lo_bible/54-2TH.usfm

97 lines
22 KiB
Plaintext

\id 2TH
\ide UTF-8
\h ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ສອງ
\toc1 ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ສອງ
\toc2 ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ສອງ
\toc3 2th
\mt ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ສອງ
\s5
\c 1
\p
\v 1 ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ ເຖິງ ພີ່ ນ້ອງ ທີ່ ເຊື່ອ ໃນ ຄຣິສຕະຈັກ ທີ່ ເມືອງ ເທສະໂລນິກ ທີ່ ເປັນ ຂອງ ພຣະເຈົ້າ ພຣະບິດາເຈົ້າ ຂອງ ເຮົາ ທັງ ຫລາຍ ແລະ ອົງ ພຣະເຢຊູ ຄຣິດ ເຈົ້າ.
\v 2 ຂໍ ພຣະບິດາເຈົ້າ ແລະ ອົງ ພຣະເຢຊູ ຄຣິດເຈົ້າ ຊົງ ໂຜດ ໃຫ້ ພຣະຄຸນ ແລະ ສັນຕິສຸກ ແກ່ ພວກເຈົ້າ ເທີ້ນ.
\s5
\v 3 ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຮົາ ຕ້ອງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຢູ່ ຕະຫລອດ ເວລາ ກ່ຽວກັບ ເລື່ອງ ພວກເຈົ້າ ຊຶ່ງ ເປັນ ສິ່ງ ທີ່ ສົມ ຄວນ ສໍາລັບ ພວກເຮົາ ເພາະ ຄວາມເຊື່ອ ຂອງ ພວກເຈົ້າ ຈະເລີນ ຫລາຍ ຂຶ້ນ ແລະ ຄວາມຮັກ ຂອງ ພວກເຈົ້າ ທຸກຄົນ ທີ່ ມີ ແກ່ ກັນ ແລະກັນ ກໍ ທະວີ ຂຶ້ນ ຫລາຍກວ່າ ເກົ່າ.
\v 4 ດ້ວຍເຫດນັ້ນ ພວກເຮົາ ຈຶ່ງ ເວົ້າ ອວດ ເຖິງ ພວກເຈົ້າ ໃນ ຄຣິສ ຕະຈັກ ທັງ ຫລາຍ ຂອງ ພຣະເຈົ້າ ພວກເຮົາ ອວດ ເຖິງ ວິທີ ທີ່ ພວກເຈົ້າ ສືບຕໍ່ ອົດທົນ ແລະ ເຊື່ອໝັ້ນ ເມື່ອ ຖືກ ການ ຂົ່ມ ເຫັງ ແລະ ທົນ ຄວາມ ທຸກ ໃນ ທຸກ ຮູບແບບ ທີ່ ພວກເຈົ້າ ກາໍ ລັງ ພົບ ຢູ່ ນັ້ນ.
\v 5 ສິ່ງ ທັງໝົດ ເຫລົ່າ ນີ້ ພິສູດ ໃຫ້ ເຫັນ ຢ່າງ ຈະແຈ້ງ ວ່າ ການ ພິພາກສາ ຂອງ ພຣະເຈົ້າ ຊົງ ຍຸດຕິທາໍ ແລະ ຜົນ ທີ່ ໄດ້ ຮັບ ນັ້ນ ຄື ພວກເຈົ້າ ຈະ ເປັນ ຜູ້ ສົມ ຄວນ ກັບ ຣາຊອານາຈັກ ຂອງ ພຣະອົງ ຊຶ່ງ ພວກເຈົ້າ ກໍາລັງ ຖືກ ທົນ ທຸກ ຢູ່ ກໍ ເພື່ອ ເຫັນ ແກ່ ອານາຈັກ ນັ້ນ.
\s5
\v 6 ພຣະເຈົ້າ ຈະ ເຮັດ ສິ່ງ ທີ່ ຍຸດຕິທາໍ ຄື ພຣະອົງ ຈະ ນາໍ ເອົາ ຄວາມ ທົນ ທຸກ ໄປ ຍັງ ຜູ້ ທີ່ ເຮັດ ໃຫ້ ພວກເຈົ້າ ຖືກ ທົນ ທຸກ,
\v 7 ແລະ ພຣະອົງ ຈະ ໃຫ້ ພວກເຈົ້າ ຜູ້ ທີ່ ຖືກ ຄວາມ ຍາກ ລໍາບາກ ໄດ້ ຮັບ ຄວາມ ບັນ ເທົາ ທຸກ ຮ່ວມ ກັບ ພວກເຮົາ ດ້ວຍ. ເມື່ອ ອົງ ພຣະເຢຊູເຈົ້າ ຈະ ຊົງ ສະເດັດ ມາ ປາກົດ ຈາກ ຟ້າສະຫວັນ ໃນ ແປວໄຟ ອັນ ຮ້ອນກ້າ ພ້ອມ ດ້ວຍ ຝູງ ເທວະດາ ຕົນ ມີ ຣິດ ຂອງ ພຣະອົງ,
\v 8 ເພື່ອ ລົງ ໂທດ ຜູ້ ທີ່ ປະຕິເສດ ພຣະເຈົ້າ ແລະ ຜູ້ ທີ່ ບໍ່ ຍອມ ເຊື່ອ ຟັງ ຂ່າວປະເສີດ ເລື່ອງ ອົງ ພຣະເຢຊູເຈົ້າ ຂອງ ພວກເຮົາ.
\s5
\v 9 ພຣະເຈົ້າ ຈະ ເຮັດ ໃຫ້ ພວກເຂົາ ຖືກ ທົນ ທຸກ ແລະ ໄດ້ ຮັບ ໂທດ ແລະ ຖືກ ທໍາລາຍ ຕະຫລອດໄປ ຄື ຖືກ ແຍກ ຈາກ ອົງພຣະ ຜູ້ ເປັນເຈົ້າ ແລະ ຈາກ ຣິດທານຸພາບ ສະຫງ່າຣາສີ ອັນ ຮຸ່ງເຮືອງ ຂອງ ພຣະອົງ
\v 10 ເມື່ອ ພຣະອົງ ສະເດັດ ມາ ປາກົດ ໃນ ວັນ ນັ້ນ ເພື່ອ ກຽດຕິຍົດ ພ້ອມ ທັງ ໄພ່ ພົນ ບໍຣິສຸດ ທັງ ໝົດ ຂອງ ພຣະອົງ ແລະ ເປັນ ການ ອັດສະຈັນ ໃຈ ໃນ ທ່າມກາງ ຜູ້ ທີ່ ເຊື່ອ ທຸກຄົນ ລວມ ທັງ ພວກເຈົ້າ ເພາະ ໄດ້ ເຊື່ອ ຖ້ອຍຄໍາ ຊຶ່ງ ພວກເຮົາ ໄດ້ ປະກາດ ແກ່ ພວກເຈົ້າ ນັ້ນ.
\s5
\v 11 ເພາະ ສະນັ້ນແຫລະ ພວກເຮົາ ຈຶ່ງ ພາວັນ ນາ ອະທິຖານ ສໍາລັບ ພວກເຈົ້າ ຢູ່ ສະເໝີ ພວກເຮົາ ຂໍ ພຣະເຈົ້າ ຂອງ ພວກເຮົາ ໂຜດ ເຮັດ ໃຫ້ ຊີວິດ ຂອງ ພວກເຈົ້າ ມີ ຄຸນຄ່າ ສົມ ກັບ ທີ່ ພຣະອົງ ຊົງ ເອີ້ນ ເອົາ ພວກເຈົ້າ ໃຫ້ ດໍາເນີນ ຊີວິດ ນັ້ນ ໂດຍ ຣິດ ອໍານາດ ຂອງ ພຣະອົງ ຂໍ ພຣະອົງ ໂຜດ ໃຫ້ ຄວາມ ປາຖະໜາ ໃນ ການ ເຮັດ ດີ ທຸກຢ່າງ ແລະ ໃນ ການ ດໍາເນີນ ພາລະກິດ ດ້ວຍ ຄວາມເຊື່ອ ຂອງ ພວກເຈົ້າ ຈົ່ງ ບັນ ລຸ ຜົນ ສໍາເລັດ ເທີ້ນ.
\v 12 ເພື່ອ ວ່າ ພຣະນາມ ຂອງ ອົງ ພຣະເຢຊູເຈົ້າ ຂອງ ພວກເຮົາ ຈະ ໄດ້ ຮັບ ກຽດຕິຍົດ ຈາກ ພວກເຈົ້າ ແລະ ເພື່ອ ພວກເຈົ້າ ກໍ ຈະ ໄດ້ ຮັບ ກຽດຕິຍົດ ເພາະ ພຣະອົງ ໂດຍ ພຣະຄຸນ ພຣະເຈົ້າ ຂອງ ພວກເຮົາ ແລະ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ. (ກ)
\s5
\c 2
\p
\v 1 ພວກ ພີ່ ນ້ອງ ເອີຍ, ເລື່ອງ ການ ສະເດັດ ມາ ປາກົດ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ພວກເຮົາ ແລະ ການ ທີ່ ພຣະອົງ ຈະ ເຕົ້າໂຮມ ພວກເຮົາ ໄປ ເປັນ ຂອງ ພຣະອົງ ນັ້ນ ເຮົາ ຂໍຮ້ອງ ພວກເຈົ້າ ວ່າ,
\v 2 ຢ່າ ໃຫ້ ໃຈ ຂອງ ພວກເຈົ້າ ທັງ ຫລາຍ ປັ່ນ ປ່ວນ ໂດຍ ງ່າຍ ຫລື ສະທ້ານ ຕົກ ໃຈ ບໍ່ ວ່າ ຈະ ມາ ດ້ວຍ ທາງ ວິນ ຍານ ຫລື ມາ ທາງ ຄໍາ ເວົ້າ ຫລື ທາງ ຈົດ ໝາຍ ທີ່ ອ້າງ ວ່າ ມາ ຈາກ ເຮົາ ໂດຍ ອ້າງ ວ່າ ວັນ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ມາ ເຖິງ ແລ້ວ.
\s5
\v 3 ຢ່າ ໃຫ້ ຜູ້ໃດ ຫລອກລວງ ພວກເຈົ້າ ໃນ ທາງໃດ ທາງໜຶ່ງ ເລີຍ. ດ້ວຍວ່າ, ວັນ ນັ້ນ ຈະ ບໍ່ ມາ ເຖິງ ຈົນ ກວ່າ ການ ທໍລະຍົດ ຄັ້ງ ສຸດທ້າຍ ຈະ ເກີດຂຶ້ນ ກ່ອນ ແລະ ຜູ້ ຊົ່ວຮ້າຍ ຈະ ປາກົດ ຕົວ ຂຶ້ນ ຄື ຜູ້ ທີ່ ຖືກ ໝາຍ ໄວ້ ສໍາລັບ ນະຣົກ.
\v 4 ມັນ ຈະ ຂັດ ຂວາງ ທຸກສິ່ງ ທີ່ ມະນຸດ ຂາບໄຫວ້ ແລະ ທຸກສິ່ງ ທີ່ ມະນຸດ ຖື ເປັນ ພຣະເຈົ້າ ແລະ ຈະ ຍົກ ຕົວ ຂຶ້ນ ເໜືອ ສິ່ງ ເຫລົ່າ ນັ້ນ ທັງໝົດ. ມັນ ຈະ ເຂົ້າ ໄປ ນັ່ງ ຢູ່ ໃນ ພຣະວິຫານ ຂອງ ພຣະເຈົ້າ ແລະ ອ້າງ ຕົນເອງ ວ່າ ເປັນ ພຣະເຈົ້າ.
\s5
\v 5 ພວກເຈົ້າ ຈື່ ໄດ້ ບໍ? ເມື່ອ ເຮົາ ຍັງ ຢູ່ ກັບ ພວກເຈົ້າ ນັ້ນ ເຮົາ ກໍ ເຄີຍ ບອກ ສິ່ງ ເຫລົ່ານີ້ ທັງໝົດ ແກ່ ພວກເຈົ້າ ແລ້ວ.
\v 6 ແຕ່ ໃນ ເວລາ ນີ້ ຍັງ ມີ ສິ່ງ ທີ່ ກີດ ກັ້ນ ມັນ ໄວ້ ບໍ່ ໃຫ້ ປາກົດ ຕົວ ແລະ ພວກເຈົ້າ ກໍ ຮູ້ ວ່າ ສິ່ງ ນັ້ນ ແມ່ນ ຫຍັງ ເມື່ອ ເຖິງ ເວລາ ກາໍ ນົດ ແລ້ວ ມັນ ກໍ ຈະ ປາກົດ ຕົວ.
\v 7 ອໍານາດ ອັນ ເລິກ ລັບ ແຫ່ງ ຄວາມ ຊົ່ວ ຮ້າຍ ກໍ ດໍາເນີນ ການ ຢູ່ ແລ້ວ ແຕ່ ສິ່ງ ທີ່ ຕ້ອງ ເກີດຂຶ້ນ ນັ້ນ ຈະ ເກີດຂຶ້ນ ໄດ້ ກໍ ຕໍ່ ເມື່ອ ຜູ້ ທີ່ກີດກັ້ນ ມັນ ໄວ້ ນັ້ນ ຖືກ ຍົກ ໄປ ເສຍ.
\s5
\v 8 ຂະນະ ນັ້ນ ແຫລະ ຜູ້ຊົ່ວ ຮ້າຍ ຈຶ່ງ ຈະ ປາກົດ ຕົວ ແລະ ອົງ ພຣະເຢຊູເຈົ້າ ກໍ ຈະ ປະຫານ ມັນ ເສຍ ດ້ວຍ ລົມ ຈາກ ປາກ ຂອງ ພຣະອົງ ແລະ ຈະ ລ້າງຜານ ໃຫ້ ມັນ ດັບ ສູນ ໄປ ດ້ວຍ ແສງ ອັນ ຮຸ່ງເຮືອງ ໃນ ເວລາ ທີ່ ພຣະອົງ ສະເດັດ ມາ ນັ້ນ.
\v 9 ຜູ້ຊົ່ວ ຮ້າຍ ນັ້ນ ຈະ ມາ ດ້ວຍ ອໍານາດ ຂອງ ມານຊາຕານ ແລະ ຈະ ເຮັດ ການ ອັດ ສະຈັນ ກັບ ການ ອິດ ທິຣິດ ແລະ ສິ່ງ ທີ່ ໜ້າ ງຶດ ງໍ້ ອັນ ຈອມປອມ ທຸກ ຊະນິດ
\v 10 ແລະ ໃຊ້ ກົນ ອຸບາຍ ອັນ ຊົ່ວ ຊ້າ ທຸກຢ່າງ ຫລອກລວງ ຜູ້ ທີ່ ກາໍ ລັງ ຈະ ຈິບ ຫາຍ ໄປ. ຄົນ ເຫລົ່າ ນີ້ ຈະ ຈິບ ຫາຍ ໄປ ເພາະ ພວກເຂົາ ບໍ່ ໄດ້ ຍອມ ຮັບ ຄວາມຈິງ ຊຶ່ງ ຈະ ຊ່ວຍ ພວກເຂົາ ໃຫ້ ພົ້ນ.
\s5
\v 11 ດ້ວຍເຫດນີ້ ແຫລະ ພຣະເຈົ້າ ຈຶ່ງ ຊົງ ໃຫ້ ອິດ ທິພົນ ອັນ ຫລອກລວງ ນັ້ນ ເຮັດ ການ ຢູ່ ພາຍໃນ ເພື່ອ ໃຫ້ ພວກເຂົາ ເຊື່ອ ຟັງ ຄວາມ ບໍ່ ຈິງ.
\v 12 ທີ່ ສຸດ ທຸກຄົນ ທີ່ ບໍ່ ໄດ້ ເຊື່ອ ຄວາມຈິງ ຄື ຜູ້ທີ່ ເພີດເພີນ ຢູ່ ໃນ ການ ຊົ່ວ ຮ້າຍ ກໍ ຈະ ຖືກ ພິພາກສາ ລົງ ໂທດ.
\s5
\v 13 ພວກ ພີ່ ນ້ອງ ຜູ້ ທີ່ ເປັນ ທີ່ ຮັກ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເອີຍ ພວກເຮົາ ຕ້ອງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຢູ່ ທຸກ ເວລາ ເພາະວ່າ ພຣະເຈົ້າ ຊົງ ເລືອກ ພວກເຈົ້າ ໄວ້ ຕັ້ງແຕ່ ຕົ້ນເດີມ ເພື່ອ ໂຜດ ໃຫ້ ພົ້ນ ໂດຍ ຣິດ ອໍານາດ ຂອງ ພຣະວິນ ຍານ ອົງ ທີ່ ເຮັດ ໃຫ້ ພວກເຈົ້າ ເປັນ ໄພ່ ພົນ ຜູ້ ບໍຣິສຸດ ຂອງ ພຣະອົງ ແລະ ໂດຍ ພວກເຈົ້າ ເຊື່ອ ໃນ ຄວາມຈິງ.
\v 14 ພຣະເຈົ້າ ຊົງ ເອີ້ນເອົາ ພວກເຈົ້າ ໃຫ້ ມາ ເຖິງ ຊີວິດ ໃໝ່ ນີ້ ກໍ ໂດຍ ຂ່າວປະເສີດ ທີ່ ພວກເຮົາ ໄດ້ ປະກາດ ແກ່ ພວກເຈົ້າ ພຣະອົງ ໄດ້ ຊົງ ເອີ້ນ ເອົາ ພວກເຈົ້າ ໃຫ້ ມີ ສ່ວນ ໃນ ສະຫງ່າຣາສີ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ພວກເຮົາ.
\v 15 ເຫດສະນັ້ນ ແຫລະ ພີ່ ນ້ອງ ທັງ ຫລາຍ ເອີຍ, ຈົ່ງ ຕັ້ງ ໝັ້ນ ຄົງ ຢູ່ ແລະ ຢຶດ ຖື ເອົາ ຄໍາສອນ ທີ່ ສືບ ມາ ຊຶ່ງ ພວກເຮົາ ໄດ້ ສອນ ພວກເຈົ້າ ນັ້ນ ບໍ່ ວ່າ ຈະ ເປັນ ທາງ ວາຈາ ຫລື ທາງ ຈົດໝາຍ ຂອງ ພວກເຮົາ ກໍດີ.
\s5
\v 16 ຂໍ ໃຫ້ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ເຮົາ ທັງ ຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ ຂອງ ພວກເຮົາ ຜູ້ ຊົງ ຮັກ ເຮົາ ທັງ ຫລາຍ ແລະ ຊົງ ໂຜດ ປະທານ ໃຫ້ ພວກເຮົາ ມີ ຄວາມ ຊູ ໃຈ ເປັນນິດ ແລະ ຄວາມຫວັງ ໃຈ ອັນ ດີ ໂດຍ ພຣະຄຸນ ນັ້ນ,
\v 17 ຊົງ ຊູໃຈ ແລະ ຕັ້ງ ເຈົ້າ ໄວ້ ໃຫ້ ໝັ້ນ ຄົງ ໃນ ການງານ ແລະ ໃນ ວາຈາ ອັນ ດີ ທຸກຢ່າງ.
\s5
\c 3
\p
\v 1 ສຸດທ້າຍ ນີ້ ພີ່ ນ້ອງ ທັງ ຫລາຍ ເອີຍ ຈົ່ງ ພາວັນນາ ອະທິຖານ ສໍາລັບ ພວກເຮົາ ດ້ວຍ. ເພື່ອ ພຣະທາໍ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ໄດ້ ແຜ່ ຂະຫຍາຍ ໄປ ແລະ ໄດ້ ຮັບ ຄໍາ ສັນ ລະເສີນ ດັ່ງ ທີ່ ໄດ້ ເປັນ ໄປ ແລ້ວ ໃນ ທ່າມກາງ ພວກເຈົ້າ ນັ້ນ.
\v 2 ເພື່ອ ພຣະເຈົ້າ ຈະ ຊ່ວຍ ໃຫ້ ພວກເຮົາ ພົ້ນ ຈາກ ຄົນ ຊົ່ວ ຊ້າ ແລະ ຄົນ ໂຫດຮ້າຍ ດ້ວຍວ່າ ບໍ່ ແມ່ນ ທຸກຄົນ ທີ່ ເຊື່ອ.
\v 3 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ສັດຊື່ ພຣະອົງ ຈະ ເຮັດ ໃຫ້ ພວກເຈົ້າ ເຂັ້ມແຂງ ຂຶ້ນ ທັງ ຈະ ຮັກສາ ພວກເຈົ້າ ໄວ້ ໃຫ້ ພົ້ນ ຈາກ ມານຊົ່ວ ຮ້າຍ ດ້ວຍ.
\s5
\v 4 ຝ່າຍ ອົງພຣະ ຜູ້ ເປັນເຈົ້າ ກໍ ໃຫ້ ພວກເຮົາ ມີ ຄວາມ ໝັ້ນໃຈ ໃນ ພວກເຈົ້າ ວ່າ ພວກເຈົ້າ ກາໍ ລັງ ປະຕິບັດ ຕາມ ແລະ ຈະ ສືບ ຕໍ່ ປະຕິບັດ ຕາມ ສິ່ງ ທີ່ ພວກເຮົາ ໄດ້ ສັ່ງ ພວກເຈົ້າ ໄວ້ ແລ້ວ ນັ້ນ.
\v 5 ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ໂຜດ ນາໍ ພາ ຈິດ ໃຈ ຂອງ ພວກເຈົ້າ ສູ່ ຄວາມຮັກ ຂອງ ພຣະເຈົ້າ ແລະ ສູ່ ຄວາມ ພຽນ ອົດ ທົນ ຂອງ ພຣະຄຣິດ.
\s5
\v 6 ພີ່ ນ້ອງ ທັງ ຫລາຍ ເອີຍ, ພວກເຮົາ ຂໍ ສັ່ງ ພວກເຈົ້າ ໃນ ນາມ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ວ່າ, ຈົ່ງ ຫລີກໜີ ຈາກ ຄົນ ທີ່ ໃຊ້ ຊີວິດ ໃນ ທາງ ບໍ່ ເປັນ ປະໂຫຍດ ແລະ ຜູ້ ທີ່ ບໍ່ ປະຕິບັດ ຕາມ ຄໍາສັ່ງ ສອນ ທີ່ ພວກເຮົາ ໄດ້ ມອບ ໃຫ້ ພວກເຂົາ ແລ້ວ ນັ້ນ.
\v 7 ພວກເຈົ້າ ເອງ ກໍ ຮູ້ ດີ ຢູ່ ແລ້ວ ວ່າ ພວກເຈົ້າ ຄວນ ປະຕິບັດ ຕາມ ສິ່ງ ທີ່ ພວກເຮົາ ໄດ້ ເຮັດ. ດ້ວຍວ່າ, ພວກເຮົາ ບໍ່ ໄດ້ ເປັນ ຄົນ ໃຊ້ ຊີວິດ ໃນ ທາງ ບໍ່ ເປັນ ປະໂຫຍດ ເມື່ອ ຢູ່ ທ່າມກາງ ພວກເຈົ້າ
\v 8 ພວກເຮົາ ບໍ່ ໄດ້ ອາໄສ ຢູ່ ກິນ ລ້າ ໆ ນາໍ ຜູ້ໃດ ແຕ່ ພວກເຮົາ ໄດ້ ເຮັດ ວຽກງານ ຢ່າງ ໜັກ ໜ່ວງ ພວກເຮົາ ໄດ້ ເຮັດ ວຽກ ທັງ ເວັນ ທັງ ຄືນ ເພື່ອ ບໍ່ ໃຫ້ ເປັນ ພາລະ ແກ່ ຜູ້ໃດ ໃນ ພວກເຈົ້າ.
\v 9 ພວກເຮົາ ໄດ້ ເຮັດ ເຊັ່ນ ນີ້ ບໍ່ ແມ່ນ ວ່າ ເພາະ ພວກເຮົາ ບໍ່ ມີ ສິດ ທີ່ ຈະ ຮຽກຮ້ອງ ເອົາ ການ ອຸດໜູນ ຈາກ ພວກເຈົ້າ ແຕ່ ເພື່ອ ເປັນ ແບບຢ່າງ ໃຫ້ ພວກເຈົ້າ ເຮັດ ຕາມ.
\s5
\v 10 ເມື່ອ ພວກເຮົາ ຍັງ ຢູ່ ກັບ ພວກເຈົ້າ ນັ້ນ ພວກເຮົາ ເຄີຍ ບອກ ພວກເຈົ້າ ແລ້ວ ວ່າ, “ຜູ້ໃດ ທີ່ ບໍ່ ຢາກ ເຮັດ ວຽກ ກໍ ຢ່າ ໃຫ້ ຜູ້ ນັ້ນ ກິນ. ”
\v 11 ພວກເຮົາ ກ່າວ ເຊັ່ນ ນີ້ ເພາະ ພວກເຮົາ ໄດ້ຍິນ ວ່າ ມີ ບາງຄົນ ໃນ ພວກເຈົ້າ ດໍາເນີນ ຊີວິດ ຢ່າງ ກຽດຄ້ານ ແລະ ບໍ່ ເຮັດ ວຽກ ເຮັດ ການ ຫຍັງ ມີ ແຕ່ ທຽວ ຫາ ຫຍຸ້ງ ກ່ຽວ ກັບ ກິດ ທຸລະ ຂອງ ຄົນ ອື່ນ
\v 12 ໃນ ພຣະນາມ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ພວກເຮົາ ສັ່ງ ແລະ ເຕືອນ ສະຕິ ຄົນ ຢ່າງ ນັ້ນ ວ່າ ໃຫ້ ດໍາເນີນ ຊີວິດ ຢ່າງ ມີ ລະບຽບ ແລະ ໃຫ້ ເຮັດ ວຽກງານ ເພື່ອ ລ້ຽງຊີບ ຕົນ ເອງ.
\s5
\v 13 ແຕ່ ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຈົ້າ ບໍ່ ຕ້ອງ ອິດ ເມື່ອຍ ທີ່ ຈະ ເຮັດ ຄວາມດີ
\v 14 ຖ້າ ມີ ບາງຄົນ ບໍ່ຍອມ ຟັງ ຖ້ອຍຄໍາ ທີ່ ພວກເຮົາ ສັ່ງ ມາ ໃນ ຈົດ ໝາຍ ນີ້ ຈົ່ງ ໝາຍ ຄົນ ນັ້ນ ໄວ້ ແລະ ຢ່າ ສູ່ ຄົບຫາ ສະມາຄົມ ກັບ ລາວ ເພື່ອ ລາວ ຈະ ໄດ້ ລະອາຍ.
\v 15 ແຕ່ ເຖິງ ປານ ນັ້ນ ກໍຕາມ ຢ່າ ຖື ຄົນ ນັ້ນ ວ່າ ເປັນ ສັດ ຕູ ແຕ່ ຈົ່ງ ເຕືອນ ສະຕິ ລາວ ໃນ ຖານະ ເປັນ ພີ່ ນ້ອງ ຄົນ ໜຶ່ງ.
\s5
\v 16 ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ເປັນ ບໍ່ ກາໍ ເນີດ ແຫ່ງ ສັນຕິສຸກ ຂອງ ພວກເຮົາ ຊົງ ໂຜດ ປະທານ ສັນຕິສຸກ ແກ່ ພວກເຈົ້າ ໃນ ທຸກຢ່າງ ແລະ ທຸກ ເວລາ. ຂໍ ໃຫ້ ອົງພຣະ ຜູ້ ເປັນເຈົ້າ ຈົ່ງ ສະຖິດ ຢູ່ ກັບ ພວກເຈົ້າ ທຸກຄົນ ເທີ້ນ.
\v 17 ຄວາມ ຄໍານັບນີ້ເປັນ ລາຍມື ຂອງເຮົາ ເອງ ຄື ໂປໂລ ລາຍເຊັນ ໃນ ຈົດໝາຍ ທຸກ ສະບັບ ຂອງເຮົາ ເຄີຍ ຂຽນ ດັ່ງ ນີ້ແຫລະ
\v 18 ຂໍ ໃຫ້ ພຣະຄຸນ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ພວກເຮົາ ຈົ່ງ ດໍາລົງ ຢູ່ ກັບ ພວກເຈົ້າ ທຸກຄົນ ເທີ້ນ.