lo_bible/55-1TI.usfm

223 lines
44 KiB
Plaintext

\id 1TI
\ide UTF-8
\h 1 ຕິ​ໂມ​ທຽວ
\toc1 1 ຕິ​ໂມ​ທຽວ
\toc2 1 ຕິ​ໂມ​ທຽວ
\toc3 1ti
\mt 1 ຕິ​ໂມ​ທຽວ
\s5
\c 1
\p
\v 1 ຈາກ ໂປໂລ ອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ຕາມຄໍາສັ່ງຂອງພຣະເຈົ້າພຣະຜູ້ໂຜດຊ່ວຍໃຫ້ພົ້ົນຂອງເຮົາທັງຫລາຍ ແລະ ອົງພຣະເຢຊູຄຣິດເຈົ້າຜູ້ເປັນຄວາມຫວັງຂອງພວກເຮົາ,
\v 2 ເຖິງ ຕິ​ໂມທຽວ ລູກແທ້ຂອງເຮົາໃນຄວາມເຊື່ອ, ຂໍພຣະເຈົ້າພຣະບິດາເຈົ້າ ກັບ ພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ ໂຜດປະທານ ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກແກ່ເຈົ້າເທີ້ນ.
\s5
\v 3 ເມື່ອເຮົາກຳລັງເດີນທາງໄປຍັງແຂວງມາເກໂດເນຍ ເຮົ​າຂໍຮ້ອງໃຫ້ເຈົ້າຢູ່ໃນເມືອງເອເຟໂຊ ເພື່ອຈະໄດ້ສັ່ງຫ້າມບາງຄົນບໍ່ໃຫ້ພວກເຂົາສອນຄໍາໂອວາດຢ່າງອື່ນ.
\v 4 ຈົ່ງບອກພວກເຂົາໃຫ້ເລີກສົນໃຈເລື່ອງນິຍາຍຕ່າງໆ ແລະເລື່ອງເຊື້ອສາຍອັນບໍ່ຮູ້ສິ້ນສຸດຂອງບັນພະບຸລຸດນັັ້ນເສຍຊຶ່ງເປັນເຫດໃຫ້ເກີດການໂຕ້ຖຽງກັນເທົ່ານັ້ນ ແທນທີ່ຈະເປັນໄປຕາມແຜນການຂອງພຣະເຈົ້າອັນກ່ຽວກັບຄວາມເຊື່ອ.
\s5
\v 5 ຈຸດປະສົງຂອງຄໍາສ່ັ່ງນີ້ແມ່ນເພື່ອກໍ່ໃຫ້ເກີດຄວາມຮັກຈາກໃຈ ບໍຣິສຸດ ຈາກໃຈສໍານຶກຜິດແລະຊອບອັນເສາະໃສແລະຈາກຄວາມເຊື່ອອັນຈິງໃຈ.
\v 6 ມີບາງຄົນໄດ້ຫັນໜີຈາກສິ່ງເຫລົ່ານີ້ ແລະຫລົງໄປຫາການໂຕ້ຖຽງອັນໂງ່ງ່າວບໍ່ມີປະໂຫຍດ.
\v 7 ພວກເຂົາຢາກເປັນ ຄູສອນເລື່ອງກົດບັນຍັດຂອງພຣະເຈົ້າ ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ຕົນເອງເວົ້າແລະສິ່ງທີ່ພວກເຂົາຢືນຢັນ.
\v 8 ພວກເຮົາຮູ້ວ່າກົດບັນຍັດນັ້ນດີຖ້ານຳໄປໃຊ້ໃນທາງຖືກຕ້ອງ.
\s5
\v 9 ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດ​ໝາຍນັ້ນ​ບໍ່​ໄດ້​ຕັ້ງ​ໄວ້​ສຳ​ລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳ​ລັບ​ຄົນ​ດັ່ງ​ຕໍ່​ລົງ​ໄປ​ນີ້ ຄື​ຄົນ​ລະ​ເມີດ​ກົດ​ໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວ​ຮ້າຍ, ຄົນ​ຊົ່ວ​ຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບ​ກຳ, ຄົນ​ບໍ່​ເຄົາ​ຣົບ​ນັບ​ຖີ​ພ​ຣະ​ເຈົ້າ​ແລະ​ສິ່ງ​ສັກ​ສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້​ຮ້າຍ​ຂ້າ​ຄົນ.
\v 10 ຄົນຜິດສິນທໍາທາງເພດ, ຄົນຮັກຮ່ວມເພດດຽວກັນ, ຜູ້ຮ້າຍລັກຄົນ, ຄົນທີ່ຂີ້ຕົວະ ແລະກ່າວຄໍາສາບານບໍ່ຈິງ ຫລືສິ່ງອື່ນໆ ກໍຕາມ ຊຶ່ງຂັດກັບຫລັກຄໍາສັ່ງສອນອັນສັດຈິງ.
\v 11 ຕາມທີ່ມີຢູ່ໃນຂ່າວປະເສີດຊຶ່ງກ່າວເຖິງພຣະຣັດສະໝີຂອງພຣະເຈົ້າຜູ້ຊົງສະເຫວີຍສຸກຄື ຂ່າວປະເສີດທີ່ໄດ້ຊົງມອບໄວ້ກ້ບເຮົາແລ້ວ.
\s5
\v 12 ເຮົາໂມທະນາຂອບພຣະຄຸນພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາຜູ້ຊົງໂຜດຊູກຳລັງເຮົາ. ​ດ້ວຍວ່າ, ພຣະອົງຊົງຖືເຮົາວ່າເປັນຜູ້ສ້ດຊື່ ແລະແຕ່ງຕັ້ງເຮົາໃຫ້ເປັນຜູ້ຮັບໃຊ້ພຣະອົງ,
\v 13 ເຖິງແມ່ນວ່າ ເມື່ອກ່ອນນັ້ນເຮົາໄດ້ເປັນຄົນຫຍາບຊ້າຂົ່ມເຫັງ ແລະ ໝິ່ນປະໝາດພຣະອົງ ແຕ່ເຮົາກໍຍັງໄດ້ຮ້ບພຣະກະຣຸນາ ເພາະວ່າທີ່ເຮົາໄດ້ເຮັດຢ່າງນັ້ນກໍດ້ວຍຄວາມບໍ່ຮູ້ ແລະດ້ວຍຄວາມບໍ່ເຊື່ອ.
\v 14 ຝ່າຍອົງພຣະຜູ້ເປັນເຈົ້າຂອງພວກເຮົາ ພຣະອົງໄດ້ຖອກເທພຣະຄຸນໃສ່ເຮົາຢ່າງລົ້ນເຫລືອ ພ້ອມດ້ວຍຄວາມເຊື່ອ ແລະ ຄວາມຮັກຊຶ່ງພວກເຮົາມີໃນພຣະຄຣິດເຈັ້າເຢຊູ.
\s5
\v 15 ຄໍານີ້ເປັນຄວາມຈິງ ຊຶ່ງທຸກຄົນສົມຄວນຮັບເອົາໄວ້ ຄື ພຣະຄຣິດເຈົ້າເຢຊູໄດ້ເຂົ້າມາໃນໂລກ ເພື່ອໂຜດເອົາຄົນບາບທັງ ຫລາຍໃຫ້ພົ້ນ ໃນບັນດາຄົນເຫລົ່ານັ້ນ ແມ່ນເຮົານີ້ແຫລະ ເປັນຄົນບາບຫລາຍທີ່ສຸດ,
\v 16 ແຕ່ດ້ວຍເຫດນີ້ເອງ ພຣະເຈົ້າຈຶ່ງເມດຕາຕໍ່ເຮົາ ເພື່ອວ່າພຣະເຢຊູຄຣິດເຈົ້າຈະໄດ້ຊົງສໍາແດງໃຫ້ເຮົາເຫັນເຖິງຄວາມອົດທົນຢ່າງລົ້ນເຫລືອຂອງພຣະອົງ ຊ່ື່ງມີຕໍ່ເຮົາທີ່ເປັນຄົນບາບໜາທີ່ສຸດ ເພື່ອໃຫ້ເປັນແບບຢ່າງສໍາລັບທຸກຄົນທີ່ຈະໄດ້ເຊື່ອໃນພຣະອົງ ແລະຮັບຊີວິດນີຣັນດອນ.
\v 17 ພຣະກຽດ ແລະພຣະຣັດສະໝີ ຈົ່ງມີແກ່ພຣະມະຫາກະສັດຜູ້ຊົງພຣະຈະເລີນຢູ່ເປັນນິດ ຜູ້ຊົງເປັນອົງອະມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງ ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວສືບໆໄປເປັນນິດ ອາແມນ.
\s5
\v 18 ຕິໂມທຽວ ລູກຂອງເຮົາເອີຍ, ເຮົາຂໍມອບຄໍາແນະນຳນີ້ແກ່ເຈົ້າຕາມຄໍາທຳນວາຍທີ່ມີກ່າວໄວ້ກ່ຽວກັບເຈົ້າເມື່ອກ່ອນນັ້ນ ຈົ່ງໃຊ້ຖ້ອຍຄໍາເຫລົ່ານັ້ນ ເປັນອາວຸດເພື່ອຕໍ່ສູ້ດ້ວຍໃຈກັາຫານ.
\v 19 ແລະ​ຈົ່ງ​ຢຶດ​ຖື​ຄວາມ​ເຊື່ອ​ອັນ​ແທ້​ຈິງ ແລະ​ໃຫ້​ມີ​ໃຈ​ສຳ​ນືກ​ຜິດ​ແລະ​ຊອບ​ອັນ​ເສາະ​ໃສ ມີ​ບາງ​ຄົນ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຟັງ​ໃຈ​ສຳ​ນຶກ​ຜິ​ດ​ແລະ​ຊອບ​ຂອງ​ຕົນ ຈຶ່ງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຂົາ​ຫລົ້ມ​ຈົມ.
\v 20 ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ມີ ຮີ​ເມ​ນາ​ໂຢ ແລະ​ອາ​ເລັກ​ຊັນ​ເດີ ທີ່​ເຮົາ​ໄດ້​ມອບ​ພວກ​ເຂົາ​ໄວ້​ກັບ​ມານ​ຊາ​ຕານ​ແລ້ວ ເພື່ອ​ພວກ​ເຂົາ​ຈ​ະ​ໄດ້​ຮຽນ​ຮູ້ ແລະ​ເຊົາ​ກ່າວ​ຄຳ​ຫ​ຍາບ​ຊ້າ​ຕໍ່​ພ​ຣະ​ເຈົ້າ.
\s5
\c 2
\p
\v 1 ເຫດສະນັ້ນ ກ່ອນສິ່ງອື່ນໃດ ເຮົາຂໍຮ້ອງເຈັົ້າທັງຫລາຍໃຫ້ພາວັນນາອະທິຖານໄຫວ້ວອນທູນຂໍ ແລະ ຂອບພຣະຄຸນພຣະເຈົ້າ ເພື່ອຄົນທັງປວງ
\v 2 ເພື່ອກະສັດທັງຫລາຍ ແລະຄົນທັງປວງທີ່ມີຕໍາແໜ່ງສູງ ເພື່ອເຮົາທັງຫລາຍຈະໄດ້ດຳເນີນຊີວິດຢ່າງງຽບໆ ແລະສະຫງົບສຸກ ໃນທາງທຳດ້ວຍຄວາມນັບຖືຢຳເກງພຣະເຈົ້າ ແລະ ດ້ວຍກຽດສັກສີທຸກປະການ.
\v 3 ການກະທຳເຊັ່ນນີ້ເປັນສິ່ງທີ່ດີ ແລະ ເປັນທີ່ພໍພຣະໄທພຣະເຈົ້າພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ
\v 4 ພຣະອົງຊົງມີພຣະປະສົງໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະໃຫ້ມາຮູ້ຈ້ກຄວາມຈິງ.
\s5
\v 5 ດ້ວຍວ່າ, ມີພຣະເຈົ້າອົງດຽວ ແລະມີຜູ້ກາງແຕ່ຜູ້ດຽວ ລະຫວ່າງ ພຣະເຈົ້າ ກັບ ມະນຸດ ຄື ພຣະຄຣິດເຈັ້າເຢຊູຜູ້ຊົງສະພາບເປັນມະນຸດ,
\v 6 ຜູ້ທີ່ໄດ້ສະຫລະພຣະອົງເອງເພື່ອເປັນຄ່າໄຖ່ມະນຸດສະໂລກທຸກຄົນ ຊຶ່ງການນີ້ໄດ້ກ່າວເປັນຄໍາພະຍານໃນເວລາອັນເໝາະສົມ.
\v 7 ເພາະສະນັ້ນແຫລະ ເຮົາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະ ເປັນອັກຄະສາວົກ ຄູສອນຖ້ອຍຄໍາແຫ່ງຄວາມເຊື່ອ ແລະ ຄວາມຈິງ ໃຫ້ແກ່ຄົນຕ່າງຊາດ (ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າຕົວະ).
\s5
\v 8 ເຮົາຢາກໃຫ້ຜູ້ຊາຍທຸກຄົນຍົກມືພາວັນນາອະທິຖານດ້ວຍຈິດ ໃຈບໍຣິສຸດຢູ່ໃນທຸກແຫ່ງໂດຍບໍ່ມີໃຈຄຽດຮ້າຍແລະການຜິດຖຽງກັນ.
\v 9 ໃນທໍານອງດຽວກັນ ເຮົາຢາກໃຫ້ພວກແມ່ຍິງແຕ່ງຕົວຢ່າງ ສຸພາບຮຽບຮ້ອຍ ແລະ ສະຫງຽມຄ່ຽມຄົມ ບໍ່ແມ່ນດ້ວຍຊົງຜົມເກີນ ແບບ ຫລື ປະດັບຕົວດ້ວຍຄໍາ ຫລື ໄຂ່ມຸກ ຫລື ເຄື່ຶອງນຸ່ງທີ່ມີລາຄາ ແພງໆ
\v 10 ແຕ່ໃຫ້ປະດັບຕົວດ້ວຍເຮັດການດີ ໃຫ້ສົມກັບເປັນ ແມ່ຍິງທີ່ອ້າງຕົນວ່າເປັນຄົນຢໍາເກງພຣະເຈົ້າ.
\s5
\v 11 ໃຫ້ແມ່ຍິງຮຽນຮູ້ເອົາຢ່າງງຽບໆ ດັວຍໃຈອ່ອນນ້ອມຍອມຟັງ ທຸກປະການ.
\v 12 ເຮົາບໍ່ອະນຸຍາດໃຫ້ແມ່ຍິງສັ່ງສອນ ຫລື ມີສິດອໍານາດເໜືອຜູ້ຊາຍ ແຕ່ໃຫ້ພວກເຂົາມິດງຽບຢູ່.
\s5
\v 13 ດ້ວຍວ່າ, ພຣະເຈົ້າໄດ້ສ້າງ ອາດາມ ກ່ອນແລະຕໍ່ມາ ພຣະອົງກໍໄດ້ສ້າງ ເອວາ.
\v 14 ແລະ ບໍ່ແມ່ນ ອາດາມ ທີ່ໄດ້ຖືກຫລອກລວງ ແຕ່ແມ່ນແມ່ຍິງທີ່ໄດ້ຖືກຫລອກລວງ ແລະ ໄດ້ຝ່າຝືນກົດບັນຍັດ ຂອງພຣະເຈົ້າ.
\v 15 ແຕ່ເຖິງປານນັ້ນກໍຕາມ ແມ່ຍິງກໍຍັງຈະຖືກ ໂຜດໃຫ້ພົ້ນໄດ້ໂດຍການມີລູກ (ກ) ຖ້ານາງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ ໃນຄວາມຮັກ ແລະ ໃນຄວາມບໍຣິສຸດ ດ້ວຍຄວາມອ່ອນນ້ອມຖ່ອມຕົວ.
\s5
\c 3
\p
\v 1 ຄໍານີ້ເປັນຄໍາສັດຈິງຖ້າຄົນໃດ ມີຄວາມປາຖະໜາຢາກເປັນຜູ້ປົກຄອງຄຣິສຕະຈັກ ລາວ​ກໍ​ປາ​ຖະ​ໜາ​ງານ​ອັນ​ດີ​ເລີດ.
\v 2 ຜູ້ປົກ ຄອງຄຣິສຕະຈັກຕ້ອງເປັນຜູ້ປາສະຈາກການຕໍາໜິຕິຕຽນ ລາວ ຕ້ອງມີເມຍຄົນດຽວເທົ່ານັ້ນ (ຂ) ຮູ້ຈັກບັງຄັບຕົນ ແລະມີສະຕິອັນດີ ຮອບຄອບ ມີກິຣິຍາຮຽບຮ້ອຍ ລາວຕ້ອງມີນໍ້າໃຈເຫຼື້ອມໃສໃນການ ຕ້ອນຮັບແຂກ ເໝາະສັມເປັນຄູທີ່ດີ
\v 3 ຕ້ອງບໍ່ເປັນຄົນມືນເມົາ ແລະຫຍາບຊ້າສາໂຫດ ແຕ່ເປັນຄົນມີໃຈສຸພາບອ່ອນໂຍນ ບໍ່ເປັນຄົນມັກຜົດຖຽງກັນ ບໍ່ເປັນຄົນຮັກເງິນຄໍາ
\s5
\v 4 ລາວຕ້ອງເປັນຄົນສາມາດນຳພາຄອບຄົວຂອງຕົນໄດ້ດີ ແລະ ໃຫ້ລູກນ້ອມຟັງດ້ວຍຄວາມນັບຖືັທຸກປະການ.
\v 5 ດ້ວຍວ່າ, ຜູ້ທີ່ບໍ່ຮູ້ຈັກນຳພາຄອບຄົວຂອງຕົນ ຜູ້ນັ້ນຈະປົກຄອງຄຣິສຕະຈັກຂອງ ພຣະເຈົ້າໄດ້ຢ່າງໃດ?
\s5
\v 6 ຢ່າຕັ້ງຜູ້ທີ່ເຊື່ອໃໝ່ໃຫ້ເປັນຜູ້ປົກຄອງ ຢ້ານວ່າຈະອວດຕົວຂຶ້ນ ດ້ວຍຄວາມຈອງຫອງ ແລ້ວຈະຖືກໂທດເໝືອນຢ່າງມານຮ້າຍນັ້ນ.
\v 7 ອີກປະການໜຶ່ງ ຜູ້ນັ້ນຕ້ອງເປັນຜູ້ທີ່ຄົນພາຍນອກນັບຖື ເພື່ອວ່າ ລາວຈະບໍ່ຖືກອັບອາຍຂາຍໜ້າ ແລະ ຕົກເຂົ້າໃນບ້ວງແຮ້ວຂອງມານຮ້າຍນັ້ນ.
\s5
\v 8 ຝ່າຍຜູ້ດູແລຮັບໃຊ້ ໃນຄຣິສຕະຈັກກໍເໝືອນກັນ ຕ້ອງມີຄຸນ ສົມບັດດີ ເປັນຄົນເອົາການເອົາງານ ແລະ ມີຄວາມຈິງໃຈ ຕ້ອງບໍ່ດື່ມ ເຫລົ້າ ບໍ່ເປັນຄົນໂລບເຫັນແກ່ໄດ້;
\v 9 ຕ້ອງເປັນຄົນຢຶດໝັ້ນໃນຂໍ້ ລັບເລິກແຫ່ງຄວາມເຊື່ອດ້ວຍໃຈສໍານຶກຜິດແລະຊອບອັນເສາະໃ ສ.
\v 10 ຕ້ອງໃຫ້ຄົນເຫລົ່ານີ້ຜ່ານການທົດສອບກ່ອນ ແລະເມື່ອເຫັນວ່າບໍ່​ມີຂໍ້ຕິຕຽນແລ້ວ ຈື່ງໃຫ້ເປັນຜູ້ດູແລຮັບໃຊ້.
\s5
\v 11 ຝ່າຍພວກແມ່ຍິງກໍເໝືອນກັນ (ຄ) ຕ້ອງເປັນຄົນເອົາການ ເອົາງານ ຕ້ອງມີຄຸນສົມບັດດີ ແລະ ຕ້ອງບໍ່ເວົ້າໃສ່ຮ້າຍປ້າຍສີນິນທາ ຄົນອື່ນ ຕ້ອງເປັນຜູ້ຮູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນທຸກສິ່ງ.
\v 12 ສ່ວນຜູ້ດູແລຮັບໃຊ້ ໃນຄຣິສຕະຈັກຕ້ອງມີເມຍດຽວເທົ່ານັ້ນ (ງ) ເປັນຜູ້ນຳພາລູກໆ ແລະ ຄອບຄົວຂອງຕົນໄດ້ດີ.
\v 13 ຜູ້ດູແລຮັບໃຊ້ ທີ່ປະຕິບັດໜ້າທີ່ໄດ້ດີນັ້ນກໍໄດ້ຮັບກຽດສູງ ແລະ ມີໃຈກ້າ ສາມາດກ່າວຢ່າງໝັ້ນໃຈເຖິງຄວາມເຊື່ອຂອງພວກຕົນໃນພຣະຄຣິດເຈົ້າເຢຊູ.
\s5
\v 14 ເ​ຮົາຫວັງວ່າ ເຮົາຈະໄດ້ມາຫາພວກເຈົ້າໃນບໍ່ຊ້ານີ້ ເຮົາຈຶ່ງຂຽນ ຈົດໝາຍນີ້ເຖິງພວກເຈົ້າກໍເພື່ອວ່າ,
\v 15 ຖ້າເຮົາຍັງຊັກຊ້າຢູ່ຈົດ ໝາຍສະບັບນີ້ກໍຈະໄດ້ບອກພວກເຈົ້າໃຫ້ຮູ້ວ່າຄວນຈະບົວລະບັດຢ່າງ ໃດໃນຄອບຄົວຂອງພຣະເຈົ້າ ຄື ໃນຄຣິສຕະຈັກຂອງພຣະເຈົ້າອົງຊົງຊີວິດຢູ່ທີ່ເປັນເສົາ ແລະ ເປັນຮາກແຫ່ງຄວາມຈິງ.
\s5
\v 16 ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາ ຄື: ພຣະອົງໄດ້ປາກົດໃນສະພາບມະນຸດໄດ້ຖືກຊົງສໍາແດງໃຫ້ເຫັນເປັນຜູ້ຊອບທໍາໂດຍພຣະວິນຍານ (ຈ) ຊົງສໍາແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະ ຖືກຮັບຂຶ້ນສູ່ສະຫງ່າຣາສີ.
\s5
\c 4
\p
\v 1 ພຣະວິນຍານກ່າວໄວ້ຢ່າງຈະແຈ້ງວ່າ ໃນຍຸກສຸດທ້າຍຈະມີບາງຄົນປະຖິ້ມຄວາມເຊື່ອ ພວກເຂົາຈະເຊື່ອຟັງບັນດາດວງວິນຍານຜີຊົ່ວຮ້າຍທີ່ຫລອກລວງມະນຸດ ແລະຄໍາສັ່ງສອນຂອງພວກຜີມານຮ້າຍ.
\v 2 ຄໍາສັ່ງສອນເຫລົ່ານັ້ນມາຈາກການໜ້າຊື່ໃຈຄົດຂອງຄົນຂີ້ຕົວະ ຄື ຄົນທີ່ໃຈສໍານຶກຜິດແລະຊອບຂອງພວກເຂົາຖືກໝາຍໄວ້ດ້ວຍເຫລັກແດງເຜົາໄໝ້ຢູ່.
\s5
\v 3 ພວກເຂົາຫ້າມບໍ່ໃຫ້ເອົາກັນເປັນຜົວເມຍ ຫ້າມກິນອາຫານບາງ ຊະນິດຊຶ່ງພຣະເຈົ້າໄດ້ສ້າງໄວ້ ແຕ່ພຣະເຈົ້າໄດ້ສ້າງອາຫານເຫລົ່ານີ້ເພື່ອໃຫ້ບັນດາຄົນທີ່ເຊື່ອ ແລະ ຮູ້ຈັກຄວາມຈິງນັ້ນກິນດ້ວຍການ ໂມທະນາຂອບພຣະຄຸນ.
\v 4 ສິ່ງສາລະພັດທີ່ພຣະເຈົ້າສ້າງໄວ້ນັ້ນເປັນຂອງດີທັງໝົດບໍ່ຄວນປະຖິ້ມສິ່ງໃດເລີຍ ແຕ່ຈົ່ງຮັບເອົາທຸກສິ່ງດ້ວຍການໂມທະນາຂອບພຣະຄຸນ,
\v 5 ເພາະວ່າ ສິ່ງເຫລົ່ານັ້ນກໍຖືກຊໍາລະໄວ້ແລ້ວໂດຍພຣະທໍາຂອງພຣະເຈົ້າ ແລະດ້ວຍຄໍາພາວັນນາອະທິຖານ.
\s5
\v 6 ຖ້າເຈົ້າໃຫ້ຄຳແນະນຳເຫລົ່ານີ້ແກ່ບັນດາພີ່ນ້ອງ, ເຈົ້າກໍຈະເປັນ ຜູ້ຮັບໃຊ້ທີ່ດີຂອງພຣະເຢຊູຄຣິດເຈົ້າ ສົມກັບທີ່ເຈົ້າໄດ້ບຳລຸງຕົນດ້ວຍຖ້ອຍຄໍາເລື່ອງຄວາມເຊື່ອ ແລະ ດ້ວຍຄໍາສັ່ງສອນອັນແທ້ຈິງທີ່ເຈົ້າໄດ້ປະຕິບັດຕາມນັ້ນ.
\v 7 ແຕ່ຈົ່ງຫລີກເວັ້ນຈາກນິຍາຍອັນໂງ່ງ່າວຕ່າງໆ ຊຶ່ງຂັດກັບຄວາມເຊື່ອ ຈົ່ງຝຶກຝົນຕົນເອງໃຫ້ດຳເນີນຊີວິດໃນຄວາມຢໍາເກງພຣະເຈົ້​າ.
\v 8 ການຝຶກຝົນທາງກາຍນັ້ນມີປະໂຫຍດບາງຢ່າງ ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນມີປະໂຫຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາອັນປະເສີດສໍາລັບຊີວິດໃນປະຈຸບັນ ແລະ ໃນອະນາຄົດອີກດ້ວຍ.
\s5
\v 9 ຂໍ້ຄວາມນີ້ກໍສັດຈິງສົມຄວນທີ່ທຸກຄົນຈະຮັບເອົາໄວ້ ແລະເຊ່ື່ອຢ່າງຄົບຖ້ວນ.
\v 10 ເຫດທີ່ພວກເຮົາເຮັດວຽກຢ່າງໜັກໜ່ວງ ແລະ ອົດສາສູ້ (ສ) ເພາະວ່າພວກເຮົາໄດ້ໄວ້ວາງໃຈໃນພຣະເຈົ້າຜູ້ຊົງພຣະຊົນຢູ່, ຜູ້ຊົງໂຜດໃຫ້ພົ້ນຂອງທຸກຄົນ ແລະ ໂດຍສະເພາະແລ້ວຂອງພວກຄົນທີ່ເຊື່ອໃນພຣະອົງ.
\s5
\v 11 ຈົ່ງແນະນໍາ ແລະ ສັ່ງສອນຂໍ້ຄວາມເຫລົ່ານີ້.
\v 12 ຢ່າໃຫ້ຜູ້ໃດໝິ່ນປະໝາດຄວາມໜຸ່ມຂອງເຈົ້າ, ແຕ່ຈົ່ງເປັນແບບຢ່າງໃຫ້ຄົນທີ່ເຊື່ອທັງຫລາຍໃນທາງກິຣິຍາ ແລະວາຈາ ໃນຄວາມຮັກ ໃນຄວາມເຊື່ອ ແລະໃນຄວາມບໍຣິສຸດຂອງເຈົ້າ.
\v 13 ຈົ່ງຕັ້ງໃຈດ້ວຍຄວາມພຽນພະຍາຍາມຂອງເຈົ້າໃນການອ່ານພຣະຄໍາຂອງພຣະເຈົ້າໃນທີ່ນະມັດສະການ ແລະ ການເທດສະໜາກັບການສັ່ງສອນ ຈົນກວ່າເຮົາ ຈະມາ.
\s5
\v 14 ຢ່າເມີນເສີຍຕໍ່ຂອງປະທານຝ່າຍຈິດວິນຍານທີ່ມີໃນເຈົ້າ ຊຶ່ງ ຖືກມອບໝາຍໃຫ້ເຈົ້າເມື່ອພວກຜູ້ທຳນວາຍ ແລະ ພວກເຖົ້າແກ່ວາງມືໃສ່ເຈົ້າ.
\v 15 ຈົ່ງຝຶກຝົນສິ່ງເຫລົ່ານັ້ນ ແລະອຸທິດເຈົ້າເອງຢ່າງໝົດສິ້ນໃສ່ການນີ້ ເພື່ອວ່າທຸກຄົນຈະໄດ້ເຫັນເຈົ້າຈະເລີນຂຶ້ນ.
\v 16 ຈົ່ງລະວັງຕົວຂອງເຈົ້າ ແລະ ຄໍາສັ່ງສອນຂອງເຈົ້າດ້ວຍ. ຈົ່ງສືບຕໍ່ດໍາເນີນການເຫລົ່ານີ້ ເພາະຖ້າເຈົ້າປະຕິບັດຢ່າງນີ້ເຈົ້າກໍຈະຊ່ວຍເຈົ້າເອງ ແລະ ທຸກຄົນຜູ້ທີ່ຟັງເຈັ້າໃຫ້ພົ້ນ.
\s5
\c 5
\p
\v 1 ຢ່າກ່າວຕັກເຕືອນຊາຍຜູ້ອາວຸໂສດ້ວຍຖ້ອຍຄໍາອັນຮຸນແຮງ ແຕ່ຈົ່ງຂໍຮ້ອງເພິ່ນເໝືອນດັ່ງເພິ່ນເປັນພໍ່, ຈົ່ງປະຕິບັດຕໍ່ພວກຊາຍ ໜຸ່ມເໝືອນເປັນອ້າຍນ້ອງກັນ
\v 2 ແລະ ພວກຍິງຜູ້ອາວຸໂສເໝືອນດັ່ງເພິ່ນເປັນແມ່ ແລະ ພວກຍິງໜຸ່ມເໝືອນດັ່ງເປັນເອື້ອຍ ນ້ອງດ້ວຍຄວາມບໍຣິສຸດໃຈທຸກຢ່າງ.
\s5
\v 3 ຈົ່ງໃຫ້ຄວາມນັບຖືແກ່ພວກທີ່ເປັນແມ່ໝ້າຍຢ່າງແທ້ຈິງ.
\v 4 ແຕ່ຖ້າແມ່ໝ້າຍຄົນໃດມີລູກ ຫລືຫລານ ກໍໃຫ້ລູກຫລານນັ້ນຮຽນຮູ້ປະຕິບັດໜ້າທີ່ທາງສາສະໜາແກ່ຄອບຄົວຂອງເຂົາເອງ ຄື ໃຫ້ຕອບບຸນແທນຄຸນຂອງພໍ່ແມ່ ເພາະການກະທຳຢ່າງນີ້ເປັນທີ່ພໍພຣະໄທພຣະເຈົ້າ.
\s5
\v 5 ຜູ້ເປັນແມ່ໝ້າຍຢ່າງແທ້ຈິງທີ່ຖືກປະລະໃຫ້ຢູ່ຜູ້ດຽວໂດດດ່ຽວ ນັ້ນກໍຈົ່ງມອບຄວາມຫວັງໄວ້ກັບພຣະເຈົ້າ ແລະ ສືບຕໍ່ໄຫວ້ວອນ ອະທິຖານທັງເວັນແລະຄືນ.
\v 6 ແຕ່ແມ່ໝ້າຍຜູ້ທີ່ປ່ອຍຕົວໄປກັບຄວາມສະໜຸກສະໜານນັ້ນກໍຕາຍແລ້ວທັງເປັນ.
\s5
\v 7 ຈົ່ງສັ່ງແມ່ໝ້າຍໃຫ້ສໍານຶກເຖິງຄໍາແນະນໍາເຫລົ່ານັ້ນ ເພື່ອວ່າ ນາງຈະບໍ່ຖືກຕິຕຽນ.
\v 8 ແຕ່ຖ້າຜູ້ໃດບໍ່ອຸດໜູນລ້ຽງດູພີ່ນ້ອງຂອງຕົນແລ້ວ ໂດຍສະເພາະຄົນໃນຄອບຄົວຂອງຕົນເອງ ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອແລ້ວ ແລະແຮ່ງຊົ່ວກວ່າຄົນທີ່ບໍ່ເຊື່ອເສຍອີກ.
\s5
\v 9 ຢ່າຈົດຊື່ແມ່ໝ້າຍຄົນໃດເຂົ້າໃນທະບຽນຂອງພວກແມ່ໝ້າຍ ເວັ້ນໄວ້ແຕ່ຜູ້ທິ່ມີອາຍຸ ຫົກສິບ ປີຂື້ນໄປ. ນອກຈາກນັ້ນນາງຕ້ອງ ແຕ່ງງານຄັ້ງດຽວເທົ່ານັ້ນ (ຊ)
\v 10 ແລະມີຊື່ສຽງໃນການສ້າງຄຸນງາມຄວາມດີ ເປັນຕົ້ນ: ເປັນຍິງທີ່ຝຶກແອບລ້ຽງດູລູກໆຂອງຕົນເປັນຢ່າງດີ ມີນໍ້າໃຈຕ້ອນຮັບແຂກ ເຮັດໜ້າທີ່ດ້ວຍຄວາມຖ່ອມຕົວສຳລັບພີ່ນ້ອງຄຣິສຕຽນ (ຍ) ຊ່ວຍຊູຄົນທີ່ຢູ່ໃນຄວາມຂັດສົນ ແລະ ຖວາຍຕົນເອງເຂົ້າໃນການຮັບໃຊ້ໃຫ້ດີ.
\s5
\v 11 ແຕ່ຢ່າຈົດຊື່ບັນດາແມ່ໝ້າຍໜຸ່ມເຂົ້າໃນທະບຽນ ເພາະເມື່ອ ເກີດຄວາມປາຖະໜາຢາກແຕ່ງງານອີກ ພວກເຂົາຈະຫັນໜີໄປຈາກ ພຣະຄຣິດ,
\v 12 ຈຶ່ງເຮັດຜິດຍ້ອນລະເມີດຄໍາປະຕິຍານເດີມຂອງຕົນ.
\v 13 ນອກນັ້ນ ພວກເຂົາຍັງເປັນຄົນມັກຢູ່ລ້າທຽວຂື້ນເຮືອນນັ້ນເຮືອນນີ້ ຍິ່ງຮ້າຍກວ່ານັ້ນພວກເຂົາມັກເວົ້າຂວັນນິນທາ ມັກຫຍຸ້ງກ່ຽວຢູ່ກັບກິດທຸລະຂອງຄົນອື່ນ ແລະ ມັກເວົ້າແຕ່ສິ່ງທີ່ບໍ່ສົມຄວນ.
\s5
\v 14 ດັ່ງນັ້ນ ເຮົາຈຶ່ງປາຖະໜາໃຫ້ບ້ນດາແມ່ໝ້າຍໜຸ່ມໄດ້ແຕ່ງງານ, ມີລູກ ແລະ ດູແລບ້ານເຮືອນ ເພື່ອບໍ່ປ່ອຍໃຫ້ເຫລົ່າສັດຕູມີຊ່ອງທາງເວົ້າຄໍາຊົ່ວຊ້າໃສ່ພວກເຮົາໄດ້.
\v 15 ດ້ວຍວ່າ, ມີແມ່ໝ້າຍບາງຄົນໄດ້ຫລົງຕິດຕາມມານຊາຕານໄປແລ້ວ.
\v 16 ແຕ່ຖ້າຍິງຄຣິສຕຽນຄົນໃດມີພີ່ນ້ອງທີ່ເປັນແມ່ໝ້າຍ ກໍໃຫ້ນາງຊ່ວຍລ້ຽງດູ ພວກເຂົາ ແລະຢ່າໃຫ້ເປັນພາລະແກ່ຄຣິສຕະຈັກ ເພື່ອວ່າ ຄຣິສຕະຈັກຈະໄດ້ລ້ຽງດູແມ່ໝ້າຍຜູ້ທີ່ບໍ່ມີບ່ອນເພິ່ງພາອາໄສແທ້ໆ.
\s5
\v 17 ຈົ່ງຖືວ່າຜູ້ປົກຄອງທັງຫລາຍທີ່ນຳພາຄຣິສຕະຈັກເປັນຢ່າງດີນັ້ນ ກໍສົມຄວນໄດ້ຮ້ບກຽດ ແລະ ການບຳລຸງລ້ຽງສອງເທົ່າ ໂດຍສະເພາະຜູ້ທີ່ເຮັດວຽກຢ່າງດຸໝັ່ນໃນການເທດສະໜາ ແລະ ການສັ່ງສອນ.
\v 18 ເພາະມີຄຳຂຽນໄວ້ໃນພຣະຄໍາພີວ່າ, “ຢ່າເອົາກະສອບ ສູບໃສ່ປາກງົວທີ່ກຳລັງຢຽບເຂົ້າ” ແລະ “ຄົນງານກໍຄວນໄດ້ຮັບຄ່າຈ້າງ ຂອງຕົນ.”
\s5
\v 19 ຢ່າຮັບຟັງຄໍາກ່າວຫາໃດໆ ໃສ່ຜູ້ນຳຄົນໃດຄົນໜຶ່ງນອກຈາກມີພະຍານ ສອງ ຫລື ສາມ ປາກ.
\v 20 ສໍາລັບຜູ້ທີ່ຍັງເຮັດບາບຢູ່ນັ້ນ ຈົ່ງຕໍາໜິຕິຕຽນເຂົາຕໍ່ໜ້າຄົນທັງຫລາຍ ເພື່ອວ່າຄົນອື່ນຈະ ໄດ້ຢຳເກງເໝືອນກັນ.
\s5
\v 21 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະຝູງເທວະດາທີ່​ຊົງເລືອກໄວ້ແລ້ວນັ້ນ ໃຫ້ເຈົ້າຮັກສາລະບຽບເຫລົ່ານີ້ໄວ້ ໂດຍບໍ່ເຫັນແກ່ໜ້າຜູ້ໃດ ແລະ ບໍ່ເຮັດການໃດໆດ້ວຍໃຈລໍາອຽງ.
\v 22 ຢ່າຟ້າວວາງມືລົງໃສ່ຜູ້ໃດ ແລະ ຢ່າເຂົ້າສ່ວນໃນຄວາມບາບກັບຄົນອື່ນ ຈົ່ງຮັກສາຕົວໃຫ້ບໍຣິສຸດ.
\s5
\v 23 ຕໍ່ໄປ ຢ່າດື່ມແຕ່ນ້ຳສິ່ງດຽວ ແຕ່ຄວນໃຊ້ເຫລົ້າແວງແດ່ເລັກ ນ້ອຍ ເພາະເຫັນແກ່ກະເພາະອາຫານ ແລະ ຄວາມອ່ອນແຮງທີ່ເຈົ້າມີ ຢູ່ເລື້ອຍນັ້ນ.
\v 24 ການຜິດບາບຂອງບາງຄົນກໍປາກົດຢ່າງເປີດເຜີຍ ນຳເຂົາໄປສູ່ການພິພາກສາ ແຕ່ການຜິດບາບຂອງບາງຄົນ ກໍປາກົດມາຕາມພາຍຫລັງ.
\v 25 ສ່ວນການດີກໍປາກົດເປີດເຜີຍ ຢ່າງດຽວກັນ ແລະ ເຖິງແມ່ນວ່າບໍ່ປາກົດຄັກ ກໍປົກບັງໄວ້ບໍ່ໄດ້.
\s5
\c 6
\p
\v 1 ຝ່າຍຜູ້ທີ່ເປັນທາດຮັບໃຊ້ນັ້ນຕ້ອງຖືວ່ານາຍຂອງພວກຕົນເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ ເພື່ອວ່າຈະບໍ່ມີຜູ້ໃດກ່າວປະໝາດ ພຣະນາມຂອງພຣະເຈົ້າ ແລະ ຄໍາສັ່ງສອນຂອງພວກເຮົາ.
\v 2 ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດັວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້​ດີຍິ່ງຂື້ນ ເພາະເຫດວ່ານາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນກໍເປັນຄົນທີ່ເຊື່ອ ແລະ ເປັນທີ່ຮັກຂອງພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະ ເທດສະໜາຂໍ້ຄວາມເຫລົ່ານີ້.
\s5
\v 3 ຜູ້ໃດກໍຕາມທີ່ສັ່ງສອນຜິດໄປຈາກນີ້ ແລະ ທັງບໍ່ເຫັນພັອມກັບ ຫລັກຄໍາສັ່ງສອນອັນແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະຄໍາສັ່ງສອນອັນຖືກຕ້ອງເປັນທຳກັບຄວາມເຊື່ອຂອງພວກເຮົາ
\v 4 ກໍເປັນຄົນຈອງຫອງພອງຕົວຂຶ້ນ ແລະ ບໍ່ຮູ້ຈັກສິ່ງໃດເລີຍ. ເຂົາມົວເມົາຢູ່ກັບການຖົກຖຽງ ແລະ ການທະເລາະວິວາດເຖິງເລ່ື່ອງຖ້ອຍຄໍາຊຶ່ງນຳໄປສູ່ການເຫິງສາກັນ ການຜິດຖຽງກັນ ການໝິ່ນປະໝາດກັນ ຄວາມລະແວງສົງໄສກັນ
\v 5 ແລະການໂຕ້ຖຽງກັນຢ່າງບໍ່ມີທີ່ສິ້ນສຸດລະຫວ່າງຄົນໃຈດື້ດ້ານ ແລະ ຄົນໃຈຄົດໂກງຂາດຄວາມຈິງ ເຂົາຄິດວ່າຄວາມເຊື່ອໃນພຣະເຈົ້ານັ້ນເປັນຫົນທາງທີ່ນຳໄປສູ່ຄວາມຮັ່ງມີສີສຸກ.
\s5
\v 6 ຈິງຢູ່ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນໄດ້ກຳໄລອັນມະຫາສານແກ່ຜູ້ທີ່ມີຄວາມພໍໃຈກັບສິ່ງຂອງທີ່ຕົນມີຢູ່.
\v 7 ດ້ວຍວ່າ, ພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກນີ້ສັນໃດ ພວກເຮົາກໍຈະເອົາສິ່ງໃດອອກໄປຈາກໂລກນີ້ບໍ່ໄດ້ສັນນັ້ນ.
\v 8 ເພາະສະນັ້ນແຫລະ ຖ້າພວກເຮົາມີອາຫານການກິນກັບເຄື່ອງນຸ່ງຫົ່ມ ກໍຄວນພໍໃຈໃນສິ່ງເຫລົ່ານີ້.
\s5
\v 9 ແຕ່ຄົນທີ່ຢາກລ້ຳລວຍກໍຕົກຢູ່ໃນການທົດລອງ ເຂົ​າຈຶ່ງຖືກບ້ວງແຮ້ວຂອງບັນດາກິເລດຕັນຫາອັນໂງ່ງ່າວ ແລະ ເຮັດໃຫ້ເຈັບປວດຊຶ່ງຈ່ອງດຶງຄົນເຫລົ່ານັ້ນລົງສູ່ຄວາມພິນາດຈິບຫາຍ.
\v 10 ເພາະວ່າ ການຮັກເງິນຄໍາເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະ ເພາະຄວາມໂລບນີ້ແຫລະ ຈຶ່ງຊັກຈູງບາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະ ແທງຕົວເອງຈົນຊອດດ້ວຍຄວາມເຈັບແສບຫລາຍປະການ.
\s5
\v 11 ແຕ່ເຈົ້າຜູ້ເປັນຄົນຂອງພຣະເຈົ້າ ຈົ່ງຫລີກເວັ້ນຈາກສິ່ງເຫລົ່ານັ້ນທັງໝົດເສຍ. ຈົ່ງໃຫ້ໃຈຂອງເຈົ້າຈົດຈໍ່ຢູ່ທີ່ຄວາມຊອບທຳ ການນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມໝັ່ນພຽນ ແລະ ຄວາມອ່ອນສຸພາບ.
\v 12 ຈົ່ງອົດທົນຕໍ່ສູ້ຈົນສຸດກຳລັງແຫ່ງ ຄວາມເຊື່ອ ແລະ ຢຶດເອົາຊີວິດນີຣັນດອນ. ດ້ວຍວ່າ, ພຣະເຈົ້າໄດ້ເອີ້ນ ເອົາເຈົ້າໃຫ້ມາເຖິງຊີວິດນີ້ ເມື່ອເຈົ້າໄດ້ປະກາດຕົນຮັບເຊື່ອຢ່າງໜັກ ແໜ້ນຕໍ່ໜ້າພະຍານຫລາຍຄົນ.
\s5
\v 13 ເຮົາສັ່ງເຈົ້າຕໍ່ໜ້າພຣະເຈົ້າຜູ້ຊົງບັນດານໃຫ້ ສິ່ງທັງປວງມີຊີວິດ ແລະ ຕໍ່​ໜ້າພຣະຄຣິດເຈົ້າເຢຊູ ຜູ້ໄດ້ຊົງເປັນພະຍານເຖິງຄໍາປະຕິຍານອັນດີຕໍ່ໜ້າປົນທຽວ ປີລາດ
\v 14 ໃຫ້ເຊື່ອຟັງຄໍາສັ່ງນີ້ ແລະ ຢຶດຖືໄວ້ຢ່າງສັດຊື່ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຈະສະເດັດມາປາກົດ.
\s5
\v 15 ຊຶ່ງພຣະເຈົ້າຜູ້ຊົງສະເຫວີຍສຸກ ແລະ ຊົງຣິດອໍານາດສູງສຸດແຕ່ ພຣະອົງດຽວ ຊົງເປັນພຣະມະຫາກະສັດເໜືອກະສັດທງັປວງ ແລະ ຊົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ ຈະຊົງສໍາແດງໃຫ້ປາກົດຕາມເວລາກຳນົດ.
\v 16 ພຣະອົງຜູ້ດຽວຊົງເປັນອະມະຕະ ແລະ ຊົງສະຖິດຢູ່ໃນຄວາມສະຫວ່າງຊຶ່ງບໍ່ມີມະນຸດຄົນໃດຈະເຂົ້າໄປເຖິງ ເປັນອົງທີ່ມະນຸດບໍ່ໄດ້ເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ພຣະກຽດ ແລະ ຣິດທານຸພາບອັນຖາວອນຈົ່ງມີແກ່ພຣະອົງນັ້ນ ອາແມນ.
\s5
\v 17 ຈົ່ງສັ່ງເນັ້ນຄົນທີ່ຮັ່ງມີສີສຸກຝ່າຍວັດຖຸສິ່ງຂອງແຫ່ງໂລກນີ້ ຢ່າໃຫ້ເຂົາເປັນຄົນອວດອົ່ງທະນົງຕົວ ຢ່າໃຫ້ເຂົາມອບຄວາມຫວັງໄວ້ໃນ ສິ່ງອະນິຈັງ, ແຕ່ມອບໄວ້ໃນພຣະເຈົ້າອົງຊົງໂຜດໃຫ້ສ້ບພະທຸກສິ່ງຢ່າງ ບໍຣິບູນແກ່ເຮົາທັງຫລາຍ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ.
\v 18 ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມຄວາມດີ ເປັນຄົນຮັ່ງມີໃນການກະທຳດີ ມີໃຈເອື້ອເຟື້ອເພື່ອແຜ່ ແລະພ້ອມທີ່ຈະແບ່ງປັນໃຫ້ຄົນອື່ນ.
\v 19 ດ້ວຍວິທີນີ້ ຈຶ່ງຈະເປັນການທ້ອນໂຮມຊັບສົມບັດໄວ້ສຳລັບຕົນຊຶ່ງຈະເປັນຮາກຖານອັນໝັ້ນຄົງເພື່ອະນາຄົດ. ດັ່ງນັ້ນ ເຂົາຈຶ່ງຈະສາມາດຢຶດເອົາຊີວິດອັນແທ້ຈິງໄວ້ໄດ້.
\s5
\v 20 ຕີໂມທຽວ ເອີຍ, ສິ່ງທີ່ເຮົາຝາກໄວ້ກັບເຈົ້າແລ້ວນັ້ນ ຈົ່ງຮັກສາໄວ້ ຈົ່ງເວັ້ນເສຍຈາກການເວົ້າອັນບໍ່ເປັນປະໂຫຍດ ແລະ ຂັດຕໍ່ສາສະໜາ ແລະ ຈາກການໂຕ້ຖຽງໃນສິ່ງທີ່ເຂົາເອີ້ນຜິດວ່າ, “ເປັນວິຊາຄວາມຮູ້. ”
\v 21 ຊຶ່ງບາງຄົນໄດ້ຍອມຮັບເອົາແລ້ວຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ. ຂໍໃຫ້ພຣະຄຸນຂອງພຣະເຈົ້າ ຈົ່ງສະຖິດຢູ່ນຳເຈົ້າ ທັງຫລາຍເທີ້ນ.