lo_bible/57-TIT.usfm

108 lines
19 KiB
Plaintext

\id TIT
\ide UTF-8
\h ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຕິ​ໂຕ
\toc1 ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຕິ​ໂຕ
\toc2 ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຕິ​ໂຕ
\toc3 tit
\mt ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຕິ​ໂຕ
\s5
\c 1
\p
\v 1 ຈາກ ໂປໂລ ຜູ້ຮັບໃຊ້ ຂອງ ພຣະເຈົ້າ ແລະ ອັກຄະສາວົກ ຂອງ ພຣະເຢຊູຄຣິດເຈົ້າ. ເພື່ອ ຊ່ວຍສົ່ງເສີມ ຄວາມເຊື່ອ ຂອງໄພ່ພົນ ທີ່ ພຣະເຈົ້າ ໄດຊົງເລືອກໄວ້ ແລະນໍາໄປສູ່ຄວາມຈິງ ຕາມການນັບຖື ພຣະເຈົ້າ ຢ່າງຖືກຕ້ອງ.
\v 2 ດ້ວຍຫວັງວ່າ ຈະໄດ້ຊີວິດນິຣັນດອນ ຊຶ່ງ ພຣະເຈົ້າ ຜູ້ບໍ່ຊົງກ່າວ ຄໍາຕົວະໄດ້ ໄດ້ຊົງສັນຍາໄວ້ ຕັ້ງແຕ່ດຶກດໍາບັນ
\v 3 ແລະ ເມື່ອເຖິງເວລາ ທີ່ ກໍານົດໄວ້ ພຣະອົງກໍໄດ້ ເປີດ ເຜີຍຖ້ອຍຄໍາ ຂອງພຣະອົງ ໂດຍການປະກາດ ຊຶ່ງໄດ້ ຖືກ ມອບໝາຍ ໃຫ້ແກ່ເຮົາ ແລະ ເຮົາກໍປະກາດ ພຣະທາໍ ຕາມຄໍາສັ່ງ ຂອງ ພຣະເຈົ້າ ພຣະຜູ້ຊົງໂຜດ ຊ່ວຍໃຫ້ພົ້ນ ຂອງ ພວກເຮົາ.
\s5
\v 4 ເຖິງ ຕີໂຕ ຜູ້ເປັນລູກແທ້ ຂອງເຮົາ ໃນຄວາມເຊື່ອ. ຂໍພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ພຣະຜູ້ຊົງໂຜດ ຊ່ວຍໃຫ້ ພົ້ນຂອງພວກເຮົາ ໂຜດປະທານພຣະຄຸນ ແລະ ສັນຕິສຸກ ແກ່ເຈົ້າ ເທີ້ນ.
\v 5 ເຮົາໄດ້ ປະເຈົ້າໄວ້ໃນ ກະເຣເຕ ເພື່ອວ່າ ເຈົ້າຈະໄດ້ ຈັດ ການ ກັບວຽກງານ ທີ່ຍັງຄ້າງຄາ ຢູ່ນັ້ນໃຫ້ຮຽບຮ້ອຍ ແລະ ແຕ່ງຕັ້ງ ພວກຜູ້ປົກຄອງ ປະຈໍາຄຣິສຕະຈັກ ໄວ້ໃນ ທຸກໆ ເມືອງ ຕາມ ທີ່ເຮົາ ໄດ້ໃຫ້ແກ່ເຈົ້ານັ້ນ.
\s5
\v 6 ຄື ພວກຜູ້ປົກຄອງ ນັ້ນຕ້ອງ ເປັນຜູ້ທີ່ບໍ່ມີຂໍ້ຕິຕຽນ ມີເມຍ ຄົນ ດຽວ (ກ) ມີລູກ ທີ່ເຊື່ອໃນພຣະເຈົ້າ ແລະ ບໍ່ຖືກ ກ່າວຫາ ວ່າ ເປັນນັກ ເລງ ຫລື ເປັນຄົນດື້ດ້ານ.
\v 7 ເພາະວ່າ ຜູ້ປົກຄອງດູແລ ນັ້ນ ໃນ ຖານະ ທີ່ເປັນຜູ້ຮັບມອບໝາຍ ຈາກພຣະເຈົ້າ ຕ້ອງເປັນຜູ້ ທີ່ ບໍ່ມີຂໍ້ ຕໍາໜິ, ບໍ່ເປັນຄົນຈອງຫອງ, ບໍ່ເປັນຄົນເລືອດຮ້ອນ, ບໍ່ເປັນຄົນ ເມົາ ເຫລົ້າ, ບໍ່ເປັນຄົນອັນທະພານ, ບໍ່ເປັນຄົນໂລບ ເອົາກາໍໄລ ໃນທາງ ບໍ່ສັດຊື່,
\s5
\v 8 ແຕ່ໃຫ້ ເປັນຄົນມີໃຈ ສັດທາ ເຫອຼື້ມໃສ ຕ້ອນຮັບແຂກ, ເປັນຜູ້ ຮັກຄວາມດີ, ເປັນຄົນມີ ສະຕິ ອັນດີຮອບຄອບ, ເປັນຄົນ ຍຸດຕິທໍາ, ເປັນຄົນບໍຣິສຸດ, ເປັນຄົນຮູ້ຈັກບັງຄັບຕົນ,
\v 9 ເປັນຄົນຢຶດໝັ້ນໃນ ຫລັກອັນທ່ຽງທາໍ ທີ່ຖືກຕ້ອງ, ຕາມໂອວາດຄໍາສອນ, ເພື່ອຈະ ສາມາດ ເຕືອນສະຕິ ດ້ວຍຄໍາສອນ ອັນມີຫລັກ ແລະ ຊີ້ແຈງແກ່ຄົນ ທີ່ຄັດຄ້ານ ຄໍາສອນ ນັ້ນ.
\s5
\v 10 ເພາະວ່າ ມີຫລາຍຄົນ ທີ່ດື້ດ້ານ ກ່າວ ຄໍາ ທີ່ບໍ່ມີແກ່ນສານ ແລະ ຫລອກລວງ ຄົນອື່ນ ໃຫ້ຫລົງເປັນຕົ້ນວ່າ ພວກຢູ່ຝ່າຍ ພິທີຕັດ.
\v 11 ຈາໍເປັນຕ້ອງໃຫ້ ພວກເຂົາ ງັບປາກເສຍ ເພາະພວກເຂົາໄດ້ເຮັດໃຫ້ ບັນດາຄອບຄົວທັງໝົດ ປັ່ນປ່ວນວຸ້ນວາຍໄປ ໂດຍສອນ ສິ່ງ ທີ່ບໍ່ຄວນສອນ ເພື່ອຫາລາຍໄດ້ ໃນທາງ ບໍ່ສັດຊື່.
\s5
\v 12 ຜູ້ທໍານວາຍ ຄົນໜຶ່ງຈາກ ຊາວເກາະ ກະເຣເຕ ເອງໄດ້ກ່າວ ວ່າ, “ຊາວ ກະເຣເຕ ເປັນຄົນມັກເວົ້າຕົວະ, ເປັນຄົນໂຫດຮ້າຍ ຢ່າງ ສັດ, ເປັນຄົນ ຂີ້ຄ້ານ ມັກແຕ່ກິນ. ”
\v 13 ຄໍາ ທີ່ພວກເຂົາ ອ້າງນີ້ເປັນ ຄວາມຈິງ. ດ້ວຍເຫດນີ້ ເຈົ້າຈົ່ງຕໍ່ວ່າ ພວກເຂົາຢ່າງຮຸນແຮງ ເພື່ອ ພວກເຂົາຈະໄດ້ ມີຄວາມເຊື່ອ ອັນມີຫລັກ
\s5
\v 14 ເພື່ອບໍ່ໃຫ້ ພວກເຂົາເຊື່ອຟັງ ນິຍາຍ ຂອງ ພວກຢິວ ແລະ ກົດບັນຍັດ ຂອງມະນຸດທີ່ປະຕິເສດຄວາມຈິງ.
\s5
\v 15 ສໍາລັບ ຄົນສະອາດນັ້ນ ທຸກສິ່ງກໍສະອາດເສາະໃສ ແຕ່ສໍາລັບ ຄົນຊົ່ວຮ້າຍ ແລະ ຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດຈັກຢ່າງ ແຕ່ ຈິດໃຈ ແລະ ໃຈສໍານຶກຜິດແລະຊອບ ຂອງ ພວກເຂົາ ກໍ ຖືກຊົ່ວຮ້າຍ ໄປແລ້ວ.
\v 16 ພວກເຂົາ ອ້າງວ່າ ພວກເຂົາຮູ້ຈັກພຣະເຈົ້າ, ແຕ່ ການກະທໍາ ຂອງ ພວກເຂົາ ກັບ ປະຕິເສດ ພຣະອົງ ພວກເຂົາ ເປັນ ຄົນໜ້າກຽດ ໜ້າຊັງ, ບໍ່ເຊື່ອຟັງ ແລະ ເຮັດຄວາມດີ ອັນໃດ ບໍ່ໄດ້ ຈັກປະການ.
\s5
\c 2
\p
\v 1 ແຕ່ ຝ່າຍເຈົ້ານັ້ນ ຈົ່ງສອນເນັ້ນໃຫ້ ສອດຄ່ອງ ກັບ ຫລັກຄໍາສອນ ອັນຖືກຕ້ອງ.
\v 2 ຈົ່ງແນະນາໍ ພວກຜູ້ຊາຍ ທີ່ ອາວຸໂສ ໃຫ້ເປັນຄົນຮູ້ຈັກບັງຄັບຕົນ, ເປັນຄົນສະຫງ່າ ຜ່າເຜີຍ ແລະ ເປັນຄົນມີ ສະຕິ ອາຣົມດີ ຮອບຄອບ, ເປັນຄົນມີຄວາມເຊື່ອ, ຄວາມຮັກ ແລະ ຄວາມອົດທົນ.
\s5
\v 3 ໃນທາໍນອງດຽວກັນ ຈົ່ງແນະນາໍ ພວກແມ່ຍິງ ທີ່ ອາວຸໂສ ໃຫ້ປະພຶດຕົນ ສົມກັບເປັນຄົນ ຂອງພຣະເຈົ້າ ພວກເຂົາຕ້ອງ ບໍ່ເປັນຄົນ ມັກກ່າວ ນິນທາ ໃສ່ຮ້າຍປ້າຍສີ ຫລື ຕິດເຫລົ້າ ເມົາສຸຣາ ພວກເຂົາ ຕ້ອງເປັນຜູ້ສັ່ງສອນ ຄຸນງາມ ຄວາມດີ
\v 4 ເພື່ອແອບສອນ ພວກ ຍິງໜຸ່ມ ໃຫ້ຮັກຜົວ ແລະ ລູກ ຂອງຕົນ
\v 5 ໃຫ້ເປັນ ຄົນມີ ສະຕິ ອັນ ດີ ຮອບຄອບ, ເປັນຄົນບໍຣິສຸດ, ເປັນຄົນ ເອົາໃຈໃສ່ ໃນວຽກບ້ານ ການເຮືອນ, ເປັນຄົນມີໃຈ ເມດຕາ ແລະ ເປັນຄົນ ນອບນ້ອມ ເຊື່ອຟັງຜົວ ຂອງຕົນ ເພື່ອ ພຣະທໍາ ຂອງພຣະເຈົ້າ ຈະ ບໍ່ຖືກໝິ່ນ ປະໝາດ.
\s5
\v 6 ໃນທາໍນອງດຽວກັນ ຈົ່ງຕັກເຕືອນ ພວກຊາຍໜຸ່ມ ໃຫ້ເປັນຄົນ ມີສະຕິ ທິ່ຄວບຄຸມອາຣົມ ຂອງຕົນເອງໄດ້.
\v 7 ຝ່າຍເຈົ້ານັ້ນ ຈົ່ງ ເປັນແບບຢ່າງ ໃນຄວາມດີທຸກປະການ ຈົ່ງເປັນຄົນຈິງໃຈ ແລະ ໜັກ ແໜ້ນໃນຄໍາສັ່ງສອນ.
\v 8 ຈົ່ງໃຊ້ ຄຳເວົ້າ ອັນຖືກຕ້ອງ ທ່ຽງທາໍ ເພື່ອ ຈະ ບໍ່ມີຜູ້ໃດຕິຕຽນໄດ້ ເພື່ອວ່າ ຜູ້ ທີ່ຂັດຂວາງເຈົ້ານັ້ນ ຈະໄດ້ ຮັບຄວາມອັບອາຍ ໂດຍບໍ່ມີຄໍາ ຊົ່ວຊ້າອັນໃດ ທີ່ຈະວ່າ ກ່າວ ພວກເຮົາໄດ້.
\s5
\v 9 ບັນດາທາດຮັບໃຊ້ ຕ້ອງຍອມອ່ອນນ້ອມເຊື່ອຟັງ ຕໍ່ ນາຍຂອງຕົນ ແລະໃຫ້ເຮັດຖືກໃຈນາຍໃນທຸກສິ່ງ ແລະບໍ່ໃຫ້ ເປັນຄົນຖຽງຄວາມ,
\v 10 ຢ່າໃຫ້ ເປັນຄົນລັກໂລບເຊື່ອງບັງ ສິ່ງໃດ ແຕ່ໃຫ້ ສັດຊື່ສຸດຈະຣິດໃນທຸກສິ່ງ ເພື່ອວ່າໃນການທັງປວງນັ້ນ ເຂົາຈະໄດ້ເທີດທູນ ພຣະກຽດຄໍາສອນເລື່ອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍ ໃຫ້ພົ້ນ.
\s5
\v 11 ເພາະວ່າ ພຣະຄຸນຂອງພຣະເຈົ້າ ໄດ້ຊົງເປີດເຜີຍແລ້ວ ເພື່ອ ນາໍຄວາມລອດພົ້ນມາໃຫ້ ຄົນທັງປວງ.
\v 12 ພຣະຄຸນນັ້ນສອນ ພວກເຮົາໃຫ້ ປະຖິ້ມການດໍາເນີນຊີວິດໃນຝ່າຍທາງ ຊົ່ວຊ້າ ອະທາໍ ແລະ ຕັນຫາ ຝ່າຍໂລກ ແລະ ໃຫ້ ດໍາເນີນ ຊີວິດຢ່າງ ມີສະຕິ ອາຣົມ ດີ ຮອບຄອບ ຖືກຕ້ອງ ເປັນທາໍ ແລະ ສັດຊື່ບໍຣິສຸດ ຕໍ່ ພຣະເຈົ້າ,
\v 13 ໃນຂະນະທີ່ ພວກເຮົາກາໍລັງລໍ ຖ້າຄວາມຫວັງ ອັນໜ້າຍິນດີ ແລະ ການມາປາກົດ ຂອງສະຫງ່າຣາສີ ຂອງພຣະເຈົ້າ ອົງຍິ່ງໃຫຍ່ ຄື ອົງພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນ ຂອງ ພວກເຮົາ (ຂ) ຈະມາປາກົດ.
\s5
\v 14 ພຣະອົງ ໄດ້ສະຫລະພຣະອົງເອງ ແທນ ພວກເຮົາທັງຫລາຍ ເພື່ອ ຊ່ວຍກູ້ເອົາ ພວກເຮົາໃຫ້ພົ້ນ ຈາກຄວາມຊົ່ວຊ້າ ທຸກຢ່າງ ແລະ ເພື່ອຊໍາລະ ພວກເຮົາໃຫ້ ເປັນຜູ້ບໍຣິສຸດ ເພື່ອເປັນໄພ່ພົນຂອງ ພຣະອົງໂດຍສະເພາະ ແລະ ມີໃຈຮ້ອນຮົນ ສໍາລັບເຮັດ ຄວາມດີ.
\s5
\v 15 ຂໍ້ຄວາມຂ້າງເທິງນີ້ ເຈົ້າຈົ່ງໃຊ້ ວ່າກ່າວ, ຕັກເຕືອນ ແລະ ບອກສອນ ພວກເຂົາຢ່າງ ໜັກແໜ້ນ ຢ່າໃຫ້ ຜູ້ໃດ ໝິ່ນປະໝາດ ເຈົ້າໄດ້.
\s5
\c 3
\p
\v 1 ຈົ່ງເຕືອນສະຕິ ພວກເຂົາໃຫ້ ຢູ່ໃຕ້ບັງຄັບ ຜູ້ປົກຄອງ ແລະ ຜູ້ມີ ອໍານາດ ຄື ໃຫ້ນ້ອມຟັງ ແລະ ມີໃຈ ພ້ອມທີ່ຈະເຮັດການດີ ທຸກຢ່າງ.
\v 2 ຢ່າໃຫ້ ພວກເຂົາໝິ່ນປະໝາດ ຜູ້ໃດຈັກຄົນ ຢ່າໃຫ້ເປັນຄົນ ມັກ ຜິດຖຽງກັນ ແຕ່ໃຫ້ເປັນຄົນເອົາອົກ ເອົາໃຈ ສະແດງຄວາມອ່ອນ ສຸພາບ ແກ່ຄົນທັງປວງ.
\s5
\v 3 ເພາະວ່າ ເມື່ອກ່ອນນັ້ນ ພວກເຮົາເອງ ​ກໍເປັນຄົນໂງ່, ບໍ່ຍອມເຊື່ອຟັງ, ຖືກເຂົາຫລອກລວງ ໃຫ້ຫລົງ, ເປັນຂ້ອຍຂ້າ ຂອງກິເລດ ຕັນຫາ ແລະ ການສະໜຸກ ສະໜານ ຫລາຍປະການ, ເຄີຍໃຊ້ ເວລາ ໃນການຄິດຮ້າຍ ແລະໃນຄວາມເຫິງສາ, ເປັນຄົນໜ້າຊັງ ແລະ ກຽດຊັງກັນ.
\s5
\v 4 ແຕ່ ເມື່ອພຣະເມດຕາ ຂອງ ພຣະເຈົ້າ ຜູ້ຊົງໂຜດ ເຮົາທັງຫລາຍ ໃຫ້ພົ້ນ ແລະຄວາມຮັກ ຂອງ ພຣະອົງ ເພື່ອມະນຸດທັງຫລາຍ ໄດ້ສ່ອງມາປາກົດແລ້ວ,
\v 5 ພຣະອົງໄດ້ ຊົງໂຜດເຮົາທັງຫລາຍ ໃຫ້ພົ້ນ ບໍ່ແມ່ນຍ້ອນ ກິດຈະການ ອັນຊອບທາໍ ທີ່ ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະຣຸນາ ຊໍາລະໃຫ້ ພວກເຮົາ ມີໃຈ ບັງເກີດ ໃໝ່ ແລະ ຊົງສ້າງ ພວກເຮົາ ຂຶ້ນໃໝ່ ໂດຍ ພຣະວິນຍານ ບໍຣິສຸດເຈົ້າ.
\s5
\v 6 ພຣະເຈົ້າ ໄດ້ຖອກເທ ພຣະວິນຍານບໍຣິສຸດເຈົ້າ ໃສ່ພວກເຮົາ ຢ່າງລົ້ນເຫລືອ ໂດຍ ທາງ ພຣະເຢຊູຄຣິດເຈົ້າ ອົງເປັນພຣະຜູ້ໂຜດ ຊ່ວຍໃຫ້ພົ້ນຂອງ ພວກເຮົາ,
\v 7 ເພື່ອວ່າ ເມື່ອຊົງປະກາດໄວ້ ວ່າ ພວກເຮົາເປັນຄົນຊອບທາໍ ດ້ວຍພຣະຄຸນ ຂອງພຣະອົງນັ້ນແລ້ວ ພວກເຮົາກໍຈະໄດ້ຮັບມໍຣະດົກ ຄື ຊີວິດ ນິຣັນດອນ ຕາມຄວາມຫວັງ.
\s5
\v 8 ຄໍານີ້ ເປັນຄໍາສັດຈິງ. ເຮົາປາຖະໜາ ໃຫ້ເຈົ້າເນັ້ນເຖິງເລື່ອງ ເຫລົ່ານີ້ ເພື່ອຄົນທັງຫລາຍ ທີ່ເຊື່ອໃນພຣະເຈົ້າແລ້ວ ຈະເອົາໃຈໃສ່ ເຮັດການດີ ການເຫລົ່ານີ້ດີ ແລະ ມີປະໂຫຍດແກ່ ຄົນທັງປວງ.
\s5
\v 9 ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາ​ກ​ການ​ໂຕ​ຖຽງ​ອັນ​ໂງ່​ງ່າວ, ເລື່ອງ​ລຳ​ດັບ​ເຊື້ອ​ວົງ​ອັນ​ຍືດ​ຍາວ​ຂອງ​ບັນ​ພະ​ບຸ​ລຸດ, ການ​ຜິດ​ຖຽງ​ກັນ ແລະ​ການ​ຕໍ່​ສູ້​ກັນ​ເຖິ​ງ​ເລື່ອງ​ກົດ​ບັນ​ຍັດ, ສິ່ງ​ເຫຼົ່າ​ນັ້ນ​ເປັນ​ການ​ໄຮ້​ປະ​ໂຫຍດ​ແລະ​ບໍ່​ມີ​ຄຸນ​ຄ່າ..
\v 10 ຄົນໃດ ທີ່ຍຸແຫຍ່ ໃຫ້ເກີດການແຕກແຍກກັນ ເມື່ອ ໄດ້ເຕືອນເຂົາ ຄັ້ງໜຶ່ງ ຫືລ ສອງຄັ້ງແລ້ວ ຢ່າກ່ຽວຂ້ອງກັບ ຄົນນັ້ນ ອີກຕໍ່ໄປ.
\v 11 ເພາະຮູ້ແລ້ວ ວ່າ ຄົນຢ່າງນັ້ນ ເປັນຄົນພິກປີ້ນ ຫລົງ ໄປ ເຮັດຜິດບາບ ຈຶ່ງປັບໂທດໃສ່ຕົນເອງ.
\s5
\v 12 ເມື່ອເຮົາໃຊ້ ອາເຕມາ ຫລື ຕີຂີໂກ ໄປຫາເຈົ້ານັ້ນ ເຈົ້າຈົ່ງ ພະຍາຍາມ ມາຫາເຮົາ ທີ່ເມືອງ ນີໂກໂປລີ ເພາະເຮົາຕັດສິນໃຈ ແລ້ວວ່າ ຈະພັກຢູ່ທີ່ນັ້ນ ຈົນໝົດລະດູໜາວ.
\v 13 ຈົ່ງພະຍາຍາມ ຊ່ວຍ ເຊນັດ ຜູ້ເປັນທະນາຍຄວາມ ແລະ ອາໂປໂລ ໃຫ້ເລີ່ມອອກ ເດີນທາງໄປໃຫ້ໄດ້ ຢ່າໃຫ້ພວກເພິ່ນ ຂັດສົນສິ່ງໃດ.
\s5
\v 14 ພີ່ນ້ອງ ຂອງພວກເຮົານັ້ນ ໃຫ້ຮຽນຮູ້ ທີ່ຈະເຮັດການດີ ເໝືອນກັນ ເພື່ອຈະເປັນປະໂຫຍດ ເມື່ອເຖິງຄາວຈາໍເປັນ ແລະ ເພື່ອພວກເຂົາຈະບໍ່ເປັນຄົນທີ່ບໍ່ເກີດຜົນ.
\s5
\v 15 ທຸກຄົນ ທີ່ຢູ່ນາໍເຮົາ ກໍຝາກຄວາມຄິດເຖິງ ມາຍັງເຈົ້າ ເຈົ້າຈົ່ງ ສົ່ງຄວາມຄິດເຖິງ ຂອງພວກເຮົາ ໄປຍັງບັນດາພີ່ນ້ອງ ທີ່ຮັກຂອງ ພວກເຮົາ ໃນຄວາມເຊື່ອອັນດຽວກັນ. ຂໍພຣະຄຸນຈົ່ງສະຖິດຢູ່ກັບ ພວກເຈົ້າ ທຸກຄົນເທີ້ນ.