lo_bible/53-1TH.usfm

171 lines
39 KiB
Plaintext

\id 1TH
\ide UTF-8
\h ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ໜຶ່ງ
\toc1 ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ໜຶ່ງ
\toc2 ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ໜຶ່ງ
\toc3 1th
\mt ຈົດ​ໝາຍ ເທ​ສະ​ໂລ​ນິກ ສະ​ບັບ​ທີ​ໜຶ່ງ
\s5
\c 1
\p
\v 1 ຈາກ ໂປໂລ, ຊີລາວານ ແລະ ຕິໂມທຽວ ເຖິງ ຄຣິສຕະຈັກ ຊາວ ເທສະໂລນິກ ທີ່ ເປັນ ຂອງ ພຣະເຈົ້າ ພຣະບິດາເຈົ້າ ແລະ ຂອງ ອົງ ພຣະເຢຊູ ຄຣິດເຈົ້າ: ຂໍໃຫ້ ພຣະຄຸນ ແລະ ສັນຕິສຸກ ຈົ່ງ ມີ ຢູ່ ກັບ ພີ່ ນ້ອງ ທັງ ຫລາຍ ເທີ້ນ.
\s5
\v 2 ພວກເຮົາ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຢູ່ ສະເໝີ ສໍາລັບ ພວກເຈົ້າ ທຸກຄົນ ແລະ ພວກເຮົາ ກໍ ລະນຶກ ເຖິງ ພວກເຈົ້າ ທຸກ ເທື່ອ ເມື່ອ ພວກເຮົາ ພາວັນ ນາ ອະທິຖານ.
\v 3 ໂດຍ ບໍ່ ໄດ້ ຢຸດຢັ້ງ ໃນ ການ ລະນຶກເຖິງ ກິດຈະການ ຂອງ ເຈົ້າ ທັງ ຫລາຍ ອັນ ເກີດ ມາ ຈາກ ຄວາມເຊື່ອ ກັບ ທັງ ການງານ ອັນ ໜັກ ໜ່ວງ ທີ່ ພວກເຈົ້າ ຍອມ ເຮັດ ຍ້ອນ ຄວາມຮັກ ແລະ ຄວາມ ໝັ່ນ ພຽນ ອັນ ມີ ມາ ຈາກ ຄວາມ ໄວ້ວາງໃຈ ໃນ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ພວກເຮົາ.
\s5
\v 4 ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຮົາ ຮູ້ ວ່າ ພຣະເຈົ້າ ຮັກ ພວກເຈົ້າ ແລະ ໄດ້ ເລືອກ ເອົາ ພວກເຈົ້າ ໃຫ້ ເປັນ ໄພ່ ພົນ ຂອງ ພຣະອົງ.
\v 5 ເພາະ ພວກເຮົາ ໄດ້ ນາໍ ເອົາ ຂ່າວປະເສີດ ມາ ເຖິງ ພວກເຈົ້າ ບໍ່ ແມ່ນ ເປັນ ພຽງແຕ່ ຖ້ອຍຄໍາ ເທົ່າ ນັ້ນ ແຕ່ ດ້ວຍ ຣິດ ອໍານາດ ຂອງ ພຣະວິນຍານ ບໍຣິສຸດເຈົ້າ ແລະ ດ້ວຍ ຄວາມ ໝັ້ນໃຈ ອັນ ຄົບ ຖ້ວນ ວ່າ ຂ່າວປະເສີດ ນັ້ນ ເປັນ ຄວາມຈິງ ພວກເຈົ້າ ກໍ ຮູ້ ວ່າ ພວກເຮົາ ໄດ້ ດໍາເນີນ ຊີວິດ ຢ່າງ ໃດ ເມື່ອ ພວກເຮົາ ຢູ່ ກັບ ພວກເຈົ້າ ເພາະ ເຫັນ ແກ່ ເຈົ້າ ທັງ ຫລາຍ.
\s5
\v 6 ພວກເຈົ້າ ໄດ້ ເອົາ ແບບຢ່າງ ຂອງ ພວກເຮົາ ພ້ອມ ທັງ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເຖິງ ແມ່ນ ວ່າ ພວກເຈົ້າ ໄດ້ ຮັບ ຄວາມ ທົນ ທຸກຢ່າງ ໜັກ ໜ່ວງ ກໍຕາມ ພວກເຈົ້າ ກໍ ຮັບ ເອົາພຣະຄໍາ ນັ້ນ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ ທີ່ ມາ ຈາກ ພຣະວິນຍານ ບໍຣິສຸດເຈົ້າ.
\v 7 ດັ່ງ ນັ້ນ ພວກເຈົ້າ ຈຶ່ງ ກາຍເປັນ ແບບຢ່າງ ໃຫ້ ແກ່ ຄົນ ທີ່ ເຊື່ອ ທັງ ໝົດ ໃນ ແຂວງ ມາເກໂດເນຍ ແລະ ໃນ ແຂວງ ອະຂາຢາ.
\s5
\v 8 ເພາະວ່າ ພຣະທໍາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ອອກ ຈາກ ພວກເຈົ້າ ຊ່າລື ກ້ອງ ໄປ ບໍ່ ແມ່ນແຕ່ ໃນ ແຂວງ ມາເກໂດເນຍ ແລະ ແຂວງ ອະຂາຢາ ເທົ່ານັ້ນ ແຕ່ ຂ່າວ ແຫ່ງ ຄວາມເຊື່ອ ພຣະເຈົ້າ ຂອງ ພວກເຈົ້າ ນັ້ນ ໄດ້ ຊ່າລື ໄປ ທົ່ວ ທຸກ ແຫ່ງຫົນ ຈົນ ພວກເຮົາ ບໍ່ ຈາໍ ເປັນ ຈະ ຕ້ອງ ເວົ້າ ອັນ ໃດ ອີກ.
\v 9 ຄົນ ທັງ ໝົດ ເຫລົ່າ ນັ້ນ ຕ່າງ ກໍ ເວົ້າ ເຖິງ ພວກເຈົ້າ ວ່າ ພວກເຈົ້າ ໄດ້ ຕ້ອນຮັບ ພວກເຮົາ ຢ່າງ ໃດ ເມື່ອ ພວກເຮົາ ມາ ຢ້ຽມຢາມ ພວກເຈົ້າ ແລະ ພວກເຂົາ ເວົ້າ ວ່າ, ພວກເຈົ້າ ໄດ້ ຫັນ ໜີ ຈາກ ຮູບເຄົາ ຣົບ ມາ ຫາ ພຣະເຈົ້າ ຢ່າງ ໃດ ເພື່ອ ບົວລະບັດ ຮັບ ໃຊ້ ພຣະເຈົ້າ ອົງ ທ່ຽງແທ້ ແລະ ຊົງ ຊີວິດ ຢູ່,
\v 10 ແລະ ຄອງຄອຍ ຖ້າ ພຣະບຸດ ຂອງ ພຣະອົງ ທີ່ ຈະ ສະເດັດ ມາ ຈາກ ສະຫວັນ ຄື ພຣະເຢຊູເຈົ້າ ພຣະບຸດ ຂອງ ພຣະອົງ ຜູ້ ທີ່ ພຣະອົງ ໄດ້ ບັນ ດານ ໃຫ້ ເປັນ ຄືນ ມາ ຈາກ ຕາຍ ແລະ ຜູ້ ທີ່ ຊ່ວຍກູ້ ເອົາ ພວກເຮົາ ໃຫ້ ພົ້ນ ຈາກ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ທີ່ ກາໍ ລັງ ຈະ ມາ ເຖິງ.
\s5
\c 2
\p
\v 1 ພີ່ ນ້ອງທັງຫລາຍເອີຍ, ພວກເຈົ້າ ເອງກໍ ຮູ້ ວ່າ ການ ທີ່ ພວກເຮົາ ມາ ຢ້ຽມຢາມ ພວກເຈົ້າ ນັ້ນ ບໍ່ ໄດ້ ເສຍປະໂຫຍດ.
\v 2 ພວກເຈົ້າ ກໍ ຮູ້ ແລ້ວ ວ່າ ພວກເຮົາ ໄດ້ ຮັບ ການຂົ່ມ ເຫັງ ແລະການປະຈານຢ່າງໃດ ໃນເມືອງຟີລິບປອຍ ກ່ອນທີ່ ພວກເຮົາ ມາຫາພວກເຈົ້າ ໃນ ເມືອງເທສະໂລນິກ ເຖິງ ແມ່ນວ່າມີ ການຕໍ່ຕ້ານຢ່າງ ຫລວງຫລາຍ ຢູ່ ໃນທີ່ ນັ້ນ ກໍຕາມ ພຣະເຈົ້າ ຂອງ ພວກເຮົາ ກໍ ໄດ້ ປະທານໃຈກ້າຫານແກ່ ພວກເຮົາ ເພື່ອ ປະກາດຂ່າວປະເສີດ ທີ່ ມາຈາກພຣະອົງ ແກ່ ພວກເຈົ້າ.
\s5
\v 3 ຄໍາເຕືອນສະຕິ ຂອງພວກເຮົາ ຕໍ່ ພວກເຈົ້າ ນັ້ນ ບໍ່ ໄດ້ ມາ ຈາກຄວາມຫລົງ ຜິດ ຫລື ເຈດຕະນາອັນຊົ່ວ ມົວໝອງແລະທັງ ບໍ່ ແມ່ນກົນອຸບາຍຫລອກລວງດ້ວຍ.
\v 4 ແຕ່ ຕາມດັ່ງ ທີ່ ພຣະເຈົ້າ ໄດ້ ຊົງ ລອງເບິ່ງ ໃຈຂອງເຮົາ ຈຶ່ງ ຊົງ ເຫັນ ຊອບທີ່ ຈະມອບຂ່າວປະເສີດ ໄວ້ ກັບ ເຮົາ. ດັ່ງ ນັ້ນ ພວກເຮົາ ຈຶ່ງ ກ່າວຢູ່ ບໍ່ ແມ່ນເພື່ອ ໃຫ້ ພໍໃຈມະນຸດ ແຕ່ ເພື່ອ ໃຫ້ ພໍພຣະໄທພຣະເຈົ້າ ຜູ້ ຊົງ ທົດ ສອບເບິ່ງ ໃຈຂອງ ເຮົາ ທັງ ຫລາຍ.
\s5
\v 5 ພວກເຈົ້າ ກໍ ຮູ້ ດີ ຢູ່ແລ້ວ ວ່າ ພວກເຮົາ ບໍ່ ໄດ້ ມາຫາພວກເຈົ້າ ດ້ວຍຄໍາເວົ້າ ປະຈົບ ປະແຈງ ຫລື ດ້ວຍຂໍ້ ແກ້ ຕົວ ເພື່ອ ອໍາຄວາມໂລບໄວ້ ພຣະເຈົ້າ ຊົງ ເປັນ ພະຍານໃຫ້ ພວກເຮົາ ໄດ້ ໃນເລື່ອງນີ້
\v 6 ພວກເຮົາ ບໍ່ ໄດ້ ຊອກຫາຄໍາຊົມເຊີຍ ຈາກຜູ້ໃດ ທັງ ຈາກພວກເຈົ້າ ແລະຈາກຄົນ ອື່ນ ດ້ວຍ.
\s5
\v 7 ເຖິງ​ແມ່ນ​ວ່າ ເຮົາ​ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພ​ຣະ​ຄ​ຣິ​ດ ແລະ​ມີ​ສິດ​ຮຽກ​ຮ້ອງ​ໄດ້​ແຕ່​ພວກ​ເຮົາ​ໄດ້​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ​ດ້ວຍ​ໃຈ​ສຸ​ພາບ​ອ່ອນ​ໂຍນ ເໝືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນ​ນ້ອຍ​ຂອງ​ຕົນ.
\v 8 ຍ້ອນ​ຄວາມ​ຮັກ​ທີ່​ພວກ​ເຮົາ​ມີ​ສຳ​ລັບ​ພວກ​ເຈົ້າ ພວກ​ເຮົາ​ຈຶ່ງບໍ່​ແມ່ນ​ພຽງ​ແຕ່​ພ້ອມ​ທີ່​ຈະ​ແບ່ງ​ປັນ​ຂ່າວ​ປະ​ເສີດ​ໃຫ້​ແກ່​ພວກ​ເຈົ້າ​ເທົ່າ​ນັ້ນ ແຕ່​ພ້ອມ​ທີ່​ຈະ​ສະ​ຫລະ​ຊີ​ວິດ​ຂອງ​ພວກ​ເຮົາ​ໃຫ້​ແກ່​ພວກ​ເຈົ້າ​ດ້ວຍ. ເພາະ​ວ່າ​ພວກ​ເຈົ້າ​ໄດ້​ກາຍ​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ.
\v 9 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກ​ເຮົາ​ໄດ້​ດຳ​ເນີນ​ພາ​ລະ​ກິ​ດ​ຢ່າງ​ໃດ ແລະ​ສູ້​ຊົນ​ຢ່າງ​ໜັກ​ໜ່ວງ​ພຽງ​ໃດ ພວກ​ເຮົາ​ໄດ້​ເຮັດ​ການ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເພື່ອ​ວ່າ​ພວກ​ເຮົາ​ຈະ​ບໍ່​ເປັນ​ພາ​ລະ​ໃດໆ ແກ່​ພວກ​ເຈົ້າ ເມື່ອ​ພວກ​ເຮົາ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ພວກ​ເຈົ້າ​ນັ້ນ.
\s5
\v 10 ພວກເຈົ້າ ເປັນ ພະຍານ ໃຫ້ ພວກເຮົາ ໄດ້ ແລະ ພຣະເຈົ້າ ກໍ ເຊັ່ນ ດຽວ ກັນ ວ່າ, ຄວາມ ປະພຶດ ຂອງ ພວກເຮົາ ຕໍ່ ພວກເຈົ້າ ຜູ້ ທີ່ ເຊື່ອ ນັ້ນ ແມ່ນ ບໍຣິສຸດ, ຖືກ ຕ້ອງ, ທ່ຽງທາໍ ແລະ ປາສະຈາກ ຄວາມຜິດ.
\v 11 ພວກເຈົ້າ ຮູ້ ວ່າ, ພວກເຮົາ ໄດ້ ປະພຶດ ກັບ ພວກເຈົ້າ ແຕ່ ລະຄົນ ເໝືອນ ດັ່ງ ພໍ່ ກັບ ລູກໆ ຂອງຕົນ.
\v 12 ຄື ເຕືອນ ສະຕິ ໜູນ ໃຈ ພວກເຈົ້າ ແລະ ສັ່ງ ເນັ້ນ ພວກເຈົ້າ ເພື່ອ ໃຫ້ ດໍາເນີນ ຊີວິດ ຕາມ ຢ່າງ ສົມຄວນ ຕໍ່ ພຣະເຈົ້າ ຜູ້ ຊົງ ເອີ້ນເອົາ ເຈົ້າ ທັງ ຫລາຍ ໃຫ້ ເຂົ້າ ມາ ໃນ ຣາຊອານາຈັກ ແລະ ໃນ ສະຫງ່າຣາສີ ຂອງ ພຣະອົງ.
\s5
\v 13 ດ້ວຍເຫດນີ້ ແຫລະ, ພວກເຮົາ ຈຶ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ໂດຍ ບໍ່ ຢຸດຢັ້ງ ເພາະ ພວກເຈົ້າ ໄດ້ ຮັບ ເອົາ ພຣະທາໍ ຂອງ ພຣະເຈົ້າ ທີ່ ໄດ້ຍິນ ຈາກ ພວກເຮົາ ນັ້ນ ບໍ່ ເໝືອນ ເປັນ ຂໍ້ ຄວາມ ຂອງ ມະນຸດ, ແຕ່ ເປັນ ຈິງ ຄື ເປັນ ພຣະທາໍ ຂອງ ພຣະເຈົ້າ ທີ່ ດໍາເນີນ ງານ ຢູ່ ພາຍ ໃນ ເຈົ້າ ທັງ ຫລາຍ ທີ່ ເຊື່ອ.
\s5
\v 14 ພີ່ ນ້ອງ ທັງ ຫລາຍ ເອີຍ, ເຈົ້າ ທັງ ຫລາຍ ໄດ້ ກາຍເປັນ ຜູ້ ປະຕິບັດ ຕາມ ແບບຢ່າງ ຄຣິສຕະຈັກ ທັງ ຫລາຍ ໃນ ແຂວງ ຢູດາຍ ຊຶ່ງ ເປັນ ຂອງ ພຣະເຈົ້າ ໃນ ພຣະຄຣິດ ເຈົ້າ ເຢຊູ ເພາະວ່າ ເຈົ້າ ທັງ ຫລາຍ ໄດ້ ທົນ ຮັບ ເອົາ ຄວາມ ລໍາບາກ ຈາກ ເພື່ອນ ຮ່ວມ ຊາດ ຂອງຕົນ ເໝືອນ ຄຣິສຕະຈັກ ນັ້ນ ໄດ້ ທົນ ຮັບ ເອົາ ຄວາມ ລໍາບາກ ຈາກ ພວກ ຢູດາ ດ້ວຍ.
\v 15 ແມ່ນ ພວກ ນີ້ ແຫລະ ທີ່ ໄດ້ ປະຫານ ອົງ ພຣະເຢຊູເຈົ້າ ກັບ ບັນ ດາ ຜູ້ ປະກາດ ພຣະທາໍ ແລະ ໄດ້ ຂົ່ມ ເຫັງ ພວກເຮົາ ດ້ວຍ. ພວກເຂົາ ເຮັດ ໃຫ້ ພຣະເຈົ້າ ເສຍ ພຣະໄທ ຫລາຍ ທີ່ ສຸດ ແລະ ພວກເຂົາ ກໍ ຕໍ່ສູ້ ກັບ ທຸກໆ ຄົນ ຢ່າງ ໂຫດຮ້າຍ
\v 16 ໂດຍ ທີ່ ພວກເຂົາ ໄດ້ ຫ້າມປາມ ພວກເຮົາ ບໍ່ ໃຫ້ ກ່າວ ແກ່ ຄົນ ຕ່າງຊາດ ເພື່ອ ຄົນ ເຫລົ່ານັ້ນ ຈະ ພົ້ນ ໄດ້ ເພື່ອ ການ ຜິດ ບາບ ທີ່ ພວກເຂົາ ເຮັດ ມາ ນັ້ນ ຈະ ຄົບ ຖ້ວນ ແຕ່ ໃນ ສຸດທ້າຍ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ໄດ້ ຕົກ ໃສ່ ພວກເຂົາ ແລ້ວ.
\s5
\v 17 ພີ່ ນ້ອງ ທັງ ຫລາຍ ເອີຍ, ຝ່າຍ ພວກເຮົາ ເມື່ອ ໄດ້ ພັດ ພາກ ຈາກ ພວກເຈົ້າ ໄປ ຊົ່ວໄລຍະ ໜຶ່ງ ກໍ ຈາກ ໄປ ພຽງ ຮ່າງກາຍ ເທົ່າ ນັ້ນ ແຕ່ ບໍ່ ແມ່ນ ຈິດ ໃຈ ພວກເຮົາ ກໍ ລະນຶກ ຄິດ ເຖິງ ພວກເຈົ້າ ຫລາຍ ທີ່ ສຸດ ແລະ ຍັງ ພະຍາຍາມ ຢ່າງ ຍິ່ງ ທີ່ ຈະ ມາ ຫາ ພວກເຈົ້າ,
\v 18 ພວກເຮົາ ຢາກ ກັບ ມາ ຫາ ພວກເຈົ້າ ເຮົາ ເອງ ຄື ໂປໂລ ພະຍາຍາມ ທີ່ ຈະ ກັບ ມາ ຫາ ພວກເຈົ້າ ຫລາຍ ເທື່ອ ແລ້ວ ແຕ່ ມານຊາຕານ ໄດ້ ຂັດ ຂວາງ ພວກເຮົາ ໄວ້.
\v 19 ດ້ວຍວ່າ, ແມ່ນ ສິ່ງ ໃດ ຈະ ເປັນ ທີ່ ຫວັງ ໃຈ ຂອງເຮົາ ຫລື ທີ່ ຊົມ ຊື່ນ ຍິນ ດີ ຫລື ມົງ ກຸດ ອັນ ໃຫ້ ມີ ຄວາມ ອວດອ້າງ ຊ້ອງ ພຣະພັກ ອົງ ພຣະເຢຊູເຈົ້າ ຂອງ ເຮົາ ທັງ ຫລາຍ ເມື່ອ ພຣະອົງ ຈະ ສະເດັດ ມາ ປາກົດ ບໍ່ ແມ່ນ ພວກເຈົ້າ ດອກ ຫລື?
\v 20 ເພາະວ່າ ເຈົ້າ ທັງ ຫລາຍ ນັ້ນ ແຫລະ ເປັນ ກຽດຕິຍົດ ແລະ ຄວາມ ຊົມ ຊື່ນ ຍິນ ດີ ຂອງ ພວກເຮົາ ໂດຍ ແທ້ຈິງ.
\s5
\c 3
\p
\v 1 ເຫດສະນັ້ນ ເມື່ອ ເຮົາ ອົດ ຢູ່ ຕໍ່ໄປ ອີກ ບໍ່ ໄດ້ ຈຶ່ງ ເຫັນ ດີ ໃຫ້ ເຂົາ ປະ ເຮົາ ຜູ້ ດຽວ ຢູ່ ນະຄອນ ອາແຖນ
\v 2 ແລະ ໄດ້ ໃຊ້ ຕີໂມທຽວ ພີ່ ນ້ອງ ຂອງເຮົາ ທີ່ ເປັນ ຜູ້ຮັບໃຊ້ ຂອງ ພຣະເຈົ້າ ຝ່າຍ ຂ່າວປະເສີດ ເລື່ອງ ພຣະຄຣິດ ໃຫ້ ໄປ ຫາ ເຈົ້າ ທັງ ຫລາຍ ເພື່ອ ຈະ ຕັ້ງ ພວກເຈົ້າ ໄວ້ ໃຫ້ ໝັ້ນຄົງ ທັງ ຈະ ຊູ ໃຈ ໃນ ເລື່ອງ ຄວາມເຊື່ອ ຂອງ ພວກເຈົ້າ,
\v 3 ເພື່ອ ວ່າ ຈະ ບໍ່ ມີ ຜູ້ໃດ ໃນ ພວກເຈົ້າ ຫັນ ໜີ ເພາະ ການ ຂົ່ມ ເຫັງ ເຫລົ່າ ນັ້ນ ພວກເຈົ້າ ເອງ ກໍ ຮູ້ ວ່າ ການ ຂົ່ມ ເຫັງ ເຊັ່ນ ນີ້ ແມ່ນ ແຜນການ ສ່ວນ ໜຶ່ງ ຂອງ ພຣະເຈົ້າ ສໍາລັບພວກເຮົາ.
\s5
\v 4 ດ້ວຍວ່າ, ໃນ ລະຫວ່າງ ທີ່ ພວກເຮົາ ຍັງ ຢູ່ ກັບ ພວກເຈົ້າ ນັ້ນ ພວກເຮົາ ກໍໄດ້ ບອກ ພວກເຈົ້າ ລ່ວງໜ້າ ໄວ້ ແລ້ວ ວ່າ ພວກເຮົາ ຈະ ຖືກ ຂົ່ມ ເຫັງ ແລະ ກໍ ເປັນ ຢ່າງ ນັ້ນ ແທ້ ດັ່ງ ທີ່ ພວກເຈົ້າ ຮູ້ ແລ້ວ.
\v 5 ດ້ວຍເຫດນັ້ນ ເມື່ອ ເຮົາ ທົນ ຕໍ່ ການ ຄອຍຖ້າ ບໍ່ ໄດ້ ອີກ ແລ້ວ ຈຶ່ງ ໃຊ້ ຄົນ ໄປ ເພື່ອ ຈະ ໄດ້ ຮູ້ ເຖິງ ຄວາມເຊື່ອ ຂອງ ພວກເຈົ້າ ເພາະ ເຮົາ ຢ້ານ ວ່າ ຜູ້ລໍ້ລວງ ຈະ ທົດ ລອງ ພວກເຈົ້າ ແລ້ວ ດ້ວຍ ປະການ ໃດ ປະການ ໜຶ່ງ ແລະ ພາລະກິດ ທັງ ສິ້ນ ທີ່ ພວກເຮົາ ໄດ້ ກະທາໍ ໄປ ນັ້ນ ກໍ ຈະ ເສຍ ປະໂຫຍດ.
\s5
\v 6 ບັດ ນີ້ ຕີໂມທຽວ ໄດ້ ກັບ ມາ ແລ້ວ ແລະ ເພິ່ນ ໄດ້ ນາໍ ຂ່າວ ດີ ກ່ຽວກັບ ຄວາມເຊື່ອ ແລະ ຄວາມຮັກ ຂອງ ພວກເຈົ້າ ມາ ຍັງ ພວກເຮົາ. ເພິ່ນ ໄດ້ ບອກ ພວກເຮົາ ວ່າ ພວກເຈົ້າ ໄດ້ ຄິດ ເຖິງ ພວກເຮົາ ຢ່າງດີ ຢູ່ ສະເໝີ ແລະ ທັງ ບອກ ວ່າ ພວກເຈົ້າ ກໍ ຢາກ ເຫັນ ໜ້າ ພວກເຮົາ ຫລາຍ ເໝືອນ ດັ່ງ ທີ່ ພວກເຮົາ ຢາກ ເຫັນ ໜ້າ ພວກເຈົ້າ.
\v 7 ດັ່ງ ນັ້ນ ພີ່ ນ້ອງ ທັງ ຫລາຍ ເອີຍ ໃນ ທ່າມກາງ ຄວາມ ຍາກ ລໍາບາກ ແລະ ການ ຂົ່ມ ເຫັງ ທັງ ໝົດ ທີ່ ພວກເຮົາ ປະເຊີນ ຢູ່ ນັ້ນ ພວກເຮົາ ກໍໄດ້ ຮັບ ຄວາມ ຊູໃຈ ເພາະ ເລື່ອງ ຂອງ ພວກເຈົ້າ ແມ່ນ ຄວາມເຊື່ອ ຂອງ ພວກເຈົ້າ ນັ້ນ ແຫລະ ທີ່ ເຊີດ ຊູ ໃຈ ພວກເຮົາ.
\s5
\v 8 ເພາະ ຖ້າ ພວກເຈົ້າ ຕັ້ງໝັ້ນຄົງ ຢູ່ ໃນ ອົງພຣະ ຜູ້ ເປັນເຈົ້າ ແລ້ວ ຊີວິດ ຂອງເຮົາ ກໍ ສົດ ຊື່ນ ຂຶ້ນ.
\v 9 ເຮົາ ຈະ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ເພາະ ເຈົ້າ ທັງ ຫລາຍ ຢ່າງ ໃດ ອີກ ຈຶ່ງ ຈະ ເໝາະສົມ ກັບ ຄວາມ ຊົມ ຊື່ນ ຍິນ ດີ ທັງ ໝົດ ທີ່ ເຮົາ ມີ ໃນ ພວກເຈົ້າ ຢູ່ ຊ້ອງ ພຣະພັກ ພຣະເຈົ້າ ຂອງ ເຮົາ ທັງ ຫລາຍ.
\v 10 ພວກເຮົາ ພາວັນ ນາ ອະທິຖານ ທັງ ເວັນ ແລະ ຄືນ ດ້ວຍ ຄວາມ ປາຖະໜາ ອັນ ແຮງ ກ້າ ເພື່ອ ຈະ ໄດ້ ເຫັນ ໜ້າ ພວກເຈົ້າ ອີກ ສ່ວນ ຕົວ ເພື່ອ ຈະ ເສີມ ສ້າງ ຄວາມເຊື່ອ ຂອງ ພວກເຈົ້າ ທີ່ ບົກ ຜ່ອງ ຢູ່ ນັ້ນ ໃຫ້ ຄົບ ເຕັມ.
\s5
\v 11 ຂໍ ພຣະເຈົ້າ ພຣະບິດາເຈົ້າ ແລະ ອົງ ພຣະເຢຊູເຈົ້າ ຂອງ ເຮົາ ທັງ ຫລາຍ ຊົງ ນາໍ ພວກເຮົາ ໄປ ຫາ ພວກເຈົ້າ ດ້ວຍ ເທີ້ນ
\v 12 ຂໍ ອົງພຣະ ຜູ້ເປັນເຈົ້າ ຊົງ ໂຜດ ໃຫ້ ພວກເຈົ້າ ຈະເລີນ ຂຶ້ນ ແລະ ລົ້ນ ເຫລືອ ໄປ ດ້ວຍຄວາມຮັກ ທີ່ ມີ ຕໍ່ກັນແລະກັນ ແລະ ຕໍ່ ຄົນ ທັງ ປວງ ເໝືອນ ດັ່ງ ທີ່ ພວກເຮົາ ມີ ຄວາມຮັກ ຕໍ່ ພວກເຈົ້າ ນັ້ນ ແລ້ວ
\v 13 ເພື່ອ ພຣະອົງ ຈະ ໄດ້ ຊົງ ຊ່ວຍຊູ ຈິດ ໃຈ ຂອງ ພວກເຈົ້າ ໃຫ້ ຕັ້ງໝັ້ນຄົງ ຢູ່ ໃນ ຄວາມ ບໍຣິສຸດ ໂດຍ ບໍ່ ມີ ຂໍ້ ຕິຕຽນ ໄດ້ ເມື່ອ ຢູ່ ຊ້ອງໜ້າ ພຣະເຈົ້າ ຄື ພຣະບິດາເຈົ້າ ຂອງ ເຮົາ ທັງ ຫລາຍ ເມື່ອ ອົງ ພຣະເຢຊູເຈົ້າ ຂອງ ພວກເຮົາ ສະເດັດ ມາ ປາກົດ ພ້ອມ ກັບ ຄົນ ທັງ ປວງ ທີ່ ເປັນ ຂອງ ພຣະອົງ. (ກ)
\s5
\c 4
\p
\v 1 ພີ່ ນ້ອງ ທັງຫລາຍ ເອີຍ, ທ້າຍສຸດ ນີ້ ພວກເຮົາ ວອນຂໍ ແລະ ເຕືອນ ສະຕິ ພວກເຈົ້າ ໃນ ພຣະນາມ ຂອງ ອົງ ພຣະເຢຊູເຈົ້າ ວ່າ ພວກເຈົ້າ ໄດ້ ຮຽນ ຮູ້ ຈາກ ເຮົາ ແລ້ວ ວ່າ ຈາໍ ເປັນ ຕ້ອງ ດໍາເນີນ ຊີວິດ ຢ່າງ ໃດ ຈຶ່ງ ຈະ ເປັນ ທີ່ ພໍພຣະໄທ ພຣະເຈົ້າ ເໝືອນ ດັ່ງ ພວກເຈົ້າ ກາໍ ລັງ ປະຕິບັດ ຢູ່ ແລ້ວ ກໍ ຈົ່ງ ປະຕິບັດ ດັ່ງ ນັ້ນ ໃຫ້ ຫລາຍກວ່າ ເກົ່າ ອີກ.
\v 2 ດ້ວຍວ່າ, ພວກເຈົ້າ ຮູ້ຈັກ ຄໍາແນະນໍາ ຊຶ່ງ ພວກເຮົາ ໄດ້ ມອບ ໃຫ້ ພວກເຈົ້າ ໂດຍ ສິດ ອໍານາດ ຂອງ ອົງ ພຣະເຢຊູເຈົ້າ.
\s5
\v 3 ສິ່ງ ນີ້ ແຫລະ ແມ່ນ ນໍ້າພຣະໄທ ຂອງ ພຣະເຈົ້າ ຄື ໃຫ້ ພວກເຈົ້າ ເປັນ ຄົນ ບໍຣິສຸດ ແລະ ເວັ້ນ ຈາກ ການ ຜິດ ສິນທໍາ ທາງ ເພດ ທຸກ ຮູບແບບ.
\v 4 ໃຫ້ ພວກເຈົ້າ ແຕ່ ລະຄົນ ຮູ້ຈັກ ເອົາເມຍ ໃນ ທາງ ບໍຣິສຸດ ແລະ ໃນ ທາງ ທີ່ ໜ້າ ນັບ ຖື (ຂ)
\v 5 ບໍ່ ແມ່ນ ດ້ວຍ ຣາຄະ ຕັນ ຫາ ຊົ່ວ ຕາມ ຄວາມ ຕ້ອງການ ເໝືອນ ດັ່ງ ຄົນ ທີ່ ບໍ່ນັບຖື ພຣະເຈົ້າ.
\v 6 ໃນ ເລື່ອງ ນີ້ ຢ່າ ໃຫ້ ຄົນ ໃດ ລ່ວງ ເຮັດ ຜິດ ຕໍ່ ພີ່ ນ້ອງ ຄຣິສຕຽນ ຂອງຕົນ ຕາມ ທີ່ ພວກເຮົາ ໄດ້ ບອກ ພວກເຈົ້າ ໄວ້ ກ່ອນ ແລ້ວ ແລະ ພວກເຮົາ ກໍ ໄດ້ ເຕືອນ ພວກເຈົ້າ ຢ່າງ ໜັກ ແໜ້ນ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ລົງ ໂທດ ຄົນ ທີ່ ເຮັດ ຜິດ ໃນ ເລື່ອງ ນີ້.
\s5
\v 7 ເພາະວ່າ ພຣະເຈົ້າ ບໍ່ ໄດ້ ເອີ້ນ ເອົາ ພວກເຮົາ ໃຫ້ ໃຊ້ ຊີວິດ ໃນ ທາງ ຜິດ ສິນ ທາໍ ແຕ່ ໃຫ້ ໃຊ້ ຊີວິດ ໃນ ທາງ ບໍຣິສຸດ.
\v 8 ດ້ວຍເຫດນີ້ ຜູ້ ທີ່ຝ່າຝືນ ນັ້ນ ກໍ ບໍ່ ຝ່າຝືນ ຕໍ່ ມະນຸດ ແຕ່ ຝ່າຝືນ ຕໍ່ ພຣະເຈົ້າ ຜູ້ ຊົງ ໂຜດ ປະທານ ພຣະວິນຍານ ບໍຣິສຸດເຈົ້າ ຂອງ ພຣະອົງ ໃຫ້ ແກ່ ເຈົ້າ ທັງ ຫລາຍ.
\s5
\v 9 ສ່ວນ ເລື່ອງ ການ ຮັກ ພີ່ ນ້ອງ ທັງ ຫລາຍ ນັ້ນ ເຮົາ ບໍ່ຈາໍເປັນ ຈະ ຂຽນ ຝາກ ມາ ໃຫ້ ພວກເຈົ້າ ເພາະ ເຈົ້າ ເອງ ກໍໄດ້ ຮັບ ການ ຊົງ ສັ່ງ ສອນ ຈາກ ພຣະເຈົ້າ ແລ້ວ ວ່າ ໃຫ້ ຮັກ ກັນ ແລະກັນ.
\v 10 ທີ່ ຈິງ ແລ້ວ ພວກເຈົ້າ ກໍໄດ້ ເຮັດ ດັ່ງ ນັ້ນ ຢູ່ ແລ້ວ ຕໍ່ ພີ່ ນ້ອງ ທັງ ໝົດ ໃນ ທົ່ວ ແຂວງ ມາເກໂດເນຍ. ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຮົາ ຂໍ ເຕືອນ ສະຕິ ພວກເຈົ້າ ໃຫ້ ເຮັດ ດັ່ງ ນັ້ນ ຫລາຍກວ່າ ເກົ່າ.
\v 11 ຈົ່ງ ຕັ້ງ ເປົ້າ ໝາຍ ທີ່ ຈະ ໃຊ້ ຊີວິດ ຢູ່ ຢ່າງ ສະຫງົບ ສຸກ ທີ່ ຈະ ເອົາ ໃຈໃສ່ ຕໍ່ ກິດທຸລະ ຂອງ ຕົນ ເອງ ແລະ ທີ່ ຈະ ທາໍ ມາ ຫາກິນ ລ້ຽງ ຊີບ ດ້ວຍ ມື ຂອງ ຕົນ ເອງ ຕາມ ທີ່ ພວກເຮົາ ໄດ້ ສັ່ງ ພວກເຈົ້າ ໄວ້ ແລ້ວ ນັ້ນ.
\v 12 ເພື່ອ ການ ດໍາເນີນ ຊີວິດ ຂອງ ພວກເຈົ້າ ຈະ ເປັນ ທີ່ ນັບ ຖື ແກ່ ຄົນ ພາຍນອກ ແລ້ວ ພວກເຈົ້າ ຈະ ບໍ່ຕ້ອງ ເອື່ອຍອີງ ຄົນ ອື່ນ.
\s5
\v 13 ພີ່ ນ້ອງ ທັງ ຫລາຍ ເອີຍ, ພວກເຮົາ ຢາກ ໃຫ້ ພວກເຈົ້າ ຮູ້ ຄວາມຈິງ ເຖິງ ພວກ ທີ່ ຫລັບ ໄປ ແລ້ວ ນັ້ນ ເພື່ອ ວ່າ ພວກເຈົ້າ ຈະ ບໍ່ ່ ໄດ້ ເສົ້າໂສກ ເໝືອນ ດັ່ງ ຄົນ ອື່ນ ທີ່ ບໍ່ ມີ ຄວາມຫວັງ.
\v 14 ເພາະ ໃນ ເມື່ອ ພວກເຮົາ ເຊື່ອ ວ່າ ພຣະເຢຊູເຈົ້າ ໄດ້ ສິ້ນພຣະຊົນ ແລະ ໄດ້ ຄືນພຣະຊົນ ແລ້ວ ໂດຍ ພຣະເຢຊູເຈົ້າ ນັ້ນ ແຫລະ ພຣະເຈົ້າ ຈະ ນໍາ ຄົນ ຜູ້ ທີ່ຫລັບ ໄປ ແລ້ວ ນັ້ນ ຄືນ ມາ ກັບ ພຣະອົງ.
\v 15 ໃນ ຂໍ້ ນີ້ ເຮົາ ບອກ ເຈົ້າ ທັງ ຫລາຍ ຕາມ ພຣະທາໍ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ວ່າ ພວກເຮົາ ຜູ້ ຍັງ ເປັນ ຢູ່ ແລະ ຄອຍຖ້າ ການ ສະເດັດ ມາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ເຮົາ ຈະ ລ່ວງໜ້າ ໄປ ກ່ອນ ພວກ ຄົນ ທີ່ ຫລັບ ໄປ ແລ້ວ ນັ້ນ ກໍ ບໍ່ ໄດ້ ແທ້
\s5
\v 16 ດ້ວຍວ່າ, ຈະ ມີ ສຽງ ຮ້ອງ ບັນ ຊາ ອັນ ດັງ, ສຽງ ຂອງ ອັກ ຄະ ເທວະດາ ສຽງ ແກ ຂອງ ພຣະເຈົ້າ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ເອງ ຈະ ສະເດັດ ລົງ ມາ ຈາກ ສະຫວັນ ພວກ ທີ່ ເຊື່ອ ໃນ ພຣະຄຣິດ ທີ່ ຕາຍໄປ ແລ້ວ ກໍ ຈະ ເປັນ ຄືນ ມາ ສູ່ ຊີວິດ ກ່ອນ.
\v 17 ແລ້ວ ພວກເຮົາ ຜູ້ ທີ່ ຍັງ ເປັນ ຢູ່ ໃນ ເວລາ ນັ້ນ ກໍ ຈະ ຖືກ ຮັບ ຂຶ້ນ ໄປ ໃນ ເມກ ພ້ອມ ກັບ ຄົນ ພວກ ນັ້ນ ເພື່ອ ພົບ ກັບ ອົງ ພຣະ ຜູ້ ເປັນ ເຈົ້າ ໃນ ຟ້າອາກາດ. ຢ່າງ ນັ້ນ ແຫລະ ພວກເຮົາ ຈຶ່ງ ຈະ ຢູ່ ກັບ ອົງ ພຣະ ຜູ້ ເປັນ ເຈົ້າ ຕະຫລອດໄປ ເປັນ ນິດ.
\v 18 ດ້ວຍເຫດນີ້ ຈົ່ງ ເລົ້າໂລມ ອອຍໃຈ ຊຶ່ງກັນແລະກັນ ດ້ວຍ ຂໍ້ຄວາມ ເຫລົ່າ ນີ້ ເທີ້ນ.
\s5
\c 5
\p
\v 1 ພີ່ ນ້ອງ ທັງ ຫລາຍ ເອີຍ ເຮົາ ບໍ່ ຈາໍ ເປັນ ຂຽນ ໃຫ້ ພວກເຈົ້າ ຮູ້ ເຖິງ ວັນ ແລະ ເວລາ ທີ່ ເຫດການ ເຫລົ່າ ນີ້ ຈະ ເກີດ ຂຶ້ນ.
\v 2 ເພາະ ພວກເຈົ້າ ເອງ ກໍ ຮູ້ຈັກ ດີ ແລ້ວ ວ່າ ວັນ ຂອງ ອົງພຣະ ຜູ້ ເປັນເຈົ້າ ຈະ ສະເດັດ ມາ ເໝືອນ ດັ່ງ ຂະໂມຍ ມາ ໃນ ເວລາ ກາງຄືນ.
\v 3 ເມື່ອ ໃດ ພວກເຂົາ ເວົ້າ ວ່າ, “ສະຫງົບ ສຸກ ແລະ ປອດໄພ ດີ ແລ້ວ” ເມື່ອ ນັ້ນ ແຫລະ ຄວາມ ພິນາດ ຈິບ ຫາຍ ຈະ ມາ ເຖິງ ພວກເຂົາ ໃນ ທັນ ທີ ເໝືອນ ດັ່ງ ຄວາມ ເຈັບ ປວດ ມາ ເຖິງ ຍິງ ທີ່ ມີ ທ້ອງ ແລະ ພວກເຂົາ ຈະ ໜີ ບໍ່ ພົ້ນ ເປັນ ແນ່.
\s5
\v 4 ແຕ່ ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຈົ້າ ບໍ່ ໄດ້ ຢູ່ ໃນ ຄວາມມືດ ແລ້ວ ແລະ ວັນ ນັ້ນ ຄົງ ຈະ ບໍ່ ມາ ຫລອນ ໃສ່ ພວກເຈົ້າ ດັ່ງ ຂະໂມຍ ມາ.
\v 5 ເພາະວ່າ ພວກເຈົ້າ ທຸກຄົນ ເປັນ ລູກ ຂອງ ຄວາມ ສະຫວ່າງ ເປັນ ລູກ ຂອງ ກາງເວັນ ພວກເຮົາ ບໍ່ ເປັນ ຝ່າຍ ກາງຄືນ ຫລື ຝ່າຍ ຄວາມມືດ.
\v 6 ດ້ວຍເຫດນີ້ ຢ່າ ໃຫ້ ພວກເຮົາ ຫລັບ ຢູ່ ເໝືອນ ດັ່ງ ຄົນ ອື່ນ, ແຕ່ ໃຫ້ ພວກເຮົາ ເຝົ້າ ລະວັງ ຢູ່ ແລະ ຢ່າ ເມົາ ມົວ.
\v 7 ເພາະວ່າ ຄົນ ທີ່ ນອນ ຫລັບ ກໍ ຫລັບ ໃນ ກາງຄືນ ແລະ ຄົນ ເມົາ ເຫລົ້າ ກໍ ເມົາ ໃນ ກາງຄືນ.
\s5
\v 8 ແຕ່ ຝ່າຍ ພວກເຮົາ ແລ້ວ ເປັນ ຝ່າຍ ກາງເວັນ ແລະ ຢ່າ ໃຫ້ ພວກເຮົາ ເມົາ ມົວ ພວກເຮົາ ຕ້ອງ ສວມ ຄວາມເຊື່ອ ກັບ ຄວາມຮັກ ເປັນ ເຄື່ອງ ປ້ອງກັນ ໜ້າ ເອິກ ແລະ ຢຶດ ຄວາມຫວັງ ວ່າ ໄດ້ ຮັບ ຄວາມ ພົ້ນ ເປັນ ໝວກ ເຫລັກ ປ້ອງກັນ ຫົວ.
\v 9 ເພາະວ່າ ພຣະເຈົ້າ ບໍ່ ໄດ້ ເລືອກ ພວກເຮົາ ໄວ້ ສໍາລັບ ຄວາມ ໂກດຮ້າຍ ຂອງ ພຣະອົງ ແຕ່ ເພື່ອ ໃຫ້ ໄດ້ ຮັບ ຄວາມ ພົ້ນ ໂດຍ ທາງ ອົງ ພຣະເຢ​ຊູ​ຄ​ຣິດ​ເຈົ້າ​ຂອງ​ພວກ​ເຮົາ,
\v 10 ຜູ້ ທີ່ ໄດ້ ຕາຍ ເພື່ອ ພວກເຮົາ ເພື່ອ ວ່າ ພວກເຮົາ ຈະ ມີ ຊີວິດ ກັບ ພຣະອົງ ເມື່ອ ພຣະອົງ ສະເດັດ ມາ ປາກົດ ບໍ່ ວ່າ ພວກເຮົາ ຍັງ ເປັນ ຢູ່ ຫລື ຕາຍໄປ ແລ້ວ ກໍຕາມ.
\v 11 ດັ່ງ ນັ້ນ ແຫລະ ຈົ່ງ ຊູ ກາໍ ລັງ ໃຈ ຊຶ່ງ ກັນ ແລະກັນ ແລະ ຈົ່ງ ຊ່ວຍເຫລືອ ກັນ ໃຫ້ ຈະເລີນ ຂຶ້ນ ຕາມ ທີ່ ພວກເຈົ້າ ເຮັດ ຢູ່ ນັ້ນ.
\s5
\v 12 ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຮົາ ຮ້ອງ ຂໍ ພວກເຈົ້າ ໃຫ້ ຮັບ ຮູ້ ຜູ້ ທີ່ ເຮັດ ການ ງານ ຢ່າງ ໜັກ ໜ່ວງ ໃນ ທ່າມກາງ ພວກເຈົ້າ ຄື ຜູ້ ທີ່ ເປັນ ຜູ້ນາໍ ຂອງ ພວກເຈົ້າ ແລະ ເປັນ ຜູ້ ສອນ ພວກເຈົ້າ ໃນ ນາມ ຂອງ ອົງ ພຣະ ຜູ້ ້ເປັນ ເຈົ້າ.
\v 13 ຈົ່ງ ນັບ ຖື ແລະ ຮັກ ພວກເຂົາ ຢ່າງ ຫລາຍ ທີ່ ສຸດ ເນື່ອງ ຈາກ ການງານ ທີ່ ພວກເຂົາ ເຮັດ ຢູ່ ນັ້ນ ຈົ່ງ ຢູ່ ຮ່ວມ ກັນ ດ້ວຍ ຄວາມ ສະຫງົບ ສຸກ.
\v 14 ພີ່ ນ້ອງ ທັງ ຫລາຍ ເອີຍ ພວກເຮົາ ຮ້ອງຂໍ ພວກເຈົ້າ ຕື່ມ ອີກ ຄື ຈົ່ງ ຕັກ ເຕືອນ ຜູ້ ທີ່ ບໍ່ ຢູ່ ໃນ ລະບຽບ ຈົ່ງ ຊູໃຈ ຜູ້ ທີ່ ນ້ອຍໃຈ, ຈົ່ງ ຊ່ວຍ ຊູ ຜູ້ ທີ່ ອ່ອນແຮງ ແລະ ຈົ່ງ ອົດ ທົນ ຕໍ່ ທຸກໆ ຄົນ.
\s5
\v 15 ຈົ່ງ ລະວັງ ໃຫ້ ດີ ຢ່າ ໃຫ້ ຜູ້ໃດ ເຮັດ ຄວາມຊົ່ວ ຕອບ ແທນ ຄວາມຊົ່ວ ແຕ່ ໃຫ້ ສະແຫວງ ຫາ ທາງ ເຮັດ ຄວາມດີ ຕໍ່ ກັນ ແລະກັນ ສະເໝີ ແລະ ແກ່ ທຸກຄົນ ດ້ວຍ.
\v 16 ຈົ່ງ ຊົມ ຊື່ນ ຍິນ ດີ ຢູ່ ສະເໝີ,
\v 17 ຈົ່ງ ພາວັນ ນາ ອະທິຖານ ຢູ່ ທຸກ ເວລາ,
\v 18 ຈົ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ໃນ ທຸກສີ່ງ ເພາະ ນີ້ ແຫລະ ແມ່ນ ສິ່ງ ທີ່ ພຣະເຈົ້າ ພໍພຣະໄທ ຊຶ່ງ ປາກົດ ໃນ ພຣະເຢຊູ ຄຣິດເຈົ້າ ສໍາລັບ ເຈົ້າ ທັງ ຫຼາຍ.
\s5
\v 19 ຢ່າ ຮັບ ຟັງ ຄໍາ ກ່າວຫາ ໃດໆ ໃສ່ ຜູ້ນຳ ຄົນ ໃດ ຄົນ ໜຶ່ງ ນອກຈາກ ມີ ພະຍານ ສອງ ຫລື ສາມ ປາກ.
\v 20 ຢ່າ ປະໝາດ ຄໍາທໍານວາຍ.
\v 21 ແຕ່ ຈົ່ງ ທົດ ລອງ ເບິ່ງ ທຸກສິ່ງ ສິ່ງໃດດີ ຈົ່ງ ຢຶດຖື ໄວ້ ໃຫ້ ໝັ້ນ
\v 22 ແລະ ຈົ່ງ ລະເວັ້ນ ຈາກ ຄວາມຊົ່ວ ທຸກ ຊະນິດ.
\s5
\v 23 ຂໍ ພຣະເຈົ້າ ຜູ້ ໂຜດ ໃຫ້ ສັນ ຕິສຸກ ຊົງ ຊໍາລະ ພວກເຈົ້າ ໃຫ້ ເປັນ ຄົນ ບໍຣິສຸດ ຮຽບຮ້ອຍ ໃນ ທຸກ ດ້ານ ແລະ ຊົງ ຮັກ ສາ ທັງ ຈິດວິນຍານ ຈິດໃຈ ແລະ​ຮ່າງ​ກາຍ​ຂອງ​ພວກ​ເຮ​ົາ ໃຫ້​ປາ​ສະ​ຈາກຄວາມຜິດ ໃດໆ ຈົນ ເຖິງ ວັນ ທີ່ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ພວກເຮົາ ສະ ເດັດ ມາ ປາກົດ.
\v 24 ພຣະອົງ ຜ​ູ້ ຊົງ ເອີ້ນ ເອົາ ເຈົ້າ ທັງ ຫລາຍ ນັ້ນ ກໍ ທ່ຽງທໍາ ພຣະອົງ ນັ້ນ ແຫລະ ຈະ ຊົງ ດໍາເນີນ ງານ.
\s5
\v 25 ພີ່ ນ້ອງ ທັງ ຫລາຍ ເອີຍ, ຈົ່ງ ພາວັນ ນາ ອະທິຖານ ເພື່ອ ພວກເຮົາ ດ້ວຍ.
\v 26 ຂໍ ຄໍານັບ ພວກ ພີ່ ນ້ອງ ທຸກຄົນ ດ້ວຍ ທາໍ ນຽມ ຈູບ ອັນ ບໍຣິສຸດ.
\v 27 ເຮົາ ຮ້ອງຂໍ ນາໍ ພວກເຈົ້າ ຕື່ມ ອີກ ໃນ ນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ວ່າ, ຈົ່ງ ອ່ານ ຈົດ ໝາຍ ສະບັບ ນີ້ ສູ່ ພີ່ ນ້ອງ ຄົນ ທີ່ເຊື່ອ ທັງ ໝົດ ຟັງ.
\v 28 ຂໍ ໃຫ້ ພຣະຄຸນ ຂອງ ອົງ ພຣະເຢຊູ ຄຣິດ ເຈົ້າ ຂອງ ພວກເຮົາ ຈົ່ງ ສະຖິດ ຢູ່ ກັບ ພວກເຈົ້າ ເທີ້ນ.