lo_bible/56-2TI.usfm

159 lines
32 KiB
Plaintext

\id 2TI
\ide UTF-8
\h 2 ຕິ​ໂມ​ທຽວ
\toc1 2 ຕິ​ໂມ​ທຽວ
\toc2 2 ຕິ​ໂມ​ທຽວ
\toc3 2ti
\mt 2 ຕິ​ໂມ​ທຽວ
\s5
\c 1
\p
\v 1 ຈາກ ໂປໂລ ອັກຄະສາວົກ ຂອງ ພຣະຄຣິດເຈົ້າເຢຊູ ຕາມ ນໍ້າພຣະໄທ ຂອງ ພຣະເຈົ້າ ຕາມ ພຣະສັນຍາ ທີ່ຊົງປະທານ ຊີວິດຊຶ່ງ ພວກເຮົາມີຢູ່ ໃນພຣະຄຣິດເຈົ້າເຢຊູ.
\v 2 ເຖິງ ຕິໂມທຽວ ລູກ ທີ່ຮັກ ຂອງເຮົາໃນ ຄວາມເຊື່ອ, ຂໍໃຫ້ ພຣະເຈົ້າ ພຣະບິດາເຈົ້າ ກັບ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຂອງພວກເຮົາ ໂຜດປະທານພຣະຄຸນ ຄວາມເມດຕາ ແລະສັນຕິສຸກແກ່ ເຈົ້າເທີ້ນ.
\s5
\v 3 ເຮົາ ໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ເຮົາຮັບໃຊ້ ດ້ວຍໃຈສຳນຶກຜິດ ແລະຊອບອັນເສາະໃສ ດັ່ງບັນພະບຸລຸດຂອງເຮົາ ໄດ້ ປະຕິບັດມາ ເຮົາໂມທະນາ ຂອບພຣະຄຸນພຣະອົງ ຢູ່ສະເໝີ ເມື່ອເຮົາລະນຶກ ເຖິງ ເຈົ້າໃນຄຳພາວັນນາອະທິຖານຂອງເຮົາ ທັງກາງຄືນ ແລະ ກາງເວັນ.
\v 4 ເຮົາລະນຶກ ເຖິງ ນ້ຳຕາຂອງເຈົ້າ ແລະເຮົາ ກໍຢາກເຫັນໜ້າເຈົ້າ ຫລາຍທີ່ສຸດ ເພື່ອວ່າເຮົາ ຈະໄດ້ ຊື່ນຊົມຍິນດີ ຢ່າງເຫລືອ ລົ້ນ.
\v 5 ເຮົາ ລະນຶກເຖິງ ຄວາມເຊື່ອ ອັນຈິງໃຈຂອງເຈົ້າ ອັນເປັນ ຄວາມເຊື່ອ ຊຶ່ງເມື່ອກ່ອນໄດ້ ມີຢູ່ໃນນາງໂລອີ ແມ່ ເຖົ້າຂອງເຈົ້າ ແລະ ນາງ ຢູນິເກ ແມ່ ຂອງ ເຈົ້າ. ບັດນີ້ ເຮົາ ເຊື້ອແນ່ວ່າ ມີ ຢູ່ໃນ ເຈົ້າເໝືອນກັນ.
\s5
\v 6 ເພາະເຫດນີ້ ເຮົາຈຶ່ງ ຂໍ ເຕືອນສະຕິເຈົ້າ ຈົ່ງພັດທະນາຂອງປະທານທີ່ມີໃນຕົວເຈົ້າ ໃຫ້ຈະເລີນ ຮຸ່ງເຮືອງຂຶ້ນ ຄື ຂອງປະທານ ຊື່ງ ພຣະເຈົ້າໄດ້ ໂຜດປະທານໃຫ້ເຈົ້າ ເມື່ອເຮົາ ໄດ້ວາງມືໃສ່ເຈົ້າ.
\v 7 ເພາະວ່າ ພຣະເຈົ້າບໍ່ໄດ້ ຊົງປະທານໃຈອັນຢ້ານກົວໃຫ້ ແກ່ເຮົາ, ແຕ່ໄດ້ ຊົງປະທານໃຈອັນປະກອບດ້ວຍ ຣິດເດດອໍານາດ ຄວາມຮັກ ແລະການບັງຄັບຕົນ ໃຫ້ແກ່ເຮົາ.
\s5
\v 8 ເຫດສະນັ້ນ ຢ່າລະອາຍ ທີ່ຈະເປັນພະຍານ ຝ່າຍອົງພຣະຜູ້ເປັນ ເຈົ້າຂອງເຮົາທັງຫລາຍ ຫລື ຝ່າຍຕົວເຮົາ ທີ່ຖືກຈຳຈອງຢູ່ ເພາະເຫັນ ແກ່ພຣະອົງ ແຕ່ຈົ່ງມີສ່ວນ ໃນການລໍາບາກ ເພື່ອເຫັນແກ່ ຂ່າວປະເສີດ ໂດຍ ອາໄສ ຣິດອໍານາດ ແຫ່ງ ພຣະເຈົ້າ.
\v 9 ຜູ້ ຊົງໂຜດ ເຮົາ ທັງຫລາຍ ໃຫ້ພົ້ນ ແລະ ຊົງເອີ້ນເອົາເຮົາທັງຫລາຍ ໃຫ້ເປັນ ໄພ່ພົນ ຂອງພຣະອົງບໍ່ແມ່ນ ເພາະເຫັນແກ່ ການດີ ທີ່ເຮົາໄດ້ ເຮັດນັ້ນ ແຕ່ ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ ແລະ ພຣະຄຸນຊຶ່ງຊົງ ປະທານແກ່ພວກເຮົາໃນ​ພ​ຣະ​ຄ​ຣິດ​ເຈົ້າ​ເຢ​ຊູ​ຕັ້ງ​ແຕ່​ດຶ​ກ​ດຳ​ບັນ​ມານັ້ນ
\v 10 ແຕ່​ບັດ​ນີ້ ພຣະຄຸນນັ້ນຖືກເປີດເຜີຍໃຫ້ພວກເຮົາໄດ້ ເຫັນ ໂດຍ ການ ສະເດັດ ມາ ປາກົດ ຂອງ ພຣະຄຣິດເຈົ້າເຢຊູ ພຣະຜູ້ໂຜດ ຊ່ວຍໃຫ້ພົ້ນຂອງພວກເຮົາພຣະອົງໄດ້ ກຳຈັດຣິດ ແຫ່ງ ຄວາມຕາຍ ໃຫ້ສິ້ນສຸດໄປ ແລະ ໄດ້ ເປີດເຜີຍຢ່າງ ຈະແຈ້ງ ເຖິງ ຊີວິດອັນຕາຍ ບໍ່ເປັນໂດຍ ທາງ ຂ່າວປະເສີດ.
\v 11 ພຣະເຈົ້າ ໄດ້ແຕ່ງຕັ້ງ ເຮົາໃຫ້ເປັນອັກຄະສາວົກ ແລະ ເປັນຜູ້ສອນ ເພື່ອປະກາດຂ່າວປະເສີດ
\s5
\v 12 ເພາະ ເຫດນີ້ແຫລະ ເຮົາຈຶ່ງຍອມທົນທຸກ ຕໍ່ສິ່ງເຫລົ່ານີ້ ແຕ່ ເຖິງປານນັ້ນ ເຮົາກໍບໍ່ລະອາຍ ເພາະວ່າ ເຮົາຮູ້ຈັກພຣະອົງ ຜູ້ທີ່ເຮົາໄດ້ເຊື່ອ ແລະ ໄວ້ວາງໃຈນັ້ນ ແລະ ເຮົາເຊື່ອໝັ້ນວ່າ ພຣະອົງຊົງສາມາດ ຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນ.
\v 13 ຈົ່ງ ເຮັດຕາມແບບຢ່າງ ແຫ່ງຄໍາສອນ ອັນມີຫລັກ ທີ່ເຈົ້າໄດ້ຍິນຈາກເຮົາດ້ວຍຄວາມເຊື່ອ ແລະ ຄວາມຮັກ ທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ.
\v 14 ເຈົ້າຈົ່ງຮັກສາ ຂໍ້ແນະນຳອັນດີ ຊຶ່ງໄດ້ຖືກມອບໝາຍໄວ້ ແກ່ເຈົ້ານັ້ນ ໂດຍທາງຣິດເດດ ແຫ່ງ ພຣະວິນຍານບໍຣິສຸດເຈົ້າ ອົງທີ່ສະຖິດຢູ່ໃນພວກເຮົາ.
\s5
\v 15 ເຈົ້າ ກໍຮູ້ ແລ້ວ ວ່າ ທຸກຄົນ ໃນ ແຂວງ ເອເຊຍ ລວມ ທັງ ຟູເຄໂລ ແລະ ເຮຣະໂມເກນ ໄດ້ ປະຖິ້ມເຮົາ.
\v 16 ຂໍອົງພຣະຜູ້ເປັນເຈົ້າ ສໍາແດງ ຄວາມ ເມດຕາ ແກ່ ຄອບຄົວ ໂອເນຊີໂຟໂຣ ເພາະ ເພິ່ນ ໄດ້ ໜູນ ຈິດໃຈ ເຮົາ ຕັ້ງ ຫລາຍ ເທື່ອ ເພິ່ນ ບໍ່ໄດ້ ລະອາຍ ທີ່ເຮົາ ຖືກຄຸກ,
\v 17 ແຕ່ ພໍ ເພິ່ນໄດ້ ມາ ເຖິງນະຄອນ ໂຣມ ແລ້ວ ເພິ່ນ ກໍ ເລີ່ມຕົ້ນຊອກ ຫາ ເຮົາຈົນພົບ.
\v 18 ຂໍ ອົງພຣະຜູ້ ເປັນເຈົ້າ ຊົງ ໂຜດ ປະທານ ພຣະເມດຕາ ແກ່ເພິ່ນໃນວັນນັ້ນ ດ້ວຍເທີ້ນ ຝ່າຍເຈົ້າ ກໍຮູ້ດີວ່າ ເພິ່ນໄດ້ ບົວລະບັດ ເຮົາຫລາຍ ປານໃດ ເມື່ອ ເຮົາ ຢູ່ທີ່ ເມືອງ ເອເຟໂຊ ນັ້ນ.
\s5
\c 2
\p
\v 1 ເຫດສະນັ້ນ ລູກ ຂອງເຮົາເອີຍ ຈົ່ງເຂັ້ມແຂງຂຶ້ນ ຊາວກະສິກອນ ທີ່ເຮັດວຽກໜັກ ກໍ ຄວນເປັນຜູ້ທຳອິດ ທີ່ໄດ້ຮັບຜົນເກັບກ່ຽວໂດຍ ພຣະຄຸນ ທີ່ພວກເຮົາມີ ໃນພຣະຄຣິດເຈົ້າເຢຊູ.
\v 2 ຈົ່ງມອບຄໍາສອນທີ່ເຈົ້າໄດ້ຍິນຈາກເຮົາ ຕໍ່ໜ້າພະຍານຫລາຍຄົນ ໄວ້ກັບຄົນສັດຊື່ ທີ່ສາມາດສອນຄົນອື່ນໄດ້ດ້ວຍ.
\s5
\v 3 ຈົ່ງຮ່ວມໃນຄວາມທົນທຸກ ເໝືອນ ດັ່ງເປັນທະຫານ ທີ່ດີຂອງ ພຣະຄຣິດເຈົ້າເຢຊູ.
\v 4 ບໍ່ມີທະຫານຄົນໃດ ເມື່ອເຂົ້າປະຈຳການ ແລ້ວຈະຫຍຸ້ງກ່ຽວກັບ ການງານຝ່າຍພົນລະເຮືອນ. ດ້ວຍວ່າ, ເຂົາ ຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ.
\v 5 ນັກກິລາ ທີ່ແລ່ນ ຊິງໄຊຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ.
\s5
\v 6 ຊາວກະສິກອນ ທີ່ເຮັດວຽກໜັກ ກໍ ຄວນເປັນຜູ້ທຳອິດ ທີ່ໄດ້ຮັບ ຜົນເກັບກ່ຽວ.
\v 7 ຈົ່ງຄິດ ຕຶກຕອງ ຂໍ້ຄວາມ ທີ່ເຮົາເວົ້ານັ້ນ ໃຫ້ຖີ່ຖ້ວນ ເພາະອົງພຣະຜູ້ເປັນເຈົ້າ ຈະຊົງປະທານ ໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ.
\s5
\v 8 ຈົ່ງ ລະນຶກເຖິງ ພຣະເຢຊູ ຄຣິດເຈົ້າ ຜູ້ທີ່ໄດ້ ຖືກບັນດານໃຫ້ເປັນ ຄືນມາຈາກຕາຍ ແລະ ຜູ້ທີ່ເປັນເຊື້ອສາຍຂອງດາວິດ ຕາມຄໍາສັ່ງ ສອນ ໃນຂ່າວປະເສີດ ທີ່ເຮົາປະກາດນັ້ນ.
\v 9 ເພາະຍ້ອນ ຂ່າວປະເສີດນີ້ແຫລະ ເຮົາຈຶ່ງທົນທຸກ ແລະ ຖືກຜູກມັດ ດັ່ງຜູ້ຮ້າຍ ແຕ່ ພຣະທໍາຂອງພຣະເຈົ້ານັ້ນ ບໍ່ມີຜູ້ໃດ ຜູກມັດໄວ້ໄດ້.
\v 10 ດັ່ງນັ້ນ ແຫລະ, ເຮົາຈຶ່ງສູ້ທົນທຸກສິ່ງ ເພາະເຫັນແກ່ ໄພ່ພົນທີ່ພຣະເຈົ້າໄດ້ ຊົງ ເລືອກໄວ້ ເພື່ອພວກເຂົາ ຈະໄດ້ຮ້ບຄວາມພົ້ນ ຊຶ່ງມາໂດຍທາງພຣະຄຣິດເຈົ້າເຢຊູ ແລະ ຈະຖືກນຳໄປສູ່ສະຫງ່າຣາສີ ນິຣັນດອນ.
\s5
\v 11 ຄໍາ ນີ້ເປັນຄວາມຈິງ ຄື: “ຖ້າ ພວກເຮົາ ໄດ້ ຕາຍ ດ້ວຍ ກັນ ກັບ ພຣະອົງ ພວກເຮົາ ກໍ ຈະ ມີ ຊີວິດ ກັບ ພຣະອົງ ເໝືອນກັນ.
\v 12 ຖ້າ ພວກເຮົາ ອົດທົນ ເອົາ ພວກເຮົາ ກໍ ຈະ ປົກຄອງ ຮ່ວມ ກັບ ພຣະອົງ. ຖ້າ ພວກເຮົາ ປະຕິເສດ ພຣະອົງ ພຣະອົງ ກໍ ຈະ ປະຕິເສດ ພວກເຮົາ ເໝືອນກັນ.
\v 13 ຖ້າ ພວກເຮົາ ບໍ່ ສັດຊື່ ພຣະອົງ ກໍ ຍັງ ສັດຊື່ ໝັ້ນຄົງ ຢູ່ ເພາະວ່າ ພຣະອົງ ຊົງ ເປັນ ຄວາມຈິງ ທີ່ ບໍ່ ສາມາດ ຈະ ປະຕິເສດ ພຣະອົງ ເອງ ໄດ້.”
\s5
\v 14 ຈົ່ງບອກ ຄົນຂອງ ເຈົ້າ ໃຫ້ ຈົດຈຳ ໃນເລື່ອງນິີ້ ແລະ ຕັກເຕືອນເຂົາຢ່າງໜັກແໜ້ນ ຢູ່ຊ້ອງພຣະພັກ ພຣະເຈົ້າ ບໍ່ໃຫ້ຜິດ ຖຽງກັນ ເຖິງຖ້ອຍຄໍາ ຕ່າງໆ ການກະທຳເຊັ່ນນີ້ ບໍ່ເປັນສິ່ງທີ່ດີ ມີແຕ່ ເຮັດໃຫ້ ຜູ້ຟັງຈິບຫາຍໄປ.
\v 15 ຈົ່ງອົດສາ ພະຍາຍາມ ສະແດງຕົນ ເໝືອນເປັນຄົນທີ່ພິສູດແລ້ວ ຕໍ່ ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ ຕ້ອງອາຍ ແລະ ໃຊ້ ພຣະທຳແຫ່ງ ຄວາມຈິງ ຢ່າງຖືກຕ້ອງ.
\s5
\v 16 ຈົ່ງຫລີກເວັ້ນ ຈາກ ການສົນທະນາ ອັນໂງ່ງ່າວ ແລະ ຂັດກັບ ຄວາມເຊື່ອ ຊຶ່ງເປັນການຊັກນໍາ ຜູ້ຟັງໃຫ້ ຫ່າງ ຈາກ ພຣະເຈົ້າຫລາຍ ຂຶ້ນເທົ່ານັ້ນ.
\v 17 ຄໍາສັ່ງສອນ ເຊັ່ນນັ້ນ ເປັນດັ່ງບາດແຜ ເປື່ອຍເນົ່າປົວບໍ່ດີ ທີ່ລາມໄປ ຕາມເນື້ອໜັງ ໃນຈໍາພວກນັ້ນມີ ຮີເມນາໂຢ ແລະ ຟີເລໂຕ.
\v 18 ຄົນທັງສອງນັ້ນ ໄດ້ ຫລົງໄປຈາກຄວາມຈິງ ໂດຍ ກ່າວວ່າ ການຄືນຈາກ ຄວາມຕາຍ ນັ້ນໄດ້ຜ່ານພົ້ນໄປແລ້ວ, ພວກເຂົາກຳລັງ ເຮັດໃຫ້ ຄວາມເຊື່ອຂອງ ບາງຄົນລົ້ມລະລາຍ ໄປ.
\s5
\v 19 ແຕ່ ຮາກຖານ ອັນແຂງແກ່ນ ຊຶ່ງພຣະເຈົ້າ ໄດ້ ວາງ ລົງ ແລ້ວ ນັ້ນ ຕັ້ງ ໝັ້ນ ຄົງ ຢູ່ ໂດຍ ມີ ຄຳ ຂຽນ ໄວ້ ວ່າ, “ອົງພຣະຜູ້ ເປັນເຈົ້າ ຊົງຮູ້ຈັກຄົນເຫລົ່ານັ້ນ ທີ່ເປັນຂອງພຣະອົງ ” ແລະ “ທຸກຄົນຊື່ງອອກ ຊື່ພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຕ້ອງຫັນໜີ ຈາກຄວາມຊົ່ວຊ້າ. ”
\v 20 ໃນ ເຮືອນໃຫຍ່ ຫລັງໃດ ບໍ່ແມ່ນ ມີ ແຕ່ພາຊະນະເງິນ ແລະ ຄໍາ ເທົ່ານັ້ນ ແຕ່ມີ ພາຊະນະ ໄມ້ ແລະ ດິນ ດ້ວຍບາງ ຢ່າງ ກໍໃຊ້ ເພື່ອເປັນກຽດ ແລະ ບາງຢ່າງກໍໃຊ້ການທຳມະດາ.
\v 21 ເຫດສະນັ້ນ ຖ້າ ຜູ້ໃດຊໍາລະຕົວ ໃຫ້ ພົ້ນຈາກສິ່ງຊົ່ວ ເຫລົ່ານັ້ນ ກໍ ຈະ ເປັນເໝືອນ ພາຊະນະ ອັນ ມີ ກຽດ ທີ່ໄດ້ ຕັ້ງ ໄວ້ ຕ່າງຫາກ ຊຶ່ງເປັນປະໂຫຍດ ແກ່ ເຈົ້າຂອງເຮືອນ ທີ່ຈັດໄວ້ພ້ອມແລ້ວ ສໍາລັບການດີທຸກຢ່າງ.
\s5
\v 22 ດັ່ງນັ້ນ ເຈົ້າຈົ່ງຫລີກໜີ ຈາກ ຣາຄະຕັນຫາຂອງຄົນໜຸ່ມ. ຈົ່ງ ຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ ຮ່ວມກັບຄົນທັງປວງ ທີ່ຮ້ອງອອກພຣະນາມຂອງ ອົງພຣະຜູ້ເປັນເຈົ້າ ດ້ວຍໃຈບໍຣິສຸດ.
\v 23 ແຕ່ ຈົ່ງຫລີກເວັ້ນ ຈາກການໂຕ້ຖຽງ ອັນໂງ່ງ່າວ ແລະ ອັບປັນຍາ ເຈົ້າ ກໍຮູ້ແລ້ວວ່າ ການ ກະທຳຢ່າງນັ້ນ ນຳໄປສູ່ ການວິວາດຜິດຖຽງກັນ.
\s5
\v 24 ຜູ້ຮັບໃຊ້ ຂອງ ອົງພຣະຜູ້ເປັນເຈົ້າ ຕ້ອງບໍ່ເປັນຄົນວິວາດ ຜິດ ຖຽງກັນ, ແຕ່ຕ້ອງມີໃຈເມດຕາ ແກ່ທຸກຄົນເປັນຄູ ທີ່ເໝາະສົມ ແລະ ມີໃຈພຽນອົດທົນ
\v 25 ແກ້ໄຂ ຄວາມຄິດເຫັນ ຝ່າຍ ກົງກັນຂ້າມ ດ້ວຍ ຄວາມສຸພາບ ອ່ອນໂຍນ ເພາະ ພຣະເຈົ້າຈະຊົງໂຜດ ໃຫ້ພວກເຂົາກັບໃຈໃໝ່ ແລະ ພາໄປສູ່ການຮູ້ຈັກເຖິງຄວາມຈິງ.
\v 26 ແລະ ໃຫ້ພວກເຂົາ ຮູ້ສຶກ ຕື່ນຕົວ ຈຶ່ງຫລຸດພົ້ນ ຈາກ ບ່ວງແຮ້ວຂອງມານຮ້າຍ ຜູ້ຊຶ່ງຈັບພວກເຂົາໄວ້ ໃຫ້ ເຮັດຕາມຄວາມປະສົງຂອງມັນ.
\s5
\c 3
\p
\v 1 ແຕ່ ຈົ່ງຮູ້ຈັກ ຂໍ້ຄວາມ ນີ້ວ່າ, ໃນຄາວ ທີ່ສຸດນັ້ນ ຈະເກີດຄວາມ ລໍາບາກ ຢ່າງຮ້າຍແຮງ.
\v 2 ເພາະວ່າ ຄົນທັງຫລາຍ ຈະເຫັນແກ່ ຕົວ, ເຫັນແກ່ເງິນຄໍາ, ອວດຕົວ, ຈອງຫອງ, ມັກດ່າວ່າ, ບໍ່ເຊື່ອຟັງ ຄວາມພໍ່ແມ່, ເນຣະຄຸນ, ເປັນຄົນບໍ່ມີສິນທຳ;
\v 3 ເປັນຄົນຂາດ ມະນຸດສະທຳ, ບໍ່ຍອມຜ່ອນຜັນຜູ້ໃດ, ໃສ່ຮ້າຍ ປ້າຍສີກັນ, ບໍ່ຮູ້ຈັກບັງ ຄັບຕົນ, ມີໃຈໂຫດຮ້າຍ, ເປັນຄົນບໍ່ຮັກການດີ,
\v 4 ເປັນຄົນ ທໍລະຍົດ, ດື້ດ້ານ, ອວດສະຫາວ ແລະ ເປັນຄົນຮັກ ຄວາມສະໜຸກ ຫລາຍກວ່າ ຮັກພຣະເຈົ້າ.
\s5
\v 5 ເຂົາ ກໍ ເຮັດ ເໝືອນ ຄົນ ນັບຖື ພຣະເຈົ້າ ຢ່າງ ຖືກຕ້ອງ, ແຕ່ວ່າ ຣິດອໍານາດ ຂອງ ການ ນັບຖື ນັ້ນ ເຂົາ ກໍ ປະຕິເສດ ເສຍ ເຈົ້າ ຈົ່ງ ຫລີກ ໜີ ເສຍ ຈາກ ຄົນ ຢ່າງ ນັ້ນ.
\v 6 ເພາະ ໃນ ບັນດາ ຄົນ ເຫລົ່ານັ້ນ ມີ ຄົນທີ່ມັກ ລ່ວງເຂົ້າໄປຕາມ ບ້ານເຮືອນ ກ່ຽວກ່ອມ ເອົາ ໃຈ ແມ່ຍິງທີ່ ເບົາປັນຍາໜາ ດ້ວຍຄວາມຜິດບາບ ແລະ ຫລົງໄຫລ ໄປ ດ້ວຍຕັນຫາ ຕ່າງໆ ເອົາ ໄປ ເປັນ ຊະເລີຍ,
\v 7 ຍິງພວກນີ້ ກໍຍອມຮ່ຳຮຽນຢູ່ສະເໝີ ແຕ່ ບໍ່ອາດຈະເຖິງການ ສັງເກດ ຮູ້ຄວາມຈິງໄດ້ຈັກ ເທື່ອ.
\s5
\v 8 ຢາເນ ກັບ ຢໍາເບ ຂັດຂວາງ ຕໍ່ສູ້ກັບ ໂມເຊ ສັນໃດ ຄົນເຫລົ່ານີ້ ກໍຂັດຂວາງ ຕໍ່ສູ້ ກັບຄວາມຈິງ ສັນນັ້ນເໝືອນກັນ ເຂົາເປັນຄົນມີໃຈ ຊົ່ວຮ້າຍ ແລະ ໃນ ດ້ານ ຄວາມເຊື່ອນັ້ນ ເຂົາໃຊ້ ບໍ່ໄດ້ເລີຍ,
\v 9 ແຕ່ ເຂົາກ້າວໜ້າ ຕໍ່ໄປອີກບໍ່ໄດ້ ເພາະວ່າ ຄວາມໂງ່ ຂອງ ເຂົາ ນັ້ນ ຈະ ປາກົດແຈ້ງ ແກ່ ຄົນທັງປວງ ເໝືອນ ດັ່ງຄວາມໂງ່ຂອງ ຊາຍສອງ ຄົນນັ້ນ.
\s5
\v 10 ບັດນີ້ ເຈົ້າ ກໍໄດ້ ຕິດຕາມ ເຮົາໃນດ້ານ ຄໍາສອນ, ຄື ດໍາເນີນ ຕາມ ຄວາມ ປະພຶດ, ເປົ້າໝາຍ ຂອງ ຊີວິດ, ຄວາມເຊື່ອ, ຄວາມອົດ ທົນ, ຄວາມຮັກ, ຄວາມໜັກແໜ້ນໝັ້ນຄົງ,
\v 11 ການຖືກຂົ່ມ ເຫັງແລະ ຄວາມທົນທຸກລໍາບາກຂອງເຮົາ ເຈົ້າກໍຮູ້ຈັກ ເຫດການທັງ ໝົດທີ່ໄດ້ ເກີດຂຶ້ນ ກັບເຮົາໃນ ເມືອງ ອັນຕີໂອເຂຍ ໃນເມືອງ ອີໂກນີອົມ ແລະ ໃນເມືອງລີສະຕຣາ ຄື ການຖືກຂົ່ມເຫັງອັນໜັກໜ່ວງ ທີ່ເຮົາໄດ້ທົນເອົານັ້ນ, ແຕ່ ອົງພຣະຜູ້ເປັນເຈົ້າ ໄດ້ ຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກສິ່ງເຫລົ່ານັ້ນທັງສິ້ນ.
\v 12 ແທ້ຈິງບັນດາ ຄົນທີ່ປາຖະໜາ ຈະດໍາເນີນຊີວິດ ຄຣິສຕຽນ ເປັນ ຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍ ຈະຖືກກົດຂີ່ຂົ່ມເຫັງ,
\v 13 ແຕ່ຄົນຊົ່ວຮ້າຍ ແລະ ຄົນປອມຕົວຈະ ເພີ່ມທະວີຫລາຍຂຶ້ນ ໄປ ລໍ້ລວງ ຄົນອື່ນໃຫ້ຫລົງ ແລະ ຕົວເຂົາເອງ ກໍ ຈະຖືກ ລໍ້ລວງ ເໝືອນກັນ.
\s5
\v 14 ແຕ່ ສໍາລັບເຈົ້າ ຈົ່ງສືບຕໍ່ ດໍາເນີນ ຕໍ່ໄປໃນສິ່ງທີ່ເຈົ້າໄດ້ຮຽນຮູ້ມາແລ້ວ ແລະ ໄດ້ ເຊື່ອຢ່າງໝັ້ນຄົງເຈົ້າ ກໍຮູ້ແລ້ວວ່າ ເຈົ້າໄດ້ຮຽນຮູ້ ມາຈາກຜູ້ໃດ.
\v 15 ທີ່ຈິງແລ້ວ ເຈົ້າໄດ້ຮູ້ ພຣະຄໍາພີ ອັນສັກສິດ ຕັ້ງແຕ່ຄາວເຈົ້າ ຍັງນ້ອຍພຸ້ນ ຊຶ່ງສາມາດສອນເຈົ້າໃຫ້ມີປັນຍາ ທີ່ນຳ ໄປ ເຖິງຄວາມພົ້ນ ໂດຍທາງ ຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ.
\s5
\v 16 ພຣະຄໍາພີ ທຸກຕອນໄດ້ຮັບການ ຊົງບັນດົນໃຈຈາກ ພຣະເຈົ້າ ແລະ ເປັນປະໂຫຍດ (ກ) ໃນການສອນ, ການກ່າວຕັກເຕືອນວ່າກ່າວ, ການປັບປຸງ ແກ້ໄຂໃຫ້ຖືກຕ້ອງ ແລະ ການອົບຮົມ ໃນທາງຊອບທຳ,
\v 17 ເພື່ອຄົນຂອງພຣະເຈົ້າ ຈະບັນລຸຜົນສໍາເລັດ ແລະ ຈັດຕຽມໄວ້ ພ້ອມສໍາລັບການດີທຸກຢ່າງ.
\s5
\c 4
\p
\v 1 ເຮົາ ສັ່ງເຈົ້າ ຢູ່ຊ້ອງພຣະພັກພຣະເຈົ້າ ແລະ ຢູ່ຊ້ອງ ພຣະພັກ ພຣະຄຣິດເຈົ້າເຢຊູ ຜູ້ ຈະຊົງພິພາກສາ ທັງຄົນເປັນ ແລະ ຄົນຕາຍ ໂດຍ ອ້າງເຖິງການ ທີ່ພຣະອົງຈະຊົງສ່ອງສະຫວ່າງມາປາກົດ ແລະ ອ້າງເຖິງຣາຊອານາຈັກຂອງພຣະອົງວ່າ,
\v 2 ຈົ່ງເອົາໃຈໃສ່ ເທດສະໜາ ສັ່ງສອນ ພຣະທຳຂອງພຣະເຈົ້າ ທັງໃນເວລາມີໂອກາດ ແລະ ບໍ່ມີໂອກາດ, ຈົ່ງຊັກຊວນ ດ້ວຍເຫດຜົນ, ຈົ່ງເຕືອນ ສະຕິ ແລະ ໜູນໃຈ ດ້ວຍຄວາມພຽນ ອົດທົນທຸກຢ່າງ ແລະ ໃນການສິດສອນ.
\s5
\v 3 ເພາະ ຈະເຖິງເວລາ ທີ່ຄົນຈະບໍ່ຍອມຟັງຫລັກຄໍາສອນ ອັນແທ້ຈິງ ແຕ່ຈະປະຕິບັດຕາມຄວາມປາຖະໜາຂອງເຂົາເອງ ແລະ ຈະ ຮວບຮວມ ຄໍາສອນ ໄວ້ເພື່ອຕອບສະໜອງຄວາມຕ້ອງການຂອງ ເຂົາ.
\v 4 ຄົນເຫລົ່ານັ້ນຈະບໍ່ຟັງຄວາມຈິງອີກຕໍ່ໄປ ເຂົາຈະຫັນໄປສົນໃຈ ນິຍາຍເລື່ອງຕ່າງໆ.
\v 5 ແຕ່ ເຈົ້າຈົ່ງລະວັງຕົນເອງ ໃຫ້ດີໃນ ທຸກສະພາບການ, ຈົ່ງອົດທົນຕໍ່ຄວາມຍາກລໍາບາກ ແລະ ຈົ່ງເຮັດໜ້າທີ່ຂອງ ຜູ້ປະກາດ ຂ່າວປະເສີດ ຈົ່ງປະຕິບັດໜ້າທີ່ການ ຂອງເຈົ້ານັ້ນໃຫ້ສຳເລັດ.
\s5
\v 6 ສໍາລັບເຮົານັ້ນ ເຖິງເວລາແລ້ວ ທີ່ຈະຕົກເປັນເຄື່ອງບູຊາ ແລະ ເຖິງເວລາແລ້ວ ທີ່ເຮົາຕ້ອງຈາກໂລກນີ້ໄປ.
\v 7 ເຮົາໄດ້ຕໍ່ສູ້ຢ່າງສຸດ ກຳລັງ ເຮົາໄດ້ແລ່ນແຂ່ງຂັນ ຈົນເຖິງທີ່ສຸດ ແລະ ເຮົາໄດ້ຮັກສາ ຄວາມເຊື່ອໄວ້ແລ້ວ. (ຂ)
\v 8 ແຕ່ນີ້ ຕໍ່ໄປ ມົງກຸດ ຄື ລາງວັນ ແຫ່ງ ຄວາມ ຊອບທຳຊົງຈັດໄວ້ ຖ້າເຮົາແລ້ວ ຊຶ່ງອົງພຣະຜູ້ເປັນເຈົ້າ ຜູ້ພິພາກສາ ທີ່ຍຸດຕິທຳຈະຊົງປະທານແກ່ເຮົາ ໃນວັນນັ້ນ ແລະ ບໍ່ແມ່ນແກ່ເຮົາພຽງຜູ້ດຽວ ແຕ່ ຈະຊົງປະທານ ແກ່ ຄົນທັງປວງ ທີ່ມີໃຈ ຍິນດີ ໃນ ການຊົງສ່ອງສະຫວ່າງ ມາປາກົດຂອງພຣະອົງ.
\s5
\v 9 ຈົ່ງຮີບຮ້ອນໃຈ ມາຫາເຮົາໄວໆ.
\v 10 ເພາະວ່າ ເດມາ ໄດ້ຫລົງ ຮັກສິ່ງຂອງ ຝ່າຍໂລກເສຍແລ້ວ ແລະ ໄດ້ປະຖິ້ມເຮົາໜີໄປຍັງເມືອງ ເທສະໂລນິກ. ເກເຊັນ ໄດ້ໄປຍັງແຂວງ ຄາລາເຕຍ ແລະ ຕິໂຕ ໄດ້ໄປ ຍັງເມືອງ ດັນມາເຕຍ.
\s5
\v 11 ​ມີແຕ່​ລູ​ກາ ເທົ່າ​ນັ້ນ​ທີ່​ຢູ່​ກັບ​ເຮົາ ຈົ່ງ​ເອົາ​ ມາ​ຣະ​ໂກ ມາ​ນຳ​ເຈົ້າ​ດ້ວຍ​ເພາະ​ວ່າ​ເພິ່ນ​ຊ່ວຍ​ເຮົາ​ຫລາຍ​ໃນ​ພາ​ລະ​ກິດ​ການ​ຮັບ​ໃຊ້.
\v 12 ເຮົາ ໄດ້ໃຊ້ ຕີຂີໂກ ໄປຍັງເມືອງ ເອເຟໂຊ.
\v 13 ເມື່ອເຈົ້າມາ ຈົ່ງເອົາເສື້ອຄຸມ ທີ່ເຮົາໄດ້ປະໄວ້ກັບ ກາລະໂປ ທີ່ເມືອງໂທອາດ ນັ້ນມາ ນຳດ້ວຍ ຈົ່ງເອົາໜັງສືຕ່າງໆ ມາເໝືອນກັນ ເປັນຕົ້ນ ໜັງສືທີ່ຂຽນ ໃສ່ແຜ່ນໜັງນັ້ນ.
\s5
\v 14 ອາເລັກຊັນເດີ ຊ່າງທອງແດງນັ້ນ ໄດ້ເຮັດຮ້າຍ ຕໍ່ເຮົາຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຊົງຕອບແທນ ໃຫ້ສົມກັບການທີ່ລາວ ເຮັດນັ້ນ.
\v 15 ເຈົ້າເອງ ກໍຈົ່ງລະວັງຕົວລາວໃຫ້ດີ ເພາະລາວເວົ້າ ຂັດຂວາງ ຕໍ່ສູ້ຖ້ອຍຄໍາຂອງພວກເຮົາຢ່າງຮຸນແຮງ.
\v 16 ບໍ່ມີຜູ້ໃດ ເຂົ້າຂ້າງເຮົາຈັກຄົນ ເມື່ອເຮົາກ່າວແກ້ຄະດີ ເທື່ອທຳອິດນັ້ນ ທຸກຄົນ ໄດ້ປະຖິ້ມເຮົາໝົດ ຂໍພຣະເຈົ້າຢ່າຖືໂທດພວກເຂົາເລີຍ
\s5
\v 17 ແຕ່ ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ ແລະ ຊູກຳລັງເຮົາ ຂຶ້ນ ເພື່ອໃຫ້ເຮົາສາມາດ ປະກາດຂ່າວປະເສີດ ອັນຄົບຖ້ວນ ແກ່ຄົນ ຕ່າງຊາດທຸກຄົນ ແລະ ເຮົາກໍໄດ້ຖືກຊ່ວຍກູ້ ເອົາໃຫ້ ພົ້ນຈາກປາກ ຂອງສິງໂຕ.
\v 18 ອົງພຣະຜູ້ເປັນເຈົ້າ ຊົງຊ່ວຍກູ້ ເອົາເຮົາໃຫ້ພົ້ນ ຈາກຄວາມຊົ່ວຊ້າທຸກຢ່າງ ແລະ ນຳເຮົາເຂົ້າໄປສູ່ອານາຈັກສະຫວັນ ຂອງພຣະອົງຢ່າງປອດໄພ ຂໍໃຫ້ ສະຫງ່າຣາສີ ຈົ່ງມີແກ່ພຣະອົງສືບໆໄປ ເປັນນິດເທີ້ນ ອາແມນ.
\s5
\v 19 ເຮົາຂໍຝາກ ຄວາມຄິດເຖິງ ມາຍັງ ປີຊະກີລາ ກັບ ອາກີລາ ແລະ ຄອບຄົວ ໂອເນຊີໂຟໂຣ.
\v 20 ເອຣາຊະໂຕ ໄດ້ຄ້າງຢູ່ທີ່ເມືອງ ໂກຣິນໂທ ແລະ ເຮົາໄດ້ປະ ໂທຟີໂມ ໄວ້ທີ່ເມືອງ ມີເລໂຕ ເພາະວ່າລາວປ່ວຍ.
\v 21 ຈົ່ງພະຍາຍາມ ມາຫາເຮົາກ່ອນລະດູໜາວໃຫ້ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍ ກັບພີ່ນ້ອງ ຄຣິສຕຽນ ທັງໝົດ ກໍຝາກຄວາມຄິດເຖິງມາຍັງເຈົ້າ ເໝືອນກັນ.
\v 22 ຂໍ ອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບວິນຍານຂອງເຈົ້າເທີ້ນ. ຂໍໃຫ້ພຣະຄຸນຈົ່ງ ສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ.