lo_bible/52-COL.usfm

181 lines
42 KiB
Plaintext

\id COL
\ide UTF-8
\h ຈົດ​ໝາຍ​ທີ່​ມີ​ໄປ​ຖິງ​ຄ​ຣິ​ສ​ຕະ​ຈັກ ໂກ​ໂລ​ຊາຍ
\toc1 ຈົດ​ໝາຍ​ທີ່​ມີ​ໄປ​ຖິງ​ຄ​ຣິ​ສ​ຕະ​ຈັກ ໂກ​ໂລ​ຊາຍ
\toc2 ຈົດ​ໝາຍ​ທີ່​ມີ​ໄປ​ຖິງ​ຄ​ຣິ​ສ​ຕະ​ຈັກ ໂກ​ໂລ​ຊາຍ
\toc3 col
\mt ຈົດ​ໝາຍ​ທີ່​ມີ​ໄປ​ຖິງ​ຄ​ຣິ​ສ​ຕະ​ຈັກ ໂກ​ໂລ​ຊາຍ
\s5
\c 1
\p
\v 1 ຈາກ ໂປໂລ ຜູ້ ທີ່ ເປັນ ອັກຄະສາວົກ ຂອງ ພຣະຄຣິດເຈົ້າເຢຊູ ຕາມ ນາໍ້ພຣະໄທ ຂອງ ພຣະເຈົ້າ ແລະ ຈາກ ຕີໂມທຽວ ນ້ອງຊາຍ ຂອງ ພວກເຮົາ.
\v 2 ເຖິງ ໄພ່ພົນ ຂອງ ພຣະເຈົ້າ ໃນ ເມືອງ ໂກໂລຊາຍ ຜູ້ ເຫຼື້ອມໃສ ສັດທາ ໃນ ພຣະຄຣິດ. ຂໍ ໃຫ້ ພຣະຄຸນ ແລະ ສັນຕິສຸກ ຊຶ່ງ ມາ ຈາກ ພຣະເຈົ້າ ພຣະບິດາເຈົ້າ ຂອງ ເຮົາ ທັງ ຫລາຍ ຈົ່ງ ສະຖິດ ຢູ່ ນາໍ ເຈົ້າ ທັງຫລາຍ ເທີ້ນ.
\v 3 ເມື່ອ ພວກເຮົາ ພາວັນນາອະທິຖານເພື່ອ ພວກເຈົ້າ ນັ້ນ ພວກເຮົາ ກໍ ໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າ ຂອງອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາ ຢູ່​ສະເໝີ
\s5
\v 4 ດ້ວຍວ່າ, ພວກເຮົາ ໄດ້ຍິນ ເຖິງ ຄວາມເຊື່ອ ຂອງພວກເຈົ້າ ໃນພຣະຄຣິດເຈົ້າ ເຢຊູ ແລະເຖິງ ເລື່ອງ ຄວາມຮັກ ຂອງພວກເຈົ້າ ທີ່ມີ ຕໍ່ໄພ່ພົນ ຂອງພຣະເຈົ້າ ທຸກຄົນ.
\v 5 ເມື່ອ ຖ້ອຍຄໍາແຫ່ງຄວາມຈິງ ຄື ຂ່າວປະເສີດ ມາເຖິງ ພວກເຈົ້າ ເປັນ ເທື່ອ ທາໍ ອິດ ນັ້ນ ພວກເຈົ້າ ກໍ ໄດ້ ຮັບ ຮູ້ ເຖິງ ຄວາມຫວັງ ທີ່ ມີ ໃນຂ່າວປະເສີດ. ດັ່ງ ນັ້ນ ຄວາມເຊື່ອ ກັບ ຄວາມຮັກ ຂອງພວກເຈົ້າ ຈຶ່ງ ຝັງຮາກຢູ່ ເທິງ ສິ່ງ ທີ່ ພວກເຈົ້າຫວັງ ພຣະເຈົ້າໄດ້ ຊົງຮັກ ສາໄວ້ ສໍາລັບ ພວກເຈົ້າ ໃນສະຫວັນ.
\v 6 ຂ່າວປະເສີດ ສືບຕໍ່ ນາໍ ພຣະພອນມາສູ່ມະນຸດທັງ ປວງ ແລະແຜ່ ຂະຫຍາຍໄປ ທົ່ວໂລກ ດັ່ງ ທີ່ ່ມີ ໃນທ່າມກາງພວກເຈົ້າ ຕັ້ງ ແຕ່ ວັນທີ່ ພວກເຈົ້າ ໄດ້ຍິນເທື່ອ ທາໍ ອິດ ເຖິງ ພຣະຄຸນ ຂອງ ພຣະເຈົ້າ ແລະຮ ຽນຮູ້ ຮັບເອົາ ຕາມຄວາມຈິງ ນັ້ນ.
\s5
\v 7 ດັ່ງ ທີ່ ພວກເຈົ້າ ໄດ້ ຮຽນຮູ້ ຈາກເອປາຟາ ເພື່ອນຮັບໃຊ້ ທີ່ ຮັກ ຂອງພວກເຮົາ ຜູ້ ທີ່ ເຮັດ ວຽກງານຂອງພຣະຄຣິດ ແທນ ເຮົາ ຢ່າງສັດຊື່
\v 8 ເພິ່ນໄດ້ ເລົ່າ ໃຫ້ ພວກເຮົາ ຟັງ ເຖິງ ຄວາມຮັກ ຊຶ່ງ ພຣະວິນຍານໄດ້ ຊົງໂຜດປະທານແກ່ ພວກເຈົ້າ.
\s5
\v 9 ເພາະ ເຫດ ນີ້ ຕັ້ງແຕ່ ວັນ ທີ່ ພວກເຮົາ ໄດ້ຍິນ ເຖິງ ເລື່ອງ ພວກເຈົ້າ ພວກເຮົາ ຈຶ່ງ ໄດ້ ພາວັນນາ ອະທິຖານ ເພື່ອ ພວກເຈົ້າ ສະເໝີ ພວກເຮົາ ທູນ ຂໍ ພຣະເຈົ້າ ໂຜດ ໃຫ້ ພວກເຈົ້າ ມີ ຄວາມ ຮອບຮູ້ ເຖິງ ນາໍ້ ພຣະໄທ ຂອງ ພຣະອົງ ໃນ ພຣະ ປັນຍາ ກັບ ຄວາມ ເຂົ້າໃຈ ທຸກຢ່າງ ຊຶ່ງ ມາ ຈາກ ພຣະວິນຍານ.
\v 10 ເພື່ອ ພວກເຈົ້າ ຈະ ໄດ້ ດໍາເນີນ ຊີວິດ ຕາມ ທີ່ ສົມຄວນ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ເປັນ ທີ່ ພໍ ພຣະໄທ ພຣະອົງ ຢ່າງ ແທ້ຈິງ ໃຫ້ ພວກເຈົ້າ ເກີດ ຜົນ ໃນ ການ ດີ ທຸກຢ່າງ ແລະ ຈະເລີນ ຂຶ້ນ ໃນ ຄວາມ ຮູ້ ເຖິງ ພຣະເຈົ້າ.
\s5
\v 11 ຂໍ ໃຫ້ ພວກເຈົ້າ ມີ ກາໍ ລັງ ເຂັ້ມ ແຂງ ຂຶ້ນ ທຸກຢ່າງ ໂດຍ ຣິດອໍານາດ ອັນຮຸ່ງເຮືອງ ຂອງ ພຣະອົງ ເພື່ອ ວ່າ ພວກເຈົ້າ ຈະ ສາມາດ ອົດ ທົນ ຕໍ່ ທຸກສິ່ງໄດ້ ແລະ ມີ ຄວາມ ໝັ່ນ ພຽນ ດ້ວຍ ຄວາມ ຍິນດີ.
\v 12 ຈົ່ງ ໂມທະນາ ຂອບພຣະຄຸນ ພຣະບິດາເຈົ້າ ຜູ້ ຊົງ ບັນດານ ໃຫ້ ເຈົ້າ ທັງ ຫລາຍ ສົມ ກັບ ທີ່ ຈະ ເຂົ້າ ສ່ວນ ໄດ້ ຮັບມໍຣະດົກ ດ້ວຍ ກັນ ກັບ ພວກ ໄພ່ພົນ ໃນ ຄວາມ ສະຫວ່າງ.
\s5
\v 13 ພຣະອົງ ໄດ້ ຊ່ວຍກູ້ ເອົາ ພວກເຮົາ ອອກ ມາ ຈາກ ອໍານາດ ຂອງ ຄວາມມືດ ແລະ ໄດ້ ນາໍ ພາ ພວກເຮົາ ເຂົ້າ ໄປ ຕັ້ງ ໄວ້ ໃນ ອານາຈັກ ແຫ່ງ ພຣະບຸດ ທີ່ ຮັກ ຂອງ ພຣະອົງ,
\v 14 ໂດຍ ພຣະບຸດ ນັ້ນ ພວກເຮົາ ຈຶ່ງ ໄດ້ ຮັບການ ໄຖ່ ໃຫ້ ພົ້ນ ແລະ ຊົງ ຍົກ ການບາບ ທັງ ຫລາຍ ຂອງ ພວກເຮົາ.
\s5
\v 15 ພຣະອົງ ຊົງ ເປັນ ແບບ ລັກສະນະ ຂອງ ພຣະເຈົ້າ ຜູ້ ຊຶ່ງ ຕາ ເຫັນ ບໍ່ ໄດ້ ຊົງ ເປັນ ບຸດ ກົກ ເໜືອ ສາລະພັດ ທີ່ ຊົງ ເນຣະມິດ ສ້າງ ຂຶ້ນ ນັ້ນ.
\v 16 ດ້ວຍວ່າ, ໂດຍ ພຣະອົງ ນັ້ນ ພຣະເຈົ້າ ໄດ້ ຊົງ ສ້າງ ສັບ ພະທຸກສິ່ງ ທັງ ໃນ ທ້ອງຟ້າ ແລະ ເທິງ ແຜ່ນດິນ ໂລກ ສິ່ງ ທີ່ ຕາ ເຫັນ ໄດ້ ແລະ ສິ່ງ ທີ່ ຕາ ເຫັນ ບໍ່ ໄດ້ ເປັນ ພຣະທີ່ ນັ່ງ ຫຼື ອານຸພາບ ຫຼື ບັນດາ ຜູ້ ຄອບຄອງ ແລະ ບັນດາ ຜູ້ ມີ ສິດ ອໍານາດ ທັງຫລາຍ ພຣະເຈົ້າ ໄດ້ ສ້າງ ສັບ ພະສິ່ງ ທັງ ໝົດ ນີ້ ໂດຍ ທາງ ພຣະອົງ ແລະ ສໍາລັບ ພຣະອົງ.
\v 17 ພຣະອົງ ຊົງ ເປັນ ຢູ່ ກ່ອນ ສັບພະທຸກສິ່ງ ແລະ ສັບພະທຸກສິ່ງ ກໍ ດຳລົງ ເປັນລະບຽບ ຢູ່ ໂດຍ ພຣະອົງ.
\s5
\v 18 ພຣະອົງ ຊົງ ເປັນ ຫົວ ຂອງ ກາຍ ຄື ຄຣິສຕະຈັກ ພຣະອົງ ຊົງ ເປັນ ປະຖົມ ເປັນ ຜູ້ ທາໍ ອິດ ທີ່ ຖືກ ຊົງ ບັນດານ ໃຫ້ ຄືນ ມາ ຈາກ ຕາຍ ເພື່ອ ພຣະອົງ ຈະ ຊົງ ເປັນ ເອກ ໃນ ສັບພະສິ່ງ ທັງປວງ.
\v 19 ເພາະວ່າ ພຣະເຈົ້າ ຊົງ ພໍພຣະໄທ ທີ່ ຈະ ໃຫ້ ສະພາບ ຂອງ ພຣະເຈົ້າ ສະຖິດ ຢູ່ ໃນ ພຣະບຸດ ຢ່າງ ເຕັມ ບໍລິບູນ.
\v 20 ແລະ ໂດຍ ພຣະອົງ ນັ້ນ ຈະໄດ້ ຊົງ ໃຫ້ ສິ່ງ ສາລະພັດ ກັບ ຄືນ ດີ ກັບ ພຣະເຈົ້າ ບໍ່ ວ່າ ສິ່ງ ນັ້ນ ຈະ ຢູ່ ໃນ ແຜ່ນດິນ ໂລກ ຫລື ໃນ ສະຫວັນ ພຣະອົງ ໄດ້ ຊົງ ບັນ ດານ ໃຫ້ ເກີດ ສັນຕິພາບ ດ້ວຍ ພຣະໂລຫິດ ຊຶ່ງ ໄຫລ ທີ່ ໄມ້ກາງແຂນ ຂອງ ພຣະອົງ.
\s5
\v 21 ແລະ ເຈົ້າ ທັງຫລາຍ ຊຶ່ງ ເມື່ອ ກ່ອນ ນັ້ນ ບໍ່ແມ່ນ ພົນລະເມືອງ ຂອງ ພຣະເຈົ້າ ແຕ່ ເປັນ ສັດຕູ ທາງ ດ້ານ ຈິດໃຈ ດ້ວຍ ການ ຊົ່ວ ຮ້າຍ ຕ່າງໆ,
\v 22 ແຕ່ ບັດນີ້ ໂດຍ ຄວາມ ຕາຍ ທາງ ດ້ານ ຮ່າງກາຍ ຄື ເນື້ອໜັງ ຂອງ ພຣະອົງ ພຣະເຈົ້າ ໄດ້ ຊົງ ເຮັດ ໃຫ້ ພວກເຈົ້າ ເປັນມິດ ກັບ ພຣະອົງ ເພື່ອ ໃຫ້ ເປັນ ຜູ້ ບໍຣິສຸດ ແລະ ບໍ່ມີທີ່ ຕິຕຽນ ຢູ່ ຊ້ອງໜ້າ ພຣະອົງ.
\v 23 ແຕ່ ພວກເຈົ້າ ຕ້ອງ ຕັ້ງ ໝັ້ນ ຢູ່ໃນ ຄວາມເຊື່ອ ເທິງ ຮາກຖານ ອັນໝັ້ນ ຄົງ ແລະ ຖາວອນ ຢ່າ ໄດ້ ໜີ ຈາກ ຄວາມຫວັງ ທີ່ ພວກເຈົ້າ ມີ ເມື່ອ ໄດ້ຍິນ ຂ່າວປະເສີດ ແລ້ວ ນັ້ນ ແມ່ນ ຂ່າວປະເສີດ ນັ້ນ ແຫລະ ທີ່ ໄດ້ ແຜ່ ຂະຫຍາຍ ໄປ ສູ່ ມວນ ມະນຸດ ທົ່ວ ໃຕ້ ຟ້າ ຊຶ່ງ ເຮົາ ຄື ໂປໂລ ໄດ້ ກາຍເປັນ ຜູ້ຮັບໃຊ້ ໃນ ການ ປະກາດ ຂ່າວປະເສີດ ນັ້ນ.
\s5
\v 24 ບັດນີ້ ເຮົາ ມີ ຄວາມ ຍິນ ດີ ທີ່ ໄດ້ ທົນ ທຸກ ເພື່ອ ພວກເຈົ້າ ສ່ວນ ການ ທົນທຸກ ຂອງ ພຣະຄຣິດ ທີ່ ຍັງ ຂາດ ຢູ່ ນັ້ນ ເຮົາ ກໍ ຮັບ ທົນ ທຸກ ຈົນ ສໍາເລັດ ໃນ ຮ່າງກາຍ ຂອງເຮົາ ເພື່ອ ເຫັນ ແກ່ ພຣະກາຍ ຂອງ ພຣະອົງ ຄື ຄຣິສຕະຈັກ.
\v 25 ເຮົາ ໄດ້ ມາ ເປັນ ຜູ້ຮັບ ໃຊ້ ຄຣິສຕະຈັກ ນັ້ນ ຕາມ ທີ່ ພຣະເຈົ້າ ໄດ້ ຊົງ ມອບໝາຍ ໃຫ້ ເຮົາ ເພື່ອ ເປັນ ຜົນ ດີ ແກ່ ພວກເຈົ້າ ໃນ ການ ປະກາດ ເລື່ອງ ພຣະເຈົ້າ ຢ່າງ ຄົບ ຖ້ວນ,
\v 26 ຊຶ່ງ ເປັນ ຂໍ້ ຄວາມ ອັນ ເລິກ ລັບ ທີ່ ພຣະອົງ ໄດ້ ເຊື່ອງຊ້ອນ ໄວ້ ຈາກ ມວນ ມະນຸດ ແຕ່ ໃດໆ ມາ, ແຕ່ ບັດນີ້ ໄດ້ ເປີດ ເຜີຍ ໃຫ້ ໄພ່ ພົນ ຂອງ ພຣະອົງ ຮູ້ ແລ້ວ.
\v 27 ພຣະເຈົ້າ ຊົງ ມີ ພຣະປະສົງ ທີ່ ຈະ ສໍາແດງ ໃຫ້ ໄພ່ ພົນ ເຫລົ່າ ນັ້ນ ຮູ້ ວ່າ ໃນ ທ່າມກາງ ຄົນຕ່າງຊາດ ອັນໃດ ເປັນ ຄວາມ ສົມບູນ ອັນ ປະກອບ ດ້ວຍ ສະຫງ່າຣາສີ ແຫ່ງ ຂໍ້ ເລິກ ລັບ ຄື ທີ່ ພຣະຄຣິດ ຊົງ ສະຖິດ ຢູ່ ໃນ ເຈົ້າ ທັງ ຫລາຍ ຊຶ່ງ ເປັນ ເຫດ ໃຫ້ ຫວັງ ວ່າ ຈະ ໄດ້ ເຖິງ ສະຫງ່າຣາສີ ນັ້ນ.
\s5
\v 28 ພຣະອົງ ນັ້ນ ແຫລະ ທີ່ ພວກເຮົາ ປະກາດ ໃຫ້ ແກ່ ທຸກຄົນ ໂດຍ ເຕືອນ ສະຕິ ແລະ ສັ່ງ ສອນ ດ້ວຍ ປັນຍາ ທຸກຢ່າງ ເພື່ອ ຈະ ໄດ້ ຖວາຍ ທຸກຄົນ ຊ້ອງໜ້າ ພຣະເຈົ້າ ເໝືອນ ເປັນ ຄົນໃຫຍ່ ຄົບຖ້ວນ ແລ້ວ ໃນ ພຣະຄຣິດ.
\v 29 ເພື່ອ ການ ນີ້ ແຫລະ, ເຮົາ ຈຶ່ງ ທົນການ ໜັກ ໜ່ວງ ດ້ວຍ ອົດສາ ສູ້ ຕາມ ພຣະ ກາໍ ລັງ ຂອງ ພຣະອົງ ຜູ້ ຊົງ ໂຜດ ກະທາໍ ດ້ວຍ ຣິດອໍານາດ ໃນ ຕົວ ເຮົາ ຢູ່.
\s5
\c 2
\p
\v 1 ເຮົາ ຢາກ ໃຫ້ ພວກເຈົ້າ ຮູ້ ວ່າ ເຮົາ ໄດ້ ອົດສາ ສູ້ ຫລາຍ ພຽງ ໃດ ເພື່ອ ພວກເຈົ້າ ເພື່ອ ຊາວ ເມືອງ​ລ​າວດີກີອາ ແລະ ເພື່ອ ຄົນ ທັງ ປວງ ທີ່ ຍັງ ບໍ່ໄດ້ ເຫັນໜ້າ ເຮົາ ເທື່ອ.
\v 2 ເພື່ອ ເຂົາ ທັງຫລາຍ ຈະ ໄດ້ ຮັບ ຄວາມ ຊູໃຈ ແລະ ເຂົ້າ ຕິດ ສະໜິດ ກັນ ໃນ ຄວາມຮັກ ຈົນ ເຖິງ ຄວາມຮູ້ ຄັກແນ່ ອັນ ສົມບູນ ຊຶ່ງ ມາ ດ້ວຍ ຄວາມ ເຂົ້າໃຈ ຈຶ່ງ ຈະ ສັງເກດ ຮູ້ ໄດ້ ຂໍ້ ລັບເລິກ ຂອງ ພຣະເຈົ້າ ຄື ພຣະຄຣິດ
\v 3 ຊຶ່ງ ຊັບສົມບັດ ແຫ່ງ ສະຕິປັນຍາ ແລະ ຄວາມຮູ້ ທັງ ໝົດ ຊົງ ບັງ ຊ້ອນ ໄວ້ ໃນ ພຣະອົງ.
\s5
\v 4 ເຮົາ ກ່າວ ຢ່າງ ນີ້ ກໍ ເພື່ອ ບໍ່ ໃຫ້ ຜູ້ໃດ ຊັກຊວນ ເຈົ້າ ທັງຫລາຍ ດ້ວຍ ຄໍາ ລໍ້ລວງ ອັນໜ້າຟັງ.
\v 5 ເພາະ ເຖິງ ແມ່ນ ຕົວ ຂອງເຮົາ ບໍ່ຢູ່ນາໍ ເຈົ້າ ທັງຫລາຍ ແຕ່ ຈິດໃຈ ຂອງ ພວກເຮົາ ກໍ ຢູ່ ນາໍ ພວກເຈົ້າ ແລະ ມີ ຄວາມ ຊົມຊື່ນ ຍິນ ດີ ທີ່ ໄດ້ ເຫັນ ພວກເຈົ້າ ພາກັນ ຢູ່ຢ່າງ ຮຽບຮ້ອຍ ແລະ ເຫັນ ຄວາມເຊື່ອ ອັນ ໝັ້ນຄົງ ຂອງ ເຈົ້າ ທັງ ຫລາຍໃນ ພຣະຄຣິດ.
\s5
\v 6 ໃນ ເມື່ອ ພວກເຈົ້າ ຮັບ ເອົາ ພຣະຄຣິດ ເຈົ້າ ເຢຊູ ເປັນ ອົງພຣະ ຜູ້ ເປັນເຈົ້າ ໄວ້ ແລ້ວ ຈົ່ງ ດໍາເນີນ ຊີວິດ ຢູ່ ໃນ ພຣະອົງ ດ້ວຍ.
\v 7 ຈົ່ງ ຢັ່ງ ຮາກ ແລະ ກໍ່ ຮ່າງ ສ້າງ ຊີວິດ ຂອງ ພວກເຈົ້າ ຂຶ້ນ ເທິງ ພຣະອົງ ແລະ ຈົ່ງ ຕັ້ງໝັ້ນຄົງ ຢູ່ ໃນ ຄວາມເຊື່ອ ຕາມ ທີ່ ພວກເຈົ້າ ໄດ້ ຮັບ ຄໍາສັ່ງ ສອນ ມາ ແລ້ວ ນັ້ນ ຈົ່ງ ໃຫ້ ຈິດ ໃຈ ເຕັມ ລົ້ນ ດ້ວຍ ການ ຂອບພຣະຄຸນ.
\s5
\v 8 ຈົ່ງ ລະວັງ ໃຫ້ ດີ ຢ່າ ໃຫ້ ຜູ້ ໃດ ນໍາ ພວກເຈົ້າ ຕົກ ໄປ ເປັນ ເຫຍື່ອ ຂອງ ສະຕິປັນ ຍາ ອັນ ຫລອກລວງ ແລະໄຮ້ ສາລະ ຊຶ່ງ ມາ ຈາກ ຄໍາສັ່ງ ສອນ ຂອງ ມະນຸດ ແລະ ມາ ຈາກ ສິ່ງ ສັກສິດ ແຫ່ງ ສາກົນ ຈັກກະວານ ແລະ ບໍ່ ແມ່ນ ມາ ຈາກ ພຣະຄຣິດ.
\v 9 ດ້ວຍວ່າ ສະພາບ ຂອງ ພຣະອົງ ກໍ ດໍາລົງ ຢູ່ ໃນ ພຣະກາຍ ຢ່າງ ເຕັມ ບໍລິບູນ.
\s5
\v 10 ແລະ ພວກເຈົ້າ ກໍໄດ້ ມີ ຊີວິດ ຢ່າງ ເຕັມ ບໍຣິບູນ ຢູ່ໃນ ພຣະອົງ ຜູ້ ຊົງ ເປັນ ໃຫຍ່ ເໜືອ ການ ປົກຄອງ ແລະ ອໍານາດ ທຸກຢ່າງ.
\v 11 ໃນ ພຣະອົງ ນັ້ນ ພວກເຈົ້າ ໄດ້ ຮັບ ພິທີຕັດ ແລ້ວ ບໍ່ແມ່ນ ພິທີຕັດ ທີ່ ເຮັດ ໂດຍ ມື ມະນຸດ ແຕ່ ແມ່ນ ພິທີຕັດ ທີ່ ກະທາໍ ໂດຍ ພຣະຄຣິດ ຊຶ່ງ ເປັນ ການ ຊົງ ໂຜດ ໃຫ້ ພົ້ນ ຈາກ ກິເລດ ຕັນຫາ ຂອງ ເນື້ອ ກາຍ ນີ້.
\v 12 ແລະ ໄດ້ ຖືກຝັງ ໄວ້ ກັບ ພຣະອົງ ໃນ ພິທີບັບຕິສະມາ ແລ້ວ ແລະ ໃນ ພິທີນັ້ນ ພວກເຈົ້າ ໄດ້ ຮັບການ ຊົງ ບັນດານ ໃຫ້ ຄືນ ມາ ດ້ວຍ ກັນ ກັບ ພຣະອົງ ໂດຍ ຄວາມເຊື່ອ ໃນ ການ ອິດທິຣິດ ຂອງ ພຣະເຈົ້າ ຜູ້ ຊົງ ບັນ ດານ ໃຫ້ ພຣະອົງ ຄືນພຣະຊົນ.
\s5
\v 13 ເມື່ອ ກ່ອນ ນັ້ນ ພວກເຈົ້າ ໄດ້ ຕາຍ ແລ້ວ ຝ່າຍ ຈິດວິນຍານ ຍ້ອນ ບາບກາໍ ຂອງ ພວກເຈົ້າ ແລະ ຍ້ອນ ເປັນ ຄົນ ບໍ່ຮັບ ພິທີຕັດ ຝ່າຍ ເນື້ອກາຍ ພຣະອົງ ໄດ້ ຊົງ ບັນດານ ໃຫ້ ພວກເຈົ້າ ເປັນ ຄືນ ມາ ສູ່ ຊີວິດ ຮ່ວມ ກັບ ພຣະອົງ ແລະ ພຣະອົງ ໄດ້ ອະໄພ ບາບກາໍ ທຸກຢ່າງ ຂອງ ພວກເຮົາ ແລ້ວ,
\v 14 ພຣະອົງ ໄດ້ ລຶບ ລ້າງ ກົດບັນຍັດ ພ້ອມ ກັບ ກົດລະບຽບ ຕ່າງໆ ທີ່ ຜູກມັດ ຂັດຂວາງ ພວກເຮົາ ແລະ ໄດ້ ຍົກເລີກ ສິ່ງ ນັ້ນ ເສຍ ໂດຍ ຕອກ ຕິດ ໄວ້ ທີ່ ໄມ້ກາງແຂນ.
\v 15 ໂດຍ ໄມ້ກາງແຂນ ນັ້ນ ພຣະອົງ ໄດ້ ຊົງ ປົດ ວິນຍານ ຄອບຄອງ ແລະ ອໍານາດ ວິນຍານ ຊົ່ວ ທັງຫລາຍ ເສຍ ແລະ ໄດ້ ຊົງປະຈານ ພວກເຂົາ ຢ່າງ ເປີດ ເຜີຍ ໂດຍ ນາໍ ພວກເຂົາ ເປັນ ຊະເລີຍ ໃນ ຂະບວນ ແຫ່ງ ໄຊຊະນະ ຂອງ ພຣະອົງ.
\s5
\v 16 ເຫດສະນັ້ນ ຢ່າ ໃຫ້ ຜູ້ໃດ ກ່າວໂທດ ພວກເຈົ້າ ໃນ ເລື່ອງ ການກິນ ການດື່ມ ຫລື ໃນ ເລື່ອງ ວັນສໍາຄັນ ທາງnສາສະໜາ ຫລື ໃນ ເລື່ອງ ງານ ສະຫລອງ ວັນ ເດືອນ ອອກ ໃໝ່ ຫລື ໃນ ເລື່ອງ ວັນຊະບາໂຕ.
\v 17 ສິ່ງ ເຫລົ່າ ນັ້ນ ເປັນ ພຽງແຕ່ ເງົາ ຂອງ ເຫດການ ໃນ ອະນາຄົດ ແຕ່ ຕົວຈິງ ນັ້ນ ແມ່ນ ອົງ ພຣະຄຣິດ.
\s5
\v 18 ຢ່າ ໃຫ້ ຜູ້ໃດ ໄດ້ ສໍ້ໂກງ ເອົາ ລາງວັນ ຂອງເຈົ້າ ທັງຫລາຍ ດ້ວຍ ໃຊ້ ກິຣິຍາ ທາໍ ທ່າ ເປັນ ຜູ້ ຖ່ອມຕົວ ລົງ ໄຫ້ວ ເທວະດາ ແລະ ໄຝ່ ຝັນ ຢູ່ໃນ ນິມິດ ທີ່ ເຂົາ ເຫັນ ແລະ ອວດອ້າງ ຕົວຂຶ້ນ ເປົ່າ ໆ ດ້ວຍ ຄວາມ ຄິດ ຢ່າງ ທາໍ ມະດາ ມະນຸດ
\v 19 ແລະ ບໍ່ໄດ້ ຢຶດໝັ້ນ ໃນ ພຣະອົງ ຜູ້ ທີ່ ເປັນ ຫົວ ຂອງ ຮ່າງກາຍ, ໂດຍ ການ ຄວບຄຸມ ຂອງ ພຣະອົງ ນັ້ນ ທົ່ວ ທັງ ຮ່າງກາຍ ກໍໄດ້ ຮັບ ການ ບາໍ ລຸງລ້ຽງ ແລະ ຕໍ່ເຂົ້າ ກັນ ດ້ວຍ ຂໍ້ ແລະ ເອັນ ຕ່າງໆ ຈຶ່ງ ຈະເລີນ ຂຶ້ນ ຕາມ ທີ່ ພຣະເຈົ້າ ຕ້ອງການ ໃຫ້ ຈະເລີນ ຂຶ້ນ ນັ້ນ.
\s5
\v 20 ຖ້າພວກເຈົ້າ ໄດ້ ຕາຍ ກັບ ພຣະຄຣິດ ແລະ ໄດ້ ພົ້ນ ຈາກ ສິ່ງ ສັກສິດ ແຫ່ງ ສາກົນ ຈັກກະວານ ແລ້ວ, ເຫດສະນັ້ນ ເປັນຫຍັງ ພວກເຈົ້າ ຈຶ່ງ ດໍາເນີນ ຊີວິດ ເໝືອນ ດັ່ງ ຄົນ ຍັງ ຢູ່ ຝ່າຍ ໂລກ ເປັນຫຍັງ ພວກເຈົ້າ ຈຶ່ງ ຍັງ ປະຕິບັດ ຕາມ ກົດບັນຍັດ ທີ່ ວ່າ,
\v 21 “ຢ່າ ຈັບ” “ຢ່າ ຊີມ” “ຢ່າ ແຕະຕ້ອງ”
\v 22 ສິ່ງ ທີ່ ກ່າວ ມາ ນັ້ນ ຕ້ອງ ເກີດ ວິບັດ ເມື່ອ ໃຊ້ ມັນ ຊຶ່ງ ເປັນ ຫລັກ ທາໍ ແລະ ຄໍາສອນ ຂອງ ມະນຸດ.
\v 23 ຈິງ ຢູ່ ສິ່ງ ເຫລົ່າ ນີ້ ເບິ່ງ ທ່າທີ ເໝືອນ ມີ ປັນຍາ ຄື ການ ເຕັມ ໃຈ ນະມັດ ສະການ, ການ ຖ່ອມຕົວລົງ, ການ ທໍລະມານ ຮ່າງກາຍ ຊຶ່ງ ບໍ່ ມີ ປະໂຫຍດ ອັນໃດ ໃນ ການ ຕໍ່ສູ້ ກັບຄວາມ ປາຖະໜາ ຝ່າຍ ເນື້ອ ກາຍ.
\s5
\c 3
\p
\v 1 ຖ້າ ເຈົ້າ ທັງ ຫລາຍ ຮັບ ການ ຊົງ ບັນ ດານ ໃຫ້ ຄືນ ມາ ດ້ວຍ ກັນ ກັບ ພຣະຄຣິດ ແລ້ວ ກໍ ຈົ່ງ ສະແຫວງ ຫາ ສິ່ງ ຊຶ່ງ ຢູ່ ເບື້ອງ ເທິງ ຄື ບ່ອນ ທີ່ ພຣະຄຣິດ ຊົງ ສະຖິດ ຢູ່ ຊົງ ປະທັບ ເບື້ອງ ຂວາ ຂອງ ພຣະເຈົ້າ.
\v 2 ຈົ່ງ ເອົາ ໃຈໃສ່ ສິ່ງ ທີ່ ຢູ່ ເບື້ອງ ເທິງ ບໍ່ ແມ່ນ ສິ່ງ ທີ່ ຢູ່ ແຜ່ນດິນໂລກນີ້
\v 3 ດ້ວຍວ່າ, ພວກເຈົ້າ ໄດ້ ຕາຍ ແລ້ວ ແລະ ຊີວິດ ຂອງ ພວກເຈົ້າ ກໍ ຖືກ ເຊື່ອງ ຊ້ອນບັງ ໄວ້ ດ້ວຍ ກັນ ກັບ ພຣະຄຣິດ ໃນ ພຣະເຈົ້າ.
\v 4 ຊີວິດ ທີ່ ແທ້ຈິງ ຂອງ ພວກເຈົ້າ ຄື ພຣະຄຣິດ ແລະ ເມື່ອ ໃດ ພຣະອົງ ສະເດັດ ມາ ປາກົດ ເມື່ອ ນັ້ນ ແຫລະ ພວກເຈົ້າ ກໍ ຈະ ໄດ້ ມາ ປາກົດ ກັບ ພຣະອົງ ແລະ ຮ່ວມ ໃນ ສະຫງ່າຣາສີ ຂອງ ພຣະອົງ.
\s5
\v 5 ເຫດສະນັ້ນ ພວກເຈົ້າ ຕ້ອງ ປະຫານ ຕັນຫາ ຝ່າຍ ໂລກນີ້ ທີ່ ດໍາເນີນການ ຢູ່ໃນ ພວກເຈົ້າ ເຊັ່ນ: ການ ຜິດສິນທາໍ ທາງເພດ, ການ ຊົ່ວຮ້າຍ, ຣາຄະ ຕັນຫາ, ຄວາມ ປາຖະໜາ ໃນ ທາງ ຊົ່ວຮ້າຍ ແລະ ຄວາມ ໂລບ ຊຶ່ງ ເປັນການ ຂາບໄຫວ້ ຮູບເຄົາຣົບ.
\v 6 ເພາະສິ່ງເຫລົ່ານີ້ ຄວາມ ໂກດຮ້າຍ ຂອງ ພຣະເຈົ້າ ຈະ ມາ ຖືກ ຄົນທັງຫລາຍ ທີ່ ບໍ່ ເຊື່ອຟັງ ພຣະອົງ. [ກ]
\v 7 ແຕ່ກ່ອນ ພວກເຈົ້າ ເຄີຍ ດໍາເນີນ ຊີວິດ ຕາມ ຕັນຫາ ຢ່າງ ນັ້ນ ເມື່ອ ຊີວິດ ຂອງ ພວກເຈົ້າ ໄດ້ ຖືກ ຄອບງາໍ ໂດຍ ສິ່ງ ເຫລົ່າ ນີ້.
\v 8 ບໍ່ ວ່າ ຈະ ເຮັດ ສິ່ງໃດ ກໍຕາມ ຈົ່ງ ເຮັດ ສິ່ງ ນັ້ນ ດ້ວຍ ຄວາມ ເຕັມໃຈ ເໝືອນ ເຮັດຖວາຍ ກຽດ ແກ່ ອົງພຣະ ຜູ້ ເປັນເຈົ້າ ແລະ ບໍ່ແມ່ນ ເຮັດສໍາລັບ ມະນຸດ ເທົ່າ ນັ້ນ. ແຕ່ ບັດນີ້ ຈົ່ງ ກາໍຈັດ ສິ່ງ ເຫລົ່າ ນັ້ນ ທັງໝົດ ຖິ້ມເສຍ ເຊັ່ນ ວ່າ: ຄວາມ ຄຽດຮ້າຍ, ຄວາມ ຂັດເຄືອງ ໃຈ ແລະ ການຄິດປອງຮ້າຍ, ຄໍາສຽດສີ ແລະ ຄໍາ ຊົ່ວຊ້າ ລາມົກ ຢ່າ ໃຫ້ ອອກ ຈາກ ປາກ ຂອງ ພວກເຈົ້າ ຈັກເທື່ອ.
\s5
\v 9 ຢ່າ ເວົ້າຕົວະ ຕໍ່ກັນແລະກັນ ດ້ວຍວ່າ ພວກເຈົ້າ ໄດ້ ຖອດ ຖິ້ມ ສະພາບ ມະນຸດ ເກົ່າ ກັບ ຄວາມ ປະພຶດ ແບບ ເກົ່າ ນັ້ນ ແລ້ວ.
\v 10 ແລະ ສວມ ສະພາບ ມະນຸດ ຄົນໃໝ່ ແລ້ວ ໄດ້ຖືກ ຊົງ ສ້າງ ຂຶ້ນ ໃຫ້ ເປັນ ຄົນໃໝ່ ຢູ່ສະເໝີ ໄດ້ ເຮັດໃຫ້ ພວກເຈົ້າ ເປັນເໝືອນ ພຣະອົງ ຫລາຍ ຂຶ້ນ ເພື່ອ ໃຫ້ ຮູ້ຈັກພຣະອົງ ຢ່າງ ຄົບຖ້ວນ ບໍລິບູນ.
\v 11 ດັ່ງນັ້ນ ຈຶ່ງ ບໍ່ ມີ ຄວາມ ແຕກຕ່າງ ກັນ ອີກ ຕໍ່ໄປ ລະຫວ່າງ ຄົນຕ່າງຊາດ ກັບ ຄົນຢິວ, ຄົນຮັບພິທີຕັດ ກັບ ຄົນບໍ່ຮັບພິທີຕັດ, ຄົນສີວິໄລ, ຄົນປ່າເຖື່ອນ, ເປັນທາດຮັບໃຊ້ ຫລື ເປັນອິດສະຫລະ ແຕ່ ພຣະຄຣິດ ເປັນເຈົ້າ ຂອງ ສັບພະທຸກສິ່ງ ແລະ ຊົງສະຖິດຢູ່ ໃນ ພວກເຈົ້າ ທຸກຄົນ.
\s5
\v 12 ເຫດສະນັ້ນ ໃນ ຖານະ ທີ່ ເປັນ ພວກ ຊຶ່ງ ພຣະເຈົ້າ ຊົງຮັກ ແລະ ຊົງເລືອກ ໄວ້ ໃຫ້ ເປັນໄພ່ ພົນ ຂອງ ພຣະອົງ ຈົ່ງ ສວມ ໃຈ ເມດຕາ, ໃຈ ປານີ, ໃຈ ຖ່ອມລົງ, ໃຈ ອ່ອນສຸພາບ, ໃຈ ອົດທົນດົນນານ
\v 13 ຈົ່ງ ຜ່ອນໜັກ ຜ່ອນເບົາ ຊຶ່ງ ກັນແລະກັນ ແລະ ຖ້າແມ່ນ ຜູ້ໃດ ມີ ເລື່ອງ ຕໍ່ກັນ ກໍຈົ່ງ ຍົກໂທດ ໃຫ້ ກັນແລະກັນ ອົງພຣະຜູ້ເປັນເຈົ້າ ໄດ້ ຊົງ ໂຜດ ຍົກໂທດ ໃຫ້ ເຈົ້າທັງຫລາຍ ຢ່າງ ໃດ ພວກເຈົ້າ ກໍ ຈົ່ງ ຍົກໂທດ ໃຫ້ ກັນແລະກັນ ຢ່າງ ນັ້ນ ດ້ວຍ.
\v 14 ແລ້ວ ນອກຈາກ ສິ່ງ ທັງ ປວງ ນີ້ ຈົ່ງເອົາ ຄວາມຮັກ ເປັນສາຍ ຜູກມັດ ທຸກສິ່ງ ໄວ້ ໃຫ້ ເຖິງ ຄວາມ ຄົບຖ້ວນ.
\s5
\v 15 ແລະ ຈົ່ງ ໃຫ້ ສັນຕິສຸກ ທີ່ ມາ ຈາກ ພຣະຄຣິດ ຄຸ້ມຄອງ ຈິດໃຈ ຂອງ ເຈົ້າ ທັງ ຫລາຍ ພຣະເຈົ້າ ໄດ້ ຊົງ ເອີ້ນ ເຈົ້າ ທັງ ຫລາຍ ໄວ້ ໃຫ້ ເປັນ ກາຍ ອັນດຽວ ກໍ ເພື່ອ ສັນຕິສຸກ ນັ້ນ ແລະ ພວກເຈົ້າ ຈົ່ງ ມີ ໃຈ ກະຕັນຍູ.
\v 16 ຈົ່ງ ໃຫ້ ພຣະທາໍ ຂອງ ພຣະຄຣິດ ສະຖິດ ຢູ່ ໃນໃຈ ຂອງ ພວກເຈົ້າ ຢ່າງ ບໍຣິບູນ ຈົ່ງ ສັ່ງສອນ ແລະ ເຕືອນ ສະຕິ ກັນແລະກັນ ດ້ວຍ ປັນຍາ ທຸກຢ່າງ ຈົ່ງ ຮ້ອງເພງ ດ້ວຍ ເພງ ຍ້ອງຍໍ ສັນລະເສີນ, ເພງ ນະມັດສະການ ແລະ ເພງ ຍ້ອງຍໍ ສັນລະເສີນ ຝ່າຍພຣະວິນຍານ ຄື ຈົ່ງຮ້ອງເພງ ຖວາຍ ແດ່ ພຣະເຈົ້າ ດ້ວຍ ໃຈ ໂມທະນາ ຂອບພຣະຄຸນ.
\v 17 ແລະ ເມື່ອ ເຈົ້າທັງຫລາຍ ຈະເຮັດສິ່ງໃດ ດ້ວຍ ວາຈາ ຫລື ດ້ວຍ ການ ກະທາໍ ກໍຕາມ, ຈົ່ງ ເຮັດ ທຸກສິ່ງ ໃນ ພຣະນາມ ຂອງ ອົງພຣະເຢຊູເຈົ້າ ແລະ ຂອບພຣະຄຸນ ພຣະບິດາເຈົ້າ ໂດຍ ພຣະອົງ ນັ້ນ.
\s5
\v 18 ຝ່າຍ ເມຍ ທັງຫລາຍ ຈົ່ງຍອມ ອ່ອນນ້ອມ ເຊື່ອຟງັ ຕໍ່ ຜົວຂອງຕົນ ເພາະເປັນສິ່ງ ສົມຄວນ ປະພຶດ ໃນ ອົງພຣະຜູ້ເປັນເຈົ້າ.
\v 19 ຝ່າຍ ຜົວທັງຫລາຍ ຈົ່ງຮັກເມຍ ຂອງຕົນ ແລະ ຢ່າ ເຮັດຮຸນແຮງ ຕໍ່ນາງ.
\v 20 ຝ່າຍ ລູກ ທັງຫລາຍ ແມ່ນ ໜ້າທີ່ ຂອງ ພວກເຈົ້າ ໃນ ຖານະ ທີ່ ເປັນຄຣິສຕຽນ ຕ້ອງ ນົບນ້ອມ ເຊື່ອ ຟັງ ພໍ່ແມ່ ຂອງຕົນ ຢູ່ ສະເໝີ ເພາະ ການ ປະພຶດ ຢ່າງ ນັ້ນ ເປັນ ທີ່ ພໍພຣະໄທ ຂອງ ອົງພຣະ ຜູ້ ເປັນເຈົ້າ.
\v 21 ຝ່າຍ ພໍ່ ແມ່ ທັງຫລາຍ ຢ່າ ກຸກກວນ ລູກ ຂອງຕົນ ໃຫ້ ຂັດເຄືອງໃຈ ເພື່ອວ່າ ພວກເຂົາ ຈະ ບໍ່ ທໍ້ຖອຍໃຈ.
\s5
\v 22 ຝ່າຍ ບັນດາ ຜູ້ຮັບໃຊ້ ຈົ່ງຍອມ ຟັງ ນາຍ ຝ່າຍໂລກ ໃນທຸກສິ່ງ ບໍ່ແມ່ນ ເມື່ອຢູ່ຕໍ່ ໜ້ານາຍ ເທົ່ານັ້ນ ເພາະຢາກໃຫ້ ຖືກໃຈ ເພິ່ນ, ແຕ່ ຈົ່ງເຮັດ ສິ່ງນັ້ນ ດ້ວຍ ນໍ້າໃສ ໃຈຈິງ ເພາະ ຄວາມ ຢໍາເກງ ທີ່ ພວກເຈົ້າ ມີ ຕໍ່ ອົງ ພຣະຜູ້ເປັນເຈົ້າ.
\v 23 ບໍ່ວ່າ ຈະເຮັດ ສິ່ງໃດ ກໍຕາມ ຈົ່ງເຮັດສິ່ງນັ້ນ ດ້ວຍ ຄວາມ ເຕັມໃຈ ເໝືອນ ເຮັດຖວາຍກຽດ ແກ່ ອົງພຣະຜູ້ ເປັນ ເຈົ້າ ແລະ ບໍ່ແມ່ນ ເຮັດສໍາລັບ ມະນຸດ ເທົ່າ ນັ້ນ.
\v 24 ດ້ວຍຮູ້ແລ້ວວ່າ ອົງພຣະ ຜູ້ ເປັນເຈົ້າ ຈະ ຊົງ ໃຫ້ ເຈົ້າທັງຫລາຍ ໄດ້ ຮັບມໍຣະດົກ ເປັນຄ່າ ບາໍເໜັດ ເພາະວ່າ ຜູ້ ທີ່ ເຈົ້າ ທັງ ຫລາຍ ໄດ້ ຮັບໃຊ້ ນັ້ນ ກໍ ແມ່ນ ອົງ ພຣະຄຣິດ.
\v 25 ສ່ວນ ທຸກໆ ຄົນ ທີ່ ເຮັດ ການຊົ່ວນັ້ນ ກໍ ຈະ ໄດ້ ຮັບຜົນກາໍ ຕາມກາໍຊົ່ວ ຂອງຕົນ ເພາະ ພຣະເຈົ້າ ຕັດສິນ ທຸກຄົນ ໂດຍ ບໍ່ ເຫັນແກ່ ໜ້າຜູ້ໃດ.
\s5
\c 4
\p
\v 1 ຝ່າຍນາຍ ທັງຫລາຍ ຈົ່ງປະຕິບັດ ຕໍ່ ຄົນ ຮັບໃຊ້ ຂອງຕົນ ຢ່າງ ຖືກຕ້ອງ ແລະ ທ່ຽງທາໍ, ຈົ່ງຮູ້ ໄວ້ວ່າ ພວກເຈົ້າກໍມີ ນາຍ ອົງໜຶ່ງຢູ່ໃນ ສະຫວັນ ເໝືອນກັນ.
\s5
\v 2 ຈົ່ງ ອຸທິດຕົວ ໃນການພາວັນນາ ອະທິຖານ ຈົ່ງເຝົ້າລະວັງຢູ່ ໂດຍການ ໂມທະນາ ຂອບພຣະຄຸນ ພຣະເຈົ້າ.
\v 3 ໃນ ເວລາ ດຽວກັນນັ້ນ ຈົ່ງພາວັນນາ ອະທິຖານ ເພື່ອພວກເຮົາດ້ວຍ ເພື່ອ ພຣະເຈົ້າຈະຊົງ ໂຜດ ໄຂ ປະຕູ ໄວ້ ສໍາລັບ ພຣະທາໍ ນັ້ນ ໃຫ້ ພວກເຮົາ ປະກາດ ຂໍ້ເລິກລັບ ເລື່ອງ ພຣະຄຣິດ, ການ ທີ່ເຮົາ ຖືກຄຸກ ຢູ່ ກໍເພາະ ເລື່ອງ ນີ້ແຫລະ.
\v 4 ເພື່ອເຮົາ ຈະໄດ້ ກ່າວ ຂໍ້ ເລິກລັບນັ້ນ ໃຫ້ຈະແຈ້ງ ຕາມ ທີ່ ເຮົາ ຄວນ ຈະ ກ່າວ.
\s5
\v 5 ຈົ່ງ ປະຕິບັດ ຕໍ່ ຄົນພາຍນອກ ດ້ວຍໃຊ້ ສະຕິປັນຍາ ໂດຍ ສວຍ ໂອກາດ.
\v 6 ຈົ່ງ ໃຫ້ ວາຈາ ຂອງ ເຈົ້າ ທັງຫລາຍ ປະກອບ ດ້ວຍ ເມດຕາຄຸນ ຢູ່ສະເໝີ ປະສົມດ້ວຍ ເກືອ ເພື່ອ ເຈົ້າທັງຫລາຍ ຈະໄດ້ ຮູ້ວິທີຕອບ ທີ່ ຖືກ ໃຈ ແກ່ ທຸກຄົນ.
\s5
\v 7 ຕີຂີໂກ, ພີ່ນ້ອງທີ່ຮັກ ຂອງ ພວກເຮົາ ຜູ້ ຮ່ວມງານ ທີ່ ສັດຊື່ ແລະ ທັງເປັນ ຜູ້ຮັບໃຊ້ ຮ່ວມກັນ ໃນພາລະກິດຂອງ ອົງພຣະຜູ້ ເປັນເຈົ້າ ຈະບອກຂ່າວ ທັງໝົດ ກ່ຽວກັບ ເຮົາ ໃຫ້ ພວກເຈົ້າ ຮູ້
\v 8 ເພາະ ເຫດນີ້ແຫລະ ເຮົາ ຈຶ່ງໃຊ້ລາວໄປຫາ ພວກເຈົ້າ ເພື່ອເຊີດຊູ ຈິດ ໃຈ ພວກເຈົ້າ ຂຶ້ນໂດຍໃຫ້ ຮູ້ວ່າ ພວກເຮົາ ທຸກຄົນເປັນຢູ່ຢ່າງ​ໃດ
\v 9 ຄົນ​ທີ່ໄປກັບລາວ ຄື ໂອເນຊີໂມ ພີ່ນ້ອງ ຄຣີສຕຽນ ທີ່ຮັກ ແລະ ສັດຊື່ ລາວເປັນຜູ້ໜຶ່ງ ໃນ ກຸ່ມ ຂອງ ພວກເຈົ້າ ເຂົາທັງສອງ ຈະເລົ່າສູ່ ພວກເຈົ້າ ຟັງ ເຖິງ ເຫດການ ທີ່ ໄດ້ ເກີດຂຶ້ນ ໃນ ທີ່ ນີ້.
\s5
\v 10 ອາຣິດຕາໂຂ ຜູ້ ທີ່ຖືກຄຸກ ຢູ່ນາໍເຮົາ ກໍ ຝາກຄວາມ ຄິດເຖິງ ມາ ຍັງ ພວກເຈົ້າ ດ້ວຍ, ມາຣະໂກ ນ້ອງຂອງບາຣະນາບາ ກໍຝາກ ຄວາມ ຄິດເຖິງ ມາຍັງ ພວກເຈົ້າ ເໝືອນກັນ. (ພວກເຈົ້າ ຄົງໄດ້ ຮັບຄໍາແນະນາໍ ແລ້ວວ່າ ໃຫ້ ຕ້ອນຮັບ ມາຣະໂກ ຖ້າລາວມາຫາ ພວກເຈົ້າ.)
\v 11 ແລະ ເຢຊູ ຜູ້ທີ່ຄົນເອີ້ນ ກັນວ່າ ຢູສະໂຕ ກໍ ຝາກຄວາມ ຄິດເຖິງ ມາຍັງພວກເຈົ້າ ເໝືອນກັນ ໃນບັນດາ ເພື່ອນ ຮ່ວມງານ ຂອງເຮົາ ເພື່ອອານາຈັກ ຂອງ ພຣະເຈົ້າ ນັ້ນ ມີ ແຕ່ ຄົນເຫລົ່ານີ້ ເທົ່ານັ້ນ ທີ່ ເປັນຄົນຢິວ ທີ່ ໄດ້ ຮັບເຊື່ອ ແລະ ພວກເຂົາ ໄດ້ ຊ່ວຍຊູໃຈ ເຮົາຢ່າງຫລວງຫລາຍ.
\s5
\v 12 ເອປາຟາ ເປັນ ຄົນໜຶ່ງ ໃນພວກເຈົ້າ ແລະ ເປັນຜູ້ຮັບໃຊ້ ຂອງ ພຣະຄຣິດເຈົ້າ ເຢຊູ ກໍ ຝາກ ຄວາມ ຄິດເຖິງ ມາຍັງພວກເຈົ້າ ເໝືອນກັນ ເພິ່ນພາວັນນາ ອະທິຖານ ຢ່າງ ຮ້ອນຮົນ ສໍາລັບພວກເຈົ້າ ຢູ່ສະເໝີ ໂດຍ ຂໍ ພຣະເຈົ້າ ບັນດານ ໃຫ້ ພວກເຈົ້າ ຕັ້ງໝັ້ນ ຢູ່ ເປັນຜູ້ໃຫຍ່ ຄົບຖ້ວນ ແລະ ເປັນຜູ້ ທີ່ ມີ ຄວາມ ໝັ້ນໃຈ ປະຕິບັດ ຕາມ ນໍ້າພຣະໄທ ຂອງ ພຣະເຈົ້າ.
\v 13 ເຮົາ ເປັນ ພະຍານ ຝ່າຍເພິ່ນວ່າ ເພິ່ນໄດ້ ເຮັດການ ໜັກໜ່ວງ ເພື່ອ ພວກເຈົ້າ ແລະ ເພື່ອຄົນທີ່ ຢູ່ເມືອງ ລາວດີເກອາ, ທັງເພື່ອ ຄົນທີ່ຢູ່ເມືອງ ເຮຍຣາໂປລີ.
\v 14 ລູກາ ທ່ານໝໍ ທີ່ຮັກ ຂອງ ພວກເຮົາ ແລະ ເດມາ ກໍຝາກຄວາມ ຄິດເຖິງມາຍັງ ພວກເຈົ້າ.
\s5
\v 15 ເຮົາຝາກຄວາມ ຄິດເຖິງ ມາ ຍັງ ພວກ ພີ່ນ້ອງ ທີ່ ຢູ່ໃນເມືອງ ລາວດີເກອາ ແລະ ນາງ ນິມຟາ ກັບ ພີ່ນ້ອງ ຄຣິສຕຽນ ທີ່ຢູ່ໃນ ເຮືອນ ຂອງນາງ. [ຂ] ດ້ວຍ.
\v 16 ເມື່ອ ພວກເຈົ້າ ອ່ານ ຈົດໝາຍ ສະບັບນີ້ແລ້ວ ກະຣຸນາ ສົ່ງຕໍ່ ໃຫ້ ບັນດາ ພີ່ນ້ອງທີ່ເຊື່ອ ໃນເມືອງ ລາວດີເກອາ ອ່ານເໝືອນກັນ ຝ່າຍພວກເຈົ້າ ເອງ ກໍຈົ່ງອ່ານ ຈົດໝາຍ ທີ່ ສົ່ງມາຈາກ ພີ່ນ້ອງ ທີ່ເມືອງ ລາວດີເກອາ ເໝືອນກັນ.
\v 17 ແລະໃຫ້ບອກ ອາຂີໂປ ວ່າ, “ສ່ວນ ພາລະກິດຊຶ່ງເຈົ້າ ໄດ້ຮັບມອບໝາຍ ເພື່ອບົວລະບັດຮັບໃຊ້ ອົງພຣະຜູ້ເປັນເຈົ້າ ນັ້ນ ຈົ່ງເຮັດໃຫ້ ບັນລຸຜົນສໍາເລັດ.”
\s5
\v 18 ເຮົາ ຄື ໂປໂລ ໄດ້ ຂຽນ ຂໍ້ຄວາມ ທັງ ໝົດນີ້ ດ້ວຍມື ຂອງເຮົາເອງ, ຢ່າລືມວ່າ ເຮົາ ກາໍລັງຖືກຄຸກຢູ່ ຂໍໃຫ້ພຣະຄຸນ ຈົ່ງສະຖິດຢູ່ ກັບ ພວກເຈົ້າ ເທີ້ນ.