lo_bible/50-EPH.usfm

297 lines
59 KiB
Plaintext

\id EPH
\ide UTF-8
\h ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງຊາວ ເອ​ເຟ​ໂຊ
\toc1 ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງຊາວ ເອ​ເຟ​ໂຊ
\toc2 ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງຊາວ ເອ​ເຟ​ໂຊ
\toc3 eph
\mt ຈົດ​ໝາຍ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງຊາວ ເອ​ເຟ​ໂຊ
\s5
\c 1
\p
\v 1 ໂປໂລ ຜູ້ ເປັນ ອັກຄະສາວົກ ຂອງ ພຣະຄຣິດເຈົ້າເຢຊູ ຕາມ ນໍ້າພຣະໄທ ຂອງ ພຣະເຈົ້າ ເຖິງ ພວກ ໄພ່ພົນ ຂອງ ພຣະເຈົ້າ (ກ) ຜູ້ທີ່ ເຫຼື້ອມໃສ ສັດທາ ໃນ ພຣະຄຣິດເຈົ້າເຢຊູ.
\v 2 ຂໍ ໃຫ້ ພຣະຄຸນ ແລະ ສັນຕິສຸກ ຊຶ່ງ ມາ ຈາກ ພຣະເຈົ້າ ພຣະບິດາເຈົ້າ ຂອງ ເຮົາ ທັງຫລາຍ ແລະ ຈາກ ອົງພຣະເຢຊູຄຣິດເຈົ້າ ຈົ່ງ ສະຖິດ ຢູ່ກັບເຈົ້າທັງຫລາຍ ເທີ້ນ.
\s5
\v 3 ສາທຸການ ແດ່ ພຣະເຈົ້າ ຄື ພຣະບິດາຂອງອົງພຣະເຢຊູຄຣິດເຈົ້າ ຂອງ ເຮົາທັງຫລາຍ ຜູ້ໄດ້ ຊົງໂຜດ ປະທານ ພຣະພອນ ທຸກປະການ ຝ່າຍວິນຍານ ໃຫ້ແກ່ ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ.
\v 4 ໃນພຣະຄຣິດ ນັ້ນ ພຣະອົງ ໄດ້ ຊົງເລືອກ ພວກເຮົາ ໄວ້ຕັ້ງແຕ່ ກ່ອນ ທີ່ ຈະ ຊົງ ວາງ ຮາກ ສ້າງ ໂລກ ເພື່ອ ເຮົາທັງຫລາຍ ຈະ ບໍຣິສຸດ ໂດຍ ບໍ່ ມີ ຂໍ້ ຕິຕຽນ ໄດ້ ຕໍ່ ພຣະພັກ ພຣະອົງ.
\s5
\v 5 ພຣະອົງ ໄດ້ ຊົງຄາດໝາຍພວກເຮົາ ໄວ້ ກ່ອນ ດ້ວຍ ຄວາມຮັກ ໃຫ້ ເປັນ ບຸດຂອງພຣະອົງ ໂດຍພຣະເຢຊູຄຣິດເຈົ້າ ຕາມທີ່ຊອບພຣະໄທພຣະອົງ.
\v 6 ເພື່ອ ຈະໃຫ້ ເປັນ ທີ່ ສັນລະເສີນ ພຣະຄຸນອັນ ຮຸ່ງເຮືອງຂອງພຣະອົງ ຊຶ່ງ ຊົງໂຜດປະທານແກ່ ພວກເຮົາ ໃນພຣະເຢຊູເຈົ້າ ຜູ້ຊົງເປັນ ທີ່ຮັກຂອງ ພຣະເຈົ້າ.
\s5
\v 7 ໃນ ພຣະອົງ ນັ້ນ ພວກເຮົາ ໄດ້ ຮັບ ການ ໄຖ່ ໃຫ້ ພົ້ນດ້ວຍພຣະໂລຫິດ ຂອງ ພຣະອົງ ຄື ໄດ້ ຮັບການອະໄພການຫລົງຜິດ ຂອງເຮົາ ໂດຍພຣະກະຣຸນາອັນອຸດົມຂອງພຣະອົງ ຊຶ່ງ ໄດ້ ຊົງ ປະທານແກ່ ພວກເຮົາ ຢ່າງລົ້ນເຫລືອ.
\v 8 ເປັນ ພຣະຄຸນ ຊຶ່ງ ພວກເຮົາ ໄດ້ ຮັບ ຢ່າງລົ້ນ ເຫລືອ ຫາທີ່ປຽບບໍ່ໄດ້. ໃນພຣະປັນຍາ ແລະ ຄວາມຮູ້ແຈ້ງ ເຫັນຈິງ ທຸກຢ່າງ ຂອງ ພຣະອົງນັ້ນ.
\s5
\v 9 ພຣະເຈົ້າ ໄດ້ ຕັ້ງໃຈ ໄວ້ ກ່ອນ ແລ້ວ ໃນ ການ ເຮັດ ໃຫ້ ພວກເຮົາ ຮູ້ຈັກ ແຜນການ ອັນເລິກລັບ ໃນ ນໍ້າ ພຣະໄທ ຂອງ ພຣະອົງ ເພື່ອ ໃຫ້ ສໍາເລັດ ໂດຍ ທາງ ພຣະອົງ.
\v 10 ປະສົງ ວ່າ ເມື່ອ ເວລາ ກໍານົດ ຄົບ ບໍຣິບູນ ແລ້ວ ພຣະອົງ ຈະ ຊົງ ຮວບຮວມ ສິ່ງສາລະພັດ ທັງມີ ຢູ່ ໃນ ຟ້າສະຫວັນ ແລະ ແຜ່ນດິນ ໂລກ ໄວ້ ໃນ ພຣະຄຣິດ ຜູ້ຊົງ ເປັນພຣະປະມຸກ.
\s5
\v 11 ໃນ ພຣະອົງ ນັ້ນ ພວກເຮົາ ໄດ້ ຕົກ ເປັນ ສ່ວນ ຂອງ ພຣະເຈົ້າ ຕາມ ການ ຊົງ ຕັ້ງ ພຣະໄທ ໄວ້ ກ່ອນ ຂອງ ພຣະອົງ ຜູ້ ຊົງ ກະທໍາ ໃຫ້ ສິ່ງສາລະພັດ ດໍາເນີນ ໄປ ໃຫ້ ສົມກັບ ນໍ້າພຣະໄທ ຂອງ ພຣະອົງ.
\v 12 ພວກເຮົາ ເປັນ ຄົນ ຜູ້ ທໍາອິດ ທີ່ ມີ ຄວາມຫວັງ ໃນ ພຣະຄຣິດ ໄດ້ ຮັບການ ກໍານົດ ແລະ ແຕ່ງຕັ້ງ ໃຫ້ ຖວາຍ ສັນລະເສີນ ຄວາມ ຍິ່ງ ໃຫຍ່ ຂອງ ພຣະອົງ.
\s5
\v 13 ພວກເຈົ້າ ກໍ​ເໝືອນ​ກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມ​ຈິງ ຄື​ຂ່າວ​ປະ​ເສີດ​ເລື່ອງ​ຄວາມ​ພົ້ນ​ຂອງ​ພວກ​ເຈົ້າ​ນັ້ນ ແລະ​ວາງ​ໃຈ​ເຊື່ອ​ໃນ​ພ​ຣະ​ອົງ ດັ່ງ​ນັ້ນ ພ​ຣະ​ອົງ​ຈຶ່ງ​ໄດ້​ປະ​ທັ​ບ​ຕາ​ໝາຍ​ພວກ​ເຈົ້າ​ໄວ້ ໂດຍ​ພ​ຣະ​ວິນ​ຍານ​ບໍ​ຣິ​ສຸດ​ເຈົ້າ ຕາມ​ທີ່​ພ​ຣະ​ອົງ​ໄດ້​ສັນ​ຍ​າ​ໄວ້.
\v 14 ເປັນເຄື່ອງ ມັດຈໍາ ຂອງ ການ ຮັບ ມໍຣະດົກ ຂອງ ພວກເຮົາ ຈົນ ກວ່າ ເຮົາ ຈະ ໄດ້ ຮັບ ເປັນ ກໍາມະສິດ ເປັນ ທີ່ຖວາຍ ສັນລະເສີນ ແດ່ ພຣະກຽດຕິຍົດ ຂອງ ພຣະອົງ.
\s5
\v 15 ເຫດສະນັ້ນ ເມື່ອ ເຮົາ ໄດ້ຍິນ ວ່າ ພວກເຈົ້າ ວາງໃຈເຊື່ອ ໃນອົງ ພຣະເຢຊູເຈົ້າ ແລະຮັກໄພ່ພົນ ຂອງ ພຣະເຈົ້າ ທຸກຄົນ,
\v 16 ເຮົາ ຈຶ່ງ ໂມທະນາຂອບພຣະຄຸນ ພຣະເຈົ້າ ຢູ່ບໍ່ຂາດສໍາລັບ ພວກເຈົ້າ ແລະລະນຶກ ເຖິງ ພວກເຈົ້າ ເມື່ອ ເຮົາພາວັນນາ ອະທິຖານ.
\s5
\v 17 ເຮົາ ພາວັນນາອະທິຖານ ຂໍພຣະເຈົ້າ ຂອງອົງພຣະເຢຊູ ຄຣິດ ເຈົ້າ ຂອງເຮົາທັງຫລາຍ ຄື ພຣະບິດາເຈົ້າ ຜູ້ຊົງພຣະສະຫງ່າຣາສີ ຊົງ ໂຜດ ປະທານ ໃຫ້ ເຈົ້າທັງຫລາຍ ມີ ວິນຍານແຫ່ງສະຕິປັນຍາ ແລະຄວາມຮູ້ແຈ້ງເຫັນຈິງ ເຖິງເລື່ອງພຣະອົງ.
\v 18 ແລະຂໍ ຊົງ ໂຜດໃຫ້ຕາພາຍໃນ ຂອງເຈົ້າທັງຫລາຍສະຫວ່າງຂຶ້ນ ເພື່ອ ພວກເຈົ້າ ຈະໄດ້ ຮູ້ ວ່າ ໃນການທີ່ພຣະອົງ ຊົງເອີ້ນ ພວກເຈົ້າ ນັ້ນ ພຣະອົງ ໄດ້ ຊົງ ປະທານຄວາມຫວັງ ອັນໃດແກ່ ພວກເຈົ້າ ແລະຮູ້ວ່າ ມໍຣະດົກ ຂອງ ພຣະອົງ ສໍາລັບ ພວກ ໄພ່ພົນ ຂອງ ພຣະອົງ ນັ້ນ ມີສະຫງ່າຣາສີ ອັນອຸດົມສົມບູນພຽງໃດ.
\s5
\v 19 ແລະຮູ້ວ່າຣິດອໍານາດອັນໃຫຍ່ ເຫລືອ ປະມານຂອງ ພຣະອົງ ມີ ຫລາຍພຽງໃດສຳລັບ ພວກເຮົາ ຜູ້ ທີ່ເຊື່ອ ຕາມ ອໍານາດ ພຣະກໍາລັງ ແລະ ຣິດທານຸພາບ ອັນ ໃຫຍ່ຫລວງ ຂອງ ພຣະອົງ
\v 20 ຊຶ່ງ ພຣະອົງໄດ້ ຊົງກະທໍາ ໃນພຣະຄຣິດ ເມື່ອ ຊົງບັນດານ ໃຫ້ ພຣະອົງ ຄືນ ພຣະຊົນ ແລະຊົງ ໃຫ້ ປະທັບ ເບື້ອງຂວາພຣະຫັດ ຂອງພຣະເຈົ້າ ໃນສະຫວັນສະຖານ.
\v 21 ສູງກວ່າ ບັນດາ ວິນຍານທີ່ຄອບຄອງ, ຜູ້ມີ ອໍານາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະເໜືອ ກວ່ານາມຊື່ ທັງ ປວງທີ່ ເຂົາ ເອີ່ຍ ຂຶ້ນບໍ່ ແມ່ນໃນສະໄໝນີ້ ເທົ່ານັ້ນ ແຕ່ວ່າໃນສະໄໝທີ່ຈະມາ ເຖິງ ດ້ວຍ.
\s5
\v 22 ແລະໄດ້ ຊົງປາບສິ່ງສາລະພັດ ທັງປວງລົງໃຕ້ ພຣະບາດຂອງພຣະອົງ ແລະໄດ້ ຊົງຕັ້ງ ພຣະອົງ ໄວ້ ໃຫ້ ເປັນພຣະປະມຸກ ເໜືອ ສິ່ງ ສາລະພັດ ແກ່ ຄຣິສຕະຈັກ.
\v 23 ຊຶ່ງ ເປັນ ພຣະກາຍຂອງພຣະອົງ ຊຶ່ງ ເຕັມ ບໍຣິບູນດ້ວຍພຣະອົງ ຜູ້ຊົງເຕັມ ໃນທຸກຫົນທຸກແຫ່ງທົ່ວສັບ ພະທຸກສິ່ງ.
\s5
\c 2
\p
\v 1 ໃນ ອະດີດ ຜ່ານ ມາ ພວກເຈົ້າ ໄດ້ ຕາຍ ແລ້ວ ຝ່າຍ ຈິດ ວິນຍານ ຍ້ອນ ພວກເຈົ້າ ບໍ່ ເຊື່ອຟັງ ແລະ ເຮັດ ບາບ ນາໆ ປະການ.
\v 2 ໃນ ເວລາ ນັ້ນ ພວກເຈົ້າ ໄດ້ ປະຕິບັດ ຕາມ ທາງ ອັນຊົ່ວ ຊ້າ ແຫ່ງ ໂລກນີ້ ຄື ພວກເຈົ້າ ເຊື່ອ ຟັງ ຕາມ ຜູ້ ທີ່ ມີ ຣິດອໍານາດ ປົກ ຄອງ ຢູ່ໃນ ຍ່ານ ອາກາດ ຄື ວິນຍານ ຊຶ່ງ ຄອບງໍາ ຢູ່ ໃນ ທ່າມກາງ ຜູ້ ທີ່ ບໍ່ ເຊື່ອຟັງ ພຣະເຈົ້າ.
\v 3 ແທ້ຈິງ ແລ້ວ, ພວກເຮົາ ທຸກຄົນ ເຄີຍ ດໍາເນີນ ຊີວິດ ເໝືອນ ດັ່ງ ຄົນ ເຫລົ່ານັ້ນ ຄື ໄດ້ ດໍາເນີນ ຊີວິດ ຕາມ ກິເລດ ຕັນຫາ ທີ່ ເຮົາ ຕ້ອງການ ຄື ປະຕິບັດ ຕາມ ສິ່ງ ທີ່ ຮ່າງກາຍ ແລະ ຈິດໃຈ ຂອງ ຕົນເອງ ປາຖະໜາ ຕາມ ສັນດານ ພວກເຮົາ ສົມຄວນ ຖືກ ພຣະເຈົ້າລົງໂທດ ເໝືອນ ດັ່ງຄົນອື່ນ.
\s5
\v 4 ແຕ່ ດ້ວຍ ພຣະກະຣຸນາ ປານີ ຂອງ ພຣະເຈົ້າ ທີ່ອຸດົມສົມບູນ ຫລາຍ ແລະ ດ້ວຍ ຄວາມຮັກ ຂອງ ພຣະອົງ ທີ່ມີຕໍ່ພວກເຮົາ ກໍ ໃຫຍ່ ຫລວງ,
\v 5 ເຖິງ ແມ່ນ ວ່າ ເມື່ອ ພວກເຮົາ ໄດ້ ຕາຍ ແລ້ວຝ່າຍ ຈິດ ວິນຍານ ຍ້ອນ ພວກເຮົາ ບໍ່ເຊື່ອຟັງ ພຣະອົງ ກໍ ຍັງ ໄດ້ ບັນດານ ໃຫ້ພວກເຮົາເປັນຄືນມາ ສູ່ຊີວິດ ກັບ ພຣະຄຣິດ ການ ທີ່ ພວກເຮົາ ໄດ້ ຮັບ ຄວາມ ລອດພົ້ນ ນັ້ນ ແມ່ນ ໂດຍ ພຣະຄຸນ ຂອງ ພຣະເຈົ້າ.
\v 6 ແລະ ໄດ້ ຊົງບັນດານ ໃຫ້ ເຮົາເປັນຄືນມາ ດ້ວຍ ກັນ ກັບ ພຣະອົງ ແລະ ຊົງ ໂຜດ ໃຫ້ ເຮົາ ນັ່ງ ໃນ ສະຫວັນ ສະຖານ ດ້ວຍ ກັນ ກັບ ພຣະເຢຊູ ຄຣິດເຈົ້າ,
\v 7 ເພື່ອ ໃນ ຄາວ ຕໍ່ ໄປ ພຣະອົງ ຈະ ໄດ້ ຊົງ ສໍາແດງ ພຣະຄຸນ ອັນອຸດົມ ເຫລືອ ລົ້ນ ຂອງ ພຣະອົງ ຊຶ່ງ ພຣະອົງ ໄດ້ ຊົງ ເມດຕາ ເຮົາ ທັງ ຫລາຍ ໃນ ພຣະຄຣິດ ເຈົ້າເຢຊູ.
\s5
\v 8 ດ້ວຍວ່າ, ຊຶ່ງ ເຈົ້າ ທັງ ຫລາຍ ໄດ້ ຖືກ ຊົງ ໂຜດ ໃຫ້ ພົ້ນ ນັ້ນ ກໍ ຍ້ອນ ພຣະຄຸນ ດ້ວຍ ທາງ ຄວາມເຊື່ອ, ສິ່ງ ເຫລົ່າ ນີ້ ບໍ່ ແມ່ນ ພວກເຈົ້າ ເຮັດ ເອງ ແຕ່ ພຣະເຈົ້າ ຊົງ ປະທານ ໃຫ້
\v 9 ຄວາມ ພົ້ນ ນັ້ນ ບໍ່ ແມ່ນ ໄດ້ ມາ ຍ້ອນ ການ ປະຕິບັດ ຂອງ ພວກເຈົ້າ ເອງ ເພື່ອ ວ່າ ບໍ່ ໃຫ້ ຜູ້ໃດ ຜູ້ໜຶ່ງ ອວດ ໄດ້
\v 10 ເພາະວ່າ ເຮົາ ທັງ ຫລາຍ ເປັນ ສີພຣະຫັດ ຂອງ ພຣະອົງ ທີ່ ຊົງ ສ້າງ ຂຶ້ນ ໃນ ພຣະຄຣິດເຈົ້າເຢຊູ ເພື່ອ ໃຫ້ ປະກອບ ການ ດີ ຊຶ່ງ ພຣະເຈົ້າ ໄດ້ ຊົງ ຈັດຕຽມ ລ່ວງໜ້າ ໄວ້ ກ່ອນ ແລ້ວ ເພື່ອ ໃຫ້ ເຮົາ ທັງ ຫລາຍ ໄດ້ ປະຕິບັດ ຕາມ.
\s5
\v 11 ເຫດສະນັ້ນ ພວກເຈົ້າ ຜູ້ ທີ່ ບໍ່ ເປັນ ຄົນຢິວແຕ່ເກີດ ຄື ຜູ້ ທີ່ ຖືກ ເອີ້ນ ວ່າ, “ຝ່າຍບໍ່ຮັບພິທີຕັດ” ໂດຍ ຄົນຢິວ ຜູ້ ທີ່ ເອີ້ນ ຕົນ ເອງ ວ່າ, “ຝ່າຍຮັບພິທີຕັດ” ຈົ່ງ ຈົດ ຈໍາ ໄວ້ ວ່າ ໃນ ອະດີດ ນັ້ນ ພວກເຈົ້າ ໄດ້ ເປັນ ຄົນ ຢ່າງ ໃດ.
\v 12 ເມື່ອ ກ່ອນ ນັ້ນ ພວກເຈົ້າ ຢູ່ ນອກ ພຣະຄຣິດ ພວກເຈົ້າ ເປັນ ຄົນຕ່າງດ້າວ ແລະ ບໍ່ໄດ້ ເປັນ ໄພ່ ພົນ ທີ່ ພຣະເຈົ້າ ໄດ້ ເລືອກ ໄວ້ ພວກເຈົ້າ ບໍ່ ໄດ້ ມີສ່ວນ ໃນ ບັນດາ ພັນທະສັນຍາ ທີ່ ຊົງສັນຍາ ໄວ້ ແກ່ ໄພ່ ພົນ ຂອງ ພຣະອົງ ພວກເຈົ້າ ອາໄສ ຢູ່ໃນ ໂລກນີ້ ໂດຍ ບໍ່ ມີ ຄວາມຫວັງ ແລະ ໂດຍ ບໍ່ ມີ ພຣະເຈົ້າ.
\s5
\v 13 ແຕ່ ບັດນີ້, ພວກເຈົ້າ ຢູ່ໃນ ພຣະຄຣິດເຈົ້າ ເຢຊູ ຊຶ່ງ ເມື່ອ ກ່ອນ ນັ້ນ ພວກເຈົ້າ ເຄີຍ ຢູ່ ຫ່າງໄກ, ແຕ່ ໄດ້ ຫຍັບ ເຂົ້າ ມາ ໃກ້ ໂດຍ ພຣະ ໂລຫິດ ຂອງ ພຣະຄຣິດ
\v 14 ເພາະວ່າ ພຣະອົງ ຊົງ ເປັນ ອົງ ສັນຕິສຸກ ຂອງ ເຮົາ ທັງ ຫລາຍ ຄື ເປັນ ຜູ້ ຊົງ ກະທໍາ ໃຫ້ ທັງ ສອງ ຝ່າຍ ເຂົ້າ ເປັນ ພວກ ດຽວກັນ ພຣະອົງ ໄດ້ ຊົງ ຮື້ ກໍາແພງ ທີ່ ຂັ້ນ ລະຫວ່າງ ການ ເປັນ ສັດຕູ ກັນ ນັ້ນ ຖິ້ມ ເສຍ ດ້ວຍ ພຣະກາຍ ຂອງ ພຣະອົງ.
\v 15 ພຣະອົງ ໄດ້ ຊົງ ຍົກ ເລີກ ກົດບັນຍັດ ທີ່ ໃຫ້ ຖືສິນ ຕ່າງໆ ເພື່ອ ຈະ ກະທໍາ ໃຫ້ ທັງສອງ ຝ່າຍ ເປັນ ຄົນ ໃໝ່ ຄົນ ດຽວ ໃນ ພຣະອົງ ຢ່າງ ນັ້ນ ແຫລະ ຈຶ່ງ ຊົງ ບັນດານ ໃຫ້ ເກີດ ສັນຕິສຸກ,
\v 16 ແລະ ເພື່ອ ຈະ ຊົງ ກະທໍາ ໃຫ້ ທັງສອງ ພວກ ຄືນ ດີ ກັນ ກັບ ພຣະເຈົ້າ ເປັນ ກາຍ ອັນດຽວກັນ ໂດຍ ໄມ້ກາງແຂນ ຊຶ່ງ ເປັນ ສິ່ງ ທີ່ ເຮັດ ໃຫ້ ການ ເປັນ ສັດ ຕູ ກັນ ນັ້ນ ສູນສິ້ນໄປ.
\s5
\v 17 ດັ່ງນັ້ນ ພຣະອົງ ຈຶ່ງ ໄດ້ ສະເດັດ ມາ ແລະ ໄດ້ ປະກາດ ຂ່າວປະເສີດ ເລື່ອງ ສັນຕິສຸກ ແກ່ ທຸກຄົນ ຄື: ແກ່ ພວກເຈົ້າ ຄົນ ຕ່າງຊາດ ຜູ້ ທີ່ ຢູ່ຫ່າງໄກ ຈາກ ພຣະເຈົ້າ ແລະ ປະກາດ ສັນຕິສຸກ ແກ່ ຄົນ ຜູ້ ທີ່ ຢູ່ ໃກ້ ພຣະອົງ.
\v 18 ໂດຍ ທາງ ພຣະອົງ ນີ້ ແຫລະ ທີ່ ພວກເຮົາ ທັງສອງ ພວກ ສາມາດ ເຂົ້າ ມາ ເຝົ້າ ພຣະບິດາເຈົ້າ ໂດຍ ພຣະວິນຍານ ອົງດຽວກັນ.
\s5
\v 19 ດັ່ງ ນັ້ນ ແຫລະ, ເຈົ້າທັງຫລາຍ ຈຶ່ງ ບໍ່ເປັນ ຄົນຕ່າງດ້າວ ທ້າວ ຕ່າງ ແດນ ອີກ ຕໍ່ ໄປ ແຕ່ ເປັນ ພົນລະເມືອງ ອັນດຽວກັນ ກັບ ພວກ ໄພ່ພົນ ຂອງ ພຣະເຈົ້າ ແລະ ເປັນ ຄົນ ໃນ ຄອບຄົວ ຂອງ ພຣະເຈົ້າ.
\v 20 ພວກເຈົ້າ ໄດ້ ຖືກ ສ້າງ ຂຶ້ນ ເທິງຮາກຖານ ຊຶ່ງ ພວກ ອັກຄະສາວົກ ແລະ ພວກຜູ້ປະກາດພຣະທໍາ ໄດ້ ວາງ ລົງແລ້ວ ພຣະເຢຊູ ຄຣິດເຈົ້າ ເອງ ຊົງ ເປັນ ຫິນເສົາເອກ.
\v 21 ໃນ ພຣະອົງ ນັ້ນ, ທຸກ ສ່ວນ ຂອງ ໂຄງຮ່າງ ກໍ ຕິດ ຕໍ່ເຊື່ອມ ສະໜິດ ກັນ ໂດຍ ດີ ແລະ ຈະເລີນ ຂຶ້ນ ເປັນ ວິຫານ ອັນສັກສິດ ໃນ ອົງ ພຣະຜູ້ເປັນເຈົ້າ.
\v 22 ໃນ ພຣະອົງ ນັ້ນ ພວກເຈົ້າ ກໍາລັງ ຖືກ ກໍ່ຂຶ້ນ ໃຫ້ ເປັນ ທີ່ ສະຖິດ ຂອງ ພຣະເຈົ້າ ໂດຍ ພຣະວິນຍານ ເໝືອນກັນ.
\s5
\c 3
\p
\v 1 ເພາະເຫດນີ້ ຂ້າພະເຈົ້າ ຄື ໂປໂລ ຜູ້ຖືກຈໍາຈອງຢູ່ ຍ້ອນເຫັນ ແກ່ ພຣະຄຣິດເຈົ້າ ເຢຊູ ເພື່ອ ພວກເຈົ້າ ທີ່ ເປັນຄົນຕ່າງຊາດ.
\v 2 ແນ່ນອນ ພວກເຈົ້າ ຄົງ ໄດ້ຍິນ ແລ້ວວ່າ ໂດຍພຣະຄຸນຂອງພຣະເຈົ້າ ນັ້ນ ພຣະອົງ ໄດ້ມອບໝາຍພາລະກິດ ນີ້ ໃຫ້ ຂ້າພະເຈົ້າ ຮັບໃຊ້ ເພື່ອ ເປັນ ຜົນດີ ແກ່ ພວກເຈົ້າ.
\s5
\v 3 ພຣະອົງ ໄດ້ ເປີດ ເຜີຍ ແຜນການ ອັນ ເລິກ ລັບ ຂອງພຣະອົງ ໃຫ້ ຂ້າພະເຈົ້າ ໄດ້ ຮູ້ ແຜນການນັ້ນ. (ຕາມ ທີ່ຂ້າພະເຈົ້າ ໄດ້ ຂຽນ ໄວ້ ແລ້ວ ຢ່າງ ຫຍໍ້ໆ ກ່ຽວກັບ ເລື່ອງນີ້
\v 4 ແລະ ເມື່ອ ພວກເຈົ້າ ຈະອ່ານເບິ່ງ ຖ້ອຍຄໍາ ຊຶ່ງ ຂ້າພະເຈົ້າ ໄດ້ ຂຽນນັ້ນ ກໍ ຈະຮູ້ ເຖິງ ຄວາມ ເຂົ້າໃຈ ຂອງ ຂ້າພະເຈົ້າ ໄດ້ ໃນ ເລື່ອງ ຄວາມ ເລິກລັບ ຂອງ ພຣະຄຣິດ.)
\v 5 ຊຶ່ງໃນສະໄໝກ່ອນ ພຣະອົງ ບໍ່ໄດ້ ໃຫ້ ມະນຸດສະໂລກຮູ້ ຄວາມເລິກລັບ ນີ້ ແຕ່ ບັດນີ້ ພຣະອົງ ໄດ້ ເປີດເຜີຍ ເລື່ອງນັ້ນ ໃຫ້ ແກ່ ບັນດາ ອັກຄະສາວົກ ທີ່ ບໍຣິສຸດຂອງພຣະອົງ ແລະພວກຜູ້ ປະກາດພຣະທໍາ ໂດຍ ທາງ ພຣະວິນຍານ.
\s5
\v 6 ວ່າ ຄົນຕ່າງຊາດນັ້ນ ໄດ້ ເປັນ ຜູ້ຮັບມໍຣະດົກ ຮ່ວມກັນ ເປັນ ອະໄວຍະວະຂອງກາຍ ອັນດຽວກັນ ທັງ ມີ ສ່ວນ ໄດ້ ຮັບ ພຣະສັນຍາ ໃນ ພຣະຄຣິດເຈົ້າ ເຢຊູ ໂດຍທາງຂ່າວປະເສີດ.
\v 7 ຂ້າພະເຈົ້າ ໄດ້ ຮັບການແຕ່ງຕັ້ງ ໃຫ້ ເປັນ ຜູ້ຮັບໃຊ້ ຂ່າວປະເສີດ ໂດຍພຣະຄຸນ ຊຶ່ງ ເປັນຂອງປະທານຢ່າງ ພິເສດ ຈາກ ພຣະເຈົ້າ ຊຶ່ງ ໂຜດປະທານແກ່ ຂ້າພະເຈົ້າ ໂດຍ ແມ່ນ ຣິດອໍານາດ ຂອງ ພຣະອົງ ຊົງ ກະທໍາ ການ.
\s5
\v 8 ໃນບັນດາໄພ່ ພົນ ຂອງພຣະເຈົ້າ ທັງໝົດ ນັ້ນ ຂ້າພະເຈົ້າ ເປັນ ຜູ້ຕໍ່າຕ້ອຍທີ່ສຸດກວ່າຜູ້ ທີ່ເລັກນ້ອຍທີ່ສຸດ, ເຖິງປານນັ້ນ ພຣະອົງ ກໍ ຍັງໂຜດປະທານພຣະຄຸນນີ້ ແກ່ ຂ້າພະເຈົ້າ ຄື ໃຫ້ ຂ້າພະເຈົ້າ ປະກາດ ຂ່າວປະເສີດ ແກ່ ຄົນຕ່າງຊາດ ເຖິງຄວາມບໍຣິບູນ ອັນຫາທີ່ປຽບບໍ່ໄດ້ ້ ຂອງ ພຣະຄຣິດ,
\v 9 ແລະເຮັດ ໃຫ ຄົນ ທັງປວງ ເຫັນ ແຈ້ງ ເຖິງ ແຜນການ ອັນລັບເລິກ ຂອງ ພຣະເຈົ້າ ຜູ້ ຊົງ ສ້າງ ສັບພະທຸກສິ່ງ ຊ່ຶ່ງ ໄດ້ ເຊື່ອງຊ້ອນຄວາມລັບເລິກ ຂອງ ພຣະອົງ ໄວ້ ຕະຫລອດທຸກຍຸກທຸກສະໄໝທີ່ຜ່ານມາ,
\s5
\v 10 ເພື່ອວ່າໃນປະຈຸບັນ ນີ້ ຜູ້ ຄອບຄອງ ແລະຜູ້ມີອໍານາດ ໃນສະຫວັນ ສະຖານ ຈະໄດ້ ຮູ້ ເຖິງ ພຣະສະຕິປັນຍາ ອັນສັບຊ້ອນ ຂອງ ພຣະເຈົ້າ ໂດຍ ທາງ ຄຣິສຕະຈັກ.
\v 11 ພຣະເຈົ້າ ໄດ້ ກະທໍາ ການນີ້ ຕາມພຣະປະສົງອັນຖາວອນຂອງພຣະອົງ ຊຶ່ງ ພຣະອົງ ຊົງກະທໍາ ໃຫ້ ສໍາເລັດ ໂດຍທາງພຣະຄຣິດເຈົ້າ ເຢຊູ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\v 12 ໃນພຣະອົງ ແລະໂດຍທາງຄວາມເຊື່ອ ທີ່ ພວກເຮົາ ມີ ໃນພຣະອົງ ນັ້ນ ພວກເຮົາ ຈຶ່ງ ມີ ໃຈກ້າ ທີ່ຈະ ເຂົ້າ ເຝົ້າ ພຣະອົງ ດ້ວຍ ຄວາມ ໝັ້ນໃຈ ຢ່າງ ເຕັມ ລົ້ນ.
\v 13 ເຫດສະນັ້ນ, ຂ້າພະເຈົ້າ ຈຶ່ງ ຂໍ ຮ້ອງພວກເຈົ້າ ວ່າ ຢ່າທໍ້ຖອຍໃຈຍ້ອນຂ້າພະເຈົ້າ ຖືກທົນ ທຸກລໍາບາກ ເພາະ ເຫັນ ແກ່ ພວກເຈົ້າ, ທັງໝົດ ນັ້ນ ກໍ ເພື່ອ ເປັນກຽດຕິຍົດ ແກ່ ພວກເຈົ້າເອງ.
\s5
\v 14 ເພາະເຫດ ນີ້ ຂ້າພະເຈົ້າ ຈຶ່ງ ຄຸເຂົ່າ ລົງ ຕໍ່ ໜ້າ ພຣະບິດາເຈົ້າ,
\v 15 ອົງທີ່ບັນດານໃຫ້ ທຸກໆຄອບຄົວ ໃນ ສະຫວັນ ແລະ ທີ່ ເທິງ ແຜ່ນດິນ ໂລກ ດໍາລົງ ຢູ່.
\v 16 ຂ້າພະເຈົ້າ ພາວັນນາອະທິຖານ ຂໍພຣະອົງ ຊົງໂຜດ ປະທານ ກໍາລັງ ອັນ ເຂັ້ມແຂງຝ່າຍຈິດໃຈແກ່ ພວກເຈົ້າ ໂດຍເດດ ພຣະວິນຍານ ຕາມ ຄວາມ ອຸດົມສົມບູນ ແຫ່ງ ພຣະ ສະຫງ່າຣາສີ ຂອງ ພຣະອົງ,
\s5
\v 17 ເພື່ອ ພຣະຄຣິດ ຈະ ຊົງ ສະຖິດ ຢູ່ ໃນ ຈິດໃຈ ຂອງ ພວກເຈົ້າ ໂດຍ ທາງ ຄວາມເຊື່ອ ເພື່ອ ວ່າເມື່ອ ໄດ້ ວາງຮາກລົງ ຢ່າງໝັ້ນຄົງ ໃນ ຄວາມຮັກ ແລ້ວ,
\v 18 ພວກເຈົ້າ ກໍ ຈະມີ ຄວາມສາມາດ ເຂົ້າໃຈ ພ້ອມ ກັບ ໄພ່ ພົນ ທັງປວງ ຂອງ ພຣະອົງ ເຖິງ ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະຄວາມເລິກ,
\v 19 ທັງຈະຮູ້ຈັກ ຄວາມຮັກ ຂອງພຣະຄຣິດ ຊຶ່ງ ເກີນ ຄວາມຮູ້ ເພື່ອເຈົ້າທັງຫລາຍຈະໄດ້ ຮັບຄວາມເຕັມບໍຣິບູນ ຂອງພຣະເຈົ້າ ທຸກປະການ.
\s5
\v 20 ຂໍ ໃຫ້ ພຣະກຽດ ຈົ່ງ ເປັນ ຂອງ ພຣະອົງ ຜູ້ ຊົງ ຣິດສາມາດ ກະທໍາການ ນອກເໜືອ ສາລະພັດ ທຸກສິ່ງ ເກີນກວ່າ ທີ່ ພວກເຮົາ ຈະຂໍ ຫລື ຄິດໄດ້ ຕາມຣິດອໍານາດ ທີ່ ກະທໍາການ ຢູ່ພາຍໃນຕົວຂອງ ພວກເຮົາ.
\v 21 ຈົ່ງ ຖວາຍ ພຣະກຽດຕິຍົດ ແກ່ ພຣະເຈົ້າ ໃນ ຄຣິສ ຕະຈັກ ແລະ ໃນພຣະຄຣິດເຈົ້າ ເຢຊູ ທຸກຍຸກ ທຸກສະໄໝ ຕະຫລອດໄປ ເປັນນິດ ເທີ້ນ ອາແມນ.
\s5
\c 4
\p
\v 1 ເຫດສະນັ້ນ ຂ້າພະເຈົ້າ ຜູ້ ຖືກຄຸກຢູ່ເພາະຮັບໃຊ້ ອົງພຣະຜູ້ເປັນເຈົ້າ ຈຶ່ງ ຂໍຮ້ອງ ພວກເຈົ້າ ວ່າ, ຈົ່ງ ດໍາເນີນ ຊີວິດ ໃຫ້ ສົມ ກັບ ທີ່ ພວກເຈົ້າ ໄດ້ ຖືກ ຊົງເອີ້ນ ເອົາ ແລ້ວ ນັ້ນ
\v 2 ຄື: ຈົ່ງ ມີ ໃຈຖ່ອມລົງ ທຸກຢ່າງ ແລະໃຈອ່ອນສຸພາບ ດ້ວຍຄວາມພຽນອົດທົນ ແລະ ຜ່ອນໜັກ ຜ່ອນເບົາ ຊຶ່ງ ກັນແລະກັນ ດ້ວຍຄວາມຮັກ.
\v 3 ຈົ່ງ ພຽນພະຍາຍາມເອົາ ສັນຕິສຸກຜູກມັດ ເພື່ອຮັກສາ ຄວາມ ເປັນນໍ້າໜຶ່ງ ໃຈດຽວກັນ ຊຶ່ງ ພຣະວິນຍານ ຊົງ ປະທານ ໃຫ້ ນັ້ນ.
\s5
\v 4 ມີ ຮ່າງກາຍ ດຽວ ແລະ ມີ ພຣະວິນຍານອົງດຽວ ມີ ຄວາມຫວັງ ໃຈອັນດຽວ ໃນ ການທີ່ພຣະເຈົ້າ ໄດ້ ຊົງ ເອີ້ນ ເອົາ ພວກເຈົ້າ ແລ້ວ ນັ້ນ
\v 5 ມີອົງພຣະຜູ້ເປັນເຈົ້າ ອົງດຽວ ມີ ຄວາມເຊື່ອດຽວ ແລະ ມີ ບັບຕິສະມາ ດຽວ,
\v 6 ມີ ພຣະເຈົ້າ ອົງດຽວ ຄື ພຣະບິດາເຈົ້າ ຂອງຄົນທັງປວງ ຜູ້ ຊົງສະຖິດ ຢູ່ເທິງ ຄົນທັງປວງ, ທົ່ວຄົນທັງປວງ ແລະ ໃນຄົນທັງປວງ.
\s5
\v 7 ແຕ່ ວ່າ ພຣະຄຸນ ນັ້ນ ຊົງ ໂຜດ ປະທານ ແກ່ ເຮົາ ທຸກໆ ຄົນ ຕາມ ຂອງ ພຣະຣາຊທານ ທີ່ ພຣະຄຣິດ ໄດ້ ຊົງກໍານົດ ໄວ້.
\v 8 ດັ່ງ ທີ່ ມີ ຄໍາ ຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ເມື່ອ ພຣະອົງ ໄດ້ ສະເດັດ ຂຶ້ນ ໄປ ຍັງ ທີ່ ສູງສຸດ ໄດ້ ຊົງ ນໍາ ພວກ ຊະເລີຍ ໄປ ດ້ວຍ ແລະ ຊົງ ໂຜດ ຂອງ ປະທານ ຕ່າງໆ ໃຫ້ ແກ່ ມວນ ມະນຸດ ສະໂລກ.”
\s5
\v 9 ທີ່ກ່າວ ວ່າ, “ພຣະອົງ ໄດ້ ສະເດັດ ຂຶ້ນ ເມືອ” ນັ້ນ ຈະ ໝາຍ ຄວາມ ຢ່າງ ອື່ນ ບໍ່ ໄດ້ ນອກຈາກ ວ່າ ພຣະອົງ ໄດ້ ສະເດັດ ລົງ ໄປ ສູ່ ເບື້ອງ ຕໍ່າ ຂອງ ແຜ່ນດິນໂລກ ແລ້ວດ້ວຍ.
\v 10 ພຣະອົງ ຜູ້ ສະເດັດ ລົງ ໄປ ນັ້ນ ກໍ ຄື ພຣະອົງ ຜູ້ ທີ່ ໄດ້ ສະເດັດ ຂຶ້ນ ເມືອ ສູ່ ທີ່ສູງ ເໜືອ ຟ້າສະຫວັນ ທັງປວງ ເພື່ອ ຈະ ໄດ້ ສະຖິດ ຢູ່ເຕັມທົ່ວ ຈັກກະວານ.
\s5
\v 11 ຂອງ ພຣະຣາຊທານ ຂອງ ພຣະອົງ ກໍ ຄື ໃຫ້ ບາງຄົນ ເປັນ ອັກ ຄະສາວົກ, ບາງຄົນ ເປັນຜູ້ປະກາດພຣະທໍາ, ບາງຄົນ ເປັນ ຜູ້ປະກາດ ຂ່າວປະເສີດ, ບາງຄົນ ເປັນ ສິດຍາພິບານ ແລະ ອາຈານ.
\v 12 ເພື່ອ ຈັດຕຽມ ໄພ່ ພົນທັງຫລາຍ ຂອງ ພຣະອົງ ໃຫ້ ເປັນຜູ້ຮັບໃຊ້ ທີ່ ເໝາະສົມ ເພື່ອ ເສີມສ້າງ ພຣະກາຍ ຂອງ ພຣະຄຣິດ ໃຫ້ ຈະເລີນ ຂຶ້ນ.
\v 13 ຈົນກວ່າ ເຮົາ ທຸກຄົນ ຈະ ບັນລຸ ເຖິງ ຄວາມ ເປັນ ນໍ້າໜຶ່ງ ໃຈດຽວກັນ ໃນ ຄວາມເຊື່ອ ແລະ ໃນ ຄວາມຮູ້ ເຖິງ ເລື່ອງ ພຣະບຸດ ຂອງ ພຣະເຈົ້າ ຈົນກວ່າ ເຮົາ ຈະ ເປັນ ຄົນ ໃຫຍ່ ເຕັມ ສ່ວນ ຄື ເຕັມ ເຖິງ ຂະໜາດ ຄວາມ ສົມບູນ ຂອງ ພຣະຄຣິດ,
\s5
\v 14 ເພື່ອ ພວກເຮົາ ຈະ ບໍ່ເປັນ ເດັກນ້ອຍ ອີກຕໍ່ໄປ ຖືກພັດ ໄປ ພັດມາ ແລະ ຫັນເຫ ໄປມາ ດ້ວຍ ລົມປາກ ແຫ່ງ ຄໍາສັ່ງສອນ ທຸກຢ່າງ ຂອງ ຄົນທີ່ຫລອກລວງ ຜູ້ທີ່ນໍາຄົນ ອື່ນ ໃຫ້ ຫລົງ ຜິດໄປ ດ້ວຍ ກົນ ອຸບາຍ ອັນສະຫລາດ ຂອງ ພວກເຂົາ.
\v 15 ແຕ່ ໃຫ້ ພວກເຮົາ ຢຶດ ເອົາຄວາມຈິງ ດ້ວຍ ໃຈ ຮັກ ເພື່ອ ພວກເຮົາ ຈະ ໄດ້ ຈະເລີນຂຶ້ນ ທຸກ ດ້ານ ໃນ ພຣະຄຣິດ ຜູ້ຊົງເປັນ ພຣະປະມຸກ.
\v 16 ເນື່ອງ ຈາກ ພຣະອົງນັ້ນ ຮ່າງກາຍ ທັງສິ້ນ ທີ່ ຕິດຕໍ່ ສະໜິດ ແລະ ຜູກພັນກັນ ໂດຍ ທຸກໆ ຂໍ້ຕໍ່ທີ່ຊົງປະທານ ຮ່າງກາຍ ຈຶ່ງ ໄດ້ ຈະເລີນ ໃຫຍ່ ຂຶ້ນ ດ້ວຍ ຄວາມຮັກ ເມື່ອ ອະໄວຍະວະ ທຸກ ສ່ວນ ເຮັດ ໜ້າ ທີ່ ຕາມ ຄວາມ ເໝາະສົມແລ້ວ.
\s5
\v 17 ເຫດ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ຢື​ນ​ຢັນ ແລະ​ເປັນ​ພະ​ຍານ​ໃນ​ພ​ຣະ​ນາມ​ຂອ​ງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ, ຕັ້ງ​ແຕ່ນີ້​ຕໍ່​ໄປ ເຈົ້າ​ທັງ​ຫລາຍ​ຢ່າ​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ຄົນ​ຕ່າງ​ຊາດ ທີ່​ເຂົາ​ດຳ​ເນີນ​ກັນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປະ​ໂຫຍ​ດບໍ່ໄດ້
\v 18 ໂດຍ ທີ່ຄວາມຄິດ ຂອງ ພວກເຂົາ ມືດ ມົນ ໄປ ແລະ ພວກເຂົາ ຢູ່ ຫ່າງ ຈາກ ຊີວິດ ຊຶ່ງ ມາ ຈາກ ພຣະເຈົ້າ ເພາະ ເຫດ ຄວາມ ຮູ້ເທົ່າ ບໍ່ ເຖິງການ ທີ່ ມີ ຢູ່ ໃນ ຕົວພວກເຂົາ ອັນ ເນື່ອງ ຈາກ ໃຈ ແຂງ ກະດ້າງ ຂອງ ພວກເຂົາ.
\v 19 ພວກເຂົາ ບໍ່ ມີ ຄວາມ ຮູ້ສຶກ ຢ້ານກົວ ຕໍ່ ບາບ ຈຶ່ງ ໄດ້ ປ່ອຍ ຕົວ ໄປ ໃນ ທາງ ໂລພາ ຕັນຫາ ເພື່ອ ເຮັດການ ຊົ່ວຮ້າຍ ທຸກຢ່າງ ໂດຍ ສຸດຄວາມປາຖະໜາ.
\s5
\v 20 ແຕ່ວ່າເຈົ້າທັງຫລາຍ ບໍ່ ໄດ້ ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ,
\v 21 ຖ້າແມ່ນວ່າພວກເຈົ້າ ໄດ້ຍິນ ເລື່ອງພຣະອົງ ແລະໄດ້ ຮັບຄໍາສັ່ງ ສອນເລື່ອງພຣະອົງ ຕາມຄວາມຈິງ ຊຶ່ງ ມີ ຢູ່ໃນພຣະເຢຊູເຈົ້າ ແລ້ວ.
\v 22 ພວກເຈົ້າ ຈົ່ງຖອດຖິ້ມ ສະພາບມະນຸດເກົ່າ ຂອງຕົນ ຊຶ່ງ ຄູ່ກັບ ວິຖີຊີວິດ ເດີມ ນັ້ນເສຍ ທີ່ກໍາລັງ ເສື່ອມເສຍໄປສູ່ຄວາມຕາຍ ຕາມຕັນຫາອັນເປັນ ທີ່ຫລອກລວງນັ້ນ.
\s5
\v 23 ແລະຈົ່ງ ໃຫ້ ວິນຍານຈິດ ຂອງເຈົ້າ ຖືກ ຊົງຕັ້ງ ຂຶ້ນໃໝ່.
\v 24 ແລະໃຫ້ ເຈົ້າທັງຫລາຍສວມສະພາບມະນຸດໃໝ່ ຊຶ່ງ ຊົງສ້າງຂຶ້ນ ໃໝ່ ຕາມ ແບບ ພຣະລັກສະນະ ຂອງ ພຣະເຈົ້າ ໃນ ຄວາມ ຊອບທໍາ ແລະຄວາມບໍຣິສຸດທີ່ ແທ້ຈິງ.
\s5
\v 25 ດັ່ງນັ້ນ, ເຈົ້າທັງຫລາຍ ຈົ່ງ ເຊົາ ເວົ້າ ຕົວະ ທຸກຄົນ ຈົ່ງ ເວົ້າ ແຕ່ ຄວາມຈິງ ຕໍ່ ກັນ ເພາະ ພວກເຮົາ ທຸກຄົນ ເປັນ ອະໄວຍະວະ ຂອງ ກັນແລະກັນ ຢູ່ ໃນ ພຣະກາຍ ອັນ ດຽວກັນ.
\v 26 ຈະ ຮ້າຍ ກໍ ຮ້າຍ ໄດ້ ແຕ່ ຢ່າ ໃຫ້ ຄວາມ ຮ້າຍ ເປັນ ເຫດ ໃຫ້ ເກີດ ການ ຜິດບາບ ຢ່າ ຮ້າຍ ຢູ່ ຈົນ ຕາເວັນ ຕົກ.
\v 27 ຢ່າ ປ່ອຍ ໂອກາດ ໃຫ້ ມານ
\s5
\v 28 ຝ່າຍ ຄົນ ທີ່ ເຄີຍ ລັກ ກໍ ຈົ່ງ ເຊົາ ລັກ ຕໍ່ ໄປ, ແຕ່ ໃຫ້ ລົງ ມື ເຮັດວຽກ ເພື່ອ ລ້ຽງຊີບ ໃນ ທາງ ສັດຊື່ ເພື່ອ ຈະ ໄດ້ ມີສ່ວນ ຊ່ວຍເຫລືອ ຄົນ ຍາກຈົນ.
\v 29 ຢ່າ ໃຫ້ ຄຳ ຫຍາບ ຊ້າ ອອກ ຈາກ ປາກ ຂອງ ເຈົ້າ ຈັກ ເທື່ອ, ແຕ່ ໃຫ້ ໃຊ້ ຄຳເວົ້າ ອັນ ດີ ທີ່ ຈະ ຊ່ວຍ ໃຫ້ ຈະເລີນ ຂຶ້ນ ແລະ ໃຫ້ ເໝາະສົມ ກັບຄວາມ ຕ້ອງການ ເພື່ອ ຖ້ອຍຄໍາ ທີ່ ພວກເຈົ້າ ກ່າວ ນັ້ນ ຈະ ເປັນ ຄຸນ ປະໂຫຍດ ແກ່ ຜູ້ ທີ່ ໄດ້ຍິນ ໄດ້ ຟັງ.
\v 30 ແລະ ຢ່າ ເຮັດ ໃຫ້ ພຣະວິນຍານ ບໍຣິສຸດ ຂອງ ພຣະເຈົ້າ ເສຍ ພຣະໄທ ເພາະ ໂດຍ ພຣະວິນຍານ ນັ້ນ ເຈົ້າ ທັງຫລາຍ ໄດ້ ຊົງ ຖືກ ປະທັບຕາ ໝາຍ ໄວ້ ເພື່ອ ວັນ ທີ່ ຈະ ຊົງ ໄຖ່ ໃຫ້ ພົ້ນ.
\s5
\v 31 ສ່ວນ ໃຈ ຂົມຂື່ນ, ໃຈໂມໂຫ ໂທໂສ, ໃຈຄຽດຮ້າຍ ນັ້ນ ຢ່າ ສູ່ ໃຫ້ ຢູ່ ໃກ້ ພວກເຈົ້າ ການອຶກກະທຶກ ຜິດຖຽງກັນ ແລະ ການ ກ່າວ ສຽດສີ ກັນ ກໍ ຢ່າ ໃຫ້ ມີ ຈົ່ງ ຫລີກ ເວັ້ນ ຈາກ ການ ປອງຮ້າຍ ທຸກ ຮູບແບບ.
\v 32 ແຕ່ ຈົ່ງ ມີ ໃຈ ເມດຕາ ແລະ ເອັນດູ ຕໍ່ກັນ ຈົງຍົກໂທດ ໃຫ້ ກັນແລະກັນ ເໝືອນ ດັ່ງ​ທີ່ ພຣະເຈົ້າ ໄດ້ ຍົກໂທດ ໃຫ້ ພວກເຈົ້າ ໃນ ພຣະຄຣິດ ນັ້ນ.
\s5
\c 5
\p
\v 1 ເພາະສະນັ້ນ ເຈົ້າທັງຫລາຍ ຈົ່ງ ເປັນຜູ້ດໍາເນີນ ຊີວິດ ຕາມແບບຢ່າງພຣະເຈົ້າ ເໝືອນເປັນ ບຸດທີ່ ຊົງ ຮັກ.
\v 2 ແລະ ຈົ່ງ ດໍາເນີນ ຊີວິດ ນັ້ນ ໃນຄວາມຮັກ ເໝືອນດັ່ງ ພຣະຄຣິດ ໄດ້ ຊົງ ຮັກ ເຈົ້າ ທັງຫລາຍ ແລະ ສະຫລະພຣະອົງເອງ ເພື່ອ ພວກເຮົາ ໃຫ້ ເປັນ ເຄື່ອງບູຊາ ແລະເຄື່ອງຖວາຍ ທີ່ມີ ກິ່ນຫອມຫວານແກ່ ພຣະເຈົ້າ.
\s5
\v 3 ເນື່ອງຈາກພວກເຈົ້າ ເປັນ ໄພ່ ພົນ ຂອງພຣະເຈົ້າ ໃນ ທ່າມກາງພວກເຈົ້າ ຈຶ່ງ ບໍ່ ສົມຄວນທີ່ຈະເອີ່ຍເຖີງ, ເລື່ອງ ການຜິດສິນທໍາທາງເພດທຸກຮູບແບບ, ການຊົ່ວຮ້າຍ ທຸກຢ່າງ ແລະ ຄວາມ ໂລພາ ຕັນຫາ.
\v 4 ທັງ ຢ່າກ່າວຄໍາ ຫຍາບຊ້າ, ຢ່າເວົ້າຢ່າງບໍ່ ມີ ແກ່ນສານ ຫລື ເວົ້າ ຕະຫລົກ ຫລິ້ນ ຊຶ່ງ ເປັນການບໍ່ສົມຄວນ, ແຕ່ ໃຫ້ ມີການ ຂອບພຣະຄຸນ ດີກວ່າ.
\s5
\v 5 ພວກເຈົ້າ ຄົງ ຮູ້ຈ້ກ ດີ ແລ້ວວ່າ ຜູ້ ທີ່ຫຼິ້ນຊູ້, ຜູ້ ທີ່ເວົ້າຫຍາບຊ້າ, ຜູ້ ທີ່ໃຈໂລບ (ເໝືອນ ຂາບໄຫວ້ ຮູບເຄົາຣົບ) ຈະບໍ່ໄດ້ ມີສ່ວນໃນອານາຈັກ ຂອງພຣະຄຣິດ ແລະຂອງພຣະເຈົ້າ ຈັກເທື່ອ.
\v 6 ຢ່າ ໃຫ້ ຜູ້ໃດ ຫລອກລວງ ພວກເຈົ້າ ດ້ວຍຄໍາເວົ້າ ອັນໄຮ້ ປະໂຫຍດ ເພາະຄວາມຜິດ ໃນສິ່ງ ເຫລົ່າ ນີ້ ແຫລະ ທີ່ ພຣະເຈົ້າ ຊົງ ຄຽດຮ້າຍ ຄົນ ທີ່ບໍ່ ເຊື່ອ ຟັງ ພຣະອົງ.
\v 7 ດັ່ງນັ້ນພວກເຈົ້າ ຢ່າຄົບຫາສະມາຄົມ ກັບ ຄົນເຫລົ່າ ນີ້ ຈັກເທື່ອ.
\s5
\v 8 ເມື່ອ ກ່ອນພວກເຈົ້າ ເຄີຍ ຢູ່ໃນຄວາມມືດ ແຕ່ ເນື່ອງ ຈາກ ວ່າ ພວກເຈົ້າ ໄດ້ ກາຍເປັນ ໄພ່ ພົນ ຂອງ ອົງພຣະຜູ້ເປັນເຈົ້າ ພວກເຈົ້າ ຈຶ່ງ ຢູ່ໃນຄວາມສະຫວ່າງ. ດັ່ງນັ້ນ ພວກເຈົ້າ ຈົ່ງ ດຳເນີນ ຊີວິດ ເໝືອນດັ່ງ ຄົນ ທີ່ ຢູ່ ຝ່າຍຄວາມສະຫວ່າງແລ້ວ.
\v 9 ດ້ວຍວ່າ, ຜົນ ຂອງຄວາມສະຫວ່າງ ນັ້ນ (ຂ) ຄື ຄຸນຄວາມດີ ຄວາມ ຊອບທໍາ ແລະ ຄວາມຈິງ ທຸກປະການ
\v 10 ເຈົ້າທັງຫລາຍຈົ່ງພະຍາຍາມ ຮຽນຮູ້ຈ້ກ ວ່າ, ເຮັດອັນໃດຈຶ່ງຈະເປັນທີ່ພໍພຣະໄທ ອົງພຣະຜູ້ເປັນເຈົ້າ.
\v 11 ຢ່າເຂົ້າໄປມີ ສ່ວນໃດ ໆ ກັບການ ກະທໍາຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍ ສິ່ງເຫລົ່ານັ້ນ ອອກມາສູ່ຄວາມສະຫວ່າງ ກໍດີກວ່າ.
\v 12 ເພາະວ່າ ແມ່ນແຕ່ ຈະເວົ້າ ເຖິງ ການ ເຫລົ່າ ນັ້ນ ທີ່ ພວກເຂົາ ເຮັດ ໃນທີ່ລັບລີ້ ກໍ ຍັງ ເປັນ ການໜ້າອາຍ.
\s5
\v 13 ແຕ່ ເ ມື່ອ ສິ່ງສາລະພັດ ຖືກເປີດເຜີຍ ອອກ ໂດຍຄວາມສະຫວ່າງ ສິ່ງ ນັ້ນ ກໍ ປາກົດ ແຈ້ງ ເພາະວ່າ ທຸກສິ່ງ ທີ່ ປາກົດ ແຈ້ງ ກໍ ຄື ຄວາມສະຫວ່ າງ.
\v 14 ດ້ວຍເຫດນີ້ ຈຶ່ງ ມີ ຄໍາກ່າວວ່າ, “ຄົນ ທີ່ ນອນ ຫລັບ ເອີຍ, ຈົ່ງ ຕື່ນ ຂຶ້ນ ເຖີດ, ຈົ່ງ ຟື້ນ ຂຶ້ນ ມາ ຈາກ ຄວາມ ຕາຍ ແລະ ພຣະຄຣິດ ຈະ ສ່ອງ ສະຫວ່າງ ໃສ່ ເຈົ້າ.”
\s5
\v 15 ດັ່ງ ນັ້ນ ຈົ່ງ ລະວັງ ໃນ ການ ດໍາເນີນ ຊີວິດ ໃຫ້ ດີ ຢ່າ ໃຫ້ ເປັນ ດັ່ງ ຄົນ ໄຮ້ ປັນຍາ, ແຕ່ ໃຫ້ ເປັນ ດັ່ງຄົນ ມີ ປັນຍາ.
\v 16 ຈົ່ງ ສວຍໂອກາດ ເພາະ ທຸກ ວັນນີ້ ເປັນ ຄາວ ຊົ່ວ ຮ້າຍ.
\v 17 ສະນັ້ນ ຢ່າ ສູ່ ເປັນ ຄົນ ໂງ່ຈ້າ ແຕ່ ຈົ່ງ ຊອກ ຮູ້ ວ່າ ສິ່ງ ໃດ ທີ່ ອົງພຣະຜູ້ເປັນເຈົ້າ ຢາກ ໃຫ້ ພວກເຈົ້າ ເຮັດ.
\s5
\v 18 ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ ເສຍຄົນ ແຕ່ ຈົ່ງ ເຕັມ ລົ້ນ ດ້ວຍ ພຣະວິນຍານ ກໍດີກວ່າ.
\v 19 ຈົ່ງ ສົນທະນາກັນ ດ້ວຍບົດເພງສັນລະເສີນ ບົດເພງ ນະມັດສະການ, ບົດເພງທີ່ໄດ້ ຮັບການດົນໃຈຈາກພຣະວິນຍານ ຄື ຈົ່ງຮ້ອງເພງນະມັດສະການ ແລະເພງຍ້ອງຍໍ ສັນລະເສີນ ຖວາຍແກ່ ອົງພຣະຜູ້ເປັນເຈົ້າ ຈາກຈິດໃຈຂອງພວກເຈົ້າ.
\v 20 ຈົ່ງໂມທະນາຂອບພຣະຄຸນ ພຣະບິດາເຈົ້າ ສະເໝີ ສໍາລັບ ທຸກ ໆ ສິ່ງ ໃນນາມຂອງອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາ.
\v 21 ເນື່ອງ ດ້ວຍ ພວກເຈົ້າ ມີ ຄວາມ ຢໍາເກງ ພຣະຄຣິດ ຈົ່ງ ຍອມ ຟັງ ຊຶ່ງ ກັນແລະກັນ.
\s5
\v 22 ຝ່າຍ ເມຍ ຈົ່ງ ຍອມ ອ່ອນນ້ອມ ຕໍ່ ຜົວ ຂອງຕົນ ເໝືອນ ດັ່ງ ທີ່ ຍອມ ອ່ອນ ນ້ອມ ຕໍ່ ອົງພຣະຜູ້ເປັນເຈົ້າ.
\v 23 ເພາະວ່າ ຜົວ ເປັນຫົວຂອງເມຍ ເໝືອນ ພຣະຄຣິດ ຊົງ ເປັນປະມຸກ ຂອງ ຄຣິສ ຕະຈັກ ຊຶ່ງ ເປັນ ພຣະກາຍ ຂອງ ພຣະອົງ ແລະ ພຣະອົງ ຊົງ ເປັນ ຜູ້ ໂຜດ ໃຫ້ ຄຣິສຕະຈັກ ນັ້ນ ພົ້ນ.
\v 24 ດັ່ງ ນັ້ນ ແຫລະ, ເມຍ ຄວນ ຍອມ ອ່ອນນ້ອມ ຕໍ່ ຜົວ ຂອງຕົນ ໃນ ທຸກສິ່ງ ເໝືອນ ດັ່ງ ທີ່ ຄຣິສ ຕະຈັກ ຍອມ ອ່ອນນ້ອມ ຕໍ່ ພຣະຄຣິດ.
\s5
\v 25 ຝ່າຍຜົວ ຈົ່ງ ຮັກເມຍຂອງຕົນ ເໝືອນດັ່ງ ທີ່ ພຣະຄຣິດ ຊົງ ຮັກ ຄຣິສຕະຈັກ ແລະ ຊົງ ສະຫລະ ຊີວິດ ຂອງ ພຣະອົງ ເພື່ອ ຄຣິສຕະຈັກ.
\v 26 ເພື່ອ ຊົງ ຕັ້ງ ຄຣິສຕະຈັກ ນັ້ນ ໄວ້ ສໍາລັບ ພຣະເຈົ້າ ໂດຍການ ຊົງຊໍາລະດ້ວຍນໍ້າ ກັບ ດ້ວຍຖ້ອຍຄໍາ,
\v 27 ເພື່ອ ພຣະອົງ ນັ້ນ ຈະ ໄດ້ ຮັບຄຣິສຕະຈັກ ສໍາລັບ ພຣະອົງ ເອງ ຄື ຄຣິສຕະຈັກ ທີ່ມີ ສະຫງ່າຣາສີ ບໍ່ມີ ຈຸດດ່າງພອຍ ຫລື ຮອຍຫ່ຽວແຫ້ງ ແລະສິ່ງອື່ນ ໆ ໃນທໍານອງນັ້ນ ເພື່ອ ຄຣິສຕະຈັກ ຈະບໍຣິສຸດບໍ່ມີ ຕໍາໜິ
\s5
\v 28 ດັ່ງນັ້ນ ແຫລະ, ຜົວ ຄວນຮັກເມຍຂອງຕົນ ເໝືອນດັ່ງຮັກ ຮ່າງກາຍຂອງ ຕົນເອງ ຊາຍໃດທີ່ຮັກເມຍຂອງຕົນ ຊາຍນັ້ນ ກໍ ຮັກ ຕົນເອງ.
\v 29 ບໍ່ ມີ ຜູ້ໃດທີ່ກຽດຊັງຮ່າງກາຍຂອງຕົນເອງ ຈັກເທື່ອ ມີ ແຕ່ ບໍາລຸງລ້ຽງແລະຖະນຸຖະໜອມໄວ້ ດັ່ງທີ່ ພຣະຄຣິດ ຊົງກະທໍາ ແກ່ ຄຣິສຕະຈັກ.
\v 30 ດ້ວຍວ່າ, ພວກເຮົາ ເປັນ ອະໄວຍະວະ ໃນ ພຣະກາຍ ຂອງ ພຣະອົງ.
\s5
\v 31 “ດ້ວຍເຫດນັ້ນ ຜູ້ຊາຍຈຶ່ງ ລະຈາກພໍ່ແມ່ ຂອງຕົນ ໄປ ຜູກພັນ ຢູ່ກັບເມຍ ແລະເຂົາທັງສອງຈະເປັນກາຍອັນດຽວກັນ. ”
\v 32 ຂໍ້ ເລິກລັບ ອັນ ໃຫຍ່ ນີ້ ຂ້າພະເຈົ້າ ເຂົ້າໃຈ ວ່າ ໝາຍເຖິງ ພຣະຄຣິດ ກັບ ຄຣິສຕະຈັກ.
\v 33 ເຖິງ ຢ່າງ ໃດກໍ ດີ ຜົວ ທຸກຄົນ ຈົ່ງຮັກເມຍຂອງຕົນ ເໝືອນດັ່ງຮັກຕົນເອງ ແລະ ເມຍ ທຸກຄົນ ຈົ່ງ ເຄົາຣົບຢໍາເກງ ຜົວຂອງຕົນ.
\s5
\c 6
\p
\v 1 ຝ່າຍ ບຸດທັງຫລາຍ ຈົ່ງ ນົບນ້ອມ ເຊື່ອ ຟັງ ບິດາ ມານດາ ຂອງຕົນ ເພາະເຫັນແກ່ ອົງ ພຣະຜູ້ເປັນເຈົ້າ ເພາະເຮັດແນວ ນັ້ນ ເປັນ ການ ຖືກຕ້ອງ.
\v 2 “ຈົ່ງ ນັບຖື ບິດາ ມານດາ ຂອງຕົນ” ນີ້ ເປັນ ຄໍາສັ່ງ ຂໍ້ ຕົ້ນ ທີ່ ມີ ພຣະສັນຍາ ໄວ້ ດ້ວຍ,
\v 3 ເພື່ອ ເຈົ້າ ຈະຢູ່ເຢັນ ເປັນ ສຸກ ແລະ ມີ ອາຍຸ ໝັ້ນ ຍືນ ໃນ ດິນແດນ ນີ້.
\s5
\v 4 ຝ່າຍ ພໍ່ແມ່ ຢ່າ ເຮັດ ໃຫ້ ລູກ ຂອງຕົນ ຂັດເຄືອງໃຈ ແຕ່ ຈົ່ງ ອົບຮົມສັ່ງສອນ ພວກເຂົາ ຕາມລະບຽບ ແລະ ຫລັກຄໍາສັ່ງສອນ ທຸກຢ່າງ ຂອງ ອົງພຣະຜູ້ເປັນເຈົ້າ.
\s5
\v 5 ຜູ້ ທີ່ເປັນຄົນຮັບໃຊ້ ຈົ່ງຍອມ ເຊື່ອ ຟັງນາຍ ຝ່າຍ ໂລກນີ້ ດ້ວຍ ຄວາມເຄົາຣົບ ຢໍາເກງ ແລະ ດ້ວຍ ຄວາມຈິງໃຈ ເໝືອນ ເຊື່ອ ຟັງ ພຣະຄຣິດ.
\v 6 ຢ່າ ສູ່ ເຮັດ ພຽງແຕ່ ເມື່ອ ຢູ່ຕໍ່ໜ້ານາຍ ເພາະ ຢາກ ໃຫ້ ຖືກໃຈ ເພິ່ນ ແຕ່ ຈົ່ງ ເຮັດ ດ້ວຍ ຄວາມ ເຕັມໃຈ ເໝືອນດັ່ງ ເປັນ ຜູ້ຮັບໃຊ້ ຂອງ ພຣະຄຣິດ.
\v 7 ຈົ່ງ ເຮັດ ໜ້າທີ່ຂອງຕົນ ດ້ວຍ ໃຈ ຊື່ນບານ ໃຫ້ ເໝືອນ ກັບ ວ່າ ພວກເຈົ້າ ໄດ ຮັບໃຊ້ ອົງພຣະຜູ້ເປັນ ເຈົ້າ ແລະ ບໍ່ ແມ່ນ ພຽງແຕ່ ຮັບໃຊ້ ມະນຸດ ເທົ່ານັ້ນ.
\v 8 ຈົ່ງຈົດຈໍາ ໄວ້ ວ່າ ອົງພຣະຜູ້ເປັນເຈົ້າ ຈະໃຫ້ ບໍາເໜັດ ແກ່ ທຸກຄົນ ສໍາລັບ ຄວາມດີ ທີ່ເຂົາເຮັດ ບໍ່ ວ່າ ຈະ ເປັນຄົນຮັບໃຊ້ ຫລື ບໍ່ເປັນກໍຕາມ.
\s5
\v 9 ຝ່າຍ ນາຍ ກໍ ຈົ່ງ ປະພຶດ ຕໍ່ຄົນຮັບໃຊ້ ຂອງຕົນ ໃນທໍານອງ ດຽວກັນ ແລະ ຈົ່ງ ເຊົາ ຂູ່ເຂັນ ພວກເຂົາ ຈົ່ງ ຈົດຈໍາ ໄວ້ ວ່າ ພວກເຈົ້າ ແລະ ຄົນຮັບໃຊ້ ຂອງ ພວກເຈົ້າ ກໍ ມີ ເຈົ້ານາຍ ຜູ້ດຽວກັນ ໃນ ສະຫວັນ ແລະ ພຣະອົງ ບໍ່ ຊົງເລືອກ ໜ້າຜູ້ໃດ.
\s5
\v 10 ສຸດທ້າຍນີ້ ຂໍ ພວກເຈົ້າ ຈົ່ງ ມີ ກໍາລັງ ເພີ່ມ ຂຶ້ນ ໃນ ອົງພຣະຜູ້ເປັນເຈົ້າ ແລະ ໃນຣິດເດດ ອັນແກ່ກ້າຂອງ ພຣະອົງ.
\v 11 ຈົ່ງ ສວມ ຍຸດທະພັນ ຄົບຊຸດ ຊຶ່ງ ພຣະເຈົ້າ ໂຜດປະທານ ໃຫ້ ພວກເຈົ້າ ເພື່ອ ວ່າ ພວກເຈົ້າ ຈະ ສາມາດ ຢືນ ຕໍ່ສູ້ ກັບກົນອຸບາຍ ຂອງ ມານຮ້າຍ ໄດ້
\s5
\v 12 ດ້ວຍວ່າ, ພວກເຮົາ ບໍ່ ໄດ້ ຕໍ່ສູ້ ກັບເລືອດ ແລະ ເນື້ອໜັງ ແຕ່ ຕໍ່ສູ້ ກັບ ເຫລົ່າ ວິນຍານ ທີ່ມີອໍານາດ ຊົ່ວຮ້າຍ ໃນ ອາກາດ ສະຖານ ຄື ຜູ້ຄອບຄອງ, ບັນດາ ຜູ້ ມີອໍານາດ ແລະ ບັນດາ ເຫລົ່າ ວິນຍານ ຜີຊົ່ວ ຮ້າຍ ທັງຫລາຍ ທີ່ ຄອບຄອງ ຢູ່ ໃນ ຍຸກ ມືດນີ້.
\v 13 ເຫດສະນັ້ນ ຈົ່ງ ຮັບ ເອົາ ຍຸດທະພັນ ຄົບຊຸດ ຊຶ່ງ ມາ ຈາກ ພຣະເຈົ້າ ເພື່ອ ເຈົ້າທັງ ຫລາຍ ຈະສາມາດ ຕໍ່ຕ້ານ ໃນ ວັນຊົ່ວຮ້າຍ ນັ້ນ ແລະ ເມື່ອ ເຮັດ ແລ້ວ ຈະ ຢູ່ ຢ່າງ ໝັ້ນຄົງໄດ້.
\s5
\v 14 ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງ ຢຶດໝັ້ນ ເອົາຄວາມຈິງ ຄາດແອວ ໄວ້ ເອົາຄວາມຊອບທໍາ ເປັນເຄື່ອງ ປ້ອງກັນເອິກໄວ້
\v 15 ແລະ ເອົາຄວາມຕຽມພ້ອມ ຝ່າຍ ຂ່າວປະເສີດ ເລື່ອງ ສັນຕິສຸກ ມາ ສຸບໃສ່ ຕີນ.
\v 16 ແລະ ພ້ອມ ກັບ ສິ່ງທັງໝົດນີ້ ຈົ່ງ ຍົກເອົາ ຄວາມເຊື່ອ ເປັນ ເຂນ ດ້ວຍ ເຂນ ນັ້ນ ເຈົ້າທັງຫລາຍ ຈະ ສາມາດ ດັບ ລູກສອນ ໄຟ ທັງໝົດ ຂອງ ມານຊົ່ວຮ້າຍ ນັ້ນ ໃຫ້ມອດ ເສຍ.
\s5
\v 17 ຈົ່ງ ເອົາ ຄວາມ ພົ້ນ ເປັນ ເຄື່ອງ ຄຽນ ປ້ອງ ຫົວ ໄວ້ ແລະ ຈົ່ງຖື ພຣະແສງ ຂອງ ພຣະວິນຍານ ຄື ພຣະທໍາ ຂອງ ພຣະເຈົ້າ.
\v 18 ຈົ່ງ ພາວັນນາ ອະທິຖານ ແລະ ໄຫວ້ວອນ ທຸກຢ່າງ ຈົ່ງພາວັນນາ ອະທິຖານ ໂດຍ ພຣະວິນຍານ ທຸກເວລາ ແລະ ຈົ່ງເຝົ້າ ລະວັງ ໃນ ການ ນັ້ນ ດ້ວຍ ຄວາມພຽນ ທຸກຢ່າງ ຈົ່ງພາວັນນາ ອະທິຖານ ເພື່ອໄພ່ພົນ ທັງປວງ ຂອງ ພຣະເຈົ້າ.
\s5
\v 19 ແລະ ພາວັນນາ ອະທິຖານ ເພື່ອຂ້າພະເຈົ້າ ດ້ວຍ ເພື່ອ ຈະ ຊົງ ໂຜດໃຫ້ ຂ້າພະເຈົ້າ ເກີດ ມີ ໃຈ ກ້າຫານ ອອກປາກ ສະແດງ ຂໍ້ ລັບ ເລິກ ເລື່ອງ ຂ່າວປະເສີດ,
\v 20 ຍ້ອນ ຂ່າວປະເສີດ ນີ້ ແຫລະ ຂ້າພະເຈົ້າ ຈຶ່ງ ເປັນຣາຊທູດ ຜູ້ຕິດໂສ້ຢູ່ ເພື່ອຂ້າພະເຈົ້າ ຈະ ປະກາດ ຂ່າວປະເສີດ ນັ້ນ ດ້ວຍໃຈ ກ້າຫານ ຕາມ ທີ່ ຂ້າພະເຈົ້າ ຄວນ ຈະກ່າວ.
\s5
\v 21 ຕີຂີໂກ ພີ່ນ້ອງ ທີ່ ຮັກ ແລະ ຜູ້ຮັບໃຊ້ ທີ່ ສັດຊື່ ໃນພາລະກິດ ຂອງ ອົງພຣະຜູ້ເປັນເຈົ້າ ຈະເລົ່າເລື່ອງ ທັງໝົດ ກ່ຽວກັບ ຂ້າພະເຈົ້າ ສູ່ພວກເຈົ້າ ຟັງ ເພື່ອ ພວກເຈົ້າ ຈະ ໄດ້ ຮູ້ວ່າ ຂ້າພະເຈົ້າເປັນ ຢູ່ ຢ່າງ ໃດ.
\v 22 ເຫດສະນັ້ນ ຂ້າພະເຈົ້າ ຈຶ່ງໃຊ້ ລາວ ມາ ຫາ ພວກເຈົ້າ ເພື່ອ ແຈ້ງໃຫ້ ພວກເຈົ້າ ຮູ້ ວ່າ ພວກເຮົາ ທຸກຄົນ ເປັນ ຢູ່ ຢ່າງ ໃດ ແລະ ເພື່ອ ໃຫ້ ລາວ ໜູນໃຈ ພວກເຈົ້າ.
\s5
\v 23 ຂໍ ໃຫ້ ພີ່ນ້ອງ ຄຣິສຕຽນ ທຸກຄົນ ໄດ້ ຮັບສັນຕິສຸກ ແລະ ຄວາມຮັກ ພ້ອມທັງຄວາມເຊື່ອ ຈາກ ພຣະເຈົ້າພຣະບິດາເຈົ້າ ກັບ ອົງ ພຣະເຢຊູຄຣິດເຈົ້າ ດ້ວຍເທີ້ນ.
\v 24 ຂໍ ໃຫ້ພຣະຄຸນຈົ່ງ​ສະຖິດຢູ່ນໍາ ບັນດາ ຄົນທັງປວງ ທີ່ຮັກ ອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາຢ່າງ ບໍ່ຮູ້ເສື່ອມສູນ.