຫລາຍກວ່າ ນັ້ນ ອີກ ທັງ ໃນ ຖານະ ທີ່ ເປັນ ເພື່ອນ ມະນຸດ ແລະ ໃນ ຖານະ ທີ່ ເປັນ ພີ່ ນ້ອງ ກັນ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ດ້ວຍ.
\s5
\v 17 ເຫດສະນັ້ນ ຖ້າ ເຈົ້າ ຖື ວ່າ ເຮົາ ເປັນ ເພື່ອນ ຮ່ວມງານ ຂອງ ເຈົ້າ ແລ້ວ ຈົ່ງ ຕ້ອນຮັບ ລາວ ໄວ້ ເໝືອນ ກັບ ເຈົ້າ ຕ້ອນຮັບ ຕົວ ເຮົາເອງ.
\v 18 ຖ້າລາວ ໄດ້ ເຮັດ ຜີດ ພາດ ປະການ ໃດ ຫລື ເປັນ ໜີ້ ເຈົ້າ ຫຍັງ ແດ່ ກໍ ໃຫ້ ເຈົ້າ ຄິດ ເອົາ ນາໍ ເຮົາ.
\v 19 ຝ່າຍ ເຮົາ ໄດ້ ລົງ ມື ຂຽນ ໄວ້ ວ່າ, “ເຮົາ ຈະ ໃຊ້ ແທນຄືນ ໃຫ້ ແຕ່ ສ່ວນ ເຈົ້າ ເປັນ ໜີ້ ເຮົາ ນັ້ນ ຄື ຊີວິດ ຂອງ ເຈົ້າ ເອງ ເຮົາ ຈະ ບໍ່ ອ້າງ ເຖິງ. ”
\v 20 ດັ່ງນັ້ນແຫລະ ນ້ອງ ເອີຍ ຂໍ ໃຫ້ ເຮົາ ໄດ້ ຮັບ ປະໂຫຍດ ຈາກ ເຈົ້າ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ; ຈົ່ງ ເຮັດ ໃຫ້ ຈິດ ໃຈ ຂອງເຮົາ ສົດ ຊື່ນ ຂຶ້ນ ໃນ ພຣະຄຣິດ.
\s5
\v 21 ເຮົາ ມີ ຄວາມ ໝັ້ນໃຈ ວ່າ ເຈົ້າ ຈະ ເຊື່ອ ຟັງ ເຮົາ ຈຶ່ງ ໄດ້ ຂຽນ ຈົດໝາຍ ມາ ເຖິງ ເຈົ້າ ເພາະ ຮູ້ ວ່າ ເຈົ້າ ຈະ ເຮັດ ລື່ນ ກວ່າ ທີ່ ເຮົາ ເວົ້າ ນັ້ນ ອີກ.
\v 22 ນອກນັ້ນ ຈົ່ງ ຈັດ ຕຽມ ຫ້ອງ ພັກ ໄວ້ ສໍາລັບ ເຮົາ ເພາະ ເຮົາ ຫວັງ ວ່າ ພຣະເຈົ້າ ຈະ ຊົງ ໂຜດ ໃຫ້ ເຮົາ ມາ ຫາ ເຈົ້າ ຕາມ ຄໍາ ພາວັນ ນາ ອະທິຖານ ຂອງ ພວກເຈົ້າ.
\s5
\v 23 ເອປາຟາ ຜູ້ ຖືກ ຄຸກ ຢູ່ ກັບ ເຮົາ ເພາະ ເຫັນ ແກ່ ພຣະຄຣິດເຈົ້າ ເຢຊູ ກໍ ຝາກ ຄວາມ ຄິດເຖິງ ມາ ຍັງ ເຈົ້າ
\v 24 ເຊັ່ນ ດຽວ ກັນ ກັບ ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ ເພື່ອນ ຮ່ວມ ງານ ຂອງເຮົາ ກໍ ຝາກ ຄວາມ ຄິດ ເຖິງ ມາ ຍັງ ພວກເຈົ້າ ດ້ວຍ.
\v 25 ຂໍ ພຣະຄຸນ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຈົ່ງ ສະຖິດ ຢູ່ ກັບ ຈິດວິນຍານ ຂອງ ພວກເຈົ້າ ເທີ້ນ.