lo_bible/48-2CO.usfm

511 lines
115 KiB
Plaintext

\id 2CO
\ide UTF-8
\h ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຊາວ​ໂກ​ຣິນ​ໂທ
\toc1 ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຊາວ​ໂກ​ຣິນ​ໂທ
\toc2 ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຊາວ​ໂກ​ຣິນ​ໂທ
\toc3 2co
\mt ຈົດ​ໝາຍ​ສະ​ບັບ​ທີ​ສອງ​ຂອງ​ໂປ​ໂລ​ທີ່​ມີ​ໄປ​ເຖິງ ຊາວ​ໂກ​ຣິນ​ໂທ
\s5
\c 1
\p
\v 1 ຈາກ ໂປໂລ ຜູ້ ທີ່ ພຣະເຈົ້າ ໄດ້ ຊົງ ເອີ້ນ ເອົາ ຕາມ ນໍ້າ ພຣະໄທ ໃຫ້ ເປັນ ອັກຄະສາວົກ ຂອງ ພຣະຄຣິດເຈົ້າ ເຢຊູ ແລະ ຈາກ ຕີໂມທຽວ ພີ່ນ້ອງ ຂອງ ພວກເຮົາ. ເຖິງ ຄຣິສຕະຈັກ ຂອງພຣະເຈົ້າ ໃນເມືອງໂກຣິນໂທ ແລະ ເຖິງ ໄພ່ ພົນ ທັງປວງ ຂອງ ພຣະເຈົ້າ ໃນ ທົ່ວ ແຂວງ ອະຂາຢາ
\v 2 ຂໍ ໃຫ້ ພຣະເຈົ້າ ພຣະບິດາເຈົ້າ ຂອງ ພວກເຮົາ ແລະ ອົງ ພຣະເຢຊູຄຣິດເຈົ້າ ໂຜດ ໃຫ້ ພຣະຄຸນ ແລະ ສັນຕິສຸກ ແກ່ ພວກເຈົ້າ ດ້ວຍ ເທີ້ນ.
\s5
\v 3 ຈົ່ງ ໃຫ້ ພວກເຮົາ ຍ້ອງຍໍ ສັນລະເສີນ ພຣະເຈົ້າ ພຣະບິດາເຈົ້າ ຂອງ ອົງພຣະເຢຊູຄຣິດເຈົ້າ ຂອງ ພວກເຮົາ ພຣະບິດາເຈົ້າ ອົງ ຊົງ ເມດຕາ ຄື ພຣະເຈົ້າ ອົງ ທີ່ ໃຫ້ ຄວາມ ເລົ້າໂລມ ໃຈ ທຸກຢ່າງ,
\v 4 ພຣະອົງ ຜູ້ ເລົ້າໂລມ ໃຈ ພວກເຮົາ ໃນ ຄວາມ ທຸກ ລໍາບາກ ທຸກຢ່າງ ຊຶ່ງ ພວກເຮົາ ໄດ້ ຮັບ ນັ້ນ ກໍ ເພື່ອ ວ່າ, ພວກເຮົາ ຈະ ສາມາດ ເລົ້າໂລມ ໃຈ ຄົນອື່ນ ທີ່ ໄດ້ ຮັບ ຄວາມ ທຸກ ລໍາບາກ ທຸກຢ່າງ ໄດ້ ໂດຍ ຄວາມ ເລົ້າໂລມ ໃຈ ຢ່າງ ດຽວກັນ ຊຶ່ງ ພວກເຮົາ ເອງ ໄດ້ ຮັບ ຈາກ ພຣະເຈົ້າ ນັ້ນ.
\s5
\v 5 ພວກເຮົາ ມີ ສ່ວນ ໃນ ຄວາມ ທົນ ທຸກ ກັບ ພຣະຄຣິດ ຫລາຍ ເຫລືອ ລົ້ນ ຢ່າງ ໃດ ໂດຍ ທາງ ພຣະຄຣິດ ພວກເຮົາ ກໍ ໄດ້ຮັບ ຄວາມ ເລົ້າໂລມໃຈຫລາຍເຫລືອ ລົ້ນ ຢ່າງ ນັ້ນ.
\v 6 ທີ່ ພວກເຮົາ ທົນ ທຸກ ນັ້ນ ກໍ ແມ່ນ ເພື່ອ ພວກເຈົ້າ ຈະ ໄດ້ ຮັບ ຄວາມ ເລົ້າໂລມ ໃຈ ແລະ ຄວາມ ພົ້ນ ແລະ ທີ່ ພວກເຮົາ ໄດ້ ຮັບ ຄວາມ ເລົ້າໂລມ ໃຈ ກໍ ແມ່ນ ເພື່ອ ພວກເຈົ້າ ຈະ ໄດ້ ຮັບ ຄວາມ ເລົ້າໂລມ ໃຈ ເໝືອນກັນ ແມ່ນ ຄວາມ ເລົ້າໂລມໃຈ ທີ່ ຈະ ໃຫ້ ເຈົ້າ ທັງ ຫລາຍ ສູ້ທົນ ຕໍ່ ຄວາມ ທຸກ ລໍາບາກ ເໝືອນ ຢ່າງ ພວກເຮົາ ໄດ້ ສູ້ ທົນ ຢູ່ ນັ້ນ ເໝືອນກັນ.
\v 7 ດັ່ງນັ້ນ ເຮົາ ຈຶ່ງ ມີ ຄວາມຫວັງ ແນ່ ນອນ ໃນ ພວກເຈົ້າ ເພາະ ພວກເຮົາ ຮູ້ ວ່າ ເມື່ອ ພວກເຈົ້າ ມີ ສ່ວນ ທົນ ທຸກ ກັບ ພວກເຮົາ ຢ່າງ ໃດ ພວກເຈົ້າ ກໍ ມີ ສ່ວນ ໃນ ຄວາມ ເລົ້າໂລມ ໃຈ ທີ່ ພວກເຮົາ ຮັບ ຢ່າງ ນັ້ນ.
\s5
\v 8 ພີ່ ນ້ອງ ທັງ ຫລາຍ ເອີຍ ເຮົາ ຢາກ ໃຫ້ ພວກເຈົ້າ ຮູ້ ເຖິງ ຄວາມ ທຸກ ລໍາບາກ ທີ່ ພວກເຮົາ ໄດ້ ຮັບ ໃນ ແຂວງ ເອເຊຍ ເປັນ ຄວາມ ທຸກ ລໍາບາກ ໜັກ ເຫລືອ ກໍາລັງ ຈົນ ພວກເຮົາ ສິ້ນ ຄວາມຫວັງ ໝົດ ແທບ ຈະ ເອົາ ຊີວິດ ບໍ່ ລອດ.
\v 9 ຕາມ ທີ່ ຈິງ ພວກເຮົາ ຄິດ ວ່າ ໂທດ ເຖິງ ຕາຍ ໄດ້ ຕົກ ຖືກ ພວກເຮົາ ແລ້ວ ເຖິງ ປານ ນັ້ນ ກໍຕາມ ເຫດການ ນີ້ ໄດ້ ເກີດ ຂຶ້ນ ເພື່ອ ບໍ່ ໃຫ້ ພວກເຮົາ ເຊື່ອ ໝັ້ນ ໃນ ຕົວເອງ ແຕ່ ໃຫ້ ພວກເຮົາ ເຊື່ອ ໝັ້ນ ໃນ ພຣະເຈົ້າ ອົງ ທີ່ ບັນ ດານ ໃຫ້ ຄົນ ຕາຍ ເປັນ ຄືນ ມາ ສູ່ ຊີວິດ.
\v 10 ພຣະອົງ ນັ້ນ ໄດ້ ຊົງ ໂຜດ ໃຫ້ ເຮົາ ພົ້ນ ຈາກ ມໍລະນະໄພ ແລະ ຈະ ຊົງ ໂຜດ ເຮົາ ອີກ ເຮົາ ໄວ້ ໃຈ ໃນ ພຣະອົງ ວ່າ ຍັງ ຈະ ຊົງ ໂຜດ ໃຫ້ ເຮົາ ພົ້ນ ອີກ ຕໍ່ ໄປ.
\s5
\v 11 ຂໍ ໃຫ້ ພວກເຈົ້າ ຮ່ວມ ກັນ ຊ່ວຍ ໃນ ການ ພາວັນນາ ອະທິຖານ ສໍາລັບ ເຮົາ ດ້ວຍ ເພື່ອ ວ່າ ຄົນ ຈໍານວນ ຫລາຍ ຈະ ໄດ້ໂມທະນາ ຂອບພຣະຄຸນ ພຣະເຈົ້າ ເພາະ ເຮົາ. ເນື່ອງ ຈາກ ພຣະພອນ ທີ່ ຊົງ ໂຜດ ປະທານ ແກ່ ພວກເຮົາ ອັນ ເປັນ ການ ຕອບສະໜອງ ຄົນ ຈໍານວນ ຫລາຍ ທີ່ ໄດ້ ພາວັນນາ ອະທິຖານ ເພື່ອ ພວກເຮົາ.
\s5
\v 12 ນີ້ ແຫລະ ແມ່ນ ສິ່ງ ທີ່ ພວກເຮົາ ເອກອ້າງ ໄດ້ ຄື: ໃຈ ສໍານຶກ ຜິດແລະຊອບ ຂອງ ພວກເຮົາ ກໍ ເປັນ ພະຍານ ວ່າ, ການ ດໍາເນີນ ຊີວິດ ຂອງ ພວກເຮົາ ຢູ່ ໃນ ໂລກນີ້ ດ້ວຍ ຄວາມ ບໍຣິສຸດ ໃຈ ແລະ ດ້ວຍ ຄວາມ ຈິງ ໃຈ ທີ່ ມາ ຈາກ ພຣະເຈົ້າ ບໍ່ ແມ່ນ ໂດຍ ປັນຍາ ຂອງ ມະນຸດ ແຕ່ ເປັນ ມາ ໂດຍ ພຣະຄຸນ ຂອງ ພຣະເຈົ້າ.
\v 13 ພວກເຮົາ ບໍ່ ໄດ້ ຂຽນ ຫາ ພວກເຈົ້າ ເຖິງ ເລື່ອງ ອື່ນ ນອກຈາກ ເລື່ອງ ທີ່ ພວກເຈົ້າ ສາມາດ ອ່ານ ແລະ ເຂົ້າໃຈ ໄດ້ ເຮົາ ຫວັງ ວ່າ ພວກເຈົ້າ ຄົງ ຈະ ເຂົ້າໃຈ ຢ່າງ ຖ້ວນຖີ່.
\v 14 ຊຶ່ງ ໃນ ເວລາ ນີ້ ພວກເຈົ້າ ກໍ ເຂົ້າໃຈ ບາງສ່ວນ ແລ້ວ ເພື່ອວ່າ ໃນ ວັນ ຂອງ ອົງ ພຣະເຢຊູເຈົ້າ ນັ້ນ ພວກເຈົ້າ ຈະ ມີ ຄວາມ ພາກພູມ ໃຈ ໃນ ພວກເຮົາ ເໝືອນ ດັ່ງ ທີ່ ພວກເຮົາ ຈະ ມີ ຄວາມ ເອກອ້າງ ທະນົງ ໃຈ ໃນ ພວກເຈົ້າ ເໝືອນກັນ.
\s5
\v 15 ເຮົາ ມີ ຄວາມ ໝັ້ນໃຈ ຢ່າງ ຄັກ ແນ່ ໃນ ເລື່ອງ ນີ້ ຈົນ ເຮົາ ໄດ້ ວາງແຜນ ໄວ້ ແຕ່ ທໍາ ອິດ ທີ່ ຈະ ໄປ ຢ້ຽມຢາມ ພວກເຈົ້າ ເພື່ອ ວ່າ ພວກເຈົ້າ ຈະ ໄດ້ ຮັບ ພຣະພອນ ສອງ ເທົ່າ.
\v 16 ດ້ວຍວ່າ, ເຮົາ ໄດ້ ຕັ້ງໃຈ ທີ່ ຈະ ແວ່ ຢ້ຽມຢາມ ພວກເຈົ້າ ໃນ ຂະນະທີ່ ເຮົາ ເດີນທາງ ໄປ ຍັງ ແຂວງ ມາເກໂດເນຍ ແລະ ເມື່ອ ເຮົາ ເດີນ ທາງ ກັບ ມາ ຈາກ ແຂວງ ມາເກໂດເນຍ ກໍ ຈະ ແວ່ ຢ້ຽມຢາມ ພວກເຈົ້າ ອີກ ເພື່ອ ພວກເຈົ້າ ຈະ ຊ່ວຍ ຈັດ ສົ່ງ ເຮົາ ໃຫ້ ເດີນທາງ ໄປ ຍັງ ແຂວງ ຢູດາຍ.
\s5
\v 17 ເມື່ອ ເຮົາ ຕັ້ງໃຈ ເຊັ່ນ ນີ້ ເຮົາ ໄດ້ ປີ້ນ ຄວາມ ບໍ? ຫລື ແຜນການ ຂອງເຮົາ ນັ້ນ ເຮັດ ຕາມ ແບບ ຢ່າງ ຊາວ ໂລກ ເຮັດ ບໍ? ໂດຍ ກ່າວ ຄໍາ ວ່າ, “ເຈົ້າ ໆ” ແລະ ຄໍາ ວ່າ, “ບໍ່ ໆ” ໃນ ເວລາ ດຽວກັນ.
\v 18 ພຣະເຈົ້າ ສັດຊື່ ສັນໃດ ຄໍາ ເວົ້າ ຂອງເຮົາ ທີ່ ໃຫ້ ແກ່ ພວກເຈົ້າ ຈຶ່ງ ບໍ່ ເປັນ ຄໍາ ວ່າ, “ເຈົ້າ ໆ” ແລະ “ບໍ່ ໆ” ສັນນັ້ນ.
\s5
\v 19 ດ້ວຍວ່າ, ພຣະເຢຊູຄຣິດ ເຈົ້າ ອົງ ເປັນ ພຣະບຸດ ຂອງ ພຣະເຈົ້າ ຄື ອົງ ທີ່ ຊີລາວານ, ຕີໂມທຽວ ແລະ ເຮົາ ເອງ ໄດ້ ປະກາດ ໃນ ທ່າມກາງ ພວກເຈົ້າ ນັ້ນ ພຣະອົງ ບໍ່ ໄດ້ ເປັນ ຜູ້ “ຈິງ” ແລະ “ບໍ່ ຈິງ” ໃນ ພຣະອົງ ນັ້ນ ມີ ແຕ່ ຄໍາ ວ່າ, “ຈິງ” ສະເໝີ;
\v 20 ດ້ວຍວ່າ, ພຣະສັນຍາ ທຸກຢ່າງ ຂອງ ພຣະເຈົ້າ ລ້ວນແຕ່ ເປັນ ຈິງ ໂດຍ ພຣະເຢຊູເຈົ້າ. ດ້ວຍເຫດນີ້ ແຫລະ ເຮົາ ຈຶ່ງ ກ່າວ ຄໍາ ວ່າ, “ອາແມນ” ກໍ ໂດຍ ພຣະອົງ ເພື່ອ ເປັນ ການ ຖວາຍ ກຽດ ແດ່ ພຣະເຈົ້າ.
\s5
\v 21 ແຕ່ ຜູ້ ຊຶ່ງ ໃຫ້ ພວກເຮົາ ກັບ ເຈົ້າ ທັງຫລາຍ ຕັ້ງ ໝັ້ນ ໃນ ພຣະຄຣິດ ແລະ ໄດ້ ຊົງ ຫົດ ສົງ ພວກເຮົາ ໄວ້ ນັ້ນ ຄື ພຣະເຈົ້າ.
\v 22 ພຣະອົງ ໄດ້ ຊົງ ປະທັບ ຕາ ໃສ່ ພວກເຮົາ ແລະ ຊົງ ປະທານ ພຣະວິນຍານ ຂອງ ພຣະອົງ ໄວ້ ໃນ ຈິດ ໃຈ ຂອງ ພວກເຮົາ ເພື່ອ ເປັນ ເຄື່ອງ ມັດຈໍາ.
\s5
\v 23 ແຕ່ ເຮົາ ຂໍ ໃຫ້ ພຣະເຈົ້າ ເປັນ ພະຍານ ແກ່ ເຮົາ ທີ່ ເຮົາ ຍັງ ບໍ່ ໄດ້ ໄປ ເມືອງ ໂກຣິນໂທ ນັ້ນ ກໍ ເພື່ອ ງົດ ໂທດ ຂອງ ພວກເຈົ້າ ໄວ້ ກ່ອນ.
\v 24 ບໍ່ ແມ່ນ ວ່າ ເຮົາ ເປັນ ນາຍ ບັງ ຄັບ ຄວາມເຊື່ອ ຂອງ ພວກເຈົ້າ ເພາະວ່າ ພວກເຈົ້າ ຢືນ ໝັ້ນ ຢູ່ ໃນ ຄວາມເຊື່ອ ແລ້ວ, ແຕ່ ວ່າ ເຮົາ ເປັນ ຜູ້ ຮ່ວມ ງານ ເພື່ອ ເຈົ້າ ຈະ ຮັບ ຄວາມ ຊົມ ຊື່ນ ຍິນດີ.
\s5
\c 2
\p
\v 1 ດັ່ງນັ້ນ ເຮົາ ຈຶ່ງ ໄດ້ ຕັ້ງໃຈ ທີ່ ຈະ ບໍ່ ມາ ຫາ ພວກເຈົ້າ ອີກ ເມື່ອ ມີ ຄວາມ ທຸກໂສກ ຢູ່.
\v 2 ເພາະວ່າ ຖ້າ ເຮົາ ເຮັດ ໃຫ້ ພວກເຈົ້າ ທຸກໂສກ ແລ້ວ ແມ່ນ ຜູ້ໃດ ຈະ ເຮັດ ໃຫ້ ເຮົາ ຊົມ ຊື່ນ ຍິນ ດີ? ກໍ ແມ່ນ ຜູ້ ທີ່ ເຮົາ ໄດ້ ເຮັດ ໃຫ້ ທຸກໂສກ ນັ້ນ ແຫລະ.
\s5
\v 3 ແລະ ເຮົາ ໄດ້ ຂຽນ ຂໍ່ ຄວາມ ນັ້ນ ເພື່ອ ວ່າ ເມື່ອ ເຮົາ ມາ ເຮົາ ຈະ ບໍ່ ໄດ້ ຄວາມ ທຸກໂສກ ຈາກ ຄົນ ເຫລົ່າ ນັ້ນ ທີ່ ຄວນ ຈະ ເຮັດ ໃຫ້ ເຮົາ ມີ ຄວາມ ຊົມ ຊື່ນ ຍິນດີ. ເຮົາໄວ້ໃຈ ພວກເຈົ້າ ວ່າ, ຄວາມ ຍິນດີ ຂອງເຮົາ ກໍ ເປັນ ຄວາມ ຍິນດີ ຂອງ ເຈົ້າ ທັງ ຫລາຍ ດ້ວຍ.
\v 4 ເຮົາ ໄດ້ ຂຽນ ມາ ເຖິງ ພວກເຈົ້າ ດ້ວຍ ຄວາມ ລໍາບາກ ຍິ່ງ ແລະ ຄວາມ ເສົ້າໂສກ ຢ່າງ ໜັກ ແລະ ດ້ວຍ ນາໍ້ ຕາ ຫລັ່ງໄຫລ, ຈຸດ ປະສົງ ຂອງເຮົາ ບໍ່ ແມ່ນ ເພື່ອ ຈະ ເຮັດ ໃຫ້ ພວກເຈົ້າ ເສົ້າໂສກ, ແຕ່ ເພື່ອ ເຮັດ ໃຫ້ ພວກເຈົ້າ ຮູ້ຈັກ ວ່າ ເຮົາ ຮັກ ພວກເຈົ້າ ທຸກຄົນ ຫລາຍ ເທົ່າໃດ.
\s5
\v 5 ຖ້າ ຜູ້ໃດ ເປັນ ຕົ້ນ ເຫດ ເຮັດໃຫ້ ເກີດ ຄວາມ ເສົ້າໂສກ ຜູ້ ນັ້ນ ກໍ ບໍ່ໄດ້ ເຮັດ ໃຫ້ເຮົາ ຄົນ ດຽວ ແຕ່ ໄດ້ ເຮັດ ໃຫ້ ບາງຄົນ ໃນ ພວກເຈົ້າ ເສົ້າໂສກ ດ້ວຍ. (ການ ທີ່ເຮົາ ກ່າວ ວ່າ ບາງຄົນ ນັ້ນ ກໍ ເພາະວ່າ ເຮົາ ບໍ່ ຢາກ ເວົ້າ ໃສ່ ຄົນ ນັ້ນ ໜັກ ຈົນ ເກີນ ໄປ).
\v 6 ການ ທີ່ ຄົນ ຢ່າງ ນັ້ນ ຖືກ ລົງໂທດ ໂດຍ ຄົນ ສ່ວນ ຫລາຍ ກໍ ເປັນ ການ ພຽງພໍ ແລ້ວ.
\v 7 ສະນັ້ນ ແຫລະ ພວກເຈົ້າ ຄວນ ຍົກໂທດ ໃຫ້ ລາວ ແລະ ໜນູ ໃຈ ລາວ ເພື່ອ ບໍ່ ໃຫ້ ລາວ ຈົມ ລົງ ໃນ ຄວາມ ເສົ້າໂສກ ອັນ ເຫລືອລົ້ນ.
\s5
\v 8 ເພາະ ສະນັ້ນ ເຮົາຈຶ່ງ ຂໍຮ້ອງ ພວກເຈົ້າ ໃຫ້ ສະແດງ ຄວາມຮັກ ຕໍ່ ລາວ ຢ່າງ ແທ້ຈິງ.
\v 9 ນີ້ແຫລະ ແມ່ນ ເຫດຜົນ ທີ່ເຮົາໄດ້ ຂຽນ ມາ ເຖິງ ພວກເຈົ້າ ເພື່ອ ຢາກ ຈະ ລອງ ເບິ່ງ ວ່າ ພວກເຈົ້າ ຈະ ຍອມ ເຊື່ອ ຟັງ ຂໍ້ ແນະນໍາ ຂອງເຮົາ ທຸກປະການ ຫລື ບໍ່.
\s5
\v 10 ເມື່ອ ພວກເຈົ້າ ຍົກໂທດໃຫ້ຜູ້ໃດ ເຮົາ ກໍຈະ ຍົກໂທດໃຫ້ຜູ້ນັ້ນ ເໝືອນກັນ. ດ້ວຍວ່າ, ເມື່ອເຮົາ ຍົກໂທດ ໃຫ້ຜູ້ໃດແລ້ວ ເຮົາ ກໍ ຍົກໂທດ ໃຫ້ ຜູ້ນັ້ນ. ເພາະເຫັນ ແກ່ ເຈົ້າທັງ ຫລາຍ ຕໍ່ ໜ້າພຣະຄຣິດ
\v 11 ເພື່ອ ບໍ່ໃຫ້ ມານຊາຕານ ມີໄຊ ເໜືອພວກເຮົາ ເພາະວ່າ ພວກເຮົາ ຮູ້ ແຜນການ ຂອງ ມັນແລ້ວ.
\s5
\v 12 ເມື່ອ ເຮົາ ໄປ ເຖິງ ເມືອງ ໂທອາດ ເພື່ອປະກາດ ຂ່າວປະເສີດເລື່ອງ ພຣະຄຣິດ ນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ໄຂ ຊ່ອງທາງ ໃຫ້ ແກ່ເຮົາ.
\v 13 ແຕ່ ເຖິງປານ ນັ້ນ ເຮົາ ກໍ ບໍ່ສະບາຍໃຈ ເພາະເຮົາ ບໍ່ໄດ້ ພົບ ຕິໂຕ ພີ່ນ້ອງ ຂອງພວກເຮົາ ເຮົາຈຶ່ງ ອໍາລາ ຄົນຢູ່ ໃນທີ່ ນັ້ນ ແລະ ເດີນທາງ ໄປຍັງ ແຂວງ ມາເກໂດເນຍ.
\s5
\v 14 ແຕ່ ຈົ່ງ ໂມທະນາ ຂອບພຣະຄຸນ ພຣະເຈົ້າ ຜູ້ຊົງໂຜດ ນໍາ ເຮົາ ທຸກ ເວລາ ຕໍ່ ໍໄປ ຕາມ ຂະບວນ ຝ່າຍ ຄວາມ ໄຊຊະນະ ໂດຍ ພຣະຄຣິດ ແລະ ຊົງໂຜດ ປະທານ ກິ່ນຫອມ ຂອງ ຄວາມ ຮູ້ຈັກພຣະອົງ ໃຫ້ ປາກົດດ້ວຍເຮົາ ໃນທຸກບ່ອນ.
\v 15 ດ້ວຍວ່າ, ພວກເຮົາ ເປັນ ດັ່ງກິ່ນຫອມຫວານ ທີ່ ພຣະຄຣິດ ຖວາຍແກ່ ພຣະເຈົ້າ ໃນທ່າມກາງ ພວກ ທີ່ຖືກ ຊົງໂຜດ ຊ່ວຍໃຫ້ພົ້ນ ແລະ ໃນ ທ່າມກາງ ພວກທີ່ກໍາລັງ ຈິບຫາຍ ໄປ.
\s5
\v 16 ສໍາລັບ ພວກທີ່ກໍາລັງ ຈິບຫາຍ ໄປ ນັ້ນ ແມ່ນ ກິ່ນເໝັນ ແຫ່ງ ຄວາມຕາຍ ທີ່ ນໍາໄປ ສູ່ ຄວາມຕາຍ ສໍາລັບ ພວກທີ່ຖືກໂຜດ ຊ່ວຍ ໃຫ້ພົ້ນ ນັ້ນ ແມ່ນ ກິ່ນຫອມຫວານ ແຫ່ງ ຊີວິດ ທີ່ ນໍາໄປ ສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ ຄູ່ຄວນ ກັບ ພາລະກິດ ເຊັ່ນນີ້?
\v 17 ພວກເຮົາ ບໍ່ຄື ຫລາຍຄົນ ທີ່ເຮັດ ກັບ ຖ້ອຍຄໍາ ຂອງ ພຣະເຈົ້າ ເປັນເໝືອນ ສິນຄ້າ ຊື້ຂາຍ ລາຄາ ຖືກ ໆ ແຕ່ ເພາະ ພຣະເຈົ້າ ໄດ້ໃຊ້ ພວກເຮົາມາ ພວກເຮົາ ຈຶ່ງ ກ່າວ ດ້ວຍ ຄວາມ ຈິງໃຈ ຊ້ອງໜ້າພຣະອົງ ເໝືອນ ຢ່າງຜູ້ຮັບໃຊ້ ຂອງ ພຣະຄຣິດ.
\s5
\c 3
\p
\v 1 ພວກເຮົາ ກໍາລັງ ຍ້ອງຍໍ ພວກເຮົາເອງ ອີກບໍ? ຫລື ວ່າພວກເຮົາ ຕ້ອງການໜັງສື ແນະນໍາ ຕົວມາ ໃຫ້ ພວກເຈົ້າ ເໝືອນຢ່າງບາງຄົນ ບໍ? ຫລື ເຮົາຕ້ອງການ ໜັງສື ແນະນໍາຕົວຈາກພວກເຈົ້າ ບໍ?
\v 2 ແມ່ນພວກເຈົ້າເອງທີ່ ເປັນໜັງສື ແນະນໍາຕົວ ສຳລັບ ພວກເຮົາ ຊຶ່ງ ຈາລຶກໄວ້ ໃສ່ ຫົວໃຈຂອງພວກເຮົາ ໃຫ້ທຸກຄົນ ໄດ້ຮູ້ ແລະໄດ້ ອ່ານ
\v 3 ແລະເປັນທີ່ ຈະແຈ້ງ ແລ້ວວ່າ ພວກເຈົ້າ ເປັນ ຕົວໜັງສື ທີ່ມາຈາກພຣະຄຣິດ ທີ່ ພວກເຮົາ ເປັນຜູ້ຂຽນ ຊຶ່ງບໍ່ໄດ້ຂຽນດ້ວຍນ້ຳມຶກ ແຕ່ ຂຽນດ້ວຍພຣະວິນຍານ ຂອງ ພຣະເຈົ້າ ອົງ ຊົງຊີວິດຢູ່ ແລະ ບໍ່ໄດ້ຂຽນໃສ່ ແຜ່ນຫິນ ແຕ່ ຂຽນໃສ່ ຫົວໃຈຂອງມະນຸດ.
\s5
\v 4 ພວກເຮົາ ກ່າວເຊັ່ນນີ້ ກໍ ເພາະວ່າ ພວກເຮົາມີຄວາມ ໝັ້ນໃຈໃນພຣະເຈົ້າ ໂດຍທາງພຣະຄຣິດ.
\v 5 ທີ່ ຈິງແລ້ວ ພວກເຮົາ ບໍ່ໄດ້ ຖືສິ່ງໃດວ່າ ເກີດມາຈາກຄວາມສາມາດ ຂອງພວກເຮົາເອງ, ແຕ່ ຄວາມສາມາດທີ່ ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ.
\v 6 ເພາະແມ່ນພຣະອົງ ທີ່ໄດ້ເຮັດ ໃຫ້ ພວກເຮົາ ສາມາດເປັນ ຜູ້ຮັບໃຊ້ ພັນທະສັນຍາໃໝ່ ຊຶ່ງ ບໍ່ແມ່ນ ປະກອບດ້ວຍ ຕົວໜັງສື ແຕ່ດ້ວຍ ພຣະວິນຍານ. ດ້ວຍວ່າ, ຕົວໜັງສື ປະຫານໃຫ້ຕາຍ ແຕ່ ພຣະວິນຍານນັ້ນ ຊົງປະທານໃຫ້ ມີຊີວິດ.
\s5
\v 7 ແຕ່ ຖ້າການ ປະຕິບັດ ທີ່ ນໍາ ໄປ ເຖິງ ຄວາມຕາຍ ຄື ການປະຕິບັດ ຕາມຕົວ ອັກສອນ ຊຶ່ງ ຊົງຈາລຶກ ໄວ້ ທີ່ ແຜ່ນຫິນ ນັ້ນ ຍັງມາ ດ້ວຍ ຣັດສະໝີ ເຖິງແມ່ນວ່າ ເປັນ ຣັດ ສະໝີ ທີ່ ຈາງຫາຍໄປ ກໍ ຍັງເຮັດໃຫ້ ພວກ ອິດສະຣາເອນ ເບິ່ງໜ້າຂອງ ໂມເຊ ບໍ່ໄດ້.
\v 8 ການປະຕິບັດ ຕາມ ພຣະວິນຍານ ກໍ ມີ ສະຫງ່າຣາສີ ອັນຍິ່ງໃຫຍ່ ກວ່າ ນັ້ນອີກ ຈັກ ເທົ່າໃດ ໜໍ
\s5
\v 9 ຖ້າການ ປະຕິບັດ ທີ່ນໍາ ການຕັດສິນ ລົງ ໂທດ ຍັງມີສະຫງ່າຣາສີ ການປະຕິບັດ ທີ່ ນໍາ ສູ່ຄວາມຊອບທາໍ ກໍຍິ່ງມີ ສະຫງ່າຣາສີ ລື່ນ ກວ່າ ນັ້ນອີກ ຈັກເທົ່າໃດ ໜໍ
\v 10 ຄວາມຈິງ ແລ້ວ ສະຫງ່າຣາສີ ທີ່ໄດ້ ເຄີຍສ່ອງແສງ ເຫຼື້ືອມໃສ ໃນອະດີດ ນັ້ນໄດ້ ຈາງຫາຍ ໄປ ແລ້ວ ເພາະມີສະຫງ່າຣາສີ ທີ່ຍິ່ງໃຫຍ່ ກວ່າ.
\v 11 ດ້ວຍວ່າ, ຖ້າສິ່ງທີ່ຈາງຫາຍໄປ ຍັງມີສະຫງ່າຣາສີ ເຖິງພຽງນັ້ນ ສິ່ງທີ່ເປັນຢູ່ ຕະຫລອດໄປ ກໍຍິ່ງມີສະຫງ່າຣາສີ ລື່ນກວ່າ ນັ້ນອີກ ຈັກເທົ່າໃດ ໜໍ
\s5
\v 12 ເຫດສະນັ້ນ ໃນເມື່ອ ພວກເຮົາ ມີ ຄວາມຫວັງ ຢ່າງນີ້ ພວກເຮົາກໍມີໃຈ ກ້າ ຫລາຍ ຂຶ້ນ.
\v 13 ພວກເຮົາ ບໍ່ເປັນເໝືອນ ໂມເຊ ທີ່ ຕ້ອງ ເອົາຜ້າປົກໜ້າ ຂອງ ຕົນເອງ ໄວ້ ເພື່ອຊາວ ອິດສະຣາເອນ ຈະ ບໍ່ໄດ້ ເຫັນ ແສງອັນສະຫງ່າຣາສີ ທີ່ ກໍາລັງ ຈາງລົງ ແລະ ສູນຫາຍ ໄປນັ້ນ.
\s5
\v 14 ແຕ່ ຈິດໃຈ ຂອງ ພວກເຂົາ ປຶກຕັນ ແທ້ຈິງຈົນເຖິງ ທຸກວັນນີ້ ເມື່ອພວກເຂົາ ອ່ານໜັງ ສື ແຫ່ງ ພັນທະສັນຍາເດີມ ຈິດໃຈຂອງພວກເຂົາ ກໍຍັງຖືກ ປົກຄຸມຢູ່ ດ້ວຍຜ້າປົກໜ້າ ຢ່າງ ດຽວກັນ ເພາະຜ້າປົກໜ້ານັ້ນ ຖືກເປີດອອກ ໂດຍ ພຣະຄຣິດ ເທົ່ານັ້ນ.
\v 15 ແມ່ນວ່າ ໃນ ປະຈຸບັນນີ້ ເມື່ອໃດ ທີ່ພວກເຂົາອ່ານ ກົດບັນຍັດຂອງ ໂມເຊ ຜ້າປົກໜ້ານັ້ນ ກໍ ຍັງປົກ ຄຸມ ຈິດໃຈ ຂອງ ພວກເຂົາຢູ່.
\v 16 ແຕ່ວ່າ ເມື່ອໃດ ເພິ່ນຫລົບເຂົ້າໄປ ເຝົ້າອົງພຣະຜູ້ເປັນເຈົ້າ ຜ້າປົກນັ້ນ ຈຶ່ງເປີດອອກ ເສຍ.
\s5
\v 17 ບັດນີ້ ຄໍາ ວ່າ, “ອົງພຣະຜູ້ເປັນເຈົ້າ” ນັ້ນແມ່ນ ພຣະວິນຍານ ແລະ ທີ່ໃດມີ ພຣະວິນຍານ ຂອງ ອົງພຣະຜູ້ເປັນເຈົ້າ ຢູ່ນໍາ ທີ່ນັ້ນ ກໍມີເສລີພາບ.
\v 18 ແຕ່ ເຮົາທັງ ຫລາຍ ບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາ ຈຶ່ງ ສະທ້ອນແສງ ແຫ່ງ ພຣະ ສະຫງ່າຣາສີ ຂອງ ອົງພຣະຜູ້ເປັນເຈົ້າ ແລະ ພຣະສະຫງ່າຣາສີ ທີ່ມາຈາກ ອົງພຣະຜູ້ເປັນເຈົ້າ ຊຶ່ງເປັນ ພຣະວິນຍານ ນັ້ນ ກໍຊົງເຮັດໃຫ້ ເຮົາທັງຫລາຍ ປ່ຽນມີ ລັກສະນະເໝືອນ ພຣະອົງ ໂດຍ ມີ ສະຫງ່າຣາສີ ເປັນ ລໍາດັບ ຂຶ້ນ ໄປ.
\s5
\c 4
\p
\v 1 ເພາະດ້ວຍ ພຣະກະຣຸນາ ຂອງ ພຣະເຈົ້າ ພວກເຮົາ ຈຶ່ງ ໄດ້ ຮັບໃຊ້ ພັນທະກິດ ດັ່ງນັ້ນແຫລະ ພວກເຮົາ ຈຶ່ງບໍ່ທໍ້ຖອຍ.
\v 2 ພວກເຮົາໄດ້ປະຖິ້ມ ສິ່ງທີ່ໜ້າອັບອາຍ ທຸກຢ່າງ ທີ່ເຮັດໃນທີ່ລັບລີ້ ພວກເຮົາບໍ່ໄດ້ເຮັດ ໂດຍ ໃຊ້ກົນອຸບາຍ ທັງບໍ່ໄດ້ ປອມແປງ ຖ້ອຍຄໍາ ຂອງພຣະເຈົ້າດ້ວຍ, ແຕ່ ໄດ້ ສະແດງໃຫ້ຮູ້ຄວາມຈິງ ຢ່າງຈະແຈ້ງ ພວກເຮົາ ພະຍາຍາມ ເຮັດໃຫ້ ຕົນເອງ ເປັນທີ່ຊອບ ແກ່ ໃຈສໍານຶກຜິດ ແລະຊອບ ຂອງ ທຸກຄົນຊ້ອງໜ້າພຣະເຈົ້າ.
\s5
\v 3 ແຕ່ຖ້າຂ່າວປະເສີດ ທີ່ພວກເຮົາ ປະກາດ ນັ້ນ, ຖີກປົກບັງໄວ້ ກໍຖືກປົກບັງໄວ້ ສໍາລັບ ພວກທີ່ກໍາລັງຈິບຫາຍໄປ.
\v 4 ສໍາລັບຄົນທີ່ບໍ່ເຊື່ອນັ້ນ ພະຂອງໂລກນີ້ໄດ້ເຮັດ ໃຫ້ ຈິດໃຈ ຂອງ ພວກເຂົາ ມືດມົວໄປ ເພື່ອບໍ່ ໍໃຫ້ ພວກເຂົາເຫັນແສງສະຫວ່າງ ຂອງ ຂ່າວປະເສີດ ເລື່ອງ ພຣະສະຫງ່າຣາສີ ຂອງ ພຣະຄຣິດ ຜູ້ຊົງມີ ລັກສະນະ ຂອງ ພຣະເຈົ້າ.
\s5
\v 5 ດ້ວຍວ່າ, ພວກເຮົາ ບໍ່ໄດ້ ປະກາດ ຕົວເອງ ແຕ່ປະກາດ ພຣະເຢຊູຄຣິດເຈົ້າ ວ່າ ເປັນ ອົງພຣະຜູ້ເປັນເຈົ້າ ແລະ ປະກາດ ພວກເຮົາເອງ ວ່າ ເປັນ ທາດຮັບໃຊ້ ຂອງ ພວກເຈົ້າ ເພື່ອເຫັນແກ່ ພຣະເຢຊູເຈົ້າ.
\v 6 ເພາະ ພຣະເຈົ້າ ອົງທີ່ໄດ້ກ່າວ ວ່າ, “ໃຫ້ແສງແຈ້ງ ສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າ ອົງ ທີ່ ສ່ອງແສງ ສະຫວ່າງ ເຂົ້າມາໃນຈິດໃຈ ຂອງ ພວກເຮົາ ເພື່ອໃຫ້ ພວກເຮົາ ຮູ້ຈັກເຖິງ ສະຫງ່າຣາສີ ຂອງ ພຣະເຈົ້າ ຊຶ່ງສ່ອງແສງ ສະຫວ່າງ ໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ.
\s5
\v 7 ແຕ່ ພວກເຮົາ ມີຊັບສົມບັດນີ້ຢູ່ໃນ ພາຊະນະດິນ ເພື່ອໃຫ້ເຫັນວ່າ, ຣິດອໍານາດ ອັນຍິ່ງໃຫຍ່ ນັ້ນ ເປັນ ຂອງ ພຣະເຈົ້າ ບໍ່ໄດ້ ມາຈາກພວກເຮົາເອງ.
\v 8 ພວກເຮົາ ຖືກ ຄວາມທຸກລໍາບາກ ຮອບດ້ານ, ແຕ່ ຍັງບໍ່ເຖິງ ຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງ ບໍ່ໝົດທາງ ອອກ;
\v 9 ຖືກ ຂົ່ມເຫັງ, ແຕ່ ບໍ່ຖືກປະຖິ້ມ; ຖືກ ຕີລົ້ມລົງ, ແຕ່ ກໍຍັງບໍ່ເຖິງ ຂັ້ນເສຍ ຊີວິດ.
\v 10 ຕົວ ຂອງພວກເຮົາ ຍອມຮັບຄວາມ ຕາຍ ຂອງ ພຣະເຢຊູເຈົ້າ ຢູ່ສະເໝີ ເພື່ອໃຫ້ ຊີວິດ ຂອງ ພຣະເຢຊູເຈົ້າ ສາມາດ ປາກົດ ຢູ່ ໃນຕົວ ຂອງ ພວກເຮົາ.
\s5
\v 11 ເພາະວ່າ ຂະນະທີ່ ເຮົາມີຊີວິດ ຢູ່ນັ້ນ ພວກເຮົາ ໄດ້ຖືກມອບໄວ້ແກ່ ຄວາມຕາຍ ຢູ່ ສະເໝີ ເພາະ ເຫັນແກ່ ພຣະເຢຊູເຈົ້າ ເພື່ອ ຊີວິດ ຂອງພຣະອົງ ຈະໄດ້ ປາກົດ ໃນເນື້ອກາຍ ອັນຕາຍເປັນ ຂອງເຮົາເໝືອນກັນ.
\v 12 ດັ່ງນັ້ນ, ຄວາມຕາຍ ກໍາລັງທໍາງານ ຢູ່ ໃນ ພວກເຮົາ, ແຕ່ ຊີວິດ ກໍາລັງ ທໍາງານ ຢູ່ໃນ ພວກເຈົ້າ.
\s5
\v 13 ແຕ່ ເຮົາມີວິນຍານແຫ່ງຄວາມເຊື່ອ ຢ່າງດຽວກັນ ກັບຂໍ້ ພຣະຄໍາພີ ທີ່ຂຽນໄວ້ ແລ້ວ ວ່າ, “ຂ້າພະເຈົ້າ ໄດ້ເຊື່ອ ເພາະສະນັ້ນ ຂ້າພະເຈົ້າ ຈຶ່ງໄດ້ກ່າວ ໄວ້. ” ພວກເຮົາ ກໍເຊື່ອເໝືອນກັນ ເພາະສະນັ້ນ ພວກເຮົາ ຈຶ່ງກ່າວ ໄວ້.
\v 14 ເພາະພວກເຮົາຮູ້ວ່າ ພຣະອົງຜູ້ໄດ້ ຊົງບັນດານ ໃຫ້ອົງ ພຣະເຢຊູເຈົ້າ ເປັນ ຄືນ ມາ ຈາກ ຄວາມ ຕາຍ ນັ້ນ ຈະບັນດານ ໃຫ້ພວກເຮົາ ເປັນຄືນ ມາ ກັບພຣະເຢຊູເຈົ້າ ເໝືອນກັນ ແລະ ຈະ ນາໍ ພວກເຮົາ ພ້ອມກັບ ພວກເຈົ້າ ເຂົ້າໄປຢູ່ ຊ້ອງ ພຣະພັກພຣະອົງ.
\v 15 ເພາະວ່າ ສິ່ງ ສາລະພັດນັ້ນ ເປັນໄປເພື່ອ ປະໂຫຍດ ຂອງ ເຈົ້າທັງຫລາຍ ເພື່ອວ່າ ເມື່ອພຣະຄຸນ ມາເຖິງ ຄົນເປັນຈໍານວນ ຫລວງຫລາຍ ກໍຈະມີ ການ ໂມທະນາ ຂອບພຣະຄຸນ ຫລາຍຂຶ້ນ ເໝືອນກັນ ຈຶ່ງເປັນການຖວາຍ ພຣະກຽດຕິຍົດ ແກ່ ພຣະເຈົ້າ.
\s5
\v 16 ເຫດສະນັ້ນ, ພວກເຮົາ ຈຶ່ງບໍ່ທໍ້ຖອຍ ເຖິງ ແມ່ນວ່າ ກາຍພາຍນອກ ຂອງ ພວກເຮົາ ກໍາລັງ ຊຸດໂຊມລົງ ກໍຕາມ, ແຕ່ ໃຈພາຍໃນ ຂອງ ພວກເຮົານັ້ນ ກໍຍັງຈະເລີນຂຶ້ນໃໝ່ ທຸກໆ ວັນ.
\v 17 ຝ່າຍ ຄວາມທຸກລໍາບາກ ອັນ ເບົາບາງ ແລະ ຊົ່ວຄາວນີ້ ກໍ ກໍາລັງຈັດຕຽມ ພວກເຮົາ ໃຫ້ມີສະຫງ່າຣາສີ ອັນຍິ່ງໃຫຍ່ ຖາວອນ ຕະຫລອດໄປ ຈົນຫາ ທີ່ປຽບ ບໍ່ໄດ້.
\v 18 ເພາະວ່າ ພວກເຮົາ ບໍ່ໄດ້ ປັກໃຈໃສ່ ໃນ ສິ່ງທີ່ຕາເຫັນຢູ່, ແຕ່ໃນສິ່ງທີ່ຕາບໍ່ເຫັນ. ດ້ວຍວ່າ, ສິ່ງທີ່ຕາເຫັນ ຢູ່ນັ້ນ ກໍ ເປັນ ຂອງ ຊົ່ວຄາວ, ແຕ່ ສິ່ງທີ່ຕາບໍ່ເຫັນນັ້ນ ກໍ ດຳລົງຢູ່ ຖາວອນ ຕະຫລອດໄປ.
\s5
\c 5
\p
\v 1 ເພາະເຮົາຮູ້ແລ້ວວ່າ, ຖ້າວ່າ ເຮືອນ ຂອງເຮົາ ໃນໂລກນີ້ ຄື ຮ່າງກາຍ ນັ້ນໄດ້ ຖືກມ້າງ ລົງເສຍ ເຮົາກໍຍັງມີ ບ່ອນຢູ່ ອາໄສ ຊຶ່ງ ພຣະເຈົ້າ ຊົງໂຜດ ປະທານ ໃຫ້ ເປັນບ່ອນຢູ່ ທີ່ ບໍ່ໄດ້ ສ້າງດ້ວຍມື ມະນຸດ ແລະ ຊົງ ຕັ້ງຢູ່ ຖາວອນ ເປັນນິດ ໃນສະຫວັນ.
\v 2 ເພາະວ່າ ທີ່ຈິງໃນຮ່າງກາຍນີ້ ເຮົາຍັງໂອ່ຍ ອາໄລຢູ່ ປາຖະໜາຫາ ຢ່າງຮ້ອນຮົນ ຢາກ ຫົ່ມເອົາທີ່ຢູ່ ຂອງເຮົາ ອັນມາແຕ່ສະຫວັນ,
\v 3 ເພື່ອວ່າ ເມື່ອພວກເຮົາ ຫົ່ມຮ່າງກາຍໃໝ່ ແລ້ວພວກເຮົາ ກໍ ບໍ່ຕ້ອງຢູ່ໃນສະພາບ ທີ່ປະເປືອຍ.
\s5
\v 4 ຂະນະທີ່ ພວກເຮົາ ອາໄສຢູ່ໃນ ຮ່າງກາຍນີ້ ພວກເຮົາກໍໂອ່ຍຄາງ ເປັນທຸກ ຢູ່ຢ່າງ ໜັກໜ່ວງ ອັນນີ້ ບໍ່ແມ່ນວ່າ ພວກເຮົາ ຢາກໜີ ໃຫ້ພົ້ນຈາກ ຮ່າງກາຍ ຂອງ ພວກເຮົາ, ແຕ່ ພວກເຮົາປາຖະໜາ ຢາກ ຫົ່ມກາຍ ໃໝ່ນັ້ນ ເພື່ອວ່າ ຮ່າງກາຍ ທີ່ຕາຍເປັນນີ້ ຈະ ຖືກຖ້ວມລົ້ນ ດ້ວຍຊີວິດ.
\v 5 ແມ່ນ ພຣະເຈົ້າ ເອງ ທີ່ໄດ້ເປັນຜູ້ຈັດຕຽມ ພວກເຮົາ ສໍາລັບ ການ ປ່ຽນແປງນີ້ ຜູ້ຊົງໂຜດປະທານ ພຣະວິນ ຍານ ເພື່ອເປັນເຄື່ອງ ມັດຈາໍໄວ້ ກັບພວກເຮົາ.
\s5
\v 6 ດັ່ງນັ້ນ ພວກເຮົາ ຈຶ່ງມີໃຈກ້າ ຢ່າງເຕັມ ປ່ຽມ ຢູ່ສະເໝີ ພວກເຮົາຮູ້ວ່າ ຕາບໃດ ທີ່ພວກເຮົາ ອາໄສ ຢູ່ໃນເຮືອນ ຄື ຮ່າງກາຍນີ້ ພວກເຮົາ ກໍໄກຈາກ ອົງພຣະຜູ້ເປັນເຈົ້າ.
\v 7 ດ້ວຍວ່າ, ພວກເຮົາດໍາເນີນຊີວິດ ຕາມຄວາມເຊື່ອ ບໍ່ແມ່ນ ຕາມ ທີ່ຕາເຫັນ.
\v 8 ພວກເຮົາ ມີໃຈ ກ້າຢ່າງ ເຕັມປ່ຽມ ແລະ ພໍໃຈ ຢາກຈະ ອອກຈາກ ເຮືອນ ຄື ຮ່າງກາຍນີ້ ໄປ ຢູ່ເຮືອນ ກັບອົງພຣະຜູ້ເປັນເຈົ້າ ກໍດີກວ່າ.
\s5
\v 9 ດັ່ງນັ້ນ ບໍ່ວ່າ ພວກເຮົາຈະຢູ່ໃນ ເຮືອນ ຄື ຮ່າງກາຍນີ້ ຫລື ບໍ່ຢູ່ ກໍຕາມ ພວກເຮົາໄດ້ຕັ້ງ ເປົ້າໝາຍ ເພື່ອເຮັດໃຫ້ ເປັນທີ່ພໍພຣະໄທ ພຣະອົງ.
\v 10 ດ້ວຍວ່າ, ຈາໍເປັນທີ່ພວກເຮົາ ທຸກຄົນ ຈະຕ້ອງ ປາກົດຕົວຕໍ່ໜ້າບັນລັງ ພິພາກສາ ຂອງ ພຣະຄຣິດ ເພື່ອແຕ່ລະຄົນ ຈະໄດ້ ຮັບສົມກັບ ການ ທີ່ຕົນໄດ້ເຮັດໃນ ຮ່າງກາຍນີ້ ແລ້ວແຕ່ ຈະດີ ຫລື ຊົ່ວ.
\s5
\v 11 ເພາະເຫດ ທີ່ ພວກເຮົາ ຮູ້ຈັກຢໍາເກງ ອົງພຣະຜູ້ເປັນເຈົ້າ ພວກເຮົາ ຈຶ່ງຊັກຊວນ ຄົນທັງຫລາຍ ໃຫ້ເຮັດຕາມດ້ວຍ ພວກເຮົາ ເປັນ ຢ່າງໃດ ພຣະເຈົ້າ ກໍ ຊົງຮູ້ດີຢູ່ແລ້ວ ແລະ ພວກເຮົາ ກໍ ຫວັງວ່າ ໃຈສໍານຶກຜິດແລະຊອບ ຂອງ ພວກເຈົ້າ ກໍ ຄົງຮູ້ຈັກ ພວກເຮົາ ດີເໝືອນກັນ.
\v 12 ທີ່ເວົ້າ ຢ່າງນີ້ ບໍ່ແມ່ນ ພວກເຮົາ ຍ້ອງຍໍ ຕົວເຮົາເອງ ຕໍ່ເຈົ້າ ທັງຫລາຍ, ແຕ່ ເພື່ອໃຫ້ ເຈົ້າທັງຫລາຍ ໄດ້ ມີ ໂອກາດ ສະແດງ ຄວາມ ອວດອ້າງ ກ່ຽວກັບ ພວກເຮົາ ເພື່ອໃຫ້ ເຈົ້າທັງຫລາຍ ສາມາດ ມີ ຂໍ້ໂຕ້ຕອບ ແກ່ ຄົນທັງຫລາຍ ທີ່ ມັກອວດໃນ ສິ່ງພາຍນອກ ບໍ່ແມ່ນ ສິ່ງທີ່ຢູ່ພາຍໃນ ຈິດໃຈ.
\s5
\v 13 ເພາະວ່າ ຖ້າພວກເຮົາ ໄດ້ເຮັດຢ່າງ ຄົນເສຍຈິດ ເຮົາກໍເຮັດ ເພາະເຫັນແກ່ ພຣະເຈົ້າ ຫລື ຖ້າເຮົາເຮັດ ຢ່າງຄົນປົກກະຕິ ກໍເພາະເຫັນແກ່ ເຈົ້າທັງຫລາຍ.
\v 14 ເພາະວ່າ, ຄວາມຮັກ ຂອງ ພຣະຄຣິດ ຊົງບັງ ຄັບພວກເຮົາຢູ່ ຍ້ອນພວກເຮົາ ແນ່ໃຈ ວ່າ, ມີ ຜູ້ໜຶ່ງ ໄດ້ຕາຍແທນ ຄົນທັງປວງ. ດັ່ງນັ້ນ ຄົນ ທັງປວງ ຈຶ່ງໄດ້ ເຂົ້າສ່ວນ ໃນຄວາມ ຕາຍ ນັ້ນ.
\v 15 ແລະ ພຣະອົງໄດ້ ຕາຍແທນ ຄົນທັງປວງ ເພື່ອວ່າ ພວກທີ່ມີຊີວິດ ຢູ່ນັ້ນ ຈະ ບໍ່ ໃຊ້ຊີວິດຢູ່ເພື່ອ ຕົນເອງ ອີກຕໍ່ໄປ, ແຕ່ ເພື່ອ ພຣະອົງ ຜູ້ທີ່ໄດ້ ຕາຍ ແລະ ໄດ້ເປັນຄືນມາ ຈາກຕາຍ ເພາະເຫັນແກ່ ເຂົາທັງຫລາຍ.
\s5
\v 16 ເຫດສະນັ້ນ, ແຕ່ນີ້ ຕໍ່ໄປ ພວກເຮົາ ຈຶ່ງ ບໍ່ພິຈາລະນາ ເບິ່ງຜູ້ໃດ ຕາມມາດຕະຖານ ຂອງ ມະນຸດ ອີກ ເຖິງ ແມ່ນວ່າ ເມື່ອ ກ່ອນ ນັ້ນ ພວກເຮົາ ໄດ້ສັງເກດຮູ້ ພຣະຄຣິດ ຕາມ ມາດຕະຖານ ຂອງ ມະນຸດ ກໍຕາມ ມາບັດນີ້ ພວກເຮົາ ກໍ ບໍ່ສັງເກດ ຮູ້ພຣະອົງ ຕາມແບບ ນັ້ນອີກ ຕໍ່ໄປ.
\v 17 ເຫດສະນັ້ນ, ຖ້າຜູ້ໃດ ຢູ່ ໃນ ພຣະຄຣິດ ຜູ້ນັ້ນ ກໍ ເປັນຄົນ ທີ່ ຖືກ ຊົງ ສ້າງຂຶ້ນໃໝ່ ແລ້ວ ຖານະເກົ່າ ເຫລົ່ານັ້ນ ກໍ ລ່ວງໄປ ແລ້ວ ເບິ່ງແມ! ກາຍເປັນ ສິ່ງໃໝ່ ທັງນັ້ນ.
\s5
\v 18 ສິ່ງທັງໝົດນີ້ ແມ່ນ ເກີດມາຈາກ ພຣະເຈົ້າ ຜູ້ຊົງໂຜດ ໃຫ້ ພວກເຮົາ ຄືນດີ ກັບ ພຣະອົງ ໂດຍທາງ ພຣະຄຣິດ ແລະ ພຣະອົງ ກໍໄດ້ ມອບໝາຍ ພາລະກິດ ນີ້ ແກ່ ພວກເຮົາ ເພື່ອ ເຮັດໃຫ້ ຄົນອື່ນ ຄືນດີ ກັບພຣະອົງ ເໝືອນກັນ.
\v 19 ເພາະໂດຍທາງ ພຣະຄຣິດ ພຣະເຈົ້າ ໄດ້ເຮັດໃຫ້ ຄົນທຸກ ຊາດ ຄືນດີ ກັບພຣະອົງ (ຂ) ພຣະເຈົ້າ ບໍ່ໄດ້ ຖືໂທດ ຕໍ່ການບາບ ຂອງ ພວກເຂົາ ແລະ ພຣະອົງໄດ້ ຊົງມອບ ຂ່າວ ເລື່ອງ ການຄືນດີ ໄວ້ຢູ່ ໃນຄວາມ ຮັບຜິດຊອບ ຂອງ ພວກເຮົາ.
\s5
\v 20 ດັ່ງນັ້ນ ພວກເຮົາ ຈຶ່ງ ເປັນທູດ ຂອງ ພຣະຄຣິດ ເພາະວ່າ ພຣະເຈົ້າ ຊົງຮຽກຮ້ອງ ພວກເຈົ້າ ໂດຍຜ່ານທາງ ພວກເຮົາ ພວກເຮົາ ຈຶ່ງ ຂໍຮ້ອງ ພວກເຈົ້າ ໃນນາມ ຂອງ ພຣະຄຣິດວ່າ, “ຈົ່ງຍອມໃຫ້ ພຣະເຈົ້າ ເຮັດ ໃຫ້ ພວກເຈົ້າ ຄືນດີກັນກັບ ພຣະອົງເທີ້ນ. ”
\v 21 ເພາະວ່າ ພຣະເຈົ້າ ໄດ້ ຊົງກະທໍາໃຫ້ ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບ ນັ້ນໄດ້ ເຂົ້າສ່ວນກັບ ຄວາມຜິດບາບ ຂອງ ພວກເຮົາ ເພື່ອ ພວກເຮົາ ຈະໄດ້ ເຂົ້າສ່ວນ ໃນຄວາມ ຊອບທາໍ ຂອງ ພຣະເຈົ້າ ໂດຍ ທາງ ພຣະອົງ.
\s5
\c 6
\p
\v 1 ຍ້ອນວ່າ ພວກເຮົາ ເປັນຜູ້ ທີ່ ຮ່ວມງານ ກັບ ພຣະອົງ ພວກເຮົາຈຶ່ງ ຂໍຮ້ອງ ພວກເຈົ້າ ເໝືອນກັນ ວ່າ ຢ່າໃຫ້ ພຣະຄຸນ ຊຶ່ງພວກເຈົ້າ ໄດ້ ຮັບຈາກພຣະອົງ ນັ້ນເປັນສິ່ງ ໄຮ້ປະໂຫຍດ.
\v 2 ເພາະ ພຣະອົງ ຊົງ ກ່າວ ວ່າ, “ໃນ ຄາວ ແຫ່ງ ຄວາມ ກະຣຸນາ ເຮົາ ໄດ້ ຟັງ ເຈົ້າ ໃນ ວັນ ແຫ່ງ ຄວາມ ພົ້ນເຮົາ ໄດ້ ຊ່ວຍເຫລືອ ເຈົ້າ ໄວ້. ” ເບິ່ງແມ! ເວລານີ້ ແມ່ນ ຄາວແຫ່ງ ຄວາມກະຣຸນາ ເບິ່ງແມ! ເວລາ ນີ້ ເປັນ ວັນແຫ່ງຄວາມພົ້ນ.
\v 3 ພວກເຮົາ ບໍ່ໄດ້ເຮັດໃຫ້ ຜູ້ໃດຊຸນສະດຸດໃຈ ຈັກຢ່າງ ເພື່ອ ບໍ່ໃຫ້ ການທີ່ພວກເຮົາຮັບໃຊ້ ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້.
\s5
\v 4 ແຕ່ ພວກເຮົາ ເປັນຜູ້ຮັບໃຊ້ ຂອງພຣະເຈົ້າ ພວກເຮົາໄດ້ເຮັດຕາມ ຄໍາບັນຊາ ທຸກສິ່ງ ໂດຍຄວາມພຽນ ສູ້ທົນຢ່າງ ຫລວງຫລາຍ ໃນຄວາມເດືອດຮ້ອນ ຄວາມ ຂັດສົນ ແລະ ໃນໄພພິບັດ.
\v 5 ໃນການຖືກ ຂ້ຽນຕີ ຖືກຄຸມຂັງ ໃນການວຸ້ນວາຍ ເຮັດວຽກ ອັນໜັກໜ່ວງ ໃນການ ອົດຫລັບ ອົດນອນ ແລະ ໃນການອຶດຫິວ.
\v 6 ໂດຍຄວາມ ບໍຣິສຸດ ໂດຍຄວາມ ຮູ້ ໂດຍຄວາມ ອົດທົນ ໂດຍຄວາມ ເມດຕາ ກະຣຸນາ ໂດຍ ຄວາມ ບໍຣິສຸດ ຂອງ ຈິດ ວິນຍານ ໂດຍ ຄວາມຮັກ ຈາກ ໃຈຈິງ,
\v 7 ໂດຍ ຖ້ອຍຄໍາ ອັນສັດຈິງ ໂດຍ ຣິດອໍານາດ ຂອງ ພຣະເຈົ້າ ດ້ວຍ ອາວຸດ ຂອງ ຄວາມ ຊອບທາໍ (ຊຶ່ງ ໃຊ້ ສໍາລັບ ມື ຂວາ ແລະ ມື ຊ້າຍໄວ້ ໂຈມຕີ ແລະ ປ້ອງກັນຕົວ ດ້ວຍ).
\s5
\v 8 ທັງເວລາ ທີ່ໄດ້ ຮັບກຽດ ແລະ ທັງເວລາ ຖືກລົດກຽດ, ທັງເວລາ ຖືກໝິ່ນປະໝາດ ແລະ ເວລາ ຮັບຄໍາ ຊົມເຊີຍ. ພວກເຮົາ ຖືກ ກ່າວຫາ ວ່າ ເປັນ ຄົນ ຫລອກລວງ, ແຕ່ ຍັງ ເປັນ ຄົນ ສັດຊື່ ຢູ່;
\v 9 ເປັນ ຄົນ ທີ່ ບໍ່ມີຜູ້ໃດ ຮູ້ຈັກ, ແຕ່ຍັງ ເປັນ ທີ່ຮູ້ຈັກດີ; ພວກເຮົາ ເປັນ ຄົນທີ່ ກໍາລັງຈະຕາຍ, ແຕ່ ເບິ່ງແມ! ພວກເຮົາ ກໍ ຍັງມີ ຊີວິດຢ່ ູ ພວກເຮົາ ຖືກລົງໂທດ, ແຕ່ ກໍ ຍັງບໍ່ເຖິງຂັ້ນ ຖືກປະຫານ,
\v 10 ເຖິງ ແມ່ນ ໄດ້ຮັບ ຄວາມເສົ້າໂສກ, ແຕ່ ກໍ ຍັງຊົມ ຊື່ນຍິນດີ ຢູ່ສະເໝີ; ເປັນຄົນຍາກຈົນ, ແຕ່ ກໍ ເຮັດ ໃຫ້ ຫລາຍ ຄົນຮັ່ງມີ; ເປັນ ຄົນບໍ່ມີຫຍັງ, ແຕ່ ກໍຍັງມີ ທຸກສິ່ງ.
\s5
\v 11 ຊາວ ເມືອງ ໂກຣິນໂທ ເອີຍ ພວກເຮົາ ກ່າວກັບ ພວກເຈົ້າ ດ້ວຍ ຄວາມຈິງໃຈ ຢ່າງ ບໍ່ບິດເບືອນ ສິ່ງໃດ ເລີຍ ພວກເຮົາ ເປີດໃຈ ກວ້າງ ຕໍ່ພວກເຈົ້າ.
\v 12 ພວກເຮົາ ບໍ່ໄດ້ ອໍາ ຫຍັງໄວ້ ໃນໃຈ ຕໍ່ພວກເຈົ້າເລີຍ, ແຕ່ ແມ່ນ ພວກເຈົ້າ ຕ່າງຫາກ ທີ່ ອຳເລື່ອງ ໃນໃຈໄວ້ ຕໍ່ ພວກເຮົາ.
\v 13 ເພື່ອ ເປັນການຕອບສະໜອງ ເຮົາຈຶ່ງເວົ້າ ກັບ ພວກເຈົ້າ ໃນ ຖານະ ທີ່ ພວກເຈົ້າ ເປັນ ລູກ ຂອງເຮົາວ່າ, ຈົ່ງເຮັດ ກັບພວກເຮົາ ເໝືອນດັ່ງ ທີ່ພວກເຮົາ ເຮັດກັບພວກເຈົ້າ ຄື ຈົ່ງເປີດໃຈ ຂອງ ພວກເຈົ້າອອກໃຫ້ກວ້າງ ເຖີດ.
\s5
\v 14 ຢ່າ ຜູກພັນ ກັບຄົນ ທີ່ ບໍ່ເຊື່ອ ໃນ ຖານະ ທີ່ ບໍ່ສະເໝີກັນ ເພາະວ່າ ຄວາມຊອບທາໍ ຈະມີ ຫຸ້ນສ່ວນ ອັນໃດ ກັບ ຄວາມອະທໍາ? ແລະ ຄວາມ ສະຫວ່າງ ຈະ ເຂົ້າ ສະໜິດ ກັບຄວາມມືດ ໄດ້ ຢ່າງໃດ?
\v 15 ພຣະຄຣິດ ກັບ ເບລີອາ ຈະ ລົງລອຍ ກັນໄດ້ ຢ່າງໃດ? ຄົນທີ່ເຊື່ອ ຈະມີ ສ່ວນອັນໃດ ກັບ ຄົນທີ່ບໍ່ເຊື່ອ?
\v 16 ວິຫານ ຂອງ ພຣະເຈົ້າ ຈະ ຕົກລົງ ກັບ ຮູບເຄົາຣົບ ໄດ້ຢ່າງໃດ? ດ້ວຍວ່າ, ພວກເຮົາ ເປັນ ວິຫານ ຂອງ ພຣະເຈົ້າ ອົງຊົງຊີວິດຢູ່ ດັ່ງທີ່ ພຣະເຈົ້າ ໄດ້ ກ່າວໄວ້ ວ່າ, “ເຮົາ ຈະສະຖິດຢູ່ ໃນ ພວກເຂົາ ແລະ ຈະດໍາເນີນ ຢູ່ ໃນ ທ່າມກາງ ພວກເຂົາ, ເຮົາ ຈະ ເປັນ ພຣະເຈົ້າ ຂອງ ພວກເຂົາ ແລະ ພວກເຂົາ ຈະ ເປັນ ໄພ່ພົນ ຂອງເຮົາ.”
\s5
\v 17 ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງ ກ່າວ ວ່າ, “ຈົ່ງ ແຍກ ຕົວ ອອກ ຈາກ ທ່າມກາງ ພວກເຂົາ ແລະ ຈົ່ງ ຕັ້ງ ຢູ່ ຕ່າງຫາກ ຢ່າ ແຕະຕ້ອງ ສິ່ງ ທີ່ ເປັນ ມົນທິນ ແລະ ເຮົາ ຈຶ່ງ ຈະ ຮັບ ເອົາ ພວກເຈົ້າ ໄວ້.
\v 18 ເຮົາ ຈະ ເປັນ ບິດາ ຂອງ ພວກເຈົ້າ ແລ້ວ ພວກເຈົ້າ ຈະ ເປັນ ບຸດ ຊາຍ ບຸດ ຍິງ ຂອງເຮົາ. ” ອົງພຣະ ຜູ້ ເປັນເຈົ້າ ອົງ ຊົງຣິດ ອໍານາດ ຍິ່ງໃຫຍ່ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນັ້ນ.
\s5
\c 7
\p
\v 1 ບັນດາເພື່ອນທີ່ຮັກ ຂອງເຮົາ ເອີຍ, ເມື່ອ ພວກເຮາົ ມີ ພຣະສັນຍາໃໝ່ ດັ່ງນີ້ ແລ້ວ ຈົ່ງ ໃຫ້ ພວກເຮົາ ຊໍາລະຕົວ ຈາກທຸກສິ່ງ ທີ່ ເຮັດໃຫ້ ຮ່າງກາຍແລະຈິດວິນຍານເປັນ ມົນທິນ ແລະຈົ່ງ ເຮັດໃຫ້ ມີ ຄວາມບໍຣິສຸດ ຢ່າງຄົບ ຖ້ວນ ໂດຍຄວາມຢໍາເກງພຣະເຈົ້າ.
\s5
\v 2 ຈົ່ງ ເປີດໃຈ ຂອງ ພວກເຈົ້າ ອອກ ໃຫ້ ກວ້າງ ໄວ້ຕ້ອນຮັບ ພວກເຮົາ ເຖີດ ພວກເຮົາ ບໍ່ໄດ້ ເຮັດຜິດ ຄິດຮ້າຍ ຕໍ່ ຜູ້ໃດ ພວກເຮົາ ບໍ່ ໄດ້ ທໍາລາຍ ຜູ້ໃດ ທັງ ບໍ່ໄດ້ ຊອກເອົາລັດ ເອົາປຽບ ຜູ້ໃດ ຈັກເທື່ອ.
\v 3 ເຮົາ ກ່າວ ຢ່າງ ນີ້ ກໍ ບໍ່ແມ່ນ ເພື່ອຈະໃສ່ໂທດ ພວກເຈົ້າ ເພາະ ເຮົາ ໄດ້ ບອກ ແລ້ວ ວ່າ, ເຈົ້າທັງຫລາຍ ຢູ່ໃນໃຈ ຂອງເຮົາ ຄື ຈະ ຕາຍ ຫລື ຈະເປັນ ກໍ ຢູ່ດ້ວຍກັນ.
\v 4 ເຮົາມີຄວາມໄວ້ ໃຈ ແລະ ພາກພູມໃຈ ໃນພວກເຈົ້າ ຢ່າງ ຫລວງຫລາຍ ເຮົາໄດ້ ຮັບຄວາມຊູໃຈ ຢ່າງ ບໍລິບູນ ແລະ ໃນຄວາມ ທຸກລໍາບາກ ຂອງເຮົາ ທຸກຢ່າງ ເຮົາ ກໍ ຍັງ ມີ ຄວາມ ຊົມຊື່ນ ຍິນດີ ຢ່າງ ລົ້ນເຫລືອ.
\s5
\v 5 ເພາະເຖິງແມ່ນວ່າ ພວກເຮົາ ໄດ້ ມາເຖິງ ແຂວງ ມາເກໂດເນຍ ແລ້ວກໍຕາມ ຮ່າງກາຍຂອງພວກເຮົາ ກໍ ບໍ່ໄດ້ ພັກຜ່ອນ ເພາະມີ ຄວາມທຸກລຳບາກຢູ່ອ້ອມຂ້າງ, ພາຍນອກ ມີ ການຕໍ່ສູ້ ແລະພາຍໃນກໍ ມີ ຄວາມຢ້ານກົວ.
\v 6 ແຕ່ ພຣະເຈົ້າ ອົງຊົງໜູນໃຈ ຜູ້ທີ່ໂສກເສົ້າ ຊົງໂຜດໜູນໃຈພວກເຮົາ ດ້ວຍການທີ່ ໃຫ້ ຕິໂຕ ມາເຖິງ ພວກເຮົາ.
\v 7 ແລະບໍ່ພຽງແຕ່ ການມາຂອງ ຕິໂຕ ເທົ່ານັ້ນ, ແຕ່ ດ້ວຍການທີ່ພວກເຈົ້າ ໄດ້ ຊູໃຈຂອງ ຕິໂຕ ອີກດ້ວຍ ຕາມທີ່ ຕິໂຕ ໄດ້ມາເລົ່າໃຫ້ຟັງ ເຖິງຄວາມອາໄລ ແລະຄວາມໂສກເສົ້າ ຂອງເຈົ້າ ທັງຫລາຍ ກັບ ທັງໃຈຮ້ອນຮົນ ຂອງ ພວກເຈົ້າ ທີ່ມີ ຕໍ່ ເຮົາ ຈຶ່ງ ເຮັດໃຫ້ ເຮົາ ມີ ຄວາມຊົມຊື່ນ ຍິນດີ ທະວີ ຂຶ້ນ.
\s5
\v 8 ເພາະ ເຖິງແມ່ນ ຈົດໝາຍ ຂອງເຮົາ ສະບັບ ນັ້ນໄດ້ ເຮັດໃຫ້ ເຈົ້າທັງຫລາຍ ທຸກໃຈ ກໍຕາມ ເຮົາ ກໍບໍ່ ກິນແໜງ ເຖິງແມ່ນວ່າ ເຮົາ ໄດ້ ກິນແໜງ ແດ່ແລ້ວກໍຕາມ ເພາະເຮົາ ເຫັນ ວ່າ ຈົດໝາຍ ສະບັບ ນັ້ນ ໄດ້ ເຮັດ ໃຫ້ ເຈົ້າ ທັງຫລາຍ ທຸກໃຈ ກໍ ພຽງແຕ່ ຊົ່ວຄາວ ເທົ່ານັ້ນ.
\v 9 ບັດນີ້ ເຮົາມີ ຄວາມຊົມຊື່ນ ຍິນດີ ບໍ່ແມ່ນ ເພາະຄວາມທຸກໃຈ ຂອງ ເຈົ້າທັງຫລາຍ, ແຕ່ ເພາະຄວາມທຸກໃຈ ນັ້ນ ເປັນ ເຫດ ໃຫ້ ພວກເຈົ້າ ກັບໃຈ ເສຍໃໝ່ ເພາະວ່າ ພວກເຈົ້າ ໄດ້ ຮັບຄວາມທຸກໃຈ ຢ່າງ ທີ່ ຊອບພຣະໄທ ພຣະເຈົ້າ ຈຶ່ງ ບໍ່ໄດ້ ຮັບຜົນຮ້າຍ ຈາກ ເຮົາຈັກຢ່າງ.
\v 10 ດ້ວຍວ່າ, ຄວາມ ທຸກໃຈ ຕາມຢ່າງ ຊອບພຣະໄທ ພຣະເຈົ້າ ນັ້ນ ຍ່ອມ ເຮັດໃຫ້ ກັບໃຈ ເສຍໃໝ່ ຊຶ່ງ ນາໍ ໄປ ສູ່ຄວາມພົ້ນ ໂດຍ ບໍ່ ຄວນກິນແໜງ, ແຕ່ ຄວາມ ທຸກໃຈ ຕາມ ຢ່າງ ໂລກ ນັ້ນ ຍ່ອມ ນໍາ ໄປ ເຖິງ ຄວາມ ຕາຍ.
\s5
\v 11 ຈົ່ງ ພິຈາລະນາ ເບິ່ງວ່າ ການ ທີ່ ເຈົ້າ ທັງຫລາຍ ໄດ້ ທຸກໃຈ ຕາມ ຢ່າງ ຊອບພຣະໄທ ພຣະເຈົ້າ ນັ້ນ ໄດ້ ເຮັດ ໃຫ້ ພວກເຈົ້າ ເກີດມີຄວາມ ຂະຫຍັນ ຂັນແຂງ ຫລາຍ ເທົ່າໃດ ເອົາໃຈໃສ່ ທີ່ ຈະ ແກ້ ຕົວຫລາຍ ເທົ່າໃດ ຄວາມເຄືອງໃຈ ຄວາມ ຕື່ນຕົວ ຄວາມ ອາໄລ ຄວາມ ຮ້ອນຮົນ ແລະ ການ ລົງໂທດ ຕອບແທນ ຫລາຍ ເທົ່າໃດ ໃນທຸກສິ່ງ ເຫລົ່ານີ້ ເຈົ້າທັງຫລາຍ ໄດ້ ສະແດງ ຕົວ ວ່າ ເປັນຄົນ ບໍ່ ມີ ຜິດໃນການນັ້ນ ແລ້ວ.
\v 12 ເຫດສະນັ້ນ ແມ່ນວ່າ ເຮົາ ໄດ້ຂຽນມາ ເຖິງ ເຈົ້າທັງຫລາຍ ກໍ ບໍ່ແມ່ນ ຍ້ອນ ຜູ້ ທີ່ ໄດ້ ເຮັດຜິດ ຫືລ ຍ້ອນຜູ້ ທີ່ຖືກຜິດ ນັ້ນ ແຕ່ ເພື່ອ ຄວາມ ຂະຫຍັນ ຂັນແຂງ ທີ່ ພວກເຈົ້າ ມີ ຕໍ່ ເຮົາ ນັ້ນ ຈະ ໄດ້ ປາກົດ ແກ່ ເຈົ້າ ທັງຫລາຍ ຊ້ອງ ພຣະພັກ ພຣະເຈົ້າ.
\s5
\v 13 ໂດຍ ເຫດນັ້ນ ແຫລະ ເຮົາ ຈຶ່ງ ມີ ຄວາມຊູໃຈ. ນອກຈາກຄວາມຊູໃຈຂອງເຮົາ ນັ້ນ ເຮົາມີຄວາມ ຊົມຊື່ນ ຍິນດີ ຢ່າງເຫລືອລົ້ນ ເພາະຍ້ອນຄວາມຍິນດີ ຂອງຕິໂຕ ໃນການທີ່ ພວກເຈົ້າ ໄດ້ເຮັດໃຫ້ ຈິດໃຈຂອງ ຕີໂຕ ສະຫງົບລົງ.
\v 14 ເຮົາ ໄດ້ ເວົ້າ ອວດເຖິງ ເລື່ອງຂອງ ພວກເຈົ້າ ສູ່ ຕີໂຕ ແລະພວກເຈົ້າ ກໍ ບໍ່ໄດ້ ເຮັດໃຫ້ ເຮົາຜິດຫວັງ ພວກເຮົາ ໄດ້ ກ່າວຄວາມຈິງ ແກ່ ພວກເຈົ້າ ຢູ່ສະເໝີ ສັນໃດ ການ ທີ່ ພວກເຮົາ ເວົ້າ ອວດເຖິງ ເລື່ອງການເຊື່ອຟັງ ຂອງພວກເຈົ້າ ສູ່ ຕີໂຕ ກໍກາຍເປັນຄວາມຈິງ ສັນນັ້ນ.
\s5
\v 15 ດັ່ງນັ້ນແຫລະ ຄວາມຮັກ ຂອງຕີໂຕ ທີ່ມີ ຕໍ່ ພວກເຈົ້າ ຈຶ່ງ ຫລາຍຍິ່ງ ຂຶ້ນ ເມື່ອ ເພິ່ນ ລະນຶກ ເຖິງການ ເຊື່ອຟັງ ຂອງພວກເຈົ້າທຸກຄົນ ແລະການທີ່ພວກເຈົ້າ ໄດ້ ຮັບຕ້ອນ ເພິ່ນ ດ້ວຍ ຄວາມຢໍາເກງ ຈົນຕົວສັ່ນ.
\v 16 ເຮົາ ມີ ຄວາມຊື່ນຊົມ ຍິນດີ ຢ່າງ ເຫລືອລົ້ນ ເພາະ ເຮົາ ເຊື່ອໝັ້ນ ໃນພວກເຈົ້າ ໄດ້ທຸກຢ່າງ.
\s5
\c 8
\p
\v 1 ພີ່ນ້ອງ ທັງຫລາຍເອີຍ, ເຮົາປາຖະໜາ ໃຫ້ ພວກເຈົ້າ ຮູ້ເຖິງ ພຣະຄຸນ ຂອງ ພຣະເຈົ້າ ທີ່ຊົງໂຜດ ປະທານ ແກ່ ຄຣິສຕະຈັກ ຕ່າງໆ ໃນແຂວງ ມາເກໂດເນຍ.
\v 2 ເພາະວ່າ ເມື່ອ ຄາວ ທີ່ ພວກເຂົາ ຖືກທົດລອງ ຢ່າງ ໜັກ ໂດຍ ໄດ້ ຮັບຄວາມ ທຸກລໍາບາກ ຄວາມ ຍິນ ດີ ອັນເຫລືອລົ້ນ ແລະ ຄວາມຍາກຈົນ ອັນ ເຫລືອ ປະມານ ຂອງ ພວກເຂົາ ນັ້ນ ກໍໄດ້ ປາກົດ ລົ້ນອອກ ມາເປັນໃຈ ສັດທາ ອັນກວ້າງຂວາງ.
\s5
\v 3 ເພາະເຮົາ ເປັນພະຍານ ໄດ້ວ່າ ພວກເຂົາ ສັດທາຖວາຍ ໂດຍ ສຸດຄວາມ ສາມາດ ຂອງ ພວກເຂົາ ແລະ ເຫລືອ ຄວາມ ສາມາດ ຂອງ ພວກເຂົາ ເສຍ ອີກ,
\v 4 ແລ້ວຕາມ ລໍາພັງໃຈ ຂອງ ພວກເຂົາເອງ ພວກເຂົາ ກໍ ຍັງ ໄດ້ ວອນຂໍ ຢ່າງ ຫລວງຫລາຍ ຂໍໃຫ້ ເຮົາກະຣຸນາ ພວກເຂົາໄດ້ມີສ່ວນ ໃນການ ຊ່ວຍເຫລືອ ພວກໄພ່ພົນ ຂອງ ພຣະເຈົ້າ.
\v 5 ບໍ່ເໝືອນ ດັ່ງເຮົາ ໄດ້ຄາດໝາຍໄວ້, ແຕ່ຂໍ້ສໍາຄັນ ທີ່ສຸດແມ່ນ ພວກເຂົາໄດ້ ຖວາຍຕົວ ເອງ ແກ່ ອົງພຣະຜູ້ເປັນເຈົ້າ ກ່ອນແລ້ວໄດ້ມອບຕົວ ໃຫ້ເຮົາຕາມ ນ້ຳພຣະໄທ ຂອງ ພຣະເຈົ້າ.
\s5
\v 6 ຈົນວ່າ ເຮົາໄດ້ ເຕືອນ ຕີໂຕ ໃຫ້ ຊ່ວຍ ພວກເຈົ້າ ເຮັດການກຸສົນ ນັ້ນໃຫ້ ສໍາເລັດ ຕາມ ທີ່ ຕົນໄດ້ ລົງມື ເຮັດໄວ້ ກ່ອນແລ້ວນັ້ນ.
\v 7 ເຫດສະນັ້ນ ເມື່ອເຈົ້າທັງຫລາຍ ມີ ບໍຣິບູນ ໃນທຸກສິ່ງ ຄື ຄວາມເຊື່ອ, ຖ້ອຍຄໍາ, ວີຊາ ຄວາມຮູ້, ຄວາມກະຕືລືລົ້ນ ແລະ ຄວາມຮັກ ຕໍ່ເຮົາ, ເຈົ້າທັງຫລາຍ ກໍ ຈົ່ງປະກອບ ການ ກຸສົນ ນີ້ ຢ່າງ ບໍຣິບູນ ເໝືອນກັນ.
\s5
\v 8 ເຮົາ ກ່າວ ດັ່ງນີ້ ບໍ່ແມ່ນ ຄໍາບັນຊາ, ແຕ່ ໄດ້ ນໍາເລື່ອງ ຄວາມກະຕືລືລົ້ນ ຂອງຄົນອື່ນ ມາທຽບ ທົດລອງກັບຄວາມຮັກ ຂອງ ເຈົ້າທັງຫລາຍ ນັ້ນ ເບິ່ງວ່າ ເປັນຂອງແທ້ ຫລື ບໍ່.
\v 9 ເພາະວ່າ ເຈົ້າທັງຫລາຍ ຮູ້ຈັກພຣະຄຸນ ຂອງ ອົງພຣະເຢຊູຄຣິດເຈົ້າ ຂອງ ພວກເຮົາ ແລ້ວວ່າ ເຖິງແມ່ນວ່າ ພຣະອົງ ຊົງຮັ່ງມີ ພຣະອົງກໍຍັງຊົງ ຍອມກາຍເປັນ ຄົນຍາກຈົນ ເພາະເຫັນແກ່ ເຈົ້າທັງຫລາຍ ເພື່ອເຈົ້າທັງຫລາຍ ຈະໄດ້ ກາຍເປັນ ຄົນຮັ່ງມີ ເນື່ອງ ຈາກ ຄວາມຍາກຈົນ ຂອງ ພຣະອົງ.
\s5
\v 10 ແລະ ເຮົາຈະອອກຄວາມເຫັນ ໃນເລື່ອງນີ້ ວ່າ, ເລື່ອງ ທີ່ ພວກເຈົ້າ ໄດ້ ຕັ້ງຕົ້ນ ກ່ອນພວກເຂົາ ເມື່ອປີກາຍນີ້ ແລະ ບໍ່ແມ່ນ ພວກເຈົ້າ ໄດ້ຕັ້ງຕົ້ນ ຈະເຮັດເທົ່ານັ້ນ, ແຕ່ ຍັງ ເຕັມໃຈ ໃນການເຮັດນັ້ນ ດ້ວຍ.
\v 11 ບັດນີ້ ກໍຄວນແລ້ວ ທີ່ເຈົ້າທັງຫລາຍ ຈະເຮັດການ ນັ້ນ ໃຫ້ ສໍາເລັດເສຍ ເພື່ອວ່າ ເມື່ອພວກເຈົ້າ ມີ ໃຈພ້ອມ ຢູ່ແລ້ວ ເຈົ້າກໍຈະເຮັດໃຫ້ ສໍາເລັດ ຕາມຄວາມ ສາມາດ ຂອງຕົນ.
\v 12 ເພາະວ່າ ຖ້າມີນໍ້າໃຈ ພ້ອມຢູ່ແລ້ວ ພຣະເຈົ້າ ກໍ ຊົງພໍພຣະໄທ ທີ່ ຈະຊົງຮັບຕາມ ທີ່ ທຸກຄົນ ມີຢູ່ ບໍ່ແມ່ນຕາມ ທີ່ ພວກເຂົາ ບໍ່ມີ.
\s5
\v 13 ເຮົາບໍ່ໄດ້ ມຸ້ງໝາຍວ່າ ຈະໃຫ້ ການງານຂອງຄົນອື່ນ ເບົາລົງ ແລະໃຫ້ ການງານຂອງພວກເຈົ້າໜັກຂຶ້ນ, ແຕ່ ເພື່ອໃຫ້ ເປັນການສະເໝີ ກັນ.
\v 14 ສະນັ້ນ ໃນຍາມທີ່ ເຈົ້າທັງຫລາຍມີ ບໍຣິບູນຢ່າງເວລານີ້ ພວກເຈົ້າ ກໍຄວນ ຈະຊ່ວຍຄົນເຫລົ່ານັ້ນ ທີ່ຂາດເຂີນ ແລະໃນຍາມ​ທີ່ ພວກເຂົາ ມີບໍຣິບູນ ພວກເຂົາ ກໍ ຈະຊ່ວຍ ພວກເຈົ້າ ເມື່ອ ຂາດເຂີນ ເໝືອນກັນ ເພື່ອຈະໃຫ້ ສະເໝີ ກັນໄປ.
\v 15 ດັ່ງທີ່ມີ ຄໍາຂຽນໄວ້ ໃນພຣະຄໍາພີ ວ່າ, “ຜູ້ທີ່ ໄດ້ຫລາຍ ກໍບໍ່ເຫລືອ ແລະ ຜູ້ ທີ່ ໄດ້ ໜ້ອຍ ກໍ ບໍ່ ຂາດເຂີນ.”
\s5
\v 16 ແຕ່ ຈົ່ງໂມທະນາ ຂອບພຣະຄຸນ ພຣະເຈົ້າ ທີ່ ຊົງບັນດານ ໃຫ້ ຕີໂຕ ມີ ໃຈ ກະຕື ລື ລົ້ນ ສໍາລັບພວກເຈົ້າ ດັ່ງທີ່ ເຮົາເອງ ມີຢູ່.
\v 17 ເພິ່ນ ບໍ່ພຽງແຕ່ໄດ້ ຮັບເອົາ ຄໍາຂໍຮ້ອງ ຂອງ ພວກເຮົາ ນອກນີ້ ອີກເພິ່ນ ຍັງ ມີ ີໃຈ ກະຕື ລື ລົ້ນ ໃນ ການ ຊ່ວຍເຫລືອ, ຈຶ່ງ ອາສາສະໝັກ ໄປຫາ ພວກເຈົ້າ.
\s5
\v 18 ພວກເຮົາ ໄດ້ ໃຊ້ ພີ່ນ້ອງ ຄົນນັ້ນ ຜູ້ທີ່ ຄຣິສຕະຈັກ ທັງໝົດ ໃຫ້ ຄວາມໄວ້ວາງໃຈ ໃຫ້ໄປກັບ ຕີໂຕ ໃນພາລະກິດ ແຫ່ງ ການ ປະກາດ ຂ່າວປະເສີດ.
\v 19 ແລະ ບໍ່ພຽງແຕ່ ເທົ່ານັ້ນ ແຕ່ ຄຣິສຕະຈັກ ໄດ້ເລືອກຕັ້ງ ຜູ້ນັ້ນ ໃຫ້ ເປັນເພື່ອນ ເດີນທາງ ດ້ວຍກັນ ກັບເຮົາ ໃນການກຸສົນ ຊຶ່ງເຮົາໄດ້ ຮັບເປັນທຸລະ ເພື່ອ ໃຫ້ເປັນ ທີ່ຖວາຍພຣະກຽດ ແກ່ ອົງພຣະຜູ້ເປັນເຈົ້າ ແລະ ເປັນທີ່ສະແດງ ນໍ້າໃຈ ອັນ ພ້ອມແລ້ວ ຂອງເຮົາ.
\s5
\v 20 ພວກເຮົາ ຕັ້ງໃຈ ຈະ ບໍ່ໃຫ້ ຜູ້ໃດ ຕໍາໜິ ໃນ ເລື່ອງ ຂອງ ບໍລິຈາກ ອັນຫລວງຫລາຍ ທີ່ພວກເຮົາ ກາໍລັງ ຮັບມາແຈກ ນັ້ນ.
\v 21 ພວກເຮົາ ມີ ຈຸດປະສົງ ເຮັດທຸກສິ່ງ ໃຫ້ ຖືກ ຕ້ອງ ບໍ່ແມ່ນແຕ່ ຕໍ່ສາຍຕາ ຂອງ ອົງພຣະຜູ້ເປັນເຈົ້າ ເທົ່ານັ້ນ, ແຕ່ ຕໍ່ສາຍຕາ ຂອງ ມະນຸດ ດ້ວຍ.
\s5
\v 22 ເຮົາໄດ້ ໃຊ້ ພີ່ນ້ອງ ຂອງເຮົາ ນັ້ນໄປ ນາໍ ພວກເຂົາ ຄື ຜູ້ທີ່ເຮົາ ໄດ້ ທົດລອງ ເບິ່ງ ຫລາຍ ເທື່ອ ຈຶ່ງເຫັນ ວ່າ ເປັນຄົນມີໃຈ ກະຕື ລື ລົ້ນ ໃນຫລາຍສິ່ງ ຫລາຍຢ່າງ ມາແລ້ວ ແລະ ບັດນີ້ ໄດ້ ມີຄວາມ ກະຕື ລື ລົ້ນ ຫລາຍກວ່າ ເກົ່າ ຍ້ອນ ວ່າ ເພິ່ນ ມີ ຄວາມໄວ້ໃຈ ຫລາຍ ໃນພວກເຈົ້າ.
\v 23 ສ່ວນ ຕີໂຕ ນັ້ນ ເປັນຜູ້ເຂົ້າສ່ວນ ກັບເຮົາ ແລະ ເປັນຜູ້ຮ່ວມງານ ໃນ ການ ຮັບໃຊ້ເຈົ້າທັງຫລາຍ ສ່ວນ ພວກພີ່ນ້ອງ ຂອງເຮົາ ນັ້ນ ກໍເປັນທູດ ຮັບໃຊ້ ຂອງ ຄຣິສຕະຈັກ ທັງຫລາຍ ແລະ ເປັນພຣະກຽດຕິຍົດ ຂອງ ພຣະຄຣິດ.
\v 24 ເຫດສະນັ້ນ ຈົ່ງສະແດງ ໃຫ້ ພວກເຂົາ ເຫັນ ເຖິງ ຄວາມຮັກ ອັນແທ້ຈິງ ຂອງ ພວກເຈົ້າ ເພື່ອວ່າ ການ ທີ່ພວກເຮົາ ເວົ້າອວດ ເຖິງ ພວກເຈົ້າ ນັ້ນ ຈະ ເປັນ ທີ່ ປາກົດ ແຈ້ງ ໃນ ທ່າມກາງ ເຂົາເຫົ່ຼານັ້ນ ຕໍ່ໜ້າ ຄຣິສຕະຈັກ ທຸກແຫ່ງ.
\s5
\c 9
\p
\v 1 ເຮົາ ບໍ່ຈາໍເປັນ ຂຽນຫາ ພວກເຈົ້າ ເຖິງ ການ ສົງເຄາະ ທີ່ ສົ່ງໄປ ຊ່ວຍເຫລືອ ໄພ່ພົນ ຂອງ ພຣະເຈົ້າ.
\v 2 ເຮົາຮູ້ວ່າ ພວກເຈົ້າ ມີ ໃຈ ພ້ອມ ແລ້ວ ທີ່ຢາກ ຊ່ວຍເຫລືອ ແລະ ເຮົາ ໄດ້ ເວົ້າອວດອ້າງ ເລື່ອງ ຂອງ ພວກເຈົ້າ ສູ່ຊາວ ມາເກໂດເນຍ ວ່າ, ພວກພີ່ນ້ອງ ໃນ ແຂວງ ອະຂາຢາ ພ້ອມ ທີ່ຈະ ຊ່ວຍເຫລືອ ແຕ່ ປີກາຍ ແລ້ວ ຄວາມ ກະຕື ລືລົ້ນ ຂອງ ພວກເຈົ້າ ໄດ້ ຊຸກຍູ້ ຈິດໃຈ ພວກເຂົາ ຫລາຍ ທີ່ສຸດ.
\s5
\v 3 ບັດນີ້ ເຮົາໃຊ້ ພີ່ນ້ອງ ເຫລົ່ານີ້ໄປ ເພື່ອ ວ່າ ຄໍາເວົ້າ ອວດອ້າງ ຂອງເຮົາ ເຖິງ ເລື່ອງ ພວກເຈົ້າ ນັ້ນ ຈະ ບໍ່ ກາຍເປັນ ຄໍາເປົ່າ ໆ, ແຕ່ ຕາມ ທີ່ເຮົາ ໄດ້ ເວົ້າ ມາ ນັ້ນ ພວກເຈົ້າ ຄົງ ຈະ ໄດ້ ຈັດຕຽມ ເຄື່ອ ງ ສົງເຄາະ ໄວ້ ພ້ອມ ແລ້ວ.
\v 4 ບໍ່ ດັ່ງນັ້ນ ຖ້າຊາວ ມາເກໂດເນຍ ບາງຄົນ ມາກັບເຮົາ ແລະ ເຫັນ ວ່າ ເຈົ້າທັງຫລາຍ ບໍ່ໄດ້ ຈັດແຈງ ໄວ້ ພ້ອມ ຕາມ ທີ່ເຮົາໄດ້ຕາຍໃຈເຊື່ອ ນັ້ນ ຢ່າວ່າ ແຕ່ ພວກເຈົ້າ ຈະຖືກອັບອາຍ ຂາຍໜ້າ, ແຕ່ ເຮົາ ເອງ ກໍ ຈະ ຖືກອັບອາຍ ຂາຍໜ້າ ເໝືອນກັນ.
\v 5 ດັ່ງນັ້ນ ເຮົາຈຶ່ງ ເຫັນວ່າ ຈາໍເປັນຕ້ອງ ວອນຂໍ ພີ່ນ້ອງ ເຫລົ່ານັ້ນ ໃຫ້ ໄປ ຫາ ພວກເຈົ້າ ກ່ອນເຮົາ ເພື່ອຕຽມ ເຄື່ອງ ບໍລິຈາກ ໄວ້ ຕາມ ທີ່ ພວກເຈົ້າ ໄດ້ສັນຍາ ແລ້ວ ສິ່ງນັ້ນ ກໍ ຄົງ ຈະ ໄດ້ ມີໄວ້ ພ້ອມ ເມື່ອ ເຮົາ ໄປ ເຖິງ ອັນຈະເປັນການ ສະແດງ ໃຫ້ ເຫັນວ່າ ພວກເຈົ້າ ມີ ນໍ້າໃຈ ຢາກ ຖວາຍ ບໍ່ ແມ່ນ ດ້ວຍ ຄວາມຂືນໃຈ.
\s5
\v 6 ດັ ່ງນີ້ແຫລະ ຄົນທີ່ຫວ່ານ ພຽງເລັກນ້ອຍ ກ ໍ ເກັບກ່ຽວ ໄດ້ ພຽງ ເລັກນ້ອຍ ແລະ ຄົນ ທີ່ ຫວ່ານ ຫລາຍ ກໍ ເກັບກ່ຽວ ໄດ້ ຫລາຍ.
\v 7 ທຸກຄົນ ຈົ່ງ ໃຫ້ ຕາມ ທີ່ ຕົນ ໄດ້ ຄິດໝາຍ ໄວ້ ໃນໃຈ ບໍ່ ແມ່ນ ໃຫ້ ດ້ວຍ ຄິດ ເສຍດາຍ ຫລື ດ້ວຍ ຂືນ ໃຈ ໃຫ້ ເຫດ ວ່າ ພຣະເຈົ້າ ຊົງຮັກ ຄົນນັ້ນ ທີ່ ໃຫ້ ດ້ວຍ ຊື່ນ ໃຈ ຍິນດີ.
\s5
\v 8 ແລະ ພຣະເຈົ້າ ຊົງ ຣິດ ສາມາດ ປະທານ ພຣະຄຸນ ອັນ ອຸດົມ ທຸກຢ່າງ ແກ່ ເຈົ້າທັງຫລາຍ ເພື່ອ ໃຫ້ ພວກເຈົ້າ ມີ ທຸກສິ່ງ ທຸກຢ່າງ ພຽງພໍ ສໍາລັບຕົວຢູ່ສະເໝີ ທັງ ຈະ ມີ ສິ່ງຂອງ ບໍຣິບູນ ສໍາລັບການງານ ດີ ທຸກຢ່າງ ດ້ວຍ.
\v 9 ດັ່ງ ທີ່ ມີ ຄຳຂຽນ ໄວ້ ໃນ ພຣະຄໍາພີ ວ່າ, “ເພິ່ນ ບໍລິຈາກ ໃຫ້ ແກ່ ຜູ້ ຂັດສົນ ດ້ວຍ ໃຈ ກວ້າງຂວາງ ຄວາມ ຊອບທໍາ ຂອງ ເພິ່ນ ກໍ ຕັ້ງ ຢູ່ ເປັນນິດ.”
\s5
\v 10 ຝ່າຍພຣະອົງ ຜູ້ ຊົງ ປະທານແນວປູກໃຫ້ ແກ່ ຜູ້ຫວ່ານ ກັບ ທັງອາຫານສໍາລັບກິນ ຈະຊົງປະທານແນວປູກໃຫ້ ແກ່ ເຈົ້າ ທັງ ຫລາຍ ທັງ ຈະຊົງ ບັນດານໃຫ້ ແນວປູກນັ້ນ ທະວີ ຫລາຍຂຶ້ນ ຊໍາ້ຈະ ຊົງ ບັນດານ ໃຫ້ ຜົນ ແຫ່ງ ຄຸນຄວາມດີ ຂອງ ພວກເຈົ້າ ນັ້ນ ຈະເລີນ ຂຶ້ນ
\v 11 ໂດຍ ຊົງ ໂຜດໃຫ້ ເຈົ້າທັງ ຫລາຍຮັ່ງມີ ດ້ວຍສິ່ງຂອງຢ່າງບໍລິບູນ ເພື່ອໃຫ້ ພວກເຈົ້າ ມີຂອງແຈກຢາຍຢ່າງກວ້າງຂວາງ ຊຶ່ງ ເຮົາ ໄດ້ ນໍາ ໄປແຈກຢາຍ ຈຶ່ງ ເປັນເຫດໃຫ້ ເກີດ ການ ໂມທະນາຂອບພຣະຄຸນຕໍ່ ພຣະເຈົ້າ.
\s5
\v 12 ເພາະວ່າ ການ ຮັບໃຊ້ ໃນການບົວລະບັດ ບໍ່ແມ່ນເປັນ ການຊ່ວຍພວກໄພ່ ພົນ ຂອງພຣະອົງ ທີ່ ຂາດເຂີນ ເທົ່ານັ້ນ, ແຕ່ ຍັງເປັນເຫດ ໃຫ້ ມີການໂມທະນາ ຂອບພຣະຄຸນ ພຣະເຈົ້າ ຫລວງຫລາຍອີກດ້ວຍ.
\v 13 ແລະເນື່ອງຈາກຜົນແຫ່ງ ການບົວ ລະບັດ ນັ້ນ ພວກເຂົາ ຈຶ່ງ ສັນລະເສີນ ພຣະເຈົ້າ ໂດຍເຫດ ທີ່ ເຈົ້າທັງຫລາຍ ຍອມ ຟັງ ແລະ ຕັ້ງໃຈຢູ່ໃນ ອໍານາດຂ່າວປະເສີດ ເລື່ອງພຣະຄຣິດ ແລະເພາະເຫດ ພວກເຈົ້າ ໄດ້ ແຈກຈ່າຍແກ່ ພວກເຂົາ ແລະແກ່ ຄົນທັງ ປວງດ້ວຍໃຈກວ້າງຂວາງ.
\v 14 ຝ່າຍ ພວກເຂົາ ກໍ ຈະ ຮັກແພງ ແລະພາວັນນາອະທິຖານເພື່ອ ເຈົ້າທັງຫລາຍ ເພາະເຫດ ພຣະຄຸນ ຂອງ ພຣະເຈົ້າ ທີ່ ສະຖິດ ຢູ່ໃນ ພວກເຈົ້າ ຢ່າງລົ້ນເຫລືອ.
\v 15 ຈົ່ງ ໂມທະນາ ຂອບພຣະຄຸນພຣະເຈົ້າ ເພາະຂອງພຣະຣາຊທານ ອັນເຫລືອ ທີ່ ຈະພັນລະນາໃຫ້ ສິ້ນສຸດໄດ້.
\s5
\c 10
\p
\v 1 ເຮົາ ຄື ໂປໂລ ຂໍ ອ້ອນວອນ ເຈົ້າທັງຫລາຍ ເປັນສ່ວນຕົວ ໂດຍ ເຫັນແກ່ຄວາມອ່ອນສຸພາບ ແລະ ໃຈກະຣຸນາ ຂອງພຣະຄຣິດ ເຮົາ ຜູ້ທີ່ພວກເຈົ້າ ເວົ້າວ່າ ເປັນຄົນສຸພາບ ຖ່ອມຕົວເມື່ອຢູ່ຕໍ່ໜ້າ, ແຕ່ ເມື່ອຢູ່ໄກ ກໍເປັນຄົນໃຈກ້າ,
\v 2 ຄືເຮົາ ຂໍ​ຮ້ອງພວກເຈົ້າ ວ່າ ເມື່ອ ເຮົາມາຢູ່ນໍາ ພວກເຈົ້າ ຢ່າໃຫ້ເຮົາ ສະແດງ ຄວາມກ້າຫານ ດ້ວຍ ຄວາມແນ່ໃຈ ເໝືອນ ເຮົາຄິດບັງອາດ ຈະເຮັດ ຕໍ່ບາງຄົນທີ່ນີ້ ກໍເຫັນ ວ່າ ເຮົາຍັງ ເຮັດ ຕາມ ທໍາມະດາ ມະນຸດ.
\s5
\v 3 ເພາະ ເຖິງແມ່ນວ່າ ເຮົາຢູ່ ກິນໃນໂລກນີ້ ກໍຈິງ ເຮົາ ກໍ ບໍ່ໄດ້ສູ້ຮົບຕາມ ທໍາມະດາມະນຸດ.
\v 4 ເພາະວ່າ ເຄື່ອງອາວຸດ ຂອງເຮົາ ບໍ່ ເປັນຂອງ ຝ່າຍໂລກ, ແຕ່ ມີຣິດອໍານາດ ຈາກພຣະເຈົ້າ ທີ່ ທໍາລາຍ ຄ້າຍອັນເຂັ້ມແຂງໄດ້ ຄື ທໍາລາຍ ຄວາມຄິດ ທີ່ ມີເຫດຜົນ ອັນບໍ່ຈິງ
\s5
\v 5 ແລະ ຄວາມດື້ດຶງ ທຸກປະການ ທີ່ ຕັ້ງຕົວ ຂຶ້ນຂັດຂວາງ ຄວາມ ຮູ້ຈັກ ພຣະເຈົ້າ ແລະ ປາບ ຄວາມຄິດທຸກປະການ ລົງໃຫ້ຢູ່ໃຕ້ ບັງຄັບຈົນເຖິງ ນ້ອມຟັງພຣະຄຣິດ.
\v 6 ແລະ ເມື່ອ ການນ້ອມຟັງ ຂອງ ເຈົ້າທັງຫລາຍ ສໍາເລັດ ຄົບຖ້ວນແລ້ວ ເຮົາພ້ອມ ທີ່ ຈະ ລົງ ໂທດແກ່ ການບໍ່ນ້ອມຟັງທຸກປະການ.
\s5
\v 7 ພວກເຈົ້າ ຈົ່ງພິຈາລະນາເບິ່ງ ສິ່ງທີ່ປາກົດ ພາຍນອກ ຖ້າຜູ້ໃດຕາຍໃຈເຊື່ອ ວ່າຕົນເປັນ ຄົນຂອງພຣະຄຣິດ ກໍໃຫ້ ຜູ້ນັ້ນ ຄໍານຶງ ວ່າ ເໝືອນ ດັ່ງຕົນເປັນຄົນຂອງພຣະຄຣິດ ເຮົາກໍເປັນ ຄົນຂອງພຣະຄຣິດ ເໝືອນກັນ.
\v 8 ດ້ວຍວ່າ, ເຮົາບໍ່ຮູ້ສຶກ ມີ ຄວາມອັບອາຍໃດໆ ເຖິງແມ່ນວ່າ ເຮົາໄດ້ ເວົ້າອວດອ້າງຫລາຍໄປແດ່ແລ້ວ ກໍຕາມ ເຖິງສິດອໍານາດ ຊຶ່ງອົງພຣະຜູ້ເປັນເຈົ້າ ໄດ້ໂຜດ ປະທານໃຫ້ ແກ່ ພວກເຮົາ ຄື ສິດອຳນາດ ເພື່ອເສີມສ້າງ ພວກເຈົ້າ ຂຶ້ນ ແລະບໍ່ແມ່ນເພື່ອ ທໍາລາຍພວກເຈົ້າລົງ.
\s5
\v 9 ເຮົາ ບໍ່ຢາກໃຫ້ ພວກເຈົ້າຄິດ ວ່າ, ເຮົາຂຽນຈົດໝາຍມາ ຂົ່ມຂູ່ ພວກເຈົ້າ ໃຫ້ຢ້ານກົວ.
\v 10 ເພາະມີ ບາງຄົນເວົ້າ ວ່າ, “ຈົດໝາຍຂອງໂປໂລ ມີ ນໍ້າໜັກ, ແຕ່ ຕົວລາວເບິ່ງ ຄື ເປັນຄົນອ່ອນແອ ແລະຄໍາເວົ້າ ຂອງລາວກໍໃຊ້ການບໍ່ໄດ້.”
\s5
\v 11 ຈົ່ງ ໃຫ້ ຄົນເຫລົ່ານັ້ນ ເຂົ້າໃຈດັ່ງນີ້ ວ່າ, ເມື່ອ ເຮົາບໍ່ຢູ່ ເຮົາເວົ້າ ໄວ້ໃນຈົດໝາຍຂອງເຮົາຢ່າງໃດ ເມື່ອເຮົາມາ ແລ້ວເຮົາ ກໍ ຈະເຮັດ ຢ່າງນັ້ນ.
\v 12 ເພາະວ່າ ເຮົາບໍ່ກ້າ ນັບຕົວເຮົາເຂົ້າ ຫລື ປຽບໃສ່ ກັບບາງຄົນ ທີ່ ຖືຕົວວ່າ ເປັນ ຄົນສໍາຄັນ ພວກເຂົາ ໂງ່ ສ່ຳໃດໜໍ ພວກເຂົາວາງ ຫລັກເກນ ຂອງຕົນ ຂຶ້ນ ເພື່ອ ວັດແທກຕົນເອງ ແລະ ວັດແທກ ຕົນເອງ ຕາມຫລັກເກນ ທີ່ ພວກເຂົາ ຕັ້ງຂຶ້ນ ນັ້ນ.
\s5
\v 13 ແຕ່ ຝ່າຍພວກເຮົາແລ້ວ ພວກເຮົາຈະ ບໍ່ອວດ ຈົນເກີນ ຂອບເຂດ ການອວດຂອງພວກເຮົາ ຈະຢູ່ ໃນຂອບເຂດ ຂອງ ພາລະກິດ ຊຶ່ງ ພຣະເຈົ້າ ໄດ້ ມອບໝາຍ ໃຫ້ແກ່ ພວກເຮົາ ລວມທັງ ພາລະກິດ ຂອງ ພວກເຮົາ ໃນທ່າມກາງ ພວກເຈົ້າ ດ້ວຍ.
\v 14 ການທີ່ເຮົາ ມາເຖິງ ເຈົ້າທັງຫລາຍນັ້ນ ບໍ່ແມ່ນ ເປັນການ ລ່ວງເກີນ ຂອບເຂດ ອັນຄວນ. ເພາະເຮົາ ເປັນຜູ້ນໍາ ຂ່າວປະເສີດ ເລື່ອງ ພຣະຄຣິດ ມາປະກາດ ເຖິງ ພວກເຈົ້າ ກ່ອນໝູ່.
\s5
\v 15 ດັ່ງນັ້ນ ເຮົາຈຶ່ງ ບໍ່ເວົ້າອວດ ເຖິງພາລະກິດ ຂອງ ຄົນອື່ນໄດ້ເຮັດ, ແຕ່ ກົງກັນຂ້າມ ເຮົາຫວັງວ່າ ຄວາມເຊື່ອຂອງ ພວກເຈົ້າ ຄົງ ໃຫຍ່ຂຶ້ນ ແລະ ເຮົາຍັງ ຫວັງວ່າ ພາລະກິດ ຂອງເຮົາ ຈະຂະຫຍາຍ ເຕີບໃຫຍ່ ຂຶ້ນຫລາຍກວ່າ ເກົ່າ ໃນທ່າມກາງ ພວກເຈົ້າ ໃນ ຂອບເຂດ ຂອງ ພວກເຮົາ.
\v 16 ເພື່ອ ເຮົາຈະປະກາດ ຂ່າວປະເສີດ ໃນເຂດ ທີ່ຢູ່ນອກ ທ້ອງຖິ່ນ ຂອງພວກເຈົ້າ ໄດ້ໂດຍ ບໍ່ ຕ້ອງ ອວດ ເຖິງພາລະກິດ ທີ່ ຄົນອື່ນ ໄດ້ ເຮັດໄວ້ ແລ້ວນັ້ນ.
\s5
\v 17 “ຖ້າຜູ້ໃດ ຈະອວດ ກໍ ຈົ່ງເອົາ ອົງພຣະຜູ້ເປັນເຈົ້າ ມາອວດ ເທີ້ນ. ”
\v 18 ເພາະ ຄົນີ່ຍົກຍ້ອງ ຕົນເອງ ບໍ່ເປັນ ທີ່ນັບຖື ແກ່ຜູ້ໃດ, ແຕ່ ຄົນທີ່ໜ້າ ນັບຖື ນັ້ນຄື ຜູ້ ທີ່ອົງພຣະຜູ້ເປັນເຈົ້າ ຊົງຍົກຍ້ອງ.
\s5
\c 11
\p
\v 1 ເຮົາປະສົງ ຢາກ ໃຫ້ ພວກເຈົ້າ ອົດທົນ ຟັງ ຕໍ່ຄວາມ ໂງ່ ຂອງເຮົາຈັກໜ້ອຍໜຶ່ງ ຈົ່ງອົດທົນ ເອົາເດີ
\v 2 ເຮົາຫວງແຫນ ພວກເຈົ້າ ຕາມ ຢ່າງ ທີ່ ພຣະເຈົ້າ ຫວງແຫນ ເພາະ ພວກເຈົ້າ ເປັນ ດັ່ງ ເຈົ້າ ສາວ ບໍຣິສຸດ ທີ່ເຮົາ ສັນຍາ ໝັ້ນໝາຍ ໄວ້ ໃຫ້ ແຕ່ງງານ ກັບ ຊາຍ ຄົນດຽວ ເທົ່ານັ້ນ ຄື ແກ່ ພຣະຄຣິດ.
\s5
\v 3 ແຕ່ ເຮົາຢ້ານ ວ່າ, ຄວາມ ຄິດ ຂອງ ພວກເຈົ້າ ຈະ ຖືກ ລໍ້ລວງ ໃຫ້ ຫລົງຜິດໄປ ຈະປະຖິ້ມຄວາມຜູກພັນ ອັນສັດຊື່ ແລະ ບໍຣິສຸດ ທີ່ ມີ ຕໍ່ ພຣະຄຣິດ ໃນທາໍນອງດຽວ ກັບ ນາງ ເອວາ ທີ່ ຖືກ ຫລອກລວງ ດ້ວຍ ກົນອຸບາຍ ອັນເລິກແລບ ຂອງ ງູ.
\v 4 ດ້ວຍວ່າ, ຖ້າຜູ້ໃດ ທີ່ ມາ ປະກາດ ເລື່ອງ ພຣະເຢຊູເຈົ້າ ອົງອື່ນ ທີ່ ແຕກຕ່າງໄປ ຈາກ ອົງ ທີ່ພວກເຮົາໄດ້ ປະກາດ ແກ່ ພວກເຈົ້າ ນັ້ນ ຫລື ຮັບເອົາ ວິນຍານ ແລະ ຂ່າວປະເສີດ ຢ່າງອື່ນ ທີ່ ແຕກຕ່າງໄປ ຈາກ ພຣະວິນຍານ ແລະ ຂ່າວປະເສີດ ທີ່ ພວກເຈົ້າ ໄດ້ຮັບ ຈາກ ພວກເຮົາ ນັ້ນ ກໍ ເທົ່າ ກັບວ່າ ພວກເຈົ້າ ໄດ້ຍອມເຊື່ອຟັງ ຕໍ່ ພວກເຂົາງ່າຍ ເຕັມທີ.
\s5
\v 5 ເພາະ ເຮົາຄິດວ່າ, ເຮົາບໍ່ໄດ້ ເປັນຜູ້ຕໍ່າຕ້ອຍ ກວ່າ ພວກອັກຄະສາວົກ ຊັ້ນຜູ້ໃຫຍ່ ເຫລົ່ານັ້ນ ແມ່ນແຕ່ໜ້ອຍດຽວ.
\v 6 ເຖິງ ເຮົາ ບໍ່ເກັ່ງ ທາງດ້ານ ການເວົ້າຈາ ແຕ່ ເຮົາກໍຍັງ ມີ ຄວາມຮູ້ ທີ່ຈິງ ເຮົາໄດ້ສະແດງ ເລື່ອງນີ້ ໃຫ້ ປາກົດແຈງ້ ແກ່ພວກເຈົ້າ ໃນ ກິດຈະການ ທຸກສິ່ງແລ້ວ.
\s5
\v 7 ເມື່ອ ເຮົາປະກາດ ຂ່າວປະເສີດ ຂອງ ພຣະເຈົ້າ ແກ່ ພວກເຈົ້າ ນັ້ນ ເຮົາບໍ່ໄດ້ ຄິດໄລ່ ເອົາຫຍັງນໍາ ພວກເຈົ້າ ການທີ່ເຮົາຖ່ອມໃຈ ລົງ ເພື່ອ ຍົກຊູ ພວກເຈົ້າ ຂຶ້ນ ນັ້ນ ເຮົາໄດ້ເຮັດ ຜິດຊັ້ນບໍ?
\v 8 ເຮົາໄດ້ ຍາດ ຊິງຄຣິສຕະຈັກ ໜ່ວຍອື່ນ ດ້ວຍການຮັບເງິນ ບໍາລຸງ ຈາກ ພວກເຂົາ ເພື່ອມາ ບົວລະບັດ ພວກເຈົ້າ.
\v 9 ແລະ ເມື່ອ ເຮົາ ຢູ່ ນໍາ ເຈົ້າທັງຫລາຍ ແລະ ກໍາລັງຂາດເຂີນ ເຮົາ ກໍ ບໍ່ໄດ້ ໃຫ້ ເປັນ ພາລະ ອັນໜັກ ແກ່ ຜູ້ໃດ ເພາະວ່າ ພວກພີ່ນ້ອງ ທີ່ ມາ ຈາກ ແຂວງ ມາເກໂດເນຍ ໄດ້ຊ່ວຍ ໃຫ້ ມີພໍກັບຄວາມຕ້ອງການ ຂອງເຮົາ. ເຮົາ ໄດ້ ລະວັງຕົວ ບໍ່ໃຫ້ ເປັນ ພາລະ ອັນໜັກແກ່ ເຈົ້າ ທັງຫລາຍ ໃນ ສິ່ງ ໃດ ແລະ ຈະລະວັງ ຢ່າງນັ້ນ ຕໍ່ໄປ.
\s5
\v 10 ຄວາມຈິງ ຂອງ ພຣະຄຣິດ ຢູ່ ໃນ ເຮົາ ສະເໝີ ສັນໃດ ຄົງບໍ່ມີ ຜູ້ໃດໃນ ແຂວງ ອະຂາຢາ ນີ້ຈະຫ້າມເຮົາ ບໍ່ໃຫ້ ອວດອ້າງ ສິ່ງນີ້ ສັນນັ້ນ.
\v 11 ການ ທີ່ເຮົາອວດອ້າງ ໃນເລື່ອງນີ້ ຄິດວ່າ ເຮົາ ບໍ່ຮັກ ພວກເຈົ້າຊັ້ນບໍ? ພຣະເຈົ້າ ຊົງຮູ້ວ່າ ເຮົາຮັກພວກເຈົ້າ ຫລາຍເທົ່າໃດ?
\s5
\v 12 ສິ່ງໃດ ທີ່ເຮົາເຮັດຢູ່ ນັ້ນ ເຮົາກໍ ຈະ ເຮັດ ຕໍ່ໄປ ເພື່ອ ບໍ່ໃຫ້ ຄົນ ພວກນັ້ນ ມີ ເຫດອວດອ້າງໄດ້ ວ່າ ການງານ ທີ່ ພວກເຂົາ ເຮັດນັ້ນ ແມ່ນ ຢ່າງດຽວ ກັບ ທີ່ເຮົາດໍາເນີນຢູ່.
\v 13 ເພາະ ຄົນເຫລົ່ານັ້ນ ເປັນພຽງແຕ່ ຄູສອນ ປອມ ເປັນຄົນງານ ທີ່ ຫລອກລວງ ແລະ ປອມຕົວເປັນ ອັກຄະສາວົກ ຂອງ ພຣະຄຣິດ.
\s5
\v 14 ການ ເຮັດຢ່າງ ນີ້ ບໍ່ເປັນການ ແປກປະຫລາດ ຫຍັງດອກ ແມ່ນແຕ່ ມານຊາຕານ ກໍ ຍັງ ປອມ ຕົວ ເປັນ ເທວະດາ ແຫ່ງ ຄວາມ ສະຫວ່າງໄດ້.
\v 15 ດັ່ງນັ້ນ ຈຶ່ງ ບໍ່ເປັນເລື່ອງ ແປກ ເລີຍ ທີ່ ຜູ້ຮັບໃຊ້ຂອງມັນ ປອມຕົວ ເປັນ ຜູ້ຮັບໃຊ້ ຂອງ ຄວາມ ຊອບທໍາ ບັ້ນ ສຸດທ້າຍ ຄົນເຫລົ່ານັ້ນ ຈະໄດ້ ຮັບຜົນ ຕາມການ ກະທໍາ ຂອງ ພວກເຂົາ.
\s5
\v 16 ເຮົາ ຂໍກ່າວຢໍ້າອີກ ວ່າ, ຢ່າໃຫ້ ຜູ້ໃດຖື ວ່າເຮົາ ເປັນ ຄົນໂງ່ ແຕ່ ຖ້າເປັນດັ່ງນັ້ນ, ກໍ ຈົ່ງ ອົດຮັບຟັງເອົາ ເໝືອນ ຟັງຄົນໂງ່ຜູ້ໜຶ່ງສາ ເພື່ອວ່າເຮົາຈະໄດ້ ອວດອ້າງຈັກໜ້ອຍໜຶ່ງ.
\v 17 ການທີ່ ເຮົາກ່າວຢ່າງນັ້ນ ເຮົາບໍ່ໄດ້ ກ່າວ ຕາມຫລັກ ຂອງອົງພຣະຜູ້ເປັນເຈົ້າ ແຕ່ ກ່າວເໝືອນ ຄົນໂງ່ ທີ່ ມີ ຄວາມໄວ້ໃຈ ໃນການອວດ ຂອງຕົນ.
\v 18 ເພາະວ່າມີ ຫລາຍຄົນ ອວດຕົວ ຕາມແບບຢ່າງມະນຸດ ເຮົາກໍຈະອວດເໝືອນກັນ.
\s5
\v 19 ພວກເຈົ້າ ຜູ້ເປັນຄົນສະຫລາດ ແທ້ໆ ກໍ ຍັງອົດທົນ ຟັງ ຄົນ ໂງ່ ເວົ້າ ໜໍ
\v 20 ພວກເຈົ້າ ຍອມກົ້ມໜ້າ ໃຫ້ ພວກເຂົາ ສັ່ງພວກເຈົ້າ ດັ່ງທາດ ຫລື ຍອມໃຫ້ ພວກເຂົາ ສວຍໃຊ້ ພວກເຈົ້າ ເພື່ອ ຜົນ ປະໂຫຍດຂອງພວກເຂົາ ຫືລ ຍອມໃຫ້ ພວກເຂົາ ຫລອກລວງພວກເຈົ້າ ຫືລ ຍອມໃຫ້ ພວກເຂົາ ຍົກຍໍ ພວກເຈົ້າ ໃຫ້ ເປັນໃຫຍ່ ຫລື ຍອມໃຫ້ ພວກເຂົາ ຕົບໜ້າພວກເຈົ້າ.
\v 21 ເຮົາລະອາຍທີ່ ຈະຍອມຮັບວ່າ ພວກເຮົາ ເປັນຄົນອ່ອນແອເກີນໄປທີ່ ຈະປະພຶດ ຢ່າງນັ້ນ. ແຕ່ ຖ້າຜູ້ໃດ ກ້າອວດ ໃນເລື່ອງໃດ ເລື່ອງໜຶ່ງ (ເຮົາ ເວົ້າ ເໝືອນ ກັບວ່າ ເຮົາ ເປັນ ຄົນໂງ່) ເຮົາກໍ ກ້າອວດ ເໝືອນກັນ.
\s5
\v 22 ພວກເຂົາ ເປັນ ຊາວ ເຮັບເຣີ ບໍ? ເຮົາ ກໍ ເປັນເໝືອນກັນ ພວກເຂົາ ເປັນຊົນຊາດ ອິດສະຣາເອນ ບໍ? ເຮົາ ກໍເປັນເໝືອນກັນ ພວກເຂົາ ເປັນເຊື້ອສາຍ ຂອງ ອັບຣາຮາມ ບໍ? ເຮົາ ກໍເປັນເໝືອນກັນ.
\v 23 ພວກເຂົາ ເປັນຜູ້ຮັບໃຊ້ ຂອງ ພຣະຄຣິດ ບໍ? ເຮົາ ຂໍເວົ້າ ດັ່ງຄົນເສຍສະຕິ ວ່າ, ເຮົາກໍເປັນ ລື່ນ ພວກເຂົາ ອີກ ເຮົາໄດ້ ດໍາເນີນ ພາລະກິດ ໜັກກວ່າ ພວກເຂົາ ເຮົາໄດ້ ຖືກຄຸກ ຫລາຍກວ່າ ພວກເຂົາ ເຮົາໄດ້ ຖືກຂ້ຽນ ຖືກຕີ ຫລາຍກວ່າ ພວກເຂົາ ແລະ ໃນການ ປະເຊີນໄພ ເຮົາເກືອບຕາຍ ຫລາຍເທື່ອ ແລ້ວ.
\s5
\v 24 ເຮົາໄດ້ຖືກ ພວກຢິວ ຂ້ຽນ ຫ້າເທື່ອ ເທື່ອລະ ສາມສິບເກົ້າ ບາດ
\v 25 ເຮົາ ໄດ້ ຖືກ ຂ້ຽນຕີ ດ້ວຍແສ້ ຫວາຍ ສາມ ເທື່ອ ແລະ ເຮົາ ໄດ້ ຖືກ ພວກເຂົາ ແກວ່ງ ກ້ອນຫິນ ໃສ່ ໜຶ່ງ ເທື່ອ ເຮົາປະເຊີນ ກັບ ເຮືອ ຫລົ້ມ ເຖິງ ສາມ ເທື່ອ ແລະ ເຮົາ ໄດ້ ແຊ່ ຢູ່ໃນນໍ້າທະເລ ໜຶ່ງວັນໜຶ່ງຄືນ ເທື່ອໜຶ່ງ.
\v 26 ໃນ ການ ເດີນທາງ ຫລາຍເທື່ອ ຂອງເຮົາ ເຮົາໄດ້ ຕົກຢູ່ ໃນໄພ ອັນຕະລາຍ ຈາກນໍ້າຖ້ວມ ແລະ ຈາກ ພວກໂຈນ, ໃນອັນຕະລາຍ ຈາກ ພວກຢິວ ເພື່ອນຮ່ວມຊາດ ຂອງ ຕົນເອງ ແລະ ຈາກ ພວກຕ່າງຊາດ, ເຮົາ ຍັງປະເຊີນ ຕໍ່ອັນຕະລາຍ ໃນເມືອງ, ຕໍ່ ອັນຕະລາຍໃນຖິ່ນແຫ້ງແລ້ງ ກັນດານ, ຕໍ່ ອັນຕະລາຍ ໃນທະເລ ແລະ ຕໍ່ອັນຕະລາຍ ຈາກ ພີ່ນ້ອງ ທີ່ໜ້າໄຫວ້ ຫລັງຫລອກ.
\s5
\v 27 ເຮົາ ໄດ້ ບາກບັ່ນ ດໍາເນີນ ພາລະກິດ ອັນໜັກໜ່ວງ ແລະ ຍາກລໍາບາກ ອົດຫລັບ ອົດນອນ ເປັນປະຈໍາ ອຶດເຂົ້າ ຢາກນໍ້າ ແລະ ຫລາຍເທື່ອ ເຮົາຂາດ ອາຫານ ການກິນ ຂາດບ່ອນ ພັກເຊົາ ຂາດ ເຄື່ອງນຸ່ງຫົ່ມ.
\v 28 ນອກຈາກ ທີ່ກ່າວ ມາ ທັງໝົດ ນັ້ນແລ້ວ ເຮົາກໍ ຍັງມີ ພາລະ ປະຈາໍວັນ ຂອງເຮົາ ຄື ຄວາມຫ່ວງໃຍ ທີ່ມີ ຕໍ່ ຄຣິສຕະຈັກ ໃນທຸກແຫ່ງ.
\v 29 ເມື່ອ ມີ ຜູ້ໃດ ຜູ້ໜຶ່ງ ອ່ອນແຮງ ເຮົາ ກໍອ່ອນແຮງ ເໝືອນກັນ ເມື່ອມີ ຜູ້ໃດ ຜູ້ໜຶ່ງ ຖືກສະດຸດໃຈ ເຮົາກໍ ເປັນທຸກໃຈ ຢ່າງ ເຕັມທີ.
\s5
\v 30 ຖ້າເຮົາຕ້ອງອວດ ເຮົາກໍຈະອວດ ເຖິງ ສິ່ງທີ່ສະແດງວ່າ ເຮົາ ອ່ອນແອ ຢ່າງໃດ.
\v 31 ພຣະເຈົ້າ ອົງເປັນພຣະບິດາເຈົ້າ ຂອງ ອົງ ພຣະເຢຊູເຈົ້າ ຮູ້ວ່າ, ເຮົາບໍ່ໄດ້ ເວົ້າຕົວະ, ຂໍໃຫ້ ພຣະນາມ ຂອງ ພຣະອົງ ຈົ່ງເປັນ ທີ່ຍົກຍ້ອງ ສັນລະເສີນ ຕະຫລອດໄປ ເປັນນິດ ເທີ້ນ.
\s5
\v 32 ເມື່ອ ເຮົາຢູ່ໃນນະຄອນ ດາມັສກັດ ຜູ້ວ່າຣາຊການເມືອງ ຂອງ ກະສັດ ອາເຣຕາ ໄດ້ໃຫ້ ທະຫານ ເຝົ້າຍາມ ເມືອງໄວ້, ເພື່ອ ຈະຈັບ ຕົວເຮົາ.
\v 33 ແຕ່ ພີ່ນ້ອງ ຊາວຄຣິສຕຽນ ໄດ້ເອົາເຮົາ ໃສ່ກວຍ ໃຫຍ່ ຢ່ອນລົງທາງປ່ອງຢ້ຽມ ຕາມກໍາແພງເມືອງ. ດັ່ງນັ້ນ ເຮົາຈຶ່ງ ພົ້ນ ຈາກເງື້ອມ ມືຂອງເພິ່ນ.
\s5
\c 12
\p
\v 1 ເຮົາ ຈາໍເປັນຕ້ອງ ອວດ, ເຖິງແມ່ນ ວ່າ ການອວດ ນັ້ນ ບໍ່ ເປັນ ຜົນດີ ຫຍັງ ກໍຕາມ, ແຕ່ ບັດນີ້ ເຮົາຈະເວົ້າ ເຖິງນິມິດ ແລະ ການ ຊົງ ສໍາແດງ ຊຶ່ງເຮົາ ໄດ້ຮັບຈາກ ອົງພຣະຜູ້ເປັນເຈົ້າ.
\v 2 ແຕ່ ສິບສີ່ປີ ມາແລ້ວ ເຮົາຮູ້ຈັກ ຄຣິສຕຽນ ຜູ້ໜຶ່ງ ຜູ້ນັ້ນໄດ້ ຖືກຮັບຂຶ້ນ ໄປເຖິງສະຫວັນຊັ້ນທີ ສາມ (ແຕ່ ຈະໄປ ທັງກາຍ ຫລື ນອກກາຍ ເຮົາ ກໍ ບໍ່ ຮູ້ ພຣະເຈົ້າເທົ່ານັ້ນ ເປັນຜູ້ຊົງຮູ້)
\s5
\v 3 ເຮົາຮູ້ຈັກ ວ່າ ຄົນນັ້ນ ໄດ້ຮັບຂຶ້ນ ໄປເຖິງ ທີ່ສຸກຂະເສີມ (ແຕ່ ຈະ ໄປ ທັງກາຍ ຫລື ນອກກາຍ ເຮົາ ກໍ ບໍ່ຮູ້ ພຣະເຈົ້າເທົ່ານັ້ນ ເປັນຜູ້ຊົງ ຮູ້)
\v 4 ຄົນນັ້ນ ໄດ້ຍິນສຽງ ທີ່ ຈະກ່າວອອກ ເປັນຄໍາບໍ່ໄດ້ ແລະ ເປັນ ສິ່ງ ທີ່ ຫ້າມມະນຸດ ບໍ່ໃຫ້ ເປີດເຜີຍ.
\v 5 ສໍາລັບ ຄົນຜູ້ນັ້ນ ແຫລະ ເຮົາອວດໄດ້, ແຕ່ ສໍາລັບເຮົາເອງ ຈະບໍ່ອວດຕົວ ເວັ້ນແຕ່ ຈະ ອວດ ໃນຄວາມອ່ອນແຮງ ຂອງເຮົາ.
\s5
\v 6 ເພາະ ເຖິງແມ່ນວ່າ, ເຮົາຢາກ ອວດຕົວ ເຮົາກໍບໍ່ເປັນ ຄົນໂງ່ ເພາະ ເຮົາກ່າວຕາມ ຄວາມຈິງ, ແຕ່ ເຮົາອົດກັ້ນ ໄວ້ ກໍ ເພາະຢ້ານ ວ່າ ຈະມີບາງຄົນ ຍົກຍ້ອງ ເຮົາເກີນກວ່າ ທີ່ເຂົາ ໄດ້ ຮູ້ ຈາກ ການ ເຫັນ ແລະ ຟັງເຮົານັ້ນ.
\v 7 ແລະ ເພື່ອ ບໍ່ໃຫ້ ເຮົາຍົກຍ້ອງຕົວ ຈົນ ເກີນໄປ ເນື່ອງຈາກ ການຊົງສໍາແດງ ອັນຫລວງຫລາຍ ຊຶ່ງ ມາຈາກ ພຣະເຈົ້າ. ພຣະເຈົ້າໄດ້ ຊົງບັນດານໃຫ້ ມີ ສ້ຽນໜາມ ໃນ ເນື້ອກາຍ ຂອງເຮົາ ເປັນບໍລິວານ ຂອງ ມານຊາຕານ ທີ່ທຸບຕີ ເຮົາ ເພື່ອ ບໍ່ໃຫ້ ເຮົາຍົກຍ້ອງ ຕົວ ຈົນເກີນໄປ.
\s5
\v 8 ເຮົາ ໄດ້ ພາວັນນາ ອະທິຖານ ຕໍ່ ອົງພຣະຜູ້ເປັນເຈົ້າ ເຖິງ ສາມ ເທື່ອ ກ່ຽວກັບ ເລື່ອງນີ້ ເພື່ອຂໍ ໃຫ້ ພຣະອົງ ເອົາ ໜີໄປ.
\v 9 ແຕ່ ຄໍາຕອບ ຂອງ ພຣະອົງ ເປັນ ດັ່ງນີ້: “ພຣະຄຸນ ຂອງເຮົາ ກໍ ມີ ພໍ ແລ້ວ ສໍາລັບ ເຈົ້າ. ດ້ວຍວ່າ, ເມື່ອໃດ ທີ່ ເຈົ້າ ອ່ອນແຮງ ເມື່ອນັ້ນ ຣິດອໍານາດ ຂອງເຮົາ ກໍ ສໍາແດງ ອອກ ຢ່າງ ລົ້ນ ເຫລືອ. ” ດັ່ງນັ້ນ ແຫລະ, ເຮົາ ຈຶ່ງ ມີ ຄວາມພາກພູມໃຈ ໃນບັນດາ ຄວາມອ່ອນແຮງ ຂອງເຮົາ ກໍດີກວ່າ ເພື່ອວ່າ ຣິດອໍານາດ ຂອງ ພຣະຄຣິດ ຈະ ຄຸ້ມຄອງ ປ້ອງກັນເຮົາໄວ້
\v 10 ດ້ວຍເຫດນີ້ ເຮົາຈຶ່ງ ຊື່ນໃຈ ໃນຄວາມອ່ອນແຮງ ໃນການ ຖືກໝິ່ນ ປະໝາດ ໃນຄວາມ ຍາກລໍາບາກ ໃນການ ຖືກຂົ່ມເຫັງ ແລະ ໃນຄວາມ ຍາກຈົນ ເພື່ອ ເຫັນແກ່ ພຣະຄຣິດ. ດ້ວຍວ່າ, ເຮົາອ່ອນແຮງ ເມື່ອໃດ ເຮົາກໍເຂັ້ມແຂງ ຂຶ້ນເມື່ອນັ້ນ.
\s5
\v 11 ເຮົາ ກາຍເປັນ ຄົນໂງ່ແລ້ວ ເຈົ້າທັງຫລາຍ ໄດ້ບັງຄັບ ເຮົາໃຫ້ ເປັນ ເຊັ່ນນັ້ນ ເພາະວ່າ ສົມຄວນແລ້ວ້ ທີ່ພວກເຈົ້າ ຈະຍ້ອງຍໍເຮົາ. ເຖິງວ່າ ເຮົາບໍ່ເປັນຜູ້ດີ ວິເສດ ກໍຈິງ ເຮົາກໍ ບໍ່ໄດ້ ຕໍ່າຕ້ອຍ ກວ່າ ອັກຄະສາວົກ ຊັ້ນຜູ້ໃຫຍ່ ເຫລົ່ານັ້ນ ໃນປະການໜຶ່ງ ປະການໃດ.
\v 12 ແທ້ຈິງ, ລັກສະນະ ຂອງ ອັກຄະສາວົກ ໄດ້ ປາກົດຢ່າງແຈ່ມແຈ້ງ ໃນ ທ່າມກາງ ພວກເຈົ້າ ໂດຍຄວາມພຽນ, ໂດຍ ໝາຍສໍາຄັນ ໂດຍ ການອັດສະຈັນ ແລະ ໂດຍ ການອິດທິຣິດ.
\v 13 ເພາະວ່າ, ເຈົ້າທັງ ຫລາຍ ເສຍປຽບ ຕໍໍຄຣິສຕະຈັກ ອື່ນໆ ໃນຂໍ້ໃດແດ່? ເວັ້ນໄວ້ ແຕ່ໃນ ຂໍ້ນີ້ ຄື ເຮົາບໍ່ໄດ້ ເປັນ ພາລະ ອັນໜັກແກ່ພວກເຈົ້າ ການຜິດນັ້ນ ຂໍ ໃຫ້ ອະໄພໂທດ ແກ່ເຮົາແດ່ທ້ອນ.
\s5
\v 14 ນີ້ ແຫລະ ເປັນເທື່ອ ທີ ສາມ ທີ່ເຮົາ ຕຽມພ້ອມ ທີ່ເຮົາຈະມາ ຫາ ເຈົ້າທັງຫລາຍ ແລະ ເຮົາຈະ ບໍ່ເປັນ ພາລະ ອັນໜັກແກ່ ພວກເຈົ້າ ເພາະວ່າ ເຮົາ ບໍ່ຕ້ອງການ ສິ່ງໃດ ຈາກພວກເຈົ້າ, ແຕ່ວ່າ ຕ້ອງການຕົວ ພວກເຈົ້າ. ເຫດວ່າ, ທີ່ ລູກຈະທ້ອນໂຮມ ຊັບໄວ້ ສໍາລັບພໍ່ແມ່ ກໍ ບໍ່ ສົມຄວນ, ແຕ່ວ່າ ແມ່ນ ພໍ່ແມ່ ເປັນ ຜູ້ທ້ອນໂຮມ ຊັບໄວ້ ສໍາລັບລູກ.
\v 15 ເຮົາ ຍິນດີ ທີ່ຈະ ສະຫລະຊັບ ແລະ ເຫື່ອແຮງ ທັງໝົດ ເພື່ອຊວຍເຫລືອ ພວກເຈົ້າ ເມື່ອ ເຮົາຮັກ ພວກເຈົ້າ ຫລາຍ ຂຶ້ນ ເຖິງພຽງນີ້ ພວກເຈົ້າຈະກັບຮັກເຮົາ ໜ້ອຍລົງ ຊັ້ນບໍ?
\s5
\v 16 ບາງທີ ເຈົ້າທັງຫລາຍ ຈະຍອມຮັບວ່າ, ເຮົາບໍ່ໄດ້ ເປັນພາລະ ອັນໜັກ ແກ່ ພວກເຈົ້າ, ແຕ່ ພວກເຈົ້າ ຄົງກ່າວ ວ່າ ເຮົາໃຊ້ ເລ້ຫລ່ຽມ ຄອຍຖ້າ ເອົາຄວາມຜິດ ພວກເຈົ້າ ດ້ວຍ ກົນອຸບາຍ.
\v 17 ເປັນໄປ ໄດ້ ບໍ? ເຮົາໄດ້ ເອົາປຽບ ອັນໃດແດ່ ຈາກ ພວກເຈົ້າ ໃນການ ທີ່ເຮົາໄດ້ໃຊ້ ຄົນເຫລົ່ານັ້ນ ໄປ ຫາ ພວກເຈົ້າ?
\v 18 ເຮົາ ໄດ້ ວອນຂໍ ໃຫ້ ຕີໂຕ ໄປ ແລະ ໃຊ້ ພີ່ນ້ອງ ນັ້ນໃຫ້ໄປດ້ວຍ. ຕີໂຕ ໄດ້ໂກງ ເອົາ ປະໂຫຍດ ອັນໃດ ຈາກ ພວກເຈົ້າ ແດ່? ເຮົາ ທັງສອງ ບໍ່ໄດ້ ດໍາເນີນ ການ ດ້ວຍ ນໍ້າໃຈ ອັນ ດຽວກັນ ຊັ້ນບໍ? ເຮົາ ບໍ່ໄດ້ທຽວ ໃນຮ່ອງຮອຍ ອັນດຽວກັນ ບໍ?
\s5
\v 19 ເຈົ້າທັງຫລາຍ ຄົງຄິດຢູ່ ຕະຫລອດມາ ວ່າ, ເຮົາ ກ່າວແກ້ຕົວ ຕໍ່ພວກເຈົ້າ ທີ່ຈິງ ເຮົາກ່າວໃນ ພຣະຄຣິດ ເໝືອນເຮົາ ຢູ່ຊ້ອງໜ້າ ພຣະເຈົ້າ. ພີ່ນ້ອງ ທີ່ ຮັກຂອງເຮົາ ເອີຍ, ສິ່ງສາລະພັດ ທີ່ເຮົາໄດ້ເຮັດ ນັ້ນ ເຮົາເຮັດ ເພື່ອໃຫ້ ເຈົ້າທັງຫລາຍ ຈະເລີນ ຂຶ້ນ.
\s5
\v 20 ເພາະ ເຮົາ ຄິດ ຢ້ານວ່າ ເມື່ອເຮົາ ມາເຖິງ ແລ້ວ ເຮົາ ອາດ ຈະ ບໍ່ເຫັນ ພວກເຈົ້າ ເໝືອນ ຢ່າງ ທີ່ເຮົາຢາກເຫັນ ແລະ ພວກເຈົ້າຈະ ບໍ່ ເຫັນເຮົາ ເໝືອນຢ່າງ ທີ່ ພວກເຈົ້າ ຢາກເຫັນ ຄື ຢ້ານວ່າ ບໍ່ເຫດໃດ ກໍເຫດໜຶ່ງ ຈະມີການຜິດຖຽງກັນ ການອິດສາກັນ ການຄຽດກັນ ການຄິດໃຫຍ່ໃຝ່ສູງ ຕໍ່ ກັນ ການນິນທາກັນ ການຊຸບຊິບ ສຽດສີກັນ ການຂີ້ອວດ ຈອງຫອງ ແລະ ການເກະກະ ວຸ້ນວາຍກັນ.
\v 21 ເຮົາ ຢ້ານ ວ່າ ເມື່ອເຮົາ ກັບມາອີກ ພຣະເຈົ້າຂອງເຮົາ ຈະຊົງໃຫ້ ເຮົາ ຖ່ອມຕົວ ລົງລະອາຍໃຈ ຕໍ່ໜ້າເຈົ້າ ທັງຫລາຍ ແລະ ເຮົາຈະທຸກໂສກ ເພາະ ເຫດ ທີ່ ຫລາຍຄົນ ໄດ້ ເຮັດຜິດບາບ ມາແຕ່ກ່ອນແລ້ວ ແລະ ບໍ່ໄດ້ ກັບໃຈ ຈາກການຊົ່ວຮ້າຍ ການຫລິ້ນຊູ້ ແລະ ການໂລພາ ຕັນຫາ ທີ່ພວກເຂົາ ໄດ້ເຮັດນັ້ນ.
\s5
\c 13
\p
\v 1 ນີ້ ກໍ ເປັນເທື່ອ ທີສາມ ທີ່ເຮົາກໍາລັງ ຈະມາຫາ ພວກເຈົ້າ ດັ່ງທີ່ມີ ຄໍາຂຽນໄວ້ ໃນ ພຣະຄໍາພີ ວ່າ, “ຂໍ້ ກ່າວຫາ ໃດໆ ຕ້ອງ ມີ ພະຍານ ສອງ ຫືລ ສາມ ປາກ ຈຶ່ງ ເປັນ ທີ່ ເຊື່ອ ຖື ໄດ້. ”
\v 2 ເຮົາ ໄດ້ ເຕືອນ ເຈົ້າທັງຫລາຍ ທີ່ໄດ້ ເຮັດຜິດບາບ ມາແຕ່ກ່ອນ ແລະ ບັນດາ ຄົນອື່ນໆ ນັ້ນ ດ້ວຍ ແລະ ບັດນີ້ ເມື່ອເຮົາບໍ່ຢູ່ ເຮົາກໍເຕືອນ ພວກເຈົ້າ ອີກ ເໝືອນ ເມື່ອເຮົາໄດ້ຢູ່ ກັບ ເຈົ້າ ເທື່ອ ທີ ສອງ ນັ້ນ ວ່າ, ຖ້າເຮົາ ມາ ອີກ ຈະ ບໍ່ຜ່ອນ ໂທດ ໃຫ້ ຄົນ ເຫລົ່ານັ້ນ.
\s5
\v 3 ເພາະວ່າ ເຈົ້າທັງຫລາຍ ຕ້ອງການ ຈະ ເຫັນຫລັກຖານ ວ່າ, ພຣະຄຣິດ ຊົງກ່າວ ທາງເຮົາ ພຣະອົງບໍ່ໄດ້ ຊົງອ່ອນແອ ຕໍ່ ພວກເຈົ້າ, ແຕ່ຊົງມີ ຣິດອໍານາດ ໃນທ່າມກາງ ພວກເຈົ້າ.
\v 4 ເພາະ ເຖິງ ແມ່ນວ່າ ພຣະອົງຊົງຖືກຄຶງ ໄວ້ ເນື່ອງ ຈາກ ຄວາມ ອ່ອນແອ ກໍຈິງ ພຣະອົງກໍຍັງຊົງພຣະຊົນຢູ່ ເພາະຣິດອໍານາດ ຂອງ ພຣະເຈົ້າ ເພາະວ່າ ເຮົາກໍອ່ອນແອ ດ້ວຍກັນກັບ ພຣະອົງ, ແຕ່ ເພື່ອພວກເຈົ້າ ເຮົາກໍມີຊີວິດ ເປັນຢູ່ ດ້ວຍກັນກັບ ພຣະອົງ ເພາະ ຣິດອໍານາດ ຂອງ ພຣະເຈົ້າ.
\s5
\v 5 ຈົ່ງ ພິຈາລະນາ ເບິ່ງຕົນເອງ ວ່າ, ພວກເຈົ້າ ຕັ້ງຢູ່ໃນ ຄວາມເຊື່ອ ຫລື ບໍ? ຈົ່ງ ພີສູດ ຕົວເອງສາ ເຈົ້າທັງຫລາຍ ບໍ່ຮູ້ ຫລື ວ່າ ພຣະເຢຊູຄຣິດເຈົ້າ ຊົງສະຖິດຢູ່ໃນ ພວກເຈົ້າ ເວັ້ນເສຍແຕ່ ພວກເຈົ້າ ຈະ ຜ່ານ ການພິສູດນັ້ນ ບໍ່ໄດ້.
\v 6 ແຕ່ ເຮົາຫວັງໃຈ ວ່າ ເຈົ້າທັງຫລາຍ ຄົງຮູ້ ວ່າ ເຮົາບໍ່ໄດ້ ເປັນຜູ້ ຜ່ານການພິສູດ ບໍ່ໄດ້.
\s5
\v 7 ບັດນີ້ ພວກເຮົາ ພາວັນນາ ອະທິຖານ ພຣະເຈົ້າ ເພື່ອບໍ່ໃຫ້ ພວກເຈົ້າ ເຮັດຜິດໃດໆ ອັນນີ້ ບໍ່ແມ່ນ ເພື່ອສະແດງ ໃຫ້ ເຫັນ ວ່າ ພວກເຮົາ ເຖິງ ທີ່ສໍາເລັດແລ້ວ ແຕ່ເພື່ອໃຫ້ ພວກເຈົ້າ ເຮັດໃນສິ່ງ ທີ່ຖືກຕ້ອງ, ເຖິງແມ່ນວ່າ ເບິ່ງເຮົາ ຄື ເປັນ ຜູ້ຫລົ້ມເຫລວ ກໍຕາມ.
\v 8 ດ້ວຍວ່າ, ພວກເຮົາ ເຮັດສິ່ງ ທີ່ ຂັດກັບ ຄວາມຈິງ ບໍ່ໄດ້ ເຮັດໄດ້ ແຕ່ ສິ່ງ ທີ່ ຖືກຕ້ອງ ຕາມ ຄວາມຈິງ ເທົ່ານັ້ນ.
\s5
\v 9 ເພາະວ່າ ເມື່ອ ພວກເຮົາ ອ່ອນແອ ແລະ ພວກເຈົ້າ ເຂັ້ມແຂງ ນັ້ນ ເຮົາ ກໍ ຊົມຊື່ນ ຍິນດີ, ດັ່ງນັ້ນ ແຫລະ ເຮົາ ຈຶ່ງ ພາວັນນາ ອະທິຖານ ເພື່ອໃຫ້ ພວກເຈົ້າ ຈະເລີນຂຶ້ນ ຢ່າງ ຄົບບໍລິບູນ.
\v 10 ເຮົາຈຶ່ງ ຂຽນ ຂໍ້ ຄວາມ ທັງຫລາຍນີ້ ເມື່ອເຮົາບໍ່ຢູ່ນາໍ ກໍ ເພື່ອເວລາ ເຮົາຢູ່ນໍາ ແລ້ວ ເຮົາຈະ ບໍ່ໄດ້ ກ່າວ ຄໍາເຄັ່ງຄັດ ໃນການໃຊ້ອໍານາດ ທີ່ ອົງພຣະຜູ້ເປັນເຈົ້າ ໄດ້ ຊົງມອບ ໃຫ້ ແກ່ ເຮົາ ເພື່ອ ສ້າງ ພວກເຈົ້າ ຂຶ້ນ ບໍ່ແມ່ນ ເພື່ອ ມ້າງເພ ລົງ.
\s5
\v 11 ໃນ ສຸດທ້າຍນີ້ ພີ່ນ້ອງ ທັງຫລາຍ ເອີຍ ເຮົາ ຂໍ ລາ ພວກເຈົ້າ ກ່ອນ ຈົ່ງປັບປຸງ ໃຫ້ ຕົວ ຈະເລີນ ຂຶ້ນ ຈົ່ງ ຟັງ ຄໍາຮ້ອງຂໍ ຂອງເຮົາ ຈົ່ງ ເປັນນາໍ້ໜຶ່ງ ໃຈດຽວກັນ ຈົ່ງຢູ່ຮ່ວມກັນ ດ້ວຍຄວາມ ສະຫງົບສຸກ ແລະ ພຣະເຈົ້າ ຜູ້ຊົງຮັກ ແລະ ຊົງປະທານ ສັນຕິສຸກ ຈະຊົງ ສະຖິດ ຢູ່ນໍາ ເຈົ້າທັງຫລາຍ.
\v 12 ຈົ່ງ ທັກທາຍ ປາໄສ ກັນ ດ້ວຍ ທໍານຽມ ຈູບອັນບໍຣິສຸດ.
\s5
\v 13 ໄພ່ພົນ ທັງປວງ ຂອງ ພຣະເຈົ້າ ທຸກຄົນ ກໍ ຝາກ ຄວາມຄິດ ເຖິງ ມາຍັງ ພວກເຈົ້າ ເໝືອນກັນ.
\v 14 ຂໍໃຫ້ ພຣະຄຸນ ຂອງ ອົງ ພຣະເຢຊູຄຣິດເຈົ້າ ຄວາມຮັກ ຂອງ ພຣະເຈົ້າ ແລະ ຄວາມສາມັກຄີທຳ ກັບ ພຣະວິນຍານ ບໍຣິສຸດເຈົ້າ ຈົ່ງ ສະຖິດ ຢູ່ ກັບ ພວກເຈົ້າ ທຸກຄົນ ເທີ້ນ.